1. ຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພາລະກິດຂອງພຣະເຈົ້າເອງກ່ຽວຂ້ອງກັບພາລະກິດຂອງມະນຸດຊາດທັງໝົດ ແລະ ມັນຍັງເປັນຕົວແທນໃຫ້ແກ່ພາລະກິດຂອງຍຸກທັງໝົດອີກດ້ວຍ ເຊິ່ງໝາຍຄວາມວ່າ ພາລະກິດຂອງພຣະເຈົ້າເອງເປັນຕົວແທນໃຫ້ແກ່ການເຄື່ອນໄຫວ ແລະ ແນວທາງຂອງພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ພາລະກິດຂອງພວກອັກຄະສາວົກເກີດຂຶ້ນຫຼັງຈາກພາລະກິດຂອງພຣະເຈົ້າເອງ ແລະ ຕາມມາພາຍຫຼັງພາລະກິດນັ້ນ ແລະ ບໍ່ໄດ້ນໍາພາຍຸກ ຫຼື ມັນບໍ່ໄດ້ສະແດງເຖິງແນວທາງພາລະກິດຂອງພຣະວິນຍານບໍລິສຸດໃນຍຸກທັງໝົດ. ພວກເຂົາພຽງແຕ່ປະຕິບັດພາລະກິດທີ່ມະນຸດຄວນປະຕິບັດ, ເຊິ່ງບໍ່ກ່ຽວຂ້ອງກັບພາລະກິດການຄຸ້ມຄອງເລີຍ. ພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົນເອງແມ່ນໂຄງການພາຍໃນພາລະກິດການຄຸ້ມຄອງ. ພາລະກິດຂອງມະນຸດພຽງແຕ່ແມ່ນໜ້າທີ່ໆຜູ້ຄົນທີ່ຖືກໃຊ້ນັ້ນປະຕິບັດ ແລະ ມັນບໍ່ມີສ່ວນກ່ຽວພັນກັບພາລະກິດການຄຸ້ມຄອງ. ເຖິງແມ່ນຈະມີຂໍ້ແທ້ຈິງທີ່ທັງສອງຢ່າງແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ເນື່ອງຈາກຄວາມແຕກຕ່າງໃນຕົວຕົນ ແລະ ການເປັນຕົວຂອງພາລະກິດນັ້ນ, ມີຄວາມແຕກຕ່າງທີ່ຊັດເຈນ ແລະ ສຳຄັນລະຫວ່າງພາລະກິດຂອງພຣະເຈົ້າເອງ ແລະ ພາລະກິດຂອງມະນຸດ. ຍິ່ງໄປກວ່ານັ້ນ ຂອບເຂດຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານບໍລິສຸດມີຄວາມຫຼາກຫຼາຍໃນຈຸດມຸ່ງໝາຍທີ່ມີຕົວຕົນທີ່ແຕກຕ່າງກັນ. ສິ່ງເຫຼົ່ານີ້ແມ່ນຫຼັກການ ແລະ ຂອບເຂດຂອງພາລະກິດຂອງພຣະວິນຍານບໍລິສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ພາລະກິດທີ່ພຣະເຈົ້າເອງປະຕິບັດກໍເປັນພາລະກິດທີ່ພຣະອົງຕັ້ງໃຈປະຕິບັດໃນແຜນການຄຸ້ມຄອງຂອງພຣະອົງເອງ ແລະ ກ່ຽວພັນກັບການຄຸ້ມຄອງທີ່ຍິ່ງໃຫຍ່. ພາລະກິດທີ່ມະນຸດປະຕິບັດ ປະກອບດ້ວຍການສະໜອງປະສົບການສ່ວນຕົວຂອງພວກເຂົາເອງ. ມັນປະກອບດ້ວຍການຊອກຫາເສັ້ນທາງແຫ່ງປະສົບການໃໝ່ທີ່ຢູ່ເໜືອເສັ້ນທາງທີ່ຜູ້ຄົນກ່ອນໜ້ານັ້ນໄດ້ຍ່າງ ແລະ ປະກອບດ້ວຍການນໍາພາອ້າຍເອື້ອຍນ້ອງຂອງພວກເຂົາໃນຂະນະທີ່ຢູ່ພາຍໃຕ້ການນໍາພາຂອງພຣະວິນຍານບໍລິສຸດ. ສິ່ງທີ່ມະນຸດເຫຼົ່ານີ້ສະໜອງກໍຄືປະສົບການສ່ວນຕົວຂອງພວກເຂົາ ຫຼື ບົດຂຽນກ່ຽວກັບຝ່າຍວິນຍານຂອງມະນຸດທີ່ເຄັ່ງສາສະໜາ. ເຖິງແມ່ນມະນຸດເຫຼົ່ານີ້ຖືກພຣະວິນຍານບໍລິສຸດໃຊ້, ພາລະກິດທີ່ພວກເຂົາປະຕິບັດກໍບໍ່ກ່ຽວຂ້ອງກັບພາລະກິດອັນຍິ່ງໃຫຍ່ຂອງແຜນການຄຸ້ມຄອງຫົກພັນປີ. ພວກເຂົາເປັນພຽງແຕ່ມະນຸດທີ່ຖືກພຣະວິນຍານບໍລິສຸດຍົກຂຶ້ນມາໃນຊ່ວງເວລາໃດໜຶ່ງເພື່ອນໍາພາຜູ້ຄົນໄປຕາມກະແສຂອງພຣະວິນຍານບໍລິສຸດ ຈົນວ່າ ໜ້າທີ່ໆພວກເຂົາສາມາດປະຕິບັດໄດ້ສິ້ນສຸດລົງ ຫຼື ຈົນວ່າ ຊີວິດຂອງພວກເຂົາຈະສິ້ນສຸດລົງ. ພາລະກິດທີ່ພວກເຂົາປະຕິບັດພຽງແຕ່ເພື່ອຈັດກຽມເສັ້ນທາງທີ່ເໝາະສົມສຳລັບພຣະເຈົ້າ ຫຼື ສືບຕໍ່ໃນດ້ານໃດໜຶ່ງຂອງການຄຸ້ມຄອງຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ. ໃນຕົວພວກເຂົາເອງ, ມະນຸດເຫຼົ່ານີ້ບໍ່ສາມາດປະຕິບັດພາລະກິດທີ່ຍິ່ງໃຫຍ່ກວ່າໃນການຄຸ້ມຄອງຂອງພຣະອົງ ຫຼື ພວກເຂົາຈະບໍ່ສາມາດສ້າງເສັ້ນທາງອອກໃໝ່ ແລ້ວແຮງໄກທີ່ພວກເຂົາຈະສາມາດນໍາພາລະກິດທັງໝົດຂອງພຣະເຈົ້າຈາກຍຸກຜ່ານມາໄປສູ່ຄວາມສຳເລັດໄດ້. ສະນັ້ນ ພາລະກິດທີ່ພວກເຂົາປະຕິບັດແມ່ນເປັນຕົວແທນໃຫ້ກັບສິ່ງຖືກສ້າງທີ່ປະຕິບັດໜ້າທີ່ຂອງເຂົາເທົ່ານັ້ນ ແລະ ບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໃນການປະຕິບັດພັນທະກິດຂອງພຣະອົງໄດ້. ນີ້ກໍເພາະວ່າ ພາລະກິດທີ່ພວກເຂົາປະຕິບັດບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ. ພາລະກິດໃນການລິເລີ່ມຍຸກໃໝ່ບໍ່ແມ່ນສິ່ງທີ່ມະນຸດສາມາດປະຕິບັດແທນພຣະເຈົ້າໄດ້. ບໍ່ມີໃຜສາມາດປະຕິບັດພາລະກິດນັ້ນໄດ້ ນອກຈາກພຣະເຈົ້າເອງ. ພາລະກິດທັງໝົດທີ່ມະນຸດປະຕິບັດແມ່ນເປັນພຽງການປະຕິບັດໜ້າທີ່ຂອງເຂົາໃນຖານະເປັນສິ່ງທີ່ຖືກສ້າງ ແລະ ຖືກປະຕິບັດກໍຍ້ອນໄດ້ຮັບດົນບັນດານ ຫຼື ຖືກສ່ອງແສງສະຫວ່າງໂດຍພຣະວິນຍານບໍລິສຸດ. ການນໍາພາທີ່ມະນຸດເຫຼົ່ານີ້ຈັດກຽມໃຫ້ແມ່ນປະກອບດ້ວຍການສະແດງໃຫ້ມະນຸດເຫັນເຖິງເສັ້ນທາງແຫ່ງການປະຕິບັດໃນຊີວິດປະຈຳວັນ ແລະ ວິທີທີ່ເຂົາຄວນປະພຶດເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ພາລະກິດຂອງມະນຸດບໍ່ໄດ້ກ່ຽວຂ້ອງກັບການຄຸ້ມຄອງຂອງພຣະເຈົ້າ ຫຼື ບໍ່ໄດ້ເປັນຕົວແທນໃຫ້ກັບພາລະກິດຂອງພຣະວິນຍານ. ຕົວຢ່າງກໍຄື ພາລະກິດຂອງພະຍານລີ່ ແລະ ຜູ້ເຝົ້າເບິ່ງໜີ່ ແມ່ນເພື່ອນໍາທາງເທົ່ານັ້ນ. ບໍ່ວ່າຈະເປັນຫົນທາງໃໝ່ ຫຼື ເກົ່າ, ພາລະກິດແມ່ນຖືກສົມມຸດຕິຖານຂຶ້ນອີງຕາມຫຼັກການທີ່ຢູ່ພາຍໃນພຣະຄຳພີ. ບໍ່ວ່າມັນຈະເປັນການຟື້ນຟູຄຣິສຕະຈັກທ້ອງຖິ່ນ ຫຼື ສ້າງຄຣິສຕະຈັກທ້ອງຖິ່ນ, ພາລະກິດຂອງພວກເຂົາແມ່ນກ່ຽວຂ້ອງກັບການສ້າງຕັ້ງຄຣິສຕະຈັກ. ພາລະກິດທີ່ພວກເຂົາປະຕິບັດແມ່ນສືບຕໍ່ພາລະກິດທີ່ພຣະເຢຊູ ແລະ ສາວົກຂອງພຣະອົງຍັງບໍ່ໄດ້ເຮັດໃຫ້ສຳເລັດ ຫຼື ບໍ່ໄດ້ພັດທະນາເພີ່ມເຕີມໃນຍຸກແຫ່ງພຣະຄຸນ. ສິ່ງທີ່ພວກເຂົາປະຕິບັດໃນພາລະກິດຂອງພວກເຂົາແມ່ນການຟື້ນຟູສິ່ງທີ່ພຣະເຢຊູຮຽກຮ້ອງໃນພາລະກິດໃນເວລານັ້ນຂອງພຣະອົງ ເຊິ່ງພຣະອົງຮ້ອງຮຽກໃຫ້ຄົນລຸ້ນຕ່າງໆປົກຄຸມຫົວຂອງພວກເຂົາ, ຮັບບັບຕິດສະມາ, ຫັກເຂົ້າຈີ່ ຫຼື ດື່ມເຫຼົ້າແວງ. ມັນສາມາດເວົ້າໄດ້ວ່າ ພາລະກິດຂອງພວກເຂົາແມ່ນເພື່ອຮັກສາພຣະຄຳພີ ແລະ ເພື່ອສະແຫວງຫາເສັ້ນທາງທີ່ຢູ່ພາຍໃນພຣະຄຳພີ. ພວກເຂົາບໍ່ໄດ້ສ້າງຄວາມກ້າວໜ້າຫຍັງໃໝ່ເລີຍ. ສະນັ້ນ ຜູ້ຄົນຈຶ່ງສາມາດຄົ້ນພົບຫົນທາງໃໝ່ແຫ່ງພາລະກິດຂອງພວກເຂົາພຽງແຕ່ພາຍໃນພຣະຄຳພີ ເທົ່ານັ້ນ ພ້ອມທັງເຫັນວ່າ ການປະຕິບັດອີງຕາມພຣະຄໍາພີແມ່ນດີກວ່າ ແລະ ເປັນຈິງກວ່າ. ໃນພາລະກິດຂອງພວກເຂົາ ມະນຸດບໍ່ສາມາດຄົ້ນພົບຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ ແລ້ວແຮງໄກທີ່ພວກເຂົາຈະຄົ້ນພົບພາລະກິດໃໝ່ຂອງພຣະເຈົ້າແຫ່ງຍຸກສຸດທ້າຍວາງແຜນປະຕິບັດ. ນີ້ກໍເພາະວ່າເສັ້ນທາງທີ່ພວກເຂົາຍ່າງຍັງເປັນເສັ້ນທາງເກົ່າ; ບໍ່ມີການເລີ່ມໃໝ່ ແລະ ບໍ່ມີການກ້າວໜ້າ. ພວກເຂົາສືບຕໍ່ຍຶດຖືຄວາມຈິງແຫ່ງການຖືກຄຶງເທິງໄມ້ກາງແຂນຂອງພຣະເຢຊູ, ຮັກສາການປະຕິບັດທີ່ຮຽກຮ້ອງໃຫ້ຜູ້ຄົນກັບໃຈ ແລະ ສາລະພາບຄວາມຜິດບາບຂອງພວກເຂົາ, ຍຶດຕິດກັບຄຳເວົ້າທີ່ວ່າ ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດກໍຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຜູ້ຊາຍແມ່ນເປັນຫົວໜ້າຂອງແມ່ຍິງ ແລະ ແມ່ຍິງຕ້ອງເຊື່ອຟັງສາມີຂອງເຂົາ ແລະ ຍິ່ງຍຶດຕິດກັບແນວຄິດຕາມປະເພນີທີ່ວ່າ ເອື້ອຍນ້ອງບໍ່ສາມາດເທດສະໜາໄດ້, ພຽງແຕ່ສາມາດເຊື່ອຟັງເທົ່ານັ້ນ. ຖ້າການນໍາພາໃນລັກສະນະດັ່ງກ່າວຖືກຮັກສາຕໍ່ໄປ, ພຣະວິນຍານບໍລິສຸດຈະບໍ່ສາມາດປະຕິບັດພາລະກິດໃໝ່ຈັກເທື່ອ, ບໍ່ສາມາດເຮັດໃຫ້ມະນຸດເປັນອິດສະຫຼະຈາກກົດລະບຽບ ຫຼື ນໍາພາພວກເຂົາສູ່ອານາຈັກແຫ່ງອິດສະຫຼະ ແລະ ຄວາມສວຍງາມ. ສະນັ້ນ ຂັ້ນຕອນນີ້ຂອງພາລະກິດ ເຊິ່ງເປັນພາລະກິດໃນການປ່ຽນແປງຍຸກ ໄດ້ຮຽກຮ້ອງໃຫ້ພຣະເຈົ້າເອງປະຕິບັດພາລະກິດ ແລະ ກ່າວ; ບໍ່ດັ່ງນັ້ນ ບໍ່ມີມະນຸດຄົນໃດສາມາດປະຕິບັດແທນພຣະອົງໄດ້. ຈົນເຖິງປັດຈຸບັນນີ້ ພາລະກິດທັງໝົດຂອງພຣະວິນຍານບໍລິສຸດທີ່ຢູ່ນອກກະແສນີ້ໄດ້ມາເຖິງຈຸດທີ່ບໍ່ໜີງຕີງ ແລະ ຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ກໍໄດ້ຫຼົງຈຸດຢືນຂອງພວກເຂົາ. ສະນັ້ນ ຍ້ອນພາລະກິດຂອງມະນຸດທີ່ພຣະວິນຍານບໍລິສຸດໃຊ້ບໍ່ຄືກັບພາລະກິດທີ່ພຣະເຈົ້າປະຕິບັດເອງ, ຕົວຕົນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາປະພຶດແທນກໍແຕກຕ່າງເຊັ່ນກັນ. ນີ້ກໍຍ້ອນວ່າ ພາລະກິດທີ່ພຣະວິນຍານບໍລິສຸດຕັ້ງໃຈປະຕິບັດແມ່ນແຕກຕ່າງກັນ ແລະ ດ້ວຍເຫດນີ້ ຄົນທີ່ປະຕິບັດພາລະກິດແບບດຽວກັນກໍມີຕົວຕົນ ແລະ ສະຖານະທີ່ແຕກຕ່າງກັນ. ມະນຸດທີ່ພຣະວິນຍານບໍລິສຸດໃຊ້ອາດປະຕິບັດພາລະກິດໃໝ່ບາງຢ່າງ ແລະ ອາດກຳຈັດພາລະກິດບາງຢ່າງທີ່ເຮັດສຳເລັດໃນຍຸກຜ່ານມາ, ແຕ່ສິ່ງທີ່ພວກເຂົາປະຕິບັດແມ່ນບໍ່ໄດ້ສະແດງເຖິງອຸປະນິໄສ ແລະ ຄວາມປະສົງຂອງພຣະເຈົ້າໃນຍຸກໃໝ່. ພວກເຂົາພຽງແຕ່ປະຕິບັດພາລະກິດເພື່ອລົ້ມເລີກພາລະກິດຂອງຍຸກຜ່ານມາເທົ່ານັ້ນ ແລະ ບໍ່ແມ່ນເພື່ອປະຕິບັດພາລະກິດໃໝ່ດ້ວຍຈຸດປະສົງໃນການເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າໂດຍກົງ. ສະນັ້ນ ບໍ່ວ່າພວກເຂົາຈະລົ້ມເລີກການປະຕິບັດທີ່ຫຼ້າສະໄໝຫຼາຍສໍ່າໃດກໍຕາມ ຫຼື ພວກເຂົາແນະນໍາການປະຕິບັດໃໝ່ຫຼາຍສໍ່າໃດກໍຕາມ, ພວກເຂົາກໍຍັງເປັນຕົວແທນໃຫ້ກັບມະນຸດ ແລະ ສິ່ງຖືກສ້າງ. ໃນຂະນະດຽວກັນ, ເມື່ອພຣະເຈົ້າເອງປະຕິບັດພາລະກິດ, ພຣະອົງບໍ່ໄດ້ປະກາດລົ້ມເລີກການປະຕິບັດຂອງຍຸກເກົ່າຢ່າງເປີດເຜີຍ ຫຼື ປະກາດການເລີ່ມຕົ້ນຂອງຍຸກໃໝ່ໂດຍກົງ. ພຣະອົງກົງໄປກົງມາ ແລະ ຊື່ສັດໃນພາລະກິດຂອງພຣະອົງ. ພຣະອົງກົງໄປກົງມາໃນການປະຕິບັດພາລະກິດທີ່ພຣະອົງເຈດຕະນາໄວ້; ນັ້ນກໍຄື ພຣະອົງສະແດງພາລະກິດທີ່ພຣະອົງໄດ້ເລີ່ມຕົ້ນຂຶ້ນໂດຍກົງ, ປະຕິບັດພາລະກິດຕາມທີ່ພຣະອົງເຈດຕະນາໄວ້ໃນເບື້ອງຕົ້ນໂດຍກົງ, ສະແດງເຖິງການເປັນຢູ່ ແລະ ອຸປະນິໄສຂອງພຣະອົງ. ໃນຄວາມຄິດຂອງມະນຸດ, ອຸປະນິໄສຂອງພຣະອົງ ແລະ ພ້ອມດ້ວຍພາລະກິດຂອງພຣະອົງແມ່ນແຕກຕ່າງຈາກສິ່ງທີ່ຢູ່ໃນຍຸກອະດີດ. ແຕ່ວ່າ ຈາກທັດສະນະຂອງພຣະເຈົ້າແລ້ວ ນີ້ແມ່ນການສືບຕໍ່ເນື່ອງ ແລະ ການພັດທະນາເພີ່ມເຕີມໃນພາລະກິດຂອງພຣະອົງເທົ່ານັ້ນ. ເມື່ອພຣະເຈົ້າເອງປະຕິບັດ, ພຣະອົງສະແດງພຣະທຳຂອງພຣະອົງ ແລະ ເລີ່ມຕົ້ນພາລະກິດໃໝ່ໂດຍກົງ. ໃນທາງກົງກັນຂ້າມ, ເມື່ອມະນຸດປະຕິບັດພາລະກິດ, ມັນແມ່ນຜ່ານການຕຶກຕອງ ແລະ ການສຶກສາ ຫຼື ມັນເປັນການຂະຫຍາຍຄວາມຮູ້ ແລະ ການຈັດລະບົບຂອງການປະຕິບັດຕາມທໍານຽມທີ່ຖືກຄົ້ນພົບໃນພາລະກິດຂອງຄົນອື່ນ. ນັ້ນໝາຍຄວາມວ່າ ແກ່ນແທ້ຂອງພາລະກິດທີ່ມະນຸດປະຕິບັດແມ່ນເພື່ອຕິດຕາມລະບຽບທີ່ຖືກຈັດຕັ້ງຂຶ້ນແລ້ວ ແລະ ເພື່ອ “ຍ່າງໃນເສັ້ນທາງເກົ່າໂດຍໃຊ້ເກີບໃໝ່”. ນີ້ໝາຍຄວາມວ່າ ແມ່ນແຕ່ເສັ້ນທາງທີ່ມະນຸດຜູ້ທີ່ຖືກໃຊ້ໂດຍພຣະວິນຍານບໍລິສຸດຍ່າງກໍຍັງເປັນເສັ້ນທາງທີ່ຖືກສ້າງຂຶ້ນເທິງສິ່ງທີ່ພຣະເຈົ້າເປີດເຜີຍ. ສະນັ້ນ ເມື່ອທຸກສິ່ງຖືກກ່າວອອກ ແລະ ເຮັດໃຫ້ສຳເລັດ, ມະນຸດກໍຍັງເປັນມະນຸດ ແລະ ພຣະເຈົ້າກໍຍັງເປັນພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)

ໃນຍຸກແຫ່ງພຣະຄຸນ, ພຣະເຢຊູກໍຍັງໄດ້ກ່າວພຣະທໍາຫຼາຍຂໍ້ ແລະ ກະທໍາພາລະກິດຫຼາຍຢ່າງ. ພຣະອົງແຕກຕ່າງຈາກເອຊາຢາແນວໃດ? ພຣະອົງແຕກຕ່າງຈາກດານິເອນແນວໃດ? ພຣະອົງແມ່ນສາສະດາບໍ? ເປັນຫຍັງຈຶ່ງເວົ້າວ່າ ພຣະອົງເປັນພຣະຄຣິດ? ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງພວກເຂົາ? ພວກເຂົາທຸກຄົນແມ່ນມະນຸດທີ່ກ່າວພຣະທໍາ ແລະ ບໍ່ໜ້ອຍກໍຫຼາຍ ພຣະທໍາຂອງພວກເຂົາກໍປະກົດຄືຄໍາເວົ້າຂອງມະນຸດ. ພວກເຂົາທຸກຄົນກ່າວພຣະທໍາ ແລະ ກະທໍາພາລະກິດ. ສາສະດາຫຼາຍຄົນໃນພຣະສັນຍາເກົ່າສາມາດທໍານາຍໄດ້ ແລະ ພຣະເຢຊູກໍສາມາດທໍານາຍໄດ້ເຊັ່ນກັນ. ເຫດໃດຈຶ່ງເປັນດັ່ງນັ້ນ? ຄວາມແຕກຕ່າງໃນນີ້ ແມ່ນອີງຕາມລັກສະນະຂອງພາລະກິດ. ເພື່ອໃຫ້ເຂົ້າໃຈໃນເລື່ອງນີ້, ເຈົ້າຕ້ອງບໍ່ຖືເອົາລັກສະນະຂອງເນື້ອໜັງ ແລະ ເຈົ້າບໍ່ຄວນຖືເອົາຄວາມເລິກ ຫຼື ຄວາມຕື້ນຂອງຄໍາເວົ້າຂອງພວກເຂົາ. ກ່ອນອື່ນໝົດ ເຈົ້າຕ້ອງຖືເອົາພາລະກິດຂອງພວກເຂົາ ແລະ ຜົນຂອງພາລະກິດທີ່ພວກເຂົາບັນລຸໃນມະນຸດ. ຄໍາທໍານາຍທີ່ຖືກກ່າວໂດຍສາສະດາໃນເວລານັ້ນບໍ່ໄດ້ສະໜອງຊີວິດຂອງມະນຸດ ແລະ ແຮງດົນໃຈທີ່ໄດ້ຮັບຈາກຜູ້ຄົນຕ່າງໆເຊັ່ນເອຊາຢາ ແລະ ເດນີເອນກໍເປັນຄໍາທໍານາຍ ແລະ ບໍ່ແນ່ນອນທາງຂອງຊີວິດ. ຖ້າບໍ່ແມ່ນຍ້ອນການເປີດເຜີຍໂດຍກົງຂອງພຣະເຢໂຮວາ ກໍຈະບໍ່ມີຜູ້ໃດສາມາດກະທໍາພາລະກິດນັ້ນໄດ້ ເຊິ່ງເປັນໄປບໍ່ໄດ້ສໍາລັບມະນຸດ. ພຣະເຢຊູກໍໄດ້ກ່າວພຣະທໍາຢ່າງຫຼວງຫຼາຍເຊັ່ນດຽວກັນ ແຕ່ພຣະທໍາດັ່ງກ່າວແມ່ນແນວທາງຂອງຊີວິດ ທີ່ມະນຸດສາມາດຄົ້ນຫາຫົນທາງນັ້ນເພື່ອນໍາໃຊ້ເຂົ້າໃນການປະຕິບັດ. ເວົ້າໄດ້ວ່າ ປະການທີໜຶ່ງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ຍ້ອນວ່າພຣະເຢຊູຄືຊີວິດ; ປະການທີສອງຄື ພຣະອົງສາມາດປ່ຽນແປງການອອກນອກເສັ້ນທາງຂອງມະນຸດໄດ້; ປະການທີສາມຄື ພາລະກິດຂອງພຣະອົງສາມາດສືບແທນພາລະກິດຂອງພຣະເຢໂຮວາ ເພື່ອສືບຕໍ່ຍຸກ; ປະການທີສີ່ຄື ພຣະອົງສາມາດເຂົ້າໃຈຄວາມຕ້ອງການພາຍໃນມະນຸດ ແລະ ເຂົ້າໃຈສິ່ງທີ່ມະນຸດຂາດເຂີນ; ປະການທີຫ້າຄື ພຣະອົງສາມາດນໍາທາງໃນຍຸກໃໝ່ ແລະ ສິ້ນສຸດຍຸກເກົ່າ. ນັ້ນແມ່ນເຫດຜົນທີ່ພຣະອົງຖືກເອີ້ນວ່າພຣະເຈົ້າ ແລະ ພຣະຄຣິດ; ພຣະອົງບໍ່ພຽງແຕ່ແຕກຕ່າງຈາກເອຊາຢາເທົ່ານັ້ນ ແຕ່ຍັງແຕກຕ່າງຈາກສາສະດາທຸກຄົນອີກດ້ວຍ. ໃຫ້ຍົກເອົາເອຊາຢາເປັນການປຽບທຽບສໍາລັບພາລະກິດຂອງສາສະດາ. ການປຽບທຽບທີໜຶ່ງຄື ລາວບໍ່ສາມາດສະໜອງໃຫ້ກັບຊີວິດມະນຸດ; ການປຽບທຽບທີສອງຄື ລາວບໍ່ສາມາດນໍາທາງໃນຍຸກໃໝ່. ລາວປະຕິບັດວຽກງານພາຍໃຕ້ການນໍາພາຂອງພຣະເຢໂຮວາ ແລະ ບໍ່ແມ່ນເປັນຜູ້ນໍາທາງໃນຍຸກໃໝ່. ການປຽບທຽບທີສາມຄື ຄໍາເວົ້າທີ່ລາວກ່າວແມ່ນເໜືອກວ່າລາວ. ລາວໄດ້ຮັບການເປີດເຜີຍໂດຍກົງຈາກພຣະວິນຍານຂອງພຣະເຈົ້າ ແລະ ຄົນອື່ນຈະບໍ່ເຂົ້າໃຈ ເຖິງວ່າຈະໄດ້ຍິນຄໍາກ່າວເຫຼົ່ານັ້ນ. ພຽງສອງສາມສິ່ງເຫຼົ່ານີ້ເທົ່ານັ້ນກໍພຽງພໍທີ່ຈະພິສູດໃຫ້ເຫັນວ່າ ຄໍາກ່າວຂອງລາວບໍ່ໄດ້ແຕກຕ່າງຈາກການທໍານາຍ ແລະ ບໍ່ໄດ້ຫຼາຍກວ່າພາກສ່ວນໜຶ່ງຂອງພາລະກິດທີ່ເຮັດແທນພຣະເຢໂຮວາ. ຢ່າງໃດກໍຕາມ, ລາວບໍ່ສາມາດເປັນຕົວແທນພຣະເຢໂຮວາໄດ້ທັງໝົດ. ລາວເປັນພຽງຜູ້ຮັບໃຊ້ພຣະເຢໂຮວາເທົ່ານັ້ນ, ກໍຄື ເປັນເຄື່ອງມືຮັບໃຊ້ໃນພາລະກິດຂອງພຣະເຢໂຮວາ. ລາວພຽງປະຕິບັດພາລະກິດຢູ່ໃນຍຸກແຫ່ງພຣະບັນຍັດ ແລະ ຢູ່ໃນຂອບເຂດຂອງພາລະກິດຂອງພຣະເຢໂຮວາເທົ່ານັ້ນ; ລາວບໍ່ໄດ້ປະຕິບັດພາລະກິດອອກນອກຍຸກແຫ່ງພຣະບັນຍັດ. ໃນທາງກົງກັນຂ້າມ, ພາລະກິດຂອງພຣະເຢຊູແມ່ນແຕກຕ່າງ. ພຣະອົງປະຕິບັດເກີນຂອບເຂດຂອງພາລະກິດຂອງພຣະເຢໂຮວາ; ພຣະອົງປະຕິບັດພາລະກິດເປັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໄດ້ຜ່ານປະສົບການຂອງການໄຖ່ບາບໂດຍຖືກຄຶງໃສ່ໄມ້ກາງແຂນ ເພື່ອໄຖ່ບາບມວນມະນຸດຊາດ. ໝາຍຄວາມວ່າ ພຣະອົງດໍາເນີນພາລະກິດໃໝ່ຢູ່ນອກຂອບເຂດພາລະກິດທີ່ກະທໍາໂດຍພຣະເຢໂຮວາ. ນີ້ແມ່ນການນໍາທາງໃນຍຸກໃໝ່. ນອກຈາກນັ້ນ, ພຣະອົງສາມາດກ່າວເຖິງສິ່ງທີ່ມະນຸດບໍ່ສາມາດບັນລຸຜົນໄດ້. ພາລະກິດຂອງພຣະອົງແມ່ນປະຕິບັດຢູ່ໃນການຄຸ້ມຄອງຂອງພຣະເຈົ້າ ແລະ ປະກອບດ້ວຍມວນມະນຸດທັງໝົດ. ພຣະອົງບໍ່ໄດ້ກະທໍາພາລະກິດຕໍ່ມະນຸດພຽງສອງສາມຄົນ ແລະ ພາລະກິດຂອງພຣະອົງບໍ່ໄດ້ມີໄວ້ເພື່ອນໍາພາມະນຸດພຽງຈໍານວນຈໍາກັດ. ສໍາລັບວິທີທີ່ພຣະເຈົ້າບັງເກີດເປັນມະນຸດ, ວິທີທີ່ພຣະວິນຍານໃຫ້ການເປີດເຜີຍໃນເວລານັ້ນ ແລະ ວິທີທີ່ພຣະວິນຍານລົງມາສູ່ມະນຸດເພື່ອກະທໍາພາລະກິດ, ສິ່ງເຫຼົ່ານີ້ແມ່ນເປັນສິ່ງທີ່ມະນຸດບໍ່ສາມາດເຫັນ ຫຼື ສໍາຜັດໄດ້. ມັນເປັນໄປບໍ່ໄດ້ທີ່ສຸດທີ່ຈະໃຊ້ຄວາມຈິງເຫຼົ່ານີ້ເພື່ອເປັນຫຼັກຖານພິສູດວ່າ ພຣະອົງຄືພຣະເຈົ້າຜູ້ບັງເກີດເປັນມະນຸດ. ດ້ວຍເຫດນັ້ນ, ຈຶ່ງສາມາດຈໍາແນກໄດ້ໃນທ່າມກາງພຣະທໍາ ແລະ ພາລະກິດຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ມະນຸດສາມາດຈັບຕ້ອງໄດ້. ພຽງສິ່ງນີ້ເທົ່ານັ້ນຄືຄວາມຈິງ. ນີ້ກໍເນື່ອງຈາກວ່າ ເຈົ້າບໍ່ສາມາດເຫັນເລື່ອງຂອງພຣະວິນຍານໄດ້ ແລະ ມີພຽງພຣະເຈົ້າເທົ່ານັ້ນທີ່ຮັບຮູ້ເລື່ອງດັ່ງກ່າວຢ່າງຊັດເຈນ ແລະ ແມ່ນແຕ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງກໍບໍ່ສາມາດຮູ້ທຸກສິ່ງໄດ້; ເຈົ້າພຽງແຕ່ສາມາດຢືນຢັນວ່າ ພຣະອົງເປັນພຣະເຈົ້າ ຫຼື ບໍ່ ຈາກພາລະກິດທີ່ພຣະອົງໄດ້ກະທໍາເທົ່ານັ້ນ. ຈາກພາລະກິດຂອງພຣະອົງ, ສາມາດເຫັນໄດ້ວ່າ: ສິ່ງທີໜຶ່ງຄື ພຣະອົງສາມາດເປີດຍຸກໃໝ່; ສິ່ງທີສອງຄື ພຣະອົງສາມາດສະໜອງຊີວິດຂອງມະນຸດ ແລະ ສະແດງໃຫ້ມະນຸດເຫັນເສັ້ນທາງເພື່ອປະຕິບັດຕາມ. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າ ພຣະອົງຄືພຣະເຈົ້າ. ຢ່າງໜ້ອຍທີ່ສຸດ ພາລະກິດທີ່ພຣະອົງກະທໍາສາມາດເປັນຕົວແທນພຣະວິນຍານຂອງພຣະເຈົ້າທັງໝົດ ແລະ ຈາກພາລະກິດດັ່ງກ່າວນັ້ນ ແມ່ນສາມາດເຫັນໄດ້ວ່າ ພຣະວິນຍານຂອງພຣະເຈົ້າແມ່ນສະຖິດຢູ່ພາຍໃນພຣະອົງ. ຍ້ອນວ່າ ພາລະກິດທີ່ກະທໍາໂດຍພຣະເຈົ້າຜູ້ບັງເກີດເປັນມະນຸດນັ້ນ ສ່ວນໃຫຍ່ແລ້ວແມ່ນເພື່ອນໍາທາງໃນຍຸກໃໝ່, ນໍາພາພາລະກິດໃໝ່ ແລະ ເປີດໂລກໃໝ່, ສິ່ງເຫຼົ່ານີ້ເທົ່ານັ້ນແມ່ນພຽງພໍທີ່ຈະພິສູດໃຫ້ເຫັນວ່າ ພຣະອົງຄືພຣະເຈົ້າ. ສະນັ້ນ, ສິ່ງນີ້ຈຶ່ງເຮັດໃຫ້ພຣະອົງແຕກຕ່າງຈາກເອຊາຢາ, ດານິເອນ ແລະ ສາສະດາຜູ້ຍິ່ງໃຫຍ່ອື່ນໆ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ

ພວກເຈົ້າຕ້ອງຮູ້ຈັກຈຳແນກພາລະກິດຂອງພຣະເຈົ້າຈາກພາລະກິດຂອງມະນຸດ. ເຈົ້າສາມາດເຫັນຫຍັງໃນພາລະກິດຂອງມະນຸດ? ມີອົງປະກອບຫຼາຍຢ່າງກ່ຽວກັບປະສົບການຂອງມະນຸດໃນພາລະກິດຂອງເຂົາ; ສິ່ງທີ່ມະນຸດສະແດງອອກກໍຄືສິ່ງທີ່ເຂົາເປັນ. ພາລະກິດຂອງພຣະເຈົ້າເອງກໍສະແດງອອກເຖິງສິ່ງທີ່ພຣະອົງເປັນ ແຕ່ສິ່ງທີ່ພຣະອົງເປັນແມ່ນແຕກຕ່າງຈາກສິ່ງທີ່ມະນຸດເປັນ. ສິ່ງທີ່ມະນຸດເປັນແມ່ນຕົວແທນຂອງປະສົບການ ແລະ ຊີວິດຂອງມະນຸດ (ສິ່ງທີ່ມະນຸດຜະເຊີນ ຫຼື ພົບພໍ້ໃນຊີວິດຂອງເຂົາ ຫຼື ປັດຊະຍາສຳລັບການດຳລົງຊີວິດທີ່ເຂົາມີ) ແລະ ຄົນທີ່ມີຊີວິດໃນສະພາບແວດລ້ອມທີ່ແຕກຕ່າງກັນກໍສະແດງເຖິງການເປັນຢູ່ທີ່ແຕກຕ່າງກັນ. ບໍ່ວ່າເຈົ້າມີປະສົບການໃນສັງຄົມ ຫຼື ບໍ່ ແລະ ເຈົ້າມີຊີວິດຢ່າງແທ້ຈິງແນວໃດໃນຄອບຄົວຂອງເຈົ້າ ແລະ ມີປະສົບການໃນຄອບຄົວຂອງເຈົ້າແນວໃດ ແມ່ນສາມາດເຫັນໄດ້ຈາກສິ່ງທີ່ເຈົ້າສະແດງອອກ, ໃນຂະນະທີ່ເຈົ້າບໍ່ສາມາດເຫັນຈາກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດວ່າ ພຣະອົງຈະມີປະສົບການໃນສັງຄົມ ຫຼື ບໍ່. ພຣະອົງຮັບຮູ້ເຖິງທາດແທ້ຂອງມະນຸດເປັນຢ່າງດີ ແລະ ສາມາດເປີດເຜີຍການປະຕິບັດທຸກປະເພດທີ່ເປັນຂອງຄົນທຸກປະເພດ. ພຣະອົງຍິ່ງດີກວ່າໃນການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ພຶດຕິກຳທີ່ເປັນກະບົດຂອງມະນຸດ. ພຣະອົງບໍ່ມີຊີວິດຢູ່ທ່າມກາງຄົນໃນໂລກ, ແຕ່ພຣະອົງຮັບຮູ້ເຖິງທຳມະຊາດຂອງມະນຸດ ແລະ ຄວາມເສື່ອມຊາມທັງໝົດຂອງຄົນໃນໂລກ. ນີ້ຄືສິ່ງທີ່ພຣະອົງເປັນ. ເຖິງແມ່ນວ່າ ພຣະອົງບໍ່ຈັດການກັບໂລກ, ພຣະອົງກໍຮູ້ຈັກກົດລະບຽບໃນການຈັດການກັບໂລກ ຍ້ອນພຣະອົງເຂົ້າໃຈເຖິງທຳມະຊາດຂອງມະນຸດຢ່າງສົມບູນ. ພຣະອົງຮູ້ຈັກກ່ຽວກັບພາລະກິດຂອງພຣະວິນຍານທີ່ຕາຂອງມະນຸດບໍ່ສາມາດເຫັນໄດ້ ແລະ ຫູຂອງມະນຸດບໍ່ສາມາດໄດ້ຍິນ ທັງໃນປັດຈຸບັນ ແລະ ໃນອະດີດ. ນີ້ລວມເຖິງສະຕິປັນຍາທີ່ບໍ່ແມ່ນປັດຊະຍາສຳລັບການດຳລົງຊີວິດ ແລະ ສິ່ງອັດສະຈັນທີ່ໃຫ້ຜູ້ຄົນຢັ່ງເຖິງໄດ້ຍາກ. ນີ້ຄືສິ່ງທີ່ພຣະອົງເປັນ ນັ້ນກໍຄື ເປີດເຜີຍກັບຜູ້ຄົນ ແລະ ຍັງລີ້ລັບຈາກຜູ້ຄົນ. ສິ່ງທີ່ພຣະອົງສະແດງອອກບໍ່ແມ່ນສິ່ງທີ່ຄົນພິເສດເປັນ, ແຕ່ເປັນຄຸນລັກສະນະໂດຍທຳມະຊາດ ແລະ ການເປັນຢູ່ຂອງພຣະວິນຍານ. ພຣະອົງບໍ່ໄດ້ເດີນທາງອ້ອມໂລກ ແຕ່ຮູ້ຈັກທຸກສິ່ງກ່ຽວກັບໂລກ. ພຣະອົງພົບພໍ້ “ລີງໂທນ” ຜູ້ເຊິ່ງບໍ່ມີຄວາມຮູ້ ຫຼື ຄວາມເຂົ້າໃຈ, ແຕ່ພຣະອົງສະແດງພຣະທຳທີ່ຢູ່ເໜືອກວ່າຄວາມຮູ້ ແລະ ເໜືອກວ່າມະນຸດທີ່ຍິ່ງໃຫຍ່. ພຣະອົງມີຊີວິດຢູ່ທ່າມກາງກຸ່ມຄົນທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ສຶກ ຜູ້ເຊິ່ງບໍ່ມີຄວາມເປັນມະນຸດ ແລະ ຜູ້ເຊິ່ງບໍ່ເຂົ້າໃຈທຳນຽມ ແລະ ຊີວິດຂອງມະນຸດ, ແຕ່ພຣະອົງສາມາດຮຽກຮ້ອງໃຫ້ມະນຸດຊາດໃຊ້ຊີວິດຕາມຄວາມເປັນມະນຸດທຳມະດາໄດ້, ໃນຂະນະດຽວກັນກໍເປີດເຜີຍພື້ນຖານ ແລະ ຄວາມເປັນມະນຸດທີ່ຕໍ່າຕ້ອຍຂອງມະນຸດຊາດ. ທຸກສິ່ງນີ້ແມ່ນສິ່ງທີ່ພຣະອົງເປັນ ເຊິ່ງສູງກວ່າຄົນທີ່ມີເນື້ອໜັງ ແລະ ເລືອດເນື້ອ. ສຳລັບພຣະອົງ ມັນບໍ່ຈຳເປັນທີ່ຕ້ອງຜະເຊີນກັບຊີວິດສັງຄົມທີ່ຊັບຊ້ອນ, ຫຍຸ້ງຍາກ ແລະ ສົກກະປົກເພື່ອປະຕິບັດພາລະກິດທີ່ພຣະອົງຕ້ອງປະຕິບັດ ແລະ ເປີດເຜີຍເຖິງທາດແທ້ຂອງມະນຸດຊາດທີ່ເສື່ອມຊາມຢ່າງທົ່ວເຖິງ. ຊີວິດສັງຄົມທີ່ສົກກະປົກບໍ່ໄດ້ສັ່ງສອນເນື້ອໜັງຂອງພຣະອົງ. ພາລະກິດ ແລະ ພຣະທຳຂອງພຣະອົງພຽງແຕ່ເປີດເຜີຍການບໍ່ເຊື່ອຟັງຂອງມະນຸດ ແລະ ບໍ່ໄດ້ຈັດກຽມມະນຸດດ້ວຍປະສົບການ ແລະ ບົດຮຽນໃນການຈັດການກັບໂລກນີ້. ພຣະອົງບໍ່ຕ້ອງສືບສວນສັງຄົມ ຫຼື ຄອບຄົວຂອງມະນຸດ ເມື່ອພຣະອົງຈັດຕຽມມະນຸດດ້ວຍຊີວິດ. ການເປີດເຜີຍ ແລະ ການພິພາກສາມະນຸດບໍ່ແມ່ນການສະແດງອອກເຖິງປະສົບການຂອງເນື້ອໜັງຂອງພຣະອົງ; ມັນເປັນການເປີດເຜີຍເຖິງຄວາມບໍ່ຊອບທຳຂອງມະນຸດຫຼັງຈາກທີ່ຮູ້ຈັກຄວາມບໍ່ເຊື່ອຟັງຂອງມະນຸດເປັນເວລາດົນນານ ແລະ ກຽດຊັງຄວາມເສື່ອມຊາມຂອງມະນຸດຊາດ. ພາລະກິດທີ່ພຣະອົງປະຕິບັດທັງໝົດແມ່ນການເປີດເຜີຍອຸປະນິໄສໃຫ້ກັບມະນຸດ ແລະ ສະແດງເຖິງການເປັນຢູ່ຂອງພຣະອົງ. ມີພຽງແຕ່ພຣະເຈົ້າທີ່ສາມາດປະຕິບັດພາລະກິດນີ້, ມັນບໍ່ແມ່ນສິ່ງທີ່ຄົນມີເນື້ອໜັງ ແລະ ເລືອດເນື້ອສາມາດເຮັດໃຫ້ສຳເລັດໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ພາລະກິດທີ່ພຣະເຈົ້າປະຕິບັດບໍ່ໄດ້ເປັນຕົວແທນໃຫ້ແກ່ປະສົບການຂອງເນື້ອໜັງຂອງພຣະອົງ; ພາລະກິດທີ່ມະນຸດປະຕິບັດເປັນຕົວແທນໃຫ້ແກ່ປະສົບການຂອງມະນຸດ. ທຸກຄົນເວົ້າກ່ຽວກັບປະສົບການສ່ວນຕົວຂອງພວກເຂົາ. ພຣະເຈົ້າສາມາດສະແດງຄວາມຈິງໂດຍກົງ, ໃນຂະນະທີ່ມະນຸດພຽງແຕ່ສາມາດສະແດງປະສົບການທີ່ສອດຄ່ອງກັບການຜະເຊີນກັບຄວາມຈິງຂອງເຂົາເທົ່ານັ້ນ. ພາລະກິດຂອງພຣະເຈົ້າບໍ່ມີກົດລະບຽບ ແລະ ບໍ່ຢູ່ພາຍໃຕ້ເວລາ ຫຼື ຂໍ້ຈຳກັດທາງພູມສາດ. ພຣະອົງສາມາດສະແດງສິ່ງທີ່ພຣະອົງເປັນໃນເວລາໃດກໍໄດ້, ຢູ່ໃສກໍໄດ້. ພຣະອົງປະຕິບັດພາລະກິດດັ່ງທີ່ພຣະອົງພໍໃຈ. ພາລະກິດຂອງມະນຸດມີເງື່ອນໄຂ ແລະ ບໍລິບົດ; ຫາກປາສະຈາກສິ່ງເຫຼົ່ານັ້ນ ເຂົາກໍບໍ່ສາມາດປະຕິບັດພາລະກິດ ແລະ ບໍ່ສາມາດສະແດງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າໄດ້ ຫຼື ປະສົບການຂອງເຂົາທີ່ກ່ຽວກັບຄວາມຈິງ. ເພື່ອທີ່ຈະບອກວ່າສິ່ງໃດສິ່ງໜຶ່ງແມ່ນພາລະກິດຂອງພຣະເຈົ້າເອງ ຫຼື ພາລະກິດຂອງມະນຸດ, ເຈົ້າພຽງແຕ່ຕ້ອງປຽບທຽບຄວາມແຕກຕ່າງລະຫວ່າງພາລະກິດເຫຼົ່ານັ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ເພື່ອນໍາພາຍຸກ ແລະ ເຄື່ອນໄຫວພາລະກິດໃໝ່ເທົ່ານັ້ນ. ມັນຈຳເປັນທີ່ພວກເຈົ້າຈະເຂົ້າໃຈໃນຈຸດນີ້. ສິ່ງນີ້ແມ່ນແຕກຕ່າງຈາກໜ້າທີ່ຂອງມະນຸດຫຼາຍ ແລະ ທັງສອງຢ່າງແມ່ນບໍ່ສາມາດຖືກກ່າວເຖິງດ້ວຍລົມຫາຍໃຈດຽວກັນ. ມະນຸດຕ້ອງຖືກປູກຝັງ ແລະ ຖືກເຮັດໃຫ້ສົມບູນເປັນໄລຍະເວລາດົນນານກ່ອນທີ່ເຂົາຈະສາມາດປະຕິບັດພາລະກິດ ແລະ ປະເພດຂອງຄວາມເປັນມະນຸດທີ່ຈຳເປັນແມ່ນມາຈາກລະດັບທີ່ສູງສົ່ງເປັນພິເສດ. ບໍ່ແມ່ນພຽງມະນຸດຕ້ອງສາມາດຮັກສາຄວາມຮູ້ສຶກຂອງຄວາມເປັນມະນຸດທຳມະດາ, ແຕ່ເຂົາຕ້ອງຍິ່ງເຂົ້າໃຈຫຼາຍໆຫຼັກການ ແລະ ກົດລະບຽບທີ່ຄຸ້ມຄອງການປະພຶດຂອງເຂົາໃນການພົວພັນກັບຄົນອື່ນ ແລະ ຍິ່ງໄປກວ່ານັ້ນ ເຂົາຕ້ອງອຸທິດຕົນທີ່ຈະສຶກສາຫຼາຍຍິ່ງຂຶ້ນກ່ຽວກັບສະຕິປັນຍາ ແລະ ຄວາມຮູ້ທາງຈັນຍາບັນຂອງມະນຸດ. ນີ້ແມ່ນສິ່ງທີ່ມະນຸດຄວນປະກອບມີ. ເຖິງຢ່າງໃດກໍຕາມ ມັນບໍ່ໄດ້ເປັນແບບນີ້ສຳລັບພຣະເຈົ້າທີ່ບັງເກີດເປັນມະນຸດ, ຍ້ອນພາລະກິດຂອງພຣະອົງບໍ່ໄດ້ສະແດງໃຫ້ເຫັນເຖິງມະນຸດ ຫຼື ບໍ່ແມ່ນພາລະກິດຂອງມະນຸດ; ກົງກັນຂ້າມ ມັນຄືການສະແດງອອກໂດຍກົງຂອງການເປັນຢູ່ຂອງພຣະອົງ ແລະ ການປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດໂດຍກົງ. (ໂດຍທຳມະຊາດແລ້ວ ພາລະກິດຂອງພຣະອົງແມ່ນຖືກປະຕິບັດໃນເວລາທີ່ເໝາະສົມ ແລະ ບໍ່ແມ່ນບາງຄັ້ງບາງຄາວ ຫຼື ຕາມເວລາໃດໜຶ່ງ ແລະ ພາລະກິດນັ້ນເລີ່ມຕົ້ນກໍເມື່ອມັນເຖິງເວລາຂອງການປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ). ພຣະອົງບໍ່ມີສ່ວນຮ່ວມໃນຊີວິດຂອງມະນຸດ ຫຼື ພາລະກິດຂອງມະນຸດ ນັ້ນກໍຄື ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ປະກອບດ້ວຍສິ່ງເຫຼົ່ານີ້ (ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດຂອງພຣະອົງ). ພຣະອົງພຽງແຕ່ປະຕິບັດພັນທະກິດຂອງພຣະອົງໃຫ້ສຳເລັດ ເມື່ອມັນເຖິງເວລາທີ່ພຣະຕ້ອງປະຕິບັດ; ບໍ່ວ່າສະຖານະຂອງພຣະອົງຈະເປັນແນວໃດກໍຕາມ, ພຣະອົງກໍຈະເດີນໄປຂ້າງໜ້າຢ່າງໄວພ້ອມກັບພາລະກິດທີ່ພຣະອົງຄວນປະຕິບັດ. ບໍ່ວ່າມະນຸດຈະຮູ້ຫຍັງກ່ຽວກັບພຣະອົງ ແລະ ບໍ່ວ່າມະນຸດຈະມີແນວຄິດເຫັນຫຍັງກໍຕາມກ່ຽວກັບພຣະອົງ, ພາລະກິດຂອງພຣະອົງບໍ່ໄດ້ຮັບຜົນກະທົບທັງສິ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (3)

ພາລະກິດຂອງມະນຸດຢູ່ພາຍໃນຂອບເຂດ ແລະ ມີຂໍ້ຈຳກັດ. ຄົນໜຶ່ງພຽງແຕ່ສາມາດປະຕິບັດພາລະກິດຂອງໄລຍະໃດໜຶ່ງ ແລະ ບໍ່ສາມາດປະຕິບັດພາລະກິດຂອງຍຸກທັງໝົດ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະນໍາຜູ້ຄົນເຂົ້າສູ່ກົດລະບຽບ. ພາລະກິດຂອງມະນຸດພຽງແຕ່ສາມາດນໍາໃຊ້ໄດ້ກັບເວລາ ຫຼື ໄລຍະໃດໜຶ່ງ. ນີ້ກໍຍ້ອນປະສົບການຂອງມະນຸດມີຂອບເຂດຂອງມັນ. ຄົນໃດໜຶ່ງບໍ່ສາມາດປຽບທຽບພາລະກິດຂອງມະນຸດກັບພາລະກິດຂອງພຣະເຈົ້າໄດ້. ວິທີການປະຕິບັດຂອງມະນຸດ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງແມ່ນລ້ວນແລ້ວແຕ່ໃຊ້ໄດ້ກັບຂອບເຂດໃດໜຶ່ງ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ມະນຸດກຳລັງຍ່າງແມ່ນຄວາມປະສົງຂອງພຣະວິນຍານບໍລິສຸດຢ່າງສົມບູນ, ຍ້ອນມະນຸດພຽງແຕ່ສາມາດໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ບໍ່ສາມາດຖືກເຕີມເຕັມດ້ວຍພຣະວິນຍານບໍລິສຸດຢ່າງສົມບູນ. ສິ່ງທີ່ມະນຸດສາມາດຜະເຊີນໄດ້ແມ່ນລ້ວນແລ້ວແຕ່ຢູ່ພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ສາມາດເກີນກວ່າຂອບເຂດຂອງຄວາມຄິດໃນຈິດໃຈທີ່ທຳມະດາຂອງມະນຸດ. ທຸກຄົນທີ່ສາມາດດໍາລົງຢູ່ໃນຄວາມເປັນຈິງຂອງປະສົບການຈິງຢູ່ໃນຂອບເຂດນີ້. ເມື່ອພວກເຂົາມີປະສົບການກັບຄວາມຈິງ ມັນກໍເປັນປະສົບການໃນຊີວິດຂອງມະນຸດທໍາມະດາທີ່ຢູ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດຢູ່ສະເໝີ; ມັນບໍ່ແມ່ນວິທີການມີປະສົບການທີ່ຫັນເຫມາຈາກຊີວິດຂອງມະນຸດທໍາມະດາ. ພວກເຂົາຜະເຊີນກັບຄວາມຈິງທີ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດເທິງພື້ນຖານຂອງການໃຊ້ຊີວິດຂອງມະນຸດຂອງພວກເຂົາ. ຍິ່ງໄປກວ່ານັ້ນ ຄວາມຈິງນີ້ມີຄວາມຫຼາກຫຼາຍຈາກບຸກຄົນສູ່ບຸກຄົນ ແລະ ຄວາມເລິກຂອງຄວາມຈິງນັ້ນກໍຂຶ້ນກັບສະພາວະຂອງບຸກຄົນ. ຄົນໃດໜຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນຊີວິດທີ່ທຳມະດາຂອງມະນຸດທີ່ສະແຫວງຫາຄວາມຈິງ ແລະ ມັນອາດຖືກເອີ້ນໄດ້ວ່າ ເສັ້ນທາງທີ່ຄົນທຳມະດາຍ່າງ ຜູ້ເຊິ່ງໄດ້ຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດ. ເຈົ້າບໍ່ສາມາດເວົ້າວ່າ ເສັ້ນທາງທີ່ພວກເຂົາຍ່າງແມ່ນເສັ້ນທາງທີ່ພຣະວິນຍານບໍລິສຸດເລືອກ. ໃນປະສົບການຂອງມະນຸດທີ່ທໍາມະດາ, ຍ້ອນວ່າ ຄົນທີ່ສະແຫວງຫາບໍ່ຄືກັນ, ພາລະກິດຂອງພຣະວິນຍານບໍລິສຸດຈຶ່ງບໍ່ຄືກັນ. ນອກຈາກນັ້ນ ຍ້ອນສະພາບແວດລ້ອມທີ່ຜູ້ຄົນຜະເຊີນ ແລະ ຂອບເຂດຂອງປະສົບການຂອງພວກເຂົາບໍ່ຄືກັນ ແລະ ຍ້ອນການເຈືອປົນທາງດ້ານຈິດໃຈ ແລະ ຄວາມຄິດຂອງພວກເຂົາ, ປະສົບການຂອງພວກເຂົາຈຶ່ງຖຶກປະປົນຈົນເຖິງລະດັບທີ່ແຕກຕ່າງກັນ. ແຕ່ລະຄົນເຂົ້າໃຈຄວາມຈິງຕາມສະພາບການສ່ວນຕົວທີ່ແຕກຕ່າງກັນຂອງພວກເຂົາ. ຄວາມເຂົ້າໃຈຂອງພວກເຂົາໃນຄວາມໝາຍທີ່ແທ້ຈິງຂອງຄວາມຈິງແມ່ນບໍ່ຄົບຖ້ວນ ແລະ ເປັນພຽງໜຶ່ງ ຫຼື ສອງສາມລັກສະນະຂອງຄວາມຈິງ. ຂອບເຂດຄວາມຈິງທີ່ມະນຸດຜະເຊີນແມ່ນແຕກຕ່າງກັນໃນແຕ່ລະບຸກຄົນ ຕາມສະພາບການຂອງແຕ່ລະຄົນ. ດ້ວຍວິທີນີ້ ຄວາມຮູ້ແຫ່ງຄວາມຈິງອັນດຽວກັນ ເຊິ່ງຖືກສະແດງອອກໂດຍຄົນທີ່ແຕກຕ່າງກັນຈຶ່ງບໍ່ຄືກັນ. ນີ້ໝາຍຄວາມວ່າ ປະສົບການຂອງມະນຸດມີຂໍ້ຈຳກັດຢູ່ສະເໝີ ແລະ ບໍ່ສາມາດເປັນຕົວແທນໃຫ້ແກ່ຄວາມປະສົງຂອງພຣະວິນຍານບໍລິສຸດໄດ້ຢ່າງຄົບຖ້ວນ ຫຼື ພາລະກິດຂອງມະນຸດກໍບໍ່ສາມາດຮັບຮູ້ໄດ້ວ່າເປັນພາລະກິດຂອງພຣະເຈົ້າ, ເຖິງແມ່ນວ່າ ສິ່ງທີ່ມະນຸດສະແດງອອກສອດຄ່ອງຢ່າງໃກ້ຄຽງຫຼາຍກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ປະສົບການຂອງມະນຸດໃກ້ຄຽງຫຼາຍກັບພາລະກິດໃນການເຮັດໃຫ້ສົມບູນທີ່ພຣະວິນຍານບໍລິສຸດປະຕິບັດຢູ່. ມະນຸດພຽງແຕ່ສາມາດເປັນຄົນຮັບໃຊ້ຂອງພຣະເຈົ້າ, ເຮັດພາລະກິດທີ່ພຣະເຈົ້າຝາກຝັງໃຫ້ແກ່ພວກເຂົາ. ມະນຸດພຽງແຕ່ສາມາດສະແດງຄວາມຮູ້ທີ່ຖືກສ່ອງແສງໂດຍພຣະວິນຍານບໍລິສຸດເທົ່ານັ້ນ ແລະ ຄວາມຈິງທີ່ໄດ້ຮັບຈາກປະສົບການສ່ວນຕົວຂອງເຂົາ. ມະນຸດບໍ່ມີຄຸນສົມບັດ ແລະ ບໍ່ໄດ້ບັນລຸເງື່ອນໄຂທີ່ຈະເປັນທາງອອກໃຫ້ກັບພຣະວິນຍານບໍລິສຸດ. ເຂົາບໍ່ມີສິດທີ່ຈະເວົ້າວ່າ ພາລະກິດຂອງເຂົາແມ່ນພາລະກິດຂອງພຣະເຈົ້າ. ມະນຸດມີຫຼັກການໃນການປະຕິບັດພາລະກິດຂອງມະນຸດ ແລະ ມະນຸດທຸກຄົນມີປະສົບການທີ່ແຕກຕ່າງກັນ ແລະ ມີສະພາບການທີ່ແຕກຕ່າງກັນອອກໄປ. ພາລະກິດຂອງມະນຸດປະກອບມີປະສົບການທຸກຢ່າງຂອງເຂົາພາຍໃຕ້ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ປະສົບການເຫຼົ່ານີ້ພຽງແຕ່ສາມາດເປັນຕົວແທນໃຫ້ແກ່ການເປັນຢູ່ຂອງມະນຸດ ແລະ ບໍ່ໄດ້ເປັນຕົວແທນໃຫ້ແກ່ການເປັນຢູ່ຂອງພຣະເຈົ້າ ຫຼື ຄວາມປະສົງຂອງພຣະວິນຍານບໍລິສຸດ. ດ້ວຍເຫດນັ້ນ ເສັ້ນທາງທີ່ມະນຸດຍ່າງບໍ່ສາມາດເປັນເສັ້ນທາງທີ່ພຣະວິນຍານບໍລິສຸດຍ່າງ ຍ້ອນພາລະກິດຂອງມະນຸດບໍ່ສາມາດເປັນຕົວແທນໃຫ້ແກ່ພາລະກິດຂອງພຣະເຈົ້າໄດ້ ແລະ ພາລະກິດຂອງມະນຸດ ແລະ ປະສົບການຂອງມະນຸດບໍ່ແມ່ນຄວາມປະສົງອັນຄົບຖ້ວນຂອງພຣະວິນຍານບໍລິສຸດ. ພາລະກິດຂອງມະນຸດມີຄວາມສ່ຽງທີ່ຈະຕົກຢູ່ໃນກົດລະບຽບ ແລະ ວິທີການຂອງພາລະກິດຂອງເຂົາກໍຈະຖືກຈຳກັດໃຫ້ຢູ່ໃນຂອບເຂດທີ່ຈຳກັດຢ່າງງ່າຍດາຍ ແລະ ບໍ່ສາມາດນໍາຜູ້ຄົນເຂົ້າສູ່ຫົນທາງແຫ່ງອິດສະຫຼະໄດ້. ຜູ້ຕິດຕາມສ່ວນໃຫຍ່ມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດ ແລະ ວິທີການມີປະສົບການຂອງພວກເຂົາກໍຈະຖືກຈຳກັດໃນຂອບເຂດນັ້ນເຊັ່ນກັນ. ປະສົບການຂອງມະນຸດຖືກຈຳກັດຢູ່ສະເໝີ; ວິທີການຂອງພາລະກິດຂອງພວກເຂົາກໍຖືກຈຳກັດຢູ່ໃນສອງສາມປະເພດເຊັ່ນກັນ ແລະ ບໍ່ສາມາດທຽບກັບພາລະກິດຂອງພຣະວິນຍານບໍລິສຸດໄດ້ ຫຼື ພາລະກິດຂອງພຣະເຈົ້າເອງ. ນີ້ກໍຍ້ອນວ່າ ໃນທີ່ສຸດແລ້ວ ປະສົບການຂອງມະນຸດແມ່ນມີຂໍ້ຈຳກັດ. ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງດ້ວຍວິທີໃດກໍຕາມ, ມັນກໍບໍ່ໄດ້ຖືກຜູກມັດໂດຍກົດລະບຽບ; ບໍ່ວ່າ ພາລະກິດນັ້ນຈະສຳເລັດລົງດ້ວຍວິທີໃດກໍຕາມ, ບໍ່ໄດ້ຖືກຈຳກັດດ້ວຍວິທີທາງໃດໜຶ່ງ. ບໍ່ມີກົດລະບຽບໃດໆໃນພາລະກິດຂອງພຣະເຈົ້າ, ພາລະກິດທັງໝົດຂອງພຣະອົງແມ່ນຖືກປ່ອຍ ແລະ ເປັນອິດສະຫຼະ. ບໍ່ວ່າ ມະນຸດຈະໃຊ້ເວລາຫຼາຍພຽງໃດໃນການຕິດຕາມພຣະອົງ, ເຂົາບໍ່ສາມາດກັ່ນຕອງເອົາກົດເກນໃດໜຶ່ງທີ່ປົກຄອງວິທີການປະຕິບັດພາລະກິດຂອງພຣະເຈົ້າ. ເຖິງແມ່ນພາລະກິດຂອງພຣະອົງມີຫຼັກການ ມັນກໍຖືກປະຕິບັດໃນວິທີທາງໃໝ່ຢູ່ສະເໝີ ແລະ ມີການພັດທະນາໃໝ່ຢູ່ສະເໝີ ແລະ ມັນຢູ່ນອກເໜືອການຢັ່ງເຖິງຂອງມະນຸດ. ໃນລະຫວ່າງຊ່ວງເວລາໜຶ່ງ ພຣະເຈົ້າອາດມີພາລະກິດຫຼາຍປະເພດທີ່ແຕກຕ່າງກັນ ແລະ ວິທີການນໍາພາຜູ້ຄົນທີ່ແຕກຕ່າງກັນ ເຊິ່ງເຮັດໃຫ້ຜູ້ຄົນມີທາງເຂົ້າ ແລະ ການປ່ຽນແປງໃໝ່ຢູ່ສະເໝີ. ເຈົ້າບໍ່ສາມາດແຍກແຍະພຣະບັນຍັດຂອງພາລະກິດຂອງພຣະເຈົ້າໄດ້ ຍ້ອນພຣະອົງປະຕິບັດພາລະກິດໃນວິທີໃໝ່ຢູ່ສະເໝີ ແລະ ມີພຽງແຕ່ວິທີນີ້ເທົ່ານັ້ນ ຜູ້ຕິດຕາມຂອງພຣະເຈົ້າຈະບໍ່ຖືກຜູກມັດໂດຍກົດລະບຽບ. ພາລະກິດຂອງພຣະເຈົ້າເອງຫຼີກລ່ຽງແນວຄິດຂອງຜູ້ຄົນ ແລະ ຕໍ່ຕ້ານພວກມັນຢູ່ສະເໝີ. ມີພຽງຄົນທີ່ຕິດຕາມ ແລະ ສະແຫວງຫາພຣະເຈົ້າດ້ວຍຫົວໃຈທີ່ແທ້ຈິງຈຶ່ງສາມາດປ່ຽນແປງອຸປະນິໄສຂອງພວກເຂົາ ແລະ ສາມາດມີຊີວິດຢ່າງອິດສະຫຼະໂດຍບໍ່ຢູ່ພາຍໃຕ້ກົດລະບຽບໃດໜຶ່ງ ຫຼື ຖືກຄວບຄຸມໂດຍແນວຄິດທາງສາສະໜາໃດໜຶ່ງ. ພາລະກິດຂອງມະນຸດຮຽກຮ້ອງຈາກຜູ້ຄົນ ໂດຍອີງຕາມປະສົບການຂອງເຂົາເອງ ແລະ ສິ່ງທີ່ເຂົາເອງສາມາດບັນລຸໄດ້. ມາດຕະຖານຂອງເງື່ອນໄຂເຫຼົ່ານີ້ແມ່ນຖືກຈຳກັດຢູ່ພາຍໃນຂອບເຂດໃດໜຶ່ງ ແລະ ວິທີການປະຕິບັດກໍມີຂໍ້ຈຳກັດຫຼາຍເຊັ່ນດຽວກັນ. ສະນັ້ນ ຜູ້ຕິດຕາມຈຶ່ງມີຊີວິດຢູ່ພາຍໃນຂອບເຂດທີ່ຈຳກັດນີ້ຢ່າງບໍ່ມີສະຕິ; ເມື່ອເວລາຜ່ານໄປ ສິ່ງຕ່າງໆເຫຼົ່ານີ້ກໍກາຍມາເປັນກົດລະບຽບ ແລະ ພິທີກຳ. ຖ້າພາລະກິດຂອງໄລຍະໜຶ່ງຖືກນໍາພາໂດຍຜູ້ໃດຜູ້ໜຶ່ງທີ່ບໍ່ໄດ້ຜ່ານການເຮັດໃຫ້ສົມບູນໂດຍພຣະເຈົ້າເປັນການສ່ວນຕົວ ແລະ ບໍ່ໄດ້ຮັບການພິພາກສາ, ຜູ້ຕິດຕາມທັງໝົດຂອງເຂົາຈະກາຍເປັນນັກສາສະໜາ ແລະ ຜູ້ຊ່ຽວຊານໃນການຕໍ່ຕ້ານພຣະເຈົ້າ. ດ້ວຍເຫດນັ້ນ ຖ້າຜູ້ໃດໜຶ່ງເປັນຜູ້ນໍາທີ່ມີຄຸນສົມບັດ, ຄົນນັ້ນຕ້ອງຜ່ານການພິພາກສາ ແລະ ຍອມຮັບການຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ໄດ້ຜ່ານການພິພາກສາ, ເຖິງແມ່ນວ່າພວກເຂົາອາດມີພາລະກິດຂອງພຣະວິນຍານບໍລິສຸດ, ກໍພຽງແຕ່ສະແດງສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ເປັນຈິງເທົ່ານັ້ນ. ໃນເວລານັ້ນ ພວກເຂົາຈະນໍາພາຜູ້ຄົນເຂົ້າສູ່ກົດລະບຽບທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ, ພາລະກິດທີ່ພຣະເຈົ້າປະຕິບັດບໍ່ສອດຄ່ອງກັບເນື້ອໜັງຂອງມະນຸດ. ມັນບໍ່ສອດຄ່ອງກັບຄວາມຄິດຂອງມະນຸດ ແຕ່ຕໍ່ຕ້ານແນວຄິດຂອງມະນຸດ; ມັນບໍ່ໄດ້ປະປົນກັບທາດແທ້ທີ່ບໍ່ແຈ່ມແຈ້ງຂອງສາສະໜາ. ຜົນຂອງພາລະກິດຂອງພຣະເຈົ້າບໍ່ສາມາດບັນລຸໄດ້ໂດຍຜູ້ໃດຜູ້ໜຶ່ງທີ່ບໍ່ໄດ້ຖືກພຣະອົງເຮັດໃຫ້ສົມບູນ; ພວກມັນເປັນສິ່ງທີ່ຢູ່ນອກເໜືອການຢັ່ງຄິດຂອງມະນຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ

ກ່ອນນີ້: 5. ການບັງເກີດເປັນມະນຸດສອງຄັ້ງເຮັດໃຫ້ຄວາມໝາຍຂອງການບັງເກີດເປັນມະນຸດຄົບຖ້ວນ

ຕໍ່ໄປ: 2. ຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງພຣະວິນຍານຊົ່ວຮ້າຍ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້