ກ່ຽວກັບພຣະຄຳພີ (3)

ບໍ່ແມ່ນທຸກສິ່ງທີ່ຢູ່ໃນພຣະຄຳພີຄືການບັນທຶກກ່ຽວກັບພຣະທຳທີ່ພຣະເຈົ້າຊົງກ່າວດ້ວຍພຣະອົງເອງ. ພຣະຄຳພີພຽງແຕ່ບັນທຶກພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ເຊິ່ງສ່ວນທີໜຶ່ງແມ່ນການບັນທຶກເຖິງຄຳທຳນາຍລ່ວງໜ້າຂອງຜູ້ປະກາດພຣະທຳ ແລະ ອີກສ່ວນໜຶ່ງແມ່ນປະສົບການ ແລະ ຄວາມຮູ້ທີ່ຖືກຂຽນຂຶ້ນໂດຍຜູ້ຄົນທີ່ພຣະເຈົ້າຊົງໃຊ້ຕະຫຼອດທັງຍຸກຕ່າງໆ. ປະສົບການຂອງມະນຸດຖືກເປື້ອນເປິດ້ວຍຄວາມຄິດເຫັນ ແລະ ຄວາມຮູ້ຂອງມະນຸດ ແລະ ນີ້ຄືສິ່ງທີ່ບໍ່ສາມາດຫຼີກເວັ້ນໄດ້. ໜັງສືຫຼາຍເຫຼັ້ມໃນພຣະຄຳພີແມ່ນມີແນວຄິດຂອງມະນຸດ, ອະຄະຕິຂອງມະນຸດ ແລະ ການເຂົ້າໃຈທີ່ບໍ່ສົມເຫດສົມຜົນຂອງມະນຸດ. ແນ່ນອນ, ພຣະທຳສ່ວນຫຼາຍແມ່ນຜົນຂອງແສງສະຫວ່າງ ແລະ ແສງເຍືອງທາງຂອງພຣະວິນຍານບໍລິສຸດ ແລະ ພວກມັນກໍແມ່ນການເຂົ້າໃຈທີ່ຖືກຕ້ອງ, ແຕ່ກໍຍັງບໍ່ສາມາດເວົ້າໄດ້ວ່າ ພວກມັນແມ່ນການສຳແດງອອກທີ່ແນ່ນອນກ່ຽວກັບຄວາມຈິງທັງໝົດ. ມຸມມອງຂອງພວກມັນກ່ຽວກັບບາງສິ່ງບາງຢ່າງບໍ່ແຕກຕ່າງຫຍັງຈາກຄວາມຮູ້ທີ່ມາຈາກປະສົບການສ່ວນຕົວ ຫຼື ແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຄຳພະຍາກອນຂອງຜູ້ປະກາດພຣະທຳແມ່ນໄດ້ຮັບການສັ່ງສອນຈາກພຣະເຈົ້າເປັນການສ່ວນຕົວ ນັ້ນກໍຄື: ຄຳທຳນາຍປະເພດດຽວກັນກັບຂອງເອຊາຢາ, ດານີເອນ, ເອັດຊະຣາ, ເຢເຣມີຢາ ແລະ ເອເຊກີເອນ ແມ່ນມາຈາກການສັ່ງສອນໂດຍກົງຂອງພຣະວິນຍານບໍລິສຸດ; ຜູ້ຄົນເຫຼົ່ານີ້ເປັນນັກທຳນາຍ, ພວກເຂົາໄດ້ຮັບພຣະວິນຍານແຫ່ງການທຳນາຍ ແລະ ພວກເຂົາທັງໝົດແມ່ນຜູ້ປະກາດພຣະທຳແຫ່ງພຣະສັນຍາເດີມ. ໃນລະຫວ່າງຍຸກແຫ່ງພຣະບັນຍັດ, ຜູ້ຄົນເຫຼົ່ານີ້ ຜູ້ເຊິ່ງໄດ້ຮັບການດົນບັນດານຈາກພຣະເຢໂຮວາ ກໍໄດ້ກ່າວຄຳທຳນາຍຫຼາຍຢ່າງ ເຊິ່ງໄດ້ຮັບການສັ່ງສອນຈາກພຣະເຢໂຮວາໂດຍກົງ. ແລ້ວເປັນຫຍັງພຣະເຢໂຮວາຈຶ່ງປະຕິບັດພາລະກິດໃນພວກເຂົາ? ເພາະວ່າປະຊາຊົນອິດສະຣາເອນແມ່ນຜູ້ຄົນທີ່ພຣະເຈົ້າຊົງໄດ້ເລືອກໄວ້ແລ້ວ ນັ້ນກໍຄື ແລະ ພາລະກິດຂອງຜູ້ປະກາດພຣະທຳຕ້ອງຖືກກະທຳທ່າມກາງພວກເຂົາ; ນັ້ນຄືເຫດຜົນທີ່ຜູ້ປະກາດພຣະທໍາສາມາດຮັບການເປີດເຜີຍດັ່ງກ່າວ. ຕາມຄວາມຈິງແລ້ວ ພວກເຂົາເອງກໍບໍ່ເຂົ້າໃຈການເປີດເຜີຍຂອງພຣະເຈົ້າທີ່ມີໃຫ້ພວກເຂົາ. ພຣະວິນຍານບໍລິສຸດກ່າວພຣະທຳເຫຼົ່ານັ້ນຜ່ານປາກຂອງພວກເຂົາ ເພື່ອຜູ້ຄົນໃນອະນາຄົດຈະສາມາດເຂົ້າໃຈເຖິງສິ່ງຕ່າງໆເຫຼົ່ານັ້ນ ແລະ ເຫັນວ່າ ພວກມັນແມ່ນພາລະກິດຂອງພຣະວິນຍານຂອງພຣະເຈົ້າ, ຂອງພຣະວິນຍານບໍລິສຸດຢ່າງແທ້ຈິງ ແລະ ບໍ່ໄດ້ມາຈາກມະນຸດ ແລະ ເພື່ອຢືນຢັນພາລະກິດຂອງພຣະວິນຍານບໍລິສຸດໃຫ້ກັບພວກເຂົາ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ພຣະເຢຊູເອງໄດ້ປະຕິບັດພາລະກິດທັງໝົດນີ້ແທນພວກເຂົາ ແລະ ດ້ວຍເຫດນັ້ນ ຜູ້ຄົນຈຶ່ງບໍ່ກ່າວຄຳທຳນາຍອີກຕໍ່ໄປ. ແລ້ວພຣະເຢຊູເປັນຜູ້ປະກາດພຣະທຳບໍ? ແນ່ນອນ, ພຣະເຢຊູເປັນຜູ້ປະກາດພຣະທຳ ແຕ່ພຣະອົງກໍ່ຍັງສາມາດປະຕິບັດພາລະກິດຂອງພວກອັກຄະສາວົກອີກດ້ວຍ, ນັ້ນກໍຄື ພຣະອົງສາມາດທັງກ່າວຄຳທຳນາຍ ແລະ ເທດສະໜາ ແລະ ສັ່ງສອນຜູ້ຄົນທົ່ວທັງດິນແດນ. ເຖິງຢ່າງໃດກໍຕາມ, ພາລະກິດທີ່ພຣະອົງຊົງປະຕິບັດ ແລະ ຕົວຕົນທີ່ພຣະອົງຊົງສະແດງໃຫ້ເຫັນນັ້ນບໍ່ແມ່ນສິ່ງດຽວກັນ. ພຣະອົງມາເພື່ອໄຖ່ມວນມະນຸດຊາດ, ໄຖ່ມະນຸດຈາກຄວາມຜິດບາບ; ພຣະອົງເປັນຜູ້ປະກາດພຣະທຳ ແລະ ເປັນອັກຄະສາວົກ, ແຕ່ຫຼາຍກວ່ານັ້ນ ພຣະອົງເປັນພຣະຄຣິດ. ຜູ້ປະກາດພຣະທຳອາດກ່າວຄຳທຳນາຍ, ແຕ່ມັນບໍ່ສາມາດເວົ້າໄດ້ວ່າຜູ້ປະກາດພຣະທຳນັ້ນເປັນພຣະຄຣິດ. ໃນເວລານັ້ນ, ພຣະເຢຊູກ່າວຄຳທຳນາຍຫຼາຍຢ່າງ ແລະ ດ້ວຍເຫດນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ພຣະອົງເປັນຜູ້ປະກາດພຣະທຳ ແຕ່ບໍ່ສາມາດເວົ້າໄດ້ວ່າ ພຣະອົງເປັນຜູ້ປະກາດພຣະທຳ ແລະ ບໍ່ແມ່ນພຣະຄຣິດ. ນັ້ນກໍຍ້ອນວ່າ ພຣະອົງເປັນຕົວແທນພຣະເຈົ້າເອງໃນການປະຕິບັດຂັ້ນຕອນຂອງພາລະກິດ ແລະ ຕົວຕົນຂອງພຣະອົງກໍແຕກຕ່າງຈາກຕົວຕົນຂອງເອຊາຢາ ນັ້ນກໍຄື: ພຣະອົງມາເພື່ອເຮັດໃຫ້ພາລະກິດແຫ່ງການໄຖ່ບາບສຳເລັດລົງ ແລະ ພຣະອົງຍັງຊົງຈັດກຽມໃຫ້ແກ່ຊີວິດຂອງມະນຸດອີກດ້ວຍ ແລະ ພຣະວິນຍານຂອງພຣະເຈົ້າກໍປາກົດໃນພຣະອົງໂດຍກົງ. ໃນພາລະກິດທີ່ພຣະອົງປະຕິບັດ, ບໍ່ໄດ້ມີການດົນບັນດານຈາກພຣະວິນຍານຂອງພຣະເຈົ້າ ຫຼື ຄຳສັ່ງສອນຈາກພຣະເຢໂຮວາ. ກົງກັນຂ້າມ, ພຣະວິນຍານປະຕິບັດພາລະກິດໂດຍກົງ ເຊິ່ງນີ້ແມ່ນພຽງພໍທີ່ພິສູດໃຫ້ເຫັນວ່າ ພຣະເຢຊູບໍ່ເໝືອນກັບຜູ້ປະກາດພຣະທຳ. ພາລະກິດທີ່ພຣະອົງປະຕິບັດນັ້ນແມ່ນພາລະກິດແຫ່ງການໄຖ່ບາບ, ຕໍ່ມາຈຶ່ງແມ່ນການກ່າວຄຳທຳນາຍ. ພຣະອົງເປັນຜູ້ປະກາດພຣະທຳ, ອັກຄະສາວົກ ແຕ່ຍິ່ງໄປກວ່ານັ້ນ ພຣະອົງເປັນພຣະຜູ້ໄຖ່. ໃນຂະນະດຽວກັນນັ້ນ, ຜູ້ທຳນາຍພຽງແຕ່ສາມາດກ່າວຄຳທຳນາຍ ແລະ ບໍ່ສາມາດເປັນຕົວແທນພຣະວິນຍານຂອງພຣະເຈົ້າໄດ້ໃນການປະຕິບັດພາລະກິດ. ເພາະວ່າ ພຣະເຢຊູປະຕິບັດພາລະກິດຫຼາຍຢ່າງເຊິ່ງບໍ່ເຄີຍມີມະນຸດຄົນໃດປະຕິບັດມາກ່ອນ ແລະ ຍ້ອນວ່າພຣະອົງປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ, ສະນັ້ນ ພຣະອົງຈຶ່ງແຕກຕ່າງຈາກຄົນແບບເອຊາຢາ. ເຫດຜົນທີ່ບາງຄົນບໍ່ຍອມຮັບກະແສແຫ່ງປັດຈຸບັນ ກໍເພາະວ່າ ສິ່ງນີ້ໄດ້ສ້າງອຸປະສັກໃຫ້ກັບພວກເຂົາ. ພວກເຂົາເວົ້າວ່າ “ໃນພຣະສັນຍາເດີມນັ້ນ ຜູ້ປະກາດພຣະທຳຫຼາຍຄົນກໍກ່າວພຣະທຳຫຼາຍຂໍ້ເຊັ່ນກັນ ແລ້ວເປັນຫຍັງພວກເຂົາຈຶ່ງບໍ່ແມ່ນພຣະເຈົ້າທີ່ກາຍມາເປັນເນື້ອໜັງ? ພຣະເຈົ້າແຫ່ງປັດຈຸບັນກ່າວພຣະທຳ, ສິ່ງນັ້ນພຽງພໍທີ່ຈະພິສູດວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດແລ້ວບໍ? ເຈົ້າບໍ່ໄດ້ເຊີດຊູພຣະຄຳພີ ຫຼື ເຈົ້າບໍ່ໄດ້ສຶກສາພຣະຄຳພີ ແລ້ວເຈົ້າມີຫຼັກຖານຫຍັງທີ່ຈະເວົ້າວ່າ ພຣະອົງແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າ? ເຈົ້າເວົ້າວ່າ ພວກເຂົາໄດ້ຮັບການສັ່ງສອນຈາກພຣະວິນຍານບໍລິສຸດ ແລະ ເຈົ້າເຊື່ອວ່າ ພາລະກິດຂັ້ນຕອນນີ້ແມ່ນພາລະກິດທີ່ພຣະເຈົ້າປະຕິບັດດ້ວຍຕົວພຣະອົງ ແຕ່ແມ່ນຫຍັງຄືຫຼັກຖານທີ່ເຈົ້າມີສຳລັບສິ່ງນີ້? ເຈົ້າໃຫ້ຄວາມສົນໃຈກັບພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລະ ມັັນເບິ່ງຄືກັບວ່າເຈົ້າໄດ້ປະຕິເສດ ແລະ ປະຖິ້ມພຣະຄຳພີ”. ແລ້ວພວກເຂົາກໍຈະເວົ້າໃຫ້ເຈົ້າວ່າ ເຈົ້າເຊື່ອໃນຄວາມເຫັນນອກຮີດ ແລະ ຄວາມຄິດນອກຄອກ.

ຖ້າເຈົ້າປາຖະໜາທີ່ຈະເປັນພະຍານໃຫ້ກັບພາລະກິດຂອງພຣະເຈົ້າໃນລະຫວ່າງຍຸກສຸດທ້າຍ ແລ້ວເຈົ້າຕ້ອງເຂົ້າໃຈເລື່ອງລາວພາຍໃນຂອງພຣະຄຳພີ, ໂຄງສ້າງຂອງພຣະຄຳພີ ແລະ ແກ່ນແທ້ຂອງພຣະຄຳພີ. ໃນປັດຈຸບັນ, ຜູ້ຄົນເຊື່ອວ່າ ພຣະຄຳພີຄືພຣະເຈົ້າ ແລະ ພຣະເຈົ້າກໍຄືພຣະຄຳພີ. ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າ ພຣະທຳທຸກຂໍ້ທີ່ຢູ່ໃນພຣະຄຳພີກໍຄືພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ເທົ່ານັ້ນ ແລະ ພຣະທໍາທັງໝົດເຫຼົ່ານັ້ນແມ່ນຖືກກ່າວໂດຍພຣະອົງ. ທຸກຄົນທີ່ເຊື່ອພຣະເຈົ້າຍິ່ງຄິດວ່າ ເຖິງແມ່ນ ໜັງສືຫົກສິບຫົກເຫຼັ້ມໃນພຣະສັນຍາເດີມ ແລະ ໃໝ່ໄດ້ຖືກຂຽນຂຶ້ນໂດຍມະນຸດ, ແຕ່ພວກເຂົາແມ່ນໄດ້ຮັບການດົນບັນດານໃຈຈາກພຣະເຈົ້າ ແລະ ເປັນການບັນທຶກເຖິງຖ້ອຍຄໍາຂອງພຣະວິນຍານບໍລິສຸດ. ນີ້ແມ່ນການເຂົ້າໃຈທີ່ບໍ່ຖືກຕ້ອງຂອງມະນຸດ ແລະ ມັນບໍ່ສອດຄ່ອງກັບຄວາມຈິງທັງໝົດ. ຄວາມຈິງແລ້ວ ນອກຈາກໜັງສືແຫ່ງການທຳນາຍ, ພຣະສັນຍາເດີມສ່ວນໃຫຍ່ແມ່ນການບັນທຶກທາງປະຫວັດສາດ. ຈົດໝາຍໃນພຣະສັນຍາໃໝ່ບາງສະບັບກໍມາຈາກປະສົບການຂອງມະນຸດ ແລະ ບາງສະບັບກໍມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ; ຕົວຢ່າງ ຈົດໝາຍຂອງໂປໂລເກີດຈາກພາລະກິດຂອງມະນຸດຄົນໜຶ່ງ, ທຸກຂໍ້ຄວາມທັງໝົດແມ່ນເປັນຜົນມາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ ແລະ ຖືກຂຽນຂຶ້ນເພື່ອຄຣິສຕະຈັກ ແລະ ເປັນຖ້ອຍຄຳແຫ່ງການຕັກເຕືອນ ແລະ ການຊູໃຈສຳລັບອ້າຍເອື້ອຍນ້ອງໃນຄຣິສຕະຈັກ. ພວກມັນບໍ່ແມ່ນພຣະທຳທີ່ພຣະວິນຍານບໍລິສຸດໄດ້ກ່າວໄວ້ ເພາະໂປໂລບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້ ແລະ ເພິ່ນກໍບໍ່ໄດ້ເປັນຜູ້ປະກາດພຣະທຳ ແລ້ວແຮງໄກທີ່ເພິ່ນຈະເຫັນນິມິດທີ່ໂຢຮັນໄດ້ເຫັນ. ຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບຄຣິສຕະຈັກເອເຟໂຊ, ໂກຣິນໂທ, ກາລາເຕຍ ແລະ ຄຣິສຕະຈັກອື່ນໆ. ດ້ວຍເຫດນັ້ນ ຈົດໝາຍຂອງໂປໂລໃນພຣະສັນຍາໃໝ່ຈຶ່ງເປັນຈົດໝາຍທີ່ໂປໂລຂຽນຂຶ້ນສຳລັບຄຣິສຕະຈັກ ແລະ ບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ຫຼື ພວກມັນແມ່ນຖ້ອຍຂອງພຣະວິນຍານບໍລິສຸດໂດຍກົງ. ພວກມັນເປັນພຽງຄຳເວົ້າແຫ່ງການຕັກເຕື່ອນ, ການປອບໃຈ ແລະ ຊູໃຈທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກໃນລະຫວ່າງຊ່ວງເວລາຂອງພາລະກິດຂອງເພິ່ນ. ດ້ວຍເຫດນັ້ນ ພວກມັນກໍຍັງເປັນການບັນທຶກກ່ຽວກັບພາລະກິດສ່ວນໃຫຍ່ຂອງໂປໂລໃນເວລານັ້ນ. ພວກມັນຖືກຂຽນຂຶ້ນສໍາລັບທຸກຄົນທີ່ເປັນອ້າຍເອື້ອຍນ້ອງໃນພຣະຜູ້ເປັນເຈົ້າທຸກຄົນ ເພື່ອວ່າອ້າຍເອື້ອຍນ້ອງໃນຄຣິສຕະຈັກທັງໝົດໃນເວລານັ້ນຈະຕິດຕາມຄຳແນະນໍາຂອງເພິ່ນ ແລະ ປະຕິບັດຕາມວິທີແຫ່ງການກັບໃຈຂອງພຣະເຢຊູເຈົ້າ. ໂປໂລບໍ່ໄດ້ເວົ້າວ່າ ທຸກຄຣິສຕະຈັກ ບໍ່ວ່າໃນອະດີດ ຫຼື ໃນອະນາຄົດຕ້ອງກິນ ແລະ ດື່ມທຸກສິ່ງທີ່ເພິ່ນຂຽນຂຶ້ນ ຫຼື ເພິ່ນບໍ່ໄດ້ເວົ້າວ່າ ຄຳເວົ້າຂອງເພິ່ນທຸກຄຳແມ່ນມາຈາກພຣະເຈົ້າ. ຕາມສະພາບການຂອງຄຣິສຕະຈັກໃນເວລານັ້ນ, ເພິ່ນພຽງແຕ່ສົນທະນາກັບອ້າຍເອື້ອຍນ້ອງ ແລະ ຕັກເຕືອນພວກເຂົາ ແລະ ກໍ່ໃຫ້ເກີດຄວາມເຊື່ອໃນພວກເຂົາ ແລະ ເພິ່ນພຽງແຕ່ເທດສະໜາ ຫຼື ເຕືອນຜູ້ຄົນ ແລະ ຕັກເຕືອນພວກເຂົາ. ຄຳເວົ້າຂອງເພິ່ນແມ່ນອີງຕາມພາລະຂອງເພິ່ນເອງ ແລະ ເພິ່ນສົ່ງເສີມຜູ້ຄົນຜ່ານທາງຄຳເວົ້າເຫຼົ່ານີ້. ເພິ່ນປະຕິບັດພາລະກິດຂອງອັກຄະສາວົກໃນຄຣິສຕະຈັກໃນເວລານັ້ນ, ເພິ່ນເປັນເພື່ອນຮ່ວມງານທີ່ຖືກໃຊ້ໂດຍພຣະເຢຊູເຈົ້າ ແລະ ດ້ວຍເຫດນັ້ນ ເພິ່ນຈຶ່ງຕ້ອງຮັບເອົາໜ້າທີ່ສຳລັບຄຣິສຕະຈັກ ແລະ ຕ້ອງດຳເນີນພາລະກິດໃນຄຣິສຕະຈັກ, ເພິ່ນຕ້ອງຮຽນຮູ້ກ່ຽວກັບສະພາວະຕ່າງໆຂອງອ້າຍເອື້ອຍນ້ອງ ແລະ ຍ້ອນສິ່ງນີ້ ເພິ່ນຈຶ່ງຂຽນຈົດໝາຍຂຶ້ນໃຫ້ກັບອ້າຍເອື້ອຍນ້ອງຜູ້ທີ່ຮັບໃຊ້ພຣະຜູ້ເປັນເຈົ້າທຸກຄົນ. ທຸກສິ່ງທີ່ເພິ່ນກ່າວຕໍ່ຜູ້ຄົນ ເຊິ່ງເປັນການສັ່ງສອນ ແລະ ຄວາມຄິດບວກ ແມ່ນສິ່ງທີ່ຖືກຕ້ອງແລ້ວ ແຕ່ມັນບໍ່ໄດ້ເປັນຕົວແທນໃຫ້ກັບຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ມັນບໍ່ສາມາດເປັນຕົວແທນໃຫ້ກັບພຣະເຈົ້າໄດ້. ມັນຄືຄວາມເຂົ້າໃຈທີ່ຊົ່ວຮ້າຍ ແລະ ການໝິ່ນປະໝາດທີ່ໃຫຍ່ຫຼວງ ທີ່ຜູ້ຄົນຈະເຫັນການບັນທຶກກ່ຽວກັບປະສົບການຂອງມະນຸດ ແລະ ຈົດໝາຍຂອງມະນຸດເປັນພຣະທຳທີ່ພຣະວິນຍານບໍລິສຸດກ່າວຕໍ່ຄຣິສຕະຈັກ! ນັ້ນເປັນສິ່ງທີ່ຖືກຕ້ອງ ໂດຍສະເພາະເມື່ອເວົ້າເຖິງຈົດໝາຍທີ່ໂປໂລຂຽນຂຶ້ນສຳລັບຄຣິສຕະຈັກ, ຍ້ອນຈົດໝາຍຂອງເພິ່ນຖືກຂຽນຂຶ້ນສຳລັບອ້າຍເອື້ອຍນ້ອງ ໂດຍອີງຕາມສະພາບການ ແລະ ສະຖານະການຂອງແຕ່ລະຄຣິສຕະຈັກໃນເວລານັ້ນ ແລະ ເພື່ອທີ່ຈະຕັກເຕືອນອ້າຍເອື້ອຍນ້ອງຂອງພຣະຜູ້ເປັນເຈົ້າ ເພື່ອພວກເຂົາຈະສາມາດຮັບພຣະຄຸນຂອງພຣະເຢຊູເຈົ້າ. ຈົດໝາຍຂອງເພິ່ນແມ່ນເພື່ອຈູງໃຈອ້າຍເອື້ອຍນ້ອງໃນເວລານັ້ນ. ສາມາດເວົ້າໄດ້ວ່າ ສິ່ງນີ້ເປັນພາລະກິດຂອງເພິ່ນເອງ ແລະ ຍັງເປັນພາລະທີ່ພຣະວິນຍານບໍລິສຸດມອບໃຫ້ເພິ່ນ; ຢ່າງໃດກໍຕາມ, ເພິ່ນກໍເປັນອັກຄະສາວົກທີ່ນໍາພາຄຣິສຕະຈັກໃນເວລານັ້ນ ຜູ້ເຊິ່ງຂຽນຈົດໝາຍຂຶ້ນສຳລັບຄຣິສຕະຈັກ ແລະ ຕັກເຕືອນພວກເຂົາ, ນັ້ນຄືໜ້າທີ່ຂອງເພິ່ນ. ຕົວຕົນຂອງເພິ່ນເປັນພຽງແຕ່ຕົວຕົນຂອງອັກຄະສາວົກທີ່ປະຕິບັດພາລະກິດ ແລະ ເພິ່ນເປັນພຽງອັກຄະສາວົກທີ່ຖືກພຣະເຈົ້າສົ່ງມາ; ເພິ່ນບໍ່ແມ່ນຜູ້ປະກາດພຣະທຳ ຫຼື ເປັນຜູ້ທຳນາຍ. ສຳລັບເພິ່ນແລ້ວ, ພາລະກິດຂອງເພິ່ນເອງ ແລະ ຊີວິດຂອງອ້າຍເອື້ອຍນ້ອງເປັນສິ່ງທີ່ສຳຄັນທີ່ສຸດ. ສະນັ້ນ ເພິ່ນຈຶ່ງບໍ່ສາມາດກ່າວແທນພຣະວິນຍານບໍລິສຸດໄດ້. ຄຳເວົ້າຂອງເພິ່ນບໍ່ແມ່ນພຣະທຳຂອງພຣະວິນຍານບໍລິສຸດແລ້ວແຮງໄກທີ່ຈະເວົ້າວ່າ ພຣະທໍາເຫຼົ່ານັ້ນແມ່ນພຣະທຳຂອງພຣະເຈົ້າ, ນັ້ນກໍຍ້ອນວ່າ ໂປໂລບໍ່ໄດ້ເປັນຫຍັງຫຼາຍໄປກວ່າສິ່ງຊົງສ້າງຂອງພຣະເຈົ້າ ແລະ ເພິ່ນບໍ່ແມ່ນການບັງເກີດເປັນມະນຸດຂອງພຣະເຈົ້າຢ່າງແນ່ນອນ. ຕົວຕົນຂອງເພິ່ນບໍ່ຄືກັບຕົວຕົນຂອງພຣະເຢຊູ. ພຣະທຳຂອງພຣະເຢຊູແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ພຣະທໍາດັ່ງກ່າວຄືພຣະທຳຂອງພຣະເຈົ້າ, ຍ້ອນຕົວຕົນຂອງພຣະອົງຄືຕົວຕົນຂອງພຣະຄຣິດ ເຊິ່ງເປັນພຣະບຸດຂອງພຣະເຈົ້າ. ໂປໂລຈະສາມາດເທົ່າທຽມກັບພຣະອົງໄດ້ແນວໃດ? ຖ້າຜູ້ຄົນເຫັນຈົດໝາຍ ຫຼື ຄຳເວົ້າຂອງໂປໂລເປັນຖ້ອຍຄຳຂອງພຣະວິນຍານບໍລິສຸດ ແລະ ບູຊາສິ່ງເຫຼົ່ານັ້ນໃຫ້ເປັນພຣະເຈົ້າ, ສາມາດເວົ້າໄດ້ພຽງຄໍາດຽວວ່າ ພວກເຂົາບໍ່ຮູ້ຈັກແຍກແຍະເລີຍ. ຖ້າຈະເວົ້າໃຫ້ແຮງກວ່ານັ້ນ, ສິ່ງນີ້ບໍ່ແມ່ນພຽງການໝິ່ນປະໝາດບໍ? ມະນຸດຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ຜູ້ຄົນສາມາດຂາບກົ້ມລົງຕໍ່ໜ້າບົດບັນທຶກຂອງເພິ່ນ ແລະ ຄຳເວົ້າທີ່ເພິ່ນເວົ້າ ຄືກັບວ່າສິ່ງເຫຼົ່ານັ້ນເປັນໜັງສືສັກສິດ ຫຼື ເປັນໜັງສືຈາກສະຫວັນໄດ້ແນວໃດ? ມະນຸດສາມາດກ່າວພຣະທຳຂອງພຣະເຈົ້າໄດ້ງ່າຍດາຍແບບນັ້ນແທ້ບໍ? ມະນຸດຈະສາມາດເວົ້າແທນພຣະເຈົ້າໄດ້ແນວໃດ? ແລ້ວເຈົ້າເດຄິດແນວໃດ, ຈົດໝາຍທີ່ເພິ່ນຂຽນຂຶ້ນສຳລັບຄຣິສຕະຈັກຈະບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງເພິ່ນເອງບໍ? ພວກມັນບໍ່ຖືກເປິເປື້ອນໄປດ້ວຍຄວາມຄິດຂອງມະນຸດບໍ? ເພິ່ນຂຽນຈົດໝາຍສຳລັບຄຣິສຕະຈັກ ໂດຍອີງຕາມປະສົບການສ່ວນຕົວຂອງເພິ່ນ ແລະ ຄວາມຮູ້ຂອງເພິ່ນ. ຕົວຢ່າງຄື ໂປໂລຂຽນຈົດໝາຍສະບັບໜຶ່ງກ່ຽວກັບຄຣິສຕະຈັກທີ່ກາລາເຕຍ ເຊິ່ງປະກອບມີຄວາມຄິດເຫັນບາງຢ່າງ ແລະ ເປໂຕຂຽນຈົດໝາຍອີກສະບັບ ເຊິ່ງກໍມີມຸມມອງອີກດ້ານໜຶ່ງ. ແມ່ນໃຜໃນພວກເຂົາທີ່ມາຈາກພຣະວິນຍານບໍວິສຸດ? ບໍ່ມີໃຜສາມາດເວົ້າໄດ້ຢ່າງແນ່ນອນ. ສະນັ້ນ ຈຶ່ງພຽງແຕ່ສາມາດເວົ້າໄດ້ວ່າ ພວກເຂົາທັງສອງແບກພາລະໃຫ້ກັບຄຣິສຕະຈັກ ແຕ່ຈົດໝາຍຂອງພວກເຂົາສະແດງເຖິງວຸດທິພາວະຂອງພວກເຂົາ, ພວກເຂົາສະແດງເຖິງການຈັດກຽມ ແລະ ສົ່ງເສີມທີ່ພວກເຂົາມີຕໍ່ອ້າຍເອື້ອຍນ້ອງ ແລະ ພາລະທີ່ພວກເຂົາມີຕໍ່ຄຣິສຕະຈັກ ແລະ ພວກເຂົາພຽງແຕ່ສະແດງໃຫ້ເຫັນເຖິງພາລະກິດຂອງມະນຸດ, ພວກເຂົາບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງໝົດ. ຖ້າເຈົ້າເວົ້າວ່າ ຈົດໝາຍຂອງເພິ່ນແມ່ນພຣະທຳຂອງພຣະວິນຍານບໍລິສຸດ, ເຈົ້າກໍບໍ່ສົມເຫດສົມຜົນ ແລະ ເຈົ້າກຳລັງເຮັດຜິດດ້ວຍການໝິ່ນປະໝາດ! ຈົດໝາຍຂອງໂປໂລ ແລະ ຈົດໝາຍອື່ນໆໃນພຣະສັນຍາໃໝ່ແມ່ນທຽບເທົ່າກັບຊີວະປະຫວັດຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້: ພວກມັນທຽບເທົ່າກັບໜັງສືຂອງ ວອສແມນນີ່ ຫຼື ປະສົບການຂອງລໍເຣັນ ແລະ ອື່ນໆອີກ. ງ່າຍໆກໍຄືໜັງສືຂອງບຸກຄົນຝ່າຍວິນຍານເມື່ອບໍ່ດົນມານີ້ບໍ່ໄດ້ຖືກຮວບຮວມເຂົ້າໃນພຣະສັນຍາໃໝ່ ແຕ່ແກ່ນແທ້ຂອງຜູ້ຄົນເຫຼົ່ານີ້ແມ່ນເໝືອນກັນ ນັ້ນກໍຄື ພວກເຂົາເປັນຄົນທີ່ພຣະວິນຍານບໍລິສຸດໄດ້ນໍາໃຊ້ໃນໄລຍະເວລາໃດໜຶ່ງ ແລະ ພວກເຂົາບໍ່ໄດ້ເປັນຕົວແທນຂອງພຣະເຈົ້າໂດຍກົງ.

ຂ່າວປະເສີດຂອງມັດທາຍ ແລະ ພຣະສັນຍາໃໝ່ບັນທຶກປະຫວັດວົງຕະກູນຂອງພຣະເຢຊູ. ໃນຕອນເລີ່ມຕົ້ນນັ້ນ, ມັນກ່າວວ່າ ພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ ແລະ ເດວິດ ແລະ ເປັນລູກຊາຍຂອງໂຢເຊບ; ຕໍ່ມາ ມັນລະບຸວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ເກີດຈາກຍິງພົມມະຈັນ ເຊິ່ງໝາຍຄວາມວ່າ ພຣະອົງບໍ່ແມ່ລູກຊາຍຂອງໂຢເຊບ ຫຼື ເຊື້ອສາຍຂອງອັບຣາຮາມ ແລະ ເດວິດ. ເຖິງຢ່າງໃດກໍຕາມ, ປະຫວັດວົງຕະກູນໄດ້ຢືນຢັນວ່າ ພຣະເຢຊູແມ່ນກ່ຽວຂ້ອງກັບໂຢເຊບ. ແລ້ວຕໍ່ມາພັດບັນທຶກຂັ້ນຕອນການກໍາເນີດຂອງພຣະເຢຊູວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດ, ພຣະອົງໄດ້ຊົງກຳເນີດຈາກຍິງພົມມະຈັນ ແລະ ບໍ່ແມ່ນລູກຊາຍຂອງໂຢເຊບ. ເຖິງຢ່າງໃດກໍຕາມ ໄດ້ມີການກ່າວໄວ້ຢ່າງຊັດເຈນໃນປະຫວັດວົງຕະກູນວ່າ ພຣະເຢຊູເປັນລູກຊາຍຂອງໂຢເຊບ ແລະ ຍ້ອນປະຫວັດວົງຕະກູນຖືກຂຽນຂຶ້ນສຳລັບພຣະເຢຊູ, ມັນຈຶ່ງໄດ້ບັນທຶກເຖິງສີ່ສິບສອງລຸ້ນຄົນ. ເມື່ອມາເຖິງຮຸ່ນຂອງໂຢເຊບ, ມັນກໍໄດ້ເວົ້າຢ່າງຮີບດ່ວນວ່າ ໂຢເຊບເປັນສາມີຂອງມາຣີອາ ເຊິ່ງເປັນຄຳເວົ້າທີ່ເວົ້າອອກເພື່ອພິສູດວ່າພຣະເຢຊູເປັນເຊື້ອສາຍຂອງອັບຣາຮາມ. ສິ່ງນີ້ບໍ່ແມ່ນຂໍ້ໂຕ້ແຍ້ງບໍ? ປະຫວັດວົງຕະກູນບັນທຶກວົງຕະກູນຂອງໂຢເຊບຢ່າງຊັດເຈນ, ມັນເປັນປະຫວັດວົງຕະຕູນຂອງໂຢເຊບຢ່າງຈະແຈ້ງ, ແຕ່ມັດທາຍຢືນຢັນວ່າ ມັນເປັນປະຫວັດວົງຕະກູນຂອງພຣະເຢຊູ. ສິ່ງນີ້ບໍ່ໄດ້ປະຕິເສດຄວາມຈິງທີ່ວ່າ ພຣະເຢຊູໄດ້ປະຕິສົນທິໂດຍພຣະວິນຍານບໍລິສຸດບໍ? ສະນັ້ນ ປະຫວັດວົງຕະກູນທີ່ຂຽນໂດຍມັດທາຍບໍ່ແມ່ນຄວາມຄິດຂອງມະນຸດບໍ? ມັນຊ່າງເປັນຕາຢາກຫົວແທ້ໆ! ນີ້ແມ່ນວິທີທີ່ເຈົ້າສາມາດຮູ້ຈັກວ່າໜັງສືເຫຼັ້ມນີ້ບໍ່ໄດ້ມາຈາກພຣະວິນຍານບໍລິສຸດທັງໝົດ. ບາງເທື່ອ ມີບາງຄົນທີ່ຄິດວ່າ ພຣະເຈົ້າຕ້ອງມີປະຫວັດວົງຕະກູນເທິງແຜ່ນດິນໂລກ, ເຊິ່ງຜົນຕາມມາກໍຄື ພວກເຂົາກຳນົດໃຫ້ພຣະເຢຊູເປັນເຊື້ອສາຍລຸ້ນທີສີ່ສິບສອງຂອງອັບຣາຮາມ. ເຫດຜົນນີ້ກໍຊ່າງເປັນຕາຢາກຫົວແທ້ເດ! ຫຼັງຈາກທີ່ມາເຖິງແຜ່ນດິນໂລກ, ພຣະເຈົ້າຈະມີປະຫວັດວົງຕະກູນໄດ້ແນວໃດ? ຖ້າເຈົ້າເວົ້າວ່າ ພຣະເຈົ້າມີປະຫວັດວົງຕະກູນ, ແລ້ວເຈົ້າບໍ່ແມ່ນຈັດພຣະອົງຢູ່ໃນລະດັບທ່າມກາງສິ່ງຊົງສ້າງຂອງພຣະເຈົ້າບໍ? ຍ້ອນພຣະເຈົ້າບໍ່ໄດ້ມາຈາກແຜ່ນດິນໂລກ, ພຣະອົງເປັນພຣະຜູ້ເປັນເຈົ້າຂອງການຊົງສ້າງ ແລະ ເຖິງແມ່ນວ່າ ພຣະອົງມີເນື້ອໜັງ, ພຣະອົງກໍ່ບໍ່ໄດ້ມີທາດແທ້ຄືກັບມະນຸດ. ເຈົ້າຈະຈັດລະດັບພຣະເຈົ້າໃຫ້ເປັນປະເພດດຽວກັນກັບສິ່ງຊົງສ້າງຂອງພຣະເຈົ້າໄດ້ແນວໃດ? ອັບຣາຮາມບໍ່ໄດ້ຄືກັບພຣະເຈົ້າ; ເພິ່ນເປັນເຄື່ອງມືຂອງພາລະກິດຂອງພຣະເຢໂຮວາໃນເວລານັ້ນ, ເພິ່ນເປັນພຽງຜູ້ຮັບໃຊ້ທີ່ຊື່ສັດ ຂອງພຣະເຢໂຮວາ ແລະ ເພິ່ນເປັນໜຶ່ງໃນປະຊາຊົນຂອງອິດສະຣາເອນ. ເພິ່ນຈະສາມາດເປັນບັນພະບຸລຸດຂອງພຣະເຢຊູໄດ້ແນວໃດ?

ແມ່ນໃຜທີ່ຂຽນປະຫວັດວົງຕະກູນຂອງພຣະເຢຊູ? ພຣະເຢຊູຂຽນດ້ວຍຕົວພຣະອົງເອງບໍ? ພຣະເຢຊູບອກພວກເຂົາດ້ວຍຕົວພຣະອົງເອງວ່າ “ຈົ່ງຂຽນປະຫວັດວົງຕະກູນຂອງເຮົາ” ບໍ? ມັນຖືກຂຽນຂຶ້ນໂດຍມັດທາຍ ຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ໃນເວລານັ້ນ, ພຣະເຢຊູໄດ້ສຳເລັດພາລະກິດຫຼາຍຢ່າງ ເຊິ່ງສາວົກຂອງພຣະອົງບໍ່ສາມາດເຂົ້າໃຈໄດ້ ແລະ ພຣະອົງກໍບໍ່ໄດ້ອະທິບາຍເພີ່ມເຕີມໃຫ້ກັບພວກເຂົາເຂົ້າໃຈ. ຫຼັງຈາກທີ່ພຣະອົງຈາກໄປ, ສາວົກກໍເລີ່ມຕົ້ນເທດສະໜາ ແລະ ປະຕິບັດພາລະກິດຢູ່ທຸກບ່ອນ ແລະ ເພື່ອເຫັນແກ່ພາລະກິດຂັ້ນຕອນນັ້ນ, ພວກເຂົາກໍເລີ່ມຕົ້ນຂຽນຈົດໝາຍ ແລະ ໜັງສືແຫ່ງຂ່າວປະເສີດຂຶ້ນ. ໜັງສືແຫ່ງຂ່າວປະເສີດໃນພຣະສັນຍາໃໝ່ຖືກບັນທຶກ ຊາວຫາສາມສິບປີຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ກ່ອນໜ້ານັ້ນ ປະຊາຊົນອິດສະຣາເອນພຽງແຕ່ອ່ານພຣະສັນຍາເດີມ. ນັ້ນໝາຍຄວາມວ່າ ໃນຕອນເລີ່ມຕົ້ນຂອງຍຸກແຫ່ງພຣະຄຸນ, ຜູ້ຄົນອ່ານພຣະສັນຍາເດີມ. ພຣະສັນຍາໃໝ່ພຽງແຕ່ປາກົດຂຶ້ນໃນລະຫວ່າງຍຸກແຫ່ງພຣະຄຸນເທົ່ານັ້ນ. ພຣະສັນຍາໃໝ່ບໍ່ໄດ້ມີຢູ່ໃນຕອນທີ່ພຣະເຢຊູປະຕິບັດພາລະກິດ; ຫຼັງຈາກທີ່ພຣະອົງຖືກເຮັດໃຫ້ຟື້ນຄືນມາ ແລະ ສະເດັດຂຶ້ນສູ່ສະຫວັນ, ຜູ້ຄົນບັນທຶກພາລະກິດຂອງພຣະອົງ. ຫຼັງຈາກນັ້ນ ຈຶ່ງມີໜັງສືຂ່າວປະເສີດທັງສີ່ ເພີ່ມເຕີມໃສ່ຈົດໝາຍຕ່າງໆຂອງໂປໂລ ແລະ ເປໂຕ ພ້ອມທັງໜັງສືພຣະນິມິດ. ຫຼາຍກວ່າສາມຮ້ອຍປີຫຼັງຈາກທີ່ພຣະເຢຊູຊົງສະເດັດຂຶ້ນສູ່ສະຫວັນ, ເມື່ອຜູ້ຄົນລຸ້ນຕໍ່ມາໄດ້ຈັດລຽນເອກະສານເຫຼົ່ານີ້ຢ່າງພິຖີພິຖັນ ແລະ ມີແຕ່ເມື່ອນັ້ນຈຶ່ງມີພາກພຣະສັນຍາໃໝ່ຂອງພຣະຄໍາພີ. ພຽງແຕ່ຫຼັງຈາກທີ່ພາລະກິດນີ້ໄດ້ສຳເລັດລົງ ຈຶ່ງມີພຣະສັນຍາໃໝ່; ມັນບໍ່ໄດ້ມີຢູ່ກ່ອນໜ້ານີ້. ພຣະເຈົ້າໄດ້ກະທຳພາລະກິດນັ້ນທັງໝົດ ແລະ ອັກຄະສາວົກໂປໂລ ແລະ ອັກຄະສາວົກຄົນອື່ນໆໄດ້ຂຽນຈົດໝາຍຫຼາຍສະບັບເຖິງຄຣິສຕະຈັກທີ່ຢູ່ສະຖານທີ່ແຕກຕ່າງກັນ. ຜູ້ຄົນຫຼັງຈາກພວກເຂົາກໍລວມຈົດໝາຍຂອງພວກເຂົາ ແລະ ເພີ່ມເຕີມນິມິດທີ່ຍິ່ງໃຫຍ່ທີ່ສຸດ ເຊິ່ງຖືກບັນທຶກໂດຍໂຢຮັນໃນເກາະປັດໂມ ເຊິ່ງຖືກທຳນາຍເຖິງພາລະກິດຂອງພຣະເຈົ້າ. ຜູ້ຄົນຈັດແຈງລໍາດັບນີ້ ເຊິ່ງແຕກຕ່າງຈາກຖ້ອຍຄຳໃນປັດຈຸບັນນີ້. ສິ່ງທີ່ຖືກບັນທຶກໃນປັດຈຸບັນແມ່ນອີງຕາມບາດກ້າວພາລະກິດຂອງພຣະເຈົ້າ; ສິ່ງທີ່ຜູ້ຄົນມີສ່ວນຮ່ວມໃນປັດຈຸບັນແມ່ນພາລະກິດທີ່ພຣະເຈົ້າກະທຳດ້ວຍຕົວພຣະອົງເອງ ແລະ ເປັນພຣະທຳທີ່ພຣະອົງກ່າວດ້ວຍຕົວພຣະອົງເອງ. ເຈົ້າ ທີ່ເປັນມະນຸດຊາດ ບໍ່ຈຳເປັນຕ້ອງແຊກແຊງ; ພຣະທຳເຫຼົ່ານັ້ນ ເຊິ່ງມາຈາກພຣະວິນຍານບໍລິສຸດໂດຍກົງ ຖືກຈັດແຈງເປັນຂັ້ນເປັນຕອນ ແລະ ແຕກຕ່າງຈາກການຈັດແຈງຂອງການບັນທຶກຂອງມະນຸດ. ສາມາດເວົ້າໄດ້ວ່າ ສິ່ງທີ່ພວກເຂົາບັນທຶກນັ້ນແມ່ນຕາມລະດັບການສຶກສາຂອງພວກເຂົາ ແລະ ຄວາມສາມາດຂອງມະນຸດ. ສິ່ງທີ່ພວກເຂົາບັນທຶກແມ່ນປະສົບການຂອງມະນຸດ ແລະ ແຕ່ລະຄົນກໍມີວິທີການບັນທຶກ ແລະ ບັນທຶກໃນຮູບແບບສະຕິປັນຍາຂອງພວກເຂົາເອງ ແລະ ການບັນທຶກແຕ່ລະຢ່າງກໍແຕກຕ່າງກັນ. ສະນັ້ນ ຖ້າເຈົ້ານະມັດສະການພຣະຄຳພີເໝືອນພຣະເຈົ້າ, ເຈົ້າແມ່ນຂາດສະຕິປັນຍາ ແລະ ໂງ່ຈ້າເປັນຢ່າງຍິ່ງ! ເປັນຫຍັງເຈົ້າຈຶ່ງບໍ່ສະແຫວງຫາພາລະກິດຂອງພຣະເຈົ້າໃນປັດຈຸບັນ? ມີພຽງພາລະກິດຂອງພຣະເຈົ້າທີ່ສາມາດຊ່ວຍມະນຸດໄດ້. ພຣະຄຳພີບໍ່ສາມາດຊ່ວຍມະນຸດໄດ້, ຜູ້ຄົນສາມາດອ່ານພຣະຄຳພີເປັນເວລາຫຼາຍພັນປີ ແລະ ຍັງບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວໃນຕົວພວກເຂົາ ແລະ ຖ້າເຈົ້ານະມັດສະການພຣະຄຳພີ, ເຈົ້າຈະບໍ່ໄດ້ຮັບພາລະກິດຂອງພຣະວິນຍານອີກຕໍ່ໄປ. ພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນອິດສະຣາເອນແມ່ນຖືກບັນທຶກໃນພຣະຄຳພີ ແລະ ດ້ວຍເຫດນັ້ນ ໃນການບັນທຶກເຫຼົ່ານີ້ ຊື່ຕ່າງໆຈຶ່ງເປັນຂອງອິດສະຣາເອນ ແລະ ເຫດການຕ່າງໆກໍຢູ່ໃນອິດສະຣາເອນ; ແມ່ນແຕ່ ພຣະນາມ “ພຣະເຢຊູ” ກໍເປັນຊື່ຂອງຊາວອິດສະຣາເອນ. ຖ້າເຈົ້າສືບຕໍ່ອ່ານພຣະຄຳພີໃນປັດຈຸບັນ, ແລ້ວເຈົ້າບໍ່ໄດ້ປະຕິບັດຕາມທຳນຽມບໍ? ສິ່ງທີ່ຖືກບັນທຶກໃນພຣະສັນຍາໃໝ່ໃນພຣະຄຳພີແມ່ນເລື່ອງໃນຢູດາຍ. ບົດຄວາມຕົ້ນສະບັບແມ່ນມີທັງພາສາເກຣກ ແລະ ພາສາເຮັບເລີ ແລະ ພຣະນາມຕ່າງໆທີ່ພຣະອົງຖືກເອີ້ນ ແລະ ພຣະທຳຂອງພຣະເຢຊູໃນເວລານັ້ນກໍເປັນພາສາມະນຸດທັງໝົດ. ເມື່ອພຣະອົງຖືກຄຶງທີ່ໄມ້ກາງແຂນ, ພຣະເຢຊູກ່າວວ່າ “ພຣະເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍ ເປັນຫຍັງພຣະອົງຈຶ່ງປະຖິ້ມຂ້ານ້ອຍ?” ນີ້ບໍ່ແມ່ນພາສາເຮັບເລີບໍ? ງ່າຍໆກໍຍ້ອນວ່າ ພຣະເຢຊູຊົງບັງເກີດເປັນມະນຸດໃນຢູດາຍ ແຕ່ນັ້ນກໍບໍ່ໄດ້ພິສູດວ່າ ພຣະເຈົ້າເປັນຊາວຢິວ. ໃນປັດຈຸບັນ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງໃນປະເທດຈີນ ແລ້ວທຸກສິ່ງທີ່ພຣະອົງຊົງກ່າວກໍເປັນພາສາຈີນໂດຍບໍ່ຕ້ອງສົງໄສເລີຍ. ແຕ່ມັນບໍ່ສາມາດປຽບທຽບກັບພາສາຈີນທີ່ແປມາຈາກພຣະຄຳພີ, ຍ້ອນແຫຼ່ງທີ່ມາຂອງຄຳເວົ້າເຫຼົ່ານີ້ແມ່ນແຕກຕ່າງກັນ ນັ້ນກໍຄື: ຢ່າງໜຶ່ງແມ່ນມາຈາກພາສາເຮັບເລີທີ່ຖືກບັນທຶກໂດຍມະນຸດ ແລະ ອີກຢ່າງແມ່ນມາຈາກຖ້ອຍຄຳຂອງພຣະວິນຍານໂດຍກົງ. ມັນບໍ່ມີຄວາມແຕກຕ່າງໄດ້ຢ່າງໃດເລີຍ?

ກ່ອນນີ້: ກ່ຽວກັບພຣະຄຳພີ (2)

ຕໍ່ໄປ: ກ່ຽວກັບພຣະຄຳພີ (4)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້