ກ່ຽວກັບພຣະຄຳພີ (2)

ພຣະຄຳພີຍັງຖືກເອີ້ນວ່າ ພຣະສັນຍາເດີມ ແລະ ໃໝ່. ພວກເຈົ້າຮູ້ບໍ່ວ່າ “ພຣະສັນຍາ” ໝາຍເຖິງຫຍັງ? “ພຣະສັນຍາ” ໃນພຣະສັນຍາເດີມມາຈາກຄຳໝັ້ນສັນຍາຂອງພຣະເຈົ້າເຢໂຮວາທີ່ມີຕໍ່ປະຊາຊົນອິດສະຣາເອນ ໃນຕອນທີ່ພຣະອົງຂ້າຊາວອີຢິບ ແລະ ຊ່ວຍຊາວອິດສະຣາເອນຈາກຟາໂຣ. ແນ່ນອນ, ເຄື່ອງພິສູດຂອງຄຳໝັ້ນສັນຍານີ້ແມ່ນເລືອດຂອງແກະທີ່ທາໄວ້ເທິງຂອບປະຕູ ໂດຍທີ່ພຣະເຈົ້າສ້າງຄຳໝັ້ນສັນຍາກັບມະນຸດ ເຊິ່ງເປັນຄຳໝັ້ນສັນຍາທີ່ວ່າ ທຸກຄົນທີ່ມີເລືອດແກະຢູ່ເທິງ ແລະ ຂ້າງຂອບປະຕູແມ່ນຊາວອິດສະຣາເອນ, ພວກເຂົາແມ່ນຄົນທີ່ພຣະເຈົ້າຊົງເລືອກໄວ້ ແລະ ພວກເຂົາຈະຖືກພຣະເຢໂຮວາລະເວັ້ນ (ຍ້ອນວ່າ ໃນຕອນນັ້ນ ພຣະເຢໂຮວາກຳລັງຈະຂ້າບຸດຊາຍກົກທັງໝົດຂອງອີຢິບ ລວມທັງແກະ ແລະ ງົວຄວາຍຫົວປີ). ຄຳໝັ້ນສັນຍານີ້ມີຄວາມໝາຍຢູ່ສອງລະດັບ. ບໍ່ມີຄົນໃດ ຫຼື ສັດໂຕໃດຂອງອີຢິບທີ່ຈະໄດ້ຮັບການຊ່ວຍເຫຼືອຈາກພຣະເຢໂຮວາ; ພຣະອົງຈະຂ້າບຸດຊາຍກົກ ລວມທັງແກະ ແລະ ງົວຄວາຍຫົວປີທັງໝົດ. ສະນັ້ນ ໃນໜັງສືຫຼາຍເຫຼັ້ມແຫ່ງການທໍານາຍ, ມັນຈຶ່ງຖືກທຳນາຍລ່ວງໜ້າໄວ້ວ່າ ຊາວອີຢິບຈະຖືກຕີສອນຢ່າງຮຸນແຮງ ເຊິ່ງເປັນຜົນມາຈາກຄຳໝັ້ນສັນຍາຂອງພຣະເຢໂຮວາ. ນີ້ແມ່ນຄວາມໝາຍໃນລະດັບທຳອິດຂອງຄຳໝັ້ນສັນຍາ. ພຣະເຢໂຮວາໄດ້ຂ້າບຸດຊາຍກົກຂອງອີຢິບ ແລະ ສັດລ້ຽງຫົວປີທັງໝົດຂອງອີຢິບ ແລະ ພຣະອົງລະເວັ້ນຊາວອິດສະຣາເອນທັງໝົດ ເຊິ່ງໝາຍຄວາມວ່າ ທຸກຄົນທີ່ເກີດຈາກດິນແດນແຫ່ງອິດສະຣາເອນແມ່ນຖືກພຣະເຢໂຮວາຮັກສາໄວ້ ແລະ ຈະຖືກລະເວັ້ນທຸກຄົນ; ພຣະອົງປາຖະໜາທີ່ຈະປະຕິບັດພາລະກິດໄລຍະຍາວໃນພວກເຂົາ ແລະ ສ້າງຄຳໝັ້ນສັນຍາກັບພວກເຂົາ ໂດຍໃຊ້ເລືອດແກະ. ຈາກຕອນນັ້ນເປັນຕົ້ນໄປ, ພຣະເຢໂຮວາຈະບໍ່ຂ້າຊາວອິດສະຣາເອນ ແລະ ກ່າວວ່າ ພວກເຂົາຈະເປັນຄົນທີ່ຖືກເລືອກຂອງພຣະອົງຕະຫຼອດໄປ. ທ່າມກາງສິບສອງຊົນເຜົ່າຂອງອິດສະຣາເອນ, ພຣະອົງຈະເລີ່ມລົງມືປະຕິບັດພາລະກິດຂອງພຣະອົງສຳລັບຍຸກແຫ່ງພຣະບັນຍັດທັງໝົດ, ພຣະອົງຈະເປີດເຜີຍພຣະບັນຍັດທຸກຂໍ້ຂອງພຣະອົງອອກໃຫ້ກັບຊາວອິດສະຣາເອນ ແລະ ເລືອກເອົາຜູ້ປະກາດພຣະທຳ ແລະ ຜູ້ພິພາກສາທ່າມກາງພວກເຂົາ ແລະ ພວກເຂົາຈະຢູ່ໃນຈຸດສູນກາງຂອງພາລະກິດຂອງພຣະເຈົ້າ. ພຣະເຢໂຮວາສ້າງຕັ້ງຄຳໝັ້ນສັນຍາກັບພວກເຂົາ ນັ້ນກໍຄື: ນອກຈາກຍຸກນີ້ແລ້ວ ຈະໄດ້ມີການປ່ຽນໄປ, ພຣະອົງຈະປະຕິບັດພາລະກິດທ່າມກາງຄົນທີ່ຖືກເລືອກເທົ່ານັ້ນ. ຄຳໝັ້ນສັນຍາຂອງພຣະເຢໂຮວາແມ່ນປ່ຽນແປງບໍ່ໄດ້ ຍ້ອນມັນເຮັດຂຶ້ນດ້ວຍເລືອດ ແລະ ຖືກສ້າງຂຶ້ນກັບປະຊາຊົນທີ່ພຣະອົງເລືອກ. ສິ່ງທີ່ສຳຄັນໄປກວ່ານັ້ນກໍ່ຄື ພຣະອົງໄດ້ເລືອກຂອບເຂດ ແລະ ເປົ້າໝາຍທີ່ເໝາະສົມເພື່ອເລີ່ມລົງມືປະຕິບັດພາລະກິດຂອງພຣະອົງສຳລັບຍຸກທັງໝົດ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງເຫັນຄຳໝັ້ນສັນຍາເປັນສິ່ງທີ່ສຳຄັນເປັນພິເສດ. ສິ່ງນີ້ຄືຄວາມໝາຍລະດັບທີສອງຂອງຄຳໝັ້ນສັນຍາ. ຍົກເວັ້ນປະຖົມມະການ ເຊິ່ງເກີດຂຶ້ນກ່ອນການສ້າງຄຳໝັ້ນສັນຍາ, ໜັງສືອື່ນໆທຸກເຫຼັ້ມໃນພຣະສັນຍາເດີມໄດ້ບັນທຶກພາລະກິດຂອງພຣະເຈົ້າທ່າມກາງຊາວອິດສະຣາເອນ ຫຼັງຈາກທີ່ໄດ້ສ້າງຄຳໝັ້ນສັນຍາ. ແນ່ນອນ ມີການບັນທຶກບາງເລື່ອງລາວກ່ຽວກັບຊາວຕ່າງຊາດ, ແຕ່ໂດຍລວມແລ້ວ ພຣະສັນຍາເດີມແມ່ນບັນທຶກພາລະກິດຂອງພຣະເຈົ້າໃນອິດສະຣາເອນ. ຍ້ອນຄຳໝັ້ນສັນຍາຂອງພຣະເຢໂຮວາທີ່ມີກັບຊາວອິດສະຣາເອນ, ໜັງສືທີ່ຂຽນຂຶ້ນໃນລະຫວ່າງຍຸກແຫ່ງພຣະບັນຍັດຈຶ່ງຖືກເອີ້ນວ່າ ພຣະສັນຍາເດີມ. ໜັງສືເຫຼົ່ານັ້ນຖືກຕັ້ງຊື່ຕາມຄຳໝັ້ນສັນຍາຂອງພຣະເຢໂຮວາທີ່ມີກັບຊາວອິດສະຣາເອນ.

ພຣະສັນຍາໃໝ່ຖືກຕັ້ງຊື່ຕາມພຣະໂລຫິດທີ່ພຣະເຢຊູຊົງລັ່ງອອກເທິງໄມ້ກາງແຂນ ແລະ ຄຳໝັ້ນສັນຍາຂອງພຣະອົງກັບທຸກຄົນທີ່ເຊື່ອໃນພຣະອົງ. ຄຳໝັ້ນສັນຍາຂອງພຣະເຢຊູຄື: ຜູ້ຄົນຕ້ອງເຊື່ອໃນພຣະອົງ ເພື່ອຄວາມຜິດບາບຂອງພວກເຂົາຈະໄດ້ຮັບການອະໄພບາບຍ້ອນເລືອດທີ່ພຣະອົງໄດ້ຫຼັ່ງອອກ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ເກີດໃໝ່ຜ່ານທາງພຣະອົງ ແລະ ຈະບໍ່ໄດ້ເປັນຄົນບາບອີກຕໍ່ໄປ; ຜູ້ຄົນຕ້ອງເຊື່ອໃນພຣະອົງເພື່ອຮັບເອົາຄວາມກະລຸນາ ແລະ ຈະບໍ່ໄດ້ທົນທຸກທໍລະມານໃນນະຮົກຫຼັງຈາກທີ່ພວກເຂົາຕາຍໄປ. ໜັງສືທຸກເຫຼັ້ມທີ່ຂຽນຂຶ້ນໃນລະຫວ່າງຍຸກແຫ່ງພຣະຄຸນແມ່ນມາຈາກຄຳໝັ້ນສັນຍານີ້ ແລະ ໜັງສືທັງໝົດບັນທຶກພາລະກິດ ແລະ ຖ້ອຍຄຳທີ່ປາກົດຢູ່ໃນໜັງສືນັ້ນໆ. ໜັງສືເຫຼົ່ານັ້ນບໍ່ໄດ້ບັນທຶກນອກເໜືອໄປກວ່າຄວາມລອດພົ້ນແຫ່ງການຖືກຄຶງທີ່ໄມ້ກາງແຂນຂອງພຣະເຢຊູເຈົ້າ ຫຼື ຄຳໝັ້ນສັນຍາຂອງພຣະອົງ; ພວກມັນທັງໝົດເປັນໜັງສືທີ່ຖືກຂຽນຂຶ້ນໂດຍອ້າຍນ້ອງໃນພຣະຜູ້ເປັນເຈົ້າ ຜູ້ເຊິ່ງມີປະສົບການ. ສະນັ້ນ, ໜັງສືເຫຼົ່ານີ້ຈຶ່ງຖືກຕັ້ງຊື່ຂຶ້ນຕາມຄຳໝັ້ນສັນຍາເຊັ່ນກັນ ນັ້ນກໍຄື: ພວກມັນຖືກເອີ້ນວ່າ ພຣະສັນຍາໃໝ່. ພຣະສັນຍາທັງສອງນີ້ລວມເອົາແຕ່ຍຸກແຫ່ງບັນຍັດ ແລະ ຍຸກແຫ່ງພຣະຄຸນ ແລະ ບໍ່ມີສ່ວນກ່ຽວຂ້ອງກັນກັບຍຸກສຸດທ້າຍ. ສະນັ້ນ, ພຣະຄຳພີຈຶ່ງບໍ່ເປັນປະໂຫຍດຫຍັງຫຼາຍສຳລັບຜູ້ຄົນໃນປັດຈຸບັນທີ່ຢູ່ໃນຍຸກສຸດທ້າຍ. ຢ່າງຫຼາຍທີ່ສຸດ, ມັນກໍໃຊ້ເປັນບ່ອນອ້າງອີງຊົ່ວຄາວ ແຕ່ໂດຍພື້ນຖານແລ້ວ ມັນມີຄຸນຄ່າໃນການນໍາໃຊ້ແຕ່ພຽງໜ້ອຍດຽວ. ແຕ່ເຖິງຢ່າງນັ້ນກໍຕາມ ຜູ້ຄົນທີ່ນັບຖືສາສະໜາຍັງເກັບຮັກສາໄວ້ເປັນຂອງມີຄ່າທີ່ສຸດ. ພວກເຂົາບໍ່ຮູ້ຈັກພຣະຄຳພີ; ພວກເຂົາຮູ້ພຽງແຕ່ວິທີການອະທິບາຍພຣະຄຳພີ ແລະ ບໍ່ຮູ້ເຖິງຕົ້ນກຳເນີດຂອງມັນຢ່າງເປັນພື້ນຖານ. ທ່າທີຂອງພວກເຂົາທີ່ມີຕໍ່ພຣະຄຳພີຄື: ທຸກສິ່ງທີ່ຢູ່ໃນພຣະຄຳພີແມ່ນຖືກຕ້ອງ, ມັນບໍ່ມີຄວາມບໍ່ຖືກຕ້ອງ ຫຼື ຂໍ້ຜິດພາດເລີຍ. ຍ້ອນພວກເຂົາໄດ້ກຳນົດກ່ອນວ່າ ພຣະຄຳພີຖືກຕ້ອງ ແລະ ປາສະຈາກຂໍ້ຜິດພາດ, ພວກເຂົາຈຶ່ງສຶກສາ ແລະ ສຳຫຼວດມັນດ້ວຍຄວາມສົນໃຈເປັນຢ່າງຍິ່ງ. ຂັ້ນຕອນໃນປັດຈຸບັນຂອງພາລະກິດບໍ່ໄດ້ຖືກທຳນາຍໄວ້ໃນພຣະຄຳພີ. ບໍ່ເຄີຍມີການກ່າວເຖິງໃດເລີຍກ່ຽວກັບພາລະກິດແຫ່ງການເອົາຊະນະເລີຍທີ່ເປັນຈຸດມືດທີ່ສຸດຂອງທຸກບ່ອນ ຍ້ອນນີ້ແມ່ນພາລະກິດຫຼ້າສຸດ. ເນື່ອງຈາກວ່າຍຸກແຫ່ງພາລະກິດແຕກຕ່າງກັນ ແມ່ນແຕ່ພຣະເຢຊູເອງກໍຍັງບໍ່ຮູ້ວ່າ ຂັ້ນຕອນຂອງພາລະກິດນີ້ຈະຖືກກະທຳໃນຍຸກສຸດທ້າຍ ແລະ ດ້ວຍເຫດນັ້ນ ຜູ້ຄົນໃນຍຸກສຸດທ້າຍຈະຄົ້ນຫາຂັ້ນຕອນຂອງພາລະກິດນີ້ໃນພຣະຄຳພີໄດ້ແນວໃດ?

ຄົນສ່ວນຫຼາຍທີ່ອະທິບາຍພຣະຄຳພີນໍາໃຊ້ຂໍ້ສະຫຼຸບອີງຕາມເຫດຜົນ ແລະ ບໍ່ມີເບື້ອງຫຼັງຕາມຄວາມເປັນຈິງເລີຍ. ພວກເຂົາພຽງແຕ່ນໍາໃຊ້ເຫດຜົນເພື່ອສະຫຼຸບຄວາມໃນຫຼາຍສິ່ງຫຼາຍຢ່າງ. ປີແລ້ວປີເລົ່າ ກໍບໍ່ມີໃຜທີ່ກ້າວິເຄາະພຣະຄຳພີຢ່າງລະອຽດ ຫຼື ກ້າ “ປະຕິເສດ” ພຣະຄຳພີເລີຍ, ເພາະໜັງສືເຫຼັ້ມນີ້ເປັນ "ໜັງສືທີ່ສັກສິດ" ແລະ ຜູ້ຄົນນະມັດສະການເໝືອນດັ່ງພຣະເຈົ້າ. ສິ່ງນີ້ເກີດຂຶ້ນມາເປັນເວລາຫຼາຍພັນປີແລ້ວ. ພຣະເຈົ້າບໍ່ສົນໃຈ ແລະ ບໍ່ມີໃຜເຄີຍຄົ້ນພົບເລື່ອງລາວພາຍໃນພຣະຄຳພີເລີຍ. ພວກເຮົາເວົ້າວ່າ ເຊີດຊູບູຊາພຣະຄຳພີກໍຄືການນະມັດສະການຮູບບູຊາ ແຕ່ບໍ່ມີຜູ້ເຊື່ອທີ່ເຫຼື້ອມໃສຄົນໃດກ້າທີ່ຈະເຫັນໃນລັກສະນະນີ້ ແລະ ພວກເຂົາຈະເວົ້າກັບເຈົ້າວ່າ “ອ້າຍນ້ອງເອີຍ! ຢ່າເວົ້າແບບນັ້ນ, ມັນຊ່າງເປັນສິ່ງທີ່ຮ້າຍແຮງເຫຼືອເກີນ! ເຈົ້າສາມາດໝິ່ນປະໝາດພຣະເຈົ້າໄດ້ແນວໃດ?” ຕໍ່ມາ ພວກເຂົາຈະນໍາຄຳເວົ້າທີ່ເຈັບປວດມາໃຊ້: “ໂອ ພຣະເຢຊູຜູ້ຊົງເມດຕາເອີຍ, ພຣະຜູ້ເປັນເຈົ້າແຫ່ງຄວາມລອດພົ້ນ, ຂ້ານ້ອຍຂໍໃຫ້ພຣະອົງອະໄພຄວາມຜິດບາບຂອງເຂົາດ້ວຍເທີດ ຍ້ອນພຣະອົງເປັນພຣະຜູ້ເປັນເຈົ້າທີ່ຮັກມະນຸດ ແລະ ພວກຂ້ານ້ອຍທຸກຄົນໄດ້ເຮັດບາບ, ກະລຸນາສະແດງຄວາມເມດຕາໃຫ້ກັບພວກຂ້ານ້ອຍດ້ວຍເທີດ, ອາແມນ”. ນີ້ຄືສິ່ງທີ່ບົ່ງບອກວ່າ ພວກເຂົາ “ຈອມປອມ” ສໍ່າໃດ; ຈະໃຫ້ພວກເຂົາຍອມຮັບຄວາມຈິງຢ່າງງ່າຍດາຍໄດ້ແນວໃດ? ຄຳເວົ້າຂອງເຈົ້າຈະເຮັດໃຫ້ພວກເຂົາຢ້ານກົວຢ່າງແຮງ. ບໍ່ມີໃຜທີ່ຈະກ້າຄິດວ່າ ພຣະຄຳພີສາມາດຖືກເປື້ອນເປິດ້ວຍຄວາມຄິດຂອງມະນຸດ ແລະ ແນວຄິດຂອງມະນຸດ ແລະ ບໍ່ມີໃຜທີ່ສາມາດເຫັນຂໍ້ບົກຜ່ອງນີ້. ບາງສິ່ງທີ່ຢູ່ໃນພຣະຄຳພີແມ່ນປະສົບການ ແລະ ຄວາມຮູ້ສ່ວນບຸກຄົນ, ບາງສິ່ງກໍແມ່ນແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ນອກຈາກນັ້ນກໍຍັງມີການປົນເຈືອໂດຍສະຕິປັນຍາ ແລະ ຄວາມຄິດຂອງມະນຸດອີກດ້ວຍ. ພຣະເຈົ້າບໍ່ເຄີຍແຊກແຊງໃນສິ່ງເຫຼົ່ານີ້ ແຕ່ກໍມີຂອບເຂດ ນັ້ນກໍຄື: ສິ່ງເຫຼົ່ານັ້ນບໍ່ສາມາດເກີນກວ່າຄວາມຄິດຂອງຄົນປົກກະຕິ ແລະ ຖ້າພວກມັນເກີນ ພວກມັນກໍກຳລັງແຊກແຊງ ແລະ ຂັດຂວາງພາລະກິດຂອງພຣະເຈົ້າ. ສິ່ງທີ່ເກີນກວ່າຄວາມຄິດຂອງມະນຸດປົກກະຕິແມ່ນພາລະກິດຂອງຊາຕານ ຍ້ອນມັນປົດຜູ້ຄົນອອກຈາກໜ້າທີ່ຂອງພວກເຂົາ, ມັນເປັນພາລະກິດຂອງຊາຕານ ແລະ ຖືກຄວບຄຸມໂດຍຊາຕານ ແລະ ໃນເວລານີ້ ພຣະວິນຍານບໍລິສຸດຈະບໍ່ອະນຸຍາດໃຫ້ເຈົ້າປະຕິບັດແບບນັ້ນ. ບາງຄັ້ງ ອ້າຍເອື້ອຍນ້ອງບາງຄົນຖາມວ່າ “ມັນຖືກຕ້ອງບໍທີ່ຈະໃຫ້ຂ້ານ້ອຍປະຕິບັດພາລະກິດແບບນັ້ນແບບນີ້?” ເຮົາເບິ່ງວຸດທິພາວະຂອງພວກເຂົາ ແລະ ເວົ້າວ່າ “ຖືກຕ້ອງແລ້ວ!” ຍັງມີບາງຄົນທີ່ເວົ້າວ່າ “ຖ້າຂ້ານ້ອຍປະຕິບັດພາລະກິດໃນລັກສະນະແບບນັ້ນແບບນີ້, ສະພາວະຂອງຂ້ານ້ອຍປົກກະຕິແມ່ນບໍ?” ແລ້ວເຮົາເວົ້າວ່າ “ແມ່ນແລ້ວ! ມັນປົກກະຕິ, ປົກກະຕິເປັນພິເສດເລີຍ!” ຄົນອື່ນເວົ້າວ່າ “ມັນຖືກຕ້ອງບໍທີ່ເຮົາຈະປະຕິບັດພາລະກິດໃນລັກສະນະນີ້?” ແລ້ວເຮົາເວົ້າວ່າ “ບໍ່!” ພວກເຂົາເວົ້າວ່າ “ເປັນຫຍັງມັນຈຶ່ງຖືກຕ້ອງສຳລັບລາວ ແລະ ບໍ່ແມ່ນສຳລັບຂ້ານ້ອຍ?” ແລ້ວເຮົາເວົ້າວ່າ “ເພາະສິ່ງທີ່ເຈົ້າກຳລັງເຮັດແມ່ນມາຈາກຊາຕານ, ມັນເປັນສິ່ງລົບກວນ ແລະ ແຫຼ່ງທີ່ມາຂອງແຮງບັນດານໃຈຂອງເຈົ້າກໍບໍ່ຖືກຕ້ອງ”. ຍັງມີບາງເວລາທີ່ພາລະກິດບໍ່ໄດ້ໄປໄກພໍສົມຄວນ ແລະ ອ້າຍເອື້ອຍນ້ອງກໍ່ບໍ່ຮູ້ກ່ຽວກັບເລື່ອງນັ້ນ. ບາງຄົນຖາມເຮົາວ່າ ມັນຖືກຕ້ອງບໍທີ່ຈະປະຕິບັດພາລະກິດໃນລັກສະນະໃດໜຶ່ງ ແລະ ເມື່ອເຮົາເຫັນວ່າ ການກະທຳຂອງພວກເຂົາຈະບໍ່ຂັດຂວາງພາລະກິດແຫ່ງອະນາຄົດ, ເຮົາບອກວ່າ ມັນດີງາມແລ້ວ. ພາລະກິດຂອງພຣະວິນຍານບໍລິສຸດມອບຂອບເຂດໃຫ້ກັບຜູ້ຄົນ; ຜູ້ຄົນບໍ່ຈຳເປັນຕ້ອງປະຕິບັດຕາມຄວາມປາຖະໜາຂອງພຣະວິນຍານບໍລິສຸດ ໂດຍໃສ່ໃຈກັບລາຍລະອຽດທຸກຢ່າງທີ່ພຣະອົງໄດ້ສັ່ງໄວ້ ຍ້ອນຜູ້ຄົນປະກອບດ້ວຍຄວາມຄິດ ແລະ ຈຸດອ່ອນທີ່ປົກກະຕິ ແລະ ພວກເຂົາກໍມີຄວາມຕ້ອງການທາງເນື້ອໜັງບາງຢ່າງ, ພວກເຂົາມີບັນຫາທີ່ແທ້ຈິງ ແລະ ດ້ວຍພື້ນຖານແລ້ວ ສະໝອງຂອງພວກເຂົາມີຄວາມຄິດທີ່ພວກເຂົາບໍ່ມີວິທີຄວບຄຸມ. ທຸກສິ່ງທີ່ເຮົາຮຽກຮ້ອງຈາກຜູ້ຄົນກໍມີຂໍ້ຈຳກັດ. ບາງຄົນເຊື່ອວ່າ ພຣະທຳຂອງເຮົາບໍ່ແຈ່ມແຈ້ງ, ເຮົາກຳລັງບອກພວກເຂົາໃຫ້ປະຕິບັດຕາມວິທີໃດກໍໄດ້ ນັ້ນກໍຍ້ອນເຈົ້າບໍ່ເຂົ້າໃຈວ່າ ມັນມີຂອບເຂດທີ່ເໝາະສົມໃນເງື່ອນໄຂທີ່ຈຳເປັນຂອງເຮົາ. ຖ້າມັນເປັນໄປຕາມທີ່ເຈົ້າຈິນຕະນາການ, ຖ້າເຮົາຮຽກຮ້ອງທຸກຄົນໃນແບບດຽວກັນໂດຍບໍ່ມີການຍົກເວັ້ນ ແລະ ຮຽກຮ້ອງໃຫ້ພວກເຂົາທັງໝົດບັນລຸວຸດທິພາວະດຽວກັນ ແລ້ວມັນກໍຈະບໍ່ເກີດຜົນຫຍັງທັງໝົດ. ນີ້ແມ່ນການຮຽກຮ້ອງໃນສິ່ງທີ່ເປັນໄປບໍ່ໄດ້ ແລະ ມັນເປັນຫຼັກການຂອງພາລະກິດຂອງມະນຸດ, ບໍ່ແມ່ນຫຼັກການຂອງພາລະກິດຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າໄດ້ຮັບການປະຕິບັດຕາມສະພາບການຕົວຈິງຂອງຜູ້ຄົນ ແລະ ອີງຕາມຄວາມສາມາດທີ່ມີມາຕັ້ງແຕ່ເກີດຂອງພວກເຂົາ. ນີ້ຍັງເປັນຫຼັກການແຫ່ງການເຜີຍແຜ່ຂ່າວປະເສີດ ນັ້ນກໍຄື ເຈົ້າຕ້ອງດຳເນີນການຢ່າງຊ້າໆ, ປ່ອຍໃຫ້ເປັນໄປຕາມທຳມະຊາດ; ມີພຽງແຕ່ເມື່ອເຈົ້າກ່າວຄວາມຈິງໃຫ້ກັບບາງຄົນຢ່າງຊັດເຈນ ພວກເຂົາຈຶ່ງຈະເຂົ້າໃຈໄດ້ ແລະ ມີພຽງແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດບໍ່ສົນໃຈພຣະຄຳພີໄດ້. ຖ້າພຣະເຈົ້າບໍ່ປະຕິບັດພາລະກິດຂັ້ນຕອນນີ້ ແມ່ນໃຜຈະສາມາດທຳລາຍທຳນຽມນີ້ໄດ້? ແມ່ນໃຜທີ່ຈະສາມາດປະຕິບັດພາລະກິດໃໝ່? ແມ່ນໃຜທີ່ຈະສາມາດຄົ້ນພົບເສັ້ນທາງໃໝ່ ເຊິ່ງຢູ່ນອກພຣະຄຳພີ? ເພາະແນວຄິດຕາມປະເພນີຂອງຜູ້ຄົນ ແລະ ຈັນຍາບັນແບບສັກດີນາເປັນສິ່ງທີ່ຊົ່ວຮ້າຍຫຼາຍ, ພວກເຂົາຈຶ່ງບໍ່ມີຄວາມສາມາດທີ່ຈະປະຖິ້ມສິ່ງເຫຼົ່ານີ້ດ້ວຍພວກເຂົາເອງໄດ້ ຫຼື ພວກເຂົາບໍ່ມີຄວາມກ້າຫານທີ່ຈະເຮັດເລີຍ. ນັ້ນບໍ່ກ່າວເຖິງວິທີທີ່ຜູ້ຄົນໃນປັດຈຸບັນຖືກຄວບຄຸມໂດຍຂໍ້ພຣະທຳບາງຂໍ້ທີ່ຕາຍແລ້ວ ເຊິ່ງເປັນພຣະທຳທີ່ໄດ້ຄອບຄອງຫົວໃຈຂອງພວກເຂົາ. ພວກເຂົາຈະເຕັມໃຈປະຖິ້ມພຣະຄຳພີໄດ້ແນວໃດ? ພວກເຈົ້າຈະຍອມຮັບຫົນທາງທີ່ຢູ່ນອກພຣະຄຳພີຢ່າງງ່າຍດາຍໄດ້ແນວໃດ? ຍົກເວັ້ນເຈົ້າຈະສາມາດກ່າວເຖິງເລື່ອງລາວພາຍໃນພຣະຄຳພີ ແລະ ຫຼັກການຂອງພາລະກິດຂອງພຣະວິນຍານບໍລິສຸດຢ່າງແຈ່ມແຈ້ງ, ເພື່ອວ່າທຸກຄົນຈະໄດ້ເຊື່ອໝັ້ນຢ່າງສິ້ນເຊີງ ເຊິ່ງເປັນສິ່ງທີ່ຈຳເປັນທີ່ສຸດ. ນີ້ກໍຍ້ອນວ່າ ທຸກຄົນທີ່ຢູ່ພາຍໃນສາສະໜາເຄົາລົບພຣະຄຳພີ ແລະ ບູຊາມັນເໝືອນດັ່ງພຣະເຈົ້າ, ພວກເຂົາຍັງພະຍາຍາມຈຳກັດພຣະເຈົ້າພາຍໃນພຣະຄຳພີ ແລະ ມັນຍິ່ງຖືກກັບກໍລະນີທີ່ວ່າ ພວກເຂົາພຽງແຕ່ບັນລຸເປົ້າໝາຍຂອງພວກເຂົາ ຫຼັງຈາກພວກເຂົາໄດ້ຄຶງພຣະເຈົ້າໃສ່ໄມ້ກາງແຂນອີກຄັ້ງ.

ກ່ອນນີ້: ກ່ຽວກັບພຣະຄຳພີ (1)

ຕໍ່ໄປ: ກ່ຽວກັບພຣະຄຳພີ (3)

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ....

ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ຄົນໆໜຶ່ງຕ້ອງມີຫຼັກການ ແລະ ຄົນໆໜຶ່ງຕ້ອງບັນລຸເງື່ອນໄຂໃດໜຶ່ງ:...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້