ບົດທີ 6 ຄວາມແຕກຕ່າງຫຼາຍລັກສະນະທີ່ເຈົ້າຄວນມີໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ

ພຣະທຳທີ່ສຳຄັນຂອງພຣະເຈົ້າ:

ແມ່ນຫຍັງຄືຫຼັກການພື້ນຖານທີ່ສຸດໃນການສະແຫວງຫາຫົນທາງທີ່ແທ້ຈິງ? ເຈົ້າຕ້ອງເບິ່ງວ່າ ມັນມີພາລະກິດຂອງພຣະວິນຍານບໍລິສຸດໃນລັກສະນະນີ້ ຫຼື ບໍ, ພຣະທໍາເຫຼົ່ານີ້ແມ່ນການສະແດງເຖິງຄວາມຈິງ ຫຼື ບໍ, ເປັນພະຍານໃຫ້ກັບໃຜ ແລະ ມັນສາມາດນໍາຫຍັງມາໃຫ້ເຈົ້າ. ການຈຳແນກລະຫວ່າງຫົນທາງທີ່ແທ້ຈິງ ແລະ ຫົນທາງທີ່ຈອມປອມຕ້ອງການຄວາມຮູ້ພື້ນຖານໃນຫຼາຍໆດ້ານ ເຊິ່ງສິ່ງທີ່ເປັນພື້ນຖານທີ່ສຸດຄືການສາມາດບອກວ່າ ມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ. ຍ້ອນທາດແທ້ຂອງຄວາມເຊື່ອໃນພຣະເຈົ້າແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າ ແລະ ແມ່ນແຕ່ຄວາມເຊື່ອໃນພຣະເຈົ້າໃນຮ່າງຂອງມະນຸດກໍເກີດຂຶ້ນ ຍ້ອນເນື້ອໜັງນີ້ເປັນຕົວຕົນຂອງພຣະວິນຍານຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ຄວາມເຊື່ອດັ່ງກ່າວກໍຍັງແມ່ນຄວາມເຊື່ອໃນພຣະວິນຍານ. ມີຄວາມແຕກຕ່າງລະຫວ່າງພຣະວິນຍານ ແລະ ເນື້ອໜັງ ແຕ່ຍ້ອນເນື້ອໜັງມາຈາກພຣະວິນຍານ ແລະ ພຣະທຳກາຍເປັນເນື້ອໜັງ, ສະນັ້ນ, ສິ່ງທີ່ມະນຸດເຊື່ອຍັງຄົງເປັນທາດແທ້ໂດຍທຳມະຊາດຂອງພຣະເຈົ້າ. ດ້ວຍເຫດນັ້ນ, ໃນການຈຳແນກວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ, ກ່ອນອື່ນໝົດ ເຈົ້າຕ້ອງເບິ່ງວ່າ ມີພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ ແລ້ວຫຼັງຈາກນັ້ນ ເຈົ້າຕ້ອງເບິ່ງວ່າ ມີຄວາມຈິງໃນຫົນທາງນີ້ ຫຼື ບໍ. ຄວາມຈິງນີ້ແມ່ນຊີວິດຈິດໃຈຂອງຄວາມເປັນມະນຸດທີ່ປົກກະຕິ ເຊິ່ງເວົ້າໄດ້ວ່າ ມັນເປັນສິ່ງທີ່ຕ້ອງການຈາກມະນຸດ ເມື່ອພຣະເຈົ້າຊົງສ້າງເຂົາຕັ້ງແຕ່ຕອນເລີ່ມຕົ້ນ ໂດຍສະເພາະຄວາມເປັນມະນຸດທີ່ປົກກະຕິທັງໝົດ (ລວມທັງເຫດຄວາມຮູ້ສຶກຂອງມະນຸດ, ຄວາມເຂົ້າໃຈ, ສະຕິປັນຍາ ແລະ ຄວາມຮູ້ພື້ນຖານຂອງການເປັນມະນຸດ). ນັ້ນກໍຄື ເຈົ້າຕ້ອງເບິ່ງວ່າ ຫົນທາງນີ້ສາມາດນໍາມະນຸດໄປສູ່ຊີວິດແຫ່ງຄວາມເປັນມະນຸດທີ່ປົກກະຕິ ຫຼື ບໍ, ຄວາມຈິງທີ່ກ່າວເຖິງນີ້ແມ່ນຈໍາເປັນຕາມຄວາມເປັນຈິງແຫ່ງຄວາມເປັນມະນຸດທີ່ທຳມະດາ ຫຼື ບໍ, ຄວາມຈິງນີ້ມີປະໂຫຍດ ແລະ ເປັນຈິງ ຫຼື ບໍ ແລະ ມັນຖືກເວລາທີ່ສຸດ ຫຼື ບໍ. ຖ້າມີຄວາມຈິງ ມັນກໍຈະສາມາດນໍາມະນຸດເຂົ້າສູ່ປະສົບການທີ່ປົກກະຕິ ແລະ ແທ້ຈິງ; ນອກຈາກນັ້ນ ມະນຸດຈະກາຍມາເປັນຄົນປົກກະຕິຫຼາຍຂຶ້ນ, ປະສາດສໍາພັດຂອງມະນຸດກາຍມາເປັນສິ່ງທີ່ສົມບູນຂຶ້ນຕື່ມ, ຊີວິດມະນຸດທີ່ເປັນເນື້ອໜັງ ແລະ ຊີວິດທາງຈິດວິນຍານກາຍມາເປັນສິ່ງທີ່ເປັນລະບົບລະບຽບຫຼາຍຍິ່ງຂຶ້ນ ແລະ ຄວາມຮູ້ສຶກຂອງມະນຸດກາຍມາເປັນສິ່ງທີ່ປົກກະຕິຫຼາຍຂຶ້ນ. ນີ້ຄືຫຼັກການທີສອງ. ຍັງມີອີກຫຼັກການໜຶ່ງ ເຊິ່ງກໍຄື ມະນຸດໄດ້ມີຄວາມຮູ້ທີ່ເພີ່ມຂຶ້ນ ຫຼື ບໍ, ການປະສົບກັບພາລະກິດ ແລະ ຄວາມຈິງດັ່ງກ່າວສາມາດດົນບັນດານຄວາມຮັກຂອງພຣະເຈົ້າໃນຕົວເຂົາ ຫຼື ບໍ ແລະ ໄດ້ນໍາເຂົາໃຫ້ເຂົ້າໃກ້ຊິດກັບພຣະເຈົ້າຫຼາຍຍິ່ງຂຶ້ນ. ດ້ວຍວິທີນີ້ ຈຶ່ງສາມາດປະເມີນໄດ້ວ່າ ມັນແມ່ນຫົນທາງທີ່ແທ້ຈິງ ຫຼື ບໍ. ສິ່ງທີ່ເປັນພື້ນຖານທີ່ສຸດກໍຄື ຫົນທາງນີ້ເປັນຈິງຫຼາຍກວ່າສິ່ງທີ່ເໜືອທຳມະຊາດ ຫຼື ບໍ ແລະ ມັນສາມາດສະໜອງຊີວິດຂອງມະນຸດ ຫຼື ບໍ. ຖ້າມັນສອດຄ່ອງກັບຫຼັກການເຫຼົ່ານີ້ ກໍສາມາດສະຫຼຸບໄດ້ວ່າ ຫົນທາງນີ້ເປັນຫົນທາງທີ່ແທ້ຈິງ. ເຮົາກ່າວພຣະທໍາເຫຼົ່ານີ້ ເພື່ອເຮັດໃຫ້ພວກເຈົ້າຍອມຮັບຫົນທາງອື່ນໆໃນປະສົບການອະນາຄົດຂອງພວກເຈົ້າ, ບໍ່ແມ່ນເປັນການທຳນາຍວ່າ ຈະມີພາລະກິດຂອງຍຸກໃໝ່ອີກຢ່າງໃນອະນາຄົດ. ເຮົາກ່າວພວກມັນ ເພື່ອພວກເຈົ້າອາດຈະແນ່ໃຈວ່າ ຫົນທາງໃນປັດຈຸບັນແມ່ນຫົນທາງທີ່ແທ້ຈິງ, ເພື່ອພວກເຈົ້າຈະບໍ່ໝັ້ນໃຈພຽງເຄິ່ງດຽວໃນຄວາມເຊື່ອຂອງພວກເຈົ້າກ່ຽວກັບພາລະກິດຂອງປັດຈຸບັນ ແລະ ບໍ່ສາມາດຮັບຮູ້ກ່ຽວກັບສິ່ງນັ້ນ. ຍັງມີອີກຫຼາຍຄົນ ທີ່ເຖິງວ່າຈະແນ່ໃຈ ແຕ່ກໍຍັງຕິດຕາມດ້ວຍຄວາມສັບສົນ; ຄວາມແນ່ໃຈດັ່ງກ່າວບໍ່ມີຫຼັກການໃນຕົວມັນ ແລະ ພວກມັນຕ້ອງຖືກກໍາຈັດບໍ່ໄວ້ກໍຊ້າ. ແມ່ນແຕ່ຄົນເຫຼົ່ານັ້ນ ທີ່ກະຕືລືລົ້ນຢ່າງພິເສດ ໃນການຕິດຕາມຂອງພວກເຂົາ ແມ່ນປະກອບດ້ວຍສາມສ່ວນທີ່ແນ່ໃຈ ແລະ ຫ້າສ່ວນທີ່ບໍ່ແນ່ໃຈ ເຊິ່ງສະແດງວ່າ ພວກເຂົາບໍ່ມີພື້ນຖານ. ຍ້ອນຄວາມສາມາດຂອງພວກເຈົ້າຕໍ່າເກີນໄປ ແລະ ພື້ນຖານຂອງພວກເຈົ້າຕື້ນເກີນໄປ, ພວກເຈົ້າຈຶ່ງບໍ່ມີຄວາມເຂົ້າໃຈໃນການຈຳແນກຄວາມແຕກຕ່າງ. ພຣະເຈົ້າບໍ່ເຮັດຊໍ້າພາລະກິດຂອງພຣະອົງ, ພຣະອົງບໍ່ປະຕິບັດພາລະກິດທີ່ບໍ່ເປັນຈິງ, ພຣະອົງບໍ່ກຳນົດເງື່ອນໄຂຈໍານວນຫຼາຍໃຫ້ກັບມະນຸດ ແລະ ພຣະອົງບໍ່ປະຕິບັດພາລະກິດທີ່ເກີນປະສາດສໍາພັດຂອງມະນຸດ. ພາລະກິດທັງໝົດທີ່ພຣະອົງປະຕິບັດຢູ່ພາຍໃນຂອບເຂດປະສາດສໍາພັດປົກກະຕິຂອງມະນຸດ ແລະ ບໍ່ເຮັດເກີນປະສາດສໍາພັດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ພາລະກິດຂອງພຣະອົງແມ່ນອີງຕາມເງື່ອນໄຂປົກກະຕິຂອງມະນຸດ. ຖ້າມັນແມ່ນພາລະກິດຂອງພຣະວິນຍານບໍລິສຸດ, ມະນຸດຈະຍິ່ງກາຍມາເປັນຄົນປົກກະຕິຫຼາຍຂຶ້ນ ແລະ ຄວາມເປັນມະນຸດຍິ່ງກາຍເປັນສິ່ງທີ່ປົກກະຕິຫຼາຍຂຶ້ນ. ມະນຸດມີຄວາມຮູ້ທີ່ເພີ່ມຂຶ້ນກ່ຽວກັບຈິດໃຈທີ່ເສື່ອມຊາມຂອງຊາຕານ ແລະ ທາດແທ້ຂອງມະນຸດ ແລະ ເຂົາມີຄວາມປາດຖະໜາຫາຄວາມຈິງທີ່ຍິ່ງໃຫຍ່ຂຶ້ນ. ນັ້ນກໍເພື່ອເວົ້າວ່າ ຊີວິດຂອງມະນຸດຈະເຕີບໃຫຍ່ເລື້ອຍໆ ແລະ ຈິດໃຈທີ່ເສື່ອມຊາມຂອງມະນຸດກໍສາມາດປ່ຽນແປງໄດ້ຫຼາຍຍິ່ງຂຶ້ນ ເຊິ່ງທຸກສິ່ງທີ່ເປັນຄວາມໝາຍຂອງພຣະເຈົ້າຈະກາຍມາເປັນຊີວິດຂອງມະນຸດ. ຖ້າຫົນທາງບໍ່ສາມາດເປີດເຜີຍສິ່ງເຫຼົ່ານັ້ນທີ່ເປັນທາດແທ້ຂອງມະນຸດ, ບໍ່ສາມາດປ່ຽນແປງຈິດໃຈຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ບໍ່ສາມາດນໍາເຂົາມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ເຮັດໃຫ້ເຂົາເຂົ້າໃຈພຣະເຈົ້າຢ່າງແທ້ຈິງ ແລະ ຍັງເຮັດໃຫ້ຄວາມເປັນມະນຸດຂອງເຂົາຍິ່ງກາຍມາເປັນສິ່ງທີ່ຕ້ອຍຕໍ່າ ແລະ ປະສາດສໍາພັດຂອງເຂົາຍິ່ງກາຍເປັນສິ່ງທີ່ບໍ່ປົກກະຕິ ເຊິ່ງດ້ວຍເຫດນີ້ ຫົນທາງນີ້ຈຶ່ງບໍ່ຄວນເປັນຫົນທາງທີ່ແທ້ຈິງ ແລະ ມັນອາດເປັນພາລະກິດຂອງວິນຍານຊົ່ວຮ້າຍ ຫຼື ວິທີທາງເກົ່າໆ. ຖ້າຈະເວົ້າໃຫ້ສັ້ນໆກໍຄື ມັນບໍ່ສາມາດເປັນພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ.

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ໃນແຕ່ລະຂັ້ນຕອນຂອງພາລະກິດຂອງພຣະເຈົ້າ ຍັງມີເງື່ອນໄຂທີ່ສອດຄ່ອງກັນຂອງມະນຸດ. ທຸກຄົນທີ່ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດແມ່ນມີການສະຖິດ ແລະ ວິໄນຂອງພຣະວິນຍານບໍໍລິສຸດ ແລະ ຄົນທີ່ບໍ່ໄດ້ຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດກໍຢູ່ພາຍໃຕ້ການບັນຊາຂອງຊາຕານ ແລະ ປາສະຈາກພາລະກິດຂອງພຣະວິນຍານບໍລິສຸດເລີຍ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າ ເຊິ່ງເປັນຄົນທີ່ຮ່ວມມືໃນພາລະກິດໃໝ່ຂອງພຣະເຈົ້າ. ຖ້າຄົນທີ່ຢູ່ພາຍໃນກະແສນີ້ບໍ່ສາມາດຮ່ວມມືໄດ້ ແລະ ບໍ່ສາມາດນໍາຄວາມຈິງເຂົ້າທີ່ພຣະເຈົ້າຮຽກຮ້ອງນັ້ນສູ່ການປະຕິບັດໄດ້, ແລ້ວພວກເຂົາກໍຈະຖືກລົງວິໄນ ແລະ ທີ່ໂຫດຮ້າຍທີ່ສຸດກໍຄືຈະຖືກພຣະວິນຍານບໍໍລິສຸດປະຖິ້ມ. ຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ຈະດຳລົງຊີວິດຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ຮັບເອົາຄວາມດູແລ ແລະ ການປົກປ້ອງຂອງພຣະວິນຍານບໍລິສຸດ. ຄົນທີ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກສ່ອງສະຫວ່າງໂດຍພຣະວິນຍານບໍລິສຸດ ແລະ ຄົນທີ່ບໍ່ເຕັມໃຈນໍາຄວາມຈິງເຂົ້າສູ່ການປະຕິບັດແມ່ນຖືກລົງວິໄນໂດຍພຣະວິນຍານບໍລິສຸດ ແລະ ຍິ່ງອາດຖືກລົງໂທດໄດ້. ບໍ່ວ່າພວກເຂົາຈະເປັນຄົນປະເພດໃດກໍຕາມ, ໂດຍມີເງື່ອນໄຂວ່າພວກເຂົາຢູ່ພາຍໃນກະແສຂອງພຣະວິນຍານບໍລິສຸດ, ພຣະເຈົ້າຈະຮັບຜິດຊອບທຸກຄົນທີ່ຍອມຮັບພາລະກິດໃໝ່ຂອງພຣະອົງເພື່ອເຫັນແກ່ນາມຂອງພຣະອົງ. ຄົນທີ່ສັນລະເສີນນາມຂອງພຣະອົງ ແລະ ເຕັມໃຈນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະຮັບເອົາພອນຂອງພຣະອົງ; ຄົນທີ່ບໍ່ເຊື່ອຟັງພຣະອົງ ແລະ ບໍ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດຈະຮັບເອົາການລົງໂທດຂອງພຣະອົງ. ຄົນທີ່ຢູ່ໃນກະແສຂອງພຣະວິນຍານບໍລິສຸດແມ່ນຄົນທີ່ຍອມຮັບພາລະກິດໃໝ່ ແລະ ຍ້ອນພວກເຂົາຍອມຮັບພາລະກິດໃໝ່, ພວກເຂົາຄວນມີການຮ່ວມມືທີ່ເໝາະສົມກັບພຣະເຈົ້າ ແລະ ບໍ່ຄວນເຮັດຕົວຄືກັບກະບົດທີ່ບໍ່ປະຕິບັດໜ້າທີ່ຂອງພວກເຂົາ. ນີ້ເປັນພຽງແຕ່ເງື່ອນໄຂດຽວທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ຈະບໍ່ເປັນແບບນັ້ນສຳລັບຄົນທີ່ບໍ່ຍອມຮັບພາລະກິດໃໝ່ ຄື ພວກເຂົາຢູ່ຂ້າງນອກກະແສຂອງພຣະວິນຍານບໍລິສຸດ ແລະ ການລົງວິໄນ ແລະ ການຕິເຕືອນຂອງພຣະວິນຍານບໍລິສຸດກໍໃຊ້ບໍ່ໄດ້ກັບພວກເຂົາ. ໝົດມື້, ຄົນເຫຼົ່ານີ້ດຳລົງຊີວິດຢູ່ພາຍໃນເນື້ອໜັງ, ພວກເຂົາດຳລົງຊີວິດຢູ່ພາຍໃນຄວາມຄິດຂອງພວກເຂົາ ແລະ ທຸກສິ່ງທີ່ພວກເຂົາເຮັດກໍແມ່ນຕາມຄຳສັ່ງສອນທີ່ເກີດຈາກການວິເຄາະ ແລະ ການຄົ້ນຄວ້າດ້ວຍສະໝອງຂອງພວກເຂົາ. ມັນບໍ່ແມ່ນເງື່ອນໄຂຂອງພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ແຮງໄກທີ່ມັນຈະເປັນການຮ່ວມມືກັບພຣະເຈົ້າ. ຄົນທີ່ບໍ່ຍອມຮັບພາລະກິດໃໝ່ຂອງພຣະເຈົ້າແມ່ນປາສະຈາກການສະຖິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຄືປາສະຈາກພອນ ແລະ ການປົກປ້ອງຂອງພຣະເຈົ້າ. ຄຳເວົ້າ ແລະ ການກະທຳສ່ວນໃຫຍ່ຂອງພວກເຂົາຍຶດຕິດກັບເງື່ອນໄຂຂອງພາລະກິດຂອງພຣະວິນຍານບໍລິສຸດທີ່ຢູ່ໃນອະດີດ; ພວກມັນເປັນຄຳສັ່ງສອນ ບໍ່ແມ່ນຄວາມຈິງ. ຄຳສັ່ງສອນ ແລະ ກົດລະບຽບດັ່ງກ່າວແມ່ນພຽງພໍທີ່ຈະພິສູດວ່າ ສິ່ງດຽວທີ່ນໍາພວກເຂົາມາຢູ່ຮ່ວມກັນແມ່ນສາສະໜາ; ພວກເຂົາບໍ່ແມ່ນຄົນທີ່ຖືກເລືອກ ຫຼື ເປົ້າໝາຍຂອງພາລະກິດຂອງພຣະເຈົ້າ. ສາມາດເອີ້ນການຊຸມນຸມຂອງທຸກຄົນທີ່ຢູ່ທ່າມກາງພວກເຂົາວ່າ ສະພາໃຫຍ່ແຫ່ງສາສະໜາເທົ່ານັ້ນ ແລະ ບໍ່ສາມາດວ່າຄຣິສຕະຈັກໄດ້. ນີ້ຄືຄວາມຈິງທີ່ບໍ່ສາມາດປ່ຽນແປງໄດ້. ພວກເຂົາບໍ່ມີພາລະກິດໃໝ່ຂອງພຣະວິນຍານບໍລິສຸດ; ສິ່ງທີ່ພວກເຂົາເຮັດເບິ່ງຄືກັບວ່າຫວນລະລຶກເຖິງສາສະໜາ, ສິ່ງທີ່ພວກເຂົາດຳລົງຊີວິດຕາມເບິ່ງຄືກັບວ່າເຕັມໄປດ້ວຍສາສະໜາ; ພວກເຂົາບໍ່ມີການສະຖິດ ແລະ ພາລະກິດຂອງພຣະວິນຍານບໍລິສຸດ ແຮງໄກທີ່ພວກເຂົາຈະມີສິດຮັບເອົາການລົງວິໄນ ຫຼື ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄົນເຫຼົ່ານີ້ລ້ວນແລ້ວແຕ່ເປັນຊາກສົບທີ່ບໍ່ມີຊີວິດ ແລະ ໜອນທີ່ປາສະຈາກວິນຍານ. ພວກເຂົາບໍ່ມີຄວາມຮູ້ກ່ຽວກັບຄວາມກະບົດ ແລະ ຄວາມຕໍ່ຕ້ານຂອງມະນຸດ, ບໍ່ມີຄວາມຮູ້ກ່ຽວກັບການເຮັດຊົ່ວທຸກຢ່າງຂອງມະນຸດ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງພາລະກິດຂອງພຣະເຈົ້າ ແລະ ຄວາມປະສົງໃນປັດຈຸບັນຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ມີຄວາມຮູ້ ແລະ ຕໍ່າຊ້າ, ພວກເຂົາຄືຄົນຊັ້ນຕໍ່າທີ່ບໍ່ສົມຄວນຖືກເອີ້ນວ່າຜູ້ເຊື່ອ! ບໍ່ມີຫຍັງທີ່ພວກເຂົາເຮັດ ມີໝາກຜົນໃນການຄຸ້ມຄອງຂອງພຣະເຈົ້າ ແຮງໄກທີ່ມັນຈະສາມາດທຳລາຍແຜນການຂອງພຣະເຈົ້າໄດ້. ຄຳເວົ້າ ແລະ ການກະທຳຂອງພວກເຂົາເປັນຕາລັງກຽດເກີນໄປ, ເປັນຕາເວດທະນາເກີນໄປ ແລະ ບໍ່ສົມຄວນເອີຍເຖິງເລີຍແທ້ໆ. ບໍ່ມີຫຍັງທີ່ປະຕິບັດໂດຍຄົນເຊິ່ງບໍ່ໄດ້ຢູ່ໃນສະແດຂອງພຣະວິນຍານບໍລິສຸດ ຈະມີສ່ວນກ່ຽວຂ້ອງກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ. ດ້ວຍເຫດນີ້, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ພວກເຂົາກໍປາສະຈາກການລົງວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນຄືປາສະຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຍ້ອນພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ບໍ່ຮັກຄວາມຈິງ ແລະ ເປັນທີ່ກຽດຊັງ ແລະ ຖືກປະຕິເສດໂດຍພຣະວິນຍານບໍລິສຸດ. ພວກເຂົາຖືກເອີ້ນວ່າຜູ້ເຮັດການຊົ່ວ ເພາະພວກເຂົາຍ່າງໃນເນື້ອໜັງ ແລະ ເຮັດຫຍັງກໍຕາມທີ່ພໍໃຈພວກເຂົາ ໂດຍຢູ່ພາຍໃຕ້ແຜ່ນປ້າຍໂຄສະນາຂອງພຣະເຈົ້າ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດ, ພວກເຂົາກໍຕັ້ງໃຈມີເຈດຕະນາຮ້າຍຕໍ່ພຣະອົງ ແລະ ດຳເນີນການໂດຍຢູ່ກົງກັນຂ້າມກັບພຣະອົງ. ຄວາມລົ້ມເຫຼວຂອງມະນຸດທີ່ຈະຮ່ວມມືກັບພຣະເຈົ້າແມ່ນກະບົດໃນຕົວມັນເອງຢ່າງຫຼາຍທີ່ສຸດ, ສະນັ້ນ ຄົນເຫຼົ່ານັ້ນທີ່ຕັ້ງໃຈດຳເນີນການຕໍ່ຕ້ານພຣະເຈົ້າຈະບໍ່ໄດ້ຮັບເອົາຜົນກຳສະໜອງທີ່ພວກເຂົາສົມຄວນໄດ້ຮັບບໍ?

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ການປະຕິບັດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: 3. ຄວາມແຕກຕ່າງລະຫວ່າງພຣະຄຣິດທີ່ແທ້ຈິງ ແລະ ພຣະຄຣິດປອມ

ຕໍ່ໄປ: 5. ຄວາມແຕກຕ່າງລະຫວ່າງການຕິດຕາມພຣະເຈົ້າ ແລະ ການຕິດຕາມຜູ້ຄົນ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້