ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້

ມັນເປັນກົດຂອງສະຫວັນ ແລະ ຫຼັກການຂອງໂລກທີ່ຈະເຊື່ອໃນພຣະເຈົ້າ ແລະ ຮູ້ຈັກພຣະເຈົ້າ ແລະ ໃນມື້ນີ້ ເຊິ່ງຢູ່ໃນຍຸກທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດກຳລັງປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເຊິ່ງເປັນເວລາທີ່ດີ ໂດຍສະເພາະໃນການທີ່ຈະຮູ້ຈັກພຣະເຈົ້າ. ການເຮັດໃຫ້ພຣະເຈົ້າພໍພຣະໄທແມ່ນບາງສິ່ງທີ່ສາມາດເຮັດໄດ້ ໂດຍການສ້າງຮາກຖານໃນການເຂົ້າໃຈນ້ຳພຣະໄທຂອງພຣະເຈົ້າ ແລະ ເພື່ອທີ່ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ມັນກໍ່ມີຄວາມຈຳເປັນທີ່ຈະຕ້ອງມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ. ຄວາມຮູ້ດັ່ງກ່າວນີ້ກ່ຽວກັບພຣະເຈົ້າ ແມ່ນນິມິດທີ່ຜູ້ທີ່ເຊື່ອໃນພຣະເຈົ້າຕ້ອງມີ; ມັນແມ່ນພື້ນຖານຂອງຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າ. ໃນກໍລະນີທີ່ບໍ່ມີຄວາມຮູ້ດັ່ງກ່າວນີ້, ຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າຈະຢູ່ໃນສະພາບທີ່ຄຸມເຄືອ ແລະ ໃນທ່າມກາງທິດສະດີທີ່ວ່າງເປົ່າ. ເຖິງແມ່ນວ່າມັນຈະເປັນປະນິທານຂອງຄົນແບບນີ້ທີ່ຕິດຕາມພຣະເຈົ້າ, ພວກເຂົາກໍ່ຈະບໍ່ໄດ້ຮັບຫຍັງເລີຍ. ບັນດາຜູ້ທີ່ບໍ່ໄດ້ຮັບຫຍັງເລີຍຈາກສາຍທານນີ້ແມ່ນຜູ້ທີ່ຈະຖືກກໍາຈັດ ເຊິ່ງພວກເຂົາທຸກຄົນແມ່ນຄົນທີ່ເອົາປຽບຜູ້ອື່ນ. ບໍ່ວ່າເຈົ້າພົບກັບພາລະກິດຂອງພຣະເຈົ້າໃນຂັ້ນຕອນໃດກໍຕາມ, ເຈົ້າກໍຄວນໄດ້ຮັບການນຳພາໂດຍນິມິດທີ່ຫຍິ່ງໃຫຍ່. ບໍ່ສະນັ້ນ, ມັນກໍຈະເປັນສິ່ງທີ່ລໍາບາກສຳລັບເຈົ້າທີ່ຈະຍອມຮັບເອົາພາລະກິດໃໝ່ໃນແຕ່ລະຂັ້ນຕອນ, ຍ້ອນວ່າພາລະກິດໃໝ່ຂອງພະເຈົ້ານັ້ນເກີນຂີດຄວາມສາມາດຂອງມະນຸດທີ່ຈິດຕະນາການໄດ້ ແລະ ຢູ່ນອກຂອບເຂດຂອງຄວາມຄິດຂອງພວກເຂົາ. ສະນັ້ນ, ຖ້າບໍ່ມີຜູ້ດູແລທີ່ຄອຍມານໍາພາມະນຸດ, ຖ້າບໍ່ມີຜູ້ດູແລທີ່ມາພົວພັນກັນກ່ຽວກັບເລື່ອງຂອງນິມິດ, ມະນຸດກໍບໍ່ສາມາດທີ່ຈະຮັບເອົາພາລະກິດໃໝ່ນີ້. ຖ້າມະນຸດບໍ່ສາມາດຮັບນິມິດຕ່າງໆໄດ້, ເຂົາກໍບໍ່ສາມາດຮັບພາລະກິດໃໝ່ຂອງພຣະເຈົ້າໄດ້ ແລະ ຖ້າມະນຸດບໍ່ເຊື່ອຟັງພາລະກິດໃໝ່ຂອງພຣະເຈົ້າ, ເຂົາກໍຈະບໍ່ສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້ ແລະ ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າກໍຈະບໍ່ມີຄ່າຫຍັງເລີຍ. ກ່ອນທີ່ມະນຸດຈະປະຕິບັດຕາມພຣະທຳຂອງພຣະເຈົ້າ, ເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ, ເຊິ່ງນັ້ນກໍຄື ເຂົາຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ; ດ້ວຍວິທີນີ້ເທົ່ານັ້ນ ຈິ່ງຈະສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ນີ້ຄືສິ່ງທີ່ທຸກຄົນທີ່ສະແຫວງຫາຄວາມຈິງຕ້ອງມີ ແລະ ມັນກໍຍັງເປັນຂະບວນການທີ່ທຸກຄົນທີ່ພະຍາຍາມຮູ້ຈັກພຣະເຈົ້າຕ້ອງປະສົບ. ຂະບວນການໃນການມາຮູ້ຈັກພຣະທໍາຂອງພຣະເຈົ້າແມ່ນຂະບວນການໃນການມາຮູ້ຈັກພາລະກິດຂອງພຣະເຈົ້າ. ສະນັ້ນ, ການຮູ້ຈັກນິມິດຕ່າງໆບໍ່ພຽງແຕ່ອ້າງອີງເຖິງການຮູ້ຈັກມວນມະນຸດຂອງພຣະເຈົ້າຜູ້ຊົງບັງເກີດເປັນມະນຸດ, ແຕ່ຍັງລວມເຖິງການຮູ້ຈັກພຣະທໍາ ແລະ ພາລະກິດຂອງພຣະເຈົ້າອີກດ້ວຍ. ຜູ້ຄົນເຂົ້າໃຈຄວາມປະສົງຂອງພຣະເຈົ້າຈາກພຣະທໍາຂອງພຣະເຈົ້າ ແລະ ພວກເຂົາຮູ້ຈັກອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າເປັນຈາກພາລະກິດຂອງພຣະເຈົ້າ.​ ຄວາມເຊື່ອໃນພຣະເຈົ້າແມ່ນບາດກ້າວທໍາອິດໃນການຮູ້ຈັກພຣະເຈົ້າ. ຂະບວນການໃນການກ້າວຈາກຄວາມເຊື່ອໃນເບື້ອງຕົ້ນທີ່ມີຕໍ່ພຣະເຈົ້ານີ້ ໄປຫາຄວາມເຊື່ອທີ່ເລິກເຊິ່ງທີ່ສຸດໃນພຣະເຈົ້າ ແມ່ນຂະບວນການຂອງການຮູ້ຈັກພຣະເຈົ້າ ແລະ ຂະບວນການໃນການປະສົບກັບພາລະກິດຂອງພຣະເຈົ້າ. ຖ້າເຈົ້າເຊື່ອໃນພຣະເຈົ້າ ພຽງເພື່ອໃຫ້ມີຄວາມເຊື່ອໃນພຣະເຈົ້າເທົ່ານັ້ນ ແລະ ບໍ່ແມ່ນເພື່ອຮູ້ຈັກພຣະອົງ, ຄວາມເຊື່ອຂອງເຈົ້າກໍຈະບໍ່ມີຄວາມຈິງ ແລະ ສັດທາຂອງເຈົ້າກໍຈະບໍ່ສາມາດເປັນສັດທາທີ່ບໍລິສຸດໄດ້ ເຊິ່ງນີ້ເຮັດໃຫ້ບໍ່ມີຂໍ້ສົງໄສໃດໆເລີຍ.​ ຖ້າໃນຊ່ວງໄລຍະທີ່ເຂົາໄດ້ປະສົບກັບພາລະກິດຂອງພຣະເຈົ້າ, ມະນຸດຈະຄ່ອຍໆຮູ້ຈັກພຣະເຈົ້າ, ຫຼັງຈາກນັ້ນອຸປະນິໄສຂອງເຂົາກໍຈະຄ່ອຍໆປ່ຽນໄປ ແລະ ຄວາມເຊື່ອຂອງເຂົາກໍຈະກາຍເປັນຈິງຫຼາຍຂຶ້ນ. ດ້ວຍວິທີນີ້, ເມື່ອມະນຸດໄດ້ປະສົບຜົນສຳເລັດໃນຄວາມເຊື່ອຂອງເຂົາທີ່ມີຕໍ່ພຣະເຈົ້າ, ເຂົາຈະໄດ້ຮັບພຣະເຈົ້າຢ່າງສົມບູນແບບ. ເຫດຜົນທີ່ເຮັດໃຫ້ພຣະເຈົ້າເຮັດຂະໜາດນັ້ນກໍເພື່ອກາຍເປັນເນື້ອໜັງເປັນຄັ້ງທີສອງ ເພື່ອປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ ເພື່ອວ່າ ມະນຸດຈະສາມາດຮູ້ຈັກພຣະອົງ ແລະ ແນມເຫັນພຣະອົງ. ການຮູ້ຈັກພຣະເຈົ້າ[a] ແມ່ນຜົນສຸດທ້າຍທີ່ຈະເຮັດສຳເລັດໃນຕອນສະຫຼຸບພາລະກິດຂອງພຣະເຈົ້າ; ມັນແມ່ນເງື່ອນໄຂສຸດທ້າຍທີ່ພຣະເຈົ້າສ້າງຂຶ້ນໃຫ້ມວນມະນຸດ.​ ເຫດຜົນເປັນຫຍັງພຣະອົງຈິ່ງເຮັດສິ່ງນີ້ ແມ່ນເພື່ອການເປັນພະຍານຄັ້ງສຸດທ້າຍຂອງພຣະອົງ; ນັ້ນກໍເພື່ອວ່າ ໃນທີ່ສຸດແລ້ວ ມະນຸດອາດຈະຫັນມາຫາພຣະອົງຢ່າງສົມບູນແບບ ໃນເມື່ອພຣະອົງໄດ້ຊົງປະຕິບັດພາລະກິດນີ້. ມະນຸດສາມາດຮັກພຣະເຈົ້າໄດ້ໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ແລະ ເພື່ອທີ່ຈະຮັກພຣະເຈົ້າ ເຂົາຕ້ອງຮູ້ຈັກພຣະເຈົ້າ. ບໍ່ວ່າເຂົາຈະສະແຫວງຫາດ້ວຍວິທີໃດ ຫຼື ສິ່ງທີ່ເຂົາສະແຫວງຫາເພື່ອທີ່ຈະໄດ້ມາຈະແມ່ນສິ່ງຫຍັງກໍຕາມ, ເຂົາຕ້ອງມີຄວາມສາມາດທີ່ຈະຮັບຮູ້ກ່ຽວກັບພຣະເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈິ່ງຈະສາມາດເປັນທີ່ພໍພຣະໄທຂອງພຣະເຈົ້າ. ໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ມະນຸດຈິ່ງຈະສາມາດມີສັດທາທີ່ແທ້ຈິງຕໍ່ພຣະເຈົ້າ ແລະໂດຍການຮູ້ຈັກພຣະເຈົ້າເທົ່ານັ້ນ ເຂົາຈິ່ງຈະສາມາດເຄົາລົບບູຊາ ແລະ ເຊື່ອຟັງພຣະເຈົ້າໄດ້ຢ່າງແທ້ຈິງ. ຜູ້ທີ່ບໍ່ຮູ້ຈັກພຣະເຈົ້າຈະບໍ່ສາມາດເຊື່ອຟັງ ແລະ ເຄົາລົບບູຊາພຣະເຈົ້າໄດ້ຢ່າງແທ້ຈີງ. ການຮູ້ຈັກພຣະເຈົ້າແມ່ນປະກອບມີການຮູ້ຈັກອຸປະນິໄສຂອງພຣະອົງ, ການເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ການຮູ້ຈັກສິ່ງທີ່ພຣະອົງເປັນ. ເຖິງວ່າໃຜຈະຮູ້ຈັກໃນແງ່ມຸມໃດກໍຕາມ, ແຕ່ລະຄົນຕ້ອງຮັບຜົນກໍາ ແລະ ຈໍາເປັນຕ້ອງມີຄວາມປະສົງທີ່ຈະເຊື່ອຟັງ ເຊິ່ງຖ້າບໍ່ມີສິ່ງນີ້ ກໍຈະບໍ່ມີໃຜທີ່ຈະສາມາດສືບຕໍ່ປະຕິບັດຕາມໄດ້ຈົນເຖິງທີ່ສຸດ.​ ພາລະກິດຂອງພຣະເຈົ້ານັ້ນຂັດກັນເກີນໄປກັບແນວຄວາມຄິດຂອງມະນຸດ, ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ ແມ່ນຍາກເກີນໄປສຳລັບມະນຸດທີ່ຈະຮູ້ຈັກ ແລະ ທຸກສິ່ງທຸກຢ່າງທີ່ພຣະເຈົ້າກ່າວ ແລະ ກະທຳ​ແມ່ນເປັນສິ່ງທີ່ຍາກເກີນກວ່າທີ່ມະນຸດຈະສາມາດເຂົ້າໃຈໄດ້: ຖ້າວ່າມະນຸດປາດຖະໜາທີ່ຈະຕິດຕາມພຣະເຈົ້າ ແຕ່ຍັງບໍ່ເຕັມໃຈທີ່ຈະເຊື່ອຟັງພຣະອົງ, ມະນຸດກໍຈະບໍ່ໄດ້ຮັບຫຍັງເລີຍ. ນັບແຕ່ການສ້າງໂລກຈົນມາຮອດປັດຈະບັນນີ້, ພຣະເຈົ້າໄດ້ເຮັດພາລະກິດຢ່າງຫຼວງຫຼາຍ ທີ່ເກີນກວ່າທີ່ມະນຸດຈະສາມາດເຂົ້າໃຈໄດ້ ແລະ ມະນຸດນັ້ນໄດ້ເຫັນວ່າ ມັນເປັນສິ່ງທີ່ຍາກທີ່ຈະຍອມຮັບໄດ້ ແລະ ພຣະເຈົ້າໄດ້ກ່າວໄວ້ຢ່າງຫຼວງຫຼາຍ ຈົນເຮັດໃຫ້ແນວຄວາມຄິດຂອງມະນຸດນັ້ນຍາກທີ່ຈະແກ້ໄຂໄດ້. ແຕ່ພຣະອົງບໍ່ເຄີຍຢຸດຕິພາລະກິດຂອງພຣະອົງຍ້ອນວ່າມະນຸດມີຂໍ້ຫຍຸ້ງຍາກຫຼາຍເກີນໄປ; ໃນທາງກົງກັນຂ້າມ, ພຣະອົງໄດ້ສືບຕໍ່ເຮັດພາລະກິດ ແລະ ກ່າວພຣະທໍາ ແລະ ເຖິງແມ່ນວ່າ “ນັກຮົບ” ຈຳນວນຫຼາຍໄດ້ລົ້ມຕາຍໄປໃນລະຫວ່າງທາງ, ພຣະອົງກໍຍັງຊົງປະຕິບັດພາລະກິດຂອງພຣະອົງຢູ່ ແລະ ຍັງຄົງສືບຕໍ່ໂດຍບໍ່ຢຸດພັກ ເພື່ອເລືອກເອົາກຸ່ມຄົນໜຶ່ງກຸ່ມ ທີ່ເປັນຄົນທີ່ເຕັມໃຈຍອມຮັບພາລະກິດໃໝ່ຂອງພຣະອົງ. ​ພຣະອົງບໍ່ມີຄວາມສົ່ງສານຕໍ່ “ວິລະບຸລຸດ” ທີ່ໄດ້ຕາຍໄປ ແລະ ໄດ້ທະນຸຖະໜອມຜູ້ທີ່ຍອມຮັບພາລະກິດໃໝ່ ແລະ ພຣະທໍາຂອງພຣະອົງແທນ. ແຕ່ພຣະອົງປະຕິບັດພາລະກິດດ້ວຍວິທີການແບບນີ້ເພື່ອຫຍັງ, ເພື່ອເປັນໄປຕາມແຕ່ລະຂັ້ນຕອນບໍ? ເປັນຫຍັງພຣະອົງຊົງກຳຈັດຄົນບາງຄົນ ແລະ ເລືອກເອົາຄົນອື່ນໆສະເໝີ? ເປັນຫຍັງພຣະອົງຊົງໃຊ້ວິທີການແບບນັ້ນເລື້ອຍໆ? ຈຸດປະສົງຂອງພາລະກິດຂອງພຣະອົງແມ່ນເພື່ອເຮັດໃຫ້ມະນຸດໄດ້ຮູ້ຈັກພຣະອົງ ແລະ ດ້ວຍເຫດນັ້ນ ຈິ່ງເຮັດພຣະອົງເລືອກ.​ ຫຼັກການຂອງພາລະກິດຂອງພຣະອົງຄືການເຮັດພາລະກິດໃນຜູ້ທີ່ສາມາດຍອມຮັບພາລະກິດທີ່ພຣະອົງກະທຳໃນປັດຈຸບັນນີ້ ແລະ ບໍ່ແມ່ນເຮັດພາລະກິດໃນຜູ້ທີ່ຍອມຮັບພາລະກິດທີ່ພຣະອົງໄດ້ເຮັດໃນອາດີດ ໃນຂະນະທີ່ຍັງຕໍ່ຕ້ານພາລະກິດທີ່ພຣະອົງເຮັດໃນປັດຈຸບັນ. ນີ້ແມ່ນເຫດຜົນວ່າ ເປັນຫຍັງພຣະອົງໄດ້ຊົງກຳຈັດຜູ້ຄົນຢ່າງຫຼວງຫຼາຍ.

ບົດຮຽນໃນການຮູ້ຈັກພຣະເຈົ້າແມ່ນບໍ່ສາມາດບັນລຸຜົນໄດ້ໃນໜຶ່ງ ຫຼື ສອງມື້: ມະນຸດຕ້ອງໄດ້ສະສົມປະສົບການ, ປະເຊີນກັບຄວາມທຸກທໍລະມານ ແລະ ຍອມຮັບຢ່າງແທ້ຈິ່ງ. ກ່ອນອື່ນໝົດ, ໃຫ້ເລີ່ມຈາກພາລະກິດ ແລະ ພຣະທໍາຂອງພຣະເຈົ້າ.​ ມັນຈໍາເປັນທີ່ເຈົ້າຈະຕ້ອງເຂົ້າໃຈສິ່ງທີ່ມີຢູ່ໃນຄວາມຮູ້ກ່ຽວກັບພຣະເຈົ້າ,​ ວິທີໄດ້ຮັບຄວາມຮູ້ນີ້ ແລະ ວິທີແນມເຫັນພຣະເຈົ້າໃນປະສົບການຂອງເຈົ້າ.​ ນີ້ແມ່ນສິ່ງທີ່ທຸກຄົນຕ້ອງປະຕິບັດເມື່ອພວກເຂົາຍັງບໍ່ທັນໄດ້ຮູ້ຈັກພຣະເຈົ້າເທື່ອ. ບໍ່ມີໃຜສາມາດເຂົ້າໃຈພາລະກິດ ແລະ ພຣະທໍາຂອງພຣະເຈົ້າໄດ້ໃນຄາວດຽວ ແລະ ບໍ່ມີໃຜສາມາດໄດ້ຮັບຄວາມຮູ້ທັງໝົດ ກ່ຽວກັບພຣະເຈົ້າ ພາຍໃນເວລາອັນສັ້ນ. ມັນມີຂະບວນການດ້ານປະສົບການທີ່ຈຳເປັນ ເຊິ່ງຖ້າບໍ່ມີສິ່ງນີ້ ກໍຈະບໍ່ມີໃຜສາມາດຮູ້ຈັກພຣະເຈົ້າ ແລະ ຕິດຕາມພຣະອົງໄດ້ຢ່າງຈິງໃຈ.​ ຍິ່ງພຣະເຈົ້າເຮັດພາລະກິດຂອງພຣະອົງຫຼາຍເທົ່າໃດ, ມະນຸດກໍຍິ່ງຮູ້ຈັກພຣະອົງຫຼາຍຂຶ້ນເທົ່ານັ້ນ. ຍິ່ງພາລະກິດຂອງພຣະເຈົ້າຂັດແຍ່ງກັບແນວຄວາມຄິດຂອງມະນຸດຫຼາຍເທົ່າໃດ, ຄວາມຮູ້ຂອງມະນຸດທີ່ມີຕໍ່ພຣະອົງກໍຍິ່ງໄດ້ຮັບການຟຶ້ນຟູ ແລະ ມີຄວາມເລິກເຊິ່ງຂຶ້ນເທົ່ານັ້ນ. ຖ້າພາລະກິດຂອງພຣະເຈົ້າແມ່ນເພື່ອໃຫ້ຄົງຢູ່ຕະຫຼອດໄປ ແລະ ບໍ່ສາມາດປ່ຽນແປງໄດ້, ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງກໍຈະບໍ່ມີຫຼາຍ. ໃນລະຫວ່າງໄລຍະຂອງການສ້າງ ແລະ ປັດຈຸບັນ, ສິ່ງທີ່ພຣະເຈົ້າໄດ້ກະທຳໃນຍຸກແຫ່ງພຣະບັນຍັດ, ສິ່ງທີ່ພຣະເຈົ້າໄດ້ກະທຳໃນຍຸກແຫ່ງພຣະຄຸນ ແລະ ສິ່ງທີ່ພະອົງໄດ້ກະທຳໃນຍຸກແຫ່ງອານາຈັກ: ພວກເຈົ້າຕ້ອງມີຄວາມຊັດເຈນກ່ຽວກັບນິມິດເຫຼົ່ານີ້. ພວກເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ. ພາຍຫຼັງທີ່ໄດ້ຕິດຕາມພຣະເຢຊູເທົ່ານັ້ນ ເປໂຕຈິ່ງໄດ້ຄ່ອຍຮູ້ຈັກກ່ຽວກັບພາລະກິດທີ່ພຣະວິນຍານບໍລິສຸດໄດ້ກະທຳໃນພຣະເຢຊູ. ລາວໄດ້ເວົ້າວ່າ: “ອີງໃສ່ປະສົບການຂອງມະນຸດນັ້ນບໍ່ພຽງພໍເພື່ອທີ່ຈະໄດ້ຄວາມຮູ້ທີ່ສົມບູນແບບ; ຕ້ອງມີສິ່ງໃໝ່ໆຫຼາຍໆຢ່າງຈາກພາລະກິດຂອງພຣະເຈົ້າ ເພື່ອຊ່ວຍພວກເຮົາໃຫ້ຮູ້ຈັກພຣະອົງ.” ໃນເບື່ອງຕົ້ນ, ເປໂຕເຊື່ອວ່າ ພຣະເຢຊູແມ່ນຜູ້ທີ່ພຣະເຈົ້າສົ່ງມາ, ຄ້າຍຄືກັບອັກຄະສາວົກ ແລະ ເພິ່ນບໍ່ໄດ້ເຫັນວ່າ ພຣະເຢຊູແມ່ນພຣະຄຣິດ. ໃນຕອນນີ້, ເມື່ອເພິ່ນເລີ່ມຕິດຕາມພຣະເຢຊູ, ພຣະເຢຊູກໍໄດ້ຖາມເພິ່ນວ່າ: “ຊິມອນ, ບຸດຂອງໂຢນາ, ເຈົ້າຈະຕິດຕາມເຮົາບໍ?” ເປໂຕຕອບວ່າ: “ຂ້າພະເຈົ້າຈະຕ້ອງຕິດຕາມຜູ້ທີ່ພຣະບິດາເຈົ້າທີ່ຢູ່ສະຫວັນໄດ້ສົ່ງມາ. ຂ້າພະເຈົ້າຕ້ອງຍອມຮັບຜູ້ທີ່ພຣະວິນຍານບໍລິສຸດເລືອກ. ຂ້າພະເຈົ້າຈະຕິດຕາມພຣະອົງ.” ຈາກຄຳເວົ້າເຫຼົ້ານີ້, ມັນສາມາດສະແດງໃຫ້ເຫັນໄດ້ວ່າ ເປໂຕບໍ່ຮູ້ຈັກພຣະເຢຊູເລີຍ; ລາວໄດ້ປະສົບກັບພຣະທໍາຂອງພຣະເຈົ້າ, ໄດ້ຈັດການກັບຕົວຂອງລາວເອງ ແລະ ໄດ້ປະສົບກັບຄວາມທຸກທໍລະມານເພື່ອພຣະເຈົ້າ, ແຕ່ລາວບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າເລີຍ. ຫຼັງປະສົບໄປໄດ້ໄລຍະໜຶ່ງ, ເປໂຕໄດ້ແນມເຫັນການກະທຳຫຼາຍຢ່າງຂອງພຣະເຈົ້າໃນຕົວຂອງພຣະເຢຊູ, ລາວໄດ້ເຫັນຄວາມໜ້າຮັກຂອງພຣະເຈົ້າ ແລະ ລາວໄດ້ແນມເຫັນຕົວຕົນຂອງພຣະເຈົ້າໃນພຣະເຢຊູຫຼາຍຂຶ້ນ. ລາວຍັງໄດ້ແນມເຫັນອີກວ່າ ພຣະທໍາທີ່ພຣະເຢຊູໄດ້ກ່າວອອກໄປແມ່ນສິ່ງທີ່ມະນຸດບໍ່ສາມາດກ່າວອອກໄດ້ ແລະ ພາລະກິດທີ່ພຣະເຊຢູໄດ້ກະທຳບໍ່ແມ່ນສິ່ງທີ່ມະນຸດສາມາດເຮັດໄດ້. ຍິ່ງໄປກວ່ານັ້ນ, ໃນພຣະທໍາ ແລະ ການກະທຳຂອງພຣະເຢຊູ, ເປໂຕໄດ້ເຫັນຄວາມສະຫຼຽວສະຫຼາດຂອງພຣະເຈົ້າຫຼາຍຂຶ້ນ ແລະ ເຫັນພາລະກິດທີ່ມີລັກສະນະສັກສິດຫຼາຍຂຶ້ນ. ໃນຊ່ວງປະສົບການຂອງລາວ, ລາວບໍ່ພຽງແຕ່ຮູ້ຈັກຕົວຂອງພຣະອົງເທົ່ານັ້ນ, ແຕ່ຍັງໄດ້ເອົາໃຈໃສ່ຢ່າງໃກ້ຊິດຕໍ່ທຸກໆການກະທຳຂອງພຣະເຢຊູ ເຊິ່ງລາວໄດ້ຄົ້ນພົບສິ່ງໃໝ່ຢ່າງຫຼວງຫຼາຍ; ເປັນຕົ້ນແມ່ນມີການສະແດງອອກຢ່າງຫຼວງຫຼາຍຂອງພຣະເຈົ້າທີ່ແທ້ຈິງ ໃນພາລະກິດທີ່ພຣະເຈົ້າໄດ້ຊົງກະທຳຜ່ານທາງພຣະເຢຊູ ແລະ ພຣະເຢຊູນັ້ນຍັງແຕກຕ່າງຈາກຄົນທຳມະດາ ທາງດ້ານວາຈາທີ່ພຣະອົງໄດ້ກ່າວ ແລະ ການກະທຳທີ່ພຣະອົງໄດ້ຊົງກະທຳ ເຊັ່ນດຽວກັນກັບວິທີການທີ່ພຣະອົງນຳພາຄຣິດຕະຈັກ ແລະ ພາລະກິດທີ່ພະອົງໄດ້ຊົງປະຕິບັດ. ດ້ວຍເຫດນັ້ນ, ເປໂຕຈິ່ງໄດ້ຮຽນຮູ້ບົດຮຽນຫຼາຍຢ່າງທີ່ລາວຕ້ອງໄດ້ຮຽນຮູ້ຈາກພຣະເຢຊູ ແລະເມື່ອເຖິງເວລາທີ່ພຣະເຢຊູກຳລັງຈະຖືກຄຶງໃສ່ໄມ້ກາງແຂນ, ລາວກໍໄດ້ຮັບຄວາມຮູ້ຈຳນວນໜຶ່ງກ່ຽວກັບພຣະເຢຊູ ເຊິ່ງເປັນຄວາມຮູ້ທີ່ກາຍເປັນພື້ນຖານຂອງຄວາມຈົງຮັກພັກດີຕະຫຼອດຊີວິດຂອງລາວທີ່ມີຕໍ່ພຣະເຢຊູ ແລະ ການຖືກຄຶງການແຂນຢ່ອນຫົວລົງຂອງລາວເພື່ອພຣະເຢຊູ. ເຖິງແມ່ນວ່າລາວຈະມີບາງແນວຄວາມຄິດ ແລະ ບໍ່ໄດ້ມີຄວາມຮູ້ທີ່ຊັດເຈນກ່ຽວກັບພຣະເຢຊູໃນເບື້ອງຕົ້ນ, ສິ່ງເຫຼົ່ານັ້ນແມ່ນພາກສ່ວນໜຶ່ງຂອງຄົນເສື່ອມຊາມທີ່ບໍ່ສາມາດຫຼີກລ່ຽງໄດ້. ໃນຂະນະທີ່ພຣະເຢຊູກຳລັງຈະຈາກໄປ, ພຣະອົງໄດ້ບອກກັບເປໂຕວ່າ ການຄຶງກາງແຂນຂອງພຣະອົງນັ້ນ ແມ່ນພາລະກິດທີ່ພຣະອົງຕ້ອງໄດ້ເຮັດ: ມັນມີຄວາມຈຳເປັນທີ່ຍຸກສະໄໝດັ່ງກ່າວຕ້ອງປະຖິ້ມພຣະອົງ ແລະ ຍຸກທີ່ບໍ່ບໍລິສຸດ ແລະ ເກົ່າແກ່ນີ້ຕ້ອງຄຶງພຣະອົງໃສ່ໄມ້ກາງແຂນ; ພຣະອົງໄດ້ຈຸດຕິລົງມາເພື່ອເຮັດພາລະກິດການໄຖ່ບາບໃຫ້ສໍາເລັດ ແລະ ເມື່ອພາລະກິດນີ້ໄດ້ສຳເລັດ, ພາລະກິດຂອງພຣະອົງກໍຈະສິ້ນສຸດລົງ. ເມື່ອໄດ້ຍິນດັ່ງນີ້, ເປໂຕກໍມີຄວາມອຸກທຸກໃຈ ແລະ ຍຶດຕິດກັບພຣະເຢຊູຫຼາຍຂຶ້ນ. ເມື່ອພຣະເຢຊູຖືກຄຶຶງໃສ່ໄມ້ກາງແຂນ, ເປໂຕໄດ້ຮ້ອງໃຫ້ຢ່າງຂົ່ມຂືນຢູ່ຄົນດຽວ. ກ່ອນໜ້ານີ້, ລາວໄດ້ຖາມພຣະເຢຊູວ່າ: “ພຣະຜູ້ເປັນເຈົ້າເອີຍ! ພຣະອົງເວົ້າວ່າ ພຣະອົງຈະຕ້ອງຖືກຄຶງໃສ່ໄມ້ກາງແຂນ. ຫຼັງຈາກທີ່ພຣະອົງຈາກໄປແລ້ວ, ເມື່ອໃດທີ່ພວກເຮົາຈິ່ງຈະໄດ້ເຫັນພຣະອົງອີກ?” ໃນຄໍາເວົ້າຂອງລາວແມ່ນບໍ່ໄດ້ມີອົງປະກອບທີ່ບໍ່ບໍລິສຸດຢູ່? ບໍ່ມີແນວຄວາມຄິດອື່ນໆທີ່ປະສົມເຂົ້າໃນຄໍາເວົ້າເຫຼົ່ານີ້ບໍ? ໃນໃຈຂອງລາວ, ລາວຮູ້ວ່າ ພຣະເຢຊູໄດ້ຈຸດຕິລົງມາເພື່ອເຮັດໃຫ້ພາລະກິດຂອງພຣະເຈົ້າສ່ວນໃດໜຶ່ງໃຫ້ສໍາເລັດ ແລະ ພາຍຫຼັງທີ່ພຣະເຢຊູໄດ້ຈາກໄປແລ້ວ, ພຣະວິນຍານບໍລິສຸດຈະຢູ່ກັບລາວ; ເຖິງແມ່ນວ່າ ພຣະອົງຈະຖືກຄືງໃສ່ໄມ້ກາງແຂນ ແລະ ສະເດັດຂຶ້ນສະຫວັນ, ຢ່າງໃດກໍຕາມ, ພຣະວິນຍານຂອງພຣະເຈົ້າຈະຢູ່ກັບລາວ. ໃນເວລານັ້ນ,​ ເປໂຕໄດ້ຄວາມຮູ້ບາງຢ່າງກ່ຽວກັບພຣະເຢຊູ: ລາວຮູ້ວ່າພຣະເຢຊູໄດ້ຖືກສົ່ງມາໂດຍພຣະວິນຍານຂອງພຣະເຈົ້າ, ພຣະວິນຍານຂອງພຣະເຈົ້າແມ່ນຢູ່ໃນພຣະອົງ ແລະ ພຣະເຢຊູກໍແມ່ນພຣະເຈົ້າ, ພຣະອົງແມ່ນພຣະຄຣິດ. ແຕ່ນັ້ນກໍເປັນຍ້ອນຄວາມຮັກທີ່ເພິ່ນມີຕໍ່ພຣະເຢຊູ ແລະ ຍ້ອນຄວາມອ່ອນແອແບບມະນຸດຂອງລາວ, ເປໂຕຈິ່ງໄດ້ກ່າວຄຳເວົ້າແບບນັ້ນອອກມາ. ໃນທຸກໆຂັ້ນຕອນຂອງພາລະກິດຂອງພຣະເຈົ້າ, ຖ້າເຮົາສາມາດສັງເກດ ແລະ ປະສົບຢ່າງເຈັບປວດ, ຄົນເຮົາກໍຈະຈະຄ່ອຍໆສາມາດຄົ້ນພົບຄວາມໜ້າຮັກຂອງພຣະເຈົ້າ. ໂປນໄດ້ເຮັດຫຍັງສຳລັບນິມິດຂອງລາວ? ເມື່ອພຣະເຢຊູປາກົດຕົວຕໍ່ໜ້າລາວ, ໂປນໄດ້ເວົ້າວ່າ: “ພຣະອົງແມ່ນໃຜ, ພຣະຜູ້ເປັນເຈົ້າ?” ພຣະເຢຊູຕອບວ່າ: “ເຮົາຄືເຢຊູຜູ້ເຊິ່ງເຈົ້າເຮັດຮ້າຍນັ້ນ.” ນັ້ນແມ່ນພາບທີ່ໂປນເຫັນ. ເປໂຕຖືເອົາພາບຂອງການຄືນຊີບຂອງພຣະເຢຊູ, ການປະກົດຕົວຂອງພຣະອົງເປັນເວລາ 40 ວັນ ແລະ ການສິດສອນກ່ຽວກັບຊີວິດຂອງພຣະເຢຊູ, ຈົນຮອດບັັ້ນທ້າຍຂອງການເດີນທາງຂອງເພິ່ນ.

ມະນຸດປະສົບກັບພາລະກິດຂອງພຣະເຈົ້າ, ໄດ້ມາຮູ້ຈັກໂຕເອງ, ລົບລ້າງອຸປະນິໄສທີ່ບໍ່ດີຂອງຕົນ ແລະ ສະແຫວງຫາການຈະເລີນເຕີບໂຕໃນຊີວິດ, ທັງໝົດນີ້ແມ່ນເພື່ອການຮູ້ຈັກພຣະເຈົ້າ.​ ຖ້າເຈົ້າພຽງແຕ່ສະແຫວງຫາ ເພື່ອຮູ້ຈັກຕົວເອງ ແລະ ເພື່ອຈັດການກັບອຸປະນິໄສທີ່ບໍ່ດີຂອງຕົວເອງ, ແຕ່ບໍ່ມີຄວາມຮູ້ກ່ຽວກັບສິ່ງທີ່ພຣະເຈົ້າກະທຳຕໍ່ມະນຸດ,​ ກ່ຽວກັບການໄຖ່ບາບຂອງພຣະອົງນັ້ນຫຍິ່ງໃຫຍ່ພຽງໃດ ຫຼື ກ່ຽວກັບວິທີທີ່ເຈົ້າປະສົບກັບພາລະກິດຂອງພຣະເຈົ້າ ແລະ ເປັນປະຈັກພະຍານຕໍ່ສິ່ງທີ່ພຣະອົງໄດ້ຊົງກະທຳແລ້ວ, ປະສົບການຂອງເຈົ້ານັ້ນກໍໄຮ້ຄ່າ.​ ຫາກເຈົ້າຄິດວ່າຊີວິດຂອງຄົນໆໜຶ່ງໄດ້ບັນລຸຄວາມເປັນຜູ້ໃຫຍ່ພຽງຍ້ອນວ່າ ຄົນໆນັ້ນສາມາດນຳເອົາຄວາມຈິງໄປປະຕິບັດ ແລະ ເພື່ອອົດທົນ, ນີ້ກໍໝາຍຄວາມວ່າເຈົ້າຍັງບໍ່ທັນເຂົ້າໃຈຄວາມໝາຍແທ້ຈິງຂອງຊີວິດ ຫຼື ຈຸດປະສົງຂອງພຣະເຈົ້າໃນການເຮັດພາລະກິດໃນມະນຸດ. ໃນມື້ໜຶ່ງ, ເມື່ອເຈົ້າຢູ່ໃນຄຣິດຕະຈັກຕ່າງໆທາງສາສະໜາ, ຢູ່ທ່າມກາງສະມາຊິກຂອງຄຣິດຕະຈັກແຫ່ງການກັບໃຈ ຫຼື ຄຣິດຕະຈັກແຫ່ງຊີວິດ, ເຈົ້າຈະພົບກັບຫຼາຍໆຄົນທີ່ມີສັດທາ ເຊິ່ງເປັນຜູ້ທີ່ມີຄຳອະທິຖານທີ່ມີ “ນິມິດ” ແລະ ແມ່ນຜູ້ທີ່ຮູ້ສືຶກປະທັບໃຈ ແລະ ມີພຣະທໍາຊົງນຳພາ ໃນການສະແຫວງຫາຊີວິດຂອງພວກເຂົາ. ຍິ່ງໄປກວ່ານັ້ນ, ພວກເຂົາສາມາດອົດທົນ ແລະ ປະຖິ້ມຕົວພວກເຂົາເອງໄດ້ໃນຫຼາຍໆເລື່ອງ ແລະ ບໍ່ໄດ້ໃຫ້ເນື້ອໜັງເປັນສິ່ງນໍາພາ. ໃນເວລານັ້ນ, ເຈົ້າຈະບໍ່ສາມາດບອກຄວາມແຕກຕ່າງໄດ້: ເຈົ້າຈະເຊື່ອວ່າ ທຸກສິ່ງທຸກຢ່າງທີ່ພວກເຂົາປະຕິບັດນັ້ນຖືກຕ້ອງ, ແມ່ນການສະແດງອອກຕາມທຳມະຊາດຂອງຊີວິດ ແລະ ມັນກໍເປັນສິ່ງທີ່ໜ້າເສຍດາຍ ທີ່ພຣະນາມທີ່ພວກເຂົາເຊື່ອເຖິງນັ້ນບໍ່ຖືກຕ້ອງ. ມຸມມອງແບບນັ້ນມັນບໍ່ໂງ່ງາວບໍ? ເປັນຫຍັງຈິ່ງເວົ້າວ່າ ຫຼາຍໆຄົນບໍ່ມີຊີວິດ? ຍ້ອນວ່າພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ດ້ວຍເຫດນັ້ນ ຈິ່ງມີການເວົ້າວ່າ ພວກເຂົາບໍ່ມີພຣະເຈົ້າຢູ່ໃນຫົວໃຈ ແລະ ບໍ່ມີຊີວິດ. ຖ້າວ່າຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າໄດ້ມາເຖິງຈຸດໃດໜຶ່ງ ເຊິ່ງເປັນບ່ອນທີ່ເຈົ້າສາມາດຮູ້ເຖິງການກະທຳຂອງພຣະເຈົ້າໄດ້ຢ່າງຖີ່ຖ້ວນ, ຄວາມເປັນຈິງຂອງພຣະເຈົ້າ ແລະ ທຸກໆຂັ້ນຕອນຂອງພາລະກິດຂອງພຣະເຈົ້າ, ແລ້ວຫຼັງຈາກນັ້ນເຈົ້າກໍຈະມີຄວາມຈິງ.​ ຖ້າເຈົ້າບໍ່ຮູ້ຈັກພາລະກິດ ແລະ ອຸປະນິໄສຂອງພຣະເຈົ້າ, ນັ້ນສະແດງວ່າ ຍັງມີບ່າງຢ່າງທີ່ຜິດພາດໃນປະສົບການຂອງເຈົ້າ. ພຣະເຢຊູປະຕິບັດຂັ້ນຕອນນັ້ນໃນພາລະກິດຂອງພຣະອົງແນວໃດ,​ ຂັ້ນຕອນນັ້ນໄດ້ຖືກປະຕິບັດແນວໃດ, ພຣະເຈົ້າໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະຄຸນແນວໃດ ແລະ ພາລະກິດໃດທີ່ສຳເລັດ, ພາລະກິດໃດທີ່ກຳລັງຖືກເຮັດໃຫ້ສຳເລັດໃນຂັ້ນຕອນນີ້ ເຊິ່ງຖ້າຫາກວ່າ ເຈົ້າບໍ່ມີຄວາມຮູ້​ຢ່າງເລິກເຊິ່ງກ່ຽວກັບສິ່ງເຫຼົ່ານີ້, ເຈົ້າຈະບໍ່ຮູ້ສຶກໝັ້ນໃຈ ແລະ ເຈົ້າຈະບໍ່ຮູ້ສຶກປອດໄພຢູ່ຕະຫຼອດ. ພາຍຫຼັງໄດ້ປະສົບໃນໄລຍະໜື່ງ, ຖ້າເຈົ້າສາມາດຮູ້ຈັກພາລະກິດທີ່ເຮັດສໍາເລັດໂດຍພຣະເຈົ້າ ແລະ ທຸກໆຂັ້ນຕອນຂອງພາລະກິດພຣະອົງແລ້ວ ແລະ ຖ້າເຈົ້າໄດ້ຮັບຄວາມຮູ້ອັນເລິກເຊິ່ງກ່ຽວກັບເປົ້າໝາຍຂອງພຣະເຈົ້າໃນການກ່າວພຣະທໍາຂອງພຣະອົງ ແລະ ເປັນຫຍັງຫຼາຍໆພຣະທໍາທີ່ພຣະອົງໄດ້ກ່າວບໍ່ໄດ້ຖືກເຮັດໃຫ້ສໍາເລັດ, ນັ້ນກໍຈະໝາຍຄວາມວ່າ ເຈົ້າອາດຈະສະແຫວງຫາເສັ້ນທາງຂ້າງໜ້າດ້ວຍຄວາມກ້າຫານ ແລະ ໂດຍທີ່ບໍ່ມີສິ່ງໃດທ່ວງດຶງໄວ້ ໂດຍປາສະຈາກຄວາມກັງວົນ ແລະ ການປັບແຕ່ງໃດໆ. ພວກເຈົ້າຄວນເຫັນວ່າ ພຣະເຈົ້າໃຊ້ວິທີການໃດ ເພື່ອບັນລຸພາລະກິດຂອງພຣະອົງໄດ້ຫຼາຍປານນີ້. ພຣະອົງໃຊ້ພຣະທໍາທີ່ພຣະອົງກ່າວ, ເຮັດໃຫ້ມະນຸດບໍລິສຸດ ແລະ ປ່ຽນແນວຄວາມຄິດຂອງເຂົາດ້ວຍພຣະທໍາທີ່ຫຼາກຫຼາຍ.​ ຄວາມທຸກທໍລະມານທັງໝົດທີ່ພວກເຈົ້າໄດ້ອົດທົນອົດກັ້ນ,​ ການເຮັດໃຫ້ເຈົ້າມີຄວາມບໍລິສຸດ, ການຈັດການທີ່ເຈົ້າຍອມຮັບໃນຕົວເຈົ້າເອງ, ການເຫັນແຈ້ງທີ່ເຈົ້າໄດ້ປະສົບກັບ ເຊິ່ງສິ່ງເຫຼົ່ານີ້ແມ່ນໄດ້ເຮັດສຳເລັດໂດຍພຣະທໍາທີ່ພຣະເຈົ້າໄດ້ກ່າວ. ມະນຸດຕິດຕາມພຣະເຈົ້າໃນເລື່ອງໃດ? ຍ້ອນພຣະທໍາຂອງພຣະເຈົ້າ! ພຣະທໍາຂອງພຣະເຈົ້ານັ້ນແມ່ນລຶກລັບຢ່າງເລິກເຊິ່ງ ແລະ ພວກມັນສາມາດຫັນປ່ຽນຈິດໃຈຂອງມະນຸດ, ເປີດເຜີຍສິ່ງທີ່ຖືກຝັງຢູ່ເລິກພາຍໃນ,​ ເຮັດໃຫ້ເຂົາຮູ້ຈັກສິ່ງທີ່ເກີດຂຶ້ນໃນອະດີດ ແລະ ເຮັດໃຫ້ເຂົາເຈາະເຂົ້າໄປໃນອະນາຄົດໄດ້. ສະນັ້ນ, ມະນຸດຕ້ອງອົດທົນກັບຄວາມທຸກທໍລະມານ ຍ້ອນພຣະທໍາຂອງພຣະເຈົ້າ ແລະ ຍັງຖືກເຮັດໃຫ້ສົມບູນແບບດ້ວຍພຣະທໍາຂອງພຣະເຈົ້າເຊັ່ນກັນ: ໃນເວລານີ້ເທົ່ານັ້ນ ທີ່ມະນຸດຕິດຕາມພຣະເຈົ້າ. ສິ່ງທີ່ມະນຸດຄວນເຮັດໃນຂ້ນຕອນນີ້ຄືການຍອມຮັບພຣະທໍາຂອງພຣະເຈົ້າ ແລະ ບໍ່ວ່າເຂົາຈະຖືກເຮັດໃຫ້ສົມບູນແບບ ຫຼື ຕ້ອງຖືກເຮັດໃຫ້ບໍລິສຸດກໍ່ຕາມ, ພຣະທໍາຂອງພຣະເຈົ້າແມ່ນມີຄວາມສໍາຄັນ. ນີ້ແມ່ນພາລະກິດຂອງພຣະເຈົ້າ ແລະ ນີ້ກໍ່ແມ່ນນິມິດທີ່ເຮັດໃຫ້ມະນຸດຮູ້ຈັກປັດຈຸບັນ.

ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບດ້ວຍວິທີໃດ? ອຸປະນິໄສຂອງພຣະເຈົ້າແມ່ນຫຍັງ? ອຸປະນິໄສຂອງພຣະອົງແມ່ນມີຫຍັງແນ່? ເພື່ອຊີ້ແຈງສິ່ງທັງໝົດເຫຼົ່ານີ້: ຄົນໜຶ່ງຈະເອີ້ນມັນວ່າ ການເຜີຍແຜ່ພຣະນາມຂອງພຣະເຈົ້າ, ອີກຄົນຈະເອີ້ນມັນວ່າ ເປັນການປະຈັກພະຍານໃຫ້ພຣະເຈົ້າ ແລະ ອີກຄົນຈະເອີ້ນມັນວ່າ ການສັນລະເສີນພຣະເຈົ້າ. ບົນພື້ນຖານການຮູ້ຈັກກັບພຣະເຈົ້າ, ໃນທີ່ສຸດ ອຸປະນິໄສໃນຊີວິດຂອງມະນຸດກໍຈະຖືກປ່ຽນແປງ. ຍິ່ງມະນຸດຖືກຈັດການ ແລະ ຖືກເຮັດໃຫ້ບໍລິສຸດຫຼາຍພຽງໃດ, ເຂົາຍິ່ງມີພະລັງຫຼາຍຂຶ້ນເທົ່ານັ້ນ; ຍິ່ງຂັ້ນຕອນພາລະກິດຂອງພຣະເຈົ້າຫຼາຍຂຶ້ນເທົ່າໃດ, ມະນຸດຍິ່ງຖືກເຮັດໃຫ້ສົມບູນແບບຫຼາຍຂຶ້ນເທົ່ານັ້ນ. ໃນປັດຈຸບັນ, ໃນປະສົບການຂອງມະນຸດ, ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າຈະກັບມາຕາມແນວຄວາມຄິດຂອງເຂົາ ແລະ ເປັນທຸກສິ່ງທີ່ຢູ່ເໜືອຄວາມສະຫຼາດຂອງມະນຸດ ແລະ ຢູ່ນອກເໜືອຄວາມຄາດຫວັງຂອງເຂົາ. ພຣະເຈົ້າສະໜອງທຸກສິ່ງທຸກຢ່າງທີ່ມະນຸດຕ້ອງການ ແລະ ສິ່ງນີ້ແມ່ນຂັດແຍ່ງກັບແນວຄວາມຄິດຂອງເຂົາໃນທຸກໆດ້ານ. ພຣະເຈົ້າຊົງເອີ່ຍພຣະທໍາຂອງພຣະອົງໃນຊ່ວງເວລາທີ່ເຈົ້າອ່ອນແອ; ດ້ວຍວິທີນີ້ເທົ່ານັ້ນ ທີ່ພຣະອົງສາມາດສະໜອງຊີວິດຂອງເຈົ້າ. ໂດຍຍ້ອນກັບໄປທີ່ແນວຄວາມຄິດຂອງເຈົ້າ, ພຣະອົງຈະເຮັດໃຫ້ເຈົ້າຍອມຮັບໃຫ້ພຣະເຈົ້າຈັດການ; ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈິ່ງສາມາດຫຼຸດພົ້ນອອກຈາກຄວາມເສື່ອມຊາມຂອງເຈົ້າໄດ້. ໃນມື້ນີ້, ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດແມ່ນປະຕິບັດພາລະກິດຂອງພຣະອົງໃນສະພາບຂອງພຣະເຈົ້າໃນດ້ານໜຶ່ງ, ແຕ່ໃນອີກດ້ານໜຶ່ງ ພຣະອົງປະຕິບັດພາລະກິດຂອງພຣະອົງໃນສະພາບຂອງມະນຸດທຳມະດາ. ເມື່ອເຈົ້າຢຸດປະຕິເສດພາລະກິດໃດໆຂອງພຣະເຈົ້າ, ເມື່ອເຈົ້າຍອມຮັບສິ່ງທີ່ພຣະເຈົ້າກ່າວ ບໍ່ວ່າຈະແມ່ນສິ່ງຫຍັງກໍຕາມ ຫຼື ກະທຳສິ່ງໃດໃນສະພາບຂອງມະນຸດທຳມະດາ, ເມື່ອເຈົ້າສາມາດຍອມຮັບ ແລະ ເຂົ້າໃຈຄວາມປົກກະຕິປະເພດໃດກໍຕາມ ທີ່ພຣະອົງຊົງສະແດງ ແລະ ເມື່ອເຈົ້າໄດ້ຮັບປະສົບການຕົວຈິງແລ້ວ: ເມື່ອນັ້ນເຈົ້າຈິ່ງສາມາດໝັ້ນໃຈໄດ້ວ່າ ພຣະອົງແມ່ນພຣະເຈົ້າ, ເມື່ອນັ້ນເຈົ້າຈະຢຸດສ້າງແນວຄວາມຄິດຕ່າງໆ ແລະ ເມື່ອນັ້ນເຈົ້າຈິ່ງຈະສາມາດຕິດຕາມພຣະອົງຈົນຈົບ.​ ພາລະກິດຂອງພຣະເຈົ້າແມ່ນມີຄວາມສະຫຼຽວສະຫຼາດ. ພຣະອົງຮູ້ວິທີທີ່ຈະເຮັດໃຫ້ມະນຸດລຸກຢືນຂຶ້ນຢ່າງໄວ ເພື່ອເປັນປະຈັກພະຍານໃຫ້ພຣະອົງ ແລະ ພຣະອົງຊົງຮູ້ວ່າຈຸດອ່ອນສຳຄັນຂອງມະນຸດຢູ່ບ່ອດໃດ. ພຣະທໍາທີ່ພຣະອົງກ່າວສາມາດຕີທີ່ຈຸດອ່ອນທີ່ສຳຄັນຂອງເຈົ້າ, ແຕ່ພຣະອົງຍັງໃຊ້ພຣະທໍາອັນໜ້າເກງຂາມ ແລະ ສະຫຼາດຂອງພຣະອົງ ເພື່ອເຮັດໃຫ້ເຈົ້າຢືນຢັດຢ່າງໝັ້ນຄົງໃນການເປັນປະຈັກພະຍານໃຫ້ພຣະອົງ. ນັ້ນແມ່ນການກະທຳອັນຢ່າງມີປະຕິຫານຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າປະຕິບັດນັ້ນເກີນກວ່າທີ່ຄວາມສະຫຼາດຂອງມະນຸດຈະຈິນຕະນາການໄດ້.​ ມະນຸດ ເຊິ່ງກໍ່ຄືເນື້ອໜັງ ແມ່ນມີຄວາມເສື່ອມຊາມປະເພດໃດ ແລະ ສິ່ງໃດທີ່ເປັນແກ່ນແທ້ຂອງມະນຸດ ເຊິ່ງທັງໝົດນີ້ແມ່ນຈະຖືກເປີດເຜີຍຜ່ານການພິພາກສາຂອງພຣະເຈົ້າ ເຊິ່ງຈະເຮັດໃຫ້ມະນຸດບໍ່ມີບ່ອນລີ້ຈາກຄວາມອັບອາຍຂອງເຂົາໄດ້.

ພຣະເຈົ້າຊົງກະທໍາພາລະກິດແຫ່ງການພິພາກສາ ແລະ ການລົງໂທດ ເພື່ອວ່າມະນຸດຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ ແລະ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ຖ້າບໍ່ມີການພິພາກສາຂອງພຣະອົງ ຕໍ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມະນຸດຈະບໍ່ສາມາດຮູ້ອຸປະນິໄສທີ່ທ່ຽງທໍາຂອງພຣະອົງ ເຊິ່ງຈະບໍ່ຍອມຮັບເອົາຄວາມຜິດ ຫຼື ມະນຸດຈະບໍ່ສາມາດປ່ຽນແປງຄວາມຮູ້ເດີມກ່ຽວກັບພຣະເຈົ້າໄປເປັນຄວາມຮູ້ ໃໝ່ໄດ້. ເພື່ອປະໂຫຍດຂອງການເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ, ພຣະອົງຊົງເປີດເຜີຍຄວາມເປັນພຣະອົງທັງໝົດສູ່ສາທາລະນາຊົນ, ສະນັ້ນ ການປະກົດຕົວຂອງພຣະອົງໃນສາທາລະນະຊົນ ຈິ່ງໄດ້ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເພື່ອການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ຫຼື ສະແຫວງຫາຫົວໃຈຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສະແຫວງຫາຫົວໃຈຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ເຊື່ອຟັງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ເຊື່ອຟັງທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ, ການຈັດການ ແລະ ການຕັດຈໍານວນ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ພ້ອມນັ້ນ ພຣະອົງຍັງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງໂດຍໃຊ້ພຽງແຕ່ປາກ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ການເປັນພະຍານແບບຂອງຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍເຫຼືອ. ມີແຕ່ຜູ້ທີ່ຮູ້ຈັກພຣະເຈົ້າເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້ ແລະ ມີແຕ່ຜູ້ທີ່ໄດ້ປ່ຽນແປງອຸປະນິໄສຂອງຕົນເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້. ພຣະເຈົ້າຈະບໍ່ອະນຸດຍາດໃຫ້ມະນຸດນໍາເອົາຄວາມອັບອາຍມາສູ່ພຣະນາມຂອງພຣະອົງໂດຍເຈດຕະນາ.

​ກ່ອນ​ນີ້ :ການໂອ້ລົມໂດຍສັງເຂບກ່ຽວກັບ “ອານາຈັກພັນປີມາເຖິງແລ້ວ”

ຕໍ່​ໄປ:ວິທີທີ່ເປໂຕມາຮູ້ຈັກພຣະເຢຊູ

ທ່ານອາດຈະຍັງມັກ