ການສົນທະນາສັ້ນໆກ່ຽວກັບ “ອານາຈັກພັນປີມາຮອດແລ້ວ”

ພວກເຈົ້າຄິດແນວໃດກ່ຽວກັບນິມິດແຫ່ງອານາຈັກພັນປີ? ບາງຄົນຄິດກ່ຽວກັບມັນຫຼາຍ ແລະ ພວກເຂົາເວົ້າວ່າ: “ອານາຈັກພັນປີຈະຄົງຢູ່ເທິງແຜ່ນດິນໂລກເປັນເວລາໜຶ່ງພັນປີ ເຊິ່ງດ້ວຍເຫດນັ້ນ ຖ້າຫາກສະມາຊິກອາວຸໂສຂອງຄຣິສຕະຈັກທີ່ຍັງບໍ່ໄດ້ແຕ່ງດອງ, ພວກເຂົາກໍຕ້ອງໄດ້ແຕ່ງດອງບໍ? ຄອບຄົວຂອງຂ້ານ້ອຍບໍ່ມີເງິນ, ຂ້ານ້ອຍຄວນຈະເລີ່ມຫາເງິນບໍ? ...” ອານາຈັກພັນປີແມ່ນຫຍັງ? ພວກເຈົ້າຮູ້ຈັກບໍ? ຜູ້ຄົນແມ່ນຕາບອດຫຼາຍ ແລະ ໄດ້ຮັບຄວາມທຸກທໍລະມານຢ່າງໃຫຍ່ຫຼວງ. ໃນຄວາມຈິງແລ້ວ ອານາຈັກພັນປີຍັງບໍ່ທັນມາເຖິງຢ່າງເປັນທາງການເທື່ອ. ໃນລະຫວ່າງຂັ້ນຕອນຂອງການເຮັດໃຫ້ຜູ້ຄົນສົມບູນ, ອານາຈັກພັນປີເປັນພຽງລູກນົກນ້ອຍທີ່ຫາກໍເກີດ; ໃນເວລາທີ່ອານາຈັກພັນປີໄດ້ຖືກກ່າວເຖິງໂດຍພຣະເຈົ້າ, ມະນຸດກໍຄົງຈະໄດ້ຖືກເຮັດໃຫ້ສົມບູນແລ້ວ. ກ່ອນໜ້ານີ້, ໄດ້ມີການເວົ້າກັນວ່າ ຜູ້ຄົນຈະເປັນເໝືອນນັກບຸນ ແລະ ຕັ້ງໝັ້ນຢູ່ໃນດິນແດນແຫ່ງຊິນິມ. ເມື່ອຜູ້ຄົນໄດ້ຖືກເຮັດໃຫ້ສົມບູນເທົ່ານັ້ນ, ເມື່ອພວກເຂົາກາຍເປັນນັກບຸນທີ່ພຣະເຈົ້າກ່າວເຖິງ ແລ້ວເມື່ອນັ້ນອານາຈັກພັນປີກໍຈະມາເຖິງ. ເມື່ອພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ພຣະອົງຊໍາລະລ້າງເຮັດໃຫ້ພວກເຂົາບໍລິສຸດ ແລະ ຍິ່ງພວກເຂົາບໍລິສຸດຫຼາຍຂຶ້ນເທົ່າໃດ ພວກເຂົາກໍຍິ່ງໄດ້ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າຫຼາຍຂຶ້ນເທົ່ານັ້ນ. ເມື່ອຄວາມບໍ່ບໍລິສຸດ, ການກະບົດ, ການຕໍ່ຕ້ານ ແລະ ສິ່ງຕ່າງໆຂອງເນື້ອໜັງທີ່ຢູ່ພາຍໃນຕົວເຈົ້າຖືກຂັບໄລ່ອອກໝົດແລ້ວ, ເມື່ອເຈົ້າໄດ້ຮັບການຊຳລະລ້າງໃຫ້ບໍລິສຸດ, ເຈົ້າກໍຈະໄດ້ເປັນທີ່ຮັກຂອງພຣະເຈົ້າ (ເວົ້າໄດ້ອີກຢ່າງໜຶ່ງກໍຄື ເຈົ້າຈະໄດ້ເປັນນັກບຸນ); ເມື່ອເຈົ້າໄດ້ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ກາຍເປັນນັກບຸນ, ເຈົ້າກໍຈະໄດ້ຢູ່ໃນອານາຈັກພັນປີ. ບັດນີ້ ແມ່ນຍຸກແຫ່ງລາຊະອານາຈັກ. ໃນຍຸກແຫ່ງອານາຈັກພັນປີນັ້ນ ຜູ້ຄົນຈະອາໄສພຣະທຳຂອງພຣະເຈົ້າເພື່ອໃຫ້ມີຊີວິດຢູ່ ແລະ ທຸກຊາດຈະມາຢູ່ພາຍໃຕ້ນາມຂອງພຣະເຈົ້າ ແລະ ທຸກຄົນຈະມາອ່ານພຣະທຳຂອງພຣະເຈົ້າ. ໃນເວລານັ້ນ ບາງຄົນກໍຈະໂທຫາກັນໂດຍໃຊ້ໂທລະສັບ, ບາງຄົນຈະສົ່ງແຟັກ... ພວກເຂົາຈະນຳໃຊ້ທຸກວິທີທາງເພື່ອເຂົ້າເຖິງພຣະທຳຂອງພຣະເຈົ້າ ແລະ ພວກເຈົ້າເຊັ່ນດຽວກັນກໍຈະມາຢູ່ພາຍໃຕ້ພຣະທຳຂອງພຣະເຈົ້າ. ທັງໝົດນີ້ ແມ່ນສິ່ງທີ່ຈະເກີດຂຶ້ນ ພາຍຫລັງທີ່ຜູ້ຄົນໄດ້ຖືກເຮັດໃຫ້ສົມບູນ. ປັດຈຸບັນນີ້ ຜູ້ຄົນທີ່ໄດ້ຖືກເຮັດໃຫ້ສົມບູນ, ຖືກຫຼໍ່ຫຼອມ, ໄດ້ຮັບແສງສະຫວ່າງ ແລະ ຖືກນຳທາງໂດຍພຣະທຳ; ນີ້ແມ່ນຍຸກແຫ່ງລາຊະອານາຈັກ, ມັນແມ່ນຂັ້ນຕອນທີ່ຜູ້ຄົນຖືກເຮັດໃຫ້ສົມບູນ ແລະ ຍຸກນີ້ບໍ່ໄດ້ເຊື່ອມໂຍງກັບຍຸກແຫ່ງອານາຈັກພັນປີ. ໃນລະຫວ່າງຍຸກແຫ່ງອານາຈັກພັນປີນັ້ນ, ຜູ້ຄົນແມ່ນຈະໄດ້ຖືກເຮັດໃຫ້ສົມບູນແລ້ວ ແລະ ອຸປະນິໄສທີ່ເສື່ອມຊາມພາຍໃນພວກເຂົາກໍຈະໄດ້ຖືກເຮັດໃຫ້ບໍລິສຸດເຊັ່ນດຽວກັນ. ໃນເວລານັ້ນ, ພຣະທຳທີ່ກ່າວໂດຍພຣະເຈົ້າແມ່ນຈະນຳພາຜູ້ຄົນກ້າວໄປຂ້າງໜ້າເທື່ອລະກ້າວ ແລະ ເປີດເຜີຍຄວາມລຶກລັບທັງໝົດຂອງພາລະກິດຂອງພຣະເຈົ້າເລີ່ມແຕ່ເວລາຂອງການສ້າງໂລກຈົນເຖິງປັດຈຸບັນ ແລະ ພຣະທຳຂອງພຣະອົງຈະບອກຜູ້ຄົນກ່ຽວກັບການກະທຳຂອງພຣະເຈົ້າໃນທຸກຍຸກສະໄໝ ແລະ ທຸກມື້, ເຖິງວິທີທາງທີ່ພຣະອົງນຳພາຜູ້ຄົນຢູ່ພາຍໃນ, ເຖິງພາລະກິດທີ່ພຣະອົງປະຕິບັດໃນອານາຈັກແຫ່ງວິນຍານ ແລະ ພຣະອົງຈະບອກພວກເຂົາກ່ຽວກັບການເຄື່ອນໄຫວຂອງອານາຈັກແຫ່ງວິນຍານ. ມີແຕ່ເມື່ອນັ້ນເທົ່ານັ້ນ ມັນຈຶ່ງຈະເປັນຍຸກແຫ່ງພຣະທຳຢ່າງແທ້ຈິງ; ຕອນນີ້ມັນພຽງແຕ່ຢູ່ໃນສະພາວະຄືດັ່ງນົກນ້ອຍທີ່ເກີດໃໝ່ເທົ່ານັ້ນ. ຖ້າຫາກຜູ້ຄົນຍັງບໍ່ໄດ້ຖືກເຮັດໃຫ້ສົມບູນ ແລະ ເຮັດໃຫ້ບໍລິສຸດ, ພວກເຂົາກໍຈະບໍ່ມີຫົນທາງທີ່ຈະດຳລົງຊີວິດຢູ່ເທິງແຜ່ນດິນໂລກນີ້ໄດ້ເປັນເວລາໜຶ່ງພັນປີ ແລະ ເນື້ອໜັງຂອງພວກເຂົາກໍຈະສະຫລາຍໄປຢ່າງຫຼີກເວັ້ນບໍ່ໄດ້; ຖ້າຜູ້ຄົນໄດ້ຖືກເຮັດໃຫ້ບໍລິສຸດຢູ່ພາຍໃນ ແລະ ພວກເຂົາບໍ່ໄດ້ຢູ່ກັບຊາຕານ ແລະ ຢູ່ຝ່າຍເນື້ອໜັງອີກຕໍ່ໄປ, ພວກເຂົາກໍຈະຍັງຄົງມີຊີວິດຢູ່ເທິງແຜ່ນດິນໂລກນີ້ຕໍ່ໄປ. ໃນຂັ້ນຕອນນີ້ ເຈົ້າຍັງເປັນຄົນຕາບອດຢູ່ ແລະ ສິ່ງທີ່ພວກເຈົ້າຜະເຊີນເປັນພຽງການຮັກພຣະເຈົ້າ ແລະ ການເປັນປະຈັກພະຍານໃຫ້ກັບພຣະອົງທຸກໆມື້ ທີ່ພວກເຈົ້າມີຊີວິດຢູ່ເທິງແຜ່ນດິນໂລກນີ້.

“ອານາຈັກພັນປີມາຮອດແລ້ວ” ແມ່ນຄຳທຳນາຍ, ມັນຄ້າຍຄືກັບການທໍານາຍຂອງຜູ້ປະກາດພຣະທຳ ເຊິ່ງເປັນໜຶ່ງໃນສິ່ງທີ່ພຣະເຈົ້າໄດ້ທໍານາຍໄວ້ແລ້ວວ່າ ມັນຈະເກີດຂຶ້ນໃນອະນາຄົດ. ພຣະທຳທີ່ພຣະເຈົ້າກ່າວໃນອະນາຄົດ ແລະ ພຣະທຳທີ່ພຣະອົງກ່າວໃນມື້ນີ້ບໍ່ແມ່ນອັນດຽວກັນ: ພຣະທຳແຫ່ງອະນາຄົດຈະນຳພາຍຸກ, ສ່ວນພຣະທຳທີ່ພຣະອົງກ່າວໃນມື້ນີ້ເຮັດໃຫ້ຜູ້ຄົນສົມບູນ, ຫຼໍ່ຫຼອມພວກເຂົາ ແລະ ຈັດການກັບພວກເຂົາ. ຍຸກແຫ່ງພຣະທຳໃນອະນາຄົດ ແມ່ນຕ່າງກັນກັບຍຸກແຫ່ງພຣະທຳໃນປັດຈຸບັນ. ໃນປັດຈຸບັນ ພຣະທຳທຸກຂໍ້ທີ່ກ່າວໂດຍພຣະເຈົ້າ ບໍ່ວ່າພຣະອົງຈະກ່າວພຣະທໍາດ້ວຍວິທີໃດກໍຕາມ ກໍແມ່ນເພື່ອເຮັດໃຫ້ຜູ້ຄົນສົມບູນ, ເພື່ອຊຳລະລ້າງສິ່ງສົກກະປົກທີ່ຢູ່ພາຍໃນພວກເຂົາ, ເພື່ອເຮັດໃຫ້ພວກເຂົາບໍລິສຸດ ແລະ ເຮັດໃຫ້ພວກເຂົາເປັນຄົນຊອບທຳຢູ່ຕໍ່ໜ້າພຣະເຈົ້າ. ພຣະທຳທີ່ໄດ້ກ່າວໃນມື້ນີ້ ແລະ ພຣະທຳທີ່ໄດ້ກ່າວໃນອະນາຄົດ ແມ່ນສອງສິ່ງທີ່ແຕກຕ່າງກັນ. ພຣະທຳທີ່ໄດ້ກ່າວໃນຍຸກແຫ່ງລາຊະອານາຈັກແມ່ນເພື່ອເຮັດໃຫ້ຜູ້ຄົນເຂົ້າສູ່ການຝຶກຝົນທັງໝົດ, ເພື່ອນຳຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນທຸກສິ່ງ, ເພື່ອປັດເປົ່າທຸກສິ່ງທີ່ບໍ່ບໍລິສຸດໃນຕົວຂອງພວກເຂົານັ້ນອອກ. ນີ້ຄືສິ່ງທີ່ພຣະເຈົ້າປະຕິບັດໃນຍຸກນີ້. ພຣະອົງສ້າງພື້ນຖານພຣະທຳຂອງພຣະອົງໃນທຸກຄົນ, ພຣະອົງເຮັດໃຫ້ພຣະທຳຂອງພຣະອົງເປັນຊີວິດຂອງທຸກຄົນ ແລະ ພຣະອົງໄດ້ໃຊ້ພຣະທຳຂອງພຣະອົງເພື່ອໃຫ້ຄວາມສະຫວ່າງ ແລະ ນຳພາພວກເຂົາຢູ່ພາຍໃນຕະຫຼອດເວລາ. ເມື່ອພວກເຂົາບໍ່ໃສ່ໃຈຕໍ່ຄວາມປະສົງຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າກໍຈະສະຖິດຢູ່ພາຍໃນພວກເຂົາ ເພື່ອຕຳນິ ແລະ ລົງວິໄນພວກເຂົາ. ພຣະທຳໃນປັດຈຸບັນຈະເປັນຊີວິດຂອງມະນຸດ; ພຣະທຳເຫລົ່ານີ້ລ້ວນແຕ່ສະໜອງໂດຍກົງຕໍ່ຄວາມຕ້ອງການທັງໝົດຂອງມະນຸດ, ທຸກສິ່ງທີ່ເຈົ້າຂາດເຂີນຢູ່ພາຍໃນແມ່ນໄດ້ຖືກສະໜອງໃຫ້ໂດຍພຣະທຳຂອງພຣະເຈົ້າ ແລະ ທຸກຄົນທີ່ຍອມຮັບເອົາພຣະທຳຂອງພຣະເຈົ້າກໍຈະໄດ້ຮັບຄວາມສະຫວ່າງໂດຍການກິນ ແລະ ດື່ມພຣະທຳຂອງພຣະອົງ. ພຣະທຳທີ່ພຣະເຈົ້າກ່າວໃນອະນາຄົດນຳພາຜູ້ຄົນທົ່ວທັງຈັກກະວານ; ໃນປັດຈຸບັນ, ພຣະທຳເຫຼົ່ານີ້ແມ່ນໄດ້ກ່າວຢູ່ໃນປະເທດຈີນເທົ່ານັ້ນ ແລະ ພຣະທຳເຫຼົ່ານັ້ນບໍ່ແມ່ນຕົວແທນຂອງພຣະທຳທີ່ໄດ້ກ່າວຢູ່ທົ່ວທັງຈັກກະວານ. ພຣະເຈົ້າຈະພຽງແຕ່ກ່າວຕໍ່ທົ່ວຈັກກະວານ ເມື່ອອານາຈັກພັນປີມາເຖິງ. ຈົ່ງຮູ້ໄວ້ວ່າພຣະທຳທີ່ກ່າວໂດຍພຣະເຈົ້າໃນປັດຈຸບັນ ທັງໝົດແມ່ນເພື່ອເຮັດໃຫ້ຜູ້ຄົນສົມບູນ; ພຣະທຳທີ່ໄດ້ກ່າວໂດຍພຣະເຈົ້າໃນຂັ້ນຕອນນີ້ແມ່ນເພື່ອສະໜອງຕໍ່ຄວາມຕ້ອງການຂອງຜູ້ຄົນ, ບໍ່ແມ່ນເພື່ອເຮັດໃຫ້ເຈົ້າຮູ້ເຖິງຄວາມລຶກລັບ ຫຼື ເຫັນຄວາມມະຫັດສະຈັນຂອງພຣະເຈົ້າ. ການທີ່ພຣະອົງກ່າວຜ່ານຫຼາຍວິທີທາງ ແມ່ນເພື່ອສະໜອງໃຫ້ແກ່ຄວາມຕ້ອງການຂອງຜູ້ຄົນ. ຍຸກແຫ່ງອານາຈັກພັນປີຍັງບໍ່ທັນມາເຖິງ, ຍຸກແຫ່ງອານາຈັກພັນປີທີ່ກ່າວເຖິງນີ້ແມ່ນມື້ແຫ່ງຄວາມສະຫງ່າລາສີຂອງພຣະເຈົ້າ. ພາຍຫລັງພາລະກິດຂອງພຣະເຢຊູໃນຢູດາຍສິ້ນສຸດລົງ, ພຣະເຈົ້າກໍໄດ້ໂອນພາລະກິດຂອງພຣະອົງໄປສູ່ປະເທດຈີນແຜ່ນດິນໃຫຍ່ ແລະ ໄດ້ສ້າງຕັ້ງແຜນການອື່ນໆຂຶ້ນມາ. ພຣະອົງໄດ້ປະຕິບັດພາລະກິດສ່ວນອື່ນອີກຢູ່ໃນຕົວຂອງພວກເຈົ້າ, ພຣະອົງປະຕິບັດພາລະກິດໃນການເຮັດໃຫ້ຜູ້ຄົນສົມບູນດ້ວຍພຣະທຳ ແລະ ພຣະອົງໃຊ້ພຣະທຳເພື່ອເຮັດໃຫ້ຜູ້ຄົນໄດ້ຮັບຄວາມເຈັບປວດແສນສາຫັດ ພ້ອມທັງໄດ້ຮັບພຣະຄຸນຂອງພຣະເຈົ້າຢ່າງຫຼວງຫຼາຍ. ຂັ້ນຕອນນີ້ຂອງພາລະກິດຈະສ້າງກຸ່ມຜູ້ເອົາຊະນະ ແລະ ພາຍຫລັງທີ່ພຣະອົງໄດ້ສ້າງກຸ່ມຜູ້ເອົາຊະນະນີ້ຂຶ້ນມາແລ້ວ, ພວກເຂົາກໍຈະສາມາດເປັນພະຍານຕໍ່ການກະທຳຂອງພຣະອົງ, ພວກເຂົາຈະສາມາດມີຊີວິດຢູ່ຕາມຄວາມເປັນຈິງ ແລະ ພວກເຂົາຈະເຮັດໃຫ້ພຣະອົງເພິ່ງພໍໃຈຢ່າງແທ້ຈິງ ແລະ ຈົງຮັກພັກດີຕໍ່ພຣະອົງໄປຈົນຕາຍ ແລະ ດ້ວຍວິທີນີ້ ພຣະເຈົ້າຈະໄດ້ຮັບສະຫງ່າລາສີ. ເມື່ອພຣະເຈົ້າໄດ້ຮັບສະຫງ່າລາສີ ເຊິ່ງນັ້ນກໍຄື ເມື່ອພຣະອົງໄດ້ເຮັດໃຫ້ຄົນກຸ່ມນີ້ສົມບູນ ນັ້ນກໍຈະເປັນຍຸກແຫ່ງອານາຈັກພັນປີ.

ພຣະເຢຊູຢູ່ເທິງແຜ່ນດີນໂລກນີ້ເປັນເວລາສາມສິບສາມປີເຄິ່ງ, ພຣະອົງມາປະຕິບັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ ແລະ ຜ່ານການຖືກຄຶງໃສ່ໄມ້ກາງແຂນນັ້ນ ພຣະເຈົ້າໄດ້ຮັບໜຶ່ງສ່ວນຂອງຄວາມສະຫງ່າລາສີຂອງພຣະອົງ. ເມື່ອພຣະເຈົ້າສະຖິດເຂົ້າສູ່ເນື້ອໜັງ ພຣະອົງສາມາດທີ່ຈະອ່ອນນ້ອມ ແລະ ລີ້ລັບ ແລະ ສາມາດທົນທຸກທໍລະມານໄດ້ຢ່າງຫຼວງຫຼາຍ. ເຖິງແມ່ນວ່າພຣະອົງເປັນພຣະເຈົ້າເອງ, ພຣະອົງກໍຍັງຕ້ອງອົດທົນຕໍ່ຄວາມອັບອາຍທຸກຢ່າງ ແລະ ທຸກການຂົ່ມເຫັງ ແລະ ພຣະອົງອົດທົນຕໍ່ຄວາມເຈັບປວດແສນສາຫັດໃນການຖືກຄຶງໃສ່ໄມ້ກາງແຂນເພື່ອໃຫ້ສຳເລັດພາລະກິດການໄຖ່ບາບ. ພາຍຫລັງທີ່ພາລະກິດໃນໄລຍະນີ້ສິ້ນສຸດລົງ, ເຖິງແມ່ນວ່າ ຜູ້ຄົນໄດ້ເຫັນວ່າ ພຣະເຈົ້າໄດ້ຮັບຄວາມສະຫງ່າລາສີອັນຍິ່ງໃຫຍ່ກໍຕາມ, ສິ່ງນີ້ກໍບໍ່ໄດ້ແມ່ນຄວາມສະຫງ່າລາສີທັງໝົດຂອງພຣະອົງ; ມັນເປັນພຽງຄວາມສະຫງ່າລາສີສ່ວນໜຶ່ງຂອງພຣະອົງເທົ່ານັ້ນ ເຊິ່ງພຣະອົງໄດ້ຮັບຈາກພຣະເຢຊູ. ເຖິງແມ່ນວ່າ ພຣະເຢຊູຈະສາມາດທົນທຸກຕໍ່ຄວາມຍາກລໍາບາກນາໆປະການກໍຕາມ, ສາມາດອ່ອນນ້ອມ ແລະ ລີ້ລັບ, ຖືກຄຶງໃສ່ໄມ້ກາງແຂນເພື່ອພຣະເຈົ້າ, ພຣະເຈົ້າກໍພຽງແຕ່ໄດ້ຮັບຄວາມສະຫງ່າລາສີສ່ວນໜຶ່ງຂອງພຣະອົງເທົ່ານັ້ນ ແລະ ຄວາມສະຫງ່າລາສີຂອງພຣະອົງໃນອິດສະຣາເອນ. ພຣະເຈົ້າຍັງມີຄວາມສະຫງ່າລາສີສ່ວນອື່ນໆອີກ: ການມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຢ່າງແທ້ຈິງ ແລະ ສ້າງກຸ່ມຄົນໃຫ້ສົມບູນ. ໃນລະຫວ່າງຂັ້ນຕອນພາລະກິດຂອງພຣະເຢຊູ, ພຣະອົງໄດ້ເຮັດສິ່ງເໜືອທຳມະຊາດ ແຕ່ຂັ້ນຕອນຂອງພາລະກິດດັ່ງກ່າວນັ້ນແມ່ນເພື່ອປະຕິບັດໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເທົ່ານັ້ນ. ໂດຍພື້ນຖານແລ້ວ ແມ່ນເພື່ອສະແດງໃຫ້ເຫັນວ່າ ພຣະເຢຊູສາມາດທົນຕໍ່ຄວາມເຈັບປວດ ແລະ ຖືກຄຶງໃສ່ໄມ້ກາງແຂນເພື່ອພຣະເຈົ້າ, ພຣະເຢຊູສາມາດຮັບເອົາຄວາມເຈັບປວດອັນໃຫຍ່ຫຼວງນັ້ນໄດ້ ຍ້ອນວ່າພຣະອົງຮັກພຣະເຈົ້າ ແລະ ເຖິງແມ່ນວ່າ ພຣະເຈົ້າໄດ້ປະຖິ້ມພຣະອົງ, ພຣະອົງກໍຍັງເຕັມໃຈທີ່ຈະເສຍສະຫຼະຊີວິດຂອງພຣະອົງເພື່ອຄວາມປະສົງຂອງພຣະເຈົ້າ. ພາຍຫຼັງທີ່ພຣະເຈົ້າໄດ້ສຳເລັດພາລະກິດຢູ່ປະເທດອິດສະຣາເອນ ແລະ ພຣະເຢຊູໄດ້ຖືກຕອກໃສ່ໄມ້ກາງແຂນ, ພຣະເຈົ້າກໍ່ໄດ້ຮັບສະຫງ່າລາສີ ແລະ ພຣະອົງໄດ້ເປັນປະຈັກພະຍານຕໍ່ໜ້າຊາຕານ. ພວກເຈົ້າບໍ່ເຄີຍຮູ້ ຫຼື ບໍ່ເຄີຍເຫັນວິທີທີ່ພຣະເຈົ້າໄດ້ກາຍເປັນເນື້ອໜັງຢູ່ປະເທດຈີນ ແລ້ວພວກເຈົ້າຈະສາມາດເຫັນວ່າພຣະເຈົ້າໄດ້ຮັບຄວາມສະຫງ່າລາສີໄດ້ແນວໃດ? ເມື່ອພຣະເຈົ້າປະຕິບັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າຢ່າງຫຼວງຫຼາຍ ແລະ ພວກເຈົ້າຕັ້ງໝັ້ນ ແລ້ວພາລະກິດໃນຂັ້ນຕອນນີ້ຂອງພຣະເຈົ້າກໍຈະສຳເລັດຜົນ ແລະ ນີ້ກໍເປັນຄວາມສະຫງ່າລາສີສ່ວນໜຶ່ງຂອງພຣະເຈົ້າເຊັ່ນກັນ. ພວກເຈົ້າເຫັນສະເພາະແຕ່ໃນສິ່ງນີ້ ແລະ ພວກເຈົ້າຍັງບໍ່ທັນໄດ້ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າເທື່ອ ແລະ ພວກເຈົ້າບໍ່ໄດ້ມອບຫົວໃຈທັງໝົດໃຫ້ກັບພຣະເຈົ້າເທື່ອ. ພວກເຈົ້າຍັງບໍ່ເຫັນຄວາມສະຫງ່າລາສີທັງໝົດຂອງພຣະເຈົ້າ; ພວກເຈົ້າເຫັນພຽງແຕ່ວ່າ ພຣະເຈົ້າໄດ້ເອົາຊະນະຫົວໃຈຂອງພວກເຈົ້າ, ພວກເຈົ້າຈະບໍ່ສາມາດຈາກພຣະອົງໄປຈັກເທື່ອ ແລະ ຈະຕິດຕາມພຣະອົງໄປຈົນເຖິງທີ່ສຸດ ແລະ ຫົວໃຈຂອງພວກເຈົ້າກໍຈະບໍ່ປ່ຽນແປງ ແລະ ສິ່ງນີ້ຄືຄວາມສະຫງ່າລາສີຂອງພຣະເຈົ້າ. ເຈົ້າເຫັນຄວາມສະຫງ່າລາສີຂອງພຣະເຈົ້າໃນຫຍັງແດ່? ຈາກຜົນພາລະກິດຂອງພຣະອົງໃນຜູ້ຄົນ. ຜູ້ຄົນເຫັນວ່າ ພຣະເຈົ້າໜ້າຮັກຫຼາຍ, ພວກເຂົາມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ບໍ່ເຕັມໃຈທີ່ຈະຈາກພຣະອົງໄປ ແລະ ນີ້ແມ່ນຄວາມສະຫງ່າລາສີຂອງພຣະເຈົ້າ. ເມື່ອຄວາມເຂັ້ມແຂງຂອງອ້າຍເອື້ອຍນ້ອງຢູ່ໃນຄຣິສຕະຈັກເກີດຂຶ້ນ ແລະ ພວກເຂົາສາມາດຮັກພຣະເຈົ້າຈາກຫົວໃຈຂອງພວກເຂົາ, ເຫັນເຖິງກຳລັງສູງສຸດຂອງພາລະກິດທີ່ພຣະເຈົ້າປະຕິບັດ ແລະ ກຳລັງຂອງພຣະທຳຂອງພຣະເຈົ້າທີ່ບໍ່ມີຫຍັງທຽບທານໄດ້, ເມື່ອພວກເຂົາເຫັນວ່າ ພຣະທຳຂອງພຣະອົງມີອຳນາດ ແລະ ພຣະອົງສາມາດລົງມືປະຕິບັດພາລະກິດຂອງພຣະອົງຢູ່ເມືອງຜີຂອງປະເທດຈີນແຜ່ນດິນໃຫຍ່ໄດ້, ໃນເວລາທີ່ເຖິງແມ່ນວ່າຜູ້ຄົນຈະອ່ອນແອ, ຫົວໃຈຂອງພວກເຂົາກົ້ມລົງຕໍ່ໜ້າພຣະເຈົ້າ ແລະ ພວກເຂົາເຕັມໃຈທີ່ຈະຍອມຮັບເອົາພຣະທຳຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ເມື່ອພວກເຂົາອ່ອນແອ່ ແລະ ບໍ່ຄູ່ຄວນ, ພວກເຂົາກໍຍັງສາມາດເຫັນໄດ້ວ່າ ພຣະທຳຂອງພຣະເຈົ້າ ເປັນສິ່ງທີ່ໜ້າຮັກຫຼາຍ ແລະ ຄູ່ຄວນແກ່ການຊື່ນຊົມຂອງພວກເຂົາ, ແລ້ວນີ້ຄືຄວາມສະຫງ່າລາສີຂອງພຣະເຈົ້າ. ເມື່ອມື້ນັ້ນມາເຖິງ ຜູ້ຄົນກໍໄດ້ຖືກເຮັດໃຫ້ສົມບູບໂດຍພຣະເຈົ້າ ແລະ ສາມາດຍອມຈຳນົນຕໍ່ພຣະອົງ ແລະ ສາມາດເຊື່ອຟັງພຣະເຈົ້າຢ່າງສິ້ນເຊີງ ແລະ ປະຄວາມຫວັງ ແລະ ຊະຕາກຳໄວ້ໃນກໍາມືຂອງພຣະເຈົ້າ ແລ້ວຄວາມສະຫງ່າລາສີສ່ວນທີສອງຂອງພຣະເຈົ້າຈຶ່ງຈະຖືກຮັບເອົາຢ່າງສິ້ນເຊີງ ເຊິ່ງນັ້ນໝາຍຄວາມວ່າ ເມື່ອພາລະກິດຂອງພຣະເຈົ້າທີ່ແທ້ຈິງ ໄດ້ຮັບຜົນສຳເລັດທັງໝົດແລ້ວ, ພາລະກິດຂອງພຣະອົງຢູ່ໃນປະເທດຈີນແຜ່ນດິນໃຫຍ່ກໍຈະສິ້ນສຸດລົງ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອຜູ້ທີ່ພຣະເຈົ້າໄດ້ກຳນົດຊະຕາກໍາໄວ້ແລ້ວ ແລະ ຜູ້ທີ່ຖືກເລືອກໄດ້ຖືກເຮັດໃຫ້ສົມບູນແລ້ວນັ້ນ, ພຣະເຈົ້າກໍ່ຈະໄດ້ຮັບສະຫງ່າລາສີ. ພຣະເຈົ້າໄດ້ກ່າວວ່າ ພຣະອົງໄດ້ນຳເອົາຄວາມສະຫງ່າລາສີສ່ວນທີສອງຂອງພຣະອົງມາສູ່ທິດຕາເວັນອອກ ແຕ່ສິ່ງນີ້ຍັງບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ. ພຣະເຈົ້າໄດ້ນຳເອົາພາລະກິດຂອງພຣະອົງມາສູ່ທິດຕາເວັນອອກ: ພຣະອົງໄດ້ມາຢູ່ທິດຕາເວັນອອກແລ້ວ ແລະ ນີ້ແມ່ນຄວາມສະຫງ່າລາສີຂອງພຣະເຈົ້າ. ໃນປັດຈຸບັນນີ້, ເຖິງແມ່ນວ່າ ພາລະກິດຂອງພຣະອົງຍັງບໍ່ໄດ້ຖືກເຮັດໃຫ້ສຳເລັດ ຍ້ອນພຣະເຈົ້າໄດ້ຕັດສິນໃຈທີ່ຈະປະຕິບັດ, ມັນຈະຕ້ອງສຳເລັດຢ່າງແນ່ນອນ. ພຣະເຈົ້າໄດ້ຕັດສິນໃຈວ່າ ພຣະອົງຈະເຮັດສຳເລັດພາລະກິດນີ້ຢູ່ໃນປະເທດຈີນ ແລະ ພຣະອົງຕັ້ງໃຈຈະເຮັດໃຫ້ພວກເຈົ້າສົມບູນ. ດັ່ງນັ້ນ, ພຣະອົງຈຶ່ງເຮັດໃຫ້ພວກເຈົ້າບໍ່ມີທາງເລືອກ, ພຣະອົງໄດ້ເອົາຊະນະຫົວໃຈຂອງພວກເຈົ້າແລ້ວ ແລະ ເຈົ້າກໍຕ້ອງໄດ້ສືບຕໍ່ ບໍ່ວ່າເຈົ້າຕ້ອງການ ຫຼື ບໍ່ກໍຕາມ ແລະ ເມື່ອພວກເຈົ້າຖືກຮັບເອົາໂດຍພຣະເຈົ້າ, ພຣະເຈົ້າກໍ່ຈະໄດ້ຮັບສະຫງ່າລາສີ. ໃນປັດຈຸບັນນີ້, ພຣະເຈົ້າຍັງບໍ່ທັນໄດ້ຮັບສະຫງ່າລາສີຢ່າງສົມບູນເທື່ອ ຍ້ອນວ່າ ພວກເຈົ້າຍັງບໍ່ໄດ້ຖືກເຮັດໃຫ້ສົມບູນເທື່ອ. ເຖິງແມ່ນວ່າຫົວໃຈຂອງພວກເຈົ້າໄດ້ກັບມາຫາພຣະເຈົ້າແລ້ວກໍຕາມ ແຕ່ຍັງມີຄວາມອ່ອນແອຫຼາຍຢ່າງຢູ່ໃນເນື້ອໜັງຂອງພວກເຈົ້າ, ພວກເຈົ້າຍັງບໍ່ສາມາດທີ່ຈະເຮັດໃຫ້ພຣະເຈົ້າເພິ່ງພໍໃຈ, ພວກເຈົ້າບໍ່ສາມາດທີ່ຈະເອົາໃຈໃສ່ຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ພວກເຈົ້າຍັງມີສິ່ງທີ່ບໍ່ດີຫຼາຍຢ່າງທີ່ຕ້ອງໄດ້ກຳຈັດອອກຈາກຕົວພວກເຈົ້າ ແລະ ພວກເຈົ້າຕ້ອງຜ່ານການທົດລອງ ແລະ ການຂັດເກົາຫຼາຍຢ່າງ. ມີພຽງທາງນັ້ນ ວິຖີຊີວິດຂອງເຈົ້າຈຶ່ງຈະປ່ຽນແປງ ແລະ ເຈົ້າຈຶ່ງຈະສາມາດຖືກຮັບໂດຍພຣະເຈົ້າ.

ກ່ອນນີ້: ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ຕໍ່ໄປ: ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້