ປາຍທາງ ແລະ ຜົນໄດ້ຮັບ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 580)
ໃນແສງແມບຂອງຟ້າແມບເຫຼື້ອມ, ສັດທຸກໂຕແມ່ນຖືກເປີດເຜີຍໃນຮູບຮ່າງທີ່ແທ້ຈິງຂອງມັນ. ເຊັ່ນກັນ ດ້ວຍການເຍືອງທາງຈາກແສງສະຫວ່າງຂອງເຮົາ ມະນຸດກໍໄດ້ຮັບຄວາມບໍລິສຸດທີ່ເຂົາເຄີຍມີຄັ້ງໜຶ່ງກັບຄືນມາ. ໂອ, ໂລກທີ່ເສື່ອມຊາມຂອງອະດີດ! ໃນທີ່ສຸດ ມັນກໍຖືກຂວໍ້າລົງໄປໃນນໍ້າທີ່ສົກກະປົກ ແລະ ຈົມລົງພື້ນ ແລ້ວກໍສະຫຼາຍກາຍເປັນຂີ້ຕົມ! ໂອ, ມະນຸດທັງໝົດເອີຍ ທີ່ເປັນສິ່ງຊົງສ້າງຂອງເຮົາເອງ! ໃນທີ່ສຸດພວກເຂົາກໍໄດ້ກັບຄືນມາມີຊີວິດອີກຄັ້ງໃນແສງສະຫວ່າງ, ໄດ້ຄົ້ນພົບພື້ນຖານສໍາລັບການມີຊີວິດ ແລະ ຢຸດດິ້ນຮົນໃນຂີ້ຕົມ! ໂອ, ສິ່ງຕ່າງໆຂອງການຊົງສ້າງທີ່ນັບບໍ່ຖ້ວນທີ່ເຮົາຖືໃນມືຂອງເຮົາ! ພວກເຂົາບໍ່ສາມາດຖືກສ້າງຂຶ້ນໃໝ່ຜ່ານພຣະທໍາຂອງເຮົາບໍ? ພວກເຂົາຈະບໍ່ມີບົດບາດໃນໜ້າທີ່ຂອງພວກເຂົາໃນແສງສະຫວ່າງໄດ້ແນວໃດ? ແຜ່ນດິນໂລກຈະບໍ່ຢຸດນິ້ງ ແລະ ມິດງຽບອີກຕໍ່ໄປ ແລະ ສະຫວັນຈະບໍ່ເປົ່າປ່ຽວ ແລະ ໂສກເສົ້າອີກຕໍ່ໄປ. ສະຫວັນ ແລະ ແຜ່ນດິນໂລກທີ່ບໍ່ຖືກແຍກໂດຍຊ່ອງວ່າງອີກຕໍ່ໄປ ຖືກຮວມເຂົ້າກັນໂດຍບໍ່ມີວັນຈະຖືກແຍກອອກອີກ. ໃນໂອກາດທີ່ປິຕິຍິນດີນີ້, ໃນຊ່ວງເວລາແຫ່ງຄວາມຍິນດີນີ້, ຄວາມຊອບທໍາຂອງເຮົາ ແລະ ຄວາມບໍລິສຸດຂອງເຮົາໄດ້ແຜ່ອອກໄປທົ່ວຈັກກະວານ ແລະ ມະນຸດທຸກຄົນຈະສັນລະເສີນສິ່ງເຫຼົ່ານັ້ນຢ່າງບໍ່ຢຸດຢັ້ງ. ນະຄອນແຫ່ງສະຫວັນກໍາລັງຫົວດ້ວຍຄວາມສຸກ ແລະ ອານາຈັກຂອງແຜ່ນດິນໂລກກໍາລັງເຕັ້ນລໍາດ້ວຍຄວາມສຸກ. ໃນເວລານີ້ ແມ່ນຜູ້ໃດທີ່ບໍ່ມີຄວາມຍິນດີ ແລະ ມີຜູ້ໃດທີ່ຍັງບໍ່ຮ້ອງໄຫ້ແດ່? ແຜ່ນດິນໂລກທີ່ຢູ່ໃນສະພາບດັ່ງເດີມຂອງມັນແມ່ນເປັນຂອງສະຫວັນ ແລະ ສະຫວັນກໍໄດ້ຮວມເຂົ້າກັນກັບແຜ່ນດິນໂລກ. ມະນຸດແມ່ນສາຍເຊືອກທີ່ຮັດສະຫວັນ ແລະ ແຜ່ນດິນໂລກເຂົ້າກັນ ແລະ ຍ້ອນຄວາມບໍລິສຸດຂອງມະນຸດ, ຍ້ອນການສ້າງມະນຸດຂຶ້ນໃໝ່, ສະຫວັນຈຶ່ງບໍ່ຖືກປິດບັງຈາກແຜ່ນດິນໂລກອີກຕໍ່ໄປ ແລະ ແຜ່ນດິນໂລກກໍບໍ່ມິດງຽບຕໍ່ສະຫວັນອີກຕໍ່ໄປ. ໃບໜ້າຂອງມະນຸດແມ່ນເຕັມໄປດ້ວຍຮອຍຍິ້ມແຫ່ງຄວາມພໍໃຈ ແລະ ເຊື່ອງຊ້ອນຢູ່ໃນຫົວໃຈຂອງພວກເຂົາທຸກຄົນແມ່ນຄວາມຫວານຊື່ນທີ່ບໍ່ມີຂອບເຂດ. ມະນຸດບໍ່ຖຽງກັບມະນຸດ ແລະ ມະນຸດບໍ່ຕີກັນ. ໃນແສງສະຫວ່າງຂອງເຮົາ ແມ່ນມີຜູ້ໃດບໍ ທີ່ບໍ່ດໍາລົງຊີວິດຢ່າງສະຫງົບສຸກກັບຜູ້ອື່ນ? ໃນມື້ຂອງເຮົາ ແມ່ນມີຜູ້ໃດບໍ ທີ່ເຮັດໃຫ້ຊື່ຂອງເຮົາເສື່ອມເສຍ? ມະນຸດທຸກຄົນຈ້ອງເບິ່ງເຮົາດ້ວຍຄວາມເຄົາລົບນັບຖື ແລະ ໃນໃຈຂອງພວກເຂົາ ພວກເຂົາກໍຮ້ອງຫາເຮົາຢ່າງລັບໆ. ເຮົາໄດ້ຄົ້ນຫາທຸກການກະທໍາຂອງມະນຸດ. ໃນທ່າມກາງມະນຸດທີ່ຖືກຊໍາລະລ້າງ ແມ່ນບໍ່ມີຜູ້ໃດທີ່ບໍ່ເຊື່ອຟັງເຮົາ ແລະ ບໍ່ມີຜູ້ໃດທີ່ຈະຕັດສິນເຮົາ. ມະນຸດທຸກຄົນແມ່ນເຕັມໄປດ້ວຍອຸປະນິໄສຂອງເຮົາ. ມະນຸດທຸກຄົນກໍາລັງຮູ້ຈັກເຮົາ, ກໍາລັງເຂົ້າໃກ້ເຮົາ ແລະ ຮັກເຮົາ. ເຮົາຖືກຍຶດໝັ້ນໃນຈິດໃຈຂອງມະນຸດ, ຖືກສັນລະເສີນຢ່າງສູງສຸດໃນສາຍຕາຂອງມະນຸດ ແລະ ໄຫຼຜ່ານໃນເສັ້ນເລືອດຂອງມະນຸດ. ຄວາມເບີກບານໃນຫົວໃຈຂອງມະນຸດເຕັມໄປທົ່ວທຸກແຫ່ງຫົນໃນແຜ່ນດິນໂລກ, ອາກາດເຢັນ ແລະ ສົດຊື່ນ, ບໍ່ມີໝອກໜາປົກຄຸມແຜ່ນດິນອີກຕໍ່ໄປ ແລະ ດວງຕາເວັນກໍສ່ອງແສງຮຸ່ງເຫຼື້ອມ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 18
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 581)
ອານາຈັກກຳລັງຂະຫຍາຍທ່າມກາງມະນຸດ, ມັນກຳລັງເກີດຂຶ້ນຢູ່ໃນທ່າມກາງມະນຸດ ແລະ ມັນກຳລັງຕັ້ງຂຶ້ນທ່າມກາງມະນຸດ; ບໍ່ມີກອງກຳລັງໃດສາມາດທຳລາຍອານາຈັກຂອງເຮົາໄດ້. ຈາກປະຊາຊົນຂອງເຮົາທີ່ຢູ່ໃນອານາຈັກໃນປັດຈຸບັນ, ແມ່ນໃຜໃນພວກເຈົ້າທີ່ບໍ່ແມ່ນມະນຸດທ່າມກາງມະນຸດ? ແມ່ນໃຜໃນພວກເຈົ້າທີ່ຢູ່ນອກສະພາບການຂອງມະນຸດ? ເມື່ອຈຸດເລີ່ມຕົ້ນໃໝ່ຂອງເຮົາຖືກປະກາດອອກໃຫ້ກັບຝູງຊົນ, ມະນຸດຈະມີປະຕິກິລິຍາແນວໃດ? ເຈົ້າໄດ້ເຫັນດ້ວຍຕາຂອງເຈົ້າເອງເຖິງສະພາວະຂອງມະນຸດຊາດ; ແນ່ນອນ ເຈົ້າຍັງບໍ່ມີຄວາມຫວັງທີ່ຈະອົດກັ້ນຢູ່ໃນໂລກໃບນີ້ຕະຫຼອດໄປ ແມ່ນບໍ? ເຮົາກຳລັງຍ່າງທ່າມກາງປະຊາຊົນຂອງເຮົາ, ເຮົາດຳລົງຊີວິດຢູ່ທ່າມກາງປະຊາຊົນຂອງເຮົາ. ໃນປັດຈຸບັນ ຄົນທີ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ, ຄົນແບບນີ້ກໍເປັນສຸກ; ສັນຕິສຸກມີແກ່ຄົນທີ່ຍອມອ່ອນນ້ອມຕໍ່ເຮົາ, ພວກເຂົາຈະອາໄສຢູ່ໃນອານາຈັກຂອງເຮົາຢ່າງແນ່ນອນ. ສັນຕິສຸກມີແກ່ຄົນທີ່ຮູ້ຈັກເຮົາ, ພວກເຂົາຈະມີລິດອຳນາດໃນອານາຈັກຂອງເຮົາຢ່າງແນ່ນອນ. ສັນຕິສຸກມີແກ່ຄົນທີ່ສະແຫວງຫາເຮົາ, ພວກເຂົາຈະຫຼົບໜີຈາກພັນທະນາການຂອງຊາຕານ ແລະ ໄດ້ຮັບພອນຈາກເຮົາຢ່າງແນ່ນອນ. ສັນຕິສຸກມີແກ່ຄົນທີ່ສາມາດປະຖິ້ມຕົນເອງ, ພວກເຂົາຈະເຂົ້າສູ່ການຄອບຄອງຂອງເຮົາຢ່າງແນ່ນອນ ແລະ ສືບທອດຮັບເອົາຄວາມກະລຸນາຮັ່ງມີແຫ່ງອານາຈັກຂອງເຮົາ. ເຮົາຈະຈື່ຄົນທີ່ເຮັດນັ້ນເຮັດນີ້ເພື່ອເຫັນແກ່ເຮົາ, ເຮົາຈະໂອບກອດຄົນທີ່ສະຫຼະເພື່ອເຫັນແກ່ເຮົາຢ່າງເບີກບານໃຈ ແລະເຮົາຈະມອບຄວາມສຸກໃຫ້ກັບຄົນທີ່ຖວາຍໃຫ້ກັບເຮົາ. ເຮົາຈະອວຍພອນຄົນທີ່ຄົ້ນພົບຄວາມສຸກໃນພຣະທຳຂອງເຮົາ; ພວກເຂົາຈະເປັນເສົາທີ່ຄໍ້າຫຼັງຄາເຮືອນໃນອານາຈັກຂອງເຮົາຢ່າງແນ່ນອນ, ພວກເຂົາຈະມີຄວາມຮັ່ງມີທີ່ບໍ່ສາມາດທຽບໄດ້ໃນເຮືອນຂອງເຮົາຢ່າງແນ່ນອນ ແລະ ບໍ່ມີໃຜສາມາດທຽບກັບພວກເຂົາໄດ້. ພວກເຈົ້າເຄີຍຮັບເອົາພອນທີ່ໄດ້ມອບໃຫ້ກັບພວກເຈົ້າບໍ? ພວກເຈົ້າເຄີຍສະແຫວງຫາສັນຍາທີ່ສ້າງຂຶ້ນສຳລັບພວກເຈົ້າບໍ? ພາຍໃຕ້ແສງສະຫວ່າງແຫ່ງການນຳທາງຂອງເຮົາ ພວກເຈົ້າຈະສາມາດຜ່ານພົ້ນຈາກກຳມືຂອງອໍານາດແຫ່ງຄວາມມືດໄປໄດ້ຢ່າງແນ່ນອນ. ພວກເຈົ້າຈະບໍ່ສູນເສຍແສງສະຫວ່າງແຫ່ງການນຳທາງໃນທ່າມກາງຄວາມມືດຢ່າງແນ່ນອນ. ພວກເຈົ້າຈະເປັນເຈົ້ານາຍຂອງສັບພະສິ່ງທັງປວງຢ່າງແນ່ນອນ. ພວກເຈົ້າຈະຜູ້ເອົາຊະນະຕໍ່ໜ້າຊາຕານຢ່າງແນ່ນອນ. ພວກເຈົ້າຈະໄດ້ຢືນຢູ່ທ່າມກາງຝູງຄົນຈໍານວນຫຼວງຫຼາຍທີ່ເປັນພະຍານເຖິງການເອົາຊະນະຂອງເຮົາ ຕໍ່ກັບການພັງທະລາຍຂອງອານາຈັກມັງກອນແດງທີ່ຍິ່ງໃຫຍ່ຢ່າງແນ່ນອນ. ແນ່ນອນວ່າ ພວກເຈົ້າຈະຕ້ອງຍຶດໝັ້ນ ແລະ ບໍ່ສັ່ນຄອນໃນແຜ່ນດິນຊິນິມ. ຜ່ານການທົນທຸກທີ່ພວກເຈົ້າໄດ້ອົດກັ້ນ, ພວກເຈົ້າຈະໄດ້ສືບທອດພອນຂອງເຮົາ ແລະ ເຈົ້າຈະສົ່ງແສງລັດສະໝີຂອງເຮົາໄປທົ່ວຈັກກະວານທັງໝົດຢ່າງແນ່ນອນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 19
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 582)
ໃນຂະນະທີ່ພຣະທຳຂອງເຮົາຖືກເຮັດໃຫ້ສົມບູນ, ອານາຈັກກໍຖືກກໍ່ສ້າງຂຶ້ນເທິງແຜ່ນດິນໂລກເທື່ອລະໜ້ອຍ ແລະ ມະນຸດກໍກັບຄືນສູ່ຄວາມທຳມະດາເທື່ອລະໜ້ອຍ ແລະ ສະນັ້ນ ອານາຈັກໃນຫົວໃຈຂອງເຮົາຈຶ່ງຖືກສ້າງຂຶ້ນເທິງແຜ່ນດິນໂລກ. ໃນອານາຈັກນັ້ນ, ປະຊາຊົນຂອງພຣະເຈົ້າທຸກຄົນຟື້ນຟູຊີວິດຂອງມະນຸດທຳມະດາ. ລະດູໜາວທີ່ໜາວຈັດໄດ້ຈາກໄປ, ແທນດ້ວຍໂລກແຫ່ງເມືອງລະດູໃບໄມ້ປົ່ງ ເຊິ່ງເປັນບ່ອນທີ່ມີລະດູໃບໄມ້ປົ່ງໝົດປີ. ຜູ້ຄົນຈະບໍ່ພົບກັບໂລກທີ່ມືດມົນ ແລະ ໂສກເສົ້າຂອງມະນຸດອີກຕໍ່ໄປ, ພວກເຂົາຈະບໍ່ອົດກັ້ນຕໍ່ຄວາມໜາວເຢັນຂອງໂລກມະນຸດອີກຕໍ່ໄປ. ຜູ້ຄົນບໍ່ຕີກັນ, ປະເທດຕ່າງໆບໍ່ເຮັດສົງຄາມຕໍ່ກັນ, ບໍ່ມີການເຂັນຂ້າ ແລະ ນອງເລືອດຈາກການເຂັນຂ້າກັນອີກຕໍ່ໄປ; ດິນແດນທັງປວງແມ່ນເຕັມໄປດ້ວຍຄວາມສຸກ ແລະ ທຸກຫົນແຫ່ງເຕັມໄປດ້ວຍຄວາມອົບອຸ່ນລະຫວ່າງມະນຸດ. ເຮົາຍ້າຍໄປທົ່ວແຜ່ນດິນໂລກ, ເຮົາມີຄວາມສຸກຈາກເທິງບັນລັງຂອງເຮົາ, ເຮົາດຳລົງຊີວິດຢູ່ທ່າມກາງດວງດາວ. ທູດສະຫວັນພາກັນຖວາຍເພງໃໝ່ ແລະ ການເຕັ້ນລຳໃໝ່ໃຫ້ກັບເຮົາ. ຄວາມອ່ອນແອຂອງພວກເຂົາເອງບໍ່ໄດ້ເຮັດໃຫ້ນໍ້າຕາໄຫຼລົງໃບໜ້າຂອງພວກເຂົາອີກຕໍ່ໄປ. ເຮົາບໍ່ໄດ້ຍິນສຽງທູດສະຫວັນຮ້ອງໄຫ້ຕໍ່ໜ້າເຮົາອີກຕໍ່ໄປ ແລະ ບໍ່ມີໃຜຕໍ່ວ່າເຮົາກ່ຽວກັບຄວາມລໍາບາກອີກຕໍ່ໄປ. ມື້ນີ້ ພວກເຈົ້າທຸກຄົນດຳລົງຊີວິດຢູ່ຕໍ່ໜ້າເຮົາ; ມື້ອື່ນ ພວກເຈົ້າທຸກຄົນຈະມີຊີວິດຢູ່ໃນອານາຈັກຂອງເຮົາ. ສິ່ງນີ້ບໍ່ແມ່ນພອນຍິ່ງໃຫຍ່ທີ່ສຸດທີ່ເຮົາໄດ້ປະທານໃຫ້ກັບມະນຸດບໍ? ຍ້ອນລາຄາທີ່ພວກເຈົ້າຈ່າຍໃນມື້ນີ້, ພວກເຈົ້າຈະໄດ້ຮັບພອນໃນອະນາຄົດ ແລະ ຈະໄດ້ດຳລົງຊີວິດທ່າມກາງສະຫງ່າລາສີຂອງເຮົາ. ພວກເຈົ້າຍັງບໍ່ປາຖະໜາທີ່ຈະປະຕິບັດກັບແກ່ນແທ້ຂອງພຣະວິນຍານຂອງເຮົາບໍ? ພວກເຈົ້າຍັງປາຖະໜາທີ່ຈະຂ້າຕົນເອງບໍ? ຜູ້ຄົນເຕັມໃຈທີ່ຈະສະແຫວງຫາຄໍາໝັ້ນສັນຍາທີ່ພວກເຂົາສາມາດເຫັນ ເຖິງແມ່ນສິ່ງເຫຼົ່ານັ້ນຈະບໍ່ໝັ້ນຄົງ, ແຕ່ບໍ່ມີໃຜເຕັມໃຈທີ່ຈະຮັບເອົາສັນຍາແຫ່ງມື້ອື່ນ ເຖິງແມ່ນສິ່ງເຫຼົ່ານັ້ນຈະໝັ້ນຄົງຕະຫຼອດໄປ. ສິ່ງຕ່າງໆທີ່ມະນຸດສາມາດເຫັນໄດ້ແມ່ນສິ່ງ ທີ່ເຮົາຈະທຳລາຍລ້າງ ແລະ ສິ່ງຕ່າງໆທີ່ມະນຸດເຂົ້າໃຈໄດ້ຍາກແມ່ນສິ່ງທີ່ເຮົາຈະເຮັດໃຫ້ສຳເລັດ. ນີ້ແມ່ນຄວາມແຕກຕ່າງລະຫວ່າງພຣະເຈົ້າ ແລະ ມະນຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ບົດທີ 20
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 583)
ໃນແສງສະຫວ່າງຂອງເຮົາ, ຜູ້ຄົນເຫັນແສງສະຫວ່າງອີກຄັ້ງ. ໃນພຣະທໍາຂອງເຮົາ, ຜູ້ຄົນຄົ້ນພົບສິ່ງທີ່ພວກເຂົາມັກ. ເຮົາມາຈາກທິດຕາເວັນອອກ, ເຮົາທັກທາຍຈາກທິດຕາເວັນອອກ. ເມື່ອລັດສະໝີຂອງເຮົາເປັ່ງປະກາຍອອກມາ, ທຸກປະຊາຊາດກໍແຈ້ງສະຫວ່າງ, ທຸກສິ່ງຖືກນໍາມາສູ່ແສງສະຫວ່າງ, ບໍ່ມີແມ່ນແຕ່ສິ່ງດຽວທີ່ຢູ່ໃນຄວາມມືດອີກຕໍ່ໄປ. ໃນອານາຈັກ, ຊີວິດທີ່ຜູ້ຄົນຂອງພຣະເຈົ້າດຳລົງຊີວິດຢູ່ກັບພຣະເຈົ້າແມ່ນມີຄວາມສຸກເໜືອທີ່ຈະຊັ່ງຊາໄດ້. ສາຍນໍ້າເຕັ້ນລໍາດ້ວຍຄວາມຊື່ນບານກັບຊີວິດທີ່ໂຊກລາບຂອງຜູ້ຄົນ, ພູເຂົາ ພ້ອມດ້ວຍຜູ້ຄົນຊື່ນຊົມຄວາມອຸດົມສົມບູນຂອງເຮົາ. ມະນຸດທຸກຄົນກຳລັງດີ້ນຮົນ, ເຮັດວຽກໜັກ ແລະ ສະແດງຄວາມຈົງຮັກພັກດີຂອງພວກເຂົາໃນອານາຈັກຂອງເຮົາ. ໃນອານາຈັກຂອງເຮົາ ບໍ່ມີການກະບົດອີກ, ບໍ່ມີການຕໍ່ຕ້ານອີກ; ສະຫວັນ ແລະ ແຜ່ນດິນໂລກເພິ່ງພາເຊິ່ງກັນແລະກັນ, ມະນຸດ ແລະ ເຮົາຫຍັບເຂົ້າໃກ້ກັນດ້ວຍຄວາມຮູ້ສຶກຢ່າງເລິກເຊິ່ງ, ຜ່ານຄວາມສຸກທີ່ຫວານຊື່ນຂອງຊີວິດ, ເພິ່ງພາອາໄສເຊິ່ງກັນແລະກັນ... ໃນເວລານີ້, ເຮົາເລີ່ມຕົ້ນຊີວິດຂອງເຮົາຢູ່ໃນສະຫວັນຢ່າງເປັນທາງການ. ບໍ່ມີການລົບກວນຂອງຊາຕານອີກ ແລະ ຜູ້ຄົນກໍເຂົ້າສູ່ການພັກເຊົາ. ຕະຫຼອດທົ່ວຈັກກະວານ, ຜູ້ຄົນທີ່ຖືກເລືອກຂອງເຮົາດໍາລົງຊີວິດຢູ່ພາຍໃນສະຫງ່າລາສີຂອງເຮົາ, ໄດ້ຮັບພອນທີ່ຫາທຽບບໍ່ໄດ້, ບໍ່ແມ່ນໃນຖານະຜູ້ຄົນທີ່ດໍາລົງຊີວິດຢູ່ທ່າມກາງຜູ້ຄົນ ແຕ່ໃນຖານະຜູ້ຄົນດໍາລົງຊີວິດຢູ່ກັບພຣະເຈົ້າ. ມະນຸດຊາດທຸກຄົນໄດ້ຜ່ານຄວາມເສື່ອມຊາມຂອງຊາຕານ ແລະ ໄດ້ດື່ມຊີວິດທີ່ຂົມຂື່ນ ແລະ ຫວານຊື່ນຈົນເຖິງທີ່ສຸດ. ບັດນີ້, ເມື່ອດຳລົງຊີວິດຢູ່ໃນແສງສະຫວ່າງຂອງເຮົາ, ຄົນໆໜຶ່ງຈະບໍ່ປິຕິຍິນດີໄດ້ແນວໃດ? ຄົນໆໜຶ່ງສາມາດປະຖິ້ມຊ່ວງເວລາອັນງົດງາມນີ້ໄດ້ງ່າຍດາຍ ແລະ ປ່ອຍໃຫ້ມັນຫຼຸດໄປໄດ້ແນວໃດ? ຜູ້ຄົນເອີຍ! ຈົ່ງຮ້ອງເພງໃນຫົວໃຈຂອງເຈົ້າ ແລະ ເຕັ້ນລໍາດ້ວຍຄວາມປິຕິຍິນດີເພື່ອເຮົາ! ຍົກຫົວໃຈທີ່ຈິງໃຈຂອງເຈົ້ານັ້ນຂຶ້ນ ແລະ ຖວາຍມັນໃຫ້ກັບເຮົາ! ຕີກອງຂອງເຈົ້າ ແລະ ຫຼິ້ນຢ່າງເບີກບານເພື່ອເຮົາ! ເຮົາທໍປະກາຍຄວາມສຸກຂອງເຮົາໄປທົ່ວທັງຈັກກະວານ! ເຮົາເປີດເຜີຍໃບໜ້າອັນສະຫງ່າລາສີຂອງເຮົາໃຫ້ກັບຜູ້ຄົນ! ເຮົາຈະຮ້ອງອອກມາດ້ວຍສຽງກ້ອງກັງວານ! ເຮົາຈະຢູ່ເໜືອຈັກກະວານ! ເຮົາໄດ້ປົກຄອງທ່າມກາງຜູ້ຄົນແລ້ວ! ຜູ້ຄົນສັນລະເສີນເຮົາ! ເຮົາເລື່ອນລອຍໃນສະຫວັນສີຟ້າເບື້ອງເທິງ ແລະ ຜູ້ຄົນຍ່າງໄປພ້ອມກັບເຮົາ. ເຮົາຍ່າງຢູ່ທ່າມກາງຜູ້ຄົນ ແລະ ຜູ້ຄົນຂອງເຮົາກໍຢູ່ອ້ອມຂ້າງເຮົາ. ຫົວໃຈຂອງຜູ້ຄົນຊື່ນບານ, ເພງຂອງພວກເຂົາສັ່ນສະເທືອນຈັກກະວານ, ເປີດອອກສະຫວັນຊັ້ນສູງ! ຈັກກະວານບໍ່ປົກຄຸມດ້ວຍໝອກອີກຕໍ່ໄປ; ບໍ່ມີຂີ້ຕົມອີກ, ບໍ່ມີການກັກນໍ້າເປື້ອນອີກ. ຜູ້ຄົນບໍລິສຸດຂອງຈັກກະວານເອີຍ! ພາຍໃຕ້ການກວດກາຂອງເຮົາ ພວກເຈົ້າສະແດງໃບໜ້າທີ່ແທ້ຈິງຂອງພວກເຈົ້າ. ພວກເຈົ້າບໍ່ແມ່ນຄົນທີ່ປົກຄຸມດ້ວຍຄວາມສົກກະປົກ ແຕ່ເປັນໄພ່ພົນທີ່ບໍລິສຸດເໝືອນດັ່ງຢົກ, ພວກເຈົ້າທຸກຄົນເປັນທີ່ຮັກຂອງເຮົາ, ພວກເຈົ້າທຸກຄົນເປັນທີ່ເພິ່ງພໍໃຈຂອງເຮົາ! ທຸກສິ່ງກັບມາມີຊີວິດອີກຄັ້ງ! ໄພ່ພົນທຸກຄົນໄດ້ກັບຄືນມາຮັບໃຊ້ເຮົາໃນສະຫວັນ, ເຂົ້າສູ່ອ້ອມກອດອັນອົບອຸ່ນຂອງເຮົາ, ບໍ່ຮ້ອງໄຫ້ອີກຕໍ່ໄປ, ບໍ່ກັງວົນອີກຕໍ່ໄປ, ຖວາຍຕົນເອງໃຫ້ກັບເຮົາ, ກັບຄືນມາສູ່ເຮືອນຂອງເຮົາ ແລະ ໃນບ້ານເກີດເມືອງນອນຂອງພວກເຂົາ ພວກເຂົາຈະຮັກເຮົາໂດຍບໍ່ສິ້ນສຸດ! ບໍ່ເຄີຍປ່ຽນແປງຊົ່ວນິລັນດອນ! ຄວາມໂສກເສົ້າຢູ່ໃສ! ນໍ້າຕາຢູ່ໃສ! ເນື້ອໜັງຢູ່ໃສ! ແຜ່ນດິນໂລກຈາກໄປ ແຕ່ສະຫວັນຄົງຢູ່ຕະຫຼອດໄປ. ເຮົາປາກົດຕໍ່ທຸກຄົນ ແລະ ທຸກຄົນກໍສັນລະເສີນເຮົາ. ຊີວິດນີ້, ຄວາມງົດງາມນີ້, ຈາກນິດນິລັນສູ່ນິລັນດອນ ແລະ ຈະບໍ່ມີວັນປ່ຽນແປງ. ນີ້ຄືຊີວິດແຫ່ງອານາຈັກ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າຕໍ່ກັບຈັກກະວານທັງໝົດ, ພວກເຈົ້າທຸກຄົນ ຈົ່ງປິຕິຍິນດີ!
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 584)
ເຮົາໄດ້ເຮັດພາລະກິດຫຼາຍຢ່າງທ່າມກາງພວກເຈົ້າ ແລະ ແນ່ນອນວ່າ ເຮົາໄດ້ກ່າວຖ້ອຍຄຳຈຳນວນໜຶ່ງເຊັ່ນກັນ. ແຕ່ເຮົາກໍ່ສາມາດຫ້າມບໍ່ໃຫ້ຮູ້ສຶກວ່າ ພຣະທໍາຂອງເຮົາ ແລະ ພາລະກິດຂອງເຮົາຍັງບໍ່ທັນບັນລຸຕາມຈຸດປະສົງໃນພາລະກິດຂອງເຮົາໃນຍຸກສຸດທ້າຍຢ່າງສົມບູນ. ເນື່ອງຈາກວ່າໃນຍຸກສຸດທ້າຍນີ້ ພາລະກິດຂອງເຮົາບໍ່ແມ່ນເພື່ອເຫັນແກ່ຜູ້ໃດຜູ້ໜຶ່ງ ຫຼື ຜູ້ຄົນໃດໜຶ່ງ ແຕ່ແມ່ນເພື່ອສະແດງອຸປະນິໄສໂດຍທຳມະຊາດຂອງເຮົາ. ເຖິງຢ່າງໃດກໍຕາມ, ຍ້ອນຫຼາຍສາເຫດ ບາງເທື່ອກໍ່ອາດເປັນຍ້ອນບໍ່ມີເວລາ ຫຼື ຫຍຸ້ງຢູ່ກັບວຽກ, ຜູ້ຄົນຈຶ່ງບໍ່ໄດ້ຮັບຄວາມຮູ້ໃດໆກ່ຽວກັບເຮົາຈາກອຸປະນິໄສຂອງເຮົາເລີຍ. ເພາະສະນັ້ນ ເຮົາຈຶ່ງກ້າວເຂົ້າສູ່ແຜນການໃໝ່ຂອງເຮົາ, ພາລະກິດຂັ້ນສຸດທ້າຍຂອງເຮົາ ແລະ ເປີດໜ້າໃໝ່ໃນພາລະກິດຂອງເຮົາ ເພື່ອໃຫ້ທຸກຄົນທີ່ເຫັນເຮົາຈະທຸບຕີເອິກຂອງພວກເຂົາ ແລະ ຮ້ອງໄຫ້ຄໍ່າຄວນຢູ່ບໍ່ເຊົາຍ້ອນການມີຢູ່ຂອງເຮົາ. ນີ້ກໍຍ້ອນວ່າ ເຮົາຈະນໍາຈຸດຈົບຂອງມະນຸດມາສູ່ໂລກ ແລະ ນັບຈາກຈຸດນີ້ເປັນຕົ້ນໄປ ເຮົາຈະເປີດເຜີຍອຸປະນິໄສທັງໝົດຂອງເຮົາຕໍ່ໜ້າມະນຸດຊາດ ເພື່ອໃຫ້ທຸກຄົນທີ່ຮູ້ຈັກເຮົາ ແລະ ທຸກຄົນທີ່ບໍ່ຮູ້ຈັກເຮົາໄດ້ເຫັນເຕັມຕາ ແລະ ຮູ້ວ່າເຮົາໄດ້ມາເຖິງໂລກມະນຸດແທ້ໆ, ໄດ້ມາຍັງແຜ່ນດິນໂລກບ່ອນທີ່ທຸກສິ່ງຢ່າງແຜ່ຂະຫຍາຍ. ນີ້ແມ່ນແຜນການຂອງເຮົາ ແລະ “ການສາລະພາບ” ດຽວຂອງເຮົາຕັ້ງແຕ່ທີ່ເຮົາໄດ້ສ້າງມະນຸດຊາດ. ຂໍໃຫ້ພວກເຈົ້າຈະເອົາໃຈໃສ່ເຝົ້າຕິດຕາມທຸກການເຄື່ອນໄຫວຂອງເຮົາຢ່າງຕັ້ງໃຈ, ເພາະໄມ້ຄ້ອນຂອງເຮົາຍັບເຂົ້າໃກ້ມະນຸດຊາດ, ເຂົ້າໃກ້ບັນດາຜູ້ທີ່ຕໍ່ຕ້ານເຮົາ.
ເຮົາລິເລີ່ມພາລະກິດທີ່ເຮົາຕ້ອງປະຕິບັດຮ່ວມກັບສະຫວັນ. ແລ້ວເຮົາຍ່າງໄປມາທ່າມກາງກະແສຂອງຜູ້ຄົນ ແລະ ຍັບໄປມາລະຫວ່າງສະຫວັນ ແລະ ແຜ່ນດິນໂລກ ໂດຍບໍ່ມີຜູ້ໃດສັງເກດເຫັນການເຄື່ອນໄຫວຂອງເຮົາ ຫຼື ສັງເກດເຫັນພຣະທໍາຂອງເຮົາ. ສະນັ້ນ, ແຜນການຂອງເຮົາຈຶ່ງສືບຕໍ່ມີຄວາມຄືບໜ້າຢ່າງລ່ຽນໄຫຼ. ມັນເປັນຍ້ອນວ່າຄວາມຮູ້ສຶກທັງໝົດຂອງພວກເຈົ້າມຶນຊາ ພວກເຈົ້າຈິ່ງບໍ່ຮູ້ຂັ້ນຕອນພາລະກິດຂອງເຮົາ. ແຕ່ຈະມີມື້ໜຶ່ງທີ່ພວກເຈົ້າຈະຮັບຮູ້ເຈດຕະນາຂອງເຮົາ. ໃນປັດຈຸບັນ, ເຮົາດຳລົງຊີວິດຢູ່ນໍາພວກເຈົ້າ ແລະ ທົນທຸກຮ່ວມກັບພວກເຈົ້າ ແລະ ເຮົາໄດ້ເລີ່ມເຂົ້າໃຈທ່າທີ່ໆມະນຸດຊາດມີຕໍ່ເຮົາມາດົນນານແລ້ວ. ເຮົາບໍ່ຕ້ອງການເວົ້າເພີ່ມເຕີມ ແລ້ວແຮງໄກທີ່ເຮົາຈະຕ້ອງການນໍາເອົາຄວາມອັບອາຍມາສູ່ພວກເຈົ້າໂດຍຍົກຕົວຢ່າງເພີ່ມເຕີມກ່ຽວກັບຫົວຂໍ້ທີ່ເຈັບປວດນີ້ຂຶ້ນມາເວົ້າ. ເຮົາຫວັງພຽງແຕ່ໃຫ້ພວກເຈົ້າຈື່ທຸກສິ່ງທີ່ພວກເຈົ້າໄດ້ກະທໍາໄວ້ໃນໃຈຂອງພວກເຈົ້າ ເພື່ອພວກເຮົາຈະໄດ້ຈົດຈໍາເລື່ອງລາວຂອງພວກເຮົາໃນວັນທີ່ພວກເຮົາພົບກັນອີກຄັ້ງ. ເຮົາບໍ່ຢາກກ່າວຫາຜູ້ໃດໃນພວກເຈົ້າຢ່າງຜິດໆ ເພາະວ່າເຮົາປະຕິບັດຢ່າງທ່ຽງທໍາ, ຍຸຕິທໍາ ແລະ ມີສັກສີ. ແນ່ນອນ ເຮົາຍັງຫວັງວ່າພວກເຈົ້າຈະສາມາດຊື່ສັດ ແລະ ບໍ່ເຮັດສິ່ງໃດທີ່ຂັດຕໍ່ສະຫວັນ ແລະ ແຜ່ນດິນໂລກ ຫຼື ສໍານຶກຂອງເຈົ້າເອງ. ນີ້ເປັນສິ່ງດຽວທີ່ເຮົາຂໍຈາກພວກເຈົ້າ. ຫຼາຍຄົນຮູ້ສຶກກະວົນກະວາຍ ແລະ ບໍ່ສະບາຍ ຍ້ອນພວກເຂົາໄດ້ກະທໍາຄວາມຜິດອັນຊົ່ວຊ້າ ແລະ ຫຼາຍຄົນຮູ້ສຶກອັບອາຍກັບຕົວເອງ ເພາະວ່າພວກເຂົາບໍ່ເຄີຍເຮັດຄວາມດີເລີຍແມ່ນແຕ່ຢ່າງດຽວ. ແຕ່ນອກຈາກຈະບໍ່ຮູ້ສຶກອັບອາຍຍ້ອນຄວາມຜິດບາບຂອງພວກເຂົາແລ້ວ, ຍັງມີຫຼາຍຄົນທີ່ແຮງຊົ່ວລົງອີກ, ພາກັນຖອດໜ້າກາກທີ່ປົກປິດພາບລັກທີ່ໜ້າລັງກຽດຂອງພວກເຂົາ ເຊິ່ງຍັງບໍ່ທັນຖືກເປີດເຜີຍຢ່າງສົມບູນ ເພື່ອທົດສອບອຸປະນິໄສຂອງເຮົາ. ເຮົາບໍ່ສົນໃຈ ຫຼື ເອົາໃຈໃສ່ຕໍ່ການກະທໍາຂອງຄົນໃດໜຶ່ງ. ກົງກັນຂ້າມ, ເຮົາເຮັດພາລະກິດທີ່ເຮົາຄວນເຮັດ ບໍ່ວ່າຈະເປັນການເກັບກໍາຂໍ້ມູນ ຫຼື ການທ່ອງທ່ຽວໄປມາເທິງແຜ່ນດິນໂລກ ຫຼື ເຮັດສິ່ງໃດໜຶ່ງພາຍໃນຄວາມສົນໃຈຂອງເຮົາ. ໃນເວລາທີ່ສໍາຄັນ, ເຮົາຈະສືບຕໍ່ກັບພາລະກິດຂອງເຮົາທ່າມກາງມະນຸດດັ່ງທີ່ໄດ້ວາງແຜນໄວ້ແຕ່ຕົ້ນ ເຊິ່ງຈະບໍ່ໄວ ຫຼື ບໍ່ຊ້າແມ່ນແຕ່ວິນາທີດຽວ ແລະ ຈະກະທໍາຢ່າງງ່າຍດາຍ ແລະ ວ່ອງໄວ. ເຖິງຢ່າງໃດກໍຕາມ, ໃນທຸກຂັ້ນຕອນຂອງພາລະກິດຂອງເຮົາ, ບາງຄົນຈະຖືກຄັດອອກ ເພາະວ່າເຮົາລັງກຽດລັກສະນະການປະຈົບປະແຈງຂອງພວກເຂົາ ແລະ ຄວາມເຊື່ອຟັງອັນຈອມປອມຂອງພວກເຂົາ. ບັນດາຜູ້ທີ່ໜ້າລັງກຽດສໍາລັບເຮົາຈະຖືກປະຖິ້ມຢ່າງແນ່ນອນ ບໍ່ວ່າຈະໂດຍເຈດຕະນາ ຫຼື ບໍ່ເຈດຕະນາກໍຕາມ. ສະຫຼຸບຫຍໍ້ໆກໍຄື ເຮົາຈະເຮັດໃຫ້ທຸກຄົນທີ່ເຮົາລັງກຽດຢູ່ຫ່າງຈາກເຮົາ. ແນ່ນອນວ່າ ເຮົາຈະບໍ່ປ່ອຍຄົນບາບທີ່ຢູ່ໃນເຮືອນຂອງເຮົາ. ຍ້ອນມື້ລົງໂທດມະນຸດຍັບໃກ້ເຂົ້າມາແລ້ວ, ເຮົາຈຶ່ງບໍ່ຮີບຮ້ອນທີ່ຈະຂັບໄລ່ບັນດາວິນຍານທີ່ໜ້າລັງກຽດອອກໄປຈາກເຮືອນຂອງເຮົາ ເພາະວ່າເຮົາມີແຜນການຂອງເຮົາຕ່າງຫາກ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 585)
ຕອນນີ້ເປັນເວລາທີ່ເຮົາຈະກໍານົດຈຸດຈົບຂອງມະນຸດແຕ່ລະຄົນ, ບໍ່ແມ່ນຂັ້ນຕອນທີ່ເຮົາເລີ່ມປັ້ນມະນຸດ. ເຮົາບັນທຶກທຸກຖ້ອຍຄໍາ ແລະ ການກະທໍາຂອງແຕ່ລະຄົນ, ເສັ້ນທາງທີ່ພວກເຂົາຕິດຕາມເຮົາ, ຄຸນລັກສະນະໂດຍທຳມະຊາດຂອງພວກເຂົາ ແລະ ວິທີທີ່ພວກເຂົາປະພຶດຕົນໃນທີ່ສຸດໄວ້ໃນປຶ້ມບັນທຶກຂອງເຮົາ. ດ້ວຍວິທີນີ້, ບໍ່ວ່າພວກເຂົາຈະເປັນຄົນແບບໃດກໍຕາມ, ຈະບໍ່ມີຜູ້ໃດລອດພົ້ນຈາກມືຂອງເຮົາໄດ້ ແລະ ທຸກຄົນຈະຢູ່ກັບກຸ່ມຂອງພວກເຂົາເອງທີ່ເຮົາກໍານົດໄວ້. ເຮົາຕັດສິນຈຸດໝາຍປາຍທາງຂອງແຕ່ລະຄົນໂດຍບໍ່ໄດ້ອີງຕາມອາຍຸ, ຄວາມອາວຸໂສ, ຈໍານວນການທົນທຸກ ແລະ ໜ້ອຍທີ່ສຸດແມ່ນລະດັບທີ່ພວກເຂົາຮຽກຮ້ອງຄວາມໜ້າສົງສານ ແຕ່ຕັດສິນຕາມວ່າພວກເຂົາມີຄວາມຈິງ ຫຼື ບໍ່. ບໍ່ມີທາງເລືອກອື່ນ ນອກຈາກທາງເລືອກນີ້ທາງດຽວ. ພວກເຈົ້າຕ້ອງຮູ້ວ່າ ທຸກຄົນທີ່ບໍ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າຍັງຈະຖືກລົງໂທດ. ນີ້ເປັນຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ເພາະສະນັ້ນ, ທຸກຄົນທີ່ຖືກລົງໂທດກໍຈະຖືກລົງໂທດຕາມຄວາມຊອບທໍາຂອງພຣະເຈົ້າ ແລະ ເປັນຜົນກໍາຈາກການກະທໍາທີ່ຊົ່ວຮ້າຍຫຼາຍຄັ້ງຂອງພວກເຂົາ. ເຮົາບໍ່ໄດ້ປ່ຽນແປງແຜນການຂອງເຮົາຈັກໜ້ອຍນັບຕັ້ງແຕ່ເລີ່ມຕົ້ນມາ. ແຕ່ສໍາລັບມະນຸດແລ້ວ, ມັນເປັນພຽງແຕ່ເບິ່ງຄືວ່າຈໍານວນຜູ້ທີ່ເຮົາຊີ້ນໍາດ້ວຍພຣະທໍາຂອງເຮົາພ້ອມທັງຜູ້ທີ່ເຮົາຮອງຮັບຢ່າງແທ້ຈິງແມ່ນຫຼຸດໜ້ອຍຖອຍລົງ. ເຖິງຢ່າງໃດກໍຕາມ, ເຮົາຢືນຢັນວ່າແຜນການຂອງເຮົາບໍ່ເຄີຍປ່ຽນ; ກົງກັນຂ້າມ, ມັນແມ່ນຄວາມເຊື່ອ ແລະ ຄວາມຮັກຂອງມະນຸດນັ້ນທີ່ປ່ຽນແປງຢູ່ຕະຫຼອດເວລາ, ຫຼຸດໜ້ອຍລົງ, ເຖິງຂັ້ນກັບວ່າແຕ່ລະຄົນປ່ຽນຈາກປະຈົບປະແຈງເຮົາເປັນເຮັດເຢັນຊາໃສ່ເຮົາ ແລະ ເຖິງກັບຂັບໄລ່ເຮົາອອກ. ທ່າທີ່ຂອງເຮົາຕໍ່ພວກເຈົ້າຈະບໍ່ຮ້ອນບໍ່ເຢັນຈົນເຮົາຮູ້ສຶກລັງກຽດ ແລະ ກຽດຊັງ ແລະ ໃນທີ່ສຸດກໍຕັດສິນດ້ວຍການລົງໂທດ. ເຖິງຢ່າງໃດກໍຕາມ, ໃນມື້ທີ່ພວກເຈົ້າຖືກພິພາກສາ, ເຮົາຍັງຈະເຫັນພວກເຈົ້າ ແຕ່ພວກເຈົ້າຈະບໍ່ສາມາດເຫັນເຮົາອີກຕໍ່ໄປ. ໃນເມື່ອຊີວິດຂອງພວກເຈົ້າເປັນຕາໜ້າເບື່ອໜ່າຍ ແລະ ມົວໝອງຕໍ່ເຮົາແລ້ວ, ແນ່ນອນວ່າເຮົາໄດ້ເລືອກສະພາບແວດລ້ອມທີ່ແຕກຕ່າງເພື່ອທີ່ຈະອາໄສຢູ່ ເພື່ອຫຼົບຫຼີກຄວາມເຈັບປວດຈາກຄໍາເວົ້າອັນຊົ່ວຮ້າຍຂອງພວກເຈົ້າ ແລະ ຫຼົບຫຼີກພຶດຕິກໍາທີ່ຊົ່ວຊ້າເກີນຮັບໄດ້ຂອງພວກເຈົ້າ ເພື່ອພວກເຈົ້າຈະບໍ່ໄດ້ຫຼອກລວງເຮົາອີກຕໍ່ໄປ ຫຼື ປະຕິບັດຕໍ່ເຮົາແບບພໍເປັນພິທີ. ກ່ອນເຮົາຈະຈາກພວກເຈົ້າໄປ, ເຮົາຍັງຕ້ອງຂໍໃຫ້ພວກເຈົ້າຫຼີກເວັ້ນຈາກການກະທໍາທີ່ບໍ່ສອດຄ່ອງກັບຄວາມຈິງ. ກົງກັນຂ້າມ, ພວກເຈົ້າຄວນເຮັດແຕ່ສິ່ງທີ່ຖືກໃຈທຸກຄົນ, ສິ່ງທີ່ເປັນປະໂຫຍດຕໍ່ທຸກຄົນ ແລະ ສິ່ງທີ່ເປັນປະໂຫຍດຕໍ່ຈຸດໝາຍປາຍທາງຂອງພວກເຈົ້າເອງ, ຖ້າບໍ່ດັ່ງນັ້ນ ຜູ້ທີ່ທົນທຸກໃນທ່າມກາງໄພພິບັດກໍ່ຈະບໍ່ແມ່ນຜູ້ໃດນອກຈາກໂຕເຈົ້າເອງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 586)
ຄວາມເມດຕາຂອງເຮົາແມ່ນສະແດງຕໍ່ບັນດາຜູ້ທີ່ຮັກເຮົາ ແລະ ຜູ້ທີ່ປະຕິເສດຕົວເອງ. ການລົງໂທດແມ່ນມາຫາຄົນຊົ່ວໃນຂະນະທີ່ເປັນຫຼັກຖານເຖິງອຸປະນິໄສທີ່ຊອບທໍາຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ແມ່ນຍັງເປັນພະຍານເຖິງໂກດຮ້າຍຂອງເຮົາ. ເມື່ອໄພພິບັດມາເຖິງ, ທຸກຄົນທີ່ຕໍ່ຕ້ານເຮົາຈະຮ້ອງໄຫ້ໃນຂະນະທີ່ພວກເຂົາຕົກເປັນຜູ້ເຄາະຮ້າຍຈາກຄວາມອຶດຫິວ ແລະ ໂລກລະບາດ. ບັນດາຜູ້ທີ່ເຮັດຊົ່ວທຸກຮູບແບບ ແຕ່ໄດ້ຕິດຕາມເຮົາເປັນເວລາຫຼາຍປີ ຈະບໍ່ໜີພົ້ນຈາກຊົດໃຊ້ສຳລັບຄວາມຜິດບາບຂອງພວກເຂົາ; ພວກເຂົາກໍຍັງຈະຕົກສູ່ໄພພິບັດເຊັ່ນກັນ ເຊິ່ງບໍ່ຄ່ອຍປາກົດໃຫ້ເຫັນໃນຫຼາຍລ້ານປີທີ່ຜ່ານມາ ແລະ ພວກເຂົາກໍຈະໃຊ້ຊີວິດໃນສະພາວະທີ່ຕື່ນຕົກໃຈ ແລະ ຢ້ານກົວ. ແລ້ວຜູ້ຕິດຕາມຂອງເຮົາທີ່ສະແດງຄວາມຈົງຮັກພັກດີຕໍ່ເຮົາກໍ່ຈະປິຕິຍິນດີ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງເຮົາ. ພວກເຂົາຈະປະສົບກັບຄວາມເພິ່ງພໍໃຈເໜືອທີ່ຈະພັນລະນາ ແລະ ດໍາລົງຊີວິດທ່າມກາງຄວາມສຸກໃນແບບທີ່ເຮົາບໍ່ເຄີຍປະທານໃຫ້ມະນຸດມາກ່ອນ. ຍ້ອນວ່າເຮົາຮັກການກະທໍາດີຂອງມະນຸດ ແລະ ກຽດຊັງການກະທໍາທີ່ຊົ່ວຊ້າຂອງພວກເຂົາ. ນັບຕັ້ງແຕ່ເຮົາເລີ່ມຕົ້ນນໍາພາມະນຸດຊາດ, ເຮົາຫວັງຢ່າງຍິ່ງທີ່ຈະຮັບເອົາກຸ່ມຄົນທີ່ມີຈິດໃຈຄືກັນກັບເຮົາ. ໃນຂະນະດຽວກັນ, ເຮົາບໍ່ເຄີຍລືມຜູ້ທີ່ບໍ່ມີຈິດໃຈຄືກັນກັບເຮົາ; ເຮົາກຽດຊັງຄົນເຫຼົ່ານັ້ນຕະຫຼອດເວລາໃນໃຈຂອງເຮົາ, ລໍຖ້າໂອກາດທີ່ຈະລົງໂທດພວກເຂົາ ເຊິ່ງເຮົາຈະພໍໃຈທີ່ຈະໄດ້ເຫັນ. ຕອນນີ້ ໃນທີ່ສຸດແລ້ວ ມື້ຂອງເຮົາໄດ້ມາຮອດ ແລະ ເຮົາຈະບໍ່ລໍຖ້າອີກຕໍ່ໄປ!
ພາລະກິດສຸດທ້າຍຂອງເຮົາບໍ່ແມ່ນເພື່ອລົງໂທດມະນຸດພຽງເທົ່ານັ້ນ ແຕ່ຍັງແມ່ນເພື່ອຈັດແຈງຈຸດໝາຍປາຍທາງຂອງມະນຸດ. ຍິ່ງໄປກວ່ານັ້ນ, ມັນກໍແມ່ນເພື່ອວ່າ ທຸກຄົນຈະຮັບຮູ້ການກະທໍາ ແລະ ການດໍາເນີນການຂອງເຮົາ. ເຮົາຕ້ອງການໃຫ້ແຕ່ລະຄົນເຫັນວ່າທຸກສິ່ງທີ່ເຮົາໄດ້ກະທໍາເປັນສິ່ງທີ່ຖືກຕ້ອງ ແລະ ທຸກສິ່ງທີ່ເຮົາໄດ້ກະທໍາເປັນການສະແດງເຖິງອຸປະນິໄສຂອງເຮົາ. ມັນບໍ່ແມ່ນການກະທໍາຂອງມະນຸດທີ່ໄດ້ສ້າງມະນຸດຊາດຂຶ້ນມາ ແລ້ວແຮງໄກທີ່ຈະເປັນການກະທໍາຂອງທໍາມະຊາດ, ແຕ່ແມ່ນເຮົາທີ່ເປັນຜູ້ບໍາລຸງລ້ຽງສິ່ງມີຊີວິດທັງໝົດໃນການຊົງສ້າງ. ຖ້າປາສະຈາກການມີຢູ່ຂອງເຮົາ, ມະນຸດຊາດຈະດັບສູນ ແລະ ທົນທຸກກັບການລົງໂທດດ້ວຍໄພພິບັດຢ່າງຮ້າຍແຮງ. ບໍ່ມີມະນຸດຄົນໃດຈະເຫັນດວງຕາເວັນ ແລະ ດວງເດືອນທີ່ສວຍງາມອີກ ຫຼື ໂລກສີຂຽວອີກ; ມະນຸດຊາດຈະຜະເຊີນກັບກາງຄືນທີ່ໜາວຈັດ ແລະ ເຫວມືດແຫ່ງຄວາມຕາຍທີ່ບໍ່ມີຄວາມປານີ. ເຮົາຄືຄວາມລອດພົ້ນດຽວຂອງມະນຸດ. ເຮົາຄືຄວາມຫວັງດຽວຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ເຮົາຄືພຣະອົງຜູ້ນັ້ນທີ່ການເປັນຢູ່ຂອງມະນຸດຊາດທັງໝົດໄດ້ນອນໃສ່. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະຢຸດນິ້ງທັນທີ. ຖ້າປາສະຈາກເຮົາແລ້ວ, ມະນຸດຊາດຈະທົນທຸກກັບໄພພິບັດຢ່າງຮ້າຍແຮງ ແລະ ຖືກຜີຮ້າຍທຸກຮູບແບບຢຽບຢໍ່າທໍາລາຍລົງ ເຖິງຈະບໍ່ມີຜູ້ໃດສົນໃຈເຮົາ. ເຮົາໄດ້ເຮັດພາລະກິດທີ່ບໍ່ມີຜູ້ໃດເຮັດໄດ້ ແລະ ຫວັງຢ່າງດຽວວ່າມະນຸດຈະສາມາດຕອບແທນເຮົາດ້ວຍການກະທໍາບາງຢ່າງທີ່ດີ. ເຖິງວ່າຈະມີໜ້ອຍຄົນທີ່ສາມາດທີ່ຕອບແທນເຮົາ, ເຮົາຍັງຈະສິ້ນສຸດການເດີນທາງຂອງເຮົາໃນໂລກມະນຸດ ແລະ ເລີ່ມຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາທີ່ກໍາລັງປາກົດໃຫ້ເຫັນ ເພາະວ່າການຟ້າວໄປມາຂອງເຮົາທ່າມກາງມະນຸດໃນໄລຍະຫຼາຍປີຜ່ານມາໄດ້ເກີດມີໝາກຜົນ ແລະ ເຮົາກໍເພິ່ງພໍໃຈຫຼາຍ. ສິ່ງທີ່ເຮົາສົນໃຈບໍ່ແມ່ນຈໍານວນຄົນ ແຕ່ເປັນການກະທໍາຄວາມດີຂອງພວກເຂົາແທນ. ຢ່າງໃດກໍຕາມ, ເຮົາຫວັງວ່າ ພວກເຈົ້າຈະກະກຽມການກະທໍາຄວາມດີທີ່ພຽງພໍເພື່ອຈຸດໝາຍປາຍທາງຂອງເຈົ້າ. ແລ້ວເຮົາກໍ່ຈະເພິ່ງພໍໃຈ; ຖ້າບໍ່ດັ່ງນັ້ນ, ຈະບໍ່ມີຄົນໃດໃນບັນດາພວກເຈົ້າທີ່ຈະໜີພົ້ນຈາກໄພພິບັດທີ່ຈະມາເຖິງພວກເຈົ້ານັ້ນໄດ້. ໄພພິບັດນັ້ນເກີດມາຈາກເຮົາ ແລະ ແນ່ນອນວ່າ ເຮົາເປັນຜູ້ປັ້ນແຕ່ງ. ຖ້າພວກເຈົ້າບໍ່ປາກົດວ່າດີພໍໃນສາຍຕາເຮົາ, ພວກເຈົ້າກໍຈະໜີບໍ່ພົ້ນຈາກການທົນທຸກໃນໄພພິບັດ. ໃນທ່າມກາງຄວາມລໍາບາກ, ການປະພຶດ ແລະ ການກະທໍາຂອງພວກເຈົ້າຍັງບໍ່ຖືວ່າເໝາະສົມຢ່າງສິ້ນເຊີງ ຍ້ອນຄວາມເຊື່ອ ແລະ ຄວາມຮັກຂອງພວກເຈົ້າຍັງບໍ່ພຽງພໍ ແລະ ພວກເຈົ້າພຽງແຕ່ສະແດງວ່າໂຕເອງວ່າຂີ້ອາຍ ຫຼື ເຂັ້ມແຂງເທົ່ານັ້ນ. ກ່ຽວກັບເລື່ອງນີ້, ເຮົາຈະຕັດສິນພຽງແຕ່ຄວາມດີ ແລະ ຄວາມຊົ່ວ. ເຮົາສືບຕໍ່ກັງວົນກັບແນວທາງທີ່ພວກເຈົ້າແຕ່ລະຄົນປະຕິບັດ ແລະ ສະແດງຕົວເອງ ບົນພື້ນຖານທີ່ເຮົາຈະກໍານົດຈຸດຈົບຂອງພວກເຈົ້າ. ເຖິງຢ່າງໃດກໍຕາມ, ເຮົາຕ້ອງເຮັດໃຫ້ຊັດເຈນວ່າ: ເຮົາຈະບໍ່ມີຄວາມເມດຕາຕໍ່ບັນດາຜູ້ທີ່ບໍ່ສະແດງຄວາມຈົງຮັກພັກດີຕໍ່ເຮົາໃນຊ່ວງເວລາແຫ່ງຄວາມລໍາບາກອີກຕໍ່ໄປ, ເພາະວ່າຄວາມເມດຕາຂອງເຮົາມີຂອບເຂດ. ນອກຈາກນີ້, ເຮົາບໍ່ມັກຜູ້ທີ່ທໍລະຍົດຕໍ່ເຮົາແມ່ນແຕ່ເທື່ອດຽວ, ແລ້ວແຮງໄກທີ່ເຮົາຈະມັກພົວພັນກັບຄົນຂາຍຜົນປະໂຫຍດຂອງໝູ່ເພື່ອນຂອງພວກເຂົາ. ນີ້ແມ່ນອຸປະນິໄສຂອງເຮົາ ບໍ່ວ່າຄົນນັ້ນແມ່ນໃຜກໍຕາມ. ເຮົາຕ້ອງບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ຜູ້ໃດທີ່ເຮັດໃຫ້ເຮົາເສຍໃຈຈະບໍ່ໄດ້ຮັບໂອກາດຄັ້ງທີສອງຈາກເຮົາ ແລະ ຜູ້ໃດທີ່ຊື່ສັດຕໍ່ເຮົາກໍຈະຢູ່ໃນໃຈຂອງເຮົາຕະຫຼອດໄປ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກະກຽມຄວາມດີໃຫ້ພຽງພໍສຳລັບຈຸດໝາຍປາຍທາງຂອງເຈົ້າ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 587)
ໃນໂລກທີ່ກວ້າງໃຫຍ່ໄພສານ, ມະຫາສະໝຸດຖືກຖົມດ້ວຍຂີ້ຕົມກາຍເປັນທົ່ງຫຍ້າ, ທົ່ງຫຍ້າຖືກນໍ້າຖ້ວມກາຍເປັນມະຫາສະໝຸດຊໍ້າແລ້ວຊໍ້າອີກ. ນອກຈາກພຣະອົງຜູ້ທີ່ປົກຄອງເໜືອທຸກສິ່ງໃນບັນດາສິ່ງທັງປວງ, ບໍ່ມີໃຜສາມາດນໍາພາ ແລະ ຊີ້ນໍາມະນຸດຊາດນີ້ໄດ້. ບໍ່ມີຄົນຍິ່ງໃຫຍ່ຄົນໃດທີ່ສາມາດປະຕິບັດວຽກງານ ຫຼື ຈັດແຈງໃຫ້ກັບມະນຸດຊາດນີ້ ແຮງໄກທີ່ຈະມີໃຜສາມາດນໍາມະນຸດຊາດນີ້ໄປສູ່ຈຸດໝາຍປາຍທາງແຫ່ງແສງສະຫວ່າງ ແລະ ປົດປ່ອຍພວກເຂົາອອກຈາກຄວາມບໍ່ຍຸຕິທຳແຫ່ງແຜ່ນດິນໂລກນີ້ໄດ້. ພຣະເຈົ້າຄໍ່າຄວນເຖິງອານາຄົດຂອງມະນຸດຊາດ, ພຣະອົງໂສກເສົ້າເສຍໃຈກັບການພິນາດຂອງມະນຸດ ແລະ ເຈັບປວດທີ່ມະນຸດຊາດກຳລັງກ້າວໄປສູ່ຄວາມເນົ່າເປື່ອຍເທື່ອລະຂັ້ນ ແລະ ເຂົ້າສູ່ເສັ້ນທາງທີ່ຫວນກັບຄືນບໍ່ໄດ້. ບໍ່ມີຜູ້ໃດເຄີຍຄິດວ່າມະນຸດຊາດດັ່ງກ່າວທີ່ໄດ້ທຳລາຍຫົວໃຈຂອງພຣະເຈົ້າ ແລະ ປະຖິ້ມພຣະອົງເພື່ອສະແຫວງຫາສິ່ງທີ່ຊົ່ວຮ້າຍອາດມຸ່ງໜ້າໄປໃນທິດທາງໃດ. ມັນເປັນຍ້ອນເຫດຜົນນີ້ຢ່າງແນ່ນອນທີ່ບໍ່ມີໃຜຮູ້ສຶກເຖິງຄວາມໂກດຮ້າຍຂອງພຣະເຈົ້າ, ທີ່ວ່າເປັນຫຍັງຈຶ່ງບໍ່ມີໃຜສະແຫວງຫາຫົນທາງທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ຫຼື ພະຍາຍາມທີ່ຈະເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ແລະ ຍິ່ງໄປກວ່ານັ້ນ, ທີ່ວ່າເປັນຫຍັງຈຶ່ງບໍ່ມີໃຜສະແຫວງຫາເພື່ອເຂົ້າໃຈເຖິງຄວາມໂສກເສົ້າ ແລະ ຄວາມເຈັບປວດຂອງພຣະເຈົ້າເລີຍ. ແມ່ນແຕ່ຫຼັງຈາກທີ່ໄດ້ຍິນສຽງຂອງພຣະເຈົ້າ ມະນຸດກໍຍັງສືບຕໍ່ໃນເສັ້ນທາງຂອງຕົນເອງ, ຢືນຢັນທີ່ຈະອອກຫ່າງຈາກພຣະເຈົ້າ, ຫຼົບຫຼີກພຣະຄຸນ ແລະ ການດູແລຂອງພຣະເຈົ້າ ແລະ ຫຼີກເວັ້ນຄວາມຈິງຂອງພຣະອົງ, ເລືອກທີ່ຈະຂາຍຕົນເອງໃຫ້ກັບຊາຕານ ເຊິ່ງເປັນສັດຕູຂອງພຣະເຈົ້າ. ຜູ້ໃດເຄີຍຄຳນຶງບໍ່ວ່າ ຖ້າມະນຸດຢືນຢັນໃນຄວາມດື້ດ້ານຂອງເຂົາ ແລ້ວພຣະເຈົ້າຈະປະຕິບັດຕໍ່ມະນຸດຊາດນີ້ທີ່ປ່ອຍຖິ້ມພຣະອົງໄປໂດຍບໍ່ຫຼຽວຫຼັງແນວໃດ? ບໍ່ມີໃຜຮູ້ວ່າ ເຫດຜົນສຳລັບການເຕືອນໃຈ ແລະ ການຕັກເຕືອນຊໍ້າແລ້ວຊໍ້າອີກຈາກພຣະເຈົ້າແມ່ນຍ້ອນພຣະອົງໄດ້ກຽມໄພພິບັດທີ່ບໍ່ເຄີຍມີມາກ່ອນໄວ້ໃນມືຂອງພຣະອົງແລ້ວ ເຊິ່ງຈະເປັນໄພພິບັດທີ່ເນື້ອໜັງ ແລະ ວິນຍານຂອງມະນຸດບໍ່ສາມາດທົນໄດ້. ໄພພິບັດນີ້ບໍ່ແມ່ນພຽງແຕ່ເປັນການລົງໂທດເນື້ອໜັງ ແຕ່ເປັນການລົງໂທດວິນຍານອີກດ້ວຍ. ເຈົ້າຈໍາເປັນຕ້ອງຮູ້ສິ່ງນີ້: ເມື່ອແຜນການຂອງພຣະເຈົ້າບໍ່ສຳເລັດ ແລະ ເມື່ອສິ່ງເຕືອນໃຈ ແລະ ການຕັກເຕືອນຂອງພຣະອົງບໍ່ໄດ້ຮັບການຕອບສະໜອງ, ພຣະອົງຈະປ່ອຍຄວາມໂກດຮ້າຍແບບໃດ? ມັນຈະເປັນສິ່ງທີ່ບໍ່ມີສິ່ງຖືກສ້າງໃດໆເຄີຍປະສົບ ຫຼື ໄດ້ຍິນມາກ່ອນ. ດັ່ງນັ້ນ ເຮົາຈຶ່ງເວົ້າວ່າ ໄພພິບັດນີ້ແມ່ນບໍ່ເຄີຍມີມາກ່ອນ ແລະ ຈະບໍ່ຖືກເຮັດຊໍ້າອີກຈັກເທື່ອ. ເພາະວ່າ ແຜນການຂອງພຣະເຈົ້າແມ່ນເພື່ອສ້າງມະນຸດຊາດພຽງຄັ້ງດຽວເທົ່ານັ້ນ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນພຽງຄັ້ງດຽວເທົ່ານັ້ນ. ນີ້ຄືຄັ້ງທໍາອິດ ແລະ ມັນຍັງເປັນຄັ້ງສຸດທ້າຍ. ດ້ວຍເຫດນັ້ນ ບໍ່ມີໃຜສາມາດເຂົ້າໃຈເຈດຕະນາຢ່າງພາກພຽນ ແລະ ການຄາດຫວັງຢ່າງໃຫຍ່ຫຼວງທີ່ພຣະເຈົ້າຫວັງຊ່ວຍມະນຸດຊາດໃຫ້ລອດພົ້ນໃນຄັ້ງນີ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 588)
ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈຈຸດໝາຍປາຍທາງທີ່ມະນຸດຊາດຈະເຂົ້າສູ່. ໃນຖານະທີ່ເປັນສິ່ງຖືກສ້າງ ມະນຸດຄວນປະຕິບັດໜ້າທີ່ຂອງສິ່ງຖືກສ້າງ: ມະນຸດຄວນຕິດຕາມພຣະເຈົ້າໃນທຸກສິ່ງທີ່ພຣະອົງປະຕິບັດ; ພວກເຈົ້າຄວນດຳເນີນການໃນຫົນທາງໃດກໍຕາມທີ່ເຮົາບອກກັບພວກເຈົ້າ. ເຈົ້າບໍ່ມີທາງຈັດການສິ່ງຕ່າງໆສຳລັບຕົວເຈົ້າເອງໄດ້ ແລະ ເຈົ້າບໍ່ມີຄວາມລຶກລັບເໜືອຕົວເຈົ້າເອງໄດ້; ທຸກສິ່ງຕ້ອງປະໄວ້ທີ່ການຈັດແຈງຂອງພຣະເຈົ້າ ແລະ ທຸກສິ່ງແມ່ນຖືກກຳໄວ້ຢູ່ພາຍໃນມືຂອງພຣະອົງ. ຖ້າພາລະກິດຂອງພຣະເຈົ້າໄດ້ຈັດກຽມແກ່ມະນຸດດ້ວຍຈຸດຈົບ, ຈຸດໝາຍປາຍທາງທີ່ມະຫັດສະຈັນໄວ້ລ່ວງໜ້າ ແລະ ຖ້າພຣະເຈົ້ານໍາໃຊ້ສິ່ງນີ້ເພື່ອລໍ້ໃຈມະນຸດ ແລະ ເຮັດໃຫ້ມະນຸດຕິດຕາມພຣະອົງ ນັ້ນກໍຄື ຖ້າພຣະອົງສ້າງຂໍ້ສັນຍາກັບມະນຸດ ແລ້ວສິ່ງນີ້ຈະບໍ່ແມ່ນການເອົາຊະນະ ຫຼື ມັນບໍ່ແມ່ນເພື່ອປະຕິບັດພາລະກິດໃນຊີວິດຂອງມະນຸດ. ຖ້າພຣະເຈົ້າຕ້ອງໃຊ້ຈຸດຈົບຂອງມະນຸດເພື່ອຄວບຄຸມມະນຸດ ແລະ ຮັບເອົາຫົວໃຈຂອງເຂົາ, ແລ້ວໃນເລື່ອງນີ້ ພຣະອົງຈະບໍ່ໄດ້ເຮັດໃຫ້ມະນຸດສົມບູນ ຫຼື ພຣະອົງຈະບໍ່ສາມາດຮັບເອົາມະນຸດ, ແຕ່ກົງກັນຂ້າມ ພຣະອົງຈະໃຊ້ຈຸດໝາຍປາຍທາງເພື່ອຄວບຄຸມເຂົາ. ມະນຸດບໍ່ສົນໃຈໃນສິ່ງໃດນອກຈາກຈຸດຈົບໃນອະນາຄົດ, ຈຸດໝາຍປາຍທາງສຸດທ້າຍ ແລະ ບໍ່ວ່າຈະມີສິ່ງດີໆໃຫ້ຄາດຫວັງ ຫຼື ບໍ່. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນລະຫວ່າງພາລະກິດແຫ່ງການເອົາຊະນະ ແລະ ຖ້າກ່ອນໜ້າການເອົາຊະນະມະນຸດ, ເຂົາໄດ້ຮັບຈຸດໝາຍປາຍທາງທີ່ເໝາະສົມໃຫ້ສະແຫວງຫາ ແລ້ວການເອົາຊະນະມະນຸດຈະບໍ່ແມ່ນແຕ່ບັນລຸຜົນຂອງມັນເທົ່ານັ້ນ, ແຕ່ຜົນໄດ້ຮັບຂອງພາລະກິດແຫ່ງການເອົາຊະນະກໍຍັງຈະໄດ້ຮັບອິດທິພົນອີກດ້ວຍ. ນັ້ນໝາຍຄວາມວ່າ ພາລະກິດແຫ່ງການເອົາຊະນະບັນລຸຜົນຂອງມັນໂດຍການເອົາໂຊກຊະຕາອອກໄປ ແລະ ຄວາມຄາດຫວັງຂອງມະນຸດ ແລະ ການພິພາກສາ ແລະ ການຂ້ຽນຕີອຸປະນິໄສທີ່ກະບົດຂອງມະນຸດ. ມັນບໍ່ໄດ້ບັນລຸໂດຍການເຮັດຂໍ້ສັນຍາກັບມະນຸດ ນັ້ນກໍຄື ໂດຍການມອບພອນ ແລະ ພຣະຄຸນໃຫ້ກັບມະນຸດ ແຕ່ກົງກັນຂ້າມແມ່ນໂດຍການເປີດເຜີຍຄວາມຊື່ສັດຂອງມະນຸດຜ່ານການຍຶດເອົາ “ອິດສະຫຼະພາບ” ຂອງເຂົາ ແລະ ທຳລາຍລ້າງຄວາມຄາດຫວັງຂອງເຂົາ. ນີ້ຄືແກ່ນແທ້ຂອງພາລະກິດແຫ່ງການເອົາຊະນະ. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນຕອນເລີ່ມຕົ້ນ ແລະ ພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຖືກເຮັດໃຫ້ສຳເລັດໃນພາຍຫຼັງ ແລ້ວມະນຸດກໍຈະຍອມຮັບການຂ້ຽນຕີ ແລະ ການພິພາກສານີ້ບົນພື້ນຖານທີ່ເຂົາຄາດຫວັງ ແລະ ໃນທີ່ສຸດ ຄວາມເຊື່ອຟັງທີ່ບໍ່ມີເງື່ອນໄຂ ແລະ ການນະມັດສະການພຣະຜູ້ສ້າງໂດຍສິ່ງຖືກສ້າງທັງປວງຂອງພຣະອົງກໍຈະບໍ່ຖືກບັນລຸ; ຈະມີພຽງແຕ່ການເຊື່ອຟັງທີ່ລັບຫູລັບຕາ ແລະ ຂາດຄວາມເຂົ້າໃຈ ຫຼື ຖ້າບໍ່ດັ່ງນັ້ນ ມະນຸດກໍຈະຮຽກຮ້ອງຈາກພຣະເຈົ້າຢ່າງຕາບອດ ແລະ ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະຫົວໃຈຂອງມະນຸດຢ່າງສົມບູນ. ດັ່ງນັ້ນ ມັນຈຶ່ງເປັນໄປບໍ່ໄດ້ທີ່ພາລະກິດແຫ່ງການເອົາຊະນະດັ່ງກ່າວຈະບໍ່ສາມາດຮັບເອົາມະນຸດໄດ້ ຫຼື ຍິ່ງໄປກວ່ານັ້ນກໍເປັນພະຍານໃຫ້ກັບພຣະເຈົ້າໄດ້. ສິ່ງຖືກສ້າງດັ່ງກ່າວຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາ ແລະ ຈະພຽງແຕ່ຕໍ່ລອງກັບພຣະເຈົ້າ; ສິ່ງນີ້ຈະບໍ່ແມ່ນການເອົາຊະນະ ແຕ່ເປັນຄວາມເມດຕາ ແລະ ພອນ. ບັນຫາໃຫຍ່ທີ່ສຸດກັບມະນຸດຄື ເຂົາບໍ່ຄິດເຖິງສິ່ງອື່ນນອກຈາກໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ ແລະ ບູຊາສິ່ງເຫຼົ່ານີ້. ມະນຸດສະແຫວງຫາພຣະເຈົ້າເພື່ອຜົນປະໂຫຍດແຫ່ງໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ; ເຂົາບໍ່ໄດ້ນະມັດສະການພຣະເຈົ້າ ຍ້ອນຄວາມຮັກຂອງເຂົາສຳລັບພຣະອົງ. ແລ້ວດ້ວຍເຫດນັ້ນ ໃນການເອົາຊະນະມະນຸດ, ຄວາມເຫັນແກ່ຕົວຂອງມະນຸດ, ຄວາມໂລບມາກ ແລະ ທຸກສິ່ງທີ່ເປັນອຸປະສັກຕໍ່ການທີ່ເຂົານະມັດສະການພຣະເຈົ້າແມ່ນຕ້ອງຖືກຈັດການ ແລະ ກຳຈັດທັງໝົດ. ດ້ວຍການເຮັດແບບນັ້ນ ຜົນແຫ່ງການເອົາຊະນະຂອງມະນຸດຈຶ່ງຈະຖືກບັນລຸ. ຜົນຕາມມາກໍຄື ໃນຂັ້ນຕອນທຳອິດຂອງການເອົາຊະນະມະນຸດ ມັນຈຶ່ງຈຳເປັນຕ້ອງລົບລ້າງຄວາມທະເຍີທະຍານທີ່ບ້າປ່ວງ ແລະ ຄວາມອ່ອນແອທີ່ຮ້າຍແຮງສຸດຂອງມະນຸດ ແລະ ຜ່ານສິ່ງນີ້ຈຶ່ງຈະເປີດເຜີຍຄວາມຮັກພຣະເຈົ້າຂອງມະນຸດ ແລະ ປ່ຽນແປງຄວາມຮູ້ຂອງເຂົາທີ່ກ່ຽວກັບຊີວິດຂອງມະນຸດ, ມຸມມອງຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມໝາຍຂອງການມີຊີວິດຢູ່ຂອງເຂົາ. ດ້ວຍວິທີນີ້ ຄວາມຮັກພຣະເຈົ້າຂອງມະນຸດຈຶ່ງຖືກຊໍາລະລ້າງ ເຊິ່ງໝາຍຄວາມວ່າ ຫົວໃຈຂອງມະນຸດຖືກເອົາຊະນະ. ແຕ່ໃນທ່າທີຂອງພຣະເຈົ້າທີ່ມີຕໍ່ສິ່ງຖືກສ້າງທັງໝົດແລ້ວ ພຣະອົງບໍ່ໄດ້ເອົາຊະນະພຽງແຕ່ຍ້ອນຜົນປະໂຫຍດແຫ່ງການເອົາຊະນະ; ກົງກັນຂ້າມ ພຣະອົງເອົາຊະນະເພື່ອຮັບເອົາມະນຸດ, ເພື່ອຜົນປະໂຫຍດແຫ່ງສະຫງ່າລາສີຂອງພຣະອົງເອງ ແລະ ເພື່ອຟື້ນຟູລັກສະນະດັ່ງເດີມໃນຊ່ວງທຳອິດຂອງມະນຸດ. ຖ້າພຣະອົງຕ້ອງເອົາຊະນະພຽງແຕ່ເພື່ອຜົນປະໂຫຍດແຫ່ງການເອົາຊະນະເທົ່ານັ້ນ ແລ້ວຄວາມໝາຍຂອງພາລະກິດແຫ່ງການເອົາຊະນະກໍຈະສູນເສຍໄປ. ນັ້ນໝາຍຄວາມວ່າ ຖ້າຫຼັງຈາກເອົາຊະນະມະນຸດແລ້ວ ພຣະເຈົ້າລ້າງມືຂອງພຣະອົງຈາກມະນຸດ ແລະ ບໍ່ສົນໃຈຕໍ່ຊີວິດ ຫຼື ຄວາມຕາຍຂອງມະນຸດ ແລ້ວສິ່ງນີ້ກໍບໍ່ແມ່ນການຄຸ້ມຄອງມະນຸດຊາດ ຫຼື ການເອົາຊະນະມະນຸດກໍຈະບໍ່ແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນ. ມີພຽງແຕ່ການຮັບເອົາມະນຸດຫຼັງຈາກທີ່ເອົາຊະນະເຂົາ ແລະ ການທີ່ເຂົາມາເຖິງຈຸດໝາຍປາຍທາງທີ່ມະຫັດສະຈັນໃນທີ່ສຸດເທົ່ານັ້ນ ຈຶ່ງຢູ່ໃນຫົວໃຈຂອງພາລະກິດແຫ່ງຄວາມລອດພົ້ນທັງໝົດ ແລະ ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະສາມາດບັນລຸຕາມເປົ້າໝາຍແຫ່ງຄວາມລອດພົ້ນຂອງມະນຸດໄດ້. ເວົ້າອີກຢ່າງໜຶ່ງກໍຄື ມີພຽງແຕ່ການມາເຖິງຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດ ແລະ ການທີ່ເຂົາເຂົ້າສູ່ການພັກຜ່ອນເທົ່ານັ້ນທີ່ເປັນຄວາມຄາດຫວັງທີ່ສິ່ງຖືກສ້າງທັງໝົດຄວນມີ ແລະ ເປັນພາລະກິດທີ່ພຣະຜູ້ສ້າງຄວນເຮັດໃຫ້ສຳເລັດ. ຖ້າມະນຸດຕ້ອງປະຕິບັດພາລະກິດນີ້ ແລ້ວມັນກໍຈະຈໍາກັດເກີນໄປ: ມັນສາມາດນໍາມະນຸດໄປເຖິງຈຸດໃດໜຶ່ງ, ແຕ່ມັນຈະບໍ່ສາມາດນໍາມະນຸດໄປເຖິງຈຸດໝາຍປາຍທາງຊົ່ວນິດນິລັນ. ມະນຸດບໍ່ສາມາດຕັດສິນຊະຕາກຳຂອງມະນຸດ ຫຼື ຍິ່ງໄປກວ່ານັ້ນ ເຂົາບໍ່ສາມາດຮັບຮອງຄວາມຄາດຫວັງ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງມະນຸດໄດ້. ເຖິງຢ່າງໃດກໍຕາມ ພາລະກິດທີ່ພຣະເຈົ້າປະຕິບັດແມ່ນແຕກຕ່າງກັນ. ຍ້ອນພຣະອົງສ້າງມະນຸດ ພຣະອົງກໍນໍາພາເຂົາ; ຍ້ອນພຣະອົງຊ່ວຍມະນຸດໃຫ້ລອດພົ້ນ ພຣະອົງກໍຊ່ວຍເຂົາຢ່າງທົ່ວເຖິງ ແລະ ຈະຮັບເອົາເຂົາຢ່າງສົມບູນ; ຍ້ອນພຣະອົງນໍາພາມະນຸດ ພຣະອົງຈະນໍາເຂົາໄປສູ່ຈຸດໝາຍປາຍທາງທີ່ເໝາະສົມ; ແລະ ຍ້ອນພຣະອົງສ້າງ ແລະ ຄຸ້ມຄອງມະນຸດ ພຣະອົງຕ້ອງຮັບຜິດຊອບຕໍ່ໂຊກຊະຕາ ແລະ ຄວາມຄາດຫວັງຂອງມະນຸດ. ມັນຄືສິ່ງນີ້ທີ່ເປັນພາລະກິດທີ່ພຣະຜູ້ສ້າງປະຕິບັດ. ເຖິງແມ່ນພາລະກິດແຫ່ງການເອົາຊະນະຈະຖືກບັນລຸໂດຍການລົບລ້າງຄວາມຄາດຫວັງອອກຈາກມະນຸດ, ມະນຸດກໍຕ້ອງຖືກນໍາໄປສູ່ຈຸດໝາຍປາຍທາງທີ່ເໝາະສົມໃນທີ່ສຸດ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບເຂົາແລ້ວ. ມັນແມ່ນຍ້ອນພຣະເຈົ້າປັ້ນມະນຸດຢ່າງແນ່ນອນ ຈຶ່ງເຮັດໃຫ້ມະນຸດມີຈຸດໝາຍປາຍທາງ ແລະ ໂຊກຊະຕາຂອງເຂົາຈຶ່ງຖືກຮັບຮອງ. ໃນນີ້ ຈຸດໝາຍປາຍທາງເໝາະສົມທີ່ກ່າວເຖິງບໍ່ແມ່ນຄວາມຫວັງ ແລະ ຄວາມຄາດຫວັງຂອງມະນຸດທີ່ຖືກກໍາຈັດໃນອະດີດ; ທັງສອງຢ່າງແມ່ນແຕກຕ່າງກັນ. ສິ່ງທີ່ມະນຸດຄາດຫວັງ ແລະ ສະແຫວງຫາແມ່ນຄວາມປາຖະໜາທີ່ເກີດຂຶ້ນຈາກການສະແຫວງຫາຄວາມຕ້ອງການໃນເນື້ອໜັງທີ່ຫຼາຍເກີນຄວນຂອງເຂົາ, ແທນທີ່ຈະແມ່ນຈຸດໝາຍປາຍທາງທີ່ເໝາະສົມກັບມະນຸດ. ໃນຂະນະດຽວກັນ ສິ່ງທີ່ພຣະເຈົ້າຈັດກຽມໃຫ້ກັບມະນຸດແມ່ນພອນ ແລະ ສັນຍາທີ່ເໝາະສົມກັບມະນຸດ ຫຼັງຈາກທີ່ເຂົາຖືກເຮັດໃຫ້ບໍລິສຸດ ເຊິ່ງພຣະເຈົ້າໄດ້ຈັດກຽມໃຫ້ກັບມະນຸດຫຼັງຈາກສ້າງໂລກ ແລະ ເຊິ່ງບໍ່ໄດ້ຮັບມົນທິນຈາກທາງເລືອກ, ແນວຄິດ, ຈິນຕະນາການ ຫຼື ເນື້ອໜັງຂອງມະນຸດ. ຈຸດໝາຍປາຍທາງນີ້ບໍ່ໄດ້ຖືກຈັດກຽມໃຫ້ກັບຄົນໃດໜຶ່ງເທົ່ານັ້ນ ແຕ່ເປັນສະຖານທີ່ພັກຜ່ອນຂອງບັນດາມວນມະນຸດຊາດ. ແລ້ວດ້ວຍເຫດນັ້ນ ຈຸດໝາຍປາຍທາງນີ້ຈຶ່ງເປັນຈຸດໝາຍປາຍທາງທີ່ເໝາະສົມທີ່ສຸດສຳລັບມະນຸດຊາດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 589)
ພຣະຜູ້ສ້າງປະສົງທີ່ຈະປັ້ນແຕ່ງສິ່ງຖືກສ້າງທຸກຢ່າງ. ເຈົ້າບໍ່ຕ້ອງປະຖິ້ມ ຫຼື ບໍ່ເຊື່ອຟັງສິ່ງໃດກໍຕາມທີ່ພຣະອົງປະຕິບັດ ຫຼື ເຈົ້າບໍ່ຄວນກະບົດຕໍ່ພຣະອົງ. ເມື່ອພາລະກິດທີ່ພຣະອົງປະຕິບັດໄດ້ບັນລຸຕາມເປົ້າໝາຍຂອງພຣະອົງໃນທີ່ສຸດ ດ້ວຍສິ່ງນີ້ພຣະອົງກໍຈະໄດ້ຮັບສະຫງ່າລາສີ. ໃນປັດຈຸບັນ ເປັນຫຍັງຈຶ່ງບໍ່ເວົ້າວ່າ ເຈົ້າເປັນລູກຫຼານຂອງໂມອາບ ຫຼື ເປັນເຊື້ອສາຍຂອງມັງກອນແດງໃຫຍ່? ເປັນຫຍັງຈຶ່ງບໍ່ມີການເວົ້າເຖິງຜູ້ຄົນທີ່ຖືກເລືອກ ແລະ ມີພຽງແຕ່ການເວົ້າເຖິງສິ່ງຖືກສ້າງ? ສິ່ງຖືກສ້າງດັ່ງກ່າວຄືນາມມະຍົດດັ່ງເດີມຂອງມະນຸດ ແລະ ມັນແມ່ນສິ່ງນີ້ທີ່ບົ່ງບອກເຖິງຕົວຕົນທີ່ມີມາຕັ້ງແຕ່ເກີດຂອງເຂົານັ້ນເອງ. ຊື່ແຕກຕ່າງກັນກໍຍ້ອນວ່າຍຸກ ແລະ ຊ່ວງເວລາຂອງພາລະກິດແຕກຕ່າງກັນ, ໃນຄວາມເປັນຈິງ ມະນຸດເປັນສິ່ງຖືກສ້າງທຳມະດາ. ສິ່ງຖືກສ້າງທັງປວງບໍ່ວ່າພວກເຂົາຈະເສື່ອມຊາມທີ່ສຸດ ຫຼື ບໍລິສຸດທີ່ສຸດ ກໍຕ້ອງປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ເມື່ອພຣະອົງປະຕິບັດພາລະກິດແຫ່ງການເອົາຊະນະ ພຣະເຈົ້າບໍ່ໄດ້ຄວບຄຸມເຈົ້າໂດຍໃຊ້ຄວາມຄາດຫວັງ, ໂຊກຊາຕາ ຫຼື ຈຸດໝາຍປາຍທາງ. ມັນບໍ່ຈຳເປັນທີ່ຈະປະຕິບັດພາລະກິດດ້ວຍວິທີນີ້. ເປົ້າໝາຍຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ມະນຸດປະຕິບັດໜ້າທີ່ຂອງສິ່ງຖືກສ້າງ, ເພື່ອເຮັດໃຫ້ເຂົານະມັດສະການພຣະຜູ້ສ້າງ ແລະ ພຽງແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ເຂົາຈຶ່ງຈະສາມາດເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນໄດ້. ໂຊກຊາຕາຂອງມະນຸດຖືກຄວບຄຸມໂດຍມືຂອງພຣະເຈົ້າ. ເຈົ້າບໍ່ສາມາດຄວບຄຸມຕົວເຈົ້າເອງໄດ້. ເຖິງແມ່ນຈະຟ້າວ ແລະ ຫຍຸ້ງກັບຕົວເຂົາເອງຢູ່ຕະຫຼອດເວລາກໍຕາມ ມະນຸດກໍຍັງຄົງບໍ່ສາມາດຄວບຄຸມຕົວເອງໄດ້. ຖ້າເຈົ້າສາມາດຮູ້ຈັກຄວາມຄາດຫວັງຂອງເຈົ້າເອງ, ຖ້າເຈົ້າສາມາດຄວບຄຸມໂຊກຊາຕາຂອງເຈົ້າເອງ ເຈົ້າຈະຍັງເປັນສິ່ງຖືກສ້າງບໍ? ສະຫຼຸບກໍຄື ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ພາລະກິດທັງໝົດຂອງພຣະອົງກໍເພື່ອຜົນປະໂຫຍດຂອງມະນຸດ. ຍົກຕົວຢ່າງ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນເພື່ອຮັບໃຊ້ມະນຸດ ເຊັ່ນ: ດວງເດືອນ, ດວງຕາເວັນ ແລະ ດວງດາວທີ່ພຣະອົງສ້າງຂຶ້ນສຳລັບມະນຸດ, ສັດ ແລະ ພືດ, ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ແລະ ອື່ນໆອີກ, ທຸກສິ່ງແມ່ນຖືກສ້າງຂຶ້ນເພື່ອຜົນປະໂຫຍດແຫ່ງການມີຊີວິດຢູ່ຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພຣະອົງຈະຂ້ຽນຕີ ແລະ ພິພາກສາມະນຸດແນວໃດກໍຕາມ ມັນກໍເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດທັງໝົດ. ເຖິງແມ່ນວ່າ ພຣະອົງຍຶດເອົາຄວາມຫວັງທາງເນື້ອໜັງຈາກມະນຸດ ມັນກໍເພື່ອຜົນປະໂຫຍດແຫ່ງການເຮັດໃຫ້ມະນຸດບໍລິສຸດຂຶ້ນ ແລະ ການເຮັດໃຫ້ມະນຸດບໍລິສຸດຂຶ້ນກໍຖືກປະຕິບັດເພື່ອວ່າເຂົາຈະສາມາດລອດພົ້ນໄດ້. ເຊິ່ງຈຸດໝາຍປາຍທາງຂອງມະນຸດແມ່ນຢູ່ໃນມືຂອງພຣະຜູ້ສ້າງ ສະນັ້ນ ມະນຸດຈະສາມາດຄວບຄຸມຕົວເອງໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 590)
ເມື່ອພາລະກິດແຫ່ງການເອົາຊະນະຖືກເຮັດໃຫ້ສຳເລັດ ມະນຸດຈະຖືກນໍາໄປສູ່ໂລກທີ່ສວຍງາມ. ແນ່ນອນ ຊີວິດນີ້ກໍຈະຍັງຢູ່ເທິງແຜ່ນດິນໂລກ ແຕ່ມັນຈະບໍ່ເປັນຄືກັບຊີວິດມະນຸດໃນປັດຈຸບັນຢ່າງສິ້ນເຊີງ. ມັນເປັນຊີວິດທີ່ມະນຸດຊາດຈະມີຫຼັງຈາກທີ່ໄດ້ເອົາຊະນະບັນດາມວນມະນຸດຊາດ, ມັນຈະເປັນການເລີ່ມຕົ້ນໃໝ່ສຳລັບມະນຸດເທິງແຜ່ນດິນໂລກ ແລະ ການທີ່ມະນຸດຊາດມີຊີວິດດັ່ງກ່າວຈະເປັນເຄື່ອງພິສູດວ່າ ມະນຸດຊາດໄດ້ເຂົ້າສູ່ອານາຈັກໃໝ່ທີ່ສວຍງາມແລ້ວ. ມັນຈະເປັນການເລີ່ມຕົ້ນຂອງຊີວິດຂອງມະນຸດ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ຫຼັງຈາກທີ່ມະນຸດໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ຖືກເອົາຊະນະ, ຂໍ້ສັນຍາສໍາລັບຊີວິດທີ່ສວຍງາມດັ່ງກ່າວກໍຄື ເຂົາຈະຕ້ອງຍອມຢູ່ພາຍໃຕ້ພຣະຜູ້ສ້າງ. ດ້ວຍເຫດນັ້ນ ພາລະກິດແຫ່ງການເອົາຊະນະແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າກ່ອນທີ່ມະນຸດຊາດຈະເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນນັ້ນ. ຊີວິດດັ່ງກ່າວແມ່ນຊີວິດໃນອະນາຄົດຂອງມະນຸດເທິງແຜ່ນດິນໂລກ, ມັນເປັນຊີວິດທີ່ສວຍງາມທີ່ສຸດເທິງແຜ່ນດິນໂລກ, ເປັນຊີວິດປະເພດທີ່ມະນຸດປາຖະໜາ ເຊິ່ງເປັນປະເພດທີ່ມະນຸດບໍ່ເຄີຍໄດ້ຮັບໃນປະຫວັດສາດຂອງໂລກ. ມັນເປັນຜົນໄດ້ຮັບສຸດທ້າຍຂອງ 6.000 ປີຂອງພາລະກິດແຫ່ງການຄຸ້ມຄອງ, ມັນເປັນສິ່ງທີ່ມະນຸດຊາດປາຖະໜາຫຼາຍທີ່ສຸດ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າມີໃຫ້ມະນຸດ. ແຕ່ຄຳສັນຍານີ້ບໍ່ສາມາດບັງເກີດຂຶ້ນໃນທັນທີ; ມະນຸດຈະເຂົ້າສູ່ປາຍທາງໃນອະນາຄົດພຽງແຕ່ເມື່ອພາລະກິດແຫ່ງຍຸກສຸດທ້າຍໄດ້ຖືກເຮັດໃຫ້ສຳເລັດ ແລະ ເຂົາຖືກເອົາຊະນະຢ່າງສົມບູນ ນັ້ນກໍຄື ເມື່ອຊາຕານໄດ້ຖືກເຮັດໃຫ້ພ່າຍແພ້ຢ່າງສິ້ນເຊີງ. ມະນຸດຈະປາສະຈາກທຳມະຊາດແຫ່ງຄວາມຜິດບາບຫຼັງຈາກທີ່ເຂົາຖືກຫຼໍ່ຫຼອມ ເພາະພຣະເຈົ້າຈະໄດ້ເຮັດໃຫ້ຊາຕານພ່າຍແພ້ ເຊິ່ງໝາຍຄວາມວ່າ ຈະບໍ່ມີການບຸກລຸກໂດຍກອງກຳລັງຮຸນແຮງ ແລະ ບໍ່ມີກອງກຳລັງຮຸນແຮງໃດທີ່ສາມາດໂຈມຕີເນື້ອໜັງຂອງມະນຸດໄດ້. ດ້ວຍເຫດນັ້ນ ມະນຸດຈະເປັນອິດສະຫຼະ ແລະ ບໍລິສຸດ ນັ້ນກໍຄື ເຂົາຈະເຂົ້າສູ່ຄວາມເປັນນິລັນດອນ. ມີພຽງເມື່ອກອງກຳລັງທີ່ຮຸນແຮງແຫ່ງຄວາມມືດຖືກຈັບມັດໄວ້ ມະນຸດຈຶ່ງຈະເປັນອິດສະຫຼະໃນທຸກບ່ອນທີ່ເຂົາໄປ ແລະ ດັ່ງນັ້ນເຂົາກໍຈະປາສະຈາກຄວາມກະບົດ ຫຼື ການຕໍ່ຕ້ານ. ຊາຕານຕ້ອງຖືກຈັບມັດໄວ້ ແລະ ມະນຸດທຸກຄົນກໍຈະປອດໄພ; ສະຖານະການໃນປັດຈຸບັນເກີດຂຶ້ນກໍຍ້ອນ ຊາຕານຍັງກໍ່ໃຫ້ເກີດບັນຫາໃນທຸກໆບ່ອນເທິງແຜ່ນດິນໂລກ ແລະ ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດຍັງບໍ່ໄດ້ມາເຖິງຈຸດສິ້ນສຸດ. ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ມະນຸດຈະໄດ້ຮັບອິດສະຫຼະຢ່າງສົມບູນ, ເມື່ອມະນຸດຮັບພຣະເຈົ້າ ແລະ ອອກມາຈາກໃຕ້ອຳນາດຂອງຊາຕານ ເຂົາຈະເຫັນດວງຕາເວັນແຫ່ງຄວາມຊອບທຳ. ຊີວິດທີ່ເໝາະສົມກັບມະນຸດປົກກະຕິຈະຖືກຮັບອີກຄັ້ງ, ທຸກສິ່ງທີ່ມະນຸດປົກກະຕິຄວນມີ ເຊັ່ນ: ຄວາມສາມາດໃນການສັງເກດຄວາມດີຈາກຄວາມຊົ່ວ, ຄວາມເຂົ້າໃຈວິທີການກິນ ແລະ ປົກຄຸມຕົວເອງ ແລະ ຄວາມສາມາດໃນການດຳລົງຊີວິດໂດຍປົກກະຕິ ເຊິ່ງສິ່ງທັງໝົດນີ້ຈະຖືກຮັບຄືນອີກຄັ້ງ. ເຖິງແມ່ນວ່າ ເອວາບໍ່ໄດ້ຖືກງູລໍ້ລວງ ມະນຸດກໍຄວນມີຊີວິດທີ່ປົກກະຕິແບບນີ້ຫຼັງຈາກທີ່ເຂົາຖືກສ້າງໃນຕອນເລີ່ມຕົ້ນ. ເຂົາຄວນໄດ້ກິນ, ໄດ້ຖືກປົກຄຸມ ແລະ ໄດ້ນໍາໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ແຕ່ຫຼັງຈາກທີ່ມະນຸດໄດ້ກາຍມາເປັນຄົນຊົ່ວຊ້າ ຊີວິດນີ້ກໍກາຍມາເປັນຄວາມຝັນລົມໆແລ້ງໆ ແລະ ຍິ່ງໄປກວ່ານັ້ນໃນປັດຈຸບັນ ມະນຸດບໍ່ກ້າທີ່ຈະຈິນຕະນາການເຖິງສິ່ງດັ່ງກ່າວ. ຕາມຄວາມຈິງແລ້ວ ຊີວິດທີ່ສວຍງາມທີ່ມະນຸດປາຖະໜານີ້ແມ່ນສິ່ງຈຳເປັນ. ຖ້າວ່າມະນຸດປາສະຈາກປາຍທາງດັ່ງກ່າວ ແລ້ວຊີວິດທີ່ຊົ່ວຊ້າຂອງເຂົາເທິງແຜ່ນດິນໂລກກໍຈະບໍ່ຈົບສິ້ນຈັກເທື່ອ ແລະ ຖ້າບໍ່ມີຊີວິດທີ່ສວຍງາມດັ່ງກ່າວ ແລ້ວກໍຈະບໍ່ມີຕອນຈົບໃຫ້ກັບໂຊກຊາຕາຂອງຊາຕານ ຫຼື ໃຫ້ກັບຍຸກທີ່ຊາຕານມີອຳນາດເທິງແຜ່ນດິນໂລກ. ມະນຸດຕ້ອງມາເຖິງອານາຈັກທີ່ກອງກຳລັງແຫ່ງຄວາມມືດບໍ່ສາມາດເຂົ້າເຖິງໄດ້ ແລະ ເມື່ອເຂົາມາເຖິງແລ້ວ ສິ່ງນີ້ຈະພິສູດໃຫ້ເຫັນວ່າ ຊາຕານພ່າຍແພ້ແລ້ວ. ດ້ວຍວິທີນີ້ ເມື່ອບໍ່ມີການລົບກວນຈາກຊາຕານ ພຣະເຈົ້າເອງຈະຄວບຄຸມມະນຸດຊາດ ແລະ ພຣະອົງຈະສັ່ງ ແລະ ຄວບຄຸມຊີວິດທັງໝົດຂອງມະນຸດ; ພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງຈະຖືວ່າເປັນຄວາມພ່າຍແພ້ຂອງຊາຕານ. ສ່ວນຫຼາຍຊີວິດຂອງມະນຸດໃນປັດຈຸບັນເປັນຊີວິດແຫ່ງຄວາມສົກກະປົກ; ມັນຍັງເປັນຊີວິດແຫ່ງຄວາມເຈັບປວດ ແລະ ຄວາມທຸກທໍລະມານ. ສິ່ງນີ້ບໍ່ສາມາດຖືກເອີ້ນວ່າ ຄວາມພ່າຍແພ້ຂອງຊາຕານ, ມະນຸດຍັງບໍ່ໄດ້ຫຼົບໜີຈາກທະເລແຫ່ງຄວາມທຸກທໍລະມານ, ຍັງບໍ່ໄດ້ຫຼົບໜີຈາກຄວາມລໍາບາກໃນຊີວິດຂອງມະນຸດ ຫຼື ອິດທິພົນຂອງຊາຕານ ແລະ ເຂົາຍັງຈະມີພຽງຄວາມຮູ້ທີ່ໜ້ອຍຫຼາຍແທ້ໆກ່ຽວກັບພຣະເຈົ້າ. ຄວາມລໍາບາກທຸກຢ່າງຂອງມະນຸດຖືກສ້າງໂດຍຊາຕານ, ມັນແມ່ນຊາຕານທີ່ນໍາຄວາມເຈັບປວດມາສູ່ຊີວິດຂອງມະນຸດ ແລະ ພຽງແຕ່ຫຼັງຈາກທີ່ຊາຕານຖືກຜູກມັດ ມະນຸດຈຶ່ງຈະສາມາດຫຼົບໜີຈາກທະເລແຫ່ງຄວາມທຸກທໍລະມານ. ຢ່າງໃດກໍຕາມ ການຜູກມັດຂອງຊາຕານແມ່ນຖືກບັນລຸຜ່ານການເອົາຊະນະ ແລະ ການຮັບຫົວໃຈຂອງມະນຸດ ໂດຍເຮັດໃຫ້ມະນຸດເປັນສິ່ງທີ່ຍາດເອົາມາໄດ້ຈາກສົງຄາມກັບຊາຕານ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 591)
ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນໜ້າທີ່ເຂົາຈະມີຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ພວກມັນເປັນຈຸດປະສົງທີ່ມະນຸດສະແຫວງຫາກ່ອນທີ່ຈະຕົກເປັນທາດຂອງຊາຕານ. ໃນແກ່ນແທ້ນັ້ນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນ ຫຼື ການຖືກນໍາໃຊ້ໃຫ້ເກີດຜົນໃຫຍ່ຫຼວງ ກໍແມ່ນການຫຼົບໜີຈາກອິດທິພົນຂອງຊາຕານ; ການສະແຫວງຫາຂອງມະນຸດກໍແມ່ນເພື່ອກາຍເປັນຜູ້ຊະນະ ແຕ່ຜົນໄດ້ຮັບສຸດທ້າຍນັ້ນຈະເປັນການທີ່ເຂົາຫຼົບໜີຈາກອິດທິພົນຂອງຊາຕານ. ມີພຽງແຕ່ການຫຼົບໜີຈາກອິດທິພົນຂອງຊາຕານເທົ່ານັ້ນທີ່ມະນຸດສາມາດໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດແຫ່ງການນະມັດສະການພຣະເຈົ້າ. ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນທີ່ຈະມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ໂດຍສິ່ງເຫຼົ່ານັ້ນຖືກສະແຫວງຫາຫຼັກໆກໍເພື່ອຜົນປະໂຫຍດແຫ່ງການຖືກຊໍາລະ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເພື່ອທີ່ຈະນະມັດສະການພຣະຜູ້ສ້າງ. ຖ້າມະນຸດມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດທີ່ປາສະຈາກຄວາມລຳບາກ ຫຼື ການທຸກທໍລະມານ ແລ້ວມະນຸດຈະບໍ່ເຂົ້າຮ່ວມໃນການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ. “ການກາຍມາເປັນຜູ້ຊະນະ” ແລະ “ການຖືກເຮັດໃຫ້ສົມບູນ” ແມ່ນຈຸດປະສົງທີ່ພຣະອົງມອບໃຫ້ມະນຸດສະແຫວງຫາ ແລະ ຜ່ານການສະແຫວງຫາໂດຍມີຈຸດປະສົງເຫຼົ່ານີ້ ພຣະອົງເຮັດໃຫ້ມະນຸດນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ດຳລົງຊີວິດຢ່າງມີຄວາມໝາຍ. ຈຸດປະສົງແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເພື່ອຮັບເຂົາ ແລະ ການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນເປັນພຽງແຕ່ວິທີທາງ. ໃນອະນາຄົດ ຖ້າມະນຸດເຂົ້າສູ່ປາຍທາງທີ່ມະຫັດສະຈັນ ຈະບໍ່ມີການອ້າງເຖິງການກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນອີກຕໍ່ໄປ; ຈະມີພຽງແຕ່ສິ່ງຖືກສ້າງແຕ່ລະຢ່າງປະຕິບັດໜ້າທີ່ຂອງພວກເຂົາ. ໃນປັດຈຸບັນ ມະນຸດຖືກສ້າງໃຫ້ສະແຫວງຫາສິ່ງເຫຼົ່ານີ້ພຽງແຕ່ເພື່ອຈຳກັດຂອບເຂດໃຫ້ກັບມະນຸດ ເພື່ອການສະແຫວງຫາຂອງມະນຸດຈະມີເປົ້າໝາຍ ແລະ ປະຕິບັດໄດ້ຫຼາຍຍິ່ງຂຶ້ນ. ຫາກປາສະຈາກສິ່ງນັ້ນ ມະນຸດກໍຈະດໍາລົງຊີວິດຢູ່ທ່າມກາງສິ່ງວ່າງເປົ່າທີ່ເປັນພຽງນາມມະທໍາ ແລະ ສະແຫວງຫາທາງເຂົ້າສູ່ຊີວິດຊົ່ວນິລັນດອນ ແລະ ຖ້າເປັນແບບນີ້ ມະນຸດຈະບໍ່ໜ້າສັງເວດຫຼາຍຍິ່ງຂຶ້ນບໍ? ການສະແຫວງຫາດ້ວຍວິທີນີ້ ເຊິ່ງປາສະຈາກເປົ້າໝາຍ ຫຼື ຫຼັກການ ບໍ່ແມ່ນການຫຼອກລວງຕົນເອງບໍ? ໃນທີ່ສຸດແລ້ວ ການສະແຫວງແບບນີ້ກໍຈະບໍ່ເກີດຜົນຕາມທຳມະຊາດເລີຍ; ໃນສຸດທ້າຍ ມະນຸດຈະຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ບໍ່ສາມາດເຮັດໃຫ້ຕົນເອງຫຼຸດອອກຈາກສິ່ງນັ້ນໄດ້. ເປັນຫຍັງຈຶ່ງຕ້ອງນໍາຕົວເຂົາເອງມາຢູ່ພາຍໃຕ້ການສະແຫວງຫາທີ່ບໍ່ມີເປົ້າໝາຍດັ່ງກ່າວ? ເມື່ອມະນຸດເຂົ້າສູ່ປາຍທາງນິດນິລັນ ມະນຸດຈະນະມັດສະການພຣະຜູ້ສ້າງ ແລະ ຍ້ອນມະນຸດໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ຄວາມເປັນນິດນິລັນ ມະນຸດຈຶ່ງຈະບໍ່ສະແຫວງຫາຈຸດປະສົງໃດອີກ ຫຼື ຍິ່ງໄປກວ່ານັ້ນກໍຄື ເຂົາຈະບໍ່ຕ້ອງກັງວົນວ່າ ເຂົາຖືກອ້ອມລ້ອມດ້ວຍຊາຕານ. ໃນເວລານີ້ ມະນຸດຈະຮູ້ຈັກທີ່ຂອງເຂົາ ແລະ ຈະປະຕິບັດໜ້າທີ່ຂອງເຂົາ ແລະ ເຖິງແມ່ນວ່າ ພວກເຂົາບໍ່ໄດ້ຖືກຕີສອນ ຫຼື ພິພາກສາ, ແຕ່ລະຄົນກໍຈະປະຕິບັດໜ້າທີ່ຂອງພວກເຂົາ. ໃນເວລານັ້ນ ມະນຸດຈະເປັນສິ່ງຖືກສ້າງທັງໃນຕົວຕົນ ແລະ ໃນສະຖານະ. ຈະບໍ່ມີການຈຳແນກວ່າສູງ ແລະ ຕໍ່າອີກຕໍ່ໄປ; ແຕ່ລະຄົນຈະພຽງແຕ່ປະຕິບັດໜ້າທີ່ທີ່ແຕກຕ່າງກັນ. ຢ່າງໃດກໍຕາມ ມະນຸດຈະຍັງດຳລົງຊີວິດໃນປາຍທາງຂອງມະນຸດຊາດທີ່ເປັນລະບຽບ ແລະ ເໝາະສົມສໍາລັບມະນຸດຊາດ, ມະນຸດຈະປະຕິບັດໜ້າທີ່ຂອງເຂົາເພື່ອຜົນປະໂຫຍດແຫ່ງການນະມັດສະການພຣະຜູ້ສ້າງ ແລະ ມະນຸດຊາດປະເພດນີ້ຈະເປັນມະນຸດຊາດຕະຫຼອດໄປເປັນນິດ. ໃນເວລານັ້ນ ມະນຸດຈະໄດ້ຮັບຊີວິດທີ່ເຍືອງທາງໂດຍພຣະເຈົ້າ, ເປັນຊີວິດທີ່ຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ ແລະ ເປັນຊີວິດທີ່ຮ່ວມກັນກັບພຣະເຈົ້າ. ມະນຸດຊາດຈະໃຊ້ຊີວິດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ບັນດາມະນຸດຊາດຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ແຜນການຄຸ້ມຄອງ 6.000 ປີຈະເຮັດໃຫ້ຊາຕານພ່າຍແພ້ໄປໃນທີ່ສຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະເອົາຄືນລັກສະນະດັ່ງເດີມຂອງມະນຸດຫຼັງຈາກທີ່ສ້າງເຂົາຂຶ້ນມາ ແລະ ດ້ວຍເຫດນັ້ນ ຄວາມປະສົງດັ່ງເດີມຂອງພຣະເຈົ້າຈະຖືກເຮັດໃຫ້ສຳເລັດ. ໃນຕອນເລີ່ມຕົ້ນ ກ່ອນທີ່ມະນຸດຊາດຈະຖືກຊາຕານເຮັດໃຫ້ເສື່ອມຊາມ ມະນຸດຊາດໄດ້ໃຊ້ຊີວິດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ຕໍ່ມາ ເມື່ອເຂົາຖືກຊາຕານເຮັດໃຫ້ເສື່ອມຊາມ ມະນຸດແມ່ນໄດ້ສູນເສຍຊີວິດປົກກະຕິນີ້ໄປ ແລະ ດ້ວຍເຫດນັ້ນ ຈຶ່ງເລີ່ມມີພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ມີສົງຄາມກັບຊາຕານເພື່ອເອົາຄືນຊີວິດປົກກະຕິຂອງມະນຸດ. ມີພຽງແຕ່ເມື່ອພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າມາເຖິງຈຸດສຸດທ້າຍ ຊີວິດຂອງບັນດາມວນມະນຸດຊາດຈຶ່ງຈະເລີ່ມຕົ້ນຢ່າງເປັນທາງການເທິງແຜ່ນດິນໂລກ, ມີພຽງແຕ່ຕອນນັ້ນ ມະນຸດຈຶ່ງຈະມີຊີວິດທີ່ມະຫັດສະຈັນ ແລະ ພຣະເຈົ້າຈຶ່ງຈະຟື້ນຄືນເປົ້າໝາຍແຫ່ງການສ້າງມະນຸດທີ່ຢູ່ໃນຕອນເລີ່ມຕົ້ນ ພ້ອມທັງລັກສະນະດັ່ງເດີມຂອງມະນຸດອີກດ້ວຍ. ດ້ວຍເຫດນັ້ນ ເມື່ອມະນຸດມີຊີວິດປົກກະຕິຂອງມະນຸດຊາດເທິງແຜ່ນດິນໂລກ ມະນຸດຈະບໍ່ສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ຫຼື ເພື່ອຖືກເຮັດໃຫ້ສົມບູນ ຍ້ອນມະນຸດຈະເປັນຄົນທີ່ບໍລິສຸດ. “ຜູ້ຊະນະ” ແລະ “ຖືກເຮັດໃຫ້ສົມບູນ” ທີ່ມະນຸດກ່າວເຖິງແມ່ນຈຸດປະສົງທີ່ມອບໃຫ້ມະນຸດສະແຫວງຫາໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ ພວກມັນມີຢູ່ກໍພຽງແຕ່ຍ້ອນມະນຸດຖືກເຮັດໃຫ້ເສື່ອມຊາມ. ໂດຍການມອບຈຸດປະສົງໃຫ້ເຈົ້າ ແລະ ການເຮັດໃຫ້ເຈົ້າສະແຫວງຫາຈຸດປະສົງນີ້ທີ່ຈະເຮັດໃຫ້ຊາຕານພ່າຍແພ້. ການຂໍໃຫ້ເຈົ້າເປັນຜູ້ຊະນະ ຫຼື ຖືກເຮັດໃຫ້ສົມບູນ ຫຼື ຖືກນໍາໃຊ້ກໍຮຽກຮ້ອງໃຫ້ເຈົ້າເປັນພະຍານເພື່ອເຮັດໃຫ້ຊາຕານອັບອາຍ. ໃນສຸດທ້າຍແລ້ວ ມະນຸດຈະໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ມະນຸດຈະເປັນຄົນທີ່ບໍລິສຸດ; ເມື່ອສິ່ງນີ້ເກີດຂຶ້ນ ພວກເຂົາຈະຍັງສະແຫວງຫາເພື່ອກາຍມາເປັນຜູ້ຊະນະອີກບໍ? ພວກເຂົາທັງໝົດບໍ່ແມ່ນສິ່ງຖືກສ້າງບໍ? ເວົ້າເຖິງການເປັນຜູ້ຊະນະ ແລະ ການເປັນຄົນທີ່ສົມບູນ, ຄໍາສັບເຫຼົ່ານີ້ແມ່ນແນໃສ່ຊາຕານ ແລະ ຄວາມສົກກະປົກຂອງມະນຸດ. ຄໍາວ່າ “ຜູ້ຊະນະ” ໃນທີ່ນີ້ບໍ່ໄດ້ອ້າງເຖິງໄຊຊະນະເໜືອຊາຕານ ແລະ ກອງກຳລັງທີ່ຮຸນແຮງບໍ? ເມື່ອເຈົ້າເວົ້າວ່າ ເຈົ້າຖືກເຮັດໃຫ້ສົມບູນ, ແມ່ນຫຍັງໃນຕົວເຈົ້າທີ່ຖືກເຮັດໃຫ້ສົມບູນ? ມັນບໍ່ແມ່ນວ່າ ເຈົ້າໄດ້ຖອນຕົວເຈົ້າເອງອອກຈາກອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມແລ້ວບໍ ເພື່ອເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງທີ່ສຸດ? ສິ່ງດັ່ງກ່າວຖືກກ່າວຂຶ້ນໂດຍກ່ຽວພັນກັບສິ່ງທີ່ສົກກະປົກພາຍໃນມະນຸດ ແລະ ໂດຍກ່ຽວພັນກັບຊາຕານ; ພວກມັນບໍ່ໄດ້ຖືກກ່າວຂຶ້ນໂດຍກ່ຽວພັນກັບພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 592)
ເມື່ອມະນຸດບັນລຸຊີວິດທີ່ແທ້ຈິງຂອງມະນຸດເທິງແຜ່ນດິນໂລກ ແລະ ກອງກຳລັງທັງໝົດຂອງຊາຕານຕົກຢູ່ໃນການເປັນທາດ ມະນຸດຈະດຳລົງຊີວິດເທິງແຜ່ນດິນໂລກຢ່າງງ່າຍດາຍ. ສິ່ງຕ່າງໆຈະບໍ່ຊັບຊ້ອນຄືກັບທີ່ພວກມັນເປັນຢູ່ໃນປັດຈຸບັນ ເຊັ່ນ: ຄວາມສຳພັນຂອງມະນຸດ, ການສຳພັນໃນສັງຄົມ, ຄວາມສຳພັນທີ່ຊັບຊ້ອນຂອງຄອບຄົວ... ພວກມັນນຳເອົາຫຼາຍໆບັນຫາມາ ເຊິ່ງເຈັບປວດຫຼາຍ! ຊີວິດຂອງມະນຸດໃນທີ່ນີ້ໂສກເສົ້າຫຼາຍ! ເມື່ອມະນຸດຖືກເອົາຊະນະ ຫົວໃຈ ແລະ ຈິດໃຈຂອງເຂົາຈະປ່ຽນແປງ ນັ້ນກໍຄື ເຂົາຈະມີຫົວໃຈທີ່ເຄົາລົບ ແລະ ຮັກພຣະເຈົ້າ. ເມື່ອທຸກຄົນທີ່ຢູ່ພາຍໃນຈັກກະວານ ຜູ້ເຊິ່ງສະແຫວງຫາເພື່ອຮັກພຣະເຈົ້າໄດ້ຖືກເອົາຊະນະແລ້ວ ເຊິ່ງເວົ້າໄດ້ວ່າ ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ແລະ ເມື່ອຊາຕານພ້ອມກັບກອງກຳລັງແຫ່ງຄວາມມືດທັງໝົດໄດ້ຕົກຢູ່ໃນການເປັນທາດ ແລ້ວຊີວິດຂອງມະນຸດເທິງແຜ່ນດິນໂລກກໍຈະບໍ່ຖືກລົບກວນ ແລະ ເຂົາຈະສາມາດດຳລົງຊີວິດຢູ່ເທິງແຜ່ນດິນໂລກຢ່າງມີອິດສະຫຼະ. ຖ້າຊີວິດຂອງມະນຸດປາສະຈາກຄວາມສຳພັນທາງເນື້ອໜັງ ແລະ ປາສະຈາກຄວາມຊັບຊ້ອນຂອງເນື້ອໜັງ ແລ້ວມັນກໍຈະງ່າຍກວ່າເກົ່າຫຼາຍ. ຄວາມສຳພັນທາງເນື້ອໜັງຂອງມະນຸດຊັບຊ້ອນຫຼາຍ ແລະ ການທີ່ມະນຸດມີສິ່ງດັ່ງກ່າວກໍເປັນເຄື່ອງພິສູດແລ້ວວ່າ ເຂົາຍັງບໍ່ໄດ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ. ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບອ້າຍເອື້ອຍນ້ອງຂອງເຈົ້າ, ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບສະມາຊິກແຕ່ລະຄົນໃນຄອບຄົວຂອງເຈົ້າ ແລ້ວເຈົ້າກໍຈະບໍ່ມີຄວາມກັງວົນ ແລະ ຈະບໍ່ຈໍາເປັນຕ້ອງເປັນຫ່ວງໃຜເລີຍ. ບໍ່ມີສິ່ງໃດທີ່ດີກວ່ານີ້ ແລະ ດ້ວຍວິທີນີ້ ມະນຸດຈະຮັບການບັນເທົາຈາກຄວາມເຈັບປວດເຄິ່ງໜຶ່ງ. ການມີຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ ມະນຸດກໍຈະຄ້າຍຄືກັບທູດສະຫວັນ; ເຖິງແມ່ນຈະຍັງເປັນເນື້ອໜັງຢູ່ ເຂົາຈະຄ້າຍຄືກັບທູດສະຫວັນຫຼາຍ. ນີ້ຄືຄຳສັນຍາສຸດທ້າຍ ເຊິ່ງມັນເປັນຄຳສັນຍາສຸດທ້າຍທີ່ປະທານໃຫ້ກັບມະນຸດ. ໃນປັດຈຸບັນ ມະນຸດຜ່ານການຂ້ຽນຕີ ແລະ ການພິພາກສາ; ເຈົ້າຄິດວ່າ ປະສົບການຂອງມະນຸດໃນສິ່ງດັ່ງກ່າວເປັນເລື່ອງທີ່ບໍ່ມີຄວາມໝາຍບໍ? ພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຈະຖືກເຮັດໃຫ້ສຳເລັດໂດຍບໍ່ມີເຫດຜົນບໍ? ກ່ອນໜ້ານັ້ນ ມີການເວົ້າວ່າ ການຂ້ຽນຕີ ແລະ ການພິພາກສາມະນຸດກໍຄືການວາງເຂົາໃນເຫວເລິກ ເຊິ່ງໝາຍຄວາມເຖິງການນໍາໂຊກຊາຕາ ແລະ ຄວາມຄາດຫວັງຂອງເຂົາອອກໄປ. ນີ້ກໍເພື່ອຜົນປະໂຫຍດຂອງສິ່ງໜຶ່ງ ນັ້ນຄື ການຊໍາລະລ້າງມະນຸດ. ມະນຸດບໍ່ໄດ້ຖືກວາງໃນເຫວເລິກໂດຍເຈດຕະນາ ຫຼັງຈາກທີ່ພຣະເຈົ້າຊໍາລະລ້າງມືຂອງພຣະອົງອອກຈາກເຂົາ. ກົງກັນຂ້າມ ມັນແມ່ນເພື່ອຈັດການກັບຄວາມກະບົດທີ່ຢູ່ພາຍໃນມະນຸດ ເພື່ອວ່າໃນສຸດທ້າຍແລ້ວ ສິ່ງທີ່ຢູ່ພາຍໃນມະນຸດອາດໄດ້ຮັບການຊໍາລະລ້າງ, ເພື່ອເຂົາອາດຈະມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ເປັນຄືກັບຄົນທີ່ບໍລິສຸດ. ຖ້າສິ່ງນີ້ຖືກເຮັດໃຫ້ສຳເລັດ ແລ້ວທຸກສິ່ງກໍຈະສຳເລັດລົງທັງໝົດ. ຕາມຄວາມຈິງແລ້ວ ເມື່ອສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດທີ່ຈຳເປັນຕ້ອງຖືກຈັດການກໍຖືກຈັດການແລ້ວ ແລະ ມະນຸດເປັນພະຍານທີ່ດັງສະນັ້ນ ຊາຕານກໍຈະຖືກເຮັດໃຫ້ພ່າຍແພ້ເຊັ່ນດຽວກັນ ແລະ ເຖິງແມ່ນວ່າມີສອງສາມສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດແຕ່ທຳອິດເຊິ່ງບໍ່ໄດ້ຖືກຊໍາລະລ້າງຢ່າງສົມບູນ, ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ແລ້ວ ມັນກໍຈະບໍ່ເປັນບັນຫາອີກຕໍ່ໄປ ແລະ ໃນເວລານັ້ນ ມະນຸດຈະຖືກຊໍາລະລ້າງຢ່າງສົມບູນ. ມະນຸດບໍ່ເຄີຍມີປະສົບການຊີວິດແບບນັ້ນຈັກເທື່ອ ແຕ່ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ທຸກສິ່ງກໍຈະສະຫງົບລົງ ແລະ ສິ່ງເລັກໆນ້ອຍໆເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດກໍຈະຮັບການແກ້ໄຂທັງໝົດ ແລະ ເມື່ອບັນຫາຫຼັກນັ້ນຖືກແກ້ໄຂ ທຸກບັນຫາອື່ນກໍຈະຈົບລົງ. ໃນລະຫວ່າງການບັງເກີດເປັນມະນຸດຄັ້ງນີ້ຂອງພຣະເຈົ້າເທິງແຜ່ນດິນໂລກ, ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ ພາລະກິດທຸກຢ່າງທີ່ພຣະອົງປະຕິບັດກໍເພື່ອເອົາຊະນະຊາຕານ ແລະ ພຣະອົງຈະເອົາຊະນະຊາຕານຜ່ານການເອົາຊະນະມະນຸດ ແລະ ການເຮັດໃຫ້ພວກເຈົ້າສົມບູນ. ເມື່ອພວກເຈົ້າເປັນພະຍານທີ່ດັງສະນັ້ນ ໃນທຳນອງດຽວກັນ ສິ່ງນີ້ກໍຈະເປັນເຄື່ອງໝາຍແຫ່ງຄວາມພ່າຍແພ້ຂອງຊາຕານ. ມະນຸດຖືກເອົາຊະນະກ່ອນ ແລະ ຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນໃນທີ່ສຸດເພື່ອເອົາຊະນະຊາຕານ. ເຖິງແນວໃດກໍຕາມ ໃນແກ່ນແທ້ແລ້ວ ນີ້ຄືຄວາມລອດພົ້ນຂອງມະນຸດຊາດທັງປວງຈາກທະເລທີ່ວ່າງເປົ່າແຫ່ງຄວາມເຈັບປວດ ເຊິ່ງເກີດຂຶ້ນໃນເວລາດຽວກັນກັບຄວາມພ່າຍແພ້ຂອງຊາຕານ. ບໍ່ວ່າພາລະກິດນີ້ຈະຖືກປະຕິບັດທົ່ວທັງຈັກກະວານທັງໝົດ ຫຼື ຢູ່ໃນປະເທດຈີນ, ທັງໝົດນັ້ນກໍແມ່ນເພື່ອເອົາຊະນະຊາຕານ ແລະ ນໍາຄວາມລອດພົ້ນມາເຖິງມະນຸດຊາດທັງປວງ ເພື່ອມະນຸດອາດຈະເຂົ້າສູ່ບ່ອນພັກຜ່ອນ. ພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງເປັນເນື້ອໜັງທີ່ປົກກະຕິນີ້ ກໍແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານຢ່າງແນ່ນອນ. ພາລະກິດຂອງພຣະເຈົ້າແຫ່ງເນື້ອໜັງແມ່ນຖືກໃຊ້ເພື່ອນໍາຄວາມລອດພົ້ນມາເຖິງທຸກຄົນທີ່ຢູ່ພາຍໃຕ້ສະຫວັນ ເຊິ່ງເປັນຄົນຮັກພຣະເຈົ້າ, ແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະບັນດາມະນຸດຊາດທັງປວງ ແລະ ຍິ່ງໄປກວ່ານັ້ນກໍເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານ. ຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດແມ່ນບໍ່ສາມາດແຍກອອກຈາກການເອົາຊະນະຊາຕານເພື່ອນໍາຄວາມລອດພົ້ນມາເຖິງມວນມະນຸດທັງປວງແລ້ວ. ໃນພາລະກິດສ່ວນຫຼາຍ ເປັນຫຍັງຈຶ່ງມັກມີຄຳເວົ້າທີ່ໃຫ້ພວກເຈົ້າເປັນພະຍານຢູ່ສະເໝີ? ພະຍານນີ້ແມ່ນກຳລັງແນໃສ່ໃຜ? ບໍ່ແມ່ນແນໃສ່ຊາຕານບໍ? ພະຍານນີ້ແມ່ນສ້າງຂຶ້ນເພື່ອພຣະເຈົ້າ ແລະ ມັນຖືກສ້າງຂຶ້ນເພື່ອເປັນພະຍານວ່າ ພາລະກິດຂອງພຣະເຈົ້າໄດ້ບັນລຸຜົນສຳເລັດແລ້ວ. ການເປັນພະຍານກ່ຽວຂ້ອງກັບພາລະກິດແຫ່ງການເອົາຊະນະຊາຕານ; ຖ້າບໍ່ມີສົງຄາມກັບຊາຕານ ແລ້ວມະນຸດກໍບໍ່ຈຳເປັນຕ້ອງເປັນພະຍານ. ມັນກໍເປັນເພາະຊາຕານຕ້ອງພ່າຍແພ້ ຈຶ່ງເຮັດໃຫ້ພຣະເຈົ້າຮຽກຮ້ອງໃຫ້ມະນຸດເປັນພະຍານໃຫ້ກັບພຣະອົງຕໍ່ໜ້າຊາຕານໃນເວລາດຽວກັນກັບທີ່ພຣະອົງກຳລັງຊ່ວຍມະນຸດ ເຊິ່ງພຣະອົງນໍາໃຊ້ເພື່ອຊ່ວຍມະນຸດ ແລະ ເຮັດສົງຄາມກັບຊາຕານ. ດ້ວຍເຫດນັ້ນ ມະນຸດເປັນທັງຈຸດມຸ່ງໝາຍຂອງຄວາມລອດພົ້ນ ແລະ ເຄື່ອງມືໃນການເອົາຊະນະຊາຕານ, ເພາະສະນັ້ນ ມະນຸດຈຶ່ງເປັນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້າ ໃນຂະນະທີ່ຊາຕານກໍເປັນພຽງຈຸດມຸ່ງໝາຍຂອງການທຳລາຍ ເຊິ່ງເປັນສັດຕູ. ເຈົ້າອາດຮູ້ສຶກວ່າ ເຈົ້າບໍ່ໄດ້ເຮັດຫຍັງ ແຕ່ຍ້ອນການປ່ຽນແປງໃນອຸປະນິໄສຂອງເຈົ້າ ພະຍານຈຶ່ງໄດ້ເກີດຂຶ້ນ ແລະ ພະຍານນີ້ກໍແນໃສ່ຊາຕານ ແລະ ບໍ່ໄດ້ຖືກສ້າງສຳລັບມະນຸດ. ມະນຸດບໍ່ເໝາະສົມທີ່ຈະຊື່ນຊົມພະຍານດັ່ງກ່າວ. ເຂົາຈະສາມາດເຂົ້າໃຈພາລະກິດທີ່ພຣະເຈົ້າປະຕິບັດໄດ້ແນວໃດ? ຈຸດມຸ່ງໝາຍຂອງການຕໍ່ສູ້ຂອງພຣະເຈົ້າກໍແມ່ນຊາຕານ; ໃນຂະນະດຽວກັນ ມະນຸດເປັນພຽງແຕ່ຈຸດມຸ່ງໝາຍຂອງຄວາມລອດພົ້ນ. ມະນຸດມີອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ບໍ່ສາມາດເຂົ້າໃຈພາລະກິດນີ້ໄດ້. ນີ້ກໍຍ້ອນຄວາມເສື່ອມຊາມຂອງຊາຕານ ແລະ ບໍ່ໄດ້ຢູ່ພາຍໃນມະນຸດໂດຍທຳມະຊາດ ແຕ່ເປັນການບົງການຂອງຊາຕານ. ໃນປັດຈຸບັນ ພາລະກິດຫຼັກຂອງພຣະເຈົ້າແມ່ນເພື່ອເອົາຊະນະຊາຕານ ນັ້ນກໍຄື ເພື່ອເອົາຊະນະມະນຸດຢ່າງສົມບູນ ເພື່ອວ່າມະນຸດອາດເປັນພະຍານສຸດທ້າຍໃຫ້ກັບພຣະເຈົ້າຕໍ່ໜ້າຊາຕານ. ດ້ວຍວິທີນີ້ ທຸກສິ່ງຈະຖືກເຮັດໃຫ້ສຳເລັດ. ໃນຫຼາຍໆກໍລະນີ ເມື່ອເບິ່ງດ້ວຍຕາເປົ່າຂອງເຈົ້າ ມັນເບິ່ງຄືກັບວ່າ ບໍ່ມີຫຍັງຖືກເຮັດໃຫ້ສຳເລັດເລີຍ ແຕ່ໃນຄວາມຈິງ ພາລະກິດໄດ້ຖືກເຮັດໃຫ້ສຳເລັດແລ້ວ. ມະນຸດຮຽກຮ້ອງໃຫ້ພາລະກິດແຫ່ງຄວາມສຳເລັດທັງໝົດເປັນສິ່ງທີ່ເຫັນໄດ້ ແຕ່ເຖິງຈະບໍ່ໄດ້ເຮັດໃຫ້ເຈົ້າເຫັນ ເຮົາກໍໄດ້ສຳເລັດພາລະກິດຂອງເຮົາແລ້ວ ຍ້ອນຊາຕານຍອມພ່າຍແພ້ ເຊິ່ງໝາຍຄວາມວ່າ ມັນຖືກເອົາຊະນະຢ່າງສິ້ນເຊີງ ເພາະສະຕິປັນຍາ, ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າທັງໝົດໄດ້ປາບຊາຕານ. ນີ້ເປັນພະຍານທີ່ຕ້ອງເກີດຂຶ້ນຢ່າງແນ່ນອນ ແລະ ເຖິງແມ່ນວ່າ ມັນບໍ່ມີການສະແດງອອກຢ່າງຊັດເຈນໃນມະນຸດ, ເຖິງແມ່ນວ່າ ມັນບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ຊາຕານກໍພ່າຍແພ້ເປັນທີ່ຮຽບຮ້ອຍແລ້ວ. ຄວາມສົມບູນຂອງພາລະກິດນີ້ແມ່ນຖືກບັນຊາໃຫ້ຕໍ່ສູ້ກັບຊາຕານ ແລະ ຖືກປະຕິບັດຍ້ອນສົງຄາມກັບຊາຕານ. ດ້ວຍເຫດນັ້ນ ມີຫຼາຍສິ່ງທີ່ມະນຸດບໍ່ໄດ້ເຫັນວ່າເປັນຄວາມສຳເລັດ, ແຕ່ໃນສາຍຕາຂອງພຣະເຈົ້າ ພວກມັນເປັນສິ່ງທີ່ປະສົບຜົນສຳເລັດເປັນເວລາດົນນານມາແລ້ວ. ນີ້ຄືໜຶ່ງໃນຄວາມຈິງຂ້າງໃນຂອງພາລະກິດທັງໝົດຂອງພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 593)
ທຸກຄົນທີ່ເຕັມໃຈໃນການຖືກເຮັດໃຫ້ສົມບູນມີຊ່ອງທາງໃນການຖືກເຮັດໃຫ້ສົມບູນ ສະນັ້ນ ທຸກຄົນຕ້ອງຜ່ອນຄາຍ ນັ້ນກໍຄື ໃນອະນາຄົດ ພວກເຈົ້າທັງໝົດຈະເຂົ້າສູ່ປາຍທາງດັ່ງກ່າວ. ແຕ່ຖ້າເຈົ້າບໍ່ເຕັມໃຈໃນການຖືກເຮັດໃຫ້ສົມບູນ ແລະ ບໍ່ເຕັມໃຈທີ່ຈະເຂົ້າສູ່ອານາຈັກທີ່ມະຫັດສະຈັນ, ນັ້ນກໍຈະແມ່ນບັນຫາຂອງເຈົ້າ. ທຸກຄົນທີ່ເຕັມໃຈໃນການຖືກເຮັດໃຫ້ສົມບູນ ແລະ ຊື່ສັດກັບພຣະເຈົ້າ, ທຸກຄົນທີ່ເຊື່ອຟັງ ແລະ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງສັດຊື່ ເຊິ່ງ ທຸກຄົນທີ່ກ່າວມາທັງໝົດນັ້ນສາມາດຖືກເຮັດໃຫ້ສົມບູນໄດ້. ໃນປັດຈຸບັນ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງບໍ່ສັດຊື່, ທຸກຄົນທີ່ບໍ່ຊື່ສັດກັບພຣະເຈົ້າ, ທຸກຄົນທີ່ບໍ່ຍອມຢູ່ພາຍໃຕ້ພຣະເຈົ້າ ໂດຍສະເພາະຄົນທີ່ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແຕ່ບໍ່ນໍາເຂົ້າສູ່ການປະຕິບັດ ເຊິ່ງທຸກຄົນທີ່ກ່າວມາທັງໝົດນັ້ນຈະບໍ່ສາມາດຖືກເຮັດໃຫ້ສົມບູນ. ທຸກຄົນທີ່ເຕັມໃຈຊື່ສັດ ແລະ ເຊື່ອຟັງພຣະເຈົ້າແມ່ນສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າພວກເຂົາຈະມີຄວາມຮູ້ພຽງໜ້ອຍດຽວ; ທຸກຄົນທີ່ເຕັມໃຈສະແຫວງຫາກໍສາມາດຖືກເຮັດໃຫ້ສົມບູນໄດ້. ບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງນີ້. ຕາບໃດທີ່ເຈົ້າເຕັມໃຈສະແຫວງຫາໃນແນວທາງນີ້ ເຈົ້າກໍຈະສາມາດຖືກເຮັດໃຫ້ສົມບູນໄດ້. ເຮົາບໍ່ເຕັມໃຈທີ່ຈະປະຖິ້ມ ຫຼື ກຳຈັດຄົນໃດຄົນໜຶ່ງໃນພວກເຈົ້າ ແຕ່ຖ້າມະນຸດບໍ່ພະຍາຍາມເຮັດດີ, ເຈົ້າກໍພຽງແຕ່ຈະທຳລາຍຕົວເຈົ້າເອງ; ມັນບໍ່ແມ່ນເຮົາທີ່ກຳຈັດເຈົ້າ ແຕ່ເປັນຕົວເຈົ້າເອງ. ຖ້າເຈົ້າບໍ່ພະຍາຍາມເຮັດດີດ້ວຍຕົວເຈົ້າເອງ ນັ້ນກໍຄື ຖ້າເຈົ້າຂີ້ຄ້ານ ຫຼື ບໍ່ປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່ສັດຊື່ ຫຼື ບໍ່ສະແຫວງຫາຄວາມຈິງ ແລະ ເຮັດໃນສິ່ງທີ່ເຈົ້າຢາກເຮັດ, ຖ້າເຈົ້າປະພຶດຕົວຢ່າງບໍ່ລະວັງ, ຕໍ່ສູ້ເພື່ອຊື່ສຽງ ແລະ ຊັບສິນຂອງເຈົ້າເອງ ແລະ ບໍ່ຄຳນຶງເຖິງສິນທຳເວລາທີ່ຕິດຕໍ່ກັບເພດຕົງຂ້າມ, ເຈົ້າກໍຈະແບກຮັບພາລະແຫ່ງຄວາມບາບຂອງເຈົ້າເອງ; ເຈົ້າບໍ່ສົມຄວນທີ່ຈະໄດ້ຮັບການສົງສານຈາກຄົນໃດເລີຍ. ເປົ້າໝາຍຂອງເຮົາແມ່ນເພື່ອພວກເຈົ້າທຸກຄົນຈະໄດ້ຖືກເຮັດໃຫ້ສົມບູນ ແລະ ຢ່າງໜ້ອຍກໍຖືກເອົາຊະນະ ເພື່ອໃຫ້ຂັ້ນຕອນນີ້ຂອງພາລະກິດຖືກເຮັດໃຫ້ສຳເລັດຢ່າງຄົບຖ້ວນ. ຄວາມປາຖະໜາຂອງພຣະເຈົ້າສຳລັບທຸກຄົນແມ່ນເພື່ອໃຫ້ທຸກຄົນຖືກເຮັດໃຫ້ສົມບູນ, ເພື່ອຖືກຮັບໂດຍພຣະອົງໃນທີ່ສຸດ, ເພື່ອຖືກຊໍາລະລ້າງໂດຍພຣະອົງຢ່າງສົມບູນ ແລະ ເພື່ອກາຍເປັນຄົນທີ່ພຣະອົງຮັກ. ມັນບໍ່ສຳຄັນທີ່ເຮົາຈະເວົ້າວ່າ ພວກເຈົ້າເປັນຄົນຫຼ້າຫຼັງ ຫຼື ມີຄວາມສາມາດຕໍ່າ ເຊິ່ງສິ່ງນີ້ກໍເປັນຄວາມຈິງທັງໝົດ. ການທີ່ເຮົາເວົ້າແບບນີ້ບໍ່ໄດ້ພິສູດວ່າ ເຮົາເຈດຕະນາທີ່ຈະປະຖິ້ມເຈົ້າ ຫຼື ເຮົາສູນເສຍຄວາມຫວັງໃນພວກເຈົ້າ ຢ່າວ່າແຕ່ເຮົາບໍ່ເຕັມໃຈທີ່ຈະຊ່ວຍພວກເຈົ້າເລີຍ. ໃນປັດຈຸບັນ ເຮົາໄດ້ມາເພື່ອປະຕິບັດພາລະກິດແຫ່ງຄວາມລອດພົ້ນຂອງພວກເຈົ້າ ເຊິ່ງເວົ້າໄດ້ວ່າ ພາລະກິດທີ່ເຮົາປະຕິບັດແມ່ນການສືບຕໍ່ຂອງພາລະກິດແຫ່ງຄວາມລອດພົ້ນ. ທຸກຄົນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ໂດຍມີເງື່ອນໄຂວ່າເຈົ້າຕ້ອງເຕັມໃຈ, ໂດຍມີເງື່ອນໄຂວ່າເຈົ້າຕ້ອງສະແຫວງຫາ ເຊິ່ງໃນທີ່ສຸດ ເຈົ້າກໍຈະສາມາດບັນລຸຜົນຕາມມາດັ່ງກ່າວ ແລະ ບໍ່ມີພວກເຈົ້າແມ່ນແຕ່ຄົນດຽວທີ່ຈະຖືກປະຖິ້ມ. ຖ້າເຈົ້າມີຄວາມສາມາດຕໍ່າ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດຕໍ່າຂອງເຈົ້າ; ຖ້າເຈົ້າມີຄວາມສາມາດສູງ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດສູງຂອງເຈົ້າ; ຖ້າເຈົ້າຂາດຄວາມຮູ້ ແລະ ກືກໜັງສື, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມກືກໜັງສືຂອງເຈົ້າ; ຖ້າເຈົ້າຮູ້ໜັງສື, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມຈິງທີ່ເຈົ້າຮູ້ໜັງສື; ຖ້າເຈົ້າເປັນຜູ້ອາວຸໂສ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບອາຍຸຂອງເຈົ້າ; ຖ້າເຈົ້າສາມາດສະໜອງການຕ້ອນຮັບຢ່າງອົບອຸ່ນ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດນີ້; ຖ້າເຈົ້າເວົ້າວ່າ ເຈົ້າບໍ່ສາມາດສະເໜີການຕ້ອນຮັບຢ່າງອົບອຸ່ນ ແລະ ພຽງແຕ່ສາມາດປະຕິບັດໜ້າທີ່ບາງຢ່າງ ບໍ່ວ່າຈະເປັນການປະກາດຂ່າວປະເສີດ ຫຼື ການດູແລຄຣິດຕະຈັກ ຫຼື ການເຂົ້າຮ່ວມວຽກງານທົ່ວໄປອື່ນໆ, ຄວາມສົມບູນທີ່ເຮົາມີຕໍ່ເຈົ້າກໍຈະສອດຄ່ອງກັບໜ້າທີ່ທີ່ເຈົ້າປະຕິບັດ. ການເປັນຄົນທີ່ສັດຊື່, ເຊື່ອຟັງຈົນເຖິງທີ່ສຸດ ແລະ ສະແຫວງຫາເພື່ອຮັກພຣະເຈົ້າສູງສຸດ, ນີ້ຄືສິ່ງທີ່ເຈົ້າຕ້ອງເຮັດໃຫ້ສຳເລັດ ແລະ ບໍ່ມີການປະຕິບັດໃດທີ່ດີກວ່າທັງສາມຢ່າງນີ້. ໃນທີ່ສຸດ ມະນຸດກໍຈຳເປັນຕ້ອງບັນລຸທັງສາມສິ່ງເຫຼົ່ານີ້ ແລະ ຖ້າເຂົາສາມາດບັນລຸພວກມັນໄດ້ ເຂົາກໍຈະຖືກເຮັດໃຫ້ສົມບູນ. ແຕ່ທີ່ສຳຄັນຄື ເຈົ້າຕ້ອງສະແຫວງຫາຢ່າງແທ້ຈິງ, ເຈົ້າຕ້ອງກ້າວໄປຂ້າງໜ້າ ແລະ ຂ້າງເທິງຢ່າງຂະຫຍັນຂັນແຂງ ແລະ ຕ້ອງບໍ່ຢູ່ລ້າກັບສິ່ງນັ້ນ. ເຮົາໄດ້ກ່າວວ່າ ທຸກຄົນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ສາມາດຖືກເຮັດໃຫ້ສົມບູນ ແລະ ສິ່ງນີ້ເອງກໍຄືຄວາມຈິງ, ແຕ່ ເຈົ້າບໍ່ພະຍາຍາມໃຫ້ຫຼາຍຂຶ້ນໃນການສະແຫວງຫາຂອງເຈົ້າ, ຖ້າເຈົ້າບໍ່ໄດ້ບັນລຸຕາມບັນທັດຖານທັງສາມຢ່າງນີ້, ໃນທີ່ສຸດ ເຈົ້າກໍຕ້ອງຖືກກຳຈັດ. ເຮົາຕ້ອງການໃຫ້ທຸກຄົນນໍາໃຫ້ທັນ, ຕ້ອງການໃຫ້ທຸກຄົນມີພາລະກິດ ແລະ ແສງສະຫວ່າງຈາກພຣະວິນຍານບໍລິສຸດ ແລະ ສາມາດເຊື່ອຟັງຈົນເຖິງທີ່ສຸດ ຍ້ອນນີ້ຄືໜ້າທີ່ທີ່ພວກເຈົ້າແຕ່ລະຄົນຄວນປະຕິບັດ. ເມື່ອພວກເຈົ້າທຸກຄົນໄດ້ປະຕິບັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າກໍຈະຖືກເຮັດໃຫ້ສົມບູນ, ເພາະວ່າພວກເຈົ້າກໍຈະມີພະຍານທີ່ດັງສະນັ້ນເຊັ່ນດຽວກັນ. ທຸກຄົນທີ່ມີພະຍານແມ່ນຄົນທີ່ມີໄຊຊະນະເໜືອຊາຕານ ແລະ ໄດ້ຮັບຄຳສັນຍາຂອງພຣະເຈົ້າ ແລະ ພວກເຂົາແມ່ນຄົນທີ່ຈະຍັງຄົງດຳລົງຊີວິດຢູ່ໃນປາຍທາງທີ່ມະຫັດສະຈັນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 594)
ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ. ພຣະອົງພຽງແຕ່ເລີ່ມພາລະກິດການຄຸ້ມຄອງຂອງພຣະອົງ ຫຼັງຈາກທີ່ເກີດມີມະນຸດ ແລະ ຫຼັງຈາກມະນຸດໄດ້ເສື່ອມຊາມ; ນັບແຕ່ນັ້ນມາ ພຣະອົງກໍບໍ່ໄດ້ຢຸດພັກເຊົາອີກເລີຍ ແຕ່ກົງກັນຂ້າມ ພຣະອົງແມ່ນເລີ່ມຫຍຸ້ງກັບການປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ເປັນຍ້ອນຄວາມເສື່ອມຊາມຂອງມະນຸດທີ່ພາໃຫ້ພຣະເຈົ້າບໍ່ໄດ້ຢຸດພັກ ແລະ ຍັງເປັນຍ້ອນການຕໍ່ຕ້ານຂອງເທວະທູດອີກດ້ວຍ. ຖ້າພຣະເຈົ້າບໍ່ເອົາຊະນະຊາຕານ ແລະ ຊ່ວຍມະນຸດຊາດທີ່ເສື່ອມຊາມໃຫ້ລອດພົ້ນ, ພຣະອົງກໍຈະບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້ອີກ. ໃນເມື່ອມະນຸດບໍ່ມີຄວາມສະຫງົບ, ພຣະເຈົ້າກໍຈະບໍ່ມີຄວາມສະຫງົບເຊັ່ນກັນ ແລະ ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາອີກຄັ້ງ, ມະນຸດກໍຈະເຂົ້າສູ່ບ່ອນພັກເຊົາເຊັ່ນກັນ. ການໃຊ້ຊີວິດຢູ່ໃນຄວາມສະຫງົບໝາຍຄວາມວ່າເປັນຊີວິດທີ່ບໍ່ມີສົງຄາມ, ບໍ່ມີຄວາມເປິເປື້ອນ ແລະ ບໍ່ມີຄວາມບໍ່ຊອບທໍາຢ່າງຝັງແໜ້ນ. ນີ້ໝາຍຄວາມວ່າ ມັນເປັນຊີວິດທີ່ປາສະຈາກການຮຸກຮານຂອງຊາຕານ (ໃນນີ້ “ຊາຕານ” ໝາຍເຖິງກອງກໍາລັງສັດຕູ) ແລະ ປາສະຈາກຄວາມເສື່ອມຊາມຂອງຊາຕານ ຫຼື ມີຄວາມສ່ຽງຕໍ່ການຮຸກຮານຂອງກອງກໍາລັງໃດໆທີ່ຕໍ່ຕ້ານພຣະເຈົ້າ; ເຊິ່ງມັນເປັນຊີວິດທີ່ທຸກສິ່ງປະຕິບັດຕາມປະເພດຂອງຕົນເອງ ແລະ ສາມາດນະມັດສະການພຣະຜູ້ເປັນເຈົ້າແຫ່ງການສ້າງ; ເຊິ່ງສະຫວັນ ແລະ ແຜ່ນດິນໂລກກໍຈະເຕັມໄປດ້ວຍຄວາມສະຫງົບ. ນີ້ຄືຄວາມໝາຍຂອງພຣະທໍາທີ່ວ່າ “ຊີວິດແຫ່ງການພັກເຊົາຂອງມະນຸດເອງ”. ເມື່ອພຣະເຈົ້າພັກເຊົາ ຄວາມບໍ່ຊອບທໍາກໍ່ຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ ຫຼື ຈະບໍ່ມີການຮຸກຮານຈາກກອງກໍາລັງໃດໆຂອງສັດຕູອີກ ແລະ ມະນຸດຊາດກໍຈະໄດ້ເຂົ້າສູ່ໂລກໃໝ່, ມະນຸດຊາດຈະບໍ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ, ແຕ່ກົງກັບຂ້າມ ພວກເຂົາຄືມະນຸດທີ່ໄດ້ຖືກຊ່ວຍໃຫ້ລອດພົ້ນ ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ວັນທີ່ມະນຸດມີຄວາມສະຫງົບກໍຍັງຈະເປັນວັນທີ່ພຣະເຈົ້າມີຄວາມສະຫງົບເຊັ່ນກັນ. ພຣະເຈົ້າສູນເສຍຄວາມສະຫງົບກໍຍ້ອນວ່າມະນຸດບໍ່ສາມາດເຂົ້າສູ່ຄວາມສະຫງົບໄດ້, ບໍ່ແມ່ນເປັນຍ້ອນວ່າພຣະອົງບໍ່ສາມາດມີຄວາມສະຫງົບຕັ້ງແຕ່ຕົ້ນ. ການເຂົ້າສູ່ບ່ອນພັກເຊົາບໍ່ໄດ້ໝາຍຄວາມວ່າ ທຸກສິ່ງທຸກຢ່າງຈະຢຸດການເຄື່ອນໄຫວ ຫຼື ຢຸດພັດທະນາ ຫຼື ມັນໝາຍຄວາມວ່າ ພຣະເຈົ້າຈະຢຸດການເຮັດພາລະກິດ ຫຼື ມະນຸດຈະຢຸດການດໍາເນີນຊີວິດ. ສັນຍານຂອງການເຂົ້າສູ່ບ່ອນພັກເຊົາແມ່ນເມື່ອຊາຕານໄດ້ຖືກທໍາລາຍ, ເມື່ອຄົນຊົ່ວຮ້າຍເຫຼົ່ານັ້ນທີ່ເຂົ້າຮ່ວມກັບຊາຕານໃນການເຮັດຄວາມຊົ່ວຮ້າຍໄດ້ຖືກລົງໂທດ ແລະ ຖືກກວາດລ້າງ ແລະ ເມື່ອກໍາລັງທັງໝົດ ທີ່ເປັນສັດຕູກັບພຣະເຈົ້າບໍ່ມີຢູ່ອີກຕໍ່ໄປ. ການທີ່ພຣະເຈົ້າເຂົ້າໄປສູ່ບ່ອນພັກເຊົາແມ່ນໝາຍຄວາມວ່າ ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງການລອດພົ້ນຂອງມະນຸດອີກຕໍ່ໄປ. ການທີ່ມະນຸດຊາດເຂົ້າສູ່ບ່ອນພັກເຊົາແມ່ນໝາຍຄວາມວ່າ ມະນຸດທຸກຄົນຈະຢູ່ພາຍໃຕ້ແສງສະຫວ່າງຂອງພຣະເຈົ້າ ແລະ ພາຍໃຕ້ການໃຫ້ພອນຂອງພຣະອົງ ໂດຍປາສະຈາກຄວາມເສື່ອມຊາມຂອງຊາຕານ ແລະ ຄວາມບໍ່ຊອບທຳຈະບໍ່ເກີດຂຶ້ນອີກ. ພາຍໃຕ້ການເບິ່ງແຍງຂອງພຣະເຈົ້າ ມະນຸດຊາດຈະດໍາລົງຊີວິດຕາມປົກກະຕິເທິງແຜ່ນດິນໂລກ. ເມື່ອພຣະເຈົ້າ ແລະ ມະນຸດຊາດເຂົ້າສູ່ບ່ອນພັກເຊົາຮ່ວມກັນກໍໝາຍຄວາມວ່າ ມະນຸດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຊາຕານໄດ້ຖືກທໍາລາຍ ແລະ ພາລະກິດຂອງພຣະເຈົ້າທີ່ປະຕິບັດຕໍ່ມະນຸດຊາດແມ່ນສໍາເລັດລົງຢ່າງສົມບູນ. ພຣະເຈົ້າຈະບໍ່ສືບຕໍ່ເຮັດພາລະກິດກັບມະນຸດອີກ ແລະ ພວກເຂົາຈະບໍ່ຢູ່ພາຍໃຕ້ອໍານາດຂອງຊາຕານອີກຕໍ່ໄປ. ດ້ວຍເຫດນັ້ນ ພຣະເຈົ້າກໍຈະບໍ່ຫຍຸ້ງ ແລະ ມະນຸດກໍຈະບໍ່ວຸ້ນວາຍຕະຫຼອດເວລາອີກຕໍ່ໄປ; ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ບ່ອນພັກເຊົາພ້ອມໆກັນ. ພຣະເຈົ້າຈະກັບຄືນໄປສູ່ສະຖານທີ່ເດີມຂອງພຣະອົງ ແລະ ແຕ່ລະຄົນກໍຈະກັບໄປສູ່ສະຖານທີ່ອັນຖືກຕ້ອງຂອງຕົນ. ນີ້ແມ່ນຈຸດໝາຍປາຍທາງທີ່ພຣະເຈົ້າ ແລະ ມະນຸດຈະອາໄສຢູ່ເມື່ອການຄຸ້ມຄອງທັງໝົດຂອງພຣະເຈົ້າສິ້ນສຸດລົງ. ພຣະເຈົ້າມີຈຸດໝາຍປາຍທາງຂອງພຣະອົງ ແລະ ມະນຸດກໍມີຈຸດໝາຍປາຍທາງຂອງມະນຸດ. ໃນຂະນະທີ່ພັກເຊົາ, ພຣະເຈົ້າຈະສືບຕໍ່ນໍາພາມະນຸດຊາດທັງໝົດໃນການດຳລົງຊີວິດຂອງພວກເຂົາເທິງແຜ່ນດິນໂລກ ແລະ ໃນຂະນະທີ່ຢູ່ໃຕ້ແສງສະຫວ່າງຂອງພຣະອົງ, ພວກເຂົາຈະນະມັດສະການພຣະເຈົ້າທີ່ແທ້ຈິງອົງດຽວຢູ່ເທິງສະຫວັນ. ພຣະເຈົ້າຈະບໍ່ຢູ່ໃນທ່າມກາງມະນຸດຊາດອີກຕໍ່ໄປ ແລະ ມະນຸດກໍຈະບໍ່ສາມາດຢູ່ກັບພຣະເຈົ້າໃນຈຸດໝາຍປາຍທາງຂອງພຣະອົງໄດ້. ພຣະເຈົ້າ ແລະ ມະນຸດບໍ່ສາມາດອາໄສຢູ່ໃນໂລກດຽວກັນ; ໃນທາງກົງກັນຂ້າມ, ທັງສອງແມ່ນມີລັກສະນະການດຳລົງຊີວິດຂອງຕົນເອງທີ່ແຕກຕ່າງກັນ. ພຣະເຈົ້າເປັນຜູ້ທີ່ນໍາພາມະນຸດຊາດທັງໝົດ ແລະ ມະນຸດທັງໝົດແມ່ນແກ້ວຜະລຶກແຫ່ງພາລະກິດການຄຸ້ມຄອງຂອງພຣະເຈົ້າ. ມະນຸດຊາດຄືຜູ້ທີ່ຖືກນໍາພາ ແລະ ບໍ່ມີທາດແທ້ຄືກັນກັບພຣະເຈົ້າ. ການເຂົ້າສູ່ບ່ອນ “ພັກເຊົາ” ໝາຍເຖິງການກັບຄືນໄປສະຖານທີ່ດັ່ງເດີມຂອງຕົນ. ດັ່ງນັ້ນ, ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາກໍໝາຍຄວາມວ່າ ພຣະອົງໄດ້ກັບຄືນສູ່ສະຖານທີ່ດັ່ງເດີມຂອງພຣະອົງ. ພຣະອົງຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກ ຫຼື ຢູ່ໃນທ່າມກາງມະນຸດເພື່ອແບ່ງປັນຄວາມສຸກ ແລະ ຄວາມທຸກທໍລະມານຂອງພວກເຂົາໄດ້ອີກຕໍ່ໄປ. ເມື່ອມະນຸດຊາດເຂົ້າສູ່ບ່ອນພັກເຊົາກໍໝາຍຄວາມວ່າ ພວກເຂົາໄດ້ກາຍເປັນສິ່ງຊົງສ້າງທີ່ແທ້ຈິງແລ້ວ; ພວກເຂົາຈະນະມັດສະການພຣະເຈົ້າຈາກແຜ່ນດິນໂລກ ແລະ ມີຊີວິດຂອງມະນຸດແບບປົກກະຕິ. ຜູ້ຄົນຈະບໍ່ເປັນຜູ້ຄົນທີ່ບໍ່ເຊື່ອຟັງພຣະເຈົ້າ ຫຼື ຕໍ່ຕ້ານພຣະອົງອີກຕໍ່ໄປ ແລະ ພວກເຂົາຈະກັບຄືນໄປຫາຊີວິດດັ່ງເດີມຂອງອາດາມ ແລະ ເອວາ. ສິ່ງເຫຼົ່ານີ້ຈະເປັນຊີວິດ ແລະ ຈຸດໝາຍປາຍທາງຂອງພຣະເຈົ້າ ແລະ ມະນຸດ ພາຍຫຼັງທີ່ພວກເຂົາໄດ້ເຂົ້າສູ່ບ່ອນພັກເຊົາ. ຄວາມພ່າຍແພ້ຂອງຊາຕານເປັນແນວໂນ້ມທີ່ຫຼີກເວັ້ນບໍ່ໄດ້ໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ. ດ້ວຍເຫດນັ້ນ, ການເຂົ້າສູ່ບ່ອນພັກເຊົາຂອງພຣະເຈົ້າຫຼັງຈາກໄດ້ສໍາເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ການຊ່ວຍມະນຸດໃຫ້ລອດພົ້ນຢ່າງສົມບູນ ແລະ ການເຂົ້າສູ່ບ່ອນພັກເຊົາກໍກາຍເປັນແນວໂນ້ມທີ່ຫຼີກເວັ້ນບໍ່ໄດ້ເຊັ່ນກັນ. ສະຖານທີ່ພັກເຊົາຂອງມະນຸດຊາດແມ່ນຢູ່ເທິງແຜ່ນດິນໂລກ ແລະ ສະຖານທີ່ພັກເຊົາຂອງພຣະເຈົ້າແມ່ນຢູ່ໃນສະຫວັນ. ໃນຂະນະທີ່ມະນຸດນະມັດສະການພຣະເຈົ້າໃນບ່ອນພັກເຊົາຂອງພຣະອົງ, ພວກເຂົາຈະມີຊີວິດຢູ່ເທິງແຜ່ນດິນໂລກ ແລະ ໃນຂະນະທີ່ພຣະເຈົ້ານໍາພາມະນຸດທຸກຄົນໃນບ່ອນພັກເຊົາຂອງພວກເຂົາ, ພຣະອົງຈະນໍາພາພວກເຂົາຈາກສະຫວັນ ແລະ ບໍ່ແມ່ນຈາກແຜ່ນດິນໂລກ. ພຣະເຈົ້າຍັງຄົງຈະເປັນພຣະວິນຍານ ໃນຂະນະທີ່ມະນຸດຈະຍັງເປັນເນື້ອໜັງ. ພຣະເຈົ້າ ແລະ ມະນຸດແມ່ນພັກເຊົາໃນລັກສະນະທີ່ແຕກຕ່າງກັນ. ໃນຂະນະທີ່ພຣະເຈົ້າພັກເຊົາ, ພຣະອົງຈະສະເດັດມາ ແລະ ປາກົດຢູ່ທ່າມກາງມະນຸດ; ໃນຂະນະທີ່ມະນຸດພັກເຊົາ, ພວກເຂົາຈະຖືກນໍາພາໂດຍພຣະເຈົ້າເພື່ອໄປສູ່ສະຫວັນ ແລະ ພ້ອມທັງເພື່ອມີຄວາມສຸກກັບຊີວິດໃນສະຫວັນ. ຫຼັງຈາກພຣະເຈົ້າ ແລະ ມະນຸດເຂົ້າສູ່ບ່ອນພັກເຊົາ ຊາຕານຈະບໍ່ມີຢູ່ອີກຕໍ່ໄປ; ເຊັ່ນດຽວກັນນັ້ນ ຄົນຊົ່ວທັງຫຼາຍກໍຈະບໍ່ມີຢູ່ອີກຕໍ່ໄປ. ກ່ອນທີ່ພຣະເຈົ້າ ແລະ ມະນຸດຈະເຂົ້າສູ່ບ່ອນພັກເຊົາ, ບຸກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນທີ່ເຄີຍຂົ່ມເຫັງພຣະເຈົ້າເທິງແຜ່ນດິນໂລກ, ພ້ອມທັງສັດຕູທີ່ບໍ່ເຊື່ອຟັງພຣະອົງໃນທີ່ນັ້ນກໍ່ຈະຖືກທໍາລາຍ; ພວກເຂົາຈະຖືກທໍາລາຍໂດຍໄພພິບັດທີ່ໃຫຍ່ຫຼວງໃນຍຸກສຸດທ້າຍ. ຫຼັງຈາກບຸກຄົນທີ່ຊົ່ວຮ້າຍເຫຼົ່ານັ້ນຖືກທໍາລາຍໝົດແລ້ວ, ແຜ່ນດິນໂລກກໍຈະບໍ່ພົບກັບການຂົ່ມຂູ່ຂອງຊາຕານອີກ. ມີແຕ່ເມື່ອນັ້ນ ມະນຸດຊາດຈຶ່ງຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ພາລະກິດຂອງພຣະເຈົ້າຈຶ່ງຈະສິ້ນສຸດລົງຢ່າງສົມບູນ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຈໍາເປັນຕ້ອງມີສໍາລັບພຣະເຈົ້າ ແລະ ມະນຸດໃນການເຂົ້າສູ່ບ່ອນພັກເຊົາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 595)
ການໃກ້ເຖິງຈຸດສິ້ນສຸດຂອງທຸກສັບພະສິ່ງຊີ້ໃຫ້ເຫັນເຖິງການສິ້ນສຸດພາລະກິດຂອງພຣະເຈົ້າ ແລະ ພ້ອມທັງຊີ້ໃຫ້ເຫັນເຖິງການສິ້ນສຸດຂອງການພັດທະນາຂອງມະນຸດ. ນີ້ໝາຍຄວາມວ່າມະນຸດທີ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານຈະເຖິງຂັ້ນຕອນສຸດທ້າຍຂອງການພັດທະນາຂອງພວກເຂົາ ແລະ ເຊື້ອສາຍຂອງອາດາມ ແລະ ເອວາກໍຈະໄດ້ສິ້ນສຸດການແຜ່ພັນຂອງພວກເຂົາ. ມັນຍັງໝາຍຄວາມວ່າ ມັນເປັນໄປບໍ່ໄດ້ສໍາລັບມະນຸດດັ່ງກ່າວ ທີ່ເສື່ອມຊາມຍ້ອນຊາຕານຈະສືບຕໍ່ພັດທະນາ. ອາດາມ ແລະ ເອວາ ໃນຕອນເລີ່ມຕົ້ນບໍ່ໄດ້ຖືກໄດ້ເຮັດໃຫ້ເສື່ອມຊາມ ແຕ່ອາດາມ ແລະ ເອວາ ທີ່ຖືກຂັບໄລ່ອອກຈາກສວນເອເດນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ເມື່ອພຣະເຈົ້າ ແລະ ມະນຸດເຂົ້າສູ່ບ່ອນພັກເຊົາຮ່ວມກັນ, ອາດາມ ແລະ ເອວາທີ່ຖືກຂັບໄລ່ອອກຈາກສວນເອເດນ ແລະ ເຊື້ອສາຍຂອງພວກເຂົາກໍຈະໄປສູ່ຈຸດຈົບໃນທີ່ສຸດ. ມະນຸດຊາດໃນອະນາຄົດຈະຍັງມີລູກຫຼານຂອງອາດາມ ແລະ ເອວາ ແຕ່ພວກເຂົາຈະບໍ່ເປັນຄົນທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ. ກົງກັນຂ້າມ, ພວກເຂົາຈະເປັນຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຖືກຊໍາລະລ້າງໃຫ້ບໍລິສຸດ. ພວກເຂົາເຫຼົ່ານີ້ຈະເປັນມະນຸດທີ່ຖືກພິພາກສາ ແລະ ຖືກຂ້ຽນຕີແລ້ວ ແລະ ເປັນຄົນທີ່ບໍລິສຸດ. ຜູ້ຄົນເຫຼົ່ານີ້ຈະບໍ່ຄືກັນກັບເຊື້ອຊາດຂອງມະນຸດໃນຕອນທຳອິດ; ເກືອບສາມາດເວົ້າໄດ້ວ່າພວກເຂົາເປັນບຸກຄົນທີ່ແຕກຕ່າງຢ່າງສິ້ນເຊີງຈາກອາດາມ ແລະ ເອວາໃນເບື້ອງຕົ້ນ. ຜູ້ຄົນເຫຼົ່ານີ້ຈະໄດ້ຮັບການຄັດເລືອກຈາກຈຳນວນຄົນທັງໝົດທີ່ເສື່ອມຊາມຍ້ອນຊາຕານ ແລະ ພວກເຂົາຈະເປັນຄົນທີ່ຢືນຢູ່ຢ່າງໝັ້ນຄົງໃນໄລຍະການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ; ພວກເຂົາຈະເປັນກຸ່ມທີ່ລອດເຫຼືອຈາກກຸ່ມຄົນທີ່ເສື່ອມຊາມ. ມີພຽງແຕ່ຜູ້ຄົນເຫຼົ່ານີ້ເທົ່ານັ້ນທີ່ຈະສາມາດເຂົ້າສູ່ບ່ອນພັກເຊົາຮ່ວມກັບພຣະເຈົ້າໄດ້. ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຂ້ຽນຕີຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ເຊິ່ງນັ້ນກໍຄື ໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າສູ່ບ່ອນພັກເຊົາກັບພຣະເຈົ້າ; ສະນັ້ນ, ທຸກຄົນທີ່ເຂົ້າສູ່ບ່ອນພັກເຊົາລ້ວນແລ້ວແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກທີ່ໄດ້ຜ່ານພາລະກິດຊໍາລະລ້າງໃຫ້ບໍລິສຸດບາບຂອງພຣະອົງ. ໃນທີ່ສຸດ ມະນຸດເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະໄດ້ເຂົ້າສູ່ບ່ອນພັກເຊົາຢ່າງຖາວອນ. ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດຊາດ ເພື່ອການພັກເຊົາຄັ້ງສຸດທ້າຍ; ຖ້າບໍ່ມີການຊໍາລະລ້າງບາບ ມະນຸດຊາດກໍ່ຈະບໍ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ອົງປະກອບທີ່ບໍ່ເຊື່ອຟັງຂອງມະນຸດຊາດ ເພື່ອແຍກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊີວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ສະພາບທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເລີ່ມວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງຄວາມສະຫງົບສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ຄົນໄຮ້ສິນທໍາ. ພວກເຂົາໄດ້ຮັບການໄຖ່ບາບຄັ້ງໜຶ່ງ ແລະ ພວກເຂົາກໍຖືກພິພາກສາ ແລະ ຂ້ຽນຕີ; ພວກເຂົາຍັງໄດ້ໃຫ້ການຮັບໃຊ້ຄັ້ງໜຶ່ງແກ່ພຣະເຈົ້າ. ຢ່າງໃດກໍຕາມ, ເມື່ອວັນສຸດທ້າຍມາເຖິງ, ພວກເຂົາຈະຖືກກໍາຈັດ ແລະ ຖືກທໍາລາຍ ຍ້ອນຄວາມຊົ່ວຮ້າຍຂອງພວກເຂົາເອງ ແລະ ຍ້ອນການບໍ່ເຊື່ອຟັງ ແລະ ຄວາມບໍ່ສາມາດທີ່ຈະໄດ້ຮັບການໄຖ່ບາບຂອງພວກເຂົາ; ພວກເຂົາຈະບໍ່ມີຢູ່ໃນໂລກແຫ່ງອະນາຄົດ ແລະ ພວກເຂົາຈະບໍ່ມີຊີວິດໃນທ່າມກາງເຊື້ອຊາດຂອງມະນຸດໃນອະນາຄົດ. ບໍ່ວ່າພວກເຂົາຈະເປັນວິນຍານຂອງຄົນຕາຍ ຫຼື ເປັນຄົນທີ່ຍັງໃຊ້ຊີວິດໃນເນື້ອໜັງ, ຄົນຊົ່ວຮ້າຍທຸກຄົນ ແລະ ທຸກຄົນທີ່ບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ຈະຖືກທໍາລາຍຫຼັງຈາກທີ່ຄົນທີ່ບໍລິສຸດໃນທ່າມກາງມະນຸດຊາດໄດ້ເຂົ້າສູ່ການພັກເຊົາ. ສໍາລັບວິນຍານທີ່ຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍເຫຼົ່ານີ້ ຫຼື ວິນຍານຂອງຄົນທີ່ຊອບທໍາ ແລະ ຄົນທີ່ເຮັດໃນສິ່ງທີ່ຊອບທໍາ, ບໍ່ວ່າຈະຢູ່ໃນຍຸກໃດກໍຕາມ ທຸກຄົນທີ່ກະທໍາຊົ່ວຈະຖືກທໍາລາຍໃນທີ່ສຸດ ແລະ ທຸກຄົນທີ່ຊອບທໍາຈະຢູ່ລອດ. ການທີ່ບຸກຄົນ ຫຼື ວິນຍານຈະໄດ້ຮັບຄວາມລອດພົ້ນແມ່ນບໍ່ໄດ້ຖືກຕັດສິນໂດຍອີງໃສ່ພາລະກິດຂອງຍຸກສຸດທ້າຍທັງໝົດ; ກົງກັນຂ້າມ, ມັນຖືກກໍານົດໂດຍອີງໃສ່ວ່າພວກເຂົາໄດ້ຕໍ່ຕ້ານ ຫຼື ບໍ່ເຊື່ອຟັງຕໍ່ພຣະເຈົ້າ ຫຼື ບໍ່. ຖ້າຜູ້ຄົນໃນຍຸກກ່ອນໄດ້ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ ແລະ ຄົນໃນຍຸກນີ້ທີ່ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ກໍຈະເປັນເປົ້າໝາຍຂອງການລົງໂທດຢ່າງແນ່ນອນເຊັ່ນກັນ. ມະນຸດຖືກແຍກອອກ ໂດຍອີງໃສ່ພື້ນຖານຄວາມດີ ແລະ ຄວາມຊົ່ວ, ບໍ່ແມ່ນໃນຍຸກທີ່ພວກເຂົາອາໄສຢູ່. ເມື່ອຖືກແບ່ງແຍກ, ພວກເຂົາຈະບໍ່ຖືກລົງໂທດ ຫຼື ໄດ້ຮັບລາງວັນທັນທີ; ແຕ່ກົງກັນຂ້າມ ພຣະເຈົ້າຈະພຽງແຕ່ປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄວາມຊົ່ວ ແລະ ໃຫ້ລາງວັນແກ່ຄວາມດີ ຫຼັງຈາກທີ່ພຣະອົງໄດ້ດໍາເນີນພາລະກິດແຫ່ງການເອົາຊະນະຂອງພຣະອົງໃນຍຸກສຸດທ້າຍ. ຄວາມຈິງແລ້ວ, ພຣະອົງໄດ້ແບ່ງແຍກມະນຸດອອກເປັນຄົນດີ ແລະ ຄົນຊົ່ວນັບຕັ້ງແຕ່ພຣະອົງເລີ່ມດໍາເນີນພາລະກິດທີ່ພຣະອົງຊ່ວຍມະນຸດຊາດໃຫ້ລອດພົ້ນ. ມັນເປັນພຽງແຕ່ວ່າພຣະອົງຈະມອບລາງວັນໃຫ້ແກ່ຄົນຊອບທໍາ ແລະ ລົງໂທດຄົນຊົ່ວຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງເທົ່ານັ້ນ; ມັນບໍ່ແມ່ນວ່າ ພຣະອົງຈະແຍກພວກເຂົາອອກເປັນປະເພດໃຜລາວຫຼັງຈາກສໍາເລັດພາລະກິດຂອງພຣະອົງ ແລ້ວຫຼັງຈາກນັ້ນກໍເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄົນຊົ່ວ ແລະ ມອບລາງວັນໃຫ້ຄົນດີທັນທີ. ກົງກັນຂ້າມ, ໜ້າວຽກນີ້ຈະຖືກປະຕິບັດເມື່ອພາລະກິດຂອງພຣະອົງສຳເລັດລົງຢ່າງສົມບູນເທົ່ານັ້ນ. ຈຸດປະສົງທັງໝົດທີ່ຢູ່ເບື້ອງຫຼັງພາລະກິດແທ້ຈິງຂອງພຣະເຈົ້າໃນການລົງໂທດຄົນຊົ່ວ ແລະ ການມອບລາງວັນໃຫ້ແກ່ຄົນດີນັ້ນ ແມ່ນເພື່ອຊໍາລະລ້າງມະນຸດທັງປວງໃຫ້ບໍລິສຸດ ເພື່ອວ່າພຣະອົງຈະສາມາດນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງແມ່ນສໍາຄັນທີ່ສຸດ; ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ. ຖ້າພຣະເຈົ້າບໍ່ໄດ້ທໍາລາຍຄົນຊົ່ວ ແຕ່ປ່ອຍໃຫ້ພວກເຂົາຍັງຢູ່, ມະນຸດທຸກຄົນກໍຈະບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້ ແລະ ພຣະເຈົ້າກໍຈະບໍ່ສາມາດນໍາເອົາມວນມະນຸດເຂົ້າສູ່ໂລກທີ່ດີກວ່ານີ້ໄດ້. ແລ້ວພາລະກິດດັ່ງກ່າວກໍຈະບໍ່ສໍາເລັດຜົນ. ເມື່ອພຣະອົງສໍາເລັດພາລະກິດຂອງພຣະອົງ, ມວນມະນຸດທັງປວງກໍຈະເປັນຄົນບໍລິສຸດທັງໝົດ; ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະສາມາດເຂົ້າສູ່ບ່ອນພັກເຊົາໄດ້ຢ່າງສະຫງົບ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 596)
ຜູ້ຄົນໃນທຸກມື້ນີ້ຍັງບໍ່ສາມາດປ່ອຍວາງສິ່ງຕ່າງໆທາງຝ່າຍເນື້ອໜັງ; ພວກເຂົາບໍ່ສາມາດປະຖິ້ມຄວາມສຸກຂອງເນື້ອໜັງ, ທາງໂລກ, ເງິນ ຫຼື ອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ຜູ້ຄົນສ່ວນຫຼາຍແມ່ນສະແຫວງຫາພໍເປັນພິທີ. ທີ່ຈິງແລ້ວ, ຜູ້ຄົນເຫຼົ່ານີ້ບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາເລີຍ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຢໍາເກງພຣະເຈົ້າ. ພວກເຂົາບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາ ແລະ ດັ່ງນັ້ນ ພວກເຂົາບໍ່ສາມາດເຂົ້າໃຈທຸກຢ່າງທີ່ພຣະເຈົ້າກະທຳ ແລະ ແຮງໄກທີ່ພວກເຂົາຈະສາມາດເຊື່ອໃນພຣະທໍາທີ່ພຣະອົງກ່າວ. ຜູ້ຄົນດັ່ງກ່າວແມ່ນຍຶດຕິດກັບເນື້ອໜັງຫຼາຍເກີນໄປ; ພວກເຂົາເສື່ອມຊາມຢ່າງໜັກ ແລະ ຂາດຄວາມຈິງທຸກປະການ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຈະສາມາດກາຍເປັນເນື້ອໜັງ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນເນື້ອໜັງຂອງພຣະເຈົ້າ ເຊິ່ງນັ້ນກໍຄື ໃຜກໍຕາມທີ່ບໍ່ເຊື່ອໃນພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ພາລະກິດ ແລະ ພຣະທໍາຂອງພຣະອົງ, ແຕ່ກົງກັນຂ້າມ ບູຊາພຣະເຈົ້າທີ່ເບິ່ງບໍ່ເຫັນໃນສະຫວັນ ແມ່ນບຸກຄົນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ຄົນດັ່ງກ່າວເປັນຄົນກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາບໍ່ມີຄວາມເປັນມະນຸດ ແລະ ບໍ່ມີເຫດຜົນ, ແຮງໄກທີ່ຈະມີຄວາມຈິງ. ຍິ່ງໄປກວ່ານັ້ນ ສໍາລັບຜູ້ຄົນເຫຼົ່ານີ້, ພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້ແມ່ນຍິ່ງບໍ່ສາມາດເຊື່ອ, ແຕ່ພວກເຂົາຄິດວ່າພຣະເຈົ້າທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ແມ່ນໜ້າເຊື່ອຖືທີ່ສຸດ ແລະ ໜ້າຍິນດີທີ່ສຸດ. ສິ່ງທີ່ພວກເຂົາສະແຫວງຫາບໍ່ແມ່ນຄວາມຈິງແທ້ ຫຼື ມັນແມ່ນແກ່ນແທ້ຂອງຊີວິດ; ແຮງໄກທີ່ຈະແມ່ນຄວາມປະສົງຂອງພຣະເຈົ້າ. ກົງກັນຂ້າມ ພວກເຂົາສະແຫວງຫາຄວາມຕື່ນເຕັ້ນ. ສິ່ງໃດກໍຕາມທີ່ສາມາດເຮັດໃຫ້ພວກເຂົາບັນລຸຄວາມປາດຖະໜາຂອງພວກເຂົາ ແນ່ນອນ ຄືສິ່ງທີ່ພວກເຂົາເຊື່ອ ແລະ ສິ່ງທີ່ພວກເຂົາສະແຫວງຫາ. ພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າ ເພື່ອຕອບສະໜອງຄວາມປາດຖະໜາຂອງພວກເຂົາເອງ, ບໍ່ແມ່ນເພື່ອຊອກຫາຄວາມຈິງ. ຜູ້ຄົນດັ່ງກ່າວບໍ່ແມ່ນຄົນຊົ່ວຮ້າຍບໍ? ພວກເຂົາມີຄວາມໝັ້ນໃຈໃນຕົວເອງສູງຫຼາຍ ແລະ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຢູ່ໃນສະຫວັນຈະທໍາລາຍ “ຄົນດີ” ຄືພວກເຂົາໄດ້. ກົງກັນຂ້າມ, ພວກເຂົາເຊື່ອວ່າພຣະເຈົ້າຈະອະນຸຍາດໃຫ້ພວກເຂົາມີຊີວິດຢູ່ ແລະ ຍິ່ງໄປກວ່ານັ້ນຈະໃຫ້ລາງວັນແກ່ພວກເຂົາຢ່າງສວຍງາມ ຍ້ອນພວກເຂົາໄດ້ເຮັດຫຼາຍສິ່ງຫຼາຍຢ່າງໃຫ້ແກ່ພຣະເຈົ້າ ແລະ ໄດ້ສະແດງເຖິງຄວາມ “ພັກດີ” ອັນໃຫຍ່ຫຼວງຕໍ່ພຣະອົງ. ຖ້າພວກເຂົາຕ້ອງສະແຫວງຫາພຣະເຈົ້າທີ່ເບິ່ງເຫັນໄດ້, ເມື່ອຄວາມປາດຖະໜາຂອງພວກເຂົາບໍ່ໄດ້ດັ່ງຄາດຫວັງ ພວກເຂົາກໍຈະໂຈມຕີຄືນພຣະເຈົ້າທັນທີ ຫຼື ເກີດມີຄວາມໂກດແຄ້ນ. ພວກເຂົາສະແດງຕົນເອງເປັນຄົນຊົ່ວຮ້າຍທີ່ໜ້າລັງກຽດທີ່ຊອກຫາເຮັດຕາມຄວາມປາດຖະໜາຂອງພວກເຂົາເອງເທົ່ານັ້ນ; ພວກເຂົາບໍ່ແມ່ນຄົນທີ່ມີຄວາມຊື່ສັດໃນການສະແຫວງຫາຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າຄົນຊົ່ວທີ່ຕິດຕາມພຣະຄຣິດ. ຜູ້ຄົນເຫຼົ່ານີ້ທີ່ບໍ່ໄດ້ຊອກຫາຄວາມຈິງແມ່ນບໍ່ສາມາດມີທາງເຊື່ອຄວາມຈິງໄດ້ ແລະ ທຸກຄົນຍິ່ງບໍ່ສາມາດເຂົ້າໃຈຜົນໄດ້ຮັບໃນອະນາຄົດຂອງມະນຸດຊາດໄດ້ ເພາະວ່າພວກເຂົາບໍ່ເຊື່ອໃນພາລະກິດ ຫຼື ພຣະທໍາໃດໆຂອງພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ນີ້ພ້ອມທັງບໍ່ສາມາດເຊື່ອໃນຈຸດໝາຍປາຍທາງໃນອະນາຄົດຂອງມະນຸດຊາດ. ເພາະສະນັ້ນ, ເຖິງແມ່ນວ່າພວກເຂົາຈະຕິດຕາມພຣະເຈົ້າທີ່ເບິ່ງເຫັນໄດ້, ພວກເຂົາກໍຍັງສ້າງຄວາມຊົ່ວ ແລະ ບໍ່ໄດ້ສະແຫວງຫາຄວາມຈິງເລີຍ ຫຼື ພວກເຂົາປະຕິບັດຄວາມຈິງທີ່ເຮົາຕ້ອງການ. ຜູ້ຄົນເຫຼົ່ານັ້ນທີ່ບໍ່ເຊື່ອວ່າພວກເຂົາຈະຖືກທໍາລາຍແມ່ນແທ້ຈິງແລ້ວກໍຄືບຸກຄົນທີ່ຈະຖືກທໍາລາຍ. ພວກເຂົາທັງໝົດເຊື່ອວ່າພວກເຂົາເປັນຄົນທີ່ສະຫຼາດຫຼາຍ ແລະ ພວກເຂົາເຊື່ອວ່າພວກເຂົາເອງເປັນຜູ້ທີ່ປະຕິບັດຄວາມຈິງ. ພວກເຂົາຖືວ່າການກະທໍາຊົ່ວຮ້າຍຂອງພວກເຂົາແມ່ນຄວາມຈິງ ແລະ ສະນັ້ນ ຈຶ່ງໄດ້ຖະໜອມມັນ. ຄົນຊົ່ວດັ່ງກ່າວມີຄວາມໝັ້ນໃຈໃນຕົວເອງຫຼາຍ; ພວກເຂົາຖືຄວາມຈິງເປັນຫຼັກຄຳສອນ ແລະ ຖືການກະທໍາຊົ່ວຂອງພວກເຂົາເປັນຄວາມຈິງ, ແຕ່ໃນທີ່ສຸດ ພວກເຂົາກໍຈະໄດ້ເກັບກ່ຽວສິ່ງທີ່ພວກເຂົາຫວ່ານເທົ່ານັ້ນ. ຍິ່ງຜູ້ຄົນມີຄວາມໝັ້ນໃຈໃນຕົວເອງສູງເທົ່າໃດ ແລະ ພວກເຂົາຍິ່ງອວດດີຫຼາຍເທົ່າໃດ, ພວກເຂົາກໍຍິ່ງບໍ່ສາມາດໄດ້ຮັບຄວາມຈິງຫຼາຍເທົ່ານັ້ນ; ຍິ່ງຜູ້ຄົນເຊື່ອໃນພຣະເຈົ້າເທິງສະຫວັນຫຼາຍເທົ່າໃດ, ພວກເຂົາກໍຍິ່ງຕໍ່ຕ້ານພຣະເຈົ້າຫຼາຍເທົ່ານັ້ນ. ຜູ້ຄົນເຫຼົ່ານີ້ແມ່ນຜູ້ຄົນທີ່ຈະຖືກລົງໂທດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 597)
ກ່ອນມະນຸດເຂົ້າສູ່ບ່ອນພັກເຊົາ, ການທີ່ຄົນແຕ່ລະປະເພດຖືກລົງໂທດ ຫຼື ໄດ້ຮັບລາງວັນ ແມ່ນຈະຖືກກໍານົດໂດຍອີງຕາມວ່າ ພວກເຂົາສະແຫວງຫາຄວາມຈິງ, ວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ວ່າພວກເຂົາຈະສາມາດເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ບໍ່. ຜູ້ທີ່ໄດ້ໃຫ້ການຮັບໃຊ້ແກ່ພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ຍັງບໍ່ຮູ້ ຫຼື ບໍ່ເຊື່ອຟັງພຣະອົງແມ່ນບໍ່ມີຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຄົນຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍກໍຄືເປົ້າໝາຍຂອງການລົງໂທດຢ່າງບໍ່ຕ້ອງສົງໄສ; ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກລົງໂທດອີງຕາມການກະທໍາຊົ່ວຂອງພວກເຂົາ. ພຣະເຈົ້າແມ່ນເພື່ອໃຫ້ຜູ້ຄົນເຊື່ອ ແລະ ພຣະອົງສົມຄວນໄດ້ຮັບການເຊື່ອຟັງຂອງມະນຸດເຊັ່ນກັນ. ຜູ້ທີ່ພຽງແຕ່ເຊື່ອໃນພຣະເຈົ້າເລື່ອນລອຍ ແລະ ເບິ່ງບໍ່ເຫັນແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າ. ຖ້າຄົນເຫຼົ່ານີ້ຍັງບໍ່ສາມາດຈັດການໃນການເຊື່ອພຣະເຈົ້າທີ່ເບິ່ງເຫັນໄດ້ ໃນເວລາທີ່ພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າສິ້ນສຸດລົງ ແລະ ຍັງສືບຕໍ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າທີ່ເຫັນໄດ້ໃນເນື້ອໜັງ, ແລ້ວ “ຜູ້ເຊື່ອເລື່ອນລອຍ” ເຫຼົ່ານີ້ຈະກາຍເປັນເປົ້າໝາຍຂອງການທໍາລາຍຢ່າງບໍ່ຕ້ອງສົງໄສ. ມັນເປັນຄືກັບບາງຄົນທ່າມກາງພວກເຈົ້າ ເຊິ່ງໃຜກໍຕາມທີ່ຮັບຮູ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍຄໍາເວົ້າ ແຕ່ບໍ່ສາມາດປະຕິບັດຄວາມຈິງໃນການເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ໃນທີ່ສຸດ ກໍຈະຖືກໂຍນອອກ ແລະ ການທໍາລາຍ. ຍິ່ງໄປກວ່ານັ້ນ ໃຜກໍຕາມທີ່ຮັບຮູ້ພຣະເຈົ້າທີ່ເບິ່ງເຫັນໄດ້ດ້ວຍຄໍາເວົ້າ, ກິນ ແລະ ດື່ມຄວາມຈິງທີ່ສະແດງອອກໂດຍພຣະອົງໃນຂະນະທີ່ຍັງສະແຫວງພຣະເຈົ້າທີ່ເລື່ອນລອຍ ແລະ ເບິ່ງບໍ່ເຫັນ ກໍຍິ່ງຈະເປັນເປົ້າໃຫ້ຖືກທຳລາຍຢ່າງແນ່ນອນ. ບໍ່ມີຜູ້ໃດໃນຜູ້ຄົນເຫຼົ່ານີ້ ທີ່ຈະສາມາດຄົງຢູ່ຈົນຮອດເວລາແຫ່ງການພັກເຊົາທີ່ຈະມາເຖິງຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ສິ້ນສຸດລົງ ຫຼື ຈະບໍ່ມີບຸກຄົນໃດ ທີ່ຄືກັນກັບຜູ້ຄົນດັ່ງກ່າວຍັງຄົງຢູ່ໃນເວລາແຫ່ງການພັກເຊົາ. ຄົນທີ່ເປັນຜີສາດແມ່ນຜູ້ທີ່ບໍ່ປະຕິບັດຄວາມຈິງ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານ ແລະ ການບໍ່ເຊື່ອຟັງພຣະເຈົ້າ ແລະ ພວກເຂົາບໍ່ມີຈຸດປະສົງທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຜູ້ຄົນດັ່ງກ່າວຈະຖືກທໍາລາຍທັງໝົດ. ການທີ່ເຈົ້າຈະມີຄວາມຈິງ ແລະ ການທີ່ເຈົ້າຈະຕໍ່ຕ້ານພຣະເຈົ້າແມ່ນຂຶ້ນຢູ່ກັບທາດແທ້ຂອງເຈົ້າ, ບໍ່ແມ່ນຂຶ້ນຢູ່ກັບລັກສະນະຂອງເຈົ້າ ຫຼື ວິທີທີ່ເຈົ້າອາດເວົ້າ ຫຼື ປະພຶດຕົນເອງ. ການທີ່ບຸກຄົນໃດໜຶ່ງຈະຖືກທໍາລາຍ ຫຼື ບໍ່ ແມ່ນກໍານົດໂດຍທາດແທ້ຂອງຄົນໆນັ້ນ; ມັນຖືກຕັດສິນອີງຕາມທາດແທ້ທີ່ເປີດເຜີຍອອກໂດຍການກະທໍາ ແລະ ການສະແຫວງຫາຄວາມຈິງຂອງພວກເຂົາ. ໃນບັນດາຜູ້ທີ່ເຮັດພາລະກິດຄືກັນ ແລະ ເຮັດພາລະກິດເທົ່າກັນ, ຜູ້ທີ່ມີທາດແທ້ຂອງມະນຸດທີ່ດີ ແລະ ຜູ້ທີ່ມີຄວາມຈິງ ແມ່ນຜູ້ທີ່ສາມາດຄົງຢູ່, ໃນຂະນະຜູ້ທີ່ມີທາດແທ້ຊົ່ວຂອງມະນຸດ ແລະ ຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ແມ່ນຄົນທີ່ຈະເປັນເປົ້າໝາຍແຫ່ງການທໍາລາຍ. ພາລະກິດ ຫຼື ພຣະທໍາທັງໝົດຂອງພຣະເຈົ້າທີ່ກ່ຽວຂ້ອງກັບຈຸດໝາຍປາຍທາງຂອງມະນຸດ ແມ່ນຈະໄດ້ຈັດການກັບມະນຸດຢ່າງເໝາະສົມ ໂດຍອີງໃສ່ທາດແທ້ຂອງມະນຸດແຕ່ລະຄົນ; ຈະບໍ່ມີຄວາມຜິດພາດເກີດຂຶ້ນແມ່ນແຕ່ໜ້ອຍດຽວ ແລະ ຈະບໍ່ມີຂໍ້ຜິດພາດແມ່ນແຕ່ຂໍ້ດຽວ. ມີພຽງແຕ່ເມື່ອຜູ້ຄົນປະຕິບັດພາລະກິດ ຄວາມຮູ້ສຶກ ຫຼື ຄວາມໝາຍຂອງມະນຸດຈຶ່ງຈະປະສົມປະສານກັນ. ພາລະກິດທີ່ພຣະເຈົ້າເຮັດແມ່ນເໝາະສົມທີ່ສຸດ; ພຣະອົງຈະບໍ່ນໍາເອົາຄໍາກ່າວອ້າງທີ່ບໍ່ຖືກຕ້ອງມາສູ່ສິ່ງທີ່ມີຊີວິດຢ່າງເດັດຂາດ. ໃນປັດຈຸບັນນີ້ມີຫຼາຍຄົນທີ່ບໍ່ສາມາດເຂົ້າໃຈຈຸດໝາຍປາຍທາງຂອງມະນຸດຊາດໃນອະນາຄົດ ແລະ ບໍ່ເຊື່ອໃນພຣະທໍາທີ່ເຮົາກ່າວ; ທຸກຄົນທີ່ບໍ່ເຊື່ອ ພ້ອມທັງຜູ້ທີ່ບໍ່ປະຕິບັດຄວາມຈິງແມ່ນພວກຜີສາດ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 598)
ທຸກມື້ນີ້ ຜູ້ທີ່ສະແຫວງຫາ ແລະ ຜູ້ທີ່ບໍ່ສະແຫວງຫາ ແມ່ນກຸ່ມຄົນສອງປະເພດທີ່ແຕກຕ່າງກັນ ເຊິ່ງຈຸດໝາຍປາຍທາງຂອງພວກເຂົາກໍຍັງແຕກຕ່າງກັນອີກດ້ວຍ. ຜູ້ທີ່ສະແຫວງຫາຄວາມຮູ້ກ່ຽວກັບຄວາມຈິງ ແລະ ປະຕິບັດຄວາມຈິງ ແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ. ຜູ້ທີ່ບໍ່ຮູ້ວິທີທາງທີ່ແທ້ຈິງ ແມ່ນຜີສາດ ແລະ ສັດຕູ; ພວກເຂົາເປັນເຊື້ອສາຍຂອງເທວະທູດ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ແມ່ນແຕ່ຜູ້ທີ່ເຊື່ອຢ່າງຕາຍໃຈໃນພຣະເຈົ້າເລື່ອນລອຍ, ພວກເຂົາບໍ່ແມ່ນພວກຜີສາດເຊັ່ນກັນບໍ? ຜູ້ຄົນທີ່ມີຈິດສຳນຶກດີແຕ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນພວກຜີສາດ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານພຣະເຈົ້າ. ຜູ້ທີ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ເຖິງແມ່ນວ່າຄົນດັ່ງກ່າວຈະຜະເຊີນກັບຄວາມລໍາບາກນາໆປະການກໍຕາມ, ພວກເຂົາກໍຍັງຈະຖືກທໍາລາຍ. ຜູ້ທີ່ບໍ່ເຕັມໃຈທີ່ຈະປະຖິ້ມທາງໂລກ, ຜູ້ທີ່ບໍ່ສາມາດຮັບການພັດພາກຈາກພໍ່ແມ່ຂອງພວກເຂົາ ແລະ ຜູ້ທີ່ບໍ່ສາມາດຍອມກໍາຈັດຄວາມສຸກຂອງຕົນເອງຈາກຝ່າຍເນື້ອໜັງ ແມ່ນຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຜີສາດ; ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກທໍາລາຍ. ຜູ້ທີ່ມີຄວາມເຊື່ອແຕ່ບໍ່ປະຕິບັດຄວາມຈິງ, ຜູ້ທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າຈະເປັນເປົ້າໝາຍຂອງການທໍາລາຍ. ຄົນທີ່ຈະຖືກອະນຸຍາດໃຫ້ຄົງຢູ່ ແມ່ນຄົນທີ່ໄດ້ຜ່ານການທົນທຸກຂອງການຫຼໍ່ຫຼອມ ແລະ ຢືນຢັດຢ່າງໝັ້ນຄົງ; ນີ້ແມ່ນຄົນທີ່ໄດ້ຜ່ານການທົດລອງຢ່າງແທ້ຈິງ. ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າຄືສັດຕູ; ນັ້ນກໍຄື ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ບໍ່ວ່າພວກເຂົາຈະຢູ່ພາຍໃນ ຫຼື ພາຍນອກກະແສນີ້ກໍຕາມຖືວ່າເປັນຜູ້ຕໍ່ຕ້ານພຣະຄຣິດ! ໃຜແມ່ນຊາຕານ, ໃຜແມ່ນຜີສາດ ແລະ ໃຜແມ່ນສັດຕູຂອງພຣະເຈົ້າ ຖ້າບໍ່ແມ່ນຜູ້ຕໍ່ຕ້ານທີ່ບໍ່ເຊື່ອໃນພຣະເຈົ້າ? ພວກເຂົາບໍ່ແມ່ນຄົນທີ່ບໍ່ເຊື່ອຟັງພຣະເຈົ້າບໍ? ພວກເຂົາບໍ່ແມ່ນຜູ້ທີ່ອ້າງວ່າມີຄວາມເຊື່ອ ແຕ່ປາສະຈາກຄວາມຈິງບໍ? ພວກເຂົາບໍ່ແມ່ນຜູ້ທີ່ພຽງແຕ່ສະແຫວງຫາເພື່ອໄດ້ຮັບພອນ ໃນຂະນະທີ່ບໍ່ສາມາດເປັນພະຍານຕໍ່ພຣະເຈົ້າບໍ? ເຈົ້າຍັງຜູກພັນກັບພວກຜີສາດເຫຼົ່ານັ້ນໃນປັດຈຸບັນ ແລະ ສະແດງມະໂນທຳ ແລະ ຄວາມຮັກກັບພວກເຂົາ; ແລ້ວໃນກໍລະນີນີ້ເຈົ້າບໍ່ແມ່ນຂະຫຍາຍຄວາມຕັ້ງໃຈທີ່ດີໃຫ້ກັບຊາຕານບໍ? ເຈົ້າບໍ່ໄດ້ສົມຮູ້ຮ່ວມຄິດ ກັບພວກຜີສາດບໍ? ຖ້າຜູ້ຄົນທຸກມື້ນີ້ຍັງບໍ່ສາມາດແຍກແຍະລະຫວ່າງຄວາມດີ ແລະ ຄວາມຊົ່ວ ແລະ ສືບຕໍ່ສະແດງຄວາມຮັກ ແລະ ຄວາມເມດຕາຢ່າງຕາບອດ ໂດຍບໍ່ມີຄວາມຕັ້ງໃຈທີ່ຈະສະແຫວງຫາຄວາມປະສົງຂອງພຣະເຈົ້າ ຫຼື ບໍ່ສາມາດໃນທຸກວິທີທາງເພື່ອຮັບເອົາເຈດຕະນາຂອງພຣະເຈົ້າມາເປັນຂອງຕົວເອງ, ແລ້ວ ຈຸດຈົບຂອງພວກເຂົາກໍຈະເປັນຕາສົມເພດຍິ່ງຂຶ້ນ. ໃຜກໍຕາມທີ່ບໍ່ເຊື່ອໃນພຣະເຈົ້າທີ່ຢູ່ໃນເນື້ອໜັງ ແມ່ນສັດຕູຂອງພຣະເຈົ້າ. ຖ້າເຈົ້າສາມາດສະແດງມະໂນທຳ ແລະ ຄວາມຮັກຕໍ່ສັດຕູໄດ້, ເຈົ້າບໍ່ຂາດຄວາມຮູ້ສຶກເຖິງຄວາມຊອບທໍາບໍ? ຖ້າເຈົ້າເຂົ້າກັນໄດ້ກັບຄົນທີ່ເຮົາກຽດຊັງ ແລະ ບໍ່ເຫັນດີນຳ ແລະ ຍັງສະແດງຄວາມຮັກ ຫຼື ຄວາມຮູ້ສຶກສ່ວນຕົວກັບພວກເຂົາ, ແລ້ວເຈົ້າບໍ່ແມ່ນຄົນທີ່ບໍ່ເຊື່ອຟັງບໍ? ເຈົ້າບໍ່ໄດ້ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາບໍ? ຄົນແບບນີ້ມີຄວາມຈິງບໍ? ຖ້າຄົນສະແດງມະໂນທຳຕໍ່ສັດຕູ, ສະແດງຄວາມຮັກຕໍ່ພວກຜີສາດ ແລະ ຄວາມເມດຕາຕໍ່ຊາຕານ, ແລ້ວພວກເຂົາບໍ່ໄດ້ຂັດຂວາງພາລະກິດຂອງພຣະເຈົ້າໂດຍເຈດຕະນາບໍ? ຜູ້ຄົນທີ່ເຊື່ອພຽງແຕ່ໃນພຣະເຢຊູ ແລະ ບໍ່ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍ ພ້ອມທັງຜູ້ທີ່ກ່າວອ້າງວ່າ ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດ ແຕ່ພັດເຮັດຄວາມຊົ່ວແມ່ນຜູ້ຕໍ່ຕ້ານພຣະຄຣິດທັງໝົດ, ນີ້ຍັງບໍ່ໄດ້ເວົ້າເຖິງຜູ້ທີ່ເຖິງຂັ້ນບໍ່ເຊື່ອໃນພຣະເຈົ້າເລີຍ. ຜູ້ຄົນເຫຼົ່ານີ້ຈະເປັນເປົ້າໝາຍຂອງກການທໍາລາຍທັງໝົດ. ມາດຕະຖານທີ່ມະນຸດໃຊ້ຕັດສິນມະນຸດແມ່ນອີງໃສ່ພຶດຕິກຳຂອງພວກເຂົາ; ຜູ້ທີ່ມີພຶດຕິກຳດີເປັນຄົນຊອບທໍາ ແລະ ຄົນທີ່ມີພຶດຕິກຳທີ່ໜ້າລັງກຽດແມ່ນເປັນຄົນຊົ່ວ. ມາດຕະຖານທີ່ພຣະເຈົ້າໃຊ້ພິພາກສາມະນຸດແມ່ນອີງໃສ່ວ່າ ທາດແທ້ຂອງພວກເຂົາແມ່ນເຊື່ອຟັງພຣະອົງ ຫຼື ບໍ່; ຜູ້ທີ່ເຊື່ອຟັງພຣະເຈົ້າແມ່ນເປັນຄົນທີ່ຊອບທໍາ ແລະ ຄົນທີ່ບໍ່ເຊື່ອຟັງພຣະເຈົ້າແມ່ນເປັນສັດຕູ ແລະ ເປັນຄົນຊົ່ວ ໂດຍບໍ່ວ່າຄົນນັ້ນຈະມີພຶດຕິກຳທີ່ດີ ຫຼື ບໍ່ດີ ແລະ ບໍ່ວ່າຄໍາເວົ້າຂອງພວກເຂົາຈະຖືກຕ້ອງ ຫຼື ບໍ່ຖືກຕ້ອງ. ບາງຄົນປາດຖະໜານໍາໃຊ້ການກະກຳທີ່ດີ ເພື່ອໃຫ້ໄດ້ຈຸດໝາຍປາຍທາງທີ່ດີໃນອະນາຄົດ ແລະ ບາງຄົນປາດຖະໜານຳໃຊ້ຄໍາເວົ້າທີ່ດີເພື່ອຮັບເອົາຈຸດໝາຍປາຍທາງທີ່ດີ. ທຸກຄົນເຊື່ອຜິດໆວ່າ ພຣະເຈົ້າກຳນົດຜົນໄດ້ຮັບຂອງມະນຸດຫຼັງຈາກໄດ້ເບິ່ງພຶດຕິກໍາ ຫຼື ຫຼັງຈາກໄດ້ຟັງຄຳເວົ້າຂອງພວກເຂົາ; ດັ່ງນັ້ນ ຫຼາຍຄົນຈຶ່ງມີປະສົງທີ່ຈະໃຊ້ສິ່ງນີ້ ເພື່ອລໍ້ລວງພຣະເຈົ້າໃຫ້ພໍໃຈພວກເຂົາຊົ່ວຄາວ. ໃນອະນາຄົດ ຜູ້ຄົນທີ່ຈະມີຊີວິດລອດໃນສະພາບທີ່ສະຫງົບສຸກ ຈະຕ້ອງໄດ້ທົນຕໍ່ວັນແຫ່ງຄວາມຍາກລໍາບາກ ແລະ ຍັງຈະໄດ້ເປັນພະຍານໃຫ້ກັບພຣະເຈົ້າອີກດ້ວຍ; ພວກເຂົາທັງໝົດຈະເປັນຄົນທີ່ເຮັດສໍາເລັດໜ້າທີ່ຂອງພວກເຂົາ ແລະ ເປັນຄົນທີ່ຕັ້ງໃຈເຊື່ອຟັງພຣະເຈົ້າ. ຜູ້ທີ່ພຽງແຕ່ຕ້ອງການໃຊ້ໂອກາດ ເພື່ອເຮັດການຮັບໃຊ້ດ້ວຍຕັ້ງໃຈ ເພື່ອຫຼີກເວັ້ນການປະຕິບັດຄວາມຈິງຈະບໍ່ຖືກອະນຸຍາດໃຫ້ຄົງຢູ່ໄດ້. ພຣະເຈົ້າແມ່ນມີມາດຕະຖານທີ່ເໝາະສົມສໍາລັບການຈັດແຈງຜົນໄດ້ຮັບຂອງທຸກຄົນ; ພຣະອົງບໍ່ພຽງແຕ່ເຮັດການຕັດສິນໃຈເຫຼົ່ານີ້ຕາມຄໍາເວົ້າ ແລະ ພຶດຕິກຳຂອງຄົນເທົ່ານັ້ນ ຫຼື ພຣະອົງບໍ່ໄດ້ຕັດສິນໃຈຕາມການກະທໍາຂອງພວກເຂົາໃນເວລາໃດໜຶ່ງເທົ່ານັ້ນ. ພຣະອົງຈະບໍ່ຜ່ອນຜັນຕໍ່ການກະທໍາຊົ່ວຮ້າຍຂອງຄົນຢ່າງເດັດຂາດຍ້ອນການຮັບໃຊ້ພຣະເຈົ້າຜ່ານມາຂອງພວກເຂົາ ແລະ ພຣະອົງຈະບໍ່ລະເວັ້ນຜູ້ໃດຈາກຄວາມຕາຍຍ້ອນວ່າພວກເຂົາໄດ້ເສຍສະຫຼະຄັ້ງໃດຄັ້ງໜຶ່ງໃຫ້ກັບພຣະເຈົ້າ ທີ່ບໍ່ມີໃຜສາມາດຫຼີກເວັ້ນການລົງໂທດຕໍ່ຄວາມຊົ່ວຮ້າຍຂອງພວກເຂົາ ແລະ ບໍ່ມີໃຜສາມາດປົກປິດການກະທໍາຊົ່ວຮ້າຍຂອງພວກເຂົາ ເພື່ອຫຼີກເວັ້ນການທໍລະມານຈາກການທໍາລາຍໄດ້. ຖ້າຜູ້ຄົນສາມາດເຮັດໜ້າທີ່ຂອງພວກເຂົາເອງໄດ້ຢ່າງແທ້ຈິງ, ນັ້ນກໍໝາຍຄວາມວ່າ ບໍ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ຄວາມໂຊກຮ້າຍກໍຕາມ, ພວກເຂົາແມ່ນຊື່ສັດຕໍ່ພຣະເຈົ້າຕະຫຼອດໄປ ແລະ ບໍ່ໄດ້ສະແຫວງຫາລາງວັນ, ຖ້າຜູ້ຄົນມີຄວາມຊື່ສັດຕໍ່ພຣະເຈົ້າເມື່ອເວລາທີ່ພວກເຂົາເຫັນພອນ ແຕ່ເສຍຄວາມຊື່ສັດເມື່ອພວກເຂົາບໍ່ສາມາດເຫັນພອນໃດໆ ແລະ ໃນທີ່ສຸດ ຖ້າພວກເຂົາຍັງບໍ່ສາມາດເປັນພະຍານຕໍ່ພຣະເຈົ້າ ຫຼື ປະຕິບັດໜ້າທີ່ມອບໝາຍໃຫ້ພວກເຂົາ, ແລ້ວພວກເຂົາກໍ່ຍັງຈະເປັນເປົ້າໝາຍທີ່ຈະຖືກທຳລາຍ ເຖິງແມ່ນພວກເຂົາຈະເຄີຍໃຫ້ການບໍລິການທີ່ຊື່ສັດຕໍ່ພຣະເຈົ້າໃນຄັ້ງໜຶ່ງ. ສະຫຼຸບແລ້ວ, ຄົນຊົ່ວບໍ່ສາມາດຢູ່ລອດໄດ້ຕະຫຼອດການ ຫຼື ພວກເຂົາສາມາດເຂົ້າສູ່ບ່ອນພັກເຊົາໄດ້; ມີພຽງແຕ່ຄົນຊອບທໍາເທົ່ານັ້ນທີ່ຈະເປັນເຈົ້ານາຍຂອງການພັກເຊົາ. ຫຼັງຈາກມະນຸດຊາດຢູ່ບົນເສັ້ນທາງທີ່ຖືກຕ້ອງ, ຜູ້ຄົນກໍຈະມີຊີວິດມະນຸດຢ່າງປົກກະຕິ. ພວກເຂົາທັງໝົດຈະເຮັດໜ້າທີ່ຂອງຕົນເອງ ແລະ ມີຄວາມຊື່ສັດຢ່າງໝັ້ນຄົງຕໍ່ພຣະເຈົ້າ. ພວກເຂົາຈະປະຖິ້ມຄວາມບໍ່ເຊື່ອຟັງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາທັງໝົດ ແລະ ພວກເຂົາຈະດໍາລົງຊີວິດເພື່ອພຣະເຈົ້າ ແລະ ຍ້ອນພຣະເຈົ້າ, ພວກເຂົາຈະເຊື່ອຟັງ ແລະ ບໍ່ຕໍ່ຕ້ານ. ພວກເຂົາທຸກຄົນຈະສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ. ສິ່ງນີ້ຈະເປັນຊີວິດຂອງພຣະເຈົ້າ ແລະ ມະນຸດ; ມັນຈະເປັນຊີວິດຂອງອານາຈັກ ແລະ ມັນຈະເປັນຊີວິດແຫ່ງຄວາມສະຫງົບ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 599)
ຜູ້ທີ່ລາກດຶງລູກຫຼານ ແລະ ຍາດຕິພີ່ນ້ອງທີ່ບໍ່ມີຄວາມເຊື່ອທັງໝົດເຂົ້າໃນຄຣິສຕະຈັກແມ່ນຄົນທີ່ເຫັນແກ່ຕົວທີ່ສຸດ ແລະ ພວກເຂົາແມ່ນພຽງສະແດງຄວາມມີນ້ຳໃຈເທົ່ານັ້ນ. ຄົນເຫຼົ່ານີ້ພຽງແຕ່ສົນໃຈກັບການຖືກຮັກ ໂດຍບໍ່ຄຳນຶງວ່າ ພວກເຂົາເຊື່ອ ຫຼື ບໍ່ ຫຼື ບໍ່ຄຳນຶງວ່າມັນເປັນຄວາມປະສົງຂອງພຣະເຈົ້າ ຫຼື ບໍ່. ບາງຄົນນຳເອົາພັນລະຍາຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ລາກດຶງເອົາພໍ່ແມ່ຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ຄຳນຶງວ່າ ພຣະວິນຍານບໍລິສຸດເຫັນດີກັບສິ່ງນີ້ ຫຼື ບໍ່ ຫຼື ປະຕິບັດພາລະກິດໃນພວກເຂົາ ຫຼື ບໍ່, ພວກເຂົາຫຼັບຫູຫຼັບຕາສືບຕໍ່ “ຮັບເອົາຄົນທີ່ມີພອນສະຫວັນ” ເພື່ອພຣະເຈົ້າ. ມັນສາມາດໄດ້ຜົນປະໂຫຍດຫຍັງແນ່ຈາກການແຜ່ຄວາມເມດຕາຕໍ່ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້? ເຖິງແມ່ນວ່າ ພວກເຂົາ ຜູ້ທີ່ປາສະຈາກການສະຖິດຂອງພຣະວິນຍານບໍລິສຸດຈະດິ້ນຮົນໃນການຕິດຕາມພຣະເຈົ້າ, ພວກເຂົາກໍຍັງຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນດັ່ງທີ່ຜູ້ຄົນອາດເຂົ້າໃຈ. ທີ່ຈິງແລ້ວ ຜູ້ທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນນັ້ນບໍ່ແມ່ນໄດ້ຮັບມາແບບງ່າຍໆ. ຜູ້ທີ່ບໍ່ໄດ້ຜ່ານພາລະກິດ ແລະ ການທົດລອງຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ຮັບການເຮັດໃຫ້ສົມບູນໂດຍພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ, ຜູ້ຄົນເຫຼົ່ານີ້ຂາດການສະຖິດຂອງພຣະວິນຍານບໍລິສຸດຕັ້ງແຕ່ວິນາທີທີ່ພວກເຂົາເລີ່ມຕົ້ນຕິດຕາມພຣະເຈົ້າແລ້ວ. ອີງຕາມເງື່ອນໄຂ ແລະ ສະພາບທີ່ແທ້ຈິງຂອງພວກເຂົາ, ພວກເຂົາແມ່ນບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ດັ່ງນັ້ນ, ພຣະວິນຍານບໍລິສຸດບໍ່ໄດ້ຕັດສິນໃຈທີ່ຈະເສຍເຫື່ອແຮງກັບພວກເຂົາຫຼາຍ ແລະ ພຣະອົງບໍ່ໄດ້ໃຫ້ແສງສະຫວ່າງ ຫຼື ຊີ້ນໍາພວກເຂົາໃນທິດທາງໃດເລີຍ; ພຣະອົງພຽງແຕ່ອະນຸຍາດໃຫ້ພວກເຂົາຕິດຕາມ ແລະ ສຸດທ້າຍກໍຈະເປີດເຜີຍຜົນຕາມມາຂອງພວກເຂົາ, ນີ້ແມ່ນພຽງພໍແລ້ວ. ຄວາມກະຕືລືລົ້ນ ແລະ ຄວາມຕັ້ງໃຈຂອງມະນຸດແມ່ນມາຈາກຊາຕານ ແລະ ບໍ່ມີທາງທີ່ສິ່ງເຫຼົ່ານີ້ຈະສາມາດເຮັດສໍາເລັດພາລະກິດຂອງພຣະວິນຍານບໍລິສຸດໄດ້. ບໍ່ວ່າຜູ້ຄົນຈະເປັນແນວໃດກໍຕາມ, ພວກເຂົາຕ້ອງມີພາລະກິດຂອງພຣະວິນຍານບໍລິສຸດ. ມະນຸດສາມາດເຮັດໃຫ້ມະນຸດສົມບູນໄດ້ບໍ? ເປັນຫຍັງສາມີຈຶ່ງຮັກພັນລະຍາຂອງຕົນເອງ? ເປັນຫຍັງພັນລະຍາຈຶ່ງຮັກສາມີຂອງນາງ? ເປັນຫຍັງລູກໆຈຶ່ງປະຕິບັດໜ້າທີ່ຂອງພວກເຂົາຕໍ່ພໍ່ແມ່? ເປັນຫຍັງພໍ່ແມ່ຈຶ່ງຮັກລູກໆຂອງພວກເຂົາ? ຜູ້ຄົນມີຄວາມຕັ້ງໃຈແບບໃດກັນແທ້? ຄວາມຕັ້ງໃຈຂອງພວກເຂົາບໍ່ແມ່ນເພື່ອປະຕິບັດຕາມແຜນການ ແລະ ຄວາມປາດຖະໜາທີ່ເຫັນແກ່ຕົວຂອງພວກເຂົາເອງບໍ? ພວກເຂົາຕັ້ງໃຈປະຕິບັດເພື່ອແຜນການຄຸ້ມຄອງຂອງພຣະເຈົ້າແທ້ບໍ? ພວກເຂົາປະຕິບັດເພື່ອພາລະກິດຂອງພຣະເຈົ້າແທ້ບໍ? ຄວາມຕັ້ງໃຈຂອງພວກເຂົາແມ່ນເພື່ອສໍາເລັດໜ້າທີ່ຂອງສິ່ງຖືກສ້າງເອງບໍ? ນັບຕັ້ງແຕ່ນາທີທີ່ພວກເຂົາເລີ່ມມີຄວາມເຊື່ອໃນພຣະເຈົ້າ ຜູ້ຄົນແມ່ນບໍ່ສາມາດຮັບການສະຖິດຢູ່ຂອງພຣະວິນຍານບໍລິສຸດ, ບໍ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດ; ຜູ້ຄົນເຫຼົ່ານີ້ໄດ້ຖືກກໍານົດໃຫ້ເປັນເປົ້າໝາຍທີ່ຈະຖືກທໍາລາຍ. ບໍ່ວ່າພວກເຂົາຈະມີຄວາມຮັກຫຼາຍເທົ່າໃດກໍຕາມ, ມັນກໍບໍ່ສາມາດທົດແທນພາລະກິດຂອງພຣະວິນຍານບໍລິສຸດໄດ້. ຄວາມກະຕືລືລົ້ນ ແລະ ຄວາມຮັກຂອງຜູ້ຄົນແມ່ນສະແດງເຖິງຄວາມຕັ້ງໃຈຂອງມະນຸດ ແລະ ບໍ່ສາມາດເປັນຕົວແທນເຈດຕະນາຂອງພຣະເຈົ້າໄດ້ ແລະ ທີ່ບໍ່ສາມາດທົດແທນພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນວ່າ ຄົນຈະສະແດງຄວາມຮັກ ຫຼື ຄວາມເມດຕາຫຼາຍທີ່ສຸດຕໍ່ບັນດາຜູ້ທີ່ເຊື່ອໃນພຣະເຈົ້າພຽງແຕ່ໃນນາມ ແລະ ທໍາທ່າຕິດຕາມພຣະອົງໂດຍບໍ່ຮູ້ວ່າ ການເຊື່ອໃນພຣະເຈົ້ານັ້ນໝາຍເຖິງຫຍັງກັນແທ້, ພວກເຂົາກໍຈະບໍ່ໄດ້ຮັບຄວາມເຫັນໃຈຈາກພຣະເຈົ້າ ຫຼື ພວກເຂົາຈະບໍ່ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າຄົນທີ່ຕິດຕາມພຣະເຈົ້າຢ່າງຈິງໃຈຈະມີຄວາມສາມາດຕໍ່າ ແລະ ບໍ່ສາມາດເຂົ້າໃຈຄວາມຈິງຫຼາຍຢ່າງ, ທີ່ພວກເຂົາຍັງສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດເປັນຄັ້ງຄາວ, ຜູ້ທີ່ມີຄວາມສາມາດສູງ ແຕ່ບໍ່ເຊື່ອຢ່າງຈິງໃຈແມ່ນບໍ່ສາມາດໄດ້ຮັບການສະຖິດຂອງພຣະວິນຍານບໍລິສຸດໄດ້. ບໍ່ມີທາງເປັນໄປໄດ້ເດັດຂາດທີ່ຈະຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນ. ເຖິງແມ່ນວ່າ ພວກເຂົາຈະອ່ານພຣະທໍາຂອງພຣະເຈົ້າ ຫຼື ບາງຄັ້ງໄດ້ຟັງຄໍາເທດສະໜາ ຫຼື ເຖິງກັບຮ້ອງເພງສັນລະເສີນພຣະເຈົ້າ, ໃນທີ່ສຸດ ພວກເຂົາກໍຈະບໍ່ສາມາດມີຊີວິດຢູ່ຕໍ່ໄປຈົນເຖິງເວລາແຫ່ງການພັກເຊົາໄດ້. ການທີ່ຄົນສະແຫວງຫາດ້ວຍຄວາມຈິງໃຈ ແມ່ນບໍ່ໄດ້ກໍານົດດ້ວຍການຕັດສິນຂອງຄົນອື່ນ ຫຼື ດ້ວຍວິທີທີ່ຄົນອ້ອມຂ້າງເບິ່ງພວກເຂົາ ແຕ່ຂຶ້ນຢູ່ກັບວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດກັບພວກເຂົາ ຫຼື ບໍ່ ແລະ ຂຶ້ນກັບວ່າ ພວກເຂົາໄດ້ຮັບການສະຖິດຂອງພຣະວິນຍານບໍລິສຸດ ຫຼື ບໍ່. ຍິ່ງໄປກວ່ານັ້ນ ມັນຂຶ້ນຢູ່ກັບວ່າອຸປະນິໄສຂອງພວກເຂົາປ່ຽນແປງ ຫຼື ບໍ່ ຫຼື ຂຶ້ນກັບວ່າພວກເຂົາມີຄວາມຮູ້ກ່ຽວກັບພຣະເຈົ້າ ຫຼື ບໍ່ ຫຼັງຈາກທີ່ໄດ້ຜ່ານພາລະກິດຂອງພຣະວິນຍານບໍລິສຸດໃນເວລາໃດໜຶ່ງ. ຖ້າພຣະວິນຍານບໍລິສຸດປະຕິບັດພາລະກິດຕໍ່ບຸກຄົນໃດໜຶ່ງ, ອຸປະນິໄສຂອງບຸກຄົນນັ້ນກໍຈະຄ່ອຍໆປ່ຽນແປງ ແລະ ມຸມມອງຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າກໍຈະຄ່ອຍໆບໍລິສຸດຂຶ້ນ. ບໍ່ວ່າຜູ້ຄົນຈະຕິດຕາມພຣະເຈົ້າເປັນເວລາດົນນານເທົ່າໃດກໍຕາມ, ຕາບໃດທີ່ພວກເຂົາໄດ້ປ່ຽນແປງ, ມັນກໍໝາຍຄວາມວ່າ ພຣະວິນຍານບໍລິສຸດກໍາລັງປະຕິບັດພາລະກິດກັບພວກເຂົາ. ຖ້າພວກເຂົາບໍ່ປ່ຽນແປງ, ນັ້ນກໍໝາຍຄວາມວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດກັບພວກເຂົາ. ເຖິງແມ່ນວ່າຜູ້ຄົນເຫຼົ່ານີ້ໄດ້ເຮັດວຽກງານຮັບໃຊ້ບາງຢ່າງ, ແຕ່ສິ່ງທີ່ກະຕຸ້ນພວກເຂົາໃຫ້ເຮັດແບບນັ້ນຄືຄວາມປາຖະໜາຢາກຮັບການອວຍພອນ. ພຽງປະຕິບັດຮັບໃຊ້ບໍລິການບາງຄັ້ງຄາວບໍ່ສາມາດທົດແທນປະສົບການການປ່ຽນແປງໃນອຸປະນິໄສຂອງພວກເຂົາໄດ້. ໃນທີ່ສຸດ ພວກເຂົາກໍຍັງຈະຖືກທໍາລາຍ ເພາະບໍ່ມີຄວາມຈໍາເປັນຕ້ອງມີຜູ້ບໍລິການປະເພດນີ້ໃນອານາຈັກ ແລະ ບໍ່ມີຄວາມຈຳເປັນຕ້ອງມີຄົນທີ່ບໍ່ມີການປ່ຽນແປງອຸປະນິໄສ ເພື່ອມາບໍລິການຜູ້ທີ່ຖືກເຮັດໃຫ້ສົມບູນ ແລະ ຜູ້ທີ່ມີຄວາມຊື່ສັດຕໍ່ພຣະເຈົ້າ. ພຣະທໍາເຫຼົ່ານັ້ນທີ່ກ່າວໃນອະດີດທີ່ວ່າ: “ເມື່ອຄົນໃດເຊື່ອໃນພຣະຜູ້ເປັນເຈົ້າ, ໂຊກລາບກໍຈະມີແກ່ຄອບຄົວຂອງຄົນໆນັ້ນ” ແມ່ນເໝາະສົມສໍາລັບຍຸກແຫ່ງພຣະຄຸນ ແຕ່ມັນບໍ່ກ່ຽວກັບຈຸດໝາຍປາຍທາງຂອງມະນຸດ. ພຣະທໍາເຫຼົ່ານັ້ນເໝາະສົມກັບຍຸກແຫ່ງພຣະຄຸນເທົ່ານັ້ນ. ຄວາມໝາຍຂອງພຣະທໍາເຫຼົ່ານັ້ນແມ່ນແນໃສ່ຄວາມສະຫງົບສຸກ ແລະ ພອນແຫ່ງວັດຖຸທີ່ຜູ້ຄົນໄດ້ຮັບ; ມັນບໍ່ໄດ້ໝາຍຄວາມວ່າ ທັງໝົດຄອບຄົວຂອງຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້າຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ບໍ່ໄດ້ໝາຍຄວາມວ່າ ເມື່ອຄົນໃດໜຶ່ງຮັບການອວຍພອນ, ທັງໝົດຄອບຄົວຂອງຄົນນັ້ນກໍ່ສາມາດຖືກນໍາພາໄປສູ່ບ່ອນພັກເຊົາເຊັ່ນກັນ. ການທີ່ຄົນໃດໜຶ່ງໄດ້ຮັບພອນ ຫຼື ທົນທຸກກັບຄວາມໂຊກຮ້າຍແມ່ນຖືກກໍານົດຕາມທາດແທ້ຂອງຄົນນັ້ນ ແລະ ບໍ່ໄດ້ຖືກກໍານົດຕາມທາດແທ້ທີ່ຄົນນັ້ນມີຄືກັນກັບຄົນອື່ນໆ. ອານາຈັກບໍ່ມີຄໍາກ່າວ ຫຼື ກົດລະບຽບແບບນີ້. ຖ້າຄົນໃດໜຶ່ງສາມາດຢູ່ລອດໄດ້ໃນທີ່ສຸດ ນັ້ນກໍຍ້ອນວ່າ ຄົນໆນັ້ນໄດ້ບັນລຸເງື່ອນໄຂຂອງພຣະເຈົ້າ ແລະ ຖ້າຫາກວ່າ ຄົນນັ້ນບໍ່ສາມາດຢູ່ລອດຈົນເຖິງເວລາແຫ່ງການພັກເຊົາ ນັ້ນກໍຍ້ອນວ່າ ບຸກຄົນດັ່ງກ່າວບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ສາມາດຕອບສະໜອງຕາມເງື່ອນໄຂຂອງພຣະເຈົ້າໄດ້. ທຸກຄົນແມ່ນມີຈຸດໝາຍປາຍທາງທີ່ເໝາະສົມ. ເຊິ່ງຈຸດໝາຍປາຍທາງເຫຼົ່ານີ້ແມ່ນໄດ້ຖືກກໍານົດຕາມທາດແທ້ຂອງແຕ່ລະຄົນ ແລະ ບໍ່ໄດ້ກ່ຽວຂ້ອງກັບຄົນອື່ນໆຢ່າງສິ້ນເຊີງ. ການກະທໍາຊົ່ວຮ້າຍຂອງລູກບໍ່ສາມາດໂອນໄປໃຫ້ພໍ່ແມ່ຂອງພວກເຂົາໄດ້ ແລະ ຄວາມຊອບທໍາຂອງລູກກໍບໍ່ສາມາດແບ່ງປັນກັບພໍ່ແມ່ຂອງພວກເຂົາໄດ້. ການກະທໍາທີ່ຊົ່ວຮ້າຍຂອງພໍ່ແມ່ບໍ່ສາມາດໂອນໄປໃຫ້ລູກໆຂອງພວກເຂົາໄດ້ ແລະ ຄວາມຊອບທໍາຂອງພໍ່ແມ່ກໍບໍ່ສາມາດແບ່ງປັນກັບລູກໆຂອງພວກເຂົາໄດ້. ທຸກຄົນແມ່ນແບກຮັບບາບກໍາຂອງຕົນເອງ ແລະ ທຸກຄົນແມ່ນເສບສຸກກັບພອນຂອງຕົນເອງ. ບໍ່ມີໃຜສາມາດທົດແທນຄົນອື່ນໄດ້; ນີ້ແມ່ນຄວາມຊອບທໍາ. ໃນມຸມມອງຂອງມະນຸດ, ຖ້າພໍ່ແມ່ຮັບພອນ, ລູກໆຂອງພວກເຂົາກໍຈະໄດ້ຮັບເຊັ່ນກັນ ແລະ ຖ້າລູກໆເຮັດຄວາມຊົ່ວ, ພໍ່ແມ່ຂອງພວກເຂົາກໍຕ້ອງຊົດໃຊ້ຄວາມບາບເຫຼົ່ານັ້ນ. ນີ້ແມ່ນມຸມມອງຂອງມະນຸດ ແລະ ວິທີການກະທຳສິ່ງຕ່າງໆຂອງມະນຸດ. ມັນບໍ່ແມ່ນມຸມມອງຂອງພຣະເຈົ້າ. ຜົນໄດ້ຮັບຂອງແຕ່ລະຄົນແມ່ນຖືກກໍານົດຕາມທາດແທ້ທີ່ເກີດຈາກການກະທໍາຂອງພວກເຂົາ ແລະ ມັນຖືກກໍານົດຢ່າງເໝາະສົມສະເໝີ. ບໍ່ມີໃຜສາມາດແບກຮັບບາບຂອງຄົນອື່ນໄດ້; ແຮງຍິ່ງໄປກວ່ານັ້ນ, ບໍ່ມີໃຜສາມາດຮັບໂທດແທນຄົນອື່ນໄດ້. ນີ້ແມ່ນສິ່ງທີ່ແນ່ນອນທີ່ສຸດ. ການດູແລຢ່າງຖະໜອມຂອງພໍ່ແມ່ຕໍ່ລູກຂອງພວກເຂົາບໍ່ໄດ້ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນລູກໆຂອງພວກເຂົາໄດ້ ຫຼື ຄວາມຮັກກະຕັນຍູຂອງລູກໆທີ່ມີຕໍ່ພໍ່ແມ່ຂອງພວກເຂົາ ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນພໍ່ແມ່ຂອງພວກເຂົາໄດ້. ນີ້ຄືຄວາມໝາຍທີ່ແທ້ຈິງຂອງຂໍ້ພຣະທໍາທີ່ວ່າ: “ແລ້ວໃນທົ່ງນາມີຊາຍສອງຄົນ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ. ຍິງສອງຄົນກຳລັງບົດແປ້ງຢູ່ໃນໂຮງເຮັດແປ້ງ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ”. ຜູ້ຄົນບໍ່ສາມາດນຳເອົາລູກໆຂອງພວກເຂົາ ທີ່ເຮັດສິ່ງຊົ່ວຮ້າຍໄປສູ່ບ່ອນພັກເຊົາໄດ້ໃນບົນພື້ນຖານຄວາມຮັກອັນເລິກເຊິ່ງຂອງພວກເຂົາທີ່ມີຕໍ່ລູກໆ ແລະ ບໍ່ມີໃຜສາມາດເອົາເມຍ (ຫຼືຜົວ) ຂອງພວກເຂົາໄປສູ່ບ່ອນພັກເຊົາໄດ້ບົນພື້ນຖານການປະພຶດທີ່ຊອບທໍາຂອງຕົນເອງ. ສິ່ງນີ້ແມ່ນກົດແຫ່ງການປົກຄອງ; ບໍ່ມີຂໍ້ຍົກເວັ້ນຕໍ່ບຸກຄົນໃດໆ. ສຸດທ້າຍກໍຄື ຜູ້ທີ່ປະຕິບັດຄວາມຊອບທໍາແມ່ນຜູ້ປະຕິບັດຄວາມຊອບທໍາ ແລະ ຜູ້ທີ່ກະທໍາຄວາມຊົ່ວແມ່ນຜູ້ທີ່ກະທໍາຄວາມຊົ່ວ. ຜູ້ທີ່ປະຕິບັດຄວາມຊອບທໍາ ໃນທີ່ສຸດ ກໍຈະຖືກອະນຸຍາດໃຫ້ຢູ່ລອດ ໃນຂະນະຜູ້ທີ່ກະທໍາຄວາມຊົ່ວຈະຖືກທໍາລາຍ. ຜູ້ທີ່ບໍລິສຸດແມ່ນຜູ້ທີ່ບໍລິສຸດ; ພວກເຂົາບໍ່ສົກກະປົກ. ຜູ້ທີ່ສົກກະປົກແມ່ນຜູ້ທີ່ສົກກະປົກ ແລະ ບໍ່ມີພາກສ່ວນໃດຂອງພວກເຂົາບໍລິສຸດ. ຜູ້ຄົນທີ່ຈະຖືກທໍາລາຍແມ່ນລ້ວນແລ້ວແຕ່ເປັນຄົນຊົ່ວ ແລະ ຜູ້ຄົນທີ່ຈະມີຊີວິດລອດລ້ວນແລ້ວແຕ່ເປັນຄົນຊອບທໍາ, ແມ່ນແຕ່ ລູກໆຂອງຄົນຊົ່ວທີ່ໄດ້ເຮັດສິ່ງທີ່ຊອບທໍາ ແລະ ແມ່ນແຕ່ ພໍ່ແມ່ຂອງຄົນຊອບທໍາທີ່ໄດ້ເຮັດຄວາມຊົ່ວ. ບໍ່ມີຄວາມສໍາພັນ ລະຫວ່າງຜົວທີ່ເຊື່ອ ແລະ ເມຍທີ່ບໍ່ເຊື່ອ ແລະ ບໍ່ມີຄວາມສໍາພັນລະຫວ່າງລູກໆທີ່ເຊື່ອ ແລະ ພໍ່ແມ່ທີ່ບໍ່ເຊື່ອ; ຄົນສອງປະເພດເຫຼົ່ານີ້ແມ່ນບໍ່ກ່ຽວຂ້ອງກັນ. ກ່ອນທີ່ຈະກ້າວເຂົ້າໄປຢູ່ໃນບ່ອນພັກເຊົາ, ຄົນໃດໜຶ່ງແມ່ນມີຍາດຕິພີ່ນ້ອງເປັນຕົວຕົນ ແຕ່ເມື່ອພວກເຂົາໄດ້ເຂົ້າໄປສູ່ບ່ອນພັກເຊົາ ພວກເຂົາຈະບໍ່ມີຍາດຕິພີ່ນ້ອງທີ່ເປັນຕົວຕົນໃຫ້ກ່າວເຖິງອີກ. ຜູ້ທີ່ເຮັດໜ້າທີ່ຂອງພວກເຂົາເປັນສັດຕູກັບຜູ້ທີ່ບໍ່ເຮັດໜ້າທີ່; ຜູ້ທີ່ຮັກພຣະເຈົ້າ ແລະ ຜູ້ທີ່ກຽດຊັງພຣະອົງແມ່ນຢູ່ກົງກັນຂ້າມກັນ. ຜູ້ທີ່ຈະເຂົ້າສູ່ບ່ອນພັກເຊົາ ແລະ ຜູ້ທີ່ຈະຖືກທໍາລາຍແມ່ນສິ່ງມີຊີວິດຄົນລະປະເພດທີ່ບໍ່ຄືກັນ. ສິ່ງມີຊີວິດທີ່ເຮັດສໍາເລັດໜ້າທີ່ຂອງພວກເຂົາຈະສາມາດມີຊີວິດລອດ ແລະ ສິ່ງມີຊີວິດທີ່ບໍ່ເຮັດສໍາເລັດໜ້າທີ່ຂອງພວກເຂົາຈະເປັນເປົ້າໝາຍຂອງການທໍາລາຍ; ຍິ່ງໄປກວ່ານີ້, ສິ່ງນີ້ຈະຍືນຍົງຕະຫຼອດໄປ. ເຈົ້າຮັກສາມີຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງເຈົ້າໃນຖານະທີ່ເປັນສິ່ງຖືກສ້າງບໍ? ເຈົ້າຮັກພັນລະຍາຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງເຈົ້າໃນຖານະທີ່ເປັນສິ່ງຖືກສ້າງບໍ? ເຈົ້າເຊື່ອຟັງພໍ່ແມ່ທີ່ບໍ່ເຊື່ອຂອງເຈົ້າເພື່ອປະຕິບັດໜ້າທີ່ໃນຖານະທີ່ເປັນສິ່ງຖືກສ້າງບໍ? ທັດສະນະຂອງມະນຸດຕໍ່ການເຊື່ອໃນພຣະເຈົ້ານັ້ນຖືກ ຫຼື ບໍ່? ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ເຈົ້າຕ້ອງການຢາກໄດ້ຮັບຫຍັງ? ເຈົ້າຮັກພຣະເຈົ້າແນວໃດ? ຜູ້ທີ່ບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໃນຖານະທີ່ເປັນສິ່ງຖືກສ້າງ ແລະ ຜູ້ທີ່ບໍ່ສາມາດໃຊ້ຄວາມພະຍາຍາມຢ່າງເຕັມທີ່ແມ່ນຈະກາຍເປັນເປົ້າໝາຍຂອງການທໍາລາຍ. ຄົນໃນປັດຈຸບັນມີຄວາມສໍາພັນທາງດ້ານຮ່າງກາຍຕໍ່ກັນ, ພ້ອມທັງສາຍສຳພັນທາງສາຍເລືອດ ແຕ່ໃນອະນາຄົດສິ່ງເຫຼົ່ານີ້ຈະຖືກທໍາລາຍທັງໝົດ. ຜູ້ທີ່ເຊື່ອ ແລະ ຜູ້ທີ່ບໍ່ເຊື່ອແມ່ນເຂົ້າກັນບໍ່ໄດ້ ກົງກັນຂ້າມ ພວກເຂົາຈະຕໍ່ຕ້ານເຊິ່ງກັນແລະກັນ. ຜູ້ທີ່ຢູ່ໃນບ່ອນພັກເຊົາເຊື່ອວ່າ ມີພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າ ໃນຂະນະຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າຈະຖືກທໍາລາຍທັງໝົດ. ຄອບຄົວຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ; ແລ້ວຈະມີພໍ່ແມ່ ຫຼື ລູກໆ ຫຼື ຄວາມສໍາພັນລະຫວ່າງຜົວ ແລະ ເມຍໄດ້ແນວໃດ? ຄວາມເຊື່ອ ແລະ ຄວາມບໍ່ເຊື່ອທີ່ເຂົ້າກັນບໍ່ໄດ້ ສຸດທ້າຍ ກໍຈະຕັດຂາດຄວາມສຳພັນທາງດ້ານຮ່າງກາຍດັ່ງກ່າວຢ່າງສິ້ນເຊີງ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 600)
ແຕ່ຕົ້ນເດີມນັ້ນບໍ່ມີຄອບຄົວລະຫວ່າງມະນຸດຊາດ; ມີພຽງແມ່ຍິງ ແລະ ຜູ້ຊາຍ ເຊິ່ງນັ້ນກໍຄື ມະນຸດສອງປະເພດທີ່ແຕກຕ່າງກັນ. ບໍ່ມີປະເທດຕ່າງໆ, ສ່ວນເລື່ອງຄອບຄົວແມ່ນບໍ່ຕ້ອງເວົ້າເຖິງ, ແຕ່ເນື່ອງຈາກຜົນຂອງການເສື່ອມຊາມຂອງມະນຸດ, ຜູ້ຄົນທຸກປະເພດຈຶ່ງຈັດຕັ້ງຕົນເອງເປັນຊົນເຜົ່າໃຜລາວ ແລ້ວຕໍ່ມາກໍພັດທະນາໄປເປັນປະເທດ ແລະ ເຊື້ອຊາດຕ່າງໆ. ບັນດາປະເທດ ແລະ ເຊື້ອຊາດຕ່າງໆເຫຼົ່ານີ້ປະກອບດ້ວຍຄອບຄົວຂະໜາດນ້ອຍຂອງຕົນເອງ ແລະ ໃນລັກສະນະນີ້ ຄົນທຸກປະເພດຖືກແຜ່ຂະຫຍາຍອອກທ່າມກາງເຊື້ອຊາດຕ່າງໆຕາມຄວາມແຕກຕ່າງທາງດ້ານພາສາ ແລະ ເຂດແດນ. ຄວາມຈິງແລ້ວ, ບໍ່ວ່າໃນໂລກຈະປະກອບມີຈັກເຊື້ອຊາດ, ມະນຸດຊາດມີບັນພະບຸລຸດດຽວກັນ. ໃນຕອນເລີ່ມຕົ້ນ, ມີມະນຸດພຽງແຕ່ສອງປະເພດ ແລະ ສອງປະເພດເຫຼົ່ານີ້ແມ່ນຜູ້ຊາຍ ແລະ ແມ່ຍິງ. ຢ່າງໃດກໍຕາມ, ເນື່ອງຈາກຄວາມກ້າວໜ້າໃນພາລະກິດຂອງພຣະເຈົ້າ, ການເຄື່ອນໄຫວຂອງປະຫວັດສາດ ແລະ ການປ່ຽນແປງທາງພູມສາດ, ໃນລະດັບຕ່າງໆ ມະນຸດທັງສອງປະເພດເຫຼົ່ານີ້ຍິ່ງພັດທະນາອອກເປັນຫຼາກຫຼາຍມະນຸດຍິ່ງຂຶ້ນ. ໂດຍພື້ນຖານແລ້ວ, ບໍ່ວ່າຈະມີເຊື້ອຊາດປະກອບໃນມະນຸດຊາດຫຼາຍພຽງໃດກໍຕາມ, ມະນຸດຊາດທັງປວງກໍຍັງແມ່ນສິ່ງຊົງສ້າງຂອງພຣະເຈົ້າຢູ່ດີ. ບໍ່ວ່າຜູ້ຄົນຈະເປັນເຊື້ອຊາດໃດກໍຕາມ, ພວກເຂົາທັງໝົດກໍຄືສິ່ງມີຊີວິດຂອງພຣະເຈົ້າ; ພວກເຂົາລ້ວນແລ້ວແຕ່ເປັນເຊື້ອສາຍຂອງອາດາມ ແລະ ເອວາ. ເຖິງແມ່ນວ່າພວກເຂົາບໍ່ໄດ້ຖືກສ້າງດ້ວຍມືຂອງພຣະເຈົ້າ, ພວກເຂົາທັງໝົດກໍເປັນເຊື້ອສາຍຂອງອາດາມ ແລະ ເອວາ ຜູ້ທີ່ພຣະເຈົ້າສ້າງດ້ວຍຕົວພຣະອົງເອງ. ບໍ່ວ່າຜູ້ຄົນຈະເປັນຄົນປະເພດໃດກໍຕາມ, ພວກເຂົາທັງໝົດຄືສິ່ງມີຊີວິດຂອງພຣະອົງ; ໃນເມື່ອພວກເຂົາແມ່ນມະນຸດຊາດ ທີ່ຖືກສ້າງໂດຍພຣະເຈົ້າ, ຈຸດໝາຍປາຍທາງຂອງພວກເຂົາກໍຄືສິ່ງທີ່ມະນຸດຄວນມີ ແລະ ພວກເຂົາໄດ້ຖືກແບ່ງອອກຕາມກົດສະບຽບທີ່ຈັດຕັ້ງມະນຸດ. ນັ້ນໝາຍຄວາມວ່າ ສຸດທ້າຍແລ້ວ ຄົນທີ່ເຮັດຊົ່ວ ແລະ ຄົນທີ່ຊອບທໍາ ທຸກຄົນກໍຄືສິ່ງທີ່ມີຊີວິດ. ສິ່ງທີ່ມີຊີວິດທີ່ກະທໍາຄວາມຊົ່ວຈະຖືກທໍາລາຍໃນທີ່ສຸດ ແລະ ສິ່ງທີ່ມີຊີວິດທີ່ກະທໍາຄວາມດີຈະມີຊີວິດລອດ. ນີ້ແມ່ນການຈັດແຈງທີ່ເໝາະສົມທີ່ສຸດສໍາລັບສິ່ງທີ່ມີຊີວິດທັງສອງປະເພດ. ເນື່ອງຈາກຄວາມບໍ່ເຊື່ອຟັງຂອງພວກເຂົາ, ຄົນທີ່ກະທໍາຄວາມຊົ່ວ ເຖິງແມ່ນວ່າພວກເຂົາແມ່ນສິ່ງຊົງສ້າງຂອງພຣະເຈົ້າ ແຕ່ຍ້ອນວ່າພວກເຂົາຖືກຊາຕານຈັບກຸມ, ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນໄດ້. ສິ່ງມີຊີວິດທີ່ກະທໍາຄວາມດີ ບໍ່ສາມາດລອດພົ້ນໄດ້ບົນຖານຄວາມຈິງທີ່ວ່າ ພວກເຂົາຖືກສ້າງຂຶ້ນໂດຍພຣະເຈົ້າ ແຕ່ໄດ້ຮັບການຊ່ວຍໃຫ້ລອດພົ້ນຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ພວກເຂົາເສື່ອມຊາມ. ເຊິ່ງຄົນທີ່ກະທໍາຊົ່ວແມ່ນສິ່ງມີຊີວິດທີ່ບໍ່ເຊື່ອຟັງພຣະເຈົ້າ; ພວກເຂົາເປັນສິ່ງມີຊີວິດທີ່ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ໄດ້ຖືກຊາຕານຈັບກຸມຢ່າງສົມບູນ. ຜູ້ຄົນທີ່ກະທໍາຄວາມຊົ່ວກໍແມ່ນຄົນເຊັ່ນກັນ; ພວກເຂົາແມ່ນມະນຸດທີ່ຖືກເສື່ອມຊາມຢ່າງຮ້າຍແຮງ ແລະ ເປັນຜູ້ທີ່ບໍ່ສາມາດຊ່ວຍໃຫ້ລອດພົ້ນໄດ້. ຍ້ອນພວກເຂົາເປັນສິ່ງມີຊີວິດ, ຄົນທີ່ກະທໍາຄວາມດີກໍຖືກເສື່ອມຊາມເຊັ່ນກັນ ແຕ່ພວກເຂົາແມ່ນຄົນທີ່ເຕັມໃຈແຍກຕົວອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ ແລະ ກາຍເປັນຄົນທີ່ສາມາດເຊື່ອຟັງພຣະເຈົ້າ. ຜູ້ຄົນທີ່ກະທໍາຄວາມດີບໍ່ໄດ້ເຕັມໄປດ້ວຍຄວາມຊອບທໍາ, ກົງກັນຂ້າມພວກເຂົາໄດ້ຮັບຄວາມລອດພົ້ນ ແລະ ປະຖິ້ມອຸປະນິໄສອັນເສື່ອມຊາມຂອງພວກເຂົາ; ພວກເຂົາສາມາດເຊື່ອຟັງພຣະເຈົ້າ. ພວກເຂົາຈະຕັ້ງໝັ້ນໄດ້ໃນທີ່ສຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ພວກເຂົາບໍ່ເຄີຍຖືກຊາຕານເຮັດໃຫ້ເສື່ອມຊາມຈັກເທື່ອ. ຫຼັງຈາກພາລະກິດຂອງພຣະເຈົ້າສິ້ນສຸດລົງ, ທ່າມກາງສິ່ງທີ່ມີຊີວິດຂອງພຣະອົງຈະມີຜູ້ຄົນຖືກທໍາລາຍ ແລະ ຖືກຊ່ວຍໃຫ້ລອດພົ້ນ. ນີ້ແມ່ນກະແສພາລະກິດຄຸ້ມຄອງຂອງພຣະອົງທີ່ບໍ່ສາມາດຫຼີກເວັ້ນໄດ້ ແລະ ບໍ່ມີໃຜສາມາດປະຕິເສດມັນໄດ້. ຄົນກະທໍາຄວາມຊົ່ວບໍ່ອະນຸຍາດໃຫ້ຢູ່ລອດ; ຄົນທີ່ເຊື່ອຟັງ ແລະ ຕິດຕາມພຣະອົງຈົນເຖິງທີ່ສຸດກໍ່ຈະຢູ່ລອດຢ່າງແນ່ນອນ. ເນື່ອງຈາກວ່າ ພາລະກິດນີ້ແມ່ນການຄຸ້ມຄອງມະນຸດຊາດ, ດັ່ງນັ້ນຈຶ່ງຈະມີຜູ້ທີ່ລອດພົ້ນ ແລະ ຜູ້ທີ່ຖືກກໍາຈັດ. ສິ່ງເຫຼົ່ານີ້ແມ່ນຜົນຕາມມາທີ່ແຕກຕ່າງກັນສຳລັບຜູ້ຄົນປະເພດທີ່ແຕກຕ່າງກັນ ແລະ ນີ້ແມ່ນການຈັດແຈງທີ່ເໝາະສົມທີ່ສຸດສໍາລັບສິ່ງມີຊີວິດຂອງພຣະອົງ. ການຈັດແຈງຂັ້ນສຸດທ້າຍຂອງພຣະເຈົ້າຕໍ່ມະນຸດຊາດ ແມ່ນເພື່ອແບ່ງແຍກພວກເຂົາ ໂດຍແບ່ງແຍກຄອບຄົວ, ທຳລາຍເຊື້ອຊາດຕ່າງໆ ແລະ ທຳລາຍເຂດແດນລະຫວ່າງປະເທດໃນການຈັດແຈງໂດຍປາສະຈາກຄອບຄົວ ຫຼື ຊາຍແດນປະເທດ, ເພາະໃນທີ່ສຸດແລ້ວ ມະນຸດແມ່ນມາຈາກບັນພະບຸລຸດດຽວກັນ ແລະ ເປັນສິ່ງຊົງສ້າງຂອງພຣະເຈົ້າ. ສະຫຼຸບແລ້ວ, ສິ່ງມີຊີວິດທັງໝົດທີ່ກະທໍາຊົ່ວຈະຖືກທໍາລາຍ ແລະ ສິ່ງມີຊີວິດທີ່ເຊື່ອຟັງພຣະເຈົ້າຈະລອດພົ້ນ. ດ້ວຍວິທີນີ້, ຈະບໍ່ມີຄອບຄົວ, ບໍ່ມີປະເທດ ແລະ ໂດຍສະເພາະ ແມ່ນຈະບໍ່ມີເຊື້ອຊາດຕ່າງໆໃນເວລາພັກຜ່ອນທີ່ຈະມາເຖິງ; ມະນຸດຊາດປະເພດນີ້ແມ່ນມະນຸດຊາດທີ່ບໍລິສຸດທີ່ສຸດ. ອາດາມ ແລະ ເອວາໄດ້ຖືກສ້າງຂຶ້ນໃນເບື້ອງຕົ້ນ ເພື່ອໃຫ້ມະນຸດສາມາດເບິ່ງແຍງທຸກສັບພະສິ່ງໃນແຜ່ນດິນໂລກ, ເຊິ່ງໃນເບື້ອງຕົ້ນ ມະນຸດແມ່ນເຈົ້ານາຍຂອງສັບພະສິ່ງທັງປວງ. ຈຸດປະສົງຂອງພຣະເຢໂຮວາໃນການສ້າງມະນຸດແມ່ນເພື່ອອະນຸຍາດໃຫ້ພວກເຂົາມີຊີວິດຢູ່ເທິງແຜ່ນດິນໂລກ ແລະ ເບິ່ງແຍງສັບພະສິ່ງເທິງແຜ່ນດິນໂລກ ຍ້ອນວ່າດັ່ງເດີມແລ້ວ ມະນຸດແມ່ນບໍ່ໄດ້ເສື່ອມຊາມ ແລະ ບໍ່ສາມາດກະທຳສິ່ງທີ່ຊົ່ວຮ້າຍໄດ້. ຢ່າງໃດກໍຕາມ, ຫຼັງຈາກທີ່ມະນຸດໄດ້ເສື່ອມຊາມ, ພວກເຂົາກໍບໍ່ແມ່ນຜູ້ດູແລສັບພະສິ່ງທັງໝົດອີກຕໍ່ໄປ. ຈຸດປະສົງໃນການຊ່ວຍໃຫ້ລອດພົ້ນຂອງພຣະເຈົ້າ ແມ່ນເພື່ອຟື້ນຟູໜ້າທີ່ດັ່ງກ່າວນີ້ຂອງມະນຸດຊາດ, ເພື່ອຟື້ນຟູເຫດຜົນ ແລະ ການທີ່ເຊື່ອຟັງດັ່ງເດີມຂອງມະນຸດຊາດ; ມະນຸດຊາດຢູ່ໃນຄວາມສະຫງົບແມ່ນການສະແດງເຖິງຜົນສໍາເລັດທີ່ພຣະເຈົ້າຫວັງຈະບັນລຸດ້ວຍພາລະກິດການຊ່ວຍໃຫ້ລອດພົ້ນຂອງພຣະອົງ. ເຖິງແມ່ນວ່າມັນຈະບໍ່ເປັນຊີວິດຄືດັ່ງໃນສວນເອເດນອີກຕໍ່ໄປ, ແຕ່ທາດແທ້ຂອງພວກເຂົາກໍຈະຄືເກົ່າ; ມະນຸດຊາດຈະບໍ່ເປັນມະນຸດທີ່ເສື່ອມຊາມຄືດັ່ງທີ່ຜ່ານມາ ແຕ່ກົງກັນຂ້າມ ຈະເປັນມະນຸດທີ່ຖືກເສື່ອມຊາມມາແລ້ວ ແລະ ຕໍ່ມາໄດ້ຮັບການຊ່ວຍໃຫ້ລອດພົ້ນ. ຜູ້ຄົນເຫຼົ່ານີ້ທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ (ໝາຍຄວາມວ່າ ຫຼັງຈາກພາລະກິດຂອງພຣະອົງໄດ້ສິ້ນສຸດລົງ) ໃນທີ່ສຸດ ແມ່ນຈະໄດ້ເຂົ້າສູ່ບ່ອນພັກເຊົາ. ເຊັ່ນດຽວກັນ, ຜົນຮັບຂອງຄົນທີ່ຖືກລົງໂທດຈະຖືກເປີດເຜີຍຢ່າງສົມບູນໃນທີ່ສຸດ ແລະ ພວກເຂົາຈະຖືກທໍາລາຍເທົ່ານັ້ນຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງ. ເວົ້າອີກຢ່າງໜຶ່ງກໍຄື ຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງ, ຄົນກະທຳຄວາມຊົ່ວ ແລະ ຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນຈະໄດ້ຮັບການເປີດໂປງທັງໝົດ ເພາະວ່າພາລະກິດຂອງການເປີດໂປງຜູ້ຄົນທຸກປະເພດ (ບໍ່ວ່າພວກເຂົາຈະເປັນຄົນກະທໍາຄວາມຊົ່ວ ຫຼື ໃນບັນດາຄົນທີ່ຖືກຊ່ວຍໃຫ້ລອດພົ້ນ) ຈະຖືກປະຕິບັດຕໍ່ທຸກຄົນໄປພ້ອມໆກັນ. ຄົນທີ່ກະທໍາຄວາມຊົ່ວຈະຖືກກໍາຈັດ ແລະ ຄົນທີ່ອະນຸຍາດໃຫ້ຢູ່ລອດຈະໄດ້ຮັບການເປີດເຜີຍພ້ອມໆກັນ. ດັ່ງນັ້ນ, ຜົນໄດ້ຮັບຂອງຄົນທຸກປະເພດຈະໄດ້ຮັບການເປີດເຜີຍພ້ອມໆກັນ. ພຣະເຈົ້າຈະບໍ່ອະນຸຍາດໃຫ້ກຸ່ມຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນນັ້ນ ເຂົ້າໄປສູ່ບ່ອນພັກເຊົາກ່ອນການແຍກຜູ້ຄົນທີ່ກະທໍາຄວາມຊົ່ວນັ້ນອອກ ເພື່ອຕັດສິນ ຫຼື ລົງໂທດພວກເຂົາເທື່ອລະເລັກເທື່ອລະໜ້ອຍ; ນັ້ນຈະບໍ່ສອດຄ່ອງກັບຄວາມເປັນຈິງ. ເມື່ອຄົນທີ່ກະທໍາຄວາມຊົ່ວຖືກທໍາລາຍ ແລະ ຄົນທີ່ສາມາດລອດພົ້ນໄດ້ເຂົ້າໄປສູ່ບ່ອນພັກເຊົາ, ພາລະກິດຂອງພຣະອົງທົ່ວຈັກກະວານກໍຈະສໍາເລັດລົງ. ຈະບໍ່ມີການຍົກລໍາດັບຄວາມສໍາຄັນລະຫວ່າງຄົນທີ່ໄດ້ຮັບພອນ ແລະ ຄົນທີ່ໄດ້ຮັບຄວາມໂຊກຮ້າຍ; ຄົນທີ່ໄດ້ຮັບພອນຈະດໍາລົງຊີວິດຢ່າງນິລັນດອນ ແລະ ຄົນທີ່ທົນທຸກທໍລະມານກັບຄວາມໂຊກຮ້າຍຈະພິນາດໄປຊົ່ວນິລັນດອນ. ທັງສອງຂັ້ນຕອນຂອງພາລະກິດເຫຼົ່ານີ້ຈະສຳເລັດລົງພ້ອມໆກັນ ມັນເປັນຍ້ອນວ່າ ຍັງມີຄົນທີ່ບໍ່ເຊື່ອຟັງ ຄວາມຊອບທໍາຂອງຄົນທີ່ເຊື່ອຟັງຈຶ່ງຈະຖືກເປີດເຜີຍ ແລະ ເນື່ອງຈາກວ່າ ຍັງມີຄົນທີ່ໄດ້ຮັບພອນ ຄວາມໂຊກຮ້າຍທີ່ທົນທຸກໂດຍຜູ້ກະທໍາຄວາມຊົ່ວສໍາລັບການປະພຶດຊົ່ວຂອງພວກເຂົາກໍຈະຖືກເປີດເຜີຍ. ຖ້າພຣະເຈົ້າບໍ່ເປີດໂປງຄົນກະທໍາຄວາມຊົ່ວ, ແລ້ວ ຜູ້ຄົນທີ່ເຊື່ອຟັງພຣະເຈົ້າຢ່າງຈິງໃຈກໍຈະບໍ່ມີວັນເຫັນຕາເວັນໄດ້; ຖ້າພຣະເຈົ້າບໍ່ເອົາຄົນທີ່ເຊື່ອຟັງພຣະອົງໄປສູ່ຈຸດໝາຍປາຍທາງທີ່ເໝາະສົມ, ແລ້ວຜູ້ຄົນທີ່ບໍ່ເຊື່ອຟັງນັ້ນພຣະເຈົ້າກໍຈະບໍ່ສາມາດໄດ້ຮັບການລົງໂທດຂອງພວກເຂົາຢ່າງສົມຄວນ. ສິ່ງນີ້ແມ່ນຂະບວນການຂອງພາລະກິດຂອງພຣະອົງ. ຖ້າພຣະອົງບໍ່ດໍາເນີນພາລະກິດແຫ່ງການລົງໂທດຄົນຊົ່ວ ແລະ ໃຫ້ລາງວັນແກ່ຄົນດີ, ແລ້ວສິ່ງທີ່ມີຊີວິດຂອງພຣະອົງກໍຈະບໍ່ມີວັນສາມາດເຂົ້າສູ່ຈຸດໝາຍປາຍທາງຂອງພວກເຂົາເອງໄດ້. ເມື່ອມະນຸດຊາດໄດ້ເຂົ້າສູ່ບ່ອນພັກເຊົາ, ຄົນກະທໍາຄວາມຊົ່ວກໍຈະຖືກທໍາລາຍ, ມະນຸດຊາດທັງໝົດຈະເຂົ້າໄປສູ່ເສັ້ນທາງທີ່ຖືກຕ້ອງ; ຄົນທຸກປະເພດຈະຢູ່ກັບປະເພດຂອງຕົນເອງຕາມໜ້າທີ່ທີ່ພວກເຂົາຄວນປະຕິບັດ. ມີພຽງວິທີນີ້ຈຶ່ງຈະມີວັນແຫ່ງການພັກເຊົາຂອງມະນຸດຊາດ, ມັນຈະເປັນແນວທາງທີ່ບໍ່ສາມາດຫຼີກເວັ້ນໄດ້ໃນການພັດທະນາຂອງມະນຸດ ແລະ ເມື່ອມະນຸດຊາດໄດ້ເຂົ້າສູ່ບ່ອນພັກເຊົາເທົ່ານັ້ນ ຜົນສໍາເລັດອັນຍິ່ງໃຫຍ່ ແລະ ຄັ້ງສຸດທ້າຍຂອງພຣະເຈົ້າຈຶ່ງຈະບັນລຸຜົນ; ນີ້ຈະເປັນພາກສ່ວນສຸດທ້າຍຂອງພາລະກິດຂອງພຣະອົງ. ພາລະກິດນີ້ຈະສິ້ນສຸດຊີວິດຝ່າຍຮ່າງກາຍທີ່ເສື່ອມໂຊມຂອງມະນຸດຊາດທັງໝົດ ພ້ອມທັງຊີວິດຂອງມະນຸດຊາດທີ່ເສື່ອມຊາມທັງໝົດ. ຈາກຈຸດນີ້ ມະນຸດຈະເຂົ້າສູ່ໂລກໃໝ່. ເຖິງແມ່ນວ່າ ມະນຸດທຸກຄົນອາໄສຢູ່ໃນເນື້ອໜັງ, ມັນຈະມີຄວາມແຕກຕ່າງທີ່ສໍາຄັນລະຫວ່າງທາດແທ້ຂອງຊີວິດນີ້ ແລະ ທາດແທ້ຂອງຊີວິດມະນຸດຊາດທີ່ເສື່ອມຊາມ. ຄວາມໝາຍຂອງການມີຊີວິດນີ້ ແລະ ຄວາມໝາຍຂອງການມີຊີວິດທີ່ເສື່ອມຊາມກໍແຕກຕ່າງເຊັ່ນກັນ. ເຖິງແມ່ນວ່າ ນີ້ບໍ່ແມ່ນຊີວິດຂອງຄົນປະເພດໃໝ່, ແຕ່ສາມາດເວົ້າໄດ້ວ່າ ເປັນຊີວິດຂອງມະນຸດຊາດທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ພ້ອມທັງເປັນຊີວິດທີ່ໄດ້ຮັບຄວາມເປັນມະນຸດ ແລະ ເຫດຜົນອີກຄັ້ງ. ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ເຊື່ອຟັງພຣະເຈົ້າມາກ່ອນ, ຜູ້ທີ່ພຣະເຈົ້າໄດ້ເອົາຊະນະ ແລະ ຫຼັງຈາກນັ້ນກໍໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍພຣະອົງ; ຄົນເຫຼົ່ານີ້ແມ່ນຄົນທີ່ເຮັດໃຫ້ພຣະອົງເສຍກຽດ ແລະ ຕໍ່ມາໄດ້ເປັນພະຍານໃຫ້ກັບພຣະອົງ. ຫຼັງຈາກທີ່ພວກເຂົາໄດ້ຜ່ານ ແລະ ລອດພົ້ນຈາກການທົດສອບຂອງພຣະອົງ, ການດໍາລົງຢູ່ຂອງພວກເຂົາຈະເປັນການດໍາລົງຢູ່ທີ່ມີຄວາມໝາຍຫຼາຍທີ່ສຸດ; ພວກເຂົາຄືຄົນທີ່ເປັນພະຍານໃຫ້ພຣະເຈົ້າຕໍ່ໜ້າຊາຕານ ແລະ ເປັນມະນຸດທີ່ເໝາະສົມທີ່ຈະດໍາລົງຢູ່. ຄົນທີ່ຈະຖືກທໍາລາຍແມ່ນຄົນທີ່ບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າ ແລະ ບໍ່ເໝາະສົມທີ່ຈະມີຊີວິດຢູ່. ພວກເຂົາຈະຖືກທໍາລາຍຍ້ອນການປະພຶດຊົ່ວຂອງພວກເຂົາ ແລະ ການທໍາລາຍລ້າງດັ່ງກ່າວກໍຄືຈຸດໝາຍປາຍທາງທີ່ດີທີ່ສຸດສໍາລັບພວກເຂົາ. ໃນອະນາຄົດ ເມື່ອມະນຸດເຂົ້າສູ່ໂລກທີ່ສວຍງາມ, ຈະບໍ່ມີຄວາມສໍາພັນລະຫວ່າງຜົວ ແລະ ເມຍ, ລະຫວ່າງ ພໍ່ ແລະ ລູກສາວ ຫຼື ລະຫວ່າງ ແມ່ ແລະ ລູກຊາຍ ທີ່ມະນຸດຈິນຕະນາການວ່າ ພວກເຂົາຈະໄດ້ພົບເຫັນ. ໃນເວລານັ້ນ, ມະນຸດແຕ່ລະຄົນຈະປະຕິບັດຕາມປະເພດຂອງພວກເຂົາເອງ ແລະ ຄອບຄົວຕ່າງໆກໍຈະຖືກມ້າງເພໄປແລ້ວ. ເມື່ອໄດ້ລົ້ມເຫຼວຢ່າງສິ້ນເຊີງແບບນີ້, ຊາຕານຈະບໍ່ມີວັນລົບກວນມະນຸດອີກຕໍ່ໄປ ແລະ ມະນຸດກໍຈະບໍ່ມີອຸປະນິໄສທີ່ເສື່ອມຊາມຄືກັບຊາຕານອີກຕໍ່ໄປ. ຜູ້ຄົນທີ່ບໍ່ເຊື່ອຟັງຈະຖືກທໍາລາຍໄປໝົດແລ້ວ ແລະ ຈະມີແຕ່ຜູ້ຄົນທີ່ເຊື່ອຟັງເທົ່ານັ້ນຢູ່ລອດ. ດັ່ງນັ້ນ, ຈະມີຄອບຄົວພຽງຈໍານວນເລັກນ້ອຍທີ່ຢູ່ລອດ; ແລ້ວຄວາມສໍາພັນທາງດ້ານຮ່າງກາຍຈະສາມາດຄົງຢູ່ໄດ້ແນວໃດ? ຊີວິດຜ່ານມາຂອງມະນຸດທາງຝ່າຍເນື້ອໜັງຈະຖືກເກືອດຫ້າມທັງໝົດ; ແລ້ວການສໍາພັນທາງດ້ານຮ່າງກາຍຈະສາມາດຄົງຢູ່ລະຫວ່າງຜູ້ຄົນໄດ້ແນວໃດ? ເຊິ່ງປາສະຈາກອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ຊີວິດຂອງມະນຸດຈະບໍ່ເປັນຊີວິດແບບເກົ່າຄືໃນອະດີດອີກຕໍ່ໄປ, ແຕ່ກັງກັນຂ້າມ ຈະເປັນຊີວິດໃໝ່. ພໍ່ແມ່ຈະສູນເສຍລູກໆ ແລະ ລູກໆຈະສູນເສຍພໍ່ແມ່. ສາມີຈະສູນເສຍພັນລະຍາ ແລະ ພັນລະຍາຈະສູນເສຍສາມີ. ໃນປັດຈຸບັນຍັງມີຄວາມສໍາພັນທາງດ້ານຮ່າງກາຍລະຫວ່າງຜູ້ຄົນ, ແຕ່ເມື່ອພວກເຂົາທັງໝົດໄດ້ເຂົ້າສູ່ບ່ອນພັກເຊົາ ກໍຈະບໍ່ມີຄວາມສໍາພັນນັ້ນອີກຕໍ່ໄປ. ມີພຽງມະນຸດຊາດປະເພດດັ່ງກ່າວເທົ່ານັ້ນທີ່ຈະມີຄວາມຊອບທໍາ ແລະ ຄວາມບໍລິສຸດ; ມີພຽງມະນຸດຊາດປະເພດດັ່ງກ່າວເທົ່ານັ້ນສາມາດນະມັດສະການພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 601)
ພຣະເຈົ້າສ້າງມະນຸດ ແລະ ວາງພວກເຂົາໄວ້ເທິງແຜ່ນດິນໂລກ ແລະ ພຣະອົງໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ. ຫຼັງຈາກນັ້ນ ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ເຮັດໜ້າທີ່ເປັນຜູ້ຖວາຍບາບເພື່ອມະນຸດຊາດ. ສຸດທ້າຍ ພຣະອົງຍັງຕ້ອງໄດ້ເອົາຊະນະມະນຸດຊາດ, ຊ່ວຍມະນຸດໃຫ້ລອດທັງໝົດ ແລະ ຟື້ນຟູພວກເຂົາໃຫ້ກັບຄືນສູ່ລັກສະນະດັ່ງເດີມຂອງພວກເຂົາ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນ ເຊິ່ງນັ້ນກໍຄືການຟື້ນຟູມະນຸດຊາດໃຫ້ກັບຄືນສູ່ພາບດັ່ງເດີມ ແລະ ລັກສະນະດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູລັກສະນະດັ່ງເດີມຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ທ່າມກາງການສ້າງທັງປວງ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຊະນະຄວາມເຄົາລົບຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ພຣະອົງເສຍຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ເພື່ອເອົາມະນຸດຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ ແລະ ໜ້າທີ່ດັ່ງເດີມຂອງມະນຸດ ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ. ການທໍາລາຍບຸດຊາຍທີ່ບໍ່ເຊື່ອຟັງເຫຼົ່ານັ້ນເປັນຄັ້ງສຸດທ້າຍກໍຍັງຈະຖືກດໍາເນີນຕໍ່ໄປເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ. ຍ້ອນພຣະເຈົ້າສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດນະມັດສະການພຣະອົງ; ຍ້ອນພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດຊາດ, ພຣະອົງຈະຕ້ອງຟື້ນຟູສິ່ງນັ້ນທັງໝົດ ແລະ ປາສະຈາກການເຈືອປົນໃດໆ. ການຟື້ນຟູສິດອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ; ໝາຍຄວາມວ່າ ພຣະອົງຈະຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ ແລະ ເຮັດໃຫ້ສັດຕູຂອງພຣະອົງດັບສູນຍ້ອນສິດອໍານາດຂອງພຣະອົງ; ໝາຍຄວາມວ່າ ພຣະອົງຈະເຮັດໃຫ້ທຸກສິ່ງກ່ຽວກັບພຣະອົງໝັ້ນຄົງໃນທ່າມກາງມະນຸດຊາດ ໂດຍປາສະຈາກການຕໍ່ຕ້ານຈາກບຸກຄົນໃດໆ. ອານາຈັກທີ່ພຣະອົງປາດຖະໜາທີ່ຈະສ້າງຕັ້ງຄືອານາຈັກຂອງພຣະອົງເອງ. ມະນຸດຊາດທີ່ພຣະອົງປາດຖະໜາແມ່ນຜູ້ທີ່ຈະນະມັດສະການພຣະອົງ, ຜູ້ທີ່ຈະເຊື່ອຟັງພຣະອົງທັງໝົດ ແລະ ສະແດງເຖິງຄວາມສະຫງ່າລາສີຂອງພຣະອົງ. ຖ້າພຣະອົງບໍ່ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ, ແລ້ວຄວາມໝາຍທີ່ຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງກໍຈະສູນຫາຍໄປ; ພຣະອົງຈະບໍ່ມີສິດອໍານາດໃນທ່າມກາງມະນຸດອີກຕໍ່ໄປ ແລະ ອານາຈັກຂອງພຣະອົງຈະບໍ່ສາມາດມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ຖ້າພຣະອົງບໍ່ທໍາລາຍສັດຕູຜູ້ທີ່ບໍ່ເຊື່ອຟັງພຣະອົງເຫຼົ່ານັ້ນ, ເຊິ່ງພຣະອົງກໍຈະບໍ່ສາມາດຮັບເອົາຄວາມສະຫງ່າລາສີຂອງພຣະອົງທັງໝົດ ຫຼື ພຣະອົງຈະບໍ່ສາມາດສ້າງຕັ້ງອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໄດ້. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງຄວາມສໍາເລັດຂອງພາລະກິດຂອງພຣະອົງ ແລະ ຜົນສໍາເລັດທີ່ຍິ່ງໃຫຍ່ຂອງພຣະອົງ: ເພື່ອທໍາລາຍໃຫ້ໝົດສໍາລັບຜູ້ທີ່ຢູ່ໃນທ່າມກາງມະນຸດທີ່ບໍ່ເຊື່ອຟັງພຣະອົງ ແລະ ເພື່ອນໍາເອົາຜູ້ທີ່ຖືກເຮັດໃຫ້ສົມບູນເຂົ້າສູ່ບ່ອນພັກເຊົາ. ເມື່ອມະນຸດໄດ້ຖືກຟື້ນຟູສູ່ລັກສະນະດັ່ງເດີມ ແລະ ເມື່ອພວກເຂົາສາມາດບັນລຸຜົນຕາມໜ້າທີ່ຂອງພວກເຂົາເອງ, ສາມາດຮັກສາຕໍາແໜ່ງຂອງພວກເຂົາເອງຢ່າງເໝາະສົມ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພຣະອົງຍັງຈະໄດ້ສ້າງຕັ້ງອານາຈັກເທິງແຜ່ນດິນໂລກທີ່ນະມັດສະການພຣະອົງ. ພຣະອົງຈະຮັບໄຊຊະນະຢູ່ເທິງແຜ່ນດິນໂລກໂດຍນິລັນດອນ ແລະ ຜູ້ທີ່ຕໍ່ຕ້ານພຣະອົງຈະຖືກທໍາລາຍລົງຢ່າງນິລັນດອນ. ນີ້ຈະເປັນການຟື້ນຟູເຈດຕະນາດັ່ງເດີມຂອງພຣະອົງໃນການສ້າງມະນຸດຊາດ; ມັນຈະເປັນການຟື້ນຟູເຈດຕະນາໃນການສ້າງສັບພະສິ່ງທັງປວງ ແລະ ມັນຍັງຈະຟື້ນຟູສິດອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ນັ້ນກໍຄື ທ່າມກາງສັບພະທຸກສິ່ງ ແລະ ທ່າມກາງສັດຕູຂອງພຣະອົງ. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງໄຊຊະນະທັງໝົດຂອງພຣະອົງ. ຕໍ່ຈາກນີ້ໄປ ມະນຸດຊາດຈະເຂົ້າສູ່ບ່ອນພັກເຊົາ ແລະ ເລີ່ມຕົ້ນຊີວິດບົນເສັ້ນທາງທີ່ຖືກຕ້ອງ. ພຣະເຈົ້າຈະເຂົ້າສູ່ບ່ອນພັກເຊົາຢ່າງນິລັນດອນກັບມະນຸດຊາດເຊັ່ນກັນ ແລະ ເລີ່ມຕົ້ນຊີວິດຢ່າງນິດນິລັນຮ່ວມກັນ ລະຫວ່າງ ພຣະອົງເອງ ແລະ ມະນຸດ. ຄົນສົກກະປົກ ແລະ ຄົນບໍ່ເຊື່ອຟັງເທິງແຜ່ນດິນໂລກຈະສູນຫາຍໄປ ແລະ ຜູ້ທີ່ຮ້ອງໄຫ້ເສຍໃຈຈະຖືກດັບສູນ ແລະ ທຸກສິ່ງໃນໂລກນີ້ທີ່ຕໍ່ຕ້ານພຣະເຈົ້າຈະບໍ່ມີຢູ່ອີກຕໍ່ໄປ. ມີແຕ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດເທົ່ານັ້ນທີ່ຈະຍັງຢູ່; ມີແຕ່ການຊົງສ້າງຂອງພຣະອົງເທົ່ານັ້ນທີ່ຈະຍັງຢູ່.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 602)
ມະນຸດຈະຖືກເຮັດໃຫ້ສົມບູນທັງໝົດໃນຍຸກແຫ່ງອານາຈັກ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ມະນຸດຈະຕົກຢູ່ໃນການຫຼໍ່ຫຼອມ ແລະ ຄວາມລຳບາກຍາກແຄ້ນ. ຄົນທີ່ສາມາດເອົາຊະນະ ແລະ ຢືນເປັນພະຍານໃນລະຫວ່າງຄວາມລຳບາກຍາກແຄ້ນນີ້ ແມ່ນຄົນທີ່ຈະຖືກເຮັດໃຫ້ສົມບູນໃນທີ່ສຸດ; ພວກເຂົາເປັນຜູ້ເອົາຊະນະ. ໃນລະຫວ່າງຄວາມລໍາບາກຍາກແຄ້ນ, ມະນຸດຈຳເປັນຕ້ອງຍອມຮັບການຫຼໍ່ຫຼອມນີ້ ແລະ ການຫຼໍ່ຫຼອມນີ້ແມ່ນກໍລະນີສຸດທ້າຍຂອງພາລະກິດຂອງພຣະເຈົ້າ. ມັນເປັນຄັ້ງສຸດທ້າຍທີ່ມະນຸດຈະຖືກຫຼໍ່ຫຼອມກ່ອນການສິ້ນສຸດພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້ານັ້ນ ແລະ ທຸກຄົນທີ່ຕິດຕາມພຣະເຈົ້າກໍຕ້ອງຍອມຮັບການທົດສອບສຸດທ້າຍນີ້ ແລະ ຕ້ອງຍອມຮັບການຫຼໍ່ຫຼອມຄັ້ງສຸດທ້າຍນີ້. ຄົນທີ່ຖືກອ້ອມລ້ອມໄປດ້ວຍຄວາມລໍາບາກຍາກແຄ້ນແມ່ນປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ ແລະ ການນໍາພາຂອງພຣະເຈົ້າ, ແຕ່ຄົນທີ່ຖືກເອົາຊະນະຢ່າງແທ້ຈິງ ແລະ ສະແຫວງຫາພຣະເຈົ້າຢ່າງແທ້ຈິງຈະໝັ້ນຄົງໃນທີ່ສຸດ; ພວກເຂົາເປັນຄົນທີ່ມີຄວາມເປັນມະນຸດ ແລະ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າພຣະເຈົ້າຈະເຮັດຫຍັງກໍຕາມ, ຄົນເຫຼົ່ານີ້ທີ່ມີໄຊຊະນະຈະບໍ່ປາສະຈາກນິມິດ ແລະ ຍັງຈະນໍາຄວາມຈິງເຂົ້າສູ່ການປະຕິບັດພ້ອມກັບການເປັນພະຍານຂອງພວກເຂົາ. ພວກເຂົາຄືຜູ້ທີ່ຈະລອດພົ້ນຈາກຄວາມລໍາບາກຍາກແຄ້ນທີ່ຍິ່ງໃຫຍ່ໃນທີ່ສຸດ. ເຖິງແມ່ນວ່າຄົນທີ່ຕຶກເບັດໃນນໍ້າຂຸ່ນຍັງສາມາດສວຍໂອກາດໃນປັດຈຸບັນ, ແຕ່ ບໍ່ມີໃຜສາມາດຫຼົບໜີຄວາມລໍາບາກຍາກແຄ້ນສຸດທ້າຍໄດ້ ແລະ ບໍ່ມີໃຜສາມາດຫຼົບໜີການທົດສອບສຸດທ້າຍໄດ້. ສຳລັບຄົນທີ່ເອົາຊະນະ, ຄວາມລໍາບາກຍາກແຄ້ນດັ່ງກ່າວເປັນການຫຼໍ່ຫຼອມທີ່ໃຫຍ່ຫຼວງ; ແຕ່ສຳລັບຄົນທີ່ຕຶກເບັດໃນນໍ້າຂຸ່ນ, ມັນເປັນພາລະກິດແຫ່ງການໂຍນອອກໂດຍສິ້ນເຊີງ. ບໍ່ວ່າພວກເຂົາຈະຖືກທົດລອງແນວໃດກໍຕາມ, ຄວາມຈົ່ງຮັກພັກດີຂອງຄົນທີ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາກໍຍັງບໍ່ປ່ຽນແປງ; ແຕ່ສຳລັບຄົນທີ່ບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ, ຫຼັງຈາກທີ່ພາລະກິດຂອງພຣະເຈົ້າບໍ່ມີປະໂຫຍດຕໍ່ເນື້ອໜັງຂອງພວກເຂົາ, ພວກເຂົາກໍປ່ຽນມຸມມອງກ່ຽວກັບພຣະເຈົ້າ ແລະ ເຖິງກັບໜີອອກຈາກພຣະເຈົ້າ. ຄົນດັ່ງກ່າວແມ່ນຄົນທີ່ຈະບໍ່ໝັ້ນຄົງໃນທີ່ສຸດ, ເປັນຄົນທີ່ພຽງແຕ່ສະແຫວງຫາພອນຂອງພຣະເຈົ້າ ແລະ ບໍ່ປາຖະໜາທີ່ຈະເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອຸທິດຕົນເອງໃຫ້ກັບພຣະອົງ. ຄົນຕໍ່າຊ້າດັ່ງກ່າວນີ້ຈະຖືກຂັບໄລ່ໜີທັງໝົດ ເມື່ອພາລະກິດຂອງພຣະເຈົ້າມາເຖິງຈຸດສິ້ນສຸດ ແລະ ພວກເຂົາບໍ່ສົມຄວນແກ່ການເຫັນອົກເຫັນໃຈໃດໆເລີຍ. ຄົນທີ່ປາສະຈາກຄວາມເປັນມະນຸດແມ່ນບໍ່ສາມາດຮັກພຣະເຈົ້າຢ່າງແທ້ຈິງ. ເມື່ອສະພາບແວດລ້ອມປອດໄພ ແລະ ໝັ້ນຄົງ ຫຼື ພວກເຂົາສາມາດຮັບຜົນປະໂຫຍດ, ພວກເຂົາກໍເຊື່ອຟັງພຣະເຈົ້າໃນທຸກສິ່ງ, ແຕ່ຫຼັງຈາກສິ່ງທີ່ພວກເຂົາປາຖະໜານັ້ນຕົກຢູ່ໃນອັນຕະລາຍ ຫຼື ຖືກໂຕ້ແຍ້ງໃນທີ່ສຸດ, ພວກເຂົາກໍກະບົດທັນທີ. ແມ່ນແຕ່ໃນຊ່ວງເວລາພຽງແຕ່ຄືນດຽວ, ພວກເຂົາອາດປ່ຽນຈາກຄົນທີ່ຍິ້ມແຍ້ມ ແລະ “ໃຈດີ” ມາເປັນຄາດຕະກອນທີ່ຂີ້ຮ້າຍ ແລະ ໂຫດຮ້າຍ, ປະຕິບັດຕໍ່ຜູ້ອຸປະກາລະຂອງພວກເຂົາໃນມື້ວານຄືກັບສັດຕູທີ່ເອົາເປັນເອົາຕາຍທັນທີ ໂດຍບໍ່ມີຄວາມສອດຄ່ອງ ຫຼື ເຫດຜົນ. ຖ້າຜີຮ້າຍເຫຼົ່ານີ້ບໍ່ຖືກໂຍນອອກ, ຜີຮ້າຍເຫຼົ່ານີ້ຈະຂ້າພາຍໃນພິບຕາ, ພວກເຂົາຈະບໍ່ກາຍເປັນຄວາມອັນຕະລາຍຢ່າງລັບໆບໍ? ພາລະກິດແຫ່ງການຊ່ວຍມະນຸດໃຫ້ລອດພົ້ນບໍ່ໄດ້ຖືກບັນລຸຫຼັງຈາກການສຳເລັດພາລະກິດແຫ່ງການເອົາຊະນະ. ເຖິງແມ່ນວ່າ ພາລະກິດແຫ່ງການເອົາຊະນະຈະສິ້ນສຸດລົງແລ້ວ, ພາລະກິດແຫ່ງການຊໍາລະລ້າງຍັງບໍ່ໄດ້ສິ້ນສຸດລົງເທື່ອ; ພາລະກິດດັ່ງກ່າວຈະຖືກເຮັດໃຫ້ສຳເລັດຫຼັງຈາກທີ່ມະນຸດຖືກຊໍາລະລ້າງທັງໝົດເທົ່ານັ້ນ, ຫຼັງຈາກທີ່ຄົນຍອມຕໍ່ພຣະເຈົ້າຖືກເຮັດໃຫ້ສົມບູນຢ່າງແທ້ຈິງ ແລະ ຫຼັງຈາກທີ່ຄົນປອມຕົວເຫຼົ່ານັ້ນທີ່ປາສະຈາກພຣະເຈົ້າໃນຫົວໃຈຂອງພວກເຂົາຖືກກວາດລ້າງ. ຄົນທີ່ບໍ່ພໍໃຈພຣະເຈົ້າໃນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງຈະຖືກກຳຈັດທັງໝົດ ແລະ ຄົນທີ່ຖືກກຳຈັດແມ່ນພວກຜີຮ້າຍ. ເມື່ອພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້, ພວກເຂົາກໍກະບົດຕໍ່ພຣະເຈົ້າ ແລະ ເຖິງແມ່ນຄົນເຫຼົ່ານີ້ຕິດຕາມພຣະເຈົ້າໃນປັດຈຸບັນ, ແຕ່ສິ່ງນີ້ບໍ່ໄດ້ພິສູດວ່າ ພວກເຂົາເປັນຄົນທີ່ຈະຢູ່ລອດໃນທີ່ສຸດ. ໃນພຣະທຳທີ່ກ່າວວ່າ: “ຄົນທີ່ຕິດຕາມພຣະເຈົ້າຈົນເຖິງທີ່ສຸດຈະໄດ້ຮັບເອົາຄວາມລອດພົ້ນ” ຄວາມໝາຍຂອງຄຳວ່າ “ຕິດຕາມ” ຄືການຢືນຢ່າງໝັ້ນຄົງທ່າມກາງຄວາມລໍາບາກຍາກແຄ້ນ. ໃນປັດຈຸບັນ, ຫຼາຍຄົນເຊື່ອວ່າການຕິດຕາມພຣະເຈົ້າເປັນສິ່ງທີ່ງ່າຍ, ແຕ່ເມື່ອພາລະກິດຂອງພຣະເຈົ້າກຳລັງຈະສິ້ນສຸດລົງ, ເຈົ້າຈະຮູ້ຄວາມໝາຍທີ່ແທ້ຈິງຂອງຄຳວ່າ “ຕິດຕາມ”. ຍ້ອນເຈົ້າຍັງສາມາດຕິດຕາມພຣະເຈົ້າໃນປັດຈຸບັນຫຼັງຈາກທີ່ຖືກເອົາຊະນະ, ນີ້ກໍບໍ່ໄດ້ພິສູດວ່າ ເຈົ້າເປັນໜຶ່ງໃນຄົນທີ່ຈະຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ສາມາດອົດທົນຕໍ່ການທົດລອງ, ຄົນທີ່ບໍ່ສາມາດເອົາໄຊຊະນະເໜືອຄວາມລໍາບາກຍາກແຄ້ນ ຈະບໍ່ສາມາດຢືນຢ່າງໝັ້ນຄົງໃນທີ່ສຸດ ແລະ ສະນັ້ນກໍຈະບໍ່ສາມາດຕິດຕາມພຣະເຈົ້າຈົນເຖິງທີ່ສຸດ. ຄົນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນສາມາດທົນທານຕໍ່ການທົດສອບໃນພາລະກິດຂອງພວກເຂົາ, ໃນຂະນະທີ່ຄົນທີ່ບໍ່ຕິດຕາມພຣະເຈົ້າຢ່າງແທ້ຈິງແມ່ນບໍ່ສາມາດທົນຕໍ່ການທົດລອງໃດໆຂອງພຣະເຈົ້າເລີຍ. ບໍ່ຊ້າກໍໄວ ພວກເຂົາຈະຖືກຂັບໄລ່ໜີ, ໃນຂະນະທີ່ຜູ້ເອົາຊະນະຈະຄົງຢູ່ໃນອານາຈັກ. ບໍ່ວ່າມະນຸດຈະສະແຫວງຫາພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ແມ່ນຖືກກຳນົດໂດຍການທົດສອບຂອງພາລະກິດຂອງເຂົາ ນັ້ນກໍຄື ການທົດລອງຂອງພຣະເຈົ້າ ແລະ ບໍ່ກ່ຽວຫຍັງກັບການຕັດສິນໃຈຂອງມະນຸດເອງ. ພຣະເຈົ້າບໍ່ປະຕິເສດບຸກຄົນໃດໜຶ່ງຕາມອຳເພີໃຈ; ທຸກສິ່ງທີ່ພຣະອົງເຮັດແມ່ນສາມາດເຮັດໃຫ້ມະນຸດເຊື່ອໄດ້ຢ່າງສິ້ນເຊີງ. ພຣະອົງບໍ່ເຮັດໃນສິ່ງໃດທີ່ມະນຸດບໍ່ສາມາດເຫັນໄດ້ ຫຼື ພາລະກິດໃດກໍຕາມທີ່ບໍ່ສາມາເຮັດໃຫ້ມະນຸດເຊື່ອໄດ້. ບໍ່ວ່າຄວາມເຊື່ອຂອງມະນຸດຈະຖືກຕ້ອງ ຫຼື ບໍ່ ແມ່ນຖືກພິສູດໂດຍຄວາມຈິງ ແລະ ບໍ່ສາມາດຕັດສິນໂດຍມະນຸດ. “ເຂົ້າສາລີບໍ່ສາມາດເຮັດໃຫ້ກາຍເປັນເຂົ້ານົກ ແລະ ເຂົ້ານົກບໍ່ສາມາດເຮັດໃຫ້ກາຍເປັນເຂົ້າສາລີໄດ້” ກໍເປັນຄຳເວົ້າທີ່ບໍ່ຕ້ອງສົງໄສເລີຍ. ທຸກຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງຈະຍັງຄົງຢູ່ໃນອານາຈັກ ແລະ ພຣະເຈົ້າຈະບໍ່ປະຕິບັດຢ່າງຜິດໆຕໍ່ໃຜກໍຕາມທີ່ຮັກພຣະອົງຢ່າງແທ້ຈິງ. ອີງຕາມໜ້າທີ່ ແລະ ຄຳພະຍານທີ່ແຕກຕ່າງຂອງພວກເຂົາ, ຜູ້ເອົາຊະນະທີ່ຢູ່ພາຍໃນອານາຈັກຈະຮັບໃຊ້ເປັນປະໂລຫິດ ຫຼື ຜູ້ຕິດຕາມ ແລະ ທຸກຄົນທີ່ໄດ້ຮັບໄຊຊະນະທ່າມກາງຄວາມລໍາບາກຍາກແຄ້ນກໍຈະກາຍເປັນຄະນະປະໂລຫິດພາຍໃນອານາຈັກ. ຄະນະປະໂລຫິດຈະຖືກຈັດຕັ້ງຂຶ້ນເມື່ອພາລະກິດແຫ່ງຂ່າວປະເສີດທົ່ວທັງຈັກກະວານໄດ້ມາເຖິງເວລາສຸດທ້າຍ. ເມື່ອເວລານັ້ນມາເຖິງ, ສິ່ງທີ່ມະນຸດຄວນເຮັດກໍຈະເປັນການປະຕິບັດໜ້າທີ່ຂອງເຂົາພາຍໃນອານາຈັກຂອງພຣະເຈົ້າ ແລະ ການທີ່ເຂົາດຳລົງຊີວິດຢູ່ຮ່ວມກັບພຣະເຈົ້າພາຍໃນອານາຈັກ. ໃນຄະນະປະໂລຫິດ ຈະມີປະໂລຫິດຕົນໃຫຍ່ ແລະ ປະໂລຫິດ ແລະ ຄົນທີ່ເຫຼືອຈະເປັນບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າ. ສິ່ງນີ້ແມ່ນໄດ້ຖືກກຳນົດໂດຍຄຳພະຍານທີ່ພວກເຂົາມີຕໍ່ພຣະເຈົ້າໃນລະຫວ່າງຄວາມລໍາບາກຍາກແຄ້ນ; ພວກມັນບໍ່ແມ່ນຕໍາແໜ່ງທີ່ມອບໃຫ້ຕາມອຳເພີໃຈ. ຫຼັງຈາກທີ່ສະຖານະຂອງມະນຸດຖືກແຕ່ງຕັ້ງແລ້ວ, ພາລະກິດຂອງພຣະເຈົ້າກໍຈະສິ້ນສຸດ ຍ້ອນແຕ່ລະຄົນຖືກຈັດແບ່ງຕາມປະເພດຂອງໃຜລາວ ແລະ ກັບຄືນສູ່ທີ່ເດີມຂອງພວກເຂົາ ແລະ ນີ້ຄືເຄື່ອງໝາຍທີ່ບົ່ງບອກຄວາມສຳເລັດຂອງພາລະກິດຂອງພຣະເຈົ້າ, ນີ້ແມ່ນຜົນສຸດທ້າຍຂອງພາລະກິດຂອງພຣະເຈົ້າ ແລະ ເປັນແກ້ວຜະລຶກຂອງນິມິດແຫ່ງພາລະກິດຂອງພຣະເຈົ້າ ແລະ ການຮ່ວມມືຂອງມະນຸດ. ໃນທີ່ສຸດ, ມະນຸດກໍຈະໄດ້ພົບບ່ອນພັກເຊົາໃນອານາຈັກຂອງພຣະເຈົ້າ ແລະ ພຣະເຈົ້າກໍຈະກັບຄືນສູ່ບ່ອນຢູ່ອາໄສຂອງພຣະອົງເພື່ອພັກເຊົາເຊັ່ນກັນ. ນີ້ຄືຜົນສຸດທ້າຍຂອງການຮ່ວມມືເປັນເວລາ 6.000 ປີລະຫວ່າງພຣະເຈົ້າ ແລະ ມະນຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 603)
ໃນບັນດາອ້າຍເອື້ອຍນ້ອງຜູ້ທີ່ມັກລະບາຍຄວາມຄິດລົບຂອງພວກເຂົາອອກແມ່ນລູກສະໝຸນຂອງຊາຕານ ແລະ ພວກເຂົາລົບກວນຄຣິສຕະຈັກ. ຜູ້ຄົນດັ່ງກ່າວຈະຕ້ອງຖືກຂັບໄລ່ ແລະ ກຳຈັດໃນມື້ໃດມື້ໜຶ່ງ. ໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ຖ້າຜູ້ຄົນບໍ່ມີຫົວໃຈທີ່ເຄົາລົບນັບຖືພຣະເຈົ້າ, ຖ້າພວກເຂົາບໍ່ມີຫົວໃຈທີ່ເຊື່ອຟັງພຣະເຈົ້າ, ແລ້ວບໍ່ພຽງແຕ່ພວກເຂົາຈະບໍ່ສາມາດເຮັດພາລະກິດໃດເລີຍເພື່ອພຣະອົງເທົ່ານັ້ນ, ແຕ່ໃນທາງກົງກັນຂ້າມ ພວກເຂົາຈະກາຍເປັນຜູ້ລົບກວນພາລະກິດຂອງພຣະອົງ ແລະ ເປັນຜູ້ທ້າທາຍພຣະອົງ. ການເຊື່ອໃນພຣະເຈົ້າ ແຕ່ບໍ່ເຊື່ອຟັງ ຫຼື ເຄົາລົບນັບຖືພຣະອົງ ແລະ ພັດຕໍ່ຕ້ານພຣະອົງ ແມ່ນເປັນເລື່ອງທີ່ເສື່ອມເສຍທີ່ສຸດສໍາລັບຜູ້ທີ່ມີຄວາມເຊື່ອ. ຖ້າຜູ້ເຊື່ອພຽງແຕ່ບໍ່ສົນໃຈ ແລະ ປ່ອຍຕົວປ່ອຍໃຈໃນຄຳເວົ້າ ແລະ ຄວາມປະພຶດຂອງພວກເຂົາຄືກັບຜູ້ທີ່ບໍ່ເຊື່ອ, ແລ້ວພວກເຂົາກໍຍິ່ງຊົ່ວຮ້າຍກວ່າຜູ້ທີ່ບໍ່ເຊື່ອ; ພວກເຂົາແມ່ນຕົ້ນແບບຂອງຜີສາດ. ຜູ້ທີ່ລະບາຍຄໍາເວົ້າທີ່ເປັນພິດ ແລະ ເຈດຕະນາຮ້າຍຂອງພວກເຂົາພາຍໃນຄຣິສຕະຈັກ, ຜູ້ທີ່ປ່ອຍຂ່າວລື, ສ້າງຄວາມແຕກແຍກ ແລະ ສ້າງພັກສ້າງພວກໃນທ່າມກາງອ້າຍເອື້ອຍນ້ອງ, ພວກເຂົາຄວນຖືກຂັບໄລ່ອອກຈາກຄຣິສຕະຈັກ. ຢ່າງໃດກໍຕາມ, ຍ້ອນຕອນນີ້ແມ່ນຍຸກທີ່ແຕກຕ່າງກັນຂອງພາລະກິດຂອງພຣະເຈົ້າ, ຜູ້ຄົນເຫຼົ່ານີ້ຈຶ່ງຖືກຈໍາກັດ ຍ້ອນພວກເຂົາຈະຖືກໂຍນອອກຢ່າງແນ່ນອນ. ທຸກຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນມີອຸປະນິໄສທີ່ເສື່ອມຊາມ. ບາງຄົນພຽງແຕ່ມີອຸປະນິໄສທີ່ເສື່ອມຊາມ, ໃນຂະນະທີ່ຄົນອື່ນແມ່ນແຕກຕ່າງ: ພວກເຂົາບໍ່ພຽງແຕ່ມີອຸປະນິໄສທີ່ເສື່ອມຊາມແບບຊາຕານ ແຕ່ທຳມະຊາດຂອງພວກເຂົາຍັງຊົ່ວຮ້າຍຫຼາຍອີກດ້ວຍ. ຄຳເວົ້າ ແລະ ການກະທຳຂອງພວກເຂົາບໍ່ພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມແບບຊາຕານ; ຍິ່ງໄປກວ່ານັ້ນ ຜູ້ຄົນເຫຼົ່ານີ້ແມ່ນຊາຕານທີ່ຊົ່ວຮ້າຍຕົວຈິງ. ພຶດຕິກຳຂອງພວກເຂົາຂັດຂວາງ ແລະ ລົບກວນພາລະກິດຂອງພຣະເຈົ້າ, ມັນເຮັດໃຫ້ທາງເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງອ່ອນແອລົງ ແລະ ມັນທໍາລາຍຊີວິດທີ່ປົກກະຕິໃນຄຣິສຕະຈັກ. ບໍ່ໄວກໍຊ້າ ໝາປ່າເຫຼົ່ານີ້ທີ່ສວມໃສ່ເສື້ອຜ້າຂອງແກະຈະຖືກກໍາຈັດອອກ; ທັດສະນະຄະຕິທີ່ຮຸນແຮງ ແລະ ທັດສະນະຄະຕິແຫ່ງການປະຕິເສດ ແມ່ນຄວນຖືກນໍາໃຊ້ຕໍ່ລູກສະໝຸນເຫຼົ່ານີ້ຂອງຊາຕານ. ພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນການຢືນຢູ່ຂ້າງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດເຮັດແບບນັ້ນກໍກິ້ງເກືອກຢູ່ໜອງຕົມກັບຊາຕານ. ຜູ້ຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງແມ່ນມີພຣະອົງໃນຫົວໃຈຂອງພວກເຂົາຢູ່ສະເໝີ ແລະ ພວກເຂົາມີຫົວໃຈທີ່ເຄົາລົບນັບຖືພຣະເຈົ້າ ເຊິ່ງນັ້ນກໍຄືຫົວໃຈທີ່ຮັກພຣະເຈົ້າຢູ່ພາຍໃນພວກເຂົາຢູ່ສະເໝີ. ຜູ້ທີ່ເຊື່ອໃນພຣະເຈົ້າຄວນເຮັດສິ່ງຕ່າງໆດ້ວຍຄວາມລະມັດລະວັງ ແລະ ຢ່າງຮອບຄອບ ແລະ ທຸກຢ່າງທີ່ພວກເຂົາເຮັດຄວນເປັນໄປຕາມຄວາມຕ້ອງການຂອງພຣະເຈົ້າ ແລະ ສາມາດເຮັດໃຫ້ພໍໃຈພຣະອົງໄດ້. ພວກເຂົາບໍ່ຄວນຫົວແຂງ ໂດຍເຮັດໃນສິ່ງຫຍັງກໍຕາມທີ່ພວກເຂົາພໍໃຈ; ສິ່ງນັ້ນບໍ່ເໝາະສົມກັບຄວາມເປັນນັກບຸນ. ຜູ້ຄົນຕ້ອງບໍ່ແລ່ນອາລະວາດ ໂດຍແກວ່ງທຸງຂອງພຣະເຈົ້າໄປທົ່ວທຸກບ່ອນ ໃນຂະນະທີ່ຍ່າງວາງທ່າໂອ້ອວດ ແລະ ຫຼອກລວງໄປທຸກແຫ່ງ; ນີ້ແມ່ນການປະພຶດແບບກະບົດທີ່ສຸດ. ຄອບຄົວຕ່າງໆມີກົດລະບຽບຂອງພວກເຂົາ ແລະ ປະເທດຊາດຕ່າງໆກໍມີກົດໝາຍຂອງພວກເຂົາ; ແລ້ວເຮືອນຂອງພຣະເຈົ້າຍິ່ງບໍ່ມີບໍ? ມັນຍິ່ງຈະບໍ່ມີມາດຕະຖານແຮງທີ່ເຂັ້ມງວດກວ່າບໍ? ມັນຍິ່ງຈະບໍ່ມີບົດບັນຍັດແຫ່ງການບໍລິຫານທີ່ຫຼາຍກວ່າບໍ? ຜູ້ຄົນແມ່ນມີອິດສະຫຼະທີ່ຈະເຮັດຕາມສິ່ງທີ່ພວກເຂົາຕ້ອງການ, ແຕ່ບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າບໍ່ສາມາດປ່ຽນແປງໄດ້ຕາມອຳເພີີໃຈ. ພຣະເຈົ້າແມ່ນພຣະເຈົ້າທີ່ບໍ່ອົດທົນຕໍ່ການລ່ວງເກີນຈາກມະນຸດ; ພຣະອົງແມ່ນພຣະເຈົ້າທີ່ເຮັດໃຫ້ຄົນຕາຍໄດ້. ຜູ້ຄົນບໍ່ຮູ້ສິ່ງນີ້ແທ້ບໍ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 604)
ຄຣິສຕະຈັກທຸກແຫ່ງແມ່ນມີຄົນທີ່ກໍ່ບັນຫາໃຫ້ແກ່ຄຣິສຕະຈັກ ຫຼື ຂັດຂວາງພາລະກິດຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຊາຕານ ທີ່ໄດ້ແຊກຊຶມເຂົ້າໄປຢູ່ໃນເຮືອນຂອງພຣະເຈົ້າໂດຍການປອມຕົວ. ຜູ້ຄົນດັ່ງກ່າວແມ່ນສະແດງເກັ່ງຫຼາຍ: ພວກເຂົາມາຢ່າງໜ້ານັບຖືຢູ່ຕໍ່ໜ້າເຮົາ, ກົ້ມຫົວ ແລະ ຖູໄຖ, ປະພຶດຕົນຄືໝາຂີ້ເຮື້ອນ ແລະ ອຸທິດ “ທຸກຢ່າງ” ຂອງພວກເຂົາເພື່ອບັນລຸວັດຖຸປະສົງຂອງພວກເຂົາເອງ ແຕ່ເມື່ອຢູ່ຕໍ່ໜ້າອ້າຍເອື້ອຍນ້ອງ ພວກເຂົາກໍຈະສະແດງດ້ານຂີ້ຮ້າຍຂອງພວກເຂົາ. ເມື່ອພວກເຂົາເຫັນຜູ້ຄົນທີ່ປະຕິບັດຄວາມຈິງ, ພວກເຂົາກໍຈະໂຈມຕີ ແລະ ຊຸກຜູ້ຄົນເຫຼົ່ານັ້ນອອກໄປທາງຂ້າງ; ເມື່ອພວກເຂົາເຫັນຜູ້ຄົນທີ່ເປັນຕາຢ້ານກວ່າພວກເຂົາ, ພວກເຂົາກໍຈະຍົກຍ້ອງ ແລະ ປະຈົບປະແຈງຜູ້ຄົນດັ່ງກ່າວ. ພວກເຂົາປະພຶດຢ່າງປ່າເຖື່ອນຢູ່ພາຍໃນຄຣິສຕະຈັກ. ສາມາດເວົ້າໄດ້ວ່າ “ຄົນພາຍໃນທີ່ມັກຂົ່ມເຫັງຄົນອື່ນ” ເຊັ່ນ “ໝາໂຕນ້ອຍໆ” ແມ່ນມີຢູ່ໃນຄຣິສຕະຈັກໂດຍສ່ວນໃຫຍ່. ພວກເຂົາເຮັດຮ່ວມກັນຢ່າງຊົ່ວຮ້າຍ, ສົ່ງສາຍຕາ ແລະ ສັນຍານລັບຫາກັນ ແລະ ໃນບັນດາພວກເຂົາແມ່ນບໍ່ມີໃຜທີ່ປະຕິບັດຄວາມຈິງ. ຜູ້ໃດກໍຕາມທີ່ມີພິດຫຼາຍທີ່ສຸດແມ່ນ “ຫົວໜ້າຜິສາດ” ແລະ ໃຜທີ່ມີກຽດສູງສຸດຈະນໍາພາພວກເຂົາ ໂດຍຍົກທຸງຂອງພວກເຂົາຂຶ້ນສູງ. ຜູ້ຄົນເຫຼົ່ານີ້ແລ່ນອາລະວາດທົ່ວຄຣິສຕະຈັກ ໂດຍເຜີຍແຜ່ສິ່ງທີ່ເປັນດ້ານລົບຂອງພວກເຂົາ, ສະແດງເຖິງຄວາມຕາຍ, ເຮັດໃນສິ່ງທີ່ພວກເຂົາພໍໃຈ, ເວົ້າໃນສິ່ງທີ່ພວກເຂົາພໍໃຈ ແລະ ບໍ່ມີໃຜກ້າຢຸດພວກເຂົາ. ພວກເຂົາແມ່ນເຕັມໄປດ້ວຍອຸປະນິໄສຂອງຊາຕານ. ໃນອີກບໍ່ດົນ ພວກເຂົາກໍຈະສ້າງຄວາມວຸ້ນວາຍ ຮ້າຍກວ່າບັນຍາກາດແຫ່ງຄວາມຕາຍ ເຂົ້າໄປໃນຄຣິສຕະຈັກ. ຜູ້ທີ່ຢູ່ພາຍໃນຄຣິສຕະຈັກ ທີ່ປະຕິບັດຄວາມຈິງແມ່ນຖືກປະຕິເສດ ເຊິ່ງບໍ່ສາມາດໃຫ້ທັງໝົດຂອງພວກເຂົາໄດ້ ໃນຂະນະທີ່ຜູ້ທີ່ລົບກວນຄຣິສຕະຈັກ ແລະ ເຜີຍແຜ່ຄວາມຕາຍແມ່ນແລ່ນອາລະວາດພາຍໃນ ແລະ ຍິ່ງໄປກວ່ານັ້ນ ຄົນສ່ວນໃຫຍ່ແມ່ນຕິດຕາມພວກເຂົາ. ຄຣິສຕະຈັກແບບນີ້ແມ່ນຢູ່ພາຍໃຕ້ການຄວບຄຸມຂອງຊາຕານຢ່າງຊັດເຈນ; ເຊິ່ງພະຍາມານເປັນພະລາຊາຂອງພວກມັນ. ຖ້າຜູ້ຊຸມນຸມບໍ່ລຸກຮື້ຂຶ້ນ ແລະ ປະຕິເສດຫົວໜ້າຜີສາດ, ບໍ່ໄວກໍຊ້າ ພວກເຂົາເອງກໍຈະຫຼົ້ມຈົມເຊັ່ນກັນ. ນັບແຕ່ນີ້ໄປ, ຕ້ອງມີມາດຕະການຕໍ່ຄຣິສຕະຈັກດັ່ງກ່າວ. ຖ້າຜູ້ຄົນທີ່ສາມາດປະຕິບັດຄວາມຈິງເລັກນ້ອຍບໍ່ໄດ້ສະແຫວງຫາ, ແລ້ວຄຣິສຕະຈັກນັ້ນກໍຈະຖືກກໍາຈັດອອກ. ຖ້າຄຣິສຕະຈັກບໍ່ມີຄົນເຕັມໃຈປະຕິບັດຄວາມຈິງ ແລະ ບໍ່ມີໃຜສາມາດຢືນເປັນພະຍານໃຫ້ແກ່ພຣະເຈົ້າໄດ້, ແລ້ວຄຣິສຕະຈັກນັ້ນຄວນແຍກອອກທັງໝົດ ແລະ ຄວາມສໍາພັນຂອງມັນກັບຄຣິສຕະຈັກອື່ນໆກໍຈະຕ້ອງຖືກຕັດຂາດ. ນີ້ແມ່ນເອີ້ນວ່າ “ການຝັງຄວາມຕາຍ”; ນີ້ຄືສິ່ງທີ່ໝາຍຄວາມວ່າ ການປະຕິເສດຊາຕານ. ຖ້າຄຣິສຕະຈັກມີຄົນພາຍໃນຫຼາຍຄົນທີ່ມັກຂົ່ມເຫັງຄົນອື່ນ ແລະ ພວກເຂົາກໍຖືກຕິດຕາມໂດຍ “ແມງວັນນ້ອຍ” ທີ່ຂາດຄວາມສາມາດໃນການຕັດສິນທີ່ດີ ແລະ ຖ້າຜູ້ຊຸມນຸມຍັງບໍ່ສາມາດປະຕິເສດຄວາມຜູກມັດ ແລະ ການເປົ່າຫູຂອງຄົນທີ່ມັກຂົ່ມເຫັງຄົນອື່ນເຫຼົ່ານີ້ ເຖິງແມ່ນວ່າຈະໄດ້ເຫັນຄວາມຈິງແລ້ວກໍຕາມ, ຄົນໂງ່ຈ້າທັງໝົດເຫຼົ່ານັ້ນກໍຈະຕ້ອງຖືກກໍາຈັດໃນທີ່ສຸດ. ແມງວັນໂຕນ້ອຍໆເຫຼົ່ານີ້ອາດຈະບໍ່ໄດ້ເຮັດຫຍັງຮ້າຍແຮງ ແຕ່ພວກເຂົາກໍຍິ່ງຫຼອກລວງຫຼາຍກວ່າ, ຍິ່ງຊໍານານ ແລະ ຫຼົບຫຼີກເກັ່ງຫຼາຍກວ່າ ແລະ ທຸກຄົນທີ່ເປັນຄືດັ່ງນີ້ຈະຖືກກໍາຈັດ. ຈະບໍ່ຖືກຈົ່ງໄວ້ແມ່ນແຕ່ຄົນດຽວ! ຜູ້ທີ່ເປັນຄົນຂອງຊາຕານຈະຖືກສົ່ງກັບຄືນໄປຫາຊາຕານ ໃນຂະນະທີ່ຜູ້ທີ່ເປັນຄົນຂອງພຣະເຈົ້າຈະໄປຄົ້ນຫາຄວາມຈິງຢ່າງແນ່ນອນ; ສິ່ງນີ້ແມ່ນຕັດສິນໂດຍທໍາມະຊາດຂອງພວກເຂົາ. ຈົ່ງໃຫ້ຜູ້ທີ່ຕິດຕາມຊາຕານດັບສະຫຼາຍໄປ! ຈະບໍ່ມີການສະແດງຄວາມປານີປານອມຕໍ່ຜູ້ຄົນເຫຼົ່ານີ້ອີກຕໍ່ໄປ. ຈົ່ງໃຫ້ຜູ້ທີ່ຄົ້ນຫາຄວາມຈິງໄດ້ຮັບສິ່ງທີ່ຈັດກຽມໄວ້ໃຫ້ ແລະ ຂໍໃຫ້ພວກເຂົາມີຄວາມສຸກກັບພຣະທໍາຂອງພຣະເຈົ້າຢ່າງສຸດໃຈ. ພຣະເຈົ້າແມ່ນຄວາມຊອບທໍາ; ພຣະອົງບໍ່ເຂົ້າຂ້າງຜູ້ໃດ. ຖ້າເຈົ້າເປັນຜີສາດ ເຈົ້າກໍຈະບໍ່ສາມາດປະຕິບັດຄວາມຈິງ; ຖ້າເຈົ້າເປັນຄົນທີ່ຄົ້ນຫາຄວາມຈິງ ມັນກໍແນ່ຊັດຢູ່ແລ້ວວ່າເຈົ້າກໍຈະບໍ່ຖືກຊາຕານຈັບກຸມຢ່າງແນ່ນອນ. ສິ່ງດັ່ງກ່າວນີ້ແມ່ນເກີນຂໍ້ສົງໄສທັງປວງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 605)
ຜູ້ຄົນທີ່ບໍ່ສະແຫວງຫາຄວາມກ້າວໜ້າ ແມ່ນປາຖະໜາໃຫ້ຄົນອື່ນເປັນຄົນທີ່ມີດ້ານລົບ ແລະ ຂີ້ຄ້ານຄືພວກເຂົາສະເໝີ. ຜູ້ທີ່ບໍ່ປະຕິບັດຄວາມຈິງແມ່ນອິດສາຜູ້ທີ່ປະຕິບັດຄວາມຈິງ ແລະ ພະຍາຍາມຫຼອກລວງຄົນໂງ່ ແລະ ຜູ້ທີ່ຂາດຄວາມສາມາດໃນການຕັດສິນທີ່ດີສະເໝີ. ສິ່ງຕ່າງໆທີ່ຜູ້ຄົນເຫຼົ່ານີ້ລະບາຍອອກມາສາມາດເຮັດໃຫ້ເຈົ້າເສື່ອມໂຊມ, ຕົກຕໍ່າ, ມີສະພາບຜິດປົກກະຕິ ແລະ ເຕັມໄປດ້ວຍຄວາມມືດ; ພວກເຂົາເຮັດໃຫ້ເຈົ້າຫ່າງເຫີນຈາກພຣະເຈົ້າ ແລະ ເຮັດໃຫ້ເຈົ້າຖະນຸຖະໜອມເນື້ອໜັງ ແລະ ເຮັດຕາມໃຈຕົວເອງ. ຜູ້ຄົນທີ່ບໍ່ຮັກຄວາມຈິງ ແລະ ຜູ້ທີ່ປະຕິບັດຕໍ່ພຣະເຈົ້າພໍເປັນພິທີ ແມ່ນບໍ່ມີຄວາມປຸກຈິດສໍານຶກຕົວເອງ ແລະ ອຸປະນິໄສຂອງຜູ້ຄົນດັ່ງກ່າວແມ່ນລໍ້ໃຫ້ຜູ້ອື່ນເຮັດບາບ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາບໍ່ປະຕິບັດຄວາມຈິງ ຫຼື ແມ່ນແຕ່ພວກເຂົາບໍ່ອະນຸຍາດໃຫ້ຜູ້ອື່ນປະຕິບັດສິ່ງດັ່ງກ່າວ. ພວກເຂົາຖະນຸຖະໜອມຄວາມບາບ ແລະ ບໍ່ກຽດຊັງຕົວເອງ. ພວກເຂົາບໍ່ຮູ້ຈັກຕົວເອງ ແລະ ພວກເຂົາຢຸດຄົນອື່ນຈາກການຮູ້ຈັກຕົວເອງ; ພວກເຂົາຍັງຢຸດຄົນອື່ນຈາກການໂຫຍຫາຄວາມຈິງ. ຄົນທີ່ພວກເຂົາຫຼອກລວງບໍ່ສາມາດເຫັນແສງສະຫວ່າງ. ພວກເຂົາຕົກຢູ່ໃນຄວາມມືດ, ບໍ່ຮູ້ຈັກຕົວເອງ, ບໍ່ມີຄວາມຊັດເຈນກ່ຽວກັບຄວາມຈິງ ແລະ ຫ່າງເຫີນຈາກພຣະເຈົ້າຫຼາຍຂຶ້ນ ແລະ ຫຼາຍຂຶ້ນ. ພວກເຂົາບໍ່ປະຕິບັດຄວາມຈິງ ແລະ ພວກເຂົາຢຸດຄົນອື່ນຈາກການປະຕິບັດຄວາມຈິງ ໂດຍເອົາຄົນໂງ່ເຫຼົ່ານັ້ນມາຢູ່ຕໍ່ໜ້າພວກເຂົາ. ແທນທີ່ຈະເວົ້າວ່າ ພວກເຂົາເຊື່ອໃນພຣະເຈົ້າ, ມັນກໍຈະດີກວ່າ ທີ່ຈະເວົ້າວ່າ ພວກເຂົາເຊື່ອໃນບັນພະບຸລຸດຂອງພວກເຂົາ ຫຼື ວ່າ ສິ່ງທີ່ພວກເຂົາເຊື່ອໃນເທວະຮູບໃນຫົວໃຈຂອງພວກເຂົາ. ມັນຈະດີທີ່ສຸດສໍາລັບຜູ້ຄົນເຫຼົ່ານັ້ນທີ່ອ້າງວ່າ ຕົນໄດ້ຕິດຕາມພຣະເຈົ້າ ໃຫ້ເປີດຕາຂອງພວກເຂົາ ແລະ ແຍງເບິ່ງດີໆວ່າ ພວກເຂົາເຊື່ອໃຜກັນແທ້: ເຈົ້າເຊື່ອໃນພຣະເຈົ້າ ຫຼື ຊາຕານກັນແທ້? ຖ້າເຈົ້າຮູ້ວ່າ ສິ່ງທີ່ເຈົ້າເຊື່ອບໍ່ແມ່ນພຣະເຈົ້າ ແຕ່ເປັນເທວະຮູບຂອງເຈົ້າເອງ, ມັນກໍຈະດີທີ່ສຸດ ຖ້າເຈົ້າບໍ່ອ້າງວ່າ ໂຕເອງເປັນຜູ້ທີ່ມີຄວາມເຊື່ອ. ຖ້າເຈົ້າບໍ່ຮູ້ແທ້ໆວ່າ ຈະເຊື່ອໃນຕົວໃຜມັນຈະເປັນການດີທີ່ສຸດ ຖ້າເຈົ້າບໍ່ອ້າງວ່າ ຕົນເອງເປັນຜູ້ທີ່ມີຄວາມເຊື່ອ. ການເວົ້າຢ່າງນັ້ນຈະເປັນການໝິ່ນປະໝາດພຣະເຈົ້າ! ບໍ່ມີໃຜບັງຄັບໃຫ້ເຈົ້າເຊື່ອໃນພຣະເຈົ້າ. ຢ່າເວົ້າວ່າ ພວກເຈົ້າເຊື່ອໃນຕົວເຮົາ; ເຮົາພຽງພໍແລ້ວກັບຄໍາເວົ້າດັ່ງກ່າວ ແລະ ບໍ່ປາຖະໜາຢາກຟັງມັນອີກ ຍ້ອນວ່າ ສິ່ງທີ່ພວກເຈົ້າເຊື່ອແມ່ນເທວະຮູບທີ່ຢູ່ໃນໃຈຂອງພວກເຈົ້າ ແລະ ຄົນພາຍໃນທີ່ມັກຂົ່ມເຫັງຄົນອື່ນທີ່ຢູ່ທ່າມກາງພວກເຈົ້າ. ຜູ້ທີ່ແກວ່ງຫົວຂອງພວກເຂົາເວລາໄດ້ຍິນຄວາມຈິງ ແລະ ຜູ້ທີ່ຍິ້ມກວ້າງໆເວລາທີ່ໄດ້ຍິນເລື່ອງຄວາມຕາຍ ແມ່ນເປັນລູກຫຼານຂອງຊາຕານ ແລະ ພວກເຂົາຄືຄົນທີ່ຈະຖືກກໍາຈັດ. ຢູ່ໃນຄຣິສຕະຈັກແມ່ນມີຄົນຈໍານວນຫຼາຍທີ່ບໍ່ມີຄວາມສາມາດໃນການຕັດສິນທີ່ດີ. ເມື່ອເກີດມີສິ່ງທີ່ຫຼອກລວງ, ພວກເຂົາແມ່ນຢືນຢູ່ຂ້າງຊາຕານ; ພວກເຂົາເຖິງກັບຮູ້ສຶກຜິດ ເມື່ອຖືກເອີ້ນວ່າ ເປັນຜູ້ຮັບໃຊ້ຂອງຊາຕານ. ບາງຄົນອາດຈະເວົ້າວ່າ ພວກເຂົາບໍ່ມີຄວາມສາມາດໃນການຕັດສິນທີ່ດີ ແຕ່ພວກເຂົາແມ່ນຢືນຢູ່ທາງຂ້າງສະເໝີໂດຍປາສະຈາກຄວາມຈິງ, ພວກເຂົາບໍ່ເຄີຍຢືນຢູ່ຝ່າຍຄວາມຈິງໃນເວລາສໍາຄັນ, ພວກເຂົາບໍ່ເຄີຍຢືນຂຶ້ນ ແລະ ໂຕ້ຖຽງເພື່ອຄວາມຈິງ. ພວກເຂົາຂາດຄວາມສາມາດໃນການຕັດສິນທີ່ດີບໍ? ເປັນຫຍັງພວກເຂົາຄືຢືນຢູ່ຂ້າງຊາຕານຕະຫຼອດມາ? ເປັນຫຍັງພວກເຂົາຈຶ່ງບໍ່ເຄີຍເວົ້າຄໍາໜຶ່ງທີ່ເປັນທໍາ ຫຼື ສົມເຫດສົມຜົນໃນການສະໜັບສະໜູນຄວາມຈິງ? ສະຖານະການແບບນີ້ໄດ້ເກີດຂຶ້ນຍ້ອນຄວາມສັບສົນຊົ່ວໄລຍະໜຶ່ງຂອງພວກເຂົາແທ້ບໍ? ຍິ່ງຜູ້ຄົນມີຄວາມສາມາດໜ້ອຍໃນການຕັດສິນໃຈທີ່ດີ ພວກເຂົາກໍຍິ່ງສາມາດຢືນຢູ່ຂ້າງຂອງຄວາມຈິງໜ້ອຍສໍ່ານັ້ນ. ສິ່ງນີ້ສະແດງເຖິງຫຍັງ? ມັນບໍ່ໄດ້ສະແດງໃຫ້ເຫັນວ່າ ຜູ້ຄົນທີ່ບໍ່ມີຄວາມສາມາດໃນການຕັດສິນໃຈທີ່ດີແມ່ນຮັກໃນສິ່ງທີ່ຊົ່ວຮ້າຍບໍ? ມັນບໍ່ໄດ້ສະແດງໃຫ້ເຫັນວ່າ ພວກເຂົາແມ່ນລູກຫຼານທີ່ຈົງຮັກພັກດີຂອງຊາຕານບໍ? ເປັນຫຍັງພວກເຂົາຈຶ່ງສາມາດຢືນຢູ່ຂ້າງຊາຕານສະເໝີ ແລະ ເວົ້າພາສາຂອງມັນ? ທຸກຄໍາເວົ້າ ແລະ ການກະທໍາຂອງພວກເຂົາ ແລະ ການສະແດງອອກທາງສີໜ້າຂອງພວກເຂົາ ແມ່ນພຽງພໍທີ່ຈະພິສູດວ່າ ພວກເຂົາບໍ່ແມ່ນຄົນທີ່ມີຄວາມຮັກຕໍ່ຄວາມຈິງ; ໃນທາງກົງກັນຂ້າມ ພວກເຂົາແມ່ນຜູ້ຄົນທີ່ກຽດຊັງຄວາມຈິງ. ການທີ່ພວກເຂົາສາມາດຢືນຢູ່ຂ້າງຊາຕານແມ່ນພຽງພໍທີ່ຈະພິສູດວ່າ ຊາຕານຮັກຜີສາດນ້ອຍເຫຼົ່ານີ້ແທ້ໆ ຜູ້ທີ່ໃຊ້ຊີວິດຂອງພວກເຂົາຕໍ່ສູ້ເພື່ອປະໂຫຍດຂອງຊາຕານ. ຂໍ້ແທ້ຈິງທັງໝົດເຫຼົ່ານີ້ບໍ່ຊັດເຈນອີກບໍ? ຖ້າເຈົ້າແມ່ນຄົນທີ່ຮັກຄວາມຈິງຢ່າງແທ້ຈິງ ແລ້ວເປັນຫຍັງເຈົ້າຄືບໍ່ນັບຖືຜູ້ທີ່ປະຕິບັດຄວາມຈິງ ແລະ ເປັນຫຍັງເຈົ້າຈຶ່ງຕິດຕາມຄົນທີ່ບໍ່ປະຕິບັດຄວາມຈິງ ໃນເວລາທີ່ສີໜ້າຂອງພວກເຂົາປ່ຽນໄປ? ນີ້ແມ່ນບັນຫາປະເພດໃດ? ເຮົາບໍ່ສົນວ່າ ເຈົ້າຈະມີຄວາມສາມາດໃນການຕັດສິນທີ່ດີ ຫຼື ບໍ່. ເຮົາບໍ່ສົນວ່າ ເຈົ້າໄດ້ຈ່າຍລາຄາຢ່າງໃຫຍ່ຫຼວງຫຼາຍສໍ່າໃດ. ເຮົາບໍ່ສົນວ່າ ກອງກໍາລັງຂອງເຈົ້າຈະຍິ່ງໃຫຍ່ສໍ່າໃດ ແລະ ເຮົາບໍ່ສົນວ່າ ເຈົ້າຄືຄົນພາຍໃນທີ່ມັກຂົ່ມເຫັງຄົນອື່ນ ຫຼື ຫົວໜ້າທີມທີ່ຖືທຸງ. ຖ້າກອງກໍາລັງຂອງເຈົ້າຍິ່ງໃຫຍ່, ນັ້ນກໍຍ້ອນຄວາມຊ່ວຍເຫຼືອຈາກກໍາລັງຂອງຊາຕານເທົ່ານັ້ນ. ຖ້າກຽດຂອງເຈົ້າສູງ, ນັ້ນກໍຍ້ອນວ່າ ຫຼາຍຄົນທີ່ຢູ່ອ້ອມຂ້າງເຈົ້າບໍ່ໄດ້ປະຕິບັດຄວາມຈິງ. ຖ້າເຈົ້າບໍ່ໄດ້ຖືກຂັບໄລ່ອອກ, ນັ້ນກໍຍ້ອນວ່າ ຕອນນີ້ບໍ່ແມ່ນເວລາຂອງການເຮັດພາລະກິດການຂັບໄລ່ເທື່ອ; ໃນທາງກົງກັນຂ້າມ ມັນແມ່ນເວລາແຫ່ງພາລະກິດຂອງການກໍາຈັດ. ບໍ່ມີຄວາມຮີບດ່ວນທີ່ຈະຂັບໄລ່ເຈົ້າຕອນນີ້. ເຮົາພຽງແຕ່ລໍຖ້າໃຫ້ມື້ນັ້ນມາເຖິງ ມື້ທີ່ເຮົາຈະລົງໂທດເຈົ້າຫຼັງຈາກທີ່ເຈົ້າຖືກກໍາຈັດ. ຜູ້ໃດທີ່ບໍ່ປະຕິບັດຄວາມຈິງຈະຖືກກໍາຈັດ!
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 606)
ຜູ້ທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແມ່ນຜູ້ທີ່ເຕັມໃຈນໍາເອົາພຣະທໍາຂອງພຣະເຈົ້າໄປປະຕິບັດ ແລະ ເຕັມໃຈທີ່ຈະປະຕິບັດຄວາມຈິງ. ຜູ້ຄົນທີ່ສາມາດຢືນຢ່າງເດັດດ່ຽວໃນການເປັນພະຍານຂອງພວກເຂົາໃຫ້ກັບພຣະເຈົ້າຢ່າງແທ້ຈິງແມ່ນຜູ້ທີ່ເຕັມໃຈຮັບເອົາພຣະທໍາຂອງພຣະອົງໄປປະຕິບັດ ແລະ ສາມາດຢືນຢູ່ຂ້າງຄວາມຈິງຢ່າງແທ້ຈິງ. ຜູ້ຄົນທີ່ອາໄສເລ່ກົນ ແລະ ຄວາມບໍ່ຍຸຕິທໍາແມ່ນລ້ວນແລ້ວແຕ່ຂາດຄວາມຈິງ ແລະ ພວກເຂົານໍາເອົາຄວາມອັບອາຍມາສູ່ພຣະເຈົ້າ. ຜູ້ທີ່ສ້າງຄວາມຂັດແຍ້ງໃນຄຣິສຕະຈັກແມ່ນຜູ້ຮັບໃຊ້ຂອງຊາຕານ, ພວກເຂົາແມ່ນຕົວຕົນຂອງຊາຕານ. ຄົນດັ່ງກ່າວແມ່ນຊົ່ວຮ້າຍຫຼາຍ. ຜູ້ທີ່ບໍ່ມີຄວາມສາມາດໃນການຕັດສິນໃຈທີ່ດີ ແລະ ບໍ່ສາມາດຢືນຢູ່ຂ້າງຄວາມຈິງລ້ວນແລ້ວແຕ່ເຊື່ອງເຈດຕະນາທີ່ຊົ່ວຮ້າຍໄວ້ ແລະ ທໍາລາຍຄວາມຈິງ. ຍິ່ງໄປກວ່ານັ້ນ, ພວກເຂົາເປັນຕົວແທນຂອງຊາຕານໂດຍທາດແທ້. ພວກເຂົາແມ່ນເກີນກວ່າທີ່ຈະໄຖ່ບາບໄດ້ ແລະ ກໍຈະຖືກກໍາຈັດໂດຍທໍາມະຊາດ. ຄອບຄົວຂອງພຣະເຈົ້າບໍ່ອະນຸຍາດໃຫ້ຜູ້ຄົນເຫຼົ່າທີ່ບໍ່ປະຕິບັດຄວາມຈິງຍັງຄົງເຫຼືອຢູ່ ຫຼື ບໍ່ອະນຸຍາດໃຫ້ຜູ້ຄົນທີ່ຮື້ມ້າງຄຣິສຕະຈັກໂດຍເຈດຕະນາຄົງເຫຼືອຢູ່. ຢ່າງໃດກໍຕາມ, ຕອນນີ້ບໍ່ແມ່ນເວລາທີ່ຈະເຮັດພາລະກິດຂັບໄລ່; ໃນທີ່ສຸດ ຜູ້ຄົນດັ່ງກ່າວແມ່ນຈະຖືກເປີດໂປງ ແລະ ກໍາຈັດຢູ່ດີ. ຈະບໍ່ມີການເຮັດພາລະກິດທີ່ບໍ່ມີປະໂຫຍດກັບຄົນເຫຼົ່ານີ້; ຜູ້ທີ່ເປັນຄົນຂອງຊາຕານບໍ່ສາມາດຢືນຢູ່ຂ້າງຄວາມຈິງ ໃນຂະນະທີ່ຜູ້ທີ່ສະແຫວງຫາຄວາມຈິງຈະສາມາດຢືນຢູ່ຂ້າງຄວາມຈິງໄດ້. ຜູ້ຄົນທີ່ບໍ່ປະຕິບັດຄວາມຈິງບໍ່ຄູ່ຄວນທີ່ຈະໄດ້ຍິນວິທີທາງແຫ່ງຄວາມຈິງ ແລະ ບໍ່ຄູ່ຄວນໃນການເປັນພະຍານຕໍ່ຄວາມຈິງ. ຄວາມຈິງບໍ່ແມ່ນມີໄວ້ເພື່ອຫູຂອງພວກເຂົາຟັງເທົ່ານັ້ນ; ໃນທາງກົງກັນຂ້າມ, ມັນແມ່ນມີໄວ້ເພື່ອໃຫ້ຄົນທີ່ປະຕິບັດຄວາມຈິງ. ກ່ອນທີ່ຈຸດຈົບຂອງທຸກຄົນຈະຖືກເປີດເຜີຍ, ຜູ້ທີ່ລົບກວນຄຣິສຕະຈັກ ແລະ ຂັດຂວາງພາລະກິດຂອງພຣະເຈົ້າ ຕອນນີ້ ແມ່ນຈະຖືກຈັດແຈງໄວ້ທາງຂ້າງກ່ອນ ເພື່ອຈະໄດ້ຈັດການພວກເຂົານໍາພາຍຫຼັງ. ເມື່ອພາລະກິດສໍາເລັດແລ້ວ, ຜູ້ຄົນເຫຼົ່ານີ້ຈະຖືກເປີດໂປງເທື່ອລະຄົນ ແລະ ຫຼັງຈາກນັ້ນກໍຈະຖືກກໍາຈັດ. ສໍາລັບຕອນນີ້, ພວກເຂົາຈະຖືກເບິ່ງຂ້າມໄປກ່ອນ ໃນຂະນະທີ່ມີການສະໜອງຄວາມຈິງ. ເມື່ອຄວາມຈິງທັງໝົດຖືກເປີດເຜີຍຕໍ່ມວນມະນຸດແລ້ວ, ຜູ້ຄົນເຫຼົ່ານັ້ນຈະໄດ້ຖືກກໍາຈັດ; ນັ້ນຈະເປັນເວລາທີ່ທຸກຄົນຈະຖືກຈັດແບ່ງຕາມປະເພດຂອງພວກເຂົາ. ເນື່ອງຈາກຄວາມສະຫຼາດໜ້ອຍດຽວຂອງພວກເຂົາ, ຜູ້ທີ່ບໍ່ມີຄວາມສາມາດໃນການຕັດສິນທີ່ດີຈະພິນາດດ້ວຍມືຂອງຄົນທີ່ຊົ່ວຮ້າຍ, ພວກເຂົາຈະຖືກຫຼອກລວງອອກໄປໂດຍຄົນຊົ່ວຮ້າຍນັ້ນ ເຊິ່ງຈະບໍ່ສາມາດກັບຄືນມາໄດ້. ການປະຕິບັດດັ່ງກ່າວຄືສິ່ງທີ່ພວກເຂົາສົມຄວນໄດ້ຮັບ ຍ້ອນວ່າ ພວກເຂົາບໍ່ຮັກຄວາມຈິງ, ຍ້ອນວ່າ ພວກເຂົາບໍ່ສາມາດຢືນຢູ່ຂ້າງຄວາມຈິງ, ຍ້ອນວ່າ ພວກເຂົາຕິດຕາມຄົນທີ່ຊົ່ວຮ້າຍ ແລະ ຢືນຢູ່ຂ້າງຄົນທີ່ຊົ່ວຮ້າຍ ແລະ ຍ້ອນວ່າ ພວກເຂົາສົມຮູ້ຮ່ວມຄິດກັບຄົນທີ່ຊົ່ວຮ້າຍ ແລະ ຕໍ່ຕ້ານພຣະເຈົ້າ. ພວກເຂົາຮູ້ດີວ່າ ຜູ້ຄົນທີ່ຊົ່ວຮ້າຍເຫຼົ່ານັ້ນແຜ່ລັດສະໝີຂອງຄວາມຊົ່ວຮ້າຍ ແຕ່ພວກເຂົາເຮັດໃຫ້ຫົວໃຈຂອງພວກເຂົາແຂງກະດ້າງ ແລະ ຫັນຫຼັງຂອງພວກເຂົາໃຫ້ກັບຄວາມຈິງທີ່ຕິດຕາມພວກເຂົາ. ຜູ້ຄົນເຫຼົ່ານີ້ທີ່ບໍ່ປະຕິບັດຄວາມຈິງ ແຕ່ເຮັດໃນສິ່ງທີ່ກໍ່ເກີດຄວາມພິນາດ ແລະ ໜ້າກຽດຊັງ ແມ່ນບໍ່ໄດ້ເຮັດໃນສິ່ງທີ່ຊົ່ວຮ້າຍບໍ? ເຖິງແມ່ນວ່າ ຈະມີຄົນເຫຼົ່ານັ້ນໃນທ່າມກາງພວກເຂົາທີ່ເອີ້ນໂຕເອງວ່າ ພະລາຊາ ແລະ ຜູ້ອື່ນທີ່ຕິດຕາມພວກເຂົາ ແຕ່ທໍາມະຊາດຂອງພວກເຂົາທີ່ຕໍ່ຕ້ານພຣະເຈົ້າບໍ່ຄືກັນທັງໝົດບໍ? ພວກເຂົາສາມາດມີຂໍ້ອ້າງຫຍັງ ເພື່ອອ້າງວ່າ ພຣະເຈົ້າບໍ່ຊ່ວຍໃຫ້ພວກເຂົາລອດພົ້ນ? ພວກເຂົາສາມາດມີຂໍ້ອ້າງຫຍັງ ເພື່ອອ້າງວ່າ ພຣະເຈົ້າບໍ່ຊອບທໍາ? ມັນບໍ່ແມ່ນຄວາມຊົ່ວຮ້າຍຂອງພວກເຂົາເອງບໍ ທີ່ທໍາລາຍພວກເຂົາ? ບໍ່ແມ່ນຄວາມກະບົດຂອງພວກເຂົາບໍ ທີ່ດຶງພວກເຂົາລົງໄປສູ່ນະຮົກ? ໃນທີ່ສຸດ ຜູ້ຄົນທີ່ປະຕິບັດຄວາມຈິງຈະຖືກຊ່ວຍໃຫ້ລອດພົ້ນ ແລະ ເຮັດໃຫ້ສົມບູນຍ້ອນຄວາມຈິງ. ໃນທີ່ສຸດ ຜູ້ທີ່ບໍ່ປະຕິບັດຄວາມຈິງຈະດຶງຄວາມພິນາດມາສູ່ພວກເຂົາຍ້ອນຄວາມຈິງ. ສິ່ງເຫຼົ່ານີ້ແມ່ນຈຸດຈົບທີ່ລໍຖ້າຜູ້ທີ່ປະຕິບັດຄວາມຈິງ ແລະ ຜູ້ທີ່ບໍ່ປະຕິບັດຄວາມຈິງ. ເຮົາຂໍແນະນໍາຜູ້ທີ່ບໍ່ມີແຜນປະຕິບັດຄວາມຈິງໃຫ້ອອກຈາກຄຣິສຕະຈັກໄວທີ່ສຸດເທົ່າທີ່ຈະໄວໄດ້ ເພື່ອຫຼີກເວັ້ນການເຮັດບາບຫຼາຍກວ່ານີ້. ເມື່ອເວລານັ້ນມາເຖິງ, ມັນກໍຈະຊ້າເກີນໄປທີ່ຈະເສຍໃຈ. ໂດຍສະເພາະ ຜູ້ທີ່ສ້າງພັກສ້າງພວກ ແລະ ສ້າງຄວາມແຕກແຍກ ແລະ ຄົນພາຍໃນຄຣິສຕະຈັກທີ່ມັກຂົ່ມເຫັງຄົນອື່ນຕ້ອງໜີອອກໄປໄວໆ. ຜູ້ຄົນດັ່ງກ່າວທີ່ມີທາດແທ້ຂອງໝາປ່າທີ່ຊົ່ວຮ້າຍແມ່ນບໍ່ສາມາດປ່ຽນແປງໄດ້. ມັນຈະດີກວ່າ ຖ້າພວກເຂົາອອກຈາກຄຣິສຕະຈັກໃຫ້ໄວທີ່ສຸດ ໂດຍທີ່ບໍ່ລົບກວນຊີວິດປົກກະຕິຂອງອ້າຍເອື້ອຍນ້ອງອີກຕໍ່ໄປ ແລະ ດ້ວຍເຫດນັ້ນ ກໍເປັນການຫຼີກເວັ້ນການລົງໂທດຂອງພຣະເຈົ້າ. ພວກເຈົ້າທີ່ເຫັນດີນໍາພວກເຂົາຄວນຖືເອົາໂອກາດນີ້ທົບທວນເບິ່ງຕົວເອງ ເພາະມັນຈະເປັນຜົນດີສໍາລັບພວກເຈົ້າເອງ. ພວກເຈົ້າທີ່ຕິດຕາມໄປກັບພວກເຂົາກໍເຮັດໃຫ້ດີໃນການໃຊ້ປະໂຫຍດຈາກໂອກາດນີ້ເພື່ອໄຕ່ຕອງກ່ຽວກັບຕົນເອງ. ເຈົ້າຈະອອກຈາກຄຣິສຕະຈັກພ້ອມກັບຄົນຊົ່ວຮ້າຍ ຫຼື ຈະຍັງຢູ່ ແລະ ຕິດຕາມຢ່າງເຊື່ອຟັງບໍ? ເຈົ້າຕ້ອງພິຈາລະນາເລື່ອງນີ້ໃຫ້ດີ. ເຮົາຂໍມອບໂອກາດນີ້ໃຫ້ພວກເຈົ້າເລືອກອີກຄັ້ງ; ແລ້ວເຮົາຈະລໍຖ້າຄໍາຕອບຂອງພວກເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 607)
ໃນຖານະເປັນຜູ້ທີ່ເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນຈົງຮັກພັກດີຕໍ່ຜູ້ໃດນອກຈາກຕໍ່ພຣະອົງໃນທຸກສິ່ງ ແລະ ຕ້ອງສາມາດປະຕິບັດຕາມຄວາມປະສົງຂອງພຣະອົງໃນທຸກຢ່າງ. ເຖິງຢ່າງໃດກໍຕາມ ເຖິງແມ່ນວ່າທຸກຄົນເຂົ້າໃຈຂໍ້ຄວາມນີ້ ເພາະຄວາມຫຍຸ້ງຍາກຫຼາຍຢ່າງ, ເພາະຄວາມບໍ່ຮູ້, ຄວາມບໍ່ມີເຫດຜົນ ແລະ ຄວາມເສື່ອມຊາມຂອງເຂົາ, ຕົວຢ່າງ: ຄວາມຈິງເຫຼົ່ານີ້ເຊິ່ງຊັດເຈນ ແລະ ພື້ນຖານທີ່ສຸດໃນບັນດາຄວາມຈິງທັງໝົດ ບໍ່ໄດ້ຊັດເຈນໃນເຂົາຢ່າງສິ້ນເຊີງ ແລະ ດ້ວຍເຫດນັ້ນ ກ່ອນທີ່ຈຸດຈົບຂອງພວກເຂົາຈະຖືກກຳນົດໄວ້ໃນກ້ອນຫີນ, ເຮົາຄວນຈະບອກພວກເຈົ້າບາງຢ່າງກ່ອນເຊິ່ງມັນເປັນສິ່ງທີ່ສໍາຄັນທີ່ສຸດຕໍ່ກັບພວກເຈົ້າ. ກ່ອນທີ່ເຮົາຈະສືບຕໍ່, ພວກເຈົ້າຄວນເຂົ້າໃຈສິ່ງນີ້ກ່ອນ: ພຣະທໍາທີ່ເຮົາກ່າວແມ່ນຄວາມຈິງທີ່ມີຕໍ່ມະນຸດຊາດທັງປວງ; ພວກເຂົາບໍ່ໄດ້ຖືກນໍາສະເໜີສະເພາະຕໍ່ກັບບຸກຄົນໃດຄົນໜຶ່ງ ຫຼື ຄົນບາງປະເພດເທົ່ານັ້ນ. ດັ່ງນັ້ນ ພວກເຈົ້າຄວນຕັ້ງໃຈທີ່ຈະເຂົ້າໃຈພຣະທໍາຂອງເຮົາຈາກຈຸດຢືນຂອງຄວາມຈິງ ແລະ ຕ້ອງມີທ່າທີ່ມີຄວາມເອົາໃຈໃສ່ ແລະ ຄວາມຈິງໃຈຢ່າງໜັກແໜ້ນ; ບໍ່ເມີນເສີຍຕໍ່ພຣະທໍາແມ່ນແຕ່ຄໍາດຽວ ຫຼື ຄວາມຈິງທີ່ເຮົາເວົ້າ ແລະ ບໍ່ໃຫ້ຖືເບົາໃນພຣະທໍາທັງໝົດຂອງເຮົາ. ໃນຊີວິດຂອງພວກເຈົ້າ ເຮົາເຫັນຫຼາຍຢ່າງທີ່ ພວກເຈົ້າກະທຳທີ່ບໍ່ກ່ຽວຂ້ອງກັບຄວາມຈິງ ແລະ ດ້ວຍເຫດນີ້ ເຮົາຈິ່ງຂໍຮ້ອງພວກເຈົ້າໂດຍສະເພາະໃຫ້ພວກເຈົ້າເປັນຜູ້ຮັບໃຊ້ຄວາມຈິງ ແລະ ບໍ່ໃຫ້ເປັນທາດແຫ່ງຄວາມຊົ່ວຮ້າຍ ແລະ ຄວາມໜ້າລັງກຽດ ແລະ ບໍ່ໃຫ້ພວກເຈົ້າຢຽບຢ່ຳຄວາມຈິງ ຫຼື ເຮັດໃຫ້ມຸມໃດໜຶ່ງຂອງພຣະວິຫານຂອງພຣະເຈົ້າເປິເປື້ອນ. ນີ້ຄືຄໍາພຣະໂອວາດຂອງເຮົາທີ່ມີຕໍ່ພວກເຈົ້າ. ບັດນີ້ ເຮົາຈະເລີ່ມເວົ້າກ່ຽວກັບຫົວຂໍ້ທີ່ມີຢູ່ໃນປັດຈຸບັນ.
ຢ່າງທໍາອິດ, ພວກເຈົ້າຄວນສະແຫວງຫາການຮອງຮັບຂອງພຣະເຈົ້າ ເພື່ອຜົນປະໂຫຍດຕໍ່ຊາຕາກໍາຂອງພວກເຈົ້າ. ນັ້ນໝາຍຄວາມວ່າ ຍ້ອນພວກເຈົ້າຮັບຮູ້ວ່າພວກເຈົ້າເປັນສະມາຊິກໃນເຮືອນຂອງພຣະເຈົ້າ, ພວກເຈົ້າກໍຄວນເຮັດໃຫ້ຈິດໃຈຂອງພຣະເຈົ້າມີສັນຕິສຸກ ແລະ ເຮັດໃຫ້ພຣະອົງເພິ່ງພໍໃຈໃນທຸກສິ່ງທຸກຢ່າງ. ເວົ້າໄດ້ອີກວ່າ ເຈົ້າຕ້ອງມີຫຼັກການໃນການກະທໍາຂອງເຈົ້າ ແລະ ສອດຄ່ອງກັບຄວາມຈິງທີ່ມີຢູ່ໃນການກະທໍານັ້ນ. ຖ້າສິ່ງດັ່ງກ່າວເກີນຄວາມສາມາດຂອງເຈົ້າ, ແລ້ວເຈົ້າກໍຈະຖືກກຽດຊັງ ແລະ ປະຕິເສດໂດຍພຣະເຈົ້າ ແລະ ຖືກດູຖູກໂດຍມະນຸດທຸກຄົນ. ຫຼັງຈາກທີ່ເຈົ້າຕົກຢູ່ໃນສະພາບການທີ່ມືດມົວດັ່ງກ່າວ, ແລ້ວເຈົ້າກໍຈະບໍ່ສາມາດຖືກນັບເຂົ້າຢູ່ໃນເຮືອນຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າເຈົ້າຈະບໍ່ຖືກຮັບເອົາໂດຍພຣະເຈົ້າແທ້ໆ.
ຢ່າງທີສອງ, ພວກເຈົ້າຄວນຮູ້ວ່າ ພຣະເຈົ້າມັກຄົນທີ່ຊື່ສັດ. ພຣະເຈົ້າມີແກ່ນແທ້ຂອງຄວາມຊື່ສັດ ແລະ ພຣະທໍາຂອງພຣະອົງແມ່ນສາມາດເຊື່ອຖືໄດ້ຕະຫຼອດເວລາ; ນອກຈາກນັ້ນ ການກະທໍາຂອງພຣະອົງບໍ່ມີຄວາມຜິດພາດ ແລະ ບໍ່ເປັນທີ່ໜ້າສົງໄສ, ເຊິ່ງເປັນເຫດຜົນທີ່ພຣະເຈົ້າມັກຄົນທີ່ຊື່ສັດຕໍ່ພຣະອົງ ຢ່າງແທ້ຈິງ. ຄວາມຊື່ສັດໝາຍເຖິງການມອບໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ, ການເປັນຈິງກັບພຣະເຈົ້າໃນທຸກສິ່ງ, ການເປີດໃຈກັບພຣະອົງໃນທຸກສິ່ງ, ການບໍ່ປິດບັງຂໍ້ແທ້ຈິງຈັກເທື່ອ, ການບໍ່ພະຍາຍາມຫຼອກລວງຄົນທີ່ຢູ່ເທິງ ແລະ ຢູ່ລຸ່ມເຈົ້າ ແລະ ການບໍ່ເຮັດພຽງແຕ່ສິ່ງທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈໃນຕົວເຈົ້າເທົ່ານັ້ນ. ເວົ້າໂດຍຫຍໍ້, ການມີຄວາມຊື່ສັດແມ່ນການມີການກະທໍາ ແລະ ຄໍາເວົ້າທີ່ບໍລິສຸດ ແລະ ການບໍ່ຫຼອກລວງທັງພຣະເຈົ້າ ແລະ ມະນຸດ. ສິ່ງທີ່ເຮົາເວົ້າແມ່ນງ່າຍຫຼາຍ ແຕ່ສໍາລັບພວກເຈົ້າ ມັນເປັນສິ່ງທີ່ຍາກລໍາບາກເຖິງສອງເທົ່າ. ຫຼາຍຄົນເລືອກທີ່ຈະຖືກລົງໂທດໃຫ້ຕົກນະຮົກແທນທີ່ຈະເວົ້າ ແລະ ປະຕິບັດຢ່າງຊື່ສັດ. ບໍ່ແປກໃຈເລີຍທີ່ເຮົາຈະມີວິທີການ ຈັດການແບບອື່ນທີ່ກຽມໄວ້ສໍາລັບຄົນທີ່ບໍ່ຊື່ສັດ. ແນ່ນອນຢູ່ແລ້ວ ເຮົາເຂົ້າໃຈດີເລື່ອງຄວາມຫຍຸ້ງຍາກລໍາບາກທີ່ພວກເຈົ້າພົບພໍ້ໃນການເປັນຄົນຊື່ສັດ. ເພາະພວກເຈົ້າທຸກຄົນສະຫຼາດ, ຊໍານິຊໍານານຫຼາຍໃນການປະເມີນຜູ້ຄົນດ້ວຍມາດຕະຖານອັນຕໍ່າໆຂອງພວກເຈົ້າເອງ, ສິ່ງນີ້ເຮັດໃຫ້ພາລະກິດຂອງເຮົາງ່າຍຂຶ້ນຫຼາຍ. ແລ້ວໃນເມື່ອພວກເຈົ້າແຕ່ລະຄົນຮັກສາຄວາມລັບຂອງພວກເຈົ້າໄວ້ກັບຕົວເອງ, ຖ້າເປັນເຊັ່ນນັ້ນ ເຮົາກໍຈະສົ່ງພວກເຈົ້າໄປສູ່ຄວາມພິນາດເທື່ອລະຄົນເພື່ອຮັບ “ການສັ່ງສອນ” ຈາກກອງໄຟ, ເພື່ອວ່າຫຼັງຈາກນັ້ນພວກເຈົ້າອາດຈະມີຄວາມມຸ່ງໝັ້ນຕໍ່ຄວາມເຊື່ອໃນພຣະທໍາຂອງເຮົາ. ໃນທີ່ສຸດ ເຮົາຈະດຶງຄໍາເວົ້າວ່າ “ພຣະເຈົ້າແມ່ນພຣະເຈົ້າທີ່ຊື່ສັດ” ອອກຈາກປາກຂອງພວກເຈົ້າ ແລ້ວຫຼັງຈາກນັ້ນ ພວກເຈົ້າຈະຕີເອິກຂອງພວກເຈົ້າ ແລະ ເວົ້າອອກມາດ້ວຍຄວາມໂສກເສົ້າເສຍໃຈວ່າ “ຈິດໃຈຂອງມະນຸດຈັ່ງແມ່ນບໍ່ຈິງໃຈ!” ສະພາບຈິດໃຈຂອງພວກເຈົ້າຈະເປັນຈັ່ງໃດໃນຕອນນີ້? ເຮົາຈິນຕະນາການວ່າ ເຈົ້າຈະບໍ່ອວດອົ່ງທະນົງຕົວເກີນໄປຄືດັ່ງທີ່ເຈົ້າເປັນໃນຕອນນີ້. ແຮງໄກທີ່ພວກເຈົ້າຈະເຮັດເປັນ “ຄົນເລິກເຊິ່ງ ແລະ ຍາກຈະເຂົ້າໃຈ” ຄືດັ່ງທີ່ເປັນໃນຕອນນີ້ເລີຍ. ບາງຄົນປະພຶດຕົນໃນຮູບແບບຮຽບຮ້ອຍ ແລະ ສຸພາບ, ພວກເຂົາຮັບເອົາຄວາມເຈັບປວດເພື່ອໃຫ້ເບິ່ງຄື “ມີມາລະຍາດທີ່ດີ” ແຕ່ພວກເຂົາພັດສະແດງແຂ້ວທີ່ມີພິດຂອງພວກເຂົາ ແລະ ແກວ່ງເລັບມືຂອງພວກເຂົາຕໍ່ໜ້າພຣະວິນຍານ. ພວກເຈົ້າຈະຮັບເອົາຄົນດັ່ງກ່າວລວມເຂົ້າກັບກຸ່ມຄົນທີ່ຊື່ສັດບໍ? ຖ້າເຈົ້າໜ້າຊື່ໃຈຄົດ, ເປັນຄົນທີ່ມີທັກສະ “ການພົວພັນລະຫວ່າງບຸກຄົນ”, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນທີ່ພະຍາຍາມຕໍ່ສູ້ກັບພຣະເຈົ້າຢ່າງແນ່ນອນ. ຖ້າຄໍາເວົ້າຂອງເຈົ້າເຕັມໄປດ້ວຍຂໍ້ແກ້ຕົວ ແລະ ເຫດຜົນທີ່ບໍ່ມີຄຸນຄ່າ, ແລ້ວເຮົາຂໍເວົ້າວ່າ ເຈົ້າເປັນຄົນກຽດຊັງໃນການປະຕິບັດຕໍ່ຄວາມຈິງ. ຖ້າເຈົ້າມີຄວາມໝັ້ນໃຈຫຼາຍຈົນເຈົ້າລັງເລທີ່ຈະແບ່ງປັນ, ຖ້າເຈົ້າບໍ່ເຕັມໃຈທີ່ຈະເປີດເຜີຍຄວາມລັບໃນໃຈຂອງເຈົ້າ ເຊິ່ງເປັນຄວາມຫຍຸ້ງຍາກຂອງເຈົ້າຕໍ່ໜ້າຄົນອື່ນໃຫ້ສະແຫວງຫາຫົນທາງແຫ່ງແສງສະຫວ່າງ, ເຮົາຂໍເວົ້າວ່າ ເຈົ້າແມ່ນຄົນທີ່ຈະບໍ່ໄດ້ຮັບຄວາມລອດພົ້ນຢ່າງງ່າຍດາຍ ແລະ ເປັນຜູ້ທີ່ຈະບໍ່ພົ້ນອອກຈາກຄວາມມືດຢ່າງງ່າຍດາຍ. ຖ້າການສະແຫວງຫາຫົນທາງແຫ່ງຄວາມຈິງເຮັດໃຫ້ເຈົ້າມີຄວາມເພິ່ງພໍໃຈ, ແລ້ວເຈົ້າກໍແມ່ນຄົນທີ່ອາໄສຢູ່ໃນຄວາມສະຫວ່າງຕະຫຼອດເວລາ. ຖ້າເຈົ້າມີຄວາມສຸກໃນການເປັນຜູ້ຮັບໃຊ້ໃນເຮືອນຂອງພຣະເຈົ້າ, ໂດຍເຮັດວຽກຢ່າງດຸໝັ່ນ ແລະ ເອົາໃຈໃສ່ໃນທຸກເລື່ອງ, ເປັນຜູ້ໃຫ້ຕະຫຼອດ ແລະ ບໍ່ເຄີຍເປັນຜູ້ຮັບ, ເຮົາຂໍເວົ້າວ່າ ເຈົ້າແມ່ນໄພ່ພົນທີ່ຈົງຮັກພັກດີ ເພາະເຈົ້າບໍ່ໄດ້ສະແຫວງຫາສິ່ງຕອບແທນ ແລະ ເປັນພຽງຄົນທີ່ຊື່ສັດ. ຖ້າເຈົ້າເຕັມໃຈທີ່ຈະເປັນຄົນຈິງຈັງ, ຖ້າເຈົ້າເຕັມໃຈທີ່ຈະສະຫຼະຊີວິດ, ຖ້າເຈົ້າສາມາດເສຍສະຫຼະຊີວິດຂອງເຈົ້າໃຫ້ກັບພຣະເຈົ້າ ແລະ ຍຶດໝັ້ນເປັນພະຍານ, ຖ້າເຈົ້າຊື່ສັດເຖິງຂັ້ນທີ່ເຈົ້າຮູ້ແຕ່ເຮັດໃນສິ່ງທີ່ພຣະເຈົ້າເພິ່ງພໍໃຈ ແລະ ບໍ່ໄດ້ຄໍານຶງເຖິງຕົວເອງ ຫຼື ຜົນປະໂຫຍດສ່ວນຕົວ, ແລ້ວເຮົາຂໍເວົ້າວ່າ ຄົນເຫຼົ່ານີ້ແມ່ນຄົນທີ່ຖືກຫຼໍ່ລ້ຽງຈິດໃຈດ້ວຍແສງສະຫວ່າງ ແລະ ເປັນຄົນທີ່ຈະມີຊີວິດຢູ່ໃນອານາຈັກຢ່າງນິລັນດອນ. ເຈົ້າຄວນຮູ້ວ່າ ເຈົ້າມີຄວາມເຊື່ອທີ່ແທ້ຈິງ ແລະ ມີຄວາມຈົງຮັກພັກດີທີ່ແທ້ຈິງພາຍໃນຕົວເຈົ້າ ຫຼື ບໍ່, ເຈົ້າມີປະຫວັດການທົນທຸກທໍລະມານເພື່ອພຣະເຈົ້າ ຫຼື ບໍ່ ແລະ ເຈົ້າເຊື່ອຟັງພຣະເຈົ້າທັງໝົດ ຫຼື ບໍ່. ຖ້າເຈົ້າຂາດສິ່ງເຫຼົ່ານີ້, ແລ້ວຍັງມີຄວາມບໍ່ເຊື່ອຟັງ, ການຫຼອກລວງ, ຄວາມໂລບມາກ ແລະ ຄວາມທຸກໃຈ. ເມື່ອຫົວໃຈຂອງເຈົ້າບໍ່ຊື່ສັດ, ເຈົ້າຈະບໍ່ໄດ້ຮັບການຍອມຮັບທີ່ດີຈາກພຣະເຈົ້າ ແລະ ຈະບໍ່ມີຊີວິດໃນແສງສະຫວ່າງຈັກເທື່ອ. ຊາຕາກໍາຂອງບຸກຄົນຈະເປັນແນວໃດໃນຕອນສຸດທ້າຍນັ້ນແມ່ນຂຶ້ນຢູ່ກັບວ່າຄົນນັ້ນມີຫົວໃຈທີ່ຊື່ສັດ ແລະ ມີຫົວໃຈທີ່ບໍລິສຸດ ຫຼື ບໍ່ ແລະ ຄົນນັ້ນຍັງມີຈິດວິນຍານທີ່ບໍລິສຸດ ຫຼື ບໍ່. ຖ້າເຈົ້າເປັນຄົນທີ່ບໍ່ມີຄວາມຊື່ສັດຫຍັງເລີຍ, ເປັນຄົນທີ່ມີຈິດໃຈຊົ່ວຮ້າຍ ແລະ ເປັນຄົນທີ່ມີຈິດວິນຍານທີ່ບໍ່ສະອາດ, ແລ້ວແນ່ນອນ ໃນທີ່ສຸດເຈົ້າກໍ່ຈະຕົກຢູ່ບ່ອນທີ່ມະນຸດຖືກລົງໂທດ ດັ່ງທີ່ໄດ້ຂຽນໄວ້ໃນຊະຕາກໍາຂອງເຈົ້າ. ຖ້າເຈົ້າອ້າງຕົນວ່າເປັນຄົນທີ່ຊື່ສັດຫຼາຍ ແຕ່ບໍ່ເຄີຍປະພຶດຕົນຕາມຄວາມເປັນຈິງ ຫຼື ເວົ້າຄວາມຈິງ, ແລ້ວເຈົ້າຍັງຈະລໍຖ້າພຣະເຈົ້າໃຫ້ພອນແກ່ເຈົ້າບໍ? ເຈົ້າຍັງຫວັງໃຫ້ພຣະເຈົ້າຖືວ່າ ເຈົ້າເປັນບຸກຄົນທີ່ໂປດປານໃນສາຍຕາຂອງພຣະອົງບໍ? ນີ້ບໍ່ແມ່ນວິທີຄິດທີ່ຜິດປົກກະຕິບໍ? ເຈົ້າຫຼອກລວງພຣະເຈົ້າໃນທຸກສິ່ງທຸກຢ່າງ, ແລ້ວເຮືອນຂອງພຣະເຈົ້າຈະສາມາດຮອງຮັບເອົາຄົນແບບເຈົ້າ ທີ່ມີມືບໍ່ສະອາດໄດ້ແນວໃດ?
ເລື່ອງທີສາມທີ່ເຮົາຢາກບອກພວກເຈົ້າແມ່ນສິ່ງນີ້: ໃນຊ່ວງເວລາທີ່ດໍາລົງຊີວິດດ້ວຍຄວາມເຊື່ອຕໍ່ພຣະເຈົ້າ ທຸກຄົນໄດ້ເຮັດສິ່ງທີ່ຕໍ່ຕ້ານ ແລະ ຫຼອກລວງພຣະເຈົ້າ. ການກະທໍາບໍ່ດີບາງຢ່າງກໍບໍ່ຈໍາເປັນຕ້ອງບັນທຶກວ່າເປັນການກະທໍາຜິດ ແຕ່ບາງຄັ້ງກໍໃຫ້ອະໄພບໍ່ໄດ້; ເນື່ອງຈາກວ່າ ການກະທໍາຫຼາຍຢ່າງທີ່ຝ່າຝືນຕໍ່ພຣະດໍາລັດປົກຄອງ ເຊິ່ງລ່ວງເກີນອຸປະນິໄສຂອງພຣະເຈົ້າ. ຫຼາຍຄົນທີ່ເປັນຫ່ວງກັບຊາຕາກໍາຂອງພວກເຂົາເອງອາດຈະຖາມວ່າ ການກະທໍາເຫຼົ່ານີ້ແມ່ນຫຍັງ. ເຈົ້າຄວນຮູ້ວ່າ ພວກເຈົ້າມີນິໄສອວດດີ ແລະ ຈອງຫອງໂດຍທໍາມະຊາດ ແລະ ບໍ່ເຕັມໃຈຍອມຮັບເອົາຄວາມຈິງ. ຍ້ອນເຫດຜົນດັ່ງກ່າວນີ້, ເຮົາຈໍາເປັນຕ້ອງບອກພວກເຈົ້າໃນຕອນນີ້ເທື່ອລະໜ້ອຍ ຫຼັງຈາກທີ່ພວກເຈົ້າໄດ້ໄຕ່ຕອງຕົນເອງ. ເຮົາແນະນໍາໃຫ້ພວກເຈົ້າທໍາຄວາມເຂົ້າໃຈກັບເນື້ອໃນຂອງພຣະດໍາລັດປົກຄອງໃຫ້ດີຂຶ້ນກວ່າເກົ່າ ແລະ ພະຍາຍາມຮຽນຮູ້ອູປະນິໄສຂອງພຣະເຈົ້າ. ຖ້າບໍ່ດັ່ງນັ້ນ ພວກເຈົ້າຈະບໍ່ສາມາດປິດປາກພວກເຈົ້າໄດ້, ລີ້ນຂອງເຈົ້າຈາກການເວົ້າໂອ້ອວດຢ່າງຕາມໃຈເກີນໄປ ແລະ ເຈົ້າຈະລ່ວງເກີນອຸປະນິໄສຂອງພຣະເຈົ້າໂດຍບໍ່ໄດ້ເຈດຕະນາ ແລະ ຕົກໄປຢູ່ໃນຄວາມມືດ, ສູນເສນການສະຖິດຂອງພຣະວິນຍານບໍລິສຸດ ແລະ ຂາດແສງສະຫວ່າງ. ເພາະວ່າພວກເຈົ້າແມ່ນບໍ່ມີຫຼັກການໃນການກະທໍາ, ເພາະເຈົ້າເຮັດ ແລະ ເວົ້າໃນສິ່ງທີ່ເຈົ້າບໍ່ຄວນ, ເຈົ້າຈະໄດ້ຮັບຜົນກໍາຕາມສະໜອງທີ່ເໝາະສົມ. ເຈົ້າຄວນຮູ້ວ່າ ເຖິງແມ່ນວ່າເຈົ້າບໍ່ມີຫຼັກການໃນຄຳເວົ້າ ແລະ ການກະທຳ, ພຣະເຈົ້າມີຫຼັກການໃນສອງຢ່າງນີ້ຫຼາຍ. ເຫດຜົນທີ່ເຈົ້າໄດ້ຮັບຜົນກໍາຕາມສະໜອງແມ່ນຍ້ອນວ່າເຈົ້າໄດ້ລ່ວງເກີນພຣະເຈົ້າ, ບໍ່ແມ່ນລ່ວງເກີນບຸກຄົນ. ໃນຊີວິດຂອງເຈົ້າ ຖ້າເຈົ້າໄດ້ກະທຳຜິດຫຼາຍຄັ້ງຕໍ່ອຸປະນິໄສຂອງພຣະເຈົ້າ, ແລ້ວເຈົ້າກໍຈະກາຍເປັນລູກຂອງນະຮົກ. ສໍາລັບມະນຸດແລ້ວ ມັນອາດຈະປະກົດວ່າເຈົ້າພຽງແຕ່ເຮັດສອງສາມຢ່າງທີ່ບໍ່ສອດຄ່ອງກັບຄວາມຈິງ ແລະ ບໍ່ມີຫຍັງຫຼາຍກວ່ານັ້ນ. ຢ່າງໃດກໍຕາມ ເຈົ້າຮູ້ຕົວຢູ່ບໍວ່າ ໃນສາຍຕາຂອງພຣະເຈົ້າ ເຈົ້າແມ່ນຄົນໜຶ່ງທີ່ບໍ່ມີເຄື່ອງບູຊາແທນຄວາມຜິດບາບໃຫ້ຖວາຍອີກແລ້ວ? ຍ້ອນເຈົ້າໄດ້ຝ່າຝືນພຣະດໍາລັດປົກຄອງຂອງພຣະເຈົ້າຫຼາຍກວ່າໜຶ່ງຄັ້ງ ແລະ ຍິ່ງໄປກວ່ານັ້ນ ເຈົ້າກໍບໍ່ໄດ້ສະແດງທ່າທີຂອງການສໍານຶກຜິດ, ບໍ່ມີທາງເລືອກອື່ນສຳລັບເຈົ້ານອກຈາກການຕົກນະຮົກ ເຊິ່ງເປັນບ່ອນທີ່ພຣະເຈົ້າລົງໂທດມະນຸດ. ໃນຂະນະທີ່ຕິດຕາມພຣະເຈົ້າ ມີຄົນຈໍານວນໜ້ອຍໄດ້ສ້າງການກະທຳບາງຢ່າງທີ່ລະເມີດຫຼັກການ ແຕ່ພາຍຫຼັງຖືກຈັດການ ແລະ ໄດ້ຮັບການຊີ້ນໍາ ພວກເຂົາກໍຄ່ອຍໆຄົ້ນພົບຄວາມເສື່ອມຊາມຂອງພວກເຂົາເອງ, ແລ້ວຫຼັງຈາກນັ້ນກໍໄດ້ເຂົ້າສູ່ເສັ້ນທາງແຫ່ງຄວາມຈິງທີ່ຖືກຕ້ອງ ແລະ ພວກເຂົາກໍສືບຕໍ່ຮັບການສຶກສາອົບຮົມເປັນຢ່າງດີຈົນຮອດປັດຈຸບັນ. ໃນຕອນສຸດທ້າຍ ກຸ່ມຄົນດັ່ງກ່າວແມ່ນຜູ້ທີ່ຈະຄົງເຫຼືອຢູ່. ແຕ່ເຮົາສະແຫວງຫາຄົນທີ່ຊື່ສັດ; ຖ້າເຈົ້າແມ່ນຄົນຊື່ສັດ ແລະ ເປັນຄົນທີ່ເຮັດຕາມຫຼັກການ ແລ້ວເຈົ້າກໍ່ສາມາດເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກພຣະເຈົ້າ. ຖ້າໃນການກະທໍາຂອງເຈົ້າ, ເຈົ້າບໍ່ໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ ແລະ ຫສະແຫວງຫາພຣະປະສົງຂອງພຣະເຈົ້າ ແລະ ມີຈິດໃຈເຄົາລົບບູຊາພຣະເຈົ້າ, ແລ້ວຄວາມເຊື່ອຂອງເຈົ້າກໍ່ໄດ້ມາດຕະຖານແລ້ວ. ຜູ້ໃດທີ່ບໍ່ເຄົາລົບບູຊາພຣະເຈົ້າ ແລະ ບໍ່ມີຈິດໃຈທີ່ຢໍາເກງແມ່ນຈະລ່ວງເກີນພຣະດໍາລັດປົກຄອງຂອງພຣະເຈົ້າຢ່າງຊັດເຈນ. ຫຼາຍຄົນຮັບໃຊ້ພຣະເຈົ້າດ້ວຍພະລັງຈາກຄວາມຮັກມັກຂອງພວກເຂົາ, ແຕ່ພັດບໍ່ມີຄວາມເຂົ້າໃຈກ່ຽວກັບພຣະດໍາລັດປົກຄອງຂອງພຣະເຈົ້າ, ແຮງໄກທີ່ຈະມີຄວາມຮູ້ກ່ຽວກັບຄວາມໝາຍ ທີ່ລຶກລັບຂອງພຣະທໍາຂອງພຣະອົງ. ແລ້ວສະນັ້ນ ດ້ວຍເຈດຕະນາທີ່ດີຂອງພວກເຂົາ, ພວກເຂົາກໍ່ມັກຈະຈົບລົງດ້ວຍການເຮັດສິ່ງຕ່າງໆທີ່ຂັດຂວາງການຄຸ້ມຄອງຂອງພຣະເຈົ້າ. ໃນກໍລະນີທີ່ຮ້າຍແຮງ ພວກເຂົາຈະຖືກໂຍນອອກ, ບໍ່ໃຫ້ມີໂອກາດໃນການຕິດຕາມພຣະອົງອີກ ແລະ ຖືກໂຍນລົງສູ່ນະຮົກ ເຊິ່ງຈະຢຸດຕິການພົວພັນທັງໝົດກັບເຮືອນຂອງພຣະອົງ. ຜູ້ຄົນເຫຼົ່ານີ້ເຮັດວຽກຢູ່ໃນເຮືອນຂອງພຣະເຈົ້າດ້ວຍພະລັງຈາກເຈດຕະນາດີຂອງພວກເຂົາຢ່າງບໍ່ຮູ້ ແລະ ສຸດທ້າຍກໍ່ສ້າງຄວາມໂກດເຄືອງໃຫ້ແກ່ອຸປະນິໄສຂອງພຣະເຈົ້າ. ຜູ້ຄົນຈະນໍາເອົາວິທີການຮັບໃຊ້ເຈົ້າໜ້າທີ່ ແລະ ເຈົ້ານາຍຂອງພວກເຂົາມາໃຊ້ໃນເຮືອນຂອງພຣະເຈົ້າ ແລະ ພະຍາຍາມນໍາໃຊ້ວິທີການເຫຼົ່ານັ້ນ ໂດຍຄິດຢ່າງໄຮ້ປະໂຫຍດວ່າ ວິທີການເຫຼົ່ານັ້ນຈະສາມາດນໍາມາໃຊ້ຢູ່ບ່ອນນີ້ຢ່າງງ່າຍດາຍໂດຍທີ່ບໍ່ຕ້ອງອອກແຮງຫຍັງ. ພວກເຂົາບໍ່ເຄີຍຈິນຕະນາການເລີຍວ່າ ພຣະເຈົ້າບໍ່ໄດ້ມີອຸປະນິໄສຄືດັ່ງລູກແກະ ແຕ່ພັດແມ່ນອຸປະນິໄສຄືດັ່ງໂຕສິງ. ດັ່ງນັ້ນ ຜູ້ທີ່ພົວພັນກັບພຣະເຈົ້າເປັນຄັ້ງທໍາອິດຈິ່ງບໍ່ສາມາດສື່ສານກັບພຣະອົງໄດ້ ເພາະວ່າຫົວໃຈຂອງພຣະອົງບໍ່ຄືກັນກັບມະນຸດ. ພາຍຫຼັງທີ່ເຈົ້າໄດ້ເຂົ້າໃຈຄວາມຈິງເຫຼົ່ານີ້ເທົ່ານັ້ນ, ເຈົ້າຈິ່ງຈະສາມາດສືບຕໍ່ມາຮູ້ຈັກກັບພຣະເຈົ້າໄດ້. ຄວາມຮູ້ນີ້ບໍ່ໄດ້ຖືກສ້າງຂຶ້ນໂດຍຄໍາເວົ້າ ແລະ ຫຼັກຄໍາສອນ, ແຕ່ສາມາດນໍາໄປໃຊ້ເປັນຊັບສົມບັດເພື່ອໃຫ້ເຈົ້າເປັນທີ່ໝັ້ນໃຈຢ່າງໃກ້ຊິດກັບພຣະເຈົ້າ ແລະ ເປັນສິ່ງພິສູດວ່າພຣະອົງມີຄວາມຍິນດີ ໃນຕົວເຈົ້າ. ຖ້າເຈົ້າຂາດຄວາມເປັນຈິງກ່ຽວກັບຄວາມຮູ້ ແລະ ບໍ່ປະກອບມີຄວາມຈິງ, ແລ້ວການຮັບໃຊ້ດ້ວຍຄວາມຮັກຂອງເຈົ້າກໍສາມາດນໍາເອົາຄວາມລັງກຽດ ແລະ ຄວາມກຽດຊັງ ຈາກພຣະເຈົ້າໄດ້. ມາຮອດຕອນນີ້ ເຈົ້າຄວນຄິດອອກແລ້ວວ່າ ຄວາມເຊື່ອໃນພຣະເຈົ້າບໍ່ແມ່ນການຮຽນທິດສະດີເທົ່ານັ້ນ!
ເຖິງວ່າພຣະທໍາທີ່ເຮົາໃຊ້ຕັກເຕືອນພວກເຈົ້າອາດຈະເປັນບົດຄວາມສັ້ນ, ທຸກສິ່ງທີ່ເຮົາໄດ້ອະທິບາຍມານີ້ແມ່ນສິ່ງທີ່ພວກເຈົ້າຍັງຂາດຫຼາຍທີ່ສຸດ. ເຈົ້າຄວນຮູ້ໄວ້ວ່າສິ່ງທີ່ເຮົາເວົ້າໃນປັດຈຸບັນ ແມ່ນເພື່ອປະໂຫຍດຂອງພາລະກິດສຸດທ້າຍຂອງເຮົາຕໍ່ມວນມະນຸດ ເຊິ່ງກໍເພື່ອປະໂຫຍດໃນການກໍານົດຈຸດຈົບຂອງມະນຸດ. ເຮົາບໍ່ປາດຖະໜາທີ່ຈະເຮັດພາລະກິດທີ່ບໍ່ມີປະໂຫຍດຫຍັງຫຼາຍໄປກວ່ານີ້ ແລະ ເຮົາບໍ່ປາດຖະໜາສືບຕໍ່ນໍາພາມະນຸດຜູ້ທີ່ສິ້ນຫວັງ ເໝືອນດັ່ງໄມ້ເນົ່າ, ຢ່າວ່າແຕ່ສືບຕໍ່ນໍາພາຜູ້ທີ່ມີ ເຈດຕະນາບໍ່ດີຢ່າງລັບໆເລີຍ. ບາງເທື່ອໃນມື້ໜຶ່ງ, ພວກເຈົ້າຈະເຂົ້າໃຈເຈດຕະນາທີ່ແທ້ຈິງ ທີ່ຢູ່ເບື້ອງຫຼັງຂອງພຣະທໍາຂອງເຮົາ ແລະ ການປະກອບສ່ວນທີ່ເຮົາໄດ້ມີຕໍ່ມວນມະນຸດ. ບາງເທື່ອໃນມື້ໜຶ່ງ ພວກເຈົ້າຈະເຂົ້າໃຈຂໍ້ຄວາມທີ່ເຮັດໃຫ້ພວກເຈົ້າສາມາດກໍານົດຈຸດຈົບຂອງຕົນເອງໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະໂອວາດສາມຂໍ້
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 608)
ເຮົາໄດ້ເຕືອນພວກເຈົ້າຫຼາຍຄັ້ງ ແລະ ໄດ້ປະທານຄວາມຈິງຫຼາຍຂໍ້ແກ່ພວກເຈົ້າເພື່ອເອົາຊະນະພວກເຈົ້າ. ໃນຕອນນີ້ ພວກເຈົ້າທຸກຄົນຮູ້ສຶກອຸດົມສົມບູນຫຼາຍຂຶ້ນກວ່າທີ່ເຈົ້າເປັນໃນອະດີດ, ເຂົ້າໃຈຫຼັກການຫຼາຍຂໍ້ກ່ຽວກັບວິທີທີ່ຄົນໆໜຶ່ງຄວນເປັນ ແລະ ເຈົ້າມີສາມັນສໍານຶກຫຼາຍດັ່ງທີ່ຄົນຊື່ສັດຄວນມີ. ນີ້ແມ່ນສິ່ງທີ່ພວກເຈົ້າໄດ້ຮັບເປັນເວລາຫຼາຍປີແລ້ວ. ທັງໝົດນີ້ຄືຜົນເກັບກ່ຽວທີ່ພວກເຈົ້າໄດ້ເກັບຕະຫຼອດຊ່ວງເວລາຫຼາຍປີ. ເຮົາບໍ່ໄດ້ປະຕິເສດຄວາມສຳເລັດຂອງພວກເຈົ້າ, ແຕ່ເຮົາຍັງຕ້ອງເວົ້າຢ່າງກົງໄປກົງມາວ່າເຮົາຍັງບໍ່ໄດ້ປະຕິເສດການບໍ່ເຊື່ອຟັງ ແລະ ການກະບົດທັງຫຼາຍທີ່ພວກເຈົ້າມີຕໍ່ເຮົາຕະຫຼອດເວລາຫຼາຍປີມານີ້, ຍ້ອນວ່າໃນທ່າມກາງພວກເຈົ້າແມ່ນບໍ່ມີນັກບຸນແມ່ນແຕ່ຄົນດຽວ. ພວກເຈົ້າແມ່ນຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ໂດຍບໍ່ມີຂໍ້ຍົກເວັ້ນ; ພວກເຈົ້າເປັນສັດຕູຂອງພຣະຄຣິດ. ຈົນເຖິງປັດຈຸບັນ, ການເຮັດຜິດ ແລະ ການບໍ່ເຊື່ອຟັງຂອງພວກເຈົ້າແມ່ນນັບບໍ່ຖ້ວນ, ດ້ວຍເຫດນັ້ນ ມັນຈິ່ງບໍ່ຄ່ອຍແປກ ທີ່ເຮົາໄດ້ເວົ້າຊໍ້າຕະຫຼອດເວລາຢູ່ຕໍ່ໜ້າພວກເຈົ້າ. ເຮົາບໍ່ຢາກດໍາລົງຊີວິດແບບນີ້ກັບພວກເຈົ້າ, ແຕ່ເພື່ອເຫັນແກ່ອະນາຄົດຂອງພວກເຈົ້າ, ເພື່ອຈຸດໝາຍປາຍທາງຂອງພວກເຈົ້າ, ເຮົາຈິ່ງຈະທວນຄືນສິ່ງທີ່ເຮົາໄດ້ເວົ້າອີກຄັ້ງໃນທີ່ນີ້. ເຮົາຫວັງວ່າ ພວກເຈົ້າຈະເຮັດຕາມໃຈເຮົາ ແລະ ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ພວກເຈົ້າຈະສາມາດເຊື່ອຖ້ອຍຄຳທຸກຂໍ້ຂອງເຮົາ ແລະ ເຂົ້າໃຈຄວາມໝາຍທີ່ເລິກເຊິ່ງໃນພຣະທໍາຂອງເຮົາ. ຈົ່ງຢ່າສົງໄສກ່ຽວກັບສິ່ງທີ່ເຮົາເວົ້າ, ຢ່າພຽງແຕ່ຮັບເອົາພຣະທຳຂອງເຮົາຕາມທີ່ເຈົ້າປາຖະໜາ ແລະ ໂຍນພວກມັນຕາມອຳເພີໃຈ; ເຮົາເຫັນວ່ານີ້ຄືສິ່ງທີ່ຮັບບໍ່ໄດ້. ຈົ່ງຢ່າຕັດສິນພຣະທໍາຂອງເຮົາ ແລະ ຢ່າວ່າແຕ່ການຖືເບົາຕໍ່ພຣະທໍາເຫຼົ່ານັ້ນເລີຍ ຫຼື ເວົ້າວ່າເຮົາລໍ້ລວງພວກເຈົ້າຕະຫຼອດ ຫຼື ຮ້າຍໄປກວ່ານັ້ນ ແມ່ນການເວົ້າວ່າ ສິ່ງທີ່ເຮົາບອກພວກເຈົ້າແມ່ນບໍ່ມີຄວາມຖືກຕ້ອງ. ເຮົາເຫັນວ່າສິ່ງເຫຼົ່ານີ້ເປັນສິ່ງທີ່ຮັບບໍ່ໄດ້. ຍ້ອນພວກເຈົ້າປະຕິບັດຕໍ່ເຮົາ ແລະ ປະຕິບັດຕໍ່ສິ່ງທີ່ເຮົາເວົ້າດ້ວຍຄວາມສົງໄສແບບນັ້ນ, ບໍ່ເຄີຍເອົາພຣະທໍາຂອງເຮົາ ແລະ ເມີນເສີຍຕໍ່ເຮົາ, ເຮົາຂໍບອກພວກເຈົ້າແຕ່ລະຄົນດ້ວຍຄວາມຈິງຈັງແທ້ໆ: ຢ່າເອົາສິ່ງທີ່ເຮົາເວົ້າໄປເຊື່ອມໂຍງກັບປັດຊະຍາ; ຢ່າເອົາສິ່ງທີ່ເຮົາເວົ້າໄປລວມກັນກັບຄໍາຫຼອກລວງຂອງນັກຕົ້ມຕຸນ. ເຈົ້າແຮງບໍ່ຄວນໂຕ້ຕອບພຣະທໍາຂອງເຮົາດ້ວຍການດູຖູກ. ບາງເທື່ອໃນອະນາຄົດອາດຈະບໍ່ມີໃຜສາມາດບອກພວກເຈົ້າໃນສິ່ງທີ່ເຮົາກໍາລັງບອກພວກເຈົ້າຢູ່ ຫຼື ເວົ້າກັບພວກເຈົ້າດ້ວຍຄວາມກະລຸນາ ຫຼື ພາພວກເຈົ້າຍ່າງຜ່ານຈຸດເຫຼົ່ານີ້ດ້ວຍຄວາມອົດທົນເລີຍ. ພວກເຈົ້າຈະໃຊ້ມື້ເຫຼົ່ານັ້ນເພື່ອເອີ້ນເວລາທີ່ດີກັບຄືນມາ ຫຼື ໃນການຮ້ອງໄຫ້ສຽງດັງ ຫຼື ຄວນຄາງດ້ວຍຄວາມເຈັບປວດ ຫຼື ເຈົ້າຈະດໍາລົງຊີວິດຜ່ານກາງຄືນທີ່ຄໍ່າມືດ ໂດຍທີ່ບໍ່ມີຄວາມຈິງ ຫຼື ຊີວິດແມ່ນແຕ່ໜ້ອຍດຽວ ຫຼື ພຽງແຕ່ລໍຖ້າຢ່າງໝົດຫວັງ ຫຼື ຢູ່ໃນຄວາມເສຍໃຈທີ່ຂົມຂື່ນຈົນພວກເຈົ້າສູນເສຍເຫດຜົນທັງໝົດ... ໂດຍແທ້ຈິງແລ້ວ ບໍ່ມີພວກເຈົ້າຄົນໃດທີ່ສາມາດຫຼີກເວັ້ນຈາກຄວາມເປັນໄປໄດ້ເຫຼົ່ານີ້. ເພາະບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ຄອບຄອງບ່ອນນັ່ງທີ່ພວກເຈົ້າໃຊ້ນັ່ງເພື່ອນະມັດສະການພຣະເຈົ້າຢ່າງແທ້ຈິງ, ແຕ່ເຮັດໃຫ້ຕົນເອງຈົມຢູ່ໃນໂລກແຫ່ງຕັນຫາ ແລະ ຄວາມຊົ່ວຮ້າຍ, ປະປົນຄວາມເຊື່ອຂອງພວກເຈົ້າ, ເຂົ້າໃສ່ຈິດວິນຍານ, ວິນຍານ ແລະ ຮ່າງກາຍຂອງພວກເຈົ້າ, ຫຼາຍໆສິ່ງທີ່ບໍ່ມີສ່ວນກ່ຽວຂ້ອງກັບຊີວິດ ແລະ ຄວາມຈິງ ແລະ ແທ້ຈິງແລ້ວ ແມ່ນການຕໍ່ຕ້ານສິ່ງເຫຼົ່ານັ້ນ. ສະນັ້ນ ສິ່ງທີ່ເຮົາຄາດຫວັງຈາກພວກເຈົ້າກໍຄືໃຫ້ພວກເຈົ້າສາມາດຖືກນໍາມາສູ່ເສັ້ນທາງແຫ່ງແສງສະຫວ່າງ. ຄວາມຫວັງຢ່າງດຽວຂອງເຮົາກໍຄືພວກເຈົ້າສາມາດເບິ່ງແຍງຕົວເອງ, ສາມາດລ້ຽງດູຕົວເອງ ແລະ ບໍ່ເໜັ້ນໜັກຫຼາຍກັບຈຸດໝາຍປາຍທາງຂອງເຈົ້າເອງ ໃນຂະນະທີ່ເບິ່ງພຶດຕິກໍາ ແລະ ການເຮັດຜິດຂອງຕົວດ້ວຍຄວາມບໍ່ສົນໃຈ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດຜິດຈະນໍາພາມະນຸດໄປສູ່ນະຮົກ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 609)
ເປັນເວລາດົນນານ, ຜູ້ຄົນທີ່ເຊື່ອໃນພຣະເຈົ້າໄດ້ຄາດຫວັງຫາຈຸດໝາຍປາຍທາງທີ່ສວຍງາມຢ່າງຈິງໃຈ ແລະ ທຸກຄົນທີ່ເຊື່ອໃນພຣະເຈົ້າຫວັງວ່າໂຊກລາບທີ່ດີຈະມາເຖິງພວກເຂົາທັນທີ. ພວກເຂົາທຸກຄົນກໍຫວັງວ່າ ກ່ອນທີ່ພວກເຂົາຈະຮູ້ເຖິງສິ່ງນັ້ນ ພວກເຂົາຈະເຫັນຕົວເອງນັ່ງຢູ່ບ່ອນໜຶ່ງດ້ວຍຄວາມສະຫງົບສຸກ ຫຼື ອີກບ່ອນໜຶ່ງຢູ່ເທິງສະຫວັນ. ແຕ່ເຮົາຂໍເວົ້າວ່າ ຜູ້ຄົນເຫຼົ່ານີ້ພ້ອມກັບຄວາມຄິດທີ່ສວຍງາມຂອງພວກເຂົາ ແມ່ນບໍ່ເຄີຍຮູ້ຈັກວ່າ ພວກເຂົາມີຄຸນສົມບັດ ຫຼື ບໍ່ ໃນການໄດ້ຮັບໂຊກລາບດັ່ງກ່າວທີ່ຕົກລົງມາຈາກສະຫວັນ ຫຼື ແມ່ນແຕ່ນັ່ງຢູ່ໃນທີ່ນັ້ນ. ພວກເຈົ້າໃນປັດຈຸບັນ ແມ່ນມີຄວາມຮູ້ທີ່ດີກ່ຽວກັບຕົວເອງ ແຕ່ພວກເຈົ້າຍັງຫວັງທີ່ຈະໜີພົ້ນຈາກໄພພິບັດຂອງຍຸກສຸດທ້າຍ ແລະ ມືຂອງອົງຊົງລິດທານຸພາບສູງສຸດ ເມື່ອພຣະອົງລົງໂທດຜູ້ທີ່ຊົ່ວຮ້າຍ. ມັນເບິ່ງຄືວ່າ ການຝັນຫວານ ແລະ ການຕ້ອງການສິ່ງຕ່າງໆດັ່ງທີ່ພວກມັນເປັນແມ່ນລັກສະນະທົ່ວໄປຂອງທຸກຄົນທີ່ຊາຕານໄດ້ເຮັດໃຫ້ເສື່ອມຊາມ ແລະ ບໍ່ແມ່ນຄວາມອັດສະລິຍະຂອງບາງຄົນ. ເຖິງຢ່າງນັ້ນ ເຮົາກໍຍັງຕ້ອງການຢຸດຕິຄວາມປາດຖະໜາທີ່ເກີນຂອບເຂດຂອງພວກເຈົ້າ ພ້ອມທັງຄວາມກະຕືລືລົ້ນຂອງພວກເຈົ້າໃນການໄດ້ຮັບພອນ. ເນື່ອງຈາກການເຮັດຜິດຂອງພວກເຈົ້າແມ່ນມີຫຼາຍ ແລະ ຂໍ້ແທ້ຈິງກ່ຽວກັບຄວາມກະບົດຂອງພວກເຈົ້າກໍມີຫຼາຍເພີ່ມຂຶ້ນເລື້ອຍໆ ແລ້ວສິ່ງເຫຼົ່ານີ້ຈະເໝາະກັບແຜນການອັນສວຍງາມສໍາລັບອະນາຄົດຂອງພວກເຈົ້າໄດ້ແນວໃດ? ຖ້າຫາກເຈົ້າຕ້ອງການເຮັດຜິດຕາມທີ່ເຈົ້າພໍໃຈໂດຍທີ່ບໍ່ມີຫຍັງດຶງເຈົ້າໄວ້ ແຕ່ກໍຍັງຕ້ອງການໃຫ້ຄວາມຝັນກາຍເປັນຈິງ, ແລ້ວເຮົາກໍຂໍສົ່ງເສີມໃຫ້ເຈົ້າສືບຕໍ່ຢູ່ໃນສະພາບທີ່ບໍ່ຮູ້ສຶກຕົວ ແລະ ບໍ່ໃຫ້ຕື່ນຂຶ້ນມາ ເພາະວ່າ ຄວາມຝັນຂອງເຈົ້າແມ່ນຄວາມຝັນທີ່ວ່າງເປົ່າ ແລະ ຢູ່ຕໍ່ໜ້າພຣະເຈົ້າຜູ້ຊອບທໍາ, ພຣະອົງຈະບໍ່ມີຂໍ້ຍົກເວັ້ນສໍາລັບເຈົ້າ. ຖ້າເຈົ້າພຽງແຕ່ຕ້ອງການໃຫ້ຄວາມຝັນກາຍເປັນຈິງ, ກໍຈົ່ງຢ່າຝັນ; ກົງກັນຂ້າມ ໃຫ້ຜະເຊີນກັບຄວາມຈິງ ແລະ ຄວາມເປັນຈິງຕະຫຼອດໄປ. ນັ້ນແມ່ນວິທີດຽວທີ່ຈະຊ່ວຍໃຫ້ເຈົ້າສາມາດລອດພົ້ນໄດ້. ໃນເລື່ອງຮູບປະທຳ, ຂັ້ນຕອນຕ່າງໆໃນວິທີການນີ້ແມ່ນຫຍັງ?
ກ່ອນອື່ນ, ໃຫ້ພິຈາລະນາເບິ່ງການເຮັດຜິດທັງໝົດຂອງເຈົ້າ ແລະ ກວດສອບພຶດຕິກໍາ ແລະ ຄວາມຄິດໃດໜຶ່ງທີ່ເຈົ້າມີເຊິ່ງບໍ່ສອດຄ່ອງກັບຄວາມຈິງ.
ນີ້ແມ່ນສິ່ງໜຶ່ງທີ່ພວກເຈົ້າສາມາດເຮັດໄດ້ຢ່າງງ່າຍດາຍ ແລະ ເຮົາເຊື່ອວ່າ ທຸກຄົນທີ່ສະຫຼາດກໍ່ສາມາດເຮັດສິ່ງນີ້ໄດ້. ເຖິງຢ່າງໃດກໍຕາມ, ຜູ້ຄົນເຫຼົ່ານັ້ນ ທີ່ບໍ່ເຄີຍຮູ້ຈັກຄວາມໝາຍຂອງການເຮັດຜິດ ແລະ ຄວາມຈິງ ແມ່ນຄົນທີ່ຖືກຍົກເວັ້ນ ຍ້ອນວ່າໂດຍພື້ນຖານແລ້ວ ພວກເຂົາບໍ່ແມ່ນຄົນທີ່ສະຫຼາດ. ເຮົາກໍາລັງເວົ້າເຖິງຜູ້ຄົນທີ່ພຣະເຈົ້າຮອງຮັບ, ຜູ້ທີ່ຊື່ສັດ, ບໍ່ໄດ້ຝ່າຝືນພຣະດໍາລັດຢ່າງຮ້າຍແຮງ ແລະ ສາມາດແຍກແຍະການເຮັດຜິດຂອງພວກເຂົາໄດ້ຢ່າງງ່າຍດາຍ. ເຖິງແມ່ນວ່າ ນີ້ຈະແມ່ນສິ່ງທີ່ເຮົາຕ້ອງການຈາກພວກເຈົ້າ ແຕ່ມັນກໍບໍ່ໄດ້ແມ່ນສິ່ງດຽວເທົ່ານັ້ນທີ່ເຮົາຕ້ອງການຈາກພວກເຈົ້າ. ບໍ່ວ່າໃນຫຍັງກໍຕາມ, ເຮົາຫວັງວ່າ ພວກເຈົ້າຈະບໍ່ຫົວຂວັນລັບໆຕໍ່ຄວາມຕ້ອງການນີ້ ແລະ ຍິ່ງໄປກວ່ານັ້ນກໍຄື ເຈົ້າຈະບໍ່ດູຖູກມັນ ຫຼື ບໍ່ຖືເບົາກັບມັນ. ເຈົ້າຄວນປະຕິບັດກັບມັນດ້ວຍຄວາມຈິງຈັງ ແລະ ບໍ່ເມີນເສີຍຕໍ່ມັນ.
ຢ່າງທີສອງ, ສໍາລັບການເຮັດຜິດ ແລະ ການບໍ່ເຊື່ອຟັງຂອງເຈົ້າແຕ່ລະຄົນ, ເຈົ້າຄວນຊອກຫາຄວາມຈິງທີ່ສອດຄ່ອງ ແລະ ຫຼັງຈາກນັ້ນກໍ່ນໍາໃຊ້ຄວາມຈິງເຫຼົ່ານີ້ເພື່ອແກ້ໄຂພວກມັນ. ຫຼັງຈາກນັ້ນ, ໃຫ້ປ່ຽນການກະທຳທີ່ເຮັດຜິດ ແລະ ຄວາມຄິດທີ່ບໍ່ເຊື່ອຟັງຂອງເຈົ້າ ແລະ ເຮັດດ້ວຍການປະຕິບັດແຫ່ງຄວາມຈິງ.
ຢ່າງທີສາມ, ເຈົ້າຄວນເປັນຄົນທີ່ຊື່ສັດ, ບໍ່ແມ່ນຄົນທີ່ສະຫຼາດ ແລະ ມີເລ່ລ່ຽມຢູ່ສະເໝີ. (ໃນເລື່ອງນີ້ ເຮົາຂໍຮ້ອງພວກເຈົ້າອີກຄັ້ງໃຫ້ເປັນຄົນຊື່ສັດ).
ຖ້າເຈົ້າສາມາດບັນລຸທັງສາມສິ່ງນີ້, ແລ້ວເຈົ້າກໍຈະເປັນໜຶ່ງໃນຄົນໂຊກດີ, ເປັນຄົນທີ່ຄວາມຝັນໄດ້ກາຍເປັນຈິງ ແລະ ເປັນຄົນທີ່ໄດ້ຮັບໂຊກລາບທີ່ດີ. ບາງເທື່ອ ພວກເຈົ້າຈະປະຕິບັດເງື່ອນໄຂທີ່ບໍ່ໜ້າດຶງດູດໃຈທັງສາມເຫຼົ່ານີ້ ຫຼື ບາງເທື່ອ ເຈົ້າຈະປະຕິບັດກັບພວກມັນຢ່າງບໍ່ມີຄວາມຮັບຜິດຊອບ. ເຖິງຢ່າງໃດກໍຕາມ, ຈຸດປະສົງຂອງເຮົາແມ່ນເພື່ອເຮັດໃຫ້ຄວາມຝັນຂອງພວກເຈົ້າເປັນຈິງ ແລະ ເພື່ອນໍາເອົາອຸດົມການຂອງພວກເຈົ້າໄປປະຕິບັດ, ບໍ່ແມ່ນເພື່ອເອົາພວກເຈົ້າມາລໍ້ຫຼິ້ນ ຫຼື ເພື່ອຫຼອກລວງພວກເຈົ້າ.
ຄວາມຮຽກຮ້ອງຂອງເຮົາອາດຈະທໍາມະດາ, ແຕ່ສິ່ງທີ່ເຮົາກໍາລັງບອກພວກເຈົ້າແມ່ນບໍ່ທໍາມະດາຄືດັ່ງກັບໜຶ່ງບວກໜຶ່ງເທົ່າກັບສອງ. ຖ້າສິ່ງດຽວທີ່ພວກເຈົ້າເຮັດ ແມ່ນການເວົ້າກ່ຽວກັບສິ່ງນີ້ໂດຍບໍ່ມີເປົ້າໝາຍ ຫຼື ເວົ້າເລື້ອຍເປື່ອຍແບບເປົ່າຫວ່າງ ແລະ ຟັງຄືສູງສົ່ງ, ແລ້ວແບບແຜນຂອງພວກເຈົ້າ ແລະ ຄວາມປາດຖະໜາຂອງພວກເຈົ້າກໍຈະເປັນໜ້າເຈ້ຍທີ່ວ່າງເປົ່າຕະຫຼອດການ. ເຮົາຈະບໍ່ມີຄວາມຮູ້ສຶກສົງສານຜູ້ຄົນເຫຼົ່ານັ້ນໃນບັນດາພວກເຈົ້າທີ່ທົນທຸກທໍລະມານເປັນເວລາຫຼາຍປີ ແລະ ເຮັດວຽກຢ່າງໜັກແຕ່ບໍ່ມີຫຍັງສະແດງໃຫ້ເຫັນເປັນຮູບປະທໍາ. ໃນທາງກົງກັນຂ້າມ, ເຮົາຈະປະຕິບັດຕໍ່ຄົນທີ່ບໍ່ໄດ້ເຮັດຕາມຄວາມຮຽກຮ້ອງຂອງເຮົາໂດຍການລົງໂທດ, ບໍ່ແມ່ນໂດຍການໃຫ້ລາງວັນ, ແຮງໄກທີ່ຈະເປັນຄວາມເຫັນອົກເຫັນໃຈ. ພວກເຈົ້າອາດຈິນຕະນາການວ່າ ໃນການເປັນຜູ້ຕິດຕາມເປັນເວລາຫຼາຍປີ ພວກເຈົ້າແມ່ນໄດ້ເຮັດວຽກຢ່າງໜັກບໍ່ວ່າໃນກໍລະນີໃດກໍຕາມ ແລະ ພວກເຈົ້າຄວນໄດ້ຮັບຖ້ວຍເຂົ້າໃນເຮືອນຂອງຂອງພຣະເຈົ້າຍ້ອນການເປັນຜູ້ໃຫ້ບໍລິການເທົ່ານັ້ນ. ເຮົາຈະເວົ້າວ່າ ພວກເຈົ້າສ່ວນໃຫຍ່ຄິດແບບນີ້ ຍ້ອນພວກເຈົ້າໄດ້ສະແຫວງຫາຫຼັກການກ່ຽວກັບວິທີການເອົາປຽບສິ່ງຕ່າງໆ ແລະ ບໍ່ຖືກເອົາປຽບຢູ່ສະເໝີ. ດ້ວຍເຫດນັ້ນ ເຮົາຈິ່ງກໍາລັງບອກພວກເຈົ້າຕອນນີ້ດ້ວຍຄວາມຈິງຈັງແທ້ໆວ່າ: ເຮົາບໍ່ສົນວ່າ ວຽກໜັກຂອງເຈົ້າແມ່ນຄວນໄດ້ຮັບການສັນລະເສີນສໍ່າໃດ, ຄຸນວຸດທິຂອງເຈົ້າແມ່ນເປັນສິ່ງທີ່ໜ້າປະທັບໃຈພຽງໃດ, ເຈົ້າໄດ້ຕິດຕາມເຮົາຢ່າງໃກ້ຊິດສໍ່າໃດ, ເຈົ້າມີຊື່ສຽງສໍ່າໃດ ຫຼື ເຈົ້າໄດ້ປັບປຸງທັດສະນະຄະຕິຂອງເຈົ້າຫຼາຍສໍ່າໃດ; ຕາບໃດທີ່ເຈົ້າບໍ່ໄດ້ເຮັດຕາມທີ່ເຮົາຮຽກຮ້ອງ, ເຈົ້າກໍຈະບໍ່ສາມາດໄດ້ຮັບການຍ້ອງຍໍຈາກເຮົາ. ໃຫ້ຂີດຂ້າຄວາມຄິດ ແລະ ການຄໍານວນເຫຼົ່ານັ້ນຂອງພວກເຈົ້າໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ເລີ່ມປະຕິບັດກັບຄວາມຮຽກຮ້ອງຂອງເຮົາດ້ວຍຄວາມຈິງຈັງ; ບໍ່ສະນັ້ນ, ເຮົາຈະຫັນປ່ຽນທຸກໆຄົນໃຫ້ເປັນຂີ້ເຖົ່າເພື່ອສິ້ນສຸດພາລະກິດຂອງເຮົາ ແລະ ຫຼາຍສຸດກໍປ່ຽນພາລະກິດ ແລະ ການທົນທຸກເປັນເວລາຫຼາຍປີຂອງເຮົາໃຫ້ກາຍເປັນສິ່ງທີ່ໄຮ້ຄວາມໝາຍ ຍ້ອນເຮົາບໍ່ສາມາດນໍາສັດຕູ ແລະ ຜູ້ຄົນທີ່ມີການປາກົດຕົວຂອງຊາຕານເຂົ້າມາໃນອານາຈັກຂອງເຮົາ ຫຼື ພາພວກເຂົາໄປສູ່ຍຸກຕໍ່ໄປ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດຜິດຈະນໍາພາມະນຸດໄປສູ່ນະຮົກ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 610)
ເຮົາມີຄວາມຫວັງຫຼາຍຢ່າງ. ເຮົາປາດຖະໜາໃຫ້ພວກເຈົ້າປະພຶດຕົນໃນທາງທີ່ຖືກຕ້ອງ ແລະ ດີຂຶ້ນ, ປະຕິບັດໜ້າທີ່ຂອງພວກເຈົ້າຢ່າງຊື່ສັດ, ມີຄວາມຈິງ ແລະ ຄວາມເປັນມະນຸດ, ເປັນຄົນທີ່ສາມາດມອບທຸກສິ່ງ ແລະ ແມ່ນແຕ່ຊີວິດຂອງຕົນເພື່ອພຣະເຈົ້າ ແລະ ອື່ນໆອີກ. ຄວາມຫວັງທັງໝົດນີ້ແມ່ນເກີດຈາກຄວາມຂາດເຂີນ ແລະ ຄວາມເສື່ອມຊາມຂອງພວກເຈົ້າ ແລະ ຄວາມບໍ່ເຊື່ອຟັງ. ຖ້າບໍ່ມີການສົນທະນາໃດທີ່ເຮົາມີກັບພວກເຈົ້າທີ່ຫພຽງພໍທີ່ຈະດຶງດູດຄວາມສົນໃຈຂອງພວກເຈົ້າ, ແລ້ວມັນກໍ່ມີແນວໂນ້ມວ່າສິ່ງດຽວທີ່ເຮົາສາມາດເຮັດໄດ້ກໍຄືບໍ່ເວົ້າຫຍັງອີກ. ຢ່າງໃດກໍຕາມ, ພວກເຈົ້າແມ່ນເຂົ້າໃຈຜົນຮັບຂອງສິ່ງນັ້ນ. ເຮົາບໍ່ຄ່ອຍພັກຜ່ອນຫຼາຍ, ສະນັ້ນ ຖ້າເຮົາບໍ່ເວົ້າ ເຮົາກໍຈະເຮັດບາງສິ່ງເພື່ອໃຫ້ຜູ້ຄົນເບິ່ງ. ເຮົາສາມາດເຮັດໃຫ້ລິ້ນຂອງຄົນເນົ່າເປື່ອຍ ຫຼື ເຮັດໃຫ້ບາງຄົນຕາຍແບບຖືກຕັດອອກເປັນສິ້ນສ່ວນ ຫຼື ເຮັດໃຫ້ເສັ້ນປະສາດຂອງຄົນຜິດປົກກະຕິ ແລະ ເຮັດໃຫ້ພວກເຂົາເບິ່ງໜ້າລັງກຽດໃນຫຼາຍວິທີທາງ. ແລ້ວອີກຄັ້ງ ເຮົາສາມາດເຮັດໃຫ້ຄົນທົນທຸກກັບຄວາມເຈັບປວດທີ່ເຮົາໄດ້ຕົ້ມໄວ້ໂດຍສະເພາະພວກເຂົາ. ດ້ວຍວິທີນີ້ ເຮົາຈະຮູ້ສຶກຍິນດີ, ມີຄວາມສຸກຫຼາຍ ແລະ ພໍໃຈເປັນຢ່າງຍິ່ງ. ມັນຖືກເວົ້າຢູ່ສະເໝີວ່າ “ຄວາມດີແມ່ນຖືກຕອບແທນດ້ວຍຄວາມດີ ແລະ ຄວາມຊົ່ວດ້ວຍຄວາມຊົ່ວ”, ແລ້ວເປັນຫຍັງໃນຕອນນີ້ຈຶ່ງບໍ່ເປັນແບບນັ້ນ? ຖ້າເຈົ້າຕ້ອງການຕໍ່ຕ້ານເຮົາ ແລະ ຕັດສິນບາງຢ່າງກ່ຽວກັບເຮົາ, ແລ້ວເຮົາກໍຈະເຮັດໃຫ້ປາກຂອງເຈົ້າເນົ່າເປື່ອຍ ແລະ ນັ້ນກໍຈະເຮັດໃຫ້ເຮົາດີໃຈຈົນບໍ່ມີສິ້ນສຸດ. ນີ້ກໍຍ້ອນວ່າ ໃນທີ່ສຸດແລ້ວ ສິ່ງທີ່ເຈົ້າໄດ້ເຮັດບໍ່ແມ່ນຄວາມຈິງ, ແຮງໄກທີ່ມັນກ່ຽວຂ້ອງກັບຊີວິດ, ໃນຂະນະທີ່ທຸກສິ່ງທີ່ເຮົາກະທໍາແມ່ນຄວາມຈິງ; ທຸກການກະທໍາຂອງເຮົາແມ່ນກ່ຽວຂ້ອງກັບຫຼັກການຂອງພາລະກິດຂອງເຮົາ ແລະ ພຣະດໍາລັດປົກຄອງທີ່ເຮົາໄດ້ວາງອອກ. ດັ່ງນັ້ນ, ເຮົາຂໍຊຸກຍູ້ໃຫ້ພວກເຈົ້າແຕ່ລະຄົນຈົ່ງສະສົມຄຸນງາມຄວາມດີ, ຢຸດເຮັດຄວາມຊົ່ວຕ່າງໆ ແລະ ເອົາໃຈໃສ່ກັບການຮຽກຮ້ອງຂອງເຮົາໃນເວລາວ່າງຂອງເຈົ້າ. ເມື່ອນັ້ນເຮົາກໍຈະຮູ້ສຶກປິຕິຍິນດີ. ຖ້າພວກເຈົ້າຕ້ອງປະກອບສ່ວນ (ຫຼື ບໍລິຈາກ) ເຂົ້າໃນຄວາມຈິງແມ່ນແຕ່ໜຶ່ງສ່ວນພັນຂອງຄວາມພະຍາຍາມທີ່ພວກເຈົ້າເຮັດໃຫ້ກັບເນື້ອໜັງ, ເຮົາກໍຂໍເວົ້າວ່າ ເຈົ້າຈະບໍ່ເຮັດຜິດຢູ່ເລື້ອຍໆ ແລະ ບໍ່ມີປາກທີ່ເນົ່າເປື່ອຍ. ສິ່ງນີ້ບໍ່ຊັດເຈນບໍ?
ຍິ່ງການເຮັດຜິດຂອງເຈົ້າຫຼາຍສໍ່າໃດ, ໂອກາດຂອງເຈົ້າໃນການໄດ້ຮັບຈຸດໝາຍປາຍທາງທີ່ດີກໍຍິ່ງໜ້ອຍລົງ. ກົງກັນຂ້າມ, ຍິ່ງການເຮັດຜິດຂອງເຈົ້າໜ້ອຍສໍ່າໃດ, ໂອກາດຂອງເຈົ້າໃນການຖືກພຣະເຈົ້າຍ້ອງຍໍກໍຍິ່ງຫຼາຍຂຶ້ນ. ຖ້າການເຮັດຜິດຂອງເຈົ້າເພີ່ມຂຶ້ນຮອດຈຸດທີ່ວ່າ ມັນເປັນໄປບໍ່ໄດ້ທີ່ເຮົາຈະຍົກໂທດໃຫ້ເຈົ້າ, ແລ້ວເຈົ້າກໍຈະສິ້ນເປືອງໂອກາດໃນການຖືກຍົກໂທດທັງໝົດ. ໃນກໍລະນີນັ້ນ ຈຸດໝາຍປາຍທາງຂອງເຈົ້າຈະບໍ່ຢູ່ເທິງ ແຕ່ຈະຢູ່ລຸ່ມ. ຖ້າເຈົ້າບໍ່ເຊື່ອເຮົາ ແລ້ວກໍຈົ່ງມີຄວາມກ້າຫານ ແລະ ເຮັດໃນສິ່ງທີ່ຜິດ ແລະ ຫຼັງຈາກນັ້ນ ກໍໃຫ້ເບິ່ງວ່າ ມັນຈະນໍາຫຍັງມາໃຫ້ເຈົ້າ. ຖ້າເຈົ້າເປັນຄົນທີ່ຈິງໃຈແທ້ກັບການປະຕິບັດຄວາມຈິງ ແລ້ວເຈົ້າກໍຈະມີໂອກາດທີ່ຄວາມຜິດຂອງເຈົ້າຈະໄດ້ຮັບການຍົກໂທດຢ່າງແນ່ນອນ ແລະ ເຈົ້າຈະບໍ່ເຊື່ອຟັງໜ້ອຍລົງເລື້ອຍໆ. ຖ້າເຈົ້າເປັນຄົນທີ່ບໍ່ເຕັມໃຈປະຕິບັດຄວາມຈິງ, ແລ້ວການເຮັດຜິດຂອງເຈົ້າຕໍ່ໜ້າພຣະເຈົ້າກໍຈະເພີ່ມທະວີຂຶ້ນຢ່າງແນ່ນອນ ແລະ ເຈົ້າຈະບໍ່ເຊື່ອຟັງຫຼາຍຂຶ້ນຫເລື້ອຍໆ, ຈົນວ່າເຈົ້າເຖິງຂີດຈໍາກັດ ເຊິ່ງຈະເປັນເວລາທີ່ເຈົ້າຖືກທໍາລາຍຢ່າງສິ້ນເຊີງ. ນີ້ຈະເປັນເວລາທີ່ຄວາມຝັນອັນສວຍງາມກ່ຽວກັບການຮັບພອນຂອງເຈົ້າຈະຖືກທໍາລາຍ. ຈົ່ງຢ່າຖືວ່າ ການເຮັດຜິດຂອງເຈົ້າແມ່ນເປັນຄວາມຜິດຂອງຄົນທີ່ຍັງບໍ່ບັນລຸນິຕິພາວະ ຫຼື ຄົນໂງ່; ຢ່າໃຊ້ຂໍ້ອ້າງວ່າ ເຈົ້າບໍ່ໄດ້ປະຕິບັດຄວາມຈິງ ເພາະຄວາມສາມາດຂອງເຈົ້າທີ່ມີໜ້ອຍໄດ້ເຮັດໃຫ້ມັນເປັນໄປບໍ່ໄດ້ທີ່ຈະປະຕິບັດແບບນັ້ນ. ຍິ່ງໄປກວ່ານັ້ນ ຢ່າພຽງແຕ່ຖືວ່າ ການເຮັດຜິດທີ່ເຈົ້າໄດ້ເຮັດນັ້ນແມ່ນເປັນການກະທໍາຂອງບາງຄົນທີ່ບໍ່ຮູ້ດີໄປກວ່ານີ້. ຖ້າເຈົ້າເກັ່ງໃນການຍົກໂທດໃຫ້ຕົວເອງ ແລະ ເກັ່ງໃນການປະຕິບັດກັບຕົວເອງດ້ວຍໃຈກວ້າງຂວາງ, ແລ້ວເຮົາກໍຂໍເວົ້າວ່າ ເຈົ້າແມ່ນຄົນຂີ້ຢ້ານຜູ້ທີ່ຈະບໍ່ມີວັນໄດ້ຮັບຄວາມຈິງ ຫຼື ການເຮັດຜິດຂອງເຈົ້າກໍຈະບໍ່ຢຸດຫຼອກຫຼອນເຈົ້າ; ພວກມັນຈະຫ້າມບໍ່ໃຫ້ເຈົ້າເຮັດຕາມຄວາມຮຽກຮ້ອງຂອງຄວາມຈິງ ແລະ ເຮັດໃຫ້ເຈົ້າເປັນໝູ່ຮ່ວມເດີນທາງທີ່ຈົງຮັກພັກດີຂອງຊາຕານຕະຫຼອດໄປ. ຄໍາແນະນໍາຂອງເຮົາໃຫ້ກັບເຈົ້າກໍຍັງຄືເກົ່າ: ຢ່າພຽງແຕ່ສົນໃຈກັບປາຍທາງຂອງເຈົ້າ ໃນຂະນະທີ່ເບິ່ງຂ້າມການເຮັດຜິດຂອງເຈົ້າທີ່ເຊື່ອງຊ້ອນຢູ່; ຈົ່ງຖືການເຮັດຜິດຂອງເຈົ້າຢ່າງຈິງຈັງ ແລະ ຢ່າເບິ່ງຂ້າມການເຮັດຜິດທັງໝົດຂອງເຈົ້າຍ້ອນເປັນຫ່ວງຕໍ່ຈຸດໝາຍປາຍທາງຂອງເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການເຮັດຜິດຈະນໍາພາມະນຸດໄປສູ່ນະຮົກ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 611)
ເຮົາໄດ້ຕັກເຕືອນພວກເຈົ້າໂດຍເຫັນແກ່ຜົນປະໂຫຍດຂອງການເອົາຕົວລອດຂອງພວກເຈົ້າເອງ ເພື່ອໃຫ້ພາລະກິດຂອງເຮົາດຳເນີນໄປຢ່າງນິ້ມນວນ ແລະ ເພື່ອໃຫ້ພາລະກິດທີ່ເລີ່ມຕົ້ນຂອງເຮົາທົ່ວທັງຈັກກະວານດຳເນີນໄປຢ່າງເໝາະສົມ ແລະ ສົມບູນ ໂດຍເປີດເຜີຍພຣະທຳ, ອຳນາດ, ສະຫງ່າລາສີ ແລະ ການພິພາກສາຂອງເຮົາທີ່ມີໃຫ້ກັບປະຊາຊົນໃນທຸກປະເທດ ແລະ ຊົນຊາດ. ພາລະກິດທີ່ເຮົາດຳ ເນີນທ່າມກາງພວກເຈົ້າແມ່ນການເລີ່ມຕົ້ນຂອງພາລະກິດຂອງເຮົາທົ່ວທັງຈັກກະວານ. ເຖິງແມ່ນວ່າ ປັດຈຸບັນນີ້ຄືເວລາແຫ່ງຍຸກສຸດທ້າຍ ຈົ່ງຮູ້ໄວ້ວ່າ “ຍຸກສຸດທ້າຍ” ເປັນພຽງຊື່ຂອງຍຸກໜຶ່ງ; ຄືກັນກັບຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ, ມັນໝາຍເຖິງຍຸກ ແລະ ມັນກ່າວເຖິງຍຸກທັງໝົດ ແທນທີ່ຈະແມ່ນສອງສາມປີ ຫຼື ສອງສາມເດືອນສຸດທ້າຍ. ເຖິງຢ່າງນັ້ນກໍຕາມ ຍຸກສຸດທ້າຍບໍ່ຄືກັບຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ພາລະກິດຂອງຍຸກສຸດທ້າຍບໍ່ໄດ້ດຳເນີນໃນອິດສະຣາເອນ ແຕ່ທ່າມກາງຕ່າງຊາດ; ມັນເປັນການເອົາໄຊຊະນະຕໍ່ໜ້າບັນລັງແຫ່ງປະຊາຊົນຂອງເຮົາຈາກທຸກຊົນຊາດ ແລະ ຊົນເຜົ່າທີ່ຢູ່ນອກອິດສະຣາເອນ ເພື່ອວ່າສະຫງ່າລາສຮຂອງເຮົາທົ່ວທັງຈັກກະວານຈະສາມາດເຕັມໄປທົ່ວອາວະກາດ ແລະ ທ້ອງຟ້າ. ມັນເປັນດັ່ງນັ້ນກໍເພື່ອວ່າ ເຮົາຈະສາມາດໄດ້ຮັບລັດສະໝີທີ່ຍິ່ງໃຫຍ່ກວ່າເກົ່າ ເພື່ອທຸກສິ່ງທີ່ມີຊີວິດເທິງແຜ່ນດິນໂລກຈະສາມາດສົ່ງຕໍ່ລັດສະໝີຂອງເຮົາໄປທຸກໆຊົນຊາດ, ຈາກຮຸ່ນສູ່ຮຸ່ນຕະລອດໄປ ແລະ ທຸກສິ່ງທີ່ມີຊີວິດໃນສະຫວັນ ແລະ ເທິງແຜ່ນດີນໂລກຈະສາມາດເຫັນລັດສະໝີທັງໝົດທີ່ເຮົາໄດ້ຮັບຢູ່ເທິງແຜ່ນດິນໂລກນີ້. ພາລະກິດທີ່ດຳເນີນໃນລະຫວ່າງຍຸກສຸດທ້າຍນີ້ ເປັນພາລະກິດແຫ່ງເອົາໄຊຊະນະ. ມັນບໍ່ແມ່ນການນໍາພາຊີວິດຂອງທຸກຄົນເທິງແຜ່ນດິນໂລກ ແຕ່ເປັນການສິ້ນສຸດຄວາມເປັນອໍາມະຕະຂອງມະນຸດຊາດ ແລະ ຊີວິດທີ່ຍາວນານເປັນເວລາພັນປີຂອງຄວາມອົດທົນຢູ່ເທິງແຜ່ນດິນໂລກ. ຜົນຕາມມາກໍຄື ພາລະກິດຂອງຍຸກສຸດທ້າຍບໍ່ສາມາດເປັນຄືກັບຊ່ວງເວລາສອງສາມພັນປີຂອງພາລະກິດທີ່ເກີດຂຶ້ນໃນອິດສະຣາເອນ ຫຼື ມັນບໍ່ສາມາດເປັນຄືກັບຊ່ວງເວລາພຽງສອງສາມພັນປີຂອງພາລະກິດທີ່ເກີດຂຶ້ນໃນຢູດາ ທີ່ສືບຕໍ່ເປັນເວລາສອງພັນປີຈົນຮອດການມາເກີດໃໝ່ຂອງພຣະເຈົ້າຄັ້ງທີສອງ. ຜູ້ຄົນໃນຍຸກສຸດທ້າຍຜະເຊີນພຽງແຕ່ການປາກົດຕົວອີກຄັ້ງຂອງພຣະຜູ້ໄຖ່ໃນຮ່າງກາຍຂອງມະນຸດ ແລະ ພວກເຂົາຮັບພາລະກິດສ່ວນຕົວ ແລະ ພຣະທຳຂອງພຣະເຈົ້າ. ມັນຈະບໍ່ແມ່ນສອງພັນປີ ກ່ອນທີ່ຍຸກສຸດທ້າຍຈະສິ້ນສຸດລົງ; ຍຸກສຸດທ້າຍດັ່ງກ່າວຈະຜ່ານໄປໄວ ຄືກັບເວລາທີ່ພຣະເຢຊູດຳເນີນພາລະກິດຂອງຍຸກແຫ່ງພຣະຄຸນໃນຢູດາ. ນີ້ກໍເພາະວ່າ ຍຸກສຸດທ້າຍເປັນການສິ້ນສຸດຂອງຍຸກທັງໝົດ. ເປັນຍຸກໃນການສຳເລັດ ແລະ ການສິ້ນສຸດຂອງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ແລະ ເປັນຍຸກສິ້ນສຸດການເດີນທາງແຫ່ງຄວາມທົນທຸກທໍລະມານໃນຊີວິດຂອງມະນຸດ. ຍຸກສຸດທ້າຍບໍ່ໄດ້ນໍາມະນຸດທັງໝົດເຂົ້າສູ່ຍຸກໃໝ່ ຫຼື ອະນຸຍາດໃຫ້ມະນຸດສືບຕໍ່ດຳລົງຊີວິດ; ສິ່ງນັ້ນຈະບໍ່ມີຄວາມສຳຄັນສຳລັບແຜນການຄຸ້ມຄອງຂອງເຮົາ ຫຼື ການດຳລົງຢູ່ຂອງມະນຸດ. ຖ້າມະນຸດຊາດສືບຕໍ່ເປັນແບບນີ້ ແລ້ວອີກບໍ່ດົນ ພວກເຂົາຈະຖືກກືນກິນໂດຍພະຍາມານ ແລະ ວິນຍານເຫຼົ່ານັ້ນທີ່ເປັນຂອງເຮົາ ໃນທີ່ສຸດ ກໍຈະຖືກທໍາລາຍໂດຍມືຂອງມັນ. ພາລະກິດຂອງເຮົາຄົງຢູ່ເປັນເວລາຫົກພັນປີ ແລະ ເຮົາສັນຍາວ່າ ການຄວບຄຸມມະນຸດທັງໝົດຂອງຜີຮ້າຍກໍ່ຈະບໍ່ດົນໄປກວ່າຫົກພັນປີ. ແລ້ວດ້ວຍເຫດນັ້ນ ເວລາແມ່ນໝົດແລ້ວ. ເຮົາຈະບໍ່ສືບຕໍ່ ຫຼື ຊັກຊ້າອີກຕໍ່ໄປ, ລະຫວ່າງຍຸກສຸດທ້າຍ ເຮົາຈະຕີພ່າຍແພ້ຊາຕານ, ເຮົາຈະເອົາລັດສະໝີທັງໝົດຂອງເຮົາຄືນ ແລະ ເຮົາຈະຮຽກວິນຍານທັງໝົດທີ່ເປັນຂອງເຮົາເທິງແຜ່ນດິນໂລກກັບມາ ເພື່ອວິນຍານທີ່ທົນທຸກທໍລະມານເຫຼົ່ານີ້ຈະລອດພົ້ນຈາກທະເລແຫ່ງຄວາມທົນທຸກທໍລະມານ ແລະ ດ້ວຍເຫດນັ້ນ ຈະສິ້ນສຸດພາລະກິດທັງໝົດຂອງເຮົາເທິງແຜ່ນດິນໂລກ. ນັບຈາກມື້ນີ້ເປັນຕົ້ນໄປ ເຮົາຈະບໍ່ມາເປັນມະນຸດເທິງແຜ່ນດິນໂລກອີກ ແລະ ພາລະກິດທັງໝົດທີ່ຄວບຄຸມໂດຍພຣະວິນຍານຂອງເຮົາກໍຈະບໍ່ເກີດຂຶ້ນເທິງແຜ່ນດິນໂລກອີກຕໍ່ໄປ. ແຕ່, ເຮົາຈະເຮັດອີກສິ່ງໜຶ່ງເທິງແຜ່ນດິນໂລກ: ເຮົາຈະສ້າງ ມະນຸດຊາດຂຶ້ນມາໃໝ່ ເຊິ່ງເປັນມະນຸດຊາດທີ່ບໍລິສຸດ ແລະ ເປັນເມືອງທີ່ສັດຊື່ຂອງເຮົາເທິງແຜ່ນດິນໂລກ. ແຕ່ຈົ່ງຮູ້ໄວ້ວ່າ ເຮົາຈະບໍ່ທຳລາຍໂລກທັງໝົດ ຫຼື ເຮົາຈະບໍ່ທຳລາຍມະນຸດຊາດທັງໝົດ. ເຮົາຈະຮັກສາໜຶ່ງສ່ວນສາມທີ່ຍັງເຫຼືອຢູ່, ໜຶ່ງສ່ວນສາມທີ່ຮັກເຮົາ ທີ່ເຮົາມີໄຊຊະນະຢ່າງແທ້ຈິງ ແລະ ເຮົາຈະເຮັດໃຫ້ໜຶ່ງສ່ວນສາມນີ້ເກີດຜົນ ແລະ ຂະຫຍາຍຢູ່ເທິງແຜ່ນດິນໂລກຄືກັບທີ່ຊາວອິດສະຣາເອນໄດ້ເຮັດພາຍໃຕ້ຂໍ້ບັນຍັດ, ລ້ຽງພວກເຂົາດ້ວຍແກະ ແລະ ງົວຈຳນວນຫຼວງຫຼາຍ ພ້ອມດ້ວຍຄວາມອຸດົມສົມບູນທັງໝົດຂອງແຜ່ນດິນໂລກ. ມະນຸດຊາດກຸ່ມນີ້ຈະຢູ່ກັບເຮົາຕະຫຼອດໄປ, ແຕ່ມັນບໍ່ແມ່ນມະນຸດຊາດສົກກະປົກທີ່ເປັນຕາເວດທະນາໃນປັດຈຸບັນ ແຕ່ແມ່ນມະນຸດຊາດທີ່ເປັນການຮວບຮວມຈາກຄົນເຫຼົ່ານັ້ນທຸກຄົນທີ່ຖືກຮັບໂດຍເຮົາ. ມະນຸດຊາດດັ່ງກ່າວຈະບໍ່ຖືກທຳລາຍ, ຮຸກຮານ ຫຼື ຄວບຄຸມໂດຍຊາຕານ ແລະ ຈະເປັນມະນຸດຊາດພຽງກຸ່ມດຽວທີ່ດຳລົງຊີວິດຢູ່ເທິງແຜ່ນດິນໂລກຫຼັງຈາກທີ່ເຮົາເອົາໄຊຊະນະຊາຕານ. ເປັນມະນຸດຊາດທີ່ເຮົາໄດ້ເອົາຊະນະໃນມື້ນີ້ ແລະ ຖືກຮັບໂດຍພຣະສັນຍາຂອງເຮົາ. ດ້ວຍເຫດນັ້ນ ມະນຸດຊາດທີ່ຖືກເອົາຊະນະໃນລະຫວ່າງຍຸກສຸດທ້າຍກໍແມ່ນມະນຸດຊາດທີ່ຈະຮັບການຍົກເວັ້ນ ແລະ ຈະໄດ້ຮັບພອນຕະຫຼອດໄປເປັນນິດຂອງເຮົາ. ມັນຈະເປັນພຽງຂໍ້ພິສູດດຽວແຫ່ງໄຊຊະນະຂອງເຮົາເໜືອຊາຕານ ແລະ ເປັນພຽງຊະເລີຍເສິກຂອງສົງຄາມລະຫວ່າງເຮົາກັບຊາຕານ. ເຮົາໄດ້ໄຖ່ຊະເລີຍເສິກສົງຄາມເຫຼົ່ານີ້ຈາກອຳນາດຂອງຊາຕານ ແລະ ເປັນພຽງການຫຼໍ່ຫຼອມແກ້ວຜະລຶກ ແລະ ໝາກຜົນດຽວຂອງແຜນການຄຸ້ມຄອງຫົກພັນປີຂອງເຮົາ. ພວກເຂົາມາຈາກທຸກຊົນຊາດ ແລະ ທຸກນິກາຍ, ທຸກຫົນແຫ່ງ ແລະ ທຸກປະເທດທົ່ວທັງຈັກກະວານ. ພວກເຂົາມາຈາກຊົນຊາດທີ່ແຕກຕ່າງກັນ, ມີພາສາ, ປະເພນີ ແລະ ສີຜິວທີ່ແຕກຕ່າງກັນ; ພວກເຂົາຂະຫຍາຍໄປທົ່ວທຸກເຊື້ອຊາດ ແລະ ສາສະໜາຕ່າງໆເທິງແຜ່ນດິນໂລກ ແລະ ແມ່ນແຕ່ທຸກໆມຸມຂອງແຜ່ນດິນໂລກ. ໃນທີ່ສຸດ ພວກເຂົາຈະລວມຕົວກັນເພື່ອສ້າງມະນຸດຊາດທີ່ສົມບູນແບບ ເຊິ່ງເປັນການຮວບຮວມຂອງມະນຸດທີ່ກຳລັງຂອງຊາຕານຈະບໍ່ສາມາດເຂົ້າເຖິງໄດ້. ຄົນເຫຼົ່ານັ້ນທີ່ຢູ່ທ່າມກາງມະນຸດຊາດເຊິ່ງບໍ່ໄດ້ຮັບຄວາມລອດພົ້ນ ແລະ ເຮົາບໍ່ໄດ້ເອົາຊະນະຈະຕົກລົງໄປໃນທະເລເລິກຢ່າງງຽບໆ ແລະ ຈະຖືກເຜົາໄໝ້ໂດຍແປວໄຟທີ່ທຳລາຍລ້າງຂອງເຮົາຕະຫຼອດໄປເປັນນິດ. ເຮົາຈະທຳລາຍມະນຸດຊາດກຸ່ມເກົ່າແກ່ ແລະ ສົກກະປົກຫຼາຍທີ່ສຸດເຫຼົ່ານີ້ ດັ່ງທີ່ເຮົາໄດ້ທຳລາຍລູກຊາຍກົກ ແລະ ງົວຂອງອີຢິບ, ລະເວັ້ນພຽງຊາວອິດສະຣາເອ ຜູ້ທີ່ໄດ້ກິນຊີ້ນແກະ, ດື່ມເລືອດແກະ ແລະ ທາເລືອດແກະໃສ່ໄມ້ຂອບວົງປະຕູຂອງພວກເຂົາ. ຜູ້ຄົນທີ່ເຮົາໄດ້ເອົາຊະນະ ແລະ ເປັນຄອບຄົວຂອງເຮົາບໍ່ແມ່ນຜູ້ຄົນທີ່ກິນຊີ້ນຂອງແກະເຊິ່ງແມ່ນເຮົາ ແລະ ດື່ມເລືອດຂອງແກະເຊິ່ງແມ່ນເຮົາ ແລະ ທີ່ໄດ້ຮັບການໄຖ່ຈາກເຮົາ ແລະ ສັນລະເສີນເຮົາບໍ? ຜູ້ຄົນເຫຼົ່ານັ້ນຈະບໍ່ໄດ້ຮັບການຕິດຕາມໂດຍລັດສະໝີຂອງເຮົາບໍ? ຄົນເຫຼົ່ານັ້ນທີ່ປາສະຈາກຊີ້ນຂອງແກະເຊິ່ງແມ່ນເຮົາ ບໍ່ໄດ້ຈົມລົງສູ່ທະເລເລິກຢ່າງງຽບໆແລ້ວບໍ? ມື້ນີ້ ພວກເຈົ້າຕໍ່ຕ້ານເຮົາ ແລະ ມື້ນີ້ ພຣະທຳຂອງເຮົາກໍເປັນສິ່ງດຽວກັນກັບທີ່ພຣະເຢໂຮວາໄດ້ກ່າວກັບລູກ ແລະ ຫຼານຂອງອິດສະຣາເອນ. ແຕ່ຄວາມແຂງກະດ້ານໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າກຳລັງເຮັດໃຫ້ຄວາມໂກດຮ້າຍຂອງເຮົາເພີ່ມຂຶ້ນເລື້ອຍໆ, ນໍາເອົາຄວາມທົນທຸກທໍລະມານມາຍັງເນື້ອໜັງຂອງພວກເຈົ້າເພີ່ມຂຶ້ນອີກ, ການພິພາກສາຄວາມຜິດບາບທີ່ຫຼາຍຂຶ້ນ ແລະ ຄວາມໂກດຮ້າຍໃນຄວາມບໍ່ທ່ຽງທຳຂອງພວກເຈົ້າທີ່ເພີ່ມຂຶ້ນ. ແລ້ວໃຜທີ່ສາມາດຍົກເວັ້ນໃນມື້ທີ່ເຮົາໂກດຮ້າຍ ໃນເມື່ອພວກເຈົ້າປະຕິບັດຕໍ່ເຮົາຄືດັ່ງທຸກວັນນີ້? ຄວາມບໍ່ທ່ຽງທຳຂອງໃຜແນ່ທີ່ສາມາດລອດພົ້ນຈາກສາຍຕາແຫ່ງການລົງໂທດຂອງເຮົາ? ຄວາມຜິດບາບຂອງໃຜແນ່ທີ່ສາມາດໜີພົ້ນຈາກມືຂອງເຮົາ ນັ້ນຄືອົງຊົງລິດທານຸພາບສູງສຸດ? ການທ້າທາຍຂອງໃຜແນ່ທີ່ສາມາດລອດພົ້ນຈາກການພິພາກສາຂອງເຮົາ ນັ້ນຄື ອົງຊົງລິດທານຸພາບສູງສຸດ? ດ້ວຍເຫດນັ້ນ ເຮົາຄືພຣະເຢໂຮວາ ທີ່ກ່າວກັບພວກເຈົ້າ, ເຊື້ອສາຍຂອງຄອບຄົວຕ່າງຊາດ ແລະ ພຣະທຳທີ່ເຮົາກ່າວກັບເຈົ້າຍິ່ງໃຫຍ່ກວ່າຖ້ອຍຄຳຂອງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ ແຕ່ເຈົ້າກໍແຂງກະດ້າງຫຼາຍກວ່າປະຊາຊົນທັງໝົດຂອງອີຢິບ. ພວກເຈົ້າບໍ່ໄດ້ສະສົມຄວາມໂກດຮ້າຍຂອງເຮົາໃນຂະນະທີ່ເຮົາດຳເນີນພາລະກິດຂອງເຮົາຢ່າງສະຫງົບງຽບບໍ? ພວກເຈົ້າຈະສາມາດລອດພົ້ນຢ່າງປອດໄພຈາກວັນຂອງເຮົາ, ອົງຊົງລິດທານຸພາບສູງສຸດໄດ້ແນວໃດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ
ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 612)
ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ ວ່າສິ່ງໃດຄືການພິພາກສາ ແລະ ສິ່ງໃດຄືຄວາມຈິງ? ຖ້າເຈົ້າໄດ້ເຂົ້າໃຈແລ້ວ, ແລ້ວເຮົາຂໍແນະນໍາເຈົ້າໃຫ້ຍອມເຊື່ອຟັງຮັບເອົາການຖືກພິພາກສາ, ບໍ່ດັ່ງນັ້ນ ເຈົ້າຈະບໍ່ໄດ້ມີໂອກາດທີ່ຈະຖືກຍົກຍ້ອງໂດຍພຣະເຈົ້າ ຫຼື ຖືກພຣະອົງນໍາພາໄປສູ່ອານາຈັກຂອງພຣະອົງ. ຜູ້ທີ່ພຽງຍອມຮັບເອົາຄໍາພິພາກສາ ແຕ່ບໍ່ສາມາດຖືກຊໍາລະລ້າງໃຫ້ບໍລິສຸດຈັກເທື່ອ, ນັ້ນກໍຄື ຜູ້ທີ່ຫຼົບໜີໄປໃນທ່າມກາງພາລະກິດແຫ່ງການພິພາກສາ ຈະຖືກລັງກຽດ ແລະ ປະຕິເສດໂດຍພຣະເຈົ້າຕະຫຼອດໄປ. ຄວາມບາບຂອງພວກເຂົາຈະມີຢ່າງຫຼວງຫຼາຍກວ່າ ແລະ ຮ້າຍແຮງກວ່າຄວາມບາບພວກຟາຣິຊາຍ ຍ້ອນວ່າພວກເຂົາໄດ້ທໍລະຍົດພຣະເຈົ້າ ແລະ ເປັນກະບົດຕໍ່ພຣະເຈົ້າ. ຜູ້ຄົນດັ່ງກ່າວ ຜູ້ທີ່ບໍ່ມີສົມຄວນແມ່ນແຕ່ຈະເຮັດບໍລິການ ກໍຈະໄດ້ຮັບການລົງໂທດທີ່ຮ້າຍແຮງຂຶ້ນກວ່າເກົ່າ, ຍິ່ງໄປກວ່ານັ້ນກໍເປັນການລົງໂທດຊົ່ວນິລັນດອນ. ພຣະເຈົ້າຈະບໍ່ຍົກເວັ້ນຄົນທໍລະຍົດ ຜູ້ທີ່ໄດ້ສະແດງຄວາມສັດຊື່ດ້ວຍຄຳເວົ້າ ແຕ່ຕໍ່ມາແມ່ນທໍລະຍົດຕໍ່ພຣະອົງ. ຄົນປະເພດນີ້ຈະໄດ້ຮັບຜົນກໍາຜ່ານການລົງໂທດຕໍ່ວິນຍານ, ຈິດໃຈ ແລະ ຮ່າງກາຍ. ແລ້ວນີ້ບໍ່ແມ່ນການເປີດເຜີຍແທ້ຈິງເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ? ນີ້ບໍ່ແມ່ນຈຸດປະສົງຂອງພຣະເຈົ້າໃນການຕັດສິນລົງໂທດ ແລະ ເປີດເຜີຍເຂົາບໍ? ພຣະເຈົ້າໄດ້ມອບໝາຍທຸກຄົນທີ່ປະຕິບັດຄວາມປະພຶດຊົ່ວຊ້າທຸກປະເພດໃນລະຫວ່າງເວລາແຫ່ງການພິພາກສາໄປສະຖານທີ່ໆເຕັມໄປດ້ວຍວິນຍານຊົ່ວ ແລະ ປ່ອຍໃຫ້ວິນຍານຊົ່ວເຫຼົ່ານີ້ທໍາລາຍຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາຕາມໃຈມັກ ແລະ ຮ່າງກາຍຂອງຜູ້ຄົນເຫຼົ່ານີ້ກໍສົ່ງກິ່ນເໝັນເນົ່າຂອງຊາກສົບ. ສິ່ງດັ່ງກ່າວແມ່ນຜົນກຳທີ່ເໝາະສົມສຳລັບພວກເຂົາ. ພຣະເຈົ້າຈົດບັນທຶກຄວາມບາບທຸກຢ່າງຂອງຜູ້ເຊື່ອຈອມປອມທີ່ບໍ່ຊື່ສັດ, ອັກຄະສາວົກປອມ ແລະ ຜູ້ປະຕິບັດພາລະກິດຈອມປອມ; ຫລັງຈາກນັ້ນ ເມື່ອເຖິງເວລາທີ່ເໝາະສົມ ພຣະອົງຈະໂຍນພວກເຂົາໄປຢູ່ທ່າມກາງວິນຍານທີ່ສົກກະປົກ, ປ່ອຍໃຫ້ວິນຍານທີ່ສົກກະປົກເຫຼົ່ານີ້ເຮັດໃຫ້ຮ່າງກາຍຂອງພວກເຂົາທັງໝົດເປິເປື້ອນຢ່າງຕາມໃຈມັກ ເພື່ອວ່າພວກເຂົາຈະບໍ່ໄດ້ເກີດໃໝ່ອີກຄັ້ງ ແລະ ບໍ່ໄດ້ເຫັນແສງສະຫວ່າງອີກຈັກເທື່ອ. ຜູ້ໜ້າຊື່ໃຈຄົດເຫຼົ່ານັ້ນ ທີ່ໄດ້ເຮັດບໍລິການໃນໄລຍະເວລາໃດໜຶ່ງ ແຕ່ບໍ່ສາມາດສືບຕໍ່ຈົງຮັກພັກດີເຖິງທີ່ສຸດແມ່ນຖືກພຣະເຈົ້ານັບໃຫ້ຢູ່ກຸ່ມຄົນຊົ່ວຊ້າ ເພື່ອວ່າພວກເຂົາຈະສົມຮູ້ຮ່ວມຄິດກັບຄົນຊົ່ວຊ້າ ແລະ ກາຍເປັນສ່ວນໜຶ່ງຂອງກຸ່ມຄົນທີ່ຂາດລະບຽບວິໄນ; ໃນທີ່ສຸດ ພຣະເຈົ້າຈະທໍາລາຍລ້າງພວກເຂົາ. ພຣະເຈົ້າປະຖິ້ມ ແລະ ບໍ່ສົນໃຈກັບຜູ້ທີ່ບໍ່ເຄີຍມີຄວາມຊື່ສັດຕໍ່ພຣະຄຣິດ ຫຼື ບໍ່ປະກອບສ່ວນຫຍັງດ້ວຍກຳລັງຂອງພວກເຂົາ ແລະ ເມື່ອຍຸກໄດ້ປ່ຽນແປງໄປ ພຣະອົງຈະທໍາລາຍລ້າງພວກເຂົາທັງໝົດ. ພວກເຂົາຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກອີກຕໍ່ໄປ, ແຮງໄກທີ່ພວກເຂົາຈະໄດ້ຮັບເສັ້ນທາງເຂົ້າສູ່ອານາຈັກຂອງພຣະເຈົ້າ. ຜູ້ທີ່ບໍ່ເຄີຍຈິງໃຈຕໍ່ພຣະເຈົ້າ ແຕ່ຖືກບັງຄັບໂດຍສະຖານະການໃຫ້ປະຕິບັດຕໍ່ພຣະອົງພໍເປັນພິທີ ແມ່ນຈະຖືກນັບໄວ້ກັບຜູ້ຄົນທີ່ເຮັດບໍລິການສຳລັບຄົນຂອງພຣະອົງ. ໃນບັນດາມະນຸດເຫຼົ່ານັ້ນ ມີພຽງຈໍານວນນ້ອຍຄົນທີ່ສາມາດຢູ່ລອດໄດ້ ໃນຂະນະທີ່ຄົນສ່ວນໃຫຍ່ຈະຈິບຫາຍໄປພ້ອມກັບຜູ້ທີ່ໃຫ້ບໍລິການທີ່ບໍ່ໄດ້ມາດຕະຖານ. ໃນທີ່ສຸດແລ້ວ, ພຣະເຈົ້າຈະນໍາເອົາທຸກຄົນຜູ້ທີ່ມີຄວາມຄິດອັນໜຶ່ງອັນດຽວກັບພຣະເຈົ້າເຂົ້າສູ່ອານາຈັກຂອງພຣະອົງ ເຊັ່ນ: ຜູ້ຄົນ ແລະ ລູກຊາຍຂອງພຣະເຈົ້າ ແລະ ຄົນທີ່ຖືກກໍານົດໄວ້ລ່ວງໜ້າໂດຍພຣະເຈົ້າໃຫ້ເປັນປະໂລຫິດ. ພວກເຂົາຈະເປັນໝາກຜົນຂອງພາລະກິດຂອງພຣະເຈົ້າ. ແຕ່ສໍາລັບຄົນທີ່ບໍ່ສາມາດຖືກຈັດຢູ່ໃນປະເພດທີ່ພຣະເຈົ້າໄດ້ກໍານົດໄວ້, ພວກເຂົາຈະຖືກນັບໃຫ້ຢູ່ທ່າມກາງຜູ້ບໍ່ເຊື່ອ ແລະ ແນ່ນອນ ພວກເຈົ້າສາມາດຈິນຕະນາການໄດ້ເລີຍວ່າ ຜົນຮັບຂອງພວກເຂົາຈະອອກມາແບບໃດ. ເຮົາໄດ້ເວົ້າທຸກສິ່ງທີ່ເຮົາຄວນເວົ້າກັບພວກເຈົ້າໄປແລ້ວ; ເສັ້ນທາງທີ່ພວກເຈົ້າເລືອກແມ່ນທາງເລືອກຂອງພວກເຈົ້າເອງ. ສິ່ງທີ່ພວກເຈົ້າຄວນເຂົ້າໃຈກໍຄື: ພາລະກິດຂອງພຣະເຈົ້າບໍ່ເຄີຍລໍຖ້າສໍາລັບຄົນທີ່ບໍ່ສາມາດກ້າວທັນພຣະອົງໄດ້ ແລະ ອຸປະນິໄສຊອບທໍາຂອງພຣະເຈົ້າຈະບໍ່ສະແດງຄວາມເມດຕາຕໍ່ມະນຸດຄົນໃດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ