ພຣະບັນຍັດແຫ່ງຍຸກໃໝ່

ໃນການຜະເຊີນພາລະກິດຂອງພຣະເຈົ້າ, ພວກເຈົ້າຕ້ອງອ່ານພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ ແລະ ປະກອບຕົນເອງດ້ວຍຄວາມຈິງ. ແຕ່ບໍ່ວ່າພວກເຈົ້າຕ້ອງການເຮັດຫຍັງ ຫຼື ພວກເຈົ້າຕ້ອງການເຮັດມັນແນວໃດກໍຕາມ, ບໍ່ຈໍາເປັນສໍາລັບຄໍາອະທິຖານ ຫຼື ຄໍາອ້ອນວອນຢ່າງຈິງຈັງຂອງພວກເຈົ້າ ແລະ ແນ່ນອນ ສິ່ງເຫຼົ່ານີ້ບໍ່ມີປະໂຫຍດໃດໆ. ແຕ່ໃນປັດຈຸບັນ, ບັນຫາທີ່ກໍາລັງຢູ່ຕໍ່ໜ້າພວກເຈົ້າກໍຄືພວກເຈົ້າບໍ່ຮູ້ວິທີການຜະເຊີນພາລະກິດຂອງພຣະເຈົ້າ ແລະ ມີຄວາມຂີ້ຄ້ານຫຼາຍຢ່າງໃນຕົວພວກເຈົ້າ. ພວກເຈົ້າຮູ້ຈັກຄຳສັ່ງສອນ, ແຕ່ພວກເຈົ້າບໍ່ມີຄວາມເປັນຈິງຫຼາຍ. ນີ້ບໍ່ແມ່ນສັນຍານບົ່ງບອກເຖິງຄວາມເຂົ້າໃຈຜິດບໍ? ຄວາມບໍ່ຖືກຕ້ອງຫຼາຍຢ່າງແມ່ນປາກົດອອກຢ່າງຊັດເຈນຢູ່ໃນພວກເຈົ້າ ກຸ່ມນີ້. ໃນປັດຈຸບັນ, ພວກເຈົ້າບໍ່ສາມາດບັນລຸການທົດລອງດັ່ງກ່າວໃນຖານະທີ່ເປັນ “ຜູ້ບໍລິການ” ແລະ ພວກເຈົ້າບໍ່ສາມາດຈິນຕະນາການ ຫຼື ສໍາເລັດການທົດລອງອື່ນໆ ແລະ ການຫຼໍ່ຫຼອມທີ່ກ່ຽວຂ້ອງກັບພຣະທໍາຂອງພຣະເຈົ້າ. ພວກເຈົ້າຕ້ອງຍຶດໝັ້ນຕໍ່ຫຼາຍສິ່ງທີ່ພວກເຈົ້າຄວນນໍາໄປປະຕິບັດ. ໝາຍຄວາມວ່າ ຜູ້ຄົນຕ້ອງຍຶດໝັ້ນຕໍ່ຫຼາຍໜ້າທີ່ ທີ່ພວກເຂົາຄວນປະຕິບັດ. ນີ້ຄືສິ່ງທີ່ຜູ້ຄົນຄວນຍຶດໝັ້ນ ແລະ ນີ້ຄືສິ່ງທີ່ພວກເຂົາຕ້ອງປະຕິບັດ. ຈົ່ງປ່ອຍໃຫ້ພຣະວິນຍານບໍລິສຸດເຮັດໃນສິ່ງທີ່ພຣະວິນຍານບໍລິສຸດຕ້ອງເຮັດ; ມະນຸດບໍ່ສາມາດມີບົດບາດໃນສິ່ງດັ່ງກ່າວ. ມະນຸດຄວນຍຶດໝັ້ນໃນສິ່ງທີ່ມະນຸດຄວນເຮັດ ເຊິ່ງບໍ່ມີສ່ວນກ່ຽວຂ້ອງກັບພຣະວິນຍານບໍລິສຸດ. ມັນບໍ່ແມ່ນຫຍັງເລີຍ ນອກຈາກເປັນສິ່ງທີ່ມະນຸດຄວນເຮັດ ແລະ ຄວນຍຶດໝັ້ນດັ່ງພຣະບັນຍັດ, ຄືກັນກັບການຍຶດໝັ້ນຕາມພຣະບັນຍັດໃນພັນທະສັນຍາເດີມ. ເຖິງປັດຈຸບັນຈະບໍ່ແມ່ນຍຸກແຫ່ງພຣະບັນຍັດ ແຕ່ກໍຍັງມີພຣະທໍາຫຼາຍຂໍ້ທີ່ຄວນຍຶດໝັ້ນ ເຊິ່ງຢູ່ໃນຮູບແບບດຽວກັບພຣະທຳໃນຍຸກແຫ່ງພຣະບັນຍັດ. ພຣະທໍາເຫຼົ່ານີ້ບໍ່ໄດ້ຖືກດໍາເນີນພຽງແຕ່ອາໄສການສໍາຜັດຂອງພຣະວິນຍານບໍລິສຸດເທົ່ານັ້ນ, ແຕ່ກົງກັນຂ້າມ ພວກມັນແມ່ນສິ່ງທີ່ມະນຸດຄວນຍຶດໝັ້ນ. ຕົວຢ່າງ:

ເຈົ້າຈະບໍ່ຕັດສິນພາລະກິດຂອງພຣະເຈົ້າທີ່ແທ້ຈິງ.

ເຈົ້າຈະບໍ່ຕໍ່ຕ້ານມະນຸດ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້.

ຕໍ່ໜ້າພຣະເຈົ້າ, ເຈົ້າຈະຮັກສາຕໍາແໜ່ງຂອງເຈົ້າ ແລະ ຈະບໍ່ເຮັດຜິດສິນທໍາ.

ຖ້ອຍຄໍາຂອງເຈົ້າຄວນມີຄວາມເໝາະສົມ ແລະ ຄໍາເວົ້າ ແລະ ການກະທໍາຂອງເຈົ້າຕ້ອງປະຕິບັດຕາມການຈັດແຈງຂອງມະນຸດທີ່ພຣະເຈົ້າໄດ້ເປັນພະຍານໃຫ້.

ເຈົ້າຄວນເຄົາລົບພະຍານຂອງພຣະເຈົ້າ. ເຈົ້າຈະບໍ່ເມີນເສີຍຕໍ່ພາລະກິດຂອງພຣະເຈົ້າ ແລະ ພຣະທໍາທີ່ອອກຈາກປາກຂອງພຣະອົງ.

ເຈົ້າຈະບໍ່ຮຽນແບບນໍ້າສຽງ ແລະ ຈຸດປະສົງຂອງພຣະຄໍາຂອງພຣະເຈົ້າ.

ສ່ວນດ້ານພາຍນອກ, ເຈົ້າຈະບໍ່ເຮັດໃນສິ່ງທີ່ເປັນການຕໍ່ຕ້ານຕໍ່ມະນຸດ ຜູ້ທີ່ພຣະເຈົ້າເປັນພະຍານໃຫ້ຢ່າງເປີດເຜີຍ ແລະ ອື່ນໆອີກ.

ແຕ່ລະຄົນຄວນຍຶດໝັ້ນຕໍ່ສິ່ງເຫຼົ່ານີ້. ໃນແຕ່ລະຍຸກ, ພຣະເຈົ້າໄດ້ກໍານົດກົດລະບຽບຫຼາຍຂໍ້ທີ່ຄ້າຍຄືກັນກັບພຣະບັນຍັດ ແລະ ເປັນສິ່ງທີ່ມະນຸດຕ້ອງຍຶດໝັ້ນ. ດ້ວຍສິ່ງນີ້ ພຣະອົງໄດ້ຈໍາກັດອຸປະນິໄສຂອງມະນຸດ ແລະ ໄດ້ກວດສອບຄວາມຈິງໃຈຂອງມະນຸດ. ໃຫ້ເອົາພຣະທໍາທີ່ວ່າ “ຈົ່ງໃຫ້ກຽດພໍ່ຂອງເຈົ້າ ແລະ ແມ່ຂອງເຈົ້າ” ຂອງຍຸກແຫ່ງພັນທະສັນຍາເດີມເປັນຕົວຢ່າງ, ພຣະທໍາເຫຼົ່ານີ້ໃຊ້ກັບປັດຈຸບັນບໍ່ໄດ້; ໃນເວລານັ້ນ, ພຣະທໍາເຫຼົ່ານີ້ພຽງແຕ່ຈໍາກັດອຸປະນິໄສພາຍນອກບາງຢ່າງຂອງມະນຸດເທົ່ານັ້ນ ເຊິ່ງພຣະທໍາເຫຼົ່ານີ້ຖືກນໍາໃຊ້ເພື່ອສຳແດງຄວາມຈິງໃຈໃນຄວາມເຊື່ອຂອງມະນຸດທີ່ມີຕໍ່ພຣະເຈົ້າ ແລະ ເປັນສັນຍາລັກຂອງຄົນທີ່ເຊື່ອໃນພຣະເຈົ້າ. ເຖິງວ່າດຽວນີ້ຈະແມ່ນຍຸກແຫ່ງອານາຈັກ, ແຕ່ກໍຍັງມີກົດລະບຽບຫຼາຍຂໍ້ທີ່ມະນຸດຕ້ອງຍຶດໝັ້ນ. ກົດລະບຽບໃນອະດີດແມ່ນໃຊ້ການບໍ່ໄດ້ ແລະ ໃນປັດຈຸບັນ ມີການປະຕິບັດຫຼາຍຢ່າງທີ່ເໝາະສົມສໍາລັບມະນຸດຕ້ອງປະຕິບັດຕາມ ແລະ ເປັນສິ່ງທີ່ຈໍາເປັນ. ສິ່ງເຫຼົ່ານີ້ບໍ່ໄດ້ມີສ່ວນກ່ຽວຂ້ອງຫຍັງກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ມະນຸດຈະຕ້ອງເປັນຄົນເຮັດສິ່ງເຫຼົ່ານີ້.

ໃນຍຸກແຫ່ງພຣະຄຸນ, ການປະຕິບັດຫຼາຍຢ່າງໃນຍຸກແຫ່ງພຣະບັນຍັດໄດ້ຖືກປະຖິ້ມ ຍ້ອນວ່າພຣະບັນຍັດເຫຼົ່ານີ້ບໍ່ມີປະສິດທິພາບໂດຍສະເພາະສຳລັບພາລະກິດໃນເວລານັ້ນ. ຫຼັງຈາກທີ່ພວກມັນຖືກປະຖິ້ມ, ການປະຕິບັດຫຼາຍຢ່າງໄດ້ຖືກກຳນົດອອກ ເຊິ່ງແທດເໝາະກັບຍຸກສະໄໝ ແລະ ກໍໄດ້ກາຍມາເປັນກົດລະບຽບຫຼາຍຂໍ້ໃນປັດຈຸບັນ. ເມື່ອພຣະເຈົ້າແຫ່ງປັດຈຸບັນສະເດັດມາ, ກົດລະບຽບເຫຼົ່ານີ້ແມ່ນຖືກລົບລ້າງ ແລະ ບໍ່ມີຄວາມຈໍາເປັນທີ່ຈະຕ້ອງຍຶດຖືອີກຕໍ່ໄປ ແລະ ການປະຕິບັດຫຼາຍຢ່າງໄດ້ຖືກກຳນົດອອກເພື່ອໃຫ້ແທດເໝາະກັບພາລະກິດໃນປັດຈຸບັນ. ໃນປັດຈຸບັນນີ້ ການປະຕິບັດເຫຼົ່ານີ້ບໍ່ແມ່ນກົດລະບຽບ ແຕ່ກົງກັນຂ້າມ ແມ່ນເຈດຕະນາເພື່ອໃຫ້ບັນລຸຜົນ; ການປະຕິບັດເຫຼົ່ານີ້ແມ່ນແທດເໝາະກັບປັດຈຸບັນ ແລະ ໃນອະນາຄົດ ບາງເທື່ອພວກມັນກໍອາດຈະກາຍເປັນກົດລະບຽບ. ສະຫຼຸບກໍຄື ເຈົ້າຄວນຍຶດໝັ້ນໃນສິ່ງທີ່ເປັນໝາກຜົນຕໍ່ພາລະກິດໃນປັດຈຸບັນ. ບໍ່ຕ້ອງສົນໃຈກັບເລື່ອງໃນອະນາຄົດ: ສິ່ງທີ່ເຮັດໃນປັດຈຸບັນແມ່ນເພື່ອຜົນປະໂຫຍດໃນປັດຈຸບັນ. ບາງເທື່ອໃນອະນາຄົດອາດຈະມີການປະຕິບັດທີ່ດີກວ່ານີ້ທີ່ເຈົ້າຈໍາເປັນຕ້ອງປະຕິບັດ ແຕ່ຈົ່ງຢ່າໃສ່ໃຈກັບສິ່ງເຫຼົ່ານັ້ນຫຼາຍເກີນໄປ. ກົງກັນຂ້າມ ຈົ່ງຍຶດໝັ້ນໃນສິ່ງທີ່ຄວນຍຶດໝັ້ນໃນປັດຈຸບັນເພື່ອຫຼີກເວັ້ນການຕໍ່ຕ້ານພຣະເຈົ້າ. ໃນປັດຈຸບັນ ບໍ່ມີສິ່ງໃດທີ່ສຳຄັນໃຫ້ມະນຸດຍຶດໝັ້ນໄປກວ່າສິ່ງຕໍ່ໄປນີ້:

ເຈົ້າຕ້ອງບໍ່ພະຍາຍາມຫຼອກລວງພຣະເຈົ້າທີ່ຢືນຢູ່ຕໍ່ໜ້າເຈົ້າ ຫຼື ປິດບັງສິ່ງໃດໜຶ່ງຈາກພຣະອົງ.

ເຈົ້າຈະບໍ່ເວົ້າໃນສິ່ງທີ່ຫຍາບຄາຍ ຫຼື ໃນສິ່ງທີ່ອວດດີຕໍ່ໜ້າພຣະເຈົ້າທີ່ຢູ່ຕໍ່ໜ້າເຈົ້າ.

ເຈົ້າຕ້ອງບໍ່ຫຼອກລວງພຣະເຈົ້າທີ່ຢູ່ຕໍ່ໜ້າເຈົ້າ ໂດຍໃຊ້ຄໍາເວົ້າທີ່ອ່ອນຫວານ ແລະ ຖ້ອຍຄໍາທີ່ຈົບງາມເພື່ອຮັບເອົາຄວາມໄວ້ວາງໃຈຈາກພຣະເຈົ້າ.

ເຈົ້າຈະບໍ່ກະທໍາໃນສິ່ງທີ່ບໍ່ເຄົາລົບຕໍ່ໜ້າພຣະເຈົ້າ. ເຈົ້າຈະເຊື່ອຟັງໃນທຸກສິ່ງທີ່ກ່າວອອກຈາກປາກຂອງພຣະເຈົ້າ ແລະ ຈະບໍ່ຂັດຂືນ, ຕໍ່ຕ້ານ ຫຼື ໂຕ້ຖຽງພຣະທໍາຂອງພຣະອົງ.

ເຈົ້າຈະບໍ່ຕີຄວາມໝາຍພຣະທໍາທີ່ກ່າວຈາກປາກຂອງພຣະເຈົ້າ ຕາມທີ່ເຈົ້າຄິດວ່າເຫັນຄວນ. ເຈົ້າຄວນລະວັງລີ້ນຂອງເຈົ້າ ເພື່ອຫຼີກເວັ້ນບໍ່ໃຫ້ມັນເຮັດໃຫ້ເຈົ້າຕົກເປັນເຫຍື່ອຂອງແຜນການຫຼອກລວງຂອງຄົນຊົ່ວ.

ເຈົ້າຄວນລະວັງບາດກ້າວຂອງຕົວເຈົ້າ ເພື່ອຫຼີກເວັ້ນບໍ່ໃຫ້ລ່ວງລະເມີດຂອບເຂດທີ່ພຣະເຈົ້າກໍານົດໄວ້ໃຫ້ເຈົ້າ. ຖ້າເຈົ້າລ່ວງລະເມີດ, ນີ້ຈະເຮັດໃຫ້ເຈົ້າຢືນຢູ່ໃນຕໍາແໜ່ງຂອງພຣະເຈົ້າ ແລະ ກ່າວຄຳເວົ້າທີ່ລໍ້ລວງ ແລະ ໂອ້ອວດ ແລະ ດ້ວຍເຫດນີ້ ມັນຈະເຮັດໃຫ້ພຣະເຈົ້າກຽດຊັງເຈົ້າ.

ເຈົ້າຈະບໍ່ເຜີຍແຜ່ພຣະທໍາທີ່ກ່າວຈາກປາກຂອງພຣະເຈົ້າໂດຍບໍ່ລະມັດລະວັງ ເພື່ອປ້ອງກັນບໍ່ໃຫ້ຄົນອື່ນເຍາະເຍີ້ຍເຈົ້າ ແລະ ບໍ່ໃຫ້ພວກຜີຮ້າຍມາຫຼອກລວງເຈົ້າ.

ເຈົ້າຈະເຊື່ອຟັງພາລະກິດທັງໝົດຂອງພຣະເຈົ້າໃນປັດຈຸບັນ. ເຖິງວ່າເຈົ້າຈະບໍ່ເຂົ້າໃຈມັນ ແຕ່ເຈົ້າກໍຕ້ອງບໍ່ຕັດສິນມັນ; ສິ່ງທີ່ເຈົ້າສາມາດເຮັດໄດ້ແມ່ນພຽງສະແຫວງຫາ ແລະ ສົນທະນາ.

ບໍ່ມີໃຜສາມາດລ່ວງລະເມີດສະຖານທີ່ດັ່ງເດີມຂອງພຣະເຈົ້າໄດ້. ຈາກຕໍາແໜ່ງຂອງມະນຸດ ເຈົ້າບໍ່ສາມາດເຮັດໃນສິ່ງໃດໄດ້ນອກຈາກຮັບໃຊ້ພຣະເຈົ້າໃນປັດຈຸບັນ. ຈາກຕໍາແໜ່ງຂອງມະນຸດ ເຈົ້າບໍ່ສາມາດສອນພຣະເຈົ້າໃນປັດຈຸບັນ, ການເຮັດໃນສິ່ງດັ່ງກ່າວແມ່ນການຊັກນຳໄປໃນທາງທີ່ຜິດ.

ບໍ່ມີໃຜສາມາດຢືນຢູ່ຕໍາແໜ່ງຂອງບຸກຄົນທີ່ພຣະເຈົ້າເປັນພະຍານໃຫ້; ໃນຄໍາເວົ້າ, ການກະທໍາ ແລະ ຄວາມຄິດໃນສ່ວນເລິກຂອງເຈົ້າ, ເຈົ້າຢືນຢູ່ໃນຕໍາແໜ່ງຂອງມະນຸດ. ຕ້ອງປະຕິບັດຕາມສິ່ງດັ່ງກ່າວນີ້, ມັນເປັນຄວາມຮັບຜິດຊອບຂອງມະນຸດ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້; ການພະຍາຍາມເຮັດໃນສິ່ງດັ່ງກ່າວຈະເປັນການລະເມີດກົດບັນຍັດແຫ່ງການປົກຄອງຂອງພຣະເຈົ້າ. ທຸກຄົນຄວນຈື່ຈໍາສິ່ງດັ່ງກ່າວນີ້ໄວ້.

ເປັນເວລາດົນນານທີ່ພຣະເຈົ້າກ່າວ ແລະ ເວົ້າ ເພື່ອເຮັດໃຫ້ມະນຸດພິຈາລະນາວ່າການອ່ານ ແລະ ທ່ອງຈໍາພຣະທໍາຂອງພຣະເຈົ້າຄືໜ້າທີ່ຫຼັກຂອງເຂົາ. ບໍ່ມີໃຜໃຫ້ຄວາມສົນໃຈຕໍ່ການປະຕິບັດ ແລະ ແມ່ນແຕ່ສິ່ງທີ່ເຈົ້າຄວນປະຕິບັດຕາມ ເຈົ້າກໍຍັງບໍ່ປະຕິບັດ, ສິ່ງນີ້ໄດ້ນໍາຄວາມຫຍຸ້ງຍາກ ແລະ ບັນຫາຫຼາຍຢ່າງມາສູ່ການຮັບໃຊ້ຂອງພວກເຈົ້າ. ກ່ອນທີ່ຈະມີການປະຕິບັດພຣະທໍາຂອງພຣະເຈົ້າ, ຖ້າເຈົ້າບໍ່ຍຶດໝັ້ນໃນສິ່ງທີ່ເຈົ້າຄວນຍຶດໝັ້ນ, ແລ້ວເຈົ້າກໍຈະເປັນໜຶ່ງໃນບັນດາຄົນທີ່ພຣະເຈົ້າກຽດຊັງ ແລະ ປະຕິເສດ. ໃນການຍຶດໝັ້ນການປະຕິບັດເຫຼົ່ານີ້, ເຈົ້າຄວນມີຄວາມຈິງຈັງ ແລະ ຄວາມຈິງໃຈ. ເຈົ້າບໍ່ຄວນປະຕິບັດກັບສິ່ງເຫຼົ່ານີ້ຄືກັນກັບວ່າພວກມັນເປັນໂສ້ທີ່ລ່າມນັກໂທດ ແຕ່ຍຶດໝັ້ນວ່າ ສິ່ງເຫຼົ່ານີ້ຄືພຣະບັນຍັດ. ໃນປັດຈຸບັນ, ເຈົ້າບໍ່ຄວນເອົາຕົວເອງໄປພົວພັນກັບຜົນທີ່ຖືກບັນລຸ; ສະຫຼຸບກໍຄື ນີ້ແມ່ນວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ ແລະ ຜູ້ໃດກໍຕາມທີ່ກະທໍາຄວາມຜິດຈະຕ້ອງຖືກລົງໂທດ. ພຣະວິນຍານບໍລິສຸດບໍ່ມີຄວາມຮູ້ສຶກ ແລະ ບໍ່ສົນໃຈກັບຄວາມເຂົ້າໃຈໃນປັດຈຸບັນຂອງເຈົ້າ. ຖ້າເຈົ້າໄດ້ລ່ວງເກີນພຣະເຈົ້າໃນມື້ນີ້, ພຣະອົງກໍຈະລົງໂທດເຈົ້າ. ຖ້າເຈົ້າລ່ວງເກີນພຣະອົງພາຍໃນຂອບເຂດອໍານາດຂອງພຣະອົງ, ພຣະອົງກໍຈະບໍ່ລະເວັ້ນເຈົ້າ. ພຣະອົງບໍ່ສົນໃຈວ່າເຈົ້າຈະຈິງຈັງໃນການທີ່ຍຶດໝັ້ນຕໍ່ພຣະທໍາຂອງພຣະເຢຊູໜ້ອຍຫຼາຍສໍ່າໃດ. ຖ້າເຈົ້າລະເມີດພຣະບັນຍັດຂອງພຣະເຈົ້າໃນມື້ນີ້, ພຣະອົງກໍຈະລົງໂທດເຈົ້າ ແລະ ປະນາມເຈົ້າຈົນຕາຍ. ການທີ່ເຈົ້າບໍ່ຍຶດໝັ້ນສິ່ງເຫຼົ່ານັ້ນຈະສາມາດເປັນສິ່ງທີ່ຍອມຮັບໄດ້ແນວໃດ? ເຈົ້າຈະຕ້ອງຍຶດໝັ້ນ ເຖິງແມ່ນວ່າຈະຕ້ອງພົບກັບຄວາມເຈັບປວດໜ້ອຍໜຶ່ງກໍຕາມ! ບໍ່ວ່າມັນຈະແມ່ນສາສະໜາ, ພາກສ່ວນ, ປະເທດ ຫຼື ນິກາຍໃດກໍຕາມ, ໃນອະນາຄົດ ພວກເຂົາທຸກຄົນຕ້ອງຍຶດໝັ້ນຕໍ່ການປະຕິບັດເຫຼົ່ານີ້. ບໍ່ມີໃຜຖືກຍົກເວັ້ນ ແລະ ບໍ່ມີໃຜຈະຖືກລະເວັ້ນ! ເນື່ອງຈາກວ່າສິ່ງເຫຼົ່ານີ້ແມ່ນສິ່ງທີ່ພຣະວິນຍານບໍລິສຸດຈະເຮັດໃນມື້ນີ້ ແລະ ບໍ່ມີຜູ້ໃດສາມາດລ່ວງເກີນສິ່ງເຫຼົ່ານີ້ໄດ້. ເຖິງວ່າສິ່ງເຫຼົ່ານີ້ຈະບໍ່ແມ່ນສິ່ງທີ່ຍິ່ງໃຫຍ່, ແຕ່ສິ່ງເຫຼົ່ານີ້ແມ່ນສິ່ງທີ່ທຸກຄົນຕ້ອງເຮັດ ແລະ ພວກມັນຄືພຣະບັນຍັດທີ່ໄດ້ຖືກກໍານົດໃຫ້ກັບມະນຸດໂດຍພຣະເຢຊູ ຜູ້ທີ່ຟື້ນຄືນຊີບ ແລະ ໄດ້ຂຶ້ນສະຫວັນ. ໜັງສື “ເສັ້ນທາງ... (7)” ບໍ່ໄດ້ກ່າວໄວ້ບໍ່ວ່າ ນິຍາມຂອງພຣະເຢຊູກ່ຽວກັບວ່າ ພວກເຈົ້າຊອບທຳ ຫຼື ບາບ ຫຼື ບໍ່ນັ້ນແມ່ນຂຶ້ນກັບທ່າທີຂອງເຈົ້າທີ່ມີຕໍ່ພຣະເຈົ້າໃນປັດຈຸບັນ? ບໍ່ມີໃຜຄວນເບິ່ງຂ້າມຈຸດນີ້. ໃນຍຸກແຫ່ງພຣະບັນຍັດ, ຊາວຟາຣິຊາຍຮຸ່ນຕໍ່ຮຸ່ນໄດ້ເຊື່ອໃນພຣະເຈົ້າ ແຕ່ເມື່ອຍຸກແຫ່ງພຣະຄຸນໄດ້ມາເຖິງ ພວກເຂົາກໍບໍ່ຮູ້ຈັກພຣະເຢຊູ ແລະ ໄດ້ຕໍ່ຕ້ານພຣະອົງ. ສະນັ້ນ, ທຸກສິ່ງທີ່ພວກເຂົາເຮັດກໍບໍ່ມີຜົນ ແລະ ບໍ່ມີປະໂຫຍດຍັງເລີຍ ແລະ ພຣະເຈົ້າກໍບໍ່ໄດ້ຮັບເອົາການກະທໍາຂອງພວກເຂົາ. ຖ້າເຈົ້າສາມາດເບິ່ງເຫັນສິ່ງນີ້ໄດ້ ເຈົ້າກໍຈະບໍ່ເຮັດບາບຢ່າງງ່າຍດາຍ. ບາງເທື່ອ ຫຼາຍຄົນໄດ້ປະເມີນຕົວເອງໂດຍການສົມທຽບກັບພຣະເຈົ້າ. ການຕໍ່ຕ້ານພຣະເຈົ້າມີລົດຊາດແບບໃດ? ມັນຂົມ ຫຼື ຫວານບໍ? ເຈົ້າຄວນເຂົ້າໃຈໃນສິ່ງນີ້. ຢ່າເຮັດຄືວ່າເຈົ້າບໍ່ຮູ້ຫຍັງເລີຍ. ໃນຫົວໃຈຂອງພວກເຂົາ, ບາງເທື່ອ ບາງຄົນອາດຈະຍັງບໍ່ເຊື່ອເທື່ອ. ແຕ່ເຮົາຂໍແນະນໍາໃຫ້ເຈົ້າທົດລອງສິ່ງດັ່ງກ່າວນີ້ ແລະ ເບິ່ງ, ເບິ່ງວ່າມັນມີລົດຊາດແບບໃດ. ນີ້ຈະປ້ອງກັນບໍ່ໃຫ້ຫຼາຍຄົນມີຂໍ້ສົງໄສກ່ຽວກັບມັນອີກ. ຫຼາຍຄົນໄດ້ອ່ານພຣະທໍາຂອງພຣະເຈົ້າ ແຕ່ກໍຍັງຕໍ່ຕ້ານພຣະອົງແບບລັບໆໃນຫົວໃຈຂອງພວກເຂົາ. ພາຍຫຼັງທີ່ໄດ້ຕໍ່ຕ້ານພຣະອົງແບບນີ້, ເຈົ້າບໍ່ຮູ້ສຶກຄືກັບວ່າມີມີດມາແທງຫົວໃຈຂອງເຈົ້າບໍ? ຖ້າບໍ່ແມ່ນຍ້ອນຄອບຄົວຂາດຄວາມປອງດອງກັນ, ມັນກໍແມ່ນຄວາມບໍ່ສະບາຍທາງດ້ານຮ່າງກາຍ ຫຼື ຄວາມທຸກທໍລະມານຂອງລູກຊາຍ ແລະ ລູກສາວ. ເຖິງວ່າເນື້ອໜັງຂອງເຈົ້າຈະຖືກລະເວັ້ນຈາກຄວາມຕາຍ ແຕ່ມືຂອງພຣະເຈົ້າກໍຈະບໍ່ປ່ອຍເຈົ້າໄປຈັກເທື່ອ. ເຈົ້າຄິດວ່າມັນງ່າຍປານນັ້ນບໍ? ໂດຍສະເພາະແລ້ວ ມັນຈຳເປັນຫຼາຍສໍາລັບທຸກຄົນທີ່ຢູ່ໃກ້ພຣະເຈົ້າຈະເອົາໃຈໃສ່ກັບສິ່ງດັ່ງກ່າວນີ້. ເມື່ອເວລາຜ່ານໄປ, ເຈົ້າຈະລືມມັນ ແລະ ເຈົ້າຈະຕົກສູ່ການຫຼອກລວງໂດຍບໍ່ຮູ້ຕົວ ແລະ ເຈົ້າຈະບໍ່ສົນໃຈກັບທຸກສິ່ງ ແລະ ນີ້ກໍຈະເປັນຈຸດເລີ່ມຕົ້ນຂອງການເຮັດບາບຂອງເຈົ້າ. ນີ້ເບິ່ງຄືເລື່ອງບໍ່ສໍາຄັນສໍາລັບເຈົ້າບໍ? ຖ້າເຈົ້າສາມາດເຮັດສິ່ງນີ້ໄດ້ດີ, ເຈົ້າກໍຈະມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ, ໄດ້ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ໄດ້ຮັບການຊີ້ນໍາຈາກປາກຂອງພຣະເຈົ້າເອງ. ຖ້າເຈົ້າບໍ່ລະມັດລະວັງ, ແລ້ວມັນກໍຈະມີບັນຫາສຳລັບເຈົ້າ, ເຈົ້າຈະທ້າທາຍພຣະເຈົ້າ, ຄໍາເວົ້າ ແລະ ການກະທໍາຂອງເຈົ້າຈະຜິດສິນທໍາ ແລະ ບໍ່ໄວກໍ່ຊ້າ ເຈົ້າກໍຈະຖືກລົມພາຍຸ ແລະ ຄື້ນທະເລຍັກພັດຫາຍໄປ. ພວກເຈົ້າທຸກຄົນຄວນເອົາໃຈໃສ່ກັບພຣະບັນຍັດເຫຼົ່ານີ້. ຖ້າເຈົ້າລະເມີດພວກມັນ, ແລ້ວເຖິງແມ່ນມະນຸດທີ່ພຣະເຈົ້າເປັນພະຍານໃຫ້ອາດຈະບໍ່ປະນາມພວກເຈົ້າ ແຕ່ພຣະວິນຍານຂອງພຣະເຈົ້າກໍຍັງຈະປະຕິບັດພາລະກິດກັບເຈົ້າ ແລະ ພຣະອົງຈະບໍ່ລະເວັ້ນເຈົ້າ. ເຈົ້າສາມາດແບກຮັບເອົາຜົນຂອງການກະທໍາຜິດຂອງເຈົ້າໄດ້ບໍ? ດ້ວຍເຫດນີ້, ບໍ່ວ່າພຣະເຈົ້າຈະເວົ້າສິ່ງໃດກໍຕາມ, ເຈົ້າຕ້ອງນໍາເອົາພຣະທໍາຂອງພຣະອົງໄປປະຕິບັດ ແລະ ຕ້ອງຍຶດໝັ້ນໃນພຣະທໍາເຫຼົ່ານີ້ດ້ວຍວິທີການໃດກໍຕາມທີ່ເຈົ້າສາມາດເຮັດໄດ້. ນີ້ບໍ່ແມ່ນເລື່ອງງ່າຍດາຍ!

ກ່ອນນີ້: ວ່າດ້ວຍເລື່ອງປະສົບການ

ຕໍ່ໄປ: ອານາຈັກພັນປີມາຮອດແລ້ວ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້