2. ຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງພຣະວິນຍານຊົ່ວຮ້າຍ
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ, ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນຈິງ, ພຣະອົງບໍ່ກຳນົດເງື່ອນໄຂຈໍານວນຫຼາຍໃຫ້ກັບມະນຸດ ແລະ ພຣະອົງບໍ່ປະຕິບັດພາລະກິດທີ່ເກີນປະສາດສໍາຜັດຂອງມະນຸດ. ພາລະກິດທັງໝົດທີ່ພຣະອົງປະຕິບັດຢູ່ພາຍໃນຂອບເຂດປະສາດສໍາຜັດປົກກະຕິຂອງມະນຸດ ແລະ ບໍ່ເຮັດເກີນປະສາດສໍາຜັດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ພາລະກິດຂອງພຣະອົງແມ່ນອີງຕາມເງື່ອນໄຂປົກກະຕິຂອງມະນຸດ. ຖ້າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ມະນຸດຈະຍິ່ງກາຍມາເປັນຄົນປົກກະຕິຫຼາຍຂຶ້ນ ແລະ ຄວາມເປັນມະນຸດຍິ່ງກາຍເປັນສິ່ງທີ່ປົກກະຕິຫຼາຍຂຶ້ນ. ມະນຸດມີຄວາມຮູ້ທີ່ເພີ່ມຂຶ້ນກ່ຽວກັບຈິດໃຈທີ່ເສື່ອມຊາມຂອງຊາຕານ ແລະ ທາດແທ້ຂອງມະນຸດ ແລະ ເຂົາມີຄວາມປາດຖະໜາຫາຄວາມຈິງທີ່ຍິ່ງໃຫຍ່ຂຶ້ນ. ນັ້ນກໍເພື່ອເວົ້າວ່າ ຊີວິດຂອງມະນຸດຈະເຕີບໃຫຍ່ເລື້ອຍໆ ແລະ ຈິດໃຈທີ່ເສື່ອມຊາມຂອງມະນຸດກໍສາມາດປ່ຽນແປງໄດ້ຫຼາຍຍິ່ງຂຶ້ນ ເຊິ່ງທຸກສິ່ງທີ່ເປັນຄວາມໝາຍຂອງພຣະເຈົ້າຈະກາຍມາເປັນຊີວິດຂອງມະນຸດ. ຖ້າຫົນທາງບໍ່ສາມາດເປີດເຜີຍສິ່ງເຫຼົ່ານັ້ນທີ່ເປັນທາດແທ້ຂອງມະນຸດ, ບໍ່ສາມາດປ່ຽນແປງຈິດໃຈຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ບໍ່ສາມາດນໍາເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ເຮັດໃຫ້ເຂົາເຂົ້າໃຈພຣະເຈົ້າຢ່າງແທ້ຈິງ ແລະ ຍັງເຮັດໃຫ້ຄວາມເປັນມະນຸດຂອງເຂົາຍິ່ງກາຍມາເປັນສິ່ງທີ່ຕ້ອຍຕໍ່າ ແລະ ປະສາດສໍາຜັດຂອງເຂົາຍິ່ງກາຍເປັນສິ່ງທີ່ບໍ່ປົກກະຕິ ເຊິ່ງດ້ວຍເຫດນີ້ ຫົນທາງນີ້ຈຶ່ງບໍ່ຄວນເປັນຫົນທາງທີ່ແທ້ຈິງ ແລະ ມັນອາດເປັນພາລະກິດຂອງວິນຍານຊົ່ວຮ້າຍ ຫຼື ວິທີທາງເກົ່າໆ. ຖ້າຈະເວົ້າໃຫ້ສັ້ນໆກໍຄືມັນບໍ່ສາມາດເປັນພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້
ເຈົ້າຕ້ອງເຂົ້າໃຈວ່າ ສິ່ງໃດທີ່ມາຈາກພຣະເຈົ້າ ແລະ ສິ່ງໃດທີ່ມາຈາກຊາຕານ. ສິ່ງຕ່າງໆທີ່ມາຈາກພຣະເຈົ້າຈະເຮັດໃຫ້ເຈົ້າມີຄວາມຊັດເຈນຫຼາຍຂຶ້ນກວ່າເກົ່າກ່ຽວກັບນິມິດ ແລະ ພວກມັນຈະເຮັດໃຫ້ເຈົ້າເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນເລື້ອຍໆ, ແບ່ງປັນຄວາມຮັກໃຫ້ກັບອ້າຍເອື້ອຍນ້ອງດ້ວຍຄວາມຈິງໃຈ; ເຈົ້າມີຄວາມສາມາດສະແດງຄວາມເຫັນໃຈຕໍ່ພາລະຂອງພຣະເຈົ້າ ແລະ ມີຫົວໃຈທີ່ຮັກພຣະເຈົ້າຢ່າງບໍ່ຈາງຫາຍ; ທາງໜ້າແມ່ນເສັ້ນທາງໃຫ້ເຈົ້າຍ່າງ. ສິ່ງຕ່າງໆທີ່ມາຈາກຊາຕານຈະເຮັດໃຫ້ເຈົ້າສູນເສຍນິມິດ ແລະ ທຸກຢ່າງທີ່ເຈົ້າມີກ່ອນໜ້ານັ້ນກໍຈະຫາຍໄປ; ເຈົ້າກາຍເປັນຄົນທີ່ຫ່າງເຫີນຈາກພຣະເຈົ້າ, ເຈົ້າບໍ່ຮັກອ້າຍເອື້ອຍນ້ອງ ແລະ ເຈົ້າມີຫົວໃຈທີ່ກຽດຊັງ. ເຈົ້າຈະໝົດຫວັງ, ເຈົ້າບໍ່ປາດຖະໜາດໍາເນີນຊີວິດໃນຄຣິສຕະຈັກ ແລະ ຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າກໍຈະບໍ່ມີອີກຕໍ່ໄປ. ນີ້ແມ່ນການກະທໍາຂອງຊາຕານ ແລະ ຍັງເປັນຜົນທີ່ໄດ້ຮັບມາຈາກການກະທໍາຂອງວິນຍານທີ່ຊົ່ວຮ້າຍອີກດ້ວຍ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 22
ພາລະກິດຂອງພຣະວິນຍານບໍລິສຸດແມ່ນຢູ່ໃນຮູບແບບຂອງການນໍາພາຢ່າງຫ້າວຫັນ ແລະ ຄວາມສະຫວ່າງໃນທາງທີ່ດີ. ພາລະກິດຂອງພຣະວິນຍານບໍລິສຸດບໍ່ອະນຸຍາດໃຫ້ຜູ້ຄົນຢູ່ຊື່ໆ. ພາລະກິດດັ່ງກ່າວນໍາສິ່ງປອບໃຈມາສູ່ພວກເຂົາ, ມອບຄວາມເຊື່ອ ແລະ ການຕັດສິນໃຈໃຫ້ກັບພວກເຂົາ ແລະ ເຮັດໃຫ້ພວກເຂົາສາມາດສະແຫວງຫາການຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ, ຜູ້ຄົນກໍສາມາດເຂົ້າຫາຢ່າງຂະຫຍັນຂັນແຂງ; ພວກເຂົາບໍ່ຢູ່ຊື່ໆ ຫຼື ຖືກບັງຄັບ, ແຕ່ປະພຶດຕາມການລິເລີ່ມຂອງພວກເຂົາເອງ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດ, ຜູ້ຄົນກໍຍິນດີ ແລະ ເຕັມໃຈ, ເຕັມໃຈທີ່ຈະເຊື່ອຟັງ ແລະ ຍິນດີຖ່ອມຕົວພວກເຂົາເອງ. ເຖິງແມ່ນວ່າ ພວກເຂົາເຈັບປວດ ແລະ ອ່ອນແອຂ້າງໃນ, ພວກເຂົາມີຄວາມຕັ້ງໃຈທີ່ຈະຮ່ວມມື; ພວກເຂົາອົດທົນດ້ວຍຄວາມຍິນດີ, ພວກເຂົາສາມາດເຊື່ອຟັງ ແລະ ພວກເຂົາບໍ່ມີມົນທິນຈາກຄວາມປະສົງຂອງມະນຸດ, ບໍ່ມີມົນທິນຈາກຄວາມຄິດຂອງມະນຸດ ແລະ ພວກເຂົາບໍ່ມີມົນທິນຈາກຄວາມປາຖະໜາ ແລະ ແຮງບັນດານໃຈຂອງມະນຸດຢ່າງແນ່ນອນ. ເມື່ອມະນຸດມີປະສົບການກັບພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາກໍບໍລິສຸດຢູ່ພາຍໃນເປັນພິເສດ. ຄົນທີ່ຢູ່ມີພາລະກິດຂອງພຣະວິນຍານບໍລິສຸດກໍດຳລົງຊີວິດດ້ວຍຄວາມຮັກສຳລັບພຣະເຈົ້າ ແລະ ຄວາມຮັກຂອງອ້າຍເອື້ອຍນ້ອງຂອງພວກເຂົາ; ພວກເຂົາຊື່ນຊົມໃນສິ່ງທີ່ພຣະເຈົ້າຊື່ນຊົມ ແລະ ກຽດຊັງສິ່ງທີ່ພຣະເຈົ້າກຽດຊັງ. ຄົນທີ່ຖືກສຳຜັດໂດຍພາລະກິດຂອງພຣະວິນຍານບໍລິສຸດມີຄວາມເປັນມະນຸດທີ່ທຳມະດາ ແລະ ພວກເຂົາສະແຫວງຫາຄວາມຈິງຢ່າງຕໍ່ເນື່ອງ ແລະ ມີຄວາມເປັນມະນຸດ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນມະນຸດ, ສະພາບການຂອງພວກເຂົາກໍເປັນປົກກະຕິຂຶ້ນຢ່າງຕໍ່ເນື່ອງ ແລະ ຄວາມເປັນມະນຸດຂອງພວກເຂົາກໍຍິ່ງເປັນປົກກະຕິຫຼາຍຂຶ້ນເລື້ອຍໆ, ແລະ ເຖິງແມ່ນວ່າ ການຮ່ວມມືບາງຢ່າງຂອງພວກເຂົາອາດໂງ່ຈ້າ, ແຮງບັນດານໃຈຂອງພວກເຂົາກໍຖືກຕ້ອງ, ການເຂົ້າຫາຂອງພວກເຂົາກໍເປັນໄປໃນທາງທີ່ດີ, ພວກເຂົາບໍ່ພະຍາຍາມຂັດຂວາງ ແລະ ບໍ່ມີຄວາມຄິດຮ້າຍພາຍໃນພວກເຂົາ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນທຳມະດາ ແລະ ເປັນຈິງ, ພຣະວິນຍານບໍລິສຸດປະຕິບັດພາລະກິດໃນມະນຸດໂດຍອີງຕາມກົດລະບຽບຂອງຊີວິດທຳມະດາຂອງມະນຸດ ແລະ ພຣະອົງປະຕິບັດການສ່ອງແສງສະຫວ່າງ ແລະ ການນໍາພາພາຍໃນຜູ້ຄົນໂດຍອີງຕາມການສະແຫວງຫາທີ່ແທ້ຈິງຂອງມະນຸດປົກກະຕິ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນຜູ້ຄົນ, ພຣະອົງນໍາພາ ແລະ ໃຫ້ຄວາມສະຫວ່າງກັບພວກເຂົາໂດຍອີງຕາມຄວາມຕ້ອງການຂອງມະນຸດປົກກະຕິ. ພຣະອົງສະໜອງໃຫ້ກັບພວກເຂົາໂດຍອີງຕາມຄວາມຕ້ອງການຂອງພວກເຂົາ ແລະ ພຣະອົງນໍາພາ ແລະ ໃຫ້ຄວາມສະຫວ່າງກັບພວກເຂົາໄປໃນທາງທີ່ດີ ໂດຍອີງຕາມສິ່ງທີ່ພວກເຂົາຂາດ ແລະ ຕາມຄວາມບົກຜ່ອງຂອງພວກເຂົາ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອສ່ອງແສງສະຫວ່າງ ແລະ ນໍາພາຜູ້ຄົນໃນຊີວິດທີ່ເປັນຈິງ; ມີພຽງແຕ່ຖ້າພວກເຂົາຜະເຊີນກັບພຣະທຳຂອງພຣະເຈົ້າໃນຊີວິດຕົວຈິງຂອງພວກເຂົາ, ພວກເຂົາຈຶ່ງສາມາດເຫັນພາລະກິດຂອງພຣະວິນຍານບໍລິສຸດໄດ້. ໃນຊີວິດປະຈຳວັນຂອງພວກເຂົາ ຖ້າຜູ້ຄົນຢູ່ໃນສະພາວະທີ່ດີ ແລະ ມີຊີວິດຝ່າຍວິນຍານທີ່ປົກກະຕິ, ແລ້ວພວກເຂົາກໍມີພາລະກິດຂອງພຣະວິນຍານບໍລິສຸດ. ໃນສະພາວະດັ່ງກ່າວ, ເມື່ອພວກເຂົາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາກໍມີຄວາມເຊື່ອ; ເມື່ອພວກເຂົາອະທິຖານ, ພວກເຂົາຈະໄດ້ຮັບການດົນບັນດານໃຈ; ເມື່ອບາງສິ່ງເກີດຂຶ້ນກັບພວກເຂົາ ພວກເຂົາບໍ່ຢູ່ຊື່ໆ; ແລະ ໃນຂະນະທີ່ສິ່ງຕ່າງໆເກີດຂຶ້ນ, ພວກເຂົາກໍສາມາດເຫັນບົດຮຽນພາຍໃນສິ່ງເຫຼົ່ານັ້ນທີ່ພຣະເຈົ້າຕ້ອງການໃຫ້ພວກເຂົາຮຽນຮູ້. ພວກເຂົາກໍບໍ່ຢູ່ຊື່ໆ ຫຼື ອ່ອນແອ ແລະ ເຖິງແມ່ນວ່າ ພວກເຂົາມີຄວາມຫຍຸ້ງຍາກຢ່າງແທ້ຈິງ, ພວກເຂົາກໍເຕັມໃຈທີ່ຈະເຊື່ອຟັງການຈັດແຈງທຸກຢ່າງຂອງພຣະເຈົ້າ.
ແມ່ນຫຍັງຄືຜົນທີ່ຖືກບັນລຸໂດຍພາລະກິດຂອງພຣະວິນຍານບໍລິສຸດ? ເຈົ້າອາດໂງ່ຈ້າ ແລະ ເຈົ້າອາດປາສະຈາກການແຍກແຍະຊົ່ວດີ, ແຕ່ພຣະວິນຍານບໍລິສຸດພຽງແຕ່ຈຳເປັນຕ້ອງປະຕິບັດພາລະກິດ ແລະ ຈະມີຄວາມເຊື່ອໃນເຈົ້າ ເພື່ອໃຫ້ເຈົ້າຮູ້ສຶກຢູ່ສະເໝີວ່າ ເຈົ້າບໍ່ສາມາດຮັກພຣະເຈົ້າໄດ້ຢ່າງພຽງພໍ, ເພື່ອໃຫ້ເຈົ້າເຕັມໃຈທີ່ຈະຮ່ວມມື, ເພື່ອທີ່ຈະເຕັມໃຈຮ່ວມມື ບໍ່ວ່າຄວາມຫຍຸ້ງຍາກຢູ່ຂ້າງໜ້າຈະຍິ່ງໃຫຍ່ພຽງໃດກໍຕາມ. ສິ່ງຕ່າງໆຈະເກີດຂຶ້ນກັບເຈົ້າ ແລະ ມັນຈະບໍ່ຊັດເຈນສໍາລັບເຈົ້າ ບໍ່ວ່າພວກມັນມາຈາກພຣະເຈົ້າ ຫຼື ຈາກຊາຕານ, ແຕ່ເຈົ້າຈະສາມາດລໍຖ້າ ແລະ ເຈົ້າຈະບໍ່ກຽດຄ້ານ ຫຼື ເລິນເລີ້ຕໍ່ໜ້າທີ່. ສິ່ງນີ້ແມ່ນພາລະກິດປົກກະຕິຂອງພຣະວິນຍານບໍລິສຸດ. ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນເຈົ້າ, ເຈົ້າຈະຍັງຜະເຊີນກັບຄວາມຫຍຸ້ງຍາກທີ່ແທ້ຈິງ: ບາງເທື່ອ ເຈົ້າຈະຖືກເຮັດໃຫ້ຮ້ອງໄຫ້ ແລະ ບາງເທື່ອ ມີສິ່ງຕ່າງໆທີ່ເຈົ້າບໍ່ສາມາດເອົາຊະນະໄດ້, ແຕ່ທຸກສິ່ງລ້ວນແລ້ວແຕ່ເປັນຂັ້ນຕອນຂອງພາລະກິດທຳມະດາຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າເຈົ້າບໍ່ເອົາຊະນະຄວາມຫຍຸ້ງຍາກເຫຼົ່ານັ້ນ ແລະ ເຖິງແມ່ນວ່າ ໃນເວລານັ້ນ ເຈົ້າອ່ອນແອ ແລະ ເຕັມໄປດ້ວຍການຈົ່ມຕໍ່ວ່າ, ຫຼັງຈາກນັ້ນ ເຈົ້າຍັງສາມາດຮັກພຣະເຈົ້າດ້ວຍຄວາມເຊື່ອຢ່າງແທ້ຈິງໄດ້. ຄວາມບໍ່ດີ້ນລົນຂອງເຈົ້າບໍ່ສາມາດຫ້າມເຈົ້າຈາກການມີປະສົບການທີ່ປົກກະຕິ ແລະ ບໍ່ວ່າຄົນອື່ນເວົ້າແນວໃດກໍຕາມ ແລະ ຄົນອື່ນໂຈມຕີແນວໃດກໍຕາມ ເຈົ້າຍັງສາມາດຮັກພຣະເຈົ້າໄດ້. ໃນລະຫວ່າງຄຳອະທິຖານ, ເຈົ້າຮູ້ສຶກຢູ່ສະເໝີວ່າ ໃນອະດີດ ເຈົ້າເປັນໜີ້ບຸນຄຸນພຣະເຈົ້າຫຼາຍ ແລະ ເຈົ້າຕັ້ງໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ແລະ ປະຖິ້ມເນື້ອໜັງເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບສິ່ງດັ່ງກ່າວນັ້ນອີກ. ຄວາມເຂັ້ມແຂງນີ້ສະແດງວ່າ ພາລະກິດຂອງພຣະວິນຍານບໍລິສຸດຢູ່ພາຍໃນຕົວເຈົ້າ. ສິ່ງນີ້ແມ່ນສະພາວະປົກກະຕິຂອງພາລະກິດຂອງພຣະວິນຍານບໍລິສຸດ.
ແມ່ນຫຍັງຄືພາລະກິດທີ່ມາຈາກຊາຕານ? ໃນພາລະກິດທີ່ມາຈາກຊາຕານ, ນິມິດທີ່ຢູ່ພາຍໃນຜູ້ຄົນບໍ່ຊັດເຈນ; ຜູ້ຄົນປາສະຈາກຄວາມເປັນມະນຸດທີ່ທຳມະດາ, ແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາກໍຜິດ ແລະ ເຖິງແມ່ນວ່າ ພວກເຂົາປາຖະໜາທີ່ຈະຮັກພຣະເຈົ້າ ມັນກໍມີຂໍ້ອ້າງພາຍໃນພວກເຂົາຢູ່ສະເໝີ ແລະ ຂໍ້ອ້າງ ແລະ ຄວາມຄິດເຫຼົ່ານີ້ແຊກແຊງພາຍໃນພວກເຂົາຢູ່ສະເໝີ, ໂດຍຈຳກັດການເຕີບໂຕຂອງຊີວິດພວກເຂົາ ແລະ ຫ້າມພວກເຂົາຈາກການມາຢູ່ຕໍ່ໜ້າພຣະເຈົ້າໃນສະພາບການທີ່ປົກກະຕິ. ນີ້ໝາຍຄວາມວ່າ ທັນທີທີ່ພາລະກິດຂອງຊາຕານຢູ່ພາຍໃນຜູ້ຄົນ, ຫົວໃຈຂອງພວກເຂົາກໍບໍ່ສາມາດສະຫງົບຢູ່ຕໍ່ໜ້າພຣະເຈົ້າໄດ້. ຜູ້ຄົນດັ່ງກ່າວບໍ່ຮູ້ວ່າຈະເຮັດແນວໃດກັບພວກເຂົາ, ເມື່ອພວກເຂົາເຫັນການຊຸມນຸມຮ່ວມກັນ, ພວກເຂົາຕ້ອງການແລ່ນໜີ ແລະ ພວກເຂົາບໍ່ສາມາດຫຼັບຕາຂອງພວກເຂົາ ໃນເວລາທີ່ຄົນອື່ນອະທິຖານ. ພາລະກິດຂອງວິນຍານຊົ່ວຮ້າຍທຳລາຍຄວາມສຳພັນປົກກະຕິລະຫວ່າງມະນຸດ ແລະ ພຣະເຈົ້າ ແລະ ລົບກວນນິມິດຜ່ານມາຂອງຜູ້ຄົນ ຫຼື ຫົນທາງແຫ່ງການເຂົ້າສູ່ຊີວິດທີ່ຜ່ານມາຂອງພວກເຂົາ; ໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ສາມາດຫຍັບເຂົ້າໃກ້ພຣະເຈົ້າໄດ້ ແລະ ສິ່ງຕ່າງໆເກີດຂຶ້ນຢູ່ສະເໝີ ເຊິ່ງລົບກວນພວກເຂົາ ແລະ ເປັນຫ່ວງໂສ້ຜູກມັດພວກເຂົາ. ຫົວໃຈຂອງພວກເຂົາບໍ່ສາມາດຄົ້ນພົບຄວາມສະຫງົບສຸກໄດ້ ແລະ ພວກເຂົາບໍ່ມີກຳລັງໃຈທີ່ຈະຮັກພຣະເຈົ້າ ແລະ ເຮັດໃຫ້ວິນຍານຂອງພວກເຂົາຈົມລົງ. ສິ່ງດັ່ງກ່າວແມ່ນການສະແດງອອກຂອງພາລະກິດຂອງຊາຕານ. ການສະແດງອອກຂອງພາລະກິດຂອງຊາຕານແມ່ນ: ການບໍ່ສາມາດມີຈຸດຢືນຂອງເຈົ້າ ແລະ ຢືນເປັນພະຍານ, ເຮັດໃຫ້ເຈົ້າກາຍເປັນຄົນທີ່ບົກຜ່ອງຕໍ່ໜ້າພຣະເຈົ້າ ແລະ ເປັນຄົນທີ່ບໍ່ມີຄວາມຊື່ສັດຕໍ່ພຣະເຈົ້າ. ເມື່ອຊາຕານແຊກແຊງ, ເຈົ້າສູນເສຍຄວາມຮັກ ແລະ ຄວາມຊື່ສັດໃນຕົວເຈົ້າທີ່ມີຕໍ່ພຣະເຈົ້າ, ຄວາມສຳພັນທີ່ທຳມະດາລະຫວ່າງເຈົ້າກັບພຣະເຈົ້າຖືກຮື້ອອກ, ເຈົ້າບໍ່ສະແຫວງຫາຄວາມຈິງ ຫຼື ປັບປຸງຕົວເອງ; ເຈົ້າຖອຍຫຼັງ ແລະ ບໍ່ດີ້ນລົນ, ເຈົ້າເຮັດຕາມໃຈຕົນເອງ, ເຈົ້າໃຫ້ອິດສະຫຼະແກ່ການຂະຫຍາຍຄວາມບາບ ແລະ ບໍ່ໄດ້ກຽດຊັງຄວາມຜິດບາບ; ຍິ່ງໄປກວ່ານັ້ນ ການແຊກແຊງຂອງຊາຕານເຮັດໃຫ້ເຈົ້າຂາດສິນທໍາ; ມັນເຮັດໃຫ້ການສຳຜັດຂອງພຣະເຈົ້າຫາຍໄປຈາກເຈົ້າ ແລະ ເຮັດໃຫ້ເຈົ້າຈົ່ມຕໍ່ວ່າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງ, ພາໃຫ້ເຈົ້າຕັ້ງຄຳຖາມກັບພຣະເຈົ້າ; ເຖິງກັບມີຄວາມສ່ຽງທີ່ເຈົ້າຈະປະຖິ້ມພຣະເຈົ້າ. ທັງໝົດນີ້ແມ່ນມາຈາກຊາຕານ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງຊາຕານ
ພຣະເຈົ້າປະຕິບັດພາລະກິດດ້ວຍວິທີທີ່ອ່ອນໂຍນ, ລະອຽດອ່ອນ, ດ້ວຍຄວາມຮັກ ແລະ ຄວາມຫ່ວງໃຍ, ເປັນວິທີທາງທີ່ສາມາດວັດແທກໄດ້ ແລະ ຖືກຕ້ອງທີ່ສຸດ. ວິທີທາງຂອງພຣະອົງບໍ່ໄດ້ເຮັດໃຫ້ເຈົ້າຮູ້ສຶກມີປະຕິກິລິຍາທີ່ຮຸນແຮງ ເຊັ່ນ: “ພຣະເຈົ້າຕ້ອງປ່ອຍໃຫ້ຂ້ານ້ອຍເຮັດສິ່ງນີ້” ຫຼື “ພຣະເຈົ້າຕ້ອງປ່ອຍໃຫ້ຂ້ານ້ອຍເຮັດສິ່ງນັ້ນ”. ພຣະເຈົ້າບໍ່ເຄີຍປະທານຄວາມຄິດ ຫຼື ຄວາມຮູ້ສຶກຢ່າງຮຸນແຮງທີ່ເຮັດໃຫ້ເຈົ້າບໍ່ສາມາດທົນໄດ້. ນັ້ນບໍ່ແມ່ນບໍ? ແມ່ນແຕ່ໃນເວລາທີ່ເຈົ້າຍອມຮັບເອົາພຣະທຳແຫ່ງການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ເຈົ້າຮູ້ສຶກແນວໃດ? ເມື່ອເຈົ້າຮູ້ສຶກເຖິງສິດອໍານາດ ແລະ ພະລັງຂອງພຣະເຈົ້າ, ເຈົ້າຮູ້ສຶກແນວໃດ? ເຈົ້າຮູ່ສຶກວ່າພຣະເຈົ້າຍິ່ງໃຫຍ່ ແລະ ບໍ່ສາມາດລ່ວງເກີນໄດ້ແມ່ນບໍ? ໃນຊ່ວງເວລາເຫຼົ່ານີ້ເຈົ້າຮູ້ສຶກຫ່າງເຫີນຈາກພຣະເຈົ້າບໍ? ເຈົ້າຮູ້ສຶກຢໍາເກງພຣະເຈົ້າບໍ? ບໍ່, ກົງກັນຂ້າມ, ເຈົ້າຮູ້ສຶກຢໍາເກງຄວາມເຄົາລົບນັບຖືຂອງພຣະເຈົ້າ. ມັນບໍ່ແມ່ນຍ້ອນພາລະກິດຂອງພຣະເຈົ້າບໍທີ່ຜູ້ຄົນຮູ້ສຶກເຖິງສິ່ງທັງໝົດເຫຼົ່ານີ້? ...
... ພຣະເຈົ້າປະຕິບັດພາລະກິດກັບມະນຸດ ແລະ ຖະໜຸຖະໜອມມະນຸດດ້ວຍທັດສະນະຄະຕິ ແລະ ຫົວໃຈຂອງພຣະອົງ. ໃນທາງກົງກັນຂ້າມ, ຊາຕານຖະໜຸຖະໜອມມະນຸດບໍ? ບໍ່, ມັນບໍ່ໄດ້ຖະໜຸຖະໜອມມະນຸດ. ກົງກັນຂ້າມ, ມັນໃຊ້ເວລາຢ່າງຫຼວງຫຼາຍເພື່ອຄິດທຳຮ້າຍມະນຸດ. ນັ້ນບໍ່ຖືກຕ້ອງບໍ? ເມື່ອມັນຄິດທຳຮ້າຍມະນຸດ, ສະພາບຈິດໃຈຂອງມັນຟ້າວຟັ່ງບໍ? (ແມ່ນ). ດັ່ງນັ້ນ, ເມື່ອເວົ້າເຖິງການເຮັດວຽກຂອງຊາຕານກັບມະນຸດ, ເຮົາມີສອງປະໂຫຍກທີ່ສາມາດບັນລະຍາຍທຳມະຊາດທີ່ເປັນອັນຕະລາຍ ແລະ ຊົ່ວຊ້າຂອງຊາຕານໄດ້ຢ່າງພຽງພໍ, ເຊິ່ງສາມາດເຮັດໃຫ້ພວກເຈົ້າຮູ້ຈັກຄວາມກຽດຊັງຂອງຊາຕານໄດ້ຢ່າງແທ້ຈິງ: ໃນວິທີການຂອງຊາຕານຕໍ່ມະນຸດ, ມັນຕ້ອງການທີ່ຈະຄອບຄອງ ແລະ ຄອບງຳມະນຸດທຸກຄົນດ້ວຍການບັງຄັບຢູ່ສະເໝີຈົນເຖິງຂັ້ນທີ່ມັນສາມາດຄວບຄຸມມະນຸດໄດ້ຢ່າງສົມບູນ ແລະ ທໍາຮ້າຍມະນຸດຢ່າງໜ້າໂສກເສົ້າ ເພື່ອວ່າ ມັນຈະສາມາດບັນລຸຈຸດປະສົງ ແລະ ຄວາມໄຝ່ສູງຂອງມັນ. “ການຄອບຄອງດ້ວຍການບັງຄັບ” ໝາຍຄວາມວ່າແນວໃດ? ມັນເປັນສິ່ງທີ່ເກີດຈາກການຍິນຍອມຂອງເຈົ້າ ຫຼື ປາສະຈາກການຍິນຍອມຂອງເຈົ້າບໍ? ມັນເກີດຈາກການຮັບຮູ້ຂອງເຈົ້າ ຫຼື ປາສະຈາກການຮັບຮູ້ຂອງເຈົ້າບໍ? ຄໍາຕອບກໍຄື ມັນເກີດຈາກການທີ່ເຈົ້າບໍ່ຮັບຮູ້ຢ່າງສິ້ນເຊີງ! ມັນເກີດໃນສະຖານະການທີ່ເຈົ້າບໍ່ຮູ້ຕົວ, ບາງເທື່ອ ໂດຍທີ່ມັນບໍ່ໄດ້ເວົ້າຫຍັງ ຫຼື ເຮັດຫຍັງໃຫ້ເຈົ້າເລີຍ, ບໍ່ມີການໃຫ້ສັນຍາ, ບໍ່ມີບໍລິບົດ, ແຕ່ມັນກໍຢູ່ຫັ້ນ, ຢູ່ອ້ອມຂ້າງເຈົ້າ ແລະ ອ້ອມຮອບຕົວເຈົ້າ. ມັນແນມຫາໂອກາດທີ່ຈະເອົາປຽບ ແລະ ຫຼັງ ຈາກນັ້ນ ມັນກໍຈະຄອບຄອງເຈົ້າ, ຄອບງຳເຈົ້າດ້ວຍການບັງຄັບ ເພື່ອ ບັນລຸຈຸດປະສົງຂອງມັນໃນການຄວບຄຸມເຈົ້າ ແລະ ທໍາຮ້າຍເຈົ້າຢ່າງສົມບູນ. ນີ້ແມ່ນຄວາມຕັ້ງໃຈ ແລະ ພຶດຕິກຳທົ່ວໄປຂອງຊາຕານໃນການຕໍ່ສູ້ເພື່ອດຶງເອົາມະນຸດອອກຈາກພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ IV
ບາງຄົນເວົ້າວ່າ ພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດໃນພວກເຂົາຕະຫຼອດເວລາ. ສິ່ງນີ້ແມ່ນເປັນໄປບໍ່ໄດ້. ຖ້າພວກເຂົາເວົ້າວ່າພຣະວິນຍານບໍລິສຸດຢູ່ກັບພວກເຂົາສະເໝີ, ສິ່ງນັ້ນກໍຈະເປັນຄວາມຈິງ. ຖ້າພວກເຂົາເວົ້າວ່າການຄິດ ແລະ ຄວາມຮູ້ສຶກຂອງພວກເຂົາປົກກະຕິຢູ່ຕະຫຼອດເວລາ, ສິ່ງນັ້ນກໍຈະເປັນຈິງເຊັ່ນກັນ ແລະ ສະແດງວ່າພຣະວິນຍານບໍລິສຸດແມ່ນຢູ່ກັບພວກເຂົາ. ຖ້າພວກເຂົາເວົ້າວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດພາຍໃນພວກເຂົາຢູ່ສະເໝີ, ພວກເຂົາໄດ້ຮັບແສງສະຫວ່າງຈາກພຣະເຈົ້າ ແລະ ຖືກສຳຜັດໂດຍພຣະວິນຍານບໍລິສຸດໃນທຸກຊ່ວງເວລາ ແລະ ໄດ້ຮັບຄວາມຮູ້ໃໝ່ຕະຫຼອດເວລາ, ສິ່ງນີ້ແມ່ນເລື່ອງປົກກະຕິຢ່າງແນ່ນອນ! ມັນເປັນສິ່ງທີ່ເໜືອທຳມະຊາດທັງໝົດ! ຄົນປະເພດດັ່ງກ່າວເປັນວິນຍານຊົ່ວຮ້າຍໂດຍບໍ່ຕ້ອງສົງໄສເລີຍ! ແມ່ນແຕ່ໃນເວລາທີ່ພຣະວິນຍານຂອງພຣະເຈົ້າມາເປັນເນື້ອໜັງກໍຈະມີເວລາທີ່ພຣະອົງຕ້ອງກິນ ແລະ ຕ້ອງພັກຜ່ອນ, ເຊິ່ງສໍາລັບມະນຸດແລ້ວແມ່ນບໍ່ຕ້ອງເວົ້າເຖິງເລິຍ. ຄົນທີ່ຖືກຄອບງໍາໂດຍວິນຍານຊົ່ວຮ້າຍເບິ່ງຄືກັບວ່າ ປາສະຈາກຄວາມອ່ອນແອຂອງເນື້ອໜັງ. ພວກເຂົາສາມາດປະຖິ້ມ ແລະ ສະຫຼະທຸກສິ່ງ, ພວກເຂົາເປັນອິດສະຫຼະຈາກຄວາມຮູ້ສຶກ, ສາມາດອົດກັ້ນຕໍ່ການທໍລະມານ ແລະ ບໍ່ຮູ້ສຶກເຖິງຄວາມອິດເມື່ອຍແມ່ນແຕ່ໜ້ອຍດຽວ, ຄືກັບວ່າ ພວກເຂົາໄດ້ຢູ່ເໜືອເນື້ອໜັງ. ສິ່ງນີ້ບໍ່ແມ່ນຢູ່ເໜືອທຳມະຊາດທີ່ສຸດບໍ? ພາລະກິດຂອງວິນຍານຊົ່ວຮ້າຍແມ່ນຢູ່ເໜືອທຳມະຊາດ, ບໍ່ມີມະນຸດຄົນໃດສາມາດບັນລຸສິ່ງດັ່ງກ່າວໄດ້! ຄົນທີ່ປາສະຈາກການແຍກແຍະແມ່ນອິດສາເມື່ອພວກເຂົາເຫັນຄົນປະເພດດັ່ງກ່າວ: ພວກເຂົາເວົ້າວ່າພວກເຂົາມີພະລັງໃນຄວາມເຊື່ອຂອງພວກເຂົາທີ່ມີຕໍ່ພຣະເຈົ້າ, ມີຄວາມເຊື່ອທີ່ຍິ່ງໃຫຍ່ ແລະ ບໍ່ເຄີຍສະແດງທ່າທີອ່ອນແອແມ່ນແຕ່ໜ້ອຍດຽວ! ໃນຄວາມເປັນຈິງແລ້ວ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກຂອງພາລະກິດຂອງວິນຍານຊົ່ວຮ້າຍ. ຍ້ອນຜູ້ຄົນທຳມະດາມີຄວາມອ່ອນແອຂອງມະນຸດຢ່າງຫຼີກເວັ້ນບໍ່ໄດ້; ສິ່ງນີ້ແມ່ນສະພາວະປົກກະຕິຂອງຄົນທີ່ມີການສະຖິດຂອງພຣະວິນຍານບໍລິສຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການປະຕິບັດ (4)
ບົດຄັດຕອນຈາກການເທດສະໜາ ແລະ ການສົນທະນາສຳລັບອ້າງອີງ:
ພາລະກິດຫຼັກຂອງພຣະວິນຍານບໍລິສຸດແມ່ນແສງສະຫວ່າງ ແລະ ແສງເຍືອງທາງ ທີ່ເຮັດໃຫ້ຜູ້ຄົນເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ; ນັ້ນກໍຄື ມັນແມ່ນເພື່ອນໍາພາຜູ້ຄົນໃນການເຂົ້າໃຈຄວາມຈິງ ແລະ ການເຂົ້າສູ່ຄວາມຈິງ, ການໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ກັບຜູ້ຄົນທ່າມກາງການທົດລອງ ແລະ ສະພາບແວດລ້ອມທຸກປະເພດ, ເຮັດໃຫ້ພວກເຂົາເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ. ແນ່ນອນ, ຜ່ານທາງຜູ້ຄົນ, ສິ່ງຂອງ ແລະ ວັດຖຸຕ່າງໆ, ພຣະວິນຍານບໍລິສຸດຍັງເປີດໂປງຜູ້ຄົນ, ລິຮານພວກເຂົາ, ລົງວິໄນພວກເຂົາ ແລະ ລົງໂທດພວກເຂົາ, ລ້ວນແລ້ວແຕ່ມີເປົ້າໝາຍເພື່ອນໍາພວກເຂົາໄປເຖິງຄວາມລອດພົ້ນ. ພຣະວິນຍານບໍລິສຸດປົກຄອງເໜືອທຸກສິ່ງ, ຈັດແຈງສະຖານະການທຸກປະເພດເພື່ອປ່ຽນແປງຜູ້ຄົນ ແລະ ເຮັດໃຫ້ພວກເຂົາສົມບູນ. ໃນພາລະກິດແຫ່ງຄວາມລອດພົ້ນຂອງພຣະເຈົ້າ, ເຖິງແມ່ນພາລະກິດຂອງພຣະວິນຍານບໍລິສຸດມີຫຼາຍດ້ານ, ມັນກໍປາສະຈາກຄວາມລອດພົ້ນບໍ່ໄດ້. ເຖິງແມ່ນພາລະກິດຂອງພຣະວິນຍານບໍລິສຸດລີ້ລັບ ແລະ ທາງດ້ານຜີວເຜີນ ເບິ່ງຄືກັບວ່າ ບໍ່ແມ່ນສິ່ງທີ່ເໜືອທຳມະຊາດເລີຍ, ຄົນທີ່ມີປະສົບການແມ່ນຈະເຂົ້າໃຈຢ່າງຊັດເຈນ. ໃນທາງກົງກັນຂ້າມ, ພາລະກິດຂອງວິນຍານຊົ່ວຮ້າຍແມ່ນກ່ຽວກັບໂລກອື່ນຢ່າງມະຫັດສະຈັນ, ມັນສາມາດເບິ່ງເຫັນໄດ້, ສາມາດຮູ້ສຶກໄດ້ ແລະ ບໍ່ປົກກະຕິຫຼາຍ. ຈາກການກະທຳຕ່າງໆຂອງວິນຍານຊົ່ວຮ້າຍ, ສາມາດເຫັນໄດ້ວ່າ ວິນຍານຊົ່ວຮ້າຍມັກເປີດເຜີຍຕົວຕົນຂອງພວກມັນເປັນພິເສດ ໂດຍບໍ່ມີຮ່ອງຮອຍແຫ່ງຄວາມຈິງແມ່ນແຕ່ໜ້ອຍດຽວ. ບໍ່ວ່າວິນຍານຊົ່ວຮ້າຍຈະເຮັດພາລະກິດໃນບຸກຄົນໃດໜຶ່ງເປັນເວລາເທົ່າໃດປີກໍຕາມ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍບໍ່ໄດ້ປ່ຽນແປງແມ່ນແຕ່ໜ້ອຍດຽວ. ກົງກັນຂ້າມ ພວກເຂົາເປັນປົກກະຕິໜ້ອຍລົງເລື້ອຍໆ, ເຖິງກັບສູນເສຍເຫດຜົນຂອງມະນຸດທໍາມະດາ. ນີ້ແມ່ນຜົນຮັບຈາກພາລະກິດຂອງວິນຍານຊົ່ວຮ້າຍ. ນີ້ແມ່ນວິທີທີ່ຊາຕານ ແລະ ວິນຍານຊົ່ວຮ້າຍທຸກປະເພດເຮັດໃຫ້ມະນຸດເສື່ອມຊາມ, ຜູກມັດຜູ້ຄົນ ແລະ ຫຼອກລວງຜູ້ຄົນ. ໃນທີ່ສຸດ, ຜູ້ຄົນກໍກາຍເປັນຜີ ແລະ ຄົນເຫຼົ່ານີ້ທີ່ຖືກຫຼອກລວງໂດຍວິນຍານຊົ່ວຮ້າຍກໍຍອມຈໍານົນໃຫ້ກັບຊາຕານ ແລະ ຖືກກືນກິນ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນລ້ວນແລ້ວແຕ່ກ່ຽວກັບຄວາມລອດພົ້ນຂອງມະນຸດຊາດ ແລະ ຍິ່ງບຸກຄົນໃດໜຶ່ງມີພາລະກິດຂອງພຣະວິນຍານບໍລິສຸດຫຼາຍສໍ່າໃດ, ພວກເຂົາກໍຍິ່ງສາມາດເຂົ້າໃຈຄວາມຈິງຫຼາຍສໍ່ານັ້ນ; ຄວາມເປັນມະນຸດຂອງພວກເຂົາຍິ່ງປົກກະຕິຫຼາຍຂຶ້ນ ແລະ ພວກເຂົາກາຍມາເປັນມະນຸດຫຼາຍຂຶ້ນ. ໃນທີ່ສຸດ ພວກເຂົາກໍຈະໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ, ກາຍເປັນຄົນທີ່ມີຄວາມຈິງ ແລະ ມີຄວາມເປັນມະນຸດຢ່າງສົມບູນ. ຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຂອງວິນຍານຊົ່ວຮ້າຍສ່ວນໃຫຍ່ກໍຄື: ວິນຍານຊົ່ວຮ້າຍພຽງແຕ່ເຮັດໃຫ້ຜູ້ຄົນເສື່ອມຊາມ, ຜູກມັດຜູ້ຄົນ ແລະ ປ່ຽນພວກເຂົາໃຫ້ກາຍເປັນຜີໃນທີ່ສຸດ; ພາລະກິດຂອງພຣະວິນຍານບໍລິສຸດຊໍາລະຄວາມເສື່ອມຊາມຜ່ານການລອດພົ້ນ ໂດຍ ມອບຄວາມຈິງ ແລະ ຄວາມເປັນມະນຸດຢ່າງສົມບູນໃຫ້ກັບພວກເຂົາ. ພາລະກິດຂອງພຣະວິນຍານບໍລິສຸດສາມາດເຮັດໃຫ້ຜູ້ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຄົນທີ່ຖືວ່າຢູ່ທ່າມກາງວິນຍານສົກກະປົກກາຍເປັນຄົນທີ່ບໍລິສຸດຢ່າງແທ້ຈິງ ແລະ ສາມາດເວົ້າໄດ້ຢ່າງງ່າຍໆວ່າ ພາລະກິດດັ່ງກ່າວໄດ້ນຳຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຈົນກາຍເປັນຜີຮ້າຍ ແລະ ປ່ຽນພວກເຂົາໃຫ້ກັບກາຍເປັນຜູ້ຄົນ. ນີ້ແມ່ນຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງວິນຍານຊົ່ວຮ້າຍ.
ການສົນທະນາຈາກເບື້ອງເທິງ
ຄວາມແຕກຕ່າງຢ່າງຊັດເຈນລະຫວ່າງພາລະກິດຕ່າງໆຂອງວິນຍານຊົ່ວຮ້າຍ ແລະ ພາລະກິດຂອງພຣະວິນຍານບໍລິສຸດແມ່ນສະແດງໃຫ້ເຫັນເປັນພິເສດໃນລັກສະນະດັ່ງຕໍ່ໄປນີ້: ພຣະວິນຍານເລືອກຄົນຊື່ສັດ ທີ່ສະແຫວງຫາຄວາມຈິງ, ຜູ້ທີ່ມີຄວາມສຳນຶກ ແລະ ມີສະຕິ. ນີ້ແມ່ນປະເພດຂອງຜູ້ຄົນທີ່ພຣະອົງປະຕິບັດພາລະກິດນໍາ. ວິນຍານຊົ່ວຮ້າຍເລືອກເອົາຜູ້ຄົນທີ່ມີເລ່ຫຼ່ຽມ ແລະ ໄຮ້ເຫດຜົນ, ຄົນທີ່ບໍ່ມີຄວາມຮັກສຳລັບຄວາມຈິງ ແລະ ຄົນທີ່ປາສະຈາກຄວາມສຳນຶກ ຫຼື ຄວາມຮູ້ສຶກ. ຄົນປະເພດດັ່ງກ່າວແມ່ນຄົນທີ່ວິນຍານຊົ່ວຮ້າຍເຮັດພາລະກິດນໍາ. ເມື່ອພວກເຮົາປຽບທຽບຄົນທີ່ຖືກເລືອກສຳລັບພາລະກິດແຫ່ງພຣະວິນຍານບໍລິສຸດ ແລະ ຄົນທີ່ຖືກເລືອກສຳລັບພາລະກິດຂອງວິນຍານຊົ່ວຮ້າຍ, ພວກເຮົາສາມາດເຫັນໄດ້ວ່າ ພຣະເຈົ້າບໍລິສຸດ ແລະ ຊອບທຳ, ຄົນທີ່ຖືກເລືອກໂດຍພຣະເຈົ້າສະແຫວງຫາຄວາມຈິງ ແລະ ມີຈິດສຳນຶກ ແລະ ຄວາມຮູ້ສຶກ, ພວກເຮົາຊື່ສັດ ແລະ ຮັກສິ່ງທີ່ຍຸຕິທຳ. ຄົນທີ່ຖືກເລືອກໂດຍວິນຍານຊົ່ວຮ້າຍແມ່ນມີເລ່ຫຼ່ຽມ, ພວກເຂົາເຫັນແກ່ຕົວ ແລະ ເປັນຕາລັງກຽດ, ພວກເຂົາບໍ່ມີຄວາມຮັກສຳລັບຄວາມຈິງ, ພວກເຂົາບໍ່ມີຄວາມສຳນຶກ ແລະ ຄວາມຮູ້ສຶກ ແລະ ບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ແມ່ນມະນຸດຊາດທີ່ແທ້ຈິງ. ວິນຍານຊົ່ວຮ້າຍມີແຕ່ເລືອກສິ່ງທີ່ບໍ່ດີ, ເຊິ່ງຈາກສິ່ງນີ້ ພວກເຮົາຈະເຫັນໄດ້ວ່າ ວິນຍານຊົ່ວຮ້າຍຮັກຄວາມຊົ່ວຊ້າ ແລະ ຄວາມມືດມົວ, ພວກມັນຫຼີກເວັ້ນຄົນທີ່ສະແຫວງຫາຄວາມຈິງ ແລະ ໄວທີ່ຈະຄອບຄອງຄົນທີ່ຜິດສິນທຳ ແລະ ມີເລ່ຫຼ່ຽມ, ເປັນຄົນທີ່ຮັກຄວາມບໍ່ຊອບທຳ ແລະ ຖືກມົນສະກົດຢ່າງງ່າຍດາຍ. ຄົນທີ່ວິນຍານຊົ່ວຮ້າຍເລືອກເຮັດພາລະກິດນໍາແມ່ນບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ແລະ ຖືກກຳຈັດໂດຍພຣະເຈົ້າ. ວິນຍານຊົ່ວຮ້າຍເຮັດພາລະກິດໃນເວລາໃດ ແລະ ໃນເບື້ອງຫຼັງແບບໃດ? ພວກມັນເຮັດພາລະກິດເມື່ອຜູ້ຄົນໄດ້ຫ່າງໄກຈາກພຣະເຈົ້າ ແລະ ກະບົດຕໍ່ພຣະເຈົ້າ. ພາລະກິດຂອງວິນຍານຊົ່ວຮ້າຍສະກົດຜູ້ຄົນ. ເມື່ອຜູ້ຄົນເຮັດບາບ, ເມື່ອພວກເຂົາຢູ່ໃນຈຸດທີ່ອ່ອນແອທີ່ສຸດຂອງພວກເຂົາ, ໂດຍສະເພາະແລ້ວເມື່ອພວກເຂົາມີຄວາມເຈັບປວດຢ່າງຮຸນແຮງໃນຫົວໃຈຂອງພວກເຂົາ, ເມື່ອພວກເຂົາກຳລັງຮູ້ສຶກປັ່ນປ່ວນ ແລະ ສັບສົນ, ວິນຍານຊົ່ວຮ້າຍກໍໃຊ້ໂອກາດນີ້ເພື່ອເຂົ້າໄປສະກົດ ແລະ ເຮັດໃຫ້ພວກເຂົາເສື່ອມຊາມ, ເພື່ອສ້າງຄວາມຂັດແຍ້ງລະຫວ່າງພວກເຂົາ ແລະ ພຣະເຈົ້າ. ເມື່ອຜູ້ຄົນເອີ້ນຫາພຣະເຈົ້າ, ເມື່ອຫົວໃຈຂອງພວກເຂົາຫັນມາຫາພຣະເຈົ້າ, ເມື່ອພວກເຂົາຕ້ອງການພຣະເຈົ້າ, ເມື່ອພວກເຂົາກັບໃຈຫາພຣະເຈົ້າ ຫຼື ເມື່ອພວກເຂົາສະແຫວງຫາຄວາມຈິງ, ແລ້ວພຣະວິນຍານບໍລິສຸດກໍເລີ່ມປະຕິບັດພາລະກິດໃນພວກເຂົາ. ພາລະກິດທຸກຢ່າງທີ່ພຣະວິນຍານບໍລິສຸດປະຕິບັດແມ່ນເພື່ອຊ່ວຍມະນຸດໃຫ້ລອດພົ້ນ ແລະ ພຣະອົງຈະຊອກຫາໂອກາດເພື່ອຊ່ວຍມະນຸດໃຫ້ລອດພົ້ນສະເໝີ, ໃນຂະນະທີ່ວິນຍານຊົ່ວຮ້າຍຊອກຫາໂອກາດເພື່ອເຮັດໃຫ້ຜູ້ຄົນເສື່ອມຊາມ ແລະ ຫຼອກລວງພວກເຂົາ. ພຣະເຈົ້າຮັກຜູ້ຄົນ ແລະ ວິນຍານຊົ່ວຮ້າຍກຽດຊັງຜູ້ຄົນ. ວິນຍານຊົ່ວຮ້າຍເປັນຕາລັງກຽດ ແລະ ຊົ່ວຊ້າ, ພວກມັນມີເລ່ຫຼ່ຽມ ແລະ ປະສົງຮ້າຍ. ສິ່ງທີ່ວິນຍານຊົ່ວຮ້າຍເຮັດລ້ວນແລ້ວແຕ່ເພື່ອກືນກິນ, ເຮັດໃຫ້ເສື່ອມຊາມ ແລະ ທຳຮ້າຍມະນຸດ ແລະ ສິ່ງທີ່ພຣະວິນຍານບໍລິສຸດກະທໍາລ້ວນແລ້ວແຕ່ເພື່ອຄວາມຮັກ ແລະ ຄວາມລອດພົ້ນຂອງມະນຸດ. ຜົນຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອຊໍາລະລ້າງຜູ້ຄົນ, ເພື່ອຊ່ວຍພວກເຂົາໃຫ້ລອດພົ້ນຈາກຄວາມເສື່ອມຊາມຂອງພວກເຂົາ, ເພື່ອເຮັດໃຫ້ພວກເຂົາຮູ້ຈັກຕົນເອງ ແລະ ຮູ້ຈັກຊາຕານ, ເພື່ອພກວເຂົາຈະໄດ້ກະບົດຕໍ່ຊາຕານ, ເພື່ອຈະໄດ້ສະແຫວງຫາຄວາມຈິງ ແລະ ດຳລົງຊີວິດຕາມລັກສະນະຂອງມະນຸດໃນທີ່ສຸດ. ວິນຍານຊົ່ວຮ້າຍເຮັດໃຫ້ເສື່ອມຊາມ, ເຮັດໃຫ້ເສື່ອມເສຍ ແລະ ຜູກມັດຜູ້ຄົນ, ພວກມັນເຮັດໃຫ້ຜູ້ຄົນຈົມລົງເລິກໃນຄວາມບາບ ແລະ ນໍາຄວາມເຈັບປວດທີ່ຮຸນແຮງມາສູ່ຊີວິດຂອງພວກເຂົາຍິ່ງຂຶ້ນ ແລະ ສະນັ້ນ ເມື່ອວິນຍານຊົ່ວຮ້າຍເຮັດພາລະກິດໃນຜູ້ຄົນ, ພວກເຂົາກໍຈົບສິ້ນ; ໃນທີ່ສຸດ, ພວກເຂົາກໍຖືກກືນກິນໂດຍຊາຕານ ເຊິ່ງເປັນຜົນຕາມມາຂອງພາລະກິດຂອງວິນຍານຊົ່ວຮ້າຍ. ຜົນຂອງພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນໃນທີ່ສຸດ, ເຮັດໃຫ້ພວກເຂົາດຳລົງຊີວິດທີ່ແທ້ຈິງໄດ້, ເປັນອິດສະລະ ແລະ ມີເສລີພາບຢ່າງສົມບູນ ແລະ ຮັບເອົາພອນຂອງພຣະເຈົ້າ. ວິນຍານຊົ່ວຮ້າຍນໍາມະນຸດມາສູ່ຄວາມມືດມົວ, ພວກມັນນໍາມະນຸດໄປສູ່ຂຸມນະຮົກ; ພຣະວິນຍານບໍລິສຸດນໍາມະນຸດອອກຈາກຄວາມມືດມົວໄປສູ່ແສງສະຫວ່າງ ແລະ ສູ່ອິດສະລະພາບ. ພາລະກິດຂອງພຣະວິນຍານບໍລິສຸດໃຫ້ແສງສະຫວ່າງ ແລະ ນໍາພາຜູ້ຄົນ, ພຣະອົງມອບໂອກາດໃຫ້ກັບພວກເຂົາ ແລະ ເມື່ອພວກເຂົາອ່ອນແອ ແລະ ຝ່າຝືນ, ພຣະອົງກໍປອບໃຈພວກເຂົາ. ພຣະອົງເຮັດໃຫ້ພວກເຂົາຮູ້ຈັກຕົນເອງ, ເຮັດໃຫ້ພວກເຂົາສະແຫວງຫາຄວາມຈິງ ແລະ ພຣະອົງບໍ່ບັງຄັບໃຫ້ຜູ້ຄົນເຮັດສິ່ງຕ່າງໆ, ແຕ່ຍອມໃຫ້ພວກເຂົາເລືອກເສັ້ນທາງຂອງພວກເຂົາເອງ ແລະ ນໍາພວກເຂົາໄປສູ່ແສງສະຫວ່າງໃນທີ່ສຸດ. ວິນຍານຊົ່ວຮ້າຍບັງຄັບໃຫ້ຜູ້ຄົນເຮັດສິ່ງຕ່າງໆ ແລະ ສັ່ງການພວກເຂົາ. ທຸກສິ່ງທີ່ພວກມັນເວົ້າແມ່ນບໍ່ເປັນຈິງ ແລະ ຄອບງໍາຜູ້ຄົນ, ຫຼອກລວງພວກເຂົາ ແລະ ຜູກມັດພວກເຂົາ; ວິນຍານຊົ່ວຮ້າຍບໍ່ມອບເສລີພາບໃຫ້ກັບຜູ້ຄົນ, ພວກມັນບໍ່ຍອມໃຫ້ພວກເຂົາເລືອກ, ພວກມັນບັງຄັບໃຫ້ພວກເຂົາຢູ່ໃນຫົນທາງແຫ່ງຄວາມພິນາດ ແລະ ໃນທີ່ສຸດກໍເຮັດໃຫ້ພວກເຂົາຈົມລົງສູ່ຄວາມບາບທີ່ເລິກລົງເລື້ອຍໆ, ນໍາພາພວກເຂົາໄປສູ່ຄວາມຕາຍ.
ການເທດສະໜາ ແລະ ການສົນທະນາກ່ຽວກັບທາງເຂົ້າສູ່ຊີວິດ
ລັກສະນະທີ່ເຫັນໄດ້ຢ່າງຊັດເຈນທີ່ສຸດຈາກພາລະກິດຂອງວິນຍານຊົ່ວຮ້າຍຄື: ມັນຢູ່ເໜືອທຳມະຊາດ, ຄຳເວົ້າທີ່ວິນຍານຊົ່ວຮ້າຍເວົ້າ ຫຼື ສິ່ງຕ່າງທີ່ພວກມັນຮຽກຮ້ອງໃຫ້ຜູ້ຄົນເຮັດແມ່ນບໍ່ປົກກະຕິ, ບໍ່ມີເຫດຜົນ ແລະ ເຖິງກັບທໍລະຍົດຕໍ່ສິນທຳພື້ນຖານຂອງຄວາມເປັນມະນຸດປົກກະຕິ ແລະ ຄວາມສຳພັນຂອງມະນຸດ ແລະ ພວກມັນບໍ່ມີເຈດຕະນາທີ່ຈະເຮັດຫຍັງເລີຍ ນອກຈາກຫຼອກລວງຜູ້ຄົນ, ລົບກວນຜູ້ຄົນ ແລະ ເຮັດໃຫ້ຜູ້ຄົນເສື່ອມຊາມ. ເມື່ອວິນຍານຊົ່ວຮ້າຍຄອບຄອງຜູ້ຄົນ, ບາງຄົນແມ່ນຮູ້ສຶກຢ້ານກົວຫຼາຍ, ບາງຄົນຮູ້ສຶກບໍ່ປົກກະຕິ, ໃນຂະນະທີ່ຄົນອື່ນໆຕົກຢູ່ໃນຄວາມສັນສົນ ແລະ ຍັງມີບາງຄົນພົບວ່າຕົນເອງຮ້ອນໃຈຢ່າງໜັກ ແລະ ບໍ່ສາມາດນັ່ງຢູ່ຊື່ໆໄດ້. ຢ່າງໃດກໍຕາມ, ເມື່ອວິນຍານຊົ່ວຮ້າຍຄອບຄອງຜູ້ຄົນ, ພວກເຂົາກໍປ່ຽນແປງ, ກາຍເປັນສິ່ງທີ່ບໍ່ແມ່ນມະນຸດ ຫຼື ຜີຮ້າຍ ແລະ ສູນເສຍຄວາມເປັນມະນຸດປົກກະຕິຂອງພວກເຂົາ. ນີ້ແມ່ນພຽງພໍທີ່ຈະພິສູດໃຫ້ເຫັນວ່າ ທາດແທ້ຂອງວິນຍານຊົ່ວຮ້າຍນັ້ນຊົ່ວຊ້າ ແລະ ຂີ້ຮ້າຍ, ເຊິ່ງເປັນທາດແທ້ຂອງຊາຕານຢ່າງແທ້ຈິງ. ວິນຍານຊົ່ວຮ້າຍເຮັດໃຫ້ຜູ້ຄົນກຽດຊັງ ແລະ ລັງກຽດພວກມັນ ແລະ ບໍ່ມີຜົນປະໂຫຍດ ຫຼື ຄວາມຊ່ວຍເຫຼືອຕໍ່ຜູ້ຄົນເລີຍ. ສິ່ງດຽວທີ່ຊາຕານ ແລະ ວິນຍານຊົ່ວຮ້າຍທຸກປະເພດສາມາດເຮັດໄດ້ກໍຄືການເຮັດໃຫ້ເສື່ອມຊາມ, ການທຳຮ້າຍ ແລະ ການກືນກິນຜູ້ຄົນ.
ການສະແດງອອກຂອງຄົນທີ່ມີພາລະກິດຂອງວິນຍານຊົ່ວຮ້າຍ (ຄົນທີ່ຖືກຄອບຄອງໂດຍຜີຮ້າຍ) ຫຼັກໆຄື:
ປະເພດທຳອິດຄື ວິນຍານຊົ່ວຮ້າຍມັກບອກຜູ້ຄົນໃຫ້ເຮັດນີ້ ແລະ ເຮັດນັ້ນ ຫຼື ບອກບາງສິ່ງໃຫ້ກັບຜູ້ໃດຜູ້ໜຶ່ງ ຫຼື ບັນຊາໃຫ້ຜູ້ຄົນເວົ້າຄຳທຳນວາຍທີ່ຜິດ.
ປະເພດທີສອງຄື ຜູ້ຄົນມັກເວົ້າສິ່ງທີ່ຖືກເອີ້ນວ່າ “ລີ້ນ” ໃນຄຳອະທິຖານ ເຊິ່ງບໍ່ມີຜູ້ໃດເຂົ້າໃຈ ແລະ ແມ່ນແຕ່ຄົນເວົ້າເອງກໍຍັງບໍ່ເຂົ້າໃຈ. ຜູ້ເວົ້າບາງຄົນເຖິງກັບສາມາດ “ຕີຄວາມໝາຍຂອງລີ້ນ” ດ້ວຍພວກເຂົາເອງ.
ປະເພດທີສາມຄື ບຸກຄົນມັກໄດ້ຮັບການເປີດເຜີຍຢູ່ເລື້ອຍໆ, ບາງເທື່ອຖືກນໍາພາໂດຍວິນຍານຊົ່ວຮ້າຍໃນລັກສະນະນີ້, ບາງເທື່ອກໍຖືກນໍາພາໃນລັກສະນະນັ້ນ, ແບບໃນສະພາວະກະວົນກະວາຍໃຈຕະຫຼອດເວລາ.
ປະເພດທີສີ່ຄື ຜູ້ຄົນທີ່ມີພາລະກິດຂອງວິນຍານຊົ່ວຮ້າຍຕ້ອງການເຮັດສິ່ງນີ້ ຫຼື ສິ່ງນັ້ນຢ່າງຮີບດ່ວນ, ໃຈຮ້ອນເກີນໄປທີ່ຈະລໍຖ້າ, ພວກເຂົາບໍ່ພິຈາລະນາວ່າສະພາບການດັ່ງກ່າວເອື້ອອຳນວຍ ຫຼື ບໍ່, ພວກເຂົາເຖິງກັບແລ່ນອອກໃນຕອນກາງຄືນ ແລະ ພຶດຕິກຳຂອງພວກເຂົາກໍບໍ່ປົກກະຕິໂດຍສະເພາະ.
ປະເພດທີຫ້າຄື ຜູ້ຄົນທີ່ມີພາລະກິດຂອງວິນຍານຊົ່ວຮ້າຍບໍ່ມີຄວາມຮູ້ຢ່າງປ່າເຖື່ອນ, ພວກເຂົາຂາດເຫດຜົນ ແລະ ຄຳເວົ້າທຸກຢ່າງຂອງພວກເຂົາເໜືອກວ່າຄົນອື່ນ ແລະ ມາຈາກຕໍາແໜ່ງທີ່ມີອໍານາດ. ພວກເຂົາເຮັດໃຫ້ຜູ້ຄົນສັບສົນ ແລະ ຄືກັບຜີຮ້າຍ ພວກເຂົາບັງຄັບໃຫ້ຜູ້ຄົນເຮັດສິ່ງຕ່າງໆ.
ປະເພດທີຫົກຄື ຜູ້ຄົນທີ່ມີພາລະກິດຂອງວິນຍານຊົ່ວຮ້າຍແມ່ນບໍ່ສາມາດສົນທະນາກ່ຽວກັບຄວາມຈິງ, ແຮງໄກທີ່ຈະໃສ່ໃຈໃນພາລະກິດຂອງພຣະເຈົ້າ ແລະ ພວກເຂົາທ້າທາຍພຣະເຈົ້າ ແລະ ປະພຶດຕາມອຳເພີໃຈ, ເຮັດທຸກສິ່ງຢ່າງໂຫດຮ້າຍເພື່ອທຳລາຍຄວາມເປັນລະບຽບທົ່ວໄປຂອງຄຣິສຕະຈັກ.
ປະເພດທີເຈັດຄື ບຸກຄົນທີ່ມີພາລະກິດຂອງວິນຍານຊົ່ວຮ້າຍກໍປະສົບຄວາມສຳເລັດໃນການທຳທ່າເປັນຜູ້ໃດຜູ້ໜຶ່ງໂດຍບໍ່ມີເຫດຜົນ ຫຼື ອ້າງວ່າເຂົາຖືກສົ່ງມາໂດຍຜູ້ໃດຜູ້ໜຶ່ງ ແລະ ຜູ້ຄົນຄວນຟັງເຂົາ. ບໍ່ມີຜູ້ໃດສາມາດຮູ້ໄດ້ວ່າເຂົາມາຈາກໃສ.
ປະເພດທີແປດຄື ໂດຍປົກກະຕິແລ້ວ ຜູ້ຄົນທີ່ມີພາລະກິດຂອງວິນຍານຊົ່ວຮ້າຍບໍ່ມີຄວາມຮູ້ສຶກທີ່ປົກກະຕິ ຫຼື ພວກເຂົາບໍ່ເຂົ້າໃຈຄວາມຈິງໃດເລີຍ; ພວກເຂົາບໍ່ມີຄວາມສາມາດທີ່ຈະຮັບ ແລະ ຍັງບໍ່ໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ສິ່ງທີ່ຜູ້ຄົນເຫັນກໍຄື ໃນການຮັບເອົາສິ່ງຕ່າງໆ ຜູ້ຄົນເຫຼົ່ານີ້ໄຮ້ເຫດຜົນເປັນພິເສດ ແລະ ບໍ່ຖືກຕ້ອງແມ່ນແຕ່ໜ້ອຍດຽວ.
ປະເພດທີເກົ້າຄື ຜູ້ຄົນທີ່ມີພາລະກິດຂອງວິນຍານຊົ່ວຮ້າຍສົນໃຈເປັນພິເສດກັບການສັ່ງສອນຄົນອື່ນໃນລະຫວ່າງທີ່ເຮັດວຽກ, ພວກເຂົາປະພຶດຢ່າງປ່າເຖື່ອນຢູ່ສະເໝີ ແລະ ພວກເຂົາສ້າງຄວາມວຸ້ນວາຍ ແລະ ລົບກວນຢູ່ສະເໝີ; ທຸກສິ່ງທີ່ພວກເຂົາເຮັດ ແລະ ເວົ້າແມ່ນໂຈມຕີ, ຜູກມັດ ແລະ ເຮັດໃຫ້ຄົນອື່ນເສື່ອມຊາມ ແລະ ພວກເຂົາເຖິງກັບທຳລາຍຄວາມຕັ້ງໃຈຂອງຜູ້ຄົນ ແລະ ເຮັດໃຫ້ພວກເຂົາຄິດລົບ ເພື່ອວ່າພວກເຂົາຈະບໍ່ສາມາດຍົກຕົນເອງຂຶ້ນ. ພວກເຂົາເປັນຜີຮ້າຍ, ບໍລິສຸດ ແລະ ງ່າຍໆ, ຜູ້ທີ່ທຳຮ້າຍຄົນອື່ນ, ຫຼິ້ນກັບຄົນອື່ນ ແລະ ກືນກິນຄົນອື່ນ ແລະ ພວກເຂົາມີຄວາມສຸກຢູ່ໃນໃຈເມື່ອພວກເຂົາໄດ້ໃນສິ່ງທີ່ພວກເຂົາຕ້ອງການ. ນີ້ແມ່ນຈຸດປະສົງຫຼັກຂອງພາລະກິດຂອງວິນຍານຊົ່ວຮ້າຍ.
ປະເພດທີສິບຄື ຜູ້ຄົນທີ່ມີພາລະກິດຂອງວິນຍານຊົ່ວຮ້າຍດຳລົງຊີວິດທີ່ຜິດປົກກະຕິຢ່າງສິ້ນເຊີງ. ສາຍຕາຂອງພວກເຂົາປະກາຍດ້ວຍແສງທີ່ໂຫດຮ້າຍ ແລະ ຄຳເວົ້າທີ່ພວກເຂົາເວົ້າກໍເປັນຕາຢ້ານທີ່ສຸດ, ຄືກັບວ່າຜີຮ້າຍໄດ້ລົງມາເທິງແຜ່ນດິນໂລກ. ບໍ່ມີຄວາມເປັນລະບົບລະບຽບໃນຊີວິດຂອງຄົນປະເພດນີ້, ພວກເຂົາບໍ່ໝັ້ນຄົງ ແລະ ບໍ່ສາມາດຄາດເດົາໄດ້ຄືກັບສັດປ່າທີ່ບໍ່ໄດ້ຖືກເຝິກ. ພວກເຂົາເປັນຕາລັງກຽດ ແລະ ເປັນຕາກຽດຊັງຕໍ່ຄົນອື່ນທີ່ສຸດ. ນີ້ແມ່ນລັກສະນະຂອງບຸກຄົນທີ່ຖືກຜູກມັດໂດຍຜີຮ້າຍແທ້ຈິງ.
ທັງສິບປະເພດທີ່ຢູ່ຂ້າງເທິງແມ່ນການສະແດງອອກຫຼັກຂອງພາລະກິດຂອງວິນຍານຊົ່ວຮ້າຍ. ຄົນໃດກໍຕາມທີ່ສຳແດງເຖິງໜຶ່ງໃນການສະແດງອອກເຫຼົ່ານີ້ຈະມີພາລະກິດຂອງວິນຍານຊົ່ວຮ້າຍຢ່າງແນ່ນອນ. ຖ້າຈະເວົ້າໃຫ້ຖືກ, ບໍ່ວ່າພວກເຂົາຈະດໍາເນີດພາລະກິດປະເພດໃດກໍຕາມ, ທຸກຄົນທີ່ມີພຶດຕິກໍາໃນຂໍ້ຕ່າງໆຂອງພາລະກິດຂອງວິນຍານຊົ່ວຮ້າຍທີ່ກ່າວມາຂ້າງເທິງລ້ວນແລ້ວແຕ່ແມ່ນຄົນທີ່ປະຕິບັດພາລະກິດຂອງວິນຍານຊົ່ວຮ້າຍ. ບຸກຄົນໃດທີ່ມີພາລະກິດຂອງວິນຍານຊົ່ວຮ້າຍມັກຈະກຽດຊັງ ແລະ ຕີຕົວອອກຫ່າງຈາກຜູ້ຄົນທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດນໍາ ແລະ ຫຼີກເວັ້ນຜູ້ທີ່ສາມາດສົນທະນາກ່ຽວກັບຄວາມຈິງ. ຫຼາຍຄັ້ງ, ຍິ່ງຜູ້ຄົນສະຫຼາດສໍ່າໃດ, ເຂົາກໍຈະໂຈມຕີ ແລະ ກ່າວໂທດພວກເຂົາຫຼາຍສໍ່ານັ້ນ. ຍິ່ງຜູ້ຄົນໂງ່ສໍ່າໃດ, ເຂົາກໍຍິ່ງພະຍາຍາມປະຈົບປະແຈງ ແລະ ຍົກຍໍພວກເຂົາຫຼາຍສໍ່ານັ້ນ, ໂດຍສະເພາະແມ່ນປາຖະໜາທີ່ຈະຕິດຕໍ່ພົວພັນກັບພວກເຂົາ. ເມື່ອວິນຍານຊົ່ວຮ້າຍເຮັດພາລະກິດ, ພວກມັນມັກຈະເຮັດສັບສົນລະຫວ່າງຄວາມຈິງ ແລະ ຄວາມບໍ່ຈິງສະເໝີ ໂດຍເວົ້າວ່າສິ່ງທີ່ດີແມ່ນສິ່ງທີ່ບໍ່ດີ ແລະ ສິ່ງທີ່ດີແມ່ນສິ່ງທີ່ດີ. ນີ້ແມ່ນການກະທຳຂອງວິນຍານຊົ່ວຮ້າຍໂດຍແທ້.
ການຈັດກຽມພາລະກິດ
ວິນຍານໃດກໍຕາມທີ່ມີພາລະກິດເໜືອທຳມະຊາດຢ່າງເຫັນໄດ້ຊັດແມ່ນວິນຍານຊົ່ວຮ້າຍ. ພາລະກິດ ແລະ ຖ້ອຍຄຳທີ່ເໜືອທຳມະຊາດຂອງວິນຍານໃດກໍຕາມທີ່ຖືກປະຕິບັດໃນຜູ້ຄົນກໍເປັນພາລະກິດຂອງວິນຍານຊົ່ວຮ້າຍ; ວິທີການທຸກຢ່າງທີ່ວິນຍານຊົ່ວຮ້າຍປະຕິບັດພາລະກິດແມ່ນຜິດປົກກະຕິ ແລະ ເໜືອທຳມະຊາດ ແລະ ສ່ວນໃຫຍ່ແລ້ວແມ່ນຖືກສະແດງອອກໃນຫົກວິທີດັ່ງລຸ່ມນີ້:
1. ການຄວບຄຸມຄຳເວົ້າຂອງຜູ້ຄົນໂດຍກົງ ເຊິ່ງສະແດງໃຫ້ເຫັນຢ່າງຊັດເຈນວ່າ ວິນຍານຊົ່ວຮ້າຍກຳລັງເວົ້າ ແລະ ບໍ່ແມ່ນຜູ້ຄົນທີ່ກຳລັງເວົ້າແບບປົກກະຕິ;
2. ຄວາມຮູ້ສຶກວ່າ ວິນຍານຊົ່ວຮ້າຍກຳລັງສັ່ງສອນຜູ້ຄົນ ແລະ ສັ່ງການໃຫ້ພວກເຂົາເຮັດນີ້ ແລະ ເຮັດນັ້ນ;
3. ຜູ້ຄົນ ໃນເວລາຢູ່ໃນຫ້ອງ, ພວກເຂົາສາມາດບອກໄດ້ວ່າ ມີບາງຄົນກຳລັງຈະເຂົ້າມາ;
4. ຜູ້ຄົນມັກໄດ້ຍິນສຽງຕ່າງໆທີ່ເວົ້າກັບພວກເຂົາເຊິ່ງຄົນອື່ນບໍ່ສາມາດໄດ້ຍິນ;
5. ຜູ້ຄົນທີ່ສາມາດເຫັນ ແລະ ໄດ້ຍິນສິ່ງຕ່າງໆທີ່ຄົນອື່ນບໍ່ສາມາດໄດ້ຍິນ;
6. ຜູ້ຄົນທີ່ກັງວົນຢູ່ສະເໝີ ແລະ ເວົ້າກັບພວກເຂົາເອງ ແລະ ບໍ່ສາມາດສົນທະນາຢ່າງປົກກະຕິ ຫຼື ມີປະຕິກິລິຍາກັບຄົນອື່ນໄດ້.
ທຸກຄົນທີ່ຖືກວິນຍານຊົ່ວຮ້າຍເຮັດພາລະກິດແມ່ນມີການສະແດງອອກຫົກຢ່າງເຫຼົ່ານີ້ໂດຍຫຼີກເວັ້ນບໍ່ໄດ້. ພວກເຂົາບໍ່ມີເຫດຜົນ, ຢູ່ໃນສະພາວະທີ່ບໍ່ແນ່ນອນໃຈ, ບໍ່ສາມາດມີປະຕິກິລິຍາທີ່ເປັນປົກກະຕິກັບຜູ້ຄົນ, ມັນຄືກັບວ່າ ພວກເຂົາບໍ່ຍອມຮັບຟັງເຫດຜົນ ແລະ ມີບາງສິ່ງທີ່ຖືກແຍກອອກ ແລະ ກ່ຽວກັບໂລກອື່ນໃນພວກເຂົາ. ຄົນດັ່ງກ່າວຖືກຄອບຄອງໂດຍວິນຍານຊົ່ວຮ້າຍ ຫຼື ມີວິນຍານຊົ່ວຮ້າຍປະຕິບັດພາລະກິດໃນພວກເຂົາ ແລະ ພາລະກິດທັງໝົດຂອງວິນຍານຊົ່ວຮ້າຍແມ່ນຈະແຈ້ງ ແລະ ເໜືອທຳມະຊາດ. ນີ້ແມ່ນພາລະກິດຂອງວິນຍານຊົ່ວຮ້າຍທີ່ສາມາດສັງເກດໄດ້. ເມື່ອວິນຍານຊົ່ວຮ້າຍຄອບຄອງຄົນໃດຄົນໜຶ່ງ, ມັນກໍຈະລໍ້ຫຼິ້ນກັບພວກເຂົາ ເພື່ອເຮັດໃຫ້ພວກເຂົາສົບສົນ. ພວກເຂົາບໍ່ມີເຫດຜົນ, ຄືກັບຜີດິບ, ເຊິ່ງພິສູດໃຫ້ເຫັນວ່າ ໃນທາດແທ້ແລ້ວ ວິນຍານຊົ່ວຮ້າຍແມ່ນວິນຍານຊົ່ວຊ້າທີ່ເຮັດໃຫ້ຜູ້ຄົນເສື່ອມຊາມ ແລະ ກືນກິນພວກເຂົາ. ຖ້ອຍຄຳຂອງວິນຍານຊົ່ວຮ້າຍກໍສັງເກດເຫັນໄດ້ງ່າຍ. ຖ້ອຍຄຳຂອງພວກມັນສະຫຼຸບເຖິງທາດແທ້ທີ່ຊົ່ວຊ້າຂອງພວກມັນຢ່າງສົມບູນ, ພວກມັນເປື້ອນ, ບໍ່ສະອາດ ແລະ ມີກິ່ນເໝັນ, ພວກມັນປ່ອຍກິ່ນເໝັນແຫ່ງຄວາມຕາຍ. ສຳລັບຜູ້ຄົນທີ່ມີຄວາມສາມາດສູງ, ຄຳເວົ້າຂອງວິນຍານຊົ່ວຮ້າຍຮູ້ສຶກຄືກັບວ່າ ວ່າງເປົ່າ ແລະ ບໍ່ເປັນຕາສົນໃຈ, ບໍ່ມີກຽດສັກສີ, ບໍ່ມີຫຍັງເລີຍ ນອກຈາກຄຳຂີ້ຕົວະ ແລະ ການເວົ້າທີ່ວ່າງເປົ່າ; ພວກມັນສັບສົນ, ຫຍຸ້ງຍາກ ແລະ ເປັນເລື່ອງໄຮ້ສາລະຫຼາຍ. ນີ້ແມ່ນບາງສ່ວນທີ່ສາມາດສັງເກດເຫັນໄດ້ຢ່າງງ່າຍທີ່ສຸດກ່ຽວກັບເລື່ອງໄຮ້ສາລະຂອງວິນຍານຊົ່ວຮ້າຍ. ເພື່ອຄອບງໍາຜູ້ຄົນ, ວິນຍານຊົ່ວຮ້າຍລະດັບສູງບາງໂຕຈະອ້າງເປັນພຣະເຈົ້າ ຫຼື ພຣະຄຣິດ ເມື່ອເວລາພວກມັນເວົ້າ, ໃນຂະນະທີ່ໂຕອື່ນໆກໍພາກັນອ້າງເປັນເທວະດາ ຫຼື ບຸກຄົນທີ່ມີຊື່ສຽງ. ໃນເວລາພວກມັນເວົ້າ, ວິນຍານຊົ່ວຮ້າຍເຫຼົ່ານີ້ເກັ່ງໃນການລອກແບບພຣະທຳ ຫຼື ວະລີຂອງພຣະເຈົ້າ ຫຼື ນໍ້າສຽງຂອງພຣະເຈົ້າ ແລະ ຜູ້ຄົນທີ່ບໍ່ເຂົ້າໃຈຄວາມຈິງແມ່ນຖືກຫຼອດລວງໂດຍວິນຍານຊົ່ວຮ້າຍດັ່ງກ່າວ. ຄົນທີ່ຖືກເລືອກຂອງພຣະເຈົ້າຕ້ອງຊັດເຈນວ່າ ໃນທາດແທ້ແລ້ວ ວິນຍານຊົ່ວຮ້າຍແມ່ນຊົ່ວຊ້າ ແລະ ບໍ່ມີຢາງອາຍ ແລະ ເຖິງແມ່ນພວກມັນຈະເປັນວິນຍານຊົ່ວຮ້າຍລະດັບສູງ, ພວກມັນປາສະຈາກຄວາມຈິງຢ່າງສິ້ນເຊີງ. ໃນທີ່ສຸດ, ວິນຍານຊົ່ວຮ້າຍກໍເປັນວິນຍານຊົ່ວຮ້າຍ, ທາດແທ້ຂອງວິນຍານຊົ່ວຮ້າຍກໍຄືຄວາມຊົ່ວຊ້າ ແລະ ພວກມັນຄືປະເພດດຽວກັບຊາຕານ.
ການຈັດກຽມພາລະກິດ