6. ຄວາມແຕກຕ່າງລະຫວ່າງຜູ້ນໍາທີ່ແທ້ຈິງ ແລະ ປອມ ແລະ ລະຫວ່າງຄົນລ້ຽງແກະທີ່ແທ້ຈິງ ແລະ ປອມ
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
ພາລະກິດຂອງຄົນປະຕິບັດພາລະກິດທີ່ມີຄຸນສົມບັດສາມາດນໍາຜູ້ຄົນເຂົ້າສູ່ຫົນທາງທີ່ຖືກຕ້ອງ ແລະ ມອບທາງເຂົ້າທີ່ຍິ່ງໃຫຍ່ຂຶ້ນສູ່ຄວາມຈິງໃຫ້ແກ່ພວກເຂົາ. ພາລະກິດຂອງພຣະເຈົ້າສາມາດນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ. ນອກຈາກນັ້ນ ພາລະກິດທີ່ເຂົາປະຕິບັດສາມາດປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ ແລະ ບໍ່ຖືກຜູກມັດໂດຍກົດລະບຽບ, ເຮັດໃຫ້ຜູ້ຄົນຖືກປົດປ່ອຍ ແລະ ຮັບອິດສະຫຼະພາບ ແລະ ຄວາມສາມາດໃນການເຕີບໃຫຍ່ໃນຊີວິດເທື່ອລະໜ້ອຍ ແລະ ການມີທາງເຂົ້າທີ່ເລິກເຊິ່ງຫຼາຍຂຶ້ນໃນຄວາມຈິງເທື່ອລະໜ້ອຍ. ພາລະກິດຂອງຄົນປະຕິບັດພາລະກິດທີ່ບໍ່ມີຄຸນສົມບັດແມ່ນບໍ່ເປັນໄປຕາມຄາດຫວັງຫຼາຍ. ພາລະກິດຂອງເຂົາໂງ່ຈ້າ. ເຂົາພຽງແຕ່ສາມາດນໍາຜູ້ຄົນມາສູ່ກົດລະບຽບເທົ່ານັ້ນ ແລະ ສິ່ງທີ່ເຂົາຮຽກຮ້ອງຈາກຜູ້ຄົນບໍ່ປ່ຽນແປງໄປຈາກບຸກຄົນສູ່ບຸກຄົນ; ເຂົາບໍ່ປະຕິບັດພາລະກິດຕາມຄວາມຕ້ອງການທີ່ແທ້ຈິງຂອງຜູ້ຄົນ. ໃນພາລະກິດປະເພດນີ້ ມີກົດລະບຽບຫຼາຍເກີນໄປ ແລະ ທິດສະດີຫຼາຍເກີນໄປ ແລະ ມັນບໍ່ສາມາດນໍາຜູ້ຄົນເຂົ້າສູ່ຄວາມເປັນຈິງ ຫຼື ສູ່ການປະຕິບັດປົກກະຕິແຫ່ງການເຕີບໃຫຍ່ໃນຊີວິດໄດ້. ມັນສາມາດພຽງແຕ່ເຮັດໃຫ້ຜູ້ຄົນຍຶດຖືກົດລະບຽບສອງສາມຂໍ້ທີ່ບໍ່ມີຄ່າຫຍັງເລີຍ. ການນໍາພາແບບນີ້ພຽງແຕ່ສາມາດນໍາຜູ້ຄົນໃຫ້ຫຼົງທາງ. ເຂົານໍາພາເຈົ້າໃຫ້ກາຍເປັນຄືກັບເຂົາ; ເຂົາສາມາດນໍາເຈົ້າເຂົ້າສິ່ງທີ່ເຂົາມີ ແລະ ເປັນ. ເພື່ອທີ່ຜູ້ຕິດຕາມຈະແຍກແຍະວ່າ ຜູ້ນໍາມີຄຸນສົມບັດ ຫຼື ບໍ່, ສິ່ງສໍາຄັນແມ່ນຕ້ອງເບິ່ງທີ່ເສັ້ນທາງທີ່ພວກເຂົານໍາພາ ແລະ ຜົນຂອງພາລະກິດຂອງພວກເຂົາ ແລະ ເບິ່ງວ່າ ຜູ້ຕິດຕາມໄດ້ຮັບຫຼັກການຕາມຄວາມຈິງ ຫຼື ບໍ່ ແລະ ພວກເຂົາໄດ້ຮັບວິທີການປະຕິບັດທີ່ເໝາະສົມສຳລັບການປ່ຽນແປງຂອງພວກເຂົາ ຫຼື ບໍ່. ເຈົ້າຄວນຈຳແນກລະຫວ່າງພາລະກິດທີ່ແຕກຕ່າງຂອງຜູ້ຄົນປະເພດຕ່າງໆ; ເຈົ້າບໍ່ຄວນເປັນຜູ້ຕິດຕາມທີ່ໂງ່ຈ້າ. ສິ່ງນີ້ມີຜົນຕໍ່ເລື່ອງທາງເຂົ້າສູ່ຂອງເຈົ້າ. ຖ້າເຈົ້າບໍ່ສາມາດຈຳແນກວ່າ ການເປັນຜູ້ນໍາຂອງໃຜມີເສັ້ນທາງ ແລະ ຂອງໃຜບໍ່ມີ, ເຈົ້າກໍຈະຖືກຫຼອກລວງໄດ້ຢ່າງງ່າຍດາຍ. ທຸກສິ່ງນີ້ມີຄວາມກ່ຽວຂ້ອງໂດຍກົງກັບຊີວິດຂອງເຈົ້າເອງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ເຈົ້າຕ້ອງມີຄວາມເຂົ້າໃຈກ່ຽວກັບສະພາບການຕ່າງໆຂອງຜູ້ຄົນທີ່ຈະຜະເຊີນ ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນພວກເຂົາ. ໂດຍສະເພາະຜູ້ຄົນເຫຼົ່ານັ້ນທີ່ປະສານງານເພື່ອຮັບໃຊ້ພຣະເຈົ້າ ຕ້ອງມີຄວາມເຂົ້າໃຈທີ່ດີກ່ຽວກັບສະພາບການທັງຫຼາຍ ທີ່ມາຈາກພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນຜູ້ຄົນ. ຖ້າເຈົ້າພຽງແຕ່ເວົ້າກ່ຽວກັບປະສົບການ ແລະ ວິທີທາງທັງຫຼາຍໃນການເຂົ້າສູ່, ມັນກໍສະແດງໃຫ້ເຫັນວ່າ ປະສົບການຂອງເຈົ້າແມ່ນມາຈາກມຸມມອງດ້ານດຽວ. ຖ້າບໍ່ຮູ້ຈັກສະພາບການທີ່ແທ້ຈິງຂອງເຈົ້າ ຫຼື ເຂົ້າໃຈບັນດາຫຼັກການຂອງຄວາມຈິງ, ມັນກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ການປ່ຽນແປງອຸປະນິໄສນັ້ນສໍາເລັດ. ຖ້າບໍ່ຮູ້ບັນດາຫຼັກການຂອງພາລະກິດຂອງພຣະວິນຍານບໍລິສຸດ ຫຼື ຖ້າບໍ່ເຂົ້າໃຈກ່ຽວກັບໝາກຜົນທີ່ເກີດຈາກພາລະກິດນັ້ນ, ມັນກໍຍາກສໍາລັບເຈົ້າທີ່ຈະເບິ່ງເຫັນວຽກງານຂອງວິນຍານຊົ່ວຮ້າຍນັ້ນໄດ້. ເຈົ້າຕ້ອງເປີດເຜີຍວຽກງານຂອງວິນຍານຊົ່ວຮ້າຍ ແລະ ຄວາມຄິດຂອງມະນຸດ ແລະ ເລັ່ງໃສ່ໃຈກາງຂອງບັນຫາ; ພ້ອມນີ້ ເຈົ້າກໍຕ້ອງຊີ້ໃຫ້ເຫັນຄວາມນອກຮູ້ນອກທາງຫຼາຍຢ່າງໃນການປະຕິບັດ ຫຼື ບັນຫາຂອງຜູ້ຄົນທີ່ພວກເຂົາອາດມີ ໃນການເຊື່ອໃນພຣະເຈົ້າ ເພື່ອພວກເຂົາອາດຈະຮັບຮູ້ສິ່ງເຫຼົ່ານັ້ນ. ຢ່າງໜ້ອຍທີ່ສຸດ, ເຈົ້າບໍ່ຕ້ອງເຮັດໃຫ້ພວກເຂົາຮູ້ສຶກບໍ່ດີ ຫຼື ຢູ່ຊື່ໆ. ຢ່າງໃດກໍຕາມ, ເຈົ້າຕ້ອງເຂົ້າໃຈຄວາມລໍາບາກແທ້ຈິງທີ່ຜູ້ຄົນສ່ວນໃຫຍ່ມີ, ເຈົ້າບໍ່ຕ້ອງໄຮ້ເຫດຜົນ ຫຼື “ພະຍາຍາມສອນໝູໃຫ້ຮ້ອງເພງ”; ນັ້ນແມ່ນການປະພຶດຂອງຄົນທີ່ໂງ່ຈ້າ. ເພື່ອແກ້ໄຂບັນຫາທັງຫຼາຍຂອງມະນຸດມີ, ເຈົ້າຕ້ອງເຂົ້າໃຈເຖິງພະລັງຂອງພາລະກິດຂອງພຣະວິນຍານບໍລິສຸດ, ເຈົ້າຕ້ອງເຂົ້າໃຈວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດທີ່ມີຕໍ່ຜູ້ຄົນທີ່ແຕກຕ່າງກັນ, ເຈົ້າຕ້ອງເຂົ້າໃຈຄວາມລໍາບາກຂອງມະນຸດ, ຂໍ້ບົກຜ່ອງຂອງມະນຸດ, ເບິ່ງເຫັນປະເດັນສໍາຄັນຂອງບັນຫາ ແລະ ເຂົ້າເຖິງຕົ້ນຕໍຂອງບັນຫາ ໂດຍບໍ່ມີຄວາມນອກຮູ້ນອກທາງ ຫຼື ຂໍ້ຜິດພາດ. ມີແຕ່ຄົນປະເພດນີ້ເທົ່ານັ້ນ ທີ່ມີຄຸນນະສົມບັດໃນການປະສານງານເພື່ອຮັບໃຊ້ພຣະເຈົ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ສິ່ງທີ່ຜູ້ນໍາພາທີ່ເໝາະສົມຄວນມີ
ຄົນທີ່ຮັບໃຊ້ພຣະເຈົ້າຄວນເປັນມິດສະຫາຍຂອງພຣະເຈົ້າ, ພວກເຂົາຄວນເປັນຄົນທີ່ພຣະເຈົ້າພໍໃຈ ແລະ ສາມາດຈົງຮັກພັກດີຕໍ່ພຣະເຈົ້າທີ່ສຸດ. ບໍ່ວ່າເຈົ້າຈະເຮັດເປັນການສ່ວນຕົວ ຫຼື ຕໍ່ໜ້າສາທາລະນະຊົນກໍ່ຕາມ, ເຈົ້າສາມາດຮັບຄວາມປິຕິຍິນດີຂອງພຣະເຈົ້າຕໍ່ໜ້າພຣະເຈົ້າໄດ້, ເຈົ້າສາມາດຢຶດໝັ້ນຕໍ່ໜ້າພຣະເຈົ້າ ແລະ ບໍ່ວ່າຄົນອື່ນຈະປະຕິບັດຕໍ່ເຈົ້າດ້ວຍວິທີໃດກໍ່ຕາມ ເຈົ້າຈະເດີນຕາມເສັ້ນທາງທີ່ເຈົ້າຄວນຍ່າງຢູ່ສະເໝີ ແລະ ໃສ່ໃຈພາລະຂອງພຣະເຈົ້າຢ່າງຖີ່ຖ້ວນ. ມີພຽງຄົນແບບນີ້ເທົ່ານັ້ນຈຶ່ງເປັນມິດສະຫາຍຂອງພຣະເຈົ້າ. ການທີ່ມິດສະຫາຍຂອງພຣະເຈົ້າສາມາດຮັບໃຊ້ພຣະອົງໂດຍກົງກໍ່ເປັນເພາະວ່າພວກເຂົາໄດ້ຮັບການຝາກຝັງທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ພາລະຂອງພຣະເຈົ້າ, ພວກເຂົາສາມາດເຮັດໃຫ້ຫົວໃຈຂອງພຣະເຈົ້າເປັນຫົວໃຈຂອງພວກເຂົາເອງ ແລະ ຮັບເອົາພາລະຂອງພຣະເຈົ້າເປັນພາລະຂອງພວກເຂົາເອງ ແລະ ພວກເຂົາບໍ່ຄຳນຶງເຖິງໂອກາດໃນອະນາຄົດຂອງພວກເຂົາ: ເຖິງແມ່ນເມື່ອພວກເຂົາບໍ່ມີໂອກາດ ແລະ ພວກເຂົາຢືນຢັດໂດຍບໍ່ໄດ້ຮັບຫຍັງເລີຍ, ພວກເຂົາກໍ່ຈະເຊື່ອໃນພຣະເຈົ້າດ້ວຍຫົວໃຈທີ່ມີຄວາມຮັກຢູ່ສະເໝີ. ເພາະສະນັ້ນ, ຄົນປະເພດນີ້ແມ່ນມິດສະຫາຍຂອງພຣະເຈົ້າ. ມິດສະຫາຍຂອງພຣະເຈົ້າຍັງເປັນຄົນສະໜິດພຣະອົງ; ມີພຽງຄົນສະໜິດຂອງພຣະເຈົ້າເທົ່ານັ້ນທີ່ຈະສາມາດແບ່ງປັນຄວາມກະວົນກະວາຍຂອງພຣະອົງ ແລະ ຄວາມຄິດຂອງພຣະອົງໄດ້ ແລະ ເຖິງແມ່ນວ່າເນື້ອໜັງຂອງພວກເຂົາຈະເຈັບປວດ ແລະ ອ່ອນແອ, ພວກເຂົາກໍ່ສາມາດອົດທົນຕໍ່ຄວາມເຈັບປວດ ແລະ ປະຖິ້ມສິ່ງທີ່ພວກເຂົາຮັກເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ພຣະເຈົ້າມອບພາລະໃຫ້ກັບຜູ້ຄົນດັ່ງກ່າວຫຼາຍຂຶ້ນ ແລະ ສິ່ງທີ່ພຣະເຈົ້າປາຖະໜາຈະເຮັດແມ່ນປາກົດອອກໃນຄຳພະຍານຂອງຜູ້ຄົນດັ່ງກ່າວ. ສະນັ້ນ ຜູ້ຄົນເຫຼົ່ານີ້ຄືຄົນທີ່ພຣະເຈົ້າພໍໃຈ, ພວກເຂົາແມ່ນຄົນຮັບໃຊ້ພຣະເຈົ້າ ເຊິ່ງເປັນທີ່ພໍໃຈພຣະອົງເອງ ແລະ ມີພຽງຜູ້ຄົນແບບນີ້ເທົ່ານັ້ນຈຶ່ງສາມາດປົກຄອງຮ່ວມກັນກັບພຣະເຈົ້າໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ
ທັດສະນະຂອງພວກເຂົາແມ່ນທັດສະນະທີ່ບໍ່ດີຕໍ່ພາລະກິດໃໝ່ຂອງພຣະເຈົ້າຢູ່ສະເໝີ; ພວກເຂົາບໍ່ເຄີຍມີຄວາມຕັ້ງໃຈແມ່ນແຕ່ໜ້ອຍດຽວໃນການອ່ອນນ້ອມ ແລະ ພວກເຂົາບໍ່ເຄີຍອ່ອນນ້ອມ ຫຼື ຖ່ອມຕົນຢ່າງເຕັມໃຈ. ພວກເຂົາຍົກຍ້ອງຕົວເອງຕໍ່ໜ້າຄົນອື່ນ ແລະ ບໍ່ເຄີຍອ່ອນນ້ອມຕໍ່ໃຜເລີຍ. ຕໍ່ໜ້າພຣະເຈົ້າ ພວກເຂົາຖືວ່າຕົນເອງເກັ່ງທີ່ສຸດໃນການເທດສະໜາພຣະທໍາ ແລະ ມີຄວາມຊຳນານທີ່ສຸດໃນການປະຕິບັດວຽກງານກັບຄົນອື່ນ. ພວກເຂົາບໍ່ເຄີຍປະຖິ້ມ “ຊັບສົມບັດ” ທີ່ພວກເຂົາຄອບຄອງ ແຕ່ພັດຖືເອົາສິ່ງເຫຼົ່ານັ້ນເປັນມໍລະດົກຕົກທອດຈາກວົງຕະກູນເພື່ອນະມັດສະການ, ເພື່ອທີ່ຈະເທດສະໜາກ່ຽວກັບຄົນອື່ນ ແລະ ໃຊ້ເຂົາເຈົ້າເພື່ອສັ່ງສອນຄົນໂງ່ທີ່ຫຼົງເຊື່ອພວກເຂົາ. ມີຜູ້ຄົນແບບນີ້ຈຳນວນຫຼາຍຢູ່ໃນຄຣິສຕະຈັກ. ອາດເວົ້າໄດ້ວ່າ “ວິລະບູລຸດທີ່ບໍ່ເຄີຍພ່າຍແພ້” ຮຸ້ນຕໍ່ຮຸ້ນອາໃສຢູ່ໃນເຮືອນຂອງພຣະເຈົ້າ. ພວກເຂົາຖືເອົາຄຳເທດສະໜາ (ຫຼັກຄຳສອນ) ເປັນໜ້າທີ່ສູງສຸດຂອງພວກເຂົາ. ທຸກປີ ແລະ ທຸກລຸ້ນ, ພວກເຂົາດຳເນີນການຢ່າງຈິງຈັງໃນການບັງຄັບໃຊ້ໜ້າທີ່ “ສັກສິດ ແລະ ຂັດຂືນບໍ່ໄດ້” ຂອງພວກເຂົາ. ບໍ່ມີໃຜກ້າແຕະຕ້ອງພວກເຂົາ; ບໍ່ມີແມ່ນແຕ່ຄົນດຽວທີ່ກ້າຕິຕຽນພວກເຂົາຢ່າງເປີດເຜີຍ. ພວກເຂົາກາຍເປັນ “ກະສັດ” ໃນເຮືອນຂອງພຣະເຈົ້າ, ອາລະວາດໄປທົ່ວ ໃນຂະນະທີ່ພວກເຂົາກົດຂີ່ຂົ່ມເຫັງຄົນອື່ນໃນທຸກກຸ່ມອາຍຸ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນອນ
ພາລະກິດໃນຈິດໃຈຂອງມະນຸດແມ່ນບັນລຸຜົນໂດຍມະນຸດໄດ້ຢ່າງງ່າຍດາຍເກີນໄປ. ຕົວຢ່າງ ສິດຍາພິບານ ແລະ ຜູ້ນໍາໃນໂລກແຫ່ງສາສະໜາອາໄສພອນສະຫວັນ ແລະ ຕໍາແໜ່ງຂອງພວກເຂົາເພື່ອປະຕິບັດພາລະກິດຂອງພວກເຂົາ. ຄົນທີ່ຕິດຕາມພວກເຂົາເປັນເວລາດົນນານຈະຕິດເຊື້ອໄດ້ຮັບຜົນກະທົບຈາກພອນສະຫວັນຂອງພວກເຂົາ ແລະ ໄດ້ຮັບອິດທິພົນຈາກສິ່ງທີ່ພວກເຂົາເປັນ. ພວກເຂົາແນໃສ່ພອນສະຫວັນ, ຄວາມສາມາດ ແລະ ຄວາມຮູ້ຂອງຜູ້ຄົນ ແລະ ພວກເຂົາໃສ່ໃຈກັບສິ່ງທີ່ເໜືອທຳມະຊາດບາງຢ່າງ ແລະ ທິດສະດີຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ເປັນຈິງ (ແນ່ນອນ ທິດສະດີທີ່ເລິກເຊິ່ງເຫຼົ່ານີ້ບໍ່ສາມາດຢັ່ງເຖິງໄດ້). ພວກເຂົາບໍ່ແນໃສ່ການປ່ຽນແປງໃນອຸປະນິໄສຂອງຜູ້ຄົນ, ແຕ່ກົງກັນຂ້າມ ພວກເຂົາແນໃສ່ຝຶກຝົນການເທດສະໜາຂອງຄົນ ແລະ ປະຕິບັດພາລະກິດ, ປັບປຸງຄວາມຮູ້ຂອງຄົນ ແລະ ທິດສະດີທາງສາສະໜາທີ່ອຸດົມສົມບູນຂອງພວກເຂົາ. ພວກເຂົາບໍ່ສົນໃຈວ່າ ອຸປະນິໄສຂອງຄົນປ່ຽນແປງຫຼາຍພຽງໃດ ຫຼື ຜູ້ຄົນເຂົ້າໃຈຄວາມຈິງຫຼາຍພຽງໃດ. ພວກເຂົາບໍ່ສົນໃຈກັບແກ່ນແທ້ຂອງຜູ້ຄົນ ແລະ ແຮງໄກທີ່ພວກເຂົາຈະພະຍາຍາມຮູ້ຈັກສະພາວະທີ່ທຳມະດາ ແລະ ບໍ່ທຳມະດາຂອງຜູ້ຄົນເລີຍ. ພວກເຂົາບໍ່ຕໍ່ຕ້ານແນວຄິດຂອງຜູ້ຄົນ ຫຼື ພວກເຂົາບໍ່ເປີດເຜີຍແນວຄິດຂອງພວກເຂົາ, ແຮງໄກທີ່ພວກເຂົາຈະລິຮານຜູ້ຄົນສຳລັບຄວາມຂາດຕົກບົກຜ່ອງ ຫຼື ການເສື່ອມຊາມຂອງພວກເຂົາເລີຍ. ຄົນສ່ວນໃຫຍ່ທີ່ຕິດຕາມພວກເຂົາກໍຮັບໃຊ້ດ້ວຍພອນສະຫວັນຂອງພວກເຂົາ ແລະ ສິ່ງທີ່ພວກເຂົາສະແດງອອກມາມີພຽງແນວຄິດທາງສາສະໜາ ແລະ ທິດສະດີໃນສາສະໜາສາດ, ເຊິ່ງບໍ່ໄດ້ສຳຜັດກັບຄວາມເປັນຈິງ ແລະ ບໍ່ສາມາດໃຫ້ມອບຊີວິດໃຫ້ແກ່ຜູ້ຄົນແທ້ໆ. ໃນຄວາມຈິງ ແກ່ນແທ້ຂອງພາລະກິດຂອງພວກເຂົາແມ່ນການບຳລຸງລ້ຽງພອນສະຫວັນ, ລ້ຽງດູບຸກຄົນທີ່ບໍ່ມີຫຍັງເລີຍໃຫ້ກາຍເປັນຜູ້ສຳເລັດທີ່ມີພອນສະຫວັນຈາກການສຳມະນາ ເຊິ່ງຕໍ່ມາກໍໄດ້ເປັນຜູ້ປະຕິບັດພາລະກິດ ແລະ ນໍາພາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ
ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໄສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໄສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ແລ້ວນິໄສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່ ເຊິ່ງພິສູດໃຫ້ເຫັນວ່າການທີ່ເຈົ້າຮັບໃຊ້ພຣະເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າເອງ ນັ້ນກໍຄືການຮັບໃຊ້ຂອງເຈົ້າແມ່ນອີງຕາມທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ. ຍິ່ງໄປກວ່ານັ້ນ, ເຈົ້າຍັງຄິດສະເໝີວ່າສິ່ງທີ່ເຈົ້າເຕັມໃຈເຮັດຄືສິ່ງທີ່ພຣະເຈົ້າເພິ່ງພໍໃຈ ແລະ ສິ່ງທີ່ເຈົ້າບໍ່ປາຖະໜາເຮັດຄືສິ່ງທີ່ພຣະເຈົ້າກຽດຊັງ; ທັງໝົດທີ່ເຈົ້າເຮັດແມ່ນອີງຕາມຄວາມມັກຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ມັນຈະບໍ່ມີການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ການຮັບໃຊ້ຂອງເຈົ້າຈະເຮັດໃຫ້ເຈົ້າດື້ດ້ານຍິ່ງຂຶ້ນກວ່າເກົ່າ, ນີ້ຈະຝັງເລິກເຂົ້າໃນນິໄສອັນເສື່ອມຊາມຂອງເຈົ້າ ແລະ ດ້ວຍເຫດນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າເອງ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນແບບນີ້ສາມາດຈັດຢູ່ໃນກຸ່ມພວກຟາຣີຊາຍ ແລະ ສາວົກຂອງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ແລະ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ. ຖ້າຜູ້ທີ່ຮັບໃຊ້ພຣະເຈົ້າເຮັດຕາມນິໄສຂອງພວກເຂົາ ແລະ ກະທໍາຕາມຄວາມປະສົງສ່ວນຕົວຂອງພວກເຂົາແລ້ວ, ພວກເຂົາແມ່ນຕົກຢູ່ໃນຄວາມສ່ຽງທີ່ຈະຖືກຂັບໄລ່ອອກທຸກເວລາ. ຜູ້ທີ່ໃຊ້ປະສົບການສະສົມມາຫຼາຍປີໃນການຮັບໃຊ້ພຣະເຈົ້າເພື່ອເອົາຊະນະໃຈຄົນອື່ນ, ສັ່ງສອນພວກເຂົາ ແລະ ຄວບຄຸມພວກເຂົາ; ຢືນຢູ່ທີ່ສູງສົ່ງ ແລະ ຜູ້ທີ່ບໍ່ເຄີຍກັບໃຈ, ບໍ່ເຄີຍສາລະພາບບາບຂອງພວກເຂົາ ແລະ ບໍ່ເຄີຍປ່ອຍວາງຜົນປະໂຫຍດຈາກຕຳແໜ່ງ ເຊິ່ງຜູ້ຄົນເຫຼົ່ານີ້ຈະລົ້ມລົງຕໍ່ໜ້າພຣະເຈົ້າ. ພວກເຂົາເປັນບຸກຄົນປະເພດດຽວກັບໂປໂລ ທີ່ອວດອ້າງຄວາມເປັນອາວຸໂສຂອງພວກເຂົາ ແລະ ໂອ້ອວດຄຸນວຸດທິຂອງພວກເຂົາ. ພຣະເຈົ້າຈະບໍ່ນໍາເອົາຄົນປະເພດນີ້ໄປສູ່ຄວາມສົມບູນ. ການຮັບໃຊ້ດັ່ງກ່າວນີ້ລົບກວນພາລະກິດຂອງພຣະເຈົ້າ. ຜູ້ຄົນມັກຍຶດຕິດກັບສິ່ງເກົ່າສະເໝີ. ພວກເຂົາຍຶດຕິດກັບແນວຄວາມຄິດໃນອະດີດ, ຍຶດຕິດກັບທຸກສິ່ງຈາກອະດີດ. ນີ້ແມ່ນອຸປະສັກອັນໃຫຍ່ຫຼວງຕໍ່ການຮັບໃຊ້ຂອງພວກເຂົາ. ຖ້າເຈົ້າບໍ່ສາມາດປະຖິ້ມພວກມັນ, ສິ່ງເຫຼົ່ານີ້ຈະບີບຮັດເຈົ້າຕະຫຼອດຊີວິດ. ພຣະເຈົ້າຈະບໍ່ຍົກຍໍເຈົ້າແມ່ນແຕ່ໜ້ອຍດຽວ ບໍ່ວ່າເຈົ້າຈະຫັກຂາແລ່ນ ຫຼື ຫັກຫຼັງເຈົ້າໂດຍໃຊ້ແຮງງານໜັກກໍຕາມ, ບໍ່ວ່າເຈົ້າຈະຖືກຂ້າໃນການຮັບໃຊ້ພຣະເຈົ້າກໍຕາມ. ກົງກັນຂ້າມ, ພຣະອົງຈະບອກວ່າເຈົ້າເປັນຄົນຊົ່ວຊ້າ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບໍລິການທາງສາສະໜາຕ້ອງຖືກລົບລ້າງ
ເຈົ້າຄິດວ່າການມີຄວາມຮູ້ຈະທຽບເທົ່າກັບການມີຄວາມຈິງບໍ? ນັ້ນບໍ່ແມ່ນມຸມມອງທີ່ສັບສົນບໍ? ເຈົ້າສາມາດເວົ້າກ່ຽວກັບຄວາມຮູ້ຫຼາຍຢ່າງເທົ່າກັບເມັດດິນຊາຍຢູ່ຫາດຊາຍ ແຕ່ທຸກສິ່ງໃນນັ້ນແມ່ນບໍ່ມີເສັ້ນທາງທີ່ແທ້ຈິງ. ການເຮັດແບບນັ້ນ, ເຈົ້າບໍ່ໄດ້ຫຼອກລວງຜູ້ຄົນບໍ? ເຈົ້າບໍ່ແມ່ນກໍາລັງເຮັດການສະແດງທີ່ວ່າງເປົ່າ ໂດຍບໍ່ມີເນື້ອຫາຫຍັງມາສະໜັບສະໜູນບໍ? ພຶດຕິກໍາທັງໝົດທີ່ກ່າວມານັ້ນເປັນໄພຕໍ່ຜູ້ຄົນ! ຍິ່ງທິດສະດີສູງສໍ່າໃດ ແລະ ຍິ່ງມັນປາສະຈາກຄວາມເປັນຈິງຫຼາຍສໍ່າໃດ, ມັນກໍຍິ່ງບໍ່ສາມາດນໍາເອົາຜູ້ຄົນເຂົ້າໄປສູ່ຄວາມເປັນຈິງໄດ້ສໍ່ານັ້ນ. ຍິ່ງທິດສະດີສູງສົ່ງສໍ່າໃດ, ມັນຍິ່ງເຮັດໃຫ້ເຈົ້າຂັດຂືນ ແລະ ຕໍ່ຕ້ານພຣະເຈົ້າ. ຢ່າປົກປ້ອງທິດສະດີຝ່າຍວິນຍານຫຼາຍເກີນໄປ, ມັນບໍ່ມີປະໂຫຍດຫຍັງ! ບາງຄົນກຳລັງເວົ້າກ່ຽວກັບທິດສະດີຝ່າຍວິນຍານເປັນເວລາຫຼາຍທົດສະວັດ ແລະ ພວກເຂົາໄດ້ກາຍມາເປັນຍັກໃນຄວາມເຊື່ອຜີ, ແຕ່ໃນທີ່ສຸດແລ້ວ ພວກເຂົາກໍຍັງບໍ່ສາມາດເຂົ້າສູ່ຄວາມເປັນຈິງຂອງຄວາມຈິງ. ເພາະພວກເຂົາບໍ່ໄດ້ປະຕິບັດ ຫຼື ມີປະສົບການກັບພຣະທຳຂອງພຣະເຈົ້າ, ພວກເຂົາຈຶ່ງບໍ່ມີຫຼັກການ ຫຼື ເສັ້ນທາງໃຫ້ປະຕິບັດ. ຜູ້ຄົນແບບນີ້ຂາດຄວາມເປັນຈິງຂອງຄວາມຈິງ, ສະນັ້ນ ພວກເຂົາຈະສາມາດນໍາຄົນອື່ນມາສູ່ເສັ້ນທາງຄວາມເຊື່ອທີ່ຖືກຕ້ອງໃນພຣະເຈົ້າໄດ້ແນວໃດ? ພວກເຂົາພຽງແຕ່ສາມາດພາໃຫ້ຜູ້ຄົນຫຼົງທາງເທົ່ານັ້ນ. ນີ້ບໍ່ແມ່ນການທຳຮ້າຍຄົນອື່ນ ແລະ ຕົນເອງບໍ? ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງສາມາດແກ້ໄຂບັນຫາທີ່ແທ້ຈິງທີ່ຢູ່ຕໍ່ໜ້າເຈົ້າ. ນັ້ນໝາຍຄວາມວ່າ ເຈົ້າຕ້ອງສາມາດປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ນໍາຄວາມຈິງເຂົ້າສູ່ການປະຕິບັດ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຄວາມເຊື່ອຟັງພຣະເຈົ້າ. ມີແຕ່ເມື່ອເຈົ້າໄດ້ເຂົ້າສູ່ຊີວິດເທົ່ານັ້ນ, ເຈົ້າຈຶ່ງມີຄຸນສົມບັດທີ່ຈະເຮັດວຽກໃຫ້ກັບພຣະເຈົ້າ ແລະ ມີແຕ່ເມື່ອເຈົ້າເສຍສະຫຼະໃຫ້ກັບພຣະເຈົ້າຢ່າງຈິງໃຈເທົ່ານັ້ນ, ເຈົ້າຈຶ່ງຈະຖືກຮອງຮັບໂດຍພຣະເຈົ້າ. ຢ່າເວົ້າໃຫຍ່ ແລະ ເວົ້າເຖິງທິດສະດີທີ່ໂອ້ອວດຢູ່ສະເໝີ; ນີ້ຄືສິ່ງທີ່ບໍ່ມີຈິງ. ການເທດສະໜາກ່ຽວກັບທິດສະດີຝ່າຍວິນຍານເພື່ອເຮັດໃຫ້ຜູ້ຄົນເທີດທູນເຈົ້າບໍ່ແມ່ນການເປັນພະຍານໃຫ້ກັບພຣະເຈົ້າ, ແຕ່ກົງກັນຂ້າມ ມັນຄືການໂອ້ອວດຕົນເອງ. ມັນບໍ່ໄດ້ເປັນປະໂຫຍດຫຍັງຕໍ່ຜູ້ຄົນແທ້ໆ ແລະ ບໍ່ໄດ້ອົບຮົມພວກເຂົາ ແລະ ສາມາດພາພວກເຂົາໃຫ້ນະມັດສະການທິດສະດີຝ່າຍວິນຍານຢ່າງງ່າຍດາຍ ແລະ ບໍ່ເອົາໃຈໃສ່ໃນການປະຕິບັດຄວາມຈິງ, ແລ້ວນີ້ບໍ່ແມ່ນການພາໃຫ້ຜູ້ຄົນຫຼົງທາງບໍ? ການເຮັດແບບນີ້ຈະກໍ່ໃຫ້ເກີດທິດສະດີ ແລະ ກົດລະບຽບທີ່ວ່າງເປົ່າຫຼາຍຢ່າງ ເຊິ່ງຈະຈຳກັດ ແລະ ສ້າງກັບດັກໃຫ້ແກ່ຜູ້ຄົນ; ມັນເປັນຕາອັບອາຍແທ້ໆ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຕັ້ງໃຈກັບຄວາມເປັນຈິງໃຫ້ຫຼາຍຂຶ້ນ
ຜູ້ໃດກໍ່ຕາມທີ່ບໍ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າແມ່ນຄົນທີ່ຕໍ່ຕ້ານພຣະອົງ ແລະ ຄົນທີ່ໄດ້ມາເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ ແຕ່ຍັງບໍ່ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ຍິ່ງຖືວ່າເປັນຄູ່ປໍລະປັກຂອງພຣະເຈົ້າ. ມີຄົນທີ່ອ່ານພຣະຄຳພີໃນຄຣິດຕະຈັກຫຼັງໃຫຍ່ໂຕ ແລະ ທ່ອງຈຳພຣະຄຳພີໝົດມື້ໝົດຄືນ ແຕ່ບໍ່ມີໃຜເລີຍໃນບັນດາພວກເຂົາທີ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ. ບໍ່ມີໃຜເລີຍໃນບັນດາພວກເຂົາທີ່ສາມາດຮູ້ຈັກພຣະເຈົ້າ; ແຮງໄກທີ່ຈະມີຜູ້ໃດໃນບັນດາພວກເຂົາເຮັດຕາມຄວາມປະສົງຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ໄຮ້ຄ່າ ແລະ ຊົ່ວຮ້າຍ, ແຕ່ລະຄົນກໍ່ຢືນຂຶ້ນສູງເພື່ອສັ່ງສອນພຣະເຈົ້າ. ພວກເຂົາຕັ້ງໃຈຕໍ່ຕ້ານພຣະເຈົ້າ ເຖິງແມ່ນວ່າພວກເຂົາແບກທຸງຂອງພຣະອົງກ ໂດຍອ້າງວ່າເຊື່ອໃນພຣະເຈົ້າ, ພວກເຂົາຍັງກິນເນື້ອໜັງ ແລະດື່ມເລືອດຂອງມະນຸດ. ຄົນດັ່ງກ່າວຄືຜີຮ້າຍທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຂອງມານຮ້າຍທີ່ຕັ້ງໃຈຂວາງທາງຄົນທີ່ພະຍາຍາມຍ່າງເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເປັນອຸປະສັກທີ່ກີດຂວາງຄົນທີ່ສະແຫວງຫາພຣະເຈົ້າ. ພວກເຂົາອາດປາກົດວ່າມີ “ລັດຖະທຳມະນູນທີ່ດີ” ແຕ່ຜູ້ຕິດຕາມຂອງພວກເຂົາຮູ້ໄດ້ແນວໃດວ່າພວກເຂົາເປັນພຽງແຕ່ຜູ້ຕໍ່ຕ້ານພຣະຄຣິດທີ່ນໍາພາຜູ້ຄົນໃຫ້ຕໍ່ຕ້ານພຣະເຈົ້າ? ຜູ້ຕິດຕາມຂອງພວກເຂົາຈະຮູ້ໄດ້ແນວໃດວ່າພວກເຂົາເປັນມານຮ້າຍທີ່ມີຊີວິດຢູ່ທີ່ອຸທິດຕົນໃຫ້ກັບການກືນກິນວິນຍານຂອງມະນຸດ?
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ