3. ຄວາມແຕກຕ່າງລະຫວ່າງພຣະຄຣິດທີ່ແທ້ຈິງ ແລະ ພຣະຄຣິດປອມ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີຫຍັງທີ່ຫຼາຍເກີນໄປກວ່າສິ່ງນີ້ ຍ້ອນພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ, ສະຕິປັນຍາໃນພາລະກິດຂອງພຣະອົງ ເຊິ່ງມະນຸດບໍ່ສາມາດຢັ່ງເຖິງໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິດ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິດບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ພຣະອົງຍັງເຮັດໜ້າທີ່ເປັນເນື້ອໜັງພິເສດ ໃນຂະນະທີ່ພຣະອົງປະຕິບັດ ແລະ ເຮັດພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນເນື້ອໜັງທີ່ສາມາດແບກຫາບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງເຕັມທີ່ ແລະ ສຳແດງອຸປະນິໄສຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສະໜອງຊີວິດໃຫ້ກັບມະນຸດ. ບໍ່ໄວກໍຊ້າ ຜູ້ທີ່ປອມເປັນພຣະຄຣິດເຫຼົ່ານັ້ນຈະລົ້ມລະລາຍໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິດ ພວກເຂົາກໍບໍ່ມີທາດແທ້ຂອງພຣະຄຣິດເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດອະທິບາຍຄວາມແທ້ຈິງຂອງພຣະຄຣິດໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບຄຳຖາມ ແລະ ຕັດສິນໃຈໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້

ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີແກ່ນແທ້ຂອງພຣະເຈົ້າ ແລະ ພຣະອົງ ຜູ້ທີ່ບັງເກີດເປັນມະນຸດຈະມີຖ້ອຍຄຳຂອງພຣະເຈົ້າ. ຍ້ອນພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະເຮັດໃຫ້ພາລະກິດທີ່ພຣະອົງມີເຈດຕະນາປະຕິບັດນັ້ນສໍາເລັດ ແລະ ຍ້ອນວ່າພຣະເຈົ້າກາຍເປັນເນື້ອໜັງ, ພຣະອົງຈະສະແດງເຖິງສິ່ງທີ່ພຣະອົງເປັນ ແລະ ຈະສາມາດນໍາເອົາຄວາມຈິງມາສູ່ມະນຸດ, ປະທານຊີວິດໃຫ້ແກ່ເຂົາ ແລະ ຊີ້ເສັ້ນທາງໃຫ້ກັບເຂົາ. ເນື້ອໜັງທີ່ບໍ່ມີແກ່ນແທ້ຂອງພຣະເຈົ້າບໍ່ແມ່ນພຣະເຈົ້າຜູ້ບັງເກີດເປັນມະນຸດຢ່າງແນ່ນອນ; ເລື່ອງນີ້ແມ່ນບໍ່ຕ້ອງສົງໄສເລີຍ. ຖ້າມະນຸດເຈດຕະນາທີ່ຈະສອບຖາມວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່, ແລ້ວເຂົາກໍຕ້ອງຫາຫຼັກຖານມາຢືນຢັນຈາກອຸປະນິໄສທີ່ພຣະອົງສະແດງອອກ ແລະ ພຣະທຳທີ່ພຣະອົງກ່າວ. ນັ້ນໝາຍຄວາມວ່າ, ເພື່ອຫາຫຼັກຖານມາຢືນຢັນວ່ານັ້ນແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ ຫຼື ບໍ່ ແລະ ມັນແມ່ນເສັ້ນທາງທີ່ແທ້ຈິງ ຫຼື ບໍ່ນັ້ນ, ຜູ້ຄົນຕ້ອງແຍກແຍະບົນພື້ນຖານແກ່ນແທ້ຂອງພຣະອົງ. ດັ່ງນັ້ນ, ໃນການຕັດສິນວ່າ ນັ້ນເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່, ຈຸດສໍາຄັນແມ່ນນອນຢູ່ໃນແກ່ນແທ້ຂອງພຣະອົງ (ພາລະກິດຂອງພຣະອົງ, ພຣະທໍາຂອງພຣະອົງ, ອຸປະນິໄສຂອງພຣະອົງ ແລະ ລັກສະນະອື່ນໆ), ແທນທີ່ຈະເປັນລັກສະນະພາຍນອກ. ຖ້າມະນຸດພິຈາລະນາແຕ່ພຽງລັກສະນະພາຍນອກຂອງພຣະອົງ, ຜົນໄດ້ຮັບກໍຄື ການເບິ່ງຂ້າມແກ່ນແທ້ຂອງພຣະອົງ. ແລ້ວນີ້ກໍສະແດງວ່າມະນຸດໂງ່ຈ້າ ແລະ ຂາດຄວາມຮູ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄໍານໍາ

ເຖິງແມ່ນພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກສາມາດປະຕິບັດພາລະກິດແທນພຣະເຈົ້າເອງໄດ້ ພຣະອົງບໍ່ໄດ້ມາດ້ວຍເຈດຕະນາສະແດງພາບລັກຂອງພຣະອົງຜ່ານເນື້ອໜັງໃຫ້ມະນຸດທຸກຄົນເຫັນ. ພຣະອົງບໍ່ໄດ້ມາເພື່ອໃຫ້ມະນຸດທຸກຄົນເຫັນພຣະອົງ; ພຣະອົງມາເພື່ອເຮັດໃຫ້ມະນຸດຖືກນໍາພາໂດຍມືຂອງພຣະອົງ ແລະ ເພື່ອໃຫ້ມະນຸດເຂົ້າສູ່ຍຸກໃໝ່. ໜ້າທີ່ຂອງພຣະຄຣິດໃນເນື້ອໜັງກໍເພື່ອພາລະກິດຂອງພຣະເຈົ້າເອງ ນັ້ນກໍຄືເພື່ອພາລະກິດຂອງພຣະເຈົ້າທີ່ເປັນມະນຸດ ແລະ ບໍ່ແມ່ນເພື່ອເຮັດໃຫ້ມະນຸດເຂົ້າໃຈແກ່ນແທ້ແຫ່ງເນື້ອໜັງຂອງພຣະອົງຢ່າງສິ້ນເຊີງ. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ບໍ່ມີຫຍັງທີ່ພຣະອົງເຮັດນອກເໜືອໄປກວ່າສິ່ງທີ່ມະນຸດສາມາດຮັບໄດ້. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ພຣະອົງກໍປະຕິບັດຜ່ານເນື້ອໜັງພ້ອມກັບຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ເປີດເຜີຍໃຫ້ມະນຸດເຫັນທັງໝົດເຖິງໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງບໍ່ເຄີຍຢູ່ເໜືອທຳມະຊາດ ຫຼື ລໍ້າຄ່າເກີນກວ່າທີ່ມະນຸດຈະຄາດຄິດໄດ້. ເຖິງແມ່ນວ່າ ພຣະຄຣິດເປັນຕົວແທນໃຫ້ກັບພຣະເຈົ້າເອງຜ່ານເນື້ອໜັງ ແລະ ດໍາເນີນພາລະກິດທີ່ພຣະເຈົ້າເອງຄວນເຮັດດ້ວຍຕົວເອງ, ພຣະອົງບໍ່ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ຫຼື ພຣະອົງບໍ່ໄດ້ປະກາດເຖິງການກະທຳຂອງພຣະອົງເອງຢ່າງຕື່ນເຕັ້ນ. ກົງກັນຂ້າມ ພຣະອົງຍັງຄົງລີ້ລັບພາຍໃຕ້ເນື້ອໜັງຂອງພຣະອົງຢ່າງຖ່ອມຕົວ. ນອກຈາກພຣະຄຣິດແລ້ວ ຄົນທີ່ອ້າງວ່າຕົນເອງເປັນພຣະຄຣິດແບບຜິດໆ ແມ່ນບໍ່ມີຄຸນສົມບັດຂອງພຣະອົງ. ເມື່ອທຽບໃສ່ກັບນິໄສທີ່ອວດດີ ແລະ ຍົກຍ້ອງຕົນເອງຂອງພຣະຄຣິດທີ່ຈອມປອມເຫຼົ່ານັ້ນ ກໍເຫັນໄດ້ຊັດເຈນວ່າ ເນື້ອໜັງປະເພດໃດທີ່ແມ່ນພຣະຄຣິດຢ່າງແທ້ຈິງ. ຍິ່ງພວກເຂົາຈອມປອມຫຼາຍພຽງໃດ ພຣະຄຣິດທີ່ຈອມປອມດັ່ງກ່າວກໍຍິ່ງອວດອ້າງຕົວຕົນຂອງພວກເຂົາອອກມາຫຼາຍພຽງນັ້ນ ແລະ ພວກເຂົາກໍຍິ່ງສາມາດເຮັດໝາຍສຳຄັນ ແລະ ການອັດສະຈັນເພື່ອຫຼອກລວງມະນຸດຫຼາຍພຽງນັ້ນ. ພຣະຄຣິດຈອມປອມບໍ່ມີຄຸນສົມບັດຂອງພຣະເຈົ້າ; ພຣະຄຣິດບໍ່ມີມົນທິນຈາກອົງປະກອບຕ່າງໆທີ່ເປັນຂອງພຣະຄຣິດຈອມປອມ. ພຣະເຈົ້າກາຍເປັນມະນຸດພຽງເຮັດສໍາເລັດພາລະກິດແຫ່ງເນື້ອໜັງ ບໍ່ແມ່ນພຽງແຕ່ເພື່ອເຮັດໃຫ້ມະນຸດເຫັນພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພາລະກິດຂອງພຣະອົງຢືນຢັນຕົວຕົນຂອງພຣະອົງ ແລະ ປ່ອຍໃຫ້ສິ່ງທີ່ພຣະອົງເປີດເຜີຍ ພິສູດເຖິງແກ່ນແທ້ຂອງພຣະອົງ. ແກ່ນແທ້ຂອງພຣະອົງໂດຍບໍ່ແມ່ນບໍ່ມີຫຼັກຖານ; ຕົວຕົນຂອງພຣະອົງບໍ່ໄດ້ຖືກຄວບຄຸມດ້ວຍມືຂອງພຣະອົງ; ຕົວຕົນຂອງພຣະອົງຖືກກຳນົດໂດຍພາລະກິດຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ

ຖ້າໃນຊ່ວງຍຸກປັດຈຸບັນ ມີບຸກຄົນໃດໜຶ່ງປາກົດຂຶ້ນ ເຊິ່ງເປັນຄົນທີ່ສາມາດສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນຕ່າງໆ, ຂັບໄລ່ຜີຮ້າຍ, ຮັກສາຄົນປ່ວຍ ແລະ ເຮັດການອັດສະຈັນຫຼາຍຢ່າງ, ຖ້າບຸກຄົນນີ້ອ້າງວ່າ ພວກເຂົາແມ່ນພຣະເຢຊູທີ່ລົງມາ, ນີ້ແມ່ນເປັນພຽງສິ່ງປອມທີ່ຖືກສ້າງຂຶ້ນໂດຍວິນຍານຊົ່ວຮ້າຍເທົ່ານັ້ນ ເຊິ່ງເປັນການຮຽນແບບພຣະເຢຊູ. ຈົ່ງຈື່ສິ່ງນີ້ໄວ້! ພຣະເຈົ້າບໍ່ເຮັດຊໍ້າພາລະກິດແບບດຽວກັນ. ບາດກ້າວໃນພາລະກິດຂອງພຣະເຢຊູແມ່ນໄດ້ຖືກເຮັດໃຫ້ສົມບູນແລ້ວ ແລະ ພຣະເຈົ້າຈະບໍ່ປະຕິບັດບາດກ້າວໃນພາລະກິດນັ້ນອີກຈັກເທື່ອ. ພາລະກິດຂອງພຣະເຈົ້າແມ່ນບໍ່ສາມາດເຂົ້າກັນໄດ້ກັບແນວຄວາມຄິດຂອງມະນຸດ; ຕົວຢ່າງເຊັ່ນ: ພັນທະສັນຍາເດີມໄດ້ທຳນາຍການມາຂອງພຣະເມຊີອາ, ແຕ່ຜົນຮັບຂອງຄຳທຳນາຍນີ້ແມ່ນການມາຂອງພຣະເຢຊູ. ສິ່ງນີ້ໄດ້ເກີດຂຶ້ນແລ້ວ, ສະນັ້ນ ມັນກໍຈະຜິດທີ່ຈະໃຫ້ພຣະເມຊີອາອີກອົງໜຶ່ງລົງມາ. ພຣະເຢຊູໄດ້ລົງມາແລ້ວຄັ້ງໜຶ່ງ ແລະ ມັນກໍຈະຜິດຖ້າຕ້ອງໃຫ້ພຣະເຢຊູກັບມາອີກໃນຄັ້ງນີ້. ມີຊື່ດຽວສຳລັບແຕ່ລະຍຸກ ແລະ ແຕ່ລະຊື່ກໍອະທິບາຍລັກສະນະຂອງຍຸກນັ້ນໆ. ໃນແນວຄວາມຄິດຂອງມະນຸດ, ພຣະເຈົ້າຕ້ອງສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນສະເໝີ, ຕ້ອງຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍສະເໝີ ແລະ ຕ້ອງເປັນຄືກັບພຣະເຢຊູ. ແຕ່ເວລານີ້ພຣະເຈົ້າບໍ່ໄດ້ເປັນແບບນັ້ນເລີຍ. ໃນຊ່ວງຍຸກສຸດທ້າຍ, ຖ້າພຣະເຈົ້າຍັງສະແດງໝາຍສຳຄັນ ແລະ ສິ່ງມະຫັດສະຈັນ ແລະ ຍັງຂັບໄລ່ຜີຮ້າຍ ແລະ ຮັກສາຄົນປ່ວຍ, ຖ້າພຣະອົງເຮັດສິ່ງດຽວກັນກັບທີ່ພຣະເຢຊູໄດ້ເຮັດ ແລ້ວພຣະເຈົ້າກໍເຮັດຊໍ້າພາລະກິດແບບດຽວກັນ ແລະ ພາລະກິດຂອງພຣະເຢຊູກໍຈະບໍ່ມີຄວາມໝາຍ ຫຼື ຄຸນຄ່າເລີຍ. ດ້ວຍເຫດນັ້ນ, ພຣະເຈົ້າຈຶ່ງປະຕິບັດໜຶ່ງບາດກ້າວຂອງພາລະກິດໃນແຕ່ລະຍຸກ. ເມື່ອແຕ່ລະບາດກ້າວຂອງພາລະກິດຂອງພຣະອົງຖືກເຮັດໃຫ້ສົມບູນແລ້ວ, ວິນຍານຊົ່ວຮ້າຍກໍຈະຮຽນແບບຢ່າງໄວ ແລະ ຫຼັງຈາກທີ່ຊາຕານເລີ່ມເຮັດຕາມພາລະກິດຂອງພຣະເຈົ້າທັນທີທັນໃດ, ພຣະເຈົ້າກໍຈະປ່ຽນເປັນວິທີການທີ່ແຕກຕ່າງ. ເມື່ອພຣະເຈົ້າໄດ້ເຮັດໃຫ້ບາດກ້າວຂອງພາລະກິດຂອງພຣະອົງສຳເລັດແລ້ວ, ວິນຍານຊົ່ວຮ້າຍກໍຈະຮຽນແບບ. ພວກເຈົ້າຕ້ອງຊັດເຈນກ່ຽວກັບເລື່ອງນີ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນ

ມີບາງຄົນທີ່ຖືກຄອບງຳໂດຍວິນຍານຊົ່ວຮ້າຍ ແລະ ຮ້ອງໂວຍວາຍຂຶ້ນຢ່າງແຮງວ່າ “ເຮົາເປັນພຣະເຈົ້າ!” ແຕ່ໃນທີ່ສຸດ ພວກເຂົາກໍຖືກເປີດໂປງ ຍ້ອນພວກເຂົາຜິດໃນສິ່ງທີ່ພວກເຂົາເປັນຕົວແທນໃຫ້. ພວກເຂົາເປັນຕົວແທນໃຫ້ກັບຊາຕານ ແລະ ພຣະວິນຍານບໍລິສຸດກໍບໍ່ສົນໃຈພວກເຂົາ. ບໍ່ວ່າເຈົ້າຈະຍົກຍ້ອງຕົນເອງຫຼາຍສໍ່າໃດກໍຕາມ ຫຼື ເຈົ້າຈະຮ້ອງຂຶ້ນດັງສໍ່າໃດກໍຕາມ, ເຈົ້າກໍຍັງເປັນສິ່ງທີ່ຖືກສ້າງ ແລະ ເປັນຄົນຂອງຊາຕານ. ເຮົາບໍ່ເຄີຍຮ້ອງຂຶ້ນວ່າ “ເຮົາເປັນພຣະເຈົ້າ, ເຮົາເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ!” ແຕ່ພາລະກິດທີ່ເຮົາປະຕິບັດແມ່ນພາລະກິດຂອງພຣະເຈົ້າ. ເຮົາຈຳເປັນຕ້ອງຮ້ອງຂຶ້ນບໍ? ບໍ່ຈຳເປັນຕ້ອງຍ້ອງຍໍສັນລະເສີນ. ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ຕ້ອງການໃຫ້ມະນຸດມອບສະຖານະໃຫ້ກັບພຣະອົງ ຫຼື ມອບນາມມະຍົດອັນສູງສົ່ງໃຫ້ກັບພຣະອົງ: ພາລະກິດຂອງພຣະອົງແມ່ນພຽງພໍທີ່ຈະເປັນຕົວແທນໃຫ້ກັບພຣະອົງ ແລະ ສະຖານະຂອງພຣະອົງ. ກ່ອນພຣະອົງຈະໄດ້ຮັບບັບຕິດສະມາ, ພຣະເຢຊູບໍ່ແມ່ນພຣະເຈົ້າເອງບໍ? ພຣະອົງບໍ່ແມ່ນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າບໍ? ແນ່ນອນ ມັນບໍ່ສາມາດເວົ້າໄດ້ວ່າ ພຽງແຕ່ຫຼັງຈາກທີ່ໄດ້ຮັບຄຳພະຍານ ພຣະອົງຈຶ່ງກາຍເປັນພຣະບຸດອົງດຽວຂອງພຣະເຈົ້າ? ກ່ອນທີ່ພຣະອົງຈະເລີ່ມຕົ້ນພາລະກິດຂອງພຣະອົງ, ໄດ້ມີມະນຸດທີ່ຊື່ວ່າພຣະເຢຊູຢູ່ແລ້ວບໍ? ເຈົ້າບໍ່ສາມາດເລີ່ມຕົ້ນເສັ້ນທາງໃໝ່ ຫຼື ເປັນຕົວແທນໃຫ້ກັບພຣະວິນຍານບໍລິສຸດໄດ້. ເຈົ້າບໍ່ສາມາດສະແດງເຖິງພາລະກິດຂອງພຣະວິນຍານ ຫຼື ພຣະທຳທີ່ພຣະອົງໄດ້ກ່າວ. ເຈົ້າບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າເອງ ແລະ ເຈົ້າກໍບໍ່ສາມາດປະຕິບັດພາລະກິດຂອງພຣະວິນຍານ. ສະຕິປັນຍາ, ການອັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະເຈົ້າ ແລະ ອຸປະນິໄສທັງໝົດທີ່ພຣະເຈົ້າຂ້ຽນຕີມະນຸດ: ທຸກສິ່ງເຫຼົ່ານີ້ແມ່ນຢູ່ເໜືອຄວາມສາມາດໃນການສະແດງອອກຂອງເຈົ້າ. ສະນັ້ນ ມັນຈະບໍ່ເປັນປະໂຫຍດຫຍັງເລີຍທີ່ຈະພະຍາຍາມອ້າງວ່າເປັນພຣະເຈົ້າ; ເຈົ້າຈະມີພຽງແຕ່ຊື່ສຽງ ແລະ ບໍ່ມີທາດແທ້. ພຣະເຈົ້າເອງໄດ້ສະເດັດມາ, ແຕ່ບໍ່ມີໃຜຮູ້ຈັກພຣະເຈົ້າ, ເຖິງຢ່າງນັ້ນກໍຕາມ ພຣະອົງກໍຍັງສືບຕໍ່ໃນພາລະກິດຂອງພຣະອົງ ແລະ ປະຕິບັດເພື່ອເປັນຕົວແທນໃຫ້ກັບພຣະວິນຍານ. ບໍ່ວ່າເຈົ້າຈະເອີ້ນພຣະອົງວ່າມະນຸດ ຫຼື ພຣະເຈົ້າ, ພຣະຜູ້ເປັນເຈົ້າ ຫຼື ພຣະຄຣິດ ຫຼື ເອີ້ນພຣະອົງວ່າເອື້ອຍ, ມັນກໍບໍ່ສຳຄັນ. ແຕ່ພາລະກິດທີ່ພຣະເຈົ້າປະຕິບັດແມ່ນພາລະກິດຂອງພຣະວິນຍານ ແລະ ເປັນຕົວແທນໃຫ້ກັບພາລະກິດຂອງພຣະເຈົ້າເອງ. ພຣະອົງບໍ່ສົນໃຈໃນຊື່ທີ່ມະນຸດເອີ້ນພຣະອົງ. ຊື່ນັ້ນສາມາດກຳນົດພາລະກິດຂອງພຣະອົງໄດ້ບໍ? ບໍ່ວ່າເຈົ້າຈະເອີ້ນພຣະອົງຢ່າງໃດກໍຕາມ ເມື່ອເວົ້າເຖິງພຣະເຈົ້າ ພຣະອົງແມ່ນເນື້ອໜັງທີ່ເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າ; ພຣະອົງເປັນຕົວແທນໃຫ້ກັບພຣະວິນຍານ ແລະ ໄດ້ຮັບການຮອງຮັບໂດຍພຣະວິນຍານ. ຖ້າເຈົ້າບໍ່ສາມາດຫຼີກທາງໃຫ້ກັບຍຸກໃໝ່ ຫຼື ນໍາຍຸກເກົ່າໄປສູ່ຈຸດຈົບ ຫຼື ເລີ່ມຕົ້ນຍຸກໃໝ່ ຫຼື ປະຕິບັດພາລະກິດໃໝ່, ແລ້ວເຈົ້າກໍບໍ່ສາມາດຖືກເອີ້ນວ່າ ເປັນພຣະເຈົ້າໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)

ບົດຄັດຕອນຈາກການເທດສະໜາ ແລະ ການສົນທະນາສຳລັບອ້າງອີງ:

ຖ້າມີບາງຄົນເຮັດໃຫ້ປະຊາຊົນທີ່ຖືກເລືອກຂອງພຣະເຈົ້າສັບສົນ ແລະ ເວົ້າວ່າເຂົາເປັນພຣະຄຣິດ, ເປັນເນື້ອໜັງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ແລ້ວພວກເຮົາກໍຈຳເປັນຕ້ອງເບິ່ງທາດແທ້ ແລະ ການສະແດງອອກຂອງເຂົາ, ພາລະກິດ ແລະ ຄຳເວົ້າຂອງເຂົາ ແລະ ການສະແດງອຸປະນິໄສຂອງເຂົາ, ເພື່ອເຮັດໃຫ້ແນ່ໃຈວ່າເຂົາເປັນພຣະຄຣິດ ຫຼື ບໍ່. ການທີ່ໄດ້ເຫັນທາດແທ້ຂອງເຂົາຈາກລັກສະນະຫຼັກເຫຼົ່ານີ້, ພວກເຮົາສາມາດໝັ້ນໃຈວ່າເຂົາເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ຫຼື ບໍ່. ຢ່າງທໍາອິດ ຈາກລັກສະນະຂອງພາລະກິດ ພວກເຮົາຄວນເບິ່ງວ່າພາລະກິດຂອງພຣະອົງເປັນພາລະກິດຂອງພຣະເຈົ້າ ຫຼື ບໍ່, ພຣະອົງຈະສາມາດກ່າວພຣະທຳຂອງພຣະເຈົ້າໄດ້ ຫຼື ບໍ່, ກ່າວໃນສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ຖ້ານັ້ນເປັນພາລະກິດຂອງມະນຸດ, ເຂົາກໍພຽງແຕ່ສາມາດເວົ້າເຖິງທຸກສິ່ງທີ່ມະນຸດມີ ແລະ ເປັນ, ເວົ້າກ່ຽວກັບປະສົບການ ແລະ ຄວາມເຂົ້າໃຈຂອງມະນຸດເທົ່ານັ້ນ. ເຂົາບໍ່ສາມາດເວົ້າເຖິງທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ, ເວົ້າເຖິງພາລະກິດຂອງພຣະເຈົ້າ, ເງື່ອນໄຂ ແລະ ອຸປະນິໄສ, ແຮງໄກທີ່ຈະເວົ້າເຖິງແຜນການຄຸ້ມຄອງຂອງພຣະເຈົ້າ ແລະ ຄວາມເລິກລັບຂອງພຣະເຈົ້າ. ຢ່າງທີສອງ ຈາກລັກສະນະຂອງຄຳເວົ້າ, ມີຄວາມແຕກຕ່າງຫຼາຍລະຫວ່າງພຣະທຳຂອງພຣະເຈົ້າ ແລະ ຄຳເວົ້າຂອງມະນຸດ. ພຣະທຳຂອງພຣະເຈົ້າສະແດງເຖິງທຸກສິ່ງທີ່ພຣະເຈົ້າມີ ແລະ ເປັນ ແລະ ຄຳເວົ້າຂອງມະນຸດກໍສະແດງເຖິງທຸກສິ່ງທີ່ມະນຸດມີ ແລະ ເປັນ. ພຣະທຳຂອງພຣະເຈົ້າສະແດງເຖິງອຸປະນິໄສຂອງພຣະເຈົ້າ. ຄຳເວົ້າຂອງມະນຸດສະແດງເຖິງຄວາມເປັນມະນຸດຂອງມະນຸດ. ພຣະທຳຂອງພຣະເຈົ້າເປັນຄວາມຈິງ. ຄຳເວົ້າຂອງມະນຸດບໍ່ແມ່ນຄວາມຈິງ. ມັນບໍ່ໄດ້ຢູ່ໃນຄວາມຈິງ. ຢ່າງທີສາມ ຈາກລັກສະນະຂອງອຸປະນິໄສ ພາລະກິດຂອງພຣະເຈົ້າສາມາດສະແດງເຖິງອຸປະນິໄສຂອງພຣະເຈົ້າ. ພາລະກິດຂອງມະນຸດບໍ່ສາມາດສະແດງເຖິງອຸປະນິໄສຂອງພຣະເຈົ້າ; ມັນພຽງແຕ່ສາມາດສະແດງເຖິງບຸກຄະລິກຂອງມະນຸດ. ບຸກຄະລິກຂອງມະນຸດມີຫຍັງແດ່? ມັນມີຄວາມຊອບທຳ, ຄວາມສະຫງ່າງາມ, ຄວາມໂກດຮ້າຍ ຫຼື ຄວາມຈິງບໍ? ບຸກຄະລິກຂອງມະນຸດບໍ່ມີຫຍັງທີ່ພຣະເຈົ້າມີ ແລະ ເປັນ. ສະນັ້ນ ພາລະກິດຂອງມະນຸດຈຶ່ງບໍ່ກ່ຽວພັນຫຍັງກັບອຸປະນິໄສຂອງພຣະເຈົ້າ. ມັນງ່າຍຫຼາຍທີ່ຈະຕັດສິນຈາກສິ່ງເຫຼົ່ານີ້ວ່າມັນແມ່ນພຣະທຳຂອງພຣະເຈົ້າ ຫຼື ແມ່ນຄຳເວົ້າຂອງມະນຸດ, ມັນແມ່ນພາລະກິດຂອງພຣະເຈົ້າ ຫຼື ພາລະກິດຂອງມະນຸດ. ຖ້າມະນຸດບໍ່ສາມາດບອກຄວາມແຕກຕ່າງຈາກການກະທໍາເຫຼົ່ານີ້, ມັນກໍງ່າຍທີ່ເຂົາຈະຖືກເຮັດໃຫ້ສັບສົນໂດຍພຣະຄຣິດປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດ. ຖ້າເຈົ້າສາມາດບອກຄວາມແຕກຕ່າງຈາກລັກສະນະສາມຢ່າງນີ້, ເຈົ້າກໍຈະສາມາດແຍກແຍະວ່າຜູ້ໃດເປັນພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຜູ້ໃດບໍ່ແມ່ນ. ພາລະກິດ, ຄຳເວົ້າ ແລະ ອຸປະນິໄສ ເຊິ່ງສິ່ງເຫຼົ່ານີ້ແມ່ນສິ່ງຖືກຕ້ອງທີ່ຈະບອກຄວາມແຕກຕ່າງຈາກສາມລັກສະນະນີ້ ແລະ ບໍ່ຕັດສິນໂດຍລັກສະນະພາຍນອກ.

ການເທດສະໜາ ແລະ ການສົນທະນາກ່ຽວກັບທາງເຂົ້າສູ່ຊີວິດ

ກ່ອນນີ້: 2. ຄວາມແຕກຕ່າງລະຫວ່າງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຂອງພຣະວິນຍານຊົ່ວຮ້າຍ

ຕໍ່ໄປ: 4. ຄວາມແຕກຕ່າງລະຫວ່າງຫົນທາງທີ່ແທ້ຈິງ ແລະ ປອມ ແລະ ລະຫວ່າງຄຣິສຕະຈັກທີ່ແທ້ຈິງ ແລະ ປອມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້