ບົດທີ 6 ຄວາມແຕກຕ່າງຫຼາຍລັກສະນະທີ່ເຈົ້າຄວນມີໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ

ພຣະທຳທີ່ສຳຄັນຂອງພຣະເຈົ້າ:

ໃນສາສະໜາ, ຫຼາຍຄົນໄດ້ທົນທຸກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງພວກເຂົາ: ພວກເຂົາເອົາຊະນະຮ່າງກາຍຂອງພວກເຂົາ ແລະ ແບກໄມ້ກາງແຂນຂອງພວກເຂົາ ແລະ ພວກເຂົາເຖິງກັບສືບຕໍ່ທົນທຸກ ແລະ ອົດກັ້ນໃນເວລາທີ່ເກືອບຕາຍແທ້ໆ! ບາງຄົນຍັງອົດອາຫານໃນຕອນເຊົ້າທີ່ພວກເຂົາຕາຍ. ຕະຫຼອດທັງຊີວິດຂອງພວກເຂົາ, ພວກເຂົາປະຕິເສດອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ດີໃຫ້ແກ່ຕົວພວກເຂົາເອງ, ໃສ່ໃຈກັບການທົນທຸກຢ່າງດຽວ. ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາ ແລະ ປະຖິ້ມເນື້ອໜັງຂອງພວກເຂົາ. ວິນຍານແຫ່ງການອົດກັ້ນຕໍ່ການທົນທຸກຂອງພວກເຂົາເປັນຕາຊົມເຊີຍ. ແຕ່ຄວາມຄິດຂອງພວກເຂົາ, ແນວຄິດຂອງພວກເຂົາ, ທ່າທີ່ທາງຈິດໃຈຂອງພວກເຂົາ ແລະ ແນ່ນອນ ທຳມະຊາດເດີມຂອງພວກເຂົາບໍ່ໄດ້ຖືກຈັດການແມ່ນແຕ່ໜ້ອຍດຽວ. ພວກເຂົາຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ. ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນພາບດັ້ງເດີມກ່ຽວກັບພຣະເຈົ້າທີ່ບໍ່ມີຕົວຕົນ ແລະ ເລືອນລອຍ. ຄວາມເດັດດ່ຽວຂອງພວກເຂົາທີ່ຈະທົນທຸກເພື່ອພຣະເຈົ້າແມ່ນມາຈາກຄວາມກະຕືລືລົ້ນຂອງພວກເຂົາ ແລະ ທຳມະຊາດດ້ານບວກຂອງພວກເຂົາ. ເຖິງແມ່ນພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ສາມາດເຂົ້າໃຈພຣະອົງ ຫຼື ຮູ້ຈັກເຖິງຄວາມປະສົງຂອງພຣະອົງໄດ້. ພວກເຂົາພຽງແຕ່ເຮັດວຽກ ແລະ ທົນທຸກເພື່ອພຣະເຈົ້າແບບຕາບອດ. ພວກເຂົາບໍ່ໄດ້ໃຫ້ຄຸນຄ່າຫຍັງໃນການເຮັດດ້ວຍສະຕິປັນຍາ, ສົນໃຈແຕ່ໜ້ອຍດຽວກັບວິທີທີ່ຈະຮັບປະກັນວ່າການຮັບໃຊ້ຂອງພວກເຂົາບັນລຸຕາມຄວາມປະສົງຂອງພຣະເຈົ້າແທ້ໆ ແລະ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງວິທີທີ່ຈະບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ. ພຣະເຈົ້າທີ່ພວກເຂົາຮັບໃຊ້ບໍ່ແມ່ນພຣະເຈົ້າໃນລັກສະນະເດີມຂອງພຣະອົງ, ແຕ່ເປັນພຣະເຈົ້າທີ່ເຊື່ອງໃນເລື່ອງເລົ່າລື, ຜະລິດຕະຜົນຂອງຈິນຕະນາການຂອງພວກເຂົາເອງ, ພຣະເຈົ້າທີ່ພວກເຂົາໄດ້ຍິນ ຫຼື ຄົ້ນພົບໃນບົດຂຽນເທົ່ານັ້ນ. ແລ້ວພວກເຂົາກໍໃຊ້ຈິນຕະນາການທີ່ອຸດົມສົມບູນ ແລະ ຄວາມເຄັ່ງສາສະໜາຂອງພວກເຂົາເພື່ອທົນທຸກເພື່ອພຣະເຈົ້າ ແລະ ຮັບເອົາພາລະກິດຂອງພຣະເຈົ້າ. ການຮັບໃຊ້ພວກເຂົາກໍບໍ່ແນ່ນອນເກີນໄປ ຈົນເຖິງກັບວ່າໃນພາກປະຕິບັດຕົວຈິງແລ້ວ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈະສາມາດຮັບໃຊ້ຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າພວກເຂົາຈະທົນທຸກດ້ວຍຄວາມຍິນດີແບບໃດກໍຕາມ, ທັດສະນະເດີມຂອງພວກເຂົາກ່ຽວກັບການຮັບໃຊ້ ແລະ ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງບໍ່ໄດ້ປ່ຽນແປງ, ເພາະພວກເຂົາບໍ່ໄດ້ຜະເຊີນກັບການພິພາກສາ, ການຂ້ຽນຕີ, ການຫຼໍ່ຫຼອມ ແລະ ການເຮັດໃຫ້ສົມບູນຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດນໍາພາພວກເຂົາໂດຍໃຊ້ຄວາມຈິງ. ເຖິງແມ່ນພວກເຂົາເຊື່ອໃນພຣະເຢຊູພຣະຜູ້ໄຖ່, ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ເຄີຍເຫັນພຣະຜູ້ໄຖ່. ພວກເຂົາພຽງແຕ່ຮູ້ຈັກກ່ຽວກັບພຣະອົງຜ່ານທາງເລື່ອງເລົ່າລື ແລະ ຄຳບອກເລົ່າ. ຜົນຕາມມາກໍຄື ການຮັບໃຊ້ຂອງພວກເຂົາກໍພຽງແຕ່ເທົ່າກັບການຮັບໃຊ້ຕາມເວນຕາມກຳໂດຍລັບຕາເທົ່ານັ້ນ, ຄືກັບຄົນຕາບອດຮັບໃຊ້ພໍ່ຂອງເຂົາເອງ. ໃນທີ່ສຸດແລ້ວ ແມ່ນຫຍັງຈະສາມາດຖືກບັນລຸໄດ້ໂດຍການຮັບໃຊ້ດັ່ງກ່າວ? ແລ້ວຜູ້ໃດຈະເຫັນດີໃນການຮັບໃຊ້ນັ້ນ? ຕັ້ງແຕ່ຕົ້ນຈົນຈົບ, ການຮັບໃຊ້ຂອງພວກເຂົາຍັງເໝືອນເດີມໂດຍຕະຫຼອດ; ພວກເຂົາພຽງແຕ່ຮັບເອົາບົດຮຽນທີ່ມະນຸດສ້າງຂຶ້ນ ແລະ ອີງການຮັບໃຊ້ຂອງພວກເຂົາໃສ່ທຳມະຊາດຂອງພວກເຂົາ ແລະ ຄວາມມັກຂອງພວກເຂົາເອງເທົ່ານັ້ນ. ສິ່ງນີ້ຈະສາມາດໃຫ້ລາງວັນຫຍັງໄດ້? ບໍ່ແມ່ນແຕ່ເປໂຕ ຜູ້ທີ່ໄດ້ເຫັນພຣະເຢຊູ ຮູ້ຈັກວິທີຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ; ເພິ່ນພຽງແຕ່ຮູ້ຈັກສິ່ງນີ້ໃນເວລາສຸດທ້າຍ, ໃນຊ່ວງທີ່ລາວອາຍຸເຖົ້າແລ້ວ. ສິ່ງນີ້ບອກຫຍັງກ່ຽວກັບຄົນຕາບອດເຫຼົ່ານັ້ນ ທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ຫຼື ການຖືກຮານແມ່ນແຕ່ໜ້ອຍດຽວ ແລະ ຜູ້ທີ່ບໍ່ມີຜູ້ໃດນໍາພາພວກເຂົາ? ການຮັບໃຊ້ຂອງຫຼາຍຄົນທ່າມກາງພວກເຈົ້າໃນປັດຈຸບັນບໍ່ໄດ້ເປັນດັ່ງການຮັບໃຊ້ຂອງຄົນຕາບອດເຫຼົ່ານີ້ບໍ? ທຸກຄົນທີ່ບໍ່ໄດ້ຮັບເອົາການພິພາກສາ, ບໍ່ໄດ້ຮັບເອົາການຮານ ແລະ ການຈັດການ ແລະ ຜູ້ທີ່ບໍ່ໄດ້ປ່ຽນແປງ, ພວກເຂົາບໍ່ແມ່ນລ້ວນແຕ່ຖືກເອົາຊະນະຢ່າງບໍ່ຄົບຖ້ວນບໍ? ຜູ້ຄົນເຫຼົ່ານັ້ນມີປະໂຫຍດຫຍັງ? ຖ້າຄວາມຄິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດຂອງເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າບໍ່ໄດ້ສະແດງເຖິງການປ່ຽນແປງໃໝ່ ແລະ ເຈົ້າບໍ່ໄດ້ຮັບເອົາຫຍັງຢ່າງແທ້ຈິງ, ແລ້ວເຈົ້າກໍຈະບໍ່ບັນລຸຫຍັງທີ່ພິເສດໃນການຮັບໃຊ້ຂອງເຈົ້າຈັກເທື່ອ! ຫາກປາສະຈາກນິມິດ ແລະ ຄວາມຮູ້ໃໝ່ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍບໍ່ສາມາດຖືກເອົາຊະນະໄດ້. ແລ້ວວິທີການຕິດຕາມພຣະເຈົ້າຂອງເຈົ້າກໍຈະເປັນຄືກັບຄົນທີ່ທົນທຸກ ແລະ ອົດອາຫານ: ມີຄຸນຄ່າໜ້ອຍດຽວ! ມັນເປັນຍ້ອນວ່າມີຄຳພະຍານເລັກໜ້ອຍໃນສິ່ງທີ່ພວກເຂົາເຮັດແທ້ໆ, ເຮົາຈຶ່ງເວົ້າວ່າການຮັບໃຊ້ຂອງພວກເຂົາບໍ່ມີປະໂຫຍດ! ພວກເຂົາໃຊ້ຊີວິດຂອງພວກເຂົາໃນການທົນທຸກ ແລະ ນັ່ງໃນຄຸກ; ພວກເຂົາບໍ່ເຄີຍອົດທົນ, ຮັກ ແລະ ພວກເຂົາບໍ່ເຄີຍວາງໄມ້ກາງແຂນທີ່ພວກເຂົາແບກນັ້ນລົງຈັກເທື່ອ, ພວກເຂົາຖືກໂລກເຍາະເຍີ້ຍ ແລະ ປະຕິເສດ, ພວກເຂົາຜະເຊີນກັບຄວາມລຳບາກທຸກຢ່າງ ແລະ ເຖິງແມ່ນ ພວກເຂົາເຊື່ອຟັງຈົນເຖິງທີ່ສຸດ, ພວກເຂົາກໍຍັງບໍ່ຖືກເອົາຊະນະ ແລະ ບໍ່ສາມາດເປັນພະຍານເຖິງການຖືກເອົາຊະນະ. ພວກເຂົາໄດ້ທົນທຸກຢ່າງຫຼວງຫຼາຍ, ແຕ່ຂ້າງໃນແລ້ວ ພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ຄວາມຄິດເດີມຂອງພວກເຂົາ, ແນວຄິດເດີມ, ການປະຕິບັດທາງສາສະໜາ, ຄວາມຮູ້ທີ່ມະນຸດສ້າງຂຶ້ນ ແລະ ແນວຄິດຂອງມະນຸດບໍ່ໄດ້ຖືກຈັດການ. ບໍ່ມີແມ່ນແຕ່ຄວາມຮູ້ໃໝ່ຈຳນວນໜ້ອຍໜຶ່ງໃນພວກເຂົາ. ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າບໍ່ຖືກຕ້ອງ ຫຼື ທ່ຽງກົງແມ່ນແຕ່ເລັກນ້ອຍ. ພວກເຂົາເຂົ້າໃຈຄວາມປະສົງຂອງພຣະເຈົ້າຜິດ. ສິ່ງນີ້ແມ່ນຮັບໃຊ້ພຣະເຈົ້າບໍ? ບໍ່ວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າເປັນແນວໃດກໍຕາມໃນອະດີດ, ຖ້າມັນເປັນເໝືອນເດີມໃນປັດຈຸບັນ ແລະ ເຈົ້າສືບຕໍ່ອີງຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າຕາມແນວຄິດ ແລະ ຄວາມຄິດຂອງເຈົ້າເອງ ໂດຍບໍ່ສົນວ່າພຣະເຈົ້າເຮັດຫຍັງກໍຕາມ, ຖ້າເຈົ້າບໍ່ມີຄວາມຮູ້ທີ່ໃໝ່ ແລະ ແທ້ຈິງກ່ຽວກັບພຣະເຈົ້າ ແລະ ຖ້າເຈົ້າລົ້ມເຫຼວທີ່ຈະຮູ້ຈັກລັກສະນະ ແລະ ອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ, ຖ້າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຍັງຖືກນໍາພາໂດຍຄວາມຄິດທີ່ເປັນສັກດີນາ ແລະ ງົມງວາຍ ແລະ ຍັງມາຈາກຈິນຕະນາການ ແລະ ແນວຄິດຂອງມະນຸດ, ແລ້ວເຈົ້າກໍບໍ່ໄດ້ຖືກເອົາຊະນະ. ເຮົາເວົ້າພຣະທຳທັງໝົດເຫຼົ່ານີ້ຕໍ່ເຈົ້າໃນປັດຈຸບັນ ເພື່ອວ່າເຈົ້າອາດຮູ້, ເພື່ອວ່າຄວາມຮູ້ນີ້ອາດນໍາພາເຈົ້າໄປສູ່ຄວາມຮູ້ໃໝ່ກວ່າທີ່ຖືກຕ້ອງ; ເຮົາຍັງເວົ້າພຣະທຳເຫຼົ່ານີ້ເພື່ອກຳຈັດແນວຄິດເດີມ ແລະ ວິທີການຮູ້ຈັກແບບເດີມໆໃນຕົວເຈົ້າ, ເພື່ອວ່າເຈົ້າຈະມີຄວາມຮູ້ໃໝ່. ຖ້າເຈົ້າກິນ ແລະ ດື່ມພຣະທຳຂອງເຮົາແທ້ໆ, ແລ້ວຄວາມຮູ້ຂອງເຈົ້າກໍຈະປ່ຽນແປງຢ່າງຫຼວງຫຼາຍ. ຕາບໃດທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຫົວໃຈແຫ່ງການເຊື່ອຟັງ, ແລ້ວທັດສະນະຂອງເຈົ້າກໍຈະປ່ຽນເປັນກົງກັນຂ້າມ. ຕາບໃດທີ່ເຈົ້າສາມາດຍອມຮັບເອົາການຂ້ຽນຕີຊໍ້າໆ, ຄວາມຄິດເດີມຂອງເຈົ້າກໍຈະປ່ຽນແປງເທື່ອລະໜ້ອຍ. ຕາບໃດທີ່ຄວາມຄິດເດີມຂອງເຈົ້າຖືກແທນດ້ວຍຄວາມຄິດໃໝ່ທັງໝົດ, ການປະຕິບັດຂອງເຈົ້າກໍຈະປ່ຽນແປງຕາມເຊັ່ນກັນ. ໃນລັກສະນະນີ້, ການຮັບໃຊ້ຂອງເຈົ້າຈະຍິ່ງຖືກເປົ້າໄດ້ຫຼາຍຂຶ້ນເລື້ອຍໆ, ສາມາດບັນລຸຕາມຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ຖ້າເຈົ້າສາມາດປ່ຽນແປງຊີວິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດມະນຸດຂອງເຈົ້າ ແລະ ແນວຄິດຫຼາຍຢ່າງຂອງເຈົ້າກ່ຽວກັບພຣະເຈົ້າ, ແລ້ວທຳມະຊາດຂອງເຈົ້າກໍຈະຫາຍໄປເທື່ອລະໜ້ອຍ. ສິ່ງນີ້ ແລະ ສິ່ງອື່ນທີ່ຫຼາຍປະມານນີ້ແມ່ນຜົນສະທ້ອນ ເມື່ອພຣະເຈົ້າເອົາຊະນະຜູ້ຄົນ, ມັນຄືການປ່ຽນແປງທີ່ເກີດຂຶ້ນໃນຜູ້ຄົນ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ຖ້າສິ່ງທີ່ເຈົ້າຮູ້ມີແຕ່ການເອົາຊະນະຮ່າງກາຍຂອງເຈົ້າ ແລະ ການອົດກັ້ນ ແລະ ການທົນທຸກ ແລະ ເຈົ້າບໍ່ຮູ້ວ່ານັ້ນແມ່ນສິ່ງທີ່ຖືກຕ້ອງ ຫຼື ຜິດ, ແຮງໄກທີ່ຮູ້ຈັກວ່າເຮັດເພື່ອຜູ້ໃດ, ແລ້ວການປະຕິບັດດັ່ງກ່າວຈະນໍາໄປສູ່ການປ່ຽນແປງໄດ້ແນວໃດ?

(ຄັດຈາກບົດ “ເບື້ອງຫຼັງທີ່ແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ເມື່ອເວລາໃດທີ່ກຸ່ມຄົນບູຊາສາສາໜາດັ່ງກ່າວນັ້ນຊຸມນຸມກັນ ພວກເຂົ້າກໍຈະຖາມກັນວ່າ “ຄຸນແມ່, ເຈົ້າເປັນແນວໃດມື້ນີ້,” ເພິ່ນກໍຈະຕອບວ່າ “ເຮົາມີຄວາມຮູ້ສຶກຕິດໜີ້ບຸນຄຸນພຣະເຈົ້າ ທີ່ເຮົາບໍ່ສາມາດບັນລຸຄວາມປາດຖະໜາໃນນໍ້າພຣະໄທຂອງພຣະອົງໄດ້.” ອີກຄົນໜຶ່ງກໍເວົ້າວ່າ, “ເຮົາຄືກັນຮູ້ສຶກຕິດໜີບຸນຄຸນຕໍ່ພຣະເຈົ້າ ແລະ ບໍ່ສາມາດເຮັດໃຫ້ພຣະອົງເພິ່ງພໍໃຈໄດ້.” ປະໂຫຍກເລັກນ້ອຍເຫຼົ່ານີ້ ແລະ ພຽງຄໍາເວົ້າຢ່າງດຽວນີ້ ກໍສະແດງໃຫ້ເຫັນຄວາມຊົ່ວຊ້າທີ່ຝັງເລິກຢູ່ໃນຫົວໃຈຂອງພວກເຂົາແລ້ວ. ຄໍາເວົ້າດັ່ງກ່າວແມ່ນບໍ່ດີ ແລະ ເປັນຕາລັງກຽດທີ່ສຸດ. ພວກເຂົາແມ່ນຕ້ານພຣະເຈົ້າໂດຍກໍາເນີດ. ຜູ້ທີ່ເອົາໃຈໃສ່ໃນຄວາມເປັນຈິງແມ່ນຈະສື່ສານແຕ່ສິ່ງທີ່ຢູ່ໃນໃຈຂອງພວກເຂົາ ແລະ ເປີດອົກເປີດໃຈໃນການສື່ສານ. ບໍ່ແມ່ນການສະແດງອອກແບບຜິດ, ບໍ່ສຸພາບ ຫຼື ການໂອ້ລົມກັນທີ່ບໍ່ມີປະໂຫຍດ. ມັນກໍເປັນເລຶ່ອງທໍາມະດາຢູ່ແລ້ວ ແລະ ບໍ່ມີກົດລະບຽບໃດໃນໂລກທີ່ຕ້ອງປະຕິບັດຕາມ. ແຕ່ຍັງມີບາງຄົນທີ່ມີຄວາມຫຼົງໄຫຼສໍາລັບການສະແດງຕົນສູ່ພາຍນອກເຖິງແມ່ນວ່າມັນບໍ່ມີຄວາມໝາຍຫຍັງ. ເມື່ອຄົນໜື່ງຮ້ອງເພງພວກເຂົາກໍເລິ່ມຟ້ອນ ເຊິ່ງບໍ່ຮູ້ເລີຍວ່າ ເຂົ້າທີ່ຢູ່ໃນໝໍ້ຂອງພວກເຂົາແມ່ນຖືກໄຟໄໝ້ໝົດແລ້ວ. ການປະພຶດຂອງພວກເຂົາດັ່ງກ່າວບໍ່ແມ່ນຄວາມເຫຼື້ອມໃສສັດທາໃນພຣະເຈົ້າ ຫຼື ມີກຽດຕິຍົດຫຍັງ ແລະ ບໍ່ມີຄຸນຄ່າຫຍັງທັງສິ້ນ. ທັງໝົດນີ້ແມ່ນການສະແດງອອກເຖິງການຂາດຄວາມເປັນຈິງ! ບາງຄົນພາກັນເຕົ້າໂຮມກັນເພື່ອເວົ້າເລື່ອງບັນຫາຊີວິດໃນຈິດວິນຍານ ແລະ ເຖິງແມ່ນວ່າພວກເຂົາບໍ່ໄດ້ເວົ້າເຖິງການຕິດໜີ້ຄຸນຕໍ່ພຣະເຈົ້າກໍຕາມ ພວກເຂົາກໍເກັບຄວາມຮັກອັນແທ້ຈິງທີ່ມີຕໍ່ພຣະອົງໄວ້ພາຍໃນໃຈຂອງພວກເຂົາ. ການຕິດໜີ້ບຸນຄຸນຕໍ່ພຣະເຈົ້າຂອງເຈົ້າແມ່ນບໍ່ກ່ຽວຂ້ອງຫຍັງກັບຄົນອື່ນເລີຍ, ເຈົ້າຕິດໜີ້ບຸນຄຸນຕໍ່ພຣະເຈົ້າ ບໍ່ແມ່ນຕິດໜີ້ບຸນຄຸນຕໍ່ມະນຸດ. ສະນັ້ນ ຈະມີຜົນປະໂຫຍດຫຍັງທີ່ເຈົ້າຕ້ອງເວົ້າເຖິງເລຶ່ອງນີ້ກັບຄົນອື່ນຕະຫຼອດເວລາ? ເຈົ້າຕ້ອງໃຫ້ຄວາມສໍາຄັນໃນການເຂົ້າຫາຄວາມເປັນຈິງ, ບໍ່ແມ່ນໃຫ້ຄວາມສໍາຄັນກັບການກະຕຶລືລົ້ນ ຫຼື ການສະແດງຕົນອອກສູ່ພາຍນອກ.

ການກະທໍາດີແບບຜິວເຜີນຂອງມະນຸດແມ່ນສະແດງເຖິງຫຍັງ? ມັນສະແດງເຖິງຮ່າງກາຍພາຍນອກ. ການປະຕິບັດພາຍນອກທີ່ດີທີສຸດ ບໍ່ແມ່ນຕົວແທນຂອງຊີວິດ ມີແຕ່ຄຸນສົມບັດພາຍໃນຕົວຂອງເຈົ້າເທົ່ານັ້ນທີ່ເປັນຕົວແທນຊີວິດຂອງເຈົ້າທີ່ແທ້ຈິງ. ການປະຕິບັດພາຍນອກຂອງມະນຸດບໍ່ສາມາດບັນລຸຄວາມປາຖະໜາຂອງພຣະເຈົ້າໄດ້. ເຈົ້າເວົ້າເຖິງການຕິດໜີ້ບຸນຄຸນຕໍ່ພຣະເຈົ້າຕະຫຼອດເວລາ ແຕ່ເຈົ້າບໍ່ສາມາດຈັດຕຽມຊີວິດຂອງຄົນອື່ນ ຫຼື ປຸກຈິດສໍານຶກຄົນອື່ນໃຫ້ຮັກພຣະເຈົ້າໄດ້, ແລ້ວເຈົ້າເຊື່ອວ່າການກະທໍາດັ່ງກ່າວນັ້ນເປັນທີ່ພໍໃຈຂອງພຣະເຈົ້າບໍ? ເຈົ້າເຊື່ອວ່ານີ້ຄືຄວາມຕ້ອງການຂອງພຣະເຈົ້າ, ນີ້ຄືແນວທາງທີ່ຖືກຕ້ອງ ແຕ່ໃນຄວາມເປັນຈິງແລ້ວນີ້ຄືເລື່ອງທີ່ໄຮ້ເຫດຜົນທີ່ສຸດ. ເຈົ້າເຊື່ອວ່າສິ່ງໃດທີ່ເຈົ້າພໍໃຈ ແລະ ສິ່ງໃດທີ່ເຈົ້າປາຖະໜາແມ່ນສິ່ງທີ່ພຣະເຈົ້າສັນລະເສີນຍິນດີ. ສິ່ງທີ່ເຈົ້າພໍໃຈສາມາດເປັນຕົວແທນຂອງພຣະເຈົ້າໄດ້ບໍ່? ບຸກຄະລິກຂອງມະນຸດ ສາມາດເປັນຕົວແທນພຣະເຈົ້າໄດ້ບໍ່? ສິ່ງທີ່ເຈົ້າພໍໃຈ ແທ້ຈິງແລ້ວກໍຄືສິ່ງທີ່ພຣະເຈົ້າກຽດຊັງ ແລະ ນິໄສຂອງເຈົ້າກໍຄືສິ່ງທີ່ພຣະເຈົ້າບໍ່ມັກ ແລະ ບໍ່ຍອມຮັບ. ຖ້າເຈົ້າບໍ່ອະທິຖານຫາພຣະເຈົ້າ ແລະ ຍັງດຶງຄວາມສົນໃຈໃຫ້ກັບຕົນເອງຢູ່ຕໍ່ໜ້າຄົນອື່ນແບບນີ້ຕະຫຼອດເວລາ, ເຈົ້າຈະສາມາດບັນລຸຄວາມປາດຖະໜາຂອງພຣະເຈົ້າໄດ້ແນວໃດ? ຖ້າການກະທໍາຂອງເຈົ້າແມ່ນຍັງຢູ່ໃນຮູບແບບພາຍນອກເທົ່ານັ້ນ, ນີ້ກໍໝາຍຄວາມວ່າເຈົ້າຄືຄົນທີ່ໄຮ້ປະໂຫຍດທີ່ສຸດ. ຜູ້ທີ່ພຽງກະທໍາດີແບບຜິວເຜີນ ແຕ່ຂາດຄວາມເປັນຈິງແມ່ນຄົນແບບໃດ? ຄົນແບບນັ້ນກໍຄືພວກຟາຣິຊາຍທີ່ໜ້າຊື່ໃຈຄົດ ແລະ ພວກທີ່ບູຊາສາສະໜາ. ຖ້າພວກເຈົ້າຍັງບໍ່ເຊົາໃນການປະຕິບັດພຽງພາຍນອກ ແລະ ບໍ່ຍອມປ່ຽນແປງ, ຄວາມໜ້າຊື່ໃຈຄົດທີ່ມີຢູ່ໃນຕົວພວກເຈົ້າກໍຈະເພິ່ມທະວີຂຶ້ນເລື່ອຍໆ. ຍິ່ງຄວາມໜ້າຊື່ໃຈຄົດເພີ່ມຂຶ້ນຫຼາຍເທົ່າໃດ, ການຕໍ່ຕ້ານຕໍ່ພຣະເຈົ້າກໍຍິ້ງເພີ່ມຂຶ້ນຫຼາຍເທົ່ານັ້ນ ແລະ ໃນທີ່ສຸດຄົນປະເພດນີ້ກໍຈະຖືກປະປ່ອຍຖິ້ມ!

(ຄັດຈາກບົດ “ການເຊື່ອໃນພຣະເຈົ້າຄວນເອົາໃຈໃສ່ຄວາມເປັນຈິງ ບໍ່ແມ່ນພິທີກໍາທາງສາສະໜາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້ : 6. ຄວາມແຕກຕ່າງລະຫວ່າງຜູ້ນໍາທີ່ແທ້ຈິງ ແລະ ປອມ ແລະ ລະຫວ່າງຄົນລ້ຽງແກະທີ່ແທ້ຈິງ ແລະ ປອມ

ຕໍ່ໄປ : 1. ການຮູ້ຈັກແຫຼ່ງທີ່ມາຂອງການທີ່ຜູ້ຄົນຕໍ່ຕ້ານພາລະກິດໃໝ່ຂອງພຣະເຈົ້າໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້