ການຮູ້ຈັກພຣະເຈົ້າ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 31)

ຫຼັງຈາກທີ່ໄດ້ສ້າງມະນຸດຊາດ, ພຣະເຈົ້າກໍເລີ່ມພົວພັນກັບມະນຸດ ແລະ ສົນທະນາກັບມະນຸດ ແລະ ອຸປະນິໄສຂອງພຣະອົງກໍເລີ່ມຖືກສະແດງອອກຕໍ່ມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ນັບຕັ້ງແຕ່ເວລາທີ່ພຣະເຈົ້າໄດ້ພົວພັນກັບມະນຸດຊາດເປັນຄັ້ງທຳອິດ ພຣະອົງກໍເລີ່ມເປີດເຜີຍແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຕໍ່ມະນຸດຢ່າງຕໍ່ເນື່ອງ. ບໍ່ວ່າຜູ້ຄົນກ່ອນໜ້ານີ້ ຫຼື ຜູ້ຄົນໃນປັດຈຸບັນຈະສາມາດເຫັນ ຫຼື ເຂົ້າໃຈມັນໄດ້ ຫຼື ບໍ່, ພຣະເຈົ້າກໍເວົ້າກັບມະນຸດ ແລະ ປະຕິບັດພາລະກິດທ່າມກາງມະນຸດ, ເປີດເຜີຍອຸປະນິໄສຂອງພຣະອົງ ແລະ ສະແດງອອກເຖິງແກ່ນແທ້ຂອງພຣະອົງ, ນີ້ແມ່ນຂໍ້ແທ້ຈິງ ແລະ ບໍ່ມີຜູ້ໃດສາມາດປະຕິເສດໄດ້. ນີ້ຍັງໝາຍຄວາມວ່າ ອຸປະນິໄສຂອງພຣະເຈົ້າ, ແກ່ນແທ້ຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນແມ່ນປາກົດອອກຢູ່ສະເໝີ ແລະ ຖືກເປີດເຜີຍໃນຂະນະທີ່ພຣະອົງປະຕິບັດພາລະກິດ ແລະ ມີສ່ວນຮ່ວມກັບມະນຸດ. ພຣະອົງບໍ່ເຄີຍປິດບັງ ຫຼື ເຊື່ອງສິ່ງໃດໆຈາກມະນຸດ, ແຕ່ກົງກັນຂ້າມ ພຣະອົງສະແດງອອກສູ່ສາທາລະນະ ແລະ ເປີດເຜີຍອຸປະນິໄສຂອງພຣະອົງເອງໂດຍບໍ່ປິດບັງສິ່ງໃດໄວ້. ສະນັ້ນ ພຣະເຈົ້າຫວັງວ່າມະນຸດຈະສາມາດຮູ້ຈັກພຣະອົງ ແລະ ເຂົ້າໃຈອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງ. ພຣະອົງບໍ່ປາຖະໜາທີ່ຈະໃຫ້ມະນຸດປະຕິບັດຕໍ່ອຸປະນິໄສ ແລະ ແກ່ນແທ້ຂອງພຣະອົງດັ່ງຄວາມເລິກລັບຕະຫຼອດໄປ ຫຼື ພຣະອົງບໍ່ຕ້ອງການໃຫ້ມະນຸດຖືວ່າພຣະອົງເປັນປິດສະໜາທີ່ບໍ່ສາມາດອະທິບາຍໄດ້ຈັກເທື່ອ. ມີແຕ່ເມື່ອມະນຸດຊາດຮູ້ຈັກພຣະເຈົ້າເທົ່ານັ້ນ, ມະນຸດຈຶ່ງສາມາດຮູ້ຈັກເສັ້ນທາງຂ້າງໜ້າ ແລະ ຍອມຮັບເອົາການນໍາພາຂອງພຣະເຈົ້າ ແລະ ມີພຽງມະນຸດຊາດໃນລັກສະນະນີ້ຈຶ່ງສາມາດດຳລົງຊີວິດພາຍໃຕ້ອຳນາດຂອງພຣະເຈົ້າຢ່າງແທ້ຈິງ ແລະ ດຳລົງຊີວິດໃນແສງສະຫວ່າງ ທ່າມກາງພອນຂອງພຣະເຈົ້າ.

ພຣະທຳ ແລະ ອຸປະນິໄສທີ່ປາກົດອອກ ແລະ ເປີດເຜີຍໂດຍພຣະເຈົ້າຄືຕົວແທນຄວາມປະສົງຂອງພຣະອົງ ແລະ ພວກມັນຍັງເປັນຕົວແທນໃຫ້ກັບແກ່ນແທ້ຂອງພຣະອົງ. ເມື່ອພຣະເຈົ້າພົວພັນກັບມະນຸດ, ບໍ່ວ່າພຣະອົງຈະເວົ້າ ຫຼື ເຮັດຫຍັງ ຫຼື ພຣະອົງຈະເປີດເຜີຍອຸປະນິໄສໃນລັກສະນະໃດກໍຕາມ ແລະ ບໍ່ວ່າມະນຸດຈະເຫັນແກ່ນແທ້ຫຍັງຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ, ພວກມັນກໍລ້ວນແລ້ວແຕ່ເປັນຕົວແທນໃຫ້ກັບຄວາມປະສົງຂອງພຣະເຈົ້າສຳລັບມະນຸດ. ບໍ່ວ່າມະນຸດຈະສາມາດຮູ້, ຢັ່ງເຖິງ ຫຼື ເຂົ້າໃຈໄດ້ຫຼາຍສໍ່າໃດກໍຕາມ, ມັນກໍລ້ວນແລ້ວແຕ່ເປັນຕົວແທນໃຫ້ກັບຄວາມປະສົງຂອງພຣະເຈົ້າ, ມັນຄືຄວາມປະສົງຂອງພຣະເຈົ້າສຳລັບມະນຸດ. ສິ່ງນີ້ແມ່ນນອກເໜືອຂໍ້ສົງໄສໃດໆ! ຄວາມປະສົງຂອງພຣະເຈົ້າສຳລັບມະນຸດຊາດຄືວິທີທີ່ພຣະອົງຮຽກຮ້ອງໃຫ້ຜູ້ຄົນເປັນ, ສິ່ງທີ່ພຣະອົງຮຽກຮ້ອງໃຫ້ພວກເຂົາເຮັດ, ວິທີທີ່ພຣະອົງຮຽກຮ້ອງໃຫ້ພວກເຂົາດຳລົງຊີວິດຕາມ ແລະ ວິທີທີ່ພຣະອົງຮຽກຮ້ອງໃຫ້ພວກເຂົາສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ສິ່ງເຫຼົ່ານີ້ສາມາດຖືກແຍກອອກຈາກແກ່ນແທ້ຂອງພຣະເຈົ້າໄດ້ບໍ? ເວົ້າອີກຢ່າງໜຶ່ງກໍຄື, ພຣະເຈົ້າເປີດເຜີຍອຸປະນິໄສຂອງພຣະອົງ, ທຸກສິ່ງທີ່ພຣະອົງມີ ແລະ ເປັນໃນເວລາດຽວກັບທີ່ພຣະອົງຮຽກຮ້ອງຈາກມະນຸດ. ບໍ່ມີການເວົ້າຕົວະ, ບໍ່ມີການທຳທ່າ, ບໍ່ມີການປິດບັງ ແລະ ບໍ່ມີການເຕີມແຕ່ງໃດໆ. ແຕ່ເປັນຫຍັງມະນຸດຈຶ່ງບໍ່ສາມາດຮູ້ ແລະ ເປັນຫຍັງມະນຸດຈຶ່ງບໍ່ສາມາດຮັບຮູ້ເຖິງອຸປະນິໄສຂອງພຣະເຈົ້າໄດ້ຢ່າງຊັດເຈນຈັກເທື່ອ? ເປັນຫຍັງມະນຸດຈຶ່ງບໍ່ຮູ້ຈັກຄວາມປະສົງຂອງພຣະເຈົ້າຈັກເທື່ອ? ສິ່ງທີ່ຖືກເປີດເຜີຍ ແລະ ເຮັດໃຫ້ປາກົດອອກໂດຍພຣະເຈົ້າແມ່ນສິ່ງທີ່ພຣະເຈົ້າເອງມີ ແລະ ເປັນ; ມັນຄືທຸກສິ່ງ ແລະ ທຸກດ້ານຂອງອຸປະນິໄສທີ່ແທ້ຈິງຂອງພຣະອົງ, ແລ້ວເປັນຫຍັງມະນຸດຈຶ່ງບໍ່ສາມາດເຫັນໄດ້? ເປັນຫຍັງມະນຸດຈຶ່ງບໍ່ສາມາດມີຄວາມຮູ້ຢ່າງຖີ່ຖ້ວນໄດ້? ມັນມີເຫດຜົນສຳຄັນສຳລັບສິ່ງນີ້. ແລ້ວເຫດຜົນນີ້ແມ່ນຫຍັງ? ຕັ້ງແຕ່ເວລາແຫ່ງການເນລະມິດສ້າງ, ມະນຸດບໍ່ເຄີຍປະຕິບັດຕໍ່ພຣະເຈົ້າດັ່ງພຣະເຈົ້າ. ໃນເວລາເລີ່ມຕົ້ນ, ບໍ່ວ່າພຣະເຈົ້າຈະເຮັດຫຍັງກັບມະນຸດ, ມະນຸດທີ່ຫາກໍຖືກສ້າງ, ມະນຸດກໍບໍ່ໄດ້ປະຕິບັດຕໍ່ພຣະເຈົ້ານອກເໜືອໄປກວ່າເພື່ອນ, ເປັນຄົນທີ່ສາມາດເພິ່ງພາໄດ້ ແລະ ມະນຸດບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈກ່ຽວກັບພຣະເຈົ້າ. ນີ້ໝາຍຄວາມວ່າ ມະນຸດບໍ່ຮູ້ຈັກວ່າ ສິ່ງທີ່ຖືກເປີດເຜີຍໂດຍພຣະເຈົ້າອົງນີ້ ນັ້ນກໍຄືພຣະເຈົ້າອົງນີ້ທີ່ເຂົາເພິ່ງພາ ແລະ ເຫັນວ່າເປັນເພື່ອນຂອງເຂົາ ຄືແກ່ນແທ້ຂອງພຣະເຈົ້າ ຫຼື ເຂົາບໍ່ຮູ້ຈັກວ່າພຣະເຈົ້າອົງນີ້ເປັນຜູ້ທີ່ປົກຄອງສັບພະສິ່ງທັງປວງ. ເວົ້າງ່າຍໆກໍຄື ຜູ້ຄົນໃນເວລານັ້ນບໍ່ຮູ້ຈັກພຣະເຈົ້າເລີຍ. ພວກເຂົາບໍ່ຮູ້ຈັກວ່າ ສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງຖືກສ້າງໂດຍພຣະອົງ ແລະ ພວກເຂົາບໍ່ຮູ້ວ່າພຣະອົງມາຈາກໃສ ແລະ ຍິ່ງໄປກວ່ານັ້ນກໍຄື ບໍ່ຮູ້ວ່າພຣະອົງແມ່ນຫຍັງ. ແນ່ນອນ, ໃນຕອນນັ້ນ ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ມະນຸດຮູ້ ຫຼື ຢັ່ງເຖິງພຣະອົງ ຫຼື ເຂົ້າໃຈທຸກສິ່ງທີ່ພຣະອົງເຮັດ ຫຼື ຮູ້ຈັກກ່ຽວກັບຄວາມປະສົງຂອງພຣະອົງ, ຍ້ອນນີ້ຄືເວລາເລີ່ມຕົ້ນຂອງການສ້າງມະນຸດຊາດ. ເມື່ອພຣະເຈົ້າເລີ່ມຕົ້ນຈັດແຈງສຳລັບພາລະກິດຂອງຍຸກແຫ່ງພຣະບັນຍັດ, ພຣະເຈົ້າຈຶ່ງໄດ້ເຮັດບາງສິ່ງໃຫ້ແກ່ມະນຸດ ແລະ ເລີ່ມຕົ້ນຮຽກຮ້ອງບາງຢ່າງຈາກມະນຸດ ໂດຍບອກມະນຸດກ່ຽວກັບວິທີການຖວາຍເຄື່ອງບູຊາ ແລະ ການນະມັດສະການພຣະເຈົ້າ. ມີພຽງເມື່ອນັ້ນ ມະນຸດຈຶ່ງໄດ້ຮັບແນວຄິດພື້ນຖານສອງສາມຢ່າງກ່ຽວກັບພຣະເຈົ້າ ແລະ ມີແຕ່ເມື່ອນັ້ນ ເຂົາຈຶ່ງຮູ້ຈັກຄວາມແຕກຕ່າງລະຫວ່າງມະນຸດ ແລະ ພຣະເຈົ້າ ແລະ ພຣະເຈົ້າເປັນຜູ້ທີ່ສ້າງມະນຸດຊາດ. ເມື່ອມະນຸດຮູ້ຈັກວ່າພຣະເຈົ້າຄືພຣະເຈົ້າ ແລະ ມະນຸດຄືມະນຸດ, ໄລຍະຫ່າງໃດໜຶ່ງກໍເກີດຂຶ້ນລະຫວ່າງເຂົາ ແລະ ພຣະເຈົ້າ, ແຕ່ເຖິງຢ່າງນັ້ນ ພຣະເຈົ້າກໍຍັງບໍ່ໄດ້ຮຽກຮ້ອງໃຫ້ມະນຸດມີຄວາມຮູ້ທີ່ຫຼວງຫຼາຍ ຫຼື ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບພຣະອົງ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງມີເງື່ອນໄຂທີ່ແຕກຕ່າງກັນສຳລັບມະນຸດ ໂດຍອີງຕາມຂັ້ນຕອນ ແລະ ສະຖານະການຂອງພາລະກິດຂອງພຣະອົງເອງ. ພວກເຈົ້າເຫັນຫຍັງໃນສິ່ງນີ້ບໍ່? ພວກເຈົ້າໄດ້ເຫັນລັກສະນະໃດຂອງອຸປະນິໄສຂອງພຣະເຈົ້າບໍ່? ພຣະເຈົ້າເປັນຈິງບໍ່? ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດເໝາະສົມບໍ່? ໃນໄລຍະເລີ່ມຕົ້ນໃໝ່ ຫຼັງຈາກທີ່ພຣະເຈົ້າໄດ້ສ້າງມະນຸດຊາດ, ເມື່ອພຣະເຈົ້າຍັງບໍ່ທັນໄດ້ປະຕິບັດພາລະກິດແຫ່ງການເອົາຊະນະ ແລະ ການເຮັດໃຫ້ມະນຸດສົມບູນ ແລະ ບໍ່ໄດ້ເວົ້າພຣະທຳຫຼາຍຂໍ້ຕໍ່ເຂົາ, ພຣະອົງພຽງຮຽກຮ້ອງເລັກໆນ້ອຍໆຈາກມະນຸດເທົ່ານັ້ນ. ບໍ່ວ່າມະນຸດຈະເຮັດຫຍັງກໍຕາມ ແລະ ເຂົາຈະປະພຶດແນວໃດກໍຕາມ, ເຖິງແມ່ນເຂົາໄດ້ເຮັດບາງສິ່ງທີ່ທ້າທາຍພຣະເຈົ້າ, ພຣະເຈົ້າກໍໃຫ້ອະໄພ ແລະ ເບິ່ງຂ້າມມັນທັງໝົດ. ນີ້ກໍຍ້ອນວ່າ ພຣະເຈົ້າຮູ້ຈັກສິ່ງທີ່ພຣະອົງໄດ້ມອບໃຫ້ແກ່ມະນຸດ ແລະ ສິ່ງທີ່ຢູ່ພາຍໃນມະນຸດ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງຮູ້ຈັກມາດຕະຖານຂອງເງື່ອນໄຂທີ່ພຣະອົງຮຽກຮ້ອງຈາກມະນຸດ. ເຖິງແມ່ນມາດຕະຖານຂອງເງື່ອນໄຂຂອງພຣະອົງຕໍ່າຫຼາຍໃນເວລານັ້ນ, ນີ້ກໍບໍ່ໄດ້ໝາຍຄວາມວ່າ ອຸປະນິໄສຂອງພຣະອົງບໍ່ຍິ່ງໃຫຍ່ ຫຼື ສະຕິປັນຍາ ແລະ ຄວາມຊົງລິດທານຸພາບອັນສູງສຸດຂອງພຣະອົງເປັນພຽງພຣະທຳທີ່ວ່າງເປົ່າ. ສຳລັບມະນຸດແລ້ວ, ມີພຽງທາງດຽວທີ່ຈະຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ ນັ້ນກໍຄື: ໂດຍການຕິດຕາມບາດກ້າວຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງມະນຸດຊາດ ແລະ ຍອມຮັບພຣະທຳທີ່ພຣະເຈົ້າກ່າວຕໍ່ມະນຸດຊາດ. ຫຼັງຈາກທີ່ມະນຸດຮູ້ຈັກສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ຮູ້ຈັກອຸປະນິໄສຂອງພຣະເຈົ້າ, ເຂົາຈະຍັງຮຽກຮ້ອງໃຫ້ພຣະເຈົ້າສະແດງຕົວຕົນທີ່ແທ້ຈິງຂອງພຣະອົງຢູ່ບໍ? ບໍ່, ມະນຸດຈະບໍ່ຮຽກຮ້ອງ ແລະ ເຖິງກັບບໍ່ກ້າທີ່ຈະຮຽກຮ້ອງ, ຍ້ອນວ່າ ເມື່ອໄດ້ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ, ມະນຸດກໍໄດ້ເຫັນພຣະເຈົ້າທີ່ແທ້ຈິງ ແລະ ຕົວຕົນທີ່ແທ້ຈິງຂອງພຣະອົງແລ້ວ. ນີ້ແມ່ນຜົນຕາມມາທີ່ບໍ່ສາມາດຫຼີກເວັ້ນໄດ້.

ໃນຂະນະທີ່ພາລະກິດ ແລະ ແຜນການຂອງພຣະເຈົ້າຄືບໜ້າຢ່າງບໍ່ຢຸດຢັ້ງ ແລະ ຫຼັງຈາກທີ່ພຣະເຈົ້າໄດ້ສ້າງພຣະສັນຍາແຫ່ງສາຍຮຸ້ງກັບມະນຸດ ເຊິ່ງເປັນສັນຍາລັກບົ່ງບອກວ່າພຣະອົງຈະບໍ່ທຳລາຍແຜ່ນດິນໂລກດ້ວຍນໍ້າຖ້ວມອີກຈັກເທື່ອ, ພຣະເຈົ້າມີຄວາມປາຖະໜາອັນຮີບດ່ວນຂຶ້ນເລື້ອຍໆທີ່ຈະຮັບເອົາຄົນທີ່ສາມາດມີແນວຄິດທີ່ສອດຄ່ອງກັບພຣະອົງ. ສະນັ້ນ ພຣະອົງຍິ່ງມີຄວາມປາຖະໜາອັນຮີບດ່ວນຫຼາຍຂຶ້ນເພື່ອຮັບເອົາຄົນທີ່ສາມາດປະຕິບັດຕາມຄວາມປະສົງຂອງພຣະອົງເທິງແຜ່ນດິນໂລກ ແລະ ຍິ່ງໄປກວ່ານັ້ນກໍຄືຮັບເອົາກຸ່ມຄົນທີ່ສາມາດເປັນອິດສະຫຼະຈາກອໍານາດແຫ່ງຄວາມມືດ ແລະ ບໍ່ຖືກຜູກມັດໂດຍຊາຕານ, ເຊິ່ງເປັນກຸ່ມທີ່ຈະສາມາດເປັນພະຍານໃຫ້ກັບພຣະອົງເທິງແຜ່ນດິນໂລກ. ການຮັບເອົາກຸ່ມຄົນດັ່ງກ່າວຄືຄວາມປາຖະໜາທີ່ພຣະເຈົ້າມີເປັນເວລາດົນນານແລ້ວ, ມັນຄືສິ່ງທີ່ພຣະອົງລໍຖ້ານັບຕັ້ງແຕ່ເວລາການເນລະມິດສ້າງ. ສະນັ້ນ ບໍ່ວ່າພຣະເຈົ້າຈະໃຊ້ນໍ້າຖ້ວມເພື່ອທຳລາຍແຜ່ນດິນໂລກ ຫຼື ໃຊ້ພຣະສັນຍາຂອງພຣະອົງກັບມະນຸດ, ຄວາມປະສົງ, ຂອບເຂດຄວາມຄິດ, ແຜນການ ແລະ ຄວາມຫວັງຂອງພຣະເຈົ້າກໍລ້ວນແລ້ວແຕ່ເປັນຄືເກົ່າ. ສິ່ງທີ່ພຣະອົງຕ້ອງການເຮັດ, ສິ່ງທີ່ພຣະອົງປາຖະໜາເປັນເວລາດົນນານກ່ອນການເນລະມິດສ້າງ ຄືການຮັບເອົາຄົນທີ່ຢູ່ທ່າມກາງມະນຸດຊາດ ທີ່ພຣະອົງປາຖະໜາຈະຮັບເອົາ, ຮັບເອົາກຸ່ມຄົນທີ່ສາມາດຢັ່ງເຖິງ ແລະ ຮູ້ຈັກອຸປະນິໄສຂອງພຣະອົງ ແລະ ເຂົ້າໃຈຄວາມປະສົງຂອງພຣະອົງ, ກຸ່ມທີ່ສາມາດນະມັດສະການພຣະອົງ. ກຸ່ມຄົນດັ່ງກ່າວຈະສາມາດເປັນພະຍານໃຫ້ກັບພຣະອົງຢ່າງແທ້ຈິງ ແລະ ມັນສາມາດເວົ້າໄດ້ວ່າ ພວກເຂົາຈະເປັນເພື່ອນສະໜິດຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 32)

ພຣະເຈົ້າສັນຍາຈະປະທານລູກຊາຍໃຫ້ອັບຣາຮາມ

“ແລະ ພຣະເຈົ້າໄດ້ກ່າວຕໍ່ອັບຣາຮາມວ່າ ສຳລັບເມຍຂອງເຈົ້າ ຊາຣາຍ ເຈົ້າຕ້ອງບໍ່ເອີ້ນຊື່ຂອງນາງວ່າ ຊາຣາຍ ແຕ່ຊາຣາຈະເປັນຊື່ຂອງນາງ. ເຮົາຈະອວຍພອນນາງ ແລະ ຍັງຈະມອບລູກຊາຍໃຫ້ກັບເຈົ້າທີ່ເກີດຈາກນາງ, ແມ່ນແລ້ວ ເຮົາຈະອວຍພອນນາງ ແລະ ນາງຈະເປັນມານດາແຫ່ງປະຊາຊາດ; ກະສັດຂອງຜູ້ຄົນຈະເກີດຈາກນາງ. ແລ້ວອັບຣາຮາມກົ້ມຫົວຂາບລົງພື້ນ ຫົວຂວັນຂຶ້ນ ແລະ ເວົ້າຢູ່ໃນໃຈວ່າ ລູກຈະເກີດຈາກຊາຍທີ່ມີອາຍຸຮ້ອຍປີໄດ້ແນວໃດ? ແລະ ຊາຣາ ທີ່ມີອາຍຸເກົ້າສິບປີແລ້ວຈະໃຫ້ກຳເນີດລູກໄດ້ບໍ?” (ປະຖົມມະການ 17:15-17).

“ແຕ່ເຮົາຈະສ້າງພັນທະສັນຍາຂອງເຮົາກັບອີຊາກ ແລ້ວໃຫ້ຊາຣາຈະເກີດອີຊາກກັບເຈົ້າໃນເວລານີ້ຂອງປີໜ້າ. ຫຼັງຈາກລົມກັນກັບລາວ ແລ້ວພຣະອົງກໍຈາກອັບຣາຮາມໄປ” (ປະຖົມມະການ 17:21-22).

ບໍ່ມີຜູ້ໃດສາມາດຂັດຂວາງພາລະກິດທີ່ພຣະເຈົ້າຕັ້ງໃຈຈະເຮັດ

ພວກເຈົ້າທຸກຄົນຫາກໍໄດ້ຍິນເລື່ອງລາວຂອງອັບຣາຮາມ, ແມ່ນບໍ? ເພິ່ນຖືກເລືອກໂດຍພຣະເຈົ້າຫຼັງຈາກທີ່ນໍ້າຖ້ວມໄດ້ທຳລາຍແຜ່ນດິນໂລກ, ຊື່ຂອງເພິ່ນຄືອັບຣາຮາມ ແລະ ເມື່ອເພິ່ນອາຍຸໄດ້ໜຶ່ງຮ້ອຍປີ ແລະ ເມຍຂອງເພິ່ນ ຊາຣາ ກໍອາຍຸເກົ້າສິບປີ, ສັນຍາຂອງພຣະເຈົ້າກໍມາເຖິງເພິ່ນ. ພຣະເຈົ້າສັນຍາຫຍັງກັບເພິ່ນ? ພຣະເຈົ້າສັນຍາສິ່ງທີ່ໄດ້ກ່າວໄວ້ໃນຂໍ້ພຣະຄຳພີວ່າ: “ແລ້ວເຮົາຈະອວຍພອນນາງ ແລະ ຍັງຈະມອບລູກຊາຍໃຫ້ກັບເຈົ້າທີ່ເກີດຈາກນາງ”. ແມ່ນຫຍັງຄືເບື້ອງຫຼັງໃນຄໍາສັນຍາຂອງພຣະເຈົ້າທີ່ຈະໃຫ້ລູກຊາຍແກ່ເພິ່ນ? ຂໍ້ພຣະຄຳພີໄດ້ລະບຸເລື່ອງລາວດັ່ງຕໍ່ໄປນີ້ວ່າ: “ແລ້ວອັບຣາຮາມກົ້ມຫົວຂາບລົງພື້ນ ຫົວຂວັນຂຶ້ນ ແລະ ເວົ້າຢູ່ໃນໃຈວ່າ ລູກຈະເກີດຈາກຊາຍທີ່ມີອາຍຸຮ້ອຍປີໄດ້ແນວໃດ? ແລະ ຊາຣາ ທີ່ມີອາຍຸເກົ້າສິບປີແລ້ວຈະໃຫ້ກຳເນີດລູກໄດ້ບໍ?” ເວົ້າອີກຢ່າງໜຶ່ງກໍຄື ຄູ່ຜົວເມຍທີ່ສູງອາຍຸນີ້ກໍເຖົ້າເກີນໄປທີ່ຈະໃຫ້ກຳເນີດລູກ. ແລ້ວແມ່ນຫຍັງຄືສິ່ງທີ່ອັບຣາຮາມໄດ້ເຮັດຫຼັງຈາກທີ່ພຣະເຈົ້າໃຫ້ຄໍາສັນຍາຂອງພຣະອົງກັບເພິ່ນ? ອັບຣາຮາມກົ້ມຫົວຂາບລົງພື້ນ ຫົວຂວັນຂຶ້ນ ແລະ ເວົ້າຢູ່ໃນໃຈວ່າ “ລູກຈະເກີດຈາກຊາຍທີ່ມີອາຍຸຮ້ອຍປີໄດ້ແນວໃດ?” ອັບຣາຮາມເຊື່ອວ່າມັນເປັນໄປບໍ່ໄດ້ ນັ້ນໝາຍຄວາມວ່າ ເພິ່ນເຊື່ອວ່າສັນຍາຂອງພຣະເຈົ້າຕໍ່ເພິ່ນນັ້ນແມ່ນເປັນເລື່ອງຕະຫຼົກ. ຈາກທັດສະນະຂອງມະນຸດ, ນີ້ແມ່ນສິ່ງທີ່ມະນຸດບໍ່ສາມາດບັນລຸໄດ້ ແລະ ເຊັ່ນດຽວກັນພຣະເຈົ້າກໍບໍ່ສາມາດບັນລຸໄດ້ ແລະ ເປັນໄປບໍ່ໄດ້ສຳລັບພຣະເຈົ້າ. ບາງເທື່ອ ສຳລັບອັບຣາຮາມແລ້ວ, ມັນເປັນຕາຫົວ: “ພຣະເຈົ້າສ້າງມະນຸດ, ແຕ່ຢ່າງໃດ ພຣະອົງກໍເບິ່ງຄືກັບບໍ່ຮູ້ວ່າ ບຸກຄົນທີ່ເຖົ້າຂະໜາດນີ້ແມ່ນບໍ່ສາມາດເກີດລູກໄດ້; ພຣະເຈົ້າຄິດວ່າພຣະອົງສາມາດເຮັດໃຫ້ຂ້ານ້ອຍມີລູກ, ພຣະອົງເວົ້າວ່າ ພຣະອົງຈະມອບລູກຊາຍໃຫ້ແກ່ຂ້ານ້ອຍ, ແນ່ນອນ ມັນເປັນໄປບໍ່ໄດ້!” ແລ້ວອັບຣາຮາມກໍກົ້ມຫົວຂາບລົງພື້ນ ແລະ ຫົວຂຶ້ນ, ຄິດກັບຕົນເອງວ່າ: “ເປັນໄປບໍ່ໄດ້, ພຣະເຈົ້າກຳລັງຢອກຫຼິ້ນກັບຂ້ານ້ອຍ, ເລື່ອງນີ້ບໍ່ສາມາດເປັນຈິງໄດ້!” ອັບຣາຮາມບໍ່ໄດ້ຈິງຈັງກັບພຣະທຳຂອງພຣະອົງ. ສະນັ້ນ ໃນສາຍຕາຂອງພຣະເຈົ້າ ອັບຣາຮາມເປັນມະນຸດແບບໃດ? (ຊອບທຳ.) ມັນຖືກລະບຸໄວ້ຢູ່ໃສວ່າເພິ່ນເປັນມະນຸດທີ່ຊອບທຳ? ພວກເຈົ້າຄິດວ່າ ທຸກຄົນທີ່ພຣະເຈົ້າເອີ້ນຫາແມ່ນຊອບທຳ ແລະ ສົມບູນ, ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ຍ່າງກັບພຣະເຈົ້າ. ພວກເຈົ້າປະຕິບັດຕາມຄຳສັ່ງສອນ! ພວກເຈົ້າຕ້ອງເຫັນຢ່າງຊັດເຈນວ່າ ເມື່ອພຣະເຈົ້າກຳນົດຜູ້ໃດຜູ້ໜຶ່ງ, ພຣະອົງບໍ່ໄດ້ເຮັດຕາມອຳເພີໃຈ. ໃນນີ້, ພຣະເຈົ້າບໍ່ໄດ້ເວົ້າວ່າ ອັບຣາຮາມຊອບທຳ. ໃນຫົວໃຈຂອງພຣະອົງ, ພຣະເຈົ້າມີມາດຕະຖານໃນການວັດແທກທຸກຄົນ. ເຖິງແມ່ນພຣະເຈົ້າບໍ່ໄດ້ເວົ້າວ່າອັບຣາຮາມເປັນຄົນປະເພດໃດ, ແຕ່ໃນເລື່ອງປະພຶດຂອງເພິ່ນ, ອັບຣາຮາມແມ່ນມີຄວາມເຊື່ອແບບໃດໃນພຣະເຈົ້າ? ມັນເປັນຂໍ້ສະຫຼຸບເລັກນ້ອຍບໍ? ຫຼື ເພິ່ນມີຄວາມເຊື່ອທີ່ຍິ່ງໃຫຍ່ບໍ? ບໍ່, ເພິ່ນບໍ່ໄດ້ມີ! ສຽງຫົວ ແລະ ຄວາມຄິດຂອງເພິ່ງສະແດງໃຫ້ເຫັນວ່າເພິ່ນເປັນຄົນແບບໃດ, ສະນັ້ນ ຄວາມເຊື່ອຂອງພວກເຈົ້າທີ່ວ່າເພິ່ນຊອບທຳກໍເປັນພຽງຄວາມນຶກຝັນໃນຈິນຕະນາການຂອງພວກເຈົ້າ, ມັນເປັນການນໍາໃຊ້ທິດສະດີຢ່າງລັບຫູລັບຕາ ແລະ ມັນເປັນການຕີລາຄາທີ່ບໍ່ມີຄວາມຮັບຜິດຊອບ. ພຣະເຈົ້າເຫັນສຽງຫົວຂອງອັບຣາຮາມ ແລະ ການສະແດງອອກເລັກໆນ້ອຍໆຂອງເພິ່ນບໍ? ພຣະອົງຮູ້ຈັກພວກມັນບໍ? ພຣະເຈົ້າຮູ້. ແຕ່ພຣະເຈົ້າຈະປ່ຽນແປງສິ່ງທີ່ພຣະອົງຕັ້ງໃຈເຮັດບໍ? ບໍ່! ເມື່ອພຣະເຈົ້າວາງແຜນ ແລະ ຕັ້ງໃຈວ່າພຣະອົງຈະເລືອກເອົາມະນຸດຄົນນີ້, ມັນກໍຖືກເຮັດໃຫ້ສຳເລັດແລ້ວ. ຄວາມຄິດຂອງມະນຸດ ຫຼື ຄວາມປະພຶດຂອງເຂົາບໍ່ມີອິດທິພົນ ຫຼື ແຊກແຊງພຣະເຈົ້າໄດ້ແມ່ນແຕ່ໜ້ອຍດຽວ; ພຣະເຈົ້າຈະບໍ່ປ່ຽນແຜນການຂອງພຣະອົງຕາມອຳເພີໃຈ ຫຼື ພຣະອົງຈະບໍ່ປ່ຽນແປງ ຫຼື ກັງວົນກັບແຜນການຂອງພຣະອົງໂດຍບໍ່ມີການໄຕ່ຕອງ ຍ້ອນການປະພຶດຂອງມະນຸດ, ແມ່ນແຕ່ການປະພຶດທີ່ອາດໂງ່ຈ້າ. ແລ້ວແມ່ນຫຍັງຖືກຂຽນໄວ້ໃນປະຖົມມະການ 17:21-22? “ແຕ່ເຮົາຈະສ້າງພັນທະສັນຍາຂອງເຮົາກັບອີຊາກ ແລ້ວໃຫ້ຊາຣາຈະເກີດອີຊາກກັບເຈົ້າໃນເວລານີ້ຂອງປີໜ້າ. ຫຼັງຈາກລົມກັນກັບລາວ ແລ້ວພຣະອົງກໍຈາກອັບຣາຮາມໄປ”. ພຣະເຈົ້າບໍ່ໄດ້ສົນໃຈໃນສິ່ງທີ່ອັບຣາຮາມຄິດ ຫຼື ເວົ້າແມ່ນແຕ່ໜ້ອຍດຽວ. ແມ່ນຫຍັງຄືເຫດຜົນສຳລັບການບໍ່ສົນໃຈຂອງພຣະອົງ? ມັນແມ່ນຍ້ອນ ໃນເວລານັ້ນ ພຣະເຈົ້າບໍ່ໄດ້ຮຽກຮ້ອງໃຫ້ມະນຸດມີຄວາມເຊື່ອທີ່ຍິ່ງໃຫຍ່ ຫຼື ໃຫ້ເຂົາສາມາດມີຄວາມຮູ້ທີ່ຍິ່ງໃຫຍ່ກ່ຽວກັບພຣະເຈົ້າ ຫຼື ຍິ່ງໄປກວ່ານັ້ນ ໃຫ້ເຂົາສາມາດເຂົ້າໃຈສິ່ງທີ່ຖືກເຮັດ ແລະ ຖືກເວົ້າໂດຍພຣະເຈົ້າ. ສະນັ້ນ ພຣະອົງບໍ່ໄດ້ຂໍໃຫ້ມະນຸດເຂົ້າໃຈຢ່າງສົມບູນໃນສິ່ງທີ່ພຣະອົງຕັ້ງໃຈເຮັດ ຫຼື ຜູ້ຄົນທີ່ພຣະອົງຕັ້ງໃຈເລືອກ ຫຼື ຫຼັກການແຫ່ງການກະທຳຂອງພຣະອົງ, ຍ້ອນວຸດທິພາວະຂອງມະນຸດແມ່ນບໍ່ພຽງພໍ. ໃນເວລານັ້ນ ພຣະເຈົ້າຖືວ່າແມ່ນຫຍັງກໍຕາມທີ່ອັບຣາຮາມເຮັດ ແລະ ບໍ່ວ່າເພິ່ນຈະປະພຶດແນວໃດກໍຕາມ ມັນກໍເປັນສິ່ງປົກກະຕິ. ພຣະອົງບໍ່ໄດ້ກ່າວໂທດ ຫຼື ຕໍານິ, ພຽງແຕ່ເວົ້າວ່າ: “ຊາຣາຈະເກີດອີຊາກກັບເຈົ້າໃນເວລານີ້ຂອງປີໜ້າ”. ສຳລັບພຣະເຈົ້າແລ້ວ, ຫຼັງຈາກທີ່ພຣະອົງໄດ້ປະກາດພຣະທຳເຫຼົ່ານີ້, ເລື່ອງນີ້ກໍເປັນຈິງເທື່ອລະກ້າວ; ໃນສາຍຕາຂອງພຣະເຈົ້າ, ສິ່ງທີ່ຈະຖືກເຮັດໃຫ້ສຳເລັດໂດຍແຜນການຂອງພຣະອົງແມ່ນໄດ້ຖືກບັນລຸແລ້ວ. ຫຼັງຈາກທີ່ໄດ້ສຳເລັດການຈັດແຈງສຳລັບສິ່ງນີ້, ພຣະເຈົ້າກໍຈາກໄປ. ສິ່ງທີ່ມະນຸດເຮັດ ຫຼື ຄິດ, ສິ່ງທີ່ມະນຸດເຂົ້າໃຈ, ແຜນການຂອງມະນຸດ, ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ກ່ຽວຂ້ອງກັບພຣະເຈົ້າ. ທຸກສິ່ງດຳເນີນໄປຕາມແຜນການຂອງພຣະເຈົ້າ ໂດຍເປັນໄປຕາມເວລາ ແລະ ຂັ້ນຕອນທີ່ພຣະເຈົ້າໄດ້ກຳນົດໄວ້. ສິ່ງດັ່ງກ່າວແມ່ນຫຼັກການແຫ່ງພາລະກິດຂອງພຣະເຈົ້າ. ພຣະເຈົ້າບໍ່ແຊກແຊງໃນສິ່ງໃດກໍຕາມທີ່ມະນຸດຄິດ ຫຼື ຮູ້ຈັກ, ແຕ່ພຣະອົງກໍບໍ່ໄດ້ຖິ້ມແຜນການຂອງພຣະອົງ ຫຼື ປະຖິ້ມພາລະກິດຂອງພຣະອົງ ພຽງແຕ່ຍ້ອນມະນຸດບໍ່ເຊື່ອ ຫຼື ເຂົ້າໃຈ. ສະນັ້ນ ຂໍ້ແທ້ຈິງຈຶ່ງຖືກເຮັດໃຫ້ສຳເລັດຕາມແຜນການ ແລະ ຄວາມຄິດຂອງພຣະເຈົ້າ. ນີ້ແມ່ນສິ່ງທີ່ພວກເຮົາເຫັນໄດ້ໃນພຣະຄຳພີແທ້ຈິງ: ພຣະເຈົ້າເຮັດໃຫ້ອີຊາກເກີດໃນເວລາທີ່ພຣະອົງໄດ້ກຳນົດໄວ້. ຂໍ້ແທ້ຈິງຕ່າງໆໄດ້ພິສູດໃຫ້ເຫັນວ່າພຶດຕິກຳ ແລະ ຄວາມປະພຶດຂອງມະນຸດຂັດຂວາງພາລະກິດຂອງພຣະເຈົ້າບໍ? ພວກມັນບໍ່ໄດ້ຂັດຂວາງພາລະກິດຂອງພຣະເຈົ້າ! ຄວາມເຊື່ອເລັກນ້ອຍທີ່ມະນຸດມີໃນພຣະເຈົ້າ ແລະ ແນວຄິດ ແລະ ຈິນຕະນາການຂອງເຂົາກ່ຽວກັບພຣະເຈົ້າມີຜົນກະທົບຕໍ່ພາລະກິດຂອງພຣະເຈົ້າບໍ? ບໍ່, ພວກມັນບໍ່ມີ. ບໍ່ມີແມ່ນແຕ່ໜ້ອຍດຽວ! ແຜນການຄຸ້ມຄອງຂອງພຣະເຈົ້າບໍ່ໄດ້ຮັບຜົນກະທົບຈາກມະນຸດ, ເຫດການ ຫຼື ສະພາບແວດລ້ອມໃດໜຶ່ງ. ທຸກສິ່ງທີ່ພຣະອົງຕັ້ງໃຈປະຕິບັດຈະຖືກເຮັດໃຫ້ສົມບູນ ແລະ ສຳເລັດໃຫ້ທັນເວລາ ແລະ ຕາມແຜນການຂອງພຣະອົງ ແລະ ບໍ່ມີມະນຸດຄົນໃດສາມາດແຊກແຊງພາລະກິດຂອງພຣະອົງໄດ້. ພຣະເຈົ້າເບິ່ງຂ້າມລັກສະນະສະເພາະໃດໜຶ່ງຂອງຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຂອງມະນຸດ ແລະ ແມ່ນແຕ່ລັກສະນະສະເພາະໃດໜຶ່ງຂອງການຕໍ່ຕ້ານ ແລະ ແນວຄິດຂອງມະນຸດທີ່ມີຕໍ່ພຣະອົງ ແລະ ບໍ່ວ່າຫຍັງກໍຕາມ ພຣະອົງກໍປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ. ນີ້ແມ່ນອຸປະນິໄສຂອງພຣະເຈົ້າ ແລະ ມັນເປັນການສະທ້ອນໃຫ້ເຫັນເຖິງອຳນາດອັນຍິ່ງໃຫຍ່ຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 33)

ອັບຣາຮາມຖວາຍອີຊາກ

“ແລະ ພຣະອົງໄດ້ກ່າວວ່າ ຈົ່ງນໍາເອົາລູກຊາຍຂອງເຈົ້າ ອີຊາກ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ ຜູ້ທີ່ເຈົ້າຮັກ ແລະ ເຈົ້າຈົ່ງໄປໃນດິນແດນແຫ່ງໂມຣີຢາ ແລ້ວຖວາຍລາວໃນທີ່ນັ້ນເພື່ອເປັນເຄື່ອງເຜົາບູຊາຢູ່ເທິງພູເຂົາທີ່ເຮົາຈະບອກເຈົ້າ ແລະ ໃນຕອນເຊົ້າຂອງມື້ນັ້ນ ອັບຣາຮາມກໍລຸກຂຶ້ນແຕ່ເຊົ້າ ແລ້ວໃສ່ອານເທິງລາຂອງລາວ ແລະ ນໍາຊາຍໜຸ່ມສອງຄົນໄປກັບລາພ້ອມດ້ວຍອີຊາກ ເຊິ່ງເປັນລູກຊາຍຂອງລາວ ແລະ ຫັກເອົາໄມ້ສຳລັບເຄື່ອງເຜົາບູຊາ ແລະ ຂຶ້ນໄປ ເທິງສະຖານທີ່ທີ່ພຣະເຈົ້າໄດ້ບອກລາວ” (ປະຖົມມະການ 22:2-3).

“ແລະ ພວກເຂົາມາເຖິງສະຖານທີ່ທີ່ພຣະເຈົ້າໄດ້ບອກລາວ ແລະ ອັບຣາຮາມກໍສ້າງແທ່ນບູຊາຂຶ້ນໃນທີ່ນັ້ນ ແລະ ວາງໄມ້ໄວ້ເປັນລະບຽບ ແລະ ມັດອີຊາກ ເຊິ່ງເປັນລູກຊາຍຂອງລາວ ແລະ ວາງລາວລົງເທິງແທ່ນບູຊາເທິງໄມ້. ແລ້ວອັບຣາຮາມໄດ້ເດ່ມືຂອງລາວອອກ ແລະ ເອົາມີດເພື່ອຂ້າລູກຊາຍຂອງລາວ” (ປະຖົມມະການ 22:9-10).

ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ຄວາມລອດພົ້ນຂອງມະນຸດເລີ່ມຕົ້ນດ້ວຍອັບຣາຮາມຖວາຍອີຊາກ

ເມື່ອໄດ້ມອບລູກຊາຍໃຫ້ແກ່ອັບຣາຮາມ, ພຣະທຳທີ່ພຣະເຈົ້າກ່າວຕໍ່ອັບຣາຮາມກໍໄດ້ຖືກບັນລຸ. ນີ້ບໍ່ໄດ້ໝາຍຄວາມວ່າ ແຜນການຂອງພຣະເຈົ້າຢຸດຢູ່ພຽງສໍ່ານີ້; ໃນທາງກົງກັນຂ້າມ ແຜນການທີ່ວິເສດຂອງພຣະເຈົ້າສຳລັບການຄຸ້ມຄອງ ແລະ ຄວາມລອດພົ້ນຂອງມະນຸດຊາດຫາກໍເລີ່ມຕົ້ນຂຶ້ນ ແລະ ການທີ່ພຣະອົງອວຍພອນລູກຊາຍໃຫ້ແກ່ອັບຣາຮາມເປັນພຽງບົດເລີ່ມຕົ້ນສູ່ແຜນການຄຸ້ມຄອງໂດຍລວມຂອງພຣະອົງ. ໃນຊ່ວງເວລານັ້ນ, ຜູ້ໃດຈະຮູ້ວ່າການສູ້ຮົບຂອງພຣະເຈົ້າກັບຊາຕານແມ່ນໄດ້ເລີ່ມຕົ້ນຂຶ້ນຢ່າງງຽບໆໃນຊ່ວງເວລາທີ່ອັບຣາຮາມຖວາຍອີຊາກ?

ພຣະເຈົ້າບໍ່ສົນໃຈວ່າມະນຸດໂງ່ຈ້າ, ພຣະອົງພຽງແຕ່ຮຽກຮ້ອງໃຫ້ມະນຸດເປັນຈິງ

ຕໍ່ໄປ, ໃຫ້ພວກເຮົາມາເບິ່ງໃນສິ່ງທີ່ພຣະເຈົ້າເຮັດຕໍ່ອັບຣາຮາມ. ໃນປະຖົມມະການ 22:2, ພຣະເຈົ້າໄດ້ມອບຄຳສັ່ງດັ່ງຕໍ່ໄປນີ້ກັບອັບຣາຮາມ: “ຈົ່ງນໍາເອົາລູກຊາຍຂອງເຈົ້າ ອີຊາກ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ ຜູ້ທີ່ເຈົ້າຮັກ ແລະ ເຈົ້າຈົ່ງໄປໃນດິນແດນແຫ່ງໂມຣີຢາ ແລ້ວຖວາຍລາວໃນທີ່ນັ້ນເພື່ອເປັນເຄື່ອງເຜົາບູຊາຢູ່ເທິງພູເຂົາທີ່ເຮົາຈະບອກເຈົ້າ”. ຄວາມໝາຍຂອງພຣະເຈົ້າກໍຊັດເຈນ: ພຣະອົງກຳລັງບອກໃຫ້ອັບຣາຮາມມອບລູກຊາຍຄົນດຽວຂອງເພິ່ນ ຊື່ອີຊາກ ຜູ້ທີ່ເພິ່ນຮັກໃຫ້ເປັນເຄື່ອງເຜົາບູຊາ. ເມື່ອເບິ່ງເຫດການນີ້ຈາກປັດຈຸບັນ, ຄຳສັ່ງຂອງພຣະເຈົ້າຍັງຂັດກັບແນວຄິດຂອງມະນຸດບໍ? ແມ່ນແລ້ວ! ທຸກສິ່ງທີ່ພຣະເຈົ້າໄດ້ເຮັດໃນເວລານັ້ນກໍກົງກັນຂ້າມກັບແນວຄິດຂອງມະນຸດ; ມະນຸດບໍ່ສາມາດເຂົ້າໃຈມັນໄດ້ເລີຍ. ໃນແນວຄິດຂອງພວກເຂົາ, ຜູ້ຄົນເຊື່ອດັ່ງຕໍ່ໄປນີ້: ເມື່ອມະນຸດບໍ່ເຊື່ອ ແລະ ຄິດວ່າມັນເປັນໄປບໍ່ໄດ້, ພຣະເຈົ້າກໍມອບລູກຊາຍໃຫ້ແກ່ເຂົາ ແລະ ຫຼັງຈາກທີ່ເຂົາໄດ້ຮັບເອົາລູກຊາຍ, ພຣະເຈົ້າກໍຮຽກຮ້ອງໃຫ້ເຂົາຖວາຍລູກຊາຍຂອງເຂົາ. ເລື່ອງນີ້ຊ່າງເປັນຕາເຫຼືອເຊື່ອແທ້ໆ! ພຣະເຈົ້າເຈດຕະນາທີ່ຈະເຮັດຫຍັງແທ້? ແມ່ນຫຍັງຄືເຈດຕະນາທີ່ແທ້ຈິງຂອງພຣະເຈົ້າ? ພຣະອົງມອບລູກຊາຍໃຫ້ແກ່ອັບຣາຮາມໂດຍບໍ່ມີເງື່ອນໄຂ, ແຕ່ພຣະອົງກໍຍັງຮຽກຮ້ອງໃຫ້ອັບຣາຮາມຖວາຍໂດຍບໍ່ມີເງື່ອນໄຂເຊັ່ນກັນ. ການຮຽກຮ້ອງນີ້ຫຼາຍເກີນໄປບໍ? ຈາກທັດສະນະຂອງບຸກຄົນທີສາມ, ສິ່ງນີ້ບໍ່ພຽງເປັນການຮຽກຮ້ອງທີ່ຫຼາຍເກີນໄປເທົ່ານັ້ນ ແຕ່ມັນຍັງຂ້ອນຂ້າງເປັນກໍລະນີທີ່ “ສ້າງບັນຫາໂດຍບໍ່ມີເຫດຜົນ”. ແຕ່ອັບຣາຮາມເອງກໍບໍ່ໄດ້ເຊື່ອວ່າພຣະເຈົ້າຮຽກຮ້ອງຫຼາຍເກີນໄປ. ເຖິງແມ່ນເພິ່ນເອງມີຄວາມຄິດເຫັນເລັກນ້ອຍກ່ຽວກັບສິ່ງນັ້ນ ແລະ ເຖິງແມ່ນເພິ່ນສົງໄສພຣະເຈົ້າຢູ່ໜ້ອຍໜຶ່ງ, ເພິ່ນກໍຍັງກະກຽມເພື່ອຖວາຍບູຊາ. ໃນຈຸດນີ້, ເຈົ້າໄດ້ເຫັນຫຍັງທີ່ພິສູດໃຫ້ເຫັນວ່າອັບຣາຮາມເຕັມໃຈທີ່ຈະຖວາຍລູກຊາຍຂອງເພິ່ນ? ແມ່ນຫຍັງທີ່ຖືກເວົ້າເຖິງໃນປະໂຫຍກເຫຼົ່ານີ້? ຂໍ້ຄວາມຕົ້ນສະບັບໄດ້ກ່າວເຖິງເລື່ອງລາວດັ່ງຕໍ່ໄປນີ້: “ແລະ ໃນຕອນເຊົ້າຂອງມື້ນັ້ນ ອັບຣາຮາມກໍລຸກຂຶ້ນແຕ່ເຊົ້າ ແລ້ວໃສ່ອານເທິງລາຂອງລາວ ແລະ ນໍາຊາຍໜຸ່ມສອງຄົນໄປກັບລາພ້ອມດ້ວຍອີຊາກ ເຊິ່ງເປັນລູກຊາຍຂອງລາວ ແລະ ຫັກເອົາໄມ້ສຳລັບເຄື່ອງເຜົາບູຊາ ແລະ ຂຶ້ນໄປ ເທິງສະຖານທີ່ທີ່ພຣະເຈົ້າໄດ້ບອກລາວ” (ປະຖົມມະການ 22:3). “ແລະ ພວກເຂົາມາເຖິງສະຖານທີ່ທີ່ພຣະເຈົ້າໄດ້ບອກລາວ ແລະ ອັບຣາຮາມກໍສ້າງແທ່ນບູຊາຂຶ້ນໃນທີ່ນັ້ນ ແລະ ວາງໄມ້ໄວ້ເປັນລະບຽບ ແລະ ມັດອີຊາກ ເຊິ່ງເປັນລູກຊາຍຂອງລາວ ແລະ ວາງລາວລົງເທິງແທ່ນບູຊາເທິງໄມ້. ແລ້ວອັບຣາຮາມໄດ້ເດ່ມືຂອງລາວອອກ ແລະ ເອົາມີດເພື່ອຂ້າລູກຊາຍຂອງລາວ” (ປະຖົມມະການ 22:9-10). ເມື່ອອັບຣາຮາມເດ່ມືຂອງເພິ່ນອອກ ແລະ ຈັບມີດມາເພື່ອຂ້າລູກຊາຍຂອງເພິ່ນ, ພຣະເຈົ້າໄດ້ເຫັນການກະທຳຂອງເພິ່ນບໍ? ແມ່ນແລ້ວ. ຂະບວນການທັງໝົດ ຕັ້ງແຕ່ຕອນເລີ່ມຕົ້ນ ເມື່ອພຣະເຈົ້າຮຽກຮ້ອງໃຫ້ອັບຣາຮາມຖວາຍອີຊາກ ຈົນເຖິງຕອນທີ່ອັບຣາຮາມຍົກມີດຂອງເພິ່ນເພື່ອຂ້າລູກຊາຍຂອງເພິ່ນ ກໍໄດ້ສະແດງໃຫ້ພຣະເຈົ້າເຫັນເຖິງຫົວໃຈຂອງອັບຣາຮາມ ແລະ ໂດຍບໍ່ຄຳນຶງເຖິງຄວາມໂງ່ຈ້າ, ຄວາມບໍ່ຮູ້ ແລະ ຄວາມເຂົ້າໃຈຜິດທີ່ຜ່ານມາຂອງເພິ່ນກ່ຽວກັບພຣະເຈົ້າ, ໃນເວລານັ້ນ ຫົວໃຈຂອງອັບຣາຮາມສຳລັບພຣະເຈົ້າກໍເປັນຈິງ ແລະ ຊື່ສັດ ແລະ ເພິ່ນກຳລັງຈະມອບອີຊາກ ເຊິ່ງລູກຊາຍທີ່ພຣະເຈົ້າໄດ້ມອບໃຫ້ແກ່ເພິ່ນນັ້ນ ຄືນໃຫ້ກັບພຣະເຈົ້າຢ່າງແທ້ຈິງ. ໃນຕົວເພິ່ນ, ພຣະເຈົ້າໄດ້ເຫັນເຖິງຄວາມເຊື່ອຟັງ, ຄວາມເຊື່ອຟັງແທ້ຈິງທີ່ພຣະອົງປາຖະໜາ.

ສຳລັບມະນຸດແລ້ວ ພຣະເຈົ້າເຮັດຫຼາຍສິ່ງທີ່ບໍ່ສາມາດເຂົ້າໃຈໄດ້ ແລະ ເຖິງກັບບໍ່ເປັນຕາເຊື່ອ. ເມື່ອພຣະເຈົ້າປາຖະໜາທີ່ຈະປັ້ນແຕ່ງຜູ້ໃດຜູ້ໜຶ່ງ, ການປັ້ນແຕ່ງນີ້ກໍມັກຈະຂັດກັບແນວຄິດຂອງມະນຸດ ແລະ ເຂົາກໍບໍ່ສາມາດເຂົ້າໃຈໄດ້, ແຕ່ມັນແມ່ນຄວາມບໍ່ສອດຄ່ອງກັນ ແລະ ຄວາມບໍ່ສາມາດເຂົ້າໃຈນີ້ ທີ່ເຮັດໃຫ້ພຣະເຈົ້າທົດລອງ ແລະ ທົດສອບມະນຸດ. ໃນຂະນະດຽວກັນ, ອັບຣາຮາມກໍສາມາດສະແດງຄວາມເຊື່ອຟັງຕໍ່ພຣະເຈົ້າພາຍໃນຕົວເພິ່ນເອງ ເຊິ່ງເປັນສະພາບພື້ນຖານຂອງການທີ່ເພິ່ນສາມາດບັນລຸເງື່ອນໄຂຂອງພຣະເຈົ້າໄດ້. ມີແຕ່ເມື່ອນັ້ນ, ເມື່ອອັບຣາຮາມສາມາດເຊື່ອຟັງເງື່ອນໄຂຂອງພຣະເຈົ້າ, ເມື່ອເພິ່ນຖວາຍອີຊາກ, ພຣະເຈົ້າຈຶ່ງຮູ້ສຶກໝັ້ນໃຈ ແລະ ພໍໃຈໃນມະນຸດຊາດ, ພໍໃຈໃນອັບຣາຮາມ ຜູ້ທີ່ພຣະອົງໄດ້ເລືອກໄວ້ ຢ່າງແທ້ຈິງ. ມີແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງໝັ້ນໃຈວ່າບຸກຄົນນີ້ທີ່ພຣະອົງໄດ້ເລືອກແມ່ນຜູ້ນໍາທີ່ຈຳເປັນຕ້ອງມີ ຜູ້ທີ່ຈະສາມາດຮັບເອົາສັນຍາຂອງພຣະອົງ ແລະ ໃນທີ່ສຸດກໍຮັບເອົາແຜນການຄຸ້ມຄອງຂອງພຣະອົງ. ເຖິງແມ່ນມັນເປັນພຽງການທົດລອງ ແລະ ການທົດສອບ, ພຣະເຈົ້າຮູ້ສຶກພໍໃຈ, ພຣະອົງຮູ້ສຶກເຖິງຄວາມຮັກຂອງມະນຸດທີ່ມີຕໍ່ພຣະອົງ ແລະ ພຣະອົງຮູ້ສຶກວ່າຖືກປອບໂຍນໂດຍມະນຸດດັ່ງທີ່ບໍ່ເຄີຍຮູ້ສຶກມາກ່ອນ. ໃນຊ່ວງເວລາທີ່ອັບຣາຮາມຍົກມີດຂອງເພິ່ນຂຶ້ນເພື່ອຂ້າອີຊາກນັ້ນ, ພຣະເຈົ້າໄດ້ຫ້າມເພິ່ນບໍ? ພຣະເຈົ້າບໍ່ໄດ້ປ່ອຍໃຫ້ອັບຣາຮາມຖວາຍອີຊາກ, ຍ້ອນພຣະເຈົ້າບໍ່ໄດ້ມີເຈດຕະນາທີ່ຈະເອົາຊີວິດຂອງອີຊາກເລີຍ. ສະນັ້ນ ພຣະເຈົ້າຈຶ່ງຫ້າມອັບຣາຮາມໄດ້ທັນເວລາ. ສຳລັບພຣະເຈົ້າແລ້ວ, ຄວາມເຊື່ອຟັງຂອງອັບຣາຮາມໄດ້ຜ່ານການທົດສອບແລ້ວ, ສິ່ງທີ່ເພິ່ນເຮັດກໍພຽງພໍ ແລະ ພຣະເຈົ້າກໍໄດ້ເຫັນຜົນຕາມມາຂອງສິ່ງທີ່ພຣະອົງເຈດຕະນາຈະເຮັດແລ້ວ. ຜົນຕາມມານີ້ເປັນທີ່ພໍໃຈຕໍ່ພຣະເຈົ້າບໍ? ສາມາດເວົ້າໄດ້ວ່າ ຜົນຕາມມານີ້ເປັນທີ່ພໍໃຈຕໍ່ພຣະເຈົ້າຫຼາຍ, ມັນຄືສິ່ງທີ່ພຣະເຈົ້າຕ້ອງການ ແລະ ເປັນສິ່ງທີ່ພຣະເຈົ້າປາຖະໜາຢາກເຫັນ. ນີ້ເປັນຄວາມຈິງບໍ? ເຖິງແມ່ນ ໃນບໍລິບົດທີ່ແຕກຕ່າງກັນ ພຣະເຈົ້າໃຊ້ວິທີການທີ່ແຕກຕ່າງກັນເພື່ອທົດສອບແຕ່ລະຄົນ, ສໍາລັບອັບຣາຮາມນັ້ນ ພຣະເຈົ້າເຫັນສິ່ງທີ່ພຣະອົງຕ້ອງການ, ພຣະອົງເຫັນວ່າຫົວໃຈຂອງອັບຣາຮາມເປັນຈິງ ແລະ ຄວາມເຊື່ອຟັງຂອງເພິ່ນແມ່ນບໍ່ມີເງື່ອນໄຂ. ມັນແມ່ນການ “ບໍ່ມີເງື່ອນໄຂ” ນີ້ທີ່ພຣະເຈົ້າປາຖະໜາ. ຜູ້ຄົນມັກເວົ້າວ່າ “ຂ້ານ້ອຍໄດ້ຖວາຍສິ່ງນີ້ແລ້ວ, ຂ້ານ້ອຍໄດ້ປະຖິ້ມສິ່ງນັ້ນແລ້ວ, ເປັນຫຍັງພຣະເຈົ້າຈຶ່ງຍັງບໍ່ພໍໃຈກັບຂ້ານ້ອຍ? ເປັນຫຍັງພຣະອົງຈຶ່ງສືບຕໍ່ເຮັດໃຫ້ຂ້ານ້ອຍຕົກຢູ່ໃນການທົດລອງ? ເປັນຫຍັງພຣະອົງຈຶ່ງສືບຕໍ່ທົດສອບຂ້ານ້ອຍ?” ສິ່ງນີ້ສະແດງເຖິງຂໍ້ແທ້ຈິງຢ່າງໜຶ່ງ: ພຣະເຈົ້າບໍ່ເຫັນຫົວໃຈຂອງເຈົ້າ ແລະ ບໍ່ໄດ້ຮັບເອົາຫົວໃຈຂອງເຈົ້າ. ນີ້ໝາຍຄວາມວ່າ ພຣະອົງບໍ່ໄດ້ເຫັນຄວາມຈິງໃຈດັ່ງກ່າວ ຄືກັບຕອນທີ່ອັບຣາຮາມສາມາດຍົກມີດຂອງເພິ່ນຂຶ້ນເພື່ອຂ້າລູກຊາຍຂອງເພິ່ນດ້ວຍມືຂອງເພິ່ນເອງ ແລະ ຖວາຍລູກຊາຍຂອງເພິ່ນໃຫ້ແກ່ພຣະເຈົ້າ. ພຣະອົງບໍ່ໄດ້ເຫັນຄວາມເຊື່ອຟັງທີ່ບໍ່ມີເງື່ອນໄຂຂອງເຈົ້າ ແລະ ບໍ່ໄດ້ຖືກປອບໃຈໂດຍເຈົ້າ. ແລ້ວມັນກໍເປັນເລື່ອງທຳມະຊາດທີ່ພຣະເຈົ້າຈະສືບຕໍ່ທົດລອງເຈົ້າ. ນີ້ບໍ່ແມ່ນຄວາມຈິງບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 34)

ສັນຍາຂອງພຣະເຈົ້າຕໍ່ອັບຣາຮາມ (ຂໍ້ຄວາມທີ່ຖືກຄັດເລືອກ)

“ເຮົາໄດ້ສາບານດ້ວຍຕົວເຮົາເອງ ພຣະເຢໂຮວາກ່າວ, ຍ້ອນເຈົ້າໄດ້ເຮັດສິ່ງນີ້ ແລະ ບໍ່ໄດ້ກັກລູກຊາຍຂອງເຈົ້າໄວ້ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ: ເຮົາຈະອວຍພອນເຈົ້າດ້ວຍການອວຍພອນນີ້, ໃນການເພີ່ມຄູນທະວີ ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ; ເຊື້ອສາຍຂອງເຈົ້າຈະຄອບຄອງປະຕູຂອງສັດຕູຂອງເຂົາ ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ ຍ້ອນເຈົ້າໄດ້ເຊື່ອຟັງເຮົາ” (ປະຖົມມະການ 22:16-18).

ນີ້ຄືເລື່ອງລາວທັງໝົດກ່ຽວກັບພຣະເຈົ້າອວຍພອນອັບຣາຮາມ. ເຖິງວ່າຈະສັ້ນ, ເນື້ອຫາຂອງມັນກໍອຸດົມສົມບູນ: ມັນລວມເຖິງເຫດຜົນ ແລະ ເບື້ອງຫຼັງຂອງການໃຫ້ພອນຂອງພຣະເຈົ້າຕໍ່ອັບຣາຮາມ ແລະ ສິ່ງທີ່ພຣະອົງມອບໃຫ້ກັບອັບຣາຮາມ. ພ້ອມນັ້ນ ມັນຍັງເຕັມໄປດ້ວຍຄວາມປິຕິຍິນດີ ແລະ ຄວາມຕື່ນເຕັ້ນທີ່ພຣະເຈົ້າກ່າວພຣະທຳເຫຼົ່ານີ້ ພ້ອມທັງຄວາມຮີບດ່ວນທີ່ພຣະອົງປາຖະໜາຈະຮັບເອົາຄົນທີ່ສາມາດຟັງພຣະທຳຂອງພຣະອົງໄດ້. ໃນສິ່ງນີ້, ພວກເຮົາໄດ້ເຫັນເຖິງຄວາມຊື່ນຊົມຂອງພຣະເຈົ້າ ແລະ ຄວາມເມດຕາຕໍ່ຜູ້ຄົນທີ່ເຊື່ອຟັງພຣະທຳຂອງພຣະອົງ ແລະ ປະຕິບັດຕາມຄຳສັ່ງຂອງພຣະອົງ. ພວກເຮົາຍັງໄດ້ເຫັນລາຄາທີ່ພຣະອົງຈ່າຍເພື່ອຮັບເອົາຜູ້ຄົນເຊັ່ນກັນ ແລະ ຄວາມຫ່ວງໃຍ ແລະ ຄວາມນຶກຄິດຂອງພຣະອົງເພື່ອຮັບເອົາພວກເຂົາ. ຍິ່ງໄປກວ່ານັ້ນ, ຂໍ້ຄວາມນີ້ ເຊິ່ງປະກອບມີພຣະທຳທີ່ວ່າ: “ເຮົາໄດ້ສາບານດ້ວຍຕົວເຮົາເອງ” ໄດ້ເຮັດໃຫ້ພວກເຮົາມີຄວາມຮູ້ສຶກວ່າພຣະເຈົ້າແບກຫາບຄວາມຂົມຂື່ນ ແລະ ຄວາມເຈັບປວດຢ່າງແຮງ ແລະ ພຣະເຈົ້າເທົ່ານັ້ນທີ່ຢູ່ ໃນເບື້ອງຫຼັງເຫດການຂອງພາລະກິດແຫ່ງແຜນການຄຸ້ມຄອງຂອງພຣະອົງ. ມັນເປັນຂໍ້ຄວາມທີ່ເຮັດໃຫ້ຄິດ ແລະ ຂໍ້ຄວາມທີ່ມີຄວາມໝາຍທີ່ພິເສດສຳລັບຄົນທີ່ມາພາຍຫຼັງ ແລະ ມີຜົນກະທົບຢ່າງກວ້າງຂວາງໃນພວກເຂົາ.

ມະນຸດຮັບເອົາພອນຂອງພຣະເຈົ້າ ຍ້ອນຄວາມຈິງໃຈ ແລະ ຄວາມເຊື່ອຟັງຂອງເຂົາ

ພອນທີ່ພຣະເຈົ້າມອບໃຫ້ແກ່ອັບຣາຮາມທີ່ພວກເຮົາໄດ້ອ່ານໃນນີ້ຍິ່ງໃຫຍ່ບໍ? ແລ້ວມັນຍິ່ງໃຫຍ່ສໍ່າໃດ? ມີປະໂຫຍກໜຶ່ງທີ່ສຳຄັນໃນນີ້: “ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ”. ປະໂຫຍກນີ້ສະແດງໃຫ້ເຫັນວ່າ ອັບຣາຮາມໄດ້ຮັບພອນທີ່ຜູ້ຄົນບໍ່ເຄີຍໄດ້ຮັບມາກ່ອນ. ເມື່ອພຣະເຈົ້າຮຽກຮ້ອງ, ອັບຣາຮາມກໍມອບລູກຊາຍຄົນດຽວຂອງເພິ່ນ ເຊິ່ງເປັນລູກຊາຍອັນເປັນທີ່ຮັກພຽງຄົນດຽວຂອງເພິ່ນ ຄືນໃຫ້ກັບພຣະເຈົ້າ (ໃນນີ້ ພວກເຮົາບໍ່ສາມາດໃຊ້ຄຳວ່າ “ຖວາຍ”; ພວກເຮົາຄວນເວົ້າວ່າ ເພິ່ນມອບລູກຊາຍຂອງເພິ່ນຄືນໃຫ້ກັບພຣະເຈົ້າ), ພຣະເຈົ້າບໍ່ພຽງແຕ່ບໍ່ໃຫ້ອັບຣາຮາມຖວາຍອີຊາກເທົ່ານັ້ນ, ແຕ່ພຣະອົງຍັງອວຍພອນເພິ່ນ. ພຣະອົງອວຍພອນອັບຣາຮາມດ້ວຍສັນຍາຫຍັງແດ່? ພຣະອົງອວຍພອນເພິ່ນດ້ວຍການໃຫ້ສັນຍາວ່າຈະເພີ່ມທະວີເຊື້ອສາຍຂອງເພິ່ນ. ແລ້ວພວກເຂົາຈະຖືກເພີ່ມທະວີໃຫ້ຫຼາຍສໍ່າໃດ? ພຣະຄຳພີໄດ້ບັນທຶກໄວ້ດັ່ງນີ້: “ດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ; ເຊື້ອສາຍຂອງເຈົ້າຈະຄອບຄອງປະຕູຂອງສັດຕູຂອງເຂົາ ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ”. ແມ່ນຫຍັງຄືບໍລິບົດທີ່ພຣະເຈົ້າກ່າວພຣະທຳເຫຼົ່ານີ້? ນັ້ນໝາຍຄວາມວ່າ ອັບຣາຣາມຮັບເອົາພອນຂອງພຣະເຈົ້າໄດ້ແນວໃດ? ເພິ່ນຮັບເອົາພອນເຫຼົ່ານັ້ນຕາມທີ່ພຣະເຈົ້າກ່າວໃນຂໍ້ພຣະຄຳພີທີ່ວ່າ: “ຍ້ອນເຈົ້າໄດ້ເຊື່ອຟັງເຮົາ”. ນັ້ນກໍຄື ຍ້ອນອັບຣາຮາມໄດ້ປະຕິບັດຕາມຄຳສັ່ງຂອງພຣະເຈົ້າ, ຍ້ອນເພິ່ນໄດ້ເຮັດທຸກສິ່ງທີ່ພຣະເຈົ້າໄດ້ກ່າວ, ຮຽກຮ້ອງ ແລະ ສັ່ງ ໂດຍບໍ່ມີຄຳຕໍ່ວ່າແມ່ນແຕ່ໜ້ອຍດຽວ, ສະນັ້ນ ພຣະເຈົ້າຈຶ່ງໃຫ້ຄໍາສັນຍາດັ່ງກ່າວກັບເພິ່ນ. ມີປະໂຫຍກໜຶ່ງທີ່ສຳຄັນໃນສັນຍານີ້ທີ່ສະແດງເຖິງຄວາມຄິດຂອງພຣະເຈົ້າໃນເວລານັ້ນ. ພວກເຈົ້າໄດ້ເຫັນມັນບໍ? ພວກເຈົ້າອາດບໍ່ໃຫ້ຄວາມສົນໃຈຫຼາຍກັບຂໍ້ພຣະທຳຂອງພຣະເຈົ້າທີ່ວ່າ: “ເຮົາໄດ້ສາບານດ້ວຍຕົວເຮົາເອງ”. ສິ່ງທີ່ຂໍ້ພຣະທຳເຫຼົ່ານີ້ໝາຍເຖິງກໍຄື ເມື່ອພຣະເຈົ້າກ່າວພຣະທຳເຫຼົ່ານີ້, ພຣະອົງກຳລັງສາບານດ້ວຍຕົວພຣະອົງເອງ. ຜູ້ຄົນສາບານຕໍ່ຫຍັງເມື່ອພວກເຂົາປະຕິຍານຕົນ? ພວກເຂົາສາບານຕໍ່ສະຫວັນ ເຊິ່ງໝາຍຄວາມວ່າ ພວກເຂົາປະຕິຍານຕໍ່ພຣະເຈົ້າ ແລະ ສາບານຕໍ່ພຣະເຈົ້າ. ຜູ້ຄົນອາດບໍ່ມີຄວາມເຂົ້າໃຈກ່ຽວກັບປາກົດການທີ່ພຣະເຈົ້າສາບານດ້ວຍຕົວພຣະອົງເອງ, ແຕ່ພວກເຈົ້າຈະສາມາດເຂົ້າໃຈເມື່ອເຮົາໃຫ້ຄຳອະທິບາຍທີ່ຖືກຕ້ອງແກ່ພວກເຈົ້າ. ເມື່ອພົບກັບມະນຸດທີ່ພຽງແຕ່ສາມາດໄດ້ຍິນພຣະທຳຂອງພຣະອົງ ແຕ່ບໍ່ເຂົ້າໃຈຫົວໃຈຂອງພຣະອົງ, ພຣະເຈົ້າກໍຮູ້ສຶກໂດດດ່ຽວ ແລະ ເວົ້າຫຍັງບໍ່ອອກອີກຄັ້ງ. ດ້ວຍຄວາມສິ້ນຫວັງ ແລະ ມັນສາມາດເວົ້າໄດ້ວ່າ ໃນຈິດໃຕ້ສຳນຶກ ພຣະເຈົ້າເຮັດບາງສິ່ງທີ່ເປັນໄປຕາມທຳມະຊາດຫຼາຍ: ພຣະເຈົ້າວາງມືຂອງພຣະອົງໃສ່ຫົວໃຈຂອງພຣະອົງ ແລະ ກ່າວເຖິງພຣະອົງເອງເມື່ອປະທານສັນຍານນີ້ໃຫ້ແກ່ອັບຣາຮາມ ແລະ ຈາກສິ່ງນີ້ ມະນຸດກໍໄດ້ຍິນພຣະເຈົ້າເວົ້າວ່າ: “ເຮົາໄດ້ສາບານດ້ວຍຕົວເຮົາເອງ”. ຜ່ານການກະທຳຂອງພຣະເຈົ້າ, ເຈົ້າອາດຄິດກັບຕົນເອງ. ເມື່ອເຈົ້າວາງມືຂອງເຈົ້າໃສ່ຫົວໃຈຂອງເຈົ້າ ແລະ ເວົ້າກັບຕົນເອງ, ເຈົ້າມີແນວຄິດທີ່ຊັດເຈນບໍວ່າເຈົ້າກຳລັງເວົ້າຫຍັງ? ທ່າທີຂອງເຈົ້າຈິງໃຈບໍ? ເຈົ້າເວົ້າແບບກົງໄປກົງມາ, ດ້ວຍຫົວໃຈຂອງເຈົ້າບໍ? ສະນັ້ນ ພວກເຮົາເຫັນໃນນີ້ວ່າ ເມື່ອພຣະເຈົ້າເວົ້າຕໍ່ອັບຣາຮາມ, ພຣະອົງກໍຈິງຈັງ ແລະ ຈິງໃຈ. ໃນຂະນະທີ່ເວົ້າ ແລະ ອວຍພອນອັບຣາຮາມນັ້ນ, ພຣະເຈົ້າກໍເວົ້າກັບຕົວພຣະອົງເອງເຊັ່ນກັນ. ພຣະອົງກຳລັງບອກຕົນເອງວ່າ: ເຮົາຈະອວຍພອນອັບຣາຮາມ ແລະ ເຮັດໃຫ້ລູກຫຼານຂອງເຂົາມີຈຳນວນຫຼວງຫຼາຍດັ່ງດາວໃນທ້ອງຟ້າ ແລະ ຫຼາຍສໍ່າກັບເມັດຊາຍທີ່ຢູ່ເທິງແຄມທະເລ, ຍ້ອນເຂົາເຊື່ອຟັງພຣະທຳຂອງເຮົາ ແລະ ເຂົາເປັນຄົນທີ່ເຮົາໄດ້ເລືອກ. ເມື່ອພຣະເຈົ້າເວົ້າວ່າ: “ເຮົາໄດ້ສາບານດ້ວຍຕົວເຮົາເອງ”, ພຣະເຈົ້າໄດ້ຕັ້ງໃຈແລ້ວວ່າ ໃນອັບຣາຮາມ ພຣະອົງຈະເຮັດໃຫ້ເກີດປະຊາຊົນອິດສະຣາເອນທີ່ຖືກເລືອກ, ຫຼັງຈາກນັ້ນ ພຣະອົງຈຶ່ງຈະນໍາພາຜູ້ຄົນເຫຼົ່ານີ້ໄປທາງໜ້າຢ່າງໄວວາ ດ້ວຍພາລະກິດຂອງພຣະອົງ. ນັ້ນກໍຄື ພຣະເຈົ້າຈະເຮັດໃຫ້ເຊື້ອສາຍຂອງອັບຣາຮາມຮັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າສະແດງອອກມາກໍຈະເລີ່ມຕົ້ນດ້ວຍອັບຣາຮາມ ແລະ ຈະສືບຕໍ່ໃນເຊື້ອສາຍຂອງອັບຣາຮາມ, ແລ້ວກໍຈະບັນລຸຄວາມປາຖະໜາຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ແລ້ວພວກເຈົ້າຈະວ່າແນວໃດ, ນີ້ບໍ່ແມ່ນສິ່ງທີ່ຖືກອວຍພອນບໍ? ສຳລັບມະນຸດແລ້ວ, ບໍ່ມີພອນໃດທີ່ຍິ່ງໃຫຍ່ໄປກວ່ານີ້ອີກແລ້ວ; ມັນສາມາດເວົ້າໄດ້ວ່າ ນີ້ຄືການໄດ້ຮັບພອນຫຼາຍທີ່ສຸດ. ພອນທີ່ອັບຣາຮາມໄດ້ຮັບນັ້ນບໍ່ແມ່ນການເພີ່ມທະວີເຊື້ອສາຍຂອງເພິ່ນ, ແຕ່ເປັນການທີ່ພຣະເຈົ້າບັນລຸການຄຸ້ມຄອງຂອງພຣະອົງ, ການຝາກຝັງຂອງພຣະອົງ ແລະ ພາລະກິດຂອງພຣະອົງໃນເຊື້ອສາຍຂອງອັບຣາຮາມ. ນີ້ໝາຍຄວາມວ່າ ພອນທີ່ອັບຣາຮາມໄດ້ຮັບບໍ່ແມ່ນພຽງຊົ່ວຄາວ, ແຕ່ສືບຕໍ່ໃນຂະນະທີ່ແຜນການຄຸ້ມຄອງຂອງພຣະເຈົ້າດຳເນີນຕໍ່ໄປ. ເມື່ອພຣະເຈົ້າເວົ້າ, ເມື່ອພຣະເຈົ້າສາບານດ້ວຍຕົວພຣະອົງເອງ, ພຣະອົງກໍໄດ້ຕັ້ງໃຈໄວ້ແລ້ວ. ການຕັ້ງໃຈນີ້ເປັນຈິງບໍ? ມັນເປັນຈິງບໍ? ພຣະເຈົ້າຕັ້ງໃຈແລ້ວວ່າ ຕັ້ງແຕ່ເວລານັ້ນເປັນຕົ້ນໄປ, ຄວາມພະຍາຍາມຂອງພຣະອົງ, ລາຄາທີ່ພຣະອົງໄດ້ຈ່າຍ, ສິ່ງທີ່ພຣະອົງມີ ແລະ ເປັນ, ທຸກສິ່ງທີ່ກ່ຽວກັບພຣະອົງ ແລະ ແມ່ນແຕ່ຊີວິດຂອງພຣະອົງກໍຈະຖືກມອບໃຫ້ແກ່ອັບຣາຮາມ ແລະ ເຊື້ອສາຍຂອງອັບຣາຮາມ. ແລ້ວພຣະເຈົ້າຍັງຕັ້ງໃຈວ່າ ເລີ່ມຕົ້ນຈາກຄົນກຸ່ມນີ້, ພຣະອົງຈະເປີດເຜີຍການກະທຳຂອງພຣະອົງ ແລະ ເຮັດໃຫ້ມະນຸດເຫັນເຖິງສະຕິປັນຍາ, ສິດອຳນາດ ແລະ ລິດອຳນາດຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 35)

ສັນຍາຂອງພຣະເຈົ້າຕໍ່ອັບຣາຮາມ (ຂໍ້ຄວາມທີ່ຖືກຄັດເລືອກ)

“ເຮົາໄດ້ສາບານດ້ວຍຕົວເຮົາເອງ ພຣະເຢໂຮວາກ່າວ, ຍ້ອນເຈົ້າໄດ້ເຮັດສິ່ງນີ້ ແລະ ບໍ່ໄດ້ກັກລູກຊາຍຂອງເຈົ້າໄວ້ ເຊິ່ງເປັນລູກຊາຍຄົນດຽວຂອງເຈົ້າ: ເຮົາຈະອວຍພອນເຈົ້າດ້ວຍການອວຍພອນນີ້, ໃນການເພີ່ມຄູນທະວີ ເຮົາຈະເພີ່ມຄູນທະວີເຊື້ອສາຍຂອງເຈົ້າດັ່ງດາວໃນທ້ອງຟ້າ ດັ່ງເມັດຊາຍຢູ່ເທິງແຄມທະເລ; ເຊື້ອສາຍຂອງເຈົ້າຈະຄອບຄອງປະຕູຂອງສັດຕູຂອງເຂົາ ແລະ ບັນດາປະຊາຊາດແຫ່ງແຜ່ນດິນໂລກຈະໄດ້ຮັບພອນຜ່ານເຊື້ອສາຍຂອງເຈົ້າ ຍ້ອນເຈົ້າໄດ້ເຊື່ອຟັງເຮົາ” (ປະຖົມມະການ 22:16-18).

ການຮັບເອົາຄົນທີ່ຮູ້ຈັກພຣະເຈົ້າ ແລະ ສາມາດເປັນພະຍານໃຫ້ແກ່ພຣະອົງຄືຄວາມປາຖະໜາທີ່ບໍ່ປ່ຽນແປງຂອງພຣະເຈົ້າ

ໃນຂະນະທີ່ພຣະອົງກ່າວຕໍ່ຕົນເອງ, ພຣະເຈົ້າຍັງໄດ້ເວົ້າຕໍ່ອັບຣາຮາມອີກດ້ວຍ, ແຕ່ນອກຈາກທີ່ໄດ້ຍິນພອນທີ່ພຣະເຈົ້າມອບໃຫ້ເພິ່ນ, ອັບຣາຮາມສາມາດເຂົ້າໃຈເຖິງຄວາມປາຖະໜາທີ່ແທ້ຈິງຂອງພຣະເຈົ້າໃນພຣະທຳທຸກຂໍ້ຂອງພຣະອົງໃນເວລານັ້ນບໍ? ເພິ່ນບໍ່ເຂົ້າໃຈ! ແລ້ວໃນຊ່ວງເວລານັ້ນ ເມື່ອພຣະເຈົ້າສາບານດ້ວຍຕົວພຣະອົງເອງ, ຫົວໃຈຂອງພຣະອົງກໍຍັງໂດດດ່ຽວ ແລະ ໂສກເສົ້າ. ຍັງບໍ່ມີແມ່ນແຕ່ຄົນດຽວທີ່ສາມາດເຂົ້າໃຈ ຫຼື ຢັ່ງເຖິງສິ່ງທີ່ພຣະອົງເຈດຕະນາ ແລະ ວາງແຜນໄວ້. ໃນຊ່ວງເວລານັ້ນ, ບໍ່ມີຜູ້ໃດ ລວມເຖິງອັບຣາຮາມ ທີ່ສາມາດເວົ້າຕໍ່ພຣະອົງດ້ວຍຄວາມໝັ້ນໃຈ, ແຮງໄກທີ່ຈະມີຜູ້ໃດທີ່ສາມາດຮ່ວມມືກັບພຣະອົງໃນການປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ. ໃນທາງຜິວເຜີນແລ້ວ, ພຣະເຈົ້າໄດ້ຮັບເອົາອັບຣາຮາມ ເຊິ່ງເປັນຄົນທີ່ສາມາດເຊື່ອຟັງພຣະທຳຂອງພຣະອົງ. ແຕ່ໃນຄວາມເປັນຈິງແລ້ວ, ຄວາມຮູ້ຂອງບຸກຄົນນີ້ທີ່ກ່ຽວກັບພຣະເຈົ້າແມ່ນໜ້ອຍທີ່ສຸດ. ເຖິງແມ່ນພຣະເຈົ້າອວຍພອນອັບຣາຮາມ, ຫົວໃຈຂອງພຣະເຈົ້າກໍຍັງບໍ່ພໍໃຈ. ແມ່ນຫຍັງຄືຄວາມໝາຍຂອງການທີ່ພຣະເຈົ້າບໍ່ພໍໃຈ? ມັນໝາຍຄວາມວ່າ ການຄຸ້ມຄອງຂອງພຣະເຈົ້າຫາກໍເລີ່ມຕົ້ນ, ມັນໝາຍຄວາມວ່າ ຜູ້ຄົນທີ່ພຣະອົງຕ້ອງການຮັບເອົາ, ຜູ້ຄົນທີ່ພຣະອົງປາຖະໜາຈະເຫັນ, ຜູ້ຄົນທີ່ພຣະອົງຮັກນັ້ນ ຍັງຢູ່ຫ່າງໄກຈາກພຣະອົງຫຼາຍ; ພຣະອົງຕ້ອງການເວລາ, ພຣະອົງຕ້ອງລໍຖ້າ, ພຣະອົງຕ້ອງອົດທົນ. ຍ້ອນໃນເວລານັ້ນ, ນອກຈາກພຣະເຈົ້າເອງແລ້ວ, ບໍ່ມີຜູ້ໃດທີ່ຮູ້ຈັກສິ່ງທີ່ພຣະອົງຕ້ອງການ ຫຼື ສິ່ງທີ່ພຣະອົງປາຖະໜາຈະໄດ້ຮັບ ຫຼື ສິ່ງທີ່ພຣະອົງປາຖະໜາ. ສະນັ້ນ ໃນຂະນະທີ່ພຣະເຈົ້າກຳລັງຮູ້ສຶກຕື່ນເຕັ້ນນັ້ນ, ພຣະເຈົ້າຮູ້ສຶກໜັກໃຈເຊັ່ນກັນ. ແຕ່ພຣະອົງກໍບໍ່ໄດ້ຢຸດບາດກ້າວຂອງພຣະອົງ, ພຣະອົງສືບຕໍ່ວາງແຜນບາດກ້າວຕໍ່ໄປໃນສິ່ງທີ່ພຣະອົງຕ້ອງການເຮັດ.

ພວກເຈົ້າເຫັນຫຍັງໃນສັນຍາຂອງພຣະເຈົ້າຕໍ່ອັບຣາຮາມບໍ່? ພຣະເຈົ້າປະທານພອນອັນຍິ່ງໃຫຍ່ໃຫ້ແກ່ອັບຣາຮາມຍ້ອນເພິ່ນເຊື່ອຟັງພຣະທຳຂອງພຣະເຈົ້າເທົ່ານັ້ນ. ເຖິງແມ່ນວ່າ, ໃນດ້ານຜິວເຜີນແລ້ວ ສິ່ງນີ້ເບິ່ງຄືກັບວ່າທຳມະດາ ແລະ ເປັນເລື່ອງປົກກະຕິ, ແຕ່ໃນນັ້ນ ພວກເຮົາໄດ້ເຫັນຫົວໃຈຂອງພຣະເຈົ້າ: ພຣະເຈົ້າເຊີດຊູຄວາມເຊື່ອຟັງຂອງມະນຸດທີ່ມີຕໍ່ພຣະອົງເປັນພິເສດ ແລະ ຖະໜຸຖະໜອມຄວາມເຂົ້າໃຈທີ່ມະນຸດມີກ່ຽວກັບພຣະອົງ ແລະ ຄວາມຈິງໃຈຕໍ່ພຣະອົງ. ພຣະເຈົ້າຖະໜອມຄວາມຈິງໃຈນີ້ຫຼາຍສໍ່າໃດ? ພວກເຈົ້າອາດບໍ່ເຂົ້າໃຈວ່າພຣະອົງຖະໜອມມັນຫຼາຍສໍ່າໃດ ແລະ ອາດບໍ່ມີຜູ້ໃດທີ່ເຂົ້າໃຈມັນເລີຍ. ພຣະເຈົ້າມອບລູກຊາຍໃຫ້ແກ່ອັບຣາຮາມ ແລະ ເມື່ອລູກຊາຍນັ້ນໄດ້ເຕີບໃຫຍ່ຂຶ້ນ, ພຣະເຈົ້າກໍຮຽກຮ້ອງໃຫ້ອັບຣາຮາມຖວາຍລູກຊາຍຂອງເພິ່ນໃຫ້ແກ່ພຣະເຈົ້າ. ອັບຣາຮາມປະຕິບັດຕາມຄຳສັ່ງຂອງພຣະເຈົ້າທຸກຕົວອັກສອນ, ເພິ່ນເຊື່ອຟັງພຣະທຳຂອງພຣະເຈົ້າ ແລະ ຄວາມຈິງໃຈຂອງເພິ່ນໄດ້ດົນໃຈພຣະເຈົ້າ ແລະ ພຣະເຈົ້າກໍເຫັນເຊີດຊູສິ່ງນັ້ນ. ພຣະເຈົ້າເຊີດຊູມັນຫຼາຍສໍ່າໃດ? ແລ້ວເປັນຫຍັງພຣະອົງຈຶ່ງເຊີດຊູມັນ? ໃນເວລາທີ່ບໍ່ມີຜູ້ໃດຢັ່ງເຖິງພຣະທຳຂອງພຣະເຈົ້າ ຫຼື ເຂົ້າໃຈຫົວໃຈຂອງພຣະອົງ, ອັບຣາຮາມກໍເຮັດສິ່ງທີ່ສັ່ນສະເທືອນສະຫວັນ ແລະ ເຮັດໃຫ້ແຜ່ນດິນໂລກສະທ້ານ ແລະ ສິ່ງນັ້ນເຮັດໃຫ້ພຣະເຈົ້າຮູ້ສຶກພໍໃຈທີ່ບໍ່ເຄີຍມີມາກ່ອນ ແລະ ນໍາຄວາມປິຕິຍິນມາສູ່ພຣະອົງທີ່ພຣະອົງໄດ້ຮັບຄົນທີ່ສາມາດເຊື່ອຟັງພຣະທຳຂອງພຣະອົງ. ຄວາມພໍໃຈ ແລະ ຄວາມປິຕິຍິນດີນີ້ມາຈາກສິ່ງມີຊີວິດທີ່ຖືກສ້າງຂຶ້ນໂດຍມືຂອງພຣະເຈົ້າເອງ ແລະ ເປັນ “ການຖວາຍ” ຄັ້ງທຳອິດທີ່ມະນຸດໄດ້ຖວາຍໃຫ້ແກ່ພຣະເຈົ້າ ແລະ ເປັນສິ່ງທີ່ພຣະເຈົ້າເຊີດຊູທີ່ສຸດ ນັບຕັ້ງແຕ່ທີ່ສ້າງມະນຸດຂຶ້ນມາ. ພຣະເຈົ້າລໍຖ້າການຖວາຍນີ້ດ້ວຍຄວາມລໍາບາກ ແລະ ພຣະອົງປະຕິບັດຄືກັບວ່າມັນເປັນຂອງຂວັນທຳອິດທີ່ສຳຄັນທີ່ສຸດຈາກມະນຸດ, ຜູ້ທີ່ພຣະອົງໄດ້ສ້າງຂຶ້ນ. ມັນສະແດງໃຫ້ພຣະເຈົ້າເຫັນເຖິງໝາກຜົນທຳອິດແຫ່ງຄວາມພະຍາຍາມຂອງພຣະອົງ ແລະ ລາຄາທີ່ພຣະອົງໄດ້ຈ່າຍ ແລະ ມັນເຮັດໃຫ້ພຣະອົງເຫັນຄວາມຫວັງໃນມະນຸດຊາດ. ຫຼັງຈາກນັ້ນ ພຣະເຈົ້າກໍຍິ່ງມີຄວາມປາຖະໜາຫຼາຍຂຶ້ນໃຫ້ກຸ່ມຄົນດັ່ງກ່າວມາຢູ່ເປັນເພື່ອນກັບພຣະອົງ, ເພື່ອປະຕິບັດຕໍ່ພຣະອົງດ້ວຍຄວາມຈິງໃຈ ແລະ ເພື່ອດູແລພຣະອົງດ້ວຍຄວາມຈິງໃຈ. ພຣະເຈົ້າເຖິງກັບຫວັງວ່າ ອັບຣາຮາມຈະດຳລົງຊີວິດຕໍ່ໄປ, ຍ້ອນພຣະອົງປາຖະໜາຢາກມີຫົວໃຈທີ່ຄືກັບຫົວໃຈຂອງອັບຣາຮາມຢູ່ເປັນເພື່ອນພຣະອົງ ແລະ ຢູ່ຮ່ວມກັບພຣະອົງໃນເວລາທີ່ພຣະອົງສືບຕໍ່ໃນການຄຸ້ມຄອງຂອງພຣະອົງ. ບໍ່ວ່າພຣະເຈົ້າຕ້ອງການຫຍັງກໍຕາມ, ມັນກໍເປັນພຽງຄວາມປາຖະໜາ, ເປັນພຽງແນວຄິດ, ຍ້ອນອັບຣາຮາມເປັນພຽງມະນຸດທີ່ສາມາດເຊື່ອຟັງພຣະອົງ ແລະ ບໍ່ໄດ້ມີຄວາມເຂົ້າໃຈ ຫຼື ຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ. ອັບຣາຮາມເປັນຄົນທີ່ຢູ່ຕໍ່າກວ່າມາດຕະຖານທີ່ພຣະເຈົ້າຮຽກຮ້ອງສຳລັບມະນຸດຫຼາຍ ເຊິ່ງນັ້ນກໍຄື: ການຮູ້ຈັກພຣະເຈົ້າ, ການສາມາດເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ການມີແນວຄິດທີ່ສອດຄ່ອງກັບພຣະເຈົ້າ. ສະນັ້ນ ອັບຣາຮາມຈຶ່ງບໍ່ສາມາດຍ່າງຮ່ວມກັບພຣະເຈົ້າໄດ້. ໃນການທີ່ອັບຣາຮາມຖວາຍອີຊາກ, ພຣະເຈົ້າໄດ້ເຫັນເຖິງຄວາມຈິງໃຈ ແລະ ຄວາມເຊື່ອຟັງຂອງອັບຣາຮາມ ແລະ ໄດ້ເຫັນວ່າ ເພິ່ນໄດ້ອົດທົນຕໍ່ການທົດສອບຂອງພຣະເຈົ້າ. ເຖິງແມ່ນພຣະເຈົ້າໄດ້ຍອມຮັບເອົາຄວາມຈິງໃຈ ແລະ ຄວາມເຊື່ອຟັງຂອງເພິ່ນ, ເພິ່ນກໍຍັງບໍ່ເໝາະສົມທີ່ຈະກາຍມາເປັນເພື່ອນສະໜິດຂອງພຣະເຈົ້າ, ກາຍມາເປັນຄົນທີ່ຮູ້ຈັກ ແລະ ເຂົ້າໃຈພຣະເຈົ້າ ແລະ ຄົນທີ່ຮູ້ຈັກກ່ຽວກັບອຸປະນິໄສຂອງພຣະເຈົ້າ; ເພິ່ນບໍ່ມີຈິດໃຈທີ່ສອດຄ່ອງກັບພຣະເຈົ້າ ແລະ ບໍ່ສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້. ສະນັ້ນ ໃນຫົວໃຈຂອງພຣະອົງ ພຣະເຈົ້າກໍຍັງໂດດດ່ຽວ ແລະ ກັງວົນໃຈຢູ່. ຍິ່ງພຣະເຈົ້າໂດດດ່ຽວ ແລະ ກັງວົນໃຈຫຼາຍສໍ່າໃດ, ພຣະອົງກໍຈຳເປັນຕ້ອງສືບຕໍ່ການຄຸ້ມຄອງຂອງພຣະອົງໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ສາມາດເລືອກ ແລະ ຮັບເອົາກຸ່ມຄົນເພື່ອສຳເລັດແຜນການຄຸ້ມຄອງຂອງພຣະອົງ ແລະ ບັນລຸຄວາມປະສົງຂອງພຣະອົງໃຫ້ໄວເທົ່າທີ່ຈະໄວໄດ້. ນີ້ແມ່ນຄວາມປາຖະໜາທີ່ຮ້ອນຮົນຂອງພຣະເຈົ້າ ແລະ ມັນເປັນດັ່ງນັ້ນຕັ້ງແຕ່ຕອນເລີ່ມຕົ້ນຈົນເຖິງປັດຈຸບັນ. ຕັ້ງແຕ່ພຣະອົງໄດ້ສ້າງມະນຸດໃນເບື້ອງຕົ້ນມາ, ພຣະເຈົ້າແມ່ນປາຖະໜາຢາກໄດ້ກຸ່ມຜູ້ຊະນະ, ກຸ່ມທີ່ຈະຍ່າງຮ່ວມກັບພຣະອົງ ແລະ ສາມາດເຂົ້າໃຈ, ຮູ້ ແລະ ເຂົ້າໃຈອຸປະນິໄສຂອງພຣະອົງ. ຄວາມປາຖະໜານີ້ຂອງພຣະເຈົ້າແມ່ນບໍ່ເຄີຍປ່ຽນແປງຈັກເທື່ອ. ບໍ່ວ່າພຣະອົງຍັງຕ້ອງລໍຖ້າອີກດົນສໍ່າໃດກໍຕາມ, ບໍ່ວ່າຫົນທາງທີ່ຢູ່ເບື້ອງໜ້າອາດລໍາບາກຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າຈຸດປະສົງທີ່ພຣະອົງປາຖະໜານັ້ນອາດຢູ່ໄກສໍ່າໃດກໍຕາມ, ພຣະເຈົ້າກໍບໍ່ເຄີຍປ່ຽນແປງ ຫຼື ປະຖິ້ມຄວາມຄາດຫວັງຂອງພຣະອົງທີ່ມີຕໍ່ມະນຸດ. ບັດນີ້ເຮົາໄດ້ເວົ້າເຖິງສິ່ງນີ້ແລ້ວ, ພວກເຈົ້າຮູ້ຈັກບາງສິ່ງທີ່ເປັນຄວາມປາຖະໜາຂອງພຣະເຈົ້າບໍ? ບາງເທື່ອ ສິ່ງທີ່ພວກເຈົ້າຮູ້ແມ່ນບໍ່ເລິກເຊິ່ງປານໃດ, ແຕ່ມັນຈະເລີ່ມເລິກເຊິ່ງຂຶ້ນເທື່ອລະໜ້ອຍ!

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 36)

ພຣະເຈົ້າຕ້ອງທຳລາຍເມືອງໂຊໂດມ (ຂໍ້ຄວາມທີ່ຖືກຄັດເລືອກ)

“ແລະ ພຣະເຢໂຮວາກ່າວວ່າ ຖ້າເຮົາພົບຄົນຊອບທຳຫ້າສິບຄົນພາຍໃນເມືອງໂຊໂດມ ເພື່ອເຫັນແກ່ພວກເຂົາ ເຮົາຈະບໍ່ທໍາລາຍເມືອງນັ້ນ” (ປະຖົມມະການ 18:26).

“ແລະ ລາວກໍກ່າວກັບພຣະອົງອີກຄັ້ງ ວ່າ ບາງເທື່ອອາດຈະມີສີ່ສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ” (ປະຖົມມະການ 18:29).

“ແລະ ລາວກໍເວົ້າກັບພຣະອົງວ່າ ບາງເທື່ອອາດມີສາມສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ” (ປະຖົມມະການ 18:30).

“ແລະ ລາວກໍເວົ້າວ່າ ບາງເທື່ອອາດມີຊາວຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ” (ປະຖົມມະການ 18:31).

“ແລະ ລາວກໍເວົ້າວ່າ ບາງເທື່ອອາດມີສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ” (ປະຖົມມະການ 18:32).

ພຣະເຈົ້າພຽງແຕ່ສົນໃຈຄົນທີ່ສາມາດເຊື່ອຟັງພຣະທຳຂອງພຣະອົງ ແລະ ປະຕິບັດຕາມຄຳສັ່ງຂອງພຣະອົງ

ຂໍ້ຄວາມຂ້າງເທິງປະກອບມີຄຳເວົ້າສອງສາມຄຳທີ່ສຳຄັນ: ຈຳນວນຄົນ. ກ່ອນອື່ນ, ພຣະເຢໂຮວາເວົ້າວ່າ ຖ້າພຣະອົງພົບຫ້າສິບຄົນທີ່ຊອບທຳພາຍໃນເມືອງແຫ່ງນັ້ນ, ແລ້ວພຣະອົງກໍຈະປ່ອຍເມືອງໄວ້ທັງໝົດ ເຊິ່ງໝາຍຄວາມວ່າ ພຣະອົງຈະບໍ່ທຳລາຍເມືອງແຫ່ງນັ້ນ. ແລ້ວໃນຄວາມເປັນຈິງ ມີຜູ້ຊອບທຳຫ້າສິບຄົນຢູ່ພາຍໃນເມືອງໂຊໂດມບໍ? ບໍ່ມີ. ຫຼັງຈາກນັ້ນບໍ່ດົນ, ອັບຣາຮາມເວົ້າຫຍັງກັບພຣະເຈົ້າ? ເພິ່ນເວົ້າ ບາງເທື່ອອາດມີສີ່ສິບຄົນຢູ່ທີ່ນັ້ນເດ? ແລ້ວພຣະເຈົ້າເວົ້າວ່າ ເຮົາກໍຈະບໍ່ທຳລາຍມັນ. ຕໍ່ມາ, ອັບຣາຮາມເວົ້າວ່າ ບາງເທື່ອອາດມີສາມສິບຄົນຢູ່ທີ່ນັ້ນເດ? ແລ້ວພຣະເຈົ້າເວົ້າວ່າ ເຮົາກໍຈະບໍ່ທຳລາຍມັນ. ແລ້ວບາງເທື່ອມີຊາວຄົນເດ? ເຮົາກໍຈະບໍ່ທຳລາຍມັນ. ສິບຄົນເດ? ເຮົາກໍຈະບໍ່ທຳລາຍມັນ. ໃນຄວາມເປັນຈິງ ມີຄົນຊອບທຳສິບຄົນພາຍໃນເມືອງແຫ່ງນັ້ນບໍ? ບໍ່ມີສິບຄົນ, ແຕ່ມີໜຶ່ງຄົນ. ແລ້ວຜູ້ໃດແມ່ນໜຶ່ງຄົນນີ້? ນັ້ນຄືໂລດ. ໃນເວລານັ້ນ ມີພຽງຄົນຊອບທຳໜຶ່ງຄົນທີ່ຢູ່ໃນເມືອງໂຊໂດມ, ແຕ່ພຣະເຈົ້າໄດ້ເຂັ້ມງວດ ຫຼື ເຄັ່ງຄັດຫຼາຍບໍ ເມື່ອເວົ້າເຖິງຈຳນວນຕົວເລກນີ້? ບໍ່, ພຣະອົງບໍ່ໄດ້ເຂັ້ມງວດ! ແລ້ວສະນັ້ນ ເມື່ອມະນຸດສືບຕໍ່ຖາມວ່າ “ສີ່ສິບຄົນເດ?” “ສາມສິບຄົນເດ?” ຈົນໄປເຖິງ “ສິບຄົນ?” ພຣະເຈົ້າເວົ້າວ່າ “ເຖິງແມ່ນມີພຽງແຕ່ສິບຄົນເທົ່ານັ້ນ, ເຮົາກໍຈະບໍ່ທຳລາຍເມືອງດັ່ງກ່າວ; ເຮົາຈະປ່ອຍມັນໄວ້ ແລະ ໃຫ້ອະໄພຄົນອື່ນໆ ນອກຈາກສິບຄົນເຫຼົ່ານີ້”. ຖ້າມີພຽງແຕ່ສິບຄົນ, ກໍພຽງພໍທີ່ຈະໄດ້ຮັບຄວາມເມດຕາ, ແຕ່ມັນກັບກາຍເປັນວ່າ ໃນຄວາມເປັນຈິງແລ້ວ ບໍ່ມີຄົນຊອບທຳໃນເມືອງໂຊໂດມໃນຈຳນວນນັ້ນເລີຍ. ເຈົ້າເຫັນໄດ້ວ່າ ໃນສາຍຕາຂອງພຣະເຈົ້າ, ຄວາມບາບ ແລະ ຄວາມຊົ່ວຮ້າຍຂອງຜູ້ຄົນໃນເມືອງແຫ່ງນັ້ນແມ່ນເຮັດໃຫ້ພຣະເຈົ້າບໍ່ມີທາງເລືອກອື່ນ ນອກຈາກຈະທຳລາຍພວກເຂົາ. ພຣະເຈົ້າໝາຍຄວາມວ່າແນວໃດເມື່ອພຣະອົງເວົ້າວ່າພຣະອົງຈະບໍ່ທຳລາຍເມືອງດັ່ງກ່າວ ຖ້າມີຄົນຊອບທຳຫ້າສິບຄົນ? ຈຳນວນເຫຼົ່ານີ້ບໍ່ໄດ້ສຳຄັນສຳລັບພຣະເຈົ້າ. ສິ່ງທີ່ສຳຄັນກໍຄືເມືອງດັ່ງກ່າວຈະມີຄົນຊອບທຳທີ່ພຣະອົງຕ້ອງການ ຫຼື ບໍ່. ຖ້າເມືອງດັ່ງກ່າວມີພຽງຄົນຊອບທຳແຕ່ຄົນດຽວ, ພຣະເຈົ້າກໍຈະບໍ່ຍອມໃຫ້ພວກເຂົາຮັບບາດເຈັບ ຍ້ອນພຣະອົງທຳລາຍເມືອງແຫ່ງນັ້ນ. ຄວາມໝາຍຂອງສິ່ງນີ້ກໍຄື ບໍ່ວ່າພຣະເຈົ້າຈະທຳລາຍເມືອງ ຫຼື ບໍ່ ແລະ ບໍ່ວ່າຈະມີຄົນຊອບທຳເທົ່າໃດຄົນພາຍໃນເມືອງແຫ່ງນັ້ນ, ສຳລັບພຣະເຈົ້າແລ້ວ ເມືອງທີ່ເຕັມໄປດ້ວຍຄວາມບາບແຫ່ງນີ້ແມ່ນຖືກສາບແຊ່ງ ແລະ ຊົ່ວຊ້າ ແລະ ຄວນຖືກທຳລາຍ, ຄວນຫາຍໄປຈາກສາຍຕາຂອງພຣະເຈົ້າ, ໃນຂະນະທີ່ຄົນຊອບທຳຄວນຍັງຢູ່. ບໍ່ວ່າຈະຍຸກໃດກໍຕາມ, ບໍ່ວ່າຈະເປັນຂັ້ນຕອນໃດກໍຕາມໃນການພັດທະນາຂອງມະນຸດຊາດ, ທ່າທີຂອງພຣະເຈົ້າບໍ່ໄດ້ປ່ຽນແປງ: ພຣະອົງກຽດຊັງຄວາມຊົ່ວຮ້າຍ ແລະ ຫ່ວງໃຍຄົນທີ່ຊອບທຳໃນສາຍຕາຂອງພຣະອົງ. ທັດສະນະຄະຕິຂອງພຣະເຈົ້າທີ່ຊັດເຈນນີ້ຍັງເປັນການເປີດເຜີຍທີ່ແທ້ຈິງເຖິງແກ່ນແທ້ຂອງພຣະເຈົ້າ. ຍ້ອນມີຄົນຊອບທຳພຽງຄົນດຽວຢູ່ພາຍໃນເມືອງແຫ່ງນັ້ນ, ພຣະເຈົ້າຈຶ່ງບໍ່ລັງເລອີກຕໍ່ໄປ. ຜົນຕາມມາໃນທີ່ສຸດກໍຄືເມືອງໂຊໂດມກໍຈະຖືກທຳລາຍຢ່າງຫຼີກເວັ້ນບໍ່ໄດ້. ພວກເຈົ້າໄດ້ເຫັນຫຍັງໃນນີ້? ໃນຍຸກນັ້ນ ພຣະເຈົ້າຈະບໍ່ທຳລາຍເມືອງໃດໜຶ່ງ ບໍ່ວ່າຈະມີຄົນຊອບທຳຫ້າສິບຄົນ ຫຼື ສິບຄົນໃນເມືອງນັ້ນ ເຊິ່ງໝາຍຄວາມວ່າພຣະເຈົ້າຈະຕັດສິນໃຈໃຫ້ອະໄພ ແລະ ອົດກັ້ນຕໍ່ມະນຸດຊາດ ຫຼື ຈະປະຕິບັດພາລະກິດແຫ່ງການນໍາພາ, ຍ້ອນມີຜູ້ຄົນຈຳນວນໜ້ອຍທີ່ສາມາດເຄົາລົບ ແລະ ນະມັດສະການພຣະອົງໄດ້. ພຣະເຈົ້າໃສ່ໃຈໃນການກະທຳທີ່ຊອບທຳຂອງມະນຸດ, ພຣະອົງໃສ່ໃຈໃນຄົນທີ່ສາມາດນະມັດສະການພຣະອົງ ແລະ ພຣະອົງໃສ່ໃຈໃນຄົນທີ່ສາມາດເຮັດການກະທຳດີຕໍ່ໜ້າພຣະອົງ.

ນັບຕັ້ງແຕ່ເວລາເລີ່ມຕົ້ນຈົນເຖິງປັດຈຸບັນ, ພວກເຈົ້າເຄີຍໄດ້ອ່ານໃນພຣະຄຳພີຂອງພຣະເຈົ້າທີ່ສື່ສານເຖິງຄວາມຈິງ ຫຼື ເວົ້າກ່ຽວກັບວິທີທາງຂອງພຣະເຈົ້າຕໍ່ບຸກຄົນໃດໜຶ່ງບໍ? ບໍ່, ບໍ່ເຄີຍ. ຂໍ້ພຣະທຳຂອງພຣະເຈົ້າຕໍ່ມະນຸດທີ່ພວກເຮົາໄດ້ອ່ານແມ່ນພຽງແຕ່ບອກຜູ້ຄົນໃຫ້ເຮັດສິ່ງຕ່າງໆ. ບາງຄົນໄປ ແລະ ເຮັດສິ່ງນັ້ນ, ບາງຄົນກໍບໍ່ໄດ້ເຮັດ; ບາງຄົນເຊື່ອ ແລະ ບາງຄົນກໍບໍ່ເຊື່ອ. ນັ້ນແມ່ນທັງໝົດທີ່ມີຢູ່. ສະນັ້ນ ຄົນຊອບທຳໃນຍຸກນັ້ນ, ຄົນທີ່ຊອບທຳໃນສາຍຕາຂອງພຣະເຈົ້າ ຈຶ່ງເປັນພຽງຄົນທີ່ສາມາດໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ປະຕິບັດຕາມຄຳສັ່ງຂອງພຣະເຈົ້າ. ພວກເຂົາເປັນຜູ້ຮັບໃຊ້ທີ່ປະຕິບັດຕາມພຣະທຳຂອງພຣະເຈົ້າໃນທ່າມກາງມະນຸດ. ຜູ້ຄົນດັ່ງກ່າວສາມາດຖືກເອີ້ນວ່າ ເປັນຄົນທີ່ຮູ້ຈັກພຣະເຈົ້າໄດ້ບໍ? ພວກເຂົາສາມາດຖືກເອີ້ນວ່າເປັນຄົນທີ່ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໄດ້ບໍ? ບໍ່, ພວກເຂົາບໍ່ສາມາດຖືກເອີ້ນແບບນັ້ນໄດ້. ສະນັ້ນ ບໍ່ວ່າຈຳນວນຈະມີໜ້ອຍຫຼາຍສໍ່າໃດກໍຕາມ, ໃນສາຍຕາຂອງພຣະເຈົ້າແລ້ວ ຄົນຊອບທຳເຫຼົ່ານີ້ສົມຄວນໃຫ້ຖືກເອີ້ນວ່າເປັນເພື່ອນສະໜິດຂອງພຣະເຈົ້າບໍ? ພວກເຂົາສາມາດຖືກເອີ້ນວ່າເປັນພະຍານຂອງພຣະເຈົ້າໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ! ພວກເຂົາບໍ່ສົມຄວນຖືກເອີ້ນວ່າເປັນເພື່ອນສະໜິດ ແລະ ເປັນພະຍານຂອງພຣະເຈົ້າຢ່າງແນ່ນອນ. ແລ້ວພຣະເຈົ້າເອີ້ນຜູ້ຄົນດັ່ງກ່າວວ່າແນວໃດ? ໃນພຣະຄຳພີພາກພຣະສັນຍາເດີມ, ມີຫຼາຍກໍລະນີທີ່ພຣະເຈົ້າເອີ້ນພວກເຂົາວ່າ “ຜູ້ຮັບໃຊ້ຂອງເຮົາ”. ນັ້ນໝາຍຄວາມວ່າ ໃນເວລານັ້ນ ໃນສາຍຕາຂອງພຣະເຈົ້າແລ້ວ ຜູ້ຄົນທີ່ຊອບທຳເຫຼົ່ານີ້ເປັນຜູ້ຮັບໃຊ້ຂອງພຣະເຈົ້າ, ພວກເຂົາເປັນຄົນທີ່ຮັບໃຊ້ພຣະອົງເທິງແຜ່ນດິນໂລກ. ແລ້ວພຣະເຈົ້າຄິດແນວໃດກ່ຽວກັບຕໍາແໜ່ງນີ້? ເປັນຫຍັງພຣະອົງຈຶ່ງເອີ້ນພວກເຂົາວ່າແນວນັ້ນ? ພຣະເຈົ້າມີມາດຕະຖານໃນຫົວໃຈຂອງພຣະອົງສຳລັບຕໍາແໜ່ງທີ່ພຣະອົງເອີ້ນຜູ້ຄົນບໍ? ພຣະອົງມີຢ່າງແນ່ນອນ. ພຣະເຈົ້າມີມາດຕະຖານ ບໍ່ວ່າພຣະອົງຈະເອີ້ນຜູ້ຄົນວ່າຊອບທຳ, ສົມບູນ, ຊື່ສັດ ຫຼື ເປັນຜູ້ຮັບໃຊ້ກໍຕາມ. ເມື່ອພຣະອົງເອີ້ນຜູ້ໃດຜູ້ໜຶ່ງວ່າຜູ້ຮັບໃຊ້ຂອງພຣະອົງ, ພຣະອົງມີຄວາມເຊື່ອຢ່າງໜັກແໜ້ນວ່າ ບຸກຄົນນີ້ສາມາດຍອມຮັບເອົາຜູ້ສົ່ງຂ່າວຂອງພຣະອົງ, ສາມາດປະຕິບັດຕາມຄຳສັ່ງຂອງພຣະອົງ ແລະ ສາມາດປະຕິບັດຕາມຄໍາສັ່ງຂອງຜູ້ສົ່ງຂ່າວ. ບຸກຄົນນີ້ປະຕິບັດຫຍັງ? ພວກເຂົາປະຕິບັດສິ່ງທີ່ພຣະເຈົ້າໄດ້ສັ່ງໃຫ້ມະນຸດເຮັດ ແລະ ປະຕິບັດເທິງແຜ່ນດິນໂລກ. ໃນເວລານັ້ນ ສິ່ງທີ່ພຣະເຈົ້າຮຽກຮ້ອງໃຫ້ມະນຸດເຮັດ ແລະ ປະຕິບັດເທິງແຜ່ນດິນໂລກສາມາດຖືກເອີ້ນວ່າ ຫົນທາງຂອງພຣະເຈົ້າບໍ? ບໍ່, ມັນບໍ່ສາມາດຖືກເອີ້ນໄດ້. ຍ້ອນໃນເວລານັ້ນ, ພຣະເຈົ້າພຽງແຕ່ຮຽກຮ້ອງໃຫ້ມະນຸດເຮັດບາງສິ່ງເລັກນ້ອຍເທົ່ານັ້ນ; ພຣະອົງກ່າວຄຳສັ່ງເລັກນ້ອຍ, ບອກໃຫ້ມະນຸດພຽງແຕ່ເຮັດສິ່ງນີ້ ຫຼື ເຮັດສິ່ງນັ້ນ ແລະ ບໍ່ມີຫຍັງຫຼາຍກວ່ານັ້ນ. ພຣະເຈົ້າກຳລັງປະຕິບັດພາລະກິດຕາມແຜນການຂອງພຣະອົງ. ຍ້ອນໃນເວລານັ້ນ ມີຫຼາຍສະພາບການທີ່ຍັງບໍ່ທັນໄດ້ປາກົດຂຶ້ນ, ເວລາກໍຍັງບໍ່ທັນເຖິງກຳນົດເທື່ອ ແລະ ມັນຍາກສຳລັບມະນຸດຊາດທີ່ຈະແບກຮັບເອົາຫົນທາງຂອງພຣະເຈົ້າ, ສະນັ້ນ ຫົນທາງຂອງພຣະເຈົ້າຈຶ່ງຍັງບໍ່ທັນໄດ້ເລີ່ມຕົ້ນປາກົດອອກມາຈາກຫົວໃຈຂອງພຣະເຈົ້າເທື່ອ. ພຣະເຈົ້າເຫັນຄົນຊອບທຳທີ່ພຣະອົງໄດ້ກ່າວເຖິງ ຜູ້ທີ່ພວກເຮົາໄດ້ເຫັນໃນນີ້ວ່າເປັນຜູ້ຮັບໃຊ້ຂອງພຣະອົງ ບໍ່ວ່າຈະມີສາມສິບ ຫຼື ຊາວຄົນກໍຕາມ. ເມື່ອຜູ້ສົ່ງຂ່າວຂອງພຣະເຈົ້າມາເຖິງຜູ້ຮັບໃຊ້ເຫຼົ່ານີ້, ພວກເຂົາກໍຈະສາມາດຮັບເອົາຜູ້ສົ່ງຂ່າວເຫຼົ່ານັ້ນ ແລະ ເຮັດຕາມຄຳສັ່ງຂອງພວກເຂົາ ແລະ ປະຕິບັດຕາມຄຳເວົ້າຂອງພວກເຂົາ. ນີ້ແມ່ນສິ່ງທີ່ຄວນຖືກປະຕິບັດຢ່າງແທ້ຈິງ ແລະ ຖືກບັນລຸໂດຍຄົນທີ່ເປັນຜູ້ຮັບໃຊ້ໃນສາຍຕາຂອງພຣະເຈົ້າ. ພຣະເຈົ້າຮອບຄອບໃນການທີ່ພຣະອົງກຳນົດຕໍາແໜ່ງໃຫ້ແກ່ຜູ້ຄົນ. ພຣະອົງເອີ້ນພວກເຂົາວ່າຜູ້ຮັບໃຊ້ຂອງພຣະອົງ ບໍ່ແມ່ນຍ້ອນພວກເຂົາເປັນຄືກັບທີ່ພວກເຈົ້າເປັນໃນຕອນນີ້, ບໍ່ແມ່ນຍ້ອນພວກເຂົາໄດ້ຍິນການເທດສະໜາຢ່າງຫຼວງຫຼາຍ, ຮູ້ຈັກສິ່ງທີ່ພຣະເຈົ້າຈະເຮັດ, ເຂົ້າໃຈຫຼາຍຢ່າງໃນຄວາມປະສົງຂອງພຣະເຈົ້າ ແລະ ຢັ່ງເຖິງແຜນການຄຸ້ມຄອງຂອງພຣະອົງ, ແຕ່ຍ້ອນພວກເຂົາຊື່ສັດໃນຄວາມເປັນມະນຸດຂອງພວກເຂົາ ແລະ ພວກເຂົາສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າ; ເມື່ອພຣະເຈົ້າສັ່ງພວກເຂົາ, ພວກເຂົາກໍສາມາດປະວາງສິ່ງທີ່ພວກເຂົາກຳລັງເຮັດ ແລະ ປະຕິບັດສິ່ງທີ່ພຣະເຈົ້າໄດ້ສັ່ງໄວ້. ສະນັ້ນສຳລັບພຣະເຈົ້າແລ້ວ, ຄວາມໝາຍອີກດ້ານໜຶ່ງໃນຕໍາແໜ່ງຂອງຜູ້ຮັບໃຊ້ກໍຄື ພວກເຂົາຮ່ວມມືກັບພາລະກິດຂອງພຣະອົງເທິງແຜ່ນດິນໂລກ ແລະ ເຖິງແມ່ນພວກເຂົາບໍ່ແມ່ນຜູ້ສົ່ງຂ່າວຂອງພຣະເຈົ້າ, ພວກເຂົາກໍເປັນຜູ້ດຳເນີນການ ແລະ ຜູ້ປະຕິບັດພຣະທຳຂອງພຣະເຈົ້າເທິງແຜ່ນດິນໂລກ. ພວກເຈົ້າໄດ້ເຫັນແລ້ວວ່າ ຜູ້ຮັບໃຊ້ ຫຼື ຄົນຊອບທຳເຫຼົ່ານີ້ມີຄວາມສຳຄັນຫຼາຍໃນຫົວໃຈຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າໄດ້ເລີ່ມຕົ້ນເທິງແຜ່ນດິນໂລກແມ່ນບໍ່ສາມາດປາສະຈາກການຮ່ວມມືຂອງຜູ້ຄົນ ແລະ ບົດບາດທີ່ຜູ້ຮັບໃຊ້ຂອງພຣະເຈົ້າຮັບຜິດຊອບກໍບໍ່ສາມາດແທນທີ່ໂດຍຜູ້ສົ່ງຂ່າວຂອງພຣະເຈົ້າໄດ້. ໜ້າທີ່ແຕ່ລະຢ່າງທີ່ພຣະເຈົ້າສັ່ງຕໍ່ຜູ້ຮັບໃຊ້ເຫຼົ່ານີ້ແມ່ນມີຄວາມສຳຄັນສຳລັບພຣະອົງຫຼາຍ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງບໍ່ສາມາດສູນເສຍພວກເຂົາ. ຫາກປາສະຈາກການຮ່ວມມືຂອງຜູ້ຮັບໃຊ້ເຫຼົ່ານີ້ກັບພຣະເຈົ້າ, ພາລະກິດຂອງພຣະອົງທ່າມກາງມະນຸດຊາດກໍຈະບໍ່ສາມາດດໍາເນີນຕໍ່ໄປໄດ້, ຜົນຕາມມາກໍຄື ແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ຄວາມຫວັງຂອງພຣະເຈົ້າກໍຈະສູນເປົ່າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 37)

ພຣະເຈົ້າຕ້ອງທຳລາຍເມືອງໂຊໂດມ (ຂໍ້ຄວາມທີ່ຖືກຄັດເລືອກ)

“ແລະ ພຣະເຢໂຮວາກ່າວວ່າ ຖ້າເຮົາພົບຄົນຊອບທຳຫ້າສິບຄົນພາຍໃນເມືອງໂຊໂດມ ເພື່ອເຫັນແກ່ພວກເຂົາ ເຮົາຈະບໍ່ທໍາລາຍເມືອງນັ້ນ” (ປະຖົມມະການ 18:26).

“ແລະ ລາວກໍກ່າວກັບພຣະອົງອີກຄັ້ງ ວ່າ ບາງເທື່ອອາດຈະມີສີ່ສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ” (ປະຖົມມະການ 18:29).

“ແລະ ລາວກໍເວົ້າກັບພຣະອົງວ່າ ບາງເທື່ອອາດມີສາມສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ” (ປະຖົມມະການ 18:30).

“ແລະ ລາວກໍເວົ້າວ່າ ບາງເທື່ອອາດມີຊາວຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ” (ປະຖົມມະການ 18:31).

“ແລະ ລາວກໍເວົ້າວ່າ ບາງເທື່ອອາດມີສິບຄົນຢູ່ທີ່ນັ້ນ. ພຣະອົງກໍກ່າວວ່າ ເຮົາກໍຈະບໍ່ທຳລາຍມັນ” (ປະຖົມມະການ 18:32).

ພຣະເຈົ້າເມດຕາຢ່າງຫຼວງຫຼາຍຕໍ່ຄົນທີ່ພຣະອົງຫ່ວງໃຍ ແລະ ໂກດຮ້າຍຢ່າງຮຸນແຮງຕໍ່ຄົນທີ່ພຣະອົງກຽດຊັງ ແລະ ປະຕິເສດ

ໃນການບັນທຶກຂອງພຣະຄຳພີ, ມີຜູ້ຮັບໃຊ້ທີ່ຢູ່ໃນເມືອງໂຊໂດມຮອດສິບຄົນບໍ? ບໍ່, ບໍ່ມີ! ເມືອງດັ່ງກ່າວສົມຄວນແກ່ການຖືກລະເວັ້ນໂດຍພຣະເຈົ້າບໍ? ມີພຽງແຕ່ຄົນດຽວຢູ່ໃນເມືອງ ນັ້ນກໍຄືໂລດ ທີ່ຍອມຮັບເອົາຜູ້ສົ່ງຂ່າວຂອງພຣະເຈົ້າ. ຄວາມໝາຍຂອງສິ່ງນີ້ກໍຄື ມີພຽງແຕ່ຜູ້ຮັບໃຊ້ຂອງພຣະເຈົ້າຄົນດຽວທີ່ຢູ່ໃນເມືອງແຫ່ງນັ້ນ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງບໍ່ມີທາງເລືອກອື່ນ ນອກຈາກຈະຊ່ວຍໂລດໃຫ້ລອດພົ້ນ ແລະ ທຳລາຍເມືອງໂຊໂດມ. ການສົນທະນາລະຫວ່າງອັບຣາຮາມ ແລະ ພຣະເຈົ້າທີ່ຍົກຂຶ້ນມາເວົ້າຂ້າງເທິງນັ້ນອາດເບິ່ງຄືທຳມະດາ, ແຕ່ພວກມັນສະແດງໃຫ້ເຫັນບາງສິ່ງທີ່ເລິກເຊິ່ງຫຼາຍ: ມັນສະແດງໃຫ້ເຫັນຫຼັກການໃນການກະທຳຂອງພຣະເຈົ້າ ແລະ ກ່ອນທີ່ຈະຕັດສິນໃຈ ພຣະອົງໄດ້ໃຊ້ເວລາຍາວນານເພື່ອສັງເກດ ແລະ ພິຈາລະນາຢ່າງຮອບຄອບ; ພຣະອົງຈະບໍ່ຕັດສິນໃຈຫຍັງ ຫຼື ດ່ວນສະຫຼຸບກ່ອນເວລາທີ່ເໝາະສົມຢ່າງແນ່ນອນ. ການສົນທະນາລະຫວ່າງອັບຣາຮາມ ແລະ ພຣະເຈົ້າສະແດງໃຫ້ພວກເຮົາເຫັນວ່າ ການຕັດສິນໃຈທໍາລາຍເມືອງໂຊໂດມຂອງພຣະເຈົ້າແມ່ນບໍ່ຜິດພາດແມ່ນແຕ່ໜ້ອຍດຽວ, ຍ້ອນພຣະເຈົ້າຮູ້ແລ້ວວ່າ ໃນເມືອງດັ່ງກ່າວແມ່ນບໍ່ມີຄົນຊອບທຳຮອດສີ່ສິບຄົນ ຫຼື ຄົນຊອບທຳຮອດສາມສິບຄົນ ຫຼື ຮອດຊາວຄົນ. ບໍ່ມີແມ່ນແຕ່ສິບຄົນ. ຄົນຊອບທຳພຽງຄົນດຽວຢູ່ໃນເມືອງນັ້ນກໍຄືໂລດ. ທຸກສິ່ງທີ່ເກີດຂຶ້ນໃນເມືອງໂຊໂດມ ແລະ ສະຖານະການຂອງມັນແມ່ນຖືກສັງເກດການໂດຍພຣະເຈົ້າ ແລະ ພຣະເຈົ້າຄຸ້ນເຄີຍກັບມັນຄືກັບຫຼັງມືຂອງພຣະອົງເອງ. ສະນັ້ນ ການຕັດສິນໃຈຂອງພຣະອົງຈຶ່ງບໍ່ສາມາດຜິດພາດໄດ້. ໃນທາງກົງກັນຂ້າມ, ເມື່ອປຽບທຽບກັບຄວາມຊົງລິດທານຸພາບສູງສຸດຂອງພຣະເຈົ້າແລ້ວ, ມະນຸດແມ່ນດ້ານຊາ, ໂງ່ຈ້າ, ຂາດຄວາມຮູ້ ແລະ ສາຍຕາສັ້ນຫຼາຍ. ນີ້ແມ່ນສິ່ງທີ່ພວກເຮົາໄດ້ເຫັນໃນການສົນທະນາລະຫວ່າງອັບຣາຮາມ ແລະ ພຣະເຈົ້າ. ພຣະເຈົ້າໄດ້ເປີດເຜີຍອຸປະນິໄສຂອງພຣະອົງຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ. ໃນທຳນອງດຽວກັນ ໃນນີ້ ພວກເຮົາກໍໄດ້ເຫັນອຸປະນິໄສຂອງພຣະເຈົ້າເຊັ່ນກັນ. ຈຳນວນແມ່ນບໍ່ສໍາຄັນ, ພວກມັນບໍ່ໄດ້ສະແດງເຖິງຫຍັງເລີຍ, ແຕ່ໃນນີ້ ມີການສະແດງອອກທີ່ສຳຄັນຫຼາຍເຖິງອຸປະນິໄສຂອງພຣະເຈົ້າ. ພຣະເຈົ້າຈະບໍ່ທຳລາຍເມືອງ ຍ້ອນມີຄົນຊອບທຳຫ້າສິບຄົນ. ນີ້ແມ່ນເນື່ອງຈາກຄວາມເມດຕາຂອງພຣະເຈົ້າບໍ? ມັນແມ່ນຍ້ອນຄວາມຮັກ ແລະ ຄວາມອົດກັ້ນຂອງພຣະອົງບໍ? ພວກເຈົ້າໄດ້ເຫັນດ້ານນີ້ຂອງອຸປະນິໄສຂອງພຣະເຈົ້າບໍ? ເຖິງແມ່ນມີພຽງແຕ່ຄົນຊອບທຳສິບຄົນເທົ່ານັ້ນ, ພຣະເຈົ້າກໍຈະບໍ່ທຳລາຍເມືອງນັ້ນ ຍ້ອນຄົນຊອບທຳສິບຄົນເຫຼົ່ານີ້. ນີ້ແມ່ນຄວາມອົດທົນ ແລະ ຄວາມຮັກຂອງພຣະເຈົ້າ ຫຼື ບໍ່? ຍ້ອນຄວາມເມດຕາ, ຄວາມອົດກັ້ນ ແລະ ຄວາມຫ່ວງໃຍຂອງພຣະເຈົ້າຕໍ່ຄົນຊອບທຳເຫຼົ່ານັ້ນ, ພຣະອົງຈຶ່ງບໍ່ທຳລາຍເມືອງ. ນີ້ແມ່ນຄວາມອົດກັ້ນຂອງພຣະເຈົ້າ. ແລ້ວໃນທີ່ສຸດ ແມ່ນຫຍັງຄືຜົນຕາມມາທີ່ພວກເຮົາໄດ້ເຫັນ? ເມື່ອອັບຣາຮາມເວົ້າວ່າ: “ບາງເທື່ອອາດມີສິບຄົນຢູ່ທີ່ນັ້ນ”, ພຣະເຈົ້າກໍກ່າວວ່າ: “ເຮົາກໍຈະບໍ່ທຳລາຍມັນ”. ຫຼັງຈາກນັ້ນ ອັບຣາຮາມຈຶ່ງບໍ່ເວົ້າຕໍ່, ຍ້ອນຢູ່ພາຍໃນເມືອງໂຊໂດມ ບໍ່ມີຄົນຊອບທຳຮອດສິບຄົນທີ່ເພິ່ນກ່າວເຖິງ ແລະ ເພິ່ນບໍ່ມີຫຍັງຈະເວົ້າອີກ ແລະ ໃນເວລານັ້ນ ເພິ່ນກໍເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງຕັ້ງໃຈທີ່ຈະທຳລາຍເມືອງໂຊໂດມ. ໃນນີ້, ເຈົ້າໄດ້ເຫັນອຸປະນິໄສຫຍັງຂອງພຣະເຈົ້າບໍ່? ພຣະເຈົ້າມີຄວາມຕັ້ງໃຈແບບໃດ? ພຣະເຈົ້າຕັ້ງໃຈວ່າ ຖ້າເມືອງນີ້ບໍ່ມີຄົນຊອບທຳຮອດສິບຄົນ, ພຣະອົງກໍຈະບໍ່ປ່ອຍເມືອງດັ່ງກ່າວໃຫ້ຢູ່ລອດ ແລະ ຈະທຳລາຍມັນຢ່າງບໍ່ມີການຫຼີກເວັ້ນ. ນີ້ບໍ່ແມ່ນຄວາມໂກດຮ້າຍຂອງພຣະເຈົ້າບໍ? ຄວາມໂກດຮ້າຍນີ້ເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າບໍ? ອຸປະນິໄສນີ້ຄືການເປີດເຜີຍແກ່ນແທ້ອັນບໍລິສຸດຂອງພຣະເຈົ້າບໍ? ມັນຄືການເປີດເຜີຍແກ່ນແທ້ອັນຊອບທຳຂອງພຣະເຈົ້າທີ່ມະນຸດຕ້ອງບໍ່ທ້າທາຍບໍ? ເມື່ອໄດ້ຮັບການຢືນຢັນວ່າບໍ່ມີຄົນຊອບທຳຮອດສິບຄົນໃນເມືອງໂຊໂດມ, ພຣະເຈົ້າກໍແນ່ໃຈທີ່ຈະທຳລາຍເມືອງແຫ່ງນັ້ນ ແລະ ຈະລົງໂທດຜູ້ຄົນທີ່ຢູ່ພາຍໃນເມືອງນັ້ນຢ່າງຮຸນແຮງ, ຍ້ອນພວກເຂົາຕໍ່ຕ້ານພຣະເຈົ້າ ແລະ ຍ້ອນພວກເຂົາສົກກະປົກ ແລະ ເສື່ອມຊາມຫຼາຍ.

ເປັນຫຍັງພວກເຮົາຈຶ່ງວິເຄາະຂໍ້ຄວາມເຫຼົ່ານີ້ໃນລັກສະນະນີ້? ນັ້ນກໍຍ້ອນວ່າ ສອງສາມປະໂຫຍກທຳມະດາເຫຼົ່ານີ້ໄດ້ສະແດງອອກຢ່າງສົມບູນກ່ຽວກັບອຸປະນິໄສຂອງພຣະເຈົ້າທີ່ມີຄວາມເມດຕາຢ່າງຫຼວງຫຼາຍ ແລະ ຄວາມໂກດຮ້າຍຢ່າງຮຸນແຮງ. ໃນຂະນະທີ່ພຣະເຈົ້າເຊີດຊູຄົນຊອບທຳ ແລະ ມີຄວາມເມດຕາ, ຄວາມອົດກັ້ນ ແລະ ຄວາມຫ່ວງໃຍສຳລັບພວກເຂົາ, ໃນຫົວໃຈຂອງພຣະອົງກໍ ມີຄວາມກຽດຊັງຢ່າງເລິກໆສຳລັບທຸກຄົນທີ່ຢູ່ໃນເມືອງໂຊໂດມ ຜູ້ທີ່ຖືກເຮັດໃຫ້ເສື່ອມຊາມ. ນີ້ແມ່ນຄວາມເມດຕາຢ່າງຫຼວງຫຼາຍ ແລະ ຄວາມໂກດຮ້າຍຢ່າງຮຸນແຮງ ຫຼື ບໍ່? ພຣະເຈົ້າທຳລາຍເມືອງດ້ວຍວິທີໃດ? ດ້ວຍໄຟ. ແລ້ວເປັນຫຍັງພຣະອົງຈຶ່ງທຳລາຍມັນດ້ວຍໄຟ? ເມື່ອເຈົ້າເຫັນບາງສິ່ງກຳລັງຖືກເຜົາໄໝ້ດ້ວຍໄຟ ຫຼື ເມື່ອເຈົ້າກຳລັງຈະເຜົາບາງສິ່ງ, ເຈົ້າມີຄວາມຮູ້ສຶກແນວໃດຕໍ່ສິ່ງນັ້ນ? ເປັນຫຍັງເຈົ້າຈຶ່ງຕ້ອງການເຜົາມັນຖິ້ມ? ເຈົ້າຮູ້ສຶກບໍວ່າ ເຈົ້າບໍ່ຕ້ອງການມັນອີກຕໍ່ໄປ, ເຈົ້າບໍ່ປາຖະໜາທີ່ຈະຫຼຽວເບິ່ງມັນອີກຕໍ່ໄປ? ເຈົ້າຕ້ອງການປະຖິ້ມມັນບໍ? ການທີ່ພຣະເຈົ້າໃຊ້ໄຟກໍໝາຍເຖິງການປະຖິ້ມ ແລະ ຄວາມກຽດຊັງ ແລະ ພຣະອົງບໍ່ປາຖະໜາທີ່ຈະເຫັນເມືອງໂຊໂດມນັ້ນອີກຕໍ່ໄປ. ນີ້ຄືຄວາມຮູ້ສຶກທີ່ເຮັດໃຫ້ພຣະເຈົ້າເຜົາເມືອງໂຊໂດມດ້ວຍໄຟ. ການໃຊ້ໄຟແມ່ນສະແດງໃຫ້ເຫັນວ່າພຣະເຈົ້າໄດ້ໃຈຮ້າຍສໍ່າໃດກັນແທ້. ຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະເຈົ້ານັ້ນແມ່ນມີຢູ່ຈິງແນ່ນອນ, ແຕ່ຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າ ເມື່ອເວລາພຣະອົງປ່ອຍຄວາມໂກດຮ້າຍຂອງພຣະອົງ ມັນກໍຍັງສະແດງໃຫ້ມະນຸດເຫັນອີກດ້ານຂອງພຣະເຈົ້າທີ່ພຣະອົງບໍ່ຍອມອົດທົນຕໍ່ການທ້າທາຍຂອງມະນຸດ. ເມື່ອມະນຸດສາມາດເຊື່ອຟັງຄຳສັ່ງຂອງພຣະເຈົ້າຢ່າງສົມບູນ ແລະ ປະຕິບັດຕາມເງື່ອນໄຂຂອງພຣະເຈົ້າ, ພຣະເຈົ້າກໍມີຄວາມເມດຕາຢ່າງຫຼວງຫຼາຍໃຫ້ແກ່ມະນຸດ; ເມື່ອມະນຸດເຕັມໄປດ້ວຍຄວາມເສື່ອມຊາມ, ຄວາມກຽດຊັງ ແລະ ເປັນສັດຕູກັບພຣະອົງ, ພຣະເຈົ້າກໍໃຈຮ້າຍຢ່າງຮຸນແຮງ. ພຣະອົງໃຈຮ້າຍຢ່າງຮຸນແຮງຈົນຮອດລະດັບໃດ? ຄວາມໂກດຮ້າຍຂອງພຣະອົງຈະຄົງຢູ່ຈົນພຣະເຈົ້າບໍ່ເຫັນການຕໍ່ຕ້ານ ແລະ ການກະທຳທີ່ຊົ່ວຮ້າຍຂອງມະນຸດອີກຕໍ່ໄປ, ຈົນກວ່າສິ່ງເຫຼົ່ານັ້ນຈະບໍ່ຢູ່ຕໍ່ຕາພຣະອົງອີກຕໍ່ໄປ. ມີແຕ່ເມື່ອນັ້ນ ຄວາມໃຈຮ້າຍຂອງພຣະເຈົ້າຈຶ່ງຈະຫາຍໄປ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າບຸກຄົນນັ້ນຈະແມ່ນຜູ້ໃດກໍຕາມ, ຖ້າຫົວໃຈຂອງພວກເຂົາຫ່າງໄກອອກຈາກພຣະເຈົ້າ ແລະ ຫັນໜີຈາກພຣະເຈົ້າ, ບໍ່ຫັນກັບຄືນມາຈັກເທື່ອ, ບໍ່ວ່າໃນລັກສະນະໃດ ຫຼື ໃນເລື່ອງຄວາມປາຖະໜາສ່ວນຕົວຂອງພວກເຂົາກໍຕາມ, ບໍ່ວ່າພວກເຂົາປາຖະໜາທີ່ຈະນະມັດສະການ ແລະ ຕິດຕາມ ແລະ ເຊື່ອຟັງພຣະເຈົ້າທີ່ຢູ່ໃນຮ່າງກາຍຂອງພວກເຂົາ ຫຼື ໃນຄວາມຄິດຂອງພວກເຂົາແນວໃດກໍຕາມ, ຄວາມໂກດຮ້າຍຂອງພຣະເຈົ້າຈະຖືກປ່ອຍອອກຢ່າງບໍ່ຢຸດຢັ້ງ. ມັນຈະເປັນຄືກັບ ເມື່ອພຣະເຈົ້າປ່ອຍຄວາມໃຈຮ້າຍຂອງພຣະອົງຢ່າງຮຸນແຮງ, ໄດ້ມອບໂອກາດຢ່າງຫຼວງຫຼາຍໃຫ້ແກ່ມະນຸດ, ຫຼັງຈາກທີ່ໄດ້ປ່ອຍມັນອອກມາ ມັນກໍບໍ່ມີທາງທີ່ຈະເອົາມັນກັບຄືນມາ ແລະ ພຣະອົງຈະບໍ່ເມດຕາ ແລະ ອົດກັ້ນຕໍ່ມະນຸດຊາດດັ່ງກ່າວອີກ. ນີ້ແມ່ນໜຶ່ງດ້ານໃນອຸປະນິໄສຂອງພຣະເຈົ້າທີ່ບໍ່ອົດກັ້ນຕໍ່ການທ້າທາຍ. ໃນນີ້, ມັນເບິ່ງຄືປົກກະຕິທີ່ພຣະເຈົ້າຈະທຳລາຍເມືອງໃດໜຶ່ງ, ຍ້ອນໃນສາຍຕາຂອງພຣະເຈົ້າແລ້ວ ເມືອງໃດທີ່ເຕັມໄປດ້ວຍຄວາມຜິດບາບແມ່ນບໍ່ສາມາດມີຢູ່ໄດ້ ແລະ ສືບຕໍ່ຄົງຢູ່ ແລະ ມັນກໍເໝາະສົມທີ່ຈະຖືກທຳລາຍໂດຍພຣະເຈົ້າ. ແຕ່ໃນເຫດການທີ່ເກີດຂຶ້ນກ່ອນ ແລະ ຫຼັງ ທີ່ພຣະອົງທຳລາຍເມືອງໂຊໂດມ, ພວກເຮົາກໍໄດ້ເຫັນເຖິງອຸປະນິໄສທັງໝົດຂອງພຣະເຈົ້າ. ພຣະອົງອົດກັ້ນ ແລະ ເມດຕາຕໍ່ສິ່ງຕ່າງໆທີ່ມີຄວາມກະລຸນາ, ສວຍງາມ ແລະ ດີ; ຕໍ່ສິ່ງຕ່າງໆທີ່ຊົ່ວຮ້າຍ, ຜິດບາບ ແລະ ຊົ່ວຊ້າ, ພຣະອົງໂກດຮ້າຍຢ່າງແຮງ ຈົນພຣະອົງບໍ່ສາມາດຢຸດຢັ້ງຄວາມໂກດຮ້າຍຂອງພຣະອົງໄດ້. ສິ່ງເຫຼົ່ານີ້ແມ່ນລັກສະນະສອງຢ່າງທີ່ສຳຄັນ ແລະ ໂດດເດັ່ນທີ່ສຸດໃນອຸປະນິໄສຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພຣະເຈົ້າໄດ້ເປີດເຜີຍພວກມັນຕັ້ງແຕ່ຕົ້ນຈົນເຖິງຈຸດຈົບ: ຄວາມເມດຕາທີ່ອຸດົມສົມບູນ ແລະ ຄວາມໂກດຮ້າຍຢ່າງຮຸນແຮງ. ພວກເຈົ້າສ່ວນໃຫຍ່ໄດ້ຜະເຊີນກັບຄວາມເມດຕາຂອງພຣະເຈົ້າ, ແຕ່ມີໜ້ອຍຄົນຫຼາຍທີ່ໄດ້ເຫັນຄຸນຄ່າຄວາມໂກດຮ້າຍຂອງພຣະເຈົ້າ. ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະເຈົ້າແມ່ນສາມາດເຫັນໄດ້ໃນທຸກຄົນ; ນັ້ນກໍຄື ພຣະເຈົ້າມີຄວາມເມດຕາຕໍ່ທຸກຄົນຢ່າງຫຼາຍ. ແຕ່ຫາຍາກ ຫຼື ສາມາດເວົ້າໄດ້ວ່າ ບໍ່ມີເລີຍ ທີ່ພຣະເຈົ້າຈະໃຈຮ້າຍຢ່າງຮຸນແຮງຕໍ່ບຸກຄົນໃດໜຶ່ງ ຫຼື ກຸ່ມຄົນໃດໜຶ່ງທີ່ຢູ່ທ່າມກາງພວກເຈົ້າ. ສະບາຍໃຈໄດ້ເລີຍ! ອີກບໍ່ດົນ ທຸກຄົນກໍຈະໄດ້ເຫັນ ແລະ ຜະເຊີນກັບຄວາມໂກດຮ້າຍຂອງພຣະເຈົ້າ, ແຕ່ໃນຕອນນີ້ ມັນບໍ່ແມ່ນເວລາເທື່ອ. ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນຍ້ອນເມື່ອພຣະເຈົ້າໃຈຮ້າຍຕໍ່ຜູ້ໃດຜູ້ໜຶ່ງຢ່າງຕໍ່ເນື່ອງ ນັ້ນກໍຄື ເມື່ອພຣະອົງປ່ອຍຄວາມໂກດຮ້າຍຢ່າງຮຸນແຮງຂອງພຣະອົງໃສ່ພວກເຂົາ, ນັ້ນໝາຍຄວາມວ່າ ພຣະອົງໄດ້ລັງກຽດ ແລະ ປະຕິເສດບຸກຄົນດັ່ງກ່າວຕັ້ງແຕ່ດົນແລ້ວ, ພຣະອົງກຽດຊັງການເປັນຢູ່ຂອງພວກເຂົາ ແລະ ພຣະອົງບໍ່ສາມາດອົດທົນຕໍ່ການເປັນຢູ່ຂອງພວກເຂົາໄດ້; ທັນທີທີ່ຄວາມໃຈຮ້າຍຂອງພຣະອົງມາເຖິງພວກເຂົາ, ພວກເຂົາກໍຈະຫາຍໄປ. ໃນປັດຈຸບັນ, ພາລະກິດຂອງພຣະເຈົ້າຍັງບໍ່ໄດ້ໄປເຖິງຈຸດນັ້ນເທື່ອ. ບໍ່ມີຜູ້ໃດທ່າມກາງພວກເຈົ້າທີ່ຈະສາມາດແບກຮັບມັນໄດ້ ເມື່ອພຣະເຈົ້າໃຈຮ້າຍຢ່າງຮຸນແຮງ. ພວກເຈົ້າໄດ້ເຫັນແລ້ວວ່າ ໃນເວລານີ້ ພຣະເຈົ້າມີພຽງແຕ່ຄວາມກະລຸນາຕໍ່ພວກເຈົ້າທຸກຄົນຢ່າງຫຼວງຫຼາຍ ແລະ ພວກເຈົ້າຍັງບໍ່ໄດ້ເຫັນເຖິງຄວາມໃຈຮ້າຍຢ່າງຮຸນແຮງຂອງພຣະອົງເທື່ອ. ຖ້າໃຜທີ່ຍັງບໍ່ເຊື່ອ, ພວກເຈົ້າກໍສາມາດຂໍໃຫ້ພຣະເຈົ້າປ່ອຍຄວາມໂກດຮ້າຍໃສ່ພວກເຈົ້າລອງເບິ່ງ, ເພື່ອວ່າ ພວກເຈົ້າຈະໄດ້ຜະເຊີນກັບຂໍ້ແທ້ຈິງທີ່ວ່າ ຄວາມໃຈຮ້າຍຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າທີ່ບໍ່ຍອມທົນຕໍ່ການທ້າທາຍໂດຍມະນຸດນັ້ນມີຢູ່ຈິງ ຫຼື ບໍ່. ພວກເຈົ້າກ້າບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 38)

ຜູ້ຄົນໃນຍຸກສຸດທ້າຍພຽງແຕ່ເຫັນຄວາມໂກດຮ້າຍຂອງພຣະເຈົ້າໃນພຣະທຳຂອງພຣະອົງ ແລະ ບໍ່ໄດ້ຜະເຊີນກັບຄວາມໂກດຮ້າຍຂອງພຣະເຈົ້າຢ່າງແທ້ຈິງ

ນັບຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ, ບໍ່ມີກຸ່ມໃດໄດ້ຮັບຄວາມກະລຸນາ ຫຼື ຄວາມເມດ ແລະ ຄວາມຮັກຄວາມເມດຕາຂອງພຣະເຈົ້າໄດ້ຫຼາຍສໍ່າກຸ່ມສຸດທ້າຍນີ້. ເຖິງແມ່ນໃນຂັ້ນຕອນສຸດທ້າຍ ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ ແລະ ໄດ້ປະຕິບັດພາລະກິດຂອງພຣະອົງດ້ວຍຄວາມສະຫງ່າຜ່າເຜີຍ ແລະ ຄວາມໂກດຮ້າຍ, ສ່ວນໃຫຍ່ແລ້ວ ພຣະເຈົ້າພຽງແຕ່ໃຊ້ພຣະທຳເພື່ອສຳເລັດພາລະກິດຂອງພຣະອົງ; ພຣະອົງໃຊ້ພຣະທຳເພື່ອສັ່ງສອນ ແລະ ຫົດນໍ້າ, ເພື່ອສະໜອງ ແລະ ລ້ຽງດູ. ໃນຂະນະດຽວກັນ, ຄວາມໂກດຮ້າຍຂອງພຣະເຈົ້າແມ່ນຖືກເກັບເຊື່ອງໄວ້ຢູ່ສະເໝີ ແລະ ນອກຈາກຈະຜະເຊີນກັບອຸປະນິໄສອັນໂກດຮ້າຍຂອງພຣະເຈົ້າໃນພຣະທຳຂອງພຣະອົງແລ້ວ, ມີໜ້ອຍຄົນຫຼາຍທີ່ໄດ້ຜະເຊີນກັບຄວາມໃຈຮ້າຍຂອງພຣະອົງເປັນການສ່ວນຕົວ. ນີ້ໝາຍຄວາມວ່າ ໃນລະຫວ່າງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ເຖິງແມ່ນຄວາມໂກດຮ້າຍທີ່ຖືກເປີດເຜີຍໃນພຣະທຳຂອງພຣະເຈົ້າໄດ້ເຮັດໃຫ້ຜູ້ຄົນຜະເຊີນກັບຄວາມສະຫງ່າຜ່າເຜີຍຂອງພຣະເຈົ້າ ແລະ ຄວາມບໍ່ອົດກັ້ນຕໍ່ການທ້າທາຍຂອງພຣະອົງ, ຄວາມໂກດຮ້າຍນີ້ບໍ່ໄດ້ຢູ່ເໜືອພຣະທຳຂອງພຣະອົງ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າໃຊ້ພຣະທຳເພື່ອຕໍານິມະນຸດ, ເປີດໂປງມະນຸດ, ພິພາກສາມະນຸດ, ຂ້ຽນຕີມະນຸດ ແລະ ແມ່ນແຕ່ປະນາມມະນຸດ, ແຕ່ພຣະເຈົ້າຍັງບໍ່ໄດ້ໃຈຮ້າຍຕໍ່ມະນຸດຢ່າງຮຸນແຮງເທື່ອ ແລະ ຍັງບໍ່ທັນໄດ້ປ່ອຍຄວາມໂກດຮ້າຍຂອງພຣະອົງໃສ່ມະນຸດເລີຍ ນອກຈາກໃນພຣະທຳຂອງພຣະອົງ. ສະນັ້ນ ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະເຈົ້າທີ່ມະນຸດໄດ້ຜະເຊີນໃນຍຸກນີ້ຈຶ່ງເປັນການສະແດງເຖິງອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ, ໃນຂະນະທີ່ຄວາມໂກດຮ້າຍຂອງພຣະເຈົ້າທີ່ມະນຸດໄດ້ຜະເຊີນນັ້ນເປັນພຽງຜົນສະທ້ອນຈາກນໍ້າສຽງ ແລະ ຄວາມຮູ້ສຶກເຖິງຖ້ອຍຄຳຂອງພຣະອົງ. ຫຼາຍຄົນຮັບເອົາຜົນສະທ້ອນນີ້ເປັນການຜະເຊີນທີ່ແທ້ຈິງ ແລະ ຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມໂກດຮ້າຍຂອງພຣະເຈົ້າຢ່າງຜິດໆ. ສະນັ້ນ ຄົນສ່ວນໃຫຍ່ຈຶ່ງເຊື່ອວ່າພວກເຂົາໄດ້ເຫັນຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະເຈົ້າໃນພຣະທຳຂອງພຣະອົງ, ພວກເຂົາຍັງໄດ້ເຫັນຄວາມບໍ່ອົດກັ້ນຂອງພຣະເຈົ້າຕໍ່ການທ້າທາຍຂອງມະນຸດ ແລະ ພວກເຂົາສ່ວນໃຫຍ່ໄດ້ເຫັນຄຸນຄ່າຄວາມກະລຸນາ ແລະ ຄວາມອົດກັ້ນຂອງພຣະເຈົ້າທີ່ມີຕໍ່ມະນຸດ. ແຕ່ບໍ່ວ່າພຶດຕິກຳຂອງມະນຸດຈະຊົ່ວສໍ່າໃດກໍຕາມ ຫຼື ອຸປະນິໄສຂອງເຂົາຈະເສື່ອມຊາມສໍ່າໃດກໍຕາມ, ພຣະເຈົ້າກໍອົດທົນຢູ່ສະເໝີ. ໃນການອົດທົນນັ້ນ, ຈຸດປະສົງຂອງພຣະອົງກໍຄືລໍຖ້າໃຫ້ພຣະທຳທີ່ພຣະອົງໄດ້ກ່າວ, ຄວາມພະຍາຍາມທີ່ພຣະອົງໄດ້ເຮັດ ແລະ ລາຄາທີ່ພຣະອົງໄດ້ຈ່າຍນັ້ນບັນລຸຜົນໃນຄົນທີ່ພຣະອົງປາຖະໜາຈະຮັບເອົາ. ການລໍຖ້າຜົນຕາມມາເຊັ່ນນີ້ແມ່ນໃຊ້ເວລາ ແລະ ຈຳເປັນຕ້ອງສ້າງສະພາບແວດລ້ອມທີ່ແຕກຕ່າງກັນສຳລັບມະນຸດ, ໃນລັກສະນະດຽວກັນກັບຜູ້ຄົນທີ່ບໍ່ໄດ້ເປັນຜູ້ໃຫຍ່ໃນທັນທີໃດທີ່ພວກເຂົາເກີດມາ; ມັນໃຊ້ເວລາສິບແປດ ຫຼື ສິບເກົ້າປີ ແລະ ບາງຄົນເຖິງກັບຕ້ອງໃຊ້ເວລາຊາວ ຫຼື ສາມສິບປີກ່ອນທີ່ພວກເຂົາຈະກາຍເປັນຜູ້ໃຫຍ່ທີ່ແທ້ຈິງ. ພຣະເຈົ້າລໍຖ້າໃຫ້ສຳເລັດຂະບວນການນີ້, ພຣະອົງລໍຖ້າການມາເຖິງຂອງເວລາດັ່ງກ່າວ ແລະ ພຣະອົງລໍຖ້າການມາເຖິງຂອງຜົນຕາມມານີ້. ຕະຫຼອດເວລາທີ່ພຣະອົງລໍຖ້າ, ພຣະເຈົ້າມີຄວາມເມດຕາຢ່າງຫຼວງຫຼາຍ. ເຖິງຢ່າງໃດກໍຕາມ ໃນລະຫວ່າງຊ່ວງເວລາພາລະກິດຂອງພຣະເຈົ້າ, ມີຄົນຈຳນວນໜ້ອຍຫຼາຍທີ່ຖືກໂຈມຕີ ແລະ ບາງຄົນຖືກລົງໂທດຍ້ອນພວກເຂົາຕໍ່ຕ້ານພຣະເຈົ້າຢ່າງຮ້າຍແຮງ. ຕົວຢ່າງດັ່ງກ່າວຍິ່ງເປັນເຄື່ອງພິສູດເຖິງອຸປະນິໄສຂອງພຣະເຈົ້າທີ່ບໍ່ທົນຕໍ່ການທ້າທາຍຂອງມະນຸດ ແລະ ເປັນສິ່ງທີ່ຢືນຢັນຢ່າງແທ້ຈິງເຖິງການມີຢູ່ຂອງຄວາມອົດກັ້ນ ແລະ ຄວາມອົດທົນຂອງພຣະເຈົ້າຕໍ່ຜູ້ຄົນທີ່ຖືກເລືອກ. ແນ່ນອນ ໃນຕົວຢ່າງປົກກະຕິເຫຼົ່ານີ້, ການເປີດເຜີຍພາກສ່ວນໃດໜຶ່ງຂອງອຸປະນິໄສຂອງພຣະເຈົ້າໃນຜູ້ຄົນເຫຼົ່ານີ້ບໍ່ໄດ້ກະທົບຕໍ່ແຜນການຄຸ້ມຄອງໂດຍລວມຂອງພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ໃນຂັ້ນຕອນສຸດທ້າຍນີ້ຂອງພາລະກິດຂອງພຣະເຈົ້າ, ພຣະເຈົ້າໄດ້ອົດທົນຕະຫຼອດໄລຍະເວລາທີ່ພຣະອົງໄດ້ລໍຖ້າ ແລະ ພຣະອົງໄດ້ແລກປ່ຽນຄວາມອົດທົນຂອງພຣະອົງ ແລະ ຊີວິດຂອງພຣະອົງກັບຄວາມລອດພົ້ນຂອງຄົນທີ່ຕິດຕາມພຣະອົງ. ພວກເຈົ້າເຂົ້າໃຈສິ່ງນີ້ບໍ? ພຣະເຈົ້າບໍ່ໄດ້ໂກດຮ້າຍຕໍ່ແຜນການຂອງພຣະອົງໂດຍບໍ່ມີເຫດຜົນ. ພຣະອົງສາມາດປ່ອຍຄວາມໂກດຮ້າຍຂອງພຣະອົງ ແລະ ພຣະອົງຍັງສາມາດມີຄວາມເມດຕາ; ນີ້ແມ່ນການເປີດເຜີຍສອງດ້ານທີ່ສຳຄັນຂອງອຸປະນິໄສຂອງພຣະເຈົ້າ. ສິ່ງນີ້ຊັດເຈນຫຼາຍ ຫຼື ບໍ່? ເວົ້າອີກຢ່າງໜຶ່ງກໍຄື ສໍາລັບກ່ຽວກັບພຣະເຈົ້າແລ້ວ, ຄວາມຖືກຕ້ອງ ແລະ ຄວາມຜິດພາດ, ຄວາມຍຸຕິທຳ ແລະ ອະຍຸຕິທຳ, ການຄິດບວກ ແລະ ການຄິດລົບ, ທຸກສິ່ງເຫຼົ່ານີ້ແມ່ນຖືກສະແດງຕໍ່ມະນຸດຢ່າງຊັດເຈນ. ສິ່ງທີ່ພຣະອົງຈະເຮັດ, ສິ່ງທີ່ພຣະອົງມັກ, ສິ່ງທີ່ພຣະອົງກຽດຊັງ, ທຸກສິ່ງເຫຼົ່ານີ້ສາມາດສະທ້ອນເຖິງອຸປະນິໄສຂອງພຣະເຈົ້າໂດຍກົງ. ສິ່ງດັ່ງກ່າວຍັງສາມາດເຫັນໄດ້ໃນພາລະກິດຂອງພຣະເຈົ້າຢ່າງຊັດເຈນ ແລະ ແຈ່ມແຈ້ງ ແລະ ພວກມັນບໍ່ໄດ້ເລື່ອນລອຍ ຫຼື ທົ່ວໄປ; ກົງກັນຂ້າມ ພວກມັນເຮັດໃຫ້ທຸກຄົນເບິ່ງເຫັນອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ໃນລັກສະນະທີ່ມີຕົວຕົນ, ແທ້ຈິງ ແລະ ເປັນຈິງໂດຍພິເສດ. ນີ້ແມ່ນພຣະເຈົ້າທີ່ແທ້ຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 39)

ອຸປະນິໄສຂອງພຣະເຈົ້າບໍ່ເຄີຍຖືກລີ້ລັບຈາກມະນຸດ, ຫົວໃຈຂອງມະນຸດໄດ້ຫັນເຫຈາກພຣະເຈົ້າ

ຕັ້ງແຕ່ເວລາແຫ່ງການເນລະມິດສ້າງ, ອຸປະນິໄສຂອງພຣະເຈົ້າກໍສອດຄ່ອງກັບພາລະກິດຂອງພຣະອົງ. ມັນບໍ່ເຄີຍລິ້ລັບຈາກມະນຸດຈັກເທື່ອ, ແຕ່ຖືກເປີດເຜີຍຢ່າງສົມບູນ ແລະ ຖືກເຮັດໃຫ້ເປັນທີ່ປະຈັກຕໍ່ມະນຸດ. ເຖິງຢ່າງໃດກໍຕາມ ເມື່ອເວລາທີ່ຜ່ານໄປ ຫົວໃຈຂອງມະນຸດກໍເລີ່ມອອກຫ່າງຈາກພຣະເຈົ້າຫຼາຍຂຶ້ນ ແລະ ໃນຂະນະທີ່ຄວາມເສື່ອມຊາມຂອງມະນຸດກໍຮຸນແຮງຍິ່ງຂຶ້ນ, ມະນຸດ ແລະ ພຣະເຈົ້າກໍຍິ່ງຫ່າງໄກກັນໄປເລື້ອຍໆ. ມະນຸດຄ່ອຍໆຫາຍໄປຈາກສາຍຕາຂອງພຣະເຈົ້າ. ມະນຸດບໍ່ສາມາດ “ເຫັນ” ພຣະເຈົ້າ ເຊິ່ງເຮັດໃຫ້ເຂົາປາສະຈາກ “ຂ່າວສານ” ກ່ຽວກັບພຣະເຈົ້າ; ສະນັ້ນ ເຂົາຈຶ່ງບໍ່ຮູ້ວ່າພຣະເຈົ້າເປັນຈິງ ຫຼື ບໍ່ ແລະ ເຖິງກັບປະຕິເສດການເປັນຢູ່ຂອງພຣະເຈົ້າໂດຍສິ້ນເຊີງ. ສະນັ້ນ ການທີ່ມະນຸດບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ກໍບໍ່ແມ່ນຍ້ອນພຣະເຈົ້າລີ້ລັບຈາກມະນຸດ, ແຕ່ຍ້ອນຫົວໃຈຂອງເຂົາໄດ້ຫັນໜີຈາກພຣະເຈົ້າ. ເຖິງແມ່ນມະນຸດເຊື່ອໃນພຣະເຈົ້າ, ຫົວໃຈຂອງມະນຸດກໍປາສະຈາກພຣະເຈົ້າ ແລະ ເຂົາບໍ່ຮູ້ກ່ຽວກັບການຮັກພຣະເຈົ້າ ຫຼື ເຂົາບໍ່ຕ້ອງການທີ່ຈະຮັກພຣະເຈົ້າ, ຍ້ອນຫົວໃຈຂອງເຂົາບໍ່ເຄີຍຫຍັບເຂົ້າໃກ້ພຣະເຈົ້າ ແລະ ເຂົາຫຼີກເວັ້ນພຣະເຈົ້າຢູ່ສະເໝີ. ຜົນຕາມມາກໍຄື ຫົວໃຈຂອງມະນຸດຫ່າງໄກຈາກພຣະເຈົ້າ. ແລ້ວຫົວໃຈຂອງເຂົາຢູ່ໃສ? ໃນຄວາມເປັນຈິງແລ້ວ ຫົວໃຈຂອງມະນຸດບໍ່ໄດ້ໄປໃສເລີຍ: ແທນທີ່ຈະມອບມັນໃຫ້ກັບພຣະເຈົ້າ ຫຼື ເປີດເຜີຍມັນໃຫ້ພຣະເຈົ້າເຫັນ, ເຂົາເກັບມັນໄວ້ສຳລັບຕົນເອງ. ເຖິງແມ່ນວ່າບາງຄົນມັກອະທິຖານຫາພຣະເຈົ້າ ແລະ ເວົ້າວ່າ: “ໂອ ພຣະເຈົ້າ, ຫຼຽວເບິ່ງຫົວໃຈຂອງຂ້ານ້ອຍດ້ວຍເທີ້ນ, ພຣະອົງຮູ້ທຸກສິ່ງທີ່ຂ້ານ້ອຍຄິດ” ແລະ ບາງຄົນເຖິງກັບສາບານຂໍໃຫ້ພຣະເຈົ້າຫຼຽວເບິ່ງຫົວໃຈຂອງພວກເຂົາ ແລ້ວຂໍໃຫ້ພວກເຂົາຖືກລົງໂທດ ຖ້າພວກເຂົາເຮັດຜິດຄຳສາບານຂອງພວກເຂົາ. ເຖິງແມ່ນມະນຸດຍອມໃຫ້ພຣະເຈົ້າຫຼຽວເບິ່ງຫົວໃຈຂອງເຂົາ, ນີ້ກໍບໍ່ໄດ້ໝາຍຄວາມວ່າ ມະນຸດຈະສາມາດເຊື່ອຟັງການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ຫຼື ເຂົາຍອມໃຫ້ໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ ແລະ ທຸກສິ່ງທຸກຢ່າງຂອງເຂົາຢູ່ພາຍໃຕ້ການຄວບຄຸມຂອງພຣະເຈົ້າ. ສະນັ້ນ ຄຳສາບານທີ່ເຈົ້າໃຫ້ກັບພຣະເຈົ້າ ຫຼື ສິ່ງທີ່ເຈົ້າປະກາດຕໍ່ພຣະອົງແມ່ນບໍ່ມີປະໂຫຍດຫຍັງ, ໃນສາຍຕາຂອງພຣະເຈົ້າແລ້ວ ຫົວໃຈຂອງເຈົ້າກໍຍັງປິດຕໍ່ພຣະອົງຢູ່, ຍ້ອນເຈົ້າພຽງແຕ່ຍອມໃຫ້ພຣະເຈົ້າຫຼຽວເບິ່ງຫົວໃຈຂອງເຈົ້າ ແຕ່ບໍ່ໄດ້ອະນຸຍາດໃຫ້ພຣະອົງຄວບຄຸມມັນ. ເວົ້າອີກຢ່າງໜຶ່ງກໍຄື ເຈົ້າບໍ່ໄດ້ມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າເລີຍ ແລະ ພຽງແຕ່ເວົ້າຄຳເວົ້າທີ່ອ່ອນຫວານໃຫ້ພຣະເຈົ້າໄດ້ຍິນ; ໃນຂະນະດຽວກັນ, ເຈົ້າກໍເຊື່ອງເຈດຕະນາຫຼອກລວງຕ່າງໆຈາກພຣະເຈົ້າ, ພ້ອມກັບເລ່ລ່ຽມ, ກົນອຸບາຍ ແລະ ແຜນການຂອງເຈົ້າ ແລະ ເຈົ້າກຳຄວາມຄາດຫວັງ ແລະ ໂຊກຊະຕາຂອງເຈົ້າໄວ້ໃນມືຂອງເຈົ້າຢ່າງແໜ້ນ ໂດຍຢ້ານຢູ່ເລິກໆວ່າ ພວກມັນຈະຖືກພຣະເຈົ້າເອົາໄປ. ສະນັ້ນ ພຣະເຈົ້າຈຶ່ງບໍ່ເຄີຍຫຼຽວເຫັນຄວາມຈິງໃຈຂອງມະນຸດທີ່ມີຕໍ່ພຣະອົງເລີຍ. ເຖິງແມ່ນວ່າ ພຣະເຈົ້າສັງເກດເຫັນຄວາມເລິກຂອງຫົວໃຈມະນຸດ ແລະ ສາມາດເຫັນວ່າມະນຸດກຳລັງຄິດຫຍັງ ແລະ ຫົວໃຈຂອງເຂົາຕ້ອງການເຮັດຫຍັງ ແລະ ສາມາດເຫັນສິ່ງຕ່າງໆທີ່ເກັບໄວ້ພາຍໃນຫົວໃຈຂອງເຂົາ, ຫົວໃຈຂອງມະນຸດກໍບໍ່ໄດ້ເປັນຂອງພຣະເຈົ້າ ແລະ ເຂົາກໍບໍ່ໄດ້ມອບມັນໃຫ້ຢູ່ໃນການຄວບຄຸມຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ພຣະເຈົ້າມີສິດສັງເກດ, ແຕ່ພຣະອົງບໍ່ມີສິດຄວບຄຸມ. ໃນຄວາມຮູ້ສຶກສ່ວນຕົວຂອງມະນຸດ, ມະນຸດບໍ່ຕ້ອງການ ຫຼື ມີເຈດຕະນາທີ່ຈະຍອມໃຫ້ຕົນເອງຢູ່ໃນການຈັດແຈງຂອງພຣະເຈົ້າ. ບໍ່ພຽງແຕ່ມະນຸດປິດກັ້ນຕົນເອງຈາກພຣະເຈົ້າ, ແຕ່ເຖິງກັບມີຄົນທີ່ຄິດຫາວິທີຕ່າງໆເພື່ອຫຸ້ມຫໍ່ຫົວໃຈຂອງພວກເຂົາ, ໂດຍໃຊ້ການເວົ້າແບບນິ້ມນວນ ແລະ ການປະຈົບປະແຈງເພື່ອສ້າງຄວາມປະທັບໃຈທີ່ຜິດ ແລະ ຮັບເອົາຄວາມໄວ້ວາງໃຈຈາກພຣະເຈົ້າ ແລະ ປິດບັງໃບໜ້າທີ່ແທ້ຈິງຂອງພວກເຂົາໃຫ້ອອກຈາກສາຍຕາຂອງພຣະເຈົ້າ. ເປົ້າໝາຍຂອງພວກເຂົາໃນການບໍ່ຍອມໃຫ້ພຣະເຈົ້າເຫັນ ກໍຄືການບໍ່ຍອມໃຫ້ພຣະເຈົ້າຮັບຮູ້ສິ່ງທີ່ພວກເຂົາເປັນ. ພວກເຂົາບໍ່ຕ້ອງການມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າ, ແຕ່ເກັບຮັກສາມັນໄວ້ສໍາລັບຕົວພວກເຂົາເອງ. ຄວາມໃນຂອງເລື່ອງນີ້ກໍຄື ສິ່ງທີ່ມະນຸດເຮັດ ແລະ ສິ່ງທີ່ເຂົາຕ້ອງການແມ່ນຖືກວາງແຜນ, ຄຳນວນ ແລະ ກຳນົດໂດຍມະນຸດເອງທັງໝົດ; ເຂົາບໍ່ຕ້ອງການການມີສ່ວນຮ່ວມ ຫຼື ການແຊກແຊງຂອງພຣະເຈົ້າ, ແຮງໄກທີ່ເຂົາຈະຕ້ອງການໆປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ສະນັ້ນ ບໍ່ວ່າຈະກ່ຽວຂ້ອງກັບຄຳສັ່ງຂອງພຣະເຈົ້າ, ການຝາກຝັງຂອງພຣະອົງ ຫຼື ເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ການຕັດສິນໃຈຂອງມະນຸດກໍອີງຕາມເຈດຕະນາ ແລະ ຜົນປະໂຫຍດຂອງເຂົາເອງ, ອີງຕາມສະພາວະ ແລະ ສະຖານະການຂອງເຂົາເອງໃນເວລານັ້ນ. ມະນຸດໃຊ້ຄວາມຮູ້ ແລະ ຄວາມເຂົ້າໃຈທີ່ເຂົາຄຸ້ນເຄີຍສະເໝີ ແລະ ຄວາມສະຫຼາດຂອງເຂົາເອງເພື່ອຕັດສິນ ແລະ ເລືອກເອົາເສັ້ນທາງທີ່ເຂົາຄວນຍ່າງ ແລະ ບໍ່ຍອມໃຫ້ມີການແຊກແຊງ ຫຼື ການຄວບຄຸມຂອງພຣະເຈົ້າ. ນີ້ແມ່ນຫົວໃຈຂອງມະນຸດທີ່ພຣະເຈົ້າເບິ່ງເຫັນ.

ນັບຕັ້ງແຕ່ເລີ່ມຕົ້ນຈົນເຖິງປັດຈຸບັນ, ມີພຽງແຕ່ມະນຸດເທົ່ານັ້ນທີ່ສາມາດສົນທະນາກັບພຣະເຈົ້າໄດ້. ນັ້ນກໍຄື ໃນບັນດາສິ່ງທີ່ມີຊີວິດທັງປວງ ແລະ ບັນດາສິ່ງທີ່ຖືກສ້າງຂອງພຣະເຈົ້າ, ບໍ່ມີສິ່ງໃດນອກຈາກມະນຸດທີ່ຈະສາມາດສົນທະນາກັບພຣະເຈົ້າໄດ້. ມະນຸດມີຫູທີ່ເຮັດໃຫ້ເຂົາສາມາດໄດ້ຍິນ ແລະ ຕາທີ່ເຮັດໃຫ້ເຂົາໄດ້ເຫັນ; ເຂົາມີພາສາ ແລະ ຄວາມຄິດຂອງເຂົາເອງ ແລະ ຄວາມປະສົງທີ່ເປັນອິດສະຫຼະ. ເຂົາມີທຸກສິ່ງທີ່ຈຳເປັນເພື່ອໄດ້ຍິນພຣະເຈົ້າກ່າວ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຍອມຮັບເອົາການຝາກຝັງຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງສົນທະນາກ່ຽວກັບຄວາມປາຖະໜາທັງໝົດຂອງພຣະອົງກັບມະນຸດ, ຕ້ອງການເຮັດໃຫ້ມະນຸດເປັນເພື່ອນສະໜິດທີ່ມີຈິດໃຈດຽວກັນກັບພຣະອົງ ແລະ ທີ່ສາມາດຍ່າງກັບພຣະອົງ. ຕັ້ງແຕ່ພຣະອົງເລີ່ມຄຸ້ມຄອງ, ພຣະເຈົ້າກໍລໍຖ້າໃຫ້ມະນຸດມອບຫົວໃຈຂອງເຂົາໃຫ້ກັບພຣະອົງ, ຍອມໃຫ້ພຣະເຈົ້າຊໍາລະ ແລະ ສະໜອງມັນ, ເຮັດໃຫ້ເຂົາເປັນທີ່ພໍໃຈພຣະເຈົ້າ ແລະ ເປັນທີ່ຮັກຂອງພຣະເຈົ້າ, ເຮັດໃຫ້ເຂົາເຄົາລົບພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ. ພຣະເຈົ້າຖ້າເບິ່ງ ແລະ ລໍຖ້າຜົນຕາມມານີ້.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 40)

ການປະເມີນໂຢບໂດຍພຣະເຈົ້າ ແລະ ຢູ່ໃນພຣະຄຳພີ

“ມີຊາຍຄົນໜຶ່ງໃນດິນແດນອູເຊ ມີຊື່ວ່າໂຢບ, ຊາຍຄົນນັ້ນເປັນຄົນທີ່ສົມບູນ, ຊື່ສັດ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ” (ໂຢບ 1:1).

“ມັນກໍເປັນດັ່ງນັ້ນ ໃນແຕ່ລະມື້ຫລັງຈາກການກິນລ້ຽງຂອງພວກເຂົາເລີກແລ້ວ ໂຢບກໍໄປ ຊໍາລະລ້າງບາບໃຫ້ພວກເຂົາ ແລະ ລຸກຂຶ້ນແຕ່ເຊົ້າ ເພື່ອຖວາຍເຄື່ອງເຜົາບູຊາຕາມຈຳນວນຂອງພວກເຂົາທັງໝົດ ຍ້ອນໂຢບເວົ້າວ່າ ມັນອາດເປັນຍ້ອນບຸດຊາຍຂອງຕົນທີ່ໄດ້ເຮັດບາບ ແລະ ສາບແຊ່ງພຣະເຈົ້າໃນຫົວໃຈຂອງພວກເຂົາ. ສະນັ້ນ ໂຢບກໍເຮັດແບບນັ້ນຢ່າງຕໍ່ເນື່ອງ” (ໂຢບ 1:5).

“ພຣະເຢໂຮວາກໍກ່າວກັບຊາຕານວ່າ ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ?” (ໂຢບ 1:8).

ແມ່ນຫຍັງຄືປະເດັນສຳຄັນທີ່ພວກເຈົ້າໄດ້ເຫັນໃນຂໍ້ຄວາມເຫຼົ່ານີ້? ສາມຂໍ້ຄວາມສັ້ນໆເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວພັນກັບໂຢບ. ເຖິງວ່າຈະສັ້ນ, ຂໍ້ຄວາມເຫຼົ່ານີ້ກໍໄດ້ລະບຸໃຫ້ເຫັນຢ່າງຊັດເຈນວ່າເພິ່ນເປັນຄົນແບບໃດ. ຜ່ານການບັນຍາຍເຖິງພຶດຕິກຳປະຈຳວັນຂອງໂຢບ ແລະ ການກະທໍາຂອງເພິ່ນ, ຂໍ້ຄວາມເຫຼົ່ານີ້ບອກໃຫ້ທຸກຄົນຮູ້ວ່າ ແທນທີ່ຈະຂາດເຫດຜົນ ແຕ່ການປະເມີນຂອງພຣະເຈົ້າຕໍ່ໂຢບແມ່ນມີເຫດຜົນຢ່າງດີ. ຂໍ້ຄວາມເຫຼົ່ານັ້ນບອກພວກເຮົາວ່າ ບໍ່ວ່າ ຈະເປັນການທີ່ມະນຸດປະເມີນລາຄາຂອງໂຢບ (ໂຢບ 1:1), ຫຼື ການທີ່ພຣະເຈົ້າປະເມີນລາຄາຂອງເພິ່ນ (ໂຢບ 1:8), ທັງສອງຂໍ້ຄວາມແມ່ນເປັນຜົນມາຈາກການກະທຳຂອງໂຢບທີ່ຢູ່ຕໍ່ໜ້າພຣະເຈົ້າ ແລະ ມະນຸດ (ໂຢບ 1:5).

ກ່ອນອື່ນ, ໃຫ້ພວກເຮົາອ່ານຂໍ້ຄວາມທຳອິດ: “ມີຊາຍຄົນໜຶ່ງໃນດິນແດນອູເຊ ມີຊື່ວ່າໂຢບ, ຊາຍຄົນນັ້ນເປັນຄົນທີ່ສົມບູນ, ຊື່ສັດ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ”. ນີ້ຄືການປະເມີນໂຢບເປັນຄັ້ງທຳອິດໃນພຣະຄຳພີ ແລະ ປະໂຫຍກນີ້ແມ່ນການທີ່ຜູ້ຂຽນປະເມີນລາຄາຂອງໂຢບ. ໂດຍທຳມະຊາດແລ້ວ, ມັນຍັງເປັນການປະເມີນລາຄາທີ່ມະນຸດປະເມີນຕໍ່ໂຢບວ່າ: “ຊາຍຄົນນັ້ນເປັນຄົນທີ່ສົມບູນ, ຊື່ສັດ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ”. ຕໍ່ໄປ, ໃຫ້ພວກເຮົາອ່ານການປະເມີນທີ່ພຣະເຈົ້າໄດ້ປະເມີນໂຢບ: “ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ”. ຈາກທັງສອງຂໍ້ຄວາມເຫຼົ່ານີ້, ຂໍ້ຄວາມໜຶ່ງແມ່ນມາຈາກມະນຸດ ແລະ ອີກຂໍ້ຄວາມແມ່ນມາຈາກພຣະເຈົ້າ; ມັນຄືການປະເມີນທີ່ມີເນື້ອຫາແບບດຽວກັນ. ສະນັ້ນມັນສາມາດເຫັນໄດ້ວ່າ ພຶດຕິກຳ ແລະ ການກະທໍາຂອງໂຢບເປັນທີ່ຮູ້ຈັກຕໍ່ມະນຸດ ແລະ ນອກຈາກນັ້ນຍັງຖືກຍົກຍ້ອງໂດຍພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄືຄວາມປະພຶດຂອງໂຢບຕໍ່ໜ້າມະນຸດ ແລະ ຄວາມປະພຶດຂອງເພິ່ນຕໍ່ໜ້າພຣະເຈົ້າເປັນສິ່ງດຽວກັນ; ເພິ່ນວາງພຶດຕິກຳ ແລະ ແຮງຈູງໃຈຂອງເພິ່ນຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ, ເພື່ອວ່າພຣະເຈົ້າຈະສາມາດສັງເກດເຫັນສິ່ງເຫຼົ່ານັ້ນ ແລະ ເພິ່ນເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ສະນັ້ນ ໃນສາຍຕາຂອງພຣະເຈົ້າ ແລະ ຂອງຜູ້ຄົນເທິງແຜ່ນດິນໂລກ ຈຶ່ງມີພຽງແຕ່ໂຢບທີ່ສົມບູນ ແລະ ຊື່ສັດ, ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ.

ການສະແດງອອກໂດຍສະເພາະກ່ຽວກັບການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໃນຊີວິດປະຈຳວັນຂອງໂຢບ

ຕໍ່ໄປ, ໃຫ້ພວກເຮົາມາເບິ່ງການສະແດງອອກທີ່ສະເພາະເຈາະຈົງກ່ຽວກັບການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຂອງໂຢບ. ນອກຈາກຂໍ້ຄວາມກ່ອນ ແລະ ຫຼັງແລ້ວ, ໃຫ້ພວກເຮົາອ່ານ ໂຢບ 1:5 ເຊັ່ນກັນ ເຊິ່ງເປັນໜຶ່ງໃນການສະແດງອອກໂດຍສະເພາະການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຂອງໂຢບ. ມັນກ່ຽວພັນກັບວິທີທີ່ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໃນຊີວິດປະຈຳວັນຂອງເພິ່ນ; ສິ່ງທີ່ສັງເກດເຫັນໄດ້ຢ່າງຊັດເຈນທີ່ສຸດກໍຄື, ເພິ່ນບໍ່ພຽງແຕ່ເຮັດຕາມທີ່ເພິ່ນຄວນເຮັດໂດຍເຫັນແກ່ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍຂອງເພິ່ນເອງ, ແຕ່ຍັງຖວາຍເຄື່ອງເຜົາບູຊາເປັນປະຈຳຕໍ່ໜ້າພຣະເຈົ້າແທນລູກຊາຍຂອງເພິ່ນ. ເພິ່ນຢ້ານວ່າພວກເຂົາຈະ “ເຮັດບາບ ແລະ ສາບແຊ່ງພຣະເຈົ້າໃນຫົວໃຈຂອງພວກເຂົາ” ໃນຂະນະທີ່ພວກເຂົາພາກັນກິນລ້ຽງສະຫຼອງ. ຄວາມຢຳເກງນີ້ສະແດງອອກໃນໂຢບດ້ວຍວິທີໃດ? ຂໍ້ຄວາມຕົ້ນສະບັບໄດ້ບອກເລົ່າເລື່ອງລາວດັ່ງຕໍ່ໄປນີ້: “ມັນກໍເປັນດັ່ງນັ້ນ ໃນແຕ່ລະມື້ຫລັງຈາກການກິນລ້ຽງຂອງພວກເຂົາເລີກແລ້ວ ໂຢບກໍໄປ ຊໍາລະລ້າງບາບໃຫ້ພວກເຂົາ ແລະ ລຸກຂຶ້ນແຕ່ເຊົ້າ ເພື່ອຖວາຍເຄື່ອງເຜົາບູຊາຕາມຈຳນວນຂອງພວກເຂົາທັງໝົດ”. ຄວາມປະພຶດຂອງໂຢບສະແດງໃຫ້ພວກເຮົາເຫັນວ່າ ແທນທີ່ຈະສະແດງອອກໃນພຶດຕິກຳພາຍນອກຂອງເພິ່ນ, ການຢຳເກງພຣະເຈົ້າຂອງເພິ່ນແມ່ນມາຈາກຂ້າງໃນຫົວໃຈຂອງເພິ່ນ ແລະ ການຢຳເກງພຣະເຈົ້າຂອງເພິ່ນແມ່ນສາມາດຄົ້ນພົບໄດ້ໃນທຸກດ້ານຂອງຊີວິດປະຈຳວັນຂອງເພິ່ນຕະຫຼອດເວລາ, ຍ້ອນເພິ່ນບໍ່ພຽງແຕ່ຫຼີກເວັ້ນສິ່ງຊົ່ວຮ້າຍຂອງເພິ່ນເອງ, ແຕ່ມັກຖວາຍເຄື່ອງເຜົາບູຊາແທນລູກຊາຍຂອງເພິ່ນອີກດ້ວຍ. ເວົ້າອີກຢ່າງໜຶ່ງກໍຄື ໂຢບບໍ່ພຽງແຕ່ຢ້ານຢ່າງເລິກໆທີ່ຈະເຮັດບາບຕໍ່ພຣະເຈົ້າ ແລະ ປະຕິເສດພຣະເຈົ້າໃນຫົວໃຈຂອງເພິ່ນເທົ່ານັ້ນ, ແຕ່ເພິ່ນຍັງກັງວົນວ່າ ລູກຊາຍຂອງເພິ່ນອາດເຮັດບາບຕໍ່ພຣະເຈົ້າ ແລະ ປະຕິເສດພຣະອົງໃນຫົວໃຈຂອງພວກເຂົາອີກດ້ວຍ. ຈາກນີ້ ມັນສາມາດເຫັນໄດ້ວ່າ ຄວາມຈິງການຢຳເກງພຣະເຈົ້າຂອງໂຢບຢືນຢັນຕໍ່ການກວດສອບໄດ້ ແລະ ຢູ່ເໜືອຂໍ້ສົງໄສຂອງມະນຸດໃດໆ. ແລ້ວເພິ່ນເຮັດແບບນັ້ນເປັນບາງຄັ້ງບາງຄາວບໍ ຫຼື ເຮັດຢູ່ເລື້ອຍໆ? ປະໂຫຍກສຸດທ້າຍຂອງຂໍ້ຄວາມຄື: “ສະນັ້ນ ໂຢບກໍເຮັດແບບນັ້ນຢ່າງຕໍ່ເນື່ອງ”. ຄວາມໝາຍຂອງພຣະທຳເຫຼົ່ານີ້ຄື ໂຢບບໍ່ໄດ້ໄປ ແລະ ເບິ່ງລູກຊາຍຂອງເພິ່ນເປັນບາງຄັ້ງບາງຄາວ ຫຼື ໃນເວລາທີ່ເພິ່ນພໍໃຈ ຫຼື ເພິ່ນບໍ່ໄດ້ສາລະພາບຕໍ່ພຣະເຈົ້າຜ່ານຄຳອະທິຖານ. ກົງກັນຂ້າມ, ເພິ່ນໃຫ້ລູກຊາຍຂອງເພິ່ນຊໍາລະລ້າງບາບ ແລະ ຖວາຍເຄື່ອງເຜົາບູຊາສຳລັບພວກເຂົາ. ຄຳວ່າ “ຢ່າງຕໍ່ເນື່ອງ” ໃນນີ້ບໍ່ໄດ້ໝາຍຄວາມວ່າ ເພິ່ນເຮັດເປັນເວລາໜຶ່ງ ຫຼື ສອງມື້ ຫຼື ໃນຊ່ວງເວລາໃດໜຶ່ງ. ມັນໝາຍຄວາມວ່າ ການສະແດງອອກເຖິງການຢຳເກງພຣະເຈົ້າຂອງໂຢບບໍ່ແມ່ນຊົ່ວຄາວ ແລະ ບໍ່ໄດ້ຢຸດທີ່ຄວາມຮູ້ ຫຼື ຄຳເວົ້າທີ່ກ່າວອອກມາ; ກົງກັນຂ້າມ ວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໄດ້ນໍາພາຫົວໃຈຂອງເພິ່ນ, ມັນບົ່ງບອກເຖິງພຶດຕິກຳຂອງເພິ່ນ ແລະ ໃນຫົວໃຈຂອງເພິ່ນ ມັນຄືພື້ນຖານຂອງການເປັນຢູ່ຂອງເພິ່ນ. ການທີ່ເພິ່ນເຮັດຢ່າງຕໍ່ເນື່ອງສະແດງໃຫ້ເຫັນວ່າ ໃນຫົວໃຈຂອງເພິ່ນນັ້ນ ເພິ່ນຢ້ານສະເໝີວ່າເພິ່ນເອງຈະເຮັດບາບຕໍ່ພຣະເຈົ້າ ແລະ ຍັງຢ້ານວ່າ ລູກຊາຍ ແລະ ລູກສາວຂອງເພິ່ນຈະເຮັດບາດຕໍ່ພຣະເຈົ້າເຊັ່ນກັນ. ມັນສະແດງໃຫ້ເຫັນວ່າ ວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍທີ່ມີຢູ່ພາຍໃນຫົວໃຈຂອງເພິ່ນນັ້ນໜັກແໜ້ນຫຼາຍສໍ່າໃດ. ດັ່ງນັ້ນ ເພິ່ນຈຶ່ງເຮັດຢ່າງຕໍ່ເນື່ອງ ຍ້ອນໃນຫົວໃຈຂອງເພິ່ນ ເພິ່ນຕົກໃຈ ແລະ ຢ້ານ, ຢ້ານວ່າເພິ່ນຈະເຮັດສິ່ງຊົ່ວຮ້າຍ ແລະ ເຮັດບາບຕໍ່ພຣະເຈົ້າ ແລະ ເພິ່ນຈະຫັນເຫອອກຈາກຫົນທາງຂອງພຣະເຈົ້າ ແລະ ເພິ່ນຈະບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້. ໃນເວລາດຽວກັນ, ເພິ່ນຍັງກັງວົນໃຈກ່ຽວກັບລູກຊາຍ ແລະ ລູກສາວຂອງເພິ່ນ, ຢ້ານວ່າພວກເຂົາຈະເຮັດຜິດຕໍ່ພຣະເຈົ້າ. ນັ້ນແມ່ນຄວາມປະພຶດໂດຍປົກກະຕິຂອງໂຢບໃນຊີວິດປະຈຳວັນຂອງເພິ່ນ. ມັນແມ່ນຄວາມປະພຶດທຳມະດານີ້ທີ່ພິສູດໃຫ້ເຫັນວ່າ ການທີ່ໂຢບຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍນັ້ນບໍ່ແມ່ນຄຳເວົ້າທີ່ວ່າງເປົ່າ, ແຕ່ໂຢບດຳລົງຊີວິດຕາມຄວາມເປັນຈິງນັ້ນໂດຍແທ້. “ສະນັ້ນ ໂຢບກໍເຮັດແບບນັ້ນຢ່າງຕໍ່ເນື່ອງ”: ພຣະທຳເຫຼົ່ານີ້ໄດ້ບອກພວກເຮົາເຖິງການກະທຳໃນແຕ່ລະມື້ຂອງໂຢບທີ່ຢູ່ຕໍ່ໜ້າພຣະເຈົ້າ. ເມື່ອເພິ່ນເຮັດແບບນັ້ນຢ່າງຕໍ່ເນື່ອງ, ພຶດຕິກຳຂອງເພິ່ນ ແລະ ຫົວໃຈຂອງເພິ່ນໄດ້ໄປຢູ່ຕໍ່ໜ້າພຣະເຈົ້າບໍ? ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າພໍໃຈກັບຫົວໃຈຂອງເພິ່ນ ແລະ ພຶດຕິກຳຂອງເພິ່ນຢູ່ເລື້ອຍໆບໍ? ແລ້ວໂຢບເຮັດແບບນັ້ນຢ່າງຕໍ່ເນື່ອງໃນສະພາວະຫຍັງ ແລະ ໃນບໍລິບົດຫຍັງ? ບາງຄົນເວົ້າວ່າ “ມັນເປັນຍ້ອນພຣະເຈົ້າປາກົດຕໍ່ໂຢບຢູ່ເລື້ອຍໆ ເພິ່ນຈຶ່ງກະທຳແບບນັ້ນ”. ບາງຄົນເວົ້າວ່າ “ເພິ່ນເຮັດແບບນັ້ນຢູ່ເລື້ອຍໆ ຍ້ອນເພິ່ນມີຄວາມປະສົງທີ່ຈະຫຼີກເວັ້ນສິ່ງຊົ່ວຮ້າຍ”. ບາງຄົນເວົ້າວ່າ “ບາງເທື່ອ ເພິ່ນຄິດວ່າຊັບສິນອັນມະຫາສານຂອງເພິ່ນບໍ່ໄດ້ມາຢ່າງງ່າຍດາຍ ແລະ ເພິ່ນຮູ້ວ່າ ພຣະເຈົ້າໄດ້ປະທານມັນໃຫ້ກັບເພິ່ນ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງຢ້ານຢູ່ເລິກໆທີ່ຈະສູນເສຍຊັບສິນຂອງເພິ່ນຍ້ອນການເຮັດບາບ ຫຼື ການເຮັດຜິດຕໍ່ພຣະເຈົ້າ”. ຂໍ້ອ້າງເຫຼົ່ານີ້ເປັນຈິງບໍ? ບໍ່ເປັນຈິງແນ່ນອນ. ເພາະວ່າໃນສາຍຕາຂອງພຣະເຈົ້າແລ້ວ ສິ່ງທີ່ພຣະເຈົ້າຍອມຮັບ ແລະ ຊື່ນຊົມຫຼາຍທີ່ສຸດກ່ຽວກັບໂຢບບໍ່ແມ່ນພຽງແຕ່ເພິ່ນໄດ້ເຮັດຢ່າງຕໍ່ເນື່ອງ; ສຳຄັນໄປກວ່ານັ້ນ ແມ່ນຄວາມປະພຶດຂອງເພິ່ນຕໍ່ໜ້າພຣະເຈົ້າ, ຕໍ່ໜ້າມະນຸດ ແລະ ຊາຕານເມື່ອເພິ່ນຖືກມອບໃຫ້ກັບຊາຕານ ແລະ ຖືກລໍ້ລວງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 41)

ຊາຕານລໍ້ລວງໂຢບເປັນຄັ້ງທຳອິດ (ສັດລ້ຽງຂອງເພິ່ນຖືກລັກ ແລະ ໄພພິບັດຕ່າງໆເກີດຂຶ້ນກັບລູກໆຂອງເພິ່ນ) (ຂໍ້ຄວາມທີ່ຖືກຄັດເລືອກ)

ກ. ພຣະທຳທີ່ກ່າວໂດຍພຣະເຈົ້າ

“ພຣະເຢໂຮວາກໍກ່າວກັບຊາຕານວ່າ ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ?” (ໂຢບ 1:8).

“ແລະ ພຣະເຢໂຮວາກ່າວກັບຊາຕານວ່າ ເບິ່ງແມ ທຸກສິ່ງທີ່ລາວມີນັ້ນແມ່ນຢູ່ໃນລິດອຳນາດຂອງເຈົ້າແລ້ວ; ພຽງແຕ່ເຈົ້າຢ່າເດ່ມືລົງໃສ່ລາວ. ສະນັ້ນ ຊາຕານຈຶ່ງອອກໄປຈາກທີ່ສະຖິດຂອງພຣະເຢໂຮວາ” (ໂຢບ 1:12).

ຂ. ຄຳຕອບຂອງຊາຕານ

“ແລ້ວຊາຕານກໍຕອບພຣະເຢໂຮວາ ແລະ ເວົ້າວ່າ ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ? ພຣະອົງບໍ່ໄດ້ປົກປ້ອງລາວ, ປົກປ້ອງເຮືອນຂອງລາວ ແລະ ປົກປ້ອງທຸກຢ່າງທີ່ລາວມີບໍ? ພຣະອົງອວຍພອນວຽກງານທີ່ເຮັດຈາກມືຂອງລາວ ແລະ ຊັບສິນໃນທີ່ດິນຂອງລາວກໍເພີ່ມຂຶ້ນ. ແຕ່ຈົ່ງເດ່ມືຂອງພຣະອົງໄປແຕະຕ້ອງທຸກສິ່ງທີ່ລາວມີຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຢູ່ຕໍ່ໜ້າພຣະອົງເລີຍລະ” (ໂຢບ 1:9-11).

ພຣະເຈົ້າອະນຸຍາດໃຫ້ຊາຕານລໍ້ລວງໂຢບເພື່ອວ່າຄວາມເຊື່ອຂອງໂຢບຈະຖືກເຮັດໃຫ້ສົມບູນ

ຂໍ້ຄວາມໃນ ໂຢບ 1:8 ແມ່ນການບັນທຶກຄັ້ງທຳອິດທີ່ພວກເຮົາເຫັນໃນພຣະຄຳພີ ທີ່ກ່ຽວກັບການສົນທະນາລະຫວ່າງພຣະເຈົ້າເຢໂຮວາ ແລະ ຊາຕານ. ແລ້ວພຣະເຈົ້າເວົ້າແນວໃດ? ຂໍ້ຄວາມຕົ້ນສະບັບໄດ້ເລົ່າເລື່ອງລາວດັ່ງຕໍ່ໄປນີ້: “ພຣະເຢໂຮວາກໍກ່າວກັບຊາຕານວ່າ ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ?” ນີ້ຄືການທີ່ພຣະເຈົ້າປະເມີນໂຢບຕໍ່ໜ້າຊາຕານ; ພຣະເຈົ້າເວົ້າວ່າເພິ່ນເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ກ່ອນຈະມີການສົນທະນາລະຫວ່າງພຣະເຈົ້າ ແລະ ຊາຕານ, ພຣະເຈົ້າໄດ້ຕັ້ງໃຈວ່າ ພຣະອົງຈະໃຊ້ຊາຕານເພື່ອລໍ້ລວງໂຢບ, ພຣະອົງຈະມອບໂຢບໃຫ້ກັບຊາຕານ. ໃນລັກສະນະໜຶ່ງ, ສິ່ງນີ້ຈະໄດ້ພິສູດວ່າ ການທີ່ພຣະເຈົ້າສັງເກດ ແລະ ປະເມີນໂຢບແມ່ນຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ ແລະ ຈະເຮັດໃຫ້ຊາຕານອັບອາຍຜ່ານຄຳພະຍານຂອງໂຢບ; ອີກລັກສະນະໜຶ່ງ, ມັນຈະເຮັດໃຫ້ຄວາມເຊື່ອຂອງໂຢບໃນພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້ານັ້ນສົມບູນ. ສະນັ້ນ ເມື່ອຊາຕານມາຢູ່ຕໍ່ໜ້າພຣະເຈົ້າ, ພຣະເຈົ້າຈຶ່ງບໍ່ເວົ້າແບບອ້ອມຄ້ອມ. ພຣະອົງເຂົ້າສູ່ປະເດັນ ແລະ ຖາມຊາຕານວ່າ: “ເຈົ້າເຄີຍຄຳນຶງເຖິງໂຢບຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ?” ໃນຄຳຖາມຂອງພຣະເຈົ້າແມ່ນມີຄວາມໝາຍດັ່ງຕໍ່ໄປນີ້: ພຣະເຈົ້າຮູ້ວ່າຊາຕານໄດ້ຊັດເຊໄປທົ່ວທຸກບ່ອນ ແລະ ມັກຄອຍສອດແນມໂຢບ ເຊິ່ງເປັນຜູ້ຮັບໃຊ້ຂອງພຣະເຈົ້າ. ມັນມັກລໍ້ລວງ ແລະ ໂຈມຕີໂຢບ, ພະຍາຍາມຄົ້ນຫາວິທີເພື່ອນໍາຄວາມຫາຍະນະມາໃຫ້ເພິ່ນເພື່ອພິສູດວ່າຄວາມເຊື່ອຂອງເພິ່ນໃນພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າບໍ່ສາມາດຍຶດໝັ້ນໄດ້. ຊາຕານຍັງພ້ອມທີ່ຈະສະແຫວງຫາໂອກາດເພື່ອທຳລາຍໂຢບ ເພື່ອວ່າໂຢບອາດຈະປະຕິເສດພຣະເຈົ້າ ແລະ ເພື່ອມັນຈະໄດ້ຄວ້າເອົາໂຢບໄປຈາກມືຂອງພຣະເຈົ້າ. ເຖິງຢ່າງໃດກໍຕາມ ພຣະເຈົ້າຫຼຽວເບິ່ງພາຍໃນຫົວໃຈຂອງໂຢບ ແລະ ເຫັນວ່າເພິ່ນສົມບູນ ແລະ ຊື່ສັດ ແລະ ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ພຣະເຈົ້າຈຶ່ງໃຊ້ຄຳຖາມເພື່ອບອກໃຫ້ຊາຕານຮູ້ວ່າ ໂຢບເປັນມະນຸດທີ່ສົມບູນ ແລະ ຊື່ສັດ ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ໂຢບຈະບໍ່ປະຕິເສດພຣະເຈົ້າ ແລະ ຕິດຕາມຊາຕານຈັກເທື່ອ. ເມື່ອໄດ້ຍິນພຣະເຈົ້າປະເມີນລາຄາໂຢບດັ່ງນັ້ນ ຊາຕານກໍເກີດໃຈຮ້າຍຍ້ອນເສຍໜ້າ. ມັນຍິ່ງມີຄວາມໃຈຮ້າຍ ແລະ ຍິ່ງໃຈຮ້ອນທີ່ຈະຍາດເອົາໂຢບໄປ, ຍ້ອນຊາຕານບໍ່ເຄີຍເຊື່ອວ່າຈະມີຜູ້ໃດທີ່ສົມບູນ ແລະ ຊື່ສັດ ຫຼື ພວກເຂົາຈະສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ໃນເວລານັ້ນ, ຊາຕານຍັງລັງກຽດຄວາມສົມບູນ ແລະ ຄວາມຊື່ສັດໃນມະນຸດ ແລະ ກຽດຊັງຜູ້ຄົນທີ່ສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ສະນັ້ນ ມັນຈຶ່ງຖືກລະບຸໃນໂຢບ 1:9-11 ວ່າ: “ແລ້ວຊາຕານກໍຕອບພຣະເຢໂຮວາ ແລະ ເວົ້າວ່າ ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ? ພຣະອົງບໍ່ໄດ້ປົກປ້ອງລາວ, ປົກປ້ອງເຮືອນຂອງລາວ ແລະ ປົກປ້ອງທຸກຢ່າງທີ່ລາວມີບໍ? ພຣະອົງອວຍພອນວຽກງານທີ່ເຮັດຈາກມືຂອງລາວ ແລະ ຊັບສິນໃນທີ່ດິນຂອງລາວກໍເພີ່ມຂຶ້ນ. ແຕ່ຈົ່ງເດ່ມືຂອງພຣະອົງໄປແຕະຕ້ອງທຸກສິ່ງທີ່ລາວມີຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຢູ່ຕໍ່ໜ້າພຣະອົງເລີຍລະ”. ພຣະເຈົ້າຄຸ້ນເຄີຍກັບທຳມະຊາດທີ່ຊົ່ວຮ້າຍຂອງຊາຕານເປັນຢ່າງດີ ແລະ ຮູ້ເປັນຢ່າງດີວ່າຊາຕານວາງແຜນທີ່ຈະນໍາຄວາມຫາຍະນະມາສູ່ໂຢບຕັ້ງແຕ່ດົນແລ້ວ. ສະນັ້ນ, ໃນນີ້ ການບອກຊາຕານອີກຄັ້ງວ່າໂຢບສົມບູນ ແລະ ຊື່ສັດ ແລະ ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ພຣະອົງປາຖະໜາທີ່ຈະເຮັດໃຫ້ຊາຕານມາຢູ່ໃນເສັ້ນທາງການທົດລອງ ເພື່ອເຮັດໃຫ້ຊາຕານເປີດເຜີຍໃບໜ້າທີ່ແທ້ຈິງຂອງມັນ ແລະ ໂຈມຕີ ແລະ ລໍ້ລວງໂຢບ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າຕັ້ງໃຈເນັ້ນວ່າ ໂຢບສົມບູນ ແລະ ຊື່ສັດ ແລະ ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ດ້ວຍວິທີນີ້ ພຣະອົງຈະໄດ້ເຮັດໃຫ້ຊາຕານໂຈມຕີໂຢບ ຍ້ອນຄວາມກຽດຊັງ ແລະ ຄວາມໂມໂຫຂອງມັນທີ່ວ່າໂຢບເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ຜົນຕາມມາກໍຄື ພຣະເຈົ້າຈະນໍາຄວາມອັບອາຍມາສູ່ຊາຕານໂດຍຜ່ານຂໍ້ແທ້ຈິງທີ່ວ່າ ໂຢບເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ໃນທີ່ສຸດຊາຕານກໍຈະຖືກເຮັດໃຫ້ອັບອາຍ ແລະ ພ່າຍແພ້ຢ່າງສິ້ນເຊີງ. ຫຼັງຈາກນັ້ນ ຊາຕານກໍຈະບໍ່ສົງໄສ ຫຼື ກ່າວຫາກ່ຽວກັບຄວາມສົມບູນ, ຄວາມຊື່ສັດ, ຄວາມຢຳເກງພຣະເຈົ້າ ຫຼື ການຫຼີກເວັ້ນສິ່ງຊົ່ວຮ້າຍຂອງໂຢບອີກຕໍ່ໄປ. ດ້ວຍວິທີນີ້, ການທົດລອງຂອງພຣະເຈົ້າ ແລະ ການລໍ້ລວງຂອງຊາຕານຈຶ່ງບໍ່ມີທາງຫຼີກເວັ້ນໄດ້. ຄົນດຽວທີ່ສາມາດທົນຕໍ່ການທົດລອງຂອງພຣະເຈົ້າ ແລະ ການລໍ້ລວງຂອງຊາຕານໄດ້ກໍຄືໂຢບ. ຫຼັງຈາກການສົນທະນານີ້, ຊາຕານຈຶ່ງໄດ້ຮັບອະນຸຍາດໃຫ້ລໍ້ລວງໂຢບ. ສະນັ້ນຈຶ່ງເກີດການໂຈມຕີຮອບທຳອິດຂອງຊາຕານ. ເປົ້າໝາຍຂອງການໂຈມຕີເຫຼົ່ານີ້ຄືຊັບສິນຂອງໂຢບ, ຍ້ອນຊາຕານໄດ້ກ່າວຫາໂຢບດັ່ງຕໍ່ໄປນີ້: “ໂຢບຢຳເກງພຣະເຈົ້າຍ້ອນບໍ່ຫວັງຜົນຫຍັງບໍ? ... ພຣະອົງອວຍພອນວຽກງານທີ່ເຮັດຈາກມືຂອງລາວ ແລະ ຊັບສິນໃນທີ່ດິນຂອງລາວກໍເພີ່ມຂຶ້ນ”. ຜົນຕາມມາກໍຄື ພຣະເຈົ້າອະນຸຍາດໃຫ້ຊາຕານເອົາທຸກສິ່ງທີ່ໂຢບມີ, ນີ້ແມ່ນຈຸດປະສົງແທ້ຈິງທີ່ວ່າເປັນຫຍັງພຣະເຈົ້າຈຶ່ງລົມກັບຊາຕານ. ເຖິງຢ່າງໃດກໍຕາມ, ພຣະເຈົ້າຮຽກຮ້ອງສິ່ງໜຶ່ງຈາກຊາຕານ ນັ້ນກໍຄື: “ທຸກສິ່ງທີ່ລາວມີນັ້ນແມ່ນຢູ່ໃນລິດອຳນາດຂອງເຈົ້າແລ້ວ; ພຽງແຕ່ເຈົ້າຢ່າເດ່ມືລົງໃສ່ລາວ” (ໂຢບ 1:12). ນີ້ຄືເງື່ອນໄຂທີ່ພຣະເຈົ້າໄດ້ສ້າງຂຶ້ນຫຼັງຈາກທີ່ພຣະອົງອະນຸຍາດໃຫ້ຊາຕານລໍ້ລວງໂຢບ ແລະ ວາງໂຢບໄວ້ໃນກໍາມືຂອງຊາຕານ ແລະ ນີ້ຄືຂໍ້ຈຳກັດທີ່ພຣະອົງໄດ້ກຳນົດໃຫ້ກັບຊາຕານ: ພຣະອົງສັ່ງໃຫ້ຊາຕານບໍ່ທຳຮ້າຍໂຢບ. ຍ້ອນພຣະເຈົ້າຮູ້ວ່າ ໂຢບສົມບູນ ແລະ ຊື່ສັດ ແລະ ຍ້ອນພຣະອົງມີຄວາມເຊື່ອວ່າ ຄວາມສົມບູນ ແລະ ຄວາມຊື່ສັດຂອງໂຢບທີ່ຢູ່ຕໍ່ໜ້າພຣະອົງແມ່ນຢູ່ເໜືອຂໍ້ສົງໄສໃດໆ ແລະ ສາມາດທົນຕໍ່ການທົດສອບ, ສະນັ້ນ ພຣະເຈົ້າຈຶ່ງຍອມໃຫ້ຊາຕານລໍ້ລວງໂຢບ, ແຕ່ກຳນົດຂໍ້ຈຳກັດໃຫ້ແກ່ຊາຕານ: ຊາຕານໄດ້ຮັບອະນຸຍາດໃຫ້ເອົາຊັບສິນທຸກຢ່າງຂອງໂຢບ, ແຕ່ມັນບໍ່ສາມາດແຕະຕ້ອງເພິ່ນໄດ້. ນີ້ໝາຍຄວາມວ່າຫຍັງ? ມັນໝາຍຄວາມວ່າ ພຣະເຈົ້າບໍ່ໄດ້ມອບໂຢບໃຫ້ກັບຊາຕານຢ່າງສົມບູນໃນຊ່ວງເວລານັ້ນ. ຊາຕານສາມາດລໍ້ລວງໂຢບດ້ວຍວິທີການໃດກໍໄດ້ທີ່ມັນຕ້ອງການ, ແຕ່ມັນບໍ່ສາມາດທຳຮ້າຍໂຢບ, ບໍ່ທຳຮ້າຍແມ່ນແຕ່ຜົມເສັ້ນດຽວທີ່ຢູ່ເທິງຫົວຂອງເພິ່ນ, ຍ້ອນທຸກສິ່ງຂອງມະນຸດແມ່ນຖືກຄວບຄຸມໂດຍພຣະເຈົ້າ ແລະ ບໍ່ວ່າມະນຸດຈະມີຊີວິດ ຫຼື ຕາຍກໍຖືກກຳນົດໂດຍພຣະເຈົ້າ. ຊາຕານບໍ່ມີສິດໃນສິ່ງນີ້. ຫຼັງຈາກທີ່ພຣະເຈົ້າກ່າວຖ້ອຍຄໍາເຫຼົ່ານີ້ຕໍ່ຊາຕານ, ຊາຕານກໍບໍ່ລໍຖ້າ ແລະ ເລີ່ມຕົ້ນລົງມືທັນທີ. ມັນໃຊ້ທຸກວິທີການເພື່ອລໍ້ລວງໂຢບ ແລະ ບໍ່ດົນຕໍ່ມາ ໂຢບກໍໄດ້ສູນເສຍແກະ ແລະ ງົວທີ່ມີຄ່າສໍ່າກັບພູເຂົາໜ່ວຍໜຶ່ງໄປ ແລະ ຊັບສິນທັງໝົດທີ່ພຣະເຈົ້າໄດ້ມອບໃຫ້ແກ່ເພິ່ນ... ແລ້ວໃນທີ່ສຸດການທົດລອງຂອງພຣະເຈົ້າກໍມາຮອດເພິ່ນ.

ເຖິງແມ່ນພຣະຄຳພີບອກພວກເຮົາກ່ຽວກັບຈຸດກຳເນີດຂອງການລໍ້ລວງຂອງໂຢບ, ແຕ່ໂຢບເອງເຊິ່ງເປັນຄົນທີ່ຕົກຢູ່ໃນການລໍ້ລວງເຫຼົ່ານີ້ ຮູ້ຈັກວ່າກຳລັງເກີດຫຍັງຂຶ້ນບໍ? ໂຢບເປັນພຽງມະນຸດທຳມະດາ; ແນ່ນອນ ເພິ່ນບໍ່ຮູ້ຫຍັງເລີຍກ່ຽວກັບເລື່ອງລາວທີ່ປາກົດຂຶ້ນອ້ອມຂ້າງຕົວເພິ່ນ. ເຖິງຢ່າງໃດກໍຕາມ, ການທີ່ເພິ່ນຢຳເກງພຣະເຈົ້າ ແລະ ຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນເຮັດໃຫ້ເພິ່ນເຂົ້າໃຈວ່າການທົດລອງຂອງພຣະເຈົ້າໄດ້ມາຮອດເພິ່ນ. ເພິ່ນບໍ່ຮູ້ຈັກສິ່ງທີ່ເກີດຂຶ້ນໃນໂລກຝ່າຍວິນຍານ ຫຼື ເຈດຕະນາຂອງພຣະເຈົ້າທີ່ຢູ່ເບື້ອງຫຼັງການທົດລອງເຫຼົ່ານີ້. ແຕ່ເພິ່ນກໍຮູ້ວ່າ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເພິ່ນ, ເພິ່ນກໍຍຶດໝັ້ນຢ່າງແທ້ຈິງກັບຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ແລະ ຄວນປະຕິບັດຕາມວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ພຣະເຈົ້າໄດ້ເຫັນທ່າທີ ແລະ ປະຕິກິລິຍາຂອງໂຢບຕໍ່ເລື່ອງເຫຼົ່ານີ້ຢ່າງຊັດເຈນ. ພຣະເຈົ້າເຫັນຫຍັງ? ພຣະອົງໄດ້ເຫັນຫົວໃຈຂອງໂຢບທີ່ຢຳເກງພຣະເຈົ້າ, ຍ້ອນວ່າຕັ້ງແຕ່ຕອນເລີ່ມຕົ້ນຕະຫຼອດຈົນເຖິງຕອນທີ່ໂຢບຖືກທົດລອງ, ຫົວໃຈຂອງໂຢບຍັງຄົງເປີດຕໍ່ພຣະເຈົ້າ, ມັນຖືກວາງໄວ້ຢູ່ຕໍ່ໜ້າພຣະເຈົ້າ ແລະ ໂຢບບໍ່ໄດ້ປະຖິ້ມຄວາມສົມບູນ ຫຼື ຄວາມຊື່ສັດຂອງເພິ່ນ ຫຼື ເພິ່ນບໍ່ໄດ້ໂຍນຖິ້ມ ຫຼື ຫັນໜີຈາກວິທີການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ, ບໍ່ມີສິ່ງໃດທີ່ເຮັດໃຫ້ພຣະເຈົ້າພໍໃຈໄປຫຼາຍກວ່າສິ່ງນີ້ອີກແລ້ວ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 42)

ຊາຕານລໍ້ລວງໂຢບເປັນຄັ້ງທຳອິດ (ສັດລ້ຽງຂອງເພິ່ນຖືກລັກ ແລະ ໄພພິບັດຕ່າງໆເກີດຂຶ້ນກັບລູກໆຂອງເພິ່ນ) (ຂໍ້ຄວາມທີ່ຖືກຄັດເລືອກ)

ປະຕິກິລິຍາຂອງໂຢບ

“ແລ້ວໂຢບກໍລຸກຂຶ້ນ ແລະ ຈີກເສື້ອຄຸມຂອງລາວອອກ ແລະ ໂກນຫົວຂອງລາວ ແລະ ລົ້ມລົງກັບພື້ນ ແລະ ນະມັດສະການ ພ້ອມກັບເວົ້າວ່າ ຂ້ານ້ອຍໄດ້ເປືອຍອອກມາຈາກທ້ອງຂອງແມ່ຂອງຂ້ານ້ອຍ ແລະ ຂ້ານ້ອຍກໍຈະກັບຄືນໄປຍັງບ່ອນນັ້ນຢ່າງເປືອຍກາຍ: ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” (ໂຢບ 1:20-21).

ການທີ່ໂຢບຄືນທຸກສິ່ງທີ່ເພິ່ນມີດ້ວຍຕົວເພິ່ນເອງແມ່ນເກີດມາຈາກການທີ່ເພິ່ນຢຳເກງພຣະເຈົ້າ

ຫຼັງຈາກທີ່ພຣະເຈົ້າເວົ້າຕໍ່ຊາຕານວ່າ: “ທຸກສິ່ງທີ່ລາວມີນັ້ນແມ່ນຢູ່ໃນລິດອຳນາດຂອງເຈົ້າແລ້ວ; ພຽງແຕ່ເຈົ້າຢ່າເດ່ມືລົງໃສ່ລາວ”, ຊາຕານກໍຈາກໄປ, ຫຼັງຈາກນັ້ນ ໂຢບກໍຖືກໂຈມຕີທັນທີ ແລະ ຢ່າງຮຸນແຮງ: ກ່ອນອື່ນ, ງົວ ແລະ ລາຂອງເພິ່ນຖືກປຸ້ນສະດົມ ແລະ ຄົນຮັບໃຊ້ຂອງເພິ່ນບາງຄົນຖືກຂ້າຕາຍ; ຕໍ່ມາ, ແກະຂອງເພິ່ນ ແລະ ຄົນຮັບໃຊ້ອີກບາງຄົນກໍຖືກໄຟເຜົາຕາຍ; ຫຼັງຈາກນັ້ນ ອູດຂອງເພິ່ນກໍຖືກເອົາໄປ ແລະ ຄົນຮັບໃຊ້ຂອງເພິ່ນກໍຖືກຂ້າຕາຍເພີ່ມອີກ; ສຸດທ້າຍ ຊີວິດລູກຊາຍ ແລະ ລູກສາວຂອງເພິ່ນກໍຖືກເອົາໄປ. ການໂຈມຕີຊຸດນີ້ຄືຄວາມທໍລະມານທີ່ໂຢບໄດ້ທົນທຸກໃນລະຫວ່າງການທົດລອງຄັ້ງທຳອິດ. ດັ່ງທີ່ພຣະເຈົ້າໄດ້ສັ່ງການໄວ້, ໃນລະຫວ່າງການໂຈມຕີເຫຼົ່ານີ້ ຊາຕານພຽງແຕ່ແນໃສ່ຊັບສິນຂອງໂຢບ ແລະ ລູກໆຂອງເພິ່ນ ແລະ ບໍ່ໄດ້ທຳຮ້າຍໂຢບເອງ. ເຖິງຢ່າງໃດກໍຕາມ, ທັນທີໃດ ໂຢບກໍປ່ຽນຈາກຄົນຮັ່ງມີທີ່ມີຊັບສິນຢ່າງຫຼວງຫຼາຍກາຍເປັນຄົນທີ່ບໍ່ມີຫຍັງເລີຍ. ບໍ່ມີຜູ້ໃດສາມາດທົນຕໍ່ການໂຈມຕີກະທັນຫັນທີ່ຕື່ນຕົກໃຈແບບນີ້ ຫຼື ມີປະຕິກິລິຍາຢ່າງເໝາະສົມຕໍ່ເຫດການນີ້ໄດ້, ແຕ່ໂຢບກໍໄດ້ສະແດງດ້ານພິເສດຂອງເພິ່ນອອກມາ. ຂໍ້ພຣະຄຳພີໄດ້ເລົ່າເລື່ອງລາວດັ່ງຕໍ່ໄປນີ້: “ແລ້ວໂຢບກໍລຸກຂຶ້ນ ແລະ ຈີກເສື້ອຄຸມຂອງລາວອອກ ແລະ ໂກນຫົວຂອງລາວ ແລະ ລົ້ມລົງກັບພື້ນ ແລະ ນະມັດສະການ”. ນີ້ຄືປະຕິກິລິຍາທຳອິດຂອງໂຢບຫຼັງຈາກທີ່ໄດ້ຍິນວ່າເພິ່ນໄດ້ສູນເສຍລູກໆຂອງເພິ່ນ ແລະ ຊັບສິນທັງໝົດຂອງເພິ່ນ. ແຕ່ນອກເໜືອສິ່ງອື່ນໃດ, ເພິ່ນບໍ່ໄດ້ເບິ່ງຄືກັບວ່າຕື່ນຕົກໃຈ ຫຼື ຕົກໃຈຢ້ານ, ແຮງໄກທີ່ເພິ່ນຈະສະແດງຄວາມໃຈຮ້າຍ ຫຼື ຄວາມກຽດຊັງ. ຈາກສິ່ງນີ້ເຈົ້າກໍເຫັນແລ້ວວ່າ ໃນຫົວໃຈຂອງເພິ່ນ ເພິ່ນເຂົ້າໃຈວ່າໄພພິບັດເຫຼົ່ານີ້ບໍ່ແມ່ນອຸປະຕິເຫດ ຫຼື ເກີດຈາກມືຂອງມະນຸດ, ແຮງໄກທີ່ສິ່ງນີ້ຈະເປັນຜົນກຳສະໜອງ ຫຼື ການລົງໂທດ. ກົງກັນຂ້າມ ການທົດລອງຂອງພຣະເຢໂຮວາໄດ້ມາຮອດເພິ່ນ; ແມ່ນພຣະເຢໂຮວາທີ່ປາຖະໜາເອົາຊັບສິນ ແລະ ລູກໆຂອງເພິ່ນ. ດັ່ງນັ້ນ ໂຢບຈຶ່ງໃຈເຢັນຫຼາຍ ແລະ ມີສະຕິ. ຄວາມເປັນມະນຸດທີ່ສົມບູນ ແລະ ຊື່ສັດຂອງເພິ່ນເຮັດໃຫ້ເພິ່ນຕັດສິນຢ່າງຖືກຕ້ອງ ແລະ ຕັດສິນໃຈຢ່າງສົມເຫດສົມຜົນ ແລະ ຢ່າງເປັນທຳມະຊາດກ່ຽວກັບໄພພິບັດທີ່ໄດ້ເກີດຂຶ້ນກັບເພິ່ນ ແລະ ຜົນຕາມມາກໍຄື ເພິ່ນປະພຶດດ້ວຍຄວາມໃຈເຢັນຢ່າງຜິດປົກກະຕິ: “ແລ້ວໂຢບກໍລຸກຂຶ້ນ ແລະ ຈີກເສື້ອຄຸມຂອງລາວອອກ ແລະ ໂກນຫົວຂອງລາວ ແລະ ລົ້ມລົງກັບພື້ນ ແລະ ນະມັດສະການ”. ຄໍາວ່າ: “ຈີກເສື້ອຄຸມຂອງລາວອອກ” ໝາຍຄວາມວ່າ ເພິ່ນບໍ່ໄດ້ນຸ່ງເຄື່ອງ ແລະ ບໍ່ມີຫຍັງເລີຍ; “ໂກນຫົວຂອງລາວ” ໝາຍຄວາມວ່າ ເພິ່ນໄດ້ກັບຄືນຢູ່ຕໍ່ໜ້າພຣະເຈົ້າດັ່ງເດັກທາລົກທີ່ເກີດໃໝ່; “ລົ້ມລົງກັບພື້ນ ແລະ ນະມັດສະການ” ໝາຍຄວາມວ່າ ເພິ່ນໄດ້ເຂົ້າມາສູ່ໂລກໂດຍເປືອຍກາຍ ແລະ ກໍຍັງບໍ່ມີຫຍັງໃນປັດຈຸບັນ, ເພິ່ນໄດ້ກັບຄືນຫາພຣະເຈົ້າຄືກັບເດັກທາລົກທີ່ເກີດໃໝ່. ທັດສະນະຄະຕິຂອງໂຢບຕໍ່ທຸກສິ່ງທີ່ເກີດຂຶ້ນກັບເພິ່ນບໍ່ສາມາດຖືກບັນລຸໄດ້ໂດຍສິ່ງຖືກສ້າງໃດໆຂອງພຣະເຈົ້າ. ຄວາມເຊື່ອໃນພຣະເຢໂຮວາຂອງເພິ່ນແມ່ນຢູ່ເໜືອຂອບເຂດຄວາມເຊື່ອ; ນີ້ແມ່ນການທີ່ເພິ່ນຢຳເກງພຣະເຈົ້າ, ການທີ່ເພິ່ນເຊື່ອຟັງພຣະເຈົ້າ; ເພິ່ນບໍ່ພຽງແຕ່ສາມາດຂອບຄຸນພຣະເຈົ້າທີ່ມອບສິ່ງນັ້ນໃຫ້ກັບເພິ່ນ, ແຕ່ຍັງຂອບຄຸນທີ່ພຣະອົງເອົາສິ່ງນັ້ນໄປຈາກເພິ່ນໄປ. ຍິ່ງໄປກວ່ານັ້ນ, ເພິ່ນສາມາດຄືນທຸກສິ່ງທີ່ເພິ່ນມີໃຫ້ກັບພຣະເຈົ້າດ້ວຍຕົວເພິ່ນເອງ, ລວມເຖິງຊີວິດຂອງເພິ່ນ.

ການທີ່ໂຢບຢຳເກງ ແລະ ເຊື່ອຟັງພຣະເຈົ້າຄືຕົວຢ່າງໃຫ້ກັບມະນຸດຊາດ ແລະ ຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນຄືຈຸດສູງສຸດຂອງຄວາມເປັນມະນຸດທີ່ມະນຸດຄວນມີ. ເຖິງແມ່ນເພິ່ນບໍ່ເຫັນພຣະເຈົ້າ, ເພິ່ນກໍຮູ້ວ່າພຣະເຈົ້າມີຢູ່ຈິງແທ້ ແລະ ຍ້ອນຄວາມເປັນຈິງນີ້ ເພິ່ນຈຶ່ງຢຳເກງພຣະເຈົ້າ ແລະ ຍ້ອນວ່າເພິ່ນຢຳເກງພຣະເຈົ້າ, ເພິ່ນຈຶ່ງສາມາດເຊື່ອຟັງພຣະເຈົ້າ. ເພິ່ນໃຫ້ອິດສະຫຼະກັບພຣະເຈົ້າເພື່ອເອົາຫຍັງກໍໄດ້ທີ່ເພິ່ນມີ, ເພິ່ນບໍ່ໄດ້ຈົ່ມວ່າ ແລະ ລົ້ມລົງກັບພື້ນຕໍ່ໜ້າພຣະເຈົ້າ ແລະ ບອກພຣະອົງວ່າ ໃນຊ່ວງເວລານີ້ ເຖິງແມ່ນພຣະເຈົ້າຈະເອົາເນື້ອໜັງຂອງເພິ່ນໄປ, ເພິ່ນກໍຈະຍອມໃຫ້ພຣະອົງເຮັດແບບນັ້ນຢ່າງເຕັມໃຈ ໂດຍບໍ່ຈົ່ມວ່າຫຍັງເລີຍ. ຄວາມປະພຶດທັງໝົດຂອງເພິ່ນແມ່ນຍ້ອນຄວາມເປັນມະນຸດທີ່ສົມບູນ ແລະ ຊື່ສັດຂອງເພິ່ນ. ນີ້ໝາຍຄວາມວ່າ ຍ້ອນຄວາມໄຮ້ດຽງສາ, ຄວາມຊື່ສັດ ແລະ ຄວາມກະລຸນາຂອງເພິ່ນ, ໂຢບຈຶ່ງໝັ້ນຄົງໃນຄວາມເປັນຈິງຂອງເພິ່ນ ແລະ ປະສົບການກ່ຽວກັບການເປັນຢູ່ຂອງພຣະເຈົ້າ. ບົນພື້ນຖານນີ້ ເພິ່ນໄດ້ບັງຄັບຕົນເອງ ແລະ ເຮັດໃຫ້ຄວາມຄິດ, ພຶດຕິກຳ, ຄວາມປະພຶດ ແລະ ຫຼັກການແຫ່ງການກະທຳຂອງເພິ່ນເປັນມາດຕະຖານຕໍ່ໜ້າພຣະເຈົ້າ ຕາມການທີ່ພຣະເຈົ້ານໍາພາເພິ່ນ ແລະ ການກະທຳຂອງພຣະເຈົ້າທີ່ເພິ່ນໄດ້ເຫັນໃນທ່າມກາງສິ່ງທັງປວງ. ຕະຫຼອດເວລາ, ປະສົບການຂອງເພິ່ນເຮັດໃຫ້ເພິ່ນເກີດມີການຢຳເກງພຣະເຈົ້າຢ່າງແທ້ຈິງ ແລະ ເຮັດໃຫ້ເພິ່ນຫຼີກເວັ້ນສິ່ງຊົ່ວຮ້າຍ. ນີ້ແມ່ນແຫຼ່ງກຳເນີດຂອງຄວາມຊື່ສັດທີ່ໂຢບໄດ້ຍຶດໝັ້ນ. ໂຢບມີຄວາມເປັນມະນຸດທີ່ຊື່ສັດ, ໄຮ້ດຽງສາ ແລະ ກະລຸນາ ແລະ ເພິ່ນມີປະສົບການທີ່ແທ້ຈິງໃນການຢຳເກງພຣະເຈົ້າ, ການເຊື່ອຟັງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ພ້ອມທັງຮູ້ວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ”. ພຽງແຕ່ຍ້ອນສິ່ງເຫຼົ່ານີ້ ເພິ່ນກໍສາມາດຍຶດໝັ້ນໃນຄຳພະຍານຂອງເພິ່ນເມື່ອຕົກຢູ່ໃນທ່າມກາງການໂຈມຕີທີ່ຮ້າຍກາດຂອງຊາຕານ ແລະ ພຽງແຕ່ຍ້ອນສິ່ງເຫຼົ່ານັ້ນ ເພິ່ນກໍສາມາດບໍ່ເຮັດໃຫ້ພຣະເຈົ້າຜິດຫວັງ ແລະ ໃຫ້ຄຳຕອບອັນເປັນທີ່ພໍໃຈແກ່ພຣະເຈົ້າ ເມື່ອການທົດລອງຂອງພຣະເຈົ້າເກີດຂຶ້ນກັບເພິ່ນ. ເຖິງແມ່ນຄວາມປະພຶດຂອງໂຢບໃນລະຫວ່າງການລໍ້ລວງຄັ້ງທຳອິດກົງໄປກົງມາທີ່ສຸດກໍຕາມ, ແຕ່ຄົນຮຸ່ນຕໍ່ມາກໍບໍ່ແນ່ໃຈວ່າຈະບັນລຸຄວາມກົງໄປກົງມາດັ່ງກ່າວນັ້ນໄດ້ ແມ່ນແຕ່ຫຼັງຈາກທີ່ໃຊ້ຄວາມພະຍາຍາມຕະຫຼອດຊີວິດ ຫຼື ພວກເຂົາບໍ່ສາມາດມີຄວາມປະພຶດຂອງໂຢບດັ່ງທີ່ບັນຍາຍໄວ້ຂ້າງເທິງຢ່າງແທ້ຈິງ. ໃນປັດຈຸບັນ ເມື່ອຜະເຊີນກັບຄວາມປະພຶດທີ່ກົງໄປກົງມາຂອງໂຢບ ແລະ ເມື່ອປຽບທຽບມັນກັບສຽງຮ້ອງໄຫ້ ແລະ ຄວາມຕັ້ງໃຈໃນ “ຄວາມເຊື່ອຟັງທີ່ສຸດ ແລະ ຄວາມຈົງຮັກພັກດີຈົນຕາຍ” ທີ່ສະແດງໃຫ້ແກ່ພຣະເຈົ້າໂດຍຜູ້ທີ່ອ້າງວ່າ ເຊື່ອໃນພຣະເຈົ້າ ແລະ ຕິດຕາມພຣະເຈົ້າ, ພວກເຈົ້າຮູ້ສຶກອັບອາຍຢ່າງແຮງ ຫຼື ບໍ່?

ເມື່ອເຈົ້າອ່ານໃນຂໍ້ພຣະຄຳພີກ່ຽວກັບທຸກສິ່ງທີ່ໂຢບ ແລະ ຄອບຄົວຂອງເພິ່ນທົນທຸກ, ແມ່ນຫຍັງຄືປະຕິກິລິຍາຂອງເຈົ້າ? ເຈົ້າສັບສົນໃນຄວາມຄິດຂອງເຈົ້າບໍ? ເຈົ້າປະຫຼາດໃຈບໍ? ການທົດລອງທີ່ເກີດຂຶ້ນກັບໂຢບຈະສາມາດບັນຍາຍໄດ້ວ່າເປັນ “ຕາຢ້ານຫຼາຍ” ບໍ? ເວົ້າອີກຢ່າງໜຶ່ງກໍຄື ມັນຂ້ອນຂ້າງເປັນຕາຕົກໃຈເມື່ອອ່ານກ່ຽວກັບການທົດລອງຂອງໂຢບຕາມທີ່ໄດ້ບັນຍາຍໄວ້ໃນຂໍ້ພຣະຄຳພີ, ແລ້ວບໍ່ຕ້ອງເວົ້າເຖິງວ່າ ພວກມັນຈະເປັນແນວໃດໃນຊີວິດທີ່ແທ້ຈິງເລີຍ. ເຈົ້າກໍເຫັນແລ້ວວ່າ ສິ່ງທີ່ເກີດຂຶ້ນກັບໂຢບບໍ່ແມ່ນ “ການຝຶກຊ້ອມ”, ແຕ່ເປັນ “ການສູ້ຮົບ” ທີ່ແທ້ຈິງ, ໂດຍມີການໃຊ້ “ປືນ” ແລະ “ລູກປືນ” ແທ້ຈິງ. ແຕ່ມັນແມ່ນມືຂອງຜູ້ໃດທີ່ເຮັດໃຫ້ເພິ່ນຕົກຢູ່ໃນການທົດລອງເຫຼົ່ານີ້? ແນ່ນອນ ມັນແມ່ນການກະທໍາຂອງຊາຕານ ແລະ ຊາຕານເປັນຜູ້ເຮັດສິ່ງຕ່າງໆເຫຼົ່ານີ້ດ້ວຍມືຂອງມັນເອງ. ແຕ່ວ່າ ສິ່ງຕ່າງໆເຫຼົ່ານີ້ແມ່ນໄດ້ຮັບອະນຸຍາດຈາກພຣະເຈົ້າເອງ. ພຣະເຈົ້າບອກຊາຕານເຖິງວິທີທີ່ຈະລໍ້ລວງໂຢບບໍ? ພຣະອົງບໍ່ໄດ້ບອກ. ພຣະເຈົ້າພຽງແຕ່ສ້າງເງື່ອນໄຂດຽວທີ່ຊາຕານຕ້ອງປະຕິບັດຕາມ ແລະ ຫຼັງຈາກນັ້ນ ການລໍ້ລວງຈຶ່ງເກີດຂຶ້ນກັບໂຢບ. ເມື່ອການລໍ້ລວງເກີດຂຶ້ນກັບໂຢບ, ມັນເຮັດໃຫ້ຜູ້ຄົນຮູ້ສຶກເຖິງຄວາມຊົ່ວຮ້າຍ ແລະ ຄວາມຂີ້ຮ້າຍຂອງຊາຕານ, ເຖິງຄວາມໂຫດຮ້າຍ ແລະ ຄວາມລັງກຽດຂອງມັນທີ່ມີຕໍ່ມະນຸດ ແລະ ເຖິງຄວາມເປັນສັດຕູຂອງມັນທີ່ມີຕໍ່ພຣະເຈົ້າ. ໃນນີ້ ພວກເຮົາໄດ້ເຫັນວ່າ ຄຳເວົ້າບໍ່ສາມາດບັນຍາຍໄດ້ວ່າ ການລໍ້ລວງນີ້ໂຫດຮ້າຍສໍ່າໃດ. ມັນສາມາດເວົ້າໄດ້ວ່າ ທຳມະຊາດທີ່ຊົ່ວຮ້າຍທີ່ຊາຕານຂົ່ມເຫັງມະນຸດ ແລະ ໃບໜ້າທີ່ຂີ້ຮ້າຍຂອງມັນ ແມ່ນຖືກເປີດໂປງອອກໃນຊ່ວງເວລານີ້ຢ່າງສົມບູນ. ຊາຕານໃຊ້ໂອກາດນີ້, ໂອກາດທີ່ໄດ້ຈາກການອະນຸຍາດຂອງພຣະເຈົ້າ, ເພື່ອເຮັດໃຫ້ໂຢບຕົກຢູ່ໃນການຂົ່ມເຫັງທີ່ຮຸນແຮງ ແລະ ໄຮ້ປານີທີ່ສຸດ, ເຊິ່ງຜູ້ຄົນໃນປັດຈຸບັນບໍ່ສາມາດຈິນຕະນາການ ແລະ ອົດກັ້ນຕໍ່ວິທີການ ແລະ ລະດັບຂອງຄວາມໂຫດຮ້າຍນັ້ນໄດ້ເລີຍ. ແທນທີ່ຈະເວົ້າວ່າໂຢບຖືກລໍ້ລວງໂດຍຊາຕານ ແລະ ເພິ່ນຍຶດໝັ້ນໃນຄຳພະຍານຂອງເພິ່ນໃນລະຫວ່າງການລໍ້ລວງນີ້, ມັນດີກວ່າທີ່ຈະເວົ້າວ່າ ໃນການທົດລອງທີ່ພຣະເຈົ້າໄດ້ກຳນົດໄວ້ໃຫ້ກັບເພິ່ນນັ້ນ, ໂຢບເລີ່ມຕົ້ນຕໍ່ສູ້ກັບຊາຕານເພື່ອປົກປ້ອງຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ແລະ ເພື່ອປ້ອງກັນວິທີການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ. ໃນການຕໍ່ສູ້ນີ້, ໂຢບໄດ້ສູນເສຍແກະ ແລະ ງົວຄວາຍທີ່ມີຄ່າສໍ່າກັບພູເຂົາໜ່ວຍໜຶ່ງ, ເພິ່ນໄດ້ສູນເສຍຊັບສິນທັງໝົດຂອງເພິ່ນ ແລະ ເພິ່ນໄດ້ສູນເສຍລູກຊາຍ ແລະ ລູກສາວຂອງເພິ່ນ. ເຖິງຢ່າງໃດກໍຕາມ ເພິ່ນບໍ່ໄດ້ປະຖິ້ມຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ຫຼື ການຢຳເກງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ໃນການຕໍ່ສູ້ກັບຊາຕານນີ້ ໂຢບເລືອກທີ່ຈະສູນເສຍຊັບສິນ ແລະ ລູກໆຂອງເພິ່ນຫຼາຍກວ່າທີ່ຈະສູນເສຍຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ແລະ ການຢຳເກງພຣະເຈົ້າ. ເພິ່ນເລືອກທີ່ຈະຍຶດໝັ້ນກັບມູນເຄົ້າຂອງຄວາມໝາຍຂອງການເປັນມະນຸດ. ຂໍ້ພຣະຄຳພີໄດ້ເລົ່າເລື່ອງລາວໂດຍຫຍໍ້ກ່ຽວກັບຂະບວນການທັງໝົດທີ່ໂຢບໄດ້ສູນເສຍຊັບສິນຂອງເພິ່ນ ແລະ ຍັງບັນທຶກຄວາມປະພຶດ ແລະ ທັດສະນະຄະຕິຂອງໂຢບ. ເລື່ອງລາວທີ່ສັ້ນ ແລະ ແຈ່ມແຈ້ງເຫຼົ່ານີ້ໄດ້ໃຫ້ຄວາມຮູ້ສຶກວ່າ ໂຢບເກືອບບໍ່ກັງວົນໃຈເລີຍເມື່ອຜະເຊີນກັບການລໍ້ລວງນີ້, ແຕ່ຖ້າສິ່ງທີ່ເກີດຂຶ້ນແທ້ນັ້ນຕ້ອງເກີດຂຶ້ນອີກ, ພ້ອມກັບ ເມື່ອພິຈາລະນາເບິ່ງຂໍ້ແທ້ຈິງຂອງທຳມະຊາດອັນຊົ່ວຮ້າຍຂອງຊາຕານແລ້ວ ສິ່ງຕ່າງໆຈະບໍ່ທຳມະດາ ຫຼື ງ່າຍຄືດັ່ງທີ່ໄດ້ບັນຍາຍໄວ້ໃນປະໂຫຍກເຫຼົ່ານີ້. ຄວາມເປັນຈິງໂຫດຮ້າຍກວ່ານີ້. ນັ້ນຄືລະດັບຄວາມເສຍຫາຍ ແລະ ຄວາມກຽດຊັງທີ່ຊາຕານປະຕິບັດຕໍ່ມະນຸດຊາດ ແລະ ຄືທຸກສິ່ງທີ່ພຣະເຈົ້າເຫັນດີເຫັນພ້ອມ. ຖ້າພຣະເຈົ້າບໍ່ໄດ້ຂໍໃຫ້ຊາຕານທຳຮ້າຍໂຢບ, ຊາຕານກໍຈະຂ້າເພິ່ນຢ່າງແນ່ນອນ ໂດຍບໍ່ມີຄວາມເສຍໃຈເລີຍ. ຊາຕານບໍ່ຕ້ອງການໃຫ້ຜູ້ໃດກໍຕາມນະມັດສະການພຣະເຈົ້າ ຫຼື ມັນບໍ່ປາຖະໜາທີ່ຈະໃຫ້ຄົນທີ່ຊອບທຳໃນສາຍຕາຂອງພຣະເຈົ້າ ແລະ ຄົນທີ່ສົມບູນ ແລະ ຊື່ສັດນັ້ນສາມາດສືບຕໍ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ຍ້ອນວ່າການທີ່ຜູ້ຄົນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໝາຍຄວາມວ່າ ພວກເຂົາຫຼີກເວັ້ນ ແລະ ປະຖິ້ມຊາຕານ ແລະ ດ້ວຍເຫດນັ້ນ ຊາຕານຈຶ່ງສວຍໂອກາດຈາກການອະນຸຍາດຂອງພຣະເຈົ້າເພື່ອໂຍນຄວາມໃຈຮ້າຍ ແລະ ຄວາມກຽດຊັງຂອງມັນໃສ່ໂຢບຢ່າງໄຮ້ຄວາມເມດຕາ. ເຈົ້າໄດ້ເຫັນແລ້ວວ່າ ໂຢບຕ້ອງທົນທຸກກັບຄວາມທໍລະມານຫຼາຍສໍ່າໃດ, ນັບຕັ້ງແຕ່ຈິດໃຈຈົນເຖິງເນື້ອໜັງ ແລະ ຈາກພາຍນອກສູ່ພາຍໃນ. ມື້ນີ້, ພວກເຮົາບໍ່ໄດ້ເຫັນໃນສິ່ງທີ່ເກີດຂຶ້ນວ່າມັນເປັນແນວໃດໃນເວລານັ້ນ ແລະ ພວກເຮົາພຽງແຕ່ສາມາດໄດ້ເຫັນເລັກນ້ອຍເຖິງຄວາມຮູ້ສຶກຂອງໂຢບຈາກເລື່ອງລາວໃນພຣະຄຳພີ ເມື່ອເພິ່ນຕົກຢູ່ໃນຄວາມທໍລະມານໃນເວລານັ້ນ.

ຄວາມຊື່ສັດທີ່ໝັ້ນຄົງຂອງໂຢບໄດ້ນໍາຄວາມອັບອາຍມາສູ່ຊາຕານ ແລະ ເຮັດໃຫ້ມັນແລ່ນໜີໄປດ້ວຍຄວາມຕື່ນຕົກໃຈ

ແລ້ວພຣະເຈົ້າເຮັດແນວໃດເມື່ອໂຢບຕົກຢູ່ໃນການທໍລະມານນີ້? ພຣະເຈົ້າສັງເກດ ແລະ ເຝົ້າເບິ່ງ ແລະ ລໍຖ້າຜົນຕາມມາ. ໃນຂະນະທີ່ພຣະເຈົ້າສັງເກດ ແລະ ເຝົ້າເບິ່ງ, ພຣະອົງຮູ້ສຶກແນວໃດ? ແນ່ນອນ ພຣະອົງຮູ້ສຶກໂສກເສົ້າເສຍໃຈ. ແຕ່ມັນເປັນໄປໄດ້ບໍວ່າພຣະເຈົ້າຈະເສຍໃຈທີ່ພຣະອົງອະນຸຍາດໃຫ້ຊາຕານລໍ້ລວງໂຢບ ດັ່ງນັ້ນພຣະອົງຈຶ່ງຮູ້ສຶກໂສກເສົ້າ? ຄຳຕອບກໍຄື ບໍ່, ພຣະອົງບໍ່ໄດ້ຮູ້ສຶກເສຍໃຈເລີຍ. ຍ້ອນພຣະອົງເຊື່ອຢ່າງໜັກແໜ້ນວ່າ ໂຢບສົມບູນ ແລະ ຊື່ສັດ ແລະ ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ພຣະເຈົ້າພຽງແຕ່ໃຫ້ໂອກາດຊາຕານເພື່ອພິສູດຄວາມຊອບທຳຂອງໂຢບຕໍ່ໜ້າພຣະເຈົ້າ ແລະ ເພື່ອເປີດໂປງຄວາມຊົ່ວຊ້າ ແລະ ຄວາມຕໍ່າຊ້າຂອງມັນເອງ. ຍິ່ງໄປກວ່ານັ້ນ ມັນເປັນໂອກາດທີ່ຈະໃຫ້ໂຢບໄດ້ເປັນພະຍານເຖິງຄວາມຊອບທຳຂອງເພິ່ນ ແລະ ເປັນພະຍານຕໍ່ການທີ່ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຕໍ່ໜ້າຜູ້ຄົນເທິງແຜ່ນດິນໂລກ, ຕໍ່ຊາຕານ ແລະ ແມ່ນແຕ່ຕໍ່ໜ້າທຸກຄົນທີ່ຕິດຕາມພຣະເຈົ້າ. ຜົນຕາມມາສຸດທ້າຍດັ່ງກ່າວໄດ້ພິສູດວ່າການທີ່ພຣະເຈົ້າປະເມີນໂຢບນັ້ນຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດບໍ? ໂຢບໄດ້ເອົາຊະນະຊາຕານແທ້ບໍ? ໃນນີ້ ພວກເຮົາໄດ້ອ່ານຄຳເວົ້າຕົ້ນສະບັບຂອງໂຢບ ເຊິ່ງເປັນຄຳເວົ້າທີ່ພິສູດວ່າ ເພິ່ນໄດ້ເອົາຊະນະຊາຕານແລ້ວ. ເພິ່ນເວົ້າວ່າ: “ຂ້ານ້ອຍໄດ້ເປືອຍອອກມາຈາກທ້ອງຂອງແມ່ຂອງຂ້ານ້ອຍ ແລະ ຂ້ານ້ອຍກໍຈະກັບຄືນໄປຍັງບ່ອນນັ້ນຢ່າງເປືອຍກາຍ”. ນີ້ຄືທ່າທີແຫ່ງຄວາມເຊື່ອຟັງຂອງໂຢບທີ່ມີຕໍ່ພຣະເຈົ້າ. ຕໍ່ມາ, ເພິ່ນເວົ້າວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ”. ຄຳເວົ້າເຫຼົ່ານີ້ທີ່ໂຢບກ່າວໄດ້ພິສູດໃຫ້ເຫັນວ່າ ພຣະເຈົ້າສັງເກດເຖິງສ່ວນເລິກໃນຫົວໃຈຂອງມະນຸດ, ພຣະອົງສາມາດຫຼຽວເບິ່ງເຂົ້າໄປໃນຄວາມຄິດຂອງມະນຸດ ແລະ ຄຳເວົ້າເຫຼົ່ານັ້ນກໍໄດ້ພິສູດວ່າ ການທີ່ພຣະເຈົ້າເຫັນດີເຫັນພ້ອມກັບໂຢບແມ່ນປາສະຈາກຂໍ້ຜິດພາດ ແລະ ມະນຸດຄົນນີ້ທີ່ໄດ້ຮັບຄວາມເຫັນດີຈາກພຣະເຈົ້າກໍເປັນຄົນຊອບທຳແທ້. “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ”. ຄຳເວົ້າເຫຼົ່ານີ້ແມ່ນຄຳພະຍານຂອງໂຢບເຖິງພຣະເຈົ້າ. ມັນແມ່ນຄຳເວົ້າທຳມະດາເຫຼົ່ານີ້ທີ່ເຮັດໃຫ້ຊາຕານຢ້ານ, ທີ່ນໍາຄວາມອັບອາຍມາສູ່ມັນ ແລະ ເຮັດໃຫ້ມັນແລ່ນໜີໄປດ້ວຍຄວາມຕື່ນຕົກໃຈ ແລະ ຍິ່ງໄປກວ່ານັ້ນກໍຄື ຄຳເວົ້າເຫຼົ່ານີ້ໄດ້ລ່າມໂສ້ຊາຕານ ແລະ ປ່ອຍໃຫ້ມັນຂາດຊັບພະຍາກອນ. ພ້ອມນັ້ນ ຄຳເວົ້າເຫຼົ່ານີ້ຍັງເຮັດໃຫ້ຊາຕານຮູ້ສຶກເຖິງຄວາມມະຫັດສະຈັນ ແລະ ລິດທານຸພາບແຫ່ງການກະທຳຂອງພຣະເຈົ້າເຢໂຮວາ ແລະ ເຮັດໃຫ້ມັນໄດ້ຮັບຮູ້ເຖິງສະເໜ່ພິເສດຂອງຄົນທີ່ມີຫົວໃຈປົກຄອງໂດຍເສັ້ນທາງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຄຳເວົ້າເຫຼົ່ານັ້ນຍັງສະແດງໃຫ້ຊາຕານໄດ້ຮູ້ເຖິງອໍານາດອັນແຮງກ້າທີ່ບຸກຄົນເລັກນ້ອຍ ແລະ ບໍ່ສຳຄັນໄດ້ສະແດງອອກໃນການຍຶດຕິດກັບວິທີການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ. ດ້ວຍເຫດນັ້ນ ຊາຕານຈຶ່ງພ່າຍແພ້ໃນການຕໍ່ສູ້ຄັ້ງທຳອິດ. ເຖິງແມ່ນຈະໄດ້ “ຮຽນຮູ້ຈາກສິ່ງນີ້” ແລ້ວ, ຊາຕານກໍຍັງບໍ່ມີເຈດຕະນາທີ່ຈະປ່ອຍໃຫ້ໂຢບໄປ ຫຼື ບໍ່ມີການປ່ຽນແປງໃນທຳມະຊາດທີ່ຊົ່ວຮ້າຍຂອງມັນ. ຊາຕານພະຍາຍາມສືບຕໍ່ໂຈມຕີໂຢບ ແລະ ດັ່ງນັ້ນ ມັນຈຶ່ງມາຢູ່ຕໍ່ໜ້າພຣະເຈົ້າອີກຄັ້ງ...

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 43)

ຊາຕານລໍ້ລວງໂຢບອີກຄັ້ງ (ບາດແຜລາມໄປທົ່ວຮ່າງກາຍຂອງໂຢບ) (ຂໍ້ຄວາມທີ່ຖືກຄັດເລືອກ)

ກ. ພຣະທຳທີ່ກ່າວໂດຍພຣະເຈົ້າ

“ພຣະເຢໂຮວາກໍກ່າວກັບຊາຕານນັ້ນວ່າ ເຈົ້າເຄີຍຄຳນຶງເຖິງໂຢບ ຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? ແລະ ເຖິງແມ່ນວ່າເຈົ້າໄດ້ເຮັດໃຫ້ເຮົາຕໍ່ຕ້ານລາວ ແລະ ທຳລາຍລາວໂດຍບໍ່ມີເຫດຜົນຫຍັງກໍຕາມ ລາວກໍຍັງຍຶດໝັ້ນຢ່າງໜຽວແໜ້ນໃນຄວາມຊື່ສັດຂອງລາວ” (ໂຢບ 2:3).

“ແລະ ພຣະເຢໂຮວາເວົ້າກັບຊາຕານວ່າ ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ” (ໂຢບ 2:6).

ຂ. ຄຳເວົ້າທີ່ກ່າວໂດຍຊາຕານ

“ຊາຕານກໍຕອບພຣະເຢໂຮວາ ແລະ ກ່າວວ່າ ຜິວໜັງຕໍ່ຜິວໜັງ ແມ່ນແລ້ວ ທຸກສິ່ງທີ່ມະນຸດມີ ເຂົາຈະຍອມສະລະເພື່ອຊີວິດຂອງເຂົາ. ແຕ່ຈົ່ງເດ່ມືພຣະອົງອອກໄປແຕະຕ້ອງກະດູກ ແລະ ເນື້ອໜັງຂອງລາວຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຕໍ່ໜ້າພຣະອົງເລີຍລະ” (ໂຢບ 2:4-5).

ຄ. ວິທີທີ່ໂຢບຈັດການກັບການທົດລອງ

“ແລ້ວເມຍຂອງລາວເວົ້າກັບລາວວ່າ ເຈົ້າຍັງມີຄວາມຊື່ສັດຢູ່ບໍ? ສາບແຊ່ງພຣະເຈົ້າ ແລ້ວຕາຍໄປສະ. ແຕ່ລາວເວົ້າກັບເມຍຂອງລາວວ່າ ເຈົ້າເວົ້າຄືກັບຜູ້ຍິງທີ່ໂງ່ຈ້າເວົ້າແທ້. ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ? ເຖິງແມ່ນໄດ້ຮັບຄວາມຍາກລໍາບາກທັງໝົດ ໂຢບກໍບໍ່ໄດ້ເວົ້າໃນສິ່ງທີ່ເຮັດໃຫ້ລາວເປັນບາບ” (ໂຢບ 2:9-10).

“ຂໍໃຫ້ມື້ທີ່ຂ້ານ້ອຍເກີດນັ້ນດັບສູນເທີ້ນ ແລະ ກາງຄືນຂອງມື້ທີ່ວ່າຈະມີການຕັ້ງທ້ອງເດັກຊາຍນັ້ນ. ຂໍໃຫ້ມື້ນັ້ນມີແຕ່ຄວາມມືດມົວ. ຂໍໃຫ້ພຣະເຈົ້າຢ່າສົນໃຈເລື່ອງນີ້ຈາກເບື້ອງເທິງ ຫຼື ສ່ອງແສງສະຫວ່າງລົງມາເລີຍ” (ໂຢບ 3:3-4).

ຄວາມຮັກຂອງໂຢບໃນເສັ້ນທາງຂອງພຣະເຈົ້າເໜືອທຸກສິ່ງ

ຂໍ້ພຣະຄຳພີໄດ້ບັນທຶກບົດສົນທະນາລະຫວ່າງພຣະເຈົ້າ ແລະ ຊາຕານດັ່ງລຸ່ມນີ້ວ່າ: “ພຣະເຢໂຮວາກໍກ່າວກັບຊາຕານນັ້ນວ່າ ເຈົ້າເຄີຍຄຳນຶງເຖິງໂຢບ ຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? ແລະ ເຖິງແມ່ນວ່າເຈົ້າໄດ້ເຮັດໃຫ້ເຮົາຕໍ່ຕ້ານລາວ ແລະ ທຳລາຍລາວໂດຍບໍ່ມີເຫດຜົນຫຍັງກໍຕາມ ລາວກໍຍັງຍຶດໝັ້ນຢ່າງໜຽວແໜ້ນໃນຄວາມຊື່ສັດຂອງລາວ” (ໂຢບ 2:3). ໃນການສົນທະນານີ້, ພຣະເຈົ້າໄດ້ຖາມຊາຕານດ້ວຍຄຳຖາມເດີມອີກຄັ້ງ. ມັນເປັນຄຳຖາມທີ່ສະແດງໃຫ້ພວກເຮົາເຫັນເຖິງການປະເມີນຂອງພຣະເຈົ້າເຢໂຮວາເພື່ອຢືນຢັນກ່ຽວກັບສິ່ງທີ່ໂຢບໄດ້ສະແດງອອກ ແລະ ການດຳລົງຊີວິດໃນລະຫວ່າງການທົດລອງຄັ້ງທຳອິດ ແລະ ເປັນການປະເມີນທີ່ບໍ່ໄດ້ແຕກຕ່າງຈາກການທີ່ພຣະເຈົ້າປະເມີນໂຢບກ່ອນທີ່ເພິ່ນຈະໄດ້ຜະເຊີນກັບການລໍ້ລວງຂອງຊາຕານ. ນີ້ໝາຍຄວາມວ່າ ກ່ອນການລໍ້ລວງຈະເກີດຂຶ້ນກັບເພິ່ນ ໃນສາຍຕາຂອງພຣະເຈົ້າ ໂຢບສົມບູນ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງປົກປ້ອງເພິ່ນ ແລະ ຄອບຄົວຂອງເພິ່ນ ແລະ ອວຍພອນເພິ່ນ; ເພິ່ນສົມຄວນທີ່ຈະໄດ້ຮັບພອນໃນສາຍຕາຂອງພຣະເຈົ້າ. ຫຼັງຈາກການລໍ້ລວງ, ໂຢບກໍບໍ່ໄດ້ເຮັດບາບດ້ວຍປາກຂອງເພິ່ນຍ້ອນການສູນເສຍຊັບສິນ ແລະ ລູກໆຂອງເພິ່ນ, ແຕ່ສືບຕໍ່ສັນລະເສີນນາມຂອງພຣະເຢໂຮວາ. ຄວາມປະພຶດຕົວຈິງຂອງເພິ່ນເຮັດໃຫ້ພຣະເຈົ້າສັນລະເສີນເພິ່ນ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງໃຫ້ຄະແນນເພິ່ນເຕັມ. ຍ້ອນໃນສາຍຕາຂອງໂຢບ, ລູກຫຼານຂອງເພິ່ນ ຫຼື ຊັບສິນຂອງເພິ່ນແມ່ນບໍ່ພຽງພໍທີ່ຈະເຮັດໃຫ້ເພິ່ນປະຖິ້ມພຣະເຈົ້າໄດ້. ເວົ້າອີກຢ່າງໜຶ່ງກໍຄື ຕໍາແໜ່ງຂອງພຣະເຈົ້າທີ່ຢູ່ໃນຫົວໃຈຂອງເພິ່ນບໍ່ສາມາດຖືກແທນທີ່ໄດ້ໂດຍລູກໆຂອງເພິ່ນ ຫຼື ຊັບສິນສ່ວນໃດສ່ວນໜຶ່ງໄດ້. ໃນລະຫວ່າງການລໍ້ລວງຄັ້ງທຳອິດຂອງໂຢບ, ເພິ່ນໄດ້ສະແດງໃຫ້ພຣະເຈົ້າເຫັນວ່າ ຄວາມຮັກຂອງເພິ່ນສຳລັບພຣະເຈົ້າ ແລະ ຄວາມຮັກຂອງເພິ່ນສຳລັບວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍແມ່ນຢູ່ເໜືອສິ່ງອື່ນໃດ. ການທົດລອງນີ້ແມ່ນພຽງແຕ່ເຮັດໃຫ້ໂຢບມີປະສົບການໃນການຮັບເອົາລາງວັນຈາກພຣະເຈົ້າເຢໂຮວາ ແລະ ການຖືກພຣະອົງເອົາຊັບສິນ ແລະ ລູກໆຂອງເພິ່ນໄປ.

ສຳລັບໂຢບແລ້ວ, ນີ້ແມ່ນປະສົບການແທ້ຈິງທີ່ໄດ້ລ້າງຈິດວິນຍານຂອງເພິ່ນໃຫ້ສະອາດ; ມັນຄືການຮັບບັບຕິດສະມາແຫ່ງຊີວິດທີ່ສະໜອງການເປັນຢູ່ຂອງເພິ່ນ ແລະ ຍິ່ງໄປກວ່ານັ້ນ ມັນຄືງານລ້ຽງສະຫຼອງຢ່າງຫຼູຫຼາທີ່ທົດສອບຄວາມເຊື່ອຟັງຂອງເພິ່ນ ແລະ ຄວາມຢຳເກງພຣະເຈົ້າຂອງເພິ່ນ. ການລໍ້ລວງນີ້ໄດ້ປ່ຽນແປງຖານະຂອງໂຢບຈາກຜູ້ຊາຍທີ່ລໍ້າລວຍໃຫ້ກາຍເປັນຄົນທີ່ບໍ່ມີຫຍັງເລີຍ ແລະ ມັນຍັງເຮັດໃຫ້ເພິ່ນໄດ້ຜະເຊີນກັບການທີ່ຊາຕານຂົ່ມເຫັງມະນຸດຊາດ. ຄວາມທຸກຍາກຂອງເພິ່ນບໍ່ໄດ້ເຮັດໃຫ້ເພິ່ນກຽດຊັງຊາຕານ; ກົງກັນຂ້າມ ໃນການກະທຳທີ່ຊົ່ວຊ້າຂອງຊາຕານ ເພິ່ນໄດ້ເຫັນເຖິງຄວາມຂີ້ຮ້າຍ ແລະ ຄວາມເປັນຕາດູຖູກຊາຕານ ພ້ອມທັງຄວາມເປັນສັດຕູ ແລະ ຄວາມກະບົດຂອງຊາຕານຕໍ່ພຣະເຈົ້າ ແລະ ສິ່ງນີ້ດົນໃຈໃຫ້ເພິ່ນຍຶດໝັ້ນໃນວິທີການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຕະຫຼອດໄປ. ເພິ່ນສາບານວ່າເພິ່ນຈະບໍ່ປະຖິ້ມພຣະເຈົ້າ ແລະ ຫັນຫຼັງຂອງເພິ່ນໃຫ້ກັບຫົນທາງຂອງພຣະເຈົ້າ ຍ້ອນປັດໄຈພາຍນອກ ເຊັ່ນ: ຊັບສິນ, ລູກໆ ຫຼື ຍາດພີ່ນ້ອງ ຫຼື ເພິ່ນຈະບໍ່ເປັນຂ້າທາດໃຫ້ກັບຊາຕານ, ຊັບສິນ ຫຼື ບຸກຄົນໃດໜຶ່ງ; ນອກຈາກພຣະເຈົ້າເຢໂຮວາແລ້ວ ບໍ່ມີຜູ້ໃດທີ່ຈະສາມາດເປັນພຣະຜູ້ເປັນເຈົ້າຂອງເພິ່ນ ຫຼື ພຣະເຈົ້າຂອງເພິ່ນ. ສິ່ງດັ່ງກ່າວແມ່ນຄວາມປາຖະໜາຂອງໂຢບ. ໃນອີກດ້ານໜຶ່ງ, ໂຢບຍັງໄດ້ຮັບບາງສິ່ງຈາກການລໍ້ລວງນີ້. ເພິ່ນໄດ້ຮັບເອົາຄວາມຮັ່ງມີຢ່າງຫຼວງຫຼາຍໃນທ່າມກາງການທົດລອງທີ່ພຣະເຈົ້າໄດ້ມອບໃຫ້ກັບເພິ່ນ.

ໃນລະຫວ່າງຊີວິດຂອງໂຢບຕະຫຼອດສອງສາມທົດສະວັດທີ່ຜ່ານມາ, ເພິ່ນໄດ້ເຫັນການກະທຳຂອງພຣະເຢໂຮວາ ແລະ ໄດ້ຮັບເອົາພອນຂອງພຣະເຈົ້າເຢໂຮວາທີ່ປະທານໃຫ້ເພິ່ນ. ພວກມັນແມ່ນພອນທີ່ເຮັດໃຫ້ເພິ່ນຮູ້ສຶກບໍ່ສະບາຍໃຈ ແລະ ເປັນໜີ້ບຸນຄຸນຫຼາຍ, ຍ້ອນເພິ່ນເຊື່ອວ່າ ເພິ່ນບໍ່ໄດ້ເຮັດຫຍັງສຳລັບພຣະເຈົ້າເລີຍ, ແຕ່ໄດ້ຮັບມໍລະດົກດ້ວຍພອນທີ່ຍິ່ງໃຫຍ່ດັ່ງກ່າວ ແລະ ໄດ້ຮັບຄວາມກະລຸນາຢ່າງຫຼວງຫຼາຍ. ຍ້ອນເຫດຜົນນີ້, ເພິ່ນຈຶ່ງມັກອະທິຖານໃນຫົວໃຈຂອງເພິ່ນ, ຫວັງວ່າເພິ່ນຈະສາມາດຕອບແທນພຣະເຈົ້າ, ຫວັງວ່າເພິ່ນຈະມີໂອກາດໄດ້ເປັນພະຍານເຖິງການກະທຳ ແລະ ຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຫວັງວ່າພຣະເຈົ້າຈະທົດສອບຄວາມເຊື່ອຟັງເພິ່ນ ແລະ ຍິ່ງໄປກວ່ານັ້ນແມ່ນເພື່ອເຮັດໃຫ້ຄວາມເຊື່ອຟັງຂອງເພິ່ນບໍລິສຸດ, ຈົນຄວາມເຊື່ອຟັງຂອງເພິ່ນ ແລະ ຄວາມເຊື່ອຂອງເພິ່ນຈະໄດ້ຮັບຄວາມເຫັນດີເຫັນພ້ອມຈາກພຣະເຈົ້າ. ແລ້ວເມື່ອການທົດລອງມາເຖິງໂຢບ, ເພິ່ນກໍເຊື່ອວ່າພຣະເຈົ້າໄດ້ຍິນຄຳອະທິຖານຂອງເພິ່ນ. ໂຢບໄດ້ຊື່ນຊົມໂອກາດນີ້ຫຼາຍກວ່າສິ່ງອື່ນໃດ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງບໍ່ກ້າປະຕິບັດຕໍ່ໂອກາດນີ້ຢ່າງຖືເບົາ, ຍ້ອນວ່າ ຄວາມປາຖະໜາທີ່ຍິ່ງໃຫຍ່ທີ່ສຸດຕະຫຼອດຊີວິດຂອງເພິ່ນຈະສາມາດຖືກເຮັດໃຫ້ກາຍເປັນຈິງ. ການໄດ້ຮັບໂອກາດນີ້ໝາຍຄວາມວ່າ ຄວາມເຊື່ອຟັງຂອງເພິ່ນ ແລະ ຄວາມຢຳເກງພຣະເຈົ້າສາມາດນໍາເຂົ້າສູ່ການທົດສອບ ແລະ ສາມາດເຮັດໃຫ້ບໍລິສຸດໄດ້. ຍິ່ງໄປກວ່ານັ້ນ ມັນໝາຍຄວາມວ່າ ໂຢບມີໂອກາດທີ່ຈະໄດ້ຮັບຄວາມເຫັນດີເຫັນພ້ອມຂອງພຣະເຈົ້າ, ແລ້ວໃນທີ່ສຸດກໍນໍາພາເພິ່ນເຂົ້າໃກ້ພຣະເຈົ້າຍິ່ງຂຶ້ນ. ໃນລະຫວ່າງການທົດລອງ, ຄວາມເຊື່ອ ແລະ ການສະແຫວງຫາດັ່ງກ່າວເຮັດໃຫ້ເພິ່ນສົມບູນຫຼາຍຍິ່ງຂຶ້ນ ແລະ ຮັບເອົາຄວາມເຂົ້າໃຈຫຼາຍຍິ່ງຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ. ໂຢບຍັງໄດ້ຮູ້ບຸນຄຸນຫຼາຍຂຶ້ນສຳລັບການໃຫ້ພອນ ແລະ ຄວາມເມດຕາຂອງພຣະເຈົ້າ, ໃນຫົວໃຈຂອງເພິ່ນ, ເພິ່ນໄດ້ຖອກເທການສັນລະເສີນອັນຍິ່ງໃຫຍ່ກ່ຽວກັບການກະທຳຂອງພຣະເຈົ້າ ແລະ ເພິ່ນຢຳເກງ ແລະ ເຄົາລົບນັບຖືພຣະເຈົ້າຫຼາຍຍິ່ງຂຶ້ນ ແລະ ປາຖະໜາຫາຄວາມເປັນຕາຮັກ, ຄວາມຍິ່ງໃຫຍ່ ແລະ ຄວາມບໍລິສຸດຂອງພຣະເຈົ້າຫຼາຍຍິ່ງຂຶ້ນ. ໃນເວລານີ້ ເຖິງແມ່ນໂຢບຍັງເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າ, ເມື່ອເວົ້າເຖິງປະສົບການຂອງເພິ່ນ, ຄວາມເຊື່ອ ແລະ ຄວາມຮູ້ຂອງໂຢບກໍໄດ້ກ້າວໜ້າຢ່າງໄວວາ. ຄວາມເຊື່ອຂອງເພິ່ນໄດ້ເພີ່ມຂຶ້ນ, ຄວາມເຊື່ອຟັງຂອງເພິ່ນໄດ້ມີຫຼັກໝັ້ນ ແລະ ການຢຳເກງພຣະເຈົ້າຂອງເພິ່ນຍິ່ງເລິກເຊິ່ງຫຼາຍຂຶ້ນ. ເຖິງແມ່ນການທົດລອງນີ້ໄດ້ປ່ຽນແປງຈິດໃຈ ແລະ ຊີວິດຂອງໂຢບ, ການປ່ຽນແປງດັ່ງກ່າວກໍບໍ່ໄດ້ເຮັດໃຫ້ໂຢບພໍໃຈ ຫຼື ຊັກຊ້າຄວາມກ້າວໄປທາງໜ້າຂອງເພິ່ນ. ໃນຂະນະທີ່ຄຳນວນເຖິງສິ່ງທີ່ເພິ່ນໄດ້ຮັບເອົາຈາກການທົດລອງນີ້ ແລະ ພິຈາລະນາຈາກຂໍ້ບົກຜ່ອງຂອງເພິ່ນເອງ, ເພິ່ນອະທິຖານຢ່າງງຽບໆ, ລໍຖ້າໃຫ້ການທົດລອງຄັ້ງຕໍ່ໄປມາເຖິງເພິ່ນ, ຍ້ອນເພິ່ນປາຖະໜາໃຫ້ຄວາມເຊື່ອ, ຄວາມເຊື່ອຟັງ ແລະ ຄວາມຢຳເກງພຣະເຈົ້າຂອງເພິ່ນໄດ້ຮັບການສະໜອງໃນລະຫວ່າງການທົດລອງຄັ້ງຕໍ່ໄປຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 44)

ຊາຕານລໍ້ລວງໂຢບອີກຄັ້ງ (ບາດແຜລາມໄປທົ່ວຮ່າງກາຍຂອງໂຢບ) (ຂໍ້ຄວາມທີ່ຖືກຄັດເລືອກ)

ກ. ພຣະທຳທີ່ກ່າວໂດຍພຣະເຈົ້າ

“ພຣະເຢໂຮວາກໍກ່າວກັບຊາຕານນັ້ນວ່າ ເຈົ້າເຄີຍຄຳນຶງເຖິງໂຢບ ຜູ້ຮັບໃຊ້ຂອງເຮົາບໍ ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ? ແລະ ເຖິງແມ່ນວ່າເຈົ້າໄດ້ເຮັດໃຫ້ເຮົາຕໍ່ຕ້ານລາວ ແລະ ທຳລາຍລາວໂດຍບໍ່ມີເຫດຜົນຫຍັງກໍຕາມ ລາວກໍຍັງຍຶດໝັ້ນຢ່າງໜຽວແໜ້ນໃນຄວາມຊື່ສັດຂອງລາວ” (ໂຢບ 2:3).

“ແລະ ພຣະເຢໂຮວາເວົ້າກັບຊາຕານວ່າ ເບິ່ງແມ ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ” (ໂຢບ 2:6).

ຂ. ຄຳເວົ້າທີ່ກ່າວໂດຍຊາຕານ

“ຊາຕານກໍຕອບພຣະເຢໂຮວາ ແລະ ກ່າວວ່າ ຜິວໜັງຕໍ່ຜິວໜັງ ແມ່ນແລ້ວ ທຸກສິ່ງທີ່ມະນຸດມີ ເຂົາຈະຍອມສະລະເພື່ອຊີວິດຂອງເຂົາ. ແຕ່ຈົ່ງເດ່ມືພຣະອົງອອກໄປແຕະຕ້ອງກະດູກ ແລະ ເນື້ອໜັງຂອງລາວຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຕໍ່ໜ້າພຣະອົງເລີຍລະ” (ໂຢບ 2:4-5).

ໃນທ່າມກາງການທົນທຸກຢ່າງຮ້າຍແຮງທີ່ສຸດ, ໂຢບເຂົ້າໃຈຄວາມຫ່ວງໃຍຂອງພຣະເຈົ້າສຳລັບມະນຸດຊາດຢ່າງແທ້ຈິງ

ຫຼັງຈາກພຣະເຈົ້າເຢໂຮວາຖາມຊາຕານ, ຊາຕານກໍມີຄວາມສຸກຢ່າງລັບໆ. ນີ້ກໍຍ້ອນວ່າ ຊາຕານຮູ້ຈັກວ່າ ມັນຈະໄດ້ຮັບອະນຸຍາດໃຫ້ໂຈມຕີມະນຸດທີ່ສົມບູນໃນສາຍຕາຂອງພຣະເຈົ້າອີກຄັ້ງ, ສຳລັບຊາຕານແລ້ວ ນີ້ແມ່ນໂອກາດທີ່ຫາຍາກ. ຊາຕານໃຊ້ໂອກາດນີ້ເພື່ອທຳລາຍຄວາມເຊື່ອໝັ້ນຂອງໂຢບຢ່າງສິ້ນເຊີງ, ເພື່ອເຮັດໃຫ້ເພິ່ນສູນເສຍຄວາມເຊື່ອໝັ້ນຂອງເພິ່ນໃນພຣະເຈົ້າ ແລະ ບໍ່ຢຳເກງພຣະເຈົ້າ ຫຼື ສັນລະເສີນນາມຂອງພຣະເຢໂຮວາອີກຕໍ່ໄປ. ນີ້ເປັນການໃຫ້ໂອກາດແກ່ຊາຕານ: ບໍ່ວ່າຈະບ່ອນໃດ ຫຼື ເວລາໃດກໍຕາມ, ມັນສາມາດເຮັດໃຫ້ໂຢບເປັນເຄື່ອງຫຼິ້ນທີ່ເປັນໜີ້ບຸນຄຸນຕໍ່ຄຳສັ່ງຂອງມັນ. ຊາຕານເຊື່ອງເຈດຕະນາທີ່ຊົ່ວຊ້າຂອງມັນໂດຍບໍ່ປະຮ່ອງຮອຍໄວ້ເລີຍ, ແຕ່ມັນບໍ່ສາມາດຄວບຄຸມທຳມະຊາດທີ່ຊົ່ວຮ້າຍຂອງມັນໄດ້. ຄວາມຈິງນີ້ແມ່ນເຊື່ອງຊ້ອນຢູ່ໃນຄຳຕອບຂອງມັນຕໍ່ພຣະທຳຂອງພຣະເຈົ້າເຢໂຮວາ ດັ່ງທີ່ໄດ້ບັນທຶກໃນຂໍ້ພຣະຄຳພີດັ່ງຕໍ່ໄປນີ້: “ຊາຕານກໍຕອບພຣະເຢໂຮວາ ແລະ ກ່າວວ່າ ຜິວໜັງຕໍ່ຜິວໜັງ ແມ່ນແລ້ວ ທຸກສິ່ງທີ່ມະນຸດມີ ເຂົາຈະຍອມສະລະເພື່ອຊີວິດຂອງເຂົາ. ແຕ່ຈົ່ງເດ່ມືພຣະອົງອອກໄປແຕະຕ້ອງກະດູກ ແລະ ເນື້ອໜັງຂອງລາວຕອນນີ້ເບິ່ງ ແລະ ລາວຈະສາບແຊ່ງພຣະອົງຕໍ່ໜ້າພຣະອົງເລີຍລະ” (ໂຢບ 2:4-5). ມັນເປັນໄປບໍ່ໄດ້ທີ່ຈະບໍ່ໄດ້ຮັບຄວາມຮູ້ ແລະ ຄວາມຮູ້ສຶກທີ່ຈໍາເປັນເຖິງຄວາມຊົ່ວຮ້າຍຂອງຊາຕານຈາກການສົນທະນານີ້ລະຫວ່າງພຣະເຈົ້າ ແລະ ຊາຕານ. ເມື່ອໄດ້ຍິນການຫຼອກລວງເຫຼົ່ານີ້ຂອງຊາຕານ, ທຸກຄົນທີ່ຮັກຄວາມຈິງ ແລະ ກຽດຊັງສິ່ງຊົ່ວຮ້າຍກໍຈະມີຄວາມກຽດຊັງທີ່ຮຸນແຮງຂຶ້ນຕໍ່ຄວາມຕໍ່າຊ້າ ແລະ ຄວາມບໍ່ມີຢາງອາຍຂອງຊາຕານຢ່າງແນ່ນອນ, ຈະຮູ້ສຶກເປັນຕາໜ່າຍ ແລະ ເບື່ອໜ່າຍການຫຼອກລວງຂອງຊາຕານ ແລະ ໃນເວລາດຽວກັນ ພວກເຂົາກໍຈະອະທິຖານຢ່າງເລິກເຊິ່ງ ແລະ ປາຖະໜາຢ່າງຈິງຈັງສຳລັບໂຢບ ໂດຍອະທິຖານວ່າບຸກຄົນທີ່ຊື່ສັດນີ້ຈະສາມາດບັນລຸຄວາມສົມບູນໄດ້, ປາຖະໜາວ່າບຸກຄົນນີ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຈະເອົາຊະນະການລໍ້ລວງຂອງຊາຕານ ແລະ ດຳລົງຊີວິດໃນແສງສະຫວ່າງ, ໃນທ່າມກາງການນໍາພາ ແລະ ການໃຫ້ພອນຂອງພຣະເຈົ້າ; ພ້ອມນັ້ນ ຜູ້ຄົນດັ່ງກ່າວຍັງຈະປາຖະໜາຂໍໃຫ້ການກະທຳທີ່ຊອບທຳຂອງໂຢບສາມາດກະຕຸ້ນ ແລະ ໜູນໃຈທຸກຄົນທີ່ສະແຫວງຫາຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຕະຫຼອດໄປ. ເຖິງແມ່ນເຈດຕະນາທີ່ຊົ່ວຮ້າຍຂອງຊາຕານສາມາດເຫັນໄດ້ໃນການປະກາດນີ້, ພຣະເຈົ້າກໍຍິນຍອມຕໍ່ “ຄຳຮ້ອງຂໍ” ຂອງຊາຕານຢ່າງສະບາຍໃຈ, ແຕ່ພຣະອົງຍັງມີເງື່ອນໄຂໜຶ່ງຂໍ້: “ລາວຢູ່ໃນມືຂອງເຈົ້າແລ້ວ; ແຕ່ຈົ່ງໄວ້ຊີວິດຂອງລາວ” (ໂຢບ 2:6). ຍ້ອນໃນຄັ້ງນີ້ ຊາຕານຂໍເດ່ມືຂອງມັນເພື່ອທຳຮ້າຍເນື້ອໜັງ ແລະ ກະດູກຂອງໂຢບ, ພຣະເຈົ້າຈຶ່ງເວົ້າວ່າ: “ແຕ່ຈົ່ງໄວ້ຊີວິດຂອງລາວ”. ຄວາມໝາຍຂອງພຣະທຳເຫຼົ່ານີ້ກໍຄື ພຣະອົງໄດ້ມອບເນື້ອໜັງຂອງໂຢບໄວ້ກັບຊາຕານ, ແຕ່ຊີວິດຂອງໂຢບແມ່ນເປັນຂອງພຣະເຈົ້າ. ຊາຕານບໍ່ສາມາດເອົາຊີວິດຂອງໂຢບ, ແຕ່ນອກນັ້ນ ຊາຕານສາມາດນໍາໃຊ້ທຸກຮູບແບບ ຫຼື ທຸກວິທີການກັບໂຢບໄດ້.

ຫຼັງຈາກທີ່ໄດ້ຮັບເອົາອະນຸຍາດຈາກພຣະເຈົ້າ, ຊາຕານກໍຟ້າວໄປຫາໂຢບ ແລະ ເດ່ມືຂອງມັນເພື່ອເຮັດໃຫ້ຜິວໜັງຂອງເພິ່ນເຈັບປວດ, ເຮັດໃຫ້ເກີດຕຸ່ມເຕັມຮ່າງກາຍຂອງເພິ່ນ ແລະ ໂຢບກໍຮູ້ສຶກເຖິງຄວາມເຈັບປວດໃນຜິວໜັງຂອງເພິ່ນ. ໂຢບສັນລະເສີນຄວາມມະຫັດສະຈັນ ແລະ ຄວາມບໍລິສຸດຂອງພຣະເຈົ້າເຢໂຮວາ ເຊິ່ງເຮັດໃຫ້ຊາຕານຍິ່ງໜ້າດ້ານຢ່າງບໍ່ມີຢາງອາຍຫຼາຍຂຶ້ນ. ຍ້ອນມັນຮູ້ສຶກເຖິງຄວາມດີໃຈໃນການທຳຮ້າຍມະນຸດ, ຊາຕານເດ່ມືຂອງມັນ ແລະ ຂູດເນື້ອໜັງຂອງໂຢບ, ເຮັດໃຫ້ຕຸ່ມເທິງຜີວໜັງຂອງເພິ່ນກາຍເປັນໜອງ. ທັນທີທັນໃດ ໂຢບກໍຮູ້ສຶກເຖິງຄວາມເຈັບປວດ ແລະ ຄວາມທໍລະມານເທິງເນື້ອໜັງຂອງເພິ່ນໂດຍບໍ່ມີຫຍັງປຽບໄດ້ ແລະ ເພິ່ນບໍ່ສາມາດເຮັດຫຍັງໄດ້ ນອກຈາກບີບນວດຕົນເອງຕັ້ງແຕ່ຫົວຮອດຕີນດ້ວຍມືຂອງເພິ່ນ, ຄືກັບວ່າການເຮັດແບບນີ້ຈະບັນເທົາຄວາມທໍລະມານໃນຈິດໃຈຂອງເພິ່ນ ແລະ ຄວາມເຈັບປວດຂອງເນື້ອໜັງຂອງເພິ່ນ. ເພິ່ນຮູ້ວ່າພຣະເຈົ້າເຝົ້າເບິ່ງເພິ່ນຢູ່ທາງຂ້າງ ແລະ ເພິ່ນພະຍາຍາມສຸດຄວາມສາມາດຂອງເພິ່ນເພື່ອເຮັດໃຫ້ຕົນເອງເຂັ້ມແຂງ. ອີກຄັ້ງ ເພິ່ນໄດ້ຄຸເຂົ່າລົງພື້ນດິນ ແລະ ເວົ້າວ່າ: “ພຣະອົງຫຼຽວເບິ່ງຂ້າງໃນຫົວໃຈຂອງມະນຸດ, ພຣະອົງສັງເກດຄວາມທຸກທໍລະມານຂອງເຂົາ; ເປັນຫຍັງຄວາມອ່ອນແອຂອງເຂົາຈຶ່ງເຮັດໃຫ້ພຣະອົງກັງວົນໃຈ? ສັນລະເສີນພຣະນາມຂອງພຣະເຈົ້າເຢໂຮວາ”. ຊາຕານເຫັນຄວາມເຈັບປວດທີ່ບໍ່ສາມາດທົນໄດ້ຂອງໂຢບ, ແຕ່ມັນຍັງບໍ່ເຫັນໂຢບປະຖິ້ມນາມຂອງພຣະເຈົ້າເຢໂຮວາ. ສະນັ້ນ ມັນຈຶ່ງຟ້າວເດ່ມືຂອງມັນເພື່ອຫັກກະດູກຂອງໂຢບ, ມັນຕັ້ງໃຈຈະດຶງກະແຂນຂາອອກເປັນຊິ້ນໆ. ທັນທີທັນໃດ, ໂຢບກໍຮູ້ສຶກເຖິງຄວາມທໍລະມານທີ່ບໍ່ເຄີຍຮູ້ສຶກມາກ່ອນ; ມັນຄືກັບວ່າເນື້ອໜັງຂອງເພິ່ນໄດ້ຖືກຈີກອອກຈາກກະດູກ ແລະ ຄືກັບວ່າກະດູກຂອງເພິ່ນກໍາລັງຖືກທຸບມຸ່ນອອກເປັນຕ່ອນໆ. ຄວາມທໍລະມານທີ່ແສນເຈັບປວດນີ້ເຮັດໃຫ້ເພິ່ນຄິດວ່າ ມັນດີກວ່າທີ່ຈະຕາຍ... ຄວາມສາມາດໃນການທົນຕໍ່ຄວາມເຈັບປວດນີ້ຂອງເພິ່ນໄດ້ເຖິງຂີດຈຳກັດ... ເພິ່ນຢາກຮ້ອງອອກດັງໆ, ເພິ່ນຢາກຈີກຜິວໜັງຢູ່ເທິງຮ່າງກາຍຂອງເພິ່ນນັ້ນອອກເພື່ອບັນເທົາຄວາມເຈັບປວດ, ແຕ່ເພິ່ນກໍບໍ່ຍອມຮ້ອງ ແລະ ບໍ່ໄດ້ຈີກຜິວໜັງຢູ່ເທິງຮ່າງກາຍຂອງເພິ່ນ, ຍ້ອນເພິ່ນບໍ່ຕ້ອງການໃຫ້ຊາຕານເຫັນຄວາມອ່ອນແອຂອງເພິ່ນ. ສະນັ້ນ ໂຢບຈຶ່ງຄຸເຂົ່າລົງອີກຄັ້ງ, ແຕ່ໃນຄັ້ງນີ້ ເພິ່ນບໍ່ໄດ້ຮູ້ສຶກເຖິງການສະຖິດຢູ່ຂອງພຣະເຈົ້າເຢໂຮວາ. ເພິ່ນຮູ້ວ່າພຣະເຈົ້າເຢໂຮວາມັກຢູ່ຕໍ່ໜ້າເພິ່ນ ແລະ ຢູ່ຂ້າງຫຼັງເພິ່ນ ແລະ ຢູ່ທາງຂ້າງເພິ່ນ. ແຕ່ໃນລະຫວ່າງຄວາມເຈັບປວດນີ້, ພຣະເຈົ້າບໍ່ໄດ້ເຝົ້າເບິ່ງ; ພຣະອົງປິດໜ້າຂອງພຣະອົງ ແລະ ລີ້ຢູ່, ຍ້ອນຄວາມໝາຍຂອງການເນລະມິດສ້າງມະນຸດຂອງພຣະອົງບໍ່ແມ່ນເພື່ອນໍາຄວາມທົນທຸກມາສູ່ມະນຸດ. ໃນຄັ້ງນີ້ ໂຢບຮ້ອງໄຫ້ ແລະ ເຮັດສຸດຄວາມສາມາດຂອງເພິ່ນເພື່ອອົດທົນກັບຄວາມເຈັບປວດທາງຮ່າງກາຍນີ້, ແຕ່ເພິ່ນບໍ່ສາມາດສືບຕໍ່ຂອບໃຈພຣະເຈົ້າອີກຕໍ່ໄປ ແລະ ເວົ້າວ່າ: “ມະນຸດລົ້ມລົງໃນການໂຈມຕີຄັ້ງທຳອິດ, ເຂົາອ່ອນແອ ແລະ ບໍ່ມີກຳລັງ, ເຂົາໜຸ່ມນ້ອຍ ແລະ ບໍ່ມີຄວາມຮູ້, ເປັນຫຍັງພຣະອົງຈຶ່ງປາຖະໜາທີ່ຈະຫ່ວງໃຍ ແລະ ອ່ອນໂຍນຕໍ່ເຂົາ? ພຣະອົງໂຈມຕີຂ້ານ້ອຍ, ແຕ່ມັນກໍເຮັດໃຫ້ພຣະອົງເຈັບປວດໃນການເຮັດແບບນັ້ນ. ແລ້ວມັນມີຫຍັງໃນຕົວມະນຸດທີ່ສົມຄວນແກ່ຄວາມຫ່ວງໃຍ ແລະ ຄວາມສົນໃຈຂອງພຣະອົງ?” ຄຳອະທິຖານຂອງໂຢບໄປເຖິງຫູຂອງພຣະເຈົ້າ ແລະ ພຣະເຈົ້າກໍມິດງຽບ, ພຽງແຕ່ເຝົ້າເບິ່ງໂດຍບໍ່ສົ່ງສຽງຫຍັງ... ເມື່ອໄດ້ໃຊ້ຄວາມພະຍາຍາມທຸກກົນອຸບາຍໃນໜັງສືຈົນໝົດແລ້ວ, ຊາຕານກໍຈາກໄປຢ່າງງຽບໆ, ແຕ່ນີ້ກໍບໍ່ໄດ້ສິ້ນສຸດການທົດລອງຂອງພຣະເຈົ້າຕໍ່ໂຢບ. ຍ້ອນລິດອຳນາດຂອງພຣະເຈົ້າທີ່ໄດ້ຖືກເປີດເຜີຍໃນໂຢບບໍ່ໄດ້ຖືກເປີດເຜີຍສູ່ສາທາລະນະ, ເລື່ອງລາວຂອງໂຢບຈຶ່ງບໍ່ໄດ້ຈົບລົງດ້ວຍການຈາກໄປຂອງຊາຕານ. ເມື່ອມີຕົວລະຄອນອື່ນເລີ່ມເຂົ້າມາ ກໍມີອີກຫຼາຍສາກທີ່ເປັນຕາຕື່ນເຕັ້ນທີ່ຍັງບໍ່ທັນມາເຖິງເທື່ອ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 45)

ການສະແດງອອກອີກຢ່າງເຖິງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຂອງໂຢບຄືການສັນລະເສີນນາມຂອງພຣະເຈົ້າໃນທຸກສິ່ງ

ໂຢບໄດ້ທົນທຸກຕໍ່ການທຳລາຍລ້າງຂອງຊາຕານ, ແຕ່ເພິ່ນກໍຍັງບໍ່ໄດ້ປະຖິ້ມນາມຂອງພຣະເຈົ້າເຢໂຮວາ. ເມຍຂອງເພິ່ນເປັນຄົນທຳອິດທີ່ກ້າວອອກມາ ແລະ ໂຈມຕີໂຢບ ໂດຍຫຼິ້ນບົດບາດຂອງຊາຕານໃນຮູບຮ່າງທີ່ສາມາດເຫັນໄດ້ຕໍ່ສາຍຕາຂອງມະນຸດ. ຂໍ້ຄວາມຕົ້ນສະບັບໄດ້ບັນຍາຍໄວ້ດັ່ງລຸ່ມນີ້: “ແລ້ວເມຍຂອງລາວເວົ້າກັບລາວວ່າ ເຈົ້າຍັງມີຄວາມຊື່ສັດຢູ່ບໍ? ສາບແຊ່ງພຣະເຈົ້າ ແລ້ວຕາຍໄປສະ” (ໂຢບ 2:9). ນີ້ແມ່ນຄຳເວົ້າຂອງຊາຕານພາຍໃຕ້ໜ້າກາກບັງໜ້າຂອງມະນຸດ. ມັນຄືການໂຈມຕີ ແລະ ຄຳກ່າວຫາ, ພ້ອມທັງການລໍ້ໃຈ, ການລໍ້ລວງ ແລະ ການກ່າວຮ້າຍ. ເມື່ອລົ້ມເຫຼວໃນການໂຈມຕີເນື້ອໜັງຂອງໂຢບ, ຊາຕານກໍໂຈມຕີຄວາມຊື່ສັດຂອງໂຢບໂດຍກົງ, ປາຖະໜາທີ່ຈະໃຊ້ສິ່ງນີ້ເພື່ອເຮັດໃຫ້ໂຢບຍອມຖິ້ມຄວາມຊື່ສັດຂອງເພິ່ນ, ປະຕິເສດພຣະເຈົ້າ ແລະ ບໍ່ມີຊີວິດຢູ່ອີກຕໍ່ໄປ. ພ້ອມນັ້ນ ຊາຕານຍັງປາຖະໜາທີ່ຈະໃຊ້ຄຳເວົ້າດັ່ງກ່າວເພື່ອລໍ້ລວງໂຢບ: ຖ້າໂຢບປະຖິ້ມນາມຂອງພຣະເຢໂຮວາ, ແລ້ວເພິ່ນຈະບໍ່ອົດທົນຕໍ່ຄວາມທໍລະມານດັ່ງກ່າວ; ເພິ່ນສາມາດເຮັດໃຫ້ຕົນເອງຫຼຸດພົ້ນອອກຈາກຄວາມທໍລະມານທາງເນື້ອໜັງ. ເມື່ອຜະເຊີນກັບຄຳແນະນຳຂອງເມຍຂອງເພິ່ນ, ໂຢບກໍຕໍານິຕິເຕືອນນາງໂດຍເວົ້າວ່າ: “ເຈົ້າເວົ້າຄືກັບຜູ້ຍິງທີ່ໂງ່ຈ້າເວົ້າແທ້. ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” (ໂຢບ 2:10). ໂຢບຮູ້ຈັກຖ້ອຍຄໍາຫຼົ່ານີ້ເປັນເວລາດົນນານແລ້ວ, ແຕ່ໃນເທື່ອນີ້ ຄວາມຮູ້ທີ່ແທ້ຈິງຂອງໂຢບກ່ຽວກັບຖ້ອຍຄໍາເຫຼົ່ານີ້ໄດ້ຖືກພິສູດ.

ເມື່ອເມຍຂອງເພິ່ນໄດ້ແນະນໍາໃຫ້ເພິ່ນສາບແຊ່ງພຣະເຈົ້າ ແລະ ຕາຍ, ຄວາມໝາຍຂອງນາງກໍຄື: “ພຣະເຈົ້າຂອງເຈົ້າປະຕິບັດຕໍ່ເຈົ້າແບບນີ້, ແລ້ວເປັນຫຍັງຈຶ່ງບໍ່ສາບແຊ່ງພຣະອົງ? ເປັນຫຍັງເຈົ້າຈຶ່ງຕ້ອງຍັງມີຊີວິດຢູ່? ພຣະເຈົ້າຂອງເຈົ້າບໍ່ຍຸຕິທຳຕໍ່ເຈົ້າ, ແຕ່ເຈົ້າກໍຍັງເວົ້າວ່າ: ‘ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ’. ພຣະອົງສາມາດນໍາໄພພິບັດມາສູ່ເຈົ້າໄດ້ແນວໃດ ໃນເມື່ອເຈົ້າອວຍພອນພຣະນາມຂອງພຣະອົງແບບນີ້? ຈົ່ງຮີບຟ້າວ ແລະ ປະຕິເສດພຣະນາມຂອງພຣະເຈົ້າ ແລະ ບໍ່ຕິດຕາມພຣະອົງອີກຕໍ່ໄປ. ແລ້ວຄວາມລຳບາກຂອງເຈົ້າກໍຈະໝົດໄປ”. ໃນຊ່ວງເວລານີ້, ມີຄຳພະຍານທີ່ພຣະເຈົ້າປາຖະໜາຈະໄດ້ເຫັນໃນໂຢບ. ບໍ່ມີບຸກຄົນທຳມະດາຄົນໃດສາມາດເປັນພະຍານດັ່ງກ່າວໄດ້ ຫຼື ພວກເຮົາໄດ້ອ່ານກ່ຽວກັບຄຳພະຍານດັ່ງກ່າວໃນເລື່ອງລາວໃດເລີຍໃນພຣະຄຳພີ, ແຕ່ພຣະເຈົ້າໄດ້ເຫັນມັນແລ້ວ ກ່ອນທີ່ໂຢບຈະກ່າວຄຳເວົ້າເຫຼົ່ານີ້. ພຣະເຈົ້າພຽງແຕ່ປາຖະໜາທີ່ຈະໃຊ້ໂອກາດນີ້ເພື່ອໃຫ້ໂຢບພິສູດຕໍ່ທຸກຄົນວ່າ ພຣະເຈົ້າຖືກຕ້ອງ. ເມື່ອໄດ້ຟັງຄຳແນະນຳຂອງເມຍຂອງເພິ່ນ, ໂຢບບໍ່ພຽງແຕ່ບໍ່ຍອມສະຫຼະຄວາມຊື່ສັດຂອງເພິ່ນ ຫຼື ປະຕິເສດພຣະເຈົ້າ, ແຕ່ເພິ່ນຍັງເວົ້າຕໍ່ເມຍຂອງເພິ່ນວ່າ: “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ຄໍາເວົ້າເຫຼົ່ານີ້ມີຄວາມໜັກແໜ້ນຫຼາຍບໍ? ໃນນີ້, ມີພຽງຂໍ້ແທ້ຈິງໜຶ່ງດຽວທີ່ສາມາດພິສູດຄວາມໜັກແໜ້ນຂອງຄໍາເວົ້າເຫຼົ່ານີ້ໄດ້. ຄວາມໜັກແໜ້ນຂອງຄໍາເວົ້າເຫຼົ່ານີ້ກໍຄື ພຣະເຈົ້າໄດ້ເຫັນດີເຫັນພ້ອມກັບຄໍາເວົ້າເຫຼົ່ານີ້ ໃນຫົວໃຈຂອງພຣະອົງ, ພວກມັນແມ່ນສິ່ງທີ່ພຣະເຈົ້າປາຖະໜາ, ພວກມັນແມ່ນສິ່ງທີ່ພຣະເຈົ້າຕ້ອງການໄດ້ຍິນ ແລະ ພວກມັນເປັນຜົນຕາມມາທີ່ພຣະເຈົ້າປາຖະໜາຢາກເຫັນ; ຄໍາເວົ້າເຫຼົ່ານີ້ຍັງເປັນແກ່ນແທ້ຂອງຄຳພະຍານຂອງໂຢບ. ໃນນີ້, ຄວາມສົມບູນ, ຄວາມຊື່ສັດ, ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍຂອງໂຢບແມ່ນໄດ້ຖືກພິສູດ. ຄວາມລໍ້າຄ່າຂອງໂຢບແມ່ນນອນຢູ່ໃນວິທີການ ແລະ ເວລາທີ່ເພິ່ນຖືກລໍ້ລວງ ແລະ ແມ່ນແຕ່ເວລາທີ່ທົ່ວຮ່າງກາຍຂອງເພິ່ນເຕັມໄປດ້ວຍບາດແຜທີ່ເຈັບປວດ ເມື່ອເພິ່ນຖືກລໍ້ລວງ, ເມື່ອເພິ່ນອົດກັ້ນກັບຄວາມທໍລະມານທີ່ສຸດ ແລະ ເມື່ອເມຍຂອງເພິ່ນ ແລະ ຍາດພີ່ນ້ອງຂອງເພິ່ນແນະນໍາເພິ່ນ, ເພິ່ນກໍຍັງກ່າວຄຳເວົ້າດັ່ງກ່າວ. ເວົ້າອີກຢ່າງໜຶ່ງກໍຄື ໃນຫົວໃຈຂອງເພິ່ນ, ເພິ່ນເຊື່ອວ່າ ບໍ່ວ່າການລໍ້ລວງຈະແມ່ນຫຍັງກໍຕາມ ຫຼື ຄວາມລຳບາກຍາກແຄ້ນ ຫຼື ຄວາມທໍລະມານຈະຮຸນແຮງສໍ່າໃດກໍຕາມ, ເຖິງແມ່ນຄວາມຕາຍຕ້ອງມາເຖິງເພິ່ນ, ເພິ່ນກໍຈະບໍ່ປະຕິເສດພຣະເຈົ້າ ຫຼື ປະຕິເສດຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ. ເຈົ້າໄດ້ເຫັນແລ້ວວ່າ ພຣະເຈົ້າມີບ່ອນທີ່ສຳຄັນທີ່ສຸດໃນຫົວໃຈຂອງເພິ່ນ ແລະ ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ຢູ່ໃນຫົວໃຈຂອງເພິ່ນ. ມັນເປັນຍ້ອນສິ່ງນີ້ ພວກເຮົາຈຶ່ງໄດ້ອ່ານການບັນຍາຍດັ່ງກ່າວໃນຂໍ້ພຣະຄຳພີກ່ຽວກັບເພິ່ນ ເຊັ່ນ: ເຖິງແມ່ນໄດ້ຮັບຄວາມຍາກລໍາບາກທັງໝົດ ໂຢບກໍບໍ່ໄດ້ເວົ້າໃນສິ່ງທີ່ເຮັດໃຫ້ລາວເປັນບາບ. ບໍ່ພຽງແຕ່ວ່າ ເພິ່ນບໍ່ໄດ້ເຮັດບາບດ້ວຍປາກຂອງເພິ່ນ, ແຕ່ໃນຫົວໃຈຂອງເພິ່ນ, ເພິ່ນກໍບໍ່ໄດ້ຈົ່ມຕໍ່ວ່າພຣະເຈົ້າ. ເພິ່ນບໍ່ໄດ້ເວົ້າຄຳເວົ້າທີ່ເຈັບປວດກ່ຽວກັບພຣະເຈົ້າ ຫຼື ເພິ່ນບໍ່ໄດ້ເຮັດບາບຕໍ່ພຣະເຈົ້າ. ບໍ່ພຽງແຕ່ປາກຂອງເພິ່ນອວຍພອນນາມຂອງພຣະເຈົ້າເທົ່ານັ້ນ, ແຕ່ໃນຫົວໃຈຂອງເພິ່ນ, ເພິ່ນຍັງອວຍພອນນາມຂອງພຣະເຈົ້າ; ປາກ ແລະ ຫົວໃຈຂອງເພິ່ນເປັນອັນໜຶ່ງອັນດຽວກັນ. ນີ້ແມ່ນໂຢບຕົວຈິງທີ່ພຣະເຈົ້າເຫັນ ແລະ ນີ້ຄືສາເຫດແທ້ຈິງທີ່ພຣະເຈົ້າເຊີດຊູໂຢບ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 46)

ຜູ້ຄົນເຂົ້າໃຈຜິດຫຼາຍຢ່າງກ່ຽວກັບໂຢບ

ຄວາມລຳບາກທີ່ໂຢບໄດ້ທົນທຸກບໍ່ແມ່ນພາລະກິດຂອງຜູ້ສົ່ງຂ່າວທີ່ພຣະເຈົ້າໄດ້ສົ່ງມາ ຫຼື ມັນບໍ່ແມ່ນເກີດຂຶ້ນໂດຍມືຂອງພຣະເຈົ້າເອງ. ກົງກັນຂ້າມ, ມັນເກີດຈາກຊາຕານເອງ ເຊິ່ງເປັນສັດຕູຂອງພຣະເຈົ້າ. ສະນັ້ນ, ລະດັບຂອງຄວາມລຳບາກທີ່ໂຢບໄດ້ທົນທຸກຈຶ່ງຮຸນແຮງ. ແຕ່ໃນຊ່ວງເວລານີ້ ໂຢບກໍໄດ້ສະແດງໃຫ້ເຫັນເຖິງຄວາມຮູ້ກ່ຽວກັບພຣະເຈົ້າທີ່ຢູ່ໃນຫົວໃຈຂອງເພິ່ນ, ຫຼັກການໆປະຕິບັດໃນແຕ່ລະມື້ຂອງເພິ່ນ ແລະ ທ່າທີຂອງເພິ່ນຕໍ່ພຣະເຈົ້າ ໂດຍບໍ່ມີຂໍ້ຈໍາກັດ, ນີ້ຄືຄວາມຈິງ. ຖ້າໂຢບບໍ່ໄດ້ຖືກລໍ້ລວງ, ຖ້າພຣະເຈົ້າບໍ່ໄດ້ນໍາການທົດລອງມາສູ່ໂຢບ ເມື່ອໂຢບເວົ້າວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” ເຈົ້າກໍຈະເວົ້າວ່າ ໂຢບເປັນຄົນໜ້າຊື່ໃຈຄົດ; ຍ້ອນພຣະເຈົ້າໄດ້ມອບຊັບສິນຫຼາຍຢ່າງໃຫ້ແກ່ເພິ່ນ, ສະນັ້ນແນ່ນອນເພິ່ນກໍຕ້ອງອວຍພອນນາມຂອງພຣະເຢໂຮວາ. ກ່ອນທີ່ຈະຕົກຢູ່ໃນການທົດລອງ, ຖ້າໂຢບເວົ້າວ່າ: “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ເຈົ້າກໍຈະເວົ້າວ່າ ໂຢບກຳລັງເວົ້າເກີນຄວາມເປັນຈິງ ແລະ ເພິ່ນບໍ່ປະຖິ້ມນາມຂອງພຣະເຈົ້າ ກໍຍ້ອນເພິ່ນໄດ້ຮັບການອວຍພອນດ້ວຍມືຂອງພຣະເຈົ້າຢູ່ເລື້ອຍໆ. ເຈົ້າຈະເວົ້າວ່າ ຖ້າພຣະເຈົ້ານໍາໄພພິບັດມາສູ່ເພິ່ນ, ແລ້ວເພິ່ນກໍຈະປະຖິ້ມນາມຂອງພຣະເຈົ້າຢ່າງແນ່ນອນ. ແຕ່ເມື່ອໂຢບພົບວ່າຕົນເອງຢູ່ໃນສະຖານະການທີ່ບໍ່ມີຜູ້ໃດຕ້ອງການ ຫຼື ປາຖະໜາເຫັນ, ສະຖານະການທີ່ບໍ່ມີຜູ້ໃດປາຖະໜາໃຫ້ເກີດຂຶ້ນກັບພວກເຂົາ, ສະຖານະການທີ່ພວກເຂົາຢ້ານວ່າຈະເກີດຂຶ້ນກັບພວກເຂົາ, ສະຖານະການທີ່ແມ່ນແຕ່ພຣະເຈົ້າກໍບໍ່ສາມາດທົນເບິ່ງໄດ້, ໂຢບກໍຍັງສາມາດຍຶດໝັ້ນຕໍ່ຄວາມຊື່ສັດຂອງເພິ່ນ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” ແລະ “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ເມື່ອໄດ້ເຫັນຄວາມປະພຶດຂອງໂຢບໃນເວລານີ້, ຄົນທີ່ມັກເວົ້າດ້ວຍຄຳເວົ້າທີ່ອວດດີ ແລະ ຄົນທີ່ມັກເວົ້າຕາມຕົວອັກສອນ ແລະ ທິດສະດີກໍລ້ວນແລ້ວແຕ່ປາກບໍ່ອອກ. ຄົນທີ່ຍົກຍ້ອງສັນລະເສີນນາມຂອງພຣະເຈົ້າໃນຄຳເວົ້າເທົ່ານັ້ນ ແຕ່ບໍ່ເຄີຍຍອມຮັບເອົາການທົດລອງຂອງພຣະເຈົ້າ ແມ່ນຖືກປະນາມໂດຍຄວາມຊື່ສັດທີ່ໂຢບຍຶດໝັ້ນ ແລະ ຄົນທີ່ບໍ່ເຄີຍເຊື່ອວ່າ ມະນຸດສາມາດຍຶດໝັ້ນຫົນທາງຂອງພຣະເຈົ້າໄດ້ ແມ່ນຈະຖືກພິພາກສາໂດຍຄຳພະຍານຂອງໂຢບ. ເມື່ອໄດ້ເຫັນເຖິງຄວາມປະພຶດຂອງໂຢບໃນລະຫວ່າງການທົດລອງເຫຼົ່ານີ້ ແລະ ຄຳເວົ້າທີ່ເພິ່ນໄດ້ເວົ້າ, ບາງຄົນຈະຮູ້ສຶກສັບສົນ, ບາງຄົນຈະຮູ້ສຶກອິດສາ, ບາງຄົນຈະຮູ້ສຶກສົງໄສ ແລະ ບາງຄົນຈະເຖິງກັບເບິ່ງຄືວ່າບໍ່ສົນໃຈ, ສະແດງປະຕິກິລິຍາດູຖູກຄຳພະຍານຂອງໂຢບ ຍ້ອນພວກເຂົາບໍ່ພຽງແຕ່ເຫັນເຖິງຄວາມທໍລະມານທີ່ເກີດຂຶ້ນກັບໂຢບໃນລະຫວ່າງການທົດລອງ ແລະ ອ່ານຄຳເວົ້າທີ່ໂຢບໄດ້ກ່າວ, ແຕ່ຍັງເຫັນ “ຄວາມອ່ອນແອ” ຂອງມະນຸດທີ່ໂຢບໄດ້ສະແດງອອກ ເມື່ອການທົດລອງມາເຖິງເພິ່ນ. ພວກເຂົາເຊື່ອວ່າ “ຄວາມອ່ອນແອ” ນີ້ຄືຄວາມບໍ່ສົມບູນທີ່ສົມມຸດຂຶ້ນໃນຄວາມສົມບູນຂອງໂຢບ, ມັນຄືຮອຍດ່າງໃນມະນຸດທີ່ສົມບູນໃນສາຍຕາຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ມັນມີຄວາມເຊື່ອວ່າຄົນທີ່ສົມບູນແມ່ນບໍ່ມີຂໍ້ບົກຜ່ອງ, ບໍ່ມີຮອຍເປື້ອນ ຫຼື ມົນທິນ, ພວກເຂົາບໍ່ມີຄວາມອ່ອນແອ, ບໍ່ມີຄວາມຮູ້ກ່ຽວກັບຄວາມເຈັບປວດ, ພວກເຂົາບໍ່ເຄີຍຮູ້ສຶກເປັນທຸກ ຫຼື ທໍ້ຖອຍໃຈ ແລະ ປາສະຈາກຄວາມກຽດຊັງ ຫຼື ພຶດຕິກຳທີ່ຮຸນແຮງຢູ່ພາຍນອກ; ຜົນຕາມມາກໍຄື ຄົນສ່ວນໃຫຍ່ບໍ່ເຊື່ອວ່າ ໂຢບສົມບູນແທ້ຈິງ. ຜູ້ຄົນບໍ່ເຫັນດີເຫັນພ້ອມກັບພຶດຕິກຳຂອງເພິ່ນໃນລະຫວ່າງການທົດລອງຂອງເພິ່ນ. ຕົວຢ່າງເຊັ່ນ ເມື່ອໂຢບສູນເສຍຊັບສິນ ແລະ ລູກໆຂອງເພິ່ນ, ເພິ່ນບໍ່ໄດ້ຮ້ອງໄຫ້ຕາມທີ່ຜູ້ຄົນໄດ້ຈິນຕະນາການ. “ການຂາດກິລິຍາ” ຂອງເພິ່ນເຮັດໃຫ້ຜູ້ຄົນຄິດວ່າເພິ່ນເຢືອກເຢັນ, ຍ້ອນເພິ່ນບໍ່ມີນໍ້າຕາ ຫຼື ຄວາມຮັກໄຄ່ສຳລັບຄອບຄົວຂອງເພິ່ນ. ນີ້ແມ່ນຄວາມບໍ່ປະທັບໃຈທໍາອິດທີ່ຜູ້ຄົນມີກ່ຽວກັບໂຢບ. ພວກເຂົາພົບວ່າພຶດຕິກຳຂອງເພິ່ນໃນເຫດການຍິ່ງເປັນຕາງົງຫຼາຍ: ຜູ້ຄົນຕີຄວາມໝາຍວ່າ “ຈີກເສື້ອຄຸມຂອງລາວອອກ” ແມ່ນການທີ່ເພິ່ນສະແດງຄວາມບໍ່ໃຫ້ກຽດພຣະເຈົ້າ ແລະ ເຊື່ອຢ່າງຜິດໆວ່າ “ໂກນຫົວຂອງລາວ” ໝາຍເຖິງການທີ່ໂຢບໝິ່ນປະໝາດ ແລະ ຕໍ່ຕ້ານພຣະເຈົ້າ. ນອກຈາກຄຳເວົ້າຂອງໂຢບທີ່ວ່າ “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” ຜູ້ຄົນບໍ່ສາມາດເຫັນເຖິງຄວາມຊອບທຳໃນຕົວໂຢບທີ່ພຣະເຈົ້າຍົກຍ້ອງ ແລະ ດ້ວຍເຫດນັ້ນ ການທີ່ພວກເຂົາສ່ວນໃຫຍ່ໄດ້ປະເມີນໂຢບຈຶ່ງເປັນພຽງຄວາມບໍ່ເຂົ້າໃຈ, ຄວາມເຂົ້າໃຈຜິດ, ຄວາມສົງໄສ, ການປະນາມ ແລະ ຄວາມເຫັນດີເຫັນພ້ອມແຕ່ໃນທິດສະດີເທົ່ານັ້ນ. ບໍ່ມີຜູ້ໃດສາມາດເຂົ້າໃຈ ແລະ ເຫັນຄຸນຄ່າພຣະທຳຂອງພຣະເຈົ້າເຢໂຮວາທີ່ວ່າ ໂຢບເປັນບຸກຄົນທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຢ່າງແທ້ຈິງ.

ອີງຕາມຄວາມປະທັບໃຈຂອງພວກເຂົາກ່ຽວກັບໂຢບທີ່ໄດ້ກ່າວຂ້າງເທິງ, ຜູ້ຄົນຍິ່ງສົງໄສຄວາມຊອບທຳຂອງເພິ່ນຂຶ້ນອີກ, ຍ້ອນການກະທຳຂອງໂຢບ ແລະ ຄວາມປະພຶດຂອງເພິ່ນທີ່ຖືກບັນທຶກໃນຂໍ້ພຣະຄຳພີບໍ່ໄດ້ສະທ້ານໂລກດັ່ງທີ່ຜູ້ຄົນຈິນຕະນາການ. ບໍ່ພຽງແຕ່ເພິ່ນບໍ່ໄດ້ປະຕິບັດຄວາມສຳເລັດທີ່ຍິ່ງໃຫຍ່, ແຕ່ເພິ່ນຍັງເອົາເສດໝໍ້ແຕກມາຂູດຕົນເອງ ໃນຂະນະທີ່ນັ່ງຢູ່ໃນຂີ້ເທົ່າ. ການກະທຳນີ້ຍັງເຮັດໃຫ້ຜູ້ຄົນງຶດງໍ້ ແລະ ເຮັດໃຫ້ພວກເຂົາສົງໄສ ແລະ ແມ່ນແຕ່ປະຕິເສດຄວາມຊອບທຳຂອງໂຢບ, ຍ້ອນໃນຂະນະທີ່ເພິ່ນກຳລັງຂູດຕົນເອງ ໂຢບບໍ່ໄດ້ອະທິຖານ ຫຼື ສັນຍາຫຍັງກັບພຣະເຈົ້າ; ຫຼື ຍິ່ງໄປກວ່ານັ້ນແມ່ນບໍ່ໄດ້ເຫັນວ່າເພິ່ນເຊັດນໍ້າຕາແຫ່ງຄວາມເຈັບປວດ. ໃນເວລານີ້ ຜູ້ຄົນພຽງແຕ່ເຫັນຄວາມອ່ອນແອນຂອງໂຢບ ແລະ ບໍ່ໄດ້ເຫັນສິ່ງອື່ນເລີຍ ແລະ ດ້ວຍເຫດນັ້ນ ແມ່ນແຕ່ເມື່ອພວກເຂົາໄດ້ຍິນໂຢບເວົ້າວ່າ: “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ພວກເຂົາກໍຍັງບໍ່ຖືກດົນໃຈຢ່າງສິ້ນເຊີງ ແລະ ຍັງລັງເລໃຈ ແລະ ຍັງບໍ່ສາມາດແຍກແຍະຄວາມຊອບທຳຂອງໂຢບຈາກຄຳເວົ້າຂອງເພິ່ນ. ຄວາມປະທັບໃຈເບື້ອງຕົ້ນທີ່ໂຢບໄດ້ມອບໃຫ້ຜູ້ຄົນໃນລະຫວ່າງການທໍລະມານໃນການທົດລອງຂອງເພິ່ນກໍຄື ເພິ່ນບໍ່ໄດ້ປະຈົບປະແຈງ ຫຼື ອວດດີ. ຜູ້ຄົນບໍ່ເຫັນເລື່ອງລາວທີ່ຢູ່ເບື້ອງຫຼັງພຶດຕິກຳຂອງເຂົາທີ່ສະແດງອອກຢູ່ໃນສ່ວນເລິກໃນຫົວໃຈຂອງເຂົາ ຫຼື ພວກເຂົາບໍ່ໄດ້ເຫັນເຖິງຄວາມຢຳເກງພຣະເຈົ້າທີ່ຢູ່ພາຍໃນຫົວໃຈຂອງເພິ່ນ ຫຼື ການທີ່ເພິ່ນຍຶດຕິດກັບຫຼັກການແຫ່ງຫົນທາງການຫຼີກເວັ້ນສິ່ງຊົ່ວຮ້າຍ. ຄວາມສະຫງົບໃຈຂອງເພິ່ນເຮັດໃຫ້ຜູ້ຄົນຄິດວ່າ ຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນເປັນພຽງຄຳເວົ້າທີ່ວ່າງເປົ່າ, ຄວາມຢຳເກງພຣະເຈົ້າຂອງເພິ່ນເປັນພຽງເລື່ອງເລົ່າລື; ໃນເວລາດຽວກັນ, “ຄວາມອ່ອນແອ” ທີ່ເພິ່ນເປີດເຜີຍຢູ່ພາຍນອກກໍເຮັດໃຫ້ເກີດມີຄວາມນຶກຄິດໃນໃຈຢ່າງເລິກໆໃນພວກເຂົາ, ເຮັດໃຫ້ພວກເຂົາມີ “ທັດສະນະຄະຕິໃໝ່” ແລະ ແມ່ນແຕ່ “ຄວາມເຂົ້າໃຈໃໝ່” ຕໍ່ມະນຸດທີ່ພຣະເຈົ້າໃຫ້ນິຍາມວ່າສົມບູນ ແລະ ຊື່ສັດ. “ທັດສະນະຄະຕິໃໝ່” ແລະ “ຄວາມເຂົ້າໃຈໃໝ່” ດັ່ງກ່າວຖືກພິສູດ ເມື່ອໂຢບອ້າປາກຂອງເພິ່ນ ແລະ ສາບແຊ່ງມື້ທີ່ເພິ່ນເກີດ.

ເຖິງແມ່ນມະນຸດບໍ່ສາມາດຈິນຕະນາການ ແລະ ເຂົ້າໃຈເຖິງລະດັບຄວາມທໍລະມານທີ່ເພິ່ນທົນທຸກໄດ້, ເພິ່ນກໍບໍ່ໄດ້ເວົ້າດ້ວຍຄຳເວົ້າທີ່ນອກຮີດນອກທາງ, ແຕ່ບັນເທົາຄວາມເຈັບປວດໃນຮ່າງກາຍຂອງເພິ່ນດ້ວຍວິທີການຂອງເພິ່ນເອງເທົ່ານັ້ນ. ດັ່ງທີ່ໄດ້ບັນທຶກໄວ້ໃນຂໍ້ພຣະຄຳພີ, ເພິ່ນໄດ້ກ່າວໄວ້ວ່າ: “ຂໍໃຫ້ມື້ທີ່ຂ້ານ້ອຍເກີດນັ້ນດັບສູນເທີ້ນ ແລະ ກາງຄືນຂອງມື້ທີ່ວ່າຈະມີການຕັ້ງທ້ອງເດັກຊາຍນັ້ນ” (ໂຢບ 3:3). ບາງເທື່ອ ບໍ່ມີຜູ້ໃດໄດ້ພິຈາລະນາວ່າຄຳເວົ້າເຫຼົ່ານີ້ສຳຄັນ ແລະ ບາງເທື່ອມີຄົນທີ່ສົນໃຈກັບຄຳເວົ້າເຫຼົ່ານີ້. ໃນມຸມມອງຂອງພວກເຈົ້າ, ຄຳເວົ້າເຫຼົ່ານີ້ໝາຍຄວາມວ່າໂຢບຕໍ່ຕ້ານພຣະເຈົ້າບໍ? ພວກມັນເປັນຄໍາຕໍ່ວ່າຕໍ່ພຣະເຈົ້າບໍ? ເຮົາຮູ້ວ່າ ພວກເຈົ້າຫຼາຍຄົນມີແນວຄິດບາງຢ່າງກ່ຽວກັບຄຳເວົ້າທີ່ໂຢບໄດ້ກ່າວ ແລະ ເຊື່ອວ່າ ຖ້າໂຢບສົມບູນ ແລະ ຊື່ສັດ, ເພິ່ນບໍ່ຄວນສະແດງຄວາມອ່ອນແອນ ຫຼື ຄວາມໂສກເສົ້າເສຍໃຈ ແລະ ກົງກັນຂ້າມ ເພິ່ນຄວນຜະເຊີນກັບການໂຈມຕີຈາກຊາຕານດ້ວຍຄວາມຄິດບວກ ແລະ ແມ່ນແຕ່ຍິ້ມເມື່ອຜະເຊີນກັບການລໍ້ລວງຂອງຊາຕານ. ເພິ່ນບໍ່ຄວນມີປະຕິກິລິຍາແມ່ນແຕ່ໜ້ອຍດຽວກ່ຽວກັບຄວາມທໍລະມານທີ່ຊາຕານໄດ້ນໍາມາສູ່ເນື້ອໜັງຂອງເພິ່ນ ຫຼື ເພິ່ນບໍ່ຄວນສະແດງຄວາມຮູ້ສຶກໃດໜຶ່ງທີ່ຢູ່ພາຍໃນຫົວໃຈຂອງເພິ່ນ. ເພິ່ນຄວນຮຽກຮ້ອງໃຫ້ພຣະເຈົ້າເຮັດໃຫ້ການທົດລອງເຫຼົ່ານີ້ຮຸນແຮງຍິ່ງຂຶ້ນ. ນີ້ແມ່ນສິ່ງທີ່ຄວນສະແດງອອກ ແລະ ຜູ້ທີ່ບໍ່ຫວັ່ນໄຫວຄວນມີ ແລະ ຜູ້ທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຢ່າງແທ້ຈິງຄວນມີ. ໃນທ່າມກາງຄວາມທໍລະມານທີ່ຮຸນແຮງນີ້, ໂຢບພຽງແຕ່ສາບແຊ່ງມື້ທີ່ເພິ່ນເກີດ. ເພິ່ນບໍ່ໄດ້ຈົ່ມຕໍ່ວ່າພຣະເຈົ້າ, ແຮງໄກທີ່ເພິ່ນຈະມີເຈດຕະນາຕໍ່ຕ້ານພຣະເຈົ້າ. ສິ່ງນີ້ເວົ້າງ່າຍກວ່າເຮັດຫຼາຍ, ຍ້ອນຕັ້ງແຕ່ເວລາບູຮານຈົນເຖິງປັດຈຸບັນ, ບໍ່ມີຜູ້ໃດໄດ້ຜະເຊີນກັບການລໍ້ລວງດັ່ງກ່າວ ຫຼື ທົນທຸກກັບສິ່ງທີ່ເກີດຂຶ້ນກັບໂຢບ. ແລ້ວເປັນຫຍັງຈຶ່ງບໍ່ມີຜູ້ໃດຕົກຢູ່ໃນການລໍ້ລວງແບບດຽວກັນກັບໂຢບ? ມັນເປັນຍ້ອນວ່າ ດັ່ງທີ່ພຣະເຈົ້າເຂົ້າໃຈ ບໍ່ມີຜູ້ໃດສາມາດແບກຮັບຄວາມຮັບຜິດຊອບ ຫຼື ການຝາກຝັງດັ່ງກ່າວນັ້ນໄດ້, ບໍ່ມີຜູ້ໃດສາມາດເຮັດດັ່ງທີ່ໂຢບເຮັດ ແລະ ຍິ່ງໄປກວ່ານັ້ນ ບໍ່ມີຜູ້ໃດສາບແຊ່ງມື້ເກີດຂອງພວກເຂົາ ແລ້ວຍັງສາມາດບໍ່ປະຖິ້ມນາມຂອງພຣະເຈົ້າ ແລະ ສືບຕໍ່ອວຍພອນນາມຂອງພຣະເຈົ້າເຢໂຮວາ ດັ່ງທີ່ໂຢບໄດ້ເຮັດເມື່ອຄວາມທໍລະມານດັ່ງກ່າວເກີດຂຶ້ນກັບເພິ່ນ. ມີຜູ້ໃດສາມາເຮັດສິ່ງນີ້ບໍ? ເມື່ອພວກເຮົາເວົ້າສິ່ງນີ້ກ່ຽວກັບໂຢບ, ພວກເຮົາກຳລັງຍ້ອງຍໍພຶດຕິກຳຂອງເພິ່ນບໍ? ເພິ່ນເປັນຄົນຊອບທຳ ແລະ ສາມາດເປັນພະຍານດັ່ງກ່າວໃຫ້ແກ່ພຣະເຈົ້າໄດ້ ແລະ ສາມາດເຮັດໃຫ້ຊາຕານແລ່ນໜີໄປດ້ວຍເອົາມືປົກຄຸມຫົວ, ເພື່ອວ່າມັນຈະບໍ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອກ່າວຫາເພິ່ນອີກ, ແລ້ວມີຫຍັງຜິດກັບການຍົກຍ້ອງເພິ່ນບໍ? ມັນເປັນໄປໄດ້ບໍວ່າ ພວກເຈົ້າມີມາດຕະຖານທີ່ສູງກວ່າພຣະເຈົ້າ? ມັນເປັນໄປໄດ້ບໍວ່າ ພວກເຈົ້າຈະເຮັດໄດ້ດີກວ່າໂຢບ ເມື່ອການທົດລອງເກີດຂຶ້ນກັບພວກເຈົ້າ? ໂຢບໄດ້ຮັບການຍົກຍ້ອງຈາກພຣະເຈົ້າ, ພວກເຈົ້າມີຂໍ້ຂັດຂ້ອງຫຍັງບໍ່?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 47)

ໂຢບສາບແຊ່ງມື້ເກີດຂອງເພິ່ນ ຍ້ອນເພິ່ນບໍ່ຕ້ອງການໃຫ້ພຣະເຈົ້າເຈັບປວດຍ້ອນເພິ່ນ

ເຮົາມັກເວົ້າວ່າ ພຣະເຈົ້າຫຼຽວເບິ່ງພາຍໃນຫົວໃຈຂອງຜູ້ຄົນ, ໃນຂະນະທີ່ຜູ້ຄົນຫຼຽວເບິ່ງພາຍນອກຂອງຜູ້ຄົນ. ຍ້ອນພຣະເຈົ້າຫຼຽວເບິ່ງພາຍໃນຫົວໃຈຂອງຜູ້ຄົນ, ພຣະອົງຈຶ່ງເຂົ້າໃຈແກ່ນແທ້ຂອງພວກເຂົາ, ໃນຂະນະທີ່ຜູ້ຄົນກຳນົດແກ່ນແທ້ຂອງຄົນອື່ນໂດຍອີງຕາມພາຍນອກຂອງພວກເຂົາ. ເມື່ອໂຢບອ້າປາກຂອງເພິ່ນ ແລະ ສາບແຊ່ງມື້ເກີດຂອງເພິ່ນ, ການກະທຳນີ້ໄດ້ເຮັດໃຫ້ບຸກຄົນຝ່າຍວິນຍານທຸກຄົນຕົກຕະລຶງ ລວມເຖິງໝູ່ເພື່ອນສາມຄົນຂອງໂຢບ. ມະນຸດມາຈາກພຣະເຈົ້າ ແລະ ຄວນຂອບຄຸນສຳລັບຊີວິດ ແລະ ເນື້ອໜັງ ພ້ອມທັງມື້ເກີດຂອງເຂົາ ທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຂົາ ແລະ ເຂົາບໍ່ຄວນສາບແຊ່ງສິ່ງເຫຼົ່ານັ້ນ. ນີ້ແມ່ນສິ່ງທີ່ຄົນທຳມະດາສາມາດເຂົ້າໃຈ ແລະ ຄິດໄດ້. ສຳລັບຄົນໃດກໍຕາມທີ່ຕິດຕາມພຣະເຈົ້າ, ຄວາມເຂົ້າໃຈນີ້ແມ່ນສິ່ງທີ່ສັກສິດ ແລະ ບໍ່ສາມາດລະເມີດໄດ້ ແລະ ມັນຄືຄວາມຈິງທີ່ບໍ່ປ່ຽນແປງຈັກເທື່ອ. ໃນອີກດ້ານໜຶ່ງ ໂຢບໄດ້ລະເມີດກົດລະບຽບນັ້ນ: ເພິ່ນສາບແຊ່ງມື້ເກີດຂອງເພິ່ນ. ນີ້ແມ່ນການກະທຳທີ່ທຳມະດາຄິດວ່າເປັນການຂ້າມໄປສູ່ເຂດຫວງຫ້າມ. ບໍ່ແມ່ນພຽງແຕ່ໂຢບບໍ່ໄດ້ຮັບເອົາຄວາມເຂົ້າໃຈ ແລະ ຄວາມເຫັນອົກເຫັນໃຈຂອງຜູ້ຄົນ, ເພິ່ນຍັງບໍ່ໄດ້ຮັບເອົາການອະໄພໂທດຂອງພຣະເຈົ້າ. ໃນເວລາດຽວກັນ, ຍິ່ງມີຫຼາຍຄົນທີ່ສົງໄສຕໍ່ຄວາມຊອບທຳຂອງໂຢບ, ຍ້ອນມັນເບິ່ງຄືກັບວ່າ ຄວາມກະລຸນາຂອງພຣະເຈົ້າທີ່ມີຕໍ່ເພິ່ນນັ້ນເຮັດໃຫ້ໂຢບຕາມໃຈຕົນເອງ; ມັນເຮັດໃຫ້ເພິ່ນອວດດີ ແລະ ປະໝາດ ເຊິ່ງບໍ່ພຽງແຕ່ເພິ່ນບໍ່ໄດ້ຂອບໃຈພຣະເຈົ້າທີ່ອວຍພອນເພິ່ນ ແລະ ຫ່ວງໃຍເພິ່ນໃນຊົ່ວຊີວິດເທົ່ານັ້ນ, ແຕ່ເພິ່ນສາບແຊ່ງມື້ເກີດຂອງເພິ່ນໃຫ້ພິນາດ. ແລ້ວນີ້ແມ່ນຫຍັງ ຖ້າບໍ່ແມ່ນການຕໍ່ຕ້ານພຣະເຈົ້າ? ການກະທຳຜິວເຜີນດັ່ງກ່າວສ້າງຫຼັກຖານພິສູດໃຫ້ຜູ້ຄົນໄດ້ປະນາມການກະທຳນີ້ຂອງໂຢບ, ແຕ່ຜູ້ໃດສາມາດຮູ້ວ່າໂຢບຄິດຫຍັງແທ້ໆໃນເວລານັ້ນ? ຜູ້ໃດສາມາດຮູ້ເຖິງເຫດຜົນທີ່ໂຢບກະທຳແບບນັ້ນ? ມີພຽງແຕ່ພຣະເຈົ້າ ແລະ ໂຢບເອງເທົ່ານັ້ນທີ່ຮູ້ເລື່ອງລາວພາຍໃນ ແລະ ເຫດຜົນໃນນີ້.

ເມື່ອຊາຕານເດ່ມືຂອງມັນເພື່ອຫັກກະດູກຂອງໂຢບ, ໂຢບກໍຕົກລົງສູ່ກຳມືຂອງມັນ ໂດຍບໍ່ມີທາງຫຼົບໜີ ຫຼື ກຳລັງໃຫ້ຕໍ່ຕ້ານ. ຮ່າງກາຍ ແລະ ວິນຍານຂອງເພິ່ນໄດ້ທົນທຸກກັບຄວາມເຈັບປວດຢ່າງໃຫຍ່ຫຼວງ ແລະ ຄວາມເຈັບປວດນີ້ເຮັດໃຫ້ເພິ່ນຮູ້ສຶກຢ່າງເລິກເຊິ່ງເຖິງຄວາມບໍ່ສຳຄັນ, ຄວາມອ່ອນແອ ແລະ ຄວາມໄຮ້ກຳລັງຂອງມະນຸດທີ່ດຳລົງຊີວິດຢູ່ໃນເນື້ອໜັງ. ໃນເວລາດຽວກັນ, ເພິ່ນຍັງໄດ້ຮູ້ຄຸນຄ່າ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງວ່າເປັນຫຍັງພຣະເຈົ້າຈຶ່ງມີຈິດໃຈຫ່ວງໃຍ ແລະ ດູແລມະນຸດຊາດ. ໃນກຳມືຂອງຊາຕານ, ໂຢບຮູ້ວ່າ ມະນຸດທີ່ມີເນື້ອໜັງ ແລະ ເລືອດແມ່ນໄຮ້ກຳລັງ ແລະ ອ່ອນແອຫຼາຍແທ້ໆ. ເມື່ອເພິ່ນຄຸເຂົ່າລົ້ມລົງ ແລະ ອະທິຖານຫາພຣະເຈົ້າ, ເພິ່ນຮູ້ສຶກຄືກັບວ່າພຣະເຈົ້າກຳລັງປິດບັງໃບໜ້າຂອງພຣະອົງ ແລະ ລີ້ຢູ່, ຍ້ອນພຣະເຈົ້າໄດ້ມອບເພິ່ນໄວ້ໃນກໍາມືຂອງຊາຕານໝົດແລ້ວ. ໃນເວລາດຽວກັນ, ພຣະເຈົ້າຍັງຮ້ອງໄຫ້ຍ້ອນເພິ່ນ ແລະ ຍິ່ງໄປກວ່ານັ້ນກໍຄື ພຣະອົງເສຍໃຈຍ້ອນເພິ່ນ; ພຣະເຈົ້າເຈັບປວດຍ້ອນຄວາມເຈັບປວດຂອງເພິ່ນ ແລະ ເສຍໃຈຍ້ອນຄວາມເສຍໃຈຂອງເພິ່ນ... ໂຢບຮູ້ສຶກເຖິງຄວາມເຈັບປວດຂອງພຣະເຈົ້າ ພ້ອມທັງຮູ້ວ່າມັນເຫຼືອທົນສໍ່າໃດສຳລັບພຣະເຈົ້າ... ໂຢບບໍ່ໄດ້ຕ້ອງການນໍາຄວາມໂສກເສົ້າມາໃຫ້ພຣະເຈົ້າອີກ ຫຼື ເພິ່ນບໍ່ຕ້ອງການໃຫ້ພຣະເຈົ້າຮ້ອງໄຫ້ຍ້ອນເພິ່ນ, ແຮງໄກທີ່ເພິ່ນຈະຕ້ອງການເຫັນພຣະເຈົ້າເຈັບປວດຍ້ອນເພິ່ນ. ໃນຊ່ວງເວລານີ້ ໂຢບຕ້ອງການພຽງແຕ່ຖອດຕົວເອງອອກຈາກເນື້ອໜັງຂອງເພິ່ນ, ເພື່ອຈະບໍ່ໄດ້ອົດກັ້ນກັບຄວາມເຈັບປວດທີ່ເນື້ອໜັງນີ້ໄດ້ນໍາມາສູ່ເພິ່ນອີກຕໍ່ໄປ, ຍ້ອນການເຮັດແບບນີ້ຈະເຮັດໃຫ້ພຣະເຈົ້າເຊົາທໍລະມານຍ້ອນຄວາມເຈັບປວດຂອງເພິ່ນ, ແຕ່ເພິ່ນກໍບໍ່ສາມາດເຮັດໄດ້ ແລະ ເພິ່ນຕ້ອງອົດທົນບໍ່ແມ່ນແຕ່ກັບຄວາມເຈັບປວດທາງເນື້ອໜັງ, ແຕ່ຍັງເປັນຄວາມທໍລະມານທີ່ບໍ່ປາຖະໜາຢາກໃຫ້ພຣະເຈົ້າກັງວົນໃຈນໍາ. ຄວາມເຈັບປວດສອງຢ່າງນີ້, ຢ່າງໜຶ່ງແມ່ນມາຈາກເນື້ອໜັງ ແລະ ອີກຢ່າງແມ່ນມາຈາກວິນຍານໄດ້ນໍາຄວາມເຈັບປວດທີ່ຊໍ້າໃຈ ແລະ ບີບຫົວໃຈມາສູ່ໂຢບ ແລະ ເຮັດໃຫ້ເພິ່ນຮູ້ສຶກວ່າ ຂໍ້ຈຳກັດຂອງມະນຸດທີ່ມີເນື້ອໜັງ ແລະ ເລືອດສາມາດເຮັດໃຫ້ຄົນໆໜຶ່ງຮູ້ສຶກທໍ້ຖອຍໃຈ ແລະ ໝົດຫົນທາງໄດ້ແນວໃດ. ພາຍໃຕ້ສະຖານະການເຫຼົ່ານີ້, ຄວາມປາຖະໜາຂອງເພິ່ນຫາພຣະເຈົ້າຈຶ່ງຍິ່ງສູງຂຶ້ນ ແລະ ຄວາມກຽດຊັງຂອງເພິ່ນທີ່ມີຕໍ່ຊາຕານກໍຍິ່ງຮຸນແຮງຂຶ້ນ. ໃນເວລານີ້, ໂຢບຄິດວ່າເພິ່ນບໍ່ຄວນເກີດໃນໂລກຂອງມະນຸດເລີຍ, ມັນຈະດີກວ່າຖ້າເພິ່ນບໍ່ມີຊີວິດຢູ່ ແທນທີ່ຈະມາເຫັນພຣະເຈົ້າຮ້ອງໄຫ້ເສຍນໍ້າຕາ ຫຼື ຮູ້ສຶກເຖິງຄວາມເຈັບປວດຍ້ອນເຫັນແກ່ເພິ່ນແບບນີ້. ເພິ່ນເລີ່ມຕົ້ນກຽດຊັງເນື້ອໜັງຂອງເພິ່ນຢ່າງແຮງ, ເບື່ອໜ່າຍ ແລະ ເມື່ອຍກັບຕົນເອງ, ກັບມື້ເກີດຂອງເພິ່ນ ແລະ ແມ່ນແຕ່ກັບທຸກສິ່ງທີ່ກ່ຽວພັນກັບເພິ່ນ. ເພິ່ນບໍ່ປາຖະໜາທີ່ຈະກ່າວເຖິງມື້ເກີດຂອງເພິ່ນອີກ ຫຼື ແມ່ນຫຍັງກໍຕາມທີ່ກ່ຽວຂ້ອງກັບມັນ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງອ້າປາກຂອງເພິ່ນ ແລະ ສາບແຊ່ງມື້ເກີດຂອງເພິ່ນວ່າ: “ຂໍໃຫ້ມື້ທີ່ຂ້ານ້ອຍເກີດນັ້ນດັບສູນເທີ້ນ ແລະ ກາງຄືນຂອງມື້ທີ່ວ່າຈະມີການຕັ້ງທ້ອງເດັກຊາຍນັ້ນ. ຂໍໃຫ້ມື້ນັ້ນມີແຕ່ຄວາມມືດມົວ. ຂໍໃຫ້ພຣະເຈົ້າຢ່າສົນໃຈເລື່ອງນີ້ຈາກເບື້ອງເທິງ ຫຼື ສ່ອງແສງສະຫວ່າງລົງມາເລີຍ” (ໂຢບ 3:3-4). ຄຳເວົ້າຂອງໂຢບແບກຫາບຄວາມກຽດຊັງແກ່ເພິ່ນເອງ “ຂໍໃຫ້ມື້ທີ່ຂ້ານ້ອຍເກີດນັ້ນດັບສູນເທີ້ນ ແລະ ກາງຄືນຂອງມື້ທີ່ວ່າຈະມີການຕັ້ງທ້ອງເດັກຊາຍນັ້ນ” ພ້ອມທັງຄວາມຜິດທີ່ເພິ່ນຮູ້ສຶກຕໍ່ຕົນເອງ ແລະ ຄວາມຮູ້ສຶກເປັນໜີ້ບຸນຄຸນຂອງເພິ່ນ ຍ້ອນເພິ່ນເຮັດໃຫ້ເກີດຄວາມເຈັບປວດແກ່ພຣະເຈົ້າ “ຂໍໃຫ້ມື້ນັ້ນມີແຕ່ຄວາມມືດມົວ. ຂໍໃຫ້ພຣະເຈົ້າຢ່າສົນໃຈເລື່ອງນີ້ຈາກເບື້ອງເທິງ ຫຼື ສ່ອງແສງສະຫວ່າງລົງມາເລີຍ”. ຂໍ້ຄວາມສອງຂໍ້ເຫຼົ່ານີ້ຄືການສະແດງອອກເຖິງຄວາມຮູ້ສຶກຢ່າງທີ່ສຸດທີ່ໂຢບມີໃນຕອນນັ້ນ ແລະ ສະແດງເຖິງຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນທັງໝົດຕໍ່ທຸກຄົນ. ໃນເວລາດຽວກັນ, ດັ່ງທີ່ໂຢບປາຖະໜາ, ຄວາມເຊື່ອ ແລະ ຄວາມເຊື່ອຟັງຂອງເພິ່ນຕໍ່ພຣະເຈົ້າ ພ້ອມທັງຄວາມຢຳເກງຂອງເພິ່ນຕໍ່ພຣະເຈົ້າກໍຖືກຍົກລະດັບຂຶ້ນຢ່າງແທ້ຈິງ. ແນ່ນອນ ການຍົກລະດັບຂຶ້ນນີ້ແມ່ນຜົນທີ່ພຣະເຈົ້າໄດ້ຄາດຫວັງໄວ້ແທ້ໆ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 48)

ໂຢບເອົາຊະນະຊາຕານ ແລະ ກາຍມາເປັນມະນຸດທີ່ແທ້ຈິງໃນສາຍຕາຂອງພຣະເຈົ້າ

ເມື່ອໂຢບໄດ້ຜ່ານການທົດລອງຂອງເພິ່ນເປັນຄັ້ງທຳອິດ, ເພິ່ນກໍໄດ້ສູນເສຍຊັບສິນທຸກຢ່າງຂອງເພິ່ນ ແລະ ລູກໆທຸກຄົນຂອງເພິ່ນ, ແຕ່ເພິ່ນກໍບໍ່ໄດ້ລົ້ມລົງ ຫຼື ກ່າວສິ່ງໃດທີ່ເປັນຜົນບາບຕໍ່ພຣະເຈົ້າ. ເພິ່ນໄດ້ເອົາຊະນະການທົດລອງຂອງຊາຕານ ແລະ ເພິ່ນໄດ້ເອົາຊະນະວັດຖຸທີ່ເປັນຊັບສິນຂອງເພິ່ນ, ເຊື້ອສາຍຂອງເພິ່ນ ແລະ ການທົດລອງໃນການສູນເສຍຊັບສິນທາງໂລກຂອງເພິ່ນ, ເຊິ່ງເວົ້າໄດ້ວ່າ ເພິ່ນສາມາດເຊື່ອຟັງພຣະເຈົ້າໃນຂະນະທີ່ພຣະອົງເອົາສິ່ງຕ່າງໆໄປຈາກເພິ່ນ ແລະ ເພິ່ນຍັງສາມາດຂອບຄຸນ ແລະ ສັນລະເສີນພຣະເຈົ້າຍ້ອນສິ່ງທີ່ພຣະເຈົ້າໄດ້ເຮັດ. ນັ້ນແມ່ນຄວາມປະພຶດຂອງໂຢບໃນລະຫວ່າງການລໍ້ລວງຄັ້ງທຳອິດຂອງຊາຕານ ແລະ ນີ້ຍັງເປັນຄຳພະຍານຂອງໂຢບໃນລະຫວ່າງການທົດລອງຄັ້ງທຳອິດຂອງພຣະເຈົ້າ. ໃນການທົດລອງຄັ້ງທີສອງ, ຊາຕານເດ່ມືຂອງມັນອອກເພື່ອທໍາຮ້າຍໂຢບ ແລະ ເຖິງແມ່ນໂຢບໄດ້ຜະເຊີນກັບຄວາມເຈັບປວດຢ່າງຮຸນແຮງທີ່ເພິ່ນບໍ່ເຄີຍຮູ້ສຶກມາກ່ອນ, ຄຳພະຍານຂອງເພິ່ນກໍຍັງພຽງພໍທີ່ເຮັດໃຫ້ຜູ້ຄົນຕົກຕະລຶງ. ເພິ່ນໃຊ້ຄວາມອົດທົນຂອງເພິ່ນ, ຄວາມເຊື່ອ ແລະ ຄວາມເຊື່ອຟັງຕໍ່ພຣະເຈົ້າ ພ້ອມທັງຄວາມຢຳເກງຂອງເພິ່ນຕໍ່ພຣະເຈົ້າ ເພື່ອເອົາຊະນະຊາຕານອີກຄັ້ງ ແລະ ຄວາມປະພຶດຂອງເພິ່ນ ແລະ ຄຳພະຍານຂອງເພິ່ນກໍໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຄວາມນິຍົມຊົມຊອບຈາກພຣະເຈົ້າອີກຄັ້ງ. ໃນລະຫວ່າງການລໍ້ລວງ, ໂຢບໃຊ້ຄວາມປະພຶດທີ່ແທ້ຈິງຂອງເພິ່ນເພື່ອປະກາດຕໍ່ຊາຕານວ່າ ຄວາມເຈັບປວດຂອງເນື້ອໜັງບໍ່ສາມາດປ່ຽນແປງຄວາມເຊື່ອຂອງເພິ່ນ ແລະ ຄວາມເຊື່ອຟັງຕໍ່ພຣະເຈົ້າ ຫຼື ເອົາຄວາມອຸທິດຕໍ່ພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າໄປໄດ້; ເພິ່ນຈະບໍ່ປະຕິເສດພຣະເຈົ້າ ຫຼື ຍອມສະຫຼະຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ຍ້ອນເພິ່ນໄດ້ຜະເຊີນກັບຄວາມຕາຍ. ຄວາມຕັ້ງໃຈຂອງໂຢບເຮັດໃຫ້ຊາຕານຢ້ານກົວ, ຄວາມເຊື່ອຂອງເພິ່ນເຮັດໃຫ້ຊາຕານຢ້ານ ແລະ ສັ່ນເຊັນ, ຄວາມຕັ້ງໝັ້ນທີ່ເພິ່ນຕໍ່ສູ້ກັບຊາຕານໃນລະຫວ່າງການສູ້ຮົບດ້ວຍຄວາມເປັນຄວາມຕາຍຂອງພວກເຂົາໄດ້ກໍ່ໃຫ້ເກີດຄວາມກຽດຊັງ ແລະ ຄວາມແຄ້ນໃຈຢ່າງຮຸນແຮງໃນຊາຕານ; ຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນໄດ້ເຮັດໃຫ້ຊາຕານບໍ່ສາມາດເຮັດຫຍັງເພິ່ນໄດ້, ຈົນໃນທີ່ສຸດ ຊາຕານກໍປະຖິ້ມການໂຈມຕີຂອງມັນ ແລະ ຍອມປະຖິ້ມຄຳກ່າວຫາຂອງມັນຕໍ່ກັບໂຢບທີ່ມັນໄດ້ວາງໄວ້ຕໍ່ໜ້າພຣະເຈົ້າເຢໂຮວາ. ນີ້ໝາຍຄວາມວ່າ ໂຢບໄດ້ເອົາຊະນະໂລກ, ເພິ່ນໄດ້ເອົາຊະນະເນື້ອໜັງ, ເພິ່ນໄດ້ເອົາຊະນະຊາຕານ ແລະ ເພິ່ນໄດ້ເອົາຊະນະຄວາມຕາຍ; ເພິ່ນເປັນຄົນຂອງພຣະເຈົ້າຢ່າງສົມບູນ ແລະ ຢ່າງແທ້ຈິງ. ໃນລະຫວ່າງການທົດລອງສອງຄັ້ງນີ້, ໂຢບຍຶດໝັ້ນໃນຄຳພະຍານຂອງເພິ່ນ, ດຳລົງຊີວິດຕາມຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນຢ່າງແທ້ຈິງ ແລະ ຂະຫຍາຍຂອບເຂດຫຼັກການດຳລົງຊີວິດຂອງເພິ່ນໃນການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ຜ່ານການທົດລອງສອງຄັ້ງນີ້ ໄດ້ເຮັດໃຫ້ເກີດມີປະສົບການທີ່ອຸດົມສົມບູນຂຶ້ນ ແລະ ປະສົບການນີ້ກໍເຮັດໃຫ້ເພິ່ນເປັນຜູ້ໃຫຍ່ຂຶ້ນ ແລະ ມີປະສົບການຫຼາຍຂຶ້ນ, ມັນເຮັດໃຫ້ເພິ່ນເຂັ້ມແຂງຂຶ້ນ ແລະ ມີຄວາມເຊື່ອທີ່ຍິ່ງໃຫຍ່ຂຶ້ນ ແລະ ມັນເຮັດໃຫ້ເພິ່ນໝັ້ນໃຈໃນຄວາມຖືກຕ້ອງ ແລະ ຄຸນຄ່າຂອງຄວາມຊື່ສັດທີ່ເພິ່ນຍຶດໝັ້ນຫຼາຍຂຶ້ນ. ການທີ່ພຣະເຈົ້າເຢໂຮວາທົດລອງໂຢບໄດ້ເຮັດໃຫ້ເພິ່ນມີຄວາມເຂົ້າໃຈ ແລະ ຄວາມຮູ້ສຶກທີ່ເລິກເຊິ່ງກ່ຽວກັບຄວາມຫ່ວງໃຍຂອງພຣະເຈົ້າທີ່ມີຕໍ່ມະນຸດ ແລະ ເຮັດໃຫ້ເພິ່ນໄດ້ຮູ້ສຶກເຖິງຄວາມລໍ້າຄ່າຂອງຄວາມຮັກຂອງພຣະເຈົ້າ ເຊິ່ງໄດ້ເພີ່ມຄວາມເຫັນອົກເຫັນໃຈ ແລະ ຄວາມຮັກສຳລັບພຣະເຈົ້າເຂົ້າໃນຄວາມຢຳເກງພຣະເຈົ້າຂອງເພິ່ນ. ການທົດລອງຂອງພຣະເຈົ້າເຢໂຮວາບໍ່ພຽງແຕ່ບໍ່ເຮັດໃຫ້ໂຢບບາດໝາງຕໍ່ພຣະອົງ, ແຕ່ຍັງນໍາຫົວໃຈຂອງເພິ່ນເຂົ້າໃກ້ພຣະເຈົ້າຍິ່ງຂຶ້ນ. ເມື່ອຄວາມເຈັບປວດຝ່າຍເນື້ອໜັງທີ່ໂຢບອົດກັ້ນນັ້ນໄດ້ໄປເຖິງຈຸດສູງສຸດ, ຄວາມເປັນຫ່ວງທີ່ເພິ່ນຮູ້ສຶກຈາກພຣະເຈົ້າເຢໂຮວາເຮັດໃຫ້ເພິ່ນສາບແຊ່ງມື້ເກີດຂອງເພິ່ນ. ຄວາມປະພຶດດັ່ງກ່າວບໍ່ໄດ້ກະກຽມໄວ້ມາກ່ອນ, ແຕ່ເປັນການເປີດເຜີຍໂດຍທຳມະຊາດເຖິງຄວາມເຫັນອົກເຫັນໃຈ ແລະ ຄວາມຮັກຈາກພາຍໃນຫົວໃຈຂອງເພິ່ນທີ່ມີຕໍ່ພຣະເຈົ້າ, ມັນເປັນການເປີດເຜີຍໂດຍທຳມະຊາດທີ່ມາຈາກຄວາມເຫັນອົກເຫັນໃຈຂອງເພິ່ນ ແລະ ຄວາມຮັກສຳລັບພຣະເຈົ້າ. ນີ້ໝາຍຄວາມວ່າ ຍ້ອນເພິ່ນກຽດຊັງຕົນເອງ ແລະ ເພິ່ນບໍ່ເຕັມໃຈ ແລະ ບໍ່ສາມາດທົນຕໍ່ການທໍລະມານພຣະເຈົ້າ, ສະນັ້ນຄວາມເຫັນອົກເຫັນໃຈ ແລະ ຄວາມຮັກຂອງເພິ່ນຈຶ່ງໄປເຖິງຈຸດທີ່ບໍ່ມີຂອບເຂດ. ໃນເວລານີ້, ໂຢບໄດ້ຍົກການເຄົາລົບບູຊາເປັນເວລາດົນນານ ແລະ ຄວາມປາຖະໜາຫາພຣະເຈົ້າ ແລະ ຄວາມອຸທິດແກ່ພຣະເຈົ້າຂຶ້ນສູ່ລະດັບເຫັນອົກເຫັນໃຈ ແລະ ຄວາມຮັກ. ໃນເວລາດຽວກັນ, ເພິ່ນຍັງໄດ້ຍົກລະດັບຄວາມເຊື່ອຂອງເພິ່ນ ແລະ ຄວາມເຊື່ອຟັງພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າໄປເຖິງລະດັບທີ່ເຫັນອົກເຫັນໃຈ ແລະ ຮັກ. ເພິ່ນບໍ່ຍອມໃຫ້ຕົນເອງເຮັດຫຍັງທີ່ຈະກໍ່ຄວາມເສຍຫາຍແກ່ພຣະເຈົ້າ, ເພິ່ນບໍ່ອະນຸຍາດໃຫ້ຕົນປະພຶດຫຍັງກໍຕາມທີ່ຈະທຳຮ້າຍພຣະເຈົ້າ ແລະ ບໍ່ຍອມໃຫ້ຕົນເອງນໍາຄວາມໂສກເສົ້າ, ຄວາມເສຍໃຈ ຫຼື ແມ່ນແຕ່ຄວາມທຸກໃຈມາສູ່ພຣະເຈົ້າຍ້ອນເຫດຜົນຂອງເພິ່ນເອງ. ໃນສາຍຕາຂອງພຣະເຈົ້າ, ເຖິງແມ່ນໂຢບຍັງເປັນໂຢບຄືເກົ່າ, ຄວາມເຊື່ອ, ຄວາມເຊື່ອຟັງ ແລະ ຄວາມຢຳເກງພຣະເຈົ້າຂອງໂຢບໄດ້ນໍາຄວາມພໍໃຈ ແລະ ຄວາມສຸກມາໃຫ້ພຣະເຈົ້າຢ່າງສົມບູນ. ໃນເວລານີ້, ໂຢບໄດ້ຮັບເອົາຄວາມສົມບູນທີ່ພຣະເຈົ້າຄາດຫວັງໃຫ້ເພິ່ນໄດ້ຮັບ; ເພິ່ນໄດ້ກາຍມາເປັນຄົນທີ່ສົມຄວນແກ່ການຖືກເອີ້ນວ່າ “ສົມບູນ ແລະ ຊື່ສັດ” ໃນສາຍຕາຂອງພຣະເຈົ້າ. ການກະທຳທີ່ຊອບທຳຂອງເພິ່ນເຮັດໃຫ້ເພິ່ນໄດ້ເອົາຊະນະຊາຕານ ແລະ ຍຶດໝັ້ນໃນຄຳພະຍານຂອງເພິ່ນຕໍ່ພຣະເຈົ້າ. ພ້ອມນັ້ນ ການກະທຳທີ່ຊອບທຳຂອງເພິ່ນຍັງເຮັດໃຫ້ເພິ່ນສົມບູນ ແລະ ເຮັດໃຫ້ຄຸນຄ່າໃນຊີວິດຂອງເພິ່ນຖືກຍົກຂຶ້ນ ແລະ ດີກວ່າແຕ່ກ່ອນ ແລະ ພວກມັນຍັງເຮັດໃຫ້ເພິ່ນເປັນຄົນທຳອິດທີ່ຈະບໍ່ຖືກໂຈມຕີ ແລະ ລໍ້ລວງໂດຍຊາຕານອີກຕໍ່ໄປ. ຍ້ອນໂຢບຊອບທຳ, ເພິ່ນຈຶ່ງຖືກຊາຕານກ່າວໂທດ ແລະ ລໍ້ລວງ; ຍ້ອນໂຢບຊອບທຳ, ເພິ່ນຈຶ່ງຖືກມອບໃຫ້ແກ່ຊາຕານ; ແລະ ຍ້ອນໂຢບຊອບທຳ, ເພິ່ນຈຶ່ງໄດ້ເອົາຊະນະ ແລະ ເຮັດໃຫ້ຊາຕານປະລາໄຊ ແລະ ຍຶດໝັ້ນໃນຄຳພະຍານຂອງເພິ່ນ. ຕັ້ງແຕ່ນີ້ເປັນຕົ້ນໄປ ໂຢບຈຶ່ງກາຍມາເປັນມະນຸດຄົນທຳອິດທີ່ບໍ່ຖືກມອບໃຫ້ແກ່ຊາຕານອີກຈັກເທື່ອ, ເພິ່ນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ດຳລົງຊີວິດໃນແສງສະຫວ່າງຢ່າງແທ້ຈິງ, ພາຍໃຕ້ພອນຂອງພຣະເຈົ້າ ໂດຍປາສະຈາກການສອດແນມ ຫຼື ຄວາມພິນາດຂອງຊາຕານ... ເພິ່ນກາຍມາເປັນມະນຸດທີ່ແທ້ຈິງໃນສາຍຕາຂອງພຣະເຈົ້າ; ເພິ່ນຖືກປ່ອຍໃຫ້ເປັນອິດສະຫຼະ...

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 49)

ໃນຊີວິດປະຈຳວັນຂອງໂຢບ ພວກເຮົາໄດ້ເຫັນຄວາມສົມບູນ, ຄວາມຊື່ສັດ, ຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍຂອງເພິ່ນ

ຖ້າພວກເຮົາຈະສົນທະນາກ່ຽວກັບໂຢບ, ແລ້ວພວກເຮົາກໍຕ້ອງເລີ່ມຕົ້ນດ້ວຍການປະເມີນເພິ່ນທີ່ກ່າວອອກຈາກປາກຂອງພຣະເຈົ້າເອງ: “ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ”.

ກ່ອນອື່ນ ພວກເຮົາມາຮຽນຮູ້ກ່ຽວກັບຄວາມສົມບູນ ແລະ ຄວາມຊື່ສັດຂອງໂຢບກ່ອນ.

ແມ່ນຫຍັງຄືຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄຳວ່າ “ສົມບູນ” ແລະ “ຊື່ສັດ”? ພວກເຈົ້າເຊື່ອວ່າໂຢບບໍ່ມີບ່ອນຕໍານິ ແລະ ເພິ່ນເປັນຕາເຄົາລົບນັບຖືບໍ? ແນ່ນອນ ສິ່ງນີ້ຈະເປັນການຕີຄວາມໝາຍ ແລະ ຄວາມເຂົ້າໃຈຕາມຕົວອັກສອນກ່ຽວກັບຄຳວ່າ “ສົມບູນ” ແລະ “ຊື່ສັດ”. ແຕ່ບໍລິບົດຂອງຊີວິດທີ່ແທ້ຈິງແມ່ນຂຶ້ນຢູ່ກັບຄວາມເຂົ້າໃຈທີ່ແທ້ຈິງຂອງໂຢບ, ຄຳເວົ້າ, ໜັງສື ແລະ ທິດສະດີພຽງຢ່າງດຽວແມ່ນຈະບໍ່ໃຫ້ຄຳຕອບໃດເລີຍ. ພວກເຮົາຈະເລີ່ມຕົ້ນໂດຍເບິ່ງຊີວິດໃນເຮືອນຂອງໂຢບ, ເບິ່ງຄວາມປະພຶດປົກກະຕິຂອງເພິ່ນໃນຊີວິດປະຈໍາວັນຂອງເພິ່ນ. ສິ່ງນີ້ຈະບອກໃຫ້ພວກເຮົາຮູ້ກ່ຽວກັບຫຼັກການ ແລະ ຈຸດປະສົງໃນຊີວິດຂອງເພິ່ນ, ພ້ອມທັງກ່ຽວກັບບຸກຄະລິກ ແລະ ການສະແຫວງຫາຂອງເພິ່ນ. ບັດນີ້ ໃຫ້ພວກເຮົາອ່ານພຣະທຳສຸດທ້າຍໃນໂຢບ 1:3. “ໃນບັນດາຜູ້ຊາຍຈາກທິດຕາເວັນອອກ ຊາຍຄົນນີ້ເປັນຄົນທີ່ຍິ່ງໃຫຍ່ທີ່ສຸດ”. ສິ່ງທີ່ພຣະທຳເຫຼົ່ານີ້ໝາຍເຖິງກໍຄື ສະຖານະ ແລະ ຕໍາແໜ່ງຂອງໂຢບແມ່ນສູງຫຼາຍ ແລະ ເຖິງແມ່ນພວກເຮົາບໍ່ໄດ້ຮູ້ເຖິງເຫດຜົນທີ່ວ່າເພິ່ນເປັນບຸກຄົນຍິ່ງໃຫຍ່ທີ່ສຸດໃນບັນດາມະນຸດທັງປວງໃນທິດຕາເວັນອອກ ຍ້ອນຊັບສິນອັນອຸດົມສົມບູນຂອງເພິ່ນ ຫຼື ຍ້ອນເພິ່ນສົມບູນ ແລະ ຊື່ສັດ ແລະ ຢຳເກງພຣະເຈົ້າ ໃນຂະນະທີ່ຫຼີກເວັ້ນສິ່ງຊົ່ວຮ້າຍ, ແຕ່ໂດຍລວມແລ້ວ ພວກເຮົາຮູ້ວ່າສະຖານະ ແລະ ຕໍາແໜ່ງຂອງໂຢບມີຄ່າສູງຫຼາຍ. ດັ່ງທີ່ໄດ້ບັນທຶກໄວ້ໃນພຣະຄຳພີ, ສິ່ງທໍາອິດທີ່ຜູ້ຄົນປະທັບໃຈກ່ຽວກັບໂຢບກໍຄື ໂຢບສົມບູນ, ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ເພິ່ນມີຄວາມຮັ່ງມີຢ່າງຫຼວງຫຼາຍ ແລະ ມີສະຖານະທີ່ເປັນຕາເຄົາລົບນັບຖື. ການທີ່ບຸກຄົນປົກກະຕິດຳລົງຊີວິດຢູ່ໃນສະພາບແວດລ້ອມດັ່ງກ່າວ ແລະ ພາຍໃຕ້ເງື່ອນໄຂດັ່ງກ່າວ, ອາຫານຂອງໂຢບ, ຄຸນນະພາບຊີວິດ ແລະ ຫຼາກຫຼາຍລັກສະນະຂອງຊີວິດສ່ວນຕົວຂອງເພິ່ນຈະເປັນຈຸດສົນໃຈຂອງຜູ້ຄົນສ່ວນໃຫຍ່; ສະນັ້ນ ພວກເຮົາຕ້ອງສືບຕໍ່ອ່ານຂໍ້ພຣະຄຳພີທີ່ວ່າ: “ແລະ ລູກຊາຍຂອງລາວກໍຈັດງານກິນລ້ຽງໃນບ້ານຂອງພວກເຂົາ, ພວກເຂົາຈັດໃນແຕ່ລະມື້ຕາມຜຽນຂອງຕົນ ແລ້ວກໍເອີ້ນເອື້ອຍນ້ອງຂອງພວກເຂົາທັງສາມຄົນມາກິນ ແລະ ດື່ມກັບພວກເຂົາ. ມັນກໍເປັນດັ່ງນັ້ນ ໃນແຕ່ລະມື້ຫລັງຈາກການກິນລ້ຽງຂອງພວກເຂົາເລີກແລ້ວ ໂຢບກໍໄປ ຊໍາລະລ້າງບາບໃຫ້ພວກເຂົາ ແລະ ລຸກຂຶ້ນແຕ່ເຊົ້າ ເພື່ອຖວາຍເຄື່ອງເຜົາບູຊາຕາມຈຳນວນຂອງພວກເຂົາທັງໝົດ ຍ້ອນໂຢບເວົ້າວ່າ ມັນອາດເປັນຍ້ອນບຸດຊາຍຂອງຕົນທີ່ໄດ້ເຮັດບາບ ແລະ ສາບແຊ່ງພຣະເຈົ້າໃນຫົວໃຈຂອງພວກເຂົາ. ສະນັ້ນ ໂຢບກໍເຮັດແບບນັ້ນຢ່າງຕໍ່ເນື່ອງ” (ໂຢບ 1:4-5). ຂໍ້ຄວາມນີ້ໄດ້ບອກພວກເຮົາໃຫ້ຮູ້ເຖິງສອງສິ່ງ: ສິ່ງທຳອິດກໍຄື ລູກຊາຍ ແລະ ລູກສາວຂອງໂຢບກິນລ້ຽງຢ່າງເປັນປະຈຳ ໂດຍກິນ ແລະ ດື່ມຢ່າງຫຼວງຫຼາຍ; ສິ່ງທີສອງກໍຄື ໂຢບຖວາຍເຄື່ອງເຜົາບູຊາຢູ່ເລື້ອຍໆ ຍ້ອນເພິ່ນກັງວົນໃຈກັບລູກຊາຍ ແລະ ລູກສາວຂອງເພິ່ນຢູ່ສະເໝີ, ຢ້ານວ່າພວກເຂົາຈະເຮັດຜິດ, ໃນຫົວໃຈຂອງພວກເຂົາແລ້ວ ພວກເຂົາປະຕິເສດພຣະເຈົ້າ. ສິ່ງນີ້ໄດ້ບັນຍາຍເຖິງຊີວິດຂອງຜູ້ຄົນສອງປະເພດທີ່ແຕກຕ່າງກັນ. ປະເພດທຳອິດກໍຄືລູກຊາຍ ແລະ ລູກສາວຂອງໂຢບ ແມ່ນມັກກິນລ້ຽງ ຍ້ອນຄວາມມັ່ງຄັ່ງຂອງພວກເຂົາ, ດຳລົງຊີວິດຢ່າງຟຸມເຟືອຍ, ດື່ມ ແລະ ກິນຈົນພວກເຂົາພໍໃຈ ແລະ ເພີດເພີນກັບຄຸນນະພາບທີ່ດີແຫ່ງຊີວິດທີ່ນໍາມາໂດຍຄວາມຮັ່ງມີທາງດ້ານວັດຖຸ. ເມື່ອດຳລົງຊີວິດແບບນັ້ນ, ມັນກໍຫຼີກເວັ້ນບໍ່ໄດ້ທີ່ພວກເຂົາຈະເຮັດບາບ ແລະ ທ້າທາຍພຣະເຈົ້າຢູ່ເລື້ອຍໆ, ແຕ່ພວກເຂົາບໍ່ໄດ້ຊໍາລະລ້າງບາບຕົນເອງ ຫຼື ຖວາຍເຄື່ອງເຜົາບູຊາ. ເຈົ້າໄດ້ເຫັນແລ້ວວ່າ ພຣະເຈົ້າບໍ່ມີພື້ນທີ່ຢູ່ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ຄຳນຶງເຖິງພຣະຄຸນຂອງພຣະເຈົ້າ ຫຼື ບໍ່ຢ້ານທີ່ຈະເຮັດຜິດຕໍ່ພຣະເຈົ້າ, ແຮງໄກທີ່ພວກເຂົາຈະຢ້ານການປະຕິເສດພຣະເຈົ້າໃນຫົວໃຈຂອງພວກເຂົາ. ແນ່ນອນ, ຈຸດສຸມຂອງພວກເຮົາບໍ່ແມ່ນຢູ່ທີ່ລູກໆຂອງໂຢບ, ແຕ່ຢູ່ທີ່ສິ່ງທີ່ໂຢບເຮັດ ເມື່ອຜະເຊີນກັບເຫດການດັ່ງກ່າວ; ນີ້ແມ່ນອີກສິ່ງໜຶ່ງທີ່ບັນຍາຍໄວ້ໃນຂໍ້ພຣະທໍາ ເຊິ່ງກ່ຽວພັນກັບຊີວິດປະຈຳວັນຂອງໂຢບ ແລະ ແກ່ນແທ້ຂອງຄວາມເປັນມະນຸດຂອງເພິ່ນ. ເມື່ອພຣະຄຳພີບັນຍາຍເຖິງການກິນລ້ຽງຂອງລູກຊາຍ ແລະ ລູກສາວຂອງໂຢບ, ບໍ່ໄດ້ມີການເວົ້າເຖິງໂຢບ; ມີພຽງແຕ່ເວົ້າວ່າ ລູກຊາຍ ແລະ ລູກສາວຂອງເພິ່ນກິນ ແລະ ດື່ມຮ່ວມກັນຢູ່ເລື້ອຍໆ. ເວົ້າອີກຢ່າງກໍຄື ເພິ່ນບໍ່ໄດ້ຈັດງານກິນລ້ຽງ ຫຼື ເພິ່ນບໍ່ໄດ້ເຂົ້າຮ່ວມກັບລູກຊາຍ ແລະ ລູກສາວຂອງເພິ່ນເພື່ອກິນຢ່າງຟຸມເຟືອຍ. ເຖິງແມ່ນຈະມັ່ງຄັ່ງ ແລະ ມີຊັບສິນ ແລະ ຄົນຮັບໃຊ້ຢ່າງຫຼວງຫຼາຍ, ຊີວິດຂອງໂຢບກໍບໍ່ແມ່ນຊີວິດທີ່ຫຼູຫຼາ. ເພິ່ນບໍ່ໄດ້ເພີດເພີນກັບສະພາບແວດລ້ອມໃນການດຳລົງຊີວິດທີ່ດີເລີດທີ່ສຸດຂອງເພິ່ນ ແລະ ຄວາມຮັ່ງມີຂອງເພິ່ນກໍບໍ່ໄດ້ເຮັດໃຫ້ເພິ່ນຍຶດຕິດກັບຄວາມສຸກຝ່າຍເນື້ອໜັງຢ່າງໂລພາ ຫຼື ເຮັດໃຫ້ເພິ່ນລືມຖວາຍເຄື່ອງເຜົາບູຊາ ແລະ ແຮງໄກທີ່ມັນຈະເຮັດໃຫ້ເພິ່ນຫຼີກເວັ້ນພຣະເຈົ້າໃນຫົວໃຈຂອງເພິ່ນເທື່ອລະໜ້ອຍ. ນີ້ເຫັນໄດ້ຢ່າງຊັດເຈນວ່າ ໂຢບມີວິໄນໃນວິທີໃຊ້ຊີວິດຂອງເພິ່ນ, ບໍ່ໄດ້ໂລພາ ຫຼື ສຳລານຍ້ອນພອນທີ່ພຣະເຈົ້າປະທານໃຫ້ເພິ່ນ ແລະ ເພິ່ນບໍ່ໄດ້ຍຶດຕິດກັບຄຸນນະພາບຊີວິດ. ກົງກັນຂ້າມ, ເພິ່ນຖ່ອມຕົນ ແລະ ບໍ່ອວດໂອ້, ເພິ່ນບໍ່ອວດດີ ແລະ ເພິ່ນລະມັດລະວັງ ແລະ ບໍ່ປະໝາດຕໍ່ໜ້າພຣະເຈົ້າ. ເພິ່ນຄຳນຶງເຖິງພຣະຄຸນ ແລະ ພອນຂອງພຣະເຈົ້າຢູ່ສະເໝີ ແລະ ຢຳເກງພຣະເຈົ້າຢ່າງຕໍ່ເນື່ອງ. ໃນຊີວິດປະຈຳວັນຂອງເພິ່ນ, ໂຢບມັກຕື່ນເຊົ້າເພື່ອຖວາຍເຄື່ອງເຜົາບູຊາສຳລັບລູກຊາຍ ແລະ ລູກສາວຂອງເພິ່ນ. ເວົ້າອີກຢ່າງໜຶ່ງກໍຄື ບໍ່ພຽງແຕ່ໂຢບຢຳເກງພຣະເຈົ້າ, ແຕ່ເພິ່ນຍັງຫວັງວ່າ ລູກໆຂອງເພິ່ນຈະຢຳເກງພຣະເຈົ້າ ແລະ ບໍ່ເຮັດບາບຕໍ່ພຣະເຈົ້າເຊັ່ນກັນ. ຄວາມຮັ່ງມີດ້ານວັດຖຸຂອງໂຢບບໍ່ໄດ້ມີພື້ນທີ່ພາຍໃນຫົວໃຈຂອງເພິ່ນ ຫຼື ມັນບໍ່ໄດ້ແທນທີ່ຕໍາແໜ່ງທີ່ພຣະເຈົ້າມີ; ບໍ່ວ່າຈະເພື່ອເພິ່ນເອງ ຫຼື ລູກໆຂອງເພິ່ນ, ການກະທຳປະຈຳວັນຂອງໂຢບກໍລ້ວນແລ້ວແຕ່ເຊື່ອມໂຍງກັບການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ. ການທີ່ເພິ່ນຢຳເກງພຣະຜູ້ເປັນເຈົ້າບໍ່ໄດ້ຢຸດທີ່ປາກຂອງເພິ່ນ, ແຕ່ມັນແມ່ນສິ່ງທີ່ເພິ່ນນໍາເຂົ້າສູ່ການປະຕິບັດ ແລະ ສະທ້ອນໃຫ້ເຫັນໃນທຸກສ່ວນຂອງຊີວິດປະຈຳວັນຂອງເພິ່ນ. ຄວາມປະພຶດຕົວຈິງຂອງໂຢບນີ້ສະແດງໃຫ້ພວກເຮົາເຫັນວ່າ ເພິ່ນຊື່ສັດ ແລະ ມີແກ່ນແທ້ທີ່ຮັກຄວາມຍຸຕິທຳ ແລະ ສິ່ງທີ່ເປັນບວກ. ການທີ່ໂຢບໄປ ແລະ ຊໍາລະລ້າງບາບໃຫ້ແກ່ລູກຊາຍ ແລະ ລູກສາວຂອງເພິ່ນໝາຍຄວາມວ່າ ເພິ່ນບໍ່ໄດ້ເຫັນພ້ອມ ຫຼື ເຫັນດີກັບພຶດຕິກຳຂອງລູກໆຂອງເພິ່ນ; ກົງກັນຂ້າມ ໃນຫົວໃຈຂອງເພິ່ນນັ້ນ ເພິ່ນບໍ່ພໍໃຈກັບພຶດຕິກຳຂອງພວກເຂົາ ແລະ ຕໍານິພວກເຂົາ. ເພິ່ນໄດ້ສະຫຼຸບວ່າ ພຶດຕິກຳຂອງລູກຊາຍ ແລະ ລູກສາວຂອງເພິ່ນບໍ່ພໍໃຈພຣະເຈົ້າເຢໂຮວາ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງເອີ້ນໃຫ້ພວກເຂົາໄປຢູ່ຕໍ່ໜ້າພຣະເຈົ້າເຢໂຮວາ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ. ການກະທຳຂອງໂຢບສະແດງໃຫ້ພວກເຮົາເຫັນເຖິງອີກດ້ານຂອງຄວາມເປັນມະນຸດຂອງເພິ່ນ, ດ້ານທີ່ເພິ່ນບໍ່ເຄີຍຍ່າງກັບຄົນທີ່ເຮັດບາບ ແລະ ເຮັດຜິດຕໍ່ພຣະເຈົ້າຢູ່ເລື້ອຍໆ, ແຕ່ກົງກັນຂ້າມ ເພິ່ນຫຼີກເວັ້ນ ແລະ ຫຼີກຫຼ່ຽງຜູ້ຄົນເຫຼົ່ານັ້ນ. ເຖິງແມ່ນວ່າຜູ້ຄົນເຫຼົ່ານີ້ຈະເປັນລູກຊາຍ ແລະ ລູກສາວຂອງເພິ່ນກໍຕາມ, ເພິ່ນກໍຈະບໍ່ໄດ້ປະຖິ້ມຫຼັກການແຫ່ງຄວາມປະພຶດຂອງເພິ່ນ ຍ້ອນພວກເຂົາເປັນຍາດພີ່ນ້ອງຂອງເພິ່ນເອງ ຫຼື ເພິ່ນບໍ່ໄດ້ຕາມໃຈຄວາມຜິດບາບຂອງພວກເຂົາ ຍ້ອນຄວາມຮູ້ສຶກຂອງເພິ່ນເອງ. ກົງກັນຂ້າມ ເພິ່ນສົ່ງເສີມໃຫ້ພວກເຂົາສາລະພາບ ແລະ ຮັບເອົາຄວາມອົດກັ້ນຂອງພຣະເຈົ້າເຢໂຮວາ ແລະ ເພິ່ນເຕື່ອນພວກເຂົາບໍ່ໃຫ້ປະຖິ້ມພຣະເຈົ້າ ຍ້ອນເຫັນແກ່ຄວາມສຸກທີ່ໂລພາຂອງພວກເຂົາເອງ. ຫຼັກການທີ່ໂຢບປະຕິບັດຕໍ່ຄົນອື່ນແມ່ນບໍ່ສາມາດແຍກອອກຈາກຫຼັກການແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍໄດ້. ເພິ່ນຮັກສິ່ງທີ່ພຣະເຈົ້າຍອມຮັບ ແລະ ກຽດຊັງສິ່ງທີ່ກຽດຊັງພຣະເຈົ້າ; ເພິ່ນຮັກຄົນທີ່ຢຳເກງພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ກຽດຊັງຄົນທີ່ເຮັດການຊົ່ວຮ້າຍ ຫຼື ເຮັດບາບຕໍ່ພຣະເຈົ້າ. ຄວາມຮັກ ແລະ ຄວາມກຽດຊັງດັ່ງກ່າວຖືກສະແດງອອກໃນຊີວິດປະຈຳວັນຂອງເພິ່ນ ແລະ ເປັນຄວາມຊື່ສັດທີ່ແທ້ຈິງຂອງໂຢບ ທີ່ເຫັນດ້ວຍຕາຂອງພຣະເຈົ້າ. ແນ່ນອນ ນີ້ຍັງເປັນການສະແດງອອກ ແລະ ການດຳລົງຊີວິດຕາມຄວາມເປັນມະນຸດທີ່ແທ້ຈິງຂອງໂຢບ ໃນຄວາມສຳພັນກັບຄົນອື່ນໆໃນຊີວິດປະຈຳວັນຂອງເພິ່ນ, ເຊິ່ງເປັນສິ່ງທີ່ພວກເຮົາຕ້ອງຮຽນຮູ້.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 50)

ການສະແດງອອກເຖິງຄວາມເປັນມະນຸດຂອງໂຢບໃນລະຫວ່າງການທົດລອງຂອງເພິ່ນ (ການເຂົ້າໃຈຄວາມສົມບູນຂອງໂຢບ, ຄວາມຊື່ສັດ, ຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍໃນລະຫວ່າງການທົດລອງຂອງເພິ່ນ)

ເມື່ອໂຢບໄດ້ຍິນວ່າ ຊັບສິນຂອງເພິ່ນຖືກລັກ, ລູກຊາຍ ແລະ ລູກສາວຂອງເພິ່ນໄດ້ສູນເສຍຊີວິດຂອງພວກເຂົາ ແລະ ຄົນຮັບໃຊ້ຂອງເພິ່ນຖືກຂ້າຕາຍ, ເພິ່ນກໍມີປະຕິກິລິຍາດັ່ງຕໍ່ໄປນີ້: “ແລ້ວໂຢບກໍລຸກຂຶ້ນ ແລະ ຈີກເສື້ອຄຸມຂອງລາວອອກ ແລະ ໂກນຫົວຂອງລາວ ແລະ ລົ້ມລົງກັບພື້ນ ແລະ ນະມັດສະການ” (ໂຢບ 1:20). ພຣະທຳເຫຼົ່ານີ້ໄດ້ບອກພວກເຮົາໃຫ້ຮູ້ເຖິງຂໍ້ແທ້ຈິງຢ່າງໜຶ່ງຄື: ຫຼັງຈາກທີ່ໄດ້ຍິນຂ່າວນີ້, ໂຢບກໍບໍ່ໄດ້ວິຕົກກັງວົນໃຈ, ເພິ່ນບໍ່ໄດ້ຮ້ອງໄຫ້ ຫຼື ໂທດຄົນຮັບໃຊ້ທີ່ໄດ້ໃຫ້ຂ່າວດັ່ງກ່າວແກ່ເພິ່ນ, ແຮງໄກທີ່ເພິ່ນຈະກວດສອບສະຖານທີ່ເກີດຄາດຕະກຳເພື່ອສືບສວນ ແລະ ພິສູດລາຍລະອຽດ ແລະ ຄົ້ນຫາວ່າແມ່ນຫຍັງເກີດຂຶ້ນກັນແທ້. ເພິ່ນບໍ່ໄດ້ສະແດງອອກເຖິງຄວາມເຈັບປວດ ຫຼື ຄວາມເສຍໃຈໃນການສູນເສຍຊັບສິນຂອງເພິ່ນ ຫຼື ເພິ່ນບໍ່ໄດ້ຮ້ອງໄຫ້ອອກມາ ຍ້ອນການສູນເສຍລູກໆຂອງເພິ່ນ ແລະ ຄົນຮັກຂອງເພິ່ນ. ໃນທາງກົງກັນຂ້າມ, ເພິ່ນຈີກເສື້ອຄຸມຂອງເພິ່ນອອກ ແລະ ໂກນຫົວຂອງເພິ່ນ, ລົ້ມລົງກັບພື້ນ ແລະ ນະມັດສະການ. ການກະທຳຂອງໂຢບບໍ່ຄືກັນກັບຂອງມະນຸດປົກກະຕິ. ການກະທຳເຫຼົ່ານັ້ນເຮັດໃຫ້ຫຼາຍຄົນສັບສົນ ແລະ ເຮັດໃຫ້ພວກເຂົາຕໍານິໂຢບໃນຫົວໃຈຂອງພວກເຂົາສຳລັບ “ຄວາມເລືອດເຢັນ” ຂອງເພິ່ນ. ໃນການສູນເສຍຊັບສິນຢ່າງກະທັນຫັນ, ຄົນປົກກະຕິຈະປາກົດຄືກັບອົກຫັກ ຫຼື ໝົດຫວັງ ຫຼື ໃນກໍລະນີຂອງບາງຄົນ ພວກເຂົາອາດເຖິງກັບຕົກຢູ່ໃນຄວາມເສົ້າໃຈຢ່າງຮຸນແຮງ. ນີ້ກໍຍ້ອນວ່າ ໃນຫົວໃຈຂອງພວກເຂົານັ້ນ ຊັບສິນຂອງຜູ້ຄົນສະແດງເຖິງຄວາມພະຍາຍາມຊົ່ວຊີວິດ, ມັນຄືຄວາມຢູ່ລອດຂອງພວກເຂົາ, ມັນຄືຄວາມຫວັງທີ່ເຮັດໃຫ້ພວກເຂົາສືບຕໍ່ດຳລົງຊີວິດຢູ່; ການສູນເສຍຊັບສິນຂອງພວກເຂົາໝາຍເຖິງຄວາມຍະຍາມຂອງພວກເຂົາໄດ້ສູນເປົ່າ, ພວກເຂົາປາສະຈາກຄວາມຫວັງ ແລະ ພວກເຂົາເຖິງກັບບໍ່ມີອະນາຄົດ. ນີ້ຄືທ່າທີຂອງຄົນປົກກະຕິຕໍ່ຊັບສິນຂອງພວກເຂົາ ແລະ ຄວາມສຳພັນອັນໃກ້ຊິດທີ່ພວກເຂົາມີກັບຊັບສິນນັ້ນ ແລະ ນີ້ຍັງເປັນຊັບສິນທີ່ສຳຄັນໃນສາຍຕາຂອງຜູ້ຄົນ. ເມື່ອເປັນດັ່ງນັ້ນ, ຄົນສ່ວນໃຫຍ່ຈຶ່ງຮູ້ສຶກສັບສົນທີ່ໂຢບມີທ່າທີເສີຍເມີຍຕໍ່ການສູນເສຍຊັບສິນຂອງເພິ່ນ. ມື້ນີ້, ພວກເຮົາຈະລົບລ້າງຄວາມສັບສົນທີ່ທຸກຄົນເຫຼົ່ານີ້ໄດ້ຮູ້ສຶກ ໂດຍອະທິບາຍເຖິງສິ່ງທີ່ເກີດຂຶ້ນພາຍໃນຫົວໃຈຂອງໂຢບ.

ສາມັນສຳນຶກບົ່ງບອກວ່າ ເມື່ອພຣະເຈົ້າໄດ້ມອບຊັບສິນອັນອຸດົມສົມບູນເຊັ່ນນັ້ນ, ໂຢບຄວນຮູ້ສຶກລະອາຍໃຈຕໍ່ໜ້າພຣະເຈົ້າ ຍ້ອນໄດ້ສູນເສຍຊັບສິນເຫຼົ່ານີ້, ຍ້ອນເພິ່ນບໍ່ໄດ້ເບິ່ງແຍງ ຫຼື ດູແລສິ່ງເຫຼົ່ານັ້ນ; ເພິ່ນບໍ່ໄດ້ຮັກສາຊັບສິນທີ່ພຣະເຈົ້າໄດ້ມອບໃຫ້ແກ່ເພິ່ນນັ້ນໄວ້. ສະນັ້ນ ເມື່ອເພິ່ນໄດ້ຍິນວ່າ ຊັບສິນຂອງເພິ່ນຖືກລັກ, ປະຕິກິລິຍາທຳອິດຂອງເພິ່ນກໍຄວນໄປທີ່ບ່ອນມີການຄາດຕະກຳ ແລະ ປະເມີນສະຖານະການທີ່ໄດ້ສູນເສຍ ແລະ ຫຼັງຈາກນັ້ນກໍສາລະພາບຕໍ່ພຣະເຈົ້າ ເພື່ອວ່າເພິ່ນອາດໄດ້ຮັບພອນຂອງພຣະເຈົ້າໃໝ່ອີກຄັ້ງ. ເຖິງຢ່າງໃດກໍຕາມ, ໂຢບບໍ່ໄດ້ເຮັດແບບນີ້ ແລະ ແນ່ນອນ ເພິ່ນມີເຫດຜົນຂອງເພິ່ນເອງທີ່ຈະບໍ່ເຮັດແບບນັ້ນ. ໃນຫົວໃຈຂອງໂຢບ, ໂຢບເຊື່ອຢ່າງເລິກເຊິ່ງວ່າ ທຸກສິ່ງທີ່ເພິ່ນມີແມ່ນພຣະເຈົ້າໄດ້ປະທານໃຫ້ແກ່ເພິ່ນ ແລະ ບໍ່ແມ່ນຜົນຜະລິດຈາກແຮງງານຂອງເພິ່ນເອງ. ສະນັ້ນ ເພິ່ນຈຶ່ງບໍ່ເຫັນວ່າພອນເຫຼົ່ານີ້ເປັນສິ່ງທີ່ຄວນຍຶດຕິດ, ແຕ່ກົງກັນຂ້າມ ເພິ່ນຍຶດຕິດກັບຫຼັກການແຫ່ງຄວາມຢູ່ລອດຂອງເພິ່ນ ໂດຍຍຶດຕິດຕໍ່ຫົນທາງທີ່ຄວນຍຶດໝັ້ນດ້ວຍກຳລັງທັງໝົດຂອງເພິ່ນ. ເພິ່ນຊື່ນຊົມພອນຂອງພຣະເຈົ້າ ແລະ ຂອບໃຈສຳລັບສິ່ງເຫຼົ່ານັ້ນ, ແຕ່ເພິ່ນບໍ່ໄດ້ຍຶດຕິດກັບພອນເຫຼົ່ານັ້ນ ຫຼື ເພິ່ນບໍ່ໄດ້ສະແຫວງຫາສິ່ງເຫຼົ່ານັ້ນເພີ່ມເຕີມເລີຍ. ນັ້ນແມ່ນທ່າທີຂອງເພິ່ນຕໍ່ຊັບສິນ. ເພິ່ນບໍ່ໄດ້ເຮັດຫຍັງເພື່ອເຫັນແກ່ການໄດ້ຮັບພອນ ຫຼື ບໍ່ໄດ້ກັງວົນໃຈ ຫຼື ເສົ້າໂສກກັບການບໍ່ມີ ຫຼື ການສູນເສຍພອນຂອງພຣະເຈົ້າ; ເພິ່ນບໍ່ໄດ້ມີຄວາມສຸກຢ່າງບ້າປ່ວງຍ້ອນພອນຂອງພຣະເຈົ້າ ຫຼື ເມີນເສີຍຕໍ່ຫົນທາງຂອງພຣະເຈົ້າ ຫຼື ລືມພຣະຄຸນຂອງພຣະເຈົ້າຍ້ອນພອນທີ່ເພິ່ນໄດ້ຮັບຢູ່ເລື້ອຍໆ. ທ່າທີຂອງໂຢບຕໍ່ຊັບສິນຂອງເພິ່ນເປີດເຜີຍຄວາມເປັນມະນຸດທີ່ແທ້ຈິງຂອງເພິ່ນໃຫ້ແກ່ຜູ້ຄົນ: ຢ່າງທຳອິດ, ໂຢບບໍ່ແມ່ນຜູ້ຊາຍທີ່ໂລພາ ແລະ ບໍ່ໄດ້ຮຽກຮ້ອງຫຍັງໃນຊີວິດຝ່າຍວັດຖຸຂອງເພິ່ນ. ຢ່າງທີສອງ, ໂຢບບໍ່ເຄີຍກັງວົນໃຈ ຫຼື ຢ້ານວ່າພຣະເຈົ້າຈະເອົາທຸກສິ່ງທີ່ເພິ່ນມີ, ເຊິ່ງເປັນທ່າທີແຫ່ງຄວາມເຊື່ອຟັງທີ່ເພິ່ນມີຕໍ່ພຣະເຈົ້າໃນຫົວໃຈຂອງເພິ່ນ; ນັ້ນກໍຄື ເພິ່ນບໍ່ໄດ້ຮຽກຮ້ອງ ຫຼື ຕໍ່ວ່າກ່ຽວກັບວ່າ ເມື່ອໃດພຣະເຈົ້າຈະເອົາສິ່ງນັ້ນໄປຈາກເພິ່ນ ແລະ ບໍ່ໄດ້ຖາມເຫດຜົນວ່າເປັນຫຍັງ, ແຕ່ສະແຫວງຫາເພື່ອເຊື່ອຟັງການຈັດແຈງຂອງພຣະເຈົ້າເທົ່ານັ້ນ. ຢ່າງທີສາມ, ເພິ່ນບໍ່ເຄີຍເຊື່ອວ່າຊັບສິນຂອງເພິ່ນມາຈາກກແຮງງານຂອງເພິ່ນເອງ, ແຕ່ແມ່ນພຣະເຈົ້າທີ່ປະທານສິ່ງເຫຼົ່ານັ້ນໃຫ້ກັບເພິ່ນ. ນີ້ຄືຄວາມເຊື່ອຂອງໂຢບໃນພຣະເຈົ້າ ແລະ ເປັນການບົ່ງບອກເຖິງຄວາມເຊື່ອໝັ້ນຂອງເພິ່ນ. ຄວາມເປັນມະນຸດຂອງໂຢບ ແລະ ການສະແຫວງຫາໃນຊີວິດປະຈຳວັນທີ່ແທ້ຈິງຂອງເພິ່ນຊັດເຈນໃນຂໍ້ສະຫຼຸບກ່ຽວກັບເພິ່ນໃນສາມປະເດັນນີ້ບໍ? ຄວາມເປັນມະນຸດ ແລະ ການສະແຫວງຫາຂອງໂຢບແມ່ນສໍາຄັນຕໍ່ຄວາມປະພຶດຢ່າງສະຫງົບໃຈຂອງເພິ່ນ ເມື່ອຜະເຊີນກັບການສູນເສຍຊັບສິນຂອງເພິ່ນ. ມັນແມ່ນຍ້ອນການສະແຫວງຫາໃນປະຈຳວັນຂອງເພິ່ນໂດຍແທ້ໆ, ໂຢບຈຶ່ງໄດ້ມີວຸດທິພາວະ ແລະ ມີຄວາມເຊື່ອໝັ້ນທີ່ຈະເວົ້າວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ” ໃນລະຫວ່າງການທົດລອງຂອງພຣະເຈົ້າ. ຄຳເວົ້າເຫຼົ່ານີ້ບໍ່ແມ່ນໄດ້ຮັບພຽງຂ້າມຄືນ ຫຼື ມັນບໍ່ແມ່ນຫາກໍປາກົດໃນຫົວຂອງໂຢບ. ມັນແມ່ນສິ່ງທີ່ເພິ່ນໄດ້ເຫັນ ແລະ ໄດ້ຮັບເປັນເວລາຫຼາຍປີໃນການຜະເຊີນກັບຊີວິດ. ເມື່ອປຽບທຽບກັບທຸກຄົນທີ່ພຽງແຕ່ສະແຫວງຫາພອນຂອງພຣະເຈົ້າ ແລະ ຄົນທີ່ຢ້ານວ່າພຣະເຈົ້າຈະເອົາທຸກສິ່ງໄປຈາກພວກເຂົາ ແລະ ຄົນທີ່ກຽດຊັງສິ່ງນັ້ນ ແລະ ຕໍ່ວ່າກ່ຽວກັບສິ່ງນັ້ນ, ຄວາມເຊື່ອຟັງຂອງໂຢບບໍ່ໄດ້ເປັນຈິງແທ້ບໍ? ເມື່ອປຽບທຽບກັບທຸກຄົນທີ່ເຊື່ອວ່າມີພຣະເຈົ້າ, ແຕ່ບໍ່ເຄີຍເຊື່ອວ່າພຣະເຈົ້າປົກຄອງຢູ່ເໜືອສິ່ງທັງປວງ, ໂຢບບໍ່ມີຄວາມຊື່ສັດ ແລະ ຄວາມບໍລິສຸດໃຈຢ່າງໃຫຍ່ຫຼວງບໍ?

ຄວາມມີເຫດຜົນຂອງໂຢບ

ປະສົບການຕົວຈິງຂອງໂຢບ ແລະ ຄວາມເປັນມະນຸດທີ່ທ່ຽງກົງ ແລະ ຊື່ສັດຂອງເພິ່ນໝາຍຄວາມວ່າ ເພິ່ນໄດ້ຕັດສິນ ແລະ ເລືອກຢ່າງມີເຫດຜົນທີ່ສຸດ ເມື່ອເພິ່ນສູນເສຍຊັບສິນຂອງເພິ່ນ ແລະ ລູກໆຂອງເພິ່ນ. ທາງເລືອກທີ່ມີເຫດຜົນດັ່ງກ່າວບໍ່ສາມາດແຍກອອກຈາກການສະແຫວງຫາປະຈຳວັນຂອງເພິ່ນ ແລະ ການກະທຳຂອງພຣະເຈົ້າທີ່ເພິ່ນໄດ້ຮູ້ໃນຊີວິດປະຈໍາວັນຂອງເພິ່ນ. ຄວາມຊື່ສັດຂອງໂຢບໄດ້ເຮັດໃຫ້ເພິ່ນສາມາດເຊື່ອວ່າ ມືຂອງພຣະເຢໂຮວາປົກຄອງເໜືອສິ່ງທັງປວງ; ຄວາມເຊື່ອຂອງເພິ່ນເຮັດໃຫ້ເພິ່ນຮູ້ຈັກຂໍ້ແທ້ຈິງກ່ຽວກັບອຳນາດການປົກຄອງສູງສຸດຂອງພຣະເຈົ້າເຢໂຮວາເໜືອສິ່ງທັງປວງ; ຄວາມຮູ້ຂອງເພິ່ນເຮັດໃຫ້ເພິ່ນເຕັມໃຈ ແລະ ສາມາດເຊື່ອຟັງອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າເຢໂຮວາ; ຄວາມເຊື່ອຟັງຂອງເພິ່ນເຮັດໃຫ້ເພິ່ນສາມາດເປັນຈິງຫຼາຍຍິ່ງຂຶ້ນໃນການຢຳເກງພຣະເຈົ້າເຢໂຮວາ; ຄວາມຢຳເກງຂອງເພິ່ນເຮັດໃຫ້ເພິ່ນເປັນຈິງຫຼາຍຍິ່ງຂຶ້ນໃນການຫຼີກເວັ້ນສິ່ງຊົ່ວຮ້າຍ; ໃນທີ່ສຸດ, ໂຢບກໍໄດ້ກາຍເປັນຄົນສົມບູນ ຍ້ອນເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ; ຄວາມສົມບູນຂອງເພິ່ນເຮັດໃຫ້ເພິ່ນສະຫຼາດ ແລະ ມອບຄວາມມີເຫດຜົນທີ່ສຸດໃຫ້ແກ່ເພິ່ນ.

ພວກເຮົາຄວນເຂົ້າໃຈຄຳວ່າ “ມີເຫດຜົນ” ແນວໃດ? ການຕີຄວາມໝາຍຕາມຕົວກໍຄື ມັນໝາຍເຖິງການມີສຳນຶກທີ່ດີ, ມີເຫດຜົນ ແລະ ມີໄຫວພິບໃນການຄິດຂອງຄົນໆໜຶ່ງ, ການມີຄຳເວົ້າ, ການກະທຳ ແລະ ການຕັດສິນທີ່ດີ ແລະ ມີມາດຕະຖານດ້ານສິນທຳທີ່ດີ ແລະ ປົກກະຕິ. ແຕ່ຄວາມມີເຫດຜົນຂອງໂຢບບໍ່ສາມາດອະທິບາຍໄດ້ຢ່າງງ່າຍດາຍ. ເມື່ອມີການເວົ້າໃນນີ້ວ່າ ໂຢບມີເຫດຜົນທີ່ສຸດ, ສິ່ງນີ້ແມ່ນເວົ້າເຖິງຄວາມເປັນມະນຸດຂອງເພິ່ນ ແລະ ຄວາມປະພຶດຂອງເພິ່ນຕໍ່ໜ້າພຣະເຈົ້າ. ຍ້ອນໂຢບຈິງຈັງ, ເພິ່ນຈຶ່ງສາມາດເຊື່ອ ແລະ ເຊື່ອຟັງອຳນາດການປົກຄອງສູງສຸດຂອງພຣະເຈົ້າ ເຊິ່ງເຮັດໃຫ້ເພິ່ນມີຄວາມຮູ້ທີ່ຄົນອື່ນບໍ່ສາມາດມີໄດ້ ແລະ ຄວາມຮູ້ນີ້ເຮັດໃຫ້ເພິ່ນສາມາດແຍກແຍະ, ຕັດສິນ ແລະ ນິຍາມສິ່ງທີ່ເກີດຂຶ້ນກັບເພິ່ນຢ່າງຖືກຕ້ອງຍິ່ງຂຶ້ນ ເຊິ່ງເຮັດໃຫ້ເພິ່ນເລືອກສິ່ງທີ່ຈະເຮັດ ແລະ ສິ່ງທີ່ຈະຍຶດໝັ້ນໄດ້ຢ່າງຖືກຕ້ອງ ແລະ ຢ່າງຫຼັກແຫຼມຍິ່ງຂຶ້ນ. ນີ້ໝາຍຄວາມວ່າ ຄຳເວົ້າຂອງເພິ່ນ, ພຶດຕິກຳ, ຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງເພິ່ນ ແລະ ມາດຕະການທີ່ເພິ່ນປະຕິບັດ ແມ່ນປົກກະຕິ, ຊັດເຈນ ແລະ ສະເພາະເຈາະຈົງ ແລະ ບໍ່ໄດ້ລັບຫູລັບຕາເຮັດ, ເຮັດໂດຍບໍ່ຄິດ ຫຼື ເຮັດຕາມອາລົມ. ເພິ່ນຮູ້ຈັກວິທີປະຕິບັດຕໍ່ທຸກສິ່ງທີ່ເກີດຂຶ້ນກັບເພິ່ນ, ເພິ່ນຮູ້ຈັກວິທີເຮັດໃຫ້ສົມດຸນ ແລະ ຈັດການກັບເຫດການທີ່ສະຫຼັບຊັບຊ້ອນ, ເພິ່ນຮູ້ຈັກວິທີຍຶດໝັ້ນກັບຫົນທາງທີ່ຄວນຍຶດໝັ້ນ ແລະ ຍິ່ງໄປກວ່ານັ້ນ ເພິ່ນຮູ້ຈັກວິທີການປະຕິບັດຕໍ່ການມອບ ແລະ ການເອົາຄືນຂອງພຣະເຈົ້າເຢໂຮວາ. ນີ້ຄືຄວາມມີເຫດຜົນທີ່ແທ້ຈິງຂອງໂຢບ. ມັນເປັນຍ້ອນໂຢບປະກອບດ້ວຍຄວາມມີເຫດຜົນດັ່ງກ່າວໂດຍແທ້, ເມື່ອເພິ່ນສູນເສຍຊັບສິນຂອງເພິ່ນ ແລະ ລູກຊາຍ ແລະ ລູກສາວຂອງເພິ່ນ, ເພິ່ນຈຶ່ງເວົ້າວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ; ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ”.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 51)

ໃບໜ້າທີ່ແທ້ຈິງຂອງໂຢບ: ແທ້ຈິງ, ບໍລິສຸດ ແລະ ປາສະຈາກຄວາມບໍ່ຈິງໃຈ

ໃຫ້ພວກເຮົາອ່ານໂຢບ 2:7-8: “ແລ້ວຊາຕານກໍອອກໄປຈາກທີ່ສະຖິດຂອງພຣະເຢໂຮວາ ແລະ ໂຈມຕີໂຢບໂດຍເຮັດໃຫ້ຮ່າງກາຍຂອງລາວເປັນບາດແຜໜອງຕັ້ງແຕ່ຝ່າຕີນຂອງລາວຈົນເຖິງຫົວຂອງລາວ. ລາວກໍເອົາເສດໝໍ້ແຕກມາເພື່ອຂູດຕົວລາວເອງ ແລະ ລາວກໍນັ່ງໃນກອງຂີ້ເທົ່າ”. ນີ້ຄືຄຳອະທິບາຍຂອງຄວາມປະພຶດຂອງໂຢບ ເມື່ອບາດແຜໜອງເກີດຂຶ້ນຢ່າງໄວໃນຮ່າງກາຍຂອງເພິ່ນ. ໃນເວລານີ້, ໂຢບນັ່ງໃນກອງຂີ້ເທົ່າ ໃນຂະນະທີ່ເພິ່ນອົດກັ້ນກັບຄວາມເຈັບປວດ. ບໍ່ມີຜູ້ໃດປະຕິບັດຕໍ່ເພິ່ນ ແລະ ບໍ່ມີຜູ້ໃດຊ່ວຍເພິ່ນໃຫ້ບັນເທົາຄວາມເຈັບປວດໃນຮ່າງກາຍຂອງເພິ່ນ; ກົງກັນຂ້າມ, ເພິ່ນໃຊ້ເສດໝໍ້ແຕກມາຂູດຜິວທີ່ເປັນບາດແຜນັ້ນ. ໃນທາງຜິວເຜີນ, ນີ້ເປັນພຽງແຕ່ຂັ້ນຕອນໜຶ່ງໃນຄວາມທໍລະມານຂອງໂຢບ ແລະ ບໍ່ມີສ່ວນກ່ຽວຂ້ອງກັບຄວາມເປັນມະນຸດຂອງເພິ່ນ ແລະ ຄວາມຢຳເກງພຣະເຈົ້າ, ຍ້ອນໂຢບບໍ່ໄດ້ກ່າວຄຳເວົ້າເພື່ອສະແດງເຖິງອາລົມ ແລະ ມຸມມອງຂອງເພິ່ນໃນເວລານີ້. ເຖິງຢ່າງໃດກໍຕາມ, ການກະທຳ ແລະ ຄວາມປະພຶດຂອງໂຢບກໍຍັງເປັນການສະແດງອອກທີ່ແທ້ຈິງເຖິງຄວາມເປັນມະນຸດຂອງເພິ່ນ. ໃນການບັນທຶກຂອງບົດທີ່ຜ່ານມາ, ພວກເຮົາໄດ້ອ່ານວ່າ ໂຢບເປັນຜູ້ທີ່ຍິ່ງໃຫຍ່ທີ່ສຸດໃນບັນດາມະນຸດທັງປວງທີ່ຢູ່ໃນທິດຕາເວັນອອກ. ໃນຂະນະດຽວກັນ ຂໍ້ຄວາມຈາກບົດທີສອງນີ້ກໍສະແດງໃຫ້ພວກເຮົາເຫັນວ່າ ຜູ້ຊາຍທີ່ຍິ່ງໃຫຍ່ຈາກທິດຕາເວັນອອກຄົນນີ້ໄດ້ເອົາເສດໝໍ້ແຕກມາຂູດຕົນເອງແທ້ໆ ໃນຂະນະທີ່ກຳລັງນັ່ງໃນກອງຂີ້ເທົ່າ. ມັນບໍ່ມີຄວາມແຕກຕ່າງຢ່າງຊັດເຈນລະຫວ່າງຄຳອະທິບາຍສອງຢ່າງເຫຼົ່ານີ້ບໍ? ມັນຄືຄວາມແຕກຕ່າງທີ່ສະແດງໃຫ້ພວກເຮົາເຫັນເຖິງຕົວຕົນທີ່ແທ້ຈິງຂອງໂຢບ: ໂດຍບໍ່ຄຳນຶງເຖິງຕໍາແໜ່ງ ແລະ ສະຖານະທີ່ມີຊື່ສຽງຂອງເພິ່ນ, ເພິ່ນບໍ່ເຄີຍຮັກ ຫຼື ສົນໃຈກັບສິ່ງຕ່າງໆເຫຼົ່ານີ້; ເພິ່ນບໍ່ໄດ້ສົນໃຈກັບປະໂຫຍດຂອງສະຖານະ ຫຼື ເພິ່ນບໍ່ໄດ້ກັງວົນວ່າ ການກະທຳ ຫຼື ຄວາມປະພຶດຂອງເພິ່ນຈະມີຜົນດ້ານລົບຕໍ່ຖານະຂອງເພິ່ນ ຫຼື ບໍ່; ເພິ່ນບໍ່ໄດ້ຍຶດຕິດຢູ່ກັບພອນຂອງສະຖານະ ຫຼື ເພິ່ນບໍ່ໄດ້ຮັບສະຫງ່າລາສີທີ່ມາພ້ອມກັບສະຖານະ ແລະ ຕໍາແໜ່ງ. ເພິ່ນພຽງແຕ່ສົນໃຈກ່ຽວກັບຄຸນຄ່າຂອງເພິ່ນ ແລະ ຄວາມໝາຍຂອງການດຳລົງຊີວິດຂອງເພິ່ນຢູ່ໃນສາຍຕາຂອງພຣະເຈົ້າເຢໂຮວາ. ຕົວຕົນທີ່ແທ້ຈິງຂອງໂຢບກໍຄືແກ່ນແທ້ຂອງເພິ່ນໂດຍແທ້: ເພິ່ນບໍ່ໄດ້ຮັກຊື່ສຽງ ແລະ ຊັບສິນ ແລະ ບໍ່ໄດ້ດຳລົງຊີວິດຕາມຊື່ສຽງ ແລະ ຊັບສິນ; ເພິ່ນເປັນຈິງ ແລະ ບໍລິສຸດ ແລະ ປາສະຈາກຄວາມບໍ່ຈິງໃຈ.

ການທີ່ໂຢບແຍກຄວາມຮັກ ແລະ ຄວາມກຽດຊັງ

ອີກດ້ານຂອງຄວາມເປັນມະນຸດຂອງໂຢບແມ່ນຖືກສະແດງອອກໃນການສົນທະນານີ້ລະຫວ່າງເພິ່ນ ແລະ ເມຍຂອງເພິ່ນ: “ແລ້ວເມຍຂອງລາວເວົ້າກັບລາວວ່າ ເຈົ້າຍັງມີຄວາມຊື່ສັດຢູ່ບໍ? ສາບແຊ່ງພຣະເຈົ້າ ແລ້ວຕາຍໄປສະ. ແຕ່ລາວເວົ້າກັບເມຍຂອງລາວວ່າ ເຈົ້າເວົ້າຄືກັບຜູ້ຍິງທີ່ໂງ່ຈ້າເວົ້າແທ້. ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” (ໂຢບ 2:9-10). ເມື່ອເຫັນເຖິງຄວາມທໍລະມານທີ່ເພິ່ນກາລັງໄດ້ຮັບ, ເມຍຂອງໂຢບກໍພະຍາຍາມໃຫ້ຄຳແນະນຳແກ່ໂຢບເພື່ອຊ່ວຍໃຫ້ເພິ່ນຫຼຸດພົ້ນຈາກຄວາມທໍລະມານຂອງເພິ່ນ, ແຕ່ “ເຈດຕະນາດີ” ຂອງນາງກໍບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກໂຢບ; ກົງກັນຂ້າມ, ສິ່ງເຫຼົ່ານັ້ນເຮັດໃຫ້ໂຢບໃຈຮ້າຍຂຶ້ນ, ຍ້ອນນາງປະຕິເສດຄວາມເຊື່ອຂອງເພິ່ນ ແລະ ຄວາມເຊື່ອຟັງພຣະເຈົ້າເຢໂຮວາ ແລະ ຍັງປະຕິເສດການເປັນຢູ່ຂອງພຣະເຈົ້າເຢໂຮວາ. ໂຢບບໍ່ສາມາດອົດກັ້ນຕໍ່ສິ່ງນີ້ໄດ້, ຍ້ອນເພິ່ນບໍ່ຍອມໃຫ້ຕົນເອງເຮັດສິ່ງໃດກໍຕາມທີ່ຕໍ່ຕ້ານ ຫຼື ເຮັດໃຫ້ພຣະເຈົ້າເຈັບປວດ, ແຮງໄກທີ່ເພິ່ນຈະຍອມໃຫ້ຄົນອື່ນເຮັດໃນສິ່ງດັ່ງກ່າວ. ເພິ່ນຈະຍັງເສີຍເມີຍໄດ້ແນວໃດ ເມື່ອເພິ່ນເຫັນຄົນອື່ນກ່າວຄຳເວົ້າທີ່ໝິ່ນປະໝາດ ແລະ ດູຖູກພຣະເຈົ້າ? ສະນັ້ນ ເພິ່ນຈຶ່ງເອີ້ນເມຍຂອງເພິ່ນວ່າ “ຍິງໂງ່”. ທ່າທີຂອງໂຢບຕໍ່ເມຍຂອງເພິ່ນແມ່ນທ່າທີແຫ່ງຄວາມໃຈຮ້າຍ ແລະ ຄວາມກຽດຊັງ ພ້ອມທັງເປັນການຕໍານິຕິເຕືອນ ແລະ ການລົງໂທດຕັກເຕືອນ. ນີ້ຄືການສະແດງອອກໂດຍທຳມະຊາດຂອງຄວາມເປັນມະນຸດຂອງໂຢບ, ແຍກແຍະລະຫວ່າງຄວາມຮັກ ແລະ ຄວາມກຽດຊັງ ແລະ ມັນຄືການສະແດງທີ່ແທ້ຈິງເຖິງຄວາມເປັນມະນຸດທີ່ຊື່ສັດຂອງເພິ່ນ. ໂຢບມີຄວາມສຳນຶກຍຸຕິທຳ ເຊິ່ງເຮັດໃຫ້ເພິ່ນກຽດຊັງລົມ ແລະ ກະແສແຫ່ງຄວາມຊົ່ວຮ້າຍ ແລະ ລັງກຽດ, ປະນາມ ແລະ ປະຕິເສດຄວາມຄິດນອກຮີດທີ່ໄຮ້ປະໂຫຍດ, ການໂຕ້ຖຽງທີ່ເປັນຕາໜ່າຍ ແລະ ຂໍ້ຢືນຢັນທີ່ເປັນຕາຫົວ ແລະ ເຮັດໃຫ້ເພິ່ນຍຶດໝັ້ນຢ່າງແທ້ຈິງຕໍ່ຫຼັກການ ແລະ ທັດສະນະຄະຕິທີ່ຖືກຕ້ອງຂອງເພິ່ນເອງ ເມື່ອເພິ່ນຖືກປະຕິເສດໂດຍຝູງຊົນ ແລະ ຖືກປະຖິ້ມໂດຍຄົນທີ່ໃກ້ຊິດກັບເພິ່ນ.

ຄວາມເມດຕາຈິດ ແລະ ຄວາມຈິງໃຈຂອງໂຢບ

ຍ້ອນຄວາມປະພຶດຂອງໂຢບ ພວກເຮົາສາມາດເຫັນການສະແດງອອກຂອງລັກສະນະທີ່ແຕກຕ່າງກັນຂອງຄວາມເປັນມະນຸດຂອງເພິ່ນ, ແລ້ວພວກເຮົາເຫັນຫຍັງຈາກຄວາມເປັນມະນຸດຂອງໂຢບ ເມື່ອເພິ່ນອ້າປາກຂອງເພິ່ນເພື່ອສາບແຊ່ງມື້ເກີດຂອງເພິ່ນ? ນີ້ຄືຫົວຂໍ້ທີ່ພວກເຮົາຈະສົນທະນາກັນຢູ່ຂ້າງລຸ່ມ.

ຂ້າງເທິງນັ້ນ, ເຮົາໄດ້ລົມເຖິງຕົ້ນຕໍຂອງການທີ່ໂຢບສາບແຊ່ງມື້ເກີດຂອງເພິ່ນ. ພວກເຈົ້າເຫັນຫຍັງໃນສິ່ງນີ້? ຖ້າໂຢບໂຫດຮ້າຍ ແລະ ປາສະຈາກຄວາມຮັກ, ຖ້າເພິ່ນເຢືອກເຢັນ ແລະ ໄຮ້ຄວາມຮູ້ສຶກ ແລະ ປາສະຈາກຄວາມເປັນມະນຸດ, ເພິ່ນຈະສາມາດເອົາໃຈໃສ່ຄວາມປາຖະໜາໃນຫົວໃຈຂອງພຣະເຈົ້າໄດ້ບໍ? ເພິ່ນຈະສາມາດກຽດຊັງມື້ເກີດຂອງເພິ່ນເອງ ຍ້ອນເພິ່ນເອົາໃຈໃສ່ຫົວໃຈຂອງພຣະເຈົ້າໄດ້ບໍ? ເວົ້າອີກຢ່າງໜຶ່ງກໍຄື ຖ້າໂຢບໂຫດຮ້າຍ ແລະ ປາສະຈາກຄວາມເປັນມະນຸດ, ເພິ່ນຈະສາມາດເປັນທຸກຍ້ອນຄວາມເຈັບປວດຂອງພຣະເຈົ້າບໍ? ເພິ່ນຈະສາມາດສາບແຊ່ງມື້ເກີດຂອງເພິ່ນ ຍ້ອນເພິ່ນເຮັດໃຫ້ພຣະເຈົ້າເສົ້າເສຍໃຈບໍ? ແນ່ນອນ ຄຳຕອບກໍຄືບໍ່! ຍ້ອນເພິ່ນມີຄວາມກະລຸນາ, ໂຢບຈຶ່ງເອົາໃຈໃສ່ຫົວໃຈຂອງພຣະເຈົ້າ; ຍ້ອນເພິ່ນເອົາໃຈໃສ່ຫົວໃຈຂອງພຣະເຈົ້າ, ໂຢບຈຶ່ງຮູ້ສຶກເຖິງຄວາມເຈັບປວດຂອງພຣະເຈົ້າ; ຍ້ອນເພິ່ນມີຄວາມກະລຸນາ, ເພິ່ນຈຶ່ງໄດ້ຮັບຄວາມທໍລະມານຢ່າງໜັກຍ້ອນເພິ່ນຮູ້ສຶກເຖິງຄວາມເຈັບປວດຂອງພຣະເຈົ້າ; ຍ້ອນເພິ່ນຮູ້ສຶກເຖິງຄວາມເຈັບປວດຂອງ ພຣະເຈົ້າ, ເພິ່ນຈຶ່ງເລີ່ມກຽດຊັງມື້ເກີດຂອງເພິ່ນ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງສາບແຊ່ງມື້ເກີດຂອງເພິ່ນ. ສຳລັບຄົນນອກແລ້ວ, ຄວາມປະພຶດທັງໝົດຂອງໂຢບໃນລະຫວ່າງການທົດລອງຂອງເພິ່ນແມ່ນເປັນຕົວຢ່າງທີ່ດີ. ມີພຽງການສາບແຊ່ງມື້ເກີດຂອງເພິ່ນເທົ່ານັ້ນ ທີ່ເຮັດໃຫ້ມີຄໍາຖາມກ່ຽວກັບຄວາມສົມບູນ ແລະ ຄວາມຊື່ສັດຂອງເພິ່ນ ຫຼື ໃຫ້ການປະເມີນແຕກຕ່າງ. ໃນຄວາມເປັນຈິງແລ້ວ, ນີ້ຄືການສະແດງອອກທີ່ແທ້ຈິງທີ່ສຸດເຖິງແກ່ນແທ້ແຫ່ງຄວາມເປັນມະນຸດຂອງໂຢບ. ແກ່ນແທ້ຂອງຄວາມເປັນມະນຸດຂອງເພິ່ນບໍ່ໄດ້ຖືກປິດບັງ ຫຼື ຖືກຫຸ້ມຫໍ່ ຫຼື ຖືກດັດແປງໂດຍຜູ້ໃດຜູ້ໜຶ່ງ. ເມື່ອເພິ່ນສາບແຊ່ງມື້ເກີດຂອງເພິ່ນ, ເພິ່ນສະແດງເຖິງຄວາມກະລຸນາ ແລະ ຄວາມຈິງໃຈທີ່ຢູ່ເລິກພາຍໃນຫົວໃຈຂອງເພິ່ນ; ເພິ່ນເປັນຄືກັບນໍ້າພຸທີ່ມີນໍ້າບໍລິສຸດ ແລະ ໃສຈົນເຫັນເຖິງພື້ນນໍ້າ.

ເມື່ອໄດ້ຮຽນຮູ້ທຸກສິ່ງນີ້ກ່ຽວກັບໂຢບ, ຄົນສ່ວນໃຫຍ່ຈະມີການປະເມີນທີ່ຂ້ອນຂ້າງຖືກຕ້ອງ ແລະ ບໍ່ມີອະຄະຕິກ່ຽວກັບແກ່ນແທ້ຂອງຄວາມເປັນມະນຸດຂອງໂຢບຢ່າງແນ່ນອນ. ພວກເຂົາຄວນມີຄວາມເຂົ້າໃຈ ແລະ ຮູ້ຄຸນຄ່າຢ່າງເລິກເຊິ່ງ, ເປັນຈິງ ແລະ ກ້າວໜ້າຫຼາຍຂຶ້ນກ່ຽວກັບຄວາມສົມບູນ ແລະ ຄວາມຊື່ສັດຂອງໂຢບ ຕາມທີ່ພຣະເຈົ້າໄດ້ກ່າວ. ຫວັງວ່າ ຄວາມເຂົ້າໃຈ ແລະ ການເຫັນເຖິງຄຸນຄ່ານີ້ຈະຊ່ວຍໃຫ້ຜູ້ຄົນເລີ່ມຕົ້ນຫົນທາງແຫ່ງຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 52)

ຄວາມກ່ຽວພັນລະຫວ່າງການທີ່ພຣະເຈົ້າສົ່ງມອບໂຢບໃຫ້ກັບຊາຕານ ແລະ ຈຸດປະສົງຂອງພາລະກິດຂອງພຣະເຈົ້າ

ເຖິງແມ່ນໃນຕອນນີ້ ຄົນສ່ວນໃຫຍ່ຮູ້ຈັກວ່າໂຢບສົມບູນ ແລະ ຊື່ສັດ ແລະ ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ຄວາມຮັບຮູ້ນີ້ກໍບໍ່ໄດ້ໃຫ້ພວກເຂົາມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບເຈດຕະນາຂອງພຣະເຈົ້າ. ໃນຂະນະທີ່ອິດສາຄວາມເປັນມະນຸດ ແລະ ການສະແຫວງຫາຂອງໂຢບ, ພວກເຂົາຖາມຄໍາຖາມດັ່ງຕໍ່ໄປນີ້ກັບພຣະເຈົ້າ: ໂຢບສົມບູນ ແລະ ຊື່ສັດຫຼາຍ, ຜູ້ຄົນເຄົາລົບບູຊາເພິ່ນຫຼາຍ, ແລ້ວເປັນຫຍັງພຣະເຈົ້າຈຶ່ງມອບເພິ່ນໃຫ້ແກ່ຊາຕານ ແລະ ເຮັດໃຫ້ເພິ່ນຕົກຢູ່ໃນຄວາມທໍລະມານຢ່າງຮຸນແຮງເຊັ່ນນັ້ນ? ຄຳຖາມດັ່ງກ່າວແມ່ນມັກຈະມີຢູ່ໃນຫົວໃຈຂອງຫຼາຍຄົນ ຫຼື ຂໍ້ສົງໄສນີ້ເປັນຄຳຖາມທີ່ຢູ່ໃນຫົວໃຈຂອງຫຼາຍຄົນ. ຍ້ອນມັນໄດ້ເຮັດໃຫ້ຫຼາຍຄົນສັບສົນ, ພວກເຮົາຈຶ່ງຕ້ອງຕອບຄໍາຖາມນີ້ ແລະ ອະທິບາຍມັນຢ່າງເໝາະສົມ.

ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຈຳເປັນ ແລະ ມີຄວາມໝາຍພິເສດ, ຍ້ອນທຸກສິ່ງທີ່ພຣະອົງປະຕິບັດໃນມະນຸດແມ່ນກ່ຽວພັນກັບການຄຸ້ມຄອງຂອງພຣະອົງ ແລະ ຄວາມລອດພົ້ນຂອງມະນຸດຊາດ. ແນ່ນອນ ພາລະກິດທີ່ພຣະເຈົ້າປະຕິບັດໃນໂຢບກໍບໍ່ໄດ້ແຕກຕ່າງ, ເຖິງແມ່ນໂຢບສົມບູນ ແລະ ຊື່ສັດໃນສາຍຕາຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື, ບໍ່ວ່າພຣະເຈົ້າຈະເຮັດຫຍັງ ຫຼື ພຣະອົງຈະເຮັດມັນດ້ວຍວິທີໃດກໍຕາມ, ບໍ່ວ່າລາຄາຈະເທົ່າໃດກໍຕາມ, ບໍ່ວ່າຈຸດປະສົງຂອງພຣະອົງຈະແມ່ນຫຍັງກໍຕາມ, ເປົ້າໝາຍແຫ່ງການກະທຳຂອງພຣະອົງແມ່ນບໍ່ໄດ້ປ່ຽນແປງ. ເປົ້າໝາຍຂອງພຣະອົງແມ່ນເພື່ອປະຕິບັດພຣະທຳຂອງພຣະເຈົ້າໃສ່ໃນມະນຸດ, ພ້ອມທັງເງື່ອນໄຂ ແລະ ຄວາມປະສົງຂອງພຣະເຈົ້າສຳລັບມະນຸດ; ເວົ້າອີກຢ່າງໜຶ່ງກໍຄື ມັນແມ່ນເພື່ອປັ້ນມະນຸດໃນທຸກສິ່ງທີ່ພຣະເຈົ້າເຊື່ອວ່າເປັນບວກຕາມບາດກ້າວຂອງພຣະອົງ, ເຮັດໃຫ້ມະນຸດສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າ ແລະ ຢັ່ງເຖິງແກ່ນແທ້ຂອງພຣະເຈົ້າ ແລະ ເຮັດໃຫ້ມະນຸດເຊື່ອຟັງອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ແລ້ວກໍເຮັດໃຫ້ມະນຸດບັນລຸຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ, ທຸກສິ່ງເຫຼົ່ານີ້ແມ່ນດ້ານໜຶ່ງຂອງເປົ້າໝາຍຂອງພຣະເຈົ້າໃນທຸກສິ່ງທີ່ພຣະອົງໄດ້ກະທຳ. ອີກດ້ານໜຶ່ງກໍຄື ຍ້ອນຊາຕານເປັນຜູ້ສ້າງຄວາມແຕກຕ່າງ ແລະ ເປົ້າໝາຍການຮັບໃຊ້ໃນພາລະກິດຂອງພຣະເຈົ້າ, ມະນຸດຈຶ່ງຖືກມອບໃຫ້ແກ່ຊາຕານຢູ່ເລື້ອຍໆ; ນີ້ຄືວິທີທີ່ພຣະເຈົ້າໃຊ້ເພື່ອເຮັດໃຫ້ຜູ້ຄົນເຫັນໃນການລໍ້ລວງຂອງຊາຕານ ແລະ ໂຈມຕີຄວາມຊົ່ວຮ້າຍ, ຄວາມຂີ້ຮ້າຍ ແລະ ຄວາມເປັນຕາລັງກຽດຂອງຊາຕານ, ໃນທີ່ສຸດກໍເຮັດໃຫ້ຜູ້ຄົນກຽດຊັງຊາຕານ ແລະ ສາມາດຮູ້ຈັກ ແລະ ເຂົ້າໃຈເຖິງສິ່ງທີ່ຢູ່ໃນດ້ານລົບ. ຂະບວນການນີ້ເຮັດໃຫ້ພວກເຂົາປົດປ່ອຍຕົນເອງເທື່ອລະໜ້ອຍຈາກການຄວບຄຸມ ແລະ ການກ່າວຫາ, ການແຊກແຊງ ແລະ ການໂຈມຕີຂອງຊາຕານ, ຈົນກວ່າ ຍ້ອນພຣະທໍາຂອງພຣະເຈົ້າ, ຄວາມຮູ້ຂອງພວກເຂົາ ແລະ ຄວາມເຊື່ອຟັງພຣະເຈົ້າ ແລະ ຄວາມເຊື່ອໃນພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າ, ພວກເຂົາຈຶ່ງໄດ້ເອົາຊະນະເໜືອການໂຈມຕີ ແລະ ການກ່າວຫາຂອງຊາຕານ; ມີພຽງເມື່ອນັ້ນ ພວກເຂົາຈຶ່ງຈະຖືກໄຖ່ຈາກອິດທິພົນຂອງຊາຕານຢ່າງສິ້ນເຊີງ. ການລອດພົ້ນຂອງຜູ້ຄົນກໍໝາຍຄວາມວ່າ ຊາຕານໄດ້ຖືກເອົາຊະນະ, ມັນໝາຍຄວາມວ່າ ພວກເຂົາບໍ່ແມ່ນອາຫານໃນປາກຂອງຊາຕານອີກຕໍ່ໄປ, ແທນທີ່ຈະກືນກິນພວກເຂົາ, ຊາຕານໄດ້ສະຫຼະຖິ້ມພວກເຂົາ. ນີ້ກໍຍ້ອນຜູ້ຄົນດັ່ງກ່າວຊື່ສັດ, ຍ້ອນພວກເຂົາມີຄວາມເຊື່ອ, ຄວາມເຊື່ອຟັງ ແລະ ຄວາມຢຳເກງຕໍ່ພຣະເຈົ້າ ແລະ ຍ້ອນພວກເຂົາແຕກຫັກຈາກຊາຕານຢ່າງສິ້ນເຊີງ. ພວກເຂົານໍາຄວາມອັບອາຍມາສູ່ຊາຕານ, ພວກເຂົາເຮັດໃຫ້ຊາຕານເປັນຄົນຂີ້ຢ້ານ ແລະ ພວກເຂົາເອົາຊະນະຊາຕານຢ່າງເດັດຂາດ. ຄວາມເຊື່ອໝັ້ນຂອງພວກເຂົາໃນການຕິດຕາມພຣະເຈົ້າ ແລະ ຄວາມເຊື່ອຟັງ ແລະ ຄວາມຢຳເກງຂອງພຣະເຈົ້າໄດ້ເອົາຊະນະຊາຕານ ແລະ ເຮັດໃຫ້ຊາຕານຍອມປ່ອຍພວກເຂົາຢ່າງສິ້ນເຊີງ. ມີແຕ່ຜູ້ຄົນແບບນີ້ຈຶ່ງຈະຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ ແລະ ມັນແມ່ນສິ່ງນີ້ທີ່ເປັນຈຸດປະສົງສຸດທ້າຍຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ຖ້າພວກເຂົາປາຖະໜາທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ປາຖະໜາທີ່ຈະຮັບເອົາໂດຍພຣະເຈົ້າຢ່າງສິ້ນເຊີງ, ທຸກຄົນທີ່ຕິດຕາມພຣະເຈົ້າຕ້ອງຜະເຊີນກັບການລໍ້ລວງ ແລະ ການໂຈມຕີທັງໃຫຍ່ ແລະ ນ້ອຍຈາກຊາຕານ. ຄົນທີ່ໄດ້ຫຼຸດພົນອອກຈາກການລໍ້ລວງ ແລະ ການໂຈມຕີເຫຼົ່ານີ້ ແລະ ສາມາດເອົາຊະນະຊາຕານໄດ້ຢ່າງສົມບູນແມ່ນຄົນທີ່ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ. ນີ້ໝາຍຄວາມວ່າ ຄົນທີ່ຖືກຊ່ວຍໃຫ້ລອດພົ້ນໃນພຣະເຈົ້າແມ່ນຄົນທີ່ໄດ້ຜະເຊີນກັບການທົດລອງຂອງພຣະເຈົ້າ ແລະ ຄົນທີ່ຖືກລໍ້ລວງ ແລະ ໂຈມຕີໂດຍຊາຕານຫຼາຍຄັ້ງຈົນນັບບໍ່ໄດ້. ຄົນທີ່ຖືກຊ່ວຍໃຫ້ລອດພົ້ນໃນພຣະເຈົ້າກໍຈະເຂົ້າໃຈຄວາມປະສົງ ແລະ ເງື່ອນໄຂຂອງພຣະເຈົ້າ ແລະ ສາມາດເຮັດຕາມອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ປະຖິ້ມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍເມື່ອຢູ່ທ່າມກາງການລໍ້ລວງຂອງຊາຕານ. ຄົນທີ່ຖືກຊ່ວຍໃຫ້ລອດພົ້ນໃນພຣະເຈົ້າມີຄວາມຊື່ສັດ, ພວກເຂົາມີຄວາມເມດຕາ, ພວກເຂົາຮູ້ຈັກແຍກແຍະລະຫວ່າງຄວາມຮັກ ແລະ ຄວາມກຽດຊັງ, ພວກເຂົາມີຄວາມສຳນຶກຍຸຕິທຳ ແລະ ມີເຫດຜົນ ແລະ ພວກເຂົາສາມາດເອົາໃຈໃສ່ພຣະເຈົ້າ ແລະ ເຊີດຊູທຸກສິ່ງທີ່ມາຈາກພຣະເຈົ້າ. ຜູ້ຄົນດັ່ງກ່າວບໍ່ໄດ້ຖືກຜູກມັດ, ບໍ່ໄດ້ຖືກສອດແນມ, ຖືກກ່າວໂທດ ຫຼື ຖືກຂົ່ມເຫັງໂດຍຊາຕານ; ພວກເຂົາເປັນອິດສະຫຼະຢ່າງສິ້ນເຊີງ, ພວກເຂົາຖືກປົດປ່ອຍ ແລະ ຫຼຸດພົ້ນຢ່າງສິ້ນເຊີງ. ໂຢບເປັນມະນຸດທີ່ເປັນອິດສະຫຼະ ແລະ ນີ້ຄືຄວາມໝາຍຢ່າງແທ້ຈິງທີ່ວ່າເປັນຫຍັງພຣະເຈົ້າຈຶ່ງມອບເພິ່ນໃຫ້ແກ່ຊາຕານ.

ໂຢບຖືກຊາຕານຂົ່ມເຫັງ, ແຕ່ເພິ່ນຍັງໄດ້ຮັບເສລີພາບ ແລະ ຄວາມເປັນອິດສະຫຼະຊົ່ວນິລັນດອນ ແລະ ເພິ່ນໄດ້ຮັບສິດທີ່ຈະບໍ່ຕົກຢູ່ໃນຄວາມເສື່ອມຊາມ, ຕົກຢູ່ໃນການຂົ່ມເຫັງ ແລະ ການກ່າວຫາຂອງຊາຕານອີກ, ກົງກັນຂ້າມ ເພິ່ນຈະດຳລົງຊີວິດຢູ່ໃນແສງສະຫວ່າງແຫ່ງໃບໜ້າຂອງພຣະເຈົ້າທີ່ເປັນອິດສະຫຼະ ແລະ ບໍ່ມີພາລະ ແລະ ດຳລົງຊີວິດທ່າມກາງພອນຂອງພຣະເຈົ້າທີ່ໄດ້ມອບໃຫ້ແກ່ເພິ່ນ. ບໍ່ມີຜູ້ໃດສາມາດເອົາໄປ ຫຼື ທຳລາຍ ຫຼື ຍຶດເອົາສິດຂອງເພິ່ນ. ມັນຖືກມອບໃຫ້ແກ່ໂຢບເປັນການຕອບແທນຄວາມເຊື່ອຂອງເພິ່ນ, ຄວາມຕັ້ງໃຈ ແລະ ຄວາມເຊື່ອຟັງ ແລະ ຄວາມຢຳເກງພຣະເຈົ້າ; ໂຢບໄດ້ຈ່າຍລາຄາຊີວິດຂອງເພິ່ນເພື່ອໄດ້ຮັບຄວາມຍິນດີ ແລະ ຄວາມສຸກເທິງແຜ່ນດິນໂລກ ແລະ ໄດ້ຮັບສິດ ແລະ ບັນດາສັກ ດັ່ງທີ່ໄດ້ກຳນົດໄວ້ໂດຍສະຫວັນ ແລະ ຮັບຮູ້ໂດຍແຜ່ນດິນໂລກ ເພື່ອນະມັດສະການພຣະຜູ້ສ້າງ ໂດຍບໍ່ມີການແຊກແຊງ ໃນຖານະສິ່ງທີ່ຖືກສ້າງແທ້ຈິງຂອງພຣະເຈົ້າເທິງແຜ່ນດິນໂລກ. ສິ່ງດັ່ງກ່າວຄືຜົນໄດ້ຮັບອັນຍິ່ງໃຫຍ່ທີ່ສຸດຈາກການລໍ້ລວງທີ່ໂຢບໄດ້ທົນທຸກ.

ເມື່ອຜູ້ຄົນຍັງບໍ່ທັນໄດ້ຖືກຊ່ວຍໃຫ້ລອດພົ້ນ, ຊີວິດຂອງພວກເຂົາກໍຖືກແຊກແຊງຢູ່ເລື້ອຍໆ ແລະ ເຖິງກັບຖືກຄວບຄຸມໂດຍຊາຕານ. ເວົ້າອີກຢ່າງໜຶ່ງກໍຄື ຜູ້ຄົນທີ່ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນແມ່ນນັກໂທດຂອງຊາຕານ, ພວກເຂົາບໍ່ມີອິດສະຫຼະພາບ, ພວກເຂົາຖືກຄວບຄຸມໂດຍຊາຕານ, ພວກເຂົາບໍ່ມີຄຸນສົມບັດ ຫຼື ມີສິດນະມັດສະການພຣະເຈົ້າ ແລະ ພວກເຂົາຖືກຕິດຕາມຢ່າງໃກ້ຊິດ ແລະ ໂຈມຕີຢ່າງໂຫດຮ້າຍໂດຍຊາຕານ. ຜູ້ຄົນດັ່ງກ່າວບໍ່ມີຄວາມສຸກທີ່ຈະເວົ້າເຖິງ, ພວກເຂົາບໍ່ມີສິດໃນການເປັນຢູ່ປົກກະຕິທີ່ຈະເວົ້າເຖິງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີສັກສີທີ່ຈະເວົ້າເຖິງເລີຍ. ມີພຽງແຕ່ຖ້າເຈົ້າລຸກຂຶ້ນ ແລະ ຕໍ່ສູ້ກັບຊາຕານ ໂດຍໃຊ້ຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ແລະ ຄວາມເຊື່ອຟັງ ແລະ ຄວາມຢຳເກງພຣະເຈົ້າເປັນອາວຸດເພື່ອຕໍ່ສູ້ເອົາເປັນເອົາຕາຍກັບຊາຕານ ຈົນເຈົ້າໄດ້ເອົາຊະນະຊາຕານຢ່າງສົມບູນ ແລະ ເຮັດໃຫ້ມັນແລ່ນໜີ ແລະ ກາຍເປັນຄົນຂີ້ຢ້ານເມື່ອໃດກໍຕາມທີ່ມັນເຫັນເຈົ້າ, ເພື່ອວ່າມັນຈະປະຖິ້ມການໂຈມຕີ ແລະ ການກ່າວຫາເຈົ້າຢ່າງສິ້ນເຊີງ, ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນ ແລະ ມີອິດສະຫຼະ. ຖ້າເຈົ້າຕັ້ງໃຈທີ່ຈະແຕກຫັກກັບຊາຕານຢ່າງສົມບູນ, ແຕ່ບໍ່ປະກອບມີອາວຸດທີ່ຈະຊ່ວຍເຈົ້າເອົາຊະນະຊາຕານ, ແລ້ວເຈົ້າກໍຈະຍັງຢູ່ໃນອັນຕະລາຍ; ເວລາຜ່ານໄປ ເມື່ອເຈົ້າຖືກຊາຕານທໍລະມານຫຼາຍ ຈົນບໍ່ມີກຳລັງແມ່ນແຕ່ໜ້ອຍດຽວຫຼົງເຫຼືອໃນຕົວເຈົ້າ, ແລ້ວເຈົ້າບໍ່ສາມາດເປັນພະຍານ, ບໍ່ສາມາດປົດປ່ອຍຕົນເອງຈາກການກ່າວຫາ ແລະ ການໂຈມຕີຂອງຊາຕານຕໍ່ເຈົ້າທັງໝົດ, ເຈົ້າກໍຈະມີຄວາມຫວັງພຽງເລັກນ້ອຍໃນຄວາມລອດພົ້ນ. ໃນທີ່ສຸດ, ເມື່ອການສິ້ນສຸດພາລະກິດຂອງພຣະເຈົ້າຖືກປະກາດ, ເຈົ້າກໍຈະຍັງຢູ່ໃນກຳມືຂອງຊາຕານ, ບໍ່ສາມາດປົດປ່ອຍຕົນເອງ ແລະ ສຸດທ້າຍ ເຈົ້າກໍຈະບໍ່ມີໂອກາດ ຫຼື ຄວາມຫວັງຫຍັງເລີຍ. ຄວາມໝາຍກໍຄື ຄົນດັ່ງກ່າວຈະຕົກເປັນສະເລີຍຂອງຊາຕານຢ່າງສິ້ນເຊີງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 53)

ການຮັບເອົາການທົດສອບຂອງພຣະເຈົ້າ, ເອົາຊະນະການລໍ້ລວງຂອງຊາຕານ ແລະ ຍອມໃຫ້ພຣະເຈົ້າຮັບເອົາການເປັນຢູ່ທັງໝົດຂອງເຈົ້າ

ໃນລະຫວ່າງພາລະກິດທີ່ພຣະເຈົ້າສະໜອງ ແລະ ຊ່ວຍເຫຼືອຕະຫຼອດໄປຕໍ່ມະນຸດ, ພຣະອົງໄດ້ບອກເຖິງຄວາມປະສົງ ແລະ ເງື່ອນໄຂທັງໝົດຂອງພຣະອົງໃຫ້ແກ່ມະນຸດ ແລະ ສະແດງເຖິງການກະທຳ, ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນໃຫ້ແກ່ມະນຸດ. ຈຸດປະສົງກໍຄືເພື່ອເຮັດໃຫ້ມະນຸດມີວຸດທິພາວະ ແລະ ເພື່ອເຮັດໃຫ້ມະນຸດຮັບເອົາຄວາມຈິງຕ່າງໆຈາກພຣະເຈົ້າ ໃນຂະນະທີ່ຕິດຕາມພຣະອົງ ເຊິ່ງເປັນຄວາມຈິງທີ່ເປັນອາວຸດທີ່ພຣະເຈົ້າໄດ້ມອບໃຫ້ແກ່ມະນຸດ ເພື່ອຕໍ່ສູ້ກັບຊາຕານ. ສະນັ້ນເມື່ອປະກອບມີອາວຸດແລ້ວ, ມະນຸດກໍຕ້ອງຜະເຊີນກັບການທົດສອບຂອງພຣະເຈົ້າ. ພຣະເຈົ້າມີຮູບແບບ ແລະ ວິທີການຫຼາຍຢ່າງເພື່ອທົດສອບມະນຸດ, ແຕ່ທຸກຢ່າງຈຳເປັນຕ້ອງມີ “ການຮ່ວມມື” ຂອງສັດຕູຂອງພຣະເຈົ້າ: ຊາຕານ ນີ້ໝາຍຄວາມວ່າ ເມື່ອໄດ້ມອບອາວຸດໃຫ້ແກ່ມະນຸດເພື່ອຕໍ່ສູ້ກັບຊາຕານ, ພຣະເຈົ້າກໍມອບມະນຸດໃຫ້ແກ່ຊາຕານ ແລະ ຍອມໃຫ້ຊາຕານ “ທົດສອບ” ວຸດທິພາວະຂອງມະນຸດ. ຖ້າມະນຸດສາມາດໜີລອດອອກຈາກຮູບແບບຂະບວນຮົບຂອງຊາຕານ, ຖ້າເຂົາສາມາດຫຼົບໜີຈາກວົງລ້ອມຂອງຊາຕານ ແລະ ຍັງມີຊີວິດຢູ່, ແລ້ວມະນຸດກໍໄດ້ຜ່ານບົດທົດສອບແລ້ວ. ແຕ່ຖ້າມະນຸດລົ້ມເຫຼວທີ່ຈະຫຼົບໜີອອກຈາກຮູບແບບຂະບວນຮົບຂອງຊາຕານ ແລະ ຍອມຈຳນົນຕໍ່ຊາຕານ, ແລ້ວເຂົາກໍບໍ່ໄດ້ຜ່ານບົດທົດສອບ. ບໍ່ວ່າພຣະເຈົ້າຈະກວດສອບດ້ານໃດກໍຕາມຂອງມະນຸດ, ມາດຕະເກນສຳລັບການກວດສອບຂອງພຣະອົງກໍຄື ມະນຸດຈະຍຶດໝັ້ນໃນຄຳພະຍານຂອງເຂົາ ຫຼື ບໍ່ເມື່ອຖືກໂຈມຕີໂດຍຊາຕານ ແລະ ບໍ່ວ່າເຂົາໄດ້ປະຖິ້ມພຣະເຈົ້າ ແລະ ຍອມຈຳນົນ ແລະ ຍອມຕໍ່ຊາຕານ ຫຼື ບໍ່ໃນຂະນະທີ່ຖືກກັບດັກຂອງຊາຕານ. ມັນອາດເວົ້າໄດ້ວ່າ ບໍ່ວ່າມະນຸດຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ຫຼື ບໍ່ແມ່ນຂຶ້ນຢູ່ກັບວ່າເຂົາຈະສາມາດເອົາຊະນະ ແລະ ເຮັດໃຫ້ຊາຕານພ່າຍແພ້ໄດ້ ຫຼື ບໍ່ ແລະ ບໍ່ວ່າເຂົາຈະສາມາດຮັບເອົາອິດສະຫຼະພາບໄດ້ ຫຼື ບໍ່ແມ່ນຂຶ້ນຢູ່ວ່າເຂົາຈະສາມາດຍົກອາວຸດທີ່ພຣະເຈົ້າໄດ້ມອບໃຫ້ແກ່ເຂົາຂຶ້ນດ້ວຍຕົນເອງເພື່ອເອົາຊະນະພັນທະນາການຂອງຊາຕານໄດ້ ຫຼື ບໍ່, ເພື່ອເຮັດໃຫ້ຊາຕານປະຖິ້ມຄວາມຫວັງ ແລະ ປ່ອຍເຂົາໄປຢ່າງສິ້ນເຊີງ. ຖ້າຊາຕານປະຖິ້ມຄວາມຫວັງ ແລະ ປ່ອຍຜູ້ໃດຜູ້ໜຶ່ງໄປ, ນີ້ກໍໝາຍຄວາມວ່າ ຊາຕານຈະບໍ່ພະຍາຍາມຮັບເອົາຄົນນີ້ໄປຈາກພຣະເຈົ້າອີກ, ຈະບໍ່ກ່າວຫາ ແລະ ແຊກແຊງກັບບຸກຄົນນີ້ອີກ, ຈະບໍ່ທໍລະມານ ຫຼື ໂຈມຕີພວກເຂົາຢ່າງມົວເມົາອີກ; ມີພຽງຄົນທີ່ເປັນແບບນີ້ເທົ່ານັ້ນຈຶ່ງຈະຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ. ນີ້ຄືຂະບວນການທັງໝົດທີ່ພຣະເຈົ້າຮັບເອົາຜູ້ຄົນ.

ຄຳເຕືອນ ແລະ ແສງສະຫວ່າງທີ່ສະໜອງໃຫ້ກັບຄົນຮຸ່ນຕໍ່ມາໂດຍຄຳພະຍານຂອງໂຢບ

ໃນເວລາດຽວກັນກັບການເຂົ້າໃຈຂະບວນການທີ່ພຣະເຈົ້າຮັບເອົາຜູ້ໃດຜູ້ໜຶ່ງຢ່າງສິ້ນເຊີງ, ຜູ້ຄົນຈະຍັງເຂົ້າໃຈເຖິງຈຸດປະສົງ ແລະ ຄວາມສຳຄັນຂອງການທີ່ພຣະເຈົ້າສົ່ງມອບໂຢບໃຫ້ແກ່ຊາຕານ. ຜູ້ຄົນບໍ່ສັບສົນຍ້ອນການທໍລະມານຂອງໂຢບອີກຕໍ່ໄປ ແລະ ເຫັນຄຸນຄ່າໃໝ່ໃນຄວາມໝາຍຂອງມັນ. ພວກເຂົາບໍ່ກັງວົນໃຈອີກຕໍ່ໄປວ່າ ພວກເຂົາຈະຕົກຢູ່ໃນການລໍ້ລວງຄືກັນກັບໂຢບ ຫຼື ບໍ່ ແລະ ບໍ່ຕໍ່ຕ້ານ ຫຼື ປະຕິເສດການມາເຖິງຂອງການທົດລອງຂອງພຣະເຈົ້າອີກຕໍ່ໄປ. ຄວາມເຊື່ອ, ຄວາມເຊື່ອຟັງຂອງໂຢບ ແລະ ຄຳພະຍານຂອງເພິ່ນເພື່ອເອົາຊະນະຊາຕານແມ່ນແຫຼ່ງທີ່ມາຂອງຄວາມຊ່ວຍເຫຼືອ ແລະ ການດົນໃຈທີ່ຍິ່ງໃຫຍ່ຕໍ່ຜູ້ຄົນ. ໃນໂຢບ, ພວກເຂົາໄດ້ເຫັນຄວາມຫວັງສຳລັບຄວາມລອດພົ້ນຂອງພວກເຂົາເອງ ແລະ ເຫັນສິ່ງນັ້ນຜ່ານຄວາມເຊື່ອ ແລະ ຄວາມເຊື່ອຟັງ ແລະ ຄວາມຢຳເກງພຣະເຈົ້າ, ມັນເປັນໄປໄດ້ທີ່ຈະເອົາຊະນະຊາຕານທັງໝົດ ແລະ ມີອຳນາດເໜືອຊາຕານ. ພວກເຂົາເຫັນວ່າ ຕາບໃດທີ່ພວກເຂົາຍອມຕໍ່ອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ຕາບໃດທີ່ພວກເຂົາມີຄວາມຕັ້ງໃຈ ແລະ ຄວາມເຊື່ອທີ່ຈະບໍ່ປະຖິ້ມພຣະເຈົ້າ ຫຼັງຈາກທີ່ໄດ້ສູນເສຍທຸກສິ່ງ, ແລ້ວພວກເຂົາກໍສາມາດນໍາຄວາມອັບອາຍ ແລະ ຄວາມພ່າຍແພ້ມາສູ່ຊາຕານ ແລະ ພວກເຂົາເຫັນວ່າ ພວກເຂົາຈຳເປັນຕ້ອງມີແຕ່ຄວາມຕັ້ງໃຈ ແລະ ຄວາມອົດກັ້ນເພື່ອຍຶດໝັ້ນໃນຄຳພະຍານຂອງພວກເຂົາ ເຖິງແມ່ນວ່າ ມັນໝາຍເຖິງການສູນເສຍຊີວິດຂອງພວກເຂົາກໍຕາມ ເພື່ອຊາຕານຕ້ອງຖືກຂົ່ມຂູ່ ແລະ ຖືກຕີໃຫ້ຖອຍຢ່າງກະທັນຫັນ. ຄຳພະຍານຂອງໂຢບແມ່ນຄຳເຕືອນຕໍ່ຄົນຮຸ່ນຕໍ່ມາ ແລະ ຄຳເຕືອນນີ້ໄດ້ບອກພວກເຂົາວ່າ ຖ້າພວກເຂົາບໍ່ເອົາຊະນະຊາຕານ, ແລ້ວພວກເຂົາກໍຈະບໍ່ສາມາດປົດປ່ອຍຕົນເອງອອກຈາກການກ່າວຫາ ແລະ ການແຊກແຊງຂອງຊາຕານໄດ້ຈັກເທື່ອ ຫຼື ພວກເຂົາຈະບໍ່ສາມາດຫຼົບໜີຈາກການຂົ່ມເຫັງ ແລະ ການໂຈມຕີຂອງຊາຕານໄດ້ຈັກເທື່ອ. ຄຳພະຍານຂອງໂຢບໄດ້ສ່ອງແສງສະຫວ່າງໃຫ້ແກ່ຄົນຮຸ່ນຕໍ່ມາ. ແສງສະຫວ່າງນີ້ໄດ້ສັ່ງສອນຜູ້ຄົນວ່າ ມີພຽງຖ້າພວກເຂົາສົມບູນ ແລະ ຊື່ສັດເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ; ມັນສັ່ງສອນພວກເຂົາວ່າ ມີພຽງຖ້າພວກເຂົາຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍເທົ່ານັ້ນ ພວກເຂົາຈຶ່ງຈະສາມາດເປັນພະຍານທີ່ເຂັ້ມແຂງ ແລະ ກຶກກ້ອງໃຫ້ແກ່ພຣະເຈົ້າ; ມີພຽງຖ້າພວກເຂົາເປັນພະຍານທີ່ເຂັ້ມແຂງ ແລະ ກຶກກ້ອງໃຫ້ແກ່ພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ຖືກຄວບຄຸມໂດຍຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ການນໍາພາ ແລະ ການປົກປ້ອງຂອງພຣະເຈົ້າ, ມີພຽງເມື່ອນັ້ນ ພວກເຂົາຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງແທ້ຈິງ. ບຸກຄະລິກຂອງໂຢບ ແລະ ການສະແຫວງຫາຊີວິດຂອງເພິ່ນຄວນຖືກຮຽນແບບໂດຍທຸກຄົນທີ່ສະແຫວງຫາຄວາມລອດພົ້ນ. ສິ່ງທີ່ເພິ່ນດຳລົງຊີວິດທັງຊີວິດຂອງເພິ່ນ ແລະ ຄວາມປະພຶດຂອງເພິ່ນໃນລະຫວ່າງການທົດລອງແມ່ນຊັບສົມບັດອັນລໍ້າຄ່າຕໍ່ທຸກຄົນທີ່ສະແຫວງຫາຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ.

ຄຳພະຍານຂອງໂຢບນໍາຄວາມປອບໂຍນມາສູ່ພຣະເຈົ້າ

ຖ້າເຮົາບອກພວກເຈົ້າໃນຕອນນີ້ວ່າ ໂຢບເປັນຜູ້ຊາຍທີ່ໜ້າຮັກ, ພວກເຈົ້າອາດຈະບໍ່ສາມາດເຫັນຄຸນຄ່າເຖິງຄວາມໝາຍໃນພຣະທຳເຫຼົ່ານີ້ ແລະ ອາດຈະບໍ່ສາມາດເຂົ້າໃຈຄວາມຮູ້ສຶກທີ່ຢູ່ເບື້ອງຫຼັງວ່າເປັນຫຍັງເຮົາຈຶ່ງກ່າວທຸກສິ່ງເຫຼົ່ານີ້; ແຕ່ໃຫ້ລໍຖ້າຈົນເຖິງມື້ທີ່ພວກເຈົ້າໄດ້ຜະເຊີນກັບການທົດລອງແບບດຽວກັນ ຫຼື ຄ້າຍຄືກັບການທົດລອງຂອງໂຢບ, ເມື່ອພວກເຈົ້າໄດ້ຜະເຊີນກັບຄວາມທຸກ, ເມື່ອພວກເຈົ້າໄດ້ຜະເຊີນກັບການທົດລອງທີ່ພຣະເຈົ້າໄດ້ຈັດແຈງເປັນການສ່ວນຕົວສຳລັບພວກເຈົ້າ, ເມື່ອເຈົ້າໄດ້ມອບທຸກຢ່າງຂອງເຈົ້າ ແລະ ອົດກັ້ນກັບຄວາມອັບອາຍ ແລະ ຄວາມລໍາບາກເພື່ອມີອຳນາດເໜືອຊາຕານ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າໃນທ່າມກາງການລໍ້ລວງ, ແລ້ວເຈົ້າກໍຈະສາມາດເຫັນຄຸນຄ່າຄວາມໝາຍຂອງພຣະທຳເຫຼົ່ານີ້ທີ່ເຮົາໄດ້ເວົ້າ. ໃນເວລານັ້ນ, ເຈົ້າຈະຮູ້ສຶກວ່າເຈົ້າດ້ອຍກວ່າໂຢບຫຼາຍ, ເຈົ້າຈະຮູ້ສຶກວ່າໂຢບເປັນຕາຮັກສໍ່າໃດ ແລະ ເພິ່ນສົມຄວນແກ່ການເອົາເປັນແບບຢ່າງ. ເມື່ອເວລານັ້ນມາເຖິງ, ເຈົ້າຈະຮູ້ວ່າຄຳເວົ້າພື້ນຖານເຫຼົ່ານັ້ນທີ່ໂຢບໄດ້ກ່າວສຳຄັນສໍ່າໃດສຳລັບຄົນທີ່ເສື່ອມຊາມ ແລະ ຄົນທີ່ດຳລົງຊີວິດຢູ່ໃນເວລານີ້ ແລະ ເຈົ້າຈະຮູ້ວ່າມັນຍາກສໍ່າໃດສຳລັບຜູ້ຄົນໃນປັດຈຸບັນທີ່ຈະບັນລຸສິ່ງທີ່ໂຢບໄດ້ບັນລຸ. ເມື່ອເຈົ້າຮູ້ສຶກວ່າມັນຍາກ, ເຈົ້າຈະເຫັນວ່າຫົວໃຈຂອງພຣະເຈົ້ານັ້ນກະວົນກະວາຍ ແລະ ກັງວົນໃຈສໍ່າໃດ, ເຈົ້າຈະເຫັນວ່າລາຄາທີ່ພຣະເຈົ້າຈ່າຍນັ້ນສູງສໍ່າໃດເພື່ອຮັບເອົາຜູ້ຄົນດັ່ງກ່າວ ແລະ ສິ່ງທີ່ພຣະເຈົ້າເຮັດ ແລະ ໄດ້ເສຍສະຫຼະສຳລັບມະນຸດຊາດນັ້ນລໍ້າຄ່າສໍ່າໃດ. ບັດນີ້ເມື່ອພວກເຈົ້າໄດ້ຍິນຄຳເວົ້າເຫຼົ່ານີ້, ພວກເຈົ້າມີຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ການປະເມີນທີ່ຖືກຕ້ອງກ່ຽວກັບໂຢບບໍ? ໃນສາຍຕາຂອງພວກເຈົ້າ, ໂຢບເປັນມະນຸດທີ່ສົມບູນ ແລະ ຊື່ສັດທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍແທ້ບໍ? ເຮົາເຊື່ອວ່າຄົນສ່ວນໃຫຍ່ຈະເວົ້າຢ່າງແນ່ນອນທີ່ສຸດວ່າ ແມ່ນແລ້ວ. ຍ້ອນຂໍ້ແທ້ຈິງກ່ຽວກັບສິ່ງທີ່ໂຢບໄດ້ກະທຳ ແລະ ເປີດເຜີຍນັ້ນແມ່ນບໍ່ສາມາດປະຕິເສດໄດ້ໂດຍມະນຸດຄົນໃດ ຫຼື ຊາຕານ. ພວກມັນຄືເຄື່ອງພິສູດທີ່ມີພະລັງທີ່ສຸດເຖິງການເອົາຊະນະຂອງໂຢບເໜືອຊາຕານ. ເຄື່ອງພິສູດນີ້ໄດ້ເກີດຂຶ້ນໃນໂຢບ ແລະ ເປັນຄຳພະຍານທຳອິດທີ່ພຣະເຈົ້າໄດ້ຮັບ. ສະນັ້ນ ເມື່ອໂຢບເອົາຊະນະການຫຼອກລວງຂອງຊາຕານ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ, ພຣະເຈົ້າກໍເຫັນຄວາມຫວັງໃນໂຢບ ແລະ ຫົວໃຈຂອງພຣະອົງແມ່ນຖືກປອບໂຍນໂດຍໂຢບ. ຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງເວລາຂອງໂຢບ, ນີ້ແມ່ນຄັ້ງທຳອິດທີ່ພຣະເຈົ້າໄດ້ຜະເຊີນຢ່າງແທ້ຈິງວ່າການປອບໂຍນແມ່ນຫຍັງ ແລະ ການຖືກປອບໂຍນໂດຍມະນຸດແມ່ນຫຍັງ. ມັນແມ່ນຄັ້ງທຳອິດທີ່ພຣະອົງໄດ້ເຫັນ ແລະ ໄດ້ຮັບຄຳພະຍານທີ່ແທ້ຈິງທີ່ເກີດຂຶ້ນສຳລັບພຣະອົງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 54)

ໂຢບໄດ້ຍິນກ່ຽວກັບພຣະເຈົ້າໂດຍການຟັງດ້ວຍຫູ (ຂໍ້ຄວາມທີ່ຖືກຄັດເລືອກ)

“ເບິ່ງແມ ພຣະອົງຜ່ານຂ້ານ້ອຍໄປ ແລະ ຂ້ານ້ອຍກໍບໍ່ເຫັນພຣະອົງ, ພຣະອົງເດີນກາຍໄປ ແຕ່ຂ້ານ້ອຍກໍບໍ່ໄດ້ຮັບຮູ້ພຣະອົງ” (ໂຢບ 9:11).

“ເບິ່ງແມ ຂ້ອຍໄປຂ້າງໜ້າ ແຕ່ພຣະອົງບໍ່ໄດ້ຢູ່ທີ່ນັ້ນ; ແລະ ຂ້ອຍໄປທາງຫຼັງ ແຕ່ກໍບໍ່ສາມາດຮັບຮູ້ພຣະອົງໄດ້, ຢູ່ເບື້ອງຊ້າຍ ທີ່ເປັນບ່ອນພຣະອົງດໍາເນີນການ ແຕ່ຂ້ອຍບໍ່ເຫັນພຣະອົງ; ພຣະອົງລີ້ຢູ່ເບື້ອງຂວາ ແຕ່ຂ້ອຍກໍບໍ່ສາມາດເຫັນພຣະອົງເລີຍ” (ໂຢບ 23:8-9).

“ຂ້ານ້ອຍຮູ້ວ່າ ພຣະອົງສາມາດເຮັດໄດ້ທຸກຢ່າງ ແລະ ບໍ່ມີຄວາມຄິດໃດທີ່ພຣະອົງບໍ່ສາມາດຮູ້ໄດ້. ແມ່ນໃຜຈະເຊື່ອງປັນຍາໂດຍບໍ່ມີຄວາມຮູ້? ສະນັ້ນ ຂ້ານ້ອຍໄດ້ເວົ້າໃນສິ່ງທີ່ຂ້ານ້ອຍບໍ່ເຂົ້າໃຈ; ຂ້ານ້ອຍບໍ່ຮູ້ຈັກສິ່ງທີ່ເປັນມະຫັດສະຈັນຕໍ່ຂ້ານ້ອຍເລີຍ. ຟັງແມ ຂ້ານ້ອຍອ້ອນວອນພຣະອົງ ແລະ ຂ້ານ້ອຍຈະເວົ້າວ່າ ຂ້ານ້ອຍຈະຮຽກຮ້ອງຈາກພຣະອົງ ແລະ ປະກາດຕໍ່ພຣະອົງວ່າ ຂ້ານ້ອຍໄດ້ຍິນຈາກພຣະອົງດ້ວຍການຟັງ ແຕ່ບັດນີ້ ຕາຂອງຂ້ານ້ອຍເຫັນພຣະອົງແລ້ວ. ເປັນຫຍັງຂ້ານ້ອຍຈຶ່ງກຽດຊັງຕົນເອງ ແລະ ສຳນຶກຜິດຢູ່ກັບຝຸ່ນດິນ ແລະ ຂີ້ເທົ່າ” (ໂຢບ 42:2-6).

ເຖິງແມ່ນພຣະເຈົ້າບໍ່ໄດ້ເປີດເຜີຍພຣະອົງເອງຕໍ່ໂຢບ, ໂຢບກໍເຊື່ອໃນອຳນາດປົກຄອງສູງສຸດຂອງພຣະເຈົ້າ

ແມ່ນຫຍັງຄືແຮງຜັກດັນຂອງຄຳເວົ້າເຫຼົ່ານີ້? ມີຜູ້ໃດໃນພວກເຈົ້າຮູ້ບໍວ່າມີຂໍ້ແທ້ຈິງໃນນີ້? ກ່ອນອື່ນ, ໂຢບຮູ້ໄດ້ແນວໃດວ່າມີພຣະເຈົ້າ? ແລ້ວເພິ່ນຮູ້ໄດ້ແນວໃດວ່າສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງແມ່ນຖືກປົກຄອງໂດຍພຣະເຈົ້າ? ມີຂໍ້ພຣະຄໍາພີທີ່ຕອບຄຳຖາມສອງຂໍ້ເຫຼົ່ານີ້: “ຂ້ານ້ອຍໄດ້ຍິນຈາກພຣະອົງດ້ວຍການຟັງ ແຕ່ບັດນີ້ ຕາຂອງຂ້ານ້ອຍເຫັນພຣະອົງແລ້ວ. ເປັນຫຍັງຂ້ານ້ອຍຈຶ່ງກຽດຊັງຕົນເອງ ແລະ ສຳນຶກຜິດຢູ່ກັບຝຸ່ນດິນ ແລະ ຂີ້ເທົ່າ”. ຈາກຖ້ອຍຄໍາເຫຼົ່ານັ້ນ ພວກເຮົາໄດ້ຮຽນຮູ້ວ່າ ແທນທີ່ຈະໄດ້ເຫັນພຣະເຈົ້າດ້ວຍຕາຂອງເພິ່ນເອງ, ໂຢບໄດ້ຮຽນຮູ້ກ່ຽວກັບພຣະເຈົ້າຈາກຕຳນານ. ມັນຢູ່ພາຍໃຕ້ສະຖານະການເຫຼົ່ານີ້ ທີ່ເພິ່ນເລີ່ມຕົ້ນຍ່າງໃນເສັ້ນທາງແຫ່ງການຮູ້ຈັກພຣະເຈົ້າ, ຫຼັງຈາກນັ້ນ ເພິ່ນຈຶ່ງຢືນຢັນການເປັນຢູ່ຂອງພຣະເຈົ້າໃນຊີວິດຂອງເພິ່ນ ແລະ ທ່າມກາງສິ່ງທັງປວງ. ມີຂໍ້ແທ້ຈິງທີ່ບໍ່ສາມາດປະຕິເສດໄດ້ໃນນີ້, ແມ່ນຫຍັງຄືຂໍ້ແທ້ຈິງນັ້ນ? ເຖິງແມ່ນຈະສາມາດປະຕິບັດຕາມເສັ້ນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ໂຢບແມ່ນບໍ່ເຄີຍໄດ້ເຫັນພຣະເຈົ້າ. ໃນນີ້, ເພິ່ນບໍ່ໄດ້ຄືກັນກັບຜູ້ຄົນໃນປັດຈຸບັນບໍ? ໂຢບບໍ່ເຄີຍໄດ້ເຫັນພຣະເຈົ້າ, ຄວາມໝາຍຂອງມັນກໍຄື ເຖິງແມ່ນເພິ່ນໄດ້ຍິນກ່ຽວກັບພຣະເຈົ້າ, ເພິ່ນບໍ່ຮູ້ຈັກວ່າພຣະເຈົ້າຢູ່ໃສ ຫຼື ພຣະເຈົ້າເປັນແນວໃດ ຫຼື ພຣະເຈົ້າກຳລັງເຮັດຫຍັງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນປັດໄຈສ່ວນຕົວ; ເວົ້າລວມກໍຄື ເຖິງແມ່ນເພິ່ນໄດ້ຕິດຕາມພຣະເຈົ້າ, ພຣະເຈົ້າບໍ່ເຄີຍປາກົດຕໍ່ເພິ່ນ ຫຼື ເວົ້າຕໍ່ເພິ່ນ. ນີ້ບໍ່ແມ່ນຂໍ້ແທ້ຈິງບໍ? ເຖິງແມ່ນພຣະເຈົ້າບໍ່ໄດ້ກ່າວຕໍ່ໂຢບ ຫຼື ມອບຄຳສັ່ງໃດໜຶ່ງໃຫ້ແກ່ເພິ່ນ, ໂຢບກໍໄດ້ເຫັນເຖິງການເປັນຢູ່ຂອງພຣະເຈົ້າ ແລະ ເຫັນເຖິງອຳນາດປົກຄອງສູງສຸດຂອງພຣະອົງເໜືອສິ່ງທັງປວງ ແລະ ໃນຕໍານານທີ່ໂຢບໄດ້ຍິນກ່ຽວກັບພຣະເຈົ້າ, ຫຼັງຈາກນັ້ນ ເພິ່ນຈຶ່ງເລີ່ມຕົ້ນຊີວິດແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ສິ່ງດັ່ງກ່າວແມ່ນຈຸດກຳເນີດ ແລະ ຂະບວນການທີ່ໂຢບຕິດຕາມພຣະເຈົ້າ. ແຕ່ບໍ່ວ່າເພິ່ນຈະຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍຫຼາຍສໍ່າໃດກໍຕາມ, ບໍ່ວ່າເພິ່ນຈະໄດ້ຍຶດໝັ້ນຕໍ່ຄວາມຊື່ສັດຂອງເພິ່ນສໍ່າໃດກໍຕາມ, ພຣະເຈົ້າກໍຍັງບໍ່ປາກົດຕໍ່ເພິ່ນຈັກເທື່ອ. ໃຫ້ພວກເຮົາອ່ານຂໍ້ຄວາມນີ້. ພຣະອົງກ່າວວ່າ: “ເບິ່ງແມ ພຣະອົງຜ່ານຂ້ານ້ອຍໄປ ແລະ ຂ້ານ້ອຍກໍບໍ່ເຫັນພຣະອົງ, ພຣະອົງເດີນກາຍໄປ ແຕ່ຂ້ານ້ອຍກໍບໍ່ໄດ້ຮັບຮູ້ພຣະອົງ” (ໂຢບ 9:11). ສິ່ງທີ່ພຣະທຳເຫຼົ່ານີ້ກຳລັງກ່າວເຖິງກໍຄື ໂຢບອາດຮູ້ສຶກເຖິງພຣະເຈົ້າທີ່ຢູ່ອ້ອມຂ້າງເພິ່ນ ຫຼື ເພິ່ນອາດບໍ່ຮູ້ສຶກ, ແຕ່ເພິ່ນບໍ່ສາມາດເຫັນພຣະເຈົ້າໄດ້. ມີຫຼາຍຄັ້ງທີ່ເພິ່ນຈິນຕະນາການວ່າພຣະເຈົ້າຜ່ານເພິ່ນໄປ ຫຼື ປະຕິບັດ ຫຼື ນໍາພາມະນຸດ, ແຕ່ເພິ່ນບໍ່ເຄີຍຮູ້ຈັກເທື່ອ. ພຣະເຈົ້າໄດ້ມາຫາມະນຸດໃນເວລາທີ່ເຂົາບໍ່ໄດ້ຄາດຫວັງເຖິງສິ່ງນັ້ນ; ມະນຸດບໍ່ຮູ້ຈັກເມື່ອເວລາພຣະເຈົ້າມາຫາເຂົາ ຫຼື ພຣະອົງມາຫາເຂົາຢູ່ໃສ, ຍ້ອນມະນຸດບໍ່ສາມາດເຫັນພຣະເຈົ້າ ແລະ ດ້ວຍເຫດນັ້ນ ສຳລັບມະນຸດແລ້ວ ພຣະເຈົ້າຈຶ່ງລີ້ລັບຈາກເຂົາ.

ຄວາມເຊື່ອຂອງໂຢບໃນພຣະເຈົ້າບໍ່ໄດ້ຖືກສັ່ນຄອນໂດຍຂໍ້ແທ້ຈິງທີ່ວ່າພຣະເຈົ້າລີ້ລັບຈາກເພິ່ນ

ໃນຂໍ້ພຣະຄຳພີດັ່ງຕໍ່ໄປນີ້, ໂຢບໄດ້ກ່າວວ່າ: “ເບິ່ງແມ ຂ້ອຍໄປຂ້າງໜ້າ ແຕ່ພຣະອົງບໍ່ໄດ້ຢູ່ທີ່ນັ້ນ; ແລະ ຂ້ອຍໄປທາງຫຼັງ ແຕ່ກໍບໍ່ສາມາດຮັບຮູ້ພຣະອົງໄດ້, ຢູ່ເບື້ອງຊ້າຍ ທີ່ເປັນບ່ອນພຣະອົງດໍາເນີນການ ແຕ່ຂ້ອຍບໍ່ເຫັນພຣະອົງ; ພຣະອົງລີ້ຢູ່ເບື້ອງຂວາ ແຕ່ຂ້ອຍກໍບໍ່ສາມາດເຫັນພຣະອົງເລີຍ” (ໂຢບ 23:8-9). ໃນເລື່ອງນີ້, ພວກເຮົາໄດ້ຮຽນຮູ້ວ່າ ໃນປະສົບການຂອງໂຢບນັ້ນ, ພຣະເຈົ້າໄດ້ລີ້ລັບຈາກເພິ່ນຕະຫຼອດເວລາ; ພຣະເຈົ້າບໍ່ໄດ້ປາກົດຕໍ່ເພິ່ນຢ່າງເປີດເຜີຍ ຫຼື ພຣະອົງໄດ້ບໍ່ກ່າວພຣະທຳໃດຕໍ່ເພິ່ນຢ່າງເປີດເຜີຍ, ແຕ່ໃນຫົວໃຈຂອງເພິ່ນ, ໂຢບກໍເຊື່ອໝັ້ນໃນການເປັນຢູ່ຂອງພຣະເຈົ້າ. ພຣະອົງເຊື່ອຢູ່ສະເໝີວ່າ ພຣະເຈົ້າອາດກຳລັງຍ່າງຕໍ່ໜ້າເພິ່ນ ຫຼື ອາດກຳລັງປະຕິບັດຢູ່ອ້ອມຂ້າງເພິ່ນ ແລະ ເຖິງແມ່ນເພິ່ນບໍ່ສາມາດເຫັນພຣະເຈົ້າໄດ້, ພຣະເຈົ້າກໍຢູ່ຄຽງຂ້າງເພິ່ນ, ປົກຄອງທຸກສິ່ງທີ່ຢູ່ອ້ອມຂ້າງເພິ່ນ. ໂຢບບໍ່ເຄີຍເຫັນພຣະເຈົ້າ, ແຕ່ເພິ່ນສາມາດຕັ້ງໝັ້ນຕໍ່ຄວາມເຊື່ອຂອງເພິ່ນ ເຊິ່ງບໍ່ມີບຸກຄົນໃດທີ່ສາມາດເຮັດໄດ້. ເປັນຫຍັງຄົນອື່ນຈຶ່ງບໍ່ສາມາດເຮັດສິ່ງນັ້ນໄດ້? ມັນເປັນຍ້ອນພຣະເຈົ້າບໍ່ໄດ້ກ່າວຕໍ່ໂຢບ ຫຼື ປາກົດຕໍ່ເພິ່ນ ແລະ ຖ້າເພິ່ນບໍ່ເຊື່ອຢ່າງແທ້ຈິງ, ເພິ່ນກໍບໍ່ສາມາດດຳເນີນຕໍ່ໄປໄດ້ ຫຼື ເພິ່ນບໍ່ສາມາດຍຶດໝັ້ນຕໍ່ຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ສິ່ງນີ້ບໍ່ເປັນຈິງບໍ? ເຈົ້າຈະຮູ້ສຶກແນວໃດເມື່ອເຈົ້າອ່ານຄຳເວົ້າເຫຼົ່ານີ້ຂອງໂຢບ? ເຈົ້າຮູ້ສຶກວ່າຄວາມສົມບູນ ແລະ ຄວາມຊື່ສັດຂອງໂຢບ ແລະ ຄວາມຊອບທຳຂອງເພິ່ນຕໍ່ໜ້າພຣະເຈົ້ານັ້ນເປັນຈິງ ແລະ ບໍ່ແມ່ນການເວົ້າເກີນຄວາມຈິງໃນສ່ວນຂອງພຣະເຈົ້າບໍ? ເຖິງແມ່ນພຣະເຈົ້າປະຕິບັດຕໍ່ໂຢບຄືກັບຄົນອື່ນໆ ແລະ ບໍ່ໄດ້ປາກົດ ຫຼື ເວົ້າຕໍ່ເພິ່ນ, ໂຢບຍັງຍຶດໝັ້ນຕໍ່ຄວາມຊື່ສັດຂອງເພິ່ນ, ຍັງເຊື່ອໃນອຳນາດປົກຄອງສູງສຸດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ເພິ່ນຖວາຍເຄື່ອງເຜົາບູຊາຢູ່ເລື້ອຍໆ ແລະ ອະທິຖານຕໍ່ໜ້າພຣະເຈົ້າ ເຊິ່ງເປັນຜົນມາຈາກການທີ່ເພິ່ນຢ້ານກະທໍາຜິດຕໍ່ພຣະເຈົ້າ. ໂຢບສາມາດຢຳເກງພຣະເຈົ້າໂດຍບໍ່ເຄີຍເຫັນພຣະເຈົ້າ, ເຮັດໃຫ້ພວກເຮົາໄດ້ເຫັນວ່າເພິ່ນຮູ້ສິ່ງທີ່ເປັນບວກຫຼາຍສໍ່າໃດ ແລະ ຄວາມເຊື່ອຂອງເພິ່ນໝັ້ນຄົງ ແລະ ເປັນຈິງສໍ່າໃດ. ເພິ່ນບໍ່ໄດ້ປະຕິເສດການເປັນຢູ່ຂອງພຣະເຈົ້າ ຍ້ອນພຣະເຈົ້າລີ້ລັບຈາກເພິ່ນ ຫຼື ເພິ່ນບໍ່ໄດ້ສູນເສຍຄວາມເຊື່ອຂອງເພິ່ນ ແລະ ປະຖິ້ມພຣະເຈົ້າຍ້ອນເພິ່ນບໍ່ເຄີຍເຫັນພຣະອົງ. ກົງກັນຂ້າມ, ໃນທ່າມກາງພາລະກິດອັນລີ້ລັບຂອງພຣະເຈົ້າໃນການປົກຄອງສິ່ງທັງປວງ, ເພິ່ນໄດ້ຮູ້ຈັກການເປັນຢູ່ຂອງພຣະເຈົ້າ ແລະ ຮູ້ສຶກເຖິງອຳນາດປົກຄອງສູງສຸດ ແລະ ລິດອຳນາດຂອງພຣະເຈົ້າ. ເພິ່ນບໍ່ໄດ້ເຊົາຊື່ສັດ ຍ້ອນພຣະເຈົ້າລີ້ລັບ ຫຼື ເພິ່ນບໍ່ໄດ້ປະຖິ້ມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ຍ້ອນພຣະເຈົ້າບໍ່ເຄີຍປາກົດຕໍ່ເພິ່ນ. ໂຢບບໍ່ເຄີຍຮຽກຮ້ອງໃຫ້ພຣະເຈົ້າປາກົດຕໍ່ເພິ່ນຢ່າງເປີດເຜີຍເພື່ອພິສູດການມີຢູ່ຂອງພຣະອົງ, ຍ້ອນເພິ່ນໄດ້ເຫັນເຖິງອຳນາດປົກຄອງສູງສຸດຂອງພຣະເຈົ້າໃນທ່າມກາງສິ່ງທັງປວງ ແລະ ເພິ່ນເຊື່ອວ່າເພິ່ນໄດ້ຮັບເອົາພອນ ແລະ ຄວາມກະລຸນາທີ່ຄົນອື່ນບໍ່ໄດ້ຮັບ. ເຖິງແມ່ນພຣະເຈົ້າຍັງຄົງລີ້ລັບຕໍ່ເພິ່ນ, ຄວາມເຊື່ອຂອງໂຢບໃນພຣະເຈົ້າກໍບໍ່ເຄີຍສັ່ນຄອນ. ສະນັ້ນ ເພິ່ນຈຶ່ງໄດ້ເກັບກ່ຽວໃນສິ່ງທີ່ຄົນອື່ນບໍ່ມີ: ນັ້ນກໍຄື ການເຫັນດີເຫັນພ້ອມຈາກພຣະເຈົ້າ ແລະ ພອນຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 55)

ໂຢບອວຍພອນນາມຂອງພຣະເຈົ້າ ແລະ ບໍ່ຄິດເຖິງພອນ ຫຼື ໄພພິບັດ

ມີຂໍ້ແທ້ຈິງທີ່ບໍ່ເຄີຍຖືກອ້າງເຖິງໃນເລື່ອງລາວຂອງໂຢບທີ່ຢູ່ໃນຂໍ້ພຣະຄຳພີ ແລະ ຂໍ້ແທ້ຈິງນີ້ຈະເປັນຈຸດສຸມຂອງພວກເຮົາໃນມື້ນີ້. ເຖິງແມ່ນໂຢບບໍ່ເຄີຍເຫັນພຣະເຈົ້າ ຫຼື ໄດ້ຍິນພຣະທຳຂອງພຣະເຈົ້າດ້ວຍຫູຂອງເພິ່ນເອງ, ພຣະເຈົ້າກໍມີພື້ນທີ່ໃນຫົວໃຈຂອງໂຢບ. ແມ່ນຫຍັງຄືທ່າທີຂອງໂຢບຕໍ່ພຣະເຈົ້າ? ດັ່ງທີ່ໄດ້ອ້າງເຖິງກ່ອນໜ້ານີ້ວ່າ: “ພອນປະເສີດຈົ່ງມີແກ່ພຣະນາມຂອງພຣະເຢໂຮວາເທີ້ນ”. ການອວຍພອນຂອງເພິ່ນຕໍ່ນາມຂອງພຣະເຈົ້າແມ່ນບໍ່ມີເງື່ອນໄຂ, ບໍ່ຄຳນຶງເຖິງບໍລິບົດ ແລະ ບໍ່ໄດ້ຜູກມັດກັບເຫດຜົນໃດໆ. ພວກເຮົາໄດ້ເຫັນວ່າ ໂຢບໄດ້ມອບຫົວໃຈຂອງເພິ່ນໃຫ້ພຣະເຈົ້າ, ຍອມໃຫ້ພຣະເຈົ້າຄວບຄຸມ; ທຸກສິ່ງທີ່ເພິ່ນຄິດ, ທຸກສິ່ງທີ່ເພິ່ນຕັດສິນໃຈ ແລະ ທຸກສິ່ງທີ່ເພິ່ນວາງແຜນໃນຫົວໃຈຂອງເພິ່ນຖືກເປີດອອກໃຫ້ແກ່ພຣະເຈົ້າ ແລະ ບໍ່ໄດ້ຖືກປິດບັງຈາກພຣະເຈົ້າເລີຍ. ຫົວໃຈຂອງເພິ່ນບໍ່ໄດ້ຕໍ່ຕ້ານພຣະເຈົ້າ ແລະ ເພິ່ນບໍ່ໄດ້ຮຽກຮ້ອງໃຫ້ພຣະເຈົ້າເຮັດສິ່ງໃດເພື່ອເພິ່ນ ຫຼື ມອບສິ່ງໃດໆໃຫ້ເພິ່ນ ແລະ ເພິ່ນບໍ່ໄດ້ມີຄວາມປາຖະໜາເກີນຂອບເຂດໃນສິ່ງທີ່ເພິ່ນຈະໄດ້ຮັບຈາກການນະມັດສະການພຣະເຈົ້າ. ໂຢບບໍ່ໄດ້ເວົ້າເຖິງການແລກປ່ຽນກັບພຣະເຈົ້າ ແລະ ບໍ່ໄດ້ຂໍຮ້ອງ ຫຼື ຮຽກຮ້ອງຈາກພຣະເຈົ້າ. ການທີ່ເພິ່ນຍົກຍ້ອງນາມຂອງພຣະເຈົ້າກໍແມ່ນຍ້ອນລິດອຳນາດ ແລະ ສິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າໃນການປົກຄອງສິ່ງທັງປວງ ແລະ ມັນບໍ່ຂຶ້ນກັບວ່າເພິ່ນໄດ້ຮັບພອນ ຫຼື ຖືກໂຈມຕີໂດຍໄພພິບັດ. ເພິ່ນເຊື່ອວ່າ ບໍ່ວ່າພຣະເຈົ້າຈະອວຍພອນຜູ້ຄົນ ຫຼື ນໍາໄພພິບັດມາສູ່ພວກເຂົາ, ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າຈະບໍ່ປ່ຽນແປງ ແລະ ດ້ວຍເຫດນັ້ນ ບໍ່ວ່າສະຖານະການຂອງບຸກຄົນຈະເປັນແນວໃດກໍຕາມ, ນາມຂອງພຣະເຈົ້າຄວນໄດ້ຮັບການສັນລະເສີນ. ການທີ່ມະນຸດຖືກພຣະເຈົ້າອວຍພອນກໍຍ້ອນອຳນາດປົກຄອງສູງສຸດຂອງພຣະເຈົ້າ ແລະ ເມື່ອໄພພິບັດເກີດຂຶ້ນກັບມະນຸດ, ມັນກໍຍ້ອນອຳນາດການປົກຄອງສູງສຸດຂອງພຣະເຈົ້າເຊັ່ນກັນ. ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າປົກຄອງ ແລະ ຈັດແຈງທຸກສິ່ງທີ່ກ່ຽວກັບມະນຸດ; ຄວາມແຕກຕ່າງຂອງໂຊກຊະຕາຂອງມະນຸດຄືການສະແດງອອກເຖິງລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າ ແລະ ບໍ່ວ່າມຸມມອງຂອງຜູ້ຄົນຈະເປັນແນວໃດກໍຕາມ, ນາມຂອງພຣະເຈົ້າຄວນໄດ້ຮັບການສັນລະເສີນ. ນີ້ແມ່ນສິ່ງທີ່ໂຢບໄດ້ຜະເຊີນ ແລະ ມາຮູ້ຈັກໃນລະຫວ່າງການດໍາລົງຊີວິດຂອງເພິ່ນ. ທຸກຄວາມຄິດ ແລະ ທຸກການກະທຳຂອງໂຢບໄດ້ໄປເຖິງຫູຂອງພຣະເຈົ້າ ແລະ ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ພຣະເຈົ້າກໍເຫັນວ່າສຳຄັນ. ພຣະເຈົ້າຊື່ນຊົມຄວາມຮູ້ນີ້ຂອງໂຢບ ແລະ ເຊີດຊູໂຢບທີ່ມີຫົວໃຈແບບນັ້ນ. ຫົວໃຈນີ້ໄດ້ລໍຄອຍຄຳສັ່ງຂອງພຣະເຈົ້າຢູ່ສະເໝີ ແລະ ໃນທຸກແຫ່ງຫົນ ແລະ ບໍ່ວ່າຈະເປັນເວລາໃດ ຫຼື ສະຖານທີ່ໃດກໍຕາມ, ມັນຕ້ອນຮັບທຸກສິ່ງທີ່ເກີດຂຶ້ນກັບເພິ່ນ. ໂຢບບໍ່ໄດ້ຮຽກຮ້ອງຈາກພຣະເຈົ້າ. ສິ່ງທີ່ເພິ່ນຮຽກຮ້ອງກັບຕົນເອງກໍເພື່ອລໍຖ້າ, ຍອມຮັບ, ຜະເຊີນ ແລະ ເຊື່ອຟັງການຈັດແຈງທັງໝົດທີ່ມາຈາກພຣະເຈົ້າ; ໂຢບເຊື່ອວ່ານີ້ຄືໜ້າທີ່ຂອງເພິ່ນ ແລະ ມັນແມ່ນສິ່ງທີ່ພຣະເຈົ້າຕ້ອງການຢ່າງແທ້ຈິງ. ໂຢບບໍ່ເຄີຍເຫັນພຣະເຈົ້າ ຫຼື ບໍ່ເຄີຍໄດ້ຍິນພຣະອົງກ່າວພຣະທຳໃດໆ, ອອກຄຳສັ່ງໃດໆ, ໃຫ້ຄຳສັ່ງສອນໃດໆ ຫຼື ສັ່ງສອນເພິ່ນກ່ຽວກັບສິ່ງໃດສິ່ງໜຶ່ງ. ໃນຄຳເວົ້າປັດຈຸບັນ, ເພື່ອເພິ່ນຈະສາມາດມີຄວາມຮູ້ ແລະ ທ່າທີດັ່ງກ່າວຕໍ່ພຣະເຈົ້າໄດ້ ເມື່ອພຣະເຈົ້າບໍ່ໄດ້ມອບແສງສະຫວ່າງ, ການນໍາພາ ຫຼື ການສະໜອງທີ່ກ່ຽວຂ້ອງກັບຄວາມຈິງໃຫ້ແກ່ເພິ່ນ, ສິ່ງນີ້ລໍ້າຄ່າ ແລະ ເພື່ອເພິ່ນຈະສະແດງສິ່ງດັ່ງກ່າວກໍພຽງພໍສຳລັບພຣະເຈົ້າ ແລະ ຄຳພະຍານຂອງເພິ່ນແມ່ນໄດ້ຮັບການຊົມເຊີຍ ແລະ ຊື່ນຊົມໂດຍພຣະເຈົ້າ. ໂຢບບໍ່ເຄີຍເຫັນພຣະເຈົ້າ ຫຼື ໄດ້ຍິນພຣະເຈົ້າກ່າວຄຳສັ່ງສອນໃດໜຶ່ງໃຫ້ແກ່ເພິ່ນເປັນການສ່ວນຕົວ, ແຕ່ສຳລັບພຣະເຈົ້າແລ້ວ ຫົວໃຈຂອງເພິ່ນ ແລະ ເພິ່ນເອງແມ່ນລໍ້າຄ່າຫຼາຍກວ່າຄົນທີ່ ສາມາດພຽງແຕ່ເວົ້າໃນເລື່ອງທິດສະດິຢ່າງເລິກເຊິ່ງເມື່ອຢູ່ຕໍ່ໜ້າພຣະເຈົ້າ, ຄົນທີ່ພຽງແຕ່ສາມາດເວົ້າໂອ້ອວດ ແລະ ເວົ້າເຖິງການຖວາຍເຄື່ອງບູຊາ ແຕ່ບໍ່ເຄີຍມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ບໍ່ເຄີຍຢຳເກງພຣະເຈົ້າຢ່າງແທ້ຈິງ. ຍ້ອນຫົວໃຈຂອງໂຢບແມ່ນບໍລິສຸດ ແລະ ບໍ່ໄດ້ລີ້ລັບຈາກພຣະເຈົ້າ ແລະ ຄວາມເປັນມະນຸດຂອງເພິ່ນແມ່ນຊື່ສັດ ແລະ ກະລຸນາຄຸນ ແລະ ເພິ່ນຮັກຄວາມຍຸຕິທຳ ແລະ ສິ່ງທີ່ເປັນບວກ. ມີແຕ່ມະນຸດແບບນີ້ທີ່ມີຫົວໃຈ ແລະ ຄວາມເປັນມະນຸດດັ່ງກ່າວຈຶ່ງສາມາດຕິດຕາມຫົນທາງຂອງພຣະເຈົ້າ ແລະ ສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໄດ້. ມະນຸດດັ່ງກ່າວສາມາດເຫັນອຳນາດປົກຄອງສູງສຸດຂອງພຣະເຈົ້າ, ສາມາດເຫັນສິດອຳນາດ ແລະ ລິດອຳນາດຂອງພຣະອົງ ແລະ ສາມາດບັນລຸຄວາມເຊື່ອຟັງຕໍ່ອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະອົງ. ມີແຕ່ມະນຸດແບບນີ້ຈຶ່ງສາມາດສັນລະເສີນນາມຂອງພຣະເຈົ້າຢ່າງແທ້ຈິງ. ນັ້ນກໍຍ້ອນເພິ່ນບໍ່ໄດ້ເບິ່ງວ່າພຣະເຈົ້າຈະອວຍພອນເພິ່ນ ຫຼື ນໍາໄພພິບັດມາສູ່ເພິ່ນ, ຍ້ອນເພິ່ນຮູ້ວ່າ ທຸກສິ່ງແມ່ນຖືກຄວບຄຸມໂດຍມືຂອງພຣະເຈົ້າ ແລະ ການທີ່ມະນຸດກັງວົນໃຈຄືສັນຍານແຫ່ງຄວາມໂງ່ຈ້າ, ຄວາມບໍ່ຮູ້ ແລະ ຄວາມບໍ່ມີເຫດຜົນ, ຄວາມສົງໄສຕໍ່ຂໍ້ແທ້ຈິງແຫ່ງອຳນາດປົກຄອງສູງສຸດຂອງພຣະເຈົ້າເໜືອສິ່ງທັງປວງ ແລະ ການບໍ່ຢຳເກງພຣະເຈົ້າ. ຄວາມຮູ້ຂອງໂຢບແມ່ນສິ່ງທີ່ພຣະເຈົ້າຕ້ອງການຢ່າງແທ້ຈິງ. ສະນັ້ນ ໂຢບມີຄວາມຮູ້ທາງທິດສະດີກ່ຽວກັບພຣະເຈົ້າຫຼາຍກວ່າພວກເຈົ້າບໍ? ຍ້ອນພາລະກິດ ແລະ ພຣະຄຳຂອງພຣະເຈົ້າໃນເວລານັ້ນມີໜ້ອຍ, ມັນບໍ່ແມ່ນເລື່ອງງ່າຍທີ່ຈະບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ. ຄວາມສຳເລັດດັ່ງກ່າວຂອງໂຢບບໍ່ແມ່ນຄວາມດີຄວາມຊອບຢ່າງແນ່ນອນ. ເພິ່ນບໍ່ໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າ ຫຼື ບໍ່ເຄີຍໄດ້ຍິນພຣະເຈົ້າກ່າວ ຫຼື ເຫັນໃບໜ້າຂອງພຣະເຈົ້າ. ການທີ່ເພິ່ນສາມາດມີທ່າທີດັ່ງກ່າວຕໍ່ພຣະເຈົ້າກໍເປັນຜົນມາຈາກຄວາມເປັນມະນຸດຂອງເພິ່ນ ແລະ ການສະແຫວງຫາສ່ວນຕົວຂອງເພິ່ນ, ຄວາມເປັນມະນຸດ ແລະ ການສະແຫວງຫາທີ່ຜູ້ຄົນໃນປັດຈຸບັນບໍ່ມີ. ສະນັ້ນ ໃນຍຸກນັ້ນ ພຣະເຈົ້າຈຶ່ງເວົ້າວ່າ: “ບໍ່ມີໃຜທີ່ຄືກັບລາວໃນແຜ່ນດິນໂລກ ເຊິ່ງເປັນມະນຸດທີ່ສົມບູນ ແລະ ຊື່ສັດ”. ໃນຍຸກນັ້ນ, ພຣະເຈົ້າໄດ້ກະທໍາການປະເມີນກ່ຽວກັບເພິ່ນແລ້ວ ແລະ ໄດ້ໃຫ້ຂໍ້ສະຫຼຸບດັ່ງກ່າວ. ແລ້ວໃນປັດຈຸບັນ ມັນຍິ່ງຈະເປັນຈິງຫຼາຍສໍ່າໃດ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 56)

ເຖິງແມ່ນພຣະເຈົ້າລີ້ລັບຈາກມະນຸດ, ການກະທຳຂອງພຣະອົງທ່າມກາງສິ່ງທັງປວງແມ່ນພຽງພໍສຳລັບມະນຸດທີ່ຈະຮູ້ຈັກພຣະອົງ

ໂຢບບໍ່ໄດ້ເຫັນໃບໜ້າຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳທີ່ພຣະເຈົ້າກ່າວ ແລະ ແຮງໄກທີ່ເພິ່ນຈະຜະເຊີນກັບພາລະກິດຂອງພຣະເຈົ້າເປັນການສ່ວນຕົວ, ແຕ່ຄວາມຢຳເກງຂອງເພິ່ນຕໍ່ພຣະເຈົ້າ ແລະ ຄຳພະຍານຂອງເພິ່ນໃນລະຫວ່າງການທົດລອງແມ່ນໄດ້ປະຈັກໂດຍທຸກຄົນ ແລະ ສິ່ງເຫຼົ່ານັ້ນໄດ້ຖືກຮັກ, ປິຕິຍິນດີ ແລະ ຍ້ອງຍໍໂດຍພຣະເຈົ້າ ແລະ ຜູ້ຄົນອິດສາ ແລະ ຍົກຍ້ອງສັນລະເສີນສິ່ງເຫຼົ່ານັ້ນ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງໄດ້ຮ້ອງເພງສັນລະເສີນ. ບໍ່ມີຫຍັງທີ່ຍິ່ງໃຫຍ່ ຫຼື ພິເສດກ່ຽວກັບຊີວິດຂອງເພິ່ນ: ຄືກັບຄົນທຳມະດາຄົນໜຶ່ງ, ເພິ່ນດຳລົງຊີວິດແບບທໍາມະດາ, ອອກໄປເຮັດວຽກເມື່ອຕາເວັນຂຶ້ນ ແລະ ກັບເຮືອນເພື່ອພັກຜ່ອນເມື່ອຕາເວັນຕົກ. ຄວາມແຕກຕ່າງກໍຄື ໃນລະຫວ່າງສອງສາມທົດສະວັດໃນຊີວິດທໍາມະດາຂອງເພິ່ນ, ເພິ່ນໄດ້ຮັບຄວາມຮູ້ກ່ຽວກັບຫົນທາງຂອງພຣະເຈົ້າ ແລະ ຮູ້ຈັກ ແລະ ເຂົ້າໃຈລິດອຳນາດທີ່ຍິ່ງໃຫຍ່ ແລະ ອຳນາດປົກຄອງສູງສຸດຂອງພຣະເຈົ້າ ໃນຂະນະທີ່ບໍ່ມີຄົນອື່ນເຮັດໄດ້. ເພິ່ນບໍ່ໄດ້ສະຫຼາດກວ່າຄົນທົ່ວໄປ, ຊີວິດຂອງເພິ່ນບໍ່ໄດ້ຍຶດຕິດສິ່ງໃດເປັນພິເສດ ຫຼື ຍິ່ງໄປກວ່ານັ້ນ ເພິ່ນບໍ່ໄດ້ມີທັກສະພິເສດທີ່ບໍ່ສາມາດເຫັນໄດ້. ແຕ່ສິ່ງທີ່ເພິ່ນມີຄືບຸກຄະລິກທີ່ຊື່ສັດ, ມີຄວາມກະລຸນາ ແລະ ທ່ຽງກົງ, ບຸກຄະລິກທີ່ຮັກຄວາມຍຸຕິທຳ, ຄວາມຊອບທຳ ແລະ ສິ່ງທີ່ເປັນບວກ, ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ຄົນທຳມະດາສ່ວນໃຫຍ່ມີ. ເພິ່ນແຍກແຍະລະຫວ່າງຄວາມຮັກ ແລະ ຄວາມກຽດຊັງ, ມີຄວາມຮູ້ສຶກເຖິງຄວາມຍຸຕິທຳ, ບໍ່ຍອມຈໍານົນ ແລະ ບໍ່ຢຸດຢັ້ງ ແລະ ໃສ່ໃຈຢ່າງລະອຽດໃນຄວາມຄິດຂອງເພິ່ນ. ສະນັ້ນ ໃນໄລຍະເວລາທີ່ບໍ່ໂດດເດັ່ນຂອງເພິ່ນເທິງແຜ່ນດິນໂລກນັ້ນ ເພິ່ນໄດ້ເຫັນທຸກສິ່ງທີ່ພິເສດທີ່ພຣະເຈົ້າໄດ້ກະທຳ ແລະ ເພິ່ນໄດ້ເຫັນຄວາມຍິ່ງໃຫຍ່, ຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າ, ເພິ່ນໄດ້ເຫັນເຖິງຄວາມຫ່ວງໃຍ, ຄວາມກະລຸນາ ແລະ ການປົກປ້ອງມະນຸດຂອງພຣະເຈົ້າ ແລະ ເພິ່ນໄດ້ເຫັນເຖິງຄວາມມີກຽດ ແລະ ສິດອຳນາດຂອງພຣະເຈົ້າອົງສູງສຸດ. ເຫດຜົນທຳອິດທີ່ວ່າເປັນຫຍັງໂຢບຈຶ່ງສາມາດຮັບເອົາສິ່ງເຫຼົ່ານີ້ທີ່ຢູ່ເໜືອບຸກຄົນທຳມະດາກໍຍ້ອນເພິ່ນມີຫົວໃຈທີ່ບໍລິສຸດ ແລະ ຫົວໃຈຂອງເພິ່ນເປັນຂອງພຣະເຈົ້າ ແລະ ຖືກນໍາພາໂດຍພຣະຜູ້ສ້າງ. ເຫດຜົນທີສອງກໍຄືການສະແຫວງຫາຂອງເພິ່ນ: ການສະແຫວງຫາຂອງເພິ່ນທີ່ບໍ່ມີຂໍ້ບົກຜ່ອງ ແລະ ສົມບູນ ແລະ ເປັນຄົນທີ່ປະຕິບັດຕາມຄວາມປະສົງຂອງສະຫວັນ, ຄົນທີ່ພຣະເຈົ້າຮັກ ແລະ ຄົນທີ່ຫຼີກເວັ້ນສິ່ງຊົ່ວຮ້າຍ. ໂຢບມີ ແລະ ສະແຫວງຫາສິ່ງເຫຼົ່ານີ້ ໃນຂະນະທີ່ບໍ່ສາມາດເຫັນພຣະເຈົ້າ ຫຼື ໄດ້ຍິນພຣະທຳຂອງພຣະເຈົ້າ; ເຖິງແມ່ນເພິ່ນບໍ່ເຄີຍໄດ້ເຫັນພຣະເຈົ້າ, ເພິ່ນກໍໄດ້ມາຮູ້ຈັກວິທີການທີ່ພຣະເຈົ້າປົກຄອງເໜືອສິ່ງທັງປວງ ແລະ ເພິ່ນເຂົ້າໃຈສະຕິປັນຍາທີ່ພຣະເຈົ້າໃຊ້ເພື່ອກະທໍາສິ່ງນັ້ນ. ເຖິງແມ່ນເພິ່ນບໍ່ເຄີຍຮູ້ຈັກພຣະທຳທີ່ພຣະເຈົ້າໄດ້ກ່າວ, ໂຢບກໍຮູ້ວ່າການກະທຳເພື່ອໃຫ້ລາງວັນແກ່ມະນຸດ ແລະ ການເອົາທຸກສິ່ງໄປຈາກມະນຸດແມ່ນລ້ວນແລ້ວແຕ່ມາຈາກພຣະເຈົ້າ. ເຖິງແມ່ນຊ່ວງເວລາໃນຊີວິດຂອງເພິ່ນບໍ່ໄດ້ແຕກຕ່າງຈາກຄົນທຳມະດາ, ເພິ່ນບໍ່ໄດ້ຍອມໃຫ້ຄວາມບໍ່ໂດດເດັ່ນໃນຊີວິດຂອງເພິ່ນສົ່ງຜົນກະທົບຕໍ່ຄວາມຮູ້ຂອງເພິ່ນກ່ຽວກັບອຳນາດປົກຄອງສູງສຸດເໜືອສິ່ງທັງປວງຂອງພຣະເຈົ້າ ຫຼື ສົ່ງຜົນກະທົບຕໍ່ການທີ່ເພິ່ນປະຕິບັດຕາມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ໃນສາຍຕາຂອງເພິ່ນນັ້ນ, ກົດເກນຂອງສິ່ງທັງປວງແມ່ນເຕັມໄປດ້ວຍການກະທຳຂອງພຣະເຈົ້າ ແລະ ອຳນາດປົກຄອງສູງສຸດຂອງພຣະເຈົ້າແມ່ນສາມາດເຫັນໄດ້ໃນສ່ວນໃດໜຶ່ງໃນຊີວິດຂອງຄົນ. ເພິ່ນບໍ່ໄດ້ເຫັນພຣະເຈົ້າ, ແຕ່ເພິ່ນກໍສາມາດຮູ້ຈັກວ່າ ການກະທຳຂອງພຣະເຈົ້າຢູ່ທຸກຫົນແຫ່ງ ແລະ ໃນໄລຍະເວລາທີ່ບໍ່ໂດດເດັ່ນຂອງເພິ່ນເທິງແຜ່ນດິນໂລກ, ໃນທຸກມຸມຂອງຊີວິດເພິ່ນ, ເພິ່ນກໍສາມາດເຫັນ ແລະ ຮູ້ຈັກການກະທຳທີ່ພິເສດ ແລະ ມະຫັດສະຈັນຂອງພຣະເຈົ້າ ແລະ ເພິ່ນສາມາດເຫັນການຈັດແຈງທີ່ມະຫັດສະຈັນຂອງພຣະເຈົ້າ. ຄວາມລີ້ລັບ ແລະ ຄວາມມິດງຽບຂອງພຣະເຈົ້າບໍ່ໄດ້ກີດຂວາງຄວາມເຂົ້າໃຈຂອງໂຢບທີ່ກ່ຽວກັບການກະທຳຂອງພຣະເຈົ້າ ຫຼື ພວກມັນບໍ່ໄດ້ສົ່ງຜົນກະທົບຕໍ່ຄວາມຮູ້ຂອງເພິ່ນກ່ຽວກັບອຳນາດປົກຄອງສູງສຸດເໜືອສິ່ງທັງປວງຂອງພຣະເຈົ້າ. ໃນລະຫວ່າງຊີວິດປະຈຳວັນຂອງເພິ່ນ, ຊີວິດຂອງເພິ່ນຄືຄວາມເຂົ້າໃຈເຖິງອຳນາດປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ຜູ້ເຊິ່ງລີ້ລັບທ່າມກາງສິ່ງທັງປວງ. ໃນຊີວິດປະຈຳວັນຂອງເພິ່ນ, ເພິ່ນຍັງໄດ້ຍິນ ແລະ ເຂົ້າໃຈສຽງຂອງຫົວໃຈຂອງພຣະເຈົ້າ ແລະ ພຣະທຳຂອງພຣະເຈົ້າ, ຜູ້ເຊິ່ງມິດງຽບໃນທ່າມກາງສິ່ງທັງປວງ ແຕ່ສະແດງສຽງແຫ່ງຫົວໃຈຂອງພຣະອົງ ແລະ ພຣະທຳຂອງພຣະອົງ ໂດຍປົກຄອງກົດເກນແຫ່ງທຸກສິ່ງທັງປວງ. ເຈົ້າໄດ້ເຫັນແລ້ວວ່າ ຖ້າຜູ້ຄົນມີຄວາມເປັນມະນຸດ ແລະ ການສະແຫວງຫາແບບດຽວກັບໂຢບ, ພວກເຂົາກໍຈະສາມາດຮັບເອົາຄວາມເຂົ້າໃຈ ແລະ ຄວາມຮູ້ແບບດຽວກັບໂຢບ ແລະ ສາມາດຮັບເອົາຄວາມເຂົ້າໃຈ ແລະ ຄວາມຮູ້ກ່ຽວກັບອຳນາດປົກຄອງສູງສຸດເໜືອສິ່ງທັງປວງຂອງພຣະເຈົ້າແບບດຽວກັບໂຢບ. ພຣະເຈົ້າບໍ່ໄດ້ປາກົດຕໍ່ໂຢບ ຫຼື ກ່າວຕໍ່ເພິ່ນ, ແຕ່ໂຢບກໍສາມາດສົມບູນ ແລະ ຊື່ສັດ ແລະ ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ເວົ້າອີກຢ່າງກໍຄື ໂດຍປາສະຈາກການປາກົດຂອງພຣະເຈົ້າຕໍ່ມະນຸດ, ການກະທຳຂອງພຣະເຈົ້າທ່າມກາງສິ່ງທັງປວງ ແລະ ອຳນາດປົກຄອງສູງສຸດຂອງພຣະອົງເໜືອສິ່ງທັງປວງແມ່ນພຽງພໍສຳລັບມະນຸດທີ່ຈະຮູ້ຈັກເຖິງການເປັນຢູ່, ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າ ແລະ ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າກໍພຽງພໍທີ່ຈະເຮັດໃຫ້ມະນຸດປະຕິບັດຕາມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ. ໃນເມື່ອມະນຸດທຳມະດາເຊັ່ນໂຢບຍັງສາມາດບັນລຸຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ, ແລ້ວຄົນທຳມະດາທຸກຄົນທີ່ຕິດຕາມພຣະເຈົ້າກໍຄວນສາມາດເຮັດໄດ້ເຊັ່ນກັນ. ເຖິງແມ່ນວ່າຄຳເວົ້າເຫຼົ່ານີ້ອາດຟັງຄືຂໍ້ສະຫຼຸບຢ່າງມີເຫດຜົນ, ສິ່ງນີ້ບໍ່ໄດ້ຝ່າຝືນກົດເກນຂອງສິ່ງຕ່າງໆ. ຂໍ້ແທ້ຈິງບໍ່ໄດ້ເປັນດັ່ງທີ່ຄາດຫວັງໄວ້: ມັນປາກົດວ່າ ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍແມ່ນສະຫງວນໄວ້ສໍາລັບໂຢບ ແລະ ໂຢບຜູ້ດຽວ. ເມື່ອກ່າວເຖິງ “ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ”, ຜູ້ຄົນຄິດວ່າ ສິ່ງນີ້ຄວນຖືກປະຕິບັດໂດຍໂຢບເທົ່ານັ້ນ, ຄືກັບວ່າຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍແມ່ນຖືກຕີສະຫຼາກດ້ວຍຊື່ຂອງໂຢບ ແລະ ບໍ່ກ່ຽວຂ້ອງຫຍັງກັບຄົນອື່ນໆ. ເຫດຜົນສຳລັບສິ່ງນີ້ແມ່ນຊັດເຈນ: ຍ້ອນມີພຽງແຕ່ໂຢບທີ່ມີບຸກຄະລິກທີ່ຊື່ສັດ, ມີຄວາມກະລຸນາ ແລະ ທ່ຽງກົງ ແລະ ຮັກຄວາມຍຸຕິທຳ ແລະ ຄວາມຊອບທຳ ແລະ ສິ່ງຕ່າງໆທີ່ເປັນບວກ, ສະນັ້ນຈຶ່ງມີພຽງໂຢບທີ່ສາມາດປະຕິບັດຕາມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ. ພວກເຈົ້າທຸກຄົນຕ້ອງເຂົ້າໃຈຄວາມໝາຍໃນນີ້, ຍ້ອນບໍ່ມີຜູ້ໃດມີຄວາມເປັນມະນຸດທີ່ຊື່ສັດ, ມີຄວາມກະລຸນາ ແລະ ທ່ຽງກົງ ແລະ ທີ່ຮັກຄວາມຍຸຕິທຳ ແລະ ຄວາມຊອບທຳ ແລະ ສິ່ງທີ່ເປັນບວກ, ບໍ່ມີຜູ້ໃດສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ສາມາດຮັບເອົາຄວາມປິຕິຍິນດີຈາກພຣະເຈົ້າ ຫຼື ຍຶດໝັ້ນໃນທ່າມກາງການທົດລອງໄດ້. ສິ່ງນີ້ຍັງໝາຍຄວາມວ່າ ຍົກເວັ້ນໂຢບແລ້ວ ທຸກຄົນແມ່ນຍັງຖືກຜູກມັດ ແລະ ຕິດດາງແຫຂອງຊາຕານ; ພວກເຂົາທຸກຄົນແມ່ນຖືກມັນກ່າວໂທດ, ໂຈມຕີ ແລະ ຂົ່ມເຫັງ. ພວກເຂົາເປັນຄົນທີ່ຊາຕານພະຍາຍາມກືນກິນ ແລະ ພວກເຂົາທຸກຄົນປາສະຈາກອິດສະຫຼະພາບ, ເປັນນັກໂທດທີ່ຖືກຊາຕານຈັບເປັນຊະເລີຍ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 57)

ຖ້າຫົວໃຈຂອງມະນຸດຕໍ່ຕ້ານພຣະເຈົ້າ, ມະນຸດຈະສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໄດ້ແນວໃດ?

ໃນເມື່ອຜູ້ຄົນໃນປັດຈຸບັນບໍ່ມີຄວາມເປັນມະນຸດຄືກັບໂຢບ, ແລ້ວແມ່ນຫຍັງຄືແກ່ນແທ້ ແລະ ທຳມະຊາດຂອງພວກເຂົາ ແລະ ທ່າທີຂອງພວກເຂົາຕໍ່ພຣະເຈົ້າ? ພວກເຂົາຢຳເກງພຣະເຈົ້າບໍ? ພວກເຂົາຫຼີກເວັ້ນສິ່ງຊົ່ວຮ້າຍບໍ? ຄົນທີ່ບໍ່ຢຳເກງພຣະເຈົ້າ ຫຼື ຫຼີກເວັ້ນສິ່ງຊົ່ວຮ້າຍສາມາດສະຫຼຸບໄດ້ດ້ວຍສາມຄຳ: “ສັດຕູຂອງພຣະເຈົ້າ”. ຜູ້ຄົນເວົ້າສາມຄຳເຫຼົ່ານີ້ຢູ່ສະເໝີ, ແຕ່ພວກເຈົ້າບໍ່ເຄີຍຮູ້ຈັກຄວາມໝາຍທີ່ແທ້ຈິງຂອງມັນ. ຄຳວ່າ “ສັດຕູຂອງພຣະເຈົ້າ” ມີແກ່ນແທ້ຄື: ບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າເຫັນມະນຸດເປັນສັດຕູ, ແຕ່ເປັນມະນຸດທີ່ເຫັນພຣະເຈົ້າເປັນສັດຕູ. ກ່ອນອື່ນ, ເມື່ອຜູ້ຄົນເລີ່ມເຊື່ອໃນພຣະເຈົ້າ, ຜູ້ໃດໃນບັນດາພວກເຂົາທີ່ບໍ່ມີຈຸດປະສົງ, ແຮງຜັກດັນ ແລະ ຄວາມທະເຍີທະຍານຂອງພວກເຂົາເອງ? ເຖິງແມ່ນມີແຕ່ສ່ວນໜຶ່ງຂອງພວກເຂົາທີ່ເຊື່ອໃນການເປັນຢູ່ຂອງພຣະເຈົ້າ ແລະ ເຊິ່ງໄດ້ເຫັນເຖິງການເປັນຢູ່ຂອງພຣະເຈົ້າ, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍຍັງມີແຮງຜັກດັນເຫຼົ່ານັ້ນ ແລະ ຈຸດປະສົງສູງສຸດຂອງພວກເຂົາໃນການເຊື່ອໃນພຣະເຈົ້າກໍຄືການຮັບເອົາພອນຂອງພຣະອົງ ແລະ ສິ່ງທີ່ພວກເຂົາຕ້ອງການ. ໃນປະສົບການຊີວິດຂອງຜູ້ຄົນ, ພວກເຂົາຄິດກັບຕົນເອງຢູ່ສະເໝີວ່າ “ຂ້ານ້ອຍໄດ້ສະຫຼະຄອບຄົວ ແລະ ອາຊີບຂອງຂ້ານ້ອຍເພື່ອພຣະເຈົ້າ ແລ້ວພຣະອົງໄດ້ສະຫຼະຫຍັງແດ່ແກ່ຂ້ານ້ອຍ? ຂ້ານ້ອຍຕ້ອງບວກມັນ ແລະ ຢືນຢັນວ່າ, ຂ້ານ້ອຍໄດ້ຮັບພອນຢ່າງໃດຢ່າງໜຶ່ງເມື່ອບໍ່ດົນມານີ້ບໍ? ຂ້ານ້ອຍໄດ້ມອບຢ່າງຫຼວງຫຼາຍໃນໄລຍະເວລານີ້, ຂ້ານ້ອຍໄດ້ແລ່ນ ແລະ ແລ່ນ ແລະ ໄດ້ທົນທຸກຢ່າງຫຼວງຫຼາຍ, ແລ້ວພຣະເຈົ້າໄດ້ໃຫ້ສັນຍາແກ່ຂ້ານ້ອຍເປັນການຕອບແທນບໍ? ພຣະອົງຈະຈົດຈໍາການກະທຳດີຂອງຂ້ານ້ອຍບໍ? ແລ້ວຈຸດຈົບຂອງຂ້ານ້ອຍຈະເປັນແນວໃດ? ຂ້ານ້ອຍຈະສາມາດຮັບເອົາພອນຂອງພຣະເຈົ້າບໍ? ...” ທຸກຄົນຄຳນວນສິ່ງດັ່ງກ່າວຢູ່ພາຍໃນຫົວໃຈຂອງພວກເຂົາຢູ່ເລື້ອຍໆ ແລະ ພວກເຂົາຮຽກຮ້ອງພຣະເຈົ້າໃຫ້ແບກຮັບເອົາແຮງຈູງໃຈຂອງພວກເຂົາ, ຄວາມທະເຍີທະຍານ ແລະ ຄວາມຄິດແບບເຫັນແກ່ຜົນປະໂຫຍດສ່ວນຕົວຂອງພວກເຂົາ. ນີ້ໝາຍຄວາມວ່າ ໃນຫົວໃຈຂອງເຂົາ ມະນຸດກຳລັງທົດສອບພຣະເຈົ້າຢູ່ເລື້ອຍໆ, ຄິດວາງແຜນກ່ຽວກັບພຣະເຈົ້າຢູ່ເລື້ອຍໆ, ໂຕ້ຖຽງກັບພຣະເຈົ້າເພື່ອຜົນໄດ້ຮັບຂອງເຂົາເອງ ແລະ ພະຍາຍາມຖອດຖອນຄຳເວົ້າຂອງພຣະເຈົ້າ, ເບິ່ງວ່າພຣະເຈົ້າຈະສາມາດມອບສິ່ງທີ່ເຂົາຕ້ອງການໃຫ້ແກ່ເຂົາ ຫຼື ບໍ່. ໃນຂະນະທີ່ສະແຫວງຫາພຣະເຈົ້າ, ມະນຸດບໍ່ໄດ້ປະຕິບັດຕໍ່ພຣະເຈົ້າຄືກັບພຣະເຈົ້າ. ມະນຸດພະຍາຍາມທີ່ຈະເຮັດຂໍ້ຕົກລົງຕໍ່ກັບພຣະເຈົ້າຢູ່ສະເໝີ, ຮຽກຮ້ອງຈາກພຣະອົງຢ່າງບໍ່ຢຸດຢັ້ງ ແລະ ເຖິງກັບກົດດັນພຣະອົງໃນທຸກດ້ານ, ພະຍາຍາມເອົາສອກຫຼັງຈາກໄດ້ຄືບ. ໃນຂະນະທີ່ພະຍາຍາມຕົກລົງກັບພຣະເຈົ້າ, ມະນຸດໂຕ້ຖຽງກັບພຣະອົງ ແລະ ຍັງມີຄົນທີ່ອ່ອນແອ, ຂີ້ຄ້ານ ແລະ ເມີນເສີຍໃນວຽກງານຂອງພວກເຂົາຢູ່ສະເໝີ ແລະ ເຕັມໄປດ້ວຍການຕໍ່ວ່າພຣະເຈົ້າ ເມື່ອການທົດລອງເກີດຂຶ້ນກັບພວກເຂົາ ຫຼື ພວກເຂົາຜະເຊີນກັບສະຖານະການໃດໜຶ່ງ. ຕັ້ງແຕ່ເວລາທີ່ມະນຸດເລີ່ມເຊື່ອໃນພຣະເຈົ້າຄັ້ງທຳອິດ, ເຂົາໄດ້ພິຈາລະນາໃຫ້ພຣະເຈົ້າເປັນເຂົາແກະແຫ່ງອຸດົມສົມບູນ, ເປັນມີດຂອງກອງທັບສະວິດເຊີແລນ ແລະ ເຂົາໄດ້ພິຈາລະນາຕົນເອງໃຫ້ເປັນເຈົ້າໜີ້ທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ຄືກັບວ່າການພະຍາຍາມຮັບເອົາພອນ ແລະ ສັນຍາຈາກພຣະເຈົ້າຄືສິດ ແລະ ພັນທະໂດຍທຳມະຊາດຂອງເຂົາ, ໃນຂະນະທີ່ຄວາມຮັບຜິດຊອບຂອງພຣະເຈົ້າແມ່ນເພື່ອປົກປ້ອງ ແລະ ດູແລມະນຸດ ແລະ ສະໜອງໃຫ້ແກ່ເຂົາ. ສິ່ງດັ່ງກ່າວຄືຄວາມເຂົ້າໃຈພື້ນຖານກ່ຽວກັບ “ຄວາມເຊື່ອໃນພຣະເຈົ້າ” ຂອງທຸກຄົນທີ່ເຊື່ອໃນພຣະເຈົ້າ ແລະ ສິ່ງດັ່ງກ່າວຄືຄວາມເຂົ້າໃຈທີ່ເລິກເຊິ່ງທີ່ສຸດກ່ຽວກັບແນວຄິດແຫ່ງຄວາມເຊື່ອໃນພຣະເຈົ້າ. ນັບຕັ້ງແຕ່ແກ່ນແທ້ ແລະ ທຳມະຊາດຂອງມະນຸດຈົນເຖິງການສະແຫວງຫາສ່ວນຕົວຂອງເຂົາ, ບໍ່ມີຫຍັງທີ່ກ່ຽວພັນກັບຄວາມຢຳເກງພຣະເຈົ້າ. ເປົ້າໝາຍຂອງມະນຸດໃນການເຊື່ອໃນພຣະເຈົ້າບໍ່ສາມາດເປັນໄປໄດ້ທີ່ຈະກ່ຽວຂ້ອງກັບການນະມັດສະການພຣະເຈົ້າ. ນັ້ນໝາຍຄວາມວ່າ ມະນຸດບໍ່ເຄີຍພິຈາລະນາ ຫຼື ເຂົ້າໃຈວ່າ ຄວາມເຊື່ອໃນພຣະເຈົ້າຮຽກຮ້ອງການຢຳເກງ ແລະ ການນະມັດສະການພຣະເຈົ້າ. ອີງຕາມສະຖານະການດັ່ງກ່າວແລ້ວ, ແກ່ນແທ້ຂອງມະນຸດແມ່ນຊັດເຈນ. ແມ່ນຫຍັງຄືແກ່ນແທ້ນີ້? ມັນກໍຄື ຫົວໃຈຂອງມະນຸດມີເຈດຕະນາຮ້າຍ, ມີການທໍລະຍົດ ແລະ ການຫຼອກລວງ, ບໍ່ຮັກຄວາມຍຸຕິທຳ ແລະ ຄວາມຊອບທຳ ແລະ ສິ່ງທີ່ເປັນບວກ ແລະ ມັນເປັນຕາລັງກຽດ ແລະ ເປັນຄົນໂລບມາກໂລພາ. ຫົວໃຈຂອງມະນຸດບໍ່ສາມາດປິດຕໍ່ພຣະເຈົ້າໄປຫຼາຍກວ່ານີ້ອີກແລ້ວ; ເຂົາບໍ່ໄດ້ມອບມັນໃຫ້ກັບພຣະເຈົ້າເລີຍ. ພຣະເຈົ້າບໍ່ເຄີຍເຫັນຫົວໃຈທີ່ແທ້ຈິງຂອງມະນຸດ ຫຼື ມະນຸດບໍ່ເຄີຍນະມັດສະການພຣະອົງ. ບໍ່ວ່າພຣະເຈົ້າຈະຈ່າຍລາຄາຫຼາຍສໍ່າໃດກໍຕາມ ຫຼື ພຣະອົງຈະປະຕິບັດພາລະກິດຫຼາຍສໍ່າໃດ ຫຼື ພຣະອົງຈະສະໜອງແກ່ມະນຸດຫຼາຍສໍ່າໃດ, ມະນຸດກໍຍັງຄົງຕາບອດ ແລະ ເສີຍເມີຍຕໍ່ທຸກສິ່ງເຫຼົ່ານັ້ນ. ມະນຸດບໍ່ເຄີຍມອບຫົວໃຈຂອງເຂົາໃຫ້ແກ່ພຣະເຈົ້າ, ເຂົາພຽງແຕ່ຕ້ອງການເອົາດູແລຫົວໃຈຂອງເຂົາເອງ, ຕັດສິນໃຈດ້ວຍຕົນເອງ, ຄວາມເປັນຈິງກໍຄືມະນຸດບໍ່ຕ້ອງການປະຕິບັດຕາມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ຫຼື ເຊື່ອຟັງອຳນາດປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ຫຼື ເຂົາບໍ່ຕ້ອງການນະມັດສະການພຣະເຈົ້າເປັນພຣະເຈົ້າ. ສິ່ງດັ່ງກ່າວຄືສະພາວະຂອງມະນຸດໃນປັດຈຸບັນ. ບັດນີ້ ໃຫ້ພວກເຮົາກັບມາເບິ່ງໂຢບອີກຄັ້ງ. ກ່ອນອື່ນໝົດ, ເພິ່ນໄດ້ເຮັດຂໍ້ຕົກລົງກັບພຣະເຈົ້າບໍ? ເພິ່ນມີແຮງຈູງໃຈແຝງໃນການຍຶດໝັ້ນຕໍ່ຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍບໍ? ໃນເວລານັ້ນ, ພຣະເຈົ້າໄດ້ກ່າວຕໍ່ຜູ້ໃດຜູ້ໜຶ່ງກ່ຽວກັບຜົນຕາມມາທີ່ຈະມາເຖິງບໍ? ໃນເວລານັ້ນ, ພຣະເຈົ້າບໍ່ໄດ້ເຮັດສັນຍາກັບຜູ້ໃດກ່ຽວກັບຜົນຕາມມາ ແລະ ມັນແມ່ນກົງກັບຂ້າມກັບສິ່ງນີ້ທີ່ໂຢບສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ເຊິ່ງຜູ້ຄົນໃນປັດຈຸບັນສາມາດປຽບທຽບກັບໂຢບໄດ້ບໍ? ມີຄວາມແຕກຕ່າງກັນຫຼາຍຢ່າງ; ພວກເຂົາຢູ່ໃນຂອບເຂດທີ່ແຕກຕ່າງກັນ. ເຖິງແມ່ນໂຢບບໍ່ມີຄວາມຮູ້ຫຼາຍກ່ຽວກັບພຣະເຈົ້າ, ເພິ່ນກໍໄດ້ມອບຫົວໃຈຂອງເພິ່ນໃຫ້ແກ່ພຣະເຈົ້າ ແລະ ຫົວໃຈເພິ່ນກໍເປັນຂອງພຣະເຈົ້າ. ເພິ່ນບໍ່ໄດ້ເຮັດຂໍ້ຕົກລົງກັບພຣະເຈົ້າ ແລະ ບໍ່ມີຄວາມປາຖະໜາເກີນຂອບເຂດ ຫຼື ຮຽກຮ້ອງຕໍ່ພຣະເຈົ້າ; ກົງກັນຂ້າມ ເພິ່ນເຊື່ອວ່າ: “ພຣະເຢໂຮວາໄດ້ມອບໃຫ້ ແລະ ພຣະເຢໂຮວາໄດ້ເອົາຄືນໄປ”. ນີ້ແມ່ນສິ່ງທີ່ເພິ່ນໄດ້ເຫັນ ແລະ ໄດ້ຮັບຈາກການຍຶດໝັ້ນຕໍ່ຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍໃນຊີວິດຂອງເພິ່ນ. ໃນທຳນອງດຽວກັນ, ເພິ່ນຍັງໄດ້ຮັບຜົນຕາມມາທີ່ສະແດງອອກໃນຂໍ້ພຣະທຳດັ່ງຕໍ່ໄປນີ້: “ພວກເຮົາຄວນຮັບເອົາແຕ່ສິ່ງທີ່ດີຈາກມືຂອງພຣະອົງບໍ? ແລ້ວສິ່ງທີ່ບໍ່ດີເດພວກເຮົາຈະບໍ່ຮັບເອົາບໍ?” ປະໂຫຍກສອງຂໍ້ເຫຼົ່ານີ້ແມ່ນສິ່ງທີ່ເພິ່ນໄດ້ເຫັນ ແລະ ຮູ້ຈັກ ຍ້ອນທ່າທີຂອງເພິ່ນໃນການເຊື່ອຟັງພຣະເຈົ້າ ໃນລະຫວ່າງປະສົບການຊີວິດຂອງເພິ່ນ ແລະ ສິ່ງເຫຼົ່ານັ້ນຍັງເປັນອາວຸດທີ່ມີພະລັງທີ່ສຸດຂອງເພິ່ນ ເຊິ່ງເພິ່ນໃຊ້ເພື່ອເອົາຊະນະໃນລະຫວ່າງການລໍ້ລວງຂອງຊາຕານ ແລະ ພວກມັນເປັນພື້ນຖານຂອງການຍຶດໝັ້ນໃນການເປັນພະຍານໃຫ້ແກ່ພຣະເຈົ້າ. ໃນຈຸດນີ້, ພວກເຈົ້າຈະພິຈາລະນາວ່າໂຢບເປັນບຸກຄົນທີ່ເປັນຕາຮັກບໍ? ພວກເຈົ້າຫວັງທີ່ຈະເປັນບຸກຄົນດັ່ງກ່າວບໍ? ພວກເຂົາຢ້ານໄດ້ຜະເຊີນກັບການຫຼອກລວງຂອງຊາຕານບໍ? ພວກເຈົ້າຕັ້ງໃຈທີ່ຈະອະທິຖານໃຫ້ພຣະເຈົ້າມອບພວກເຈົ້າສູ່ການທົດລອງແບບດຽວກັບໂຢບບໍ? ແນ່ນອນ, ຄົນສ່ວນໃຫຍ່ຈະບໍ່ກ້າອະທິຖານສຳລັບສິ່ງດັ່ງກ່າວ. ມັນຊັດເຈນແລ້ວວ່າ ຄວາມເຊື່ອຂອງພວກເຈົ້າແມ່ນໜ້າເວດທະນາຫຼາຍ; ເມື່ອປຽບທຽບກັບໂຢບແລ້ວ, ຄວາມເຊື່ອຂອງພວກເຈົ້າບໍ່ສົມຄວນທີ່ຈະກ່າວເຖິງເລີຍ. ພວກເຈົ້າເປັນສັດຕູຂອງພຣະເຈົ້າ, ພວກເຈົ້າບໍ່ຢຳເກງພຣະເຈົ້າ, ພວກເຈົ້າບໍ່ສາມາດຍຶດໝັ້ນໃນຄຳພະຍານຂອງພວກເຈົ້າຕໍ່ພຣະເຈົ້າ ແລະ ພວກເຈົ້າບໍ່ສາມາດເອົາຊະນະການໂຈມຕີ, ການກ່າວຫາ ແລະ ການຫຼອກລວງຂອງຊາຕານ. ແມ່ນຫຍັງເຮັດໃຫ້ພວກເຈົ້າມີຄຸນສົມບັດທີ່ຈະຮັບເອົາສັນຍາຂອງພຣະເຈົ້າ? ເມື່ອໄດ້ຍິນເລື່ອງລາວຂອງໂຢບ ແລະ ເຂົ້າໃຈເຈດຕະນາຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ ແລະ ຄວາມໝາຍຂອງຄວາມລອດພົ້ນຂອງມະນຸດ, ບັດນີ້ ພວກເຈົ້າມີຄວາມເຊື່ອທີ່ຈະຍອມຮັບການທົດລອງແບບດຽວກັບໂຢບບໍ? ພວກເຈົ້າບໍ່ຄວນມີຄວາມຕັ້ງໃຈພຽງເລັກນ້ອຍທີ່ຈະເຮັດໃຫ້ຕົນເອງປະຕິບັດຕາມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 58)

ບໍ່ມີຄວາມສົງໄສກ່ຽວກັບການທົດລອງຂອງພຣະເຈົ້າ

ພາຍຫຼັງທີ່ໄດ້ຮັບຄຳພະຍານຈາກໂຢບຫຼັງຈາກການທົດລອງຂອງເພິ່ນສິ້ນສຸດລົງ, ພຣະເຈົ້າຕັ້ງໃຈແລ້ວວ່າ ພຣະອົງຈະຮັບເອົາຄົນກຸ່ມໜຶ່ງ ຫຼື ຫຼາຍກຸ່ມທີ່ຄືກັບໂຢບ, ແຕ່ພຣະອົງຕັ້ງໃຈທີ່ຈະບໍ່ຍອມໃຫ້ຊາຕານໂຈມຕີ ຫຼື ຂົ່ມເຫັງບຸກຄົນໃດໜຶ່ງດ້ວຍວິທີທີ່ມັນໄດ້ລໍ້ລວງ, ໂຈມຕີ ແລະ ຂົ່ມເຫັງໂຢບ, ໂດຍພະນັນກັບພຣະເຈົ້າ; ພຣະເຈົ້າບໍ່ອະນຸຍາດໃຫ້ຊາຕານເຮັດສິ່ງດັ່ງກ່າວກັບມະນຸດ ຜູ້ທີ່ອ່ອນແອ, ໂງ່ຈ້າ ແລະ ບໍ່ມີຄວາມຮູ້ອີກ, ມັນພຽງພໍແລ້ວທີ່ຊາຕານໄດ້ລໍ້ລວງໂຢບ! ການບໍ່ອະນຸຍາດໃຫ້ຊາຕານຂົ່ມເຫັງຜູ້ຄົນບໍ່ວ່າດ້ວຍວິທີໃດກໍຕາມທີ່ມັນປາຖະໜາແມ່ນຄວາມກະລຸນາຂອງພຣະເຈົ້າ. ສຳລັບຕົວພຣະເຈົ້າແລ້ວ, ມັນພຽງພໍທີ່ໂຢບໄດ້ທົນທຸກກັບການລໍ້ລວງ ແລະ ການຂົ່ມເຫັງຂອງຊາຕານ. ພຣະເຈົ້າບໍ່ອະນຸຍາດໃຫ້ຊາຕານເຮັດສິ່ງດັ່ງກ່າວອີກ, ຍ້ອນຊີວິດ ແລະ ທຸກສິ່ງຂອງຜູ້ຄົນທີ່ຕິດຕາມພຣະເຈົ້າແມ່ນຖືກປົກຄອງ ແລະ ຖືກປັ້ນແຕ່ງໂດຍພຣະເຈົ້າ ແລະ ຊາຕານບໍ່ມີສິດໃຊ້ອຸບາຍລໍ້ລວງຄົນທີ່ພຣະເຈົ້າໄດ້ເລືອກໄວ້ຕາມອຳເພີໃຈ, ພວກເຈົ້າຄວນຊັດເຈນກ່ຽວກັບປະເດັນນີ້! ພຣະເຈົ້າສົນໃຈກ່ຽວກັບຄວາມອ່ອນແອຂອງມະນຸດ ແລະ ເຂົ້າໃຈເຖິງຄວາມດື້ດ້ານ ແລະ ຄວາມບໍ່ຮູ້ຂອງເຂົາ. ເຖິງແມ່ນວ່າ ກ່ອນທີ່ມະນຸດຈະສາມາດຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ, ພຣະເຈົ້າຕ້ອງມອບເຂົາໃຫ້ແກ່ຊາຕານ, ພຣະເຈົ້າກໍບໍ່ເຕັມໃຈທີ່ຈະເຫັນມະນຸດຖືກລໍ້ຫຼິ້ນເໝືອນກັບຄົນໂງ່ ແລະ ຖືກຂົ່ມເຫັງໂດຍຊາຕານ ແລະ ພຣະອົງບໍ່ຕ້ອງການເຫັນມະນຸດທົນທຸກຢູ່ສະເໝີ. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ພຣະເຈົ້າກໍປົກຄອງ ແລະ ຈັດແຈງທຸກຢ່າງກ່ຽວກັບມະນຸດໄດ້ຮັບແຕ່ງຕັ້ງຈາກສະຫວັນ ແລະ ໂລກຍອມຮັບ; ນີ້ຄືຄວາມຮັບຜິດຊອບຂອງພຣະເຈົ້າ ແລະ ມັນເປັນສິດອຳນາດທີ່ພຣະເຈົ້າປົກຄອງສິ່ງທັງປວງ! ພຣະເຈົ້າບໍ່ອະນຸຍາດຊາຕານໃຫ້ຂົ່ມເຫັງ ແລະ ປະຕິບັດຕໍ່ມະນຸດຢ່າງຜິດໆຕາມອຳເພີໃຈ, ພຣະອົງບໍ່ອະນຸຍາດໃຫ້ຊາຕານນໍາໃຊ້ວິທີຕ່າງໆເພື່ອນໍາພາໃຫ້ມະນຸດຫຼົງທາງ ແລະ ຍິ່ງໄປກວ່ານັ້ນ ພຣະອົງບໍ່ອະນຸຍາດໃຫ້ຊາຕານແຊກແຊງອຳນາດການປົກຄອງມະນຸດຂອງພຣະເຈົ້າ ຫຼື ພຣະອົງບໍ່ຍອມໃຫ້ຊາຕານຢຽບຢໍ້າ ແລະ ທຳລາຍກົດເກນທີ່ພຣະເຈົ້າປົກຄອງສິ່ງທັງປວງ, ນີ້ຍັງບໍ່ໄດ້ເວົ້າເຖິງກ່ຽວກັບພາລະກິດອັນຍິ່ງໃຫຍ່ຂອງພຣະເຈົ້າໃນການຄຸ້ມຄອງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນເລີຍ! ຄົນທີ່ພຣະເຈົ້າປາຖະໜາຈະຊ່ວຍໃຫ້ລອດພົ້ນ ແລະ ຄົນທີ່ສາມາດເປັນພະຍານໃຫ້ແກ່ພຣະເຈົ້າ ແມ່ນແກ່ນສຳຄັນ ແລະ ຜະລຶກຂອງພາລະກິດແຫ່ງແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າ ພ້ອມທັງລາຄາຂອງຄວາມພະຍາຍາມຂອງພຣະອົງໃນຫົກພັນປີແຫ່ງພາລະກິດຂອງພຣະອົງ. ພຣະເຈົ້າຈະສາມາດມອບຄົນເຫຼົ່ານີ້ໃຫ້ແກ່ຊາຕານຢ່າງບໍ່ສົນໃຈໄດ້ແນວໃດ?

ຜູ້ຄົນກັງວົນໃຈ ແລະ ຢ້ານການທົດລອງຂອງພຣະເຈົ້າຢູ່ສະເໝີ, ແຕ່ຕະຫຼອດເວລາ ທີ່ພວກເຂົາກຳລັງດຳລົງຊີວິດຢູ່ໃນດາງແຫຂອງຊາຕານ ແລະ ດຳລົງຊີວິດຢູ່ໃນເຂດອັນຕະລາຍ ເຊິ່ງພວກເຂົາຖືກໂຈມຕີ ແລະ ຂົ່ມເຫັງໂດຍຊາຕານ, ແຕ່ພວກເຂົາກໍບໍ່ຮູ້ຈັກຢ້ານກົວ ແລະ ບໍ່ກັງວົນໃຈເລີຍ. ກຳລັງເກີດຫຍັງຂຶ້ນ? ຄວາມເຊື່ອຂອງມະນຸດທີ່ມີໃນພຣະເຈົ້າພຽງແຕ່ຖືກຈຳກັດໃນສິ່ງທີ່ເຂົາສາມາດເຫັນໄດ້. ເຂົາບໍ່ໄດ້ເຫັນຄຸນຄ່າຄວາມຮັກຂອງພຣະເຈົ້າ ແລະ ຄວາມຫ່ວງໃຍສຳລັບມະນຸດແມ່ນແຕ່ໜ້ອຍດຽວ ຫຼື ເຫັນຄຸນຄ່າຄວາມອ່ອນໂຍນຂອງພຣະອົງ ແລະ ຄວາມຄຳນຶງຕໍ່ມະນຸດ. ແຕ່ສຳລັບຄວາມກັງວົນໃຈ ແລະ ຄວາມຢ້ານກ່ຽວກັບການທົດລອງ, ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ ແລະ ຄວາມສະຫງ່າຜ່າເຜີຍ ແລະ ຄວາມໂກດຮ້າຍ, ມະນຸດບໍ່ມີຄວາມເຂົ້າໃຈແມ່ນແຕ່ໜ້ອຍດຽວກ່ຽວກັບເຈດຕະນາດີຂອງພຣະເຈົ້າ. ເມື່ອກ່າວເຖິງການທົດລອງ, ຜູ້ຄົນຮູ້ສຶກຄືກັບວ່າພຣະເຈົ້າມີແຮງຈູງໃຈແອບແຝງ ແລະ ບາງຄົນເຖິງກັບເຊື່ອວ່າພຣະເຈົ້າມີຈຸດປະສົງທີ່ຊົ່ວຮ້າຍ, ບໍ່ຮູ້ຈັກວ່າພຣະເຈົ້າຈະເຮັດຫຍັງຕໍ່ພວກເຂົາແທ້ໆ; ສະນັ້ນ ໃນຂະນະທີ່ພາກັນຮ້ອງໂຮ່ເຊື່ອຟັງຕໍ່ອຳນາດປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ພວກເຂົາກໍເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອຕ້ານທານ ແລະ ຕໍ່ຕ້ານອຳນາດປົກຄອງຂອງພຣະເຈົ້າ ແລະ ການຈັດແຈງສຳລັບມະນຸດ, ຍ້ອນພວກເຂົາເຊື່ອວ່າ ຖ້າພວກເຂົາບໍ່ລະມັດລະວັງ ພວກເຂົາກໍຈະຖືກພຣະເຈົ້ານໍາພາຢ່າງຜິດໆ, ຖ້າພວກເຂົາບໍ່ກຳໂຊກຊະຕາຂອງພວກເຂົາເອງ ແລ້ວທຸກສິ່ງທີ່ພວກເຂົາມີ ພຣະເຈົ້າກໍສາມາດເອົາໄປຈາກພວກເຂົາໄດ້ ແລະ ຊີວິດຂອງພວກເຂົາກໍອາດເຖິງຈົບລົງໄດ້. ມະນຸດຢູ່ໃນຄ້າຍຂອງຊາຕານ, ແຕ່ເຂົາບໍ່ເຄີຍກັງວົນກ່ຽວກັບການຖືກຊາຕານຂົ່ມເຫັງ ແລະ ແມ່ນແຕ່ເຂົາຖືກຊາຕານຂົ່ມເຫັງ ແຕ່ເຂົາກໍບໍ່ເຄີຍຢ້ານທີ່ຈະຖືກຊາຕານຈັບເປັນຊະເລີຍ. ເຂົາສືບຕໍ່ເວົ້າວ່າ ເຂົາຍອມຮັບຄວາມລອດພົ້ນຂອງພຣະເຈົ້າ, ແຕ່ບໍ່ເຄີຍໄວ້ວາງໃຈໃນພຣະເຈົ້າ ຫຼື ເຊື່ອວ່າພຣະເຈົ້າຈະຊ່ວຍມະນຸດໃຫ້ລອດພົ້ນຈາກເລັບມືຂອງຊາຕານໄດ້. ເຊັ່ນດຽວກັບໂຢບ ຖ້າມະນຸດສາມາດຍອມຕໍ່ການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ ແລະ ສາມາດມອບການເປັນຢູ່ທັງໝົດໄວ້ໃນກໍາມືຂອງພຣະເຈົ້າ, ແລ້ວຈຸດຈົບຂອງມະນຸດກໍຈະບໍ່ເປັນຄືກັບໂຢບບໍ, ໄດ້ຮັບພອນຈາກພຣະເຈົ້າ? ຖ້າມະນຸດສາມາດຍອມຮັບ ແລະ ຍອມຕໍ່ການປົກຄອງຂອງພຣະເຈົ້າ, ແລ້ວມີຫຍັງຕ້ອງສູນເສຍ? ສະນັ້ນ ເຮົາຈຶ່ງແນະນຳວ່າ ພວກເຈົ້າລະວັງໃນການກະທຳຂອງພວກເຈົ້າ ແລະ ລະມັດລະວັງຕໍ່ທຸກສິ່ງທີ່ກຳລັງຈະມາເຖິງພວກເຈົ້າ. ຢ່າໃຈຮ້ອນ ຫຼື ເຮັດຢ່າງບໍ່ຄິດ ແລະ ຢ່າປະຕິບັດຕໍ່ພຣະເຈົ້າ, ຜູ້ຄົນ, ເຫດການ ແລະ ວັດຖຸທີ່ພຣະອົງໄດ້ຈັດແຈງໃຫ້ກັບພວກເຈົ້າ ໂດຍອີງໃສ່ເລືອດຮ້ອນຂອງພວກເຈົ້າ ຫຼື ຄວາມເປັນທຳມະຊາດຂອງພວກເຈົ້າ ຫຼື ຕາມຈິນຕະນາການ ແລະ ແນວຄິດຂອງພວກເຈົ້າ; ພວກເຈົ້າຕ້ອງລະມັດລະວັງໃນການກະທຳຂອງພວກເຈົ້າ ແລະ ຕ້ອງອະທິຖານ ແລະ ສະແຫວງຫາຫຼາຍຂຶ້ນ ເພື່ອຫຼີກເວັ້ນການຍຸຍົງຄວາມໂກດຮ້າຍຂອງພຣະເຈົ້າ. ໃຫ້ຈື່ສິ່ງນີ້ໄວ້!

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 59)

ໂຢບຫຼັງຈາກການທົດລອງຂອງເພິ່ນ (ຂໍ້ຄວາມທີ່ຖືກຄັດເລືອກ)

“ແລະ ມັນກໍເປັນດັ່ງນັ້ນ ຫຼັງຈາກທີ່ພຣະເຢໂຮວາໄດ້ກ່າວພຣະທຳເຫຼົ່ານີ້ຕໍ່ໂຢບ ພຣະເຢໂຮວາກໍກ່າວກັບເອລີຟັດຊາວເຕມານວ່າ ຄວາມໂກດຮ້າຍຂອງເຮົາໄດ້ລຸກໄໝ້ໃສ່ເຈົ້າ ແລະ ໃສ່ໝູ່ທັງສອງຄົນຂອງເຈົ້າ ຍ້ອນພວກເຈົ້າບໍ່ເວົ້າເຖິງເຮົາໃນສິ່ງທີ່ຖືກຕ້ອງຄືກັບໂຢບທີ່ເປັນຄົນຮັບໃຊ້ຂອງເຮົາໄດ້ກ່າວ. ສະນັ້ນ ບັດນີ້ ພວກເຈົ້າຈົ່ງເອົາງົວຕອນເຈັດໂຕ ແລະ ແກະຜູ້ເຈັດໂຕ ແລະ ໄປຫາໂຢບທີ່ເປັນຄົນຮັບໃຊ້ຂອງເຮົາ ແລະ ຖວາຍເຄື່ອງເຜົາບູຊາເພື່ອຕົວພວກເຈົ້າເອງ; ແລະ ໂຢບທີ່ເປັນຄົນຮັບໃຊ້ຂອງເຮົາຈະອາທິຖານເພື່ອພວກເຈົ້າ ຍ້ອນເຮົາຈະຍອມຮັບແຕ່ລາວເທົ່ານັ້ນ ບໍ່ດັ່ງນັ້ນ ເຮົາຈະຈັດການກັບພວກເຈົ້າຕາມຄວາມໂງ່ຂອງພວກເຈົ້າ ຍ້ອນພວກເຈົ້າບໍໄດ້ເວົ້າເຖິງເຮົາໃນສິ່ງທີ່ຖືກຕ້ອງ ຄືກັບທີ່ໂຢບທີ່ເປັນຄົນຮັບໃຊ້ຂອງເຮົາໄດ້ເຮັດ. ສະນັ້ນ ເອລີຟັດຊາວເຕມານ ແລະ ບິນດັດຊາວຊູອາ ແລະ ໂຊຟາຊາວນາອາມາກໍໄດ້ໄປ ແລະ ເຮັດຕາມທີ່ພຣະເຢໂຮວາໄດ້ສັ່ງພວກເຂົາ, ພຣະເຢໂຮວາຈຶ່ງຍອມຮັບເອົາຈາກໂຢບ” (ໂຢບ 42:7-9).

“ແລະ ພຣະເຢໂຮວາໄດ້ຕອບຄຳອະທິຖານຂອງໂຢບ ເມື່ອລາວອະທິຖານເພື່ອໝູ່ຂອງລາວ, ຍິ່ງໄປກວ່ານັ້ນ ພຣະເຢໂຮວາໄດ້ມອບສິ່ງທີ່ໂຢບເຄີຍມີມາກ່ອນເປັນສອງເທົ່າ” (ໂຢບ 42:10).

“ແລ້ວພຣະເຢໂຮວາໄດ້ອວຍພອນໂຢບໃນຕອນສຸດທ້າຍຂອງໂຢບຫຼາຍກວ່າຕອນເລີ່ມຕົ້ນຂອງລາວ ຍ້ອນລາວມີແກະສິບສີ່ພັນໂຕ ແລະ ອູດຫົກພັນໂຕ ແລະ ງົວຜູ້ໃສ່ແອກໜຶ່ງພັນໂຕ ແລະ ລາໂຕແມ່ໜຶ່ງພັນໂຕ” (ໂຢບ 42:12).

“ແລ້ວໂຢບກໍຕາຍໄປ ໂດຍແກ່ເຖົ້າທີ່ມີອາຍຸຍືນທີ່ສຸດ ແລະ ເຕັມໄປດ້ວຍຊີວິດຊີວາ” (ໂຢບ 42:17).

ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍແມ່ນຖືກເບິ່ງດ້ວຍຄວາມຖະໜອມໂດຍພຣະເຈົ້າ, ໃນຂະນະທີ່ຄົນໂງ່ຈ້າຖືກເບິ່ງຢ່າງຕໍ່າຕ້ອຍໂດຍພຣະເຈົ້າ

ໃນໂຢບ 42:7-9, ພຣະເຈົ້າກ່າວວ່າ ໂຢບຄືຄົນຮັບໃຊ້ຂອງພຣະອົງ. ການທີ່ພຣະອົງໃຊ້ຄຳສັບ “ຄົນຮັບໃຊ້” ເມື່ອກ່າວເຖິງໂຢບສະແດງເຖິງຄວາມສຳຄັນຂອງໂຢບໃນຫົວໃຈຂອງພຣະອົງ; ເຖິງແມ່ນພຣະເຈົ້າບໍ່ໄດ້ເອີ້ນໂຢບຢ່າງໜ້ານັບຖືຫຼາຍກວ່ານີ້, ນາມມະຍົດນີ້ກໍບໍ່ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງໂຢບພາຍໃນຫົວໃຈຂອງພຣະເຈົ້າ. “ຄົນຮັບໃຊ້” ໃນນີ້ຄືຊື່ຫຼິ້ນຂອງພຣະເຈົ້າສຳລັບໂຢບ. ການທີ່ພຣະເຈົ້າອ້າງວ່າ “ໂຢບ ຄົນຮັບໃຊ້ຂອງເຮົາ” ຫຼາຍຄັ້ງນັ້ນສະແດງວ່າພຣະອົງພໍໃຈກັບໂຢບ. ເຖິງແມ່ນພຣະເຈົ້າບໍ່ໄດ້ກ່າວເຖິງຄວາມໝາຍຢູ່ເບື້ອງຫຼັງຄຳວ່າ “ຄົນຮັບໃຊ້”, ນິຍາມຂອງພຣະເຈົ້າກ່ຽວກັບຄຳວ່າ “ຄົນຮັບໃຊ້” ສາມາດເຫັນໄດ້ຈາກພຣະທຳຂອງພຣະອົງທີ່ຢູ່ໃນຂໍ້ພຣະຄຳພີນີ້. ທໍາອິດ ພຣະເຈົ້າເວົ້າກັບເອລີຟັດຊາວເຕມານວ່າ: “ຄວາມໂກດຮ້າຍຂອງເຮົາໄດ້ລຸກໄໝ້ໃສ່ເຈົ້າ ແລະ ໃສ່ໝູ່ທັງສອງຄົນຂອງເຈົ້າ ຍ້ອນພວກເຈົ້າບໍ່ເວົ້າເຖິງເຮົາໃນສິ່ງທີ່ຖືກຕ້ອງຄືກັບໂຢບທີ່ເປັນຄົນຮັບໃຊ້ຂອງເຮົາໄດ້ກ່າວ”. ພຣະທຳເຫຼົ່ານີ້ແມ່ນຄັ້ງທຳອິດທີ່ພຣະເຈົ້າໄດ້ບອກຜູ້ຄົນຢ່າງເປີດເຜີຍວ່າ ພຣະອົງຍອມຮັບທຸກສິ່ງທີ່ໂຢບໄດ້ກ່າວ ແລະ ໄດ້ກະທຳຫຼັງຈາກທີ່ພຣະເຈົ້າໄດ້ທົດລອງເພິ່ນ ແລະ ເປັນຄັ້ງທຳອິດທີ່ພຣະອົງໄດ້ຢືນຢັນຢ່າງເປີດເຜີຍເຖິງຄວາມແນ່ນອນ ແລະ ຄວາມຖືກຕ້ອງຂອງທຸກສິ່ງທີ່ໂຢບໄດ້ກະທຳ ແລະ ກ່າວ. ພຣະເຈົ້າໃຈຮ້າຍໃສ່ເອລີຟັດຊາວເຕມານ ແລະ ຄົນອື່ນໆ ຍ້ອນການເວົ້າທີ່ບໍ່ຖືກຕ້ອງ ແລະ ໄຮ້ເຫດຜົນຂອງພວກເຂົາ, ຍ້ອນວ່າ ຄືກັບໂຢບ ພວກເຂົາບໍ່ສາມາດເຫັນການປາກົດຂອງພຣະເຈົ້າ ຫຼື ໄດ້ຍິນພຣະທຳທີ່ພຣະເຈົ້າໄດ້ກ່າວໃນຊີວິດຂອງພວກເຂົາ, ແຕ່ໂຢບກໍມີຄວາມຮູ້ດັ່ງກ່າວຢ່າງຖືກຕ້ອງກ່ຽວກັບພຣະເຈົ້າ, ໃນຂະນະທີ່ພວກເຂົາພຽງແຕ່ສາມາດຄາດເດົາຢ່າງຫຼັບຫູຫຼັບຕາກ່ຽວກັບພຣະເຈົ້າ, ລະເມີດຄວາມປະສົງຂອງພຣະເຈົ້າ ແລະ ທົດລອງຄວາມອົດທົນຂອງພຣະອົງໃນທຸກຢ່າງທີ່ພວກເຂົາໄດ້ກະທຳ. ຕໍ່ມາ, ໃນຂະນະທີ່ຍອມຮັບທຸກສິ່ງທີ່ໂຢບໄດ້ກະທຳ ແລະ ກ່າວ, ພຣະເຈົ້າກໍເລີ່ມໂກດຮ້າຍຕໍ່ຄົນອື່ນໆ, ຍ້ອນໃນພວກເຂົານັ້ນ ພຣະອົງບໍ່ພຽງບໍ່ສາມາດເຫັນຄວາມເປັນຈິງແຫ່ງຄວາມຢຳເກງພຣະເຈົ້າ, ແຕ່ຍັງບໍ່ໄດ້ຍິນຫຍັງກ່ຽວກັບຄວາມຢຳເກງຂອງພຣະເຈົ້າໃນສິ່ງທີ່ພວກເຂົາເວົ້າ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງຮຽກຮ້ອງສິ່ງຕໍ່ໄປນີ້ຈາກພວກເຂົາ: “ສະນັ້ນ ບັດນີ້ ພວກເຈົ້າຈົ່ງເອົາງົວຕອນເຈັດໂຕ ແລະ ແກະຜູ້ເຈັດໂຕ ແລະ ໄປຫາໂຢບທີ່ເປັນຄົນຮັບໃຊ້ຂອງເຮົາ ແລະ ຖວາຍເຄື່ອງເຜົາບູຊາເພື່ອຕົວພວກເຈົ້າເອງ; ແລະ ໂຢບທີ່ເປັນຄົນຮັບໃຊ້ຂອງເຮົາຈະອາທິຖານເພື່ອພວກເຈົ້າ ຍ້ອນເຮົາຈະຍອມຮັບແຕ່ລາວເທົ່ານັ້ນ ບໍ່ດັ່ງນັ້ນ ເຮົາຈະຈັດການກັບພວກເຈົ້າຕາມຄວາມໂງ່ຂອງພວກເຈົ້າ”. ໃນຂໍ້ຄວາມນີ້ ພຣະເຈົ້າກຳລັງບອກໃຫ້ເອລີຟັດ ແລະ ຄົນອື່ນໆເຮັດບາງສິ່ງທີ່ຈະໄຖ່ຄວາມຜິດບາບຂອງພວກເຂົາ, ຍ້ອນຄວາມໂງ່ຂອງພວກເຂົາທີ່ເຮັດຜິດບາບຕໍ່ພຣະເຈົ້າເຢໂຮວາ ແລະ ສະນັ້ນ ພວກເຂົາຈຶ່ງຕ້ອງຖວາຍເຄື່ອງເຜົາບູຊາເພື່ອແກ້ຄວາມຜິດພາດຂອງພວກເຂົາ. ເຄື່ອງເຜົາບູຊາແມ່ນຖືກຖວາຍໃຫ້ແກ່ພຣະເຈົ້າຢູ່ເລື້ອຍໆ, ແຕ່ສິ່ງທີ່ຜິດປົກກະຕິກ່ຽວກັບເຄື່ອງເຜົາບູຊາເຫຼົ່ານີ້ກໍຄື ພວກມັນຖວາຍໃຫ້ກັບໂຢບ. ພຣະເຈົ້າຍອມຮັບເອົາຈາກໂຢບ ຍ້ອນວ່າເພິ່ນເປັນພະຍານໃຫ້ແກ່ພຣະເຈົ້າໃນລະຫວ່າງການທົດລອງຂອງເພິ່ນ. ໃນຂະນະດຽວກັນ, ໝູ່ເພື່ອນເຫຼົ່ານີ້ຂອງໂຢບຖືກເປີດໂປງໃນລະຫວ່າງການທົດລອງຂອງເພິ່ນ; ຍ້ອນຄວາມໂງ່ຂອງພວກເຂົາ, ພວກເຂົາຈຶ່ງຖືກພຣະເຈົ້າຕໍານິ ແລະ ພວກເຂົາຍຸຍົງຄວາມໂກດຮ້າຍຂອງພຣະເຈົ້າ ແລະ ຄວນຖືກພຣະເຈົ້າລົງໂທດ, ລົງໂທດໂດຍການຖວາຍເຄື່ອງເຜົາບູຊາຕໍ່ໜ້າໂຢບ, ແລ້ວໂຢບກໍອະທິຖານໃຫ້ກັບພວກເຂົາ ເພື່ອບໍ່ໃຫ້ຖືກລົງໂທດ ແລະ ປາສະຈາກຄວາມໂກດຮ້າຍຂອງພຣະເຈົ້າທີ່ມີຕໍ່ພວກເຂົາ. ເຈດຕະນາຂອງພຣະເຈົ້າແມ່ນເພື່ອນໍາຄວາມອັບອາຍມາສູ່ພວກເຂົາ, ຍ້ອນພວກເຂົາບໍ່ແມ່ນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ພວກເຂົາໄດ້ປະ ນາມຄວາມຊື່ສັດຂອງໂຢບ. ໃນດ້ານໜຶ່ງ, ພຣະເຈົ້າກຳລັງບອກພວກເຂົາວ່າ ພຣະອົງບໍ່ຍອມຮັບການກະທຳຂອງພວກເຂົາ, ແຕ່ຍອມຮັບ ແລະ ຍິນດີໃນໂຢບຢ່າງຫຼວງຫຼາຍ; ໃນອີກດ້ານ, ພຣະເຈົ້າກຳລັງບອກພວກເຂົາວ່າ ການຖືກຍອມຮັບໂດຍພຣະເຈົ້າໄດ້ຍົກໃຫ້ມະນຸດສູງຂຶ້ນຕໍ່ໜ້າພຣະເຈົ້າ, ມະນຸແມ່ນຖືກກຽດຊັງໂດຍພຣະເຈົ້າ ຍ້ອນຄວາມໂງ່ຂອງພວກເຂົາທີ່ເຮັດຜິດຕໍ່ພຣະເຈົ້າ. ຍ້ອນສິ່ງນັ້ນ ມັນຈຶ່ງຕໍ່າຕ້ອຍ ແລະ ຊົ່ວຮ້າຍໃນສາຍຕາຂອງພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນນິຍາມທີ່ພຣະເຈົ້າໄດ້ໃຫ້ກ່ຽວກັບຜູ້ຄົນສອງປະເພດດັ່ງກ່າວ, ມັນຄືທັດສະນະຄະຕິຂອງພຣະເຈົ້າຕໍ່ຜູ້ຄົນສອງປະເພດເຫຼົ່ານີ້ ແລະ ມັນຄືຄຳອະທິບາຍຂອງພຣະເຈົ້າກ່ຽວກັບ ຄຸນຄ່າ ແລະ ຖານະຂອງຜູ້ຄົນສອງປະເພດເຫຼົ່ານີ້. ເຖິງແມ່ນພຣະເຈົ້າໄດ້ເອີ້ນໂຢບວ່າຄົນຮັບໃຊ້ຂອງພຣະອົງ, ໃນສາຍຕາຂອງພຣະເຈົ້າແລ້ວ ຄົນຮັບໃຊ້ຄົນນີ້ແມ່ນເປັນທີ່ຮັກ ແລະ ໄດ້ຮັບສິດອຳນາດໃຫ້ອະທິຖານເພື່ອຄົນອື່ນ ແລະ ໃຫ້ອະໄພພວກເຂົາສຳລັບຄວາມຜິດພາດຂອງພວກເຂົາ. ຄົນຮັບໃຊ້ຄົນນີ້ສາມາດເວົ້າກັບພຣະເຈົ້າໂດຍກົງ ແລະ ມາຢູ່ຕໍ່ໜ້າພຣະເຈົ້າໂດຍກົງ ແລະ ສະຖານະຂອງເພິ່ນກໍສູງສົ່ງ ແລະ ມີກຽດຫຼາຍກວ່າຂອງຄົນອື່ນ. ນີ້ຄືຄວາມໝາຍທີ່ແທ້ຈິງຂອງຄຳວ່າ “ຄົນຮັບໃຊ້” ທີ່ພຣະເຈົ້າໄດ້ກ່າວ. ໂຢບໄດ້ຮັບກຽດພິເສດນີ້ ຍ້ອນເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ດ້ວຍເຫດຜົນທີ່ວ່າເປັນຫຍັງຄົນອື່ນຈຶ່ງບໍ່ຖືກເອີ້ນວ່າຄົນຮັບໃຊ້ຂອງພຣະເຈົ້າ ກໍຍ້ອນພວກເຂົາບໍ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ສອງທ່າທີຂອງພຣະເຈົ້າທີ່ແຕກຕ່າງກັນຢ່າງຊັດເຈນເຫຼົ່ານີ້ຄືທ່າທີຂອງພຣະອົງຕໍ່ຜູ້ຄົນສອງປະເພດ: ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍແມ່ນຖືກຍອມຮັບໂດຍພຣະເຈົ້າ ແລະ ເຫັນວ່າລໍ້າຄ່າໃນສາຍຕາຂອງພຣະອົງ, ໃນຂະນະທີ່ຄົນທີ່ໂງ່ຈ້າບໍ່ຢຳເກງພຣະເຈົ້າ, ບໍ່ສາມາດຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ບໍ່ສາມາດຮັບເອົາຄວາມພໍໃຈຂອງພຣະເຈົ້າ; ພວກເຂົາກໍຈະຖືກລັງກຽດ ແລະ ຖືກຕໍານິໂດຍພຣະເຈົ້າ ແລະ ເປັນຄົນຕໍ່າຕ້ອຍໃນສາຍຕາຂອງພຣະເຈົ້າຢູ່ສະເໝີ.

ພຣະເຈົ້າປະທານສິດອຳນາດໃຫ້ແກ່ໂຢບ

ໂຢບອະທິຖານເພື່ອໝູ່ເພື່ອນຂອງເພິ່ນ ແລະ ຫຼັງຈາກນັ້ນ ຍ້ອນຄຳອະທິຖານຂອງໂຢບ, ພຣະເຈົ້າຈຶ່ງບໍ່ໄດ້ຈັດການພວກເຂົາຕາມທີ່ເໝາະສົມກັບຄວາມໂງ່ຂອງພວກເຂົາ, ພຣະອົງບໍ່ໄດ້ລົງໂທດພວກເຂົາ ຫຼື ນໍາຜົນກຳມາສູ່ພວກເຂົາ. ເປັນຫຍັງຈຶ່ງເປັນແບບນັ້ນ? ນັ້ນກໍຍ້ອນວ່າ ຄຳອະທິຖານຂອງໂຢບ ຜູ້ທີ່ເປັນຄົນຮັບໃຊ້ຂອງພຣະເຈົ້າໄດ້ໄປເຖິງຫູຂອງພຣະອົງ; ພຣະເຈົ້າໃຫ້ອະໄພພວກເຂົາ ຍ້ອນພຣະອົງຍອມຮັບເອົາຄຳອະທິຖານຂອງໂຢບ. ແລ້ວພວກເຮົາເຫັນຫຍັງໃນສິ່ງນີ້? ເມື່ອພຣະເຈົ້າອວຍພອນຜູ້ໃດຜູ້ໜຶ່ງ, ພຣະອົງມອບລາງວັນຫຼາຍຢ່າງໃຫ້ແກ່ພວກເຂົາ ແລະ ບໍ່ແມ່ນພຽງລາງວັນທີ່ເປັນວັດຖຸ: ພຣະເຈົ້າຍັງໄດ້ມອບສິດອຳນາດໃຫ້ແກ່ພວກເຂົາ, ມອບສິດໃຫ້ພວກເຂົາໄດ້ອະທິຖານເພື່ອຄົນອື່ນ ແລະ ຫຼັງຈາກນັ້ນພຣະເຈົ້າກໍລືມ ແລະ ເບິ່ງຂ້າມການກະທຳຜິດຂອງຜູ້ຄົນເຫຼົ່ານັ້ນ, ຍ້ອນພຣະອົງໄດ້ຍິນຄຳອະທິຖານເຫຼົ່ານີ້. ນີ້ຄືສິດອຳນາດແທ້ຈິງທີ່ພຣະເຈົ້າໄດ້ມອບໃຫ້ແກ່ໂຢບ. ຜ່ານຄຳອະທິຖານຂອງໂຢບເພື່ອຢຸດການປະນາມຂອງພວກເຂົາ, ພຣະເຈົ້າເຢໂຮວາໄດ້ນໍາຄວາມອັບອາຍມາສູ່ຜູ້ຄົນທີ່ໂງ່ຈ້າເຫຼົ່ານີ້ ເຊິ່ງແນ່ນອນ ມັນເປັນການລົງໂທດພິເສດຂອງພຣະອົງສຳລັບເອລີຟັດ ແລະ ຄົນອື່ນໆ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 60)

ໂຢບໄດ້ຮັບການອວຍພອນຈາກພຣະເຈົ້າອີກຄັ້ງ ແລະ ບໍ່ເຄີຍຖືກກ່າວຫາໂດຍຊາຕານອີກຈັກເທື່ອ

ໃນບັນດາພຣະຄຳຂອງພຣະເຈົ້າເຢໂຮວາມີພຣະທຳທີ່ວ່າ: “ພວກເຈົ້າບໍ່ເວົ້າເຖິງເຮົາໃນສິ່ງທີ່ຖືກຕ້ອງຄືກັບໂຢບທີ່ເປັນຄົນຮັບໃຊ້ຂອງເຮົາໄດ້ກ່າວ”. ແມ່ນຫຍັງຄືສິ່ງທີ່ໂຢບໄດ້ເວົ້າ? ມັນແມ່ນສິ່ງທີ່ພວກເຮົາໄດ້ສົນທະນາກ່ອນໜ້ານີ້, ພ້ອມທັງພຣະທຳຫຼາຍໜ້າທີ່ຢູ່ໃນໜັງສືຂອງໂຢບ ເຊິ່ງໂຢບຖືກບັນທຶກໄວ້ຕາມທີ່ໄດ້ກ່າວ. ໃນບັນດາພຣະທຳຫຼາຍໜ້າເຫຼົ່ານີ້, ໂຢບບໍ່ເຄີຍມີຄຳຕໍ່ວ່າ ຫຼື ຂໍ້ສົງໄສກ່ຽວກັບພຣະເຈົ້າເລີຍ. ເພິ່ນພຽງແຕ່ລໍຄອຍຜົນຕາມມາ. ມັນຄືການລໍຖ້ານີ້ທີ່ເປັນທ່າທີແຫ່ງຄວາມເຊື່ອຟັງຂອງເພິ່ນ, ເຊິ່ງດ້ວຍເຫດນີ້ ແລະ ດ້ວຍຄຳເວົ້າທີ່ເພິ່ນກ່າວຕໍ່ພຣະເຈົ້າ, ໂຢບຈຶ່ງຖືກຮັບເອົາໂດຍພຣະເຈົ້າ. ເມື່ອເພິ່ນອົດກັ້ນກັບການທົດລອງ ແລະ ທົນທຸກກັບຄວາມລໍາບາກ, ພຣະເຈົ້າຢູ່ຂ້າງເພິ່ນ ແລະ ເຖິງແມ່ນຄວາມລໍາບາກຂອງເພິ່ນຖືກບັນເທົາໂດຍການສະຖິດຂອງພຣະເຈົ້າ, ພຣະເຈົ້າກໍໄດ້ເຫັນສິ່ງທີ່ພຣະອົງປາຖະໜາຢາກເຫັນ ແລະ ໄດ້ຍິນສິ່ງທີ່ພຣະອົງປາຖະໜາຢາກໄດ້ຍິນ. ທຸກການກະທຳ ແລະ ທຸກຄຳເວົ້າຂອງໂຢບໄດ້ໄປເຖິງຕາ ແລະ ຫູຂອງພຣະເຈົ້າ; ພຣະເຈົ້າໄດ້ຍິນ ແລະ ໄດ້ເຫັນ, ນີ້ຄືຂໍ້ແທ້ຈິງ. ຄວາມຮູ້ຂອງໂຢບກ່ຽວກັບພຣະເຈົ້າ ແລະ ຄວາມຄິດຂອງເພິ່ນກ່ຽວກັບພຣະເຈົ້າທີ່ຢູ່ໃນຫົວໃຈຂອງເພິ່ນໃນເວລານັ້ນ, ໃນລະຫວ່າງຊ່ວງເວລານັ້ນ ເຊິ່ງບໍ່ໄດ້ສະເພາະເຈາະຈົງເທົ່າກັບຜູ້ຄົນໃນປັດຈຸບັນ, ແຕ່ໃນບໍລິບົດຂອງເວລາ, ພຣະເຈົ້າຍັງຮັບຮູ້ທຸກສິ່ງທີ່ເພິ່ນໄດ້ກ່າວ, ຍ້ອນພຶດຕິກຳຂອງເພິ່ນ ແລະ ຄວາມຄິດທີ່ຢູ່ໃນຫົວໃຈຂອງເພິ່ນ, ພ້ອມທັງສິ່ງທີ່ເພິ່ນໄດ້ສະແດງອອກ ແລະ ໄດ້ເປີດເຜີຍແມ່ນພຽງພໍສຳລັບເງື່ອນໄຂຂອງພຣະອົງ. ໃນລະຫວ່າງເວລາທີ່ໂຢບຕົກຢູ່ໃນການທົດລອງ, ສິ່ງທີ່ເພິ່ນຄິດໃນຫົວໃຈຂອງເພິ່ນ ແລະ ສິ່ງທີ່ເພິ່ນຕັ້ງໃຈເຮັດໄດ້ສະແດງໃຫ້ພຣະເຈົ້າເຫັນເຖິງຜົນຕາມມາ ເຊິ່ງເປັນທີ່ພໍໃຈຂອງພຣະເຈົ້າ ແລະ ໃນທີ່ສຸດ ພຣະເຈົ້າກໍຢຸດການທົດລອງໂຢບ, ໂຢບກໍໄດ້ຫຼຸດພົ້ນອອກຈາກບັນຫາຂອງເພິ່ນ ແລະ ການທົດລອງຂອງເພິ່ນກໍຫາຍໄປ ແລະ ບໍ່ເກີດຂຶ້ນກັບເພິ່ນອີກຕໍ່ໄປ. ຍ້ອນໂຢບໄດ້ຕົກຢູ່ໃນການທົດລອງຕ່າງໆແລ້ວ ແລະ ໄດ້ຍຶດໝັ້ນໃນລະຫວ່າງການທົດລອງເຫຼົ່ານີ້ ແລະ ໄດ້ເອົາຊະນະຊາຕານຢ່າງສິ້ນເຊີງ, ພຣະເຈົ້າຈຶ່ງໄດ້ມອບພອນນັ້ນທີ່ເພິ່ນສົມຄວນໄດ້ຮັບໂດຍຊອບທຳໃຫ້ແກ່ເພິ່ນ. ດັ່ງທີ່ໄດ້ບັນທຶກໄວ້ໃນໂຢບ 42:10, 12, ໂຢບໄດ້ຮັບການອວຍພອນອີກຄັ້ງ ແລະ ໄດ້ຮັບການອວຍພອນຫຼາຍກວ່າທີ່ເພິ່ນໄດ້ຮັບຄັ້ງທຳອິດ. ໃນເວລານີ້ ຊາຕານໄດ້ຖອຍ ແລະ ບໍ່ເວົ້າ ຫຼື ເຮັດຫຍັງອີກຕໍ່ໄປ ແລະ ຈາກນັ້ນເປັນຕົ້ນມາ ໂຢບກໍບໍ່ໄດ້ຖືກແຊກແຊງ ຫຼື ຖືກໂຈມຕີໂດຍຊາຕານອີກຕໍ່ໄປ ແລະ ຊາຕານກໍບໍ່ກ່າວຫາໃນເລື່ອງພຣະເຈົ້າອວຍພອນໂຢບອີກຕໍ່ໄປ.

ໂຢບໃຊ້ຊີວິດບັ້ນທ້າຍຂອງເພິ່ນທ່າມກາງພອນຂອງພຣະເຈົ້າ

ເຖິງແມ່ນພອນຂອງພຣະອົງໃນເວລານັ້ນພຽງແຕ່ຈຳກັດສະເພາະເປັນແກະ, ງົວຄວາຍ, ອູດ, ຊັບສິນວັດຖຸ ແລະ ອື່ນໆ, ພອນທີ່ພຣະເຈົ້າປາຖະໜາທີ່ຈະປະທານໃຫ້ແກ່ໂຢບໃນຫົວໃຈຂອງພຣະອົງກໍມີຫຼາຍກວ່າສິ່ງນີ້. ໃນເວລານັ້ນ, ໄດ້ມີການບັນທຶກບໍ່ວ່າ ສັນຍາຊົ່ວນິລັນດອນປະເພດໃດທີ່ພຣະເຈົ້າປາຖະໜາຈະມອບໃຫ້ແກ່ໂຢບ? ໃນການທີ່ເພິ່ນອວຍພອນໂຢບ, ພຣະເຈົ້າບໍ່ໄດ້ກ່າວເຖິງ ຫຼື ແຕະຕ້ອງຈຸດຈົບຂອງເພິ່ນ ແລະ ບໍ່ວ່າໂຢບຈະມີຄວາມສຳຄັນ ຫຼື ຕໍາແໜ່ງຫຍັງຢູ່ພາຍໃນຫົວໃຈຂອງພຣະເຈົ້າ, ສະຫຼຸບແລ້ວ ພຣະເຈົ້າກໍລະມັດລະວັງຫຼາຍໃນການໃຫ້ພອນຂອງພຣະອົງ. ພຣະເຈົ້າບໍ່ໄດ້ປະກາດຈຸດຈົບຂອງໂຢບ. ນີ້ໝາຍຄວາມວ່າແນວໃດ? ໃນເວລານັ້ນ, ເມື່ອແຜນການຂອງພຣະເຈົ້າຍັງບໍ່ທັນໄດ້ໄປເຖິງຈຸດທີ່ປະກາດຈຸດຈົບຂອງມະນຸດ, ແຜນການຍັງບໍ່ທັນໄດ້ເຂົ້າສູ່ຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະອົງ, ພຣະເຈົ້າບໍ່ໄດ້ກ່າວເຖິງຈຸດຈົບ, ພຽງແຕ່ປະທານພອນຝ່າຍວັດຖຸໃຫ້ແກ່ມະນຸດ. ຄວາມໝາຍຂອງສິ່ງນີ້ກໍຄືຊີວິດບັ້ນທ້າຍຂອງໂຢບໄດ້ຜ່ານໄປໃນທ່າມກາງພອນຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ເຮັດໃຫ້ເພິ່ນແຕກຕ່າງຈາກຄົນອື່ນ, ແຕ່ຄືກັບພວກເຂົາ ເພິ່ນກໍຊະລາ ແລະ ຄືກັບຄົນປົກກະຕິ ທົ່ວໄປມື້ທີ່ເພິ່ນຕ້ອງລາໂລກກໍມາເຖິງ. ສະນັ້ນ ມັນຈຶ່ງຖືກບັນທຶກໄວ້ວ່າ: “ແລ້ວໂຢບກໍຕາຍໄປ ໂດຍແກ່ເຖົ້າທີ່ມີອາຍຸຍືນທີ່ສຸດ ແລະ ເຕັມໄປດ້ວຍຊີວິດຊີວາ” (ໂຢບ 42:17). ແມ່ນຫຍັງຄືຄວາມໝາຍຂອງ “ຕາຍໂດຍເຕັມໄປດ້ວຍຊີວິດຊີວາ” ໃນນີ້? ໃນຍຸກກ່ອນທີ່ພຣະເຈົ້າຈະປະກາດຈຸດຈົບຂອງຜູ້ຄົນ, ພຣະເຈົ້າໄດ້ກຳນົດຊ່ວງອາຍຸຂອງຊີວິດສຳລັບໂຢບ ແລະ ເມື່ອອາຍຸນັ້ນໄດ້ມາເຖິງ ພຣະອົງກໍຍອມໃຫ້ໂຢບຈາກໂລກນີ້ໄປຕາມທຳມະຊາດ. ນັບຕັ້ງແຕ່ທີ່ພອນຄັ້ງທີສອງຂອງໂຢບຈົນເຖິງຄວາມຕາຍຂອງເພິ່ນ, ພຣະເຈົ້າບໍ່ໄດ້ເພິ່ມຄວາມລໍາບາກຫຍັງອີກ. ສຳລັບພຣະເຈົ້າແລ້ວ, ຄວາມຕາຍຂອງໂຢບຈຶ່ງເປັນທຳມະຊາດ ແລະ ຍັງຈຳເປັນ; ມັນເປັນສິ່ງທີ່ປົກກະຕິຫຼາຍ ແລະ ບໍ່ແມ່ນການພິພາກສາ ຫຼື ການລົງໂທດ. ໃນຂະນະທີ່ເພິ່ນມີຊີວິດຢູ່, ໂຢບນະມັດສະການ ແລະ ຢຳເກງພຣະເຈົ້າ; ສໍາລັບປະເພດຂອງຈຸດຈົບທີ່ເພິ່ນໄດ້ຮັບຫຼັງຈາກຄວາມຕາຍຂອງເພິ່ນນັ້ນ, ພຣະເຈົ້າບໍ່ໄດ້ກ່າວຫຍັງ ຫຼື ສະແດງຄວາມຄິດເຫັນຫຍັງກ່ຽວກັບສິ່ງນັ້ນ. ພຣະເຈົ້າມີຄວາມຮູ້ສຶກເຖິງຄວາມຖືກຕ້ອງຢ່າງໜັກແໜ້ນໃນສິ່ງທີ່ພຣະອົງໄດ້ກ່າວ ແລະ ກະທຳ; ເນື້ອຫາ ແລະ ຫຼັກການຂອງພຣະທຳ ແລະ ການກະທຳຂອງພຣະອົງກໍສອດຄ່ອງກັບຂັ້ນຕອນຂອງພາລະກິດຂອງພຣະອົງ ແລະ ສອດຄ່ອງກັບຊ່ວງເວລາທີ່ພຣະອົງປະຕິບັດພາລະກິດ. ຜູ້ໃດຜູ້ໜຶ່ງທີ່ເປັນຄືກັບໂຢບຈະມີຈຸດຈົບແບບໃດໃນຫົວໃຈຂອງພຣະເຈົ້າ? ພຣະເຈົ້າໄດ້ມີການຕັດສິນໃຈບາງຢ່າງໃນຫົວໃຈຂອງພຣະອົງແລ້ວບໍ? ແນ່ນອນ ພຣະອົງໄດ້ເຮັດແລ້ວ! ມັນພຽງແຕ່ວ່າ ມະນຸດບໍ່ຮູ້ຈັກສິ່ງນີ້ເທົ່ານັ້ນ; ພຣະເຈົ້າບໍ່ໄດ້ຕ້ອງການທີ່ຈະບອກມະນຸດ ຫຼື ພຣະອົງບໍ່ມີເຈດຕະນາທີ່ຈະບອກມະນຸດ. ສະນັ້ນ ເມື່ອເວົ້າຢ່າງຜິວເຜີນແລ້ວ, ໂຢບແມ່ນຕາຍໂດຍມີຊີວິດຍືນຍາວ ແລະ ນີ້ຄືຊີວິດຂອງໂຢບ.

ລາຄາທີ່ໂຢບໄດ້ດຳລົງຊີວິດໃນລະຫວ່າງຊົ່ວຊີວິດຂອງເພິ່ນ

ໂຢບໄດ້ດຳລົງຊີວິດທີ່ມີຄຸນຄ່າບໍ? ຄຸນຄ່າດັ່ງກ່າວຢູ່ໃສ? ເປັນຫຍັງຈຶ່ງມີການເວົ້າວ່າ ເພິ່ນດຳລົງຊີວິດທີ່ມີຄຸນຄ່າ? ສຳລັບມະນຸດແລ້ວ, ແມ່ນຫຍັງຄືຄຸນຄ່າຂອງເພິ່ນ? ຈາກມຸມມອງຂອງມະນຸດ, ເພິ່ນຄືຕົວແທນໃຫ້ກັບມະນຸດຊາດທີ່ພຣະເຈົ້າປາຖະໜາຈະຊ່ວຍໃຫ້ລອດພົ້ນ, ເປັນພະຍານທີ່ກຶກກ້ອງໃຫ້ແກ່ພຣະເຈົ້າຕໍ່ໜ້າຊາຕານ ແລະ ຜູ້ຄົນໃນແຜ່ນດິນໂລກ. ເພິ່ນໄດ້ປະຕິບັດຕາມໜ້າທີ່ຂອງສິ່ງທີ່ຖືກສ້າງຂອງພຣະເຈົ້າຄວນປະຕິບັດ, ເປັນແບບຢ່າງ ແລະ ເຮັດໜ້າທີ່ເປັນແບບຢ່າງສຳລັບທຸກຄົນທີ່ພຣະເຈົ້າປາຖະໜາຈະຊ່ວຍໃຫ້ລອດພົ້ນ, ເຮັດໃຫ້ຜູ້ຄົນໄດ້ເຫັນວ່າ ມັນເປັນໄປໄດ້ທີ່ຈະເອົາຊະນະເໜືອຊາຕານໂດຍການເພິ່ງພາພຣະເຈົ້າ. ແມ່ນຫຍັງຄືຄຸນຄ່າຂອງເພິ່ນຕໍ່ພຣະເຈົ້າ? ສຳລັບພຣະເຈົ້າແລ້ວ, ຄຸນຄ່າໃນຊີວິດຂອງໂຢບແມ່ນນອນຢູ່ໃນຄວາມສາມາດຂອງເພິ່ນທີ່ຈະຢຳເກງພຣະເຈົ້າ, ນະມັດສະການພຣະເຈົ້າ, ເປັນພະຍານເຖິງການກະທຳຂອງພຣະເຈົ້າ ແລະ ສັນລະເສີນການກະທຳຂອງພຣະເຈົ້າ, ນໍາຄວາມປອບໃຈ ແລະ ບາງສິ່ງມາໃຫ້ພຣະເຈົ້າຍິນດີ; ສຳລັບພຣະເຈົ້າແລ້ວ, ຄຸນຄ່າໃນຊີວິດຂອງໂຢບຍັງຢູ່ໃນວິທີທີ່ໂຢບໄດ້ຜະເຊີນກັບການທົດລອງ ແລະ ເອົາຊະນະເໜືອຊາຕານກ່ອນທີ່ເພິ່ນຈະຕາຍ ແລະ ເປັນພະຍານທີ່ກຶກກ້ອງໃຫ້ກັບພຣະເຈົ້າຕໍ່ໜ້າຊາຕານ ແລະ ຜູ້ຄົນເທິງແຜ່ນດິນໂລກ, ເພື່ອວ່າພຣະເຈົ້າຈະໄດ້ຮັບສະຫງ່າລາສີທ່າມກາງມະນຸດຊາດ, ປອບໂຍນຫົວໃຈຂອງພຣະເຈົ້າ ແລະ ເຮັດໃຫ້ຫົວໃຈທີ່ກະຕືລືລົ້ນຂອງພຣະເຈົ້າໄດ້ຫຼຽວເຫັນຜົນຕາມມາ ແລະ ເຫັນຄວາມຫວັງ. ຄຳພະຍານຂອງເພິ່ນໄດ້ເປັນແບບຢ່າງທີ່ບໍ່ເຄີຍມີມາກ່ອນສຳລັບຄວາມສາມາດຍຶດໝັ້ນໃນຄຳພະຍານຂອງຜູ້ໃດຜູ້ໜຶ່ງຕໍ່ພຣະເຈົ້າ ແລະ ສຳລັບຄວາມສາມາດທີ່ຈະເຮັດໃຫ້ຊາຕານອັບອາຍແທນພຣະເຈົ້າ, ໃນພາລະກິດແຫ່ງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ. ເຊິ່ງນີ້ບໍ່ແມ່ນຄຸນຄ່າໃນຊີວິດຂອງໂຢບບໍ? ໂຢບໄດ້ນໍາຄວາມປອບໂຍນມາສູ່ຫົວໃຈຂອງພຣະເຈົ້າ, ເຊິ່ງເພິ່ນໄດ້ເຮັດໃຫ້ພຣະເຈົ້າຊີມລົດຊາດເຖິງຄວາມເບີກບານໃນການໄດ້ຮັບສະຫງ່າລາສີ ແລະ ເພິ່ນໄດ້ສະໜອງການເລີ່ມຕົ້ນຢ່າງອັດສະຈັນຕໍ່ແຜນການຄຸ້ມຄອງຂອງພຣະເຈົ້າ. ຈາກຈຸດນີ້ເປັນຕົ້ນໄປ, ຊື່ຂອງໂຢບໄດ້ກາຍມາເປັນສັນຍາລັກຂອງພຣະເຈົ້າໄດ້ຮັບສະຫງ່າລາສີ ແລະ ເປັນສັນຍາລັກເຖິງໄຊຊະນະຂອງມະນຸດຊາດເໜືອຊາຕານ. ສິ່ງທີ່ໂຢບດຳລົງຊີວິດຕາມໃນລະຫວ່າງຊົ່ວຊີວິດຂອງເພິ່ນ, ພ້ອມທັງໄຊຊະນະທີ່ໂດດເດັ່ນຂອງເພິ່ນເໜືອຊາຕານຈະຖືກຖະໜອມໂດຍພຣະເຈົ້າຕະຫຼອດໄປ ແລະ ຄວາມສົມບູນ, ຄວາມຊື່ສັດ ແລະ ຄວາມຢຳເກງພຣະເຈົ້າຂອງເພິ່ນຈະເປັນທີ່ເຄົາລົບ ແລະ ເປັນແບບຢ່າງໃຫ້ແກ່ຄົນຮຸ່ນຕໍ່ໄປ ຕະຫຼອດໄປ. ເຂົາຈະຖືກຖະໜອມໂດຍພຣະເຈົ້າຕະຫຼອດໄປ ຄືກັບໄຂ່ມຸກທີ່ແຈ່ມໃສ, ມີແສງແວວວາວ ແລະ ເຂົາກໍສົມຄວນແກ່ການເຊີດຊູໂດຍມະນຸດເຊັ່ນກັນ!

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 61)

ກົດລະບຽບໃນຍຸກແຫ່ງພຣະບັນຍັດ

ພຣະບັນຍັດສິບປະການ

ຫຼັກການໃນການສ້າງແທ່ນບູຊາ

ກົດລະບຽບສຳລັບການປະຕິບັດຕໍ່ຄົນຮັບໃຊ້

ກົດລະບຽບສຳລັບການຂີ້ລັກ ແລະ ການຊົດເຊີຍ

ຮັກສາວັນຊະບາໂຕ ແລະ ບຸນສະຫຼອງທັງສາມ

ກົດລະບຽບສຳລັບວັນຊະບາໂຕ

ກົດລະບຽບສຳລັບການຖວາຍ

ການຖວາຍເຄື່ອງເຜົາບູຊາ

ການຖວາຍຜົນລະປູກ

ການຖວາຍເພື່ອສັນຕິສຸກ

ການຖວາຍຄວາມຜິດບາບ

ການຖວາຍການລະເມີດ

ກົດລະບຽບສຳລັບການຖວາຍໂດຍປະໂລຫິດ (ອາໂຣນ ແລະ ລູກຊາຍຂອງເພິ່ນແມ່ນຖືກສັ່ງໃຫ້ປະຕິບັດຕາມ)

ການຖວາຍເຄື່ອງເຜົາບູຊາໂດຍປະໂລຫິດ

ການຖວາຍຜົນລະປູກໂດຍປະໂລຫິດ

ການຖວາຍຄວາມຜິດບາບໂດຍປະໂລຫິດ

ການຖວາຍການລະເມີດໂດຍປະໂລຫິດ

ການຖວາຍເພື່ອສັນຕິສຸກໂດຍປະໂລຫິດ

ກົດລະບຽບສຳລັບການຮັບປະທານເຄື່ອງຖວາຍໂດຍປະໂລຫິດ

ສັດທີ່ບໍ່ມີມົນທິນ ແລະ ມີມົນທິນ (ສັດທີ່ສາມາດກິນໄດ້ ແລະ ບໍ່ສາມາດກິນໄດ້)

ກົດລະບຽບສຳລັບການຊໍາລະຜູ້ຍິງໃຫ້ບໍລິສຸດຫຼັງຈາກເກີດລູກ

ມາດຕະຖານສຳລັບການກວດພະຍາດຂີ້ທູດ

ກົດລະບຽບສຳລັບຄົນທີ່ຖືກຮັກສາຈາກພະຍາດຂີ້ທູດ

ກົດລະບຽບສຳລັບການຊໍາລະເຮືອນທີ່ຕິດເຊື້ອພະຍາດໃຫ້ສະອາດ

ກົດລະບຽບສຳລັບຄົນທີ່ມີອາການຖ່າຍຜິດປົກກະຕິ

ວັນລຶບລ້າງບາບທີ່ຕ້ອງຖືກປະຕິບັດໜຶ່ງຄັ້ງຕໍ່ປີ

ກົດລະບຽບສຳລັບການຂ້າງົວຄວາຍ ແລະ ແກະ

ການເກືອດຫ້າມສຳລັບການປະຕິບັດທີ່ເປັນຕາລັງກຽດຂອງຕ່າງຊາດ (ບໍ່ສົມສູ່ກັບຍາດຕິພີ່ນ້ອງ ແລະ ອື່ນໆ)

ກົດລະບຽບທີ່ຜູ້ຄົນຕ້ອງປະຕິບັດ (“ພວກເຈົ້າຕ້ອງບໍລິສຸດ ຍ້ອນວ່າເຮົາ ພຣະເຢໂຮວາທີ່ເປັນພຣະເຈົ້າຂອງເຈົ້າແມ່ນບໍລິສຸດ” (ກົດລະບຽບການເລວີ 19:2))

ການປະຫານຊີວິດຂອງຄົນທີ່ຖວາຍລູກຂອງພວກເຂົາໃຫ້ແກ່ພະໂມເລັກ

ກົດລະບຽບສຳລັບການລົງໂທດອາຊະຍາກຳໃນການທໍາມິດສາຈານ

ກົດລະບຽບທີ່ປະໂລຫິດຄວນປະຕິບັດ (ກົດລະບຽບສຳລັບພຶດຕິກຳປະຈຳວັນຂອງພວກເຂົາ, ກົດລະບຽບສຳລັບການກິນສິ່ງທີ່ບໍລິສຸດ, ກົດລະບຽບສຳລັບການຖວາຍ ແລະ ອື່ນໆ)

ບຸນສະຫຼອງທີ່ຄວນປະຕິບັດ (ວັນຊະບາໂຕ, ປັດສະຄາ, ວັນເພັນເຕຄໍສະເຕ, ວັນລຶບລ້າງບາບ ແລະ ອື່ນໆ)

ກົດລະບຽບອື່ນໆ (ການເຜົາຕະກຽງ, ປີແຫ່ງການສະເຫຼີມສະຫຼອງ, ການໄຖ່ດິນຄືນ, ການປະຕິຍານ, ການຖວາຍໜຶ່ງສ່ວນສິບ ແລະ ອື່ນໆ)

ກົດລະບຽບໃນຍຸກແຫ່ງພຣະບັນຍັດແມ່ນເຄື່ອງພິສູດທີ່ແທ້ຈິງເຖິງການນໍາພາຂອງພຣະເຈົ້າແຫ່ງມະນຸດຊາດທັງປວງ

ພວກເຈົ້າໄດ້ອ່ານກົດລະບຽບ ແລະ ຫຼັກການເຫຼົ່ານີ້ໃນຍຸກແຫ່ງພຣະບັນຍັດ, ແມ່ນບໍ? ກົດລະບຽບເຫຼົ່ານີ້ໄດ້ປົກຄຸມຂອບເຂດຢ່າງກວ້າງຂວາງບໍ? ກ່ອນອື່ນ, ພວກມັນປົກຄຸມພຣະບັນຍັດສິບປະການ, ຫຼັງຈາກນັ້ນ ກໍແມ່ນກົດລະບຽບສຳລັບການສ້າງແທ່ນບູຊາ ແລະ ອື່ນໆ. ສິ່ງເຫຼົ່ານີ້ແມ່ນຕາມມາດ້ວຍກົດລະບຽບສຳລັບການຮັກສາວັນຊະບາໂຕ ແລະ ການຮັກສາບຸນສະຫຼອງທັງສາມ, ຫຼັງຈາກນັ້ນແມ່ນກົດລະບຽບສຳລັບການຖວາຍ. ພວກເຈົ້າໄດ້ເຫັນບໍວ່າມີການຖວາຍຈັກປະເພດ? ມີການຖວາຍເຜົາບູຊາ, ການຖວາຍຜົນລະປູກ, ການຖວາຍເພື່ອສັນຕິສຸກ, ການຖວາຍຄວາມຜິດບາບ ແລະ ອື່ນໆ. ພວກມັນແມ່ນຕາມດ້ວຍກົດລະບຽບສຳລັບການຖວາຍຂອງປະໂລຫິດ, ລວມເຖິງການຖວາຍເຜົາບູຊາ ແລະ ການຖວາຍຜົນລະປູກໂດຍປະໂລຫິດ ແລະ ການຖວາຍປະເພດອື່ນໆ. ຂໍ້ທີ່ແປດຂອງກົດລະບຽບແມ່ນສຳລັບການກິນເຄື່ອງຖວາຍໂດຍປະໂລຫິດ. ແລ້ວກໍມີກົດລະບຽບທີ່ຄວນຖືກປະຕິບັດໃນລະຫວ່າງຊີວິດຂອງຜູ້ຄົນ. ມີຂໍ້ກຳນົດຕ່າງໆສຳລັບລັກສະນະຫຼາຍຢ່າງໃນຊີວິດຂອງຜູ້ຄົນ, ເຊັ່ນ: ກົດລະບຽບສຳລັບສິ່ງທີ່ພວກເຂົາອາດ ຫຼື ບໍ່ອາດກິນ, ສຳລັບການຊໍາລະລ້າງແມ່ຍິງໃຫ້ບໍລິສຸດຫຼັງຈາກເກີດລູກ ແລະ ສຳລັບຄົນທີ່ຖືກຮັກສາຈາກພະຍາດຂີ້ທູດ. ໃນກົດລະບຽບເຫຼົ່ານີ້, ພຣະເຈົ້າເຖິງກັບກ່າວເຖິງພະຍາດ ແລະ ແມ່ນແຕ່ກົດລະບຽບສຳລັບການຂ້າແກະ ແລະ ງົວຄວາຍ ແລະ ອື່ນໆ. ແກະ ແລະ ງົວຄວາຍແມ່ນຖືກສ້າງໂດຍພຣະເຈົ້າ ແລະ ເຈົ້າຄວນຂ້າພວກມັນຕາມທີ່ພຣະເຈົ້າບອກໃຫ້ເຈົ້າເຮັດ; ແນ່ນອນ ມີເຫດຜົນໃນພຣະທຳຂອງພຣະເຈົ້າ; ມັນເປັນການປະຕິບັດທີ່ຖືກຕ້ອງຢ່າງແນ່ນອນທີ່ບັນຍັດໂດຍພຣະເຈົ້າ ແລະ ມີປະໂຫຍດຕໍ່ຜູ້ຄົນຢ່າງແນ່ນອນ! ຍັງມີບຸນສະຫຼອງ ແລະ ກົດລະບຽບໃຫ້ປະຕິບັດ ເຊັ່ນ: ວັນຊະບາໂຕ, ປັດສະຄາ ແລະ ອື່ນໆອີກ, ພຣະເຈົ້າກ່າວເຖິງທຸກສິ່ງເຫຼົ່ານີ້. ໃຫ້ພວກເຮົາເບິ່ງສິ່ງສຸດທ້າຍ: ກົດລະບຽບອື່ນໆ ເຊັ່ນ: ການເຜົາຕະກຽງ, ປີແຫ່ງການສະເຫຼີມສະຫຼອງ, ການໄຖ່ດິນຄືນ, ການປະຕິຍານ, ການຖວາຍໜຶ່ງສ່ວນສິບ ແລະ ອື່ນໆ. ສິ່ງເຫຼົ່ານີ້ປົກຄຸມຂອບເຂດຢ່າງກວ້າງຂວາງບໍ? ສິ່ງທຳອິດທີ່ຈະເວົ້າເຖິງກໍຄືບັນຫາຂອງການຖວາຍຂອງຜູ້ຄົນ. ນອກນັ້ນກໍມີກົດລະບຽບສຳລັບການຂີ້ລັກ ແລະ ການຊົດເຊີຍ ແລະ ການຮັກສາວັນຊະບາໂຕ... ເຊິ່ງກ່ຽວພັນກັບລາຍລະອຽດຂອງຊີວິດທຸກປະການ. ນີ້ໝາຍຄວາມວ່າ ເມື່ອພຣະເຈົ້າເລີ່ມພາລະກິດແຫ່ງການຄຸ້ມຄອງຂອງພຣະອົງຢ່າງເປັນທາງການ, ພຣະອົງໄດ້ກຳນົດກົດລະບຽບຫຼາຍຢ່າງທີ່ມະນຸດຕ້ອງປະຕິບັດຕາມ. ກົດລະບຽບເຫຼົ່ານີ້ແມ່ນເພື່ອເຮັດໃຫ້ມະນຸດມີຊີວິດປົກກະຕິເທິງແຜ່ນດິນໂລກ, ຊີວິດທີ່ປົກກະຕິຂອງມະນຸດທີ່ບໍ່ສາມາດຕັດຂາດຈາກພຣະເຈົ້າ ແລະ ການນໍາພາຂອງພຣະອົງໄດ້. ກ່ອນອື່ນ ພຣະເຈົ້າບອກມະນຸດເຖິງວິທີສ້າງແທ່ນບູຊາ ແລະ ວິທີການສ້າງແທ່ນບູຊາ. ຫຼັງຈາກນັ້ນ, ພຣະອົງກໍບອກມະນຸດເຖິງວິທີການຖວາຍ ແລະ ຈັດຕັ້ງວິທີການທີ່ມະນຸດຕ້ອງດຳລົງຊີວິດຕາມ, ສິ່ງທີ່ເຂົາຕ້ອງໃສ່ໃຈໃນຊີວິດ, ສິ່ງທີ່ເຂົາຕ້ອງປະຕິບັດຕາມ ແລະ ສິ່ງທີ່ເຂົາຄວນ ແລະ ບໍ່ຄວນເຮັດ. ສິ່ງທີ່ພຣະເຈົ້າກຳນົດອອກໃຫ້ແກ່ມະນຸດແມ່ນປົກຄຸມທຸກສິ່ງ ແລະ ດ້ວຍທຳນຽມ, ກົດລະບຽບ ແລະ ຫຼັກການເຫຼົ່ານີ້ ພຣະອົງໄດ້ເຮັດໃຫ້ພຶດຕິກຳຂອງຜູ້ຄົນມີມາດຕະຖານ, ພຣະອົງນໍາພາຊີວິດຂອງພວກເຂົາ, ນໍາພາພວກເຂົາເລີ່ມຕົ້ນເຂົ້າສູ່ກົດລະບຽບຂອງພຣະເຈົ້າ, ນໍາພາພວກເຂົາໃຫ້ມາຢູ່ຕໍ່ໜ້າແທ່ນບູຊາຂອງພຣະເຈົ້າ, ນໍາພາພວກເຂົາໃນການມີຊີວິດທ່າມກາງສິ່ງທັງປວງທີ່ພຣະເຈົ້າໄດ້ສ້າງສຳລັບມະນຸດ ເຊິ່ງມີລະບຽບ, ມີຄວາມເປັນປົກກະຕິ ແລະ ຄວາມພໍປະມານ. ພຣະເຈົ້າໄດ້ໃຊ້ກົດລະບຽບ ແລະ ຫຼັກການທີ່ງ່າຍດາຍເຫຼົ່ານີ້ເພື່ອກຳນົດຂອບເຂດສຳລັບມະນຸດ, ເພື່ອວ່າຢູ່ເທິງແຜ່ນດິນໂລກ ມະນຸດຈະມີຊີວິດເປັນປົກກະຕິໃນການນະມັດສະການພຣະເຈົ້າ, ຈະມີຊີວິດປົກກະຕິຂອງມະນຸດ; ສິ່ງດັ່ງກ່າວແມ່ນເນື້ອຫາສະເພາະຂອງການເລີ່ມຕົ້ນແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ຂໍ້ກຳນົດ ແລະ ກົດລະບຽບປົກຄຸມເນື້ອຫາຢ່າງກວ້າງຂວາງ, ພວກມັນຄືກົດລະບຽບຂອງການນໍາພາມະນຸດຊາດໃນລະຫວ່າງຍຸກແຫ່ງພຣະບັນຍັດ, ພວກມັນຕ້ອງຖືກຍອມຮັບ ແລະ ເຊື່ອຟັງໂດຍຜູ້ຄົນທີ່ຢູ່ໃນຍຸກແຫ່ງພຣະບັນຍັດ, ພວກມັນຄືການບັນທຶກເຖິງພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ພວກມັນເຄື່ອງພິສູດແທ້ຈິງເຖິງຄວາມເປັນຜູ້ນໍາຂອງພຣະເຈົ້າ ແລະ ການນໍາພາມະນຸດຊາດທັງປວງ.

ມະນຸດຊາດແມ່ນບໍ່ສາມາດຕັດຂາດຈາກຄຳສັ່ງສອນ ແລະ ການສະໜອງຂອງພຣະເຈົ້າຕະຫຼອດໄປ

ໃນກົດລະບຽບເຫຼົ່ານີ້ ພວກເຮົາໄດ້ເຫັນເຖິງ ທ່າທີຂອງພຣະເຈົ້າຕໍ່ພາລະກິດຂອງພຣະອົງ, ຕໍ່ການຄຸ້ມຄອງຂອງພຣະອົງ ແລະ ຕໍ່ມະນຸດຊາດແມ່ນຈິງຈັງ, ຮອບຄອບ, ເຂັ້ມງວດ ແລະ ມີຄວາມຮັບຜິດຊອບ. ພຣະອົງປະຕິບັດພາລະກິດທີ່ພຣະອົງຕ້ອງເຮັດທ່າມກາງມະນຸດຊາດ ຕາມບາດກ້າວຂອງພຣະອົງ, ໂດຍບໍ່ມີຄວາມຂັດກັນ, ກ່າວພຣະທໍາທີ່ພຣະອົງຕ້ອງກ່າວຕໍ່ມະນຸດຊາດໂດຍບໍ່ມີຂໍ້ຜິດພາດ ຫຼື ການລະເວັ້ນແມ່ນແຕ່ໜ້ອຍດຽວ, ເຮັດໃຫ້ມະນຸດໄດ້ເຫັນວ່າເຂົາບໍ່ສາມາດຕັດຂາດຈາກຄວາມເປັນຜູ້ນໍາຂອງພຣະເຈົ້າໄດ້ ແລະ ສະແດງໃຫ້ເຂົາເຫັນວ່າ ທຸກສິ່ງທີ່ພຣະເຈົ້າເຮັດ ແລະ ເວົ້ານັ້ນສໍາຄັນສໍ່າໃດກັບມະນຸດຊາດ. ບໍ່ວ່າມະນຸດຈະເປັນແນວໃດໃນຍຸກຕໍ່ໄປ, ໃນການເລີ່ມຕົ້ນທຳອິດ, ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ພຣະເຈົ້າເຮັດສິ່ງທຳມະດາເຫຼົ່ານີ້. ສຳລັບພຣະເຈົ້າແລ້ວ, ແນວຄິດຂອງຜູ້ຄົນກ່ຽວກັບພຣະເຈົ້າ, ໂລກ ແລະ ມະນຸດຊາດໃນຍຸກນັ້ນແມ່ນບໍ່ມີນາມມະທໍາ ແລະ ຄຸມເຄືອ ແລະ ເຖິງແມ່ນພວກເຂົາມີແນວຄິດ ແລະ ເຈດຕະນາທີ່ມີຈິດສຳນຶກບາງຢ່າງ, ພວກເຂົາທັງໝົດບໍ່ຊັດເຈນ ແລະ ບໍ່ຖືກຕ້ອງ ແລະ ດ້ວຍເຫດນັ້ນ ມະນຸດຊາດຈຶ່ງບໍ່ສາມາດຕັດຂາດຈາກການສັ່ງສອນຂອງພຣະເຈົ້າ ແລະ ການສະໜອງສຳລັບພວກເຂົາ. ໃນໄລຍະເບື້ອງຕົ້ນ, ມະນຸດຊາດບໍ່ຮູ້ຈັກຫຍັງ ແລະ ດ້ວຍເຫດນັ້ນ ພຣະເຈົ້າຕ້ອງເລີ່ມສັ່ງສອນມະນຸດຈາກຫຼັກການທີ່ຜິວເຜີນ ແລະ ພື້ນຖານທີ່ສຸດສຳລັບຄວາມຢູ່ລອດ ແລະ ກົດລະບຽບທີ່ຈຳເປັນສຳລັບການດຳລົງຊີວິດ, ເຮັດໃຫ້ສິ່ງເຫຼົ່ານີ້ຝັງເລິກເຂົ້າໃນຫົວໃຈຂອງມະນຸດເທື່ອລະໜ້ອຍ. ໂດຍຜ່ານກົດລະບຽບເຫຼົ່ານີ້ ເຊິ່ງມາຈາກພຣະທຳ ແລະ ຜ່ານກົດເກນເຫຼົ່ານີ້, ພຣະອົງມອບຄວາມເຂົ້າໃຈເທື່ອລະໜ້ອຍກ່ຽວກັບພຣະອົງໃຫ້ແກ່ມະນຸດ, ເຮັດໃຫ້ຮູ້ເຖິງຄຸນຄ່າ ແລະ ຄວາມເຂົ້າໃຈເທື່ອລະໜ້ອຍກ່ຽວກັບຄວາມເປັນຜູ້ນໍາຂອງພຣະເຈົ້າ ແລະ ແນວຄິດພື້ນຖານກ່ຽວກັບຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດ. ເມື່ອນັ້ນ ພຣະເຈົ້າຈຶ່ງສາມາດປະຕິບັດພາລະກິດທີ່ພຣະອົງຈະເຮັດໃນອະນາຄົດເທື່ອລະໜ້ອຍ. ດ້ວຍເຫດນັ້ນ ກົດລະບຽບເຫຼົ່ານີ້ ແລະ ພາລະກິດທີ່ພຣະເຈົ້າໄດ້ປະຕິບັດໃນລະຫວ່າງຍຸກແຫ່ງພຣະບັນຍັດຄືຮາກຖານຂອງພາລະກິດຂອງພຣະອົງໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ເປັນຂັ້ນຕອນທຳອິດຂອງພາລະກິດໃນແຜນການຄຸ້ມຄອງຂອງພຣະເຈົ້າ. ເຖິງແມ່ນວ່າ ກ່ອນພາລະກິດຂອງຍຸກແຫ່ງພຣະບັນຍັດ, ພຣະເຈົ້າໄດ້ກ່າວແກ່ອາດາມ, ເອວາ ແລະ ເຊື້ອສາຍຂອງພວກເຂົາ, ຄຳສັ່ງ ແລະ ຄຳສັ່ງສອນເຫຼົ່ານັ້ນບໍ່ໄດ້ເປັນລະບົບ ຫຼື ບໍ່ໄດ້ວາງອອກເທື່ອລະຢ່າງແບບສະເພາະເຈາະຈົງໃຫ້ກັບມະນຸດ ແລະ ພວກມັນບໍ່ໄດ້ຖືກບັນທຶກໄວ້ ຫຼື ພວກມັນບໍ່ໄດ້ກາຍມາເປັນກົດລະບຽບ. ນັ້ນກໍຍ້ອນວ່າ ໃນເວລານັ້ນ ແຜນການຂອງພຣະເຈົ້າບໍ່ໄດ້ໄປໄກສໍ່ານັ້ນ; ມີພຽງເມື່ອພຣະເຈົ້າໄດ້ນໍາພາມະນຸດໄປສູ່ບາດກ້າວນີ້ ພຣະອົງຈຶ່ງເລີ່ມກ່າວກົດລະບຽບເຫຼົ່ານີ້ກ່ຽວກັບຍຸກແຫ່ງພຣະບັນຍັດ ແລະ ເລີ່ມເຮັດໃຫ້ມະນຸດປະຕິບັດກົດລະບຽບເຫຼົ່ານັ້ນ. ມັນຄືຂະບວນການທີ່ຈຳເປັນ ແລະ ຜົນຕາມມາແມ່ນຫຼີກເວັ້ນບໍ່ໄດ້. ທຳນຽມ ແລະ ກົດລະບຽບທຳມະດາເຫຼົ່ານີ້ສະແດງໃຫ້ມະນຸດເຫັນເຖິງຂັ້ນຕອນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະເຈົ້າທີ່ຖືກເປີດເຜີຍໃນແຜນການຄຸ້ມຄອງຂອງພຣະອົງ. ພຣະເຈົ້າຮູ້ວ່າ ເນື້ອຫາ ແລະ ວິທີໃດທີ່ຈະໃຊ້ເພື່ອເລີ່ມຕົ້ນ, ວິທີໃດທີ່ຈະໃຊ້ເພື່ອສືບຕໍ່ ແລະ ວິທີໃດທີ່ຈະໃຊ້ເພື່ອສິ້ນສຸດ ເພື່ອວ່າພຣະອົງຈະສາມາດໄດ້ຮັບກຸ່ມຜູ້ຄົນທີ່ເປັນພະຍານໃຫ້ແກ່ພຣະອົງ ແລະ ພຣະອົງຈະສາມາດຮັບເອົາກຸ່ມຄົນທີ່ມີຈິດໃຈດຽວກັນກັບພຣະອົງ. ພຣະອົງຮູ້ຈັກສິ່ງທີ່ຢູ່ພາຍໃນມະນຸດ ແລະ ຮູ້ຈັກສິ່ງທີ່ມະນຸດຂາດ. ພຣະອົງຮູ້ຈັກສິ່ງທີ່ພຣະອົງຕ້ອງສະໜອງ ແລະ ວິທີທີ່ພຣະອົງຄວນນໍາພາມະນຸດ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງຮູ້ຈັກສິ່ງທີ່ມະນຸດຄວນ ແລະ ບໍ່ຄວນເຮັດ. ມະນຸດເປັນຄືກັບຫຸ່ນຕຸກກະຕາ: ເຖິງແມ່ນມະນຸດບໍ່ມີຄວາມເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ, ເຂົາກໍບໍ່ສາມາດເຮັດຫຍັງໄດ້ ນອກຈາກຖືກນໍາພາໂດຍພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເທື່ອລະບາດກ້າວຈົນເຖິງປັດຈຸບັນ. ບໍ່ມີຄວາມສັບສົນໃນຫົວໃຈຂອງພຣະເຈົ້າກ່ຽວກັບສິ່ງທີ່ພຣະອົງຕ້ອງເຮັດ; ໃນຫົວໃຈຂອງພຣະອົງແມ່ນມີແຜນການທີ່ຊັດເຈນ ແລະ ແຈ່ມແຈ້ງຫຼາຍ ແລະ ພຣະອົງປະຕິບັດພາລະກິດທີ່ພຣະອົງເອງປາຖະໜາທີ່ຈະເຮັດຕາມບາດກ້າວຂອງພຣະອົງ ແລະ ແຜນການຂອງພຣະອົງ, ພັດທະນາຈາກຄວາມຜິວເຜີນໄປສູ່ຄວາມເລິກເຊິ່ງ. ເຖິງແມ່ນພຣະອົງບໍ່ໄດ້ລະບຸພາລະກິດທີ່ພຣະອົງຈະປະຕິບັດໃນອະນາຄົດ, ພາລະກິດຕໍ່ມາຂອງພຣະອົງຍັງສືບຕໍ່ປະຕິບັດ ແລະ ກ້າວໜ້າຢ່າງເຂັ້ມງວດຕາມແຜນການຂອງພຣະອົງ ເຊິ່ງເປັນການສະແດງອອກເຖິງສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ຍັງເປັນສິດອຳນາດຂອງພຣະເຈົ້າ. ບໍ່ວ່າແຜນການຄຸ້ມຄອງຂອງພຣະອົງທີ່ພຣະອົງປະຕິບັດນັ້ນຈະຢູ່ໃນຂັ້ນຕອນໃດກໍຕາມ, ອຸປະນິໄສຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງແມ່ນເປັນຕົວແທນໃຫ້ກັບພຣະອົງເອງ. ສິ່ງນີ້ຄືຄວາມເປັນຈິງ. ບໍ່ວ່າຈະເປັນອາຍຸ ຫຼື ຂັ້ນຕອນໃດຂອງພາລະກິດ, ຈະມີສິ່ງທີ່ບໍ່ປ່ຽນແປງຈັກເທື່ອ ເຊັ່ນ: ຜູ້ຄົນປະເພດໃດທີ່ພຣະເຈົ້າຮັກ, ຜູ້ຄົນປະເພດໃດທີ່ພຣະອົງລັງກຽດ, ອຸປະນິໄສຂອງພຣະອົງ ແລະ ທຸກສິ່ງທີ່ພຣະອົງມີ ແລະ ເປັນ. ເຖິງແມ່ນກົດລະບຽບ ແລະ ຫຼັກການເຫຼົ່ານີ້ທີ່ພຣະເຈົ້າຈັດຕັ້ງໃນລະຫວ່າງພາລະກິດໃນຍຸກແຫ່ງພຣະບັນຍັດເບິ່ງຄຶງງ່າຍ ແລະ ຜິວເຜີນຕໍ່ຜູ້ຄົນໃນປັດຈຸບັນ ແລະ ເຖິງແມ່ນຈະເຂົ້າໃຈ ແລະ ບັນລຸໄດ້ງ່າຍ, ສິ່ງເຫຼົ່ານັ້ນແມ່ນຍັງມີສະຕິປັນຍາຂອງພຣະເຈົ້າ ແລະ ຍັງມີອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ເພາະວ່າ ຢູ່ໃນກົດລະບຽບທີ່ປາກົດວ່າທຳມະດາເຫຼົ່ານີ້ສະແດງເຖິງຄວາມຮັບຜິດຊອບຂອງພຣະເຈົ້າ ແລະ ຄວາມຫ່ວງໃຍຕໍ່ມະນຸດຊາດ ພ້ອມດ້ວຍແກ່ນແທ້ອັນງົດງາມແຫ່ງຄວາມຄິດຂອງພຣະອົງ, ສະນັ້ນ ຈຶ່ງເຮັດໃຫ້ມະນຸດເຂົ້າໃຈຂໍ້ແທ້ຈິງຢ່າງແທ້ຈິງວ່າ ພຣະເຈົ້າປົກຄອງເໜືອສິ່ງທັງປວງ ແລະ ສິ່ງທັງປວງແມ່ນຖືກຄວບຄຸມດ້ວຍມືຂອງພຣະອົງ. ບໍ່ວ່າມະນຸດຊາດຈະຊ່ຽວຊານໃນຄວາມຮູ້ຫຼາຍສໍ່າໃດ ຫຼື ເຂົາເຂົ້າໃຈທິດສະດີ ຫຼື ຄວາມເລິກລັບຫຼາຍສໍ່າໃດ, ສຳລັບພຣະເຈົ້າແລ້ວ ບໍ່ມີຫຍັງໃນສິ່ງເຫຼົ່ານີ້ທີ່ສາມາດທົດແທນການສະໜອງຂອງພຣະອົງ ແລະ ຄວາມເປັນມະນຸດຂອງມະນຸດຊາດ; ມະນຸດຊາດຈະບໍ່ສາມາດຕັດຂາດອອກຈາກການນໍາພາຂອງພຣະເຈົ້າ ແລະ ພາລະກິດສ່ວນຕົວຂອງພຣະເຈົ້າຕະຫຼອດໄປ. ສິ່ງດັ່ງກ່າວຄືຄວາມສຳພັນທີ່ບໍ່ສາມາດຕັດຂາດລະຫວ່າງມະນຸດ ແລະ ພຣະເຈົ້າ. ບໍ່ວ່າພຣະເຈົ້າຈະມອບພຣະບັນຍັດ ຫຼື ກົດລະບຽບ ຫຼື ສະໜອງຄວາມຈິງໃຫ້ເຈົ້າໄດ້ເຂົ້າໃຈຄວາມປະສົງຂອງພຣະອົງ, ບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ, ເປົ້າໝາຍຂອງພຣະເຈົ້າແມ່ນເພື່ອນໍາພາມະນຸດໄປສູ່ອະນາຄົດທີ່ສວຍງາມ. ພຣະທຳທີ່ພຣະເຈົ້າໄດ້ກ່າວ ແລະ ພາລະກິດທີ່ພຣະອົງປະຕິບັດຄືການເປີດເຜີຍດ້ານໜຶ່ງຂອງແກ່ນແທ້ຂອງພຣະອົງ ແລະ ອີກດ້ານຄືການເປີດເຜີຍເຖິງອຸປະນິໄສຂອງພຣະອົງ ແລະ ສະຕິປັນຍາຂອງພຣະອົງ; ພວກມັນແມ່ນບາດກ້າວທີ່ບໍ່ສາມາດຕັດຂາດໄດ້ໃນແຜນການຄຸ້ມຄອງຂອງພຣະອົງ. ສິ່ງນີ້ຕ້ອງບໍ່ຖືກເບິ່ງຂ້າມ! ຄວາມປະສົງຂອງພຣະເຈົ້າປາກົດໃນທຸກສິ່ງທີ່ພຣະອົງເຮັດ; ພຣະເຈົ້າບໍ່ໄດ້ຢ້ານຄວາມຄິດເຫັນແບບຜິດໆ ຫຼື ພຣະອົງບໍ່ໄດ້ຢ້ານແນວຄິດ ຫຼື ຄວາມຄິດໃດໜຶ່ງຂອງມະນຸດທີ່ກ່ຽວກັບພຣະອົງ. ພຣະອົງພຽງແຕ່ປະຕິບັດພາລະກິດຂອງພຣະອົງ ແລະ ສືບຕໍ່ການຄຸ້ມຄອງຂອງພຣະອົງຕາມແຜນການຄຸ້ມຄອງຂອງພຣະອົງ ໂດຍບໍ່ຖືກຈຳກັດໂດຍບຸກຄົນ, ເຫດການ ຫຼື ວັດຖຸໃດໜຶ່ງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 62)

ການທົບທວນຄວາມຄິດ, ແນວຄິດ ແລະ ການກະທຳຂອງພຣະເຈົ້າ ນັບຕັ້ງແຕ່ທີ່ພຣະອົງໄດ້ເນລະມິດສ້າງແຜ່ນດິນໂລກ

ມື້ນີ້ ພວກເຮົາຈະສະຫຼຸບຄວາມຄິດ, ແນວຄິດຂອງພຣະເຈົ້າ ແລະ ທຸກການເຄື່ອນໄຫວນັບຕັ້ງແຕ່ທີ່ພຣະອົງໄດ້ເນລະມິດສ້າງມະນຸດຊາດ. ພວກເຮົາຈະເບິ່ງວ່າແມ່ນຫຍັງຄືພາລະກິດທີ່ພຣະອົງປະຕິບັດ ນັບຕັ້ງແຕ່ການເນລະມິດສ້າງໂລກຈົນເຖິງການເລີ່ມຕົ້ນຍຸກແຫ່ງພຣະຄຸນຢ່າງເປັນທາງການ. ແລ້ວພວກເຮົາກໍຈະສາມາດຄົ້ນພົບວ່າ ຄວາມຄິດ ແລະ ແນວຄິດອັນໃດຂອງພຣະເຈົ້າທີ່ມະນຸດບໍ່ຮູ້ຈັກ ແລະ ຈາກນັ້ນ ພວກເຮົາກໍຈະສາມາດເຫັນແຈ້ງເຖິງຄຳສັ່ງແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ເຂົ້າໃຈເຖິງບໍລິບົດທີ່ພຣະເຈົ້າສ້າງພາລະກິດການຄຸ້ມຄອງຂອງພຣະອົງ, ແຫຼ່ງກຳເນີດ ແລະ ຂະບວນການພັດທະນາຂອງພາລະກິດນັ້ນຢ່າງທົ່ວເຖິງ ແລະ ຍັງຈະເຂົ້າໃຈຢ່າງທົ່ວເຖິງວ່າພຣະອົງຕ້ອງການຜົນຫຍັງຈາກພາລະກິດການຄຸ້ມຄອງຂອງພຣະອົງ ນັ້ນກໍຄື ແກ່ນຫຼັກ ແລະ ເປົ້າໝາຍຂອງພາລະກິດການຄຸ້ມຄອງຂອງພຣະອົງ. ເພື່ອເຂົ້າໃຈສິ່ງຕ່າງໆເຫຼົ່ານີ້ ພວກເຮົາຈຳເປັນຕ້ອງກັບໄປຍັງເວລາທີ່ຫ່າງໄກ, ສະຫງົບ ແລະ ມິດງຽບ ຕອນທີ່ຍັງບໍ່ທັນມີມະນຸດເທື່ອ...

ພຣະເຈົ້າສ້າງຄົນທີ່ມີຊີວິດຄົນທຳອິດດ້ວຍຕົວເອງ

ເມື່ອພຣະເຈົ້າລຸກຂຶ້ນຈາກຕຽງນອນຂອງພຣະອົງ, ຄວາມຄິດທຳອິດທີ່ພຣະອົງມີກໍຄືສິ່ງນີ້: ການສ້າງຄົນທີ່ມີຊີວິດ, ມະນຸດທີ່ເປັນຈິງ ແລະ ມີຊີວິດ, ຜູ້ທີ່ຈະດຳລົງຊີວິດຢູ່ກັບພຣະອົງ ແລະ ເປັນເພື່ອນທີ່ຊື່ສັດຂອງພຣະອົງ; ບຸກຄົນນີ້ຈະສາມາດຟັງພຣະອົງ ແລະ ພຣະອົງກໍສາມາດໄວ້ວາງໃຈ ແລະ ລົມກັບເຂົາໄດ້. ແລ້ວເປັນຄັ້ງທໍາອິດທີ່ພຣະເຈົ້າໄດ້ຕັກເອົາຂີ້ດິນກຳໜຶ່ງ ແລະ ໃຊ້ມັນເພື່ອເນລະມິດສ້າງຄົນທີ່ມີຊີວິດຄົນທຳອິດ ຕາມລັກສະນະທີ່ພຣະອົງໄດ້ຈິນຕະນາການໃນຄວາມຄິດຂອງພຣະອົງ ແລະ ຫຼັງຈາກນັ້ນ ພຣະອົງກໍໃຫ້ຊື່ແກ່ສິ່ງທີ່ມີຊີວິດນີ້ວ່າ ອາດາມ. ຫຼັງຈາກທີ່ພຣະເຈົ້າມີຄົນທີ່ມີຊີວິດ ແລະ ມີລົມຫາຍໃຈນີ້ແລ້ວ, ພຣະອົງຮູ້ສຶກແນວໃດ? ເປັນຄັ້ງທຳອິດທີ່ພຣະອົງຮູ້ສຶກເຖິງຄວາມປິຕິຍິນດີທີ່ມີຄົນອັນເປັນທີ່ຮັກ ແລະ ເປັນເພື່ອນ. ພຣະອົງຍັງຮູ້ສຶກເຖິງຄວາມຮັບຜິດຊອບໃນການເປັນບິດາຄັ້ງທຳອິດ ແລະ ຄວາມກັງວົນໃຈທີ່ມາພ້ອມກັບຄວາມຮັບຜິດຊອບນັ້ນ. ຄົນທີ່ມີຊີວິດ ແລະ ມີລົມຫາຍໃຈນີ້ໄດ້ນໍາຄວາມສຸກ ແລະ ຄວາມປິຕິຍິນດີມາສູ່ພຣະເຈົ້າ; ພຣະອົງຮູ້ສຶກສະບາຍໃຈເປັນຄັ້ງທຳອິດ. ນີ້ແມ່ນສິ່ງທຳອິດທີ່ພຣະເຈົ້າໄດ້ເຮັດທີ່ບໍ່ໄດ້ຖືກເຮັດໃຫ້ສຳເລັດດ້ວຍຄວາມຄິດ ຫຼື ແມ່ນແຕ່ພຣະທຳຂອງພຣະອົງ, ແຕ່ຖືກເຮັດໃຫ້ສຳເລັດດ້ວຍມືຂອງພຣະອົງເອງ. ເມື່ອສິ່ງມີຊີວິດປະເພດນີ້ ນັ້ນກໍຄື ຄົນທີ່ມີຊີວິດ ແລະ ມີລົມຫາຍໃຈໄດ້ຢືນຢູ່ຕໍ່ໜ້າພຣະເຈົ້າ, ຖືກສ້າງຈາກເນື້ອໜັງ ແລະ ເລືອດ, ມີຮ່າງກາຍ ແລະ ຮູບຮ່າງ ແລະ ສາມາດເວົ້າກັບພຣະເຈົ້າໄດ້, ພຣະອົງກໍມີຄວາມປິຕິຍິນດີທີ່ພຣະອົງບໍ່ເຄີຍຮູ້ສຶກມາກ່ອນ. ພຣະເຈົ້າຮູ້ສຶກເຖິງຄວາມຮັບຜິດຊອບຂອງພຣະອົງຢ່າງແທ້ຈິງ ແລະ ສິ່ງມີຊີວິດນີ້ບໍ່ພຽງແຕ່ດຶງດູດຫົວໃຈຂອງພຣະອົງ ແຕ່ຍັງເຮັດໃຫ້ອົບອຸ່ນ ແລະ ດົນບັນດານຫົວໃຈຂອງພຣະອົງດ້ວຍທຸກການເຄື່ອນໄຫວເລັກນ້ອຍທີ່ເຂົາເຮັດ. ເມື່ອສິ່ງມີຊີວິດນີ້ຢືນຢູ່ຕໍ່ໜ້າພຣະເຈົ້າ, ມັນກໍເປັນຄັ້ງທຳອິດທີ່ພຣະອົງມີຄວາມຄິດຈະຮັບເອົາຜູ້ຄົນແບບນີ້ເພີ່ມຂຶ້ນອີກ. ນີ້ແມ່ນເຫດການຕາມລຳດັບທີ່ເລີ່ມຕົ້ນດ້ວຍຄວາມຄິດທຳອິດຂອງພຣະເຈົ້າ. ສຳລັບພຣະເຈົ້າແລ້ວ ທຸກເຫດການເຫຼົ່ານີ້ແມ່ນເກີດຂຶ້ນເປັນຄັ້ງທຳອິດ, ແຕ່ໃນເຫດການຄັ້ງທຳອິດເຫຼົ່ານີ້, ບໍ່ວ່າພຣະອົງຈະຮູ້ສຶກຫຍັງກໍຕາມໃນເວລານັ້ນ ເຊັ່ນ: ຄວາມປິຕິຍິນດີ, ຄວາມຮັບຜິດຊອບ ແລະ ຄວາມກັງວົນໃຈ, ບໍ່ມີຜູ້ໃດໃຫ້ພຣະອົງແບ່ງປັນຄວາມຮູ້ສຶກເຫຼົ່ານີ້ນໍາ. ນັບຕັ້ງແຕ່ຈາກຊ່ວງເວລານັ້ນເປັນຕົ້ນມາ, ພຣະເຈົ້າກໍຮູ້ສຶກເຖິງຄວາມໂດດດ່ຽວ ແລະ ຄວາມໂສກເສົ້າທີ່ພຣະອົງບໍ່ເຄີຍຜະເຊີນມາກ່ອນ. ພຣະອົງຮູ້ສຶກວ່າ ມະນຸດບໍ່ສາມາດຮັບເອົາ ຫຼື ຢັ່ງເຖິງຄວາມຮັກ ແລະ ຄວາມກັງວົນໃຈ ຫຼື ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດ, ສະນັ້ນ ພຣະອົງຈຶ່ງຍັງຮູ້ສຶກໂສກເສົ້າ ແລະ ເຈັບປວດໃນຫົວໃຈຂອງພຣະອົງ. ເຖິງແມ່ນພຣະອົງໄດ້ເຮັດສິ່ງເຫຼົ່ານີ້ເພື່ອມະນຸດ, ມະນຸດກໍບໍ່ໄດ້ຮູ້ຈັກ ແລະ ບໍ່ເຂົ້າໃຈສິ່ງນັ້ນເລີຍ. ນອກຈາກຄວາມສຸກ, ຄວາມປິຕິຍິນດີ ແລະ ຄວາມສະບາຍໃຈທີ່ມະນຸດນໍາມາໃຫ້ກັບພຣະອົງແລ້ວ ເຂົາຍັງໄດ້ນໍາເອົາຄວາມໂສກເສົ້າ ແລະ ຄວາມໂດດດ່ຽວມາສູ່ພຣະອົງເປັນຄັ້ງທຳອິດຢ່າງໄວວາອີກດ້ວຍ. ສິ່ງເຫຼົ່ານີ້ຄືຄວາມຄິດ ແລະ ຄວາມຮູ້ສຶກຂອງພຣະເຈົ້າໃນເວລານັ້ນ. ໃນຂະນະທີ່ພຣະເຈົ້າກຳລັງເຮັດທຸກສິ່ງເຫຼົ່ານີ້, ໃນຫົວໃຈຂອງພຣະອົງກໍປ່ຽນຈາກຄວາມປິຕິຍິນດີກາຍເປັນຄວາມໂສກເສົ້າ ແລະ ຈາກຄວາມໂສກເສົ້າກາຍເປັນຄວາມເຈັບປວດ ແລະ ຄວາມຮູ້ສຶກເຫຼົ່ານີ້ກໍປະກອບໄປດ້ວຍຄວາມກະວົນກະວາຍໃຈ. ສິ່ງທີ່ພຣະອົງຕ້ອງການເຮັດແມ່ນເພື່ອເຮັດໃຫ້ບຸກຄົນນີ້, ມະນຸດຊາດຄົນນີ້ຮູ້ຈັກເຖິງສິ່ງທີ່ຢູ່ໃນຫົວໃຈຂອງພຣະອົງ ແລະ ເຂົ້າໃຈເຖິງເຈດຕະນາຂອງພຣະອົງໂດຍໄວເທົ່ານັ້ນ. ເພື່ອວ່າພວກເຂົາຈະສາມາດກາຍມາເປັນຜູ້ຕິດຕາມພຣະອົງ ແລະ ແບ່ງປັນຄວາມຄິດຂອງພຣະອົງ ແລະ ເຫັນພ້ອມກັບຄວາມປະສົງຂອງພຣະອົງ. ພວກເຂົາຈະບໍ່ພຽງແຕ່ຟັງພຣະເຈົ້າກ່າວ ແລະ ນິ້ງເສີຍອີກຕໍ່ໄປ; ພວກເຂົາຈະໄດ້ຮູ້ຈັກເຖິງວິທີການເຂົ້າຮ່ວມກັບພຣະເຈົ້າໃນພາລະກິດຂອງພຣະອົງ; ເໜືອສິ່ງອື່ນໃດ, ພວກເຂົາຈະບໍ່ເປັນຜູ້ຄົນທີ່ເມີນເສີຍຕໍ່ການຮຽກຮ້ອງຂອງພຣະເຈົ້າອີກຕໍ່ໄປ. ສິ່ງທຳອິດເຫຼົ່ານີ້ທີ່ພຣະເຈົ້າເຮັດແມ່ນມີຄວາມໝາຍຫຼາຍ ແລະ ມີຄຸນຄ່າຢ່າງໃຫຍ່ຫຼວງສຳລັບແຜນການຄຸ້ມຄອງຂອງພຣະອົງ ແລະ ສຳລັບມະນຸດໃນປັດຈຸບັນ.

ຫຼັງຈາກການເນລະມິດສ້າງສັບພະທຸກສິ່ງ ແລະ ມະນຸດຊາດ, ພຣະເຈົ້າກໍບໍ່ໄດ້ພັກຜ່ອນ. ພຣະອົງກະວົນກະວາຍໃຈ ແລະ ຮ້ອນຮົນທີ່ຈະປະຕິບັດການຄຸ້ມຄອງຂອງພຣະອົງ ແລະ ຮັບເອົາຜູ້ຄົນທີ່ພຣະອົງຮັກຫຼາຍໃນທ່າມກາງມະນຸດຊາດ.

ພຣະເຈົ້າດຳເນີນຊຸດພາລະກິດທີ່ບໍ່ເຄີຍມີມາກ່ອນໃນຊ່ວງເວລາຍຸກແຫ່ງພຣະບັນຍັດ

ຕໍ່ມາ, ບໍ່ດົນຫຼັງຈາກທີ່ພຣະເຈົ້າໄດ້ເນລະມິດສ້າງມະນຸດ, ພວກເຮົາກໍໄດ້ເຫັນຈາກພຣະຄຳພີວ່າມີນໍ້າຖ້ວມຄັ້ງໃຫຍ່ທົ່ວໂລກ. ໂນອາແມ່ນຖືກກ່າວເຖິງໃນການບັນທຶກເລື່ອງນໍ້າຖ້ວມ ແລະ ມັນສາມາດເວົ້າໄດ້ວ່າ ໂນອາເປັນຄົນທຳອິດທີ່ໄດ້ຮັບເອົາການເອີ້ນຈາກພຣະເຈົ້າໃຫ້ປະຕິບັດພາລະກິດກັບພຣະອົງເພື່ອສຳເລັດໜ້າທີ່ຂອງພຣະເຈົ້າ. ແນ່ນອນ, ນີ້ຍັງເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ຮຽກເອີ້ນຄົນໃດໜຶ່ງເທິງແຜ່ນດິນໂລກເພື່ອເຮັດບາງສິ່ງຕາມຄຳສັ່ງຂອງພຣະອົງ. ຫຼັງຈາກທີ່ໂນອາໄດ້ສຳເລັດການສ້າງເຮືອແລ້ວ, ພຣະເຈົ້າກໍເຮັດໃຫ້ນໍ້າຖ້ວມແຜ່ນດິນໂລກເປັນຄັ້ງທຳອິດ. ເມື່ອພຣະເຈົ້າທຳລາຍແຜ່ນດິນໂລກດ້ວຍນໍ້າຖ້ວມ, ມັນກໍເປັນຄັ້ງທຳອິດນັບຕັ້ງແຕ່ການເນລະມິດສ້າງມະນຸດທີ່ພຣະອົງຮູ້ສຶກເຕັມລົ້ນໄປດ້ວຍຄວາມລັງກຽດຕໍ່ພວກເຂົາ; ນີ້ຄືສິ່ງທີ່ບັງຄັບໃຫ້ພຣະເຈົ້າຕັດສິນໃຈຢ່າງເຈັບປວດເພື່ອທຳລາຍມະນຸດຊາດນີ້ຜ່ານທາງນໍ້າຖ້ວມ. ຫຼັງຈາກທີ່ນໍ້າຖ້ວມໄດ້ທຳລາຍແຜ່ນດິນໂລກ, ພຣະເຈົ້າກໍເຮັດພັນທະສັນຍາທຳອິດຂອງພຣະອົງກັບມະນຸດ, ພັນທະສັນຍາເພື່ອສະແດງວ່າ ພຣະອົງຈະບໍ່ທຳລາຍໂລກດ້ວຍນໍ້າຖ້ວມອີກຈັກເທື່ອ. ສັນຍາລັກຂອງພັນທະສັນຍານີ້ກໍຄືຮຸ້ງກິນນໍ້າ. ນີ້ແມ່ນພັນທະສັນຍາທຳອິດຂອງພຣະເຈົ້າກັບມະນຸດຊາດ, ສະນັ້ນຮຸ້ງກິນນໍ້າຈຶ່ງເປັນສັນຍາລັກທຳອິດແຫ່ງພັນທະສັນຍາທີ່ພຣະເຈົ້າໄດ້ມອບໃຫ້; ຮຸ້ງກິນນໍ້າແມ່ນສິ່ງທີ່ມີຢູ່ຈິງ ມັນຍ້ອນການມີຢູ່ຂອງຮຸ້ງກິນນໍ້າ ທີ່ເຮັດໃຫ້ພຣະເຈົ້າຮູ້ສຶກໂສກເສົ້າຢູ່ເລື້ອຍໆສຳລັບມະນຸດຊາດໃນອະດີດທີ່ພຣະອົງໄດ້ສູນເສຍ ແລະ ມັນເປັນເຄື່ອງເຕືອນໃຈໃຫ້ກັບພຣະອົງຕະຫຼອດເວລາກ່ຽວກັບສິ່ງທີ່ເກີດຂຶ້ນກັບພວກເຂົາ... ພຣະເຈົ້າຈະບໍ່ເຮັດໃຫ້ບາດກ້າວຂອງພຣະອົງຊ້າລົງ, ພຣະອົງກະວົນກະວາຍໃຈ ແລະ ຮ້ອນຮົນທີ່ຈະເຮັດບາດກ້າວຕໍ່ໄປໃນການຄຸ້ມຄອງຂອງພຣະອົງ. ຕໍ່ມາ, ພຣະເຈົ້າກໍໄດ້ເລືອກອັບຣາຮາມໃຫ້ເປັນທາງເລືອກທຳອິດຂອງພຣະອົງສຳລັບພາລະກິດຂອງພຣະອົງທົ່ວອິດສະຣາເອນ. ນີ້ຍັງແມ່ນຄັ້ງທຳອິດທີ່ພຣະເຈົ້າໄດ້ຄັດເລືອກເອົາຜູ້ສະໝັກແບບນີ້. ພຣະເຈົ້າຕັ້ງໃຈທີ່ຈະເລີ່ມປະຕິບັດພາລະກິດແຫ່ງການຊ່ວຍມະນຸດຊາດໃຫ້ລອດພົ້ນຂອງພຣະອົງຜ່ານທາງບຸກຄົນນີ້ ແລະ ສືບຕໍ່ພາລະກິດຂອງພຣະອົງທ່າມກາງເຊື້ອສາຍຂອງບຸກຄົນນີ້. ພວກເຮົາສາມາດເຫັນໄດ້ໃນພຣະຄຳພີວ່າ ນີ້ແມ່ນສິ່ງທີ່ພຣະເຈົ້າໄດ້ເຮັດກັບອັບຣາຮາມ. ແລ້ວພຣະເຈົ້າກໍໄດ້ເຮັດໃຫ້ອິດສະຣາເອນກາຍເປັນດິນແດນທຳອິດທີ່ຖືກເລືອກ ແລະ ເລີ່ມຕົ້ນພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດຜ່ານຜູ້ຄົນທີ່ຖືກເລືອກຂອງພຣະອົງ ນັ້ນກໍຄື ຊາວອິດສະຣາເອນ. ອີກຄັ້ງ ມັນເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ອອກກົດລະບຽບ ແລະ ພຣະບັນຍັດຢ່າງຈະແຈ້ງໃຫ້ແກ່ຊາວອິດສະຣາເອນ ເຊິ່ງເປັນສິ່ງທີ່ມະນຸດຄວນປະຕິບັດຕາມ ແລະ ພຣະອົງກໍອະທິບາຍສິ່ງເຫຼົ່ານັ້ນຢ່າງລະອຽດ. ນີ້ແມ່ນຄັ້ງທຳອິດທີ່ພຣະເຈົ້າໄດ້ວາງກົດລະບຽບໂດຍສະເພາະ ແລະ ມີມາດຕະຖານດັ່ງກ່າວໃຫ້ແກ່ມະນຸດ ກ່ຽວກັບວິທີທີ່ພວກເຂົາຄວນຖວາຍເຄື່ອງບູຊາ, ວິທີທີ່ພວກເຂົາຄວນດຳລົງຊີວິດ, ສິ່ງທີ່ພວກເຂົາຄວນເຮັດ ແລະ ບໍ່ຄວນເຮັດ, ບຸນສະຫຼອງ ແລະ ວັນໃດທີ່ພວກເຂົາຄວນຮັກສາ ແລະ ຫຼັກການໃຫ້ປະຕິບັດຕາມໃນທຸກສິ່ງທີ່ພວກເຂົາເຮັດ. ນີ້ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ວາງກົດລະບຽບ ແລະ ຫຼັກການຢ່າງລະອຽດ ແລະ ມີມາດຕະຖານໃຫ້ແກ່ມະນຸດຊາດ ກ່ຽວກັບວິທີການດຳລົງຊີວິດຂອງພວກເຂົາ.

ໃນແຕ່ລະຄັ້ງທີ່ເຮົາເວົ້າວ່າ: “ຄັ້ງທຳອິດ”, ມັນໝາຍເຖິງປະເພດຂອງພາລະກິດທີ່ພຣະເຈົ້າບໍ່ເຄີຍເຮັດມາກ່ອນ. ມັນໝາຍເຖິງພາລະກິດທີ່ບໍ່ເຄີຍມີມາກ່ອນ ແລະ ເຖິງແມ່ນພຣະເຈົ້າໄດ້ເນລະມິດສ້າງມະນຸດຊາດ ແລະ ສັດ ແລະ ສິ່ງມີຊີວິດທຸກຮູບແບບ, ນີ້ກໍເປັນພາລະກິດປະເພດທີ່ພຣະອົງບໍ່ເຄີຍເຮັດມາກ່ອນ. ທຸກພາລະກິດນີ້ແມ່ນພົວພັນເຖິງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ; ມັນລ້ວນແລ້ວແຕ່ກ່ຽວຂ້ອງກັບຜູ້ຄົນ ແລະ ຄວາມລອດພົ້ນ ແລະ ການຄຸ້ມຄອງພວກເຂົາຂອງພຣະອົງ. ຫຼັງຈາກອັບຣາຮາມ, ພຣະເຈົ້າກໍເຮັດສິ່ງທຳອິດອີກຄັ້ງ, ພຣະອົງເລືອກໂຢບໃຫ້ເປັນຄົນທຳອິດທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດ ແລະ ເປັນຄົນທີ່ສາມາດທົນຕໍ່ການລໍ້ລວງຂອງຊາຕານ ໃນຂະນະທີ່ສືບຕໍ່ຢຳເກງພຣະເຈົ້າ, ຫຼີກເວັ້ນສິ່ງຊົ່ວຮ້າຍ ແລະ ຢືນເປັນພະຍານໃຫ້ແກ່ພຣະເຈົ້າ. ນີ້ຍັງເປັນຄັ້ງທຳອິດທີ່ພຣະເຈົ້າຍອມໃຫ້ຊາຕານລໍ້ລວງບຸກຄົນໃດໜຶ່ງ ແລະ ເປັນຄັ້ງທຳອິດທີ່ພຣະອົງເດີມພັນກັບຊາຕານ. ໃນທີ່ສຸດກໍເປັນຄັ້ງທຳອິດທີ່ພຣະອົງໄດ້ຮັບເອົາຜູ້ໃດຜູ້ໜຶ່ງທີ່ສາມາດຢືນເປັນພະຍານໃຫ້ແກ່ພຣະອົງ ໃນຂະນະທີ່ຜະເຊີນໜ້າກັບຊາຕານ ແລະ ຜູ້ໃດຜູ້ໜຶ່ງທີ່ສາມາດເຮັດໃຫ້ຊາຕານອັບອາຍຢ່າງສິ້ນເຊີງ. ນັບຕັ້ງແຕ່ພຣະເຈົ້າເນລະມິດສ້າງມະນຸດຊາດ, ນີ້ແມ່ນບຸກຄົນທຳອິດທີ່ພຣະອົງໄດ້ຮັບເອົາ ຜູ້ທີ່ສາມາດເປັນພະຍານໃຫ້ແກ່ພຣະອົງໄດ້. ຫຼັງຈາກທີ່ພຣະອົງໄດ້ຮັບເອົາມະນຸດຄົນນີ້, ພຣະເຈົ້າກໍຍິ່ງຮ້ອນຮົນຫຼາຍຂຶ້ນທີ່ຈະສືບຕໍ່ການຄຸ້ມຄອງຂອງພຣະອົງ ແລະ ປະຕິບັດຂັ້ນຕອນຕໍ່ໄປໃນພາລະກິດຂອງພຣະອົງ, ຈັດກຽມສະຖານທີ່ ແລະ ຜູ້ຄົນທີ່ພຣະອົງຈະເລືອກສຳລັບບາດກ້າວຕໍ່ໄປໃນພາລະກິດຂອງພຣະອົງ.

ຫຼັງຈາກທີ່ໄດ້ສົນທະນາກ່ຽວກັບທຸກສິ່ງນີ້ແລ້ວ, ພວກເຈົ້າມີຄວາມເຂົ້າໃຈຢ່າງແທ້ຈິງກ່ຽວກັບຄວາມປະສົງຂອງພຣະເຈົ້າບໍ່? ພຣະເຈົ້າພິຈາລະນາກໍລະນີນີ້ໃນການຄຸ້ມຄອງມະນຸດຊາດຂອງພຣະອົງ ແລະ ໃນຄວາມລອດພົ້ນຂອງມະນຸດຊາດຂອງພຣະອົງ ເປັນສິ່ງທີ່ສຳຄັນເໜືອກວ່າສິ່ງອື່ນໃດ. ພຣະອົງເຮັດສິ່ງຕ່າງໆເຫຼົ່ານີ້ບໍ່ພຽງແຕ່ດ້ວຍຄວາມຄິດຂອງພຣະອົງ, ບໍ່ພຽງແຕ່ດ້ວຍພຣະທຳຂອງພຣະອົງ ແລະ ບໍ່ແມ່ນດ້ວຍລັກສະນະທີ່ບັງເອີນຢ່າງແນ່ນອນ, ພຣະອົງເຮັດທຸກສິ່ງເຫຼົ່ານີ້ດ້ວຍແຜນການ, ດ້ວຍເປົ້າໝາຍ, ດ້ວຍມາດຕະຖານ ແລະ ດ້ວຍຄວາມປະສົງຂອງພຣະອົງ. ມັນຊັດເຈນແລ້ວວ່າ ພາລະກິດນີ້ເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບທັງພຣະເຈົ້າ ແລະ ມະນຸດ. ບໍ່ວ່າພາລະກິດຈະຍາກສໍ່າໃດກໍຕາມ, ບໍ່ວ່າອຸປະສັກຈະໃຫຍ່ສໍ່າໃດກໍຕາມ, ບໍ່ວ່າມະນຸດຈະອ່ອນແອສໍ່າໃດກໍຕາມ ຫຼື ຄວາມກະບົດຂອງມະນຸດຊາດຈະຮ້າຍແຮງສໍ່າໃດກໍຕາມ, ບໍ່ມີຫຍັງໃນສິ່ງນີ້ທີ່ຍາກສຳລັບພຣະເຈົ້າ. ພຣະເຈົ້າເຮັດໃຫ້ຕົນເອງບໍ່ຫວ່າງ, ເສຍສະຫຼະຄວາມພະຍາຍາມອັນເຈັບປວດຂອງພຣະອົງ ແລະ ຄຸ້ມຄອງພາລະກິດທີ່ພຣະອົງເອງຕ້ອງການປະຕິບັດສະເໝີ. ພຣະອົງຍັງຈັດກຽມທຸກສິ່ງ ແລະ ໃຊ້ອຳນາດອະທິປະໄຕຂອງພຣະອົງເໜືອທຸກຄົນທີ່ພຣະອົງຈະປະຕິບັດພາລະກິດນໍາ ແລະ ທຸກພາລະກິດທີ່ພຣະອົງຕ້ອງການເຮັດໃຫ້ສຳເລັດ, ບໍ່ມີຫຍັງໃນສິ່ງນີ້ທີ່ເຄີຍຖືກເຮັດມາກ່ອນ. ນີ້ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ໃຊ້ວິທີການເຫຼົ່ານີ້ ແລະ ຈ່າຍລາຄາອັນຍິ່ງໃຫຍ່ແບບນີ້ ສຳລັບໂຄງການອັນໃຫຍ່ຫຼວງໃນການຄຸ້ມຄອງ ແລະ ຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນນີ້. ໃນຂະນະທີ່ພຣະເຈົ້າກຳລັງປະຕິບັດພາລະກິດນີ້, ພຣະອົງສຳແດງ ແລະ ເປີດເຜີຍຄວາມພະຍາຍາມອັນເຈັບປວດຂອງພຣະອົງ ສິ່ງທີ່ພຣະອົງມີ ແລະ ເປັນ, ສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະອົງ ແລະ ທຸກດ້ານໃນອຸປະນິໄສຂອງພຣະອົງ ໃຫ້ແກ່ມະນຸດຊາດເທື່ອລະໜ້ອຍໂດຍບໍ່ມີການສະຫງວນໃດໆ. ພຣະອົງເປີດເຜີຍ ແລະ ສະແດງສິ່ງເຫຼົ່ານີ້ດັ່ງທີ່ພຣະອົງບໍ່ເຄີຍເຮັດມາກ່ອນ. ສະນັ້ນ ໃນຈັກກະວານທັງປວງ ນອກຈາກຜູ້ຄົນທີ່ພຣະເຈົ້າຕັ້ງໃຈຈະຄຸ້ມຄອງ ແລະ ຊ່ວຍໃຫ້ລອດພົ້ນແລ້ວ ກໍບໍ່ມີສິ່ງມີຊີວິດໃດທີ່ໄດ້ໃກ້ຊິດກັບພຣະເຈົ້າແບບນີ້, ທີ່ມີຄວາມສຳພັນຢ່າງສະໜິດສະໜົມກັບພຣະອົງແບບນີ້. ໃນຫົວໃຈຂອງພຣະອົງ, ມະນຸດຊາດທີ່ພຣະອົງຕ້ອງການຄຸ້ມຄອງ ແລະ ຊ່ວຍໃຫ້ລອດພົ້ນ ແມ່ນສຳຄັນທີ່ສຸດ; ພຣະອົງເຊີດຊູມະນຸດຊາດນີ້ເໜືອສິ່ງອື່ນໃດ. ເຖິງແມ່ນພຣະອົງໄດ້ຈ່າຍລາຄາອັນຍິ່ງໃຫຍ່ສຳລັບພວກເຂົາ ແລະ ເຖິງແມ່ນພຣະອົງຖືກພວກເຂົາທຳຮ້າຍ ແລະ ບໍ່ເຊື່ອຟັງຢ່າງຕໍ່ເນື່ອງ, ພຣະອົງກໍບໍ່ເຄີຍປະຖິ້ມພວກເຂົາ ແລະ ສືບຕໍ່ພາລະກິດຂອງພຣະອົງຢ່າງບໍ່ອິດເມື່ອຍ, ໂດຍບໍ່ມີຄຳຕໍ່ວ່າ ຫຼື ຄວາມເສຍໃຈ. ນີ້ກໍຍ້ອນພຣະອົງຮູ້ວ່າ ໃນອີກບໍ່ດົນ ຜູ້ຄົນກໍຈະຕື່ນຕົວຕໍ່ການຮຽກເອີ້ນຂອງພຣະອົງ ແລະ ຖືກດົນບັນດານດ້ວຍພຣະທຳຂອງພຣະອົງ, ຮັບຮູ້ວ່າພຣະອົງເປັນພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ ແລະ ກັບຄືນສູ່ຂ້າງຂອງພຣະອົງ...

ຫຼັງຈາກທີ່ໄດ້ຍິນທຸກສິ່ງນີ້ໃນມື້ນີ້, ພວກເຈົ້າອາດຮູ້ສຶກວ່າ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນທຳມະດາຫຼາຍ. ມັນເບິ່ງຄືກັບວ່າ ມະນຸດໄດ້ຮູ້ສຶກເຖິງເຈດຕະນາບາງຢ່າງຂອງພຣະເຈົ້າສຳລັບພວກເຂົາຈາກພຣະທຳຂອງພຣະອົງ ແລະ ຈາກພາລະກິດຂອງພຣະອົງຢູ່ສະເໝີ, ແຕ່ມີໄລຍະຫ່າງໃດໜຶ່ງລະຫວ່າງຄວາມຮູ້ສຶກຂອງພວກເຂົາ ຫຼື ຄວາມຮູ້ຂອງພວກເຂົາ ແລະ ສິ່ງທີ່ພຣະເຈົ້າກຳລັງຄິດ. ນັ້ນຄືເຫດຜົນທີ່ເຮົາຄິດວ່າ ມັນຈຳເປັນທີ່ຈະສື່ສານກັບທຸກຄົນກ່ຽວກັບສາເຫດທີ່ພຣະເຈົ້າເນລະມິດສ້າງມະນຸດຊາດ ແລະ ເບື້ອງຫຼັງຄວາມປາຖະໜາຂອງພຣະອົງທີ່ຈະຮັບເອົາມະນຸດຊາດທີ່ພຣະອົງຄາດຫວັງໄວ້. ມັນສຳຄັນທີ່ຈະແບ່ງປັນສິ່ງນີ້ກັບທຸກຄົນ ເພື່ອວ່າທຸກຄົນຈະຊັດເຈນ ແລະ ເຂົ້າໃຈໃນຫົວໃຈຂອງພວກເຂົາ. ຍ້ອນທຸກຄວາມຄິດ ແລະ ທຸກແນວຄິດຂອງພຣະເຈົ້າ ແລະ ທຸກໄລຍະ ແລະ ທຸກຊ່ວງເວລາໃນພາລະກິດຂອງພຣະອົງໄດ້ຜູກພັນ ແລະ ເຊື່ອມໂຍງຢ່າງໃກ້ຊິດກັບພາລະກິດການຄຸ້ມຄອງທັງໝົດຂອງພຣະອົງ, ສະນັ້ນ ເມື່ອເຈົ້າເຂົ້າໃຈຄວາມຄິດ, ແນວຄິດຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະອົງໃນທຸກບາດກ້າວຂອງພາລະກິດຂອງພຣະອົງ, ມັນກໍສໍ່າກັບວ່າເຈົ້າໄດ້ເຂົ້າໃຈຄວາມເປັນມາຂອງພາລະກິດແຫ່ງແຜນການຄຸ້ມຄອງຂອງພຣະອົງ. ບົນພື້ນຖານນີ້ ຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າກໍຈະເລິກເຊິ່ງຍິ່ງຂຶ້ນ. ເຖິງແມ່ນສຳລັບຕອນນີ້ ທຸກສິ່ງທີ່ພຣະເຈົ້າເຮັດເມື່ອພຣະອົງເນລະມິດສ້າງໂລກເປັນຄັ້ງທຳອິດ ທີ່ເຮົາໄດ້ກ່າວເຖິງກ່ອນໜ້ານີ້ ເບິ່ງຄືກັບເປັນພຽງ “ຂໍ້ມູນ”, ບໍ່ກ່ຽວຂ້ອງກັບການສະແຫວງຫາຄວາມຈິງ, ເຖິງຢ່າງໃດກໍຕາມ ໃນຊ່ວງເວລາແຫ່ງປະສົບການຂອງເຈົ້າ ມັນຈະມີມື້ໜຶ່ງທີ່ເຈົ້າບໍ່ຄິດວ່ານີ້ແມ່ນສິ່ງທີ່ທຳມະດາຄືກັບຂໍ້ມູນບາງຢ່າງ ຫຼື ມັນບໍ່ແມ່ນຄວາມລຶກລັບບາງຢ່າງເທົ່ານັ້ນ. ເມື່ອຊີວິດຂອງເຈົ້າພັດທະນາຂຶ້ນ, ເມື່ອພຣະເຈົ້າມີບ່ອນຢູ່ໃນຫົວໃຈຂອງເຈົ້າ ຫຼື ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມປະສົງຂອງພຣະອົງຢ່າງທົ່ວເຖິງ ແລະ ຢ່າງເລິກເຊິ່ງຫຼາຍຂຶ້ນ, ແລ້ວເຈົ້າກໍຈະເຂົ້າໃຈຄວາມສຳຄັນ ແລະ ຄວາມຈຳເປັນຂອງສິ່ງທີ່ເຮົາກຳລັງເວົ້າເຖິງໃນມື້ນີ້ຢ່າງແທ້ຈິງ. ໃນຕອນນີ້ ບໍ່ວ່າພວກເຈົ້າຈະຍອມຮັບສິ່ງນີ້ໃນລະດັບໃດກໍຕາມ, ມັນກໍຍັງຈຳເປັນທີ່ພວກເຈົ້າຈະຕ້ອງເຂົ້າໃຈ ແລະ ຮູ້ຈັກສິ່ງເຫຼົ່ານີ້. ເມື່ອພຣະເຈົ້າເຮັດບາງສິ່ງບາງຢ່າງ, ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງ, ບໍ່ວ່າດ້ວຍແນວຄິດຂອງພຣະອົງ ຫຼື ດ້ວຍມືຂອງພຣະອົງເອງ, ບໍ່ວ່າມັນເປັນຄັ້ງທຳອິດທີ່ພຣະອົງເຮັດ ຫຼື ຄັ້ງສຸດທ້າຍ, ໃນທີ່ສຸດແລ້ວ ພຣະເຈົ້າກໍມີແຜນການ ແລະ ມີເປົ້າໝາຍຂອງພຣະອົງ ແລະ ຄວາມຄິດຂອງພຣະອົງແມ່ນຢູ່ໃນທຸກສິ່ງທີ່ພຣະອົງເຮັດ. ເປົ້າໝາຍ ແລະ ຄວາມຄິດເຫຼົ່ານີ້ເປັນຕົວແທນໃຫ້ແກ່ອຸປະນິໄສຂອງພຣະເຈົ້າ ແລະ ມັນສະແດງເຖິງສິ່ງທີ່ພຣະອົງມີ ແລະ ເປັນ. ສອງສິ່ງເຫຼົ່ານີ້ ນັ້ນກໍຄື ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນຕ້ອງຖືກເຂົ້າໃຈໂດຍທຸກຄົນ. ຫຼັງຈາກທີ່ບຸກຄົນໃດໜຶ່ງເຂົ້າໃຈເຖິງອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ, ພວກເຂົາກໍຈະສາມາດເຂົ້າໃຈເທື່ອລະໜ້ອຍວ່າ ເປັນຫຍັງພຣະເຈົ້າຈຶ່ງເຮັດໃນສິ່ງທີ່ພຣະອົງເຮັດ ແລະ ເປັນຫຍັງພຣະອົງຈຶ່ງກ່າວໃນສິ່ງທີ່ພຣະອົງກ່າວ. ແລ້ວຈາກສິ່ງນັ້ນ, ພວກເຂົາກໍຍິ່ງຈະມີຄວາມເຊື່ອທີ່ຈະຕິດຕາມພຣະເຈົ້າຫຼາຍຍິ່ງຂຶ້ນ, ສະແຫວງຫາຄວາມຈິງ ແລະ ປ່ຽນແປງໃນອຸປະນິໄສຂອງພວກເຂົາ. ນັ້ນໝາຍຄວາມວ່າ ຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະເຈົ້າ ແລະ ຄວາມເຊື່ອຂອງເຂົາໃນພຣະເຈົ້າແມ່ນບໍ່ສາມາດຕັດຂາດຈາກກັນໄດ້.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 63)

ຖ້າສິ່ງທີ່ຜູ້ຄົນໄດ້ຮັບຄວາມຮູ້ ຫຼື ໄດ້ຮັບຄວາມເຂົ້າໃຈແມ່ນອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ, ແລ້ວສິ່ງທີ່ພວກເຂົາໄດ້ຮັບກໍຈະເປັນຊີວິດທີ່ມາຈາກພຣະເຈົ້າ. ຫຼັງຈາກທີ່ຊີວິດນີ້ໄດ້ເກີດຂຶ້ນພາຍໃນຕົວເຈົ້າ, ຄວາມຢຳເກງພຣະເຈົ້າຂອງເຈົ້າກໍຈະຍິ່ງໃຫຍ່ຂຶ້ນເລື້ອຍໆ. ນີ້ຄືຜົນປະໂຫຍດທີ່ໄດ້ມາໂດຍທຳມະຊາດ. ຖ້າເຈົ້າບໍ່ຕ້ອງການເຂົ້າໃຈ ຫຼື ຮູ້ຈັກກ່ຽວກັບອຸປະນິໄສຂອງພຣະເຈົ້າ ຫຼື ແກ່ນແທ້ຂອງພຣະອົງ, ຖ້າເຈົ້າບໍ່ຕ້ອງການແມ່ນແຕ່ຈະໄຕ່ຕອງ ຫຼື ເອົາໃຈໃສ່ໃນສິ່ງເຫຼົ່ານີ້, ເຮົາກໍສາມາດບອກເຈົ້າຢ່າງໝັ້ນໃຈວ່າ ວິທີທີ່ເຈົ້າກຳລັງສະແຫວງຫາຄວາມເຊື່ອໃນພຣະເຈົ້າໃນປັດຈຸບັນແມ່ນບໍ່ສາມາດເຮັດໃຫ້ເຈົ້າໄດ້ບັນລຸຄວາມປະສົງຂອງພຣະອົງ ຫຼື ຮັບເອົາຄຳຍົກຍ້ອງຈາກພຣະອົງໄດ້. ຍິ່ງໄປກວ່ານັ້ນ, ເຈົ້າຈະບໍ່ສາມາດບັນລຸຄວາມລອດພົ້ນໄດ້ຢ່າງແທ້ຈິງ, ສິ່ງເຫຼົ່ານີ້ຄືຜົນໄດ້ຮັບສຸດທ້າຍ. ເມື່ອຜູ້ຄົນບໍ່ເຂົ້າໃຈພຣະເຈົ້າ ແລະ ບໍ່ຮູ້ຈັກອຸປະນິໄສຂອງພຣະອົງ, ຫົວໃຈຂອງພວກເຂົາກໍບໍ່ສາມາດເປີດຮັບເອົາພຣະອົງໄດ້ຢ່າງແທ້ຈິງ. ຫຼັງຈາກທີ່ພວກເຂົາໄດ້ເຂົ້າໃຈພຣະເຈົ້າ, ພວກເຂົາກໍຈະເລີ່ມເຫັນຄຸນຄ່າ ແລະ ຊີມລົດຊາດສິ່ງທີ່ຢູ່ໃນຫົວໃຈຂອງພຣະອົງດ້ວຍຄວາມສົນໃຈ ແລະ ຄວາມເຊື່ອ. ເມື່ອເຈົ້າເຫັນຄຸນຄ່າ ແລະ ໄດ້ຊີມລົດຊາດສິ່ງທີ່ຢູ່ໃນຫົວໃຈຂອງພຣະເຈົ້າ, ຫົວໃຈຂອງເຈົ້າກໍຈະເປີດເຮັບເອົາພຣະອົງເທື່ອລະເລັກເທື່ອລະໜ້ອຍ. ເມື່ອຫົວໃຈຂອງເຈົ້າເປີດຮັບເອົາພຣະອົງ, ເຈົ້າກໍຈະຮູ້ສຶກວ່າ ການສົນທະນາຂອງເຈົ້າກັບພຣະເຈົ້າ, ສິ່ງທີ່ເຈົ້າຮຽກຮ້ອງຈາກພຣະເຈົ້າ ແລະ ຄວາມປາຖະໜາອັນເກີນຂອບເຂດຂອງເຈົ້ານັ້ນເປັນຕາອັບອາຍ ແລະ ເປັນຕາດູຖູກສໍ່າໃດ. ເມື່ອຫົວໃຈຂອງເຈົ້າເປີດຮັບເອົາພຣະເຈົ້າຢ່າງແທ້ຈິງ, ເຈົ້າກໍຈະເຫັນວ່າ ຫົວໃຈຂອງພຣະອົງຄືໂລກທີ່ບໍ່ສິ້ນສຸດ ແລະ ເຈົ້າຈະເຂົ້າສູ່ອານາຈັກທີ່ເຈົ້າບໍ່ເຄີຍໄດ້ຜະເຊີນມາກ່ອນ. ໃນອານາຈັກນີ້ແມ່ນບໍ່ມີການສໍ້ໂກງ, ບໍ່ມີການລໍ້ລວງ, ບໍ່ມີຄວາມມືດມົວ ແລະ ບໍ່ມີສິ່ງຊົ່ວຮ້າຍ. ມີພຽງຄວາມຈິງໃຈ ແລະ ຄວາມຊື່ສັດ; ມີພຽງແສງສະຫວ່າງ ແລະ ຄວາມຍຸຕິທຳ; ມີພຽງຄວາມຊອບທຳ ແລະ ຄວາມເມດຕາ. ມັນເຕັມໄປດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍ, ເຕັມໄປດ້ວຍຄວາມເຫັນອົກເຫັນໃຈ ແລະ ຄວາມອົດກັ້ນ ແລະ ໂດຍສິ່ງນັ້ນ ເຈົ້າຈະຮູ້ສຶກເຖິງຄວາມສຸກ ແລະ ຄວາມປິຕິຍິນດີທີ່ໄດ້ມີຊີວິດຢູ່. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າຈະເປີດເຜີຍໃຫ້ແກ່ເຈົ້າ ເມື່ອເຈົ້າເປີດຫົວໃຈຂອງເຈົ້າອອກໃຫ້ກັບພຣະອົງ. ໂລກທີ່ບໍ່ສິ້ນສຸດນີ້ແມ່ນເຕັມໄປດ້ວຍສະຕິປັນຍາ ແລະ ອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ; ມັນຍັງເຕັມໄປດ້ວຍຄວາມຮັກຂອງພຣະອົງ ແລະ ສິດອຳນາດຂອງພຣະອົງ. ໃນນີ້ ເຈົ້າສາມາດເຫັນໄດ້ເຖິງທຸກດ້ານໃນສິ່ງທີ່ພຣະເຈົ້າມີ ແລະ ເປັນ, ສິ່ງທີ່ນໍາຄວາມປິຕິຍິນດີມາສູ່ພຣະອົງ, ເປັນຫຍັງພຣະອົງຈຶ່ງກັງວົນໃຈ ແລະ ເປັນຫຍັງພຣະອົງຈຶ່ງໂສກເສົ້າ, ເປັນຫຍັງພຣະອົງຈຶ່ງໃຈຮ້າຍ... ນີ້ຄືສິ່ງທີ່ແຕ່ລະຄົນສາມາດເຫັນໄດ້ວ່າ ຜູ້ໃດເປີດຫົວໃຈຂອງພວກເຂົາ ແລະ ຍອມໃຫ້ພຣະເຈົ້າເຂົ້າມາຢູ່ຂ້າງໃນ. ພຣະເຈົ້າພຽງແຕ່ສາມາດເຂົ້າມາຢູ່ໃນຫົວໃຈຂອງເຈົ້າໄດ້ ຖ້າເຈົ້າເປີດຮັບເອົາພຣະອົງ. ເຈົ້າສາມາດເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ເຈົ້າສາມາດເຫັນເຈດຕະນາຂອງພຣະອົງ ກໍເມື່ອ ຖ້າພຣະອົງໄດ້ເຂົ້າມາຢູ່ໃນຫົວໃຈຂອງເຈົ້າເທົ່ານັ້ນ. ໃນເວລານັ້ນ, ເຈົ້າຈະຄົ້ນພົບວ່າ ທຸກສິ່ງກ່ຽວກັບພຣະເຈົ້າແມ່ນລໍ້າຄ່າຫຼາຍ, ສິ່ງທີ່ພຣະອົງມີ ແລະ ເປັນແມ່ນສົມຄວນແກ່ການເຊີດຊູ. ເມື່ອປຽບທຽບກັບສິ່ງນັ້ນ, ຜູ້ຄົນທີ່ຢູ່ອ້ອມຂ້າງເຈົ້າ, ເປົ້າໝາຍ ແລະ ເຫດການໃນຊີວິດຂອງເຈົ້າ ແລະ ແມ່ນແຕ່ຄົນຮັກຂອງເຈົ້າ, ຄູ່ຄອງຂອງເຈົ້າ ແລະ ສິ່ງທີ່ເຈົ້າຮັກ ແມ່ນບໍ່ມີຄຸນຄ່າຫຍັງເລີຍ. ພວກເຂົາເປັນພຽງສິ່ງເລັກນ້ອຍ ແລະ ຕໍ່າຕ້ອຍຫຼາຍ; ເຈົ້າຈະຮູ້ສຶກວ່າ ບໍ່ມີວັດຖຸສິ່ງໃດຈະສາມາດດຶງດູດເຈົ້າໄດ້ອີກ ຫຼື ມີວັດຖຸສິ່ງໃດ ຈະສາມາດລໍ້ໃຈເຈົ້າໃຫ້ຈ່າຍລາຄາໃດໜຶ່ງສຳລັບພວກມັນໄດ້ອີກຈັກເທື່ອ. ໃນຄວາມຖ່ອມຕົນຂອງພຣະເຈົ້າ, ເຈົ້າຈະເຫັນເຖິງຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ອໍານາດສູງສຸດຂອງພຣະອົງ. ຍິ່ງໄປກວ່ານັ້ນ, ເຈົ້າຈະເຫັນເຖິງສະຕິປັນຍາທີ່ບໍ່ສິ້ນສຸດ ແລະ ຄວາມອົດກັ້ນຂອງພຣະເຈົ້າໃນການກະທຳບາງຢ່າງຂອງພຣະເຈົ້າທີ່ເຈົ້າເຊື່ອກ່ອນໜ້ານີ້ວ່າຂ້ອນຂ້າງນ້ອຍ ແລະ ເຈົ້າຈະເຫັນເຖິງຄວາມອົດທົນຂອງພຣະອົງ, ຄວາມອົດກັ້ນຂອງພຣະອົງ ແລະ ການທີ່ພຣະອົງເຂົ້າໃຈເຈົ້າ. ສິ່ງນີ້ຈະກໍ່ໃຫ້ເກີດການເຄົາລົບບູຊາພຣະອົງໃນຕົວເຈົ້າ. ໃນມື້ນັ້ນ, ເຈົ້າຈະຮູ້ສຶກວ່າ ມະນຸດຊາດກຳລັງດຳລົງຊີວິດຢູ່ໃນໂລກດັ່ງກ່າວທີ່ສົກກະປົກ, ຜູ້ຄົນທີ່ຢູ່ຂ້າງເຈົ້າ ແລະ ສິ່ງຕ່າງໆທີ່ເກີດຂຶ້ນໃນຊີວິດຂອງເຈົ້າ ແລະ ແມ່ນແຕ່ຄົນເຫຼົ່ານັ້ນທີ່ເຈົ້າຮັກ, ຄວາມຮັກຂອງພວກເຂົາສຳລັບເຈົ້າ ແລະ ສິ່ງທີ່ເອີ້ນວ່າການປົກປ້ອງຂອງພວກເຂົາ ຫຼື ຄວາມຫ່ວງໃຍຂອງພວກເຂົາສຳລັບເຈົ້າແມ່ນບໍ່ສົມຄວນແກ່ການກ່າວເຖິງເລີຍ, ມີພຽງແຕ່ພຣະເຈົ້າທີ່ເປັນທີ່ຮັກຂອງເຈົ້າ ແລະ ມີພຽງແຕ່ພຣະເຈົ້າທີ່ເຈົ້າເຊີດຊູທີ່ສຸດ. ເມື່ອມື້ນັ້ນມາເຖິງ, ເຮົາກໍເຊື່ອວ່າຈະມີບາງຄົນທີ່ເວົ້າວ່າ: ຄວາມຮັກຂອງພຣະເຈົ້າຍິ່ງໃຫຍ່ຫຼາຍ ແລະ ແກ່ນແທ້ຂອງພຣະອົງບໍລິສຸດຫຼາຍ, ໃນພຣະເຈົ້າແມ່ນບໍ່ມີຄວາມຫຼອກລວງເລີຍ, ບໍ່ມີສິ່ງຊົ່ວຮ້າຍ, ບໍ່ມີຄວາມອິດສາ ແລະ ບໍ່ມີການຜິດຖຽງກັນ, ແຕ່ມີພຽງຄວາມຊອບທຳ ແລະ ຄວາມແທ້ຈິງ; ແລະ ມະນຸດຄວນປາຖະໜາຫາທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ. ມະນຸດຄວນພະຍາຍາມຫາ ແລະ ປາຖະໜາຫາສິ່ງນັ້ນ. ຄວາມສາມາດຂອງມະນຸດຊາດເພື່ອບັນລຸສິ່ງນີ້ແມ່ນຖືກສ້າງຂຶ້ນບົນພື້ນຖານຫຍັງ? ມັນຖືກສ້າງຂຶ້ນບົນພື້ນຖານຂອງການທີ່ພວກເຂົາເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າ ແລະ ການທີ່ພວກເຂົາເຂົ້າໃຈເຖິງແກ່ນແທ້ຂອງພຣະເຈົ້າ. ສະນັ້ນ ການເຂົ້າໃຈອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຈຶ່ງເປັນບົດຮຽນຕະຫຼອດຊີວິດສຳລັບທຸກຄົນ; ນີ້ແມ່ນເປົ້າໝາຍຕະຫຼອດຊີວິດທີ່ສະແຫວງຫາໂດຍທຸກຄົນ ຜູ້ທີ່ພະຍາຍາມປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ພະຍາຍາມຮູ້ຈັກພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 64)

ຄັ້ງທຳອິດຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງເພື່ອເຮັດພາລະກິດ

ຖ້າພວກເຮົາຕ້ອງການເຂົ້າໃຈຫຼາຍຂຶ້ນກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ, ພວກເຮົາບໍ່ສາມາດຢຸດທີ່ພຣະສັນຍາເດີມ ຫຼື ທີ່ຍຸກແຫ່ງພຣະບັນຍັດ, ພວກເຮົາຈຳເປັນຕ້ອງສືບຕໍ່ໄປຂ້າງໜ້າ ຕາມບາດກ້າວທີ່ພຣະເຈົ້າໄດ້ຍ່າງໃນພາລະກິດຂອງພຣະອົງ. ສະນັ້ນ ໃນຂະນະທີ່ພຣະເຈົ້າສິ້ນສຸດຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ໄດ້ເຮັດໃຫ້ບາດກ້າວຂອງພວກເຮົາເອງຕິດຕາມເຂົ້າສູ່ຍຸກແຫ່ງພຣະຄຸນ, ຍຸກທີ່ເຕັມໄປດ້ວຍຄວາມກະລຸນາ ແລະ ການໄຖ່ບາບ. ໃນຍຸກນີ້, ພຣະເຈົ້າໄດ້ເຮັດບາງສິ່ງທີ່ສຳຄັນຫຼາຍອີກຄັ້ງ ເຊິ່ງບໍ່ເຄີຍຖືກເຮັດມາກ່ອນ. ສຳລັບທັງພຣະເຈົ້າ ແລະ ມະນຸດຊາດ, ພາລະກິດໃນຍຸກໃໝ່ນີ້ແມ່ນຈຸດເລີ່ມຕົ້ນໃໝ່, ຈຸດເລີ່ມຕົ້ນທີ່ປະກອບມີອີກພາລະກິດໃໝ່ທີ່ພຣະເຈົ້າໄດ້ປະຕິບັດ ເຊິ່ງບໍ່ເຄີຍຖືກເຮັດມາກ່ອນ. ພາລະກິດໃໝ່ນີ້ແມ່ນບໍ່ເຄີຍເກີດຂຶ້ນມາກ່ອນ, ເປັນສິ່ງທີ່ຢູ່ເໜືອອຳນາດການຈິນຕະນາການຂອງມະນຸດ ແລະ ສັບພະສິ່ງທັງປວງ. ມັນແມ່ນສິ່ງທີ່ເປັນທີ່ຮູ້ຈັກດີຕໍ່ທຸກຄົນໃນຕອນນີ້, ເປັນຄັ້ງທຳອິດທີ່ພຣະເຈົ້າໄດ້ກາຍມາເປັນມະນຸດ ແລະ ເປັນຄັ້ງທຳອິດທີ່ພຣະອົງເລີ່ມຕົ້ນພາລະກິດໃໝ່ໃນຮູບຮ່າງຂອງມະນຸດ, ດ້ວຍຕົວຕົນຂອງມະນຸດ. ພາລະກິດໃໝ່ນີ້ບົ່ງຊີ້ວ່າ ພຣະເຈົ້າໄດ້ສຳເລັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດ ແລະ ພຣະອົງຈະບໍ່ເຮັດ ຫຼື ກ່າວສິ່ງໃດສິ່ງໜຶ່ງພາຍໃຕ້ພຣະບັນຍັດອີກຕໍ່ໄປ. ພຣະອົງຈະບໍ່ກ່າວ ຫຼື ເຮັດສິ່ງໃດສິ່ງໜຶ່ງໃນລັກສະນະຂອງພຣະບັນຍັດ ຫຼື ຕາມຫຼັກການ ຫຼື ກົດລະບຽບຂອງບັນຍັດ. ນັ້ນກໍຄື ພາລະກິດທັງໝົດຂອງພຣະອົງທີ່ອີງຕາມພຣະບັນຍັດແມ່ນຖືກຢຸດດໍາເນີນການຕະຫຼອດໄປ ແລະ ຈະບໍ່ໄດ້ສືບຕໍ່ອີກ, ເພາະພຣະເຈົ້າຕ້ອງການເລີ່ມຕົ້ນພາລະກິດໃໝ່ ແລະ ເຮັດສິ່ງໃໝ່. ແຜນການຂອງພຣະອົງມີຈຸດເລີ່ມຕົ້ນໃໝ່ອີກຄັ້ງ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງຕ້ອງນໍາພາມະນຸດຊາດເຂົ້າສູ່ຍຸກຕໍ່ໄປ.

ບໍ່ວ່າສິ່ງນີ້ຈະເປັນຂ່າວປະເສີດ ຫຼື ເປັນລາງຮ້າຍຕໍ່ມະນຸດ ແມ່ນຂຶ້ນກັບແກ່ນແທ້ຂອງແຕ່ລະບຸກຄົນ. ມັນສາມາດເວົ້າໄດ້ວ່າ ສຳລັບບາງຄົນແລ້ວ ນີ້ບໍ່ແມ່ນຂ່າວທີ່ໜ້າຍິນດີ ແຕ່ເປັນຂ່າວຮ້າຍ ເພາະວ່າ ເມື່ອພຣະເຈົ້າເລີ່ມຕົ້ນພາລະກິດໃໝ່ຂອງພຣະອົງ, ຄົນເຫຼົ່ານັ້ນທີ່ພຽງແຕ່ຕິດຕາມພຣະບັນຍັດ ແລະ ກົດລະບຽບ, ທີ່ພຽງແຕ່ປະຕິບັດຕາມຄຳສັ່ງສອນ ແຕ່ບໍ່ໄດ້ຢຳເກງພຣະເຈົ້າ ແມ່ນມັກຈະໃຊ້ພາລະກິດເດີມຂອງພຣະເຈົ້າເພື່ອປະນາມພາລະກິດໃໝ່ຂອງພຣະອົງ. ສຳລັບຜູ້ຄົນເຫຼົ່ານີ້, ນີ້ແມ່ນຂ່າວຮ້າຍ. ແຕ່ສຳລັບຄົນທີ່ໄຮ້ດຽງສາ ແລະ ເປີດເຜີຍ, ຜູ້ທີ່ມີຄວາມຈິງໃຈຕໍ່ພຣະເຈົ້າ ແລະ ເຕັມໃຈຮັບການໄຖ່ບາບຂອງພຣະອົງ, ການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າແມ່ນຂ່າວປະເສີດຫຼາຍ. ຍ້ອນນັບຕັ້ງແຕ່ມະນຸດຖືກເຮັດໃຫ້ມີຊີວິດຄັ້ງທຳອິດ, ນີ້ແມ່ນຄັ້ງທຳອິດທີ່ພຣະເຈົ້າປາກົດຂຶ້ນ ແລະ ດຳລົງຊີວິດຢູ່ທ່າມກາງມະນຸດຊາດໃນຮູບຮ່າງທີ່ບໍ່ແມ່ນພຣະວິນຍານ; ຄັ້ງນີ້, ພຣະອົງໄດ້ເກີດຈາກມະນຸດ ແລະ ດຳລົງຊີວິດຢູ່ທ່າມກາງຜູ້ຄົນດັ່ງບຸດມະນຸດ ແລະ ປະຕິບັດພາລະກິດທ່າມກາງພວກເຂົາ. “ຄັ້ງທຳອິດ” ນີ້ໄດ້ທຳລາຍແນວຄິດຂອງຜູ້ຄົນ; ມັນຢູ່ເໜືອຈິນຕະນາການທັງໝົດ. ຍິ່ງໄປກວ່ານັ້ນ, ຜູ້ຕິດຕາມທັງໝົດຂອງພຣະເຈົ້າແມ່ນໄດ້ຮັບຜົນປະໂຫຍດທີ່ເປັນຮູບປະທໍາ. ພຣະເຈົ້າບໍ່ພຽງແຕ່ສິ້ນສຸດຍຸກເກົ່າ, ແຕ່ພຣະອົງຍັງສິ້ນສຸດວິທີການປະຕິບັດພາລະກິດ ແລະ ລັກສະນະການປະຕິບັດພາລະກິດແບບເກົ່າຂອງພຣະອົງອີກດ້ວຍ. ພຣະອົງບໍ່ຂໍໃຫ້ຜູ້ສົ່ງຂ່າວຂອງພຣະອົງຖ່າຍທອດຄວາມປະສົງຂອງພຣະອົງອີກຕໍ່ໄປ, ພຣະອົງບໍ່ລີ້ລັບໃນກ້ອນເມກອີກຕໍ່ໄປ ແລະ ບໍ່ປາກົດຕົວ ຫຼື ກ່າວຕໍ່ມະນຸດຢ່າງມີອຳນາດຜ່ານສຽງຟ້າຮ້ອງອີກຕໍ່ໄປ. ບໍ່ຄືສິ່ງໃດມາກ່ອນ, ຜ່ານທາງວິທີການທີ່ມະນຸດບໍ່ສາມາດຈິນຕະນາການໄດ້ ແລະ ຍາກທີ່ພວກເຂົາຈະເຂົ້າໃຈ ຫຼື ຍອມຮັບໄດ້, ນັ້ນກໍຄື ການກາຍມາເປັນເນື້ອໜັງ, ພຣະອົງໄດ້ກາຍມາເປັນບຸດມະນຸດເພື່ອເລີ່ມຕົ້ນພາລະກິດໃນຍຸກນັ້ນ. ການກະທຳນີ້ຂອງພຣະເຈົ້າເກີດຂຶ້ນກັບມະນຸດຊາດໂດຍທີ່ພວກເຂົາບໍ່ໄດ້ຕັ້ງໂຕ; ມັນເຮັດໃຫ້ພວກເຂົາອັບອາຍ, ເພາະວ່າ ພຣະເຈົ້າໄດ້ເລີ່ມຕົ້ນພາລະກິດໃໝ່ອີກຄັ້ງທີ່ພຣະອົງບໍ່ເຄີຍປະຕິບັດມາກ່ອນ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 65)

ພຣະເຢຊູເດັດຮວງເຂົ້າສາລີເພື່ອກິນໃນວັນຊະບາໂຕ

“ໃນເວລານັ້ນ ພຣະເຢຊູໄດ້ໄປທີ່ທົ່ງນາໃນວັນຊະບາໂຕ ແລະ ພວກສາວົກຂອງພຣະອົງກໍຫິວເຂົ້າ ແລ້ວພາກັນເລີ່ມເດັດເອົາຮວງເຂົ້າມາເກັດກິນກິນ” (ມັດທາຍ 12:1).

ບຸດມະນຸດຄືພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ

“ແຕ່ເຮົາເວົ້າກັບເຈົ້າວ່າ ສະຖານທີ່ນີ້ມີຄົນຍິ່ງໃຫຍ່ກວ່າພຣະວິຫານຫຼາຍ. ແຕ່ຖ້າເຈົ້າຮູ້ຄວາມໝາຍທີ່ວ່າເຮົາຕ້ອງການຄວາມເມດຕາ ແລະ ບໍ່ປະສົງເຄື່ອງບູຊາ, ເຈົ້າກໍຈະບໍ່ກ່າວໂທດຄົນທີ່ບໍ່ມີຄວາມຜິດ. ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” (ມັດທາຍ 12:6-8).

ກ່ອນອື່ນໃຫ້ພວກເຮົາມາເບິ່ງທີ່ຂໍ້ຄວາມນີ້: “ໃນເວລານັ້ນ ພຣະເຢຊູໄດ້ໄປທີ່ທົ່ງນາໃນວັນຊະບາໂຕ ແລະ ພວກສາວົກຂອງພຣະອົງກໍຫິວເຂົ້າ ແລ້ວພາກັນເລີ່ມເດັດເອົາຮວງເຂົ້າມາເກັດກິນກິນ”.

ເປັນຫຍັງເຮົາຈຶ່ງຄັດເລືອກເອົາຂໍ້ຄວາມນີ້? ມັນກ່ຽວຂ້ອງຫຍັງກັບອຸປະນິໄສຂອງພຣະເຈົ້າ? ໃນຂໍ້ຄວາມນີ້, ສິ່ງທຳອິດທີ່ພວກເຮົາຮູ້ກໍຄື ມັນແມ່ນວັນຊະບາໂຕ, ແຕ່ພຣະເຢຊູເຈົ້າອອກໄປນອກ ແລະ ນໍາພາສາວົກຂອງພຣະອົງຜ່ານທົ່ງນາ. ສິ່ງທີ່ “ບໍ່ຊື່ສັດ” ຍິ່ງກວ່ານັ້ນກໍຄື ພວກເຂົາເຖິງກັບ “ເລີ່ມເດັດເອົາຮວງເຂົ້າມາເກັດກິນກິນ”. ໃນຍຸກແຫ່ງພຣະບັນຍັດ, ພຣະບັນຍັດຂອງພຣະເຈົ້າເຢໂຮວາໄດ້ກຳນົດໄວ້ວ່າ: ຜູ້ຄົນບໍ່ສາມາດອອກໄປນອກຕາມອຳເພີໃຈ ຫຼື ມີສ່ວນຮ່ວມໃນກິດຈະກຳຕ່າງໆໃນວັນຊະບາໂຕ, ມີຫຼາຍສິ່ງທີ່ບໍ່ສາມາດເຮັດໄດ້ໃນວັນຊະບາໂຕ. ການກະທຳນີ້ໃນສ່ວນຂອງພຣະເຢຊູເຈົ້າແມ່ນເຂົ້າໃຈຍາກສຳລັບຄົນທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດເປັນເວລາດົນນານ ແລະ ມັນເຖິງກັບກໍ່ໃຫ້ເກີດການວິພາກວິຈານ. ແຕ່ສຳລັບຄວາມສັບສົນຂອງພວກເຂົາ ແລະ ວິທີທີ່ພວກເຂົາລົມກັນກ່ຽວກັບການກະທໍາຂອງພຣະເຢຊູ, ພວກເຮົາຈະປະສິ່ງນັ້ນໄວ້ທາງຂ້າງກ່ອນໃນຕອນນີ້ ແລະ ມາສົນທະນາກັນວ່າ ເປັນຫຍັງພຣະເຢຊູເຈົ້າຈຶ່ງເລືອກເຮັດສິ່ງນີ້ໃນວັນຊະບາໂຕຈາກບັນດາມື້ທັງໝົດ ແລະ ພຣະອົງຕ້ອງການສື່ສານຫຍັງໃຫ້ແກ່ຜູ້ຄົນທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດຜ່ານການກະທຳນີ້. ນີ້ຄືຄວາມກ່ຽວພັນລະຫວ່າງຂໍ້ຄວາມນີ້ ແລະ ອຸປະນິໄສຂອງພຣະເຈົ້າທີ່ເຮົາຕ້ອງການສົນທະນາ.

ເມື່ອພຣະເຢຊູເຈົ້າມາ, ພຣະອົງໃຊ້ການກະທຳຕົວຈິງຂອງພຣະອົງເພື່ອບອກແກ່ຜູ້ຄົນວ່າ ພຣະເຈົ້າໄດ້ອອກຈາກຍຸກແຫ່ງພຣະບັນຍັດ ແລະ ເລີ່ມຕົ້ນພາລະກິດໃໝ່ແລ້ວ ແລະ ພາລະກິດໃໝ່ນີ້ບໍ່ຈຳເປັນຕ້ອງມີການຮັກສາວັນຊະບາໂຕ. ການທີ່ພຣະເຈົ້າອອກຈາກຂອບເຂດຂອງວັນຊະບາໂຕນັ້ນແມ່ນເປັນພຽງສັນຍານໃຫ້ຮູ້ລ່ວງໜ້າເຖິງ ພາລະກິດໃໝ່ຂອງພຣະອົງ; ພາລະກິດທີ່ເປັນຈິງ ແລະ ຍິ່ງໃຫຍ່ແມ່ນກຳລັງຈະມາ. ເມື່ອພຣະເຢຊູເຈົ້າເລີ່ມຕົ້ນພາລະກິດຂອງພຣະອົງ, ພຣະອົງກໍໄດ້ປະ “ໂສ້” ຂອງຍຸກແຫ່ງພຣະບັນຍັດໄວ້ຂ້າງຫຼັງແລ້ວ ແລະ ໄດ້ທຳລາຍກົດລະບຽບ ແລະ ຫຼັກການຂອງຍຸກນັ້ນໄປແລ້ວ. ໃນພຣະອົງ, ບໍ່ມີຮ່ອງຮອຍຂອງສິ່ງໃດເລີຍທີ່ກ່ຽວຂ້ອງກັບພຣະບັນຍັດ; ພຣະອົງໄດ້ໂຍນມັນຖິ້ມທັງໝົດ ແລະ ບໍ່ຮັກສາມັນອີກຕໍ່ໄປ ແລະ ພຣະອົງບໍ່ຮຽກຮ້ອງໃຫ້ມະນຸດຊາດຮັກສາມັນອີກຕໍ່ໄປ. ສະນັ້ນ ໃນນີ້ ເຈົ້າໄດ້ເຫັນພຣະເຢຊູເຈົ້າຜ່ານທົ່ງນາໃນວັນຊະບາໂຕ ແລະ ພຣະຜູ້ເປັນເຈົ້າບໍ່ໄດ້ພັກຜ່ອນ; ພຣະອົງຢູ່ຂ້າງນອກເພື່ອປະຕິບັດພາລະກິດ ແລະ ບໍ່ໄດ້ພັກຜ່ອນ. ການກະທຳນີ້ຂອງພຣະອົງເປັນສິ່ງທີ່ໜ້າຕົກໃຈແກ່ແນວຄິດຂອງຜູ້ຄົນ ແລະ ມັນສື່ສານແກ່ພວກເຂົາວ່າພຣະອົງບໍ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດອີກຕໍ່ໄປ ແລະ ພຣະອົງໄດ້ອອກຈາກຂອບເຂດຂອງວັນຊະບາໂຕ ແລະ ປາກົດຕົວຕໍ່ໜ້າມະນຸດຊາດ ແລະ ທ່າມກາງພວກເຂົາໃນລັກສະນະໃໝ່ ດ້ວຍວິທີການປະຕິບັດພາລະກິດແບບໃໝ່. ການກະທຳນີ້ຂອງພຣະອົງໄດ້ບອກໃຫ້ຜູ້ຄົນຮູ້ວ່າພຣະອົງໄດ້ນໍາພາລະກິດໃໝ່ມາກັບພຣະອົງ, ພາລະກິດທີ່ເລີ່ມຕົ້ນດ້ວຍການອອກຈາກພາຍໃຕ້ພຣະບັນຍັດ ແລະ ອອກຈາກວັນຊະບາໂຕ. ເມື່ອພຣະເຈົ້າປະຕິບັດພາລະກິດໃໝ່ຂອງພຣະອົງ, ພຣະອົງບໍ່ຍຶດຕິດກັບອະດີດອີກຕໍ່ໄປ ແລະ ພຣະອົງບໍ່ກັງວົນກ່ຽວກັບກົດລະບຽບຕ່າງໆຂອງຍຸກແຫ່ງພຣະບັນຍັດອີກຕໍ່ໄປ. ພຣະອົງບໍ່ໄດ້ຖືກກະທົບໂດຍພາລະກິດຂອງພຣະອົງໃນຍຸກຜ່ານມາ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດໃນວັນຊະບາໂຕດັ່ງທີ່ພຣະອົງປະຕິບັດໃນມື້ອື່ນໆ ແລະ ເມື່ອສາວົກຂອງພຣະອົງຫິວໃນວັນຊະບາໂຕ, ພວກເຂົາກໍສາມາດຫຼົກຮວງໝາກສາລີກິນ. ນີ້ເປັນເລື່ອງປົກກະຕິຫຼາຍໃນສາຍຕາຂອງພຣະເຈົ້າ. ສຳລັບພຣະເຈົ້າແລ້ວ, ມັນເປັນສິ່ງທີ່ສາມາດອະນຸຍາດໄດ້ໃນການເລີ່ມຕົ້ນພາລະກິດໃໝ່ທີ່ພຣະອົງຕ້ອງການເຮັດ ແລະ ພຣະທຳໃໝ່ທີ່ພຣະອົງຕ້ອງການກ່າວ. ເມື່ອພຣະເຈົ້າເລີ່ມຕົ້ນບາງສິ່ງທີ່ໃໝ່, ພຣະອົງບໍ່ກ່າວເຖິງພາລະກິດຜ່ານມາຂອງພຣະອົງ ຫຼື ສືບຕໍ່ປະຕິບັດພາລະກິດນັ້ນ. ຍ້ອນພຣະເຈົ້າມີຫຼັກການຂອງພຣະອົງໃນພາລະກິດຂອງພຣະອົງເມື່ອພຣະອົງຕ້ອງການເລີ່ມຕົ້ນພາລະກິດໃໝ່, ເມື່ອພຣະອົງຕ້ອງການນໍາມະນຸດຊາດໄປສູ່ຂັ້ນຕອນໃໝ່ໃນພາລະກິດຂອງພຣະອົງ ແລະ ເມື່ອພາລະກິດຂອງພຣະອົງຈະເຂົ້າສູ່ໄລຍະສູງຂຶ້ນ. ຖ້າຜູ້ຄົນສືບຕໍ່ປະຕິບັດຕາມຄຳເວົ້າ ຫຼື ກົດລະບຽບເດີມ ຫຼື ສືບຕໍ່ຍຶດໝັ້ນກັບສິ່ງເຫຼົ່ານັ້ນ, ພຣະອົງຈະບໍ່ຈື່ ຫຼື ເຫັນດີເຫັນພ້ອມກັບສິ່ງນັ້ນ. ນີ້ກໍຍ້ອນພຣະອົງໄດ້ນໍາເອົາພາລະກິດໃໝ່ມາແລ້ວ ແລະ ໄດ້ເຂົ້າສູ່ໄລຍະໃໝ່ໃນພາລະກິດຂອງພຣະອົງ. ເມື່ອພຣະອົງເລີ່ມຕົ້ນພາລະກິດໃໝ່, ພຣະອົງກໍປາກົດຕໍ່ມະນຸດຊາດດ້ວຍລັກສະນະໃໝ່ທັງສິ້ນ, ຈາກມຸມໃໝ່ທັງສິ້ນ ແລະ ດ້ວຍວິທີໃໝ່ທັງສິ້ນ ເພື່ອວ່າຜູ້ຄົນຈະສາມາດເຫັນລັກສະນະທີ່ແຕກຕ່າງກັນຂອງອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ນີ້ແມ່ນໜຶ່ງໃນເປົ້າໝາຍຂອງພຣະອົງທີ່ຢູ່ໃນພາລະກິດໃໝ່ຂອງພຣະອົງ. ພຣະເຈົ້າບໍ່ໄດ້ຍຶດຕິດກັບສິ່ງເດີມໆ ຫຼື ຍ່າງໃນເສັ້ນທາງທີ່ຖືກຢຽບມາແລ້ວ; ເມື່ອພຣະອົງປະຕິບັດພາລະກິດ ແລະ ກ່າວ, ພຣະອົງບໍ່ໄດ້ມີຂໍ້ຫ້າມດັ່ງທີ່ຜູ້ຄົນຈິນຕະນາການ. ໃນພຣະເຈົ້າ, ທຸກສິ່ງແມ່ນເສລີ ແລະ ເປັນອິດສະຫຼະ ແລະ ບໍ່ມີການເກືອດຫ້າມ, ບໍ່ມີຂໍ້ຈຳກັດ, ສິ່ງທີ່ພຣະອົງນໍາມາສູ່ມະນຸດຊາດກໍຄືອິດສະຫຼະພາບ ແລະ ການປົດປ່ອຍ. ພຣະອົງເປັນພຣະເຈົ້າທີ່ມີຊີວິດ, ພຣະເຈົ້າທີ່ມີຢູ່ຢ່າງແທ້ຈິງ ແລະ ເປັນຈິງ. ພຣະອົງບໍ່ແມ່ນຫຸ່ນຕຸກກະຕາ ຫຼື ຫຸ່ນດິນປັ້ນ ແລະ ພຣະອົງແຕກຕ່າງຈາກພະທຽມທີ່ຜູ້ຄົນບູຊາ ແລະ ນະມັດສະການຢ່າງສິ້ນເຊີງ. ພຣະອົງມີຊີວິດ ແລະ ຊີວາ. ສິ່ງທີ່ພຣະທຳ ແລະ ພາລະກິດຂອງພຣະອົງນໍາມາສູ່ມະນຸດຊາດກໍລ້ວນແລ້ວແຕ່ມີຊີວິດ ແລະ ແສງສະຫວ່າງ, ລ້ວນແລ້ວແຕ່ເປັນອິດສະຫຼະພາບ ແລະ ການປົດປ່ອຍ, ຍ້ອນພຣະອົງມີຄວາມຈິງ, ຊີວິດ ແລະ ຫົນທາງ, ພຣະອົງບໍ່ໄດ້ຖືກຈຳກັດໂດຍສິ່ງໃດສິ່ງໜຶ່ງໃນພາລະກິດໃດໜຶ່ງຂອງພຣະອົງ. ບໍ່ວ່າຜູ້ຄົນຈະເວົ້າຫຍັງກໍຕາມ ແລະ ບໍ່ວ່າພວກເຂົາຈະເຫັນ ຫຼື ປະເມີນພາລະກິດໃໝ່ຂອງພຣະອົງແນວໃດກໍຕາມ, ພຣະອົງກໍຈະປະຕິບັດພາລະກິດຂອງພຣະອົງ ໂດຍປາສະຈາກຄວາມກັງວົນໃຈ. ພຣະອົງຈະບໍ່ກັງວົນກ່ຽວກັບແນວຄິດ ຫຼື ການຊີ້ມືຂອງຜູ້ໃດຜູ້ໜຶ່ງທີ່ກ່ຽວຂ້ອງກັບພາລະກິດ ແລະ ພຣະທຳຂອງພຣະອົງ ຫຼື ແມ່ນແຕ່ການຄັດຄ້ານ ແລະ ການຕໍ່ຕ້ານອັນແຮງກ້າຂອງພວກເຂົາຕໍ່ພາລະກິດໃໝ່ຂອງພຣະອົງ. ບໍ່ມີຜູ້ໃດໃນບັນດາສັບພະສິ່ງຖືກສ້າງທັງປວງສາມາດໃຊ້ເຫດຜົນຂອງມະນຸດ ຫຼື ຈິນຕະນາການ, ຄວາມຮູ້ ຫຼື ສິນທຳຂອງມະນຸດເພື່ອວັດແທກ ຫຼື ກຳນົດສິ່ງທີ່ພຣະເຈົ້າເຮັດ ເພື່ອເຮັດໃຫ້ເສື່ອມເສຍ, ຂັດຂວາງ ຫຼື ທຳລາຍພາລະກິດຂອງພຣະອົງ. ບໍ່ມີການເກືອດຫ້າມໃນພາລະກິດຂອງພຣະອົງ ແລະ ສິ່ງທີ່ພຣະອົງເຮັດ; ມັນຈະບໍ່ຖືກຈຳກັດໂດຍມະນຸດຜູ້ໃດຜູ້ໜຶ່ງ, ເຫດການໃດໜຶ່ງ ຫຼື ສິ່ງໃດສິ່ງໜຶ່ງ ຫຼື ມັນຈະບໍ່ຖືກຂັດຂວາງໂດຍກອງກຳລັງໃດໜຶ່ງທີ່ເປັນປໍລະປັກ. ສໍາລັບພາລະກິດໃໝ່ຂອງພຣະອົງແລ້ວ, ພຣະອົງຄືກະສັດທີ່ມີໄຊຊະນະຢູ່ສະເໝີ ແລະ ກອງກຳລັງໃດທີ່ເປັນປໍລະປັກ, ມີຄວາມເຫັນນອກຮີດ ແລະ ຄວາມເຊື່ອຜິດໆຂອງມະນຸດຊາດແມ່ນຖືກຢຽບຢໍ່າພາຍໃຕ້ຕັ່ງຮອງຕີນຂອງພຣະອົງ. ບໍ່ວ່າພຣະອົງຈະປະຕິບັດຂັ້ນຕອນໃໝ່ອັນໃດໃນພາລະກິດຂອງພຣະອົງ, ມັນກໍຈະຖືກພັດທະນາຢ່າງແນ່ນອນ ແລະ ຂະຫຍາຍໄປໃນທ່າມກາງມະນຸດຊາດ ແລະ ມັນຈະຖືກປະຕິບັດຢ່າງແນ່ນອນໂດຍບໍ່ຖືກຂັດຂວາງທົ່ວຈັກກະວານທັງປວງຈົນພາລະກິດອັນຍິ່ງໃຫຍ່ຂອງພຣະອົງສຳເລັດ. ນີ້ແມ່ນລິດທານຸພາບສູງສຸດ, ສະຕິປັນຍາ, ສິດອຳນາດ ແລະ ລິດອຳນາດຂອງພຣະອົງ. ສະນັ້ນ ພຣະເຢຊູເຈົ້າຈຶ່ງສາມາດອອກໄປນອກຢ່າງເປີດເຜີຍ ແລະ ປະຕິບັດພາລະກິດໃນວັນຊະບາໂຕ ເພາະໃນຫົວໃຈຂອງພຣະອົງແມ່ນບໍ່ມີກົດລະບຽບ, ບໍ່ມີຄວາມຮູ້ ຫຼື ຄຳສັ່ງສອນທີ່ເກີດມາຈາກມະນຸດຊາດ. ສິ່ງທີ່ພຣະອົງມີແມ່ນພາລະກິດໃໝ່ຂອງພຣະເຈົ້າ ແລະ ຫົນທາງຂອງພຣະເຈົ້າ. ພາລະກິດຂອງພຣະອົງແມ່ນຫົນທາງເພື່ອເຮັດໃຫ້ມະນຸດຊາດເປັນອິດສະຫຼະ, ເພື່ອປົດປ່ອຍຜູ້ຄົນ, ເພື່ອເຮັດໃຫ້ພວກເຂົາມີຢູ່ໃນແສງສະຫວ່າງ ແລະ ດຳລົງຊີວິດຢູ່. ໃນຂະນະດຽວກັນ, ຄົນທີ່ນະມັດສະການພະທຽມ ຫຼື ພຣະເຈົ້າປອມແມ່ນດຳລົງຊີວິດໃນແຕ່ລະມື້ໂດຍຖືກຊາຕານຜູກມັດໄວ້, ຖືກຈຳກັດດ້ວຍກົດລະບຽບ ແລະ ສິ່ງຕ້ອງຫ້າມທຸກປະເພດ; ມື້ນີ້ເກືອດຫ້າມສິ່ງໜຶ່ງ, ມື້ອື່ນກໍເກືອດຫ້າມອີກສິ່ງໜຶ່ງ, ບໍ່ມີອິດສະຫຼະພາບໃນຊີວິດຂອງພວກເຂົາເລີຍ. ພວກເຂົາເປັນຄືກັບນັກໂທດທີ່ຖືກລ່າມໂສ້, ດຳລົງຊີວິດໂດຍບໍ່ມີຄວາມສຸກໃຫ້ກ່າວເຖິງເລີຍ. “ການເກືອດຫ້າມ” ເປັນຕົວແທນຫຍັງ? ມັນເປັນຕົວແທນຂໍ້ຈຳກັດ, ຂໍ້ຜູກມັດ ແລະ ສິ່ງຊົ່ວຮ້າຍ. ເມື່ອບຸກຄົນໃດໜຶ່ງນະມັດສະການພະທຽມ, ພວກເຂົາກໍນະມັດສະການພຣະເຈົ້າປອມ ແລະ ວິນຍານທີ່ຊົ່ວຮ້າຍ. ການເກືອດຫ້າມແມ່ນມາພ້ອມກັບການພົວພັນກັບກິດຈະກຳດັ່ງກ່າວ. ເຈົ້າບໍ່ສາມາດກິນສິ່ງນີ້ ຫຼື ສິ່ງນັ້ນໄດ້, ມື້ນີ້ ເຈົ້າບໍ່ສາມາດອອກໄປນອກໄດ້, ມື້ອື່ນ ເຈົ້າບໍ່ສາມາດແຕ່ງກິນໄດ້, ມື້ຕໍ່ໄປ ເຈົ້າບໍ່ສາມາດຍ້າຍເຮືອນໃໝ່ໄດ້, ຕ້ອງມີມື້ສະເພາະທີ່ຖືກເລືອກສຳລັບງານດອງ ແລະ ງານສົບ ແລະ ແມ່ນແຕ່ສຳລັບການເກີດລູກ. ສິ່ງນີ້ແມ່ນເອີ້ນວ່າຫຍັງ? ນີ້ແມ່ນເອີ້ນວ່າ ການເກືອດຫ້າມ; ມັນຄືພັນທະນາການຂອງມະນຸດຊາດ ແລະ ມັນຄືໂສ້ຂອງຊາຕານ ແລະ ການທີ່ວິນຍານຊົ່ວຮ້າຍຄວບຄຸມຜູ້ຄົນ ແລະ ຈຳກັດຫົວໃຈ ແລະ ຮ່າງກາຍຂອງພວກເຂົາ. ການເກືອດຫ້າມເຫຼົ່ານີ້ມີຢູ່ກັບພຣະເຈົ້າບໍ? ເມື່ອເວົ້າເຖິງຄວາມບໍລິສຸດຂອງພຣະເຈົ້າ, ເຈົ້າກໍຄວນຄິດເຖິງສິ່ງນີ້ກ່ອນ: ເມື່ອມີພຣະເຈົ້າກໍບໍ່ມີການເກືອດຫ້າມ. ພຣະເຈົ້າມີຫຼັກການໃນພຣະທຳ ແລະ ພາລະກິດຂອງພຣະອົງ, ແຕ່ບໍ່ມີການເກືອດຫ້າມ, ຍ້ອນພຣະເຈົ້າເອງແມ່ນຄວາມຈິງ, ຫົນທາງ ແລະ ຊີວິດ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 66)

“ແຕ່ເຮົາເວົ້າກັບເຈົ້າວ່າ ສະຖານທີ່ນີ້ມີຄົນຍິ່ງໃຫຍ່ກວ່າພຣະວິຫານຫຼາຍ. ແຕ່ຖ້າເຈົ້າຮູ້ຄວາມໝາຍທີ່ວ່າເຮົາຕ້ອງການຄວາມເມດຕາ ແລະ ບໍ່ປະສົງເຄື່ອງບູຊາ, ເຈົ້າກໍຈະບໍ່ກ່າວໂທດຄົນທີ່ບໍ່ມີຄວາມຜິດ. ຍ້ອນບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” (ມັດທາຍ 12:6-8). ຄຳວ່າ “ພຣະວິຫານ” ໝາຍເຖິງຫຍັງໃນນີ້? ເວົ້າງ່າຍໆກໍຄື ມັນໝາຍເຖິງອາຄານທີ່ສູງ ແລະ ສະຫງ່າງາມ ແລະ ໃນຍຸກແຫ່ງພຣະບັນຍັດ, ພຣະວິຫານແມ່ນສະຖານທີ່ໆປະໂລຫິດນະມັດສະການພຣະເຈົ້າ. ເມື່ອພຣະເຢຊູເຈົ້າກ່າວວ່າ: “ສະຖານທີ່ນີ້ມີຄົນຍິ່ງໃຫຍ່ກວ່າພຣະວິຫານຫຼາຍ”, “ຄົນ” ໝາຍເຖິງຜູ້ໃດ? ຊັດເຈນ “ຄົນ” ກໍຄືພຣະເຢຊູເຈົ້າທີ່ຢູ່ໃນເນື້ອໜັງ, ຍ້ອນມີພຽງພຣະອົງທີ່ຍິ່ງໃຫຍ່ກວ່າພຣະວິຫານ. ພຣະທຳເຫຼົ່ານີ້ບອກຫຍັງແດ່ແກ່ຜູ້ຄົນ? ພຣະທຳເຫຼົ່ານີ້ບອກຜູ້ຄົນໃຫ້ອອກມາຈາກພຣະວິຫານ, ພຣະເຈົ້າໄດ້ອອກຈາກພຣະວິຫານແລ້ວ ແລະ ບໍ່ໄດ້ປະຕິບັດພາລະກິດໃນນັ້ນອີກຕໍ່ໄປ, ສະນັ້ນຜູ້ຄົນກໍຄວນສະແຫວງຫາບາດກ້າວຂອງພຣະເຈົ້າ ເຊິ່ງຢູ່ນອກພຣະວິຫານ ແລະ ຕິດຕາມບາດກ້າວຂອງພຣະອົງໃນພາລະກິດໃໝ່ຂອງພຣະອົງ. ເມື່ອພຣະເຢຊູເຈົ້າກ່າວເຊັ່ນນີ້, ມັນກໍມີຫຼັກຖານຢູ່ເບື້ອງຫຼັງພຣະທຳຂອງພຣະອົງ ເຊິ່ງນັ້ນກໍຄື ພາຍໃຕ້ພຣະບັນຍັດ, ຜູ້ຄົນໄດ້ເຫັນພຣະວິຫານເປັນສິ່ງທີ່ຍິ່ງໃຫຍ່ກວ່າພຣະເຈົ້າເອງ. ນັ້ນກໍຄື ຜູ້ຄົນນະມັດສະການພຣະວິຫານແທນທີ່ຈະນະມັດສະການພຣະເຈົ້າ, ສະນັ້ນ ພຣະເຢຊູເຈົ້າຈຶ່ງເຕືອນພວກເຂົາບໍ່ໃຫ້ນະມັດສະການພະທຽມ, ແຕ່ກົງກັນຂ້າມໃຫ້ນະມັດສະການພຣະເຈົ້າ ເພາະວ່າພຣະອົງຍິ່ງໃຫຍ່ທີ່ສຸດ. ດັ່ງນັ້ນ ພຣະອົງຈຶ່ງກ່າວວ່າ: “ເຮົາຕ້ອງການຄວາມເມດຕາ ແລະ ບໍ່ປະສົງເຄື່ອງບູຊາ”. ມັນຊັດເຈນແລ້ວວ່າ ໃນສາຍຕາຂອງພຣະເຢຊູເຈົ້າ ຜູ້ຄົນສ່ວນໃຫຍ່ທີ່ດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດແມ່ນບໍ່ໄດ້ນະມັດສະການພຣະເຢໂຮວາອີກຕໍ່ໄປ, ພຽງແຕ່ທຳທ່າຖວາຍບູຊາ ແລະ ພຣະເຢຊູເຈົ້າກໍເຫັນວ່າ ສິ່ງນີ້ຄືການນະມັດສະການພະທຽມ. ຜູ້ທີ່ນະມັດສະການພະທຽມເຫຼົ່ານີ້ເຫັນພຣະວິຫານເປັນສິ່ງທີ່ຍິ່ງໃຫຍ່ກວ່າ ແລະ ສູງສົ່ງກວ່າພຣະເຈົ້າ. ໃນຫົວໃຈຂອງພວກເຂົາແມ່ນມີພຽງແຕ່ພຣະວິຫານ, ບໍ່ແມ່ນພຣະເຈົ້າ ແລະ ຖ້າພວກເຂົາຕ້ອງສູນເສຍພຣະວິຫານ, ແລ້ວພວກເຂົາກໍຈະສູນເສຍສະຖານທີ່ອາໄສຂອງພວກເຂົາ. ຫາກປາສະຈາກພຣະວິຫານ ພວກເຂົາກໍບໍ່ມີບ່ອນໃດໃຫ້ນະມັດສະການ ແລະ ບໍ່ສາມາດປະຕິບັດການຖວາຍບູຊາຂອງພວກເຂົາໄດ້. ສິ່ງທີ່ເອີ້ນວ່າ “ສະຖານທີ່ອາໄສ” ຂອງພວກເຂົາແມ່ນບ່ອນທີ່ພວກເຂົາທຳທ່ານະມັດສະການພຣະເຈົ້າເຢໂຮວາເພື່ອຈະໄດ້ຢູ່ໃນພຣະວິຫານ ແລະ ປະຕິບັດວຽກງານຂອງພວກເຂົາເອງ. ສິ່ງທີ່ເອີ້ນວ່າ “ການຖວາຍບູຊາ” ຂອງພວກເຂົາເປັນພຽງການດຳເນີນກິດຈະກໍາສ່ວນຕົວທີ່ເປັນຕາອັບອາຍຂອງພວກເຂົາເອງ ພາຍໃຕ້ການທໍາທ່າຮັບໃຊ້ຂອງພວກເຂົາໃນພຣະວິຫານ. ນີ້ແມ່ນເຫດຜົນທີ່ຜູ້ຄົນໃນເວລານັ້ນເຫັນວ່າພຣະວິຫານຍິ່ງໃຫຍ່ກວ່າພຣະເຈົ້າ. ພຣະເຢຊູເຈົ້າກ່າວພຣະທຳເຫຼົ່ານີ້ເປັນຄຳເຕືອນຕໍ່ຜູ້ຄົນ, ຍ້ອນພວກເຂົາກຳລັງໃຊ້ພຣະວິຫານເພື່ອບັງໜ້າ ແລະ ການຖວາຍບູຊາເພື່ອຫຼອກລວງຜູ້ຄົນ ແລະ ຫຼອກລວງພຣະເຈົ້າ. ຖ້າເຈົ້ານໍາພຣະທຳເຫຼົ່ານີ້ມາໃຊ້ໃນປັດຈຸບັນ, ພຣະທຳເຫຼົ່ານີ້ກໍຍັງໃຊ້ໄດ້ຢູ່ ແລະ ກົງປະເດັນທີ່ສຸດ. ເຖິງແມ່ນຜູ້ຄົນໃນປັດຈຸບັນໄດ້ຜະເຊີນກັບພາລະກິດທີ່ແຕກຕ່າງຂອງພຣະເຈົ້າຫຼາຍກວ່າທີ່ຜູ້ຄົນໃນຍຸກແຫ່ງພຣະບັນຍັດໄດ້ຜະເຊີນ, ທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາກໍຄືກັນ. ໃນບໍລິບົດຂອງພາລະກິດປັດຈຸບັນ, ຜູ້ຄົນຍັງຈະເຮັດສິ່ງແບບດຽວກັນ ດັ່ງທີ່ໄດ້ນໍາສະເໜີໃນພຣະທຳທີ່ວ່າ: “ພຣະວິຫານຍິ່ງໃຫຍ່ກວ່າພຣະເຈົ້າ”. ຕົວຢ່າງເຊັ່ນ: ຜູ້ຄົນເຫັນວ່າ ການປະຕິບັດໜ້າທີ່ຂອງພວກເຂົາຄືອາຊີບຂອງພວກເຂົາ; ພວກເຂົາເຫັນວ່າ ການເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ການສູ້ຮົບກັບມັງກອນແດງໃຫຍ່ຄືການເຄື່ອນໄຫວທາງການເມືອງເພື່ອປົກປ້ອງສິດທິມະນຸດ, ເພື່ອປະຊາທິປະໄຕ ແລະ ອິດສະຫຼະພາບ; ພວກເຂົາຫັນປ່ຽນໜ້າທີ່ຂອງພວກເຂົາເປັນທັກສະເພື່ອໃຊ້ເຂົ້າໃນອາຊີບຂອງພວກເຂົາ, ແຕ່ພວກເຂົາປະຕິບັດຕໍ່ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍເປັນພຽງທິດສະດີທາງສາສະໜາຢ່າງໜຶ່ງທີ່ຕ້ອງຮັກສາເທົ່ານັ້ນ; ແລະ ອື່ນໆອີກ. ພຶດຕິກຳເຫຼົ່ານີ້ບໍ່ຄືກັບຂໍ້ຄວາມທີ່ວ່າ: “ພຣະວິຫານຍິ່ງໃຫຍ່ກວ່າພຣະເຈົ້າ” ບໍ? ຄວາມແຕກຕ່າງກໍຄື ສອງພັນປີທີ່ຜ່ານມາ ຜູ້ຄົນດຳເນີນທຸລະກິດສ່ວນຕົວຂອງພວກເຂົາໃນພຣະວິຫານທີ່ຈັບຕ້ອງໄດ້, ແຕ່ໃນປັດຈຸບັນ ຜູ້ຄົນປະຕິບັດທຸລະກິດສ່ວນຕົວຂອງພວກເຂົາໃນພຣະວິຫານທີ່ບໍ່ສາມາດຈັບຕ້ອງໄດ້. ຄົນທີ່ເຊີດຊູກົດລະບຽບຈະເຫັນວ່າກົດລະບຽບຍິ່ງໃຫຍ່ກວ່າພຣະເຈົ້າ, ຄົນທີ່ຮັກສະຖານະກໍຈະເຫັນວ່າສະຖານະຍິ່ງໃຫຍ່ກວ່າພຣະເຈົ້າ, ຄົນທີ່ຮັກອາຊີບຂອງພວກເຂົາກໍຈະເຫັນວ່າອາຊີບຍິ່ງໃຫຍ່ກວ່າພຣະເຈົ້າ ແລະ ອື່ນໆອີກ, ທຸກການສະແດງອອກຂອງພວກເຂົາພາໃຫ້ເຮົາກ່າວວ່າ: “ຜູ້ຄົນສັນລະເສີນພຣະເຈົ້າວ່າຍິ່ງໃຫຍ່ທີ່ສຸດພຽງຜ່ານຄຳເວົ້າຂອງພວກເຂົາ, ແຕ່ໃນສາຍຕາຂອງພວກເຂົາ ທຸກສິ່ງແມ່ນຍິ່ງໃຫຍ່ກວ່າພຣະເຈົ້າ”. ນີ້ກໍຍ້ອນວ່າ ທັນທີທີ່ຜູ້ຄົນຄົ້ນພົບໂອກາດຕາມເສັ້ນທາງໃນການຕິດຕາມພຣະເຈົ້າຂອງພວກເຂົາເພື່ອສະແດງພອນສະຫວັນຂອງພວກເຂົາເອງອອກມາ ຫຼື ດຳເນີນທຸລະກິດ ຫຼື ອາຊີບຂອງພວກເຂົາເອງ, ພວກເຂົາກໍຈະຫ່າງອອກຈາກພຣະເຈົ້າ ແລະ ຍຶດຕິດກັບອາຊີບອັນເປັນທີ່ຮັກຂອງພວກເຂົາ. ແຕ່ສຳລັບສິ່ງທີ່ພຣະເຈົ້າໄດ້ຝາກຝັງໄວ້ໃຫ້ແກ່ພວກເຂົາ ແລະ ຄວາມປະສົງຂອງພຣະອົງ, ສິ່ງເຫຼົ່ານີ້ໄດ້ຖືກປະຖິ້ມຕັ້ງແຕ່ດົນນານມາແລ້ວ. ແມ່ນຫຍັງຄືຄວາມແຕກຕ່າງກັນລະຫວ່າງສະພາວະຂອງຜູ້ຄົນເຫຼົ່ານີ້ ແລະ ຄົນທີ່ດຳເນີນທຸລະກິດຂອງພວກເຂົາເອງໃນພຣະວິຫານສອງພັນປີກ່ອນ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 67)

ປະໂຫຍກທີ່ວ່າ: “ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” ບົ່ງບອກແກ່ຜູ້ຄົນວ່າ ທຸກສິ່ງທີ່ກ່ຽວກັບພຣະເຈົ້າບໍ່ແມ່ນມາຈາກທຳມະຊາດທີ່ເປັນວັດຖຸ ແລະ ເຖິງແມ່ນພຣະເຈົ້າສາມາດສະໜອງແກ່ທຸກຄວາມຕ້ອງການດ້ານວັດຖຸຂອງເຈົ້າ ແລະ ຫຼັງຈາກທີ່ເຈົ້າໄດ້ບັນລຸທຸກຄວາມຕ້ອງການດ້ານວັດຖຸນີ້ແລ້ວ, ຄວາມພໍໃຈຈາກສິ່ງເຫຼົ່ານີ້ຈະສາມາດແທນທີ່ການສະແຫວງຫາຄວາມຈິງຂອງເຈົ້າໄດ້ບໍ? ສິ່ງນັ້ນເປັນໄປບໍ່ໄດ້ຢ່າງແນ່ນອນ! ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນ ທີ່ພວກເຮົາໄດ້ສົນທະນາກັນ ລ້ວນແລ້ວແຕ່ແມ່ນຄວາມຈິງທັງນັ້ນ. ຄຸນຄ່າຂອງມັນບໍ່ສາມາດວັດແທກໄດ້ໂດຍວັດຖຸສິ່ງຂອງໃດໜຶ່ງ, ບໍ່ວ່າມັນຈະມີຄຸນຄ່າສໍ່າໃດ ຫຼື ຄຸນຄ່າຂອງມັນບໍ່ສາມາດສະແດງປະລິມານເປັນເງິນໄດ້, ຍ້ອນມັນບໍ່ແມ່ນວັດຖຸສິ່ງຂອງ ແລະ ມັນສະໜອງໃຫ້ແກ່ຄວາມຕ້ອງການຂອງຫົວໃຈຂອງແຕ່ລະຄົນ. ສຳລັບແຕ່ລະຄົນແລ້ວ, ຄຸນຄ່າຂອງຄວາມຈິງທີ່ບໍ່ສາມາດຈັບຕ້ອງໄດ້ເຫຼົ່ານີ້ຄວນຍິ່ງໃຫຍ່ກວ່າຄຸນຄ່າຂອງວັດຖຸສິ່ງຂອງໃດໆທີ່ເຈົ້າອາດເຊີດຊູ, ບໍ່ແມ່ນບໍ? ຄຳຢືນຢັນນີ້ແມ່ນສິ່ງທີ່ພວກເຈົ້າຈໍາເປັນຕ້ອງຮໍ່າໄຮ. ປະເດັນຫຼັກຂອງສິ່ງທີ່ເຮົາເວົ້າກໍຄື ສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ທຸກສິ່ງກ່ຽວກັບພຣະເຈົ້າແມ່ນສິ່ງສຳຄັນທີ່ສຸດສຳລັບແຕ່ລະຄົນ ແລະ ບໍ່ສາມາດແທນທີ່ໄດ້ໂດຍວັດຖຸສິ່ງຂອງໃດໆ. ເຮົາຈະຍົກຕົວຢ່າງໃຫ້ແກ່ເຈົ້າ: ເມື່ອເຈົ້າຫິວເຂົ້າ, ເຈົ້າຕ້ອງການອາຫານ. ອາຫານນີ້ອາດເປັນອາຫານທີ່ດີ ຫຼື ບໍ່ດີ ຫຼື ເປັນທີ່ພໍໃຈ ຫຼື ບໍ່ພໍໃຈ, ແຕ່ຕາບໃດທີ່ເຈົ້າກິນອີ່ມ, ເຈົ້າກໍຈະບໍ່ມີຄວາມຮູ້ສຶກຫິວອີກຕໍ່ໄປ, ຄວາມຫິວກໍຈະຫາຍໄປທັນທີ. ເຈົ້າສາມາດນັ່ງຢ່າງງຽບສະຫງົບ ແລະ ຮ່າງກາຍຂອງເຈົ້າກໍຈະສະຫງົບສຸກ. ຄວາມຫິວໂຫຍຂອງຜູ້ຄົນສາມາດແກ້ໄຂໄດ້ດ້ວຍອາຫານ, ແຕ່ເມື່ອເຈົ້າກຳລັງຕິດຕາມພຣະເຈົ້າ ແລະ ຮູ້ສຶກວ່າເຈົ້າບໍ່ເຂົ້າໃຈພຣະອົງ, ເຈົ້າຈະແກ້ໄຂຄວາມວ່າງເປົ່າທີ່ຢູ່ໃນຫົວໃຈຂອງເຈົ້າໄດ້ແນວໃດ? ມັນສາມາດແກ້ໄຂດ້ວຍອາຫານໄດ້ບໍ? ຫຼື ເມື່ອເຈົ້າກຳລັງຕິດຕາມພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ, ເຈົ້າສາມາດໃຊ້ຫຍັງເພື່ອທົດແທນຄວາມຫິວໂຫຍທີ່ຢູ່ໃນຫົວໃຈຂອງເຈົ້າໄດ້? ໃນລະຫວ່າງທີ່ເຈົ້າຜະເຊີນກັບຄວາມລອດພົ້ນຜ່ານທາງພຣະເຈົ້າ, ໃນຂະນະທີ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງເຈົ້າ, ຖ້າເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ ຫຼື ບໍ່ຮູ້ຈັກວ່າຄວາມຈິງແມ່ນຫຍັງ, ຖ້າເຈົ້າບໍ່ເຂົ້າໃຈອຸປະນິໄສຂອງພຣະເຈົ້າ, ແລ້ວເຈົ້າຈະບໍ່ຮູ້ສຶກອຶດອັດໃຈຫຼາຍບໍ? ເຈົ້າຈະບໍ່ຮູ້ສຶກເຖິງຄວາມຫິວໂຫຍ ແລະ ຄວາມກະຫາຍອັນແຮງກ້າໃນຫົວໃຈຂອງເຈົ້າບໍ? ຄວາມຮູ້ສຶກເຫຼົ່ານີ້ຈະບໍ່ຫ້າມເຈົ້າບໍ່ໃຫ້ມີຄວາມສະຫງົບໃນຫົວໃຈຂອງເຈົ້າບໍ? ແລ້ວເຈົ້າຈະສາມາດທົດແທນຄວາມຫິວໂຫຍໃນຫົວໃຈຂອງເຈົ້າໄດ້ແນວໃດ, ມີວິທີທີ່ຈະແກ້ໄຂມັນບໍ? ບາງຄົນໄປເລາະຊື້ເຄື່ອງ, ບາງຄົນຊອກຫາໝູ່ຂອງພວກເຂົາເພື່ອຈົ່ມທຸກນໍາ, ບາງຄົນມົກໝຸ້ນຢູ່ກັບການນອນ, ບາງຄົນອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນ ຫຼື ພວກເຂົາເຮັດວຽກໜັກຂຶ້ນ ແລະ ເສຍສະຫຼະຄວາມພະຍາຍາມຫຼາຍຂຶ້ນເພື່ອປະຕິບັດໜ້າທີ່ຂອງພວກເຂົາ. ສິ່ງຕ່າງໆເຫຼົ່ານີ້ສາມາດແກ້ໄຂຄວາມຫຍຸ້ງຍາກແທ້ຈິງຂອງເຈົ້າໄດ້ບໍ? ພວກເຈົ້າທຸກຄົນເຂົ້າໃຈການປະຕິບັດປະເພດເຫຼົ່ານີ້ຢ່າງສົມບູນ. ເມື່ອເຈົ້າຮູ້ສຶກບໍ່ມີພະລັງ, ເມື່ອເຈົ້າຮູ້ສຶກເຖິງຄວາມປາຖະໜາອັນແຮງກ້າທີ່ຈະຮັບເອົາແສງສະຫວ່າງຈາກພຣະເຈົ້າເພື່ອເຮັດໃຫ້ເຈົ້າໄດ້ຮູ້ຈັກເຖິງຄວາມເປັນຈິງແຫ່ງຄວາມຈິງ ແລະ ຄວາມປະສົງຂອງພຣະອົງ, ເຈົ້າຕ້ອງການຫຍັງຫຼາຍທີ່ສຸດ? ສິ່ງທີ່ເຈົ້າຕ້ອງການບໍ່ແມ່ນອາຫານຄົບຊຸດ ແລະ ມັນບໍ່ແມ່ນຄຳເວົ້າທີ່ດີສອງສາມຄຳ, ແຮງໄກທີ່ຈະເປັນຄວາມສະບາຍ ແລະ ຄວາມພໍໃຈຊົ່ວຄາວຂອງເນື້ອໜັງ, ສິ່ງທີ່ເຈົ້າຕ້ອງການແມ່ນໃຫ້ພຣະເຈົ້າບອກເຈົ້າໂດຍກົງ ແລະ ຢ່າງຊັດເຈນເຖິງສິ່ງທີ່ເຈົ້າຄວນເຮັດ ແລະ ວິທີທີ່ເຈົ້າຄວນເຮັດສິ່ງນັ້ນ, ບອກເຈົ້າຢ່າງຊັດເຈນວ່າແມ່ນຫຍັງຄືຄວາມຈິງ. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈສິ່ງນີ້ແລ້ວ, ເຖິງແມ່ນເຈົ້າໄດ້ຮັບພຽງສ່ວນເລັກນ້ອຍຂອງຄວາມເຂົ້າໃຈ, ເຈົ້າຈະບໍ່ຮູ້ສຶກພໍໃຈໃນຫົວໃຈຂອງເຈົ້າຫຼາຍກວ່າອາຫານແຊບໆທີ່ເຈົ້າໄດ້ກິນບໍ? ເມື່ອຫົວໃຈຂອງເຈົ້າພໍໃຈ, ຫົວໃຈຂອງເຈົ້າ ແລະ ການເປັນຢູ່ທັງໝົດຂອງເຈົ້າຈະບໍ່ມີຄວາມສະຫງົບຢ່າງແທ້ຈິງບໍ? ຜ່ານການປຽບທຽບ ແລະ ການວິເຄາະນີ້, ພວກເຈົ້າເຂົ້າໃຈແລ້ວບໍໃນຕອນນີ້ວ່າ ເປັນຫຍັງເຮົາຈຶ່ງຕ້ອງການທີ່ຈະແບ່ງປັນປະໂຫຍກນີ້: “ບຸດມະນຸດແມ່ນພຣະຜູ້ເປັນເຈົ້າແມ່ນແຕ່ໃນວັນຊະບາໂຕ” ກັບພວກເຈົ້າ? ຄວາມໝາຍຂອງມັນກໍຄື ສິ່ງທີ່ມາຈາກພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ທຸກສິ່ງກ່ຽວກັບພຣະອົງ ແມ່ນຍິ່ງໃຫຍ່ກວ່າສິ່ງອື່ນໃດ ລວມເຖິງສິ່ງຂອງ ຫຼື ບຸກຄົນທີ່ເຈົ້າເຄີຍເຊື່ອວ່າເຈົ້າເຊີດຊູທີ່ສຸດ. ນັ້ນໝາຍຄວາມວ່າ ຖ້າບຸກຄົນໃດໜຶ່ງບໍ່ສາມາດຮັບເອົາພຣະທຳຈາກປາກຂອງພຣະເຈົ້າ ຫຼື ພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ, ພວກເຂົາກໍບໍ່ສາມາດຮັບເອົາຄວາມສະຫງົບໄດ້. ໃນປະສົບການອະນາຄົດຂອງພວກເຈົ້າ, ພວກເຈົ້າຈະເຂົ້າໃຈວ່າ ເປັນຫຍັງເຮົາຈຶ່ງຕ້ອງການໃຫ້ພວກເຈົ້າເຫັນຂໍ້ຄວາມນີ້ໃນມື້ນີ້, ສິ່ງນີ້ສຳຄັນຫຼາຍ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຄວາມຈິງ ແລະ ຊີວິດ. ຄວາມຈິງແມ່ນສິ່ງທີ່ຜູ້ຄົນບໍ່ສາມາດປາສະຈາກໄດ້ໃນຊີວິດຂອງພວກເຂົາ ແລະ ມັນແມ່ນສິ່ງທີ່ພວກເຂົາບໍ່ສາມາດເຮັດຫຍັງໄດ້ຫາກປາສະຈາກມັນ; ເຈົ້າຍັງສາມາດເວົ້າວ່າ ມັນແມ່ນສິ່ງທີ່ຍິ່ງໃຫຍ່ທີ່ສຸດ. ເຖິງແມ່ນເຈົ້າບໍ່ສາມາດຫຼຽວເບິ່ງມັນ ຫຼື ສຳຜັດມັນໄດ້, ຄວາມສຳຄັນຂອງມັນຕໍ່ເຈົ້າກໍບໍ່ສາມາດຖືກເມີນເສີຍ; ມັນແມ່ນສິ່ງດຽວທີ່ສາມາດນໍາຄວາມສະຫງົບມາສູ່ຫົວໃຈຂອງເຈົ້າ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 68)

ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມຈິງແມ່ນກ່ຽວຂ້ອງກັບສະພາວະຂອງພວກເຈົ້າເອງບໍ? ໃນຊີວິດທີ່ເປັນຈິງ, ເຈົ້າຕ້ອງຄິດກ່ອນວ່າ ຄວາມຈິງອັນໃດກ່ຽວພັນກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຈົ້າໄດ້ຜະເຊີນ; ທ່າມກາງຄວາມຈິງເຫຼົ່ານີ້ ເຈົ້າຈະຄົ້ນພົບຄວາມປະສົງຂອງພຣະເຈົ້າ ແລະ ເຊື່ອມໂຍງສິ່ງທີ່ເຈົ້າໄດ້ຜະເຊີນກັບຄວາມປະສົງຂອງພຣະອົງ. ຖ້າເຈົ້າບໍ່ຮູ້ຈັກວ່າ ດ້ານໃດຂອງຄວາມຈິງທີ່ກ່ຽວພັນກັບສິ່ງຕ່າງໆທີ່ເຈົ້າໄດ້ຜະເຊີນ ແຕ່ກົງກັນຂ້າມ ເຈົ້າໄປສະແຫວງຫາຄວາມປະສົງຂອງພຣະເຈົ້າໂດຍກົງ, ນີ້ຄືວິທີສະແຫວງແບບຫຼັບຫູຫຼັບຕາ ທີ່ບໍ່ສາມາດບັນລຸຜົນໄດ້. ຖ້າເຈົ້າຕ້ອງການສະແຫວງຫາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ກ່ອນອື່ນ ເຈົ້າຈຳເປັນຕ້ອງເບິ່ງວ່າສິ່ງໃດເກີດຂຶ້ນກັບເຈົ້າ, ເບິ່ງດ້ານຄວາມຈິງທີ່ກ່ຽວຂ້ອງ ແລະ ຊອກຫາຄວາມຈິງໃນພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງກັບສິ່ງທີ່ເຈົ້າໄດ້ຜະເຊີນ. ແລ້ວເຈົ້າກໍຈະຄົ້ນພົບເສັ້ນທາງແຫ່ງການປະຕິບັດທີ່ເໝາະສົມສຳລັບເຈົ້າໃນຄວາມຈິງນັ້ນ; ໃນລັກສະນະນີ້ ເຈົ້າຈະສາມາດຮັບເອົາຄວາມເຂົ້າໃຈທາງອ້ອມກ່ຽວກັບຄວາມປະສົງຂອງພຣະເຈົ້າ. ການຄົ້ນຫາ ແລະ ການປະຕິບັດຄວາມຈິງບໍ່ແມ່ນການນໍາໃຊ້ທິດສະດີຄືກັບເຄື່ອງຈັກ ຫຼື ການປະຕິບັດຕາມສູດຕໍາລາ. ຄວາມຈິງບໍ່ໄດ້ເປັນສູດຕໍາລາ ຫຼື ມັນບໍ່ແມ່ນກົດເກນ. ມັນບໍ່ໄດ້ຕາຍ, ມັນຄືຊີວິດ, ມັນຄືສິ່ງທີ່ມີຊີວິດ ແລະ ມັນຄືກົດລະບຽບທີ່ສິ່ງຖືກສ້າງຕ້ອງປະຕິບັດຕາມໃນຊີວິດ ແລະ ກົດລະບຽບທີ່ມະນຸດຕ້ອງມີໃນຊີວິດ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຂົ້າໃຈຜ່ານທາງປະສົບການໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ບໍ່ວ່າເຈົ້າມາເຖິງຂັ້ນຕອນໃດໃນປະສົບການຂອງເຈົ້າ, ເຈົ້າກໍບໍ່ສາມາດຕັດຂາດຈາກພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງໄດ້ ແລະ ສິ່ງທີ່ເຈົ້າເຂົ້າໃຈກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ເຈົ້າຮູ້ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນກໍລ້ວນແລ້ວແຕ່ຖືກສະແດງອອກໃນພຣະທຳຂອງພຣະເຈົ້າ; ພວກມັນເຊື່ອມໂຍງກັບຄວາມຈິງໂດຍແຍກອອກຈາກກັນບໍ່ໄດ້. ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນແມ່ນຄວາມຈິງໃນຕົວຂອງມັນເອງ; ຄວາມຈິງເປັນການສະແດງອອກຢ່າງແທ້ຈິງເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ມັນເຮັດໃຫ້ສິ່ງທີ່ພຣະເຈົ້າມີ ແລະ ເປັນນັ້ນເປັນຮູບປະທຳ ແລະ ມັນສ້າງການຢືນຢັນຢ່າງຊັດເຈນກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ; ມັນບອກເຈົ້າໂດຍກົງກ່ຽວກັບສິ່ງທີ່ພຣະເຈົ້າມັກ, ສິ່ງທີ່ພຣະອົງບໍ່ມັກ, ສິ່ງທີ່ພຣະອົງຕ້ອງການໃຫ້ເຈົ້າເຮັດ ແລະ ສິ່ງທີ່ພຣະອົງບໍ່ອະນຸຍາດໃຫ້ເຈົ້າເຮັດ, ຄົນໃດທີ່ພຣະອົງລັງກຽດ ແລະ ຄົນໃດທີ່ພຣະອົງຊື່ນຊົມ. ເບື້ອງຫຼັງຄວາມຈິງທີ່ພຣະເຈົ້າສະແດງອອກ, ຜູ້ຄົນສາມາດເຫັນເຖິງຄວາມພໍໃຈ, ຄວາມໃຈຮ້າຍ, ຄວາມໂສກເສົ້າ ແລະ ຄວາມສຸກຂອງພຣະອົງ ພ້ອມທັງແກ່ນແທ້ຂອງພຣະອົງ, ນີ້ຄືການເປີດເຜີຍເຖິງອຸປະນິໄສຂອງພຣະອົງ. ນອກຈາກການຮູ້ຈັກສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ການເຂົ້າໃຈອຸປະນິໄສຂອງພຣະອົງຈາກພຣະທຳຂອງພຣະອົງ, ສິ່ງທີ່ສຳຄັນທີ່ສຸດກໍຄືຄວາມຕ້ອງການເພື່ອບັນລຸຄວາມເຂົ້າໃຈນີ້ຜ່ານທາງປະສົບການຕົວຈິງ. ຖ້າບຸກຄົນໃດໜຶ່ງເອົາຕົນເອງອອກຈາກຊີວິດທີ່ເປັນຈິງເພື່ອຮູ້ຈັກພຣະເຈົ້າ, ພວກເຂົາກໍຈະບໍ່ສາມາດບັນລຸສິ່ງນັ້ນໄດ້. ເຖິງແມ່ນວ່າມີຜູ້ຄົນທີ່ສາມາດຮັບເອົາຄວາມເຂົ້າໃຈບາງຢ່າງຈາກພຣະທຳຂອງພຣະເຈົ້າໄດ້, ຄວາມເຂົ້າໃຈຂອງພວກເຂົາກໍຖືກຈຳກັດໃນທິດສະດີ ແລະ ຄຳເວົ້າ ແລະ ເກີດມີຄວາມບໍ່ສອດຄ່ອງກັນຢ່າງໃຫຍ່ຫຼວງກັບສິ່ງທີ່ພຣະເຈົ້າເປັນ.

ສິ່ງທີ່ພວກເຮົາກຳລັງສົນທະນາກັນໃນຕອນນີ້ກໍລ້ວນແລ້ວແຕ່ຢູ່ພາຍໃນຂອບເຂດຂອງເລື່ອງລາວທີ່ຖືກບັນທຶກໄວ້ໃນພຣະຄຳພີ. ຜ່ານທາງເລື່ອງລາວເຫຼົ່ານີ້ ແລະ ຜ່ານທາງການວິເຄາະສິ່ງເຫຼົ່ານີ້ທີ່ເກີດຂຶ້ນ, ຜູ້ຄົນສາມາດເຂົ້າໃຈອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ທີ່ພຣະອົງໄດ້ສະແດງອອກ, ເຮັດໃຫ້ພວກເຂົາຮູ້ຈັກທຸກດ້ານຂອງພຣະເຈົ້າໄດ້ຢ່າງກວ້າງຂວາງຍິ່ງຂຶ້ນ, ເລິກເຊິ່ງຍິ່ງຂຶ້ນ, ລະອຽດຍິ່ງຂຶ້ນ ແລະ ທົ່ວເຖິງຍິ່ງຂຶ້ນ. ສະນັ້ນ ວິທີດຽວທີ່ຈະຮູ້ຈັກທຸກດ້ານຂອງພຣະເຈົ້າແມ່ນຜ່ານເລື່ອງລາວເຫຼົ່ານີ້ບໍ? ບໍ່, ມັນບໍ່ແມ່ນພຽງວິທີດຽວເທົ່ານັ້ນ! ຍ້ອນສິ່ງທີ່ພຣະເຈົ້າກ່າວ ແລະ ພາລະກິດທີ່ພຣະອົງປະຕິບັດໃນຍຸກແຫ່ງອານາຈັກສາມາດຊ່ວຍໃຫ້ຜູ້ຄົນຮູ້ຈັກອຸປະນິໄສຂອງພຣະອົງໄດ້ດີຍິ່ງຂຶ້ນ ແລະ ຮູ້ຈັກມັນໄດ້ຢ່າງສົມບູນຍິ່ງຂຶ້ນ. ເຖິງຢ່າງໃດກໍຕາມ, ເຮົາຄິດວ່າມັນງ່າຍກວ່າທີ່ຈະຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ເຂົ້າໃຈສິ່ງທີ່ພຣະອົງມີ ແລະ ເປັນຜ່ານຕົວຢ່າງ ຫຼື ເລື່ອງລາວບາງຢ່າງທີ່ຖືກບັນທຶກໄວ້ໃນພຣະຄຳພີທີ່ຜູ້ຄົນຄຸ້ນເຄີຍ. ຖ້າເຮົາເອົາພຣະທຳແຫ່ງການພິພາກສາ ແລະ ການຂ້ຽນຕີ ແລະ ຄວາມຈິງທີ່ພຣະເຈົ້າສະແດງອອກໃນປັດຈຸບັນມາເທື່ອລະຂໍ້ເພື່ອເຮັດໃຫ້ເຈົ້າສາມາດຮູ້ຈັກພຣະອົງດ້ວຍວິທີນີ້, ເຈົ້າກໍຈະຮູ້ສຶກວ່າມັນເປັນຕາເບື່ອເກີນໄປ ແລະ ເປັນຕາໜ່າຍເກີນໄປ ແລະ ບາງຄົນຈະຍິ່ງຮູ້ສຶກວ່າພຣະທຳຂອງພຣະເຈົ້າເບິ່ງຄືເປັນສູດຕໍາລາ. ແຕ່ຖ້າເຮົາເອົາເລື່ອງລາວໃນພຣະຄຳພີເຫຼົ່ານີ້ເປັນຕົວຢ່າງເພື່ອຊ່ວຍໃຫ້ຜູ້ຄົນຮູ້ຈັກອຸປະນິໄສຂອງພຣະເຈົ້າ, ພວກເຂົາກໍຈະບໍ່ພົບວ່າມັນເປັນຕາເບື່ອ. ເຈົ້າສາມາດເວົ້າວ່າ ໃນເວລາອະທິບາຍຕົວຢ່າງເຫຼົ່ານີ້, ລາຍລະອຽດຂອງສິ່ງທີ່ຢູ່ໃນຫົວໃຈຂອງພຣະເຈົ້າໃນເວລານັ້ນ, ອາລົມ ຫຼື ຄວາມຮູ້ສຶກຂອງພຣະອົງ ຫຼື ຄວາມຄິດ ແລະ ແນວຄິດຂອງພຣະອົງ ແມ່ນຖືກເປີດເຜີຍໃຫ້ແກ່ຜູ້ຄົນດ້ວຍພາສາມະນຸດ ແລະ ເປົ້າໝາຍຂອງທຸກສິ່ງນີ້ກໍແມ່ນເພື່ອເຮັດໃຫ້ພວກເຂົາໄດ້ເຂົ້າໃຈ, ໄດ້ຮູ້ສຶກວ່າສິ່ງທີ່ພຣະເຈົ້າມີ ແລະ ເປັນບໍ່ແມ່ນສູດຕໍາລາ. ມັນບໍ່ແມ່ນເລື່ອງເລົ່າລື ຫຼື ບາງສິ່ງທີ່ຜູ້ຄົນບໍ່ສາມາດເຫັນ ຫຼື ສຳຜັດໄດ້. ມັນແມ່ນສິ່ງທີ່ມີຢູ່ຢ່າງແທ້ຈິງ, ທີ່ຜູ້ຄົນສາມາດຮູ້ສຶກ ແລະ ເຂົ້າໃຈໄດ້. ນີ້ແມ່ນເປົ້າໝາຍສູງສຸດ. ເຈົ້າສາມາດເວົ້າໄດ້ວ່າ ຜູ້ຄົນທີ່ດຳລົງຊີວິດຢູ່ໃນຍຸກນີ້ແມ່ນໄດ້ຮັບພອນຫຼາຍ. ພວກເຂົາສາມາດຖອດຖອນຈາກເລື່ອງລາວໃນພຣະຄຳພີເພື່ອຮັບເອົາຄວາມເຂົ້າໃຈຢ່າງກວ້າງຂວາງຂຶ້ນກ່ຽວກັບພາລະກິດຜ່ານມາຂອງພຣະເຈົ້າ; ພວກເຂົາສາມາດເຫັນເຖິງອຸປະນິໄສຂອງພຣະອົງຜ່ານພາລະກິດທີ່ພຣະອົງໄດ້ປະຕິບັດ; ພວກເຂົາສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດຜ່ານອຸປະນິໄສເຫຼົ່ານີ້ທີ່ພຣະອົງໄດ້ສະແດງອອກ ແລະ ເຂົ້າໃຈເຖິງການສະແດງອອກທີ່ເປັນຮູບປະທຳຂອງຄວາມບໍລິສຸດຂອງພຣະອົງ ແລະ ຄວາມຫ່ວງໃຍຂອງພຣະອົງທີ່ມີຕໍ່ມະນຸດ ແລະ ດ້ວຍວິທີນີ້ ພວກເຂົາກໍຈະສາມາດບັນລຸຄວາມຮູ້ຢ່າງລະອຽດຍິ່ງຂຶ້ນ ແລະ ເລິກເຊິ່ງຍິ່ງຂຶ້ນກ່ຽວກັບອຸປະນິໄສຂອງພຣະເຈົ້າ. ເຮົາເຊື່ອວ່າ ບັດນີ້ ພວກເຈົ້າທຸກຄົນສາມາດຮູ້ສຶກເຖິງສິ່ງນີ້ໄດ້!

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 69)

ພາຍໃນຂອບເຂດຂອງພາລະກິດທີ່ພຣະເຢຊູເຈົ້າໄດ້ສຳເລັດໃນຍຸກແຫ່ງພຣະຄຸນ, ເຈົ້າສາມາດເຫັນອີກດ້ານທີ່ພຣະເຈົ້າມີ ແລະ ເປັນ. ດ້ານນີ້ແມ່ນຖືກສະແດງອອກຜ່ານທາງເນື້ອໜັງຂອງພຣະອົງ ແລະ ຜູ້ຄົນສາມາດເຫັນ ແລະ ເຂົ້າໃຈມັນໄດ້ ຍ້ອນຄວາມເປັນມະນຸດຂອງພຣະອົງ. ໃນບຸດມະນຸດ, ຜູ້ຄົນໄດ້ເຫັນເຖິງວິທີທີ່ພຣະເຈົ້າທີ່ຢູ່ໃນເນື້ອໜັງດຳລົງຊີວິດຕາມຄວາມເປັນມະນຸດຂອງພຣະອົງ ແລະ ພວກເຂົາໄດ້ເຫັນເຖິງຄວາມເປັນພຣະເຈົ້າທີ່ຖືກສະແດງອອກຜ່ານທາງເນື້ອໜັງ. ການສະແດງອອກສອງປະເພດນີ້ເຮັດໃຫ້ຜູ້ຄົນໄດ້ເຫັນເຖິງພຣະເຈົ້າທີ່ເປັນຈິງຫຼາຍ ແລະ ມັນເຮັດໃຫ້ຜູ້ຄົນມີແນວຄິດທີ່ແຕກຕ່າງກ່ຽວກັບພຣະເຈົ້າ. ເຖິງຢ່າງໃດກໍຕາມ, ໃນລະຫວ່າງການເນລະມິດສ້າງແຜ່ນດິນໂລກ ແລະ ການສິ້ນສຸດຂອງຍຸກແຫ່ງພຣະບັນຍັດ, ນັ້ນກໍຄື ກ່ອນຍຸກແຫ່ງພຣະຄຸນ, ລັກສະນະດຽວຂອງພຣະເຈົ້າທີ່ຜູ້ຄົນສາມາດເຫັນ, ສາມາດໄດ້ຍິນ ແລະ ຜະເຊີນກໍຄືຄວາມເປັນພຣະເຈົ້າຂອງພຣະເຈົ້າ, ສິ່ງຕ່າງໆທີ່ພຣະເຈົ້າເຮັດ ແລະ ກ່າວໃນຂອບເຂດທີ່ຈັບຕ້ອງບໍ່ໄດ້ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ສະແດງອອກຈາກຕົວຕົນທີ່ແທ້ຈິງຂອງພຣະອົງ ເຊິ່ງບໍ່ສາມາດເຫັນ ຫຼື ສຳຜັດໄດ້. ສິ່ງເຫຼົ່ານີ້ເຮັດໃຫ້ຜູ້ຄົນຮູ້ສຶກຢູ່ເລື້ອຍໆວ່າ ພຣະເຈົ້າສູງສົ່ງຫຼາຍໃນຄວາມຍິ່ງໃຫຍ່ຂອງພຣະອົງ ຈົນພວກເຂົາບໍ່ສາມາດຫຍັບເຂົ້າໃກ້ພຣະອົງໄດ້. ຄວາມຮູ້ສຶກທີ່ພຣະເຈົ້າມັກມອບໃຫ້ແກ່ຜູ້ຄົນກໍຄືພຣະອົງລິບເຂົ້າ ແລະ ລິບອອກຈາກຄວາມສາມາດຂອງພວກເຂົາທີ່ຈະຮັບຮູ້ພຣະອົງ ແລະ ຜູ້ຄົນເຖິງກັບຮູ້ສຶກວ່າແຕ່ລະຄວາມຄິດ ແລະ ແນວຄິດຂອງພຣະອົງແມ່ນລຶກລັບ ແລະ ລີ້ລັບຫຼາຍຈົນບໍ່ມີທາງທີ່ຈະໄປເຖິງສິ່ງເຫຼົ່ານັ້ນໄດ້, ແຮງໄກທີ່ຈະແມ່ນແຕ່ພະຍາຍາມເຂົ້າໃຈ ແລະ ເຫັນຄຸນຄ່າສິ່ງເຫຼົ່ານັ້ນ. ສຳລັບຜູ້ຄົນແລ້ວ, ທຸກສິ່ງກ່ຽວກັບພຣະເຈົ້າແມ່ນຫ່າງໄກຫຼາຍ, ຫ່າງໄກຫຼາຍຈົນຜູ້ຄົນບໍ່ສາມາດເຫັນສິ່ງນັ້ນໄດ້, ບໍ່ສາມາດສຳຜັດໄດ້. ພຣະອົງເບິ່ງຄືຢູ່ສູງໃນທ້ອງຟ້າ ແລະ ເບິ່ງຄືບໍ່ມີຢູ່ເລີຍ. ສະນັ້ນສຳລັບຜູ້ຄົນແລ້ວ, ການເຂົ້າໃຈເຖິງຫົວໃຈ ແລະ ຄວາມຄິດຂອງພຣະເຈົ້າ ຫຼື ແນວຄິດໃດກໍຕາມຂອງພຣະອົງແມ່ນບໍ່ສາມາດບັນລຸໄດ້ ແລະ ເຖິງກັບຢູ່ເໜືອເອື້ອມມືຂອງພວກເຂົາ. ເຖິງແມ່ນພຣະເຈົ້າປະຕິບັດພາລະກິດບາງຢ່າງທີ່ເປັນຮູບປະທຳໃນຍຸກແຫ່ງພຣະບັນຍັດ ແລະ ພຣະອົງຍັງກ່າວພຣະທຳບາງຂໍ້ທີ່ສະເພາະເຈາະຈົງ ແລະ ສະແດງອຸປະນິໄສບາງຢ່າງໂດຍສະເພາະເພື່ອເຮັດໃຫ້ຜູ້ຄົນເຫັນຄຸນຄ່າ ແລະ ຮັບຄວາມຮູ້ທີ່ແທ້ຈິງບາງຢ່າງກ່ຽວກັບພຣະອົງ, ແຕ່ໃນທີ່ສຸດແລ້ວ ການສະແດງອອກເຫຼົ່ານີ້ທີ່ກ່ຽວກັບສິ່ງທີ່ພຣະເຈົ້າມີ ແລະ ເປັນ ແມ່ນມາຈາກໂລກທີ່ຈັບຕ້ອງບໍ່ໄດ້ ແລະ ສິ່ງທີ່ຜູ້ຄົນເຂົ້າໃຈ, ສິ່ງທີ່ພວກເຂົາຮູ້ກໍຍັງກ່ຽວກັບດ້ານຄວາມເປັນພຣະເຈົ້າໃນສິ່ງທີ່ພຣະອົງມີ ແລະ ເປັນ. ມະນຸດບໍ່ສາມາດຮັບເອົາແນວຄິດທີ່ເປັນຮູບປະທຳຈາກການສະແດງອອກກ່ຽວກັບສິ່ງທີ່ພຣະອົງມີ ແລະ ເປັນ ແລະ ຄວາມຮູ້ສຶກຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງຄ້າງຄາຢູ່ພາຍໃນຂອບເຂດຂອງ “ຮ່າງກາຍຝ່າຍວິນຍານທີ່ເຂົ້າໃກ້ໄດ້ຍາກ, ທີ່ເລື່ອນລອຍຢູ່ໃນແນວຄວາມຄິດ”. ຍ້ອນພຣະເຈົ້າບໍ່ໄດ້ໃຊ້ວັດຖຸສິ່ງຂອງສະເພາະໃດໜຶ່ງ ຫຼື ພາບລັກສະນະໃດໜຶ່ງທີ່ເປັນຂອງໂລກທີ່ຈັບຕ້ອງໄດ້ເພື່ອປາກົດຕໍ່ໜ້າຜູ້ຄົນ, ພວກເຂົາຈຶ່ງຍັງບໍ່ສາມາດນິຍາມພຣະອົງໂດຍໃຊ້ພາສາມະນຸດ. ໃນຫົວໃຈ ແລະ ຄວາມຄິດຂອງຜູ້ຄົນ, ພວກເຂົາຕ້ອງການໃຊ້ພາສາຂອງພວກເຂົາເອງເພື່ອສ້າງມາດຕະຖານສຳລັບພຣະເຈົ້າຢູ່ສະເໝີ, ເພື່ອເຮັດໃຫ້ພຣະອົງສາມາດຈັບຕ້ອງໄດ້ ແລະ ເພື່ອເຮັດໃຫ້ພຣະອົງເປັນມະນຸດ ເຊັ່ນ: ພຣະອົງສູງສໍ່າໃດ, ພຣະອົງໃຫຍ່ສໍ່າໃດ, ພຣະອົງມີລັກສະນະແນວໃດ, ພຣະອົງມັກຫຍັງກັນແທ້ ແລະ ບຸກຄະລິກຂອງພຣະອົງເປັນແນວໃດ. ຕາມຄວາມຈິງແລ້ວ, ໃນຫົວໃຈຂອງພຣະອົງ ພຣະເຈົ້າຮູ້ວ່າຜູ້ຄົນກຳລັງຄິດເຊັ່ນນີ້. ພຣະອົງຊັດເຈນຫຼາຍໃນຄວາມຕ້ອງການຂອງຜູ້ຄົນ ແລະ ແນ່ນອນ ພຣະອົງຍັງຮູ້ວ່າພຣະອົງຄວນເຮັດຫຍັງ, ສະນັ້ນ ພຣະອົງຈຶ່ງປະຕິບັດພາລະກິດຂອງພຣະອົງໃນວິທີທີ່ແຕກຕ່າງໃນຍຸກແຫ່ງພຣະຄຸນ. ວິທີໃໝ່ນີ້ມີທັງຄວາມເປັນພຣະເຈົ້າ ແລະ ຄວາມເປັນມະນຸດ. ໃນຊ່ວງເວລາທີ່ພຣະເຢຊູເຈົ້າປະຕິບັດພາລະກິດ, ຜູ້ຄົນສາມາດເຫັນວ່າພຣະເຈົ້າມີການສະແດງອອກແບບມະນຸດຫຼາຍຢ່າງ. ຕົວຢ່າງເຊັ່ນ: ພຣະອົງສາມາດເຕັ້ນລໍາ, ພຣະອົງສາມາດເຂົ້າຮ່ວມງານດອງ, ພຣະອົງສາມາດລົມກັບຜູ້ຄົນ, ເວົ້າກັບພວກເຂົາ ແລະ ສົນທະນາກ່ຽວກັບສິ່ງຕ່າງໆກັບພວກເຂົາ. ນອກຈາກນັ້ນ, ພຣະເຢຊູເຈົ້າຍັງສຳເລັດພາລະກິດຫຼາຍຢ່າງທີ່ເປັນຕົວແທນໃຫ້ແກ່ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ແນ່ນອນ ພາລະກິດທັງໝົດນີ້ແມ່ນການສະແດງອອກ ແລະ ການເປີດເຜີຍເຖິງອຸປະນິໄສຂອງພຣະເຈົ້າ. ໃນໄລຍະນີ້, ເມື່ອຄວາມເປັນພຣະເຈົ້າຂອງພຣະເຈົ້າຖືກເຮັດໃຫ້ເປັນຈິງໃນເນື້ອໜັງທຳມະດາທີ່ຜູ້ຄົນສາມາດເຫັນ ແລະ ສຳຜັດໄດ້, ພວກເຂົາຈຶ່ງບໍ່ຮູ້ສຶກວ່າ ພຣະອົງເລື່ອນລອຍຢູ່ໃນຄວາມຄິດອີກຕໍ່ໄປ ແລະ ບໍ່ຮູ້ສຶກວ່າພວກເຂົາບໍ່ສາມາດເຂົ້າໃກ້ພຣະອົງ. ໃນທາງກົງກັນຂ້າມ ພວກເຂົາສາມາດທີ່ຈະພະຍາຍາມເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງຄວາມເປັນພຣະເຈົ້າຂອງພຣະອົງຜ່ານທຸກການເຄື່ອນໄຫວ, ຜ່ານທາງພຣະທຳ ແລະ ຜ່ານທາງພາລະກິດຂອງບຸດມະນຸດ. ບຸດມະນຸດທີ່ບັງເກີດເປັນມະນຸດໄດ້ສະແດງອອກເຖິງຄວາມເປັນພຣະເຈົ້າຜ່ານຄວາມເປັນມະນຸດຂອງພຣະອົງ ແລະ ຖ່າຍທອດຄວາມປະສົງຂອງພຣະເຈົ້າໃຫ້ແກ່ມະນຸດຊາດ. ຜ່ານການສະແດງອອກຂອງພຣະອົງກ່ຽວກັບຄວາມປະສົງ ແລະ ອຸປະນິໄສຂອງພຣະເຈົ້າ, ພຣະອົງຍັງໄດ້ເປີດເຜີຍໃຫ້ຜູ້ຄົນເຫັນເຖິງພຣະເຈົ້າທີ່ບໍ່ສາມາດເຫັນ ຫຼື ສຳຜັດໄດ້ ຜູ້ເຊິ່ງອາໄສຢູ່ໃນໂລກຝ່າຍວິນຍານ. ສິ່ງທີ່ຜູ້ຄົນເຫັນແມ່ນພຣະເຈົ້າເອງໃນຮູບຮ່າງທີ່ຈັບຕ້ອງໄດ້, ເກີດຈາກເນື້ອໜັງ ແລະ ເລືອດ. ສະນັ້ນ ບຸດມະນຸດທີ່ບັງເກີດເປັນມະນຸດຈຶ່ງເຮັດສິ່ງຕ່າງໆເປັນຮູບປະທຳ ແລະ ມີຄວາມເປັນມະນຸດ ເຊັ່ນ: ຕົວຕົນຂອງພຣະເຈົ້າເອງ, ສະຖານະ, ລັກສະນະ, ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ເຖິງແມ່ນລັກສະນະພາຍນອກຂອງບຸດມະນຸດມີຂໍ້ຈຳກັດບາງຢ່າງກ່ຽວກັບພາບລັກສະນະຂອງພຣະເຈົ້າ, ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນສາມາດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງໄດ້ຢ່າງຄົບຖ້ວນ, ມີພຽງຄວາມແຕກຕ່າງບາງຢ່າງໃນລັກສະນະຂອງການສະແດງອອກເທົ່ານັ້ນ. ພວກເຮົາບໍ່ສາມາດປະຕິເສດວ່າ ບຸດມະນຸດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງ, ທັງໃນລັກສະນະຄວາມເປັນມະນຸດຂອງພຣະອົງ ແລະ ໃນຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງຢ່າງໃດກໍຕາມ, ໃນລະຫວ່າງເວລານີ້ ພຣະເຈົ້າໄດ້ປະຕິບັດພາລະກິດຜ່ານທາງເນື້ອໜັງ, ກ່າວຈາກທັດສະນະຂອງເນື້ອໜັງ ແລະ ຢືນຢູ່ຕໍ່ໜ້າມະນຸດຊາດດ້ວຍຕົວຕົນ ແລະ ສະຖານະຂອງບຸດມະນຸດ ແລະ ສິ່ງນີ້ໄດ້ໃຫ້ໂອກາດແກ່ຜູ້ຄົນໄດ້ຜະເຊີນ ແລະ ພົບກັບພຣະທຳ ແລະ ພາລະກິດທີ່ແທ້ຈິງຂອງພຣະເຈົ້າໃນທ່າມກາງມະນຸດຊາດ. ມັນຍັງເຮັດໃຫ້ຜູ້ຄົນມີຄວາມເຂົ້າໃຈໃນຄວາມເປັນພຣະເຈົ້າຂອງພຣະອົງ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງທີ່ຢູ່ທ່າມກາງຄວາມຖ່ອມຕົນ ພ້ອມທັງຮັບເອົາຄວາມເຂົ້າໃຈ ແລະ ນິຍາມເບື້ອງຕົ້ນກ່ຽວກັບຄວາມແທ້ຈິງ ແລະ ຄວາມເປັນຈິງຂອງພຣະເຈົ້າ. ເຖິງແມ່ນວ່າ ພາລະກິຖືກເຮັດສໍາເລັດໂດຍພຣະເຢຊູເຈົ້າ, ວິທີການປະຕິບັດພາລະກິດຂອງພຣະອົງ ແລະ ທັດສະນະທີ່ພຣະອົງກ່າວນັ້ນແຕກຕ່າງຈາກຕົວຕົນທີ່ແທ້ຈິງຂອງພຣະເຈົ້າໃນໂລກຝ່າຍວິນຍານ, ທຸກສິ່ງທີ່ກ່ຽວກັບພຣະອົງກໍເປັນຕົວແທນໃຫ້ແກ່ພຣະເຈົ້າເອງຢ່າງແທ້ຈິງ ຜູ້ທີ່ມະນຸດຊາດບໍ່ເຄີຍເຫັນມາກ່ອນ, ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້! ນັ້ນໝາຍຄວາມວ່າ ບໍ່ວ່າພຣະເຈົ້າຈະປາກົດໃນຮູບຮ່າງຫຍັງກໍຕາມ, ພຣະອົງຈະກ່າວຈາກທັດສະນະໃດກໍຕາມ ຫຼື ພຣະອົງຈະຜະເຊີນກັບມະນຸດໃນລັກສະນະໃດກໍຕາມ, ພຣະເຈົ້າກໍບໍ່ໄດ້ເປັນຕົວແທນໃຫ້ແກ່ສິ່ງໃດ ນອກຈາກພຣະອົງ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ແກ່ມະນຸດຄົນໃດໜຶ່ງ ຫຼື ມະນຸດຊາດຄົນໃດທີ່ເສື່ອມຊາມ. ພຣະເຈົ້າເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 70)

ຄຳອຸປະມາຂອງແກະທີ່ເສຍ

“ເຈົ້າຄິດແນວໃດ? ຖ້າຊາຍຄົນໜຶ່ງມີແກະໜຶ່ງຮ້ອຍໂຕ ແລະ ໜຶ່ງໃນຈຳນວນນັ້ນຫຼົງຫາຍໄປ ລາວຈະປະແກະເກົ້າສິບເກົ້າໂຕ ແລະ ຂຶ້ນໄປເທິງພູເຂົາ ເພື່ອຊອກຫາແກະໂຕທີ່ຫຼົງຫາຍໄປນັ້ນ ບໍ່ແມ່ນບໍ? ແລະ ຖ້າລາວຄົ້ນພົບແກະໂຕນັ້ນ ເຮົາເວົ້າກັບເຈົ້າຢ່າງແທ້ຈິງວ່າ ລາວຈະຊື່ນຊົມຍິນດີຫຼາຍກວ່າມີແກະເກົ້າສິບເກົ້າໂຕທີ່ບໍ່ໄດ້ຫຼົງຫາຍນັ້ນອີກ. ສະນັ້ນ ມັນບໍ່ແມ່ນຄວາມປາຖະໜາຂອງພຣະບິດາຂອງເຈົ້າ ທີ່ສະຖິດຢູ່ໃນສະຫວັນ ຕ້ອງການໃຫ້ໜຶ່ງໃນແກະນ້ອຍໆເຫຼົ່ານີ້ສູນຫາຍໄປ” (ມັດທາຍ 18:12-14).

ຂໍ້ຄວາມນີ້ຄືຄຳອຸປະມາ, ມັນໃຫ້ຄວາມຮູ້ສຶກຫຍັງແກ່ຜູ້ຄົນ? ວິທີການສະແດງອອກ ນັ້ນກໍຄື ຄຳອຸປະມາ ທີ່ໃຊ້ໃນນີ້ແມ່ນການໃຊ້ສຳນວນໃນພາສາມະນຸດ ແລະ ເມື່ອເປັນດັ່ງນັ້ນ ມັນກໍຢູ່ພາຍໃນຂອບເຂດຄວາມຮູ້ຂອງມະນຸດ. ຖ້າພຣະເຈົ້າໄດ້ເວົ້າບາງສິ່ງທີ່ຄ້າຍຄືກັນໃນຍຸກແຫ່ງພຣະບັນຍັດ, ຜູ້ຄົນກໍຈະຮູ້ສຶກວ່າ ພຣະທຳດັ່ງກ່າວບໍ່ສອດຄ່ອງກັບສິ່ງທີ່ພຣະເຈົ້າເປັນຢ່າງແທ້ຈິງ, ແຕ່ເມື່ອບຸດມະນຸດກ່າວພຣະທຳເຫຼົ່ານີ້ໃນຍຸກແຫ່ງພຣະຄຸນ, ມັນຮູ້ສຶກວ່າປອບໃຈ, ອົບອຸ່ນ ແລະ ໃກ້ຊິດກັບຜູ້ຄົນ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ເມື່ອພຣະອົງປາກົດໃນຮູບຮ່າງຂອງມະນຸດ, ພຣະອົງໃຊ້ຄຳອຸປະມາທີ່ເໝາະສົມຫຼາຍ ເຊິ່ງມາຈາກຄວາມເປັນມະນຸດຂອງພຣະອົງ ເພື່ອກ່າວສຽງຫົວໃຈຂອງພຣະອົງ. ສຽງນີ້ເປັນຕົວແທນໃຫ້ແກ່ສຽງຂອງພຣະເຈົ້າເອງ ແລະ ພາລະກິດທີ່ພຣະອົງຕ້ອງການປະຕິບັດໃນຍຸກນັ້ນ. ມັນຍັງເປັນຕົວແທນໃຫ້ແກ່ທັດສະນະຄະຕິທີ່ພຣະເຈົ້າມີຕໍ່ຜູ້ຄົນໃນຍຸກແຫ່ງພຣະຄຸນ. ເມື່ອເບິ່ງຈາກທັດສະນະທ່າທີຂອງພຣະເຈົ້າຕໍ່ຜູ້ຄົນ, ພຣະອົງປຽບທຽບແຕ່ລະຄົນກັບແກະ. ຖ້າແກະເສຍ, ພຣະອົງຈະເຮັດທຸກສິ່ງທີ່ເຮັດໄດ້ເພື່ອຊອກຫາມັນ. ສິ່ງນີ້ເປັນຕົວແທນໃຫ້ແກ່ຫຼັກການແຫ່ງພາລະກິດຂອງພຣະເຈົ້າໃນເວລານັ້ນທີ່ຢູ່ທ່າມກາງມະນຸດຊາດ ເມື່ອພຣະອົງຢູ່ໃນເນື້ອໜັງ. ພຣະເຈົ້າໃຊ້ຄຳອຸປະມານີ້ເພື່ອອະທິບາຍເຖິງຄວາມຕັ້ງໃຈ ແລະ ທ່າທີຂອງພຣະອົງໃນພາລະກິດນັ້ນ. ນີ້ແມ່ນປະໂຫຍດຂອງການທີ່ພຣະເຈົ້າກາຍມາເປັນເນື້ອໜັງ: ພຣະອົງສາມາດໃຊ້ປະໂຫຍດຈາກຄວາມຮູ້ຂອງມະນຸດຊາດ ແລະ ໃຊ້ພາສາມະນຸດເພື່ອກ່າວຕໍ່ຜູ້ຄົນ ແລະ ສະແດງຄວາມປະສົງຂອງພຣະອົງ. ພຣະອົງອະທິບາຍ ຫຼື “ແປ” ພາສາທີ່ເລິກເຊິ່ງ ແລະ ສັກສິດຂອງພຣະອົງທີ່ຜູ້ຄົນພະຍາຍາມເຂົ້າໃຈໃຫ້ແກ່ມະນຸດໃນພາສາມະນຸດ, ໃນວິທີຂອງມະນຸດ. ສິ່ງນີ້ຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ຮູ້ຈັກສິ່ງທີ່ພຣະອົງຕ້ອງການເຮັດ. ພຣະອົງຍັງມີບົດສົນທະນາກັບຜູ້ຄົນຈາກທັດສະນະຂອງມະນຸດ, ໃຊ້ພາສາມະນຸດ ແລະ ສື່ສານກັບຜູ້ຄົນດ້ວຍວິທີທີ່ພວກເຂົາເຂົ້າໃຈ. ພຣະອົງເຖິງກັບສາມາດກ່າວ ແລະ ປະຕິບັດພາລະກິດໂດຍໃຊ້ພາສາ ແລະ ຄວາມຮູ້ຂອງມະນຸດ ເພື່ອວ່າຜູ້ຄົນຈະສາມາດຮູ້ສຶກເຖິງຄວາມເມດຕາ ແລະ ຄວາມໃກ້ຊິດຂອງພຣະເຈົ້າ, ເພື່ອວ່າພວກເຂົາຈະສາມາດເຫັນຫົວໃຈຂອງພຣະອົງ. ພວກເຈົ້າເຫັນຫຍັງໃນສິ່ງນີ້ບໍ່? ມີການເກືອດຫ້າມໃດໃນພຣະທຳ ແລະ ການກະທຳຂອງພຣະເຈົ້າບໍ? ຕາມທີ່ຜູ້ຄົນເຂົ້າໃຈ, ບໍ່ມີທາງທີ່ພຣະເຈົ້າຈະສາມາດໃຊ້ຄວາມຮູ້, ພາສາ ຫຼື ວິທີການເວົ້າຂອງມະນຸດເພື່ອເວົ້າກ່ຽວກັບສິ່ງທີ່ພຣະເຈົ້າເອງຕ້ອງການເວົ້າ, ພາລະກິດທີ່ພຣະອົງຕ້ອງການປະຕິບັດ ຫຼື ເພື່ອສະແດງອອກເຖິງຄວາມປະສົງຂອງພຣະອົງເອງ. ແຕ່ນີ້ແມ່ນຄວາມຄິດທີ່ຜິດ. ພຣະເຈົ້າໃຊ້ຄຳອຸປະມາປະເພດນີ້ ເພື່ອວ່າຜູ້ຄົນຈະສາມາດຮູ້ສຶກເຖິງຄວາມເປັນຈິງ ແລະ ຄວາມຈິງໃຈຂອງພຣະເຈົ້າ ແລະ ເຫັນເຖິງທ່າທີຂອງພຣະອົງທີ່ມີຕໍ່ຜູ້ຄົນໃນເວລານັ້ນ. ຄຳອຸປະມານີ້ປຸກຜູ້ຄົນທີ່ກຳລັງດຳລົງຊີວິດຢູ່ພາຍໃຕ້ພຣະບັນຍັດເປັນເວລາດົນນານໃຫ້ຕື່ນຈາກຄວາມຝັນ ແລະ ມັນຍັງດົນບັນດານໃຈຜູ້ຄົນທີ່ດຳລົງຊີວິດຢູ່ໃນຍຸກແຫ່ງພຣະຄຸນຈາກຮຸ່ນສູ່ຮຸ່ນ. ການອ່ານຂໍ້ຄວາມຂອງຄຳອຸປະມານີ້, ຜູ້ຄົນຮູ້ເຖິງຄວາມຈິງໃຈຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ເຂົ້າໃຈເຖິງນໍ້າໜັກ ແລະ ຄວາມສຳຄັນຂອງມະນຸດຊາດໃນຫົວໃຈຂອງພຣະເຈົ້າ.

ໃຫ້ພວກເຮົາມາເບິ່ງປະໂຫຍກສຸດທ້າຍໃນຂໍ້ຄວາມນີ້: “ສະນັ້ນ ມັນບໍ່ແມ່ນຄວາມປາຖະໜາຂອງພຣະບິດາຂອງເຈົ້າ ທີ່ສະຖິດຢູ່ໃນສະຫວັນ ຕ້ອງການໃຫ້ໜຶ່ງໃນແກະນ້ອຍໆເຫຼົ່ານີ້ສູນຫາຍໄປ”. ນີ້ແມ່ນພຣະທຳຂອງພຣະເຢຊູເຈົ້າເອງບໍ ຫຼື ພຣະທຳຂອງພຣະບິດາທີ່ຢູ່ໃນສະຫວັນ? ໃນທາງຜິວເຜີນແລ້ວ, ມັນຄືກັບວ່າ ນີ້ແມ່ນພຣະເຢຊູເຈົ້າທີ່ກຳລັງກ່າວ, ແຕ່ຄວາມປະສົງຂອງພຣະອົງເປັນຕົວແທນໃຫ້ກັບຄວາມປະສົງຂອງພຣະເຈົ້າເອງ ເຊິ່ງນັ້ນຄືສາເຫດທີ່ພຣະອົງເວົ້າວ່າ: “ສະນັ້ນ ມັນບໍ່ແມ່ນຄວາມປາຖະໜາຂອງພຣະບິດາຂອງເຈົ້າ ທີ່ສະຖິດຢູ່ໃນສະຫວັນ ຕ້ອງການໃຫ້ໜຶ່ງໃນແກະນ້ອຍໆເຫຼົ່ານີ້ສູນຫາຍໄປ”. ຜູ້ຄົນໃນເວລານັ້ນພຽງແຕ່ຮັບຮູ້ພຣະບິດາທີ່ຢູ່ໃນສະຫວັນວ່າເປັນພຣະເຈົ້າ ແລະ ເຊື່ອວ່າບຸກຄົນນີ້ທີ່ພວກເຂົາເຫັນຕໍ່ໜ້າຕໍ່ຕາພວກເຂົາພຽງແຕ່ຖືກສົ່ງມາໂດຍພຣະອົງ ແລະ ບໍ່ສາມາດເປັນຕົວແທນໃຫ້ແກ່ພຣະບິດາທີ່ຢູ່ໃນສະຫວັນໄດ້. ນັ້ນຄືເຫດຜົນທີ່ວ່າເປັນຫຍັງພຣະເຢຊູເຈົ້າຈຶ່ງຕ້ອງເພີ່ມປະໂຫຍກນີ້ໃນຕອນສຸດທ້າຍຂອງຄຳອຸປະມານີ້ ເພື່ອວ່າຜູ້ຄົນຈະສາມາດຮູ້ສຶກເຖິງຄວາມປະສົງຂອງພຣະເຈົ້າສຳລັບມະນຸດຊາດຢ່າງແທ້ຈິງ ແລະ ຮູ້ສຶກເຖິງຄວາມແທ້ຈິງ ແລະ ຄວາມຖືກຕ້ອງໃນສິ່ງທີ່ພຣະອົງກ່າວ. ເຖິງແມ່ນວ່າ ປະໂຫຍກນີ້ເປັນຄໍາເວົ້າທຳມະດາ, ແຕ່ມັນເປັນຄໍາເວົ້າທີ່ເຕັມໄປດ້ວຍຄວາມຫ່ວງໃຍ ແລະ ຄວາມຮັກ ແລະ ມັນເປີດເຜີຍເຖິງຄວາມຖ່ອມຕົນ ແລະ ຄວາມລີ້ລັບຂອງພຣະເຢຊູເຈົ້າ. ບໍ່ວ່າພຣະເຈົ້າຈະກາຍມາເປັນເນື້ອໜັງ ຫຼື ບໍ່ ຫຼື ບໍ່ວ່າພຣະອົງໄດ້ປະຕິບັດພາລະກິດໃນໂລກແຫ່ງວິນຍານ ຫຼື ບໍ່, ພຣະອົງກໍຮູ້ຈັກຫົວໃຈຂອງມະນຸດໄດ້ດີທີ່ສຸດ ແລະ ເຂົ້າໃຈສິ່ງທີ່ຜູ້ຄົນຕ້ອງການໄດ້ດີທີ່ສຸດ, ຮູ້ຈັກສິ່ງທີ່ຜູ້ຄົນກັງວົນ ແລະ ສິ່ງທີ່ເຮັດໃຫ້ພວກເຂົາສັບສົນ ແລະ ນັ້ນຄືເຫດຜົນທີ່ພຣະອົງກ່າວປະໂຫຍກນີ້ເພີ່ມ. ປະໂຫຍກນີ້ໄດ້ຊີ້ໃຫ້ເຫັນບັນຫາທີ່ລີ້ລັບໃນມະນຸດຊາດ: ຜູ້ຄົນສົງໄສໃນສິ່ງທີ່ບຸດມະນຸດກ່າວ ເຊິ່ງໝາຍຄວາມວ່າ ເມື່ອພຣະເຢຊູເຈົ້າກ່າວ ພຣະອົງຕ້ອງກ່າວເພີ່ມວ່າ: “ສະນັ້ນ ມັນບໍ່ແມ່ນຄວາມປາຖະໜາຂອງພຣະບິດາຂອງເຈົ້າ ທີ່ສະຖິດຢູ່ໃນສະຫວັນ ຕ້ອງການໃຫ້ໜຶ່ງໃນແກະນ້ອຍໆເຫຼົ່ານີ້ສູນຫາຍໄປ” ແລະ ມີພຽງຫຼັກຖານນີ້ເທົ່ານັ້ນ ພຣະທຳຂອງພຣະອົງຈຶ່ງເກີດໝາກຜົນໄດ້, ເພື່ອເຮັດໃຫ້ຜູ້ຄົນເຊື່ອໃນຄວາມຖືກຕ້ອງຂອງພຣະທຳເຫຼົ່ານັ້ນ ແລະ ປັບປຸງຄວາມເຊື່ອຖືໄດ້ຂອງພຣະທຳ. ສິ່ງນີ້ສະແດງວ່າ ເມື່ອພຣະເຈົ້າກາຍມາເປັນບຸດມະນຸດທຳມະດາ, ພຣະເຈົ້າ ແລະ ມະນຸດຊາດກໍມີຄວາມສຳພັນທີ່ອຶດອັດຫຼາຍ ແລະ ສະຖານະການຂອງບຸດມະນຸດກໍເປັນຕາອັບອາຍຫຼາຍ. ມັນຍັງສະແດງວ່າ ສະຖານະຂອງພຣະເຢຊູເຈົ້າທີ່ຢູ່ທ່າມກາງມະນຸດໃນເວລານັ້ນເລັກນ້ອຍສໍ່າໃດ. ເມື່ອພຣະອົງກ່າວສິ່ງນີ້, ໂດຍຄວາມຈິງແລ້ວ ມັນແມ່ນເພື່ອບອກຜູ້ຄົນວ່າ: ພວກເຈົ້າສາມາດໝັ້ນໃຈໄດ້, ພຣະທຳເຫຼົ່ານີ້ບໍ່ໄດ້ເປັນຕົວແທນໃຫ້ກັບສິ່ງທີ່ຢູ່ໃນຫົວໃຈຂອງເຮົາເອງ, ແຕ່ພວກມັນຄືຄວາມປະສົງຂອງພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຈົ້າ. ສຳລັບມະນຸດຊາດແລ້ວ, ນີ້ບໍ່ແມ່ນສິ່ງທີ່ເຍາະເຍີ້ຍບໍ? ເຖິງແມ່ນພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງມີຂໍ້ໄດ້ປຽບຫຼາຍຢ່າງທີ່ພຣະອົງບໍ່ມີໃນຕົວຕົນຂອງພຣະອົງ, ພຣະອົງກໍຕ້ອງທົນຕໍ່ຂໍ້ສົງໄສ ແລະ ການປະຕິເສດຂອງພວກເຂົາ ພ້ອມທັງຄວາມດ້ານຊາ ແລະ ຄວາມເປັນຕາເບື່ອໜ່າຍຂອງພວກເຂົາ. ມັນສາມາດເວົ້າໄດ້ວ່າ ຂະບວນການພາລະກິດຂອງບຸດມະນຸດແມ່ນຂະບວນການທີ່ຜະເຊີນກັບການປະຕິເສດຂອງມະນຸດຊາດ ແລະ ຜະເຊີນກັບການຕໍ່ສູ້ຂອງພວກເຂົາກັບພຣະອົງ. ຍິ່ງໄປກວ່ານັ້ນ, ມັນເປັນຂະບວນການປະຕິບັດພາລະກິດຢ່າງຕໍ່ເນື່ອງເພື່ອເອົາຊະນະຄວາມໄວ້ວາງໃຈຂອງມະນຸດຊາດ ແລະ ເພື່ອເອົາຊະນະມະນຸດຊາດຜ່ານທາງສິ່ງທີ່ພຣະອົງມີ ແລະ ເປັນ, ນັ້ນກໍຄື ຜ່ານແກ່ນແທ້ຂອງພຣະອົງເອງ. ມັນບໍ່ໄດ້ກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດກຳລັງເຮັດສົງຄາມບົກກັບຊາຕານ; ມັນກ່ຽວກັບ ພຣະເຈົ້າກາຍມາເປັນມະນຸດທຳມະດາ ແລະ ເລີ່ມຕົ້ນດີ້ນຮົນຕໍ່ສູ້ກັບຄົນທີ່ຕິດຕາມພຣະອົງ ແລະ ໃນການດີ້ນຮົນນີ້ ບຸດມະນຸດໄດ້ສຳເລັດພາລະກິດຂອງພຣະອົງດ້ວຍຄວາມຖ່ອມຕົນ, ດ້ວຍສິ່ງທີ່ພຣະອົງມີ ແລະ ເປັນ ແລະ ດ້ວຍຄວາມຮັກ ແລະ ສະຕິປັນຍາຂອງພຣະອົງ. ພຣະອົງໄດ້ຮັບເອົາຜູ້ຄົນທີ່ພຣະອົງຕ້ອງການ, ໄດ້ຮັບຕົວຕົນ ແລະ ສະຖານະທີ່ພຣະອົງສົມຄວນໄດ້ ແລະ “ກັບຄືນ” ສູ່ບັນລັງຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 71)

ໃຫ້ອະໄພເຈັດສິບຄູນເຈັດຄັ້ງ

“ແລ້ວເປໂຕກໍມາຫາພຣະອົງ ແລະ ເວົ້າວ່າ ພຣະຜູ້ເປັນເຈົ້າ ຂ້ານ້ອຍຄວນໃຫ້ອະໄພນ້ອງຊາຍຂອງຂ້ານ້ອຍທີ່ເຮັດບາບຕໍ່ຂ້ານ້ອຍຫຼາຍສໍ່າໃດ? ຈົນຮອດເຈັດຄັ້ງບໍ? ພຣະເຢຊູເວົ້າກັບລາວວ່າ ເຮົາບໍ່ໄດ້ເວົ້າກັບເຈົ້າວ່າ ຈົນຮອດເຈັດຄັ້ງ, ແຕ່ຈົນຮອດເຈັດສິບຄູນເຈັດຄັ້ງ” (ມັດທາຍ 18:21-22).

ຄວາມຮັກຂອງພຣະຜູ້ເປັນເຈົ້າ

“ພຣະເຢຊູກ່າວກັບລາວວ່າ ເຈົ້າຄວນຮັກພຣະຜູ້ເປັນເຈົ້າ ເຊິ່ງເປັນພຣະເຈົ້າຂອງເຈົ້າ ດ້ວຍທັງໝົດຂອງຫົວໃຈຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດວິນຍານຂອງເຈົ້າ ແລະ ດ້ວຍທັງໝົດຂອງຈິດໃຈຂອງເຈົ້າ. ສິ່ງນີ້ຄືພຣະບັນຍັດຂໍ້ທຳອິດ ແລະ ຂໍ້ຍິ່ງໃຫຍ່. ແລະ ຂໍ້ທີສອງກໍມີຄືກັນ ນັ້ນຄື ເຈົ້າຄວນຮັກເພື່ອນບ້ານຄືກັບຕົວເຈົ້າເອງ” (ມັດທາຍ 22:37-39).

ໃນບັນດາສອງຂໍ້ຄວາມເຫຼົ່ານີ້, ຂໍ້ໜຶ່ງເວົ້າເຖິງການໃຫ້ອະໄພ ແລະ ອີກຂໍ້ເວົ້າເຖິງຄວາມຮັກ. ສອງຫົວຂໍ້ເຫຼົ່ານີ້ເນັ້ນເຖິງຈຸດເດັ່ນຂອງພາລະກິດທີ່ພຣະເຢຊູເຈົ້າຕ້ອງການປະຕິບັດໃນຍຸກແຫ່ງພຣະຄຸນຢ່າງແທ້ຈິງ.

ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງໄດ້ນໍາຂັ້ນຕອນໃນພາລະກິດຂອງພຣະອົງມາພ້ອມກັບພຣະອົງ ເຊິ່ງເປັນໜ້າທີ່ຂອງພາລະກິດໂດຍສະເພາະ ແລະ ອຸປະນິໄສທີ່ພຣະອົງຕ້ອງການສະແດງອອກໃນຍຸກນີ້. ໃນຊ່ວງເວລານັ້ນ, ທຸກສິ່ງທີ່ບຸດມະນຸດໄດ້ເຮັດແມ່ນກ່ຽວພັນກັບພາລະກິດທີ່ພຣະເຈົ້າຕ້ອງການປະຕິບັດໃນຍຸກນີ້. ພຣະອົງຈະບໍ່ເຮັດເກີນ ແລະ ເຮັດໜ້ອຍກວ່າ. ທຸກສິ່ງທີ່ພຣະອົງກ່າວ ແລະ ທຸກປະເພດຂອງພາລະກິດທີ່ພຣະອົງປະຕິບັດແມ່ນລ້ວນແລ້ວແຕ່ກ່ຽວຂ້ອງກັບຍຸກນີ້. ບໍ່ວ່າພຣະອົງຈະສະແດງມັນອອກໃນທາງຂອງມະນຸດ ດ້ວຍພາສາມະນຸດ ຫຼື ຜ່ານພາສາອັນສັກສິດ ແລະ ບໍ່ວ່າພຣະອົງໄດ້ເຮັດໃນວິທີໃດ ຫຼື ຈາກທັດສະນະໃດກໍຕາມ, ເປົ້າໝາຍຂອງພຣະອົງແມ່ນເພື່ອຊ່ວຍຜູ້ຄົນໃຫ້ເຂົ້າໃຈສິ່ງທີ່ພຣະອົງຕ້ອງການເຮັດ, ເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກຜູ້ຄົນ. ພຣະອົງອາດໃຊ້ຫຼາກຫຼາຍວິທີ ແລະ ທັດສະນະທີ່ແຕກຕ່າງກັນເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈ ແລະ ຮູ້ຈັກຄວາມປະສົງຂອງພຣະອົງ ແລະ ເຂົ້າໃຈພາລະກິດຂອງພຣະອົງໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ສະນັ້ນ ໃນຍຸກແຫ່ງພຣະຄຸນ ພວກເຮົາໄດ້ເຫັນວ່າ ພຣະເຢຊູເຈົ້າໄດ້ໃຊ້ພາສາມະນຸດເປັນເວລາສ່ວນໃຫຍ່ ເພື່ອກ່າວສິ່ງທີ່ພຣະອົງຕ້ອງການສື່ສານກັບມະນຸດຊາດ. ຍິ່ງໄປກວ່ານັ້ນ, ພວກເຮົາໄດ້ເຫັນພຣະອົງຈາກທັດສະນະຂອງຜູ້ຊີ້ນໍາທຳມະດາທີ່ເວົ້າກັບຜູ້ຄົນ, ສະໜອງໃຫ້ແກ່ຄວາມຕ້ອງການຂອງພວກເຂົາ ແລະ ຊ່ວຍເຫຼືອພວກເຂົາດ້ວຍສິ່ງທີ່ພວກເຂົາຮຽກຮ້ອງ. ວິທີການປະຕິບັດພາລະກິດແບບນີ້ແມ່ນບໍ່ໄດ້ເຫັນໃນຍຸກແຫ່ງພຣະບັນຍັດ ທີ່ມາກ່ອນຍຸກແຫ່ງພຣະຄຸນ. ພຣະອົງຍິ່ງສະໜິດສະໜົມ ແລະ ເຫັນອົກເຫັນໃຈມະນຸດຊາດຫຼາຍຂຶ້ນ ພ້ອມທັງສາມາດບັນລຸຜົນຕົວຈິງຫຼາຍຂຶ້ນ ທັງໃນຮູບຮ່າງ ແລະ ລັກສະນະ. ການປຽບທຽບກ່ຽວກັບການໃຫ້ອະໄພຜູ້ຄົນເຈັດສິບຄູນເຈັດຄັ້ງໄດ້ຊີ້ແຈງຂໍ້ນີ້ຢ່າງແທ້ຈິງ. ເປົ້າໝາຍຂອງການປຽບທຽບນີ້ແມ່ນເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈເຈດຕະນາຂອງພຣະເຢຊູເຈົ້າໃນເວລານັ້ນ, ສະນັ້ນ ພຣະອົງຈຶ່ງເວົ້າເຊັ່ນນີ້. ເຈດຕະນາຂອງພຣະອົງກໍຄືຜູ້ຄົນຄວນໃຫ້ອະໄພຄົນອື່ນ, ບໍ່ແມ່ນຄັ້ງດຽວ ຫຼື ສອງຄັ້ງ ແລະ ບໍ່ແມ່ນແຕ່ເຈັດສິບຄັ້ງ ແຕ່ເປັນເຈັດສິບຄູນເຈັດຄັ້ງ. ແມ່ນຫຍັງຄືແນວຄິດພາຍໃນຄວາມຄິດທີ່ວ່າ: “ເຈັດສິບຄູນເຈັດຄັ້ງ”? ມັນແມ່ນເພື່ອເຮັດໃຫ້ຜູ້ຄົນໃຫ້ອະໄພຕໍ່ຄວາມຮັບຜິດຊອບຂອງພວກເຂົາເອງ, ເປັນສິ່ງທີ່ພວກເຂົາຕ້ອງຮຽນຮູ້ ແລະ “ວິທີ” ທີ່ພວກເຂົາຕ້ອງປະຕິບັດຕາມ. ເຖິງແມ່ນນີ້ເປັນພຽງການປຽບທຽບ, ແຕ່ ມັນກໍໄດ້ເນັ້ນໃຫ້ເຫັນເຖິງຈຸດສຳຄັນ. ມັນຊ່ວຍໃຫ້ຜູ້ຄົນເຂົ້າໃຈສິ່ງທີ່ພຣະອົງໝາຍເຖິງຢ່າງເລິກເຊິ່ງ ແລະ ຄົ້ນພົບວິທີການທີ່ເໝາະສົມໃນການປະຕິບັດ ແລະ ຫຼັກການ ແລະ ມາດຕະຖານຂອງການປະຕິບັດ. ການປຽບທຽບນີ້ຊ່ວຍໃຫ້ຜູ້ຄົນເຂົ້າໃຈຢ່າງຊັດເຈນ ແລະ ມອບແນວຄິດທີ່ຖືກຕ້ອງໃຫ້ແກ່ພວກເຂົາ, ພວກເຂົາຄວນຮຽນຮູ້ການໃຫ້ອະໄພ ແລະ ໃຫ້ອະໄພເປັນຈຳນວນເທົ່າໃດກໍໄດ້ໂດຍບໍ່ມີເງື່ອນໄຂ ແຕ່ຕ້ອງມີທັດສະນະທີ່ອົດກັ້ນ ແລະ ເຂົ້າໃຈຄົນອື່ນ. ເມື່ອພຣະເຢຊູເຈົ້າເວົ້າສິ່ງນີ້, ແມ່ນຫຍັງຄືສິ່ງທີ່ຢູ່ໃນຫົວໃຈຂອງພຣະອົງ? ພຣະອົງຄິດເຖິງຈຳນວນ “ເຈັດສິບຄູນເຈັດຄັ້ງ” ແທ້ບໍ? ບໍ່, ພຣະອົງບໍ່ໄດ້ຄິດ. ແລ້ວມີຈຳນວນຈັກຄັ້ງທີ່ພຣະເຈົ້າຈະໃຫ້ອະໄພມະນຸດ? ມີຫຼາຍຄົນທີ່ສົນໃຈຫຼາຍໃນ “ຈຳນວນຈັກຄັ້ງ” ທີ່ໄດ້ກ່າວເຖິງໃນທີ່ນີ້, ຜູ້ທີ່ຕ້ອງການເຂົ້າໃຈຈຸດກຳເນີດ ແລະ ຄວາມໝາຍຂອງຈຳນວນນີ້ຢ່າງແທ້ຈິງ. ພວກເຂົາຕ້ອງການເຂົ້າໃຈວ່າເປັນຫຍັງຕົວເລກນີ້ຈຶ່ງມາຈາກປາກຂອງພຣະເຢຊູເຈົ້າ; ພວກເຂົາເຊື່ອວ່າ ມີຄວາມໝາຍແອບແຝງທີ່ເລິກເຊິ່ງກວ່າສຳລັບຕົວເລກນີ້. ແຕ່ໃນຄວາມເປັນຈິງແລ້ວ, ນີ້ເປັນພຽງສຳນວນຄຳເວົ້າຂອງມະນຸດທີ່ພຣະເຈົ້າໃຊ້. ຄວາມໃນ ຫຼື ຄວາມໝາຍໃດກໍຕາມແມ່ນຕ້ອງປະກອບດ້ວຍເງື່ອນໄຂທີ່ພຣະເຢຊູເຈົ້າຈັດວາງສຳລັບມະນຸດຊາດ. ເມື່ອພຣະເຈົ້າຍັງບໍ່ໄດ້ກາຍມາເປັນເນື້ອໜັງ, ຜູ້ຄົນບໍ່ເຂົ້າໃຈຫຼາຍສິ່ງທີ່ພຣະເຈົ້າເວົ້າ, ເພາະພຣະທຳຂອງພຣະອົງແມ່ນອອກຈາກຄວາມເປັນພຣະເຈົ້າທັງໝົດ. ທັດສະນະ ແລະ ບໍລິບົດຂອງສິ່ງທີ່ພຣະອົງກ່າວແມ່ນມະນຸດຊາດບໍ່ສາມາດເຫັນໄດ້ ແລະ ບໍ່ສາມາດເຂົ້າໃຈໄດ້; ມັນຖືກກ່າວອອກຈາກໂລກແຫ່ງວິນຍານທີ່ຜູ້ຄົນບໍ່ສາມາດເຫັນ. ສຳລັບຜູ້ຄົນທີ່ດຳລົງຊີວິດໃນເນື້ອໜັງ, ພວກເຂົາບໍ່ສາມາດຜ່ານໂລກແຫ່ງວິນຍານໄປໄດ້. ແຕ່ຫຼັງຈາກທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງກໍກ່າວຕໍ່ມະນຸດຊາດຈາກທັດສະນະຂອງຄວາມເປັນມະນຸດ ແລະ ພຣະອົງໄດ້ອອກມາຈາກ ແລະ ຢູ່ເໜືອຂອບເຂດຂອງໂລກແຫ່ງວິນຍານ. ພຣະອົງສາມາດສະແດງອຸປະນິໄສ, ຄວາມປະສົງ ແລະ ທ່າທີຄວາມເປັນພຣະເຈົ້າຂອງພຣະອົງຜ່ານສິ່ງຕ່າງໆທີ່ມະນຸດສາມາດຈິນຕະນາການໄດ້, ສິ່ງຕ່າງໆທີ່ພວກເຂົາເຫັນ ແລະ ໄດ້ພົບພໍ້ໃນຊີວິດຂອງພວກເຂົາ ແລະ ໃຊ້ວິທີການທີ່ມະນຸດສາມາດຍອມຮັບໄດ້, ໃນພາສາທີ່ພວກເຂົາສາມາດເຂົ້າໃຈ ແລະ ດ້ວຍຄວາມຮູ້ທີ່ພວກເຂົາສາມາດຢັ່ງເຖິງ, ເພື່ອເຮັດໃຫ້ມະນຸດຊາດເຂົ້າໃຈ ແລະ ຮູ້ຈັກພຣະເຈົ້າ, ເພື່ອຢັ່ງເຖິງເຈດຕະນາຂອງພຣະອົງ ແລະ ມາດຕະຖານທີ່ຕ້ອງການຂອງພຣະອົງ ເຊິ່ງຢູ່ພາຍໃນຂອບເຂດຄວາມສາມາດຂອງພວກເຂົາ ແລະ ໃນລະດັບທີ່ພວກເຂົາສາມາດຢັ່ງເຖິງໄດ້. ນີ້ແມ່ນວິທີການ ແລະ ຫຼັກການແຫ່ງພາລະກິດຂອງພຣະເຈົ້າທີ່ຢູ່ໃນຄວາມເປັນມະນຸດ. ເຖິງແມ່ນວິທີຂອງພຣະເຈົ້າ ແລະ ຫຼັກການແຫ່ງການປະຕິບັດພາລະກິດໃນເນື້ອໜັງຂອງພຣະອົງສ່ວນໃຫຍ່ແມ່ນຖືກບັນລຸໂດຍວິທີການຂອງຄວາມເປັນມະນຸດ ຫຼື ຜ່ານທາງຄວາມເປັນມະນຸດ, ມັນກໍໄດ້ບັນລຸຜົນຢ່າງແທ້ຈິງ ເຊິ່ງບໍ່ສາມາດບັນລຸໄດ້ໂດຍການປະຕິບັດພາລະກິດໃນຄວາມເປັນພຣະເຈົ້າໂດຍກົງ. ພາລະກິດຂອງພຣະເຈົ້າໃນຄວາມເປັນມະນຸດແມ່ນຍິ່ງເປັນຮູບປະທຳ, ແທ້ຈິງ ແລະ ມີເປົ້າໝາຍຫຼາຍຂຶ້ນ, ວິທີການແມ່ນສາມາດປັບປ່ຽນໄດ້ດີກວ່າ ແລະ ໃນຮູບຮ່າງທີ່ຢູ່ເໜືອພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະບັນຍັດ.

ຕໍ່ໄປ, ໃຫ້ພວກເຮົາລົມກັນກ່ຽວກັບການຮັກພຣະຜູ້ເປັນເຈົ້າ ແລະ ການຮັກເພື່ອນບ້ານຂອງເຈົ້າຄືກັບຮັກຕົນເອງ. ນີ້ແມ່ນສິ່ງທີ່ຖືກສະແດງອອກໃນຄວາມເປັນພຣະເຈົ້າໂດຍກົງບໍ? ບໍ່, ບໍ່ແມ່ນຢ່າງຊັດເຈນ! ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ບຸດມະນຸດກ່າວອອກໃນຄວາມເປັນມະນຸດ; ມີພຽງມະນຸດທີ່ຈະເວົ້າໃນສິ່ງ ເຊັ່ນ: “ຮັກເພື່ອນບ້ານຄືກັບຮັກຕົວເຈົ້າເອງ”. ແລະ “ຮັກຄົນອື່ນຄືກັບເຈົ້າຮັກຊີວິດຂອງເຈົ້າເອງ”. ວິທີການເວົ້າແບບນີ້ແມ່ນມາຈາກມະນຸດໂດຍສະເພາະ. ພຣະເຈົ້າບໍ່ເຄີຍເວົ້າໃນລັກສະນະນີ້ຈັກເທື່ອ. ຢ່າງໜ້ອຍທີ່ສຸດ, ພຣະເຈົ້າບໍ່ມີພາສາປະເພດນີ້ໃນຄວາມເປັນພຣະເຈົ້າຂອງພຣະອົງ ຍ້ອນພຣະອົງບໍ່ຕ້ອງການຫຼັກການປະເພດນີ້ “ຮັກເພື່ອນບ້ານຄືກັບຮັກຕົວເຈົ້າເອງ” ເພື່ອຄວບຄຸມຄວາມຮັກຂອງພຣະອົງສຳລັບມະນຸດຊາດ, ຍ້ອນຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດຄືການເປີດເຜີຍຢ່າງທຳມະຊາດຂອງສິ່ງທີ່ພຣະອົງມີ ແລະ ເປັນ. ມີເມື່ອໃດແດ່ທີ່ພວກເຈົ້າເຄີຍໄດ້ຍິນພຣະເຈົ້າເວົ້າສິ່ງໃດໜຶ່ງ ເຊັ່ນ: “ເຮົາຮັກມະນຸດຊາດສໍ່າທີ່ເຮົາຮັກຕົນເອງ”? ພວກເຈົ້າບໍ່ເຄີຍ ຍ້ອນຄວາມຮັກແມ່ນຢູ່ໃນແກ່ນແທ້ຂອງພຣະເຈົ້າ ແລະ ໃນສິ່ງທີ່ພຣະອົງມີ ແລະ ເປັນ. ຄວາມຮັກຂອງພຣະເຈົ້າສຳລັບມະນຸດຊາດ ແລະ ທ່າທີຂອງພຣະອົງ ແລະ ວິທີການທີ່ພຣະອົງປະຕິບັດຕໍ່ຜູ້ຄົນແມ່ນການສະແດງອອກ ແລະ ການເປີດເຜີຍຢ່າງທຳມະຊາດຂອງອຸປະນິໄສຂອງພຣະອົງ. ພຣະອົງບໍ່ຈຳເປັນຕ້ອງຕັ້ງໃຈເຮັດສິ່ງນີ້ໃນລັກສະນະໃດໜຶ່ງ ຫຼື ຕັ້ງໃຈປະຕິບັດຕາມວິທີການໃດໜຶ່ງ ຫຼື ຕາມຫຼັກສິນທຳເພື່ອບັນລຸການຮັກເພື່ອນບ້ານຂອງພຣະອົງຄືກັບຮັກພຣະອົງເອງ, ພຣະອົງມີແກ່ນແທ້ປະເພດນີ້ແລ້ວ. ເຈົ້າເຫັນຫຍັງໃນສິ່ງນີ້ບໍ່? ເມື່ອພຣະເຈົ້າປະຕິບັດພາລະກິດໃນຄວາມເປັນມະນຸດ, ວິທີການຫຼາຍຢ່າງຂອງພຣະອົງ, ພຣະທຳ ແລະ ຄວາມຈິງແມ່ນຖືກສະແດງອອກດ້ວຍວິທີຂອງມະນຸດ. ແຕ່ໃນເວລາດຽວກັນ, ອຸປະນິໄສຂອງພຣະເຈົ້າ, ສິ່ງທີ່ພຣະອົງມີ ແລະ ເປັນ ແລະ ຄວາມປະສົງຂອງພຣະອົງແມ່ນຖືກສະແດງອອກໃຫ້ຜູ້ຄົນໄດ້ຮູ້ຈັກ ແລະ ເຂົ້າໃຈ. ສິ່ງທີ່ພວກເຂົາມາຮູ້ຈັກ ແລະ ເຂົ້າໃຈຄືແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນຢ່າງແທ້ຈິງ ເຊິ່ງເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະໂດຍທຳມະຊາດຂອງພຣະເຈົ້າເອງ. ນັ້ນໝາຍຄວາມວ່າ ບຸດມະນຸດທີ່ຢູ່ໃນເນື້ອໜັງໄດ້ສະແດງອອກເຖິງອຸປະນິໄສ ແລະ ແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າເອງ ຈົນເຖິງລະດັບທີ່ສູງທີ່ສຸດເທົ່າທີ່ເປັນໄປໄດ້ ແລະ ຢ່າງຖືກຕ້ອງເທົ່າທີ່ເປັນໄປໄດ້. ບໍ່ພຽງແຕ່ວ່າຄວາມເປັນມະນຸດຂອງບຸດມະນຸດບໍ່ໄດ້ເປັນສິ່ງຂັດຂວາງ ຫຼື ອຸປະສັກຕໍ່ການສື່ສານ ແລະ ການຕິດຕໍ່ພົວພັນຂອງມະນຸດກັບພຣະເຈົ້າທີ່ຢູ່ໃນສະຫວັນ, ແຕ່ໂດຍຄວາມຈິງແລ້ວ ມັນເປັນຊ່ອງທາງດຽວ ແລະ ເປັນຂົວອັນດຽວເພື່ອໃຫ້ມະນຸດຊາດໄດ້ເຊື່ອມຕໍ່ກັບພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ. ບັດນີ້ ໃນຕອນນີ້ ພວກເຈົ້າບໍ່ຮູ້ສຶກວ່າມີຄວາມຄ້າຍຄືກັນຫຼາຍຢ່າງລະຫວ່າງທຳມະຊາດ ແລະ ວິທີການແຫ່ງພາລະກິດທີ່ພຣະເຢຊູເຈົ້າປະຕິບັດໃນຍຸກແຫ່ງພຣະຄຸນ ແລະ ຂັ້ນຕອນໃນປັດຈຸບັນຂອງພາລະກິດບໍ? ຂັ້ນຕອນປັດຈຸບັນຂອງພາລະກິດນີ້ຍັງໄດ້ໃຊ້ພາສາມະນຸດຫຼາຍຢ່າງເພື່ອກ່າວເຖິງອຸປະນິໄສຂອງພຣະເຈົ້າ ແລະ ພາສາ ແລະ ວິທີການຫຼາຍຢ່າງຈາກຊີວິດປະຈຳວັນຂອງມະນຸດຊາດ ແລະ ຄວາມຮູ້ຂອງມະນຸດເພື່ອກ່າວເຖິງຄວາມປະສົງຂອງພຣະເຈົ້າເອງ. ຫຼັງຈາກທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ບໍ່ວ່າພຣະອົງຈະກ່າວຈາກທັດສະນະຂອງມະນຸດ ຫຼື ທັດສະນະຂອງພຣະເຈົ້າ, ພາສາ ແລະ ວິທີການກ່າວຫຼາຍຢ່າງຂອງພຣະອົງແມ່ນເກີດຂຶ້ນຜ່ານທາງພາສາ ແລະ ວິທີການຂອງມະນຸດ. ນັ້ນກໍຄື ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ນີ້ແມ່ນໂອກາດດີທີ່ສຸດທີ່ເຈົ້າຈະໄດ້ເຫັນອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ສະຕິປັນຍາຂອງພຣະອົງ ແລະ ຈະຮູ້ຈັກທຸກດ້ານຂອງພຣະເຈົ້າ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ໃນຂະນະທີ່ພຣະອົງເຕີບໃຫຍ່, ພຣະອົງໄດ້ເຂົ້າໃຈ, ຮຽນຮູ້ ແລະ ຢັ່ງເຖິງຄວາມຮູ້, ສາມັນສຳນຶກ, ພາສາ ແລະ ວິທີການກ່າວບາງຢ່າງຂອງມະນຸດຊາດຜ່ານຄວາມເປັນມະນຸດຂອງພຣະອົງ. ພຣະເຈົ້າທີ່ບັງເກີດເປັນມະນຸດມີສິ່ງເຫຼົ່ານີ້ ເຊິ່ງມາຈາກມະນຸດທີ່ພຣະອົງໄດ້ເນລະມິດສ້າງ. ພວກມັນກາຍມາເປັນເຄື່ອງມືຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງເພື່ອສະແດງອອກເຖິງອຸປະນິໄສຂອງພຣະອົງ ແລະ ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ອະນຸຍາດໃຫ້ພຣະອົງເຮັດໃຫ້ພາລະກິດຂອງພຣະອົງກ່ຽວພັນກັນຫຼາຍຂຶ້ນ, ເປັນຈິງຫຼາຍຂຶ້ນ ແລະ ຖືກຕ້ອງຫຼາຍຂຶ້ນໃນເວລາທີ່ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດ, ຈາກທັດສະນະຂອງມະນຸດ ແລະ ໃຊ້ພາສາຂອງມະນຸດ. ສິ່ງນີ້ເຮັດໃຫ້ພາລະກິດຂອງພຣະອົງເຂົ້າເຖິງໄດ້ຍິ່ງຂຶ້ນ ແລະ ເຂົ້າໃຈງ່າຍຂຶ້ນສຳລັບຜູ້ຄົນເພື່ອບັນລຸຜົນທີ່ພຣະເຈົ້າຕ້ອງການ. ມັນຍິ່ງຈະບໍ່ມີເຫດຜົນລັບພຣະເຈົ້າບໍ ທີ່ຈະປະຕິບັດພາລະກິດໃນເນື້ອໜັງໃນລັກສະນະນີ້? ນີ້ບໍ່ແມ່ນສະຕິປັນຍາຂອງພຣະເຈົ້າບໍ? ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ເມື່ອເນື້ອໜັງຂອງພຣະເຈົ້າສາມາດປະຕິບັດພາລະກິດທີ່ພຣະອົງຕ້ອງການປະຕິບັດ, ນັ້ນກໍຄືເວລາທີ່ພຣະອົງຈະສະແດງອຸປະນິໄສຂອງພຣະອົງ ແລະ ພາລະກິດຂອງພຣະອົງຢ່າງແທ້ຈິງ ແລະ ນັ້ນຍັງເປັນເວລາທີ່ພຣະອົງສາມາດເລີ່ມຕົ້ນພັນທະກິດຂອງພຣະອົງຢ່າງເປັນທາງການໃນຖານະບຸດມະນຸດ. ນີ້ໝາຍຄວາມວ່າ ບໍ່ມີ “ໄລຍະຫ່າງແຫ່ງຍຸກສະໄໝ” ລະຫວ່າງພຣະເຈົ້າ ແລະ ມະນຸດອີກຕໍ່ໄປ, ອີກບໍ່ດົນ ພຣະເຈົ້າກໍຈະເຊົາພາລະກິດຂອງພຣະອົງໃນການສື່ສານຜ່ານຜູ້ສົ່ງຂ່າວ ແລະ ພຣະເຈົ້າເອງກໍຈະສະແດງພຣະທຳ ແລະ ພາລະກິດທັງໝົດທີ່ຢູ່ໃນເນື້ອໜັງ ທີ່ພຣະອົງຕ້ອງການເຮັດນັ້ນດ້ວຍພຣະອົງເອງ. ມັນຍັງໝາຍຄວາມວ່າ ຜູ້ຄົນທີ່ພຣະເຈົ້າຊ່ວຍໃຫ້ລອດພົ້ນແມ່ນໃກ້ຊິດກັບພຣະອົງຫຼາຍຂຶ້ນ, ພາລະກິດການຄຸ້ມຄອງຂອງພຣະອົງແມ່ນໄດ້ເຂົ້າສູ່ອານາເຂດໃໝ່ ແລະ ມະນຸດຊາດທັງປວງກຳລັງຈະໄດ້ພົບພໍ້ກັບຍຸກໃໝ່.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 72)

ທຸກຄົນທີ່ໄດ້ອ່ານພຣະຄຳພີກໍຈະຮູ້ວ່າມີ ຫຼາຍເຫດການທີ່ເກີດຂຶ້ນໃນເວລາທີ່ພຣະເຢຊູເຈົ້າກຳເນີດ. ເຫດການທີ່ຍິ່ງໃຫຍ່ທີ່ສຸດກໍຄືພຣະອົງຖືກຕາມລ່າໂດຍກະສັດຂອງພວກມານຮ້າຍ ເຊິ່ງເປັນເຫດການທີ່ຮຸນແຮງຫຼາຍ ຈົນເດັກນ້ອຍທຸກຄົນໃນເມືອງທີ່ມີອາຍຸສອງປີ ແລະ ອ່ອນກວ່ານັ້ນຖືກຂ້າຖິ້ມໝົດ. ມັນຊັດເຈນແລ້ວວ່າ ພຣະເຈົ້າໄດ້ຮັບຄວາມສ່ຽງຢ່າງໃຫຍ່ຫຼວງໂດຍການມາເປັນເນື້ອໜັງທ່າມກາງມະນຸດ; ລາຄາອັນຍິ່ງໃຫຍ່ທີ່ພຣະອົງຈ່າຍເພື່ອສຳເລັດການຄຸ້ມຄອງຂອງພຣະອົງໃນການຊ່ວຍມະນຸດຊາດໃຫ້ລອດພົ້ນກໍຊັດເຈນເຊັ່ນກັນ. ຄວາມຫວັງອັນຍິ່ງໃຫຍ່ທີ່ພຣະເຈົ້າມີສຳລັບພາລະກິດຂອງພຣະອົງທ່າມກາງມະນຸດຊາດໃນເນື້ອໜັງກໍຊັດເຈນເຊັ່ນກັນ. ເມື່ອເນື້ອໜັງຂອງພຣະເຈົ້າສາມາດປະຕິບັດພາລະກິດທ່າມກາງມະນຸດຊາດ, ພຣະອົງໄດ້ຮູ້ສຶກແນວໃດ? ຜູ້ຄົນຄວນສາມາດເຂົ້າໃຈສິ່ງນັ້ນໃນລະດັບໃດໜຶ່ງ, ບໍ່ແມ່ນບໍ? ຢ່າງໜ້ອຍທີ່ສຸດ, ພຣະເຈົ້າມີຄວາມສຸກ ຍ້ອນພຣະອົງສາມາດເລີ່ມຕົ້ນປະຕິບັດພາລະກິດໃໝ່ຂອງພຣະອົງທ່າມກາງມະນຸດຊາດ. ເມື່ອພຣະເຢຊູເຈົ້າໄດ້ຮັບບັບຕິດສະມາ ແລະ ເລີ່ມຕົ້ນພາລະກິດຂອງພຣະອົງຢ່າງເປັນທາງການເພື່ອປະຕິບັດພັນທະກິດຂອງພຣະອົງ, ຫົວໃຈຂອງພຣະເຈົ້າກໍເຕັມໄປດ້ວຍຄວາມປິຕິຍິນດິ ຍ້ອນເປັນເວລາຫຼາຍປີແຫ່ງການລໍຖ້າ ແລະ ການກະກຽມ, ໃນທີ່ສຸດ ພຣະອົງກໍສາມາດສວມໃສ່ເນື້ອໜັງຂອງມະນຸດທີ່ທຳມະດາ ແລະ ເລີ່ມຕົ້ນພາລະກິດໃໝ່ຂອງພຣະອົງໃນຮູບຮ່າງຂອງມະນຸດທີ່ມີເນື້ອໜັງ ແລະ ເລືອດ ຜູ້ທີ່ຜູ້ຄົນສາມາດເຫັນ ແລະ ສຳຜັດໄດ້. ໃນທີ່ສຸດ ພຣະອົງກໍສາມາດກ່າວເຊິ່ງໜ້າ ແລະ ຢ່າງຈິງໃຈກັບຜູ້ຄົນຜ່ານຕົວຕົນຂອງມະນຸດ. ໃນທີ່ສຸດ ພຣະເຈົ້າກໍສາມາດມາຢູ່ເຊິ່ງໜ້າມະນຸດຊາດຜ່ານວິທີທາງຂອງມະນຸດ ແລະ ພາສາຂອງມະນຸດ; ພຣະອົງສາມາດສະໜອງໃຫ້ແກ່ມະນຸດຊາດ, ສ່ອງແສງສະຫວ່າງໃຫ້ແກ່ພວກເຂົາ ແລະ ຊ່ວຍພວກເຂົາໂດຍໃຊ້ພາສາມະນຸດ; ພຣະອົງສາມາດກິນຢູ່ໂຕະດຽວກັນ ແລະ ດຳລົງຊີວິດຢູ່ໃນພື້ນທີ່ດຽວກັນກັບພວກເຂົາ. ພຣະອົງຍັງສາມາດເຫັນມະນຸດ, ເຫັນສິ່ງຕ່າງໆ ແລະ ເຫັນທຸກສິ່ງດ້ວຍວິທີດຽວກັນທີ່ມະນຸດເຫັນ ແລະ ແມ່ນແຕ່ເຫັນຜ່ານສາຍຕາຂອງພວກເຂົາ. ສຳລັບພຣະເຈົ້າແລ້ວ, ສິ່ງນີ້ຄືການໄດ້ຮັບໄຊຊະນະຄັ້ງທຳອິດຂອງພຣະອົງໃນການປະຕິບັດພາລະກິດຂອງພຣະອົງຜ່ານເນື້ອໜັງແລ້ວ. ມັນຍັງສາມາດເວົ້າໄດ້ວ່າ ນີ້ຄືຄວາມສຳເລັດຂອງພາລະກິດອັນຍິ່ງໃຫຍ່, ແລ້ວແນ່ນອນ ນີ້ຄືສິ່ງທີ່ພຣະເຈົ້າມີຄວາມສຸກທີ່ສຸດ. ນັບຕັ້ງແຕ່ນັ້ນມາ, ເປັນຄັ້ງທໍາອິດທີ່ພຣະເຈົ້າໄດ້ຮູ້ສຶກສະບາຍໃຈໃນການປະຕິບັດພາລະກິດຂອງພຣະອົງໃນທ່າມກາງມະນຸດຊາດ. ເຫດການທັງໝົດທີ່ເກີດຂຶ້ນຜ່ານມາແມ່ນເປັນຈິງ ແລະ ເປັນທຳມະຊາດຫຼາຍ ແລະ ຄວາມສະບາຍໃຈທີ່ພຣະເຈົ້າຮູ້ສຶກກໍເປັນຈິງເຊັ່ນກັນ. ສຳລັບມະນຸດຊາດແລ້ວ, ແຕ່ລະຄັ້ງທີ່ຂັ້ນຕອນໃໝ່ໃນພາລະກິດຂອງພຣະເຈົ້າໄດ້ສຳເລັດ ແລະ ແຕ່ລະຄັ້ງທີ່ພຣະເຈົ້າຮູ້ສຶກພໍໃຈ, ນັ້ນກໍຄືເມື່ອມະນຸດຊາດສາມາດຫຍັບເຂົ້າໃກ້ພຣະເຈົ້າ ແລະ ຄວາມລອດພົ້ນຫຼາຍຂຶ້ນ. ສຳລັບພຣະເຈົ້າແລ້ວ, ນີ້ຍັງເປັນການເລີ່ມຕົ້ນຂອງພາລະກິດໃໝ່ຂອງພຣະອົງ, ເປັນການ ກ້າວໄປຂ້າງໜ້າຢ່າງໝັ້ນຄົງໃນແຜນການຄຸ້ມຄອງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ນີ້ແມ່ນເວລາທີ່ເຈດຕະນາຂອງພຣະອົງຫຍັບເຂົ້າໃກ້ຄວາມສຳເລັດຢ່າງສົມບູນ. ສຳລັບມະນຸດຊາດແລ້ວ, ການມາເຖິງຂອງໂອກາດດັ່ງກ່າວແມ່ນໂຊກດີ ແລະ ດີຫຼາຍ; ສຳລັບທຸກຄົນທີ່ລໍຖ້າຄວາມລອດພົ້ນຂອງພຣະເຈົ້າ, ມັນຄືຂ່າວປະເສີດ ແລະ ໜ້າປິຕິຍິນດີຫຼາຍ. ເມື່ອພຣະເຈົ້າປະຕິບັດຂັ້ນຕອນໃໝ່ຂອງພາລະກິດ, ພຣະອົງກໍມີການເລີ່ມຕົ້ນໃໝ່ ແລະ ເມື່ອພາລະກິດໃໝ່ ແລະ ການເລີ່ມຕົ້ນໃໝ່ນີ້ໄດ້ລິເລີ່ມຂຶ້ນ ແລະ ຖືກແນະນໍາໃນທ່າມກາງມະນຸດຊາດ, ມັນກໍເປັນເວລາທີ່ຜົນຮັບຂອງຂັ້ນຕອນພາລະກິດດັ່ງກ່າວໄດ້ຖືກກຳນົດ ແລະ ສຳເລັດແລ້ວ ແລະ ພຣະເຈົ້າກໍໄດ້ເຫັນໝາກຜົນສຸດທ້າຍແລ້ວ. ນີ້ຍັງເປັນເວລາທີ່ຜົນເຫຼົ່ານີ້ເຮັດໃຫ້ພຣະເຈົ້າຮູ້ສຶກພໍໃຈ ແລະ ແນ່ນອນວ່າ ນີ້ແມ່ນເວລາທີ່ຫົວໃຈຂອງພຣະອົງມີຄວາມສຸກທີ່ສຸດ. ພຣະເຈົ້າຮູ້ສຶກໝັ້ນໃຈອີກຄັ້ງ ເພາະໃນສາຍຕາຂອງພຣະອົງ ພຣະອົງໄດ້ເຫັນ ແລະ ກຳນົດຜູ້ຄົນທີ່ພຣະອົງຊອກຫາແລ້ວ ແລະ ໄດ້ຮັບເອົາຄົນກຸ່ມນີ້ແລ້ວ ເຊິ່ງເປັນກຸ່ມທີ່ສາມາດເຮັດໃຫ້ພາລະກິດຂອງພຣະອົງສຳເລັດ ແລະ ນໍາຄວາມພໍໃຈມາໃຫ້ພຣະອົງ. ສະນັ້ນ ພຣະອົງຈຶ່ງປະວາງຄວາມກັງວົນຂອງພຣະອົງ ແລະ ພຣະອົງຮູ້ສຶກມີຄວາມສຸກ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອເນື້ອໜັງຂອງພຣະເຈົ້າສາມາດເລີ່ມຕົ້ນພາລະກິດໃໝ່ທ່າມກາງມະນຸດ ແລະ ພຣະອົງໄດ້ເລີ່ມຕົ້ນປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ໂດຍບໍ່ມີການຂັດຂວາງ ແລະ ເມື່ອພຣະອົງຮູ້ສຶກວ່າ ທຸກສິ່ງແມ່ນຖືກສຳເລັດ, ແລ້ວສຳລັບພຣະອົງ ຈຸດຈົບແມ່ນໃກ້ຈະມາຮອດແລ້ວ. ຍ້ອນສິ່ງນີ້ ພຣະອົງຈຶ່ງພໍໃຈ ແລະ ຫົວໃຈຂອງພຣະອົງກໍມີຄວາມສຸກ. ຄວາມສຸກຂອງພຣະອົງຖືກສະແດງອອກແນວໃດ? ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າຄຳຕອບແມ່ນຫຍັງ? ພຣະເຈົ້າອາດຮ້ອງໄຫ້ບໍ? ພຣະເຈົ້າສາມາດຮ້ອງໄຫ້ໄດ້ບໍ? ພຣະເຈົ້າສາມາດຕົບມືຂອງພຣະອົງໄດ້ບໍ? ພຣະເຈົ້າເຕັ້ນລຳໄດ້ບໍ? ພຣະເຈົ້າຮ້ອງເພງໄດ້ບໍ? ຖ້າໄດ້, ພຣະອົງຈະຮ້ອງເພງຫຍັງ? ແນ່ນອນ ພຣະເຈົ້າສາມາດຮ້ອງເພງທີ່ສວຍງາມ ແລະ ຊາບຊຶ້ງ, ເພງທີ່ສາມາດສະແດງເຖິງຄວາມປິຕິຍິນດີ ແລະ ຄວາມສຸກທີ່ຢູ່ໃນຫົວໃຈຂອງພຣະອົງ. ພຣະອົງສາມາດຮ້ອງເພງເພື່ອມະນຸດຊາດ, ເພື່ອພຣະອົງເອງ ແລະ ເພື່ອສິ່ງທັງປວງ. ຄວາມສຸກຂອງພຣະເຈົ້າສາມາດສະແດງອອກໄດ້ໃນທຸກວິທີທາງ, ທຸກສິ່ງນີ້ແມ່ນເລື່ອງປົກກະຕິ ເພາະພຣະເຈົ້າມີຄວາມຍິນດີ ແລະ ຄວາມໂສກເສົ້າ ແລະ ຫຼາກຫຼາຍຄວາມຮູ້ສຶກຂອງພຣະອົງແມ່ນສາມາດສະແດງອອກໄດ້ໃນຫຼາກຫຼາຍວິທີທາງ. ນີ້ຄືສິດທິຂອງພຣະອົງ ແລະ ບໍ່ມີສິ່ງໃດທີ່ສາມາດເປັນທຳມະດາ ແລະ ເໝາະສົມໄປຫຼາຍກວ່ານີ້ອີກ. ຜູ້ຄົນບໍ່ຄວນຄິດແນວອື່ນກ່ຽວກັບສິ່ງນີ້. ພວກເຈົ້າບໍ່ຄວນພະຍາຍາມໃຊ້ “ຄາຖາບ້ວງຮັດຫົວກ”[ກ] ໃສ່ພຣະເຈົ້າ ໂດຍບອກພຣະອົງວ່າ ພຣະອົງບໍ່ຄວນເຮັດສິ່ງນີ້ ຫຼື ສິ່ງນັ້ນ, ພຣະອົງບໍ່ຄວນປະພຶດແບບນີ້ ຫຼື ແບບນັ້ນ ເພາະວ່າ ດ້ວຍວິທີນີ້ ມັນໄດ້ຈຳກັດຄວາມສຸກຂອງພຣະອົງ ຫຼື ຄວາມຮູ້ສຶກຕ່າງໆທີ່ພຣະອົງອາດມີ. ໃນຫົວໃຈຂອງຜູ້ຄົນ, ພຣະເຈົ້າບໍ່ສາມາດມີຄວາມສຸກໄດ້, ບໍ່ສາມາດຫຼັ່ງນໍ້າຕາໄດ້, ບໍ່ສາມາດຮ້ອງໄຫ້ໄດ້, ພຣະອົງບໍ່ສາມາດສະແດງຄວາມຮູ້ສຶກໃດໆໄດ້. ຜ່ານສິ່ງທີ່ພວກເຮົາໄດ້ໂອ້ລົມກັນໃນລະຫວ່າງການສົນທະນາສອງຄັ້ງນີ້, ເຮົາເຊື່ອວ່າພວກເຈົ້າຈະບໍ່ເຫັນພຣະເຈົ້າໃນລັກສະນະນີ້ອີກຕໍ່ໄປ, ແຕ່ຈະຍອມໃຫ້ພຣະເຈົ້າມີອິດສະຫຼະ ແລະ ເສລີພາບ. ນີ້ແມ່ນສິ່ງທີ່ດີຫຼາຍ. ໃນອະນາຄົດ ຖ້າພວກເຈົ້າສາມາດຮູ້ສຶກເຖິງຄວາມໂສກເສົ້າຂອງພຣະເຈົ້າຢ່າງແທ້ຈິງ ເມື່ອພວກເຈົ້າໄດ້ຍິນວ່າພຣະອົງໂສກເສົ້າ ແລະ ພວກເຈົ້າສາມາດຮູ້ສຶກເຖິງຄວາມສຸກຂອງພຣະອົງຢ່າງແທ້ຈິງ ເມື່ອພວກເຈົ້າໄດ້ຍິນວ່າພຣະອົງມີຄວາມສຸກ, ແລ້ວຢ່າງໜ້ອຍທີ່ສຸດ ພວກເຈົ້າຈະສາມາດຮູ້ຈັກ ແລະ ເຂົ້າໃຈຢ່າງຊັດເຈນເຖິງສິ່ງທີ່ເຮັດໃຫ້ພຣະເຈົ້າມີຄວາມສຸກ ແລະ ສິ່ງທີ່ເຮັດໃຫ້ພຣະອົງໂສກເສົ້າ. ເມື່ອເຈົ້າສາມາດຮູ້ສຶກໂສກເສົ້າ ເພາະພຣະເຈົ້າໂສກເສົ້າ ແລະ ຮູ້ສຶກມີຄວາມສຸກ ເພາະພຣະເຈົ້າມີຄວາມສຸກ, ພຣະອົງກໍຈະໄດ້ຮັບເອົາຫົວໃຈຂອງເຈົ້າຢ່າງສົມບູນ ແລະ ຈະບໍ່ມີສິ່ງກີດຂວາງລະຫວ່າງເຈົ້າເອງ ແລະ ພຣະອົງອີກຕໍ່ໄປ. ເຈົ້າຈະບໍ່ພະຍາຍາມຈຳກັດພຣະເຈົ້າດ້ວຍຈິນຕະນາການ, ແນວຄິດ ແລະ ຄວາມຮູ້ຂອງມະນຸດອີກຕໍ່ໄປ. ໃນເວລານັ້ນ, ພຣະເຈົ້າຈະມີຊີວິດ ແລະ ມີຊີວາໃນຫົວໃຈຂອງເຈົ້າ. ພຣະອົງຈະເປັນພຣະເຈົ້າໃນຊີວິດຂອງເຈົ້າ ແລະ ເປັນເຈົ້ານາຍຂອງທຸກສິ່ງທີ່ກ່ຽວກັບເຈົ້າ. ພວກເຈົ້າມີຄວາມປາຖະໜາແບບນີ້ບໍ? ພວກເຈົ້າໝັ້ນໃຈບໍ່ວ່າພວກເຈົ້າຈະສາມາດບັນລຸສິ່ງນີ້ໄດ້?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ໝາຍເຫດ:

ກ. “ຄາຖາບ້ວງຮັດຫົວກ” ແມ່ນຄາຖາໃຊ້ໂດຍພະສົງຊື່ວ່າ ຕັງສານຊາງໃນນະວະນິຍາຍຈີນ “ການເດີນທາງສູ່ທິດຕາເວັນຕົກ”. ເພິ່ນໃຊ້ຄາຖາເພື່ອຄວບຄຸມສັນວູກົງໂດຍຫັດບ້ວງເຫຼັກໃສ່ຫົວຂອງສັນວູກົງເຮັດໃຫ້ລາວເຈັບຫົວຢ່າງໜັກ ແລະ ເຮັດໃຫ້ລາວຍອມຢູ່ພາຍໃຕ້ການຄວບຄຸມ. ມັນໄດ້ກາຍມາເປັນຄຳອຸປະມາເພື່ອອະທິບາຍສິ່ງທີ່ຜູກມັດບຸກຄົນໜຶ່ງ.


ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 73)

ຄຳອຸປະມາຂອງພຣະເຢຊູເຈົ້າ

ຄຳອຸປະມາເລື່ອງຜູ້ຫວ່ານ (ມັດທາຍ 13:1-9)

ຄຳອຸປະມາເລື່ອງເຂົ້ານົກ (ມັດທາຍ 13:24-30)

ຄຳອຸປະມາເລື່ອງເມັດຜັກກາດ (ມັດທາຍ 13:31-32)

ຄຳອຸປະມາເລື່ອງເຊື້ອແປ້ງ (ມັດທາຍ 13:33)

ການອະທິບາຍຄຳອຸປະມາເລື່ອງເຂົ້ານົກ (ມັດທາຍ 13:36-43)

ຄຳອຸປະມາເລື່ອງຊັບສົມບັດ (ມັດທາຍ 13:44)

ຄຳອຸປະມາເລື່ອງໄຂ່ມຸກ (ມັດທາຍ 13:45-46)

ຄຳອຸປະມາເລື່ອງມອງ (ມັດທາຍ 13:47-50)

ຢ່າງທຳອິດແມ່ນຄຳອຸປະມາເລື່ອງຜູ້ຫວ່ານ. ນີ້ຄືຄຳອຸປະມາທີ່ໜ້າສົນໃຈຫຼາຍ; ການຫວ່ານເມັດພືດເປັນເຫດການທີ່ປົກກະຕິໃນຊີວິດຂອງຜູ້ຄົນ. ຢ່າງທີສອງແມ່ນຄຳອຸປະມາເລື່ອງເຂົ້ານົກ. ຜູ້ໃດກໍຕາມທີ່ປູກເຂົ້າ ແລະ ແນ່ນອນຜູ້ໃຫຍ່ທຸກຄົນ ກໍຈະຮູ້ຈັກວ່າ “ເຂົ້ານົກ” ແມ່ນຫຍັງ. ຢ່າງທີສາມແມ່ນຄຳອຸປະມາເລື່ອງເມັດຜັກກາດ. ພວກເຈົ້າທຸກຄົນຮູ້ຈັກວ່າ ເມັດຜັກກາດແມ່ນຫຍັງ, ແມ່ນບໍ? ຖ້າເຈົ້າບໍ່ຮູ້, ເຈົ້າສາມາດເບິ່ງໃນພຣະຄຳພີໄດ້. ຢ່າງທີສີ່ແມ່ນຄຳອຸປະມາເລື່ອງເຊື້ອແປ້ງ. ບັດນີ້, ຄົນສ່ວນໃຫຍ່ຮູ້ຈັກວ່າ ເຊື້ອແປ້ງແມ່ນຖືກໃຊ້ສຳລັບການໝັກແປ້ງ ແລະ ມັນແມ່ນສິ່ງທີ່ຜູ້ຄົນໃຊ້ໃນຊີວິດປະຈຳວັນຂອງພວກເຂົາ. ຄຳອຸປະມາເພີ່ມເຕີມ ລວມເຖິງຢ່າງທີຫົກ, ຄຳອຸປະມາເລື່ອງຊັບສົມບັດ; ຢ່າງທີເຈັດ, ຄຳອຸປະມາເລື່ອງໄຂ່ມຸກ; ແລະ ຢ່າງທີແປດ, ຄຳອຸປະມາເລື່ອງມອງ ແມ່ນລ້ວນແລ້ວແຕ່ຖືກຖອດຖອນ ແລະ ອີງຕາມຊີວິດທີ່ເປັນຈິງຂອງຜູ້ຄົນ. ຄຳອຸປະມາເຫຼົ່ານີ້ບັນຍາຍເຖິງຮູບພາບແບບໃດ? ມັນບັນຍາຍເຖິງຮູບພາບຂອງການເປັນບຸກຄົນທຳມະດາຂອງພຣະເຈົ້າ ແລະ ເຖິງການດຳລົງຊີວິດຢູ່ຄຽງຂ້າງມະນຸດຊາດ, ພຣະອົງໃຊ້ພາສາຊີວິດ, ພາສາມະນຸດ, ສື່ສານກັບມະນຸດ ແລະ ສະໜອງໃຫ້ແກ່ພວກເຂົາດ້ວຍສິ່ງທີ່ພວກເຂົາຕ້ອງການ. ເມື່ອພຣະເຈົ້າກາຍເປັນເນື້ອໜັງ ແລະ ດຳລົງຊີວິດຢູ່ທ່າມກາງມະນຸດຊາດເປັນເວລາດົນນານ, ຫຼັງຈາກທີ່ພຣະອົງໄດ້ຜະເຊີນ ແລະ ເປັນພະຍານເຖິງວິຖີຊີວິດອັນຫຼາກຫຼາຍຂອງຜູ້ຄົນ, ປະສົບການເຫຼົ່ານີ້ໄດ້ກາຍມາເປັນເຄື່ອງມືໃນການສັ່ງສອນຂອງພຣະອົງ ເຊິ່ງໂດຍສິ່ງນີ້ ພຣະອົງໄດ້ປ່ຽນແປງພາສາອັນສັກສິດຂອງພຣະອົງໃຫ້ກາຍເປັນພາສາມະນຸດ. ແນ່ນອນ ສິ່ງເຫຼົ່ານີ້ທີ່ພຣະອົງເຫັນ ແລະ ໄດ້ຍິນໃນຊີວິດຍັງເພີ່ມພູນປະສົບການມະນຸດໃຫ້ແກ່ບຸດມະນຸດ. ເມື່ອພຣະອົງຕ້ອງການໃຫ້ຜູ້ຄົນເຂົ້າໃຈຄວາມຈິງບາງຢ່າງ, ເຂົ້າໃຈຄວາມປະສົງບາງຢ່າງຂອງພຣະເຈົ້າ, ແລ້ວພຣະອົງກໍໃຊ້ຄຳອຸປະມາທີ່ຄ້າຍຄືກັບຢູ່ຂ້າງເທິງເພື່ອບອກແກ່ຜູ້ຄົນກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ. ຄຳອຸປະມາເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວພັນກັບຊີວິດຂອງຜູ້ຄົນ; ບໍ່ມີຄຳອຸປະມາໃດແມ່ນແຕ່ຄໍາດຽວທີ່ບໍ່ກ່ຽວຂ້ອງຫຍັງກັບຊີວິດຂອງມະນຸດເລີຍ. ເມື່ອພຣະເຢຊູເຈົ້າດຳລົງຊີວິດກັບມະນຸດຊາດ, ພຣະອົງກໍເຫັນຊາວນາກຳລັງດູແລໄຮ່ນາຂອງພວກເຂົາ ແລະ ພຣະອົງກໍຮູ້ວ່າ ເຂົ້ານົກແມ່ນຫຍັງ ແລະ ເຊື້ອແປ້ງແມ່ນຫຍັງ; ພຣະອົງເຂົ້າໃຈວ່າ ມະນຸດຮັກຊັບສົມບັດ, ສະນັ້ນ ພຣະອົງຈຶ່ງໃຊ້ການປຽບທຽບທັງຊັບສົມບັດ ແລະ ໄຂ່ມຸກ. ໃນຊີວິດ, ພຣະອົງເຫັນຊາວປະມົງຫວ່ານມອງຂອງພວກເຂົາຢູ່ເລື້ອຍໆ; ພຣະເຢຊູເຈົ້າເຫັນສິ່ງນີ້ ແລະ ກິດຈະກຳຕ່າງໆທີ່ກ່ຽວຂ້ອງກັບຊີວິດມະນຸດ ແລະ ພຣະອົງຍັງໄດ້ຜະເຊີນກັບຊີວິດແບບນັ້ນ. ເຊັ່ນດຽວກັນກັບມະນຸດປົກກະຕິຄົນອື່ນໆ, ພຣະອົງໄດ້ຜະເຊີນກັບກິດຈະກໍາປະຈຳວັນຂອງມະນຸດ ແລະ ການທີ່ພວກເຂົາກິນເຂົ້າສາມຄາບຕໍ່ມື້. ພຣະອົງໄດ້ຜະເຊີນກັບຊີວິດຂອງຄົນທຳມະດາເປັນການສ່ວນຕົວ ແລະ ໄດ້ສັງເກດຊີວິດຂອງຄົນອື່ນໆ. ເມື່ອພຣະອົງສັງເກດ ແລະ ພົບພໍ້ທຸກສິ່ງນີ້ເປັນການສ່ວນຕົວ, ສິ່ງທີ່ພຣະອົງຄິດບໍ່ແມ່ນວິທີທີ່ຈະມີຊີວິດທີ່ດີ ຫຼື ວິທີທີ່ພຣະອົງຈະສາມາດດຳລົງຊີວິດໄດ້ຢ່າງເປັນອິດສະຫຼະ ແລະ ສະດວກສະບາຍ. ກົງກັນຂ້າມ, ຈາກປະສົບການຂອງພຣະອົງກັບຊີວິດມະນຸດທີ່ແທ້ຈິງ, ພຣະເຢຊູເຈົ້າໄດ້ເຫັນເຖິງຄວາມລໍາບາກທີ່ຢູ່ໃນຊີວິດຂອງຜູ້ຄົນ. ພຣະອົງໄດ້ເຫັນຄວາມລໍາບາກ, ຄວາມເຄາະຮ້າຍ ແລະ ຄວາມໂສກເສົ້າຂອງຜູ້ຄົນທີ່ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ດຳລົງຊີວິດແຫ່ງຄວາມຜິດບາບພາຍໃຕ້ຄວາມເສື່ອມຊາມຂອງຊາຕານ. ໃນຂະນະທີ່ພຣະອົງກຳລັງຜະເຊີນກັບຊີວິດມະນຸດເປັນການສ່ວນຕົວນັ້ນ, ພຣະອົງຍັງໄດ້ພົບວ່າ ຜູ້ຄົນທີ່ດຳລົງຊີວິດຢູ່ທ່າມກາງຄວາມເສື່ອມຊາມນັ້ນສິ້ນຫວັງສໍ່າໃດ ແລະ ພຣະອົງໄດ້ເຫັນ ແລະ ໄດ້ພົບພໍ້ກັບສະພາບການທີ່ລຳເຄັນຂອງມະນຸດທີ່ດຳລົງຊີວິດໃນຄວາມຜິດບາບ ຜູ້ທີ່ໄດ້ສູນເສຍທິດທາງທັງໝົດທ່າມກາງຄວາມທໍລະມານຈາກຊາຕານ ແລະ ໂດຍສິ່ງຊົ່ວຮ້າຍ. ເມື່ອພຣະເຢຊູເຈົ້າໄດ້ເຫັນສິ່ງເຫຼົ່ານີ້, ພຣະອົງເຫັນພວກມັນດ້ວຍຄວາມເປັນພຣະເຈົ້າຂອງພຣະອົງ ຫຼື ຄວາມເປັນມະນຸດຂອງພຣະອົງ? ຄວາມເປັນມະນຸດຂອງພຣະອົງມີຢູ່ຈິງ ແລະ ມີຊີວິດຊີວາຫຼາຍ; ພຣະອົງສາມາດຜະເຊີນ ແລະ ເຫັນທຸກສິ່ງນີ້. ແຕ່ແນ່ນອນ ພຣະອົງຍັງໄດ້ເຫັນສິ່ງເຫຼົ່ານີ້ໃນແກ່ນແທ້ຂອງພຣະອົງ ເຊິ່ງຄວາມເປັນພຣະເຈົ້າຂອງພຣະອົງ. ນັ້ນກໍຄື ພຣະຄຣິດເອງ, ພຣະເຢຊູເຈົ້າຜູ້ທີ່ເປັນມະນຸດ ໄດ້ເຫັນສິ່ງນີ້ ແລະ ທຸກສິ່ງທີ່ພຣະອົງເຫັນ ເຮັດໃຫ້ພຣະອົງຮູ້ສຶກເຖິງຄວາມສຳຄັນ ແລະ ຄວາມຈຳເປັນຂອງພາລະກິດທີ່ພຣະອົງໄດ້ປະຕິບັດໃນລະຫວ່າງເວລານີ້ ທີ່ພຣະອົງດຳລົງຊີວິດໃນເນື້ອໜັງ. ເຖິງແມ່ນພຣະອົງເອງຮູ້ວ່າ ຄວາມຮັບຜິດຊອບທີ່ພຣະອົງຈຳເປັນຕ້ອງຮັບເອົາໃນເນື້ອໜັງນັ້ນໃຫຍ່ຫຼວງຫຼາຍ ແລະ ພຣະອົງຮູ້ວ່າຄວາມເຈັບປວດທີ່ພຣະອົງຈະພົບພໍ້ນັ້ນຮຸນແຮງສໍ່າໃດ, ເມື່ອພຣະອົງເຫັນມະນຸດຊາດຢູ່ໃນຄວາມຜິດບາບຢ່າງສິ້ນຫວັງ, ເມື່ອພຣະອົງເຫັນຄວາມເຄາະຮ້າຍຂອງຊີວິດຂອງພວກເຂົາ ແລະ ຄວາມດີ້ນຮົນຢ່າງອ່ອນແຮງຂອງພວກເຂົາພາຍໃຕ້ກົດບັນຍັດ, ພຣະອົງກໍຍິ່ງຮູ້ສຶກເສຍໃຈຫຼາຍຍິ່ງຂຶ້ນເລື້ອຍໆ ແລະ ຍິ່ງກະວົນກະວາຍໃຈຫຼາຍຂຶ້ນເລື້ອຍໆທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມຜິດບາບ. ບໍ່ວ່າພຣະອົງຈະຜະເຊີນກັບຄວາມຫຍຸ້ງຍາກຢ່າງໃດກໍຕາມ ຫຼື ພຣະອົງຈະທົນທຸກກັບຄວາມເຈັບປວດຢ່າງໃດກໍຕາມ, ພຣະອົງຍິ່ງຕັ້ງໃຈໄຖ່ມະນຸດຊາດ ຜູ້ທີ່ດຳລົງຊີວິດໃນຄວາມຜິດບາບຫຼາຍຂຶ້ນເລື້ອຍໆ. ໃນລະຫວ່າງການກະທໍານີ້, ເຈົ້າສາມາດເວົ້າໄດ້ວ່າ ພຣະເຢຊູເຈົ້າເລີ່ມເຂົ້າໃຈຢ່າງຊັດເຈນຫຼາຍຂຶ້ນກ່ຽວກັບພາລະກິດທີ່ພຣະອົງຕ້ອງການປະຕິບັດ ແລະ ສິ່ງທີ່ພຣະອົງໄດ້ຖືກຝາກຝັງໄວ້. ພຣະອົງຍິ່ງຮ້ອນຮົນຫຼາຍຂຶ້ນທີ່ຈະສຳເລັດພາລະກິດທີ່ພຣະອົງຕ້ອງປະຕິບັດ, ຮັບເອົາຄວາມຜິດບາບທັງໝົດຂອງມະນຸດຊາດ, ໄຖ່ບາບສຳລັບມະນຸດຊາດ ເພື່ອວ່າພວກເຂົາຈະບໍ່ດຳລົງຊີວິດຢູ່ໃນຄວາມຜິດບາບອີກຕໍ່ໄປ ແລະ ໃນເວລາດຽວກັນ ພຣະເຈົ້າຈະບໍ່ສາມາດອະໄພຄວາມຜິດບາບຂອງມະນຸດ ຍ້ອນການຖວາຍບູຊາແທນຄວາມຜິດບາບ, ປ່ອຍໃຫ້ພຣະອົງສືບຕໍ່ສົ່ງເສີມພາລະກິດຂອງພຣະອົງໃນການຊ່ວຍເຫຼືອມະນຸດຊາດໃຫ້ລອດພົ້ນ. ມັນສາມາດເວົ້າໄດ້ວ່າ ໃນຫົວໃຈຂອງພຣະເຢຊູເຈົ້າ, ພຣະອົງເຕັມໃຈທີ່ຈະຖວາຍພຣະອົງເອງໃຫ້ແກ່ມະນຸດຊາດ, ທີ່ຈະເສຍສະຫຼະພຣະອົງເອງ. ພຣະອົງຍັງເຕັມໃຈທີ່ຈະເຮັດໜ້າທີ່ເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ, ຖືກຄຶງໃສ່ໄມ້ກາງແຂນ ແລະ ແນ່ນອນ ພຣະອົງຍັງຮ້ອນຮົນທີ່ຈະສຳເລັດພາລະກິດນີ້. ເມື່ອພຣະອົງເຫັນສະພາບການທີ່ລຳບາກຂອງຊີວິດມະນຸດ, ພຣະອົງຍິ່ງຕ້ອງການບັນລຸພາລະກິດຂອງພຣະອົງໃຫ້ໄວເທົ່າທີ່ຈະໄວໄດ້ ໂດຍບໍ່ມີການຊັກຊ້າແມ່ນແຕ່ນາທີດຽວ ຫຼື ແມ່ນແຕ່ວິນາທີດຽວ. ເມື່ອຮູ້ສຶກເຖິງຄວາມຮີບດ່ວນດັ່ງກ່າວ, ພຣະອົງກໍບໍ່ໄດ້ຄໍານຶງເຖິງວ່າ ຄວາມເຈັບປວດຂອງພຣະອົງເອງຈະຍິ່ງໃຫຍ່ສໍ່າໃດ ຫຼື ພຣະອົງບໍ່ໄດ້ມີຄວາມຫວາດຫວັ່ນເລີຍວ່າ ພຣະອົງຈະຕ້ອງອົດທົນກັບຄວາມອັບອາຍຫຼາຍສໍ່າໃດ. ພຣະອົງມີພຽງຄວາມເຊື່ອໝັ້ນດຽວໃນຫົວໃຈຂອງພຣະອົງ: ຕາບໃດທີ່ພຣະອົງຖວາຍຕົນເອງ, ຕາບໃດທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນເພື່ອເປັນເຄື່ອງຖວາຍບູຊາແທນຄວາມຜິດບາບ, ແລ້ວຄວາມປະສົງຂອງພຣະເຈົ້າກໍຈະຖືກປະຕິບັດ ແລະ ພຣະເຈົ້າກໍຈະສາມາດເລີ່ມຕົ້ນພາລະກິດໃໝ່ໄດ້. ຊີວິດຂອງມະນຸດຊາດ ແລະ ສະພາວະການເປັນຢູ່ຂອງພວກເຂົາໃນຄວາມຜິດບາບນັ້ນຈະຖືກປ່ຽນແປງໂດຍສິ້ນເຊີງ. ຄວາມເຊື່ອໝັ້ນຂອງພຣະອົງ ແລະ ສິ່ງທີ່ພຣະອົງຕັ້ງໃຈຈະເຮັດແມ່ນກ່ຽວຂ້ອງກັບການຊ່ວຍມະນຸດໃຫ້ລອດພົ້ນ ແລະ ພຣະອົງມີພຽງຈຸດປະສົງດຽວ ນັ້ນກໍຄື ການປະຕິບັດຄວາມປະສົງຂອງພຣະເຈົ້າ ເພື່ອວ່າພຣະເຈົ້າຈະສາມາດເລີ່ມຕົ້ນຂັ້ນຕອນຕໍ່ໄປໃນພາລະກິດຂອງພຣະອົງໄດ້ຢ່າງສຳເລັດ. ນີ້ແມ່ນສິ່ງທີ່ຢູ່ໃນຄວາມຄິດຂອງພຣະເຢຊູເຈົ້າໃນເວລານັ້ນ.

ເມື່ອດຳລົງຊີວິດໃນເນື້ອໜັງ, ພຣະເຈົ້າທີ່ບັງເກີດເປັນມະນຸດກໍມີຄວາມເປັນມະນຸດປົກກະຕິ; ພຣະອົງມີຄວາມຮູ້ສຶກ ແລະ ເຫດຜົນຂອງບຸກຄົນປົກກະຕິ. ພຣະອົງຮູ້ວ່າຄວາມສຸກແມ່ນຫຍັງ, ຄວາມເຈັບປວດແມ່ນຫຍັງ ແລະ ເມື່ອພຣະອົງເຫັນມະນຸດຊາດດຳລົງຊີວິດແບບນີ້, ພຣະອົງກໍຮູ້ສຶກຢ່າງເລິກເຊິ່ງວ່າ ພຽງແຕ່ການມອບຄຳສັ່ງສອນບາງຢ່າງໃຫ້ຜູ້ຄົນ, ການສະໜອງພວກເຂົາດ້ວຍບາງສິ່ງ ຫຼື ການສັ່ງສອນພວກເຂົາກ່ຽວກັບບາງສິ່ງ ແມ່ນບໍ່ພຽງພໍທີ່ຈະນໍາພາພວກເຂົາອອກຈາກຄວາມຜິດບາບໄດ້. ການເຮັດໃຫ້ພວກເຂົາເຊື່ອຟັງພຣະບັນຍັດກໍບໍ່ສາມາດໄຖ່ພວກເຂົາຈາກຄວາມຜິດບາບເຊັ່ນກັນ, ມີພຽງແຕ່ເມື່ອພຣະອົງຮັບເອົາຄວາມຜິດບາບຂອງມະນຸດຊາດ ແລະ ມີລັກສະນະຂອງເນື້ອໜັງທີ່ຜິດບາບ ພຣະອົງຈຶ່ງສາມາດໄດ້ຮັບອິດສະຫຼະຂອງມະນຸດຊາດ ແລະ ການອະໄພຂອງພຣະເຈົ້າສຳລັບມະນຸດຊາດເປັນການແລກປ່ຽນ. ສະນັ້ນ ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຜະເຊີນ ແລະ ເປັນພະຍານເຖິງຊີວິດຂອງຜູ້ຄົນທີ່ຢູ່ໃນຄວາມຜິດບາບ, ຄວາມປາຖະໜາອັນແຮງກ້າກໍຖືກສະແດງອອກໃນຫົວໃຈຂອງພຣະອົງ ນັ້ນກໍຄື ການເຮັດໃຫ້ມະນຸດໄດ້ປົດປ່ອຍຕົນເອງຈາກຊີວິດທີ່ດີ້ນຮົນຢູ່ໃນຄວາມຜິດບາບຂອງພວກເຂົາ. ຄວາມປາຖະໜານີ້ເຮັດໃຫ້ພຣະອົງຍິ່ງຮູ້ສຶກວ່າ ພຣະອົງຕ້ອງໄປທີ່ໄມ້ກາງແຂນ ແລະ ຮັບເອົາຄວາມຜິດບາບຂອງມະນຸດຊາດທັນທີ ແລະ ໃຫ້ໄວເທົ່າທີ່ເປັນໄປໄດ້. ສິ່ງເຫຼົ່ານີ້ແມ່ນຄວາມຄິດຂອງພຣະເຢຊູເຈົ້າໃນເວລານັ້ນ, ຫຼັງຈາກທີ່ພຣະອົງໄດ້ດຳລົງຊີວິດກັບຜູ້ຄົນ ແລະ ໄດ້ເຫັນ, ໄດ້ຍິນ ແລະ ໄດ້ຮູ້ສຶກເຖິງຄວາມລຳເຄັນຂອງຊີວິດຂອງພວກເຂົາທີ່ຢູ່ໃນຄວາມຜິດບາບ. ການທີ່ພຣະເຈົ້າທີ່ບັງເກີດເປັນມະນຸດສາມາດມີຄວາມປະສົງແບບນີ້ສຳລັບມະນຸດຊາດ, ການທີ່ພຣະອົງສາມາດສະແດງອອກ ແລະ ເປີດເຜີຍອຸປະນິໄສແບບນີ້, ນີ້ແມ່ນສິ່ງທີ່ຄົນທຳມະດາສາມາດເຮັດໄດ້ບໍ? ຄົນທຳມະດາຈະເຫັນຫຍັງ ໂດຍການດຳລົງຊີວິດຢູ່ໃນສະພາບແວດລ້ອມແບບນີ້? ພວກເຂົາຈະຄິດແນວໃດ? ຖ້າຄົນທຳມະດາພົບພໍ້ກັບທຸກສິ່ງນີ້, ພວກເຂົາຈະເບິ່ງບັນຫາຈາກທັດສະນະທີ່ສູງສົ່ງບໍ? ບໍ່ແມ່ນຢ່າງແນ່ນອນ! ເຖິງແມ່ນລັກສະນະພາຍນອກຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນຄືກັບມະນຸດແທ້ໆ ແລະ ເຖິງແມ່ນພຣະອົງຮຽນຮູ້ຄວາມຮູ້ຂອງມະນຸດ ແລະ ເວົ້າພາສາມະນຸດ ແລະ ບາງເທື່ອ ພຣະອົງເຖິງກັບສະແດງແນວຄິດຂອງພຣະອົງຜ່ານທາງວິທີການ ຫຼື ຮູບແບບການເວົ້າຂອງມະນຸດຊາດເອງ, ເຖິງຢ່າງນັ້ນກໍຕາມ ວິທີທີ່ພຣະອົງເຫັນມະນຸດ ແລະ ເຫັນແກ່ນແທ້ຂອງສິ່ງຕ່າງໆບໍ່ແມ່ນວິທີດຽວກັນກັບຜູ້ຄົນເສື່ອມຊາມໄດ້ເຫັນມະນຸດຊາດ ແລະ ແກ່ນແທ້ຂອງສິ່ງຕ່າງໆຢ່າງແນ່ນອນ. ທັດສະນະຂອງພຣະອົງ ແລະ ຄວາມສູງສົ່ງທີ່ພຣະອົງຢືນຢູ່ແມ່ນສິ່ງທີ່ຄົນເສື່ອມຊາມບໍ່ສາມາດບັນລຸໄດ້. ນີ້ກໍຍ້ອນພຣະເຈົ້າເປັນຄວາມຈິງ, ຍ້ອນເນື້ອໜັງທີ່ພຣະອົງສວມໃສ່ກໍມີແກ່ນແທ້ຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະອົງ ແລະ ສິ່ງທີ່ຄວາມເປັນມະນຸດຂອງພຣະອົງສະແດງອອກກໍປັນຄວາມຈິງ. ສຳລັບຄົນເສື່ອມຊາມ, ສິ່ງທີ່ພຣະອົງສະແດງອອກໃນເນື້ອໜັງແມ່ນການສະໜອງຄວາມຈິງ ແລະ ຊີວິດ. ການສະໜອງເຫຼົ່ານີ້ບໍ່ແມ່ນພຽງສຳລັບບຸກຄົນໜຶ່ງ, ແຕ່ສຳລັບມະນຸດຊາດທັງປວງ. ໃນຫົວໃຈຂອງຄົນທີ່ເສື່ອມຊາມ ມີພຽງຄົນຈຳນວນໜ້ອຍເທົ່ານັ້ນທີ່ຄົບຄ້າສະມາຄົມກັບພວກເຂົາ. ພວກເຂົາຫ່ວງໃຍ ແລະ ກັງວົນໃຈພຽງແຕ່ຄົນຈຳນວນສໍ່າກຳມືນີ້. ເມື່ອໄພພິບັດຈະເກີດຂຶ້ນໃນບໍ່ຊ້າ, ພວກເຂົາກໍຄິດເຖິງລູກຫຼານ, ຜົວເມຍ ຫຼື ພໍ່ແມ່ຂອງພວກເຂົາເອງກ່ອນ. ຢ່າງຫຼາຍສຸດ, ບຸກຄົນທີ່ມີຄວາມເຫັນອົກເຫັນໃຈຫຼາຍກວ່າ ກໍຈະຄິດເພື່ອຍາດຕິພີ່ນ້ອງບາງຄົນ ຫຼື ເພື່ອນທີ່ດີ, ແຕ່ແມ່ນແຕ່ຄວາມຄິດຂອງຄົນທີ່ມີຄວາມເຫັນອົກເຫັນໃຈດັ່ງກ່າວຈະໄປໄກຫຼາຍກວ່ານັ້ນບໍ? ບໍ່, ບໍ່ມີທາງ! ໃນທີ່ສຸດແລ້ວ ຍ້ອນມະນຸດກໍເປັນມະນຸດ ແລະ ພວກເຂົາພຽງແຕ່ສາມາດເບິ່ງທຸກສິ່ງຈາກຈຸດຢືນ ແລະ ທັດສະນະຂອງມະນຸດ. ເຖິງຢ່າງໃດກໍຕາມ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນແຕກຕ່າງຈາກມະນຸດທີ່ເສື່ອມຊາມທັງສິ້ນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຈະທຳມະດາສໍ່າໃດ, ປົກກະຕິສໍ່າໃດ, ຕໍ່າຕ້ອຍສໍ່າໃດກໍຕາມ ຫຼື ແມ່ນແຕ່ຜູ້ຄົນຈະຫຼຽວເບິ່ງພຣະອົງດ້ວຍການດູຖູກແບບໃດກໍຕາມ, ຄວາມຄິດຂອງພຣະອົງ ແລະ ທ່າທີຂອງພຣະອົງຕໍ່ມະນຸດຊາດແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເຮັດໄດ້, ບໍ່ມີມະນຸດຄົນໃດສາມາດລອກແບບໄດ້. ພຣະອົງຈະສັງເກດເບິ່ງມະນຸດຊາດຈາກທັດສະນະຂອງຄວາມເປັນພຣະເຈົ້າຢູ່ສະເໝີ ແລະ ຈາກຕໍາແໜ່ງທີ່ສູງສົ່ງຂອງພຣະອົງດັ່ງພຣະຜູ້ສ້າງ. ພຣະອົງຈະເບິ່ງມະນຸດຊາດຜ່ານແກ່ນແທ້ ແລະ ແນວຄວາມຄິດຂອງພຣະເຈົ້າຢູ່ສະເໝີ. ພຣະອົງບໍ່ສາມາດເບິ່ງມະນຸດຈາກຈຸດຕໍ່າຕ້ອຍຂອງຄົນທຳມະດາຢ່າງແນ່ນອນ ຫຼື ຈາກທັດສະນະຂອງຄົນທີ່ເສື່ອມຊາມ. ເມື່ອຜູ້ຄົນເບິ່ງມະນຸດຊາດ, ພວກເຂົາກໍເບິ່ງດ້ວຍສາຍຕາຂອງມະນຸດ ແລະ ພວກເຂົາໃຊ້ສິ່ງຕ່າງໆ ເຊັ່ນ: ຄວາມຮູ້ຂອງມະນຸດ, ກົດລະບຽບ ແລະ ທິດສະດີຂອງມະນຸດເປັນເຄື່ອງວັດແທກຂອງພວກເຂົາ. ສິ່ງນີ້ແມ່ນຢູ່ພາຍໃນຂອບເຂດຂອງສິ່ງທີ່ຜູ້ຄົນສາມາດເຫັນດ້ວຍຕາຂອງພວກເຂົາ ແລະ ຂອບເຂດທີ່ສາມາດບັນລຸໄດ້ໂດຍຜູ້ຄົນທີ່ເສື່ອມຊາມ. ເມື່ອພຣະເຈົ້າເບິ່ງມະນຸດຊາດ, ພຣະອົງເບິ່ງດ້ວຍສາຍຕາອັນສັກສິດ ແລະ ພຣະອົງໃຊ້ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ເພື່ອເປັນເຄື່ອງວັດແທກ. ຂອບເຂດນີ້ລວມເຖິງສິ່ງຕ່າງໆທີ່ຜູ້ຄົນບໍ່ສາມາດເຫັນໄດ້ ແລະ ນີ້ຄືຄວາມແຕກຕ່າງລະຫວ່າງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ມະນຸດເສື່ອມຊາມທັງໝົດ. ຄວາມແຕກຕ່າງນີ້ແມ່ນຖືກກຳນົດໂດຍແກ່ນແທ້ທີ່ແຕກຕ່າງກັນຂອງມະນຸດ ແລະ ພຣະເຈົ້າ, ມັນແມ່ນແກ່ນແທ້ທີ່ແຕກຕ່າງກັນເຫຼົ່ານີ້ທີ່ກຳນົດຕົວຕົນ ແລະ ຕໍາແໜ່ງຂອງພວກເຂົາ ພ້ອມທັງທັດສະນະ ແລະ ຈຸດຢືນທີ່ພວກເຂົາເບິ່ງສິ່ງຕ່າງໆ. ພວກເຈົ້າເຫັນການສະແດງອອກ ແລະ ການເປີດເຜີຍຂອງພຣະເຈົ້າທີ່ຢູ່ໃນພຣະເຢຊູເຈົ້າບໍ? ເຈົ້າສາມາດເວົ້າໄດ້ວ່າ ສິ່ງທີ່ພຣະເຢຊູເຈົ້າເຮັດ ແລະ ກ່າວແມ່ນກ່ຽວຂ້ອງກັບພັນທະກິດຂອງພຣະອົງ ແລະ ພາລະກິດການຄຸ້ມຄອງຂອງພຣະເຈົ້າເອງ, ມັນລ້ວນແລ້ວແຕ່ເປັນການສະແດງອອກ ແລະ ການເປີດເຜີຍເຖິງແກ່ນແທ້ຂອງພຣະເຈົ້າ. ເຖິງແມ່ນພຣະອົງມີການສະແດງອອກຂອງມະນຸດ, ແກ່ນແທ້ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ການເປີດເຜີຍຂອງຄວາມເປັນພຣະເຈົ້າຂອງພຣະອົງແມ່ນບໍ່ສາມາດຖືກປະຕິເສດໄດ້. ການສະແດງອອກແບບມະນຸດນີ້ແມ່ນການສະແດງອອກຂອງຄວາມເປັນມະນຸດແທ້ໆບໍ? ດ້ວຍແກ່ນແທ້ຂອງມັນ ການສະແດງອອກແບບມະນຸດຂອງພຣະອົງແມ່ນແຕກຕ່າງຈາກການສະແດງອອກແບບມະນຸດຂອງຜູ້ຄົນທີ່ເສື່ອມຊາມຢ່າງສິ້ນເຊີງ. ພຣະເຢຊູເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ຖ້າພຣະອົງເປັນໜຶ່ງໃນຜູ້ຄົນທຳມະດາ ແລະ ເສື່ອມຊາມແທ້ໆ, ພຣະອົງຈະສາມາດໄດ້ເຫັນຊີວິດຂອງມະນຸດຊາດໃນຄວາມຜິດບາບຈາກທັດສະນະຄວາມເປັນພຣະເຈົ້າບໍ? ບໍ່ແມ່ນຢ່າງແນ່ນອນ! ນີ້ແມ່ນຄວາມແຕກຕ່າງລະຫວ່າງບຸດມະນຸດ ແລະ ຄົນທຳມະດາ. ຜູ້ຄົນທີ່ເສື່ອມຊາມລ້ວນແລ້ວແຕ່ດຳລົງຊີວິດໃນຄວາມຜິດບາບ ແລະ ເມື່ອຄົນໃດໜຶ່ງເບິ່ງຄວາມຜິດບາບ, ພວກເຂົາບໍ່ມີຄວາມຮູ້ສຶກໃດໜຶ່ງກ່ຽວກັບສິ່ງນັ້ນ; ພວກເຂົາເປັນຄືກັນໝົດ, ຄືກັບໝູທີ່ຢູ່ໃນຂີ້ຕົມ ໂດຍບໍ່ຮູ້ສຶກອຶດອັດ ຫຼື ຮູ້ສຶກເຖິງຄວາມສົກກະປົກເລີຍ, ໃນທາງກົງກັນຂ້າມ ມັນກິນດີ ແລະ ນອນຫຼັບສະນິດ. ຖ້າຜູ້ໃດຜູ້ໜຶ່ງອະນາໄມຄອກໝູ, ໝູກໍຈະຮູ້ສຶກປ່ວຍທັນທີ ແລະ ມັນຈະບໍ່ຢູ່ແບບສະອາດ. ອີກບໍ່ດົນ, ມັນກໍຈະເກືອກຂີ້ຕົມອີກຢ່າງສະບາຍແທ້ໆ, ຍ້ອນມັນເປັນສັດທີ່ສົກກະປົກ. ມະນຸດເຫັນວ່າໝູສົກກະປົກ, ແຕ່ຖ້າເຈົ້າອະນາໄມຄອກຂອງໝູ, ມັນກໍຈະບໍ່ຮູ້ສຶກດີຂຶ້ນເລີຍ, ນີ້ຄືເຫດຜົນທີ່ບໍ່ມີຜູ້ໃດເກັບໝູໄວ້ໃນເຮືອນຂອງພວກເຂົາ. ວິທີທີ່ມະນຸດເຫັນໝູຈະແຕກຕ່າງຈາກວິທີທີ່ໝູຮູ້ສຶກກ່ຽວກັບຕົນເອງ, ຍ້ອນມະນຸດ ແລະ ໝູບໍ່ແມ່ນປະເພດດຽວກັນ. ແລ້ວຍ້ອນບຸດມະນຸດທີ່ບັງເກີດເປັນມະນຸດບໍ່ແມ່ນປະເພດດຽວກັບມະນຸດທີ່ເສື່ອມຊາມ, ມີພຽງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດຢືນໃນທັດສະນະຄວາມເປັນພຣະເຈົ້າໄດ້, ສາມາດຢືນຢູ່ໃນລະດັບຂອງພຣະເຈົ້າ, ຈາກບ່ອນທີ່ພຣະອົງເຫັນມະນຸດຊາດ ແລະ ທຸກສິ່ງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 74)

ແມ່ນຫຍັງຄືການທົນທຸກທີ່ພຣະເຈົ້າໄດ້ຜະເຊີນເມື່ອພຣະອົງກາຍເປັນເນື້ອໜັງ ແລະ ດຳລົງຊີວິດຢູ່ທ່າມກາງມະນຸດຊາດ? ແມ່ນຫຍັງຄືການທົນທຸກນີ້? ມີຜູ້ໃດເຂົ້າໃຈຢ່າງແທ້ຈິງບໍ? ບາງຄົນເວົ້າວ່າ ພຣະເຈົ້າທົນທຸກຢ່າງໃຫຍ່ຫຼວງ, ເຖິງແມ່ນພຣະອົງເປັນພຣະເຈົ້າເອງ, ຜູ້ຄົນກໍບໍ່ເຂົ້າໃຈເຖິງແກ່ນແທ້ຂອງພຣະອົງ, ແຕ່ມັກຈະປະຕິບັດຕໍ່ພຣະອົງຄືກັບບຸກຄົນໃດໜຶ່ງ, ເຮັດໃຫ້ພຣະອົງຮູ້ສຶກເສົ້າເສຍໃຈ ແລະ ຜິດຫວັງ, ພວກເຂົາເວົ້າວ່າ ຍ້ອນເຫດຜົນເຫຼົ່ານີ້ ການທົນທຸກຂອງພຣະເຈົ້າຈຶ່ງຍິ່ງໃຫຍ່ຢ່າງແທ້ຈິງ. ບາງຄົນເວົ້າວ່າ ພຣະເຈົ້າໄຮ້ດຽງສາ ແລະ ປາສະຈາກຄວາມຜິດບາບ, ແຕ່ວ່າພຣະອົງໄດ້ທົນທຸກໃນທາງດຽວກັນກັບມະນຸດຊາດ, ພຣະອົງທົນທຸກກັບການຂົ່ມເຫັງ, ການໃສ່ຮ້າຍປ້າຍສີ ແລະ ຄວາມອັບອາຍຄຽງຂ້າງມະນຸດຊາດ; ພວກເຂົາເວົ້າວ່າ ພຣະອົງຍັງອົດກັ້ນຕໍ່ການເຂົ້າໃຈຜິດ ແລະ ການບໍ່ເຊື່ອຟັງຂອງຜູ້ຕິດຕາມຂອງພຣະອົງອີກ, ສະນັ້ນ ພວກເຂົາຈຶ່ງເວົ້າວ່າ ການທົນທຸກຂອງພຣະອົງແມ່ນບໍ່ສາມາດວັດແທກໄດ້ແທ້ໆ. ມັນເບິ່ງຄືກັບວ່າພວກເຈົ້າບໍ່ເຂົ້າໃຈພຣະເຈົ້າຢ່າງແທ້ຈິງເລີຍ. ໃນຄວາມເປັນຈິງແລ້ວ, ການທົນທຸກນີ້ທີ່ພວກເຈົ້າເວົ້າເຖິງບໍ່ນັບວ່າເປັນການທົນທຸກທີ່ແທ້ຈິງສຳລັບພຣະເຈົ້າ, ຍ້ອນມີການທົນທຸກທີ່ຍິ່ງໃຫຍ່ກວ່ານີ້. ແລ້ວແມ່ນຫຍັງຄືການທົນທຸກທີ່ແທ້ຈິງສຳລັບພຣະເຈົ້າເອງ? ແມ່ນຫຍັງຄືການທົນທຸກທີ່ແທ້ຈິງສຳລັບເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ? ສຳລັບພຣະເຈົ້າແລ້ວ, ມະນຸດຊາດທີ່ບໍ່ເຂົ້າໃຈພຣະອົງແມ່ນບໍ່ນັບວ່າເປັນການທົນທຸກ ແລະ ຜູ້ຄົນທີ່ມີຄວາມເຂົ້າໃຈຜິດບາງຢ່າງກ່ຽວກັບພຣະເຈົ້າ ແລະ ບໍ່ເຫັນວ່າພຣະອົງເປັນພຣະເຈົ້າກໍບໍ່ຖືວ່າເປັນການທົນທຸກ. ເຖິງຢ່າງໃດກໍຕາມ, ຜູ້ຄົນຮູ້ສຶກຢູ່ເລື້ອຍໆວ່າ ພຣະເຈົ້າຕ້ອງທົນທຸກກັບຄວາມບໍ່ຍຸຕິທຳຢ່າງໃຫຍ່ຫຼວງ, ໃນລະຫວ່າງເວລາທີ່ພຣະເຈົ້າຢູ່ໃນເນື້ອໜັງ, ພຣະອົງບໍ່ສາມາດສະແດງຕົວຕົນຂອງພຣະອົງໃຫ້ແກ່ມະນຸດຊາດ ແລະ ອະນຸຍາດໃຫ້ຜູ້ຄົນເຫັນຄວາມຍິ່ງໃຫຍ່ຂອງພຣະອົງ ແລະ ພຣະເຈົ້າລີ້ຢູ່ຢ່າງຖ່ອມຕົນໃນເນື້ອໜັງທີ່ເລັກນ້ອຍ, ສິ່ງນີ້ຕ້ອງເປັນການທໍລະມານຢ່າງໃຫຍ່ຫຼວງສຳລັບພຣະອົງ. ຜູ້ຄົນເອົາໃຈໃສ່ໃນສິ່ງທີ່ພວກເຂົາສາມາດເຂົ້າໃຈ ແລະ ສິ່ງທີ່ພວກເຂົາສາມາດເຫັນຈາກການທົນທຸກຂອງພຣະເຈົ້າ ແລະ ຖ່າຍທອດຄວາມເຫັນອົກເຫັນໃຈທຸກປະເພດຕໍ່ພຣະເຈົ້າ ແລະ ເຖິງກັບໃຫ້ຄຳຍົກຍ້ອງເລັກໆນ້ອຍໆສຳລັບການທົນທຸກຂອງພຣະອົງຢູ່ເລື້ອຍໆ. ໃນຄວາມເປັນຈິງແລ້ວ ມັນມີຄວາມແຕກຕ່າງກັນ; ມີຊ່ອງວ່າງລະຫວ່າງສິ່ງທີ່ຜູ້ຄົນເຂົ້າໃຈກ່ຽວກັບການທົນທຸກຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງຮູ້ສຶກຢ່າງແທ້ຈິງ. ເຮົາກຳລັງບອກພວກເຈົ້າຄວາມຈິງ, ຍ້ອນສຳລັບພຣະເຈົ້າແລ້ວ ບໍ່ວ່າຈະເປັນພຣະວິນຍານຂອງພຣະເຈົ້າ ຫຼື ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ການທົນທຸກທີ່ໄດ້ບັນຍາຍຢູ່ຂ້າງເທິງບໍ່ແມ່ນການທົນທຸກທີ່ແທ້ຈິງ. ແລ້ວແມ່ນຫຍັງຄືສິ່ງທີ່ພຣະເຈົ້າທົນທຸກຢ່າງແທ້ຈິງ? ໃຫ້ພວກເຮົາເວົ້າກ່ຽວກັບການທົນທຸກຂອງພຣະເຈົ້າ ຈາກທັດສະນະຂອງພຣະເຈົ້າທີ່ບັງເກີດເປັນມະນຸດເທົ່ານັ້ນ.

ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ກາຍມາເປັນຄົນທຳມະດາ, ສາມັນ, ດຳລົງຊີວິດຢູ່ຄຽງຂ້າງຜູ້ຄົນໃນທ່າມກາງມະນຸດຊາດ, ພຣະອົງບໍ່ສາມາດເຫັນ ແລະ ຮູ້ສຶກເຖິງວິທີການ, ກົດເກນ ແລະ ປັດສະຢາສຳລັບການດຳລົງຊີວິດຂອງຜູ້ຄົນບໍ? ວິທີການ ແລະ ກົດເກນເຫຼົ່ານີ້ສຳລັບການດຳລົງຊີວິດເຮັດໃຫ້ພຣະອົງຮູ້ສຶກແນວໃດ? ພຣະອົງຮູ້ສຶກເຖິງຄວາມກຽດຊັງໃນຫົວໃຈຂອງພຣະອົງບໍ? ເປັນຫຍັງພຣະອົງຈຶ່ງຮູ້ສຶກເຖິງຄວາມກຽດຊັງ? ແມ່ນຫຍັງຄືວິທີການ ແລະ ກົດເກນສຳລັບການດຳລົງຊີວິດຂອງມະນຸດຊາດ? ແມ່ນຫຍັງຄືຫຼັກການທີ່ພວກເຂົາຍຶດຖື? ພວກເຂົາອີງໃສ່ບົນພື້ນຖານຫຍັງ? ວິທີການ, ກົດເກນຂອງມະນຸດ ແລະ ອື່ນໆອີກ ທີ່ກ່ຽວຂ້ອງກັບວິທີການດຳລົງຊີວິດ, ທຸກສິ່ງເຫຼົ່ານີ້ແມ່ນຖືກສ້າງຂຶ້ນບົນພື້ນຖານຂອງເຫດຜົນ, ຄວາມຮູ້ ແລະ ປັດຊະຍາຂອງຊາຕານ. ມະນຸດທີ່ດຳລົງຊີວິດພາຍໃຕ້ກົດເກນປະເພດເຫຼົ່ານີ້ບໍ່ມີຄວາມເປັນມະນຸດ, ບໍ່ມີຄວາມຈິງ, ພວກເຂົາລ້ວນແລ້ວແຕ່ຝ່າຝືນຄວາມຈິງ ແລະ ເປັນປໍລະປັກຕໍ່ພຣະເຈົ້າ. ຖ້າພວກເຮົາເບິ່ງແກ່ນແທ້ຂອງພຣະເຈົ້າ, ພວກເຮົາກໍຈະເຫັນໄດ້ວ່າ ແກ່ນແທ້ຂອງພຣະອົງແມ່ນກົງກັນຂ້າມກັບເຫດຜົນ, ຄວາມຮູ້ ແລະ ປັດຊະຍາຂອງຊາຕານທັງໝົດ. ແກ່ນແທ້ຂອງພຣະອົງແມ່ນເຕັມໄປດ້ວຍຄວາມຊອບທຳ, ຄວາມຈິງ ແລະ ຄວາມບໍລິສຸດ ແລະ ຄວາມເປັນຈິງອື່ນໆທີ່ກ່ຽວຂ້ອງກັບທຸກສິ່ງທີ່ເປັນບວກ. ພຣະເຈົ້າຜູ້ທີ່ມີແກ່ນແທ້ນີ້ ແລະ ດຳລົງຊີວິດທ່າມກາງມະນຸດຊາດດັ່ງກ່າວ ຮູ້ສຶກແນວໃດ? ພຣະອົງຮູ້ສຶກແນວໃດໃນຫົວໃຈຂອງພຣະອົງ? ພຣະອົງບໍ່ໄດ້ເຕັມໄປດ້ວຍຄວາມເຈັບປວດບໍ? ຫົວໃຈຂອງພຣະອົງເຈັບປວດ, ເປັນຄວາມເຈັບປວດທີ່ບໍ່ມີຜູ້ໃດສາມາດເຂົ້າໃຈ ຫຼື ເຄີຍພົບພໍ້. ນີ້ກໍຍ້ອນທຸກສິ່ງທີ່ພຣະອົງໄດ້ພົບ, ຜະເຊີນ, ໄດ້ຍິນ, ໄດ້ເຫັນ ແລະ ໄດ້ປະສົບລ້ວນແລ້ວແຕ່ເປັນຄວາມເສື່ອມຊາມ, ຄວາມຊົ່ວຮ້າຍຂອງມະນຸດຊາດ ແລະ ຄວາມກະບົດຂອງພວກເຂົາ ແລະ ການຕໍ່ຕ້ານຄວາມຈິງ. ທຸກສິ່ງທີ່ມາຈາກມະນຸດແມ່ນແຫຼ່ງກຳເນີດຂອງການທົນທຸກຂອງພຣະອົງ. ນັ້ນໝາຍຄວາມວ່າ ຍ້ອນແກ່ນແທ້ຂອງພຣະອົງບໍ່ຄືກັບມະນຸດທີ່ເສື່ອມຊາມ, ຄວາມເສື່ອມຊາມຂອງມະນຸດຈຶ່ງກາຍມາເປັນແຫຼ່ງກຳເນີດຂອງການທົນທຸກຢ່າງໃຫຍ່ຫຼວງທີ່ສຸດຂອງພຣະອົງ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ, ພຣະອົງສາມາດຄົ້ນພົບຜູ້ຄົນທີ່ເວົ້າພາສາດຽວກັນກັບພຣະອົງບໍ? ພຣະອົງບໍ່ສາມາດຄົ້ນພົບຜູ້ຄົນດັ່ງກ່າວໃນທ່າມກາງມະນຸດຊາດ. ບໍ່ສາມາດຄົ້ນພົບຜູ້ໃດທີ່ສາມາດສື່ສານ ຫຼື ສາມາດສົນທະນາແບບນີ້ກັບພຣະເຈົ້າໄດ້ເລີຍ, ເຈົ້າວ່າພຣະເຈົ້າຈະມີຄວາມຮູ້ສຶກແບບໃດກ່ຽວກັບສິ່ງນີ້? ສິ່ງຕ່າງໆທີ່ຜູ້ຄົນສົນທະນາ, ຮັກ, ສະແຫວງຫາ ແລະ ປາຖະໜາລ້ວນແລ້ວແຕ່ກ່ຽວຂ້ອງກັບຄວາມຜິດບາບ ແລະ ແນວໂນ້ມທີ່ຊົ່ວຮ້າຍ. ເມື່ອພຣະເຈົ້າຜະເຊີນກັບທຸກສິ່ງນີ້, ມັນບໍ່ເປັນຄືກັບມີດທີ່ແທງຫົວໃຈຂອງພຣະອົງບໍ? ເມື່ອຜະເຊີນກັບສິ່ງຕ່າງໆເຫຼົ່ານີ້, ພຣະອົງຈະສາມາດມີຄວາມປິຕິຍິນດີໃນຫົວໃຈຂອງພຣະອົງໄດ້ບໍ? ພຣະອົງຈະສາມາດພົບການປອບໃຈໄດ້ບໍ? ຄົນທີ່ດຳລົງຊີວິດກັບພຣະອົງແມ່ນມະນຸດທີ່ເຕັມໄປດ້ວຍຄວາມກະບົດ ແລະ ຄວາມຊົ່ວຮ້າຍ, ຫົວໃຈຂອງພຣະອົງຈະບໍ່ທົນທຸກໄດ້ແນວໃດ? ການທົນທຸກນີ້ຍິ່ງໃຫຍ່ສໍ່າໃດກັນແທ້ ແລະ ຜູ້ໃດຈະສົນໃຈມັນ? ຜູ້ໃດຈະເອົາໃຈໃສ່? ແລ້ວຜູ້ໃດສາມາດເຫັນຄຸນຄ່າມັນໄດ້? ຜູ້ຄົນບໍ່ມີທາງເຂົ້າໃຈຫົວໃຈຂອງພຣະເຈົ້າໄດ້. ການທົນທຸກຂອງພຣະອົງແມ່ນສິ່ງທີ່ຜູ້ຄົນບໍ່ສາມາດເຫັນຄຸນຄ່າໂດຍສະເພາະ ແລະ ຄວາມເຢັນຊາ, ຄວາມດ້ານຊາຂອງມະນຸດຊາດເຮັດໃຫ້ການທົນທຸກຂອງພຣະເຈົ້າໜັກຍິ່ງຂຶ້ນ.

ມີບາງຄົນທີ່ມັກເຫັນອົກເຫັນໃຈສະພາບອັນລຳບາກຂອງພຣະຄຣິດຍ້ອນມີຂໍ້ໜຶ່ງໃນພຣະຄຳພີທີ່ກ່າວວ່າ: “ໝາຈອກກໍມີຮູ ແລະ ນົກກໍມີຮັງ; ແຕ່ບຸດມະນຸດບໍ່ມີບ່ອນວາງຫົວຂອງພຣະອົງເລີຍ”. ເມື່ອຜູ້ຄົນໄດ້ຍິນສິ່ງນີ້, ພວກເຂົາກໍເກັບມັນໃສ່ໃຈ ແລະ ເຊື່ອວ່ານີ້ຄືການທົນທຸກທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະເຈົ້າໄດ້ອົດກັ້ນ ແລະ ການທົນທຸກທີ່ຍິ່ງໃຫຍ່ທີ່ສຸດທີ່ພຣະຄຣິດໄດ້ອົດກັ້ນ. ບັດນີ້ ມາເບິ່ງສິ່ງນີ້ຈາກທັດສະນະຂອງຂໍ້ແທ້ຈິງ, ສິ່ງນັ້ນເປັນຄວາມຈິງບໍ? ບໍ່; ພຣະເຈົ້າບໍ່ເຊື່ອວ່າຄວາມຫຍຸ້ງຍາກເຫຼົ່ານີ້ເປັນການທົນທຸກ. ພຣະອົງບໍ່ເຄີຍຮ້ອງໄຫ້ອອກມາຕໍ່ຄວາມບໍ່ຍຸຕິທຳ ຍ້ອນຄວາມຫຍຸ້ງຍາກຂອງເນື້ອໜັງຂອງພຣະອົງ ແລະ ພຣະອົງບໍ່ເຄີຍເຮັດໃຫ້ມະນຸດຕອບແທນ ຫຼື ໃຫ້ລາງວັນພຣະອົງດ້ວຍສິ່ງໃດສິ່ງໜຶ່ງ. ເຖິງຢ່າງໃດກໍຕາມ ເມື່ອພຣະອົງໄດ້ເຫັນທຸກສິ່ງກ່ຽວກັບມະນຸດຊາດ ແລະ ຊີວິດທີ່ເສື່ອມຊາມ ແລະ ຄວາມຊົ່ວຮ້າຍຂອງມະນຸດທີ່ເສື່ອມຊາມ, ເມື່ອພຣະອົງໄດ້ເຫັນວ່າ ມະນຸດຊາດຢູ່ໃນກຳມືຂອງຊາຕານ ແລະ ຖືກຈັບກຸມໂດຍຊາຕານ ແລະ ບໍ່ສາມາດຫຼົບໜີໄດ້, ຜູ້ຄົນທີ່ດຳລົງຊີວິດຢູ່ໃນຄວາມຜິດບາບບໍ່ຮູ້ວ່າຄວາມຈິງແມ່ນຫຍັງ, ພຣະອົງກໍບໍ່ສາມາດທົນຕໍ່ຄວາມຜິດບາບທັງໝົດເຫຼົ່ານີ້ໄດ້. ຄວາມກຽດຊັງມະນຸດຂອງພຣະອົງເພີ່ມຂຶ້ນທຸກມື້, ແຕ່ພຣະອົງກໍຕ້ອງອົດກັ້ນຕໍ່ທຸກສິ່ງນີ້. ນີ້ແມ່ນການທົນທຸກອັນຍິ່ງໃຫຍ່ຂອງພຣະເຈົ້າ. ພຣະເຈົ້າບໍ່ສາມາດສະແດງແມ່ນແຕ່ສຽງຫົວໃຈຂອງພຣະອົງ ຫຼື ຄວາມຮູ້ສຶກຂອງພຣະອົງອອກທ່າມກາງຜູ້ຕິດຕາມຂອງພຣະອົງໄດ້ຢ່າງຄົບຖ້ວນ ແລະ ບໍ່ມີຜູ້ໃດທ່າມກາງຜູ້ຕິດຕາມຂອງພຣະອົງສາມາດເຂົ້າໃຈການທົນທຸກຂອງພຣະອົງໄດ້ຢ່າງແທ້ຈິງ. ບໍ່ມີຜູ້ໃດແມ່ນແຕ່ພະຍາຍາມ ຫຼື ປອບໃຈພຣະອົງ ເຊິ່ງໄດ້ອົດກັ້ນຕໍ່ການທົນທຸກມື້ແລ້ວມື້ເລົ່າ, ປີແລ້ວປີເລົ່າ ແລະ ຄັ້ງແລ້ວຄັ້ງເລົ່າ. ພວກເຈົ້າໄດ້ເຫັນຫຍັງໃນສິ່ງນີ້? ພຣະເຈົ້າບໍ່ໄດ້ຮຽກຮ້ອງຫຍັງຈາກມະນຸດເພື່ອຕອບແທນສິ່ງທີ່ພຣະອົງໄດ້ມອບໃຫ້, ແຕ່ຍ້ອນແກ່ນແທ້ຂອງພຣະເຈົ້າ, ພຣະອົງບໍ່ສາມາດອົດທົນຕໍ່ຄວາມຊົ່ວຮ້າຍ, ຄວາມເສື່ອມຊາມ ແລະ ຄວາມຜິດບາບຂອງມະນຸດຊາດແທ້ໆ ແລະ ກົງກັນຂ້າມ ພຣະອົງຮູ້ສຶກລັງກຽດ ແລະ ກຽດຊັງທີ່ສຸດ ເຊິ່ງພາໃຫ້ຫົວໃຈຂອງພຣະເຈົ້າ ແລະ ເນື້ອໜັງຂອງພຣະອົງໄດ້ອົດກັ້ນກັບການທົນທຸກຢ່າງບໍ່ສຸດສິ້ນ. ພວກເຈົ້າໄດ້ເຫັນສິ່ງນີ້ບໍ? ສ່ວນໃຫຍ່ ບໍ່ມີຜູ້ໃດສາມາດເຫັນສິ່ງນີ້ໄດ້, ຍ້ອນບໍ່ມີຜູ້ໃດໃນບັນດາພວກເຈົ້າທີ່ສາມາດເຂົ້າໃຈພຣະເຈົ້າຢ່າງແທ້ຈິງ. ດົນໄປ ເຈົ້າຈະຜະເຊີນມັນດ້ວຍຕົວເຈົ້າເອງເທື່ອລະໜ້ອຍ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 75)

ພຣະເຢຊູລ້ຽງຫ້າພັນຄົນ

“ໜຶ່ງໃນສາວົກຂອງພຣະອົງ ນັ້ນກໍຄືອັນເດອາ ເຊິ່ງເປັນນ້ອງຊາຍຂອງຊີໂມນ ເປໂຕ ໄດ້ເວົ້າກັບພຣະອົງວ່າ ມີເດັກໜຸ່ມຢູ່ທີ່ນີ້ ເຊິ່ງມີກ້ອນເຂົ້າຈີ່ບາເລ່ຢູ່ຫ້າກ້ອນ ແລະ ປານ້ອຍສອງໂຕ, ແຕ່ພວກມັນຈະມີປະໂຫຍດຫຍັງທ່າມກາງຄົນຈຳນວນຫຼວງຫຼາຍ? ແລະ ພຣະເຢຊູກໍເວົ້າວ່າ ຈົ່ງບອກໃຫ້ຜູ້ຄົນນັ່ງລົງ. ບັດນີ້ ມີຫຍ້າຫຼາຍໃນສະຖານທີ່ນັ້ນ. ສະນັ້ນ ຜູ້ຄົນຈຶ່ງນັ່ງລົງ ເຊິ່ງມີຈຳນວນທັງໝົດຫ້າພັນຄົນ. ພຣະເຢຊູກໍນໍາເອົາກ້ອນເຂົ້າຈີ່ ແລະ ເມື່ອພຣະອົງໄດ້ອະທິຖານ ພຣະອົງກໍແຈກຢາຍໃຫ້ກັບສາວົກຂອງພຣະອົງ ແລະ ສາວົກຂອງພຣະອົງກໍແຈກຢາຍໃຫ້ກັບຄົນທີ່ນັ່ງຢູ່ນັ້ນ; ແລະ ໃນທຳນອງດຽວກັນ ພວກເຂົາກໍແຈກຢາຍປາໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້. ເມື່ອພວກເຂົາອີ່ມ ພຣະອົງກໍເວົ້າກັບສາວົກຂອງພຣະອົງວ່າ ໃຫ້ຮວບຮວມເອົາເສດສ່ວນທີ່ຍັງເຫຼືອເພື່ອບໍ່ໃຫ້ມີຫຍັງສູນເສຍ. ສະນັ້ນ ພວກເຂົາຈຶ່ງຮວບຮວມນຳກັນ ແລະ ເກັບໄດ້ເຕັມສິບສອງກະຕ່າພ້ອມກັບເສດສ່ວນຂອງກ້ອນເຂົ້າຈີ່ຫ້າກ້ອນ ເຊິ່ງຍັງຄົງເຫຼືອຫຼັງຈາກທີ່ພວກເຂົາໄດ້ກິນອີ່ມແລ້ວ” (ໂຢຮັນ 6:8-13).

ແມ່ນຫຍັງຄືແນວຄິດຂອງ “ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ”? ໂດຍປົກກະຕິແລ້ວ, ມີຄົນຫຼາຍສໍ່າໃດທີ່ຈະອີ່ມດ້ວຍເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ? ຖ້າເຈົ້າອີງຕາມການວັດແທກຂອງເຈົ້າໃສ່ຄວາມຫິວຂອງຄົນທຳມະດາ, ສິ່ງນີ້ກໍຈະພຽງພໍສຳລັບສອງຄົນເທົ່ານັ້ນ. ນີ້ແມ່ນແນວຄິດທີ່ພື້ນຖານທີ່ສຸດຂອງ “ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ”. ເຖິງຢ່າງໃດກໍຕາມ ໃນຂໍ້ຄວາມນີ້ ມີເທົ່າໃດຄົນທີ່ຖືກລ້ຽງດ້ວຍເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ? ສິ່ງຕໍ່ໄປນີ້ແມ່ນສິ່ງທີ່ຖືກບັນທຶກໃນຂໍ້ພຣະຄຳພີ: “ບັດນີ້ ມີຫຍ້າຫຼາຍໃນສະຖານທີ່ນັ້ນ. ສະນັ້ນ ຜູ້ຄົນຈຶ່ງນັ່ງລົງ ເຊິ່ງມີຈຳນວນທັງໝົດຫ້າພັນຄົນ”. ເມື່ອທຽບໃສ່ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ, ຫ້າພັນຄົນແມ່ນຕົວເລກທີ່ຫຼາຍບໍ? ແມ່ນຫຍັງທີ່ສະແດງເຖິງຕົວເລກທີ່ຫຼາຍນີ້? ຈາກທັດສະນະຂອງມະນຸດ, ການແບ່ງຫານເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕລະຫວ່າງຫ້າພັນຄົນຈະເປັນໄປບໍ່ໄດ້, ຍ້ອນຄວາມແຕກຕ່າງລະຫວ່າງຜູ້ຄົນ ແລະ ອາຫານແມ່ນຫຼາຍເກີນໄປ. ເຖິງແມ່ນທຸກຄົນກັດພຽງແຕ່ຄຳນ້ອຍໆຄຳດຽວ, ມັນກໍຍັງຈະບໍ່ພຽງພໍສຳລັບຫ້າພັນຄົນ. ແຕ່ໃນນີ້, ພຣະເຢຊູເຈົ້າໄດ້ສະແດງສິ່ງອັດສະຈັນ, ພຣະອົງບໍ່ພຽງແຕ່ຮັບປະກັນວ່າ ຫ້າພັນຄົນຈະກິນຈົນອີ່ມ, ແຕ່ເຖິງກັບມີອາຫານເຫຼືອ. ຂໍ້ພຣະຄຳພີໄດ້ກ່າວໄວ້ວ່າ: “ເມື່ອພວກເຂົາອີ່ມ ພຣະອົງກໍເວົ້າກັບສາວົກຂອງພຣະອົງວ່າ ໃຫ້ຮວບຮວມເອົາເສດສ່ວນທີ່ຍັງເຫຼືອເພື່ອບໍ່ໃຫ້ມີຫຍັງສູນເສຍ. ສະນັ້ນ ພວກເຂົາຈຶ່ງຮວບຮວມນຳກັນ ແລະ ເກັບໄດ້ເຕັມສິບສອງກະຕ່າພ້ອມກັບເສດສ່ວນຂອງກ້ອນເຂົ້າຈີ່ຫ້າກ້ອນ ເຊິ່ງຍັງຄົງເຫຼືອຫຼັງຈາກທີ່ພວກເຂົາໄດ້ກິນອີ່ມແລ້ວ”. ສິ່ງອັດສະຈັນນີ້ເຮັດໃຫ້ຜູ້ຄົນເຫັນເຖິງຕົວຕົນ ແລະ ສະຖານະຂອງພຣະເຢຊູເຈົ້າ ແລະ ເຫັນວ່າບໍ່ມີຫຍັງທີ່ເປັນໄປບໍ່ໄດ້ສຳລັບພຣະເຈົ້າ, ໃນວິທີນີ້ ພວກເຂົາເຫັນເຖິງຄວາມຈິງແຫ່ງອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ. ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕແມ່ນພຽງພໍທີ່ຈະລ້ຽງຫ້າພັນຄົນ, ແຕ່ຖ້າບໍ່ມີອາຫານເລີຍ ພຣະເຈົ້າຈະສາມາດລ້ຽງຫ້າພັນຄົນໄດ້ບໍ? ແນ່ນອນ ພຣະອົງຈະສາມາດລ້ຽງໄດ້! ນີ້ຄືສິ່ງອັດສະຈັນ, ສະນັ້ນ ຜູ້ຄົນຈຶ່ງຮູ້ສຶກວ່າມັນຍາກທີ່ຈະເຂົ້າໃຈ, ໜ້າເຫຼືອເຊື່ອ ແລະ ລຶກລັບຫຼາຍ, ແຕ່ສຳລັບພຣະເຈົ້າແລ້ວ ການເຮັດສິ່ງດັ່ງກ່າວແມ່ນເປັນເລື່ອງງ່າຍໆ. ໃນເມື່ອນີ້ແມ່ນສິ່ງທີ່ທຳມະດາສຳລັບພຣະເຈົ້າ, ແລ້ວເປັນຫຍັງມັນຈຶ່ງຖືກຄັດເລືອກເອົາມາຕີຄວາມໝາຍໃນຕອນນີ້? ເພາະສິ່ງທີ່ນອນຢູ່ເບື້ອງຫຼັງສິ່ງອັດສະຈັນນີ້ຄືຄວາມປະສົງຂອງພຣະເຈົ້າ ເຊິ່ງເປັນສິ່ງທີ່ມະນຸດຊາດບໍ່ເຄີຍຮັບຮູ້ມາກ່ອນ.

ກ່ອນອື່ນ ໃຫ້ພວກເຮົາພະຍາຍາມເຂົ້າໃຈວ່າ ຫ້າພັນຄົນເຫຼົ່ານີ້ເປັນຄົນແບບໃດ. ພວກເຂົາເປັນຜູ້ຕິດຕາມພຣະເຢຊູເຈົ້າບໍ? ຈາກຂໍ້ພຣະຄຳພີ, ພວກເຮົາໄດ້ຮູ້ວ່າ ພວກເຂົາບໍ່ແມ່ນຜູ້ຕິດຕາມຂອງພຣະອົງ. ພວກເຂົາຮູ້ບໍ່ວ່າຜູ້ໃດແມ່ນພຣະເຢຊູເຈົ້າ? ບໍ່ຮູ້ຢ່າງແນ່ນອນ! ຢ່າງໜ້ອຍທີ່ສຸດ, ພວກເຂົາກໍບໍ່ຮູ້ວ່າບຸກຄົນທີ່ກຳລັງຢືນຢູ່ຕໍ່ໜ້າພວກເຂົາແມ່ນພຣະຄຣິດ ຫຼື ບາງເທື່ອ ບາງຄົນກໍພຽງແຕ່ຮູ້ຈັກຊື່ຂອງພຣະອົງ ແລະ ຮູ້ຈັກ ຫຼື ໄດ້ຍິນບາງສິ່ງກ່ຽວກັບສິ່ງທີ່ພຣະອົງໄດ້ເຮັດ. ຄວາມຢາກຮູ້ຢາກເຫັນຂອງພວກເຂົາກ່ຽວກັບພຣະເຢຊູເຈົ້າພຽງແຕ່ຖືກດົນໃຈ ເມື່ອພວກເຂົາໄດ້ຍິນເລື່ອງລາວກ່ຽວກັບພຣະອົງ, ແຕ່ເຈົ້າບໍ່ສາມາດເວົ້າໄດ້ຢ່າງແນ່ນອນວ່າພວກເຂົາຕິດຕາມພຣະອົງ, ແຮງໄກທີ່ພວກເຂົາຈະເຂົ້າໃຈພຣະອົງ. ເມື່ອພຣະເຢຊູເຈົ້າເຫັນຫ້າພັນຄົນເຫຼົ່ານີ້, ພວກເຂົາກໍຫິວ ແລະ ພຽງແຕ່ຄິດເຖິງການອີ່ມທ້ອງຂອງພວກເຂົາເທົ່ານັ້ນ, ສະນັ້ນ ໃນບໍລິບົດນີ້ ພຣະເຢຊູເຈົ້າຈຶ່ງເຮັດໃຫ້ພໍໃຈຕາມຄວາມປາຖະໜາຂອງພວກເຂົາ. ເມື່ອພຣະອົງເຮັດໃຫ້ພໍໃຈຕາມຄວາມປາຖະໜາຂອງພວກເຂົາ, ແມ່ນຫຍັງຢູ່ໃນຫົວໃຈຂອງພຣະອົງ? ແມ່ນຫຍັງຄືທ່າທີຂອງພຣະອົງຕໍ່ຜູ້ຄົນເຫຼົ່ານີ້ທີ່ພຽງແຕ່ຕ້ອງການກິນໃຫ້ອີ່ມທ້ອງ? ໃນເວລານີ້, ຄວາມຄິດຂອງພຣະເຢຊູເຈົ້າ ແລະ ທ່າທີຂອງພຣະອົງແມ່ນກ່ຽວພັນກັບອຸປະນິໄສ ແລະ ແກ່ນແທ້ຂອງພຣະເຈົ້າ. ເມື່ອຜະເຊີນກັບຫ້າພັນຄົນເຫຼົ່ານີ້ທີ່ບໍ່ໄດ້ກິນຫຍັງ ຜູ້ທີ່ພຽງແຕ່ຕ້ອງການຢາກກິນອາຫານຢ່າງເຕັມອີ່ມ, ເມື່ອຜະເຊີນກັບຜູ້ຄົນເຫຼົ່ານີ້ທີ່ເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນ ແລະ ຄວາມຫວັງສຳລັບພຣະອົງ, ພຣະເຢຊູເຈົ້າກໍພຽງແຕ່ຄິດທີ່ຈະໃຊ້ປະໂຫຍດຈາກສິ່ງອັດສະຈັນນີ້ເພື່ອປະທານຄວາມກະລຸນາໃຫ້ແກ່ພວກເຂົາ. ເຖິງຢ່າງໃດກໍຕາມ, ພຣະອົງບໍ່ໄດ້ເພີ່ມຄວາມຫວັງຂອງພຣະອົງວ່າພວກເຂົາຈະກາຍມາເປັນຜູ້ຕິດຕາມຂອງພຣະອົງ, ຍ້ອນພຣະອົງຮູ້ວ່າ ພວກເຂົາພຽງແຕ່ຕ້ອງການມີຄວາມສຸກ ແລະ ກິນອີ່ມທ້ອງ, ສະນັ້ນ ພຣະອົງຈຶ່ງແກ້ໄຂສະຖານະການອີງຕາມສະພາບນັ້ນໃຫ້ດີທີ່ສຸດ ແລະ ໃຊ້ເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕເພື່ອລ້ຽງຫ້າພັນຄົນ. ພຣະອົງເປີດຕາຂອງຜູ້ຄົນເຫຼົ່ານີ້ ຜູ້ທີ່ເພີດເພີນກັບການເຫັນສິ່ງທີ່ໜ້າຕື່ນເຕັ້ນ, ຜູ້ທີ່ຕ້ອງການເຫັນສິ່ງອັດສະຈັນ ແລະ ພວກເຂົາກໍເຫັນສິ່ງຕ່າງໆທີ່ພຣະເຈົ້າທີ່ບັງເກີດເປັນມະນຸດສາມາດເຮັດສຳເລັດດ້ວຍຕາຂອງພວກເຂົາເອງ. ເຖິງແມ່ນພຣະເຢຊູເຈົ້າໃຊ້ບາງສິ່ງທີ່ຈັບຕ້ອງໄດ້ເພື່ອເຮັດໃຫ້ພໍໃຈຕາມຄວາມຢາກຮູ້ຢາກເຫັນຂອງພວກເຂົາ, ພຣະອົງຮູ້ຢູ່ໃນໃຈຂອງພຣະອົງແລ້ວວ່າ ຫ້າພັນຄົນເຫຼົ່ານີ້ພຽງແຕ່ຕ້ອງການໄດ້ກິນອາຫານດີໆເທົ່ານັ້ນ, ສະນັ້ນ ພຣະອົງຈຶ່ງບໍ່ໄດ້ເທດສະໜາແກ່ພວກເຂົາ ຫຼື ເວົ້າຫຍັງເລີຍ, ພຣະອົງພຽງແຕ່ປ່ອຍໃຫ້ພວກເຂົາເຫັນສິ່ງອັດສະຈັນນີ້ໃນຂະນະທີ່ມັນເກີດຂຶ້ນ. ພຣະອົງບໍ່ສາມາດປະຕິບັດຕໍ່ຜູ້ຄົນເຫຼົ່ານີ້ໃນລັກສະນະດຽວກັນກັບທີ່ພຣະອົງປະຕິບັດຕໍ່ສາວົກຂອງພຣະອົງຢ່າງແນ່ນອນ ຜູ້ທີ່ຕິດຕາມພຣະອົງຢ່າງແທ້ຈິງ, ແຕ່ໃນຫົວໃຈຂອງພຣະເຈົ້າ, ທຸກສິ່ງທີ່ຖືກສ້າງຂຶ້ນແມ່ນຢູ່ພາຍໃຕ້ກົດເກນຂອງພຣະອົງ ແລະ ພຣະອົງຈະປ່ອຍໃຫ້ທຸກສິ່ງທີ່ຖືກສ້າງໃນສາຍຕາຂອງພຣະອົງໄດ້ຮັບຄວາມກະລຸນາຂອງພຣະເຈົ້າ ເມື່ອມັນຈຳເປັນ. ເຖິງແມ່ນຜູ້ຄົນເຫຼົ່ານີ້ບໍ່ຮູ້ຈັກວ່າພຣະອົງແມ່ນໃຜ ແລະ ບໍ່ເຂົ້າໃຈພຣະອົງ ຫຼື ມີຄວາມປະທັບໃຈໂດຍສະເພາະກ່ຽວກັບພຣະອົງ ຫຼື ມີຄວາມຍິນດີຕໍ່ພຣະອົງ ແມ່ນແຕ່ຫຼັງຈາກທີ່ພວກເຂົາໄດ້ກິນເຂົ້າຈີ່ ແລະ ປາແລ້ວ, ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າຖືວ່າເປັນບັນຫາ, ພຣະອົງມອບໂອກາດພິເສດໃຫ້ຜູ້ຄົນເຫຼົ່ານີ້ໄດ້ຮັບເອົາຄວາມກະລຸນາຂອງພຣະເຈົ້າ. ບາງຄົນເວົ້າວ່າ ພຣະເຈົ້າມີຫຼັກການໃນສິ່ງທີ່ພຣະອົງເຮັດ, ພຣະອົງບໍ່ເຝົ້າເບິ່ງ ຫຼື ປົກປ້ອງຜູ້ທີ່ບໍ່ເຊື່ອ ແລະ ໂດຍສະເພາະແລ້ວ ພຣະອົງບໍ່ປ່ອຍໃຫ້ພວກເຂົາໄດ້ຮັບຄວາມກະລຸນາຂອງພຣະອົງ. ນັ້ນເປັນຈິງແທ້ບໍ? ໃນສາຍຕາຂອງພຣະເຈົ້າ, ຕາບໃດທີ່ພວກເຂົາເປັນສິ່ງທີ່ມີຊີວິດທີ່ພຣະເຈົ້າໄດ້ເນລະມິດສ້າງເອງ, ພຣະເຈົ້າຈະຄຸ້ມຄອງ ແລະ ເບິ່ງແຍງພວກເຂົາ ແລະ ໃນຫຼາຍວິທີ ພຣະເຈົ້າຈະປະຕິບັດຕໍ່ພວກເຂົາ, ວາງແຜນສຳລັບພວກເຂົາ ແລະ ປົກຄອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນຄວາມຄິດ ແລະ ທ່າທີຂອງພຣະເຈົ້າຕໍ່ສິ່ງທັງປວງ.

ເຖິງແມ່ນຫ້າພັນຄົນທີ່ໄດ້ກິນເຂົ້າຈີ່ ແລະ ປານັ້ນບໍ່ໄດ້ວາງແຜນທີ່ຈະຕິດຕາມພຣະເຢຊູເຈົ້າ, ພຣະອົງກໍບໍ່ໄດ້ບັງຄັບພວກເຂົາ; ຫຼັງຈາກທີ່ພວກເຂົາໄດ້ກິນຈົນອີ່ມທ້ອງ, ພວກເຈົ້າຮູ້ບໍວ່າພຣະເຢຊູເຈົ້າເຮັດຫຍັງ? ພຣະອົງໄດ້ເທດສະໜາແກ່ພວກເຂົາຢູ່ບໍ? ພຣະອົງໄປໃສຫຼັງຈາກທີ່ເຮັດສິ່ງນີ້ແລ້ວ? ຂໍ້ພຣະຄຳພີບໍ່ໄດ້ບັນທຶກວ່າພຣະເຢຊູເຈົ້າເວົ້າຫຍັງຕໍ່ພວກເຂົາ, ພຽງແຕ່ວ່າ ພຣະອົງຈາກໄປຢ່າງງຽບໆ ເມື່ອພຣະອົງໄດ້ປະຕິບັດສິ່ງອັດສະຈັນຂອງພຣະອົງ. ແລ້ວພຣະອົງມີການຮຽກຮ້ອງຫຍັງຈາກຜູ້ຄົນເຫຼົ່ານີ້ບໍ? ມີຄວາມກຽດຊັງບໍ? ບໍ່, ບໍ່ມີຫຍັງເລີຍໃນສິ່ງເຫຼົ່ານີ້. ພຣະອົງພຽງແຕ່ບໍ່ຕ້ອງການໃສ່ໃຈຜູ້ຄົນເຫຼົ່ານີ້ອີກຕໍ່ໄປ ຜູ້ເຊິ່ງບໍ່ສາມາດຕິດຕາມພຣະອົງ ແລະ ໃນເວລານີ້ ຫົວໃຈຂອງພຣະອົງກໍເຈັບປວດ. ຍ້ອນພຣະອົງໄດ້ເຫັນເຖິງຄວາມຊົ່ວຊ້າຂອງມະນຸດຊາດ ແລະ ພຣະອົງກໍຮູ້ສຶກເຖິງການທີ່ມະນຸດຊາດປະຕິເສດພຣະອົງ, ເມື່ອພຣະອົງໄດ້ເຫັນຜູ້ຄົນເຫຼົ່ານີ້ ແລະ ພຣະອົງຢູ່ກັບພວກເຂົາ, ພຣະອົງກໍໂສກເສົ້າຍ້ອນຄວາມໂງ່ຈ້າ ແລະ ຄວາມເມີນເສີຍຂອງມະນຸດ ແລະ ຫົວໃຈຂອງພຣະອົງກໍເຈັບປວດ, ສິ່ງທີ່ພຣະອົງຕ້ອງການກໍຄືໜີຈາກຜູ້ຄົນເຫຼົ່ານີ້ໄປໃຫ້ໄວເທົ່າທີ່ຈະເປັນໄປໄດ້. ໃນຫົວໃຈຂອງພຣະອົງ ພຣະຜູ້ເປັນເຈົ້າບໍ່ໄດ້ຮຽກຮ້ອງຫຍັງຈາກພວກເຂົາ, ພຣະອົງບໍ່ຕ້ອງການໃສ່ໃຈກັບພວກເຂົາເລີຍ ແລະ ຍິ່ງໄປກວ່ານັ້ນ ພຣະອົງບໍ່ຕ້ອງການເສຍກຳລັງຂອງພຣະອົງກັບພວກເຂົາ. ພຣະອົງຮູ້ວ່າ ພວກເຂົາບໍ່ສາມາດຕິດຕາມພຣະອົງໄດ້, ແຕ່ເຖິງຢ່າງນັ້ນກໍຕາມ, ທ່າທີຂອງພຣະອົງຕໍ່ພວກເຂົາກໍຍັງຊັດເຈນຫຼາຍ. ພຣະອົງພຽງຕ້ອງການປະຕິບັດຕໍ່ພວກເຂົາຢ່າງມີເມດຕາ, ປະທານຄວາມກະລຸນາໃຫ້ແກ່ພວກເຂົາ ແລະ ແນ່ນອນ ນີ້ຄືທ່າທີຂອງພຣະເຈົ້າຕໍ່ທຸກສິ່ງທີ່ຖືກສ້າງພາຍໃຕ້ການປົກຄອງຂອງພຣະອົງ ນັ້ນກໍຄື ເພື່ອປະຕິບັດຕໍ່ທຸກສິ່ງທີ່ຖືກສ້າງຢ່າງມີເມດຕາ, ເພື່ອສະໜອງໃຫ້ແກ່ພວກເຂົາ ແລະ ບໍາລຸງລ້ຽງພວກເຂົາ. ຍ້ອນເຫດຜົນທີ່ພຣະເຢຊູເຈົ້າເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະອົງຈຶ່ງເປີດເຜີຍແກ່ນແທ້ຂອງພຣະເຈົ້າເອງຢ່າງເປັນທຳມະຊາດຫຼາຍ ແລະ ປະຕິບັດຕໍ່ຜູ້ຄົນເຫຼົ່ານີ້ຢ່າງມີເມດຕາ. ພຣະອົງປະຕິບັດຕໍ່ພວກເຂົາດ້ວຍຫົວໃຈແຫ່ງຄວາມເມດຕາກະລຸນາ ແລະ ຄວາມອົດທົນ ແລະ ດ້ວຍຫົວໃຈດັ່ງກ່າວ ພຣະອົງຈຶ່ງສະແດງຄວາມເມດຕາໃຫ້ແກ່ພວກເຂົາ. ບໍ່ວ່າຜູ້ຄົນເຫຼົ່ານີ້ໄດ້ເບິ່ງພຣະເຢຊູເຈົ້າໃນຮູບແບບໃດກໍຕາມ ແລະ ບໍ່ວ່າຈະມີຜົນຕາມມາແບບໃດກໍຕາມ, ພຣະອົງກໍປະຕິບັດຕໍ່ທຸກສິ່ງທີ່ຖືກສ້າງໂດຍອີງຕາມຕໍາແໜ່ງຂອງພຣະອົງດັ່ງພຣະຜູ້ເປັນເຈົ້າຂອງສັບພະສິ່ງທັງປວງ. ທຸກສິ່ງທີ່ພຣະອົງເປີດເຜີຍຄືອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ໂດຍບໍ່ມີຂໍ້ຍົກເວັ້ນ. ພຣະຜູ້ເປັນເຈົ້າເຮັດສິ່ງນີ້ຢ່າງງຽບໆ ແລະ ຫຼັງຈາກນັ້ນກໍຈາກໄປຢ່າງງຽບໆ, ນີ້ແມ່ນອຸປະນິໄສດ້ານໃດຂອງພຣະເຈົ້າ? ເຈົ້າສາມາດເວົ້າໄດ້ບໍວ່າ ນີ້ແມ່ນຄວາມຮັກຄວາມເມດຕາຂອງພຣະເຈົ້າ? ເຈົ້າສາມາດເວົ້າໄດ້ບໍວ່າ ນີ້ແມ່ນຄວາມບໍ່ເຫັນແກ່ຕົວຂອງພຣະເຈົ້າ? ນີ້ແມ່ນສິ່ງທີ່ຄົນປົກກະຕິສາມາດເຮັດໄດ້ບໍ? ບໍ່ແມ່ນຢ່າງແນ່ນອນ! ໃນທາດແທ້ແລ້ວ ແມ່ນໃຜຄືຫ້າພັນຄົນນີ້ທີ່ພຣະເຢຊູເຈົ້າໄດ້ລ້ຽງດ້ວຍເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕ? ເຈົ້າສາມາດເວົ້າໄດ້ບໍວ່າພວກເຂົາແມ່ນຄົນທີ່ເຂົ້າກັບພຣະອົງໄດ້? ເຈົ້າສາມາດເວົ້າໄດ້ບໍວ່າ ພວກເຂົາລ້ວນແລ້ວແຕ່ເປັນປໍລະປັກຕໍ່ພຣະເຈົ້າ? ມັນສາມາດເວົ້າໄດ້ຢ່າງແນ່ນອນວ່າ ພວກເຂົາບໍ່ສາມາດເຂົ້າກັບພຣະຜູ້ເປັນເຈົ້າໄດ້ແທ້ໆ ແລະ ແກ່ນແທ້ຂອງພວກເຂົາແມ່ນເປັນປໍລະປັກຕໍ່ພຣະເຈົ້າແທ້ໆ. ແຕ່ພຣະເຈົ້າປະຕິບັດແນວໃດຕໍ່ພວກເຂົາ? ພຣະອົງໃຊ້ວິທີການເພື່ອຫຼຸດຜ່ອນຄວາມເປັນປໍລະປັກຂອງພວກເຂົາຕໍ່ພຣະເຈົ້າ, ວິທີການນີ້ແມ່ນຖືກເອີ້ນວ່າ “ຄວາມກະລຸນາ”. ນັ້ນກໍຄື ເຖິງແມ່ນພຣະເຢຊູເຈົ້າໄດ້ເຫັນຜູ້ຄົນເຫຼົ່ານີ້ວ່າເປັນຄົນບາບ, ເຖິງຢ່າງໃດກໍຕາມ ໃນສາຍຕາຂອງພຣະເຈົ້າແລ້ວ ພວກເຂົາກໍເປັນສິ່ງຖືກສ້າງຂອງພຣະອົງ, ສະນັ້ນ ພຣະອົງຈຶ່ງຍັງປະຕິບັດຕໍ່ຄົນບາບເຫຼົ່ານີ້ຢ່າງມີເມດຕາ. ນີ້ຄືຄວາມອົດທົນຂອງພຣະເຈົ້າ ແລະ ຄວາມອົດທົນນີ້ແມ່ນຖືກກຳນົດໂດຍຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າເອງ. ສະນັ້ນ ນີ້ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດທີ່ຖືກສ້າງໂດຍພຣະເຈົ້າສາມາດເຮັດໄດ້, ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດສິ່ງນີ້ໄດ້.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 76)

ເມື່ອເຈົ້າສາມາດເຂົ້າໃຈຄວາມຄິດ ແລະ ທ່າທີຂອງພຣະເຈົ້າຕໍ່ມະນຸດຊາດຢ່າງແທ້ຈິງ, ເມື່ອເຈົ້າສາມາດເຂົ້າໃຈຄວາມຮູ້ສຶກ ແລະ ຄວາມກັງວົນຂອງພຣະເຈົ້າສຳລັບສິ່ງຖືກສ້າງແຕ່ລະຢ່າງ, ເຈົ້າກໍຈະສາມາດເຂົ້າໃຈເຖິງຄວາມອຸທິດ ແລະ ຄວາມຮັກທີ່ມີຕໍ່ທຸກຄົນທີ່ຖືກສ້າງຂຶ້ນໂດຍພຣະຜູ້ສ້າງ. ເມື່ອສິ່ງນີ້ເກີດຂຶ້ນ, ເຈົ້າກໍຈະໃຊ້ສອງຄຳເວົ້າເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ. ແມ່ນຫຍັງຄືສອງຄຳເວົ້າເຫຼົ່ານັ້ນ? ບາງຄົນເວົ້າວ່າ “ບໍ່ເຫັນແກ່ຕົວ” ແລະ ບາງຄົນເວົ້າວ່າ “ໃຈບຸນ”. ໃນສອງຄຳເວົ້າເຫຼົ່ານີ້, “ໃຈບຸນ” ແມ່ນຄຳເວົ້າທີ່ບັນຍາຍເຖິງຄວາມຮັກຂອງພຣະເຈົ້າໄດ້ໜ້ອຍທີ່ສຸດ. ນີ້ແມ່ນຄຳເວົ້າທີ່ຜູ້ຄົນໃຊ້ເພື່ອບັນຍາຍເຖິງຜູ້ໃດຜູ້ໜຶ່ງທີ່ເອື້ອເຟື້ອເພື່ອແຜ່ ຫຼື ໃຈກວ້າງ. ເຮົາກຽດຊັງຄຳເວົ້ານີ້, ຍ້ອນມັນໝາຍເຖິງການດຳເນີນການກຸສົນໂດຍບໍ່ມີເປົ້າໝາຍ, ໂດຍບໍ່ເລືອກໜ້າ, ໂດຍບໍ່ຄຳນຶງເຖິງຫຼັກການ. ມັນຄືນິໄສໃຈຄໍທີ່ອ່ອນໄຫວໄດ້ງ່າຍເກີນໄປ ເຊິ່ງເປັນສິ່ງປົກກະຕິສຳລັບຄົນທີ່ໂງ່ຈ້າ ແລະ ສັບສົນ. ເມື່ອຄຳເວົ້ານີ້ຖືກໃຊ້ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ, ມັນ ມີຄວາມໝາຍໃນທາງໝິ່ນປະໝາດ ຢ່າງຫຼີກຫຼ່ຽງບໍ່ໄດ້. ໃນນີ້ ເຮົາມີສອງຄຳເວົ້າທີ່ບັນຍາຍເຖິງຄວາມຮັກຂອງພຣະເຈົ້າໄດ້ຢ່າງເໝາະສົມຍິ່ງກວ່າ. ພວກມັນແມ່ນຫຍັງ? ຄຳທຳອິດແມ່ນ “ມະຫາສານ”. ຄຳເວົ້ານີ້ບໍ່ເຮັດໃຫ້ຈົດຈໍາໄດ້ບໍ? ຄຳທີສອງແມ່ນ “ກວ້າງໃຫຍ່”. ມັນມີຄວາມໝາຍແທ້ຈິງຢູ່ເບື້ອງຫຼັງຄຳເວົ້າເຫຼົ່ານີ້ທີ່ເຮົາໃຊ້ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ. ເມື່ອເວົ້າຕາມຕົວອັກສອນ, “ມະຫາສານ” ບັນຍາຍເຖິງປະລິມານ ຫຼື ສະມັດຖະພາບຂອງສິ່ງໃດໜຶ່ງ, ແຕ່ໂດຍບໍ່ຄຳນຶງວ່າສິ່ງນັ້ນຈະໃຫຍ່ສໍ່າໃດ, ມັນແມ່ນສິ່ງທີ່ຜູ້ຄົນສາມາດສຳຜັດ ແລະ ເຫັນໄດ້. ນີ້ກໍຍ້ອນມັນມີຢູ່, ມັນບໍ່ແມ່ນສິ່ງທີ່ບໍ່ມີຕົວຕົນ, ແຕ່ເປັນສິ່ງທີ່ສາມາດມອບແນວຄິດໃນວິທີທີ່ຂ້ອນຂ້າງຖືກຕ້ອງ ແລະ ເປັນຈິງໃຫ້ແກ່ຜູ້ຄົນ. ບໍ່ວ່າເຈົ້າຈະເບິ່ງມັນຈາກທັດສະນະສອງ ຫຼື ສາມມິຕິ, ເຈົ້າກໍບໍ່ຈຳເປັນຕ້ອງຈິນຕະນາການເຖິງການເປັນຢູ່ຂອງມັນ, ຍ້ອນມັນແມ່ນສິ່ງທີ່ມີຢູ່ຢ່າງແທ້ຈິງ ໃນລັກສະນະທີ່ເປັນຈິງ. ເຖິງແມ່ນການໃຊ້ຄຳວ່າ “ມະຫາສານ” ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າສາມາດຮູ້ສຶກຄືກັບພະຍາຍາມບອກປະລິມານຄວາມຮັກຂອງພຣະອົງ, ມັນຍັງໃຫ້ຄວາມຮູ້ສຶກວ່າຄວາມຮັກຂອງພຣະອົງແມ່ນບໍ່ສາມາດບອກປະລິມານໄດ້. ເຮົາເວົ້າວ່າ ຄວາມຮັກຂອງພຣະເຈົ້າສາມາດບອກປະລິມານໄດ້ ຍ້ອນຄວາມຮັກຂອງພຣະອົງບໍ່ໄດ້ວ່າງເປົ່າ ແລະ ມັນບໍ່ແມ່ນສິ່ງທີ່ເປັນເລື່ອງເລົ່າລື. ກົງກັນຂ້າມ, ມັນແມ່ນສິ່ງທີ່ທຸກສິ່ງພາຍໃຕ້ການປົກຄອງຂອງພຣະເຈົ້າມີຮ່ວມກັນ, ເປັນສິ່ງທີ່ສິ່ງມີຊີວິດທັງປວງໄດ້ຮັບໃນລະດັບໃດໜຶ່ງ ແລະ ຈາກທັດສະນະທີ່ແຕກຕ່າງກັນ. ເຖິງແມ່ນຜູ້ຄົນບໍ່ສາມາດເຫັນ ຫຼື ສຳຜັດມັນໄດ້, ຄວາມຮັກນີ້ກໍນໍາການບໍາລຸງລ້ຽງ ແລະ ຊີວິດມາສູ່ທຸກສິ່ງເມື່ອມັນຖືກເປີດເຜີຍໃນຊີວິດຂອງພວກເຂົາເທື່ອລະໜ້ອຍ ແລະ ພວກເຂົານັບ ແລະ ເປັນພະຍານໃຫ້ແກ່ຄວາມຮັກຂອງພຣະເຈົ້າທີ່ພວກເຂົາໄດ້ຮັບໃນທຸກນາທີທີ່ຜ່ານໄປ. ເຮົາເວົ້າວ່າ ຄວາມຮັກຂອງພຣະເຈົ້າບໍ່ສາມາດບອກປະລິມານໄດ້ ຍ້ອນຄວາມລຶກລັບທີ່ພຣະເຈົ້າສະໜອງ ແລະ ບໍາລຸງລ້ຽງທຸກຢ່າງແມ່ນສິ່ງທີ່ຍາກສຳລັບມະນຸດຈະຢັ່ງເຖິງໄດ້ ເຊັ່ນດຽວກັບຄວາມຄິດຂອງພຣະເຈົ້າສຳລັບສິ່ງທັງປວງ ແລະ ໂດຍສະເພາະແມ່ນສິ່ງເຫຼົ່ານັ້ນສຳລັບມະນຸດຊາດ. ນັ້ນໝາຍຄວາມວ່າ ບໍ່ມີຜູ້ໃດຮູ້ຈັກເລືອດ ແລະ ນໍ້າຕາທີ່ພຣະຜູ້ສ້າງໄດ້ຖອກເທສຳລັບມະນຸດຊາດ. ບໍ່ມີຜູ້ໃດສາມາດຢັ່ງເຖິງ, ບໍ່ມີຜູ້ໃດສາມາດເຂົ້າໃຈຄວາມເລິກ ຫຼື ນໍ້າໜັກຂອງຄວາມຮັກທີ່ພຣະຜູ້ສ້າງມີສຳລັບມະນຸດຊາດ ຜູ້ທີ່ພຣະອົງໄດ້ສ້າງດ້ວຍມືຂອງພຣະອົງເອງ. ການບັນຍາຍວ່າຄວາມຮັກຂອງພຣະເຈົ້າມະຫາສານແມ່ນເພື່ອຊ່ວຍໃຫ້ຜູ້ຄົນເຫັນຄຸນຄ່າ ແລະ ເຂົ້າໃຈຄວາມກວ້າງຂອງມັນ ແລະ ຄວາມຈິງຂອງການເປັນຢູ່ຂອງມັນ. ມັນຍັງແມ່ນເພື່ອຜູ້ຄົນຈະສາມາດຢັ່ງເຖິງຄວາມໝາຍຕົວຈິງຂອງຄຳວ່າ “ພຣະຜູ້ສ້າງ” ໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ ແລະ ເພື່ອວ່າຜູ້ຄົນຈະສາມາດຮັບເອົາຄວາມເຂົ້າໃຈອັນເລິກເຊິ່ງຂຶ້ນກ່ຽວກັບຄວາມໝາຍທີ່ແທ້ຈິງຂອງຄໍາວ່າ: “ການເນລະມິດສ້າງ”. ໂດຍປົກກະຕິແລ້ວ ຄຳວ່າ “ກວ້າງໃຫຍ່” ບັນຍາຍເຖິງຫຍັງ? ໂດຍທົ່ວໄປ ມັນແມ່ນຖືກໃຊ້ເພື່ອບັນຍາຍເຖິງມະຫາສະໝຸດ ຫຼື ຈັກກະວານ, ຕົວຢ່າງເຊັ່ນ: “ຈັກກະວານທີ່ກວ້າງໃຫຍ່” ຫຼື “ມະຫາສະໝຸດທີ່ກວ້າງໃຫຍ່”. ຄວາມກວ້າງຂວາງ ແລະ ຄວາມເລິກທີ່ງຽບຂອງຈັກກະວານແມ່ນຢູ່ເໜືອຄວາມເຂົ້າໃຈຂອງມະນຸດ; ມັນແມ່ນສິ່ງທີ່ຈັບເອົາຈິນຕະນາການຂອງມະນຸດ, ບາງສິ່ງທີ່ພວກເຂົາຮູ້ສຶກເຖິງການຍົກຍ້ອງອັນຍິ່ງໃຫຍ່. ຄວາມລຶກລັບ ແລະ ຄວາມເລິກເຊິ່ງຂອງມັນແມ່ນເບິ່ງເຫັນໄດ້, ແຕ່ຢູ່ເໜືອການເອື້ອມເຖິງ. ເມື່ອເຈົ້າຄິດເຖິງມະຫາສະໝຸດ, ເຈົ້າກໍຄິດເຖິງຄວາມກວ້າງຂອງມັນ, ມັນເບິ່ງຄືກັບວ່າໄຮ້ຂອບເຂດ ແລະ ເຈົ້າກໍສາມາດຮູ້ສຶກເຖິງຄວາມລຶກລັບຂອງມັນ ແລະ ຄວາມສາມາດອັນຍິ່ງໃຫຍ່ຂອງມັນທີ່ຈະບັນຈຸສິ່ງຕ່າງໆ. ນີ້ຄືເຫດຜົນທີ່ເຮົາໃຊ້ຄຳວ່າ “ກວ້າງໃຫຍ່” ເພື່ອບັນຍາຍເຖິງຄວາມຮັກຂອງພຣະເຈົ້າ, ເພື່ອຊ່ວຍໃຫ້ຜູ້ຄົນຮູ້ສຶກວ່າ ມັນລໍ້າຄ່າສໍ່າໃດ, ເພື່ອຮູ້ສຶກເຖິງຄວາມສວຍງາມທີ່ເລິກເຊິ່ງຂອງຄວາມຮັກຂອງພຣະອົງ ແລະ ລິດອຳນາດແຫ່ງຄວາມຮັກຂອງພຣະເຈົ້າແມ່ນບໍ່ສິ້ນສຸດ ແລະ ປົກຄຸມຢ່າງກວ້າງຂວາງ. ເຮົາໃຊ້ຄຳນີ້ເພື່ອຊ່ວຍໃຫ້ຜູ້ຄົນຮູ້ສຶກເຖິງຄວາມບໍລິສຸດຂອງຄວາມຮັກຂອງພຣະອົງ ແລະ ກຽດສັກສີ ແລະ ຄວາມບໍ່ສາມາດທ້າທາຍໄດ້ຂອງພຣະເຈົ້າ ເຊິ່ງຖືກເປີດເຜີຍອອກຜ່ານຄວາມຮັກຂອງພຣະອົງ. ບັດນີ້ ພວກເຈົ້າຄິດວ່າ “ກວ້າງໃຫຍ່” ເປັນຄຳເວົ້າທີ່ເໝາະສົມສຳລັບການບັນຍາຍເຖິງຄວາມຮັກຂອງພຣະເຈົ້າບໍ? ຄວາມຮັກຂອງພຣະເຈົ້າສາມາດວັດແທກໄດ້ດ້ວຍສອງຄຳນີ້ບໍ, “ມະຫາສານ” ແລະ “ກວ້າງໃຫຍ່”? ແນ່ນອນ! ໃນພາສາມະນຸດ, ມີພຽງສອງຄຳເຫຼົ່ານີ້ເທົ່ານັ້ນທີ່ເໝາະສົມ ແລະ ຂ້ອນຂ້າງໃກ້ຄຽງໃນການບັນຍາຍເຖິງຄວາມຮັກຂອງພຣະເຈົ້າ. ພວກເຈົ້າບໍ່ຄິດຄືກັນບໍ? ຖ້າເຮົາໃຫ້ພວກເຈົ້າບັນຍາຍຄວາມຮັກຂອງພຣະເຈົ້າ, ພວກເຈົ້າຈະໃຊ້ສອງຄຳນີ້ບໍ? ສ່ວນໃຫຍ່ພວກເຈົ້າຈະບໍ່ໃຊ້, ຍ້ອນຄວາມເຂົ້າໃຈຂອງພວກເຈົ້າ ແລະ ການເຫັນຄຸນຄ່າຄວາມຮັກຂອງພຣະເຈົ້າແມ່ນຈຳກັດຢູ່ແຕ່ຂອບເຂດທັດສະນະສອງມິຕິ ແລະ ບໍ່ໄດ້ຂຶ້ນສູ່ລະດັບສາມມິຕິເລີຍ. ສະນັ້ນ ຖ້າເຮົາໃຫ້ພວກເຈົ້າບັນຍາຍເຖິງຄວາມຮັກຂອງພຣະເຈົ້າ, ພວກເຈົ້າກໍຈະຮູ້ສຶກວ່າ ພວກເຈົ້າປາສະຈາກຄຳເວົ້າ ຫຼື ບາງເທື່ອ ພວກເຈົ້າຈະເຖິງກັບສະແດງອາການທີ່ເວົ້າບໍ່ອອກ. ຄຳເວົ້າສອງຄຳທີ່ເຮົາໄດ້ເວົ້າເຖິງໃນມື້ນີ້ແມ່ນຍາກທີ່ພວກເຈົ້າຈະເຂົ້າໃຈ ຫຼື ບາງເທື່ອ ພວກເຈົ້າກໍຈະບໍ່ເຫັນດ້ວຍເລີຍ. ສິ່ງນີ້ສະແດງໃຫ້ເຫັນວ່າການເຫັນຄຸນຄ່າ ແລະ ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມຮັກຂອງພຣະເຈົ້າແມ່ນຜິວເຜີນ ແລະ ຈຳກັດໃນຂອບເຂດທີ່ແຄບໆ. ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ ພຣະເຈົ້າບໍ່ເຫັນແກ່ຕົວ; ພວກເຈົ້າຈື່ຄຳເວົ້ານີ້ໄວ້ “ບໍ່ເຫັນແກ່ຕົວ”. ເປັນໄປໄດ້ບໍວ່າຄວາມຮັກຂອງພຣະເຈົ້າພຽງແຕ່ສາມາດຖືກບັນຍາຍວ່າ ບໍ່ເຫັນແກ່ຕົວ? ນີ້ບໍ່ແມ່ນຂອບເຂດທີ່ແຄບເກີນໄປບໍ? ພວກເຈົ້າຄວນໄຕ່ຕອງບັນຫານີ້ໃຫ້ຫຼາຍຂຶ້ນ ເພື່ອວ່າພວກເຈົ້າອາດໄດ້ຮັບບາງສິ່ງຈາກມັນ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 77)

ການຟື້ນຄືນຊີບຂອງລາຊະໂຣເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີ

“ແລະ ພຣະອົງໄດ້ກ່າວດັ່ງນັ້ນ ພຣະອົງກໍຮ້ອງຂຶ້ນດ້ວຍສຽງດັງວ່າ ລາຊະໂຣ ຈົ່ງອອກມາ. ລາຊະໂຣທີ່ເປັນຄົນຕາຍແລ້ວກໍອອກມາ ເຊິ່ງຖືກມັດມື ແລະ ຕີນດ້ວຍຜ້າໃນຂຸມຝັງສົບ ແລະ ໜ້າຂອງລາວກໍຖືກປົກດ້ວຍຜ້າ. ພຣະເຢຊູເວົ້າກັບພວກເຂົາວ່າ ຈົ່ງແກ້ໃຫ້ລາວ ແລະ ປ່ອຍລາວໄປ” (ໂຢຮັນ 11:43-44).

ພວກເຈົ້າມີຄວາມຮູ້ສຶກຫຍັງຫຼັງຈາກທີ່ໄດ້ອ່ານຂໍ້ຄວາມນີ້? ຄວາມໝາຍຂອງສິ່ງອັດສະຈັນນີ້ທີ່ພຣະເຢຊູໄດ້ປະຕິບັດແມ່ນຍິ່ງໃຫຍ່ຫຼາຍກວ່າທີ່ຜ່ານມາ, ຍ້ອນບໍ່ມີສິ່ງອັດສະຈັນໃດຈະໜ້າປະຫຼາດໃຈຫຼາຍກວ່າການນໍາຄົນທີ່ຕາຍກັບຄືນມາຈາກຂຸມຝັງສົບ. ໃນຍຸກນັ້ນ, ມັນມີຄວາມໝາຍຫຼາຍທີ່ສຸດທີ່ພຣະເຢຊູເຈົ້າເຮັດສິ່ງແບບນີ້. ຍ້ອນພຣະເຈົ້າກາຍມາເປັນເນື້ອໜັງ, ຜູ້ຄົນຈຶ່ງສາມາດເຫັນການປາກົດທາງຮ່າງກາຍຂອງພຣະອົງ, ການປະຕິບັດຕົວຈິງຂອງພຣະອົງ ແລະ ລັກສະນະທໍາມະດາຂອງພຣະອົງ. ເຖິງແມ່ນບາງຄົນໄດ້ເຫັນ ແລະ ເຂົ້າໃຈບາງສິ່ງກ່ຽວກັບລັກສະນະຂອງພຣະອົງ ຫຼື ຄວາມສາມາດທີ່ພິເສດບາງຢ່າງທີ່ພຣະອົງມີ, ບໍ່ມີຜູ້ໃດຮູ້ໄດ້ວ່າພຣະເຢຊູເຈົ້າມາແຕ່ໃສ, ພຣະອົງເປັນຜູ້ໃດແທ້ໃນແກ່ນແທ້ຂອງພຣະອົງ ແລະ ມີສິ່ງໃດອີກທີ່ພຣະອົງສາມາດເຮັດໄດ້ຢ່າງແທ້ຈິງ. ທຸກສິ່ງນີ້ແມ່ນບໍ່ເປັນທີ່ຮູ້ຈັກຕໍ່ມະນຸດຊາດ. ສະນັ້ນ ຫຼາຍຄົນຕ້ອງການຄົ້ນຫາສິ່ງພິສູດເພື່ອຕອບຄຳຖາມເຫຼົ່ານີ້ກ່ຽວກັບພຣະເຢຊູເຈົ້າ ແລະ ເພື່ອຮູ້ຈັກຄວາມຈິງ. ພຣະເຈົ້າສາມາດເຮັດບາງສິ່ງເພື່ອພິສູດຕົວຕົນຂອງພຣະອົງເອງໄດ້ບໍ? ສຳລັບພຣະເຈົ້າແລ້ວ ສິ່ງນີ້ແມ່ນເລື່ອງງ່າຍ, ມັນງ່າຍຄືກັບປອກກ້ວຍ. ພຣະອົງສາມາດເຮັດບາງສິ່ງໃນບ່ອນໃດກໍໄດ້, ໃນເວລາໃດກໍໄດ້ ເພື່ອພິສູດຕົວຕົນ ແລະ ແກ່ນແທ້ຂອງພຣະອົງ, ແຕ່ພຣະເຈົ້າມີວິທີເຮັດສິ່ງຕ່າງໆຂອງພຣະອົງ, ໂດຍມີແຜນການ ແລະ ເປັນບາດກ້າວ. ພຣະອົງບໍ່ເຮັດສິ່ງຕ່າງໆໂດຍບໍ່ເລືອກ, ແຕ່ກົງກັນຂ້າມພຣະອົງລໍຖ້າເວລາທີ່ເໝາະສົມ ແລະ ໂອກາດທີ່ເໝາະສົມເພື່ອເຮັດບາງສິ່ງທີ່ພຣະອົງຈະໃຫ້ມະນຸດເຫັນ, ບາງສິ່ງທີ່ເຕັມໄປດ້ວຍຄວາມໝາຍຢ່າງແທ້ຈິງ. ໃນລັກສະນະນີ້, ພຣະອົງພິສູດເຖິງສິດອຳນາດ ແລະ ຕົວຕົນຂອງພຣະອົງ. ແລ້ວ ການຟື້ນຄືນຊີບຂອງລາຊະໂຣສາມາດພິສູດຕົວຕົນຂອງພຣະເຢຊູເຈົ້າໄດ້ບໍ? ໃຫ້ພວກເຮົາເບິ່ງຂໍ້ຄວາມດັ່ງຕໍ່ໄປນີ້ໃນຂໍ້ພຣະຄຳພີ: “ແລະ ພຣະອົງໄດ້ກ່າວດັ່ງນັ້ນ ພຣະອົງກໍຮ້ອງຂຶ້ນດ້ວຍສຽງດັງວ່າ ລາຊະໂຣ ຈົ່ງອອກມາ. ລາຊະໂຣທີ່ເປັນຄົນຕາຍແລ້ວກໍອອກມາ...”. ເມື່ອພຣະເຢຊູເຈົ້າເຮັດສິ່ງນັ້ນ, ພຣະອົງພຽງແຕ່ເວົ້າປະໂຫຍກດຽວຄື: “ລາຊະໂຣ ຈົ່ງອອກມາ”. ແລ້ວລາຊະໂຣກໍອອກມາຈາກຂຸມຝັງສົບຂອງລາວ, ສິ່ງນີ້ຖືກເຮັດໃຫ້ສຳເລັດ ຍ້ອນຄຳເວົ້າສອງສາມຄຳທີ່ພຣະຜູ້ເປັນເຈົ້າໄດ້ກ່າວອອກມາເທົ່ານັ້ນ. ໃນລະຫວ່າງເວລານີ້, ພຣະເຢຊູເຈົ້າບໍ່ໄດ້ຕັ້ງແທ່ນບູຊາ ແລະ ພຣະອົງບໍ່ໄດ້ປະຕິບັດການກະທຳອື່ນ. ພຣະອົງພຽງແຕ່ເວົ້າສິ່ງດຽວນີ້. ສິ່ງນີ້ຄວນຖືກເອີ້ນວ່າ ສິ່ງອັດສະຈັນ ຫຼື ຄຳສັ່ງບໍ? ຫຼື ມັນແມ່ນເວດມົນຄາຖາບາງຢ່າງບໍ? ໃນທາງຜິວເຜີນ, ມັນເບິ່ງຄືກັບວ່າສາມາດເອີ້ນໄດ້ວ່າ ສິ່ງອັດສະຈັນ ແລະ ຖ້າເຈົ້າເບິ່ງມັນຈາກທັດສະນະທີ່ທັນສະໄໝ, ແນ່ນອນ ເຈົ້າຍັງຈະສາມາດເອີ້ນມັນໄດ້ວ່າ ສິ່ງອັດສະຈັນ. ເຖິງຢ່າງໃດກໍຕາມ, ມັນບໍ່ແມ່ນເວດມົນສະນິດໜຶ່ງແນ່ນອນທີ່ຈະສາມາດເອີ້ນວິນຍານຈາກຄວາມຕາຍໄດ້, ມັນບໍ່ແມ່ນເວດມົນຄາຖາຢ່າງແນ່ນອນ. ມັນຖືກຕ້ອງທີ່ຈະເວົ້າວ່າ ສິ່ງອັດສະຈັນນີ້ເປັນສິ່ງທຳມະດາທີ່ສຸດ, ເປັນການສະແດງເລັກໆນ້ອຍໆເຖິງສິດອຳນາດຂອງພຣະຜູ້ສ້າງ. ນີ້ແມ່ນສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າ. ພຣະເຈົ້າມີສິດອຳນາດທີ່ຈະໃຫ້ຄົນໃດໜຶ່ງຕາຍ, ເຮັດໃຫ້ວິນຍານຂອງເຂົາອອກຈາກຮ່າງກາຍຂອງເຂົາ ແລະ ກັບຄືນສູ່ດິນແດນມໍລະນາ ຫຼື ໄປໃສກໍໄດ້ທີ່ມັນຄວນໄປ. ເວລາຕາຍຂອງບຸກຄົນໃດໜຶ່ງ ແລະ ສະຖານທີ່ໆພວກເຂົາຈະໄປຫຼັງຈາກຕາຍ, ສິ່ງເຫຼົ່ານີ້ແມ່ນຖືກກຳນົດໂດຍພຣະເຈົ້າ. ພຣະອົງສາມາດຕັດສິນໃຈໃນເວລາໃດກໍໄດ້ ແລະ ຢູ່ບ່ອນໃດກໍໄດ້ ໂດຍບໍ່ຖືກຈຳກັດຈາກມະນຸດ, ເຫດການ, ສິ່ງຂອງ, ອາວະກາດ ຫຼື ພູມສາດໃດໆ. ຖ້າພຣະອົງຕ້ອງການເຮັດມັນ, ພຣະອົງກໍສາມາດເຮັດມັນໄດ້ ຍ້ອນທຸກສິ່ງ ແລະ ສິ່ງທີ່ມີຊີວິດຕ່າງໆແມ່ນຢູ່ພາຍໃຕ້ການປົກຄອງຂອງພຣະອົງ ແລະ ທຸກສິ່ງເກີດ, ມີຊີວິດ ແລະ ຈິບຫາຍໂດຍພຣະທຳຂອງພຣະອົງ ແລະ ສິດອຳນາດຂອງພຣະອົງ. ພຣະອົງສາມາດຟື້ນຄືນຊີວິດຄົນທີ່ຕາຍແລ້ວ ແລະ ພຣະອົງກໍສາມາດເຮັດສິ່ງນີ້ໃນເວລາໃດກໍໄດ້, ຢູ່ບ່ອນໃດກໍໄດ້. ນີ້ແມ່ນສິດອຳນາດທີ່ມີພຽງພຣະຜູ້ສ້າງເທົ່ານັ້ນທີ່ມີ.

ເມື່ອພຣະເຢຊູເຈົ້າເຮັດສິ່ງຕ່າງໆ ເຊັ່ນ: ນໍາລາຊະໂຣຄືນມາຈາກຄວາມຕາຍ, ເປົ້າໝາຍຂອງພຣະອົງແມ່ນເພື່ອພິສູດໃຫ້ມະນຸດ ແລະ ຊາຕານໄດ້ເຫັນ ແລະ ເພື່ອເຮັດໃຫ້ມະນຸດ ແລະ ຊາຕານຮູ້ວ່າ ທຸກສິ່ງທີ່ກ່ຽວກັບມະນຸດຊາດ, ຊີວິດ ແລະ ຄວາມຕາຍຂອງມະນຸດຊາດແມ່ນຖືກກຳນົດໂດຍພຣະເຈົ້າ ແລະ ເຖິງແມ່ນພຣະອົງໄດ້ກາຍມາເປັນເນື້ອໜັງ, ພຣະອົງກໍຍັງບັນຊາໂລກຝ່າຍຮ່າງກາຍທີ່ສາມາດເຫັນໄດ້ ພ້ອມທັງໂລກຝ່າຍວິນຍານທີ່ມະນຸດບໍ່ສາມາດເຫັນໄດ້. ສິ່ງນີ້ແມ່ນເພື່ອໃຫ້ມະນຸດຊາດ ແລະ ຊາຕານຮູ້ວ່າ ທຸກສິ່ງກ່ຽວກັບມະນຸດຊາດບໍ່ໄດ້ຢູ່ພາຍໃຕ້ຄຳສັ່ງຂອງຊາຕານ. ສິ່ງນີ້ແມ່ນການເປີດເຜີຍ ແລະ ການສະແດງອອກເຖິງສິດອຳນາດຂອງພຣະເຈົ້າ ແລະ ມັນຍັງເປັນວິທີທີ່ພຣະເຈົ້າບອກສິ່ງທັງປວງວ່າ ຊີວິດ ແລະ ຄວາມຕາຍຂອງມະນຸດຊາດແມ່ນຢູ່ໃນກໍາມືຂອງພຣະເຈົ້າ. ການທີ່ພຣະເຢຊູເຈົ້າຟື້ນຄືນຊີບຂອງລາຊະໂຣແມ່ນໜຶ່ງໃນວິທີທີ່ພຣະຜູ້ສ້າງສັ່ງສອນ ແລະ ແນະນໍາແກ່ມະນຸດຊາດ. ມັນຄືການກະທຳທີ່ເປັນຮູບປະທຳ ເຊິ່ງພຣະເຈົ້າໃຊ້ລິດອຳນາດ ແລະ ສິດອຳນາດຂອງພຣະອົງໃນການແນະນໍາ ແລະ ສະໜອງໃຫ້ແກ່ມະນຸດຊາດ. ມັນແມ່ນວິທີທີ່ພຣະຜູ້ສ້າງຍອມໃຫ້ມະນຸດຊາດໄດ້ເຫັນເຖິງຄວາມຈິງວ່າພຣະອົງບັນຊາສິ່ງທັງປວງ ໂດຍທີ່ບໍ່ໄດ້ໃຊ້ຄຳເວົ້າເລີຍ. ມັນແມ່ນວິທີທີ່ພຣະອົງບອກແກ່ມະນຸດຊາດຜ່ານທາງການກະທຳຕົວຈິງວ່າ ບໍ່ມີຄວາມລອດພົ້ນອື່ນໃດ ນອກຈາກຜ່ານທາງພຣະອົງ. ວິທີການງຽບໆນີ້ທີ່ພຣະອົງໃຊ້ເພື່ອສັ່ງສອນມະນຸດຊາດແມ່ນນິດນິລັນ, ຖາວອນ, ນໍາເອົາຄວາມຕື່ນຕົກໃຈ ແລະ ແສງສະຫວ່າງທີ່ບໍ່ສາມາດມືດມົນຈັກເທື່ອ ມາສູ່ຫົວໃຈຂອງມະນຸດ. ການຟື້ນຄືນຊີບຂອງລາຊະໂຣເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີ, ສິ່ງນີ້ແມ່ນມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ຜູ້ຕິດຕາມແຕ່ລະຄົນຂອງພຣະເຈົ້າ. ມັນຝັງແໜ້ນໃນຄວາມເຂົ້າໃຈຂອງທຸກຄົນທີ່ເຂົ້າໃຈເຫດການ ແລະ ນິມິດຢ່າງເລິກເຊິ່ງທີ່ມີພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດສັ່ງຊີວິດ ແລະ ຄວາມຕາຍໄດ້. ເຖິງແມ່ນພຣະເຈົ້າມີສິດອຳນາດແບບນີ້ ແລະ ເຖິງແມ່ນພຣະອົງໄດ້ສະແດງອອກກ່ຽວກັບອຳນາດອະທິປະໄຕຂອງພຣະອົງເໜືອຊີວິດ ແລະ ຄວາມຕາຍຂອງມະນຸດຊາດຜ່ານການຟື້ນຄືນຊີບຂອງລາຊະໂຣ, ສິ່ງນີ້ກໍບໍ່ແມ່ນພາລະກິດຫຼັກຂອງພຣະອົງ. ພຣະເຈົ້າບໍ່ເຮັດບາງສິ່ງທີ່ບໍ່ມີຄວາມໝາຍຈັກເທື່ອ. ທຸກສິ່ງທີ່ພຣະອົງເຮັດແມ່ນມີຄຸນຄ່າທີ່ຍິ່ງໃຫຍ່ ແລະ ເປັນອັນຍະມະນີເໜືອສິ່ງໃດໃນສາງຊັບສົມບັດ. ພຣະອົງຈະບໍ່ “ເຮັດໃຫ້ບຸກຄົນໃດໜຶ່ງອອກມາຈາກຂຸມຝັງສົບຂອງພວກເຂົາ” ເປັນເປົ້າໝາຍຫຼັກ ຫຼື ລາຍການອັນດຽວໃນພາລະກິດຂອງພຣະອົງ. ພຣະເຈົ້າບໍ່ເຮັດຫຍັງທີ່ບໍ່ໄຮ້ຄວາມໝາຍ. ການຟື້ນຄືນຊີບຂອງລາຊະໂຣເປັນເຫດການດຽວທີ່ພຽງພໍເພື່ອສະແດງເຖິງສິດອຳນາດຂອງພຣະເຈົ້າ ແລະ ເພື່ອພິສູດຕົວຕົນຂອງພຣະເຢຊູເຈົ້າ. ນີ້ຄືເຫດຜົນທີ່ພຣະເຢຊູເຈົ້າບໍ່ໄດ້ເຮັດສິ່ງອັດສະຈັນປະເພດນີ້ຊໍ້າອີກ. ພຣະເຈົ້າເຮັດສິ່ງຕ່າງໆຕາມຫຼັກການຂອງພຣະອົງເອງ. ໃນພາສາມະນຸດ, ມັນສາມາດເວົ້າໄດ້ວ່າ ພຣະເຈົ້າໃສ່ໃຈກັບເລື່ອງຈິງຈັງເທົ່ານັ້ນ. ນັ້ນກໍຄື ເມື່ອພຣະເຈົ້າເຮັດສິ່ງຕ່າງໆ ພຣະອົງບໍ່ໄດ້ຫັນເຫໄປຈາກເປົ້າໝາຍໃນພາລະກິດຂອງພຣະອົງ. ພຣະອົງຮູ້ວ່າພຣະອົງຕ້ອງການປະຕິບັດພາລະກິດຫຍັງໃນຂັ້ນຕອນນີ້, ພຣະອົງຕ້ອງການສຳເລັດຫຍັງ ແລະ ພຣະອົງຈະປະຕິບັດພາລະກິດຕາມແຜນການຂອງພຣະອົງຢ່າງເຂັ້ມງວດ. ຖ້າຄົນເສື່ອມຊາມມີຄວາມສາມາດແບບນັ້ນ, ເຂົາກໍພຽງແຕ່ຈະຄິດຫາວິທີຕ່າງໆເພື່ອເປີດເຜີຍຄວາມສາມາດຂອງເຂົາ ເພື່ອວ່າຄົນອື່ນຈະຮູ້ຈັກວ່າເຂົາເປັນຕາຢ້ານສໍ່າໃດ, ເພື່ອພວກເຂົາຈະກົ້ມລົງຂາບເຂົາ, ເພື່ອເຂົາຈະຄວບຄຸມພວກເຂົາ ແລະ ກືນກິນພວກເຂົາ. ນີ້ແມ່ນສິ່ງຊົ່ວຮ້າຍທີ່ມາຈາກຊາຕານ, ນີ້ແມ່ນເອີ້ນວ່າ ຄວາມເສື່ອມຊາມ. ພຣະເຈົ້າບໍ່ໄດ້ມີອຸປະນິໄສແບບນັ້ນ ແລະ ພຣະອົງບໍ່ມີແກ່ນແທ້ແບບນັ້ນ. ເປົ້າໝາຍຂອງພຣະອົງໃນການເຮັດສິ່ງຕ່າງໆບໍ່ແມ່ນເພື່ອອວດໂອພຣະອົງເອງ, ແຕ່ເພື່ອໃຫ້ການເປີດເຜີຍ ແລະ ການນໍາພາມະນຸດຊາດຫຼາຍຍິ່ງຂຶ້ນ ແລະ ນີ້ຄືເຫດຜົນທີ່ຜູ້ຄົນເຫັນຕົວຢ່າງພຽງໜ້ອຍດຽວໃນພຣະຄຳພີທີ່ກ່ຽວກັບເຫດການນີ້. ນີ້ບໍ່ໄດ້ໝາຍຄວາມວ່າ ລິດອຳນາດຂອງພຣະເຢຊູເຈົ້າມີຈຳກັດ ຫຼື ພຣະອົງບໍ່ສາມາດເຮັດສິ່ງດັ່ງກ່າວ. ມັນພຽງແຕ່ວ່າ ພຣະເຈົ້າບໍ່ຕ້ອງການເຮັດມັນ ຍ້ອນວ່າ ການທີ່ພຣະເຢຊູເຈົ້າເຮັດໃຫ້ລາຊະໂຣຟື້ນຄືນຊີບແມ່ນມີຄວາມສໍາຄັນຕົວຈິງຫຼາຍ ແລະ ຍ້ອນວ່າ ພາລະກິດຫຼັກຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງບໍ່ແມ່ນເພື່ອປະຕິບັດສິ່ງອັດສະຈັນ, ບໍ່ແມ່ນເພື່ອນໍາຜູ້ຄົນຄືນມາຈາກຄວາມຕາຍ, ແຕ່ແມ່ນພາລະກິດແຫ່ງການໄຖ່ບາບສຳລັບມະນຸດຊາດ. ສະນັ້ນ ພາລະກິດຫຼາຍຢ່າງທີ່ພຣະເຢຊູເຈົ້າໄດ້ສຳເລັດຄືການສັ່ງສອນຜູ້ຄົນ, ການສະໜອງໃຫ້ແກ່ພວກເຂົາ ແລະ ການຊ່ວຍເຫຼືອພວກເຂົາ ແລະ ເຫດການຕ່າງໆ ເຊັ່ນ: ການເຮັດໃຫ້ລາຊະໂຣຟື້ນຄືນຊີບ ຈຶ່ງເປັນພຽງສ່ວນນ້ອຍຂອງພັນທະກິດທີ່ພຣະເຢຊູເຈົ້າໄດ້ປະຕິບັດ. ຍິ່ງໄປກວ່ານັ້ນ ເຈົ້າສາມາດເວົ້າໄດ້ວ່າ “ການອວດໂອ້” ບໍ່ແມ່ນສ່ວນໜຶ່ງຂອງແກ່ນແທ້ຂອງພຣະເຈົ້າ, ສະນັ້ນ ພຣະເຢຊູເຈົ້າຈຶ່ງບໍ່ໄດ້ຕັ້ງໃຈຫັກຫ້າມຕົນເອງບໍ່ໃຫ້ສະແດງສິ່ງອັດສະຈັນ ຫຼື ນີ້ບໍ່ແມ່ນຍ້ອນມີຂໍ້ຈຳກັດດ້ານສະພາບແວດລ້ອມ ແລະ ມັນບໍ່ແມ່ນເນື່ອງຈາກການຂາດລິດອຳນາດຢ່າງແນ່ນອນ.

ເມື່ອພຣະເຢຊູເຈົ້ານໍາລາຊະໂຣຄືນມາຈາກຄວາມຕາຍ, ພຣະອົງໃຊ້ພຽງແຕ່ພຣະທຳສອງສາມຂໍ້ເຫຼົ່ານີ້: “ລາຊະໂຣ ຈົ່ງອອກມາ”. ພຣະອົງບໍ່ໄດ້ເວົ້າຫຍັງ ນອກຈາກນີ້. ແລ້ວພຣະທຳເຫຼົ່ານີ້ສະແດງເຖິງຫຍັງ? ພວກມັນສະແດງວ່າ ພຣະເຈົ້າສາມາດເຮັດໃຫ້ຫຍັງກໍໄດ້ສຳເລັດໂດຍການກ່າວ ລວມເຖິງການເຮັດໃຫ້ຄົນທີ່ຕາຍແລ້ວຟື້ນຄືນຊີບໄດ້. ເມື່ອພຣະເຈົ້າເນລະມິດສ້າງສິ່ງທັງປວງ, ເມື່ອພຣະອົງສ້າງແຜ່ນດິນໂລກ, ພຣະອົງກໍເຮັດດ້ວຍພຣະທຳ ນັ້ນກໍຄື ຄຳສັ່ງ, ພຣະທຳທີ່ມີສິດອຳນາດ ແລະ ດ້ວຍວິທີນີ້ ສິ່ງທັງປວງຈຶ່ງຖືກເນລະມິດສ້າງຂຶ້ນ ແລະ ດ້ວຍເຫດນັ້ນ ມັນຈຶ່ງຖືກເຮັດໃຫ້ສຳເລັດ. ພຣະທຳສອງສາມຂໍ້ນີ້ທີ່ພຣະເຢຊູເຈົ້າໄດ້ກ່າວແມ່ນຄືກັນກັບພຣະທຳທີ່ພຣະເຈົ້າໄດ້ກ່າວໃນເວລາພຣະອົງເນລະມິດສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງ; ໃນລັກສະນະດຽວກັນ, ພຣະທໍາເຫຼົ່ານັ້ນກໍມີສິດອຳນາດຂອງພຣະເຈົ້າ ແລະ ລິດອຳນາດຂອງພຣະຜູ້ສ້າງ. ສິ່ງທັງປວງແມ່ນຖືກສ້າງຂຶ້ນ ແລະ ຍຶດໝັ້ນ ຍ້ອນພຣະທຳທີ່ອອກມາຈາກປາກຂອງພຣະເຈົ້າ ແລະ ໃນລັກສະນະດຽວກັນ ລາຊະໂຣກໍຍ່າງອອກຈາກຂຸມຝັງສົບຂອງລາວ ຍ້ອນພຣະທຳຈາກປາກຂອງພຣະເຢຊູເຈົ້າ. ນີ້ແມ່ນສິດອຳນາດຂອງພຣະເຈົ້າ ເຊິ່ງຖືກສະແດງອອກ ແລະ ຖືກເຮັດໃຫ້ເປັນຈິງໃນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງເອງ. ສິດອຳນາດ ແລະ ຄວາມສາມາດປະເພດນີ້ແມ່ນເປັນຂອງພຣະຜູ້ສ້າງ ແລະ ເປັນຂອງບຸດມະນຸດ ຜູ້ເຊິ່ງພຣະຜູ້ສ້າງໄດ້ກາຍເປັນຈິງ. ນີ້ແມ່ນຄວາມເຂົ້າໃຈທີ່ພຣະເຈົ້າໄດ້ສັ່ງສອນໃຫ້ແກ່ມະນຸດຊາດໂດຍການນໍາລາຊະໂຣກັບຄືນມາຈາກຄວາມຕາຍ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 78)

ພວກຟາຣີຊາຍຕັດສິນພຣະເຢຊູ

“ແລະ ເມື່ອເພື່ອນຂອງພຣະອົງໄດ້ຍິນກ່ຽວກັບເລື່ອງນີ້ ພວກເຂົາກໍອອກໄປຈັບກຸມພຣະອົງ ຍ້ອນພວກເຂົາຄິດວ່າ ພຣະອົງເປັນບ້າໄປແລ້ວ. ແລະ ພວກທຳມະຈານ ເຊິ່ງມາຈາກເມືອງເຢລູຊາເລັມກໍເວົ້າວ່າ ພຣະອົງມີມານຮ້າຍເບເອນເຊບຸບ ແລະ ພຣະອົງໄດ້ຂັບໄລ່ມານຮ້າຍນັ້ນດ້ວຍເຈົ້າຊາຍຂອງມານຮ້າຍເອງ” (ມາລະໂກ 3:21-22).

ການປະນາມຂອງພຣະເຢຊູຕໍ່ພວກຟາຣີຊາຍ

“ເປັນຫຍັງເຮົາຈຶ່ງເວົ້າກັບເຈົ້າວ່າ ມະນຸດຈະໄດ້ຮັບການອະໄພຕໍ່ຄວາມບາບ ແລະ ການໝິ່ນປະໝາດທຸກປະເພດ: ແຕ່ມະນຸດຈະບໍ່ໄດ້ຮັບການອະໄພຕໍ່ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດ. ໃຜກໍຕາມທີ່ກ່າວຄຳເວົ້າຕໍ່ຕ້ານບຸດມະນຸດ, ເຂົາຈະໄດ້ຮັບການອະໄພ ແຕ່ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ” (ມັດທາຍ 12:31-32).

“ແຕ່ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າໄດ້ອັດອານາຈັກແຫ່ງສະຫວັນໃສ່ມະນຸດ, ຍ້ອນເຈົ້າບໍ່ເຂົ້າໄປເອງ ແລະ ເຈົ້າຍັງທໍລະມານຄົນທີ່ກຳລັງເຂົ້າໄປອີກ. ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າກືນກິນບ້ານຂອງຍິງໝ້າຍ ແລະ ແກ້ງອະທິຖານຍືດຍາວ, ດ້ວຍເຫດນັ້ນ ເຈົ້າຈະໄດ້ຮັບຄຳສາບແຊ່ງທີ່ຍິ່ງໃຫຍ່. ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າເດີນທາງຂ້າມທະເລ ແລະ ແຜ່ນດິນເພື່ອສ້າງຄົນຜູ້ໜຶ່ງໃຫ້ເຊື່ອສາສະໜາ ແລະ ເມື່ອເຂົາເຊື່ອແລ້ວ ເຈົ້າກໍເຮັດໃຫ້ເຂົາເປັນເດັກນະຮົກຫຼາຍກວ່າເຈົ້າຕັ້ງສອງເທົ່າ” (ມັດທາຍ 23:13-15).

ເນື້ອຫາຂອງຂໍ້ຄວາມສອງຂໍ້ຄວາມຂ້າງເທິງແມ່ນແຕກຕ່າງກັນ. ໃຫ້ພວກເຮົາມາເບິ່ງຂໍ້ຄວາມທຳອິດກ່ອນ: ພວກຟາຣີຊາຍຕັດສິນພຣະເຢຊູ.

ໃນພຣະຄຳພີ, ການທີ່ພວກຟາຣີຊາຍປະເມີນພຣະເຢຊູເອງ ແລະ ສິ່ງຕ່າງໆທີ່ພຣະອົງເຮັດແມ່ນ: “... ພວກເຂົາຄິດວ່າ ພຣະອົງເປັນບ້າໄປແລ້ວ... ພຣະອົງມີມານຮ້າຍເບເອນເຊບຸບ ແລະ ພຣະອົງໄດ້ຂັບໄລ່ມານຮ້າຍນັ້ນດ້ວຍເຈົ້າຊາຍຂອງມານຮ້າຍເອງ” (ມາລະໂກ 3:21-22). ການທີ່ພວກທຳມະຈານ ແລະ ພວກຟາຣີຊາຍຕັດສິນພຣະເຢຊູເຈົ້າບໍ່ແມ່ນວ່າພວກເຂົາພຽງແຕ່ລອກແບບຄຳເວົ້າຂອງຄົນອື່ນເທົ່ານັ້ນ ແລະ ມັນບໍ່ແມ່ນການຄາດເດົາທີ່ໄຮ້ມູນຄວາມຈິງ, ມັນຄືຂໍ້ສະຫຼຸບທີ່ພວກເຂົາຖອດຖອນກ່ຽວກັບພຣະເຢຊູເຈົ້າຈາກສິ່ງທີ່ພວກເຂົາເຫັນ ແລະ ໄດ້ຍິນກ່ຽວກັບການກະທຳຂອງພຣະອົງ. ເຖິງແມ່ນຂໍ້ສະຫຼຸບຂອງພວກເຂົາຖືກສ້າງຂຶ້ນໃນນາມຂອງຄວາມຍຸຕິທຳຢ່າງເຫັນໄດ້ຊັດເຈນ ແລະ ປາກົດຕໍ່ຜູ້ຄົນຄືກັບວ່າສົມເຫດສົມຜົນ, ຄວາມອວດດີທີ່ພວກເຂົາຕັດສິນພຣະເຢຊູເຈົ້າກໍຍາກທີ່ແມ່ນແຕ່ພວກເຂົາເອງຈະຢັບຢັ້ງໄດ້. ພະລັງອັນບ້າປ່ວງແຫ່ງຄວາມກຽດຊັງຂອງພວກເຂົາສຳລັບພຣະເຢຊູເຈົ້າໄດ້ເປີດໂປງຄວາມທະເຍີທະຍານຂອງພວກເຂົາເອງ ແລະ ໃບໜ້າແບບຊາຕານທີ່ຊົ່ວຮ້າຍຂອງພວກເຂົາ ພ້ອມທັງທຳມະຊາດທີ່ເປັນອັນຕະລາຍຂອງພວກເຂົາ ທີ່ພວກເຂົາຕໍ່ຕ້ານພຣະເຈົ້າ. ສິ່ງເຫຼົ່ານີ້ທີ່ພວກເຂົາກ່າວໃນການທີ່ພວກເຂົາຕັດສິນພຣະເຢຊູເຈົ້າແມ່ນຖືກຂັບເຄື່ອນໂດຍຄວາມທະເຍີທະຍານອັນປ່າເຖື່ອນຂອງພວກເຂົາ, ຄວາມອິດສາ ແລະ ທຳມະຊາດທີ່ຂີ້ຮ້າຍ ແລະ ເປັນອັນຕະລາຍຂອງຄວາມເປັນປໍລະປັກຂອງພວກເຂົາຕໍ່ພຣະເຈົ້າ ແລະ ຄວາມຈິງ. ພວກເຂົາບໍ່ໄດ້ສືບສວນແຫຼ່ງທີ່ມາຂອງການກະທຳຂອງພຣະເຢຊູເຈົ້າ ຫຼື ພວກເຂົາບໍ່ສືບສວນແກ່ນແທ້ຂອງສິ່ງທີ່ພຣະອົງກ່າວ ຫຼື ເຮັດ. ກົງກັນຂ້າມ ພວກເຂົາໂຈມຕີ ແລະ ຫຼຸດຄວາມໜ້າເຊື່ອຖືຂອງສິ່ງທີ່ພຣະອົງໄດ້ເຮັດ ຢ່າງຫຼັບຫູຫຼັບຕາ, ໃນສະພາວະທີ່ປັ່ນປ່ວນຢ່າງບ້າບໍ ແລະ ດ້ວຍເຈດຕະນາຫວັງທໍາຮ້າຍ. ພວກເຂົາເຖິງກັບຕັ້ງໃຈຫຼຸດຄວາມໜ້າເຊື່ອຖືຂອງພຣະວິນຍານຂອງພຣະອົງ ນັ້ນກໍຄື ພຣະວິນຍານບໍລິສຸດທີ່ເປັນພຣະວິນຍານຂອງພຣະເຈົ້າ. ນີ້ຄືສິ່ງທີ່ພວກເຂົາໝາຍເຖິງເມື່ອພວກເຂົາເວົ້າວ່າ: “ພຣະອົງເປັນບ້າໄປແລ້ວ”, “ມານຮ້າຍເບເອນເຊບຸບ” ແລະ “ເຈົ້າຊາຍຂອງມານຮ້າຍ”. ນັ້ນໝາຍຄວາມວ່າ ພວກເຂົາເວົ້າວ່າພຣະວິນຍານຂອງພຣະເຈົ້າແມ່ນເບເອນເຊບຸບ ແລະ ເຈົ້າຊາຍຂອງມານຮ້າຍ. ພວກເຂົາບອກລັກສະນະພາລະກິດຂອງພຣະວິນຍານທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງໄດ້ປົກຄຸມພຣະອົງເອງໃນເນື້ອໜັງ ວ່າເປັນຄວາມບ້າບໍ. ພວກເຂົາບໍ່ພຽງແຕ່ໝິ່ນປະໝາດພຣະວິນຍານຂອງພຣະເຈົ້າວ່າເປັນເບເອນເຊບຸບ ແລະ ເຈົ້າຊາຍຂອງມານຮ້າຍ, ແຕ່ຍັງກ່າວໂທດພາລະກິດຂອງພຣະເຈົ້າ ແລະ ກ່າວໂທດ ແລະ ໝິ່ນປະໝາດພຣະເຢຊູຄຣິດເຈົ້າ. ແກ່ນແທ້ຂອງການຕໍ່ຕ້ານຂອງພວກເຂົາ ແລະ ການໝິ່ນປະໝາດພຣະເຈົ້າແມ່ນເປັນແກ່ນແທ້ດຽວກັນກັບການຕໍ່ຕ້ານ ແລະ ການໝິ່ນປະໝາດພຣະເຈົ້າທີ່ຊາຕານ ແລະ ຜີຮ້າຍສະແດງອອກທັງສິ້ນ. ພວກເຂົາບໍ່ພຽງແຕ່ເປັນຕົວແທນຂອງມະນຸດທີ່ເສື່ອມຊາມເທົ່ານັ້ນ, ແຕ່ຍິ່ງໄປກວ່ານັ້ນ ພວກເຂົາເປັນຕົວຕົນຂອງຊາຕານ. ພວກເຂົາເປັນຊ່ອງທາງສຳລັບຊາຕານທີ່ຢູ່ທ່າມກາງມະນຸດຊາດ ແລະ ພວກເຂົາເປັນຜູ້ສົມຮູ້ຮ່ວມຄິດ ແລະ ຂີ້ຂ້າຂອງຊາຕານ. ແກ່ນແທ້ຂອງການໝິ່ນປະໝາດຂອງພວກເຂົາ ແລະ ການທີ່ພວກເຂົາໃສ່ຮ້າຍປ້າຍສີພຣະເຢຊູຄຣິດເຈົ້າແມ່ນການຕໍ່ສູ້ຂອງພວກເຂົາກັບພຣະເຈົ້າເພື່ອສະຖານະ, ການຕໍ່ຕ້ານຂອງພວກເຂົາກັບພຣະເຈົ້າ ແລະ ການທີ່ພວກເຂົາທົດສອບພຣະເຈົ້າຢ່າງບໍ່ສິ້ນສຸດ. ແກ່ນແທ້ຂອງການຕໍ່ຕ້ານຂອງພວກເຂົາຕໍ່ພຣະເຈົ້າ ແລະ ທ່າທີແຫ່ງຄວາມເປັນປໍລະປັກຂອງພວກເຂົາຕໍ່ພຣະອົງ ພ້ອມທັງຄຳເວົ້າຂອງພວກເຂົາ ແລະ ຄວາມຄິດຂອງພວກເຂົາ ໄດ້ໝິ່ນປະໝາດ ແລະ ເຮັດໃຫ້ພຣະວິນຍານຂອງພຣະເຈົ້າໃຈຮ້າຍໂດຍກົງ. ສະນັ້ນ ພຣະເຈົ້າຈຶ່ງກຳນົດການພິພາກສາທີ່ສົມເຫດສົມຜົນ ໂດຍອີງຕາມສິ່ງທີ່ພວກເຂົາກ່າວ ແລະ ເຮັດ ແລະ ພຣະເຈົ້າຕັດສິນການກະທຳຂອງພວກເຂົາວ່າເປັນຄວາມຜິດບາບທີ່ໝິ່ນປະໝາດພຣະວິນຍານບໍລິສຸດ. ຄວາມຜິດບາບນີ້ແມ່ນບໍ່ສາມາດໃຫ້ອະໄພໄດ້ທັງໃນໂລກນີ້ ແລະ ໂລກທີ່ກຳລັງຈະມາເຖິງ ເຊິ່ງເກີດອອກຈາກຂໍ້ຄວາມດັ່ງຕໍ່ໄປນີ້ໃນຂໍ້ພຣະຄຳພີ: “ແຕ່ມະນຸດຈະບໍ່ໄດ້ຮັບການອະໄພຕໍ່ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດ” ແລະ “ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”. ມື້ນີ້ ໃຫ້ພວກເຮົາມາລົມກັນກ່ຽວກັບຄວາມໝາຍທີ່ແທ້ຈິງຂອງພຣະທຳເຫຼົ່ານີ້ຈາກພຣະເຈົ້າ: “ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”. ນັ້ນກໍຄື ໃຫ້ພວກເຮົາມາເຮັດໃຫ້ວິທີທີ່ພຣະເຈົ້າບັນລຸພຣະທຳເຫຼົ່ານີ້ກະຈ່າງແຈ້ງ: “ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”.

ທຸກສິ່ງທີ່ພວກເຮົາເວົ້າແມ່ນກ່ຽວຂ້ອງກັບອຸປະນິໄສຂອງພຣະເຈົ້າ ແລະ ທ່າທີຂອງພຣະອົງຕໍ່ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ. ໂດຍທຳມະຊາດແລ້ວ ຂໍ້ຄວາມສອງຂໍ້ຂ້າງເທິງແມ່ນບໍ່ໄດ້ຖືກຍົກເວັ້ນ. ພວກເຈົ້າໄດ້ສັງເກດຫຍັງບໍໃນຂໍ້ພຣະຄຳພີສອງຂໍ້ນີ້? ບາງຄົນເວົ້າວ່າ ພວກເຂົາເຫັນຄວາມໃຈຮ້າຍຂອງພຣະເຈົ້າໃນຂໍ້ພຣະຄຳເຫຼົ່ານີ້. ບາງຄົນເວົ້າວ່າ ພວກເຂົາໄດ້ເຫັນອີກດ້ານຂອງອຸປະນິໄສຂອງພຣະເຈົ້າທີ່ບໍ່ທົນຕໍ່ການທ້າທາຍຂອງມະນຸດຊາດ ແລະ ຖ້າຜູ້ຄົນເຮັດບາງສິ່ງທີ່ໝິ່ນປະໝາດຕໍ່ພຣະເຈົ້າ, ແລ້ວພວກເຂົາກໍຈະບໍ່ໄດ້ຮັບການອະໄພຂອງພຣະອົງ. ເຖິງແມ່ນຜູ້ຄົນຈະເຫັນ ແລະ ຮັບຮູ້ເຖິງຄວາມໃຈຮ້າຍຂອງພຣະເຈົ້າ ແລະ ຄວາມບໍ່ທົນຕໍ່ການທ້າທາຍຂອງມະນຸດຊາດໃນສອງຂໍ້ຄວາມນີ້, ພວກເຂົາກໍຍັງບໍ່ເຂົ້າໃຈທ່າທີຂອງພຣະອົງຢ່າງແທ້ຈິງ. ແຝງຢູ່ໃນຂໍ້ຄວາມສອງຂໍ້ນີ້ແມ່ນການອ້າງອີງຢ່າງລີ້ລັບເຖິງທັດສະນະຄະຕິທີ່ແທ້ຈິງຂອງພຣະເຈົ້າ ແລະ ວິທີການຂອງພຣະອົງຕໍ່ຄົນທີ່ໝິ່ນປະໝາດ ແລະ ເຮັດໃຫ້ພຣະອົງໃຈຮ້າຍ. ທັດສະນະຄະຕິ ແລະ ວິທີການຂອງພຣະອົງສະແດງເຖິງຄວາມໝາຍທີ່ແທ້ຈິງໃນຂໍ້ຄວາມດັ່ງຕໍ່ໄປນີ້: “ໃຜກໍຕາມທີ່ເວົ້າຕໍ່ຕ້ານພຣະວິນຍານບໍລິສຸດ ເຂົາຈະບໍ່ໄດ້ຮັບການອະໄພ ບໍ່ວ່າໃນໂລກນີ້ ຫຼື ໃນໂລກທີ່ກຳລັງຈະມາເຖິງ”. ເມື່ອຜູ້ຄົນໝິ່ນປະໝາດພຣະເຈົ້າ ແລະ ເມື່ອພວກເຂົາເຮັດໃຫ້ພຣະອົງໃຈຮ້າຍ, ພຣະອົງກໍກຳນົດຄຳຕັດສິນ ແລະ ຄຳຕັດສິນນີ້ແມ່ນຜົນຮັບທີ່ພຣະອົງໄດ້ກຳນົດ. ມັນຖືກບັນຍາຍໄວ້ໃນພຣະຄຳພີດັ່ງນີ້: “ເປັນຫຍັງເຮົາຈຶ່ງເວົ້າກັບເຈົ້າວ່າ ມະນຸດຈະໄດ້ຮັບການອະໄພຕໍ່ຄວາມບາບ ແລະ ການໝິ່ນປະໝາດທຸກປະເພດ: ແຕ່ມະນຸດຈະບໍ່ໄດ້ຮັບການອະໄພຕໍ່ການໝິ່ນປະໝາດຕໍ່ພຣະວິນຍານບໍລິສຸດ” (ມັດທາຍ 12:31) ແລະ “ແຕ່ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ!” (ມັດທາຍ 23:13). ເຖິງຢ່າງໃດກໍຕາມ ມັນຖືກບັນທຶກໄວ້ໃນພຣະຄຳພີບໍວ່າ ແມ່ນຫຍັງຄືຜົນຕາມມາສຳລັບພວກທຳມະຈານ ແລະ ພວກຟາຣີຊາຍ ພ້ອມທັງຜົນຮັບສຳລັບຄົນທີ່ເວົ້າວ່າ ພຣະເຢຊູເຈົ້າເປັນບ້າ ຫຼັງຈາກທີ່ພຣະອົງໄດ້ກ່າວສິ່ງເຫຼົ່ານີ້? ມັນຖືກບັນທຶກໄວ້ບໍວ່າ ພວກເຂົາໄດ້ທົນທຸກກັບການລົງໂທດໃດໜຶ່ງ? ບໍ່, ສິ່ງນີ້ແມ່ນສາມາດເວົ້າໄດ້ຢ່າງແນ່ນອນ. ການເວົ້າວ່າ: “ບໍ່” ໃນນີ້ບໍ່ແມ່ນເພື່ອເວົ້າວ່າ ບໍ່ມີການບັນທຶກດັ່ງກ່າວ, ແຕ່ໃນຄວາມເປັນຈິງ ມີພຽງແຕ່ວ່າ ບໍ່ມີຜົນຕາມມາທີ່ສາມາດເຫັນໄດ້ດ້ວຍຕາມະນຸດ. ການເວົ້າວ່າ: “ມັນບໍ່ໄດ້ຖືກບັນທຶກ” ອະທິບາຍເລື່ອງທັດສະນະຄະຕິ ແລະ ຫຼັກການຂອງພຣະເຈົ້າສຳລັບການຈັດການສິ່ງໃດໜຶ່ງ. ພຣະເຈົ້າບໍ່ເຮັດຕາບອດ ຫຼື ຫູໜວກໃສ່ຜູ້ຄົນທີ່ໝິ່ນປະໝາດ ຫຼື ຕໍ່ຕ້ານພຣະອົງ ຫຼື ແມ່ນແຕ່ຄົນທີ່ກ່າວຮ້າຍພຣະອົງ, ຜູ້ຄົນທີ່ເຈດຕະນາໂຈມຕີ, ກ່າວຮ້າຍ ແລະ ສາບແຊ່ງພຣະອົງ, ແຕ່ກົງກັນຂ້າມ ພຣະອົງມີທັດສະນະຄະຕິຢ່າງຊັດເຈນຕໍ່ພວກເຂົາ. ພຣະອົງກຽດຊັງຄົນເຫຼົ່ານີ້ ແລະ ພຣະອົງກ່າວໂທດພວກເຂົາໃນຫົວໃຈຂອງພຣະອົງ. ພຣະອົງເຖິງກັບປະກາດຢ່າງເປີດເຜີຍວ່າ ຜົນຕາມມາຂອງພວກເຂົາຈະແມ່ນຫຍັງ, ເພື່ອຜູ້ຄົນຈະຮູ້ວ່າ ພຣະອົງມີທັດສະນະຄະຕິຢ່າງຊັດເຈນຕໍ່ຄົນທີ່ໝິ່ນປະໝາດພຣະອົງ ແລະ ເພື່ອວ່າພວກເຂົາຈະຮູ້ວ່າ ພຣະອົງຈະກຳນົດຜົນຕາມມາຂອງພວກເຂົາໄດ້ແນວໃດ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ພຣະເຈົ້າໄດ້ກ່າວສິ່ງເຫຼົ່ານີ້, ຜູ້ຄົນແມ່ນຍາກທີ່ຈະສາມາດເຫັນຄວາມຈິງໃນວິທີທີ່ພຣະເຈົ້າຈັດການກັບຜູ້ຄົນເຫຼົ່ານີ້ ແລະ ພວກເຂົາບໍ່ສາມາດເຂົ້າໃຈຫຼັກການທີ່ຢູ່ເບື້ອງຫຼັງຜົນຕາມມາ ແລະ ຄຳຕັດສິນທີ່ພຣະເຈົ້າໄດ້ມອບໃຫ້ແກ່ພວກເຂົາ. ນັ້ນໝາຍຄວາມວ່າ ຜູ້ຄົນບໍ່ສາມາດເຫັນວິທີການ ແລະ ແບບແຜນສະເພາະທີ່ພຣະເຈົ້າມີສຳລັບການຈັດການພວກເຂົາ. ສິ່ງນີ້ແມ່ນກ່ຽວຂ້ອງກັບຫຼັກການຂອງພຣະເຈົ້າໃນການເຮັດສິ່ງຕ່າງໆ. ພຣະເຈົ້າໃຊ້ເຫດການເກີດຂຶ້ນຈິງເພື່ອຈັດການກັບພຶດຕິກຳທີ່ຊົ່ວຮ້າຍຂອງບາງຄົນ. ນັ້ນກໍຄື ພຣະອົງບໍ່ໄດ້ປະກາດຄວາມຜິດບາບຂອງພວກເຂົາ ແລະ ບໍ່ໄດ້ຕັດສິນຜົນຕາມມາຂອງພວກເຂົາ, ແຕ່ກົງກັນຂ້າມ ພຣະອົງໃຊ້ເຫດການເກີດຂຶ້ນແທ້ຈິງເພື່ອກໍານົດການລົງໂທດພວກເຂົາ ແລະ ຮັບຜົນກຳສະໜອງຢ່າງຍຸຕິທຳ. ເມື່ອຄວາມຈິງເຫຼົ່ານີ້ເກີດຂຶ້ນ, ມັນແມ່ນເນື້ອໜັງຂອງຜູ້ຄົນທີ່ທົນທຸກກັບການລົງໂທດ ໝາຍຄວາມວ່າ ການລົງໂທດແມ່ນສິ່ງທີ່ສາມາດເຫັນໄດ້ດ້ວຍສາຍຕາມະນຸດ. ເມື່ອຈັດການກັບພຶດຕິກຳທີ່ຊົ່ວຮ້າຍຂອງບາງຄົນ, ພຣະເຈົ້າພຽງແຕ່ສາບແຊ່ງພວກເຂົາດ້ວຍພຣະທຳ ແລະ ດ້ວຍຄວາມໂກດຮ້າຍຂອງພຣະອົງ, ແຕ່ການລົງໂທດທີ່ພວກເຂົາໄດ້ຮັບອາດເປັນສິ່ງທີ່ຜູ້ຄົນບໍ່ສາມາດເຫັນໄດ້. ເຖິງຢ່າງໃດກໍຕາມ ຜົນຕາມມາປະເພດນີ້ອາດຍິ່ງຮ້າຍແຮງຫຼາຍກວ່າຜົນຕາມມາທີ່ຜູ້ຄົນສາມາດເຫັນ ເຊັ່ນ: ການຖືກລົງໂທດ ຫຼື ຖືກຂ້າຕາຍ. ນີ້ກໍຍ້ອນພາຍໃຕ້ສະຖານະການດັ່ງກ່າວ ພຣະເຈົ້າໄດ້ຕັດສິນໃຈບໍ່ຊ່ວຍຄົນປະເພດນີ້ໃຫ້ລອດພົ້ນ, ພຣະອົງບໍ່ມີຄວາມເມດຕາ ຫຼື ມີຄວາມອົດທົນສຳລັບພວກເຂົາອີກຕໍ່ໄປ ແລະ ຈະບໍ່ສະໜອງໂອກາດໃຫ້ພວກເຂົາອີກ, ແລ້ວທັດສະນະຄະຕິທີ່ພຣະອົງມີຕໍ່ພວກເຂົາກໍເປັນທັດສະນະຄະຕິແບບປະຖິ້ມສິ່ງເຫຼົ່ານັ້ນ. ແມ່ນຫຍັງຄືຄວາມໝາຍຂອງ “ການປະຖິ້ມ” ໃນນີ້? ຄວາມໝາຍພື້ນຖານຂອງຄຳສັບນີ້ກໍຄື ການປະວາງບາງສິ່ງໄວ້ຕ່າງຫາກ ບໍ່ໃສ່ໃຈ ແລະ ບໍ່ສົນໃຈກັບມັນອີກຕໍ່ໄປ. ແຕ່ໃນນີ້, ເມື່ອພຣະເຈົ້າ ປະຖິ້ມຜູ້ໃດຜູ້ໜຶ່ງ, ມັນມີຄວາມໝາຍສອງຢ່າງຄື: ຄວາມໝາຍທຳອິດ ພຣະອົງໄດ້ມອບຊີວິດຂອງຄົນນັ້ນ ແລະ ທຸກສິ່ງກ່ຽວກັບບຸກຄົນນັ້ນໃຫ້ຊາຕານຈັດການ ແລະ ພຣະເຈົ້າຈະບໍ່ຮັບຜິດຊອບ ແລະ ຈະບໍ່ຄຸ້ມຄອງບຸກຄົນນັ້ນອີກຕໍ່ໄປ. ບໍ່ວ່າບຸກຄົນນັ້ນຈະເປັນບ້າ ຫຼື ໂງ່ຈ້າ ຫຼື ບໍ່ວ່າພວກເຂົາຈະຕາຍ ຫຼື ມີຊີວິດ ຫຼື ພວກເຂົາຖືກໂຍນລົງສູ່ໝໍ້ນະຮົກສໍາລັບການລົງໂທດຂອງພວກເຂົາ, ທຸກສິ່ງເຫຼົ່ານີ້ຈະບໍ່ກ່ຽວຂ້ອງຫຍັງກັບພຣະເຈົ້າ. ນັ້ນໝາຍຄວາມວ່າ ສິ່ງຖືກສ້າງດັ່ງກ່າວຈະບໍ່ກ່ຽວຂ້ອງກັບພຣະຜູ້ສ້າງ. ຄວາມໝາຍທີສອງກໍຄື ພຣະເຈົ້າໄດ້ກຳນົດວ່າ ພຣະອົງເອງຕ້ອງການເຮັດບາງສິ່ງກັບບຸກຄົນນີ້, ດ້ວຍມືຂອງພຣະອົງເອງ. ມັນເປັນໄປໄດ້ທີ່ພຣະອົງຈະໃຊ້ປະໂຫຍດຈາກການບໍລິການຂອງບຸກຄົນນີ້ ຫຼື ພຣະອົງຈະໃຊ້ພວກເຂົາໃຫ້ເປັນເຄື່ອງມືຮັບໃຊ້. ມັນເປັນໄປໄດ້ທີ່ພຣະອົງຈະມີວິທີການພິເສດເພື່ອຈັດການກັບຄົນປະເພດນີ້, ວິທີການພິເສດເພື່ອປະຕິບັດຕໍ່ພວກເຂົາດັ່ງທີ່ພຣະອົງໄດ້ປະຕິບັດກັບໂປໂລ. ນີ້ແມ່ນຫຼັກການ ແລະ ທ່າທີໃນຫົວໃຈຂອງພຣະເຈົ້າ ທີ່ພຣະອົງໄດ້ຕັດສິນໃຈທີ່ຈະຈັດການກັບຄົນປະເພດນີ້. ສະນັ້ນ ເມື່ອຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ກ່າວຮ້າຍ ແລະ ໝິ່ນປະໝາດພຣະອົງ, ຖ້າພວກເຂົາທ້າທາຍອຸປະນິໄສຂອງພຣະອົງ ຫຼື ຖ້າພວກເຂົາບັງຄັບພຣະເຈົ້າເກີນຂອບເຂດຄວາມອົດທົນຂອງພຣະອົງ, ແລ້ວຜົນຕາມມາກໍບໍ່ຕ້ອງຄິດເຖິງເລີຍ. ຜົນຕາມມາທີ່ຮຸນແຮງທີ່ສຸດກໍຄືພຣະເຈົ້າຈະມອບຊີວິດຂອງພວກເຂົາ ແລະ ທຸກສິ່ງກ່ຽວກັບພວກເຂົາໃຫ້ແກ່ຊາຕານເປັນຄັ້ງສຸດທ້າຍ. ພວກເຂົາຈະບໍ່ໄດ້ຮັບການອະໄພຊົ່ວນິດນິລັນ. ນີ້ໝາຍຄວາມວ່າ ບຸກຄົນນີ້ໄດ້ກາຍເປັນອາຫານໃນປາກຂອງຊາຕານ, ເປັນເຄື່ອງຫຼິ້ນໃນມືຂອງມັນ ແລະ ຈາກນັ້ນເປັນຕົ້ນໄປ ພຣະເຈົ້າກໍຈະບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາອີກ. ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າ ມັນທຸກທໍລະມານສໍ່າໃດເມື່ອຊາຕານລໍ້ລວງໂຢບ? ແມ່ນແຕ່ພາຍໃຕ້ສະພາບການທີ່ຊາຕານບໍ່ໄດ້ຮັບອະນຸຍາດໃຫ້ທຳຮ້າຍຊີວິດຂອງໂຢບ, ໂຢບກໍຍັງທົນທຸກຢ່າງໃຫຍ່ຫຼວງ. ແລ້ວລອງວາດພາບເບິ່ງວ່າມັນຈະໂຫດຮ້າຍສໍ່າໃດ ຖ້າບຸກຄົນໃດໜຶ່ງຖືກມອບໃຫ້ແກ່ຊາຕານຢ່າງສົມບູນ ຫຼື ຢູ່ພາຍໃນກຳມືຂອງຊາຕານຢ່າງສົມບູນ, ຜູ້ທີ່ໄດ້ສູນເສຍຄວາມຫ່ວງໃຍ ແລະ ຄວາມເມດຕາຂອງພຣະເຈົ້າຢ່າງສົມບູນ, ຜູ້ທີ່ບໍ່ໄດ້ຢູ່ພາຍໃຕ້ການປົກຄອງຂອງພຣະຜູ້ສ້າງອີກຕໍ່ໄປ, ຜູ້ທີ່ຖືກຖອນສິດທິໃນການນະມັດສະການພຣະອົງ ແລະ ສິດທິໃນການເປັນສິ່ງຖືກສ້າງພາຍໃຕ້ການປົກຄອງຂອງພຣະເຈົ້າ ແລະ ຜູ້ທີ່ມີຄວາມສຳພັນຕັດຂາດຈາກພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງຢ່າງສົມບູນ? ການທີ່ຊາຕານຂົ່ມເຫັງໂຢບແມ່ນສິ່ງທີ່ສາມາດເຫັນດ້ວຍຕາມະນຸດ, ແຕ່ຖ້າພຣະເຈົ້າມອບຊີວິດຂອງບຸກຄົນໃດໜຶ່ງໃຫ້ແກ່ຊາຕານ, ຜົນຕາມມາແມ່ນເໜືອຈິນຕະນາການຂອງມະນຸດ. ຕົວຢ່າງເຊັ່ນ: ບາງຄົນອາດເກີດມາໃໝ່ເປັນງົວ ຫຼື ລາ, ບາງຄົນອາດຖືກຄວບຄຸມ ແລະ ຄອບງຳໂດຍວິນຍານທີ່ສົກກະປົກ ແລະ ຊົ່ວຮ້າຍ ແລະ ອື່ນໆອີກ. ສິ່ງດັ່ງກ່າວແມ່ນຜົນຕາມມາຂອງບາງຄົນທີ່ຖືກພຣະເຈົ້າມອບໃຫ້ແກ່ຊາຕານ. ຈາກພາຍນອກ, ເບິ່ງຄືກັບວ່າ ຜູ້ຄົນເຫຼົ່ານັ້ນທີ່ເຍາະເຍີ້ຍ, ກ່າວຮ້າຍ, ປະນາມ ແລະ ໝິ່ນປະໝາດພຣະເຢຊູເຈົ້າບໍ່ໄດ້ທົນທຸກກັບຜົນຕາມມາໃດໆເລີຍ. ເຖິງຢ່າງໃດກໍຕາມ, ຄວາມຈິງກໍຄືພຣະເຈົ້າມີວິທີການເພື່ອຈັດການກັບທຸກສິ່ງ. ພຣະອົງອາດບໍ່ໃຊ້ພາສາທີ່ຊັດເຈນເພື່ອບອກແກ່ຜູ້ຄົນເຖິງຜົນຕາມມາຂອງວິທີທີ່ພຣະອົງຈັດການກັບຄົນທຸກປະເພດ. ບາງຄັ້ງ ພຣະອົງບໍ່ໄດ້ກ່າວໂດຍກົງ, ແຕ່ກົງກັນຂ້າມ ພຣະອົງປະຕິບັດໂດຍກົງ. ການທີ່ພຣະອົງບໍ່ໄດ້ກ່າວເຖິງສິ່ງນັ້ນບໍ່ໄດ້ໝາຍຄວາມວ່າບໍ່ມີຜົນຕາມມາ, ໃນຄວາມເປັນຈິງແລ້ວ ໃນກໍລະນີດັ່ງກ່າວ ມັນເປັນໄປໄດ້ທີ່ຜົນຕາມມາຈະຍິ່ງຮ້າຍແຮງຫຼາຍຂຶ້ນ. ຈາກພາຍນອກແລ້ວ, ມັນອາດເບິ່ງຄືວ່າມີບາງຄົນທີ່ພຣະເຈົ້າບໍ່ໄດ້ເວົ້ານໍາຢ່າງແຈ່ມແຈ້ງກ່ຽວກັບທ່າທີຂອງພຣະອົງ, ແຕ່ໃນຄວາມເປັນຈິງ ພຣະເຈົ້າບໍ່ຕ້ອງການທີ່ຈະໃສ່ໃຈຫຍັງກັບພວກເຂົາຕັ້ງແຕ່ດົນແລ້ວ. ພຣະອົງບໍ່ຕ້ອງການເຫັນພວກເຂົາອີກຕໍ່ໄປ. ຍ້ອນສິ່ງຕ່າງໆທີ່ພວກເຂົາໄດ້ເຮັດ ແລະ ພຶດຕິກຳຂອງພວກເຂົາ, ຍ້ອນທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ, ພຣະເຈົ້າພຽງແຕ່ຕ້ອງການໃຫ້ພວກເຂົາຫາຍໄປຈາກສາຍຕາຂອງພຣະອົງ, ຕ້ອງການທີ່ຈະມອບພວກເຂົາໃຫ້ແກ່ຊາຕານໂດຍກົງ, ມອບຈິດໃຈ, ວິນຍານ ແລະ ຮ່າງກາຍຂອງພວກເຂົາໃຫ້ແກ່ຊາຕານ ແລະ ປ່ອຍໃຫ້ຊາຕານເຮັດຫຍັງກໍຕາມທີ່ມັນຕ້ອງການເຮັດກັບພວກເຂົາ. ມັນຊັດເຈນແລ້ວວ່າ ພຣະເຈົ້າກຽດຊັງພວກເຂົາໃນລະດັບໃດ, ພຣະອົງເບື່ອໜ່າຍພວກເຂົາໃນລະດັບໃດ. ຖ້າບຸກຄົນໃດໜຶ່ງເຮັດໃຫ້ພຣະເຈົ້າໃຈຮ້າຍຈົນຮອດຈຸດທີ່ພຣະເຈົ້າບໍ່ຕ້ອງການແມ່ນແຕ່ຈະເຫັນພວກເຂົາອີກ ແລະ ກຽມຍອມສະຫຼະພວກເຂົາຢ່າງສິ້ນເຊີງ, ຈົນເຖິງຈຸດທີ່ພຣະອົງບໍ່ຕ້ອງການແມ່ນແຕ່ທີ່ຈະຈັດການກັບພວກເຂົາດ້ວຍຕົວພຣະອົງເອງ, ຖ້າມັນໄປເຖິງຈຸດທີ່ພຣະອົງຈະມອບພວກເຂົາໃຫ້ແກ່ຊາຕານເພື່ອໃຫ້ມັນເຮັດຕາມໃຈມັກ, ເພື່ອປ່ອຍໃຫ້ຊາຕານຄວບຄຸມ, ທຳລາຍ ແລະ ປະຕິບັດຕໍ່ພວກເຂົາໃນວິທີໃດກໍຕາມທີ່ມັນພໍໃຈ, ແລ້ວບຸກຄົນນັ້ນກໍຈະຈົບສິ້ນແທ້ໆ. ສິດທິທີ່ຈະເປັນມະນຸດຂອງພວກເຂົາໄດ້ຖືກຖອນຄືນຢ່າງຖາວອນ ແລະ ສິດທິຂອງພວກເຂົາທີ່ຈະເປັນສິ່ງຖືກສ້າງໃນການເນລະມິດສ້າງຂອງພຣະເຈົ້າກໍໄດ້ມາເຖິງຈຸດຈົບແລ້ວ. ນີ້ບໍ່ແມ່ນການລົງໂທດປະເພດທີ່ຮຸນແຮງທີ່ສຸດບໍ?

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 79)

ພຣະທຳຂອງພຣະເຢຊູຕໍ່ສາວົກຂອງພຣະອົງຫຼັງຈາກການຟື້ນຄືນຊີບຂອງພຣະອົງ (ຂໍ້ຄວາມທີ່ຖືກຄັດເລືອກ)

“ແລະ ຫຼັງຈາກມື້ທີແປດ ສາວົກຂອງພຣະອົງກໍມາຢູ່ຮ່ວມກັນອີກຄັ້ງ ແລະ ໂທມາກໍຢູ່ກັບພວກເຂົາ ແລ້ວພຣະເຢຊູກໍມາ ຫລັງຈາກອັດປະຕູ ພຣະອົງກໍຢືນຂຶ້ນຢູ່ທາງກາງ ແລະ ເວົ້າວ່າ ສັນຕິສຸກຈົ່ງມີແກ່ເຈົ້າ. ແລ້ວພຣະອົງກໍກ່າວກັບໂທມາວ່າ ຈົ່ງເດນິ້ວມືຂອງເຈົ້າອອກມາແລ້ວຄໍາເບິ່ງມືຂອງເຮົາ ແລະ ເອົາມືຂອງເຈົ້າແປະໃສ່ຂ້າງຂອງເຮົາ, ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ. ແລ້ວໂທມາກໍຕອບ ແລະ ເວົ້າກັບພຣະອົງວ່າ ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ແລະ ພຣະເຈົ້າຂອງຂ້ານ້ອຍ. ພຣະເຢຊູກ່າວກັບລາວວ່າ ໂທມາເອີຍ ຍ້ອນເຈົ້າໄດ້ເຫັນເຮົາ ເຈົ້າຈຶ່ງເຊື່ອ: ສັນຕິສຸກຈົ່ງມີແກ່ພວກເຂົາທີ່ບໍ່ໄດ້ເຫັນ ແຕ່ໄດ້ເຊື່ອ” (ໂຢຮັນ 20:26-29).

“ພຣະອົງເວົ້າກັບລາວເປັນຄັ້ງທີສອງ ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ? ລາວກໍເວົ້າກັບພຣະອົງວ່າ ແມ່ນແລ້ວ ພຣະຜູ້ເປັນເຈົ້າ; ພຣະອົງຮູ້ວ່າ ຂ້ານ້ອຍຮັກພຣະອົງ. ພຣະອົງກໍກ່າວກັບລາວວ່າ ຈົ່ງລ້ຽງແກະຂອງເຮົາ. ພຣະອົງກ່າວກັບລາວເປັນຄັ້ງທີສາມ ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ? ເປໂຕໂສກເສົ້າເສຍໃຈ ຍ້ອນພຣະອົງກ່າວກັບລາວເປັນຄັ້ງທີສາມ ເຈົ້າຮັກເຮົາບໍ? ແລະ ລາວກໍຕອບພຣະອົງວ່າ ພຣະຜູ້ເປັນເຈົ້າ ພຣະອົງຮູ້ແຈ້ງທຸກສິ່ງຢ່າງ; ພຣະອົງຮູ້ວ່າ ຂ້ານ້ອຍຮັກພຣະອົງ. ພຣະເຢຊູກໍກ່າວກັບລາວວ່າ ຈົ່ງລ້ຽງແກະຂອງເຮົາ” (ໂຢຮັນ 21:16-17).

ສິ່ງທີ່ຂໍ້ຄວາມເຫຼົ່ານີ້ກ່າວເຖິງຄືສິ່ງທີ່ພຣະເຢຊູເຈົ້າໄດ້ເຮັດ ແລະ ກ່າວຕໍ່ສາວົກຂອງພຣະອົງຫຼັງຈາກການຟື້ນຄືນຊີບຂອງພຣະອົງ. ກ່ອນອື່ນ ໃຫ້ພວກເຮົາມາເບິ່ງຄວາມແຕກຕ່າງທີ່ອາດມີຢູ່ໃນພຣະເຢຊູເຈົ້າ ກ່ອນ ແລະ ຫຼັງຈາກການຟື້ນຄືນຊີບ. ພຣະອົງຍັງເປັນພຣະເຢຊູເຈົ້າຄືກັບທີ່ຜ່ານມາບໍ? ພຣະຄຳພີໄດ້ລະບຸຂໍ້ຄວາມດັ່ງຕໍ່ໄປນີ້ ເຊິ່ງບັນຍາຍເຖິງພຣະເຢຊູເຈົ້າຫຼັງຈາກການຟື້ນຄືນຊີບ: “ແລ້ວພຣະເຢຊູກໍມາ ຫລັງຈາກອັດປະຕູ ພຣະອົງກໍຢືນຂຶ້ນຢູ່ທາງກາງ ແລະ ເວົ້າວ່າ ສັນຕິສຸກຈົ່ງມີແກ່ເຈົ້າ”. ມັນຊັດເຈນຫຼາຍ ໃນເວລານັ້ນພຣະເຢຊູເຈົ້າບໍ່ໄດ້ອາໄສຢູ່ໃນຮ່າງກາຍທີ່ເປັນເນື້ອໜັງອີກຕໍ່ໄປ, ແຕ່ຕອນນີ້ ພຣະອົງຢູ່ໃນຮ່າງກາຍທີ່ເປັນວິນຍານ. ນີ້ແມ່ນຍ້ອນພຣະອົງໄດ້ຢູ່ເໜືອຂໍ້ຈຳກັດຂອງເນື້ອໜັງແລ້ວ; ເຖິງແມ່ນປະຕູອັດຢູ່, ພຣະອົງກໍຍັງມາຢູ່ທ່າມກາງຜູ້ຄົນ ແລະ ປ່ອຍໃຫ້ພວກເຂົາເຫັນພຣະອົງໄດ້. ນີ້ຄືຄວາມແຕກຕ່າງທີ່ໃຫຍ່ທີ່ສຸດລະຫວ່າງພຣະເຢຊູເຈົ້າຫຼັງຈາກການຟື້ນຄືນຊີບ ແລະ ພຣະເຢຊູເຈົ້າທີ່ດຳລົງຊີວິດໃນເນື້ອໜັງກ່ອນການຟື້ນຄືນຊີບ. ເຖິງແມ່ນບໍ່ມີຄວາມແຕກຕ່າງກັນລະຫວ່າງການປາກົດຕົວຂອງຮ່າງກາຍທີ່ເປັນວິນຍານໃນຊ່ວງເວລານັ້ນ ແລະ ການປາກົດຕົວຂອງພຣະເຢຊູເຈົ້າກ່ອນໜ້ານັ້ນ, ພຣະເຢຊູເຈົ້າໃນຊ່ວງເວລານັ້ນຮູ້ສຶກວ່າໄດ້ກາຍມາເປັນຄົນແປກໜ້າສຳລັບຜູ້ຄົນ, ຍ້ອນພຣະອົງໄດ້ກາຍມາເປັນຮ່າງກາຍທີ່ເປັນວິນຍານຫຼັງຈາກທີ່ໄດ້ຟື້ນຄືນມາຈາກຄວາມຕາຍ ແລະ ເມື່ອປຽບທຽບກັບເນື້ອໜັງກ່ອນໜ້ານັ້ນຂອງພຣະອົງ, ຮ່າງກາຍທີ່ເປັນວິນຍານນີ້ແມ່ນຍິ່ງເຂົ້າໃຈຍາກ ແລະ ສັບສົນຕໍ່ຜູ້ຄົນຫຼາຍຂຶ້ນ. ມັນຍັງສ້າງໄລຍະຫ່າງຫຼາຍຂຶ້ນລະຫວ່າງພຣະເຢຊູເຈົ້າ ແລະ ຜູ້ຄົນ ແລະ ຜູ້ຄົນຮູ້ສຶກໃນຫົວໃຈຂອງພວກເຂົາວ່າ ພຣະເຢຊູເຈົ້າໃນຊ່ວງເວລານັ້ນໄດ້ກາຍມາເປັນສິ່ງທີ່ລຶກລັບຫຼາຍຂຶ້ນ. ການຮັບຮູ້ ແລະ ຄວາມຮູ້ສຶກເຫຼົ່ານີ້ໃນສ່ວນຂອງຜູ້ຄົນ ທັນທີໃດ ໄດ້ນໍາພວກເຂົາກັບຄືນສູ່ຍຸກແຫ່ງການເຊື່ອໃນພຣະເຈົ້າທີ່ບໍ່ສາມາດເຫັນ ຫຼື ສຳຜັດໄດ້. ສະນັ້ນ ສິ່ງທຳອິດທີ່ພຣະເຢຊູເຈົ້າເຮັດຫຼັງຈາກການຟື້ນຄືນຊີບຂອງພຣະອົງກໍຄືເຮັດໃຫ້ທຸກຄົນໄດ້ເຫັນພຣະອົງ, ຢືນຢັນວ່າພຣະອົງມີຢູ່ຈິງ ແລະ ຢືນຢັນເຖິງຂໍ້ແທ້ຈິງໃນການຟື້ນຄືນຊີບຂອງພຣະອົງ. ນອກຈາກນັ້ນ ການກະທຳນີ້ໄດ້ຟື້ນຟູຄວາມສຳພັນຂອງພຣະອົງກັບຜູ້ຄົນຄືນສູ່ສະພາບທີ່ເຄີຍເປັນໃນຕອນທີ່ພຣະອົງປະຕິບັດພາລະກິດໃນເນື້ອໜັງ ນັ້ນກໍຄື ໃນຕອນທີ່ພຣະອົງເປັນພຣະຄຣິດຜູ້ທີ່ພວກເຂົາສາມາດເຫັນ ແລະ ສຳຜັດໄດ້. ຜົນຕາມມາໜຶ່ງຢ່າງຂອງສິ່ງນີ້ກໍຄື ຜູ້ຄົນບໍ່ສົງໄສວ່າພຣະເຢຊູເຈົ້າໄດ້ຟື້ນຄືນຈາກຄວາມຕາຍ ຫຼັງຈາກທີ່ຖືກຄຶງເທິງໄມ້ກາງແຂນ ຫຼື ບໍ່ ແລະ ພວກເຂົາຍັງບໍ່ສົງໄສໃນພາລະກິດຂອງພຣະເຢຊູເຈົ້າທີ່ຈະໄຖ່ບາບມະນຸດຊາດ. ຜົນຕາມມາອີກຢ່າງໜຶ່ງກໍຄືຂໍ້ແທ້ຈິງຂອງການປາກົດຕໍ່ຜູ້ຄົນຫຼັງຈາກການຟື້ນຄືນຊີບຂອງພຣະອົງ ແລະ ເຮັດໃຫ້ຜູ້ຄົນໄດ້ເຫັນ ແລະ ສຳຜັດພຣະອົງ ແມ່ນໄດ້ຮັກສາມະນຸດຊາດໃນຍຸກແຫ່ງພຣະຄຸນໄວ້ຢ່າງໝັ້ນຄົງ, ຮັບປະກັນວ່ານັບຕັ້ງແຕ່ເວລານີ້ເປັນຕົ້ນໄປ ຜູ້ຄົນຈະບໍ່ກັບຄືນສູ່ຍຸກແຫ່ງພຣະບັນຍັດໃນອະດີດອີກ ບົນພື້ນຖານທີ່ວ່າ ພຣະເຢຊູເຈົ້າໄດ້ “ຫາຍໄປ” ຫຼື ພຣະອົງໄດ້ “ຈາກໄປໂດຍບໍ່ເວົ້າຫຍັງ”. ສະນັ້ນ ພຣະອົງຈຶ່ງຮັບປະກັນວ່າ ພວກເຂົາຈະສືບຕໍ່ກ້າວໄປຂ້າງໜ້າ, ປະຕິບັດຕາມຄຳສັ່ງສອນຂອງພຣະເຢຊູເຈົ້າ ແລະ ພາລະກິດທີ່ພຣະອົງໄດ້ເຮັດ. ດ້ວຍເຫດນັ້ນ ໄລຍະໃໝ່ແຫ່ງພາລະກິດໃນຍຸກແຫ່ງພຣະຄຸນຈຶ່ງຖືກເປີດອອກຢ່າງເປັນທາງການ ແລະ ນັບຕັ້ງແຕ່ຊ່ວງເວລານັ້ນເປັນຕົ້ນມາ ຜູ້ຄົນທີ່ໄດ້ດຳລົງຊີວິດຢູ່ພາຍໃຕ້ກົດບັດຍັດກໍປາກົດອອກຈາກພຣະບັນຍັດຢ່າງເປັນທາງການ ແລະ ເຂົ້າສູ່ຍຸກໃໝ່, ການເລີ່ມຕົ້ນໃໝ່. ສິ່ງເຫຼົ່ານີ້ມີຄວາມໝາຍຫຼາຍດ້ານກ່ຽວກັບການປາກົດຕົວຂອງພຣະເຢຊູເຈົ້າຕໍ່ມະນຸດຊາດຫຼັງຈາກການຟື້ນຄືນຊີບຂອງພຣະອົງ.

ໃນເມື່ອຕອນນີ້ ພຣະເຢຊູເຈົ້າໄດ້ອາໄສຢູ່ໃນຮ່າງກາຍທີ່ເປັນວິນຍານ, ຜູ້ຄົນຈະສາມາດສຳຜັດພຣະອົງ ແລະ ເຫັນພຣະອົງໄດ້ແນວໃດ? ຄຳຖາມນີ້ບົ່ງຊີ້ເຖິງຄວາມໝາຍຂອງການປາກົດຕົວຂອງພຣະເຢຊູເຈົ້າຕໍ່ໜ້າມະນຸດຊາດ. ພວກເຈົ້າສັງເກດເຫັນຫຍັງໃນຂໍ້ພຣະຄຳພີທີ່ພວກເຮົາຫາກໍອ່ານບໍ? ໂດຍທົ່ວໄປແລ້ວ, ຮ່າງກາຍທີ່ເປັນວິນຍານແມ່ນບໍ່ສາມາດເຫັນໄດ້ ຫຼື ສຳຜັດໄດ້ ແລະ ຫຼັງຈາກການຟື້ນຄືນຊີບ ພາລະກິດທີ່ພຣະເຢຊູເຈົ້າໄດ້ປະຕິບັດແມ່ນສຳເລັດລົງແລ້ວ. ສະນັ້ນໃນທາງທິດສະດີແລ້ວ, ພຣະອົງບໍ່ຈຳເປັນຕ້ອງກັບຄືນມາຢູ່ທ່າມກາງຜູ້ຄົນໃນລັກສະນະເດີມຂອງພຣະອົງເພື່ອພົບປະກັບພວກເຂົາອີກ, ແຕ່ການປາກົດຕົວຂອງຮ່າງກາຍທີ່ເປັນວິນຍານຂອງພຣະເຢຊູເຈົ້າຕໍ່ຄົນຄືໂທມາ ແມ່ນໄດ້ເຮັດໃຫ້ຄວາມໝາຍການປາກົດຕົວຂອງພຣະອົງເປັນຮູບປະທຳຍິ່ງຂຶ້ນ, ເພື່ອວ່າມັນຈະແຊກຊຶມເຂົ້າສູ່ຫົວໃຈຂອງຜູ້ຄົນໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ. ເມື່ອພຣະອົງມາຫາໂທມາ, ພຣະອົງກໍອະນຸຍາດໃຫ້ໂທມາທີ່ເປັນຄົນຂີ້ສົງໄສນັ້ນສຳຜັດມືຂອງພຣະອົງ ແລະ ບອກລາວວ່າ: “ເອົາມືຂອງເຈົ້າແປະໃສ່ຂ້າງຂອງເຮົາ, ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ”. ພຣະທຳ ແລະ ການກະທຳເຫຼົ່ານີ້ບໍ່ແມ່ນສິ່ງທີ່ພຣະເຢຊູເຈົ້າຕ້ອງການເວົ້າ ແລະ ເຮັດ ຫຼັງຈາກທີ່ພຣະອົງຫາກໍຟື້ນຄືນຊີບ; ໃນຄວາມເປັນຈິງແລ້ວ, ສິ່ງເຫຼົ່ານັ້ນແມ່ນສິ່ງທີ່ພຣະອົງຕ້ອງການເວົ້າ ແລະ ເຮັດກ່ອນທີ່ພຣະອົງຈະຖືກຄຶງເທິງໄມ້ກາງແຂນ ເພາະຄວາມສົງໄສຂອງໂທມາຍັງບໍ່ໄດ້ເລີ່ມຕົ້ນຂຶ້ນໃນຕອນນັ້ນ, ແຕ່ມັນໄດ້ຢູ່ກັບເຂົາຕະຫຼອດເວລາທີ່ເຂົາຕິດຕາມພຣະເຢຊູເຈົ້າ. ມັນຊັດເຈນແລ້ວວ່າ ກ່ອນທີ່ພຣະອົງຖືກຄຶງໃສ່ໄມ້ກາງແຂນ, ພຣະເຢຊູເຈົ້າໄດ້ມີຄວາມເຂົ້າໃຈກ່ຽວກັບຜູ້ຄົນແບບໂທມາແລ້ວ. ແລ້ວພວກເຮົາສາມາດເຫັນຫຍັງຈາກສິ່ງນີ້? ຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ພຣະອົງກໍຍັງເປັນພຣະເຢຊູເຈົ້າອົງເດີມ. ແກ່ນແທ້ຂອງພຣະອົງບໍ່ໄດ້ປ່ຽນແປງ. ເຖິງຢ່າງໃດກໍຕາມ, ໃນນີ້ ພຣະເຢຊູເຈົ້າ ຜູ້ທີ່ໄດ້ຟື້ນຄືນຈາກຄວາມຕາຍ ແລະ ກັບຄືນຈາກໂລກວິນຍານດ້ວຍລັກສະນະເດີມຂອງພຣະອົງ, ດ້ວຍອຸປະນິໄສເດີມຂອງພຣະອົງ ແລະ ດ້ວຍຄວາມເຂົ້າໃຈກ່ຽວກັບມະນຸດຊາດນັບຕັ້ງແຕ່ເວລາທີ່ພຣະອົງຢູ່ໃນເນື້ອໜັງ, ສະນັ້ນ ພຣະອົງຈຶ່ງໄປຫາໂທມາກ່ອນ ແລະ ອະນຸຍາດໃຫ້ໂທມາສຳຜັດກະດູກຂ້າງຂອງພຣະອົງ, ບໍ່ພຽງແຕ່ອະນຸຍາດໃຫ້ໂທມາເຫັນຮ່າງກາຍທີ່ເປັນວິນຍານຂອງພຣະອົງຫຼັງຈາກການຟື້ນຄືນຊີບເທົ່ານັ້ນ, ແຕ່ອະນຸຍາດໃຫ້ໂທມາໄດ້ສຳຜັດ ແລະ ຮູ້ສຶກເຖິງການມີຕົວຕົນຂອງຮ່າງກາຍທີ່ເປັນວິນຍານຂອງພຣະອົງ ແລະ ລົບລ້າງຂໍ້ສົງໄສຂອງລາວທັງສິ້ນ. ກ່ອນທີ່ພຣະເຢຊູເຈົ້າຖືກຄຶງໃສ່ໄມ້ກາງແຂນ, ໂທມາສົງໄສຢູ່ສະເໝີວ່າ ພຣະອົງເປັນພຣະຄຣິດ ແລະ ບໍ່ສາມາດເຊື່ອໄດ້. ຄວາມເຊື່ອຂອງລາວໃນພຣະເຈົ້າແມ່ນຖືກສ້າງຂຶ້ນບົນພື້ນຖານຂອງສິ່ງທີ່ລາວສາມາດເຫັນດ້ວຍຕາຂອງລາວເອງ, ສິ່ງທີ່ລາວສາມາດສຳຜັດດ້ວຍມືຂອງລາວເອງເທົ່ານັ້ນ. ພຣະເຢຊູເຈົ້າມີຄວາມເຂົ້າໃຈດີກ່ຽວກັບຄວາມເຊື່ອຂອງຄົນປະເພດນີ້. ພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າທີ່ຢູ່ໃນສະຫວັນ ແລະ ບໍ່ເຊື່ອໃນຜູ້ທີ່ພຣະເຈົ້າໄດ້ສົ່ງມາເລີຍ ຫຼື ໃນພຣະຄຣິດທີ່ຢູ່ໃນເນື້ອໜັງ ແລະ ພວກເຂົາຈະບໍ່ຍອມຮັບພຣະອົງ. ເພື່ອເຮັດໃຫ້ໂທມາຮັບຮູ້ ແລະ ເຊື່ອໃນການເປັນຢູ່ຂອງພຣະເຢຊູເຈົ້າ ແລະ ເຊື່ອວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຢ່າງແທ້ຈິງ, ພຣະອົງອະນຸຍາດໃຫ້ໂທມາເດ່ມືຂອງລາວອອກ ແລະ ສຳຜັດກະດູກຂ້າງຂອງພຣະອົງ. ຄວາມສົງໄສຂອງໂທມາກ່ອນໜ້າ ແລະ ຫຼັງຈາກການຟື້ນຄືນຊີບຂອງພຣະເຢຊູເຈົ້າແຕກຕ່າງກັນບໍ? ລາວສົງໄສຢູ່ສະເໝີ ແລະ ນອກຈາກວ່າ ຮ່າງກາຍທີ່ເປັນວິນຍານຂອງພຣະເຢຊູເຈົ້າຈະປາກົດຕໍ່ລາວເປັນການສ່ວນຕົວ ແລະ ໃຫ້ລາວໄດ້ສຳຜັດຮອຍຕະປູທີ່ຢູ່ໃນຮ່າງກາຍຂອງພຣະອົງ, ບໍ່ມີທາງທີ່ຜູ້ຄົນຈະສາມາດປ່ຽນແປງຄວາມສົງໄສຂອງລາວໄດ້ ແລະ ເຮັດໃຫ້ລາວປະຖິ້ມຄວາມສົງໄສນັ້ນ. ສະນັ້ນ ນັບຕັ້ງແຕ່ເວລາທີ່ພຣະເຢຊູເຈົ້າອະນຸຍາດໃຫ້ໂທມາໄດ້ສຳຜັດກະດູກຂ້າງຂອງພຣະອົງ ແລະ ໃຫ້ລາວໄດ້ຮູ້ສຶກເຖິງຮອຍຕະປູໃນຮ່າງກາຍຂອງພຣະອົງຢ່າງແທ້ຈິງ, ຄວາມສົງໄສຂອງໂທມາກໍຫາຍໄປ ແລະ ລາວກໍຮູ້ຢ່າງແທ້ຈິງວ່າ ພຣະເຢຊູເຈົ້າໄດ້ຟື້ນຄືນຊີບແລ້ວ ແລະ ລາວກໍຮັບຮູ້ ແລະ ເຊື່ອວ່າພຣະເຢຊູເຈົ້າເປັນພຣະຄຣິດທີ່ແທ້ຈິງ ແລະ ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ. ເຖິງແມ່ນໃນເວລານີ້ ໂທມາບໍ່ສົງໄສອີກຕໍ່ໄປ, ແຕ່ລາວກໍສູນເສຍໂອກາດທີ່ຈະໄດ້ພົບກັບພຣະຄຣິດຕະຫຼອດໄປ. ລາວໄດ້ສູນເສຍໂອກາດທີ່ຈະຢູ່ຮ່ວມກັບພຣະອົງ, ຕິດຕາມພຣະອົງ, ຮູ້ຈັກພຣະອົງຕະຫຼອດໄປ. ລາວສູນເສຍໂອກາດທີ່ພຣະຄຣິດຈະເຮັດໃຫ້ລາວສົມບູນ. ການປາກົດຕົວຂອງພຣະເຢຊູເຈົ້າ ແລະ ພຣະທຳຂອງພຣະອົງໄດ້ໃຫ້ຂໍ້ສະຫຼຸບ ແລະ ຄຳຕັດສິນແກ່ຄວາມເຊື່ອຂອງຄົນທີ່ເຕັມໄປດ້ວຍຄວາມສົງໄສ. ພຣະອົງໃຊ້ພຣະທຳ ແລະ ການກະທຳຕົວຈິງຂອງພຣະອົງເພື່ອບອກຜູ້ທີ່ສົງໄສ, ເພື່ອບອກຄົນທີ່ພຽງແຕ່ເຊື່ອໃນພຣະເຈົ້າທີ່ຢູ່ໃນສະຫວັນ ແຕ່ບໍ່ເຊື່ອໃນພຣະຄຣິດວ່າ: ພຣະເຈົ້າບໍ່ຍົກຍ້ອງຄວາມເຊື່ອຂອງພວກເຂົາ ຫຼື ພຣະອົງບໍ່ຍົກຍ້ອງພວກເຂົາທີ່ຕິດຕາມພຣະອົງ ໃນຂະນະທີ່ສົງໄສພຣະອົງ. ມື້ທີ່ພວກເຂົາເຊື່ອໃນພຣະເຈົ້າ ແລະ ພຣະຄຣິດຢ່າງສົມບູນສາມາດເປັນມື້ທີ່ພຣະເຈົ້າໄດ້ສຳເລັດພາລະກິດອັນຍິ່ງໃຫຍ່ຂອງພຣະອົງເທົ່ານັ້ນ. ແນ່ນອນ ມື້ນັ້ນຍັງເປັນມື້ແຫ່ງການຕັດສິນຄວາມສົງໄສຂອງພວກເຂົາອີກດ້ວຍ. ທ່າທີຂອງພວກເຂົາຕໍ່ພຣະຄຣິດໄດ້ກຳນົດໂຊກຊະຕາຂອງພວກເຂົາ ແລະ ຄວາມສົງໄສແບບດື້ດ້ານຂອງພວກເຂົາກໍໝາຍຄວາມວ່າ ຄວາມເຊື່ອຂອງພວກເຂົາບໍ່ໄດ້ອອກໝາກຫຍັງ ແລະ ຄວາມລໍາບາກຂອງພວກເຂົາກໍໝາຍຄວາມວ່າ ຄວາມຫວັງຂອງພວກເຂົາສູນເປົ່າ. ຍ້ອນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າທີ່ຢູ່ໃນສະຫວັນແມ່ນໄດ້ຮັບມາຈາກພາບລວງຕາ ແລະ ຄວາມສົງໄສຂອງພວກເຂົາຕໍ່ພຣະຄຣິດກໍເປັນທັດສະນະຄະຕິທີ່ແທ້ຈິງຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ເຖິງແມ່ນພວກເຂົາໄດ້ສຳຜັດຮອຍຕະປູໃນຮ່າງກາຍຂອງພຣະເຢຊູເຈົ້າ, ຄວາມເຊື່ອຂອງພວກເຂົາກໍຍັງໄຮ້ປະໂຫຍດ ແລະ ຜົນຕາມມາຂອງພວກເຂົາສາມາດອະທິບາຍໄດ້ວ່າເປັນການຕັກນໍ້າດ້ວຍກະຕ່າໄມ້ໄຜ່ ນັ້ນກໍຄື ທຸກສິ່ງສູນເປົ່າ. ສິ່ງທີ່ພຣະເຢຊູເຈົ້າກ່າວຕໍ່ໂທມາກໍຄືວິທີທີ່ພຣະອົງບອກທຸກຄົນຢ່າງຊັດເຈນວ່າ: ພຣະເຢຊູເຈົ້າທີ່ຟື້ນຄືນຊີບແມ່ນພຣະເຢຊູເຈົ້າ ຜູ້ທີ່ໄດ້ໃຊ້ເວລາສາມສິບສາມປີເຄິ່ງເພື່ອປະຕິບັດພາລະກິດທ່າມກາງມະນຸດຊາດ. ເຖິງແມ່ນພຣະອົງຖືກຄຶງໃສ່ໄມ້ກາງແຂນ ແລະ ໄດ້ຜະເຊີນກັບຮ່ອມພູຂອງເງົາແຫ່ງຄວາມຕາຍ ແລະ ເຖິງແມ່ນພຣະອົງໄດ້ຜະເຊີນກັບການຟື້ນຄືນຊີບ, ພຣະອົງບໍ່ໄດ້ຜ່ານການປ່ຽນແປງໃນດ້ານໃດເລີຍ. ເຖິງແມ່ນໃນຕອນນີ້ ພຣະອົງມີຮອຍຕະປູຢູ່ໃນຮ່າງກາຍຂອງພຣະອົງ ແລະ ເຖິງແມ່ນພຣະອົງໄດ້ຟື້ນຄືນຊີບ ແລະ ຍ່າງອອກຈາກຂຸມຝັງສົບ, ອຸປະນິໄສຂອງພຣະອົງ, ຄວາມເຂົ້າໃຈກ່ຽວກັບມະນຸດຊາດຂອງພຣະອົງ ແລະ ເຈດຕະນາຂອງພຣະອົງຕໍ່ມະນຸດຊາດກໍບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ. ອີກຢ່າງ ພຣະອົງກໍາລັງບອກຜູ້ຄົນວ່າ ພຣະອົງໄດ້ລົງມາຈາກໄມ້ກາງແຂນ, ໄດ້ຮັບໄຊຊະນະເໜືອຄວາມຜິດບາບ, ເອົາຊະນະຄວາມລໍາບາກ ແລະ ເອົາຊະນະເໜືອຄວາມຕາຍ. ຮອຍຕະປູເປັນພຽງຫຼັກຖານເຖິງໄຊຊະນະຂອງພຣະອົງເໜືອຊາຕານ, ຫຼັກຖານຂອງການເປັນເຄື່ອງຖວາຍບູຊາແທນຄວາມຜິດບາບເພື່ອໄຖ່ມະນຸດຊາດທັງປວງຢ່າງສຳເລັດ. ພຣະອົງກຳລັງບອກຜູ້ຄົນວ່າ ພຣະອົງໄດ້ຮັບເອົາຄວາມຜິດບາບຂອງມະນຸດຊາດແລ້ວ ແລະ ພຣະອົງໄດ້ສຳເລັດພາລະກິດແຫ່ງການໄຖ່ບາບຂອງພຣະອົງແລ້ວ. ເມື່ອພຣະອົງກັບມາເພື່ອເບິ່ງສາວົກຂອງພຣະອົງ, ພຣະອົງກໍບອກຂໍ້ຄວາມນີ້ແກ່ພວກເຂົາ ດ້ວຍວິທີການປາກົດຕົວຂອງພຣະອົງ: “ເຮົາຍັງມີຊີວິດ, ເຮົາຍັງເປັນຢູ່; ມື້ນີ້ ເຮົາກຳລັງຢືນຢູ່ຕໍ່ໜ້າພວກເຈົ້າຢ່າງແທ້ຈິງ ເພື່ອວ່າພວກເຈົ້າຈະສາມາດເຫັນ ແລະ ສຳຜັດເຮົາໄດ້. ເຮົາຈະຢູ່ກັບພວກເຈົ້າຢູ່ສະເໝີ”. ພຣະເຢຊູເຈົ້າຍັງຕ້ອງການໃຊ້ກໍລະນີຂອງໂທມາເປັນສິ່ງເຕືອນສຳລັບຜູ້ຄົນໃນອະນາຄົດ: ເຖິງແມ່ນເຈົ້າບໍ່ສາມາດເຫັນ ຫຼື ສຳຜັດພຣະເຢຊູເຈົ້າໃນຄວາມເຊື່ອຂອງເຈົ້າທີ່ຢູ່ໃນພຣະອົງ, ເຈົ້າກໍໄດ້ຮັບພອນ ຍ້ອນຄວາມເຊື່ອທີ່ແທ້ຈິງຂອງເຈົ້າ ແລະ ເຈົ້າສາມາດເຫັນພຣະເຢຊູເຈົ້າເພາະຄວາມເຊື່ອທີ່ແທ້ຈິງຂອງເຈົ້າ ແລະ ບຸກຄົນປະເພດນີ້ແມ່ນໄດ້ຮັບພອນ.

ພຣະທຳເຫຼົ່ານີ້ທີ່ຖືກບັນທຶກໄວ້ໃນພຣະຄຳພີທີ່ພຣະເຢຊູເຈົ້າໄດ້ກ່າວເມື່ອພຣະອົງປາກົດຕໍ່ໂທມາ ແມ່ນຊ່ວຍທຸກຄົນທີ່ຢູ່ໃນຍຸກແຫ່ງພຣະຄຸນໄດ້ຫຼາຍ. ການປາກົດຕົວຂອງພຣະອົງຕໍ່ໂທມາ ແລະ ພຣະທຳທີ່ພຣະອົງກ່າວຕໍ່ລາວກໍມີຜົນກະທົບຢ່າງເລິກເຊິ່ງຕໍ່ຮຸ່ນຄົນທີ່ຕາມມາ; ພວກມັນມີຄວາມສຳຄັນຊົ່ວນິດນິລັນ. ໂທມາເປັນຕົວແທນໃຫ້ແກ່ຄົນປະເພດທີ່ເຊື່ອໃນພຣະເຈົ້າ ແຕ່ສົງໄສໃນພຣະເຈົ້າ. ພວກເຂົາມີທຳມະຊາດຂີ້ສົງໄສ, ມີຫົວໃຈທີ່ຫວັງຮ້າຍ, ທໍລະຍົດ ແລະ ບໍ່ເຊື່ອໃນສິ່ງທີ່ພຣະເຈົ້າສາມາດເຮັດສຳເລັດໄດ້. ພວກເຂົາບໍ່ເຊື່ອໃນອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ອຳນາດອະທິປະໄຕຂອງພຣະອົງ ແລະ ພວກເຂົາບໍ່ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດ. ເຖິງຢ່າງໃດກໍຕາມ ການຟື້ນຄືນຊີບຂອງພຣະເຢຊູເຈົ້າຂັດກັບບຸກຄະລິກເຫຼົ່ານີ້ທີ່ພວກເຂົາມີຢ່າງສິ້ນເຊີງ ແລະ ມັນຍັງໃຫ້ໂອກາດແກ່ພວກເຂົາໄດ້ຄົ້ນພົບຄວາມສົງໄສຂອງພວກເຂົາເອງ, ເຂົ້າໃຈຄວາມສົງໄສຂອງພວກເຂົາເອງ ແລະ ຮັບຮູ້ຄວາມທໍລະຍົດຂອງພວກເຂົາເອງ, ເພື່ອມາເຊື່ອໃນການເປັນຢູ່ ແລະ ການຟື້ນຄືນຊີບຂອງພຣະເຢຊູເຈົ້າຢ່າງແທ້ຈິງ. ສິ່ງທີ່ເກີດຂຶ້ນກັບໂທມາແມ່ນຄຳເຕືອນ ແລະ ຂໍ້ຫ້າມສຳລັບຮຸ່ນຕໍ່ມາ ເພື່ອວ່າຈະມີອີກຫຼາຍຄົນທີ່ສາມາດເຕືອນພວກເຂົາເອງບໍ່ໃຫ້ເປັນຄົນສົງໄສຄືກັບໂທມາ ແລະ ຖ້າພວກເຂົາເຮັດໃຫ້ຕົນເອງເຕັມໄປດ້ວຍຄວາມສົງໄສ, ແລ້ວພວກເຂົາກໍຈະຈົມລົງສູ່ຄວາມມືດມົວ. ຖ້າເຈົ້າຕິດຕາມພຣະເຈົ້າ, ແຕ່ເປັນຄືກັບໂທມາ, ຕ້ອງການທີ່ຈະສຳຜັດກະດູກຂ້າງຂອງພຣະຜູ້ເປັນເຈົ້າຢູ່ສະເໝີ ແລະ ຮູ້ສຶກເຖິງຮອຍຕະປູເພື່ອຢືນຢັນ, ເພື່ອຢັ້ງຢືນ, ເພື່ອພິຈາລະນາວ່າພຣະເຈົ້າມີຢູ່ ຫຼື ບໍ່, ແລ້ວພຣະເຈົ້າກໍຈະປະຖິ້ມເຈົ້າ. ສະນັ້ນ ພຣະເຢຊູເຈົ້າຈຶ່ງຮຽກຮ້ອງໃຫ້ຜູ້ຄົນບໍ່ເປັນຄືໂທມາ, ພຽງແຕ່ເຊື່ອສິ່ງທີ່ພວກເຂົາສາມາດເຫັນດ້ວຍຕາຂອງພວກເຂົາເອງ, ແຕ່ໃຫ້ເປັນຜູ້ຄົນທີ່ບໍລິສຸດ, ຊື່ສັດ, ບໍ່ມີຄວາມສົງໄສຕໍ່ພຣະເຈົ້າ, ພຽງແຕ່ເຊື່ອ ແລະ ຕິດຕາມພຣະອົງເທົ່ານັ້ນ. ຜູ້ຄົນແບບນີ້ແມ່ນໄດ້ຮັບພອນ. ນີ້ແມ່ນເງື່ອນໄຂເລັກນ້ອຍຫຼາຍທີ່ພຣະເຢຊູເຈົ້າຮຽກຮ້ອງຈາກຜູ້ຄົນ ແລະ ມັນເປັນຄຳເຕືອນສຳລັບຜູ້ຕິດຕາມຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 80)

ພຣະທຳຂອງພຣະເຢຊູຕໍ່ສາວົກຂອງພຣະອົງຫຼັງຈາກການຟື້ນຄືນຊີບຂອງພຣະອົງ (ຂໍ້ຄວາມທີ່ຖືກຄັດເລືອກ)

“ພຣະອົງເວົ້າກັບລາວເປັນຄັ້ງທີສອງ ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ? ລາວກໍເວົ້າກັບພຣະອົງວ່າ ແມ່ນແລ້ວ ພຣະຜູ້ເປັນເຈົ້າ; ພຣະອົງຮູ້ວ່າ ຂ້ານ້ອຍຮັກພຣະອົງ. ພຣະອົງກໍກ່າວກັບລາວວ່າ ຈົ່ງລ້ຽງແກະຂອງເຮົາ. ພຣະອົງກ່າວກັບລາວເປັນຄັ້ງທີສາມ ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ? ເປໂຕໂສກເສົ້າເສຍໃຈ ຍ້ອນພຣະອົງກ່າວກັບລາວເປັນຄັ້ງທີສາມ ເຈົ້າຮັກເຮົາບໍ? ແລະ ລາວກໍຕອບພຣະອົງວ່າ ພຣະຜູ້ເປັນເຈົ້າ ພຣະອົງຮູ້ແຈ້ງທຸກສິ່ງຢ່າງ; ພຣະອົງຮູ້ວ່າ ຂ້ານ້ອຍຮັກພຣະອົງ. ພຣະເຢຊູກໍກ່າວກັບລາວວ່າ ຈົ່ງລ້ຽງແກະຂອງເຮົາ” (ໂຢຮັນ 21:16-17).

ໃນບົດສົນທະນານີ້, ພຣະເຢຊູເຈົ້າຖາມເປໂຕສິ່ງໜຶ່ງຊໍ້າແລ້ວຊໍ້າອີກວ່າ: “ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ?” ນີ້ແມ່ນມາດຕະຖານສູງຂຶ້ນທີ່ພຣະເຢຊູເຈົ້າຮຽກຮ້ອງຈາກຜູ້ຄົນແບບເປໂຕ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ຜູ້ຄົນທີ່ເຊື່ອໃນພຣະຄຣິດຢ່າງແທ້ຈິງ ແລະ ພະຍາຍາມຮັກພຣະຜູ້ເປັນເຈົ້າ. ຄຳຖາມນີ້ຂ້ອນຂ້າງເປັນການສືບສວນ ແລະ ການສອບຖາມ, ແຕ່ຍິ່ງໄປກວ່ານັ້ນ ມັນເປັນການຮຽກຮ້ອງ ແລະ ການຄາດຫວັງຈາກຄົນແບບເປໂຕ. ພຣະເຢຊູເຈົ້າໃຊ້ການຖາມແບບນີ້ ເພື່ອວ່າຜູ້ຄົນຈະໄຕ່ຕອງຕົນເອງ ແລະ ຫຼຽວເບິ່ງຕົນເອງ ແລະ ຖາມວ່າ: ແມ່ນຫຍັງຄືສິ່ງທີ່ພຣະເຢຊູເຈົ້າຮຽກຮ້ອງຈາກຜູ້ຄົນ? ຂ້ານ້ອຍຮັກພຣະຜູ້ເປັນເຈົ້າບໍ? ຂ້ານ້ອຍເປັນຄົນທີ່ຮັກພຣະເຈົ້າບໍ? ຂ້ານ້ອຍຄວນຮັກພຣະເຈົ້າແນວໃດ? ເຖິງແມ່ນພຣະຜູ້ເປັນເຈົ້າພຽງແຕ່ຖາມຄຳຖາມນີ້ກັບເປໂຕ, ຄວາມຈິງແລ້ວ ໃນຫົວໃຈຂອງພຣະອົງ ການຖາມຄຳຖາມເຫຼົ່ານີ້ກັບເປໂຕ ພຣະອົງແມ່ນຕ້ອງການໃຊ້ໂອກາດນີ້ເພື່ອຖາມຄຳຖາມປະເພດດຽວກັນນີ້ກັບຫຼາຍຄົນ ຜູ້ທີ່ສະແຫວງຫາເພື່ອຮັກພຣະເຈົ້າ. ມັນພຽງແຕ່ຍ້ອນເປໂຕໄດ້ຮັບພອນເພື່ອເຮັດໜ້າທີ່ເປັນຕົວແທນຂອງຄົນປະເພດນີ້, ເປໂຕຈຶ່ງເປັນຜູ້ ຮັບເອົາຄຳຖາມນີ້ຈາກປາກຂອງພຣະເຢຊູເຈົ້າເອງ.

ປຽບທຽບກັບພຣະທຳດັ່ງຕໍ່ໄປນີ້ ເຊິ່ງພຣະເຢຊູເຈົ້າໄດ້ກ່າວຕໍ່ໂທມາຫຼັງຈາກການຟື້ນຄືນຊີບຂອງພຣະອົງ: “ເອົາມືຂອງເຈົ້າແປະໃສ່ຂ້າງຂອງເຮົາ, ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ”, ການຖາມເປໂຕຊໍ້າແລ້ວຊໍ້າອີກສາມຄັ້ງຂອງພຣະອົງ ທີ່ວ່າ: “ຊີໂມນ ລຸກຂອງໂຢນາເອີຍ ເຈົ້າຮັກເຮົາບໍ?” ເຮັດໃຫ້ຜູ້ຄົນຮູ້ສຶກເຖິງຄວາມເຂັ້ມງວດໃນທ່າທີຂອງພຣະເຢຊູເຈົ້າ ແລະ ຄວາມຮີບດ່ວນທີ່ພຣະອົງຮູ້ສຶກໃນລະຫວ່າງການຖາມຂອງພຣະອົງ. ແຕ່ສຳລັບໂທມາຜູ້ຂີ້ສົງໄສ, ດ້ວຍທຳມະຊາດທີ່ຫຼອກລວງຂອງລາວ, ພຣະເຢຊູເຈົ້າຍອມໃຫ້ລາວເດ່ມືຂອງລາວອອກ ແລະ ສຳຜັດຮອຍຕະປູທີ່ຢູ່ໃນຮ່າງກາຍຂອງພຣະອົງ ເຊິ່ງພາໃຫ້ລາວເຊື່ອວ່າ ພຣະເຢຊູເຈົ້າເປັນບຸດມະນຸດທີ່ຟື້ນຄືນຊີບ ແລະ ຮັບຮູ້ຕົວຕົນຂອງພຣະເຢຊູເຈົ້າວ່າເປັນພຣະຄຣິດ. ເຖິງແມ່ນພຣະເຢຊູເຈົ້າບໍ່ໄດ້ປະນາມໂທມາຢ່າງຮ້າຍແຮງ ແລະ ພຣະອົງບໍ່ໄດ້ກ່າວເຖິງການພິພາກສາໃດໆຢ່າງຊັດເຈນຕໍ່ລາວ, ເຖິງຢ່າງໃດກໍຕາມ ພຣະອົງໄດ້ໃຊ້ການກະທຳຕົວຈິງເພື່ອເຮັດໃຫ້ໂທມາຮູ້ວ່າ ພຣະອົງເຂົ້າໃຈລາວ, ພ້ອມນັ້ນກໍຍັງສະແດງທ່າທີ ແລະ ຄວາມຕັ້ງໃຈຂອງພຣະອົງຕໍ່ບຸກຄົນປະເພດນີ້. ການຮຽກຮ້ອງ ແລະ ຄວາມຄາດຫວັງຂອງພຣະເຢຊູເຈົ້າຈາກບຸກຄົນປະເພດນີ້ແມ່ນບໍ່ສາມາດເຫັນໄດ້ຈາກສິ່ງທີ່ພຣະອົງກ່າວ, ຍ້ອນຜູ້ຄົນແບບໂທມາບໍ່ມີຄວາມເຊື່ອທີ່ແທ້ຈິງແມ່ນແຕ່ໜ້ອຍດຽວ. ສິ່ງທີ່ພຣະເຢຊູເຈົ້າຮຽກຮ້ອງຈາກພວກເຂົາແມ່ນມີຈຳກັດ, ແຕ່ທັດສະນະຄະຕິທີ່ພຣະອົງເປີດເຜີຍຕໍ່ຜູ້ຄົນແບບເປໂຕແມ່ນແຕກຕ່າງກັນຢ່າງສິ້ນເຊີງ. ພຣະອົງບໍ່ໄດ້ຮຽກຮ້ອງໃຫ້ເປໂຕເດ່ມືຂອງລາວອອກ ແລະ ສຳຜັດຮອຍຕະປູຂອງພຣະອົງ ຫຼື ພຣະອົງບໍ່ໄດ້ເວົ້າກັບເປໂຕວ່າ: “ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອ”. ກົງກັນຂ້າມ ພຣະອົງຖາມເປໂຕດ້ວຍຄຳຖາມເກົ່າຊໍ້າແລ້ວຊໍ້າອີກ. ຄຳຖາມທີ່ເຮັດໃຫ້ຄິດ ແລະ ມີຄວາມໝາຍ, ເປັນຄຳຖາມທີ່ບໍ່ສາມາດເຮັດຫຍັງໄດ້ ນອກຈາກເຮັດໃຫ້ຜູ້ຕິດຕາມທຸກຄົນຂອງພຣະຄຣິດຮູ້ສຶກເຖິງຄວາມເສຍໃຈ ແລະ ຄວາມຢຳເກງ, ພ້ອມນັ້ນກໍຍັງຮູ້ສຶກເຖິງຄວາມກັງວົນໃຈ ແລະ ຄວາມໂສກເສົ້າຂອງພຣະເຢຊູເຈົ້າອີກດ້ວຍ. ເມື່ອພວກເຂົາເຈັບປວດ ແລະ ທົນທຸກຢ່າງຮຸນແຮງ, ພວກເຂົາກໍຍິ່ງສາມາດເຂົ້າໃຈຄວາມກັງວົນໃຈຂອງພຣະເຢຊູຄຣິດເຈົ້າ ແລະ ຄວາມຫ່ວງໃຍຂອງພຣະອົງ; ພວກເຂົາຮັບຮູຄຳສັ່ງສອນທີ່ຈິງຈັງຂອງພຣະອົງ ແລະ ເງື່ອນໄຂທີ່ເຄັ່ງຄັດສຳລັບຜູ້ຄົນທີ່ບໍລິສຸດ ແລະ ຊື່ສັດ. ຄຳຖາມຂອງພຣະເຢຊູເຈົ້າເຮັດໃຫ້ຜູ້ຄົນຮູ້ສຶກວ່າ ຄວາມຄາດຫວັງຂອງພຣະຜູ້ເປັນເຈົ້າສຳລັບຜູ້ຄົນທີ່ຖືກເປີດເຜີຍໃນພຣະທຳທີ່ທຳມະດາເຫຼົ່ານີ້ບໍ່ພຽງແຕ່ເປັນການເຊື່ອ ແລະ ຕິດຕາມພຣະອົງເທົ່ານັ້ນ, ແຕ່ເປັນການບັນລຸຄວາມຮັກ, ຮັກພຣະຜູ້ເປັນເຈົ້າຂອງເຈົ້າ ແລະ ຮັກພຣະເຈົ້າຂອງເຈົ້າ. ຄວາມຮັກແບບນີ້ຄືຄວາມຫ່ວງໃຍ ແລະ ການເຊື່ອຟັງ. ມັນຄືມະນຸດທີ່ດຳລົງຊີວິດເພື່ອພຣະເຈົ້າ, ຕາຍເພື່ອພຣະເຈົ້າ, ອຸທິດທຸກສິ່ງໃຫ້ແກ່ພຣະເຈົ້າ ແລະ ເສຍສະຫຼະ ແລະ ມອບທຸກສິ່ງສຳລັບພຣະເຈົ້າ. ຄວາມຮັກປະເພດນີ້ຍັງມອບຄວາມສະບາຍໃຈໃຫ້ແກ່ພຣະເຈົ້າ, ເຮັດໃຫ້ພຣະອົງໄດ້ຮັບຄຳພະຍານ ແລະ ໄດ້ພັກຜ່ອນ. ມັນຄືການຕອບແທນຂອງມະນຸດຊາດຕໍ່ພຣະເຈົ້າ, ຄວາມຮັບຜິດຊອບ, ພັນທະ ແລະ ໜ້າທີ່ຂອງມະນຸດ ແລະ ມັນຄຶວິທີທີ່ຜູ້ຄົນຕ້ອງປະຕິບັດຕະຫຼອດຊີວິດຂອງພວກເຂົາ. ຄຳຖາມເຫຼົ່ານີ້ເປັນເງື່ອນໄຂ ແລະ ການຕັກເຕື່ອນທີ່ພຣະເຢຊູເຈົ້າໄດ້ຮຽກຮ້ອງຈາກເປໂຕ ແລະ ທຸກຄົນທີ່ຈະຖືກເຮັດໃຫ້ສົມບູນ. ມັນແມ່ນຄຳຖາມສາມຂໍ້ນີ້ທີ່ນໍາພາ ແລະ ດົນບັນດານໃຫ້ເປໂຕຕິດຕາມເສັ້ນທາງຂອງລາວໃນຊີວິດຈົນເຖິງທີ່ສຸດ ແລະ ມັນແມ່ນຄຳຖາມສາມຂໍ້ນີ້ໃນການຈາກລາຂອງພຣະເຢຊູເຈົ້າທີ່ພາໃຫ້ເປໂຕເລີ່ມເສັ້ນທາງຂອງລາວສູ່ການຖືກເຮັດໃຫ້ສົມບູນ, ຍ້ອນຄວາມຮັກຂອງລາວສຳລັບພຣະຜູ້ເປັນເຈົ້າ, ມັນໄດ້ພາໃຫ້ລາວດູແລຫົວໃຈຂອງພຣະຜູ້ເປັນເຈົ້າ, ເຊື່ອຟັງພຣະຜູ້ເປັນເຈົ້າ, ມອບຄວາມສະບາຍໃຈໃຫ້ແກ່ພຣະຜູ້ເປັນເຈົ້າ ແລະ ຖວາຍຊີວິດທັງໝົດຂອງລາວ ແລະ ການເປັນຢູ່ທັງໝົດຂອງລາວຍ້ອນຄວາມຮັກນີ້.

ໃນລະຫວ່າງຍຸກແຫ່ງພຣະຄຸນ, ພາລະກິດຂອງພຣະເຈົ້າແມ່ນສຳລັບຄົນສອງປະເພດເປັນຫຼັກ. ປະເພດທຳອິດຄືຄົນປະເພດທີ່ເຊື່ອ ແລະ ຕິດຕາມພຣະອົງ ຜູ້ທີ່ສາມາດຮັກສາພຣະບັນຍັດຂອງພຣະອົງ ແລະ ແບກໄມ້ກາງແຂນ ແລະ ຜູ້ທີ່ຍຶດຖືຫົນທາງໃນຍຸກແຫ່ງພຣະຄຸນ. ຄົນປະເພດນີ້ຈະໄດ້ຮັບພອນຈາກພຣະເຈົ້າ ແລະ ໄດ້ຮັບຄວາມກະລຸນາຈາກພຣະເຈົ້າ. ຄົນປະເພດທີສອງແມ່ນຄືກັບເປໂຕ, ເປັນຄົນທີ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຟື້ນຄືນຊີບ, ພຣະອົງຈຶ່ງໄດ້ເຮັດສອງສິ່ງທີ່ມີຄວາມໝາຍທີ່ສຸດເຫຼົ່ານີ້. ສິ່ງທີ່ໜຶ່ງແມ່ນເຮັດກັບໂທມາ, ອີກສິ່ງແມ່ນກັບເປໂຕ. ສອງສິ່ງນີ້ເປັນຕົວແທນໃຫ້ແກ່ຫຍັງ? ພວກມັນເປັນຕົວແທນໃຫ້ແກ່ເຈດຕະນາເດີມຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນບໍ? ພວກມັນເປັນຕົວແທນໃຫ້ແກ່ຄວາມຈິງໃຈຂອງພຣະເຈົ້າຕໍ່ມະນຸດຊາດບໍ? ພາລະກິດທີ່ພຣະອົງໄດ້ເຮັດກັບໂທມາແມ່ນເພື່ອເຕືອນຜູ້ຄົນບໍ່ໃຫ້ເປັນຄົນຂີ້ສົງໄສ, ແຕ່ໃຫ້ເຊື່ອເທົ່ານັ້ນ. ພາລະກິດທີ່ພຣະອົງປະຕິບັດກັບເປໂຕແມ່ນເພື່ອເສີມສ້າງຄວາມເຊື່ອຂອງຜູ້ຄົນແບບເປໂຕ ແລະ ເພື່ອເຮັດໃຫ້ສິ່ງທີ່ພຣະອົງຮຽກຮ້ອງຊັດເຈນຂຶ້ນສໍາລັບຄົນປະເພດນີ້, ເພື່ອສະແດງເຖິງເປົ້າໝາຍທີ່ພວກເຂົາຄວນສະແຫວງຫາ.

ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຟື້ນຄືນຊີບ, ພຣະອົງກໍປາກົດຕໍ່ຜູ້ຄົນທີ່ພຣະອົງຄິດວ່າຈຳເປັນ, ເວົ້າກັບພວກເຂົາ ແລະ ຮຽກຮ້ອງຈາກພວກເຂົາ, ປະເຈດຕະນາຂອງພຣະອົງ ແລະ ຄວາມຄາດຫວັງສຳລັບຜູ້ຄົນໄວ້ເບື້ອງຫຼັງ. ນັ້ນໝາຍຄວາມວ່າ ໃນຖານະພຣະເຈົ້າທີ່ບັງເກີດເປັນມະນຸດ, ຄວາມກັງວົນຂອງພຣະອົງສຳລັບມະນຸດຊາດ ແລະ ເງື່ອນໄຂສຳລັບຜູ້ຄົນແມ່ນບໍ່ເຄີຍປ່ຽນແປງ; ສິ່ງເຫຼົ່ານີ້ຍັງເປັນຄືເກົ່າເມື່ອພຣະອົງຢູ່ໃນເນື້ອໜັງ ແລະ ເມື່ອພຣະອົງຢູ່ໃນຮ່າງກາຍຝ່າຍວິນຍານຂອງພຣະອົງ ຫຼັງຈາກທີ່ຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນຊີບ. ພຣະອົງກັງວົນກ່ຽວກັບສາວົກເຫຼົ່ານີ້ກ່ອນທີ່ພຣະອົງຈະຖືກຄຶງຢູ່ເທິງໄມ້ກາງແຂນ ແລະ ໃນຫົວໃຈຂອງພຣະອົງ, ພຣະອົງກໍເຫັນແຈ້ງກ່ຽວກັບສະພາວະຂອງທຸກຄົນ ແລະ ພຣະອົງເຂົ້າໃຈຂໍ້ບົກຜ່ອງຂອງທຸກຄົນ ແລະ ແນ່ນອນ ຄວາມເຂົ້າໃຈຂອງພຣະອົງກ່ຽວກັບທຸກຄົນຫຼັງຈາກທີ່ພຣະອົງໄດ້ສິ້ນພະຊົນ, ຟື້ນຄືນຊີບ ແລະ ກາຍມາເປັນຮ່າງກາຍແຫ່ງວິນຍານກໍຍັງຄືເກົ່າ ດັ່ງທີ່ເຄີຍເປັນເມື່ອພຣະອົງຢູ່ໃນເນື້ອໜັງ. ພຣະອົງຮູ້ວ່າຜູ້ຄົນບໍ່ໝັ້ນໃຈໃນຕົວຕົນຂອງພຣະອົງວ່າເປັນພຣະຄຣິດແທ້, ແຕ່ໃນລະຫວ່າງທີ່ພຣະອົງຢູ່ໃນເນື້ອໜັງ ພຣະອົງບໍ່ໄດ້ຮຽກຮ້ອງຈາກຜູ້ຄົນຢ່າງເຄັ່ງຄັດ. ເຖິງຢ່າງໃດກໍຕາມ ຫຼັງຈາກທີພຣະອົງໄດ້ຟື້ນຄືນຊີບ, ພຣະອົງກໍປາກົດຕໍ່ພວກເຂົາ ແລະ ພຣະອົງໄດ້ເຮັດໃຫ້ພວກເຂົາໝັ້ນໃຈວ່າ ພຣະເຢຊູເຈົ້າໄດ້ມາຈາກພຣະເຈົ້າ ແລະ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ພຣະອົງໃຊ້ຂໍ້ແທ້ຈິງຂອງການປາກົດຕົວຂອງພຣະອົງ ແລະ ການຟື້ນຄືນຊີບຂອງພຣະອົງໃຫ້ເປັນນິມິດ ແລະ ແຮງບັນດານໃຈອັນຍິ່ງໃຫຍ່ທີ່ສຸດສຳລັບການສະແຫວງຫາຕະຫຼອດຊີວິດຂອງມະນຸດຊາດ. ການຟື້ນຄືນຊີບຂອງພຣະອົງຈາກຄວາມຕາຍບໍ່ພຽງແຕ່ເສີມສ້າງທຸກຄົນທີ່ຕິດຕາມພຣະອົງ, ແຕ່ມັນຍັງປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດຊາດຢ່າງທົ່ວເຖິງໃນຍຸກແຫ່ງພຣະຄຸນ ແລະ ສະນັ້ນ ຂ່າວປະເສີດແຫ່ງຄວາມລອດພົ້ນຂອງພຣະເຢຊູເຈົ້າໃນຍຸກແຫ່ງພຣະຄຸນຈຶ່ງໄດ້ຂະຫຍາຍໄປທົ່ວທຸກມຸມໂລກຂອງມະນຸດເທື່ອລະໜ້ອຍ. ເຈົ້າຈະເວົ້າໄດ້ບໍວ່າການປາກົດຕົວຂອງພຣະເຢຊູເຈົ້າຫຼັງຈາກການຟື້ນຄືນຊີບຂອງພຣະອົງນັ້ນມີຄວາມໝາຍ? ຖ້າເຈົ້າເປັນໂທມາ ຫຼື ເປໂຕໃນເວລານັ້ນ ແລະ ເຈົ້າຜະເຊີນກັບສິ່ງໃດໜຶ່ງໃນຊີວິດຂອງເຈົ້າທີ່ມີຄວາມໝາຍຫຼາຍ, ມັນຈະມີຜົນກະທົບແບບໃດຕໍ່ເຈົ້າ? ເຈົ້າຈະເຫັນວ່າສິ່ງນີ້ເປັນນິມິດທີ່ດີທີ່ສຸດ ແລະ ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງເຈົ້າທີ່ເຊື່ອໃນພຣະເຈົ້າບໍ? ເຈົ້າຈະເຫັນວ່າສິ່ງນີ້ເປັນພະລັງທີ່ຂັບເຄື່ອນເຈົ້າ ໃນຂະນະທີ່ເຈົ້າຕິດຕາມພຣະເຈົ້າ, ພະຍາຍາມເຮັດໃຫ້ພຣະອົງພໍໃຈ ແລະ ສະແຫວງຫາເພື່ອຮັກພຣະເຈົ້າຊົ່ວຊີວິດຂອງເຈົ້າບໍ? ເຈົ້າຈະເສຍສະຫຼະຄວາມພະຍາຍາມຕະຫຼອດຊີວິດເພື່ອຂະຫຍາຍນິມິດທີ່ຍິ່ງໃຫຍ່ທີ່ສຸດນີ້ບໍ? ເຈົ້າຈະຍອມຮັບການແຜ່ຂະຫຍາຍຂອງຄວາມລອດພົ້ນຂອງພຣະເຈົ້າວ່າເປັນການມອບໝາຍຈາກພຣະເຈົ້າບໍ? ເຖິງແມ່ນພວກເຈົ້າບໍ່ໄດ້ຜະເຊີນສິ່ງນີ້, ສອງຕົວຢ່າງຂອງໂທມາ ແລະ ເປໂຕກໍພຽງພໍແລ້ວສຳລັບຄົນສະໄໝໃໝ່ທີ່ຈະຮັບເອົາຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບພຣະເຈົ້າ ແລະ ຄວາມປະສົງຂອງພຣະອົງ. ມັນສາມາດເວົ້າໄດ້ວ່າ ຫຼັງຈາກທີ່ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ, ຫຼັງຈາກທີ່ພຣະອົງໄດ້ຜະເຊີນກັບຊີວິດທ່າມກາງມະນຸດຊາດ ແລະ ຜະເຊີນກັບຊີວິດມະນຸດຢ່າງເປັນການສ່ວນຕົວ ແລະ ຫຼັງຈາກທີ່ພຣະອົງໄດ້ເຫັນເຖິງຄວາມຊົ່ວຊ້າຂອງມະນຸດຊາດ ແລະ ສະຖານະການຂອງຊີວິດມະນຸດໃນເວລານັ້ນ, ພຣະເຈົ້າທີ່ຢູ່ໃນເນື້ອໜັງກໍຍິ່ງຮູ້ສຶກຢ່າງເລິກເຊິ່ງຂຶ້ນວ່າ ມະນຸດຊາດໄຮ້ຄວາມຫວັງ, ໜ້າເສົ້າໃຈ ແລະ ເປັນຕາເວດທະນາສໍ່າໃດ. ພຣະເຈົ້າມີຄວາມເມດຕາຫຼາຍຂຶ້ນສຳລັບສະພາວະຂອງມະນຸດ ຍ້ອນຄວາມເປັນມະນຸດຂອງພຣະອົງທີ່ພຣະອົງມີ ໃນຂະນະທີ່ດຳລົງຊີວິດໃນເນື້ອໜັງ, ຍ້ອນສັນຊາດຕະຍານທີ່ເປັນເນື້ອໜັງຂອງພຣະອົງ. ສິ່ງນີ້ພາໃຫ້ພຣະອົງຮູ້ສຶກເຖິງຄວາມກັງວົນໃຈຕໍ່ຜູ້ຕິດຕາມຂອງພຣະອົງຫຼາຍຍິ່ງຂຶ້ນ. ສິ່ງເຫຼົ່ານີ້ອາດຈະເປັນສິ່ງທີ່ພວກເຈົ້າບໍ່ສາມາດເຂົ້າໃຈໄດ້, ແຕ່ເຮົາສາມາດບັນຍາຍຄວາມກັງວົນໃຈ ແລະ ຄວາມຫ່ວງໃຍໃນນີ້ທີ່ພຣະເຈົ້າໃນເນື້ອໜັງຮູ້ສຶກຕໍ່ຜູ້ຕິດຕາມທຸກຄົນຂອງພຣະອົງ ໂດຍໃຊ້ພຽງສາມຄຳ: “ຄວາມກັງວົນອັນແຮງກ້າ”. ເຖິງແມ່ນຄຳສັບນີ້ມາຈາກພາສາມະນຸດ ແລະ ເຖິງແມ່ນມັນເປັນພາສາມະນຸດແທ້ໆ, ແຕ່ມັນກໍສະແດງ ແລະ ບັນຍາຍເຖິງຄວາມຮູ້ສຶກຂອງພຣະເຈົ້າທີ່ມີຕໍ່ຜູ້ຕິດຕາມຂອງພຣະອົງໄດ້ຢ່າງແທ້ຈິງ. ແຕ່ສຳລັບຄວາມກັງວົນອັນແຮງກ້າຂອງພຣະອົງສຳລັບມະນຸດ, ຕະຫຼອດຊ່ວງເວລາແຫ່ງປະສົບການຂອງພວກເຈົ້າ, ພວກເຈົ້າຈະຮູ້ສຶກເຖິງສິ່ງນີ້ ແລະ ໄດ້ຊີມລົດຊາດມັນເທື່ອລະໜ້ອຍ. ເຖິງຢ່າງໃດກໍຕາມ, ສິ່ງນີ້ພຽງສາມາດບັນລຸໄດ້ໂດຍການເຂົ້າໃຈອຸປະນິໄສຂອງພຣະເຈົ້າເທື່ອລະໜ້ອຍ ບົນພື້ນຖານຂອງການສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຈົ້າເອງເທົ່ານັ້ນ. ເມື່ອພຣະເຢຊູເຈົ້າປາກົດຕົວເທື່ອນີ້, ມັນເຮັດໃຫ້ຄວາມກັງວົນອັນແຮງກ້າຂອງພຣະອົງຕໍ່ຜູ້ຕິດຕາມຂອງພຣະອົງທີ່ຢູ່ໃນຄວາມເປັນມະນຸດ ກາຍເປັນຈິງ ແລະ ຖືກສືບທອດເຂົ້າສູ່ຮ່າງກາຍແຫ່ງວິນຍານຂອງພຣະອົງ ຫຼື ເຈົ້າສາມາດເວົ້າໄດ້ວ່າ ສືບທອດເຂົ້າສູ່ຄວາມເປັນພຣະເຈົ້າຂອງພຣະອົງ. ການປາກົດຕົວຂອງພຣະອົງເຮັດໃຫ້ຜູ້ຄົນໄດ້ຜະເຊີນ ແລະ ຮູ້ສຶກເຖິງຄວາມກັງວົນ ແລະ ຄວາມຫ່ວງໃຍຂອງພຣະເຈົ້າອີກເທື່ອໜຶ່ງ ພ້ອມນັ້ນກໍຍັງໄດ້ພິສູດຢ່າງລິດທານຸພາບວ່າ ພຣະເຈົ້າເປັນຜູ້ທີ່ເລີ່ມຕົ້ນຍຸກ, ຜູ້ທີ່ຂະຫຍາຍຍຸກ ແລະ ຜູ້ທີ່ສິ້ນສຸດຍຸກອີກດ້ວຍ. ຜ່ານການປາກົດຕົວຂອງພຣະອົງ, ພຣະອົງເສີມສ້າງຄວາມເຊື່ອຂອງທຸກຄົນ ແລະ ພິສູດຕໍ່ໂລກເຖິງຂໍ້ແທ້ຈິງທີ່ວ່າ ພຣະອົງເປັນພຣະເຈົ້າເອງ. ສິ່ງນີ້ໄດ້ມອບການຢືນຢັນຕະຫຼອດໄປໃຫ້ແກ່ຜູ້ຕິດຕາມຂອງພຣະອົງ ແລະ ຜ່ານການປາກົດຕົວຂອງພຣະອົງ, ພຣະອົງຍັງໄດ້ເລີ່ມຕົ້ນຂັ້ນຕອນພາລະກິດຂອງພຣະອົງໃນຍຸກໃໝ່.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 81)

ພຣະເຢຊູກິນເຂົ້າຈີ່ ແລະ ອະທິບາຍຂໍ້ພຣະຄຳພີຫຼັງຈາກການຟື້ນຄືນຊີບຂອງພຣະອົງ

“ແລະ ມີຄັ້ງໜຶ່ງ ໃນຂະນະທີ່ພຣະອົງກໍາລັງກິນອາຫານກັບພວກເຂົາ, ພຣະອົງເອົາເຂົ້າຈີ່ມາ ແລະ ອວຍພອນມັນ ແລະ ຫັກອອກ ແລະ ມອບໃຫ້ກັບພວກເຂົາ. ຕາຂອງພວກເຂົາກໍເປີດອອກ ແລະ ພວກເຂົາຮູ້ຈັກພຣະອົງ ແລະ ພຣະອົງກໍຫາຍໄປຈາກສາຍຕາຂອງພວກເຂົາ. ພວກເຂົາກໍເວົ້າຕໍ່ກັນວ່າ ຫົວໃຈຂອງພວກເຮົາບໍ່ໄດ້ລຸກໄໝ້ຢູ່ຂ້າງໃນບໍ ໃນຂະນະທີ່ພຣະອົງລົມກັບພວກເຮົາຕະຫຼອດໄລຍະທາງ ແລະ ໃນຂະນະທີ່ພຣະອົງໄຂຂໍ້ພຣະຄຳພີໃຫ້ກັບພວກເຮົາ?” (ລູກາ 24:30-32).

ສາວົກມອບປີ້ງປາໃຫ້ພຣະເຢຊູກິນ

“ແລະ ໃນຂະນະທີ່ພວກເຂົາເວົ້າແບບນັ້ນ ພຣະເຢຊູກໍຢືນຢູ່ທ່າມກາງພວກເຂົາ ແລະ ກ່າວກັບພວກເຂົາວ່າ ສັນຕິສຸກຈົ່ງມີແກ່ເຈົ້າ. ແຕ່ພວກເຂົາຢ້ານຫຼາຍ ແລະ ຕົກໃຈ ແລະ ຄິດວ່າພວກເຂົາໄດ້ເຫັນຜີ. ພຣະອົງກໍກ່າວກັບພວກເຂົາວ່າ ເປັນຫຍັງພວກເຈົ້າຈຶ່ງທຸກໃຈ? ແລະ ເປັນຫຍັງຈຶ່ງເກີດມີຄວາມຄິດໃນຫົວໃຈຂອງພວກເຈົ້າ? ເບິ່ງແມ ມືຂອງເຮົາ ແລະ ຕີນຂອງເຮົາ ນີ້ແມ່ນເຮົາເອງ, ຈົ່ງຈັບເຮົາ ແລະ ເບິ່ງແມ; ຍ້ອນວ່າ ຜີຈະບໍ່ມີເນື້ອໜັງ ແລະ ກະດູກ ຄືກັບເຮົາມີ. ເມື່ອພຣະອົງໄດ້ກ່າວແບບນັ້ນ ພຣະອົງກໍສະແດງມືຂອງພຣະອົງ ແລະ ຕີນຂອງພຣະອົງ. ແລະ ໃນຂະນະທີ່ພວກເຂົາຍັງບໍ່ທັນເຊື່ອຢ່າງເຕັມທີ່ ແລະ ຍັງສົງໄສຢູ່ນັ້ນ ພຣະອົງກໍກ່າວກັບພວກເຂົາວ່າ ເຈົ້າມີຊີ້ນໃນທີ່ນີ້ບໍ? ແລະ ພວກເຂົາກໍເອົາສ່ວນຂອງປາປີ້ງ ແລະ ຮັງເຜິ້ງໃຫ້ກັບພຣະອົງ. ແລ້ວພຣະອົງກໍເອົາມັນມາກິນຕໍ່ໜ້າພວກເຂົາ” (ລູກາ 24:36-43).

ຕໍ່ໄປ ພວກເຮົາຈະມາເບິ່ງຂໍ້ຄວາມຈາກຂໍ້ພຣະຄຳພີຂ້າງເທິງ. ຂໍ້ຄວາມທຳອິດແມ່ນການເລົ່າເຖິງພຣະເຢຊູເຈົ້າກຳລັງກິນເຂົ້າຈີ່ ແລະ ອະທິບາຍເຖິງຂໍ້ພຣະຄຳພີຫຼັງຈາກການຟື້ນຄືນຊີບຂອງພຣະອົງ ແລະ ຂໍ້ຄວາມທີສອງແມ່ນການເລົ່າເຖິງພຣະເຢຊູເຈົ້າກຳລັງກິນປີ້ງປາ. ຂໍ້ຄວາມສອງຂໍ້ນີ້ຈະຊ່ວຍໃຫ້ເຈົ້າຮູ້ຈັກອຸປະນິໄສຂອງພຣະເຈົ້າໄດ້ແນວໃດ? ພວກເຈົ້າສາມາດຈິນຕະນາການເຖິງພາບທີ່ພວກເຈົ້າເຫັນຈາກການບັນຍາຍເຫຼົ່ານີ້ທີ່ກ່ຽວກັບພຣະເຢຊູເຈົ້າກຳລັງກິນເຂົ້າຈີ່ ແລະ ຫຼັງຈາກນັ້ນກໍກິນປີ້ງປາບໍ? ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າ ຖ້າພຣະເຢຊູເຈົ້າຢືນກິນເຂົ້າຈີ່ຢູ່ຕໍ່ໜ້າພວກເຈົ້າ, ພວກເຈົ້າຈະຮູ້ສຶກແນວໃດ? ຫຼື ຖ້າພຣະອົງນັ່ງກິນຢູ່ໂຕະດຽວກັນກັບພວກເຈົ້າ, ນັ່ງກິນປາ ແລະ ເຂົ້າຈີ່ກັບຜູ້ຄົນ, ພວກເຈົ້າຈະມີຄວາມຮູ້ສຶກແນວໃດໃນເວລານັ້ນ? ຖ້າເຈົ້າຮູ້ສຶກໃກ້ຊິດກັບພຣະຜູ້ເປັນເຈົ້າຫຼາຍ ແລະ ພຣະອົງກໍສະໜິດສະໜົມກັບເຈົ້າຫຼາຍ, ຄວາມຮູ້ສຶກນີ້ແມ່ນຖືກຕ້ອງ. ນີ້ແມ່ນຜົນທີ່ພຣະເຢຊູເຈົ້າຕ້ອງການໃຫ້ເກີດ ໂດຍການກິນເຂົ້າຈີ່ ແລະ ປາຢູ່ຕໍ່ໜ້າກຸ່ມຄົນ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ. ຖ້າພຣະເຢຊູເຈົ້າພຽງແຕ່ເວົ້າກັບຜູ້ຄົນຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ຖ້າພວກເຂົາບໍ່ສາມາດຮູ້ສຶກເຖິງເນື້ອໜັງ ແລະ ກະດູກຂອງພຣະອົງ, ແຕ່ກົງກັນຂ້າມ ພວກເຂົາຮູ້ສຶກວ່າພຣະອົງເປັນພຣະວິນຍານທີ່ບໍ່ສາມາດຈັບຕ້ອງໄດ້, ພວກເຂົາຈະຮູ້ສຶກແນວໃດ? ພວກເຂົາຈະບໍ່ຜິດຫວັງບໍ? ເມື່ອຮູ້ສຶກຜິດຫວັງ, ຜູ້ຄົນຈະບໍ່ຮູ້ສຶກວ່າຖືກປະຖິ້ມບໍ? ພວກເຂົາຈະບໍ່ຮູ້ສຶກເຖິງໄລຍະຫ່າງລະຫວ່າງພວກເຂົາເອງ ແລະ ພຣະເຢຊູຄຣິດເຈົ້າບໍ? ໄລຍະຫ່າງນີ້ຈະມີຜົນກະທົບທາງລົບຕໍ່ຄວາມສຳພັນລະຫວ່າງຜູ້ຄົນກັບພຣະເຈົ້າແນວໃດ? ຜູ້ຄົນຈະຮູ້ສຶກຢ້ານຢ່າງແນ່ນອນ, ພວກເຂົາບໍ່ກ້າເຂົ້າໃກ້ພຣະອົງ ແລະ ດ້ວຍເຫດນັ້ນ ພວກເຂົາກໍຈະມີທ່າທີເຄົາລົບພຣະອົງຢູ່ໄກໆ. ນັບຕັ້ງແຕ່ນັ້ນເປັນຕົ້ນໄປ, ພວກເຂົາກໍຈະໄດ້ທຳລາຍຄວາມສຳພັນອັນໃກ້ຊິດກັບພຣະເຢຊູຄຣິດເຈົ້າ ແລະ ກັບຄືນສູ່ຄວາມສຳພັນລະຫວ່າງມະນຸດຊາດ ແລະ ພຣະເຈົ້າໃນສະຫວັນ ດັ່ງທີ່ເຄີຍເປັນກ່ອນຍຸກແຫ່ງພຣະຄຸນ. ຮ່າງກາຍແຫ່ງວິນຍານທີ່ຜູ້ຄົນບໍ່ສາມາດສຳຜັດ ຫຼື ຮູ້ສຶກໄດ້ຈະທຳລາຍຄວາມໃກ້ຊິດຂອງພວກເຂົາກັບພຣະເຈົ້າ ແລະ ມັນຍັງຈະເຮັດໃຫ້ຄວາມສຳພັນທີ່ສະໜິດສະໜົມ ເຊິ່ງຖືກສ້າງຂຶ້ນລະຫວ່າງເວລາທີ່ພຣະເຢຊູຄຣິດເຈົ້າຢູ່ໃນເນື້ອໜັງ; ຄວາມໃກ້ຊິດລະຫວ່າງພຣະອົງ ແລະ ມະນຸດນັ້ນຂາດຫາຍໄປ. ສິ່ງດຽວທີ່ຖືກດົນໃຈໃນຜູ້ຄົນໂດຍຮ່າງກາຍແຫ່ງວິນຍານຄືຄວາມຮູ້ສຶກຢ້ານ, ຄວາມຫຼີກເວັ້ນ ແລະ ການຈ້ອງເບິ່ງຢ່າງເວົ້າບໍ່ອອກ. ພວກເຂົາຈະບໍ່ກ້າເຂົ້າໃກ້ ຫຼື ເຂົ້າຮ່ວມສົນທະນາກັບພຣະອົງ, ແຮງໄກທີ່ຈະຕິດຕາມ, ໄວ້ວາງໃຈ ຫຼື ເງີຍໜ້າເບິ່ງພຣະອົງ. ພຣະເຈົ້າບໍ່ປາຖະໜາທີ່ຈະເຫັນຄວາມຮູ້ສຶກແບບນີ້ທີ່ມະນຸດມີສຳລັບພຣະອົງ. ພຣະອົງບໍ່ຕ້ອງການເຫັນຜູ້ຄົນຫຼີກເວັ້ນພຣະອົງ ຫຼື ເອົາຕົນເອງອອກຈາກພຣະອົງ; ພຣະອົງພຽງແຕ່ຕ້ອງການໃຫ້ຜູ້ຄົນເຂົ້າໃຈພຣະອົງ, ເຂົ້າໃກ້ພຣະອົງ ແລະ ເປັນຄອບຄົວຂອງພຣະອົງ. ຖ້າຄອບຄົວຂອງເຈົ້າເອງ, ລູກຫຼານຂອງເຈົ້າ, ເຫັນເຈົ້າ ແຕ່ບໍ່ຈື່ເຈົ້າ ແລະ ບໍ່ກ້າເຂົ້າໃກ້ເຈົ້າ ແຕ່ຫຼີກເວັ້ນເຈົ້າຢູ່ຕະຫຼອດເວລາ, ຖ້າເຈົ້າບໍ່ສາມາດເຂົ້າໃຈພວກເຂົາສຳລັບທຸກສິ່ງທີ່ເຈົ້າໄດ້ເຮັດເພື່ອພວກເຂົາ, ນັ້ນຈະເຮັດໃຫ້ເຈົ້າຮູ້ສຶກແນວໃດ? ມັນຈະບໍ່ເຈັບປວດບໍ? ເຈົ້າຈະບໍ່ເສຍໃຈບໍ? ນັ້ນຄືສິ່ງທີ່ພຣະເຈົ້າຮູ້ສຶກເມື່ອຜູ້ຄົນຫຼີກເວັ້ນພຣະອົງ. ສະນັ້ນ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ພຣະເຢຊູເຈົ້າຍັງປາກົດຕໍ່ຜູ້ຄົນໃນຮູບຮ່າງເນື້ອໜັງ ແລະ ເລືອດຂອງພຣະອົງ ແລະ ຍັງກິນ ແລະ ດື່ມກັບພວກເຂົາ. ພຣະເຈົ້າເຫັນຜູ້ຄົນເປັນຄອບຄົວ ແລະ ພຣະເຈົ້າຍັງຕ້ອງການໃຫ້ມະນຸດຊາດເຫັນພຣະອົງດັ່ງຜູ້ເປັນທີ່ຮັກທີ່ສຸດສຳລັບພວກເຂົາ; ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງຈະສາມາດຮັບເອົາຜູ້ຄົນຢ່າງແທ້ຈິງ ແລະ ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ຜູ້ຄົນຈຶ່ງສາມາດຮັກ ແລະ ນະມັດສະການພຣະເຈົ້າຢ່າງແທ້ຈິງ. ບັດນີ້ ພວກເຈົ້າສາມາດເຂົ້າໃຈເຖິງເຈດຕະນາຂອງເຮົາໃນການຖອດຖອນສອງຂໍ້ພຣະຄໍາພີນີ້ທີ່ກ່ຽວກັບພຣະເຢຊູເຈົ້າກິນເຂົ້າຈີ່ ແລະ ອະທິບາຍຂໍ້ພຣະຄຳຫຼັງຈາກການຟື້ນຄືນຊີບຂອງພຣະອົງ ແລະ ການທີ່ສາວົກໄດ້ມອບປີ້ງປາໃຫ້ພຣະອົງກິນບໍ?

ມັນສາມາດເວົ້າໄດ້ວ່າ ມີການຄິດທີ່ຈິງຈັງໃນຫຼາຍສິ່ງທີ່ພຣະເຢຊູເຈົ້າເວົ້າ ແລະ ເຮັດຫຼັງຈາກການຟື້ນຄືນຊີບຂອງພຣະອົງ. ສິ່ງເຫຼົ່ານີ້ແມ່ນເຕັມໄປດ້ວຍຄວາມກະລຸນາ ແລະ ຄວາມຮັກໄຄ່ທີ່ພຣະເຈົ້າມີຕໍ່ມະນຸດຊາດ ແລະ ຍັງເຕັມໄປດ້ວຍຄວາມຖະໜອມ ແລະ ຄວາມຫ່ວງໃຍທີ່ພຣະອົງມີສຳລັບຄວາມສຳພັນອັນໃກ້ຊິດທີ່ພຣະອົງໄດ້ສ້າງຂຶ້ນກັບມະນຸດຊາດໃນລະຫວ່າງເວລາທີ່ພຣະອົງຢູ່ໃນເນື້ອໜັງ. ຍິ່ງໄປກວ່ານັ້ນ ມັນເຕັມໄປດ້ວຍຄວາມອາໄລອາວອນ ແລະ ຄວາມປາຖະໜາທີ່ພຣະອົງຮູ້ສຶກເຖິງຊີວິດຂອງພຣະອົງທີ່ກິນ ແລະ ໃຊ້ຊີວິດຢູ່ຮ່ວມກັນກັບຜູ້ຕິດຕາມຂອງພຣະອົງໃນລະຫວ່າງເວລາທີ່ພຣະອົງຢູ່ໃນເນື້ອໜັງ. ສະນັ້ນ ພຣະເຈົ້າຈຶ່ງບໍ່ຕ້ອງການໃຫ້ຜູ້ຄົນຮູ້ສຶກວ່າມີຄວາມຫ່າງເຫີນລະຫວ່າງພຣະເຈົ້າ ແລະ ມະນຸດ ແລະ ພຣະອົງບໍ່ຕ້ອງການໃຫ້ມະນຸດຊາດຫ່າງເຫີນຈາກພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພຣະອົງບໍ່ຕ້ອງການໃຫ້ມະນຸດຊາດຮູ້ສຶກວ່າ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ ພຣະເຢຊູເຈົ້າບໍ່ແມ່ນພຣະຜູ້ເປັນເຈົ້າທີ່ສະໜິດສະໜົມກັບຜູ້ຄົນອີກຕໍ່ໄປ, ພຣະອົງບໍ່ຢູ່ຮ່ວມກັບມະນຸດຊາດອີກຕໍ່ໄປ ຍ້ອນພຣະອົງໄດ້ກັບຄືນສູ່ໂລກວິນຍານ, ກັບຄືນສູ່ພຣະບິດາທີ່ຜູ້ຄົນບໍ່ສາມາດເຫັນ ຫຼື ສໍາຜັດໄດ້. ພຣະອົງບໍ່ຕ້ອງການໃຫ້ຜູ້ຄົນຮູ້ສຶກເຖິງຄວາມແຕກຕ່າງໃນສະຖານະທີ່ເກີດຂຶ້ນລະຫວ່າງພຣະອົງ ແລະ ມະນຸດຊາດ. ເມື່ອພຣະເຈົ້າເຫັນຜູ້ຄົນທີ່ຕ້ອງການຕິດຕາມພຣະອົງ ແຕ່ເຄົາລົບພຣະອົງຢູ່ຫ່າງໆ, ຫົວໃຈຂອງພຣະອົງກໍເຈັບປວດ ຍ້ອນນັ້ນໝາຍຄວາມວ່າ ຫົວໃຈຂອງພວກເຂົາຫ່າງໄກຈາກພຣະອົງຫຼາຍ ແລະ ມັນຈະຫຍຸ້ງຍາກຫຼາຍສໍາລັບພຣະອົງທີ່ຈະຮັບເອົາຫົວໃຈຂອງພວກເຂົາ. ສະນັ້ນ ຖ້າພຣະອົງປາກົດຕໍ່ຜູ້ຄົນໃນຮ່າງກາຍແຫ່ງວິນຍານທີ່ພວກເຂົາບໍ່ສາມາດເຫັນ ແລະ ສຳຜັດໄດ້, ນີ້ກໍຈະເຮັດໃຫ້ມະນຸດຫ່າງໄກຈາກພຣະເຈົ້າອີກ ແລະ ມັນຈະພາໃຫ້ມະນຸດຊາດເຫັນຢ່າງຜິດໆວ່າພຣະຄຣິດສູງສົ່ງຫຼັງຈາກທີ່ຟື້ນຄືນຊີບ ແລະ ເປັນຜູ້ທີ່ບໍ່ສາມາດນັ່ງຮ່ວມໂຕະ ແລະ ກິນອາຫານກັບມະນຸດອີກຕໍ່ໄປ ຍ້ອນມະນຸດມີບາບ, ສົກກະປົກ ແລະ ບໍ່ສາມາດເຂົ້າໃກ້ພຣະເຈົ້າໄດ້. ເພື່ອກຳຈັດຄວາມເຂົ້າໃຈຜິດໆເຫຼົ່ານີ້ຂອງມະນຸດຊາດ, ພຣະເຢຊູເຈົ້າໄດ້ເຮັດຫຼາຍສິ່ງທີ່ພຣະອົງເຄີຍເຮັດໃນເນື້ອໜັງ ດັ່ງທີ່ຖືກບັນທຶກໄວ້ໃນພຣະຄຳພີວ່າ: “ພຣະອົງເອົາເຂົ້າຈີ່ມາ ແລະ ອວຍພອນມັນ ແລະ ຫັກອອກ ແລະ ມອບໃຫ້ກັບພວກເຂົາ”. ພຣະອົງຍັງອະທິບາຍຂໍ້ພຣະຄຳພີແກ່ພວກເຂົາ ດັ່ງທີ່ພຣະອົງເຄີຍເຮັດໃນອະດີດ. ທຸກສິ່ງເຫຼົ່ານີ້ທີ່ພຣະເຢຊູເຈົ້າເຮັດແມ່ນໄດ້ເຮັດໃຫ້ທຸກຄົນທີ່ເຫັນພຣະອົງ ຮູ້ສຶກວ່າພຣະຜູ້ເປັນເຈົ້າບໍ່ໄດ້ປ່ຽນໄປ, ພຣະອົງຍັງເປັນພຣະເຢຊູເຈົ້າອົງເດີມ. ເຖິງແມ່ນພຣະອົງຖືກຄຶງໃສ່ໄມ້ກາງແຂນ ແລະ ໄດ້ຜະເຊີນກັບຄວາມຕາຍ, ພຣະອົງກໍໄດ້ຟື້ນຄືນຊີບ ແລະ ບໍ່ໄດ້ປະຖິ້ມມະນຸດຊາດ. ພຣະອົງໄດ້ກັບຄືນມາຢູ່ທ່າມກາງມະນຸດ ແລະ ບໍ່ມີສິ່ງໃດທີ່ກ່ຽວກັບພຣະອົງຖືກປ່ຽນແປງ. ບຸດມະນຸດທີ່ຢືນຢູ່ຕໍ່ໜ້າຜູ້ຄົນຍັງເປັນພຣະເຢຊູເຈົ້າອົງເດີມ. ພຶດຕິກຳຂອງພຣະອົງ ແລະ ວິທີການສົນທະນາຂອງພຣະອົງກັບຜູ້ຄົນກໍຮູ້ສຶກຄຸ້ນເຄີຍຄືເກົ່າ. ພຣະອົງຍັງເຕັມໄປດ້ວຍຄວາມຮັກຄວາມເມດຕາ, ຄວາມກະລຸນາ ແລະ ຄວາມອົດທົນ, ພຣະອົງຍັງເປັນພຣະເຢຊູເຈົ້າອົງເດີມ ຜູ້ທີ່ຮັກຄົນອື່ນດັ່ງທີ່ພຣະອົງຮັກຕົນເອງ, ຜູ້ທີ່ສາມາດໃຫ້ອະໄພມະນຸດຊາດເຈັດສິບຄູນເຈັດຄັ້ງ. ດັ່ງທີ່ພຣະອົງເຄີຍເຮັດຜ່ານມາ, ພຣະອົງກິນກັບຜູ້ຄົນ, ສົນທະນາຂໍ້ພຣະຄຳພີກັບພວກເຂົາ ແລະ ສຳຄັນໄປກວ່ານັ້ນ ດັ່ງທີ່ຜ່ານມາ ພຣະອົງມີເນື້ອໜັງ ແລະ ເລືອດ ແລະ ສາມາດສຳຜັດ ແລະ ເຫັນໄດ້. ພຣະອົງເປັນບຸດມະນຸດທີ່ເຮັດໃຫ້ຜູ້ຄົນຮູ້ສຶກເຖິງຄວາມສະໜິດສະໜົມ, ຮູ້ສຶກເຖິງຄວາມສະບາຍໃຈ ແລະ ຮູ້ສຶກເຖິງຄວາມຍິນດີທີ່ໄດ້ຮັບບາງສິ່ງທີ່ສູນເສຍຄືນ. ດ້ວຍຄວາມສະບາຍໃຈຫຼາຍ, ພວກເຂົາເລີ່ມຕົ້ນເພິ່ງພາ ແລະ ເງີຍໜ້າເບິ່ງບຸດມະນຸດອົງນີ້ຢ່າງກ້າຫານ ແລະ ຢ່າງໝັ້ນໃຈ ຜູ້ທີ່ສາມາດອະໄພຄວາມຜິດບາບຂອງພວກເຂົາໄດ້. ພວກເຂົາຍັງເລີ່ມຕົ້ນອະທິຖານໃນນາມຂອງພຣະເຢຊູເຈົ້າຢ່າງບໍ່ລັງເລໃຈ, ອະທິຖານເພື່ອຮັບເອົາຄວາມກະລຸນາຂອງພຣະອົງ, ຮັບເອົາພອນຂອງພຣະອົງ ແລະ ເພື່ອຮັບເອົາຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີຈາກພຣະອົງ, ເພື່ອຮັບເອົາຄວາມຫ່ວງໃຍ ແລະ ການປົກປ້ອງຈາກພຣະອົງ ແລະ ພວກເຂົາຍັງໄດ້ເລີ່ມຕົ້ນຮັກສາຄົນເຈັບປ່ວຍ ແລະ ຂັບໄລ່ຜີຮ້າຍໃນນາມຂອງພຣະເຢຊູເຈົ້າອີກດ້ວຍ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 82)

ໃນລະຫວ່າງທີ່ພຣະເຢຊູເຈົ້າປະຕິບັດພາລະກິດໃນເນື້ອໜັງນັ້ນ, ຜູ້ຕິດຕາມສ່ວນໃຫຍ່ຂອງພຣະອົງບໍ່ສາມາດຢືນຢັນຕົວຕົນຂອງພຣະອົງ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ກ່າວຢ່າງແທ້ຈິງ. ເມື່ອພຣະອົງເດີນເຂົ້າໃກ້ໄມ້ກາງແຂນ, ທ່າທີຂອງຜູ້ຕິດຕາມຂອງພຣະອົງຄືທ່າທີຂອງຜູ້ສັງເກດການ. ຫຼັງຈາກນັ້ນ ນັບຕັ້ງແຕ່ເວລາທີ່ພຣະອົງຖືກຄຶງໃສ່ກາງແຂນຈົນເຖິງຕອນທີ່ພຣະອົງຖືກວາງໄວ້ໃນຂຸມຝັງສົບ, ທ່າທີຂອງຜູ້ຄົນທີ່ມີຕໍ່ພຣະອົງຄືຄວາມຜິດຫວັງ. ໃນຊ່ວງເວລານີ້, ຜູ້ຄົນໄດ້ເລີ່ມມີການປ່ຽນແປງໃນຫົວໃຈຂອງພວກເຂົາ ຈາກການສົງໄສສິ່ງຕ່າງໆທີ່ພຣະເຢຊູເຈົ້າໄດ້ກ່າວໃນລະຫວ່າງເວລາທີ່ພຣະອົງຢູ່ໃນເນື້ອໜັງ ກາຍມາເປັນການປະຕິເສດສິ່ງທັງໝົດ. ຫຼັງຈາກນັ້ນ ເມື່ອພຣະອົງຍ່າງອອກຈາກຂຸມຝັງສົບ ແລະ ປາກົດຕົວຕໍ່ຜູ້ຄົນເທື່ອລະຄົນ, ຜູ້ຄົນສ່ວນໃຫຍ່ທີ່ເຫັນພຣະອົງດ້ວຍຕາຂອງພວກເຂົາເອງ ຫຼື ໄດ້ຍິນຂ່າວການຟື້ນຄືນຊີບຂອງພຣະອົງກໍປ່ຽນທ່າທີຂອງພວກເຂົາຈາກການປະຕິເສດກາຍມາເປັນການສົງໄສເທື່ອລະໜ້ອຍ. ມີພຽງຫຼັງຈາກພຣະເຢຊູເຈົ້າໄດ້ໃຫ້ໂທມາເອົາມືຂອງລາວໃສ່ຂ້າງຂອງພຣະອົງ ແລະ ເມື່ອພຣະອົງຫັກເຂົ້າຈີ່ ແລະ ກິນຕໍ່ໜ້າຝູງຊົງ ຫຼັງຈາກການຟື້ນຄືນຊີບຂອງພຣະອົງ ແລະ ສືບຕໍ່ກິນປີ້ງປາຕໍ່ໜ້າພວກເຂົາ, ພວກເຂົາຈຶ່ງຍອມຮັບຄວາມຈິງວ່າພຣະເຢຊູເຈົ້າເປັນພຣະຄຣິດໃນເນື້ອໜັງຢ່າງແທ້ຈິງ. ເຈົ້າສາມາດເວົ້າໄດ້ວ່າ ມັນຄືກັບວ່າຮ່າງກາຍວິຍານທີ່ເປັນເນື້ອໜັງ ແລະ ເລືອດທີ່ກຳລັງຢືນຢູ່ຕໍ່ໜ້າຜູ້ຄົນເຫຼົ່ານີ້ ໄດ້ປຸກພວກເຂົາແຕ່ລະຄົນຕື່ນຈາກຄວາມຝັນ: ບຸດມະນຸດຢືນຢູ່ຕໍ່ໜ້າພວກເຂົາແມ່ນຜູ້ທີ່ເປັນຢູ່ນັບຕັ້ງແຕ່ດຶກດໍາບັນ. ພຣະອົງມີຮູບຮ່າງ ແລະ ເນື້ອໜັງ ແລະ ກະດູກ ແລະ ພຣະອົງໄດ້ດຳລົງຊີວິດ ແລະ ກິນຄຽງຂ້າງມະນຸດຊາດເປັນເວລາດົນນານແລ້ວ... ໃນເວລານີ້, ຜູ້ຄົນຮູ້ສຶກວ່າ ການເປັນຢູ່ຂອງພຣະອົງເປັນຈິງຫຼາຍ ແລະ ອັດສະຈັນຫຼາຍ. ໃນເວລາດຽວກັນ, ພວກເຂົາກໍຍັງປິຕິຍິນດີ ແລະ ມີຄວາມສຸກ ແລະ ເຕັມໄປດ້ວຍຄວາມຮູ້ສຶກຕື່ນເຕັ້ນຕັນໃຈ. ການປາກົດຕົວອີກຄັ້ງຂອງພຣະອົງເຮັດໃຫ້ຜູ້ຄົນໄດ້ເຫັນເຖິງຄວາມຖ່ອມຕົນຂອງພຣະອົງຢ່າງແທ້ຈິງ, ຮູ້ສຶກເຖິງຄວາມໃກ້ຊິດ ແລະ ຄວາມຜູກພັນຂອງພຣະອົງກັບມະນຸດຊາດ ແລະ ຮູ້ສຶກວ່າພຣະອົງຄິດເຖິງພວກເຂົາຫຼາຍສໍ່າໃດ. ການກັບມາພົບປະກັນຊົ່ວຄາວນີ້ເຮັດໃຫ້ຜູ້ຄົນທີ່ເຫັນພຣະເຢຊູເຈົ້າຮູ້ສຶກຄືກັບວ່າຊົ່ວຊີວິດໄດ້ຜ່ານໄປ. ຫົວໃຈທີ່ມືດມົວ, ສັບສົນ, ຢ້ານກົວ, ກະວົນກະວາຍ, ປາຖະໜາ ແລະ ດ້ານຊາຂອງພວກເຂົາໄດ້ພົບກັບຄວາມສະບາຍໃຈ. ພວກເຂົາບໍ່ສົງໄສ ຫຼື ຜິດຫວັງອີກຕໍ່ໄປ, ຍ້ອນພວກເຂົາຮູ້ສຶກວ່າ ຕອນນີ້ພວກເຂົາໄດ້ມີຄວາມຫວັງ ແລະ ມີສິ່ງໃຫ້ເພິ່ງພາແລ້ວ. ບຸດມະນຸດທີ່ຢືນຢູ່ຕໍ່ໜ້າພວກເຂົາຈະເປັນຄົນໜຸນຫຼັງພວກເຂົາຕະຫຼອດເວລາ; ພຣະອົງຈະເປັນຫໍຄອຍທີ່ເຂັ້ມແຂງຂອງພວກເຂົາ, ບ່ອນຫຼົບໄພຂອງພວກເຂົາຕະຫຼອດໄປເປັນນິດ.

ເຖິງແມ່ນພຣະເຢຊູເຈົ້າໄດ້ຟື້ນຄືນມາ, ຫົວໃຈຂອງພຣະອົງ ແລະ ພາລະກິດຂອງພຣະອົງບໍ່ໄດ້ຈາກມະນຸດຊາດໄປໃສ. ການປາກົດຕໍ່ຜູ້ຄົນ, ພຣະອົງໄດ້ບອກພວກເຂົາວ່າ ບໍ່ວ່າພຣະອົງຈະຢູ່ໃນຮູບຮ່າງໃດກໍຕາມ, ພຣະອົງຈະຕິດຕາມຜູ້ຄົນ, ຍ່າງກັບພວກເຂົາ ແລະ ຢູ່ກັບພວກເຂົາຕະຫຼອດເວລາ ແລະ ທຸກຫົນແຫ່ງ. ພຣະອົງບອກພວກເຂົາວ່າ ພຣະອົງຈະສະໜອງໃຫ້ແກ່ມະນຸດຊາດ ແລະ ລ້ຽງດູພວກເຂົາຕະຫຼອດເວລາ ແລະ ທຸກຫົນແຫ່ງ, ເຮັດໃຫ້ພວກເຂົາໄດ້ເຫັນ ແລະ ສຳຜັດພຣະອົງ ແລະ ຮັບປະກັນບໍ່ໃຫ້ພວກເຂົາຮູ້ສຶກສິ້ນຫວັງອີກຕໍ່ໄປ. ພຣະເຢຊູເຈົ້າຍັງຕ້ອງການໃຫ້ຜູ້ຄົນຮູ້ຈັກວ່າພວກເຂົາບໍ່ໄດ້ດຳລົງຊີວິດຄົນດຽວຢູ່ໃນໂລກນີ້. ມະນຸດຊາດມີຄວາມຫ່ວງໃຍຂອງພຣະເຈົ້າ; ພຣະເຈົ້າຢູ່ກັບພວກເຂົາ. ພວກເຂົາສາມາດເພິ່ງພາພຣະເຈົ້າສະເໝີ ແລະ ພຣະອົງເປັນຄອບຄົວຂອງຜູ້ຕິດຕາມທຸກຄົນຂອງພຣະອົງ. ເມື່ອມີພຣະເຈົ້າໃຫ້ເພິ່ງພາ, ມະນຸດຊາດກໍຈະບໍ່ຕ້ອງໂດດດ່ຽວ ຫຼື ສິ້ນຫວັງອີກຕໍ່ໄປ ແລະ ຄົນທີ່ຍອມຮັບພຣະອົງໃຫ້ເປັນເຄື່ອງບູຊາແທນຄວາມຜິດບາບຂອງພວກເຂົາກໍຈະບໍ່ຖືກຜູກມັດໃນຄວາມຜິດບາບອີກຕໍ່ໄປ. ໃນສາຍຕາຂອງມະນຸດ, ພາລະກິດສ່ວນນີ້ຂອງພຣະອົງທີ່ພຣະເຢຊູເຈົ້າໄດ້ປະຕິບັດຫຼັງຈາກການຟື້ນຄືນຊີບຂອງພຣະອົງແມ່ນເປັນສິ່ງເລັກນ້ອຍຫຼາຍ, ແຕ່ຕາມທີ່ເຮົາເຫັນ, ທຸກສິ່ງທີ່ພຣະອົງເຮັດແມ່ນມີຄວາມໝາຍຫຼາຍ, ມີຄຸນຄ່າຫຼາຍ, ສຳຄັນຫຼາຍ ແລະ ເຕັມໄປດ້ວຍຄວາມໝາຍຢ່າງໃຫຍ່ຫຼວງ.

ເຖິງແມ່ນເວລາການປະຕິບັດພາລະກິດຂອງພຣະເຢຊູເຈົ້າທີ່ຢູ່ໃນເນື້ອໜັງແມ່ນເຕັມໄປດ້ວຍຄວາມລໍາບາກ ແລະ ການທົນທຸກກໍຕາມ, ໃນເວລານັ້ນພຣະອົງສາມາດສຳເລັດພາລະກິດຂອງພຣະອົງໃນເນື້ອໜັງຢ່າງຄົບຖ້ວນ ແລະ ສົມບູນເພື່ອໄຖ່ບາບມະນຸດຊາດຜ່ານການປາກົດຕົວຂອງພຣະອົງໃນຮ່າງກາຍຝ່າຍວິນຍານທີ່ເປັນເນື້ອໜັງ ແລະ ເລືອດຂອງພຣະອົງ. ພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງໂດຍກາຍມາເປັນເນື້ອໜັງ ແລະ ພຣະອົງສຳເລັດພັນທະກິດຂອງພຣະອົງໂດຍປາກົດຕໍ່ມະນຸດຊາດໃນຮູບຮ່າງທີ່ເປັນເນື້ອໜັງຂອງພຣະອົງ. ພຣະອົງປະກາດຍຸກແຫ່ງພຣະຄຸນ, ເລີ່ມຕົ້ນຍຸກໃໝ່ຜ່ານທາງຕົວຕົນຂອງພຣະອົງດັ່ງພຣະຄຣິດ. ຜ່ານທາງຕົວຕົນຂອງພຣະຄຣິດ, ພຣະອົງປະຕິບັດພາລະກິດໃນຍຸກແຫ່ງພຣະຄຸນ ແລະ ພຣະອົງເສີມສ້າງ ແລະ ນໍາພາຜູ້ຕິດຕາມທຸກຄົນຂອງພຣະອົງໃນຍຸກແຫ່ງພຣະຄຸນ. ມັນສາມາດເວົ້າໄດ້ວ່າ ກ່ຽວກັບພາລະກິດຂອງພຣະເຈົ້າ, ພຣະອົງໄດ້ສຳເລັດສິ່ງທີ່ພຣະອົງໄດ້ເລີ່ມຕົ້ນຢ່າງແທ້ຈິງ. ບາດກ້າວຕ່າງໆ, ແຜນການ ແລະ ພາລະກິດແມ່ນເຕັມໄປດ້ວຍສະຕິປັນຍາ, ອຳນາດທີ່ຍິ່ງໃຫຍ່, ການກະທຳທີ່ມະຫັດສະຈັນ, ຄວາມຮັກ ແລະ ຄວາມເມດຕາຂອງພຣະອົງ. ແນ່ນອນ ເສັ້ນດ້າຍຫຼັກທີ່ແລ່ນຜ່ານພາລະກິດທັງໝົດຂອງພຣະເຈົ້າຄືຄວາມຫ່ວງໃຍຂອງພຣະອົງສຳລັບມະນຸດຊາດ; ມັນຊຶມໄປດ້ວຍຄວາມຮູ້ສຶກກົງວົນໃຈຂອງພຣະອົງທີ່ພຣະອົງບໍ່ສາມາດປ່ອຍວາງໄດ້ຈັກເທື່ອ. ໃນຂໍ້ພຣະຄຳພີເຫຼົ່ານີ້, ໃນທຸກສິ່ງທີ່ພຣະເຢຊູເຈົ້າເຮັດຫຼັງຈາກການຟື້ນຄືນຊີບຂອງພຣະອົງ, ຄວາມຫວັງ ແລະ ຄວາມກັງວົນທີ່ບໍ່ປ່ຽນແປງຂອງພຣະເຈົ້າສຳລັບມະນຸດຊາດ ພ້ອມດ້ວຍຄວາມຫ່ວງໃຍຢ່າງພາກພຽນຂອງພຣະອົງ ແລະ ການຖະໜອມມະນຸດຊາດແມ່ນຖືກເປີດເຜີຍ. ບໍ່ມີຫຍັງໃນສິ່ງນີ້ເຄີຍປ່ຽນແປງ ຈົນເຖິງປັດຈຸບັນ, ພວກເຈົ້າສາມາດເຫັນມັນບໍ? ເມື່ອພວກເຈົ້າໄດ້ເຫັນສິ່ງນີ້, ຫົວໃຈຂອງພວກເຈົ້າບໍ່ໄດ້ຫຍັບເຂົ້າໃກ້ພຣະເຈົ້າໂດຍບໍ່ຮູ້ຕົວບໍ? ຖ້າພວກເຈົ້າດຳລົງຊີວິດຢູ່ໃນຍຸກນັ້ນ ແລະ ພຣະເຢຊູເຈົ້າປາກົດຕໍ່ພວກເຈົ້າຫຼັງຈາກການຟື້ນຄືນຊີບຂອງພຣະອົງໃນຮູບຮ່າງທີ່ຈັບຕ້ອງໄດ້ເພື່ອໃຫ້ພວກເຈົ້າໄດ້ເຫັນ ແລະ ຖ້າພຣະອົງນັ່ງຕໍ່ໜ້າພວກເຈົ້າ, ກິນເຂົ້າຈີ່ ແລະ ປາ ແລະ ອະທິບາຍຂໍ້ພຣະຄຳພີແກ່ພວກເຈົ້າ ແລະ ເວົ້າກັບພວກເຈົ້າ, ແລ້ວພວກເຈົ້າຈະຮູ້ສຶກແນວໃດ? ພວກເຈົ້າຈະຮູ້ສຶກມີຄວາມສຸກບໍ? ຫຼື ພວກເຈົ້າຈະຮູ້ສຶກຜິດບໍ? ຄວາມເຂົ້າໃຈຜິດ ແລະ ການຫຼີກເວັ້ນພຣະເຈົ້າກ່ອນໜ້ານີ້, ການຕໍ່ຕ້ານ ແລະ ການສົງໄສກ່ຽວກັບພຣະເຈົ້າ, ສິ່ງເຫຼົ່ານີ້ຈະບໍ່ຫາຍໄປທັງໝົດບໍ? ຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດຈະບໍ່ຍິ່ງທຳມະດາ ແລະ ຖືກຕ້ອງຂຶ້ນກວ່າເກົ່າບໍ?

ການຕີຄວາມໝາຍໃນບົດພຣະຄຳພີທີ່ຈຳກັດເຫຼົ່ານີ້, ພວກເຈົ້າຄົ້ນພົບຂໍ້ບົກຜ່ອງຫຍັງໃນອຸປະນິໄສຂອງພຣະເຈົ້າບໍ? ພວກເຈົ້າຄົ້ນພົບການເຈືອປົນໃດໆໃນຄວາມຮັກຂອງພຣະເຈົ້າບໍ? ພວກເຈົ້າເຫັນການລໍ້ລວງ ຫຼື ສິ່ງຊົ່ວຮ້າຍໃດໆໃນອຳນາດອັນຍິ່ງໃຫຍ່ ຫຼື ສະຕິປັນຍາຂອງພຣະເຈົ້າບໍ? ບໍ່ມີຢ່າງແນ່ນອນ! ບັດນີ້ ພວກເຈົ້າສາມາດເວົ້າໄດ້ຢ່າງໝັ້ນໃຈບໍວ່າພຣະເຈົ້າບໍລິສຸດ? ພວກເຈົ້າສາມາດເວົ້າໄດ້ຢ່າງໝັ້ນໃຈບໍວ່າ ທຸກຄວາມຮູ້ສຶກຂອງພຣະເຈົ້າຄືການເປີດເຜີຍເຖິງແກ່ນແທ້ ແລະ ອຸປະນິໄສຂອງພຣະອົງ? ເຮົາຫວັງວ່າ ຫຼັງຈາກທີ່ພວກເຈົ້າໄດ້ອ່ານພຣະທຳເຫຼົ່ານີ້, ຄວາມເຂົ້າໃຈທີ່ພວກເຈົ້າໄດ້ຮັບຈາກສິ່ງເຫຼົ່ານີ້ຈະຊ່ວຍພວກເຈົ້າ ແລະ ນໍາປະໂຫຍດມາສູ່ພວກເຈົ້າໃນການສະແຫວງຫາການປ່ຽນແປງອຸປະນິໄສ ແລະ ຄວາມຢຳເກງພຣະເຈົ້າ ແລະ ມັນຈະເກີດໝາກຜົນໃນພວກເຈົ້າ, ເປັນໝາກຜົນທີ່ເຕີບໃຫຍ່ໃນແຕ່ລະມື້ ເພື່ອວ່າໃນລະຫວ່າງການສະແຫວງຫາສິ່ງເຫຼົ່ານີ້ ພວກເຈົ້າຈະໄດ້ເຂົ້າໃກ້ຊິດພຣະເຈົ້າຫຼາຍຂຶ້ນ ແລະ ໃກ້ຊິດມາດຕະຖານທີ່ພຣະເຈົ້າຮຽກຮ້ອງຫຼາຍຂຶ້ນ. ພວກເຈົ້າຈະບໍ່ເບື່ອໜ່າຍການສະແຫວງຫາຄວາມຈິງ ແລະ ຈະບໍ່ຮູ້ສຶກວ່າ ການສະແຫວງຫາຄວາມຈິງ ແລະ ການປ່ຽນແປງໃນອຸປະນິໄສເປັນສິ່ງທີ່ຫຍຸ້ງຍາກ ຫຼື ບໍ່ຈຳເປັນ. ກົງກັນຂ້າມ ເມື່ອຖືກຈູງໃຈໂດຍການສະແດງອອກຂອງອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ ແລະ ແກ່ນແທ້ອັນບໍລິສຸດຂອງພຣະເຈົ້າ, ພວກເຈົ້າຈະປາຖະໜາຫາແສງສະຫວ່າງ, ປາຖະໜາຫາຄວາມຍຸຕິທຳ, ຕ້ອງການສະແຫວງຫາຄວາມຈິງ, ສະແຫວງຫາເພື່ອບັນລຸຄວາມປະສົງຂອງພຣະເຈົ້າ ແລະ ພວກເຈົ້າຈະກາຍເປັນຄົນທີ່ຖືກຮັບເອົາໂດຍພຣະເຈົ້າ ແລະ ກາຍເປັນບຸກຄົນທີ່ແທ້ຈິງ.

ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III

ກ່ອນນີ້: ການຮູ້ຈັກພຣະເຈົ້າ I

ຕໍ່ໄປ: ການຮູ້ຈັກພຣະເຈົ້າ III

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້