ບົດທີ 5 ຄວາມຈິງກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າ

ພຣະທຳທີ່ສຳຄັນຂອງພຣະເຈົ້າ:

ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະວ່າ ມີພຽງໜຶ່ງໃນສາມຂັ້ນຕອນຂອງພາລະກິດເທົ່ານັ້ນທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ການກາຍມາເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດສະໜອງພຣະທຳທີ່ເປັນຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ແລະ ບໍ່ແມ່ນໄດ້ຮັບມາຈາກສະຫວັນໂດຍກົງຍ້ອນຄໍາອະທິຖານຂອງເຂົາ. ເພາະວ່າມະນຸດມາຈາກເນື້ອໜັງ ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ເຂົາຈະເຂົ້າເຖິງພຣະວິນຍານຂອງພຣະອົງ. ສິ່ງທີ່ມະນຸດສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເຂົ້າໃຈພຣະທຳທັງໝົດ ແລະ ຄວາມຈິງທັງໝົດ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ. ການບັງເກີດຄັ້ງທີສອງແມ່ນພຽງພໍທີ່ຈະກຳຈັດຄວາມຜິດບາບຂອງມະນຸດ ແລະ ເພື່ອເຮັດໃຫ້ເຂົາບໍລິສຸດຢ່າງສົມບູນ. ສະນັ້ນ ຍ້ອນການບັງເກີດເປັນມະນຸດຄັ້ງທີສອງ ພາລະກິດທັງໝົດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງຈະນໍາໄປສູ່ຈຸດສິ້ນສຸດ ແລະ ສຸດທ້າຍ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະຖືກເຮັດໃຫ້ສໍາເລັດ. ຫຼັງຈາກນັ້ນ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງກໍຈະສິ້ນສຸດລົງທັງໝົດ. ຫຼັງຈາກການເກີດເປັນມະນຸດຄັ້ງທີສອງ, ພຣະອົງຈະບໍ່ເກີດເປັນມະນຸດເປັນຄັ້ງທີສາມເພື່ອປະຕິບັດພາລະກິດຂອງພຣະອົງ. ນັ້ນກໍຍ້ອນວ່າ ການຄຸ້ມຄອງທັງໝົດຂອງພຣະອົງແມ່ນເຖິງຈຸດສິ້ນສຸດແລ້ວ. ການບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນການຮັບເອົາຄົນທີ່ພຣະອົງໄດ້ເລືອກໄວ້ຢ່າງສົມບູນ ແລະ ມະນຸດຊາດທັງປວງໃນຍຸກສຸດທ້າຍແມ່ນຈະຖືກແບ່ງອອກຕາມປະເພດຂອງພວກເຂົາ. ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກຕໍ່ໄປ ຫຼື ພຣະອົງຈະບໍ່ກັບຄືນສູ່ເນື້ອໜັງເພື່ອປະຕິບັດພາລະກິດໃດໜຶ່ງອີກ.

(ຄັດຈາກບົດ “ຄວາມລຶກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສະລະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງໄປສູ່ການປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດຫຼົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫນດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.

(ຄັດຈາກບົດ “ຄວາມລຶກລັບແຫ່ງການບັງເກີດເປັນມະນຸດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ພຣະເຈົ້າທີ່ບັງເກີດເປັນມະນຸດຄັ້ງທຳອິດບໍ່ໄດ້ເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດສົມບູນ; ພຣະອົງພຽງແຕ່ເຮັດໃຫ້ຂັ້ນຕອນທຳອິດຂອງພາລະກິດສົມບູນ ເຊິ່ງມັນຈຳເປັນສຳລັບພຣະເຈົ້າທີ່ຈະປະຕິບັດໃນເນື້ອໜັງ. ສະນັ້ນ ເພື່ອທີ່ຈະສຳເລັດພາລະກິດແຫ່ງການບັງເກີດເປັນມະນຸດ ພຣະເຈົ້າໄດ້ກັບຄືນໄປສູ່ເນື້ອໜັງອີກຄັ້ງ ມີຊີວິດຢູ່ໂດຍຄວາມທຳມະດາ ແລະ ຄວາມເປັນຈິງທັງໝົດຂອງເນື້ອໜັງ ນັ້ນກໍຄື ການເຮັດໃຫ້ພຣະທຳຂອງພຣະເຈົ້າປາກົດໃນເນື້ອໜັງທີ່ທຳມະດາ ແລະ ບໍ່ມີຫຍັງພິເສດຢ່າງສົມບູນ ທັງໝົດກໍເພື່ອສໍາເລັດພາລະກິດທີ່ພຣະອົງຍັງເຮັດບໍ່ແລ້ວຜ່ານເນື້ອໜັງມະນຸດ. ການບັງເກີດເປັນມະນຸດຄັ້ງທີ່ສອງແມ່ນສໍາຄັນຄືກັນກັບຄັ້ງທຳອິດ ແຕ່ເປັນຈິງຫຼາຍກວ່າເກົ່າ ແລະ ເປັນທຳມະດາຫຼາຍກວ່າຄັ້ງທຳອິດ. ຜົນຕາມມາກໍຄື ຄວາມທຸກທໍາລະມານຂອງການບັງເກີດເປັນມະນຸດຄັ້ງທີສອງຜະເຊີນແມ່ນຍິ່ງໃຫຍ່ກວ່າຄັ້ງທຳອິດ ແຕ່ຄວາມທຸກທໍລະມານນີ້ເປັນຜົນມາຈາກພັນທະກິດຜ່ານເນື້ອໜັງຂອງພຣະອົງ, ເຊິ່ງແຕກຕ່າງຈາກການຄວາມທຸກຂອງມະນຸດທີ່ເສື່ອມຊາມ. ພ້ອມນີ້ ຍັງເກີດມາຈາກຄວາມເປັນທຳມະດາ ແລະ ຄວາມເປັນຈິງຂອງເນື້ອໜັງຂອງພຣະອົງ. ຍ້ອນພຣະອົງປະຕິບັດພັນທະກິດຂອງພຣະອົງໃນເນື້ອໜັງທຳມະດາ ແລະ ເປັນຈິງຢ່າງສິ້ນເຊີງ, ເນື້ອໜັງຕ້ອງອົດທົນຕໍ່ຄວາມຫຍຸ້ງຍາກທີ່ຍິ່ງໃຫຍ່. ຍິ່ງເນື້ອໜັງນີ້ທຳມະດາ ແລະ ເປັນຈິງຫຼາຍພຽງໃດ ພຣະອົງກໍທົນທຸກໃນການປະຕິບັດພັນທະກິດຂອງພຣະອົງຫຼາຍພຽງນັ້ນ. ພາລະກິດຂອງພຣະອົງຖືກສະແດງອອກໃນເນື້ອໜັງທີ່ທຳມະດາຫຼາຍ ເຊິ່ງບໍ່ໄດ້ຢູ່ເໜືອທຳມະຊາດແນ່ນອນ. ຍ້ອນເນື້ອໜັງຂອງພຣະອົງທຳມະດາ ແລະ ຕ້ອງຮັບແບກພາລະກິດແຫ່ງການຊ່ວຍມະນຸດ, ພຣະອົງຍິ່ງທົນທຸກຫຼາຍກວ່າເນື້ອໜັງທີ່ເໜືອທຳມະຊາດ, ການທົນທຸກທັງໝົດນີ້ເກີດມາຈາກຄວາມເປັນຈິງ ແລະ ຄວາມທຳມະດາຂອງເນື້ອໜັງຂອງພຣະອົງ. ຈາກການທົນທຸກຂອງເນື້ອໜັງທັງສອງທີ່ບັງເກີດເປັນມະນຸດໄດ້ຮັບໃນຂະນະທີ່ປະຕິບັດພັນທະກິດຂອງພວກເຂົາ ກໍຈະສາມາດເຫັນເຖິງຄວາມສໍາຄັນຂອງການບັງເກີດເປັນມະນຸດ. ຍິ່ງເນື້ອໜັງເປັນທຳມະດາພຽງໃດ ພຣະອົງຍິ່ງຕ້ອງອົດທົນກັບຄວາມລຳບາກທີ່ຍິ່ງໃຫຍ່ຫຼາຍພຽງນັ້ນໃນເວລາທີ່ປະຕິບັດພາລະກິດ; ຍິ່ງເນື້ອໜັງທີ່ປະຕິບັດພາລະກິດເປັນຈິງຫຼາຍພຽງໃດ ຄວາມຄິດຕ່າງໆນາໆທີ່ຜູ້ຄົນຈະຮັບກໍຍິ່ງຮຸນແຮງຫຼາຍພຽງນັ້ນ ແລະ ຄວາມອັນຕະລາຍກໍມີຄວາມສ່ຽງທີ່ຈະເກີດຂຶ້ນກັບພຣະອົງຫຼາຍພຽງນັ້ນ. ແລະ ຢ່າງໃດກໍຕາມ ຍິ່ງເນື້ອໜັງເປັນຈິງຫຼາຍພຽງໃດ ແລະ ເນື້ອໜັງຍິ່ງມີຄວາມຕ້ອງການ ແລະ ຄວາມສຳນຶກທີ່ສົມບູນຂອງມະນຸດທີ່ທຳມະດາຫຼາຍພຽງໃດ ພຣະອົງກໍຍິ່ງສາມາດປະຕິບັດພາລະກິດຂອງພຣະເຈົ້າໃນເນື້ອໜັງຫຼາຍພຽງນັ້ນ. ມັນແມ່ນເນື້ອໜັງຂອງພຣະເຢຊູທີ່ຖືກຄຶງທີ່ໄມ້ກາງແຂນ, ເນື້ອໜັງຂອງພຣະອົງທີ່ຍອມສະລະເພື່ອເປັນເຄື່ອງບູຊາແທນຄວາມຜິດບາບ; ຍ້ອນເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ ທີ່ເຮັດໃຫ້ພຣະອົງເອົາຊະນະຊາຕານ ແລະ ຊ່ວຍມະນຸດໃຫ້ພົ້ນຈາກໄມ້ກາງແຂນຢ່າງສົມບູນ ແລະ ມັນບໍ່ແຕກຕ່າງຫຍັງກັບເນື້ອໜັງຂອງພຮະເຈົ້າທີ່ບັງເກີດເປັນມະນຸດຄັ້ງທີສອງປະຕິບັດພາລະກິດແຫ່ງການເອົາຊະນະ ແລະ ຊະນະຊາຕານ. ມີພຽງແຕ່ເນື້ອໜັງທີ່ທຳມະດາ ແລະ ເປັນຈິງຢ່າງສົມບູນເທົ່ານັ້ນທີ່ສາມາດປະຕິບັດພາລະກິດແຫ່ງການເອົາຊະນະທັງໝົດ ແລະ ສ້າງປະຈັກພະຍານທີ່ແຂງກ້າ. ນັ້ນໝາຍຄວາມວ່າ ພາລະກິດແຫ່ງ[ກ] ການເອົາຊະນະມະນຸດຖືກເຮັດໃຫ້ມີປະສິດຕິພາບຜ່ານຄວາມເປັນຈິງ ແລະ ຄວາມທຳມະດາຂອງພຣະເຈົ້າຜ່ານເນື້ອໜັງ, ບໍ່ແມ່ນຜ່ານສິ່ງອັດສະຈັນ ແລະ ການເປີດເຜີຍທີ່ເໜືອທຳມະຊາດ. ພັນທະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແມ່ນເພື່ອກ່າວ, ເພື່ອເອົາຊະນະ ແລະ ເຮັດໃຫ້ມະນຸດສົມບູນ; ເວົ້າອີກແບບໜຶ່ງກໍຄື ພາລະກິດຂອງພຣະວິນຍານທີ່ເຮັດໃຫ້ເກີດເປັນຈິງຜ່ານເນື້ອໜັງ ແລະ ໜ້າທີ່ຂອງເນື້ອໜັງ ແມ່ນເພື່ອກ່າວພຣະທໍາ, ເພື່ອເອົາຊະນະ, ເປີດເຜີຍ, ເຮັດໃຫ້ສົມບູນ ແລະ ກຳຈັດມະນຸດຢ່າງສົມບູນ. ດ້ວຍເຫດນັ້ນ ມັນແມ່ນພາລະກິດແຫ່ງການເອົາຊະນະນີ້ ທີ່ຈະເຮັດໃຫ້ພາລະກີດຜ່ານເນື້ອໜັງຂອງພຣະເຈົ້າສຳເລັດລົງຢ່າງສົບບູນແບບ. ພາລະກິດການໄຖ່ບາບເປັນພຽງການເລີ່ມຕົ້ນຂອງພາລະກິດແຫ່ງການບັງເກີດເປັນມະນຸດ; ເນື້ອໜັງຜູ້ທີ່ປະຕິບັດພາລະກິດແຫ່ງການເອົາຊະນະຈະເຮັດໃຫ້ພາລະກິດແຫ່ງການບັງເກີດເປັນມະນຸດທັງໝົດສົມບູນ. ກ່ຽວກັບເລື່ອງເພດ ຄົນໜຶ່ງເປັນຜູ້ຊາຍ ແລະ ອີກຄົນໜຶ່ງແມ່ນຜູ້ຍິງ; ດ້ວຍວິທີນີ້ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນໄດ້ຖືກເຮັດໃຫ້ສໍາເລັດ. ມັນກຳຈັດແນວຄວາມຄິດຜິດຂອງມະນຸດກ່ຽວກັບພຣະເຈົ້າ: ພຣະເຈົ້າສາມາດເປັນທັງຜູ້ຊາຍ ແລະ ຜູ້ຍິງ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດ ສໍາຄັນແມ່ນບໍ່ຈໍາແນກເພດ. ພຣະອົງສ້າງທັງຜູ້ຊາຍ ແລະ ຜູ້ຍິງ ແລະ ພຣະອົງບໍ່ຈຳແນກຄວາມແຕກຕ່າງລະຫວ່າງເພດ. ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າບໍ່ປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ເພື່ອວ່າ ຜົນພາລະກິດທີ່ຈະໄດ້ຮັບແມ່ນຜ່ານທາງພຣະທຳ. ເຫດຜົນນີ້ກໍຍ້ອນວ່າ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດໃນເວລານີ້ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການເອົາຊະນະມະນຸດຜ່ານການກ່າວ ເຊິ່ງຈະເວົ້າວ່າ ທັກສະໂດຍທຳມະຊາດຂອງພຣະເຈົ້າຜູ້ບັງເກີດເປັນເນື້ອໜັງແມ່ນການກ່າວພຣະທຳ ແລະ ເອົາຊະນະມະນຸດ, ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພາລະກິດຂອງພຣະອົງໃນຄວາມເປັນມະນຸດທຳມະດາບໍ່ແມ່ນການປະຕິບັດສິ່ງອັດສະຈັນ, ບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ເປັນການກ່າວພຣະທໍາ ແລະ ດ້ວຍເຫດນັ້ນ ການບັງເກີດເປັນມະນຸດຄັ້ງທີສອງປາກົດວ່າ ຈະທຳມະດາຕໍ່ຜູ້ຄົນຫຼາຍກວ່າຄັ້ງທຳອິດ. ຜູ້ຄົນເຫັນວ່າ ການບັງເກີດຂອງພຣະເຈົ້າບໍ່ແມ່ນການຕົວະ; ແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດນີ້ແຕກຕ່າງຈາກພຣະເຢຊູທີ່ບັງເກີດເປັນມະນຸດ ແລະ ເຖິງແມ່ນວ່າ ພວກເຂົາທັງສອງແມ່ນພຣະເຈົ້າທີ່ບັງເກີດເປັນມະນຸດ, ພວກເຂົາກໍບໍ່ຄືກັນຢ່າງສິ້ນເຊີງ. ພຣະເຢຊູມີຄວາມເປັນມະນຸດທີ່ທຳມະດາ, ຄວາມເປັນມະນຸດທີ່ບໍ່ມີຫຍັງພິເສດ, ແຕ່ພຣະອົງປະກອບມີໝາຍສຳຄັນ ແລະ ສິ່ງອັດສະຈັນຫຼາຍຢ່າງ. ສໍາລັບພຣະເຈົ້າທີ່ບັງເກີດເປັນມະນຸດໃນທຸກມື້ນີ້ ຕາຂອງມະນຸດຈະບໍ່ເຫັນໝາຍສຳຄັນ ຫຼື ສິ່ງອັດສະຈັນ, ບໍ່ມີການຮັກສາຄົນປ່ວຍ ຫຼື ຂັບໄລ່ຜີຮ້າຍ, ບໍ່ມີການຍ່າງເທິງທະເລ ຫຼື ການອົດອາຫານເປັນເວລາສີ່ສິບມື້.... ພຣະອົງບໍ່ປະຕິບັດພາລະກິດດຽວກັນກັບທີ່ພຣະເຢຊູປະຕິບັດ, ນັ້ນບໍ່ແມ່ນຍ້ອນວ່າ ແກ່ນແທ້ຂອງເນື້ອໜັງຂອງພຣະອົງແຕກຕ່າງຈາກພຣະເຢຊູ, ແຕ່ຍ້ອນວ່າ ພັນທະກິດຂອງພຣະອົງບໍ່ແມ່ນການຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ. ພຣະອົງບໍ່ທຳລາຍພາລະກິດຂອງພຣະອົງເອງ, ບໍ່ລົບກວນພາລະກິດຂອງພຣະອົງເອງ. ເມື່ອພຣະອົງເອົາຊະນະມະນຸດຜ່ານພຣະທຳທີ່ແທ້ຈິງຂອງພຣະອົງ ຈຶ່ງບໍ່ຈຳເປັນທີ່ຈະເອົາຊະນະເຂົາດ້ວຍສິ່ງອັດສະຈັນ, ສະນັ້ນ ຂັ້ນຕອນນີ້ຄືການເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດສົມບູນ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເປັນຫຍັງເຮົາຈຶ່ງກ່າວວ່າ ຄວາມໝາຍຂອງການບັງເກີດເປັນມະນຸດບໍ່ໄດ້ຖືກເຮັດໃຫ້ສົມບູນໃນພາລະກິດຂອງພຣະເຢຊູ? ກໍຍ້ອນວ່າ ພຣະທຳບໍ່ໄດ້ກາຍເປັນເນື້ອໜັງໂດຍສົມບູນ. ສິ່ງທີ່ພຣະເຢຊູເຮັດແມ່ນເປັນພຽງສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າຜ່ານເນື້ອໜັງເທົ່ານັ້ນ; ພຣະອົງພຽງແຕ່ປະຕິບັດພາລະກິດແຫ່ງການໄຖ່ບາບ ແລະ ບໍ່ໄດ້ປະຕິບັດພາລະກິດແຫ່ງການຮັບເອົາມະນຸດຢ່າງສົມບູນ. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງກາຍມາເປັນເນື້ອໜັງອີກຄັ້ງໃນຍຸກສຸດທ້າຍ. ຂັ້ນຕອນນີ້ຂອງພາລະກິດແມ່ນປະຕິບັດຜ່ານເນື້ອໜັງທຳມະດາເຊັ່ນກັນ, ປະຕິບັດທັງໝົດໂດຍມະນຸດທຳມະດາ, ເຊິ່ງເປັນຄົນມີຄວາມເປັນມະນຸດທີ່ບໍ່ມີຄວາມວິເສດຍຫັງແມ່ນແຕ່ໜ້ອຍດຽວ. ເວົ້າອີກຢ່າງກໍຄື ພຣະເຈົ້າກາຍເປັນມະນຸດໂດຍສົມບູນ ແລະ ເປັນບຸກຄົນທີ່ມີຕົວຕົນເປັນພຣະເຈົ້າ, ເປັນເນື້ອໜັງທີ່ສົມບູນ ແລະ ເປັນຜູ້ປະຕິບັດພາລະກິດ. ໃນສາຍຕາຂອງມະນຸດ, ພຣະອົງເປັນພຽງເນື້ອໜັງທີ່ບໍ່ມີຄວາມພິເສດຫຍັງທັງໝົດ, ເປັນບຸກຄົນທຳມະດາສາມັນທີ່ສາມາດເວົ້າພາສາແຫ່ງສະຫວັນໄດ້, ເປັນຜູ້ທີ່ບໍ່ສະແດງໝາຍສຳຄັນທີ່ມະຫັດສະຈັນ, ບໍ່ເຮັດສິ່ງອັດສະຈັນ, ຢ່າວ່າແຕ່ເປີດໂປ່ງຄວາມຈິງພາຍໃນກ່ຽວກັບສາສະໜາໃນຫ້ອງປະຊຸມໃຫຍ່ເລີຍ. ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງເຮັດໃຫ້ຜູ້ຄົນເບິ່ງຄືກັບວ່າ ບໍ່ຄືຄັ້ງທຳອິດຢ່າງສິ້ນເຊີງ, ເຖິງຂັ້ນທັງສອງເບິ່ງຄືວ່າບໍ່ມີຫຍັງຄ້າຍຄືກັນເລີຍ ແລະ ບໍ່ມີຫຍັງໃນພາລະກິດຄັ້ງທໍາອິດສາມາດເຫັນໃນຄັ້ງນີ້ໄດ້. ເຖິງແມ່ນວ່າພາລະກິດຂອງເນື້ອໜັງຜູ້ບັງເກີດເປັນມະນຸດຄັ້ງທີສອງແຕກຕ່າງຈາກຄັ້ງທຳອິດ, ນັ້ນບໍ່ໄດ້ພິສູດວ່າ ແຫຼ່ງກຳເນີດຂອງພວກເຂົາບໍ່ແມ່ນສິ່ງດຽວກັນ. ເຖິງແມ່ນວ່າແຫຼ່ງກຳເນີດຂອງພວກເຂົາຄືກັນໂດຍອີງຕາມທຳມະຊາດຂອງພາລະກິດທີ່ເຮັດສຳເລັດໂດຍເນື້ອໜັງ ແລະ ບໍ່ແມ່ນຕາມເນື້ອນັງພາຍນອກຂອງພວກເຂົາ. ໃນລະຫວ່າງພາລະກິດສາມຂັ້ນຕອນຂອງພຣະອົງ ພຣະເຈົ້າບັງເກີດເປັນມະນຸດສອງຄັ້ງ ແລະ ທັງສອງຄັ້ງ ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມເປີດຍຸກໃໝ່, ນໍາພາພາລະກິດໃໝ່; ການບັງເກີດເປັນມະນຸດທັງສອງຄວບຄູ່ເສີມເຊິ່ງກັນແລະກັນ. ມັນເປັນໄປບໍ່ໄດ້ທີ່ຕາຂອງມະນຸດຈະເບິ່ງອອກວ່າ ເນື້ອໜັງທັງສອງມາຈາກແຫຼ່ງກຳເນີດດຽວກັນ. ແນ່ນອນ ມັນເປັນສິ່ງທີ່ຢູ່ເໜືອສາຍຕາຂອງມະນຸດ ຫຼື ຄວາມຄິດຂອງມະນຸດ. ແຕ່ໃນແກ່ນແທ້ຂອງພວກເຂົາ ພວກເຂົາເປັນສິ່ງດຽວກັນ, ຍ້ອນພາລະກິດຂອງພວກເຂົາເລີ່ມຕົ້ນຈາກພຣະວິນຍານດຽວກັນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຈະເກີດຈາກແຫຼ່ງກຳເນີດດຽວກັນ ຫຼື ບໍກໍຕາມ ແມ່ນບໍ່ສາມາດຕັດສິນໄດ້ຈາກຍຸກ ແລະ ບ່ອນທີ່ພວກເຂົາກຳເນີດ ຫຼື ປັດໃຈອື່ນໆ, ແຕ່ໂດຍພາລະກິດທີ່ສັກສິດຂອງພວກເຂົາ. ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງບໍ່ໄດ້ປະຕິບັດພາລະກິດໃດເລີຍທີ່ພຣະເຢຊູປະຕິບັດ, ຍ້ອນພາລະກິດຂອງພຣະເຈົ້າບໍ່ໄດ້ຍຶດໝັ້ນກັບທຳນຽມ, ແຕ່ໃນແຕ່ລະຄັ້ງ ແມ່ນເປັນການເປີດເສັ້ນທາງໃໝ່. ເນື້ອໜັງທີ່ບັງເກີດເປັນມະນຸດຄັ້ງທີສອງບໍ່ໄດ້ແນໃສ່ການສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ແລະ ໝັ້ນຄົງໃນຄວາມຄິດຂອງຜູ້ຄົນ, ແຕ່ເພື່ອປະກອບເສີມ ແລະ ເຮັດໃຫ້ມັນສົມບູນຂຶ້ນ, ເພື່ອເຮັດໃຫ້ຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າເລິກເຊິ່ງ, ເພື່ອທຳລາຍກົດລະບຽບທຸກຂໍ້ທີ່ມີຢູ່ໃນຫົວໃຈຂອງຜູ້ຄົນ ແລະ ເພື່ອກຳຈັດພາບທີ່ຜິດກ່ຽວກັບພຣະເຈົ້າໃນຫົວໃຈຂອງພວກເຂົາ. ສາມາດເວົ້າໄດ້ວ່າ ບໍ່ມີຂັ້ນຕອນໃດຂອງພາລະກິດຂອງພຣະເຈົ້າສາມາດມອບຄວາມຮູ້ກ່ຽວກັບພຣະອົງໃຫ້ແກ່ມະນຸດໄດ້ຢ່າງສົມບູນ; ແຕ່ລະຂັ້ນຕອນແມ່ນໃຫ້ຄວາມຮູ້ພຽງແຕ່ສ່ວນໜຶ່ງ ແລະ ບໍ່ແມ່ນທັງໝົດ. ເຖິງແມ່ນພຣະເຈົ້າສະແດງອຸປະນິໄສຂອງພຣະອົງຢ່າງຄົບຖ້ວນ, ແຕ່ຍ້ອນຄວາມສາມາດໃນການເຂົ້າໃຈຂອງມະນຸດມີຄວາມຈຳກັດ, ຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າຍັງຄົງບໍ່ສົມບູນ. ມັນເປັນໄປບໍ່ໄດ້ທີ່ຈະໃຊ້ພາສາມະນຸດສື່ສານອຸປະນິໄສທັງໝົດຂອງພຣະເຈົ້າ; ຈະໃຫ້ຂັ້ນຕອນໜຶ່ງຂອງພາລະກິດຂອງພຣະອົງສະແດງເຖິງພຣະເຈົ້າໄດ້ຢ່າງຄົບຖ້ວນໄປໜ້ອຍກວ່ານີ້ໄດ້ແນວໃດ? ພຣະອົງປະຕິບັດພາລະກິດໃນເນື້ອໜັງພາຍໃຕ້ການປົກຄຸມຂອງຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ຜູ້ຄົນພຽງແຕ່ສາມາດຮູ້ຈັກພຣະອົງໄດ້ຜ່ານການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງ, ບໍ່ແມ່ນຜ່ານເນື້ອໜັງພາຍນອກຂອງພຣະອົງ. ພຣະເຈົ້າມາສູ່ເນື້ອໜັງເພື່ອອະນຸຍາດໃຫ້ມະນຸດຮູ້ຈັກພຣະອົງຜ່ານຫຼາກຫຼາຍວິທີທາງຂອງພາລະກິດ, ບໍ່ມີຈັກເທື່ອທີ່ສອງຂັ້ນຕອນຂອງພາລະກິດຂອງພຣະອົງຈະຄືກັນ. ມີພຽງແຕ່ວິທີນີ້ທີ່ມະນຸດສາມາດມີຄວາມຮູ້ຢ່າງຄົບຖ້ວນກ່ຽວກັບພາລະກິດຂອງພຣະເຈົ້າໃນເນື້ອໜັງ ແລະ ບໍ່ຈໍາກັດພຽງດ້ານໃດໜຶ່ງ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ຂັ້ນຕອນຂອງພາລະກິດທີ່ພຣະເຢຊູປະຕິບັດແມ່ນພຽງແຕ່ເພື່ອເຮັດໃຫ້ສຳເລັດຕາມເນື້ອຄວາມທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ”: ຄວາມຈິງຂອງພຣະເຈົ້າຢູ່ກັບພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າຢູ່ກັບເນື້ອໜັງ ແລະ ບໍ່ສາມາດຕັດຂາດຈາກເນື້ອໜັງໄດ້. ນັ້ນກໍຄື ເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດຢູ່ກັບພຣະວິນຍານຂອງພຣະເຈົ້າ ເຊິ່ງເປັນເຄື່ອງພິສູດຢ່າງໃຫຍ່ກ່ຽວກັບພຣະເຢຊູທີ່ບັງເກີດເປັນມະນຸດ ພຣະອົງຄືການບັງເກີດເປັນມະນຸດຄັ້ງທໍາອິດຂອງພຣະເຈົ້າ. ຂັ້ນຕອນນີ້ຂອງພາລະກິດເຮັດສຳເລັດຕາມຄວາມໝາຍແທ້ຈິງຂອງພຣະທຳທີ່ວ່າ “ພຣະທຳກາຍມາເປັນເນື້ອໜັງ”, ເພີ່ມເຕີມຄວາມໝາຍຢ່າງເລິກເຊິງຕໍ່ພຣະທຳທີ່ວ່າ “ພຣະທຳຢູ່ກັບພຣະເຈົ້າ ແລະ ພຣະທຳເປັນພຣະເຈົ້າ” ແລະ ເຮັດໃຫ້ເຈົ້າເຊື່ອຢ່າງໜັກແໜ້ນໃນພຣະທຳທີ່ວ່າ “ໃນຕົ້ນເດີມນັ້ນຊົງມີພຣະທຳຢູ່ແລ້ວ”. ນັ້ນໝາຍຄວາມວ່າ ໃນເວລາແຫ່ງການເນລະມິດສ້າງ ພຣະເຈົ້າມີພຣະທຳ, ພຣະທຳຂອງພຣະອົງຢູ່ກັບພຣະອົງ ແລະ ບໍ່ສາມາດຕັດຂາດຈາກພຣະອົງໄດ້ ແລະ ຍຸກສຸດທ້າຍຍິ່ງເຮັດໃຫ້ລິດອຳນາດ ແລະ ສິດອຳນາດຂອງພຣະທຳຂອງພຣະອົງຊັດເຈນຫຼາຍຍິ່ງຂຶ້ນ ແລະ ເຮັດໃຫ້ມະນຸດເຫັນເຖິງພຣະທຳທັງໝົດຂອງພຣະອົງ, ໄດ້ຍິນພຣະທຳທັງໝົດຂອງພຣະອົງ. ສິ່ງດັ່ງກ່າວແມ່ນພາລະກິດແຫ່ງຍຸກສຸດທ້າຍ. ເຈົ້າຕ້ອງເຂົ້າໃຈກັບສິ່ງເຫຼົ່ານີ້ຢ່າງທົ່ວເຖິງ. ມັນບໍ່ແມ່ນຄຳຖາມກ່ຽວກັບການຮູ້ຈັກເນື້ອໜັງ, ແຕ່ກ່ຽວກັບວິທີທີ່ເຈົ້າເຂົ້າໃຈເນື້ອໜັງ ແລະ ພຣະທຳ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເປັນພະຍານ ເຊິ່ງທຸກຄົນຕ້ອງຮູ້. ຍ້ອນນີ້ແມ່ນພາລະກິດຂອງການບັງເກີດເປັນມະນຸດຄັ້ງທີສອງ ແລະ ຄັ້ງສຸດທ້າຍທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງ, ມັນເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສຳເລັດຢ່າງສົມບູນ, ໄດ້ຖືກປະຕິບັດຢ່າງທົ່ວເຖິງ ແລະ ກໍ່ໃຫ້ເກີດພາລະກິດທັງໝົດຂອງພຣະເຈົ້າໃນເນື້ອໜັງ ແລະ ນໍາຍຸກຂອງການເປັນຢູ່ຂອງພຣະເຈົ້າໃນເນື້ອໜັງມາສູ່ຈຸດສູດທ້າຍ. ສະນັ້ນ ເຈົ້າຕ້ອງຮູ້ຈັກເຖິງຄວາມໝາຍຂອງການບັງເກີດເປັນມະນຸດ.

(ຄັດຈາກບົດ “ການປະຕິບັດ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບໍ່ວ່າໃນຂັ້ນຕອນນີ້ ພຣະເຈົ້າຜູ້ບັງເກີດເປັນມະນຸດກຳລັງອົດທົນຕໍ່ຄວາມລຳບາກ ຫຼື ປະຕິບັດພັນທະກິດຂອງພຣະອົງກໍຕາມ, ພຣະອົງເຮັດແບບນັ້ນກໍເພື່ອເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ, ຍ້ອນວ່າ ນີ້ແມ່ນການບັງເກີດຄັ້ງສຸດທ້າຍຂອງພຣະເຈົ້າ. ພຣະເຈົ້າພຽງແຕ່ສາມາດບັງເກີດເປັນມະນຸດສອງຄັ້ງ. ບໍ່ສາມາດມີຄັ້ງທີສາມໄດ້. ການບັງເກີດເປັນມະນຸດຄັ້ງທຳອິດເປັນຜູ້ຊາຍ, ຄັ້ງທີສອງເປັນຜູ້ຍິງ ແລະ ດ້ວຍເຫດນີ້ ພາບລັກສະນະເນື້ອໜັງຂອງພຣະເຈົ້າຈຶ່ງສົມບູນໃນຄວາມຄິດຂອງມະນຸດ; ຍິ່ງໄປກວ່ານັ້ນ ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ພາລະກິດຂອງພຣະເຈົ້າໃນເນື້ອໜັງສຳເລັດແລ້ວ. ຄັ້ງທຳອິດ ພຣະເຈົ້າຜູ້ບັງເກີດເປັນມະນຸດມີຄວາມເປັນມະນຸດທຳມະດາ ເພື່ອເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ. ເວລານີ້ ພຣະອົງກໍມີຄວາມເປັນມະນຸດທຳມະດາເຊັ່ນກັນ ແຕ່ຄວາມໝາຍຂອງການບັງເກີດເປັນມະນຸດແຕກຕ່າງກັນ: ການບັງເກີດເລິກເຊິ່ງກວ່າ ແລະ ພາລະກິດຂອງພຮະອົງກໍມີຄວາມໝາຍເລິກເຊິ່ງກວ່າ. ເຫດຜົນທີ່ພຣະເຈົ້າກາຍມາເປັນເນື້ອໜັງອີກຄັ້ງກໍເພື່ອເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດສົມບູນ. ເມື່ອພຣະເຈົ້າໄດ້ສິ້ນສຸດຂັ້ນຕອນນີ້ຂອງພາລະກິດຂອງພຣະອົງຢ່າງສົມບູນແລ້ວ, ຄວາມໝາຍທັງໝົດຂອງການບັງເກີດເປັນມະນຸດ ນັ້ນກໍຄື ພາລະກິດຂອງພຣະເຈົ້າຜ່ານເນື້ອໜັງມະນຸດ ຈະຖືກເຮັດໃຫ້ສົມບູນ ແລະ ຈະບໍ່ມີພາລະກິດໃດອີກທີ່ຈະເຮັດໃຫ້ສຳເລັດໂດຍຜ່ານເນື້ອໜັງມະນຸດ. ນັ້ນກໍຄື ນັບຕັ້ງແຕ່ປັດຈຸບັນເປັນຕົ້ນໄປ ພຣະເຈົ້າຈະບໍ່ມາສະຖິດເຂົ້າສູ່ເນື້ອໜັງມະນຸດອີກຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງ.

(ຄັດຈາກບົດ “ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

(ບົດຄວາມທີ່ຖືກຄັດເລືອກຈາກພຣະທຳຂອງພຣະເຈົ້າ)

ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ

ແຕ່ລະຂັ້ນຕອນຂອງພາລະກິດທີ່ປະຕິບັດໂດຍພຣະເຈົ້າແມ່ນມີຄວາມສໍາຄັນຕາມເຫດຜົນຂອງມັນ. ໃນເວລານັ້ນ ເມື່ອພຣະເຢຊູມາ ພຣະອົງເປັນເພດຊາຍ, ແຕ່ເມື່ອພຣະເຈົ້າມາໃນຄັ້ງນີ້ ພຣະອົງເປັນເພດຍິງ. ຈາກສິ່ງນີ້ ເຈົ້າສາມາດເຫັນໄດ້ວ່າ ເພື່ອຜົນປະໂຫຍດຂອງພຣະທໍາຂອງພຣະອົງ ພຣະເຈົ້າສ້າງທັງເພດຊາຍ ແລະ ຍິງ ເຊິ່ງສໍາລັບພຣະອົງແລ້ວ ບໍ່ມີຄວາມແຕກຕ່າງທາງດ້ານເພດ. ເມື່ອພຣະວິນຍານຂອງພຣະອົງມາ ພຣະອົງສາມາດສະຖິດເຂົ້າໃນຮ່າງກາຍໃດກໍໄດ້ ແລະ ຮ່າງກາຍນັ້ນສາມາດເປັນຕົວແທນຂອງພຣະອົງໄດ້. ຖ້າພຣະເຢຊູປາກົດເປັນເພດຍິງໃນເວລາພຣະອົງມາ, ເວົ້າອີກຢ່າງໜຶ່ງກໍຄື ຖ້າພຣະວິນຍານບໍລິສຸດບັງເກີດເປັນບຸດຍິງ ແລະ ບໍ່ແມ່ນບຸດຊາຍ ຂັ້ນຕອນພາລະກິດກໍຈະຖືກເຮັດໃຫ້ສໍາເລັດທັງໝົດເຊັ່ນດຽວກັນ. ຖ້າເປັນເຊັ່ນນັ້ນ, ຂັ້ນຕອນພາລະກິດໃນປັດຈຸບັນທີ່ຈະຕ້ອງເຮັດໂດຍເພດຊາຍແທນທີ່ຈະເປັນເພດຍິງ ກໍຈະຖືກເຮັດໃຫ້ສໍາເລັດຄືເກົ່າ. ພາລະກິດທີ່ສໍາເລັດໃນຂັ້ນຕອນໃດກໍຕາມແມ່ນສໍາຄັນເທົ່າໆກັນ, ບໍ່ມີຂັ້ນຕອນໃດຂອງພາລະກິດທີ່ຖືກເຮັດຊໍ້າກັນ ຫຼື ຂັດແຍ່ງເຊິ່ງກັນແລະກັນ. ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດຂອງພຣະອົງ ແມ່ນຖືກເອີ້ນພຽງ ພຣະບຸດ ແລະ “ພຣະບຸດ” ໝາຍເຖິງເພດຊາຍ. ແຕ່ເຫດໃດພຣະບຸດຈຶ່ງບໍ່ໄດ້ກ່າວເຖິງໃນຍຸກນີ້? ນີ້ກໍຍ້ອນວ່າ ຄວາມຮຽງຮ້ອງຕ້ອງການຂອງພາລະກິດໄດ້ເຮັດໃຫ້ມີການປ່ຽນແປງເພດທີ່ແຕກຕ່າງຈາກພຣະເຢຊູ. ສໍາລັບພຣະເຈົ້າແລ້ວ ບໍ່ມີຄວາມແຕກຕ່າງດ້ານທາງເພດ. ພຣະອົງກະທໍາພາລະກິດຂອງພຣະອົງຕາມຄວາມປະສົງຂອງພຣະອົງ ແລະ ການປະຕິບັດພາລະກິດຂອງພຣະອົງບໍ່ມີຂໍ້ຈໍາກັດໃດໆ, ແຕ່ເປັນການປະຕິບັດຢ່າງເສລີໂດຍພິເສດ. ເຖິງຢ່າງໃດກໍຕາມ, ທຸກຂັ້ນຕອນຂອງພາລະກິດແມ່ນສໍາຄັນຕາມເຫດຜົນຂອງມັນ. ພຣະເຈົ້າໄດ້ກາຍເປັນເນື້ອໜັງສອງຄັ້ງ ແລະ ຈະເຫັນໄດ້ຢ່າງຈະແຈ້ງເລີຍວ່າ ການບັງເກີດເປັນມະນຸດຂອງພຣະອົງໃນຍຸກສຸດທ້າຍນີ້ແມ່ນເປັນຄັ້ງສຸດທ້າຍ. ພຣະອົງມາເພື່ອເປີດເຜີຍການກະທໍາທັງໝົດຂອງພຣະອົງ. ຖ້າໃນຂັ້ນຕອນນີ້ທີ່ພຣະອົງບໍ່ໄດ້ກາຍເປັນເນື້ອໜັງມະນຸດເພື່ອກະທໍາພາລະກິດໂດຍພຣະອົງເອງເພື່ອມະນຸດໄດ້ປະຈັກ ມະນຸດຈະຍຶດໝັ້ນໃນຄວາມຄິດຕະຫຼອດໄປວ່າ ພຣະເຈົ້າເປັນເພດຊາຍເທົ່ານັ້ນ, ບໍ່ແມ່ນເພດຍິງ. ກ່ອນໜ້ານີ້, ມວນມະນຸດຊາດເຊື່ອວ່າ ພຣະເຈົ້າສາມາດເປັນເພດຊາຍເທົ່ານັ້ນ ແລະ ເພດຍິງບໍ່ສາມາດເອີ້ນເປັນພຣະເຈົ້າໄດ້ ຍ້ອນວ່າມະນຸດຊາດທັງປວງຖືວ່າ ຜູ້ຊາຍມີອໍານາດເໜືອຜູ້ຍິງ. ພວກເຂົາເຊື່ອວ່າບໍ່ມີຜູ້ຍິງຄົນໃດສາມາດປົກຄອງໄດ້, ມີແຕ່ຜູ້ຊາຍເທົ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາຍັງເວົ້າວ່າ ຜູ້ຊາຍເປັນຫົວໜ້າຜູ້ຍິງ ເຊິ່ງຜູ້ຍິງຕ້ອງເຊື່ອຟັງຜູ້ຊາຍ ແລະ ບໍ່ສາມາດຢູ່ເໜືອຜູ້ຊາຍໄດ້. ໃນອະດີດ, ການເວົ້າວ່າ ຜູ້ຊາຍຄືຫົວໜ້າຜູ້ຍິງນັ້ນແມ່ນໝາຍເຖິງອາດາມກັບເອວາ ຜູ້ທີ່ຖືກງູລໍ້ລວງ ແລະ ບໍ່ໄດ້ໝາຍເຖິງຜູ້ຊາຍ ແລະ ຜູ້ຍິງທີ່ຖືກສ້າງໂດຍພຣະເຢໂຮວາໃນເບື້ອງຕົ້ນ. ແນ່ນອນຢູ່ແລ້ວ ຜູ້ຍິງບໍ່ວ່າຜູ້ໃດກໍຕ້ອງເຊື່ອຟັງ ແລະ ຮັກຜົວຂອງນາງ ແລະ ຜູ້ເປັນຜົວກໍຕ້ອງຮຽນຮູ້ທີ່ຈະລ້ຽງດູ ແລະ ສະໜັບສະໜູນຄອບຄົວຂອງຕົນ. ນີ້ແມ່ນກົດເກນ ແລະ ກົດບັນຍັດທີ່ວາງອອກໂດຍພຣະເຢໂຮວາ ເຊິ່ງມະນຸດຕ້ອງປະຕິບັດຕາມກົດເຫຼົ່ານັ້ນໃນການໃຊ້ຊີວິດຂອງພວກເຂົາຢູ່ເທິງແຜ່ນດິນໂລກນີ້. ພຣະເຢໂຮວາໄດ້ກ່າວຕໍ່ຜູ້ຍິງວ່າ “ຄວາມປາຖະໜາຂອງເຈົ້າຈະຕ້ອງເປັນຜົວຂອງເຈົ້າ ແລະ ລາວຈະປົກຄອງເຈົ້າເອງ.” ພຣະອົງກ່າວດັ່ງນັ້ນກໍເພື່ອວ່າມະນຸດ (ນັ້ນກໍຄື ທັງຜູ້ຊາຍ ແລະ ຜູ້ຍິງ) ຈະໄດ້ໃຊ້ຊີວິດເປັນປົກກະຕິຢູ່ພາຍໃຕ້ການຄຸ້ມຄອງຂອງພຣະເຢໂຮວາ ແລະ ເພື່ອວ່າຊີວິດຂອງມະນຸດຈະໄດ້ມີໂຄງສ້າງຄອວຄົວ ແລະ ຢູ່ກັນແບບມີລະບຽບວິໄນ. ດັ່ງນັ້ນ ພຣະເຢໂຮວາ ຈຶ່ງສ້າງກົດເກນທີ່ເໝາະສົມສໍາລັບຜູ້ຊາຍ ແລະ ຜູ້ຍິງຄວນປະຕິບັດຕົນແບບໃດ, ແຕ່ວ່າກົດເກນເຫຼົ່ານີ້ແມ່ນກໍານົດໃຊ້ສະເພາະກັບທຸກສິ່ງທີ່ຖືກສ້າງຂຶ້ນເທິງແຜ່ນດິນໂລກ ແລະ ບໍ່ມີຄວາມກ່ຽວຂ້ອງຫຍັງກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ. ພຣະເຈົ້າຈະເປັນເໝືອນການສ້າງຂອງພຣະອົງໄດ້ແນວໃດ? ພຣະທໍາຂອງພຣະອົງແມ່ນແນໃສ່ມະນຸດທີ່ພຣະອົງສ້າງຂຶ້ນເທົ່ານັ້ນ; ນັ້ນກໍເພື່ອວ່າ ມະນຸດຈະໄດ້ດໍາລົງຊີວິດຢູ່ແບບປົກກະຕິຕາມກົດເກນທີ່ພຣະອົງສ້າງຂຶ້ນສໍາລັບພວກເຂົາ. ໃນຕົ້ນເດີມນັ້ນ ເມື່ອພຣະເຢໂຮວາເນລະມິດສ້າງມະນຸດ ພຣະອົງສ້າງມະນຸດສອງປະເພດ, ທັງເພດຊາຍ ແລະ ຍິງ. ສະນັ້ນ ການບັງເກີດເປັນມະນຸດຂອງພຣະອົງກໍທັງແຕກຕ່າງບໍ່ວ່າເພດຊາຍ ຫຼື ເພດຍິງ. ພຣະອົງບໍ່ໄດ້ຕັດສິນພາລະກິດຂອງພຣະອົງອີງຕາມພຣະທໍາທີ່ພຣະອົງໄດ້ກ່າວຕໍ່ອາດາມ ແລະ ເອວາ. ໃນສອງຄັ້ງທີ່ພຣະອົງກາຍເປັນເນື້ອໜັງມະນຸດນັ້ນ ແມ່ນໄດ້ກໍານົດທັງໝົດອີງຕາມຄວາມຄິດຂອງພຣະອົງໃນເວລາທີ່ພຣະອົງສ້າງມະນຸດທໍາອິດ, ນັ້ນກໍຄື ພຣະອົງສໍາເລັດພາລະກິດຂອງການບັງເກີດເປັນມະນຸດຂອງພຣະອົງອີງຕາມເພດຊາຍ ແລະ ເພດຍິງກ່ອນທີ່ພວກເຂົາໄດ້ຖືກເສື່ອມໂຊມອີກ. ຖ້າມະນຸດຮັບເອົາພຣະທໍາທີ່ກ່າວໂດຍພຣະເຢໂຮວາຕໍ່ອາດາມ ແລະ ເອວາຜູ້ທີ່ຖືກງູລໍ້ລວງ ແລະ ໃຊ້ພຣະທໍາດັ່ງກ່າວນັ້ນເຂົ້າໃນພາລະກິດຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ, ແລ້ວພຣະເຢຊູຈະບໍ່ໄດ້ຮັກພັນລະຍາຂອງພຣະອົງ ຕາມທີ່ຄວນບໍ? ດ້ວຍວີທີນີ້ ພຣະເຈົ້າກໍຍັງຈະເປັນພຣະເຈົ້າຢູ່ບໍ? ຖ້າເປັນດັ່ງນັ້ນ ພຣະອົງກໍຍັງຈະສາມາດສໍາເລັດພາລະກິດຂອງພຣະອົງໄດ້ຢູ່ບໍ? ຖ້າວ່າ ມັນຜິດສໍາລັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດນັ້ນ ບັງເກີດເປັນເພດຍິງ, ແລ້ວມັນຈະບໍ່ເປັນການຜິດພາດຢ່າງໃຫຍ່ຫຼວງເຊັ່ນດຽວກັນບໍ ທີ່ພຣະເຈົ້າໄດ້ສ້າງຜູ້ຍິງຂຶ້ນມາ? ຖ້າຜູ້ຊາຍຍັງເຊື່ອວ່າ ມັນຜິດສໍາລັບພຣະເຈົ້າຈະບັງເກີດເປັນຜູ້ຍິງ, ຖ້າເປັນດັ່ງ ແລ້ວພຣະເຢຊູເດ ຈະບໍ່ຜິດເຊັ່ນດຽວກັນກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດໃນປັດຈຸບັນບໍ ທີ່ພຣະອົງບໍ່ໄດ້ແຕ່ງດອງ ແລະ ດັ່ງນັ້ນບໍ່ສາມາດຮັກພັນລະຍາຂອງພຣະອົງໄດ້? ໃນເມື່ອເຈົ້າເອົາຂໍ້ພຣະທໍາທີ່ພຣະເຢໂຮວາກ່າວຕໍ່ເອວາມາວັດແທກຄວາມຈິງກ່ຽວກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດໃນປັດຈຸບັນ, ເຈົ້າກໍຕ້ອງເອົາຂໍ້ພຣະທໍາທີ່ພຣະເຢໂຮວາກ່າວຕໍ່ອາດາມນັ້ນ ຕັດສິນພຣະຜູ້ເປັນເຈົ້າພຣະເຢຊູ ຜູ້ກາຍເປັນເນື້ອໜັງມະນຸດໃນຍຸກແຫ່ງພຣະຄຸນ. ເພາະວ່າ ທັງສອງກໍລະນີເຫຼົ່ານີ້ແມ່ນຄືກັນບໍ່ແມ່ນບໍ? ໃນເມື່ອເຈົ້າຮັບເອົາການວັດແທກຂອງພຣະເຢຊູອີງຕາມເພດຊາຍທີ່ບໍ່ໄດ້ຖືກລໍ້ລວງດ້ວຍງູ, ເຈົ້າກໍບໍ່ຕ້ອງຕັດສິນຄວາມຈິງກ່ຽວກັບການບັງເກີດເປັນມະນຸດຂອງພຣະເຈົ້າໃນປັດຈຸບັນອີງຕາມເພດຍິງຜູ້ທີ່ຖືກລໍ້ລວງດ້ວຍງູ. ເພາະວ່ານີ້ບໍ່ມີຄວາມຍຸດຕິທໍາເລີຍ! ຖ້າເຈົ້າຕັດສິນແບບນັ້ນ ມັນຈະພິສູດໃຫ້ເຫັນວ່າເຈົ້າເປັນຄົນທີ່ບໍ່ມີເຫດຜົນ. ເມື່ອພຣະເຢໂຮວາກາຍເປັນເນື້ອໜັງສອງຄັ້ງ, ເພດຂອງພຣະອົງກໍກ່ຽວຂ້ອງກັບຊາຍ ແລະ ຍິງຜູ້ທີ່ບໍ່ໄດ້ຖືກລໍ້ລວງດ້ວຍງູ ເຊິ່ງມັນກໍສອດຄ່ອງກັບຊາຍ ແລະ ຍິງທີ່ບໍ່ໄດ້ຖືກລໍ້ລວງດ້ວຍງູທີ່ພຣະອົງກາຍເປັນເນື້ອໜັງມະນຸດທັງສອງຄັ້ງ. ບໍ່ຕ້ອງຄິດວ່າ ຄວາມເປັນຜູ້ຊາຍຂອງພຣະເຢຊູແມ່ນຄືກັນກັບອາດາມຜູ້ທີ່ຖືກລໍ້ລວງດ້ວຍງູ. ພຣະອົງ ແລະ ອາດາມແມ່ນບໍ່ກ່ຽວຂ້ອງກັນ ແລະ ທັງສອງເປັນຜູ້ຊາຍທີ່ມີລັກສະນະແຕກຕ່າງກັນ. ແນ່ນອນ ຄວາມເປັນຜູ້ຊາຍຂອງພຣະເຢຊູຈະບໍ່ສາມາດພິສູດວ່າພຣະອົງເທົ່ານັ້ນຄືຫົວໜ້າຜູ້ຍິງທັງໝົດ ແລະ ບໍ່ແມ່ນຫົວໜ້າຜູ້ຊາຍທັງໝົດ? ພຣະອົງບໍ່ແມ່ນກະສັດຂອງຊາວຍິວທັງໝົດບໍ (ຮວມທັງຜູ້ຊາຍ ແລະ ຍິງ)? ພຣະອົງເອງຄືພຣະເຈົ້າ. ພຣະອົງບໍ່ແມ່ນຫົວໜ້າຜູ້ຍິງ ແຕ່ເປັນຫົວໜ້າຜູ້ຊາຍອີກດ້ວຍ. ພຣະອົງຄືພຣະຜູ້ເປັນເຈົ້າຂອງທຸກສິ່ງທີ່ມີຊີວິດ ແລະ ເປັນຫົວໜ້າຂອງສິ່ງທີ່ມີຊີວິດທັງປວງ. ເຈົ້າຈະຕັດສິນຄວາມເປັນຜູ້ຊາຍຂອງພຣະເຢຊູວ່າເປັນສັນຍາລັກໃນການເປັນຫົວໜ້າຂອງຜູ້ຍິໄດ້ແນວໃດ? ນີ້ບໍ່ແມ່ນເປັນການໝິ່ນປະໝາດພຣະອົງບໍ? ພຣະເຢຊູເປັນເພດຊາຍທີ່ບໍ່ໄດ້ຖືກເສື່ອມໂຊມ. ພຣະອົງຄືພຣະເຈົ້າ, ພຣະອົງຄືພຣະຄຣິດ, ພຣະອົງຄືພຣະຜູ້ເປັນເຈົ້າ. ແລ້ວຈະໃຫ້ພຣະອົງເປັນຄືອາດາມຜູ້ທີ່ຖືກເສື່ອມໂຊມໄດ້ແນວໃດ? ພຣະເຢຊູຄືເນື້ອໜັງທີ່ສະຖິດໂດຍພຣະວິນຍານສັກສິດທີ່ສຸດຂອງພຣະເຈົ້າ. ແລ້ວເຈົ້າຈະຫາວ່າພຣະອົງມີຄວາມເປັນຜູ້ຊາຍຄືອາດາມໄດ້ແນວໃດ? ຖ້າເປັນດັ່ງນັ້ນ, ພາລະກິດຂອງພຣະເຈົ້າທັງໝົດຈະບໍ່ຜິດບໍ? ພຣະເຢໂຮວາຈະສາມາດເອົາຄວາມເປັນຜູ້ຊາຍຂອງອາດາມທີ່ຖືກລໍ້ລວງໂດຍງູນັ້ນ ລວມຢູ່ກັບພຣະເຢຊູໄດ້ບໍ? ບໍ່ແມ່ນການບັງເກີດເປັນມະນຸດໃນປັດຈຸບັນນີ້ບໍ ເປັນພາລະກິດອີກສ່ວນນຶ່ງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ຜູ້ທີ່ແຕກຕ່າງຈາກພຣະເຢຊູທາງເພດ ແຕ່ທາງຈິດໃຈຄ້າຍຄືພຣະອົງ? ເຈົ້າຍັງຈະກ້າເວົ້າວ່າພຣະເຈົ້າຜູ້ບັງເກີດເປັນມະນຸດບໍ່ສາມາດເປັນຜູ້ຍິງໄດ້ ຍ້ອນວ່າຜູ້ຍິງຄືຜູ້ທໍາອິດທີ່ຖືກລໍ້ລວງດ້ວຍງູຢູ່ບໍ? ເຈົ້າຍັງຈະກ້າເວົ້າຢູ່ບໍ່ວ່າ ຍ້ອນຜູ້ຍິງເປັນເພດທີ່ບໍ່ສະອາດ ແລະ ເປັນແລ່ງກໍາເນີດຂອງການເສື່ອມຊາມຂອງມະນຸດ ສະນັ້ນເປັນໄປບໍ່ໄດ້ທີ່ພຣະເຈົ້າຈະກາຍເປັນຮ່າງກາຍຜູ້ຍິງ? ເຈົ້າກ້າຍຶດໜັ້ນໃນຄໍາເວົ້າບໍ່ວ່າ “ຜູ້ຍິງຈະຕ້ອງເຊື່ອຟັງຜູ້ຊາຍສະເໝີ ແລະ ບໍ່ສາມາດຕາງໜ້າ ຫຼື ເປັນຕົວແທນພຣະເຈົ້າໄດ້ໂດຍກົງ”? ເຈົ້າບໍ່ເຂົ້າໃຈໃນສິ່ງທີ່ຜ່ານມາ ແຕ່ເຈົ້າພັດດູໝິ່ນພາລະກິດຂອງພຣະເຈົ້າ ເປັນຕົ້ນໃນເລື່ອງການບັງເກີດເປັນມະນຸດຂອງພຣະອົງ? ຖ້າເຈົ້າຍັງບໍ່ສາມາດເຫັນສິ່ງນີ້ຢ່າງຈະແຈ້ງ, ທາງທີ່ດີໃຫ້ເຈົ້າລະວັງລິ້ນຂອງເຈົ້າໃຫ້ດີ ເພື່ອວ່າຄວາມໂງ່ຈ້າ ແລະ ຄວາມບໍ່ຮູ້ຂອງເຈົ້າຈະຖືກເປີດເຜີຍ ແລະ ຄວາມໜ້າກຽດຊຽງຂອງເຂົ້າຈະຖືກເປີດໂປ່ງ. ຢ່າຄິດວ່າເຈົ້າເຂົ້າໃຈທຸກສິ່ງ. ເຮົາຂໍບອກເຈົ້າວ່າ ທັງໝົດທີ່ເຈົ້າໄດ້ເຫັນ ແລະ ພະເຊີນກັບມັນ ແມ່ນບໍ່ພຽງພໍສໍາລັບເຈົ້າທີ່ຈະເຂົ້າໃຈແມ່ນແຕ່ຫນຶ້່ງສ່ວນພັນຂອງແຜນການຄຸ້ມຄອງຂອງເຮົາ. ສະນັ້ນ ເຫດໃດເຈົ້າຈຶ່ງປະພຶດຢ່າງໂອ້ອວດແບບນີ້? ພອນສະແຫວງ ແລະ ຄວາມຮູ້ອັນເລັກນ້ອຍຂອງເຈົ້າບໍ່ພຽງພໍສໍາລັບພຣະເຢຊູທີ່ຈະນໍາໃຊ້ເຂົ້າໃນພາລະກິດຂອງພຣະອົງແມ່ນແຕ່ວິນາທີດຽວ. ແທ້ຈິງແລ້ວ ເຈົ້າມີປະສົບການຫຼາຍປານໃດ? ສິ່ງທີ່ເຈົ້າເຫັນ ແລະ ສິ່ງທັງໝົດທີ່ເຈົ້າໄດ້ຍິນຕະຫຼອດຊີວິດຂອງເຈົ້າ ແລະ ສິ່ງທີ່ເຈົ້າໄດ້ວາດພາບໄວ້ ແມ່ນນ້ອຍກວ່າພາລະກິດທີ່ເຮົາເຮັດໃນຊ່ວງເວລາດຽວອີກ! ທາງທີ່ດີ ເຈົ້າບໍ່ຄວນຫາເລື່ອງ ແລະ ຄົ້ນຫາຄວາມຜິດ. ບໍ່ວ່າເຈົ້າຈະອວດດີແນວໃດກໍຕາມ ເຈົ້າກໍເປັນພຽງສິ່ງທີ່ມີຊີວິດທີ່ນ້ອຍກວ່າໂຕມົດ! ທັງໝົດທີ່ເຈົ້າຖືຢູ່ໃນທ້ອງຂອງເຈົ້າແມ່ນນ້ອຍກວ່າສິ່ງທີ່ໂຕມົດມັນອຸ້ມຢູ່ໃນຕົວມັນອີກ! ຢ່າຄິດວ່າ ຍ້ອນເຈົ້າໄດ້ຮັບປະສົບການບາງຢ່າງ ແລະ ໄດ້ເປັນຜູ້ອາວຸໂສ ສະນັ້ນເຈົ້າຈຶ່ງມີສິດຊີ້ຕີນຊີ້ມື ແລະ ເວົ້າໃຫຍ່ໄດ້ຢ່າງຕາມໃຈ. ບໍ່ແມ່ນປະສົບການຂອງເຈົ້າ ແລະ ຄວາມເປັນອາວຸໂສຂອງເຈົ້າຄືຜົນຮັບມາຈາກພຣະທໍາທີ່ເຮົາກ່າວບໍ? ເຈົ້າເຊື່ອວ່າເຈົ້າຊື້ພຣະທໍາເຫຼົ່ານັ້ນດ້ວຍແຮງງານ ແລະ ເລືອດເນື້ອເຮື່ອແຮງຂອງເຈົ້າເອງບໍ? ປັດຈຸບັນນີ້ ເຈົ້າເຫັນວ່າ ເຮົາໄດ້ກາຍເປັນເນື້ອໜັງ ແລະ ພຽງສິ່ງນີ້ສິ່ງດຽວ ເຈົ້າກໍເຕັມໄປດ້ວຍແນວຄວາມຄິດຕ່າງໆນາໆ ແລະ ໄດ້ຮັບແນວຄິດຢ່າງຫຼວງຫຼາຍຈາກພວກມັນ. ຖ້າບໍ່ແມ່ນຍ້ອນການບັງເກີດເປັນມະນຸດຂອງເຮົາ, ເຖິງແມ່ນວ່າເຈົ້າຈະມີພອນສະຫວັນພິເສີດ ເຈົ້າກໍຈະບໍ່ມີແນວຄວາມຄິດຫຼາຍປານນັ້ນ ແລະ ບໍ່ແມ່ນຍ້ອນສິ່ງເຫຼົ່ານີ້ບໍ ທີ່ກໍ່ເກີດໃຫ້ເຈົ້າມີແນວຄິດຕ່າງໆນາໆ? ຖ້າພຣະເຢຊູບໍ່ໄດ້ກາຍເປັນເນື້ອໜັງໃນຄັ້ງທໍາອິດນັ້ນ ເຈົ້າຈະຮູ້ກ່ຽວກັບການບັງເກີດເປັນມະນຸດຢູ່ບໍ? ບໍ່ແມ່ນເປັນຍ້ອນການບັງເກີດເປັນມະນຸດຄັ້ງທໍາອິດບໍ ທີ່ເຮັດໃຫ້ເຈົ້າມີຄວາມຮູ້ ແລະ ອວດດີ ພະຍາຍາມຕັນສິນການບັງເກີດເປັນມະນຸດຄັ້ງທີ່ສອງຂອງພຣະອົງ? ເປັນຫຍັງ ແທນທີ່ຈະເປັນຄົນຕິດຕາມດ້ວຍຄວາມຊື່ສັດ ເຈົ້າຕ້ອງຄົ້ນຄວ້າສຶກສາມັນ? ເມື່ອເຈົ້າໄດ້ເຂົ້າສູ່ກະແສນີ້ ແລະ ມາຢູ່ຕໍ່ໜ້າພຣະເຈົ້າຜູ້ບັງເກີດເປັນມະນຸດ ພຣະອົງຈະປ່ອຍໃຫ້ເຈົ້າໄດ້ສຶກສາກ່ຽວກັບສິ່ງນີ້ຢູ່ບໍ? ມັນເປັນສິ່ງທີ່ດີທີ່ເຈົ້າສຶກສາປະຫວັດຄອບຄົວຂອງເຈົ້າ, ແຕ່ວ່າ ຖ້າເຈົ້າພະຍາຍາມສຶກສາ “ປະຫວັດຄອບຄົວ” ຂອງພຣະເຈົ້າ, ພຣະເຈົ້າໃນປັດຈຸບັນຈະປ່ອຍໃຫ້ເຈົ້າດໍາເນີນການສຶກສາໃນສິ່ງນັ້ນຢູ່ບໍ? ເຈົ້າບໍ່ແມ່ນຕາບອດບໍ? ເຈົ້າບໍ່ແມ່ນນໍາເອົາຄວາມດູຖູກມາສູ່ຕົນເອງບໍ?

ຖ້າມີພຽງພາລະກິດຂອງພຣະເຢຊູຖືກປະຕິບັດ ໂດຍບໍ່ມີການເສີມຂະຫຍາຍດ້ວຍພາລະກິດໃນຂັ້ນຕອນນີ້ຂອງຍຸກສຸດທ້າຍ, ມະນຸຸດກໍຈະຍຶດໝັ້ນໃນແນວຄິດຕະຫຼອດໄປວ່າ ມີພຽງພຣະເຢຊູເທົ່ານັ້ນຄືພຣະບຸດຂອງພຣະເຈົ້າ, ໝາຍຄວາມວ່າ ພຣະເຈົ້າມີພຽງບຸດຊາຍອົງດຽວ ແລະ ທຸກຄົນທີ່ບັງເກີດມານໍາຫລັງໂດຍໃຊ້ຊື່ອື່ນຈະບໍ່ແມ່ນພຣະບຸດອົງດຽວຂອງພຣະເຈົ້າ, ແລ້ວແຮງໄກທີ່ຈະເປັນພຣະເຈົ້າໄດ້. ມະນຸດມີແນວຄິດວ່າ ທຸກຄົນທີ່ຮັບໃຊ້ເປັນເຄື່ອງບູຊາບາບ ຫຼື ຜູ້ທີ່ມີອໍານາດຕາງໜ້າພຣະເຈົ້າ ແລະ ໄຖ່ບາບໃຫ້ມວນມະນຸດແມ່ນພຣະບຸດອົງດຽວຂອງພຣະເຈົ້າ. ມີບາງຄົນເຊື່ອວ່າ ບໍ່ວ່າພຣະອົງໃດທີ່ກໍາເນີດມາໃນຮູບຮ່າງຜູ້ຊາຍ ພຣະອົງນັ້ນອາດຖືວ່າເປັນພຣະບຸດອົງດຽວຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າ. ຍັງມີຜູ້ຄົນອີກຈໍານວນໜຶ່ງທີ່ເວົ້າວ່າ ພຣະເຢຊູເປັນພຣະບຸດຂອງພຣະເຢໂຮວາ, ເປັນພຣະບຸດອົງດຽວຂອງພຣະອົງ. ນີ້ບໍ່ແມ່ນຄວາມເຊື່ອນອກເໜືອຄວາມເປັນຈິງຢ່າງຮ້າຍແຮງບໍ? ຖ້າຂັ້ນຕອນນີ້ຂອງພາລະກິດບໍ່ໄດ້ປະຕິບັດໃນຍຸກສຸດທ້າຍ ແລ້ວມະນຸດທຸກຄົນກໍຈະມືດມົວຢູ່ພາຍໃຕ້ເງົາມືດກ່ຽວກັບເລື່ອງຂອງພຣະເຈົ້າ. ຖ້າຫາກວ່ານີ້ຄືກໍລະນີດັ່ງກ່າວ, ຜູ້ຊາຍຈະຄິດວ່າຕົນເອງສູງສົ່ງກວ່າຜູ້ຍິງ ແລະ ຜູ້ຍິງທັງຫຼາຍກໍຈະບໍ່ສາມາດເງີຍຫົວຂື້ນໄດ້ ແລະ ດ້ວຍເຫດນັ້ນ ກໍຈະບໍ່ມີຜູ້ຍິງຄົນໃດຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ຜູ້ຄົນເຊື່ອວ່າພຣະເຈົ້າເປັນຜູ້ຊາຍສະເໝີ ແລະ ຍິ່ງໄປກວ່ານັ້ນ ພຣະອົງດູໝິ່ນຜູ້ຍິງ ແລະ ຈະບໍ່ປະທານຄວາມລອດພົ້ນໃຫ້ເຂົາ. ຖ້າຫາກວ່ານີ້ຄືກໍລະນີດັ່ງກ່າວ ແລ້ວມັນຈະບໍ່ແມ່ນຄວາມຈິງບໍ ທີ່ວ່າຜູ້ຍິງທຸກຄົນທີ່ຖືກສ້າງໂດຍພຣະເຢໂຮວາ ແລະ ຜູ້ທີ່ຖືກເສື່ອມໂຊມຈະບໍ່ໄດ້ມີໂອກາດຖືກຊ່ວຍໃຫ້ລອດພົ້ນໄດ້? ຖ້າເປັນເຊັ່ນນັ້ນ ມັນຈະບໍ່ມີຄວາມໝາຍຫຍັງທີ່ພຣະເຢໂຮວາສ້າງຜູ້ຍິງ ນັ້ນກໍຄື ສ້າງເອວາຂຶ້ນມາ ແມ່ນບໍ່? ແລ້ວຜູ້ຍິງຈະບໍ່ສູນພັນຊົ່ວກາລະນານບໍ? ຍ້ອນສາເຫດນີ້, ຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍຈຶ່ງໄດ້ຖືກດໍາເນີນການເພື່ອຊ່ວຍມະນຸດທຸກຄົນໃຫ້ລອດພົ້ນ, ບໍ່ແມ່ນພຽງຊ່ວຍແຕ່ຜູ້ຍິງເທົ່ານັ້ນ. ຖ້າທຸກຄົນຄິດວ່າພຣະເຈົ້າບັງເກີດເປັນຜູ້ຍິງ ເພື່ອພຽງຊ່ວຍໃຫ້ຜູ້ຍິງລອດພົ້ນເທົ່ານັ້ນ, ແນ່ນອນ ຄົນນັ້ນແມ່ນໂງ່ຈ້າທີ່ສຸດ.

ພາລະກິດທີ່ກໍາລັງເຮັດຢູ່ໃນປັດຈຸບັນໄດ້ຊຸກຍູ້ພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄືພາລະກິດພາຍໃຕ້ແຜນການຄຸ້ມຄອງຫົກພັນປີທັງໝົດໄດ້ສືບຕໍ່ກ້າວໄປຂ້າງໜ້າ. ເຖິງແມ່ນວ່າ ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ພາລະກິດຂອງພຣະເຈົ້າຍັງມີຄວາມຄືບໜ້າຕໍ່ໄປ. ເປັນຫຍັງເຮົາຈຶ່ງເວົ້າແລ້ວເວົ້າອີກວ່າພາລະກິດຍຸກນີ້ສ້າງຂຶ້ນບົນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ? ນີ້ໝາຍຄວາມວ່າ ພາລະກິດທຸກມື້ນີ້ແມ່ນການສືບຕໍ່ຈາກພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ສາມຍຸກແມ່ນເຊື່ອມຕໍ່ກັນຢ່າງແໜັນແຟ້ນ ແລະ ສືບຕໍ່ເຊື່ອມໂຍງກັນຢ່າງໃກ້ຊິດ. ເປັນຫຍັງເຮົາຈຶ່ງເວົ້າອີກວ່າ ພາລະກິດຍຸກນີ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ? ສົມມຸດວ່າພາລະກິດຍຸກນີ້ບໍ່ໄດ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ ການໄຖ່ບາບດ້ວຍການຄືງໃສ່ໄມ້ກາງແຂນກໍຈະເກີດຂຶ້ນອີກໃນຍຸກນີ້ ແລະ ພາລະກິດການໄຖ່ບາບຈາກຍຸກຜ່ານມາກໍຈະຕ້ອງໄດ້ເຮັດຄືນໃໝ່ໝົດ. ນີ້ຈະບໍ່ມີຄວາມໝາຍຫຍັງໝົດ. ນັ້ນໝາຍຄວາມວ່າພາລະກິດບໍ່ໄດ້ເຮັດສໍາເລັດທັງໝົດ ແຕ່ຍຸກນີ້ພັດກ້າວໄປຂ້າງໜ້າ ເຮັດໃຫ້ລະດັບຂອງພາລະກິດຍົກສູ້ງຂຶ້ນຫຼາຍກວ່າເກົ່າ. ສາມາດເວົ້າໄດ້ອີກວ່າ ພາລະກິດຍຸກນີ້ແມ່ນສ້າງຂຶ້ນບົນຮາກຖານຂອງຍຸກແຫ່ງພຣະບັນຍັດ ແລະ ເທິງກ້ອນຫິນແຫ່ງພາລະກິດການໄຖບາບຂອງພຣະເຢຊູ. ພາລະກິດຖຶກສ້າງຂຶ້ນເທື່ອລະຍຸກ ແລະ ຍຸກນີ້ບໍ່ແມ່ນຍຸກເລິ່ມຕົ້ນ. ການປະສົມປະສານກັນລະຫວ່າງພາລະກິດສາມຍຸກເທົ່ານັ້ນຈຶ່ງສະມາດຖືວ່າເປັນແຜນການຄຸ້ມຄອງຫົກພັນປີ. ພາລະກິດໃນຂັ້ນຕອນນີ້ແມ່ນປະຕິບັດບົນພື້ນຖານຂອງພາລະກິດຂອງຍຸກພຣະຄຸນ. ຖ້າສອງຂັ້ນຕອນພາລະກິດເຫຼົ່ານີ້ບໍ່ກ່ຽວຂ້ອງກັນ ແລ້ວເຫດໃດການໄຖ່ບາບໂດຍຖືກຄືງໃສ່ໄມ້ກາງແຂນຈຶ່ງບໍ່ເກີດຂຶ້ນອີກໃນຍຸກນີ້? ເປັນຫຍັງເຮົາຈຶ່ງບໍ່ແບກຮັບເອົາບາບຂອງມະນຸດ? ເຮົາບໍ່ໄດ້ລົງມາຜ່ານແນວຄວາມຄິດຂອງພຣະວິນຍານບໍລິສຸດ ຫຼື ເຮົາມາແບກຮັບເອົາບາບຂອງມະນຸດຜ່ານການໄຖ່ບາບໂດຍຖືກຄຶງໃສ່ໄມ້ກາງແຂນ, ກົງກັນຂ້າມ ເຮົາມານີ້ກໍເພື່ອຕີສອນມະນຸດໂດຍກົງ. ຖ້າການຕີສອນມະນຸດຂອງເຮົາ ແລະ ການມາຂອງເຮົາໃນປັດຈຸບັນບໍ່ໄດ້ຜ່ານແນວຄວາມຄິດຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ປະຕິບັດຕາມວິທີການໄຖ່ບາບໂດຍຖືກຄຶງໃສ່ໄມ້ກາງແຂນ ເຮົາກໍຈະບໍ່ມີຄຸນສົມບັດທີ່ຈະຕີສອນມະນຸດ. ພາລະກິດໃນຂັ້ນຕອນນີ້ແມ່ນສ້າງຂຶ້ນທັງໝົດອີງຕາມພາລະກິດໃນຍຸກຜ່ານມາ. ເພາະສະນັ້ນ ມີພຽງພາລະກິດປະເພດນີ້ເທົ່ານັ້ນສາມາດນໍາພາມະນຸດເຂົ້າສູ່ຄວາມລອດພົ້ນໄດ້ ໂດຍເທື່ອລະກ້າວ. ພຣະເຢຊູ ແລະ ເຮົາມາຈາກພຣະວິນຍານອົງດຽວກັນ. ເຖິງແມ່ນວ່າ ພວກເຮົາບໍ່ໄດ້ກ່ຽວຂ້ອງກັນໃນເລື່ອງການເປັນມະນຸດຂອງພວກເຮົາ, ແຕ່ວ່າພຣະວິນຍານຂອງພວກເຮົາແມ່ນອົງດຽວກັນ; ເຖິງແມ່ນວ່າເນື້ອຄວາມຂອງສິ່ງທີ່ພວກເຮົາກະທໍາ ແລະ ພາລະກິດທີ່ພວກເຮົາດໍາເນີນຈະບໍ່ຄືກັນ, ແຕ່ພວກເຮົາແມ່ນຄືກັນໃນດ້ານໃຈຄວາມ. ການເປັນມະນຸດຂອງພວກເຮົາແມ່ນຢູ່ໃນຮູບແບບທີ່ແຕກຕ່າງກັນ, ແຕ່ນີ້ແມ່ນຍ້ອນການປ່ຽນແປງໃນຍຸກ ແລະ ຄວາມຕ້ອງການຂອງພາລະກິດຂອງພວກເຮົາທີ່ແຕກຕ່າງກັນ; ພັນທະກິດຂອງພວກເຮົາບໍ່ຄືກັນ ດັ່ງນັ້ນພາລະກິດທີ່ພວກເຮົານໍາມາ ແລະ ບຸກຄະລິກທີ່ພວກເຮົາເປີດເຜີຍຕໍ່ມະນຸດແມ່ນແຕກຕ່າງເຊັ່ນກັນ. ດ້ວຍເຫດນັ້ນ ສິ່ງທີ່ມະນຸດເຫັນ ແລະ ເຂົ້າໃຈໃນທຸກມື້ນີ້ແມ່ນບໍ່ຄືສິ່ງທີ່ຜ່ານມາ, ນີ້ເປັນຍ້ອນການປ່ຽນແປນໃນຍຸກ. ເຖິງວ່າພຣະອົງທັງສອງຈະມີ ຄວາມແຕກຕ່າງທາງເພດ, ມີຄວາມແຕກຕ່າງດ້ານຮູບແບບຂອງການເປັນມະນຸດ ເຊິ່ງພຣະອົງທັງສອງບໍ່ໄດ້ບັງເກີດຈາກຄອບຄົວດຽວກັນ ແລະ ຍັງບໍ່ໄດ້ດໍາລົງຢູ່ໃນໄລຍະເວລາດຽວກັນອີກ, ແຕ່ເຖິງຢ່າງນັ້ນກໍຕາມ ພຣະວິນຍານຂອງພຣະອົງທັງສອງແມ່ນເປັນອົງດຽວກັນ. ເຖິງວ່າຮ່າງກາຍຂອງພຣະອົງທັງສອງບໍ່ໄດ້ມີເລືອດ ຫຼື ກ່ຽວພັນກັນທາງດ້ານກາຍຍະພາບທຸກສະນິດ, ແຕ່ບໍ່ສາມາດປະຕິເສດໄດ້ວ່າ ພຣະອົງທັງສອງຄືການບັງເກີດເປັນມະນຸດຂອງພຣະເຈົ້າໃນຍຸກທີ່ແຕກຕ່າງກັນ ແລະ ການທີ່ພຣະອົງທັງສອງບັງເກີດເປັນເນື້ອໜັງຂອງພຣະເຈົ້ານັ້ນ ເປັນຄວາມຈິງທີ່ປະຕິເສດບໍ່ໄດ້. ເຖິງແມ່ນວ່າ ພຣະອົງທັງສອງບໍ່ແມ່ນສາຍເລືອດດຽວກັນ ແລະ ບໍ່ໄດ້ເວົ້າພາສາດຽວກັນ (ຜູ້ໜຶ່ງເປັນເພດຊາຍທີ່ເວົ້າພາສາຢີວ ແລະ ອີກຄົນໜຶ່ງເປັນເພດຍິງທີ່ເວົ້າແຕ່ພາສາຈີນເທົ່ານັ້ນ). ຍ້ອນສາເຫດເຫຼົ່ານີ້ ທີ່ພຣະອົງທັງສອງຈຶ່ງໄດ້ດໍາລົງຊີວິດຢູ່ຄົນລະປະເທດ ແລະ ຄົນລະຍຸກສະໄໝ ເພື່ອປະຕິບັດພາລະກິດຕາມໜ້າທີ່ຂອງຕົນ. ເຖິງແມ່ນວ່າ ພຣະອົງທັງສອງຈະເປັນພຣະວິນຍານອົງດຽວກັນກໍຕາມ ແລະ ມີໃຈຄວາມຄືກັນ, ແຕ່ຮູບຮ່າງພາຍນອກຂອງພຣະອົງທັງສອງແມ່ນບໍ່ມີຄວາມຄ້າຍຄືກັນຈັກໜ້ອຍເລີຍ. ເຖິງແມ່ນວ່າພຣະອົງທັງສອງມີຄວາມຄ້າຍຄືກັນທາງດ້ານຄວາມເປັນມະນຸດ, ແຕ່ສໍາລັບຮູບລັກສະນະພາຍນອກ ແລະ ສະພາບການກໍາເນີດຂອງພຣະອົງທັງສອງແມ່ນບໍ່ຄືກັນ. ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດຂອງພຣະອົງທັງສອງ ຫຼື ກະທົບຕໍ່ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະອົງທັງສອງ, ຍ້ອນວ່າ ໃນການວິເຄາະຂັ້ນສຸດທ້າຍກໍຈະເຫັນວ່າ ພຣະອົງທັງສອງແມ່ນເປັນພຣະວິນຍານອົງດຽວກັນ ແລະ ບໍ່ມີໃຜສາມາດແຍກພຣະອົງທັງສອງອອກຈາກກັນໄດ້. ເຖິງແມ່ນວ່າພຣະອົງທັງສອງຈະບໍ່ກ່ຽວຂ້ອງກັນທາງສາຍເລືອດ, ແຕ່ຊີວິດທັງໝົດຂອງພຣະອົງທັງສອງແມ່ນຖືກນໍາພາໂດຍພຣະວິນຍານ ເຊິ່ງມອບໝາຍພາລະກິດທີ່ແຕກຕ່າງກັນໃຫ້ພຣະອົງທັງສອງນໍາໄປປະຕິບັດຢູ່ໃນຍຸກທີ່ແຕກຕ່າງກັນ ແລະ ປັ້ນແຕ່ງຮ່າງກາຍຂອງພຣະອົງທັງສອງຈາກສາຍເລືອດທີ່ຕ່າງກັນ. ເຊັ່ນດຽວກັນ ພຣະວິນຍານຂອງພຣະເຢໂຮວາກໍບໍ່ແມ່ນພຣະບຸດຂອງພຣະວິນຍານຂອງພຣະເຢຊູ ແລະ ພຣະວິນຍານຂອງພຣະເຢຊູກໍບໍ່ແມ່ນພຣະບຸດຂອງພຣະວິນຍານຂອງພຣະເຢໂຮວາ: ພຣະອົງທັງສອງຄືໜຶ່ງດຽວ ແລະ ເປັນພຣະວິນຍານອົງດຽວກັນ. ບໍ່ຕ່າງຫຍັງກັບພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດໃນປັດຈຸບັນ ແລະ ພຣະເຢຊູ; ເຖິງແມ່ນວ່າພຣະອົງທັງສອງບໍ່ໄດ້ກ່ຽວຂ້ອງກັນທາງສາຍເລືອດ, ແຕ່ພຣະອົງທັງສອງຄືອົງດຽວກັນ ນີ້ກໍຍ້ອນວ່າພຣະອົງທັງສອງມີພຣະວິນຍານອົງດຽວກັນ. ພຣະເຈົ້າສາມາດປະຕິບັດພາລະກິດກ່ຽວກັບຄວາມເມດຕາ ແລະ ຄວາມຮັກກະລຸນາ ພ້ອມດ້ວຍການພິພາກສາທີ່ທ່ຽງທໍາ ແລະ ການຕີສອນມະນຸດ ແລະ ການສາບແຊ່ງມະນຸດ; ແລະໃນທີ່ສຸດ ພຣະອົງສະມາດປະຕິບັດພາລະກິດແຫ່ງການທໍາລາຍໂລກ ແລະ ລົງໂທດຄົນຊົ່ວ. ພຣະອົງບໍ່ໄດ້ກະທໍາທັງໝົດນີ້ດ້ວຍຕົນເອງບໍ? ແລ້ວນີ້ບໍ່ແມ່ນຄວາມຍິ່ງໃຫຍ່ຂອງພຣະເຈົ້າບໍ? ພຣະອົງສາມາດປະກາດໃຊ້ກົດເກນເພື່ອມະນຸດ ແລະ ອອກກົດບັນຍັດໃຫ້ແກ່ພວກເຂົາ ແລະ ພ້ອມນີ້ ພຣະອົງຍັງສາມາດນໍາພາຊາວອິດສຣາເອນດັ່ງເດີມໃຊ້ຊີວິດໃນແຜ່ນດິນໂລກ ແລະ ຊີ້ນໍາພວກເຂົາໃຫ້ສ້າງວິຫານ ແລະ ແທ່ນບູຊາ. ພຣະອົງນໍາເອົາຊາວອິດສຣາເອນທຸກຄົນມາຢູ່ພາຍໃຕ້ການຄຸ້ມຄອງຂອງພຣະອົງ. ດ້ວຍອໍານາດຂອງພຣະອົງ, ພຣະອົງດໍາລົງຢູ່ໃນແຜ່ນດິນໂລກນີ້ກັບຊາວອິດສະຣາເອນເປັນເວລາສອງພັນປີ. ຊາວອິດສະຣາເອນບໍ່ກ້າຕໍ່ຕ້ານພຣະອົງ; ທຸກຄົນເຄົາລົບບູຊາພຣະເຢໂຮວາ ແລະ ປະຕິບັດຕາມກົດບັນຍັດຂອງພຣະອົງ. ນີ້ແມ່ນພາລະກິດທີ່ໄດ້ກະທໍາອີງຕາມອໍານາດ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງ. ຫລັງຈາກນັ້ນ ໃນລະຫວ່າງຍຸກແຫ່ງຄຸນ ພຣະເຢຊູລົງມາເພື່ອໄຖ່ບາບໃຫ້ກັບມະນຸດທີ່ເສື່ອມໂຊມ (ແລະ ບໍ່ມີແຕ່ຊົນຊາດອິສຣະເອນເທົ່ານັ້ນ). ພຣະອົງສະແດງຄວາມເມດຕາ ແລະ ຄວາມຮັກກະລຸນາຕໍ່ມະນຸດ. ພຣະເຢຊູທີ່ມະນຸດເຫັນໃນຍຸກແຫ່ງພຣະຄຸນນັ້ນ ແມ່ນເຕັມໄປດ້ວຍຄວາມຮັກກະລຸນາ ແລະ ມີຄວາມຮັກໄຄ່ຕໍ່ມະນຸດສະເໝີ ດ້ວຍວ່າພຣະອົງໄດ້ລົງມາເພື່ອຊ່ວຍມະນຸດໃຫ້ພົ້ນບາບ. ພຣະອົງສະມາດອະໄພບາບໃຫ້ແກ່ມະນຸດ ຈົນກວ່າການໄຖ່ບາບທີ່ຖືກຄຶງໄສ່ໄມ້ກາງແຂນຂອງພຣະອົງໄດ້ໄຖ່ມະນຸດຈາກຄວາມບາບຢ່າງສົມບູນ. ໃນໄລຍະນີ້ ພຣະເຈົ້າປາກົດຕົວຕໍ່ໜ້າມະນຸດດ້ວຍຄວາມເມດຕາ ແລະ ຄວາມຮັກກະລຸນາ ນັ້ນກໍຄື ພຣະອົງກາຍເປັນຜູ້ຖວາຍບາບໃຫ້ແກ່ມະນຸດ ແລະ ຖືກຄືງໄສ່ໄມ້ກາງແຂນເພື່ອໄຖ່ບາບໃຫ້ແກ່ມະນຸດ ເພື່ອວ່າພວກເຂົາຈະໄດ້ຮັບການໃຫ້ອະໄພເປັນນິດລັນດອນ. ພຣະອົງມີຄວາມເມດຕາ, ຄວາມກະລຸນາ, ຄວາມອົດທົນ ແລະ ຄວາມຮັກ. ເຊັ່ນດຽວກັນ ຜູ້ຄົນທີ່ຕິດຕາມພຣະເຢຊູໃນຍຸກແຫ່ງພຣະຄຸນ ແມ່ນພາກັນສະແຫວງຫາຄວາມໝັ້ນຄົງ ແລະ ຄວາມຮັກໃນທຸກໆສິ່ງ. ພວກເຂົາໄດ້ທົນທຸກທໍມະມານ ແລະ ບໍ່ເຄີຍ ຕອບໂຕ້ຄືນເມື່ອຖືກຕົບຕີ, ຖືກປ້ອຍດ່າ ຫຼື ຖືກແກວ່ງໝາກຫິນໃສ່. ແຕ່ວາ, ໃນຂັ້ນຕອນສຸດທ້າຍນີ້ຈະບໍ່ເປັນແບບນັ້ນອີກຕໍ່ໄປ. ເຊັ່ນດຽວກັນ ເຖິງແມ່ນວ່າພຣະວິນຍານຂອງພຣະອົງທັງສອງຈະເປັນອົງດຽວກັນ, ແຕ່ພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາແມ່ນບໍ່ໄດ້ຄືກັນທັງໝົດ. ພາລະກິດຂອງພຣະເຢໂຮວາບໍ່ແມ່ນເພື່ອນໍາເອົາຍຸກໄປສູ່ການສິ້ນສຸດ ແຕ່ເພື່ອຊີ້ນໍາຍຸກ ແລະ ນໍາພາເບິ່ງແຍງຊີວິດຂອງມະນຸດເທິງແຜ່ນດິນໂລກ. ແຕ່ວ່າ ພາລະກິດໃນມື້ນີ້ແມ່ນເພື່ອເອົາຊະນະຕ່າງຊາດທີ່ບໍ່ແມ່ນຊາວຢີວ ເພາະວ່າຜູ້ຄົນເຫຼົ່ານີ້ຖືກເສື່ອມໂຊມຢ່າງໜັກ ແລະ ເພື່ອນໍາພາຜູ້ຄົນ ທີ່ບໍ່ແມ່ນສະເພາະແຕ່ຄົນໃນປະເທດຈີນ ແຕ່ ທຸກຄົນໃນທົ່ວຈັກກະວານ. ເຈົ້າອາດເຫັນວ່າພາລະກິດນີ້ແມ່ນກໍາລັງປະຕິບັດຢູ່ໃນປະເທດຈີນເທົ່ານັ້ນ, ແຕ່ໃນຄວາມເປັນຈິງແລ້ວ, ພາລະກິດດັ່ງກ່າວນີ້ໄດ້ເລີ່ມຂະຫຍາຍໄປຍັງຕ່າງປະເທດແລ້ວ. ເຫດໃດຊາວຕ່າງຊາດຈຶ່ງສະແຫວງຫາຫົນທາງແຫ່ງຄວາມຈິງນີ້ຕະຫຼອດເວລາ? ນັ້ນກໍຍ້ອນວ່າ ພຣະວິນຍານໄດ້ຕຽມພ້ອມປະຕິບັດວຽກງານ ແລະ ພຣະທໍາທີ່ກໍາລັງກ່າວໃນປັດຈຸບັນແມ່ນແນໃສ່ຜູ້ຄົນທົ່ວຈັກກະວານ. ດ້ວຍວິທີນີ້ ເຄິ່ງໜຶ່ງຂອງພາລະກິດແມ່ນກໍາລັງດໍາເນີນການ. ເຖິງຢ່າງໃດກໍຕາມ ເລີ່ມແຕ່ການສ້າງໂລກຈົນເຖິງປັດຈຸບັນ ພຣະວິນຍານຂອງພຣະເຈົ້າໄດ້ຕຽມພ້ອມໃນການດໍາເນີນພາລະກິດອັນຍິ່ງໃຫຍ່ນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງຍັງໄດ້ກະທໍາຕ່າງພາລະກິດໃນຕ່າງຍຸກ ແລະ ໃນຊາດຕ່າງໆອີກດ້ວຍ. ຜູ້ຄົນໃນແຕ່ລະຍຸກຈະເຫັນຈິດໃຈຂອງພຣະອົງແຕກຕ່າງກັນໄປ ເຊິ່ງເປີດເຜີຍໃຫ້ເຫັນເປັນປົກກະຕິດ້ວຍພາລະກິດຕ່າງໆທີ່ພຣະອົງກະທໍາ. ພຣະອົງຄືພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກກະລຸນາ; ພຣະອົງເປັນເຄື່ອງບູຊາບາບໃຫ້ແກ່ມະນຸດ ແລະ ເປັນຜູ້ເບິ່ງແຍງດູແລມະນຸດ. ນອກຈາກນັ້ນ ພຣະອົງຍັງເປັນ ຜູ້ພິພາສາ, ຕິສອນ ແລະ ສາບແຊ່ງມະນຸດອີກດ້ວຍ. ພຣະອົງສາມາດນໍາພາມະນຸດໃຊ້ຊີວິດຢູ່ໃນແຜ່ນດິນໂລກເປັນເວລາສອງພັນປີ ແລະ ພຣະອົງຍັງສາມາດໄຖ່ມະນຸດທີ່ເສື່ອມໂຊມຈາກຄວາມຜິດບາບ. ປັດຈຸບັນນີ້, ພຣະອົງຍັງສາມາດເອົາຊະນະມະນຸດຜູ້ທີ່ບໍ່ຮູ້ຈັກພຣະອົງ ແລະ ເຮັດໃຫ້ພວກເຂົາມາຢູ່ພາຍໃຕ້ການຄຸ້ມຄອງຂອງພຣະອົງ ເພື່ອວ່າທຸກຄົນຈະຍອມອ່ອນນ້ອມຕໍ່ພຣະອົງຢ່າງສົມບູນ. ໃນທີ່ສຸດ ພຣະອົງຈະເຜົາທໍາລາຍທຸກຄົນທີ່ບໍ່ສະອາດ ແລະ ບໍ່ທ່ຽງທໍາໃນບັນດາມະນຸດທົ່ວຈັກກະວານ ເພື່ອສະແດງໃຫ້ພວກເຂົາເຫັນວ່າ ພຣະອົງບໍ່ແມ່ນພຽງແຕ່ເປັນພຣະເຈົ້າທີ່ມີຄວາມເມດຕາ ແລະ ຄວາມຮັກ, ບໍ່ແມ່ນພຽງແຕ່ເປັນພຣະເຈົ້າທີ່ມີສະຕິປັນຍາ ແລະ ຄວາມມະຫັດສະຈັນ, ບໍ່ແມ່ນພຽງແຕ່ເປັນພຣະເຈົ້າທີ່ສັກສິດ, ແຕ່ວ່າຍິ່ງໄປກວ່ານັ້ນ ພຣະອົງຄືພຣະເຈົ້າຜູ້ຕັດສິນມະນຸດ. ສໍາລັບຜູ້ທີ່ຊົ່ວຊ້າທັງຫຼາຍໃນບັນດາມະນຸດ ພຣະອົງຈະເຜົາທໍາລາຍ, ພິພາກສາ ແລະ ລົງໂທດ; ສະເພາະຜູ້ທີ່ຈະຖືກເຮັດໃຫ້ສົມບູນແບບ ພຣະອົງຈະອົດທົນ, ກັ່ນຕອງ ແລະ ທົດລອງ ພ້ອມດ້ວຍໃຫ້ຄວາມອົບອຸ່ນ, ສະໜັບສະໜູນ, ສະໜອງພຣະທໍາ, ຈັດການ ແລະ ລິຮານ; ແລະ ສໍາລັບຜູ້ທີ່ຈະຖືກລົບລ້າງ, ພຣະອົງຈະລົງໂທດ ແລະ ພ້ອມດ້ວຍການຕອບແທນຢ່າງຮ້າຍກາດ. ບອກເຮົາມາເບິ່ງວ່າ ພຣະເຈົ້າບໍ່ມີລິດທານຸພາບສູງສຸດບໍ? ພຣະອົງສາມາດກະທໍາໄດ້ທຸກສິ່ງຢ່າງ ແລະ ທຸກພາລະກິດ, ບໍ່ແມ່ນພຽງແຕ່ພາລະກິດການໄຖ່ບາບໂດຍຖືກຄຶງໃສ່ໄມ້ກາງແຂນທີ່ເຈົ້າວາດພາບເຫັນເທົ່ານັ້ນ. ເຈົ້າຄິດຊ້າເກີນໄປກ່ຽວກັບພຣະເຈົ້າ! ເຈົ້າເຊື່ອວ່າພຣະອົງພຽງສາມາດໄຖ່ບາບໃຫ້ແກ່ມວນມະນຸດດ້ວຍການຄືງໃສ່ໄມ້ກາງແຂນເທົ່ານັ້ນບໍ? ແລ້ວທຸກສິ່ງກໍຈົບສິ້ນລົງ, ເຈົ້າກໍຈະຕິດຕາມພຣະອົງໄປເທິງຟ້າສະຫວັນເພື່ອກິນໝາກໄມ້ຈາກຕົ້ນໄມ້ແຫ່ງຊີວິດ ແລະ ດື່ມຈາກແມ່ນໍ້າແຫ່ງຊີວິດຈັ່ງຊັ້ນບໍ? ມັນຈະງ່າຍດາຍປານນັ້ນພຸ້ນບໍ່? ບອກເຮົາມາເບິ່ງ, ມີສິ່ງໃດແດ່ທີ່ເຈົ້າບັນລຸຜົນສໍາເລັດ? ເຈົ້າມີຊີວິດຂອງພຣະເຢຊູບໍ? ເຈົ້າຖືກໄຖ່ບາບໂດຍພຣະອົງ ແຕ່ຜູ້ທີ່ຖືກຄືງໃສ່ໄມ້ກາງແຂນພັດແມ່ນພຣະອົງ. ເຈົ້າໄດ້ເຮັດສໍາເລັດໜ້າທີ່ຫຍັງແດ່? ເຈົ້າພຽງສັດທາແຕ່ພາຍນອກ ແຕ່ ເຈົ້າບໍ່ເຂົ້າໃຈຫົນທາງຂອງພຣະອົງ. ນັ້ນບໍ ຄືວິທີທີ່ເຈົ້າສະແດງເຖິງພຣະອົງ? ຖ້າເຈົ້າຍັງບໍ່ທັນໄດ້ຮັບຊີວິດຂອງພຣະເຈົ້າ ຫຼື ໄດ້ເຫັນຈິດໃຈທີ່ທ່ຽງທໍາທັງໝົດຂອງພຣະອົງ ເຈົ້າຈະບໍ່ສາມາດອ້າງວ່າຕົນເອງມີຊີວິດຊີວາ ແລະ ເຈົ້າບໍ່ເໝາະສົມທີ່ຈະຜ່ານປະຕູໂຂງຂອງອານາຈັກແຫ່ງສະຫວັນນີ້ໄປ.

ພຣະເຈົ້າບໍ່ພຽງແຕ່ເປັນພຣະວິນຍານເທົ່ານັ້ນ ພຣະອົງຍັງສາມາດກາຍເປັນເນື້ອໜັງໄດ້; ຍິ່ງໄປກວ່ານັ້ນ, ພຣະອົງຄືຮ່າງກາຍຂອງຄວາມສະຫງ່າລາສີ. ເຖິງແມ່ນວ່າ ເຈົ້າບໍ່ເຄີຍເຫັນພຣະເຢຊູ, ແຕ່ຊາວອີດສຣາເອນ ນັ້ນກໍຄືພວກຢີວໃນສະໄໝນັ້ນເຄີຍປະຈັກພຣະອົງແລ້ວ. ທໍາອີດ ພຣະອົງເປັນພຽງຮ່າງກາຍທີ່ສົດໄສບໍລິສຸດ, ແຕ່ຫລັງຈາກພຣະອົງຖືກຄືງໃສ່ໄມ້ກາງແຂນ ພຣະອົງກໍກາຍເປັນຮ່າງກາຍຂອງຄວາມສະຫງ່າລາສີ. ພຣະອົງປະກອບດ້ວຍພຣະວິນຍານທັງໝົດ ແລະ ສາມາດປະຕິບັດພາລະກິດໄດ້ໃນທຸກສະຖານທີ່. ພຣະອົງສາມາດເປັນພຣະເຢໂຮວາ ຫຼື ເປັນພຣະເຢຊູ ຫຼື ພຣະເມຊີອາ; ໃນທີ່ສຸດ ພຣະອົງຍັງສາມາດເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດອີກດ້ວຍ. ພຣະອົງຄືຄວາມທ່ຽງທໍາ, ການພິພາກສາ ແລະ ການລົງໂທດ; ພຣະອົງຄືຄວາມສາບແຊ່ງ ແລະ ຄວາມໂກດຮ້າຍ; ແຕ່ພ້ອມນີ້ ພຣະອົງຍັງມີຄວາມເມດຕາ ແລະ ຄວາມຮັກກະລຸນາອີກດ້ວຍ. ທຸກສິ່ງຢ່າງທີ່ພຣະອົງກະທໍາ ສາມາດເປັນຕົວແທນຂອງພຣະອົງໄດ້. ເຈົ້າຄິດວ່າພຣະເຈົ້າເປັນພຣະເຈົ້າໃນລັກສະນະແບບໃດ? ເຈົ້າຈະບໍ່ສາມາດອະທິບາຍໄດ້. ສິ່ງທີ່ເຈົ້າສາມາດເວົ້າໄດ້ກໍຄື: “ສໍາລັບລັກສະນະຂອງພຣະເຈົ້າເປັນແບບໃດນັ້ນ ຂ້ານ້ອຍບໍ່ສາມາດອະທິບາຍໄດ້.” ບໍ່ຕ້ອງຟ້າວສະຫຼຸບວ່າພຣະເຈົ້າເປັນພຣະເຈົ້າຂອງຄວາມເມດຕາ ແລະ ຄວາມຮັກກະລຸນາຍ້ອນເຫດຜົນທີ່ພຣະອົງກະທໍາພາລະກິດການໄຖ່ບາບພຽງແຕ່ຂັ້ນຕອນດຽວເທົ່ານັ້ນ. ເຈົ້າໝັ້ນໃຈບໍ່ວ່າພຣະອົງເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກກາລຸນາ? ຖ້າພຣະອົງເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກກະລຸນາ, ແລ້ວເຫດໃດພຣະອົງຈຶ່ງຈະນໍາເອົາຍຸກໄປສູ່ຄວາມສິ້ນສຸດໃນວັນສິ້ນໂລກ? ເຫດໃດພຣະອົງຈື່ງສົ່ງໄພພິບັດມາຍັງໂລກນີ້ຢ່າງຫຼວງຫຼາຍ? ຖ້າເປັນດັ່ງຄືເຈົ້າຄິດ ທີ່ວ່າພຣະອົງມີຄວາມເມດຕາ ແລະ ຄວາມກະລຸນາຕໍ່ມະນຸດຈົນເຖິງທີ່ສຸດ ແມ່ນແຕ່ໃນວາລະຂັ້ນຕອນສຸດທ້າຍ, ແລ້ວເຫດໃດພຣະອົງຈຶ່ງຈະສົ່ງໄພພິບັດລົງມາຈາກສະຫວັນ? ຖ້າພຣະເອົງຮັກມະນຸດເໝືອນດັ່ງພຣະອົງຮັກພຣະອົງ ແລະ ເໝືອນດັ່ງພຣະອົງຮັກພຣະບຸດອົງດຽວຂອງພຣະອົງ ແລ້ວເຫດໃດພຣະອົງຈະສົ່ງກາລະໂລກ ແລະ ໝາກເຫັບລົງມາຈາກສະຫວັນ? ເຫດໃດພຣະອົງຈຶ່ງປ່ອຍໃຫ້ມະນຸດທົນທຸກທໍລະມານຈາກໂລກອຶດຫິວ ແລະ ໂລກລະບາດ? ເຫດໃດພຣະອົງຈຶ່ງປ່ອຍໃຫ້ມະນຸດທົນທຸກທໍລະມານກັບໄພພິບັດເຫຼົ່ານີ້? ສໍາລັບພຣະເຈົ້າມີລັກສະນະແບບໃດນັ້ນ ບໍ່ມີໃຜໃນບັນດາພວກເຈົ້າກ້າເວົ້າ ແລະ ອະທິບາຍໄດ້. ເຈົ້າສາມາດໝັ້ນໃຈບໍ່ວ່າພຣະອົງຄືວິນຍານ? ເຈົ້າກ້າເວົ້າບໍ່ວ່າ ພຣະອົງເປັນພຽງຮ່າງກາຍຂອງພຣະເຢຊູ? ແລ້ວເຈົ້າກ້າເວົ້າບໍ່ວ່າ ພຣະອົງຄືພຣະເຈົ້າຜູ້ທີ່ຈະຖືກຄຶງໃສ່ໄມ້ກາງແຂນເພື່ອເຫັນແກ່ຜົນປະໂຫຍດມະນຸດຕະຫຼອດໄປເປັນນິດ?

(ຄັດຈາກໜັງສື ພຣະທໍາປາກົດໃນຮ່າງກາຍ)

ໝາຍເຫດ:

ກ. ເນື້ອຫາດັ້ງເດີມບໍ່ລະບຸມີວະລີ “ພາລະກິດຂອງ”.

ກ່ອນນີ້: 4. ມະນຸດຊາດທີ່ເສື່ອມຊາມຍິ່ງຕ້ອງການຄວາມລອດພົ້ນຂອງພຣະເຈົ້າທີ່ກາຍມາເປັນເນື້ອໜັງ

ຕໍ່ໄປ: 1. ຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້