ວ່າດ້ວຍເລື່ອງປະສົບການ
ຕະຫຼອດທັງປະສົບການຂອງເປໂຕ, ເພິ່ນໄດ້ປະສົບກັບການທົດລອງຫຼາຍຮ້ອຍປະການ. ເຖິງແມ່ນວ່າ ຄົນໃນປັດຈຸບັນຮັບຮູ້ເຖິງຄຳວ່າ “ການທົດລອງ”, ແຕ່ພວກເຂົາກໍສັບສົນເມື່ອເວົ້າເຖິງຄວາມໝາຍ ແລະ ສະພາບການທີ່ແທ້ຈິງຂອງມັນ. ພຣະເຈົ້າເຮັດໃຫ້ຄວາມຕັ້ງໃຈຂອງຜູ້ຄົນໜັກແໜ້ນຂຶ້ນ, ຫຼໍ່ຫຼອມຄວາມໝັ້ນໃຈຂອງພວກເຂົາ ແລະ ເຮັດໃຫ້ທຸກສ່ວນຂອງພວກເຂົານັ້ນສົມບູນແບບຂຶ້ນ ແລະ ສ່ວນໃຫຍ່ແລ້ວ ສິ່ງນີ້ແມ່ນບັນລຸຜ່ານການທົດລອງ ເຊິ່ງກໍຍັງເປັນພາລະກິດທີ່ລີ້ລັບຂອງພຣະວິນຍານບໍລິສຸດ. ເບິ່ງຄືກັບວ່າ ພຣະເຈົ້າໄດ້ປະຖິ້ມຜູ້ຄົນແລ້ວ ສະນັ້ນ ຖ້າພວກເຂົາບໍ່ລະມັດລະວັງ, ພວກເຂົາກໍຈະເຫັນການທົດລອງເຫຼົ່ານີ້ເປັນສິ່ງລໍ້ໃຈຂອງຊາຕານ. ຕາມຄວາມຈິງແລ້ວ ການທົດລອງຫຼາຍຢ່າງຖືໄດ້ວ່າເປັນສິ່ງລໍ້ໃຈ ແລະ ສິ່ງນີ້ກໍເປັນຫຼັກການ ແລະ ກົດລະບຽບທີ່ພຣະເຈົ້າປະຕິບັດພາລະກິດ. ຖ້າຜູ້ຄົນດຳລົງຊີວິດໃນການສະຖິດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະເຫັນວ່າສິ່ງດັ່ງກ່າວເປັນການທົດລອງທີ່ມາຈາກພຣະເຈົ້າ ແລະ ຈະບໍ່ປ່ອຍໃຫ້ພວກມັນຫຼຸດໄປ. ຖ້າຄົນໜຶ່ງຄົນໃດເວົ້າວ່າ ຍ້ອນພຣະເຈົ້າຢູ່ກັບພວກເຂົາ, ຊາຕານຈຶ່ງຈະບໍ່ເຂົ້າມາໃກ້ພວກເຂົາຢ່າງແນ່ນອນ, ສິ່ງນີ້ກໍບໍ່ຖືກຕ້ອງທັງໝົດ; ຖ້າມັນເປັນແບບນັ້ນ, ມັນຈະອະທິບາຍກ່ຽວກັບຕອນທີ່ພຣະເຢຊູຜະເຊີນກັບການທົດລອງຫຼັງຈາກທີ່ພຣະອົງໄດ້ອົດອາຫານໃນຖິ່ນກັນດານເປັນເວລາສີ່ສິບມື້ໄດ້ແນວໃດ? ສະນັ້ນຖ້າຜູ້ຄົນແກ້ໄຂມຸມມອງຂອງພວກເຂົາກ່ຽວກັບຄວາມເຊື່ອໃນພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍຈະເຫັນຫຼາຍສິ່ງຊັດເຈນຫຼາຍຍິ່ງຂຶ້ນ ແລະ ຄວາມເຂົ້າໃຈຂອງພວກເຂົາກໍຈະບໍ່ຖືກບິດເບືອນ ແລະ ຜິດພາດ. ຖ້າຄົນໃດຄົນໜຶ່ງຕັ້ງໃຈຢ່າງແທ້ຈິງທີ່ຈະໃຫ້ພຣະເຈົ້າເຮັດໃຫ້ສົມບູນແບບ, ພວກເຂົາກໍ່ຕ້ອງເຂົ້າຫາທຸກບັນຫາທີ່ພວກເຂົາກຳລັງຜະເຊີນຢູ່ຈາກຫຼາຍໆມຸມທີ່ແຕກຕ່າງກັນ ໂດຍບໍ່ໄກວໄປທາງຊ້າຍ ຫຼື ທາງຂວາ. ຖ້າເຈົ້າບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍຍັງບໍ່ຮູ້ຈັກວິທີການຮ່ວມມືກັບພຣະເຈົ້າ. ຖ້າເຈົ້າບໍ່ຮູ້ຈັກຫຼັກການແຫ່ງພາລະກິດຂອງພຣະເຈົ້າ ແລະ ບໍ່ຮັບຮູ້ເຖິງວິທີທີ່ຊາຕານປະຕິບັດພາລະກິດໃນມະນຸດ, ເຈົ້າກໍຈະບໍ່ມີເສັ້ນທາງໃຫ້ປະຕິບັດ. ການສະແຫວງຫາຢ່າງກະຕືລືລົ້ນພຽງຢ່າງດຽວບໍ່ໄດ້ເຮັດໃຫ້ເຈົ້າບັນລຸຜົນຕາມທີ່ພຣະເຈົ້າຕ້ອງການ. ວິທີການຮັບປະສົບການດັ່ງກ່າວກໍເໝືອນກັບການຮັບປະສົບການຂອງລໍເຣັນ ນັ້ນກໍຄື: ບໍ່ໄດ້ສ້າງຄວາມແຕກຕ່າງກັນຢ່າງໃດເລີຍ ແລະ ພຽງແຕ່ໃສ່ໃຈກັບປະສົບການຢ່າງດຽວ ໂດຍບໍ່ຮັບຮູ້ວ່າ ພາລະກິດຂອງຊາຕານແມ່ນຫຍັງ, ພາລະກິດຂອງພຣະວິນຍານບໍລິສຸດແມ່ນຫຍັງ, ມະນຸດຈະຢູ່ໃນສະພາວະຫຍັງຖ້າບໍ່ມີການສະຖິດຂອງພຣະເຈົ້າ ແລະ ພຣະເຈົ້າຕ້ອງການເຮັດໃຫ້ຄົນປະເພດໃດສົມບູນແບບ. ຄວນນໍາໃຊ້ຫຼັກການໃດເມື່ອຮັບມືກັບຄົນຫຼາຍປະເພດ, ຈະເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນປັດຈຸບັນໄດ້ແນວໃດ, ຈະຮູ້ຈັກເຖິງອຸປະນິໄສຂອງພຣະເຈົ້າໄດ້ແນວໃດ ແລະ ຄວາມເມດຕາ, ຄວາມສະຫງ່າງາມ ແລະ ຄວາມຊອບທຳຂອງພຣະເຈົ້າຈະຖືກຊີ້ນໍາກັບຄົນແນວໃດ, ໃນສະຖານະການແບບໃດ ແລະ ຍຸກໃດ, ເພິ່ນບໍ່ມີການສັງເກດໃນຄຳຖາມເຫຼົ່ານີ້ເລີຍ. ຖ້າຜູ້ຄົນບໍ່ມີນິມິດຫຼາຍຢ່າງເປັນພື້ນຖານສຳລັບປະສົບການຂອງພວກເຂົາ ແລ້ວຊີວິດກໍບໍ່ຕ້ອງຖາມເຖິງເລີຍ ແລະ ປະສົບການກໍແຮງໄກ; ພວກເຂົາສາມາດສືບຕໍ່ຍອມ ແລະ ອົດທົນກັບທຸກສິ່ງຢ່າງໂງ່ຈ້າ. ຄົນປະເພດດັ່ງກ່າວແມ່ນຍາກທີ່ຈະເຮັດໃຫ້ສົມບູນແບບໄດ້. ສາມາດເວົ້າໄດ້ວ່າ ຖ້າເຈົ້າບໍ່ມີນິມິດຫຍັງເລີຍທີ່ເວົ້າມາຂ້າງເທິງ, ສິ່ງນີ້ກໍເປັນເຄື່ອງພິສູດທີ່ພຽງພໍແລ້ວວ່າ ເຈົ້າເປັນຄົນໂງ່, ເຈົ້າເປັນເໝືອນກັບເສົາເກືອທີ່ຕັ້ງຢູ່ໃນອິດສະຣາເອັນຢູ່ສະເໝີ. ຄົນປະເພດດັ່ງກ່າວແມ່ນໃຊ້ການບໍ່ໄດ້, ບໍ່ມີຫຍັງດີເລີຍ! ບາງຄົນຫຼັບຕາຍອມຕາມຢ່າງດຽວ, ພວກເຂົາຮູ້ຈັກຕົນເອງຢູ່ສະເໝີ ແລະ ນໍາໃຊ້ວິທີການປະພຶດຂອງຕົນເອງເມື່ອຮັບມືກັບບັນຫາໃໝ່ໆ ຫຼື ພວກເຂົານໍາໃຊ້ “ສະຕິປັນຍາ” ເພື່ອຮັບມືກັບບັນຫາທີ່ເລັກໆນ້ອຍໆ ເຊິ່ງບໍ່ສົມຄວນທີ່ຈະກ່າວເຖິງດ້ວຍຊໍ້າ. ຄົນປະເພດດັ່ງກ່າວແມ່ນປາສະຈາກການສັງເກດ ແລະ ມັນຄືກັບວ່າ ຖ້າທຳມະຊາດຂອງພວກເຂົາຄືການຍອມຮັບໃຫ້ຖືກກັ່ນແກ້ງ ແລະ ພວກເຂົາກໍເປັນເໝືອນເດີມຢູ່ສະເໝີ. ພວກເຂົາກໍຈະບໍ່ປ່ຽນແປງຈັກເທື່ອ. ຄົນແບບນີ້ເປັນຄົນໂງ່ທີ່ປາສະຈາກການສັງເກດແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ພະຍາຍາມດຳເນີນມາດຕະການທີ່ເໝາະສົມກັບສະຖານະການຕ່າງໆ ຫຼື ກັບຄົນທີ່ແຕກຕ່າງກັນຈັກເທື່ອ. ເຮົາໄດ້ເຫັນບາງຄົນຜູກມັດກັບຄວາມຮູ້ຂອງພວກເຂົາທີ່ກ່ຽວກັບຕົວພວກເຂົາເອງຫຼາຍ ເຖິງກັບວ່າເມື່ອຜະເຊີນໜ້າກັບຄົນທີ່ຄອບງຳດ້ວຍພາລະກິດຂອງວິນຍານຊົ່ວຮ້າຍ, ພວກເຂົາກໍກົ້ມຫົວຂອງພວກເຂົາລົງ ແລະ ສາລະພາບບາບຂອງພວກເຂົາ ໂດຍບໍ່ກ້າຢືນຂຶ້ນ ແລະ ກ່າວໂທດຄົນເຫຼົ່ານັ້ນ. ແລ້ວເມື່ອຜະເຊີນກັບພາລະກິດທີ່ເຫັນໄດ້ງ່າຍຂອງພຣະວິນຍານບໍລິສຸດ, ພວກເຂົາກໍບໍ່ກ້າທີ່ຈະເຊື່ອຟັງ. ພວກເຂົາເຊື່ອວ່າ ວິນຍານຊົ່ວຮ້າຍຢູ່ໃນກໍາມືຂອງພຣະເຈົ້າເຊັ່ນດຽວກັນ ແລະ ບໍ່ມີຄວາມກ້າຫານແມ່ນແຕ່ໜ້ອຍດຽວທີ່ຈະຢືນຂຶ້ນ ແລະ ຕໍ່ຕ້ານພວກມັນ. ຄົນດັ່ງກ່າວນໍາຄວາມອັບອາຍມາສູ່ພຣະເຈົ້າ ແລະ ບໍ່ສາມາດແບກຮັບພາລະກິດທີ່ໜັກໜ່ວງໃຫ້ກັບພຣະເຈົ້າແທ້ໆ. ຄົນໂງ່ປະເພດນີ້ບໍ່ໄດ້ສ້າງຄວາມແຕກຕ່າງແຕ່ຢ່າງໃດເລີຍ. ສະນັ້ນ ວິທີການຮັບປະສົບການດັ່ງກ່າວຄວນຖືກກໍາຈັດ ຍ້ອນມັນບໍ່ສາມາດປ້ອງກັນໄວ້ໄດ້ໃນສາຍຕາຂອງພຣະເຈົ້າ.
ແນ່ນອນ ພຣະເຈົ້າປະຕິບັດພາລະກິດຫຼາຍຢ່າງໃນຜູ້ຄົນ, ບາງເທື່ອກໍທົດລອງພວກເຂົາ, ບາງເທື່ອກໍສ້າງສະພາບແວດລ້ອມເພື່ອເຮັດໃຫ້ພວກເຂົາເຂັ້ມແຂງ ແລະ ບາງເທື່ອກໍກ່າວພຣະທຳເພື່ອນໍາພາພວກເຂົາ ແລະ ແກ້ໄຂຂໍ້ບົກຜ່ອງຂອງພວກເຂົາ. ບາງເທື່ອ ພຣະວິນຍານບໍລິສຸດກໍຊີ້ນໍາຜູ້ຄົນໄປສູ່ສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບພວກເຂົາເພື່ອຄົ້ນຫາຫຼາຍສິ່ງຫຼາຍຢ່າງທີ່ພວກເຂົາຍັງຂາດຢ່າງບໍ່ຮູ້ຕົວ. ຜ່ານສິ່ງທີ່ຜູ້ຄົນເວົ້າ ແລະ ກະທຳ ແລະ ວິທີທາງທີ່ຜູ້ຄົນປະຕິບັດຕໍ່ຄົນອື່ນ ແລະ ຮັບມືກັບສິ່ງຕ່າງໆ ໂດຍທີ່ພວກເຂົາບໍ່ຮູ້ຈັກເລີຍ, ພຣະວິນຍານບໍລິສຸດກໍສ່ອງແສງສະຫວ່າງໃຫ້ພວກເຂົາກ່ຽວກັບຫຼາຍສິ່ງທີ່ພວກເຂົາຍັງບໍ່ເຂົ້າໃຈມາກ່ອນ, ເຮັດໃຫ້ພວກເຂົາເບິ່ງເຫັນຫຼາຍສິ່ງ ແລະ ຫຼາຍຄົນຢ່າງຊັດເຈນຍິ່ງຂຶ້ນ, ເຮັດໃຫ້ພວກເຂົາເບິ່ງເຫັນເຖິງຫຼາຍຢ່າງທີ່ພວກເຂົາບໍ່ຮັບຮູ້ມາກ່ອນ. ເມື່ອເຈົ້າມີສ່ວນຮ່ວມກັບໂລກ, ເຈົ້າກໍເລີ່ມສັງເກດເຫັນສິ່ງຕ່າງໆກ່ຽວກັບໂລກເທື່ອລະໜ້ອຍ ແລະ ກ່ອນທີ່ເຈົ້າຈະພົບກັບເວລາສຸດທ້າຍ, ເຈົ້າອາດສະຫຼຸບວ່າ: “ການເປັນຄົນນັ້ນຍາກແທ້ໆ”. ຖ້າເຈົ້າໃຊ້ບາງເວລາເພື່ອຮັບປະສົບການຕໍ່ໜ້າພຣະເຈົ້າ ແລະ ຮຽນຮູ້ທີ່ຈະເຂົ້າໃຈເຖິງພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະອົງ, ເຈົ້າກໍຈະໄດ້ຮັບຄວາມເຂົ້າໃຈຢ່າງຫຼວງຫຼາຍໂດຍບໍ່ຮູ້ຕົວ ແລະ ວຸດທິພາວະຂອງເຈົ້າກໍຈະເຕີບໃຫຍ່ຂຶ້ນເທື່ອລະໜ້ອຍ. ເຈົ້າຈະເຂົ້າໃຈຫຼາຍສິ່ງທີ່ເປັນຝ່າຍວິນຍານຫຼາຍຍິ່ງຂຶ້ນ ແລະ ເຈົ້າຈະຊັດເຈນຂຶ້ນກ່ຽວກັບພາລະກິດຂອງພຣະເຈົ້າໂດຍສະເພາະຢ່າງຍິ່ງ. ເຈົ້າຈະຍອມຮັບເອົາພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະເຈົ້າ, ການກະທຳທຸກຢ່າງຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າເປັນ ແລະ ມີນັ້ນ ໃຫ້ເປັນຊີວິດຂອງເຈົ້າເອງ. ຖ້າທຸກສິ່ງທີ່ເຈົ້າເຮັດຄືການພະເນຈອນໃນໂລກ, ປີກຂອງເຈົ້າກໍຈະຍິ່ງແຂງແຮງຂຶ້ນ ແລະ ເຈົ້າກໍຈະຕໍ່ຕ້ານພຣະເຈົ້າຫຼາຍຍິ່ງຂຶ້ນ; ພຣະເຈົ້າກໍຈະຍິ່ງໃຫຍ່ຂຶ້ນ; ແລ້ວພຣະເຈົ້າຈະສາມາດໃຊ້ເຈົ້າໄດ້ແນວໃດ? ເພາະມີຄໍາເວົ້າທີ່ວ່າ “ໃນຄວາມຄິດເຫັນຂອງຂ້ານ້ອຍແລ້ວ” ຫຼາຍເກີນໄປໃນຕົວເຈົ້າ, ພຣະເຈົ້າຈຶ່ງບໍ່ໃຊ້ເຈົ້າ. ຍິ່ງເຈົ້າຢູ່ໃນການສະຖິດຂອງພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຈະມີປະສົບການຫຼາຍສໍ່ານັ້ນ. ຖ້າເຈົ້າຍັງດຳລົງຊີວິດຢູ່ໃນໂລກເໝືອນກັບສັດ ໂດຍປາກຂອງເຈົ້າປະກາດວ່າເຊື່ອໃນພຣະເຈົ້າ ແຕ່ຫົວໃຈຂອງເຈົ້າແມ່ນຢູ່ບ່ອນອື່ນ ແລະ ຖ້າເຈົ້າຍັງສຶກສາປັດຊະຍາໃນການດຳລົງຊີວິດໃນໂລກ, ແລ້ວສິ່ງທີ່ເຈົ້າກະທຳດ້ວຍຄວາມຍາກລຳບາກທີ່ຜ່ານມາຈະບໍ່ມີປະໂຫຍດຫຍັງເລີຍບໍ? ສະນັ້ນ, ຍິ່ງຜູ້ຄົນຢູ່ໃນການສະຖິດຂອງພຣະເຈົ້າຫຼາຍສໍ່າໃດ, ພຣະເຈົ້າກໍຈະເຮັດໃຫ້ພວກເຂົາສົມບູນແບບງ່າຍຂຶ້ນສໍ່ານັ້ນ. ນີ້ແມ່ນເສັ້ນທາງທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງ. ຖ້າເຈົ້າບໍ່ເຂົ້າໃຈເຖິງສິ່ງນີ້, ມັນກໍເປັນໄປບໍ່ໄດ້ສຳລັບເຈົ້າທີ່ຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ການທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບກໍບໍ່ຕ້ອງຖາມເຖິງເລີຍ. ເຈົ້າຈະບໍ່ສາມາດມີຊີວິດຝ່າຍວິນຍານທີ່ປົກກະຕິ; ມັນຈະຄືກັບວ່າ ເຈົ້າພິການ ແລະ ເຈົ້າຈະມີພຽງແຕ່ພາລະກິດທີ່ຍາກລໍາບາກຂອງເຈົ້າເອງເທົ່ານັ້ນ ແລະ ບໍ່ມີພາລະກິດຂອງພຣະເຈົ້າເລີຍ. ນີ້ບໍ່ແມ່ນຂໍ້ຜິດພາດໃນການຮັບປະສົບການຂອງເຈົ້າບໍ? ເຈົ້າບໍ່ຈຳເປັນຕ້ອງອະທິຖານເພື່ອໃຫ້ຢູ່ໃນການສະຖິດຂອງພຣະເຈົ້າ; ບາງເທື່ອ ມັນກໍຢູ່ໃນການທີ່ເຈົ້າຕຶກຕອງເຖິງພຣະເຈົ້າ ຫຼື ການໄຕ່ຕອງເຖິງພາລະກິດຂອງພຣະເຈົ້າ, ບາງເທື່ອກໍຢູ່ໃນການທີ່ເຈົ້າຮັບມືກັບບັນຫາບາງຢ່າງ ແລະ ບາງເທື່ອກໍຜ່ານການທີ່ເຈົ້າຖືກເປີດເຜີຍໃນເຫດການໃດໜຶ່ງ ທີ່ເຮັດໃຫ້ເຈົ້າເຂົ້າມາຢູ່ໃນການສະຖິດຂອງພຣະເຈົ້າ. ຫຼາຍຄົນເວົ້າວ່າ “ຂ້ານ້ອຍບໍ່ໄດ້ຢູ່ໃນການຊົງສະຖິດຂອງພຣະເຈົ້າບໍ ເພາະຂ້ານ້ອຍອະທິຖານຢູ່ເລື້ອຍໆ?” ຫຼາຍຄົນອະທິຖານຢ່າງບໍ່ສິ້ນສຸດ “ໃນການສະຖິດຂອງພຣະເຈົ້າ”. ເຖິງແມ່ນວ່າຄໍາອະທິຖານອາດຈະຢູ່ໃນປາກຂອງພວກເຂົາຕະຫຼອດເວລາ, ພວກເຂົາບໍ່ໄດ້ດຳລົງຊີວິດຢູ່ໃນການສະຖິດຂອງພຣະເຈົ້າຢ່າງແທ້ຈິງ. ນີ້ເປັນພຽງວິທີດຽວທີ່ຜູ້ຄົນປະເພດດັ່ງກ່າວຈະສາມາດຮັກສາສະພາບຂອງພວກເຂົາໃນການສະຖິດຂອງພຣະເຈົ້າໄດ້; ພວກເຂົາບໍ່ສາມາດນໍາໃຊ້ຫົວໃຈຂອງພວກເຂົາເພື່ອມີສ່ວນຮ່ວມກັບພຣະເຈົ້າໄດ້ຕະຫຼອດເວລາ ແລະ ພວກເຂົາບໍ່ສາມາດມາຢູ່ຕໍ່ໜ້າພຣະເຈົ້າໂດຍວິທີການຮັບປະສົບການ, ບໍ່ວ່າຈະເປັນການໄຕ່ຕອງ, ການຕຶກຕອງຢ່າງຽບໆ ຫຼື ການໃຊ້ຈິດໃຈຂອງພວກເຂົາເພື່ອມີສ່ວນຮ່ວມກັບພຣະເຈົ້າທີ່ຢູ່ພາຍໃນຫົວໃຈຂອງພວກເຂົາ ໂດຍສຳນຶກເຖິງພາລະຂອງພຣະເຈົ້າ. ພວກເຂົາພຽງແຕ່ຖວາຍຄຳອະທິຖານເຖິງພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍປາກຂອງພວກເຂົາ. ຫຼາຍຄົນບໍ່ມີພຣະເຈົ້າຢູ່ໃນຫົວໃຈ ແລະ ພຣະເຈົ້າມີແຕ່ຢູ່ທີ່ນັ້ນເມື່ອພວກເຂົາເຂົ້າມາໃກ້ພຣະອົງ; ສ່ວນຫຼາຍແລ້ວ ພຣະເຈົ້າບໍ່ໄດ້ຢູ່ທີ່ນັ້ນເລີຍ. ນີ້ບໍ່ແມ່ນການສະແດງອອກເຖິງການບໍ່ມີພຣະເຈົ້າໃນຫົວໃຈຂອງຄົນໆໜຶ່ງບໍ? ຖ້າພວກເຂົາມີພຣະເຈົ້າໃນຫົວໃຈຂອງພວກເຂົາແທ້ໆ, ພວກເຂົາຈະສາມາດເຮັດໃນສິ່ງທີ່ໂຈນ ແລະ ສັດເຮັດໄດ້ບໍ? ຖ້າຄົນໜຶ່ງເຄົາລົບພຣະເຈົ້າຢ່າງແທ້ຈິງ ພວກເຂົາຈະນໍາຫົວໃຈທີ່ແທ້ຈິງມາສຳຜັດກັບພຣະເຈົ້າ ແລ້ວຄວາມຄິດ ແລະ ແນວຄິດຂອງພວກເຂົາກໍຈະມີພຣະທຳຂອງພຣະເຈົ້າຢູ່ສະເໝີ. ພວກເຂົາຈະບໍ່ເຮັດຂໍ້ຜິດພາດໃນທັງຄຳເວົ້າ ຫຼື ການກະທຳ ແລະ ຈະບໍ່ເຮັດຫຍັງກໍຕາມທີ່ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ. ສິ່ງດັ່ງກ່າວແມ່ນມາດຕະຖານຂອງການເປັນຜູ້ເຊື່ອ.