ການຮູ້ຈັກພຣະເຈົ້າ I

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 1)

ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ, ໄດ້ຢັ່ງຮູ້ຢ່າງແທ້ຈິງ ແລະ ມາຮູ້ຈັກພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່, ເບິ່ງວ່າ ເຈົ້າຮູ້ຈັກຢ່າງແທ້ຈິງ ຫຼື ບໍ່ ວ່າພຣະເຈົ້າມີທັດສະນະຄະຕິແບບໃດຕໍ່ມະນຸດແຕ່ລະປະເພດ ແລະ ເບິ່ງວ່າ ເຈົ້າເຂົ້າໃຈຢ່າງແທ້ຈິງ ຫຼື ບໍ່ ກ່ຽວກັບພາລະກິດທີ່ພຣະເຈົ້າປະຕິບັດໃນຕົວເຈົ້າ ແລະ ວິທີທີ່ພຣະເຈົ້າກໍານົດທຸກການກະທໍາຂອງເຈົ້າ. ພຣະເຈົ້າອົງນີ້ທີ່ຢູ່ຄຽງຂ້າງເຈົ້າ, ຊີ້ນໍາຄວາມກ້າວໜ້າຂອງເຈົ້າ, ປັ້ນແຕ່ງຊະຕາກໍາຂອງເຈົ້າ ແລະ ສະໜອງຕໍ່ຄວາມຕ້ອງການຂອງເຈົ້າ, ແລ້ວເຈົ້າເຂົ້າໃຈພຣະເຈົ້າອົງນີ້ຫຼາຍສໍ່າໃດ. ເຈົ້າຮູ້ຈັກກ່ຽວກັບພຣະເຈົ້າອົງນີ້ຫຼາຍສໍ່າໃດແທ້? ເຈົ້າຮູ້ຈັກພາລະກິດທີ່ພຣະອົງປະຕິບັດໃນຕົວເຈົ້າທຸກມື້ບໍ? ເຈົ້າຮູ້ຈັກຫຼັກການ ແລະ ຈຸດປະສົງກ່ຽວກັບສິ່ງທີ່ພຣະອົງໃຊ້ເປັນບ່ອນອີງໃນທຸກການກະທໍາຂອງພຣະອົງບໍ? ເຈົ້າຮູ້ວິທີທີ່ພຣະອົງຊີ້ນໍາເຈົ້າບໍ? ເຈົ້າຮູ້ວິທີທາງທີ່ພຣະອົງສະໜອງໃຫ້ກັບເຈົ້າບໍ? ເຈົ້າຮູ້ວິທີການທີ່ພຣະອົງນໍາພາເຈົ້າບໍ? ເຈົ້າຮູ້ບໍວ່າ ພຣະອົງປາດຖະໜາຢາກໄດ້ຮັບຫຍັງຈາກເຈົ້າ ແລະ ສິ່ງທີ່ພຣະອົງປາດຖະໜາຢາກບັນລຸໃນຕົວເຈົ້າ? ເຈົ້າຮູ້ຈັກທັດສະນະຄະຕິທີ່ພຣະອົງມີຕໍ່ຄວາມປະພຶດຕ່າງໆນາໆຂອງເຈົ້າບໍ? ເຈົ້າຮູ້ບໍວ່າ ເຈົ້າແມ່ນບຸກຄົນທີ່ເປັນທີ່ຮັກຂອງພຣະອົງ? ເຈົ້າຮູ້ຈັກຕົ້ນກໍາເນີດຂອງຄວາມສຸກ, ຄວາມໂມຫາ, ຄວາມໂສກເສົ້າ ແລະ ຄວາມດີໃຈຂອງພຣະອົງບໍ, ຄວາມຄິດ ແລະ ແນວຄິດທີ່ຢູ່ເບື້ອງຫຼັງສິ່ງເຫຼົ່ານີ້ ແລະ ແກ່ນແທ້ຂອງພຣະອົງບໍ? ໃນທີ່ສຸດແລ້ວ ເຈົ້າຮູ້ຈັກບໍວ່າ ພຣະເຈົ້າອົງນີ້ ທີ່ເຈົ້າເຊື່ອ ແມ່ນພຣະເຈົ້າປະເພດໃດ? ຄໍາຖາມເຫຼົ່ານີ້ ແລະ ຄໍາຖາມປະເພດອື່ນໆ ແມ່ນສິ່ງທີ່ເຈົ້າບໍ່ເຄີຍເຂົ້າໃຈ ຫຼື ບໍ່ເຄີຍຄິດເຖິງມັນມາກ່ອນແມ່ນບໍ? ໃນການສະແຫວງຫາຄວາມເຊື່ອໃນພຣະເຈົ້າຂອງເຈົ້າ, ເຈົ້າໄດ້ແກ້ໄຂຄວາມເຂົ້າໃຈຜິດຂອງເຈົ້າກ່ຽວກັບພຣະເຈົ້າ ຜ່ານການຮູ້ຈັກຄຸນຄ່າ ແລະ ປະສົບການທີ່ແທ້ຈິງກັບພຣະທໍາຂອງພຣະເຈົ້າແລ້ວບໍ? ພາຍຫຼັງທີ່ໄດ້ຮັບການລົງວິໄນ ແລະ ການຕີສອນຂອງພຣະເຈົ້າ ເຈົ້າໄດ້ມາຮອດຈຸດແຫ່ງການເຊື່ອຟັງ ແລະ ການເອົາໃຈໃສ່ທີ່ແທ້ຈິງແລ້ວບໍ? ໃນທ່າມກາງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ ເຈົ້າໄດ້ມາຮູ້ຈັກກັບຄວາມກະບົດ ແລະ ທໍາມະຊາດທີ່ຄ້າຍຄືກັບຊາຕານຂອງມະນຸດ ແລະ ໄດ້ຮັບຄວາມເຂົ້າໃຈເລັກນ້ອຍກ່ຽວກັບຄວາມສັກສິດຂອງພຣະເຈົ້າແລ້ວບໍ? ພາຍໃຕ້ການຊີ້ນໍາ ແລະ ຄວາມສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າ ເຈົ້າໄດ້ເລີ່ມມີທັດສະນະຄະຕິໃໝ່ກ່ຽວກັບຊີວິດແລ້ວບໍ? ໃນທ່າມກາງການທົດລອງຂອງພຣະເຈົ້າ ເຈົ້າໄດ້ຮູ້ສຶກເຖິງຄວາມບໍ່ອົດທົນຂອງພຣະອົງທີ່ມີຕໍ່ການກະທໍາຜິດຂອງມະນຸດ ພ້ອມກັບສິ່ງທີ່ພຣະອົງຕ້ອງການຈາກເຈົ້າ ແລະ ວິທີທີ່ພຣະອົງຊ່ວຍເຈົ້າໃຫ້ລອດພົ້ນບໍ? ຖ້າເຈົ້າບໍ່ຮູ້ວ່າ ການເຂົ້າໃຈພຣະເຈົ້າຜິດແມ່ນຫຍັງ ຫຼື ບໍ່ຮູ້ວິທີແກ້ໄຂຄວາມເຂົ້າໃຈຜິດນີ້ ກໍສາມາດເວົ້າໄດ້ວ່າ ເຈົ້າບໍ່ເຄີຍມີການພົວພັນທີ່ແທ້ຈິງກັບພຣະເຈົ້າເລີຍ ແລະ ບໍ່ເຄີຍເຂົ້າໃຈພຣະເຈົ້າ ຫຼື ຢ່າງໜ້ອຍທີ່ສຸດ ກໍສາມາດເວົ້າໄດ້ວ່າ ເຈົ້າບໍ່ເຄີຍປາດຖະໜາຢາກເຂົ້າໃຈພຣະອົງ. ຖ້າເຈົ້າບໍ່ຮູ້ຈັກວ່າ ການລົງວິໄນ ແລະ ການຕີສອນຂອງພຣະເຈົ້າແມ່ນຫຍັງ ເຈົ້າກໍຈະບໍ່ຮູ້ຈັກວ່າ ການເຊື່ອຟັງ ແລະ ການເອົາໃຈໃສ່ແມ່ນຫຍັງຢ່າງແນ່ນອນ ຫຼື ຢ່າງໜ້ອຍທີ່ສຸດ ເຈົ້າແມ່ນບໍ່ເຄີຍເຊື່ອຟັງ ຫຼື ເອົາໃຈໃສ່ພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າບໍ່ເຄີຍປະສົບກັບການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ ເຈົ້າກໍຈະບໍ່ຮູ້ຈັກວ່າ ຄວາມສັກສິດຂອງພຣະອົງແມ່ນຫຍັງຢ່າງແນ່ນອນ ແລະ ເຈົ້າຍິ່ງຈະເຂົ້າໃຈໜ້ອຍວ່າ ແມ່ນຫຍັງຄືຄວາມກະບົດຂອງມະນຸດ. ຖ້າເຈົ້າບໍ່ເຄີຍມີທັດສະນະຄະຕິທີ່ຖືກຕ້ອງຕໍ່ຊີວິດຢ່າງແທ້ຈິງ ຫຼື ເປົ້າໝາຍທີ່ຖືກຕ້ອງໃນຊີວິດ ແຕ່ຍັງຢູ່ໃນສະພາບທີ່ສັບສົນ ແລະ ບໍ່ແນ່ໃຈກ່ຽວກັບເສັ້ນທາງໃນອະນາຄົດຂອງຊີວິດຂອງເຈົ້າ ຈົນເຖິງຂັ້ນລັງເລໃຈທີ່ຈະກ້າວໄປຂ້າງໜ້າ ກໍແນ່ນອນຢູ່ແລ້ວວ່າ ເຈົ້າແມ່ນບໍ່ເຄີຍໄດ້ຮັບແສງສະຫວ່າງ ແລະ ການຊີ້ນໍາຂອງພຣະເຈົ້າຢ່າງແທ້ຈິງ ແລະ ຍັງສາມາດເວົ້າໄດ້ວ່າ ເຈົ້າບໍ່ເຄີຍຖືກສະໜອງ ແລະ ເຕີມເຕັມດ້ວຍພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ. ຖ້າເຈົ້າຍັງບໍ່ໄດ້ປະສົບກັບການທົດລອງຂອງພຣະເຈົ້າ ແນ່ນອນ ເຈົ້າຈະບໍ່ຮູ້ຈັກວ່າ ຄວາມບໍ່ອົດທົນຂອງພຣະເຈົ້າຕໍ່ການກະທໍາຜິດຂອງມະນຸດແມ່ນຫຍັງ ແລະ ເຈົ້າຈະບໍ່ເຂົ້າໃຈວ່າ ໃນທີ່ສຸດແລ້ວ ພຣະເຈົ້າແມ່ນຕ້ອງການຫຍັງຈາກເຈົ້າ ແລະ ຍິ່ງໄປກວ່ານັ້ນ ໃນທີ່ສຸດແລ້ວ ເຈົ້າຈະບໍ່ເຂົ້າໃຈວ່າ ພາລະກິດຂອງພຣະອົງໃນການຄຸ້ມຄອງ ແລະ ຊ່ວຍເຫຼືອມະນຸດໃຫ້ລອດພົ້ນແມ່ນຫຍັງ. ບໍ່ວ່າ ບຸກຄົນໃດໜຶ່ງຈະໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີກໍຕາມ ແຕ່ຖ້າເຂົາບໍ່ເຄີຍປະສົບ ຫຼື ເຫັນສິ່ງໃດໜຶ່ງໃນພຣະທໍາຂອງພຣະເຈົ້າ ເຂົາກໍບໍ່ໄດ້ຍ່າງຢູ່ເສັ້ນທາງສູ່ຄວາມລອດພົ້ນຢ່າງແນ່ນອນ, ຄວາມເຊື່ອຂອງເຂົາໃນພຣະເຈົ້າກໍຈະປາສະຈາກເນື້ອຫາຕົວຈິງຢ່າງແນ່ນອນ, ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຈະສູນເປົ່າຢ່າງແນ່ນອນເຊັ່ນກັນ ແລະ ເຂົາກໍຈະບໍ່ຮູ້ວ່າ ການເຄົາລົບບູຊາພຣະເຈົ້ານັ້ນເປັນແບບໃດຢ່າງແນ່ນອນ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ຄໍານໍາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 2)

ການມີຢູ່ ແລະ ການເປັນຢູ່ຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ ລ້ວນແລ້ວແຕ່ຢູ່ໃນພຣະທໍາຂອງພຣະອົງ ເພື່ອໃຫ້ມະນຸດຊາດຮູ້ຈັກ. ເມື່ອເຂົາປະສົບກັບພຣະທໍາຂອງພຣະເຈົ້າ ແລະ ໃນເວລາທີ່ເຂົາປະຕິບັດສິ່ງເຫຼົ່ານັ້ນ ມະນຸດກໍຈະເຂົ້າໃຈຈຸດປະສົງທີ່ຢູ່ເບື້ອງຫຼັງພຣະທໍາທີ່ພຣະເຈົ້າກ່າວ, ເຂົ້າໃຈແຫຼ່ງທີ່ມາ ແລະ ປະຫວັດຂອງພຣະທໍາຂອງພຣະເຈົ້າ, ເຂົ້າໃຈ ແລະ ເຫັນຄຸນຄ່າເຖິງຜົນຂອງພຣະທໍາຂອງພຣະເຈົ້າທີ່ໄດ້ຕັ້ງໝັ້ນໄວ້. ສໍາລັບມວນມະນຸດ, ສິ່ງທັງໝົດເຫຼົ່ານີ້ແມ່ນສິ່ງທີ່ມະນຸດຕ້ອງປະສົບ, ເຂົ້າໃຈ ແລະ ເຂົ້າເຖິງ ເພື່ອຮັບເອົາຄວາມຈິງ ແລະ ຊີວິດ, ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າ, ມີການປ່ຽນແປງໃນອຸປະນິໄສຂອງເຂົາ ແລະ ສາມາດເຊື່ອຟັງອໍານາດ ແລະ ການຈັດແຈງຂອງພຣະເຈົ້າ. ໃນລະຫວ່າງທີ່ມະນຸດໄດ້ປະສົບ, ເຂົ້າໃຈ ແລະ ເຂົ້າເຖິງສິ່ງເຫຼົ່ານີ້ ເຂົາກໍຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າເທື່ອລະໜ້ອຍ ແລະ ໃນເວລາດຽວກັນນີ້ ເຂົາກໍຍັງຈະໄດ້ຮັບຄວາມຮູ້ໃນລະດັບທີ່ແຕກຕ່າງກັນກ່ຽວກັບພຣະເຈົ້າ. ຄວາມເຂົ້າໃຈ ແລະ ຄວາມຮູ້ນີ້ບໍ່ໄດ້ອອກມາຈາກສິ່ງທີ່ມະນຸດໄດ້ຈິນຕະນາການ ຫຼື ແຕ່ງຂຶ້ນ ແຕ່ມາຈາກສິ່ງທີ່ເຂົາຮູ້ເຖິງຄຸນຄ່າ, ປະສົບ, ສໍາຜັດ ແລະ ຢືນຢັນພາຍໃນຕົວເຂົາ. ພາຍຫຼັງການຮູ້ຈັກຄຸນຄ່າ, ປະສົບການ, ການສໍາຜັດ ແລະ ການຢືນຢັນສິ່ງເຫຼົ່ານີ້ ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຈິ່ງມີເນື້ອຫາ, ມີແຕ່ຄວາມຮູ້ທີ່ເຂົາໄດ້ຮັບໃນເວລານີ້ເທົ່ານັ້ນທີ່ເປັນຈິງ, ແທ້ຈິງ ແລະ ຖືກຕ້ອງ ແລະ ວິທີການ ໃນການໄດ້ຮັບຄວາມເຂົ້າໃຈນີ້ ແລະ ຄວາມຮູ້ແທ້ຈິງກ່ຽວກັບພຣະເຈົ້າຜ່ານການຮູ້ຈັກຄຸນຄ່າ, ປະສົບການ, ການສໍາຜັດ ແລະ ການຢືນຢັນພຣະທໍາຂອງພຣະອົງນັ້ນ ບໍ່ແມ່ນສິ່ງອື່ນນອກຈາກການປະຕິສໍາພັນລະຫວ່າງມະນຸດ ແລະ ພຣະເຈົ້າ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດແມ່ນໄດ້ເຂົ້າໃຈ ແລະ ຢັ່ງຮູ້ເຖິງເຈດຕະນາຂອງພຣະເຈົ້າຢ່າງແທ້ຈິງ, ໄດ້ເຂົ້າໃຈ ແລະ ຮູ້ຈັກການຄອບຄອງ ແລະ ຕົວຕົນຂອງພຣະເຈົ້າຢ່າງແທ້ຈິງ, ໄດ້ເຂົ້າໃຈ ແລະ ຮູ້ຈັກແກ່ນແທ້ຂອງພຣະເຈົ້າຢ່າງແທ້ຈິງ, ໄດ້ເຂົ້າໃຈ ແລະ ຮູ້ຈັກອຸປະນິໄສຂອງພຣະເຈົ້າຢ່າງແທ້ຈິງເທື່ອລະໜ້ອຍ, ມີຄວາມແນ່ນອນທີ່ແທ້ຈິງ ແລະ ມີຄໍານິຍາມທີ່ຖືກຕ້ອງກ່ຽວກັບຄວາມຈິງແຫ່ງການປົກຄອງທຸກສັບພະສິ່ງຂອງພຣະເຈົ້າ ແລະ ມີຈຸດຢືນ ແລະ ຄວາມຮູ້ທີ່ສໍາຄັນກ່ຽວກັບຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດຈະປ່ຽນແປງຄວາມຄິດຂອງເຂົາກ່ຽວກັບພຣະເຈົ້າເທື່ອລະໜ້ອຍ, ຈະບໍ່ຈິນຕະນາການພຣະອົງຂຶ້ນມາເອງ ຫຼື ປ່ອຍໃຫ້ຕົວເອງມີຄວາມສົງໄສກ່ຽວກັບພຣະອົງ ຫຼື ມີຄວາມເຂົ້າໃຈຜິດກ່ຽວກັບພຣະອົງ ຫຼື ປະນາມພຣະອົງ ຫຼື ຕັດສິນພຣະອົງ ຫຼື ມີຄວາມຂ້ອງໃຈກ່ຽວກັບພຣະອົງ. ດ້ວຍເຫດນັ້ນ, ມະນຸດຈິ່ງຈະມີການພິພາດກັບພຣະເຈົ້າໜ້ອຍລົງ, ເຂົາຈະມີຂໍ້ຂັດແຍ້ງກັບພຣະເຈົ້າໜ້ອຍລົງ ແລະ ຈະມີໂອກາດທີ່ເຂົາຈະຕໍ່ຕ້ານພຣະເຈົ້ານັ້ນໜ້ອຍລົງ. ກົງກັນຂ້າງ, ການເອົາໃຈໃສ່ ແລະ ຄວາມເຊື່ອຟັງຂອງມະນຸດທີ່ມີຕໍ່ພຣະເຈົ້າຈະຍິ່ງໃຫຍ່ຂຶ້ນ ແລະ ການເຄົາລົບບູຊາຂອງເຂົາທີ່ມີຕໍ່ພຣະເຈົ້າກໍຈະແທ້ຈິງຂຶ້ນ ແລະ ມີຄວາມເລິກເຊິ່ງຫຼາຍຂຶ້ນ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດບໍ່ພຽງແຕ່ຈະໄດ້ຮັບການສະໜອງຄວາມຈິງ ແລະ ການບັບຕິດສະມາແຫ່ງຊີວິດເທົ່ານັ້ນ ແຕ່ໃນເວລາດຽວກັນ ເຂົາຍັງຈະໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ໃນທ່າມກາງການປະຕິສໍາພັນແບບນີ້ ມະນຸດບໍ່ພຽງແຕ່ຈະປ່ຽນແປງອຸປະນິໄສຂອງເຂົາ ແລະ ໄດ້ຮັບຄວາມລອດພົ້ນເທົ່ານັ້ນ ແຕ່ໃນເວລາດຽວກັນ ເຂົາຍັງຈະໄດ້ຮັບການເຄົາລົບບູຊາ ແລະ ການນະມັດສະການທີ່ແທ້ຈິງຂອງສິ່ງທີ່ຖືກສ້າງຕໍ່ພຣະເຈົ້າ. ໃນການປະຕິສໍາພັນແບບນີ້ ຄວາມເຊື່ອຂອງມະນຸດທີ່ມີໃນພຣະເຈົ້າຈະບໍ່ເປັນຄືແຜ່ນເຈັ້ຍເປົ່າອີກຕໍ່ໄປ ຫຼື ເປັນຄໍາໝັ້ນສັນຍາພຽງແຕ່ປາກ ຫຼື ເປັນການສະແຫວງຫາ ແລະ ການບູຊາໃນຮູບແບບຕາບອດ; ດ້ວຍການປະຕິສໍາພັນແບບນີ້ເທົ່ານັ້ນ ຊີວິດຂອງມະນຸດຈິ່ງຈະເຕີບໃຫຍ່ເຂົ້າສູ່ວຸດທິພາວະແຕ່ລະມື້ ແລະ ໃນຕອນນີ້ເທົ່ານັ້ນ ອຸປະນິໄສຂອງເຂົາຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍ ແລະ ຄວາມເຊື່ອຂອງເຂົາໃນພຣະເຈົ້າ ຈາກຄວາມເຊື່ອທີ່ເລື່ອນລອຍ ແລະ ບໍ່ແນ່ນອນຈະກາຍເປັນຄວາມເຊື່ອຟັງ ແລະ ການເອົາໃຈໃສ່ທີ່ແທ້ຈິງ, ກາຍເປັນການເຄົາລົບບູຊາທີ່ແທ້ຈິງເທື່ອລະໜ້ອຍ ແລະ ໃນລະຫວ່າງການຕິດຕາມພຣະເຈົ້າຂອງເຂົາ ມະນຸດຍັງຈະກ້າວອອກຈາກຈຸດທີ່ບໍ່ຫ້າວຫັນໄປສູ່ຈຸດຫ້າວຫັນເທື່ອລະໜ້ອຍ, ຈາກສິ່ງທີ່ເປັນລົບເປັນສິ່ງທີ່ເປັນບວກ; ດ້ວຍການປະຕິສໍາພັນແບບນີ້ເທົ່ານັ້ນ ມະນຸດຈິ່ງຈະມີຄວາມເຂົ້າໃຈ ແລະ ການຢັ່ງຮູ້ກ່ຽວກັບພຣະເຈົ້າ ແລະ ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ຍ້ອນວ່າ ຜູ້ຄົນສ່ວນໃຫຍ່ບໍ່ເຄີຍມີການປະຕິສໍາພັນທີ່ແທ້ຈິງກັບພຣະເຈົ້າ, ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າຈຶ່ງຢຸດຢູ່ໃນລະດັບທິດສະດີ, ໃນລະດັບໜັງສື ແລະ ຫຼັກຄໍາສອນ. ເວົ້າໄດ້ວ່າ ບໍ່ວ່າຜູ້ຄົນສ່ວນໃຫຍ່ຈະເຊື່ອໃນພຣະເຈົ້າເປັນເວລາຫຼາຍປີກໍຕາມ ແຕ່ໃນເລື່ອງການຮູ້ຈັກພຣະເຈົ້າ ພວກເຂົາກໍຍັງຢູ່ບ່ອນເກົ່າ ເຊິ່ງເປັນບ່ອນທີ່ເຂົາເລີ່ມຕົ້ນມີຊີວິດ, ຕິດຢູ່ກັບພື້ນຖານແຫ່ງການເຄົາລົບທີ່ຢູ່ໃນຮູບແບບດັ່ງເດີມ ພ້ອມດ້ວຍຄວາມເຊື່ອງົມງວາຍແບບສັກດີນາ ແລະ ຄວາມຄິດເພີ້ຝັນຂອງພວກເຂົາ. ການທີ່ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຄວນຖືກທ່ວງດຶງໄວ້ໃນຈຸດເລີ່ມຕົ້ນນັ້ນໝາຍຄວາມວ່າໃນຄວາມເປັນຈິງແລ້ວ ມັນບໍ່ມີຢູ່ຈິງ. ນອກຈາກການຢືນຢັນຂອງມະນຸດກ່ຽວກັບສະຖານະພາບ ແລະ ຕົວຕົນຂອງພຣະເຈົ້າແລ້ວ ຄວາມເຊື່ອຂອງມະນຸດໃນພຣະເຈົ້າຍັງຢູ່ໃນສະພາບທີ່ເລື່ອນລອຍທີ່ບໍ່ມີຄວາມແນ່ນອນ. ເມື່ອເປັນເຊັ້ນນັ້ນແລ້ວ ມະນຸດຈະສາມາດມີຄວາມເຄົາລົບບູຊາຕໍ່ພຣະເຈົ້າໄດ້ຫຼາຍສໍ່າໃດ?

ບໍ່ວ່າ ເຈົ້າຈະເຊື່ອໃນການມີຢູ່ຂອງພຣະອົງຢ່າງໜັກແໜ້ນສໍ່າໃດກໍຕາມ ແຕ່ນີ້ ກໍບໍ່ສາມາດແທນຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າໄດ້ ຫຼື ຄວາມເຄົາລົບບູຊາຂອງເຈົ້າທີ່ມີຕໍ່ພຣະເຈົ້າ. ບໍ່ວ່າ ເຈົ້າຈະມີຄວາມສຸກກັບການອວຍພອນ ແລະ ພຣະຄຸນຂອງພຣະອົງຫຼາຍສໍ່າໃດກໍຕາມ ແຕ່ນີ້ ກໍບໍ່ສາມາດແທນຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າໄດ້. ບໍ່ວ່າ ເຈົ້າຈະເຕັມໃຈອຸທິດຕົນເອງ ແລະ ເສຍສະຫຼະຕົນເອງທັງໝົດເພື່ອພຣະອົງສໍ່າໃດກໍຕາມ ແຕ່ສິ່ງນີ້ ກໍບໍ່ສາມາດທົດແທນຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າໄດ້. ບາງເທື່ອເຈົ້າໄດ້ຄຸ້ນເຄີຍກັບພຣະທໍາທີ່ພຣະອົງກ່າວ ຫຼື ເຈົ້າຮູ້ຈັກພຣະທໍາເຫຼົ່ານັ້ນຢ່າງຂຶ້ນໃຈ ແລະ ສາມາດເວົ້າພຣະທໍາເຫຼົ່ານັ້ນໄດ້ຢ່າງລ່ຽນໄຫຼ ແຕ່ສິ່ງນີ້ ກໍບໍ່ສາມາດທົດແທນຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າໄດ້. ເຖິງແມ່ນວ່າ ມະນຸດຈະມີຄວາມຕັ້ງໃຈໃນການຕິດຕາມພຣະເຈົ້າກໍຕາມ ແຕ່ຖ້າເຂົາບໍ່ເຄີຍມີການປະຕິສໍາພັນທີ່ແທ້ຈິງກັບພຣະເຈົ້າ ຫຼື ມີປະສົບການທີ່ແທ້ຈິງກັບພຣະທໍາຂອງພຣະເຈົ້າ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຈະເປັນພຽງແຕ່ແຜ່ນຕິດທີ່ເປົ່າຫວ່າງ ຫຼື ຄວາມເພີ້ຝັນທີ່ບໍ່ສິ້ນສຸດ; ສໍາລັບທັງໝົດນັ້ນ ເຈົ້າອາດຈະ “ຕົບບ່າ” ກັບພຣະເຈົ້າໃນເວລາຍ່າງກາຍກັນ ຫຼື ພົບກັບພຣະອົງແບບເຊິ່ງໜ້າ ແຕ່ຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າກໍຍັງຈະເປັນສູນ ແລະ ຄວາມເຄົາລົບບູຊາຂອງເຈົ້າທີ່ມີຕໍ່ພຣະເຈົ້າກໍຈະເປັນພຽງແຕ່ຄໍາເວົ້າຕິດປາກ ຫຼື ອຸດົມຄະຕິທີ່ວ່າງເປົ່າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ຄໍານໍາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 3)

ຫຼາຍຄົນຍົກພຣະທໍາຂອງພຣະເຈົ້າຂຶ້ນ ເພື່ອອ່ານທຸກມື້ ຈົນເຖິງຂັ້ນຕັ້ງໃຈຈົດຈໍາຂໍ້ພຣະທໍາສຸດຍອດທັງໝົດທີ່ມີຢູ່ໃນນັ້ນຢ່າງຮອບຄອບເໝືອນດັ່ງສົມບັດທີ່ມີຄ່າທີ່ສຸດຂອງພວກເຂົາ ແລະ ຍິ່ງໄປກວ່ານັ້ນ ຍັງເອົາພຣະທໍາຂອງພຣະເຈົ້າໄປເທດສະໜາຢູ່ທຸກບ່ອນ ເພື່ອສະໜອງ ແລະ ຊ່ວຍເຫຼືອຜູ້ອື່ນໂດຍການໃຊ້ພຣະທໍາຂອງພຣະອົງ. ພວກເຂົາຄິດວ່າ ການເຮັດສິ່ງນີ້ແມ່ນການເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ເພື່ອເປັນພະຍານໃຫ້ແກ່ພຣະທໍາຂອງພຣະອົງ ແລະ ການເຮັດສິ່ງນີ້ແມ່ນເປັນການຕິດຕາມວິທີທາງຂອງພຣະອົງ; ພວກເຂົາຄິດວ່າ ການເຮັດສິ່ງນີ້ແມ່ນການດໍາເນີນຊີວິດດ້ວຍພຣະທໍາຂອງພຣະເຈົ້າ, ການເຮັດສິ່ງນີ້ແມ່ນການເອົາພຣະທໍາຂອງພຣະອົງເຂົ້າໄປຢູ່ໃນຊີວິດຕົວຈິງຂອງພວກເຂົາ, ການເຮັດສິ່ງນີ້ຈະເຮັດໃຫ້ພວກເຂົາສາມາດໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ແລະ ຈະຖືກຊ່ວຍໃຫ້ພົ້ນ ແລະ ຖືກເຮັດໃຫ້ສົມບູນ. ແຕ່ໃນຂະນະທີ່ພວກສະແດງພຣະທໍາຂອງພຣະເຈົ້າ ພວກເຂົາບໍ່ເຄີຍປະຕິບັດຕາມພຣະທໍາຂອງພຣະເຈົ້າໃນການປະຕິບັດ ຫຼື ພະຍາຍາມປຽບທຽບຕົວເອງກັບສິ່ງທີ່ຖືກເປີດເຜີຍໂດຍພຣະທໍາຂອງພຣະເຈົ້າເລີຍ. ກົງກັນຂ້າມ, ພວກເຂົາໃຊ້ພຣະທໍາຂອງພຣະເຈົ້າເພື່ອໄດ້ຮັບການບູຊາ ແລະ ຄວາມເຊື່ອໃຈຂອງຜູ້ອື່ນໂດຍໃຊ້ເລ່ກົນ ເພື່ອເຂົ້າສູ່ການຄຸ້ມຄອງຂອງພວກເຂົາເອງ ແລະ ເພື່ອຍັກຍອກ ແລະ ລັກເອົາສະຫງ່າລາສີຂອງພຣະເຈົ້າ. ພວກເຂົາຫວັງຢ່າງໄຮ້ປະໂຫຍດ ໃຊ້ໂອກາດທີ່ໄດ້ຮັບໂດຍການເຜີຍແຜ່ພຣະທໍາຂອງພຣະເຈົ້າເພື່ອຈະໄດ້ຮັບລາງວັນຂອງການເຮັດພາລະກິດຂອງພຣະເຈົ້າ ແລະ ຄໍາຍ້ອງຍໍຈາກພຣະອົງ. ຈັກປີແລ້ວທີ່ໄດ້ຜ່ານໄປ ແຕ່ຜູ້ຄົນເຫຼົ່ານີ້ບໍ່ພຽງແຕ່ບໍ່ສາມາດໄດ້ຮັບຄໍາຍ້ອງຍໍຈາກພຣະເຈົ້າໃນການເທດສະໜາພຣະທໍາຂອງພຣະເຈົ້າ, ພວກເຂົາບໍ່ພຽງແຕ່ບໍ່ສາມາດຄົ້ນພົບວິທີທາງທີ່ພວກເຂົາຄວນປະຕິບັດໃນການເປັນພຣະຍານໃຫ້ແກ່ພຣະທໍາຂອງພຣະເຈົ້າ, ພວກເຂົາບໍ່ພຽງແຕ່ບໍ່ໄດ້ຊ່ວຍ ຫຼື ສະໜອງໃຫ້ກັບຕົວເອງໃນການຊ່ວຍ ແລະ ສະໜອງໃຫ້ກັບຜູ້ອື່ນໂດຍໃຊ້ພຣະທໍາຂອງພຣະເຈົ້າ, ພວກເຂົາບໍ່ພຽງແຕ່ບໍ່ສາມາດຮູ້ຈັກພຣະເຈົ້າ ຫຼື ເຮັດໃຫ້ຄວາມເຄົາລົບບູຊາຕໍ່ພຣະເຈົ້າທີ່ແທ້ຈິງພາຍໃນພວກເຂົາຕື່ນຂຶ້ນໃນການເຮັດສິ່ງທັງໝົດເຫຼົ່ານີ້ ແຕ່ກົງກັນຂ້າມ ຄວາມເຂົ້າໃຈຜິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນຍິ່ງມີຫຼາຍຂຶ້ນກວ່າເກົ່າ, ຄວາມບໍ່ເຊື່ອໃຈຂອງພວກເຂົາທີ່ມີຕໍ່ພຣະອົງແມ່ນຍິ່ງຮ້າຍແຮງຂຶ້ນ ແລະ ການຈິນຕະນາການຂອງພວກເຂົາກ່ຽວກັບພຣະອົງກໍຍິ່ງເກີນຄວາມເປັນຈິງຫຼາຍຂຶ້ນ. ເນື່ອງຈາກຖືກສະໜອງ ແລະ ຊີ້ນໍາໂດຍທິດສະດີຂອງພວກເຂົາກ່ຽວກັບພຣະເຈົ້າ, ປະກົດວ່າ ພວກເຂົາຈະຢູ່ໃນສະພາບແວດລ້ອມຂອງຕົນເອງຢ່າງສິ້ນເຊີງ, ຄືກັບວ່າ ພວກເຂົາໄດ້ຄົ້ນພົບຈຸດປະສົງໃນຊີວິດຂອງພວກເຂົາ, ພາລະກິດຂອງພວກເຂົາ ແລະ ຄືກັບວ່າ ພວກເຂົາໄດ້ຮັບຊີວິດໃໝ່ ແລະ ຖືກຊ່ວຍໃຫ້ລອດພົ້ນ, ຄືກັບວ່າ ດ້ວຍການບັນຍາຍພຣະທໍາຂອງພຣະເຈົ້າທີ່ລ່ຽນໄຫຼອອກຈາກລີ້ນຂອງພວກເຂົາ, ພວກເຂົາໄດ້ເຂົ້າເຖິງຄວາມຈິງ, ໄດ້ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າ ແລະ ໄດ້ຄົ້ນພົບເສັ້ນທາງໃນການຮູ້ຈັກພຣະເຈົ້າ ແລະ ຄືກັບວ່າ ໃນລະຫວ່າງການສະແດງພຣະທໍາຂອງພຣະເຈົ້າ, ພວກເຂົາໄດ້ມາຢູ່ເຊິ່ງໜ້າພຣະເຈົ້າເປັນປະຈໍາ. ພ້ອມນັ້ນ, ພວກເຂົາຖືກ “ດົນໃຈ” ເປັນປະຈໍາຈົນເຖິງກັບຮ້ອງໄຫ້ ແລະ ເນື່ອງຈາກຖືກນໍາພາເປັນປະຈໍາໂດຍ “ພຣະເຈົ້າ” ໃນພຣະທໍາຂອງພຣະເຈົ້າ ປະກົດວ່າ ພວກເຂົາໄດ້ເຂົ້າໃຈເຖິງຄວາມຫ່ວງໃຍທີ່ແທ້ຈິງ ແລະ ເຈດຕະນາດີຂອງພຣະອົງຕະຫຼອດ ແລະ ໃນເວລາດຽວກັນນັ້ນ ກໍໄດ້ເຂົ້າໃຈກ່ຽວກັບການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະອົງ, ໄດ້ຮູ້ຈັກແກ່ນແທ້ຂອງພຣະອົງ ແລະ ໄດ້ເຂົ້າໃຈອຸປະນິໄສທີ່ຊອບທໍາຂອງພຣະອົງ. ອີງຕາມພື້ນຖານດັ່ງກ່າວນີ້, ປະກົດວ່າ ພວກເຂົາເຊື່ອໃນການມີຢູ່ຂອງພຣະເຈົ້າຢ່າງໜັກແໜ້ນກວ່າເກົ່າ, ໄດ້ຮູ້ເຖິງສະພາບທີ່ສູງສົ່ງຂອງພຣະອົງຫຼາຍຂຶ້ນກວ່າເກົ່າ ແລະ ໄດ້ຮູ້ສຶກເຖິງຄວາມສະຫງ່າງາມ ແລະ ຄວາມເໜືອທໍາມະຊາດຂອງພຣະອົງຢ່າງເລິກເຊິ່ງກວ່າເກົ່າ. ໄດ້ຖືກອາບດ້ວຍຄວາມຮູ້ທີ່ບໍ່ເລິກເຊິ່ງກ່ຽວກັບພຣະທໍາຂອງພຣະເຈົ້າ ປະກົດວ່າ ຄວາມເຊື່ອຂອງພວກເຂົາໄດ້ເພີ່ມທະວີຂຶ້ນ, ຄວາມຕັ້ງໃຈຂອງພວກເຂົາທີ່ຈະທົນທຸກກໍໝັ້ນຄົງຂຶ້ນ ແລະ ຄວາມຮູ້ຂອງພວກເຂົາກ່ຽວກັບພຣະທໍາຂອງພຣະເຈົ້າກໍໄດ້ເລິກເຊິ່ງຂຶ້ນ. ຈົນກວ່າພວກເຂົາຈະປະສົບກັບພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ ພວກເຂົາກໍຈະບໍ່ຮູ້ວ່າ ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ແນວຄິດຂອງພວກເຂົາກ່ຽວກັບພຣະເຈົ້າ ແມ່ນອອກມາຈາກຈິນຕະນາການ ແລະ ການຄາດຄະເນຂອງພວກເຂົາເອງ. ຄວາມເຊື່ອຂອງພວກເຂົາຈະບໍ່ທົນກັບການທົດສອບປະເພດໃດໜຶ່ງຈາກພຣະເຈົ້າ, ຈິດວິນຍານ ແລະ ວຸດທິພາວະທີ່ສັນນິຖານຂຶ້ນເອງຂອງພວກເຂົາກໍຈະບໍ່ທົນກັບການທົດລອງ ຫຼື ການກວດສອບຂອງພຣະເຈົ້າໄດ້, ຄວາມຕັ້ງໃຈຂອງພວກເຂົາແມ່ນເປັນຄືດັ່ງຜະສາດທີ່ຖືກສ້າງຂຶ້ນຢູ່ເທິງດິນຊາຍ ແລະ ຄວາມຮູ້ທີ່ສັນນິຖານຂຶ້ນເອງຂອງພວກເຂົາກ່ຽວກັບພຣະເຈົ້າກໍເປັນພຽງແຕ່ສິ່ງທີ່ແຕ່ງຂຶ້ນຈາກຈິນຕະນາການຂອງພວກເຂົາເທົ່ານັ້ນ. ໃນຄວາມເປັນຈິງແລ້ວ ຕາມທີ່ເຄີຍເປັນມາ ຜູ້ຄົນເຫຼົ່ານີ້ແມ່ນໄດ້ໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍເຂົ້າໃນພຣະທໍາຂອງພຣະເຈົ້າ ແມ່ນບໍ່ເຄີຍຮູ້ເລີຍວ່າ ຄວາມເຊື່ອທີ່ແທ້ຈິງນັ້ນແມ່ນຫຍັງ, ຄວາມເຊື່ອຟັງທີ່ແທ້ຈິງຄືຫຍັງ, ການເອົາໃຈໃສ່ທີ່ແທ້ຈິງແມ່ນຫຍັງ ຫຼື ຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າຄືຫຍັງ. ພວກເຂົາເອົາທິດສະດີ, ຈິນຕະນາການ, ຄວາມຮູ້, ພອນສະຫວັນ, ປະເພນີ, ຄວາມງົມງວາຍ ແລະ ແມ່ນແຕ່ຄຸນຄ່າທາງສິນທໍາຂອງມະນຸດ ແລະ ເຮັດໃຫ້ສິ່ງເຫຼົ່ານີ້ເປັນ “ຕົ້ນທຶນ” ແລະ “ອາວຸດ” ສໍາລັບການເຊື່ອໃນພຣະເຈົ້າ ແລະ ການຕິດຕາມພຣະອົງ, ເຖິງກັບເຮັດໃຫ້ສິ່ງເຫຼົ່ານີ້ເປັນພື້ນຖານຂອງຄວາມເຊື່ອໃນພຣະເຈົ້າ ແລະ ການຕິດຕາມພຣະອົງຂອງພວກເຂົາ. ໃນເວລາດຽວກັນນີ້ ພວກເຂົາຍັງເອົາຕົ້ນທຶນ ແລະ ອາວຸດດັ່ງກ່າວນີ້ ແລະ ເຮັດໃຫ້ພວກມັນເປັນຂອງຄໍ້າຄູນສໍາລັບການຮູ້ຈັກພຣະເຈົ້າ ເພື່ອຮັບມື ແລະ ຕໍ່ສູ້ກັບການກວດສອບ, ການທົດລອງ, ການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ. ໃນທີ່ສຸດແລ້ວ ສິ່ງທີ່ພວກເຂົາເຮັດແມ່ນບໍ່ມີຫຍັງ ນອກຈາກຂໍ້ສະຫຼຸບກ່ຽວກັບພຣະເຈົ້າທີ່ເຊື່ອມຊືມດ້ວຍຄວາມໝາຍແຝງທາງສາສະໜາ, ໃນຄວາມງົມງວາຍແບບສັກດີນາ ແລະ ທຸກສິ່ງແມ່ນເປັນການເພີ້ຝັນ, ພິດສະດານ ແລະ ປິດສະໜາ. ວິທີທາງຂອງພວກເຂົາໃນການຮູ້ຈັກ ແລະ ການນິຍາມພຣະເຈົ້າແມ່ນຖືກປະທັບຕາໃສ່ແມ່ພິມດຽວກັນຄືກັບຂອງຄົນທີ່ພຽງແຕ່ເຊື່ອໃນສະຫວັນເບື້ອງເທິງ ຫຼື ຜູ້ເຖົ້າຢູ່ເທິງຟ້າເທົ່ານັ້ນ ໃນຂະນະທີ່ຄວາມເປັນຈິງຂອງພຣະເຈົ້າ, ແກ່ນແທ້ຂອງພຣະອົງ, ອຸປະນິໄສຂອງພຣະອົງ, ການຄອບຄອງ ແລະ ຕົວຕົນຂອງພຣະອົງ ແລະ ອື່ນໆ ເຊິ່ງລ້ວນແລ້ວແຕ່ກ່ຽວຂ້ອງກັບພຣະເຈົ້າທີ່ແທ້ຈິງແມ່ນສິ່ງທີ່ຄວາມຮູ້ຂອງພວກເຂົາບໍ່ສາມາດຢັ່ງເຖິງໄດ້, ຄວາມຮູ້ຂອງພວກເຂົາຕັດຂາດຢ່າງສິ້ນເຊີງ ແລະ ເຖິງກັບຫ່າງໄກເທົ່າກັບໄລຍະທາງລະຫວ່າງຂົ້ວໂລກເໜືອ ແລະ ຂົ້ວໂລກໃຕ້. ໃນວິທີນີ້ ເຖິງແມ່ນວ່າ ຜູ້ຄົນເຫຼົ່ານີ້ຈະດໍາລົງຊີວິດຢູ່ພາຍໃຕ້ການສະໜອງ ແລະ ການຫຼໍ່ລ້ຽງດ້ວຍພຣະທໍາຂອງພຣະເຈົ້າ ແຕ່ເຖິງຢ່າງນັ້ນກໍຕາມ ພວກເຂົາກໍບໍ່ສາມາດຍ່າງຢູ່ເສັ້ນທາງແຫ່ງການຢໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍຢ່າງແທ້ຈິງໄດ້. ເຫດຜົນທີ່ແທ້ຈິງສໍາລັບສິ່ງນີ້ກໍຄື ພວກເຂົາບໍ່ເຄີຍຮູ້ຈັກພຣະເຈົ້າ, ພວກເຂົາບໍ່ເຄີຍມີການຕິດຕໍ່ ຫຼື ປະຕິສໍາພັນທີ່ແທ້ຈິງກັບພຣະອົງ ແລະ ສະນັ້ນ ມັນຈິ່ງເປັນໄປບໍ່ໄດ້ທີ່ພວກເຂົາຈະມີຄວາມເຂົ້າໃຈທີ່ສອດຄ່ອງກັບພຣະເຈົ້າໄດ້ ຫຼື ເຮັດໃຫ້ພວກເຂົາມີຄວາມກະຕືລືລົ້ນໃນຄວາມເຊື່ອ, ການສະແຫວງຫາ ຫຼື ການນະມັດສະການຢ່າງແທ້ຈິງຕໍ່ພຣະເຈົ້າ. ການທີ່ພວກເຂົາເຄົາລົບພຣະທໍາຂອງພຣະເຈົ້າ ແລະ ການທີ່ພວກເຂົາເຄົາລົບພຣະເຈົ້າ; ມຸມມອງ ແລະ ທັດສະນະຄະຕິດັ່ງກ່າວນີ້ ຈະເຮັດໃຫ້ຄວາມພະຍາຍາມຂອງພວກເຂົາສູນເປົ່າ ແລະ ຈະເຮັດໃຫ້ພວກເຂົາບໍ່ສາມາດຍ່າງຢູ່ເສັ້ນທາງແຫ່ງການຢໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍຕະຫຼອດໄປ. ເປົ້າໝາຍທີ່ພວກເຂົາກໍາລັງມຸ່ງໝັ້ນ ແລະ ທິດທາງທີ່ພວກເຂົາກໍາລັງເດີນແມ່ນເປັນສັນຍານວ່າ ພວກເຂົາເປັນສັດຕູຂອງພຣະເຈົ້າຊົ່ວນິດລັນດອນ ແລະ ພວກເຂົາກໍຈະບໍ່ສາມາດໄດ້ຮັບຄວາມລອດພົ້ນຊົ່ວນິດນິລັນ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ຄໍານໍາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 4)

ໃນກໍລະນີທີ່ມະນຸດຄົນໜຶ່ງໄດ້ຕິດຕາມພຣະເຈົ້າເປັນເວລາຫຼາຍປີ ແລະ ໄດ້ມີຄວາມສຸກກັບການສະໜອງພຣະທໍາຂອງພຣະອົງເປັນເວລາຫຼາຍປີ, ຖ້າຫາກວ່າ ຄໍານິຍາມຂອງເຂົາກ່ຽວກັບພຣະເຈົ້າ ໃນແກ່ນແທ້ ແມ່ນຄືກັບຄໍານິຍາມຂອງບາງຄົນທີ່ກົ້ມຂາບລົງເພື່ອສະແດງຄວາມເຄົາລົບຕໍ່ຮູບບູຊາ ແລ້ວນີ້ກໍຈະໝາຍຄວາມວ່າ ມະນຸດຜູ້ນີ້ບໍ່ໄດ້ຮັບມາເຊິ່ງຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າເລີຍ. ນີ້ກໍເພາະວ່າ ເຂົາບໍ່ໄດ້ເຂົ້າໄປສູ່ຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າຢ່າງແທ້ຈິງ ແລະ ຍ້ອນເຫດຜົນນີ້ ຄວາມເປັນຈິງ, ຄວາມຈິງ, ເຈດຕະນາ ແລະ ຄວາມຮຽກຮ້ອງຕ້ອງການທີ່ມີຕໍ່ມວນມະນຸດ ເຊິ່ງທັງໝົດນີ້ແມ່ນມີຢູ່ໃນພຣະທໍາຂອງພຣະເຈົ້າ ແລະ ບໍ່ມີຫຍັງກ່ຽວຂ້ອງກັບເຂົາເລີຍ. ເວົ້າໄດ້ວ່າ ບໍ່ວ່າມະນຸດດັ່ງກ່າວຈະສາມາດເຮັດວຽກໃຫ້ໜັກສໍ່າໃດກໍຕາມ ກ່ຽວກັບຄວາມໝາຍແບບຜິວເຜີນຂອງພຣະທໍາຂອງພຣະເຈົ້າ ແຕ່ທັງໝົດນີ້ກໍຈະບໍ່ມີປະໂຫຍດຫຍັງ: ເພາະວ່າ ສິ່ງທີ່ເຂົາສະແຫວງຫາແມ່ນເປັນພຽງແຕ່ຄໍາເວົ້າ ແລະ ສິ່ງທີ່ເຂົາໄດ້ຮັບຕາມຄວາມຈໍາເປັນຍັງຈະແມ່ນເປັນພຽງຄໍາເວົ້າເທົ່ານັ້ນ. ບໍ່ວ່າພຣະທໍາທີ່ກ່າວໂດຍພຣະເຈົ້າ ໃນຮູບແບບລັກສະນະພາຍນອກ ຈະທໍາມະດາ ຫຼື ເຂົ້າໃຈຍາກ ຫຼື ບໍ່ກໍຕາມ, ພຣະທໍາເຫຼົ່ານັ້ນກໍແມ່ນຄວາມຈິງທັງໝົດທີ່ມະນຸດຂາດບໍ່ໄດ້ ໃນຂະນະທີ່ເຂົາເຂົ້າສູ່ຊີວິດ; ພຣະທໍາເຫຼົ່ານັ້ນແມ່ນນໍ້າພຸຂອງນໍ້າແຫ່ງຊີວິດ ທີ່ເຮັດໃຫ້ເຂົາສາມາດຢູ່ລອດໄດ້ໃນທາງດ້ານຈິດໃຈ ແລະ ເນື້ອໜັງ. ພຣະທໍາເຫຼົ່ານັ້ນແມ່ນສະໜອງສິ່ງທີ່ມະນຸດຕ້ອງການເພື່ອໃຫ້ມີຊີວິດຢູ່; ຫຼັກຄວາມເຊື່ອ ແລະ ຄວາມເຊື່ອທາງສາສະໜາ ສໍາລັບການດໍາລົງຊີວິດປະຈໍາວັນຂອງເຂົາ; ເສັ້ນທາງທີ່ເຂົາຕ້ອງເອົາເພື່ອໄດ້ຮັບການຊ່ວຍໃຫ້ລອດພົ້ນ ພ້ອມກັບເປົ້າໝາຍ ແລະ ທິດທາງຂອງມັນ; ຄວາມຈິງທັງໝົດທີ່ເຂົາຄວນມີ ໃນຖານະທີ່ເປັນສິ່ງມີຊີວິດທີ່ຖືກສ້າງຢູ່ຕໍ່ໜ້າພຣະເຈົ້າ; ແລະ ຄວາມຈິງທັງໝົດ ກ່ຽວກັບວິທີທີ່ມະນຸດເຊື່ອຟັງ ແລະ ນະມັດສະການພຣະເຈົ້າ. ພຣະທໍາເຫຼົ່ານັ້ນແມ່ນຫຼັກປະກັນ ທີ່ຮັບປະກັນການຢູ່ລອດຂອງມະນຸດ, ແມ່ນອາຫານປະຈໍາວັນຂອງມະນຸດ ແລະ ຍັງແມ່ນການສະໜັບສະໜູນທີ່ແຂງແກ່ນ ທີ່ເຮັດໃຫ້ມະນຸດສາມາດມີຄວາມເຂັ້ມແຂງ ແລະ ລຸກຂຶ້ນຢືນໄດ້. ພຣະທໍາເຫຼົ່ານັ້ນແມ່ນອຸດົມສົມບູນໄປດ້ວຍຄວາມເປັນຈິງແຫ່ງຄວາມຈິງທີ່ມະນຸດທີ່ຖືກສ້າງຂຶ້ນດໍາລົງຄວາມເປັນມະນຸດແບບປົກກະຕິນໍາ, ອຸດົມສົມບູນໄປດ້ວຍຄວາມຈິງ ເຊິ່ງມະນຸດໄດ້ລຸດພົ້ນເປັນອິດສະຫຼະຈາກຄວາມເສື່ອມຊາມ ແລະ ຫຼົບໜີຈາກແຮ້ວຂອງຊາຕານ, ອຸດົມສົມບູນໄປດ້ວຍການສິດສອນ, ການແນະນໍາ, ການໃຫ້ກໍາລັງໃຈ ແລະ ການປອບໃຈທີ່ບໍ່ຮູ້ຈັກເມື່ອຍ ທີ່ພຣະຜູ້ສ້າງໄດ້ມອບໃຫ້ມວນມະນຸດທີ່ຖືກສ້າງຂຶ້ນ. ພຣະທໍາເຫຼົ່ານັ້ນແມ່ນໄຟ ທີ່ນໍາທາງ ແລະ ໃຫ້ແສງສະຫວ່າງແກ່ມະນຸດ ເພື່ອເຂົ້າໃຈທຸກສິ່ງທີ່ເປັນດ້ານບວກ, ຫຼັກປະກັນທີ່ຮັບປະກັນວ່າ ມະນຸດຈະດໍາລົງຊີວິດ ແລະ ຄອບຄອງທຸກສິ່ງທີ່ຊອບທໍາ ແລະ ສິ່ງທີ່ດີ ເຊິ່ງເປັນມາດຕະຖານທີ່ປະເມີນຜູ້ຄົນ, ເຫດການ ແລະ ວັດຖຸສິ່ງຂອງທັງໝົດ ແລະ ຍັງເປັນເຄື່ອງໝາຍໃນການນໍາທາງ ທີ່ນໍາພາມະນຸດໄປສູ່ການຊ່ວຍໃຫ້ລອດພົ້ນ ແລະ ເສັ້ນທາງແຫ່ງແສງສະຫວ່າງ. ມີແຕ່ໃນປະສົບການຕົວຈິງຈາກພຣະທໍາຂອງພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງສາມາດໄດ້ຮັບຄວາມຈິງ ແລະ ຊີວິດ; ມີແຕ່ຢູ່ໃນນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເຂົ້າໃຈວ່າ ຄວາມເປັນມະນຸດທີ່ປົກກະຕິແມ່ນຫຍັງ, ຊີວິດທີ່ມີຄວາມໝາຍແມ່ນຫຍັງ, ສິ່ງມີຊີວິດທີ່ຖືກສ້າງຂຶ້ນທີ່ແທ້ຈິງແມ່ນຫຍັງ, ການເຊື່ອຟັງພຣະເຈົ້າທີ່ແທ້ຈິງແມ່ນຫຍັງ; ມີແຕ່ຢູ່ໃນນີ້ເທົ່ານັ້ນ ເຂົາຈຶ່ງສາມາດເຂົ້າໃຈເຖິງວິທີທີ່ເຂົາຄວນເອົາໃຈໃສ່ຕໍ່ພຣະເຈົ້າ, ວິທີເຮັດໜ້າທີ່ຂອງສິ່ງມີຊີວິດທີ່ຖືກສ້າງຂຶ້ນໃຫ້ສໍາເລັດ ແລະ ວິທີທີ່ຈະມີຄວາມຄ້າຍຄືກັບມະນຸດທີ່ແທ້ຈິງ; ມີແຕ່ຢູ່ໃນນີ້ເທົ່ານັ້ນ ເຂົາຈຶ່ງສາມາດເຂົ້າໃຈວ່າຜູ້ປົກຄອງສະຫວັນ, ແຜ່ນດິນໂລກ ແລະ ທຸກສິ່ງທຸກຢ່າງແມ່ນໃຜ; ມີແຕ່ຢູ່ໃນນີ້ເທົ່ານັ້ນ ເຂົາຈຶ່ງຈະສາມາດເຂົ້າໃຈເຖິງວິທີການໃນການປົກຄອງ, ການນໍາພາ ແລະ ການສະໜອງໃຫ້ສັບພະສິ່ງ ຂອງພຣະຜູ້ເປັນເຈົ້ານາຍຂອງທຸກສັບພະສິ່ງທັງປວງ; ແລະ ມີແຕ່ຢູ່ໃນນີ້ເທົ່ານັ້ນ ເຂົາຈຶ່ງຈະສາມາດເຂົ້າໃຈ ແລະ ຮູ້ແຈ້ງເຖິງວິທີການໃນການມີຢູ່, ການມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ ແລະ ການເຮັດພາລະກິດຂອງພຣະຜູ້ເປັນເຈົ້ານາຍຂອງທຸກສັບພະສິ່ງທັງປວງ. ເມື່ອຖືກແຍກອອກຈາກປະສົບການທີ່ແທ້ຈິງແຫ່ງພຣະທໍາຂອງພຣະເຈົ້າ ມະນຸດກໍບໍ່ມີຄວາມຮູ້ທີ່ແທ້ຈິງ ຫຼື ການຢັ່ງຮູ້ພຣະທໍາຂອງພຣະເຈົ້າ ແລະ ຄວາມຈິງ. ມະນຸດດັ່ງກ່າວແມ່ນຊາກສົບທີ່ມີຊີວິດແທ້ໆ, ເປັນເປືອກຫອຍທີ່ສົມບູນ ແລະ ຄວາມຮູ້ທັງໝົດທີ່ກ່ຽວກັບພຣະຜູ້ສ້າງແມ່ນບໍ່ມີຫຍັງກ່ຽວຂ້ອງກັບເຂົາເລີຍ. ໃນສາຍຕາຂອງພຣະເຈົ້າ, ມະນຸດດັ່ງກ່າວບໍ່ເຄີຍເຊື່ອໃນພຣະອົງ ແລະ ເຂົາກໍບໍ່ເຄີຍຕິດຕາມພຣະອົງ ແລະ ດ້ວຍເຫດນີ້ ພຣະເຈົ້າຈິ່ງບໍ່ໄດ້ຮັບຮູ້ວ່າ ເຂົາເປັນຜູ້ທີ່ເຊື່ອໃນພຣະອົງ ຫຼື ຜູ້ທີ່ຕິດຕາມພຣະອົງ ແລ້ວຍິ່ງໄກທີ່ຈະແມ່ນສິ່ງມີຊີວິດທີ່ຖືກສ້າງຂຶ້ນຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ຄໍານໍາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 5)

ສິ່ງທີ່ຖືກສ້າງຂຶ້ນຢ່າງແທ້ຈິງຕ້ອງຮູ້ວ່າ ພຣະຜູ້ສ້າງແມ່ນໃຜ, ການຊົງສ້າງມະນຸດແມ່ນເພື່ອຫຍັງ, ວິທີປະຕິບັດຄວາມຮັບຜິດຊອບຂອງສິ່ງທີ່ຖືກສ້າງຂຶ້ນ ແລະ ວິທີນະມັດສະການພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ, ຕ້ອງເຂົ້າໃຈ, ຮູ້ແຈ້ງ, ຮູ້ຈັກ ແລະ ເອົາໃຈໃສ່ຕໍ່ຄວາມປະສົງ, ຄວາມປາດຖະໜາ ແລະ ຄວາມຮຽກຮ້ອງຕ້ອງການຂອງພຣະຜູ້ສ້າງ ແລະ ຕ້ອງປະຕິບັດຕາມວິທີທາງຂອງພຣະຜູ້ສ້າງ ນັ້ນກໍຄື ການຢໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ.

ການຢໍາເກງພຣະເຈົ້າແມ່ນຫຍັງ? ຄົນເຮົາສາມາດຫຼີກເວັ້ນຄວາມຊົ່ວຮ້າຍໄດ້ແນວໃດ?

“ການຢໍາເກງພຣະເຈົ້າ” ບໍ່ໄດ້ໝາຍເຖິງການຕົກໃຈ ແລະ ຄວາມຢ້ານກົວທີ່ບໍ່ສາມາດບັນຍາຍໄດ້ ຫຼື ການຫຼີກເວັ້ນ ຫຼື ການຢູ່ຫ່າງ ຫຼື ການບູຊາຮູບ ຫຼື ຄວາມເຊື່ອງົມງວາຍ. ກົງກັນຂ້າມ ມັນແມ່ນຄວາມເຫຼື້ອມໃສ, ຄວາມເຄົາລົບ, ຄວາມເຊື່ອໃຈ, ຄວາມເຂົ້າໃຈ, ຄວາມເອົາໃຈໃສ່, ຄວາມເຊື່ອຟັງ, ການອຸທິດຕົນ, ຄວາມຮັກ ພ້ອມດ້ວຍການນະມັດສະການ, ການຕອບແທນ ແລະ ການຍອມເຮັດຕາມໂດຍບໍ່ມີເງື່ອນໄຂ ແລະ ບໍ່ມີຄວາມບໍ່ພໍໃຈ. ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ມວນມະນຸດຈະບໍ່ມີຄວາມເຫຼື້ອມໃສທີ່ແທ້ຈິງ, ຄວາມເຊື່ອໃຈທີ່ແທ້ຈິງ, ຄວາມເຂົ້າໃຈທີ່ແທ້ຈິງ, ຄວາມເອົາໃຈໃສ່ ແລະ ຄວາມເຊື່ອຟັງທີ່ແທ້ຈິງ ແຕ່ຈະມີພຽງຄວາມຢ້ານກົວ ແລະ ຄວາມບໍ່ສະບາຍໃຈ, ຂໍ້ສົງໄສ, ຄວາມເຂົ້າໃຈຜິດ, ການຫຼົບຫຼີກ ແລະ ການຫຼີກເວັ້ນ; ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ມວນມະນຸດກໍຈະບໍ່ມີການອຸທິດຕົນ ແລະ ການຕອບແທນທີ່ແທ້ຈິງ; ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ມວນມະນຸດກໍຈະບໍ່ມີການນະມັດສະການ ແລະ ການຍອມເຮັດຕາມທີ່ແທ້ຈິງ, ຈະມີແຕ່ການບູຊາ ແລະ ຄວາມເຊື່ອທີ່ງົມງວາຍແບບຕາບອດເທົ່ານັ້ນ; ຖ້າບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ມວນມະນຸດກໍຈະບໍ່ສາມາດປະຕິບັດຕາມວິທີທາງຂອງພຣະເຈົ້າ ຫຼື ຢໍາເກງພຣະເຈົ້າ ຫຼື ຫຼີກເວັ້ນຄວາມຊົ່ວຮ້າຍ. ໃນທາງກັບກັນ, ກິດຈະກໍາ ແລະ ການປະພຶດທັງໝົດທີ່ມະນຸດມີ ແມ່ນຈະເຕັມໄປດ້ວຍການກະບົດ ແລະ ຄວາມບໍ່ເຊື່ອຟັງ ພ້ອມກັບຄໍາກ່າວຫາແບບໃສ່ຮ້າຍປ້າຍສີ ແລະ ຄໍາຕັດສິນແບບໝິ່ນປະໝາດກ່ຽວກັບພຣະອົງ ແລະ ພ້ອມກັບການປະຕິບັດທີ່ຊົ່ວຮ້າຍ ເຊິ່ງຂັດກັບຄວາມຈິງ ແລະ ຄວາມໝາຍທີ່ແທ້ຈິງຂອງພຣະທໍາຂອງພຣະເຈົ້າ.

ເມື່ອມວນມະນຸດມີຄວາມເຊື່ອໃຈທີ່ແທ້ຈິງຕໍ່ພຣະເຈົ້າ, ພວກເຂົາກໍຈະຕິດຕາມພຣະອົງ ແລະ ເພິ່ງພາອາໄສພຣະອົງຢ່າງແທ້ຈິງ; ມີແຕ່ຄວາມເຊື່ອໃຈ ແລະ ຄວາມເພິ່ງພາອາໄສທີ່ແທ້ຈິງຕໍ່ພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດມີຄວາມເຂົ້າໃຈ ແລະ ຄວາມສາມາດໃນການເຂົ້າໃຈທີ່ແທ້ຈິງ; ສິ່ງທີ່ມາພ້ອມກັບຄວາມສາມາດເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າແມ່ນການເອົາໃຈໃສ່ທີ່ແທ້ຈິງຕໍ່ພຣະອົງ; ມີແຕ່ຄວາມເອົາໃຈໃສ່ທີ່ແທ້ຈິງຕໍ່ພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດມີຄວາມເຊື່ອຟັງຢ່າງແທ້ຈິງ; ມີແຕ່ຄວາມເຊື່ອຟັງທີ່ແທ້ຈິງໃນພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດອຸທິດຕົນຢ່າງແທ້ຈິງ; ມີແຕ່ການອຸທິດຕົນທີ່ແທ້ຈິງຕໍ່ພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດຕອບແທນໂດຍບໍ່ມີເງື່ອນໄຂ ແລະ ບໍ່ມີຄວາມບໍ່ພໍໃຈ; ມີແຕ່ຄວາມເຊື່ອໃຈ ແລະ ການເພິ່ງພາອາໄສທີ່ແທ້ຈິງ, ຄວາມເຂົ້າໃຈ ແລະ ຄວາມເອົາໃຈໃສ່ທີ່ແທ້ຈິງ, ຄວາມເຊື່ອຟັງທີ່ແທ້ຈິງ, ການອຸທິດຕົນທີ່ແທ້ຈິງ ແລະ ການຕອບແທນເທົ່ານັ້ນ ມະນຸດຈິ່ງຈະສາມາດຮູ້ຈັກອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າຢ່າງແທ້ຈິງ ແລະ ຮູ້ຈັກຕົວຕົນຂອງພຣະຜູ້ສ້າງ; ເມື່ອພວກເຂົາໄດ້ຮູ້ຈັກພຣະຜູ້ສ້າງຢ່າງແທ້ຈິງເທົ່ານັ້ນ ມະນຸດຈິ່ງຈະສາມາດປຸກການນະມັດສະການ ແລະ ຍອມເຮັດຕາມຢ່າງແທ້ຈິງພາຍໃນຕົວເອງ; ເມື່ອພວກເຂົາມີການນະມັດສະການ ແລະ ຍອມເຮັດຕາມຢ່າງແທ້ຈິງຕໍ່ພຣະຜູ້ສ້າງເທົ່ານັ້ນ ມະນຸດຈິ່ງຈະສາມາດປະຖິ້ມວິທີທາງທີ່ຊົ່ວຮ້າຍຂອງພວກເຂົາໄດ້ ເຊິ່ງນັ້ນກໍຄືການຫຼີກເວັ້ນຄວາມຊົ່ວຮ້າຍ.

ນີ້ປະກອບເປັນຂະບວນການທັງໝົດຂອງ “ການຢໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ” ແລະ ຍັງເປັນເນື້ອໃນທີ່ຄົບຖ້ວນກ່ຽວກັບການຢໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ ພ້ອມດ້ວຍເສັ້ນທາງທີ່ຕ້ອງຂ້າມຜ່ານ ເພື່ອໄປເຖິງຈຸດຢໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ.

“ການຢໍາເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ” ແລະ ການຮູ້ຈັກພຣະເຈົ້າແມ່ນຕິດພັນກັບເສັ້ນດ້າຍຈໍານວນນັບບໍ່ຖ້ວນທີ່ບໍ່ສາມາດແຍກອອກໄດ້ ແລະ ຄວາມສໍາພັນ ລະຫວ່າງ ພວກມັນແມ່ນເຫັນໄດ້ຊັດເຈນໃນໂຕ. ຖ້າຫາກຄົນໃດປາຖະໜາທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍໄດ້ຢ່າງສໍາເລັດ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມີຄວາມຢໍາເກງທີ່ແທ້ຈິງຕໍ່ພຣະເຈົ້າ; ຖ້າຄົນໃດປາຖະໜາທີ່ຈະຢໍາເກງພຣະເຈົ້າໄດ້ຢ່າງສໍາເລັດ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ; ຖ້າຄົນໃດປາຖະໜາທີ່ຈະໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງປະສົບກັບພຣະທໍາຂອງພຣະເຈົ້າ, ເຂົ້າສູ່ຄວາມເປັນຈິງແຫ່ງພຣະທໍາຂອງພຣະເຈົ້າ, ປະສົບກັບການຕີສອນ ແລະ ການລົງວິໄນຂອງພຣະອົງ, ການຕີສອນ ແລະ ການພິພາກສາຂອງພຣະອົງ; ຖ້າຄົນໃດປາຖະໜາທີ່ຈະປະສົບກັບພຣະທໍາຂອງພຣະເຈົ້າ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມາຢູ່ເຊິ່ງໜ້າກັບພຣະທໍາຂອງພຣະເຈົ້າ, ມາຢູ່ເຊິ່ງໜ້າກັບພຣະເຈົ້າ ແລະ ຂໍໃຫ້ພຣະເຈົ້າມອບໂອກາດເພື່ອຈະໄດ້ປະສົບກັບພຣະທໍາຂອງພຣະເຈົ້າ ໃນຮູບແບບທີ່ຢູ່ໃນທຸກສະພາບແວດລ້ອມທີ່ກ່ຽວຂ້ອງກັບຜູ້ຄົນ, ເຫດການ ແລະ ວັດຖຸ; ຖ້າຄົນໃດປາຖະໜາທີ່ຈະມາຢູ່ເຊິ່ງໜ້າກັບພຣະເຈົ້າ ແລະ ພຣະທໍາຂອງພຣະເຈົ້າ ກ່ອນອື່ນໝົດ ຄົນນັ້ນກໍຕ້ອງມີຈິດໃຈທີ່ທໍາມະດາ ແລະ ສັດຊື່, ມີຄວາມພ້ອມທີ່ຈະຍອມຮັບຄວາມຈິງ, ຄວາມປະສົງທີ່ຈະອົດທົນຕໍ່ຄວາມທຸກທໍລະມານ, ຄວາມເດັດດ່ຽວ ແລະ ຄວາມກ້າທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຄວາມປາຖະໜາທີ່ຈະກາຍເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນຢ່າງແທ້ຈິງ... ດ້ວຍວິທີນີ້ ໃນການເດີນໄປຂ້າງໜ້າເທື່ອລະກ້າວ ເຈົ້າຈະເຂົ້າໃກ້ພຣະເຈົ້າໄດ້ຫຼາຍກວ່າເກົ່າ, ໃຈຂອງເຈົ້າຈະບໍລິສຸດຫຼາຍຂຶ້ນກວ່າເກົ່າ ແລະ ຊີວິດຂອງເຈົ້າ ແລະ ຄຸນຄ່າຂອງການມີຊີວິດ ເນື່ອງຈາກການຮູ້ຈັກກັບພຣະເຈົ້າຂອງເຈົ້າກໍຈະມີຄວາມໝາຍຫຼາຍກວ່າເກົ່າ ແລະ ມີຄວາມເປັ່ງປະກາຍເພີ່ມຂຶ້ນກວ່າເກົ່າ. ຈົນກວ່າໃນມື້ໜຶ່ງ ເຈົ້າຈະຮູ້ສຶກວ່າ ພຣະຜູ້ສ້າງບໍ່ແມ່ນປິດສະໜາອີກຕໍ່ໄປ, ພຣະຜູ້ສ້າງບໍ່ເຄີຍຊ້ອນລີ້ຈາກເຈົ້າ, ພຣະຜູ້ສ້າງບໍ່ເຄີຍປິດບັງໃບໜ້າຂອງພຣະອົງຈາກເຈົ້າ, ພຣະຜູ້ສ້າງບໍ່ໄດ້ຢູ່ໄກຈາກເຈົ້າເລີຍ, ພຣະຜູ້ສ້າງບໍ່ແມ່ນຜູ້ທີ່ເຈົ້າໃຝ່ຫາຢູ່ໃນຄວາມຄິດຂອງເຈົ້າຕະຫຼອດເວລາອີກຕໍ່ໄປ ທີ່ເຈົ້າບໍ່ສາມາດເອື້ອມເຖິງດ້ວຍຄວາມຮູ້ສຶກຂອງເຈົ້າໄດ້, ພຣະອົງແມ່ນຢືນເຝົ້າຢູ່ເບື້ອງຊ້າຍ ແລະ ເບື້ອງຂວາຂອງເຈົ້າແທ້ໆ ແລະ ຢ່າງແທ້ຈິງ, ສະໜອງໃຫ້ແກ່ຊີວິດຂອງເຈົ້າ ແລະ ຄວບຄຸມຊະຕາກໍາຂອງເຈົ້າ. ພຣະອົງບໍ່ໄດ້ຢູ່ເທິງຂອບຟ້າທີ່ຫ່າງໄກ ແລະ ພຣະອົງກໍບໍ່ໄດ້ປິດບັງພຣະອົງເອງຢູ່ເທິງກ້ອນເມກທີ່ສູງ. ພຣະອົງແມ່ນຢູ່ຄຽງຂ້າງເຈົ້າ ໂດຍຄວບຄຸມທຸກຢ່າງຂອງເຈົ້າ, ພຣະອົງແມ່ນທຸກສິ່ງທຸກຢ່າງທີ່ເຈົ້າມີ ແລະ ພຣະອົງແມ່ນສິ່ງດຽວທີ່ເຈົ້າມີ. ເປັນພຣະເຈົ້າທີ່ອະນຸຍາດໃຫ້ເຈົ້າຮັກພຣະອົງຈາກໃຈ, ຍຶດຕິດກັບພຣະອົງ, ກອດພຣະອົງໄວ້ຢູ່ໃກ້ໆ, ຍົກຍ້ອງພຣະອົງ, ຢ້ານທີ່ຈະສູນເສຍພຣະອົງ ແລະ ບໍ່ເຕັມໃຈທີ່ຈະປະຖິ້ມພຣະອົງອີກຕໍ່ໄປ, ຈະບໍ່ຂັດຂືນພຣະອົງອີກຕໍ່ໄປ ຫຼື ຫຼີກເວັ້ນພຣະອົງ ຫຼື ຈັດໃຫ້ພຣະອົງຢູ່ຫ່າງໆ. ສິ່ງດຽວທີ່ເຈົ້າຕ້ອງການແມ່ນການເອົາໃຈໃສ່ຕໍ່ພຣະອົງ, ເຊື່ອຟັງພຣະອົງ, ຕອບແທນທຸກສິ່ງທີ່ພຣະອົງໄດ້ມອບໃຫ້ເຈົ້າ ແລະ ຍອມເຊື່ອຟັງຕໍ່ການປົກຄອງຂອງພຣະອົງ. ເຈົ້າຈະບໍ່ປະຕິເສດການຖືກນໍາພາ, ການສະໜອງ, ການເຝົ້າເບິ່ງ ແລະ ການຖືກພຣະອົງຊົງຮັກສາໄວ້ອີກຕໍ່ໄປ, ບໍ່ປະຕິເສດການສັ່ງການ ແລະ ຄໍາສັ່ງຂອງພຣະອົງທີ່ມີຕໍ່ເຈົ້າ. ສິ່ງດຽວທີ່ເຈົ້າຕ້ອງການແມ່ນການຕິດຕາມພຣະອົງ, ຢູ່ໃກ້ກັບພຣະອົງໂດຍເປັນໝູ່ກັບພຣະອົງ; ສິ່ງດຽວທີ່ເຈົ້າຕ້ອງການແມ່ນການຍອມຮັບພຣະອົງເປັນຊີວິດໜຶ່ງດຽວຂອງເຈົ້າເທົ່ານັ້ນ, ຍອມຮັບພຣະອົງເປັນພຣະຜູ້ເປັນເຈົ້າໜຶ່ງດຽວຂອງເຈົ້າເທົ່ານັ້ນ ແລະ ເປັນພຣະເຈົ້າໜຶ່ງດຽວຂອງເຈົ້າເທົ່ານັ້ນ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ຄໍານໍາ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 6)

ຄວາມເຊື່ອຂອງຜູ້ຄົນບໍ່ສາມາດແທນທີ່ຄວາມຈິງໄດ້

ບາງຄົນສາມາດທົນກັບຄວາມລຳບາກ, ສາມາດຈ່າຍລາຄາ, ປະພຶດທາງພາຍນອກໄດ້ເປັນຢ່າງດີ, ເປັນທີ່ນັບຖື ແລະ ໄດ້ຮັບການຍົກຍ້ອງຈາກຄົນອື່ນໆ. ພວກເຈົ້າຈະເວົ້າວ່າພຶດຕິກຳພາຍນອກແບບນີ້ສາມາດຖືວ່າເປັນການນໍາຄວາມຈິງເຂົ້າສູ່ການປະຕິບັດບໍ? ສາມາດກຳນົດໄດ້ບໍວ່າ ຄົນດັ່ງກ່າວກຳລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າ? ເປັນຫຍັງຜູ້ຄົນຈຶ່ງເຫັນຄົນດັ່ງກ່າວ ແລະ ຄິດວ່າພວກເຂົາກຳລັງເຮັດໃຫ້ພຣະເຈົ້າພໍໃຈຄັ້ງແລ້ວຄັ້ງເລົ່າ, ຍ່າງໃນເສັ້ນທາງຂອງການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ຍຶດໝັ້ນກັບວິທີທາງຂອງພຣະເຈົ້າ? ເປັນຫຍັງບາງຄົນຈຶ່ງຄິດແບບນີ້? ມີພຽງການອະທິບາຍດຽວສຳລັບສິ່ງນັ້ນ. ແມ່ນຫຍັງຄືການອະທິບາຍນັ້ນ? ມັນກໍຄື ສຳລັບຄົນຈຳນວນຫຼວງຫຼາຍແລ້ວ, ຄຳຖາມບາງຢ່າງ ເຊັ່ນວ່າ: ການນໍາຄວາມຈິງເຂົ້າສູ່ການປະຕິບັດໝາຍເຖິງຫຍັງ, ການເຮັດໃຫ້ພຣະເຈົ້າພໍໃຈໝາຍເຖິງຫຍັງ ແລະ ການມີຄວາມເປັນຈິງຢ່າງແທ້ຈິງໝາຍເຖິງຫຍັງ, ທຸກສິ່ງເຫຼົ່ານີ້ບໍ່ຈະແຈ້ງ. ສະນັ້ນຈຶ່ງມີບາງຄົນທີ່ຖືກຫຼອກລວງໂດຍຄົນທີ່ພາຍນອກເບິ່ງຄືເຫຼື້ອມໃສ, ປະເສີດ, ສູງສົ່ງ ແລະ ຍິ່ງໃຫຍ່. ແຕ່ສຳລັບຄົນທີ່ສາມາດເວົ້າເຖິງຕົວອັກສອນ ແລະ ທິດສະດີຢ່າງຄ່ອງແຄ່ວ ແລະ ຄົນທີ່ມີຄຳເວົ້າ ແລະ ການກະທຳເບິ່ງຄືສົມຄວນແກ່ການຍ້ອງຍໍ, ຄົນທີ່ຖືກຫຼອກລວງໂດຍຜູ້ຄົນເຫຼົ່ານັ້ນແມ່ນບໍ່ເຄີຍຫຼຽວເບິ່ງແກ່ນແທ້ຂອງການກະທຳຂອງພວກເຂົາ, ບໍ່ເບິ່ງຫຼັກການທີ່ຢູ່ເບື້ອງຫຼັງຂອງພວກເຂົາ ຫຼື ເປົ້າໝາຍຂອງພວກເຂົາຄືຫຍັງຈັກເທື່ອ. ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຄີຍເບິ່ງວ່າຜູ້ຄົນເຫຼົ່ານີ້ຍອມຢູ່ພາຍໃຕ້ພຣະເຈົ້າຢ່າງແທ້ຈິງ ຫຼື ບໍ່ ຫຼື ພວກເຂົາບໍ່ເຄີຍກຳນົດວ່າຜູ້ຄົນເຫຼົ່ານີ້ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍຢ່າງແທ້ຈິງ ຫຼື ບໍ່. ພວກເຂົາບໍ່ເຄີຍແຍກແຍະແກ່ນແທ້ຂອງຄວາມເປັນມະນຸດຂອງຜູ້ຄົນເຫຼົ່ານີ້. ກົງກັນຂ້າມ, ຕັ້ງແຕ່ເລີ່ມຈາກຂັ້ນຕອນທຳອິດໃນການລຶ້ງເຄີຍກັບພວກເຂົາ, ພວກເຂົາພາກັນນັບຖື ແລະ ເຄົາລົບຜູ້ຄົນເຫຼົ່ານີ້ເທື່ອລະໜ້ອຍ ແລະ ໃນທີ່ສຸດ ຜູ້ຄົນເຫຼົ່ານີ້ກໍກາຍມາເປັນພະທຽມຂອງພວກເຂົາ. ຍິ່ງໄປກວ່ານັ້ນ ໃນຄວາມຄິດຂອງບາງຄົນ, ພະທຽມທີ່ພວກເຂົານະມັດສະການ ແລະ ຜູ້ຄົນທີ່ພວກເຂົາເຊື່ອສາມາດປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ ແລະ ຜູ້ທີ່ ໃນທາງຜິວເຜີນແລ້ວ ເບິ່ງຄືວ່າສາມາດຈ່າຍລາຄາໄດ້, ກໍແມ່ນຄົນທີ່ເຮັດໃຫ້ພຣະເຈົ້າພໍໃຈຢ່າງແທ້ຈິງ ແລະ ຄົນທີ່ສາມາດບັນລຸຜົນຮັບ ແລະ ຈຸດໝາຍປາຍທາງທີ່ດີຢ່າງແທ້ຈິງ. ໃນຄວາມຄິດຂອງພວກເຂົາ, ພະທຽມເຫຼົ່ານີ້ແມ່ນຄົນທີ່ພຣະເຈົ້າຍົກຍ້ອງ. ແມ່ນຫຍັງເຮັດໃຫ້ພວກເຂົາເຊື່ອໃນສິ່ງດັ່ງກ່າວ? ແມ່ນຫຍັງຄືແກ່ນແທ້ຂອງເລື່ອງນີ້? ແມ່ນຫຍັງຄືຜົນຕາມມາ? ກ່ອນອື່ນ ໃຫ້ພວກເຮົາສົນທະນາກ່ຽວກັບເລື່ອງແກ່ນແທ້ຂອງມັນກ່ອນ.

ແທ້ຈິງແລ້ວ, ເລື່ອງຕ່າງໆເຫຼົ່ານີ້ທີ່ກ່ຽວຂ້ອງກັບທັດສະນະຂອງຜູ້ຄົນ, ວິທີການປະຕິບັດຂອງພວກເຂົາ, ຫຼັກການປະຕິບັດທີ່ພວກເຂົາເລືອກປະຕິບັດ ແລະ ສິ່ງທີ່ພວກເຂົາແຕ່ລະຄົນມັກໃສ່ໃຈ ກໍບໍ່ມີຫຍັງກ່ຽວຂ້ອງກັບການທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດ. ບໍ່ວ່າຜູ້ຄົນຈະໃສ່ໃຈກັບເລື່ອງຕື້ນໆ ຫຼື ເລື່ອງເລິກເຊິ່ງ ຫຼື ກ່ຽວກັບຕົວອັກສອນ ແລະ ທິດສະດີ ຫຼື ຄວາມເປັນຈິງ, ພວກເຂົາກໍບໍ່ໄດ້ຍຶດໝັ້ນກັບສິ່ງທີ່ພວກເຂົາຄວນຍຶດໝັ້ນຈົນເຖິງທີ່ສຸດ ຫຼື ພວກເຂົາບໍ່ຮູ້ຈັກສິ່ງທີ່ພວກເຂົາຄວນຮູ້ຈັກທີ່ສຸດ. ເຫດຜົນສຳລັບສິ່ງນີ້ກໍຄື ຜູ້ຄົນບໍ່ມັກຄວາມຈິງເລີຍ; ດັ່ງນັ້ນ ພວກເຂົາບໍ່ເຕັມໃຈທີ່ຈະໃຊ້ເວລາ ແລະ ຄວາມພະຍາຍາມເຂົ້າໃນການສະແຫວງຫາ ແລະ ການນໍາຫຼັກການປະຕິບັດທີ່ຄົ້ນພົບໃນຖ້ອຍຄຳຂອງພຣະເຈົ້າເຂົ້າສູ່ການປະຕິບັດ. ກົງກັນຂ້າມ ພວກເຂົາມັກໃຊ້ທາງລັດ ໂດຍສະຫຼຸບສິ່ງທີ່ພວກເຂົາເຂົ້າໃຈ ແລະ ຮູ້ຈັກວ່າເປັນການປະຕິບັດທີ່ດີ ແລະ ພຶດຕິກຳທີ່ດີ; ແລ້ວ ຂໍ້ສະຫຼຸບນີ້ກໍກາຍມາເປັນເປົ້າໝາຍຂອງພວກເຂົາເອງໃຫ້ສະແຫວງຫາ, ເຊິ່ງພວກເຂົາຮັບເອົາເປັນຄວາມຈິງໃນການປະຕິບັດ. ຜົນໂດຍກົງຂອງສິ່ງນີ້ກໍຄື ຜູ້ຄົນໃຊ້ພຶດຕິກຳທີ່ດີຂອງມະນຸດເປັນສິ່ງທົດແທນເພື່ອນໍາຄວາມຈິງເຂົ້າສູ່ການປະຕິບັດ ເຊິ່ງຍັງໄດ້ສະໜອງຄວາມປາຖະໜາຂອງພວກເຂົາໃນການປະຈົບປະແຈງພຣະເຈົ້າ. ສິ່ງນີ້ເຮັດໃຫ້ພວກເຂົາມີທຶນເພື່ອຕໍ່ຕ້ານກັບຄວາມຈິງ ເຊິ່ງພວກເຂົາຍັງໃຊ້ເພື່ອເປັນເຫດຜົນໃນການຕໍ່ຕ້ານພຣະເຈົ້າ. ໃນເວລາດຽວກັນ, ຜູ້ຄົນຍັງໄດ້ປະຖິ້ມພຣະເຈົ້າຢ່າງບໍ່ມີເຫດຜົນ, ແລ້ວຍົກພະທຽມທີ່ພວກເຂົານັບຖືນັ້ນຂຶ້ນແທນພຣະອົງ. ມີພຽງແຕ່ສາຍເຫດດຽວທີ່ເຮັດໃຫ້ຜູ້ຄົນມີການກະທຳ ແລະ ມີມຸມມອງທີ່ໂງ່ຈ້າ ຫຼື ຄວາມຄິດເຫັນ ແລະ ການປະຕິບັດດ້ານດຽວ ແລະ ໃນປັດຈຸບັນ ເຮົາຈະບອກພວກເຈົ້າກ່ຽວກັບສິ່ງນັ້ນ: ເຫດຜົນກໍຄື ເຖິງແມ່ນຜູ້ຄົນອາດຕິດຕາມພຣະເຈົ້າ, ອະທິຖານຫາພຣະອົງທຸກມື້ ແລະ ອ່ານຖ້ອຍຄຳຂອງພຣະອົງໃນແຕ່ລະມື້, ພວກເຂົາກໍບໍ່ໄດ້ເຂົ້າໃຈຄວາມປະສົງຂອງພຣະອົງຢ່າງແທ້ຈິງ. ນີ້ຄືຕົ້ນຕໍຂອງບັນຫາ. ຖ້າບາງຄົນເຂົ້າໃຈຫົວໃຈຂອງພຣະເຈົ້າ ແລະ ຮູ້ຈັກສິ່ງທີ່ພຣະອົງມັກ, ສິ່ງທີ່ພຣະອົງລັງກຽດ, ສິ່ງທີ່ພຣະອົງຕ້ອງການ, ສິ່ງທີ່ພຣະອົງປະຕິເສດ, ຄົນປະເພດທີ່ພຣະອົງຮັກ, ຄົນປະເພດທີ່ພຣະອົງບໍ່ມັກ, ມາດຕະຖານທີ່ພຣະອົງໃຊ້ເມື່ອຮຽກຮ້ອງຈາກຜູ້ຄົນ ແລະ ວິທີການທີ່ພຣະອົງໃຊ້ເພື່ອເຮັດໃຫ້ພວກເຂົາສົມບູນ, ແລ້ວບຸກຄົນນັ້ນຍັງສາມາດມີຄວາມຄິດເຫັນສ່ວນຕົວຂອງພວກເຂົາເອງຢູ່ບໍ? ຜູ້ຄົນເຊັ່ນນີ້ສາມາດໄປ ແລະ ນະມັດສະການຄົນອື່ນໄດ້ແທ້ບໍ? ມະນຸດທຳມະດາສາມາດກາຍມາເປັນບຸກຄົນທີ່ພວກເຂົາຫຼົງໄຫຼໄດ້ບໍ? ຜູ້ຄົນທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າຈະມີມຸມມອງທີ່ຂ້ອນຂ້າງສົມເຫດສົມຜົນຫຼາຍກວ່ານັ້ນ. ພວກເຂົາຈະບໍ່ນັບຖືບູຊາບຸກຄົນທີ່ເສື່ອມຊາມຕາມອຳເພີໃຈ ຫຼື ໃນຂະນະທີ່ກຳລັງຍ່າງໃນເສັ້ນທາງຂອງການນໍາຄວາມຈິງເຂົ້າສູ່ການປະຕິບັດ ພວກເຂົາຈະບໍ່ເຊື່ອວ່າ ການຍຶດຕິດຢ່າງຫຼັບຫູຫຼັບຕາໃນກົດລະບຽບ ຫຼື ຫຼັກການທີ່ງ່າຍດາຍສອງສາມຢ່າງແມ່ນເທົ່າກັບການນຳຄວາມຈິງເຂົ້າສູ່ການປະຕິບັດ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 7)

ມີຫຼາຍຄວາມຄິດເຫັນທີ່ກ່ຽວຂ້ອງກັບມາດຕະຖານທີ່ພຣະເຈົ້າກຳນົດຜົນຕາມມາຂອງຜູ້ຄົນ

ເນື່ອງຈາກວ່າແຕ່ລະຄົນກັງວົນກັບຜົນຕາມມາຂອງພວກເຂົາເອງ, ພວກເຈົ້າຮູ້ຈັກບໍວ່າພຣະເຈົ້າກຳນົດຜົນຕາມມານັ້ນແນວໃດ? ພຣະເຈົ້າກຳນົດຜົນຕາມມາຂອງບາງຄົນໃນວິທີການໃດ? ຍິ່ງໄປກວ່ານັ້ນ ພຣະອົງໃຊ້ມາດຕະຖານແບບໃດເພື່ອກຳນົດມັນ? ເມື່ອຜົນຕາມມາຂອງບຸກຄົນໃດໜຶ່ງຍັງບໍ່ໄດ້ຖືກກຳນົດເທື່ອ, ພຣະເຈົ້າເຮັດຫຍັງເພື່ອເປີດເຜີຍເຖິງສິ່ງນັ້ນ? ມີຜູ້ໃດຮູ້ຈັກບໍ? ດັ່ງທີ່ເຮົາໄດ້ກ່າວມາກ່ອນໜ້ານີ້, ມີບາງຄົນທີ່ໃຊ້ເວລາຢ່າງຍາວນານຫຼາຍເພື່ອຄົ້ນຄວ້າພຣະທຳຂອງພຣະເຈົ້າ ໂດຍພະຍາຍາມທີ່ຈະສະແຫວງຫາຮ່ອງຮອຍກ່ຽວກັບຜົນຕາມມາຂອງຜູ້ຄົນ, ກ່ຽວກັບປະເພດທີ່ຜົນຕາມມາເຫຼົ່ານີ້ຖືກຈັດແບ່ງອອກ ແລະ ກ່ຽວກັບຜົນຕາມມາຕ່າງໆທີ່ກຳລັງລໍຖ້າແຕ່ລະປະເພດທີ່ແຕກຕ່າງກັນຂອງຜູ້ຄົນ. ພວກເຂົາຍັງຫວັງທີ່ຈະຄົ້ນພົບວິທີທີ່ພຣະທຳຂອງພຣະເຈົ້າບົ່ງຊີ້ຜົນຕາມມາຂອງຜູ້ຄົນ, ມາດຕະຖານແບບທີ່ພຣະອົງໃຊ້ ແລະ ວິທີທີ່ພຣະອົງກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງຢ່າງແທ້ຈິງ. ເຖິງຢ່າງໃດກໍຕາມ ໃນທີ່ສຸດແລ້ວ ຄົນເຫຼົ່ານີ້ບໍ່ເຄີຍສາມາດຄົ້ນພົບຄຳຕອບໃດໆເລີຍ. ໃນຄວາມເປັນຈິງແລ້ວ, ມີໜ້ອຍຄົນຫຼາຍທີ່ເວົ້າກ່ຽວກັບຖ້ອຍຄຳຂອງພຣະເຈົ້າ. ເປັນຫຍັງຈຶ່ງເປັນແບບນີ້? ຕາບໃດທີ່ຜົນຕາມມາຂອງຜູ້ຄົນຍັງບໍ່ໄດ້ຖືກເປີດເຜີຍ, ພຣະເຈົ້າຈະບໍ່ປາຖະໜາບອກຜູ້ໃດກ່ຽວກັບສິ່ງທີ່ກຳລັງຈະເກີດຂຶ້ນໃນຕອນສຸດທ້າຍ ຫຼື ພຣະອົງບໍ່ຕ້ອງການແຈ້ງແກ່ຜູ້ຄົນກ່ຽວກັບຈຸດໝາຍປາຍທາງຂອງພວກເຂົາລ່ວງໜ້າ, ຍ້ອນການເຮັດແບບນັ້ນຈະບໍ່ເປັນປະໂຫຍດຫຍັງເລີຍໃຫ້ກັບມະນຸດຊາດ. ໃນທີ່ນີ້ ແລະ ຕອນນີ້, ເຮົາພຽງແຕ່ຕ້ອງການບອກພວກເຈົ້າກ່ຽວກັບວິທີການທີ່ພຣະເຈົ້າກຳນົດຜົນຕາມມາຂອງຜູ້ຄົນ, ກ່ຽວກັບຫຼັກການທີ່ພຣະອົງນໍາໃຊ້ໃນພາລະກິດຂອງພຣະອົງເພື່ອກຳນົດ ແລະ ສະແດງເຖິງຜົນຕາມມາເຫຼົ່ານີ້ ແລະ ກ່ຽວກັບມາດຕະຖານທີ່ພຣະອົງໃຊ້ເພື່ອກຳນົດວ່າ ຜູ້ຄົນຈະສາມາດເອົາຊີວິດລອດ ຫຼື ບໍ່. ສິ່ງເຫຼົ່ານີ້ບໍ່ແມ່ນຄຳຖາມທີ່ພວກເຈົ້າກັງວົນນໍາທີ່ສຸດບໍ? ເມື່ອເປັນດັ່ງນັ້ນແລ້ວ ຜູ້ຄົນເຊື່ອວ່າພຣະເຈົ້າກຳນົດຜົນຕາມມາຂອງຜູ້ຄົນແນວໃດ? ພວກເຈົ້າໄດ້ເວົ້າເຖິງສ່ວນໜຶ່ງຂອງສິ່ງນັ້ນ ເຊັ້ນ: ພວກເຈົ້າບາງຄົນເວົ້າວ່າ ມັນຕ້ອງກ່ຽວຂ້ອງກັບການປະຕິບັດໜ້າທີ່ຂອງຄົນໆໜຶ່ງຢ່າງຈິງຈັງ ແລະ ການເສຍສະຫຼະເພື່ອພຣະເຈົ້າ; ບາງຄົນເວົ້າວ່າ ມັນກ່ຽວກັບການຍອມຢູ່ພາຍໃຕ້ພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈ; ບາງຄົນເວົ້າວ່າ ປັດໄຈໜຶ່ງກໍຄືການຍອມຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ; ແລະ ບາງຄົນເວົ້າວ່າ ກະແຈສໍາຄັນກໍຄືການຫຼົບຊ້ອນຕົວ... ເມື່ອພວກເຈົ້ານໍາຄວາມຈິງເຫຼົ່ານີ້ເຂົ້າສູ່ການປະຕິບັດ ແລະ ເມື່ອພວກເຈົ້າປະຕິບັດຕາມຫຼັກການທີ່ພວກເຈົ້າເຊື່ອວ່າຖືກຕ້ອງ, ພວກເຈົ້າຮູ້ຈັກບໍວ່າພຣະເຈົ້າຈະຄິດແນວໃດ? ພວກເຈົ້າເຄີຍຄຳນຶງບໍວ່າ ການເຮັດແບບນີ້ແມ່ນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ຫຼື ບໍ່? ມັນບັນລຸຕາມມາດຕະຖານຂອງພຣະອົງບໍ? ມັນຕອບສະໜອງຕໍ່ຄວາມຮຽກຮ້ອງຂອງພຣະອົງບໍ? ເຮົາເຊື່ອວ່າຄົນສ່ວນໃຫຍ່ບໍ່ຄິດກ່ຽວກັບຄຳຖາມເຫຼົ່ານີ້ພໍສໍ່າໃດ ພວກເຂົາພຽງແຕ່ນໍາໃຊ້ພຣະທຳຂອງພຣະເຈົ້າສ່ວນໜຶ່ງ ຫຼື ຄຳເທດສະໜາສ່ວນໜຶ່ງ ຫຼື ມາດຕະຖານຂອງບຸກຄົນຝ່າຍວິນຍານທີ່ພວກເຂົາເຄົາລົບນັບຖືຢ່າງບໍ່ຄິດ ໂດຍບັງຄັບໃຫ້ຕົນເອງເຮັດນີ້ ແລະ ເຮັດນັ້ນ. ພວກເຂົາເຊື່ອວ່າ ນີ້ແມ່ນວິທີທີ່ຖືກຕ້ອງ, ສະນັ້ນ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກໍຕາມ ພວກເຂົາກໍຈະສືບຕໍ່ຍຶດຕິດກັບມັນ ແລະ ເຮັດໃນສິ່ງນັ້ນ. ບາງຄົນຄິດວ່າ “ຂ້ານ້ອຍມີຄວາມເຊື່ອເປັນເວລາຫຼາຍປີ; ຂ້ານ້ອຍປະຕິບັດໃນລັກສະນະນີ້ຢູ່ສະເໝີ. ຂ້ານ້ອຍຮູ້ສຶກຄືກັບວ່າຂ້ານ້ອຍໄດ້ເຮັດໃຫ້ພຣະເຈົ້າພໍໃຈແທ້ຈິງ ແລະ ຂ້ານ້ອຍຍັງຮູ້ສຶກຄືກັບວ່າຂ້ານ້ອຍໄດ້ຮັບຫຼາຍສິ່ງຫຼາຍຢ່າງຈາກສິ່ງນັ້ນ. ນີ້ກໍຍ້ອນວ່າ ຂ້ານ້ອຍໄດ້ມາເຂົ້າໃຈຄວາມຈິງຫຼາຍຢ່າງໃນລະຫວ່າງເວລານີ້, ພ້ອມທັງຫຼາຍສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈກ່ອນໜ້ານີ້. ໂດຍສະເພາະແລ້ວ, ແນວຄິດ ແລະ ມຸມມອງຫຼາຍຢ່າງຂອງຂ້ານ້ອຍໄດ້ປ່ຽນໄປ, ຄຸນຄ່າໃນຊີວິດຂອງຂ້ານ້ອຍກໍປ່ຽນແປງຢ່າງມະຫາສານ ແລະ ບັດນີ້ ຂ້ານ້ອຍກໍເຂົ້າໃຈໂລກນີ້ເປັນຢ່າງດີ”. ຄົນດັ່ງກ່າວເຊື່ອວ່າ ນີ້ຄືການເກັບກ່ຽວ ແລະ ນັ້ນແມ່ນຜົນສຸດທ້າຍຂອງພາລະກິດຂອງພຣະເຈົ້າສຳລັບມະນຸດຊາດ. ໃນຄວາມຄິດເຫັນຂອງພວກເຈົ້າ, ອີງຕາມມາດຕະຖານເຫຼົ່ານີ້ ແລະ ຮວມທັງການປະຕິບັດທັງໝົດຂອງພວກເຈົ້າ, ພວກເຈົ້າກໍາລັງປະຕິບັດຕາມຄວາມປະສົງຂອງພຣະເຈົ້າບໍ? ພວກເຈົ້າບາງຄົນຈະເວົ້າດ້ວຍຄວາມແນ່ໃຈທັງໝົດວ່າ “ແນ່ນອນ! ພວກຂ້ານ້ອຍກຳລັງປະຕິບັດຕາມພຣະທຳຂອງພຣະເຈົ້າ; ພວກຂ້ານ້ອຍກຳລັງປະຕິບັດຕາມສິ່ງທີ່ເບື້ອງເທິງໄດ້ເທດສະໜາ ແລະ ສື່ສານ. ພວກຂ້ານ້ອຍກຳລັງປະຕິບັດໜ້າທີ່ຂອງພວກຂ້ານ້ອຍຢູ່ສະເໝີ ແລະ ຕິດຕາມພຣະເຈົ້າຢ່າງຕໍ່ເນື່ອງ ແລະ ພວກຂ້ານ້ອຍບໍ່ເຄີຍຈາກພຣະອົງໄປ. ສະນັ້ນ ພວກຂ້ານ້ອຍສາມາດເວົ້າດ້ວຍຄວາມໝັ້ນໃຈຢ່າງແທ້ຈິງວ່າ ພວກຂ້ານ້ອຍກຳລັງເຮັດໃຫ້ພຣະເຈົ້າພໍໃຈ. ບໍ່ວ່າ ພວກຂ້ານ້ອຍຈະເຂົ້າໃຈຫຼາຍສໍ່າໃດກໍຕາມກ່ຽວກັບເຈດຕະນາຂອງພຣະອົງ ແລະ ບໍ່ວ່າ ພວກຂ້ານ້ອຍຈະເຂົ້າໃຈຫຼາຍສໍ່າໃດກໍຕາມກ່ຽວກັບພຣະທຳຂອງພຣະອົງ, ພວກຂ້ານ້ອຍກໍຢູ່ໃນເສັ້ນທາງແຫ່ງການສະແຫວງຫາທີ່ສອດຄ່ອງກັບພຣະເຈົ້າຢູ່ສະເໝີ. ຕາບໃດທີ່ພວກຂ້ານ້ອຍປະພຶດຢ່າງຖືກຕ້ອງ ແລະ ປະຕິບັດຢ່າງຖືກຕ້ອງ, ແລ້ວພວກຂ້ານ້ອຍກໍຈະຕ້ອງບັນລຸຜົນທີ່ຖືກຕ້ອງ”. ພວກເຈົ້າຄິດແນວໃດກ່ຽວກັບທັດສະນະນີ້? ມັນຖືກຕ້ອງບໍ? ຍັງອາດມີບາງຄົນທີ່ເວົ້າວ່າ “ຂ້ານ້ອຍບໍ່ເຄີຍຄິດກ່ຽວກັບສິ່ງເຫຼົ່ານີ້ມາກ່ອນ. ຂ້ານ້ອຍພຽງແຕ່ຄິດວ່າ ຕາບໃດທີ່ຂ້ານ້ອຍສືບຕໍ່ປະຕິບັດໜ້າທີ່ຂອງຂ້ານ້ອຍ ແລະ ປະພຶດໃຫ້ສອດຄ່ອງກັບການຮຽກຮ້ອງໂດຍຖ້ອຍຄຳຂອງພຣະເຈົ້າ, ແລ້ວຂ້ານ້ອຍກໍສາມາດລອດຊີວິດໄດ້. ຂ້ານ້ອຍບໍ່ເຄີຍພິຈາລະນາເຖິງຄຳຖາມທີ່ວ່າ ຂ້ານ້ອຍສາມາດເຮັດໃຫ້ພຣະເຈົ້າພໍໃຈ ຫຼື ບໍ່ ຫຼື ຂ້ານ້ອຍບໍ່ເຄີຍພິຈາລະນາວ່າ ຂ້ານ້ອຍກຳລັງບັນລຸມາດຕະຖານທີ່ພຣະອົງໄດ້ກຳນົດໄວ້ ຫຼື ບໍ່. ຍ້ອນພຣະເຈົ້າບໍ່ເຄີຍບອກຂ້ານ້ອຍ ແລະ ສະໜອງຄຳສັ່ງທີ່ຊັດເຈນໃຫ້ແກ່ຂ້ານ້ອຍ, ຂ້ານ້ອຍຈຶ່ງເຊື່ອວ່າ ຕາບໃດທີ່ຂ້ານ້ອຍສືບຕໍ່ພາຍາຍາມ ແລະ ບໍ່ຢຸດ, ແລ້ວພຣະເຈົ້າກໍຈະພໍໃຈ ແລະ ບໍ່ຄວນຮຽກຮ້ອງຈາກຂ້ານ້ອຍເພີ່ມເຕີມອີກ”. ຄວາມເຊື່ອເຫຼົ່ານີ້ແມ່ນຖືກຕ້ອງບໍ? ເທົ່າທີ່ເຮົາຮູ້, ວິທີການປະຕິບັດແບບນີ້, ວິທີການຄິດແບບນີ້ ແລະ ມຸມມອງເຫຼົ່ານີ້ລ້ວນແລ້ວແຕ່ເຮັດໃຫ້ເກີດຄວາມເພີ້ຝັນຢ່າງຫຼີກເວັ້ນບໍ່ໄດ້, ພ້ອມທັງເຮັດໃຫ້ຕາບອດຫຼາຍ. ບາງເທື່ອ ການທີ່ເຮົາເວົ້າສິ່ງນີ້ເຮັດໃຫ້ພວກເຈົ້າບາງຄົນຮູ້ສຶກທໍ້ຖອຍໃຈເລັກນ້ອຍ, ໂດຍຄິດວ່າ “ເຮັດໃຫ້ຕາບອດບໍ? ຖ້ານີ້ຄືການເຮັດໃຫ້ຕາບອດ, ແລ້ວຄວາມຫວັງຂອງພວກຂ້ານ້ອຍສຳລັບຄວາມລອດພົ້ນ ແລະ ຄວາມຢູ່ລອດກໍມີໜ້ອຍຫຼາຍ ແລະ ບໍ່ແນ່ນອນ, ບໍ່ແມ່ນບໍ? ການເວົ້າແບບນັ້ນ, ພຣະອົງບໍ່ແມ່ນກຳລັງເທນໍ້າເຢັນໃສ່ພວກຂ້ານ້ອຍບໍ?” ບໍ່ວ່າພວກເຈົ້າຈະເຊື່ອແບບໃດກໍຕາມ, ສິ່ງຕ່າງໆທີ່ເຮົາເວົ້າ ແລະ ເຮັດບໍ່ໄດ້ແມ່ນເພື່ອເຮັດໃຫ້ພວກເຈົ້າຮູ້ສຶກຄືກັບວ່ານໍ້າເຢັນກຳລັງຖືກຖອກລົງໃສ່ພວກເຈົ້າ. ກົງກັນຂ້າມ, ພວກມັນແມ່ນເພື່ອປັບປຸງຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບເຈດຕະນາຂອງພຣະເຈົ້າ ແລະ ເພີ່ມຄວາມເຂົ້າໃຈຂອງພວກເຈົ້າຕໍ່ສິ່ງທີ່ພຣະອົງກຳລັງຄິດ, ສິ່ງທີ່ພຣະອົງຕ້ອງການເຮັດໃຫ້ສຳເລັດ, ຄົນປະເພດທີ່ພຣະອົງມັກ, ສິ່ງທີ່ພຣະອົງລັງກຽດ, ສິ່ງທີ່ພຣະອົງກຽດຊັງ, ຄົນປະເພດທີ່ພຣະອົງປາຖະໜາຢາກຮັບເອົາ ແລະ ຄົນປະເພດທີ່ພຣະອົງປະຕິເສດ. ພວກມັນແມ່ນເພື່ອມອບຄວາມຊັດເຈນໃຫ້ກັບຄວາມຄິດຂອງພວກເຈົ້າ ແລະ ມອບຄວາມເຂົ້າໃຈທີ່ຊັດເຈນໃຫ້ກັບພວກເຈົ້າກ່ຽວກັບການກະທຳ ແລະ ຄວາມຄິດຂອງພວກເຈົ້າແຕ່ລະຄົນວ່າໄດ້ ຫຼົງທາງໄກສໍ່າໃດຈາກມາດຕະຖານທີ່ພຣະເຈົ້າຕ້ອງການ. ມັນຈຳເປັນຫຼາຍແທ້ບໍທີ່ຈະສົນທະນາກ່ຽວກັບຫົວຂໍ້ເຫຼົ່ານີ້? ເພາະເຮົາຮູ້ຈັກວ່າພວກເຈົ້າມີຄວາມເຊື່ອເປັນເວລາດົນນານແລ້ວ ແລະ ໄດ້ຟັງການເທດສະໜາຢ່າງຫຼວງຫຼາຍ, ແຕ່ສິ່ງເຫຼົ່ານີ້ກໍເປັນສິ່ງທີ່ພວກເຈົ້າຂາດທີ່ສຸດໂດຍສິ້ນເຊີງ. ເຖິງແມ່ນວ່າ ພວກເຈົ້າໄດ້ບັນທຶກຄວາມຈິງທຸກຢ່າງໃນປຶ້ມບັນທຶກຂອງພວກເຈົ້າ ແລະ ໄດ້ຈົດຈຳ ແລະ ສະຫຼັກບາງສິ່ງທີ່ພວກເຈົ້າເຊື່ອໂດຍສ່ວນຕົວວ່າສຳຄັນໄວ້ໃນຫົວໃຈຂອງພວກເຈົ້າ ແລະ ເຖິງແມ່ນພວກເຈົ້າວາງແຜນທີ່ຈະໃຊ້ສິ່ງເຫຼົ່ານີ້ເພື່ອເຮັດໃຫ້ພຣະເຈົ້າພໍໃຈໃນລະຫວ່າງການປະຕິບັດຂອງພວກເຈົ້າ, ໃຊ້ສິ່ງເຫຼົ່ານີ້ເມື່ອພວກເຈົ້າຄົ້ນພົບວ່າຕົນເອງຂັດສົນ, ໃຊ້ສິ່ງເຫຼົ່ານີ້ໃຫ້ຜ່ານເວລາທີ່ລໍາບາກໃນອະນາຄົດ ຫຼື ພຽງແຕ່ປ່ອຍໃຫ້ສິ່ງເຫຼົ່ານີ້ຕິດຕາມພວກເຈົ້າໃນຂະນະທີ່ພວກເຈົ້າດຳລົງຊີວິດຂອງພວກເຈົ້າ, ສໍາລັບເຮົາແລ້ວ ບໍ່ວ່າພວກເຈົ້າຈະເຮັດແນວໃດກໍຕາມ, ຖ້າພວກເຈົ້າພຽງແຕ່ເຮັດມັນ, ສິ່ງນີ້ແມ່ນບໍ່ໄດ້ສຳຄັນເລີຍ. ແລ້ວແມ່ນຫຍັງຄືສິ່ງທີ່ສຳຄັນ? ສິ່ງສໍາຄັນກໍຄື ໃນຂະນະທີ່ເຈົ້າກຳລັງປະຕິບັດ, ເຈົ້າຕ້ອງຮູ້ເລິກລົງ ດ້ວຍຄວາມໝັ້ນໃຈທີ່ສຸດ, ບໍ່ວ່າທຸກສິ່ງທີ່ເຈົ້າກຳລັງເຮັດ, ທຸກການກະທຳນັ້ນແມ່ນສອດຄ່ອງກັບສິ່ງທີ່ພຣະເຈົ້າຕ້ອງການ ຫຼື ບໍ່ ແລະ ບໍ່ວ່າການກະທຳທັງໝົດຂອງເຈົ້າ, ຄວາມຄິດທັງໝົດຂອງເຈົ້າ ແລະ ຜົນ ແລະ ເປົ້າໝາຍທີ່ເຈົ້າປາຖະໜາຢາກບັນລຸນັ້ນປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ສະໜອງຕໍ່ການຮຽກຮ້ອງຂອງພຣະອົງຢ່າງແທ້ຈິງ ຫຼື ບໍ່ ພ້ອມກັບວ່າພຣະອົງຈະເຫັນດ້ວຍກັບສິ່ງເຫຼົ່ານັ້ນ ຫຼື ບໍ່. ສິ່ງເຫຼົ່ານີ້ແມ່ນສຳຄັນທີ່ສຸດ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 8)

ຍ່າງໃນຫົນທາງຂອງພຣະເຈົ້າ: ຢໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ມີຄຳເວົ້າໜຶ່ງທີ່ພວກເຈົ້າຄວນເອົາໃຈໃສ່. ເຮົາເຊື່ອວ່າຄຳເວົ້ານີ້ສຳຄັນຫຼາຍ, ຍ້ອນວ່າ ສຳລັບເຮົາແລ້ວ ມັນເຂົ້າມາໃນຄວາມຄິດຂອງເຮົາຫຼາຍຄັ້ງຈົນນັບບໍ່ຖ້ວນໃນແຕ່ລະມື້. ເປັນຫຍັງຈຶ່ງເປັນແບບນັ້ນ? ມັນເປັນຍ້ອນວ່າ ທຸກຄັ້ງທີ່ເຮົາຜະເຊີນກັບຄົນໃດໜຶ່ງ, ທຸກຄັ້ງທີ່ເຮົາໄດ້ຍິນເລື່ອງລາວຂອງຄົນໃດຄົນໜຶ່ງ ແລະ ທຸກຄັ້ງທີ່ເຮົາໄດ້ຍິນເຖິງປະສົບການຂອງບຸກຄົນໃດໜຶ່ງ ຫຼື ຄຳພະຍານຂອງການເຊື່ອໃນພຣະເຈົ້າ, ເຮົາກໍໃຊ້ຄຳເວົ້ານີ້ເພື່ອນຶກຄິດໃນຫົວໃຈຂອງເຮົາຢູ່ສະເໝີວ່າ ບຸກຄົນນີ້ແມ່ນຄົນປະເພດທີ່ພຣະເຈົ້າຕ້ອງການ ແລະ ຄົນປະເພດທີ່ພຣະເຈົ້າມັກ ຫຼື ບໍ່. ດ້ວຍເຫດນັ້ນແລ້ວ ແມ່ນຫຍັງຄືຄຳເວົ້ານີ້? ບັດນີ້ ເຮົາໄດ້ເຮັດໃຫ້ພວກເຈົ້າທຸກຄົນສົນໃຈຫຼາຍໃນເລື່ອງທີ່ເຮົາກຳລັງຈະເວົ້າ. ເມື່ອເຮົາເປີດເຜີຍຄຳເວົ້ານີ້ອອກມາ, ບາງເທື່ອ ພວກເຈົ້າຈະຮູ້ສຶກຜິດຫວັງ, ຍ້ອນວ່າ ມີບາງຄົນທີ່ເວົ້າແຕ່ປາກເປັນເວລາຫຼາຍປີ. ເຖິງຢ່າງໃດກໍຕາມ, ເຮົາບໍ່ເຄີຍເວົ້າແຕ່ປາກແມ່ນແຕ່ຄັ້ງດຽວເລີຍ. ຄຳເວົ້ານີ້ຢູ່ໃນຫົວໃຈຂອງເຮົາ. ແລ້ວແມ່ນຫຍັງຄືຄຳເວົ້ານີ້? ນັ້ນກໍຄື: “ຍ່າງໃນຫົນທາງຂອງພຣະເຈົ້າ: ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ”. ນີ້ບໍ່ແມ່ນວະລີທີ່ທໍາມະດາທີ່ສຸດບໍ? ຢ່າງໃດກໍຕາມ, ເຖິງແມ່ນວ່າມັນຈະທໍາມະດາ, ຜູ້ຄົນທີ່ມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບພຣະທຳເຫຼົ່ານີ້ກໍຈະຮູ້ສຶກວ່າ ພວກເຂົາແບກຮັບພາລະອັນຍິ່ງໃຫຍ່, ຄຳເວົ້ານີ້ມີຄຸນຄ່າຫຼາຍສໍາລັບການປະຕິບັດຂອງຜູ້ຄົນ, ມັນແມ່ນຂໍ້ຄວາມຈາກພາສາຂອງຊີວິດທີ່ປະກອບມີຄວາມເປັນຈິງແຫ່ງຄວາມຈິງ, ມັນແມ່ນຈຸດປະສົງຕະຫຼອດຊີວິດສຳລັບຄົນທີ່ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ມັນແມ່ນຫົນທາງຕະຫຼອດຊີວິດເຊິ່ງຄົນໃດທີ່ຄຳນຶງເຖິງເຈດຕະນາຂອງພຣະເຈົ້າຄວນຍ່າງຕາມ. ແລ້ວພວກເຈົ້າຄິດແນວໃດ: ຄຳເວົ້ານີ້ບໍ່ແມ່ນຄວາມຈິງບໍ? ມັນມີຄວາມໝາຍດັ່ງກ່າວ ຫຼື ບໍ່? ອີກຢ່າງ, ບາງເທື່ອ ພວກເຈົ້າບາງຄົນກຳລັງຄິດເຖິງຄຳເວົ້ານີ້ ແລະ ພະຍາຍາມຄິດຄຳນວນ ແລະ ບາງເທື່ອ ພວກເຈົ້າບາງຄົນເຖິງກັບຮູ້ສຶກສົງໄສກ່ຽວກັບສິ່ງດັ່ງກ່າວແລ້ວຕັ້ງຄໍາຖາມວ່າ: ຄຳເວົ້ານີ້ສຳຄັນຫຼາຍບໍ? ມັນສຳຄັນຫຼາຍບໍ? ມັນຈຳເປັນທີ່ຈະຕ້ອງໃຫ້ຄວາມສຳຄັນກັບມັນຫຼາຍສ່ຳນັ້ນບໍ? ອາດຍັງມີພວກເຈົ້າບາງຄົນທີ່ບໍ່ມັກຄຳເວົ້ານີ້ພໍສໍ່າໃດ, ຍ້ອນພວກເຈົ້າຄິດວ່າ ການຮັບເອົາຫົນທາງຂອງພຣະເຈົ້າ ແລະ ກັ່ນຕອງເອົາມັນເຂົ້າໃນບົດຄວາມດຽວແມ່ນເປັນການເຮັດໃຫ້ເບິ່ງຄືວ່າ ງ່າຍເກີນໄປ. ການເອົາທຸກສິ່ງທີ່ພຣະເຈົ້າເວົ້າ ແລະ ຂ້ຽວມັນໃຫ້ກາຍເປັນຄຳເວົ້າຄຳດຽວ, ນັ້ນຈະບໍ່ແມ່ນເປັນການເຮັດໃຫ້ພຣະເຈົ້າບໍ່ສຳຄັນເກີນໄປບໍ? ມັນແມ່ນແບບນັ້ນແທ້ບໍ? ມັນສາມາດເປັນໄປໄດ້ວ່າ ພວກເຈົ້າສ່ວນໃຫຍ່ບໍ່ເຂົ້າໃຈຄວາມໝາຍທີ່ເລິກເຊິ່ງຂອງພຣະທຳເຫຼົ່ານີ້ຢ່າງຄົບຖ້ວນ. ເຖິງແມ່ນພວກເຈົ້າທຸກຄົນໄດ້ເອົາໃຈໃສ່ມັນແລ້ວ, ພວກເຈົ້າກໍບໍ່ມີເຈດຕະນາທີ່ຈະເກັບຄຳເວົ້ານີ້ໄວ້ໃນຫົວໃຈຂອງພວກເຈົ້າ; ພວກເຈົ້າພຽງແຕ່ຂຽນມັນລົງໃນປຶ້ມບັນທຶກຂອງພວກເຈົ້າເພື່ອເຂົ້າມາອ່ານເບິ່ງໃໝ່ ແລະ ຕຶກຕອງໃນເວລາວ່າງຂອງພວກເຈົ້າ. ພວກເຈົ້າບາງຄົນເຖິງກັບບໍ່ສົນໃຈທີ່ຈະຈົດຈຳຄຳເວົ້ານີ້, ແຮງໄກທີ່ຈະພະຍາຍາມໃຊ້ມັນໃຫ້ເປັນປະໂຫຍດຢ່າງດີ. ຢ່າງໃດກໍຕາມ, ເປັນຫຍັງເຮົາຈຶ່ງປາຖະໜາທີ່ຈະກ່າວເຖິງຄຳເວົ້ານີ້? ໂດຍບໍ່ຄຳນຶງເຖິງທັດສະນະຂອງພວກເຈົ້າ ແລະ ບໍ່ວ່າພວກເຈົ້າຄິດຫຍັງກໍຕາມ, ເຮົາຕ້ອງກ່າວເຖິງຄຳເວົ້ານີ້, ຍ້ອນມັນກ່ຽວຂ້ອງກັບວິທີທີ່ພຣະເຈົ້າກຳນົດຜົນຕາມມາຂອງຜູ້ຄົນຫຼາຍທີ່ສຸດ. ບໍ່ວ່າຄວາມເຂົ້າໃຈໃນປັດຈຸບັນຂອງພວກເຈົ້າທີ່ກ່ຽວກັບຄຳເວົ້ານີ້ຈະເປັນແນວໃດກໍຕາມ ຫຼື ພວກເຈົ້າຈະປະຕິບັດກັບມັນແນວໃດກໍຕາມ, ເຮົາກໍຍັງຈະບອກພວກເຈົ້າແບບນີ້: ຖ້າຜູ້ຄົນສາມາດນໍາພຣະທຳແຫ່ງຄຳເວົ້ານີ້ເຂົ້າສູ່ການປະຕິບັດ ແລະ ປະສົບກັບສິ່ງເຫຼົ່ານັ້ນ ແລະ ບັນລຸມາດຕະຖານແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ, ແລ້ວກໍຮັບຮອງໄດ້ເລີຍວ່າພວກເຂົາຈະເປັນຜູ້ລອດຊີວິດ ແລະ ໝັ້ນໃຈເລີຍວ່າຈະໄດ້ຮັບຜົນຕາມມາທີ່ດີ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ບັນລຸຕາມມາດຕະຖານທີ່ວາງອອກໂດຍຄຳເວົ້ານີ້, ແລ້ວມັນກໍສາມາດເວົ້າໄດ້ວ່າ ຜົນຕາມມາຂອງເຈົ້າບໍ່ຮູ້ຈັກໄດ້. ສະນັ້ນ ເຮົາຈຶ່ງເວົ້າກັບພວກເຈົ້າກ່ຽວກັບຄຳເວົ້ານີ້ສຳລັບການກະກຽມແນວຄວາມຄິດຂອງພວກເຈົ້າເອງ ແລະ ເພື່ອວ່າພວກເຈົ້າຈະຮູ້ວ່າມາດຕະຖານແບບໃດທີ່ພຣະເຈົ້າໃຊ້ເພື່ອວັດແທກພວກເຈົ້າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 9)

ພຣະເຈົ້າໃຊ້ຜົນປະໂຫຍດຈາກການທົດລອງຕ່າງໆເພື່ອທົດສອບວ່າຜູ້ຄົນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່

ໃນທຸກໆຍຸກໃນພາລະກິດຂອງພຣະເຈົ້າ, ພຣະອົງຈະປະທານພຣະທຳບາງຢ່າງໃຫ້ກັບຜູ້ຄົນ ແລະ ບອກພວກເຂົາກ່ຽວກັບຄວາມຈິງບາງຢ່າງ. ຄວາມຈິງເຫຼົ່ານີ້ເຮັດໜ້າທີ່ເປັນຫົນທາງທີ່ຜູ້ຄົນຄວນຍຶດໝັ້ນ, ຫົນທາງທີ່ພວກເຂົາຄວນຍ່າງ, ຫົນທາງທີ່ຈະເຮັດໃຫ້ພວກເຂົາສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຫົນທາງທີ່ຜູ້ຄົນຄວນນໍາເຂົ້າສູ່ການປະຕິບັດ ແລະ ຄວນຍຶດໝັ້ນໃນຊີວິດຂອງພວກເຂົາ ແລະ ຕະຫຼອດການເດີນທາງທັງຊີວິດຂອງພວກເຂົາ. ມັນແມ່ນຍ້ອນເຫດຜົນເຫຼົ່ານີ້ ພຣະເຈົ້າຈຶ່ງສະແດງຖ້ອຍຄຳເຫຼົ່ານີ້ໃຫ້ກັບມະນຸດຊາດ. ພຣະທຳເຫຼົ່ານີ້ທີ່ມາຈາກພຣະເຈົ້າຄວນຖືກຍຶດໝັ້ນໂດຍຜູ້ຄົນ ແລະ ການຍຶດໝັ້ນຕໍ່ພຣະທຳເຫຼົ່ານີ້ກໍຄືການຮັບເອົາຊີວິດ. ຖ້າບຸກຄົນໃດໜຶ່ງບໍ່ຍຶດໝັ້ນຕໍ່ພຣະທຳເຫຼົ່ານີ້, ບໍ່ນໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດ ແລະ ບໍ່ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າໃນຊີວິດຂອງພວກເຂົາ, ແລ້ວບຸກຄົນນີ້ກໍບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ຍິ່ງໄປກວ່ານັ້ນ, ຖ້າຜູ້ຄົນບໍ່ນໍາຄວາມຈິງເຂົ້າສູ່ການປະຕິບັດ, ແລ້ວພວກເຂົາກໍບໍ່ໄດ້ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ຜູ້ຄົນທີ່ບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ແມ່ນບໍ່ສາມາດຮັບເອົາການຍົກຍ້ອງຂອງພຣະອົງ ແລະ ຄົນດັ່ງກ່າວບໍ່ມີຜົນຕາມມາ. ແລ້ວສະນັ້ນ ໃນຊ່ວງເວລາແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າຈະກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງໄດ້ແນວໃດ? ພຣະເຈົ້າຈະໃຊ້ວິທີການໃດເພື່ອກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງ? ບາງເທື່ອ ພວກເຈົ້າຍັງສັບສົນເລັກນ້ອຍກ່ຽວກັບສິ່ງນີ້ໃນເວລານີ້, ແຕ່ເມື່ອເຮົາບອກພວກເຈົ້າກ່ຽວກັບຂະບວນການ, ມັນກໍຈະຍິ່ງຊັດເຈນຂຶ້ນ, ຍ້ອນພວກເຈົ້າຫຼາຍຄົນໄດ້ຜະເຊີນມັນດ້ວຍຕົວພວກເຈົ້າເອງແລ້ວ.

ຕະຫຼອດຊ່ວງເວລາແຫ່ງພາລະກິດຂອງພຣະອົງ, ຕັ້ງແຕ່ເລີ່ມຕົ້ນມາ, ພຣະເຈົ້າໄດ້ກຳນົດການທົດລອງສຳລັບແຕ່ລະຄົນ ຫຼື ສາມາດເວົ້າໄດ້ວ່າ ສໍາລັບທຸກຄົນທີ່ຕິດຕາມພຣະອົງ ແລະ ການທົດລອງເຫຼົ່ານີ້ມີຫຼາກຫຼາຍກໍລະນີ. ບາງຄົນໄດ້ຜະເຊີນກັບການທົດລອງກ່ຽວກັບການຖືກປະຕິເສດໂດຍຄອບຄົວຂອງພວກເຂົາ, ບາງຄົນໄດ້ຜະເຊີນກັບການທົດລອງດ້ວຍສະພາບແວດລ້ອມທີ່ບໍ່ດີ, ບາງຄົນໄດ້ຜະເຊີນກັບການທົດລອງການຖືກຈັບກຸມ ແລະ ຖືກທໍລະມານ, ບາງຄົນໄດ້ຜະເຊີນກັບການທົດລອງກ່ຽວກັບທາງເລືອກຕ່າງໆ ແລະ ບາງຄົນຜະເຊີນກັບການທົດລອງດ້ວຍເງິນ ແລະ ສະຖານະ. ເວົ້າໂດຍທົ່ວໄປແລ້ວ, ພວກເຈົ້າແຕ່ລະຄົນໄດ້ຜະເຊີນກັບການທົດລອງທຸກຮູບແບບ. ເປັນຫຍັງພຣະເຈົ້າຈຶ່ງປະຕິບັດພາລະກິດແບບນີ້? ເປັນຫຍັງພຣະອົງຈຶ່ງປະຕິບັດຕໍ່ທຸກຄົນໃນລັກສະນະນີ້? ພຣະອົງສະແຫວງຫາຜົນຕາມມາແບບໃດ? ນີ້ແມ່ນປະເດັນທີ່ເຮົາປາຖະໜາຢາກສື່ສານກັບພວກເຈົ້າ: ພຣະເຈົ້າຕ້ອງການຢາກເຫັນວ່າ ບຸກຄົນນີ້ແມ່ນປະເພດທີ່ຢຳເກງພຣະອົງ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່. ຄວາມໝາຍຂອງສິ່ງນີ້ກໍຄື ເມື່ອພຣະເຈົ້າກຳລັງໃຫ້ການທົດລອງກັບເຈົ້າ ແລະ ເຮັດໃຫ້ເຈົ້າພົບກັບສະຖານະການບາງຢ່າງ ຫຼື ສິ່ງອື່ນໆ, ເຈດຕະນາຂອງພຣະອົງແມ່ນເພື່ອທົດສອບວ່າ ເຈົ້າເປັນຄົນທີ່ຢຳເກງພຣະອົງ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່. ຖ້າຄົນໃດຄົນໜຶ່ງມີໜ້າທີ່ໃນການຮັກສາເຄື່ອງບູຊາ ແລະ ໜ້າທີ່ດັ່ງກ່າວເຮັດໃຫ້ພົບກັບເຄື່ອງບູຊາຂອງພຣະເຈົ້າ, ເຈົ້າຈະເວົ້າວ່າ ນີ້ແມ່ນສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້ບໍ? ມັນແມ່ນຢ່າງບໍ່ຕ້ອງສົງໄສ! ທຸກສິ່ງທີ່ເຈົ້າຜະເຊີນແມ່ນສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້. ເມື່ອເຈົ້າຜະເຊີນກັບເລື່ອງນີ້, ພຣະເຈົ້າຈະສັງເກດເຈົ້າຢ່າງລັບໆ, ເຝົ້າເບິ່ງທາງເລືອກທີ່ເຈົ້າຕັດສິນໃຈ, ວິທີທີ່ເຈົ້າປະຕິບັດ ແລະ ຄວາມຄິດທີ່ເຈົ້າມີ. ສິ່ງທີ່ພຣະເຈົ້າສົນໃຈທີ່ສຸດແມ່ນຜົນຮັບສຸດທ້າຍ, ຍ້ອນວ່າ ຜົນຮັບນີ້ຈະຊ່ວຍໃຫ້ພຣະອົງໄດ້ວັດແທກວ່າ ເຈົ້າໄດ້ປະຕິບັດຕາມມາດຕະຖານຂອງພຣະອົງໃນການທົດລອງດັ່ງກ່າວນີ້ ຫຼື ບໍ່. ເຖິງຢ່າງໃດກໍຕາມ, ເມື່ອໃດທີ່ຜູ້ຄົນຜະເຊີນກັບບັນຫາ, ພວກເຂົາມັກຈະບໍ່ຄິດວ່າ ເປັນຫຍັງພວກເຂົາຈຶ່ງຜະເຊີນກັບມັນ, ແມ່ນຫຍັງຄືມາດຕະຖານທີ່ພຣະເຈົ້າຄາດຫວັງໃຫ້ພວກເຂົາໄດ້ບັນລຸ, ພຣະອົງຕ້ອງການເຫັນຫຍັງໃນພວກເຂົາ ຫຼື ພຣະອົງປາຖະໜາທີ່ຈະຮັບເອົາຫຍັງຈາກພວກເຂົາ. ເມື່ອຜະເຊີນກັບບັນຫານີ້, ຄົນປະເພດດັ່ງກ່າວພຽງແຕ່ຄິດວ່າ “ນີ້ແມ່ນສິ່ງທີ່ຂ້ານ້ອຍຜະເຊີນ; ຂ້ານ້ອຍຕ້ອງລະມັດລະວັງ, ຕ້ອງບໍ່ປະໝາດ! ບໍ່ວ່າແມ່ນຫຍັງກໍຕາມ, ນີ້ແມ່ນການປະທານຂອງພຣະເຈົ້າ ແລະ ຂ້ານ້ອຍບໍ່ສາມາດສຳຜັດມັນໄດ້”. ເມື່ອປະກອບດ້ວຍຄວາມຄິດແບບງ່າຍໆດັ່ງກ່າວ, ຜູ້ຄົນເຊື່ອວ່າພວກເຂົາໄດ້ປະຕິບັດຕາມໜ້າທີ່ຂອງພວກເຂົາແລ້ວ. ແຕ່ຜົນຮັບຂອງການທົດລອງນີ້ຈະນໍາຄວາມພໍໃຈມາໃຫ້ພຣະເຈົ້າ ຫຼື ບໍ່? ລອງສົນທະນາກ່ຽວກັບສິ່ງນັ້ນເບິ່ງ. (ຖ້າຜູ້ຄົນຢຳເກງພຣະເຈົ້າໃນຫົວໃຈຂອງພວກເຂົາ, ແລ້ວເມື່ອຜະເຊີນກັບໜ້າທີ່ໆເຮັດໃຫ້ພວກເຂົາໄດ້ຮັບການປະທານຂອງພຣະເຈົ້າ, ພວກເຂົາກໍຈະຄິດວ່າ ມັນງ່າຍສໍ່າໃດທີ່ຈະທ້າທາຍອຸປະນິໄສຂອງພຣະເຈົ້າ ແລະ ຈະເຮັດໃຫ້ພວກເຂົາດຳເນີນການຕໍ່ໄປດ້ວຍຄວາມລະມັດລະວັງ.) ຄຳຕອບຂອງເຈົ້າແມ່ນຢູ່ໃນເສັ້ນທາງທີ່ຖືກຕ້ອງ, ແຕ່ມັນຍັງບໍ່ໄດ້ຮອດບ່ອນນັ້ນເທື່ອ. ການຍ່າງໃນຫົນທາງຂອງພຣະເຈົ້າບໍ່ແມ່ນກ່ຽວກັບການສັງເກດພຽງກົດລະບຽບພາຍນອກ; ກົງກັນຂ້າມ ມັນໝາຍເຖິງວ່າ ເມື່ອເຈົ້າຜະເຊີນກັບບັຫາ, ກ່ອນອື່ນໝົດ ເຈົ້າຄວນເບິ່ງວ່າມັນເປັນສະຖານະການທີ່ຖືກຈັດແຈງໂດຍພຣະເຈົ້າ ຫຼື ບໍ່, ມັນແມ່ນຄວາມຮັບຜິດຊອບທີ່ພຣະອົງໄດ້ມອບໃຫ້ແກ່ເຈົ້າ ຫຼື ເປັນໜ້າທີ່ໆພຣະອົງໄດ້ມອບໝາຍໃຫ້ກັບເຈົ້າ ຫຼື ບໍ່. ເມື່ອພົບກັບບັນຫານີ້ ເຈົ້າຄວນເຫັນມັນເປັນການທົດລອງທີ່ພຣະເຈົ້າໄດ້ວາງໄວ້ໃຫ້ກັບເຈົ້າ. ເມື່ອເຈົ້າຜະເຊີນກັບບັນຫານີ້, ເຈົ້າຕ້ອງມີມາດຕະຖານໃນຫົວໃຈຂອງເຈົ້າ ແລະ ເຈົ້າຕ້ອງຄິດວ່າ ເລື່ອງນີ້ມາຈາກພຣະເຈົ້າ. ເຈົ້າຕ້ອງຄິດກ່ຽວກັບວິທີຈັດການກັບມັນໃນທາງທີ່ເຈົ້າສາມາດປະຕິບັດຕາມໜ້າທີ່ຂອງເຈົ້າໄດ້ ໃນຂະນະທີ່ຍັງຊື່ສັດກັບພຣະເຈົ້າຢູ່, ພ້ອມທັງຄິດໃສ່ວິທີທີ່ຈະປະຕິບັດໂດຍບໍ່ເຮັດໃຫ້ພຣະອົງໃຈຮ້າຍ ຫຼື ລ່ວງເກີນອຸປະນິໄສຂອງພຣະອົງ. ກ່ອນໜ້ານີ້ ພວກເຮົາໄດ້ເວົ້າກ່ຽວກັບການຄຸ້ມຄອງເຄື່ອງຖວາຍບູຊາ. ເລື່ອງນີ້ກ່ຽວຂ້ອງກັບເຄື່ອງບູຊາ ແລະ ມັນຍັງແຕະຕ້ອງເຖິງໜ້າທີ່ຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າ. ເຈົ້າມີພັນທະຕໍ່ຄວາມຮັບຜິດຊອບນີ້. ເຖິງຢ່າງໃດກໍຕາມ, ເມື່ອຜະເຊີນກັບບັນຫານີ້, ມີການລໍ້ລວງໃຈບໍ? ມີ. ການລໍ້ລວງໃຈນີ້ແມ່ນມາຈາກໃສ? ການລໍ້ລວງໃຈນີ້ແມ່ນມາຈາກຊາຕານ ແລະ ມັນຍັງມາຈາກອຸປະນິໄສທີ່ຊົ່ວຮ້າຍ ແລະ ເສື່ອມຊາມຂອງມະນຸດອີກ. ເນື່ອງຈາກມີການລໍ້ລວງໃຈ, ບັນຫານີ້ຈຶ່ງກ່ຽວຂ້ອງການຢືນເປັນພະຍານທີ່ຜູ້ຄົນຄວນຢືນ ເຊິ່ງຍັງເປັນຄວາມຮັບຜິດຊອບ ແລະ ໜ້າທີ່ຂອງເຈົ້າອີກດ້ວຍ. ບາງຄົນເວົ້າວ່າ “ນີ້ແມ່ນເລື່ອງເລັກນ້ອຍ; ມັນຈຳເປັນແທ້ບໍ່ທີ່ຈະຕ້ອງເຮັດໃຫ້ມັນເປັນເລື່ອງໃຫຍ່?” ມັນຈຳເປັນຕ້ອງແທ້ໆ! ນີ້ກໍຍ້ອນວ່າ ເພື່ອຮັກສາຫົນທາງຂອງພຣະເຈົ້າ, ພວກເຮົາບໍ່ສາມາດເບິ່ງຂ້າມສິ່ງໃດກໍຕາມທີ່ເກີດຂຶ້ນຕໍ່ພວກເຮົາ ຫຼື ອ້ອມຂ້າງພວກເຮົາ, ແມ່ນແຕ່ສິ່ງເລັກໆນ້ອຍໆ; ບໍ່ວ່າພວກເຮົາຈະຄິດວ່າ ພວກເຮົາຄວນໃສ່ໃຈກັບມັນ ຫຼື ບໍ່, ຕາບໃດທີ່ເລື່ອງໃດໜຶ່ງກຳລັງຜະເຊີນກັບເຮົາ, ພວກເຮົາຕ້ອງບໍ່ປ່ອຍໃຫ້ມັນໄປ. ທຸກສິ່ງທີ່ເກີດຂຶ້ນຄວນຖືກເບິ່ງວ່າເປັນການທົດສອບທີ່ພຣະເຈົ້າໄດ້ທົດສອບພວກເຮົາ. ເຈົ້າຄິດແນວໃດກ່ຽວກັບວິທີການເບິ່ງສິ່ງຕ່າງໆແບບນີ້? ຖ້າເຈົ້າມີທ່າທີແບບນີ້, ແລ້ວມັນກໍຢືນຢັນໃຫ້ເຫັນເຖິງຂໍ້ແທ້ຈິງໜຶ່ງຂໍ້: ໃນສ່ວນເລິກໆ, ເຈົ້າຢຳເກງພຣະເຈົ້າ ແລະ ເຕັມໃຈທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍ. ຖ້າເຈົ້າມີຄວາມປາຖະໜານີ້ເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ແລ້ວສິ່ງທີ່ເຈົ້ານໍາໃຊ້ເຂົ້າໃນການປະຕິບັດກໍຈະບໍ່ຢູ່ຫ່າງຈາກການບັນລຸມາດຕະຖານແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍເລີຍ.

ມີຄົນເຊື່ອສະເໝີວ່າ ເລື່ອງຕ່າງໆທີ່ຜູ້ຄົນບໍ່ໃຫ້ຄວາມສົນໃຈ ແລະ ບໍ່ມັກກ່າວເຖິງແມ່ນເລື່ອງເລັກນ້ອຍທີ່ບໍ່ມີຫຍັງກ່ຽວຂ້ອງກັບການນໍາຄວາມຈິງເຂົ້າສູ່ການປະຕິບັດເລີຍ. ເມື່ອພົບກັບບັນຫາດັ່ງກ່າວ, ຜູ້ຄົນເຫຼົ່ານີ້ບໍ່ໄດ້ຄິດຫຍັງຫຼາຍກ່ຽວກັບສິ່ງນີ້ ແລະ ໃນທີ່ສຸດ ພວກເຂົາກໍປ່ອຍໃຫ້ມັນຜ່ານໄປ. ເຖິງຢ່າງໃດກໍຕາມ, ໃນຂໍ້ແທ້ຈິງແລ້ວ ເລື່ອງນີ້ແມ່ນບົດຮຽນທີ່ເຈົ້າຄວນສຶກສາ, ເປັນບົດຮຽນກ່ຽວກັບວິທີຢຳເກງພຣະເຈົ້າ ແລະ ວິທີຫຼີກເວັ້ນຄວາມຊົ່ວຮ້າຍ. ຍິ່ງໄປກວ່ານັ້ນ, ສິ່ງທີ່ເຈົ້າຄວນໃສ່ໃຈຫຼາຍຂຶ້ນກໍຄືການຮູ້ຈັກວ່າພຣະເຈົ້າກຳລັງເຮັດຫຍັງເມື່ອເລື່ອງນີ້ເກີດຂຶ້ນກັບເຈົ້າ. ພຣະເຈົ້າຢູ່ຄຽງຂ້າງເຈົ້າ, ສັງເກດຄຳເວົ້າ ແລະ ການກະທຳທຸກຢ່າງຂອງເຈົ້າ ແລະ ເຝົ້າເບິ່ງທຸກສິ່ງທີ່ເຈົ້າເຮັດ ແລະ ການປ່ຽນແປງຕ່າງໆທີ່ເກີດຂຶ້ນໃນຄວາມຄິດຂອງເຈົ້າ, ນີ້ແມ່ນພາລະກິດຂອງພຣະເຈົ້າ. ບາງຄົນຖາມວ່າ “ຖ້າສິ່ງນັ້ນເປັນຄວາມຈິງ, ແລ້ວເປັນຫຍັງຂ້ານ້ອຍຈຶ່ງບໍ່ຮູ້ສຶກເຖິງສິ່ງນັ້ນ?” ເຈົ້າບໍ່ໄດ້ຮູ້ສຶກເຖິງມັນກໍຍ້ອນເຈົ້າບໍ່ໄດ້ຍຶດໝັ້ນໃນຫົນທາງຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໃຫ້ເປັນຫົນທາງຫຼັກຂອງເຈົ້າ; ສະນັ້ນ ເຈົ້າຈຶ່ງບໍ່ສາມາດຮູ້ສຶກເຖິງພາລະກິດລີ້ລັບນີ້ທີ່ພຣະເຈົ້າປະຕິບັດໃນຜູ້ຄົນ ເຊິ່ງໄດ້ສະແດງອອກໃນຕົວມັນເອງອີງຕາມຄວາມຄິດ ແລະ ການກະທຳຕ່າງໆຂອງຜູ້ຄົນ. ເຈົ້າຊ່າງເປັນຄົນຂາດສະຕິຫຼາຍ! ແມ່ນຫຍັງຄືເລື່ອງໃຫຍ່? ແມ່ນຫຍັງຄືເລື່ອງເລັກນ້ອຍ? ເລື່ອງຕ່າງໆທີ່ກ່ຽວຂ້ອງກັບການຍ່າງໃນຫົນທາງຂອງພຣະເຈົ້າບໍ່ໄດ້ຖືກແຍກອອກລະຫວ່າງເລື່ອງໃຫຍ່ ຫຼື ເລື່ອງເລັກນ້ອຍ, ພວກມັນລ້ວນແລ້ວແຕ່ເປັນເລື່ອງໃຫຍ່, ພວກເຈົ້າສາມາດຍອມຮັບສິ່ງນັ້ນໄດ້ບໍ? (ພວກເຮົາສາມາດຍອມຮັບມັນໄດ້.) ເມື່ອເວົ້າເຖິງເລື່ອງຕ່າງໆໃນແຕ່ລະມື້, ມີບາງເລື່ອງທີ່ຜູ້ຄົນເຫັນວ່າເປັນເລື່ອງໃຫຍ່ ແລະ ສຳຄັນ ແລະ ມີເລື່ອງອື່ນທີ່ຖືກເບິ່ງວ່າເປັນເລື່ອງເລັກນ້ອຍ. ຜູ້ຄົນມັກເບິ່ງເລື່ອງໃຫຍ່ໆເຫຼົ່ານີ້ວ່າເປັນເລື່ອງທີ່ສຳຄັນຫຼາຍ ແລະ ພວກເຂົາຄິດວ່າເລື່ອງເຫຼົ່ານີ້ຖືກສົ່ງມາໂດຍພຣະເຈົ້າ. ເຖິງຢ່າງໃດກໍຕາມ, ໃນຂະນະທີ່ເລື່ອງໃຫຍ່ເຫຼົ່ານີ້ເກີດຂຶ້ນ, ເນື່ອງຈາກວຸດທິພາວະທີ່ບໍ່ເປັນຜູ້ໃຫຍ່ຂອງຜູ້ຄົນ ແລະ ຍ້ອນຄວາມສາມາດທີ່ຕໍ່າຂອງພວກເຂົາ, ຜູ້ຄົນມັກບໍ່ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ບໍ່ສາມາດຮັບເອົາການເປີດເຜີຍໃດໆເລີຍ ແລະ ບໍ່ສາມາດຮັບເອົາຄວາມຮູ້ຕົວຈິງທີ່ມີຄຸນຄ່າ. ສໍາລັບກ່ຽວກັບເລື່ອງເລັກນ້ອຍ, ເລື່ອງເຫຼົ່ານີ້ແມ່ນຖືກເບິ່ງຂ້າມໂດຍຜູ້ຄົນ ແລະ ຖືກປ່ອຍໃຫ້ຜ່ານໄປເທື່ອລະເລັກເທື່ອລະໜ້ອຍ. ເມື່ອເປັນດັ່ງນັ້ນ, ຜູ້ຄົນຈຶ່ງສູນເສຍໂອກາດຖືກກວດສອບຢູ່ຕໍ່ໜ້າພຣະເຈົ້າ ແລະ ຖືກທົດສອບໂດຍພຣະອົງ. ມັນໝາຍຄວາມວ່າແນວໃດ ຖ້າເຈົ້າເບິ່ງຂ້າມຜູ້ຄົນ, ເຫດການ ແລະ ວັດຖຸຕ່າງໆ ແລະ ສະຖານະການທີ່ພຣະເຈົ້າໄດ້ຈັດແຈງໄວ້ໃຫ້ກັບເຈົ້າຢູ່ສະເໝີ? ມັນໝາຍຄວາມວ່າ ໃນແຕ່ລະມື້ ແລະ ແມ່ນແຕ່ໃນແຕ່ລະຊ່ວງເວລາ, ເຈົ້າກຳລັງປະຕິເສດການທີ່ພຣະເຈົ້າເຮັດໃຫ້ເຈົ້າສົມບູນຢ່າງຕໍ່ເນື່ອງ ພ້ອມທັງຄວາມເປັນຜູ້ນໍາຂອງພຣະອົງ. ເມື່ອໃດກໍຕາມທີ່ພຣະເຈົ້າໄດ້ຈັດກຽມສະຖານະການໃຫ້ກັບເຈົ້າ, ພຣະອົງກຳລັງເຝົ້າເບິ່ງຢ່າງລັບໆ, ຫຼຽວເບິ່ງຫົວໃຈຂອງເຈົ້າ, ສັງເກດເບິ່ງຄວາມຄິດ ແລະ ການພິຈາລະນາຢ່າງຮອບຄອບຂອງເຈົ້າ, ເຝົ້າເບິ່ງວິທີທີ່ເຈົ້າຄິດ ແລະ ລໍຖ້າເບິ່ງວິທີທີ່ເຈົ້າຈະກະທຳ. ຖ້າເຈົ້າເປັນຄົນທີ່ປະໝາດ, ຄົນທີ່ບໍ່ເຄີຍຈິງຈັງກ່ຽວກັບຫົນທາງຂອງພຣະເຈົ້າ, ພຣະທຳຂອງພຣະອົງ ຫຼື ຄວາມຈິງ, ແລ້ວເຈົ້າກໍຈະບໍ່ໃສ່ໃຈ ຫຼື ໃຫ້ຄວາມສົນໃຈກັບສິ່ງທີ່ພຣະເຈົ້າປາຖະໜາເຮັດໃຫ້ສຳເລັດ ຫຼື ເງື່ອນໄຂທີ່ພຣະອົງຄາດຫວັງໃຫ້ເຈົ້າບັນລຸ ເມື່ອພຣະອົງໄດ້ຈັດແຈງສະພາບແວດລ້ອມໃດໜຶ່ງໃຫ້ກັບເຈົ້າ. ເຈົ້າຈະບໍ່ຮູ້ວ່າຜູ້ຄົນ, ເຫດການ ແລະ ສິ່ງຂອງທີ່ເຈົ້າຜະເຊີນນັ້ນກ່ຽວຂ້ອງຫຍັງກັບຄວາມຈິງ ຫຼື ຄວາມປະສົງຂອງພຣະເຈົ້າ. ຫຼັງຈາກທີ່ເຈົ້າໄດ້ຜະເຊີນສະຖານະການ ແລະ ການທົດລອງແບບນີ້ຊໍ້າແລ້ວຊໍ້າອີກ ໂດຍທີ່ພຣະເຈົ້າບໍ່ເຫັນຜົນຫຍັງໃນຕົວເຈົ້າ, ພຣະອົງຈະດຳເນີນຕໍ່ໄປໄດ້ແນວໃດ? ຫຼັງຈາກທີ່ໄດ້ຜະເຊີນກັບການທົດລອງນີ້ຊໍ້າແລ້ວຊໍ້າອີກ, ເຈົ້າບໍ່ໄດ້ສັນລະເສີນພຣະເຈົ້າໃນຫົວໃຈຂອງເຈົ້າ ຫຼື ເຈົ້າບໍ່ໄດ້ເຫັນສະຖານະການແທ້ຈິງທີ່ພຣະເຈົ້າໄດ້ຈັດກຽມໃຫ້ກັບເຈົ້າ ນັ້ນກໍຄື: ການທົດລອງ ແລະ ການທົດສອບຈາກພຣະເຈົ້າ. ກົງກັນຂ້າມ, ເຈົ້າໄດ້ປະຕິເສດໂອກາດທີ່ພຣະເຈົ້າໄດ້ປະທານໃຫ້ກັບເຈົ້າເທື່ອລະຢ່າງ, ປ່ອຍໃຫ້ພວກມັນໄຫຼຜ່ານໄປຄັ້ງແລ້ວຄັ້ງເລົ່າ. ນີ້ບໍ່ແມ່ນຄວາມບໍ່ເຊື່ອຟັງທີ່ສຸດທີ່ຜູ້ຄົນສະແດງອອກມາບໍ? (ມັນແມ່ນ.) ພຣະເຈົ້າຈະຮູ້ສຶກເຈັບປວດຍ້ອນສິ່ງນີ້ບໍ? (ພຣະອົງຈະຮູ້ສຶກ.) ຜິດ, ພຣະເຈົ້າຈະບໍ່ຮູ້ສຶກເຈັບປວດ! ການໄດ້ຍິນເຮົາເວົ້າສິ່ງດັ່ງກ່າວໄດ້ເຮັດໃຫ້ພວກເຈົ້າຕື່ນຕົກໃຈອີກຄັ້ງ. ເຈົ້າອາດກຳລັງຄິດວ່າ: “ບໍ່ແມ່ນເຄີຍໄດ້ເວົ້າຜ່ານມາບໍວ່າ ພຣະເຈົ້າຮູ້ສຶກເຈັບປວດຢູ່ສະເໝີ? ສະນັ້ນ ພຣະເຈົ້າຈະບໍ່ຮູ້ສຶກເຈັບປວດໄດ້ບໍ? ແລ້ວເມື່ອໃດພຣະອົງຈຶ່ງຈະຮູ້ສຶກເຈັບປວດ?” ສະຫຼຸບກໍຄື ພຣະເຈົ້າຈະບໍ່ຮູ້ສຶກເຈັບປວດໃນສະຖານະການແບບນີ້. ແລ້ວແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ພຶດຕິກຳທີ່ໄດ້ອະທິບາຍມາຂ້າງເທິງ? ເມື່ອຜູ້ຄົນປະຕິເສດການທົດລອງ ແລະ ການທົດສອບທີ່ພຣະເຈົ້າໄດ້ສົ່ງມາໃຫ້ກັບພວກເຂົາ ແລະ ເມື່ອພວກເຂົາຫຼົບໜີຈາກສິ່ງເຫຼົ່ານັ້ນ, ພຣະເຈົ້າກໍມີພຽງແຕ່ທັດສະນະຄະຕິດຽວກັບຜູ້ຄົນດັ່ງກ່າວ. ແລ້ວທັດສະນະຄະຕິນັ້ນແມ່ນຫຍັງ? ພຣະເຈົ້າປະຕິເສດຄົນປະເພດນີ້ ຈາກສ່ວນເລິກຂອງຫົວໃຈຂອງພຣະອົງ. ມີຄວາມໝາຍສອງດ້ານສຳລັບຄຳວ່າ “ປະຕິເສດ”. ເຮົາຄວນອະທິບາຍມັນແນວໃດຈາກມຸມມອງຂອງເຮົາ? ເລິກໆແລ້ວ, ຄຳວ່າ “ປະຕິເສດ” ມີຄວາມໝາຍວ່າ ການລັງກຽດ ແລະ ກຽດຊັງ. ແລ້ວຄວາມໝາຍອີກດ້ານໜຶ່ງເດ? ຄວາມໝາຍອີກດ້ານໜຶ່ງກໍຄືການຍອມສະຫຼະບາງສິ່ງ. ພວກເຈົ້າທຸກຄົນຮູ້ວ່າ “ຍອມສະຫຼະ” ໝາຍເຖິງຫຍັງ ແມ່ນບໍ? ເວົ້າໂດຍສັງເຂບກໍຄື: “ປະຕິເສດ” ແມ່ນຄຳເວົ້າທີ່ສື່ເຖິງປະຕິກິລິຍາ ແລະ ທ່າທີທີ່ຮ້າຍແຮງທີ່ສຸດຂອງພຣະເຈົ້າຕໍ່ຜູ້ຄົນທີ່ປະພຶດໃນລັກສະນະດັ່ງກ່າວ; ມັນແມ່ນຄວາມກຽດຊັງ ແລະ ຄວາມເບື່ອໜ່າຍທີ່ສຸດຕໍ່ພວກເຂົາ ແລະ ໃນທີ່ສຸດກໍສົ່ງຜົນໃຫ້ເກີດມີການຕັດສິນໃຈປະຖິ້ມພວກເຂົາ. ນີ້ແມ່ນການຕັດສິນໃຈສຸດທ້າຍຂອງພຣະເຈົ້າຕໍ່ບຸກຄົນທີ່ບໍ່ເຄີຍຍ່າງໃນຫົນທາງຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຄີຍຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ບັດນີ້ ພວກເຈົ້າທຸກຄົນສາມາດເຫັນຄວາມສຳຄັນຂອງສິ່ງຕ່າງໆທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ບໍ?

ບັດນີ້ ພວກເຈົ້າໄດ້ເຂົ້າໃຈເຖິງວິທີການທີ່ພຣະເຈົ້າໃຊ້ເພື່ອກຳນົດຜົນຕາມມາຂອງຜູ້ຄົນແລ້ວບໍ? (ພຣະອົງຈັດກຽມສະຖານະການທີ່ແຕກຕ່າງກັນໃນແຕ່ລະມື້.) ພຣະອົງຈັດກຽມສະຖານະການທີ່ແຕກຕ່າງກັນ ເຊິ່ງເປັນສິ່ງທີ່ຜູ້ຄົນສາມາດຮູ້ສຶກ ແລະ ສຳຜັດ. ແລ້ວແມ່ນຫຍັງຄືແຮງຈູງໃຈຂອງພຣະເຈົ້າເພື່ອເຮັດສິ່ງນີ້? ເຈດຕະນາຂອງພຣະອົງແມ່ນເພື່ອມອບການທົດລອງຫຼາກຫຼາຍຮູບແບບໃຫ້ກັບແຕ່ລະຄົນໃນເວລາທີ່ແຕກຕ່າງກັນ ແລະ ໃນສະຖານທີ່ໆແຕກຕ່າງກັນ. ຜູ້ຄົນແບບໃດຈຶ່ງຈະຖືກທົດສອບໃນລະຫວ່າງການທົດລອງ? ການທົດລອງກຳນົດວ່າ ເຈົ້າເປັນຄົນປະເພດທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໃນທຸກບັນຫາທີ່ເຈົ້າໄດ້ຜະເຊີນ, ໄດ້ຍິນ, ໄດ້ເຫັນ ແລະ ໄດ້ປະສົບເປັນການສ່ວນຕົວ ຫຼື ບໍ່. ທຸກຄົນຈະຜະເຊີນກັບການທົດລອງແບບນີ້, ຍ້ອນພຣະເຈົ້າຍຸຕິທຳຕໍ່ທຸກຄົນ. ພວກເຈົ້າບາງຄົນເວົ້າວ່າ “ຂ້ານ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແລ້ວເປັນຫຍັງຂ້ານ້ອຍຈຶ່ງບໍ່ພົບກັບການທົດລອງໃດໆເລີຍ?” ເຈົ້າເຊື່ອວ່າເຈົ້າຍັງບໍ່ໄດ້ຜະເຊີນກັບການທົດລອງໃດໆ ນັ້ນກໍຍ້ອນເມື່ອເວລາທີ່ພຣະເຈົ້າໄດ້ຈັດກຽມສະຖານະການໃຫ້ກັບເຈົ້າ, ເຈົ້າບໍ່ຍອມຮັບເອົາພວກມັນຢ່າງຈິງຈັງ ແລະ ບໍ່ຕ້ອງການຍ່າງໃນຫົນທາງຂອງພຣະເຈົ້າ. ສະນັ້ນ ເຈົ້າຈຶ່ງບໍ່ຮູ້ສຶກເຖິງການທົດລອງຂອງພຣະເຈົ້າເລີຍ. ບາງຄົນເວົ້າວ່າ “ຂ້ານ້ອຍໄດ້ຜະເຊີນກັບການທົດລອງສອງສາມຢ່າງ, ແຕ່ຂ້ານ້ອຍບໍ່ຮູ້ວິທີປະຕິບັດຢ່າງຖືກຕ້ອງ. ເຖິງແມ່ນເມື່ອຂ້ານ້ອຍໄດ້ປະຕິບັດ, ຂ້ານ້ອຍກໍຍັງບໍ່ຮູ້ວ່າ ຂ້ານ້ອຍໄດ້ຍຶດໝັ້ນໃນລະຫວ່າງການທົດລອງຂອງພຣະເຈົ້າ ຫຼື ບໍ່”. ຜູ້ຄົນທີ່ຢູ່ໃນສະພາວະປະເພດນີ້ບໍ່ໄດ້ຢູ່ໃນຄົນກຸ່ມໜ້ອຍຢ່າງແນ່ນອນ. ແລ້ວແມ່ນຫຍັງຄືມາດຕະຖານທີ່ພຣະເຈົ້າໃຊ້ເພື່ອວັດແທກຜູ້ຄົນ? ມັນກໍເປັນຄືກັບດັ່ງທີ່ເຮົາໄດ້ກ່າວໄວ້ຊ່ວງເວລາກ່ອນໜ້ານີ້: ນັ້ນກໍຄື ເຈົ້າຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໃນທຸກສິ່ງທີ່ເຈົ້າເຮັດ, ຄິດ ແລະ ສະແດງອອກ ຫຼື ບໍ່. ນີ້ແມ່ນວິທີທີ່ຈະກຳນົດວ່າ ເຈົ້າແມ່ນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່. ແນວຄິດນີ້ງ່າຍ ຫຼື ບໍ່? ມັນງ່າຍພໍສໍາລັບການເວົ້າ, ແຕ່ມັນງ່າຍທີ່ຈະນໍາເຂົ້າສູ່ການປະຕິບັດຕົວຈິງບໍ? (ມັນບໍ່ໄດ້ງ່າຍແບບນັ້ນ.) ເປັນຫຍັງມັນຈຶ່ງບໍ່ງ່າຍແບບນັ້ນ? (ຍ້ອນຜູ້ຄົນບໍ່ຮູ້ຈັກພຣະເຈົ້າ ແລະ ພວກເຂົາບໍ່ຮູ້ຈັກວິທີທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ສະນັ້ນ ເມື່ອພວກເຂົາຜະເຊີນກັບເລື່ອງຕ່າງໆ, ພວກເຂົາກໍບໍ່ຮູ້ຈັກວິທີທີ່ຈະສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງພວກເຂົາ. ພວກເຂົາຕ້ອງຜ່ານການທົດລອງຫຼາກຫຼາຍຢ່າງ, ການຫຼໍ່ຫຼອມ, ການຂ້ຽນຕີ ແລະ ການພິພາກສາກ່ອນທີ່ພວກເຂົາຈະສາມາດມີຄວາມເປັນຈິງໃນການຢຳເກງພຣະເຈົ້າ.) ພວກເຈົ້າອາດເວົ້າແບບນັ້ນ, ແຕ່ສໍາລັບພວກເຈົ້າແລ້ວ, ການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍເບິ່ງຄືກັບວ່າ ສາມາດເຮັດໄດ້ຢ່າງງ່າຍດາຍໃນຕອນນີ້. ເປັນຫຍັງເຮົາຈຶ່ງເວົ້າສິ່ງນີ້? ນັ້ນກໍຍ້ອນວ່າ ພວກເຈົ້າໄດ້ຟັງການເທດສະໜາຢ່າງຫຼວງຫຼາຍ ແລະ ໄດ້ຮັບເອົາການຫົດນໍ້າຈຳນວນຫຼວງຫຼາຍຈາກຄວາມເປັນຈິງແຫ່ງຄວາມຈິງ; ສິ່ງນີ້ເຮັດໃຫ້ພວກເຈົ້າເຂົ້າໃຈວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍດ້ານທິດສະດີ ແລະ ດ້ານສະຕິປັນຍາ. ສຳລັບວິທີການນໍາຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍເຂົ້າສູ່ການປະຕິບັດຢ່າງແທ້ຈິງນັ້ນ, ຄວາມຮູ້ນີ້ລ້ວນແລ້ວແຕ່ເປັນປະໂຫຍດຫຼາຍ ແລະ ເຮັດໃຫ້ພວກເຈົ້າຮູ້ສຶກຄືກັບວ່າສິ່ງດັ່ງກ່າວສາມາດບັນລຸໄດ້ຢ່າງງ່າຍດາຍເຊັ່ນກັນ. ແລ້ວເປັນຫຍັງຜູ້ຄົນຈຶ່ງບໍ່ສາມາດບັນລຸມັນໄດ້ຢ່າງແທ້ຈິງຈັກເທື່ອ? ນີ້ກໍຍ້ອນວ່າທຳມະຊາດ ແລະ ແກ່ນແທ້ຂອງມະນຸດບໍ່ຢຳເກງພຣະເຈົ້າ ແລະ ມະນຸດກໍມັກຄວາມຊົ່ວຮ້າຍ. ນີ້ຄືເຫດຜົນທີ່ແທ້ຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 10)

ການບໍ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍແມ່ນການຕໍ່ຕ້ານພຣະເຈົ້າ

ໃຫ້ເຮົາເລີ່ມຕົ້ນດ້ວຍການຖາມເຈົ້າວ່າ ຄຳເວົ້າ “ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ” ແມ່ນມາຈາກໃສ. (ໜັງສືໂຢບ.) ໃນເມື່ອພວກເຮົາໄດ້ກ່າວເຖິງໂຢບ, ຂໍໃຫ້ພວກເຮົາສົນທະນາກ່ຽວກັບເພິ່ນ. ໃນເວລາຂອງໂຢບ, ພຣະເຈົ້າປະຕິບັດພາລະກິດເພື່ອຄວາມລອດພົ້ນ ແລະ ການເອົາຊະນະມະນຸດຊາດບໍ? ບໍ່ແມ່ນ. ແລ້ວມັນບໍ່ແມ່ນແນວນັ້ນບໍ? ອີກຢ່າງ ສໍາລັບໂຢບແລ້ວ, ເພິ່ນມີຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍສໍ່າໃດໃນຕອນນັ້ນ? (ບໍ່ຫຼາຍ.) ໂຢບມີຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍ ຫຼື ໜ້ອຍກວ່າພວກເຈົ້າທີ່ມີໃນຕອນນີ້ບໍ? ເປັນຫຍັງພວກເຈົ້າຈຶ່ງບໍ່ກ້າຕອບ? ນີ້ແມ່ນຄຳຖາມທີ່ຕອບໄດ້ຢ່າງງ່າຍດາຍທີ່ສຸດ. ແມ່ນແລ້ວ ແນ່ນອນວ່າ ໜ້ອຍກວ່າ! ທຸກມື້ນີ້ ພວກເຈົ້າຢູ່ຕໍ່ໜ້າກັບພຣະເຈົ້າ ແລະ ຢູ່ຕໍ່ໜ້າກັບພຣະທໍາຂອງພຣະເຈົ້າ; ພວກເຈົ້າມີຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍກວ່າທີ່ໂຢບມີ. ເປັນຫຍັງເຮົາຈຶ່ງນໍາເລື່ອງນີ້ຂຶ້ນມາ? ແມ່ນຫຍັງຄືຈຸດປະສົງຂອງເຮົາໃນການກ່າວສິ່ງຕ່າງໆເຫຼົ່ານີ້? ເຮົາຕ້ອງການອະທິບາຍຂໍ້ແທ້ຈິງໃຫ້ແກ່ພວກເຈົ້າ, ແຕ່ກ່ອນທີ່ເຮົາຈະເຮັດແບບນັ້ນ, ເຮົາຕ້ອງການທີ່ຈະຖາມຄຳຖາມພວກເຈົ້າ: ໂຢບຮູ້ຈັກພຣະເຈົ້າໜ້ອຍດຽວ, ແຕ່ກໍຍັງສາມາດຢຳເກງພຣະອົງ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ; ເປັນຫຍັງຜູ້ຄົນໃນປັດຈຸບັນຈຶ່ງບໍ່ສາມາດເຮັດແບບນັ້ນໄດ້? (ພວກເຂົາເສື່ອມຊາມຢ່າງຮຸນແຮງ.) ການທີ່ພວກເຂົາເສື່ອມຊາມຢ່າງຮຸນແຮງແມ່ນປາກົດການພາຍນອກທີ່ເຮັດໃຫ້ເກີດບັນຫາ, ແຕ່ເຮົາຈະບໍ່ເບິ່ງມັນໃນລັກສະນະນັ້ນ. ພວກເຈົ້າມັກໃຊ້ທິດສະດີ ແລະ ຄຳສັບທີ່ໃຊ້ທົ່ວໄປຢູ່ສະເໝີ ເຊັ່ນ: “ຄວາມເສື່ອມຊາມຢ່າງຮຸນແຮງ”, “ການກະບົດຕໍ່ພຣະເຈົ້າ”, “ຄວາມບໍ່ຊື່ສັດຕໍ່ພຣະເຈົ້າ”, “ຄວາມບໍ່ເຊື່ອຟັງ”, “ການບໍ່ມັກຄວາມຈິງ” ແລະ ອື່ນໆອີກ ແລະ ໃຊ້ວະລີຕິດປາກເຫຼົ່ານີ້ເພື່ອອະທິບາຍແກ່ນແທ້ຂອງທຸກບັນຫາ. ນີ້ແມ່ນວິທີປະຕິບັດທີ່ບົກຜ່ອງຫຼາຍ. ການໃຊ້ຄຳຕອບດຽວກັນເພື່ອອະທິບາຍເລື່ອງທີ່ມີທຳມະຊາດແຕກຕ່າງກັນ ແນ່ນອນເຮັດໃຫ້ເກີດມີຄວາມສົງໄສຢ່າງປະໝາດກ່ຽວກັບຄວາມຈິງ ແລະ ພຣະເຈົ້າ; ເຮົາບໍ່ມັກທີ່ຈະໄດ້ຍິນຄຳຕອບແບບນີ້. ຄິດໃຫ້ດົນ ແລະ ຄິດໃຫ້ໜັກກ່ຽວກັບຄຳຕອບນັ້ນ. ບໍ່ມີຜູ້ໃດທ່າມກາງພວກເຈົ້າທີ່ຄິດກ່ຽວກັບບັນຫານີ້, ແຕ່ເຮົາສາມາດເຫັນມັນໄດ້ທຸກມື້ ແລະ ທຸກມື້ ເຮົາກໍສໍາຜັດມັນໄດ້. ສະນັ້ນ ໃນຂະນະທີ່ພວກເຈົ້າກຳລັງປະຕິບັດ, ເຮົາກໍກຳລັງເຝົ້າເບິ່ງ. ເມື່ອພວກເຈົ້າກຳລັງເຮັດບາງສິ່ງ, ພວກເຈົ້າບໍ່ສາມາດຮູ້ສຶກເຖິງແກ່ນແທ້ຂອງມັນໄດ້, ແຕ່ເມື່ອເຮົາເຝົ້າເບິ່ງ, ເຮົາສາມາດເຫັນເຖິງແກ່ນແທ້ຂອງມັນ ແລະ ເຮົາສາມາດຮູ້ສຶກເຖິງແກ່ນແທ້ຂອງມັນໄດ້ເຊັ່ນກັນ. ແລ້ວແມ່ນຫຍັງຄືແກ່ນແທ້ນີ້? ເປັນຫຍັງຜູ້ຄົນໃນປັດຈຸບັນຈຶ່ງບໍ່ສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ? ຄຳຕອບຂອງພວກເຈົ້າແມ່ນບໍ່ສາມາດອະທິບາຍເຖິງແກ່ນແທ້ຂອງບັນຫານີ້ໄດ້ ຫຼື ພວກມັນບໍ່ສາມາດແກ້ໄຂໄດ້. ນີ້ແມ່ນຍ້ອນມັນມີແຫຼ່ງທີ່ມາທີ່ພວກເຈົ້າບໍ່ຮູ້. ແມ່ນຫຍັງຄືແຫຼ່ງທີ່ມານີ້? ເຮົາຮູ້ວ່າ ພວກເຈົ້າຕ້ອງການໄດ້ຍິນກ່ຽວກັບສິ່ງນັ້ນ, ສະນັ້ນ ເຮົາຈຶ່ງຈະບອກພວກເຈົ້າກ່ຽວກັບແຫຼ່ງທີ່ມາຂອງບັນຫານີ້.

ຕັ້ງແຕ່ພຣະເຈົ້າເລີ່ມຕົ້ນປະຕິບັດພາລະກິດ, ພຣະອົງໄດ້ຄຳນຶງເຖິງມະນຸດແນວໃດ? ພຣະເຈົ້າໄດ້ຊ່ວຍພວກເຂົາໃຫ້ລອດພົ້ນ; ພຣະອົງໄດ້ເຫັນມະນຸດເປັນສະມາຊິກຂອງຄອບຄົວຂອງພຣະອົງ, ເປັນເປົ້າໝາຍຂອງພາລະກິດຂອງພຣະອົງ, ເປັນຄົນທີ່ພຣະອົງຕ້ອງການເອົາຊະນະ ແລະ ຊ່ວຍໃຫ້ລອດພົ້ນ ແລະ ເປັນຄົນທີ່ພຣະອົງປາຖະໜາຢາກເຮັດໃຫ້ສົມບູນ. ນີ້ແມ່ນທ່າທີຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດໃນໄລຍະເລີ່ມຕົ້ນຂອງພາລະກິດຂອງພຣະອົງ. ເຖິງຢ່າງໃດກໍຕາມ, ແມ່ນຫຍັງຄືທ່າທີຂອງມະນຸດຊາດທີ່ມີຕໍ່ພຣະເຈົ້າໃນເວລານັ້ນ? ພຣະເຈົ້າບໍ່ລຶ້ງເຄີຍກັບມະນຸດ ແລະ ພວກເຂົາຖືວ່າພຣະເຈົ້າເປັນຄົນແປກໜ້າ. ສາມາດເວົ້າໄດ້ວ່າ ທ່າທີທີ່ພວກເຂົາມີຕໍ່ພຣະເຈົ້າບໍ່ໄດ້ຮັບຜົນຢ່າງເໝາະສົມ ແລະ ພວກເຂົາບໍ່ໄດ້ມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບວິທີທີ່ພວກເຂົາຄວນປະຕິບັດຕໍ່ພຣະເຈົ້າ. ເມື່ອເປັນດັ່ງນັ້ນ, ພວກເຂົາກໍປະຕິບັດຕໍ່ພຣະອົງແນວໃດກໍໄດ້ທີ່ພວກເຂົາມັກ ແລະ ເຮັດຫຍັງກໍໄດ້ຕາມທີ່ພວກເຂົາມັກ. ພວກເຂົາມີຄວາມຄິດເຫັນໃດໆກ່ຽວກັບພຣະເຈົ້າບໍ? ທໍາອິດ ພວກເຂົາບໍ່ມີ; ສິ່ງທີ່ພວກເຂົາເອີ້ນວ່າຄວາມຄິດເຫັນກໍພຽງແຕ່ເປັນແນວຄິດ ແລະ ຂໍ້ສັນນິຖານບາງຢ່າງກ່ຽວກັບພຣະອົງ. ພວກເຂົາຍອມຮັບຕໍ່ສິ່ງທີ່ສອດຄ່ອງກັບແນວຄິດຂອງພວກເຂົາ ແລະ ເມື່ອບາງສິ່ງບໍ່ສອດຄ່ອງກັບແນວຄິດຂອງພວກເຂົາ, ພວກເຂົາກໍເຊື່ອຟັງມັນແບບພໍເປັນພິທີ, ແຕ່ເລິກໆແລ້ວ ພວກເຂົາຮູ້ສຶກຂັດຂືນຢ່າງຮຸນແຮງ ແລະ ພວກເຂົາຕໍ່ຕ້ານມັນ. ນີ້ແມ່ນຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດໃນຕອນເລີ່ມຕົ້ນ: ພຣະເຈົ້າເບິ່ງພວກເຂົາຄືກັບສະມາຊິກໃນຄອບຄົວ, ແຕ່ພວກເຂົາປະຕິບັດຕໍ່ພຣະອົງຄືກັບຄົນແປກໜ້າ. ເຖິງຢ່າງໃດກໍຕາມ ຫຼັງຈາກພາລະກິດຂອງພຣະເຈົ້າໄດ້ດໍາເນີນມາເປັນເວລາໃດໜຶ່ງ, ມະນຸດກໍຈຶ່ງເຂົ້າໃຈວ່າພຣະອົງກຳລັງພະຍາຍາມບັນລຸສິ່ງໃດ ແລະ ພວກເຂົາກໍເລີ່ມຮູ້ວ່າພຣະອົງເປັນພຣະເຈົ້າທີ່ແທ້ຈິງອົງດຽວ; ພວກເຂົາຍັງຮູ້ວ່າພວກເຂົາສາມາດໄດ້ຮັບພອນຈາກພຣະເຈົ້າ. ຜູ້ຄົນຄິດແນວໃດກ່ຽວກັບພຣະເຈົ້າໃນເວລານີ້? ພວກເຂົາເຫັນພຣະເຈົ້າເປັນເສັ້ນຊີວິດ ແລະ ຫວັງທີ່ຈະໄດ້ຮັບເອົາຄວາມເມດຕາ, ພອນ ແລະ ສັນຍາຂອງພຣະອົງ. ໃນເວລານີ້, ພຣະເຈົ້າຄິດແນວໃດກ່ຽວກັບມະນຸດ? ພຣະອົງເຫັນວ່າພວກເຂົາເປັນເປົ້າໝາຍສຳລັບການເອົາຊະນະຂອງພຣະອົງ. ພຣະເຈົ້າຕ້ອງການໃຊ້ພຣະທຳເພື່ອພິພາກສາພວກເຂົາ, ເພື່ອທົດສອບພວກເຂົາ ແລະ ເພື່ອວາງພວກເຂົາຜ່ານການທົດລອງ. ເຖິງຢ່າງໃດກໍຕາມ, ສໍາລັບຜູ້ຄົນໃນສະໄໝນັ້ນແລ້ວ, ພຣະເຈົ້າເປັນພຽງວັດຖຸທີ່ພວກເຂົາສາມາດໃຊ້ເພື່ອບັນລຸເປົ້າໝາຍຂອງພວກເຂົາເທົ່ານັ້ນ. ຜູ້ຄົນເຫັນວ່າຄວາມຈິງທີ່ພຣະເຈົ້າໄດ້ວາງອອກນັ້ນສາມາດເອົາຊະນະ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນໄດ້, ພວກເຂົາມີໂອກາດທີ່ຈະໄດ້ຮັບເອົາສິ່ງຕ່າງໆທີ່ພວກເຂົາຕ້ອງການຈາກພຣະອົງ, ພ້ອມທັງຮັບເອົາຈຸດໝາຍປາຍທາງທີ່ພວກເຂົາຕ້ອງການ. ຍ້ອນສິ່ງນີ້, ຄວາມຈິງໃຈເສດເລັກນ້ອຍຈຶ່ງເກີດຂຶ້ນໃນຫົວໃຈຂອງພວກເຂົາ ແລະ ພວກເຂົາກໍເຕັມໃຈທີ່ຈະຕິດຕາມພຣະເຈົ້າອົງນີ້. ເວລາຜ່ານໄປ ແລະ ເນື່ອງຈາກພວກເຂົາໄດ້ຮັບເອົາຄວາມຮູ້ດ້ານພາຍນອກ ແລະ ຄຳສັ່ງສອນກ່ຽວກັບພຣະເຈົ້າ, ນີ້ເຖິງກັບສາມາດເວົ້າໄດ້ວ່າ ມະນຸດເລີ່ມ “ລຶ້ງເຄີຍ” ກັບພຣະເຈົ້າ ແລະ ພຣະທຳທີ່ພຣະອົງກ່າວ, ການເທດສະໜາຂອງພຣະອົງ, ຄວາມຈິງທີ່ພຣະອົງກ່າວອອກ ແລະ ພາລະກິດຂອງພຣະອົງ. ສະນັ້ນ ພວກເຂົາຈຶ່ງມີຄວາມເຂົ້າໃຈຜິດວ່າ ພຣະເຈົ້າບໍ່ແມ່ນຄົນແປກໜ້າອີກຕໍ່ໄປ ແລະ ພວກເຂົາໄດ້ກ້າວຂາຍ່າງໃນເສັ້ນທາງທີ່ເລີ່ມສອດຄ່ອງກັບພຣະເຈົ້າແລ້ວ. ຈົນຮອດປັດຈຸບັນ, ຜູ້ຄົນໄດ້ຟັງຄຳເທດສະໜາຫຼາຍຢ່າງກ່ຽວກັບຄວາມຈິງ ແລະ ໄດ້ຜະເຊີນພາລະກິດຂອງພຣະເຈົ້າຢ່າງຫຼວງຫຼາຍ. ບໍ່ວ່າຢ່າງໃດກໍຕາມ, ຍ້ອນການແຊກແຊງ ແລະ ການຂັດຂວາງທີ່ເກີດຈາກຫຼາຍປັດໄຈ ແລະ ສະຖານະການທີ່ແຕກຕ່າງກັນ, ຄົນສ່ວນໃຫຍ່ແມ່ນບໍ່ສາມາດສຳເລັດໄດ້ໃນການນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ພວກເຂົາບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ຜູ້ຄົນເລີ່ມຂີ້ຄ້ານເພີ່ມຂຶ້ນເລື້ອຍໆ ແລະ ຂາດຄວາມໝັ້ນໃຈຂຶ້ນເລື້ອຍໆ. ພວກເຂົາເລີ່ມມີຄວາມຮູ້ສຶກວ່າ ພວກເຂົາບໍ່ຮູ້ຜົນກໍາຂອງພວກເຂົາຈະເປັນແນວໃດ. ພວກເຂົາບໍ່ກ້າສະເໜີແນວຄິດທີ່ເກີນຂອບເຂດ ແລະ ພວກເຂົາບໍ່ສະແຫວງຫາເພື່ອກ້າວໜ້າ; ພວກເຂົາໄດ້ແຕ່ຕິດຕາມແບບບໍ່ເຕັມໃຈ, ຍ່າງໄປຂ້າງໜ້າເລື້ອຍໆ. ເມື່ອເວົ້າເຖິງສະພາວະປັດຈຸບັນຂອງມະນຸດ, ແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ກັບພວກເຂົາ? ພຣະອົງພຽງແຕ່ປາຖະໜາທີ່ຈະປະທານຄວາມຈິງເຫຼົ່ານີ້ໃຫ້ແກ່ພວກເຂົາ ແລະ ປູກຝັງຫົນທາງຂອງພຣະອົງໃຫ້ກັບພວກເຂົາ ແລະ ຫຼັງຈາກນັ້ນກໍຈັດກຽມສະຖານະການຕ່າງໆເພື່ອທົດລອງພວກເຂົາໃນວິທີທີ່ແຕກຕ່າງກັນ. ເປົ້າໝາຍຂອງພຣະອົງຄືການໃຊ້ພຣະທຳເຫຼົ່ານີ້, ຄວາມຈິງເຫຼົ່ານີ້ ແລະ ພາລະກິດຂອງພຣະອົງ ແລະ ເຮັດໃຫ້ເກີດຜົນຮັບທີ່ມະນຸດສາມາດຢຳເກງພຣະອົງ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ຄົນສ່ວນໃຫຍ່ທີ່ເຮົາໄດ້ເຫັນພຽງແຕ່ໃຊ້ພຣະທຳຂອງພຣະເຈົ້າ ແລະ ຖືວ່າພຣະທຳເຫຼົ່ານັ້ນເປັນຄຳສັ່ງສອນ, ເປັນພຽງຕົວອັກສອນໃນເຈັ້ຍ ແລະ ກົດລະບຽບໃຫ້ປະຕິບັດຕາມ. ໃນການກະທຳ ແລະ ຄຳເວົ້າຂອງພວກເຂົາ ຫຼື ໃນຂະນະທີ່ກຳລັງຜະເຊີນກັບການທົດລອງ, ພວກເຂົາບໍ່ຖືວ່າຫົນທາງຂອງພຣະເຈົ້າເປັນສິ່ງທີ່ພວກເຂົາຄວນປະຕິບັດຕາມ. ໂດຍສະເພາະແລ້ວ ສິ່ງນີ້ເປັນຄວາມຈິງເມື່ອຜູ້ຄົນຜະເຊີນກັບການທົດລອງຢ່າງໜັກ; ເຮົາບໍ່ເຫັນບຸກຄົນດັ່ງກ່າວປະຕິບັດໃນທິດທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍເລີຍ. ສະນັ້ນ, ທ່າທີຂອງພຣະເຈົ້າຕໍ່ມະນຸດຈຶ່ງເຕັມໄປດ້ວຍຄວາມກຽດຊັງ ແລະ ຄວາມລັງກຽດທີ່ສຸດ. ເຖິງແມ່ນວ່າພຣະອົງໄດ້ໃຫ້ການທົດລອງແກ່ພວກເຂົາຊໍ້າແລ້ວຊໍ້າອີກ, ແມ່ນແຕ່ເປັນຫຼາຍຮ້ອຍຄັ້ງ, ພວກເຂົາກໍຍັງບໍ່ມີທ່າທີຢ່າງຊັດເຈນໃນການສະແດງຄວາມຕັ້ງໃຈຂອງພວກເຂົາ: “ຂ້ານ້ອຍຕ້ອງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ!” ຍ້ອນຜູ້ຄົນບໍ່ມີຄວາມຕັ້ງໃຈແບບນີ້ ແລະ ບໍ່ສະແດງແບບນີ້, ທ່າທີໃນປັດຈຸບັນຂອງພຣະເຈົ້າທີ່ມີຕໍ່ພວກເຂົາຈຶ່ງບໍ່ຄືກັບໃນອະດີດເມື່ອພຣະອົງປະທານຄວາມເມດຕາ, ຄວາມອົດກັ້ນ, ການປ່ອຍວາງ ແລະ ຄວາມອົດທົນໃຫ້ແກ່ພວກເຂົາ. ກົງກັນຂ້າມ, ພຣະອົງຜິດຫວັງທີ່ສຸດໃນມະນຸດຊາດ. ແລ້ວຜູ້ໃດເຮັດໃຫ້ເກີດຄວາມຜິດຫວັງນີ້? ທ່າທີຂອງພຣະເຈົ້າຕໍ່ມະນຸດຂຶ້ນຢູ່ກັບຜູ້ໃດ? ມັນຂຶ້ນຢູ່ກັບທຸກໆຄົນທີ່ຕິດຕາມພຣະອົງ. ໃນຊ່ວງເວລາຫຼາຍປີແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າໄດ້ຮຽກຮ້ອງຫຼາຍຢ່າງຈາກຜູ້ຄົນ ແລະ ຈັດແຈງສະຖານະການຕ່າງໆໃຫ້ກັບພວກເຂົາ. ບໍ່ວ່າພວກເຂົາໄດ້ປະຕິບັດແນວໃດກໍຕາມ ແລະ ບໍ່ວ່າທ່າທີຂອງພວກເຂົາທີ່ມີຕໍ່ພຣະເຈົ້າເປັນແນວໃດກໍຕາມ, ຜູ້ຄົນກໍບໍ່ສາມາດປະຕິບັດໃຫ້ສອດຄ່ອງກັບເປົ້າໝາຍແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍຢ່າງຊັດເຈນໄດ້. ສະນັ້ນ ເຮົາຈຶ່ງຂໍມອບວະລີສັ້ນໆ ແລະ ໃຊ້ວະລີນີ້ເພື່ອອະທິບາຍທຸກສິ່ງທີ່ພວກເຮົາໄດ້ກ່າວມາຂ້າງເທິງກ່ຽວກັບສາເຫດທີ່ຜູ້ຄົນບໍ່ສາມາດຍ່າງໃນຫົນທາງຂອງພຣະເຈົ້າໃນການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ. ແມ່ນຫຍັງຄືວະລີດັ່ງກ່າວນີ້? ວະລີນັ້ນກໍຄື: ພຣະເຈົ້າຖືວ່າມະນຸດເປັນເປົ້າໝາຍຂອງຄວາມລອດພົ້ນຂອງພຣະອົງ ແລະ ເປົ້າໝາຍຂອງພາລະກິດຂອງພຣະອົງ; ມະນຸດຖືວ່າພຣະເຈົ້າເປັນສັດຕູຂອງພວກເຂົາ ແລະ ຜູ້ຂັດແຍ້ງຂອງພວກເຂົາ. ບັດນີ້ ເຈົ້າໄດ້ເຂົ້າໃຈຢ່າງຊັດເຈນກ່ຽວກັບເລື່ອງນີ້ບໍ? ມັນຊັດເຈນຫຼາຍກ່ຽວກັບທ່າທີຂອງມະນຸດຊາດ ວ່າເປັນແນວໃດ, ທ່າທີຂອງພຣະເຈົ້າເປັນແນວໃດ ແລະ ຄວາມສຳພັນລະຫວ່າງມະນຸດ ແລະ ພຣະເຈົ້າເປັນແນວໃດ. ບໍ່ວ່າພວກເຈົ້າໄດ້ຟັງການເທດສະໜາຫຼາຍສໍ່າໃດກໍຕາມ, ສິ່ງຕ່າງໆເຫຼົ່ານີ້ທີ່ພວກເຈົ້າໄດ້ໃຊ້ເພື່ອສ້າງຂໍ້ສະຫຼຸບຂອງພວກເຈົ້າເອງ ເຊັ່ນ: ການຊື່ສັດຕໍ່ພຣະເຈົ້າ, ການຍອມຢູ່ພາຍໃຕ້ພຣະເຈົ້າ, ການສະແຫວງຫາຫົນທາງທີ່ສອດຄ່ອງກັບພຣະເຈົ້າ, ຄວາມຕ້ອງການເສຍສະຫຼະຊົ່ວຊີວິດເພື່ອພຣະເຈົ້າ ແລະ ຄວາມຕ້ອງການດຳລົງຊີວິດຢູ່ເພື່ອພຣະເຈົ້າ, ສຳລັບເຮົາແລ້ວ ສິ່ງເຫຼົ່ານັ້ນບໍ່ແມ່ນຕົວຢ່າງຂອງການຍ່າງໃນຫົນທາງຂອງພຣະເຈົ້າຢ່າງມີສະຕິ: ການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ, ແຕ່ກົງກັນຂ້າມ ພວກມັນພຽງແຕ່ເປັນຊ່ອງທາງທີ່ພວກເຈົ້າສາມາດບັນລຸເປົ້າໝາຍບາງຢ່າງເທົ່ານັ້ນ. ເພື່ອບັນລຸສິ່ງເຫຼົ່ານັ້ນ, ພວກເຈົ້າປະຕິບັດຕາມກົດລະບຽບບາງຢ່າງໂດຍບໍ່ເຕັມໃຈ ແລະ ມັນແມ່ນກົດລະບຽບເຫຼົ່ານີ້ທີ່ພາໃຫ້ຜູ້ຄົນຍິ່ງຫ່າງໄກຈາກຫົນທາງແຫ່ງການຢຳເກງ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍ ແລະ ຈັດວາງພຣະເຈົ້າໃຫ້ເປັນຜູ້ຕໍ່ຕ້ານມະນຸດຊາດອີກຄັ້ງ.

ຫົວຂໍ້ໃນມື້ນີ້ຂ້ອນຂ້າງໜັກ, ແຕ່ບໍ່ວ່າຫຍັງກໍຕາມ, ເຮົາກໍຍັງຫວັງວ່າ ເມື່ອພວກເຈົ້າຜ່ານປະສົບການໃນອະນາຄົດ ແລະ ເວລາທີ່ຈະມາຮອດນີ້ ພວກເຈົ້າຈະສາມາດເຮັດສິ່ງທີ່ເຮົາໄດ້ບອກພວກເຈົ້າຢູ່ຂ້າງເທິງ. ຢ່າຖືວ່າພຣະເຈົ້າເປັນພຽງແຕ່ອາກາດທີ່ວ່າງເປົ່າ, ຄືກັບວ່າພຣະອົງມີຕົວຕົນເມື່ອພຣະອົງມີປະໂຫຍດຕໍ່ເຈົ້າເທົ່ານັ້ນ, ແຕ່ບໍ່ມີຕົວຕົນ ເມື່ອພວກເຈົ້າບໍ່ສາມາດໃຊ້ປະໂຫຍດຈາກພຣະອົງໄດ້. ເມື່ອເຈົ້າມີຄວາມຄິດດັ່ງກ່າວໃນຈິດໃຕ້ສຳນຶກຂອງເຈົ້າ, ເຈົ້າກໍເຮັດໃຫ້ພຣະເຈົ້າໃຈຮ້າຍ. ບາງເທື່ອ ມີຄົນເວົ້າວ່າ “ຂ້ານ້ອຍບໍ່ໄດ້ຖືວ່າພຣະເຈົ້າເປັນພຽງອາກາດທີ່ວ່າງເປົ່າ. ຂ້ານ້ອຍອະທິຖານຫາພຣະອົງ ແລະ ຂ້ານ້ອຍພະຍາຍາມເຮັດໃຫ້ພຣະອົງພໍໃຈຢູ່ສະເໝີ ແລະ ທຸກສິ່ງທີ່ຂ້ານ້ອຍເຮັດກໍຢູ່ໃນຂອບເຂດ, ໃນມາດຕະຖານ ແລະ ຫຼັກການທີ່ພຣະເຈົ້າຕ້ອງການ. ຂ້ານ້ອຍບໍ່ໄດ້ປະຕິບັດຕາມແນວຄິດຂອງຂ້ານ້ອຍເອງເລີຍ”. ແມ່ນແລ້ວ, ເຈົ້າປະຕິບັດໃນລັກສະນະນີ້ແມ່ນຖືກຕ້ອງແລ້ວ. ຢ່າງໃດກໍຕາມ, ເຈົ້າຄິດແນວໃດເມື່ອເຈົ້າຜະເຊີນກັບບັນຫານີ້? ເຈົ້າປະຕິບັດແນວໃດເມື່ອເຈົ້າຜະເຊີນກັບບັນຫາດັ່ງກ່າວ? ບາງຄົນຮູ້ສຶກວ່າ ພຣະເຈົ້າເປັນຢູ່ ພຽງເມື່ອພວກເຂົາອະທິຖານຫາພຣະອົງ ແລະ ວິງວອນຫາພຣະອົງ, ແຕ່ເມື່ອໃດກໍຕາມທີ່ພວກເຂົາຜະເຊີນກັບບັນຫາ, ພວກເຂົາມີແນວຄິດຂອງພວກເຂົາເອງ ແລະ ຕ້ອງການປະຕິບັດຕາມແນວຄິດເຫຼົ່ານັ້ນ. ນີ້ໝາຍຄວາມວ່າ ພວກເຂົາຖືພຣະເຈົ້າເປັນພຽງອາກາດທີ່ວ່າງເປົ່າ ແລະ ສະຖານະການດັ່ງກ່າວກໍເຮັດໃຫ້ພຣະເຈົ້າບໍ່ມີຕົວຕົນໃນຄວາມຄິດຂອງພວກເຂົາ. ຜູ້ຄົນເຊື່ອວ່າພຣະເຈົ້າຄວນປະກົດເມື່ອພວກເຂົາຕ້ອງການພຣະອົງ, ແຕ່ບໍ່ແມ່ນເມື່ອພວກເຂົາບໍ່ໄດ້ຕ້ອງການພຣະອົງ. ຜູ້ຄົນຄິດວ່າ ການປະຕິບັດອີງຕາມແນວຄິດຂອງພວກເຂົາເອງແມ່ນພຽງພໍແລ້ວ. ພວກເຂົາເຊື່ອວ່າ ພວກເຂົາສາມາດເຮັດຫຍັງກໍໄດ້ຕາມທີ່ພວກເຂົາພໍໃຈ; ພວກເຂົາບໍ່ເຊື່ອວ່າ ພວກເຂົາຕ້ອງສະແຫວງຫາຫົນທາງຂອງພຣະເຈົ້າ. ສຳລັບຜູ້ຄົນທີ່ຢູ່ໃນສະຖານະການແບບນີ້ໃນປັດຈຸບັນ ແລະ ຕິດຢູ່ໃນສະພາວະແບບນີ້, ພວກເຂົາບໍ່ໄດ້ກຳລັງຊອກຫາໄພອັນຕະລາຍບໍ? ບາງຄົນເວົ້າວ່າ “ບໍ່ວ່າຂ້ານ້ອຍຈະຊອກຫາໄພອັນຕະລາຍ ຫຼື ບໍ່, ຂ້ານ້ອຍກໍມີຄວາມເຊື່ອເປັນເວລາຫຼາຍປີ ແລະ ຂ້ານ້ອຍເຊື່ອວ່າ ພຣະເຈົ້າຈະບໍ່ປະຖິ້ມຂ້ານ້ອຍ, ຍ້ອນພຣະອົງບໍ່ສາມາດເຮັດແບບນັ້ນໄດ້”. ຄົນອື່ນກໍເວົ້າວ່າ “ຂ້ານ້ອຍເຊື່ອໃນພຣະຜູ້ເປັນເຈົ້າຕັ້ງແຕ່ເວລາທີ່ຂ້ານ້ອຍຢູ່ໃນທ້ອງຂອງແມ່ຂ້ານ້ອຍ. ມັນເປັນເວລາສີ່ສິບ ຫຼື ຫ້າສິບປີແລ້ວ, ສະນັ້ນ ເມື່ອເວົ້າເຖິງເລື່ອງເວລາ ຂ້ານ້ອຍແມ່ນມີຄຸນສົມບັດຫຼາຍທີ່ສຸດທີ່ຈະຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ຂ້ານ້ອຍກໍມີຄຸນສົມບັດຫຼາຍທີ່ສຸດທີ່ຈະລອດຊີວິດ. ຕະຫຼອດເວລາສີ່ ຫຼື ຫ້າທົດສະວັດນີ້, ຂ້ານ້ອຍໄດ້ປະຖິ້ມຄອບຄົວຂອງຂ້ານ້ອຍ ແລະ ອາຊີບຂອງຂ້ານ້ອຍ ແລະ ຂ້ານ້ອຍສະລະທຸກສິ່ງທີ່ຂ້ານ້ອຍມີ, ສິ່ງຕ່າງໆ ເຊັ່ນ: ເງິນ, ສະຖານະ, ຄວາມສຸກ ແລະ ເວລາກັບຄອບຄົວຂອງຂ້ານ້ອຍ. ຂ້ານ້ອຍບໍ່ໄດ້ກິນອາຫານທີ່ແຊບຫຼາຍຢ່າງ, ຂ້ານ້ອຍບໍ່ໄດ້ຮັບຄວາມບັນເທິງຫຼາຍຢ່າງ, ຂ້ານ້ອຍບໍ່ໄດ້ໄປຢ້ຽມຢາມສະຖານທີ່ໆໜ້າສົນໃຈຫຼາຍບ່ອນ ແລະ ຂ້ານ້ອຍເຖິງກັບໄດ້ຜະເຊີນກັບຄວາມທຸກທີ່ຄົນປົກກະຕິບໍ່ສາມາດທົນໄດ້. ໃນເມື່ອຂ້ານ້ອຍໄດ້ຜ່ານທຸກເລື່ອງດັ່ງກ່າວນີ້ແລ້ວ, ຖ້າພຣະເຈົ້າບໍ່ສາມາດຊ່ວຍຂ້ານ້ອຍໃຫ້ລອດພົ້ນໄດ້, ກໍແປວ່າຂ້ານ້ອຍຖືກປະຕິບັດນໍາຢ່າງບໍ່ຍຸຕິທຳ ແລະ ຂ້ານ້ອຍບໍ່ສາມາດເຊື່ອໃນພຣະເຈົ້າແບບນີ້ໄດ້”. ມີຫຼາຍຄົນທີ່ມີມຸມມອງແບບນີ້ບໍ່? (ມີ.) ດີແລ້ວ, ເມື່ອເປັນດັ່ງນັ້ນ ມື້ນີ້ ເຮົາຈະຊ່ວຍໃຫ້ພວກເຈົ້າເຂົ້າໃຈຂໍ້ແທ້ຈິງ: ຜູ້ຄົນທີ່ມີມຸມມອງດັ່ງກ່າວແມ່ນລ້ວນແລ້ວແຕ່ສ້າງບັນຫາໃຫ້ກັບຕົນເອງ. ນີ້ກໍຍ້ອນວ່າ ພວກເຂົາອັດຫູອັດຕາຂອງພວກເຂົາດ້ວຍຈິນຕະນາການຂອງພວກເຂົາເອງ. ຍ້ອນຈິນຕະນາການເຫຼົ່ານີ້, ພ້ອມທັງຂໍ້ສະຫຼຸບຂອງພວກເຂົາເອງທີ່ມາແທນມາດຕະຖານທີ່ພຣະເຈົ້າຮຽກຮ້ອງໃຫ້ມະນຸດບັນລຸ ແລະ ຢັບຢັ້ງພວກເຂົາບໍ່ໃຫ້ຮັບເອົາເຈດຕະນາທີ່ແທ້ຈິງຂອງພຣະເຈົ້າ. ມັນເຮັດໃຫ້ພວກເຂົາບໍ່ສາມາດຮູ້ສຶກເຖິງການເປັນຢູ່ທີ່ແທ້ຈິງຂອງພຣະອົງ ແລະ ມັນຍັງເຮັດໃຫ້ພວກເຂົາສູນເສຍໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ສູນເສຍສ່ວນໃດໜຶ່ງຈາກຄໍາສັນຍາຂອງພຣະເຈົ້າ ຫຼື ສ່ວນແບ່ງໃນສັນຍາຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 11)

ວິທີທີ່ພຣະເຈົ້າກຳນົດຜົນຕາມມາຂອງຜູ້ຄົນ ແລະ ມາດຕະຖານທີ່ພຣະອົງນໍາໃຊ້

ກ່ອນທີ່ເຈົ້າຈະຕັດສິນໃຈກ່ຽວກັບມຸມມອງ ຫຼື ຂໍ້ສະຫຼຸບໃດໜຶ່ງ, ເຈົ້າຄວນເຂົ້າໃຈກ່ອນວ່າ ແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ເຈົ້າ ແລະ ພຣະອົງກຳລັງຄິດຫຍັງ ແລະ ຫຼັງຈາກນັ້ນເຈົ້າຈຶ່ງຈະສາມາດຕັດສິນໃຈວ່າຄວາມຄິດຂອງເຈົ້າເອງນັ້ນຖືກຕ້ອງ ຫຼື ບໍ່. ພຣະເຈົ້າບໍ່ເຄີຍໃຊ້ເວລາເພື່ອເປັນເຄື່ອງວັດແທກໃນການກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງ ຫຼື ພຣະອົງເຄີຍອີງໃສ່ຂໍ້ກຳນົດດັ່ງກ່າວເພື່ອກໍານົດບຸກຄົນໃດໜຶ່ງວ່າທົນທຸກຫຼາຍສໍ່າໃດ. ແລ້ວພຣະເຈົ້າໃຊ້ຫຍັງເປັນມາດຕະຖານເພື່ອກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງ? ການກຳນົດຜົນຕາມມາໂດຍອີງໃສ່ເວລາເປັນສິ່ງທີ່ສອດຄ່ອງກັບແນວຄິດຂອງຜູ້ຄົນຫຼາຍທີ່ສຸດ. ຍິ່ງໄປກວ່ານັ້ນ ຍັງມີຄົນທີ່ພວກເຈົ້າມັກເຫັນວ່າ ໃນຈຸດໃດໜຶ່ງ ພວກເຂົາໄດ້ອຸທິດຢ່າງຫຼວງຫຼາຍ, ເສຍສະຫຼະຢ່າງຫຼວງຫຼາຍ, ຈ່າຍລາຄາແພງ ແລະ ທົນທຸກຢ່າງຫຼວງຫຼາຍ. ຕາມທີ່ພວກເຈົ້າໄດ້ເຫັນ, ຄົນເຫຼົ່ານີ້ແມ່ນຄົນທີ່ຖືກຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ. ທຸກສິ່ງທີ່ຄົນເຫຼົ່ານີ້ສະແດງອອກ ແລະ ດຳລົງຊີວິດຕາມແມ່ນສອດຄ່ອງກັບແນວຄິດຂອງຜູ້ຄົນກ່ຽວກັບມາດຕະຖານທີ່ຕັ້ງໂດຍພຣະເຈົ້າເພື່ອກຳນົດຜົນຕາມມາຂອງບຸກຄົນໃດໜຶ່ງຢ່າງແນ່ນອນ. ບໍ່ວ່າພວກເຈົ້າຈະເຊື່ອຫຍັງກໍຕາມ, ເຮົາຈະບໍ່ຍົກຕົວຢ່າງເຫຼົ່ານີ້ເທື່ອລະອັນ. ເວົ້າໂດຍສັງເຂບກໍຄື ສິ່ງໃດກໍຕາມທີ່ບໍ່ແມ່ນມາດຕະຖານພາຍໃນຄວາມຄິດຂອງພຣະເຈົ້າເອງແມ່ນມາຈາກຈິນຕະນາການຂອງມະນຸດ ແລະ ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ເປັນແນວຄິດຂອງມະນຸດ. ຖ້າເຈົ້າຢືນຢັນຢ່າງລັບຫູລັບຕາໃນແນວຄິດ ແລະ ຄວາມເພີ້ຝັນຂອງເຈົ້າເອງ, ແລ້ວແມ່ນຫຍັງຈະເປັນຜົນຕາມມາ? ມັນຂ້ອນຂ້າງຊັດເຈນແລ້ວວ່າ ຜົນຕາມມາຂອງສິ່ງນີ້ແມ່ນເປັນພຽງຍ້ອນພຣະເຈົ້າປະຕິເສດເຈົ້າ. ນີ້ກໍຍ້ອນວ່າ ເຈົ້າໂອ້ອວດຄຸນນະວຸດຂອງເຈົ້າຕໍ່ໜ້າພຣະເຈົ້າ, ແຂ່ງຂັນກັບພຣະອົງ ແລະ ໂຕ້ຖຽງພຣະອົງຢູ່ສະເໝີ ແລະ ເຈົ້າບໍ່ພະຍາຍາມທີ່ຈະເຂົ້າໃຈຄວາມຄິດຂອງພຣະອົງຢ່າງແທ້ຈິງ ແລະ ເຈົ້າບໍ່ພະຍາຍາມທີ່ຈະເຂົ້າໃຈຄວາມປະສົງຂອງພຣະອົງ ຫຼື ພະຍາຍາມເຂົ້າໃຈທ່າທີຂອງພຣະອົງທີ່ມີຕໍ່ມະນຸດຊາດ. ການດຳເນີນໃນລັກສະນະນີ້ແມ່ນໃຫ້ກຽດແກ່ຕົວເຈົ້າເອງເໜືອສິ່ງອື່ນໃດ; ມັນບໍ່ໄດ້ຍ້ອງຍໍສັນລະເສີນພຣະເຈົ້າ. ເຈົ້າເຊື່ອໃນຕົວເອງ; ເຈົ້າບໍ່ໄດ້ເຊື່ອໃນພຣະເຈົ້າ. ພຣະເຈົ້າບໍ່ຕ້ອງການຄົນແບບນັ້ນ ຫຼື ພຣະອົງຈະນໍາຄວາມລອດພົ້ນມາໃຫ້ກັບພວກເຂົາ. ຖ້າເຈົ້າສາມາດປະຖິ້ມມຸມມອງແບບນີ້ ແລະ ຍິ່ງໄປກວ່ານັ້ນ ຖ້າເຈົ້າສາມາດແກ້ໄຂມຸມມອງທີ່ບໍ່ຖືກຕ້ອງເຫຼົ່ານັ້ນທີ່ເຈົ້າມີໃນອະດີດ, ຖ້າເຈົ້າສາມາດປະຕິບັດໃນລັກສະນະທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍຕັ້ງແຕ່ຕອນນີ້ເປັນຕົ້ນໄປ, ຖ້າເຈົ້າສາມາດສັນລະເສີນພຣະເຈົ້າທີ່ເປັນຜູ້ຍິ່ງໃຫຍ່ໃນບັນດາສິ່ງທັງປວງ ແລະ ລະເວັ້ນຈາກການໃຊ້ຄວາມເພີ້ຝັນ, ມຸມມອງ ຫຼື ຄວາມເຊື່ອສ່ວນຕົວຂອງເຈົ້າເອງເພື່ອໃຫ້ນິຍາມຕົວເອງ ແລະ ພຣະເຈົ້າ ແລະ ກົງກັນຂ້າມ ຖ້າເຈົ້າສາມາດສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງ, ມາຮູ້ຈັກ ແລະ ເຂົ້າໃຈທ່າທີຂອງພຣະອົງທີ່ມີຕໍ່ມະນຸດຊາດ ແລະ ເຮັດໃຫ້ພຣະອົງພໍໃຈໂດຍບັນລຸມາດຕະຖານຂອງພຣະອົງ, ແລ້ວນັ້ນກໍຈະເປັນສິ່ງທີ່ມະຫັດສະຈັນ! ມັນຈະເປັນສິ່ງພິສູດວ່າ ເຈົ້າກຳລັງຈະເລີ່ມຕົ້ນໃນຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ.

ຖ້າພຣະເຈົ້າບໍ່ໃຊ້ຄວາມຄິດ, ແນວຄິດ ແລະ ມຸມມອງທີ່ຫຼາກຫຼາຍຂອງຜູ້ຄົນໃຫ້ເປັນມາດຕະຖານເພື່ອກຳນົດຜົນຕາມມາຂອງພວກເຂົາ, ແລ້ວພຣະອົງຈະໃຊ້ມາດຕະຖານປະເພດໃດເພື່ອກຳນົດຜົນຕາມມາຂອງຜູ້ຄົນ? ພຣະອົງໃຊ້ການທົດລອງເພື່ອກຳນົດຜົນຕາມມາຂອງພວກເຂົາ. ມີສອງມາດຕະຖານທີ່ພຣະເຈົ້າໃຊ້ໃນການທົດລອງເພື່ອກຳນົດຜົນຕາມມາຂອງຜູ້ຄົນ: ຢ່າງທຳອິດ ແມ່ນຈຳນວນການທົດລອງທີ່ຜູ້ຄົນຕ້ອງຜະເຊີນ ແລະ ຢ່າງທີສອງ ແມ່ນຜົນຕາມມາຂອງການທົດລອງເຫຼົ່ານີ້ທີ່ມີຕໍ່ຜູ້ຄົນ. ມັນແມ່ນຕົວບົ່ງຊີ້ສອງຢ່າງນີ້ເອງທີ່ສ້າງຜົນຕາມມາຂອງບຸກຄົນໃດໜຶ່ງ. ບັດນີ້, ໃຫ້ພວກເຮົາມາຂະຫຍາຍຄວາມກ່ຽວກັບສອງມາດຕະຖານເຫຼົ່ານີ້.

ຢ່າງທໍາອິດ, ເມື່ອບຸກຄົນໃດໜຶ່ງຜະເຊີນກັບການທົດລອງຈາກພຣະເຈົ້າ (ການທົດລອງນີ້ອາດເປັນການທົດລອງເລັກໆນ້ອຍໆສຳລັບເຈົ້າ, ບໍ່ສົມຄວນແກ່ການກ່າວເຖິງ), ພຣະອົງຈະເຮັດໃຫ້ເຈົ້າຮູ້ຢ່າງຊັດເຈນວ່າ ນີ້ແມ່ນມືຂອງພຣະອົງທີ່ຢູ່ເທິງເຈົ້າ ແລະ ແມ່ນພຣະອົງເອງທີ່ຈັດແຈງສະຖານະການນີ້ໃຫ້ກັບເຈົ້າ. ໃນຂະນະທີ່ເຈົ້າຍັງມີວຸດທິພາວະເປັນເດັກນ້ອຍ, ພຣະເຈົ້າຈະຈັດແຈງການທົດລອງເພື່ອທົດສອບເຈົ້າ ແລະ ການທົດລອງເຫຼົ່ານີ້ຈະສອດຄ່ອງກັບວຸດທິພາວະຂອງເຈົ້າ, ສິ່ງທີ່ເຈົ້າສາມາດເຂົ້າໃຈໄດ້ ແລະ ສິ່ງທີ່ເຈົ້າສາມາດອົດທົນໄດ້. ພາກສ່ວນໃດຂອງເຈົ້າຈະຖືກທົດສອບ? ທ່າທີຂອງເຈົ້າທີ່ມີຕໍ່ພຣະເຈົ້າ. ທ່າທີນີ້ສຳຄັນຫຼາຍບໍ? ແນ່ນອນ ມັນສຳຄັນ! ມັນມີຄວາມສຳຄັນເປັນພິເສດ! ທ່າທີນີ້ຂອງມະນຸດແມ່ນຜົນທີ່ພຣະເຈົ້າປາຖະໜາ, ສະນັ້ນ ສໍາລັບພຣະອົງແລ້ວ, ມັນເປັນສິ່ງທີ່ສຳຄັນທີ່ສຸດໃນບັນດາສິ່ງທັງປວງ. ບໍ່ດັ່ງນັ້ນ, ພຣະເຈົ້າຈະບໍ່ໃຊ້ຄວາມພະຍາຍາມຂອງພຣະອົງກັບຜູ້ຄົນໂດຍການປະຕິບັດພາລະກິດດັ່ງກ່າວ. ດ້ວຍວິທີການທົດລອງເຫຼົ່ານີ້, ພຣະເຈົ້າຕ້ອງການເຫັນທ່າທີຂອງເຈົ້າທີ່ມີຕໍ່ພຣະອົງ; ພຣະອົງຕ້ອງການເຫັນວ່າ ເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງ ຫຼື ບໍ່. ພຣະອົງຍັງຕ້ອງການເຫັນວ່າ ເຈົ້າຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ ຫຼື ບໍ່. ສະນັ້ນ ບໍ່ວ່າເຈົ້າຈະເຂົ້າໃຈຫຼາຍ ຫຼື ໜ້ອຍກ່ຽວກັບຄວາມຈິງໃນເວລາໃດໜຶ່ງກໍຕາມ, ເຈົ້າກໍຈະຍັງຜະເຊີນກັບການທົດລອງຂອງພຣະເຈົ້າ ແລະ ເມື່ອເຈົ້າເຂົ້າໃຈຄວາມຈິງຫຼາຍຂຶ້ນ ພຣະອົງກໍຈະສືບຕໍ່ຈັດແຈງການທົດລອງທີ່ກ່ຽວຂ້ອງໄວ້ໃຫ້ກັບເຈົ້າ. ເມື່ອເຈົ້າຜະເຊີນກັບການທົດລອງອີກຄັ້ງ, ພຣະເຈົ້າກໍຕ້ອງການທີ່ຈະເຫັນວ່າມຸມມອງຂອງເຈົ້າ, ແນວຄິດຂອງເຈົ້າ ແລະ ທ່າທີຂອງເຈົ້າທີ່ມີຕໍ່ພຣະອົງໄດ້ຜະເຊີນກັບການເຕີບໂຕໃນຊ່ວງເວລາຂອງການທົດລອງນັ້ນ ຫຼື ບໍ່. ບາງຄົນຄິດສົງໄສວ່າ “ເປັນຫຍັງພຣະເຈົ້າຈຶ່ງຕ້ອງການເຫັນທ່າທີຂອງຜູ້ຄົນຢູ່ສະເໝີ? ພຣະອົງບໍ່ໄດ້ເຫັນວິທີທີ່ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດບໍ? ເປັນຫຍັງພຣະອົງຈຶ່ງຍັງຕ້ອງການເຫັນທ່າທີຂອງພວກເຂົາ?” ນີ້ແມ່ນການເວົ້າແບບບ້າໆບໍໆທີ່ບໍ່ສົມເຫດສົມຜົນ! ເນື່ອງຈາກພຣະເຈົ້າປະຕິບັດພາລະກິດໃນລັກສະນະນີ້, ຄວາມປະສົງຂອງພຣະອົງກໍຕ້ອງຢູ່ໃນຂອບເຂດນີ້. ພຣະເຈົ້າສັງເກດຜູ້ຄົນຢູ່ທາງຂ້າງຕະຫຼອດເວລາ, ເຝົ້າເບິ່ງຄຳເວົ້າ ແລະ ການກະທຳທຸກຢ່າງຂອງພວກເຂົາ, ການກະທຳ ແລະ ການເຄື່ອນໄຫວທຸກຢ່າງຂອງພວກເຂົາ; ພຣະອົງເຖິງກັບສັງເກດຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຂົາ. ພຣະເຈົ້າສັງເກດທຸກສິ່ງທີ່ເກີດຂຶ້ນກັບຜູ້ຄົນ, ການກະທຳທີ່ດີຂອງພວກເຂົາ, ຂໍ້ບົກຜ່ອງຂອງພວກເຂົາ, ການລະເມີດຂອງພວກເຂົາ, ແມ່ນແຕ່ການກະບົດ ແລະ ການທໍລະຍົດຂອງພວກເຂົາ, ເພື່ອເປັນຫຼັກຖານໃນການກຳນົດຜົນຕາມມາຂອງພວກເຂົາ. ໃນຂະນະທີ່ພາລະກິດຂອງພຣະເຈົ້າຖືກຍົກຂຶ້ນເທື່ອລະບາດກ້າວ, ເຈົ້າຈະໄດ້ຍິນຄວາມຈິງຫຼາຍຂຶ້ນ ແລະ ຍອມຮັບເອົາສິ່ງຕ່າງໆ ແລະ ຂໍ້ມູນທີ່ເປັນບວກຫຼາຍຂຶ້ນ ແລະ ເຈົ້າຈະໄດ້ຮັບຄວາມເປັນຈິງແຫ່ງຄວາມຈິງຫຼາຍຂຶ້ນ. ຕະຫຼອດທັງຂະບວນການນີ້, ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າກໍຈະເພີ່ມຂຶ້ນເຊັ່ນກັນ ແລະ ໃນຂະນະທີ່ພວກມັນເພີ່ມຂຶ້ນ, ພຣະອົງກໍຈະຈັດແຈງການທົດລອງທີ່ຈິງຈັງຂຶ້ນໃຫ້ກັບເຈົ້າ. ເປົ້າໝາຍຂອງພຣະອົງແມ່ນເພື່ອກວດສອບວ່າ ທ່າທີຂອງເຈົ້າທີ່ມີຕໍ່ພຣະອົງໄດ້ພັດທະນາໃນລະຫວ່າງນັ້ນ ຫຼື ບໍ່. ແນ່ນອນ, ເມື່ອສິ່ງນີ້ເກີດຂຶ້ນ, ມຸມມອງທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າກໍຈະສອດຄ່ອງກັບຄວາມເຂົ້າໃຈທີ່ເຈົ້າມີກ່ຽວກັບຄວາມເປັນຈິງແຫ່ງຄວາມຈິງ.

ໃນຂະນະທີ່ວຸດທິພາວະຂອງເຈົ້າໄດ້ສະສົມຂຶ້ນເທື່ອລະໜ້ອຍ, ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກເຈົ້າກໍຈະສະສົມຂຶ້ນເຊັ່ນກັນ. ໃນຂະນະທີ່ເຈົ້າຍັງເປັນເດັກນ້ອຍ, ພຣະອົງຈະກຳນົດມາດຕະຖານທີ່ຕໍ່າສຸດໃຫ້ເຈົ້າໄດ້ບັນລຸ; ເມື່ອວຸດທິພາວະຂອງເຈົ້າສູງຂຶ້ນໜ້ອຍໜຶ່ງ, ພຣະອົງກໍຈະຍົກມາດຕະຖານຂອງເຈົ້າໃຫ້ສູງຂຶ້ນເຊັ່ນກັນ. ແຕ່ພຣະເຈົ້າຈະເຮັດຫຍັງຫຼັງຈາກທີ່ເຈົ້າໄດ້ຮັບເອົາຄວາມເຂົ້າໃຈກ່ຽວກັບຄວາມຈິງທັງໝົດແລ້ວ? ພຣະອົງຈະເຮັດໃຫ້ເຈົ້າຜະເຊີນກັບການທົດລອງຫຼາຍຂຶ້ນ. ໃນທ່າມກາງການທົດລອງເຫຼົ່ານີ້, ສິ່ງທີ່ພຣະເຈົ້າປາຖະໜາຈະໄດ້ຮັບຈາກເຈົ້າ, ສິ່ງທີ່ພຣະອົງຕ້ອງການເຫັນຈາກເຈົ້າ, ກໍຄືຄວາມຮູ້ທີ່ເລິກເຊິ່ງຍິ່ງຂຶ້ນກ່ຽວກັບພຣະເຈົ້າ, ການເຄົາລົບນັບຖືພຣະອົງຢ່າງແທ້ຈິງ. ໃນເວລານີ້, ສິ່ງທີ່ພຣະອົງຮຽກຮ້ອງຈາກເຈົ້າກໍຈະສູງຂຶ້ນ ແລະ “ເຄັ່ງຄັດຂຶ້ນ” ກວ່າຕອນທີ່ວຸດທິພາວະຂອງເຈົ້າຍັງຕໍ່າກວ່ານີ້ (ຜູ້ຄົນອາດເບິ່ງສິ່ງເຫຼົ່ານີ້ວ່າເຄັ່ງຄັດ, ແຕ່ໃນຄວາມເປັນຈິງແລ້ວ ພຣະເຈົ້າເບິ່ງສິ່ງເຫຼົ່ານີ້ວ່າສົມເຫດສົມຜົນ). ເມື່ອພຣະເຈົ້າທົດລອງຜູ້ຄົນ, ພຣະອົງປາຖະໜາທີ່ຈະສ້າງຄວາມເປັນຈິງແບບໃດ? ພຣະອົງຮຽກຮ້ອງຢ່າງສະໝໍ່າສະເໝີໃຫ້ຜູ້ຄົນມອບຫົວໃຈຂອງພວກເຂົາແກ່ພຣະເຈົ້າ. ບາງຄົນຈະເວົ້າວ່າ “ຂ້ານ້ອຍຈະມອບສິ່ງນັ້ນໄດ້ແນວໃດ? ຂ້ານ້ອຍໄດ້ປະຕິບັດໜ້າທີ່ຂອງຂ້ານ້ອຍແລ້ວ; ຂ້ານ້ອຍໄດ້ປະຖິ້ມເຮືອນ ແລະ ການເປັນຢູ່ຂອງຂ້ານ້ອຍ ແລະ ຂ້ານ້ອຍໄດ້ເສຍສະຫຼະຕົນເອງ. ສິ່ງເຫຼົ່ານີ້ບໍ່ລ້ວນແລ້ວແຕ່ແມ່ນຕົວຢ່າງທີ່ຂ້ານ້ອຍມອບຫົວໃຈຂອງຂ້ານ້ອຍໃຫ້ກັບພຣະເຈົ້າບໍ? ຂ້ານ້ອຍຈະສາມາດມອບຫົວໃຈຂອງຂ້ານ້ອຍໃຫ້ກັບພຣະເຈົ້າໄດ້ແນວໃດອີກ? ມັນເປັນໄປໄດ້ບໍວ່າ ໃນຄວາມເປັນຈິງແລ້ວ ສິ່ງເຫຼົ່ານີ້ບໍ່ແມ່ນວິທີການມອບຫົວໃຈຂອງຂ້ານ້ອຍໃຫ້ກັບພຣະອົງ? ແມ່ນຫຍັງຄືສິ່ງທີ່ພຣະເຈົ້າຮຽກຮ້ອງຕ້ອງການແທ້ໆ?” ສິ່ງທີ່ຮຽກຮ້ອງຕ້ອງການນັ້ນແມ່ນງ່າຍຫຼາຍ. ໃນຄວາມຈິງແລ້ວ, ມີບາງຄົນທີ່ໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າໃນລະດັບທີ່ແຕກຕ່າງກັນຢູ່ແລ້ວ ໃນລະຫວ່າງຂັ້ນຕອນຕ່າງໆໃນການທົດລອງຂອງພວກເຂົາ, ແຕ່ຜູ້ຄົນສ່ວນໃຫຍ່ແມ່ນບໍ່ເຄີຍມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າເລີຍ. ເມື່ອພຣະເຈົ້າທົດລອງເຈົ້າ, ພຣະອົງເບິ່ງວ່າຫົວໃຈຂອງເຈົ້າຢູ່ກັບພຣະອົງ, ຢູ່ກັບເນື້ອໜັງ ຫຼື ຢູ່ກັບຊາຕານ. ເມື່ອພຣະເຈົ້າທົດລອງເຈົ້າ, ພຣະອົງເບິ່ງວ່າເຈົ້າກຳລັງຕໍ່ຕ້ານພຣະອົງ ຫຼື ຢູ່ໃນຕໍາແໜ່ງທີ່ເຂົ້າກັນກັບພຣະອົງ ແລະ ພຣະອົງຍັງເບິ່ງວ່າຫົວໃຈຂອງເຈົ້າຢູ່ຂ້າງພຣະອົງ ຫຼື ບໍ່. ເມື່ອເຈົ້າເປັນເດັກນ້ອຍ ແລະ ກຳລັງຜະເຊີນກັບການທົດລອງ, ເຈົ້າກໍຈະມີຄວາມໝັ້ນໃຈພຽງເລັກນ້ອຍ ແລະ ເຈົ້າບໍ່ສາມາດຮູ້ຢ່າງແນ່ນອນວ່າແມ່ນຫຍັງທີ່ເຈົ້າຕ້ອງການເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ, ຍ້ອນຄວາມເຂົ້າໃຈທີ່ເຈົ້າມີກ່ຽວກັບຄວາມຈິງນັ້ນມີຈຳກັດ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າຍັງສາມາດອະທິຖານຫາພຣະເຈົ້າຢ່າງແທ້ຈິງ ແລະ ຢ່າງຈິງໃຈ ແລະ ຖ້າເຈົ້າສາມາດເຕັມໃຈທີ່ຈະມອບຫົວໃຈຂອງເຈົ້າໃຫ້ກັບພຣະອົງ, ເຮັດໃຫ້ພຣະອົງເປັນກະສັດຂອງເຈົ້າ ແລະ ເຕັມໃຈມອບຖວາຍທຸກສິ່ງເຫຼົ່ານັ້ນທີ່ເຈົ້າເຊື່ອວ່າລໍ້າຄ່າທີ່ສຸດໃຫ້ກັບພຣະອົງ, ເຈົ້າແມ່ນໄດ້ມອບຫົວໃຈຂອງເຈົ້າທັງໝົດໃຫ້ກັບພຣະເຈົ້າແລ້ວ. ເມື່ອເຈົ້າໄດ້ຟັງຄຳເທດສະໜາຫຼາຍຂຶ້ນ ແລະ ເຂົ້າໃຈຄວາມຈິງຫຼາຍຂຶ້ນ, ວຸດທິພາວະຂອງເຈົ້າກໍຈະເຕີບໃຫຍ່ຂຶ້ນເທື່ອລະໜ້ອຍເຊັ່ນກັນ. ໃນເວລານີ້, ມາດຕະຖານທີ່ພຣະເຈົ້າຮຽກຮ້ອງກໍຈະບໍ່ຄືກັບຕອນທີ່ເຈົ້າເປັນເດັກນ້ອຍ; ພຣະອົງຈະຮຽກຮ້ອງເອົາມາດຕະຖານທີ່ສູງຂຶ້ນຈາກເຈົ້າ. ໃນຂະນະທີ່ຜູ້ຄົນມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າເທື່ອລະໜ້ອຍ, ຫົວໃຈຂອງພວກເຂົາກໍຈະເລີ່ມຫຍັບເຂົ້າໃກ້ພຣະອົງຢ່າງຊ້າໆ; ໃນຂະນະທີ່ຜູ້ຄົນສາມາດຫຍັບເຂົ້າໃກ້ພຣະເຈົ້າຢ່າງແທ້ຈິງ, ຫົວໃຈຂອງພວກເຂົາກໍຈະເຄົາລົບນັບຖືພຣະອົງຫຼາຍຍິ່ງຂຶ້ນ. ສິ່ງທີ່ພຣະເຈົ້າຕ້ອງການກໍເປັນພຽງຫົວໃຈແບບນັ້ນ.

ເມື່ອພຣະເຈົ້າຕ້ອງການຮັບເອົາຫົວໃຈຂອງຄົນໃດໜຶ່ງ, ພຣະອົງຈະເຮັດໃຫ້ບຸກຄົນນັ້ນຜ່ານການທົດລອງບາງຢ່າງ. ໃນລະຫວ່າງການທົດລອງເຫຼົ່ານີ້, ຖ້າພຣະເຈົ້າບໍ່ໄດ້ຮັບເອົາຫົວໃຈຂອງບຸກຄົນນັ້ນ ຫຼື ເຫັນວ່າບຸກຄົນດັ່ງກ່າວມີທ່າທີໃດໜຶ່ງ, ນັ້ນໝາຍຄວາມວ່າ ຖ້າພຣະເຈົ້າບໍ່ເຫັນວ່າບຸກຄົນນັ້ນກຳລັງປະຕິບັດ ຫຼື ປະພຶດໃນລັກສະນະທີ່ສະແດງຄວາມເຄົາລົບນັບຖືຕໍ່ພຣະອົງ ແລະ ຖ້າຫາກພຣະອົງຍັງບໍ່ເຫັນທ່າທີ ແລະ ຄວາມຕັ້ງໃຈທີ່ຈະຫຼີກເວັ້ນຄວາມຊົ່ວຮ້າຍໃນບຸກຄົນນັ້ນ, ແລ້ວຫຼັງຈາກການທົດລອງເຫຼົ່ານັ້ນ, ຄວາມອົດທົນຂອງພຣະເຈົ້າກັບພວກເຂົາກໍຈະຫາຍໄປ ແລະ ພຣະອົງກໍຈະບໍ່ອົດກັ້ນກັບພວກເຂົາອີກຕໍ່ໄປ. ພຣະອົງຈະບໍ່ທົດລອງບຸກຄົນນັ້ນອີກຕໍ່ໄປ ແລະ ພຣະອົງຈະບໍ່ປະຕິບັດພາລະກິດໃນພວກເຂົາອີກຕໍ່ໄປ. ແລ້ວນີ້ໝາຍຄວາມວ່າແນວໃດສຳລັບຜົນຕາມມາຂອງບຸກຄົນດັ່ງກ່າວ? ມັນໝາຍຄວາມວ່າ ພວກເຂົາບໍ່ມີຜົນຕາມມາ. ບາງເທື່ອ ບຸກຄົນດັ່ງກ່າວບໍ່ໄດ້ເຮັດຊົ່ວຫຍັງ; ບາງເທື່ອ ພວກເຂົາບໍ່ໄດ້ເຮັດຫຍັງທີ່ເຮັດໃຫ້ແຕກຫັກ ແລະ ບໍ່ໄດ້ກໍ່ໃຫ້ເກີດການລົບກວນໃດໆ. ບາງເທື່ອ ພວກເຂົາບໍ່ໄດ້ຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ. ເຖິງຢ່າງໃດກໍຕາມ, ຫົວໃຈຂອງພວກເຂົາກໍຍັງລີ້ລັບຈາກພຣະເຈົ້າ; ພວກເຂົາບໍ່ເຄີຍມີທ່າທີ ແລະ ມຸມມອງທີ່ຊັດເຈນຕໍ່ພຣະເຈົ້າ ແລະ ພຣະເຈົ້າບໍ່ສາມາດເຫັນໄດ້ຢ່າງຊັດເຈນວ່າ ຫົວໃຈຂອງພວກເຂົາໄດ້ຖືກມອບໃຫ້ກັບພຣະອົງແລ້ວ ຫຼື ພວກເຂົາກຳລັງສະແຫວງຫາເພື່ອຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ພຣະເຈົ້າສູນເສຍຄວາມອົດທົນກັບຄົນດັ່ງກ່າວ ແລະ ຈະບໍ່ຈ່າຍລາຄາໃດເລີຍໃຫ້ກັບພວກເຂົາ, ບໍ່ຍື່ນຄວາມເມດຕາໃຫ້ກັບພວກເຂົາ ຫຼື ປະຕິບັດພາລະກິດໃນພວກເຂົາອີກຕໍ່ໄປ. ຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາແມ່ນໄດ້ສິ້ນສຸດລົງແລ້ວ. ນີ້ກໍຍ້ອນວ່າ ໃນການທົດລອງທັງໝົດທີ່ພຣະເຈົ້າໄດ້ໃຫ້ກັບພວກເຂົານັ້ນ, ພຣະເຈົ້າບໍ່ໄດ້ຮັບຜົນທີ່ພຣະອົງຕ້ອງການ. ສະນັ້ນຈຶ່ງມີຄົນຈຳນວນຫຼາຍທີ່ເຮົາບໍ່ເຄີຍເຫັນແສງເຍືອງທາງ ແລະ ແສງສະຫວ່າງຂອງພຣະວິນຍານບໍລິສຸດໃນຕົວພວກເຂົາ. ແລ້ວຈະສາມາດເຫັນສິ່ງນີ້ໄດ້ແນວໃດ? ຄົນເຫຼົ່ານີ້ອາດເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ໃນທາງດ້ານຜິວເຜີນແລ້ວ ພວກເຂົາໄດ້ປະພຶດດ້ວຍຄວາມຫ້າວຫັນ; ພວກເຂົາໄດ້ອ່ານໜັງສືຫຼາຍເຫຼັ້ມ, ຈັດການກັບຫຼາຍໆເລື່ອງ, ຂຽນໃນໜັງສືບັນທຶກເປັນໂຫຼໆ ແລະ ຮູ້ຈັກພຣະທຳ ແລະ ທິດສະດີຈຳນວນຫຼວງຫຼາຍຢ່າງລະອຽດ. ເຖິງຢ່າງໃດກໍຕາມ, ບໍ່ເຄີຍມີການເຕີບໂຕທີ່ສາມາດເຫັນໄດ້ໃນພວກເຂົາ, ມຸມມອງຂອງພວກເຂົາທີ່ມີຕໍ່ພຣະເຈົ້າກໍຍັງບໍ່ສາມາດເຫັນໄດ້ ແລະ ທ່າທີຂອງພວກເຂົາກໍຍັງບໍ່ຊັດເຈນ. ເວົ້າອີກຢ່າງໜຶ່ງກໍຄື ຫົວໃຈຂອງພວກເຂົາແມ່ນບໍ່ສາມາດເບິ່ງເຫັນໄດ້; ພວກເຂົາຖືກຫໍ່ ແລະ ປະທັບຕາໃສ່, ພວກເຂົາແມ່ນຖືກປິດຈາກພຣະເຈົ້າ. ຜົນຕາມມາກໍຄື ພຣະອົງບໍ່ໄດ້ເຫັນຫົວໃຈທີ່ແທ້ຈິງຂອງພວກເຂົາ, ພຣະອົງບໍ່ໄດ້ເຫັນຄວາມເຄົາລົບນັບຖືທີ່ແທ້ຈິງໃນຜູ້ຄົນເຫຼົ່ານີ້ມີຕໍ່ພຣະອົງ ແລະ ຍິ່ງໄປກວ່ານັ້ນ ພຣະອົງບໍ່ໄດ້ເຫັນວິທີທີ່ຜູ້ຄົນເຫຼົ່ານີ້ຍ່າງໃນຫົນທາງຂອງພຣະອົງ. ຖ້າພຣະເຈົ້າຍັງບໍ່ສາມາດຮັບເອົາຜູ້ຄົນດັ່ງກ່າວໃນຕອນນີ້, ພຣະອົງຈະສາມາດຮັບເອົາພວກເຂົາໃນອະນາຄົດໄດ້ບໍ? ພຣະອົງບໍ່ສາມາດເຮັດໄດ້! ແລ້ວພຣະອົງຈະສືບຕໍ່ພະຍາຍາມເຮັດກັບສິ່ງທີ່ບໍ່ສາມາດຮັບເອົາໄດ້ນັ້ນບໍ? ພຣະອົງຈະບໍ່ເຮັດ! ແລ້ວແມ່ນຫຍັງຄືທ່າທີໃນປັດຈຸບັນຂອງພຣະເຈົ້າຕໍ່ຜູ້ຄົນດັ່ງກ່າວ? (ພຣະອົງປະຕິເສດພວກເຂົາ ແລະ ບໍ່ສົນໃຈກັບພວກເຂົາ.) ພຣະອົງບໍ່ໃສ່ໃຈພວກເຂົາ! ພຣະເຈົ້າບໍ່ສົນໃຈຄົນດັ່ງກ່າວ; ພຣະອົງປະຕິເສດພວກເຂົາດ້ວຍຄວາມກຽດຊັງ. ພວກເຈົ້າໄດ້ທ່ອງຈຳພຣະທຳເຫຼົ່ານີ້ຢ່າງໄວ ແລະ ຖືກຕ້ອງຫຼາຍ. ມັນເບິ່ງຄືກັບວ່າ ພວກເຈົ້າໄດ້ເຂົ້າໃຈໃນສິ່ງທີ່ພວກເຈົ້າໄດ້ຍິນ!

ມີບາງຄົນທີ່ເປັນເດັກນ້ອຍ ແລະ ບໍ່ມີຄວາມຮູ້ເມື່ອພວກເຂົາເລີ່ມຕິດຕາມພຣະເຈົ້າ; ພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ ຫຼື ພວກເຂົາບໍ່ຮູ້ວ່າ ການເຊື່ອໃນພຣະອົງນັ້ນແມ່ນຫຍັງ. ພວກເຂົານໍາໃຊ້ວິທີເຊື່ອ ແລະ ຕິດຕາມພຣະເຈົ້າແບບທີ່ມະນຸດຄິດຂຶ້ນເອງ ແລະ ໃນທາງທີ່ຜິດ. ເມື່ອຄົນດັ່ງກ່າວຜະເຊີນກັບການທົດລອງ, ພວກເຂົາກໍບໍ່ຮູ້ເຖິງສິ່ງນັ້ນ; ພວກເຂົາຍັງມືນຊາຕໍ່ການນໍາພາ ແລະ ແສງສະຫວ່າງຂອງພຣະເຈົ້າ. ພວກເຂົາບໍ່ຮູ້ວ່າການມອບຫົວໃຈຂອງພວກເຂົາທັງໝົດໃຫ້ກັບພຣະເຈົ້ານັ້ນໝາຍເຖິງຫຍັງ ຫຼື ການຍຶດໝັ້ນໃນລະຫວ່າງການທົດລອງນັ້ນໝາຍເຖິງຫຍັງ. ພຣະເຈົ້າຈະໃຫ້ເວລາຈຳກັດແກ່ຄົນດັ່ງກ່າວ ແລະ ໃນລະຫວ່າງເວລານີ້ ພຣະອົງຈະເຮັດໃຫ້ພວກເຂົາເຂົ້າໃຈທໍາມະຊາດແຫ່ງການທົດລອງຂອງພຣະອົງ ແລະ ເຈດຕະນາຂອງພຣະອົງ. ແຕ່ຜູ້ຄົນເຫຼົ່ານີ້ຈະຕ້ອງສະແດງມຸມມອງຂອງພວກເຂົາ. ສຳລັບຄົນທີ່ຢູ່ໃນຂັ້ນຕອນນີ້, ພຣະເຈົ້າຍັງຈະລໍຖ້າພວກເຂົາຢູ່. ສຳລັບຄົນທີ່ມີມຸມມອງບາງຢ່າງທີ່ຍັງບໍ່ແນ່ນອນ, ຄົນທີ່ຕ້ອງການມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າ ແຕ່ບໍ່ຍອມຮັບທີ່ຈະເຮັດແບບນັ້ນ ແລະ ຜູ້ທີ່ ເຖິງແມ່ນວ່າ ພວກເຂົາຈະນໍາເອົາພື້ນຖານຄວາມຈິງບາງຢ່າງເຂົ້າສູ່ການປະຕິບັດ ແຕ່ພະຍາຍາມລີ້ ແລະ ຍອມຈໍານົນເມື່ອຜະເຊີນກັບການທົດລອງທີ່ຍິ່ງໃຫຍ່, ແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ພວກເຂົາ? ພຣະອົງຍັງຄາດຫວັງເລັກໆນ້ອຍໆຈາກພວກເຂົາ ແລະ ຜົນຕາມມາກໍຂຶ້ນກັບທ່າທີ ແລະ ການປະຕິບັດຂອງພວກເຂົາ. ຖ້າຜູ້ຄົນບໍ່ກະຕືລືລົ້ນໃນການພັດທະນາ, ພຣະເຈົ້າຈະເຮັດແນວໃດ? ພຣະອົງກໍຈະຍອມສະຫຼະພວກເຂົາ. ນີ້ກໍຍ້ອນວ່າ ກ່ອນທີ່ພຣະເຈົ້າຈະຍອມສະຫຼະເຈົ້າ, ເຈົ້າແມ່ນໄດ້ຍອມສະຫຼະຕົນເອງແລ້ວ. ສະນັ້ນ ເຈົ້າບໍ່ສາມາດໂທດພຣະເຈົ້າທີ່ເຮັດແບບນັ້ນໄດ້. ເຈົ້າຜິດທີ່ບໍ່ພໍໃຈພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 12)

ເມື່ອຕິດຕາມພຣະເຈົ້າ, ຜູ້ຄົນບໍ່ຄ່ອຍຈະໃສ່ໃຈກັບຄວາມປະສົງຂອງພຣະອົງ ແລະ ຫາຍາກທີ່ພວກເຂົາຈະສົນໃຈໃນຄວາມຄິດຂອງພຣະອົງ ແລະ ທ່າທີຂອງພຣະອົງທີ່ມີຕໍ່ມະນຸດ. ຜູ້ຄົນບໍ່ເຂົ້າໃຈຄວາມຄິດຂອງພຣະເຈົ້າ, ສະນັ້ນ ເມື່ອຖືກຖາມກ່ຽວກັບເຈດຕະນາ ແລະ ອຸປະນິໄສຂອງພຣະອົງ, ພວກເຈົ້າກໍເລີ່ມສັບສົນ; ພວກເຈົ້າຕົກຢູ່ໃນຄວາມບໍ່ໝັ້ນໃຈຢ່າງຮຸນແຮງ ແລະ ຫຼັງຈາກນັ້ນ ພວກເຈົ້າກໍຄາດເດົາ ຫຼື ພະນັນ. ນີ້ແມ່ນຄວາມຄິດແບບໃດ? ຄວາມຄິດນີ້ພິສູດຂໍ້ແທ້ຈິງບາງຢ່າງ ເຊັ່ນ: ຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້ານັບຖືພຣະອົງວ່າເປັນອາກາດທີ່ວ່າງເປົ່າ ແລະ ເປັນສິ່ງທີ່ເບິ່ງຄືກັບວ່າ ບຶດໜຶ່ງມີຢູ່ຈິງ ບຶດໜຶ່ງບໍ່ມີ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ຍ້ອນເມື່ອໃດກໍຕາມທີ່ພວກເຈົ້າຜະເຊີນກັບບັນຫາ, ພວກເຈົ້າກໍບໍ່ຮູ້ຈັກຄວາມປະສົງຂອງພຣະເຈົ້າ. ເປັນຫຍັງພວກເຈົ້າຈຶ່ງບໍ່ຮູ້ຈັກຄວາມປະສົງຂອງພຣະອົງ? ບໍ່ແມ່ນວ່າເຈົ້າພຽງແຕ່ບໍ່ຮູ້ໃນຕອນນີ້, ຕັ້ງແຕ່ເລີ່ມຕົ້ນຈົນເຖິງຈຸດສຸດທ້າຍ, ເຈົ້າບໍ່ຮູ້ຈັກທ່າທີຂອງພຣະເຈົ້າທີ່ມີຕໍ່ບັນຫານີ້ເລີຍ. ເຈົ້າບໍ່ສາມາດຢັ່ງເຖິງມັນໄດ້ ແລະ ບໍ່ຮູ້ຈັກວ່າແມ່ນຫຍັງຄືທ່າທີຂອງພຣະເຈົ້າ, ແຕ່ເຈົ້າໄດ້ຄິດຢ່າງຮອບຄອບກ່ຽວກັບສິ່ງນີ້ບໍ? ເຈົ້າໄດ້ສະແຫວງຫາເພື່ອຮູ້ຈັກມັນແລ້ວບໍ? ເຈົ້າໄດ້ສົນທະນາກ່ຽວກັບສິ່ງນັ້ນແລ້ວບໍ? ບໍ່! ສິ່ງນີ້ຢືນຢັນຂໍ້ແທ້ຈິງທີ່ວ່າ: ພຣະເຈົ້າແຫ່ງຄວາມເຊື່ອຂອງເຈົ້າບໍ່ກ່ຽວພັນກັບພຣະເຈົ້າແຫ່ງຄວາມເປັນຈິງ. ໃນຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າ, ເຈົ້າຕຶກຕອງເຖິງເຈດຕະນາຂອງເຈົ້າເອງເທົ່ານັ້ນ ແລະ ເຈດຕະນາຂອງຜູ້ນໍາຂອງເຈົ້າ; ເຈົ້າພຽງແຕ່ຄິດໃສ່ຄວາມໝາຍແບບຜິວເຜີນ ແລະ ອີງຕາມຄຳສັ່ງສອນແຫ່ງພຣະທຳຂອງພຣະເຈົ້າ, ໂດຍບໍ່ພະຍາຍາມທີ່ຈະຮູ້ຈັກ ຫຼື ສະແຫວງຫາຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງເລີຍ. ສິ່ງນີ້ບໍ່ແມ່ນຄວາມຈິງບໍ? ແກ່ນແທ້ຂອງເລື່ອງນີ້ຂ້ອນຂ້າງເປັນຕາຢ້ານຫຼາຍ! ຫຼັງຈາກເວລາຫຼາຍປີ, ເຮົາໄດ້ເຫັນຫຼາຍຄົນທີ່ເຊື່ອໃນພຣະເຈົ້າ. ຄວາມເຊື່ອຂອງພວກເຂົາໄດ້ປ່ຽນແປງໃຫ້ພຣະເຈົ້າກາຍເປັນຫຍັງໃນຄວາມຄິດຂອງພວກເຂົາ? ບາງຄົນເຊື່ອໃນພຣະເຈົ້າ ຄືກັບວ່າພຣະອົງເປັນພຽງອາກາດທີ່ວ່າງເປົ່າ. ຄົນເຫຼົ່ານີ້ບໍ່ມີຄຳຕອບຕໍ່ຄຳຖາມທີ່ກ່ຽວກັບການເປັນຢູ່ຂອງພຣະເຈົ້າ, ຍ້ອນພວກເຂົາບໍ່ສາມາດຮູ້ສຶກ ຫຼື ຮັບຮູ້ການສະຖິດຢູ່ຂອງພຣະອົງ ຫຼື ການບໍ່ສະຖິດຢູ່ຂອງພຣະອົງ, ແຮງໄກທີ່ພວກເຂົາຈະເຫັນສິ່ງນັ້ນຢ່າງຊັດເຈນ ຫຼື ເຂົ້າໃຈເຖິງສິ່ງນັ້ນ. ພາຍໃນຈິດໃຕ້ສຳນຶກ, ຄົນເຫຼົ່ານີ້ຄິດວ່າພຣະເຈົ້າບໍ່ມີຢູ່ຈິງ. ບາງຄົນກໍເຊື່ອໃນພຣະເຈົ້າຄືກັບວ່າພຣະອົງເປັນມະນຸດ. ຄົນເຫຼົ່ານີ້ຄິດວ່າ ພຣະອົງບໍ່ສາມາດເຮັດທຸກສິ່ງທຸກຢ່າງທີ່ພວກເຂົາເອງກໍບໍ່ສາມາດເຮັດເຊັ່ນດຽວກັນ ແລະ ພຣະອົງຄວນຄິດຕາມທີ່ພວກເຂົາຄິດ. ນິຍາມຂອງພວກເຂົາກ່ຽວກັບພຣະເຈົ້າກໍຄື “ບຸກຄົນທີ່ບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດສຳຜັດໄດ້”. ຍັງມີກຸ່ມຄົນທີ່ເຊື່ອໃນພຣະເຈົ້າ ຄືກັບວ່າພຣະອົງເປັນຫຸ່ນຕຸກກະຕາ; ຄົນເຫຼົ່ານີ້ເຊື່ອວ່າ ພຣະເຈົ້າບໍ່ມີຄວາມຮູ້ສຶກ. ພວກເຂົາຄິດວ່າພຣະເຈົ້າເປັນຮູບປັ້ນດິນດາກ ແລະ ເມື່ອຜະເຊີນກັບບັນຫາ, ພຣະເຈົ້າກໍບໍ່ມີທ່າທີ, ມຸມມອງ ຫຼື ແນວຄິດໃດໆ; ພວກເຂົາເຊື່ອວ່າພຣະອົງຖືກຄວບຄຸມໂດຍມະນຸດຊາດ. ຜູ້ຄົນພຽງເຊື່ອໃນສິ່ງທີ່ພວກເຂົາຕ້ອງການເຊື່ອ. ຖ້າພວກເຂົາເຮັດໃຫ້ພຣະອົງຍິ່ງໃຫຍ່, ແລ້ວພຣະອົງກໍຍິ່ງໃຫຍ່; ຖ້າພວກເຂົາເຮັດໃຫ້ພຣະອົງເລັກນ້ອຍ, ແລ້ວພຣະອົງກໍເລັກນ້ອຍ. ເມື່ອຜູ້ຄົນເຮັດບາບ ແລະ ຕ້ອງການຄວາມເມດຕາ, ຄວາມອົດທົນ ແລະ ຄວາມຮັກຂອງພຣະເຈົ້າ, ພວກເຂົາກໍຄິດເອງວ່າພຣະເຈົ້າຄວນປະທານຄວາມເມດຕາຂອງພຣະອົງ. ຄົນເຫຼົ່ານີ້ປະດິດ “ພຣະເຈົ້າ” ໃນຄວາມຄິດຂອງພວກເຂົາເອງ ແລະ ຫຼັງຈາກນັ້ນກໍເຮັດໃຫ້ “ພຣະເຈົ້າ” ນີ້ປະຕິບັດຕາມຄຳຮຽກຮ້ອງຂອງພວກເຂົາ ແລະ ສະໜອງຄວາມປາຖະໜາຂອງພວກເຂົາທັງໝົດ. ບໍ່ວ່າເມື່ອໃດ ຫຼື ຢູ່ໃສ ແລະ ບໍ່ວ່າຄົນດັ່ງກ່າວຈະເຮັດຫຍັງກໍຕາມ, ພວກເຂົາຈະນໍາໃຊ້ຄວາມເພີ້ຝັນນີ້ໃນການປະຕິບັດຕໍ່ພຣະເຈົ້າ ແລະ ໃນຄວາມເຊື່ອຂອງພວກເຂົາ. ເຖິງກັບມີຄົນທີ່ຍັງເຊື່ອວ່າພຣະອົງສາມາດຊ່ວຍພວກເຂົາໃຫ້ລອດພົ້ນ ຫຼັງຈາກທີ່ໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ, ຍ້ອນພວກເຂົາຖືວ່າຄວາມຮັກຂອງພຣະເຈົ້າບໍ່ມີຂອບເຂດ ແລະ ອຸປະນິໄສຂອງພຣະອົງກໍຊອບທຳ ແລະ ບໍ່ວ່າຜູ້ຄົນຈະທ້າທາຍພຣະອົງຫຼາຍສໍ່າໃດກໍຕາມ, ພຣະອົງກໍຈະບໍ່ຈົດຈໍາສິ່ງນັ້ນໄວ້. ພວກເຂົາຄິດວ່າ ຍ້ອນຄວາມບົກຜ່ອງຂອງມະນຸດ, ການລ່ວງເກີນຂອງມະນຸດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດເປັນການສະແດງອອກເຖິງອຸປະນິໄສຂອງພວກເຂົາເປັນການຊົ່ວຄາວ, ພຣະເຈົ້າຈະໃຫ້ໂອກາດແກ່ຜູ້ຄົນ ແລະ ອົດກັ້ນ ແລະ ອົດທົນກັບພວກເຂົາ; ພວກເຂົາເຊື່ອວ່າພຣະເຈົ້າຈະຍັງຮັກພວກເຂົາຄືກັບແຕ່ກ່ອນ. ສະນັ້ນ ພວກເຂົາຈຶ່ງຍັງຮັກສາຄວາມຫວັງສູງທີ່ຈະບັນລຸຄວາມລອດພົ້ນ. ໃນຄວາມເປັນຈິງແລ້ວ, ບໍ່ວ່າຜູ້ຄົນຈະເຊື່ອໃນພຣະເຈົ້າແນວໃດກໍຕາມ, ຕາບໃດທີ່ພວກເຂົາບໍ່ສະແຫວງຫາຄວາມຈິງ, ພຣະອົງກໍຈະມີທ່າທີທາງດ້ານລົບຕໍ່ພວກເຂົາ. ນີ້ກໍຍ້ອນວ່າ ຕະຫຼອດເສັ້ນທາງແຫ່ງຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້ານັ້ນ, ເຖິງແມ່ນເຈົ້າໄດ້ຈັບເອົາໜັງສືແຫ່ງພຣະທຳຂອງພຣະເຈົ້າ ແລະ ເຫັນວ່າມັນເປັນຄືກັບຊັບສົມບັດ ແລະ ສຶກສາ ແລະ ອ່ານມັນທຸກໆມື້, ເຈົ້າກໍຍັງປະວາງພຣະເຈົ້າທີ່ແທ້ຈິງໄວ້ທາງຂ້າງ. ເຈົ້ານັບຖືພຣະອົງວ່າເປັນພຽງອາກາດທີ່ວ່າງເປົ່າ ຫຼື ເປັນພຽງບຸກຄົນໜຶ່ງ ແລະ ພວກເຈົ້າບາງຄົນນັບຖືພຣະອົງເປັນພຽງແຕ່ຫຸ່ນຕຸກກະຕາ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເຮົາເວົ້າແບບນີ້ກໍອີງ ຕາມທີ່ເຮົາໄດ້ເຫັນ, ບໍ່ວ່າພວກເຈົ້າຈະຜະເຊີນກັບບັນຫາ ຫຼື ຜະເຊີນກັບສະຖານະການໃດໆກໍຕາມ, ສິ່ງເຫຼົ່ານັ້ນທີ່ຢູ່ໃນຈິດໃຕ້ສຳນຶກຂອງເຈົ້າ, ສິ່ງຕ່າງໆເຫຼົ່ານີ້ທີ່ເຈົ້າຍົກຂຶ້ນຢູ່ພາຍໃນ ແມ່ນບໍ່ເຄີຍກ່ຽວພັນກັບພຣະທຳຂອງພຣະເຈົ້າເລີຍ ຫຼື ການສະແຫວງຫາຄວາມຈິງຈັກເທື່ອ. ເຈົ້າພຽງແຕ່ຮູ້ຈັກວ່າເຈົ້າເອງກຳລັງຄິດຫຍັງ, ມຸມມອງຂອງເຈົ້າເອງແມ່ນຫຍັງ ແລະ ຫຼັງຈາກນັ້ນ ເຈົ້າກໍບັງຄັບແນວຄິດ ແລະ ຄວາມຄິດເຫັນຂອງເຈົ້າເອງໃຫ້ກັບພຣະເຈົ້າ. ໃນຄວາມຄິດຂອງເຈົ້າ, ພວກມັນໄດ້ກາຍມາເປັນມຸມມອງຂອງພຣະເຈົ້າ ແລະ ເຈົ້າສ້າງມາດຕະຖານຂອງມຸມມອງເຫຼົ່ານີ້ທີ່ເຈົ້າຕ້ອງການສົ່ງເສີມຢ່າງແທ້ຈິງ. ດົນນານໄປ, ການປະຕິບັດແບບນີ້ຈະພາໃຫ້ເຈົ້າຫ່າງອອກຈາກພຣະເຈົ້າເລື້ອຍໆ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 13)

ໃຫ້ເຂົ້າໃຈທ່າທີຂອງພຣະເຈົ້າ ແລະ ປະວາງທຸກແນວຄວາມຄິດທີ່ຜິດກ່ຽວກັບພຣະເຈົ້າ

ພຣະເຈົ້າອົງນີ້ທີ່ພວກເຈົ້າກຳລັງເຊື່ອແມ່ນພຣະເຈົ້າປະເພດໃດກັນແທ້? ພວກເຈົ້າເຄີຍຄິດກ່ຽວກັບເລື່ອງນີ້ບໍ? ເມື່ອພຣະອົງເຫັນຄົນຊົ່ວຮ້າຍກຳລັງເຮັດຊົ່ວ, ພຣະອົງກຽດຊັງການກະທຳເຫຼົ່ານັ້ນບໍ? (ແມ່ນແລ້ວ, ພຣະອົງກຽດຊັງ.) ແມ່ນຫຍັງຄືທ່າທີຂອງພຣະອົງເມື່ອພຣະອົງເຫັນຜູ້ຄົນທີ່ບໍ່ມີຄວາມຮູ້ກຳລັງເຮັດຜິດ? (ເສົ້າໃຈ.) ເມື່ອພຣະອົງເຫັນຜູ້ຄົນກຳລັງລັກເຄື່ອງຖວາຍບູຊາຂອງພຣະອົງ, ແມ່ນຫຍັງຄືທ່າທີຂອງພຣະອົງ? (ພຣະອົງກຽດຊັງພວກເຂົາ.) ນີ້ຄືສິ່ງທີ່ຊັດເຈນແທ້ໆ. ເມື່ອພຣະເຈົ້າເຫັນຜູ້ໃດຜູ້ໜຶ່ງສັບສົນໃນຄວາມເຊື່ອຂອງພວກເຂົາທີ່ມີຢູ່ໃນພຣະອົງ, ຜູ້ທີ່ບໍ່ມີທາງສະແຫວງຫາຄວາມຈິງ, ແມ່ນຫຍັງຄືທ່າທີຂອງພຣະອົງ? ພວກເຈົ້າຂ້ອນຂ້າງບໍ່ໝັ້ນໃຈ, ແມ່ນບໍ? “ຄວາມສັບສົນ” ທີ່ເປັນທ່າທີໃດໜຶ່ງ, ບໍ່ແມ່ນຄວາມບາບ ຫຼື ສິ່ງທີ່ທ້າທາຍພຣະເຈົ້າ ແລະ ຜູ້ຄົນຮູ້ສຶກວ່າມັນບໍ່ແມ່ນຄວາມຜິດພາດປະເພດທີ່ຮ້າຍແຮງ. ແລ້ວຈົ່ງບອກເຮົາເບິ່ງວ່າ ແມ່ນຫຍັງຄືທ່າທີຂອງພຣະເຈົ້າໃນກໍລະນີນີ້? (ພຣະອົງບໍ່ເຕັມໃຈທີ່ຈະຮັບຮູ້ພວກເຂົາ.) “ຄວາມບໍ່ເຕັມໃຈທີ່ຈະຮັບຮູ້” ນີ້ແມ່ນທ່າທີແບບໃດ? ມັນໝາຍເຖິງ ພຣະເຈົ້າດູຖູກຜູ້ຄົນເຫຼົ່ານີ້ ແລະ ກຽດຊັງພວກເຂົາ! ວິທີທີ່ພຣະອົງຈັດການກັບຜູ້ຄົນດັ່ງກ່າວກໍຄືການເມີນເສີຍຕໍ່ພວກເຂົາ. ວິທີການຂອງພຣະເຈົ້າກໍຄືປະວາງພວກເຂົາໄວ້ທາງຂ້າງ, ບໍ່ປະຕິບັດພາລະກິດໃດເລີຍໃນພວກເຂົາ ແລະ ນີ້ລວມເຖິງພາລະກິດແຫ່ງຄວາມສະຫວ່າງ, ແສງເຍືອງທາງ, ການຕີສອນ ແລະ ການລົງວິໄນ. ຜູ້ຄົນດັ່ງກ່າວບໍ່ໄດ້ຖືກນັບເຂົ້າຢູ່ໃນພາລະກິດຂອງພຣະເຈົ້າເລີຍ. ແມ່ນຫຍັງຄືທ່າທີຂອງພຣະເຈົ້າຕໍ່ຄົນເຫຼົ່ານີ້ທີ່ກະທໍາຜິດຕໍ່ອຸປະນິໄສຂອງພຣະອົງ ແລະ ລະເມີດບົດບັນຍັດແຫ່ງການບໍລິຫານຂອງພຣະອົງ? ການກຽດຊັງທີ່ສຸດ! ພຣະເຈົ້າໂກດຮ້າຍຢ່າງໃຫຍ່ຍ້ອນຄົນທີ່ບໍ່ຮູ້ສຶກຜິດໃນການກະທໍາຜິດຕໍ່ອຸປະນິໄສຂອງພຣະອົງ! “ໂກດຮ້າຍ” ແມ່ນບໍ່ຕ່າງຈາກຄວາມຮູ້ສຶກ, ມັນເປັນອາລົມ; ມັນບໍ່ຄືກັນກັບທ່າທີ. ເຖິງຢ່າງໃດກໍຕາມ, ຄວາມຮູ້ສຶກນີ້ ແລະ ອາລົມນີ້ຈະກໍ່ໃຫ້ເກີດຜົນຕາມມາສຳລັບຜູ້ຄົນດັ່ງກ່າວ: ມັນຈະເຮັດໃຫ້ພຣະເຈົ້າເຕັມໄປດ້ວຍການລັງກຽດຢ່າງສຸດຂີດ! ແມ່ນຫຍັງຄືຜົນຕາມມາຂອງການລັງກຽດຢ່າງສຸດຂີດນີ້? ສິ່ງນັ້ນກໍຄື ພຣະເຈົ້າຈະປະວາງຄົນເຫຼົ່ານີ້ໄວ້ທາງຂ້າງ ແລະ ບໍ່ຕອບໂຕ້ກັບພວກເຂົາເທື່ອໃນຕອນນີ້. ພຣະອົງຈະລໍຖ້າ “ຫຼັງຈາກລະດູໃບໄມ້ຫຼົ່ນ” ແລ້ວຈັດປະເພດຂອງພວກເຂົາອອກ. ສິ່ງນີ້ໝາຍເຖິງຫຍັງ? ຄົນເຫຼົ່ານີ້ຍັງຈະໄດ້ຮັບຜົນຕາມມາບໍ? ພຣະເຈົ້າບໍ່ເຄີຍມີເຈດຕະນາທີ່ຈະມອບຜົນຕາມມາໃຫ້ແກ່ຜູ້ຄົນດັ່ງກ່າວ! ສະນັ້ນ ມັນບໍ່ເປັນເລື່ອງປົກກະຕິແທ້ບໍ ທີ່ພຣະເຈົ້າບໍ່ໄດ້ຕອບໂຕ້ກັບຜູ້ຄົນດັ່ງກ່າວໃນຕອນນີ້? (ແມ່ນແລ້ວ, ມັນປົກກະຕິ.) ແລ້ວຜູ້ຄົນດັ່ງກ່າວຄວນກະກຽມຫຍັງແດ່? ພວກເຂົາຄວນກະກຽມເພື່ອຮັບເອົາຜົນຕາມມາທີ່ບໍ່ດີສຳລັບພຶດຕິກຳຂອງພວກເຂົາ ແລະ ການກະທຳຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ. ນີ້ຄືປະຕິກິລິຍາຂອງພຣະເຈົ້າຕໍ່ບຸກຄົນດັ່ງກ່າວ. ສະນັ້ນ, ບັດນີ້ ເຮົາຈະເວົ້າຢ່າງຊັດເຈນຕໍ່ຜູ້ຄົນດັ່ງກ່າວວ່າ: ຢ່າຍຶດຕິດກັບ ການລວງຕາຂອງເຈົ້າອີກຕໍ່ໄປ ແລະ ຢ່າມີຄວາມເພີ້ຝັນອີກຕໍ່ໄປເລີຍ. ພຣະເຈົ້າຈະບໍ່ອົດກັ້ນກັບຜູ້ຄົນຕະຫຼອດໄປ; ພຣະອົງຈະບໍ່ອົດທົນຕໍ່ການລະເມີດ ຫຼື ຄວາມບໍ່ເຊື່ອຟັງຂອງພວກເຂົາຕະຫຼອດໄປ. ບາງຄົນຈະເວົ້າວ່າ “ຂ້ານ້ອຍໄດ້ເຫັນສອງສາມຄົນທີ່ເປັນແບບນັ້ນ ແລະ ເມື່ອພວກເຂົາອະທິຖານ, ພວກເຂົາກໍຮູ້ສຶກວ່າຖືກສຳຜັດໂດຍພຣະເຈົ້າເປັນພິເສດ ແລະ ຫຼັງຈາກນັ້ນ ພວກເຂົາກໍຮ້ອງໄຫ້ຢ່າງຂົມຂື່ນ. ຕາມປົກກະຕິແລ້ວ ພວກເຂົາແມ່ນມີຄວາມສຸກຫຼາຍ; ພວກເຂົາເບິ່ງຄືມີການສະຖິດຂອງພຣະເຈົ້າ ແລະ ການນໍາພາຂອງພຣະເຈົ້າຢູ່ກັບພວກເຂົາ”. ຢ່າກ່າວເລື່ອງໄຮ້ສາລະດັ່ງກ່າວເລີຍ! ນໍ້າຕາທີ່ຂົມຂື່ນບໍ່ຈຳເປັນຕ້ອງໝາຍເຖິງຄົນໃດໜຶ່ງຖືກສຳຜັດໂດຍພຣະເຈົ້າ ຫຼື ໄດ້ຮັບການສະຖິດຂອງພຣະເຈົ້າ, ແຮງໄກທີ່ຈະຖືກນໍາພາໂດຍພຣະເຈົ້າ. ຖ້າຜູ້ຄົນເຮັດໃຫ້ພຣະເຈົ້າໃຈຮ້າຍ, ພຣະອົງຍັງຈະນໍາພາພວກເຂົາຢູ່ບໍ? ສະຫຼຸບກໍຄື ເມື່ອພຣະເຈົ້າໄດ້ຕັດສິນໃຈກຳຈັດ ແລະ ປະຖິ້ມຜູ້ໃດຜູ້ໜຶ່ງ, ຜົນຕາມມາຂອງບຸກຄົນນັ້ນແມ່ນໄດ້ສູນຫາຍໄປແລ້ວ. ບໍ່ວ່າຄວາມຮູ້ສຶກຂອງພວກເຂົາຈະເປັນທີ່ພໍໃຈສໍ່າໃດເມື່ອພວກເຂົາອະທິຖານກໍຕາມ ຫຼື ບໍ່ວ່າພວກເຂົາຈະມີຄວາມເຊື່ອໃນພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາຫຼາຍສໍ່າໃດກໍຕາມ, ມັນກໍບໍ່ມີຜົນຕາມມາອີກຕໍ່ໄປແລ້ວ. ສິ່ງສຳຄັນກໍຄື ພຣະເຈົ້າບໍ່ຕ້ອງການຄວາມເຊື່ອປະເພດນີ້; ພຣະອົງໄດ້ປະຕິເສດຄົນເຫຼົ່ານີ້ແລ້ວ. ວິທີຈັດການກັບພວກເຂົາໃນອະນາຄົດກໍບໍ່ສຳຄັນເຊັ່ນກັນ. ສິ່ງສຳຄັນຄື ທັນທີທີ່ຜູ້ຄົນເຫຼົ່ານີ້ເຮັດໃຫ້ພຣະເຈົ້າໃຈຮ້າຍ, ຜົນຕາມມາຂອງພວກເຂົາແມ່ນຖືກກຳນົດໄວ້ແລ້ວ. ຖ້າພຣະເຈົ້າໄດ້ຕັ້ງໃຈບໍ່ຊ່ວຍຜູ້ຄົນດັ່ງກ່າວໃຫ້ລອດພົ້ນ, ແລ້ວພວກເຂົາກໍຈະຖືກປະຖິ້ມໄວ້ໃຫ້ຖືກລົງໂທດ. ນີ້ແມ່ນທ່າທີຂອງພຣະເຈົ້າ.

ເຖິງແມ່ນວ່າແກ່ນແທ້ຂອງພຣະເຈົ້າຈະມີອົງປະກອບແຫ່ງຄວາມຮັກ ແລະ ພຣະອົງເມດຕາຕໍ່ທຸກຄົນ, ຜູ້ຄົນແມ່ນໄດ້ເບິ່ງຂ້າມ ແລະ ລືມຂໍ້ແທ້ຈິງທີ່ວ່າ ແກ່ນແທ້ຂອງພຣະອົງເປັນແກ່ນແທ້ທີ່ມີກຽດສັກສີເຊັ່ນກັນ. ການທີ່ພຣະອົງຮັກບໍ່ໄດ້ໝາຍຄວາມວ່າ ຜູ້ຄົນຈະສາມາດກະທໍາຜິດຕໍ່ພຣະອົງຕາມອຳເພີໃຈ ໂດຍບໍ່ປຸກປັ່ນຄວາມຮູ້ສຶກ ຫຼື ປະຕິກິລິຍາຂອງພຣະອົງ ຫຼື ຂໍ້ແທ້ຈິງທີ່ວ່າພຣະອົງມີຄວາມເມດຕາບໍ່ໄດ້ໝາຍຄວາມວ່າພຣະອົງບໍ່ໄດ້ມີຫຼັກການໃນການປະຕິບັດຕໍ່ຜູ້ຄົນ. ພຣະເຈົ້າມີຊີວິດຢູ່; ພຣະອົງເປັນຢູ່ຢ່າງແທ້ຈິງ. ພຣະອົງບໍ່ແມ່ນຫຸ່ນຕຸກກະຕາທີ່ຖືກຈິນຕະນາການຂຶ້ນມາ ຫຼື ວັດຖຸອື່ນໆ. ເນື່ອງຈາກວ່າພຣະອົງເປັນຢູ່, ພວກເຮົາຄວນຟັງສຽງຂອງຫົວໃຈຂອງພຣະອົງຢ່າງລະມັດລະວັງຢູ່ຕະຫຼອດເວລາ, ໃສ່ໃຈກັບທ່າທີຂອງພຣະອົງຢ່າງໃກ້ຊິດ ແລະ ມາເຂົ້າໃຈຄວາມຮູ້ສຶກຂອງພຣະອົງ. ພວກເຮົາບໍ່ຄວນໃຊ້ຈິນຕະນາການຂອງມະນຸດເພື່ອນິຍາມພຣະເຈົ້າ ຫຼື ພວກເຮົາບໍ່ຄວນເອົາຄວາມຄິດ ຫຼື ຄວາມປາຖະໜາຂອງມະນຸດກໍານົດພຣະອົງ, ເຮັດໃຫ້ພຣະເຈົ້າປະຕິບັດຕໍ່ຜູ້ຄົນໃນລັກສະນະຂອງມະນຸດ ໂດຍອີງຕາມຈິນຕະນາການຂອງມະນຸດ. ຖ້າເຈົ້າເຮັດສິ່ງນີ້, ແລ້ວເຈົ້າກໍກຳລັງເຮັດໃຫ້ພຣະເຈົ້າໃຈຮ້າຍ, ປຸກປັ່ນຄວາມໂກດຮ້າຍຂອງພຣະອົງ ແລະ ທ້າທາຍກຽດສັກສີຂອງພຣະອົງ! ສະນັ້ນ ຫຼັງຈາກທີ່ພວກເຈົ້າໄດ້ມາເຂົ້າໃຈເຖິງຄວາມຮຸນແຮງຂອງເລື່ອງນີ້, ເຮົາແນະນຳໃຫ້ພວກເຈົ້າແຕ່ລະຄົນລະມັດລະວັງ ແລະ ຮອບຄອບໃນການກະທຳຂອງພວກເຈົ້າ. ໃຫ້ລະມັດລະວັງ ແລະ ຮອບຄອບໃນຄຳເວົ້າຂອງພວກເຈົ້າ. ສຳລັບວິທີການທີ່ເຈົ້າປະຕິບັດຕໍ່ພຣະເຈົ້າ, ຍິ່ງເຈົ້າລະມັດລະວັງ ແລະ ຮອບຄອບຫຼາຍສໍ່າໃດ, ມັນກໍຍິ່ງເປັນການດີຫຼາຍສໍ່ານັ້ນ! ເມື່ອເຈົ້າບໍ່ເຂົ້າໃຈວ່າແມ່ນຫຍັງຄືທ່າທີຂອງພຣະເຈົ້າ ກໍຈົ່ງລະເວັ້ນຈາກການເວົ້າໂລເລ, ຢ່າປະໝາດໃນການກະທຳຂອງເຈົ້າ ແລະ ຢ່າເວົ້າໄປເລື້ອຍເປືອຍ. ສຳຄັນໄປກວ່ານັ້ນ, ຢ່າສະຫຼຸບຕາມອຳເພີໃຈ. ກົງກັນຂ້າມ, ເຈົ້າຄວນລໍຖ້າ ແລະ ສະແຫວງຫາ; ການກະທຳເຫຼົ່ານີ້ແມ່ນເປັນການສະແດງອອກເຖິງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍເຊັ່ນກັນ. ນອກເໜືອສິ່ງອື່ນໃດ, ຖ້າເຈົ້າສາມາດບັນລຸສິ່ງນີ້ໄດ້ ແລະ ນອກເໜືອສິ່ງອື່ນໃດ ຖ້າເຈົ້າມີທັດສະນະຄະຕິນີ້, ແລ້ວພຣະເຈົ້າກໍຈະບໍ່ໂທດເຈົ້າສຳລັບຄວາມໂງ່ຈ້າ, ຄວາມບໍ່ຮູ້ ແລະ ການຂາດຄວາມເຂົ້າໃຈຂອງເຈົ້າໃນເຫດຜົນທີ່ຢູ່ເບື້ອງຫຼັງສິ່ງຕ່າງໆ. ກົງກັນຂ້າມ, ຍ້ອນທ່າທີໃນການຢ້ານກະທໍາຜິດຕໍ່ພຣະເຈົ້າ, ຄວາມເຄົາລົບຕໍ່ເຈດຕະນາຂອງພຣະອົງ ແລະ ຄວາມເຕັມໃຈທີ່ຈະເຊື່ອຟັງພຣະອົງ, ພຣະເຈົ້າຈະຈື່ເຈົ້າ, ນໍາພາ ແລະ ໃຫ້ສ່ອງແສງແກ່ເຈົ້າ ຫຼື ອົດທົນຕໍ່ຄວາມເປັນເດັກນ້ອຍ ແລະ ຄວາມບໍ່ຮູ້ຂອງເຈົ້າ. ແຕ່ຖ້າທ່າທີຂອງເຈົ້າທີ່ມີຕໍ່ພຣະອົງຄືການບໍ່ເຄົາລົບ, ຕັດສິນພຣະອົງຕາມທີ່ເຈົ້າປາຖະໜາ ຫຼື ຄາດເດົາຕາມອຳເພີໃຈ ແລະ ກຳນົດແນວຄິດຂອງພຣະອົງ, ພຣະເຈົ້າກໍຈະປະນາມເຈົ້າ, ລົງວິໄນເຈົ້າ ແລະ ເຖິງກັບລົງໂທດເຈົ້າ; ຫຼື ພຣະອົງອາດສະແດງຄວາມຄິດເຫັນກ່ຽວກັບເຈົ້າ. ບາງເທື່ອ ຄວາມຄິດເຫັນນີ້ຈະກ່ຽວພັນກັບຜົນຕາມມາຂອງເຈົ້າ. ສະນັ້ນ ເຮົາຈຶ່ງຂໍເນັ້ນອີກຄັ້ງ: ພວກເຈົ້າແຕ່ລະຄົນຄວນລະມັດລະວັງ ແລະ ຮອບຄອບກ່ຽວກັບທຸກສິ່ງທີ່ມາຈາກພຣະເຈົ້າ. ຢ່າເວົ້າໂດຍບໍ່ລະມັດລະວັງ ແລະ ຢ່າປະໝາດໃນການກະທຳຂອງເຈົ້າ. ກ່ອນທີ່ເຈົ້າຈະເວົ້າຫຍັງ, ເຈົ້າຄວນຢຸດ ແລະ ຄິດຄໍານຶງວ່າ: ການກະທຳນີ້ຂອງຂ້ານ້ອຍຈະເຮັດໃຫ້ພຣະເຈົ້າໃຈຮ້າຍບໍ? ການເຮັດສິ່ງນັ້ນ, ຂ້ານ້ອຍກຳລັງເຄົາລົບພຣະເຈົ້າບໍ? ແມ່ນແຕ່ໃນເລື່ອງເລັກໆນ້ອຍໆ, ເຈົ້າກໍຄວນພະຍາຍາມຕອບຄຳຖາມເຫຼົ່ານີ້ໃຫ້ໄດ້ ແລະ ໃຊ້ເວລາເພີມເຕີມເພື່ອພິຈາລະນາຄຳຖາມເຫຼົ່ານີ້. ຖ້າເຈົ້າສາມາດປະຕິບັດຕາມຫຼັກການເຫຼົ່ານີ້ຢ່າງແທ້ຈິງໃນທຸກລັກສະນະ, ໃນທຸກສິ່ງ, ຕະຫຼອດເວລາ ແລະ ນໍາໃຊ້ທ່າທີດັ່ງກ່າວ ໂດຍສະເພາະເມື່ອເວລາເຈົ້າບໍ່ເຂົ້າໃຈບາງສິ່ງບາງຢ່າງ, ແລ້ວພຣະເຈົ້າກໍຈະນໍາພາເຈົ້າຢູ່ສະເໝີ ແລະ ສະໜອງເສັ້ນທາງໃຫ້ເຈົ້າໄດ້ເດີນຕາມ. ບໍ່ວ່າຜູ້ຄົນຈະສະແດງອອກໃນຮູບແບບໃດກໍຕາມ, ພຣະເຈົ້າກໍເຫັນພວກເຂົາຢ່າງຊັດເຈນ ແລະ ແຈ່ມແຈ້ງ ແລະ ພຣະອົງຈະປະເມີນການສະແດງອອກເຫຼົ່ານີ້ຂອງເຈົ້າຢ່າງຖືກຕ້ອງ ແລະ ເໝາະສົມ. ຫຼັງຈາກທີ່ເຈົ້າໄດ້ຜ່ານການທົດລອງຄັ້ງສຸດທ້າຍ, ພຣະເຈົ້າຈະນໍາເອົາພຶດຕິກຳທັງໝົດຂອງເຈົ້າ ແລະ ສະຫຼຸບມັນຢ່າງຄົບຖ້ວນເພື່ອກຳນົດຜົນຕາມມາຂອງເຈົ້າ. ຜົນຕາມມານີ້ຈະເຮັດໃຫ້ທຸກຄົນເຊື່ອໂດຍບໍ່ມີການສົງໄສເລີຍ. ສິ່ງທີ່ເຮົາຕ້ອງການບອກພວກເຈົ້າໃນນີ້ກໍຄື: ທຸກການກະທຳຂອງພວກເຈົ້າ, ທຸກການປະພຶດຂອງພວກເຈົ້າ ແລະ ທຸກຄວາມຄິດຂອງພວກເຈົ້າຕັດສິນໂຊກຊະຕາຂອງພວກເຈົ້າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 14)

ຜູ້ໃດກຳນົດຜົນຕາມມາຂອງຜູ້ຄົນ?

ມີອີກເລື່ອງໜຶ່ງທີ່ສຳຄັນທີ່ສຸດໃຫ້ສົນທະນາ ແລະ ນັ້ນກໍຄືທ່າທີຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າ. ທ່າທີນີ້ແມ່ນສຳຄັນເປັນຢ່າງຍິ່ງ! ມັນຕັດສິນວ່າ ໃນທີ່ສຸດພວກເຈົ້າຈະຍ່າງສູ່ຄວາມຫາຍະນະ ຫຼື ສູ່ຈຸດໝາຍປາຍທາງອັນສວຍງາມທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບພວກເຈົ້າ. ໃນຍຸກແຫ່ງອານາຈັກ, ພຣະເຈົ້າໄດ້ປະຕິບັດພາລະກິດເປັນເວລາຫຼາຍກວ່າຊາວປີ ແລະ ບາງເທື່ອ ໃນຕະຫຼອດເວລາສອງທົດສະວັດເຫຼົ່ານີ້, ເລິກໆຢູ່ຂ້າງໃນ ພວກເຈົ້າບໍ່ໝັ້ນໃຈແມ່ນແຕ່ໜ້ອຍດຽວວ່າພວກເຈົ້າໄດ້ປະຕິບັດແນວໃດ. ເຖິງຢ່າງໃດກໍຕາມ, ໃນຫົວໃຈຂອງພຣະເຈົ້າ ພຣະອົງໄດ້ບັນທຶກພວກເຈົ້າແຕ່ລະຄົນຢ່າງເປັນຈິງ ແລະ ແທ້ຈິງ. ນັບຕັ້ງແຕ່ເວລາແຕ່ລະຄົນເລີ່ມຕິດຕາມພຣະອົງ ແລະ ຟັງຄຳເທດສະໜາຂອງພຣະອົງ, ໄດ້ເຂົ້າໃຈຄວາມຈິງຫຼາຍຂຶ້ນເທື່ອລະໜ້ອຍ ແລະ ຈົນເຖິງເວລາທີ່ແຕ່ລະຄົນເລີ່ມປະຕິບັດໜ້າທີ່ຂອງພວກເຂົາ, ພຣະເຈົ້າໄດ້ເກັບບັນທຶກການປະພຶດທຸກຮູບແບບຂອງແຕ່ລະຄົນ. ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງພວກເຂົາ ແລະ ກຳລັງຜະເຊີນກັບສະພາບແວດລ້ອມ ແລະ ການທົດລອງທຸກຮູບແບບ, ແມ່ນຫຍັງຄືທ່າທີຂອງຜູ້ຄົນ? ພວກເຂົາປະຕິບັດແນວໃດ? ພວກເຂົາຮູ້ສຶກແນວໃດຕໍ່ພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຂົາ? ... ພຣະເຈົ້າໄດ້ບັນທຶກທຸກສິ່ງເຫຼົ່ານີ້ໄວ້; ພຣະອົງໄດ້ບັນທຶກມັນໄວ້ທັງໝົດແລ້ວ. ບາງເທື່ອ ຈາກມຸມມອງຂອງພວກເຈົ້າ, ບັນຫາເຫຼົ່ານີ້ເປັນຕາສັບສົນ. ແຕ່ຈາກຈຸດຢືນຂອງພຣະເຈົ້າ ບັນຫາເຫຼົ່ານີ້ແມ່ນຊັດເຈນຄືກັບແກ້ວຜະລຶກ ແລະ ບໍ່ມີຄວາມວຸ້ນວາຍແມ່ນແຕ່ໜ້ອຍດຽວ. ນີ້ຄືບັນຫາທີ່ກ່ຽວພັນເຖິງຜົນຕາມມາຂອງແຕ່ລະຄົນ ແລະ ລາມໄປເຖິງໂຊກຊະຕາ ແລະ ຄວາມຄາດຫວັງໃນອະນາຄົດຂອງແຕ່ລະຄົນເຊັ່ນກັນ ແລະ ຍິ່ງໄປກວ່ານັ້ນ ນີ້ແມ່ນຈຸດທີພຣະເຈົ້າເສຍສະຫຼະຄວາມພະຍາຍາມອັນເຈັບປວດຂອງພຣະອົງ; ສະນັ້ນ ພຣະເຈົ້າຈະບໍ່ປະລະມັນແມ່ນແຕ່ໜ້ອຍດຽວ ຫຼື ພຣະອົງຈະບໍ່ອົດທົນຕໍ່ຄວາມປະໝາດໃດໆ. ພຣະເຈົ້າກຳລັງບັນທຶກເລື່ອງລາວຂອງມະນຸດຊາດ, ເກັບກຳຊ່ວງເວລາທັງໝົດຂອງມະນຸດທີ່ພວກເຂົາຕິດຕາມພຣະເຈົ້າ, ນັບຕັ້ງແຕ່ຈຸດເລີ່ມຕົ້ນຈົນໄປເຖິງຈຸດສິ້ນສຸດ. ທ່າທີຂອງເຈົ້າຕໍ່ພຣະອົງໃນຊ່ວງເວລານີ້ໄດ້ກຳນົດໂຊກຊະຕາຂອງເຈົ້າ. ນີ້ບໍ່ແມ່ນຄວາມຈິງບໍ? ບັດນີ້ ເຈົ້າເຊື່ອບໍ່ວ່າພຣະເຈົ້າຊອບທຳ? ການກະທຳຂອງພຣະອົງເໝາະສົມບໍ? ພວກເຈົ້າຍັງມີຈິນຕະນາການອື່ນໆກ່ຽວກັບພຣະເຈົ້າໃນຫົວຂອງພວກເຈົ້າບໍ? (ບໍ່.) ແລ້ວພວກເຈົ້າຈະເວົ້າໄດ້ບໍ່ວ່າ ຜົນຕາມມາຂອງຜູ້ຄົນແມ່ນໃຫ້ພຣະເຈົ້າກຳນົດ ຫຼື ໃຫ້ຜູ້ຄົນກຳນົດເອງ? (ພວກມັນແມ່ນຖືກກຳນົດໂດຍພຣະເຈົ້າ.) ຜູ້ໃດກຳນົດພວກມັນ? (ພຣະເຈົ້າ.) ພວກເຈົ້າບໍ່ໝັ້ນໃຈ, ແມ່ນບໍ? ອ້າຍເອື້ອຍນ້ອງຈາກຮົງກົງ, ຈົ່ງຕອບເບິ່ງ, ຜູ້ໃດກຳນົດຜົນຕາມມາເຫຼົ່ານັ້ນ? (ຜູ້ຄົນເອງກຳນົດຜົນຕາມມາເຫຼົ່ານັ້ນ.) ຜູ້ຄົນກຳນົດຜົນຕາມມາດ້ວຍພວກເຂົາເອງແມ່ນບໍ? ແລ້ວນັ້ນກໍໝາຍຄວາມວ່າຜົນຕາມມາຂອງຜູ້ຄົນບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າບໍ? ອ້າຍເອື້ອຍນ້ອງຈາກເກົາຫຼີໃຕ້, ຈົ່ງຕອບເບິ່ງ. (ພຣະເຈົ້າກຳນົດຜົນຕາມມາຂອງຜູ້ຄົນໂດຍອີງໃສ່ການປະພຶດ ແລະ ການກະທຳຂອງພວກເຂົາທັງໝົດ ແລະ ຕາມເສັ້ນທາງທີ່ພວກເຂົາດໍາລົງຢູ່.) ນີ້ແມ່ນການຕອບຢູ່ບົນພື້ນຖານແຫ່ງຄວາມເປັນຈິງທີ່ສຸດ. ມີຂໍ້ແທ້ຈິງໃນນີ້ທີ່ເຮົາຕ້ອງແຈ້ງເພື່ອໃຫ້ພວກເຈົ້າທຸກຄົນຮັບຮູ້ວ່າ: ໃນຊ່ວງເວລາພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າ, ພຣະອົງໄດ້ກຳນົດມາດຕະຖານສຳລັບມະນຸດ. ມາດຕະຖານນີ້ກໍຄືພວກເຂົາຕ້ອງຟັງພຣະທຳຂອງພຣະເຈົ້າ ແລະ ຍ່າງໃນເສັ້ນທາງຂອງພຣະເຈົ້າ. ມັນແມ່ນມາດຕະຖານນີ້ທີ່ໃຊ້ເພື່ອວັດແທກຜົນຕາມມາຂອງຜູ້ຄົນ. ຖ້າເຈົ້າປະຕິບັດຕາມມາດຕະຖານນີ້ຂອງພຣະເຈົ້າ, ແລ້ວເຈົ້າກໍສາມາດຮັບເອົາຜົນຕາມມາທີ່ດີໄດ້; ຖ້າເຈົ້າບໍ່ສາມາດປະຕິບັດໄດ້, ແລ້ວເຈົ້າກໍບໍ່ສາມາດຮັບເອົາຜົນຕາມມາທີ່ດີໄດ້. ແລ້ວເຈົ້າຄິດວ່າຜູ້ໃດທີ່ກຳນົດຜົນຕາມມານີ້? ມັນບໍ່ແມ່ນພຣະເຈົ້າພຽງຜູ້ດຽວທີ່ກຳນົດຜົນຕາມມານີ້, ແຕ່ກົງກັນຂ້າມ ພຣະເຈົ້າ ແລະ ມະນຸດກຳນົດຮ່ວມກັນ. ສິ່ງນີ້ຖືກຕ້ອງບໍ? (ແມ່ນແລ້ວ.) ເປັນຫຍັງຈຶ່ງເປັນແບບນັ້ນ? ນີ້ກໍຍ້ອນວ່າ ມັນແມ່ນພຣະເຈົ້າທີ່ປາຖະໜາຈະປະຕິບັດພາລະກິດແຫ່ງຄວາມລອດພົ້ນຂອງມະນຸດຊາດຢ່າງກະຕືລືລົ້ນ ແລະ ຈັດແຈງຈຸດໝາຍປາຍທາງທີ່ສວຍງາມໃຫ້ກັບມະນຸດຊາດ; ມະນຸດເປັນເປົ້າໝາຍຂອງພາລະກິດຂອງພຣະເຈົ້າ ແລະ ຜົນຕາມມານີ້, ຈຸດໝາຍປາຍທາງນີ້ ແມ່ນສິ່ງທີ່ພຣະເຈົ້າຈັດແຈງສຳລັບພວກເຂົາ. ຖ້າບໍ່ມີເປົ້າໝາຍໃຫ້ພຣະອົງປະຕິບັດພາລະກິດ, ແລ້ວພຣະອົງກໍບໍ່ຈຳເປັນຕ້ອງປະຕິບັດພາລະກິດນີ້; ຖ້າພຣະອົງບໍ່ປະຕິບັດພາລະກິດນີ້, ແລ້ວມະນຸດກໍຈະບໍ່ມີໂອກາດທີ່ຈະໄດ້ຮັບເອົາຄວາມລອດພົ້ນ. ມະນຸດແມ່ນຄົນທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ເຖິງແມ່ນການຊ່ວຍໃຫ້ລອດພົ້ນເປັນພາກສ່ວນທີ່ບໍ່ມີປະຕິກິລິຍາຫຍັງຂອງຂະບວນການນີ້, ມັນແມ່ນທ່າທີຂອງຜູ້ທີ່ມີສ່ວນຮ່ວມໃນນີ້ທີ່ກຳນົດວ່າ ພຣະເຈົ້າຈະເຮັດສຳເລັດໃນພາລະກິດຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ຫຼື ບໍ່. ຖ້າບໍ່ແມ່ນຍ້ອນການນໍາພາທີ່ພຣະເຈົ້າມອບໃຫ້ກັບເຈົ້າ, ເຈົ້າຈະບໍ່ຮູ້ຈັກມາດຕະຖານຂອງພຣະອົງ ຫຼື ເຈົ້າຈະບໍ່ມີຈຸດປະສົງ. ຖ້າເຈົ້າມີມາດຕະຖານນີ້, ຈຸດປະສົງນີ້, ແຕ່ເຈົ້າຍັງບໍ່ໄດ້ຮ່ວມມື, ກໍຈົ່ງນໍາເອົາມາດຕະຖານນີ້ເຂົ້າສູ່ການປະຕິບັດ ຫຼື ຈ່າຍລາຄາ, ແລ້ວເຈົ້າກໍຈະບໍ່ໄດ້ຮັບຜົນຕາມມານີ້. ດ້ວຍເຫດຜົນນີ້, ເຮົາຈຶ່ງເວົ້າວ່າ ຜົນຕາມມາຂອງຜູ້ໃດຜູ້ໜຶ່ງບໍ່ສາມາດຕັດຂາດອອກຈາກພຣະເຈົ້າ ແລະ ມັນຍັງບໍ່ສາມາດຕັດຂາດອອກຈາກບຸກຄົນໃດໜຶ່ງ. ແລ້ວບັດນີ້, ພວກເຈົ້າຮູ້ວ່າຜູ້ໃດກຳນົດຜົນຕາມມາຂອງມະນຸດ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 15)

ຜູ້ຄົນມັກໃຫ້ນິຍາມພຣະເຈົ້າໂດຍອີງໃສ່ປະສົບການ (ຂໍ້ຄວາມທີ່ຖືກຄັດເລືອກ)

ເມື່ອເວລາສື່ສານກ່ຽວກັບຫົວຂໍ້ຂອງການຮູ້ຈັກພຣະເຈົ້າ, ພວກເຈົ້າໄດ້ສັງເກດເຫັນບາງສິ່ງບໍ? ພວກເຈົ້າໄດ້ສັງເກດບໍ່ວ່າ ໃນປັດຈຸບັນ ທ່າທີຂອງພຣະອົງໄດ້ຜ່ານການປ່ຽນແປງ? ທ່າທີຂອງພຣະອົງທີ່ມີຕໍ່ມະນຸດບໍ່ສາມາດປ່ຽນແປງໄດ້ບໍ? ພຣະອົງຈະອົດກັ້ນແບບນີ້ຢູ່ສະເໝີ ໂດຍຍື່ນຄວາມຮັກ ແລະ ຄວາມເມດຕາທັງໝົດຂອງພຣະອົງໃຫ້ກັບມະນຸດຢ່າງບໍ່ມີກຳນົດບໍ? ເລື່ອງນີ້ຍັງກ່ຽວພັນເຖິງແກ່ນແທ້ຂອງພຣະເຈົ້າ... ເມື່ອໄດ້ຮູ້ວ່າພຣະເຈົ້າຮັກມະນຸດຊາດ, ພວກເຂົາກໍໃຫ້ນິຍາມພຣະອົງວ່າເປັນສັນຍາລັກແຫ່ງຄວາມຮັກ: ພວກເຂົາເຊື່ອວ່າ ບໍ່ວ່າຜູ້ຄົນຈະເຮັດຫຍັງກໍຕາມ, ບໍ່ວ່າພວກເຂົາຈະປະພຶດແບບໃດກໍຕາມ, ບໍ່ວ່າພວກເຂົາຈະປະຕິບັດຕໍ່ພຣະເຈົ້າແນວໃດກໍຕາມ ແລະ ບໍ່ວ່າພວກເຂົາອາດຈະບໍ່ເຊື່ອຟັງແນວໃດກໍຕາມ, ບໍ່ມີສິ່ງໃດໃນນີ້ສຳຄັນ ຍ້ອນວ່າ ພຣະເຈົ້າມີຄວາມຮັກ ແລະ ຄວາມຮັກຂອງພຣະອົງກໍບໍ່ມີຈຳກັດ ແລະ ບໍ່ສາມາດວັດແທກໄດ້; ພຣະເຈົ້າມີຄວາມຮັກ, ສະນັ້ນ ພຣະອົງສາມາດອົດທົນກັບຜູ້ຄົນ; ແລະ ພຣະເຈົ້າມີຄວາມຮັກ, ສະນັ້ນ ພຣະອົງຈຶ່ງເມດຕາຕໍ່ຜູ້ຄົນ, ເມດຕາຕໍ່ຄວາມເປັນເດັກນ້ອຍຂອງພວກເຂົາ, ເມດຕາຕໍ່ຄວາມໄຮ້ດຽງສາຂອງພວກເຂົາ ແລະ ເມດຕາຕໍ່ຄວາມບໍ່ເຊື່ອຟັງຂອງພວກເຂົາ. ສິ່ງນີ້ຄືສິ່ງທີ່ເປັນຈິງແທ້ບໍ? ສຳລັບບາງຄົນແລ້ວ, ເມື່ອພວກເຂົາໄດ້ຜະເຊີນກັບຄວາມອົດທົນຂອງພຣະເຈົ້າຄັ້ງໜຶ່ງ ຫຼື ແມ່ນແຕ່ສອງສາມຄັ້ງ, ພວກເຂົາກໍຈະຖືເອົາປະສົບການເຫຼົ່ານີ້ເປັນຕົ້ນທຶນໃນການເຂົ້າໃຈກ່ຽວກັບພຣະເຈົ້າຂອງພວກເຂົາເອງ ໂດຍ ເຊື່ອວ່າພຣະອົງຈະອົດທົນ ແລະ ເມດຕາຕໍ່ພວກເຂົາຕະຫຼອດໄປ ແລະ ຫຼັງຈາກນັ້ນ ຕະຫຼອດຊີວິດຂອງພວກເຂົາ, ພວກເຂົາກໍຈະນໍາເອົາຄວາມອົດທົນຂອງພຣະເຈົ້ານີ້ ແລະ ຖືເອົາມັນເປັນມາດຕະຖານຂອງພຣະອົງໃນການປະຕິບັດຕໍ່ພວກເຂົາ. ຫຼັງຈາກໄດ້ຜະເຊີນກັບຄວາມອົດກັ້ນຂອງພຣະເຈົ້າຄັ້ງໜຶ່ງ, ຍັງມີຄົນທີ່ໃຫ້ນິຍາມພຣະເຈົ້າວ່າເປັນຜູ້ອົດກັ້ນຕະຫຼອດໄປ ແລະ ໃນຄວາມຄິດຂອງພວກເຂົາ, ຄວາມອົດກັ້ນນີ້ກໍບໍ່ມີຈຳກັດ, ບໍ່ມີເງື່ອນໄຂ ແລະ ເຖິງກັບບໍ່ມີຫຼັກການໃດໆທັງສິ້ນ. ຄວາມເຊື່ອດັ່ງກ່າວຖືກຕ້ອງບໍ? ທຸກຄັ້ງທີ່ສົນທະນາເຖິງເລື່ອງຕ່າງໆກ່ຽວກັບແກ່ນແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ, ພວກເຈົ້າເບິ່ງຄືວ່າສັບສົນ. ການທີ່ເຫັນພວກເຈົ້າເປັນແບບນີ້ເຮັດໃຫ້ເຮົາກັງວົນໃຈຫຼາຍ. ພວກເຈົ້າໄດ້ຍິນຄວາມຈິງຫຼາຍຢ່າງກ່ຽວກັບແກ່ນແທ້ຂອງພຣະເຈົ້າ; ພວກເຈົ້າຍັງໄດ້ຟັງການສົນທະນາທີ່ຍິ່ງໃຫຍ່ຫຼາຍຄັ້ງກ່ຽວກັບອຸປະນິໄສຂອງພຣະອົງ. ແຕ່ເຖິງຢ່າງນັ້ນກໍຕາມ, ໃນຄວາມຄິດຂອງພວກເຈົ້າ, ບັນຫາເຫຼົ່ານີ້ ແລະ ຄວາມຈິງໃນລັກສະນະເຫຼົ່ານີ້ກໍເປັນພຽງຄວາມຊົງຈຳທີ່ອີງຕາມທິດສະດີ ແລະ ພຣະທຳທີ່ຖືກຂຽນໄວ້; ໃນຊີວິດປະຈຳວັນຂອງພວກເຈົ້າ, ບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ຈະສາມາດຜະເຊີນ ຫຼື ເຫັນອຸປະນິໄສຂອງພຣະເຈົ້າຈາກສິ່ງທີ່ມັນເປັນຢ່າງແທ້ຈິງ. ສະນັ້ນ ພວກເຈົ້າທຸກຄົນຈຶ່ງສັບສົນໃນຄວາມເຊື່ອຂອງພວກເຈົ້າ; ພວກເຈົ້າທຸກຄົນເຊື່ອຢ່າງລັບຫູລັບຕາ, ຈົນເຖິງຈຸດທີ່ພວກເຈົ້າມີທ່າທີແບບບໍ່ເຄົາລົບຕໍ່ພຣະເຈົ້າ ແລະ ເຖິງກັບບໍ່ສົນໃຈພຣະອົງ. ການທີ່ພວກເຈົ້າມີທ່າທີແບບນີ້ຕໍ່ພຣະເຈົ້າຈະນໍາພາພວກເຈົ້າໄປສູ່ສິ່ງໃດ? ມັນຈະນໍາພາພວກເຈົ້າໄປສູ່ການຕັ້ງຂໍ້ສະຫຼຸບກ່ຽວກັບພຣະເຈົ້າຢູ່ສະເໝີ. ຫຼັງຈາກທີ່ພວກເຈົ້າໄດ້ຮັບຄວາມຮູ້ເລັກນ້ອຍ, ແລ້ວພວກເຈົ້າກໍຮູ້ສຶກພໍໃຈຢ່າງຍິ່ງ, ຄືກັບວ່າພວກເຈົ້າໄດ້ຮັບເອົາພຣະເຈົ້າຢ່າງຄົບຖ້ວນ. ຫຼັງຈາກນັ້ນ, ພວກເຈົ້າກໍສະຫຼຸບວ່າ ພຣະເຈົ້າເປັນແນວນີ້ ແລະ ພວກເຈົ້າກໍບໍ່ປ່ອຍໃຫ້ພຣະອົງເຄື່ອນໄຫວຢ່າງເປັນອິດສະຫຼະ. ຍິ່ງໄປກວ່ານັ້ນ, ເມື່ອໃດກໍຕາມທີ່ພຣະເຈົ້າກະທໍາສິ່ງໃໝ່ໆ, ພວກເຈົ້າກໍປະຕິເສດບໍ່ຍອມຮັບວ່າ ພຣະອົງເປັນພຣະເຈົ້າ. ມື້ໜຶ່ງ ເມື່ອພຣະເຈົ້າເວົ້າວ່າ “ເຮົາບໍ່ຮັກມະນຸດຊາດອີກຕໍ່ໄປ; ເຮົາຈະບໍ່ສືບຕໍ່ມອບຄວາມເມດຕາໃຫ້ກັບມະນຸດອີກຕໍ່ໄປ; ເຮົາບໍ່ມີຄວາມອົດກັ້ນ ຫຼື ຄວາມອົດທົນສຳລັບພວກເຂົາອີກຕໍ່ໄປ; ເຮົາເຕັມໄປດ້ວຍຄວາມກຽດຊັງທີ່ສຸດ ແລະ ຄວາມອະຄະຕິຕໍ່ພວກເຂົາ” ຄຳເວົ້າດັ່ງກ່າວຈະສ້າງຂໍ້ຂັດແຍ້ງເລິກໆໃນຫົວໃຈຂອງຜູ້ຄົນ. ພວກເຂົາບາງຄົນເຖິງກັບຈະເວົ້າວ່າ “ພຣະອົງບໍ່ແມ່ນພຣະເຈົ້າຂອງຂ້ານ້ອຍອີກຕໍ່ໄປ; ພຣະອົງບໍ່ແມ່ນພຣະເຈົ້າທີ່ຂ້ານ້ອຍຕ້ອງການຕິດຕາມອີກຕໍ່ໄປ. ຖ້ານີ້ແມ່ນສິ່ງທີ່ພຣະອົງກ່າວ, ແລ້ວພຣະອົງກໍບໍ່ມີຄຸນສົມບັດທີ່ຈະເປັນພຣະເຈົ້າຂອງຂ້ານ້ອຍອີກຕໍ່ໄປ ແລະ ຂ້ານ້ອຍກໍບໍ່ຈຳເປັນຕ້ອງສືບຕໍ່ຕິດຕາມພຣະອົງ. ຖ້າພຣະອົງຈະບໍ່ມອບຄວາມເມດຕາ, ຄວາມຮັກ ແລະ ຄວາມອົດທົນໃຫ້ກັບຂ້ານ້ອຍອີກຕໍ່ໄປ, ແລ້ວຂ້ານ້ອຍກໍຈະເຊົາຕິດຕາມພຣະອົງ. ຖ້າພຣະອົງອົດທົນຕໍ່ຂ້ານ້ອຍຕະຫຼອດໄປ, ອົດທົນກັບຂ້ານ້ອຍຢູ່ສະເໝີ ແລະ ຍອມໃຫ້ຂ້ານ້ອຍເຫັນພຣະອົງວ່າ ເປັນຄວາມຮັກ, ຄວາມອົດທົນ ແລະ ພຣະອົງຄືຄວາມອົດກັ້ນ, ເມື່ອນັ້ນ ຂ້ານ້ອຍຈຶ່ງຈະສາມາດຕິດຕາມພຣະອົງ ແລະ ມີແຕ່ເມື່ອນັ້ນ ຂ້ານ້ອຍຈຶ່ງຈະມີຄວາມເຊື່ອໝັ້ນທີ່ຈະຕິດຕາມພຣະອົງຈົນເຖິງທີ່ສຸດ. ຍ້ອນຂ້ານ້ອຍໄດ້ຮັບຄວາມອົດທົນ ແລະ ຄວາມເມດຕາຂອງພຣະອົງ, ຄວາມບໍ່ເຊື່ອຟັງ ແລະ ການລະເມີດຂອງຂ້ານ້ອຍກໍຈະໄດ້ຮັບການໃຫ້ອະໄພ ແລະ ຖືກຍົກໂທດໃຫ້ຢ່າງບໍ່ມີກໍານົດ ແລະ ຂ້ານ້ອຍສາມາດເຮັດບາບໃນເວລາໃດກໍໄດ້ ແລະ ຢູ່ໃສກໍໄດ້, ສາລະພາບ ແລະ ໄດ້ຮັບອະໄພໃນເວລາໃດກໍໄດ້ ແລະ ຢູ່ໃສກໍໄດ້ ແລະ ເຮັດໃຫ້ພຣະອົງໃຈຮ້າຍໃນເວລາໃດກໍໄດ້ ແລະ ຢູ່ໃສກໍໄດ້. ພຣະອົງບໍ່ຄວນມີຄວາມຄິດເຫັນໃດໆ ຫຼື ຂໍ້ສະຫຼຸບໃດໆກ່ຽວກັບຂ້ານ້ອຍ”. ເຖິງແມ່ນວ່າ ບໍ່ມີຄົນໃດໃນພວກເຈົ້າທີ່ຄິດແບບນີ້ຢ່າງເປັນການສ່ວນຕົວ ຫຼື ຢ່າງມີສະຕິ, ເມື່ອໃດກໍຕາມທີ່ເຈົ້າຄິດວ່າພຣະເຈົ້າເປັນພຽງເຄື່ອງມືເພື່ອໃຊ້ໃນການຍົກໂທດຄວາມຜິດບາບຂອງເຈົ້າ ຫຼື ຄິດວ່າພຣະອົງເປັນພຽງວັດຖຸທີ່ໃຊ້ເພື່ອຮັບເອົາຈຸດໝາຍປາຍທາງອັນສວຍງາມ, ເຈົ້າແມ່ນໄດ້ວາງພຣະເຈົ້າທີ່ມີຊີວິດໃຫ້ຢູ່ກົງກັນຂ້າມກັບເຈົ້າຢ່າງສຽບແຫຼມ, ເຮັດໃຫ້ພຣະອົງກາຍເປັນສັດຕູຂອງເຈົ້າ. ນີ້ແມ່ນສິ່ງທີ່ເຮົາເຫັນ. ເຈົ້າອາດສືບຕໍ່ເວົ້າສິ່ງຕ່າງໆເຊັ່ນ: “ຂ້ານ້ອຍເຊື່ອໃນພຣະເຈົ້າ”, “ຂ້ານ້ອຍສະແຫວງຫາຄວາມຈິງ”, “ຂ້ານ້ອຍຕ້ອງການປ່ຽນແປງອຸປະນິໄສຂອງຂ້ານ້ອຍ”, “ຂ້ານ້ອຍຕ້ອງການເປັນອິດສະຫຼະຈາກອິດທິພົນຂອງຄວາມມືດ”, “ຂ້ານ້ອຍຕ້ອງການເຮັດໃຫ້ພຣະເຈົ້າພໍໃຈ”, “ຂ້ານ້ອຍຕ້ອງການອ່ອນນ້ອມຕໍ່ພຣະເຈົ້າ”, “ຂ້ານ້ອຍຕ້ອງການຊື່ສັດຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຂ້ານ້ອຍຢ່າງດີ” ແລະ ອື່ນໆອີກ. ເຖິງຢ່າງໃດກໍຕາມ, ບໍ່ວ່າຄຳເວົ້າຂອງເຈົ້າອາດຟັງມ່ວນຫູພຽງໃດກໍຕາມ, ບໍ່ວ່າເຈົ້າອາດຮູ້ຈັກທິດສະດີຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າທິດສະດີນັ້ນອາດປະທັບໃຈ ຫຼື ສະຫງ່າງາມສໍ່າໃດກໍຕາມ, ຂໍ້ແທ້ຈິງຂອງເລື່ອງດັ່ງກ່າວກໍຄື ຕອນນີ້ ມີພວກເຈົ້າຫຼາຍຄົນໄດ້ຮຽນຮູ້ວິທີການນໍາໃຊ້ກົດລະບຽບ, ຄຳສັ່ງສອນ, ແລະ ທິດສະດີທີ່ເຈົ້າໄດ້ພິຊິດເພື່ອສະຫຼຸບກ່ຽວກັບພຣະເຈົ້າ, ແລ້ວສຸດທ້າຍກໍວາງພຣະອົງຢູ່ກົງກັນຂ້າມກັບພວກເຈົ້າເອງໂດຍທຳມະຊາດ. ເຖິງແມ່ນເຈົ້າອາດໄດ້ພິຊິດຕົວອັກສອນ ແລະ ຄຳສັ່ງສອນ, ເຈົ້າກໍບໍ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຢ່າງແທ້ຈິງ, ສະນັ້ນ ມັນຈຶ່ງຫຍຸ້ງຍາກຫຼາຍສຳລັບເຈົ້າທີ່ຈະຫຍັບເຂົ້າໃກ້ພຣະເຈົ້າ, ຮູ້ຈັກພຣະອົງ ແລະ ເຂົ້າໃຈພຣະອົງ. ສິ່ງນີ້ເປັນຕາໂສກເສົ້າຫຼາຍ!

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 16)

ທ່າທີຂອງພຣະເຈົ້າທີ່ມີຕໍ່ຄົນທີ່ໜີໄປໃນລະຫວ່າງພາລະກິດຂອງພຣະອົງ

ມີຄົນທີ່ເປັນແບບນີ້ຢູ່ທຸກບ່ອນ: ຫຼັງຈາກທີ່ພວກເຂົາໝັ້ນໃຈໃນຫົນທາງຂອງພຣະເຈົ້າ, ດ້ວຍຫຼາກຫຼາຍເຫດຜົນ, ພວກເຂົາກໍຈາກໄປຢ່າງງຽບໆໂດຍບໍ່ມີຄຳອຳລາ ເພື່ອໜີໄປ ແລະ ເຮັດໃນສິ່ງທີ່ຫົວໃຈຂອງພວກເຂົາປາຖະໜາ. ໃນຕອນນີ້, ພວກເຮົາຈະບໍ່ເວົ້າເຖິງເຫດຜົນຕ່າງໆທີ່ຜູ້ຄົນເຫຼົ່ານີ້ຈາກໄປ; ພວກເຮົາຈະເບິ່ງກ່ອນວ່າ ແມ່ນຫຍັງຄືທ່າທີຂອງພຣະເຈົ້າທີ່ມີຕໍ່ຄົນປະເພດນີ້. ເຊິ່ງມັນຊັດເຈນຫຼາຍ. ນັບຕັ້ງແຕ່ຊ່ວງເວລາທີ່ຜູ້ຄົນເຫຼົ່ານີ້ຍ່າງຈາກໄປ, ໃນສາຍຕາຂອງພຣະເຈົ້າ, ເວລາຂອງຄວາມເຊື່ອຂອງພວກເຂົາກໍສິ້ນສຸດແລ້ວ. ມັນບໍ່ແມ່ນບຸກຄົນໃດໜຶ່ງທີ່ເຮັດໃຫ້ມັນສິ້ນສຸດ, ແຕ່ເປັນພຣະເຈົ້າ. ການທີ່ບຸກຄົນນີ້ຈາກພຣະເຈົ້າໄປໝາຍຄວາມວ່າພວກເຂົາໄດ້ປະຕິເສດພຣະເຈົ້າແລ້ວ, ພວກເຂົາບໍ່ຕ້ອງການພຣະອົງອີກຕໍ່ໄປ ແລະ ພວກເຂົາບໍ່ຍອມຮັບເອົາຄວາມລອດພົ້ນຂອງພຣະເຈົ້າອີກຕໍ່ໄປ. ຍ້ອນຜູ້ຄົນແບບນີ້ບໍ່ຕ້ອງການພຣະເຈົ້າ, ແລ້ວພຣະອົງຈະຍັງຕ້ອງການພວກເຂົາຢູ່ບໍ? ຍິ່ງໄປກວ່ານັ້ນ, ເມື່ອຄົນດັ່ງກ່າວມີທ່າທີແບບນີ້, ມຸມມອງນີ້ ແລະ ໄດ້ເລີ່ມຕັ້ງໃຈທີ່ຈະຈາກພຣະເຈົ້າໄປ, ພວກເຂົາແມ່ນໄດ້ກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າແລ້ວ. ສິ່ງນີ້ແມ່ນບໍ່ກ່ຽວກັບຂໍ້ແທ້ຈິງທີ່ວ່າ ພວກເຂົາອາດບໍ່ໄດ້ໃຈຮ້າຍ ແລະ ສາບແຊ່ງພຣະເຈົ້າ, ບໍ່ແມ່ນຍ້ອນວ່າພວກເຂົາບໍ່ໄດ້ກະທໍາໃນສິ່ງຊົ່ວຮ້າຍ ຫຼື ເກີນຄວາມຕ້ອງການ ແລະ ບໍ່ກ່ຽວກັບຂໍ້ແທ້ຈິງທີ່ວ່າຜູ້ຄົນເຫຼົ່ານີ້ກຳລັງຄິດວ່າ “ຖ້າມື້ໃດທີ່ຂ້ານ້ອຍໄດ້ພໍກັບຄວາມມ່ວນຊື່ນທາງພາຍນອກ ຫຼື ເມື່ອຂ້ານ້ອຍຍັງຕ້ອງການພຣະເຈົ້າສຳລັບບາງສິ່ງບາງຢ່າງ, ຂ້ານ້ອຍຈະກັບມາ. ຫຼື ຖ້າພຣະເຈົ້າເອີ້ນຂ້ານ້ອຍ, ຂ້ານ້ອຍກໍຈະກັບມາ” ຫຼື ພວກເຂົາເວົ້າວ່າ “ເມື່ອຂ້ານ້ອຍເຈັບປວດຢູ່ພາຍນອກ ຫຼື ເມື່ອຂ້ານ້ອຍເຫັນວ່າໂລກຂ້າງນອກມືດມົວເກີນໄປ ແລະ ຊົ່ວຮ້າຍເກີນໄປ ແລະ ຂ້ານ້ອຍບໍ່ຕ້ອງການຕາມກະແສສິ່ງເຫຼົ່ານີ້, ຂ້ານ້ອຍຈະກັບຄືນມາຫາພຣະເຈົ້າ”. ເຖິງແມ່ນຄົນເຫຼົ່ານີ້ໄດ້ຄິດຄຳນວນຢູ່ໃນຫົວໃຈຂອງພວກເຂົາແລ້ວວ່າ ເມື່ອໃດແທ້ທີ່ພວກເຂົາຈະກັບຄືນມາ ແລະ ເຖິງແມ່ນພວກເຂົາໄດ້ພະຍາຍາມເປີດປະຕູປະໄວ້ສຳລັບການກັບຄືນມາຂອງພວກເຂົາ, ພວກເຂົາກໍບໍ່ຮູ້ວ່າ ບໍ່ວ່າພວກເຂົາຈະເຊື່ອຫຍັງກໍຕາມ ຫຼື ພວກເຂົາໄດ້ວາງແຜນແນວໃດກໍຕາມ, ນີ້ກໍເປັນພຽງຄວາມເພີ້ຝັນເທົ່ານັ້ນ. ຄວາມຜິດພາດທີ່ໃຫຍ່ທີ່ສຸດຂອງພວກເຂົາກໍຄືການທີ່ບໍ່ຮູ້ຢ່າງຊັດເຈນວ່າ ການຕ້ອງການຈາກໄປຂອງພວກເຂົານັ້ນໄດ້ເຮັດໃຫ້ພຣະເຈົ້າຮູ້ສຶກແນວໃດ. ນັບຕັ້ງແຕ່ຊ່ວງເວລາທີ່ພວກເຂົາຕັດສິນໃຈຈາກພຣະເຈົ້າໄປ, ພຣະອົງກໍປະຖິ້ມພວກເຂົາຢ່າງສິ້ນເຊີງແລ້ວ; ໃນຕອນນັ້ນ ພຣະອົງໄດ້ກຳນົດຜົນຕາມມາຂອງບຸກຄົນດັ່ງກ່າວໃນຫົວໃຈຂອງພຣະອົງແລ້ວ. ແມ່ນຫຍັງຄືຜົນຕາມມານັ້ນ? ມັນກໍຄື ບຸກຄົນນີ້ຈະເປັນໜຶ່ງໃນໂຕໜູ ແລະ ກໍຈະຖືກລົບລ້າງໄປພ້ອມໆກັບໜູໂຕອື່ນໆ. ດ້ວຍເຫດນັ້ນ ຜູ້ຄົນຈຶ່ງມັກເຫັນສະຖານະການແບບນີ້ສະເໝີ ເຊັ່ນ: ຜູ້ໃດຜູ້ໜຶ່ງປະຖິ້ມພຣະເຈົ້າ, ແຕ່ຫຼັງຈາກນັ້ນກໍບໍ່ໄດ້ຮັບການລົງໂທດ. ພຣະເຈົ້າປະຕິບັດຕາມຫຼັກການຂອງພຣະອົງເອງ; ບາງສິ່ງແມ່ນສາມາດເຫັນໄດ້, ໃນຂະນະທີ່ບາງສິ່ງພຽງແຕ່ຖືກເຮັດໃຫ້ສຳເລັດໄດ້ໃນຫົວໃຈຂອງພຣະເຈົ້າເທົ່ານັ້ນ, ສະນັ້ນ ຜູ້ຄົນຈຶ່ງບໍ່ສາມາດເຫັນຜົນຕາມມາດັ່ງກ່າວ. ສ່ວນທີ່ມະນຸດສາມາດເຫັນໄດ້ບໍ່ຈໍາເປັນແມ່ນດ້ານທີ່ແທ້ຈິງຂອງສິ່ງຕ່າງໆ, ແຕ່ແມ່ນອີກດ້ານໜຶ່ງ, ດ້ານທີ່ເຈົ້າບໍ່ເຫັນ ແນ່ນອນແມ່ນປະກອບມີຄວາມຄິດ ແລະ ຂໍ້ສະຫຼຸບຢ່າງແທ້ຈິງຂອງພຣະເຈົ້າ.

ຜູ້ຄົນທີ່ໜີໄປໃນລະຫວ່າງພາລະກິດຂອງພຣະເຈົ້າແມ່ນຄົນທີ່ໄດ້ປະຖິ້ມຫົນທາງທີ່ແທ້ຈິງ

ເປັນຫຍັງພຣະເຈົ້າຈະສາມາດລົງໂທດຢ່າງຮຸນແຮງຕໍ່ຜູ້ຄົນທີ່ແລ່ນໜີໃນລະຫວ່າງພາລະກິດຂອງພຣະອົງໄດ້? ເປັນຫຍັງພຣະເຈົ້າຈຶ່ງໃຈຮ້າຍໃສ່ພວກເຂົາຫຼາຍ? ກ່ອນອື່ນໝົດ ພວກເຮົາຮູ້ວ່າອຸປະນິໄສຂອງພຣະເຈົ້າແມ່ນຄວາມສະຫງ່າຜ່າເຜີຍ ແລະ ຄວາມໂກດຮ້າຍ; ພຣະອົງບໍ່ແມ່ນແກະທີ່ຈະຖືກຂ້າໂດຍຜູ້ໃດຜູ້ໜຶ່ງ, ແຮງໄກທີ່ພຣະອົງຈະເປັນຫຸ່ນຕຸກກະຕາທີ່ຖືກຄວບຄຸມໂດຍຜູ້ຄົນຕາມທີ່ພວກເຂົາຕ້ອງການ. ພຣະອົງຍັງບໍ່ແມ່ນກຸ່ມອາກາດທີ່ວ່າງເປົ່າໃຫ້ຜູ້ຄົນບົ່ງການເຊັ່ນກັນ. ຖ້າເຈົ້າເຊື່ອຢ່າງແທ້ຈິງວ່າພຣະເຈົ້າມີຢູ່, ແລ້ວເຈົ້າກໍຄວນມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ເຈົ້າຄວນຮູ້ວ່າແກ່ນແທ້ຂອງພຣະອົງບໍ່ແມ່ນແກ່ນແທ້ທີ່ຈະຖືກເຮັດໃຫ້ໃຈຮ້າຍ. ຄວາມໃຈຮ້າຍນີ້ອາດຖືກປຸກປັ່ນໂດຍຄຳເວົ້າ ຫຼື ບາງເທື່ອກໍດ້ວຍຄວາມຄິດ ຫຼື ບາງເທື່ອກໍດ້ວຍພຶດຕິກຳທີ່ຊົ່ວຮ້າຍ ຫຼື ບາງເທື່ອກໍແມ່ນແຕ່ພຶດຕິກຳທີ່ອ່ອນໂຍນໃນຮູບແບບໜຶ່ງ ຫຼື ພຶດຕິກຳທີ່ສາມາດຜ່ານໄປໄດ້ໃນສາຍຕາ ແລະ ຈັນຍາບັນຂອງມະນຸດ; ຫຼື ບາງເທື່ອ ມັນກໍຖືກປຸກປັ່ນໂດຍຄຳສັ່ງສອນ ຫຼື ທິດສະດີ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ເຈົ້າໄດ້ເຮັດໃຫ້ພຣະເຈົ້າໃຈຮ້າຍແລ້ວ, ໂອກາດຂອງເຈົ້າກໍສູນເສຍໄປ ແລະ ມື້ສຸດທ້າຍຂອງເຈົ້າກໍໄດ້ມາເຖິງ. ນີ້ແມ່ນສິ່ງທີ່ເປັນຕາຢ້ານ! ຖ້າເຈົ້າບໍ່ເຂົ້າໃຈວ່າພຣະເຈົ້າຕ້ອງບໍ່ຖືກທ້າທາຍ, ແລ້ວບາງເທື່ອ ເຈົ້າກໍບໍ່ຢ້ານພຣະອົງ ແລະ ບາງເທື່ອ ເຈົ້າກໍທ້າທາຍພຣະອົງຢູ່ເປັນປະຈຳ. ຖ້າເຈົ້າບໍ່ຮູ້ຈັກວິທີຢຳເກງພຣະເຈົ້າ, ແລ້ວເຈົ້າກໍບໍ່ສາມາດຢຳເກງພຣະເຈົ້າ ແລະ ເຈົ້າກໍຈະບໍ່ຮູ້ຈັກວິທີທີ່ຈະນໍາເອົາຕົວເອງໄປຍ່າງຢູ່ ຫົນທາງຂອງພຣະເຈົ້າ ໂດຍຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ຫຼັງຈາກທີ່ເຈົ້າຮູ້ແລ້ວ ແລະ ຮູ້ສຶກຕົວວ່າພຣະເຈົ້າຕ້ອງບໍ່ຖືກທ້າທາຍ, ເຈົ້າກໍຈະຮູ້ວ່າ ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍແມ່ນຫຍັງ.

ການຍ່າງໃນຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍບໍ່ໄດ້ກ່ຽວກັບວ່າເຈົ້າຮູ້ຈັກຄວາມຈິງຫຼາຍສໍ່າໃດ, ເຈົ້າໄດ້ຜະເຊີນກັບການທົດລອງຫຼາຍສໍ່າໃດ ຫຼື ເຈົ້າໄດ້ຖືກລົງວິໄນຫຼາຍສໍ່າໃດ. ກົງກັນຂ້າມ, ມັນຂຶ້ນຢູ່ກັບທັດສະນະໃນຫົວໃຈຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ແກ່ນແທ້ຂອງເຈົ້າທີ່ເຈົ້າສະແດງອອກ. ແກ່ນແທ້ຂອງຜູ້ຄົນ ແລະ ທ່າທີສ່ວນຕົວຂອງພວກເຂົາ, ສິ່ງເຫຼົ່ານີ້ສຳຄັນຫຼາຍ ແລະ ຈຳເປັນຫຼາຍ. ແຕ່ສຳລັບຄົນທີ່ປະຕິເສດ ແລະ ປະຖິ້ມພຣະເຈົ້າ, ທ່າທີທີ່ເປັນຕາດູຖູກຂອງພວກເຂົາທີ່ມີຕໍ່ພຣະອົງ ແລະ ຫົວໃຈຂອງພວກເຂົາທີ່ກຽດຊັງຄວາມຈິງແມ່ນໄດ້ລ່ວງເກີນອຸປະນິໄສຂອງພຣະອົງແລ້ວ, ສະນັ້ນ ສໍາລັບພຣະອົງແລ້ວ, ພວກເຂົາຈະບໍ່ໄດ້ຮັບການໃຫ້ອະໄພຈັກເທື່ອ. ພວກເຂົາຮູ້ຈັກກ່ຽວກັບການເປັນຢູ່ຂອງພຣະເຈົ້າ, ໄດ້ຮັບແຈ້ງການກ່ຽວກັບຂ່າວທີ່ວ່າພຣະອົງໄດ້ກັບຄືນມາແລ້ວ ແລະ ໄດ້ຜະເຊີນພາລະກິດໃໝ່ຂອງພຣະເຈົ້າ. ການຈາກໄປຂອງພວກເຂົາບໍ່ແມ່ນໃນກໍລະນີທີ່ລວງຕາ ຫຼື ສັບສົນ, ແຮງໄກທີ່ພວກເຂົາໄດ້ຖືກບັງຄັບໃຫ້ຈາກໄປ. ກົງກັນຂ້າມ, ພວກເຂົາເລືອກຢ່າງມີສະຕິ ແລະ ດ້ວຍຄວາມຄິດຢ່າງຊັດເຈນໃນການຈາກພຣະເຈົ້າໄປ. ການຈາກໄປຂອງພວກເຂົາບໍ່ແມ່ນເລື່ອງຂອງການສູນເສຍຫົນທາງຂອງພວກເຂົາ ຫຼື ພວກເຂົາບໍ່ໄດ້ຖືກໂຍນຖິ້ມ. ສະນັ້ນ ໃນສາຍຕາຂອງພຣະເຈົ້າ ພວກເຂົາບໍ່ແມ່ນແກະທີ່ຫຼົງທາງຈາກຝູງແກະ, ແຮງໄກທີ່ຈະເປັນບຸດຊາຍເສເພທີ່ໄດ້ຫຼົງທາງ. ພວກເຂົາຈາກໄປຢ່າງບໍ່ລັງເລໃຈເລີຍ ແລະ ໂດຍສະພາບການດັ່ງກ່າວ ແລະ ສະຖານະການດັ່ງກ່າວ ຈຶ່ງໄດ້ກະທໍາຜິດຕໍ່ອຸປະນິໄສຂອງພຣະອົງ ແລະ ຈາກການກະທໍາຜິດນີ້ ພຣະອົງຈຶ່ງໃຫ້ຜົນຕາມມາທີ່ໝົດຫວັງແກ່ພວກເຂົາ. ຜົນຕາມມາປະເພດນີ້ບໍ່ເປັນຕາຢ້ານບໍ? ສະນັ້ນ ຖ້າຜູ້ຄົນບໍ່ຮູ້ຈັກພຣະເຈົ້າ, ພວກເຂົາກໍສາມາດທ້າທາຍພຣະອົງໄດ້. ນີ້ບໍ່ແມ່ນເລື່ອງນ້ອຍໆ! ຖ້າຜູ້ຄົນບໍ່ຈິງຈັງກັບທ່າທີຂອງພຣະເຈົ້າ ແລະ ຍັງເຊື່ອວ່າພຣະອົງກຳລັງລໍຖ້າການກັບຄືນມາຂອງພວກເຂົາ ຍ້ອນພວກເຂົາເປັນບາງສ່ວນຂອງແກະທີ່ຫຼົງຫາຍຂອງພຣະອົງ ແລະ ພຣະອົງຍັງລໍຖ້າໃຫ້ພວກເຂົາປ່ຽນໃຈ, ແລ້ວພວກເຂົາກໍບໍ່ໄດ້ຢູ່ຫ່າງໄກຈາກມື້ແຫ່ງການລົງໂທດຂອງພວກເຂົາ. ພຣະເຈົ້າຈະບໍ່ພຽງແຕ່ປະຕິເສດຮັບເອົາພວກເຂົາ, ຍ້ອນນີ້ແມ່ນຄັ້ງທີສອງທີ່ພວກເຂົາກະທໍາຜິດຕໍ່ອຸປະນິໄສຂອງພຣະອົງ, ເລື່ອງດັ່ງກ່າວຍິ່ງເປັນຕາຢ້ານທີ່ສຸດ! ທ່າທີທີ່ບໍ່ເຄົາລົບຂອງຜູ້ຄົນເຫຼົ່ານີ້ໄດ້ລະເມີດບົດບັນຍັດແຫ່ງການບໍລິຫານຂອງພຣະເຈົ້າແລ້ວ. ພຣະອົງຍັງຈະຍອມຮັບພວກເຂົາຢູ່ບໍ? ໃນຫົວໃຈຂອງພຣະອົງ, ຫຼັກການຂອງພຣະເຈົ້າກ່ຽວກັບເລື່ອງນີ້ຄື ຖ້າບຸກຄົນໃດມີຄວາມໝັ້ນໃຈກ່ຽວກັບຫົນທາງທີ່ແທ້ຈິງ, ແຕ່ຍັງສາມາດປະຕິເສດພຣະເຈົ້າ ແລະ ຈາກພຣະເຈົ້າໄປຢ່າງມີສະຕິ ແລະ ມີຄວາມຄິດທີ່ຊັດເຈນ, ແລ້ວພຣະອົງກໍຈະປິດກັ້ນຫົນທາງສູ່ຄວາມລອດພົ້ນຂອງບຸກຄົນດັ່ງກ່າວນັ້ນ ແລະ ສຳລັບບຸກຄົນນັ້ນ ປະຕູສູ່ອານາຈັກກໍຈະຖືກປິດນັບແຕ່ນີ້ເປັນຕົ້ນໄປ. ເມື່ອບຸກຄົນນີ້ມາເຄາະປະຕູອີກຄັ້ງ, ພຣະເຈົ້າກໍຈະບໍ່ເປີດປະຕູ; ບຸກຄົນນີ້ຈະບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າຕະຫຼອດໄປ. ບາງເທື່ອ ພວກເຈົ້າບາງຄົນໄດ້ອ່ານເລື່ອງລາວຂອງໂມເຊທີ່ຢູ່ໃນພຣະຄຳພີ. ຫຼັງຈາກທີ່ໂມເຊຖືກເຈີມໂດຍພຣະເຈົ້າ, ຜູ້ນໍາ 250 ຄົນກໍສະແດງຄວາມບໍ່ເຊື່ອຟັງຂອງພວກເຂົາຕໍ່ໂມເຊ ຍ້ອນການກະທຳຂອງເພິ່ນ ແລະ ດ້ວຍເຫດຜົນຫຼາກຫຼາຍອື່ນໆ. ພວກເຂົາປະຕິເສດບໍ່ອ່ອນນ້ອມຕໍ່ຜູ້ໃດ? ພວກເຂົາບໍ່ໄດ້ປະຕິເສດໂມເຊ. ແຕ່ພວກເຂົາປະຕິເສດບໍ່ຍອມຮັບຕໍ່ການຈັດແຈງຂອງພຣະເຈົ້າ; ພວກເຂົາປະຕິເສດບໍ່ຍອມຮັບເອົາພາລະກິດຂອງພຣະເຈົ້າກ່ຽວເລື່ອງນີ້. ພວກເຂົາເວົ້າດັ່ງຕໍ່ໄປນີ້: “ເຈົ້າເຮັດເກີນໄປທີ່ຊຸມນຸມທັງໝົດເປັນບ່ອນສັກສິດ, ທຸກຊຸມນຸມ ແລະ ພຣະເຢໂຮວາກໍຢູ່ທ່າມກາງຊຸມນຸມນັ້ນ”. ຈາກມຸມມອງຂອງມະນຸດ, ພຣະທຳ ແລະ ຂໍ້ຄວາມເຫຼົ່ານີ້ຮ້າຍແຮງຫຼາຍບໍ? ສິ່ງເຫຼົ່ານີ້ບໍ່ຮ້າຍແຮງ. ຢ່າງໜ້ອຍທີ່ສຸດ, ຄວາມໝາຍຕາມຕົວອັກສອນຂອງພຣະທຳເຫຼົ່ານີ້ກໍບໍ່ໄດ້ຮ້າຍແຮງ. ໃນທາງກົດໝາຍ, ສິ່ງເຫຼົ່ານີ້ບໍ່ໄດ້ລະເມີດກົດໝາຍໃດເລີຍ, ຍ້ອນວ່າ ດ້ານຜິວເຜີນແລ້ວ, ນີ້ບໍ່ແມ່ນພາສາ ຫຼື ຄຳສັບທີ່ເປັນອັນຕະລາຍ, ແຮງໄກທີ່ມັນມີຄວາມໝາຍແຝງດ້ວຍການໝິ່ນປະໝາດ. ນີ້ແມ່ນປະໂຫຍກທຳມະດາ, ບໍ່ມີຫຍັງຫຼາຍໄປກວ່ານີ້. ແລ້ວເປັນຫຍັງຂໍ້ຄວາມເຫຼົ່ານີ້ຈຶ່ງສາມາດເຮັດໃຫ້ພຣະເຈົ້າໃຈຮ້າຍໄດ້? ມັນເປັນຍ້ອນວ່າ ຂໍ້ຄວາມເຫຼົ່ານີ້ບໍ່ແມ່ນເວົ້າໃຫ້ຜູ້ຄົນ, ແຕ່ເວົ້າໃຫ້ພຣະເຈົ້າ. ທ່າທີ ແລະ ອຸປະນິໄສທີ່ພວກເຂົາສະແດງອອກແມ່ນເປັນການກະທໍາຜິດຕໍ່ອຸປະນິໄສຂອງພຣະເຈົ້າ ແລະ ພວກເຂົາລ່ວງເກີນອຸປະນິໄສຂອງພຣະເຈົ້າທີ່ຕ້ອງບໍ່ຖືກລ່ວງເກີນ. ພວກເຮົາທຸກຄົນຮູ້ວ່າ ໃນທີ່ສຸດແລ້ວ ຜົນຕາມມາຂອງຜູ້ນໍາເຫຼົ່ານັ້ນແມ່ນຫຍັງ. ສໍາລັບຜູ້ຄົນທີ່ໄດ້ປະຖິ້ມພຣະເຈົ້າ, ແມ່ນຫຍັງຄືມຸມມອງຂອງພວກເຂົາ? ແມ່ນຫຍັງຄືທ່າທີຂອງພວກເຂົາ? ແລ້ວເປັນຫຍັງມຸມມອງ ແລະ ທ່າທີຂອງພວກເຂົາຈຶ່ງເຮັດໃຫ້ພຣະເຈົ້າຈັດການກັບພວກເຂົາໃນລັກສະນະດັ່ງກ່າວ? ເຫດຜົນກໍຄື ເຖິງແມ່ນວ່າ ພວກເຂົາຮູ້ຢ່າງຊັດເຈນແລ້ວວ່າພຣະອົງເປັນພຣະເຈົ້າ, ພວກເຂົາກໍຍັງເລືອກທີ່ຈະທໍລະຍົດພຣະອົງ ແລະ ນີ້ກໍຄືເຫດຜົນທີ່ວ່າເປັນຫຍັງພວກເຂົາຈຶ່ງຖືກປິດກັ້ນໂອກາດສຳລັບຄວາມລອດພົ້ນຂອງພວກເຂົາທັງສິ້ນ. ດັ່ງທີ່ໄດ້ຂຽນໄວ້ໃນພຣະຄຳພີວ່າ “ຫຼັງຈາກທີ່ພວກເຮົາໄດ້ຮັບຄວາມຮູ້ແຈ້ງແຫ່ງຄວາມຈິງ ແລ້ວພວກເຮົາເຮັດບາບໂດຍຕັ້ງໃຈກໍຈະບໍ່ມີການເສຍສະຫຼະເພື່ອຄວາມຜິດບາບອີກຕໍ່ໄປ” (ເຮັບເຣີ 10:26). ບັດນີ້ ພວກເຈົ້າມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບເລື່ອງນີ້ແລ້ວບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 17)

ໂຊກຊະຕາຂອງຜູ້ຄົນແມ່ນຖືກຕັດສິນໂດຍທ່າທີທີ່ພວກເຂົາມີຕໍ່ພຣະເຈົ້າ

ພຣະເຈົ້າແມ່ນພຣະເຈົ້າທີ່ມີຊີວິດ ແລະ ເຊັ່ນດຽວກັນກັບຜູ້ຄົນທີ່ປະພຶດແຕກຕ່າງກັນເມື່ອຢູ່ໃນສະຖານະການທີ່ແຕກຕ່າງກັນ, ທ່າທີຂອງພຣະອົງຕໍ່ພຶດຕິກຳເຫຼົ່ານີ້ກໍແຕກຕ່າງກັນ ຍ້ອນພຣະອົງບໍ່ແມ່ນຫຸ່ນຕຸກກະຕາ ຫຼື ພຣະອົງບໍ່ແມ່ນກຸ່ມອາກາດທີ່ວ່າງເປົ່າ. ການຮູ້ຈັກທ່າທີຂອງພຣະເຈົ້າແມ່ນການສະແຫວງຫາທີ່ຄຸ້ມຄ່າສຳລັບມະນຸດຊາດ. ຜູ້ຄົນຄວນຮຽນຮູ້ວິທີທີ່ພວກເຂົາສາມາດບັນລຸຄວາມເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າເທື່ອລະໜ້ອຍ ແລະ ມາເຂົ້າໃຈຫົວໃຈຂອງພຣະອົງ ໂດຍການຮູ້ຈັກທ່າທີຂອງພຣະເຈົ້າ. ເມື່ອເຈົ້າມາເຂົ້າໃຈຫົວໃຈຂອງພຣະເຈົ້າເທື່ອລະໜ້ອຍ, ເຈົ້າຈະບໍ່ຮູ້ສຶກວ່າ ການຢຳເກງພຣະອົງ ແລະ ການຫຼີກເວັ້ນຄວາມຊົ່ວຮ້າຍເປັນສິ່ງຍາກທີ່ຈະເຮັດໃຫ້ສຳເລັດໄດ້. ຍິ່ງໄປກວ່ານັ້ນ, ເມື່ອເຈົ້າເຂົ້າໃຈພຣະເຈົ້າ, ເຈົ້າກໍບໍ່ມີທາງທີ່ຈະສະຫຼຸບກ່ຽວກັບພຣະອົງໄດ້. ເມື່ອເຈົ້າເຊົາສະຫຼຸບກ່ຽວກັບພຣະເຈົ້າ, ເຈົ້າກໍຈະທ້າທາຍພຣະອົງໜ້ອຍລົງ ແລະ ໂດຍທີ່ເຈົ້າບໍ່ຮູ້ຕົວ ພຣະເຈົ້າຈະນຳພາເຈົ້າຮັບເອົາຄວາມຮູ້ກ່ຽວກັບພຣະອົງ; ສິ່ງນີ້ຈະເຕີມເຕັມຫົວໃຈຂອງເຈົ້າດ້ວຍຄວາມເຄົາລົບນັບຖືສຳລັບພຣະອົງ. ແລ້ວເຈົ້າກໍຈະເຊົາໃຫ້ນິຍາມພຣະເຈົ້າດ້ວຍລັກສະນະຂອງຄຳສັ່ງສອນ, ຕົວອັກສອນ ແລະ ທິດສະດີທີ່ເຈົ້າໄດ້ຮຽນຮູ້. ກົງກັນຂ້າມ, ການສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງຢ່າງຕໍ່ເນື່ອງ, ເຈົ້າຈະກາຍມາເປັນຄົນທີ່ປະຕິບັດຕາມໃຈຂອງພຣະເຈົ້າໂດຍບໍ່ຮູ້ຕົວ.

ພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດຈັບຕ້ອງໄດ້ໂດຍມະນຸດ, ແຕ່ສໍາລັບພຣະອົງແລ້ວ, ການກະທຳຂອງແຕ່ລະຄົນ ພ້ອມກັບທ່າທີຂອງພວກເຂົາທີ່ມີຕໍ່ພຣະອົງແມ່ນບໍ່ພຽງແຕ່ສັງເກດເຫັນໄດ້ໂດຍພຣະເຈົ້າເທົ່ານັ້ນ, ແຕ່ພຣະອົງສາມາດເບິ່ງເຫັນໄດ້ເຊັ່ນກັນ. ນີ້ແມ່ນສິ່ງທີ່ທຸກຄົນຄວນເຂົ້າໃຈ ແລະ ຊັດເຈນກ່ຽວກັບມັນ. ເຈົ້າອາດຖາມຕົນເອງຢູ່ສະເໝີວ່າ “ພຣະເຈົ້າຮູ້ບໍວ່າ ຂ້ານ້ອຍເຮັດຫຍັງຢູ່ໃນນີ້? ພຣະອົງຮູ້ບໍວ່າ ຂ້ານ້ອຍກຳລັງຄິດຫຍັງໃນຕອນນີ້? ບາງເທື່ອພຣະອົງອາດຈະຮູ້ ແລະ ບາງເທື່ອພຣະອົງອາດຈະບໍ່ຮູ້”. ຖ້າເຈົ້ານໍາໃຊ້ມຸມມອງໃນລັກສະນະນີ້ ເພື່ອຕິດຕາມ ແລະ ເຊື່ອໃນພຣະເຈົ້າ ແຕ່ຍັງສົງໄສພາລະກິດຂອງພຣະອົງ ແລະ ການມີຢູ່ຂອງພຣະອົງ, ແລ້ວອີກບໍ່ດົນ ມື້ທີ່ເຈົ້າຈະເຮັດໃຫ້ພຣະອົງເກີດຄວາມໃຈຮ້າຍກໍຈະມາເຖິງ, ຍ້ອນເຈົ້າກຳລັງໂຊເຊຢູ່ຮິມໜ້າຜາທີ່ອັນຕະລາຍ. ເຮົາໄດ້ເຫັນຜູ້ຄົນທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແຕ່ຍັງບໍ່ໄດ້ຮັບເອົາຄວາມເປັນຈິງແຫ່ງຄວາມຈິງ, ແຮງໄກທີ່ພວກເຂົາຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ຄົນເຫຼົ່ານີ້ບໍ່ມີຄວາມຄືບໜ້າໃນຊີວິດ ແລະ ໃນວຸດທິພາວະຂອງພວກເຂົາ, ພາກັນຍຶດຕິດຢູ່ກັບຄຳສັ່ງສອນທີ່ຕື້ນທີ່ສຸດເທົ່ານັ້ນ. ນີ້ກໍຍ້ອນວ່າ ຄົນດັ່ງກ່າວບໍ່ເຄີຍຮັບເອົາພຣະທຳຂອງພຣະເຈົ້າເປັນຊີວິດ ແລະ ພວກເຂົາບໍ່ເຄີຍຜະເຊີນ ແລະ ຍອມຮັບການເປັນຢູ່ຂອງພຣະເຈົ້າ. ເຈົ້າຄິດວ່າ ເມື່ອໄດ້ເຫັນຜູ້ຄົນດັ່ງກ່າວແລ້ວ ພຣະເຈົ້າຈະເຕັມໄປດ້ວຍຄວາມສຸກບໍ? ພວກເຂົາປອບໃຈພຣະອົງບໍ? ສະນັ້ນ, ມັນແມ່ນວິທີທີ່ຜູ້ຄົນເຊື່ອໃນພຣະເຈົ້າທີ່ຕັດສິນໂຊກຊະຕາຂອງພວກເຂົາ. ເມື່ອເວົ້າກ່ຽວກັບວິທີການທີ່ຜູ້ຄົນສະແຫວງຫາ ແລະ ວິທີທີ່ຜູ້ຄົນເຂົ້າຫາພຣະເຈົ້າ, ທ່າທີຂອງຜູ້ຄົນແມ່ນຫຼັກສຳຄັນ. ຢ່າເມີນເສີຍຕໍ່ພຣະເຈົ້າຄືກັບວ່າພຣະອົງເປັນພຽງອາກາດວ່າງເປົ່າທີ່ລ່ອງລອຍຢູ່ໃນຄວາມຄິດຂອງເຈົ້າ; ໃຫ້ຄິດເຖິງພຣະເຈົ້າທີ່ເຈົ້າເຊື່ອຢູ່ສະເໝີວ່າເປັນພຣະເຈົ້າທີ່ມີຊີວິດຢູ່, ເປັນພຣະເຈົ້າທີ່ແທ້ຈິງ. ພຣະອົງບໍ່ໄດ້ນັ່ງຢູ່ໃນທີ່ນັ້ນ ໃນສະຫວັນຊັ້ນສາມໂດຍບໍ່ມີຫຍັງເຮັດ. ກົງກັນຂ້າມ, ພຣະອົງກຳລັງຫຼຽວເບິ່ງຫົວໃຈຂອງທຸກຄົນຢ່າງສະໝໍ່າສະເໝີ, ສັງເກດວ່າເຈົ້າກຳລັງເຮັດຫຍັງ, ເຝົ້າເບິ່ງທຸກຄຳເວົ້າເລັກໆນ້ອຍໆ ແລະ ທຸກການກະທຳເລັກໆນ້ອຍໆຂອງເຈົ້າ, ເຝົ້າເບິ່ງວ່າເຈົ້າປະພຶດແນວໃດ ແລະ ເບິ່ງວ່າທ່າທີຂອງເຈົ້າຕໍ່ພຣະອົງແມ່ນເປັນແນວໃດ. ບໍ່ວ່າເຈົ້າຈະເຕັມໃຈມອບຕົນເອງໃຫ້ກັບພຣະເຈົ້າ ຫຼື ບໍ່, ພຶດຕິກຳຂອງເຈົ້າ ແລະ ຄວາມຄິດ ແລະ ແນວຄິດໃນສ່ວນເລິກສຸດຂອງເຈົ້າກໍໄດ້ຖືກເປີດເຜີຍຕໍ່ໜ້າພຣະອົງ ແລະ ຖືກເຝົ້າເບິ່ງໂດຍພຣະອົງແລ້ວ. ເນື່ອງຈາກພຶດຕິກຳຂອງເຈົ້າ, ເນື່ອງຈາກການກະທຳຂອງເຈົ້າ ແລະ ເນື່ອງຈາກທ່າທີຂອງເຈົ້າທີ່ມີຕໍ່ພຣະອົງ, ຄວາມຄິດເຫັນຂອງພຣະເຈົ້າກ່ຽວກັບເຈົ້າ ແລະ ທ່າທີຂອງພຣະອົງທີ່ມີຕໍ່ເຈົ້າກໍປ່ຽນແປງຢ່າງສະໝໍ່າສະເໝີ. ເຮົາຕ້ອງການໃຫ້ຄຳແນະນຳບາງຢ່າງກັບບາງຄົນ: ຢ່າວາງຕົນເອງຄືກັບເດັກເກີດໃໝ່ໃນມືຂອງພຣະເຈົ້າ, ຄືກັບວ່າພຣະອົງຄວນຫຼົງໄຫຼເຈົ້າ, ຄືກັບວ່າພຣະອົງບໍ່ສາມາດປະຖິ້ມເຈົ້າໄດ້ ແລະ ຄືກັບວ່າທ່າທີຂອງພຣະອົງທີ່ມີຕໍ່ເຈົ້ານັ້ນໝັ້ນຄົງ ແລະ ບໍ່ປ່ຽນແປງຈັກເທື່ອ ແລະ ເຮົາຂໍແນະນໍາເຈົ້າໃຫ້ເຊົາຝັນ! ພຣະເຈົ້າເປັນທຳໃນການທີ່ພຣະອົງປະຕິບັດຕໍ່ທຸກຄົນ ແລະ ພຣະອົງຈິງຈັງໃນວິທີການຂອງພຣະອົງໃນພາລະກິດແຫ່ງການເອົາຊະນະ ແລະ ການຊ່ວຍຜູ້ຄົນໃຫ້ລອດພົ້ນ. ນີ້ແມ່ນການຄຸ້ມຄອງຂອງພຣະອົງ. ພຣະອົງປະຕິບັດຕໍ່ທຸກຄົນຢ່າງຈິງຈັງ ແລະ ບໍ່ເຮັດຄືກັບສັດລ້ຽງໃຫ້ຢອກຫຼິ້ນ. ຄວາມຮັກຂອງພຣະເຈົ້າສຳລັບມະນຸດບໍ່ແມ່ນແບບຕາມໃຈ ຫຼື ເອົາໃຈ ຫຼື ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງຕໍ່ມະນຸດຊາດກໍບໍ່ໄດ້ຕາມໃຈ ຫຼື ເມີນເສີຍ. ໃນທາງກົງກັນຂ້າມ, ຄວາມຮັກຂອງພຣະເຈົ້າສຳລັບມະນຸດກ່ຽວພັນກັບການຖະໜຸຖະໜອມ, ການສົງສານ ແລະ ການເຄົາລົບຊີວິດ; ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະອົງສະແດງເຖິງສິ່ງທີ່ພຣະອົງຄາດຫວັງຈາກພວກເຂົາ ແລະ ສິ່ງທີ່ມະນຸດຊາດຕ້ອງການເພື່ອຄວາມຢູ່ລອດ. ພຣະເຈົ້າມີຊີວິດຢູ່ ແລະ ພຣະເຈົ້າມີຢູ່ແທ້ຈິງ; ທ່າທີຂອງພຣະອົງມີຕໍ່ມະນຸດຊາດແມ່ນມີຫຼັກການ, ບໍ່ແມ່ນຈໍາພວກກົດລະບຽບທີ່ບໍ່ມີເຫດຜົນ ແລະ ມັນສາມາດປ່ຽນແປງໄດ້. ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດຊາດແມ່ນປ່ຽນແປງ ແລະ ປັບປ່ຽນເທື່ອລະໜ້ອຍຕາມການເວລາ, ຂຶ້ນກັບສະຖານະການທີ່ພວກມັນເກີດຂຶ້ນ ແລະ ພ້ອມກັບທ່າທີຂອງແຕ່ລະຄົນ. ສະນັ້ນ ເຈົ້າຄວນຮູ້ຈັກຢູ່ໃນຫົວໃຈຂອງເຈົ້າຢ່າງຊັດເຈນທີ່ສຸດວ່າ ແກ່ນແທ້ຂອງພຣະເຈົ້າແມ່ນບໍ່ສາມາດປ່ຽນແປງໄດ້ ແລະ ອຸປະນິໄສຂອງພຣະອົງຈະປາກົດໃນເວລາທີ່ແຕກຕ່າງກັນ ແລະ ໃນບໍລິບົດທີ່ແຕກຕ່າງກັນ. ເຈົ້າອາດບໍ່ຄິດວ່າ ນີ້ແມ່ນບັນຫາທີ່ຮ້າຍແຮງ ແລະ ເຈົ້າອາດໃຊ້ແນວຄິດຂອງເຈົ້າເອງເພື່ອຈິນຕະນາການເຖິງວິທີທີ່ພຣະເຈົ້າຄວນເຮັດສິ່ງຕ່າງໆ. ເຖິງຢ່າງໃດກໍຕາມ, ມີບາງຄັ້ງທີ່ມຸມມອງກົງກັນຂ້າມກັນຄົນລະຂົ້ວຂອງເຈົ້ານັ້ນເປັນຈິງ ແລະ ການໃຊ້ແນວຄິດຂອງເຈົ້າເອງເພື່ອພະຍາຍາມວັດແທກພຣະເຈົ້າ, ເຈົ້າກໍໄດ້ເຮັດໃຫ້ພຣະອົງໃຈຮ້າຍແລ້ວ. ນີ້ກໍຍ້ອນວ່າ ພຣະເຈົ້າບໍ່ໄດ້ດຳເນີນການໃນລັກສະນະທີ່ເຈົ້າຄິດວ່າພຣະອົງເຮັດ ຫຼື ພຣະອົງບໍ່ໄດ້ປະຕິບັດຕໍ່ເລື່ອງນີ້ຄືກັບທີ່ເຈົ້າເວົ້າວ່າພຣະອົງຈະເຮັດ. ສະນັ້ນ ເຮົາຈຶ່ງເຕືອນເຈົ້າໃຫ້ລະມັດລະວັງ ແລະ ຮອບຄອບໃນວິທີການຂອງເຈົ້າຕໍ່ທຸກສິ່ງທີ່ຢູ່ອ້ອມຂ້າງເຈົ້າ ແລະ ຮຽນຮູ້ທີ່ຈະປະຕິບັດຕາມຫຼັກການຍ່າງໃນຫົນທາງຂອງພຣະເຈົ້າໃນທຸກສິ່ງ ເຊິ່ງນັ້ນກໍຄື ການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ເຈົ້າຕ້ອງມີຄວາມເຂົ້າໃຈທີ່ໜັກແໜ້ນກ່ຽວກັບເລື່ອງຕ່າງໆໃນຄວາມປະສົງຂອງພຣະເຈົ້າ ແລະ ກ່ຽວກັບທ່າທີຂອງພຣະເຈົ້າ, ເຈົ້າຕ້ອງຄົ້ນຫາຄົນທີ່ມີແສງສະຫວ່າງເພື່ອສື່ສານເລື່ອງຕ່າງໆເຫຼົ່ານີ້ແກ່ເຈົ້າ ແລະ ເຈົ້າຕ້ອງສະແຫວງຫາຢ່າງຈິງຈັງ. ຢ່າເບິ່ງພຣະເຈົ້າໃນຄວາມເຊື່ອຂອງເຈົ້າເປັນຫຸ່ນຕຸກກະຕາ ໂດຍຕັດສິນພຣະອົງຕາມອຳເພີໃຈ, ສະຫຼຸບກ່ຽວກັບພຣະອົງຕາມອຳເພີໃຈ ແລະ ບໍ່ປະຕິບັດຕໍ່ພຣະອົງດ້ວຍຄວາມເຄົາລົບນັບຖືທີ່ພຣະອົງສົມຄວນໄດ້ຮັບ. ໃນຂະນະທີ່ພຣະເຈົ້າກຳລັງນໍາຄວາມລອດພົ້ນມາສູ່ເຈົ້າ ແລະ ກຳນົດຜົນຕາມມາຂອງເຈົ້າ, ພຣະອົງອາດມອບຄວາມເມດຕາ ຫຼື ຄວາມອົດກັ້ນ ຫຼື ການພິພາກສາ ແລະ ການຂ້ຽນຕີໃຫ້ກັບເຈົ້າ, ແຕ່ເຖິງຢ່າງໃດນກໍຕາມ, ທ່າທີຂອງພຣະອົງທີ່ມີຕໍ່ເຈົ້າແມ່ນບໍ່ໄດ້ໝັ້ນຄົງ. ມັນຂຶ້ນກັບທ່າທີຂອງເຈົ້າເອງທີ່ມີຕໍ່ພຣະອົງ ພ້ອມທັງຄວາມເຂົ້າໃຈທີ່ເຈົ້າມີກ່ຽວກັບພຣະອົງ. ຢ່າປ່ອຍໃຫ້ລັກສະນະໃດໜຶ່ງທີ່ຜ່ານໄປຂອງຄວາມຮູ້ ຫຼື ຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້ານັ້ນກຳນົດພຣະອົງຢ່າງບໍ່ສິ້ນສຸດ. ຢ່າເຊື່ອໃນພຣະເຈົ້າທີ່ຕາຍແລ້ວ; ໃຫ້ເຊື່ອໃນພຣະເຈົ້າທີ່ມີຊີວິດຢູ່. ໃຫ້ຈື່ສິ່ງນີ້ໄວ້! ເຖິງແມ່ນເຮົາໄດ້ສົນທະນາກ່ຽວກັບຄວາມຈິງບາງຢ່າງໃນນີ້, ເຊິ່ງເປັນຄວາມຈິງທີ່ພວກເຈົ້າຈຳເປັນຕ້ອງໄດ້ຍິນ, ຕາມຄວາມຈິງຂອງສະພາວະໃນປັດຈຸບັນ ແລະ ວຸດທິພາວະໃນປັດຈຸບັນຂອງພວກເຈົ້າ, ເຮົາຈະບໍ່ຮຽກຮ້ອງຈາກພວກເຈົ້າຫຼາຍສຳຫຼັບຕອນນີ້, ເພື່ອຈະບໍ່ໄດ້ທໍາລາຍຄວາມກະຕືລືລົ້ນຂອງພວກເຈົ້າ. ການເຮັດແບບນັ້ນສາມາດເຕີມເຕັມຫົວໃຈຂອງພວກເຈົ້າດ້ວຍຄວາມເຢືອກເຢັນເກີນໄປ ແລະ ເຮັດໃຫ້ພວກເຈົ້າຮູ້ສຶກຜິດຫວັງໃນພຣະເຈົ້າຫຼາຍເກີນໄປ. ກົງກັນຂ້າມ, ເຮົາຫວັງວ່າພວກເຈົ້າຈະສາມາດໃຊ້ຄວາມຮັກສຳລັບພຣະເຈົ້າທີ່ພວກເຈົ້າມີຢູ່ໃນຫົວໃຈຂອງພວກເຈົ້າ ແລະ ນໍາໃຊ້ທ່າທີທີ່ເຄົາລົບນັບຖືຕໍ່ພຣະເຈົ້າເມື່ອຍ່າງໃນເສັ້ນທາງທີ່ຢູ່ເບື້ອງໜ້າ. ຢ່າສັບສົນໃນເລື່ອງນີ້ທີ່ກ່ຽວກັບວິທີການເຊື່ອໃນພຣະເຈົ້າ; ໃຫ້ເຮັດຄືກັບວ່າມັນເປັນໜຶ່ງໃນບັນຫາທີ່ໃຫຍ່ທີ່ສຸດທີ່ມີຢູ່. ວາງມັນໄວ້ໃນຫົວໃຈຂອງເຈົ້າ, ນໍາມັນເຂົ້າສູ່ການປະຕິບັດ ແລະ ເຊື່ອມຕໍ່ມັນກັບຊີວິດທີ່ແທ້ຈິງ; ຢ່າພຽງຮັບໃຊ້ແຕ່ປາກ, ຍ້ອນນີ້ແມ່ນເລື່ອງຄວາມເປັນ ແລະ ຄວາມຕາຍ ແລະ ເປັນສິ່ງທີ່ຈະກຳນົດໂຊກຊະຕາຂອງເຈົ້າ. ຢ່າເຮັດຄືກັບວ່າມັນເປັນເລື່ອງຕະຫຼົກ ຫຼື ຂອງຫຼິ້ນເດັກນ້ອຍ! ຫຼັງຈາກທີ່ໄດ້ແບ່ງປັນພຣະທຳເຫຼົ່ານີ້ກັບພວກເຈົ້າໃນມື້ນີ້, ເຮົາສົງໄສວ່າຄວາມຄິດຂອງພວກເຈົ້າໄດ້ເກັບກ່ຽວຄວາມເຂົ້າໃຈຫຼາຍສໍ່າໃດ. ມີຄຳຖາມທີ່ພວກເຈົ້າປາຖະໜາຢາກຖາມກ່ຽວກັບສິ່ງທີ່ເຮົາໄດ້ເວົ້າຢູ່ໃນນີ້ ໃນມື້ນີ້ບໍ?

ເຖິງແມ່ນຫົວຂໍ້ເຫຼົ່ານີ້ຂ້ອນຂ້າງເປັນສິ່ງໃໝ່ ແລະ ຫ່າງໄກຈາກມຸມມອງຂອງພວກເຈົ້າຫຼາຍ, ແຕ່ດ້ວຍການສະແຫວງຫາເປັນປົກກະຕິຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າພະຍາຍາມໃສ່ໃຈ, ເຮົາຄິດວ່າ ຫຼັງຈາກທີ່ພວກເຈົ້າໄດ້ສົນທະນາກ່ຽວກັບຫົວຂໍ້ເຫຼົ່ານີ້ເປັນຊ່ວງເວລາໃດໜຶ່ງ, ພວກເຈົ້າຈະມີຄວາມເຂົ້າໃຈກ່ຽວກັບທຸກສິ່ງທີ່ເຮົາໄດ້ເວົ້າໃນນີ້. ຫົວຂໍ້ເຫຼົ່ານີ້ແມ່ນໃໝ່ທັງໝົດ ແລະ ເປັນຫົວຂໍ້ທີ່ພວກເຈົ້າບໍ່ເຄີຍພິຈາລະນາມາກ່ອນ, ສະນັ້ນ ເຮົາຈຶ່ງຫວັງວ່າ ພວກມັນຈະບໍ່ເພີ່ມພາລະໃຫ້ແກ່ພວກເຈົ້າໃນລັກສະນະໃດໜຶ່ງ. ເຮົາບໍ່ໄດ້ກ່າວພຣະທຳເຫຼົ່ານີ້ໃນມື້ນີ້ເພື່ອເຮັດໃຫ້ພວກເຈົ້າຢ້ານ ຫຼື ເຮົາບໍ່ໄດ້ໃຊ້ພຣະທຳເຫຼົ່ານີ້ເພື່ອເປັນຫົນທາງຈັດການກັບພວກເຈົ້າ; ກົງກັນຂ້າມ, ຈຸດປະສົງຂອງເຮົາແມ່ນເພື່ອຊ່ວຍໃຫ້ພວກເຈົ້າເຂົ້າໃຈຂໍ້ແທ້ຈິງທີ່ກ່ຽວກັບຄວາມຈິງ. ຍ້ອນມີຄວາມແຕກຕ່າງຢູ່ລະຫວ່າງມະນຸດຊາດ ແລະ ພຣະເຈົ້າ, ເຖິງແມ່ນຜູ້ຄົນເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ເຄີຍເຂົ້າໃຈພຣະອົງ ຫຼື ຮູ້ຈັກເຖິງທ່າທີຂອງພຣະອົງຈັກເທື່ອ. ມະນຸດຍັງບໍ່ເຄີຍສົນໃຈຢ່າງກະຕືລືລົ້ນສຳລັບທ່າທີຂອງພຣະເຈົ້າ. ກົງກັນຂ້າມ ພວກເຂົາເຊື່ອ ແລະ ດຳເນີນການຢ່າງລັບຫູລັບຕາ ແລະ ບໍ່ລະມັດລະວັງໃນຄວາມຮູ້ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບພຣະເຈົ້າ. ສະນັ້ນ ເຮົາຈຶ່ງຮູ້ສຶກວ່າຕ້ອງເຮັດໃຫ້ບັນຫາເຫຼົ່ານີ້ຊັດເຈນຂຶ້ນສຳລັບພວກເຈົ້າ ແລະ ຊ່ວຍໃຫ້ພວກເຈົ້າເຂົ້າໃຈວ່າ ພຣະເຈົ້າອົງນີ້ທີ່ພວກເຈົ້າກຳລັງເຊື່ອນັ້ນແມ່ນພຣະເຈົ້າປະເພດໃດ, ພ້ອມທັງພຣະອົງກຳລັງຄິດຫຍັງ, ແມ່ນຫຍັງຄືທ່າທີຂອງພຣະອົງທີ່ພຣະອົງປະຕິບັດຕໍ່ຄົນຫຼາກຫຼາຍປະເພດ, ພວກເຈົ້າໄກສໍ່າໃດຈາກການບັນລຸເງື່ອນໄຂຂອງພຣະອົງ ແລະ ຄວາມແຕກຕ່າງກັນລະຫວ່າງການກະທຳຂອງເຈົ້າ ແລະ ມາດຕະຖານທີ່ພຣະອົງຮຽກຮ້ອງແມ່ນມີຫຼາຍສໍ່າໃດ. ເປົ້າໝາຍໃນການແຈ້ງໃຫ້ພວກເຈົ້າຮູ້ກ່ຽວກັບສິ່ງເຫຼົ່ານີ້ກໍເພື່ອເອົາໄມ້ຫຼາໃຫ້ພວກເຈົ້າໄດ້ວັດແທກຕົນເອງ ແລະ ເພື່ອພວກເຈົ້າຈະຮູ້ວ່າ ຫົນທາງທີ່ພວກເຈົ້າກຳລັງຢູ່ ໄດ້ນໍາໄປສູ່ການເກັບກ່ຽວປະເພດໃດ, ສິ່ງທີ່ພວກເຈົ້າບໍ່ໄດ້ຮັບຕາມຫົນທາງນີ້ ແລະ ຂົງເຂດໃດທີ່ພວກເຈົ້າບໍ່ໄດ້ມີສ່ວນກ່ຽວຂ້ອງ. ໃນຂະນະທີ່ສື່ສານທ່າມກາງພວກເຈົ້າເອງ, ຕາມທຳມະດາ ພວກເຈົ້າກໍເວົ້າສອງສາມຫົວຂໍ້ຄຸ້ນເຄີຍເປັນປະຈຳຢູ່ແລ້ວ ເຊິ່ງມັນມີຂອບເຂດທີ່ແຄບຫຼາຍ ແລະ ມີເນື້ອຫາທີ່ຕື້ນຫຼາຍ. ນີ້ສະແດງໃຫ້ເຫັນຄວາມຫ່າງໄກ ແລະ ຊ່ອງວ່າງ ລະຫວ່າງສິ່ງທີ່ພວກເຈົ້າສົນທະນາ ແລະ ເຈດຕະນາຂອງພຣະເຈົ້າ, ພ້ອມທັງລະຫວ່າງການສົນທະນາຂອງພວກເຈົ້າ ແລະ ຂອບເຂດ ແລະ ມາດຕະຖານທີ່ພຣະເຈົ້າຮຽກຮ້ອງ. ເມື່ອດຳເນີນການແບບນີ້ເປັນເວລາດົນນານຈະເຮັດໃຫ້ພວກເຈົ້າຫ່າງເຫີນຈາກຫົນທາງຂອງພຣະເຈົ້າໄກຂຶ້ນ. ພວກເຈົ້າເອົາພຣະຄຳໃນປັດຈຸບັນຂອງພຣະເຈົ້າ ແລະ ເຮັດໃຫ້ພວກມັນກາຍເປັນສິ່ງທີ່ພວກເຈົ້ານະມັດສະການ ແລະ ເຫັນພຣະຄຳເຫຼົ່ານີ້ວ່າເປັນພິທີກຳ ແລະ ກົດລະບຽບ. ນີ້ແມ່ນທັງໝົດທີ່ພວກເຈົ້າກຳລັງເຮັດ! ໃນຄວາມເປັນຈິງແລ້ວ, ພຣະເຈົ້າແມ່ນບໍ່ມີບ່ອນວ່າງໃນຫົວໃຈຂອງພວກເຈົ້າເລີຍ ແລະ ພຣະອົງບໍ່ເຄີຍໄດ້ຮັບເອົາຫົວໃຈຂອງພວກເຈົ້າຢ່າງແທ້ຈິງຈັກເທື່ອ. ບາງຄົນຄິດວ່າ ການຮູ້ຈັກພຣະເຈົ້າຫຍຸ້ງຍາກຫຼາຍ ແລະ ນັ້ນຄືຄວາມຈິງ. ມັນຫຍຸ້ງຍາກແທ້ໆ. ຖ້າຜູ້ຄົນຖືກສ້າງຂຶ້ນໃຫ້ປະຕິບັດໜ້າທີ່ຂອງພວກເຂົາ ແລະ ເຮັດໃຫ້ສິ່ງຕ່າງໆສຳເລັດຢູ່ພາຍນອກ ແລະ ພະຍາຍາມເຮັດຢ່າງສຸດຂີດ, ແລ້ວພວກເຂົາກໍຈະຄິດວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ງ່າຍຫຼາຍ, ຍ້ອນທຸກສິ່ງເຫຼົ່ານັ້ນຕົກຢູ່ພາຍໃນຂອບເຂດຄວາມສາມາດຂອງມະນຸດ. ເຖິງຢ່າງໃດກໍຕາມ, ເມື່ອຫົວຂໍ້ດັ່ງກ່າວປ່ຽນເປັນຄວາມເຈດຕະນາຂອງພຣະເຈົ້າ ແລະ ທ່າທີຂອງພຣະອົງທີ່ມີຕໍ່ມະນຸດຊາດ, ຈາກມຸມມອງຂອງທຸກຄົນ, ສິ່ງຕ່າງໆກໍເລີ່ມຂ້ອນຂ້າງຫຍຸ້ງຍາກຂຶ້ນທັນທີ. ນັ້ນກໍຍ້ອນວ່າ ສິ່ງນີ້ກ່ຽວພັນເຖິງຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບຄວາມຈິງ ແລະ ທາງເຂົ້າຂອງພວກເຂົາສູ່ຄວາມເປັນຈິງ, ສະນັ້ນຈຶ່ງຈະມີຄວາມຫຍຸ້ງຍາກໃນລະດັບໜຶ່ງຢ່າງແນ່ນອນ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ເຈົ້າໄດ້ຜ່ານປະຕູທຳອິດ ແລະ ເລີ່ມບັນລຸທາງເຂົ້າ, ສິ່ງຕ່າງໆກໍຈະຄ່ອຍໆເລີ່ມງ່າຍຂຶ້ນເອງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 18)

ຈຸດເລີ່ມຕົ້ນສຳລັບການຢຳເກງພຣະເຈົ້າກໍຄືການປະຕິບັດຕໍ່ພຣະອົງຄືກັບພຣະເຈົ້າ

ວ່າງບໍ່ດົນມານີ້ໄດ້ມີຄົນໆໜຶ່ງຕັ້ງຄຳຖາມວ່າ: ເປັນໄປໄດ້ແນວໃດທີ່ວ່າ ເຖິງແມ່ນພວກຂ້ານ້ອຍຮູ້ຈັກພຣະເຈົ້າຫຼາຍກວ່າໂຢບ, ພວກຂ້ານ້ອຍກໍບໍ່ສາມາດເຄົາລົບນັບຖືພຣະອົງໄດ້? ກ່ອນໜ້ານີ້ ພວກເຮົາໄດ້ເວົ້າເຖິງບັນຫານີ້ໜ້ອຍໜຶ່ງ. ໃນຄວາມເປັນຈິງ ພວກເຮົາໄດ້ສົນທະນາເຖິງແກ່ນແທ້ຂອງຄຳຖາມນີ້ໃນຜ່ານມາເຊັ່ນກັນ ເຊິ່ງເປັນຂໍ້ແທ້ຈິງທີ່ວ່າ ເຖິງແມ່ນໂຢບບໍ່ຮູ້ຈັກພຣະເຈົ້າໃນຕອນນັ້ນ, ເພິ່ນກໍຍັງປະຕິບັດຕໍ່ພຣະອົງດັ່ງພຣະເຈົ້າ ແລະ ຖືວ່າພຣະອົງເປັນເຈົ້ານາຍຂອງສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ. ໂຢບບໍ່ໄດ້ຖືວ່າພຣະເຈົ້າເປັນສັດຕູ; ກົງກັນຂ້າມ ເພິ່ນນະມັດສະການພຣະອົງດັ່ງພຣະຜູ້ສ້າງສັບພະສິ່ງທັງປວງ. ເປັນຫຍັງຜູ້ຄົນໃນປັດຈຸບັນຈຶ່ງຕໍ່ຕ້ານພຣະເຈົ້າຫຼາຍແທ້? ເປັນຫຍັງພວກເຂົາຈຶ່ງບໍ່ສາມາດເຄົາລົບນັບຖືພຣະອົງ? ເຫດຜົນໜຶ່ງກໍຄື ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ ແລະ ດ້ວຍທຳມະຊາດຊົ່ວຮ້າຍທີ່ຝັງເລິກດັ່ງກ່າວ ພວກເຂົາກໍກາຍມາເປັນສັດຕູຂອງພຣະເຈົ້າ. ສະນັ້ນ ເຖິງແມ່ນພວກເຂົາເຊື່ອໃນພຣະເຈົ້າ ແລະ ຮັບຮູ້ພຣະເຈົ້າ, ພວກເຂົາກໍຍັງສາມາດທີ່ຈະຕໍ່ຕ້ານພຣະອົງ ແລະ ວາງຕົນເອງເພື່ອຕໍ່ຕ້ານພຣະອົງ. ສິ່ງນີ້ແມ່ນຖືກກຳນົດໂດຍທຳມະຊາດຂອງມະນຸດ. ເຫດຜົນອີກຢ່າງກໍຄື ເຖິງແມ່ນວ່າພວກເຂົາເຊື່ອໃນພຣະເຈົ້າ, ຜູ້ຄົນກໍບໍ່ໄດ້ປະຕິບັດຕໍ່ພຣະອົງດັ່ງເປັນພຣະເຈົ້າ. ກົງກັນຂ້າມ, ພວກເຂົາຖືວ່າພຣະອົງຕໍ່ຕ້ານມະນຸດຊາດ, ຖືວ່າພຣະອົງເປັນສັດຕູຂອງພວກເຂົາ ແລະ ຮູ້ສຶກວ່າພວກເຂົາບໍ່ສາມາດປອງດອງກັບພຣະເຈົ້າໄດ້. ພວກເຂົາຄິດງ່າຍແບບນັ້ນເລີຍ. ບັນຫານີ້ບໍ່ໄດ້ຖືກນໍາຂຶ້ນມາສົນທະນາກັນໃນກ່ອນໜ້ານີ້ບໍ? ໃຫ້ຄິດກ່ຽວກັບສິ່ງນັ້ນ: ນັ້ນບໍ່ແມ່ນເຫດຜົນບໍ? ເຈົ້າອາດມີຄວາມຮູ້ເລັກນ້ອຍກ່ຽວກັບພຣະເຈົ້າ, ແຕ່ຄວາມຮູ້ນີ້ກໍ່ໃຫ້ເກີດຫຍັງແດ່? ນີ້ບໍ່ແມ່ນສິ່ງທີ່ທຸກຄົນກຳລັງເວົ້າເຖິງບໍ? ມັນບໍ່ແມ່ນສິ່ງທີ່ພຣະເຈົ້າບອກກັບເຈົ້າບໍ? ເຈົ້າພຽງແຕ່ລຶ້ງເຄີຍກັບດ້ານທີ່ເປັນທິດສະດີ ແລະ ຄຳສັ່ງສອນຂອງສິ່ງນັ້ນ, ແຕ່ເຈົ້າເຄີຍເຊີດຊູໃບໜ້າທີ່ແທ້ຈິງຂອງພຣະເຈົ້າບໍ? ເຈົ້າມີຄວາມຮູ້ອັດຕະວິໄສບໍ? ເຈົ້າມີຄວາມຮູ້ ແລະ ປະສົບການຕົວຈິງບໍ? ຖ້າພຣະເຈົ້າບໍ່ໄດ້ບອກເຈົ້າ, ເຈົ້າຈະສາມາດຮູ້ໄດ້ບໍ? ຄວາມຮູ້ທາງທິດສະດີຂອງເຈົ້າບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຮູ້ທີ່ແທ້ຈິງ. ສະຫຼຸບກໍຄື ບໍ່ວ່າເຈົ້າຈະຮູ້ຫຼາຍສໍ່າໃດ ຫຼື ເຈົ້າມາຮູ້ຈັກມັນໄດ້ແນວໃດກໍຕາມ, ຈົນກວ່າເຈົ້າຈະບັນລຸຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ, ພຣະອົງຈະເປັນສັດຕູຂອງເຈົ້າ ແລະ ຈົນກວ່າເຈົ້າຈະເລີ່ມປະຕິບັດຕໍ່ພຣະອົງດັ່ງພຣະເຈົ້າແທ້ຈິງ, ພຣະອົງຈະຕໍ່ຕ້ານເຈົ້າ, ຍ້ອນເຈົ້າຄືຕົວຕົນຂອງຊາຕານ.

ເມື່ອເຈົ້າຢູ່ຮ່ວມກັບພຣະຄຣິດ, ບາງເທື່ອ ເຈົ້າສາມາດແຕ່ງອາຫານໃຫ້ພຣະອົງກິນສາມຄາບຕໍ່ມື້ ຫຼື ບາງເທື່ອ ເຈົ້າເຮັດນໍ້າຊາໃຫ້ພຣະອົງດື່ມ ແລະ ສະໜອງຕໍ່ຄວາມຕ້ອງການໃນຊີວິດຂອງພຣະອົງ; ເຈົ້າຈະເບິ່ງຄືກັບວ່າໄດ້ປະຕິບັດຕໍ່ພຣະອົງດັ່ງພຣະເຈົ້າ. ແຕ່ເມື່ອໃດກໍຕາມທີ່ມີບາງສິ່ງເກີດຂຶ້ນ, ທັດສະນະຂອງຜູ້ຄົນກໍຈະຢູ່ກົງກັນຂ້າມກັບທັດສະນະຂອງພຣະເຈົ້າຕະຫຼອດ; ຜູ້ຄົນບໍ່ເຂົ້າໃຈ ແລະ ບໍ່ຍອມຮັບເອົາທັດສະນະຂອງພຣະເຈົ້າຢູ່ສະເໝີ. ເຖິງແມ່ນຜູ້ຄົນອາດເຂົ້າກັນໄດ້ດີກັບພຣະເຈົ້າໃນທາງຜິວເຜີນ, ສິ່ງນີ້ບໍ່ໄດ້ໝາຍຄວາມວ່າ ພວກເຂົາເຂົ້າກັບພຣະອົງໄດ້. ເມື່ອມີບາງສິ່ງເກີດຂຶ້ນ, ທາດແທ້ແຫ່ງຄວາມບໍ່ເຊື່ອຟັງຂອງມະນຸດຊາດກໍປາກົດຂຶ້ນ, ເຊິ່ງຢືນຢັນໃຫ້ເຫັນເຖິງຄວາມເປັນປໍລະປັກລະຫວ່າງມະນຸດ ແລະ ພຣະເຈົ້າ. ຄວາມເປັນປໍລະປັກນີ້ບໍ່ແມ່ນຍ້ອນວ່າພຣະເຈົ້າຕໍ່ຕ້ານມະນຸດ ຫຼື ພຣະເຈົ້າຕ້ອງການເປັນສັດຕູກັບພວກເຂົາ ຫຼື ມັນບໍ່ແມ່ນວ່າພຣະອົງເຮັດໃຫ້ພວກເຂົາຕໍ່ຕ້ານພຣະອົງເອງ ແລ້ວຫຼັງຈາກນັ້ນພຣະອົງຈຶ່ງປະຕິບັດຕໍ່ພວກເຂົາແບບນັ້ນ. ກົງກັນຂ້າມ, ມັນແມ່ນທາດແທ້ແຫ່ງການເປັນປໍລະປັກກັບພຣະເຈົ້າທີ່ມີຢູ່ໃນຄວາມປະສົງສ່ວນຕົວຂອງມະນຸດ ແລະ ຢູ່ໃນຈິດໃຕ້ສຳນຶກຂອງພວກເຂົາ. ຍ້ອນຜູ້ຄົນຖືວ່າທຸກສິ່ງທີ່ມາຈາກພຣະເຈົ້າເປັນເປົ້າໝາຍສຳລັບການຄົ້ນຄວ້າຂອງພວກເຂົາ, ປະຕິກິລິຍາຂອງພວກເຂົາຕໍ່ສິ່ງທີ່ມາຈາກພຣະເຈົ້າ ແລະ ຕໍ່ທຸກສິ່ງທີ່ກ່ຽວຂ້ອງກັບພຣະເຈົ້າ ນອກເໜືອສິ່ງອື່ນໃດ ກໍຄື ການຄາດເດົາ, ການສົງໄສ ແລະ ຫຼັງຈາກນັ້ນກໍແມ່ນການມີທ່າທີທີ່ຂັດແຍ້ງ ແລະ ຕໍ່ຕ້ານພຣະເຈົ້າຢ່າງໄວວາ. ຫຼັງຈາກນັ້ນບໍ່ດົນ, ພວກເຂົາກໍມີອາລົມທີ່ບໍ່ດີໃນການໂຕ້ຖຽງ ຫຼື ການຕໍ່ຕ້ານພຣະເຈົ້າ ຈົນເຖິງກັບສົງໄສວ່າພຣະເຈົ້າດັ່ງກ່າວສົມຄວນແກ່ການຕິດຕາມ ຫຼື ບໍ່. ເຖິງແມ່ນວ່າ ຄວາມຈິງແລ້ວ ຄວາມມີເຫດຜົນຂອງພວກເຂົາກໍບອກພວກເຂົາແລ້ວວ່າ ພວກເຂົາບໍ່ຄວນດຳເນີນການໃນລັກສະນະນີ້, ແຕ່ພວກເຂົາກໍຍັງເລືອກທີ່ຈະເຮັດຕໍ່ໂດຍບໍ່ຄຳນຶງເຖິງຕົນເອງ, ເຖິງຂັ້ນທີ່ວ່າພວກເຂົາຈະສືບຕໍ່ເຮັດຈົນເຖິງທີ່ສຸດໂດຍບໍ່ລັງເລໃຈເລີຍ. ຕົວຢ່າງເຊັ່ນ: ແມ່ນຫຍັງຄືປະຕິກິລິຍາທຳອິດທີ່ບາງຄົນມີເມື່ອພວກເຂົາໄດ້ຍິນກ່ຽວກັບຂ່າວເລົ່າລື ຫຼື ການສົນທະນາທີ່ໃສ່ຮ້າຍປ້າຍສີກ່ຽວກັບພຣະເຈົ້າ? ປະຕິກິລິຍາທຳອິດຂອງພວກເຂົາກໍຄືສົງໄສວ່າ ຂ່າວເລົ່າລືເຫຼົ່ານີ້ເປັນຈິງ ຫຼື ບໍ່ ແລະ ຂ່າວເລົ່າລືເຫຼົ່ານີ້ມີຢູ່ ຫຼື ບໍ່ ແລະ ຫຼັງຈາກນັ້ນກໍມີທ່າທີແບບລໍຖ້າ ແລະ ເບິ່ງກ່ອນ. ແລ້ວພວກເຂົາກໍເລີ່ມຄິດວ່າ “ບໍ່ມີທາງທີ່ຈະພິສູດສິ່ງນີ້ໄດ້. ສິ່ງນັ້ນເກີດຂຶ້ນແທ້ບໍ? ຂ່າວເລົ່າລືນີ້ເປັນຈິງ ຫຼື ບໍ່?” ເຖິງແມ່ນຄົນແບບນີ້ບໍ່ໄດ້ສະແດງມັນອອກໃນທາງຜິວເຜີນ, ໃນຫົວໃຈຂອງພວກເຂົາ ພວກເຂົາກໍເລີ່ມສົງໄສ ແລະ ໄດ້ເລີ່ມປະຕິເສດພຣະເຈົ້າແລ້ວ. ແມ່ນຫຍັງຄືແກ່ນແທ້ຂອງທ່າທີແບບນີ້ ແລະ ໃນມຸມມອງດັ່ງກ່າວ? ມັນບໍ່ແມ່ນການທໍລະຍົດບໍ? ຈົນກວ່າພວກເຂົາໄດ້ພົບກັບເລື່ອງນີ້, ເຈົ້າຈະບໍ່ສາມາດເຫັນມຸມມອງຂອງຜູ້ຄົນເຫຼົ່ານີ້ວ່າແມ່ນຫຍັງ; ມັນເບິ່ງຄືກັບວ່າ ພວກເຂົາບໍ່ໄດ້ຂັດແຍ້ງກັບພຣະເຈົ້າ ແລະ ຄືກັບວ່າພວກເຂົາບໍ່ຖືວ່າພຣະອົງເປັນສັດຕູ. ເຖິງຢ່າງໃດກໍຕາມ, ທັນທີທີ່ພວກເຂົາພົບກັບບັນຫາ, ພວກເຂົາກໍຈະເລີ່ມຢືນກັບຊາຕານ ແລະ ຕໍ່ຕ້ານພຣະເຈົ້າ. ສິ່ງນີ້ໄດ້ບົ່ງບອກເຖິງຫຍັງ? ມັນບົ່ງບອກວ່າ ມະນຸດ ແລະ ພຣະເຈົ້າຕໍ່ຕ້ານກັນ! ມັນບໍ່ແມ່ນວ່າພຣະເຈົ້າຖືມະນຸດຊາດເປັນສັດຕູ, ແຕ່ແມ່ນແກ່ນແທ້ຂອງມະນຸດເອງທີ່ເປັນສັດຕູກັບພຣະເຈົ້າ. ບໍ່ວ່າຄົນໃດໜຶ່ງຈະຕິດຕາມພຣະອົງໄດ້ດົນສໍ່າໃດກໍຕາມ ຫຼື ພວກເຂົາໄດ້ຈ່າຍລາຄາແພງສໍ່າໃດກໍຕາມ ແລະ ບໍ່ວ່າພວກເຂົາຈະສັນລະເສີນພຣະເຈົ້າແບບໃດກໍຕາມ, ພວກເຂົາອາດຢັບຢັ້ງຕົນເອງບໍ່ໃຫ້ຕໍ່ຕ້ານພຣະອົງແບບໃດກໍຕາມ ແລະ ເຖິງແມ່ນວ່າ ພວກເຂົາຈະກະຕຸ້ນໃຫ້ຕົນເອງຮັກພຣະເຈົ້າຢ່າງພາກພຽນແບບໃດກໍຕາມ, ພວກເຂົາກໍບໍ່ຈະສາມາດປະຕິບັດຕໍ່ພຣະເຈົ້າດັ່ງພຣະເຈົ້າຈັກເທື່ອ. ສິ່ງນີ້ບໍ່ໄດ້ຖືກກຳນົດໄວ້ໂດຍແກ່ນແທ້ຂອງຜູ້ຄົນບໍ? ຖ້າເຈົ້າປະຕິບັດຕໍ່ພຣະອົງເປັນພຣະເຈົ້າ ແລະ ເຊື່ອຢ່າງແທ້ຈິງວ່າ ພຣະອົງເປັນພຣະເຈົ້າ, ເຈົ້າຍັງມີຂໍ້ສົງໄສຕໍ່ພຣະອົງບໍ? ຫົວໃຈຂອງເຈົ້າຍັງສາມາດມີຄໍາຖາມກ່ຽວກັບພຣະອົງອີກຢູ່ບໍ? ບໍ່ສາມາດມີອີກຕໍ່ໄປ, ແມ່ນບໍ? ທິດທາງຂອງໂລກນີ້ຊົ່ວຮ້າຍຫຼາຍ ແລະ ມະນຸດຊາດນີ້ກໍຊົ່ວຮ້າຍເຊັ່ນກັນ; ແລ້ວເຈົ້າຈະບໍ່ມີແນວຄວາມຄິດໃດໜຶ່ງກ່ຽວກັບພວກມັນໄດ້ແນວໃດ? ເຈົ້າເອງກໍຊົ່ວຊ້າຫຼາຍ, ແລ້ວເຈົ້າຈະບໍ່ມີແນວຄວາມຄິດແບບນັ້ນໄດ້ແນວໃດ? ເຖິງຢ່າງນັ້ນກໍຕາມ ພຽງແຕ່ຂ່າວເລົ່າລືສອງສາມຢ່າງ ແລະ ການໃສ່ຮ້າຍປ້າຍສີບາງຢ່າງກໍສາມາດເຮັດໃຫ້ເກີດມີແນວຄິດຢ່າງໃຫຍ່ຫຼວງກ່ຽວກັບພຣະເຈົ້າ ແລະ ເຮັດໃຫ້ເຈົ້າມີຈິນຕະນາການຕ່າງໆນາໆ, ເຊິ່ງສະແດງໃຫ້ເຫັນເຖິງວຸດທິພາວະຂອງເຈົ້ານັ້ນຕໍ່າສໍ່າໃດ! ພຽງແຕ່ “ສຽງວື່ໆ” ຂອງຍຸງສອງສາມໂຕ ແລະ ແມງວັນທີ່ເປັນຕາຂີ້ດຽດສອງສາມໂຕກໍສາມາດຫຼອກລວງເຈົ້າໄດ້ແລ້ວບໍ? ສິ່ງນີ້ແມ່ນຄົນແບບໃດ? ເຈົ້າຮູ້ບໍ່ວ່າພຣະເຈົ້າຄິດຫຍັງກ່ຽວກັບຜູ້ຄົນດັ່ງກ່າວ? ທ່າທີຂອງພຣະເຈົ້າຊັດເຈນຫຼາຍກ່ຽວກັບວິທີທີ່ພຣະອົງຈະປະຕິບັດຕໍ່ພວກເຂົາ. ມັນເປັນພຽງຍ້ອນວ່າ ການປະຕິບັດຂອງພຣະເຈົ້າຕໍ່ຜູ້ຄົນເຫຼົ່ານີ້ແມ່ນເພື່ອສະແດງຄວາມເຢັນຊາຕໍ່ພວກເຂົາ, ທ່າທີຂອງພຣະອົງຈຶ່ງບໍ່ແມ່ນການສົນໃຈພວກເຂົາ ແລະ ບໍ່ຈິງຈັງກັບຜູ້ຄົນທີ່ໂງ່ຈ້າເຫຼົ່ານີ້. ເປັນຫຍັງຈຶ່ງເປັນແບບນັ້ນ? ມັນເປັນຍ້ອນວ່າ ໃນຫົວໃຈຂອງພຣະເຈົ້າ, ພຣະອົງບໍ່ເຄີຍວາງແຜນທີ່ຈະຮັບເອົາຜູ້ຄົນເຫຼົ່ານີ້ ຜູ້ທີ່ໄດ້ປະຕິຍານຕົນເປັນສັດຕູກັບພຣະອົງຈົນເຖິງທີ່ສຸດ ແລະ ຜູ້ທີ່ບໍ່ເຄີຍວາງແຜນເພື່ອສະແຫວງຫາວິທີທາງໃຫ້ເຂົ້າກັບພຣະອົງໄດ້. ບາງເທື່ອ ພຣະທຳເຫຼົ່ານີ້ທີ່ເຮົາໄດ້ເວົ້າໄປອາດທຳຮ້າຍຜູ້ຄົນຈຳນວນໜຶ່ງ. ດີ, ແລ້ວ ພວກເຈົ້າເຕັມໃຈທີ່ຈະໃຫ້ເຮົາທຳຮ້າຍພວກເຈົ້າແບບນີ້ຢູ່ສະເໝີບໍ? ບໍ່ວ່າເຈົ້າຈະເຕັມໃຈ ຫຼື ບໍ່, ທຸກສິ່ງທີ່ເຮົາເວົ້າແມ່ນຄວາມຈິງ! ຖ້າເຮົາທຳຮ້າຍພວກເຈົ້າຢູ່ສະເໝີ ແລະ ເປີດໂປງບາດແຜຂອງພວກເຈົ້າແບບນີ້, ມັນຈະກະທົບຕໍ່ພາບລັກທີ່ສູງສົ່ງກ່ຽວກັບພຣະເຈົ້າທີ່ພວກເຈົ້າມີຢູ່ໃນຫົວໃຈຂອງພວກເຈົ້າບໍ? (ມັນຈະບໍ່ກະທົບ.) ເຮົາເຫັນດ້ວຍວ່າ ມັນຈະບໍ່ກະທົບ, ຍ້ອນວ່າບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຈົ້າຢູ່ແລ້ວ. ພຣະເຈົ້າທີ່ຍິ່ງໃຫຍ່ທີ່ຢູ່ໃນຫົວໃຈຂອງພວກເຈົ້າ, ອົງທີ່ພວກເຈົ້າປ້ອງກັນ ແລະ ປົກປ້ອງຢ່າງໃຫຍ່ບໍ່ແມ່ນພຣະເຈົ້າຢ່າງແນ່ນອນ. ກົງກັນຂ້າມ, ອົງດັ່ງກ່າວແມ່ນສິ່ງທີ່ປັ້ນແຕ່ງຂຶ້ນໂດຍຈິນຕະນາການຂອງມະນຸດ; ພຣະເຈົ້າອົງນັ້ນບໍ່ມີຢູ່ແທ້ຈິງ. ສະນັ້ນ, ມັນຈະເປັນການດີ ຖ້າເຮົາເປີດເຜີຍຄຳຕອບຕໍ່ປິດສະໜານີ້; ສິ່ງນີ້ບໍ່ໄດ້ເປີດເຜີຍເຖິງຄວາມຈິງທັງໝົດບໍ? ພຣະເຈົ້າແຫ່ງຄວາມເປັນຈິງບໍ່ແມ່ນສິ່ງທີ່ມະນຸດຈິນຕະນາການໃຫ້ພຣະອົງເປັນ. ເຮົາຫວັງວ່າພວກເຈົ້າຈະສາມາດພົບກັບຄວາມເປັນຈິງນີ້ ແລະ ມັນຈະຊ່ວຍໃຫ້ຄວາມຮູ້ແກ່ພວກເຈົ້າກ່ຽວກັບພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 19)

ຄົນເຫຼົ່ານັ້ນທີ່ບໍ່ໄດ້ຮັບຮູ້ໂດຍພຣະເຈົ້າ

ມີບາງຄົນທີ່ມີຄວາມເຊື່ອທີ່ບໍ່ເຄີຍຖືກຮັບຮູ້ພາຍໃນຫົວໃຈຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າບໍ່ຮູ້ວ່າພວກເຂົາເປັນຜູ້ຕິດຕາມພຣະອົງ, ຍ້ອນພຣະອົງບໍ່ສັນລະເສີນຄວາມເຊື່ອຂອງພວກເຂົາ. ສຳລັບຄົນເຫຼົ່ານີ້ແລ້ວ, ບໍ່ວ່າພວກເຂົາໄດ້ຕິດຕາມພຣະເຈົ້າເປັນເວລາເທົ່າໃດປີກໍຕາມ, ແນວຄິດ ແລະ ມຸມມອງຂອງພວກເຂົາບໍ່ເຄີຍປ່ຽນຈັກເທື່ອ; ພວກເຂົາເປັນຄືກັບຜູ້ທີ່ບໍ່ເຊື່ອ, ຍຶດຕິດກັບຫຼັກການ ແລະ ວິທີການເຮັດສິ່ງຕ່າງໆຂອງຜູ້ບໍ່ເຊື່ອ ແລະ ກົດເກນແຫ່ງການຢູ່ລອດ ແລະ ຄວາມເຊື່ອຂອງຜູ້ບໍ່ເຊື່ອ. ພວກເຂົາບໍ່ເຄີຍຍອມຮັບເອົາພຣະທຳຂອງພຣະເຈົ້າເປັນຊີວິດຂອງພວກເຂົາຈັກເທື່ອ, ບໍ່ເຄີຍເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ບໍ່ເຄີຍມີເຈດຕະນາຍອມຮັບເອົາຄວາມລອດພົ້ນຂອງພຣະເຈົ້າ ແລະ ບໍ່ເຄີຍຮັບຮູ້ວ່າພຣະເຈົ້າເປັນພຣະເຈົ້າຂອງພວກເຂົາຈັກເທື່ອ. ພວກເຂົາເຫັນວ່າການເຊື່ອໃນພຣະເຈົ້າແມ່ນສິ່ງທີ່ເຮັດໃນເວລາວ່າງແບບສະໝັກຫຼິ້ນ ໂດຍປະຕິບັດຕໍ່ພຣະອົງເປັນພຽງອາຫານຝ່າຍວິນຍານ; ເມື່ອເປັນເຊັ່ນນັ້ນ ພວກເຂົາຈຶ່ງຄິດວ່າບໍ່ສົມຄວນທີ່ຈະພະຍາຍາມ ແລະ ເຂົ້າໃຈອຸປະນິໄສ ຫຼື ແກ່ນແທ້ຂອງພຣະເຈົ້າ. ສາມາດເວົ້າໄດ້ວ່າ ທຸກສິ່ງທີ່ສອດຄ່ອງກັບພຣະເຈົ້າທີ່ເປັນຈິງແມ່ນບໍ່ມີຫຍັງກ່ຽວຂ້ອງກັບຄົນເຫຼົ່ານີ້ເລີຍ; ພວກເຂົາບໍ່ສົນໃຈ ຫຼື ພວກເຂົາບໍ່ຮ້ອນຮົນທີ່ຈະສົນໃຈ. ນີ້ກໍຍ້ອນວ່າ ເລິກໆໃນຫົວໃຈຂອງພວກເຂົາ, ມີສຽງອັນແຮງກ້າທີ່ກຳລັງບອກພວກເຂົາຢູ່ສະເໝີວ່າ “ພຣະເຈົ້າບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດສຳຜັດໄດ້ ແລະ ບໍ່ມີຢູ່”. ພວກເຂົາເຊື່ອວ່າ ການພະຍາຍາມທີ່ຈະເຂົ້າໃຈພຣະເຈົ້າປະເພດນີ້ກໍຈະບໍ່ຄຸ້ມຄ່າກັບຄວາມພະຍາຍາມຂອງພວກເຂົາ ແລະ ໃນການເຮັດແບບນັ້ນ ພວກເຂົາກໍກຳລັງຫຼອກລວງຕົນເອງ. ພວກເຂົາເຊື່ອວ່າ ການຮັບຮູ້ພຣະເຈົ້າພຽງຄຳເວົ້າ ໂດຍບໍ່ມີຈຸດຢືນແທ້ຈິງ ຫຼື ລົງທຶນຕົນເອງໃນການກະທຳທີ່ແທ້ຈິງໃດໆ, ພວກເຂົາແມ່ນຂ້ອນຂ້າງສະຫຼາດຫຼາຍ. ພຣະເຈົ້າເບິ່ງຜູ້ຄົນດັ່ງກ່າວເປັນແນວໃດ? ພຣະອົງເບິ່ງພວກເຂົາເປັນຜູ້ບໍ່ເຊື່ອ. ບາງຄົນຖາມວ່າ “ຜູ້ບໍ່ເຊື່ອສາມາດອ່ານພຣະທຳຂອງພຣະເຈົ້າໄດ້ບໍ? ພວກເຂົາສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ບໍ? ພວກເຂົາສາມາດເວົ້າວ່າ ‘ຂ້ານ້ອຍຈະດໍາລົງຢູ່ເພື່ອພຣະເຈົ້າ’ ໄດ້ບໍ?” ສິ່ງທີ່ມະນຸດມັກເຫັນແມ່ນການສະແດງອອກຂອງຜູ້ຄົນທີ່ສະແດງອອກໃນຜິວເຜີນ; ພວກເຂົາບໍ່ເຫັນແກ່ນແທ້ຂອງຜູ້ຄົນ. ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ຫຼຽວເບິ່ງການສະແດງອອກແບບຜິວເຜີນເຫຼົ່ານີ້; ພຣະອົງພຽງແຕ່ເຫັນແກ່ນແທ້ທີ່ຢູ່ພາຍໃນຂອງພວກເຂົາ. ສະນັ້ນ ນີ້ຈຶ່ງເປັນທ່າທີ ແລະ ນິຍາມທີ່ພຣະເຈົ້າມີຕໍ່ຜູ້ຄົນເຫຼົ່ານີ້. ຜູ້ຄົນເຫຼົ່ານີ້ເວົ້າວ່າ “ເປັນຫຍັງພຣະເຈົ້າຈຶ່ງເຮັດແບບນີ້? ເປັນຫຍັງພຣະເຈົ້າຈຶ່ງເຮັດແບບນັ້ນ? ຂ້ານ້ອຍບໍ່ເຂົ້າໃຈສິ່ງນີ້; ຂ້ານ້ອຍບໍ່ເຂົ້າໃຈສິ່ງນັ້ນ; ສິ່ງນີ້ບໍ່ໄດ້ສອດຄ່ອງກັບແນວຄິດຂອງມະນຸດ; ພຣະອົງຕ້ອງອະທິບາຍສິ່ງນັ້ນໃຫ້ຂ້ານ້ອຍ...”. ເພື່ອຕອບສິ່ງນີ້, ເຮົາຂໍຖາມວ່າ: ມັນຈຳເປັນຕ້ອງອະທິບາຍເລື່ອງຕ່າງໆເຫຼົ່ານີ້ໃຫ້ເຈົ້າຮູ້ບໍ? ເລື່ອງຕ່າງໆເຫຼົ່ານີ້ກ່ຽວຂ້ອງກັບເຈົ້າແທ້ບໍ? ເຈົ້າຄິດວ່າເຈົ້າເປັນໃຜ? ເຈົ້າມາແຕ່ໃສ? ເຈົ້າມີຄຸນສົມບັດທີ່ຈະໃຫ້ຄຳແນະນຳແກ່ພຣະເຈົ້າບໍ? ເຈົ້າເຊື່ອໃນພຣະອົງບໍ? ພຣະອົງຮັບຮູ້ຄວາມເຊື່ອຂອງເຈົ້າບໍ? ຍ້ອນຄວາມເຊື່ອຂອງເຈົ້າບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າ, ແລ້ວການກະທຳຂອງພຣະອົງແມ່ນທຸລະກິດຫຍັງຂອງເຈົ້າ? ເຈົ້າບໍ່ຮູ້ວ່າເຈົ້າຢືນຢູ່ໃສໃນຫົວໃຈຂອງພຣະເຈົ້າ, ແລ້ວເຈົ້າຈະສາມາດມີຄຸນສົມບັດທີ່ຈະເຂົ້າຮ່ວມໃນການສົນທະນາກັບພຣະອົງໄດ້ແນວໃດ?

ພຣະທຳແຫ່ງການຕັກເຕືອນ

ພວກເຈົ້າບໍ່ອຶດອັດບໍຫຼັງຈາກທີ່ໄດ້ຍິນຂໍ້ຄິດເຫັນເຫຼົ່ານີ້? ເຖິງແມ່ນພວກເຈົ້າອາດບໍ່ເຕັມໃຈທີ່ຈະຟັງພຣະທຳເຫຼົ່ານີ້ ຫຼື ບໍ່ເຕັມໃຈທີ່ຈະຍອມຮັບສິ່ງເຫຼົ່ານີ້, ພວກມັນກໍລ້ວນແລ້ວແຕ່ເປັນຂໍ້ແທ້ຈິງ. ຍ້ອນຂັ້ນຕອນນີ້ຂອງພາລະກິດແມ່ນສໍາລັບພຣະເຈົ້າປະຕິບັດ, ຖ້າເຈົ້າບໍ່ກ່ຽວຂ້ອງກັບເຈດຕະນາຂອງພຣະອົງ, ບໍ່ສົນໃຈກ່ຽວກັບທ່າທີຂອງພຣະອົງ ແລະ ບໍ່ເຂົ້າໃຈແກ່ນແທ້ ແລະ ອຸປະນິໄສຂອງພຣະອົງ, ແລ້ວໃນທີ່ສຸດ ເຈົ້າກໍຈະເປັນຄົນທີ່ພ່າຍແພ້. ຢ່າກ່າວໂທດພຣະທຳຂອງເຮົາວ່າເປັນສິ່ງທີ່ຟັງຍາກ ແລະ ຢ່າກ່າວໂທດພຣະທຳເຫຼົ່ານັ້ນວ່າເປັນສິ່ງທີ່ເຮັດໃຫ້ຄວາມກະຕືລືລົ້ນຂອງພວກເຈົ້າເບົາບາງລົງ. ເຮົາເວົ້າຄວາມຈິງ; ມັນບໍ່ແມ່ນເຈດຕະນາຂອງເຮົາທີ່ຈະເຮັດໃຫ້ພວກເຈົ້າທໍ້ຖອຍໃຈ. ບໍ່ວ່າເຮົາຈະຮຽກຮ້ອງຫຍັງຈາກພວກເຈົ້າກໍຕາມ ແລະ ບໍ່ວ່າພວກເຈົ້າຖືກຮຽກຮ້ອງໃຫ້ເຮັດສິ່ງນັ້ນດ້ວຍວິທີໃດກໍຕາມ, ເຮົາກໍຫວັງວ່າພວກເຈົ້າຈະຍ່າງໃນເສັ້ນທາງທີ່ຖືກຕ້ອງ ແລະ ຕິດຕາມຫົນທາງຂອງພຣະເຈົ້າ ແລະ ພວກເຈົ້າຈະບໍ່ຫຼົງອອກຈາກເສັ້ນທາງທີ່ຖືກຕ້ອງ. ຖ້າເຈົ້າບໍ່ດຳເນີນການຕາມພຣະທຳຂອງພຣະເຈົ້າ ຫຼື ຕິດຕາມຫົນທາງຂອງພຣະອົງ, ແລ້ວກໍຈະບໍ່ມີຂໍ້ສົງໄສເລີຍວ່າ ເຈົ້າກຳລັງກະບົດຕໍ່ພຣະເຈົ້າ ແລະ ໄດ້ຫັນເຫອອກຈາກເສັ້ນທາງທີ່ຖືກຕ້ອງ. ສະນັ້ນ, ເຮົາຈຶ່ງຮູ້ສຶກວ່າ ມີບາງເລື່ອງທີ່ເຮົາຕ້ອງເຮັດໃຫ້ຊັດເຈນສຳລັບພວກເຈົ້າ ແລະ ເຮົາຕ້ອງເຮັດໃຫ້ພວກເຈົ້າເຊື່ອຢ່າງແຈ່ມແຈ້ງ, ຢ່າງຊັດເຈນ ແລະ ບໍ່ມີຄວາມລັງເລໃຈແມ່ນແຕ່ໜ້ອຍດຽວ ແລະ ຊ່ວຍໃຫ້ພວກເຈົ້າມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບທ່າທີຂອງພຣະເຈົ້າ, ເຈດຕະນາຂອງພຣະອົງ, ວິທີທີ່ພຣະອົງເຮັດໃຫ້ມະນຸດສົມບູນ ແລະ ລັກສະນະທີ່ພຣະອົງກຳນົດຜົນຕາມມາຂອງຜູ້ຄົນ. ຖ້າມື້ທີ່ເຈົ້າບໍ່ສາມາດເລີ່ມຕົ້ນໃນເສັ້ນທາງນີ້ມາເຖິງ, ແລ້ວເຮົາກໍຈະບໍ່ຮັບຜິດຊອບ, ຍ້ອນພຣະທຳເຫຼົ່ານີ້ໄດ້ຖືກກ່າວຕໍ່ເຈົ້າຢ່າງຊັດເຈນຫຼາຍແລ້ວ. ແຕ່ສຳລັບວິທີທີ່ເຈົ້າຈັດການກັບຜົນຕາມມາຂອງເຈົ້າເອງນັ້ນ, ທັງໝົດແມ່ນຂຶ້ນຢູ່ກັບເຈົ້າເອງ. ກ່ຽວກັບຜົນຕາມມາຂອງຜູ້ຄົນຫຼາກຫຼາຍປະເພດ, ພຣະເຈົ້າມີທັດສະນະທີ່ແຕກຕ່າງ, ພຣະອົງມີວິທີຂອງພຣະອົງເອງໃນການປະເມີນພວກເຂົາ ພ້ອມກັບມາດຕະຖານຂອງພຣະອົງກ່ຽວກັບຄວາມຕ້ອງການສໍາລັບພັວກເຂົາ. ມາດຕະຖານຂອງພຣະອົງໃນການປະເມີນຜົນຕາມມາຂອງຜູ້ຄົນແມ່ນຍຸຕິທຳຕໍ່ທຸກຄົນ, ບໍ່ມີຂໍ້ສົງໄສກ່ຽວກັບສິ່ງນັ້ນເລີຍ! ສະນັ້ນ, ຄວາມຢ້ານຂອງບາງຄົນຈຶ່ງບໍ່ຈຳເປັນ. ຕອນນີ້ ພວກເຈົ້າສະບາຍໃຈແລ້ວບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ວິທີການຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ຜົນທີ່ພາລະກິດຂອງພຣະອົງຈະບັນລຸ

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 20)

ຄວາມຈິງແລ້ວ, ອຸປະນິໄສຂອງພຣະເຈົ້ານັ້ນເປີດກວ້າງຕໍ່ທຸກຄົນ ແລະ ບໍ່ໄດ້ຖືກປິດບັງແຕ່ປະການໃດ ຍ້ອນວ່າພຣະເຈົ້າບໍ່ເຄີຍຫຼີກເວັ້ນຄົນໃດຄົນໜຶ່ງຢ່າງຕັ້ງໃຈ ແລະ ບໍ່ເຄີຍພະຍາຍາມປົກປິດພຣະອົງເອງຢ່າງຕັ້ງໃຈເພື່ອກີດກັ້ນຜູ້ຄົນຈາກການຮູ້ຈັກ ແລະ ເຂົ້າໃຈພຣະອົງ. ອຸປະນິໄສຂອງພຣະເຈົ້ານັ້ນເປີດກວ້າງສະເໝີ ແລະ ຜະເຊີນໜ້າກັບທຸກຄົນຢ່າງກົງໄປກົງມາ. ໃນການຄຸ້ມຄອງຂອງພຣະເຈົ້າ, ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ຜະເຊີນໜ້າກັບທຸກຄົນ ແລະ ພາລະກິດຂອງພຣະອົງແມ່ນປະຕິບັດໃນທຸກຄົນ. ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງ, ພຣະອົງເປີດເຜີຍອຸປະນິໄສຂອງພຣະອົງຢ່າງຕໍ່ເນື່ອງ ແລະ ໃຊ້ແກ່ນແທ້ຂອງພຣະອົງຢ່າງຕໍ່ເນື່ອງ, ສິ່ງທີ່ພຣະອົງມີ ແລະ ສິ່ງທີ່ພຣະອົງເປັນ ເພື່ອນຳພາ ແລະ ສະໜອງໃຫ້ກັບທຸກຄົນ. ໃນທຸກຍຸກ ແລະ ທຸກຂັ້ນຕອນ, ບໍ່ວ່າສະຖານະການຈະດີ ຫຼື ຮ້າຍ, ອຸປະນິໄສຂອງພຣະເຈົ້ານັ້ນເປີດກວ້າງກັບທຸກຄົນສະເໝີ, ການມີ ແລະ ການເປັນຂອງພຣະອົງກໍເປີດກວ້າງຕໍ່ທຸກຄົນສະເໝີ ຄືກັບຊີວິດຂອງພຣະອົງທີ່ສະໜອງ ແລະ ສະໜັບສະໜູນມວນມະນຸດຢ່າງຕໍ່ເນື່ອງ ແລະ ຢ່າງບໍ່ຢຸດຢັ້ງ. ເຖິງຢ່າງນັ້ນກໍຕາມ, ອຸປະນິໄສຂອງພຣະເຈົ້າກໍຍັງຖືກປິດບັງສຳລັບບາງຄົນ. ຍ້ອນຫຍັງ? ຍ້ອນວ່າ ເຖິງແມ່ນວ່າຄົນເຫຼົ່ານີ້ຈະດຳລົງຊີວິດຢູ່ພາຍໃນພາລະກິດຂອງພຣະເຈົ້າ ແລະ ຕິດຕາມພຣະອົງກໍຕາມ, ພວກເຂົາກໍບໍ່ເຄີຍພະຍາຍາມເຂົ້າໃຈພຣະເຈົ້າ ແລະ ບໍ່ເຄີຍຕ້ອງການທີ່ຈະຮູ້ຈັກພຣະເຈົ້າ, ແລ້ວແຮງໄກທີ່ຈະເຂົ້າໃກ້ພຣະເຈົ້າ. ສຳລັບຄົນເຫຼົ່ານີ້, ການເຂົ້າໃຈອຸປະນິໄສຂອງພຣະເຈົ້າໝາຍເຖິງຈຸດຈົບຂອງພວກເຂົາໃກ້ເຂົ້າມາແລ້ວ; ໝາຍຄວາມວ່າພວກເຂົາກຳລັງຈະຖືກພິພາກສາ ແລະ ລົງໂທດໂດຍອຸປະນິໄສຂອງພຣະເຈົ້າ. ເພາະສະນັ້ນ, ພວກເຂົາຈຶ່ງບໍ່ເຄີຍປາດຖະໜາທີ່ຈະເຂົ້າໃຈພຣະເຈົ້າ ຫຼື ອຸປະນິໄສຂອງພຣະອົງ ແລະ ບໍ່ເຄີຍມີຄວາມເຂົ້າໃຈ ຫຼື ຄວາມຮູ້ເລິກເຊິ່ງກ່ຽວກັບຄວາມປະສົງຂອງພຣະເຈົ້າ. ພວກເຂົາບໍ່ສະແຫວງຫາທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າຜ່ານການຮ່ວມມືຢ່າງມີສະຕິ. ພວກເຂົາມີຄວາມສຸກຕະຫຼອດ ແລະ ບໍ່ເຄີຍເບື່ອໃນການເຮັດສິ່ງທີ່ພວກເຂົາຕ້ອງການ; ເຊື່ອໃນພຣະເຈົ້າທີ່ພວກເຂົາເຊື່ອ; ເຊື່ອໃນພຣະເຈົ້າທີ່ພຽງມີຢູ່ໃນຈິນຕະນາການຂອງພວກເຂົາເທົ່ານັ້ນ, ພຣະເຈົ້າທີ່ມີຢູ່ໃນຄວາມຄິດຂອງພວກເຂົາເທົ່ານັ້ນ ແລະ ເຊື່ອໃນພຣະເຈົ້າທີ່ບໍ່ສາມາດແຍກອອກຈາກຊີວິດປະຈຳວັນຂອງພວກເຂົາໄດ້. ເມື່ອເວົ້າເຖິງພຣະເຈົ້າທີ່ແທ້ຈິງ, ພວກເຂົາແມ່ນບໍ່ສົນໃຈ ແລະ ບໍ່ມີຄວາມປາດຖະໜາທີ່ຈະເຂົ້າໃຈພຣະອົງ ຫຼື ເອົາໃຈໃສ່ພຣະອົງ ແລະ ແຮງໄກທີ່ຈະປາດຖະໜາໃກ້ຊິດກັບພຣະອົງ. ພວກເຂົາພຽງແຕ່ໃຊ້ພຣະທໍາທີ່ພຣະເຈົ້າສະແດງອອກເພື່ອປະດັບຕົວເອງ, ເພື່ອຫຸ້ມຫໍ່ຕົວເອງ. ສຳລັບພວກເຂົາ, ສິ່ງນີ້ແມ່ນເຮັດໃຫ້ພວກເຂົາເປັນຜູ້ເຊື່ອຢ່າງສົມບູນແລ້ວ ແລະ ເປັນຄົນທີ່ມີຄວາມສັດທາໃນພຣະເຈົ້າຢູ່ໃນໃຈຂອງພວກເຂົາ. ໃນໃຈຂອງພວກເຂົາ, ພວກເຂົາຖືກນຳພາໂດຍຈິນຕະນາການ, ຄວາມຄິດ ແລະ ແມ່ນແຕ່ນິຍາມສ່ວນຕົວຂອງພວກເຂົາກ່ຽວກັບພຣະເຈົ້າ. ໃນທາງກົງກັນຂ້າມ, ພຣະເຈົ້າທີ່ແທ້ຈິງແມ່ນບໍ່ກ່ຽວຂ້ອງຫຍັງກັບພວກເຂົາເລີຍ. ຍ້ອນວ່າ ຖ້າພວກເຂົາຕ້ອງເຂົ້າໃຈພຣະເຈົ້າ, ເຂົ້າໃຈອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ ແລະ ເຂົ້າໃຈສິ່ງທີ່ພຣະເຈົ້າມີ ແລະ ເປັນ, ມັນກໍຈະໝາຍຄວາມວ່າການກະທຳຂອງພວກເຂົາ, ຄວາມເຊື່ອຂອງພວກເຂົາ ແລະ ການສະແຫວງຫາຂອງພວກເຂົານັ້ນຈະຖືກຕັດສິນລົງໂທດ. ນັ້ນຄືເຫດຜົນທີ່ພວກເຂົາລັງເລທີ່ຈະເຂົ້າໃຈທາດແທ້ຂອງພຣະເຈົ້າ, ລັງເລໃຈ ແລະ ບໍ່ເຕັມໃຈທີ່ຈະສະແຫວງຫາ ຫຼື ອະທິຖານຢ່າງຫ້າວຫັນເພື່ອເຂົ້າໃຈພຣະເຈົ້າຫຼາຍຂຶ້ນ, ຮູ້ຈັກຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນ ແລະ ເຂົ້າໃຈອຸປະນິໄສຂອງພຣະເຈົ້າດີຂຶ້ນ. ພວກເຂົາຢາກໃຫ້ພຣະເຈົ້າເປັນສິ່ງທີ່ໄດ້ຈິນຕະນາການຂຶ້ນເອງ, ເປັນສິ່ງທີ່ວ່າງເປົ່າ ແລະ ບໍ່ແຈ່ມແຈ້ງ. ພວກເຂົາຢາກໃຫ້ພຣະເຈົ້າເປັນບາງຄົນທີ່ພວກເຂົາໄດ້ຈິນຕະນາການໃຫ້ພຣະອົງເປັນ, ເປັນບາງຄົນທີ່ສາມາດກວັກມືເອີ້ນພວກເຂົາ, ຈັດຫາໃຫ້ຢ່າງບໍ່ສິ້ນສຸດ ແລະ ມີເວລາຫວ່າງຢູ່ສະເໝີ. ເມື່ອພວກເຂົາຕ້ອງການຮັບເອົາພຣະຄຸນຂອງພຣະເຈົ້າ, ພວກເຂົາກໍຂໍໃຫ້ພຣະເຈົ້າເປັນພຣະຄຸນນັ້ນ. ເມື່ອພວກເຂົາຕ້ອງການພອນຈາກພຣະເຈົ້າ, ພວກເຂົາກໍຂໍໃຫ້ພຣະເຈົ້າເປັນພອນນັ້ນ. ເມື່ອຜະເຊີນກັບຄວາມທຸກຍາກ, ພວກເຂົາກໍຂໍໃຫ້ພຣະເຈົ້າປະທານກໍາລັງໃຈໃຫ້ກັບພວກເຂົາ, ຂໍໃຫ້ພຣະເຈົ້າເປັນເຄື່ອງກຳບັງດ້ານຫຼັງໃຫ້ກັບພວກເຂົາ. ຄວາມຮູ້ກ່ຽວກັບພຣະເຈົ້າຂອງຄົນເຫຼົ່ານີ້ແມ່ນຕິດຢູ່ໃນຂອບເຂດຂອງພຣະຄຸນ ແລະ ພຣະພອນ. ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ” ກໍຖືກຈຳກັດດ້ວຍຈິນຕະນາການ, ຕົວໜັງສື ແລະ ຫຼັກຄຳສອນຂອງພວກເຂົາ. ແຕ່ຍັງມີບາງຄົນທີ່ກະຕືລືລົ້ນຢາກເຂົ້າໃຈອຸປະນິໄສຂອງພຣະເຈົ້າ, ຢາກເຫັນພຣະເຈົ້າຢ່າງແທ້ຈິງ, ຢາກເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຢ່າງແທ້ຈິງ. ຄົນເຫຼົ່ານີ້ກຳລັງສະແຫວງຫາຄວາມເປັນຈິງແຫ່ງຄວາມຈິງ ແລະ ຄວາມລອດພົ້ນຈາກພຣະເຈົ້າ, ສະແຫວງຫາເພື່ອຮັບໄຊຊະນະ, ຄວາມລອດພົ້ນ ແລະ ຄວາມສົມບູນແບບໂດຍພຣະເຈົ້າ. ພວກເຂົາໃຊ້ຫົວໃຈອ່ານພຣະທຳຂອງພຣະເຈົ້າ, ພວກເຂົາຮູ້ເຖິງຄຸນຄ່າທຸກສະຖານະການ ແລະ ທຸກຄົນ, ເຫດການ ແລະ ສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້ໃຫ້ພວກເຂົາ ແລະ ພວກເຂົາອະທິຖານ ແລະ ສະແຫງຫາດ້ວຍຄວາມຈິງໃຈ. ສິ່ງທີ່ພວກເຂົາຢາກຮູ້ທີ່ສຸດແມ່ນຄວາມປະສົງຂອງພຣະເຈົ້າ ແລະ ສິ່ງທີ່ພວກເຂົາຢາກເຂົ້າໃຈຫຼາຍທີ່ສຸດແມ່ນອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ ເພື່ອວ່າພວກເຂົາຈະບໍ່ເຮັດຜິດຕໍ່ພຣະເຈົ້າອີກຕໍ່ໄປ, ຜ່ານປະສົບການຂອງພວກເຂົາ, ພວກເຂົາອາດຈະເຫັນຄວາມໜ້າຮັກຂອງພຣະເຈົ້າ ແລະ ດ້ານທີ່ແທ້ຈິງຂອງພຣະອົງຫຼາຍຂຶ້ນ. ນອກຈາກນີ້ກໍເພື່ອວ່າພຣະເຈົ້າທີ່ແທ້ຈິງຈະດຳລົງຢູ່ໃນໃຈຂອງພວກເຂົາຢ່າງແທ້ຈິງ ແລະ ເພື່ອວ່າພຣະເຈົ້າຈະມີບ່ອນຢູ່ໃນຫົວໃຈຂອງພວກເຂົາ ເຊິ່ງພວກເຂົາຈະບໍ່ດຳລົງຢູ່ທ່າມກາງຈິນຕະນາການ, ຄວາມຄິດ ຫຼື ຄວາມເລື່ອນລອຍອີກຕໍ່ໄປ. ສຳລັບຄົນເຫຼົ່ານີ້, ເຫດຜົນທີ່ພວກເຂົາມີຄວາມປາດຖະໜາຢ່າງແຮງກ້າທີ່ຈະເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງແມ່ນຍ້ອນວ່າອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າແມ່ນຈຳເປັນສຳລັບມວນມະນຸດທຸກຊ່ວງເວລາໃນເສັ້ນທາງແຫ່ງປະສົບການຂອງພວກເຂົາ; ມັນແມ່ນອຸປະນິໄສ ແລະ ທາດແທ້ຂອງພຣະອົງທີ່ສະໜອງຊີວິດທັງຊີວິດໃຫ້ກັບຜູ້ຄົນ. ເມື່ອພວກເຂົາເຂົ້າໃຈອຸປະນິໄສຂອງພຣະເຈົ້າແລ້ວ, ພວກເຂົາກໍຈະສາມາດເທີດທູນພຣະເຈົ້າໄດ້ດີຂຶ້ນ, ຮ່ວມມືໃນພາລະກິດຂອງພຣະເຈົ້າໄດ້ດີຂຶ້ນ, ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນ ແລະ ປະຕິບັດໜ້າທີ່ຂອງຕົນຈົນສຸດຄວາມສາມາດ. ເຊິ່ງນັ້ນແມ່ນທັດສະນະຄະຕິຕໍ່ອຸປະນິໄສຂອງພຣະເຈົ້າທີ່ຄົນສອງປະເພດມີ. ປະເພດທຳອິດແມ່ນບໍ່ຕ້ອງການເຂົ້າໃຈອຸປະນິໄສຂອງພຣະເຈົ້າ. ເຖິງແມ່ນພວກເຂົາເວົ້າວ່າພວກເຂົາຢາກຮູ້ຈັກອຸປະນິໄສຂອງພຣະເຈົ້າ, ຢາກຮູ້ຈັກພຣະອົງເຈົ້າເອງ, ຢາກເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນ, ຮູ້ຄຸນຄ່າຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ແຕ່ສ່ວນເລິກໆແລ້ວ ພວກເຂົາຢາກໃຫ້ພຣະເຈົ້າບໍ່ມີຢູ່ຈິງ. ຍ້ອນວ່າຄົນປະເພດນີ້ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າຕະຫຼອດມາ; ພວກເຂົາຕໍ່ສູ້ພຣະເຈົ້າເພື່ອຕຳແໜ່ງໃນໃຈຂອງພວກເຂົາ ແລະ ມັກຈະສົງໄສ ຫຼື ເຖິງກັບປະຕິເສດການມີຢູ່ຂອງພຣະເຈົ້າ. ພວກເຂົາບໍ່ຕ້ອງການປ່ອຍໃຫ້ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າທີ່ແທ້ຈິງຄອບຄອງຫົວໃຈຂອງພວກເຂົາ. ພວກເຂົາພຽງຕ້ອງການຕອບສະໜອງຄວາມປາດຖະໜາ, ຈິນຕະນາການ ແລະ ຄວາມທະເຍີທະຍານຂອງພວກເຂົາເອງເທົ່ານັ້ນ. ດັ່ງນັ້ນ, ຄົນເຫຼົ່ານີ້ອາດເຊື່ອໃນພຣະເຈົ້າ, ຕິດຕາມພຣະເຈົ້າ ແລະ ອາດຈະສະຫຼະຄອບຄົວ ຫຼື ວຽກງານຂອງພວກເຂົາເພື່ອພຣະອົງອີກດ້ວຍ, ແຕ່ພວກເຂົາບໍ່ປະຖິ້ມເສັ້ນທາງຄວາມຊົ່ວຊ້າຂອງພວກເຂົາ. ບາງຄົນເຖິງຂັ້ນລັກ ຫຼື ຜານເຄື່ອງຖວາຍບູຊາ ຫຼື ສາບແຊ່ງພຣະເຈົ້າເປັນການສ່ວນຕົວ, ໃນຂະນະທີ່ຄົນອື່ນໆອາດໃຊ້ຕຳແໜ່ງຂອງພວກເຂົາເພື່ອເປັນພະຍານໃຫ້ຕົວເອງຊໍ້າແລ້ວຊໍ້າອີກ, ແຜ່ອຳນາດໃຫ້ກັບຕົວເອງ ແລະ ຕໍ່ສູ້ກັບພຣະເຈົ້າເພື່ອຜູ້ຄົນ ແລະ ສະຖານະ. ພວກເຂົາໃຊ້ຫຼາກຫຼາຍວິທີການ ແລະ ມາດຕະການຕ່າງໆເພື່ອໃຫ້ຄົນນະມັດສະການພວກເຂົາ, ພະຍາຍາມເອົາຊະນະຜູ້ຄົນ ແລະ ຄວບຄຸມພວກເຂົາຢ່າງຕໍ່ເນື່ອງ. ບາງຄົນເຖິງຂັ້ນຕັ້ງໃຈເຮັດໃຫ້ຄົນເຂົ້າໃຈຜິດຄິດວ່າພວກເຂົາເປັນພຣະເຈົ້າເພື່ອວ່າພວກເຂົາຈະໄດ້ຖືກປະຕິບັດຄືກັບພຣະເຈົ້າ. ພວກເຂົາຈະບໍ່ມີວັນບອກໃຜວ່າພວກເຂົາໄດ້ເຮັດຜິດ, ວ່າພວກເຂົາກໍເສື່ອມຊາມ ແລະ ໂອ້ອວດເຊັ່ນກັນ, ບໍ່ຄວນນະມັດສະການພວກເຂົາ, ແນວໃດກໍຕາມ, ບໍ່ວ່າພວກເຂົາເຮັດດີປານໃດ, ທັງໝົດແມ່ນຍ້ອນຄວາມປິຕິຍັນດີຂອງພຣະເຈົ້າ ແລະ ພວກເຂົາກຳລັງເຮັດສິ່ງທີ່ພວກເຂົາຄວນເຮັດ. ເປັນຫຍັງພວກເຂົາຈິ່ງບໍ່ເວົ້າສິ່ງເຫຼົ່ານີ້? ຍ້ອນວ່າພວກເຂົາຢ້ານທີ່ສຸດທີ່ຈະສູນເສຍຕຳແໜ່ງຂອງພວກເຂົາທີ່ຢູ່ໃນຫົວໃຈຂອງຜູ້ຄົນ. ນີ້ແມ່ນເຫດຜົນ ທີ່ຄົນປະເພດນີ້ບໍ່ເຄີຍສັນລະເສີນພຣະເຈົ້າ ແລະ ບໍ່ເຄີຍເປັນພະຍານໃຫ້ກັບພຣະເຈົ້າ ເນື່ອງຈາກວ່າພວກເຂົາບໍ່ເຄີຍພະຍາຍາມເຂົ້າໃຈພຣະເຈົ້າເລີຍ. ພວກເຂົາສາມາດຮູ້ຈັກພຣະເຈົ້າໂດຍບໍ່ເຂົ້າໃຈພຣະອົງໄດ້ບໍ? ເປັນໄປບໍ່ໄດ້! ສະນັ້ນ, ໃນຂະນະທີ່ພຣະທໍາໃນຫົວຂໍ້ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ” ອາດຈະລຽບງ່າຍ, ພວກມັນມີຄວາມໝາຍທີ່ແຕກຕ່າງກັນສຳລັບແຕ່ລະຄົນ. ສຳລັບບາງຄົນທີ່ບໍ່ເຊື່ອຟັງພຣະເຈົ້າ, ຕໍ່ຕ້ານພຣະເຈົ້າ ແລະ ເປັນສັດຕູຕໍ່ພຣະເຈົ້າຕະຫຼອດ, ພຣະທໍາເຫຼົ່ານີ້ໝາຍເຖິງການຕັດສິນລົງໂທດ; ໃນຂະນະທີ່ບາງຄົນທີ່ສະແຫວງຫາຄວາມເປັນຈິງແຫ່ງຄວາມຈິງ ແລະ ມັກມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມປະສົງຂອງພຣະເຈົ້າຈະໄດ້ຮັບພຣະທໍາເຫຼົ່ານັ້ນດັ່ງປ່ອຍປາລົງນ້ຳ. ດັ່ງນັ້ນ, ມີຄົນໃນກຸ່ມພວກເຈົ້າເມື່ອໄດ້ຍິນການເວົ້າເຖິງອຸປະນິໄສຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງກໍພາກັນເລີ່ມເຈັບຫົວ, ຫົວໃຈຂອງພວກເຂົາເຕັມໄປດ້ວຍຄວາມຕໍ່ຕ້ານ ແລະ ພວກເຂົາຮູ້ສຶກອຶດອັດໃຈຫຼາຍ. ແຕ່ຍັງມີບາງຄົນໃນກຸ່ມພວກເຈົ້າທີ່ຮູ້ສຶກວ່າ: ຫົວຂໍ້ນີ້ແມ່ນຫົວຂໍ້ທີ່ພວກເຂົາຕ້ອງການ, ຍ້ອນວ່າມັນເປັນປະໂຫຍດຫຼາຍສຳລັບພວກເຂົາ. ມັນເປັນສິ່ງທີ່ບໍ່ສາມາດຂາດຈາກປະສົບການຊີວິດຂອງພວກເຂົາໄດ້; ເປັນຈຸດທີ່ສຳຄັນທີ່ສຸດ, ເປັນພື້ນຖານແຫ່ງຄວາມເຊື່ອໃນພຣະເຈົ້າ ແລະ ເປັນສິ່ງທີ່ມວນມະນຸດບໍ່ສາມາດປະຖິ້ມໄດ້. ສຳລັບພວກເຈົ້າໝົດທຸກຄົນ, ຫົວຂໍ້ນີ້ອາດຈະເບິ່ງຄືທັງໃກ້ ແລະ ໄກຕົວ, ບໍ່ຮູ້ແຕ່ກໍຄຸ້ນເຄີຍ. ແຕ່ແນວໃດກໍ່ຕາມ, ນີ້ແມ່ນຫົວຂໍ້ທີ່ທຸກຄົນຕ້ອງຟັງ, ຕ້ອງຮູ້ ແລະ ຕ້ອງເຂົ້າໃຈ. ບໍ່ວ່າເຈົ້າຈະເຮັດແນວໃດກັບມັນ, ບໍ່ວ່າເຈົ້າເບິ່ງມັນແນວໃດ ຫຼື ເຈົ້າເຂົ້າໃຈມັນແນວໃດກໍຕາມ, ຄວາມສຳຄັນຂອງຫົວຂໍ້ນີ້ບໍ່ສາມາດເບິ່ງຂ້າມໄດ້.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 21)

ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງນັບຕັ້ງແຕ່ພຣະອົງສ້າງມະນຸດຊາດ. ໃນຕົ້ນເດີມນັ້ນ, ມັນເປັນພາລະກິດທີ່ລຽບງ່າຍຫຼາຍ, ແຕ່ເຖິງຈະມີຄວາມລຽບງ່າຍ ມັນປະກອບດ້ວຍການສະແດງອອກເຖິງທາດແທ້ ແລະ ອຸປະນິໄສຂອງພຣະເຈົ້າ. ໃນຂະນະທີ່ພາລະກິດຂອງພຣະເຈົ້າໃນປັດຈຸບັນໄດ້ຮັບການຍົກສູງຂຶ້ນ ແລະ ພາລະກິດດັ່ງກ່າວທີ່ປະຕິບັດຕໍ່ຜູ້ຄົນທີ່ຕິດຕາມພຣະອົງໄດ້ກາຍເປັນສິ່ງມະຫັດສະຈັນ ແລະ ເປັນຮູບປະທຳ, ພ້ອມກັບການສະແດງອອກອັນຍິ່ງໃຫຍ່ແຫ່ງພຣະທຳຂອງພຣະອົງ, ຕົວຕົນຂອງພຣະເຈົ້າແມ່ນໄດ້ປິດບັງຈາກມະນຸດມາຕະຫຼອດ. ເຖິງແມ່ນວ່າພຣະອົງໄດ້ບັງເກີດເປັນມະນຸດແລ້ວສອງຄັ້ງກໍຕາມ, ນັບຕັ້ງແຕ່ມີການບັນທຶກພຣະຄຳພີຈົນເຖິງຍຸກປັດຈຸບັນ, ໃຜເຄີຍເຫັນຕົວຕົນທີ່ແທ້ຈິງຂອງພຣະເຈົ້າບໍ່? ອີງຕາມຄວາມເຂົ້າໃຈຂອງພວກເຈົ້າ, ມີໃຜເຄີຍໄດ້ເຫັນຕົວຕົນທີແທ້ຈິງຂອງພຣະເຈົ້າບໍ? ບໍ່, ບໍ່ມີໃຜເຄີຍເຫັນຕົວຕົນທີ່ແທ້ຈິງຂອງພຣະເຈົ້າ, ໝາຍຄວາມວ່າບໍ່ມີໃຜເຄີຍເຫັນຕົວຕົນທີ່ແທ້ຈິງຂອງພຣະເຈົ້າ. ນີ້ຄືບາງສິ່ງທີ່ທຸກຄົນເຫັນດີນຳ. ໝາຍຄວາມວ່າ, ຕົວຕົນທີ່ແທ້ຈິງຂອງພຣະເຈົ້າ ຫຼື ພຣະວິນຍານຂອງພຣະເຈົ້ານັ້ນໄດ້ປົກປິດຈາກມະນຸດຊາດທັງປວງ ລວມເຖິງອາດາມ ແລະ ເອວາ ຜູ້ທີ່ພຣະອົງໄດ້ສ້າງຂຶ້ນມາ ແລະ ລວມເຖິງໂຢບຜູ້ຊອບທຳ ແລະ ຜູ້ທີ່ພຣະອົງຍອມຮັບ. ບໍ່ມີໃຜເຄີຍເຫັນຕົວຕົນທີ່ແທ້ຈິງຂອງພຣະເຈົ້າ. ແຕ່ເປັນຫຍັງພຣະເຈົ້າຈຶ່ງຕັ້ງໃຈປິດບັງຕົວຕົນທີ່ແທ້ຈິງຂອງພຣະອົງ? ບາງຄົນເວົ້າວ່າ: “ພຣະເຈົ້າຢ້ານຄົນຢ້ານ”. ບາງຄົນກໍເວົ້າວ່າ: “ພຣະເຈົ້າປົກປິດຕົວຕົນທີ່ແທ້ຈິງຂອງພຣະອົງຍ້ອນວ່າມະນຸດນັ້ນຕ່ຳຕ້ອຍເກີນໄປ ແລະ ພຣະເຈົ້ານັ້ນຍິ່ງໃຫຍ່ເກີນໄປ; ມະນຸດອາດຈະບໍ່ເຫັນພຣະອົງ ຫຼື ບໍ່ດັ່ງນັ້ນພວກເຂົາກໍຈະຕາຍ”. ຍັງມີບາງຄົນທີ່ເວົ້າວ່າ: “ພຣະເຈົ້າຫຍຸ້ງຢູ່ກັບການຄຸ້ມຄອງພາລະກິດຂອງພຣະອົງທຸກວັນ ແລະ ພຣະອົງອາດບໍ່ມີເວລາປາກົດຕົວໃຫ້ຄົນອື່ນເຫັນພຣະອົງ”. ບໍ່ວ່າພວກເຈົ້າຈະເຊື່ອແນວໃດກໍຕາມ, ເຮົາໄດ້ມີຂໍ້ສະຫຼຸບໃນນີ້ແລ້ວ. ຂໍ້ສະຫຼຸບນັ້ນແມ່ນຫຍັງ? ມັນແມ່ນພຣະເຈົ້າບໍ່ຕ້ອງການໃຫ້ຄົນເຫັນຕົວຕົນທີ່ແທ້ຈິງຂອງພຣະອົງ. ການປິດບັງຈາກມະນຸດແມ່ນສິ່ງທີ່ພຣະເຈົ້າຈົງໃຈກະທຳ. ເວົ້າອີກຢ່າງໜຶ່ງກໍຄື, ມັນແມ່ນຄວາມຕັ້ງໃຈຂອງພຣະເຈົ້າທີ່ບໍ່ໃຫ້ຄົນເຫັນຕົວຕົນທີ່ແທ້ຈິງຂອງພຣະອົງ. ບັດນີ້ ເລື່ອງນີ້ຄົງຈະຊັດເຈນສຳລັບທຸກຄົນແລ້ວ. ຖ້າພຣະເຈົ້າບໍ່ເຄີຍເປີດເຜີຍຕົວຕົນຂອງພຣະອົງໃຫ້ຄົນເຫັນ, ແລ້ວພວກເຈົ້າຄິດວ່າຕົວຕົນຂອງພຣະເຈົ້າມີຢູ່ຈິງບໍ? (ພຣະອົງມີຢູ່ຈິງ.) ແນ່ນອນວ່າພຣະອົງມີຢູ່ຈິງ. ການດຳລົງຢູ່ແຫ່ງຕົວຕົນຂອງພຣະເຈົ້ານັ້ນບໍ່ຕ້ອງສົງໄສເລີຍ. ແຕ່ສໍາລັບຕົວຕົນຂອງພຣະເຈົ້ານັ້ນຍິ່ງໃຫຍ່ພຽງໃດ ຫຼື ພຣະອົງມີຮູບລັກສະນະໃດນັ້ນ, ມະນຸດຊາດຄວນກວດສອບຄຳຖາມເຫຼົ່ານີ້ບໍ? ບໍ່. ຄຳຕອບແມ່ນບໍ່. ຖ້າຕົວຕົນຂອງພຣະເຈົ້າບໍ່ແມ່ນຫົວຂໍ້ທີ່ພວກເຮົາຄວນສຳຫຼວດ, ແລ້ວຫົວຂໍໃດ? (ອຸປະນິໄສຂອງພຣະເຈົ້າ.) (ພາລະ ກິດຂອງພຣະເຈົ້າ.) ແນວໃດກໍຕາມ, ກ່ອນທີ່ພວກເຮົາຈະເລີ່ມສົນທະນາກ່ຽວກັບຫົວຂໍ້ຢ່າງເປັນທາງການ, ໃຫ້ພວກເຮົາກັບໄປສູ່ສິ່ງທີ່ພວກເຮົາຫາກໍສົນທະນາກັນເມື່ອກີ້ນີ້: ເປັນຫຍັງພຣະເຈົ້າຈິ່ງບໍ່ເຄີຍເປີດເຜີຍຕົວຕົນຂອງພຣະອົງໃຫ້ມະນຸດຊາດເຫັນ? ເປັນຫຍັງພຣະເຈົ້າຈຶ່ງຕັ້ງໃຈປິດບັງຕົວຕົນຂອງພຣະອົງຈາກມວນມະນຸດ? ມີພຽງເຫດຜົນດຽວ ແລະ ເຫດຜົນນັ້ນກໍຄື: ເຖິງແມ່ນວ່າມະນຸດຜູ້ທີ່ພຣະເຈົ້າໄດ້ສ້າງຂຶ້ນມາ ໄດ້ປະສົບກັບພາລະກິດຂອງພຣະອົງເປັນເວລາຫຼາຍພັນປີ, ບໍ່ມີແມ່ນແຕ່ຄົນດຽວທີ່ຮູ້ຈັກພາລະກິດຂອງພຣະເຈົ້າ, ຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງ. ໃນສາຍຕາຂອງພຣະເຈົ້າ, ຄົນດັ່ງກ່າວນີ້ແມ່ນຢູ່ກົງກັນຂ້າມກັບພຣະອົງ ແລະ ພຣະເຈົ້າຈະບໍ່ສະແດງຕົວຕົນຂອງພຣະອົງເອງໃຫ້ຄົນທີ່ເປັນສັດຕູກັບພຣະອົງເຫັນ. ນີ້ແມ່ນເຫດຜົນດຽວທີ່ພຣະເຈົ້າບໍ່ເຄີຍເປີດເຜີຍຕົວຕົນຂອງພຣະອົງໃຫ້ມະນຸດຊາດເຫັນ ແລະ ເປັນຫຍັງພຣະອົງຈຶ່ງຈົງໃຈປົກປິດຕົວຕົນຂອງພຣະອົງຈາກມວນມະນຸດ. ຕອນນີ້ ຄວາມສຳຄັນແຫ່ງການຮູ້ຈັກອຸປະນິໄສຂອງພຣະເຈົ້າຊັດເຈນຕໍ່ພວກເຈົ້າແລ້ວບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 22)

ນັບຕັ້ງແຕ່ມີການຄຸ້ມຄອງຂອງພຣະເຈົ້າ, ພຣະອົງອຸທິດຕົນຢ່າງເຕັມທີ່ໃນການປະຕິບັດພາລະກິດຂອງພຣະອົງ. ເຖິງແມ່ນວ່າຈະປົກປິດຕົວຕົນຂອງພຣະອົງຈາກຜູ້ຄົນ ແຕ່ພຣະອົງກໍຢູ່ຄຽງຂ້າງມະນຸດສະເໝີ, ປະຕິບັດພາລະກິດໃນຕົວມະນຸດ, ສະແດງອຸປະນິໄສຂອງພຣະອົງ, ນຳພາມະນຸດຊາດທັງມວນດ້ວຍທາດແທ້ຂອງພຣະອົງ ແລະ ປະຕິບັດພາລະກິດຂອງພຣະອົງໃນທຸກຄົນຜ່ານອຳນາດອັນຍິ່ງໃຫຍ່ຂອງພຣະອົງ, ຜ່ານສະຕິປັນຍາຂອງພຣະອົງ ແລະ ຜ່ານສິດອຳນາດຂອງພຣະອົງ ເຊິ່ງໄດ້ນຳໄປສູ່ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກຂອງປັດຈຸບັນ. ເຖິງແມ່ນວ່າພຣະເຈົ້າປົກປິດຕົວຕົນຂອງພຣະອົງຈາກມະນຸດ, ອຸປະນິໄສຂອງພຣະອົງ, ສິ່ງທີ່ພຣະອົງເປັນ ແລະ ມີ, ຄວາມປະສົງຂອງພຣະອົງຕໍ່ມວນມະນຸດແມ່ນໄດ້ຖືກເປີດເຜີຍຢ່າງບໍ່ຈຳກັດໃຫ້ມະນຸດເຫັນ ແລະ ປະສົບ. ເວົ້າອີກຢ່າງໜຶ່ງກໍຄື, ເຖິງແມ່ນວ່າມະນຸດບໍ່ສາມາດເຫັນ ຫຼື ສຳຜັດພຣະເຈົ້າໄດ້, ອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າທີ່ມະນຸດຜະເຊີນນັ້ນເປັນການສະແດງອອກຂອງພຣະອົງເຈົ້າເອງຢ່າງແນ່ນອນ. ນັ້ນບໍ່ແມ່ນຄວາມຈິງບໍ? ບໍ່ວ່າວິທີທາງ ຫຼື ດ້ານໃດຂອງວິທີການທີ່ພຣະເຈົ້າເລືອກສຳລັບພາລະກິດຂອງພຣະອົງກໍຕາມ, ພຣະອົງປະຕິບັດຕໍ່ຄົນຜ່ານຕົວຕົນທີ່ແທ້ຈິງຂອງພຣະອົງ, ປະຕິບັດພາລະກິດທີ່ເປັນພາລະຂອງພຣະອົງ ແລະ ກ່າວພຣະທໍາທີ່ພຣະອົງຈຳເປັນຕ້ອງກ່າວສະເໝີ. ບໍ່ວ່າພຣະເຈົ້າເວົ້າຈາກຕຳແໜ່ງໃດ, ພຣະອົງອາດຈະຢືນຢູ່ໃນສະຫວັນຊັ້ນສາມ ຫຼື ຢືນຢູ່ໃນເນື້ອໜັງ ຫຼື ແມ່ນແຕ່ໃນຖານະຄົນທຳມະດາຄົນໜຶ່ງ; ພຣະອົງກ່າວຕໍ່ມະນຸດດ້ວຍສຸດຫົວໃຈ ແລະ ດ້ວຍຈິດໃຈທັງໝົດຂອງພຣະອົງສະເໝີໂດຍບໍ່ມີການຫຼອກລວງ ຫຼື ການປິດບັງໃດໆ. ເມື່ອພຣະອົງດຳເນີນພາລະກິດຂອງພຣະອົງ, ພຣະເຈົ້າສຳແດງພຣະທຳ ແລະ ອຸປະນິໄສຂອງພຣະອົງ, ສະແດງສິ່ງທີ່ພຣະອົງມີ ແລະ ເປັນໂດຍບໍ່ມີການສະຫງວນໃດໆ. ພຣະອົງນຳພາມວນມະນຸດດ້ວຍຊີວິດຂອງພຣະອົງ, ດ້ວຍສິ່ງທີ່ພຣະອົງເປັນ ແລະ ມີ. ນີ້ແມ່ນວິທີທີ່ມະນຸດດຳລົງຊີວິດຢູ່ຜ່ານຍຸກແຫ່ງພຣະບັນຍັດ ເຊິ່ງເປັນຍຸກຕົ້ນກຳເນີດຂອງມະນຸດຊາດ ພາຍໃຕ້ການນຳພາຂອງພຣະເຈົ້າທີ່ “ບໍ່ສາມາດເບິ່ງເຫັນໄດ້ ແລະ ບໍ່ສາມາດສຳຜັດໄດ້”.

ພຣະເຈົ້າກາຍເປັນເນື້ອໜັງເປັນຄັ້ງທຳອິດຫຼັງຈາກຍຸກແຫ່ງພຣະບັນຍັດ. ການບັງເກີດເປັນມະນຸດທີ່ມີອາຍຸເຖິງສາມສິບສາມປີເຄິ່ງ. ສຳລັບມະນຸດ, ສາມສິບສາມປີເຄິ່ງນັ້ນດົນບໍ? (ມັນບໍ່ດົນ.) ເນື່ອງຈາກອາຍຸໄຂຂອງມະນຸດນັ້ນ ປົກກະຕິແລ້ວແມ່ນຫຼາຍກວ່າສາມສິບປີ, ນີ້ບໍ່ແມ່ນເວລາຍາວນານສຳລັບມະນຸດເລີຍ. ແຕ່ສຳລັບພຣະເຈົ້າທີ່ບັງເກີດເປັນມະນຸດ, ສາມສິບສາມປີເຄິ່ງນີ້ຖືວ່າຍາວນານພໍສົມຄວນ. ພຣະອົງກາຍເປັນຄົນ, ເປັນຄົນທຳມະດາທີ່ຮັບພາລະກິດ ແລະ ການມອບໝາຍຈາກພຣະເຈົ້າ. ນີ້ໝາຍຄວາມວ່າ ພຣະອົງຕ້ອງໄດ້ເຮັດພາລະກິດທີ່ຄົນທຳມະດາທົ່ວໄປບໍ່ສາມາດເຮັດໄດ້ ແລະ ຍັງຕ້ອງທົນທຸກທໍລະມານທີ່ຄົນທຳມະດາທົ່ວໄປບໍ່ສາມາດທົນໄດ້. ຄວາມທຸກທໍລະມານທີ່ພຣະເຢຊູເຈົ້າໄດ້ຮັບໃນລະຫວ່າງຍຸກແຫ່ງພຣະຄຸນ ນັບຕັ້ງແຕ່ການເລີ່ມຕົ້ນພາລະກິດຂອງພຣະອົງຈົນເຖິງເວລາທີ່ພຣະອົງຖືກຕອກຕະປູໃສ່ໄມ້ກາງແຂນ ອາດບໍ່ແມ່ນສິ່ງທີ່ຄົນໃນປັດຈຸບັນນີ້ສາມາດໄດ້ປະຈັກດ້ວຍຕົນເອງ, ແຕ່ຢ່າງໜ້ອຍພວກເຈົ້າຈະບໍ່ສາມາດມີຄວາມເຂົ້າໃຈກ່ຽວກັບມັນຜ່ານເລື່ອງລາວໃນພຣະຄຳພີແດ່ບໍ? ບໍ່ວ່າຂໍ້ເທັດຈິງທີ່ຖືກບັນທຶກໄວ້ເຫຼົ່ານີ້ຈະມີລາຍລະອຽດຫຼາຍປານໃດກໍຕາມ, ໂດຍລວມແລ້ວ ພາລະກິດຂອງພຣະເຈົ້າໃນໄລຍະນີ້ແມ່ນເຕັມໄປດ້ວຍຄວາມຍາກລຳບາກ ແລະ ຄວາມທຸກທໍລະມານ. ສຳລັບມະນຸດຜູ້ເສື່ອມຊາມ, ສາມສິບສາມປີເຄິ່ງນັ້ນບໍ່ແມ່ນເວລາດົນນານເລີຍ; ຄວາມທຸກທໍລະມານເລັກນ້ອຍກໍເປັນພຽງເລື່ອງນ້ອຍ. ແຕ່ສຳລັບພຣະເຈົ້າຜູ້ທີ່ບໍລິສຸດ, ຜູ້ທີ່ບໍ່ມີຄວາມຜິດບາບ ຜູ້ທີ່ຕ້ອງແບກຮັບເອົາບາບທັງໝົດຂອງມວນມະນຸດ, ກິນ, ນອນ ແລະ ອາໄສຢູ່ກັບຄົນບາບ, ຄວາມເຈັບປວດນີ້ໃຫຍ່ຫຼວງຢ່າງບໍ່ໜ້າເຊື່ອ. ພຣະອົງແມ່ນພຣະຜູ້ຊົງສ້າງ, ກະສັດຂອງທຸກສິ່ງ ແລະ ຜູ້ປົກຄອງສັບພະສິ່ງທັງປວງ, ແຕ່ເມື່ອພຣະອົງສະເດັດມາເທິງໂລກ, ພຣະອົງຕ້ອງໄດ້ທົນຕໍ່ການກົດຂີ່ຂົ່ມເຫັງ ແລະ ຄວາມໂຫດຮ້າຍຂອງມະນຸດຜູ້ເສື່ອມຊາມ. ເພື່ອໃຫ້ພາລະກິດຂອງພຣະອົງສຳເລັດລົງ ແລະ ຊ່ວຍມວນມະນຸດໃຫ້ລອດພົ້ນຈາກທະເລແຫ່ງຄວາມທຸກທໍລະມານ, ພຣະອົງຕ້ອງໄດ້ຖືກຕັດສິນລົງໂທດໂດຍມະນຸດ ແລະ ແບກຮັບເອົາບາບຂອງມະນຸດທັງມວນ. ລະດັບຄວາມທຸກທໍລະມານທີ່ພຣະອົງຜ່ານຜ່ານັ້ນບໍ່ສາມາດຢັ່ງເຖິງໄດ້ ແລະ ມະນຸດທໍາມະດາສາມັນກໍບໍ່ສາມາດຮູ້ຄຸນຄ່າເຖິງສິ່ງນັ້ນໄດ້. ຄວາມທຸກທໍລະມານນີ້ສະແດງເຖິງຫຍັງ? ມັນສະແດງເຖິງການອຸທິດຕົນຂອງພຣະເຈົ້າຕໍ່ມະນຸດຊາດ. ມັນໝາຍເຖິງຄວາມອັບອາຍທີ່ພຣະອົງໄດ້ຮັບ ແລະ ລາຄາທີ່ພຣະອົງຈ່າຍເພື່ອຄວາມລອດພົ້ນຂອງມະນຸດ, ເພື່ອໄຖ່ບາບຂອງພວກເຂົາ ແລະ ເພື່ອສຳເລັດຂັ້ນຕອນພາລະກິດຂອງພຣະອົງ. ມັນຍັງໝາຍຄວາມວ່າມະນຸດຈະໄດ້ຮັບການໄຖ່ບາບຈາກກາງແຂນໂດຍພຣະເຈົ້າ. ນີ້ແມ່ນລາຄາທີ່ຈ່າຍດ້ວຍເລືອດ, ດ້ວຍຊີວິດ ແລະ ເປັນລາຄາທີ່ບໍ່ມີສິ່ງຖືກສ້າງສາມາດຈ່າຍໄດ້. ມັນເປັນຍ້ອນວ່າພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ມີສິ່ງທີ່ພຣະອົງມີ ແລະ ເປັນ ທີ່ພຣະອົງສາມາດທົນກັບຄວາມທຸກທໍລະມານແບບນີ້ ແລະ ສາມາດປະຕິບັດພາລະກິດປະເພດນີ້ໄດ້. ນີ້ແມ່ນສິ່ງທີ່ບໍ່ມີສິ່ງຖືກສ້າງໂດຍພຣະອົງສາມາດເຮັດສຳເລັດແທນພຣະອົງໄດ້. ນີ້ແມ່ນພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະຄຸນ ແລະ ການເປີດເຜີຍອຸປະນິໄສຂອງພຣະອົງ. ສິ່ງນີ້ໄດ້ເປີດເຜີຍຫຍັງກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນບໍ? ມັນຄຸ້ມຄ່າສຳລັບມະນຸດຊາດທີ່ຈະຮູ້ຈັກບໍ? ໃນຍຸກນັ້ນ, ເຖິງແມ່ນວ່າມະນຸດບໍ່ໄດ້ເຫັນຕົວຕົນຂອງພຣະເຈົ້າ ແຕ່ພວກເຂົາກໍໄດ້ຮັບເຄື່ອງບູຊາໄຖ່ບາບຂອງພຣະເຈົ້າ ແລະ ໄດ້ຮັບການໄຖ່ບາບຈາກກາງແຂນໂດຍພຣະເຈົ້າ. ມະນຸດຊາດອາດຈະຄຸ້ນເຄີຍກັບພາລະກິດທີ່ພຣະເຈົ້າປະຕິບັດໃນຍຸກແຫ່ງພຣະຄຸນ, ແຕ່ມີໃຜທີ່ຄຸ້ນເຄີຍກັບອຸປະນິໄສ ແລະ ຄວາມປະສົງທີ່ສະແດງອອກໂດຍພຣະເຈົ້າໃນໄລຍະນີ້ບໍ? ມະນຸດພຽງແຕ່ຮູ້ຈັກກ່ຽວກັບລາຍລະອຽດພາລະກິດຂອງພຣະເຈົ້າໃນຍຸກຕ່າງໆ ແລະ ຜ່ານຫຼາກຫຼາຍຊ່ອງທາງ ຫຼື ຮູ້ຈັກເລື່ອງລາວທີ່ກ່ຽວກັບພຣະເຈົ້າທີ່ເກີດຂຶ້ນໃນເວລາດຽວກັນກັບການດຳເນີນພາລະກິດຂອງພຣະອົງ. ລາຍລະອຽດ ແລະ ເລື່ອງລາວເຫຼົ່ານີ້ສ່ວນຫຼາຍແມ່ນເປັນພຽງບາງຂໍ້ມູນ ຫຼື ຕຳນານກ່ຽວກັບພຣະເຈົ້າ ແລະ ບໍ່ກ່ຽວຫຍັງເລີຍກັບອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ. ດັ່ງນັ້ນ, ບໍ່ວ່າຈະມີຈັກເລື່ອງລາວທີ່ຄົນຮູ້ຈັກກ່ຽວກັບພຣະເຈົ້າ, ມັນບໍ່ໄດ້ໝາຍຄວາມວ່າພວກເຈົ້າມີຄວາມເຂົ້າໃຈ ແລະ ຄວາມຮູ້ທີ່ເລິກເຊິ່ງກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງ. ຄືດັ່ງໃນຍຸກແຫ່ງພຣະບັນຍັດ, ເຖິງແມ່ນວ່າ ຄົນໃນຍຸກແຫ່ງພຣະຄຸນໄດ້ຜະເຊີນກັບພຣະເຈົ້າໃນເນື້ອໜັງຢ່າງໃກ້ຊິດ ແລະ ຢ່າງສະໜິດສະໜົມ, ຄວາມຮູ້ຂອງພວກເຂົາກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະອົງເກືອບວ່າບໍ່ມີຢູ່ເລີຍ.

ໃນຍຸກແຫ່ງອານາຈັກ, ພຣະເຈົ້າໄດ້ກາຍເປັນເນື້ອໜັງອີກຄັ້ງ ໃນທຳນອງດຽວກັນກັບພຣະອົງກະທຳຄັ້ງທຳອິດ. ໃນລະຫວ່າງການປະຕິບັດພາລະກິດນີ້, ພຣະເຈົ້າຍັງໄດ້ສະແດງພຣະທຳຂອງພຣະອົງຢ່າງເປີດເຜີຍ, ປະຕິບັດພາລະກິດທີ່ພຣະອົງຈຳເປັນຕ້ອງປະຕິບັດ ແລະ ສະແດງສິ່ງທີ່ພຣະອົງມີ ແລະ ເປັນ. ໃນຂະນະດຽວກັນ, ພຣະອົງສືບຕໍ່ອົດທົນ ແລະ ອົດກັ້ນຕໍ່ຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ຮູ້ຂອງມະນຸດ. ພຣະເຈົ້າບໍ່ໄດ້ເປີດເຜີຍອຸປະນິໄສຂອງພຣະອົງ ແລະ ສະແດງຄວາມປະສົງຂອງພຣະອົງໃນໄລຍະການປະຕິບັດພາລະກິດນີ້ຢ່າງຕໍ່ເນື່ອງເຊັ່ນກັນບໍ? ເພາະສະນັ້ນ, ນັບຕັ້ງແຕ່ການຊົງສ້າງມະນຸດຈົນເຖິງປັດຈຸບັນ, ອຸປະນິໄສຂອງພຣະເຈົ້າ, ສິ່ງທີ່ພຣະອົງເປັນ ແລະ ມີ, ຄວາມປະສົງຂອພຣະອົງແມ່ນຖືກເປີດເຜີຍຕໍ່ທຸກຄົນສະເໝີມາ. ພຣະເຈົ້າບໍ່ເຄີຍຈົງໃຈປິດບັງທາດແທ້ຂອງພຣະອົງ, ອຸປະນິໄສຂອງພຣະອົງ ຫຼື ຄວາມປະສົງຂອງພຣະອົງ. ພຽງແຕ່ວ່າມະນຸດບໍ່ໃສ່ໃຈສິ່ງທີ່ພຣະເຈົ້າກຳລັງກະທຳຢູ່, ບໍ່ໃສ່ໃຈຄວາມປະສົງຂອງພຣະເຈົ້າວ່າແມ່ນຫຍັງ, ດ້ວຍເຫດນັ້ນ ມະນຸດຈຶ່ງມີຄວາມເຂົ້າໃຈຢ່າງໜ້າສົມເພດກ່ຽວກັບພຣະເຈົ້າ. ເວົ້າໄດ້ອີກຢ່າງໜຶ່ງກໍຄື, ໃນຂະນະທີ່ພຣະເຈົ້າປົກປິດຕົວຕົນຂອງພຣະອົງ, ພຣະອົງກໍຍັງຢືນຢູ່ຄຽງຂ້າງມວນມະນຸດຕະຫຼອດເວລາ, ສະແດງຄວາມປະສົງ, ອຸປະນິໄສ ແລະ ທາດແທ້ຂອງພຣະອົງຢ່າງເປີດເຜີຍຕະຫຼອດເວລາ. ປາກົດວ່າ, ຕົວຕົນຂອງພຣະເຈົ້າກໍໄດ້ເປີດເຜີຍໃຫ້ຄົນເຫັນເຊັ່ນກັນ, ແຕ່ເນື່ອງຈາກວ່າ ຄວາມຕາບອດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ, ພວກເຂົາຈຶ່ງບໍ່ສາມາດເຫັນຮູບລັກສະນະຂອງພຣະເຈົ້າໄດ້. ດັ່ງນັ້ນ, ຖ້າເປັນເຊັ່ນນັ້ນ, ຄວາມເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງຈະບໍ່ງ່າຍສຳລັບທຸກຄົນບໍ? ນັ້ນເປັນຄຳຖາມທີ່ຕອບຍາກຫຼາຍບໍ່ແມ່ນບໍ? ເຈົ້າສາມາດເວົ້າໄດ້ວ່າມັນງ່າຍ, ແຕ່ໃນຂະນະທີ່ບາງຄົນສະແຫວງຫາຮູ້ຈັກພຣະເຈົ້າ, ພວກເຂົາບໍ່ສາມາດຮູ້ຈັກພຣະອົງໄດ້ຢ່າງແທ້ຈິງ ຫຼື ສາມາດມີຄວາມຮູ້ຢ່າງຊັດເຈນກ່ຽວກັບພຣະອົງໄດ້; ມັນມືດມົວ ແລະ ເລື່ອນລອຍຢູ່ສະເໝີ. ແຕ່ຖ້າເຈົ້າເວົ້າວ່າມັນບໍ່ງ່າຍ, ນັ້ນກໍບໍ່ຖືກຕ້ອງເຊັ່ນກັນ. ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າມາດົນ, ຜ່ານປະສົບການຂອງພວກເຂົາ, ທຸກຄົນຄວນຈະມີການພົວພັນທີ່ແທ້ຈິງກັບພຣະເຈົ້າ. ຢ່າງໜ້ອຍພວກເຂົາຄວນຮູ້ສຶກເຖິງພຣະເຈົ້າໃນລະດັບໃດໜຶ່ງໃນຫົວໃຈຂອງພວກເຂົາ ຫຼື ມີການສໍາຜັດກັບພຣະເຈົ້າທາງດ້ານຝ່າຍວິນຍານ, ແລະ ຢ່າງໜ້ອຍທີ່ສຸດ ພວກເຂົາກໍມີຄວາມຮູ້ບາງຢ່າງທີ່ຮູ້ຈັກອຸປະນິໄສຂອງພຣະເຈົ້າ ຫຼື ໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບພຣະອົງ. ນັບຕັ້ງແຕ່ເວລາທີ່ມະນຸດເລີ່ມຕິດຕາມພຣະເຈົ້າມາຈົນຮອດປັດຈຸບັນນີ້, ມະນຸດຊາດໄດ້ຮັບຫຼາຍເກີນໄປແລ້ວ, ແຕ່ເນື່ອງຈາກເຫດຜົນຕ່າງໆ ເຊັ່ນ: ຄວາມສາມາດຕ່ຳ, ຄວາມບໍ່ຮູ້, ຄວາມກະບົດ ແລະ ຄວາມຕັ້ງໃຈຕ່າງໆຂອງມະນຸດ, ມວນມະນຸດຈຶ່ງໄດ້ສູນເສຍມັນຫຼາຍເກີນໄປເຊັ່ນກັນ. ພຣະເຈົ້າບໍ່ໄດ້ໃຫ້ມະນຸດຢ່າງພຽງພໍບໍ? ເຖິງແມ່ນວ່າພຣະເຈົ້າປິດບັງຕົວຕົນຂອງພຣະອົງຈາກມະນຸດ, ພຣະອົງກໍສະໜອງໃຫ້ມະນຸດດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ ແລະ ດ້ວຍຊີວິດຂອງພຣະອົງ; ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າບໍ່ຄວນຈະເປັນຢ່າງທີ່ເປັນຢູ່ໃນຕອນນີ້ເທົ່ານັ້ນ. ດັ່ງນັ້ນ ເຮົາຈຶ່ງຄິດວ່າມັນຈຳເປັນຕ້ອງໄດ້ສົນທະນາກັບພວກເຈົ້າເພີ່ມເຕີມກ່ຽວກັບຫົວຂໍ້ ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະອົງເຈົ້າເອງ. ຈຸດປະສົງກໍເພື່ອວ່າ ການດູແລ ແລະ ການພິຈາລະນາຫຼາຍພັນປີທີ່ພຣະເຈົ້າມອບໃຫ້ກັບມະນຸດນັ້ນຈະບໍ່ຈົບລົງຢ່າງໄຮ້ປະໂຫຍດ, ເພື່ອວ່າມວນມະນຸດຈະສາມາດເຂົ້າໃຈ ແລະ ຮູ້ຄຸນຄ່າຄວາມປະສົງຂອງພຣະເຈົ້າທີ່ມີຕໍ່ພວກເຂົາໄດ້ຢ່າງແທ້ຈິງ. ດ້ວຍເຫດນີ້ ມະນຸດກໍຈະສາມາດກ້າວໄປສູ່ຂັ້ນຕອນໃໝ່ໃນຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະເຈົ້າ. ນອກຈາກນີ້ ມັນຍັງຈະເຮັດໃຫ້ພຣະເຈົ້າກັບຄືນສູ່ພື້ນຖີ່ທີ່ແທ້ຈິງຂອງພຣະອົງໃນຫົວໃຈຂອງຄົນ, ນັ້ນກໍຄື ໃຫ້ຄວາມເປັນທຳກັບພຣະອົງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 23)

ຄຳສັ່ງຂອງພຣະເຈົ້າຕໍ່ອາດາມ

“ແລະພຣະເຈົ້າເຢໂຮວານໍາຊາຍຄົນນັ້ນມາ ແລ້ວວາງລາວໄວ້ໃນສວນເອເດັນເພື່ອຕົບແຕ່ງລາວ ແລະ ເບິ່ງແຍງລາວ. ແລ້ວພຣະເຈົ້າເຢໂຮວາສັ່ງຫ້າມຊາຍຄົນນັ້ນວ່າ ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ” (ປະຖົມມະການ 2:15-17).

ເຈົ້າເກັບກຳຫຍັງໄດ້ແດ່ຈາກຂໍ້ຕ່າງໆເຫຼົ່ານີ້? ຂໍ້ພຣະຄຳສ່ວນນີ້ເຮັດໃຫ້ພວກເຈົ້າຮູ້ສຶກແນວໃດ? ເປັນຫຍັງເຮົາຈິ່ງຕັດສິນໃຈທີ່ຈະເວົ້າກ່ຽວກັບຄຳສັ່ງຂອງພຣະເຈົ້າຕໍ່ອາດາມ? ຕອນນີ້ພວກເຈົ້າແຕ່ລະຄົນມີພາບລັກຂອງພຣະເຈົ້າ ແລະ ອາດາມຢູ່ໃນໃຈພວກເຈົ້າແລ້ວບໍ? ພວກເຈົ້າລອງຈິນຕະນາການເບິ່ງວ່າ: ຖ້າພວກເຈົ້າເປັນຄົນຢູ່ໃນສາກນັ້ນ, ເລິກໆແລ້ວ ເຈົ້າຄິດວ່າພຣະເຈົ້າຈະເປັນແນວໃດ? ການຄິດກ່ຽວກັບເລື່ອງນີ້ເຮັດໃຫ້ພວກເຈົ້າຮູ້ສຶກແນວໃດ? ນີ້ແມ່ນຮູບພາບທີ່ປະທັບໃຈ ແລະ ອົບອຸ່ນໃຈຫຼາຍ. ເຖິງແມ່ນວ່າມີພຽງພຣະເຈົ້າ ແລະ ມະນຸດຢູ່ໃນພາບນັ້ນ, ຄວາມສະໜິດສະໜົມລະຫວ່າງພວກເຂົາເຮັດໃຫ້ເຈົ້າມີຄວາມຮູ້ສຶກຊື່ນຊົມ: ຄວາມຮັກອັນລົ້ນເຫຼືອຂອງພຣະເຈົ້າໄດ້ຖືກຫວ່ານລົງມາສູ່ມະນຸດ ແລະ ອ້ອມຮອບມະນຸດຢ່າງບໍ່ຢຸດຢັ້ງ; ມະນຸດໄຮ້ດຽງສາ ແລະ ບໍລິສຸດ, ປາສະຈາກຄວາມຜູກພັນ ແລະ ໄຮ້ຄວາມກັງວົນ, ດຳລົງຊີວິດຢູ່ຢ່າງມີຄວາມສຸກພາຍໃຕ້ສາຍຕາຂອງພຣະເຈົ້າ; ພຣະເຈົ້າສະແດງຄວາມຫ່ວງໃຍຕໍ່ມະນຸດ, ໃນຂະນະທີ່ມະນຸດກໍອາໄສຢູ່ພາຍໃຕ້ການປົກປ້ອງ ແລະ ພອນຂອງພຣະເຈົ້າ; ທຸກສິ່ງທີ່ມະນຸດເຮັດ ແລະ ເວົ້ານັ້ນເຊື່ອມໂຍງກັບພຣະເຈົ້າ ແລະ ບໍ່ສາມາດແຍກອອກຈາກພຣະເຈົ້າໄດ້.

ນີ້ສາມາດເອີ້ນໄດ້ວ່າ ເປັນຄຳສັ່ງທຳອິດຂອງພຣະເຈົ້າທີ່ມີຕໍ່ມະນຸດຫຼັງຈາກທີ່ໄດ້ສ້າງພວກເຂົາ. ຄຳສັ່ງນີ້ບົ່ງບອກເຖິງຫຍັງ? ມັນບົ່ງບອກເຖິງຄວາມປະສົງຂອງພຣະເຈົ້າ ແລະ ກໍຍັງບົ່ງບອກເຖິງຄວາມຫ່ວງໃຍທີ່ພຣະອົງມີຕໍ່ມວນມະນຸດອີກດ້ວຍ. ນີ້ແມ່ນຄຳສັ່ງທຳອິດຂອງພຣະເຈົ້າ ແລະ ກໍເປັນຄັ້ງທຳອິດທີ່ພຣະເຈົ້າສະແດງຄວາມເປັນຫ່ວງກັງວົນຕໍ່ມະນຸດ. ນັ້ນໝາຍຄວາມວ່າ, ພຣະເຈົ້າຮູ້ສຶກມີຄວາມຮັບຜິດຊອບຕໍ່ມະນຸດນັບຕັ້ງແຕ່ເວລາທີ່ພຣະອົງສ້າງພວກເຂົາ. ຄວາມຮັບຜິດຊອບຂອງພຣະອົງແມ່ນຫຍັງ? ພຣະອົງຕ້ອງປົກປ້ອງມະນຸດ, ເບິ່ງແຍງມະນຸດ. ພຣະອົງຫວັງວ່າມະນຸດຈະສາມາດເຊື່ອໃຈ ແລະ ເຊື່ອຟັງພຣະທຳຂອງພຣະອົງ. ນີ້ແມ່ນຄວາມຄາດຫວັງທຳອິດຂອງພຣະເຈົ້າທີ່ມີຕໍ່ມະນຸດເຊັ່ນກັນ. ມັນແມ່ນດ້ວຍຄວາມຄາດຫວັງນີ້ ພຣະເຈົ້າຈຶ່ງກ່າວດັ່ງຕໍ່ໄປນີ້ວ່າ: “ຈາກຕົ້ນໄມ້ທຸກຕົ້ນທີ່ຢູ່ໃນສວນ ເຈົ້າສາມາດກິນໄດ້ຢ່າງຕາມໃຈຍົກເວັ້ນຕົ້ນໄມ້ແຫ່ງຄວາມຮູ້ຈັກດີ ແລະ ຊົ່ວ, ເຈົ້າບໍ່ຕ້ອງກິນຈາກຕົ້ນນັ້ນ ຍ້ອນວ່າເມື່ອໃດທີ່ເຈົ້າກິນຈາກຕົ້ນໄມ້ນັ້ນ ເມື່ອນັ້ນເຈົ້າກໍຈະມີຄວາມຕາຍຢ່າງແນ່ນອນ”. ພຣະທໍາງ່າຍໆເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມປະສົງຂອງພຣະເຈົ້າ. ມັນຍັງໄດ້ເປີດເຜີຍໃຫ້ເຫັນອີກວ່າ, ໃນຫົວໃຈຂອງພຣະອົງ, ພຣະເຈົ້າໄດ້ເລີ່ມສະແດງຄວາມເປັນຫ່ວງຕໍ່ມະນຸດ. ໃນທ່າມກາງທຸກສິ່ງ, ມີພຽງອາດາມເທົ່ານັ້ນທີ່ຖືກສ້າງຂຶ້ນຕາມພາບລັກຂອງພຣະເຈົ້າ; ອາດາມເປັນພຽງສິ່ງມີຊີວິດດຽວທີ່ໄດ້ຮັບລົມຫາຍໃຈແຫ່ງຊີວິດຂອງພຣະເຈົ້າ; ລາວສາມາດຍ່າງກັບພຣະເຈົ້າ, ສົນທະນາກັບພຣະເຈົ້າ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງມອບຄຳສັ່ງນີ້ໃຫ້ກັບລາວ. ພຣະເຈົ້າຊັດເຈນຫຼາຍໃນຄຳສັ່ງຂອງພຣະອົງກ່ຽວກັບສິ່ງທີ່ມະນຸດສາມາດເຮັດ ແລະ ບໍ່ສາມາດເຮັດໄດ້.

ໃນພຣະທໍາອັນລຽບງ່າຍສອງສາມຂໍ້ເຫຼົ່ານີ້, ພວກເຮົາເຫັນຫົວໃຈຂອງພຣະເຈົ້າ. ແຕ່ຫົວໃຈແບບໃດທີ່ສະແດງອອກມາໃຫ້ເຫັນ? ມີຄວາມຮັກຢູ່ໃນຫົວໃຈຂອງພຣະເຈົ້າບໍ? ມີຄວາມຫ່ວງໃຍບໍ? ໃນຂໍ້ເຫຼົ່ານີ້, ຄວາມຮັກ ແລະ ຄວາມຫ່ວງໃຍຂອງພຣະເຈົ້າບໍ່ພຽງແຕ່ສາມາດໄດ້ຮັບການສັນລະເສີນເທົ່ານັ້ນ, ແຕ່ຍັງສາມາດຮູ້ສຶກເຖິງຢ່າງໃກ້ຊິດອີກດ້ວຍ. ເຈົ້າຈະບໍ່ເຫັນດີນຳບໍ? ຫຼັງຈາກທີ່ໄດ້ຍິນເຮົາເວົ້າສິ່ງນີ້, ພວກເຈົ້າຍັງຈະຄິດວ່າພຣະທໍາເຫຼົ່ານີ້ເປັນພຽງແຕ່ຄຳເວົ້າງ່າຍໆສອງສາມຄຳເທົ່ານັ້ນບໍ? ມັນບໍ່ແມ່ນພຣະທໍາທີ່ລຽບງ່າຍເລີຍ ແມ່ນບໍ່? ພວກເຈົ້າເຄີຍຮູ້ສິ່ງນີ້ມາກ່ອນບໍ? ຖ້າພຣະເຈົ້າບອກພຣະທຳເຫຼົ່ານີ້ກັບເຈົ້າດ້ວຍຕົວເອງ, ເຈົ້າຈະຮູ້ສຶກແນວໃດໃນຂ້າງໃນເຈົ້າ? ຖ້າເຈົ້າບໍ່ແມ່ນບຸກຄົນທີ່ມີມະນຸດສະທໍາ, ຖ້າຫົວໃຈຂອງເຈົ້າເຢັນຊາ, ແລ້ວເຈົ້າກໍຈະບໍ່ຮູ້ສຶກຫຍັງ, ເຈົ້າຈະບໍ່ຮູ້ຄຸນຄ່າຄວາມຮັກຂອງພຣະເຈົ້າ ແລະ ເຈົ້າຈະບໍ່ພະຍາຍາມເຂົ້າໃຈຫົວໃຈຂອງພຣະເຈົ້າ. ແຕ່ໃນຖານະເປັນຄົນທີ່ມີມະໂນທຳ ແລະ ຄວາມຮູ້ສຶກເຖິງຄວາມເປັນມະນຸດ, ເຈົ້າຈະຮູ້ສຶກແຕກຕ່າງ. ເຈົ້າຈະຮູ້ສຶກເຖິງຄວາມອົບອຸ່ນ, ເຈົ້າຈະຮູ້ສຶກຖືກດູແລ ແລະ ຖືກຮັກ, ເຈົ້າຈະຮູ້ສຶກເຖິງຄວາມສຸກ. ນັ້ນບໍ່ຖືກຕ້ອງບໍ? ເມື່ອເຈົ້າຮູ້ສຶກເຖິງສິ່ງເຫຼົ່ານີ້, ເຈົ້າຈະປະຕິບັດຕໍ່ພຣະເຈົ້າແນວໃດ? ເຈົ້າຈະຮູ້ສຶກຜູກພັນກັບພຣະເຈົ້າບໍ? ເຈົ້າຈະຮັກ ແລະ ໃຫ້ຄວາມເຄົາລົບຕໍ່ພຣະເຈົ້າຢ່າງສຸດຫົວໃຈຂອງເຈົ້າບໍ? ຫົວໃຈຂອງເຈົ້າຈະຫຍັບເຂົ້າໃກ້ຊິດພຣະເຈົ້າບໍ? ເຈົ້າສາມາດເຫັນໄດ້ຈາກສິ່ງນີ້ວ່າ ຄວາມຮັກຂອງພຣະເຈົ້າທີ່ມີຕໍ່ມະນຸດນັ້ນສຳຄັນພຽງໃດ. ແຕ່ສິ່ງທີ່ສຳຄັນຍິ່ງກວ່ານັ້ນແມ່ນການຮູ້ເຖິງຄຸນຄ່າ ແລະ ຄວາມເຂົ້າໃຈຕໍ່ຄວາມຮັກຂອງພຣະເຈົ້າ. ຄວາມຈິງແລ້ວ, ພຣະເຈົ້າບໍ່ໄດ້ເວົ້າຫຼາຍສິ່ງທີ່ຄ້າຍຄືກັນໃນໄລຍະຂັ້ນຕອນນີ້ຂອງພາລະກິດຂອງພຣະອົງບໍ? ມີຄົນໃນປັດຈຸບັນນີ້ທີ່ເຫັນຄຸນຄ່າຄວາມຮັກຂອງພຣະເຈົ້າບໍ? ພວກເຈົ້າສາມາດເຫັນຄຸນຄ່າຄວາມປະສົງຂອງພຣະເຈົ້າທີ່ເຮົາຫາກໍກ່າວເຖິງນັ້ນບໍ? ພວກເຈົ້າບໍ່ສາມາດເຫັນຄຸນຄ່າຄວາມປະສົງຂອງພຣະເຈົ້າໄດ້ ຂະໜາດວ່າມັນເປັນຮູບປະທຳ, ຈັບບາຍໄດ້ ແລະ ເປັນຄວາມຈິງ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າ ພວກເຈົ້າບໍ່ມີຄວາມຮູ້ ແລະ ຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ. ນີ້ບໍ່ແມ່ນຄວາມຈິງບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 24)

ພຣະເຈົ້າສ້າງເອວາ

“ແລະ ພຣະເຈົ້າເຢໂຮວາກ່າວວ່າ ມັນບໍ່ແມ່ນເລື່ອງທີ່ດີທີ່ຊາຍຄົນນີ້ຈະຢູ່ຄົນດຽວ; ເຮົາຈະສ້າງຜູ້ຊ່ວຍທີ່ເໝາະສົມໃຫ້ລາວ. ແລ້ວພຣະເຈົ້າເຢໂຮວາໄດ້ສ້າງສັດເທິງບົກທຸກປະເພດ ແລະ ສັດມີປີກເທິງອາກາດ; ແລະ ນໍາພວກມັນມາໃຫ້ອາດາມເພື່ອເບິ່ງວ່າ ລາວຈະເອີ້ນພວກມັນແນວໃດ ແລະ ບໍ່ວ່າອາດາມຈະເອີ້ນຊື່ສັດທີ່ມີຊີວິດເຫຼົ່ານັ້ນຢ່າງໃດກໍຕາມ ຕໍ່ມາຊື່ນັ້ນກໍເປັນຊື່ຂອງສັດເຫຼົ່ານັ້ນ ແລະ ອາດາມຕັ້ງຊື່ງົວຄວາຍທັງໝົດ ແລະ ຕັ້ງຊື່ສັດມີປີກເທິງອາກາດ ແລະ ສັດເທິງບົກທຸກໂຕ, ແຕ່ສຳລັບອາດາມແລ້ວ ບໍ່ມີຜູ້ຊ່ວຍທີ່ເໝາະສົມໃຫ້ກັບລາວ” (ປະຖົມມະການ 2:18-20).

“ແລະ ກະດູກຂ້າງ ທີ່ພຣະເຈົ້າເຢໂຮວາເອົາມາຈາກຜູ້ຊາຍນັ້ນ ພຣະອົງໄດ້ໃຊ້ມັນສ້າງຜູ້ຍິງ ແລະ ນໍາເອົາລາວມາມອບໃຫ້ກັບຜູ້ຊາຍຄົນນັ້ນ ແລ້ວອາດາມກໍເວົ້າວ່າ ບັດນີ້ ກະດູກຂອງນາງກໍຄືກະດູກຂອງຂ້ານ້ອຍ ແລະ ເນື້ອໜັງຂອງນາງກໍຄືເນື້ອໜັງຂອງຂ້ານ້ອຍ, ນາງຈະຖືກເອີ້ນວ່າ ແມ່ຍິງ ເພາະນາງຖືກນໍາອອກມາຈາກຜູ້ຊາຍ” (ປະຖົມມະການ 2:22-23).

ມີໜຶ່ງຂໍ້ຄວາມທີ່ສຳຄັນໃນພຣະຄຳພີພາກນີ້: “ບໍ່ວ່າອາດາມຈະເອີ້ນຊື່ສັດທີ່ມີຊີວິດເຫຼົ່ານັ້ນຢ່າງໃດກໍຕາມ ຕໍ່ມາຊື່ນັ້ນກໍເປັນຊື່ຂອງສັດເຫຼົ່ານັ້ນ”. ດັ່ງນັ້ນ, ແມ່ນໃຜເປັນຜູ້ຕັ້ງຊື່ໃຫ້ສິ່ງມີຊີວິດທັງໝົດເຫຼົ່ານີ້? ແມ່ນອາດາມ, ບໍ່ແມ່ນພຣະເຈົ້າ. ຂໍ້ຄວາມນີ້ບອກຄວາມຈິງກັບມະນຸດວ່າ: ພຣະເຈົ້າປະທານຄວາມສະຫຼາດໃຫ້ກັບມະນຸດເມື່ອພຣະອົງຊົງສ້າງພວກເຂົາ. ໝາຍຄວາມວ່າ, ຄວາມສະຫຼາດຂອງມະນຸດມາຈາກພຣະເຈົ້າ. ນີ້ແມ່ນຄວາມຈິງ. ແຕ່ວ່າດ້ວຍເຫດໃດ? ຫຼັງຈາກທີ່ພຣະເຈົ້າສ້າງອາດາມແລ້ວ, ອາດາມໄດ້ໄປໂຮງຮຽນບໍ? ລາວຮູ້ຈັກອ່ານບໍ? ຫຼັງຈາກທີ່ພຣະເຈົ້າສ້າງສິ່ງມີຊີວິດຕ່າງໆແລ້ວ, ອາດາມຮູ້ຈັກສິ່ງຖືກສ້າງເຫຼົ່ານີ້ທັງໝົດບໍ? ພຣະເຈົ້າໄດ້ບອກລາວບໍ່ວ່າ ແມ່ນຫຍັງຄືຊື່ຂອງພວກມັນ? ແນ່ນອນວ່າ ພຣະເຈົ້າບໍ່ໄດ້ສອນລາວວິທີຕັ້ງຊື່ໃຫ້ສິ່ງທີ່ມີຊີວິດເຫຼົ່ານີ້. ນັ້ນຄືຄວາມຈິງ! ແລ້ວອາດາມຮູ້ວິທີຕັ້ງຊື່ໃຫ້ສິ່ງທີ່ມີຊີວິດເຫຼົ່ານີ້ໄດ້ແນວໃດ ແລະ ຕັ້ງຊື່ແບບໃດໃຫ້ກັບພວກມັນ? ນີ້ແມ່ນກ່ຽວຂ້ອງກັບຄຳຖາມທີ່ວ່າ ແມ່ນຫຍັງທີ່ພຣະເຈົ້າໄດ້ມອບໃຫ້ອາດາມເມື່ອພຣະອົງຊົງສ້າງລາວ. ຄວາມຈິງພິສູດໃຫ້ເຫັນວ່າ ເມື່ອພຣະເຈົ້າສ້າງມະນຸດ, ພຣະອົງໄດ້ປະທານຄວາມສະຫຼາດຂອງພຣະອົງໃສ່ໃນຕົວພວກເຂົາ. ນີ້ແມ່ນປະເດັນສຳຄັນ, ເພາະສະນັ້ນຈົ່ງຕັ້ງໃຈຟັງໃຫ້ດີ. ຍັງມີປະເດັນສຳຄັນອື່ນອີກທີ່ພວກເຈົ້າຄວນທຳຄວາມເຂົ້າໃຈ: ຫຼັງຈາກທີ່ອາດາມຕັ້ງຊື່ໃຫ້ສິ່ງມີຊີວິດຕ່າງໆເຫຼົ່ານີ້ແລ້ວ, ຊື່ເຫຼົ່ານີ້ກໍໄດ້ຖືກກຳນົດໄວ້ໃນຄຳສັບຂອງພຣະເຈົ້າ. ເປັນຫຍັງເຮົາຈິ່ງເວົ້າເຖິງເລື່ອງນີ້? ຍ້ອນວ່າ ເລື່ອງນີ້ກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ ແລະ ນີ້ແມ່ນປະເດັນທີ່ເຮົາຕ້ອງອະທິບາຍເພີ່ມເຕີມຢ່າງລະອຽດ.

ພຣະເຈົ້າສ້າງມະນຸດ, ມອບລົມຫາຍໃຈແຫ່ງຊີວິດໃຫ້ກັບພວກເຂົາ ແລະ ປະທານຄວາມສະຫຼາດບາງປະການຂອງພຣະອົງໃຫ້ແກ່ພວກເຂົາ, ປະທານຄວາມສາມາດຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນໃຫ້ແກ່ພວກເຂົາ. ຫຼັງຈາກທີ່ພຣະເຈົ້າປະທານສິ່ງເຫຼົ່ານີ້ໃຫ້ແກ່ມະນຸດ, ມະນຸດຈຶ່ງສາມາດເຮັດຫຍັງບາງຢ່າງໄດ້ຢ່າງອິດສະຫຼະ ແລະ ສາມາດຄິດດ້ວຍຕົນເອງ. ຖ້າສິ່ງທີ່ມະນຸດຄິດອອກ ແລະ ເຮັດນັ້ນດີໃນສາຍຕາຂອງພຣະເຈົ້າ, ພຣະເຈົ້າກໍຈະຍອມຮັບມັນ ແລະ ບໍ່ແຊກແຊງ. ຖ້າສິ່ງທີ່ມະນຸດເຮັດນັ້ນຖືກຕ້ອງ, ພຣະເຈົ້າກໍຈະປ່ອຍມັນໄວ້. ດັ່ງນັ້ນ, ປະໂຫຍກທີ່ວ່າ “ບໍ່ວ່າອາດາມຈະເອີ້ນຊື່ສັດທີ່ມີຊີວິດເຫຼົ່ານັ້ນຢ່າງໃດກໍຕາມ ຕໍ່ມາຊື່ນັ້ນກໍເປັນຊື່ຂອງສັດເຫຼົ່ານັ້ນ” ແມ່ນຊີ້ເຖິງຫຍັງ? ມັນຊີ້ເຖິງພຣະເຈົ້າເຫັນວ່າ ມັນບໍ່ເໝາະສົມທີ່ຈະປ່ຽນຊື່ໃຫ້ແກ່ສັດຕ່າງໆທີ່ຖືກແຕ່ງຕັ້ງຂຶ້ນ. ບໍ່ວ່າອາດາມຕັ້ງຊື່ໃດໃຫ້ສັດ, ພຣະເຈົ້າກໍຈະເວົ້າວ່າ “ໃຫ້ເປັນເຊັ່ນນັ້ນ” ເພື່ອເປັນການຢືນຢັນຊື່ຂອງສັດ. ພຣະເຈົ້າໄດ້ສະແດງຄວາມຄິດເຫັນໃດໆໃນເລື່ອງນີ້ບໍ? ບໍ່, ພຣະອົງບໍ່ໄດ້ສະແດງຢ່າງແນ່ນອນ. ດັ່ງນັ້ນ, ຈາກເລື່ອງນີ້ເຈົ້າໄດ້ຮູ້ຫຍັງແດ່? ພຣະເຈົ້າປະທານຄວາມສະຫຼາດໃຫ້ມະນຸດ ແລະ ມະນຸດໃຊ້ຄວາມສະຫຼາດທີ່ພຣະເຈົ້າປະທານໃຫ້ເພື່ອເຮັດສິ່ງຕ່າງໆ. ຖ້າສິ່ງທີ່ມະນຸດເຮັດນັ້ນດີໃນສາຍຕາຂອງພຣະເຈົ້າ, ມັນກໍຖືກຢືນຢັນ, ຮັບຮູ້ ແລະ ຍອມຮັບໂດຍພຣະເຈົ້າຢ່າງບໍ່ມີການພິພາກສາ ຫຼື ການວິພາກວິຈານໃດໆ. ນີ້ແມ່ນສິ່ງທີ່ບໍ່ມີຄົນໃດ, ວິນຍານຊົ່ວຮ້າຍ ຫຼື ຊາຕານສາມາດເຮັດໄດ້. ພວກເຈົ້າເຫັນການເປີດເຜີຍອຸປະນິໄສຂອງພຣະເຈົ້າໃນນີ້ບໍ? ມະນຸດ, ຄົນທີ່ເສື່ອມຊາມ ຫຼື ຊາຕານຈະອະນຸຍາດໃຫ້ຄົນອື່ນເຮັດບາງສິ່ງບາງຢ່າງໃນນາມຂອງພວກເຂົາຢູ່ກ້ອງດັງຂອງຕົນເອງບໍ? ແນ່ນອນວ່າບໍ່! ພວກເຂົາຈະຕໍ່ສູ້ເພື່ອຕຳແໜ່ງນີ້ກັບຄົນອື່ນ ຫຼື ກັບອໍານາດອື່ນທີ່ແຕກຕ່າງຈາກພວກເຂົາບໍ? ແນ່ນອນວ່າພວກເຂົາຈະສູ້! ຖ້າແມ່ນຄົນທີ່ເສື່ອມຊາມ ຫຼື ຊາຕານທີ່ຢູ່ກັບອາດາມໃນເວລານັ້ນ, ພວກເຂົາຄົງຈະປະຕິເສດສິ່ງທີ່ອາດາມກຳລັງເຮັດຢູ່ຢ່າງແນ່ນອນ. ເພື່ອທີ່ພິສູດວ່າພວກເຂົາມີຄວາມສາມາດທີ່ຈະຄິດຢ່າງອິດສະຫຼະ ແລະ ມີຄວາມຄິດທີ່ເປັນເອກະລັກຂອງພວກເຂົາເອງ, ພວກເຂົາຈະປະຕິເສດທຸກສິ່ງທີ່ອາດາມເຮັດຢ່າງແນ່ນອນ: “ເຈົ້າຢາກເອີ້ນມັນແບບນີ້ບໍ? ຂ້ອຍຈະບໍ່ເອີ້ນມັນແບບນີ້, ແຕ່ຂ້ອຍຈະເອີ້ນມັນແບບນັ້ນ; ເຈົ້າເອີ້ນມັນວ່າທອມ ແຕ່ຂ້ອຍຈະເອີ້ນມັນວ່າ ແຮຣີ. ຂ້ອຍຕ້ອງສະແດງໃຫ້ເຫັນວ່າຂ້ອຍສະຫຼາດພຽງໃດ”. ນີ້ແມ່ນທຳມະຊາດແບບໃດ? ມັນບໍ່ແມ່ນການອວດດີບໍ? ແລ້ວພຣະເຈົ້າເດ? ພຣະອົງມີອຸປະນິໄສແບບນັ້ນບໍ? ພຣະເຈົ້າມີຂໍ້ຂັດຂ້ອງທີ່ຜິດປົກກະຕິຕໍ່ສິ່ງທີ່ອາດາມເຮັດບໍ? ຄຳຕອບແມ່ນຊັດເຈນຢູ່ແລ້ວ ວ່າບໍ່! ທຸກອຸປະນິໄສທີ່ພຣະເຈົ້າເປີດເຜີຍອອກມາ, ບໍ່ມີການໂຕ້ຖຽງ, ການໂອ້ອວດ ຫຼື ຄວາມພໍໃຈໃນຕົວເອງແມ່ນແຕ່ໜ້ອຍດຽວເລີຍ. ມັນຊັດເຈນໃນນີ້ຫຼາຍ. ນີ້ອາດຈະປາກົດວ່າ ມັນເປັນປະເດັນເລັກນ້ອຍ, ແຕ່ຖ້າເຈົ້າບໍ່ເຂົ້າໃຈທາດແທ້ຂອງພຣະເຈົ້າ, ຖ້າຫົວໃຈເຈົ້າບໍ່ພະຍາຍາມເຂົ້າໃຈວິທີທີ່ພຣະເຈົ້າປະຕິບັດ ແລະ ທັດສະນະຄະຕິຂອງພຣະເຈົ້າແມ່ນຫຍັງ, ເຈົ້າກໍຈະບໍ່ຮູ້ຈັກອຸປະນິໄສຂອງພຣະເຈົ້າ ຫຼື ເຫັນການສະແດງອອກ ແລະ ການເປີດເຜີຍຂອງອຸປະນິໄສຂອງພຣະເຈົ້າ. ບໍ່ແມ່ນແນວນັ້ນບໍ? ພວກເຈົ້າເຫັນດີກັບສິ່ງທີ່ເຮົາຫາກໍອະທິບາຍໃຫ້ພວກເຈົ້າຟັງບໍ? ຕໍ່ກັບການກະທຳຂອງອາດາມ, ພຣະເຈົ້າບໍ່ໄດ້ປະກາດຢ່າງກ້ອງກັງວານວ່າ “ເຈົ້າເຮັດໄດ້ດີຫຼາຍ, ເຈົ້າເຮັດຖືກຕ້ອງແລ້ວ ແລະ ເຮົາກໍເຫັນດີນຳ!” ແນວໃດກໍ່ຕາມ, ໃນຫົວໃຈຂອງພຣະອົງ, ພຣະອົງເຫັນດີ, ຍົກຍ້ອງ ແລະ ຊື່ນຊົມໃນສິ່ງທີ່ອາດາມເຮັດ. ນີ້ແມ່ນສິ່ງທຳອິດ ນັບຕັ້ງແຕ່ການຊົງສ້າງ ທີ່ມະນຸດໄດ້ເຮັດເພື່ອພຣະເຈົ້າຕາມຄຳແນະນຳຂອງພຣະອົງ. ມັນແມ່ນສິ່ງທີ່ມະນຸດເຮັດແທນພຣະເຈົ້າ ແລະ ໃນນາມຂອງພຣະເຈົ້າ. ໃນສາຍຕາຂອງພຣະເຈົ້າ, ນີ້ເກີດຈາກສະຕິປັນຍາທີ່ພຣະເຈົ້າປະທານໃຫ້ກັບມະນຸດ. ພຣະເຈົ້າເຫັນວ່າມັນເປັນສິ່ງທີ່ດີ, ເປັນສິ່ງທີ່ເປັນບວກ. ສິ່ງທີ່ອາດາມເຮັດໃນເວລານັ້ນແມ່ນການສະແດງອອກຄັ້ງທຳອິດເຖິງຄວາມຫຼັກແຫຼມຂອງພຣະເຈົ້າໃນມະນຸດ. ຈາກມຸມມອງຂອງພຣະເຈົ້າແລ້ວ ມັນເປັນການສະແດງອອກທີ່ດີ. ສິ່ງທີ່ເຮົາຢາກບອກພວກເຈົ້າໃນນີ້ກໍຄື ຈຸດປະສົງຂອງພຣະເຈົ້າໃນການມອບບາງສິ່ງບາງຢ່າງທີ່ພຣະອົງມີ ແລະ ເປັນ ແລະ ສະຕິປັນຍາຂອງພຣະອົງໃຫ້ມະນຸດກໍເພື່ອວ່າມະນຸດຊາດຈະສາມາດເປັນສິ່ງມີຊີວິດທີ່ປະຈັກພະຍານຕໍ່ພຣະອົງ. ການທີ່ສິ່ງມີຊີວິດດັ່ງກ່າວປະຕິບັດໃນນາມຂອງພຣະອົງຄືສິ່ງທີ່ພຣະເຈົ້າປາດຖະໜາຢາກເຫັນຢ່າງແທ້ຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 25)

ພຣະເຈົ້າເຮັດເສື້ອຂົນສັດໃຫ້ອາດາມ ແລະ ເອວາ

“ແລະ ອາດາມເອີ້ນເມຍຂອງລາວວ່າ ເອວາ ເພາະວ່ານາງເປັນແມ່ຂອງທຸກສິ່ງທີ່ມີຊີວິດ. ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ ເມຍຂອງລາວ ແລະ ນຸ່ງໃຫ້ພວກເຂົາ” (ປະຖົມມະການ 3:20-21).

“ພ້ອມນັ້ນ ພຣະເຈົ້າເຢໂຮວາຍັງໄດ້ເຮັດເສື້ອຂົນສັດໃຫ້ກັບອາດາມ ແລະ ເມຍຂອງລາວ ແລະ ນຸ່ງໃຫ້ພວກເຂົາ”. ໃນສາກນີ້, ພວກເຮົາໄດ້ເຫັນພຣະເຈົ້າມີບົດບາດຫຍັງເມື່ອພຣະອົງຢູ່ກັບອາດາມ ແລະ ເອວາ? ພຣະເຈົ້າສະແດງຕົວໃນຮູບແບບໃດໃນໂລກນີ້ທີ່ມີພຽງແຕ່ມະນຸດສອງຄົນເທົ່ານັ້ນ? ພຣະອົງສະແດງຕົວໃນບົດບາດຂອງພຣະເຈົ້າບໍ? ອ້າຍເອື້ອຍນ້ອງຈາກຮ່ອງກົງ, ກະລຸນາຊ່ວຍຕອບແດ່. (ໃນບົດບາດຂອງພໍ່ແມ່.) ອ້າຍເອື້ອຍນ້ອງຈາກເກົາຫຼີໃຕ້, ພວກເຈົ້າຄິດວ່າພຣະເຈົ້າປາກົດຕົວໃນບົດບາດແບບໃດ? (ຫົວໜ້າຄອບຄົວ.) ອ້າຍເອື້ອຍນ້ອງຈາກໄຕ້ຫວັນ, ພວກເຈົ້າຄິດວ່າແນວໃດ? (ບົດບາດຂອງບາງຄົນໃນຄອບຄົວຂອງອາດາມ ແລະ ເອວາ, ບົດບາດຂອງສະມາຊິກຄອບຄົວ.) ພວກເຈົ້າບາງຄົນຄິດວ່າພຣະເຈົ້າປາກົດຕົວເປັນສະມາຊິກຄອບຄົວຂອງອາດາມ ແລະ ເອວາ, ໃນຂະນະທີ່ບາງຄົນເວົ້າວ່າພຣະເຈົ້າປາກົດຕົວເປັນຫົວໜ້າຄອບຄົວ ແລະ ບາງຄົນເວົ້າວ່າ ເປັນພໍ່ແມ່. ທັງໝົດນີ້ເໝາະສົມຫຼາຍ. ແຕ່ພວກເຈົ້າເຫັນສິ່ງທີ່ເຮົາກຳລັງສື່ບໍ? ພຣະເຈົ້າສ້າງສອງຄົນນີ້ ແລະ ປະຕິບັດຕໍ່ພວກເຂົາດັ່ງມິດສະຫາຍຂອງພຣະອົງ. ດັ່ງຄອບຄົວດຽວ, ພຣະເຈົ້າເບິ່ງແຍງຊີວິດຂອງພວກເຂົາ ແລະ ດູແລຄວາມຕ້ອງການດ້ານອາຫານ, ເສື້ອຜ້າ ແລະ ທີ່ພັກອາໄສຂອງພວກເຂົາ. ໃນນີ້, ພຣະເຈົ້າປາກົດຕົວເປັນພໍ່ແມ່ຂອງອາດາມ ແລະ ເອວາ. ໃນຂະນະທີ່ພຣະເຈົ້າເຮັດສິ່ງນີ້, ມະນຸດບໍ່ເຫັນວ່າພຣະເຈົ້າສູງສົ່ງພຽງໃດ; ພວກເຂົາບໍ່ເຫັນອຳນາດສູງສຸດຂອງພຣະເຈົ້າ, ຄວາມເລິກລັບຂອງພຣະອົງ, ໂດຍສະເພາະແມ່ນບໍ່ເຫັນຄວາມໂກດຮ້າຍ ຫຼື ຄວາມສະຫງ່າລາສີຂອງພຣະອົງ. ທັງໝົດທີ່ພວກເຂົາເຫັນແມ່ນຄວາມຖ່ອມຕົນຂອງພຣະເຈົ້າ, ຄວາມຮັກຂອງພຣະອົງ, ຄວາມຫ່ວງໃຍທີ່ມີຕໍ່ມະນຸດ, ຄວາມຮັບຜິດຊອບ ແລະ ການດູແລຂອງພຣະອົງຕໍ່ພວກເຂົາ. ທັດສະນະ ແລະ ວິທີການທີ່ພຣະເຈົ້າປະຕິບັດຕໍ່ອາດາມ ແລະ ເອວານັ້ນແມ່ນຄືກັນກັບວິທີທີ່ພໍ່ແມ່ສະແດງຄວາມຫ່ວງໃຍຕໍ່ລູກໆຂອງພວກເຂົາ. ມັນຄືກັນກັບວິທີທີ່ພໍ່ແມ່ຮັກ, ເບິ່ງແຍງ ແລະ ດູແລລູກຊາຍ ແລະ ລູກສາວຂອງຕົນເອງ ເຊິ່ງສິ່ງນີ້ເປັນຈິງ, ເປັນສິ່ງທີ່ເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້. ແທນທີ່ຈະຍົກພຣະອົງເອງຂຶ້ນສູ່ຕຳແໜ່ງທີ່ສູງສົ່ງ ແລະ ຍິ່ງໃຫຍ່, ພຣະເຈົ້າໃຊ້ໜັງສັດເພື່ອເຮັດເປັນເສື້ອຜ້າໃຫ້ມະນຸດດ້ວຍຕົວເອງ. ມັນບໍ່ສຳຄັນ ວ່າເສື້ອຂົນສັດນີ້ຈະຖືກໃຊ້ເພື່ອປົກປິດຄວາມຖ່ອມຕົວຂອງພວກເຂົາ ຫຼື ເພື່ອປົກປ້ອງພວກເຂົາຈາກອາກາດໜາວເຢັນ. ສິ່ງສຳຄັນຄືເຄື່ອງນຸ່ງທີ່ໃຊ້ປົກປິດຮ່າງກາຍມະນຸດນີ້ຖືກເຮັດຂຶ້ນເປັນການສ່ວນຕົວໂດຍພຣະເຈົ້າ ດ້ວຍມືຂອງພຣະອົງເອງ. ແທນທີ່ຈະເນລະມິດໃຫ້ເກີດມີເສື້ອຜ້າ ຫຼື ໃຊ້ວິທີທີ່ໜ້າອັດສະຈັນອື່ນໆທີ່ຜູ້ຄົນອາດຈິນຕະນາການວ່າພຣະເຈົ້າຈະເຮັດ, ພຣະເຈົ້າເຮັດໃນສິ່ງທີ່ຖືກຕ້ອງທີ່ມະນຸດຄິດວ່າພຣະເຈົ້າຈະບໍ່ເຮັດ ແລະ ບໍ່ຄວນເຮັດ. ນີ້ອາດເບິ່ງຄືກັບວ່າ ເປັນເລື່ອງທີ່ບໍ່ສຳຄັນ, ບາງຄົນອາດຈະເຖິງຂັ້ນ ຄິດວ່າ ສິ່ງນີ້ບໍ່ສົມຄວນທີ່ຈະກ່າວເຖິງ, ແຕ່ມັນເຮັດໃຫ້ຜູ້ທີ່ຕິດຕາມພຣະເຈົ້າ ຜູ້ທີ່ເຕັມໄປດ້ວຍແນວຄວາມຄິດທີ່ເລື່ອນລອຍກ່ຽວກັບພຣະອົງ ໄດ້ເຂົ້າໃຈຢ່າງເລິກເຊິ່ງເຖິງຄວາມຈິງໃຈ ແລະ ຄວາມໜ້າຮັກຂອງພຣະອົງ, ເຫັນຄວາມຊື່ສັດ ແລະ ຄວາມຖ່ອມຕົນຂອງພຣະອົງ. ມັນເຮັດໃຫ້ຄົນທີ່ອວດດີຢ່າງເຫຼືອອົດ ຜູ້ທີ່ຄິດວ່າພວກເຂົາສູງສົ່ງ ແລະ ຍິ່ງໃຫຍ່ຕ້ອງກົ້ມຫົວຂອງພວກເຂົາດ້ວຍຄວາມອັບອາຍຕໍ່ໜ້າຄວາມຈິງໃຈ ແລະ ຄວາມຖ່ອມຕົນຂອງພຣະເຈົ້າ. ໃນນີ້, ຄວາມຈິງໃຈ ແລະ ຄວາມຖ່ອມຕົນຂອງພຣະເຈົ້າເຮັດໃຫ້ຄົນເຫັນວ່າພຣະອົງໜ້າຮັກພຽງໃດ. ໃນທາງກົງກັນຂ້າມ, ພຣະເຈົ້າ “ຜູ້ຍິ່ງໃຫຍ່”, ພຣະເຈົ້າ “ຜູ້ໜ້າຮັກ” ແລະ ພຣະເຈົ້າ “ຜູ້ມີອຳນາດໃນທຸກຢ່າງ” ທີ່ຄົນຢືດຖືຢູ່ໃນຫົວໃຈຂອງພວກເຂົາໄດ້ກາຍເປັນເລື່ອງບໍ່ສຳຄັນ ແລະ ໜ້າກຽດ, ແຕກເປັນເສດສ່ວນເມື່ອເວລາເຕາະພຽງເລັກນ້ອຍ. ເມື່ອເຈົ້າເຫັນຂໍ້ນີ້ ແລະ ໄດ້ຍິນເລື່ອງນີ້, ເຈົ້າດູຖູກພຣະເຈົ້າຍ້ອນວ່າພຣະອົງເຮັດສິ່ງດັ່ງກ່າວບໍ? ບາງຄົນອາດຈະດູຖູກ, ແຕ່ຄົນອື່ນອາດຈະມີປະຕິກິລິຍາກົງກັນຂ້າມ. ພວກເຂົາຈະຄິດວ່າພຣະເຈົ້າຈິງໃຈ ແລະ ໜ້າຮັກ ແລະ ມັນແມ່ນຄວາມຈິງໃຈ ແລະ ຄວາມໜ້າຮັກຂອງພຣະເຈົ້າທີ່ດົນໃຈພວກເຂົາຢ່າງແທ້ຈິງ. ຍິ່ງພວກເຂົາເຫັນດ້ານແທ້ຂອງພຣະເຈົ້າຫຼາຍເທົ່າໃດ, ພວກເຂົາກໍຍິ່ງສາມາດຮູ້ເຖິງຄຸນຄ່າການມີຢູ່ຈິງແຫ່ງຄວາມຮັກຂອງພຣະເຈົ້າຫຼາຍຂຶ້ນ, ຮູ້ຈັກຄຸນຄ່າຄວາມສຳຄັນຂອງພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ວິທີທີ່ພຣະອົງຢືນຄຽງຂ້າງພວກເຂົາຢູ່ທຸກເວລາ.

ບັດນີ້ ໃຫ້ພວກເຮົາກັບມາສົນທະນາກັນໃນເລື່ອງປັດຈຸບັນ. ຖ້າພຣະເຈົ້າສາມາດກະທຳສິ່ງເລັກນ້ອຍເຫຼົ່ານີ້ໃຫ້ກັບຄົນທີ່ພຣະອົງສ້າງຂຶ້ນໃນຕອນຕົ້ນ, ແມ່ນແຕ່ສິ່ງທີ່ຄົນອາດຈະບໍ່ກ້າຄິດ ຫຼື ຄາດຫວັງ, ແລ້ວພຣະເຈົ້າສາມາດກະທຳສິ່ງດັ່ງກ່າວໃຫ້ກັບຄົນປັດຈຸບັນນີ້ໄດ້ບໍ? ບາງຄົນເວົ້າວ່າ “ໄດ້!” ແລ້ວນັ້ນຍ້ອນຫຍັງ? ຍ້ອນວ່າທາດແທ້ຂອງພຣະເຈົ້າບໍ່ໄດ້ຖືກປອມແປງ ແລະ ຄວາມໜ້າຮັກຂອງພຣະອົງກໍບໍ່ໄດ້ຖືກປອມແປງເຊັ່ນກັນ. ທາດແທ້ຂອງພຣະເຈົ້າມີຢູ່ຢ່າງແທ້ຈິງ ແລະ ບໍ່ແມ່ນບາງສິ່ງທີ່ຖືກແຕ່ງເຕີມໂດຍຄົນອື່ນ, ແນ່ນອນວ່າບໍ່ແມ່ນບາງສິ່ງທີ່ປ່ຽນແປງຕາມການເວລາ, ສະຖານທີ່ ແລະ ຍຸກສະໄໝ. ຄວາມຈິງໃຈ ແລະ ຄວາມໜ້າຮັກຂອງພຣະເຈົ້າສາມາດຖືກນຳອອກມາໄດ້ຢ່າງແທ້ຈິງໂດຍການເຮັດບາງສິ່ງທີ່ຄົນຄິດວ່າມັນບໍ່ໂດດເດັ່ນ ແລະ ບໍ່ສຳຄັນເທົ່ານັ້ນ, ບາງສິ່ງທີ່ເລັກນ້ອຍຫຼາຍເຊິ່ງຄົນອາດບໍ່ເຄີຍຄິດວ່າພຣະອົງຈະເຄີຍເຮັດມັນ. ພຣະເຈົ້າບໍ່ໄດ້ຕິເຮັດ. ບໍ່ມີການເວົ້າເກີນຄວາມຈິງ, ບໍ່ປອມຕົວ, ບໍ່ອວດໂອ້ ຫຼື ທະນົງຕົວໃນອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ. ພຣະອົງບໍ່ເຄີຍອວດອ້າງ, ກົງກັນຂ້າມ ພຣະອົງສະແດງຄວາມຮັກ, ຄວາມຫ່ວງໃຍ, ເບິ່ງແຍງ ແລະ ນຳພາມະນຸດທີ່ພຣະອົງສ້າງຂຶ້ນດ້ວຍຄວາມຊື່ສັດ ແລະ ຄວາມຈິງໃຈ. ບໍ່ວ່າຄົນຈະເຫັນຄຸນຄ່າ, ຮູ້ສຶກ ຫຼື ເຫັນສິ່ງທີ່ພຣະອົງກະທຳໜ້ອຍພຽງໃດກໍຕາມ, ພຣະອົງກໍຈະເຮັດມັນຢູ່ດີ. ການຮູ້ວ່າພຣະເຈົ້າມີທາດແທ້ເຊັ່ນນັ້ນຈະສົ່ງຜົນຕໍ່ຄວາມຮັກຂອງຄົນທີ່ມີຕໍ່ພຣະອົງບໍ? ມັນຈະມີອິດທິພົນຕໍ່ຄວາມຢຳເກງພຣະເຈົ້າຂອງພວກເຂົາບໍ? ເຮົາຫວັງວ່າເມື່ອເຈົ້າເຂົ້າໃຈດ້ານແທ້ຂອງພຣະເຈົ້າ, ເຈົ້າຈະຫຍັບເຂົ້າໃກ້ພຣະອົງຍິ່ງຂຶ້ນ ແລະ ສາມາດເຫັນຄຸນຄ່າຄວາມຮັກ ແລະ ການເອົາໃຈໃສ່ຂອງພຣະອົງຕໍ່ມະນຸດຊາດຫຼາຍຂຶ້ນຢ່າງແທ້ຈິງ ແລະ ສາມາດທີ່ຈະມອບຫົວໃຈຂອງເຈົ້າໃຫ້ແກ່ພຣະເຈົ້າ ແລະ ລົບລ້າງຂໍ້ສົງໄສ ແລະ ຄວາມຄາດເດົາກ່ຽວກັບພຣະອົງ. ພຣະເຈົ້າກຳລັງເຮັດທຸກສິ່ງເພື່ອມະນຸດຢ່າງງຽບໆ, ເຮັດທຸກສິ່ງຢ່າງງຽບໆຜ່ານຄວາມຈິງໃຈ, ຄວາມຊື່ສັດ ແລະ ຄວາມຮັກຂອງພຣະອົງ. ແຕ່ພຣະອົງບໍ່ເຄີຍມີຄວາມຢ້ານກົວ ຫຼື ຄວາມເສຍໃຈຕໍ່ສິ່ງທີ່ພຣະອົງເຮັດ, ທັງບໍ່ເຄີຍຕ້ອງການໃຫ້ໃຜມາຕອບແທນພຣະອົງໃນທາງໃດ ຫຼື ມີຄວາມຕັ້ງໃຈທີ່ຈະໄດ້ຮັບສິ່ງໃດໜຶ່ງຈາກມະນຸດ. ຈຸດປະສົງດຽວໃນທຸກສິ່ງທີ່ພຣະອົງກະທໍາແມ່ນເພື່ອວ່າ ພຣະອົງຈະໄດ້ຮັບຄວາມເຊື່ອ ແລະ ຄວາມຮັກທີ່ແທ້ຈິງຈາກມວນມະນຸດ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 26)

ພຣະເຈົ້າຕັ້ງໃຈທີ່ຈະທຳລາຍໂລກດ້ວຍນ້ຳຖ້ວມ ແລະ ແນະນຳໂນອາໃຫ້ສ້າງເຮືອສຳເພົາ

“ນີ້ແມ່ນລຸ້ນຂອງໂນອາ, ໂນອາເປັນຊາຍທີ່ທ່ຽງທຳ ແລະ ສົມບູນໃນລຸ້ນຂອງລາວ ແລະ ໂນອາເດີນຕາມພຣະເຈົ້າ. ໂນອາມີລູກຊາຍສາມຄົນ ເຊມ, ຮາມ ແລະ ຢາເຟດ. ແຜ່ນດິນໂລກເສື່ອມຊາມຕໍ່ໜ້າພຣະເຈົ້າເຊັ່ນດຽວກັນ ແລະ ແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ. ພຣະເຈົ້າເບິ່ງແຜ່ນດິນໂລກ ແລະ ເຫັນວ່າ ມັນເສື່ອມຊາມ; ຍ້ອນເນື້ອໜັງທັງໝົດໄດ້ເຮັດໃຫ້ຫົນທາງຂອງເຂົາທີ່ຢູ່ເທິງແຜ່ນດິນໂລກເສື່ອມໂຊມ. ພຣະເຈົ້າຈຶ່ງເວົ້າກັບໂນອາວ່າ ການສິ້ນສຸດຂອງເນື້ອໜັງທັງໝົດແມ່ນໄດ້ມາຢູ່ຕໍ່ໜ້າເຮົາແລ້ວ; ຍ້ອນແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ ແລະ ຈົ່ງເບິ່ງ ເຮົາຈະທຳລາຍພວກເຂົາພ້ອມກັບແຜ່ນດິນໂລກ. ເຈົ້າຈົ່ງສ້າງເຮືອໃຫຍ່ຈາກໄມ້ໂກເຟີ ເຈົ້າຕ້ອງສ້າງເຮືອນັ້ນໃຫ້ມີຫຼາຍຫ້ອງ ແລະ ທາຂີ້ຊີໃສ່ພາຍໃນ ແລະ ພາຍນອກ” (ປະຖົມມະການ 6:9-14).

“ແຕ່ເຮົາຈະສ້າງພັນທະສັນຍາຂອງເຮົາກັບເຈົ້າ ແລະ ເຈົ້າຈົ່ງເຂົ້າໄປໃນເຮືອພ້ອມດ້ວຍລູກຊາຍຂອງເຈົ້າ, ເມຍຂອງເຈົ້າ, ເມຍຂອງລູກຊາຍຂອງເຈົ້າ ແລະ ທຸກສິ່ງທີ່ມີເນື້ອໜັງທີ່ມີຊີວິດທັງໝົດ, ເຈົ້າຈົ່ງນໍາເອົາສັດສອງໂຕຈາກທຸກໆປະເພດເຂົ້າໃນເຮືອ ເພື່ອຮັກສາໃຫ້ພວກມັນຢູ່ລອດຄືກັບເຈົ້າ; ພວກມັນຕ້ອງເປັນໂຕຜູ້ ແລະ ໂຕແມ່. ສັດມີປີກຕາມປະເພດຂອງມັນ ແລະ ງົວຄວາຍຕາມປະເພດຂອງມັນ ແລະ ທຸກສິ່ງທີ່ເລືອຄານເທິງແຜ່ນດິນໂລກຕາມປະເພດຂອງມັນ, ສັດສອງໂຕຈາກທຸກໆປະເພດຈະມາຫາເຈົ້າ ເພື່ອຮັກສາໃຫ້ພວກມັນມີຊີວິດຢູ່ ແລະ ເຈົ້າຈົ່ງນໍາອາຫານທຸກຢ່າງທີ່ກິນໄດ້ ແລະ ເຈົ້າຄວນຮວບຮວມມັນໄວ້ກັບເຈົ້າ, ມັນຈະເປັນອາຫານສໍາລັບພວກເຈົ້າ ແລະ ສຳລັບພວກມັນ. ສະນັ້ນ ໂນອາກໍໄດ້ເຮັດຕາມທຸກຢ່າງທີ່ພຣະເຈົ້າໄດ້ສັ່ງໄວ້ກັບລາວ” (ປະຖົມມະການ 6:18-22).

ບັດນີ້ ຫຼັງຈາກອ່ານສອງຂໍ້ຄວາມເຫຼົ່ານີ້ແລ້ວ ພວກເຈົ້າມີຄວາມເຂົ້າໃຈໂດຍລວມວ່າໃຜຄືໂນອາບໍ? ໂນອາເປັນຄົນແບບໃດ? ຂໍ້ຄວາມຕົ້ນສະບັບແມ່ນ: “ໂນອາເປັນຊາຍທີ່ທ່ຽງທຳ ແລະ ສົມບູນໃນລຸ້ນຂອງລາວ”. ອີງຕາມຄວາມເຂົ້າໃຈຂອງຄົນຍຸກໃໝ່, “ຊາຍທີ່ທ່ຽງທຳ” ແມ່ນຄົນແບບໃດໃນສະໄໝນັ້ນ? ຄົນທ່ຽງທຳຄວນເປັນຄົນທີ່ສົມບູນແບບ. ພວກເຈົ້າຮູ້ບໍວ່າຄົນທີ່ສົມບູນແບບນີ້ສົມບູນແບບໃນສາຍຕາຂອງມະນຸດ ຫຼື ໃນສາຍຕາຂອງພຣະເຈົ້າ? ຄົນທີ່ສົມບູນແບບນີ້ເປັນຜູ້ທີ່ສົມບູນແບບໃນສາຍຕາຂອງພຣະເຈົ້າໂດຍບໍ່ຕ້ອງສົງໄສ, ແຕ່ບໍ່ແມ່ນໃນສາຍຕາຂອງມະນຸດ. ນີ້ມັນແນ່ນອນຢູ່ແລ້ວ! ນີ້ກໍຍ້ອນວ່າມະນຸດຕາບອດ ແລະ ເບິ່ງບໍ່ເຫັນ, ມີພຽງພຣະເຈົ້າເທົ່ານັ້ນທີ່ແນມເບິ່ງແຜ່ນດິນໂລກທັງມວນ ແລະ ທຸກຄົນ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຮູ້ວ່າໂນອາເປັນຄົນທີ່ສົມບູນແບບ. ເພາະສະນັ້ນ, ແຜນການຂອງພຣະເຈົ້າທີ່ຈະທຳລາຍໂລກດ້ວຍນ້ຳຖ້ວມແມ່ນເລີ່ມຕັ້ງແຕ່ເວລາທີ່ພຣະເຈົ້າເອີ້ນຫາໂນອາແລ້ວ.

............

ການເອີ້ນເຖິງໂນອານັ້ນແມ່ນເປັນພຽງເລື່ອງທໍາມະດາ, ແຕ່ປະເດັນສຳຄັນທີ່ພວກເຮົາກຳລັງເວົ້າເຖິງ ນັ້ນກໍຄື ອຸປະນິໄສຂອງພຣະເຈົ້າ, ຄວາມປະສົງຂອງພຣະເຈົ້າ ແລະ ທາດແທ້ຂອງພຣະເຈົ້າໃນບົດບັນທຶກນີ້ ແມ່ນບໍ່ທໍາມະດາ. ເພື່ອເຂົ້າໃຈດ້ານຕ່າງໆເຫຼົ່ານີ້ຂອງພຣະເຈົ້າ, ກ່ອນອື່ນ ພວກເຮົາຕ້ອງເຂົ້າໃຈປະເພດຂອງຄົນທີ່ພຣະເຈົ້າປາດຖະໜາທີ່ຈະເອີ້ນຫາ ແລະ ເຂົ້າໃຈອຸປະນິໄສ, ຄວາມປະສົງ ແລະ ທາດແທ້ຂອງພຣະອົງຜ່ານສິ່ງນີ້. ນີ້ແມ່ນສຳຄັນ. ດັ່ງນັ້ນ ໃນສາຍຕາຂອງພຣະເຈົ້າ, ມະນຸດຄົນນີ້ແມ່ນຄົນແບບໃດທີ່ພຣະເຈົ້າເອີ້ນຫາ? ນີ້ຕ້ອງແມ່ນຄົນທີ່ສາມາດຟັງພຣະທຳຂອງພຣະອົງ ແລະ ຜູ້ທີ່ສາມາດປະຕິບັດຕາມຄຳແນະນຳຂອງພຣະອົງໄດ້. ໃນຂະນະດຽວກັນ, ນີ້ກໍຍັງແມ່ນຄົນທີ່ມີຄວາມຮູ້ສຶກຮັບຜິດຊອບ, ເປັນຄົນທີ່ຈະປະຕິບັດຕາມພຣະທຳຂອງພຣະເຈົ້າໂດຍຖືວ່າມັນເປັນຄວາມຮັບຜິດຊອບ ແລະ ໜ້າທີ່ໆພວກເຂົາຄວນປະຕິບັດ. ແລ້ວຄົນໆນີ້ຕ້ອງເປັນຄົນທີ່ຮູ້ຈັກພຣະເຈົ້າບໍ? ບໍ່. ໃນເວລານັ້ນ, ໂນອາບໍ່ໄດ້ຍິນກ່ຽວກັບຄຳສອນຂອງພຣະເຈົ້າ ຫຼື ໄດ້ປະສົບກັບພາລະກິດໃດໆຂອງພຣະເຈົ້າພໍສໍ່າໃດ. ເພາະສະນັ້ນ, ໂນອາມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍຫຼາຍ. ເຖິງແມ່ນມັນຖືກບັນທຶກໄວ້ຢູ່ໃນນີ້ວ່າ ໂນອາຍ່າງກັບພຣະເຈົ້າ, ເພິ່ນໄດ້ເຫັນຕົວຕົນຂອງພຣະເຈົ້າບໍ? ຄຳຕອບແມ່ນແນ່ນອນວ່າ ບໍ! ຍ້ອນວ່າໃນວັນເວລານັ້ນ, ມີພຽງຜູ້ສົ່ງຂ່າວຂອງພຣະເຈົ້າທີ່ລົງມາທ່າມກາງຄົນ. ໃນຂະນະທີ່ພວກເຂົາສາມາດເປັນຕົວແທນພຣະເຈົ້າໃນການເວົ້າ ແລະ ເຮັດສິ່ງຕ່າງໆ. ແຕ່ພວກເຂົາພຽງແຕ່ເຮັດຕາມຄວາມປະສົງຂອງພຣະເຈົ້າ ແລະ ຄວາມຕັ້ງໃຈຂອງພຣະອົງ. ຕົວຕົນຂອງພຣະເຈົ້າບໍ່ໄດ້ຖືກເປີດເຜີຍຕໍ່ມະນຸດໜ້າຕໍ່ໜ້າ. ໃນພຣະຄຳພີພາກນີ້, ສິ່ງທີ່ພວກເຮົາເຫັນ ໂດຍພື້ນຖານແລ້ວ ແມ່ນສິ່ງທີ່ໂນອາຕ້ອງເຮັດ ແລະ ແມ່ນຫຍັງຄືຄຳແນະນຳຂອງພຣະເຈົ້າທີ່ມີຕໍ່ລາວ. ດັ່ງນັ້ນ, ໃນນີ້ແມ່ນຫຍັງຄືທາດແທ້ທີ່ຖືກສະແດງອອກໂດຍພຣະເຈົ້າ? ທຸກສິ່ງທີ່ພຣະເຈົ້າກະທຳແມ່ນໄດ້ຖືກວາງແຜນໄວ້ຢ່າງຄັກແນ່. ເມື່ອພຣະອົງເຫັນສິ່ງໜຶ່ງ ຫຼື ສະຖານະການໜຶ່ງເກີດຂຶ້ນ, ໃນສາຍຕາຂອງພຣະອົງກໍຈະມີມາດຕະຖານເພື່ອວັດແທກມັນ ແລະ ມາດຕະຖານນີ້ກຳນົດວ່າພຣະອົງຈະດຳເນີນແຜນການເພື່ອຈັດການກັບມັນ ຫຼື ຕ້ອງໃຊ້ວິທີໃດໃນການຈັດການກັບສິ່ງນີ້ ຫຼື ສະຖານະການນີ້. ພຣະອົງບໍ່ໄດ້ເສີຍເມີຍ ຫຼື ຂາດຄວາມຮູ້ສຶກຕໍ່ທຸກສິ່ງ. ແທ້ຈິງແລ້ວ ມັນກົງກັນຂ້າມທັງໝົດ. ມີຂໍ້ໜຶ່ງຢູ່ໃນນີ້ທີ່ບອກເຖິງສິ່ງທີ່ພຣະເຈົ້າກ່າວຕໍ່ໂນອາ: “ການສິ້ນສຸດຂອງເນື້ອໜັງທັງໝົດແມ່ນໄດ້ມາຢູ່ຕໍ່ໜ້າເຮົາແລ້ວ; ຍ້ອນແຜ່ນດິນໂລກເຕັມໄປດ້ວຍຄວາມວຸ້ນວາຍ ແລະ ຈົ່ງເບິ່ງ ເຮົາຈະທຳລາຍພວກເຂົາພ້ອມກັບແຜ່ນດິນໂລກ”. ເມື່ອພຣະເຈົ້າກ່າວດັ່ງນີ້, ພຣະອົງໝາຍເຖິງ ພຣະອົງຈະທໍາລາຍສະເພາະແຕ່ມະນຸດເທົ່ານັ້ນບໍ? ບໍ່! ພຣະເຈົ້າກ່າວວ່າພຣະອົງຈະທຳລາຍສິ່ງທີ່ມີຊີວິດທັງໝົດຈາກເນື້ອໜັງ. ເປັນຫຍັງພຣະເຈົ້າຈິ່ງຕ້ອງການໆທຳລາຍລ້າງ? ມີອີກການເປີດເຜີຍໜຶ່ງກ່ຽວກັບອຸປະນິໄສຂອງພຣະເຈົ້າຢູ່ໃນນີ້; ໃນສາຍຕາຂອງພຣະເຈົ້າ, ຄວາມອົດທົນຂອງພຣະອົງຕໍ່ຄວາມເສື່ອມຊາມຂອງມະນຸດ, ຕໍ່ຄວາມສົກກະປົກ, ຄວາມຮຸນແຮງ ແລະ ຄວາມບໍ່ເຊື່ອຟັງຂອງເນື້ອໜັງທັງປວງນັ້ນມີຂໍ້ຈຳກັດ. ຂໍ້ຈຳກັດຂອງພຣະອົງແມ່ນຫຍັງ? ດັ່ງທີພຣະເຈົ້າກ່າວວ່າ: “ພຣະເຈົ້າເບິ່ງແຜ່ນດິນໂລກ ແລະ ເຫັນວ່າ ມັນເສື່ອມຊາມ; ຍ້ອນເນື້ອໜັງທັງໝົດໄດ້ເຮັດໃຫ້ຫົນທາງຂອງເຂົາທີ່ຢູ່ເທິງແຜ່ນດິນໂລກເສື່ອມໂຊມ”. ປະໂຫຍກທີ່ວ່າ “ຍ້ອນເນື້ອໜັງທັງໝົດໄດ້ເຮັດໃຫ້ຫົນທາງຂອງເຂົາທີ່ຢູ່ເທິງແຜ່ນດິນໂລກເສື່ອມໂຊມ” ໝາຍຄວາມວ່າແນວໃດ? ມັນໝາຍເຖິງທຸກສິ່ງທີ່ມີຊີວິດ, ລວມເຖິງບັນດາຜູ້ທີ່ຕິດຕາມພຣະເຈົ້າ, ບັນດາຜູ້ທີ່ຮ້ອງຫາຊື່ຂອງພຣະເຈົ້າ, ບັນດາຜູ້ທີ່ເຄີຍຈູດຖວາຍເຄື່ອງບູຊາຫາພຣະເຈົ້າ, ບັນດາຜູ້ທີ່ຍອມຮັບພຣະເຈົ້າດ້ວຍຄຳເວົ້າ ແລະ ແມ່ນແຕ່ຜູ້ທີ່ສັນລະເສີນພຣະເຈົ້າ, ເມື່ອຄວາມປະພຶດຂອງພວກເຂົາເຕັມໄປດ້ວຍຄວາມເສື່ອມຊາມ ແລະ ສິ່ງນັ້ນມາຮອດສາຍຕາຂອງພຣະເຈົ້າ, ພຣະອົງກໍຕ້ອງໄດ້ທຳລາຍພວກເຂົາ. ນັ້ນແມ່ນຂໍ້ຈຳກັດຂອງພຣະເຈົ້າ. ແລ້ວພຣະເຈົ້າອົດທົນກັບມະນຸດ ແລະ ຄວາມເສື່ອມຊາມຂອງເນື້ອໜັງທັງໝົດຈົນເຖິງຂັ້ນໃດ? ຈົນເຖິງຂັ້ນທີ່ທຸກຄົນ, ບໍ່ວ່າຈະເປັນຜູ້ທີ່ຕິດຕາມພຣະເຈົ້າ ຫຼື ຜູ້ທີ່ບໍ່ເຊື່ອທີ່ບໍ່ຍ່າງຢູ່ເທິງເສັ້ນທາງທີ່ຖືກຕ້ອງ. ຈົນເຖິງຂັ້ນທີ່ມະນຸດບໍ່ພຽງແຕ່ເສື່ອມຊາມດ້ວຍຄຸນນະທຳ ແລະ ເຕັມໄປດ້ວຍຄວາມຊົ່ວຮ້າຍ, ແຕ່ເມື່ອບໍ່ມີໃຜເຊື່ອໃນການມີຢູ່ຂອງພຣະເຈົ້າ, ແຮງໄກສໍາລັບຜູ້ທີ່ເຊື່ອວ່າໂລກຖືກປົກຄອງໂດຍພຣະເຈົ້າ ແລະ ພຣະເຈົ້າສາມາດນຳເອົາແສງສະຫວ່າງ ແລະ ເສັ້ນທາງທີ່ຖືກຕ້ອງມາສູ່ຄົນ. ຈົນເຖິງຂັ້ນທີ່ມະນຸດກຽດຊັງການດຳລົງຢູ່ຂອງພຣະເຈົ້າ ແລະ ບໍ່ອະນຸຍາດໃຫ້ພຣະເຈົ້າດຳລົງຢູ່. ເມື່ອຄວາມເສື່ອມຊາມຂອງມະນຸດມາເຖິງຈຸດນີ້, ພຣະເຈົ້າບໍ່ສາມາດທົນມັນໄດ້ອີກຕໍ່ໄປ. ແມ່ນຫຍັງຈະແທນທີ່ມັນ? ແມ່ນການມາຂອງຄວາມໂກດຮ້າຍ ແລະ ການລົງໂທດຂອງພຣະເຈົ້າ. ນັ້ນບໍ່ແມ່ນການເປີດເຜີຍບາງສ່ວນກ່ຽວກັບອຸປະນິໄສຂອງພຣະເຈົ້າບໍ? ໃນຍຸກປັດຈຸບັນ, ບໍ່ມີມະນຸດຄົນໃດທີ່ເປັນຜູ້ຊອບທຳໃນສາຍຕາຂອງພຣະເຈົ້າບໍ? ບໍ່ມີມະນຸດຄົນໃດທີ່ສົມບູນແບບໃນສາຍຕາຂອງພຣະເຈົ້າບໍ? ໃນຍຸກນີ້ ຄວາມປະພຶດຂອງເນື້ອໜັງທັງໝົດເທິງແຜ່ນດິນໂລກນັ້ນເສື່ອມຊາມຢູ່ໃນສາຍຕາຂອງພຣະເຈົ້າບໍ? ໃນທຸກມື້ນີ້ ແລະ ຍຸກນີ້, ທຸກຄົນທີ່ເປັນເນື້ອໜັງທັງໝົດ, ນອກຈາກບັນດາຜູ້ທີ່ພຣະເຈົ້າຢາກເຮັດໃຫ້ສົມບູນແບບ ແລະ ບັນດາຜູ້ທີ່ສາມາດຕິດຕາມພຣະເຈົ້າ ແລະ ຍອມຮັບຄວາມລອດພົ້ນຂອງພຣະອົງ ບໍ່ໄດ້ກຳລັງທ້າທາຍຂີດຈຳກັດຄວາມອົດທົນຂອງພຣະເຈົ້າຢູ່ບໍ? ທຸກສິ່ງທີ່ເກີດຂຶ້ນຢູ່ອ້ອມຂ້າງພວກເຈົ້າ ນັ້ນກໍຄື ສິ່ງທີ່ພວກເຈົ້າເຫັນດ້ວຍຕາ ແລະ ໄດ້ຍິນດ້ວຍຫູຂອງພວກເຈົ້າ ແລະ ສິ່ງທີ່ພວກເຈົ້າປະສົບດ້ວຍຕົນເອງທຸກໆມື້ໃນໂລກນີ້ ບໍ່ເຕັມໄປດ້ວຍຄວາມຮຸນແຮງບໍ? ໃນສາຍຕາຂອງພຣະເຈົ້າ, ໂລກດັ່ງກ່າວ, ຍຸກດັ່ງກ່າວບໍ່ຄວນຈົບລົງບໍ? ເຖິງແມ່ນວ່າຄວາມເປັນມາຂອງຍຸກປັດຈຸບັນແຕກຕ່າງກັບຄວາມເປັນມາຂອງຍຸກໂນອາຢ່າງສິ້ນເຊີງ, ຄວາມຮູ້ສຶກ ແລະ ຄວາມໂກດຮ້າຍທີ່ພຣະເຈົ້າມີຕໍ່ຄວາມເສື່ອມຊາມຂອງມະນຸດນັ້ນຍັງຄືເກົ່າ. ພຣະເຈົ້າສາມາດອົດທົນໄດ້ກໍຍ້ອນພາລະກິດຂອງພຣະອົງ, ແຕ່ໃນແງ່ຂອງສະຖານະການ ແລະ ສະພາບການ, ໃນສາຍຕາຂອງພຣະເຈົ້າ ໂລກໜ່ວຍນີ້ຄວນຖືກທຳລາຍໄປດົນແລ້ວ. ສະຖານະການຫ່າງໄກຫຼາຍຈາກຕອນທີ່ໂລກຖືກທຳລາຍດ້ວຍນ້ຳຖ້ວມ. ແຕ່ແມ່ນຫຍັງຄືຄວາມແຕກຕ່າງ? ນີ້ຄືສິ່ງທີ່ເຮັດໃຫ້ຫົວໃຈຂອງພຣະເຈົ້າໂສກເສົ້າຫຼາຍທີ່ສຸດ ແລະ ບາງທີ ມັນຄືສິ່ງທີ່ບໍ່ມີພວກເຈົ້າຄົນໃດສາມາດຮູ້ຄຸນຄ່າມັນໄດ້.

ເມື່ອພຣະອົງທຳລາຍໂລກດ້ວຍນ້ຳຖ້ວມ, ພຣະເຈົ້າສາມາດເອີ້ນຫາໂນອາເພື່ອສ້າງເຮືອສຳເພົາ ແລະ ກະກຽມວຽກງານບາງຢ່າງ. ພຣະເຈົ້າໄດ້ເອີ້ນເອົາຊາຍຄົນໜຶ່ງຄື ໂນອາໃຫ້ເຮັດສິ່ງຕ່າງໆເຫຼົ່ານີ້ໃຫ້ກັບພຣະອົງ. ແຕ່ໃນຍຸກປັດຈຸບັນນີ້, ພຣະເຈົ້າບໍ່ມີໃຜໃຫ້ເອີ້ນຫາ. ເປັນຫຍັງຈຶ່ງເປັນແນວນັ້ນ? ທຸກຄົນທີ່ນັ່ງຢູ່ໃນນີ້ເຂົ້າໃຈ ແລະ ຮູ້ເຫດຜົນເປັນຢ່າງດີ. ເຈົ້າຢາກໃຫ້ເຮົາສະກົດມັນອອກມາບໍ? ການເວົ້າມັນອອກມາດັງໆອາດເຮັດໃຫ້ພວກເຈົ້າເສຍໜ້າ ແລະ ເຮັດໃຫ້ທຸກຄົນເສຍໃຈ. ບາງຄົນອາດເວົ້າວ່າ: “ເຖິງແມ່ນວ່າພວກຂ້ານ້ອຍບໍ່ແມ່ນຄົນຊອບທຳ ແລະ ບໍ່ແມ່ນຄົນສົມບູນແບບໃນສາຍຕາຂອງພຣະເຈົ້າ, ຖ້າພຣະເຈົ້າຕ້ອງສັ່ງໃຫ້ພວກຂ້ານ້ອຍເຮັດບາງສິ່ງ, ພວກຂ້ານ້ອຍກໍຍັງຈະສາມາດເຮັດມັນໄດ້. ເມື່ອກ່ອນ, ເມື່ອພຣະອົງກ່າວວ່າໄພພິບັດກຳລັງມາ, ພວກຂ້ານ້ອຍກໍໄດ້ເລີ່ມກະກຽມອາຫານ ແລະ ເຄື່ອງຂອງທີ່ຈຳເປັນສຳລັບໄພພິບັດ. ບໍ່ແມ່ນທັງໝົດນີ້ໄດ້ສຳເລັດລົງຕາມຄຳສັ່ງຂອງພຣະເຈົ້າບໍ? ບໍ່ແມ່ນພວກຂ້ານ້ອຍກຳກັງຮ່ວມມືກັບພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? ສິ່ງເຫຼົ່ານີ້ທີ່ພວກຂ້ານ້ອຍເຮັດບໍ່ສາມາດສົມທຽບກັບສິ່ງທີ່ໂນອາເຮັດໄດ້ບໍ? ສິ່ງທີ່ພວກຂ້ານ້ອຍເຮັດບໍ່ແມ່ນການເຊື່ອຟັງທີ່ແທ້ຈິງບໍ? ບໍ່ແມ່ນພວກຂ້ານ້ອຍກຳລັງປະຕິບັດຕາມຄຳແນະນຳຂອງພຣະເຈົ້າຢູ່ບໍ? ພວກຂ້ານ້ອຍບໍ່ໄດ້ເຮັດສິ່ງທີ່ພຣະເຈົ້າກ່າວຍ້ອນພວກຂ້ານ້ອຍມີຄວາມສັດທາໃນພຣະທຳຂອງພຣະເຈົ້າບໍ? ແລ້ວເປັນຫຍັງພຣະເຈົ້າຈິ່ງຍັງໂສກເສົ້າຢູ່? ເປັນຫຍັງພຣະເຈົ້າຈິ່ງເວົ້າວ່າພຣະອົງບໍ່ມີໃຜໃຫ້ເອີ້ນຫາ?” ມີຄວາມແຕກຕ່າງຫຍັງບໍ ລະຫວ່າງການກະທຳຂອງພວກເຈົ້າ ແລະ ໂນອາ? ແມ່ນຫຍັງຄືຄວາມແຕກຕ່າງ? (ການກະກຽມອາຫານສຳລັບໄພພິບັດໃນມື້ນີ້ແມ່ນເປັນຄວາມຕັ້ງໃຈຂອງພວກຂ້ານ້ອຍເອງ.) (ການກະທຳຂອງພວກຂ້ານ້ອຍບໍ່ສາມາດນັບເປັນ “ຄົນຊອບທຳ” ໄດ້, ໃນຂະນະທີ່ໂນອາເປັນຄົນຊອບທຳໃນສາຍຕາຂອງພຣະເຈົ້າ.) ສິ່ງທີ່ເຈົ້າເວົ້າກໍບໍ່ໄດ້ໄກເກີນໄປ. ສິ່ງທີ່ໂນອາເຮັດນັ້ນແຕກຕ່າງກັນຫຼາຍກັບສິ່ງທີ່ຄົນກຳລັງເຮັດຢູ່ໃນປັດຈຸບັນ. ເມື່ອໂນອາເຮັດຕາມທີ່ພຣະເຈົ້າສັ່ງ, ເພິ່ນບໍ່ໄດ້ຮູ້ຄວາມຕັ້ງໃຈຂອງພຣະເຈົ້າ. ເພິ່ນບໍ່ໄດ້ຮູ້ວ່າ ພຣະເຈົ້າຕ້ອງການເຮັດຫຍັງ. ພຣະເຈົ້າພຽງແຕ່ອອກຄຳສັ່ງເພິ່ນ ແລະ ແນະນຳລາວໃຫ້ເຮັດບາງສິ່ງໂດຍບໍ່ໄດ້ໃຫ້ຄຳອະທິບາຍຫຼາຍປານໃດ, ໂນອາໄດ້ລົງມືເຮັດມັນ. ເພິ່ນບໍ່ໄດ້ພະຍາຍາມຄົ້ນຫາຄວາມຕັ້ງໃຈຂອງພຣະເຈົ້າຢ່າງລັບໆ ແລະ ບໍ່ໄດ້ຕໍ່ຕ້ານພຣະເຈົ້າ ຫຼື ສະແດງຄວາມບໍ່ພໍໃຈອອກມາແຕ່ຢ່າງໃດ. ເພິ່ນພຽງແຕ່ລົງມືເຮັດຕາມດ້ວຍຫົວໃຈອັນບໍລິສຸດ ແລະ ລຽບງ່າຍ. ແມ່ນຫຍັງກໍຕາມທີ່ພຣະເຈົ້າໃຫ້ເພິ່ນເຮັດ, ເພິ່ນກໍເຮັດ, ການເຊື່ອຟັງ ແລະ ການຟັງພຣະທຳຂອງພຣະເຈົ້າໄດ້ຊ່ວຍສະໜັບສະໜຸນຄວາມເຊື່ອຂອງເພິ່ນໃນສິ່ງທີ່ເພິ່ນເຮັດ. ນັ້ນແມ່ນວິທີທີ່ເພິ່ນຈັດການກັບສິ່ງທີ່ພຣະເຈົ້າມອບໝາຍໃຫ້ຢ່າງກົງໄປກົງມາ ແລະ ຢ່າງລຽບງ່າຍ. ທາດແທ້ຂອງເພິ່ນ, ທາດແທ້ແຫ່ງການກະທຳຂອງເພິ່ນແມ່ນຄວາມເຊື່ອຟັງ, ບໍ່ຄາດເດົາ, ບໍ່ຕໍ່ຕ້ານ ແລະ ຍິ່ງໄປກວ່ານັ້ນແມ່ນບໍ່ຄິດເຖິງຜົນປະໂຫຍດສ່ວນຕົວຂອງເພິ່ນເອງ ຫຼື ຜົນໄດ້ ແລະ ຜົນເສຍຂອງເພິ່ນ. ນອກຈາກນັ້ນ, ເມື່ອພຣະເຈົ້າກ່າວວ່າພຣະອົງຈະທຳລາຍໂລກດ້ວຍນ້ຳຖ້ວມ, ໂນອາບໍ່ໄດ້ຖາມວ່າເມື່ອໃດ ຫຼື ຖາມວ່າຈະເກີດຫຍັງຂຶ້ນ, ແນ່ນອນເພິ່ນບໍ່ໄດ້ຖາມພຣະເຈົ້າວ່າພຣະອົງຈະທຳລາຍໂລກແນວໃດ. ເພິ່ນພຽງແຕ່ເຮັດຕາມທີ່ພຣະເຈົ້າແນະນຳ. ບໍ່ວ່າພຣະເຈົ້າຕ້ອງການໃຫ້ມັນຖືກສ້າງດ້ວຍວິທີໃດ ແລະ ສ້າງດ້ວຍຫຍັງ, ເພິ່ນກໍເຮັດຕາມທີ່ພຣະເຈົ້າຂໍ ແລະ ຍັງໄດ້ເລີ່ມປະຕິບັດທັນທີ. ເພິ່ນປະຕິບັດຕາມຄຳແນະນຳຂອງພຣະເຈົ້າດ້ວຍທັດສະນະທີ່ຢາກເຮັດໃຫ້ພຣະເຈົ້າພໍໃຈ. ເພິ່ນໄດ້ເຮັດມັນເພື່ອຊ່ວຍໃຫ້ຕົວເອງຫຼີກເວັ້ນໄພພິບັດບໍ? ບໍ່. ເພິ່ນໄດ້ຖາມພຣະເຈົ້າບໍວ່າ ມັນຍັງອີກດົນປານໃດກ່ອນທີ່ໂລກຈະຖືກທຳລາຍ? ເພິ່ນບໍ່ໄດ້ຖາມ. ເພິ່ນໄດ້ຖາມພຣະເຈົ້າ ຫຼື ເພິ່ນຮູ້ບໍວ່າມັນຈະໃຊ້ເວລາດົນປານໃດໃນການສ້າງເຮືອສຳເພົາ? ເພິ່ນບໍ່ຮູ້ເລື່ອງນັ້ນເຊັ່ນກັນ. ເພິ່ນພຽງແຕ່ເຊື່ອຟັງ, ຟັງ ແລະ ປະຕິບັດຕາມ. ຄົນປັດຈຸບັນນີ້ບໍ່ຄືກັນ: ທັນທີທີ່ມີຂໍ້ມູນເລັກນ້ອຍຮົ່ວໄຫຼຜ່ານພຣະທຳຂອງພຣະເຈົ້າ, ທັນທີທີ່ຄົນຮູ້ສຶກເຖິງສຽງລົມພັດໃບໄມ້, ພວກເຂົາກໍຈະເລີ່ມປະຕິບັດທັນທີ, ບໍ່ວ່າແມ່ນຫຍັງ ແລະ ຈ່າຍລາຄາເທົ່າໃດກໍຕາມ ເພື່ອກະກຽມສິ່ງທີ່ພວກເຂົາຈະກິນ, ດື່ມ ແລະ ໃຊ້ຫຼັງຈາກໄດ້ຮັບຜົນກະທົບ, ເຖິງຂັ້ນວາງແຜນເສັ້ນທາງການຫຼົບໜີຂອງພວກເຂົາເມື່ອເກີດໄພພິບັດ. ສິ່ງທີ່ໜ້າສົນໃຈຍິ່ງກວ່ານັ້ນກໍຄື: ໃນເວລາສຳຄັນນີ້, ສະໝອງຂອງມະນຸດນັ້ນໄວຫຼາຍໃນ “ການເຮັດວຽກໃຫ້ສຳເລັດ”. ພາຍໃຕ້ສະຖານະການທີ່ພຣະເຈົ້າບໍ່ໄດ້ໃຫ້ຄຳແນະນຳໃດໆ, ມະນຸດກໍສາມາດວາງແຜນສຳລັບທຸກສິ່ງຢ່າງເໝາະສົມ. ເຈົ້າສາມາດໃຊ້ຄຳວ່າ “ສົມບູນແບບ” ເພື່ອບັນລະຍາຍແຜນດັ່ງກ່າວນັ້ນໄດ້. ສ່ວນສິ່ງທີ່ພຣະເຈົ້າກ່າວ, ແມ່ນຫຍັງຄືຄວາມຕັ້ງໃຈຂອງພຣະເຈົ້າ ຫຼື ສິ່ງທີ່ພຣະເຈົ້າຕ້ອງການ, ບໍ່ມີໃຜສົນໃຈ ແລະ ບໍ່ມີໃຜພະຍາຍາມທີ່ຈະເຫັນຄຸນຄ່າມັນ. ນັ້ນບໍ່ແມ່ນຄວາມແຕກຕ່າງຫຼາຍທີ່ສຸດລະຫວ່າງຄົນໃນປັດຈຸບັນ ແລະ ໂນອາບໍ?

ບົດບັນທຶກໃນເລື່ອງຂອງໂນອານີ້, ພວກເຈົ້າເຫັນອຸປະນິໄສສ່ວນໃດໜຶ່ງຂອງພຣະເຈົ້າບໍ? ມີຂໍ້ຈໍາກັດໃນຄວາມອົດທົນຂອງພຣະເຈົ້າຕໍ່ຄວາມເສື່ອມຊາມຂອງມະນຸດ, ຄວາມສົກກະປົກ ແລະ ຄວາມຮຸນແຮງ. ເມື່ອພຣະອົງເຖິງຂີດຈຳກັດນັ້ນ, ພຣະອົງຈະບໍ່ອົດທົນອີກຕໍ່ໄປ ແຕ່ກົງກັນຂ້າມຈະເລີ່ມການຄຸ້ມຄອງໃໝ່ ແລະ ແຜນການໃໝ່ຂອງພຣະອົງ, ເລີ່ມເຮັດສິ່ງທີ່ພຣະອົງຕ້ອງເຮັດ, ເປີດເຜີຍການກະທຳຂອງພຣະອົງ ແລະ ອຸປະນິໄສດ້ານອື່ນໆຂອງພຣະອົງ. ການກະທຳຂອງພຣະອົງບໍ່ແມ່ນເພື່ອສະແດງໃຫ້ເຫັນວ່າພຣະອົງຕ້ອງບໍ່ຖືກມະນຸດເຮັດຜິດ ຫຼື ພຣະອົງເຕັມໄປດ້ວຍສິດອຳນາດ ແລະ ຄວາມໂກດຮ້າຍ, ບໍ່ແມ່ນເພື່ອສະແດງວ່າພຣະອົງສາມາດທຳລາຍມວນມະນຸດໄດ້. ມັນເປັນຍ້ອນວ່າ ອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ອັນບໍລິສຸດຂອງພຣະອົງບໍ່ສາມາດອະນຸຍາດ ຫຼື ມີຄວາມອົດທົນຕໍ່ມະນຸດແບບນີ້ມີຊີວິດຢູ່ຕໍ່ໜ້າພຣະອົງ, ຢູ່ພາຍໃຕ້ການປົກຄອງຂອງພຣະອົງອີກຕໍ່ໄປ. ໝາຍຄວາມວ່າ, ເມື່ອມວນມະນຸດທັງໝົດຕໍ່ຕ້ານພຣະອົງ, ເມື່ອບໍ່ມີໃຜທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້ທົ່ວເທິງແຜ່ນດິນໂລກ, ພຣະອົງກໍຈະບໍ່ມີຄວາມອົດທົນຕໍ່ມວນມະນຸດດັ່ງກ່າວ ແລະ ຈະປະຕິບັດແຜນການຂອງພຣະອົງເພື່ອທຳລາຍມະນຸດຊາດປະເພດນີ້ໂດຍບໍ່ມີຂໍ້ສົງໄສໃດໆເລີຍ. ການກະທຳດັ່ງກ່າວຂອງພຣະເຈົ້ານັ້ນໄດ້ຖືກກຳນົດໂດຍອຸປະນິໄສຂອງພຣະອົງ. ນີ້ແມ່ນຜົນສະທ້ອນທີ່ຈຳເປັນ ແລະ ຜົນສະທ້ອນທີ່ທຸກສິ່ງທີ່ຖືກສ້າງຂຶ້ນພາຍໃຕ້ການປົກຄອງຂອງພຣະເຈົ້າຕ້ອງແບກຫາບ. ນີ້ບໍ່ສະແດງໃຫ້ເຫັນບໍວ່າ ໃນຍຸກປັດຈຸບັນນີ້ ພຣະເຈົ້າບໍ່ສາມາດລໍຖ້າໃຫ້ແຜນການຂອງພຣະອົງສຳເລັດລົງ ແລະ ຊ່ວຍຄົນທີ່ພຣະອົງຢາກຊ່ວຍໃຫ້ລອດບໍ? ພາຍໃຕ້ສະຖານນະການເຫຼົ່ານີ້, ພຣະເຈົ້າສົນໃຈຫຍັງຫຼາຍທີ່ສຸດ? ພຣະເຈົ້າບໍ່ໄດ້ສົນໃຈວ່າ ບັນດາຜູ້ທີ່ບໍ່ຕິດຕາມພຣະອົງ ຫຼື ບັນດາຜູ້ທີ່ຕໍ່ຕ້ານພຣະອົງທີ່ປະຕິບັດຕໍ່ພຣະອົງ ຫຼື ຕໍ່ຕ້ານພຣະອົງແນວໃດ ຫຼື ວິທີການທີ່ມະນຸດກ່າວຮ້າຍພຣະອົງ. ພຣະອົງພຽງສົນໃຈວ່າຜູ້ທີ່ຕິດຕາມພຣະອົງ, ເປົ້າໝາຍແຫ່ງຄວາມລອດພົ້ນໃນແຜນການຄຸ້ມຄອງຂອງພຣະອົງ ໄດ້ຖືກເຮັດໃຫ້ສຳເລັດໂດຍພຣະອົງ ຫຼື ບໍ່, ວ່າພວກເຂົາຄູ່ຄວນກັບຄວາມເພິ່ງພໍໃຈຂອງພຣະອົງ ຫຼື ບໍ່. ສຳລັບຄົນອື່ນໆນອກຈາກຜູ້ທີ່ຕິດຕາມພຣະອົງ, ພຣະອົງພຽງແຕ່ລົງໂທດພວກເຂົາເປັນບາງໂອກາດ ເພື່ອສະແດງຄວາມໂກດຮ້າຍຂອງພຣະອົງ. ຕົວຢ່າງ: ສູນາມິ, ແຜ່ນດິນໄຫວ ແລະ ພູເຂົາໄຟລະເບີດ. ໃນຂະນະດຽວກັນ, ພຣະອົງຍັງໄດ້ປົກປ້ອງ ແລະ ເບິ່ງແຍງບັນດາຜູ້ທີ່ຕິດຕາມພຣະອົງ ແລະ ບັນດາຜູ້ທີ່ຈະຖືກຊ່ວຍໃຫ້ລອດພົ້ນໂດຍພຣະອົງຢ່າງແຮງກ້າ. ອຸປະນິໄສຂອງພຣະເຈົ້າແມ່ນດັ່ງນີ້: ໃນດ້ານໜຶ່ງ, ພຣະອົງສາມາດມີຄວາມອົດທົນ ແລະ ຄວາມອົດກັ້ນທີ່ສຸດຕໍ່ຄົນທີ່ພຣະອົງຕັ້ງໃຈເຮັດໃຫ້ສົມບູນ, ພຣະອົງສາມາດລໍຖ້າພວກເຂົາໄດ້ດົນເທົ່າທີ່ພຣະອົງຈະຖ້າໄດ້; ສ່ວນອີກດ້ານໜຶ່ງ, ພຣະເຈົ້າກໍກຽດຊັງ ແລະ ລັງກຽດຄົນປະເພດຊາຕານຢ່າງແຮງ ພວກທີ່ບໍ່ຕິດຕາມພຣະອົງ ແລະ ຕໍ່ຕ້ານພຣະອົງ. ເຖິງແມ່ນວ່າພຣະອົງຈະບໍ່ສົນໃຈຄົນປະເພດຊາຕານເຫຼົ່ານີ້ທີ່ບໍ່ຕິດຕາມພຣະອົງ ຫຼື ບໍ່ນະມັດສະການພຣະອົງ, ພຣະອົງກໍຍັງກຽດຊັງພວກເຂົາໃນຂະນະທີ່ມີຄວາມອົດທົນກັບພວກເຂົາຢູ່ໃນໃຈຂອງພຣະອົງ ແລະ ໃນຂະນະທີ່ພຣະອົງກຳນົດຈຸດຈົບຂອງຄົນປະເພດຊາຕານເຫຼົ່ານີ້, ພຣະອົງກໍຍັງລໍຖ້າການມາເຖິງຂັ້ນຕອນແຫ່ງແຜນການຄຸ້ມຄອງຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 27)

ການໃຫ້ພອນຂອງພຣະເຈົ້າຕໍ່ໂນອາຫຼັງຈາກນ້ຳຖ້ວມ

“ແລະ ພຣະເຈົ້າໄດ້ອວຍພອນໂນອາ ແລະ ລູກຊາຍຂອງລາວ ແລະ ເວົ້າກັບພວກເຂົາວ່າ ຈົ່ງເກີດລູກຫຼານຫຼາຍໆ ແລະ ເພີ່ມຄູນທະວີ ແລະ ແຜ່ຂະຫຍາຍໄປທົ່ວແຜ່ນດິນໂລກ. ຄວາມຢຳເກງເຈົ້າ ແລະ ຄວາມຢ້ານກົວເຈົ້າຈົ່ງມີຢູ່ໃນສັດເທິງແຜ່ນດິນໂລກທຸກໂຕ ແລະ ໃນສັດມີປີກທຸກໂຕເທິງອາກາດ, ໃນທຸກສິ່ງທີ່ເໜັງຕີງເທິງແຜ່ນດິນໂລກ ແລະ ປາທຸກໂຕທີ່ຢູ່ໃນທະເລ, ພວກມັນໄດ້ຖືກມອບໄວ້ໃນກໍາມືຂອງເຈົ້າແລ້ວ. ທຸກໆສິ່ງທີ່ເລືອຄານເຊິ່ງມີຊີວິດຈະເປັນອາຫານໃຫ້ກັບເຈົ້າ; ແມ່ນແຕ່ພືດຜັກສີຂຽວທຸກຊະນິດທີ່ເຮົາໄດ້ມອບໃຫ້ພວກເຈົ້າ. ແຕ່ເຈົ້າຕ້ອງບໍ່ກິນເນື້ອໜັງທີ່ມີຊີວິດ ແລະ ມີເລືອດຈາກສິ່ງນັ້ນ. ແນ່ນອນ ເຮົາຈະລົງໂທດທຸກຄົນທີ່ເອົາເລືອດແຫ່ງຊີວິດຂອງເຈົ້າ; ເຮົາຈະທໍາລາຍສັດທຸກຊະນິດ ແລະ ລົງໂທດມະນຸດທຸກຄົນທີ່ຂ້າເຈົ້າ, ເຮົາຈະລົງໂທດທຸກຄົນທີ່ຂ້າອ້າຍນ້ອງຂອງຕົນເອງ. ໃຜກໍຕາມທີ່ຫຼັ່ງເລືອດຂອງຄົນອື່ນ ເລືອດຂອງຄົນນັ້ນກໍຈະຖືກຫຼັ່ງເຊັ່ນກັນ ຍ້ອນພຣະເຈົ້າໄດ້ສ້າງມະນຸດໃນລັກສະນະຂອງພຣະເຈົ້າ” (ປະຖົມມະການ 9:1-6).

ຫຼັງຈາກທີ່ໂນອາຮັບເອົາຄຳສັ່ງຂອງພຣະເຈົ້າ ແລະ ສ້າງເຮືອສຳເພົາ ແລະ ໃຊ້ຊີວິດຜ່ານການເວລາທີ່ພຣະເຈົ້າໃຊ້ເພື່ອເຮັດໃຫ້ນ້ຳຖ້ວມໂລກ. ຄອບຄົວຂອງເພິ່ນທັງແປດຄົນລອດຊີວິດ. ນອກຈາກຄອບຄົວຂອງໂນອາທັງແປດຄົນແລ້ວ, ມວນມະນຸດທັງໝົດໄດ້ຖືກທຳລາຍ ແລະ ສິ່ງມີຊີວິດທັງໝົດທີ່ຢູ່ເທິງແຜ່ນດິນໂລກກໍຖືກທຳລາຍດ້ວຍ. ສຳລັບໂນອາ, ພຣະເຈົ້າໄດ້ປະທານພອນ ແລະ ກ່າວບາງສິ່ງກັບເພິ່ນແລະ ລູກຊາຍຂອງເພິ່ນ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າໄດ້ປະທານໃຫ້ເພິ່ນ ແລະ ພຣະອົງຍັງໄດ້ປະທານພອນຂອງພຣະອົງໃຫ້ເພິ່ນອີກດ້ວຍ. ນີ້ແມ່ນພອນ ແລະ ຄຳສັນຍາທີ່ພຣະເຈົ້າໃຫ້ກັບບາງຄົນທີ່ສາມາດຟັງພຣະອົງ ແລະ ຍອມຮັບຄຳສັ່ງຂອງພຣະອົງ ແລະ ຍັງແມ່ນວິທີການທີ່ພຣະເຈົ້າປະທານລາງວັນໃຫ້ຄົນອີກດ້ວຍ. ໝາຍຄວາມວ່າ, ບໍ່ວ່າໂນອາເປັນຄົນທີ່ສົມບູນແບບ ຫຼື ເປັນຄົນຊອບທຳໃນສາຍຕາຂອງພຣະເຈົ້າກໍຕາມ ແລະ ບໍ່ວ່າເພິ່ນຈະຮູ້ຈັກກ່ຽວກັບພຣະເຈົ້າຫຼາຍປານໃດກໍຕາມ, ສະຫຼຸບກໍຄື ໂນອາ ແລະ ລູກຊາຍທັງສາມຄົນຂອງເພິ່ນໄດ້ຟັງພຣະທຳຂອງພຣະເຈົ້າ, ປະຕິບັດຕາມພາລະກິດຂອງພຣະເຈົ້າ ແລະ ເຮັດສິ່ງທີ່ພວກເຂົາຄວນເຮັດອີງຕາມຄຳສັ່ງຂອງພຣະເຈົ້າ. ຜົນໄດ້ຮັບກໍຄື ພວກເຂົາໄດ້ຮັກສາມະນຸດ ແລະ ສິ່ງມີຊີວິດຕ່າງໆໄວ້ໃຫ້ພຣະເຈົ້າຫຼັງຈາກທີ່ໂລກຖືກທຳລາຍດ້ວຍນ້ຳຖ້ວມ, ໄດ້ມີສ່ວນປະກອບອັນຍິ່ງໃຫຍ່ຕໍ່ບາດກ້າວຕໍ່ໄປແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າ. ຍ້ອນທຸກສິ່ງທີ່ເພິ່ນໄດ້ເຮັດ, ພຣະເຈົ້າຈຶ່ງອວຍພອນເພິ່ນ. ບາງເທື່ອ ສຳລັບຄົນໃນປັດຈຸບັນ, ສິ່ງທີ່ໂນອາເຮັດອາດຈະບໍ່ຄຸ້ມຄ່າທີ່ຈະກ່າວເຖິງຊ້ຳ. ບາງຄົນອາດເຖິງກັບຄິດວາ: “ໂນອາບໍ່ໄດ້ເຮັດຫຍັງເລີຍ; ພຣະເຈົ້າໄດ້ຕັດສິນໃຈເພື່ອຊ່ວຍເພິ່ນໃຫ້ລອດພົ້ນຢູ່ແລ້ວ, ດັ່ງນັ້ນເພິ່ນຈິ່ງຖືກຊ່ວຍຢ່າງແນ່ນອນ. ຄວາມຢູ່ລອດຂອງເພິ່ນບໍ່ໄດ້ເກີດຈາກຄວາມສຳເລັດຂອງເພິ່ນເອງ. ນີ້ແມ່ນສິ່ງທີ່ພຣະເຈົ້າຢາກໃຫ້ເກີດ, ຍ້ອນວ່າມະນຸດນັ້ນຂີ້ຄ້ານ”. ແຕ່ນັ້ນບໍ່ແມ່ນສິ່ງທີ່ພຣະເຈົ້າຄິດ. ສຳລັບພຣະເຈົ້າ, ບໍ່ວ່າຄົນໆໜຶ່ງເປັນຜູ້ຍິ່ງໃຫຍ່ ຫຼື ຄົນບໍ່ສຳຄັນກໍຕາມ, ຕາບໃດທີ່ເຂົາສາມາດຟັງພຣະອົງ, ເຊື່ອຟັງຄຳສັ່ງຂອງພຣະອົງ ແລະ ສິ່ງທີ່ພຣະອົງມອບໝາຍໃຫ້ ພ້ອມທັງສາມາດຮ່ວມມືໃນພາລະກິດຂອງພຣະອົງ, ຄວາມປະສົງຂອງພຣະອົງ ແລະ ແຜນການຂອງພຣະອົງ ເພື່ອວ່າ ຄວາມປະສົງຂອງພຣະອົງ ແລະ ແຜນການຂອງພຣະອົງຈະສາມາດປະສົບຜົນສຳເລັດໄດ້ຢ່າງລາບລື້ນ, ແລ້ວການກະທໍາເຫຼົ່ານັ້ນກໍຄູ່ຄວນແກ່ການຈາລຶກຈາກພຣະອົງ ແລະ ໄດ້ຮັບພອນຂອງພຣະອົງ. ພຣະເຈົ້າຖະນຸຖະໜອມຄົນເຊັ່ນນັ້ນ ແລະ ພຣະອົງຮັກຫອມການກະທຳຂອງພວກເຂົາ ພ້ອມຄວາມຮັກ ແລະ ຄວາມສະເໜ່ຫາຂອງພວກເຂົາທີ່ມີຕໍ່ພຣະອົງ. ນີ້ແມ່ນທັດສະນະຂອງພຣະເຈົ້າ. ແລ້ວເປັນຫຍັງພຣະເຈົ້າຈຶ່ງອວຍພອນໂນອາ? ຍ້ອນວ່ານີ້ແມ່ນວິທີທີ່ພຣະເຈົ້າປະຕິບັດຕໍ່ການກະທຳ ແລະ ຄວາມເຊື່ອຟັງແບບນັ້ນຂອງມະນຸດ.

ກ່ຽວກັບຄຳອວຍພອນຂອງພຣະເຈົ້າຕໍ່ໂນອາ, ບາງຄົນຈະເວົ້າວ່າ: “ຖ້າມະນຸດຟັງຄວາມພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍໃຈ, ພຣະເຈົ້າກໍຄວນອວຍພອນມະນຸດ. ບໍ່ແມ່ນເປັນແບບນັ້ນຢູ່ແລ້ວບໍ?” ພວກເຮົາເວົ້າແບບນັ້ນໄດ້ບໍ? ບາງຄົນເວົ້າວ່າ: “ບໍ່”. ເປັນຫຍັງພວກເຮົາຈິ່ງເວົ້າແບບນັ້ນບໍ່ໄດ້? ບາງຄົນເວົ້າວ່າ: “ມະນຸດບໍ່ຄູ່ຄວນໄດ້ຮັບພຣະພອນຂອງພຣະເຈົ້າ”. ນັ້ນບໍ່ແມ່ນຖືກຕ້ອງທັງໝົດ. ຍ້ອນວ່າເມື່ອຄົນຍອມຮັບສິ່ງທີ່ພຣະເຈົ້າມອບໝາຍໃຫ້ພວກເຂົາ, ພຣະເຈົ້າມີມາດຕະຖານໃນການຕັດສິນ ວ່າການກະທຳຂອງພວກເຂົານັ້ນດີ ຫຼື ຊົ່ວ ແລະ ພວກເຂົາໄດ້ເຊື່ອຟັງ ຫຼື ບໍ່, ພວກເຂົາໄດ້ເຮັດບັນລຸຕາມຄວາມປະສົງຂອງພຣະເຈົ້າ ຫຼື ບໍ່ ແລະ ສິ່ງທີ່ພວກເຂົາເຮັດນັ້ນຖືກຕາມມາດຕະຖານ ຫຼື ບໍ່. ສິ່ງທີ່ພຣະເຈົ້າສົນຄືຫົວໃຈຂອງຄົນ ບໍ່ແມ່ນການກະທຳພາຍນອກຂອງພວກເຂົາ. ມັນບໍ່ແມ່ນກໍລະນີທີ່ພຣະເຈົ້າຄວນອວຍພອນບາງຄົນຕາບໃດທີ່ພວກເຂົາເຮັດບາງສິ່ງ ແລະ ບໍ່ວ່າພວກເຂົາເຮັດມັນແນວໃດກໍຕາມ. ນີ້ແມ່ນຄວາມເຂົ້າໃຈຜິດທີ່ຜູ້ຄົນມີກ່ຽວກັບພຣະເຈົ້າ. ພຣະເຈົ້າບໍ່ພຽງແຕ່ເບິ່ງຜົນຮັບສຸດທ້າຍຂອງສິ່ງຕ່າງໆ, ແຕ່ພຣະອົງໃຫ້ຄວາມສຳຄັນ ວ່າຫົວໃຈຂອງຄົນເປັນແນວໃດ ແລະ ທັດສະນະຂອງຄົນເປັນແນວໃດໃນຊ່ວງການພັດທະນາຂອງສິ່ງຕ່າງໆ, ພຣະອົງເບິ່ງວ່າ ມີການເຊື່ອຟັງ, ການພິຈາລະນາ ແລະ ຄວາມປາດຖະໜາໃນຫົວໃຈຂອງພວກເຂົາທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ຫຼື ບໍ່. ໃນຍຸກນັ້ນ ໂນອາຮູ້ກ່ຽວກັບພຣະເຈົ້າຫຼາຍປານໃດ? ມັນຫຼາຍເທົ່າກັບທີ່ພວກເຈົ້າຮູ້ຈັກຫຼັກຄຳສອນໃນປັດຈຸບັນນີ້ບໍ? ໃນດ້ານຄວາມຈິງເຊັ່ນວ່າ: ແນວຄວາມຄິດ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າ, ເພິ່ນໄດ້ຮັບການຫົດນ້ຳ ແລະ ການລ້ຽງດູຫຼາຍເທົ່າກັບພວກເຈົ້າບໍ? ບໍ່, ເພິ່ນບໍ່ໄດ້ຮັບ! ແຕ່ມີຄວາມຈິງໜຶ່ງທີ່ບໍ່ສາມາດປະຕິເສດໄດ້ ນັ້ນກໍຄື: ໃນຈິດໃຕ້ສຳນຶກ, ຈິດໃຈ ແລະ ແມ່ນແຕ່ຄວາມເລິກຂອງຫົວໃຈຄົນໃນປັດຈຸບັນນີ້, ແນວຄວາມຄິດ ແລະ ທັດສະນະຂອງພວກເຂົາທີ່ມີຕໍ່ພຣະເຈົ້ານັ້ນເລື່ອນລອຍ ແລະ ຄຸມເຄືອຫຼາຍ. ເຈົ້າອາດຈະເວົ້າໄດ້ວ່າຄົນສ່ວນໜຶ່ງມີທັດສະນະຄະຕິດ້ານລົບຕໍ່ການດຳລົງຢູ່ຂອງພຣະເຈົ້າ. ແຕ່ໃນໃຈຂອງໂນອາ ແລະ ຈິດໃຕ້ສຳນຶກຂອງເພິ່ນ, ການດຳລົງຢູ່ຂອງພຣະເຈົ້ານັ້ນແນ່ນອນ ແລະ ນອກເໜືອຄວາມສົງໄສໃດໆ, ດ້ວຍເຫດນີ້ ການເຊື່ອຟັງພຣະເຈົ້າຂອງເພິ່ນຈຶ່ງບໍລິສຸດ ແລະ ສາມາດທົນຕໍ່ການທົດສອບໄດ້. ຫົວໃຈຂອງເພິ່ນບໍລິສຸດ ແລະ ເປີດກວ້າງຕໍ່ພຣະເຈົ້າ. ເພິ່ນບໍ່ຕ້ອງການຄວາມຮູ້ຫຼາຍເກີນໄປກ່ຽວກັບຫຼັກຄຳສອນເພື່ອເຮັດໃຫ້ຕົວເອງປະຕິບັດຕາມພຣະທຳທຸກຂໍ້ຂອງພຣະເຈົ້າ ແລະ ເພິ່ນບໍ່ຕ້ອງການຄວາມຈິງຢ່າງຫຼວງຫຼາຍເພື່ອພິສູດການດຳລົງຢູ່ຂອງພຣະເຈົ້າ ເພື່ອສາມາດຮັບເອົາສິ່ງທີ່ພຣະເຈົ້າມອບໝາຍໃຫ້ເພິ່ນ ແລະ ເພື່ອສາມາດເຮັດສິ່ງທີ່ພຣະເຈົ້າໃຫ້ເພິ່ນເຮັດ. ນີ້ແມ່ນຄວາມແຕກຕ່າງທີ່ສຳຄັນລະຫວ່າງໂນອາ ແລະ ຄົນໃນປັດຈຸບັນນີ້. ໃນສາຍຕາຂອງພຣະເຈົ້າ ມັນຍັງເປັນຄວາມໝາຍທີ່ແທ້ຈິງກ່ຽວກັບສິ່ງທີ່ຄົນສົມບູນເປັນ. ສິ່ງທີ່ພຣະເຈົ້າຕ້ອງການຄືຄົນແບບໂນອາ. ເພິ່ນແມ່ນປະເພດຄົນທີ່ພຣະເຈົ້າສັນລະເສີນ ແລະ ຍັງເປັນປະເພດຄົນທີ່ພຣະເຈົ້າອວຍພອນຢ່າງແນ່ນອນ. ພວກເຈົ້າໄດ້ຮັບແສງສະຫວ່າງໃດໆຈາກເລື່ອງນີ້ບໍ? ຜູ້ຄົນເບິ່ງຜູ້ຄົນຈາກພາຍນອກ, ສໍາລັບພຣະເຈົ້າແມ່ນເບິ່ງຫົວໃຈຂອງຜູ້ຄົນ ແລະ ທາດແທ້ຂອງພວກເຂົາ. ພຣະເຈົ້າບໍ່ຍອມໃຫ້ໃຜມີສອງຈິດສອງໃຈ ຫຼື ສົງໄສໃນຕົວພຣະອົງ, ທັງບໍ່ຍອມໃຫ້ຄົນສົງໄສ ຫຼື ທົດສອບພຣະອົງໃນທາງໃດທາງໜຶ່ງ. ສະນັ້ນ, ເຖິງແມ່ນວ່າ ຄົນໃນປັດຈຸບັນນີ້ຈະຜະເຊີນໜ້າກັບພຣະທຳຂອງພຣະເຈົ້າ, ພວກເຈົ້າອາດຈະໄດ້ເວົ້າກັບພຣະເຈົ້າເຊິ່ງໜ້າ ແຕ່ເນື່ອງຈາກມີບາງສິ່ງທີ່ຝັງເລິກຢູ່ໃນຫົວໃຈຂອງພວກເຂົາ, ການດຳລົງຢູ່ຂອງແກ່ນແທ້ອັນເສື່ອມຊາມ ແລະ ທ່າທີເປັນສັດຕູຂອງພວກເຂົາທີ່ມີຕໍ່ພຣະອົງ, ຜູ້ຄົນໄດ້ຖືກກີດກັ້ນບໍ່ໃຫ້ມີຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ຖືກຂັດຂວາງບໍ່ໃຫ້ເຊື່ອຟັງພຣະອົງ. ດ້ວຍເຫດນີ້, ມັນຈຶ່ງຍາກຫຼາຍສຳລັບພວກເຂົາທີ່ຈະໄດ້ຮັບພອນຄືກັນກັບທີ່ພຣະເຈົ້າໄດ້ປະທານໃຫ້ແກ່ໂນອາ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 28)

ພຣະເຈົ້າໃຊ້ຮຸ້ງກິນນໍ້າເພື່ອເປັນສັນຍາລັກແຫ່ງພັນທະສັນຍາຂອງພຣະອົງກັບມະນຸດ (ຂໍ້ຄວາມທີ່ຖືກຄັດເລືອກ)

“ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ. ພຣະເຈົ້າກ່າວວ່າ ສິ່ງນີ້ເປັນສັນຍາລັກຂອງພັນທະສັນຍາທີ່ເຮົາສ້າງລະຫວ່າງເຮົາ ແລະ ພວກເຈົ້າ ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບພວກເຈົ້າ, ເພື່ອຮຸ່ນສູ່ຮຸ່ນ ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ” (ປະຖົມມະການ 9:11-13).

ຄົນສ່ວນຫຼາຍຮູ້ວ່າຮຸ້ງກິນນໍ້າແມ່ນຫຍັງ ແລະ ໄດ້ຍິນບາງເລື່ອງລາວທີ່ກ່ຽວຂ້ອງກັບຮຸ້ງກິນນໍ້າ. ສ່ວນເລື່ອງກ່ຽວກັບຮຸ້ງກິນນໍ້າໃນພຣະຄຳພີ, ບາງຄົນກໍເຊື່ອ ແລະ ບາງຄົນກໍຖືມັນເປັນຕຳນານ ໃນຂະນະທີ່ບາງຄົນກໍບໍ່ເຊື່ອມັນແມ່ນແຕ່ໜ້ອຍດຽວເລີຍ. ແນວໃດກໍຕາມ, ເຫດການທັງໝົດທີ່ເກີດຂຶ້ນກ່ຽວກັບຮຸ້ງກິນນໍ້າແມ່ນພາລະກິດຂອງພຣະເຈົ້າ ແລະ ເກີດຂຶ້ນໃນຂະບວນການແຫ່ງການຄຸ້ມຄອງມະນຸດຂອງພຣະເຈົ້າ. ເຫດການເຫຼົ່ານີ້ໄດ້ຖືກບັນທຶກໄວ້ຢ່າງແທ້ຈິງໃນພຣະຄຳພີ. ບົດບັນທຶກເຫຼົ່ານີ້ບໍ່ໄດ້ບອກພວກເຮົາວ່າໃນເວລານັ້ນພຣະເຈົ້າຢູ່ໃນອາລົມໃດ ຫຼື ຄວາມຕັ້ງໃຈທີ່ຢູ່ເບື້ອງຫຼັງພຣະທຳເຫຼົ່ານີ້ທີ່ພຣະເຈົ້າກ່າວ. ຍິ່ງໄປກວ່ານັ້ນ, ບໍ່ມີໃຜສາມາດເຂົ້າໃຈສິ່ງທີພຣະເຈົ້າຮູ້ສຶກ ເມື່ອພຣະອົງກ່າວພວກມັນອອກມາ. ແນວໃດກໍ່ຕາມ, ສະພາບຈິດໃຈຂອງພຣະເຈົ້າກ່ຽວກັບເຫດການທັງໝົດນີ້ຖືກເປີດເຜີຍຢູ່ໃນລະຫວ່າງແຖວຂອງຂໍ້ຄວາມໃນພຣະຄຳພີ. ມັນເປັນຄືກັບວ່າ ຄວາມຄິດຂອງພຣະອົງໃນຕອນນັ້ນກະໂດດອອກຈາກໜ້າເຈັ້ຍຜ່ານແຕ່ລະຄຳເວົ້າ ແລະ ປະໂຫຍກແຫ່ງພຣະທຳຂອງພຣະເຈົ້າ.

ຄວາມຄິດຂອງພຣະເຈົ້າແມ່ນສິ່ງທີ່ຄົນຄວນກັງວົນ ແລະ ສິ່ງທີ່ພວກເຂົາຄວນພະຍາຍາມທຳຄວາມຮູ້ຈັກຫຼາຍທີ່ສຸດ. ນີ້ກໍຍ້ອນວ່າ ຄວາມຄິດຂອງພຣະເຈົ້າກ່ຽວຂ້ອງກັບຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະເຈົ້າຢ່າງຫຼີກເວັ້ນບໍ່ໄດ້ ແລະ ຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະເຈົ້າກໍແມ່ນການເຊື່ອມຕໍ່ທີ່ຂາດບໍ່ໄດ້ໃນການເຂົ້າສູ່ຊີວິດຂອງມະນຸດ. ແລ້ວໃນເວລານັ້ນ ພຣະເຈົ້າກຳລັງຄິດຫຍັງຢູ່ເມື່ອເຫດການເຫຼົ່ານີ້ເກີດຂຶ້ນ?

ໃນເບື້ອງຕົ້ນ, ພຣະເຈົ້າໄດ້ສ້າງມະນຸດທີ່ດີຫຼາຍ ແລະ ໃກ້ຊິດກັບພຣະອົງຫຼາຍໃນສາຍຕາຂອງພຣະອົງ, ແຕ່ພວກເຂົາໄດ້ຖືກທຳລາຍດ້ວຍນ້ຳຖ້ວມຫຼັງຈາກທີ່ໄດ້ກໍ່ກະບົດຕໍ່ພຣະອົງ. ມັນເຮັດໃຫ້ພຣະເຈົ້າເຈັບປວດບໍ ທີ່ມະນຸດດັ່ງກ່າວນັ້ນຫາຍວັບໄປທັນທີ? ແນ່ນອນວ່າມັນເຈັບປວດ! ດັ່ງນັ້ນ ແມ່ນຫຍັງຄືການສະແດງອອກຂອງພຣະອົງເຖິງຄວາມເຈັບປວດນີ້? ມັນໄດ້ຖືກບັນທຶກໄວ້ໃນພຣະຄຳພີວ່າແນວໃດ? ມັນໄດ້ຖືກບັນທຶກໄວ້ໃນພຣະຄຳພີດ້ວຍພຣະຄຳເຫຼົ່ານີ້ວ່າ: “ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ”. ປະໂຫຍກທີ່ລຽບງ່າຍນີ້ເປີດເຜີຍຄວາມຄິດຂອງພຣະເຈົ້າ. ການທຳລາຍໂລກນີ້ເຮັດໃຫ້ພຣະອົງເຈັບປວດຫຼາຍ. ໃນຄຳເວົ້າຂອງມະນຸດ, ພຣະອົງໂສກເສົ້າຫຼາຍ. ພວກເຮົາລອງຈິນຕະນາການເບິ່ງວ່າ: ໂລກທີ່ຄັ້ງໜຶ່ງເຄີຍເຕັມໄປດ້ວຍຊີວິດ ຈະເປັນແນວໃດຫຼັງຈາກທີ່ໄດ້ຖືກທຳລາຍດ້ວຍນ້ຳຖ້ວມ? ໂລກທີ່ຄັ້ງໜຶ່ງເຄີຍເຕັມໄປດ້ວຍມະນຸດ ຈະມີລັກສະນະແບບໃດໃນເວລານັ້ນ? ບໍ່ມີບ່ອນຢູ່ອາໄສຂອງມະນຸດ, ບໍ່ມີສິ່ງມີຊີວິດ, ມີແຕ່ນ້ຳຢູ່ທົ່ວທຸກບ່ອນ ແລະ ມີການທຳລາຍລ້າງຢ່າງຮ້າຍແຮງເທິງໜ້ານ້ຳ. ພາບດັ່ງກ່າວແມ່ນເຈດຕະນາດັ່ງເດີມຂອງພຣະເຈົ້າເມື່ອພຣະອົງສ້າງໂລກບໍ? ແນ່ນອນວ່າບໍ່ແມ່ນ! ຄວາມຕັ້ງໃຈດັ່ງເດີມຂອງພຣະເຈົ້າແມ່ນການເຫັນຊີວິດຢູ່ທົ່ວແຜ່ນດິນໂລກ, ເຫັນມະນຸດທີ່ພຣະອົງສ້າງຂຶ້ນນະມັດສະການພຣະອົງ, ບໍ່ແມ່ນມີພຽງແຕ່ໂນອາທີ່ເປັນຜູ້ທີ່ນະມັດສະການພຣະອົງ ຫຼື ມີພຽງຄົນດຽວທີ່ສາມາດຕອບການຮຽກຮ້ອງຂອງພຣະອົງເພື່ອເຮັດໃຫ້ສຳເລັດສິ່ງທີ່ຖືກມອບໝາຍໃຫ້. ເມື່ອມວນມະນຸດສາບສູນໄປ, ພຣະເຈົ້າກໍບໍ່ໄດ້ເຫັນສິ່ງທີພຣະອົງຕັ້ງໃຈໄວ້ຕັ້ງແຕ່ຕົ້ນ ແຕ່ມັນກົງກັນຂ້າມຢ່າງສິ້ນເຊີງ. ຫົວໃຈຂອງພຣະອົງຈະບໍ່ເຈັບປວດໄດ້ແນວໃດ? ດັ່ງນັ້ນ ເມື່ອພຣະອົງເປີດເຜີຍອຸປະນິໄສຂອງພຣະອົງ ແລະ ສະແດງຄວາມຮູ້ສຶກພຣະອົງອອກມາ, ພຣະເຈົ້າຈຶ່ງໄດ້ຕັດສິນໃຈ. ພຣະເຈົ້າໄດ້ຕັດສິນໃຈແບບໃດ? ພຣະອົງໄດ້ເຮັດຄັນທະນູໃນເມກ (ໝາຍເຖິງຮຸ້ງທີ່ພວກເຮົາເຫັນ) ເປັນດັ່ງພັນທະສັນຍາກັບມະນຸດ, ຄຳສັນຍາທີ່ພຣະເຈົ້າວ່າຈະບໍ່ທຳລາຍມວນມະນຸດດ້ວຍນ້ຳຖ້ວມອີກ. ໃນເວລາດຽວກັນ, ຍັງເປັນການບອກຜູ້ຄົນວ່າ ພຣະເຈົ້າໄດ້ທຳລາຍໂລກດ້ວຍນ້ຳຖ້ວມ ເພື່ອວ່າມວນມະນຸດຈະຈື່ຈຳຕະຫຼອດໄປວ່າເປັນຫຍັງພຣະເຈົ້າຈຶ່ງເຮັດສິ່ງດັ່ງກ່າວ.

ການທຳລາຍໂລກໃນເວລານັ້ນແມ່ນສິ່ງທີ່ພຣະເຈົ້າຕ້ອງການບໍ? ແນ່ນອນວ່າມັນບໍ່ແມ່ນສິ່ງທີ່ພຣະເຈົ້າຕ້ອງການ. ພວກເຮົາອາດຈະສາມາດຈິນຕະນາການສ່ວນເລັກນ້ອຍໃນສາຍຕາທີ່ໜ້າສົງສານຂອງໂລກຫຼັງຈາກການທຳລາຍໂລກ, ແຕ່ພວກເຮົາບໍ່ສາມາດຈິນຕະນາການໄດ້ວ່າໃນເວລານັ້ນຮູບພາບເປັນແບບໃດໃນສາຍຕາຂອງພຣະເຈົ້າ. ພວກເຮົາສາມາດເວົ້າວ່າ, ບໍ່ວ່າຈະເປັນຄົນໃນປັດຈຸບັນ ຫຼື ອະດີດ, ບໍ່ມີໃຜສາມາດຈິນຕະນາການ ຫຼື ເຂົ້າໃຈສິ່ງທີ່ພຣະເຈົ້າຮູ້ສຶກເມື່ອພຣະອົງເຫັນພາບນັ້ນ, ພາບຂອງໂລກທີ່ຖືກທຳລາຍດ້ວຍນ້ຳຖ້ວມ. ພຣະເຈົ້າຖືກບັງຄັບໃຫ້ເຮັດສິ່ງນີ້ໂດຍການບໍ່ເຊື່ອຟັງຂອງມະນຸດ, ແຕ່ຄວາມເຈັບປວດໃນຫົວໃຈຂອງພຣະເຈົ້າຈາກການທຳລາຍໂລກໂດຍນ້ຳຖ້ວມແມ່ນຄວາມເປັນຈິງທີ່ບໍ່ມີໃຜສາມາດຢັ່ງຮູ້ ຫຼື ເຂົ້າໃຈໄດ້. ນັ້ນແມ່ນເຫດຜົນທີ່ພຣະເຈົ້າໄດ້ເຮັດພັນທະສັນຍາກັບມວນມະນຸດ ເຊິ່ງພຣະອົງຕັ້ງໃຈທີ່ຈະບອກຄົນໃຫ້ຈື່ວ່າຄັ້ງໜຶ່ງພຣະເຈົ້າໄດ້ເຮັດສິ່ງແບບນີ້ ແລະ ເພື່ອສາບານກັບພວກເຂົາວ່າພຣະເຈົ້າຈະບໍ່ທຳລາຍໂລກດ້ວຍວິທີດັ່ງກ່າວນີ້ອີກ. ໃນພັນທະສັນຍານີ້ພວກເຮົາເຫັນຫົວໃຈຂອງພຣະເຈົ້າ, ພວກເຮົາເຫັນວ່າຫົວໃຈຂອງພຣະເຈົ້າເຈັບປວດເມື່ອພຣະອົງທຳລາຍມະນຸດຊາດນີ້. ໃນພາສາມະນຸດ, ເມື່ອພຣະເຈົ້າທຳລາຍມະນຸດຊາດ ແລະ ເຫັນມະນຸດສູນຫາຍໄປ, ຫົວໃຈຂອງພຣະອົງຮ້ອງໄຫ້ ແລະ ຫຼັ່ງເລືອດ. ນັ້ນບໍ່ແມ່ນການບັນລະຍາຍທີ່ດີທີ່ສຸດບໍ? ຄຳເວົ້າເຫຼົ່ານີ້ຖືກໃຊ້ໂດຍມະນຸດເພື່ອສະແດງເຖິງຄວາມຮູ້ສຶກຂອງມະນຸດ, ແຕ່ຍ້ອນພາສາຂອງມະນຸດນັ້ນຍັງຂາດເຂີນຫຼາຍ, ການໃຊ້ມັນເພື່ອອະທິບາຍຄວາມຮູ້ສຶກ ແລະ ອາລົມຂອງພຣະເຈົ້ານັ້ນເບິ່ງຄືວ່າບໍ່ໄດ້ຮ້າຍແຮງເກີນໄປສຳລັບເຮົາ ແລະ ພວກມັນກໍບໍ່ໄດ້ເວົ້າຫຼາຍເກີນໄປ. ຢ່າງໜ້ອຍມັນກໍເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ ແລະ ເປັນການເຂົ້າໃຈຢ່າງເໝາະສົມຫຼາຍສໍາລັບຄວາມຮູ້ສຶກຂອງພຣະເຈົ້າວ່າເປັນແນວໃດໃນຕອນນັ້ນ. ພວກເຈົ້າຈະຄິດເຖິງຫຍັງເມື່ອພວກເຈົ້າເຫັນຮຸ້ງອີກຄັ້ງ? ຢ່າງໜ້ອຍພວກເຈົ້າຈະຈື່ໄດ້ວ່າຄັ້ງໜຶ່ງພຣະເຈົ້າເຄີຍໂສກເສົ້າຫຼາຍປານໃດທີ່ໄດ້ທຳລາຍໂລກດ້ວຍນ້ຳຖ້ວມ. ພວກເຈົ້າຈະຈື່ວ່າ ເຖິງແມ່ນວ່າພຣະເຈົ້າກຽດຊັງໂລກນີ້ ແລະ ດູໝິ່ນມະນຸດຊາດນີ້, ເມື່ອພຣະອົງທຳລາຍມວນມະນຸດທີ່ພຣະອົງໄດ້ສ້າງຂຶ້ນດ້ວຍມືຂອງພຣະອົງເອງ, ຫົວໃຈຂອງພຣະອົງແມ່ນເຈັບປວດ, ຍາກທີ່ຈະລືມມັນໄດ້, ຮູ້ສຶກລັງເລໃຈ ແລະ ເຫັນວ່າຍາກທີ່ຈະທົນໄດ້. ສິ່ງດຽວທີ່ເຮັດໃຫ້ພຣະອົງສະບາຍໃຈແມ່ນຄອບຄົວໂນອາທັງແບດຄົນ. ມັນແມ່ນການຮ່ວມມືຂອງໂນອາທີ່ເຮັດໃຫ້ຄວາມພະຍາຍາມຢ່າງເຈັບປວດຂອງພຣະອົງໃນການສ້າງທຸກສິ່ງນັ້ນບໍ່ໄດ້ສູນເປົ່າ. ໃນເວລາເມື່ອພຣະເຈົ້າທົນທຸກທໍລະມານ, ນີ້ແມ່ນສິ່ງດຽວທີ່ສາມາດຊົດເຊີຍຄວາມເຈັບປວດຂອງພຣະອົງໄດ້. ຈາກຈຸດນັ້ນ, ພຣະເຈົ້າວາງຄວາມຄາດຫວັງທັງໝົດຂອງພຣະອົງກັບມະນຸດໄວ້ກັບຄອບຄົວຂອງໂນອາ, ຫວັງວ່າພວກເຂົາຈະສາມາດມີຊີວິດຢູ່ພາຍໃຕ້ການອວຍພອນຂອງພຣະອົງ ແຕ່ບໍ່ແມ່ນການສາບແຊ່ງຂອງພຣະອົງ, ຫວັງວ່າພວກເຈົ້າຈະບໍ່ໄດ້ເຫັນພຣະເຈົ້າທຳລາຍໂລກດ້ວຍນ້ຳຖ້ວມອີກຄັ້ງ ແລະ ຍັງຫວັງວ່າພວກເຂົາຈະບໍ່ຖືກທຳລາຍອີກດ້ວຍ.

ຈາກສິ່ງນີ້ ພວກເຮົາຄວນຮຽນຮູ້ອຸປະນິໄສສ່ວນໃດຂອງພຣະເຈົ້າ? ພຣະເຈົ້າໄດ້ດູໜິ່ນມະນຸດຍ້ອນມະນຸດເປັນສັດຕູກັບພຣະອົງ, ແຕ່ໃນໃຈຂອງພຣະອົງ, ການດູແລ, ຄວາມຫວ່ງໃຍ ແລະ ຄວາມເມດຕາຂອງພຣະອົງຕໍ່ມວນມະນຸດຍັງຄົງບໍ່ປ່ຽນແປງ. ແມ່ນແຕ່ເມື່ອພຣະອົງທຳລາຍມວນມະນຸດຊາດ ຫົວໃຈຂອງພຣະອົງກໍຍັງບໍ່ປ່ຽນແປງ. ເມື່ອມວນມະນຸດເຕັມໄປດ້ວຍຄວາມເສື່ອມຊາມ ແລະ ຄວາມບໍ່ເຊື່ອຟັງຕໍ່ພຣະເຈົ້າຈົນເຖິງຂັ້ນທີ່ຮ້າຍແຮງທີ່ສຸດ, ພຣະເຈົ້າຈຶ່ງຈໍາເປັນຕ້ອງໄດ້ທຳລາຍມະນຸດຊາດນີ້ດ້ວຍອຸປະນິໄສ ແລະ ທາດແທ້ຂອງພຣະອົງ ແລະ ອີງຕາມຫຼັກການຂອງພຣະອົງ. ແຕ່ຍ້ອນທາດແທ້ຂອງພຣະເຈົ້າ, ພຣະອົງຍັງສົງສານມະນຸດຢູ່ ແລະ ເຖິງຂັ້ນຢາກໃຊ້ຫຼາກຫຼາຍວິທີເພື່ອໄຖ່ບາບມວນມະນຸດເພື່ອໃຫ້ພວກເຂົາສາມາດສືບຕໍ່ມີຊີວິດຢູ່. ຢ່າງໃດກໍຕາມ, ມະນຸດຕໍ່ຕ້ານພຣະເຈົ້າ, ສືບຕໍ່ບໍ່ເຊື່ອຟັງພຣະເຈົ້າ ແລະ ປະຕິເສດທີ່ຈະຍອມຮັບຄວາມລອດພົ້ນຂອງພຣະເຈົ້າ; ນັ້ນກໍຄື ປະຕິເສດທີ່ຈະຮັບເອົາເຈດຕະນາດີຂອງພຣະອົງ. ບໍ່ວ່າພຣະເຈົ້າໄດ້ເອີ້ນຫາມະນຸດແນວໃດກໍຕາມ, ຕັກເຕືອນພວກເຂົາ, ສະໜອງໃຫ້ພວກເຂົາ, ຊ່ວຍເຫຼືອພວກເຂົາ ຫຼື ອົດທົນຕໍ່ພວກເຂົາ, ມະນຸດກໍບໍ່ເຂົ້າໃຈ ຫຼື ເຫັນຄຸນຄ່າມັນ ແລະ ພວກເຂົາກໍບໍ່ໄດ້ໃສ່ໃຈອີກດ້ວຍ. ໃນຄວາມເຈັບປວດຂອງພຣະອົງ, ພຣະເຈົ້າຍັງບໍ່ລືມທີ່ຈະປະທານຄວາມອົດທົນຢ່າງສູງຂອງພຣະອົງຕໍ່ມະນຸດ, ລໍຖ້າມະນຸດຫັນປ່ຽນເສັ້ນທາງ. ຫຼັງຈາກທີ່ພຣະອົງເຖິງຂີດຈຳກັດຂອງພຣະອົງ, ພຣະອົງກໍຈະເຮັດສິ່ງທີ່ພຣະອົງຕ້ອງເຮັດໂດຍບໍ່ລັງເລໃຈ. ເວົ້າອີກຢ່າງໜຶ່ງກໍຄື ມີໄລຍະເວລາໃດໜຶ່ງ ແລະ ຂະບວນການຈາກຊ່ວງເວລາທີ່ພຣະເຈົ້າວາງແຜນທຳລາຍມວນມະນຸດຈົນເຖິງຈຸດເລີ່ມຕົ້ນພາລະກິດຂອງພຣະອົງໃນການທຳລາຍມວນມະນຸດ. ຂະບວນການນີ້ມີຢູ່ເພື່ອຈຸດປະສົງໃນການເຮັດໃຫ້ມະນຸດຫັນປ່ຽນເສັ້ນທາງ ແລະ ນີ້ແມ່ນໂອກາດສຸດທ້າຍທີ່ພຣະເຈົ້າມີໃຫ້ກັບມະນຸດ. ແລ້ວພຣະເຈົ້າເຮັດຫຍັງໃນຊ່ວງເວລານີ້ກ່ອນການທຳລາຍມວນມະນຸດ? ພຣະເຈົ້າໄດ້ກະທໍາພາລະກິດໃນການຕັກເຕືອນ ແລະ ແນະນຳທີ່ສຳຄັນເປັນຈຳນວນຫຼວງຫຼາຍ. ບໍ່ວ່າຫົວໃຈຂອງພຣະເຈົ້າຈະເຈັບປວດ ແລະ ໂສກເສົ້າຫຼາຍປານໃດກໍຕາມ, ພຣະອົງກໍສືບຕໍ່ມອບການດູແລ, ຄວາມຫ່ວງໃຍ ແລະ ຄວາມເມດຕາຢ່າງໃຫຍ່ຫຼວງໃຫ້ແກ່ມວນມະນຸດ. ພວກເຮົາເຫັນຫຍັງຈາກສິ່ງນີ້? ພວກເຮົາເຫັນວ່າຄວາມຮັກຂອງພຣະເຈົ້າຕໍ່ມວນມະນຸດນັ້ນຈິງແທ້ ແລະ ບໍ່ແມ່ນບາງສິ່ງທີ່ພຣະອົງພຽງເວົ້າແຕ່ປາກ. ມັນເປັນຈິງ, ຈັບຕ້ອງໄດ້ ແລະ ໜ້າຊື່ນຊົມ, ບໍ່ໄດ້ແກ້ງເຮັດ, ປອມແປງ, ຫຼອກລວງ ຫຼື ທໍາທ່າເຮັດ. ພຣະເຈົ້າບໍ່ເຄີຍໃຊ້ການຫຼອກລວງໃດໆ ຫຼື ສ້າງພາບຈອມປອມເພື່ອເຮັດໃຫ້ຄົນເຫັນວ່າພຣະອົງໜ້າຮັກ. ພຣະອົງບໍ່ເຄີຍໃຊ້ພະຍານເທັດເພື່ອເຮັດໃຫ້ຄົນເຫັນຄວາມໜ້າຮັກຂອງພຣະອົງ ຫຼື ເພື່ອອວດຄວາມໜ້າຮັກ ແລະ ຄວາມບໍລິສຸດຂອງພຣະອົງ. ອຸປະນິໄສດ້ານເຫຼົ່ານີ້ຂອງພຣະເຈົ້າບໍ່ຄູ່ຄວນກັບຄວາມຮັກຂອງມະນຸດບໍ? ພວກມັນບໍ່ຄຸ້ມຄ່າທີ່ຈະນະມັດສະການບໍ? ພວກມັນບໍ່ຄຸ້ມຄ່າທີ່ຈະຖະໜອມບໍ? ໃນຕອນນີ້, ເຮົາຢາກຖາມພວກເຈົ້າວ່າ: ຫຼັງຈາກທີ່ໄດ້ຍິນພຣະທໍາເຫຼົ່ານີ້ ພວກເຈົ້າຄິດວ່າຄວາມຍິ່ງໃຫຍ່ຂອງພຣະເຈົ້ານັ້ນເປັນພຽງຄໍາເວົ້າທີ່ວ່າງເປົ່າຢູ່ເທິງໜ້າເຈັ້ຍເທົ່ານັ້ນບໍ? ຄວາມໜ້າຮັກຂອງພຣະເຈົ້າເປັນພຽງຄຳເວົ້າວ່າງເປົ່າເທົ່ານັ້ນບໍ? ບໍ່! ແນ່ນອນວ່າບໍ່! ອຳນາດສູງສຸດ, ຄວາມຍິ່ງໃຫຍ່, ຄວາມບໍລິສຸດ, ຄວາມອົດທົນ, ຄວາມຮັກຂອງພຣະເຈົ້າ ແລະ ທຸກລາຍລະອຽດໃນແຕ່ລະລັກສະນະທີ່ຫຼາກຫຼາຍໃນອຸປະນິໄສຂອງພຣະເຈົ້າ ແລະ ທາດແທ້ຂອງພຣະເຈົ້າແມ່ນສາມາດພົບເຫັນຢູ່ໃນການສະແດງອອກທີ່ແທ້ຈິງທຸກຄັ້ງທີ່ພຣະອົງປະຕິບັດພາລະກິດຂອງພຣະອົງ, ຖືກຝັງຢູ່ໃນຄວາມປະສົງຂອງພຣະເຈົ້າຕໍ່ມວນມະນຸດ ແລະ ຍັງຖືກຕື່ມເຕັມ ແລະ ສະທ້ອນໃຫ້ເຫັນໃນທຸກຄົນອີກດ້ວຍ. ບໍ່ວ່າເຈົ້າເຄີຍຮູ້ສຶກເຖິງມັນມາກ່ອນ ຫຼື ບໍ່ກໍຕາມ, ພຣະເຈົ້າຊົງດູແລທຸກຄົນໃນທຸກວິທີທາງທີ່ເປັນໄປໄດ້, ໃຊ້ຫົວໃຈທີ່ແທ້ຈິງຂອງພຣະອົງ, ສະຕິປັນຍາ ແລະ ວິທີການຕ່າງໆເພື່ອເຮັດໃຫ້ຫົວໃຈແຕ່ລະຄົນອົບອຸ່ນ ແລະ ປຸກຈິດວິນຍານຂອງແຕ່ລະຄົນ. ນີ້ແມ່ນຄວາມຈິງທີ່ບໍ່ສາມາດໂຕ້ຖຽງໄດ້.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 29)

ພຣະເຈົ້າໃຊ້ຮຸ້ງກິນນໍ້າເພື່ອເປັນສັນຍາລັກແຫ່ງພັນທະສັນຍາຂອງພຣະອົງກັບມະນຸດ (ຂໍ້ຄວາມທີ່ຖືກຄັດເລືອກ)

“ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ. ພຣະເຈົ້າກ່າວວ່າ ສິ່ງນີ້ເປັນສັນຍາລັກຂອງພັນທະສັນຍາທີ່ເຮົາສ້າງລະຫວ່າງເຮົາ ແລະ ພວກເຈົ້າ ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບພວກເຈົ້າ, ເພື່ອຮຸ່ນສູ່ຮຸ່ນ ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ” (ປະຖົມມະການ 9:11-13).

ພຣະເຈົ້າສ້າງມະນຸດຊາດ; ບໍ່ວ່າພວກເຂົາໄດ້ຖືກເຮັດໃຫ້ເສື່ອມຊາມ ຫຼື ບໍ່ວ່າພວກເຂົາຕິດຕາມພຣະເຈົ້າ ຫຼື ບໍ່ກໍຕາມ, ພຣະເຈົ້າປະຕິບັດຕໍ່ມວນມະນຸດດັ່ງຄົນທີ່ພຣະອົງຮັກຫຼາຍທີ່ສຸດ ຫຼື ດັ່ງທີ່ມະນຸດອາດຈະເວົ້າວ່າ ເປັນສຸດທີ່ຮັກຂອງພຣະອົງ ແລະ ບໍ່ແມ່ນຂອງຫຼິ້ນຂອງພຣະອົງ. ເຖິງແມ່ນພຣະເຈົ້າກ່າວວ່າພຣະອົງແມ່ນພຣະຜູ້ຊົງສ້າງ ແລະ ມະນຸດແມ່ນການຊົງສ້າງຂອງພຣະອົງ, ເຊິ່ງຟັງເບິ່ງຄືກັບວ່າ ມີຄວາມແຕກຕ່າງເລັກນ້ອຍໃນຕໍາແໜ່ງ, ຄວາມຈິງກໍຄື ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາເພື່ອມະນຸດແມ່ນໄກຈາກຄວາມສຳພັນໃນລັກສະນະນີ້ຫຼາຍ. ພຣະເຈົ້າຮັກມະນຸດ, ດູແລມະນຸດ ແລະ ສະໜອງໃຫ້ມະນຸດຊາດຢ່າງຕໍ່ເນື່ອງ ແລະ ຢ່າງບໍ່ຢຸດຢັ້ງ. ໃນໃຈຂອງພຣະອົງ, ພຣະອົງບໍ່ເຄີຍຮູ້ສຶກວ່າ ນີ້ແມ່ນພາລະກິດເພີ່ມເຕີມ ຫຼື ບາງສິ່ງທີ່ສົມຄວນໄດ້ຮັບຄວາມເຊື່ອຖືທີ່ສຸດ ແລະ ພຣະອົງກໍບໍ່ຮູ້ສຶກວ່າ ການຊ່ວຍຊີວິດມະນຸດໃຫ້ລອດພົ້ນ, ການສະໜອງໃຫ້ພວກເຂົາ ແລະ ປະທານທຸກສິ່ງໃຫ້ພວກເຂົາແມ່ນການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ມວນມະນຸດ. ພຣະອົງພຽງແຕ່ສະໜອງໃຫ້ມະນຸດຢ່າງງຽບໆດ້ວຍວິທີຂອງພຣະອົງເອງ ແລະ ຜ່ານທາດແທ້ຂອງພຣະອົງເອງ ແລະ ດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ. ບໍ່ວ່າມະນຸດໄດ້ຮັບການສະໜອງ ແລະ ການຊ່ວຍເຫຼືອຈາກພຣະອົງຫຼາຍສໍ່າໃດ, ພຣະເຈົ້າບໍ່ເຄີຍຄິດໃສ່ໃຈ ຫຼື ພະຍາຍາມຫວັງໄດ້ຮັບການຍ້ອງຍໍສັນລະເສີນ. ນີ້ໄດ້ຖືກກຳນົດໂດຍທາດແທ້ຂອງພຣະເຈົ້າ ແລະ ຍັງເປັນການສະແດງເຖິງອຸປະນິໄສຂອງພຣະເຈົ້າຢ່າງແທ້ຈິງອີກດ້ວຍ. ນີ້ແມ່ນເຫດຜົນທີ່ພວກເຮົາບໍ່ເຄີຍເຫັນພຣະເຈົ້າ ບໍ່ວ່າຈະຢູ່ໃນພຣະຄໍາພີ ຫຼື ໃນໜັງສືອື່ນໆ ສະແດງຄວາມຄິດຂອງພຣະອົງ ແລະ ພວກເຮົາບໍ່ເຄີຍເຫັນພຣະເຈົ້າບັນລະຍາຍ ຫຼື ປະກາດຕໍ່ມະນຸດ ໂດຍມີຈຸດປະສົງໃນການເຮັດໃຫ້ມະນຸດກະຕັນຍູຕໍ່ພຣະອົງ ຫຼື ສັນລະເສີນພຣະອົງ. ເປັນຫຍັງພຣະອົງຈຶ່ງເຮັດສິ່ງຕ່າງໆເຫຼົ່ານີ້ ຫຼື ເປັນຫຍັງພຣະອົງຈຶ່ງໃສ່ໃຈມວນມະນຸດຫຼາຍ. ແມ່ນແຕ່ເວລາທີ່ພຣະອົງເຈັບປວດ, ເມື່ອຫົວໃຈຂອງພຣະອົງເຈັບປວດທີ່ສຸດ, ພຣະອົງບໍ່ເຄີຍລືມຄວາມຮັບຜິດຊອບຂອງພຣະອົງຕໍ່ມວນມະນຸດ ຫຼື ຄວາມຫ່ວງໃຍຂອງພຣະອົງຕໍ່ມວນມະນຸດ; ແຕ່ພຣະອົງກັບແບກຮັບຄວາມເຈັບ ແລະ ຄວາມປວດນີ້ພຽງລຳພັງຢ່າງງຽບໆ. ໃນທາງກົງກັນຂ້າມ, ພຣະເຈົ້າສືບຕໍ່ສະໜອງມະນຸດດັ່ງທີ່ພຣະອົງໄດ້ເຮັດມາຕະຫຼອດ. ເຖິງແມ່ນວ່າ ມວນມະນຸດສັນລະເສີນພຣະເຈົ້າເລື້ອຍໆ ຫຼື ເປັນພະຍານໃຫ້ກັບພຣະອົງ, ບໍ່ມີການປະພຶດໃດທີ່ຖືກຮຽກຮ້ອງໂດຍພຣະເຈົ້າ. ນີ້ກໍຍ້ອນວ່າ ພຣະເຈົ້າບໍ່ເຄີຍຕັ້ງໃຈເຮັດສິ່ງດີໆໃຫ້ກັບມະນຸດເພື່ອແລກປ່ຽນກັບຄວາມກະຕັນຍູ ຫຼື ເພື່ອໄດ້ຮັບການຕອບແທນ. ໃນອີກດ້ານໜຶ່ງ, ບັນດາຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ, ບັນດາຜູ້ທີ່ສາມາດຕິດຕາມພຣະເຈົ້າໄດ້ຢ່າງແທ້ຈິງ, ຟັງພຣະອົງ ແລະ ຊື່ສັດຕໍ່ພຣະອົງ ລວມເຖິງບັນດາຜູ້ທີ່ເຊື່ອຟັງພຣະອົງ, ຄົນເຫຼົ່ານີ້ແມ່ນຜູ້ທີ່ຈະໄດ້ຮັບການອວຍພອນເລື້ອຍໆ ແລະ ພຣະເຈົ້າຈະປະທານພອນດັ່ງກ່າວໃຫ້ຢ່າງບໍ່ຈຳກັດ. ຍິ່ງໄປກວ່ານັ້ນ, ພອນທີ່ຜູ້ຄົນໄດ້ຮັບຈາກພຣະເຈົ້າກໍຈະເໜືອຈິນຕະນາການຂອງພວກເຂົາ ແລະ ຍັງເໜືອສິ່ງໃດໆທີ່ມະນຸດສາມາດໃຫ້ເຫດຜົນຜ່ານສິ່ງທີ່ພວກເຂົາໄດ້ເຮັດ ຫຼື ລາຄາທີ່ພວກເຂົາໄດ້ຈ່າຍ. ເມື່ອມະນຸດມີຄວາມສຸກກັບພອນຂອງພຣະເຈົ້າ, ມີໃຜສົນໃຈສິ່ງທີ່ພຣະເຈົ້າກຳລັງກະທຳຢູ່ບໍ? ມີໃຜສະແດງຄວາມກັງວົນວ່າພຣະເຈົ້າກຳລັງຮູ້ສຶກແນວໃດບໍ? ມີໃຜພະຍາຍາມເຂົ້າໃຈຄວາມເຈັບປວດຂອງພຣະອົງບໍ? ຄຳຕອບແມ່ນ ບໍ່ມີເລີຍ! ມີມະນຸດຄົນໃດ ລວມເຖິງໂນອາສາມາດເຫັນຄຸນຄ່າຄວາມເຈັບປວດຂອງພຣະເຈົ້າໃນເວລານັ້ນບໍ? ມີໃຜສາມາດເຫັນຄຸນຄ່າວ່າ ເປັນຫຍັງພຣະເຈົ້າຈິ່ງສ້າງພັນທະສັນຍາແບບດັ່ງກ່າວ? ພວກເຂົາບໍ່ເຂົ້າໃຈ! ພວກເຂົາບໍ່ເຫັນຄຸນຄ່າຄວາມເຈັບປວດຂອງພຣະເຈົ້າ ບໍ່ແມ່ນຍ້ອນພວກເຂົາບໍ່ສາມາດເຂົ້າໃຈຄວາມເຈັບປວດຂອງພຣະເຈົ້າ ແລະ ບໍ່ແມ່ນຍ້ອນຊ່ອງຫວ່າງລະຫວ່າງພຣະເຈົ້າ ແລະ ມະນຸດ ຫຼື ຄວາມແຕກຕ່າງດ້ານສະຖານະຂອງພວກເຂົາ; ກົງກັນຂ້າມ, ແມ່ນຍ້ອນມະນຸດບໍ່ສົນໃຈກ່ຽວກັບຄວາມຮູ້ສຶກຂອງພຣະເຈົ້າເອງ. ມະນຸດຄິດວ່າພຣະເຈົ້າເປັນອິດສະຫຼະ, ພຣະເຈົ້າບໍ່ຕ້ອງການໃຫ້ຄົນສົນໃຈພຣະອົງ, ເຂົ້າໃຈພຣະອົງ ຫຼື ສະແດງຄວາມຮູ້ສຶກຕໍ່ພຣະອົງ. ພຣະເຈົ້າຄືພຣະເຈົ້າ, ດັ່ງນັ້ນ ພຣະອົງບໍ່ມີຄວາມເຈັບປວດ, ບໍ່ມີຄວາມຮູ້ສຶກ; ພຣະອົງບໍ່ເຫງົາ, ພຣະອົງບໍ່ຮູ້ສຶກເສົ້າໃຈ, ດັ່ງນັ້ນ ພຣະອົງຈຶ່ງບໍ່ຕ້ອງການໆສະແດງອອກຄວາມຮູ້ສຶກໃດໆ ແລະ ພຣະອົງບໍ່ຕ້ອງການຄວາມປອບໃຈດ້ານອາລົມແຕ່ຢ່າງໃດ. ບາງສະຖານະການ, ຖ້າພຣະອົງຕ້ອງການສິ່ງເຫຼົ່ານີ້, ພຣະອົງກໍສາມາດຮັບມືຄົນດຽວໄດ້ ແລະ ຈະບໍ່ຮຽກຮ້ອງຄວາມຊ່ວຍເຫຼືອໃດໆຈາກມະນຸດ. ກົງກັນຂ້າມ, ມັນແມ່ນມະນຸດຜູ້ “ອ່ອນແອ, ຂາດວຸທິພາວະ” ທີ່ຕ້ອງການການປອບໃຈ, ການສະໜອງ, ກຳລັງໃຈ ແລະ ຕ້ອງການໃຫ້ພຣະອົງປອບໂຍນຄວາມຮູ້ສຶກຂອງພວກເຂົາທຸກບ່ອນ ແລະ ທຸກເວລາ. ສິ່ງດັ່ງກ່າວແມ່ນຝັງເລິກຢູ່ໃນຫົວໃຈຂອງມະນຸດ: ມະນຸດເປັນຜູ້ອ່ອນແອ; ພວກເຂົາຕ້ອງການໃຫ້ພຣະເຈົ້າເບິ່ງແຍງພວກເຂົາໃນທຸກດ້ານ, ພວກເຂົາສົມຄວນໄດ້ຮັບການດູແລທຸກຢ່າງຈາກພຣະເຈົ້າ ແລະ ພວກເຂົາຄວນຮ້ອງຂໍຈາກພຣະເຈົ້າສິ່ງໃດກໍຕາມທີ່ພວກເຂົາຮູ້ສຶກວ່າເປັນຂອງພວກເຂົາ. ພຣະເຈົ້າເປັນຜູ້ເຂັ້ມແຂງ; ພຣະອົງມີທຸກສິ່ງ ແລະ ພຣະອົງຄວນຈະເປັນຜູ້ພິທັກ ແລະ ເປັນຜູ້ປະທານພອນຂອງມະນຸດ. ເນື່ອງຈາກວ່າພຣະອົງເປັນພຣະເຈົ້າຢູ່ແລ້ວ, ພຣະອົງມີອຳນາດໃນທຸກສິ່ງ ແລະ ບໍ່ຕ້ອງການຫຍັງຈາກມະນຸດ.

ເນື່ອງຈາກວ່າມະນຸດບໍ່ໄດ້ໃສ່ໃຈກັບການເປີດເຜີຍໃດໆຂອງພຣະເຈົ້າ, ພວກເຂົາຈຶ່ງບໍ່ເຄີຍຮູ້ສຶກເຖິງຄວາມໂສກເສົ້າ, ຄວາມເຈັບປວດ ຫຼື ຄວາມສຸກຂອງພຣະເຈົ້າ. ແຕ່ກົງກັນຂ້າມ, ພຣະເຈົ້າຮູ້ຈັກທຸກການສະແດງອອກຂອງມະນຸດຄືກັບຝາມືຂອງພຣະອົງເອງ. ພຣະເຈົ້າສະໜອງຄວາມຕ້ອງການຂອງທຸກຄົນໃນທຸກແຫ່ງ ແລະ ທຸກເວລາ, ພຣະອົງສັງເກດເບິ່ງການປ່ຽນແປງແນວຄິດຂອງທຸກຄົນ ພ້ອມທັງປອບໃຈ ແລະ ຕັກເຕືອນພວກເຂົາ, ນຳພາພວກເຂົາ ແລະ ເຍືອງທາງພວກເຂົາ. ສໍາລັບທຸກສິ່ງທີ່ພຣະເຈົ້າໄດ້ກະທໍາຕໍ່ມະນຸດ ແລະ ລາຄາທັງໝົດທີ່ພຣະອົງໄດ້ຈ່າຍເພື່ອພວກເຂົາ, ພວກເຂົາສາມາດຄົ້ນຫາຂໍ້ຄວາມໃນພຣະຄຳພີ ຫຼື ຈາກສິ່ງໃດກໍຕາມທີ່ພຣະເຈົ້າໄດ້ກ່າວຈົນຮອດປັດຈຸບັນທີ່ລະບຸຢ່າງຊັດເຈນວ່າພຣະເຈົ້າຈະຮຽກຮ້ອງບາງສິ່ງຈາກມະນຸດບໍ? ບໍ່! ກົງກັນຂ້າມ, ບໍ່ວ່າມະນຸດຈະເບິ່ງຂ້າມຄວາມຄິດຂອງພຣະເຈົ້າແນວໃດກໍຕາມ, ພຣະອົງກໍຍັງນຳພາມະນຸດ, ສະໜອງໃຫ້ກັບມະນຸດ ແລະ ຊ່ວຍພວກເຂົາຊໍ້າແລ້ວຊໍ້າອີກເພື່ອເຮັດໃຫ້ພວກເຂົາຕິດຕາມເສັ້ນທາງຂອງພຣະອົງ ເພື່ອວ່າ ພວກເຂົາຈະສາມາດບັນລຸຈຸດໝາຍປາຍທາງອັນງົດງາມທີ່ພຣະອົງໄດ້ຈັດຕຽມໄວ້ໃຫ້ພວກເຂົາ. ເມື່ອເວົ້າເຖິງພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ, ພຣະຄຸນຂອງພຣະອົງ, ຄວາມເມດຕາຂອງພຣະອົງ ແລະ ລາງວັນທັງໝົດຂອງພຣະອົງແມ່ນຈະຖືກປະທານໃຫ້ແກ່ບັນດາຜູ້ທີ່ຮັກ ແລະ ຕິດຕາມພຣະອົງຢ່າງບໍ່ມີຂໍ້ຈຳກັດ. ແຕ່ພຣະອົງບໍ່ເຄີຍເປີດເຜີຍຄວາມເຈັບປວດທີ່ພຣະອົງທົນທຸກ ຫຼື ສະພາບຈິດໃຈຂອງພຣະອົງໃຫ້ແກ່ໃຜ ແລະ ພຣະອົງບໍ່ເຄີຍຈົ່ມວ່າໃຫ້ກັບຜູ້ໃດທີ່ບໍ່ໄດ້ສົນໃຈພຣະອົງ ແລະ ຜູ້ທີ່ບໍ່ຮູ້ຈັກຄວາມປະສົງຂອງພຣະອົງ. ພຣະອົງພຽງແຕ່ແບກຮັບເອົາທັງໝົດນີ້ຢ່າງງຽບໆ ແລະ ລໍຖ້າວັນທີ່ມະນຸດຈະສາມາດເຂົ້າໃຈໄດ້.

ເປັນຫຍັງເຮົາຈຶ່ງກ່າວສິ່ງເຫຼົ່ານີ້ໃນນີ້? ພວກເຈົ້າເຫັນຫຍັງຈາກສິ່ງທີ່ເຮົາໄດ້ກ່າວມາບໍ່? ມີບາງສິ່ງໃນທາດແທ້ ແລະ ອຸປະນິໄສຂອງພຣະເຈົ້າທີ່ອາດເບິ່ງຂ້າມໄດ້ງ່າຍ, ບາງສິ່ງທີ່ພຣະເຈົ້າມີ ແລະ ຄົນອື່ນບໍ່ມີ, ລວມເຖິງຄົນອື່ນໆທີ່ຄິດວ່າເປັນຄົນໃຫຍ່ໂຕ, ເປັນຄົນດີ ຫຼື ເປັນພຣະເຈົ້າແຫ່ງຈິນຕະນາການຂອງພວກເຂົາ. ສິ່ງນີ້ແມ່ນຫຍັງ? ມັນຄືຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າ. ເມື່ອເວົ້າເຖິງຄວາມບໍ່ເຫັນແກ່ຕົວ, ເຈົ້າອາດຄິດວ່າເຈົ້າເອງກໍເປັນຄົນບໍ່ເຫັນແກ່ຕົວເຊັ່ນກັນ ຍ້ອນວ່າເມື່ອເວົ້າເຖິງລູກໆຂອງເຈົ້າ, ເຈົ້າບໍ່ເຄີຍຕໍ່ລອງ ຫຼື ຖຽງກັບພວກເຂົາ, ຫຼື ເຈົ້າຄິດວ່າເຈົ້າເອງກໍເປັນຄົນບໍ່ເຫັນແກ່ຕົວເຊັ່ນກັນເມື່ອເວົ້າເຖິງພໍ່ແມ່ຂອງເຈົ້າ. ບໍ່ວ່າເຈົ້າຈະຄິດແນວໃດກໍຕາມ, ຢ່າງໜ້ອຍເຈົ້າກໍມີແນວຄວາມຄິດກ່ຽວກັບຄຳວ່າ “ບໍ່ເຫັນແກ່ຕົວ” ແລະ ຄິດວ່າມັນເປັນດ້ານບວກ, ການເປັນຄົນບໍ່ເຫັນແກ່ຕົວເປັນສິ່ງທີ່ສູງສົ່ງຫຼາຍ. ເມື່ອເຈົ້າເປັນຄົນບໍ່ເຫັນແກ່ຕົວ, ເຈົ້ານັບຖືຕົວເອງຢ່າງສູງ. ແຕ່ບໍ່ມີໃຜສາມາດເຫັນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າໃນທຸກສິ່ງ, ທ່າມກາງທຸກຄົນ, ເຫດການ, ວັດຖຸ ແລະ ໃນພາລະກິດຂອງພຣະອົງ. ເປັນຫຍັງຈຶ່ງເປັນແບບນີ້? ຍ້ອນວ່າມະນຸດເຫັນແກ່ຕົວເກີນໄປ! ເປັນຫຍັງເຮົາຈິ່ງເວົ້າແບບນີ້? ມະນຸດອາໄສຢູ່ໃນໂລກວັດຖຸ. ເຈົ້າອາດຈະຕິດຕາມພຣະເຈົ້າ, ແຕ່ເຈົ້າບໍ່ເຄີຍເຫັນ ແລະ ຮູ້ຄຸນຄ່າວ່າພຣະເຈົ້າສະໜອງໃຫ້ກັບເຈົ້າຫຼາຍສໍ່າໃດ, ຮັກເຈົ້າ ແລະ ສະແດງຄວາມຫ່ວງໃຍເຈົ້າສໍ່າໃດ. ແລ້ວເຈົ້າເຫັນຫຍັງ? ເຈົ້າເຫັນພີ່ນ້ອງຮ່ວມສາຍເລືອດຂອງເຈົ້າທີ່ຮັກເຈົ້າ ແລະ ຫຼົງໄຫຼໃນຕົວເຈົ້າ. ເຈົ້າເຫັນສິ່ງທີ່ເປັນປະໂຫຍດແກ່ເນື້ອໜັງຂອງເຈົ້າ, ເຈົ້າໃສ່ໃຈຄົນ ແລະ ສິ່ງທີ່ເຈົ້າຮັກ. ນີ້ແມ່ນສິ່ງທີ່ເອີ້ນວ່າ ຄວາມບໍ່ເຫັນແກ່ຕົວຂອງມະນຸດ. ແນວໃດກໍຕາມ, ຄົນ “ບໍ່ເຫັນແກ່ຕົວ” ດັ່ງກ່າວນີ້ບໍ່ເຄີຍກັງວົນກ່ຽວກັບພຣະເຈົ້າຜູ້ປະທານຊີວິດໃຫ້ກັບພວກເຂົາ. ກົງກັນຂ້າມກັບພຣະເຈົ້າ, ຄວາມບໍ່ເຫັນແກ່ຕົວຂອງມະນຸດກາຍເປັນຄວາມເຫັນແກ່ຕົວ ແລະ ໜ້າລັງກຽດທີ່ສຸດ. ຄວາມບໍ່ເຫັນແກ່ຕົວທີ່ມະນຸດເຊື່ອແມ່ນວ່າງເປົ່າ ແລະ ບໍ່ເປັນຈິງ, ເຈືອປົນ, ບໍ່ສອດຄ່ອງກັບພຣະເຈົ້າ ແລະ ບໍ່ກ່ຽວຂ້ອງກັບພຣະເຈົ້າ. ຄວາມບໍ່ເຫັນແກ່ຕົວຂອງມະນຸດແມ່ນເພື່ອຕົວພວກເຂົາເອງ, ໃນຂະນະທີ່ຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າແມ່ນການເປີດເຜີຍທີ່ແທ້ຈິງເຖິງທາດແທ້ຂອງພຣະອົງ. ມັນແມ່ນຍ້ອນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າເອງທີ່ມະນຸດຖືກສະໜອງໂດຍພຣະອົງຢູ່ຕະຫຼອດເວລາ. ພວກເຈົ້າອາດບໍ່ໄດ້ຮັບຜົນກະທົບຢ່າງເລິກເຊິ່ງກ່ຽວກັບຫົວຂໍ້ທີ່ເຮົາກຳລັງເວົ້າໃນມືນີ້ ແລະ ເປັນພຽງການງຶກຫົວເຫັນດີ, ແຕ່ເມື່ອເຈົ້າພະຍາຍາມເຫັນຄຸນຄ່າຫົວໃຈຂອງພຣະເຈົ້າ, ເຈົ້າຈະຄົ້ນພົບສິ່ງນີ້ຢ່າງບໍ່ໄດ້ເຈດຕະນາ: ທ່າມກາງທຸກຄົນ, ເລື່ອງ ແລະ ສິ່ງຕ່າງໆທີ່ເຈົ້າສາມາດສໍາຜັດໃນໂລກນີ້, ມີພຽງຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າເທົ່ານັ້ນທີ່ເປັນຈິງ ແລະ ເປັນຮູບປະທຳ, ຍ້ອນວ່າມີພຽງຄວາມຮັກຂອງພຣະເຈົ້າເທົ່ານັ້ນທີ່ມີຕໍ່ເຈົ້າແບບບໍ່ມີເງື່ອນໄຂ ແລະ ບໍ່ມີມົນທິນ. ນອກຈາກພຣະເຈົ້າແລ້ວ, ສິ່ງທີ່ຄົນອື່ນເອີ້ນວ່າຄວາມບໍ່ເຫັນແກ່ຕົວແມ່ນການທຳທ່າ, ເຮັດແບບຜິວເຜີນ ແລະ ບໍ່ແທ້ຈິງ; ມີຈຸດປະສົງ, ມີຄວາມຕັ້ງໃຈໃດໜຶ່ງ, ມີຂໍ້ແລກປ່ຽນ ແລະ ບໍ່ສາມາດທົນຕໍ່ການທົດສອບໄດ້. ເຈົ້າຍັງສາມາດເວົ້າໄດ້ວ່າ ມັນສົກກະປົກ ແລະ ໜ້າລັງກຽດ. ພວກເຈົ້າເຫັນດີກັບຄຳເວົ້າເຫຼົ່ານີ້ບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 30)

ພຣະເຈົ້າໃຊ້ຮຸ້ງກິນນໍ້າເພື່ອເປັນສັນຍາລັກແຫ່ງພັນທະສັນຍາຂອງພຣະອົງກັບມະນຸດ (ຂໍ້ຄວາມທີ່ຖືກຄັດເລືອກ)

“ແລະ ເຮົາຈະສ້າງພັນທະສັນຍາຂອງເຮົາກັບພວກເຈົ້າ ທຸກສິ່ງທີ່ມີຊີວິດຈະບໍ່ຖືກທໍາລາຍດ້ວຍນໍ້າຖ້ວມອີກຕໍ່ໄປ ຫຼື ຈະບໍ່ມີນໍ້າຖ້ວມທຳລາຍແຜ່ນດິນໂລກອີກ. ພຣະເຈົ້າກ່າວວ່າ ສິ່ງນີ້ເປັນສັນຍາລັກຂອງພັນທະສັນຍາທີ່ເຮົາສ້າງລະຫວ່າງເຮົາ ແລະ ພວກເຈົ້າ ແລະ ທຸກສິ່ງທີ່ມີຊີວິດທີ່ຢູ່ກັບພວກເຈົ້າ, ເພື່ອຮຸ່ນສູ່ຮຸ່ນ ເຮົາໄດ້ສ້າງຮຸ້ງກິນນໍ້າໄວ້ໃນກ້ອນເມກ ແລະ ມັນຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ແຜ່ນດິນໂລກ” (ປະຖົມມະການ 9:11-13).

ໃນຕອນສຸດທ້າຍຂອງເລື່ອງໂນອາ, ພວກເຮົາເຫັນວ່າພຣະເຈົ້າໃຊ້ວິທີການທີ່ບໍ່ປົກກະຕິເພື່ອສະແດງຄວາມຮູ້ສຶກຂອງພຣະອົງໃນເວລານັ້ນ. ມັນແມ່ນວິທີການທີ່ພິເສດຫຼາຍ: ພຣະອົງສ້າງພັນທະສັນຍາກັບມະນຸດເຊິ່ງປະກາດການສິ້ນສຸດການທຳລາຍໂລກດ້ວຍນ້ຳຖ້ວມຂອງພຣະເຈົ້າ. ໂດຍຜິວເຜີນແລ້ວ, ການສ້າງພັນທະສັນຍາອາດເບິ່ງຄືກັບວ່າເປັນເລື່ອງທຳມະດາຫຼາຍ. ມັນບໍ່ມີຫຍັງຫຼາຍໄປກວ່າການໃຊ້ຄຳເວົ້າເພື່ອຜູກມັດທັງສອງຝ່າຍ ແລະ ປ້ອງກັນພວກເຂົາຈາກການລະເມີດຂໍ້ຕົກລົງຂອງພວກເຂົາ, ເພື່ອປົກປ້ອງຜົນປະໂຫຍດທັງສອງຝ່າຍ. ໃນຮູບຮ່າງພາຍນອກ, ມັນເປັນສິ່ງທຳມະດາ, ແຕ່ຈາກແຮງຈູງໃຈທີ່ຢູ່ເບື້ອງຫຼັງ ແລະ ເຈດຕະນາຂອງພຣະເຈົ້າໃນການເຮັດສິ່ງນີ້, ມັນແມ່ນການເປີດເຜີຍທີ່ແທ້ຈິງກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສະພາບຈິດໃຈຂອງພຣະອົງ. ຖ້າເຈົ້າບໍ່ສົນໃຈພຣະທໍາເຫຼົ່ານີ້ ແລະ ບໍ່ຮັບຮູ້ພວກມັນ, ຖ້າເຮົາບໍ່ເຄີຍບອກຄວາມຈິງໃນສິ່ງຕ່າງໆກັບພວກເຈົ້າ, ແລ້ວມະນຸດຊາດກໍຈະບໍ່ມີວັນຮູ້ຄວາມຄິດຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ບາງເທື່ອ ໃນຈິນຕະນາການຂອງເຈົ້າ ພຣະເຈົ້າຍິ້ມ ຕອນພຣະອົງເຮັດພັນທະສັນຍານີ້ ຫຼື ບາງທີ ການສະແດງອອກຂອງພຣະອົງນັ້ນຈິງຈັງ, ແຕ່ບໍ່ວ່າການສະແດງອອກທີ່ທຳມະດາທີ່ສຸດຂອງພຣະເຈົ້າຈະເປັນແບບໃດກໍຕາມໃນຈິນຕະນາການຂອງຜູ້ຄົນ, ບໍ່ມີໃຜສາມາດເຫັນຫົວໃຈ ຫຼື ຄວາມເຈັບປວດຂອງພຣະເຈົ້າໄດ້, ແຮງໄກທີ່ຈະເຫັນຄວາມໂດດດ່ຽວຂອງພຣະອົງ. ບໍ່ມີໃຜສາມາດເຮັດໃຫ້ພຣະເຈົ້າເຊື່ອໃຈພວກເຂົາໄດ້ ຫຼື ຄູ່ຄວນກັບຄວາມເຊື່ອໃຈຂອງພຣະເຈົ້າ ຫຼື ເປັນຜູ້ທີ່ພຣະເຈົ້າສາມາດສະແດງຄວາມຄິດຂອງພຣະອົງ ແລະ ເປີດເຜີຍຄວາມເຈັບປວດຂອງພຣະອົງໄດ້. ນັ້ນຄືເຫດຜົນທີ່ພຣະເຈົ້າບໍ່ມີທາງເລືອກ ແຕ່ຕ້ອງເຮັດສິ່ງດັ່ງກ່າວ. ໂດຍຜິວເຜີນແລ້ວ, ພຣະເຈົ້າກ່າວຄຳອຳລາຕໍ່ມະນຸດຊາດຢ່າງສະບາຍໃຈ, ແກ້ໄຂບັນຫາໃນອະດີດ ແລະ ນຳໄປສູ່ຈຸດຈົບທີ່ສົມບູນແບບຂອງການທຳລາຍໂລກດ້ວຍນ້ຳຖ້ວມຂອງພຣະອົງ. ແຕ່ເລິກໆໃນຫົວໃຈຂອງພຣະອົງແລ້ວ, ໃນເວລານັ້ນພຣະເຈົ້າແມ່ນຝັງຄວາມເຈັບປວດໄວ້. ໃນຊ່ວງເວລາທີ່ພຣະເຈົ້າບໍ່ມີໃຜໃຫ້ໄວ້ວາງໃຈ, ພຣະອົງເຮັດພັນທະສັນຍາກັບມະນຸດ, ບອກພວກເຂົາວ່າພຣະອົງຈະບໍ່ທຳລາຍໂລກດ້ວຍນ້ຳຖ້ວມອີກ. ເມື່ອຮຸ້ງປາກົດຂຶ້ນ, ມັນກໍເພື່ອເຕືອນຜູ້ຄົນວ່າ ສິ່ງດັ່ງກ່າວເຄີຍເກີດຂຶ້ນແລ້ວ ແລະ ເພື່ອເຕືອນພວກເຂົາໃຫ້ຫຼີກເວັ້ນຄວາມຊົ່ວຮ້າຍ. ແມ່ນແຕ່ໃນສະພາບເຈັບປວດເຊັ່ນນັ້ນ, ພຣະເຈົ້າກໍບໍ່ໄດ້ລືມມະນຸດຊາດ ແລະ ຍັງສະແດງຄວາມເປັນຫ່ວງພວກເຂົາຫຼາຍ. ນີ້ບໍ່ແມ່ນຄວາມຮັກ ແລະ ຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າບໍ? ແຕ່ຜູ້ຄົນຄິດເຖິງໃຜເມື່ອພວກເຂົາທົນທຸກທໍລະມານ? ນີ້ບໍ່ແມ່ນເວລາທີ່ພວກເຂົາຕ້ອງການພຣະເຈົ້າຫຼາຍທີ່ສຸດບໍ? ໃນເວລາແບບນີ້, ຄົນລາກດຶງເອົາພຣະເຈົ້າມາຢູ່ໃກ້ສະເໝີເພື່ອໃຫ້ພຣະອົງປອບໂຍນພວກເຂົາ. ບໍ່ວ່າເມື່ອໃດ, ພຣະເຈົ້າກໍຈະບໍ່ມີວັນເຮັດໃຫ້ຄົນຜິດຫວັງ ແລະ ພຣະອົງຈະເຮັດໃຫ້ຄົນຫຼຸດພົ້ນຈາກສະຖານະການທີ່ລຳບາກ ແລະ ອາໄສຢູ່ໃນຄວາມສະຫວ່າງຕະຫຼອດເວລາ. ເຖິງແມ່ນວ່າ ພຣະເຈົ້າສະໜອງໃຫ້ກັບມະນຸດຢ່າງຫຼວງຫຼາຍ, ໃນໃຈຂອງມະນຸດ ພຣະເຈົ້າບໍ່ມີຫຍັງຫຼາຍໄປກວ່າຢາບັນເທົາ ແລະ ຢາຊູກຳລັງ. ເມື່ອພຣະເຈົ້າທົນທຸກ, ເມື່ອຫົວໃຈຂອງພຣະອົງຖືກເຈັບປວດ, ຖ້າມີສິ່ງຖືກສ້າງ ຫຼື ບຸກຄົນໃດໜຶ່ງຢູ່ຄຽງຂ້າງພຣະອົງ ຫຼື ປອບໂຍນພຣະອົງ ກໍຈະເປັນຄວາມປາດຖະໜາຢ່າງລົ້ນເຫຼືອຂອງພຣະເຈົ້າຢ່າງບໍ່ຕ້ອງສົງໄສ. ມະນຸດບໍ່ເຄີຍໃສ່ໃຈຄວາມຮູ້ສຶກຂອງພຣະເຈົ້າ, ດັ່ງນັ້ນ ພຣະເຈົ້າຈຶ່ງບໍ່ເຄີຍຂໍ ແລະ ບໍ່ເຄີຍຄາດຫວັງວ່າຈະມີບາງຄົນທີ່ສາມາດປອບໂຍນພຣະອົງໄດ້. ພຣະອົງພຽງແຕ່ໃຊ້ວິທີການຂອງພຣະອົງເອງເພື່ອສະແດງຄວາມຮູ້ສຶກຂອງພຣະອົງ. ຜູ້ຄົນບໍ່ເຄີຍຄິດວ່າ ມັນແມ່ນຄວາມລຳບາກອັນຍິ່ງໃຫຍ່ສຳລັບພຣະເຈົ້າໃນການຜ່ານຜ່າຄວາມທຸກທໍລະມານ, ມີພຽງແຕ່ເມື່ອເຈົ້າພະຍາຍາມເຂົ້າໃຈພຣະເຈົ້າຢ່າງແທ້ຈິງເທົ່ານັ້ນ, ມີພຽງແຕ່ເມື່ອເຈົ້າສາມາດເຫັນຄຸນຄ່າຄວາມຕັ້ງໃຈທີ່ຈິງຈັງຂອງພຣະເຈົ້າໃນທຸກສິ່ງທີ່ພຣະອົງເຮັດຢ່າງແທ້ຈິງເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຮູ້ສຶກໄດ້ເຖິງຄວາມຍິ່ງໃຫຍ່ ແລະ ຄວາມບໍ່ເຫັນແກ່ຕົວຂອງພຣະອົງໄດ້. ເຖິງແມ່ນວ່າ ພຣະເຈົ້າໄດ້ເຮັດພັນທະສັນຍາກັບມະນຸດໂດຍໃຊ້ຮຸ້ງ, ພຣະອົງບໍ່ເຄີຍບອກໃຜວ່າເປັນຫຍັງພຣະອົງຈຶ່ງເຮັດສິ່ງນີ້, ເປັນຫຍັງພຣະອົງຈຶ່ງສ້າງພັນທະສັນຍານີ້, ໝາຍຄວາມວ່າ ພຣະອົງບໍ່ເຄີຍບອກຄວາມຄິດທີ່ແທ້ຈິງຂອງພຣະອົງກັບໃຜ. ນີ້ກໍ່ຍ້ອນວ່າ ບໍ່ມີໃຜສາມາດເຂົ້າໃຈຄວາມເລິກຂອງຄວາມຮັກທີ່ພຣະເຈົ້າມີຕໍ່ມວນມະນຸດທີ່ພຣະອົງໄດ້ສ້າງຂຶ້ນດ້ວຍມືຂອງພຣະອົງເອງ ແລະ ບໍ່ມີໃຜສາມາດເຫັນຄຸນຄ່າເຖິງຫົວໃຈຂອງພຣະອົງວ່າ ທົນທຸກກັບຄວາມເຈັບປວດຫຼາຍປານໃດເມື່ອພຣະອົງທຳລາຍມະນຸດຊາດ. ເພາະສະນັ້ນ, ເຖິງແມ່ນວ່າພຣະອົງຈະໄດ້ບອກຄົນໄປວ່າພຣະອົງຮູ້ສຶກແນວໃດ, ພວກເຂົາກໍຈະບໍ່ສາມາດຮັບຄວາມເຊື່ອໃຈນີ້ໄດ້. ເຖິງແມ່ນວ່າ ເຈັບປວດ ພຣະອົງກໍຍັງສືບຕໍ່ປະຕິບັດບາດກ້າວຕໍ່ໄປແຫ່ງພາລະກິດຂອງພຣະອົງ. ພຣະເຈົ້າປະທານດ້ານທີ່ດີທີ່ສຸດຂອງພຣະອົງ ແລະ ສິ່ງທີ່ດີທີ່ສຸດໃຫ້ກັບມະນຸດສະເໝີ ໃນຂະນະທີ່ແບກເອົາຄວາມທຸກທໍລະມານທັງໝົດໄວ້ດ້ວຍຕົວພຣະອົງເອງຢ່າງງຽບໆ. ພຣະເຈົ້າບໍ່ເຄີຍເປີດເຜີຍຄວາມທຸກທໍລະມານເຫຼົ່ານີ້ຢ່າງເປີດເຜີຍ. ກົງກັນຂ້າມ, ພຣະອົງອົດທົນກັບມັນ ແລະ ລໍຖ້າຢູ່ຢ່າງງຽບໆ. ຄວາມອົດທົນຂອງພຣະເຈົ້າບໍ່ໄດ້ເຢັນຊາ, ມືນຊາ ຫຼື ໄຮ້ປະໂຫຍດ, ທັງບໍ່ແມ່ນສັນຍານແຫ່ງຄວາມອ່ອນແອອີກດ້ວຍ. ກົງກັນຂ້າມ, ຄວາມຮັກ ແລະ ແກ່ນແທ້ຂອງພຣະເຈົ້ານັ້ນບໍ່ໄດ້ເຫັນແກ່ຕົວຢູ່ສະເໝີ. ນີ້ແມ່ນການເປີດເຜີຍແບບທຳມະຊາດຂອງທາດແທ້ ແລະ ອຸປະນິໄສຂອງພຣະອົງ ແລະ ການເປີດເຜີຍຕົວຕົນຂອງພຣະເຈົ້າໃນຖານະພຣະຜູ້ຊົງສ້າງທີ່ແທ້ຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ I

ກ່ອນນີ້: ປາຍທາງ ແລະ ຜົນໄດ້ຮັບ

ຕໍ່ໄປ: ການຮູ້ຈັກພຣະເຈົ້າ II

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້