ການຮູ້ຈັກພຣະເຈົ້າ 5

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 166)

ພວກເຈົ້າຮູ້ຈັກບໍວ່າ ຄວາມຮູ້ຫຍັງທີ່ສໍາຄັນຕໍ່ການເຂົ້າໃຈອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ? ມີຫຼາຍສິ່ງທີ່ສາມາດເວົ້າໄດ້ຈາກປະສົບການກ່ຽວກັບຫົວຂໍ້ນີ້ ແຕ່ກ່ອນອື່ນໝົດ ມີປະເດັນຫຼັກບາງຂໍ້ທີ່ເຮົາຕ້ອງບອກພວກເຈົ້າ. ເພື່ອເຂົ້າໃຈອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ, ກ່ອນອື່ນໝົດ ຜູ້ຄົນຕ້ອງເຂົ້າໃຈຄວາມຮູ້ສຶກຂອງພຣະເຈົ້າ: ສິ່ງທີ່ພຣະອົງບໍ່ມັກ, ສິ່ງທີ່ພຣະອົງກຽດຊັງ, ສິ່ງທີ່ພຣະອົງຮັກ, ຜູ້ທີ່ພຣະອົງມີຄວາມອົດທົນ ແລະ ຄວາມເມດຕານໍາ ແລະ ຄົນປະເພດໃດທີ່ພຣະອົງປະທານຄວາມເມດຕາໃຫ້. ນີ້ຄືປະເດັນຫຼັກ. ຜູ້ຄົນຍັງຕ້ອງເຂົ້າໃຈວ່າ ບໍ່ວ່າພຣະເຈົ້າຈະສະຫງ່າງາມຫຼາຍສໍ່າໃດກໍຕາມ, ບໍ່ວ່າພຣະອົງຈະມີຄວາມເມດຕາ ແລະ ຄວາມຮັກໃຫ້ກັບຜູ້ຄົນຫຼາຍຊໍ່າໃດກໍຕາມ, ພຣະເຈົ້າຈະບໍ່ໄດ້ອົດທົນຕໍ່ບຸກຄົນທີ່ລ່ວງເກີນສະຖານະ ແລະ ຕໍາແໜ່ງຂອງພຣະອົງ ແລະ ພຣະອົງຈະບໍ່ອົດທົນຕໍ່ບຸກຄົນທີ່ລ່ວງເກີນກຽດສັກສີຂອງພຣະອົງ. ເຖິງວ່າພຣະເຈົ້າຈະຮັກຜູ້ຄົນ ແຕ່ພຣະອົງກໍບໍ່ໄດ້ຕາມໃຈພວກເຂົາ. ພຣະອົງມອບຄວາມຮັກ, ຄວາມເມດຕາ ແລະ ຄວາມອົດທົນຂອງພຣະອົງໃຫ້ກັບຜູ້ຄົນ ແຕ່ພຣະອົງບໍ່ເຄີຍເອົາໃຈພວກເຂົາ; ພຣະເຈົ້າມີຫຼັກການຂອງພຣະອົງ ແລະ ຂີດຈໍາກັດຂອງພຣະອົງ. ເຖິງແມ່ນວ່າ ເຈົ້າຈະຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ເຖິງແມ່ນວ່າຄວາມຮັກນັ້ນຈະຫຼາຍສໍ່າໃດກໍຕາມ, ເຈົ້າຕ້ອງບໍ່ປະຕິບັດຕໍ່ພຣະເຈົ້າຄືກັບເຈົ້າປະຕິບັດກັບຄົນອື່ນຈັກເທື່ອ. ເຖິງວ່າມັນຈະແມ່ນຄວາມຈິງທີ່ພຣະເຈົ້າປະຕິບັດກັບຜູ້ຄົນດ້ວຍຄວາມໃກ້ຊິດທີ່ສຸດ, ແຕ່ຖ້າຜູ້ຄົນເຫັນພຣະເຈົ້າເປັນພຽງແຕ່ບຸກຄົນໜຶ່ງ, ຄືກັບວ່າ ພຣະອົງເປັນພຽງແຕ່ສິ່ງທີ່ຖືກສ້າງສິ່ງໜຶ່ງ, ເປັນຄືເພື່ອນ ຫຼື ວັດຖຸແຫ່ງການນະມັດສະການ, ພຣະເຈົ້າກໍຈະເຊື່ອງໃບໜ້າຂອງພຣະອົງຈາກພວກເຂົາ ແລະ ປະຖິ້ມພວກເຂົາ. ນີ້ແມ່ນອຸປະນິໄສຂອງພຣະອົງ ແລະ ຜູ້ຄົນຕ້ອງບໍ່ໃສ່ໃຈບັນຫານີ້ໂດຍທີ່ບໍ່ຄິດ. ສະນັ້ນ, ພວກເຮົາຈຶ່ງມັກເຫັນພຣະທໍາເຫຼົ່ານີ້ທີ່ກ່າວໂດຍພຣະເຈົ້າກ່ຽວກັບອຸປະນິໄສຂອງພຣະອົງ ເຊັ່ນ: ມັນບໍ່ສໍາຄັນວ່າ ເຈົ້າໄດ້ເດີນທາງຫຼາຍເສັ້ນທາງພຽງໃດກໍຕາມ, ເຈົ້າໄດ້ເຮັດພາລະກິດຫຼາຍສໍ່າໃດກໍຕາມ ຫຼື ເຈົ້າໄດ້ທົນທຸກຫຼາຍສໍ່າໃດກໍຕາມ ແຕ່ເມື່ອເຈົ້າໄດ້ລ່ວງເກີນອຸປະນິໄສຂອງພຣະເຈົ້າ ພຣະອົງກໍຈະຕອບແທນພວກເຈົ້າແຕ່ລະຄົນອີງຕາມສິ່ງທີ່ພວກເຈົ້າໄດ້ເຮັດ. ນີ້ໝາຍຄວາມວ່າ ພຣະເຈົ້າປະຕິບັດກັບຜູ້ຄົນດ້ວຍຄວາມໃກ້ຊິດທີ່ສຸດ ແຕ່ຜູ້ຄົນຕ້ອງບໍ່ປະຕິບັດກັບພຣະເຈົ້າດັ່ງເພື່ອນ ຫຼື ພີ່ນ້ອງ. ຢ່າຮ້ອງພຣະເຈົ້າວ່າ “ສ່ຽວ” ຂອງເຈົ້າ. ບໍ່ວ່າເຈົ້າຈະໄດ້ຮັບຄວາມຮັກຈາກພຣະອົງຫຼາຍສໍ່າໃດກໍຕາມ, ບໍ່ວ່າພຣະອົງຈະມອບຄວາມອົດທົນໃຫ້ເຈົ້າຫຼາຍພຽງໃດກໍຕາມ, ເຈົ້າຕ້ອງບໍ່ປະຕິບັດກັບພຣະເຈົ້າວ່າເປັນເພື່ອນຈັກເທື່ອ. ນີ້ແມ່ນອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ. ເຈົ້າເຂົ້າໃຈບໍ? ເຮົາຈໍາເປັນຕ້ອງເວົ້າເພີ່ມເຕີມກ່ຽວກັບສິ່ງນີ້ບໍ? ພວກເຈົ້າໄດ້ເຂົ້າໃຈກ່ອນໜ້ານີ້ກ່ຽວກັບບັນຫານີ້ບໍ່? ເວົ້າໂດຍທົ່ວໄປແລ້ວ, ບໍ່ວ່າພວກເຂົາຈະເຂົ້າໃຈທິດສະດີ ຫຼື ພວກເຂົາບໍ່ເຄີຍພິຈາລະນາບັນຫານີ້ມາກ່ອນກໍຕາມ ນີ້ແມ່ນຄວາມຜິດທີ່ຜູ້ຄົນເຮັດໄດ້ງ່າຍທີ່ສຸດ. ເມື່ອເວລາຜູ້ຄົນລ່ວງເກີນພຣະເຈົ້າ, ມັນອາດຈະບໍ່ແມ່ນຍ້ອນເຫດການ ຫຼື ສິ່ງໃດໜຶ່ງທີ່ພວກເຂົາໄດ້ເວົ້າ ແຕ່ກົງກັນຂ້າມ ມັນແມ່ນຍ້ອນທັດສະນະຄະຕິທີ່ພວກເຂົາມີ ແລະ ສະພາບທີ່ພວກເຂົາຢູ່. ນີ້ແມ່ນສິ່ງທີ່ຢ້ານກົວຫຼາຍ. ບາງຄົນເຊື່ອວ່າ ພວກເຂົາມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ວ່າພວກເຂົາມີຄວາມຮູ້ບາງຢ່າງກ່ຽວກັບພຣະອົງ ແລະ ພວກເຂົາອາດເຖິງກັບເຮັດບາງສິ່ງທີ່ເຮັດໃຫ້ພຣະເຈົ້າພໍໃຈ. ພວກເຂົາເລີ່ມຮູ້ສຶກທຽບເທົ່າກັບພຣະເຈົ້າ ແລະ ພວກເຂົາໄດ້ໃຊ້ກົນອຸບາຍຢ່າງສະຫຼາດເພື່ອສ້າງມິດຕະພາບກັບພຣະເຈົ້າ. ຄວາມຮູ້ສຶກປະເພດເຫຼົ່ານີ້ແມ່ນຜິດຫຼາຍ. ຖ້າເຈົ້າບໍ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສິ່ງນີ້, ຖ້າເຈົ້າບໍ່ເຂົ້າໃຈສິ່ງນີ້ຢ່າງຊັດເຈນ, ເຈົ້າກໍຈະລ່ວງເກີນພຣະເຈົ້າ ແລະ ລ່ວງເກີນອຸປະນິໄສທີ່ຊອບທໍາຂອງພຣະອົງໄດ້ຢ່າງງ່າຍດາຍ. ບັດນີ້ ພວກເຈົ້າເຂົ້າໃຈໃນສິ່ງນີ້ແລ້ວບໍ? ອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ່ເປັນເອກະລັກບໍ? ມັນສາມາດທຽບເທົ່າກັບບຸກຄະລິກ ຫຼື ສົມບັດສິນທໍາຂອງມະນຸດບໍ? ມັນບໍ່ສາມາດ. ສະນັ້ນ, ເຈົ້າຕ້ອງຢ່າລືມວ່າ ບໍ່ວ່າພຣະເຈົ້າຈະປະຕິບັດກັບຜູ້ຄົນ ຫຼື ພຣະອົງຈະຄິດກັບຜູ້ຄົນດ້ວຍວິທິໃດກໍຕາມ ແຕ່ຕໍາແໜ່ງ, ອໍານາດ ແລະ ສະຖານະຂອງພຣະອົງແມ່ນບໍ່ເຄີຍປ່ຽນແປງ. ສໍາລັບມະນຸດ, ພຣະເຈົ້າແມ່ນພຣະຜູ້ເປັນເຈົ້າຂອງທຸກສິ່ງ ແລະ ເປັນພຣະຜູ້ສ້າງສະເໝີ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 167)

ນິທານເລື່ອງທີ 1. ເມັດພືດ, ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດ

ມີເມັດພືດເມັດນ້ອຍເມັດໜຶ່ງຕົກລົງມາສູ່ແຜ່ນດິນໂລກ. ເມື່ອຝົນຕົກມາຢ່າງແຮງ ແລະ ເມັດພືດນັ້ນກໍໄດ້ງອກເປັນໜໍ່ຂຶ້ນ ໃນຂະນະທີ່ຮາກຂອງມັນໄດ້ຢັ່ງລົງໄປໃນພື້ນດິນຢ່າງຊ້າໆ. ໜໍ່ພືດນັ້ນເຕີບໃຫຍ່ຂຶ້ນຕາມການເວລາ, ທົນຕໍ່ລົມພັດແຮງ ແລະ ຝົນຕົກໜັກ ແລະ ພົບກັບການປ່ຽນແປງຂອງລະດູການ ເມື່ອດວງເດືອນຂຶ້ນ ແລະ ລົງ. ໃນລະດູຮ້ອນ, ແຜ່ນດິນໂລກໄດ້ນໍາມາເຊິ່ງຂອງຂວັນແຫ່ງນໍ້າ ເພື່ອວ່າໜໍ່ພືດນັ້ນອາດຈະສາມາດທົນຕໍ່ຄວາມຮ້ອນໄໝ້ຂອງລະດູການ. ຍ້ອນແຜ່ນດິນໂລກ ຄວາມຮ້ອນຈຶ່ງເອົາຊະນະໜໍ່ພືດບໍ່ໄດ້ ແລະ ສະນັ້ນ ຄວາມຮ້ອນຂອງລະດູຮ້ອນທີ່ຮ້າຍແຮງທີ່ສຸດກໍໄດ້ຜ່ານພົ້ນໄປ. ເມື່ອລະດູໜາວມາເຖິງ ແຜ່ນດິນໂລກກໍປົກຫຸ້ມໜໍ່ພືດດ້ວຍໂອບກອດທີ່ອົບອຸ່ນຂອງມັນ. ແຜ່ນດິນໂລກ ແລະ ໜໍ່ພືດກໍໄດ້ກອດຮັດກັນແລະກັນຢ່າງໜຽວແໜ້ນ. ແຜ່ນດິນໂລກໃຫ້ຄວາມອົບອຸ່ນແກ່ໜໍ່ພືດ ແລະ ດ້ວຍເຫດນັ້ນ ມັນຈຶ່ງຢູ່ລອດຈາກຄວາມໜາວເຢັນຂອງລະດູການ ໂດຍບໍ່ໄດ້ຮັບໄພອັນຕະລາຍຈາກລົມພະຍຸໜາວ ແລະ ພະຍຸຫິມະ. ເນື່ອງຈາກໄດ້ຮັບການຄຸ້ມກັນຈາກແຜ່ນດິນໂລກ, ໜໍ່ພືດກໍມີຄວາມກ້າ ແລະ ຄວາມສຸກ; ມັນມີສຸຂະພາບທີ່ດີ ແລະ ແຂງແຮງຈາກການບໍາລຸງລ້ຽງຢ່າງບໍ່ເຫັນແກ່ຕົວຂອງແຜ່ນດິນໂລກ. ມັນເຕີບໃຫຍ່ຢ່າງມີຄວາມສຸກ, ຮ້ອງເພງໃນສາຍຝົນ, ເຕັ້ນລໍາ ແລະ ໄກວໄປມາຕາມສາຍລົມ. ໜໍ່ພືດ ແລະ ແຜ່ນດິນໂລກອາໄສເຊິ່ງກັນແລະກັນ...

ເວລາຜ່ານໄປຫຼາຍປີ ແລະ ໜໍ່ພືດກໍໄດ້ເຕີບໃຫຍ່ກາຍເປັນຕົ້ນໄມ້ໃຫຍ່. ມັນຢືນຢ່າງໝັ້ນຄົງຢູ່ເທິງແຜ່ນດິນໂລກ ໂດຍມີງ່າໄມ້ທີ່ແຂງແຮງພ້ອມກັບໃບໄມ້ທີ່ນັບບໍ່ຖ້ວນ. ຮາກຂອງຕົ້ນໄມ້ນັ້ນກໍຍັງຢັ່ງລົງໃນພື້ນດິນຄືດັ່ງທີ່ມັນເຄີຍເປັນ ແລະ ຕອນນີ້ມັນຍິ່ງຢັ່ງເລິກລົງໄປໃນດິນ. ຕອນນີ້ແຜ່ນດິນໂລກທີ່ຄັ້ງໜຶ່ງເຄີຍປົກປ້ອງໜໍ່ພືດນ້ອຍໆກໍໄດ້ເປັນຮາກຖານສໍາລັບຕົ້ນໄມ້ທີ່ຍິ່ງໃຫຍ່.

ແສງແດດໄດ້ສ່ອງລົງມາໃສ່ຕົ້ນໄມ້. ຕົ້ນໄມ້ເອນລໍາຕົ້ນຂອງມັນ ແລະ ກາງງ່າຂອງມັນອອກກວ້າງໆ ແລະ ສູບຫາຍໃຈເອົາອາກາດທີ່ໄດ້ຮັບແສງແດດເຂົ້າໄປຢ່າງເລິກໆ. ພື້ນດິນດ້ານລຸ່ມກໍຫາຍໃຈພ້ອມກັບຕົ້ນໄມ້ ແລະ ແຜ່ນດິນໂລກກໍຮູ້ສຶກວ່າ ໄດ້ເກີດຂຶ້ນໃໝ່. ຫຼັງຈາກນັ້ນກໍມີລົມທີ່ສົດຊື່ນພັດທ່າມກາງງ່າໄມ້ ແລະ ຕົ້ນໄມ້ກໍສັ່ນດ້ວຍຄວາມດີໃຈ ແລະ ໂອນເອນເປັນຄື້ນຢ່າງມີພະລັງ. ຕົ້ນໄມ້ ແລະ ແສງແດດອາໄສເຊິ່ງກັນແລະກັນ...

ຜູ້ຄົນນັ່ງໃນຮົ່ມເຢັນຂອງຕົ້ນໄມ້ ແລະ ຕາກອາກາດທີ່ຫອມຫວນ ແລະ ມີຊີວິດຊີວາ. ອາກາດຊໍາລະລ້າງຫົວໃຈ ແລະ ປອດຂອງພວກເຂົາ ແລະ ມັນຊໍາລະລ້າງເລືອດທີ່ຢູ່ພາຍໃນພວກເຂົາ ແລະ ຮ່າງກາຍຂອງພວກເຂົາກໍບໍ່ມີຄວາມອ່ອນເພຍ ແລະ ຈໍາກັດອີກຕໍ່ໄປ. ຜູ້ຄົນ ແລະ ຕົ້ນໄມ້ແມ່ນອາໄສເຊິ່ງກັນແລະກັນ...

ຝູງນົກນ້ອຍຮ້ອງຈິບໆໄດ້ບິນລົງມາຈັບເທິງງ່າໄມ້. ບາງເທື່ອພວກມັນລົງມາຈັບຢູ່ບ່ອນນັ້ນ ເພື່ອລົບໜີສັດລ່າເຫຍື່ອ ຫຼື ເພື່ອປະສົມພັນ ແລະ ລ້ຽງລູກຂອງພວກມັນ ຫຼື ບາງເທື່ອພວກມັນແມ່ນພຽງແຕ່ມາພັກຜ່ອນເລັກນ້ອຍ. ນົກ ແລະ ຕົ້ນໄມ້ແມ່ນອາໄສເຊິ່ງກັນແລະກັນ...

ຮາກຂອງຕົ້ນໄມ້ໄດ້ກ້ຽວ ແລະ ພັນກັນ ຢັ່ງເລິກລົງໄປໃນແຜ່ນດິນໂລກ. ມັນຄຸ້ມກັນແຜ່ນດິນໂລກຈາກລົມ ແລະ ຝົນດ້ວຍລໍາຕົ້ນຂອງມັນ ແລະ ມັນກາງກິ່ງໄມ້ໃຫຍ່ຂອງມັນອອກໄປ ເພື່ອປົກປ້ອງແຜ່ນດິນໂລກ ທີ່ຢູ່ກ້ອງຕີນຂອງມັນ. ຕົ້ນໄມ້ເຮັດເຊັ່ນນັ້ນ ກໍຍ້ອນແຜ່ນດິນໂລກແມ່ນແມ່ຂອງມັນ. ພວກມັນເຮັດໃຫ້ແຕ່ລະຝ່າຍມີຄວາມເຂັ້ມແຂງ ແລະ ອາໄສເຊິ່ງກັນແລະກັນ ແລະ ພວກມັນຈະບໍ່ມີວັນແຍກຈາກກັນ...

ທຸກສິ່ງທີ່ເຮົາຫາກໍເວົ້າແມ່ນສິ່ງທີ່ພວກເຈົ້າເຄີຍເຫັນມາກ່ອນ. ຍົກຕົວຢ່າງ: ເມັດພືດເຕີບໃຫຍ່ກາຍເປັນຕົ້ນໄມ້ ແລະ ເຖິງວ່າເຈົ້າອາດຈະບໍ່ສາມາດເຫັນທຸກລາຍລະອຽດຂອງຂະບວນການ ແຕ່ເຈົ້າກໍຮູ້ວ່າ ມັນເກີດຂຶ້ນ, ເຈົ້າຮູ້ແມ່ນບໍ? ເຈົ້າຮູ້ກ່ຽວກັບແຜ່ນດິນໂລກ ແລະ ແສງແດດເຊັ່ນກັນ. ຮູບພາບຂອງນົກຈັບຢູ່ເທິງຕົ້ນໄມ້ແມ່ນສິ່ງທີ່ທຸກຄົນໄດ້ເຫັນ, ແມ່ນບໍ? ຮູບພາບຂອງຜູ້ຄົນທີ່ນັ່ງພັກຜ່ອນຢ່ອນອາລົມຢູ່ກ້ອງຮົ່ມໄມ້ຄືສິ່ງທີ່ພວກເຈົ້າທຸກຄົນໄດ້ເຫັນ, ແມ່ນບໍ? (ແມ່ນແລ້ວ). ສະນັ້ນ, ເມື່ອສິ່ງທັງໝົດເຫຼົ່ານີ້ປະກອບຢູ່ໃນຮູບພາບດຽວກັນ, ຮູບພາບນັ້ນໄດ້ສ້າງຄວາມຮູ້ສຶກຫຍັງແດ່? (ຄວາມຮູ້ສຶກສະຫງົບສຸກ). ແຕ່ລະສິ່ງຈາກສິ່ງຕ່າງໆໃນຮູບພາບດັ່ງກ່າວແມ່ນມາຈາກພຣະເຈົ້າບໍ? (ແມ່ນແລ້ວ). ໃນເມື່ອສິ່ງເຫຼົ່ານັ້ນແມ່ນມາຈາພຣະເຈົ້າ, ພຣະເຈົ້າກໍຮູ້ເຖິງຄຸນຄ່າ ແລະ ຄວາມສໍາຄັນຂອງການມີຢູ່ຂອງສິ່ງເຫຼົ່ານີ້ທັງໝົດ. ໃນເວລາທີ່ພຣະເຈົ້າໄດ້ສ້າງທຸກສັບພະສິ່ງ, ເມື່ອພຣະອົງວາງແຜນ ແລະ ສ້າງແຕ່ລະສິ່ງ, ພຣະອົງເຮັດສິ່ງດັ່ງກ່າວໂດຍມີເຈດຕະນາ; ແລະ ໃນເວລາທີ່ພຣະອົງໄດ້ສ້າງສິ່ງເຫຼົ່ານັ້ນ ແຕ່ລະສິ່ງກໍເຕັມໄປດ້ວຍຊີວິດ. ສະພາບແວດລ້ອມທີ່ພຣະອົງໄດ້ສ້າງເພື່ອການມີຢູ່ຂອງມະນຸດ ຕາມທີ່ຫາກໍໄດ້ອະທິບາຍໃນນິທານຂອງພວກເຮົາ ແມ່ນສະພາບແວດລ້ອມທີ່ເມັດພືດ ແລະ ແຜ່ນດິນໂລກອາໄສເຊິ່ງກັນແລະກັນ ແລະ ແມ່ນສະພາບແວດລ້ອມທີ່ແຜ່ນດິນໂລກສາມາດລໍ່ລ້ຽງເມັດພືດ ແລະ ເມັດພືດກໍຕິດພັນກັບແຜ່ນດິນໂລກ. ສາຍສໍາພັນນີ້ແມ່ນຖືກກໍານົດໂດຍພຣະເຈົ້າໃນຊ່ວງຕົ້ນໆຂອງການຊົງສ້າງຂອງພຣະອົງ. ເຫດການກ່ຽວກັບຕົ້ນໄມ້, ແສງແດດ, ນົກ ແລະ ມະນຸດແມ່ນການພັນລະນາກ່ຽວກັບສະພາບແວດລ້ອມທີ່ມີຊີວິດ ທີ່ພຣະເຈົ້າໄດ້ສ້າງເພື່ອມະນຸດ. ກ່ອນອື່ນ ຕົ້ນໄມ້ບໍ່ສາມາດຈາກແຜ່ນດິນໂລກໄປ ແລະ ມັນກໍບໍ່ສາມາດມີຢູ່ໂດຍບໍ່ມີແສງແດດ. ສະນັ້ນ ຈຸດປະສົງຂອງພຣະເຈົ້າໃນການສ້າງຕົ້ນໄມ້ແມ່ນຫຍັງ? ພວກເຮົາສາມາດເວົ້າໄດ້ບໍວ່າ ຈຸດປະສົງແມ່ນເພື່ອແຜ່ນດິນໂລກເທົ່ານັ້ນ? ພວກເຮົາສາມາດເວົ້າໄດ້ບໍວ່າ ຈຸດປະສົງແມ່ນເພື່ອນົກເທົ່ານັ້ນ? ພວກເຮົາສາມາດເວົ້າໄດ້ບໍວ່າ ຈຸດປະສົງແມ່ນເພື່ອຜູ້ຄົນເທົ່ານັ້ນ? (ບໍ່ໄດ້). ຄວາມສໍາພັນລະຫວ່າງພວກມັນແມ່ນຫຍັງ? ຄວາມສໍາພັນລະຫວ່າງພວກມັນແມ່ນການເຮັດໃຫ້ກັນແລະກັນມີຄວາມເຂັ້ມແຂງ, ການອາໄສເຊິ່ງກັນແລະກັນ ແລະ ການບໍ່ສາມາດແຍກອອກຈາກກັນໄດ້. ເວົ້າໄດ້ວ່າ ແຜ່ນດິນໂລກ, ຕົ້ນໄມ້, ແສງແດດ, ນົກ ແລະ ຜູ້ຄົນແມ່ນອາໄສເຊິ່ງກັນແລະກັນ ເພື່ອການມີຢູ່ ແລະ ການລໍ່ລ້ຽງກັນແລະກັນ. ຕົ້ນໄມ້ປົກປ້ອງແຜ່ນດິນໂລກ ແລະ ແຜ່ນດິນໂລກລໍ່ລ້ຽງຕົ້ນໄມ້, ແສງແດດລໍ່ລ້ຽງຕົ້ນໄມ້ ໃນຂະນະທີ່ຕົ້ນໄມ້ຮັບອາກາດສົດຈາກແສງແດດ ແລະ ເຮັດໃຫ້ຄວາມຮ້ອນທີ່ຮ້ອນໄໝ້ຂອງຕາເວັນເຢັນລົງໃນແຜ່ນດິນໂລກ. ໃນທີ່ສຸດແລ້ວແມ່ນໃຜທີ່ໄດ້ຮັບຜົນປະໂຫຍດຈາກສິ່ງນີ້? ມັນແມ່ນມະນຸດ, ບໍ່ແມ່ນບໍ? ນີ້ແມ່ນໜຶ່ງໃນຫຼັກການທີ່ຮອງຮັບສະພາບແວດລ້ອມທີ່ມະນຸດອາໄສຢູ່ ເຊິ່ງພຣະເຈົ້າໄດ້ສ້າງຂຶ້ນ; ມັນແມ່ນສິ່ງທີ່ພຣະເຈົ້າເຈດຕະນາໃຫ້ມັນເປັນແຕ່ທໍາອິດແລ້ວ. ເຖິງວ່າຮູບພາບນີ້ຈະເປັນຮູບພາບທໍາມະດາ ແຕ່ພວກເຮົາກໍສາມາດເຫັນສະຕິປັນຍາຂອງພຣະເຈົ້າ ແລະ ເຈດຕະນາຂອງພຣະອົງພາຍໃນຮູບພາບດັ່ງກ່າວ. ມະນຸດບໍ່ສາມາດມີຊີວິດຖ້າບໍ່ມີແຜ່ນດິນໂລກ ຫຼື ຕົ້ນໄມ້ ແລ້ວແຮງໄກຖ້າບໍ່ມີນົກ ແລະ ແສງແດດ. ບໍ່ແມ່ນແບບນີ້ບໍ? ເຖິງວ່ານີ້ຈະເປັນພຽງແຕ່ນິທານ ແຕ່ສິ່ງທີ່ມັນສະແດງໃຫ້ເຫັນກໍຄືໂລກນ້ອຍໆແຫ່ງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສັບພະສິ່ງຂອງພຣະເຈົ້າ ແລະ ຂອງຂວັນແຫ່ງ ສະພາບແວດລ້ອມຂອງພຣະອົງທີ່ມະນຸດສາມາດອາໄສຢູ່.

ພຣະເຈົ້າໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສັບພະສິ່ງເພື່ອມະນຸດ ພ້ອມກັບສະພາບແວດລ້ອມເພື່ອຢູ່ອາໄສ. ກ່ອນອື່ນໝົດ, ປະເດັນຫຼັກຂອງນິທານຂອງພວກເຮົາແມ່ນໄດ້ກ່າວເຖິງການຄໍ້າຊູເຊິ່ງກັນ ແລະ ກັນ, ການອາໄສເຊິ່ງກັນ ແລະ ກັນ ແລະ ການມີຢູ່ຮ່ວມກັນຂອງທຸກສັບພະສິ່ງ. ພາຍໃຕ້ຫຼັກການນີ້, ສະພາບແວດລ້ອມຂອງການມີຢູ່ຂອງມະນຸດຈຶ່ງໄດ້ຮັບການປົກປ້ອງ; ມັນສາມາດມີຊີວິດຢູ່ ແລະ ມີຄວາມຍືນຍົງ. ຍ້ອນສິ່ງນີ້ ມະນຸດຈຶ່ງສາມາດຈະເລີນເຕີບໃຫຍ່ ແລະ ສືບພັນຕໍ່ໄປ. ຮູບພາບທີ່ພວກເຮົາໄດ້ເຫັນແມ່ນຮູບພາບຂອງຕົ້ນໄມ້, ແຜ່ນດິນໂລກ, ແສງແດດ, ນົກ ແລະ ຜູ້ຄົນຢູ່ຮ່ວມກັນ. ພຣະເຈົ້າແມ່ນຢູ່ໃນຮູບພາບນີ້ບໍ? ເຈົ້າບໍ່ເຫັນພຣະອົງໃນຮູບພາບນັ້ນ, ແມ່ນບໍ? ແຕ່ເຈົ້າເຫັນກົດເກນຂອງການຄໍ້າຊູເຊິ່ງກັນແລະກັນ ແລະ ການອາໄສເຊິ່ງກັນ ແລະ ກັນ ລະຫວ່າງທຸກສັບພະສິ່ງໃນພາບນັ້ນ; ໃນກົດເກນນີ້, ຜູ້ຄົນສາມາດເຫັນການມີຢູ່ ແລະ ອໍານາດສູງສຸດຂອງພຣະເຈົ້າ. ພຣະເຈົ້າໃຊ້ຫຼັກການດັ່ງກ່າວ ແລະ ກົດເກນດັ່ງກ່າວ ເພື່ອຮັກສາຊີວິດ ແລະ ການມີຢູ່ຂອງທຸກສິ່ງ. ໃນວິທີນີ້, ພຣະອົງແມ່ນໄດ້ສະໜອງໃຫ້ກັບທຸກສິ່ງ ແລະ ມະນຸດ. ນິທານເລື່ອງນີ້ແມ່ນຕິດພັນກັບເນື້ອໃນຫຼັກຂອງພວກເຮົາບໍ? ດ້ານຜິວເຜີນເບິ່ງຄືກັບວ່າບໍ່ໄດ້ຕິດພັນຫຍັງເລີຍ ແຕ່ໃນຄວາມເປັນຈິງແລ້ວ ກົດເກນທີ່ພຣະເຈົ້າສ້າງທຸກສິ່ງ ແລະ ການປົກຄອງຂອງພຣະອົງເໜືອທຸກສິ່ງ ແມ່ນກ່ຽວຂ້ອງຢ່າງໃກ້ຊິດກັບການທີ່ພຣະອົງເປັນຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ. ຄວາມຈິງເຫຼົ່ານີ້ແມ່ນບໍ່ສາມາດແຍກອອກຈາກກັນໄດ້. ຕອນນີ້ພວກເຈົ້າແມ່ນເລີ່ມຮຽນຮູ້ບາງຢ່າງແລ້ວ!

ພຣະອົງບັນຊາກົດເກນທີ່ຄຸ້ມຄອງການປະຕິບັດຂອງທຸກສັບພະສິ່ງ; ພຣະອົງບັນຊາກົດເກນທີ່ຄຸ້ມຄອງການຢູ່ລອດຂອງສັບພະສິ່ງທັງປວງ;ພຣະອົງຄວບຄຸມທຸກສິ່ງ ແລະ ກໍານົດໃຫ້ສິ່ງເຫຼົ່ານັ້ນອຸ້ມຊູກັນ ແລະ ກັນ ແລະ ອາໄສເຊິ່ງກັນ ແລະ ກັນ ເພື່ອວ່າສິ່ງເຫຼົ່ານັ້ນຈະບໍ່ດັບສູນ ຫຼື ຫາຍໄປ. ດ້ວຍເຫດນີ້ເທົ່ານັ້ນ ມະນຸດຈຶ່ງມີຊີວິດຕໍ່; ດ້ວຍເຫດນີ້ເທົ່ານັ້ນ ພວກເຂົາຈຶ່ງມີຊີວິດພາຍໃຕ້ການຊີ້ນໍາຂອງພຣະເຈົ້າໃນສະພາບແວດລ້ອມດັ່ງກ່າວ. ພຣະເຈົ້າແມ່ນນາຍແຫ່ງກົດເກນຂອງການປະຕິບັດເຫຼົ່ານີ້ ແລະ ບໍ່ມີໃຜສາມາດແຊກແຊງສິ່ງເຫຼົ່ານັ້ນໄດ້ ແລະ ພວກເຂົາກໍບໍ່ສາມາດປ່ຽນແປງສິ່ງເຫຼົ່ານັ້ນ. ມີແຕ່ພຣະເຈົ້າເອງເທົ່ານັ້ນ ທີ່ຮູ້ຈັກກົດເກນເຫຼົ່ານີ້ ແລະ ມີແຕ່ພຣະເຈົ້າເອງເທົ່ານັ້ນ ທີ່ຄຸ້ມຄອງກົດເກນເຫຼົ່ານີ້. ເວລາໃດທີ່ຕົ້ນໄມ້ຈະອອກໜໍ່; ເວລາໃດທີ່ຝົນຈະຕົກ; ແຜ່ນດິນໂລກຈະໃຫ້ນໍ້າ ແລະ ສານອາຫານແກ່ພືດຫຼາຍຊໍ່າໃດ; ໃນລະດູການໃດທີ່ໃບໄມ້ຈະລົ່ນ; ໃນລະດູການໃດທີ່ຕົ້ນໄມ້ຈະອອກໝາກ; ແສງແດດຈະໃຫ້ສານອາຫານແກ່ຕົ້ນໄມ້ຫຼາຍຊໍ່າໃດ; ຕົ້ນໄມ້ຈະຫາຍໃຈອອກເປັນຫຍັງຫຼັງຈາກທີ່ຖືກແສງແດດ. ສິ່ງທັງໝົດເຫຼົ່ານີ້ແມ່ນຖືກກໍານົດລ່ວງໜ້າໂດຍພຣະເຈົ້າ ໃນເວລາທີ່ພຣະອົງສ້າງທຸກສັບພະສິ່ງ, ເຊິ່ງເປັນກົດເກນທີ່ບໍ່ມີໃຜສາມາດລະເມີດໄດ້. ສິ່ງທີ່ພຣະເຈົ້າໄດ້ຊົງສ້າງຂຶ້ນ ບໍ່ວ່າຈະມີຊີວິດ ຫຼື ໃນສາຍຕາຂອງມະນຸດ ບໍ່ມີຊີວິດແມ່ນຢູ່ໃນກໍາມືຂອງພຣະອົງ ເຊິ່ງເປັນບ່ອນທີ່ພຣະອົງຄວບຄຸມ ແລະ ປົກຄອງສິ່ງເຫຼົ່ານັ້ນ. ບໍ່ມີໃຜສາມາດປ່ຽນແປງ ຫຼື ລະເມີດກົດເກນເຫຼົ່ານີ້ໄດ້. ນີ້ເວົ້າໄດ້ວ່າ ໃນເວລາທີ່ພຣະເຈົ້າໄດ້ຊົງສ້າງທຸກສັບພະສິ່ງ ພຣະອົງໄດ້ກໍານົດລ່ວງໜ້າວ່າ ຖ້າບໍ່ມີແຜ່ນດິນໂລກ ຕົ້ນໄມ້ກໍຈະບໍ່ມີຮາກ, ແຕກໜໍ່ ແລະ ເຕີບໃຫຍ່; ຖ້າແຜ່ນດິນໂລກບໍ່ມີຕົ້ນໄມ້ ແລ້ວມັນຈະຫ່ຽວແຫ້ງ; ຕົ້ນໄມ້ຄວນເປັນຮັງຂອງນົກ ແລະ ບ່ອນທີ່ພວກມັນສາມາດຫຼົບຊ້ອນຈາກລົມ. ຕົ້ນໄມ້ສາມາດມີຊີວິດໂດຍບໍ່ມີແສງແດດໄດ້ບໍ? (ບໍ່ໄດ້). ມັນບໍ່ສາມາດມີຊີວິຖ້າມີພຽງແຕ່ແຜ່ນດິນໂລກເທົ່ານັ້ນ. ສິ່ງທັງໝົດເຫຼົ່ານີ້ແມ່ນເພື່ອມະນຸດ ນັ້ນກໍຄືເພື່ອການຢູ່ລອດຂອງມະນຸດ. ຈາກຕົ້ນໄມ້ ມະນຸດແມ່ນໄດ້ຮັບອາກາດສົດ ແລະ ມະນຸດທີ່ອາໄສຢູ່ເທິງແຜ່ນດິນໂລກແມ່ນໄດ້ຮັບການປົກປ້ອງຈາກຕົ້ນໄມ້. ມະນຸດບໍ່ສາມາດມີຊີວິດໂດຍບໍ່ມີແສງແດດ ຫຼື ສິ່ງມີຊີວິດຕ່າງໆ. ເຖິງວ່າຄວາມສໍາພັນຂອງພວກມັນຈະຊັບຊ້ອນ ແຕ່ເຈົ້າຕ້ອງຈື່ໄວ້ວ່າ ພຣະເຈົ້າໄດ້ສ້າງກົດເກນຕ່າງໆ ທີ່ຄຸ້ມຄອງທຸກສັບພະສິ່ງ ເພື່ອວ່າສິ່ງເຫຼົ່ານັ້ນຈະສາມາດຄໍ້າຊູກັນ ແລະ ກັນ, ອາໄສເຊິ່ງກັນ ແລະ ກັນ ແລະ ມີຊີວິດຢູ່ຮ່ວມກັນ. ເວົ້າອີກແບບໜຶ່ງກໍຄື ທຸກສັບພະສິ່ງທີ່ພຣະອົງໄດ້ສ້າງຂຶ້ນແມ່ນມີຄຸນຄ່າ ແລະ ຄວາມໝາຍ. ຖ້າພຣະເຈົ້າໄດ້ສ້າງບາງຢ່າງໂດຍບໍ່ມີຄວາມໝາຍ ພຣະເຈົ້າກໍຈະເຮັດໃຫ້ມັນຫາຍໄປ. ນີ້ແມ່ນໜຶ່ງໃນບັນດາວິທີການຕ່າງໆທີ່ພຣະເຈົ້າໄດ້ໃຊ້ ເພື່ອສະໜອງໃຫ້ທຸກສັບພະສິ່ງ. ຄໍາວ່າ “ສະໜອງໃຫ້” ແມ່ນໝາຍເຖິງຫຍັງໃນນິທານເລື່ອງນີ້? ພຣະເຈົ້າໄດ້ຫົດນໍ້າຕົ້ນໄມ້ທຸກມື້ບໍ? ຕົ້ນໄມ້ຕ້ອງການຄວາມຊ່ວຍເຫຼືອຂອງພຣະເຈົ້າໃນການຫາຍໃຈບໍ? (ບໍ່). ຄໍາວ່າ “ສະໜອງໃຫ້” ໃນນີ້ແມ່ນໝາຍເຖິງການຄຸ້ມຄອງທຸກສັບພະສິ່ງຂອງພຣະເຈົ້າຫຼັງຈາກການຊົງສ້າງຂອງພວກເຂົາ; ມັນພຽງພໍທີ່ຈະໃຫ້ພຣະເຈົ້າຄຸ້ມຄອງສິ່ງເຫຼົ່ານັ້ນ ຫຼັງຈາກໄດ້ສ້າງກົດເກນຄຸ້ມຄອງພວກມັນ. ເມື່ອເມັດພືດຖືກປູກລົງໃສ່ດິນ ຕົ້ນໄມ້ກໍຈະເຕີບໃຫຍ່ດ້ວຍຕົວມັນເອງ. ສະພາບສໍາລັບການເຕີບໃຫຍ່ຂອງມັນແມ່ນຖືກສ້າງໂດຍພຣະເຈົ້າທັງໝົດ. ພຣະເຈົ້າໄດ້ສ້າງແສງແດດ, ນໍ້າ, ດິນ, ອາກາດ ແລະ ສິ່ງແວດລ້ອມອ້ອມຂ້າງ; ພຣະເຈົ້າໄດ້ສ້າງລົມ, ນໍ້າກ້າມ, ຫິມະ, ຝົນ ແລະ ລະດູການທັງສີ່. ສິ່ງເຫຼົ່ານີ້ແມ່ນສະພາບທີ່ຕົ້ນໄມ້ຕ້ອງການເພື່ອເຕີບໃຫຍ່ ແລະ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະເຈົ້າໄດ້ຈັດແຈງໄວ້. ສະນັ້ນ, ພຣະເຈົ້າແມ່ນຕົ້ນກໍາເນີດຂອງສະພາບແວດລ້ອມທີ່ມີຊີວິດນີ້ບໍ? (ແມ່ນ). ພຣະເຈົ້າຕ້ອງໄດ້ນັບໃບໄມ້ແຕ່ລະໃບຢູ່ເທິງຕົ້ນໄມ້ທຸກມື້ບໍ? ບໍ່ເລີຍ! ພຣະເຈົ້າບໍ່ຈໍາເປັນຕ້ອງຊ່ວຍໃຫ່ຕົ້ນໄມ້ຫາຍໃຈ ຫຼື ປຸກແສງຕາເວັນໃຫ້ຕື່ນທຸກມື້ ໂດຍເວົ້າວ່າ: “ຕອນນີ້ແມ່ນເວລາທີ່ຈະຕ້ອງສ່ອງແສງໃສ່ຕົ້ນໄມ້ແລ້ວ”. ພຣະອົງບໍ່ຈໍາເປັນຕ້ອງເຮັດສິ່ງນັ້ນ. ແສງຕາເວັນຈະສ່ອງແສງດ້ວຍຕົວມັນເອງເມື່ອຮອດເວລາທີ່ມັນຈະຕ້ອງສ່ອງແສງຕາມກົດເກນຂອງມັນ; ມັນປາກົດຕົວ ແລະ ສ່ອງແສງໃສ່ຕົ້ນໄມ້ ແລະ ຕົ້ນໄມ້ຮັບເອົາແສງຕາເວັນເມື່ອມັນຕ້ອງການ ແລະ ໃນເວລາທີ່ມັນບໍ່ຕ້ອງການ ຕົ້ນໄມ້ກໍຍັງມີຊີວິດພາຍໃນກົດເກນນັ້ນ. ພວກເຈົ້າອາດບໍ່ສາມາດອະທິບາຍປາກົດການນີ້ໄດ້ຢ່າງຊັດເຈນ ແຕ່ຢ່າງໃດກໍຕາມ ນີ້ຄືຄວາມຈິງທີ່ທຸກຄົນສາມາດເຫັນ ແລະ ຮັບຮູ້ໄດ້. ສິ່ງທີ່ເຈົ້າຈໍາເປັນຕ້ອງເຮັດແມ່ນການຮັບຮູ້ວ່າ ກົດເກນທີ່ຄຸ້ມຄອງການມີຢູ່ຂອງທຸກສິ່ງແມ່ນມາຈາກພຣະເຈົ້າ ແລະ ຮູ້ວ່າ ພຣະເຈົ້າແມ່ນມີອໍານາດເໜືອການເຕີບໃຫຍ່ ແລະ ການຢູ່ລອດຂອງທຸກສິ່ງ.

ນິທານເລື່ອງນີ້ແມ່ນມີສິ່ງທີ່ຜູ້ຄົນເອີ້ນວ່າ “ການອຸປະມາ” ບໍ? ມັນແມ່ນການສົມມຸດຕົວຕົນບໍ? (ບໍ່ແມ່ນ). ເຮົາໄດ້ບອກເລື່ອງຈິງ. ສິ່ງຕ່າງໆທີ່ມີຊີວິດ, ທຸກຢ່າງທີ່ມີຊີວິດ ແມ່ນຖືກປົກຄອງໂດຍພຣະເຈົ້າ; ສິ່ງມີຊີວິດແຕ່ລະປະເພດແມ່ນຖືກເຮັດໃຫ້ມີຊີວິດໂດຍພຣະເຈົ້າໃນເວລາທີ່ມັນຖືກສ້າງຂຶ້ນ; ຊີວິດຂອງສິ່ງມີຊີວິດທັງໝົດແມ່ນມາຈາກພຣະເຈົ້າ ແລະ ຕິດຕາມວິທີທາງ ແລະ ກົດເກນຕ່າງໆທີ່ຄຸ້ມຄອງມັນ. ສິ່ງນີ້ບໍ່ຕ້ອງການໃຫ້ມະນຸດປ່ຽນແປງມັນ ແລະ ມັນບໍ່ຕ້ອງການຄວາມຊ່ວຍເຫຼືອຈາກມະນຸດ; ມັນແມ່ນໜຶ່ງໃນບັນດາວິທີທາງຕ່າງໆໃນການສະໜອງແກ່ທຸກສັບພະສິ່ງຂອງພຣະເຈົ້າ. ເຈົ້າເຂົ້າໃຈແລ້ວບໍ? ພວກເຈົ້າຄິດວ່າ ມັນຈໍາເປັນສໍາລັບຜູ້ຄົນບໍ ທີ່ຈະຕ້ອງຮູ້ສິ່ງນີ້? (ຈໍາເປັນ). ສະນັ້ນ, ນິທານເລື່ອງນີ້ແມ່ນມີສິ່ງໃດທີ່ກ່ຽວຂ້ອງກັບຊີວະວິທະຍາບໍ? ໃນທາງໃດໜຶ່ງ ມັນກ່ຽວຂ້ອງກັບຂົງເຂດຂອງຄວາມຮູ້ ຫຼື ສາຂາຂອງການຮຽນຮູ້ບໍ? ພວກເຮົາບໍ່ໄດ້ກໍາລັງສົນທະນາເລື່ອງຊີວະວິທະຍາ ແລະ ພວກເຮົາບໍ່ໄດ້ເຮັດການຄົ້ນຄວ້າທາງຊີວະວິທະຍາຢ່າງແນ່ນອນ. ແນວຄິດຫຼັກຂອງການສົນທະນາຂອງພວກເຮົາແມ່ນຫຍັງ? (ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ). ພວກເຈົ້າໄດ້ເຫັນຫຍັງພາຍໃນການຊົງສ້າງບໍ? ພວກເຈົ້າໄດ້ເຫັນຕົ້ນໄມ້ບໍ? ພວກເຈົ້າໄດ້ເຫັນແຜ່ນດິນໂລກບໍ? (ໄດ້ເຫັນ). ພວກເຈົ້າໄດ້ເຫັນແສງແດດ, ແມ່ນບໍ? ພວກເຈົ້າໄດ້ເຫັນນົກຈັບຢູ່ຕົ້ນໄມ້ບໍ? (ພວກຂ້ານ້ອຍເຫັນ). ມະນຸດມີຄວາມສຸກທີ່ມີຊີວິດໃນສະພາບແວດລ້ອມດັ່ງກ່າວບໍ? (ມີຄວາມສຸກ). ເວົ້າໄດ້ວ່າ ພຣະເຈົ້າໃຊ້ທຸກສັບພະສິ່ງ ນັ້ນກໍຄືສິ່ງຕ່າງໆທີ່ພຣະອົງໄດ້ຊົງສ້າງຂຶ້ນເພື່ອຮັກສາ ແລະ ປົກປ້ອງເຮືອນຂອງມະນຸດ ແລະ ສະພາບແວດລ້ອມຂອງຊີວິດຂອງພວກເຂົາ. ດ້ວຍວິທີນີ້, ພຣະເຈົ້າໄດ້ສະໜອງໃຫ້ແກ່ມະນຸດ ແລະ ທຸກສັບພະສິ່ງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 168)

ນິທານເລື່ອງທີ 2. ພູເຂົາໃຫຍ່, ນໍ້າຫ້ວຍນ້ອຍ, ລົມແຮງ ແລະ ຄື້ນທະເລຍັກ

ມີນໍ້າຫ້ວຍນ້ອຍໆທີ່ໄຫຼກ້ຽວໄປກ້ຽວມາ ແລ້ວໃນທີ່ສຸດກໍມາຮອດຕີນພູເຂົາໃຫຍ່. ພູເຂົາໄດ້ຕັນເສັ້ນທາງຂອງນໍ້າຫ້ວຍນ້ອຍ ເຊິ່ງດ້ວຍເຫດນັ້ນ ນໍ້າຫ້ວຍຈຶ່ງເວົ້າກັບພູເຂົາດ້ວຍສຽງທີ່ອ່ອນແອ ແລະ ຄ່ອຍໆຂອງມັນວ່າ “ກະລຸນາໃຫ້ຂ້ອຍຜ່ານໄປແດ່. ເຈົ້າກໍາລັງຢືນຕັນທາງຂ້ອຍ ແລະ ກໍາລັງຕັນເສັ້ນທາງໄປຂ້າງໜ້າຂອງຂ້ອຍ”. “ເຈົ້າກໍາລັງຊິໄປໃສ?” ພູເຂົາຖາມ. “ຂ້ອຍກໍາລັງຊອກຫາເຮືອນຂອງຂ້ອຍ”, ນໍ້າຫ້ວຍຕອບກັບ. “ໄດ້, ໄປເລີຍ ແລະ ໄຫຼຂ້າມຂ້ອຍໄປໂລດ!” ແຕ່ນໍ້າຫ້ວຍນ້ອຍນັ້ນແມ່ນອ່ອນແອ ແລະ ຍັງນ້ອຍຫຼາຍ, ດ້ວຍເຫດນັ້ນ ມັນຈຶ່ງບໍ່ມີທາງໄຫຼຂ້າມພູເຂົາໃຫຍ່ນັ້ນໄດ້. ມັນສາມາດສືບຕໍ່ໄຫຼໄປຕາມຕີນພູເຂົາເທົ່ານັ້ນ…

ລົມແຮງໄດ້ພັດມາ ໂດຍພັດເອົາຊາຍ ແລະ ເສດສິ່ງຂອງຕ່າງໆມາບ່ອນທີ່ພູເຂົາຕັ້ງຢູ່. ລົມຮ້ອງໃສ່ພູເຂົາວ່າ “ໃຫ້ຂ້ອຍຜ່ານໄປແດ່!” “ເຈົ້າກໍາລັງຊິໄປໃສ?” ພູເຂົາຖາມ. “ຂ້ອຍຕ້ອງການຂ້າມໄປອີກຟາກຂອງພູເຂົາ”, ລົມຮ້ອງຕອບກັບມາ. “ໄດ້, ຖ້າເຈົ້າສາມາດພັດຜ່ານແອວຂອງຂ້ອຍໄດ້ ເຈົ້າກໍໄປໄດ້ເລີຍ!” ລົມແຮງນັ້ນກໍໄດ້ຮ້ອງຫອນໄປທາງນີ້ ແລະ ທາງນັ້ນ ແຕ່ບໍ່ວ່າມັນຈະພັດຢ່າງແຮງເທົ່າໃດ ມັນກໍບໍ່ສາມາດພັດຜ່ານແອວຂອງພູເຂົານັ້ນໄດ້. ລົມເລີ່ມເມື່ອຍ ແລະ ຢຸດພັກ ແລະ ໃນອີກດ້ານໜຶ່ງຂອງພູເຂົາ ກໍມີລົມເລີ່ມພັດເບົາໆ ເຊິ່ງເຮັດໃຫ້ຜູ້ຄົນຢູ່ບ່ອນນັ້ນເພິ່ງພໍໃຈ. ນີ້ແມ່ນການທັກທາຍຂອງພູເຂົາຕໍ່ຜູ້ຄົນ...

ຢູ່ແຄມທະເລ, ລະອອງນໍ້າມະຫາສະໝຸດໄດ້ພັດມາໃສ່ຝັ່ງທີ່ເປັນກ້ອນຫິນຢ່າງຄ່ອຍໆ. ທັນທີໃດ ກໍມີຄື້ນທະເລຍັກໄຫຼມາ ແລະ ສົ່ງສຽງດັງໄປຫາພູເຂົາ. “ຫຼິກໄປ!” ຄື້ນທະເລຍັກຮ້ອງຂຶ້ນ. “ເຈົ້າກໍາລັງຊິໄປໃສ?” ພູເຂົາຖາມ. ໂດຍທີ່ບໍ່ສາມາດຢຸດການໄຫຼໄປທາງໜ້າຂອງມັນເອງ ຄຶ້ນທະເລໄດ້ຮ້ອງອອກໄປວ່າ “ຂ້ອຍກໍາລັງຂະຫຍາຍອານາເຂດຂອງຂ້ອຍ! ຂ້ອຍຕ້ອງການກາງແຂນຂ້ອຍອອກ!” “ໄດ້, ຖ້າເຈົ້າສາມາດຜ່ານຈອມຂອງຂ້ອຍໄດ້ ຂ້ອຍກໍຈະໃຫ້ເຈົ້າຜ່ານໄປ”. ຄື້ນທະເລໃຫຍ່ໄດ້ຖອຍກັບໄປໃນໄລຍະໜຶ່ງ ແລ້ວກໍຊັດສາດໄປຫາພູເຂົາ. ແຕ່ບໍ່ວ່າມັນຈະພະຍາຍາມຫຼາຍພຽງໃດກໍຕາມ ມັນກໍບໍ່ສາມາດຂ້າມຈອມພູເຂົາໄດ້. ຄື້ນທະເລສາມາດແຕ່ກິ້ງກັບຄືນໄປທະເລຢ່າງຊ້າໆເທົ່ານັ້ນ...

ເປັນເວລາຫຼາຍພັນປີ ນໍ້າຫ້ວຍນ້ອຍໄດ້ໄຫຼຄ່ອຍໆອ້ອມຕີນພູເຂົາ. ຕາມຄໍາຊີ້ນໍາຂອງພູເຂົາ, ນໍ້າຫ້ວຍນ້ອຍໄດ້ກັບໄປຮອດເຮືອນຂອງມັນ ເຊິ່ງມັນໄດ້ໄຫຼໄປຮ່ວມກັບແມ່ນໍ້າ ແລ້ວສຸດທ້າຍກໍໄຫຼລົງທະເລ. ພາຍໃຕ້ການເບິ່ງແຍງຂອງພູເຂົາ, ນໍ້າຫ້ວຍນ້ອຍບໍ່ເຄີຍສູນເສຍແນວທາງຂອງມັນ. ນໍ້າຫ້ວຍ ແລະ ພູເຂົາອຸ້ມຊູກັນ ແລະ ອາໄສເຊິ່ງກັນແລະກັນ; ພວກມັນເຮັດໃຫ້ແຕ່ລະຝ່າຍເຂັ້ມແຂງ, ຖ່ວງກັນແລະກັນ ແລະ ມີຊີວິດຢູ່ຮ່ວມກັນ.

ເປັນເວລາຫຼາຍພັນປີ, ລົມແຮງໄດ້ຮ້ອງຫອນ ເພາະວ່ານີ້ຄືນິໄສຂອງມັນ. ມັນຍັງມາ “ຢ້ຽມຢາມ” ພູເຂົາເປັນປະຈໍາ ໂດຍພັດອູ້ມເອົາດິນຊາຍມາຢ່າງຫຼວງຫຼາຍ. ມັນຂົ່ມຂູ່ພູເຂົາ ແຕ່ກໍບໍ່ເຄີຍພັດຜ່ານແອວຂອງພູເຂົາໄດ້. ສາຍລົມ ແລະ ພູເຂົາອຸ້ມຊູກັນ ແລະ ອາໄສເຊິ່ງກັນແລະກັນ; ພວກມັນເຮັດໃຫ້ແຕ່ລະຝ່າຍເຂັ້ມແຂງ, ຖ່ວງກັນແລະກັນ ແລະ ມີຊີວິດຢູ່ຮ່ວມກັນ.

ເປັນເວລາຫຼາຍພັນປີ, ຄື້ນທະເລຍັກບໍ່ເຄີຍຢຸດພັກຜ່ອນ ແລະ ມັນກ້າວໄປທາງໜ້າຢ່າງທໍລະຫົດ ໂດຍສືບຕໍ່ຂະຫຍາຍອານາເຂດຂອງມັນ. ມັນຮ້ອງ ແລະ ພຸ່ງຂຶ້ນຊໍ້າແລ້ວຊໍ້າອີກໃສ່ພູເຂົາ ແຕ່ພູເຂົາກໍບໍ່ເຄີຍຍັບຍ້າຍແມ່ນແຕ່ນິ້ວດຽວ. ພູເຂົາເຝົ້າເບິ່ງທະເລ ແລະ ໃນວິທີນີ້ ສິ່ງຊົງສ້າງໃນທະເລກໍເພີ່ມພູນຂຶ້ນ ແລະ ເຕີບໃຫຍ່ຂຶ້ນ. ຄື້ນທະເລ ແລະ ພູເຂົາອຸ້ມຊູກັນແລະກັນ ແລະ ອາໄສເຊິ່ງກັນແລະກັນ; ພວກມັນເຮັດໃຫ້ແຕ່ລະຝ່າຍເຂັ້ມແຂງ, ຖ່ວງກັນແລະກັນ ແລະ ມີຊີວິດຢູ່ຮ່ວມກັນ.

ນິທານຂອງພວກເຮົາກໍໄດ້ຈົບລົງແລ້ວ. ກ່ອນອື່ນໝົດ ຈົ່ງບອກເຮົາແດ່ວ່າ ນິທານເລື່ອງນີ້ແມ່ນກ່ຽວກັບຫຍັງ? ທໍາອິດແມ່ນມີພູເຂົາໃຫຍ່, ນໍ້າຫ້ວຍນ້ອຍ, ລົມແຮງ ແລະ ຄື້ນທະເລຍັກ. ໃນວັກທໍາອິດແມ່ນມີຫຍັງເກີດຂຶ້ນກັບນໍ້າຫ້ວຍນ້ອຍ ແລະ ພູເຂົາໃຫຍ່? ເປັນຫຍັງເຮົາຈຶ່ງເລືອກເວົ້າກ່ຽວກັບນໍ້າຫ້ວຍ ແລະ ພູເຂົາ? (ພາຍໃຕ້ການເບິ່ງແຍງຂອງພູເຂົາ, ນໍ້າຫ້ວຍບໍ່ເຄີຍສູນເສຍແນວທາງຂອງມັນ. ພວກມັນອາໄສເຊິ່ງກັນ ແລະ ກັນ). ເຈົ້າຈະເວົ້າໄດ້ບໍວ່າ ພູເຂົາປົກປ້ອງ ຫຼື ກີດຂວາງນໍ້າຫ້ວຍນ້ອຍ? (ພູເຂົາປົກປ້ອງນໍ້າຫ້ວຍນ້ອຍ). ແຕ່ມັນໄດ້ກີດຂວາງນໍ້າຫ້ວຍນ້ອຍບໍ? ພູເຂົາ ແລະ ນໍ້າຫ້ວຍເຟົ້າເບິ່ງກັນ ແລະ ກັນດ້ວຍຄວາມລະມັດລະວັງ; ພູເຂົາປົກປ້ອງນໍ້າຫ້ວຍ ແລະ ຍັງກີດຂວາງມັນອີກດ້ວຍ. ພູເຂົາປົກປ້ອງນໍ້າຫ້ວຍເຮັດໃຫ້ມັນໄຫຼລົງສູ່ແມ່ນໍ້າໃຫຍ່ ແຕ່ກີດຂວາງມັນເພື່ອບໍ່ໃຫ້ມັນໄຫຼໄປບ່ອນທີ່ມັນຈະໄປ ເຊິ່ງຈະເຮັດໃຫ້ມີນໍ້າຖ້ວມ ແລະ ນໍາເອົາໄພພິບັດມາສູ່ຜູ້ຄົນ. ວັກນີ້ບໍ່ໄດ້ເວົ້າກ່ຽວກັບສິ່ງນີ້ບໍ? ໃນການປົກປ້ອງນໍ້າຫ້ວຍ ແລະ ໃນການຕັນມັນ, ພູເຂົາໄດ້ຄຸ້ມກັນເຮືອນຊານຂອງຜູ້ຄົນ. ຫຼັງຈາກນັ້ນນໍ້າຫ້ວຍນ້ອຍກໍໄຫຼໄປຮ່ວມແມ່ນໍ້າຢູ່ຕີນພູ ແລະ ໄຫຼລົງສູ່ທະເລ. ນີ້ບໍ່ແມ່ນກົດເກນທີ່ຄຸ້ມຄອງການມີຢູ່ຂອງນໍ້າຫ້ວຍບໍ? ແມ່ນຫຍັງທີ່ເຮັດໃຫ້ນໍ້າຫ້ວຍສາມາດໄຫຼໄປຮ່ວມກັບແມ່ນໍ້າ ແລະ ລົງສູ່ທະເລ? ມັນບໍ່ແມ່ນພູເຂົາບໍ? ນໍ້າຫ້ວຍອາໄສການປົກປ້ອງຈາກພູເຂົາ ແລະ ການກີດຂວາງຂອງມັນ. ສະນັ້ນ, ນີ້ບໍ່ແມ່ນປະເດັນຫຼັກບໍ? ໃນສິ່ງນີ້ເຈົ້າໄດ້ເຫັນຄວາມສໍາຄັນຂອງພູເຂົາທີ່ມີຕໍ່ນໍ້າບໍ? ພຣະເຈົ້າມີຈຸດປະສົງຂອງພຣະອົງບໍ ໃນການເຮັດໃຫ້ພູເຂົາທຸກໜ່ວຍໃຫຍ່ ແລະ ນ້ອຍ? (ມີ). ວັກສັ້ນໆນີ້ ທີ່ບໍ່ມີຫຍັງ ນອກຈາກນໍ້າຫ້ວຍນ້ອຍ ແລະ ພູເຂົາໃຫຍ່ ໄດ້ເຮັດໃຫ້ພວກເຮົາເຫັນຄຸນຄ່າ ແລະ ຄວາມສໍາຄັນຂອງການຊົງສ້າງສອງສິ່ງເຫຼົ່ານີ້ຂອງພຣະເຈົ້າ; ມັນຍັງສະແດງໃຫ້ພວກເຮົາເຫັນສະຕິປັນຍາ ແລະ ຈຸດປະສົງໃນການປົກຄອງສິ່ງເຫຼົ່ານັ້ນຂອງພຣະອົງອີກດ້ວຍ. ບໍ່ແມ່ນແນວນັ້ນບໍ?

ວັກທີສອງຂອງນິທານແມ່ນກ່ຽວກັບຫຍັງ? (ລົມແຮງ ແລະ ພູເຂົາໃຫຍ່). ລົມແມ່ນສິ່ງທີ່ດີບໍ? (ດີ). ບໍ່ສະເໝີໄປ. ບາງເທື່ອ ລົມຮ້າຍແຮງຫຼາຍ ແລະ ເຮັດໃຫ້ມີໄພພິບັດ. ເຈົ້າຈະຮູ້ສຶກແນວໃດ ຖ້າເຈົ້າຖືກເຮັດໃຫ້ຢືນຢູ່ໃນລົມທີ່ຮຸນແຮງ? ມັນຂຶ້ນກັບຄວາມແຮງຂອງມັນ, ບໍ່ແມ່ນບໍ? ຖ້າມັນເປັນລົມໃນລະດັບສາມ ຫຼື ສີ່, ມັນກໍຈະສາມາດທົນໄດ້. ຢ່າງຫຼາຍທີ່ສຸດ, ຄົນອາດຈະມີຄວາມລໍາບາກໃນການມືນຕາຂອງພວກເຂົາ. ແຕ່ຖ້າລົມຮ້າຍແຮງຂຶ້ນ ແລະ ກາຍເປັນລົມພະຍຸ, ເຈົ້າຈະສາມາດຕ້ານທານມັນໄດ້ບໍ? ເຈົ້າຈະບໍ່ຕ້ານທານມັນໄດ້. ສະນັ້ນ, ມັນຜິດທີ່ຜູ້ຄົນຈະເວົ້າວ່າລົມດີຕະຫຼອດ ຫຼື ເວົ້າວ່າມັນບໍ່ດີຕະຫຼອດ ເພາະນີ້ແມ່ນຂຶ້ນກັບຄວາມແຮງຂອງມັນ. ບັດນີ້, ໜ້າທີ່ຂອງພູເຂົາໃນນີ້ແມ່ນຫຍັງ? ໜ້າທີ່ຂອງມັນບໍ່ແມ່ນເພື່ອກັ່ນຕອງລົມບໍ? ພູເຂົາລົດຄວາມແຮງຂອງລົມທີ່ຮ້າຍແຮງໃຫ້ເປັນຫຍັງ? (ເປັນລົມຄ່ອຍ). ຕອນນີ້, ໃນສະພາບແວດລ້ອມທີ່ມະນຸດອາໄສຢູ່, ຄົນສ່ວນໃຫຍ່ໄດ້ປະສົບກັບລົມແຮງ ຫຼື ລົມຄ່ອຍ? (ລົມຄ່ອຍ). ນີ້ບໍ່ແມ່ນໜຶ່ງໃນບັນດາຈຸດປະສົງຂອງພຣະເຈົ້າບໍ ເຊິ່ງກໍຄືໜຶ່ງໃນບັນດາເຈດຕະນາຂອງພຣະອົງໃນການສ້າງພູເຂົາ? ມັນຈະເປັນແນວໃດ ຖ້າຜູ້ຄົນອາໄສຢູ່ໃນສະພາບແວດລ້ອມທີ່ມີດິນຊາຍປິວໃນສາຍລົມຢ່າງແຮງ, ຢ່າງບໍ່ມີແນວກີດຂວາງ ແລະ ຢ່າງບໍ່ຖືກກັ່ນຕອງ? ມັນອາດຈະເປັນໄປໄດ້ ທີ່ຈະບໍ່ສາມາດອາໄສຢູ່ໃນດິນແດນທີ່ເຕັມໄປດ້ວຍດິນຊາຍ ແລະ ກ້ອນຫິນທີ່ປິວໄປມາ? ກ້ອນຫິນອາດຈະຟາດໃສ່ຜູ້ຄົນ ແລະ ດິນຊາຍອາດຈະເຮັດໃຫ້ພວກເຂົາເບິ່ງບໍ່ເຫັນ. ລົມອາດຈະກວດເອົາຄົນປິວຂຶ້ນໄປເທິງອາກາດ ຫຼື ອຸ້ມພວກເຂົາເຂົ້າໄປໃນອາກາດ. ເຮືອນຊານອາດຈະຖືກທໍາລາຍ ແລະ ໄພພິບັດທຸກຮູບແບບກໍອາດຈະເກີດຂຶ້ນໄດ້. ແຕ່ມັນມີຄຸນຄ່າໃນການມີຢູ່ຂອງລົມທີ່ຮຸນແຮງບໍ? ເຮົາໄດ້ເວົ້າວ່າມັນບໍ່ດີ, ສະນັ້ນ ເຈົ້າອາດຈະຮູ້ສຶກວ່າມັນບໍ່ມີຄຸນຄ່າ ແຕ່ມັນເປັນເຊັ່ນນັ້ນແທ້ບໍ? ແລ້ວມັນມີຄຸນຄ່າບໍ ເມື່ອມັນໄດ້ກາຍເປັນລົມທີ່ຄ່ອຍ? ຜູ້ຄົນຕ້ອງການຫຍັງຫຼາຍທີ່ສຸດ ເມື່ອສະພາບອາກາດເອົ້າ ແລະ ເຮັດໃຫ້ຫາຍໃຈບໍ່ອອກ? ພວກເຂົາຕ້ອງການລົມເຢັນຄ່ອຍໆ ເພື່ອພັດພວກເຂົາເບົາໆ, ເພື່ອເຮັດໃຫ້ພວກເຂົາສົດຊື່ນ ແລະ ເຮັດໃຫ້ສະໝອງຂອງພວກເຂົາປອດໂປ່ງແຈ່ມໃສ, ເພື່ອເຮັດໃຫ້ຄວາມຄິດຂອງພວກເຂົາຫຼັກແຫຼມ, ເພື່ອບັນເທົາ ແລະ ເຮັດໃຫ້ສະພາບຈິດໃຈຂອງພວກເຂົາດີຂຶ້ນ. ຍົກຕົວຢ່າງ: ຕອນນີ້ພວກເຈົ້າທຸກຄົນນັ່ງຢູ່ໃນຫ້ອງກັບອີກຫຼາຍຄົນ ແລະ ອາກາດກໍອັບ. ພວກເຈົ້າຕ້ອງການຫຍັງຫຼາຍທີ່ສຸດ? (ລົມຄ່ອຍໆ). ການໄປບ່ອນທີ່ອາກາດບໍ່ດີ ແລະ ສົກກະປົກສາມາດເຮັດໃຫ້ຄວາມຄິດຂອງຄົນຊ້າລົງ, ເຮັດໃຫ້ການໝຸນວຽນຂອງຄົນຫຼຸດລົງ ແລະ ເຮັດໃຫ້ຄວາມແຈ່ມໃສຂອງຈິດໃຈຂອງຄົນໜ້ອຍລົງ. ຢ່າງໃດກໍຕາມ, ການເຄື່ອນໄຫວ ແລະ ການໝຸນວຽນໜ້ອຍຈະເຮັດໃຫ້ອາກາດສົດໃສຂຶ້ນ ແລະ ຜູ້ຄົນຈະຮູ້ສຶກແຕກຕ່າງໃນອາກາດທີ່ສົດໃສ. ເຖິງວ່ານໍ້າຫ້ວຍນ້ອຍຈະສາມາດເຮັດໃຫ້ມີໄພພິບັດ, ເຖິງວ່າລົມທີ່ຮຸນແຮງຈະສາມາດເຮັດໃຫ້ມີໄພພິບັດ, ແຕ່ຕາບໃດທີ່ພູເຂົາຍັງຢູ່ບ່ອນນັ້ນ ມັນກໍຈະປ່ຽນໄພອັນຕະລາຍນັ້ນໃຫ້ເປັນພະລັງທີ່ເປັນປະໂຫຍດແກ່ຜູ້ຄົນ. ບໍ່ແມ່ນແນວນັ້ນບໍ?

ວັກທີສາມຂອງນິທານແມ່ນກ່ຽວກັບຫຍັງ? (ພູເຂົາໃຫຍ່ ແລະ ຄື້ນທະເລຍັກ). ພູເຂົາໃຫຍ່ ແລະ ຄື້ນທະເລຍັກ. ວັກນີ້ແມ່ນກ່ຽວກັບເຫດການທີ່ເກີດຂຶ້ນຢູ່ແຄມທະເລທີ່ຕິດຕີນພູເຂົາ. ພວກເຮົາເຫັນພູເຂົາ, ລະອອງມະຫາສະໝຸດ ແລະ ຄື້ນທະເລໃຫຍ່. ໃນກໍລະນີນີ້ສໍາລັບຄື້ນທະເລແລ້ວ ພູເຂົານັ້ນແມ່ນຫຍັງ (ເປັນຜູ້ປົກປ້ອງ ແລະ ເປັນສິ່ງກີດກັ້ນ). ມັນແມ່ນຜູ້ປົກປ້ອງ ແລະ ກີດກັ້ນ. ໃນການເປັນຜູ້ປົກປ້ອງ, ມັນເຮັດໃຫ້ທະເລບໍ່ຫາຍໄປ ເພື່ອວ່າສິ່ງຊົງສ້າງທີ່ດໍາລົງຊີວິດໃນທະເລຈະສາມາດເພີ່ມພູນ ແລະ ເຕີບໃຫຍ່ໄດ້. ໃນການເປັນຜູ້ກີດກັ້ນ, ພູເຂົາກີດກັ້ນບໍ່ໃຫ້ນໍ້າທະເລລົ້ນ ເຊິ່ງຈະເຮັດໃຫ້ເກີດໄພພິບັດ, ກີດກັ້ນບໍ່ໃຫ້ເກີດເປັນໄພ ແລະ ທໍາລາຍເຮືອນຊານຂອງຜູ້ຄົນ. ສະນັ້ນ, ພວກເຮົາສາມາດເວົ້າໄດ້ວ່າ ພູເຂົາແມ່ນເປັນທັງຜູ້ປົກປ້ອງ ແລະ ຜູ້ກີດກັ້ນ.

ນີ້ແມ່ນຄວາມໝາຍຂອງການກ່ຽວຂ້ອງກັນລະຫວ່າງພູເຂົາໃຫຍ່ ແລະ ນໍ້າຫ້ວຍນ້ອຍ, ພູເຂົາໃຫຍ່ ແລະ ລົມທີ່ຮຸນແຮງ ແລະ ພູເຂົາໃຫຍ່ ແລະ ຄື້ນທະເລຍັກ; ນີ້ແມ່ນຄວາມໝາຍຂອງການອຸ້ມຊູກັນແລະກັນ ແລະ ການຖ່ວງພວກມັນທີ່ມີເຊິ່ງກັນແລະກັນ ແລະ ການມີຊີວິດຢູ່ຮ່ວມກັນຂອງພວກມັນ. ສິ່ງເຫຼົ່ານີ້ ທີ່ຖືກສ້າງໂດຍພຣະເຈົ້າ ແມ່ນມີຢູ່ຕາມການຄຸ້ມຄອງຂອງກົດລະບຽບ ແລະ ກົດເກນ. ສະນັ້ນ, ພວກເຈົ້າເຫັນການກະທໍາຫຍັງຂອງພຣະເຈົ້າໃນນິທານເລື່ອງນີ້ບໍ? ພຣະເຈົ້າໄດ້ເມີນເສີຍຕໍ່ທຸກສິ່ງນັບແຕ່ຕອນທີ່ພຣະອົງໄດ້ສ້າງສິ່ງເຫຼົ່ານັ້ນບໍ? ພຣະເຈົ້າໄດ້ສ້າງກົດລະບຽບ ແລະ ຈັດວາງແນວທາງໃນການເຮັດໜ້າທີ່ຂອງທຸກສິ່ງ ແລ້ວຫຼັງຈາກນັ້ນກໍເມີນເສີຍຕໍ່ສິ່ງເຫຼົ່ານັ້ນບໍ? ນັ້ນແມ່ນສິ່ງທີ່ເກີດຂຶ້ນບໍ? (ບໍ່ແມ່ນ). ແລ້ວແມ່ນຫຍັງທີ່ເກີດຂຶ້ນ? ພຣະເຈົ້າຍັງຢູ່ໃນການຄວບຄຸມ. ພຣະອົງຄວບຄຸມນໍ້າ, ລົມ ແລະ ຄື້ນທະເລ. ພຣະອົງບໍ່ໄດ້ປ່ອຍໃຫ້ພວກມັນແລ່ນອາລະວາດ ແລະ ພຣະອົງບໍ່ໄດ້ປ່ອຍໃຫ້ພວກມັນເປັນໄພ ຫຼື ທໍາລາຍເຮືອນຊານທີ່ຜູ້ຄົນອາໄສຢູ່. ຍ້ອນສິ່ງນີ້ ຜູ້ຄົນຈຶ່ງສາມາດດໍາເນີນຊີວິດ ແລະ ເພີ່ມທະວີຄູນ ແລະ ເຕີບໃຫຍ່ໃນແຜ່ນດິນໂລກ. ນີ້ໝາຍຄວາມວ່າເມື່ອພຣະອົງສ້າງທຸກສິ່ງ ພຣະເຈົ້າໄດ້ວາງແຜນກົດເກນແຫ່ງການມີຢູ່ຂອງພວກມັນໄວ້ແລ້ວ. ເມື່ອພຣະເຈົ້າເຮັດແຕ່ລະຢ່າງ, ພຣະອົງຮັບປະກັນວ່າມັນຈະເປັນປະໂຫຍດແກ່ມະນຸດຊາດ ແລະ ພຣະອົງຄວບຄຸມມັນ ເພື່ອວ່າມັນອາດຈະບໍ່ສ້າງຄວາມວຸ້ນວາຍແກ່ມະນຸດ ຫຼື ສ້າງໄພພິບັດໃຫ້ແກ່ເຂົາ. ຖ້າບໍ່ແມ່ນຍ້ອນການຄຸ້ມຄອງຂອງພຣະເຈົ້າ, ນໍ້າຈະບໍ່ໄຫຼໂດຍບໍ່ມີການຄວບຄຸມເລີຍບໍ? ລົມຈະບໍ່ພັດໂດຍບໍ່ມີການຄວບຄຸມເລີຍບໍ? ນໍ້າ ແລະ ລົມໄດ້ປະຕິບັດຕາມກົດເກນບໍ? ຖ້າພຣະເຈົ້າບໍ່ຄຸ້ມຄອງພວກມັນ ກໍຈະບໍ່ມີກົດເກນໃດທີ່ຈະຄຸ້ມຄອງພວກມັນ ແລະ ລົມກໍຈະຮ້ອງຫອນ ແລະ ນໍ້າກໍຈະບໍ່ຖືກຢັບຢັ້ງໄວ້ ແລະ ມັນກໍຈະເຮັດໃຫ້ເກີດມີນໍ້າຖ້ວມ. ຖ້າຄື້ນທະເລສູງກວ່າພູເຂົາ, ແລ້ວທະເລກໍຍັງຈະມີຢູ່ບໍ? ມັນຈະບໍ່ມີຢູ່ເລີຍ. ຖ້າພູເຂົາບໍ່ສູ່ງເທົ່າຄື້ນທະເລ, ທະເລກໍຈະບໍ່ມີຢູ່ ແລະ ພູເຂົາກໍຈະສູນເສຍຄຸນຄ່າ ແລະ ຄວາມໝາຍຂອງມັນ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 169)

ພຣະເຈົ້າໄດ້ສ້າງທຸກສິ່ງທີ່ມີຊີວິດຢູ່ ແລະ ພຣະອົງແມ່ນມີອໍານາດສູງສຸດເໜືອທຸກສິ່ງທີ່ມີຊີວິດຢູ່; ພຣະອົງຄຸ້ມຄອງທຸກສິ່ງ ແລະ ພຣະອົງສະໜອງໃຫ້ທຸກສິ່ງ ແລະ ພາຍໃນທຸກສິ່ງ ພຣະອົງເຫັນ ແລະ ກວດສອບທຸກຄໍາເວົ້າ ແລະ ທຸກການກະທໍາຂອງທຸກສິ່ງທີ່ມີຊີວິດຢູ່ຢ່າງລະອຽດ. ພ້ອມນັ້ນ ພຣະເຈົ້າຍັງເຫັນ ແລະ ກວດສອບທຸກແຈມຸມຂອງຊີວິດຂອງມະນຸດອີກດ້ວຍ. ດັ່ງນັ້ນ, ພຣະເຈົ້າຈຶ່ງຮູ້ຢ່າງລະອຽດກ່ຽວກັບລາຍລະອຽດແຕ່ລະຢ່າງຂອງທຸກສິ່ງທີ່ມີຊີວິດຢູ່ພາຍໃນການຊົງສ້າງຂອງພຣະອົງ, ນັບແຕ່ໜ້າທີ່ຂອງແຕ່ລະສິ່ງ, ທໍາມະຊາດຂອງມັນ ແລະ ກົດເກນຂອງມັນສໍາລັບການເອົາໂຕລອດຈົນເຖິງຄວາມໝາຍຂອງຊີວິດຂອງມັນ ແລະ ຄຸນຄ່າໃນການມີຊີວິດຢູ່ຂອງມັນ, ທຸກສິ່ງເຫຼົ່ານີ້ຄືສິ່ງທີ່ພຣະເຈົ້າຮູ້ຈັກທັງໝົດ. ພຣະເຈົ້າໄດ້ສ້າງທຸກສິ່ງ. ພວກເຈົ້າຄິດວ່າພຣະອົງຈໍາເປັນຕ້ອງສຶກສາກົດເກນທີ່ຄຸ້ມຄອງສິ່ງເຫຼົ່ານັ້ນບໍ? ພຣະເຈົ້າຈໍາເປັນຕ້ອງສຶກສາຄວາມຮູ້ຂອງມະນຸດ ຫຼື ວິທະຍາສາດ ເພື່ອຮຽນຮູ້ກ່ຽວກັບສິ່ງເຫຼົ່ານັ້ນ ແລະ ເຂົ້າໃຈສິ່ງເຫຼົ່ານັ້ນບໍ? (ບໍ່). ມີໃຜບໍ ໃນທ່າມກາງມະນຸດທີ່ມີການຮຽນຮູ້ ແລະ ຄວາມຮູ້ ເພື່ອເຂົ້າໃຈທຸກສິ່ງທີ່ພຣະເຈົ້າເຮັດ? ບໍ່ມີ, ແມ່ນບໍ? ມີນັກດາລາສາດ ຫຼື ນັກຊີວະວິທະຍາທີ່ເຂົ້າໃຈກົດເກນແຫ່ງການມີຊີວິດຢູ່ ແລະ ເຕີບໃຫຍ່ຂອງທຸກສິ່ງຢ່າງແທ້ຈິງບໍ? ພວກເຂົາສາມາດເຂົ້າໃຈຄຸນຄ່າຂອງການມີຊີວິດຢູ່ຂອງແຕ່ລະສິ່ງໄດ້ຢ່າງແທ້ຈິງບໍ? (ບໍ່, ພວກເຂົາບໍ່ເຂົ້າໃຈ). ນີ້ກໍຍ້ອນວ່າ ທຸກສິ່ງຖືກພຣະເຈົ້າສ້າງຂຶ້ນ ແລະ ບໍ່ວ່າມະນຸດຈະສຶກສາເອົາຄວາມຮູ້ນີ້ຫຼາຍ ຫຼື ເລິກເຊິ່ງຊໍ່າໃດກໍຕາມ ຫຼື ບໍ່ວ່າພວກເຂົາຈະພະຍາຍາມຮຽນຮູ້ມັນດົນຊໍ່າໃດກໍຕາມ, ພວກເຂົາຈະບໍ່ມີວັນສາມາດຍັ່ງເຖິງຄວາມລຶກລັບ ຫຼື ຈຸດປະສົງຂອງການຊົງສ້າງທຸກສິ່ງຂອງພຣະເຈົ້າໄດ້. ບໍ່ແມ່ນແນວນັ້ນບໍ? ຈາກການສົນທະນາກັນຂອງພວກເຮົາ ມາຮອດຕອນນີ້ ພວກເຈົ້າຮູ້ສຶກວ່າພວກເຈົ້າໄດ້ຮັບຄວາມເຂົ້າໃຈເລັກນ້ອຍກ່ຽວກັບຄວາມໝາຍທີ່ແທ້ຈິງຂອງວະລີທີ່ວ່າ: “ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ” ແລ້ວບໍ? (ຮູ້ສຶກແລ້ວ). ເຮົາຮູ້ວ່າເມື່ອເຮົາສົນທະນາກ່ຽວກັບຫົວຂໍ້ນີ້ ກໍຄືຫົວຂໍ້ທີ່ວ່າ ພຣະເຈົ້າຄືຕົ້ນກໍາເນີດຂອງຊີວິດສໍາລັບທຸກສິ່ງ, ຫຼາຍຄົນກໍຈະຄິດເຖິງວະລີນີ້ທັນທີ ທີ່ວ່າ: “ພຣະເຈົ້າແມ່ນຄວາມຈິງ ແລະ ພຣະເຈົ້າໃຊ້ພຣະທໍາຂອງພຣະອົງເພື່ອສະໜອງໃຫ້ແກ່ພວກເຮົາ” ແລະ ບໍ່ມີຫຍັງເກີນກວ່າລະດັບຂອງຄວາມໝາຍຂອງຫົວຂໍ້ນັ້ນ. ບາງຄົນອາດຈະຮູ້ສຶກວ່າ ການສະໜອງຊີວິດມະນຸດ, ອາຫານປະຈໍາວັນ ແລະ ເຄື່ອງດື່ມຂອງພຣະເຈົ້າ ແລະ ຄວາມຈໍາເປັນປະຈໍາວັນທຸກຢ່າງບໍ່ໄດ້ຖືກນັບລວມວ່າເປັນການສະໜອງຂອງພຣະອົງສໍາລັບມະນຸດ. ມີບາງຄົນທີ່ຮູ້ສຶກແບບນີ້ບໍ? ແຕ່ຢ່າງໃດກໍຕາມ, ເຈດຕະນາຂອງພຣະເຈົ້າໃນການຊົ່ງສ້າງຂອງພຣະອົງບໍ່ແມ່ນເພື່ອເຮັດໃຫ້ມະນຸດມີຊີວິດຢູ່ ແລະ ດໍາລົງຊີວິດຢ່າງປົກກະຕິບໍ? ພຣະເຈົ້າຮັກສາສະພາບແວດລ້ອມທີ່ຜູ້ຄົນອາໄສຢູ່ ແລະ ພຣະອົງສະໜອງທຸກສິ່ງທີ່ມະນຸດຕ້ອງການເພື່ອການຢູ່ລອດຂອງພວກເຂົາ. ນອກຈາກນັ້ນ, ພຣະອົງຄຸ້ມຄອງ ແລະ ມີອໍານາດສູງສຸດເໜືອທຸກສິ່ງ. ທັງໝົດນີ້ເຮັດໃຫ້ມະນຸດດໍາລົງຊີວິດ ແລະ ເຕີບໃຫຍ່ ແລະ ເພີ່ມທະວີຄູນຢ່າງປົກກະຕິ; ມັນແມ່ນດ້ວຍວິທີນີ້ທີ່ພຣະເຈົ້າໄດ້ສະໜອງໃຫ້ແກ່ສິ່ງຊົງສ້າງທັງປວງ ແລະ ໃຫ້ກັບມະນຸດທຸກຄົນ. ນີ້ບໍ່ແມ່ນຄວາມຈິງທີ່ຜູ້ຄົນຈໍາເປັນຕ້ອງຮູ້ ແລະ ເຂົ້າໃຈສິ່ງເຫຼົ່ານີ້ບໍ? ບາງເທື່ອບາງຄົນອາດຈະເວົ້າວ່າ “ຫົວຂໍ້ນີ້ແມ່ນໄກເກີນໄປຈາກຄວາມຮູ້ຂອງພວກເຮົາກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ ພວກເຮົາບໍ່ຕ້ອງການຮູ້ສິ່ງນີ້ ຍ້ອນພວກເຮົາບໍ່ໄດ້ດໍາລົງຊີວິດຢູ່ດ້ວຍເຂົ້າຈີ່ຢ່າງດຽວ ແຕ່ກົງກັນຂ້າມ ແມ່ນດໍາລົງຊີວິດດ້ວຍພຣະທໍາຂອງພຣະເຈົ້າ”. ຄວາມເຂົ້າໃຈນີ້ຖືກຕ້ອງບໍ? (ບໍ່). ເປັນຫຍັງມັນຈຶ່ງບໍ່ຖືກຕ້ອງ? ພວກເຈົ້າສາມາດມີຄວາມເຂົ້າໃຈຢ່າງຄົບຖ້ວນກ່ຽວກັບພຣະເຈົ້າບໍ ຖ້າພວກເຈົ້າມີຄວາມຮູ້ກ່ຽວກັບສິ່ງຕ່າງໆ ທີ່ພຣະເຈົ້າໄດ້ເວົ້າເທົ່ານັ້ນ? ຖ້າພວກເຈົ້າຍອມຮັບພາລະກິດຂອງພຣະເຈົ້າເທົ່ານັ້ນ ແລະ ຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ພວກເຈົ້າຈະສາມາດມີຄວາມເຂົ້າໃຈຢ່າງສົມບູນກ່ຽວກັບພຣະເຈົ້າບໍ? ຖ້າພວກເຈົ້າຮູ້ຈັກສ່ວນນ້ອຍຂອງອຸປະນິໄສຂອງພຣະເຈົ້າເທົ່ານັ້ນ, ສ່ວນນ້ອຍຂອງອໍານາດຂອງພຣະເຈົ້າ, ພວກເຈົ້າຈະຖືວ່າສິ່ງນັ້ນພຽງພໍທີ່ຈະໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າບໍ? (ບໍ່). ການກະທໍາຂອງພຣະເຈົ້າເລີ່ມຕົ້ນດ້ວຍການຊົງສ້າງທຸກສິ່ງຂອງພຣະອົງ ແລະ ສິ່ງເຫຼົ່ານັ້ນກໍສືບຕໍ່ຈົນມາຮອດປັດຈຸບັນ. ການກະທໍາຂອງພຣະເຈົ້າແຕ່ລະໄລຍະແມ່ນຈະແຈ້ງຕະຫຼອດເວລາ. ຖ້າບຸກຄົນໃດເຊື່ອວ່າພຣະເຈົ້າມີຢູ່ຍ້ອນພຣະອົງໄດ້ເລືອກກຸ່ມຄົນ ເພື່ອປະຕິບັດພາລະກິດຂອງພຣະອົງ ແລະ ເພື່ອຊ່ວຍໃຫ້ລອດພົ້ນເທົ່ານັ້ນ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົາ, ບໍ່ກ່ຽວກັບອໍານາດຂອງພຣະອົງ, ຕົວຕົນຂອງພຣະອົງ ຫຼື ການກະທໍາຂອງພຣະອົງ, ແລ້ວຈະສາມາດຖືໄດ້ວ່າບຸກຄົນນັ້ນໄດ້ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າບໍ? ຜູ້ຄົນທີ່ມີຄວາມເຂົ້າໃຈທີ່ເອີ້ນວ່າ “ຄວາມເຂົ້າໃຈກ່ຽວກັບພຣະເຈົ້າ” ນີ້ແມ່ນມີຄວາມເຂົ້າໃຈດ້ານດຽວເທົ່ານັ້ນ ເຊິ່ງພວກເຂົາໄດ້ຈໍາກັດການກະທໍາຂອງພຣະອົງຢູ່ກັບຜູ້ຄົນກຸ່ມດຽວເທົ່ານັ້ນ. ນີ້ແມ່ນຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າບໍ? ຜູ້ຄົນທີ່ມີຄວາມຮູ້ແບບນີ້ບໍ່ໄດ້ປະຕິເສດການຊົງສ້າງທຸກສິ່ງຂອງພຣະເຈົ້າ ແລະ ອໍານາດສູງສຸດຂອງພຣະອົງທີ່ມີເໜືອພວກເຂົາບໍ? ບາງຄົນບໍ່ປາດຖະໜາທີ່ຈະພົວພັນກັບຈຸດນີ້ ແຕ່ກົງກັນຂ້າມພັດຄິດກັບຕົວເອງວ່າ: “ຂ້ານ້ອຍບໍ່ໄດ້ເຫັນອໍານາດສູງສຸດຂອງພຣະເຈົ້າເໜືອທຸກສິ່ງ. ແນວຄິດແມ່ນຫ່າງໄກຫຼາຍ ແລະ ຂ້ານ້ອຍກໍບໍ່ສົນໃຈທີ່ຈະເຂົ້າໃຈມັນ. ພຣະອົງເຮັດໃນສິ່ງທີ່ພຣະອົງຕ້ອງການ ແລະ ມັນບໍ່ມີຫຍັງກ່ຽວກັບຂ້ານ້ອຍ. ຂ້ານ້ອຍມີແຕ່ຍອມຮັບການເປັນຜູ້ນໍາຂອງພຣະເຈົ້າ ແລະ ພຣະທໍາຂອງພຣະອົງ ເພື່ອວ່າຂ້ານ້ອຍຈະສາມາດຖືກຊ່ວຍ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າເທົ່ານັ້ນ. ບໍ່ມີສິ່ງອື່ນໃດທີ່ສໍາຄັນກັບຂ້ານ້ອຍ. ກົດເກນທີ່ພຣະເຈົ້າໄດ້ສ້າງຂຶ້ນໃນເວລາທີ່ພຣະອົງສ້າງທຸກສິ່ງ ແລະ ສິ່ງທີ່ພຣະອົງເຮັດເພື່ອສະໜອງໃຫ້ທຸກສິ່ງ ແລະ ເພື່ອມະນຸດແມ່ນບໍ່ມີຫຍັງກ່ຽວກັບຂ້ານ້ອຍ”. ນີ້ແມ່ນການເວົ້າແບບໃດ? ນີ້ແມ່ນການກະທໍາຂອງການກະບົດບໍ? ມີຜູ້ໃດໃນບັນດາພວກເຈົ້າ ທີ່ມີຄວາມເຂົ້າໃຈແບບນີ້? ເຖິງວ່າພວກເຈົ້າຈະບໍ່ເວົ້າກໍຕາມ ແຕ່ເຮົາກໍຮູ້ວ່າພວກເຈົ້າຫຼາຍຄົນຢູ່ໃນນີ້ແມ່ນເປັນແບບນີ້. ຜູ້ຄົນທີ່ເຮັດຕາມຫຼັກການແບບນີ້ເບິ່ງທຸກສິ່ງຈາກທັດສະນະ “ທາງວິນຍານ” ຂອງພວກເຂົາເອງ. ພວກເຂົາຕ້ອງການຈໍາກັດພຣະເຈົ້າຢູ່ກັບພຣະຄໍາພີເທົ່ານັ້ນ, ຈໍາກັດພຣະເຈົ້າດ້ວຍພຣະທໍາທີ່ພຣະອົງກ່າວ ແລະ ດ້ວຍຄວາມໝາຍທີ່ໄດ້ມາຈາກພຣະທໍາທີ່ຂຽນຕາມໂຕ. ພວກເຂົາບໍ່ປາດຖະໜາທີ່ຈະຮູ້ຈັກພຣະເຈົ້າຫຼາຍຂຶ້ນ ແລະ ພວກເຂົາບໍ່ຕ້ອງການໃຫ້ພຣະເຈົ້າແຍກຄວາມສົນໃຈຂອງພຣະອົງໄປເຮັດສິ່ງອື່ນ. ຄວາມຄິດແບບນີ້ແມ່ນຄືຄວາມຄິດຂອງເດັກນ້ອຍ ແລະ ມັນຍັງຍຶດຕິດກັບສາສະໜາຫຼາຍ. ຜູ້ຄົນທີ່ມີມຸມມອງເຫຼົ່ານີ້ສາມາດຮູ້ຈັກພຣະເຈົ້າໄດ້ບໍ? ມັນຈະຍາກຫຼາຍສໍາລັບພວກເຂົາທີ່ຈະຮູ້ຈັກພຣະເຈົ້າ. ມື້ນີ້ ເຮົາໄດ້ເລົ່ານິທານສອງເລື່ອງ ແລະ ແຕ່ລະເລື່ອງໄດ້ອະທິບາຍເຖິງແຕ່ລະດ້ານທີ່ແຕກຕ່າງກັນ. ຫຼັງຈາກທີ່ໄດ້ມາພົວພັນກັບເລື່ອງລາວເຫຼົ່ານັ້ນ ພວກເຈົ້າກໍອາດຈະຮູ້ສຶກວ່າສິ່ງເຫຼົ່ານັ້ນມີຄວາມເລິກເຊິ່ງ ຫຼື ບໍ່ເປັນຮູບປະທໍາພໍປານໃດ ເຊິ່ງຍາກທີ່ຈະຢັ່ງຮູ້ ແລະ ເຂົ້າໃຈ. ມັນອາດຈະຍາກທີ່ຈະເຊື່ອມຕໍ່ສິ່ງເຫຼົ່ານັ້ນກັບການກະທໍາຂອງພຣະເຈົ້າ ແລະ ພຣະເຈົ້າເອງ. ຢ່າງໃດກໍຕາມ, ການກະທໍາຂອງພຣະເຈົ້າທັງໝົດ ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດພາຍໃນການຊົງສ້າງ ແລະ ໃນທ່າມກາງມະນຸດຄວນຖືກຮັບຮູ້ຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໂດຍທຸກຄົນ ນັ້ນກໍຄືທຸກຄົນທີ່ພະຍາຍາມຮູ້ຈັກພຣະເຈົ້າ. ຄວາມຮູ້ນີ້ຈະມອບຄວາມໝັ້ນໃຈໃຫ້ພວກເຈົ້າໃນຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ການມີຢູ່ທີ່ແທ້ຈິງຂອງພຣະເຈົ້າ. ມັນຍັງມອບຄວາມຮູ້ທີ່ຖືກຕ້ອງກ່ຽວກັບສະຕິປັນຍາຂອງພຣະເຈົ້າ, ອໍານາດຂອງພຣະອົງ ແລະ ວິທີການທີ່ພຣະອົງສະໜອງໃຫ້ກັບທຸກສິ່ງ. ມັນຍັງຈະເຮັດໃຫ້ເຈົ້າເຂົ້າໃຈການມີຢູ່ທີ່ແທ້ຈິງຂອງພຣະເຈົ້າ ແລະ ເຫັນວ່າການມີຢູ່ຂອງພຣະອົງບໍ່ແມ່ນເລື່ອງທີ່ຖືກແຕ່ງຂຶ້ນ, ບໍ່ແມ່ນຕໍານານ, ບໍ່ເລື່ອນລອຍ, ບໍ່ແມ່ນທິດສະດີ ແລະ ແນ່ນອນບໍ່ແມ່ນສິ່ງປອບຈິດໃຈທາງວິນຍານ ແຕ່ເປັນການມີຢູ່ທີ່ແທ້ຈິງ. ນອກຈາກນັ້ນ, ມັນຍັງຈະເຮັດໃຫ້ຜູ້ຄົນຮູ້ຈັກວ່າ ພຣະເຈົ້າໄດ້ສະໜອງໃຫ້ສິ່ງຊົງສ້າງທັງໝົດ ແລະ ໃຫ້ແກ່ມະນຸດຊາດຕະຫຼອດ; ພຣະເຈົ້າເຮັດສິ່ງນີ້ດ້ວຍວິທີທາງຂອງພຣະອົງເອງ ແລະ ຕາມການເວລາຂອງພຣະອົງເອງ. ສະນັ້ນ, ມັນເປັນຍ້ອນວ່າ ພຣະເຈົ້າໄດ້ສ້າງທຸກສິ່ງ ແລະ ມອບກົດເກນໃຫ້ພວກເຂົາ ເຊິ່ງພາຍໃຕ້ການບັດຍັດລ່ວງໜ້າຂອງພຣະອົງ ພວກເຂົາແຕ່ລະຄົນຈຶ່ງສາມາດປະຕິບັດວຽກງານຂອງພວກເຂົາທີ່ຖືກຈັດແຈງໄວ້ແລ້ວ, ປະຕິບັດໜ້າທີ່ຮັບຜິດຊອບຂອງພວກເຂົາໃຫ້ສໍາເລັດ ແລະ ປະຕິບັດບົດບາດຂອງພວກເຂົາເອງ; ພາຍໃຕ້ການບັດຍັດລ່ວງໜ້າຂອງພຣະອົງ ແຕ່ລະສິ່ງແມ່ນມີໜ້າທີ່ຂອງຕົວເອງໃນການຮັບໃຊ້ມະນຸດຊາດ ແລະ ພື້ນທີ່ ແລະ ສະພາບແວດລ້ອມທີ່ມະນຸດຊາດອາໄສຢູ່. ຖ້າພຣະເຈົ້າບໍ່ໄດ້ເຮັດເຊັ່ນນັ້ນ ແລະ ມະນຸດຊາດບໍ່ມີສະພາບແວດລ້ອມດັ່ງກ່າວເພື່ອອາໄສຢູ່ ແລ້ວການເຊື່ອໃນພຣະເຈົ້າ ຫຼື ການຕິດຕາມພຣະອົງກໍຈະເປັນໄປບໍ່ໄດ້ສໍາລັບມະນຸດຊາດ; ມັນຈະບໍ່ມີປະໂຫຍດຫຍັງນອກຈາກຄໍາເວົ້າທີ່ວ່າງເປົ່າ. ບໍ່ແມ່ນແນວນັ້ນບໍ?

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 170)

ພວກເຮົາໄດ້ສົນທະນາກັນຫຼາຍຫົວຂໍ້ ແລະ ເນື້ອຫາຫຼາຍຢ່າງທີ່ກ່ຽວຂ້ອງກັບພຣະທຳທີ່ວ່າ “ພຣະເຈົ້າຄືຕົ້ນກຳເນີດຂອງຊີວິດສຳລັບທຸກສິ່ງ”, ແຕ່ພວກເຈົ້າຮູ້ໃນຫົວໃຈຂອງພວກເຈົ້າບໍວ່າ ພຣະເຈົ້າປະທານຫຍັງໃຫ້ແກ່ມະນຸດຊາດ ນອກຈາກການສະໜອງພຣະທຳຂອງພຣະອົງໃຫ້ແກ່ພວກເຈົ້າ ແລະ ປະຕິບັດພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງໃນພວກເຈົ້າ? ບາງຄົນອາດເວົ້າວ່າ “ພຣະເຈົ້າປະທານຄວາມກະລຸນາ ແລະ ພອນໃຫ້ແກ່ຂ້ານ້ອຍ; ພຣະອົງມອບວິໄນ ແລະ ຄວາມສະບາຍໃຈໃຫ້ແກ່ຂ້ານ້ອຍ ແລະ ພຣະອົງມອບການດູແລ ແລະ ການປົກປ້ອງໃນທຸກທາງທີ່ເປັນໄປໄດ້”. ຄົນອື່ນຈະເວົ້າວ່າ “ພຣະເຈົ້າປະທານອາຫານ ແລະ ເຄື່ອງດື່ມໃຫ້ແກ່ຂ້ານ້ອຍໃນແຕ່ລະມື້”, ໃນຂະນະທີ່ບາງຄົນຈະເຖິງກັບເວົ້າວ່າ “ພຣະເຈົ້າໄດ້ປະທານທຸກສິ່ງໃຫ້ແກ່ຂ້ານ້ອຍ”. ພວກເຈົ້າອາດຕອບໂຕ້ຕໍ່ບັນຫາເຫຼົ່ານັ້ນທີ່ຜູ້ຄົນຜະເຊີນໃນຊີວິດປະຈຳວັນຂອງພວກເຂົາດ້ວຍວິທີທີ່ກ່ຽວຂ້ອງກັບຂອບເຂດຂອງປະສົບການຊີວິດຝ່າຍເນື້ອໜັງຂອງພວກເຈົ້າເອງ. ພຣະເຈົ້າປະທານຫຼາຍສິ່ງໃຫ້ແກ່ແຕ່ລະຄົນ, ເຖິງແມ່ນສິ່ງທີ່ພວກເຮົາກຳລັງສົນທະນາໃນນີ້ແມ່ນຈຳກັດແຕ່ພຽງຂອບເຂດຄວາມຕ້ອງການປະຈຳວັນຂອງຜູ້ຄົນ, ແຕ່ມັນກໍມີຈຸດປະສົງເພື່ອຂະຫຍາຍຂອບເຂດມຸມມອງຂອງຄົນ ແລະ ເຮັດໃຫ້ເຈົ້າເຫັນສິ່ງຕ່າງໆຈາກທັດສະນະມະຫາພາກ. ເມື່ອພຣະເຈົ້າເປັນຕົ້ນກໍາເນີດຂອງຊີວິດສໍາລັບສິ່ງທັງປວງ, ແລ້ວພຣະອົງຮັກສາຊີວິດຂອງສິ່ງທັງປວງໄດ້ແນວໃດ? ເວົ້າອີກຢ່າງກໍຄື ພຣະເຈົ້າມອບຫຍັງໃຫ້ແກ່ສິ່ງທັງປວງໃນການຊົງສ້າງຂອງພຣະອົງເພື່ອຮັກສາການເປັນຢູ່ຂອງພວກມັນ ແລະ ກົດເກນທີ່ສະໜັບສະໜູນມັນ ເພື່ອວ່າພວກມັນຈະສືບຕໍ່ມີຢູ່? ນັ້ນແມ່ນປະເດັນຫຼັກຂອງການສົນທະນາຂອງພວກເຮົາໃນມື້ນີ້... ແຕ່ເຮົາຫວັງວ່າພວກເຈົ້າຈະສາມາດເຊື່ອມໂຍງຫົວຂໍ້ນີ້ ແລະ ສິ່ງທີ່ເຮົາຈະເວົ້າ ໃສ່ການກະທຳຂອງພຣະເຈົ້າ, ແທນທີ່ຈະໃສ່ຄວາມຮູ້, ວັດທະນະທຳມະນຸດ ຫຼື ການຄົ້ນຄວ້າໃດໜຶ່ງ. ເຮົາກຳລັງເວົ້າກ່ຽວກັບພຣະເຈົ້າ, ກ່ຽວກັບພຣະເຈົ້າເອງ. ນີ້ຄືການສະເໜີຂອງເຮົາຕໍ່ພວກເຈົ້າ. ເຮົາໝັ້ນໃຈວ່າພວກເຈົ້າຄົງເຂົ້າໃຈ!

ພຣະເຈົ້າໄດ້ປະທານຫຼາຍສິ່ງໃຫ້ແກ່ມະນຸດຊາດ. ເຮົາຈະເລີ່ມຕົ້ນໂດຍເວົ້າກ່ຽວກັບສິ່ງທີ່ຜູ້ຄົນສາມາດເຫັນໄດ້ ເຊິ່ງນັ້ນກໍຄື ສິ່ງທີ່ພວກເຂົາສາມາດຮູ້ສຶກໄດ້. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ຜູ້ຄົນສາມາດຍອມຮັບ ແລະ ເຂົ້າໃຈໄດ້ໃນຫົວໃຈຂອງພວກເຂົາ. ສະນັ້ນ ກ່ອນອື່ນ ໃຫ້ພວກເຮົາເລີ່ມຕົ້ນໂດຍການເວົ້າກ່ຽວກັບສິ່ງທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດຊາດ ໂດຍສົນທະນາເຖິງໂລກທີ່ສາມາດຈັບຕ້ອງໄດ້.

1. ອາກາດ

ຢ່າງທຳອິດ ພຣະເຈົ້າເນລະມິດສ້າງອາກາດ ເພື່ອວ່າມະນຸດຈະໄດ້ຫາຍໃຈ. ອາກາດແມ່ນວັດຖຸທາດທີ່ມະນຸດສາມາດພົບພໍ້ໃນປະຈຳວັນບໍ ແລະ ມັນແມ່ນສິ່ງທີ່ມະນຸດເພິ່ງພາຄັ້ງແລ້ວຄັ້ງເລົ່າ ແມ່ນແຕ່ໃນຂະນະທີ່ພວກເຂົານອນຫຼັບ. ອາກາດທີ່ພຣະເຈົ້າເນລະມິດສ້າງແມ່ນສຳຄັນຢ່າງຫຼວງຫຼາຍສຳລັບມະນຸດຊາດ: ມັນຈຳເປັນຕໍ່ທຸກລົມຫາຍໃຈຂອງພວກເຂົາ ແລະ ຕໍ່ຊີວິດເອງ. ວັດຖຸທາດນີ້ ທີ່ສາມາດຮູ້ສຶກໄດ້ ແຕ່ບໍ່ສາມາດເຫັນໄດ້ ແມ່ນຂອງຂວັນທຳອິດຂອງພຣະເຈົ້າສຳລັບສິ່ງທັງປວງໃນການເນລະມິດສ້າງຂອງພຣະອົງ. ແຕ່ຫຼັງຈາກທີ່ໄດ້ເນລະມິດສ້າງອາກາດ, ພຣະເຈົ້າໄດ້ຢຸດບໍ ຍ້ອນພິຈາລະນາວ່າພາລະກິດຂອງພຣະອົງສຳເລັດແລ້ວ? ຫຼື ພຣະອົງໄດ້ພິຈາລະນາຢູ່ບໍວ່າ ອາກາດຈະໜາແໜ້ນສໍ່າໃດ? ພຣະອົງໄດ້ພິຈາລະນາຢູ່ບໍວ່າອາກາດຈະປະກອບມີຫຍັງແດ່? (ແມ່ນແລ້ວ). ພຣະເຈົ້າກຳລັງຄິດຫຍັງ ເມື່ອພຣະອົງສ້າງອາກາດ? ເປັນຫຍັງພຣະເຈົ້າຈຶ່ງສ້າງອາກາດ ແລະ ແມ່ນຫຍັງຄືເຫດຜົນຂອງພຣະອົງ? ມະນຸດຕ້ອງການອາກາດ, ພວກເຂົາຈຳເປັນຕ້ອງຫາຍໃຈ. ກ່ອນອື່ນ ຄວາມໜາແໜ້ນຂອງອາກາດຕ້ອງເໝາະສົມສຳລັບປອດຂອງມະນຸດ. ມີຜູ້ໃດຮູ້ຈັກຄວາມໜາແໜ້ນຂອງອາກາດບໍ? ໃນຄວາມເປັນຈິງແລ້ວ ມັນບໍ່ໄດ້ຈຳເປັນທີ່ຜູ້ຄົນຈະຮູ້ຈັກຄຳຕອບສຳລັບຄຳຖາມນີ້ ໂດຍສະເພາະໃນເລື່ອງຂອງຕົວເລກ ແລະ ຂໍ້ມູນ ແລະ ແນ່ນອນຢູ່ແລ້ວທີ່ມັນຂ້ອນຂ້າງບໍ່ຈຳເປັນທີ່ຈະຮູ້ຈັກຄຳຕອບ, ມັນພຽງພໍແລ້ວແທ້ໆທີ່ຈະມີແນວຄິດທົ່ວໄປເທົ່ານັ້ນ. ພຣະເຈົ້າສ້າງອາກາດດ້ວຍຄວາມໜາແໜ້ນທີ່ຈະເໝາະສົມທີ່ສຸດໃຫ້ປອດຂອງມະນຸດໄດ້ຫາຍໃຈ. ນັ້ນກໍຄື ພຣະອົງສ້າງອາກາດ ເພື່ອວ່າມັນພ້ອມທີ່ຈະເຂົ້າສູ່ຮ່າງກາຍຂອງມະນຸດຜ່ານທາງລົມຫາຍໃຈຂອງພວກເຂົາ ແລະ ເພື່ອວ່າມັນຈະບໍ່ທຳຮ້າຍຮ່າງກາຍໃນຂະນະທີ່ຫາຍໃຈ. ສິ່ງເຫຼົ່ານີ້ແມ່ນການຄິດພິຈາລະນາຂອງພຣະເຈົ້າ ເມື່ອພຣະອົງສ້າງອາກາດ. ຕໍ່ມາ, ພວກເຮົາຈະລົມກັນກ່ຽວກັບສິ່ງທີ່ອາກາດປະກອບມີ. ສ່ວນປະກອບຂອງມັນບໍ່ເປັນພິດຕໍ່ມະນຸດ ແລະ ຈະບໍ່ທຳລາຍປອດ ຫຼື ສ່ວນໃດໜຶ່ງຂອງຮ່າງກາຍ. ພຣະເຈົ້າຕ້ອງພິຈາລະນາທຸກສິ່ງນີ້. ພຣະເຈົ້າຕ້ອງພິຈາລະນາວ່າ ອາກາດທີ່ມະນຸດຫາຍໃຈຄວນເຂົ້າ ແລະ ອອກຈາກຮ່າງກາຍຢ່າງສະດວກ ແລະ ຫຼັງຈາກທີ່ຫາຍໃຈເຂົ້າແລ້ວ, ທຳມະຊາດ ແລະ ປະລິມານຂອງວັດຖຸທາດທີ່ຢູ່ພາຍໃນອາກາດກໍຄວນມີຢູ່ໃນລະດັບທີ່ເລືອດ ພ້ອມທັງອາກາດເສດເຫຼືອໃນປອດ ແລະ ຮ່າງກາຍໂດຍລວມ ຈະຖືກເຜົາຜານຢ່າງຖືກຕ້ອງ. ຍິ່ງໄປກວ່ານັ້ນ, ພຣະອົງຕ້ອງພິຈາລະນາວ່າ ອາກາດບໍ່ຄວນມີສານໃດໜຶ່ງທີ່ເປັນພິດ. ເປົ້າໝາຍຂອງເຮົາໃນການບອກພວກເຈົ້າກ່ຽວກັບມາດຕະຖານສອງຢ່າງນີ້ສຳລັບອາກາດບໍ່ແມ່ນເພື່ອປ້ອນຄວາມຮູ້ທີ່ສະເພາະໃດໜຶ່ງໃຫ້ແກ່ພວກເຈົ້າ, ແຕ່ເພື່ອສະແດງແກ່ພວກເຈົ້າວ່າ ພຣະເຈົ້າໄດ້ເນລະມິດສ້າງທຸກໆສິ່ງພາຍໃນການເນລະມິດສ້າງຂອງພຣະອົງຕາມການພິຈາລະນາຂອງພຣະອົງເອງ ແລະ ທຸກສິ່ງທີ່ພຣະອົງສ້າງແມ່ນສິ່ງທີ່ດີທີ່ສຸດທີ່ສາມາດເປັນໄດ້. ຍິ່ງໄປກວ່ານັ້ນ ສຳລັບຈຳນວນຂີ້ຝຸ່ນທີ່ຢູ່ໃນອາກາດ; ແລະ ຈຳນວນຂີ້ຝຸ່ນ, ດິນຊາຍ ແລະ ຂີ້ດິນທີ່ຢູ່ເທິງແຜ່ນດິນໂລກ; ພ້ອມທັງຈຳນວນຂີ້ຝຸ່ນທີ່ປິວຈາກທ້ອງຟ້າລົງສູ່ແຜ່ນດິນໂລກ, ພຣະເຈົ້າມີວິທີການຂອງພຣະອົງໃນການຄຸ້ມຄອງສິ່ງເຫຼົ່ານີ້ເຊັ່ນກັນ ເຊິ່ງເປັນວິທີການກຳຈັດ ຫຼື ເຮັດໃຫ້ພວກມັນແຕກສະຫຼາຍ. ໃນຂະນະທີ່ມີປະລິມານຂີ້ຝຸ່ນໃນລະດັບໃດໜຶ່ງ, ພຣະເຈົ້າກໍເຮັດບໍ່ໃຫ້ຂີ້ຝຸ່ນທຳຮ້າຍຮ່າງກາຍຂອງມະນຸດ ແລະ ເປັນອັນຕະລາຍຕໍ່ການຫາຍໃຈຂອງມະນຸດ ແລະ ພຣະອົງສ້າງຝຸ່ນລະອອງໃຫ້ຢູ່ໃນຂະໜາດທີ່ຈະບໍ່ເປັນອັນຕະລາຍຕໍ່ຮ່າງກາຍ. ການເນລະມິດສ້າງອາກາດຂອງພຣະເຈົ້າບໍ່ແມ່ນຄວາມລຶກລັບບໍ? ມັນເປັນສິ່ງງ່າຍດາຍ ຄືກັບການເປົ່າອາກາດຫາຍໃຈອອກຈາກປາກຂອງພຣະອົງບໍ? (ບໍ່). ແມ່ນແຕ່ໃນການເນລະມິດສ້າງສິ່ງງ່າຍດາຍທີ່ສຸດຂອງພຣະອົງ, ຄວາມລຶກລັບຂອງພຣະເຈົ້າ, ການເຮັດວຽກຂອງຄວາມຄິດຂອງພຣະອົງ, ວິທີການຄິດຂອງພຣະອົງ ແລະ ສະຕິປັນຍາຂອງພຣະອົງກໍລ້ວນແລ້ວແຕ່ເປັນທີ່ປະຈັກ. ພຣະເຈົ້າບໍ່ແທ້ຈິງບໍ? (ແມ່ນແລ້ວ, ພຣະອົງແທ້ຈິງ.) ຄວາມໝາຍຂອງສິ່ງນີ້ກໍຄື ແມ່ນແຕ່ໃນການເນລະມິດສ້າງສິ່ງທີ່ງ່າຍດາຍ, ພຣະເຈົ້າກໍຄິດເຖິງມະນຸດຊາດ. ກ່ອນອື່ນ ອາກາດທີ່ມະນຸດຫາຍໃຈແມ່ນສະອາດ ແລະ ສ່ວນປະສົມຂອງມັນກໍເໝາະສົມໃຫ້ມະນຸດໄດ້ຫາຍໃຈ, ບໍ່ເປັນພິດ ແລະ ບໍ່ກໍ່ໃຫ້ເກີດອັນຕະລາຍຕໍ່ມະນຸດ; ໃນລັກສະນະດຽວກັນ, ຄວາມໜາແໜ້ນຂອງອາກາດແມ່ນເໝາະສົມສຳລັບການຫາຍໃຈຂອງມະນຸດ. ອາກາດນີ້ ເຊິ່ງມະນຸດຫາຍໃຈເຂົ້າ ແລະ ຫາຍໃຈອອກຢ່າງສະໝໍ່າສະເໝີ ແມ່ນຈຳເປັນຕໍ່ຮ່າງກາຍມະນຸດ ແລະ ເນື້ອໜັງຂອງມະນຸດ. ນີ້ຄືເຫດຜົນທີ່ມະນຸດຫາຍໃຈຢ່າງເປັນອິດສະຫຼະ ໂດຍບໍ່ມີຂໍ້ຈຳກັດ ຫຼື ຄວາມກັງວົນ. ສະນັ້ນ ພວກເຂົາຈຶ່ງສາມາດຫາຍໃຈຢ່າງເປັນປົກກະຕິ. ອາກາດແມ່ນສິ່ງທີ່ພຣະເຈົ້າເນລະມິດສ້າງໃນຕອນຕົ້ນ ແລະ ສິ່ງທີ່ຈຳເປັນຫຼາຍແທ້ໆສຳລັບການຫາຍໃຈຂອງມະນຸດ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VIII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 171)

2. ອຸນຫະພູມ

ຢ່າງທີສອງທີ່ພວກເຮົາຈະສົນທະນາກັນແມ່ນອຸນຫະພູມ. ທຸກຄົນຮູ້ວ່າອຸນຫະພູມແມ່ນຫຍັງ. ອຸນຫະພູມແມ່ນສິ່ງທີ່ຈຳເປັນຕໍ່ສະພາບແວດລ້ອມທີ່ເໝາະສົມສຳລັບຄວາມຢູ່ລອດຂອງມະນຸດ. ຖ້າອຸນຫະພູມສູງເກີນໄປ, ຕົວຢ່າງ ລອງສົມມຸດວ່າອຸນຫະພູມສູງກວ່າສີ່ສິບອົງສາແຊນຊີອຸສ, ນີ້ຈະບໍ່ເຮັດໃຫ້ມະນຸດເຫື່ອອອກຫຼາຍບໍ? ມັນຈະບໍ່ເມື່ອຍແຮງຫຼາຍສຳລັບມະນຸດບໍທີ່ຈະດຳລົງຊີວິດໃນສະພາບການດັ່ງກ່າວ? ແລ້ວຖ້າອຸນຫະພູມຕໍ່າເກີນໄປເດ? ສົມມຸດວ່າອຸນຫະພູມຕົກລົງເຖິງຕິດລົບສີ່ສິບອົງສາແຊນຊີອຸສ, ມະນຸດກໍບໍ່ສາມາດທົນຕໍ່ສະພາບການເຫຼົ່ານີ້ໄດ້ເຊັ່ນກັນ. ສະນັ້ນ ພຣະເຈົ້າຈຶ່ງເຄັ່ງຄັດຫຼາຍໃນການກຳນົດຂອບເຂດອຸນຫະພູມ ເຊິ່ງເປັນຂອບເຂດອຸນຫະພູມທີ່ຮ່າງກາຍມະນຸດສາມາດປັບຕົວໄດ້, ເຊິ່ງຕົກຢູ່ໃນລະດັບບໍ່ຫຼາຍກໍໜ້ອຍລະຫວ່າງຕິດລົບສາມສິບອົງສາແຊນຊີອຸສ ແລະ ສີ່ສິບອົງສາແຊນຊີອຸສ. ອຸນຫະພູມໃນດິນຈາກພາກເໜືອຫາພາກໃຕ້ກໍຈຳເປັນຕ້ອງຕົກຢູ່ພາຍໃນຂອບເຂດນີ້. ໃນເຂດທີ່ໜາວຫຼາຍແທ້ໆ, ອຸນຫະພູມສາມາດຕົກລົງເຖິງປະມານຕິດລົບຫ້າສິບ ຫຼື ຫົກສິບອົງສາແຊນຊີອຸສ. ພຣະເຈົ້າຈະບໍ່ໃຫ້ມະນຸດດຳລົງຊີວິດໃນເຂດດັ່ງກ່າວ. ແລ້ວເປັນຫຍັງເຂດທີ່ເຢືອກເຢັນເຫຼົ່ານີ້ຈຶ່ງມີຢູ່? ພຣະເຈົ້າມີສະຕິປັນຍາຂອງພຣະອົງເອງ ແລະ ພຣະອົງມີເຈດຕະນາຂອງພຣະອົງເອງສຳລັບສິ່ງນີ້. ພຣະອົງຈະບໍ່ໃຫ້ເຈົ້າໄປໃກ້ສະຖານທີ່ເຫຼົ່ານັ້ນ. ສະຖານທີ່ໆຮ້ອນເກີນໄປ ແລະ ໜາວເກີນໄປແມ່ນຖືກປົກປ້ອງໂດຍພຣະເຈົ້າ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ໄດ້ວາງແຜນໃຫ້ມະນຸດດຳລົງຊີວິດໃນທີ່ນັ້ນ. ສະຖານທີ່ເຫຼົ່ານີ້ບໍ່ແມ່ນສຳລັບມະນຸດຊາດ. ແຕ່ເປັນຫຍັງພຣະເຈົ້າຈຶ່ງເຮັດໃຫ້ສະຖານທີ່ດັ່ງກ່າວມີຢູ່ເທິງແຜ່ນດິນໂລກ? ຖ້າສະຖານທີ່ເຫຼົ່ານີ້ເປັນບ່ອນທີ່ພຣະເຈົ້າບໍ່ໃຫ້ມະນຸດໄດ້ອາໄສຢູ່ ຫຼື ແມ່ນແຕ່ຢູ່ລອດໄດ້, ແລ້ວເປັນຫຍັງພຣະເຈົ້າຈຶ່ງສ້າງພວກມັນ? ມີສະຕິປັນຍາຂອງພຣະເຈົ້ານອນຢູ່ໃນທີ່ນີ້. ນັ້ນກໍຄື ພຣະເຈົ້າປັບຂອບເຂດອຸນຫະພູມຂອງສະພາບແວດລ້ອມໃຫ້ເໝາະສົມເຊິ່ມະນຸດຢູ່ລອດໄດ້. ຍັງມີກົດເກນທຳມະຊາດທີ່ຖືກນໍາໃຊ້ທີ່ນີ້. ພຣະເຈົ້າເນລະມິດສ້າງສິ່ງໃດໜຶ່ງເພື່ອຮັກສາ ແລະ ຄວບຄຸມອຸນຫະພູມ. ພວກມັນແມ່ນຫຍັງ? ຢ່າງທຳອິດ ດວງຕາເວັນສາມາດນໍາຄວາມອົບອຸ່ນມາເຖິງຜູ້ຄົນ, ແຕ່ຜູ້ຄົນສາມາດອົດທົນຕໍ່ຄວາມອົບອຸ່ນນີ້ບໍ ເມື່ອມັນມີຫຼາຍເກີນໄປ? ມີຜູ້ໃດທີ່ກ້າເຂົ້າໃກ້ດວງຕາເວັນບໍ? ມີເຄື່ອງມືທາງວິທະຍາສາດໃດເທິງແຜ່ນດິນໂລກທີ່ສາມາດເຂົ້າໃກ້ດວງຕາເວັນບໍ? (ບໍ່ມີ). ເປັນຫຍັງຈຶ່ງບໍ່ມີ? ດວງຕາເວັນຮ້ອນເກີນໄປ. ສິ່ງໃດກໍຕາມທີ່ເຂົ້າໃກ້ດວງຕາເວັນເກີນໄປແມ່ນຈະລະລາຍ. ສະນັ້ນ ພຣະເຈົ້າຈະປະຕິບັດພາລະກິດໂດຍສະເພາະເພື່ອກຳນົດລວງສູງຂອງດວງຕາເວັນທີ່ຢູ່ເໜືອມະນຸດຊາດ ແລະ ໄລຍະຫ່າງຂອງມັນຈາກເຂົາຕາມການຄຳນວນຢ່າງຖີ່ຖ້ວນຂອງພຣະອົງ ແລະ ດ້ວຍມາດຕະຖານຂອງພຣະອົງ. ແລ້ວມີຂົ້ວໂລກສອງແຫ່ງ ກໍຄືໃຕ້ ແລະ ເໜືອ. ເຂດເຫຼົ່ານີ້ແມ່ນເຢຶອກເຢັນ ແລະ ໜາວຫຼາຍແທ້ໆ. ມະນຸດຊາດສາມາດດຳລົງຊີວິດໃນເຂດທີ່ໜາວຫຼາຍແທ້ໆບໍ? ສະຖານທີ່ດັ່ງກ່າວເໝາະສົມແກ່ຄວາມຢູ່ລອດຂອງມະນຸດບໍ? (ບໍ່). ຜູ້ຄົນບໍ່ໄປສະຖານທີ່ເຫຼົ່ານີ້ ຍ້ອນພວກມັນບໍ່ເໝາະສົມສຳລັບຄວາມຢູ່ລອດ. ຍ້ອນຜູ້ຄົນບໍ່ໄປຂົ້ວໂລກເໜືອ ແລະ ໃຕ້, ແມ່ນໍ້າໆກ້ອນຂອງພວກມັນຈຶ່ງຖືກຮັກສາ ແລະ ສາມາດເຮັດໜ້າທີ່ຕາມຈຸດປະສົງຂອງພວກມັນ ເຊິ່ງເປັນການຄວບຄຸມອຸນຫະພູມ. ເຈົ້າເຂົ້າໃຈແລ້ວບໍ? ຖ້າບໍ່ມີຂົ້ວໂລກໃຕ້ ແລະ ບໍ່ມີຂົ້ວໂລກເໜືອ, ແລ້ວຄວາມຮ້ອນຢ່າງຕໍ່ເນື່ອງຂອງດວງຕາເວັນຈະເຮັດໃຫ້ຜູ້ຄົນເທິງແຜ່ນດິນໂລກດັບສະຫຼາຍ. ແຕ່ພຣະເຈົ້າຮັກສາອຸນຫະພູມພາຍໃນຂອບເຂດທີ່ເໝາະສົມສຳລັບຄວາມຢູ່ລອດຂອງມະນຸດຜ່ານທາງສອງສິ່ງເຫຼົ່ານີ້ເທົ່ານັ້ນບໍ? ບໍ່. ຍັງມີສິ່ງມີຊີວິດທຸກຮູບແບບ ເຊັ່ນ ຫຍ້າໃນທົ່ງນາ, ຕົ້ນໄມ້ຫຼາກຫຼາຍປະເພດ ແລະ ພືດທຸກປະເພດໃນປ່າໄມ້ທີ່ຊຶມຊັບຄວາມຮ້ອນຂອງດວງຕາເວັນ ແລະ ເມື່ອເຮັດແບບນັ້ນກໍລົບລ້າງພະລັງງານຄວາມຮ້ອນຂອງດວງຕາເວັນ ແລະ ໃນລັກສະນະທີ່ຄວບຄຸມອຸນຫະພູມຂອງສະພາບແວດລ້ອມທີ່ມະນຸດຊາດດຳລົງຊີວິດຢູ່. ຍັງມີແຫຼ່ງນໍ້າ ເຊັ່ນແມ່ນໍ້າ ແລະ ທະເລສາບ. ບໍ່ມີຜູ້ໃດສາມາດກໍານົດເນື້ອທີ່ໆແມ່ນໍ້າ ແລະ ທະເລສາບປົກຄຸມ. ບໍ່ມີຜູ້ໃດສາມາດຄວບຄຸມວ່າມີນໍ້າສໍ່າໃດເທິງແຜ່ນດິນໂລກ ຫຼື ນໍ້າຈະໄຫຼໄປໃສ, ທິດທາງການໄຫຼວຽນຂອງມັນ, ປະລິມານຂອງມັນ ຫຼື ຄວາມໄວຂອງມັນ. ມີພຽງແຕ່ພຣະເຈົ້າທີ່ຮູ້. ແຫຼ່ງນໍ້າຕ່າງໆເຫຼົ່ານັ້ນ ຈາກນໍ້າໃຕ້ດິນຫາແມ່ນໍ້າ ແລະ ທະເລສາບທີ່ສາມາດເຫັນໄດ້ເທິງດິນ ແມ່ນສາມາດຄວບຄຸມອຸນຫະພູມຂອງສະພາບແວດລ້ອມທີ່ມະນຸດດຳລົງຊີວິດຢູ່ອີກດ້ວຍ. ນອກຈາກແຫຼ່ງນ້ໍາແລ້ວ, ຍັງມີໂຄງສ້າງດ້ານພູມສາດທຸກປະເພດ ເຊັ່ນພູເຂົາ, ທົ່ງພຽງ, ຮ່ອມພູເລິກ ແລະ ໜອງທີ່ລ້ວນແລ້ວແຕ່ຄວບຄຸມອຸນຫະພູມໃນລະດັບຕາມສັດສ່ວນຂອງຂອບເຂດ ແລະ ເນື້ອທີ່ທາງພູມສາດຂອງພວກມັນ. ຕົວຢ່າງເຊັ່ນ ຖ້າພູເຂົາມີເສັ້ນຮອບວົງໜຶ່ງຮ້ອຍກິໂລແມັດ, ແລ້ວຮ້ອຍກິໂລແມັດເຫຼົ່ານັ້ນກໍຈະປະກອບສ່ວນເປັນປະໂຫຍດທີ່ມີຄຸນຄ່າໜຶ່ງຮ້ອຍກິໂລແມັດ. ແຕ່ສຳລັບວ່າພຣະເຈົ້າໄດ້ເນລະມິດສ້າງເທືອກເຂົາ ແລະ ຮ່ອມພູເລິກຫຼາຍສໍ່າໃດນັ້ນ, ນີ້ແມ່ນຈຳນວນທີ່ພຣະເຈົ້າໄດ້ພິຈາລະນາ. ເວົ້າອີກຢ່າງກໍຄື ເບື້ອງຫຼັງການເປັນຢູ່ຂອງທຸກສິ່ງທີ່ພຣະເຈົ້າໄດ້ເນລະມິດສ້າງແມ່ນມີເລື່ອງລາວ ແລະ ແຕ່ລະສິ່ງແມ່ນປະກອບມີສະຕິປັນຍາ ແລະ ແຜນການຂອງພຣະເຈົ້າ. ຍົກຕົວຢ່າງເຊັ່ນ ໃຫ້ພິຈາລະນາປ່າໄມ້ ແລະ ພືດພັນຕ່າງໆທຸກປະເພດ, ຂອບເຂດ ແລະ ຂະໜາດຂອງເນື້ອທີ່ໆພວກເຂົາມີຢູ່ ແລະ ເພີ່ມຂຶ້ນແມ່ນຢູ່ເໜືອການຄວບຄຸມຂອງມະນຸດຄົນໃດໜຶ່ງ ແລະ ບໍ່ມີຜູ້ໃດສັ່ງການສິ່ງເຫຼົ່ານີ້ໄດ້. ເຊັ່ນດຽວກັນ ບໍ່ມີມະນຸດຄົນໃດສາມາດຄວບຄຸມວ່າພວກມັນຈະຊຶມຊັບນໍ້າໄດ້ຫຼາຍສໍ່າໃດ ຫຼື ພວກມັນຊຶມຊັບພະລັງງານຄວາມຮ້ອນຈາກດວງຕາເວັນຫຼາຍສໍ່າໃດ. ທຸກສິ່ງເຫຼົ່ານີ້ຕົກຢູ່ພາຍໃນຂອບເຂດຂອງແຜນການທີ່ພຣະເຈົ້າໄດ້ວາງໄວ້ເມື່ອພຣະອົງເນລະມິດສ້າງສິ່ງທັງປວງ.

ມັນແມ່ນເນື່ອງຈາກການວາງແຜນ, ການພິຈາລະນາ ແລະ ການຈັດແຈງຢ່າງລະມັດລະວັງຂອງພຣະເຈົ້າໃນທຸກລັກສະນະ, ມະນຸດຈຶ່ງສາມາດດຳລົງຊີວິດໃນສະພາບແວດລ້ອມດ້ວຍອຸນຫະພູມທີ່ເໝາະສົມດັ່ງກ່າວ. ສະນັ້ນ ທຸກສິ່ງທີ່ມະນຸດເຫັນດ້ວຍຕາຂອງເຂົາ ເຊັ່ນດວງຕາເວັນ, ຂົ້ວໂລກໃຕ້ ແລະ ເໜືອທີ່ມະນຸດມັກໄດ້ຍິນຢູ່ເລື້ອຍໆ ພ້ອມທັງສິ່ງມີຊີວິດຕ່າງໆທີ່ຢູ່ເທິງ ແລະ ລຸ່ມພື້ນດິນ ແລະ ໃນນໍ້າ ແລະ ຈຳນວນພື້ນທີ່ໆປົກຄຸມດ້ວຍປ່າໄມ້ ແລະ ພືດພັນຮູບແບບອື່ນໆ ແລະ ແຫຼ່ງນໍ້າ, ພືນນໍ້າຕ່າງໆ, ປະລິມານນໍ້າເຄັມ ແລະ ນໍ້າຈືດ ແລະ ສະພາບແວດລ້ອມທາງພູມສາດທີ່ແຕກຕ່າງກັນ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ພຣະເຈົ້າໃຊ້ເພື່ອຮັກສາອຸນຫະພູມປົກກະຕິສຳລັບຄວາມຢູ່ລອດຂອງມະນຸດ. ສິ່ງນີ້ສົມບູນ. ມັນເປັນຍ້ອນພຣະເຈົ້າໄດ້ຄິດກ່ຽວກັບສິ່ງນີ້ຢ່າງເລິກເຊິ່ງ, ມະນຸດຈຶ່ງສາມາດດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ມີອຸນຫະພູມທີ່ເໝາະສົມດັ່ງກ່າວ. ມັນຕ້ອງບໍ່ໜາວເກີນໄປ ຫຼື ຮ້ອນເກີນໄປ: ສະຖານທີ່ໆຮ້ອນເກີນໄປ ເຊິ່ງເປັນບ່ອນທີ່ອຸນຫະພູມສູງເກີນທີ່ຮ່າງກາຍມະນຸດຈະສາມາດປັບຕົວໄດ້ ແມ່ນບໍ່ໄດ້ຖືກພຣະເຈົ້າປະໄວ້ໃຫ້ເຈົ້າຢ່າງແນ່ນອນ. ສະຖານທີ່ໆເຢັນເກີນໄປ ເຊິ່ງເປັນບ່ອນທີ່ອຸນຫະພູມຕໍ່າເກີນໄປ, ເປັນບ່ອນທີ່ມະນຸດຈະແຂງກະດ້າງແທ້ໆໃນສອງສາມນາທີເທົ່ານັ້ນຫຼັງຈາກໄປຮອດບ່ອນນັ້ນ ຈົນພວກເຂົາບໍ່ສາມາດເວົ້າ, ສະໝອງຂອງພວກເຂົາແຂງກະດ້າງ, ພວກເຂົາບໍ່ສາມາດຄິດ ແລະ ໃນອີກບໍ່ດົນ ພວກເຂົາກໍຈະມີອາການຂາດອາກາດຫາຍໃຈ. ພຣະເຈົ້າບໍ່ໄດ້ປະສະຖານທີ່ດັ່ງກ່າວໄວ້ໃຫ້ແກ່ມະນຸດຊາດ. ບໍ່ວ່າມະນຸດຈະຕ້ອງການປະຕິບັດການຄົ້ນຄວ້າປະເພດໃດກໍຕາມ ຫຼື ພວກເຂົາຕ້ອງການປ່ຽນແປງໃໝ່ ຫຼື ຜ່ານຝ່າຂໍ້ຈຳກັດດັ່ງກ່າວ, ບໍ່ວ່າຜູ້ຄົນຈະມີຄວາມຄິດແນວໃດກໍຕາມ, ພວກເຂົາກໍຈະບໍ່ສາມາດເຮັດກາຍຂີດຈຳກັດທີ່ຮ່າງກາຍມະນຸດສາມາດປັບຕົວໄດ້. ພວກເຂົາຈະບໍ່ສາມາດກຳຈັດຂີດຈຳກັດເຫຼົ່ານີ້ທີ່ພຣະເຈົ້າໄດ້ເນລະມິດສ້າງສຳລັບມະນຸດ. ນີ້ກໍຍ້ອນພຣະເຈົ້າສ້າງມະນຸດ ແລະ ພຣະເຈົ້າຮູ້ດີທີ່ສຸດວ່າຮ່າງກາຍມະນຸດສາມາດປັບຕົວໃຫ້ເຂົ້າກັບອຸນຫະພູມເທົ່າໃດ. ແຕ່ມະນຸດເອງແມ່ນບໍ່ຮູ້. ເປັນຫຍັງເຮົາຈຶ່ງເວົ້າວ່າມະນຸດບໍ່ຮູ້? ແມ່ນຫຍັງຄືສິ່ງໂງ່ໆທີ່ມະນຸດໄດ້ເຮັດ? ມີຫຼາຍຄົນບໍ່ໄດ້ພະຍາຍາມທ້າທາຍຂົ້ວໂລກເໜືອ ແລະ ໃຕ້ຢູ່ຕະລອດບໍ? ຜູ້ຄົນດັ່ງກ່າວຕ້ອງການໄປສະຖານທີ່ເຫຼົ່ານັ້ນຢູ່ສະເໝີເພື່ອເຂົ້າຍຶດດິນແດນ, ເພື່ອວ່າພວກເຂົາຈະສາມາດວາງຮາກຖານໃນທີ່ນັ້ນ. ມັນແມ່ນການກະທຳທີ່ບໍ່ສົມເຫດສົມຜົນ. ເຖິງແມ່ນວ່າເຈົ້າຄົ້ນຄວ້າກ່ຽວກັບຂົ້ວໂລກຢ່າງລະອຽດ, ແລ້ວຄືຫຍັງ? ເຖິງແມ່ນເຈົ້າສາມາດປັບຕົວໃຫ້ເຂົ້າກັບອຸນຫະພູມ ແລະ ສາມາດດຳລົງຊີວິດໃນທີ່ນັ້ນ, ມັນຈະມີປະໂຫຍດຕໍ່ມະນຸດຊາດໃນລັກສະນະໃດໜຶ່ງບໍ ຖ້າເຈົ້າຕ້ອງ “ປັບປຸງ” ສະພາບແວດລ້ອມໃນປັດຈຸບັນສຳລັບຊີວິດໃນຂົ້ວໂລກໃຕ້ ແລະ ເໜືອ? ມະນຸດຊາດມີສະພາບແວດລ້ອມທີ່ຕົນສາມາດຢູ່ລອດໄດ້, ແຕ່ມະນຸດກໍບໍ່ຢູ່ທີ່ນັ້ນຢ່າງງຽບໆ ແລະ ໂດຍຟັງເຫດຜົນ, ແຕ່ກົງກັນຂ້າມພວກເຂົາຢືນຢັນທີ່ຈະສ່ຽງໄພເຂົ້າໄປໃນສະຖານທີ່ໆພວກເຂົາບໍ່ສາມາດຢູ່ລອດໄດ້. ນີ້ໝາຍຄວາມວ່າແນວໃດ? ພວກເຂົາເລີ່ມເບື່ອໜ່າຍ ແລະ ບໍ່ອົດທົນກັບຊີວິດໃນອຸນຫະພູມທີ່ເໝາະສົມນີ້ ແລະ ໄດ້ຮັບເອົາພອນທີ່ຫຼາຍເກີນໄປ. ອີກຢ່າງ ສະພາບແວດລ້ອມທີ່ປົກກະຕິສຳລັບຊີວິດນີ້ແມ່ນເກືອບຖືກທຳລາຍໂດຍມະນຸດຊາດຢ່າງສິ້ນເຊີງ ແລ້ວບັດນີ້ ພວກເຂົາກໍຄິດວ່າພວກເຂົາອາດໄປຂົ້ວໂລກໃຕ້ ແລະ ຂົ້ວໂລກເໜືອເພື່ອທຳລາຍເພີ່ມອີກ ຫຼື ສະແຫວງຫາ “ເຫດຜົນ” ບາງຢ່າງ ຈົນພວກເຂົາສາມາດຄົ້ນພົບວິທີການບາງຢ່າງໃນ “ການລະເບີດເສັ້ນທາງໃໝ່”. ນີ້ບໍ່ແມ່ນເລື່ອງທີ່ໂງ່ຈ້າບໍ? ນັ້ນໝາຍຄວາມວ່າ ພາຍໃຕ້ການນໍາພາຂອງບັນພະບຸລຸດຊາຕານ, ມະນຸດຊາດນີ້ສືບຕໍ່ເຮັດສິ່ງທີ່ໄຮ້ເຫດຜົນຄັ້ງແລ້ວຄັ້ງເລົ່າ, ທຳລາຍເຮືອນສວຍງາມທີ່ພຣະເຈົ້າໄດ້ເນລະມິດສ້າງໄວ້ສຳລັບພວກເຂົາຢ່າງບໍ່ລະວັງ ແລະ ບໍ່ມີເຫດຜົນ. ນີ້ຄືການກະທຳຂອງຊາຕານ. ຍິ່ງໄປກວ່ານັ້ນ ເມື່ອເຫັນວ່າຄວາມຢູ່ລອດຂອງມະນຸດຊາດເທິງແຜ່ນດິນໂລກຂ້ອນຂ້າງຕົກຢູ່ໃນອັນຕະລາຍ, ຫຼາຍຄົນກໍສະແຫວງຫາວິທີໄປຢ້ຽມຢາມດວງເດືອນ, ຕ້ອງການທີ່ຈະສ້າງຕັ້ງວິທີເພື່ອຢູ່ລອດໃນທີ່ນັ້ນ. ແຕ່ໃນທີ່ສຸດແລ້ວ, ດວງເດືອນຂາດອົກຊີແຊນ. ມະນຸດສາມາດຢູ່ລອດໂດຍປາສະຈາກອົກຊີແຊນໄດ້ບໍ? ຍ້ອນດວງເດືອນຂາດອົກຊີແຊນ, ມັນຈຶ່ງບໍ່ແມ່ນສະຖານທີ່ໆມະນຸດສາມາດຢູ່ໄດ້, ແຕ່ມະນຸດກໍດື້ດຶງໃນຄວາມປາຖະໜາຂອງເຂົາທີ່ຈະໄປທີ່ນັ້ນ. ພຶດຕິກຳນີ້ຄວນຖືກເອີ້ນວ່າຫຍັງ? ມັນເປັນການທຳລາຍຕົນເອງອີກດ້ວຍ, ບໍ່ແມ່ນບໍ? ດວງເດືອນແມ່ນສະຖານທີ່ໆປາສະຈາກອາກາດ ແລະ ອຸນຫະພູມຂອງມັນບໍ່ເໝາະສົມສຳລັບຄວາມຢູ່ລອດຂອງມະນຸດ, ສະນັ້ນ ມັນຈຶ່ງບໍ່ແມ່ນສະຖານທີ່ພຣະເຈົ້າໄດ້ປະໄວ້ສຳລັບມະນຸດ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VIII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 172)

3. ສຽງ

ແມ່ນຫຍັງຄືຢ່າງທີສາມ? ມັນຍັງເປັນພາກສ່ວນທີ່ຈຳເປັນສຳລັບສະພາບແວດລ້ອມປົກກະຕິຂອງການເປັນຢູ່ຂອງມະນຸດ, ເປັນສິ່ງທີ່ພຣະເຈົ້າຈັດກຽມ ເມື່ອພຣະອົງເນລະມິດສ້າງສິ່ງທັງປວງ. ມັນສຳຄັນຫຼາຍຕໍ່ພຣະເຈົ້າ ແລະ ຕໍ່ມະນຸດທຸກຄົນ. ຖ້າພຣະເຈົ້າບໍ່ເອົາໃຈໃສ່ສິ່ງນີ້, ມັນກໍຈະແຊກແຊງຄວາມຢູ່ລອດຂອງມະນຸດຊາດຢ່າງໃຫຍ່ຫຼວງ ເຊິ່ງໝາຍຄວາມວ່າ ມັນຈະມີຜົນກະທົບທີ່ສຳຄັນຕໍ່ຊີວິດມະນຸດ ແລະ ຮ່າງກາຍຝ່າຍເນື້ອໜັງຂອງເຂົາ ຈົນມະນຸດບໍ່ສາມາດຢູ່ລອດໄດ້ໃນສະພາບແວດລ້ອມດັ່ງກ່າວ. ສາມາດເວົ້າໄດ້ວ່າ ບໍ່ມີສິ່ງມີຊີວິດໃດສາມາດຢູ່ລອດໄດ້ໃນສະພາບແວດລ້ອມດັ່ງກ່າວ. ແລ້ວແມ່ນຫຍັງຄືສິ່ງນີ້ທີ່ເຮົາກຳລັງເວົ້າເຖິງ? ເຮົາກຳລັງເວົ້າກ່ຽວກັບສຽງ. ພຣະເຈົ້າສ້າງທຸກສິ່ງ ແລະ ທຸກສິ່ງທີ່ມີຊີວິດກໍດຳລົງຊີວິດຢູ່ໃນພາຍໃນມືຂອງພຣະເຈົ້າ. ສິ່ງທັງປວງໃນການເນລະມິດສ້າງຂອງພຣະເຈົ້າແມ່ນກຳລັງດຳລົງຊີວິດ ແລະ ປ່ຽນແປງການເຄື່ອນໄຫວຢູ່ເລື້ອຍໆພາຍໃນສາຍຕາຂອງພຣະອົງ. ຄວາມໝາຍຂອງເຮົາສຳລັບສິ່ງນີ້ກໍຄື ແຕ່ລະສິ່ງທີ່ພຣະເຈົ້າເນລະມິດສ້າງແມ່ນມີຄຸນຄ່າ ແລະ ຄວາມໝາຍໃນການເປັນຢູ່ຂອງມັນ; ນັ້ນກໍຄື ມີບາງສິ່ງທີ່ຈຳເປັນກ່ຽວກັບການເປັນຢູ່ຂອງແຕ່ລະສິ່ງ ແລະ ທຸກສິ່ງ. ໃນສາຍຕາຂອງພຣະເຈົ້າແລ້ວ, ແຕ່ລະສິ່ງແມ່ນມີຊີວິດ ແລະ ຍ້ອນທຸກສິ່ງມີຊີວິດ, ພວກມັນແຕ່ລະຢ່າງຈຶ່ງເກີດມີສຽງ. ຕົວຢ່າງເຊັ່ນ ໂລກປ່ຽນແປງໄປຢູ່ເລື້ອຍໆ, ດວງຕາເວັນປ່ຽນແປງໄປຢູ່ເລື້ອຍໆ ແລະ ດວງເດືອນກໍປ່ຽນແປງໄປຢູ່ເລື້ອຍໆເຊັ່ນກັນ. ໃນຂະນະທີ່ທຸກສິ່ງຂະຫຍາຍພັນ, ພັດທະນາ ແລະ ເຄື່ອນໄຫວ, ພວກມັນກໍສົ່ງສຽງອອກມາຢູ່ເລື້ອຍໆ. ສິ່ງທັງປວງຈາກການເນລະມິດສ້າງຂອງພຣະເຈົ້າທີ່ມີຢູ່ເທິງແຜ່ນດິນໂລກແມ່ນຂະຫຍາຍພັນ, ພັດທະນາ ແລະ ເຄື່ອນໄຫວຢູ່ເລື້ອຍໆ. ຕົວຢ່າງເຊັ່ນ ຕີນພູເຂົາກຳລັງເຄື່ອນໄຫວ ແລະ ເຄື່ອນຍ້າຍ ແລະ ທຸກສິ່ງທີ່ມີຊີວິດໃນສ່ວນເລິກຂອງທະເລແມ່ນກຳລັງລອຍນໍ້າ ແລະ ເຄື່ອນໄຫວໄປມາ. ນີ້ໝາຍຄວາມວ່າ ສິ່ງທີ່ມີຊີວິດເຫຼົ່ານີ້, ທຸກສິ່ງໃນສາຍຕາຂອງພຣະເຈົ້າແມ່ນເຄື່ອນໄຫວຢູ່ເລື້ອຍໆ ແລະ ເປັນປົກກະຕິ ຕາມແບບແຜນທີ່ຖືກສ້າງຕັ້ງຂຶ້ນ. ແລ້ວແມ່ນຫຍັງຄືສິ່ງທີ່ຖືກເຮັດໃຫ້ມີຢູ່ ໂດຍສິ່ງທັງປວງທີ່ຂະຫຍາຍພັນ ແລະ ພັດທະນາໃນຄວາມມືດ ແລະ ເຄື່ອນໄຫວຢ່າງລັບໆ? ສຽງ, ສຽງທີ່ຍິ່ງໃຫຍ່ ແລະ ມີພະລັງ. ນອກເໜືອຈາກດາວເຄາະໂລກ, ດາວເຄາະທຸກປະເພດແມ່ນເຄື່ອນໄຫວຢູ່ເລື້ອຍໆ ແລະ ສິ່ງມີຊີວິດ ແລະ ອິນຊີໃນດາວເຄາະເຫຼົ່ານີ້ກໍກຳລັງຂະຫຍາຍພັນ, ພັດທະນາ ແລະ ເຄື່ອນໄຫວຢູ່ເລື້ອຍໆ. ນັ້ນກໍຄື ສິ່ງທັງປວງທີ່ມີຊີວິດ ແລະ ປາສະຈາກຊີວິດແມ່ນກຳລັງເຄື່ອນໄປຂ້າງໜ້າຢ່າງສະໝໍ່າສະເໝີໃນສາຍຕາຂອງພຣະເຈົ້າ ແລະ ໃນຂະນະທີ່ພວກມັນເຄື່ອນໄປ, ພວກມັນແຕ່ລະຢ່າງກໍສົ່ງສຽງອອກມາອີກດ້ວຍ. ພຣະເຈົ້າຍັງຈັດກຽມສຳລັບສຽງເຫຼົ່ານີ້ ແລະ ເຮົາເຊື່ອວ່າພວກເຈົ້າໄດ້ຮູ້ເຖິງເຫດຜົນຂອງພຣະອົງສຳລັບສິ່ງນີ້ແລ້ວ, ບໍ່ແມ່ນບໍ? ເມື່ອເຈົ້າເຂົ້າໃກ້ເຮືອບິນ, ສຽງເຄື່ອງຈັກຂອງມັນມີຜົນກະທົບຫຍັງຕໍ່ເຈົ້າ? ຖ້າເຈົ້າຢູ່ໃກ້ມັນດົນເກີນໄປ, ຫູຂອງເຈົ້າກໍຈະໜວກ. ແລ້ວຫົວໃຈຂອງເຈົ້າເດ, ມັນຈະສາມາດທົນຕໍ່ຄວາມທໍລະມານດັ່ງກ່າວບໍ? ບາງຄົນທີ່ມີຫົວໃຈອ່ອນແອກໍຈະທົນບໍ່ໄດ້. ແນ່ນອນວ່າ ແມ່ນແຕ່ຄົນທີ່ມີຫົວໃຈເຂັ້ມແຂງກໍຈະບໍ່ສາມາດທົນມັນໄດ້ດົນເກີນໄປ. ນັ້ນໝາຍຄວາມວ່າ ຜົນກະທົບຂອງສຽງທີ່ມີຕໍ່ຮ່າງກາຍມະນຸດ ບໍ່ວ່າມັນຈະເປັນຫູ ຫຼື ຫົວໃຈ ແມ່ນໃຫຍ່ຫຼວງຫຼາຍທີ່ສຸດສຳລັບມະນຸດທຸກຄົນ ແລະ ສຽງທີ່ດັງເກີນໄປກໍຈະທຳຮ້າຍຜູ້ຄົນ. ສະນັ້ນ ເມື່ອພຣະເຈົ້າເນລະມິດສ້າງສິ່ງທັງປວງ ແລະ ຫຼັງຈາກທີ່ພວກມັນໄດ້ເລີ່ມເຮັດໜ້າທີ່ເປັນປົກກະຕິແລ້ວ, ພຣະເຈົ້າກໍຈັດແຈງສຽງເຫຼົ່ານີ້ຢ່າງເໝາະສົມ, ສຽງຂອງສິ່ງທັງປວງທີ່ເຄື່ອນໄຫວ. ນີ້ກໍເປັນໜຶ່ງໃນບັນຫາທີ່ພຣະເຈົ້າໄດ້ພິຈາລະນາເມື່ອເນລະມິດສ້າງສະພາບແວດລ້ອມສຳລັບມະນຸດຊາດເຊັ່ນກັນ.

ກ່ອນອື່ນ ຄວາມສູງຂອງຊັ້ນບັນຍາກາດທີ່ຢູ່ເໜືອພື້ນຜິວແຜ່ນດິນໂລກແມ່ນມີຜົນກະທົບຕໍ່ສຽງ. ອີກຢ່າງ, ຂະໜາດຊ່ອງວ່າງໃນດິນກໍຈະຍັງປັບປ່ຽນ ແລະ ມີຜົນກະທົບຕໍ່ສຽງ. ແລ້ວມີສະພາບແວດລ້ອມທາງພູມສາດຕ່າງໆ ເຊິ່ງການລວມຕົວຂອງມັນມີຜົນກະທົບຕໍ່ສຽງເຊັ່ນດຽວກັນ. ນັ້ນໝາຍຄວາມວ່າ ພຣະເຈົ້າໃຊ້ວິທີການບາງຢ່າງເພື່ອກຳຈັດສຽງບາງຢ່າງ ເພື່ອວ່າມະນຸດຈະຢູ່ລອດໃນສະພາບແວດລ້ອມທີ່ຫູ ແລະ ຫົວໃຈຂອງພວກເຂົາສາມາດທົນໄດ້. ບໍ່ດັ່ງນັ້ນ ສຽງຈະກໍ່ໃຫ້ເກີດອຸປະສັກອັນໃຫຍ່ຫຼວງຕໍ່ຄວາມຢູ່ລອດຂອງມະນຸດຊາດ ໂດຍກາຍມາເປັນການລົບກວນທີ່ຍິ່ງໃຫຍ່ໃນຊີວິດຂອງພວກເຂົາ ແລະ ກໍ່ໃຫ້ເກີດບັນຫາທີ່ຮຸນແຮງສຳລັບພວກເຂົາ. ນີ້ໝາຍຄວາມວ່າ ພຣະເຈົ້າພິຖີພິຖັນໃນການເນລະມິດສ້າງດິນແດນ, ຊັ້ນບັນຍາກາດ ແລະ ສະພາບແວດລ້ອມທາງພູມສາດປະເພດຕ່າງໆຂອງພຣະອົງ ແລະ ມີສະຕິປັນຍາຂອງພຣະເຈົ້າປະກອບຢູ່ພາຍໃນແຕ່ລະສິ່ງເຫຼົ່ານີ້. ຄວາມເຂົ້າໃຈຂອງມະນຸດຊາດກ່ຽວກັບສິ່ງນີ້ບໍ່ຈຳເປັນຕ້ອງລະອຽດ, ມັນພຽງພໍສຳລັບຜູ້ຄົນທີ່ຈະຮູ້ວ່າການກະທຳຂອງພຣະເຈົ້າປະກອບມີຢູ່ໃນທີ່ນີ້. ບັດນີ້ ພວກເຈົ້າບອກເຮົາເບິ່ງວ່າ ພາລະກິດນີ້ທີ່ພຣະເຈົ້າເຮັດ ນັ້ນກໍຄື ການປັບສຽງໃຫ້ທ່ຽງຢ່າງແນ່ນອນເພື່ອຮັກສາສະພາບແວດລ້ອມການດຳລົງຊີວິດຂອງມະນຸດຊາດ ແລະ ຊີວິດປົກກະຕິຂອງພວກເຂົາ, ມັນຈຳເປັນບໍ? (ຈໍາເປັນ). ຍ້ອນພາລະກິດນີ້ຈຳເປັນ, ແລ້ວຈາກທັດສະນະນີ້ ແມ່ນສາມາດເວົ້າບໍໄດ້ວ່າ ພຣະເຈົ້າໃຊ້ພາລະກິດນີ້ເປັນວິທີທີ່ຈະສະໜອງໃຫ້ແກ່ສິ່ງທັງປວງ? ພຣະເຈົ້າເນລະມິດສ້າງສະພາບແວດລ້ອມທີ່ງຽບດັ່ງກ່າວສຳລັບການສະໜອງຂອງມະນຸດຊາດ ເພື່ອວ່າຮ່າງກາຍມະນຸດຈະສາມາດຳລົງຊິວິດໄດ້ເປັນປົກກະຕິພາຍໃນສະພາບແວດລ້ອມນັ້ນ ໂດຍບໍ່ທົນທຸກຕໍ່ການລົບກວນໃດໜຶ່ງ ແລະ ເພື່ອວ່າມະນຸດຊາດຈະສາມາດມີຊີວິດຢູ່ ແລະ ດຳລົງຊີວິດຢ່າງເປັນປົກກະຕິ. ແລ້ວນີ້ບໍ່ແມ່ນໜຶ່ງໃນວິທີທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດຊາດບໍ? ນີ້ບໍ່ແມ່ນສິ່ງສຳຄັນຫຼາຍທີ່ພຣະເຈົ້າໄດ້ເຮັດບໍ? (ແມ່ນແລ້ວ). ມີຄວາມຕ້ອງການສິ່ງນີ້ຢ່າງແຮງ. ແລ້ວພວກເຈົ້າເຫັນຄຸນຄ່າແນວໃດກ່ຽວກັບສິ່ງນີ້? ເຖິງແມ່ນພວກເຈົ້າຈະບໍ່ສາມາດຮູ້ສຶກໄດ້ວ່າ ນີ້ແມ່ນການກະທຳຂອງພຣະເຈົ້າ ຫຼື ພວກເຈົ້າບໍ່ຮູ້ວ່າພຣະເຈົ້າປະຕິບັດການກະທຳນີ້ໃນເວລານັ້ນໄດ້ແນວໃດ, ພວກເຈົ້າຍັງສາມາດຮູ້ສຶກເຖິງຄວາມຈຳເປັນທີ່ພຣະເຈົ້າເຮັດສິ່ງນີ້ໄດ້ບໍ? ພວກເຈົ້າສາມາດຮູ້ສຶກເຖິງສະຕິປັນຍາຂອງພຣະເຈົ້າ ແລະ ຄວາມຫ່ວງໃຍ ແລະ ຄວາມຄິດທີ່ພຣະອົງໃສ່ໄວ້ໃນມັນໄດ້ບໍ? (ໂດຍ, ພວກຂ້ານ້ອຍສາມາດຮູ້ສຶກໄດ້). ຖ້າພວກເຈົ້າສາມາດຮູ້ສຶກເຖິງສິ່ງນີ້ໄດ້, ນັ້ນກໍພຽງພໍແລ້ວ. ມີການກະທຳຫຼາຍຢ່າງທີ່ພຣະເຈົ້າປະຕິບັດທ່າມກາງສິ່ງຕ່າງໆໃນການເນລະມິດສ້າງຂອງພຣະອົງທີ່ຜູ້ຄົນບໍ່ສາມາດຮູ້ສຶກເຖິງ ຫຼື ເຫັນໄດ້. ເຮົາຍົກສິ່ງນີ້ຂຶ້ນມາເພື່ອແຈ້ງພວກເຈົ້າກ່ຽວກັບການກະທຳຂອງພຣະເຈົ້າເທົ່ານັ້ນ ເພື່ອວ່າພວກເຈົ້າອາດມາຮູ້ຈັກພຣະເຈົ້າ. ສິ່ງເຫຼົ່ານີ້ແມ່ນຮ່ອງຮອຍທີ່ສາມາດຊ່ວຍໃຫ້ພວກເຈົ້າຮູ້ຈັກ ແລະ ເຂົ້າໃຈພຣະເຈົ້າໄດ້ດີຂຶ້ນ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VIII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 173)

4. ແສງ

ຢ່າງທີສີ່ແມ່ນກ່ຽວຂ້ອງກັບຕາຂອງຜູ້ຄົນ: ແສງ. ສິ່ງນີ້ກໍສຳຄັນຫຼາຍເຊັ່ນດຽວກັນ. ເມື່ອເຈົ້າເຫັນແສງທີ່ສະຫວ່າງ ແລະ ຄວາມສະຫວ່າງຂອງມັນໄປຮອດລະດັບໃດໜຶ່ງ, ມັນກໍສາມາດເຮັດໃຫ້ຕາມະນຸດບອດໄດ້. ບໍ່ວ່າຢ່າງໃດກໍຕາມ, ຕາມະນຸດກໍແມ່ນຕາຂອງເນື້ອໜັງ. ພວກມັນບໍ່ສາມາດທົນຕໍ່ການລະຄາຍເຄືອງໄດ້. ຜູ້ໃດກ້າຈ້ອງເບິ່ງດວງຕາເວັນໂດຍກົງບໍ? ບາງຄົນໄດ້ລອງມັນແລ້ວ ແລະ ຖ້າພວກເຂົາສວມໃສ່ແວ່ນຕາກັນແດດ ມັນກໍຈະບໍ່ເປັນຫຍັງ, ແຕ່ນັ້ນກໍຈຳເປັນຕ້ອງມີການນໍາໃຊ້ເຄື່ອງມື. ຫາກປາສະຈາກເຄື່ອງມື, ຕາເປົ່າຂອງມະນຸດແມ່ນບໍ່ມີຄວາມສາມາດທີ່ຈະຜະເຊີນກັບດວງຕາເວັນ ແລະ ຈ້ອງເບິ່ງມັນໂດຍກົງ. ເຖິງຢ່າງໃດກໍຕາມ, ພຣະເຈົ້າໄດ້ເນລະມິດສ້າງດວງຕາເວັນເພື່ອສ່ອງແສງໃຫ້ແກ່ມະນຸດຊາດ ແລະ ແສງນີ້ກໍແມ່ນສິ່ງທີ່ພຣະອົງເອົາໃຈໃສ່ເຊັ່ນກັນ. ພຣະເຈົ້າບໍ່ພຽງແຕ່ສຳເລັດການເນລະມິດສ້າງດວງຕາເວັນເທົ່ານັ້ນ, ວາງມັນໄວ້ໃນບ່ອນໃດບ່ອນໜຶ່ງ ແລະ ຫຼັງຈາກນັ້ນກໍບໍ່ສົນໃຈມັນ; ນັ້ນບໍ່ແມ່ນວິທີທີ່ພຣະເຈົ້າເຮັດສິ່ງຕ່າງໆ. ພຣະອົງລະມັດລະວັງໃນການກະທຳຂອງພຣະອົງ ແລະ ຄິດເຖິງພວກມັນຢ່າງລະອຽດລະອໍ. ພຣະເຈົ້າສ້າງຕາສຳລັບມະນຸດຊາດ ເພື່ອວ່າພວກເຂົາຈະໄດ້ເຫັນ ແລະ ພຣະອົງຍັງກຳນົດຂອບເຂດຂອງແສງທີ່ມະນຸດເຫັນສິ່ງຕ່າງໆໄວ້ລ່ວງໜ້າ. ມັນຈະບໍ່ເປັນການດີ ຖ້າແສງດັ່ງກ່າວມົວເກີນໄປ. ເມື່ອມັນມືດເກີນໄປຈົນຜູ້ຄົນບໍ່ສາມາດເຫັນນິ້ວມືຂອງພວກເຂົາທີ່ຢູ່ຕໍ່ໜ້າພວກເຂົາໄດ້, ຕາຂອງພວກເຂົາກໍຈະສູນເສຍໜ້າທີ່ຂອງພວກມັນ ແລະ ບໍ່ມີປະໂຫຍດຫຍັງ. ແຕ່ແສງທີ່ສະຫວ່າງເກີນໄປກໍເຮັດໃຫ້ຕາມະນຸດບໍ່ສາມາດເຫັນສິ່ງຕ່າງໆໄດ້ພໍໆກັນ ຍ້ອນຄວາມສະຫວ່າງແມ່ນເປັນສິ່ງທີ່ຄົນເຮົາບໍ່ສາມາດທົນໄດ້. ສະນັ້ນ ພຣະເຈົ້າຈຶ່ງຕົບແຕ່ງສະພາບແວດລ້ອມຂອງການເປັນຢູ່ຂອງມະນຸດຊາດດ້ວຍຈຳນວນແສງທີ່ເໝາະສົມສຳລັບຕາມະນຸດ ເຊິ່ງເປັນຈຳນວນທີ່ຈະບໍ່ເປັນໄພ ຫຼື ທຳລາຍຕາຂອງຜູ້ຄົນ ແລ້ວແຮງໄກທີ່ຈະ ເຮັດໃຫ້ພວກມັນສູນເສຍສະມັດຕະພາບຂອງພວກມັນ. ນີ້ຄືເຫດຜົນທີ່ພຣະເຈົ້າເພີ່ມຊັ້ນເມກອ້ອມດວງຕາເວັນ ແລະ ແຜ່ນດິນໂລກ ແລະ ເຫດຜົນທີ່ຄວາມໜາແໜ້ນຂອງອາກາດສາມາດກັ່ນຕອງປະເພດຂອງແສງທີ່ສາມາດທຳຮ້າຍຕາ ຫຼື ຜິວໜັງຂອງຜູ້ຄົນໄດ້, ສິ່ງເຫຼົ່ານີ້ແມ່ນຖືກຕ້ອງ ແລະ ເໝາະສົມ. ອີກຢ່າງ, ສີຂອງແຜ່ນດິນໂລກທີ່ພຣະເຈົ້າເນລະມິດສ້າງກໍສະທ້ອນແສງຕາເວັນ ແລະ ແສງທຸກປະເພດ ແລະ ສາມາດກຳຈັດຮູບແບບຂອງແສງທີ່ສະຫວ່າງເກີນໄປທີ່ຈະໃຫ້ຕາມະນຸດປັບຕົວໄດ້. ສະນັ້ນ ຜູ້ຄົນຈຶ່ງສາມາດຍ່າງຢູ່ຂ້າງນອກ ແລະ ໃຊ້ຊີວິດຂອງພວກເຂົາໂດຍບໍ່ຈຳເປັນຕ້ອງສວມໃສ່ແວ່ນຕາກັນແດດທີ່ມືດຫຼາຍຢູ່ເລື້ອຍໆ. ພາຍໃຕ້ສະຖານະການປົກກະຕິ, ຕາມະນຸດສາມາດເຫັນສິ່ງຕ່າງໆພາຍໃນຂອບເຂດສາຍຕາຂອງພວກເຂົາໄດ້ ໂດຍທີ່ບໍ່ຖືກແສງລົບກວນ. ນັ້ນໝາຍຄວາມວ່າ ມັນຈະບໍ່ເປັນການດີ ຖ້າແສງຮຸນແຮງເກີນໄປ ຫຼື ມັນມົວເກີນໄປ. ຖ້າມັນມົວເກີນໄປ, ຕາຂອງຜູ້ຄົນຈະເສຍຫາຍ ແລະ ຫຼັງຈາກທີ່ໃຊ້ໃນເວລາອັນສັ້ນໆ ມັນກໍຈະຖືກທຳລາຍ; ຖ້າມັນສະຫວ່າງເກີນໄປ, ຕາຂອງຜູ້ຄົນກໍຈະບໍ່ສາມາດທົນຕໍ່ມັນໄດ້. ແສງນີ້ທີ່ຜູ້ຄົນມີຕ້ອງເໝາະສົມທີ່ຈະໃຫ້ຕາມະນຸດເຫັນໄດ້ ແລະ ຜ່ານວິທີການຕ່າງໆ ພຣະເຈົ້າໄດ້ຫຼຸດຜ່ອນຄວາມເສຍຫາຍທີ່ແສງຈະກໍ່ໃຫ້ເກີດແກ່ຕາມະນຸດ; ແລະ ເຖິງແມ່ນແສງນີ້ອາດມີຜົນປະໂຫຍດ ຫຼື ສ້າງຄວາມເດືອດຮ້ອນໃຫ້ແກ່ຕາມະນຸດ, ມັນກໍພຽງພໍທີ່ຈະໃຫ້ຜູ້ຄົນໄປເຖິງບັ້ນປາຍຊີວິດຂອງພວກເຂົາ ໃນຂະນະທີ່ບໍາລຸງຮັກສາການນໍາໃຊ້ຕາຂອງພວກເຂົາ. ພຣະເຈົ້າບໍ່ລະອຽດລະອໍໃນການພິຈາລະນາສິ່ງນີ້ບໍ? ແຕ່ຜີຮ້າຍ ເຊິ່ງກໍຄື ຊາຕານ ກໍກະທຳໂດຍບໍ່ມີການພິຈາລະນາດັ່ງກ່າວໄຫຼ່ຜ່ານຄວາມຄິດຂອງມັນເລີຍ. ຫາກມີຊາຕານ, ແສງກໍຈະສະຫວ່າງເກີນໄປ ຫຼື ມົວເກີນໄປຢູ່ສະເໝີ. ນີ້ແມ່ນວິທີທີ່ຊາຕານກະທຳ.

ພຣະເຈົ້າເຮັດສິ່ງເຫຼົ່ານີ້ຕໍ່ທຸກລັກສະນະຂອງຮ່າງກາຍມະນຸດ ເຊິ່ງກໍຄື ຕໍ່ສາຍຕາ, ການໄດ້ຍິນ, ການຊີ່ມລົດຊາດ, ການຫາຍໃຈ, ຄວາມຮູ້ສຶກຂອງມັນ ແລະ ອື່ນໆອີກ ເພື່ອເພີ່ມທະວີການປັບຕົວເພື່ອຢູ່ລອດຂອງມະນຸດຊາດໃຫ້ໄດ້ສູງສຸດ, ເພື່ອວ່າພວກເຂົາຈະສາມາດດຳລົງຊີວິດໄດ້ຢ່າງເປັນປົກກະຕິ ແລະ ສືບຕໍ່ດຳລົງຊີວິດ. ເວົ້າອີກຢ່າງກໍຄື ສະພາບແວດລ້ອມໃນປັດຈຸບັນສຳລັບຊີວິດທີ່ພຣະເຈົ້າເນລະມິດສ້າງຂຶ້ນແມ່ນສະພາບແວດລ້ອມທີ່ເໝາະສົມ ແລະ ເປັນປະໂຫຍດທີ່ສຸດສຳລັບຄວາມຢູ່ລອດຂອງມະນຸດຊາດ. ບາງຄົນອາດຄິດວ່າ ສິ່ງນີ້ບໍ່ໄດ້ສຳຄັນຫຼາຍ ແລະ ມັນລ້ວນແລ້ວແຕ່ເປັນສິ່ງທີ່ທຳມະດາຫຼາຍ. ສຽງ, ແສງ ແລະ ອາກາດແມ່ນສິ່ງທີ່ຜູ້ຄົນຮູ້ສຶກວ່າ ເປັນສິດຂອງພວກເຂົາທີ່ໄດ້ໃຊ້ຕັ້ງແຕ່ຊ່ວງເວລາທີ່ພວກເຂົາເກີດ. ແຕ່ເບື້ອງຫຼັງສິ່ງເຫຼົ່ານີ້ທີ່ເຈົ້າສາມາດໄດ້ໃຊ້ກໍຄືການທີ່ ພຣະເຈົ້າໄດ້ປະຕິບັດພາລະກິດ; ນີ້ແມ່ນສິ່ງທີ່ມະນຸດຕ້ອງເຂົ້າໃຈ ແລະ ແມ່ນ ສິ່ງທີ່ພວກເຂົາຈຳເປັນຕ້ອງຮູ້. ບໍ່ວ່າເຈົ້າຈະຮູ້ສຶກວ່າ ບໍ່ມີຄວາມຈຳເປັນທີ່ຈະເຂົ້າໃຈສິ່ງເຫຼົ່ານີ້ ຫຼື ຮູ້ຈັກພວກມັນ ຫຼື ບໍ່, ສະຫຼຸບແລ້ວກໍຄື ເມື່ອພຣະເຈົ້າໄດ້ຊົງສ້າງພວກມັນ, ພຣະອົງໄດ້ຄິດກ່ຽວກັບພວກມັນຫຼາຍ, ພຣະອົງມີແຜນການ ແລະ ພຣະອົງມີແນວຄິດທີ່ແນ່ນອນ. ພຣະອົງບໍ່ໄດ້ພຽງແຕ່ວາງມະນຸດຊາດໄວ້ໃນສະພາບແວດລ້ອມສຳລັບຊີວິດດັ່ງກ່າວຢ່າງຫຼິ້ນໆ ຫຼື ງ່າຍດາຍ ໂດຍບໍ່ຄິດຫຍັງເລີຍ. ພວກເຈົ້າອາດຄິດວ່າເຮົາເວົ້າໃຫຍ່ເກີນໄປກ່ຽວກັບແຕ່ລະຢ່າງທີ່ເລັກນ້ອຍເຫຼົ່ານີ້ ແຕ່ໃນມຸມມອງຂອງເຮົາ, ແຕ່ລະສິ່ງທີ່ພຣະເຈົ້າສະໜອງໃຫ້ແກ່ມະນຸດຊາດແມ່ນຈຳເປັນຕໍ່ຄວາມຢູ່ລອດຂອງມະນຸດຊາດ. ມີການກະທຳຂອງພຣະເຈົ້າໃນສິ່ງນີ້.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VIII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 174)

5. ກະແສລົມ

ແມ່ນຫຍັງຄືຢ່າງທີຫ້າ? ສິ່ງນີ້ແມ່ນກ່ຽວຂ້ອງຢ່າງໃກ້ຊິດກັບແຕ່ລະມື້ຂອງຊີວິດຂອງແຕ່ລະຄົນ. ຄວາມສຳພັນຂອງມັນໃກ້ຊິດກັບຊີວິດມະນຸດຫຼາຍ ຈົນຮ່າງກາຍມະນຸດບໍ່ສາມາດຳລົງຊີວິດໄດ້ໃນໂລກທີ່ສາມາດຈັບຕ້ອງໄດ້ນີ້ຫາກປາສະຈາກມັນ. ສິ່ງນີ້ກໍຄືກະແສລົມ. ບາງເທື່ອ ຜູ້ໃດຜູ້ໜຶ່ງສາມາດເຂົ້າໃຈຄຳນາມ “ກະແສລົມ” ຫຼັງຈາກທີ່ຫາກໍໄດ້ຍິນມັນ. ແລ້ວແມ່ນຫຍັງຄືກະແສລົມ? ເຈົ້າສາມາດເວົ້າໄດ້ວ່າ “ກະແສລົມ” ເປັນພຽງການເຄື່ອນໄຫວທີ່ໄຫຼວຽນຂອງອາກາດເທົ່ານັ້ນ. ກະແສລົມເປັນລົມທີ່ຕາມະນຸດບໍ່ສາມາດເຫັນໄດ້. ມັນຍັງເປັນວິທີໜຶ່ງທີ່ກາສເຄື່ອນໄຫວ. ແຕ່ໃນການສົນທະນາຄັ້ງນີ້, ຫຼັກໆແລ້ວ “ກະແສລົມ” ແມ່ນໝາຍເຖິງຫຍັງ? ທັນທີທີ່ເຮົາເວົ້າກ່ຽວກັບມັນ, ພວກເຈົ້າກໍຈະເຂົ້າໃຈໄດ້. ໂລກແບກຮັບພູເຂົາ, ທະເລ ແລະ ສິ່ງທັງປວງໃນການເນລະມິດສ້າງ ໃນຂະນະທີ່ມັນໝູນ ແລະ ເມື່ອມັນໝູນ, ມັນກໍໝູນດ້ວຍຄວາມໄວ. ເຖິງແມ່ນເຈົ້າບໍ່ຮູ້ສຶກຫຍັງເຖິງການໝູນນີ້, ເຖິງຢ່າງໃດກໍຕາມ ການໝູນຂອງແຜ່ນດິນໂລກແມ່ນມີຢູ່. ການໝູນຂອງມັນກໍ່ໃຫ້ເກີດຫຍັງ? ເມື່ອເຈົ້າແລ່ນ, ລົມບໍ່ໄດ້ປາກົດຂຶ້ນ ແລະ ແລ່ນຜ່ານຫູຂອງເຈົ້າບໍ? ຖ້າລົມສາມາດຖືກສ້າງຂຶ້ນໄດ້ເມື່ອເຈົ້າແລ່ນ ແລ້ວຈະບໍ່ມີລົມໄດ້ແນວໃດເມື່ອແຜ່ນດິນໂລກໝູນ? ເມື່ອແຜ່ນດິນໂລກໝູນ, ສິ່ງທັງປວງກໍເຄື່ອນໄຫວ. ແຜ່ນດິນໂລກເອງເຄື່ອນໄຫວ ແລະ ໝູນດ້ວຍຄວາມໄວໃນລະດັບໃດໜຶ່ງ ໃນຂະນະທີ່ສິ່ງທັງປວງທີ່ຢູ່ໃນແຜ່ນດິນໂລກຍັງຂະຫຍາຍພັນ ແລະ ພັດທະນາຢູ່ເລື້ອຍໆ. ສະນັ້ນ ການເຄື່ອນໄຫວໃນຄວາມໄວໃນລະດັບໃດໜຶ່ງຈະເຮັດໃຫ້ເກີດກະແສລົມໂດຍທຳມະຊາດ. ນີ້ແມ່ນສິ່ງທີ່ເຮົາເຖິງກ່ຽວກັບ “ກະແສລົມ”. ກະແສລົມນີ້ບໍ່ກະທົບຕໍ່ຮ່າງກາຍມະນຸດຈົນຮອດລະດັບໃດໜຶ່ງບໍ? ໃຫ້ພິຈາລະນາພາຍຸມໍລະສຸມ: ພາຍຸມໍລະສຸມປົກກະຕິແມ່ນບໍ່ໄດ້ຮຸນແຮງເປັນພິເສດ, ແຕ່ເມື່ອພວກມັນໂຈມຕີ, ຜູ້ຄົນບໍ່ສາມາດແມ່ນແຕ່ຈະຢືນຢ່າງໝັ້ນຄົງໄດ້ ແລະ ມັນຍາກສຳລັບພວກເຂົາທີ່ຈະຍ່າງໃນລົມ. ແມ່ນແຕ່ບາດກ້າວດຽວກໍຍາກລຳບາກ ແລະ ບາງຄົນອາດຈະເຖິງກັບຖືກລົມພັດໃຫ້ຕໍາກັບບາງສິ່ງ ໂດຍທີ່ບໍ່ສາມາດເຄື່ອນໄຫວໄດ້. ນີ້ແມ່ນໜຶ່ງໃນວິທີການທີ່ກະແສລົມສາມາດມີຜົນກະທົບຕໍ່ມະນຸດຊາດ. ຖ້າແຜ່ນດິນໂລກທັງປວງຖືກປົກຄຸມດ້ວຍທົ່ງພຽງ ແລ້ວເມື່ອແຜ່ນດິນໂລກ ແລະ ສິ່ງທັງປວງໝູນ, ຮ່າງກາຍມະນຸດກໍຈະບໍ່ສາມາດທົນຕໍ່ກະແສລົມທີ່ເກີດຂຶ້ນໂດຍສິ້ນເຊີງ. ມັນຈະລໍາບາກຫຼາຍແທ້ໆ ທີ່ຈະຕອບໂຕ້ສະຖານະການດັ່ງກ່າວ. ຖ້ານີ້ເປັນຄວາມຈິງແທ້ໆ, ກະແສລົມດັ່ງກ່າວຈະບໍ່ພຽງແຕ່ນໍາຄວາມເສຍຫາຍມາເຖິງມະນຸດຊາດ ແຕ່ຄວາມຫາຍະນະທັງໝົດ. ມະນຸດຈະບໍ່ສາມາດຢູ່ລອດໃນສະພາບແວດລ້ອມດັ່ງກ່າວ. ນີ້ຄືເຫດຜົນທີ່ພຣະເຈົ້າສ້າງສະພາບແວດລ້ອມທາງພູມສາດທີ່ແຕກຕ່າງກັນເພື່ອແກ້ໄຂກະແສລົມດັ່ງກ່າວ ເຊິ່ງນັ້ນກໍຄື ໃນສະພາບແວດລ້ອມທີ່ແຕກຕ່າງກັນ, ກະແສລົມແມ່ນຍິ່ງອ່ອນແອລົງ, ປ່ຽນແປງທິດທາງຂອງພວກມັນ, ປ່ຽນແປງຄວາມໄວຂອງພວກມັນ ແລະ ປ່ຽນແປງກຳລັງຂອງພວກມັນ. ນັ້ນຄືເຫດຜົນທີ່ຜູ້ຄົນສາມາດເຫັນຄຸນລັກສະນະທາງພູມສາດທີ່ແຕກຕ່າງກັນ ເຊັ່ນ ພູເຂົາ, ເທືອກເຂົາໃຫຍ່, ທົ່ງພຽງ, ເນີນພູ, ອ່າງນໍ້າ, ຮ່ອມພູ, ທົ່ງຮາບ ແລະ ແມ່ນໍ້າໃຫຍ່. ດ້ວຍຄຸນລັກສະນະທາງພູມສາດທີ່ແຕກຕ່າງກັນເຫຼົ່ານີ້, ພຣະເຈົ້າໄດ້ປ່ຽນແປງຄວາມໄວ, ທິດທາງ ແລະ ກຳລັງຂອງກະແສລົມ. ນີ້ແມ່ນວິທີທີ່ພຣະອົງໃຊ້ເພື່ອຫຼຸດຜ່ອນ ຫຼື ປັບປ່ຽນກະແສລົມໃຫ້ກາຍເປັນລົມທີ່ມີຄວາມໄວ, ທິດທາງ ແລະ ກຳລັງຢ່າງເໝາະສົມ ເພື່ອວ່າມະນຸດຈະມີສະພາບແວດລ້ອມປົກກະຕິໃຫ້ດຳລົງຊີວິດຢູ່. ມີຄວາມຈຳເປັນສຳລັບສິ່ງນີ້ບໍ? (ມີ). ການເຮັດສິ່ງແບບນີ້ແມ່ນເບິ່ງຄືວ່າຍາກສຳລັບມະນຸດ, ແຕ່ມັນງ່າຍສຳລັບພຣະເຈົ້າ ເພາະພຣະອົງສັງເກດເບິ່ງສິ່ງທັງປວງ. ສຳລັບພຣະອົງແລ້ວ, ມັນຈະທຳມະດາກວ່າ ຫຼື ງ່າຍກວ່າທີ່ຈະສ້າງສະພາບແວດລ້ອມທີ່ມີກະແສລົມທີ່ເໝາະສົມສຳລັບມະນຸດຊາດ. ສະນັ້ນ ໃນສະພາບແວດລ້ອມດັ່ງກ່າວທີ່ພຣະເຈົ້າເນລະມິດສ້າງຂຶ້ນ, ແຕ່ລະສິ່ງທີ່ຢູ່ພາຍໃນການເນລະມິດສ້າງທັງປວງຂອງພຣະອົງແມ່ນຈຳເປັນຫຼາຍແທ້ໆ. ມີຄຸນຄ່າ ແລະ ຄວາມຈຳເປັນໃນການເປັນຢູ່ຂອງທຸກໆສິ່ງ. ເຖິງຢ່າງໃດກໍຕາມ, ຊາຕານ ຫຼື ມະນຸດຊາດ ທີ່ຖືກເຮັດໃຫ້ເສື່ອມຊາມ ແມ່ນບໍ່ເຂົ້າໃຈຫຼັກການນີ້. ພວກເຂົາສືບຕໍ່ທຳລາຍ ແລະ ພັດທະນາ ແລະ ຂູດຮີດ ໂດຍມີຄວາມຝັນລົມໆແລ້ງໆທີ່ຈະປ່ຽນພູເຂົາໃຫ້ກາຍເປັນດິນພຽງ, ເຕີ່ມເຕັມຮ່ອມພູເລິກ ແລະ ສ້າງຕຶກສູງສໍ່າຟ້າໃນດິນພຽງເພື່ອສ້າງປ່າດົງທີ່ເປັນຄອນກຣີດ. ມັນຄືຄວາມຫວັງຂອງພຣະເຈົ້າທີ່ມະນຸດຊາດຈະສາມາດດຳລົງຊີວິດຢ່າງມີຄວາມສຸກ, ເຕີບໃຫຍ່ຢ່າງມີຄວາມສຸກ ແລະ ໃຊ້ແຕ່ລະມື້ຢ່າງມີຄວາມສຸກໃນທ່າມກາງສະພາບແວດລ້ອມທີ່ເໝາະສົມທີ່ສຸດນີ້ ເຊິ່ງພຣະອົງໄດ້ຈັດກຽມໄວ້ສຳລັບພວກເຂົາ. ນັ້ນຄືເຫດຜົນທີ່ພຣະເຈົ້າບໍ່ເຄີຍເລີນເລີ້ໃນວິທີທີ່ພຣະອົງປະຕິບັດຕໍ່ສະພາບແວດລ້ອມທີ່ມະນຸດຊາດດຳລົງຊີວິດຢູ່. ນັບຕັ້ງແຕ່ອຸນຫະພູມຈົນເຖິງອາກາດ, ຈາກສຽງຈົນເຖິງແສງ, ພຣະເຈົ້າໄດ້ວາງແຜນ ແລະ ຈັດແຈງຢ່າງຊັບຊ້ອນ ເພື່ອວ່າຮ່າງກາຍຂອງມະນຸດ ແລະ ສະພາບແວດລ້ອມໃນການດຳລົງຊີວິດຂອງພວກເຂົາຈະບໍ່ເປັນເປົ້າໝາຍຂອງການແຊກແຊງໃດໜຶ່ງໃນສະພາບການທາງທຳມະຊາດ ແລະ ໃນທາງກົງກັນຂ້າມ ມະນຸດຊາດຈະສາມາດດຳລົງຊີວິດ ແລະ ເພີ່ມທະວີຢ່າງເປັນປົກກະຕິ ແລະ ດຳລົງຊີວິດຢ່າງເປັນປົກກະຕິກັບສິ່ງທັງປວງ ໂດຍຢູ່ຮ່ວມກັນຢ່າງປອງດອງ. ພຣະເຈົ້າໄດ້ສະໜອງທຸກສິ່ງນີ້ໃຫ້ແກ່ສິ່ງທັງປວງ ແລະ ແກ່ມະນຸດຊາດ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VIII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 175)

ບັດນີ້ ພວກເຈົ້າຮູ້ຈັກເຖິງຄວາມແຕກຕ່າງອັນຍິ່ງໃຫຍ່ທີ່ສຸດລະຫວ່າງພຣະເຈົ້າ ແລະ ມະນຸດຊາດບໍ? ໃນທີ່ສຸດແລ້ວ ຜູ້ໃດເປັນເຈົ້ານາຍຂອງສິ່ງທັງປວງ? ແມ່ນມະນຸດບໍ? (ບໍ່ແມ່ນ). ແລ້ວການປະຕິບັດຕໍ່ການເນລະມິດສ້າງທັງປວງລະຫວ່າງພຣະເຈົ້າ ແລະ ມະນຸດແມ່ນມີຫຍັງທີ່ແຕກຕ່າງກັນ? (ພຣະເຈົ້າປົກຄອງ ແລະ ຈັດແຈງສິ່ງທັງປວງ ໃນຂະນະທີ່ມະນຸດໄດ້ຮັສິ່ງເຫຼົ່ານັ້ນ). ພວກເຈົ້າເຫັນດີກັບສິ່ງນີ້ບໍ? ຄວາມແຕກຕ່າງອັນຍິ່ງໃຫຍ່ທີ່ສຸດລະຫວ່າງພຣະເຈົ້າ ແລະ ມະນຸດຊາດກໍຄື ພຣະເຈົ້າປົກຄອງ ແລະ ສະໜອງໃຫ້ແກ່ການເນລະມິດສ້າງທັງປວງ. ພຣະອົງເປັນຕົ້ນກຳເນີດຂອງຊີວິດຂອງທຸກສິ່ງ ແລະ ໃນຂະນທີ່ພຣະເຈົ້າສະໜອງໃຫ້ແກ່ການເນລະມິດສ້າງທັງປວງ, ມະນຸດຊາດກໍມີຄວາມສຸກກັບມັນ. ນັ້ນໝາຍຄວາມວ່າ ມະນຸດີຄວາມສຸກກັບສິ່ງທັງປວງຂອງການເນລະມິດສ້າງ ເມື່ອເຂົາຍອມຮັບຊີວິດທີ່ພຣະເຈົ້າປະທານໃຫ້ແກ່ສິ່ງທັງປວງ. ພຣະເຈົ້າເປັນເຈົ້ານາຍ ແລະ ມະນຸດຊາດເພີດເພີນກັບໝາກໄມ້ຂອງການເນລະມິດສ້າງສິ່ງທັງປວງຂອງພຣະເຈົ້າ. ແລ້ວຈາກທັດສະນະຂອງສິ່ງທັງປວງຂອງການເນລະມິດສ້າງຂອງພຣະເຈົ້າ, ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພຣະເຈົ້າ ແລະ ມະນຸດຊາດ? ພຣະເຈົ້າສາມາດເຫັນຢ່າງຊັດເຈນເຖິງກົດເກນຂອງວິທີທີ່ສິ່ງທັງປວງເຕີບໃຫຍ່ ແລະ ພຣະອົງຄວບຄຸມ ແລະ ມີອຳນາດເໜືອກົດເກນເຫຼົ່ານີ້. ນັ້ນກໍຄື ສິ່ງທັງປວງແມ່ນຢູ່ພາຍໃນສາຍຕາຂອງພຣະເຈົ້າ ແລະ ພາຍໃນຂອບເຂດການພິຈາລະນາຢ່າງຖີ່ຖ້ວນຂອງພຣະອົງ. ມະນຸດຊາດສາມາດເຫັນສິ່ງທັງປວງໄດ້ບໍ? ສິ່ງທີ່ມະນຸດຊາດສາມາດເຫັນໄດ້ກໍຈຳກັດແຕ່ໃນສິ່ງທີ່ຢູ່ຕໍ່ໜ້າພວກເຂົາໂດຍກົງ. ຖ້າເຈົ້າປີນພູເຂົາ, ແລ້ວສິ່ງທີ່ເຈົ້າເຫັນກໍເປັນພຽງພູເຂົານັ້ນ. ເຈົ້າບໍ່ສາມາດເຫັນເຖິງສິ່ງທີ່ຢູ່ໃນອີກດ້ານຂອງພູເຂົາ. ຖ້າເຈົ້າໄປຝັ່ງທະເລ ແລ້ວສິ່ງທີ່ເຈົ້າເຫັນກໍເປັນພຽງດ້ານໜຶ່ງຂອງມະຫາສະໝຸດ ແລະ ເຈົ້າບໍ່ສາມາດຮູ້ໄດ້ວ່າອີກດ້ານໜຶ່ງຂອງມະຫາສະໝຸດເປັນແນວໃດ. ຖ້າເຈົ້າເຂົ້າໄປໃນປ່າ, ເຈົ້າກໍສາມາດເຫັນພືດພັນຕໍ່ໜ້າເຈົ້າ ແລະ ອ້ອມຂ້າງເຈົ້າ, ແຕ່ເຈົ້າບໍ່ສາມາດເຫັນໄດ້ວ່າແມ່ນຫຍັງຢູ່ເບື້ອງໜ້າ. ມະນຸດບໍ່ສາມາດເຫັນສະຖານທີ່ຕ່າງໆທີ່ສູງກວ່າ, ໄກກວ່າ ແລະ ເລິກກວ່າ. ສິ່ງດຽວທີ່ພວກເຂົາສາມາດເຫັນເປັນພຽງສິ່ງທີ່ຢູ່ຕໍ່ໜ້າພວກເຂົາໂດຍກົງ ທີ່ຢູ່ພາຍໃນຂອບເຂດສາຍຕາຂອງພວກເຂົາ. ເຖິງວ່າມະນຸດຈະຮູ້ຈັກກົດເກນທີ່ສັ່ງການສີ່ລະດູການຂອງປີ ຫຼື ກົດເກນກ່ຽວກັບການເຕີບໃຫຍ່ຂອງສິ່ງທັງປວງ, ພວກເຂົາກໍຍັງບໍ່ສາມາດຄຸ້ມຄອງ ຫຼື ສັ່ງການສິ່ງທັງປວງໄດ້. ແຕ່ວິທີທີ່ພຣະເຈົ້າເຫັນສິ່ງທັງປວງຂອງການເນລະມິດສ້າງແມ່ນສໍ່າກັບການທີ່ພຣະອົງເຫັນເຄື່ອງຈັກທີ່ພຣະອົງໄດ້ສ້າງຂຶ້ນດ້ວຍຕົວພຣະອົງເອງ. ພຣະອົງຄຸ້ນເຄີຍກັບທຸກສ່ວນປະກອບ ແລະ ທຸກການເຊື່ອມໂຍງຢ່າງເລິກເຊິ່ງ, ແມ່ນຫຍັງຄືຫຼັກການຂອງພວກມັນ, ແມ່ນຫຍັງຄືແບບແຜນຂອງພວກມັນ ແລະ ແມ່ນຫຍັງຄືຈຸດປະສົງຂອງພວກມັນ, ພຣະເຈົ້າຮູ້ທຸກສິ່ງນີ້ດ້ວຍຄວາມຊັດເຈນລະດັບສູງສຸດ. ດັ່ງນັ້ນ ພຣະເຈົ້າກໍເປັນພຣະເຈົ້າ ແລະ ມະນຸດກໍເປັນມະນຸດ! ເຖິງວ່າມະນຸດອາດລົງເລິກໃນການຄົ້ນຄວ້າກ່ຽວກັບວິທະຍາສາດຂອງເຂົາ ແລະ ກົດເກນຕ່າງໆທີ່ປົກຄອງສິ່ງທັງປວງ, ການຄົ້ນຄວ້ານັ້ນກໍຈຳກັດແຕ່ໃນຂອບເຂດ ໃນຂະນະທີ່ພຣະເຈົ້າຄວບຄຸມທຸກສິ່ງ. ສຳລັບມະນຸດແລ້ວ ການຄວບຄຸມຂອງພຣະເຈົ້າແມ່ນບໍ່ມີຂອບເຂດ. ມະນຸດສາມາດໃຊ້ຊົ່ວຊີວິດຂອງເຂົາໃນການຄົ້ນຄວ້າການກະທຳເລັກນ້ອຍທີ່ສຸດຂອງພຣະເຈົ້າ ໂດຍບໍ່ບັນລຸຜົນຢ່າງແທ້ຈິງເລີຍ. ນີ້ຄືເຫດຜົນວ່າ ຖ້າເຈົ້າໃຊ້ພຽງຄວາມຮູ້ ແລະ ສິ່ງທີ່ເຈົ້າຮຽນຮູ້ເພື່ອສຶກສາກ່ຽວກັບພຣະເຈົ້າ, ເຈົ້າກໍຈະບໍ່ສາມາດຮູ້ຈັກພຣະເຈົ້າ ຫຼື ເຂົ້າໃຈພຣະອົງຈັກເທື່ອ. ແຕ່ຖ້າເຈົ້າເລືອກວິທີໃນການສະແຫວງຫາຄວາມຈິງ ແລະ ສະແຫວງຫາພຣະເຈົ້າ ແລະ ຫຼຽວເບິ່ງພຣະເຈົ້າຈາກທັດສະນະຂອງການມາຮູ້ຈັກພຣະອົງ ແລ້ວມື້ໜຶ່ງ ເຈົ້າກໍຈະຮັບຮູ້ວ່າການກະທຳ ແລະ ສະຕິປັນຍາຂອງພຣະເຈົ້າຢູ່ທຸກຫົນທຸກແຫ່ງ ແລະ ເຈົ້າຈະຮູ້ຈັກວ່າເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນວ່າເຈົ້ານາຍຂອງສິ່ງທັງປວງ ແລະ ຕົ້ນກຳເນີດຂອງຊີວິດສຳລັບສິ່ງທັງປວງ. ຍິ່ງເຈົ້າໄດ້ຮັບຄວາມເຂົ້າໃຈດັ່ງກ່າວຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງຖືກເອີ້ນວ່າເຈົ້ານາຍຂອງສິ່ງທັງປວງ. ສິ່ງທັງປວງ ແລະ ທຸກສິ່ງ ລວມເຖິງຕົວເຈົ້າ ແມ່ນໄດ້ຮັບກະແສການສະໜອງຂອງພຣະເຈົ້າຢູ່ເລື້ອຍໆ. ເຈົ້າຈະຍັງສາມາດຮູ້ສຶກໄດ້ຢ່າງຊັດເຈນວ່າ ໃນໂລກນີ້ ແລະ ທ່າມກາງມະນຸດຊາດນີ້ ບໍ່ມີຜູ້ໃດນອກຈາກພຣະເຈົ້າ ທີ່ຈະສາມາດມີຄວາມສາມາດ ແລະ ແກ່ນແທ້ທີ່ພຣະອົງປົກຄອງ, ຄຸ້ມຄອງ ແລະ ຮັກສາການເປັນຢູ່ຂອງສິ່ງທັງປວງ. ເມື່ອເຈົ້າມີຄວາມເຂົ້າໃຈແບບນີ້, ເຈົ້າກໍຈະຮັບຮູ້ຢ່າງແທ້ຈິງວ່າພຣະເຈົ້າເປັນພຣະເຈົ້າຂອງເຈົ້າ. ເມື່ອເຈົ້າໄປເຖິງຈຸດນີ້, ເຈົ້າກໍຈະໄດ້ຍອມຮັບພຣະເຈົ້າຢ່າງແທ້ຈິງ ແລະ ຍອມໃຫ້ພຣະອົງເປັນພຣະເຈົ້າຂອງເຈົ້າ ແລະ ເປັນເຈົ້ານາຍຂອງເຈົ້າ. ເມື່ອເຈົ້າໄດ້ຮັບຄວາມເຂົ້າໃຈດັ່ງກ່າວ ແລະ ຊີວິດຂອງເຈົ້າໄດ້ໄປເຖິງຈຸດດັ່ງກ່າວ, ພຣະເຈົ້າຈຶ່ງຈະບໍ່ທົດສອບເຈົ້າ ແລະ ພິພາກສາເຈົ້າອີກຕໍ່ໄປ ຫຼື ພຣະອົງຈະບໍ່ຮຽກຮ້ອງຈາກເຈົ້າ ເພາະເຈົ້າຈະເຂົ້າໃຈພຣະອົງ, ຈະຮູ້ຈັກຫົວໃຈຂອງພຣະອົງ ແລະ ຈະຍອມຮັບພຣະເຈົ້າໃນຫົວໃຈຂອງເຈົ້າຢ່າງແທ້ຈິງ. ນີ້ຄືເຫດຜົນທີ່ສຳຄັນທີ່ຈະສົນທະນາໃນຫົວຂໍ້ເຫຼົ່ານີ້ທີ່ກ່ຽວກັບການມີອຳນາດ ແລະ ການຄຸ້ມຄອງສິ່ງທັງປວງຂອງພຣະເຈົ້າ. ການເຮັດແບບນັ້ນກໍແມ່ນເພື່ອມອບຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ຜູ້ຄົນຫຼາຍຂຶ້ນ, ບໍ່ແມ່ນພຽງແຕ່ໃຫ້ເຈົ້າໄດ້ຮັບຮູ້ເທົ່ານັ້ນ, ແຕ່ໃຫ້ເຈົ້າໄດ້ຮູ້ຈັກ ແລະ ເຂົ້າໃຈການກະທຳຂອງພຣະເຈົ້າໃນວິທີທີ່ເປັນຈິງຫຼາຍຂຶ້ນ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VIII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 176)

ເມັດພືດ, ໝາກໄມ້ ແລະ ຜັກ ແລະ ໝາກຖົ່ວທຸກປະເພດ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນອາຫານສຳລັບຜູ້ກິນເຈ. ພວກມັນປະກອບມີສານອາຫານທີ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍມະນຸດ ເຖິງແມ່ນພວກມັນເປັນອາຫານສຳລັບຜູ້ກິນເຈກໍຕາມ. ເຖິງຢ່າງໃດກໍຕາມ ພຣະເຈົ້າບໍ່ໄດ້ເວົ້າວ່າ: “ເຮົາພຽງແຕ່ຈະມອບອາຫານເຫຼົ່ານີ້ໃຫ້ແກ່ມະນຸດຊາດ. ໃຫ້ພວກເຂົາກິນພຽງແຕ່ສິ່ງເຫຼົ່ານີ້ເທົ່ານັ້ນ!” ພຣະເຈົ້າບໍ່ໄດ້ຢຸດແຕ່ສໍ່ານັ້ນ, ແຕ່ສືບຕໍ່ຈັດກຽມອາຫານອີກທີ່ຍິ່ງແຊບກວ່າເກົ່າໃຫ້ແກ່ມະນຸດຊາດ. ແມ່ນຫຍັງຄືອາຫານເຫຼົ່ານີ້? ພວກມັນແມ່ນຊີ້ນ ແລະ ປາປະເພດຕ່າງໆທີ່ພວກເຈົ້າສ່ວນໃຫຍ່ສາມາດເຫັນ ແລະ ກິນໄດ້. ພຣະອົງຈັດກຽມຊີ້ນ ແລະ ປາຫຼາຍປະເພດແທ້ໆໃຫ້ແກ່ມະນຸດ. ປາອາໄສຢູ່ໃນນໍ້າ ແລະ ຊີ້ນປາໃນນໍ້າກໍມີວັດຖຸທາດທີ່ແຕກຕ່າງກັນຈາກຊີ້ນຂອງສັດທີ່ອາໄສເທິງບົກ ແລະ ມັນສາມາດສະໜອງສານອາຫານທີ່ແຕກຕ່າງກັນໃຫ້ແກ່ມະນຸດ. ປາມີຄຸນສົມບັດທີ່ສາມາດຄວບຄຸມຄວາມເຢັນ ແລະ ຄວາມຮ້ອນໃນຮ່າງກາຍມະນຸດ ເຊິ່ງເປັນປະໂຫຍດຕໍ່ມະນຸດຫຼາຍ. ແຕ່ຕ້ອງບໍ່ກິນອາຫານທີ່ແຊບຫຼາຍຈົນເກີນໄປ. ດັ່ງທີ່ເຮົາໄດ້ເວົ້າແລ້ວ ພຣະເຈົ້າປະທານໃຫ້ແກ່ມະນຸດໃນປະລິມານທີ່ເໝາະສົມໃນເວລາທີ່ເໝາະສົມ ເພື່ອວ່າຜູ້ຄົນຈະສາມາດຮັບເອົາສິ່ງປະທານຂອງພຣະອົງຢ່າງຖືກຕ້ອງໃນລັກສະນະທີ່ປົກກະຕິ ແລະ ຕາມລະດູການ ແລະ ເວລາ. ຕອນນີ້ ອາຫານປະເພດໃດທີ່ຖືກລວມໄວ້ໃນຈຳພວກສັດປີກ? ໄກ່, ນົກຂຸ້ມ, ນົກກາງແກ ແລະ ອື່ນໆອີກຫຼາຍ. ຫຼາຍຄົນກໍກິນເປັດ ແລະ ຫ່ານອີກດ້ວຍ. ເຖິງແມ່ນວ່າພຣະເຈົ້າຈະສະໜອງຊີ້ນທຸກປະເພດເຫຼົ່ານີ້, ພຣະອົງກໍມີການຮຽກຮ້ອງບາງຢ່າງຈາກຜູ້ຄົນທີ່ຖືກເລືອກຂອງພຣະອົງ ແລະ ກຳນົດຂໍ້ຈຳກັດທີ່ສະເພາະໃນອາຫານຂອງພວກເຂົາໃນລະຫວ່າງຍຸກແຫ່ງພຣະບັນຍັດ. ທຸກມື້ນີ້, ຂໍ້ຈຳກັດເຫຼົ່ານີ້ແມ່ນອີງຕາມລົດຊາດສ່ວນບຸກຄົນ ແລະ ການຕີຄວາມໝາຍສ່ວນຕົວ. ຊີ້ນຕ່າງໆເຫຼົ່ານີ້ສະໜອງສານອາຫານທີ່ແຕກຕ່າງກັນໃຫ້ແກ່ຮ່າງກາຍມະນຸດ, ເຕີ່ມເຕັມໂປຣຕີນ ແລະ ທາດເຫຼັກ, ເພີ່ມພູນເລືອດ, ເພີ່ມກຳລັງໃຫ້ກັບກ້າມຊີ້ນ ແລະ ກະດູກ ແລະ ສ້າງພະລັງງານໃນຮ່າງກາຍ. ບໍ່ວ່າຜູ້ຄົນຈະຄົວກິນ ແລະ ກິນພວກມັນແນວໃດກໍຕາມ, ຊີ້ນເຫຼົ່ານີ້ສາມາດຊ່ວຍໃຫ້ຜູ້ຄົນປັບປຸງລົດຊາດອາຫານຂອງພວກເຂົາ ແລະ ເພີ່ມຄວາມຢາກຂອງພວກເຂົາ ໃນຂະນະທີ່ເຮັດໃຫ້ອີ່ມທ້ອງຂອງພວກເຂົາອີກດ້ວຍ. ສິ່ງທີ່ສຳຄັນທີ່ສຸດ, ອາຫານເຫຼົ່ານີ້ສາມາດສະໜອງຮ່າງກາຍມະນຸດດ້ວຍຄວາມຕ້ອງການດ້ານສານອາຫານໃນປະຈຳວັນຂອງຮ່າງກາຍ. ນີ້ແມ່ນການຄິດພິຈາລະນາຂອງພຣະເຈົ້າ ເມື່ອພຣະອົງເຮັດໃຫ້ອາຫານພ້ອມສຳລັບມະນຸດຊາດ. ມີຜັກ, ມີຊີ້ນ, ນີ້ບໍ່ແມ່ນຄວາມອຸດົມສົມບູນບໍ? ແຕ່ຜູ້ຄົນຄວນເຂົ້າໃຈວ່າແມ່ນຫຍັງຄືເຈດຕະນາຂອງພຣະເຈົ້າ ເມື່ອພຣະອົງຈັດກຽມອາຫານທັງໝົດສຳລັບມະນຸດຊາດ. ມັນແມ່ນເພື່ອເຮັດໃຫ້ມະນຸດຊາດໝົກມຸ້ນໃນອາຫານເຫຼົ່ານີ້ຈົນເກີນໄປບໍ? ເກີດຫຍັງຂຶ້ນເມື່ອມະນຸດຕິດກັບດັກໃນການພະຍາຍາມສະໜອງຄວາມປາຖະໜາທາງກາຍເຫຼົ່ານີ້? ເຂົາບໍ່ໄດ້ຮັບການບໍາລຸງລ້ຽງຫຼາຍເກີນໄປບໍ? ການບໍາລຸງລ້ຽງຫຼາຍເກີນໄປບໍ່ໄດ້ເຮັດໃຫ້ຮ່າງກາຍມະນຸດເຈັບປວດໃນຫຼາຍວິທີບໍ? (ແມ່ນແລ້ວ). ນັ້ນຄືເຫດຜົນທີ່ພຣະເຈົ້າຈັດແບ່ງປະລິມານທີ່ເໝາະສົມໃນເວລາທີ່ເໝາະສົມ ແລະ ໃຫ້ຜູ້ຄົນໄດ້ຮັບອາຫານທີ່ແຕກຕ່າງກັນຕາມຊ່ວງເວລາ ແລະ ລະດູການທີ່ແຕກຕ່າງກັນ. ຕົວຢ່າງເຊັ່ນ ຫຼັງຈາກລະດູຮ້ອນຫຼາຍ ຜູ້ຄົນກໍສະສົມຄວາມຮ້ອນໄວ້ໃນຮ່າງກາຍຂອງພວກເຂົາຫຼາຍ ພ້ອມທັງຄວາມແຫ້ງ ແລະ ຄວາມຊຸ່ມທີ່ພາໃຫ້ເກີດໂຣກ. ເມື່ອລະດູໃບໄມ້ລົ່ນມາເຖິງ, ໝາກໄມ້ຫຼາຍປະເພດກໍສຸກ ແລະ ເມື່ອຜູ້ຄົນກິນໝາກໄມ້ເຫຼົ່ານີ້, ຄວາມຊຸ່ມທີ່ຢູ່ໃນຮ່າງກາຍຂອງພວກເຂົາກໍຖືກຂັບໄລ່ອອກ. ໃນເວລານີ້, ຄວາຍງົວ ແລະ ແກະກໍເຂັ້ມແຂງຂຶ້ນເຊັ່ນກັນ, ສະນັ້ນ ນີ້ຈຶ່ງເປັນເວລາທີ່ຜູ້ຄົນຄວນກິນຊີ້ນຫຼາຍຂຶ້ນເພື່ອການບໍາລຸງລ້ຽງ. ໂດຍການກິນຊີ້ນຫຼາກຫຼາຍປະເພດ, ຮ່າງກາຍຂອງຜູ້ຄົນໄດ້ຮັບພະລັງງານ ແລະ ຄວາມອົບອຸ່ນເພື່ອຊ່ວຍໃຫ້ພວກເຂົາທົນຕໍ່ຄວາມເຢັນຂອງລະດູໜາວ ແລະ ຜົນຕາມມາກໍຄື ພວກເຂົາກໍສາມາດຜ່ານລະດູໜາວໄປໄດ້ຢ່າງປອດໄພ ແລະ ຢ່າງສຸຂະພາບດີ. ດ້ວຍການດູແລທີ່ດີທີ່ສຸດ ແລະ ຄວາມແນ່ນອນ, ພຣະເຈົ້າຄວບຄຸມ ແລະ ປະສານງານສິ່ງ ແລະ ເວລາທີ່ຈະສະໜອງໃຫ້ແກ່ມະນຸດຊາດ; ແລະ ເວລາທີ່ພຣະອົງຈະເຮັດໃຫ້ສິ່ງຕ່າງໆເຕີບໃຫຍ່, ອອກໝາກ ແລະ ສຸກ. ສິ່ງນີ້ແມ່ນກ່ຽວຂ້ອງກັບ “ວິທີທີ່ພຣະເຈົ້າຈັດກຽມອາຫານທີ່ມະນຸດຕ້ອງການໃນຊີວິດປະຈຳວັນຂອງເຂົາ”. ນອກຈາກອາຫານຫຼາຍປະເພດແລ້ວ, ພຣະເຈົ້າກໍຍັງສະໜອງແຫຼ່ງນໍ້າໃຫ້ແກ່ມະນຸດຊາດ. ຫຼັງຈາກທີ່ໄດ້ກິນ, ຜູ້ຄົນກໍຍັງຕ້ອງການດື່ມນໍ້າ. ໝາກໄມ້ພຽງຢ່າງດຽວຈະພຽງພໍບໍ? ຜູ້ຄົນບໍ່ສາມາດອາໄສໝາກໄມ້ແຕ່ຢ່າງດຽວ ແລະ ອີກຢ່າງ ບໍ່ມີໝາກໄມ້ໃນບາງລະດູການ. ແລ້ວບັນຫານໍ້າຂອງມະນຸດຊາດຈະສາມາດໄດ້ຮັບການແກ້ໄຂແນວໃດ? ພຣະເຈົ້າໄດ້ແກ້ໄຂມັນໂດຍຈັດກຽມແຫຼ່ງນໍ້າຫຼາຍແຫ່ງຢູ່ເທິງ ແລະ ຢູ່ລຸ່ມພື້ນດິນ ເຊິ່ງລວມເຖິງທະເລສາບ, ແມ່ນໍ້າ ແລະ ນໍ້າພຸ. ແຫຼ່ງນໍ້າເຫຼົ່ານີ້ແມ່ນເໝາະສຳລັບດື່ມ ຕາບໃດທີ່ບໍ່ມີສິ່ງເປິະເປື້ອນ ແລະ ຕາບໃດທີ່ຜູ້ຄົນບໍ່ໄດ້ປັບແປງ ຫຼື ທຳລາຍພວກມັນ. ເວົ້າອີກຢ່າງກໍຄື ໃນເລື່ອງຂອງແຫຼ່ງອາຫານທີ່ບໍາລຸງລ້ຽງຊີວິດດ້ານຮ່າງກາຍຂອງມະນຸດຊາດ, ພຣະເຈົ້າໄດ້ຈັດກຽມຢ່າງແນ່ນອນຫຼາຍ, ຖືກຕ້ອງຫຼາຍ ແລະ ເໝາະສົມຫຼາຍ ເພື່ອວ່າຊີວິດຂອງຜູ້ຄົນຈະຮັ່ງມີ ແລະ ອຸດົມສົມບູນ ແລະ ບໍ່ຂາດຫຍັງເລີຍ. ນີ້ແມ່ນສິ່ງທີ່ຜູ້ຄົນສາມາດຮູ້ສຶກ ແລະ ເຫັນໄດ້.

ອີກຢ່າງ, ພຣະເຈົ້າໄດ້ເນລະມິດສ້າງພືດບາງປະເພດ, ສັດ ແລະ ສະໝູນໄພຕ່າງໆໃນບັນດາສິ່ງທັງປວງ ເຊິ່ງມີຈຸດປະສົງເພື່ອຮັກສາບາດແຜ ຫຼື ປິ່ນປົວຄວາມເຈັບປ່ວຍທີ່ຢູ່ໃນຮ່າງກາຍມະນຸດໂດຍສະເພາະ. ຕົວຢ່າງ ຖ້າຜູ້ໃດຜູ້ໜຶ່ງຖືກໄຟໄໝ້ ຫຼື ລວກຕົນເອງໂດຍບັງເອີນພວກເຂົາຄວນເຮັດຫຍັງ? ເຈົ້າຈະສາມາດລ້າງແຜໄໝ້ດ້ວຍນໍ້າເທົ່ານັ້ນບໍ? ເຈົ້າຈະສາມາດຫໍ່ມັນດ້ວຍເສດຜ້າເກົ່າໆເທົ່ານັ້ນບໍ? ຖ້າເຈົ້າເຮັດແບບນັ້ນ, ບາດແຜອາດເຕັມໄປດ້ວຍໜອງ ຫຼື ຕິດເຊື້ອ. ຕົວຢ່າງ ຖ້າຜູ້ໃດຜູ້ໜຶ່ງເປັນໄຂ້ ຫຼື ເປັນຫວັດ; ໄດ້ຮັບບາດແຜໃນຂະນະທີ່ກຳລັງເຮັດວຽກ; ມີບາດແຜໃນກະເພາະອາຫານຈາກການກິນສິ່ງທີ່ບໍ່ຖືກຕ້ອງ; ຫຼື ມີໂຣກບາງຢ່າງທີ່ເກີດຈາກປັດໃຈການໃຊ້ຊີວິດ ຫຼື ບັນຫາເລື່ອງຄວາມຮູ້ສຶກ ລວມເຖິງໂຣກກ່ຽວກັບເສັ້ນເລືອດ, ອາການທາງຈິດ ຫຼື ໂຣກຕ່າງໆຂອງອະໄວຍະວະພາຍໃນ, ແລ້ວມີພືດຄູ່ກັນທີ່ຮັກສາອາການຂອງພວກເຂົາໄດ້. ມີພືດທີ່ປັບປຸງການໄຫຼວຽນຂອງເລືອດ ແລະ ກຳຈັດການຕົກຄ້າງ, ບັນເທົາຄວາມເຈັບປວດ, ຫ້າມເລືອດ, ເຮັດໃຫ້ຮູ້ສຶກຊາ, ຊ່ວຍຮັກສາຜິວໜັງ ແລະ ເຮັດໃຫ້ມັນກັບຄືນສູ່ສະພາບປົກກະຕິ ແລະ ສະຫຼາຍເລືອດທີ່ຕົກຄ້າງ ແລະ ກຳຈັດສານພິດອອກຈາກຮ່າງກາຍ, ເວົ້າສັ້ນໆກໍຄື ພືດເຫຼົ່ານີ້ມີປະໂຫຍດໃນຊີວິດປະຈຳວັນ. ຜູ້ຄົນສາມາດໃຊ້ພວກມັນ ແລະ ພວກມັນຖືກຈັດກຽມໂດຍພຣະເຈົ້າສຳລັບຮ່າງກາຍມະນຸດ ໃນກໍລະນີທີ່ຕ້ອງການ. ພຣະເຈົ້າຍອມໃຫ້ມະນຸດຄົ້ນພົບພວກມັນບາງສ່ວນໂດຍບັງເອີນ, ໃນຂະນະທີ່ສ່ວນອື່ນໆແມ່ນຖືກຄົ້ນພົບໂດຍຄົນທີ່ພຣະເຈົ້າເລືອກໃຫ້ຄົ້ນພົບ ຫຼື ເປັນຜົນຕາມມາຂອງປາກົດການພິເສດທີ່ພຣະເຈົ້າໄດ້ປັ້ນແຕ່ງ. ຫຼັງຈາກການຄົ້ນພົບພືດເຫຼົ່ານີ້ແລ້ວ, ມະນຸດຊາດກໍຈະສົ່ງຕໍ່ພວກມັນ ແລະ ຫຼາຍຄົນກໍຈະມາຮູ້ຈັກກ່ຽວກັບພວກມັນ. ການທີ່ພຣະເຈົ້າເນລະມິດສ້າງພືດເຫຼົ່ານີ້ໃນລັກສະນະນັ້ນກໍມີຄຸນຄ່າ ແລະ ຄວາມໝາຍ. ສະຫຼຸບກໍຄື ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ມາຈາກພຣະເຈົ້າ, ຖືກຈັດກຽມ ແລະ ປູກໄວ້ໂດຍພຣະອົງ ເມື່ອພຣະອົງໄດ້ເນລະມິດສ້າງສະພາບແວດລ້ອມການດຳລົງຊີວິດຂອງມະນຸດຊາດ. ພວກມັນມີຄວາມຈຳເປັນ. ຄວາມຄິດຂອງພຣະເຈົ້າດຳເນີນການຢ່າງທົ່ວເຖິງກວ່າຄວາມຄິດຂອງມະນຸດຊາດບໍ? ເມື່ອເຈົ້າເຫັນທຸກສິ່ງທີ່ພຣະເຈົ້າໄດ້ເຮັດ, ເຈົ້າມີຄວາມຮູ້ສຶກເຖິງດ້ານດີຂອງພຣະເຈົ້າບໍ? ພຣະເຈົ້າປະຕິບັດພາລະກິດຢ່າງລັບໆ. ພຣະເຈົ້າເນລະມິດສ້າງທຸກສິ່ງເຫຼົ່ານີ້ ເມື່ອມະນຸດຍັງບໍ່ທັນໄດ້ເຂົ້າມາຢູ່ໃນໂລກເທື່ອ ເຊິ່ງເປັນເວລາທີ່ພຣະອົງບໍ່ໄດ້ມີການພົວພັນກັບມະນຸດຊາດ. ທຸກສິ່ງແມ່ນຖືກເຮັດໃຫ້ສຳເລັດໂດຍມີການຄິດເຖິງມະນຸດຊາດ, ເພື່ອການເປັນຢູ່ຂອງມະນຸດ ແລະ ດ້ວຍຄວາມຄິດເພື່ອຄວາມຢູ່ລອດຂອງພວກເຂົາ, ເພື່ອວ່າມະນຸດຊາດຈະໄດ້ດຳລົງຊີວິດຢ່າງມີຄວາມສຸກໃນໂລກທາງກາຍທີ່ຮັ່ງມີ ແລະ ອຸດົມສົມບູນນີ້ ທີ່ພຣະເຈົ້າໄດ້ຈັດກຽມໄວ້ສຳລັບພວກເຂົາ ເຊິ່ງປາສະຈາກຄວາມກັງວົນກ່ຽວກັບອາຫານ ແລະ ເຄື່ອງນຸ່ງໂດຍທີ່ບໍ່ຂາດຫຍັງເລີຍ. ໃນສະພາບແວດລ້ອມດັ່ງກ່າວ, ມະນຸດຊາດສາມາດສືບຕໍ່ແຜ່ພັນ ແລະ ຢູ່ລອດໄດ້.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VIII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 177)

ພວກເຮົາເລີ່ມຕົ້ນໂດຍລົມກັນກ່ຽວກັບສະພາບແວດລ້ອມທີ່ມະນຸດຊາດອາໄສຢູ່ ແລະ ສິ່ງທີ່ພຣະເຈົ້າໄດ້ເຮັດເພື່ອສະພາບແວດລ້ອມນັ້ນ ແລະ ການຈັດກຽມທີ່ພຣະອົງໄດ້ເຮັດ. ພວກເຮົາສົນທະນາເຖິງສິ່ງທີ່ພຣະອົງໄດ້ຈັດແຈງ; ຄວາມສຳພັນລະຫວ່າງສິ່ງຕ່າງໆໃນການເນລະມິດສ້າງ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ແກ່ມະນຸດຊາດ; ແລະ ວິທີທີ່ພຣະເຈົ້າຈັດແຈງຄວາມສຳພັນເຫຼົ່ານີ້ເພື່ອປ້ອງກັນສິ່ງຕ່າງໆໃນການເນລະມິດສ້າງຂອງພຣະອົງບໍ່ໃຫ້ທຳຮ້າຍມະນຸດຊາດ. ພຣະເຈົ້າຍັງຫຼຸດຜ່ອນຄວາມເສຍຫາຍທີ່ຫຼາຍປັດໄຈທີ່ແຕກຕ່າງກັນໃນການເນລະມິດສ້າງຂອງພຣະອົງອາດມີຕໍ່ສະພາບແວດລ້ອມຂອງມະນຸດຊາດ, ເຮັດໃຫ້ທຸກສິ່ງຮັບໃຊ້ຈຸດປະສົງສູງສຸດຂອງພວກມັນ ແລະ ນໍາສະພາບແວດລ້ອມທີ່ເປັນປະໂຫຍດພ້ອມກັບອົງປະກອບທີ່ເປັນປະໂຫຍດມາໃຫ້ແກ່ມະນຸດຊາດ ເຊິ່ງດ້ວຍເຫດນັ້ນກໍເຮັດໃຫ້ມະນຸດຊາດສາມາດປັບຕົວເຂົ້າໃນສະພາບແວດລ້ອມດັ່ງກ່າວ ແລະ ສືບຕໍ່ວົງຈອນຊີວິດ ແລະ ການແຜ່ພັນຢ່າງໝັ້ນຄົງ. ຕໍ່ມາ ພວກເຮົາໄດ້ສົນທະນາກັນກ່ຽວກັບອາຫານທີ່ຮ່າງກາຍມະນຸດຕ້ອງການ ເຊິ່ງກໍຄືອາຫານ ແລະ ເຄື່ອງດື່ມປະຈຳວັນຂອງມະນຸດຊາດ. ນີ້ກໍຍັງເປັນສະພາບການທີ່ຈຳເປັນສຳລັບການຢູ່ລອດຂອງມະນຸດຊາດ. ນັ້ນໝາຍຄວາມວ່າ ຮ່າງກາຍມະນຸດບໍ່ສາມາດດຳລົງຊີວິດໂດຍການຫາຍໃຈແຕ່ຢ່າງດຽວ, ດ້ວຍແສງຕາເວັນສຳລັບການບໍາລຸງລ້ຽງ ຫຼື ລົມ ຫຼື ອຸນຫະພູມທີ່ເໝາະສົມ. ມະນຸດຍັງຈຳເປັນຕ້ອງເຮັດໃຫ້ທ້ອງຂອງພວກເຂົາອີ່ມ ແລະ ພຣະເຈົ້າກໍໄດ້ຈັດກຽມຕົ້ນກຳເນີດຂອງສິ່ງຕ່າງໆທີ່ອາດເຮັດໃຫ້ພວກເຂົາອີ່ມທ້ອງໃຫ້ແກ່ມະນຸດຊາດ ເຊິ່ງເປັນຕົ້ນກຳເນີດອາຫານຂອງມະນຸດຊາດ ໂດຍບໍ່ໄດ້ເບິ່ງຂ້າມຫຍັງເລີຍ. ເມື່ອເຈົ້າໄດ້ເຫັນພືດຜົນດັງກ່າວທີ່ອຸດົມສົມບູນ ແລະ ມີຈໍານວນຫຼາຍ ເຊິ່ງເປັນຕົ້ນກຳເນີດຂອງອາຫານ ແລະ ເຄື່ອງດື່ມຂອງມະນຸດຊາດ, ເຈົ້າສາມາດເວົ້າໄດ້ບໍວ່າ ພຣະເຈົ້າເປັນຕົ້ນກຳເນີດຂອງການສະໜອງສຳລັບມະນຸດຊາດ ແລະ ສຳລັບທຸກສິ່ງໃນການເນລະມິດສ້າງຂອງພຣະອົງ? ຖ້າໃນຊ່ວງການເນລະມິດສ້າງ, ພຣະເຈົ້າພຽງແຕ່ສ້າງຕົ້ນໄມ້ ແລະ ຫຍ້າ ຫຼື ສິ່ງມີຊີວິດອື່ນໆອີກຈຳນວນຫຼາຍ ແລະ ຖ້າຍົກຕົວຢ່າງ ສິ່ງມີຊີວິດ ແລະ ພືດທີ່ຫຼາກຫຼາຍເຫຼົ່ານີ້ແມ່ນລ້ວນແລ້ວແຕ່ສຳລັບໃຫ້ງົວ ແລະ ແກະກິນ ຫຼື ໃຫ້ມ້າລາຍ, ກວາງ ແລະ ສັດອື່ນໆອີກຫຼາກຫຼາຍປະເພດ, ສິງໂຕກໍຕ້ອງກິນສັດປະເພດມ້າລາຍ ແລະ ກວາງ ແລະ ເສືອຕ້ອງກິນສັດປະເພດແກະ ແລະ ໝູ, ແຕ່ບໍ່ມີສິ່ງໃດເລີຍທີ່ເໝາະສົມໃຫ້ມະນຸດໄດ້ກິນ ແລ້ວນັ້ນຈະໃຊ້ການໄດ້ບໍ? ມັນຈະໃຊ້ການບໍ່ໄດ້. ມະນຸດຊາດຈະບໍ່ສາມາດຢູ່ລອດໄດ້ດົນ. ຖ້າມະນຸດກິນພຽງແຕ່ໃບໄມ້ເດ? ມັນຈະໃຊ້ການໄດ້ບໍ? ມະນຸດສາມາດກິນຫຍ້າທີ່ມີໄວ້ສຳລັບແກະບໍ? ມັນອາດບໍ່ເຈັບປວດ ຖ້າພວກເຂົາລອງໜ້ອຍໜຶ່ງ, ແຕ່ຖ້າພວກເຂົາກິນສິ່ງດັ່ງກ່າວເປັນເວລາດົນນານ, ທ້ອງຂອງພວກເຂົາຈະບໍ່ສາມາດທົນໄດ້ ແລະ ຜູ້ຄົນຈະບໍ່ດຳລົງຊີວິດຢູ່ໄດ້ດົນ. ມີສິ່ງຕ່າງໆທີ່ສັດສາມາດກິນ ແຕ່ເປັນພິດຕໍ່ມະນຸດ, ສັດຕ່າງໆກິນພວກມັນໂດຍບໍ່ມີຜົນຫຍັງ, ແຕ່ມັນບໍ່ໄດ້ເປັນແບບນັ້ນສຳລັບມະນຸດ. ນີ້ໝາຍຄວາມວ່າ ພຣະເຈົ້າໄດ້ເນລະມິດສ້າງມະນຸດ, ສະນັ້ນ ພຣະເຈົ້າຈຶ່ງຮູ້ຈັກຫຼັກການ ແລະ ໂຄງສ້າງຮ່າງກາຍຂອງມະນຸດ ແລະ ສິ່ງທີ່ມະນຸດຕ້ອງການໄດ້ເປັນຢ່າງດີທີ່ສຸດ. ພຣະເຈົ້າຮູ້ຈັກຢ່າງຊັດເຈນແທ້ໆເຖິງສ່ວນປະກອບ ແລະ ສ່ວນປະສົມຂອງຮ່າງກາຍ, ຄວາມຕ້ອງການຂອງມັນ ແລະ ໜ້າທີ່ຂອງອະໄວຍະວະພາຍໃນຂອງມັນ ແລະ ວິທີທີ່ພວກມັນຊຶມຊັບ, ກຳຈັດ ແລະ ເຜົາຜານວັດຖຸທາດຕ່າງໆ. ມະນຸດບໍ່ຮູ້; ບາງຄັ້ງ ພວກເຂົາກິນຢ່າງບໍ່ລະມັດລະວັງ ຫຼື ມີສ່ວນໃນການດູແລຕົນເອງທີ່ບໍ່ລະມັດລະວັງ ເຊິ່ງມີຫຼາຍສິ່ງທີ່ກໍ່ໃຫ້ເກີດຄວາມບໍ່ສົມດຸນ. ຖ້າເຈົ້າກິນ ແລະ ເພີດເພີນກັບສິ່ງຕ່າງໆທີ່ພຣະເຈົ້າຈັດກຽມໄວ້ໃຫ້ແກ່ເຈົ້າໃນລັກສະນະທີ່ປົກກະຕິ, ເຈົ້າກໍຈະບໍ່ມີບັນຫາດ້ານສຸຂະພາບ. ເຖິງແມ່ນບາງຄັ້ງ ເຈົ້າອາລົມເສຍ ແລະ ເຈົ້າມີເລືອດຕົກຄ້າງ, ສິ່ງນີ້ກໍຈະບໍ່ກໍ່ໃຫ້ເກີດບັນຫາຫຍັງເລີຍ. ເຈົ້າພຽງແຕ່ຕ້ອງກິນພືດບາງປະເພດ ແລະ ພາວະເລືອດຕົກຄ້າງກໍຈະເຊົາໄປ. ພຣະເຈົ້າໄດ້ຈັດກຽມສຳລັບທຸກສິ່ງເຫຼົ່ານີ້. ສະນັ້ນ ໃນສາຍຕາຂອງພຣະເຈົ້າ ມະນຸດຊາດແມ່ນຢູ່ເໜືອກວ່າສິ່ງມີຊິວິດອື່ນໆຫຼາຍ. ພຣະເຈົ້າຈັດກຽມສະພາບແວດລ້ອມສຳລັບພືດແຕ່ລະປະເພດ ແລະ ພຣະອົງຈັດກຽມອາຫານ ແລະ ສະພາບແວດລ້ອມສຳລັບສັດແຕ່ລະປະເພດ, ແຕ່ມະນຸດຊາດມີຄວາມຕ້ອງການທີ່ເຄັ່ງຄັດທີ່ສຸດຈາກສະພາບແວດລ້ອມຂອງພວກເຂົາ ແລະ ຄວາມຕ້ອງການເຫຼົ່ານັ້ນແມ່ນບໍ່ສາມາດເບິ່ງຂ້າມໄດ້ແມ່ນແຕ່ໜ້ອຍດຽວ; ຖ້າພວກມັນຖືກເບິ່ງຂ້າມ, ມະນຸດຊາດກໍຈະບໍ່ສາມາດສືບຕໍ່ພັດທະນາ ແລະ ດຳລົງຊີວິດ ແລະ ແຜ່ພັນໃນລັກສະນະທີ່ປົກກະຕິໄດ້. ແມ່ນພຣະເຈົ້າທີ່ຮູ້ຈັກສິ່ງນີ້ໄດ້ດີທີ່ສຸດ ໃນຫົວໃຈຂອງພຣະອົງ. ເມື່ອພຣະເຈົ້າເຮັດສິ່ງນີ້, ພຣະອົງກໍໃຫ້ຄວາມສຳຄັນກັບສິ່ງນັ້ນຫຼາຍກວ່າສິ່ງອື່ນໃດ. ບາງເທື່ອ ເຈົ້າບໍ່ສາມາດຮູ້ສຶກເຖິງຄວາມສຳຄັນຂອງບາງສິ່ງທີ່ທຳມະດາທີ່ເຈົ້າສາມາດເຫັນ ແລະ ເພີດເພີນໄດ້ໃນຊີວິດຂອງເຈົ້າ ຫຼື ສິ່ງທີ່ເຈົ້າເຫັນ ແລະ ເພີດເພີນ ເຊິ່ງເຈົ້າມີຕັ້ງແຕ່ເກີດ, ແຕ່ພຣະເຈົ້າໄດ້ຈັດແຈງໃຫ້ແກ່ເຈົ້າເປັນເວລາດົນນານມາແລ້ວ ຫຼື ຢ່າງລັບໆ. ຈົນເຖິງລະດັບທີ່ເປັນໄປໄດ້ຫຼາຍທີ່ສຸດ, ພຣະເຈົ້າໄດ້ກຳຈັດ ແລະ ຫຼຸດຜ່ອນອົງປະກອບທີ່ເປັນລົບທັງໝົດ ທີ່ບໍ່ອຳນວຍຕໍ່ມະນຸດຊາດ ແລະ ອາດທຳຮ້າຍຮ່າງກາຍມະນຸດ. ສິ່ງນີ້ສະແດງເຖິງຫຍັງ? ມັນສະແດງເຖິງທັດສະນະທີ່ພຣະເຈົ້າມີຕໍ່ມະນຸດ ເມື່ອພຣະອົງເນລະມິດສ້າງພວກເຂົາໃນເວລານີ້ບໍ? ແມ່ນຫຍັງຄືທັດສະນະນັ້ນ? ທັດສະນະທີ່ຂອງພຣະເຈົ້າແມ່ນຮອບຄອບ ແລະ ຈິງໃຈ ແລະ ມັນບໍ່ກໍ່ໃຫ້ເກີດມີການແຊກແຊງຈາກກຳລັງສັດຕູໃດໜຶ່ງ ຫຼື ປັດໃຈ ຫຼື ສະພາບການພາຍນອກ ທີ່ບໍ່ໄດ້ມາຈາກພຣະອົງ. ໃນສິ່ງນີ້ແມ່ນສາມາດເຫັນໄດ້ວ່າ ທັດສະນະຂອງພຣະເຈົ້າໃນການເນລະມິດສ້າງ ແລະ ການຄຸ້ມຄອງມະນຸດຊາດໃນເວລານີ້. ແລ້ວແມ່ນຫຍັງຄືທັດສະນະຂອງພຣະເຈົ້າ? ຜ່ານທາງສະພາບແວດລ້ອມສຳລັບຄວາມຢູ່ລອດ ແລະ ຊີວິດທີ່ມະນຸດໄດ້ຮັບ ພ້ອມທັງໃນອາຫານ ແລະ ເຄື່ອງດື່ມປະຈຳວັນ ແລະ ຄວາມຕ້ອງການປະຈຳວັນຂອງພວກເຂົາ, ພວກເຮົາສາມາດເຫັນໄດ້ເຖິງທັດສະນະຂອງພຣະເຈົ້າກ່ຽວກັບຄວາມຮັບຜິດຊອບຕໍ່ມະນຸດຊາດ ເຊິ່ງພຣະອົງໄດ້ມີນັບຕັ້ງແຕ່ທີ່ພຣະອົງໄດ້ເນລະມິດສ້າງມະນຸດ ພ້ອມທັງຄວາມຕັ້ງໃຈຂອງພຣະອົງທີ່ຈະຊ່ວຍມະນຸດຊາດໃຫ້ລອດພົ້ນໃນເວລານີ້. ສາມາດເຫັນຄວາມແທ້ຈິງຂອງພຣະເຈົ້າໄດ້ໃນສິ່ງເຫຼົ່ານີ້ບໍ? ຄວາມອັດສະຈັນຂອງພຣະອົງເດ? ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງເດ? ອຳນາດອັນໄພສານຂອງພຣະອົງເດ? ພຣະເຈົ້າໃຊ້ວິທີການທີ່ມີສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະອົງເພື່ອສະໜອງໃຫ້ແກ່ມະນຸດຊາດທັງປວງ ພ້ອມທັງສະໜອງໃຫ້ແກ່ທຸກສິ່ງໃນການເນລະມິດສ້າງຂອງພຣະອົງ. ຕອນນີ້ ຫຼັງຈາກທີ່ເຮົາໄດ້ກ່າວຫຼາຍຢ່າງຕໍ່ພວກເຈົ້າ, ພວກເຈົ້າສາມາດເວົ້າໄດ້ບໍວ່າ ພຣະເຈົ້າເປັນຕົ້ນກໍາເນີດຂອງຊີວິດສໍາລັບສິ່ງທັງປວງ? (ໄດ້). ມັນຈະເປັນແບບນັ້ນຢ່າງແນ່ນອນ. ພວກເຈົ້າມີຂໍ້ສົງໄສບໍ? (ບໍ່ມີ). ການສະໜອງຂອງພຣະເຈົ້າສຳລັບສິ່ງທັງປວງກໍພຽງພໍແລ້ວທີ່ຈະສະແດງວ່າ ພຣະອົງເປັນຕົ້ນກຳເນີດຂອງຊີວິດສຳລັບສິ່ງທັງປວງ ຍ້ອນພຣະອົງເປັນຕົ້ນກຳເນີດຂອງການສະໜອງທີ່ເຮັດໃຫ້ສິ່ງທັງປວງສາມາດມີຢູ່, ດຳລົງຊີວິດ, ແຜ່ພັນ ແລະ ສືບຕໍ່ ແລະ ບໍ່ມີຕົ້ນກຳເນີດໃດ ນອກຈາກພຣະເຈົ້າເອງ. ພຣະເຈົ້າສະໜອງໃຫ້ແກ່ຄວາມຕ້ອງການທັງໝົດຂອງສິ່ງທັງປວງ ແລະ ຄວາມຕ້ອງການທັງໝົດຂອງມະນຸດຊາດ, ບໍ່ວ່າສິ່ງເຫຼົ່ານັ້ນຈະເປັນຄວາມຕ້ອງການດ້ານສະພາບແວດລ້ອມເບື້ອງຕົ້ນທີ່ສຸດ, ຄວາມຕ້ອງການໃນຊີວິດປະຈຳວັນຂອງພວກເຂົາ ຫຼື ຄວາມຕ້ອງການສຳລັບຄວາມຈິງທີ່ພຣະອົງສະໜອງໃຫ້ແກ່ຈິດວິນຍານຂອງຜູ້ຄົນ. ໃນທຸກລັກສະນະ, ເມື່ອເບິ່ງທີ່ຕົວຕົນຂອງພຣະເຈົ້າ ແລະ ສະຖານະຂອງພຣະອົງຈາກທັດສະນະຂອງມະນຸດ, ມີພຽງແຕ່ພຣະເຈົ້າເອງທີ່ເປັນຕົ້ນກຳເນີດຂອງຊີວິດສຳລັບສິ່ງທັງປວງ. ສິ່ງນີ້ຖືກຕ້ອງບໍ? (ຖືກຕ້ອງ). ນັ້ນໝາຍຄວາມວ່າ ພຣະເຈົ້າເປັນຜູ້ປົກຄອງ, ເຈົ້ານາຍ ແລະ ຜູ້ສະໜອງຂອງໂລກທີ່ຈັບຕ້ອງໄດ້ນີ້, ໂລກນີ້ທີ່ຜູ້ຄົນສາມາດເຫັນ ແລະ ສຳຜັດໄດ້. ສຳລັບມະນຸດຊາດແລ້ວ, ນີ້ບໍ່ແມ່ນຕົວຕົນຂອງພຣະເຈົ້າບໍ? ບໍ່ມີຫຍັງທີ່ປອມໃນສິ່ງນີ້. ແລ້ວເມື່ອເຈົ້າເຫັນນົກບິນຢູ່ໃນທ້ອງຟ້າ, ເຈົ້າກໍຄວນຮູ້ວ່າພຣະເຈົ້າໄດ້ເນລະມິດສ້າງທຸກສິ່ງທີ່ສາມາດບິນໄດ້. ມີສິ່ງມີຊີວິດທີ່ລອຍຢູ່ໃນນໍ້າ ແລະ ພວກມັນກໍມີວິທີການເອົາຕົວລອດຂອງພວກມັນເອງ. ຕົ້ນໄມ້ ແລະ ພືດທີ່ດຳລົງຊີວິດຢູ່ໃນດິນກໍອອກໜໍ່ ແລະ ງອກໃນລະດູໃບໄມ້ປົ່ງ ແລະ ອອກໝາກ ແລະ ລົ່ນໃບໃນລະດູໃບໄມ້ລົ່ນ ແລະ ໃນລະດູໜາວ ໃບໄມ້ທັງໝົດກໍລົ່ນຈົນໝົດໃນຂະນະທີ່ພືດເຫຼົ່ານັ້ນກຽມຜ່ານລະດູໜາວ. ນັ້ນແມ່ນວິທີການເອົາຕົວລອດຂອງພວກມັນ. ພຣະເຈົ້າເນລະມິດສ້າງສິ່ງທັງປວງ ແລະ ແຕ່ລະສິ່ງກໍດຳລົງຊີວິດຢູ່ໃນຮູບຮ່າງທີ່ແຕກຕ່າງກັນ ແລະ ລັກສະນະທີ່ແຕກຕ່າງກັນ ແລະ ໃຊ້ວິທີການທີ່ແຕກຕ່າງກັນເພື່ອສະແດງເຖິງພະລັງຊີວິດຂອງມັນ ແລະ ຮູບຮ່າງທີ່ມັນດຳລົງຊີວິດ. ບໍ່ວ່າສິ່ງຕ່າງໆຈະເລີ່ມດຳລົງຊີວິດແນວໃດກໍຕາມ, ພວກມັນລ້ວນແລ້ວແຕ່ຢູ່ພາຍໃຕ້ກົດລະບຽບຂອງພຣະເຈົ້າ. ແມ່ນຫຍັງຄືຈຸດປະສົງຂອງພຣະອົງໃນການປົກຄອງຊີວິດ ແລະ ສິ່ງມີຊິວິດທີ່ມີຮູບຮ່າງແຕກຕ່າງກັນທັງໝົດ? ມັນແມ່ນເພື່ອຄວາມຢູ່ລອດຂອງມະນຸດຊາດບໍ? (ແມ່ນແລ້ວ). ພຣະອົງຄວບຄຸມກົດເກນທັງໝົດຂອງຊີວິດ ເຊິ່ງລ້ວນແລ້ວແຕ່ເພື່ອຄວາມຢູ່ລອດຂອງມະນຸດຊາດ. ນີ້ສະແດງວ່າຄວາມຢູ່ລອດຂອງມະນຸດຊາດສຳຄັນສຳລັບຕໍ່ພຣະເຈົ້າສໍ່າໃດ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VIII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 178)

ມັນແມ່ນເພື່ອເຮັດໃຫ້ຜູ້ຄົນຮູ້ຈັກວ່າ ພຣະເຈົ້າບໍ່ແມ່ນພຽງພຣະເຈົ້າຂອງຜູ້ຄົນທີ່ຖືກເລືອກຂອງພຣະອົງ. ເຈົ້າຕິດຕາມພຣະເຈົ້າໃນປັດຈຸບັນ ແລະ ພຣະອົງແມ່ນພຣະເຈົ້າຂອງເຈົ້າ, ແຕ່ພຣະອົງແມ່ນພຣະເຈົ້າຂອງຄົນທີ່ບໍ່ໄດ້ຕິດຕາມພຣະອົງບໍ? ພຣະເຈົ້າແມ່ນພຣະເຈົ້າຂອງທຸກຄົນທີ່ບໍ່ໄດ້ຕິດຕາມພຣະອົງບໍ? ພຣະເຈົ້າແມ່ນພຣະເຈົ້າຂອງສິ່ງທັງປວງບໍ? (ແມ່ນ). ແລ້ວພາລະກິດ ແລະ ການກະທຳຂອງພຣະເຈົ້າຖືກຈຳກັດແຕ່ໃນຂອບເຂດຂອງຄົນທີ່ຕິດຕາມພຣະອົງເທົ່ານັ້ນບໍ? (ບໍ່). ແມ່ນຫຍັງຄືຂອບເຂດຂອງພາລະກິດ ແລະ ການກະທຳຂອງພຣະອົງ? ໃນລະດັບທີ່ນ້ອຍທີ່ສຸດ, ຂອບເຂດຂອງພາລະກິດ ແລະ ການກະທຳຂອງພຣະອົງປະກອບດ້ວຍມະນຸດຊາດທັງປວງ ແລະ ທຸກສິ່ງໃນການເນລະມິດສ້າງ. ໃນລະດັບທີ່ສູງທີ່ສຸດ, ມັນປະກອບດ້ວຍຈັກກະວານທັງປວງ ເຊິ່ງຜູ້ຄົນບໍ່ສາມາດເຫັນໄດ້. ແລ້ວພວກເຮົາອາດເວົ້າໄດ້ວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ ແລະ ກະທຳການຂອງພຣະອົງທ່າມກາງມະນຸດຊາດທັງປວງ ແລະ ສິ່ງນີ້ກໍພຽງພໍທີ່ຈະເຮັດໃຫ້ຜູ້ຄົນມາຮູ້ຈັກພຣະເຈົ້າເອງຢ່າງສົມບູນ. ຖ້າເຈົ້າຕ້ອງການຮູ້ຈັກພຣະເຈົ້າ, ຮູ້ຈັກພຣະອົງຢ່າງແທ້ຈິງ, ເຂົ້າໃຈພຣະອົງຢ່າງແທ້ຈິງ, ຊັ້ນກໍຢ່າຈຳກັດຕົນເອງພຽງແຕ່ໃນສາມຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຫຼື ໃນເລື່ອງລາວກ່ຽວກັບພາລະກິດທີ່ພຣະອົງປະຕິບັດໃນອະດີດເທົ່ານັ້ນ. ຖ້າເຈົ້າພະຍາຍາມທີ່ຈະຮູ້ຈັກພຣະອົງໃນລັກສະນະນັ້ນ ເຈົ້າກໍກຳລັງວາງຂໍ້ຈຳກັດໃສ່ພຣະເຈົ້າ ໂດຍຈໍາກັດຂອບເຂດຂອງພຣະອົງ. ເຈົ້າກຳລັງເຫັນວ່າພຣະເຈົ້າເປັນສິ່ງທີ່ນ້ອຍຫຼາຍ. ການເຮັດແບບນັ້ນຈະສົ່ງຜົນກະທົບຕໍ່ຜູ້ຄົນແນວໃດ? ເຈົ້າຈະບໍ່ສາມາດຮູ້ຈັກເຖິງຄວາມອັດສະຈັນ ແລະ ຄວາມລໍ້າເລີດຂອງພຣະເຈົ້າ ຫຼື ລິດອຳນາດ ແລະ ອຳນາດອັນໄພສານຂອງພຣະອົງ ແລະ ຂອບເຂດຂອງສິດອຳນາດຂອງພຣະອົງຈັກເທື່ອ. ຄວາມເຂົ້າໃຈດັ່ງກ່າວຈະມີຜົນກະທົບຕໍ່ຄວາມສາມາດຂອງເຈົ້າໃນການຍອມຮັບຄວາມຈິງທີ່ວ່າ ພຣະເຈົ້າເປັນຜູ້ປົກຄອງສິ່ງທັງປວງ ພ້ອມທັງຄວາມຮູ້ຂອງເຈົ້າກ່ຽວກັບຕົວຕົນ ແລະ ສະຖານະທີ່ແທ້ຈິງຂອງພຣະເຈົ້າ. ເວົ້າອີກຢ່າງກໍຄື ຖ້າຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າຖືກຈຳກັດແຕ່ໃນຂອບເຂດ, ສິ່ງທີ່ເຈົ້າສາມາດຮັບເອົາກໍຈະຖືກຈຳກັດເຊັ່ນກັນ. ນີ້ຄືເຫດຜົນທີ່ເຈົ້າຕ້ອງເຮັດໃຫ້ຂອບເຂດຂອງເຈົ້າກວ້າງອອກ ແລະ ຂະຫຍາຍຂອບເຂດຂອງເຈົ້າ. ເຈົ້າຄວນສະແຫວງຫາເພື່ອເຂົ້າໃຈທຸກສິ່ງນີ້ ເຊິ່ງນັ້ນກໍຄື ຂອບເຂດຂອງພາລະກິດຂອງພຣະເຈົ້າ, ການຄຸ້ມຄອງຂອງພຣະອົງ, ການປົກຄອງຂອງພຣະອົງ ແລະ ສິ່ງທັງປວງທີ່ພຣະອົງຄຸ້ມຄອງ ແລະ ທີ່ພຣະອົງປົກຄອງ. ໂດຍຜ່ານສິ່ງເຫຼົ່ານີ້, ເຈົ້າຈຶ່ງຈະເຂົ້າໃຈການກະທຳຂອງພຣະເຈົ້າ. ດ້ວຍຄວາມເຂົ້າໃຈດັ່ງກ່າວ, ເຈົ້າຈະຮູ້ສຶກວ່າ ພຣະເຈົ້າປົກຄອງ, ຄຸ້ມຄອງ ແລະ ສະໜອງໃຫ້ແກ່ສິ່ງທັງປວງທ່າມກາງສິ່ງເຫຼົ່ານັ້ນ ໂດຍທີ່ບໍ່ຮູ້ຕົວ ແລະ ເຈົ້າຍັງຈະຮູ້ສຶກວ່າເຈົ້າເປັນສ່ວນໜຶ່ງ ແລະ ເປັນສະມາຊິກຂອງສິ່ງທັງປວງ. ໃນຂະນະທີ່ພຣະເຈົ້າສະໜອງໃຫ້ແກ່ສິ່ງທັງປວງ, ເຈົ້າກໍກຳລັງຍອມຮັບການປົກຄອງ ແລະ ການສະໜອງຂອງພຣະເຈົ້າເຊັ່ນດຽວກັນ. ນີ້ຄືຂໍ້ແທ້ຈິງທີ່ບໍ່ມີຜູ້ໃດສາມາດປະຕິເສດໄດ້. ທຸກສິ່ງແມ່ນຂຶ້ນຢູ່ກັບກົດເກນຂອງພວກມັນເອງພາຍໃຕ້ກົດລະບຽບຂອງພຣະເຈົ້າ ແລະ ພາຍໃຕ້ກົດລະບຽບຂອງພຣະເຈົ້າ, ທຸກສິ່ງກໍມີກົດລະບຽບຂອງພວກມັນເອງສຳລັບການຢູ່ລອດ. ໂຊກຊະຕາ ແລະ ຄວາມຈຳເປັນຂອງມະນຸດຊາດຍັງຖືກຜູກມັດຮ່ວມກັບການປົກຄອງ ແລະ ການສະໜອງຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ມະນຸດຊາດ ແລະ ສິ່ງທັງປວງເຊື່ອມໂຍງກັນ, ອາໄສກັນ ແລະ ປະສົມປະສານກັນ ພາຍໃຕ້ອຳນາດ ແລະ ກົດລະບຽບຂອງພຣະເຈົ້າ. ນີ້ຄືຈຸດປະສົງ ແລະ ຄຸນຄ່າຂອງການເນລະມິດສ້າງສິ່ງທັງປວງຂອງພຣະເຈົ້າ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ VIII” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 179)

ນັບຕັ້ງແຕ່ພຣະເຈົ້າສ້າງທຸກສິ່ງ, ພວກມັນກໍໄດ້ເຮັດໜ້າທີ່ ແລະ ສືບຕໍ່ພັດທະນາຢ່າງເປັນລະບົບ ແລະ ເປັນໄປຕາມກົດເກນທີ່ພຣະອົງກຳນົດໄວ້. ພາຍໃຕ້ສາຍຕາຂອງພຣະອົງ, ພາຍໃຕ້ການປົກຄອງຂອງພຣະອົງ ມະນຸດຊາດໄດ້ມີຊີວິດຢູ່ລອດ ແລະ ໃນຂະນະທີ່ທຸກສິ່ງກໍໄດ້ພັດທະນາໄປຢ່າງເປັນລະບຽບ. ບໍ່ມີສິ່ງໃດສາມາດປ່ຽນແປງ ຫຼື ທຳລາຍກົດເກນເຫຼົ່ານີ້ໄດ້. ຍ້ອນການປົກຄອງຂອງພຣະເຈົ້າ ທຸກສິ່ງທີ່ມີຊີວິດຈິ່ງສາມາດຄູນທະວີ ແລະ ຍ້ອນການປົກຄອງ ແລະ ການຄຸ້ມຄອງຂອງພຣະອົງ ທຸກສິ່ງທີ່ມີຊີວິດຈິ່ງສາມາດຢູ່ລອດໄດ້. ນີ້ເວົ້າໄດ້ວ່າ ພາຍໃຕ້ການປົກຄອງຂອງພຣະເຈົ້າ ທຸກສິ່ງທີ່ມີຊີວິດຈຶ່ງມີຢູ່, ຈະເລີນເຕີບໂຕຂຶ້ນ, ຕາຍໄປ ແລະ ເກີດໃໝ່ຕາມກົດເກນຂອງມັນ. ເມື່ອລະດູໃບໄມ້ປົ່ງມາເຖິງ ຝົນກໍຕົກເປັນຝອຍເຮັດໃຫ້ເກີດຄວາມຮູ້ສຶກເຖິງລະດູການທີ່ສົດໃສ ແລະ ເຮັດໃຫ້ແຜ່ນດິນໂລກຊຸ່ມເຢັນ. ພື້ນດິນເລີ່ມລະລາຍ ແລະ ຫຍ້າກໍເລີ່ມປົ່ງຂຶ້ນຈາກພື້ນດິນ ແລະ ເລີ່ມແຕກງອກ ໃນຂະນະທີ່ຕົ້ນໄມ້ກໍຄ່ອຍໆກາຍເປັນສີຂຽວ. ທຸກສິ່ງທີ່ມີຊີວິດເຫຼົ່ານີ້ນຳເອົາຊີວິດທີ່ສົດຊື່ນມາສູ່ແຜ່ນດິນໂລກ. ນີ້ຄືສິ່ງທີ່ມັນເປັນເມື່ອທຸກສິ່ງໄດ້ມີຊີວິດຢູ່ ແລະ ຈະເລີນເຕີບໃຫຍ່ຂຶ້ນ. ສັດທຸກຊະນິດອອກຈາກຮູຂອງພວກມັນເພື່ອສຳຜັດກັບຄວາມອົບອຸ່ນຂອງລະດູໃບໄມ້ປົ່ງ ແລະ ເລີ່ມຕົ້ນປີໃໝ່. ທຸກສິ່ງທີ່ມີຊີວິດພາກັນຕາກແດດໃນລະດູຮ້ອນ ແລະ ມີຄວາມສຸກກັບອາຍອຸ່ນຂອງລະດູການ. ພວກມັນເຕີບໃຫຍ່ຂຶ້ນຢ່າງວ່ອງໄວ. ຕົ້ນໄມ້, ຫຍ້າ ແລະ ພືດທຸກຊະນິດກຳລັງເຕີບໃຫຍ່ຂຶ້ນຢ່າງໄວວາ ຈົນໃນທີ່ສຸດພວກມັນກໍເກີດດອກອອກຜົນ. ໃນລະຫວ່າງລະດູຮ້ອນ ທຸກສິ່ງທີ່ມີຊີວິດ ລວມທັງມະນຸດແມ່ນພາກັນສົນລະວົນ. ໃນລະດູໃບໄມ້ຫຼົ່ນ, ຝົນກໍນຳເອົາຄວາມຊຸ່ມເຢັນຂອງລະດູໃບໄມ້ຫຼົ່ນມາ ແລະ ສິ່ງທີ່ມີຊີວິດທຸກຊະນິດເລີ່ມຮູ້ສຶກເຖິງການມາຮອດຂອງລະດູເກັບກ່ຽວ. ທຸກສິ່ງທີ່ມີຊີວິດກໍເກີດດອກອອກຜົນ ແລະ ມະນຸດເອງກໍເລີ່ມເກັບກ່ຽວໝາກໄມ້ຫຼາກຫຼາຍຊະນິດ ເພື່ອຈະໄດ້ມີອາຫານກຽມພ້ອມໄວ້ສໍາລັບລະດູໜາວ. ໃນລະດູໜາວ, ສິ່ງທີ່ມີຊີວິດທັງໝົດກໍຄ່ອຍໆເລີ່ມປັກຫຼັກຢູ່ໃນຄວາມສະຫງົບ ແລະ ພັກຜ່ອນຕາມສະພາບອາກາດທີ່ໜາວເຢັນ ແລະ ຜູ້ຄົນກໍຢຸດພັກໃນຊ່ວງລະດູການນີ້. ຈາກລະດູການສູ່ລະດູການ, ຜັນປ່ຽນຈາກລະດູໃບໄມ້ປົ່ງສູ່ລະດູຮ້ອນ ສູ່ລະດູໃບໄມ້ຫຼົ່ນ ສູ່ລະດູໜາວ, ການປ່ຽນແປງທັງໝົດເຫຼົ່ານີ້ເກີດຂຶ້ນຕາມກົດເກນທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ. ພຣະອົງນຳພາທຸກສິ່ງ ແລະ ມະນຸດຊາດໄດ້ນຳໃຊ້ກົດເກນເຫຼົ່ານີ້ ແລະ ໄດ້ຄິດຄົ້ນວິຖີຊີວິດທີ່ອຸດົມສົມບູນ ແລະ ມີສີສັນໃຫ້ກັບຕົນເອງ, ກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ມີອຸນຫະພູມ ແລະ ລະດູການແຕກຕ່າງກັນ. ດ້ວຍເຫດນີ້, ພາຍໃນສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເປັນໄປຕາມກົດເກນນີ້, ມະນຸດສາມາດຢູ່ລອດ ແລະ ເພີ່ມທະວີໄປຕາມກົດເກນຂອງມັນ. ມະນຸດບໍ່ສາມາດປ່ຽນແປງກົດເກນເຫຼົ່ານີ້ໄດ້ ແລະ ບໍ່ມີໃຜ ຫຼື ສິ່ງມີຊີວິດໃດສາມາດທຳລາຍມັນໄດ້. ເຖິງແມ່ນວ່າ ໄດ້ມີການປ່ຽນແປງເກີດຂຶ້ນຈົນນັບບໍ່ຖ້ວນ ເຊັ່ນ: ທະເລກາຍເປັນທົ່ງນາ, ໃນຂະນະທີ່ທົ່ງນາກໍກາຍເປັນທະເລ ກົດເກນເຫຼົ່ານີ້ກໍຄົງຍັງຢູ່. ພວກມັນມີຢູ່ກໍຍ້ອນວ່າ ພຣະເຈົ້າດຳລົງຢູ່ ແລະ ກໍຍ້ອນການປົກຄອງ ແລະ ການຄຸ້ມຄອງຂອງພຣະອົງ. ດ້ວຍສະພາບແວດລ້ອມທີ່ເປັນລະບົບຂະໜາດໃຫຍ່ແບບນີ້ ຊີວິດຂອງຜູ້ຄົນຈຶ່ງໄດ້ດຳເນີນໄປຕາມກົດເກນ ແລະ ກົດລະບຽບເຫຼົ່ານີ້. ພາຍໃຕ້ກົດເກນເຫຼົ່ານີ້ໄດ້ເກີດມີຜູ້ຄົນສືບທອດຈາກຮຸ່ນສູ່ຮຸ່ນ ແລະ ຜູ້ຄົນຈາກຮຸ່ນສູ່ຮຸ່ນໄດ້ມີຊີວິດລອດຢູ່ພາຍໃຕ້ກົດເກນນີ້. ຜູ້ຄົນໄດ້ຊື່ມຊົມກັບສະພາບແວດລ້ອມເພື່ອຄວາມຢູ່ລອດດັ່ງກ່າວນີ້ ພ້ອມດ້ວຍສິ່ງຕ່າງໆທີ່ຖືກສ້າງຂຶ້ນໂດຍພຣະເຈົ້າສໍາລັບຮຸ່ນສູ່ຮຸ່ນ ເຖິງແມ່ນຜູ້ຄົນຮູ້ສຶກວ່າ ກົດເກນເຫຼົ່ານີ້ມີມາແຕ່ກຳເນີດ ແລະ ບໍ່ເຫັນຄຸນຄ່າຂອງມັນກໍຕາມ ແລະ ເຖິງແມ່ນວ່າ ພວກເຂົາບໍ່ສາມາດຮູ້ໄດ້ວ່າພຣະເຈົ້າປັ້ນແຕ່ງກົດເກນເຫຼົ່ານີ້ ຫຼື ພຣະເຈົ້າປົກຄອງຢູ່ເໜືອກົດເກນເຫຼົ່ານີ້, ພຣະເຈົ້າກໍຍັງກະທໍາພາລະກິດນີ້ສະເໝີໂດຍບໍ່ມີການປ່ຽນແປງ. ວັດຖຸປະສົງຂອງພຣະອົງໃນການກະທໍາພາລະກິດນີ້ກໍເພື່ອຄວາມຢູ່ລອດຂອງມະນຸດຊາດ ແລະ ເພື່ອວ່າມະນຸດຊາດອາດມີຊີວິດຢູ່ຕໍ່ໄປ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 180)

ສະນັນ, ໃຫ້ພວກເຮົາມາເລີ່ມກັບພາກສ່ວນທຳອິດເລີຍ. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງຂີດເຂດແດນສຳລັບພູ, ທົ່ງພຽງ, ທະເລຊາຍ, ເນີນພູ, ຫ້ວຍນ້ຳ ແລະ ທະເລສາບ. ເທິງແຜ່ນດິນໂລກມີພູ, ທົ່ງພຽງ, ທະເລຊາຍ, ເນີນພູ ພ້ອມທັງແຫຼ່ງນ້ຳຕ່າງໆ. ສິ່ງເຫຼົ່ານີ້ສ້າງພູມສັນຖານທີ່ແຕກຕ່າງກັນບໍ່ແມ່ນບໍ? ພຣະເຈົ້າໄດ້ຂີດເສັ້ນເຂດແດນຕ່າງໆເພື່ອແບ່ງແຍກພວກມັນ. ເມື່ອພວກເຮົາເວົ້າເຖິງການຂີດເສັ້ນເຂດແດນ, ໝາຍຄວາມວ່າ ພູເຂົາມີເຂດແດນຂອງມັນ, ທົ່ງພຽງມີເຂດແດນຂອງມັນ, ທະເລຊາຍມີຂອບເຂດທີ່ແນ່ນອນ ແລະ ເນີນພູມີພື້ນທີ່ທີ່ແນ່ນອນ. ນອກຈາກນີ້ຍັງມີປະລິມານຂອງແຫຼ່ງນ້ຳທີ່ແນ່ນອນ ເຊັ່ນ: ແມ່ນ້ຳ ແລະ ທະເລສາບ. ນັ້ນກໍຄື ເມື່ອພຣະເຈົ້າສ້າງທຸກສິ່ງ ພຣະອົງແຍກທຸກສິ່ງອອກຢ່າງຈະແຈ້ງທີ່ສຸດ. ພຣະເຈົ້າໄດ້ກຳນົດໄວ້ແລ້ວວ່າ ລັດສະໝີຂອງພູເຂົາຄວນມີຈັກກິໂລແມັດ ແລະ ແມ່ນຫຍັງຄືຂອບເຂດຂອງມັນ. ພຣະອົງຍັງໄດ້ກຳນົດວ່າ ລັດສະໝີຂອງທົ່ງພຽງມີຈັກກິໂລແມັດ ແລະ ແມ່ນຫຍັງຄືຂອບເຂດຂອງມັນ. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງຍັງໄດ້ກຳນົດຂອບເຂດຂອງທະເລຊາຍ ລວມເຖິງຂອບເຂດເນີນພູ ແລະ ສັດສ່ວນຂອງມັນ ແລະ ສິ່ງທີ່ອ້ອມເຂດແດນຂອງມັນ. ທັງໝົດນີ້ໄດ້ຖືກກຳນົດໂດຍພຣະອົງ. ພຣະອົງກຳນົດຂອບເຂດແມ່ນ້ຳ ແລະ ທະເລສາບ. ພວກມັນທັງໝົດມີເຂດແດນຂອງມັນ. ດັ່ງນັ້ນ, ເມື່ອພວກເຮົາເວົ້າເຖິງ “ເຂດແດນ” ພວກເຮົາໝາຍເຖິງຫຍັງ? ພວກເຮົາໄດ້ເວົ້າກ່ຽວກັບວິທີທີ່ພຣະເຈົ້າປົກຄອງເໜືອທຸກສິ່ງໂດຍການສ້າງກົດເກນສຳລັບທຸກສິ່ງ. ນັ້ນກໍຄື ຂອບເຂດ ແລະ ເຂດແດນຂອງພູເຂົາຕ່າງໆຈະບໍ່ຂະຫຍາຍອອກ ຫຼື ຫຼຸດລົງຍ້ອນການໝຸນວຽນຂອງແຜ່ນດິນໂລກ ຫຼື ການຜ່ານພົ້ນຂອງການເວລາ. ພວກມັນຖືກກຳນົດຢ່າງຕາຍຕົວ, ບໍ່ປ່ຽນແປງ ແລະ ຄວາມບໍ່ປ່ຽນແປງຂອງມັນກໍຖືກກໍານົດໂດຍພຣະເຈົ້າ. ສໍາລັບພື້ນທີ່ຂອງທົ່ງພຽງ, ຂອບເຂດຂອງມັນ ແລະ ສິ່ງທີ່ຢູ່ອ້ອມເຂດແດນຂອງມັນ; ສິ່ງນີ້ແມ່ນຖືກກຳນົດໂດຍພຣະເຈົ້າເຊັ່ນກັນ. ພວກມັນມີເຂດແດນຂອງມັນ ແລະ ດັ່ງນັ້ນ ມັນເປັນໄປບໍ່ໄດ້ທີ່ດິນຈະໂຜ່ຂຶ້ນຈາກພຶ້ນດິນທົ່ງພຽງໂດຍບັງເອີນ. ທົ່ງພຽງບໍ່ສາມາດປ່ຽນເປັນພູເຂົາໄດ້ໃນທັນທີທັນໃດ, ສິ່ງນີ້ແມ່ນເປັນໄປບໍ່ໄດ້. ນີ້ຄືຄວາມໝາຍຂອງກົດເກນ ແລະ ເຂດແດນທີ່ພວກເຮົາກໍາລັງເວົ້າເຖິງ. ສ່ວນທະເລຊາຍ, ພວກເຮົາຈະບໍ່ເນັ້ນເຖິງໜ້າທີ່ສະເພາະຂອງທະເລຊາຍ ຫຼື ພູມສັນຖານປະເພດອື່ນໆ ຫຼື ທີ່ຕັ້ງພູມີສາດໃນເວລານີ້, ພວກເຂົາຈະເວົ້າເຖິງແຕ່ເຂດແດນຂອງພວກມັນເທົ່ານັ້ນ. ພາຍໃຕ້ການປົກຄອງຂອງພຣະເຈົ້າ, ຂອບເຂດຂອງທະເລຊາຍຈະບໍ່ຂະຫຍາຍອອກໄປ. ນີ້ກໍຍ້ອນວ່າ ພຣະເຈົ້າໄດ້ກໍານົນກົດເກນ ແລະ ຂອບເຂດຂອງມັນໄວ້ແລ້ວ. ພື້ນທີ່ຂອງມັນກວ້າງພຽງໃດ, ແມ່ນຫຍັງຄືໜ້າທີ່ຂອງມັນ, ແມ່ນຫຍັງທີ່ຢູ່ອ້ອມເຂດແດນຂອງມັນ ແລະ ບ່ອນທີ່ມັນຕັ້ງຢູ່, ທຸກສິ່ງເຫຼົ່ານີ້ແມ່ນຖືກພຣະເຈົ້າກຳນົດໄວ້ແລ້ວ. ມັນຈະບໍ່ຢູ່ເກີນຂອບເຂດຂອງມັນ ຫຼື ຍ້າຍຕຳແໜ່ງຂອງມັນ ແລະ ພື້ນທີ່ຂອງມັນຈະບໍ່ຂະຫຍາຍອອກຕາມລໍາພັງ. ເຖິງແມ່ນວ່າ ກະແສນ້ຳເຊັ່ນ: ແມ່ນ້ຳ ແລະ ທະເລສາບຕ່າງໆແມ່ນເປັນລະລົບ ແລະ ຕໍ່ເນື່ອງ, ພວກມັນຈະບໍ່ມີວັນໄຫຼອອກນອກຂອບເຂດ ຫຼື ເໜືອເຂດແດນຂອງມັນ. ພວກມັນທັງໝົດຈະໄຫຼໄປໃນທິດທາງດຽວກັນ, ໃນທິດທາງທີ່ພວກມັນຄວນຈະໄຫຼໄປຢ່າງເປັນລະບົບ. ດັ່ງນັ້ນ, ພາຍໃຕ້ກົດເກນແຫ່ງການປົກຄອງຂອງພຣະເຈົ້າ, ບໍ່ມີແມ່ນ້ຳ ຫຼື ທະເລສາບໃດທີ່ຈະເຫືອດແຫ້ງໂດຍທໍາມະຊາດ ຫຼື ປ່ຽນທິດທາງ ຫຼື ປ່ຽນປະລິມານກະແສນໍ້າຂອງມັນຍ້ອນການໝຸນວຽນຂອງແຜ່ນດິນໂລກ ຫຼື ການຜ່ານພົ້ນຂອງເວລາໄດ້ຕາມລໍາພັງ. ທັງໝົດນີ້ແມ່ນຢູ່ໃນການຄວບຄຸມຂອງພຣະເຈົ້າ. ໝາຍຄວາມວ່າ ທຸກສິ່ງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າໃນທ່າມກາງມະນຸດຊາດນີ້ມີສະຖານທີ່, ພື້ນທີ່ ແລະ ຂອບເຂດຂອງພວມມັນຢ່າງຕາຍໂຕ. ນັ້ນກໍຄື ເມື່ອພຣະເຈົ້າສ້າງທຸກສິ່ງ, ເຂດແດນຂອງພວກມັນແມ່ນໄດ້ຖືກສ້າງຂຶ້ນ ແລະ ພວກມັນບໍ່ສາມາດຖືກດັດແປງ, ຕໍ່ອາຍຸ ຫຼື ປ່ຽນແປງໄດ້ຕາມອຳເພີໃຈ. “ອຳເພີໃຈ” ໝາຍຄວາມວ່າແນວໃດ? ໝາຍຄວາມວ່າ ພວກມັນຈະບໍ່ປ່ຽນ, ຂະຫຍາຍອອກ ຫຼື ປ່ຽນແປງຮູບແບບເດີມຂອງພວກມັນຍ້ອນອາກາດ, ອຸນຫະພູມ ຫຼື ຄວາມໄວໃນການໝຸນວຽນຂອງແຜ່ນດິນໂລກ. ຕົວຢ່າງ: ພູເຂົາມີຄວາມສູງທີ່ແນ່ນອນ, ຖານຂອງມັນມີພື້ນທີ່ທີ່ແນ່ນອນ, ມີລະດັບຄວາມສູງທີ່ແນ່ນອນ ແລະ ມີພືດພັນຈຳນວນສະເພາະທີ່ແນ່ນອນ. ທັງໝົດນີ້ແມ່ນໄດ້ຖືກວາງແຜນ ແລະ ຄຳນວນໂດຍພຣະເຈົ້າແລ້ວ ແລະ ມັນຈະບໍ່ປ່ຽນແປງຕາມອຳເພີໃຈ. ສ່ວນທົ່ງພຽງ, ມະນຸດສ່ວນໃຫຍ່ອາໄສຢູ່ເຂດທົ່ງພຽງ ແລະ ບໍ່ມີການປ່ຽນແປງດ້ານພູມີອາກາດໃດທີ່ຈະສົ່ງຜົນກະທົບຕໍ່ພື້ນທີ່ ຫຼື ຄຸນຄ່າແຫ່ງການມີຢູ່ຂອງມັນໄດ້. ແມ່ນແຕ່ສິ່ງຕ່າງໆທີ່ມີຢູ່ໃນພູມສັນຖານ ແລະ ສະພາບແວດລ້ອມທາງພູມີສາດທີ່ໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າກໍຈະບໍ່ຖືກປ່ຽນແປງຕາມອຳເພີໃຈໄດ້. ຕົວຢ່າງເຊັ່ນ: ອົງປະກອບຂອງທະເລຊາຍ, ປະເພດຂອງແຮ່ທາດໃນໃຕ້ດິນ, ຈຳນວນເມັດຊາຍໃນທະເລຊາຍ ແລະ ສີຂອງມັນ, ຄວາມໜາຂອງທະເລຊາຍ; ສິ່ງເຫຼົ່ານີ້ຈະບໍ່ປ່ຽນແປງຕາມອຳເພີໃຈ. ເປັນຫຍັງຈິ່ງວ່າພວກມັນຈະບໍ່ປ່ຽນແປງຕາມອຳເພີໃຈ? ນັ້ນກໍຍ້ອນການປົກຄອງຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະອົງ. ໃນພູມສັນຖານ ແລະ ສະພາບແວດລ້ອມທາງພູມີສາດທັງໝົດນີ້ແມ່ນຖືກສ້າງຂຶ້ນໂດຍພຣະເຈົ້າ, ພຣະອົງຈັດການທຸກສິ່ງຕາມແຜນ ແລະ ຢ່າງເປັນລະບົບ. ດັ່ງນັ້ນ, ສະພາບແວດລ້ອມທາງພູມີສາດທັງໝົດນີ້ຍັງຄົງມີຢູ່ ແລະ ຍັງຄົງປະຕິບັດໜ້າທີ່ຂອງມັນເປັນເວລາຫຼາຍພັນປີ ແລະ ຫຼາຍສິບພັນປີຫຼັງຈາກທີ່ພວກມັນໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າ. ເຖິງແມ່ນວ່າ ມີບາງຊ່ວງເວລາທີ່ພູເຂົາໄຟແຕກ ແລະ ບາງຊ່ວງເວລາເມື່ອແຜ່ນດິນໄຫວເກີດຂຶ້ນ ແລະ ມີແຜ່ນດິນເຄື່ອນໄຫວຄັ້ງໃຫຍ່, ແນ່ນອນ ພຣະເຈົ້າຈະບໍ່ອະນຸຍາດໃຫ້ພູມສັນຖານຕ່າງໆສູນເສຍໜ້າທີ່ເດີມຂອງມັນ. ຍ້ອນການຄຸ້ມຄອງຂອງພຣະເຈົ້າ, ການປົກຄອງ ແລະ ການຄວບຄຸມຂອງພຣະອົງເໜືອກົດເກນເຫຼົ່ານີ້ທີ່ເຮັດໃຫ້ສິ່ງຕ່າງໆທັງໝົດນີ້ ທີ່ມະນຸດໄດ້ເຫັນ ແລະ ໄດ້ຊື່ນຊົມ ສາມາດຢູ່ລອດເທິງແຜ່ນດິນໂລກນີ້ໄດ້ຢ່າງສະບາຍ. ສະນັ້ນ, ເປັນຫຍັງພຣະເຈົ້າຈິ່ງຄຸ້ມຄອງພູມສັນຖານຕ່າງໆທັງໝົດເທິງແຜ່ນດິນໂລກດ້ວຍວິທີນີ້? ວັດຖຸປະສົງຂອງພຣະອົງແມ່ນເພື່ອໃຫ້ສິ່ງທີ່ມີຊີວິດລອດໃນສະພາບແວດລ້ອມທາງພູມີສາດທັງໝົດມີສະພາບແວດລ້ອມທີ່ໝັ້ນຄົງ ແລະ ເພື່ອວ່າ ພວກມັນຈະສາມາດສືບຕໍ່ມີຊີວິດ ແລະ ເພີ່ມທະວີຢູ່ໃນສະພາບແວດລ້ອມທີ່ໝັ້ນຄົງ. ທຸກສິ່ງເຫຼົ່ານີ້ທີ່ສາມາດເຄື່ອນໄຫວໄດ້ ແລະ ບໍ່ສາມາດເຄື່ອນໄຫວໄດ້, ບັນດາສິ່ງທີ່ສາມາດຫາຍໃຈທາງດັງ ແລະ ບັນດາສິ່ງທີ່ບໍ່ຫາຍໃຈທາງດັງ ໄດ້ສ້າງສະພາບແວດລ້ອມທີ່ເປັນເອກະລັກເພື່ອຄວາມຢູ່ລອດຂອງມະນຸດຊາດ. ມີພຽງສະພາບແວດລ້ອມແບບນີ້ເທົ່ານັ້ນທີ່ສາມາດບຳລຸງລ້ຽງມະນຸດຈາກຮຸ່ນສູ່ຮຸ່ນ ແລະ ມີພຽງສະພາບແວດລ້ອມແບບນີ້ເທົ່ານັ້ນທີ່ສາມາດຊ່ວຍມະນຸດໃຫ້ສືບຕໍ່ມີຊີວິດຢູ່ລອດໄດ້ຢ່າງສັນຕິສຸກຈາກຮຸ່ນສູ່ຮຸ່ນ.

ສິ່ງທີ່ເຮົາຫາກໍ່ເວົ້າເຖິງແມ່ນຫົວຂໍ້ໃຫຍ່ພໍສົມຄວນ, ດັ່ງນັ້ນ ບາງທີມັນອາດຈະເບິ່ງຄືກັບວ່າ ຖືກຕັດຂາດຈາກຊີວິດຂອງພວກເຈົ້າ, ແຕ່ເຮົາເຊື່ອວ່າພວກເຈົ້າສາມາດເຂົ້າໃຈມັນໄດ້ທັງໝົດ, ແມ່ນບໍ? ໝາຍຄວາມວ່າ, ກົດເກນຂອງພຣະເຈົ້າໃນການປົກຄອງຂອງພຣະອົງເໜືອທຸກສິ່ງນັ້ນສຳຄັນຫຼາຍ ແລະ ສຳຄັນຫຼາຍຢ່າງແນ່ນອນ! ແມ່ນຫຍັງຄືເງື່ອນໄຂສຳລັບການເຕີບໂຕຂອງທຸກສິ່ງທີ່ມີຊີວິດພາຍໃຕ້ກົດເກນເຫຼົ່ານີ້? ມັນເປັນຍ້ອນການປົກຄອງຂອງພຣະເຈົ້າ. ຍ້ອນການປົກຄອງຂອງພຣະອົງ ທຸກສິ່ງຈຶ່ງປະຕິບັດໜ້າທີ່ພາຍໃນການປົກຄອງຂອງພຣະອົງ. ຕົວຢ່າງເຊັ່ນ: ພູເຂົາບຳລຸງລ້ຽງປ່າໄມ້ ແລະ ປ່າໄມ້ກໍບຳລຸງລ້ຽງ ແລະ ປົກປ້ອງນົກ ແລະ ສັດຕ່າງໆທີ່ອາໃສຢູ່ໃນປ່າໄມ້ເປັນການຕອບແທນ. ທົ່ງພຽງແມ່ນພື້ນທີ່ທີ່ຖືກກະກຽມໄວ້ເພື່ອໃຫ້ມະນຸດປູກພືດຕ່າງໆ ພ້ອມທັງເພື່ອນົກ ແລະ ສັດຕ່າງໆອີກດ້ວຍ. ທົ່ງພຽງເຮັດໃຫ້ມະນຸດຊາດສ່ວນໃຫຍ່ໄດ້ອາໄສຢູ່ເທິງດິນພຽງ ແລະ ສະໜອງຄວາມສະດວກໃນການໃຊ້ຊີວິດຂອງພວກເຂົາ. ທົ່ງພຽງຍັງປະກອບດ້ວຍທົ່ງຫຍ້າອີກດ້ວຍ, ເປັນທົ່ງຫຍ້າທີ່ກວ້າງໃຫຍ່ໄພສານ. ທົ່ງຫຍ້າສະໜອງພືດພັນຕ່າງໆເພື່ອປົກຫຸ້ມພື້ນແຜ່ນດິນໂລກ. ພວກມັນປົກປ້ອງດິນ ແລະ ບຳລຸງລ້ຽງງົວ, ແກະ ແລະ ມ້າທີ່ອາໃສຢູ່ໃນທົ່ງຫຍ້າ. ທະເລຊາຍກໍປະຕິບັດໜ້າທີ່ຂອງມັນເຊັ່ນກັນ. ມັນບໍ່ແມ່ນບ່ອນທີ່ມະນຸດອາໄສຢູ່; ໜ້າທີ່ຂອງມັນແມ່ນເຮັດໃຫ້ພູມີອາກາດແຫ້ງແລ້ງ. ສາຍນ້ຳ ຈາກຫ້ວຍນໍ້າ ແລະ ທະເລສາບນຳເອົານ້ຳດື່ມມາໃຫ້ຜູ້ຄົນໃນທາງທີ່ສະດວກ. ເມື່ອໃດກໍຕາມທີ່ພວກມັນໄຫຼ ຜູ້ຄົນກໍຈະມີນ້ຳດື່ນ ແລະ ຄວາມຕ້ອງການນ້ຳຂອງທຸກສິ່ງກໍ່ຈະຖືກຕື່ມເຕັມຢ່າງສະດວກສະບາຍ. ນີ້ແມ່ນເຂດແດນທີ່ໄດ້ຖືກຂີດໄວ້ໂດຍພຣະເຈົ້າສຳລັບພູມສັນຖານຕ່າງໆ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 181)

ຍ້ອນເຂດແດນເຫຼົ່ານີ້ທີ່ພຣະເຈົ້າໄດ້ຂີດໄວ້, ພູມສັນຖານຕ່າງໆຈຶ່ງໄດ້ສ້າງສະພາບແວດລ້ອມເພື່ອຄວາມຢູ່ລອດ ແລະ ສະພາບແວດລ້ອມເພື່ອຄວາມຢູ່ລອດເຫຼົ່ານີ້ກໍສະດວກສະບາຍສຳລັບນົກ ແລະ ສັດຕ່າງໆ ແລະ ຍັງໃຫ້ພື້ນທີ່ເພື່ອໃຫ້ພວກມັນມີຊີວິດລອດອີກດ້ວຍ. ຈາກສິ່ງນີ້ ເຂດແດນສຳລັບສະພາບແວດລ້ອມເພື່ອຄວາມຢູ່ລອດຂອງສິ່ງມີຊີວິດຕ່າງໆຈຶ່ງໄດ້ຖືກພັດທະນາຂຶ້ນ. ນີ້ແມ່ນຫົວຂໍ້ທີສອງທີ່ພວກເຮົາຈະເວົ້າຕໍ່ໄປ. ກ່ອນອື່ນໝົດ, ນົກ, ສັດ ແລະ ແມງໄມ້ອາໄສຢູ່ໃສ? ພວກມັນອາໄສຢູ່ໃນປ່າດົງ ແລະ ທົ່ງຫຍ້າແມ່ນບໍ່? ນີ້ແມ່ນເຮືອນຂອງພວກມັນ. ດັ່ງນັ້ນ, ນອກຈາກການສ້າງເຂດແດນສຳລັບສະພາບແວດລ້ອມທາງພູມີສາດຕ່າງໆແລ້ວ, ພຣະເຈົ້າຍັງໄດ້ຂີດເຂດແດນ ແລະ ສ້າງຕັ້ງກົດເກນສຳລັບນົກ, ສັດ, ປາ, ແມງໄມ້ ແລະ ພືດພັນທັງໝົດອີກດ້ວຍ. ຍ້ອນຄວາມແຕກຕ່າງລະຫວ່າງສະພາບແວດລ້ອມທາງພູມີສາດ ແລະ ຍ້ອນການມີຢູ່ຂອງສະພາບແວດລ້ອມທາງພູມີສາດທີ່ແຕກຕ່າງກັນ, ນົກ, ສັດ, ປາ, ແມງໄມ້ ແລະ ພືດພັນຊະນິດຕ່າງໆຈຶ່ງມີສະພາບແວດລ້ອມທີ່ແຕກຕ່າງກັນເພື່ອຄວາມຢູ່ລອດ. ນົກ, ສັດ ແລະ ແມງໄມ້ອາໄສຢູ່ທ່າມກາງພືດຕ່າງໆ, ສ່ວນປາແມ່ນອາໄສຢູ່ໃນນ້ຳ, ແລະ ພືດພັນຕ່າງໆແມ່ນເຕີບໃຫຍ່ຂຶ້ນຢູ່ເທິງແຜ່ນດິນ. ແຜ່ນດິນປະກອບດ້ວຍເຂດຕ່າງໆເຊັ່ນ: ພູ, ທົ່ງພຽງ ແລະ ເນີນພູ. ເມື່ອນົກ ແລະ ສັດໄດ້ປັກຫຼັກບ່ອນຢູ່ອາໄສຂອງມັນແລ້ວ, ພວກມັນກໍຈະບໍ່ໄປບ່ອນອື່ນ. ບ່ອນຢູ່ອາໄສຂອງພວກມັນແມ່ນປ່າໄມ້ ແລະ ພູເຂົາ. ຖ້າມື້ໜຶ່ງບ່ອນຢູ່ອາໄສຂອງພວກມັນຖືກທຳລາຍ, ສະພາບແວດລ້ອມກໍຈະຕົກຢູ່ໃນຄວາມວຸ້ນວາຍ. ເມື່ອສະພາບແວດລ້ອມດັ່ງກ່າວຕົກຢູ່ໃນຄວາມວຸ້ນວາຍ, ແມ່ນຫຍັງຄືຜົນທີ່ຈະຕາມມາ? ໃຜເປັນຜູ້ທຳອິດທີ່ຈະໄດ້ຮັບຄວາມທຸກ? (ມະນຸດຊາດ). ແມ່ນແລ້ວມະນຸດ. ໃນກົດເກນ ແລະ ຂອບເຂດເຫຼົ່ານີ້ທີ່ພຣະເຈົ້າສ້າງຂຶ້ນ, ພວກເຈົ້າໄດ້ເຫັນປະກົດການແປກໆອັນໃດແດ່? ຕົວຢ່າງ: ຊ້າງຍ່າງໃນທະເລຊາຍ. ເຈົ້າເຄີຍເຫັນສິ່ງນັ້ນບໍ່? ຖ້າເລື່ອງນີ້ເກີດຂຶ້ນຈິງ ມັນຈະເປັນປະກົດການທີ່ແປກປະຫຼາດຫຼາຍ, ຍ້ອນວ່າຊ້າງອາໄສຢູ່ໃນປ່າ ແລະ ນັ້ນແມ່ນສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ມັນເພື່ອດໍາລົງຊີວິດ. ພວກມັນມີສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກມັນເອງ ແລະ ມີບ່ອນຢູ່ອາໄສຂອງພວກມັນເອງ. ແລ້ວພວກມັນຈະແລ່ນໄປມາເຮັດຫຍັງ? ມີໃຜເຄີຍເຫັນສິງໂຕ ຫຼື ເສືອຍ່າງໄປມາຕາມຝັ່ງມະຫາສະໝຸດບໍ? ບໍ່, ເຈົ້າບໍ່ໄດ້ເຫັນ. ບ່ອນຢູ່ອາໄສຂອງສິງໂຕ ແລະ ເສືອແມ່ນປ່າ ແລະ ພູເຂົາ. ມີໃຜເຄີຍເຫັນສັດທີ່ລອຍຢູ່ມະຫາສະໝຸດ ເຊັ່ນ: ປາວານ ຫຼື ປາສະຫຼາມຍ່າງຜ່ານທະເລຊາຍບໍ? ບໍ່, ເຈົ້າບໍ່ໄດ້ເຫັນ. ປາວານ ແລະ ປາສະຫຼາມອາໄສຢູ່ໃນມະຫາສະໝຸດ. ໃນສະພາບແວດລ້ອມການດຳລົງຊີວິດຂອງມະນຸດ, ມີໃຜບໍທີ່ອາໄສຢູ່ຄຽງຄູ່ກັບໝີສີນ້ຳຕານ? ມີບໍຄົນທີ່ຖືກອ້ອມຮອບໄປດ້ວຍນົກຍູງ ຫຼື ນົກອື່ນໆ ທັງໃນ ແລະ ນອກເຮືອນຂອງຕົນ? ມີໃຜເຄີຍເຫັນນົກອິນຊີ ຫຼື ຫ່ານແລ່ນຫຼິ້ນກັບລີງບໍ? (ບໍ່). ສິ່ງທັງໝົດເຫຼົ່ານີ້ຈະເປັນປະກົດການແປກທີ່ສຸດ. ເຫດຜົນທີ່ເຮົາເວົ້າເຖິງສິ່ງເຫຼົ່ານີ້ທີ່ຟັງຄືວ່າແປກຕໍ່ຫູຂອງພວກເຈົ້ານັ້ນ ກໍເພື່ອໃຫ້ພວກເຈົ້າເຂົ້າໃຈວ່າທຸກສິ່ງໄດ້ຖືກສ້າງຂຶ້ນໂດຍພຣະເຈົ້າ. ບໍ່ວ່າພວກມັນຈະຖືກກຳນົດໃຫ້ຢູ່ບ່ອນໃດໜຶ່ງ ຫຼື ບໍ່ວ່າພວກມັນຈະສາມາດຫາຍໃຈຜ່ານທາງຮູດັງຂອງພວກມັນ ຫຼື ບໍ່; ພວກມັນກໍມີກົດເກນເພື່ອຄວາມຢູ່ລອດຂອງພວກມັນເອງ. ກ່ອນທີ່ພຣະເຈົ້າຈະສ້າງສິ່ງມີຊີວິດເຫຼົ່ານີ້, ພຣະອົງໄດ້ກະກຽມບ່ອນຢູ່ອາໄສຂອງພວກມັນ ແລະ ສະພາບແວດລ້ອມເພື່ອຄວາມຢູ່ລອດໃຫ້ພວກມັນແຕ່ດົນແລ້ວ. ສິ່ງມີຊີວິດເຫຼົ່ານີ້ມີສະພາບແວດລ້ອມທີ່ຕາຍໂຕເພື່ອຄວາມຢູ່ລອດຂອງພວກມັນ, ມີອາຫານຂອງຕົວເອງ ແລະ ມີບ່ອນຢູ່ອາໄສທີ່ແນ່ນອນຂອງຕົວເອງ ແລະ ພວກມັນມີສະຖານທີ່ທີ່ໝັ້ນຄົງສໍາລັບຕົວເອງເຊິ່ງແທດເໝາະສຳລັບການເອົາຊີວິດລອດຂອງພວກມັນ, ເປັນສະຖານທີ່ທີ່ມີອຸນຫະພູມເໝາະສົມເພື່ອຄວາມຢູ່ລອດ. ເພາະສະນັ້ນ, ພວກມັນຈະບໍ່ລ້ອນເລ້ອອກນອກທິດທາງ ຫຼື ທຳລາຍການຢູ່ລອດຂອງມະນຸດ ຫຼື ມີຜົນກະທົບຕໍ່ຊີວິດຂອງຜູ້ຄົນ. ນີ້ແມ່ນວິທີການທີ່ພຣະເຈົ້າຄຸ້ມຄອງທຸກສິ່ງ, ເປັນວິທີສະໜອງສະພາບແວດລ້ອມທີ່ດີທີ່ສຸດເພື່ອຄວາມຢູ່ລອດຂອງມະນຸດຊາດ. ສິ່ງມີຊີວິດໃນທ່າມກາງທຸກສິ່ງລ້ວນແລ້ວແຕ່ມີອາຫານເພື່ອບໍາລຸງລ້ຽງຊີວິດຂອງພວກມັນໃນສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກມັນເອງ. ດ້ວຍອາຫານເຫຼົ່ານັ້ນ, ພວມມັນຈຶ່ງໄດ້ເກາະຕິດກັບສະພາບແວດລ້ອມດັ່ງເດີມເພື່ອການຢູ່ລອດຂອງພວກມັນ. ໃນສະພາບແວດລ້ອມດັ່ງກ່າວນັ້ນ, ພວກມັນສືບຕໍ່ມີຊີວິດຢູ່ລອດ, ອອກແມ່ແຜ່ລູກ ແລະ ເຕີບໃຫຍ່ຢ່າງສອດຄ່ອງກັບກົດເກນທີ່ພຣະເຈົ້າໄດ້ສ້າງຂຶ້ນເພື່ອພວກມັນ. ຍ້ອນກົດເກນປະເພດເຫຼົ່ານີ້, ຍ້ອນການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ ທຸກສິ່ງຈິ່ງອາໄສຢູ່ຢ່າງສັນຕິກັບມະນຸດຊາດ ແລະ ມະນຸດກໍດຳລົງຢູ່ຮ່ວມກັບທຸກສິ່ງໂດຍເພິ່ງພາອາໄສເຊິ່ງກັນ ແລະ ກັນ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 182)

ພຣະເຈົ້າສ້າງທຸກສິ່ງ ແລະ ສ້າງຕັ້ງເຂດແດນສຳລັບພວກມັນ; ທ່າມກາງພວກມັນ ພຣະອົງໄດ້ບຳລຸງລ້ຽງສິ່ງມີຊີວິດທຸກຊະນິດ. ໃນຂະນະດຽວກັນ, ພຣະອົງຍັງໄດ້ກະກຽມວິທີການເອົາຊີວິດລອດທີ່ແຕກຕ່າງກັນໃຫ້ມວນມະນຸດ ເພື່ອເຈົ້າຈະສາມາດເຫັນໄດ້ວ່າມະນຸດຊາດບໍ່ພຽງແຕ່ມີວິທີດຽວໃນການເອົາຊີວິດລອດ ຫຼື ພວກເຂົາບໍ່ໄດ້ມີພຽງສະພາບແວດລ້ອມແບບດຽວເພື່ອຄວາມຢູ່ລອດ. ກ່ອນໜ້ານີ້ພວກເຮົາໄດ້ເວົ້າກ່ຽວກັບພຣະເຈົ້າກະກຽມອາຫານປະເພດຕ່າງໆ ແລະ ແຫຼ່ງນ້ຳສຳລັບມະນຸດ ເຊິ່ງເປັນສິ່ງສຳຄັນສຳລັບການເຮັດໃຫ້ຊີວິດຂອງມະນຸດໃນເນື້ອໜັງດຳເນີນຕໍ່ໄປ. ແນວໃດກໍຕາມ, ທ່າມກາງມວນມະນຸດນີ້, ບໍ່ແມ່ນທຸກຄົນທີ່ຈະມີຊີວິດຢູ່ດ້ວຍທັນຍະພືດ. ຜູ້ຄົນມີວິທີການເອົາຊີວິດລອດທີ່ແຕກຕ່າງກັນ ນັ້ນກໍຍ້ອນຄວາມແຕກຕ່າງດ້ານສະພາບແວດລ້ອມທາງພູມີສາດ ແລະ ພູມສັນຖານ. ວິທີການເອົາຊີວິດລອດທັງໝົດເຫຼົ່ານີ້ໄດ້ຖືກຈັດຕຽມໄວ້ໂດຍພຣະເຈົ້າ. ດັ່ງນັ້ນ ບໍ່ແມ່ນມະນຸດທຸກຄົນທີ່ຈະເຮັດການປູກຝັງເປັນຫຼັກ. ໝາຍຄວາມວ່າ ບໍ່ແມ່ນທຸກຄົນທີ່ຈະໄດ້ອາຫານຂອງພວກເຂົາຈາກການປູກພືດ. ນີ້ແມ່ນຫົວຂໍ້ທີສາມທີ່ພວກເຮົາຈະເວົ້າເຖິງ: ເຂດແດນໄດ້ເກີດຂຶ້ນກໍຍ້ອນວິຖີຊີວິດທີ່ແຕກຕ່າງກັນຂອງມວນມະນຸດ. ແລ້ວແມ່ນຫຍັງຄືວິຖີຊີວິດຢ່າງອື່ນທີ່ມະນຸດມີ? ໃນດ້ານແຫຼ່ງອາຫານທີ່ແຕກຕ່າງກັນ, ມີຄົນປະເພດອື່ນອີກບໍ່? ມັນມີສອງສາມປະເພດຫຼັກໆ.

ປະເພດທຳອິດແມ່ນວິຖີຊີວິດການລ່າສັດ. ທຸກຄົນຮູ້ວ່ານັ້ນແມ່ນຫຍັງ. ຄົນທີ່ດຳລົງຊີວິດໂດຍການລ່າສັດກິນຫຍັງ? (ສັດປ່າ). ພວກເຂົາກິນນົກ ແລະ ສັດໃນປ່າ. “ສັດປ່າ” ແມ່ນຄຳສັບທີ່ທັນສະໄໝ. ນັກລ່າບໍ່ໄດ້ຄິດວ່າມັນເປັນສັດປ່າ; ພວກເຂົາຄິດວ່າມັນເປັນອາຫານ, ເປັນສະບຽງອາຫານປະຈຳວັນຂອງພວກເຂົາ. ຕົວຢ່າງ: ພວກເຂົາໄດ້ກວາງ. ເມື່ອພວກເຂົາໄດ້ກວາງດັ່ງກ່າວ, ມັນກໍຄືກັບຊາວນາທີ່ໄດ້ຮັບອາຫານຈາກດິນ. ຊາວນາຄົນໜຶ່ງໄດ້ຮັບອາຫານຈາກດິນ ແລະ ເມື່ອເຂົາເຫັນອາຫານນີ້, ເຂົາກໍມີຄວາມສຸກ ແລະ ຮູ້ສຶກສະບາຍໃຈ. ຄອບຄົວຈະບໍ່ຫິວເຂົ້າຍ້ອນມີພືດພັນກິນ. ຫົວໃຈຂອງຊາວນາກໍບໍ່ມີຄວາມກັງວົນໃຈ ແລະ ພວກເຂົາຮູ້ສຶກພໍໃຈ. ນາຍພານກໍຮູ້ສຶກສະບາຍໃຈ ແລະ ພໍໃຈເມື່ອຫຼຽວເບິ່ງສິ່ງທີ່ເຂົາຈັບມາໄດ້ ຍ້ອນວ່າພວກເຂົາບໍ່ຕ້ອງກັງວົນເລື່ອງອາຫານອີກຕໍ່ໄປ. ມີສິ່ງທີ່ຈະກິນໃນຄາບຕໍ່ໄປ ແລະ ບໍ່ຈຳເປັນຕ້ອງຫິວອີກ. ນີ້ຄືຄົນທີ່ລ່າສັດເພື່ອຫາລ້ຽງຊີບ. ຄົນສ່ວນໃຫຍ່ທີ່ດຳລົງຊີວິດດ້ວຍການລ່າສັດອາໄສຢູ່ໃນພູຜາປ່າດົງ. ພວກເຂົາບໍ່ເຮັດການປູກຝັງ. ມັນບໍ່ແມ່ນເລື່ອງງ່າຍທີ່ຈະຫາພື້ນທີ່ດິນປູກຝັງຢູ່ທີ່ນັ້ນ, ສະນັ້ນ ພວກເຂົາຈິ່ງເອົາຊີວິດລອດດ້ວຍອາໄສສິ່ງມີຊີວິດຕ່າງໆ ແລະ ເຍື່ອປະເພດຕ່າງໆ. ນີ້ແມ່ນວິຖີຊີວິດປະເພດທຳອິດທີ່ແຕກຕ່າງຈາກຜູ້ຄົນທົ່ວໄປ.

ປະເພດທີສອງແມ່ນວິຖີຊີວິດຂອງຜູ້ລ້ຽງສັດ. ຄົນທີ່ລ້ຽງສັດເພື່ອຄວາມຢູ່ລອດກໍເຮັດໄຮ່ເຮັດນາຄືກັນບໍ? (ບໍ່). ແລ້ວພວກເຂົາເຮັດຫຍັງ? ພວກເຂົາດໍາລົງຊີວິດຢ່າງໃດ? (ສ່ວນໃຫຍ່ແລ້ວ, ພວກເຂົາລ້ຽງງົວ ແລະ ແກະເພື່ອການຢູ່ລອດ ໂດຍບໍ່ໄດ້ເຮັດການປູກຝັງ ແລະ ໃນລະດູໜາວພວກເຂົາຂ້າ ແລະ ກິນສັດລ້ຽງຂອງພວກເຂົາ. ອາຫານຫຼັກຂອງພວກເຂົາແມ່ນຊີ້ນງົວ ແລະ ຊີ້ນແກະ ແລະ ພວກເຂົາດື່ມຊານົມ. ເຖິງແມ່ນວ່າ ຜູ້ລ້ຽງສັດຫຍຸ້ງຢູ່ຕະຫຼອດສີ່ລະດູການ, ພວກເຂົາກໍກິນດີຢູ່ດີ. ພວກເຂົາມີນ້ຳນົມຫຼາຍ, ມີຜະລິດຕະພັນນົມ ແລະ ຊີ້ນ). ຄົນທີ່ລ່າສັດເພື່ອການດໍາລົງຊີວິດຫຼັກໆແລ້ວກິນຊີ້ນງົວ ແລະ ຊີ້ນແກະ, ດື່ມນົມແກະ ແລະ ນົມງົວ, ຂີ່ງົວ ແລະ ມ້າເພື່ອລ້ຽງສັດຂອງພວກເຂົາຢູ່ໃນທົ່ງໂດຍມີລົມພັດຜົມ ແລະ ແດດສ່ອງໜ້າຂອງພວກເຂົາ. ພວກເຂົາບໍ່ໄດ້ຜະເຊີນກັບຄວາມກົດດັນຂອງຊີວິດທີ່ທັນສະໄໝ. ພວກເຂົາແນມເບິ່ງທ້ອງຟ້າສີຟ້າ ແລະ ທົ່ງຫຍ້າອັນກວ້າງໃຫຍ່ໄພສານໝົດມື້. ຄົນສ່ວນໃຫຍ່ທີ່ດຳລົງຊີວິດດ້ວຍການລ້ຽງສັດອາໄສຢູ່ທົ່ງຫຍ້າ ແລະ ພວກເຂົາສາມາດສານຕໍ່ວິຖີຊີວິດພະເນຈອນຂອງພວກເຂົາໄປໄດ້ຫຼາຍເຊັ່ນຄົນ. ເຖິງແມ່ນວ່າ ຊີວິດຢູ່ໃນທົ່ງຫຍ້າອາດຈະໂດດດ່ຽວເລັກໜ້ອຍ, ແຕ່ກໍເປັນຊີວິດທີ່ມີຄວາມສຸກ. ມັນບໍ່ແມ່ນວິຖີຊີວິດທີ່ບໍ່ດີ!

ປະເພດທີ່ສາມແມ່ນວິຖີຊີວິດການປະມົງ. ມີພຽງມະນຸດສ່ວນໜ້ອຍທີ່ດຳລົງຊີວິດຢູ່ໃນມະຫາສະໝຸດ ຫຼື ເທິງເກາະນ້ອຍຕ່າງໆ. ພວກເຂົາຖືກອ້ອມລ້ອມດ້ວຍນ້ຳ, ຜະເຊີນໜ້າກັບມະຫາສະໝຸດ. ຄົນເຫຼົ່ານີ້ຫາປາເພື່ອລ້ຽງຊີບ. ແມ່ນຫຍັງຄືແຫຼ່ງອາຫານສຳລັບຄົນທີ່ຫາປາເພື່ອລ້ຽງຊີບ? ແຫຼ່ງອາຫານຂອງພວກເຂົາປະກອບດ້ວຍປາທຸກຊະນິດ, ອາຫານທະເລ ແລະ ຜະລິດຕະພັນອື່ນໆຈາກທະເລ. ຍ້ອນກັບໄປໃນສະໄໝທີ່ຮົງກົງເປັນພຽງບ້ານຊາວປະມົງນ້ອຍໆ, ຄົນທີ່ອາໄສຢູ່ທີ່ນັ້ນຈະຫາປາເພື່ອລ້ຽງຊີບ. ພວກເຂົາບໍ່ໄດ້ເຮັດການປູກຝັງ, ແຕ່ກົງກັນຂ້າມ ພວກເຂົາໃຊ້ເວລາທຸກມື້ໃນການຫາປາ. ອາຫານຫຼັກຂອງພວກເຂົາປະກອບດ້ວຍປາຊະນິດຕ່າງໆ ແລະ ຜະລິດຕະພັນຈາກທະເລ. ພວກເຂົາຈະແລກປ່ຽນສິ່ງເຫຼົ່ານີ້ເອົາເຂົ້າ, ແປ້ງ ແລະ ສິ່ງຈຳເປັນໃນຊີວິດປະຈຳວັນເປັນບາງຄັ້ງຄາວ. ນີ້ແມ່ນວິຖີຊີວິດທີ່ແຕກຕ່າງຂອງຜູ້ຄົນອາໄສຢູ່ໃກ້ນ້ຳ. ການອາໄສຢູ່ໃກ້ນ້ຳ, ພວກເຂົາເພິ່ງພານໍ້າໃນການດໍາລົງຊີວິດຂອງພວກເຂົາ ແລະ ໃຊ້ຊີວິດການເປັນຢູ່ຂອງພວກເຂົາຈາການຫາປາ. ການຫາປາບໍ່ພຽງແຕ່ໃຫ້ແຫຼ່ງອາຫານແກ່ພວກເຂົາເທົ່ານັ້ນ ແຕ່ຍັງເປັນວິທີທາງໃນການທຳມາຫາກິນຂອງພວກເຂົາອີກດ້ວຍ.

ນອກຈາກການປູກຝັງແລ້ວ, ມະນຸດຊາດສ່ວນໃຫຍ່ດຳລົງຊີວິດຕາມສາມວິຖີຊີວິດທີ່ກ່າວມາຂ້າງເທິງນີ້. ແນວໃດກໍຕາມ, ຄົນສ່ວນໃຫຍ່ແມ່ນປູກຝັງເພື່ອລ້ຽງຊີບ, ມີພຽງຄົນກຸ່ມນ້ອຍເທົ່ານັ້ນທີ່ດຳລົງຊີວິດດ້ວຍການລ້ຽງສັດ, ຫາປາ ແລະ ລ່າສັດ. ແລ້ວຄົນທີ່ດຳລົງຊີວິດດ້ວຍການປູກຝັງຕ້ອງການຫຍັງ? ສິ່ງທີ່ພວກເຂົາຕ້ອງການຄືທີ່ດິນ. ຈາກຮຸ່ນສູ່ຮຸ່ນ ພວກເຂົາມີຊີວິດຢູ່ດ້ວຍການປູກພືດໃນດິນ ແລະ ເຖິງແມ່ນວ່າ ພວກເຂົາປູກຜັກ, ໝາກໄມ້ ຫຼື ພືດພັນຕ່າງໆ, ມັນແມ່ນຈາກພື້ນດິນທີ່ພວກເຂົາໄດ້ຮັບອາຫານ ແລະ ສິ່ງຈຳເປັນສຳລັບຊີວິດປະຈຳວັນຂອງພວກເຂົາ.

ແມ່ນຫຍັງຄືເງື່ອໄຂພື້ນຖານທີ່ສະໜັບສະໜູນວິຖີຊີວິດທີ່ແຕກຕ່າງກັນເຫຼົ່ານີ້ຂອງມະນຸດ? ມັນບໍ່ຈຳເປັນແທ້ບໍທີ່ສະພາບແວດລ້ອມທີ່ພວກເຂົາສາມາດຢູ່ລອດໄດ້ຖືກສະຫວງນໄວ້ໃນຂັ້ນພື້ນຖານ? ໝາຍຄວາມວ່າ, ຖ້າຜູ້ໃດດໍາລົງຊີວິດດ້ວຍການລ່າສັດກໍສູນເສຍພູຜາປ່າດົງ ຫຼື ນົກ ແລະ ສັດປ່າ, ແຫຼ່ງຫາລ້ຽງຊີບຂອງພວກເຂົາກໍຈະຫາຍໄປ. ທິດທາງທີ່ຊົນຊາດນີ້ ແລະ ຜູ້ຄົນປະເພດນີ້ຄວນໄປກໍຈະບໍ່ແນ່ນອນ ແລະ ພວກເຂົາອາດເຖິງກັບຈະສູນຫາຍໄປຈາກແຜ່ນດິນໂລກ. ແລ້ວຜູ້ທີ່ລ້ຽງສັດເພື່ອລ້ຽງຊີບຂອງພວກເຂົາເດ? ພວກເຂົາເພິ່ງພາຫຍັງ? ສິ່ງທີ່ພວກເຂົາເພິ່ງພາຢ່າງແທ້ຈິງບໍ່ແມ່ນສັດລ້ຽງຂອງພວກເຂົາ ແຕ່ແມ່ນສະພາບແວດລ້ອມທີ່ສັດລ້ຽງຂອງພວກເຂົາສາມາດຢູ່ລອດໄດ້ ນັ້ນກໍຄືທົ່ງຫຍ້າ. ຖ້າບໍ່ມີທົ່ງຫຍ້າ, ຜູ້ລ້ຽງສັດຈະລ້ຽງສັດຂອງພວກເຂົາຢູ່ໃສ? ງົວ ແລະ ແກະຈະກິນຫຍັງ? ປາດສະຈາກສັດລ້ຽງ, ຄົນພະເນຈອນເຫຼົ່ານີ້ກໍຈະບໍ່ມີການທຳມາຫາກິນ. ປາດສະຈາກແຫຼ່ງທຳມາຫາກິນຂອງພວກເຂົາ, ຄົນເຫຼົ່ານີ້ຈະພາກັນໄປໃສ? ມັນຈະເປັນການຍາກຫຼາຍສຳລັບພວກເຂົາທີ່ຈະມີຊີວິດຢູ່ລອດຕໍ່ໄປ; ພວກເຂົາຈະບໍ່ມີອະນາຄົດ. ຖ້າບໍ່ມີແຫຼ່ງນ້ຳ, ທັງແມ່ນ້ຳ ແລະ ທະເລສາບກໍຈະແຫ້ງໝົດ, ປາທຸກໂຕທີ່ອາໄສນ້ຳເພື່ອການດຳລົງຊີວິດຈະຍັງມີຢູ່ອີກບໍ? ພວກມັນຈະບໍ່ມີອີກ. ແລ້ວຄົນເຫຼົ່ານີ້ທີ່ເພິ່ງພາອາໄສນ້ຳ ແລະ ປາເພື່ອການດຳລົງຊີວິດຂອງພວກເຂົາຈະມີຊີວິດລອດຕໍ່ໄປໄດ້ບໍ? ເມື່ອພວກເຂົາບໍ່ມີອາຫານອີກຕໍ່ໄປ, ເມື່ອພວກເຂົາບໍ່ມີແຫຼ່ງທຳມາຫາກິນຂອງພວກເຂົາອີກຕໍ່ໄປ ຄົນເຫຼົ່ານີ້ກໍຈະບໍ່ສາມາດມີຊີວິດຢູ່ລອດຕໍ່ໄປໄດ້. ນັ້ນກໍຄື ຖ້າເຜົ່າພັນໃດກໍ່ຕາມທີ່ກຳລັງປະສົບບັນຫາກັບຊີວິດການເປັນຢູ່ຂອງພວກເຂົາ ຫຼື ຄວາມຢູ່ລອດຂອງພວກເຂົາ, ເຜົ່າພັນນັ້ນກໍຈະບໍ່ສາມາດຢູ່ລອດ ແລະ ພວກເຂົາອາດຈະຫາຍສາບສູນຈາກແຜ່ນດິນໂລກ ແລະ ສູນພັນໄປເລີຍ. ຖ້າບັນດາຄົນທີ່ປູກຝັງເພື່ອລ້ຽງຊີບສູນເສຍທີ່ດິນຂອງພວກເຂົາ, ຖ້າພວກເຂົາບໍ່ສາມາດປູກພືດຕ່າງໆ ແລະ ໄດ້ຮັບອາຫານຈາກພືດເຫຼົ່ານັ້ນ, ແລ້ວຜົນໄດ້ຮັບຈະເປັນແນວໃດ? ປາດສະຈາກອາຫານ, ຄົນຈະບໍ່ອຶດຢາກຈົນເຖິງແກ່ຄວາມຕາຍບໍ? ຖ້າຄົນອຶດຢາກຈົນເຖິງແກ່ຄວາມຕາຍ, ມະນຸດຊາດຈະບໍ່ຖືກລຶບລ້າງໄປໝົດບໍ? ດັ່ງນັນ, ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການຮັກສາສະພາບແວດລ້ອມປະເພດຕ່າງໆ. ພຣະເຈົ້າມີພຽງຈຸດປະສົງດຽວໃນການຮັກສາສະພາບແວດລ້ອມ, ຮັກສາລະບົບນິເວດປະເພດຕ່າງໆ ແລະ ສິ່ງທີ່ມີຊີວິດຕ່າງໆທັງໝົດທີ່ອາໄສໃນສະພາບແວດລ້ອມເຫຼົ່ານັ້ນ; ແລະ ນັ້ນກໍເພື່ອບຳລຸງລ້ຽງຄົນທຸກປະເພດ ແລະ ເພື່ອບຳລຸງລ້ຽງຄົນທີ່ອາໄສຢູ່ໃນສະພາບແວດລ້ອມທາງພູມີສາດຕ່າງໆ.

ຖ້າທຸກສິ່ງຈາກການຊົງສ້າງສູນເສຍກົດເກນຂອງພວກມັນເອງ, ພວກມັນກໍຈະບໍ່ດຳລົງຢູ່ອີກຕໍ່ໄປ; ຖ້າກົດເກນຂອງທຸກສິ່ງສູນເສຍໄປ, ແລ້ວສິ່ງມີຊີວິດທີ່ຢູ່ທ່າມກາງທຸກສິ່ງກໍຈະບໍ່ສາມາດສືບຕໍ່ຢູ່ໄດ້. ມະນຸດຊາດກໍຈະສູນເສຍສະພາບແວດລ້ອມທີ່ພວກເຂົາເພິ່ງພາເພື່ອຄວາມຢູ່ລອດເຊັ່ນດຽວກັນ. ຖ້າມະນຸດຊາດສູນເສຍທັງໝົດນັ້ນ, ພວກເຂົາກໍຈະບໍ່ສາມາດສືບຕໍ່ຈະເລີນເຕີບໂຕ ແລະ ອອກແມ່ແຜ່ລູກຈາກຮຸ່ນສູ່ຮຸ່ນ ດັ່ງທີ່ພວກເຂົາໄດ້ກະທຳຜ່ານມາ. ເຫດຜົນທີ່ມະນຸດຢູ່ລອດມາຈົນເຖິງປັດຈຸບັນນີ້ແມ່ນຍ້ອນພຣະເຈົ້າໄດ້ສະໜອງທຸກສິ່ງຂອງການຊົງສ້າງເພື່ອບຳລຸງລ້ຽງພວກເຂົາ, ເພື່ອບຳລຸງລ້ຽງມວນມະນຸດຊາດໃນຮູບແບບທີ່ແຕກຕ່າງກັນ. ຍ້ອນພຣະເຈົ້າບຳລຸງລ້ຽງມວນມະນຸດໃນຮູບແບບທີ່ແຕກຕ່າງກັນເທົ່ານັ້ນ ມວນມະນຸດຊາດຈິ່ງຢູ່ລອດໄດ້ມາເຖິງປັດຈຸບັນນີ້, ຮອດທຸກວັນນີ້. ດ້ວຍສະພາບແວດລ້ອມຕາຍໂຕເພື່ອຄວາມຢູ່ລອດທີ່ເອື້ອອຳນວຍ ແລະ ກົດເກນທຳມະຊາດທີ່ເປັນລະບຽບ, ຄົນທຸກປະເພດໃນແຜ່ນດິນໂລກ, ທຸກຊົນຊາດສາມາດຢູ່ລອດໄດ້ໃນພື້ນທີ່ຂອງຕົນທີ່ໄດ້ຖືກກຳນົດໄວ້. ບໍ່ມີໃຜສາມາດອອກນອກພື້ນທີ່ເຫຼົ່ານີ້ ຫຼື ເຂດແດນລະຫວ່າງພວກມັນຍ້ອນວ່າ ພຣະເຈົ້າເປັນຜູ້ກຳນົດພວກມັນ. ເປັນຫຍັງພຣະເຈົ້າຈຶ່ງກຳນົດເຂດແດນດ້ວຍວິທີນີ້? ນີ້ເປັນເລື່ອງທີ່ສຳຄັນຢ່າງຍິ່ງສຳລັບມວນມະນຸດທັງໝົດ, ເປັນຄວາມສຳຄັນທີ່ຍິ່ງໃຫຍ່ແທ້ຈິງ!

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 183)

ຢ່າງທີສີ່, ພຣະເຈົ້າໄດ້ຂີດເຂດແດນລະຫວ່າງຊົນຊາດຕ່າງໆ. ຢູ່ເທິງແຜ່ນດິນໂລກມີທັງຄົນຜິວຂາວ, ຄົນຜິວດຳ, ຄົນຜິວສີນ້ຳຕານ ແລະ ຄົນຜິວເຫຼືອງ. ນີ້ແມ່ນຄົນປະເພດຕ່າງໆ. ພຣະເຈົ້າຍັງໄດ້ກຳນົດຂອບເຂດສຳລັບຊີວິດຂອງຄົນຕ່າງໆເຫຼົ່ານີ້ດ້ວຍ ແລະ ໂດຍບໍ່ຮູ້ຕົວ ຜູ້ຄົນດຳລົງຊີວິດຢູ່ໃນສະພາບແວດລ້ອມທີ່ເໝາະສົມເພື່ອຄວາມຢູ່ລອດພາຍໃຕ້ການຄຸ້ມຄອງຂອງພຣະເຈົ້າ. ບໍ່ມີໃຜສາມາດກ້າວອອກຈາກສິ່ງນີ້ໄດ້. ຕົວຢ່າງ: ພວກເຮົາມາພິຈາລະນາຄົນຜິວຂາວເບິ່ງວ່າ ແມ່ນຫຍັງຄືຂອບເຂດທາງດ້ານພູມີສາດທີ່ພວກເຂົາສ່ວນໃຫຍ່ອາໄສຢູ່? ສ່ວນໃຫຍ່ແມ່ນອາໃສຢູ່ທະວີບເອີຣົບ ແລະ ອາເມຣິກາ. ຂອບເຂດທາງພູມີສາດທີ່ຄົນຜິວດຳອາໄສຢູ່ເປັນຫຼັກແມ່ນທະວີບອາຟຣິກາ. ແລ້ວແມ່ນຫຍັງຄືຂອບເຂດທາງພູມີສາດທີ່ຄົນຜິວສີນ້ຳຕານອາໄສຢູ່? ຄົນຜິວສີນໍ້າຕານສ່ວນຫຼາຍອາໄສຢູ່ໃນອາຊີຕາເວັນອອກສ້ຽງໃຕ້ ແລະ ອາຊີໃຕ້, ຢູ່ໃນບັນດາປະເທດເຊັ່ນ: ໄທ, ອິນເດຍ, ມຽນມາ, ຫວຽດນາມ ແລະ ລາວ. ຄົນຜິວເຫຼືອງສ່ວນຫຼາຍອາໄສຢູ່ໃນທະວີບອາຊີ, ນັ້ນກໍຄືບັນດາປະເທດຕ່າງໆເຊັ່ນ: ຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້. ພຣະເຈົ້າໄດ້ແຈກຢາຍເຊື້ອຊາດຕ່າງໆທັງໝົດເຫຼົ່ານີ້ຢ່າງເໝາະສົມເພື່ອວ່າເຊື່ອຊາດຕ່າງໆເຫຼົ່ານີ້ຈະໄດ້ກະຈາຍໄປທົ່ວພາກສ່ວນຕ່າງໆຂອງໂລກ. ຢູ່ໃນພາກສ່ວນຕ່າງໆເຫຼົ່ານີ້ຂອງໂລກ, ພຣະເຈົ້າໄດ້ກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເໝາະສົມສຳລັບແຕ່ລະຊົນຊາດທີ່ແຕກຕ່າງກັນຂອງມະນຸດມາເປັນເວລາດົນນານແລ້ວ. ພາຍໃນສະພາບແວດລ້ອມເພື່ອຄວາມຢູ່ລອດເຫຼົ່ານີ້ ພຣະເຈົ້າໄດ້ກະກຽມດິນຫຼາກຫຼາຍສີ ແລະ ໂຄງສ້າງດິນສໍາລັບພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ອົງປະກອບທີ່ສ້າງຮ່າງກາຍຂອງຄົນຜິວຂາວນັ້ນບໍ່ຄືກັນກັບອົງປະກອບທີ່ສ້າງຮ່າງກາຍຂອງຄົນຜິວດຳ ແລະ ພວກມັນກໍຍັງແຕກຕ່າງຈາກອົງປະກອບທີ່ສ້າງຮ່າງກາຍຂອງຄົນເຊື່ອຊາດອື່ນໆອີກດ້ວຍ. ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງແມ່ນໄດ້ກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດໃຫ້ກັບຊົນຊາດນັ້ນຮຽບຮ້ອຍແລ້ວ. ວັດຖຸປະສົງຂອງພຣະອົງໃນການກະທໍາເຊັ່ນນັ້ນກໍເພື່ອວ່າ ເມື່ອຄົນປະເພດນັ້ນເລີ່ມອອກແມ່ແຜ່ລູກ ແລະ ເພີ່ມຈຳນວນ, ພວກເຂົາຈະໄດ້ຢູ່ໃນຂອບເຂດໃດໜຶ່ງຢ່າງຕາຍຕົວ. ກ່ອນທີ່ພຣະເຈົ້າໄດ້ສ້າງມະນຸດ, ພຣະອົງໄດ້ຄິດໄວ້ລ່ວງໜ້າໝົດແລ້ວ, ພຣະອົງສະຫງວນເອີຣົບ ແລະ ອາເມຣິກາໄວ້ສຳລັບຄົນຜິວຂາວເພື່ອໃຫ້ພວກເຂົາພັດທະນາ ແລະ ຢູ່ລອດ. ດັ່ງນັ້ນ, ເມື່ອພຣະເຈົ້າສ້າງແຜ່ນດິນໂລກ ພຣະອົງແມ່ນໄດ້ວາງແຜນໄວ້ແລ້ວ, ພຣະອົງມີເປົ້າໝາຍ ແລະ ຈຸດປະສົງໃນການວາງສິ່ງທີ່ພຣະອົງວາງລົງເທິງດິນຜືນນັ້ນ ແລະ ມີເປົ້າໝາຍ ແລະ ຈຸດປະສົງໃນການບຳລຸງລ້ຽງສິ່ງທີ່ພຣະອົງບຳລຸງລ້ຽງໃນດິນຜືນນັ້ນ. ຕົວຢ່າງ: ພູໃດ, ທົ່ງພຽງຈັກແຫ່ງ, ແຫຼ່ງນ້ຳຈັກແຫ່ງ, ນົກ ແລະ ສັດປະເພດໃດ, ປາຫຍັງ ແລະ ພືດຊະນິດໃດທີ່ຈະຢູ່ໃນຜືນດິນນັ້ນ, ພຣະເຈົ້າໄດ້ກະກຽມພວກມັນທັງໝົດໄວ້ດົນແລ້ວ. ເມື່ອກະກຽມສະພາບແວດລ້ອມເພື່ອຄວາມຢູ່ລອດສຳລັບປະເພດມະນຸດທີ່ໄດ້ກຳນົດໄວ້, ສໍາລັບຊົນຊາດທີ່ໄດ້ກຳນົດໄວ້, ພຣະເຈົ້າຈຳເປັນຕ້ອງໄດ້ພິຈາລະນາຫຼາຍໆປະເດັນຈາກທຸກມຸມເຊັ່ນ: ສະພາບແວດລ້ອມທາງພູມີສາດ, ການສ້າງດິນ, ນົກ ແລະ ສັດປ່າສາຍພັນຕ່າງໆ, ຂະໜາດຂອງປາຊະນິດຕ່າງໆ, ອົງປະກອບໃນການສ້າງຮ່າງກາຍຂອງປາ, ຄວາມແຕກຕ່າງດ້ານຄຸນນະພາບນ້ຳ ແລະ ພືດພັນທຸກຊະນິດ... ທັງໝົດນີ້ແມ່ນພຣະເຈົ້າໄດ້ກະກຽມໄວ້ເປັນເວລາດົນນານແລ້ວ. ສະພາບແວດລ້ອມປະເພດນີ້ແມ່ນສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ສ້າງ ແລະ ກະກຽມໄວ້ສຳລັບຄົນຜິວຂາວ ແລະ ນັ້ນກໍເປັນຂອງພວກເຂົາໂດຍທຳມະຊາດ. ພວກເຈົ້າໄດ້ເຫັນບໍວ່າເມື່ອພຣະເຈົ້າສ້າງທຸກສິ່ງ ພຣະອົງໄດ້ໃຊ້ຄວາມຄິດຢ່າງຫຼວງຫຼາຍ ແລະ ປະຕິບັດຕາມແຜນ? (ແມ່ນແລ້ວ, ພວກຂ້ານ້ອຍໄດ້ເຫັນວ່າການພິຈາລະນາຂອງພຣະເຈົ້າສຳລັບຄົນຫຼາກຫຼາຍປະເພດນັ້ນຮອບຄອບຫຼາຍ. ເນື່ອງຈາກວ່າສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ສ້າງເພື່ອຄົນປະເພດຕ່າງໆ, ນົກ, ສັດປ່າ ແລະ ປາຊະນິດໃດ, ພູຈັກໜ່ວຍ ແລະ ທົ່ງພຽງຈັກແຫ່ງທີ່ພຣະອົງຈະກະກຽມໄວ້, ພຣະອົງໄດ້ພິຈາລະນາດ້ວຍຄວາມຮອບຄອບ ແລະ ຄວາມລະອຽດທີ່ສຸດ). ຍົກຄົນຜິວຂາວເປັນຕົວຢ່າງ. ຫຼັກໆແລ້ວຄົນຜິວຂາວກິນອາຫານຫຍັງ? ອາຫານທີ່ຄົນຜິວຂາວກິນນັ້ນແຕກຕ່າງກັນຫຼາຍກັບອາຫານທີ່ຄົນອາຊີກິນ. ອາຫານຫຼັກທີ່ຄົນຜິວຂາວກິນ ຫຼັກໆແລ້ວ ປະກອບດ້ວຍຊີ້ນ, ໄຂ່, ນ້ຳນົມ ແລະ ສັດປີກ. ເມັດພືດເຊັ່ນເຂົ້າຈີ່ ແລະ ເຂົ້າເປັນອາຫານເສີມທົ່ວໄປທີ່ວາງຢູ່ທ້າງຂ້າງອາຫານຈານຫຼັກ. ແມ່ນແຕ່ຕອນກິນສະຫຼັດຜັກ, ພວກເຂົາມັກຈະໃສ່ຊີ້ນງົວອົບ ຫຼື ໄກ່ສອງສາມຕ່ອນ ແລະ ແມ່ນແຕ່ຕອນກິນອາຫານທີ່ມີເຂົ້າໂພດເປັນຫຼັກ, ພວກເຂົາກໍມັກຈະເພີ່ມເນີຍ, ໄຂ່ ຫຼື ຊີ້ນ. ເວົ້າໄດ້ວ່າ ອາຫານຫຼັກຂອງພວກເຂົາບໍ່ໄດ້ປະກອບດ້ວຍອາຫານທີ່ມີເຂົ້າໂພດ ຫຼື ເຂົ້າເປັນຫຼັກ; ພວກເຂົາກິນຊີ້ນ ແລະ ເນີຍໃນປະລິມານຢ່າງຫຼວງຫຼາຍ. ພວກເຂົາມັກຈະດື່ມນ້ຳທີ່ມີນ້ຳແຂງເນື່ອງຈາກວ່າອາຫານທີ່ພວກເຂົາກິນມີແຄລໍຣີສູງຫຼາຍ. ດັ່ງນັ້ນ, ຄົນຜິວຂາວຈຶ່ງແຂງແຮງເປັນພິເສດ. ນັ້ນຄືແຫຼ່ງການດຳລົງຊີວິດຂອງພວກເຂົາ ແລະ ສະພາບແວດລ້ອມການດຳລົງຊີວິດທີ່ຖືກກະກຽມໄວ້ໃຫ້ພວກເຂົາໂດຍພຣະເຈົ້າ ເຊິ່ງເຮັດໃຫ້ພວກເຂົາມີວິຖີຊີວິດແບບນີ້ທີ່ແຕກຕ່າງຈາກວິຖີຊີວິດຂອງຄົນຊົນຊາດອື່ນໆ. ບໍ່ມີຖືກ ຫຼື ຜິດໃນວິຖີຊີວິດແບບນີ້, ມັນເປັນມາແຕ່ກຳເນີດ, ຖືກພຣະເຈົ້າກຳນົດໄວ້ລ່ວງໜ້າແລ້ວ ແລະ ມັນເກີດຂຶ້ນຈາກການບົງການຂອງພຣະເຈົ້າ ແລະ ການຈັດແຈງຂອງພຣະອົງ. ທີ່ຊົນຊາດນີ້ມີວິຖີຊີວິດແບບນີ້ ແລະ ແຫຼ່ງທີ່ມາເຫຼົ່ານີ້ເພື່ອການດຳລົງຊີວິດຂອງພວກເຂົາກໍຍ້ອນຊົນຊາດຂອງພວກເຂົາ ແລະ ຍ້ອນສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ຖືກກະກຽມໄວ້ໃຫ້ພວກເຂົາໂດຍພຣະເຈົ້າ. ເຈົ້າອາດຈະເວົ້າວ່າ ສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ກະກຽມໄວ້ໃຫ້ຄົນຜິວຂາວ ແລະ ອາຫານຢັ່ງຊີບປະຈຳວັນທີ່ພວກເຂົາໄດ້ຮັບຈາກສະພາບແວດລ້ອມນັ້ນອຸດົມສົມບູນ ແລະ ເຫຼືອລົ້ນ.

ພຣະເຈົ້າຍັງໄດ້ກະກຽມສະພາບແວດລ້ອມທີ່ຈຳເປັນເພື່ອຄວາມຢູ່ລອດສຳລັບຊົນຊາດອື່ນໆອີກດ້ວຍ. ນອກນັ້ນຍັງມີຄົນຜິວດຳ. ຄົນຜິວດຳຕັ້ງຖິ່ນຖານຢູ່ໃສ? ສ່ວນໃຫຍ່ແລ້ວ ພວກເຂົາຕັ້ງຖິ່ນຖານຢູ່ອາຟຣິກາກາງ ແລະ ອາຟຣິກາໃຕ້. ພຣະເຈົ້າໄດ້ກະກຽມຫຍັງໃຫ້ພວກເຂົາໃນສະພາບແວດລ້ອມເພື່ອການດຳລົງຊີວິດແບບນັ້ນ? ປ່າຝົນເຂດຮ້ອນ, ນົກ ແລະ ສັດປ່າທຸກຊະນິດ ແລະ ຍັງມີທະເລຊາຍ ແລະ ພືດທຸກຊະນິດທີ່ມີຊີວິດຢູ່ຄຽງຂ້າງກັບຄົນ. ພວກເຂົາມີແຫຼ່ງນ້ຳ, ຊີວິດການເປັນຢູ່ຂອງພວກເຂົາ ແລະ ອາຫານ. ພຣະເຈົ້າບໍ່ໄດ້ລຳອຽງຕໍ່ພວກເຂົາ. ບໍ່ວ່າພວກເຂົາເຄີຍກະທຳສິ່ງໃດ, ການຢູ່ລອດຂອງພວກເຂົາກໍ່ບໍ່ເຄີຍເປັນບັນຫາ. ພວກເຂົາກໍ່ມີທີ່ຕັ້ງໃດໜຶ່ງ ແລະ ພື້ນທີ່ໃດໜຶ່ງທີ່ຢູ່ສ່ວນໃດສ່ວນໜຶ່ງຂອງໂລກເຊັ່ນດຽວກັນ.

ບັດນີ້, ພວກເຮົາມາເວົ້າກ່ຽວກັບຄົນຜິວເຫຼືອງກັນເບິ່ງ. ຄົນຜິວເຫຼືອງສ່ວນໃຫຍ່ຕັ້ງຖິ່ນຖານຢູ່ໃນພາກຕາເວັນອອກຂອງແຜ່ນດິນໂລກ. ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງສະພາບແວດລ້ອມ ແລະ ຕຳແໜ່ງພູມີສາດຂອງພາກຕາເວັນອອກ ແລະ ພາກຕາເວັນຕົກ? ຢູ່ພາກຕາເວັນອອກ, ແຜ່ນດິນສ່ວນໃຫຍ່ອຸດົມສົມບູນ ແລະ ອຸດົມໄປດ້ວຍແຫຼ່ງວັດຖຸ ແລະ ແຮ່ທາດຕ່າງໆ. ນັ້ນກໍຄືແຫຼ່ງຊັບພະຍາກອນທຸກຊະນິດທັງຢູ່ເທິງດິນ ແລະ ໃຕ້ດິນແມ່ນອຸດົມສົມບູນ. ສໍາລັບຄົນກຸ່ມນີ້, ຊົນຊາດນີ້, ພຣະເຈົ້າຍັງໄດ້ກະກຽມດິນທີ່ເໝາະສົມ, ພູມີອາກາດ ແລະ ສະພາບແວດລ້ອມທາງພູມີສາດທີ່ຫຼາກຫຼາຍຢ່າງແທດເໝາະໃຫ້ພວກເຂົາ. ເຖິງແມ່ນວ່າມີຄວາມແຕກຕ່າງຢ່າງໃຫຍ່ຫຼວງລະຫວ່າງສະພາບແວດລ້ອມທາງພູມີສາດນັ້ນ ແລະ ສະພາບແວດລ້ອມຈາກພາກຕາເວັນຕົກ, ແຕ່ອາຫານທີ່ຈຳເປັນຂອງຄົນ, ຊີວິດການເປັນຢູ່ ແລະ ແຫຼ່ງຄວາມຢູ່ລອດກໍຍັງຖືກກະກຽມໂດຍພຣະເຈົ້າເຊັ່ນກັນ. ມັນເປັນພຽງສະພາບແວດລ້ອມເພື່ອການດຳລົງຊີວິດທີ່ແຕກຕ່າງຈາກຄົນຜິວຂາວມີຢູ່ໃນພາກຕາເວັນຕົກເທົ່ານັ້ນ. ແຕ່ແມ່ນຫຍັງຄືສິ່ງດຽວທີ່ເຮົາຕ້ອງການບອກພວກເຈົ້າ? ຈຳນວນຄົນຂອງຊົນຊາດຕາເວັນອອກແມ່ນຂ້ອນຂ້າງຫຼາຍ, ດັ່ງນັ້ນພຣະເຈົ້າຈຶ່ງໄດ້ເພີ່ມອົງປະກອບຫຼາຍຢ່າງລົງໃນພາກສ່ວນນັ້ນຂອງແຜ່ນດິນໂລກທີ່ແຕກຕ່າງຈາກພາກຕາເວັນຕົກ. ພຣະອົງໄດ້ເພີ່ມຫຼາກຫຼາຍພູມີປະເທດທີ່ແຕກຕ່າງກັນ ແລະ ວັດຖຸທີ່ອຸດົມສົມບູນທຸກປະເພດຢູ່ທີ່ນັ້ນ. ແຫຼ່ງຊັບພະຍາກອນທຳມະຊາດຢູ່ທີ່ນັ້ນອຸດົມສົມບູນຫຼາຍ; ພູມສັນຖານຍັງມີຄວາມຫຼາກຫຼາຍ ແລະ ຫຼວງຫຼາຍ ເຊິ່ງພຽງພໍທີ່ຈະບຳລຸງລ້ຽງຄົນຈຳນວນຫຼວງຫຼາຍຂອງຊົນຊາດຕາເວັນອອກ. ສິ່ງທີ່ຈຳແນກພາກຕາເວັນອອກຈາກພາກຕາເວັນຕົກກໍຄື ໃນພາກຕາເວັນອອກ ຕັ້ງແຕ່ໃຕ້ຫາເໜືອ ແລະ ຕາເວັນອອກຫາຕາເວັນຕົກ ພູມີອາກາດແມ່ນດີກວ່າທາງທິດຕາເວັນຕົກ. ລະດູການທັງສີ່ມີຄວາມແຕກຕ່າງກັນຢ່າງຊັດເຈນ, ອຸນຫະພູມເໝາະສົມ, ແຫຼ່ງຊັບພະຍາກອນທຳມະຊາດອຸດົມສົມບູນ, ທິວທັດທຳມະຊາດ ແລະ ປະເພດພູມສັນຖານນັ້ນດີກວ່າຢູ່ພາກຕາເວັນຕົກຫຼາຍ. ເປັນຫຍັງພຣະເຈົ້າຈຶ່ງເຮັດແບບນັ້ນ? ພຣະເຈົ້າສ້າງຄວາມສົມດຸນຢ່າງສົມເຫດສົມຜົນລະຫວ່າງຄົນຜິວຂາວ ແລະ ຄົນຜິວເຫຼືອງ. ນີ້ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າທຸກດ້ານຂອງອາຫານຂອງຄົນຜິວຂາວ, ສິ່ງຕ່າງໆທີ່ພວກເຂົາໃຊ້ ແລະ ສິ່ງທີ່ສະໜອງເພື່ອຄວາມສຸກຂອງພວກເຂົານັ້ນດີກວ່າສິ່ງທີ່ຄົນຜິວເຫຼືອງສາມາດຊື່ມຊົມໄດ້. ເຖິງແນວໃດກໍຕາມ, ພຣະເຈົ້າບໍ່ໄດ້ລຳອຽງຕໍ່ຊົນຊາດໃດໆ. ພຣະເຈົ້າໄດ້ມອບສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ງົດງາມກວ່າ ແລະ ດີກວ່າໃຫ້ແກ່ຄົນຜິວເຫຼືອງ. ນີ້ຄືຄວາມສົມດຸນ.

ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າແລ້ວວ່າຄົນແບບໃດຄວນດຳລົງຊີວິດຢູ່ພາກສ່ວນໃດຂອງໂລກ; ມະນຸດສາມາດຂ້າມຂີດຈຳກັດເຫຼົ່ານີ້ໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້.) ມັນເປັນສິ່ງທີ່ໜ້າອັດສະຈັນແທ້ໆ! ເຖິງແມ່ນວ່າມີສົງຄາມ ຫຼື ການບຸກລຸກໃນຊ່ວງຍຸກຕ່າງໆ ຫຼື ໃນເວລາພິເສດ, ສົງຄາມ ແລະ ການບຸກລຸກເຫຼົ່ານີ້ກໍບໍ່ສາມາດທຳລາຍສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າສຳລັບແຕ່ລະຊົນຊາດໄດ້ຢ່າງແນ່ນອນ. ນັ້ນກໍຄື ພຣະເຈົ້າໄດ້ກຳນົດປະເພດຄົນໃດໜຶ່ງໃນສ່ວນໃດໜຶ່ງຂອງໂລກ ແລະ ພວກເຂົາບໍ່ສາມາດຂ້າມຂີດຈຳກັດເຫຼົ່ານີ້ໄດ້. ເຖິງແມ່ນວ່າຄົນມີຄວາມທະເຍີທະຍານບາງຢ່າງເພື່ອທີ່ຈະປ່ຽນແປງ ຫຼື ຂະຫຍາຍອານາເຂດຂອງພວກເຂົາ, ໂດຍບໍ່ໄດ້ຮັບການອະນຸຍາດຈາກພຣະເຈົ້າ ສິ່ງນີ້ກໍຍາກທີ່ຈະບັນລຸ. ມັນຈະເປັນສິ່ງທີ່ຍາກຫຼາຍສຳລັບພວກເຂົາທີ່ຈະປະສົບຜົນສຳເລັດ. ຕົວຢ່າງ: ຄົນຜິວຂາວຕ້ອງການຂະຫຍາຍອານາເຂດຂອງພວກເຂົາ ແລະ ພວກເຂົາໄດ້ເອົາປະເທດອື່ນໆເປັນຫົວເມືອງຂຶ້ນ. ຊາວເຢຍລະມັນຮຸກຮານບາງປະເທດ ແລະ ຄັ້ງໜຶ່ງອັງກິດເຄີຍຄອບຄອງປະເທດອິນເດຍ. ຜົນໄດ້ຮັບແມ່ນຫຍັງ? ສຸດທ້າຍ ພວກເຂົາກໍ່ລົ້ມເຫຼວ. ພວກເຮົາເຫັນຫຍັງຈາກຄວາມລົ້ມເຫຼວຂອງພວກເຂົາ? ພວກເຂົາເຫັນສິ່ງທີ່ພຣະເຈົ້າໄດ້ກຳນົດໄວ້ລ່ວງໜ້າ ແມ່ນບໍ່ໄດ້ຮັບອະນຸຍາດໃຫ້ຖືກທຳລາຍໄດ້. ດັ່ງນັ້ນ, ບໍ່ວ່າເຈົ້າອາດໄດ້ເຫັນກອງກຳລັງທີ່ຍິ່ງໃຫຍ່ພຽງໃດໃນການຂະຫຍາຍອານາເຂດຂອງອັງກິດ, ທ້າຍທີ່ສຸດ ພວກເຂົາຍັງຕ້ອງໄດ້ຖອນກຳລັງ ແລະ ອອກຈາກດິນແດນທີ່ຍັງຄົງເປັນຂອງປະເທດອິນເດຍ. ບັນດາຜູ້ທີ່ອາໄສຢູ່ໃນດິນແດນນັ້ນກໍ່ຍັງເປັນຄົນອິນເດຍຄືເກົ່າ, ບໍ່ໄດ້ເປັນຄົນອັງກິດ ຍ້ອນວ່າພຣະເຈົ້າຈະບໍ່ອະນຸຍາດໃຫ້ເປັນເຊັ່ນນັ້ນ. ບາງຄົນທີ່ຄົ້ນຄວ້າປະຫວັດສາດ ຫຼື ການເມືອງໄດ້ໃຫ້ບົດຄວາມວິໄຈກ່ຽວກັບເລື່ອງນີ້. ພວກເຂົາໃຫ້ເຫດຜົນວ່າເປັນຫຍັງອັງກິດຈຶ່ງລົ້ມເຫຼວໂດຍເວົ້າວ່າ ມັນອາດຈະເປັນຍ້ອນຊົນເຜົ່າໃດໜຶ່ງທີ່ບໍ່ສາມາດເອົາຊະນະໄດ້ ຫຼື ອາດຈະເປັນຍ້ອນບາງເຫດຜົນອື່ນໆຂອງມະນຸດ... ສິ່ງເຫຼົ່ານີ້ບໍ່ແມ່ນເຫດຜົນທີ່ແທ້ຈິງ. ເຫດຜົນທີ່ແທ້ຈິງແມ່ນເປັນຍ້ອນພຣະເຈົ້າ, ພຣະອົງຈະບໍ່ອະນຸຍາດ! ພຣະເຈົ້າໃຫ້ຊົນເຜົ່າໃດໜຶ່ງອາໄສຢູ່ຜືນແຜ່ນດິນໃດໜຶ່ງ ແລະ ໃຫ້ພວກເຂົາຕັ້ງຖິ່ນຖານຢູ່ທີ່ນັ້ນ ແລະ ຖ້າພຣະເຈົ້າບໍ່ອະນຸຍາດໃຫ້ພວກເຂົາຍ້າຍອອກຈາກດິນແດນນັ້ນ, ພວກເຂົາກໍ່ຈະບໍ່ມີວັນສາມາດຍ້າຍອອກໄປໄດ້. ຖ້າພຣະເຈົ້າຈັດແຈງພື້ນທີ່ໆກຳນົດໃຫ້ກັບພວກເຂົາ, ພວກເຂົາກໍຈະອາໄສຢູ່ໃນພື້ນທີ່ນັ້ນ. ມະນຸດຊາດບໍ່ສາມາດເປັນອິດສະຫຼະ ຫຼື ເຮັດໃຫ້ຕົວເອງຫຼຸດພົ້ນຈາກພື້ນທີ່ໆໄດ້ກຳນົດໄວ້ເຫຼົ່ານີ້. ນີ້ແມ່ນແນ່ນອນ. ບໍ່ວ່າຜູ້ບຸກລຸກຈະມີກອງກຳລັງຍິ່ງໃຫຍ່ພຽງໃດ ຫຼື ບໍ່ວ່າຜູ້ຖືກບຸກລຸກຈະອ່ອນແອພຽງໃດ, ຄວາມສຳເລັດຂອງຜູ້ບຸກລຸກນັ້ນ ໃນທີ່ສຸດແລ້ວກໍ່ແມ່ນພຣະເຈົ້າທີ່ຈະຕ້ອງຕັດສິນ. ມັນໄດ້ຖືກກຳນົດໄວ້ລ່ວງໜ້າໂດຍພຣະອົງແລ້ວ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 184)

ເບິ່ງຈາກມຸມມອງຂອງກົດເກນທີ່ຖືກກຳນົດໄວ້ໂດຍພຣະເຈົ້າສຳລັບການເຕີບໃຫຍ່ຂອງທຸກສິ່ງ, ບໍ່ແມ່ນມວນມະນຸດທັງໝົດ, ໃນທຸກຄວາມຫຼາກຫຼາຍຂອງພວກເຂົາ ຖືກສະໜອງ ແລະ ບຳລຸງລ້ຽງໂດຍພຣະເຈົ້າບໍ? ຖ້າກົດເກນເຫຼົ່ານີ້ຖືກທຳລາຍ ຫຼື ຖ້າພຣະເຈົ້າບໍ່ໄດ້ສ້າງກົດເກດເຫຼົ່ານີ້ໃຫ້ມວນມະນຸດ, ຄວາມຄາດຫວັງຂອງມະນຸດຊາດຈະເປັນແນວໃດ? ຫຼັງຈາກທີ່ມະນຸດສູນເສຍພີ້ນຖານຂອງສະພາບແວດລ້ອມເພື່ອຄວາມຢູ່ລອດຂອງພວກເຂົາ, ພວກເຂົາຈະມີແຫຼ່ງອາຫານໃດບໍ? ອາດເປັນໄປໄດ້ວ່າແຫຼ່ງອາຫານອາດຈະກາຍເປັນບັນຫາ. ຖ້າຄົນສູນເສຍແຫຼ່ງອາຫານຂອງພວກເຂົາ, ນັ້ນກໍຄື ຖ້າພວກເຂົາບໍ່ສາມາດຫາຫຍັງກິນໄດ້, ພວກເຂົາຈະສາມາດຢູ່ໄດ້ຈັກມື້? ອາດເປັນໄປໄດ້ວ່າ ພວກເຂົາຈະບໍ່ສາມາດຢູ່ໄດ້ແມ່ນແຕ່ເດືອນດຽວ ແລະ ຄວາມຢູ່ລອດຂອງພວກເຂົາກໍຈະກາຍເປັນບັນຫາ. ສະນັ້ນ, ທຸກສິ່ງທີ່ພຣະເຈົ້າກະທຳເພື່ອຄວາມຢູ່ລອດຂອງຄົນ, ເພື່ອການດຳລົງຢູ່ຕໍ່ໄປຂອງພວກເຂົາ, ການສືບພັນ ແລະ ການລ້ຽງຊີບແມ່ນມີຄວາມສຳຄັນຫຼາຍ. ທຸກໆສິ່ງທີ່ພຣະເຈົ້າກະທຳທ່າມກາງສິ່ງຕ່າງໆແຫ່ງການຊົງສ້າງແມ່ນກ່ຽວພັນກັນຢ່າງໃກ້ຊິດ ແລະ ບໍ່ສາມາດແຍກອອກໄດ້ຈາກຄວາມຢູ່ລອດຂອງມວນມະນຸດ. ຖ້າຄວາມຢູ່ລອດຂອງມະນຸດຊາດກາຍມາເປັນບັນຫາ, ການຄຸ້ມຄອງຂອງພຣະເຈົ້າຈະສາມາດສືບຕໍ່ໄປໄດ້ບໍ? ການຄຸ້ມຄອງຂອງພຣະເຈົ້າຍັງຈະຄົງມີຢູ່ບໍ? ການຄຸ້ມຄອງຂອງພຣະເຈົ້າດຳລົງຢູ່ຮ່ວມກັນກັບຄວາມຢູ່ລອດຂອງມວນມະນຸດທີ່ພຣະອົງໄດ້ຊົງບຳລຸງລ້ຽງ, ດັ່ງນັ້ນ ບໍ່ວ່າພຣະເຈົ້າໄດ້ເຮັດການກະກຽມໃດກໍຕາມເພື່ອທຸກສິ່ງແຫ່ງການຊົງສ້າງຂອງພຣະອົງ ແລະ ສິ່ງທີ່ພຣະອົງກະທຳເພື່ອມະນຸດ, ທັງໝົດນີ້ຈຳເປັນສຳລັບພຣະອົງ ແລະ ມັນສຳຄັນຫຼາຍຕໍ່ຄວາມຢູ່ລອດຂອງມວນມະນຸດ. ຖ້າກົດເກນເຫຼົ່ານີ້ທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບທຸກສິ່ງຖືກປະຖິ້ມ, ຖ້າກົດເກນເຫຼົ່ານີ້ຖືກແຕກຫັກ ຫຼື ທໍາລາຍ, ທຸກສິ່ງກໍຈະບໍ່ສາມາດມີຊີວິດຢູ່ໄດ້ອີກຕໍ່ໄປ, ສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມວນມະນຸດກໍຈະບໍ່ມີຢູ່ຕໍ່ໄປ ລວມທັງສະບຽງອາຫານປະຈຳວັນ ແລະ ມວນມະນຸດເອງດ້ວຍ. ດ້ວຍເຫດນີ້, ການຄຸ້ມຄອງຄວາມລອດພົ້ນຂອງມະນຸດຊາດຂອງພຣະເຈົ້າກໍ່ຈະຢຸດຕິລົງເຊັ່ນດຽວກັນ.

ທຸກສິ່ງທຸກຢ່າງທີ່ພວກເຮົາໄດ້ສົນທະນາກັນ, ທຸກໆສິ່ງ, ທຸກຫົວຂໍ້ແມ່ນເຊື່ອມໂຍງກັນຢ່າງໃກ້ຊິດກັບຄວາມຢູ່ລອດຂອງທຸກຄົນ. ພວກເຈົ້າອາດຈະເວົ້າວ່າ “ສິ່ງທີ່ພຣະອົງກຳລັງເວົ້າເຖິງນັ້ນໃຫຍ່ເກີນໄປ, ມັນບໍ່ແມ່ນສິ່ງທີ່ພວກຂ້ານ້ອຍສາມາດເຫັນໄດ້” ແລະ ບາງທີມີຄົນທີ່ອາດຈະເວົ້າວ່າ “ສິ່ງທີ່ພຣະອົງກຳລັງເວົ້າເຖິງບໍ່ກ່ຽວຫຍັງກັບຂ້ານ້ອຍເລີຍ”. ແນວໃດກໍ່ຕາມ, ຢ່າລືມວ່າ ການດຳລົງຊີວິດຢູ່ຂອງເຈົ້າເປັນພຽງສ່ວນໜຶ່ງຂອງທຸກສິ່ງເທົ່ານັ້ນ; ເຈົ້າເປັນພຽງສ່ວນໜຶ່ງໃນທ່າມກາງທຸກສິ່ງແຫ່ງການຊົງສ້າງພາຍໃຕ້ການປົກຄອງຂອງພຣະເຈົ້າ. ສິ່ງຕ່າງໆແຫ່ງການຊົງສ້າງຂອງພຣະເຈົ້າບໍ່ສາມາດຖືກແຍກອອກຈາກການປົກຄອງຂອງພຣະອົງໄດ້ ແລະ ບໍ່ມີຄົນໃດສາມາດແຍກຕົວເອງອອກຈາກການປົກຄອງຂອງພຣະອົງໄດ້. ການສູນເສຍການປົກຄອງຂອງພຣະອົງ ແລະ ການສູນເສຍການລ້ຽງດູຂອງພຣະອົງອາດຈະໝາຍເຖິງຊີວິດຂອງຄົນ, ຊີວິດຝ່າຍເນື້ອໜັງຂອງຄົນອາດຈະສາບສູນໄປ. ນີ້ແມ່ນຄວາມສຳຄັນແຫ່ງການສ້າງສະພາບແວດລ້ອມເພື່ອຄວາມຢູ່ລອດສຳລັບມະນຸດຂອງພຣະເຈົ້າ. ມັນບໍ່ສຳຄັນວ່າເຈົ້າເປັນຄົນເຊື້ອຊາດໃດ ຫຼື ເຈົ້າອາໄສຢູ່ໃນດິນແດນໃດ, ຢູ່ທາງພາກຕາເວັນຕົກ ຫຼື ຕາເວັນອອກ, ເຈົ້າບໍ່ສາມາດແຍກຕົວເຈົ້າເອງອອກຈາກສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະເຈົ້າໄດ້ສ້າງຂຶ້ນສຳລັບມະນຸດຊາດໄດ້ ແລະ ເຈົ້າກໍບໍ່ສາມາດແຍກຕົວເຈົ້າເອງອອກຈາກການບຳລຸງລ້ຽງ ແລະ ການສະໜອງສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ພຣະອົງໄດ້ສ້າງຂຶ້ນເພື່ອມະນຸດໄດ້. ບໍ່ວ່າຊີວິດການເປັນຢູ່ຂອງເຈົ້າຈະເປັນແນວໃດກໍຕາມ, ຈະເປັນສິ່ງທີ່ເຈົ້າອາໄສເພື່ອດຳລົງຊີວິດ ຫຼື ສິ່ງທີ່ເຈົ້າເພິ່ງພາເພື່ອຮັກສາຊີວິດຝ່າຍເນື້ອໜັງຂອງເຈົ້າກໍຕາມ, ເຈົ້າບໍ່ສາມາດແຍກຕົວເຈົ້າເອງອອກຈາກການປົກຄອງຂອງພຣະເຈົ້າ ແລະ ການຄຸ້ມຄອງຂອງພຣະອົງໄດ້. ບາງຄົນເວົ້າວ່າ “ຂ້ານ້ອຍບໍ່ແມ່ນຊາວນາ; ຂ້ານ້ອຍບໍ່ໄດ້ປູກພືດເພື່ອຫາລ້ຽງຊີບ. ຂ້ານ້ອຍບໍ່ໄດ້ເພິ່ງພາສະຫວັນສຳລັບອາຫານຂອງຂ້ານ້ອຍ, ດັ່ງນັ້ນ ຄວາມຢູ່ລອດຂອງຂ້ານ້ອຍຈຶ່ງບໍ່ໄດ້ຢູ່ໃນສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ. ຂ້ານ້ອຍບໍ່ໄດ້ຮັບຫຍັງຈາກສະພາບແວດລ້ອມແບບນັ້ນເລີຍ”. ນັ້ນຖືກຕ້ອງບໍ? ເຈົ້າເວົ້າວ່າເຈົ້າບໍ່ປູກພືດເພື່ອຫາລ້ຽງຊີບຂອງເຈົ້າ, ແຕ່ເຈົ້າບໍ່ກິນເມັດພືດບໍ? ເຈົ້າບໍ່ກິນຊີ້ນ ແລະ ໄຂ່ບໍ? ເຈົ້າບໍ່ກິນຜັກ ແລະ ໝາກໄມ້ບໍ? ທຸກສິ່ງທຸກຢ່າງທີ່ເຈົ້າກິນ, ທຸກສິ່ງເຫຼົ່ານີ້ທີ່ເຈົ້າຢາກກິນນັ້ນແມ່ນບໍ່ສາມາດແຍກອອກຈາກສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ຖືກສ້າງຂຶ້ນໂດຍພຣະເຈົ້າສຳລັບມວນມະນຸດໄດ້. ແຫຼ່ງທີ່ມາຂອງທຸກສິ່ງທີ່ມະນຸດຕ້ອງການນັ້ນບໍ່ສາມາດແຍກກອອກຈາກທຸກສິ່ງທີ່ຖືກສ້າງຂຶ້ນມາໂດຍພຣະເຈົ້າໄດ້ ເຊິ່ງທັງໝົດນີ້ປະກອບເປັນສະພາບແວດລ້ອມເພື່ອຄວາມຢູ່ລອດຂອງເຈົ້າ. ນ້ຳທີ່ເຈົ້າດື່ມ, ເສື້ອຜ້າທີ່ເຈົ້ານຸ່ງ ແລະ ທຸກສິ່ງທີ່ເຈົ້າໃຊ້; ສິ່ງໃດໃນນີ້ທີ່ບໍ່ໄດ້ມາຈາກການສ້າງຂອງພຣະເຈົ້າແດ່? ບາງຄົນເວົ້າວ່າ “ມີບາງລາຍການທີ່ບໍ່ໄດ້ມາຈາກສິ່ງແຫ່ງການຊົງສ້າງຂອງພຣະເຈົ້າ. ພຣະອົງເຫັນບໍ່ວ່າ ຢາງຄືໜຶ່ງໃນບັນດາລາຍການເຫຼົ່ານັ້ນ. ມັນແມ່ນວັດຖຸສານເຄມີ, ເປັນສິ່ງທີ່ມະນຸດສ້າງຂຶ້ນ”. ຖືກຕ້ອງແລ້ວບໍ? ແມ່ນແທ້ ຢາງແມ່ນມະນຸດສ້າງຂຶ້ນ ແລະ ມັນກໍ່ແມ່ນວັດຖຸທີ່ມີສານເຄມີ, ແຕ່ອົງປະກອບດັ່ງເດີມຂອງຢາງມາຈາກໃສ? ອົງປະກອບດັ່ງເດີມແມ່ນໄດ້ມາຈາກວັດຖຸທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ. ສິ່ງຕ່າງໆທີ່ເຈົ້າເຫັນ ແລະ ຊື່ນຊົມ, ທຸກສິ່ງທີ່ເຈົ້າໃຊ້, ທັງໝົດແມ່ນໄດ້ມາຈາກສິ່ງທີ່ພຣະເຈົ້າສ້າງ. ໝາຍຄວາມວ່າ, ບໍ່ວ່າຄົນໆນັ້ນຈະເປັນຄົນເຊື້ອຊາດໃດ, ບໍ່ວ່າຈະມີຊີວິດການເປັນຢູ່ແບບໃດ ຫຼື ບໍ່ວ່າພວກເຂົາຈະດຳລົງຊີວິດຢູ່ໃນສະພາບແວດລ້ອມເພື່ອຄວາມຢູ່ລອດແບບໃດກໍຕາມ ພວກເຂົາກໍບໍ່ສາມາດແຍກຕົວອອກຈາກສິ່ງທີ່ພຣະເຈົ້າສະໜອງໃຫ້ໄດ້.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 185)

ຄວາມເຂົ້າໃຈກ່ຽວກັບພຣະເຈົ້າຢູ່ໃນຫົວໃຈຂອງຄົນຫຼາຍເທົ່າໃດ ນັ້ນຍັງແມ່ນຂອບເຂດຂອງຕຳແໜ່ງທີ່ພຣະອົງມີຢູ່ໃນໃຈຂອງພວກເຂົາ. ລະດັບຄວາມຮູ້ກ່ຽວກັບພຣະເຈົ້າທີ່ຢູ່ໃນຫົວໃຈຂອງພວກເຂົາຍິ່ງໃຫຍ່ພຽງໃດ ນັ້ນຄືພຣະເຈົ້າຍິ່ງໃຫຍ່ພຽງໃດຢູ່ໃນຫົວໃຈຂອງພວກເຂົາ. ຖ້າພຣະເຈົ້າທີ່ເຈົ້າຮູ້ຈັກນັ້ນຫວ່າງເປົ່າ ແລະ ເລື່ອນລອຍ, ພຣະເຈົ້າທີ່ເຈົ້າເຊື່ອກໍຫວ່າງເປົ່າ ແລະ ເລື່ອນລອຍເຊັ່ນກັນ. ພຣະເຈົ້າທີ່ເຈົ້າຮູ້ຈັກຖືກກຳນົດຢູ່ໃນຂອບເຂດຂອງຊີວິດສ່ວນຕົວເຈົ້າເອງ ແລະ ບໍ່ມີຫຍັງກ່ຽວຂ້ອງກັບພຣະເຈົ້າທີ່ແທ້ຈິງເອງເລີຍ. ເພາະສະນັ້ນ, ການຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າ, ການຮູ້ຈັກຄວາມຈິງຂອງພຣະເຈົ້າ ແລະ ການມີອຳນາດໃນທຸກຢ່າງຂອງພຣະອົງ, ການຮູ້ຈັກຕົວຕົນແທ້ຈິງຂອງພຣະເຈົ້າເອງ, ການຮູ້ຈັກສິ່ງທີ່ພຣະອົງມີ ແລະ ເປັນ, ການຮູ້ຈັກການກະທໍາທີ່ພຣະອົງໄດ້ສະແດງອອກທ່າມກາງທຸກສິ່ງແຫ່ງການຊົງສ້າງຂອງພຣະອົງ, ສິ່ງເຫຼົ່ານີ້ສຳຄັນຫຼາຍສໍາລັບທຸກຄົນທີ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ. ພວກມັນມີຜົນກະທົບໂດຍກົງຕໍ່ຄວາມສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຂອງຜູ້ຄົນ. ຖ້າເຈົ້າຈຳກັດຄວາມເຂົ້າໃຈຂອງເຈົ້າກ່ຽວກັບພຣະເຈົ້າຢູ່ພຽງແຕ່ຄຳເວົ້າ, ຖ້າເຈົ້າຈຳກັດມັນຢູ່ທີ່ປະສົບການອັນເລັກນ້ອຍຂອງເຈົ້າເອງ, ຢູ່ໃນສິ່ງທີ່ເຈົ້າຄິດວ່າເປັນພຣະຄຸນຂອງພຣະເຈົ້າ ຫຼື ຢູ່ທີ່ການເປັນປະຈັກພະຍານພຽງເລັກນ້ອຍຂອງເຈົ້າຕໍ່ພຣະເຈົ້າ ແລ້ວເຮົາຂໍບອກວ່າພຣະເຈົ້າທີ່ເຈົ້າເຊື່ອນັ້ນບໍ່ແມ່ນພຣະເຈົ້າທີ່ແທ້ຈິງຢ່າງແນ່ນອນ. ບໍ່ພຽງແຕ່ເທົ່ານັ້ນ ມັນຍັງສາມາດເວົ້າໄດ້ອີກວ່າ ພຣະເຈົ້າທີ່ເຈົ້າເຊື່ອນັ້ນຄືພຣະເຈົ້າໃນຈິນຕະນາການ ແລະ ບໍ່ແມ່ນພຣະເຈົ້າທີ່ແທ້ຈິງ. ນີ້ກໍຍ້ອນວ່າ ພຣະເຈົ້າທີ່ແທ້ຈິງແມ່ນອົງທີ່ປົກຄອງເໜືອທຸກສິ່ງ, ຍ່າງໃນທ່າມກາງທຸກສິ່ງ ແລະ ຄຸ້ມຄອງທຸກສິ່ງ. ພຣະອົງແມ່ນພຣະເຈົ້າທີ່ຖືຊະຕາກໍາຂອງມະນຸດຊາດທັງປວງ ແລະ ຖືທຸກສິ່ງໄວ້ໃນມືຂອງພຣະອົງ. ພາລະກິດ ແລະ ກິດຈະການຂອງພຣະເຈົ້າທີ່ເຮົາກຳລັງເວົ້າເຖິງບໍ່ໄດ້ຈຳກັດຢູ່ທີ່ຄົນສ່ວນໜ້ອຍເທົ່ານັ້ນ. ນັ້ນຄືວ່າ ພວກມັນບໍ່ໄດ້ຈຳກັດຢູ່ພຽງແຕ່ຄົນທີ່ຕິດຕາມພຣະອົງໃນປັດຈຸບັນ. ການກະທຳຂອງພຣະອົງໄດ້ສະແດງອອກທ່າມກາງທຸກສິ່ງ, ສະແດງອອກຢູ່ໃນຄວາມຢູ່ລອດຂອງຸທຸກສິ່ງ ແລະ ຢູ່ໃນກົດເກນແຫ່ງການປ່ຽນແປງຂອງທຸກສິ່ງ.

ຖ້າເຈົ້າບໍ່ສາມາດເຫັນ ຫຼື ຮັບຮູ້ການກະທຳໃດໆຂອງພຣະເຈົ້າທ່າມກາງທຸກສິ່ງແຫ່ງການຊົງສ້າງຂອງພຣະອົງ, ເຈົ້າກໍຈະບໍ່ສາມາດເປັນພະຍານໃຫ້ແກ່ການກະທຳໃດໆຂອງພຣະອົງໄດ້. ຖ້າເຈົ້າບໍ່ສາມາດເປັນພະຍານໃຫ້ພຣະເຈົ້າໄດ້, ຖ້າເຈົ້າຍັງສືບຕໍ່ເວົ້າເຖິງອົງນ້ອຍໆທີ່ເອີ້ນວ່າ “ພຣະເຈົ້າ” ທີ່ເຈົ້າຮູ້ຈັກ, ພຣະເຈົ້າຜູ້ທີ່ຖືກຈຳກັດຢູ່ໃນຄວາມຄິດຂອງເຈົ້າເອງ ແລະ ມີຢູ່ສະເພາະໃນຂອບເຂດແຄບໆຂອງຫົວໃຈເຈົ້າ, ຖ້າເຈົ້າຍັງສືບຕໍ່ເວົ້າເຖິງພຣະເຈົ້າປະເພດນັ້ນ, ພຣະເຈົ້າກໍຈະບໍ່ຍົກຍ້ອງຄວາມເຊື່ອຂອງເຈົ້າ. ເມື່ອເຈົ້າເປັນພະຍານໃຫ້ພຣະເຈົ້າ, ຖ້າເຈົ້າເຮັດເຊັ່ນນັ້ນພຽງແຕ່ໃນແງ່ທີ່ເຈົ້າຊື່ນຊົມພຣະຄຸນຂອງພຣະເຈົ້າ, ອີງຕາມວິທີການທີ່ເຈົ້າຍອມຮັບວິໄນຂອງພຣະເຈົ້າ ແລະ ການຕິສອນຂອງພຣະອົງ, ອີງຕາມວິທີທີ່ເຈົ້າໄດ້ຮັບພອນຂອງພຣະອົງເພື່ອເປັນພະຍານໃຫ້ກັບພຣະອົງ, ແລ້ວນັ້ນກໍບໍ່ພຽງພໍ ແລະ ບໍ່ໃກ້ແມ່ນແຕ່ຈະເຮັດໃຫ້ພຣະອົງເພິ່ງພໍໃຈເລີຍ. ຖ້າເຈົ້າຢາກເປັນພະຍານໃຫ້ກັບພຣະເຈົ້າໃນທາງທີ່ສອດຄ່ອງກັບຄວາມປະສົງຂອງພຣະອົງ, ເປັນພະຍານໃຫ້ກັບພຣະອົງເຈົ້າທີ່ແທ້ຈິງ, ເຈົ້າຕ້ອງເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນຈາກການກະທໍາຂອງພຣະອົງ. ເຈົ້າຕ້ອງເຫັນສິດອຳນາດຂອງພຣະເຈົ້າຈາກການຄວບຄຸມທຸກສິ່ງຂອງພຣະອົງ ແລະ ເຫັນຄວາມຈິງຈາກວິທີທີ່ພຣະອົງສະໜອງໃຫ້ແກ່ມວນມະນຸດ. ຖ້າເຈົ້າພຽງແຕ່ຮັບຮູ້ວ່າອາຫານປະຈຳວັນຂອງເຈົ້າ ແລະ ສິ່ງທີ່ຈຳເປັນໃນຊີວິດຂອງເຈົ້າມາຈາກພຣະເຈົ້າ ແຕ່ເຈົ້າບໍ່ເຫັນຄວາມຈິງທີ່ພຣະເຈົ້າໄດ້ເອົາທຸກສິ່ງແຫ່ງການຊົງສ້າງຂອງພຣະອົງເພື່ອສະໜອງໃຫ້ແກ່ມະນຸດທັງມວນ ແລະ ໂດຍການປົກຄອງເໜືອທຸກສິ່ງ ພຣະອົງກຳລັງນຳພາມະນຸດທັງມວນຢູ່, ເຈົ້າກໍຈະບໍ່ສາມາດເປັນພະຍານໃຫ້ພຣະເຈົ້າໄດ້. ຈຸດປະສົງທີ່ເຮົາເວົ້າເຖິງສິ່ງທັງໝົດນີ້ແມ່ນຫຍັງ? ມັນແມ່ນເພື່ອວ່າພວກເຈົ້າຈະບໍ່ຖືເບົາໃນເລື່ອງນີ້, ເພື່ອວ່າພວກເຈົ້າຈະບໍ່ເຊື່ອແບບຜິດໆວ່າຫົວຂໍ້ເຫຼົ່ານີ້ທີ່ເຮົາໄດ້ເວົ້າເຖິງນັ້ນແມ່ນບໍ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດສ່ວນຕົວຂອງພວກເຈົ້າເອງ ແລະ ເພື່ອວ່າພວກເຈົ້າຈະບໍ່ຖືເອົາຫົວຂໍ້ເຫຼົ່ານີ້ເປັນພຽງຄວາມຮູ້ ຫຼື ຫຼັກຄຳສອນປະເພດໜຶ່ງ. ຖ້າພວກເຈົ້າຟັງສິ່ງທີ່ເຮົາກຳລັງເວົ້າຢູ່ດ້ວຍທັດສະນະຕະຕິແບບນັ້ນ, ພວກເຈົ້າກໍຈະບໍ່ໄດ້ຮັບສິ່ງໃດເລີຍ. ພວກເຈົ້າຈະສູນເສຍໂອກາດອັນຍິ່ງໃຫຍ່ທີ່ຈະໄດ້ຮູ້ຈັກພຣະເຈົ້າ.

ແມ່ນຫຍັງຄືເປົ້າໝາຍຂອງເຮົາໃນການເວົ້າເຖິງສິ່ງຕ່າງໆທັງໝົດເຫຼົ່ານີ້? ເປົ້າໝາຍຂອງເຮົາແມ່ນເພື່ອໃຫ້ມີຄົນຮູ້ຈັກພຣະເຈົ້າ, ເພື່ອໃຫ້ມີຄົນເຂົ້າໃຈກິດຈະການທີ່ແທ້ຈິງຂອງພຣະເຈົ້າ. ເມື່ອເຈົ້າເຂົ້າໃຈພຣະເຈົ້າ ແລະ ເຈົ້າຮູ້ຈັກກິດຈະການຂອງພຣະອົງແລ້ວ, ເມື່ອນັ້ນເຈົ້າກໍຈະມີໂອກາດ ຫຼື ຄວາມເປັນໄປໄດ້ທີ່ຈະຮູ້ຈັກພຣະອົງ. ຕົວຢ່າງ: ຖ້າເຈົ້າຢາກເຂົ້າໃຈຄົນໃດໜຶ່ງ, ເຈົ້າຈະເຂົ້າໃຈພວກເຂົາໄດ້ແນວໃດ? ບໍ່ແມ່ນຜ່ານການເບິ່ງຮູບລັກພາຍນອກຂອງພວກເຂົາບໍ? ບໍ່ແມ່ນຜ່ານການເບິ່ງສິ່ງທີ່ພວກເຂົານຸ່ງ ແລະ ວິທີການແຕ່ງກາຍຂອງພວກເຂົາບໍ? ບໍ່ແມ່ນຜ່ານການເບິ່ງວິທີທີ່ພວກເຂົາຍ່າງບໍ? ບໍ່ແມ່ນຜ່ານການເບິ່ງຂອບເຂດຄວາມຮູ້ຂອງພວກເຂົາບໍ? (ບໍ່). ແລ້ວເຈົ້າເຂົ້າໃຈພວກເຂົາໄດ້ແນວໃດ? ເຈົ້າຕັດສິນໂດຍອີງຕາມຄຳເວົ້າ ແລະ ການປະພຶດຂອງຜູ້ຄົນ, ຕາມຄວາມຄິດຂອງພວກເຂົາ ແລະ ສິ່ງທີ່ພວກເຂົາສະແດງອອກ ແລະ ເປີດເຜີຍກ່ຽວກັບຕົວເອງ. ນີ້ແມ່ນວິທີທີ່ເຈົ້າຮູ້ຈັກຜູ້ຄົນ, ເປັນວິທີການທີ່ເຈົ້າເຂົ້າໃຈຄົນໃດໜຶ່ງ. ໃນທຳນອງດຽວກັນ, ຖ້າເຈົ້າຢາກຮູ້ຈັກພຣະເຈົ້າ, ຖ້າເຈົ້າຢາກເຂົ້າໃຈດ້ານການປະຕິບັດຂອງພຣະອົງ, ມຸມມອງທີ່ແທ້ຈິງຂອງພຣະອົງ, ພວກເຈົ້າຕ້ອງຮູ້ຈັກພຣະອົງຜ່ານການກະທຳຂອງພຣະອົງ ແລະ ຜ່ານທຸກສິ່ງທີ່ພຣະອົງກະທຳ. ນີ້ແມ່ນວິທີທີ່ດີທີ່ສຸດ ແລະ ເປັນວິທີດຽວ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 186)

ເມື່ອພຣະເຈົ້າສ້າງທຸກສິ່ງ, ພຣະອົງໃຊ້ທຸກວິທີທາງ ແລະ ວີທີການຕ່າງໆເພື່ອສ້າງຄວາມສົມດຸນ, ເພື່ອຊັ່ງຊາສະພາບການດຳລົງຢູ່ຂອງພູ ແລະ ທະເລສາບ, ຂອງພືດ ແລະ ສັດທຸກຊະນິດ, ນົກ ແລະ ແມງໄມ້. ເປົ້າໝາຍຂອງພຣະອົງແມ່ນເພື່ອເຮັດໃຫ້ສິ່ງມີຊີວິດທຸກຊະນິດອາໄສຢູ່ ແລະ ອອກແມ່ແຜ່ລູກຢູ່ໃຕ້ກົດເກນທີ່ພຣະອົງໄດ້ສ້າງຂຶ້ນ. ບໍ່ມີສິ່ງໃດແຫ່ງການຊົງສ້າງສາມາດຢູ່ນອກເໜືອກົດເກນເຫຼົ່ານີ້ໄດ້ ແລະ ກົດເກນເຫຼົ່ານີ້ກໍບໍ່ສາມາດທໍາລາຍໄດ້. ຢູ່ໃນສະພາບແວດລ້ອມພື້ນຖານແບບນີ້ເທົ່ານັ້ນມະນຸດຈຶ່ງສາມາດມີຊີວິດຢູ່ໄດ້ ແລະ ເພີ່ມທະວີຈຳນວນໄດ້ຢ່າງປອດໄພຈາກຮຸນສູ່ຮຸ່ນ. ຖ້າສິ່ງມີຊີວິດໃດທີ່ເກີນປະລິມານ ຫຼື ຂອບເຂດທີ່ພຣະເຈົ້າກຳນົດໄວ້ ຫຼື ຖ້າມັນເກີນອັດຕາການເຕີບໃຫຍ່, ຄວາມຖີ່ໃນການສືບພັນ ຫຼື ຈຳນວນທີ່ຖືກກຳນົດໄວ້ໂດຍພຣະອົງແລ້ວ, ສະພາບແວດລ້ອມເພື່ອຄວາມຢູ່ລອດຂອງມະນຸດກໍຈະປະສົບກັບຄວາມພິນາດໃນຫຼາຍລະດັບ. ໃນເວລາດຽວກັນ, ຄວາມຢູ່ລອດຂອງມວນມະນຸດກໍຈະຖືກຄຸກຄາມ. ຖ້າສິ່ງມີຊີວິດຊະນິດໜຶ່ງມີຈຳນວນຫຼາຍເກີນໄປ, ມັນຈະປຸ້ນສະດົມອາຫານຂອງຄົນ, ທຳລາຍແຫຼ່ງນ້ຳຂອງຄົນ ແລະ ທຳລາຍບ້ານເກີດເມືອງນອນຂອງພວກເຂົາ. ໃນທຳນອງນັ້ນ, ການສືບພັນຂອງມະນຸດ ຫຼື ສະຖານະຄວາມຢູ່ລອດກໍຈະໄດ້ຮັບຜົນກະທົບທັນທີ. ຕົວຢ່າງ: ນ້ຳນັ້ນສຳຄັນຫຼາຍສຳລັບທຸກສິ່ງ. ຖ້າມີໜູ, ມົດ, ຕັກແຕນ, ກົບ ຫຼື ສັດຊະນິດອື່ນໆຫຼາຍເກີນໄປ ພວກມັນກໍຈະກິນນ້ຳຫຼາຍຂຶ້ນ. ເນື່ອງຈາກປະລິມານນ້ຳທີ່ພວກມັນກິນເພີ່ມຂຶ້ນ, ນ້ຳດື່ມຂອງຄົນ ແລະ ແຫຼ່ງນ້ຳຢູ່ໃນບໍລີເວນແຫຼ່ງນ້ຳດື່ມ ແລະ ພື້ນທີ່ນ້ຳທີ່ໄດ້ກຳນົດໄວ້ຈະລົດລົງ ແລະ ພວກເຂົາຈະປະສົບກັບພາວະຂາດແຄນນ້ຳ. ຖ້າແຫຼ່ງນ້ຳດື່ມຂອງຄົນຖືກທຳລາຍໄປ, ຖືກເຮັດໃຫ້ເປື້ອນ ຫຼື ຖືກຕັດອອກຍ້ອນສັດທຸກຊະນິດທີ່ໄດ້ເພີ່ມຈຳນວນຂຶ້ນ, ພາຍໃຕ້ສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ໂຫດຮ້າຍແບບນັ້ນ, ຄວາມຢູ່ລອດຂອງມວນມະນຸດກໍຈະຖືກຄຸກຄາມຢ່າງໜັກ. ຖ້າມີພຽງສິ່ງມີຊີວິດຊະນິດດຽວ ຫຼື ຫຼາຍໆຊະນິດເກີນຈຳນວນທີ່ເໝາະສົມຂອງພວກມັນ, ແລ້ວອາກາດ, ອຸນຫະພູມ, ຄວາມຊຸ່ມແລະ ແມ່ນແຕ່ອົງປະກອບຂອງອາກາດຢູ່ໃນພື້ນທີ່ຄວາມຢູ່ລອດຂອງມະນຸດກໍຈະໄດ້ຮັບສານພິດ ແລະ ຖືກທຳລາຍໃນຫຼາຍລະດັບ. ພາຍໃຕ້ສະຖານະການເຫຼົ່ານີ້, ຄວາມຢູ່ລອດ ແລະ ໂຊກຊະຕາຂອງມະນຸດກໍຈະຖືກຄຸກຄາມຈາກປັດໄຈດ້ານນິເວດວິທະຍາເຫຼົ່ານີ້ເຊັ່ນກັນ. ດັ່ງນັ້ນ, ຖ້າຄວາມສົມດຸນເຫຼົ່ານີ້ສູນເສຍໄປ, ອາກາດທີ່ຄົນເຮົາຫາຍໃຈກໍຈະຖືກທຳລາຍ, ນ້ຳທີ່ຄົນດື່ມກໍຈະຖືກເຈືອປົນ, ອຸນຫະພູມທີ່ພວກເຂົາຕ້ອງການກໍຈະປ່ຽນໄປ ແລະ ສົ່ງຜົນກະທົບໃນຫຼາຍລະດັບເຊັ່ນດຽວກັນ. ຖ້າສິ່ງນັ້ນເກີດຂຶ້ນ, ສະພາບແວດລ້ອມເພື່ອຄວາມຢູ່ລອດທີ່ເປັນຂອງມະນຸດໂດຍທຳມະຊາດກໍຈະໄດ້ຮັບຜົນກະທົບ ແລະ ຖືກທ້າທາຍຢ່າງໃຫຍ່ຫຼວງ. ໃນກໍລະນີທີ່ສະພາບແວດລ້ອມພື້ນຖານເພື່ອຄວາມຢູ່ລອດຂອງມະນຸດໄດ້ຖືກທຳລາຍໄປ, ຊະຕາກຳ ແລະ ໂອກາດຂອງມວນມະນຸດຈະເປັນແນວໃດ? ນີ້ເປັນບັນຫາທີ່ຮ້າຍແຮງຫຼາຍ! ຍ້ອນວ່າ ພຣະເຈົ້າຮູ້ວ່າ ເຫດຜົນຂອງແຕ່ລະສິ່ງທີ່ຖືກສ້າງມີຢູ່ເພື່ອມະນຸດຄືຫຍັງ, ແມ່ນຫຍັງຄືບົດບາດຂອງສິ່ງຕ່າງໆທີ່ພຣະອົງໄດ້ສ້າງຂຶ້ນ, ແຕ່ລະສິ່ງມີຜົນກະທົບແບບໃດຕໍ່ມະນຸດ ແລະ ມັນມີຜົນປະໂຫຍດຕໍ່ມະນຸດໃນລະດັບໃດ, ຍ້ອນວ່າຢູ່ໃນຫົວໃຈຂອງພຣະເຈົ້າມີແຜນການສຳລັບທັງໝົດນີ້ ແລະ ພຣະອົງຄຸ້ມຄອງທຸກດ້ານຂອງທຸກສິ່ງທີ່ພຣະອົງສ້າງ, ດ້ວຍເຫດນີ້ ທຸກສິ່ງທີ່ພຣະອົງກະທໍາຈຶ່ງມີຄວມສຳຄັນ ແລະ ຈຳເປັນຫຼາຍສຳລັບມະນຸດ. ດັ່ງນັ້ນ, ນັບແຕ່ນີ້ໄປ, ເມື່ອໃດກໍ່ຕາມທີ່ເຈົ້າສັງເກດເຫັນປະກົດການດ້ານລະບົບນິເວດທ່າມກາງສິ່ງຕ່າງໆທີ່ພຣະເຈົ້າສ້າງ ຫຼື ບາງກົດເກນທຳມະຊາດສ້າງຜົນກະທົບທ່າມກາງສິ່ງຕ່າງໆແຫ່ງການຊົງສ້າງຂອງພຣເຈົ້າ, ເຈົ້າກໍຈະບໍ່ສົງໄສເຖິງຄວາມຈຳເປັນຂອງທຸກສິ່ງທີ່ຖືກສ້າງຂຶ້ນໂດຍພຣະເຈົ້າອີກຕໍ່ໄປ. ເຈົ້າຈະບໍ່ໃຊ້ຄຳເວົ້າໂງ່ໆອີກຕໍ່ໄປເພື່ອຕັດສິນຕາມອຳເພີໃຈຕໍ່ການຈັດແຈງທຸກສິ່ງຂອງພຣະເຈົ້າ ແລະ ວິທີຕ່າງໆທີ່ພຣະອົງສະໜອງໃຫ້ກັບມະນຸດ. ເຈົ້າຈະບໍ່ສະຫຼຸບຕາມອຳເພີໃຈກ່ຽວກັບກົດເກນຕ່າງໆຂອງພຣະເຈົ້າສຳລັບສັບພະທຸກສິ່ງທີ່ພຣະອົງສ້າງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ IX” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 187)

ສຳລັບໂລກແຫ່ງວັດຖຸ, ເມື່ອໃດກໍຕາມທີ່ຜູ້ຄົນບໍ່ເຂົ້າໃຈສິ່ງໃດໜຶ່ງ ຫຼື ປະກົດການໃດໜຶ່ງ, ພວກເຂົາສາມາດຄົ້ນຫາຂໍ້ມູນທີ່ກ່ຽວຂ້ອງ ຫຼື ໃຊ້ຊ່ອງທາງຕ່າງໆເພື່ອຊອກຫາຕົ້ນກຳເນີດ ແລະ ແຫຼ່ງທີ່ມາຂອງສິ່ງເຫຼົ່ານັ້ນ. ແຕ່ເມື່ອເວົ້າເຖິງໂລກອື່ນທີ່ພວກເຮົາກຳລັງເວົ້າເຖິງໃນມື້ນີ້ ນັ້ນກໍຄືໂລກຝ່າຍວິນຍານ ເຊິ່ງຢູ່ພາຍນອກຂອງໂລກແຫ່ງວັດຖຸ, ຜູ້ຄົນບໍ່ມີວິທີການ ຫຼື ຊ່ອງທາງທີ່ຈະຮຽນຮູ້ຫຍັງກ່ຽວກັບມັນໄດ້ເລີຍ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເຮົາເວົ້າແບບນີ້ກໍຍ້ອນວ່າ ໃນໂລກຂອງມະນຸດຊາດ, ທຸກສິ່ງໃນໂລກວັດຖຸນັ້ນບໍ່ສາມາດແຍກອອກໄດ້ຈາກການມີຢູ່ຂອງຮ່າງກາຍມະນຸດ ແລະ ຍ້ອນຄົນຮູ້ສຶກວ່າ ທຸກສິ່ງໃນໂລກວັດຖຸນັ້ນບໍ່ສາມາດແຍກອອກຈາກການດຳລົງຊີວິດທາງດ້ານຮ່າງກາຍ ແລະ ຊີວິດຝ່າຍຮ່າງກາຍຂອງພວກເຂົາໄດ້, ຄົນສ່ວນໃຫຍ່ແມ່ນພຽງແຕ່ຮູ້ ຫຼື ເຫັນວັດຖຸສິ່ງຂອງທີ່ຢູ່ຕໍ່ໜ້າຂອງພວກເຂົາທີ່ພວກເຂົາສາມາດເບິ່ງເຫັນ. ແຕ່ເມື່ອເວົ້າເຖິງໂລກຝ່າຍວິນຍານແລ້ວ, ເວົ້າໄດ້ວ່າ ທຸກສິ່ງທຸກຢ່າງທີ່ເປັນຂອງໂລກອື່ນ, ມັນຍຸດຕິທຳທີ່ຈະເວົ້າໄດ້ວ່າ ຄົນສ່ວນໃຫຍ່ແມ່ນບໍ່ເຊື່ອ. ຍ້ອນວ່າຄົນບໍ່ສາມາດເຫັນມັນໄດ້ ແລະ ເຊື່ອວ່າບໍ່ຈຳເປັນທີ່ຈະຕ້ອງເຂົ້າໃຈມັນ ຫຼື ຮູ້ຈັກຫຍັງກ່ຽວກັບມັນ, ບໍ່ຕ້ອງເວົ້າເຖິງເລີຍສໍາລັບເລື່ອງທີ່ວ່າໂລກຝ່າຍວິນຍານນັ້ນແຕກຕ່າງກັນຢ່າງສິ້ນເຊິງກັບໂລກວັດຖຸ ແລະ ຈາກມຸມມອງຂອງພຣະເຈົ້າ ສິ່ງນີ້ແມ່ນເປີດເຜີຍ, ເຖິງແມ່ນວ່າ ສຳລັບມະນຸດແລ້ວ ມັນເລິກລັບ ແລະ ປິດບັງ. ດັ່ງນັ້ນ ຜູ້ຄົນຈຶ່ງມີຄວາມຫຍຸ້ງຍາກຫຼາຍໃນການຊອກຫາເສັ້ນທາງທີ່ຈະເຂົ້າໃຈດ້ານຕ່າງໆຂອງໂລກນີ້. ດ້ານຕ່າງໆຂອງໂລກຝ່າຍວິນຍານທີ່ເຮົາກຳລັງເວົ້າເຖິງນີ້ ແມ່ນກ່ຽວຂ້ອງກັບການບໍລິຫານ ແລະ ອຳນາດອະທິປະໄຕຂອງພຣະເຈົ້າເທົ່ານັ້ນ; ເຮົາບໍ່ໄດເປີດເຜີຍຄວາມເລິກລັບໃດໆ ແລະ ເຮົາກໍບໍ່ໄດ້ກຳລັງບອກພວກເຈົ້າເຖິງຄວາມລັບໃດໆທີ່ພວກເຈົ້າປາດຖະໜາຢາກຮຽນຮູ້. ຍ້ອນວ່າເລື່ອງນີ້ກ່ຽວຂ້ອງກັບອຳນາດອະທິປະໄຕຂອງພຣະເຈົ້າ, ການບໍລິຫານຂອງພຣະເຈົ້າ, ການສະໜອງຂອງພຣະເຈົ້າ, ດັ່ງນັ້ນ ເຮົາຈຶ່ງຈະເວົ້າເຖິງແຕ່ພາກສ່ວນທີ່ຈຳເປັນສຳລັບພວກເຈົ້າທີ່ຕ້ອງຮູ້ເທົ່ານັ້ນ.

ກ່ອນອື່ນ, ໃຫ້ເຮົາຖາມພວກເຈົ້າຄຳຖາມໜຶ່ງ: ໃນຄວາມຄິດຂອງພວກເຈົ້າ, ໂລກຝ່າຍວິນຍານແມ່ນຫຍັງ? ເວົ້າຢ່າງກວ້າງຂວາງກໍຄື ມັນແມ່ນໂລກທີຢູ່ນອກໂລກວັດຖຸ, ເປັນໂລກທີ່ບໍ່ສາມາດເບິ່ງເຫັນໄດ້ ແລະ ບໍ່ສາມາດຈັບຕ້ອງໄດ້ສຳລັບຜູ້ຄົນ. ໃນຈິນຕະນາການຂອງພວກເຈົ້າ, ໂລກຝ່າຍວິນຍານຄວນເປັນໂລກແບບໃດ? ບາງທີ, ຍ້ອນບໍ່ສາມາດເບິ່ງເຫັນໄດ້ ພວກເຈົ້າຈຶ່ງບໍ່ສາມາດຄິດຫຍັງອອກກ່ຽວກັບມັນ. ແນວໃດກໍຕາມ, ເມື່ອພວກເຈົ້າໄດ້ຍິນບາງຕຳນານ, ພວກເຈົ້າກໍຍັງຄິດກ່ຽວກັບມັນ ແລະ ພວກເຈົ້າບໍ່ສາມາດຢຸດຄິດເຖິງມັນໄດ້. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ມີບາງສິ່ງທີ່ເກີດຂຶ້ນກັບຫຼາຍຄົນຕອນພວກເຂົາຍັງນ້ອຍ: ເມື່ອບາງຄົນເລົ່າເລື່ອງທີ່ໜ້າຢ້ານກົວໃຫ້ພວກເຂົາຟັງ ເຊັ່ນ: ກ່ຽວກັບຜີ ຫຼື ວິນຍານ, ພວກເຂົາຮູ້ສຶກຢ້ານກົວທີ່ສຸດ. ແທ້ຈິງແລ້ວ ເປັນຫຍັງພວກເຂົາຈຶ່ງຢ້ານ? ກໍຍ້ອນວ່າພວກເຂົາກຳລັງຈິນຕະນາການສິ່ງເຫຼົ່ານັ້ນຢູ່; ເຖິງແມ່ນວ່າພວກເຂົາບໍ່ສາມາດເຫັນສິ່ງເຫຼົ່ານັ້ນ, ພວກເຂົາກັບຮູ້ສືກວ່າພວກມັນຢູ່ອ້ອມຫ້ອງຂອງພວກເຂົາ, ໃນມູມທີ່ປິດບັງ ຫຼື ມືດ ແລະ ພວກເຂົາກໍຢ້ານຫຼາຍຈົນບໍ່ກ້າໄປນອນ. ໂດຍສະເພາະຕອນກາງຄືນ, ພວກເຂົາຮູ້ສືກຢ້ານທີ່ຈະຢູ່ຄົນດຽວໃນຫ້ອງຂອງພວກເຂົາ ຫຼື ບໍ່ກ້າຢູ່ຄົນດຽວໃນເດີ່ນບ້ານຂອງພວກເຂົາ. ນັ້ນແມ່ນໂລກຝ່າຍວິນຍານແຫ່ງຈິນຕະນາການຂອງພວກເຈົ້າ ແລະ ແມ່ນໂລກທີ່ຄົນຄິດວ່າມັນເປັນໜ້າຢ້ານກົວ. ຄວາມຈິງກໍຄື ທຸກຄົນຈິນຕະນາການກ່ຽວກັບມັນເກີນໄປ ແລະ ດ້ວຍເຫດນັ້ນຈຶ່ງຮູ້ສຶກເຖິງມັນເລັກໜ້ອຍ.

ໂລກຝ່າຍວິນຍານແມ່ນຫຍັງ? ເຮົາຂໍອະທິບາຍສັ້ນໆ ແລະ ງ່າຍໆໃຫ້ພວກເຈົ້າຟັງດັ່ງນີ້: ໂລກຝ່າຍວິນຍານແມ່ນສະຖານທີ່ສຳຄັນແຫ່ງໜຶ່ງ ເຊິ່ງເປັນໂລກທີ່ແຕກຕ່າງຈາກໂລກວັດຖຸ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນສຳຄັນ? ພວກເຮົາຈະສົນທະນາກັນໃນເລື່ອງນີ້ຢ່າງລະອຽດ. ການມີຢູ່ຂອງໂລກຝ່າຍວິນຍານນັ້ນເຊື່ອມໂຍງກັບໂລກວັດຖຸຂອງມະນຸດຢ່າງແຍກບໍ່ອອກ. ມັນຫຼິ້ນບົດບາດສຳຄັນໃນວົງຈອນຊີວິດ ແລະ ການຕາຍຂອງມະນຸດໃນການປົກຄອງເໜືອທຸກສິ່ງຂອງພຣະເຈົ້າ; ນີ້ຄືບົດບາດຂອງມັນ ແລະ ນີ້ກໍແມ່ນໜຶ່ງໃນເຫດຜົນທີ່ການມີຢູ່ຂອງມັນນັ້ນສຳຄັນ. ຍ້ອນວ່າມັນແມ່ນບ່ອນທີ່ບໍ່ສາມາດສໍາຜັດໄດ້ຈາກຄວາມສໍາຜັດທັງຫ້າ, ບໍ່ມີໃຜສາມາດຕັດສິນໄດ້ຢ່າງຖືກຕ້ອງວ່າໂລກຝ່າຍວິນຍານນັ້ນມີຢູ່ ຫຼື ບໍ່. ພະລັງຕ່າງໆຂອງມັນເຊື່ອມໂຍງກັບການດຳລົງຢູ່ຂອງມະນຸດຢ່າງແໜ້ນແຟ້ນ, ດ້ວຍເຫດນັ້ນລຳດັບຊີວິດຂອງມະນຸດຈຶ່ງໄດ້ຮັບອິດທິພົນຢ່າງໃຫຍ່ຫຼວງຈາກໂລກຝ່າຍວິນຍານ. ສິ່ງນີ້ກ່ຽວຂ້ອງກັບອຳນາດອະທິປະໄຕຂອງພຣະເຈົ້າ ຫຼື ບໍ່? ມັນກ່ຽວຂ້ອງ. ເມື່ອເຮົາເວົ້າສິ່ງນີ້, ພວກເຈົ້າຈະເຂົ້າໃຈວ່າເປັນຫຍັງເຮົາຈຶ່ງສົນທະນາຫົວຂໍ້ນີ້: ກໍຍ້ອນວ່າມັນກ່ຽວຂ້ອງກັບອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການບໍລິຫານຂອງພຣະອົງ. ໃນໂລກເຊັ່ນນີ້, ໂລກທີ່ຄົນບໍ່ສາມາດເບິ່ງເຫັນໄດ້, ມັນແມ່ນທຸກກົດເກນແຫ່ງສະຫວັນ, ກົດບັນຍັດ ແລະ ລະບົບການບໍລິຫານທີ່ຢູ່ເໜືອກົດໝາຍ ແລະ ລະບົບຂອງປະເທດໃດໆໃນໂລກວັດຖຸ, ບໍ່ມີສິ່ງມີຊີວິດໃດໃນໂລກນີ້ທີ່ຈະກ້າຕໍ້ຕ້ານ ຫຼື ລະເມີດມັນໄດ້. ເລື່ອງນີ້ກ່ຽວຂ້ອງກັບອຳນາດອະທິປະໄຕ ແລະ ການບໍລິຫານຂອງພຣະເຈົ້າບໍ? ໃນໂລກຝ່າຍວິນຍານ, ມີກົດລະບຽບແຫ່ງການບໍລິຫານຢ່າງຊັດເຈນ, ມີກົດບັດຍັດແຫ່ງສະຫວັນທີ່ຊັດເຈນ ແລະ ຂໍ້ບັງຄັບທີ່ຊັດເຈນ. ຢູ່ລະດັບທີ່ແຕກຕ່າງກັນ ແລະ ໃນຂົງເຂດຕ່າງໆ, ຜູ້ທີ່ຈະເຂົ້າຮ່ວມຕ້ອງປະຕິບັດຕາມໜ້າທີ່ຂອງຕົນຢ່າງເຂັ້ມງວດ ແລະ ປະຕິບັດຕາມກົດລະບຽບ ແລະ ຂໍ້ບັງຄັບ ຍ້ອນພວກເຂົາຮູ້ວ່າຜົນທີ່ຈະຕາມມາຂອງການລະເມີດກົດບັນຍັດແຫ່ງສະຫວັນແມ່ນຫຍັງ; ພວກເຂົາຮູ້ຢ່າງຊັດເຈນກ່ຽວກັບວິທີທີ່ພຣະເຈົ້າລົງໂທດຄົນຊົ່ວ ແລະ ໃຫ້ລາງວັນຄົນດີ ພ້ອມວິທີທີ່ພຣະອົງບໍລິຫານ ແລະ ປົກຄອງເໜືອທຸກສິ່ງ. ຍິ່ງໄປກວ່ານັ້ນ ພວກເຂົາເຫັນຢ່າງຊັດເຈນເຖິງວິທີທີ່ພຣະເຈົ້າດຳເນີນຂໍ້ບັງຄັບ ແລະ ກົດບັນຍັດແຫ່ງສະຫວັນຂອງພຣະອົງ. ສິ່ງເຫຼົ່ານີ້ແຕກຕ່າງຈາກໂລກວັດຖຸທີ່ມະນຸດອາໄສຢູ່ບໍ? ແນ່ນອນ ພວກມັນແຕກຕ່າງກັນຫຼາຍ. ໂລກຝ່າຍວິນຍານແມ່ນໂລກທີ່ແຕກຕ່າງກັນຢ່າງສິ້ນເຊີງກັບໂລກວັດຖຸ. ເນື່ອງຈາກມີກົດບັນຍັດ ແລະ ຂໍ້ບັງຄັບແຫ່ງສະຫວັນ, ນີ້ຈຶ່ງກ່ຽວຂ້ອງກັບອຳນາດອະທິປະໄຕ, ການບໍລິຫານຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ສິ່ງນັ້ນຄືອຸປະນິໄສຂອງພຣະອົງ ລວມເຖິງສິ່ງທີ່ພຣະອົງມີ ແລະ ເປັນອີກດ້ວຍ. ໄດ້ຍິນດັ່ງນີ້ແລ້ວ, ພວກເຈົ້າບໍ່ຮູ້ສຶກບໍວ່າມັນຈຳເປັນທີ່ສຸດສຳລັບເຮົາທີ່ຈະຕ້ອງເວົ້າກ່ຽວກັບຫົວຂໍ້ນີ້? ພວກເຈົ້າບໍ່ປາດຖະໜາຢາກຮຽນຮູ້ຄວາມລັບທີ່ມີຢູ່ໃນສິ່ງນີ້ບໍ? (ແມ່ນແລ້ວ ພວກຂ້ານ້ອຍຢາກຮຽນຮູ້). ນັ້ນຄືແນວຄວາມຄິດຂອງໂລກຝ່າຍວິນຍານ. ເຖິງແມ່ນວ່າມັນຈະຢູ່ຮ່ວມກັບໂລກວັດຖຸ ແລະ ໃນຂະນະດຽວກັນມັນກໍຂຶ້ນຢູ່ກັບການບໍລິຫານ ແລະ ອຳນາດອະທິປະໄຕຂອງພຣະເຈົ້າ, ການບໍລິຫານ ແລະ ອຳນາດອະທິປະໄຕຂອງພຣະເຈົ້າຂອງໂລກນີ້ເຂັ້ມງວດກວ່າຂອງໂລກວັດຖຸ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 188)

ທ່າມກາງມະນຸດຊາດ, ເຮົາໄດ້ຈັດຄົນທັງໝົດອອກເປັນສາມປະເພດ. ປະເພດທຳອິດແມ່ນຜູ້ທີ່ບໍ່ເຊື່ອ, ບັນດາຜູ້ທີ່ບໍ່ມີຄວາມເຊື່ອທາງສາສະໜາ. ພວກເຂົາຖືກເອີ້ນວ່າຜູ້ທີ່ບໍ່ເຊື່ອ. ຄົນທີ່ບໍ່ເຊື່ອສ່ວນໃຫຍ່ມີຄວາມສັດທາພຽງແຕ່ເລື່ອງເງິນເທົ່ານັ້ນ; ພວກເຂົາຮັກສາພຽງແຕ່ຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ເປັນຄົນຫົວວັດຖຸນິຍົມ ແລະ ເຊື່ອແຕ່ໃນໂລກວັດຖຸເທົ່ານັ້ນ, ພວກເຂົາບໍ່ເຊື່ອໃນວົງຈອນຊີວິດ ແລະ ຄວາມຕາຍ ຫຼື ສິ່ງໃດໆທີ່ເວົ້າກ່ຽວກັບເທບພະສິ່ງ ແລະ ຜີ. ເຮົາຈັດຄົນເຫຼົ່ານີ້ເປັນຄົນທີ່ບໍ່ເຊື່ອ ແລະ ພວກເຂົາແມ່ນປະເພດທຳອິດ. ປະເພດທີສອງປະກອບມີຄົນຫຼາກຫຼາຍທີ່ມີຄວາມສັດທາເຊິ່ງຕ່າງຈາກຜູ້ທີ່ບໍ່ເຊື່ອ. ທ່າມກາງມະນຸດຊາດ, ເຮົາແບ່ງຄົນທີ່ມີສັດທາເຫຼົ່ານີ້ອອກເປັນຫຼາຍກຸ່ມໃຫຍ່: ກຸ່ມທຳອິດແມ່ນຊາວຢິວ, ກຸ່ມທີສອງແມ່ນຊາວຄາໂທລິກ, ກຸ່ມທີສາມແມ່ນຊາວຄຣິດຕຽນ, ກຸ່ມທີສີ່ແມ່ນຊາວມຸດສະລິມ ແລະ ກຸ່ມທີຫ້າແມ່ນຊາວພຸດ; ມີຢູ່ຫ້າປະເພດ. ນີ້ແມ່ນຄົນທີ່ມີຄວາມເຊື່ອປະເພດຕ່າງໆ. ປະເພດທີສາມປະກອບດ້ວຍບັນດາຜູ້ທີ່ເຊື່ອໃນພຣະເຈົ້າ ແລະ ນີ້ແມ່ນລວມເຖິງພວກເຈົ້າດ້ວຍ. ຜູ້ທີ່ເຊື່ອດັ່ງກ່າວແມ່ນບັນດາຜູ້ທີ່ຕິດຕາມພຣະເຈົ້າໃນວັນນີ້. ຄົນເຫຼົ່ານີ້ຖືກແບ່ງອອກເປັນສອງປະເພດຄື: ຄົນທີ່ຖືກເລືອກໂດຍພຣະເຈົ້າ ແລະ ຄົນທີ່ໃຫ້ບໍລິການ. ປະເພດຫຼັກເຫຼົ່ານີ້ມີຄວາມແຕກຕ່າງກັນຢ່າງຊັດເຈນ. ສະນັ້ນ, ຕອນນີ້ພວກເຈົ້າສາມາດແຍກແຍະໃນແນວຄິດຂອງພວກເຈົ້າໄດ້ຢ່າງຊັດເຈນລະຫວ່າງປະເພດ ແລະ ການຈັດລຳດັບຂອງມະນຸດແລ້ວ ແມ່ນບໍ? ປະເພດທຳອິດແມ່ນປະກອບດ້ວຍຜູ້ທີ່ບໍ່ເຊື່ອ ແລະ ເຮົາໄດ້ເວົ້າສິ່ງທີ່ພວກເຂົາເປັນແລ້ວ. ບັນດາຜູ້ທີ່ມີສັດທາໃນຊາຍຊະລາເທິງທ້ອງຟ້າແມ່ນຖືວ່າເປັນຜູ້ບໍ່ເຊື່ອບໍ? ຄົນທີ່ບໍ່ເຊື່ອຫຼາຍຄົນເຊື່ອແຕ່ໃນຊາຍຊະລາທີ່ຢູ່ເທິງຟ້າເທົ່ານັ້ນ; ພວກເຂົາເຊື່ອວ່າລົມ, ຝົນ, ສຽງຟ້າຮ້ອງ ແລະ ອື່ນໆທັງໝົດລ້ວນຖືກຄວບຄຸມໂດຍສິ່ງນີ້ ຜູ້ທີ່ພວກເຂົາໄວ້ວາງໃຈສຳລັບການປູກເຂົ້າໂພດ ແລະ ການເກັບກ່ຽວ, ແຕ່ເມື່ອກ່າວເຖິງຄວາມເຊື່ອໃນພຣະເຈົ້າ, ພວກເຂົາກັບບໍ່ເຕັມໃຈທີ່ຈະເຊື່ອໃນພຣະອົງ. ນີ້ສາມາດເອີ້ນວ່າມີຄວາມສັດທາໄດ້ບໍ? ຄົນເຊັ່ນນີ້ແມ່ນຖືກລວມເຂົ້າໃນບັນດາຜູ້ທີ່ບໍ່ເຊື່ອ. ພວກເຈົ້າເຂົ້າໃຈເລື່ອງນີ້ແມ່ນບໍ? ຢ່າເຂົ້າໃຈຜິດຄົນປະເພດເຫຼົ່ານີ້. ປະເພດທີສອງປະກອບດ້ວຍຄົນທີ່ມີສັດທາ, ສ່ວນປະເພດທີສາມແມ່ນບັນດາຜູ້ທີ່ກຳລັງຕິດຕາມພຣະເຈົ້າຢູ່ໃນປັດຈຸບັນນີ້. ແລ້ວເປັນຫຍັງເຮົາຈຶ່ງໄດ້ແບ່ງມວນມະນຸດທັງໝົດອອກເປັນປະເພດຕ່າງໆເຫຼົ່ານີ້? (ຍ້ອນວ່າຄົນປະເພດຕ່າງໆມີຈຸດຈົບ ແລະ ຈຸດໝາຍປາຍທາງທີ່ແຕກຕ່າງກັນ). ນັ້ນແມ່ນດ້ານໜຶ່ງຂອງມັນ. ເມື່ອຄົນເຊື້ອຊາດຕ່າງໆ ແລະ ປະເພດຕ່າງໆກັບຄືນສູ່ໂລກຝ່າຍວິນຍານ, ພວກເຂົາແຕ່ລະຄົນຈະມີບ່ອນໄປທີ່ແຕກຕ່າງກັນ ແລະ ຈະຢູ່ພາຍໃຕ້ກົດເກນຕ່າງໆຂອງວົງຈອນຊີວິດ ແລະ ຄວາມຕາຍ, ນັ້ນແມ່ນເຫດຜົນທີ່ເຮົາໄດ້ແບ່ງມະນຸດອອກເປັນປະເພດສຳຄັນເຫຼົ່ານີ້.

ວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ທີ່ບໍ່ເຊື່ອ

ໃຫ້ພວກເຮົາມາເລີ່ມຕົ້ນດ້ວຍວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ທີ່ບໍ່ເຊື່ອ. ຫຼັງຈາກຕາຍ, ຜູ້ຄົນຖືກພາກຕົວໄປໂດຍບໍລິວານຈາກໂລກຝ່າຍວິນຍານ. ແທ້ຈິງແລ້ວ ພາກສ່ວນໃດຂອງຄົນທີ່ຖືກພາກເອົາໄປ? ບໍ່ແມ່ນເນື້ອໜັງ ແຕ່ແມ່ນວິນຍານຂອງເຂົາ. ເມື່ອດວງວິນຍານຂອງຄົນຖືກພາກໄປ, ເຂົາຈະຖືກນໍາໄປສະຖານທີ່ໜຶ່ງທີ່ເປັນບ່ອນຂອງໂລກຝ່າຍວິນຍານຮັບເອົາດວງວິນຍານຂອງຄົນທີ່ຫາກໍຕາຍໂດຍສະເພາະ. (

ໝາຍເຫດ: ສະຖານທີ່ທຳອິດທີ່ທຸກຄົນໄປຫຼັງຈາກຕາຍແມ່ນແປກປະຫຼາດສຳລັບດວງວິນຍານ). ເມື່ອພວກເຂົາຖືກນຳໄປສູ່ສະຖານທີ່ນີ້, ເຈົ້າໜ້າທີ່ຈະດຳເນີນການກວດສອບຄັ້ງທຳອິດ, ຢືນຢັນຊື່ຂອງພວກເຂົາ, ທີ່ຢູ່, ອາຍຸ ແລະ ປະສົບການທັງໝົດຂອງພວກເຂົາ. ທຸກສິ່ງທີ່ພວກເຂົາເຮັດໃນຂະນະທີ່ພວກເຂົາມີຊີວິດຢູ່ໄດ້ຖືກບັນທຶກລົງໃນປຶ້ມ ແລະ ຖືກກວດສອບເພື່ອຄວາມຖືກຕ້ອງ. ຫຼັງຈາກທີ່ທັງໝົດໄດ້ຖືກກວດສອບແລ້ວ, ພຶດຕິກຳ ແລະ ການກະທຳຂອງພວກເຂົາຕະຫຼອດຊີວິດຂອງພວກເຂົາແມ່ນຖືກໃຊ້ເພື່ອກຳນົດວ່າພວກເຂົາຈະຖືກລົງໂທດ ຫຼື ສືບຕໍ່ກັບຊາດມາເກີດເປັນມະນຸດອີກ, ເຊິ່ງນີ້ແມ່ນຂັ້ນຕອນທຳອິດ. ຂັ້ນຕອນທຳອິດນີ້ໜ້າຢ້ານກົວບໍ? ມັນບໍ່ໜ້າຢ້ານກົວເທົ່າໃດ, ຍ້ອນວ່າສິ່ງດຽວທີ່ເກີດຂຶ້ນກໍຄື ຄົນໄດ້ມາຮອດສະຖານທີ່ມືດ ແລະ ບໍ່ຄຸ້ນເຄີຍເທົ່ານັ້ນ.

ໃນຂັ້ນຕອນທີສອງ, ຖ້າບຸກຄົນນີ້ໄດ້ເຮັດສິ່ງບໍ່ດີຫຼາຍປະການຕະຫຼອດຊີວິດຂອງເຂົາ ແລະ ໄດ້ກະທຳຄວາມຊົ່ວຫຼາຍຢ່າງ, ແລ້ວເຂົາກໍຈະຖືກພາໄປບ່ອນລົງໂທດເພື່ອຮັບການລົງໂທດ. ນັ້ນຈະເປັນບ່ອນທີ່ໃຊ້ສຳລັບການລົງໂທດຜູ້ຄົນໂດຍສະເພາະ. ລັກສະນະການລົງໂທດນັ້ນຂຶ້ນຢູ່ກັບຄວາມບາບທີ່ພວກເຂົາໄດ້ເຮັດ ລວມທັງຈຳນວນສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ເຮັດກ່ອນຕາຍ, ນີ້ແມ່ນສະພາບທຳທິດທີ່ເກີດຂຶ້ນໃນຂັ້ນຕອນທີສອງ. ຍ້ອນສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ ແລະ ຄວາມຊົ່ວທີ່ພວກເຂົາໄດ້ກະທຳກ່ອນຕາຍ, ເມື່ອພວກເຂົາກັບຊາດມາເກີດຫຼັງຈາກການລົງໂທດແລ້ວ ຫຼື ເມື່ອພວກເຂົາກັບມາເກີດໃນໂລກແຫ່ງວັດຖຸອີກຄັ້ງ, ບາງຄົນກໍຈະສືບຕໍ່ເກີດເປັນຄົນ ແລະ ບາງຄົນກໍຈະກາຍເປັນສັດ. ເວົ້າໄດ້ວ່າ, ຫຼັງຈາກທີ່ຄົນກັບຄືນສູ່ໂລກຝ່າຍວິນຍານ, ພວກເຂົາຖືກລົງໂທດຍ້ອນຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດ; ຍິ່ງໄປກວ່ານັ້ນ, ຍ້ອນສິ່ງຊົ່ວຮ້າຍທີ່ພວກເຂົາໄດ້ກະທຳ, ໃນການກັບຊາດມາເກີດຄັ້ງຕໍ່ໄປຂອງພວກເຂົາ, ພວກເຂົາອາດຈະບໍ່ໄດ້ກັບມາເກີດເປັນມະນຸດ ແຕ່ຈະເປັນສັດ. ປະເພດຂອງສັດທີ່ພວກເຂົາອາດຈະກາຍມາເປັນລວມເຖິງງົວ, ມ້າ, ໝູ ແລະ ໝາ. ບາງຄົນອາດຈະກັບມາເກີດເປັນນົກ, ເປັດ ຫຼື ຫ່ານ... ຫຼັງຈາກທີ່ພວກເຂົາໄດ້ກັບຊາດມາເກີດເປັນສັດແລ້ວ, ເມື່ອພວກເຂົາຕາຍໄປອີກ, ພວກເຂົາກໍຈະກັບໄປສູ່ໂລກຝ່າຍວິນຍານອີກຄັ້ງ ແລະ ຄືກັບຄັ້ງກ່ອນ, ອີງຕາມພຶດຕິກຳຂອງພວກເຂົາກ່ອນຕາຍ, ໂລກຝ່າຍວິນຍານຈະຕັດສິນວ່າພວກເຂົາຈະກັບໄປເກີດເປັນມະນຸດອີກ ຫຼື ບໍ່. ຄົນສ່ວນໃຫຍ່ສ້າງຄວາມຊົ່ວຫຼາຍເກີນໄປ ແລະ ບາບຂອງພວກເຂົາກໍໜ້າເສົ້າໃຈຫຼາຍ, ດັ່ງນັ້ນ ພວກເຂົາຕ້ອງເກີດເປັນສັດເຈັດຫາສິບສອງເທື່ອ. ເຈັດຫາສິບສອງເທື່ອ, ນັ້ນບໍ່ເປັນຕາຢ້ານບໍ? (ເປັນຕາຢ້ານ). ແມ່ນຫຍັງເຮັດໃຫ້ພວກເຂົ້າຢ້ານ? ຄົນກາຍເປັນສັດ, ນັ້ນຄືສິ່ງທີ່ເປັນຕາຢ້ານ. ສຳລັບຄົນ, ແມ່ນຫຍັງຄືສິ່ງທີ່ເຈັບປວດທີ່ສຸດກ່ຽວກັບການເປັນສັດ? ບໍ່ມີພາສາ, ມີພຽງຄວາມຄິດສາມັນເທົ່ານັ້ນ, ສາມາດເຮັດໄດ້ພຽງສິ່ງທີ່ສັດເຮັດ ແລະ ກິນອາຫານທີ່ສັດກິນ, ມີແນວຄິດງ່າຍໆ ແລະ ພາສາກືກຂອງສັດ, ບໍ່ສາມາດຍ່າງທ່ຽງໄດ້, ບໍ່ສາມາດສື່ສານກັບມະນຸດໄດ້ ແລະ ຄວາມຈິງທີ່ວ່າບໍ່ມີພຶດຕິກຳ ຫຼື ກິດຈະກຳໃດໆຂອງມະນຸດທີ່ມີຄວາມສຳພັນກັບສັດ. ນັ້ນກໍຄື ທ່າມກາງທຸກສິ່ງ, ເກີດເປັນສັດເຮັດໃຫ້ເຈົ້າຕ່ຳຕ້ອຍທີ່ສຸດໃນບັນດາສິ່ງມີຊີວິດທັງມວນ ແລະ ມີຄວາມທຸກທໍລະມານຫຼາຍກວ່າການເປັນມະນຸດ. ນີ້ແມ່ນດ້ານໜຶ່ງຂອງການລົງໂທດຂອງໂລກຝ່າຍວິນຍານຕໍ່ບັນດາຜູ້ທີ່ສ້າງຄວາມຊົ່ວຫຼາຍ ແລະ ໄດ້ເຮັດບາບຢ່າງໃຫຍ່ຫຼວງ. ສໍາລັບຄວາມຮຸນແຮງຂອງການລົງໂທດພວກເຂົານັ້ນ ແມ່ນຖືກຕັດສິນຕາມປະເພດຂອງສັດທີ່ພວກເຂົາເປັນ. ຕົວຢ່າງ: ເປັນໝູດີກວ່າເປັນໝາບໍ? ໝູມີຊີວິດທີ່ດີກວ່າ ຫຼື ຮ້າຍກວ່າໝາບໍ? ຮ້າຍກວ່າແມ່ນບໍ່? ຖ້າຄົນກາຍເປັນງົວ ຫຼື ມ້າ, ພວກເຂົາຈະມີຊີວິດທີ່ດີກວ່າ ຫຼື ຮ້າຍກວ່າເປັນໝູບໍ? (ດີກວ່າ). ຄົນຈະຮູ້ສຶກສະບາຍກວ່າບໍ່ ຖ້າໄດ້ກັບມາເກີດເປັນແມວ? ເຂົາຈະເປັນສັດເຊັ່ນດຽວກັນ ແລະ ການເປັນແມວຈະງ່າຍກວ່າການເປັນງົວ ຫຼື ມ້າ, ຍ້ອນແມວປ່ອຍເວລາຂອງພວກມັນໃຫ້ຜ່ານໄປໃນການນອນ. ການເປັນງົວ ຫຼື ມ້ານັ້ນລຳບາກຫຼາຍ. ເພາະສະນັ້ນ, ຖ້າຄົນກັບຊາດມາເກີດເປັນງົວ ຫຼື ມ້າ, ພວກເຂົາຕ້ອງເຮັດວຽກໜັກ ເຊິ່ງຄ້າຍຄືກັບການລົງໂທດທີ່ໂຫດຮ້າຍ. ເກີດເປັນໝາຍັງຈະດີກວ່າເກີດເປັນງົວ ຫຼື ມ້າ, ຍ້ອນວ່າໝາມີຄວາມສຳພັນທີ່ໃກ້ຊິດກັນຫຼາຍກັບນາຍຂອງມັນ. ຍິ່ງໄປກວ່ານັ້ນ, ທຸກມື້ນີ້ຫຼາຍຄົນມີໝາເປັນສັດລ້ຽງ ແລະ ຫຼັງຈາກສາມ ຫຼື ຫ້າປີສັດເຫຼົ່ານີ້ໄດ້ຮຽນຮູ້ທີ່ຈະເຂົ້າໃຈຫຼາຍສິ່ງທີ່ນາຍຂອງພວກມັນເວົ້າ! ຍ້ອນວ່າໝາມີຄວາມສຳພັນທີ່ໃກ້ຊິດກວ່າກັບເຈົ້ານາຍຂອງມັນ. ໝາບາງໂຕ ຫຼັງຈາກທີ່ໄດ້ເປັນສັດລ້ຽງເປັນເວລາຫຼາຍປີ, ກໍສາມາດເຂົ້າໃຈຫຼາຍຄຳເວົ້າຂອງນາຍຂອງມັນ. ບາງຄັ້ງ ໝາສາມາດປັບໃຫ້ເຂົ້າກັບອາລົມ ແລະ ຄວາມຕ້ອງການຂອງເຈົ້ານາຍຂອງມັນ ແລະ ນາຍຈຶ່ງປະຕິບັດກັບໝາດີກວ່າ ແລະ ໝາກໍ່ໄດ້ກິນ ແລະ ດື້ມດີກວ່າ, ເມື່ອມັນເຈັບ, ມັນກໍໄດ້ຮັບການດູແລດີກວ່າ. ໝາບໍ່ໄດ້ມີຊີວິດຢ່າງສຸກສະບາຍບໍ? ສະນັ້ນ, ເປັນໝາດີກວ່າເປັນງົວ ຫຼື ມ້າ. ໃນນີ້, ຄວາມຮ້າຍແຮງໃນການລົງໂທດຜູ້ຄົນແມ່ນກຳນົດດ້ວຍການກັບຊາດມາເກີດເປັນສັດຈັກຄັ້ງ ພ້ອມທັງເປັນສັດປະເພດໃດ.

ຍ້ອນວ່າພວກເຂົາໄດ້ເຮັດບາບຫຼາຍປະການໃນເວລາທີ່ພວກເຂົາຍັງມີຊີວິດຢູ່, ບາງຄົນຖືກລົງໂທດໂດຍການກັບຊາດມາເກີດເປັນສັດເຈັດຫາສິບສອງເທື່ອ. ເມື່ອຖືກລົງໂທດພຽງພໍແລ້ວ, ຫຼັງຈາກກັບສູ່ໂລກຝ່າຍວິນຍານ, ພວກເຂົາກໍຖືກພາໄປບ່ອນອື່ນອີກ, ເປັນບ່ອນທີ່ດວງວິນຍານຫຼາຍດວງຖືກລົງໂທດແລ້ວ ແລະ ເປັນປະເພດທີ່ກຳລັງຕຽມພ້ອມຈະກັບຊາດມາເກີດເປັນຄົນ. ໃນສະຖານທີ່ນີ້, ດວງວິນຍານແຕ່ລະດວງຖືກຈັດອອກອີງຕາມປະເພດຄອບຄົວທີ່ພວກເຂົາຈະໄປເກີດນໍາ, ບົດບາດແບບໃດທີ່ພວກເຂົາຈະຫຼິ້ນເມື່ອພວກເຂົາໄດ້ກັບຊາດມາເກີດ ແລະ ອື່ນໆອີກ. ຕົວຢ່າງ: ບາງຄົນຈະກາຍເປັນນັກຮ້ອງເມື່ອພວກເຂົາມາໃນໂລກນີ້, ດັ່ງນັ້ນຈຶ່ງຖືກຈັດວາງໄວ້ທ່າມກາງນັກຮ້ອງ; ບາງຄົນຈະກາຍເປັນນັກທຸລະກິດເມື່ອພວກເຂົາມາໃນໂລກນີ້, ດັ່ງນັ້ນຈຶ່ງຖືກຈັດວາງໄວ້ທ່າມກາງນັກທຸລະກິດ; ແລະ ຖ້າບາງຄົນຈະກາຍເປັນນັກຄົ້ນຄວ້າວິທະຍາສາດຫຼັງຈາກເກີດເປັນມະນຸດ, ພວກເຂົາກໍຈະຖືກຈັດວາງໄວ້ທ່າມກາງນັກຄົ້ນຄວ້າວິທະຍາສາດ. ຫຼັງຈາກທີ່ພວກເຂົາຖືກຈັດປະເພດແລ້ວ, ແຕ່ລະຄົນກໍຈະຖືກສົ່ງອອກໄປຕາມເວລາທີ່ແຕກຕ່າງກັນ ແລະ ວັນທີທີ່ໄດ້ກຳນົດໄວ້ ຄືກັບຄົນສົ່ງອີເມວໃນມື້ນີ້. ໃນນີ້ຈະສຳເລັດໜຶ່ງວົງຈອນຊີວິດ ແລະ ຄວາມຕາຍ. ນັບຈາກມື້ທີ່ຄົນມາຮອດໂລກຝ່າຍວິນຍານຈົນເຖິງວາລະສຸດທ້າຍແຫ່ງການລົງໂທດຂອງພວກເຂົາ ຫຼື ຈົນກວ່າພວກເຂົາໄດ້ກັບຊາດມາເກີດເປັນສັດຫຼາຍຄັ້ງ ແລະ ຕຽມພ້ອມທີ່ຈະກັບຊາດມາເກີດເປັນມະນຸດ, ຂະບວນການນີ້ຖືວ່າສໍາເລັດ.

ສ່ວນບັນດາຜູ້ທີ່ໄດ້ຖືກລົງໂທດແລ້ວ ແລະ ຍັງບໍ່ທັນໄດ້ກັບຊາດມາເກີດເປັນສັດ, ພວກເຂົາຈະຖືກສົ່ງໄປໂລກວັດຖຸໂດຍໄວເພື່ອເກີດເປັນມະນຸດບໍ? ຫຼື ມັນຈະດົນປານໃດກ່ອນທີ່ພວກເຂົາຈະຖືກສົ່ງມາທ່າມກາງມະນຸດ? ແມ່ນຫຍັງຄືໄລຍະເວລາສໍາລັບສິ່ງນີ້ທີ່ຈະສາມາດເກີດຂຶ້ນໄດ? ມີຂໍ້ຈຳກັດທາງໂລກຕໍ່ສິ່ງນີ້. ທຸກສິ່ງທີ່ເກີດຂຶ້ນໃນໂລກຝ່າຍວິນຍານແມ່ນຂຶ້ນຢູ່ກັບຂໍ້ຈຳກັດ ແລະ ກົດລະບຽບທາງໂລກໂດຍສະເພາະ, ເຊິ່ງ ຖ້າເຮົາອະທິບາຍດ້ວຍຈຳນວນຕົວເລກ, ພວກເຈົ້າຈະເຂົ້າໃຈ. ສຳລັບບັນດາຜູ້ທີ່ກັບຊາດມາເກີດພາຍໃນຊ່ວງເວລາສັ້ນໆ, ເມື່ອພວກເຂົາຕາຍໄປ, ການກະກຽມຈະຖືກກຽມໄວ້ໃຫ້ພວກເຂົາກັບຊາດມາເກີດເປັນມະນຸດແລ້ວ. ເວລາທີ່ສັ້ນທີ່ສຸດເຊິ່ງສິ່ງນີ້ສາມາດເກີດຂຶ້ນໄດ້ແມ່ນສາມມື້. ສຳລັບບາງຄົນ, ມັນໃຊ້ເວລາສາມເດືອນ, ສຳລັບບາງຄົນມັນໃຊ້ເວລາສາມປີ, ສຳລັບບາງຄົນມັນໃຊ້ເວລາສາມສິບປີ, ສຳລັບບາງຄົນມັນໃຊ້ເວລາສາມຮ້ອຍປີ ແລະ ອື່ນໆອີກ. ດັ່ງນັ້ນ, ແມ່ນຫຍັງທີ່ສາມາດເວົ້າໄດ້ກ່ຽວກັບກົດລະບຽບທາງໂລກເຫຼົ່ານີ້ ແລະ ແມ່ນຫຍັງຄືລັກສະນະສະເພາະຂອງພວກມັນ? ພວກມັນອີງຕາມສິ່ງທີ່ໂລກວັດຖຸ ຫຼື ໂລກຂອງມະນຸດຕ້ອງການຈາກດວງວິນຍານ ແລະ ຂຶ້ນຢູ່ກັບບົດບາດທີ່ດວງວິນຍານນີ້ຈະຫຼິ້ນໃນໂລກນີ້. ເມື່ອຄົນກັບຊາດມາເກີດເປັນມະນຸດທຳມະດາ, ພວກເຂົາສ່ວນໃຫຍ່ໄດ້ກັບຊາດມາເກີດຢ່າງໄວວາ ຍ້ອນວ່າໂລກຂອງມະນຸດມີຄວາມຕ້ອງການອັນຮີບດ່ວນສຳລັບຄົນທຳມະດາ, ເພາະສະນັ້ນ ພາຍໃນສາມມື້, ພວກເຂົາກໍຈະຖືກສົ່ງມາເກີດກັບຄອບຄົວທີ່ແຕກຕ່າງກັບຄອບຄົວທີ່ພວກເຂົາເຄີຍຢູ່ກ່ອນພວກເຂົາຕາຍ. ແນວໃດກໍຕາມ, ມີບາງຄົນທີ່ຫຼິ້ນບົດບາດພິເສດໃນໂລກນີ້. “ພິເສດ” ໝາຍຄວາມວ່າ ບໍ່ມີຄວາມຕ້ອງການຢ່າງຫຼວງຫຼາຍສຳລັບຄົນເຫຼົ່ານີ້ໃນໂລກຂອງມະນຸດ; ມີບໍ່ພໍເທົ່າໃດຄົນທີ່ຈຳເປັນຕ້ອງຫຼິ້ນບົດບາດດັ່ງກ່າວ, ດັ່ງນັ້ນ ມັນອາດໃຊ້ເວລາສາມຮ້ອຍປີ. ເວົ້າອີກຢ່າງໜຶ່ງກໍຄື ດວງວິນຍານນີ້ຈະກັບມາເກີດໜຶ່ງຄັ້ງໃນທຸກໆສາມຮ້ອຍປີ ຫຼື ແມ່ນແຕ່ໜຶ່ງຄັ້ງໃນທຸກໆສາມພັນປີ. ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນຍ້ອນຄວາມຈິງທີ່ວ່າ ໃນເວລາສາມຮ້ອຍ ຫຼື ສາມພັນປີ ບົດບາດດັ່ງກ່າວນີ້ບໍ່ຈຳເປັນໃນໂລກຂອງມະນຸດ, ດັ່ງນັ້ນ ພວກເຂົາຈຶ່ງຖືກເກັບຮັກສາໄວ້ບ່ອນໃດບ່ອນໜຶ່ງໃນໂລກຝ່າຍວິນຍານ. ໃຫ້ເອົາຂົງຈື້ເປັນຕົວຢ່າງ: ລາວມີຜົນກະທົບຢ່າງໃຫຍ່ຕໍ່ວັດທະນະທຳຈີນດັ່ງເດີມ ແລະ ການມາຂອງລາວແມ່ນສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ວັດທະນະທຳ, ຄວາມຮູ້, ປະເພນີ ແລະ ອຸດົມຄະຕິຂອງຄົນໃນຍຸກນັ້ນ. ແຕ່ຄົນປະເພດນີ້ບໍ່ຈຳເປັນຕ້ອງມີໃນທຸກຍຸກ, ດັ່ງນັ້ນລາວຕ້ອງຢູ່ໃນໂລກຝ່າຍວິນຍານ, ລໍຖ້າຢູ່ທີ່ນັ້ນເປັນເວລາສາມຮ້ອຍປີ ຫຼື ສາມພັນປີກ່ອນກັບຊາດມາເກີດ. ຍ້ອນວ່າໂລກມະນຸດບໍ່ຕ້ອງການຄົນແບບນີ້, ລາວຕ້ອງໄດ້ລໍຖ້າຢູ່ລ້າໆ ເພາະຄວາມຕ້ອງການບົດບາດແບບລາວແມ່ນມີໜ້ອຍຫຼາຍ ແລະ ບໍ່ມີຫຍັງຫຼາຍໃຫ້ລາວເຮັດ. ດັ່ງນັ້ນ ລາວຕ້ອງໄດ້ຖືກເກັບຮັກສາໄວ້ບ່ອນໃດໜຶ່ງໃນໂລກຝ່າຍວິນຍານຕະຫຼອດຊ່ວງເວລານັ້ນ, ຢູ່ລ້າໆ ເພື່ອຖືກສົ່ງລົງມາອີກຄັ້ງເມື່ອໂລກມະນຸດຕ້ອງການລາວ. ນັ້ນແມ່ນກົດທາງໂລກຂອງອານາຈັກຝ່າຍວິນຍານ ສຳລັບໄລຍະເວລາຂອງຄົນສ່ວນໃຫຍ່ທີ່ຈະໄດ້ກັບຊາດມາເກີດ. ບໍ່ວ່າຄົນຈະເປັນຄົນທະມະດາ ຫຼື ຄົນພິເສດ, ໂລກຝ່າຍວິນຍານກໍມີກົດເກນທີ່ເໝາະສົມ ແລະ ການປະຕິບັດທີ່ຖືກຕ້ອງເພື່ອດຳເນີນການກັບຊາດມາເກີດຂອງພວກເຂົາ ແລະ ກົດລະບຽບ ແລະ ການປະຕິບັດເຫຼົ່ານີ້ແມ່ນຖືກສົ່ງລົງມາຈາກພຣະເຈົ້າ ເຊິ່ງບໍ່ໄດຖືກຕັດສິນໃຈ ຫຼື ຄວບຄຸມໂດຍບໍລິວານ ຫຼື ສິ່ງມີຊີວິໃດໆຂອງໂລກຝ່າຍວິນຍານ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 189)

ສຳລັບທຸກໆດວງວິນຍານ ເຊັ່ນ: ການກັບຊາດມາເກີດຂອງພວກມັນ, ແມ່ນຫຍັງຄືບົດບາດຂອງມັນໃນຊີວິດນີ້, ຄອບຄົວໃດທີ່ມັນເກີດ ແລະ ຊີວິດຂອງມັນເປັນແນວໃດນັ້ນ ແມ່ນກ່ຽວຂ້ອງກັນຢ່າງໃກ້ຊິດກັບດວງວິນຍານຂອງຊາດກ່ອນ. ຄົນທຸກປະເພດມາໃນໂລກຂອງມະນຸດ ແລະ ບົດບາດທີ່ພວກເຂົາຫຼິ້ນກໍແຕກຕ່າງກັນ, ເຊັ່ນດຽວກັນ ໜ້າວຽກທີ່ພວກເຂົາປະຕິບັດກໍແຕກຕ່າງກັນ. ແລ້ວໜ້າທີ່ເຫຼົ່ານີ້ມີຫຍັງແດ່? ບາງຄົນມາເພື່ອໃຊ້ໜີ້: ຖ້າພວກເຂົາເປັນໜີ້ເງິນຄົນອື່ນຫຼາຍເກີນໄປໃນຊີວິດທີ່ຜ່ານມາຂອງພວກເຂົາ, ພວກເຂົາກໍມາເພື່ອໃຊ້ໜີ້ເຫຼົ່ານັ້ນໃນຊີວິດນີ້. ໃນຂະນະທີ່ບາງຄົນໄດ້ມາເພື່ອທວງໜີ້: ພວກເຂົາຖືກຫຼອກລວງຈາກຫຼາຍສິ່ງຫຼາຍຢ່າງ ແລະ ສູນເສຍເງິນຈຳນວນຫຼາຍຕະຫຼອດຊີວິດທີ່ຜ່ານມາຂອງພວກເຂົາ; ດ້ວຍເຫດນັ້ນ, ຫຼັງຈາກທີ່ພວກເຂົາເຂົ້າສູ່ໂລກຝ່າຍວິນຍານ, ພວກເຂົາຈຶ່ງຖືກປະທານຄວາມຍຸດຕິທຳ ແລະ ອະນຸຍາດໃຫ້ພວກເຂົາທວງໜີ້ຂອງພວກເຂົາຕະຫຼອດຊີວິດນີ້. ບາງຄົນມາເພື່ອໃຊ້ໜີ້ບຸນຄຸນ: ຕະຫຼອດຊີວິດທີ່ຜ່ານມາ, ນັ້ນກໍຄື ການກັບຊາດມາເກີດຄັ້ງທີ່ຜ່ານມາຂອງພວກເຂົາ, ບາງຄົນໃຈດີກັບພວກເຂົາ ແລະ ເນື່ອງຈາກໄດ້ຮັບໂອກາດດີທີ່ຈະໄດ້ກັບຊາດມາເກີດໃນຊີວິດນີ້, ພວກເຂົາກັບມາເກີດເພື່ອໃຊ້ໜີ້ບຸນຄຸນເຫຼົ່ານັ້ນ. ໃນຂະນະທີ່ບາງຄົນໄດ້ເກີດໃໝ່ໃນຊີວິດນີ້ເພື່ອຮຽກຮ້ອງຊີວິດ. ແລ້ວພວກເຂົາຮຽກຮ້ອງຊີວິດຂອງໃຜ? ພວກເຂົາຮຽກຮ້ອງຊີວິດຂອງຄົນທີ່ຂ້າພວກເຂົາໃນຊາດກ່ອນ. ສະຫຼຸບກໍຄື ຊີວິດປັດຈຸບັນຂອງແຕ່ລະຄົນມີຄວາມເຊື່ອມໂຍງກັນຢ່າງແໜ້ນແຟ້ນກັບຊີວິດຜ່ານມາຂອງພວກເຂົາ; ຄວາມເຊື່ອມໂຍງນີ້ແມ່ນບໍ່ສາມາດແຍກອອກຈາກກັນໄດ້. ເຊິ່ງເວົ້າໄດ້ວ່າ, ຊີວິດປັດຈຸບັນຂອງແຕ່ລະຄົນໄດ້ຮັບຜົນກະທົບຢ່າງມະຫາສານຈາກຊາດກ່ອນ. ຕົວຢ່າງ: ໃຫ້ພວກເຮົາສົມມຸດວ່າກ່ອນຊາງຕາຍ, ຊາງໂກງເງິນລີເປັນຈຳນວນຫຼາຍ. ແລ້ວຊາງເປັນໜີ້ລີບໍ? ແນ່ນອນ ລາວເປັນໜີ້ລີ, ສະນັ້ນ ມັນເປັນເລື່ອງທຳມະຊາດທີ່ລີຄວນທວງໜີ້ຂອງລາວຈາກຊາງແມ່ນບໍ? ດັ່ງນັ້ນ, ຫຼັງຈາກພວກເຂົາຕາຍ ຈຶ່ງມີໜີ້ສິນລະຫວ່າງພວກເຂົາທີ່ຕ້ອງໄດ້ຊຳລະ. ເມື່ອພວກເຂົາກັບຊາດມາເກີດໃໝ່ ແລະ ຊາງເກີດເປັນມະນຸດ, ແລ້ວລີຈະທວງໜີ້ຂອງລາວຈາກຊາງໄດ້ແນວໃດ? ວິທີໜຶ່ງກໍຄື ລີຕ້ອງເກີດໃໝ່ເປັນລູກຊາຍຂອງຊາງ; ຊາາງຫາເງິນໄດ້ເປັນຈຳນວນຫຼວງຫຼາຍ ແລ້ວກໍຖືກຜານໂດຍລີ. ບໍ່ວ່າຊາງຈະຫາເງິນໄດ້ຫຼາຍເທົ່າໃດ, ລູກຊາຍຂອງລາວ ລີ ກໍຈະຈ່າຍມັນຢ່າງສິ້ນເປືອງ. ບໍ່ວ່າຊາງຈະຫາເງິນໄດ້ຫຼາຍເທົ່າໃດ, ມັນກໍບໍ່ເຄີຍພໍ; ໃນຂະນະດຽວກັນ, ດ້ວຍເຫດຜົນບາງຢ່າງ ລູກຊາຍຂອງລາວກໍໃຊ້ຈ່າຍເງິນຂອງພໍ່ຈົນໝົດກ້ຽງຕະຫຼອດດ້ວຍຫຼາກຫຼາຍວິທີ. ຊາງໄດ້ແຕ່ປະຫຼາດໃຈ, ສົງໄສວ່າ: “ເປັນຫຍັງລູກຊາຍຂອງຂ້ານ້ອຍຄົນນີ້ຈຶ່ງນຳແຕ່ຄວາມໂຊກຮ້າຍເຊັ່ນນີ້ມາໃຫ້ຂ້ານ້ອຍຕະຫຼອດເວລາ? ເປັນຫຍັງລູກຊາຍຂອງຄົນອື່ນຄືວ່າປະພຶດຕົນດີແທ້? ເປັນຫຍັງລູກຂອງຂ້ານ້ອຍເອງຈຶ່ງບໍ່ມີຄວາມທະເຍີທະຍານ, ເປັນຫຍັງລາວຈຶ່ງໄຮ້ປະໂຫຍດ ແລະ ບໍ່ສາມາດຫາເງິນໄດ້ເລີຍ, ເປັນຫຍັງຂ້ານ້ອຍຈຶ່ງຕ້ອງລ້ຽງດູລາວຕະຫຼອດ? ເນື່ອງຈາກວ່າຂ້ານ້ອຍຕ້ອງໄດ້ລ້ຽງດູລາວ, ເຊິ່ງເປັນສິ່ງທີ່ຂ້ານ້ອຍຕ້ອງເຮັດ, ແຕ່ວ່າ ເປັນຫຍັງ ບໍ່ວ່າຂ້ານ້ອຍຈະໃຫ້ເງິນລາວຫຼາຍປານໃດ, ລາວກໍຍັງຕ້ອງການຢູ່ສະເໝີ? ເປັນຫຍັງລາວຈຶ່ງບໍ່ສາມາດເຮັດວຽກເປັນຫຼັກເປັນຖານໄດ້, ແຕ່ກົງກັນຂ້າມ ລາວເຮັດແຕ່ສິ່ງທີ່ບໍ່ເປັນປະໂຫຍດ ເຊັ່ນ: ທ່ຽວຫຼິ້ນ, ກິນ, ດື່ມ, ຫຼິ້ນສາວ ແລະ ຫຼິ້ນການພະນັນ? ມັນເກີດຫຍັງຂຶ້ນກັບຂ້ານ້ອຍ?” ຫຼັງຈາກນັ້ນຊາງກໍຄິດຢູ່ໄລຍະໜຶ່ງ ແລ້ວເວົ້າວ່າ: “ອາດເປັນໄປໄດ້ວ່າຂ້ານ້ອຍເປັນໜີ້ລາວຈາກຊາດປາງກ່ອນ. ເອົາລະ, ຂ້ານ້ອຍຈະຊຳລະມັນໃຫ້ໝົດສາ! ເລື່ອງນີ້ຈະບໍ່ຈົບຈົນກວ່າຂ້ານ້ອຍຈະຈ່າຍຈົນຄົບ!” ມື້ນັ້ນອາດຈະມາເຖິງເມື່ອລີໄດ້ກູ້ຄືນໜີ້ຂອງລາວທັງໝົດ ແລະ ໃນເວລານັ້ນລາວກໍອາດຈະມີອາຍຸສີ່ສິບປີ ຫຼື ຫ້າສິບປີ, ລາວອາດຈະຮູ້ສຶກໄດ້ ແລະ ຮູ້ຕົວວ່າ: “ຂ້ານ້ອຍບໍ່ໄດ້ເຮັດສິ່ງທີ່ດີແມ່ນແຕ່ສິ່ງດຽວໃນຊ້ວງເຄິ່ງຊີວິດທຳອິດຂອງຂ້ານ້ອຍ! ຂ້ານ້ອຍໄດ້ຜານເງິນທັງໝົດທີ່ພໍ່ຂອງຂ້ານ້ອຍຫາມາໄດ້, ສະນັ້ນ ຂ້ານ້ອຍຄວນເລີ່ມເປັນຄົນດີໄດ້ແລ້ວ! ຂ້ານ້ອຍຈະຕັ້ງໃຈໃໝ່; ຂ້ານ້ອຍຈະເປັນຄົນທີ່ສັດຊື່ ແລະ ໃຊ້ຊີວິດຢ່າງຖືກຕ້ອງ, ຂ້ານ້ອຍຈະບໍ່ນຳເອົາຄວາມໂສກເສົ້າມາໃຫ້ພໍ່ຂອງຂ້ານ້ອຍອີກ!” ເປັນຫຍັງລາວຈຶ່ງຄິດແບບນີ້? ເປັນຫຍັງທັນໃດລາວຈຶ່ງຢາກປ່ຽນເປັນຄົນດີ? ມີເຫດຜົນສຳລັບສິ່ງນີ້ບໍ? ແມ່ນຫຍັງຄືເຫດຜົນ? (ກໍຍ້ອນວ່າ ລີ ໄດ້ທວງໜີ້ຂອງລາວຄືນໝົດແລ້ວ; ຊາງ ໄດ້ໃຊ້ໜີ້ຂອງລາວແລ້ວ). ໃນເລື່ອງນີ້, ມີເຫດ ແລະ ຜົນຂອງມັນ. ເລື່ອງນີ້ໄດ້ເລີ້ມມາແຕ່ດົນແລ້ວ, ກ່ອນຊີວິດປັດຈຸບັນຂອງພວກເຂົາອີກ; ເລື່ອງລາວໃນຊີວິດຊາດກ່ອນຂອງພວກເຂົາໄດ້ຖືກນຳມາສູ່ປັດຈຸບັນ ແລະ ທັງສອງບໍ່ສາມາດຕຳໜິໃຜໄດ້. ບໍ່ວ່າຊາງໄດ້ສອນຫຍັງໃຫ້ລູກຊາຍຂອງລາວ, ລູກຊາຍຂອງລາວກໍບໍ່ເຄີຍຟັງ ແລະ ບໍ່ໄດ້ເຮັດວຽກທີ່ເປັນຫຼັກເປັນຖານ. ແຕ່ເມື່ອໜີ້ສິນຖືກຊຳລະ ຊາງກໍບໍ່ຈຳເປັນຕ້ອງສອນລູກຂອງລາວອີກ, ລູກຂອງລາວເຂົ້າໃຈເອງໂດຍທຳມະຊາດ. ນີ້ແມ່ນຕົວຢ່າງໂດຍທົ່ວໄປ. ມີຕົວຢ່າງແບບນີ້ຫຼາຍບໍ? (ມີຫຼາຍ). ແລ້ວສິ່ງນີ້ໄດ້ບອກຫຍັງແກ່ຜູ້ຄົນ? (ພວກເຂົາຄວນເປັນຄົນດີ ແລະ ບໍ່ເຮັດຄວາມຊົ່ວ). ພວກເຂົາບໍ່ຄວນເຮັດຄວາມຊົ່ວ ເພາະວ່າ ຈະມີກຳຕາມສະໜອງສຳລັບການເຮັດຜິດຂອງພວກເຂົາ! ຄົນທີ່ບໍ່ເຊື່ອສວນຫຼາຍເຮັດຄວາມຊົ່ວ ແລະ ການເຮັດຜິດຂອງພວກເຂົາໄດ້ຖືກຳຕາມສະໜອງ, ແມ່ນບໍ? ແນວໃດກໍຕາມ, ກຳຕາມສະໜອງນັ້ນແມ່ນເກີດຂຶ້ນໂດຍບັງເອີນບໍ? ສຳລັບທຸກການກະທຳ, ມີຄວາມເປັນມາ ແລະ ເຫດຜົນຢູ່ເບື້ອງຫຼັງຜົນກໍາຂອງມັນ. ເຈົ້າຄິດວ່າຈະບໍ່ມີຫຍັງເກີດຂຶ້ນກັບເຈົ້າຫຼັງຈາກທີ່ເຈົ້າໄດ້ໂກງເງິນຄົນອື່ນບໍ? ເຈົ້າຄິດວ່າຫຼັງຈາກທີ່ໄດ້ໂກງເງິນນັ້ນໄປແລ້ວ, ເຈົ້າຈະບໍ່ຜະເຊີນກັບຜົນສະທ້ອນໃດໆບໍ? ຄົງຈະເປັນໄປບໍ່ໄດ້; ມັນຈະມີຜົນສະທ້ອນຢ່າງແນ່ນອນ! ບໍ່ວ່າພວກເຂົາເປັນໃຜ ຫຼື ບໍ່ວ່າພວກເຂົາເຊື່ອ ຫຼື ບໍ່ ວ່າມີພຣະເຈົ້າກໍຕາມ, ທຸກຄົນຕ້ອງຮັບຜິດຊອບຕໍ່ພຶດຕິກຳຂອງຕົນເອງ ແລະ ແບກຮັບຜົນແຫ່ງການກະທຳຂອງພວກເຂົາ. ສໍາລັບກ່ຽວກັບເຖິງຕົວຢ່າງງ່າຍໆນີ້, ຊາງໄດ້ຖືກລົງໂທດ ແລະ ລີກໍໄດ້ຖືກຈ່າຍຄືນ, ແລ້ວນີ້ບໍ່ຍຸດຕິທຳບໍ? ເມື່ອຄົນເຮັດສິ່ງດັ່ງກ່າວ, ນີ້ຄືຜົນໄດ້ຮັບທີ່ເກີດຂຶ້ນ. ມັນບໍ່ສາມາດແຍກອອກຈາກການບໍລິຫານຂອງໂລກຝ່າຍວິນຍານໄດ້. ເຖິງແມ່ນວ່າຈະເປັນຜູ້ທີ່ບໍ່ເຊື່ອກໍຕາມ, ການດຳລົງຢູ່ຂອງບັນດາຜູ້ທີ່ບໍ່ເຊື່ອໃນພຣະເຈົ້າກໍຢູ່ພາຍໃຕ້ກົດບັນຍັດ ແລະ ກົດແຫ່ງສະຫວັນດັ່ງກ່າວນີ້. ບໍ່ມີໃຜສາມາດໜີພົ້ນມັນໄດ້ ແລະ ບໍ່ມີໃຜສາມາດຫຼີກເວັ້ນຄວາມເປັນຈິງນີ້ໄດ້.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 190)

ບັນດາຜູ້ທີ່ບໍ່ມີຄວາມສັດທາມັກຈະເຊື່ອວ່າທຸກສິ່ງທີ່ມະນຸດສາມາດເບິ່ງເຫັນໄດ້ນັ້ນມີຢູ່ຈິງ ໃນຂະນະທີ່ທຸກສິ່ງທີ່ບໍ່ສາມາດເບິ່ງເຫັນ ຫຼື ຢູ່ຫ່າງໄກຈາກຄົນນັ້ນບໍ່ມີຢູ່ຈິງ. ພວກເຂົາມັກເຊື່ອວ່າບໍ່ມີ “ວົງຈອນຊີວິດ ແລະ ຄວາມຕາຍ” ແລະ ບໍ່ມີ ”ການລົງໂທດ”; ດັ່ງນັ້ນ ພວກເຂົາຈຶ່ງເຮັດບາບ ແລະ ເຮັດຄວາມຊົ່ວໂດຍປາສະຈາກຄວາມຮູ້ສຶກກິນແໜງໃຈ. ໃນທີ່ສຸດ ພວກເຂົາກໍຖືກລົງໂທດ ຫຼື ກັບຊາດມາເກີດເປັນສັດ. ຄົນຫຼາກຫຼາຍປະເພດສ່ວນໃຫຍ່ໃນທ່າມກາງຜູ້ທີ່ບໍ່ເຊື່ອແມ່ນຕົກເຂົ້າສູ່ວົງຈອນອຸບາດນີ້. ນີ້ກໍຍ້ອນວ່າພວກເຂົາບໍ່ຮູ້ວ່າໂລກຝ່າຍວິນຍານນັ້ນເຂັ້ມງວດໃນການບໍລິຫານສິ່ງມີຊີວິດທັງໝົດ. ບໍ່ວ່າເຈົ້າຈະເຊື່ອ ຫຼືບໍ່ ກໍຕາມ, ຄວາມຈິງນີ້ກໍມີຢູ່ຈິງ, ຍ້ອນວ່າບໍ່ມີແມ່ນແຕ່ຄົນດຽວ ຫຼື ວັດຖຸໃດສາມາດຫຼົບໜີຈາກຂອບເຂດທີ່ພຣະເຈົ້າສັງເກດດ້ວຍຕາຂອງພຣະອົງ, ບໍ່ມີແມ່ນແຕ່ຄົນດຽວ ຫຼື ວັດຖຸໃດສາມາດຫຼົບໜີຈາກກົດ ຫຼື ຂໍ້ຈຳກັດແຫ່ງກົດບັນຍັດ ແລະ ກົດສະຫວັນຂອງພຣະອົງໄດ້. ສະນັ້ນ, ຕົວຢ່າງງ່າຍໆນີ້ບອກທຸກຄົນວ່າ ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່ ກໍຕາມ, ການເຮັດບາບ ແລະ ການກະທຳຄວາມຊົ່ວແມ່ນຮັບບໍ່ໄດ້ ແລະ ທຸກການກະທຳລ້ວນແລ້ວແຕ່ມີຜົນຕາມມາ. ເມື່ອບາງຄົນໂກງເງິນຄົນອື່ນຖືກລົງໂທດ, ການລົງໂທດດັ່ງກ່າວນັ້ນກໍຍຸດຕິທຳ. ພຶດຕິກຳທີ່ເຫັນກັນໂດຍທົ່ວໄປເຊັ່ນນີ້ຖືກລົງໂທດໃນໂລກຝ່າຍວິນຍານ ແລະ ການລົງໂທດດັ່ງກ່າວແມ່ນຖືກປະຕິບັດໂດຍກົດບັນຍັດ ແລະ ກົດສະຫວັນຂອງພຣະເຈົ້າ. ເພາະສະນັ້ນ, ຄວາມຜິດທາງອາຍາຢ່າງຮຸນແຮງ ແລະ ພຶດຕິກຳອັນຊົ່ວຮ້າຍ ເຊັ່ນ: ການຂົ່ມຂືນ ແລະ ການປຸ້ນສະດົມ, ການທຸດຈະລິດ ແລະ ການຫຼອກລວງ, ການໂຈລະກຳ ແລະ ການປຸ້ນ, ການຄາດຕະກຳ ແລະ ການຈູດເຜົາ ແລະ ອື່ນໆ ແມ່ນຂຶ້ນກັບຂະບວນການລົງໂທດຕໍ່ກັບຄວາມຮຸນແຮງທີ່ແຕກຕ່າງກັນໄປ. ການລົງໂທດຕໍ່ກັບຄວາມຮຸນແຮງທີ່ແຕກຕ່າງກັນໄປເຫຼົ່ານີ້ປະກອບມີຫຍັງແດ່? ບາງຢ່າງສ້າງລະດັບຄວາມຮຸນແຮງໂດຍໃຊ້ເວລາ, ໃນຂະນະທີ່ບາງຢ່າງເຮັດຜ່ານວິທີການທີ່ແຕກຕ່າງກັນ; ແລ້ວຍັງມີບາງຢ່າງທີ່ເຮັດໂດຍການກຳນົດບ່ອນທີ່ຄົນໄປເມື່ອພວກເຂົາກັບຊາດມາເກີດ. ຕົວຢ່າງ: ບາງຄົນເປັນຄົນປາກເສຍ. ການເປັນຄົນ “ປາກເສຍ” ໝາຍເຖິງຫຍັງ? ມັນໝາຍເຖິງການດ່າຄົນອື່ນເລື້ອຍໆ ແລະ ໃຊ້ພາສາທີ່ເປັນອັນຕະລາຍເພື່ອສາບແຊ່ງຄົນອື່ນ. ພາສາທີ່ເປັນອັນຕະລາຍໝາຍເຖິງຫຍັງ? ມັນຊີ້ໃຫ້ເຫັນວ່າຄົນມີຫົວໃຈທີ່ໂຫດຮ້າຍ. ຄຳຫຍາບຄາຍທີ່ສາບແຊ່ງຄົນອື່ນມັກຈະມາຈາກປາກຂອງຄົນເຊັ່ນນີ້ ແລະ ພາສາທີ່ເປັນອັນຕະລາຍດັ່ງກ່າວນຳມາເຊິ່ງຜົນກະທົບທີ່ຮ້າຍແຮງ. ຫຼັງຈາກທີ່ຄົນເຫຼົ່ານີ້ຕາຍໄປ ແລະ ໄດ້ຮັບການລົງໂທດທີ່ເໝາະສົມແລ້ວ, ພວກເຂົາອາດຈະກັບມາເກີດເປັນຄົນປາກກືກ. ບາງຄົນເປັນຄົນມານຍາຫຼາຍໃນຂະນະທີ່ຍັງມີຊີວິດຢູ່; ພວກເຂົາເອົາປຽບຄົນອື່ນເລື້ອຍໆ, ກົນອຸບາຍເລັກນ້ອຍຂອງພວກເຂົາຖືກວາງແຜນຢ່າງດີເປັນພິເສດ ແລະ ພວກເຂົາສ້າງອັນຕະລາຍຫຼາຍໃຫ້ກັບຜູ້ຄົນ. ເມື່ອພວກເຂົາກັບມາເກີດໃໝ່, ອາດຈະເປັນຄົນປັນຍາອ່ອນ ຫຼື ເປັນຄົນພິການທາງຈິດ. ບາງຄົນມັກສອດແນມເລື່ອງສ່ວນຕົວຂອງຄົນອື່ນ; ຕາຂອງພວກເຂົາເຫັນຫຼາຍສິ່ງທີ່ພວກເຂົາບໍ່ຄວນເຫັນ ແລະ ພວກເຂົາຮຽນຮູ້ຫຼາຍສິ່ງທີ່ພວກເຂົາບໍ່ຄວນຮູ້. ຜົນທີ່ຕາມມາກໍຄື ເມື່ອພວກເຂົາກັບມາເກີດໃໝ່, ພວກເຂົາອາດຈະຕາບອດ. ບາງຄົນວ່ອງໄວຫຼາຍເມື່ອພວກເຂົາຍັງມີຊີວິດຢູ່; ພວກເຂົາມັກຕໍ່ສູ້ ແລະ ເຮັດສິ່ງທີ່ຊົ່ວຮ້າຍຫຼາຍ. ດ້ວຍເຫດນີ້, ພວກເຂົາອາດຈະກັບມາເກີດເປັນຄົນພິການ, ຂາຂາດ ຫຼື ແຂນຂາດ; ບໍ່ດັ່ງນັ້ນ ພວກເຂົາກໍອາດຈະກັບຊາດມາເກີດເປັນຄົນຫຼັງກົ່ງ ຫຼື ຄໍບິດ, ຍ່າງຂາເຄ, ມີຂາເບື້ອງໜຶ່ງສັ້ນກວ່າອີກເບື້ອງ ແລະ ອື່ນໆອີກ. ໃນນີ້, ພວກເຂົາຈະຖືກລົງໂທດຕາມລະດັບຄວາມຊົ່ວຮ້າຍທີ່ພວກເຂົາໄດ້ເຮັດໃນເວລາທີ່ຍັງມີຊີວິດຢູ່. ເປັນຫຍັງພວກເຈົ້າຈຶ່ງຄິດວ່າບາງຄົນເປັນຄົນຕາເຫຼ່ວ? ຄົນເຊັ່ນນີ້ມີຫຼາຍບໍ? ທຸກມື້ນີ້ແມ່ນມີຫຼາຍກວ່າສອງສາມຄົນ. ບາງຄົນເປັນຄົນຕາເຫຼ່ວ ຍ້ອນວ່າໃນຊີວິດທີ່ຜ່ານມາຂອງພວກເຂົາ, ພວກເຂົາໄດ້ໃຊ້ຕາຂອງພວກເຂົາຫຼາຍເກີນໄປ ແລະ ໄດ້ເຮັດສິ່ງທີ່ບໍ່ດີຫຼາຍຢ່າງເກີນໄປ, ດັ່ງນັ້ນ ພວກເຂົາຈຶ່ງເກີດມາໃນຊີວິດນີ້ດ້ວຍຕາເຫຼ່ວ ແລະ ໃນກໍລິນີທີ່ຮຸນແຮງ, ພວກເຂົາເຖິງຂັ້ນເກີດມາຕາບອດ. ນີ້ແມ່ນກຳຕາມສະໜອງ! ບາງຄົນເຂົ້າກັບຄົນອື່ນໄດ້ດີກ່ອນພວກເຂົາຕາຍ; ພວກເຂົາເຮັດສິ່ງທີ່ດີຫຼາຍຢ່າງໃຫ້ແກ່ຍາດພີ່ນ້ອງ, ໝູ່ເພື່ອນ, ເພື່ອນຮ່ວມງານ ຫຼື ຄົນທີ່ພົວພັນກັບພວກເຂົາ. ພວກເຂົາໃຫ້ຄວາມກາລຸນາ ແລະ ດູແລຄົນອື່ນ ຫຼື ຊ່ວຍເຫຼືອຄົນອື່ນດ້ານເງິນ ແລະ ເປັນຄົນທີ່ມີຄວາມຄິດທີ່ດີກັບຄົນອື່ນ. ເມື່ອຄົນດັ່ງກ່າວກັບຄືນສູ່ໂລກຝ່າຍວິນຍານ, ພວກເຂົາບໍ່ໄດ້ຖືກລົງໂທດ. ສຳລັບຜູ້ທີ່ບໍ່ເຊື່ອທີ່ບໍ່ໄດ້ຖືກລົງໂທດຢ່າງໃດເລີຍ ໝາຍຄວາມວ່າ ພວກເຂົາໄດ້ເປັນຄົນດີຫຼາຍ. ແທນທີ່ຈະເຊື່ອໃນການດຳລົງຢູ່ຂອງພຣະເຈົ້າ, ພວກເຂົາເຊື່ອແຕ່ຊາຍຊະລາທີ່ຢູ່ເທິງຟ້າເທົ່ານັ້ນ. ຄົນດັ່ງກ່າວເຊື່ອພຽງແຕ່ວ່າ ມີວິນຍານຢູ່ເໜືອພວກເຂົາ, ເບິ່ງທຸກສິ່ງທີ່ພວກເຂົາເຮັດ, ນັ້ນຄືສິ່ງດຽວທີ່ຄົນດັ່ງກ່າວເຊື່ອ. ຜົນຮັບກໍຄື ບຸກຄົນນີ້ປະພຶດຕົນເປັນຄົນດີຫຼາຍ. ຄົນແບບນີ້ເປັນຄົນໃຈດີ ແລະ ໂອບເອື້ອອາລີ, ໃນທີ່ສຸດ ເມື່ອພວກເຂົາກັບໄປສູ່ໂລກຝ່າຍວິນຍານ, ພວກເຂົາຖືກປະຕິບັດຕໍ່ເປັນຢ່າງດີ ແລະ ພວກເຂົາຈະໄດ້ກັບຊາດມາເກີດໂດຍໄວ. ເມື່ອພວກເຂົາເກີດໃໝ່, ພວກເຂົາຈະມາຢູ່ໃນຄອບຄົວແບບໃດ? ເຖິງແມ່ນວ່າຄອບຄົວດັ່ງກ່າວຈະບໍ່ຮັ່ງມີ, ພວກເຂົາກໍຈະພົ້ນຈາກໄພອັນຕະລາຍໃດໆ, ມີຄວາມປອງດອງກັນລະຫວ່າງສະມາຊິກຄອບຄົວຂອງພວກເຂົາ; ໃນນັ້ນ, ຄົນທີ່ກັບຊາດມາເກີດເຫຼົ່ານີ້ຈະມີຄວາມປອດໄພ, ມີຄວາມສຸກ, ທຸກຄົນຈະເບີກບານມ່ວນຊື່ນ ແລະ ມີຊີວິດທີ່ດີ. ເມື່ອຄົນເຫຼົ່ານີ້ເປັນຜູ້ໃຫຍ່, ພວກເຂົາຈະມີຄອບຄົວທີ່ໃຫຍ່ ແລະ ຂະຫຍາຍອອກຢ່າງກວ້າງຂວາງ, ລູກໆຂອງພວກເຂົາຈະເປັນຄົນທີ່ມີພອນສະຫວັນ ແລະ ປະສົບຜົນສຳເລັດ, ຄອບຄົວຂອງພວກເຂົາຈະໄດ້ຮັບແຕ່ໂຊກລາບ ເຊິ່ງຜົນໄດ້ຮັບດັ່ງກ່າວແມ່ນກ່ຽວພັນກັບຊີວິດທີ່ຜ່ານມາຂອງຄົນເຫຼົ່ານີ້. ນັ້ນກໍຄື, ບ່ອນທີ່ຄົນໄປຫຼັງຈາກພວກເຂົາຕາຍ ແລະ ກັບຊາດມາເກີດ, ບໍ່ວ່າພວກເຂົາຈະເປັນເພດຊາຍ ຫຼື ເພດຍິງ, ແມ່ນຫຍັງຄືພັນທະກິດຂອງພວກເຂົາ, ສິ່ງທີ່ພວກເຂົາຈະຕ້ອງຜ່ານໃນຊີວິດ, ຄວາມຍາກລໍາບາກແບບໃດທີ່ພວກເຂົາຕ້ອງອົດທົນ, ພອນອັນໃດທີ່ພວກເຂົາຈະໄດ້ຮັບ, ພວກເຂົາຈະພົບໃຜ ແລະ ແມ່ນຫຍັງທີ່ຈະເກີດຂຶ້ນກັບພວກເຂົາ; ບໍ່ມີໃຜສາມາດທຳນວາຍສິ່ງເຫຼົ່ານີ້ໄດ້, ຫຼີກເວັ້ນມັນໄດ້ ຫຼື ລີ້ຈາກມັນໄດ້. ເຊິ່ງເວົ້າໄດ້ວ່າ, ເມື່ອຊີວິດຂອງເຈົ້າໄດ້ຖືກກຳນົດຂຶ້ນແລ້ວ, ບໍ່ວ່າຈະເກີດຫຍັງຂຶ້ນກັບເຈົ້າ, ບໍ່ວ່າເຈົ້າຈະພະຍາຍາມຫຼີກເວັ້ນມັນແນວໃດກໍຕາມ ແລະ ດ້ວຍວິທີການໃດກໍຕາມ, ເຈົ້າຈະບໍ່ມີທາງລະເມີດແນວທາງຊີວິດທີ່ພຣະເຈົ້າໄດ້ກຳນົດໄວ້ໃຫ້ເຈົ້າໃນໂລກຝ່າຍວິນຍານ. ຍ້ອນວ່າ ເມື່ອເຈົ້າກັບຊາດມາເກີດ, ໂຊກຊະຕາຊີວິດຂອງເຈົ້າໄດ້ຖືກກຳນົດໄວ້ແລ້ວ. ບໍ່ວ່າມັນຈະດີ ຫຼື ຊົ່ວ, ທຸກຄົນຄວນຜະເຊີນໜ້າກັບມັນ ແລະ ສືບຕໍ່ກ້າວໄປຂ້າງໜ້າ. ນີ້ແມ່ນສິ່ງທີ່ບໍ່ມີຜູ້ໃດທີ່ອາໄສຢູ່ໃນໂລກນີ້ສາມາດຫຼີກເວັ້ນໄດ້ ແລະ ບໍ່ມີສິ່ງໃດທີ່ເປັນຈິງຫຼາຍກວ່ານີ້.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 191)

ຕອນນີ້ພວກເຈົ້າເຫັນແລ້ວບໍ່ວ່າ ພຣະເຈົ້າມີການກວດສອບ ແລະ ການບໍລິຫານທີ່ແນ່ນອນ ແລະ ເຂັ້ມງວດສຳລັບວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ທີ່ບໍ່ເຊື່ອ? ກ່ອນອື່ນໝົດ, ພຣະອົງໄດ້ສ້າງກົດບັນຍັດ, ກົດສະຫວັນ ແລະ ລະບົບໃນອານາຈັກຝ່າຍວິນຍານ, ເມື່ອສິ່ງເຫຼົ່ານີ້ໄດ້ຖືກປະກາດໃຊ້ແລ້ວ, ພວກມັນໄດ້ຖືກປະຕິບັດຢ່າງເຂັ້ມງວດ, ກໍານົດໂດຍພຣະເຈົ້າ ແລະ ສິ່ງມີຊີວິດໃນຕຳແໜ່ງທາງການຕ່າງໆໃນໂລກຝ່າຍວິນຍານ ແລະ ບໍ່ມີໃຜກ້າລະເມີດພວກມັນ. ເພາະສະນັ້ນ, ໃນວົງຈອນຊີວິດ ແລະ ຄວາມຕາຍຂອງມະນຸດຊາດໃນໂລກຂອງມະນຸດ, ບໍ່ວ່າຄົນຈະເກີດມາເປັນສັດ ຫຼື ເປັນມະນຸດ ກໍມີກົດໝາຍສຳລັບທັງສອງ. ຍ້ອນວ່າກົດໝາຍເຫຼົ່ານີ້ມາຈາກພຣະເຈົ້າ, ບໍ່ມີໃຜກ້າທີ່ຈະລະເມີດມັນ ແລະ ບໍ່ມີໃຜສາມາດທຳລາຍມັນໄດ້. ມັນເປັນຍ້ອນອຳນາດອະທິປະໄຕນີ້ຂອງພຣະເຈົ້າເທົ່ານັ້ນ ແລະ ຍ້ອນວ່າກົດໝາຍດັ່ງກ່າວມີຢູ່ ໂລກວັດຖຸທີ່ຄົນເຫັນຈຶ່ງເປັນປົກກະຕິ ແລະ ເປັນລະບຽບຮຽບຮ້ອຍ; ມັນເປັນຍ້ອນອຳນາດອະທິປະໄຕນີ້ຂອງພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງສາມາດຢູ່ຮ່ວມກັນຢ່າງສະຫງົບສຸກກັບໂລກອື່ນທີ່ບໍ່ສາມາດເບິ່ງເຫັນໄດ້ຢ່າງສິ້ນເຊີງສຳລັບພວກເຂົາ ແລະ ສາມາດດຳລົງຊີວິດຢູ່ຢ່າງສັນຕິ ເຊິ່ງທັງໝົດນີ້ບໍ່ສາມາດແຍກອອກຈາກອຳນາດອະທິປະໄຕຂອງພຣະເຈົ້າໄດ້. ຫຼັງຈາກຊີວິດຝ່າຍເນື້ອໜັງຂອງຄົນຕາຍໄປ, ດວງວິນຍານກໍຍັງມີຊີວິດຢູ່, ສະນັ້ນ ມັນຈະເກີດຫຍັງຂຶ້ນຖ້າມັນບໍ່ໄດ້ຢູ່ພາຍໃຕ້ການບໍລິຫານຂອງພຣະເຈົ້າ? ດວງວິນຍານຈະຊັດເຊພະເນຈອນໄປທົ່ວທຸກບ່ອນ, ບຸກລຸກໄປທຸກບ່ອນ ແລະ ເຖິງຂັ້ນສ້າງອັນຕະລາຍໃຫ້ກັບສິ່ງມີຊີວິດໃນໂລກຂອງມະນຸດ. ອັດຕະລາຍດັ່ງກ່າວຈະບໍ່ເກີດຂຶ້ນແຕ່ກັບມະນຸດເທົ່ານັ້ນ ແຕ່ອາດຈະເກີດຂຶ້ນກັບພືດ ແລະ ສັດອີກດ້ວຍ. ແນວໃດກໍຕາມ, ຜູ້ທຳອິດທີ່ຈະໄດ້ຮັບອັນຕະລາຍກໍຈະແມ່ນຄົນ. ຖ້າດວງຍິນຍານດັ່ງກ່າວປາດສະຈາກການຄວບຄຸມ ແລ້ວສ້າງຄວາມອັນຕະລາຍໃຫ້ກັບຜູ້ຄົນຢ່າງແທ້ຈິງ ແລະ ເຮັດສິ່ງຊົ່ວຮ້າຍແທ້ຈິງ, ແລ້ວວິນຍານດວງນີ້ກໍຈະໄດ້ຮັບການລົງໂທດຢ່າງເໝາະສົມໃນໂລກຝ່າຍວິນຍານເຊັ່ນດຽວກັນ: ຖ້າສິ່ງນັ້ນຮຸນແຮງ, ດວງວິນຍານກໍຈະບໍ່ມີຢູ່ອີກຕໍ່ໄປ ແລະ ຈະຖືກທຳລາຍ. ຖ້າຫາກເປັນໄປໄດ້, ມັນກໍອາດຈະຖືກວາງໄວ້ບ່ອນໃດບ່ອນຫນຶ່ງ ແລະ ຫຼັງຈາກນັ້ນກໍຈະກັບຊາດມາເກີດ. ໝາຍຄວາມວ່າ, ການບໍລິຫານດວງວິນຍານຕ່າງໆຂອງໂລກຝ່າຍວິນຍານນັ້ນເປັນລະບຽບ ແລະ ຖືກດຳເນີນການຕາມຂັ້ນຕອນ ແລະ ອີງຕາມກົດລະບຽບ. ເປັນຍ້ອນການບໍລິຫານດັ່ງກ່າວເທົ່ານັ້ນທີ່ໂລກວັດຖຸຂອງມະນຸດຈຶ່ງບໍ່ໄດ້ຕົກຢູ່ໃນຄວາມສັບສົນວຸ້ນວາຍ, ທີ່ມະນຸດຂອງໂລກວັດຖຸຈຶ່ງມີຈິດໃຈທີ່ປົກກະຕິ, ມີເຫດຜົນທີ່ປົກກະຕິ ແລະ ຊີວິດຝ່າຍເນື້ອໜັງທີ່ເປັນລະບຽບ. ຫຼັງຈາກທີ່ມະນຸດຊາດມີຊີວິດທີ່ປົກກະຕິແບບນີ້ເທົ່ານັ້ນ ບັນດາຜູ້ທີ່ອາໄສຢູ່ໃນເນື້ອໜັງຈຶ່ງຈະສາມາດສືບຕໍ່ຈະເລີນເຕີບໃຫຍ່ ແລະ ຂະຫຍາຍພັນຊົ່ວຮຸ່ນສູ່ຮຸ່ນຄົນ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 192)

ເມື່ອເວົ້າເຖິງຜູ້ທີ່ບໍ່ເຊື່ອ, ຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງພຣະເຈົ້າ ແມ່ນການໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍບໍ? ມີຂໍ້ຍົກເວັ້ນຫຍັງບໍ? (ບໍ່). ພວກເຈົ້າເຫັນບໍໍວ່າ ມີຫຼັກການຢູ່ເບື້ອງຫຼັງການກະທຳຂອງພຣະເຈົ້າ? ຄວາມຈິງແລ້ວ ຜູ້ທີ່ບໍ່ເຊື່ອ ແມ່ນບໍ່ເຊື່ອໃນພຣະເຈົ້າ ແລະ ຍອມຮັບຕໍ່ການປັ້ນແຕ່ງຂອງພຣະອົງ. ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຮູ້ອຳນາດອະທິປະໄຕຂອງພຣະອົງ, ແລ້ວແຮງໄກທີ່ພວກເຂົາຈະຍອມຮັບພຣະອົງ. ຮ້າຍແຮງໄປກວ່ານັ້ນ, ພວກເຂົາໝິ່ນປະໝາດພຣະເຈົ້າ ແລະ ສາບແຊ່ງພຣະອົງ ແລະ ເປັນສັດຕູກັບບັນດາຜູ້ທີ່ເຊື່ອໃນພຣະເຈົ້າ. ເຖິງແມ່ນວ່າ ພວກເຂົາມີທັດສະນະຕະຕິແບບນີ້ຕໍ່ພຣະເຈົ້າ, ການບໍລິຫານພວກເຂົາຂອງພຣະອົງກໍຍັງເປັນໄປຕາມຫຼັກການຂອງພຣະອົງ; ພຣະອົງຄຸ້ມຄອງພວກເຂົາຢ່າງເປັນລະບຽບ ອີງຕາມຫຼັກການ ແລະ ອຸປະນິໄສຂອງພຣະອົງ. ພຣະອົງເຫັນຄວາມເປັນສັດຕູຂອງພວກເຂົາແນວໃດ? ເປັນຄົນໂງ່ຈ້າ! ຜົນຕາມມາກໍຄື ໃນອະດີດ ພຣະອົງໄດ້ເຮັດໃຫ້ຄົນທີ່ບໍ່ເຊື່ອຈຳນວນຫຼວງຫຼາຍເຫຼົ່ານີ້ກັບຊາດມາເກີດເປັນສັດ. ແລ້ວໃນສາຍຕາຂອງພຣະເຈົ້າ, ຜູ້ທີ່ບໍ່ເຊື່ອຄືຫຍັງກັນແທ້? ພວກເຂົາທັງໝົດຄືສັດເດຍລະສານ. ພຣະເຈົ້າຄຸ້ມຄອງສັດ ແລະ ມະນຸດຊາດ, ສຳລັບຄົນດັ່ງກ່າວພຣະອົງແມ່ນມີຫຼັກການດຽວກັນ. ແມ່ນແຕ່ໃນການບໍລິຫານຄົນເຫຼົ່ານີ້ຂອງພຣະອົງ, ອຸປະນິໄສຂອງພຣະອົງກໍຍັງສາມາດເຫັນໄດ້ໃນສິ່ງນີ້, ເຊັ່ນດຽວກັນກັບກົດລະບຽບຂອງພຣະອົງທີ່ຢູ່ເບື້ອງຫຼັງການປົກຄອງເໜືອທຸກສິ່ງຂອງພຣະອົງ. ດັ່ງນັ້ນ, ພວກເຈົ້າເຫັນອຳນາດອະທິປະໄຕຂອງພຣະເຈົ້າໃນຫຼັກການທີ່ພຣະອົງບໍລິຫານຜູ້ທີ່ບໍ່ເຊື່ອງທີ່ເຮົາຫາກໍກ່າວມານັ້ນບໍ? ພວກເຈົ້າເຫັນອຸປະນິໄສອັນຊອບທຳຂອງພຣະເຈົ້າບໍ? (ພວກຂ້ານ້ອຍເຫັນ). ເວົ້າອີກຢ່າງໜຶ່ງກໍຄື ບໍ່ວ່າພຣະເຈົ້າຈະຈັດການກັບສິ່ງໃດກໍຕາມ, ພຣະອົງປະຕິບັດຕາມຫຼັກການ ແລະ ອຸປະນິໄສຂອງພຣະອົງເອງ. ນີ້ແມ່ນແກ່ນແທ້ຂອງພຣະເຈົ້າ; ພຣະອົງຈະບໍ່ມີວັນລະເມີດກົດບັນຍັດ ແລະ ກົດສະຫວັນທີ່ພຣະອົງໄດ້ຕັ້ງຂຶ້ນພຽງຍ້ອນພຣະອົງຖືວ່າຜູ້ຄົນເຫຼົ່ານັ້ນເປັນສັດ. ພຣະເຈົ້າປະຕິບັດຕາມຫຼັກການ, ຢ່າງນ້ອຍກໍບໍ່ເຮັດອໍາເພີໃຈ ແລະ ການກະທໍາຂອງພຣະອົງບໍ່ໄດ້ຮັບຜົກກະທົບຈາກປັດໄຈໃດໆທັ່ງນັ້ນ. ທຸກສິ່ງທີ່ພຣະອົງເຮັດແມ່ນຕາມຫຼັກການຂອງພຣະອົງເອງ. ນີ້ກໍຍ້ອນວ່າພຣະເຈົ້າມີທາດແທ້ຂອງພຣະອົງເຈົ້າເອງ; ນີ້ແມ່ນດ້ານໜຶ່ງແຫ່ງທາດແທ້ຂອງພຣະອົງທີ່ບໍ່ໄດ້ຖືກຄອບຄອງໂດຍສິ່ງມີຊີວິດທີ່ຖືກສ້າງຂຶ້ນ. ພຣະເຈົ້າມີສະຕິ ແລະ ມີຄວາມຮັບຜິດຊອບໃນການຈັດການຂອງພຣະອົງ, ການເຂົ້າຫາ, ການຄຸ້ມຄອງ, ການບໍລິຫານ ແລະ ການປົກຄອງເໜືອທຸກສິ່ງ, ຜູ້ຄົນ ແລະ ສິ່ງມີຊີວິດທ່າມກາງທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນ, ໃນນີ້ ພຣະອົງບໍ່ເຄີຍປະໝາດ. ສຳລັບບັນດາຄົນດີ, ພຣະອົງມີຄວາມກາລຸນາ ແລະ ເມດຕາ; ສໍາລັບຄົນຊົ່ວ, ພຣະອົງລົງໂທດຢ່າງຮຸນແຮງ; ສ່ວນສິ່ງມີຊີວິດທັງຫຼາຍ, ພຣະອົງໄດ້ຈັດແຈງໄວ້ຢ່າງເໝາະສົມໃນເວລາທີ່ເໝາະສົມ ແລະ ດ້ວຍລັກສະນະທີ່ເປັນປົກກະຕິອີງຕາມຂໍ້ຮຽກຮ້ອງທີ່ແຕກຕ່າງກັນຂອງໂລກມະນຸດໃນເວລາທີ່ແຕກຕ່າງກັນ, ດັ່ງນັ້ນ ສິ່ງມີຊີວິດຕ່າງໆເຫຼົ່ານີ້ຈຶ່ງໄດ້ກັບຊາດມາເກີດຕາມບົດບາດທີ່ພວກເຂົາຫຼິ້ນຢ່າງເປັນລະບຽບ ແລະ ເຄື່ອນຍ້າຍໄປມາລະຫວ່າງໂລກວັດຖຸ ແລະ ໂລກຝ່າຍວິນຍານດ້ວຍວິທີທີ່ເປັນລະບຽບ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 193)

ຄວາມຕາຍຂອງສິ່ງມີຊີວິດ, ການສິ້ນສຸດຂອງຊີວິດຝ່າຍຮ່າງກາຍ ບົ່ງບອກວ່າສິ່ງມີຊີວິດໄດ້ຜ່ານຈາກໂລກວັດຖຸສູ່ໂລກຝ່າຍວິນຍານ, ໃນຂະນະທີ່ການເກີດຂອງຊີວິດໃໝ່ຝ່າຍຮ່າງກາຍບົ່ງບອກວ່າສິ່ງມີຊີວິດໄດ້ມາຈາກໂລກຝ່າຍວິນຍານສູ່ໂລກວັດຖຸ ແລະ ເລີ່ມທີ່ຈະດຳເນີນການ ແລະ ເຮັດບົດບາດຂອງມັນ. ບໍ່ວ່າຈະເປັນການຈາກໄປ ຫຼື ການມາຂອງສິ່ງມີຊີວິດ, ທັງສອງແມ່ນບໍ່ສາມາດແຍກອອກຈາກພາລະກິດຂອງໂລກຝ່າຍວິນຍານໄດ້. ເມື່ອເຖິງເວລາທີ່ຄົນເຂົ້າມາໃນໂລກວັດຖຸ, ການຈັດແຈງທີ່ເໝາະສົມ ແລະ ຄຳນິຍາມໄດ້ຖືກສ້າງຂຶ້ນແລ້ວໂດຍພຣະເຈົ້າໃນໂລກຝ່າຍວິນຍານ ວ່າຄອບຄົວໃດທີ່ຄົນນັ້ນຈະໄປເກີດນໍາ, ຍຸກສະໄໝໃດທີ່ພວກເຂົາຈະມາ, ເວລາໃດພວກເຂົາຈະມາຮອດ ແລະ ບົດບາດທີ່ພວກເຂົາຈະຫຼິ້ນ. ສະນັ້ນ, ຕະຫຼອດຊີວິດຂອງຄົນນີ້, ສິ່ງຕ່າງໆທີ່ເຂົາເຮັດ ແລະ ເສັ້ນທາງທີ່ເຂົາຍ່າງຈະດຳເນີນໄປຕາມການຈັດແຈງໄວ້ໃນໂລກຝ່າຍວິນຍານ ໂດຍບໍ່ມີການບ່ຽງເບນແມ່ນແຕ່ໜ້ອຍດຽວ. ຍິ່ງໄປກວ່ານັ້ນ, ເວລາເມື່ອຊີວິດຝ່າຍຮ່າງກາຍສິ້ນສຸດລົງ, ລັກສະນະ ແລະ ສະຖານທີ່ໆມັນສິ້ນສຸດລົງນັ້ນຊັດເຈນ ແລະ ແຍກແຍະໄດ້ຕໍ່ໂລກຝ່າຍວິນຍານ. ພຣະເຈົ້າປົກຄອງໂລກວັດຖຸ ແລະ ພຣະອົງປົກຄອງໂລກຝ່າຍວິນຍານເຊັ່ນດຽວກັນ ແລະ ພຣະອົງຈະບໍ່ເຮັດໃຫ້ວົງຈອນຊີວິດ ແລະ ຄວາມຕາຍຊ້າລົງ ແລະ ພຣະອົງບໍ່ເຄີຍເຮັດຜິດພາດໃນການຈັດແຈງວົງຈອນນັ້ນ. ແຕ່ລະຄົນທີ່ຖືຕຳແໜ່ງທາງການຂອງໂລກຝ່າຍວິນຍານແມ່ນປະຕິບັດໜ້າທີ່ສ່ວນຕົວຂອງຕົນ ແລະ ເຮັດສິ່ງທີ່ພວກເຂົາຄວນເຮັດ ໂດຍອີງຕາມຄຳແນະນຳ ແລະ ກົດລະບຽບຂອງພຣະເຈົ້າ. ສະນັ້ນ, ໃນໂລກຂອງມະນຸດຊາດ, ທຸກປາກົດການທາງວັດຖຸທີ່ມະນຸດເຫັນນັ້ນເປັນໄປຕາມລະບຽບການ ແລະ ບໍ່ມີຄວາມວຸ້ນວາຍ. ທັງໝົດນີ້ແມ່ນເນື່ອງມາຈາກການປົກຄອງເໜືອທຸກສິ່ງຢ່າງເປັນລະບຽບຂອງພຣະເຈົ້າ ພ້ອມທັງຄວາມຈິງທີ່ສິດອຳນາດຂອງພຣະອົງປົກຄອງຢູ່ເໜືອທຸກສິ່ງ. ການປົກຄອງຂອງພຣະອົງປະກອບດ້ວຍໂລກວັດຖຸທີ່ມະນຸດອາໄສຢູ່ ແລະ ຍິ່ງໄປກວ່ານັ້ນກໍປະກອບດ້ວຍໂລກຝ່າຍວິນຍານທີ່ລີ້ລັບຢູ່ເບື້ອງຫຼັງມະນຸດ. ເພາະສະນັ້ນ, ຖ້າມະນຸດປາດຖະໜາຢາກມີຊີວິດທີ່ດີ ແລະ ຫວັງຈະອາໄສຢູ່ໃນສະພາບແວດລ້ອມທີ່ດີ ນອກຈາກຈະຖືກສະໜອງດ້ວຍໂລກວັດຖຸທີ່ເບິ່ງເຫັນໄດ້ທັງໝົດແລ້ວ, ພວກເຂົາຍັງຕ້ອງຖືກສະໜອງດ້ວຍໂລກຝ່າຍວິນຍານອີກດ້ວຍ ເຊິ່ງບໍ່ມີຜູ້ໃດສາມາເບິ່ງເຫັນໄດ້, ທີ່ປົກຄອງທຸກສິ່ງມີຊີວິດໃນນາມຂອງມະນຸດ ແລະ ເປັນລະບຽບຮຽບຮ້ອຍດີ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 194)

ວົງຈອນຊີວິດ ແລະ ຄວາມຕາຍຂອງຄົນທີ່ມີຄວາມເຊື່ອຕ່າງໆ

ພວກເຮົາຫາກໍສົນທະນາກັນກ່ຽວກັບວົງຈອນຊີວິດ ແລະ ຄວາມຕາຍຂອງຄົນໃນກຸ່ມທຳອິດ, ຜູ້ທີ່ບໍເຊື່ອ. ບັດນີ້, ໃຫ້ພວກເຮົາມາສົນທະນາກັນກ່ຽວກັບກຸ່ມທີສອງ, ຄົນທີ່ມີຄວາມເຊື່ອຕ່າງໆ. “ວົງຈອນຊີວິດ ແລະ ຄວາມຕາຍຂອງຄົນທີ່ມີຄວາມເຊື່ອຕ່າງໆ” ແມ່ນເປັນຫົວຂໍ້ທີ່ສຳຄັນຫຼາຍ ແລະ ມັນມີຄວາມຈຳເປັນຢ່າງຍິ່ງສຳລັບພວກເຈົ້າທີ່ຕ້ອງມີຄວາມເຂົ້າໃຈບາງຢ່າງກ່ຽວກັບມັນ. ກ່ອນອື່ນ, ມາເວົ້າເຖິງຄວາມເຊື່ອ ເຊິ່ງ “ຄວາມເຊື່ອ” ໃນ ”ຄົນທີ່ມີຄວາມເຊື່ອຕ່າງໆ” ໝາຍເຖິງຫ້າສາດສະໜາໃຫຍ່ໆຄື: ຢິວ, ຄຣິສຕຽນ, ຄາໂທລິກ, ອິດສະລາມ ແລະ ພຸດ. ນອກຈາກຜູ້ທີ່ບໍ່ເຊື່ອ, ຄົນທີ່ເຊື່ອໃນຫ້າສາດສະໜານີ້ນັບວ່າເປັນສ່ວນໃຫຍ່ຂອງປະຊາກອນໂລກ. ທ່າມກາງຫ້າສາດສະໜານີ້, ບັນດາຜູ້ທີ່ມີອາຊີບຈາກຄວາມເຊື່ອຂອງພວກເຂົາແມ່ນມີໜ້ອຍ, ແຕ່ສາດສະໜາເຫຼົ່ານີ້ມີຜູ້ຕິດຕາມເປັນຈຳນວນຫຼາຍ. ພວກເຂົາຈະໄປບ່ອນອື່ນເມື່ອພວກເຂົາຕາຍ. “ບ່ອນອື່ນຕ່າງ” ຈາກໃຜ? ຈາກຜູ້ທີ່ບໍ່ເຊື່ອ, ຄົນທີ່ບໍ່ມີຄວາມເຊື່ອ ຜູ້ທີ່ພວກເຮົາຫາກໍເວົ້າເຖິງ. ຫຼັງຈາກທີ່ພວກເຂົາຕາຍ, ຜູ້ທີ່ເຊື່ອຂອງຫ້າສາດສະໜານີ້ຈະໄດ້ໄປບ່ອນອື່ນ, ເປັນບ່ອນທີ່ແຕກຕ່າງຈາກຜູ້ທີ່ບໍ່ເຊື່ອ. ແຕ່ເຖິງຢ່າງໃດກໍຕາມ, ມັນຍັງເປັນຂະບວນການອັນດຽວກັນຢູ່; ໂລກຝ່າຍວິນຍານກໍຈະຕັດສິນພວກເຂົາຕາມທຸກສິ່ງທີ່ພວກເຂົາເຮັດກ່ອນຕາຍ, ຫຼັງຈາກນັ້ນພວກເຂົາກໍຈະຖືກດຳເນີນການຕາມຄວາມເໝາະສົມ. ແລ້ວເປັນຫຍັງຄົນເຫຼົ່ານີ້ຈຶ່ງຖືກສົ່ງໄປບ່ອນອື່ນເພື່ອຖືກດຳເນີນການ? ມີເຫດຜົນທີ່ສຳຄັນສຳລັບເລື່ອງນີ້. ມັນແມ່ນຫຍັງ? ເຮົາຈະອະທິບາຍມັນໃຫ້ພວກເຈົ້າຟັງດ້ວຍຕົວຢ່າງ. ແນວໃດກໍຕາມ, ກ່ອນເຮົາຈະອະທິບາຍ, ພວກເຈົ້າອາດຄິດກັບຕົວເອງວ່າ: “ອາດເປັນຍ້ອນພວກເຂົາມີຄວາມເຊື່ອໃນພຣະເຈົ້າເລັກນ້ອຍ! ພວກເຂົາບໍ່ແມ່ນຜູ້ທີ່ບໍ່ເຊື່ອທັງໝົດ”. ແຕ່ນີ້ບໍ່ແມ່ນເຫດຜົນ. ມັນມີເຫດຜົນທີ່ສຳຄັນຫຼາຍກວ່ານັ້ນທີ່ເຮັດໃຫ້ພວກເຂົາຖືກແຍກອອກຈາກຄົນອື່ນໆ.

ຕົວຢ່າງ: ສາດສະໜາພຸດ. ເຮົາຈະບອກຄວາມຈິງກັບພວກເຈົ້າ. ກ່ອນອື່ນໝົດ, ຊາວພຸດແມ່ນຄົນທີ່ຫັນປ່ຽນມານັບຖືສາດສະໜາພຸດ ແລະ ນີ້ແມ່ນບຸກຄົນທີ່ຮູ້ວ່າແມ່ນຫຍັງຄືຄວາມເຊື່ອຂອງພວກເຂົາ. ເມື່ອຊາວພຸດແຖຫົວ ແລະ ບວດເປັນຄູບາ ຫຼື ແມ່ຊີ, ໝາຍຄວາມວ່າ ພວກເຂົາໄດ້ຕັດອອກຈາກທາງໂລກ ແລະ ປ່ອຍວາງຄວາມວຸ້ນວາຍຂອງໂລກໄວ້ເບື້ອງຫຼັງ. ແຕ່ລະມື້, ພວກເຂົາຈະທ່ອງບົດສູດມົນ ແລະ ສູດມົນຫາຊື່ຂອງພຣະພຸດທະເຈົ້າ, ກິນອາຫານເຈ, ໃຊ້ຊີວິດຖືສິນ, ຢູ່ໄປວັນໆຜ່ານຄວາມໜາວເຢັນ ແລະ ພາຍໃຕ້ແສງຕະກຽງອ່ອນໆເທົ່ານັ້ນ. ພວກເຂົາໃຊ້ຊີວິດທັງໝົດຂອງພວກເຂົາແບບນີ້. ເມື່ອຊີວິດຝ່າຍຮ່າງກາຍຂອງພວກເຂົາຈົບສິ້ນລົງ, ພວກເຂົາກໍຈະປະສົບຜົນສໍາເລັດໃນຊີວິດຂອງພວກເຂົາ, ແຕ່ໃນໃຈຂອງພວກເຂົາ ພວກເຂົາບໍ່ຮູ້ວ່າພວກເຂົາຈະໄປໃສຫຼັງຈາກພວກເຂົາຕາຍ, ພວກເຂົາຈະພົບໃຜ ຫຼື ຜົນໄດ້ຮັບຂອງພວກເຂົາຈະເປັນແນວໃດ: ໃນສ່ວນເລິກ, ພວກເຂົາຈະບໍ່ມີແນວຄິດທີ່ຊັດເຈນກ່ຽວກັບສິ່ງດັ່ງກ່າວ. ພວກເຂົາຈະບໍ່ເຮັດຫຍັງຫຼາຍໄປກວ່າການປະຕິບັດຄວາມເຊື່ອແບບຕາບອດນີ້ຕະຫຼອດຊີວິດຂອງພວກເຂົາ ເຊິ່ງໃນສຸດທ້າຍພວກເຂົາກໍຈາກໂລກມະນຸດໄປພ້ອມກັບຄວາມປາດຖະໜາ ແລະ ອຸດົມຄະຕິແບບຕາບອດຂອງພວກເຂົາ. ນັ້ນແມ່ນຈຸດສິ້ນສຸດຂອງຊີວິດຝ່າຍຮ່າງກາຍຂອງຄູບາ ເມື່ອພວກເຂົາຈາກໂລກຂອງສິ່ງມີຊີວິດໄປ; ຫຼັງຈາກນັ້ນ ພວກເຂົາກໍກັບຄືນສູ່ສະຖານທີ່ເດີມຂອງພວກເຂົາໃນໂລກຝ່າຍວິນຍານ. ບໍ່ວ່າຄົນໆນີ້ຈະກັບຊາດມາເກີດ ຫຼື ບໍ່ໃນແຜ່ນດິນໂລກ ແລະ ສືບຕໍ່ຝຶກຝົນຕົນເອງນັ້ນແມ່ນຂຶ້ນຢູ່ກັບພຶດຕິກຳ ແລະ ການປະຕິບັດຕົວກ່ອນຕາຍ. ຖ້າພວກເຂົາບໍ່ໄດ້ເຮັດຫຍັງຜິດໃນເວລາທີ່ມີຊີວິດຢູ່, ພວກເຂົາກໍຈະກັບຊາດມາເກີດໂດຍໄວ ແລະ ຖືກສົ່ງກັບມາສູ່ແຜ່ນດິນໂລກອີກ, ແລ້ວພວກເຂົາກໍຈະກາຍເປັນຄູບາ ຫຼື ແມ່ຊີອີກຄັ້ງ. ນັ້ນກໍຄື ພວກເຂົາຈະຖືສິນ ແລະ ຝຶກຝົນຕົນເອງໃນຊ່ວງຊີວິດຝ່າຍຮ່າງກາຍຂອງພວກເຂົາແບບຄັ້ງທຳອິດ ແລະ ກັບຄືນສູ່ໂລກຝ່າຍວິນຍານຫຼັງຈາກຈົບສິ້ນຊີວິດຝ່າຍຮ່າງກາຍຂອງພວກເຂົາ, ແລ້ວພວກເຂົາກໍຈະຖືກກວດສອບ. ຫຼັງຈາກນັ້ນ, ຖ້າບໍ່ພົບບັນຫາຫຍັງ, ພວກເຂົາກໍສາມາດກັບມາໂລກມະນຸດອີກຄັ້ງ ແລະ ຫັນປ່ຽນມານັບຖືສາດສະໜາພຸດອີກ, ແລ້ວກໍສືບຕໍ່ການຖືສິນ ແລະ ບໍາເພັນຂອງພວກເຂົາ. ຫຼັງຈາກກັບຊາດມາເກີດສາມຫາເຈັດເທື່ອ, ພວກເຂົາກໍຈະກັບຄືນສູ່ໂລກຝ່າຍວິນຍານອີກຄັ້ງ ເຊິ່ງເປັນບ່ອນທີ່ພວກເຂົາໄປຫຼັງຈາກຊີວິດຝ່າຍຮ່າງກາຍຂອງພວກເຂົາຈົບລົງ. ຖ້າຄຸນສົມບັດຕ່າງໆ ແລະ ພຶດຕິກຳຂອງພວກເຂົາໃນໂລກມະນຸດໄດ້ດຳເນີນໄປຕາມກົດສະຫວັນຂອງໂລກຝ່າຍວິນຍານ, ຈາກຈຸດນີ້ເປັນຕົ້ນໄປ ພວກເຂົາຈະຢູ່ທີ່ນັ້ນ; ພວກເຂົາຈະບໍ່ກັບຊາດມາເກີດເປັນມະນຸດອີກຕໍ່ໄປ ແລະ ຈະບໍ່ມີຄວາມສ່ຽງໃດໆຕໍ່ພວກເຂົາທີ່ຈະຖືກລົງໂທດສຳລັບການເຮັດຊົ່ວຢູ່ເທິງແຜ່ນດິນໂລກ. ພວກເຂົາຈະບໍ່ຜ່ານຂະບວນການນີ້ອີກ. ກົງກັນຂ້າມ, ຂຶ້ນຢູ່ກັບສະຖານະການຂອງພວກເຂົາ, ພວກເຂົາຈະເຂົ້າຮັບຕຳແໜ່ງໃນອານາຈັກຝ່າຍວິນຍານ. ນີ້ແມ່ນສິ່ງທີ່ຊາວພຸດໝາຍເຖິງ “ການບັນລຸພຸດທະສາສະໜາ”. ການບັນລຸພຸດທະສາສະໜະນາສ່ວນໃຫຍ່ໝາຍເຖິງການບັນລຸຜົນໄດ້ເປັນເຈົ້າໜ້າທີ່ຂອງໂລກຝ່າຍວິນຍານ ແລະ ຫຼັງຈາກນັ້ນກໍບໍ່ຕ້ອງກັບຊາດມາເກີດ ຫຼື ມີຄວາມສ່ຽງທີ່ຈະຖືກລົງໂທດອີກຕໍ່ໄປ. ຍິ່ງໄປກວ່ານັ້ນ, ໝາຍເຖິງບໍ່ຕ້ອງທົນທຸກກັບຄວາມທໍລະມານຂອງການເກີດເປັນມະນຸດຫຼັງຈາກການກັບຊາດມາເກີດອີກຕໍ່ໄປ. ແລ້ວພວກເຂົາຍັງຈະມີໂອກາດທີ່ຈະກັບຊາດມາເກີດເປັນສັດອີກບໍ? (ບໍ່). ນີ້ໝາຍຄວາມວ່າພວກເຂົາຈະຢູ່ເພື່ອຮັບບົດບາດໃນໂລກຝ່າຍວິນຍານ ແລະ ຈະບໍ່ກັບຊາດມາເກີດອີກຕໍ່ໄປ. ນີ້ແມ່ນຕົວຢ່າງໜຶ່ງຂອງການບັນລຸຜົນໃນພຸດທະສາສະໜາຂອງສາສະໜາພຸດ. ສ່ວນບັນດາຜູ້ທີ່ບໍ່ບັນລຸຜົນ, ເມື່ອພວກເຂົາກັບມາສູ່ໂລກຝ່າຍວິນຍານ, ພວກເຂົາກໍຈະຖືກກວດສອບ ແລະ ຢືນຢັນໂດຍເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ທີ່ຄົ້ນພົບວ່າໃນຂະນະທີ່ມີຊີວິດຢູ່, ພວກເຂົາບໍ່ໄດ້ຖືສິນ ແລະ ບໍາເພັນຕົນເອງຢ່າງພາກພຽນ ຫຼື ມີສະມາທິໃນການທ່ອງບົດສູດມົນ ແລະ ສູດມົນຫາຊື່ຂອງພະພຸດທະເຈົ້າຕາມທີ່ສາສະໜາພຸດກຳນົດໄວ້, ແຕ່ກົງກັນຂ້າມ ພວກເຂົາໄດ້ກະທຳການຊົ່ວຮ້າຍຫຼາຍປະການ ແລະ ມີສ່ວນຮ່ວມໃນການປະພຶດຊົ່ວຫຼາຍຢ່າງ. ດັ່ງນັ້ນ ໃນໂລກຝ່າຍວິນຍານຈຶ່ງມີການພິພາກສາຕໍ່ການເຮັດຊົ່ວຂອງພວກເຂົາ ແລະ ຫຼັງຈາກນັ້ນ ພວກເຂົາກໍຈະຖືກລົງໂທດຢ່າງແນ່ນອນ. ໃນນີ້, ບໍ່ມີຂໍ້ຍົກເວັ້ນ. ດັ່ງນັ້ນ, ແລ້ວເມື່ອໃດຄົນເຊັ່ນນັ້ນຈຶ່ງຈະສາມາດບັນລຸຜົນໄດ້? ໃນຕະຫຼອດຊີວິດຖ້າພວກເຂົາບໍ່ໄດ້ເຮັດຊົ່ວ, ຫຼັງຈາກກັບຄືນສູ່ໂລກຝ່າຍວິນຍານ ແລ້ວເມື່ອເຫັນວ່າ ພວກເຂົາບໍ່ໄດ້ເຮັດຫຍັງຜິດກ່ອນພວກເຂົາຕາຍ, ພວກເຂົາກໍຈະສືບຕໍ່ກັບຊາດມາເກີດ, ສານຕໍ່ດ້ວຍການທ່ອງບົດສູດມົນ ແລະ ສູດມົນຫາຊື່ຂອງພະພຸດທະເຈົ້າ, ຢູ່ໄປວັນໆກັບຄວາມໜາວເຢັນ ແລະ ພາຍໃຕ້ແສງໄຟອ່ອນໆຈາກຕະກຽງ, ລະເວັ້ນຈາກການຂ້າສັດຕັດຊີວິດ ຫຼື ກິນຊີ້ນ. ພວກເຂົາບໍ່ໄດ້ປະກອບສ່ວນໃນໂລກຂອງມະນຸດ, ປ່ອຍວາງບັນຫາຕ່າງໆໄວ້ເບື້ອງຫຼັງ ແລະ ບໍ່ມີຂໍ້ຂັດແຍ້ງກັບຄົນອື່ນ. ໃນຊ່ວງເວລາທີ່ບໍາເພັນ ແລະ ຖືສິນນີ້, ຖ້າພວກເຂົາບໍ່ໄດ້ເຮັດຄວາມຊົ່ວ, ເມື່ອພວກເຂົາກັບຄືນສູ່ໂລກຝ່າຍວິນຍານ ແລະ ຫຼັງຈາກການກະທຳ ແລະ ການປະພຶດຂອງພວກເຂົາທັງໝົດໄດ້ຖືກກວດສອບແລ້ວ, ພວກເຂົາກໍຈະຖືກສົ່ງໄປສູ່ໂລກມະນຸດອີກຄັ້ງ, ສີບຕໍ່ດໍາເນີນໃນວົງຈອນສາມຫາເຈັດຄັ້ງ. ຖ້າບໍ່ມີການກະທຳຜິດທີ່ເກີດຂຶ້ນໃນຊ້ວງນີ້, ແລ້ວການບັນລຸພຸດທະສາດສະໜາພວກເຂົາກໍຈະບໍ່ໄດ້ຮັບຜົນກະທົບໃດໆ ແລະ ຈະບໍ່ຖືກເຮັດໃຫ້ຊັກຊ້າ. ນີ້ແມ່ນຄຸນລັກສະນະຂອງວົງຈອນຊີວິດ ແລະ ຄວາມຕາຍຂອງທຸກຄົນທີ່ມີຄວາມເຊື່ອ: ພວກເຂົາສາມາດ “ບັນລຸຜົນ” ໄດ້ ແລະ ເຂົ້າຮັບຕຳແໜ່ງໃນໂລກຝ່າຍວິນຍານ; ນີ້ແມ່ນສິ່ງທີ່ເຮັດໃຫ້ພວກເຂົາແຕກຕ່າງຈາກຜູ້ທີ່ບໍ່ເຊື່ອ. ກ່ອນອື່ນໝົດ, ໃນຂະນະທີ່ພວກເຂົາຍັງມີຊີວິດຢູ່ເທິງແຜ່ນດິນໂລກ, ບັນດາຜູ້ທີ່ສາມາດດຳລົງຕຳແໜ່ງໃນໂລກຝ່າຍວິນຍານປະຕິບັດໂຕແນວໃດ? ພວກເຂົ້າຕ້ອງໝັ້ນໃຈວ່າຈະບໍ່ເຮັດສິ່ງທີ່ຊົ່ວຮ້າຍໃດໆ: ພວກເຂົາຕ້ອງບໍ່ຄາດຕະກຳ, ລັກຈູດເຜົາ, ຂົ່ມຂືນ ຫຼື ການລັກຊັບ; ຖ້າພວກເຂົາມີສ່ວນຮ່ວມໃນການສໍ້ໂກງ, ການຫຼອກລວງ, ການລັກ ຫຼື ປຸ້ນຈີ້, ແລ້ວພວກເຂົາກໍຈະບໍ່ສາມາດບັນລຸຜົນນີ້ໄດ້. ເວົ້າອີກຢ່າງໜຶ່ງກໍຄື ຖ້າພວກເຂົາມີສ່ວນກ່ຽວຂ້ອງ ຫຼື ມີສ່ວນພົວພັນກັບການກະທຳຊົ່ວໃດໆກໍຕາມ, ພວກເຂົາກໍຈະບໍ່ສາມາດຫຼົບໜີການລົງໂທດທີ່ຖືກຈັດໄວ້ໃຫ້ພວກເຂົາໂດຍໂລກຝ່າຍວິນຍານ. ໂລກຝ່າຍວິນຍານໄດ້ຈັດແຈງຢ່າງເໝາະສົມສຳລັບຊາວພຸດຜູ້ທີ່ບັນລຸພຸດທະສາດສະໜາ: ພວກເຂົາອາດຈະຖືກແຕ່ງຕັ້ງໃຫ້ບໍລິຫານບັນດາຜູ້ທີ່ອາດເຊື່ອສາສະໜາພຸດ ແລະ ເຊື່ອໃນຊາຍຊະລາທີ່ຢູ່ເທິງຟ້າ, ພວກເຂົາອາດໄດ້ຮັບການຈັດສັນອຳນາດດ້ານການຕັດສິນ. ພວກເຂົາອາດຍັງຈະໄດ້ຮັບຜິດຊອບສະເພາະຜູ້ທີ່ບໍ່ເຊື່ອ ຫຼື ມີຕຳແໜ່ງທີ່ມີໜ້າທີ່ເລັກນ້ອຍ. ການຈັດສັນດັ່ງກ່າວເກີດຂຶ້ນຕາມລັກສະນະຕ່າງໆຂອງດວງວິນຍານພວກເຂົາ, ນີ້ແມ່ນຕົວຢ່າຂອງສາສະໜາພຸດ.

ໃນບັນດາຫ້າສາສະໜາເຊິ່ງພວກເຮົາໄດ້ເວົ້າເຖິງ, ສາສະໜາຄຣິສຕຽນນັ້ນຂ້ອນຂ້າງພິເສດ. ແມ່ນຫຍັງເຮັດໃຫ້ຊາວຄຣິສຕຽນພິເສດຫຼາຍກວ່າໝູ່? ຄົນເຫຼົ່ານີ້ແມ່ນຜູ້ທີ່ເຊື່ອໃນພຣະເຈົ້າທີ່ແທ້ຈິງ. ແລ້ວບັນດາຜູ້ທີ່ເຊື່ອໃນພຣະເຈົ້າທີ່ແທ້ຈິງຖືກເອົາມາປຽບທຽບໃນນີ້ໄດ້ແນວໃດ? ໃນການເວົ້າວ່າສາສະໜາຄຣິສຕຽນແມ່ນຄວາມເຊື່ອປະເພດໜຶ່ງ, ແລ້ວແນ່ນອນມັນກໍຈະຕ້ອງກ່ຽວຂ້ອງກັບຄວາມເຊື່ອເທົ່ານັ້ນ; ມັນຈະເປັນພຽງພິທີກຳປະເພດໜຶ່ງ, ເປັນສາສະໜາປະເພດໜຶ່ງ ແລະ ເປັນສິ່ງທີ່ແຕກຕ່າງກັນຢ່າງສິ້ນເຊີງຈາກຄວາມເຊື່ອຂອງບັນດາຜູ້ທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງ. ເຫດຜົນທີ່ເຮົານໍາເອົາສາສະໜາຄຣິສຕຽນມາປະປົນກັບບັນດາຫ້າ “ສາສະໜາ” ສຳຄັນນີ້ກໍຄື ມັນໄດ້ຖືກຫຼຸດລະດັບລົງຢູ່ກັບສາສະໜາຢິວ, ສາສະໜາພຸດ ແລະ ອິດສະລາມ. ຄົນສ່ວນໃຫຍ່ຢູ່ນີ້ບໍ່ເຊື່ອວ່າມີພຣະເຈົ້າ ຫຼື ວ່າພຣະອົງປົກຄອງເໜືອທຸກສິ່ງ; ແຮງໄກທີ່ພວກເຂົາຈະເຊື່ອໃນການດຳລົງຢູ່ຂອງພຣະອົງ. ກົງກັນຂ້າມ, ພວກເຂົາພຽງແຕ່ໃຊ້ພຣະຄຳພີເພື່ອສົນທະນາເຖິງທິດສະດີ ແລະ ໃຊ້ທິດສະດີເພື່ອສອນຄົນໃຫ້ເປັນຄົນດີ, ອົດທົນຕໍ່ຄວາມທຸກ ແລະ ເຮັດໃນສິ່ງທີ່ດີ. ນັ້ນແມ່ນປະເພດຂອງສາສະໜາທີ່ສາສະໜາຄຣິສຕຽນໄດ້ກາຍມາເປັນ: ມັນພຽງແຕ່ສຸມໃສ່ທິດສະດີທາງເທວະວິທະຍາເທົ່ານັ້ນ ເຊິ່ງແນ່ນອນວ່າບໍ່ມີສ່ວນກ່ຽວຂ້ອງຫຍັງກັບພາລະກິດຂອງພຣະເຈົ້າໃນການຄຸ້ມຄອງ ແລະ ຊ່ວຍມະນຸດໃຫ້ລອດພົ້ນ. ມັນໄດ້ກາຍເປັນສາສະໜາຂອງຄົນທີ່ຕິດຕາມພຣະເຈົ້າ ແຕ່ຄວາມຈິງແລ້ວເປັນຄົນທີ່ບໍ່ໄດ້ຖືກຮັບໂດຍພຣະເຈົ້າ. ແນວໃດກໍຕາມ, ພຣະເຈົ້າມີຫຼັກການໃນການປະຕິບັດຕໍ່ຄົນປະເພດນີ້. ພຣະອົງບໍ່ໄດ້ປະຕິບັດ ຫຼື ຈັດການກັບພວກເຂົາຕາມໃຈດັ່ງທີ່ພຣະອົງເຮັດກັບຜູ້ທີ່ບໍ່ເຊື່ອ. ພຣະອົງປະຕິບັດຕໍ່ພວກເຂົາແບບດຽວກັນກັບທີ່ພຣະອົງປະຕິບັດກັບຊາວພຸດ: ໃນຂະນະທີ່ດຳລົງຊີວິດຢູ່, ຖ້າຊາວຄຣິສຕຽນສາມາດຝຶກຝົນວິໄນດ້ວຍຕົວເອງ, ປະຕິບັດຕາມພຣະບັນຍັດສິບປະການຢ່າງເຂັ້ມງວດ ແລະ ປະພຶດຕົນເອງໃຫ້ສອດຄ່ອງກັບກົດລະບຽບ ແລະ ພຣະບັນຍັດ ແລະ ຍຶດໝັ້ນຕໍ່ກົດດັ່ງກ່າວຕະຫຼອດຊີວິຂອງພວກເຂົາ, ແລ້ວພວກເຂົາກໍຕ້ອງໄດ້ໃຊ້ເວລາເທົ່າກັນໃນການກ້າວຜ່ານວົງຈອນຊີວິດ ແລະ ຄວາມຕາຍກ່ອນທີ່ພວກເຂົາຈະສາມາດບັນລຸສິ່ງທີ່ເອີ້ນວ່າ: “ການຍົກຂຶ້ນສູ່ສະຫວັນ” ໄດ້ຢ່າງແທ້ຈິງ. ຫຼັງຈາກບັນລຸການຍົກຂຶ້ນສູ່ສະຫວັນນີ້, ພວກເຂົາຢູ່ໃນໂລກຝ່າຍວິນຍານ ບ່ອນທີ່ພວກເຂົາເຂົ້າຮັບຕຳແໜ່ງ ແລະ ກາຍເປັນເຈົ້າໜ້າໃດໜຶ່ງ. ໃນທຳນອງດຽວກັນ, ຖ້າພວກເຂົາເຮັດຊົ່ວຢູ່ເທິງແຜ່ນດິນໂລກ, ຖ້າພວກເຂົາເປັນຄົນບາບ ແລະ ເຮັດບາບຫຼາຍເກີນໄປ, ແລ້ວພວກເຂົາກໍຈະຖືກລົງໂທດ ແລະ ຖືກລົງວິໄນຢ່າງຮຸນແຮງໂດຍບໍ່ສາມາດຫຼີກເວັ້ນໄດ້. ໃນສາສະໜາພຸດ, ການບັນລຸຜົນ ໝາຍເຖິງການຜ່ານເຂົ້າສູ່ດິນແດນແຫ່ງຄວາມສຸກອັນບໍລິສຸດ, ແຕ່ໃນສາສະໜາຄຣິສຕຽນ ພວກເຂົາເອີ້ນສິ່ງນັ້ນວ່າຫຍັງ? ສິ່ງນັ້ນເອີ້ນວ່າ: “ການເຂົ້າສູ່ສະຫວັນ” ແລະ ໄດ້ຮັບ “ການຍົກຂຶ້ນສູ່ສະຫວັນ”. ບັນດາຜູ້ທີ່ໄດ້ຮັບການຍົກຂຶ້ນສູ່ສະຫວັນຢ່າງແທ້ຈິງກໍຕ້ອງໄດ້ກ້າວຜ່ານວົງຈອນຊີວິດ ແລະ ຄວາມຕາຍສາມຫາເຈັດຄັ້ງເຊັ່ນດຽວກັນ, ຫຼັງຈາກທີ່ຕາຍໄປແລ້ວ, ພວກເຂົາກໍຈະມາໃນໂລກຝ່າຍວິນຍານຄືກັບວ່າພວກເຂົາໄດ້ນອນຫຼັບ. ຖ້າພວກເຂົາໄດ້ເຮັດຕາມມາດຕະຖານ, ພວກເຂົາກໍຈະສາມາດຢູ່ບ່ອນນັ້ນເພື່ອຮັບເອົາຕຳແໜ່ງ ແລະ ຈະບໍ່ກັບຊາດມາເກີດດ້ວຍວິທີງ່າຍໆ ຫຼື ຕາມແບບແຜນທົ່ວໄປ, ບໍ່ຄືກັບຄົນເທິ່ງແຜ່ນດິນໂລກ.

ໃນບັນດາສາສະໜາທັງໝົດເຫຼົ່ານີ້, ຈຸດຈົບທີ່ພວກເຂົາເວົ້າເຖິງ ແລະ ສິ່ງທີ່ພວກເຂົາພະຍາຍາມຄົ້ນຫາແມ່ນຄືກັນກັບການບັນລຸໝາກຜົນໃນສາສະໜາພຸດ; ພຽງແຕ່ວ່າ “ໝາກຜົນ” ນີ້ສາມາດບັນລຸໄດ້ດ້ວຍຫຼາຍວິທີ. ພວກເຂົາທັງໝົດເປັນນົກທີ່ມີຂົນ. ສຳລັບຜູ້ຕິດຕາມສ່ວນນີ້ຂອງສາສະໜາ, ຜູ້ທີ່ສາມາດປະຕິບັດຕາມກົດທາງສາສະໜາໃນຄວາມປະພຶດຂອງພວກເຂົາຢ່າງເຂັ້ມງວດ, ພຣເຈົ້າຈະສະໜອງຈຸດໝາຍປາຍທາງທີ່ເໝາະສົມ, ສະຖານທີ່ທີ່ເໝາະສົມທີ່ຈະໄປ ແລະ ປະຕິບັດຕໍ່ພວກເຂົາຢ່າງເໝາະສົມ. ທັງໝົດນີ້ແມ່ນສົມເຫດສົມຜົນ, ແຕ່ມັນບໍ່ໄດ້ເປັນຄືດັ່ງຄົນຈິນຕະນາການແມ່ນບໍ? ຕອນນີ້, ເມື່ອໄດ້ຍິນກ່ຽວກັບສິ່ງທີ່ເກີດຂຶ້ນກັບຜູ້ຄົນທີ່ຢູ່ໃນສາສະໜາຄຣິສແລ້ວ, ພວກເຈົ້າຮູ້ສຶກແນວໃດ? ພວກເຈົ້າຮູ້ສຶກວ່າຄຳສັນຍາຂອງພວກເຂົາບໍ່ຍຸດຕິທຳບໍ? ພວກເຈົ້າເຫັນອົກເຫັນໃຈພວກເຂົາບໍ? (ໜ້ອຍໜຶ່ງ). ບໍ່ສາມາດເຮັດຫຍັງໄດ້; ພວກເຂົາຕ້ອງຕຳໜິຕົວເອງເທົ່ານັ້ນ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ພາລະກິດຂອງພຣະເຈົ້ານັ້ນຈິງແທ້; ພຣະອົງມີຊີວິດຢູ່ ແລະ ເປັນຈິງ, ພາລະກິດຂອງພຣະອົງແມ່ນແນໃສ່ມະນຸດຊາດທັງມວນ ແລະ ທຸກຄົນ. ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ຍອມຮັບເລື່ອງນີ້? ເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານ ແລະ ຂົ່ມເຫັງພຣະເຈົ້າຢ່າງໂຫດຮ້າຍ? ພວກເຂົາຄວນພິຈາລະນາວ່າຕົວເອງໂຊກດີແລ້ວທີ່ໄດ້ຮັບຜົນແບບນີ້, ແລ້ວເປັນຫຍັງພວກເຈົ້າຈຶ່ງຮູ້ສຶກເສຍໃຈກັບພວກເຂົາ? ການທີ່ພວກເຂົາຖືກປະຕິບັດໃນທາງນີ້ສະແດງໃຫ້ເຫັນເຖິງຄວາມອົດທົນທີ່ຍິ່ງໃຫຍ່. ໃນລະດັບທີ່ພວກເຂົາຕໍ່ຕ້ານພຣະເຈົ້າ, ພວກເຂົາຄວນຖືກທຳລາຍ, ແຕ່ພຣະເຈົ້າບໍ່ໄດ້ເຮັດສິ່ງນີ້; ກົງກັນຂ້າມ, ພຣະອົງພຽງແຕ່ປະຕິບັດກັບຊາວຄຣິສຕຽນຄືກັນກັບສາສະໜາທຳມະດາທົ່ວໄປ. ສະນັ້ນ, ມີຄວາມຈຳເປັນທີ່ຈະຕ້ອງອະທິບາຍລາຍລະອຽດເພີ່ມເຕີມກ່ຽວກັບສາສະໜາອື່ນໆບໍ? ລັກສະນະຂອງສາສະໜາເຫຼົ່ານີ້ແມ່ນເພື່ອໃຫ້ຄົນມີຄວາມອົດທົນຫຼາຍຂຶ້ນ, ບໍ່ເຮັດຄວາມຊົ່ວ, ເຮັດຄວາມດີ, ບໍ່ສາບແຊ່ງຄົນອື່ນ, ບໍ່ພິພາກສາຄົນອື່ນ, ອອກຫ່າງຈາກຄວາມຂັດແຍ້ງ ແລະ ເປັນຄົນດີ; ການສິດສອນທາງສາສະໜາສ່ວນຫຼາຍແມ່ນເປັນແບບນີ້. ເພາະສະນັ້ນ, ຖ້າຄົນທີ່ມີຄວາມສັດທາເຫຼົ່ານີ້, ຜູ້ຕິດຕາມຂອງສາສະໜາ ແລະ ນິກາຍຕ່າງໆເຫຼົ່ານີ້ ສາມາດປະຕິບັດຕາມຫຼັກທໍາທາງສາສະໜາຂອງພວກເຂົາໄດ້ຢ່າງເຂັ້ມງວດ, ແລ້ວພວກເຂົາກໍຈະບໍ່ເຮັດຜິດພາດ ຫຼື ເຮັດບາບຢ່າງໃຫຍ່ຫຼວງໃນເວລາທີ່ພວກເຂົາຢູ່ເທິງແຜ່ນດິນໂລກ; ແລະ ຫຼັງຈາກກັບຊາດມາເກີດສາມຫາເຈັດເທື່ອແລ້ວ, ຄົນເຫຼົ່ານີ້ ຜູ້ທີ່ສາມາດປະຕິບັດຕາມຫຼັກທໍາທາງສາສະໜາຢ່າງເຂັ້ມງວດ ໂດຍທົ່ວໄປແລ້ວ ກໍຈະໄດ້ຮັບຕຳແໜ່ງໃນໂລກຝ່າຍວິນຍານ. ຄົນແບບນີ້ມີຫຼາຍບໍ? (ບໍ່, ບໍ່ມີຫຼາຍ). ເຈົ້າອີງໃສ່ຫຍັງໃນຄຳຕອບຂອງເຈົ້າ? ມັນບໍ່ງ່າຍທີ່ຈະເຮັດດີ ແລະ ປະຕິບັດຕາມກົດລະບຽບ ແລະ ກົດທາງສາສະໜາ. ສາສະໜາພຸດບໍ່ອະນຸຍາດໃຫ້ຄົນກິນຊີ້ນ, ເຈົ້າເຮັດໄດ້ບໍ? ຖ້າເຈົ້າຕ້ອງໃສ່ເສື້ອຄຸມສີເທົາ ແລະ ທ່ອງບົດສູດມົນ ແລະ ສູດມົນຫາຊື່ພະພຸດທະເຈົ້າໃນວັດໝົດມື້, ເຈົ້າເຮັດໄດ້ບໍ? ມັນບໍ່ງ່າຍເລີຍ. ສາສະໜາຄຣິສຕຽນມີພຣະບັນຍັດສິບປະການ, ບົດບັນຍັດ ແລະ ກົດລະບຽບ; ທັງໝົດນີ້ສາມາດປະຕິບັດຕາມໄດ້ງ່າຍບໍ? ມັນບໍ່ງ່າຍ! ຍົກຕົວຢ່າງ: ຢ່າສາບແຊ່ງຄົນອື່ນ, ຜູ້ຄົນບໍ່ສາມາດປະຕິບັດາຕາມກົດນີ້ໄດ້ເລີຍ. ບໍ່ສາມາດຢຸດຕົວເອງໄດ້, ພວກເຂົາສາບແຊ່ງ ແລະ ຫຼັງຈາກໄດ້ສາບແຊ່ງແລ້ວ, ພວກເຂົາບໍ່ສາມາດຄືນຄຳໄດ້, ແລ້ວພວກເຂົາເຮັດຫຍັງ? ຕອນກາງຄືນ, ພວກເຂົາກໍສາລະພາບບາບຂອງຕົວເອງ. ບາງຄັ້ງ ຫຼັງຈາກທີ່ພວກເຂົາສາບແຊ່ງຄົນອື່ນ, ພວກເຂົາຍັງຍຶດຖືຄວາມກຽດຊັງຢູ່ໃນໃຈຂອງພວກເຂົາ ແລະ ພວກເຂົາຍັງເຖິງກັບຂັ້ນວາງແຜນທີ່ຈະທຳຮ້າຍຄົນເຫຼົ່ານັ້ນເພີ່ມເຕີມອີກດ້ວຍ. ສະຫຼຸບກໍຄື, ສຳລັບຜູ້ທີ່ອາໄສຢູ່ທ່າມກາງຫຼັກຄວາມເຊື່ອທີ່ຕາຍແລ້ວນີ້, ມັນບໍ່ງ່າຍທີ່ຈະລະເວັ້ນການເຮັດບາບ ຫຼື ການເຮັດຄວາມຊົ່ວ. ເພາະສະນັ້ນ, ໃນທຸກໆສາສະໜາ, ມີພຽງແຕ່ຄົນຈຳນວນໜ້ອຍເທົ່ານັ້ນທີ່ສາມາດບັນລຸໝາກຜົນນີ້ໄດ້. ເຈົ້າຄິດເອງວ່າ ຍ້ອນຄົນຈຳນວນຫຼາຍປະຕິບັດຕາມສາສະໜາເຫຼົ່ານີ້, ຈະມີບາງສ່ວນທີ່ດີທີ່ສາມາດໄດ້ຮັບບົບບາດໃນໂລກຝ່າຍວິນຍານ. ຄວາມຈິງແລ້ວ ບໍ່ໄດ້ມີຫຼາຍປານນັ້ນ; ມີພຽງໜ້ອຍຄົນເທົ່ານັ້ນທີ່ສາມາດບັນລຸສິ່ງນີ້ໄດ້. ນັ້ນເປັນເລື່ອງທົ່ວໄປສຳລັບວົງຈອນຊີວິດ ແລະ ຄວາມຕາຍຂອງຄົນທີ່ມີຄວາມເຊື່ອ. ສິ່ງທີ່ແຕກຕ່າງກໍຄືພວກເຂົາສາມາດບັນລຸໝາກຜົນໄດ້ ແລະ ນີ້ແມ່ນສິ່ງທີ່ແຕກຕ່າງລະຫວາງພວກເຂົາກັບຜູ້ທີ່ບໍ່ເຊື່ອ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 195)

ວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ຕິດຕາມພຣະເຈົ້າ

ຕໍ່ໄປ, ໃຫ້ພວກເຮົາມາເວົ້າເຖິງວົງຈອນຊີວິດ ແລະ ຄວາມຕາຍຂອງບັນດາຜູ້ທີ່ຕິດຕາມພຣະເຈົ້າ. ສິ່ງນີ້ກ່ຽວຂ້ອງກັບພວກເຈົ້າ, ດັ່ງນັ້ນ ຈົ່ງຕັ້ງໃຈຟັງໃຫ້ດີ: ກ່ອນອື່ນ, ໃຫ້ຄິດກ່ຽວກັບວິທີທີ່ຜູ້ຕິດຕາມຂອງພຣະເຈົ້າໄດ້ຖືກຈັດປະເພດ. (ຜູ້ເລືອກຂອງພຣະເຈົ້າ ແລະ ຜູ້ທີ່ໃຫ້ບໍລິການ). ມີຢູ່ສອງປະເພດ: ຜູ້ເລືອກຂອງພຣະເຈົ້າ ແລະ ຜູ້ທີ່ໃຫ້ບໍລິການ. ກ່ອນອື່ນ, ໃຫ້ພວກເຮົາມາເວົ້າກ່ຽວກັບຜູ້ເລືອກຂອງພຣະເຈົ້າ ເຊິ່ງມີພຽງໜ້ອຍດຽວ. “ຜູ້ເລືອກຂອງພຣະເຈົ້າ” ໝາຍເຖິງໃຜ? ຫຼັງຈາກພຣະເຈົ້າສ້າງທຸກສິ່ງ ແລະ ມະນຸດຊາດໄດ້ດຳລົງຢູ່, ພຣະເຈົ້າໄດ້ຄັດເລືອກເອົາຄົນກຸ່ມໜຶ່ງຜູ້ທີ່ຈະຕິດຕາມພຣະອົງ; ຄົນເຫຼົ່ານີ້ຖືກເອີ້ນງ່າຍໆວ່າ “ຜູ້ເລືອກຂອງພຣະເຈົ້າ”. ມີຂອບເຂດ ແລະ ຄວາມໝາຍພິເສດສຳລັບການຄັດເລືອກຄົນເຫຼົ່ານີ້ຂອງພຣະເຈົ້າ. ມີຂອບເຂດພິເສດກໍຍ້ອນວ່າການຄັດເລືອກແມ່ນຖືກຈຳກັດພຽງສອງສາມຄົນເທົ່ານັ້ນ, ຜູ້ທີ່ຕ້ອງມາຮ່ວມເມື່ອພຣະອົງປະຕິບັດພາລະກິດສຳຄັນຂອງພຣະອົງ. ແລ້ວແມ່ນຫຍັງຄືຄວາມໝາຍຄວາມສຳຄັນນີ້? ເນື່ອງຈາກວ່າພວກເຂົາເປັນກຸ່ມທີ່ຖືກຄັດເລືອກໂດຍພຣະເຈົ້າ, ຄວາມໝາຍຈຶ່ງຍິ່ງໃຫຍ່. ນັ້ນກໍຄື ພຣະເຈົ້າປາດຖະໜາທີ່ຈະເຮັດໃຫ້ຄົນເຫຼົ່ານີ້ສົມບູນ ແລະ ເຮັດໃຫ້ພວເຂົາສົມບູນເມື່ອພາລະກິດແຫ່ງການຄຸ້ມຄອງຂອງພຣະອົງສຳເລັດລົງ, ພຣະອົງຈະໄດ້ຮັບເອົາຄົນເຫຼົ່ານີ້. ແລ້ວຄວາມໝາຍນີ້ບໍ່ຍິ່ງໃຫຍ່ບໍ? ສະນັ້ນ, ຜູ້ຖືກເລືອກເຫຼົ່ານີ້ແມ່ນມີຄວາມໝາຍທີ່ຍິ່ງໃຫຍ່ສໍາລັບພຣະເຈົ້າ, ຍ້ອນວ່າພວກເຂົາແມ່ນຜູ້ທີ່ພຣະເຈົ້າຕັ້ງໃຈທີ່ຈະຮັບເອົາ. ສ່ວນຜູ້ທີ່ໃຫ້ບໍລິການ, ໃຫ້ພວກເຮົາຢຸດພັກຄາວໜຶ່ງກ່ຽວກັບຫົວຂໍ້ຂອງການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ ແລະ ມາເວົ້າກ່ຽວກັບຕົ້ນກຳເນີດຂອງພວກມັນກ່ອນ. “ຜູ້ໃຫ້ບໍລິການ” ແມ່ນຜູ້ທີ່ບໍລິການຢ່າງແທ້ຈິງ. ບັນດາຜູ້ທີ່ໃຫ້ບໍລິການແມ່ນບໍ່ຍືນຍົງ; ພວກເຂົາບໍ່ໄດ້ເຮັດໃນໄລຍະຍາວ ຫຼື ຕະຫຼອດໄປ, ແຕ່ຖືກຈ້າງ ຫຼື ຄັດເລືອກມາຮັບໃຊ້ເປັນການຊົ່ວຄາວ. ແຫຼ່ງທີ່ມາຂອງພວກເຂົາສ່ວນໃຫຍ່ແມ່ນພວກເຂົາຖືກຄັດເລືອກມາຈາກບັນດາຜູ້ທີ່ບໍ່ເຊື່ອ. ພວກເຂົາມາໃນແຜ່ນດິນໂລກເມື່ອມີຄຳສັ່ງວ່າພວກເຂົາຈະຕ້ອງຮັບໜ້າທີ່ເປັນຜູ້ໃຫ້ບໍລິການໃນພາລະກິດຂອງພຣະເຈົ້າ. ໃນຊີວິດກ່ອນພວກເຂົາອາດຈະເປັນສັດ ແລະ ພວກເຂົາອາດເປັນຜູ້ທີ່ບໍ່ເຊື່ອກໍເປັນໄດ້. ເຊິ່ງນັ້ນແມ່ນຕົ້ນກຳເນີດຂອງຜູ້ໃຫ້ບໍລິການ.

ໃຫ້ພວກເຮົາມາເວົ້າເພີ່ມເຕີມກ່ຽວກັບຄົນເລືອກຂອງພຣະເຈົ້າ. ເມື່ອພວກເຂົາຕາຍ, ພວກເຂົາໄປບ່ອນທີ່ແຕກຕ່າງກັນຢ່າງສິ້ນເຊີງກັບບ່ອນຂອງຜູ້ທີ່ບໍ່ເຊື່ອ ແລະ ບ່ອນຂອງຄົນທີ່ມີຄວາມເຊື່ອຕ່າງໆ. ມັນເປັນບ່ອນທີ່ມີເທວະດາ ແລະ ຜູ້ສົ່ງຂ່າວຂອງພຣະເຈົ້າດໍາລົງຢູ່; ເປັນບ່ອນທີ່ຖືກບໍລິຫານເປັນການສ່ວນຕົວໂດຍພຣະເຈົ້າ. ເຖິງແມ່ນວ່າຄົນຖືກເລືອກຂອງພຣະເຈົ້າບໍ່ສາມາດເຫັນພຣະເຈົ້າດ້ວຍຕາຂອງພວກເຂົາເອງໃນສະຖານທີ່ດັ່ງກ່າວ, ແຕ່ມັນກໍບໍ່ຄືກັບບ່ອນອື່ນໆໃນໂລກຝ່າຍວິນຍານ; ນີ້ແມ່ນສະຖານທີ່ທີ່ແຕກຕ່າງກັນ ເປັນບ່ອນທີ່ຄົນກຸ່ມນີ້ໄປຫຼັງຈາກພວກເຂົາຕາຍ. ເມື່ອພວກເຂົາຕາຍ, ພວກເຂົາກໍຕ້ອງຖືກກວດສອບຢ່າງເຂັ້ມງວດໂດຍຜູ້ສົ່ງຂ່າວຂອງພຣະເຈົ້າເຊັ່ນກັນ. ແລ້ວແມ່ນຫຍັງທີ່ຖືກກວດສອບ? ຜູ້ສົ່ງຂ່າວຂອງພຣະເຈົ້າຈະກວດສອບສາຍທາງທີ່ຄົນເຫຼົ່ານີ້ຍ່າງຕະຫຼອດຊີວິດຂອງພວກເຂົາໃນການເຊື່ອໃນພຣະເຈົ້າ ວ່າພວກເຂົາໄດ້ຕໍ່ຕ້ານພຣະເຈົ້າ ຫຼື ບໍ່ ຫຼື ສາບແຊ່ງພຣະອົງໃນຊ່ວງເວລານັ້ນ ຫຼື ບໍ່ ຫຼື ພວກເຂົາໄດ້ເຮັດບາບ ຫຼື ເຮັດຊົ່ວຢ່າງຮ້າຍແຮງ ຫຼື ບໍ່. ການກວດສອບນີ້ຈະຕອບຄຳຖາມວ່າບຸກຄົນໃດຈະໄດ້ຮັບອະນຸຍາດໃຫ້ຢູ່ ຫຼື ຕ້ອງຈາກໄປ. “ຈາກໄປ” ໝາຍຄວາມວ່າແນວໃດ? ແລ້ວ “ຢູ່” ເດໝາຍຄວາມວ່າແນວໃດ? “ຈາກໄປ” ໝາຍຄວາມວ່າ ອີງຕາມຄວາມປະພຶດຂອງພວກເຂົາ, ພວກເຂົາຍັງຢູ່ໃນຖັ້ນແຖວຂອງບັນດາຜູ້ຖືກເລືອກຂອງພຣະເຈົ້າ ຫຼື ບໍ່; ໄດ້ຮັບອະນຸຍາດໃຫ້ “ຢູ່” ໝາຍຄວາມວ່າພວກເຂົາສາມາດຢູ່ຕໍ່ໃນບັນດາຜູ້ທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າໃນຍຸກສຸດທ້າຍ. ສຳລັບບັນດາຜູ້ທີ່ຢູ່, ພຣະເຈົ້າມີການຈັດແຈງແບບພິເສດໃຫ້. ໃນແຕ່ລະໄລຍະຂອງພາລະກິດພຣະອົງ, ພຣະອົງຈະສົ່ງຄົນດັ່ງກ່າວໄປເຮັດໜ້າທີ່ເປັນອັກຄະສາວົກ ຫຼື ເຮັດພາລະກິດແຫ່ງການຟື້ນຟູ ຫຼື ດູແລຄຣິສຕະຈັກ. ແຕ່ຄົນທີ່ສາມາດເຮັດພາລະກິດດັ່ງກ່າວນັ້ນບໍ່ໄດ້ກັບຊາດມາເກີດຢູ່ເລື້ອຍໆຄືກັບຜູ້ທີ່ບໍ່ເຊື່ອ ຫຼື ຜູ້ທີ່ເກີດໃໝ່ຈາກຮຸ່ນສູ່ຮຸ່ນຄົນ; ກົງກັນຂ້າມ, ພວກເຂົາກັບມາໃນແຜ່ນດິນໂລກຕາມຄວາມຕ້ອງການ ແລະ ຂັ້ນຕອນແຫ່ງພາລະກິດຂອງພຣະເຈົ້າ ແລະ ພວກເຂົາບໍ່ໄດ້ກັບຊາດມາເກີດຢູ່ເລື້ອຍໆ. ແລ້ວມີກົດໃດທີ່ບອກວ່າເມື່ອໃດພວກເຂົາຕ້ອງກັບຊາດມາເກີດບໍ? ພວກເຂົາມາທຸກໆສອງສາມປີບໍ? ພວກເຂົາມາດຸປານນັ້ນພຸ້ນບໍ? ພວກເຂົາບໍ່ໄດ້ມາດຸປານນັ້ນ. ທັງໝົດນີ້ແມ່ນອີງຕາມພາລະກິດຂອງພຣະເຈົ້າ, ຕາມຂັ້ນຕອນຂອງພາລະກິດນັ້ນ ແລະ ຕາມຄວາມຕ້ອງການຂອງພຣະອົງ ແລະ ບໍ່ມີກົດອື່ນໃດ. ມີພຽງກົດດຽວຄືເມື່ອພຣະເຈົ້າປະຕິບັດຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ, ຄົນຖືກເລືອກເຫຼົ່ານີ້ຈະມາທັງໝົດ ແລະ ການມານີ້ຈະເປັນການກັບຊາດມາເກີດຄັ້ງສຸດທ້າຍຂອງພວກເຂົາ. ເປັນຫຍັງຈຶ່ງເປັນແບບນັ້ນ? ນີ້ແມ່ນອີງຕາມຜົນທີ່ຕ້ອງເຮັດໃຫ້ບັນລຸໃນໄລຍະຂັ້ນຕອນສຸດທ້າຍຂອງພາລະກິດພຣະເຈົ້າ, ຍ້ອນວ່າໃນຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະເຈົ້ານີ້, ພຣະເຈົ້າຈະເຮັດໃຫ້ຜູ້ຖືກເລືອກເຫຼົ່ານີ້ສົມບູນຢ່າງສິ້ນເຊີງ. ນີ້ໝາຍຄວາມວ່າແນວໃດ? ຖ້າໃນໄລຍະສຸດທ້າຍນີ້, ຄົນເຫຼົ່ານີ້ຖືກເຮັດໃຫ້ບໍລິບູນ ແລະ ສົມບູນ, ແລ້ວພວກເຂົາກໍຈະບໍ່ກັບຊາດມາເກີດຄືເມື່ອກ່ອນອີກ; ຂະບວນການເປັນມະນຸດຂອງພວກເຂົາກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ ເຊັ່ນດຽວກັນກັບຂະບວນການກັບຊາດມາເກີດຂອງພວກເຂົາ. ນີ້ແມ່ນກ່ຽວຂ້ອງກັບບັນດາຜູ້ທີ່ຈະຢູ່. ແລ້ວບັນດາຜູ້ທີ່ບໍ່ສາມາດຢູ່ເດ ພວກເຂົາໄປໃສ? ບັນດາຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ຢູ່ມີຈຸດໝາຍປາຍທາງທີ່ເໝາະສົມຂອງພວກເຂົາເອງແລ້ວ. ກ່ອນອື່ນໝົດ, ຜົນຈາກການເຮັດຊົ່ວຂອງພວກເຂົາ, ຄວາມຜິດທີ່ພວກເຂົາໄດ້ເຮັດ ແລະ ບາບທີ່ພວກເຂົາໄດ້ກະທໍາ, ພວກເຂົາແມ່ນຈະຖືກລົງໂທດເຊັ່ນດຽວກັນ. ຫຼັງຈາກທີ່ພວກເຂົາຖືກລົງໂທດແລ້ວ, ພຣະເຈົ້າກໍຈະເຮັດການຈັດແຈງເພື່ອສົ່ງພວກເຂົາອອກໄປທ່າມກາງຜູ້ທີ່ບໍ່ເຊື່ອຕາມສະຖານະການ ຫຼື ຈັດແຈງໃຫ້ພວກເຂົາໄປຢູ່ທ່າມກາງຄົນທີ່ມີຄວາມເຊື່ອຕ່າງໆ. ເວົ້າອີກຢ່າງໜຶ່ງກໍຄື ມີສອງຜົນຕາມມາທີ່ເປັນໄປໄດ້ສຳລັບພວກເຂົາ: ຢ່າງໜຶ່ງແມ່ນຖືກລົງໂທດ ແລະ ບາງທີດຳລົງຊີວິດຢູ່ທ່າມກາງຜູ້ຄົນທີ່ເຊື່ອສາສະໜາໃດໜຶ່ງຫຼັງຈາກກັບຊາດມາເກີດ ແລະ ອີກຢ່າງໜຶ່ງ ແມ່ນກາຍມາເປັນຜູ້ທີ່ບໍ່ເຊື່ອ. ຖ້າພວກເຂົາກາຍເປັນຜູ້ທີ່ບໍ່ເຊື່ອ, ພວກເຂົາກໍຈະສູນເສຍໂອກາດທັງໝົດ; ແນວໃດກໍຕາມ, ຖ້າພວກເຂົາກາຍເປັນຄົນທີ່ມີຄວາມເຊື່ອ, ຕົວຢ່າງ: ຖ້າພວກເຂົາກາຍເປັນຊາວຄຣິສຕຽນ, ພວກເຂົາກໍຈະຍັງມີໂອກາດທີ່ຈະກັບມາເປັນຄົນຖືກເລືອກຂອງພຣະເຈົ້າ; ແຕ່ມັນມີຄວາມຊັບຊ້ອນຫຼາຍກ່ຽວກັບເລື່ອງນີ້. ສະຫຼຸບກໍຄື ຖ້າໜຶ່ງໃນຄົນຖືກເລືອກຂອງພຣະເຈົ້າເຮັດບາງສິ່ງທີ່ເຮັດໃຫ້ພຣະເຈົ້າເສຍໃຈ, ພວກເຂົາກໍຈະຖືກລົງໂທດຄືກັບຄົນອື່ນໆ. ໃຫ້ເບິ່ງໂປໂລເປັນຕົວຢ່າງ, ຜູ້ທີ່ພວກເຮົາໄດ້ເວົ້າເຖິງກ່ອນໜ້ານີ້. ໂປໂລແມ່ນຕົວຢ່າງໜຶ່ງຂອງບຸກຄົນທີ່ຖືກລົງໂທດ. ພວກເຈົ້າຄິດອອກກ່ຽວກັບສິ່ງທີ່ເຮົາກຳລັງເວົ້າເຖິງບໍ? ຂອບເຂດຂອງຜູ້ຖືກເລືອກຂອງພຣະເຈົ້ານັ້ນແມ່ນກຳນົດຕາຍຕົວບໍ? (ແມ່ນ, ເປັນສ່ວນໃຫຍ່). ສ່ວນໃຫຍ່ແມ່ນຖືກກຳນົດຕາຍຕົວ, ແຕ່ມີບາງສ່ວນທີ່ບໍ່ໄດ້ຖືກກຳນົດຕາຍຕົວ. ເປັນຫຍັງຈຶ່ງເປັນແບບນັ້ນ? ໃນນີ້ເຮົາອ້າງອີງເຖິງເຫດຜົນທີ່ເຫັນໄດ້ຊັດເຈນທີ່ສຸດ: ການເຮັດຄວາມຊົ່ວ. ເມື່ອຄົນເຮັດຄວາມຊົ່ວ, ພຣະເຈົ້າກໍບໍ່ຕ້ອງການພວກເຂົາ ແລະ ເມື່ອພຣະເຈົ້າບໍ່ຕ້ອງການພວກເຂົາ, ພຣະອົງໂຍນພວກເຂົາລົງທ່າມກາງເຊື້ອຊາດ ແລະ ຄົນປະເພດຕ່າງໆ. ນີ້ເຮັດໃຫ້ພວກເຂົາບໍ່ມີຄວາມຫວັງ ແລະ ເຮັດໃຫ້ມັນຍາກສຳລັບພວກເຂົາທີ່ຈະກັບຄືນ. ທັງໝົດນີ້ກ່ຽວຂ້ອງກັບວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ຖືກເລືອກຂອງພຣະເຈົ້າ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 196)

ຫົວຂໍ້ຕໍ່ໄປນີ້ກ່ຽວຂ້ອງກັບວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ໃຫ້ບໍລິການ. ພວກເຮົາໄດ້ເວົ້າເຖິງຕົ້ນກຳເນີດຂອງຜູ້ໃຫ້ບໍລິການໄປແລ້ວ; ນັ້ນກໍຄື ຄວາມຈິງທີ່ພວກເຂົາກັບຊາດມາເກີດຫຼັງຈາກທີ່ໄດ້ເປັນຜູ້ທີ່ບໍ່ເຊື່ອ ແລະ ເປັນສັດໃນຊີວິດຜ່ານມາຂອງພວກເຂົາ. ດ້ວຍການມາເຖິງຂອງຂັ້ນຕອນສຸດທ້າຍຂອງພາລະກິດ, ພຣະເຈົ້າໄດ້ຄັດເລືອກຜູ້ທີ່ບໍ່ເຊື່ອ ເປັນກຸ່ມຄົນດັ່ງກ່າວ ແລະ ກຸ່ມນີ້ພິເສດ. ຈຸດປະສົງຂອງພຣະເຈົ້າໃນການເລືອກຄົນເຫຼົ່ານີ້ແມ່ນເພື່ອໃຫ້ພວກເຂົາຮັບໃຊ້ພາລະກິດຂອງພຣະອົງ. “ບໍລິການ”ບໍ່ແມ່ນຄຳເວົ້າທີ່ງົດງາມ ແລະ ບໍ່ສອດຄ່ອງກັບຄວາມປະສົງຂອງທຸກຄົນ, ແຕ່ພວກເຮົາຄວນເບິ່ງວ່າໃຜເປັນເປົ້າໝາຍ. ການມີຢູ່ຂອງຜູ້ໃຫ້ບໍລິການຂອງພຣະເຈົ້າມີຄວາມໝາຍພິເສດ. ບໍ່ມີໃຜສາມາດເຮັດບົດບາດຂອງພວກເຂົາໄດ້, ຍ້ອນວ່າພວກເຂົາຖືກເລືອກໂດຍພຣະເຈົ້າ. ແລ້ວແມ່ນຫຍັງຄືບົດບາດຂອງຜູ້ໃຫ້ບໍລິການເຫຼົ່ານີ້? ແມ່ນເພື່ອຮັບໃຫ້ຄົນຖືກເລືອກຂອງພຣະເຈົ້າ. ສ່ວນໃຫຍ່ແລ້ວ, ບົດບາດຂອງພວກເຂົາແມ່ນໃຫ້ບໍລິການແກ່ພາລະກິດຂອງພຣະເຈົ້າ, ຮ່ວມມີກັບພາລະກິດ ແລະ ຊ່ວຍພຣະເຈົ້າໃນການເຮັດໃຫ້ຄົນຖືກເລືອກຂອງພຣະອົງສົມບູນ. ບໍ່ວ່າພວກເຂົາກຳລັງເຮັດວຽກ, ດຳເນີນບາງແງ່ມຸມຂອງພາລະກິດ ຫຼື ປະຕິບັດບາງໜ້າວຽກ, ຂໍ້ຮຽກຮ້ອງຂອງພຣະເຈົ້າຕໍ່ຜູ້ໃຫ້ບໍລະການເຫຼົ່ານີ້ແມ່ນຫຍັງ? ພຣະອົງຮຽກຮ້ອງຈາກພວກເຂົາຫຼາຍບໍ? (ບໍ່, ພຣະອົງຂໍແຕ່ໃຫ້ພວກເຂົາຈົງຮັກພັກດີເທົ່ານັ້ນ). ຜູ້ໃຫ້ບໍລິການຕ້ອງຈົງຮັກພັດດີ. ໂດຍບໍ່ຄຳນຶງເຖິງຕົ້ນກຳເນີດຂອງເຈົ້າ ຫຼື ເປັນຫຍັງພຣະເຈົ້າຈຶ່ງເລືອກເຈົ້າ, ເຈົ້າຕ້ອງຈົງຮັກພັກດີຕໍ່ພຣະເຈົ້າ, ຈົງຮັກພັກດີຕໍ່ການມອບໝາຍພຣະເຈົ້າມອບໝາຍໃຫ້ເຈົ້າ ແລະ ຕໍ່ພາລະກິດທີ່ເຈົ້າຮັບຜິດຊອບ ແລະ ໜ້າທີ່ທີ່ເຈົ້າປະຕິບັດ. ສຳລັບຜູ້ໃຫ້ບໍລິການທີ່ສາມາດຈົງຮັກພັກດີ ແລະ ເຮັດໃຫ້ພຣະເຈົ້າພໍໃຈ, ຜົນໄດ້ຮັບຂອງພວກເຂົາຈະເປັນແນວໃດ? ພວກເຂົາຈະສາມາດຢູ່ລອດ. ມັນແມ່ນໂຊກດີບໍທີ່ຜູ້ໃຫ້ບໍລິການໄດ້ຮັບການຢູ່ລອດ? ການຢູ່ລອດໝາຍຄວາມວ່າແນວໃດ? ແມ່ນຫຍັງຄືຄວາມໝາຍຂອງການໄດ້ຮັບພອນນີ້? ໃນສະຖານະ, ເບິ່ງຄືວ່າພວກເຂົາບໍ່ຄືຜູ້ຖືກເລືອກຂອງພຣະເຈົ້າ; ເບິ່ງຄືວ່າພວກເຂົາແຕກຕ່າງ. ແຕ່ຄວາມຈິງແລ້ວ, ສິ່ງທີ່ພວກເຂົາໄດ້ຮັບໃນຊີວິດນີ້ບໍ່ແມ່ນສິ່ງດຽວກັນກັບຜູ້ຖືກເລືອກຂອງພຣະເຈົ້າບໍ? ຢ່າງໜ້ອຍທີ່ສຸດ, ມັນແມ່ນສິ່ງດຽວກັນໃນຕະຫຼອດຊີວິດນີ້. ພວກເຈົ້າບໍ່ປະຕິເສດສິ່ງນີ້ແມ່ນບໍ? ຖ້ອຍຄຳຂອງພຣະເຈົ້າ, ພຣະຄຸນຂອງພຣະເຈົ້າ, ການສະໜອງຂອງພຣະເຈົ້າ, ພອນຂອງພຣະເຈົ້າ, ໃຜບໍ່ໄດ້ຮັບສິ່ງເຫຼົ່ານີ້ແດ່? ທຸກຄົນໄດ້ຮັບຄວາມອຸດົມສົມບູນດັ່ງກ່າວ. ຕົວຕົນຂອງຜູ້ໃຫ້ບໍລິການແມ່ນຜູ້ທີ່ຮັບໃຊ້ບໍລິການ, ແຕ່ສຳລັບພຣະເຈົ້າ, ພວກເຂົາກໍເປັນພຽງຄົນໜຶ່ງທ່າມກາງທຸກສິ່ງທີ່ພຣະອົງໄດ້ສ້າງຂຶ້ນ; ພຽງແຕ່ວ່າບົດບາດຂອງພວກເຂົາແມ່ນເປັນຜູ້ໃຫ້ບໍລິການ. ຍ້ອນວ່າພວກເຂົາທັງສອງເປັນສິ່ງຖືກສ້າງຂອງພຣະເຈົ້າ, ມີຫຍັງແຕກຕ່າງລະຫວ່າງຜູ້ໃຫ້ບໍລິການ ແລະ ຄົນຖືກເລືອກຂອງພຣະເຈົ້າບໍ? ໃນຄວາມເປັນຈິງແລ້ວແມ່ນບໍ່ມີຄວາມແຕກຕ່າງ. ແຕ່ຖ້າເວົ້າພຽງໃນນາມ ແມ່ນມີຄວາມແຕກຕ່າງ; ມີຄວາມແຕກຕ່າງດ້ານທາດແທ້ ແລະ ໃນເລື່ອງຂອງບົດບາດທີ່ພວກເຂົາຫຼິ້ນ, ແຕ່ພຣະເຈົ້າບໍ່ໄດ້ປະຕິບັດຕໍ່ຄົນກຸ່ມນີ້ຢ່າງອະຍຸດຕິທຳ. ແລ້ວເປັນຫຍັງຄົນກຸ່ມນີ່ຈຶ່ງຖືກນິຍາມວ່າຜູ້ໃຫ້ບໍລິການ? ພວກເຈົ້າຕ້ອງມີຄວາມເຂົ້າໃຈບາງຢ່າງກ່ຽວກັບເລື່ອງນີ້! ຜູ້ໃຫ້ບໍລິການມາຈາກບັນດາຜູ້ທີ່ບໍ່ເຊື່ອ. ທັນທີທີ່ພວກເຮົາກ່າວເຖິງພວກເຂົາມາຈາກບັນດາຜູ້ທີ່ບໍ່ເຊື່ອ, ມັນເບິ່ງຄືກັບວ່າພວກເຂົາມີເບື້ອງຫຼັງທີ່ບໍ່ດີ: ພວກເຂົາທັງໝົດບໍ່ເຊື່ອໃນພຣະເຈົ້າ ແລະ ໃນອະດີດກໍເປັນແບບນັ້ນເຊັ່ນກັນ; ພວກເຂົາບໍ່ເຊື່ອໃນພຣະເຈົ້າ ແລະ ເປັນສັດຕູກັບພຣະອົງ, ຕໍ່ຕ້ານຄວາມຈິງ ແລະ ທຸກສິ່ງທີ່ເປັນບວກ. ພວກເຂົາບໍ່ເຊື່ອໃນພຣະເຈົ້າ ຫຼື ໃນການມີຢູ່ຂອງພຣະອົງ. ສະນັ້ນ, ພວກເຂົາສາມາດເຂົ້າໃຈພຣະທຳຂອງພຣະເຈົ້າບໍ? ມັນຍຸດຕິທຳແລ້ວທີ່ຈະເວົ້າວ່າ ໃນລະດັບໃດໜຶ່ງ ພວກເຂົາແມ່ນບໍ່ສາມາດເຂົ້າໃຈໄດ້. ຄືກັນກັບສັດທີ່ບໍ່ສາມາດເຂົ້າໃຈຄຳເວົ້າຂອງມະນຸດໄດ້, ຜູ້ໃຫ້ບໍລິການກໍບໍ່ເຂົ້າໃຈວ່າພຣະເຈົ້າເວົ້າຫຍັງ, ສິ່ງທີ່ພຣະອົງຮຽກຮ້ອງ ຫຼື ເປັນຫຍັງພຣະອົງຈຶ່ງຮຽກຮ້ອງຄວາມຕ້ອງການດັ່ງກ່າວ. ພວກເຂົາບໍ່ເຂົ້າໃຈ; ສິ່ງເຫຼົ່ານີ້ເປັນສິ່ງທີ່ບໍ່ສາມາດຢັ່ງຮູ້ໄດ້ສຳລັບພວກເຂົາ ແລະ ພວກເຂົາຍັງບໍ່ໄດ້ຮັບຄວາມສະຫວ່າງ. ດ້ວຍເຫດນີ້, ຄົນເຫຼົ່ານີ້ຈຶ່ງບໍ່ມີຊີວິດທີ່ພວກເຮົາໄດ້ເວົ້າເຖິງ. ການບໍ່ມີຊີວິດ, ຜູ້ຄົນສາມາດເຂົ້າໃຈຄວາມຈິງໄດ້ບໍ? ພວກເຂົາປະກອບດ້ວຍຄວາມຈິງບໍ? ພວກເຂົາມີປະສົບການ ແລະ ຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າບໍ? (ບໍ່). ນັ້ນແມ່ນຕົ້ນກຳເນີດຂອງຜູ້ໃຫ້ບໍລິການ. ແນວໃດກໍຕາມ, ເນື່ອງຈາກວ່າພຣະເຈົ້າເຮັດໃຫ້ຄົນເຫຼົ່ານີ້ເປັນຜູ້ໃຫ້ບໍລິການ, ມັນຍັງມີມາດຕະຖານໃນການຮຽກຮ້ອງຂອງພຣະອົງຕໍ່ພວກເຂົາ; ພຣະອົງບໍ່ໄດ້ດູໝິ່ນພວກເຂົາ ແລະ ພຣະອົງກໍບໍ່ໄດ້ປະຕິບັດຕໍ່ພວກເຂົາພໍເປັນພິທີ. ເຖິງແມ່ນວ່າພວກເຂົາບໍ່ເຂົ້າໃຈພຣະທຳຂອງພຣະອົງ ແລະ ບໍ່ມີຊີວິດ, ພຣະເຈົ້າກໍຍັງປະຕິບັດຕໍ່ພວກເຂົາຢ່າງດີ ແລະ ຍັງມີມາດຕະຖານເມື່ອເວົ້າເຖິງການຮຽກຮ້ອງຂອງພຣະອົງຕໍ່ພວກເຂົາ. ພວກເຈົ້າຫາກໍເວົ້າເຖິງມາດຕະຖານເຫຼົ່ານັ້ນ: ການຈົ່ງຮັກພັກດີຕໍ່ພຣະເຈົ້າ ແລະ ເຮັດສິ່ງທີ່ພຣະອົງກ່າວ. ໃນການບໍລິການຂອງເຈົ້າ, ເຈົ້າຕ້ອງຮັບໃຊ້ບ່ອນທີ່ຕ້ອງການ ແລະ ເຈົ້າຕ້ອງຮັບໃຫ້ຈົນເຖິງທີ່ສຸດ. ຖ້າເຈົ້າສາມາດເປັນຜູ້ໃຫ້ບໍລິການທີ່ຈົ່ງຮັກພັກດີໄດ້, ເຈົ້າກໍສາມາດຮັບໃຊ້ຈົນເຖິງທີ່ສຸດ ແລະ ສາມາດປະຕິບັດການມອບໝາຍທີ່ພຣະເຈົ້າມອບໝາຍໃຫ້ເຈົ້າໄດ້, ແລ້ວເຈົ້າກໍຈະໃຊ້ຊີວິດທີ່ມີຄຸນຄ່າ. ຖ້າເຈົ້າສາມາດເຮັດແບບນີ້ໄດ້, ເຈົ້າກໍຈະສາມາດຢູ່ລອດໄດ້. ຖ້າເຈົ້າພະຍາຍາມຕື່ມເລັກນ້ອຍ, ຖ້າເຈົ້າພະຍາດຍາມຫຼາຍຂຶ້ນ, ສາມາດທະວີຄູນຄວາມພະຍາຍາມຂອງເຈົ້າໃນການຮູ້ຈັກພຣະເຈົ້າ, ສາມາດເວົ້າເລັກນ້ອຍກ່ຽວກັບການຮູ້ຈັກພຣະເຈົ້າ, ສາມາເປັນພະຍານໃຫ້ກັບພຣະອົງ ແລະ ຍິ່ງໄປກວ່ານັ້ນ, ຖ້າເຈົ້າສາມາດເຂົ້າໃຈບາງຢ່າງກ່ຽວກັບຄວາມປະສົງຂອງພຣະອົງ, ສາມາດໃຫ້ການຮ່ວມມືໃນພາລະກິດຂອງພຣະເຈົ້າ ແລະ ສາມາດໃສ່ໃຈຄວາມຕັ້ງໃຈຂອງພຣະເຈົ້າເລັກນ້ອຍ, ແລ້ວໃນນາມຜູ້ໃຫ້ບໍລິການ ເຈົ້າກໍຈະປະສົບກັບການປ່ຽນແປງໃນໂຊກລາບ. ການປ່ຽນແປງໃນໂຊກລາບນີ້ຈະເປັນແນວໃດ? ເຈົ້າຈະບໍ່ສາມາດຄົງຢູ່ຢ່າງງ່າຍດາຍອີກຕໍ່ໄປ. ຂຶ້ນຢູ່ກັບການປະພຶດຂອງເຈົ້າ ແລະ ຄວາມປາດຖະໜາ ແລະ ການສະແຫວງຫາສ່ວນຕົວຂອງເຈົ້າ, ພຣະເຈົ້າຈະເຮັດໃຫ້ເຈົ້າເປັນໜຶ່ງໃນບັນດາຜູ້ຖືກເລືອກ. ນີ້ຈະແມ່ນການປ່ຽນແປງໃນໂຊກລາບຂອງເຈົ້າ. ສຳລັບຜູ້ໃຫ້ບໍລິການ, ແມ່ນຫຍັງຄືສິ່ງທີ່ດີທີ່ສຸດກ່ຽວກັບເລື່ອງນີ້? ນັ້ນກໍຄື ພວກເຂົາສາມາດກາຍເປັນຜູ້ຖືກເລືອກຂອງພຣະເຈົ້າໄດ້. ຖ້າພວກເຂົາເຮັດເຊັ່ນນັ້ນ, ມັນໝາຍຄວາມວ່າ ພວກເຂົາຈະບໍ່ກັບຊາດມາເກີດເປັນສັດໃນແບບທີ່ຜູ້ທີ່ບໍ່ເຊື່ອເປັນອີກຕໍ່ໄປ. ນັ້ນດີບໍ? ດີ ແລະ ເປັນຂ່າວດີອີກດ້ວຍ: ໝາຍຄວາມວ່າ ຜູ້ໃຫ້ບໍລິການສາມາດຫຼໍ່ຫຼອມໄດ້. ມັນບໍ່ແມ່ນໃນກໍລະນີທີ່ວ່າ ເມື່ອພຣະເຈົ້າໄດ້ກຳນົດໃຫ້ພວກເຂົາຮັບໃຊ້, ພວກເຂົາກໍຈະເຮັດຕາມຕະຫຼອດໄປ; ນັ້ນບໍ່ຈຳເປັນຕ້ອງເປັນເຊັ່ນນັ້ນ. ພຣະເຈົ້າຈະຈັດການກັບພວກເຂົາ ແລະ ຕອບສະໜອງຕໍ່ພວກເຂົາໃນທາງທີ່ເໝາະສົມກັບພຶດຕິກຳສ່ວນຕົວຂອງພວກເຂົາ.

ແນວໃດກໍຕາມ, ມີຜູ້ໃຫ້ບໍລິການທີ່ບໍ່ສາມາດຮັບໃຊ້ໄດ້ຈົນເຖິງທີ່ສຸດ; ໃນລະຫວ່າງການບໍລິການຂອງພວກເຂົາ, ມີບັນດາຜູ້ທີ່ຍອມຈໍານົນເຄິ່ງທາງ ແລະ ປະຖິ້ມພຣະເຈົ້າ, ເຊັ່ນດຽວກັນກັບຄົນທີ່ເຮັດຜິດຫຼາຍຢ່າງ. ຍັງມີບັນດາຜູ້ທີ່ສ້າງຄວາມອັນຕະລາຍຢ່າງຮຸນແຮງ ແລະ ນຳມາເຊິ່ງຄວາມສູນເສຍຢ່າງຮຸນແຮງໃຫ້ແກ່ພາລະກິດຂອງພຣະເຈົ້າ ແລະ ເຖິງກັບມີຜູ້ໃຫ້ບໍລິການທີ່ສາບແຊ່ງພຣະເຈົ້າ ແລະ ອື່ນໆ. ຜົນສະທ້ອນທີ່ບໍ່ມີທາງຮັກສາເຫຼົ່ານີ້ບົ່ງບອກເຖິງຫຍັງ? ມັນບົ່ງບອກເຖິງການກະທຳທີ່ຊົ່ວຮ້າຍໃດກໍຕາມຈະເປັນການສິ້ນສຸດການບໍລິການຂອງພວກເຂົາ. ຍ້ອນວ່າພຶດຕະກຳຂອງເຈົ້າໃນລະຫວ່າງການບໍລິການຂອງເຈົ້ານັ້ນບໍ່ດີເກີນໄປ ແລະ ຍ້ອນວ່າເຈົ້າໄດ້ເຮັດຜິດຫຼາຍເກີນໄປ, ເມື່ອພຣະເຈົ້າເຫັນວ່າການບໍລິການຂອງເຈົ້າບໍ່ເປັນໄປຕາມມາດຕະຖານ, ພຣະອົງຈະຖອນສິດໃນການຮັບໃຊ້ຂອງເຈົ້າ, ພຣະອົງຈະບໍ່ອະນຸຍາດໃຫ້ເຈົ້າຮັບໃຊ້ອີກຕໍ່ໄປ; ພຣະອົງຈະຖອນເຈົ້າອອກຈາກສາຍຕາຂອງພຣະອົງ ແລະ ຈາກເຮືອນຂອງພຣະເຈົ້າ. ເປັນຍ້ອນວ່າເຈົ້າບໍ່ຕ້ອງການຮັບໃຊ້ບໍ? ບໍ່ແມ່ນເຈົ້າຕ້ອງການເຮັດຊົ່ວຕະຫຼອດເວລາບໍ? ບໍ່ແມ່ນເຈົ້າເປັນຄົນບໍ່ຊື່ສັດຕະຫຼອດບໍ? ດີແລ້ວ, ມີວິທີແກ້ໄຂງ່າຍໆ: ເຈົ້າຈະຖືກຖອນສິດໃນການຮັບໃຊ້ຂອງເຈົ້າ. ສຳລັບພຣະເຈົ້າ, ການຖອນສິດຜູ້ໃຫ້ບໍລິການໃນການຮັບໃຊ້ຂອງພວກເຂົາໝາຍຄວາມວ່າຈຸດຈົບຂອງຜູ້ໃຫ້ບໍລິການດັ່ງກ່າວແມ່ນຖືກປະກາດແລ້ວ ແລະ ພວກເຂົາຈະບໍ່ມີສິດທີ່ຈະຮັບໃຊ້ພຣະເຈົ້າອີກຕໍ່ໄປ. ພຣະເຈົ້າບໍ່ມີຄວາມຕ້ອງການການບໍລິການເພີ່ມເຕີມຈາກພວກເຂົາອີກ ແລະ ບໍ່ວ່າພວກເຂົາຈະເວົ້າດີພຽງໃດກໍຕາມ, ຄຳເວົ້າເຫຼົ່ານັ້ນກໍໄຮ້ປະໂຫຍດ. ເມື່ອສິ່ງຕ່າງໆມາຮອດຈຸດນີ້, ສະຖານະການຈະບໍ່ສາມາດແກ້ໄຂໄດ້; ຜູ້ໃຫ້ບໍລິການແບບນີ້ຈະບໍ່ມີທາງຫວນກັບຄືນ. ແລ້ວພຣະເຈົ້າຈັດການແນວໃດກັບຜູ້ໃຫ້ບໍລິການເຊັ່ນນີ້? ພຣະອົງພຽງແຕ່ຢຸດພວກເຂົາຈາກການຮັບໃຊ້ບໍ? ບໍ່. ພຣະອົງພຽງແຕ່ປ້ອງກັນພວກເຂົາຈາກການຢູ່ລອດບໍ? ຫຼື ພຣະອົງປະວາງພວກເຂົາໄວ້ທາງຂ້າງ ແລະ ລໍຖ້າໃຫ້ພວກເຂົາກັບຄືນມາບໍ? ບໍ່ ພຣະອົງບໍ່ເຮັດສິ່ງເຫຼົ່ານັ້ນ. ແທ້ຈິງແລ້ວ ພຣະເຈົ້າບໍ່ໄດ້ມີຄວາມກະລຸນາປານນັ້ນຕໍ່ຜູ້ໃຫ້ບໍລິການ. ຖ້າຄົນໆໜຶ່ງມີທັດສະນະຄະຕິແບບນີ້ໃນການບໍລິການຂອງເຂົາຕໍ່ພຣະເຈົ້າ, ພຣະເຈົ້າຈະຖອນສິດໃນການຮັບໃຊ້ຂອງພວກເຂົາ ອີງຕາມທັດສະນະຄະຕິຂອງພວກເຂົາ ແລະ ຈະໂຍນພວກເຂົາກັບໄປຢູ່ທ່າມກາງຜູ້ທີ່ບໍ່ເຊື່ອ. ແລ້ວແມ່ນຫຍັງຄືໂຊກຊະຕາຂອງຜູ້ໃຫ້ບໍລິການທີ່ໄດ້ຖືກໂຍນກັບໄປຢູ່ທ່າມກາງຄົນບໍ່ເຊື່ອ? ມັນກໍຈະເປັນຄືກັບຄົນທີ່ບໍ່ເຊື່ອ: ພວກເຂົາຈະກັບຊາດມາເກີດເປັນສັດ ແລະ ໄດ້ຮັບການລົງໂທດໃນໂລກຝ່າຍວິນຍານຄືກັບຄົນທີ່ບໍ່ເຊື່ອ. ຍິ່ງໄປກວ່ານັ້ນ, ພຣະເຈົ້າຈະບໍ່ໃຫ້ຄວາມສົນໃຈເປັນການສ່ວນຕົວຕໍ່ການລົງໂທດຂອງບຸກຄົນເຫຼົ່ານີ້, ເພາະວ່າຄົນດັ່ງກ່າວບໍ່ມີຄວາມກ່ຽວຂ້ອງກັບພາລະກິດຂອງພຣະເຈົ້າອີກຕໍ່ໄປ. ນີ້ບໍ່ແມ່ນແຕ່ຈຸດຈົບຂອງຊີວິດແຫ່ງຄວາມເຊື່ອໃນພຣະເຈົ້າຂອງພວກເຂົາ, ແຕ່ຍັງແມ່ນຈຸດຈົບຂອງໂຊກຊະຕາຂອງພວກເຂົາເອງອີກດ້ວຍ ແລະ ເປັນການປະກາດຊະຕາກຳຂອງພວກເຂົາເຊັ່ນກັນ. ສະນັ້ນ, ຖ້າຜູ້ໃຫ້ບໍລິການຮັບໃຊ້ບໍ່ດີ, ພວກເຂົາຈະຕ້ອງແບກຮັບຜົນຕາມມາດ້ວຍຕົວພວກເຂົາເອງ. ຖ້າຜູ້ໃຫ້ບໍລິການບໍ່ສາມາດຮັບໃຊ້ຈົນເຖິງທີ່ສຸດ ຫຼື ຖືກຖອນສິດໃນການບໍລິການຂອງພວກເຂົາກາງທາງ, ພວກເຂົາກໍຈະຖືກໂຍນເຂົ້າໄປໃນທ່າມກາງຜູ້ທີ່ບໍ່ເຊື່ອ ແລະ ຖ້າສິ່ງນີ້ເກີດຂຶ້ນ, ຄົນດັ່ງກ່າວຈະຖືກຈັດການໃນແບບດຽວກັນກັບສັດລ້ຽງ, ໃນແບບດຽວກັນກັບຄົນທີ່ບໍ່ມີສະຕິປັນຍາ ຫຼື ເຫດຜົນ. ເມື່ອເຮົາເວົ້າແບບນັ້ນ, ເຈົ້າເຂົ້າໃຈແມ່ນບໍ?

ສິ່ງທີ່ກ່າວມານັ້ນແມ່ນວິທີທີ່ພຣະເຈົ້າຈັດການວົງຈອນຊີວິດ ແລະ ຄວາມຕາຍຂອງຜູ້ຖືກເລືອກຂອງພຣະອົງ ແລະ ຜູ້ໃຫ້ບໍລິການ. ຫຼັງຈາກທີ່ໄດ້ຍິນເລື່ອງນີ້ແລ້ວ, ພວກເຈົ້າຮູ້ສຶກແນວໃດ? ເຮົາເຄີຍເວົ້າເຖິງຫົວຂໍ້ນີ້ມາກ່ອນບໍ? ເຮົາເຄີຍເວົ້າເຖິງຫົວເລື່ອງກ່ຽວກັບຜູ້ຖືກເລືອກຂອງພຣະເຈົ້າ ແລະ ຜູ້ໃຫ້ບໍລິການບໍ? ທີ່ຈິງແລ້ວ ເຮົາໄດ້ເວົ້າ, ແຕ່ພວກເຈົ້າບໍ່ຈື່. ພຣະເຈົ້າມີຄວາມຊອບທຳຕໍ່ຜູ້ຖືກເລືອກຂອງພຣະອົງ ແລະ ຜູ້ໃຫ້ບໍລິການ. ພຣະອົງມີຄວາມຊອບທຳໃນທຸກເລື່ອງ. ເຮົາເວົ້າຖືກບໍ? ໃນນີ້ມີບ່ອນໃດທີ່ເຈົ້າສາມາດຊອກຫາຄວາມຜິດໄດ້ແດ່? ບໍ່ມີຄົນທີ່ຈະເວົ້າວ່າ: “ເປັນຫຍັງພຣະເຈົ້າຈຶ່ງອົດທົນຫຼາຍຕໍ່ບັນດາຜູ້ຖືກເລືອກ? ແລະ ເປັນຫຍັງພຣະອົງຈຶ່ງມີຄວາມອົດທົນພຽງເລັກໜ້ອຍເທົ່ານັ້ນຕໍ່ຜູ້ໃຫ້ບໍລິການ” ບໍ? ມີໃຜປາດຖະໜາທີ່ຈະລຸກຂຶ້ນສູ້ເພື່ອຜູ້ໃຫ້ບໍລິການບໍ? “ພຣະເຈົ້າສາມາດໃຫ້ເວລາຜູ້ໃຫ້ບໍລິການຫຼາຍກວ່ານີ້ໄດ້ບໍ ແລະ ມີຄວາມອົດທົນ ແລະ ອົດກັ້ນຕໍ່ພວກເຂົາຫຼາຍກວ່ານີ້ໄດ້ບໍ?” ມັນຖືກຕ້ອງບໍທີ່ຈະຖາມຄຳຖາມດັ່ງກ່າວ? (ບໍ່, ມັນບໍ່ຖືກ). ແລ້ວເປັນຫຍັງ? (ຍ້ອນວ່າ ຄວາມຈິງແລ້ວ ພວກເຮົາໄດ້ສະແດງຄວາມໂປດປານໃນການເຮັດໃຫ້ມີຜູ້ໃຫ້ບໍລິການ). ຄວາມຈິງແລ້ວ, ຜູ້ໃຫ້ບໍລິການໄດ້ຮັບຄວາມໂປດປານໂດຍການຖືກອະນຸຍາດໃຫ້ຮັບໃຊ້ຢູ່ແລ້ວ! ປາສະຈາກຫົວຂໍ້ “ຜູ້ໃຫ້ບໍລິການ” ແລະ ປາສະຈາກພາລະກິດທີ່ພວກເຂົາປະຕິບັດ, ຄົນເຫຼົ່ານີ້ຈະຢູ່ໃສ? ພວກເຂົາກໍຈະຢູ່ທ່າມກາງຜູ້ທີ່ບໍ່ເຊື່ອ, ໃຊ້ຊີວິດ ແລະ ຕາຍໄປກັບສັດລ້ຽງ. ມັນເປັນພຣະຄຸນອັນຍິ່ງໃຫຍ່ທີ່ພວກເຂົາໄດ້ຮັບໃນວັນນີ້, ໄດ້ຮັບອະນຸຍາດໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ມາຢູ່ເຮືອນຂອງພຣະເຈົ້າ! ນີ້ແມ່ນພຣະຄຸນທີ່ຍິ່ງໃຫຍ່ຫຼາຍ! ຖ້າພຣະເຈົ້າບໍ່ໄດ້ໃຫ້ໂອກາດເຈົ້າຮັບໃຊ້, ເຈົ້າກໍຈະບໍ່ມີໂອກາດທີ່ຈະມາຢູ່ຕໍ່ໜ້າພຣະອົງ. ຢ່າງໜ້ອຍສຸດ, ເຖິງແມ່ນວ່າເຈົ້າເປັນຊາວພຸດ ແລະ ໄດ້ບັນລຸຜົນແລ້ວເປັນສ່ວນໃຫຍ່, ເຈົ້າກໍຈະໄດ້ເປັນພຽງແຕ່ຜູ້ກຳກັບໃນໂລກຝ່າຍວິນຍານ; ເຈົ້າຈະບໍ່ພົບກັບພຣະເຈົ້າ, ໄດ້ຍິນສຽງຂອງພຣະອົງ ຫຼື ພຣະທຳຂອງພຣະອົງ ຫຼື ສຳຜັດໄດ້ເຖິງຄວາມຮັກ ແລະ ພອນຂອງພຣະອົງ ແລະ ເຈົ້າຈະບໍ່ສາມາດມາຢູ່ຕໍ່ໜ້າພຣະອົງໄດ້. ສິ່ງດຽວທີ່ຊາວພຸດມີຢູ່ຕໍ່ໜ້າພວກເຂົາກໍຄືໜ້າທີ່ທໍາມະດາ. ພວກເຂົາອາດບໍ່ສາມາດຮູ້ຈັກພຣະເຈົ້າ ແລະ ພວກເຂົາພຽງແຕ່ປະຕິບັດຕາມ ແລະ ເຊື່ອຟັງ, ໃນຂະນະທີ່ຜູ້ໃຫ້ບໍລິການໄດ້ຮັບພອນຫຼາຍໃນຊ່ວງຂັ້ນຕອນນີ້ຂອງພາລະກິດ! ກ່ອນອື່ນ, ພວກເຂົາສາມາດມາຢູ່ຕໍ່ໜ້າພຣະເຈົ້າ, ໄດ້ຍິນສຽງຂອງພຣະອົງ, ໄດ້ຍິນພຣະທຳຂອງພຣະອົງ ແລະ ໄດ້ຮັບພຣະຄຸນ ແລະ ພອນທີ່ພຣະອົງປະທານໃຫ້ພວກເຂົາ. ນອກຈາກນີ້, ພວກເຂົາຍັງສາມາດໄດ້ຮັບພຣະທຳ ແລະ ຄວາມຈິງທີ່ພຣະເຈົ້າປະທານໃຫ້. ຜູ້ໃຫ້ບໍລິການແມ່ນໄດ້ຮັບຫຼາຍແທ້ໆ! ສະນັ້ນ, ໃນຖານະເປັນຜູ້ໃຫ້ບໍລະການ, ຖ້າເຈົ້າບໍ່ສາມາດໃຊ້ຄວາມພະຍາຍາມຢ່າງເໝາະສົມ, ພຣະເຈົ້າຍັງຈະສາມາດຮັກສາເຈົ້າໄວ້ໄດ້ບໍ? ພຣະອົງບໍ່ສາມາດຮັກສາເຈົ້າໄວ້ໄດ້. ພຣະອົງບໍ່ໄດ້ຂໍຫຍັງຫຼາຍຈາກເຈົ້າ, ແຕ່ເຈົ້າບໍ່ໄດ້ເຮັດສິ່ງໃດທີ່ພຣະອົງຂໍຢ່າງຖືກຕ້ອງ; ເຈົ້າບໍ່ໄດ້ປະຕິບັດຕາມໜ້າທີ່ຂອງເຈົ້າ. ສະນັ້ນ ພຣະເຈົ້າບໍ່ສາມາດຮັກສາເຈົ້າໄວ້ໄດ້ຢ່າງແນ່ນອນ. ນັ້ນແມ່ນອຸປະນິໄສອັນຊອບທຳຂອງພຣະເຈົ້າ. ພຣະເຈົ້າບໍ່ເອົາໃຈເຈົ້າ ແລະ ພຣະອົງກໍບໍ່ໄດ້ເລືອກປະຕິບັດຕໍ່ເຈົ້າ. ນີ້ແມ່ນຫຼັກການທີ່ພຣະເຈົ້າປະຕິບັດ. ພຣະເຈົ້າປະຕິບັດຕໍ່ທຸກຄົນ ແລະ ສັດຕ່າງໆໃນລັກສະນະນີ້.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 197)

ເມື່ອເວົ້າເຖິງໂລກຝ່າຍວິນຍານ, ຖ້າສິ່ງມີຊີວິດໃນໂລກດັ່ງກ່າວເຮັດບາງຢ່າງຜິດ ຫຼື ບໍ່ເຮັດວຽກຂອງພວກເຂົາຢ່າງຖືກຕ້ອງ, ພຣະເຈົ້າກໍມີກົດບັນຍັດສະຫວັນ ແລະ ກົດລະບຽບທີ່ກ່ຽວຂ້ອງເພື່ອຈັດການພວກເຂົາ; ນີ້ແມ່ນເດັດຂາດ. ເພາະສະນັ້ນ, ໃນໄລຍະພາລະກິດຄຸ້ມຄອງຫຼາຍພັນປີຂອງພຣະເຈົ້າ, ຜູ້ປະຕິບັດໜ້າທີ່ບາງຄົນທີ່ໄດ້ກະທຳຄວາມຜິດແມ່ນຖືກທຳລາຍໄປແລ້ວ, ໃນຂະນະທີ່ບາງຄົນຍັງຖືກກັກຂັງ ແລະ ລົງໂທດຈົນຮອດທຸກມື້ນີ້. ນີ້ແມ່ນສິ່ງທີ່ທຸກສິ່ງມີຊີວິດໃນໂລກຝ່າຍວິນຍານຕ້ອງຜະເຊີນ. ຖ້າພວກເຂົາເຮັດບາງສິ່ງຜິດ ຫຼື ເຮັດຄວາມຊົ່ວ, ພວກເຂົາກໍຈະຖືກລົງໂທດ ແລະ ນີ້ແມ່ນວິທີການກຽວກັນທີ່ພຣະເຈົ້າປະຕິບັດຕໍ່ຜູ້ຖືກເລືອກຂອງພຣະອົງ ແລະ ຜູ້ໃຫ້ບໍລິການ. ສະນັ້ນ, ທັງໃນໂລກຝ່າຍວິນຍານ ແລະ ໂລກວັດຖຸ, ຫຼັກການທີ່ພຣະເຈົ້າປະຕິບັດນັ້ນບໍ່ປ່ຽນແປງ. ບໍ່ວ່າເຈົ້າສາມາດເຫັນການກະທຳຂອງພຣເຈົ້າ ຫຼື ບໍ່ກໍຕາມ, ຫຼັກການຂອງມັນແມ່ນບໍ່ປ່ຽນແປງ. ພຣະເຈົ້າມີຫຼັກການດຽວກັນໃນການປະຕິບັດຕໍ່ທຸກສິ່ງ ແລະ ໃນການຈັດການທຸກສິ່ງຂອງພຣະອົງ. ນີ້ແມ່ນບໍ່ປ່ຽນແປງ. ພຣະເຈົ້າຈະເມດຕາຕໍ່ບັນດາຜູ້ທີ່ບໍ່ເຊື່ອທີ່ໃຊ້ຊີວິດຢ່າງເໝາະສົມ ແລະ ຈະໃຫ້ໂອກາດສຳລັບຜູ້ຄົນໃນແຕ່ລະສາສະໜາຜູ້ທີ່ປະພຶດຕົນເປັນຄົນດີ ແລະ ບໍ່ເຮັດຄວາມຊົ່ວ, ອະນຸຍາດໃຫ້ພວກເຂົາເຮັດບົດບາດຂອງພວກເຂົາໃນທຸກສິ່ງທີ່ຄຸ້ມຄອງໂດຍພຣະເຈົ້າ ແລະ ເຮັດສິ່ງທີ່ພວກເຂົາຄວນເຮັດ. ເຊັ່ນດຽວກັນ, ໃນບັນດາຜູ້ທີ່ຕິດຕາມພຣະເຈົ້າ ແລະ ໃນຜູ້ຖືກເລືອກຂອງພຣະອົງ, ພຣະເຈົ້າບໍ່ໄດ້ເລືອກປະຕິບັດກັບຄົນໃດຄົນໜຶ່ງຕາມຫຼັກການເຫຼົ່ານີ້ຂອງພຣະອົງ. ພຣະອົງມີເມດຕາກັບທຸກຄົນທີ່ສາມາດຕິດຕາມພຣະອົງຢ່າງຈິງໃຈ ແລະ ພຣະອົງກໍຮັກທຸກຄົນທີ່ຕິດຕາມພຣະອົງຢ່າງຈິງໃຈ. ພຽງແຕ່ວ່າສຳລັບຄົນສອງສາມປະເພດເຫຼົ່ານີ້ ທີ່ເປັນຜູ້ບໍ່ເຊື່ອ, ຄົນເຫຼົ່ານີ້ທີ່ມີຄວາມສັດທາ ແລະ ຜູ້ຖືກເລືອກຂອງພຣະເຈົ້າ, ສິ່ງທີ່ພຣະອົງປະທານໃຫ້ແກ່ພວກເຂົານັ້ນແຕກຕ່າງກັນ. ຕົວຢ່າງ ເຊັ່ນ: ຜູ້ທີ່ບໍ່ເຊື່ອ: ເຖິງແມ່ນວ່າພວກເຂົາບໍ່ເຊື່ອໃນພຣະເຈົ້າ ແລະ ພຣະເຈົ້າເຫັນພວກເຂົາເປັນສັດເດຍລະສານ, ທ່າມກາງທຸກສິ່ງ ພວກເຂົາແຕ່ລະຄົນມີອາຫານກິນ, ມີບ່ອນອາໄສທີ່ເປັນຂອງຕົນເອງ ແລະ ມີວົງຈອນຊີວິດ ແລະ ຄວາມຕາຍປົກກະຕິ. ບັນດາຜູ້ທີ່ເຮັດຄວາມຊົ່ວຖືກລົງໂທດ, ສ່ວນບັນດາຜູ້ທີ່ເຮັດດີແມ່ນໄດ້ຮັບພອນ ແລະ ໄດ້ຮັບຄວາມກະລຸນາຈາກພຣະເຈົ້າ. ນີ້ບໍ່ແມ່ນວິທີຂອງມັນບໍ? ສຳລັບຄົນທີ່ມີຄວາມເຊື່ອ, ຖ້າພວກເຂົາສາມາດປະຕິບັດຕາມຫຼັກການທາງສາສະໜາຢ່າງເຂັ້ມງວດຜ່ານການເກີດໃໝ່, ຕາຍແລ້ວເກີດໃໝ່ຫຼາຍຄັ້ງ, ແລ້ວຫຼັງຈາກການກັບຊາດມາເກີດທັງໝົດເຫຼົ່ານັ້ນ, ໃນທີ່ສຸດ ພຣະເຈົ້າກໍຈະຕັດສິນພວກເຂົາ. ໃນທຳນອງດຽວກັນ, ສຳລັບພວກເຈົ້າໃນມື້ນີ້, ບໍ່ວ່າພວກເຈົ້າເປັນໜຶ່ໃນຜູ້ຖືກເລືອກຂອງພຣະເຈົ້າ ຫຼື ເປັນຜູ້ໃຫ້ບໍລິການ, ພຣະເຈົ້າກໍຈະນຳເຈົ້າເຂົ້າແຖວ ແລະ ກຳນົດຜົນຮັບຂອງເຈົ້າຕາມກົດລະບຽບ ແລະ ກົດບັນຍັດແຫ່ງການບໍລິຫານທີ່ພຣະອົງໄດ້ຕັ້ງຂຶ້ນເຊັ່ນກັນ. ໃນບັນດາຄົນປະເພດນີ້, ຄົນທີ່ມີຄວາມເຊື່ອປະເພດຕ່າງໆ, ໝາຍເຖິງຄົນທີ່ນັບຖືສາສະໜາຕ່າງໆ, ພຣະເຈົ້າໄດ້ຈັດແຈງພື້ນທີ່ແກ່ພວກເຂົາເພື່ອດຳລົງຊີວິດບໍ? ຊາວຢິວຢູ່ໃສ? ພຣະເຈົ້າໄດ້ແຊກແຊງຄວາມເຊື່ອຂອງພວກເຂົາບໍ? ພຣະອົງບໍ່ໄດ້ແຊກແຊງແມ່ນບໍ? ແລ້ວຊາວຄຣິສຕຽນເດ? ພຣະອົງກໍບໍ່ໄດ້ແຊກແຊງພວກເຂົາເຊັ່ນກັນ. ພຣະອົງອະນຸຍາດໃຫ້ພວກເຂົາປະຕິບັດຕາມຂັ້ນຕອນຂອງພວກເຂົາເອງ, ພຣະອົງບໍ່ໄດ້ເວົ້າກັບພວກເຂົາ ຫຼື ໃຫ້ຄວາມສະຫວ່າງໃດໆແກ່ພວກເຂົາ, ຍິ່ງໄປກວ່ານັ້ນ, ພຣະອົງບໍ່ໄດ້ເປີດເຜີຍຫຍັງແກ່ພວກເຂົາ. ຖ້າເຈົ້າຄິດວ່າມັນຖືກ, ກໍຈົ່ງເຊື່ອໃນທາງນີ້. ຊາວຄາໂທລິກເຊື່ອໃນມາຣີອາ ແລະ ມັນແມ່ນຜ່ານນາງທີ່ຂ່າວປະເສີດໄດ້ສົ່ງຕໍ່ຫາພຣະເຢຊູ; ນັ້ນແມ່ນຮູບແບບຄວາມເຊື່ອຂອງພວກເຂົາ. ພຣະເຈົ້າເຄີຍແກ້ໄຂຄວາມເຊື່ອຂອງພວກເຂົາໃຫ້ຖືກຕ້ອງບໍ? ພຣະອົງປ່ອຍໃຫ້ພວກເຂົາເປັນອິດສະຫຼະ; ພຣະອົງບໍ່ໄດ້ໃສ່ໃຈພວກເຂົາ ແລະ ປະທານບ່ອນຢູ່ອາໄສໃຫ້ແກ່ພວກເຂົາ. ສໍາລັບຊາວມຸດສະລິມ ແລະ ຊາວພຸດ, ພຣະອົງກໍບໍ່ໄດ້ປະຕິບັດຕໍ່ພວກເຂົາເຊັ່ນດຽວກັນບໍ? ພຣະອົງໄດ້ກຳນົດເຂດແດນສຳລັບພວກເຂົາເຊັ່ນກັນ ແລະ ອະນຸຍາດໃຫ້ພວກເຂົາມີພື້ນທີ່ດຳລົງຊີວິດເປັນຂອງຕົນເອງ ໂດຍບໍ່ໄດ້ແຊກແຊງໃນຄວາມເຊື່ອສ່ວນຕົວຂອງພວກເຂົາ. ທັງໝົດເປັນລະບຽບດີ. ພວກເຈົ້າເຫັນຫຍັງໃນທັງໝົດນີ້? ພຣະເຈົ້າມີສິດອຳນາດ ແຕ່ພຣະອົງບໍ່ໄດ້ໃຊ້ອໍານາດນັ້ນໂດຍອໍາເພີໃຈ. ພຣະເຈົ້າຈັດແຈງທຸກສິ່ງຢ່າງເປັນລະບຽບ ແລະ ດຳເນີນການຢ່າງເປັນລະບຽບ ແລະ ໃນນີ້ສະແດງເຖິງສະຕິປັນຍາ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 198)

ຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າເອງ

ພຣະເຈົ້າແມ່ນຜູ້ທີ່ປົກຄອງເໜືອທຸກສິ່ງ ແລະ ບໍລິຫານທຸກສິ່ງ. ພຣະອົງສ້າງທຸກສິ່ງທີ່ມີ, ພຣະອົງບໍລິຫານທຸກສິ່ງທີ່ມີ, ພຣະອົງປົກຄອງທຸກສິ່ງທີ່ມີ ແລະ ພຣະອົງສະໜອງໃຫ້ທຸກສິ່ງທີ່ມີ. ນັ້ນຄືສະຖານະພາບຂອງພຣະເຈົ້າ ແລະ ຄືຕົວຕົນຂອງພຣະອົງ. ສຳລັບທຸກສິ່ງ ແລະ ທັງໝົດທີ່ເປັນ ພ້ອມທັງຕົວຕົນທີ່ແທ້ຈິງຂອງພຣະເຈົ້າແມ່ນພຣະຜູ້ຊົງສ້າງ ແລະ ຜູ້ປົກຄອງການຊົງສ້າງທັງມວນ. ນັ້ນຄືຕົວຕົນຂອງພຣະເຈົ້າ ແລະ ພຣະອົງເປັນເອກະລັກທ່າມກາງທຸກສິ່ງ. ບໍ່ມີສິ່ງໃດໃນສິ່ງຊົງສ້າງຂອງພຣະເຈົ້າ, ບໍ່ວ່າພວກເຂົາຈະຢູ່ທ່າມກາງມະນຸດຊາດ ຫຼື ໃນໂລກຝ່າຍວິນຍານສາມາດໃຊ້ວິທີການ ຫຼື ຂໍ້ແກ້ຕົວເພື່ອປອມຕົວເປັນ ຫຼື ແທນທີ່ຕົວຕົນ ແລະ ສະຖານະພາບຂອງພຣະເຈົ້າໄດ້, ຍ້ອນວ່າ ທ່າມກາງທຸກສິ່ງ ມີພຽງພຣະອົງທີ່ມີຕົວຕົນນີ້ ທີ່ມີ ອຳນາດ, ສິດອຳນາດ ແລະ ຄວາມສາມາດເພື່ອປົກຄອງເໜືອການຊົງສ້າງ: ພຣະເຈົ້າທີ່ເປັນເອກະລັກຂອງພວກເຮົາ. ພຣະອົງອາໄສຢູ່ ແລະ ເຄື່ອນໄຫວທ່າມກາງທຸກສິ່ງ; ພຣະອົງສາມາດຂຶ້ນໄປຍັງສະຖານທີ່ທີ່ສູງທີ່ສຸດ, ເໜືອທຸກສິ່ງ. ພຣະອົງສາມາດຖ່ອມຕົວພຣະອົງເອງໂດຍການກາຍເປັນມະນຸດ, ກາຍເປັນໜຶ່ງໃນບັນດາຜູ້ທີ່ມີເລືອດ ແລະ ເນື້ອ, ມາຢູ່ຕໍ່ໜ້າຜູ້ຄົນ ແລະ ຮ່ວມສຸກຮ່ວມທຸກກັບພວກເຂົາ, ໃນຂະນະດຽວກັນ ພຣະອົງຊົງບັນຊາທຸກສິ່ງທີ່ມີຢູ່, ກຳນົດໂຊກຊະຕາຂອງທຸກສິ່ງທີ່ມີຢູ່ ແລະ ໃນທິດທາງໃດທີ່ພວກມັນທັງໝົດເຄື່ອນໄປ. ຍິ່ງໄປກວ່ານັ້ນ, ພຣະອົງຊົງນຳທາງໂຊກຊະຕາຂອງມະນຸດຊາດທັງມວນ ແລະ ຊີ້ນຳທິດທາງຂອງມວນມະນຸດ. ພຣະເຈົ້າແບບນີ້ຄວນໄດ້ຮັບການນະມັດສະການ, ເຊື່ອຟັງ ແລະ ຮູ້ຈັກໂດຍທຸກສິ່ງທີ່ມີຊີວິດ. ສະນັ້ນ, ບໍ່ວ່າເຈົ້າຈະຢູ່ໃນກຸ່ມ ຫຼື ປະເພດໃດທ່າມກາງມະນຸດຊາດ, ການເຊື່ອໃນພຣະເຈົ້າ, ການຕິດຕາມພຣະເຈົ້າ, ການໃຫ້ຄວາມເຄົາລົບແກ່ພຣະເຈົ້າ, ການຍອມຮັບການປົກຄອງຂອງພຣະອົງ ແລະ ການຍອມຮັບການຈັດແຈງຂອງພຣະອົງສຳລັບໂຊກຊະຕາຂອງເຈົ້າແມ່ນທາງເລືອກດຽວ, ເປັນທາງເລືອກທີ່ຈຳເປັນສຳລັບທຸກຄົນ ແລະ ທຸກສິ່ງ. ໃນຄວາມເປັນເອກະລັກຂອງພຣະເຈົ້າ, ຄົນເຫັນວ່າສິດອຳນາດຂອງພຣະອົງ, ອຸປະນິໄສອັນຊອບທຳຂອງພຣະອົງ, ແກ່ນແທ້ຂອງພຣະອົງ ແລະ ວິທີການທີ່ພຣະອົງສະໜອງໃຫ້ກັບທຸກສິ່ງນັ້ນ ລ້ວນແລ້ວແຕ່ເປັນເອກະລັກຢ່າງສົມບູນ; ຄວາມເປັນເອກະລັກນີ້ກຳນົດຕົວຕົນທີ່ແທ້ຈິງຂອງພຣະເຈົ້າເອງ ແລະ ມັນຍັງກຳນົດສະຖານະພາບຂອງພຣະອົງອີກດ້ວຍ. ເພາະສະນັ້ນ, ທ່າມກາງສິ່ງຊົງສ້າງທັງປວງ, ຖ້າສິ່ງມີຊີວິດໃດໜຶ່ງໃນໂລກຝ່າຍວິນຍານ ຫຼື ທ່າມກາງມະນຸດຊາດປາຖະໜາທີ່ຈະຢືນແທນທີ່ຂອງພຣະເຈົ້າ, ຄວາມສຳເລັດຈະເປັນໄປບໍ່ໄດ້ ເຊັ່ນດຽວກັນກັບການພະຍາຍາມປອມຕົວເປັນພຣະເຈົ້າ. ນີ້ແມ່ນຄວາມຈິງ. ແມ່ນຫຍັງຄືຂໍ້ຮຽກຮ້ອງຂອງພຣະຜູ້ສ້າງ ແລະ ຜູ້ປົງຄອງເຊັ່ນນີຕໍ່ມວນມະນຸດ, ໃຜທີ່ມີຕົວຕົນ, ອຳນາດ ແລະ ສະຖານະພາບຂອງພຣະເຈົ້າເອງ? ເລື່ອງນີ້ຄວນຊັດເຈນສຳລັບທຸກຄົນ ແລະ ຄວນຖືກຈົດຈຳໂດຍທຸກຄົນ; ນີ້ແມ່ນສຳຄັນຫຼາຍສຳລັບພຣະເຈົ້າ ແລະ ມະນຸດ!

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 199)

ທັດສະນະຕ່າງໆຂອງມະນຸດຊາດຕໍ່ພຣະເຈົ້າ

ວິທີທີ່ຜູ້ຄົນປະພຶດຕໍ່ພຣະເຈົ້າຕັດສິນໂຊກຊະຕາຂອງພວກເຂົາ ແລະ ມັນຍັງເປັນວິທີທີ່ພຣະເຈົ້າຈະປະພຶດຕໍ່ພວກເຂົາ ແລະ ຈັດການພວກເຂົາອີກດ້ວຍ. ໃນຕອນນີ້, ເຮົາຈະຂໍຍົກບາງຕົວຢ່າງກ່ຽວກັບວິທີທີ່ຄົນປະພຶດຕໍ່ພຣະເຈົ້າ. ໃຫ້ພວກເຮົາຟັງ ແລະ ເບິ່ງວ່າ ລັກສະນະ ແລະ ທ່າທີທີ່ພວກເຂົາປະຕິບັດຕໍ່ໜ້າພຣະເຈົ້ານັ້ນຖືກຕ້ອງ ຫຼື ບໍ່. ໃຫ້ພວກເຮົາພິຈາລະນາພຶດຕິກຳຂອງຄົນເຈັດປະເພດຕໍ່ດັ່ງຕໍ່ໄປນີ້.

1) ມີຄົນປະເພດໜຶ່ງທີ່ມີທັດສະນະຄະຕິຕໍ່ພຣະເຈົ້າຢ່າງໄຮ້ສາລະໂດຍສະເພາະ. ຄົນເຫຼົ່ານີ້ຄິດວ່າ ພຣະເຈົ້າເປັນຄືກັບພະໂພທິສັດ ຫຼື ສິ່ງສັກສິດຂອງຕຳນານມະນຸດ ແລະ ຕ້ອງການໃຫ້ມະນຸດກົ້ມຂາບໄຫວ້ສາມຄັ້ງເມື່ອໃດກໍຕາມທີ່ພວກເຂົາພົບປະກັນ ແລະ ຈູດທູບຫຼັງຈາກກິນອາຫານແຕ່ລະຄາບ. ດ້ວຍເຫັນນັ້ນ, ເມື່ອໃດກໍຕາມທີ່ພວກເຂົາຮູ້ສຶກຂອບຄຸນທີ່ສຸດສຳລັບພຣະຄຸນຂອງພຣະອົງ ແລະ ຮູ້ສຶກຮູ້ບຸນຄຸນຕໍ່ພຣະອົງ, ພວກເຂົາມັກຈະມີແຮງຈູງໃຈແບບນີ້ເລື້ອຍໆ. ພວກເຂົາປາຖຸະໜາເປັນຢ່າງຍິ່ງວ່າພຣະເຈົ້າທີ່ພວກເຂົາເຊື່ອໃນມື້ນີ້ຈະສາມາດຍອມຮັບວິທີທີ່ພວກເຂົາກົ້ມຂາບສາມເທື່ອເມື່ອພົບປະກັນ ແລະ ຈູດທູບຫຼັງຈາກກິນອາຫານແຕ່ລະຄາບ ຄືກັບສິ່ງສັກສິດທີ່ພວກເຂົາປາຖະໜາໃນຫົວໃຈຂອງພວກເຂົາ.

2) ບາງຄົນເຫັນພຣະເຈົ້າເປັນພະພຸດທະເຈົ້າທີມີຊີວິດ ຜູ້ທີ່ສາມາດປົດທຸກໃຫ້ກັບສັບພະສິ່ງທັງປວງ ແລະ ຊ່ວຍພວກເຂົາໃຫ້ລອດພົ້ນ; ພວກເຂົາເຫັນພຣະອົງເປັນພະພຸດທະເຈົ້າທີ່ມີຊີວິດ ຜູ້ທີ່ສາມາດນໍາພາພວກເຂົາອອກຈາກທະເລແຫ່ງຄວາມທຸກ. ຄວາມເຊື່ອໃນພຣະເຈົ້າຂອງຄົນເຫຼົ່ານີ້ນຳມາເຊິ່ງການນະມັດສະການພຣະອົງເປັນພະພຸດທະເຈົ້າ. ເຖິງແມ່ນວ່າພວກເຂົາບໍ່ຈູດທູບ, ຂາບໄຫວ້ ຫຼື ຖວາຍເຄື່ອງບູຊາ, ເລິກໆແລ້ວ ພວກເຂົາຮູ້ສຶກວ່າພຣະເຈົ້າເປັນພຽງພະພຸດທະເຈົ້າຜູ້ທີ່ຂໍພຽງໃຫ້ພວກເຂົາໃຈດີ ແລະ ມີເມດຕາ, ບໍ່ໃຫ້ພວກເຂົາຂ້າສັດຕັດຊີວິດ, ຫຼີກເວັ້ນການສາບແຊ່ງຄົນອື່ນ, ໃຊ້ຊີວິດທີ່ຊື່ສັດ ແລະ ບໍ່ກະທຳຜິດ. ພວກເຂົາເຊື່ອວ່າສິ່ງເຫຼົ່ານີ້ແມ່ນທັງໝົດທີ່ພຣະອົງຮຽກຮ້ອງຈາກພວກເຂົາ; ນີ້ແມ່ນພຣະເຈົ້າໃນຫົວໃຈຂອງເຂົາ.

3) ບາງຄົນນະມັດສະການພຣະເຈົ້າຄືກັບວ່າພຣະອົງເປັນບາງຄົນທີ່ຍິ່ງໃຫຍ່ ແລະ ມີຊື່ສຽງ. ຕົວຢ່າງ: ບໍ່ວ່າວິທີໃດກໍຕາມທີ່ຜູ້ຍິ່ງໃຫຍ່ນີ້ມັກເວົ້າ, ເຂົາຈະເວົ້າດ້ວຍສຳນຽງຫຍັງກໍຕາມ, ເຂົາຈະໃຊ້ຄຳເວົ້າ ແລະ ຄຳສັບຫຍັງກໍຕາມ, ນ້ຳສຽງຂອງເຂົາ, ທ່າທາງມືຂອງເຂົາ, ຄວາມຄິດເຫັນ ແລະ ການກະທຳຂອງເຂົາ, ຈຸດຢືນຂອງເຂົາ, ພວກເຂົາລອກແບບພວກມັນທັງໝົດ ແລະ ສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຂົາຕ້ອງກໍ່ໃຫ້ເກີດຢ່າງສົມບູນໃນເສັ້ນທາງແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ.

4) ບາງຄົນເຫັນພຣະເຈົ້າເປັນລາຊາ, ຮູ້ສຶກວ່າພຣະອົງຢູ່ເໜືອຄົນອື່ນໆທັງໝົດ ແລະ ບໍ່ມີໃຜກ້າເຮັດຜິດໃຈພຣະອົງ, ຖ້າຜູ້ໃດເຮັດ, ຜູ້ນັ້ນຈະຖືກລົງໂທດ. ພວກເຂົານະມັດສະການລາຊາດັ່ງກ່າວ ຍ້ອນລາຊາຄອບຄອງພື້ນທີ່ໃນຫົວໃຈຂອງພວກເຂົາ. ຄວາມຄິດ, ທ່າທີ, ສິດອຳນາດ ແລະ ທາດແທ້ຂອງພວກເຂົາ, ແມ່ນແຕ່ຄວາມສົນໃຈ ແລະ ຊີວິດສ່ວນຕົວ, ທັງໝົດນີ້ກາຍເປັນສິ່ງທີ່ຄົນເຫຼົ່ານີ້ຮູ້ສຶກວ່າພວກເຂົາຕ້ອງເຂົ້າໃຈ; ພວກມັນກາຍເປັນບັນຫາ ແລະ ສິ່ງທີ່ພວກເຂົາກັງວົນໃຈ. ດ້ວຍເຫດນັ້ນ ພວກເຂົາຈຶ່ງນະມັດສະການພຣະເຈົ້າຄືກັບລາຊາ. ຮູບແບບຄວາມເຊື່ອແບບນີ້ໄຮ້ສາລະທີ່ສຸດ.

5) ບາງຄົນມີຄວາມເຊື່ອສະເພາະໃນການມີຢູ່ຂອງພຣະເຈົ້າ ແລະ ຄວາມເຊື່ອນີ້ເລິກເຊິ່ງ ແລະ ບໍ່ສັ່ນຄອນ. ແນວໃດກໍຕາມ, ຍ້ອນຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້ານັ້ນຕື້ນຫຼາຍ ແລະ ພວກເຂົາບໍ່ມີປະສົບການຫຼາຍກ່ຽວກັບພຣະທຳຂອງພຣະອົງ, ພວກເຂົານະມັດສະການພຣະອົງດັ່ງມິ່ງຂວ້ນໃຈ. ໃນໃຈພວກເຂົາ ມິ່ງຂວ້ນໃຈນີ້ແມ່ນພຣະເຈົ້າ; ແມ່ນສິ່ງທີ່ພວກເຂົາຮູ້ສຶກວ່າພວກເຂົາຕ້ອງຢຳເກງ ແລະ ກົ້ມຫົວຂາບ, ເຊິ່ງພວກເຂົາຕ້ອງຕິດຕາມ ແລະ ຮຽນແບບ. ພວກເຂົາເຫັນພຣະເຈົ້າເປັນມິ່ງຂວັນໃຈທີ່ພວກເຂົາຕ້ອງຕິດຕາມຕະຫຼອດຊີວິດຂອງພວກເຂົາ. ພວກເຂົາຮຽນແບບນ້ຳສຽງທີ່ພຣະເຈົ້າເວົ້າ ແລະ ດ້ານພາຍນອກ ພວກເຂົາຮຽນແບບບັນດາຜູ້ທີ່ພຣະເຈົ້າມັກ. ພວກເຂົາມັກເຮັດສິ່ງທີ່ປາກົດວ່າໄຮ້ດຽງສາ, ບໍລິສຸດ ແລະ ຊື່ສັດ, ພວກເຂົາເຖິງກັບເຮັດຕາມມິ່ງຂວັນໃຈດັ່ງກັບວ່າມັນເປັນຄູ່ຄອງ ຫຼື ເພື່ອນທີ່ພວກເຂົາບໍ່ສາມາດແຍກກັນໄດ້. ນັ້ນແມ່ນຮູບແບບຄວາມເຊື່ອຂອງພວກເຂົາ.

6) ມີຄົນປະເພດໜຶ່ງທີ່ເຖິງແມ່ນວ່າໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍ ແລະ ໄດ້ຍິນການເທດສະໜາມາຫຼາຍ, ຮູ້ສຶກເລິກໆວ່າ ມີຫຼັກການດຽວທີ່ຢູ່ເບື້ອງຫຼັງພຶດຕິດກຳຂອງພວກເຂົາຕໍ່ພຣະເຈົ້າ ນັ້ນກໍຄື ພວກເຂົາຄວນປະຈົບປະແຈງ ແລະ ເອົາອົກເອົາໃຈ ຫຼື ວ່າພວກເຂົາຄວນສັນລະເສີນພຣະເຈົ້າ ແລະ ຍົກຍ້ອງພຣະອົງເໜືອຄວາມເປັນຈິງ. ພວກເຂົາເຊື່ອວ່າພຣະເຈົ້າແມ່ນພຣະເຈົ້າຜູ້ຮຽກຮ້ອງໃຫ້ພວກເຂົາປະພຶດຕົນໃນທາງນັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາເຊື່ອວ່າຖ້າພວກເຂົາບໍ່ເຮັດເຊັ່ນນັ້ນ, ພວກເຂົາອາດຈະທ້າທາຍຄວາມໂກດຮ້າຍຂອງພຣະອົງໄດ້ຕະຫຼອດເວລາ ຫຼື ເຮັດບາບຕໍ່ພຣະອົງ ເຊິ່ງຍ້ອນການເຮັດບາບນີ້, ພຣະເຈົ້າຈຶ່ງຈະລົງໂທດພວກເຂົາ. ນັ້ນຄືພຣະເຈົ້າທີ່ພວກເຂົາເກັບຮັກສາໄວ້ໃນຫົວໃຈຂອງພວກເຂົາ.

7) ແລ້ວກໍມີຄົນສ່ວນໃຫຍ່ທີ່ພົບເຫັນອາຫານຝ່າຍວິນຍານໃນພຣະເຈົ້າ. ນີ້ກໍຍ້ອນວ່າ ພວກເຂົາອາໄສຢູ່ໃນໂລກນີ້, ພວກເຂົາປາສະຈາກຄວາມສະຫງົບ ຫຼື ຄວາມສຸກ ແລະ ບໍ່ມີບ່ອນໃດເລີຍທີ່ພວກເຂົາພົບຄວາມສຸກສະບາຍ; ເມື່ອພວກເຂົາພົບພຣະເຈົ້າ, ຫຼັງຈາກທີ່ພວກເຂົາໄດ້ເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງ, ພວກເຂົາກໍເລີ່ມມີຄວາມສຸກຢ່າງລັບໆ ແລະ ມີຄວາມເບິກບານຢູ່ໃນໃຈຂອງພວກເຂົາ. ນີ້ກໍຍ້ອນພວກເຂົາເຊື່ອວ່າ ສຸດທ້າຍ ພວກເຂົາກໍໄດ້ພົບບ່ອນທີ່ຈະເຮັດໃຫ້ວິນຍານຂອງພວກເຂົາມີຄວາມສຸກ ແລະ ສຸດທ້າຍ ພວກເຂົາກໍໄດ້ພົບພຣະເຈົ້າຜູ້ທີ່ຈະປະທານອາຫານຝ່າຍວິນຍານໃຫ້ແກ່ພວກເຂົາ. ຫຼັງຈາກທີ່ພວກເຂົາຍອມຮັບພຣະເຈົ້າ ແລະ ເລີ່ມຕິດຕາມພຣະອົງ, ພວກເຂົາກໍມີຄວາມສຸກ ແລະ ຊີວິດຂອງພວກເຂົາກໍຖືກຕື່ມເຕັມ. ພວກເຂົາບໍ່ປະຕິບັດຄືກັບຜູ້ທີ່ບໍ່ເຊື່ອອີກຕໍ່ໄປ, ນັ້ນກໍຄື ຜູ້ທີ່ຍ່າງລະເມີຜ່ານຊີວິດຄືກັບສັດ. ພວກເຂົາຮູ້ສຶກວ່າມີບາງສິ່ງທີ່ໃຫ້ຄວາມຫວັງໃນຊີວິດ. ສະນັ້ນ, ພວກເຂົາຄິດວ່າພຣະເຈົ້າອົງນີ້ສາມາດສະໜອງຄວາມຕ້ອງການຝ່າຍວິນຍານຂອງພວກເຂົາໄດ້ຢ່າງຫຼວງຫຼາຍ ແລະ ນຳເອົາຄວາມສຸກຢ່າງຍິ່ງໃຫຍ່ມາສູ່ພວກເຂົາທັງຈິດໃຈ ແລະ ວິນຍານ. ໂດຍບໍ່ຮູ້ຕົວ, ພວກເຂົາບໍ່ສາມາດໜີຈາກພຣະເຈົ້າອົງນີ້ໄດ້ ຜູ້ທີ່ປະທານອາຫານຝ່າຍວິນຍານໃຫ້ແກ່ພວກເຂົາ ແລະ ຜູ້ທີ່ນຳເອົາຄວາມສຸກມາສູ່ວິນຍານຂອງພວກເຂົາ ແລະ ສູ່ສະມາຊິກຄອບຄົວຂອງພວກເຂົາທຸກຄົນ. ພວກເຂົາເຊື່ອວ່າ ຄວາມເຊື່ອໃນພຣະເຈົ້າບໍ່ຕ້ອງການຫຍັງຫຼາຍນອກຈາກອາຫານຝ່າຍວິນຍານ.

ມີຜູ້ໃດໃນພວກເຈົ້າມີທັດສະນະຄະຕິທີ່ກ່າວມານີ້ຕໍ່ພຣະເຈົ້າບໍ? (ມີ). ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ຖ້າໃຈຂອງບຸກຄົນໃດໜຶ່ງມີໜຶ່ງໃນທັດສະນະເຫຼົ່ານັ້ນ, ຄົນນັ້ນສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ແທ້ບໍ? ຖ້າບາງຄົນມີໜຶ່ງໃນທັດສະນະເຫຼົ່ານີ້ໃນໃຈຂອງພວກເຂົາ, ພວກເຂົາເຊື່ອໃນພຣະເຈົ້າບໍ? ຄົນດັ່ງກ່າວເຊື່ອໃນພຣະເຈົ້າທີ່ເປັນເອກະລັກບໍ? (ບໍ່). ເນື່ອງຈາກວ່າເຈົ້າບໍ່ເຊື່ອໃນພຣະເຈົ້າທີ່ເປັນເອກະລັກ, ເຈົ້າເຊື່ອໃນຜູ້ໃດ? ຖ້າສິ່ງທີ່ເຈົ້າເຊື່ອບໍ່ແມ່ນພຣະເຈົ້າທີ່ເປັນເອກະລັກ, ເປັນໄປໄດ້ວ່າເຈົ້າເຊື່ອໃນຮູບປັ້ນບູຊາ ຫຼື ບຸລຸດຜູ້ຍິ່ງໃຫຍ່ ຫຼື ພະໂພທິສັດ ຫຼື ວ່າເຈົ້າບູຊາພະພຸດທະເຈົ້າທີ່ຢູ່ໃນໃຈຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເປັນໄປໄດ້ວ່າເຈົ້າເຊື່ອໃນຄົນທຳມະດາຄົນໜຶ່ງ. ສະຫຼຸບກໍຄື, ຍ້ອນຄວາມຫຼາກຫຼາຍໃນຄວາມເຊື່ອຂອງຜູ້ຄົນ ແລະ ທັດສະນະຄະຕິຕ່າງໆທີ່ມີຕໍ່ພຣະເຈົ້າ, ພວກເຂົາວາງພຣະເຈົ້າທີ່ພວກເຂົາເຂົ້າໃຈໄວ້ໃນຫົວໃຈຂອງພວກເຂົາ, ສ້າງຈິນຕະນາການກ່ຽວກັບພຣະເຈົ້າ, ວາງທັດສະນະ ແລະ ຈິນຕະນາການຂອງພວກເຂົາກ່ຽວກັບພຣະເຈົ້າໄວ້ຄຽງຂ້າງກັບພຣະເຈົ້າທີ່ເປັນເອກະລັກ ແລະ ສຸດທ້າຍ ກໍຍົກມັນຂຶ້ນໃຫ້ເປັນສິ່ງສັກສິດ. ມັນໝາຍຄວາມວ່າແນວໃດເມື່ອຜູ້ຄົນມີທັດສະນະຄະຕິທີ່ບໍ່ຖືກຕ້ອງແບບນັ້ນຕໍ່ພຣະເຈົ້າ? ໝາຍຄວາມວ່າ ພວກເຂົາໄດ້ປະຕິເສດພຣະເຈົ້າທີ່ແທ້ຈິງ ແລະ ກຳລັງບູຊາພຣະເຈົ້າປອມ; ມັນຊີ້ໃຫ້ເຫັນວ່າໃນຂະນະທີ່ເຊື່ອໃນພຣະເຈົ້າ, ພວກເຂົາປະຕິເສດ ແລະ ຕໍ່ຕ້ານພຣະອົງ, ພວກເຂົາຢູ່ໃນການປະຕິເສດການມີຢູ່ຂອງພຣະເຈົ້າທີ່ແທ້ຈິງ. ຖ້າຜູ້ຄົນຍັງສືບຕໍ່ຍຶດຖືຮູບແບບຄວາມເຊື່ອເຊັ່ນນີ້, ແລ້ວແມ່ນຫຍັງຄືຜົນຕາມມາທີ່ພວກເຂົາຈະໄດ້ຮັບ? ດ້ວຍຮູບແບບຄວາມເຊື່ອດັ່ງກ່າວ, ພວກເຂົາຈະສາມາດຍັບເຂົ້າໃກ້ການບັນລຸຂໍ້ຮຽກຮ້ອງຂອງພຣະເຈົ້າໄດ້ບໍ? (ບໍ່, ພວກເຂົາຈະບໍ່ສາມາດເຮັດໄດ້). ກົງກັນຂ້າມ, ຍ້ອນແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ພວກເຂົາຈະຫຼົງທາງຈາກເສັ້ນທາງຂອງພຣະເຈົ້າໄກຂຶ້ນ, ຍ້ອນວ່າທິດທາງທີ່ພວກເຂົາສະແຫວງຫານັ້ນກົງກັນຂ້າມກັບທິດທາງທີ່ພຣະເຈົ້າຮຽກຮ້ອງໃຫ້ພວກເຂົາເດີນ. ພວກເຈົ້າເຄີຍໄດ້ຍິນເລື່ອງລາວຂອງ “ໄປພາກໃຕ້ໂດຍຂັບລົດມ້າໄປພາກເໜືອ” ບໍ? ນີ້ອາດແມ່ນກໍລະນີໄປພາກໃຕ້ໂດຍຂັບລົດມ້າໄປພາກເໜືອ. ຖ້າຄົນເຊື່ອໃນພຣະເຈົ້າໃນແບບທີ່ເປັນຕາຫົວເຊັ່ນນັ້ນ, ແລ້ວຍິ່ງເຈົ້າພະຍາຍາມຫຼາຍເທົ່າໃດ, ເຈົ້າກໍຈະຍິ່ງຫ່າງໄກຈາກພຣະເຈົ້າຫຼາຍເທົ່ານັ້ນ. ດັ່ງນັ້ນ, ເຮົາຂໍເຕືອນພວກເຈົ້າແບບນີ້: ກ່ອນທີ່ພວກເຈົ້າຈະໄປ, ເຈົ້າຕ້ອງຮູ້ຢ່າງຊັດເຈນວ່າ ເຈົ້າຈະໄປຖືກທິດທາງແທ້ ຫຼື ບໍ່. ຈົ່ງຕັ້ງໃຈໃນຄວາມພະຍາຍາມຂອງເຈົ້າ ແລະ ຖາມຕົນເອງໃຫ້ແນ່ໃຈວ່າ “ພຣະເຈົ້າທີ່ຂ້ານ້ອຍເຊື່ອແມ່ນຜູ້ປົກຄອງທຸກສິ່ງບໍ? ພຣະເຈົ້າທີ່ຂ້ານ້ອຍເຊື່ອເປັນພຽງບາງຄົນທີ່ໃຫ້ການບຳລຸງລ້ຽງທາງຝ່າຍວິນຍານແກ່ຂ້ານ້ອຍເທົ່ານັ້ນບໍ? ພຣະອົງເປັນພຽງມິ່ງຂວັນໃຈຂອງຂ້ານ້ອຍບໍ? ພຣະເຈົ້າອົງນີ້ທີ່ຂ້ານ້ອຍເຊື່ອຮຽກຮ້ອງຫຍັງຈາກຂ້ານ້ອຍແດ່? ພຣະເຈົ້າເຫັນດີທຸກສິ່ງທີ່ຂ້ານ້ອຍເຮັດບໍ? ການກະທຳ ແລະ ການສະແຫວງຫາທັງໝົດຂອງຂ້ານ້ອຍສອດຄ່ອງກັບການສະແຫວງຫາເພື່ອຮູ້ຈັກພຣະເຈົ້າບໍ? ພວກມັນສອດຄ່ອງກັບຂໍ້ຮຽກຮ້ອງຂອງພຣະເຈົ້າຈາກຂ້ານ້ອຍບໍ? ເສັ້ນທາງທີ່ຂ້ານ້ອຍເດີນເປັນທີ່ຮັບຮູ້ ແລະ ເຫັນພ້ອມໂດຍພຣະເຈົ້າບໍ? ພຣະອົງພໍໃຈກັບຄວາມເຊື່ອຂອງຂ້ານ້ອຍບໍ?” ເຈົ້າຄວນຖາມຄຳຖາມເຫຼົ່ານີ້ກັບຕົວເອງສະເໝີ ແລະ ເລື້ອຍໆ. ຖ້າເຈົ້າຢາກສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ, ເຈົ້າກໍຕ້ອງມີສະຕິຢ່າງຊັດເຈນ ແລະ ຈຸດປະສົງທີ່ຊັດເຈນກ່ອນທີ່ເຈົ້າຈະສາມາດປະສົບຜົນສຳເລັດໃນການເຮັດໃຫ້ພຣະອົງພໍໃຈ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະທຳປະຈຳວັນຂອງພຣະເຈົ້າ (ຄັດຕອນ 200)

ທັດສະນະທີ່ພຣະເຈົ້າຮຽກຮ້ອງໃຫ້ມະນຸດມີຕໍ່ພຣະອົງ

ແທ້ຈິງແລ້ວ, ພຣະເຈົ້າບໍ່ໄດ້ຮຽກຮ້ອງຫຼາຍຈາກມະນຸດ ຫຼື ຢ່າງໜ້ອຍ, ພຣະອົງບໍ່ໄດ້ຮຽກຮ້ອງດັ່ງທີ່ຄົນຈິນຕະນາການ. ຖ້າພຣະເຈົ້າບໍ່ໄດ້ກ່າວພຣະທຳຫຍັງເລີຍ ແລະ ຖ້າພຣະອົງບໍ່ໄດ້ສະແດງອຸປະນິໄສ ຫຼື ການກະທຳໃດໆຂອງພຣະອົງໃຫ້ເຫັນ, ການຮູ້ຈັກພຣະເຈົ້າກໍຈະເປັນເລື່ອງຍາກຫຼາຍສຳລັບພວກເຈົ້າ, ເພາະວ່າຜູ້ຄົນກໍຈະຕ້ອງໄດ້ສະຫຼຸບເຈດຕະນາ ແລະ ຄວາມປະສົງຂອງພຣະອົງ; ນີ້ຈະເປັນສິ່ງທີ່ເຮັດໄດ້ຍາກຫຼາຍ. ແນວໃດກໍຕາມ, ໃນຂັ້ນຕອນສຸດທ້າຍແຫ່ງພາລະກິດຂອງພຣະອົງ, ພຣະເຈົ້າໄດ້ກ່າວພຣະທຳຫຼາຍຂໍ້, ສຳເລັດພາລະກິດເປັນຈຳນວນຫຼວງຫຼາຍ ແລະ ສ້າງເງື່ອນໄຂຫຼາຍຂໍ້ກ່ຽວກັບມະນຸດ. ໃນພຣະທຳຂອງພຣະອົງ ແລະ ໃນພາລະກິດຈຳນວນຫຼວງຫຼາຍຂອງພຣະອົງ, ພຣະອົງໄດ້ແຈ້ງໃຫ້ຄົນຮູ້ກ່ຽວກັບສິ່ງທີ່ພຣະອົງມັກ, ສິ່ງທີ່ພຣະອົງກຽດຊັງ ແລະ ພວກເຂົາຄວນເປັນຄົນແບບໃດ. ຫຼັງຈາກເຂົ້າໃຈສິ່ງເຫຼົ່ານີ້ແລ້ວ, ຄົນຄວນມີນິຍາມທີ່ຖືກຕ້ອງໃນໃຈຂອງພວກເຂົາກ່ຽວກັບເງື່ອນໄຂຂອງພຣະເຈົ້າ, ຍ້ອນວ່າພວກເຂົາບໍ່ໄດ້ເຊື່ອໃນພຣະເຈົ້າດ້ວຍຄວາມບໍ່ຊັດເຈນ ແລະ ບໍ່ເຊື່ອໃນພຣະເຈົ້າທີ່ເລື່ອນລອຍອີກຕໍ່ໄປ ຫຼື ພວກເຂົາເຊື່ອໃນພຣະເຈົ້າທ່າມກາງຄວາມເລື່ອນລອຍ ຫຼື ຄວາມຫວ່າງເປົ່າ. ກົງກັນຂ້າມ, ພວກເຂົາສາມາດໄດ້ຍິນຄຳເວົ້າຂອງພຣະອົງ, ເຂົ້າໃຈມາດຕະຖານເງື່ອນໄຂຂອງພຣະອົງ ແລະ ບັນລຸມັນ, ພຣະເຈົ້າໃຊ້ພາສາຂອງມວນມະນຸດເພື່ອບອກພວກເຂົາທຸກຄົນວ່າພວກເຂົາຄວນຮູ້ ແລະ ເຂົ້າໃຈ. ມື້ນີ້, ຖ້າຄົນຍັງບໍ່ຮູ້ສິ່ງທີ່ພຣະເຈົ້າເປັນ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກພວກເຂົາ; ຖ້າພວກເຂົາບໍ່ຮູ້ວ່າເປັນຫຍັງຄົນໆໜຶ່ງຄວນເຊື່ອໃນພຣະເຈົ້າ ຫຼື ຮູ້ວິທີເຊື່ອໃນພຣະອົງ ຫຼື ປະຕິບັດຕໍ່ພຣະອົງ, ສະແດງວ່າມີບັນຫາກັບເລື່ອງນີ້... ຂໍ້ຮຽກຮ້ອງທີ່ຖືກຕ້ອງຂອງພຣະເຈົ້າຕໍ່ມະນຸດ ແລະ ຕໍ່ບັນດາຜູ້ທີ່ຕິດຕາມພຣະເຈົ້າແມ່ນດັ່ງຕໍ່ໄປນີ້, ພຣະອົງຮຽກຮ້ອງຫ້າຢ່າງຈາກຜູ້ທີ່ຕິດຕາມພຣະອົງ: ຄວາມເຊື່ອທີ່ແທ້ຈິງ, ການຕິດຕາມທີ່ຈົງຮັກພັກດີ, ການນອບນ້ອມຢ່າງເດັດຂາດ, ຄວາມຮູ້ທີ່ແທ້ຈິງ ແລະ ຄວາມເຄົາລົບຢ່າງຈິງໃຈ.

ໃນຫ້າຢ່າງນີ້, ພຣະເຈົ້າຮຽກຮ້ອງໃຫ້ຄົນບໍ່ຕັ້ງຄຳຖາມພຣະອົງ ຫຼື ຕິດຕາມພຣະອົງໂດຍໃຊ້ຈິນຕະນາການ ຫຼື ມຸມມອງທີ່ເລື່ອນລອຍ ແລະ ເປັນນາມມະທຳຂອງພວກເຂົາອີກຕໍ່ໄປ; ພວກເຂົາຕ້ອງບໍ່ຕິດຕາມພຣະເຈົ້າອີງຕາມຈິນຕະນາການ ຫຼື ແນວຄິດໃດໆ. ພຣະອົງຮຽກຮ້ອງໃຫ້ທຸກຄົນທີ່ຕິດຕາມພຣະອົງປະຕິບັດຢ່າງຊື່ສັດ, ບໍ່ສອງຈິດສອງໃຈ ຫຼື ບໍ່ມີຄວາມມຸ່ງໝັ້ນ. ເມື່ອພຣະເຈົ້າຮຽກຮ້ອງຫຍັງຈາກເຈົ້າ, ທົດສອບເຈົ້າ, ຕັດສິນເຈົ້າ, ຈັດການເຈົ້າ ແລະ ລິຮານເຈົ້າ ຫຼື ລົງວິໄນ ແລະ ຕີເຈົ້າ, ເຈົ້າຄວນນອບນ້ອມຕໍ່ພຣະອົງຢ່າງເດັດຂາດ. ເຈົ້າບໍ່ຄວນຖາມຫາສາເຫດ ຫຼື ສ້າງເງື່ອນໄຂ, ແລ້ວເຈົ້າຍິ່ງບໍ່ຄວນເວົ້າເຖິງເຫດຜົນເລີຍ. ການເຊື່ອຟັງຂອງເຈົ້າຕ້ອງເດັດຂາດ. ຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຂົງເຂດທີ່ຄົນຂາດເຂີນຫຼາຍທີ່ສຸດ. ພວກເຂົາມັກຈະຍັດຍຽດການເວົ້າ, ຄຳເວົ້າ ແລະ ຖ້ອຍຄໍາທີ່ບໍ່ກ່ຽວຂ້ອງກັບພຣະອົງໃຫ້ກັບພຣະອົງ, ເຊື່ອວ່າຄໍາເວົ້າດັ່ງກ່າວແມ່ນນິຍາມຂອງຄວາມຮູ້ກ່ຽວກັບພຣະເຈົ້າທີ່ຖືກຕ້ອງທີ່ສຸດ. ພວກເຂົາບໍ່ຮູ້ເລີຍວ່າຄຳເວົ້າເຫຼົ່ານີ້ເຊິ່ງມາຈາກຈິນຕະນາການຂອງມະນຸດ, ຈາກການໃຫ້ເຫດຜົນຂອງພວກເຂົາ ແລະ ຄວາມຮູ້ຂອງພວກເຂົາເອງບໍ່ໄດ້ມີຄວາມສຳພັນແມ່ນແຕ່ໜ້ອຍດຽວກັບທາດແທ້ຂອງພຣະເຈົ້າ. ສະນັ້ນ, ເຮົາຢາກບອກພວກເຈົ້າວ່າ, ເມື່ອເວົ້າເຖິງຄວາມຮູ້ທີ່ພຣະເຈົ້າປາຖະໜາຢາກໃຫ້ຄົນມີ, ພຣະອົງບໍ່ພຽງແຕ່ຂໍໃຫ້ເຈົ້າຮັບຮູ້ພຣະອົງ ຫຼື ພຣະທຳຂອງພຣະອົງ, ແຕ່ຍັງຂໍໃຫ້ຄວາມຮູ້ຂອງເຈົ້າກ່ຽວກັບພຣະອົງນັ້ນຖືກຕ້ອງ. ເຖິງແມ່ນວ່າ ເຈົ້າສາມາດເວົ້າໄດ້ພຽງແຕ່ປະໂຫຍກດຽວເທົ່ານັ້ນ ຫຼື ຮູ້ພຽງເລັກນ້ອຍເທົ່ານັ້ນ, ຄວາມຮັບຮູ້ເລັກນ້ອຍນີ້ກໍໃຫ້ຖືກຕ້ອງ ແລະ ເປັນຄວາມຈິງ ແລະ ສອດຄ່ອງກັບທາດແທ້ຂອງພຣະເຈົ້າເອງ. ນີ້ກໍຍ້ອນວ່າພຣະເຈົ້າກຽດຊັງການສັນລະເສີນ ຫຼື ການຍົກຍ້ອງພຣະອົງທີ່ບໍ່ເປັນຈິງ ຫຼື ບໍ່ພິຈາລະນາຢ່າງຮອບຄອບ. ຍິ່ງໄປກວ່ານັ້ນ, ພຣະອົງຊັງມັນເມື່ອຄົນປະຕິບັດຕໍ່ພຣະອົງຄືກັບອາກາດ. ພຣະອົງຊັງມັນເມື່ອຄົນເວົ້າຢ່າງບໍ່ມີຄວາມເຄົາລົບຕໍ່ຄວາມຈິງ, ເວົ້າຕາມໃຈ ແລະ ບໍ່ລັງເລໃຈ, ເວົ້າແນວໃດກໍຕາມທີ່ພວກເຂົາເຫັນວ່າເໝາະສົມໃນລະຫວ່າງການສົນທະນາເຖິງຫົວຂໍ້ຕ່າງໆກ່ຽວກັບພຣະເຈົ້າ; ຍິ່ງໄປກວ່ານັ້ນ, ພຣະອົງຊັງບັນດາຜູ້ທີ່ເຊື່ອວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ອວດອ້າງຄວາມຮູ້ຂອງພວກເຂົາກ່ຽວກັບພຣະອົງ, ສົນທະນາຫົວຂໍ້ທີ່ກ່ຽວຂ້ອງກັບພຣະອົງ ໂດຍບໍ່ມີຂໍ້ຈໍາກັດ ຫຼື ການສະຫງວນໃດໆເລີຍ. ຂໍ້ສຸດທ້າຍໃນບັນດາເງື່ອນໄຂຫ້າຂໍ້ທີ່ໄດ້ກ່າວມານັ້ນ ແມ່ນຄວາມເຄົາລົບນັບຖືຢ່າງຈິງໃຈ: ນີ້ແມ່ນຂໍ້ຮຽກຮ້ອງສູງສຸດຂອງພຣະເຈົ້າຕໍ່ບັນດາຜູ້ທີ່ຕິດຕາມພຣະອົງທັງໝົດ. ເມື່ອບາງຄົນມີຄວາມຮູ້ທີ່ຖືກຕ້ອງ ແລະ ແທ້ຈິງກ່ຽວກັບພຣະເຈົ້າ, ພວກເຂົາກໍຈະສາມາດເຄົາລົບນັບຖືພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍໄດ້ຢ່າງແທ້ຈິງ. ຄວາມເຄົາລົບນັບຖືນີ້ມາຈາກສ່ວນເລິກຂອງຫົວໃຈພວກເຂົາ; ຄວາມເຄົາລົບນັບຖືນີ້ຖືກມອບໃຫ້ຢ່າງເຕັມໃຈ ແລະ ບໍ່ແມ່ນຜົນຂອງການກົດດັນຈາກພຣະເຈົ້າ. ພຣະເຈົ້າບໍ່ໄດ້ຂໍໃຫ້ເຈົ້າເຮັດຂອງຂວັນຈາກທັດສະນະ, ການປະພຶດ ຫຼື ພຶດຕິກຳທາງພາຍນອກທີ່ດີແກ່ພຣະອົງ; ກົງກັນຂ້າມ, ພຣະອົງຂໍໃຫ້ເຈົ້າເຄົາລົບນັບຖືພຣະອົງ ແລະ ຢຳເກງພຣະອົງໃນສ່ວນເລິກຂອງຫົວໃຈເຈົ້າ. ຄວາມເຄົາລົບນັບຖືດັ່ງກ່າວນັ້ນບັນລຸໄດ້ກໍຍ້ອນຜົນຈາກການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ, ຜົນຈາກການໄດ້ຮັບຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ຄວາມເຂົ້າໃຈຕໍ່ການກະທຳຂອງພຣະເຈົ້າ, ຜົນຈາກການໄດ້ເຂົ້າໃຈທາດແທ້ຂອງພຣະເຈົ້າ ແລະ ຄວາມຮັບຮູ້ຂອງເຈົ້າວ່າ ຄວາມຈິງແລ້ວ ເຈົ້າເປັນໜຶ່ງໃນສິ່ງຊົງສ້າງຂອງພຣະເຈົ້າ. ເພາະສະນັ້ນ, ຈຸດປະສົງຂອງເຮົາໃນການໃຊ້ຄຳວ່າ “ຈິງໃຈ” ເພື່ອໃຫ້ນິຍາມຄວາມເຄົາລົບນັບຖືນັ້ນແມ່ນເພື່ອໃຫ້ມະນຸດເຂົ້າໃຈວ່າ ຄວາມເຄົາລົບນັບຖືຂອງພວກເຂົາຕໍ່ພຣະເຈົ້ານັ້ນຄວນມາຈາກສ່ວນເລິກຂອງຫົວໃຈພວກເຂົາ.

ບັດນີ້ ມາພິຈາລະນາຂໍ້ຮຽກຮ້ອງຫ້າຂໍ້ເຫຼົ່ານັ້ນ: ມີໃຜໃນພວກເຈົ້າສາມາດບັນລຸສາມຂໍ້ທຳອິດແດ່? ໃນນີ້, ເຮົາໝາຍເຖິງຄວາມເຊື່ອທີ່ແທ້ຈິງ, ການຕິດຕາມຢ່າງຊື່ສັດ ແລະ ການນອບນ້ອມທີ່ເດັດຂາດ. ມີໃຜໃນພວກເຈົ້າສາມາດເຮັດສິ່ງເຫຼົ່ານີ້ໄດ້ແດ່? ເຮົາຮູ້ວ່າ ຖ້າເຮົາເວົ້າໝົດທັງຫ້າຂໍ້ ຈະບໍ່ມີໃຜໃນບັນດາພວກເຈົ້າສາມາດເຮັດໄດ້ໂດຍບໍ່ຕ້ອງສົງໄສ, ແຕ່ເຮົາໄດ້ຫຼຸດຈຳນວນລົງຢູ່ສາມຂໍ້. ຄິດວ່າພວກເຈົ້າໄດ້ບັນລຸສິ່ງເຫຼົ່ານີ້ແລ້ວ ຫຼື ບໍ. “ຄວາມເຊື່ອທີ່ແທ້ຈິງ” ນັ້ນບັນລຸໄດ້ງ່າຍບໍ? (ບໍ່, ມັນບໍ່ງ່າຍ). ມັນບໍ່ໄດ້ງ່າຍ, ຍ້ອນຄົນມັກຖາມພຣະເຈົ້າ. ແລ້ວ “ການຕິດຕາມຢ່າງຊື່ສັດ” ເດ? ຄຳວ່າ “ຊື່ສັດ” ໝາຍເຖິງຫຍັງ? (ບໍ່ສອງຈິດສອງໃຈ, ກົງກັນຂ້າມ ແມ່ນດ້ວຍຄວາມເຕັມໃຈ). ບໍ່ສອງຈິດສອງໃຈ, ແຕ່ດ້ວຍຄວາມເຕັມໃຈ. ສິ່ງເຈົ້າເວົ້າແມ່ນຖືກທີ່ສຸດ! ແລ້ວພວກເຈົ້າສາມາດບັນລຸຂໍ້ຮຽກຮ້ອງນີ້ໄດ້ບໍ? ເຈົ້າຕ້ອງໄດ້ພະຍາຍາມຫຼາຍຂຶ້ນແມ່ນບໍ? ໃນຂະນະນີ້, ເຈົ້າຍັງບໍ່ທັນປະສົບຜົນສຳເລັດໃນຂໍ້ຮຽກຮ້ອງນີ້ເທື່ອ. ແລ້ວ “ການນອບນ້ອມທີ່ເດັດຂາດ” ເດ, ພວກເຈົ້າບັນລຸແລ້ວບໍ? (ບໍ່). ພວກເຈົ້າຍັງບໍ່ທັນບັນລຸຂໍ້ນັ້ນເທື່ອເຊັ່ນກັນ. ພວກເຈົ້າມັກຈະບໍ່ເຊື່ອຟັງ ແລະ ກະບົດຢູ່ຕະຫຼອດ; ເຈົ້າບໍ່ມັກຟັງ, ບໍ່ຢາກເຊື່ອຟັງ ຫຼື ບໍ່ຢາກໄດ້ຍິນ. ນີ້ແມ່ນຂໍ້ຮຽກຮ້ອງພື້ນຖານສາມຂໍ້ທີ່ຄົນພົບຫຼັງຈາກບັນລຸເສັ່ນທາງເຂົ້າສູ່ຊີວິດ, ແຕ່ພວກເຈົ້າຍັງບໍ່ທັນບັນລຸພວກມັນໄດ້ເທື່ອ. ດັ່ງນັ້ນ, ໃນຂະນະນີ້, ພວກເຈົ້າມີຄວາມຄາດຫວັງຫຼາຍບໍ? ມືນີ້, ເມື່ອໄດ້ຍິນເຮົາເວົ້າຄຳເວົ້າເຫຼົ່ານີ້, ພວກເຈົ້າຮູ້ສືກກັງວົນໃຈບໍ? (ແມ່ນ). ຖືກແລ້ວທີ່ເຈົ້າຄວນຮູ້ສຶກກັງວົນໃຈ. ຢ່າພະຍາຍາມຫຼີກເວັ້ນຄວາມກັງວົນໃຈເລີຍ. ເຮົາຮູ້ສຶກກັງວົນໃຈແທນພວກເຈົ້າ. ເຮົາຈະບໍ່ກ່າວເຖິງຂໍ້ຮຽກຮ້ອງອື່ນໆອີກສອງຂໍ້; ແນ່ນອນ, ບໍ່ມີໃຜໃນນີ້ສາມາດບັນລຸພວກມັນໄດ້. ພວກເຈົ້າກັງວົນໃຈ. ດັ່ງນັ້ນ, ພວກເຈົ້າໄດ້ກຳນົດຈຸດປະສົງຂອງພວກເຈົ້າແລ້ວບໍ? ດ້ວຍຈຸດປະສົງໃດ ແລະ ໃນທິດທາງໃດທີ່ພວກເຈົ້າຄວນສະແຫວງຫາ ແລະ ອຸທິດຄວາມພະຍາຍາມຂອງພວກເຈົ້າ? ພວກເຈົ້າມີຈຸດປະສົງບໍ? ໃຫ້ເຮົາເວົ້າຢ່າງແຈ່ມແຈ້ງ: ເມື່ອພວກເຈົ້າໄດ້ບັນລຸຂໍ້ຮຽກຮ້ອງທັງຫ້າຂໍ້ນີ້, ພວກເຈົ້າກໍຈະເຮັດໃຫ້ພຣະເຈົ້າພໍໃຈ. ພວກມັນແຕ່ລະຂໍ້ຄືຕົວຊີ້ວັດ ແລະ ຄືຈຸດປະສົງອັນສຸດທ້າຍຂອງການເຕີບໃຫຍ່ໃນການເຂົ້າສູ່ຊີວິດຂອງຄົນ. ເຖິງແມ່ນວ່າເຮົາຍົກເອົາພຽງຂໍ້ດຽວໃນບັນດາຂໍ້ຮຽກຮ້ອງເຫຼົ່ານີ້ມາເວົ້າຢ່າງລະອຽດ ແລະ ຮຽກຮ້ອງໃຫ້ພວກເຈົ້າຜະເຊີນມັນ, ມັນກໍຈະບໍ່ງ່າຍທີ່ຈະບັນລຸ; ພວກເຈົ້າຕ້ອງອົດທົນກັບຄວາມທຸກໃນລະດັບໃດໜຶ່ງ ແລະ ໃຊ້ຄວາມພະຍາຍາມຈຳນວນໜຶ່ງ. ພວກເຈົ້າຄວນມີທັດສະນະແບບໃດ? ມັນຄວນເປັນຄືກັບຄົນເປັນມະເຮັງທີ່ກໍາລັງລໍຖ້າຂຶ້ນໂຕະຜ່າຕັດ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຖ້າເຈົ້າປາຖະໜາທີ່ຈະເຊື່ອໃນພຣະເຈົ້າ ແລະ ຖ້າເຈົ້າປາຖະໜາທີ່ຈະຮັບເອົາພຣະເຈົ້າ ແລະ ໄດ້ຮັບຄວາມເພິ່ງພໍໃຈຂອງພຣະອົງ, ເວັ້ນເສຍແຕ່ວ່າເຈົ້າຈະອົດທົນກັບຄວາມເຈັບປວດໃນລະດັບໃດໜຶ່ງ ແລະ ໃຊ້ຄວາມພະຍາຍາມຈຳນວນໃດໜຶ່ງ, ເຈົ້າກໍຈະບໍ່ສາມາດບັນລຸສິ່ງເຫຼົ່ານີ້ໄດ້. ເຈົ້າໄດ້ຍິນການເທດສະໜາຫຼາຍຢ່າງ, ແຕ່ການທີ່ພຽງແຕ່ໄດ້ຍິນມັນ ບໍ່ໄດ້ໝາຍຄວາມວ່າການເທດສະໜານີ້ເປັນຂອງເຈົ້າ; ເຈົ້າຕ້ອງຊືມຊັບມັນ ແລະ ປ່ຽນມັນເປັນບາງສິ່ງທີ່ເປັນຂອງເຈົ້າ. ເຈົ້າຕ້ອງດືງດູດມັນເຂົ້າໃນຊີວິດຂອງເຈົ້າ ແລະ ນຳມັນມາສູ່ການດຳລົງຢູ່ຂອງເຈົ້າ, ປ່ອຍໃຫ້ພຣະທໍາເຫຼົ່ານີ້ ແລະ ການເທດສະໜານຳພາວິທີທີ່ເຈົ້າດຳລົງຊີວິດ ແລະ ນຳຄຸນຄ່າ ແລະ ຄວາມໝາຍທີ່ມີຢູ່ມາສູ່ຊີວິດຂອງເຈົ້າ. ເມື່ອສິ່ງນັ້ນເກີດຂຶ້ນ, ການທີ່ເຈົ້າໄດ້ຍິນພຣະທໍາເຫຼົ່ານີ້ກໍຈະຄຸ້ມຄ່າ. ຖ້າພຣະທຳທີ່ເຮົາກ່າວບໍ່ໄດ້ນຳເອົາການປ່ຽນແປງໃດໆມາໃນຊີວິດຂອງເຈົ້າ ຫຼື ເພີ່ມຄຸນຄ່າໃດໆໃຫ້ແກ່ການດຳລົງຢູ່ຂອງເຈົ້າ, ແລ້ວກໍບໍ່ມີປະໂຫຍດຫຍັງໃນການຟັງຂອງເຈົ້າ. ພວກເຈົ້າເຂົ້າໃຈສິ່ງນີ້ແມ່ນບໍ? ເມື່ອເຂົ້າໃຈມັນແລ້ວ, ຕໍ່ໄປແມ່ນຫຍັງຈະເກີດຂຶ້ນກໍຂຶ້ນຢູ່ກັບພວກເຈົ້າ. ພວກເຈົ້າຕ້ອງເລີ່ມປະຕິບັດ! ພວກເຈົ້າຕ້ອງຈິງໃຈໃນທຸກສິ່ງ! ຢ່າຢູ່ໃນສະພາບທີ່ສັບສົນ; ເວລາໄປໄວຫຼາຍ! ໃນບັນດາພວກເຈົ້າ ສ່ວນໃຫຍ່ກໍໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍກວ່າໜຶ່ງທົດສະວັດແລ້ວ. ຈົ່ງເບິ່ງຄືນໃນຊ່ວງສິບປີທີ່ຜ່ານມານີ້: ພວກເຈົ້າໄດ້ຮັບຫຼາຍປານໃດ? ພວກເຈົ້າມີເວລາເຫຼືອອີກຈັກທົດສະວັດເພື່ອໃຊ້ຊີວິດໃນຊີວິດນີ້? ພວກເຈົ້າບໍ່ໄດ້ມີເວລາດົນປານນັ້ນ. ບໍ່ຕ້ອງສົນໃຈວ່າພາລະກິດຂອງພຣະເຈົ້າກຳລັງຖ້າເຈົ້າຢູ່ ຫຼື ວ່າພຣະອົງໄດ້ປ່ອຍໂອກາດໃຫ້ເຈົ້າ ຫຼື ວ່າພຣະອົງຈະປະຕະບັດພາລະກິດເດີມອີກ, ບໍ່ເວົ້າເຖິງສິ່ງເຫຼົ່ານີ້. ເຈົ້າສາມາດປ່ຽນແປງເສັ້ນທາງສິບປີທີ່ຜ່ານມາຂອງຊີວິດເຈົ້າໄດ້ບໍ? ດ້ວຍທຸກໆມື້ທີ່ຜ່ານພົ້ນໄປ ແລະ ດ້ວຍທຸກບາດກ້າວທີ່ເຈົ້າຍ່າງ, ເຈົ້າມີເວລາໜ້ອຍລົງໜຶ່ງວັນ. ເວລາບໍ່ລໍຖ້າໃຜ! ເຈົ້າຈະໄດ້ຮັບຈາກຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ຖ້າເຈົ້າເຫັນມັນເປັນສິ່ງທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດຂອງເຈົ້າ, ເປັນສິ່ງສຳຄັນຍິ່ງກວ່າອາຫານ, ເຄື່ອງນຸ່ງ ຫຼື ສິ່ງອື່ນໃດ! ຖ້າເຈົ້າພຽງແຕ່ເຊື່ອສະເພາະຕອນເຈົ້າມີເວລາ ແລະ ບໍ່ສາມາດອຸທິດຄວາມຕັ້ງໃຈທັງໝົດຂອງເຈົ້າໃຫ້ແກ່ຄວາມເຊື່ອຂອງເຈົ້າ, ຖ້າເຈົ້າຕົກຢູ່ໃນຄວາມສັບສົນຢູ່ສະເໝີ, ເຈົ້າກໍຈະບໍ່ໄດ້ຮັບຫຍັງເລີຍ.

(ຄັດຈາກບົດ “ພຣະເຈົ້າເອງ, ທີ່ເປັນເອກະລັກ X” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: ການຮູ້ຈັກພຣະເຈົ້າ 4

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າ ແລະ ເຖິງແມ່ນວ່າຄວາມປະສົງຂອງພາລະກິດຂອງພຣະເຈົ້າຍັງຄົງຄືເກົ່າ,...

ບໍ່ມີໃຜທີ່ເກີດຈາກເນື້ອໜັງສາມາດລອດພົ້ນຈາກມື້ແຫ່ງຄວາມໂກດຮ້າຍ

ເຮົາໄດ້ຕັກເຕືອນພວກເຈົ້າໂດຍເຫັນແກ່ຜົນປະໂຫຍດຂອງການເອົາຕົວລອດຂອງພວກເຈົ້າເອງ ເພື່ອໃຫ້ພາລະກິດຂອງເຮົາດຳເນີນໄປຢ່າງນິ້ມນວນ ແລະ...

ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ...

ສຽງຟ້າຮ້ອງທັງເຈັດກໍາລັງທໍານວາຍວ່າ ຂ່າວປະເສີດແຫ່ງອານາຈັກຈະແຜ່ຂະຫຍາຍໄປທົ່ວຈັກກະວານ

ເຮົາເຜີຍແຜ່ພາລະກິດຂອງເຮົາທ່າມກາງຊາວຕ່າງຊາດ. ລັດສະໝີພາບຂອງເຮົາແມບເຫຼື້ອມທົ່ວຈັກກະວານ, ຄວາມປະສົງຂອງເຮົາສະຖິດຢູ່ພາຍໃນດາວ-ດາວ-ຈຸດ-ຈຸດ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້