5. ຄວາມແຕກຕ່າງລະຫວ່າງການຕິດຕາມພຣະເຈົ້າ ແລະ ການຕິດຕາມຜູ້ຄົນ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ຄວາມສຳຄັນຫຼັກໃນການປະຕິບັດຕາມພຣະເຈົ້າກໍຄື ທຸກສິ່ງຄວນເປັນໄປຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນ: ບໍ່ວ່າເຈົ້າສະແຫວງຫາເພື່ອເຂົ້າສູ່ຊີວິດ ຫຼື ການບັນລຸເຮັດສໍາເລັດຄວາມປະສົງຂອງພຣະເຈົ້າ, ທຸກສິ່ງຄວນຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າສິ່ງທີ່ເຈົ້າພົວພັນ ແລະ ສະແຫວງຫາບໍ່ໄດ້ຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລ້ວເຈົ້າກໍເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າ ແລະ ຈະຖືກປ່ອຍປະໂດຍພາລະກິດຂອງພຣະວິນຍານບໍລິສຸດ. ຄົນທີ່ພຣະເຈົ້າຕ້ອງການແມ່ນຄົນທີ່ປະຕິບັດຕາມບາດກ້າວຂອງພຣະອົງ. ບໍ່ວ່າສິ່ງທີ່ເຈົ້າເຂົ້າໃຈກ່ອນໜ້ານີ້ຈະອັດສະຈັນ ແລະ ບໍລິສຸດພຽງໃດກໍຕາມ, ພຣະເຈົ້າກໍບໍ່ຕ້ອງການມັນ ແລະ ຖ້າເຈົ້າບໍ່ສາມາດຮັກສາສິ່ງເຫຼົ່ານັ້ນໄວ້ໄດ້ ແລ້ວພວກມັນກໍຈະເປັນອຸປະສັກທີ່ໃຫຍ່ຫຼວງໃນການເຂົ້າຫາຂອງເຈົ້າໃນອະນາຄົດ. ທຸກຄົນທີ່ສາມາດປະຕິບັດຕາມແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນໄດ້ຮັບການອວຍພອນ. ປະຊາຊົນໃນຍຸກຜ່ານມາກໍປະຕິບັດຕາມບາດກ້າວຂອງພຣະເຈົ້າເຊັ່ນດຽວກັນ ແຕ່ພວກເຂົາບໍ່ສາມາດປະຕິບັດຕາມພຣະອົງຈົນຮອດປັດຈຸບັນ; ນີ້ຄືການໄດ້ຮັບພອນຂອງປະຊາຊົນແຫ່ງຍຸກສຸດທ້າຍ. ຄົນທີ່ສາມາດປະຕິບັດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ສາມາດປະຕິບັດຕາມບາດກ້າວຂອງພຣະເຈົ້າ ທີ່ພວກເຂົາຍອມປະຕິບັດຕາມພຣະເຈົ້າບໍ່ວ່າພຣະອົງຈະນໍາພາພວກເຂົາໄປທາງໃດກໍຕາມ ແມ່ນຄົນທີ່ໄດ້ຮັບພອນຈາກພຣະເຈົ້າ. ຄົນທີ່ບໍ່ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແມ່ນບໍ່ໄດ້ເຂົ້າສູ່ພາລະກິດຂອງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະປະຕິບັດພາລະກິດໜັກພຽງໃດກໍຕາມ ຫຼື ພວກເຂົາທົນທຸກທໍລະມານຫຼາຍພຽງໃດ ຫຼື ພວກເຂົາດີ້ນຮົນຫຼາຍພຽງໃດກໍຕາມ ບໍ່ມີສິ່ງໃດທີ່ມີຄວາມໝາຍຕໍ່ພຣະເຈົ້າເລີຍ ແລະ ພຣະອົງຈະບໍ່ຍົກຍ້ອງພວກເຂົາ.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບາງຄົນບໍ່ຊື່ນຊົມຍິນດີໃນຄວາມຈິງ, ແຮງໄກທີ່ຈະຊື່ນຊົມກັບການພິພາກສາ. ກົງກັນຂ້າມ, ພວກເຂົາຊື່ນຊົມຍິນດີໃນອຳນາດ ແລະ ຄວາມຮັ່ງມີ; ຄົນເຊັ່ນນີ້ຖືວ່າເປັນຄົນທີ່ສະແຫວງຫາອຳນາດ. ພວກເຂົາພຽງແຕ່ຄົ້ນຫານິກາຍເຫຼົ່ານັ້ນໃນໂລກທີ່ມີອິດທິພົນ ແລະ ພວກເຂົາຄົ້ນຫາພຽງແຕ່ສິດຍາພິບານ ແລະ ຄູອາຈານທີ່ມາຈາກໂຮງຮຽນສອນສາສະໜາ. ເຖິງແມ່ນວ່າພວກເຂົາໄດ້ຍອມຮັບເສັ້ນທາງແຫ່ງຄວາມຈິງແລ້ວ, ພວກເຂົາກໍພຽງແຕ່ສອງຈິດສອງໃຈ; ພວກເຂົາບໍ່ສາມາດມອບຫົວໃຈ ແລະ ຈິດໃຈທັງໝົດຂອງພວກເຂົາ, ປາກຂອງພວກເຂົາເວົ້າເຖິງການເສຍສະລະຕົນເອງເພື່ອພຣະເຈົ້າ, ແຕ່ສາຍຕາຂອງພວກເຂົາເລັງໃສ່ສິດຍາພິບານ ແລະ ອາຈານຜູ້ຫຍິ່ງໃຫຍ່ ແລະ ພວກເຂົາບໍ່ໄດ້ຫຼຽວເບິ່ງພຣະຄຣິດອີກຄັ້ງ. ຫົວໃຈຂອງພວກເຂົາເຕັມເລັງໄປທີ່ຊື່ສຽງ, ໂຊກລາບ ແລະ ສະຫງ່າລາສີ. ພວກເຂົາບໍ່ເຊື່ອເລີຍວ່າຜູ້ຊາຍທີ່ຈ່ອຍບາງຄົນນີ້ຈະສາມາດເອົາຊະນະຄົນຫຼວງຫຼາຍໄດ້, ຄົນທີ່ແສນທຳມະດາຄົນໜຶ່ງທີ່ຈະສາມາດເຮັດໃຫ້ຜູ້ຄົນສົມບູນແບບໄດ້. ພວກເຂົາບໍ່ເຊື່ອເລີຍວ່າ ຄົນທີ່ບໍ່ມີຕົວຕົນເຫຼົ່ານີ້ທີ່ຢູ່ໃນທ່າມກາງຂີ່ຝູ່ນ ແລະ ກອງຂີ້ເຫຍື່ອແມ່ນຜູ້ທີ່ຖືກເລືອກໂດຍພຣະເຈົ້າ. ພວກເຂົາເຊື່ອວ່າຖ້າຄົນເຊັ່ນນັ້ນແມ່ນວັດຖຸປະສົງແຫ່ງຄວາມລອດພົ້ນຂອງພຣະເຈົ້າແລ້ວ, ສະຫວັນ ແລະ ແຜ່ນດິນໂລກກໍ່ຄົງຈະກັບກັນ ແລະ ທຸກຄົນຈະຫົວຂວັນຈົນຢ່າງບ້າປ່ວງ. ພວກເຂົາເຊື່ອວ່າຖ້າພຣະເຈົ້າເລືອກຄົນທີ່ບໍ່ມີຕົວຕົນເຊັ່ນນັ້ນເພື່ອຖືກເຮັດໃຫ້ສົມບູນແບບ, ແລ້ວຜູ້ຍິ່ງໃຫຍ່ເຫຼົ່ານັ້ນກໍຈະກາຍເປັນພຣະເຈົ້າເອງ. ທັດສະນະຂອງພວກເຂົາແມ່ນຖືກເປິະເປື້ອນດ້ວຍຄວາມບໍ່ເຊື່ອ; ນອກຈາກຈະບໍ່ເຊື່ອແລ້ວ, ພວກເຂົາເປັນພຽງສັດຮ້າຍທີ່ຜິດປົກກະຕິ. ເພາະພວກເຂົາໃຫ້ຄຸນຄ່າແກ່ສະຖານະ, ສັກສີ ແລະ ອໍານາດ ແລະ ພວກເຂົາເຄົາລົບພຽງແຕ່ຄົນກຸ່ມໃຫຍ່ ແລະ ນິກາຍຕ່າງໆ. ພວກເຂົາບໍ່ມີຄວາມນັບຖືແມ່ນແຕ່ໜ້ອຍດຽວຕໍ່ຜູ້ທີ່ຖືກນໍາພາໂດຍພຣະຄຣິດ; ພວກເຂົາເປັນພຽງຄົນທໍລະຍົດທີ່ຫັນຫຼັງໃຫ້ກັບພຣະຄຣິດ, ໃຫ້ຄວາມຈິງ ແລະ ໃຫ້ຊີວິດ.

ສິ່ງທີ່ເຈົ້າເຊີດຊູນັ້ນບໍ່ແມ່ນຄວາມຖ່ອມຕົນຂອງພຣະຄຣິດ, ແຕ່ແມ່ນຜູ້ລ້ຽງແກະຈອມປອມທີ່ມີສະຖານະໂດດເດັ່ນ. ເຈົ້າບໍ່ໄດ້ບູຊາຄວາມໜ້າຮັກ ຫຼື ສະຕິປັນຍາຂອງພຣະຄຣິດ, ແຕ່ບູຊາພວກຄົນໄຮ້ສິນທຳເຫຼົ່ານັ້ນທີ່ກິ້ງເກືອກໃນຄວາມສົກກະປົກຂອງໂລກ. ເຈົ້າຫົວຂວັນຄວາມເຈັບປວດຂອງພຣະຄຣິດຜູ້ທີ່ບໍ່ມີແມ່ນແຕ່ບ່ອນຈະວາງຫົວຂອງພຣະອົງ, ແຕ່ເຈົ້າເຊີດຊູຊາກສົບເຫຼົ່ານັ້ນທີ່ລ່າເອົາເຄື່ອງຖວາຍບູຊາ ແລະ ໃຊ້ຊີວິດຢູ່ກັບການມືນເມົາ. ເຈົ້າບໍ່ເຕັມໃຈທີ່ຈະທົນທຸກຄຽງຂ້າງກັບພຣະຄຣິດ, ແຕ່ເຈົ້າຍິນດີເຂົ້າໄປໃນອ້ອມແຂນຂອງພວກຕໍ່ຕ້ານພຣະຄຣິດທີ່ບໍ່ຮອບຄອບເຫຼົ່ານັ້ນ ເຖິງແມ່ນວ່າພວກເຂົາພຽງແຕ່ສະໜອງໃຫ້ເຈົ້າດ້ວຍເນື້ອໜັງ, ຄຳເວົ້າ ແລະ ການຄວບຄຸມ. ແມ່ນແຕ່ດຽວນີ້ຫົວໃຈຂອງເຈົ້າກໍຍັງຫັນໄປຫາພວກເຂົາຢູ່, ໄປຫາຊື່ສຽງຂອງພວກເຂົາ, ໄປຫາສະຖານະຂອງພວກເຂົາ ແລະ ໄປຫາອິດທິພົນພວກເຂົາ. ແລ້ວເຈົ້າສືບຕໍ່ມີທ່າທີ່ເຈົ້າພົບວ່າພາລະກິດຂອງພຣະຄຣິດຍາກທີ່ຈະກືນ ແລະ ເຈົ້າບໍ່ເຕັມໃຈທີ່ຈະຍອມຮັບມັນ. ນີ້ຄືເຫດຜົນທີ່ເຮົາບອກເຈົ້າວ່າ ເຈົ້າຂາດຄວາມເຊື່ອທີ່ຈະຍອມຮັບພຣະຄຣິດ. ເຫດຜົນທີ່ເຈົ້າໄດ້ຕິດຕາມພຣະອົງຈົນຮອດທຸກວັນນີ້ກໍພຽງແຕ່ຍ້ອນວ່າເຈົ້າບໍ່ມີທາງເລືອກອື່ນ. ກຸ່ມບຸກຄົນທີ່ສູງສົ່ງຢືນຢູ່ໃນຫົວໃຈຂອງເຈົ້າຕະຫຼອດໄປ; ເຈົ້າບໍ່ສາມາດຫຼົງລືມທຸກໆຄຳເວົ້າ ແລະ ການກະທຳຂອງພວກເຂົາ ຫຼື ຄໍາເວົ້າ ແລະ ມືທີ່ມີອິດທິພົນຂອງພວກເຂົາ. ຢູ່ໃນຫົວໃຈພວກເຈົ້າ, ພວກເຂົາສູງສຸດ ແລະ ເປັນວິລະບຸລຸດຕະຫຼອດການ. ແຕ່ບໍ່ເປັນເຊັ່ນນັ້ນສຳລັບພຣະຄຣິດໃນທຸກວັນນີ້. ພຣະອົງບໍ່ມີຄວາມສຳຄັນໃນຫົວໃຈຂອງເຈົ້າຕະຫຼອດໄປ ແລະ ບໍ່ສົມຄວນໄດ້ຮັບຄວາມເຄົາລົບນັບຖືຕະຫຼອດໄປ. ເພາະວ່າພຣະອົງທຳມະດາເກີນໄປ, ມີອິດທິພົນໜ້ອຍເກີນໄປ ແລະ ບໍ່ມີຄວາມສູງສົ່ງຫຍັງທັງສິ້ນ.

(ຄັດຈາກບົດ “ເຈົ້າແມ່ນຜູ້ເຊື່ອທີ່ແທ້ຈິງໃນພຣະເຈົ້າບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ບົດຄັດຕອນຈາກການເທດສະໜາ ແລະ ການສົນທະນາສຳລັບອ້າງອີງ:

ການຕິດຕາມພຣະເຈົ້າໝາຍເຖິງການເຊື່ອຟັງພຣະເຈົ້າໃນທຸກສິ່ງ, ການຍອມຕໍ່ການຈັດແຈງທຸກຢ່າງຂອງພຣະເຈົ້າ, ການປະຕິບັດຕາມພຣະທຳຂອງພຣະເຈົ້າ ແລະ ການຍອມຮັບທຸກສິ່ງທີ່ມາຈາກພຣະເຈົ້າ. ຄົນທີ່ເຊື່ອໃນພຣະເຈົ້າຄວນຕິດຕາມພຣະເຈົ້າ, ແຕ່ຄົນສ່ວນໃຫຍ່ຕິດຕາມຜູ້ຄົນໂດຍບໍ່ຮູ້ຕົວ. ສິ່ງນີ້ເປັນທັງສິ່ງທີ່ໄຮ້ສາລະ ແລະ ເປັນຕາເສົ້າໃຈ. ເວົ້າຢ່າງແທ້ຈິງແລ້ວ, ຜູ້ຄົນຈະເຊື່ອໃນບຸກຄົນທີ່ພວກເຂົາຕິດຕາມ. ເຖິງແມ່ນບາງຄົນເຊື່ອໃນພຣະເຈົ້າໃນນາມ ແຕ່ກໍບໍ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາ. ສິ່ງທີ່ຫົວໃຈຂອງພວກເຂົານະມັດສະການແມ່ນບຸກຄົນທີ່ກຳລັງນໍາພາພວກເຂົາ. ເມື່ອຜູ້ຄົນພຽງແຕ່ເຊື່ອຟັງຜູ້ນໍາ ຈົນເຖິງກັບປະຕິເສດການຈັດແຈງຂອງພຣະເຈົ້າ, ສິ່ງນີ້ເປັນການສະແດງເຖິງການເຊື່ອໃນພຣະເຈົ້າ ແຕ່ຕິດຕາມຜູ້ຄົນຢ່າງແທ້ຈິງ. ກ່ອນໄດ້ຮັບຄວາມຈິງ, ຜູ້ຄົນເຊື່ອໃນວິທີທີ່ໂງ່ຈ້ານີ້ ແລະ ເຖິງກັບບໍ່ຮູ້ຈັກວ່າການຕິດຕາມພຣະເຈົ້າຄືຫຍັງກັນແທ້. ພວກເຂົາບໍ່ຮູ້ຈັກແຍກແຍະລະຫວ່າງແມ່ນຫຍັງຄືການຕິດຕາມພຣະເຈົ້າ ແລະ ແມ່ນຫຍັງຄືການຕິດຕາມບຸກຄົນ. ຜູ້ໃດກໍຕາມທີ່ເວົ້າໄດ້ດີທີ່ສຸດ, ຜູ້ໃດກໍຕາມທີ່ເວົ້າເຖິງສິ່ງທີ່ສູງສົ່ງທີ່ສຸດ, ພວກເຂົາກໍເອີ້ນຄົນເຫຼົ່ານັ້ນວ່າພໍ່ ຫຼື ເອີ້ນພວກເຂົາວ່າແມ່. ສຳລັບພວກເຂົາແລ້ວ, ຜູ້ໃດກໍຕາມທີ່ມີນົມແມ່ນແມ່ຂອງພວກເຂົາ ຜູ້ໃດກໍຕາມທີ່ມີລິດອຳນາດແມ່ນພໍ່ຂອງພວກເຂົາເອງ. ນີ້ຄືລະດັບຄວາມເປັນຕາສົມເພດຂອງຜູ້ຄົນ. ສາມາດເວົ້າໄດ້ວ່າ ຄົນສ່ວນໃຫຍ່ມີສະພາບແບບນີ້ໃນລະດັບໃດໜຶ່ງ.

ການຕິດຕາມພຣະເຈົ້າໝາຍເຖິງຫຍັງ? ແລ້ວເຈົ້ານໍາມັນເຂົ້າສູ່ການປະຕິບັດແນວໃດ? ການຕິດຕາມພຣະເຈົ້າບໍ່ພຽງແຕ່ກ່ຽວພັນກັບການອະທິຖານຫາພຣະເຈົ້າ ແລະ ການຍົກຍ້ອງສັນລະເສີນພຣະເຈົ້າ; ສິ່ງທີ່ສຳຄັນທີ່ສຸດກໍຄືການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ການປະຕິບັດຕາມຄວາມຈິງ, ການຄົ້ນຫາເສັ້ນທາງແຫ່ງປະສົບການຊີວິດໃນພຣະທຳຂອງພຣະເຈົ້າ, ການຍອມຮັບເອົາການມອບໝາຍຂອງພຣະເຈົ້າ, ການປະຕິບັດຕາມໜ້າທີ່ແຕ່ລະຢ່າງຂອງເຈົ້າຢ່າງເໝາະສົມ ແລະ ການຍ່າງໃນເສັ້ນທີ່ຢູ່ຕໍ່ໜ້າເຈົ້າໃນຂະນະທີ່ຖືກນໍາພາໂດຍພຣະວິນຍານບໍລິສຸດ. ໂດຍສະເພາະແລ້ວ, ໃນຕອນທີ່ສຳຄັນ, ເມື່ອບັນຫາໃຫຍ່ເກີດຂຶ້ນກັບເຈົ້າ ກໍຍິ່ງມີຄວາມຕ້ອງການຫຼາຍຂຶ້ນໃນການສະແຫວງຫາເຈດຕະນາຂອງພຣະເຈົ້າ, ເຝົ້າຄອຍລະວັງທີ່ຈະຖືກຫຼອກລວງໂດຍຄຳສັ່ງສອນຂອງມະນຸດ ແລະ ບໍ່ຕົກຢູ່ພາຍໃຕ້ການຄວບຄຸມຂອງຄົນໃດຄົນໜຶ່ງ. “ສິ່ງທີ່ມາຈາກພຣະເຈົ້າ ຂ້ານ້ອຍຈະເຊື່ອຟັງ ແລະ ປະຕິບັດຕາມ, ແຕ່ຖ້າມັນມາຈາກຄວາມປະສົງຂອງມະນຸດ ຂ້ານ້ອຍຈະປະຕິເສດມັນຢ່າງຈິງຈັງ; ເມື່ອສິ່ງທີ່ຜູ້ນໍາ ຫຼື ຜູ້ເຮັດພາລະກິດ ພາກັນເທດສະໜາທີ່ຂັດແຍ້ງກັບການຈັດແຈງຂອງພຣະເຈົ້າ, ແລ້ວຂ້ານ້ອຍກໍຈະຕິດຕາມພຣະເຈົ້າ ແລະ ປະຕິເສດຜູ້ຄົນຢ່າງແນ່ນອນ. ຖ້າມັນສອດຄ່ອງກັບການຈັດແຈງ ແລະ ຄວາມປະສົງຂອງພຣະເຈົ້າ, ຂ້ານ້ອຍກໍສາມາດຟັງມັນໄດ້”. ຜູ້ຄົນທີ່ປະຕິບັດໃນລັກສະນະນີ້ແມ່ນຄົນທີ່ຕິດຕາມພຣະເຈົ້າ.

ແລ້ວການຕິດຕາມຜູ້ຄົນໝາຍເຖິງຫຍັງ? ມັນໝາຍເຖິງບຸກຄົນໃດໜຶ່ງຕິດຕາມບຸກຄົນທີ່ເຂົານະມັດສະການ. ໃນຫົວໃຈຂອງເຂົາ, ພຣະເຈົ້າບໍ່ມີສະຖານະຫຍັງຫຼາຍ; ເຂົາພຽງແຕ່ສວມໃສ່ສັນຍາແຫ່ງການເປັນຜູ້ເຊື່ອໃນພຣະເຈົ້າ. ສິ່ງທີ່ເຂົາເຮັດກໍພຽງແຕ່ລອກແບບຜູ້ຄົນ ແລະ ປະຕິບັດຕາມຕົວຢ່າງຂອງພວກເຂົາ. ໂດຍສະເພາະໃນເລື່ອງໃຫຍ່ໆ, ເຂົາປ່ອຍໃຫ້ຜູ້ຄົນຕັດສິນໃຈ ແລະ ປ່ອຍໃຫ້ຜູ້ຄົນບົ່ງການໂຊກຊະຕາຂອງເຂົາ. ເຂົາເອງບໍ່ໄດ້ສະແຫວງຫາຄວາມປາຖະໜາຂອງພຣະເຈົ້າ ແລະ ເຂົາບໍ່ນໍາໃຊ້ຄວາມສາມາດໃນການແຍກແຍະກັບສິ່ງທີ່ຜູ້ຄົນເວົ້າ. ຕາບໃດທີ່ພວກເຂົາເບິ່ງຄືມີເຫດຜົນ, ບໍ່ວ່າສິ່ງທີ່ພວກເຂົາເວົ້ານັ້ນສອດຄ່ອງກັບຄວາມຈິງ ຫຼື ບໍ່, ເຂົາກໍຍອມຮັບມັນໝົດ ແລະ ເຊື່ອຟັງມັນ. ນີ້ແມ່ນພຶດຕິກຳຂອງຜູ້ຕິດຕາມມະນຸດ. ຄວາມເຊື່ອຂອງເຂົາທີ່ຢູ່ໃນພຣະອົງແມ່ນບໍ່ມີຫຼັກການ ແລະ ບໍ່ມີຄວາມຈິງໃນການຈັດການກັບເລື່ອງຕ່າງໆຂອງພວກເຂົາ. ເຂົາປະຕິບັດຕາມຜູ້ໃດກໍຕາມທີ່ເວົ້າຢ່າງມີເຫດຜົນ. ຖ້າພະທຽມຂອງເຂົາຍ່າງໃນເສັ້ນທາງທີ່ຜິດ, ເຂົາກໍຈະຕິດຕາມຈົນເຖິງຕອນສຸດທ້າຍ. ຖ້າພຣະເຈົ້າກ່າວໂທດພະທຽມຂອງເຂົາ, ເຂົາກໍຈະມີແນວຄິດຕ່າງໆນາໆກ່ຽວກັບພຣະເຈົ້າ ແລະ ຍຶດໝັ້ນຕໍ່ພະທຽມຂອງເຂົາຢ່າງໜຽວແໜ້ນ. ເຫດຜົນຂອງເຂົາກໍຄື ເຂົາຄວນເຊື່ອຟັງຜູ້ໃດກໍຕາມທີ່ຄວບຄຸມເຂົາ. ພະນັກງານຊັ້ນສູງບໍ່ທຽບເທົ່າກັບຜູ້ຈັດການທີ່ກ່ຽວຂ້ອງໂດຍກົງ. ນີ້ແມ່ນເຫດຜົນຂອງຄົນໂງ່ຈ້າ. ຄົນທີ່ຕິດຕາມມະນຸດກໍຈະສັບສົນແບບນີ້. ຜູ້ຄົນທີ່ຕິດຕາມມະນຸດບໍ່ມີຫ້ອງວ່າງສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ບໍ່ມີຄວາມຈິງ ແລະ ພວກເຂົາເຄົາລົບບູຊາຮູບປັ້ນ, ຖືກນໍາພາຢ່າງຜິດໆໂດຍຄົນອື່ນ ແລະ ບໍ່ແມ່ນຜູ້ເຊື່ອໃນພຣະເຈົ້າຢ່າງແທ້ຈິງ. ມີພຽງແຕ່ຜູ້ຕິດຕາມພຣະເຈົ້າເທົ່ານັ້ນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ.

(ຄັດຈາກໜັງສືການສົນທະນາຈາກເບື້ອງເທິງ)

ຫຼາຍຄົນເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກວ່າການເຊື່ອຟັງພຣະເຈົ້າໝາຍເຖິງຫຍັງ ແລະ ຄິດວ່າການຟັງຜູ້ນໍາຂອງພວກເຂົາໃນທຸກສິ່ງກໍເທົ່າກັບການເຊື່ອຟັງພຣະເຈົ້າ. ທັດສະນະດັ່ງກ່າວແມ່ນໂງ່ຈ້າຫຼາຍ, ຍ້ອນແຫຼ່ງທີ່ມາຂອງຄວາມເຊື່ອຟັງຂອງພວກເຂົາຜິດ. ພວກເຂົາຖືວ່າການຟັງຜູ້ນໍາຂອງພວກເຂົາເປັນການເຊື່ອຟັງພຣະເຈົ້າ. ການເຊື່ອໃນພຣະເຈົ້າຕາມມຸມມອງນີ້ແມ່ນການເຊື່ອໃນພຣະເຈົ້າໃນນາມເທົ່ານັ້ນ; ໃນຄວາມເປັນຈິງ, ຄົນເຫຼົ່ານີ້ເຊື່ອໃນຜູ້ຄົນ...

ເມື່ອພວກເຮົາເຊື່ອໃນພຣະເຈົ້າ, ພຣະເຈົ້າຄວນມີຕໍາແໜ່ງນໍາພາໃນຫົວໃຈຂອງພວກເຮົາ, ພວກເຮົາຄວນມອບການຄວບຄຸມທຸກເລື່ອງໃຫ້ກັບພຣະເຈົ້າ, ພວກເຮົາຄວນສະແຫວງຫາເຈດຕະນາຂອງພຣະເຈົ້າໃນທຸກສິ່ງ, ການກະທຳຂອງພວກເຮົາຄວນສອດຄ່ອງກັບພຣະທຳຂອງພຣະເຈົ້າ ແລະ ສອດຄ່ອງກັບການນໍາພາຂອງພຣະວິນຍານບໍລິສຸດ ແລະ ພວກເຮົາຄວນເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ຖ້າເຈົ້າເຊື່ອຟັງຜູ້ຄົນ, ແລ້ວສິ່ງນີ້ກໍພິສູດວ່າ ພຣະເຈົ້າບໍ່ມີທີ່ວ່າງໃນຫົວໃຈຂອງເຈົ້າ, ມີພຽງແຕ່ຜູ້ຄົນທີ່ມີທີ່ວ່າງໃນຫົວໃຈຂອງເຈົ້າ; ບໍ່ມີຫຍັງສຳຄັນສຳລັບຜູ້ຄົນຫຼາຍກວ່າການສະແຫວງຫາຄວາມຈິງ ແລະ ການເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າບໍ່ຕັ້ງໃຈໃສ່ໃນການສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ການເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ແລ້ວຄວາມເຊື່ອຟັງຂອງເຈົ້າກໍບໍ່ແມ່ນຄວາມເຊື່ອຟັງທີ່ແທ້ຈິງ. ບໍ່ວ່າຄຳເວົ້າຂອງພວກເຂົາຈະຟັງເບິ່ງຄືຖືກຕ້ອງສໍ່າໃດກໍຕາມ, ຖ້າເຈົ້າຟັງຜູ້ຄົນຢູ່ສະເໝີ, ໃນທາດແທ້ແລ້ວ ເຈົ້າແມ່ນກໍາລັງເຊື່ອຟັງຜູ້ຄົນ ເຊິ່ງບໍ່ຄືກັບການເຊື່ອຟັງພຣະເຈົ້າເລີຍ. ໃນຄວາມເປັນຈິງແລ້ວ, ຖ້າຄົນເຫຼົ່ານີ້ທີ່ເຊື່ອໃນພຣະເຈົ້າສາມາດເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າຈາກພຣະທຳຂອງພຣະອົງໂດຍກົງ, ຖ້າພວກເຂົາສາມາດຄົ້ນພົບເສັ້ນທາງສູ່ການປະຕິບັດຂອງພວກເຂົາເອງໃນພຣະທຳຂອງພຣະອົງ ແລະ ພວກເຂົາລົມກັນເຖິງຄວາມຈິງ ແລະ ເຂົ້າໃຈຄວາມຈິງ, ໃນພຣະທຳຂອງພຣະອົງ ຫຼັງຈາກທີ່ພວກເຂົານໍາພຣະທຳນັ້ນເຂົ້າສູ່ການປະຕິບັດ ແລະ ຖ້າໃນຊ່ວງເວລາທີ່ສຳຄັນ ພວກເຂົາສາມາດອະທິຖານຫຼາຍຂຶ້ນ ແລະ ສະແຫວງຫາການນໍາພາຂອງພຣະວິນຍານບໍລິສຸດ ແລະ ເຊື່ອຟັງເຈດຕະນາຂອງພຣະວິນຍານບໍລິສຸດ, ນີ້ຄືການເຊື່ອຟັງພຣະເຈົ້າຢ່າງແທ້ຈິງ. ຄົນທີ່ເຊື່ອຟັງພຣະເຈົ້າສະແຫວງຫາເສັ້ນທາງໃນພຣະທຳຂອງພຣະເຈົ້າ, ບັນຫາຂອງພວກເຂົາຖືກແກ້ໄຂໃນພຣະທຳຂອງພຣະເຈົ້າ ແລະ ພວກເຂົາປະພຶດໃນທ່າມກາງການນໍາພາຂອງພຣະວິນຍານບໍລິສຸດ; ສິ່ງນີ້ເປັນການເຊື່ອຟັງພຣະເຈົ້າຢ່າງແທ້ຈິງ. ຄົນທີ່ຟັງຜູ້ນໍາຂອງພວກເຂົາໃນທຸກສິ່ງກໍຈະອອກຫ່າງຈາກພຣະເຈົ້າໃນຫົວໃຈຂອງພວກເຂົາຢ່າງແນ່ນອນ. ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ມີຄວາມສຸກຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາບໍ່ແມ່ນຄົນທີ່ດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາຄວາມຈິງ, ພວກເຂົາບໍ່ມີຄວາມສຳພັນກັບພຣະເຈົ້າ ແລະ ຫຼັກການທີ່ຢູ່ເບື້ອງຫຼັງການກະທຳຂອງພວກເຂົາກໍຄືການຟັງຜູ້ໃດກໍຕາມທີ່ເວົ້າສິ່ງທີ່ຖືກຕ້ອງ ແລະ ຕາບໃດທີ່ຜູ້ນໍາຂອງພວກເຂົາເວົ້າບາງສິ່ງ, ພວກເຂົາກໍຈະເຊື່ອຟັງ. ການປະຕິບັດດັ່ງກ່າວແມ່ນໄຮ້ສາລະຫຼາຍ. ພວກເຂົາບໍ່ມີຄວາມຈິງ ຫຼື ຄວາມສາມາດທີ່ຈະແຍກແຍະ ແລະ ພຽງແຕ່ສາມາດເຂົ້າໃຈສິ່ງທີ່ຖືກຕ້ອງ ຫຼື ຜິດຕາມແນວຄິດ ຫຼື ສະໝອງຂອງພວກເຂົາ, ແລ້ວພວກເຂົາຈະຮູ້ຈັກໄດ້ແນວໃດວ່າ ມັນສອດຄ່ອງກັບຄວາມຈິງ ຫຼື ບໍ່? ຖ້າພວກເຂົາເຊື່ອໃນພຣະເຈົ້າໂດຍອີງຕາມມຸມມອງດັ່ງກ່າວ, ແລ້ວໃນຊີວິດທັງໝົດຂອງພວກເຂົາ, ພວກເຂົາກໍຈະບໍ່ເຂົ້າໃຈຄວາມຈິງ ຫຼື ສາມາດມາຢູ່ຕໍ່ໜ້າພຣະເຈົ້າ. ສາມາດເວົ້າໄດ້ວ່າຮູບແບບຂອງຄວາມເຊື່ອດັ່ງກ່າວແມ່ນການເຊື່ອໃນສະໝອງຂອງພວກເຂົາເອງ ແລະ ການຍ່າງໃນເສັ້ນທາງຂອງພວກເຂົາເອງ ແລະ ພວກເຂົາບໍ່ມີສ່ວນກ່ຽວຂ້ອງກັບພຣະເຈົ້າທີ່ເປັນຈິງ.

(ຄັດຈາກໜັງສືການສົນທະນາຈາກເບື້ອງເທິງ)

ກ່ອນນີ້: 4. ຄວາມແຕກຕ່າງລະຫວ່າງຫົນທາງທີ່ແທ້ຈິງ ແລະ ປອມ ແລະ ລະຫວ່າງຄຣິສຕະຈັກທີ່ແທ້ຈິງ ແລະ ປອມ

ຕໍ່ໄປ: 6. ຄວາມແຕກຕ່າງລະຫວ່າງຜູ້ນໍາທີ່ແທ້ຈິງ ແລະ ປອມ ແລະ ລະຫວ່າງຄົນລ້ຽງແກະທີ່ແທ້ຈິງ ແລະ ປອມ

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້