ກ່ຽວກັບພຣະຄຳພີ (4)

ຫຼາຍຄົນເຊື່ອວ່າ ການເຂົ້າໃຈ ແລະ ການສາມາດຕີຄວາມໝາຍພຣະຄຳພີໄດ້ນັ້ນ ແມ່ນຄືກັບການຄົ້ນພົບຫົນທາງທີ່ແທ້ຈິງ, ແຕ່ໃນຄວາມເປັນຈິງແລ້ວ ເລື່ອງລາວຕ່າງໆງ່າຍດາຍແບບນັ້ນແທ້ບໍ? ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນພະຍານໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີກໍຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອນ ແລະ ວິທີການທີ່ພຣະເຢໂຮວາປະຕິບັດພາລະກິດຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງໂປໂລ, ສິ່ງເຫຼົ່ານີ້ບໍ່ແມ່ນການບັນທຶກທາງປະຫວັດສາດບໍ? ການນໍາເອົາສິ່ງທີ່ຢູ່ໃນອະດີດມາເວົ້າເຮັດໃຫ້ພວກມັນກາຍເປັນປະຫວັດສາດ ແລະ ບໍ່ວ່າ ພວກມັນອາດເປັນຈິງ ຫຼື ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງເປັນປະຫວັດສາດ ແລະ ປະຫວັດສາດບໍ່ສາມາດກ່າວເຖິງປັດຈຸບັນ, ຍ້ອນພຣະເຈົ້າບໍ່ໄດ້ທົບທວນຄືນເບິ່ງປະຫວັດສາດ! ເພາະສະນັ້ນ ຖ້າເຈົ້າພຽງແຕ່ເຂົ້າໃຈພຣະຄຳພີເທົ່ານັ້ນ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະເຈົ້າຕັ້ງໃຈປະຕິບັດໃນປັດຈຸບັນ ແລະ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ການສະແຫວງຫາພຣະເຈົ້າໝາຍເຖິງຫຍັງ. ຖ້າເຈົ້າອ່ານພຣະຄຳພີເພື່ອສຶກສາປະຫວັດສາດຂອງອິດສະຣາເອນ, ເພື່ອຄົ້ນຄວ້າປະຫວັດສາດຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ໄດ້ເຊື່ອໃນພຣະເຈົ້າ. ແຕ່ໃນປັດຈຸບັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊີວິດ, ຍ້ອນເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຄໍາເວົ້າ ແລະ ຫຼັກຄຳສອນທີ່ຕາຍໄປແລ້ວ ຫຼື ການເຂົ້າໃຈປະຫວັດສາດ, ເຈົ້າຕ້ອງສະແຫວງຫາເຈດຕະນາຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ເຈົ້າຕ້ອງຊອກຫາທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເປັນນັກບູຮານຄະດີ ເຈົ້າສາມາດອ່ານພຣະຄຳພີ, ແຕ່ເຈົ້າບໍ່ແມ່ນ, ເຈົ້າເປັນໜຶ່ງໃນກຸ່ມຄົນທີ່ເຊື່ອໃນພຣະເຈົ້າ ແລະ ທາງທີ່ດີເຈົ້າຄວນສະແຫວງຫາເຈດຕະນາໃນປັດຈຸບັນຂອງພຣະເຈົ້າ. ການອ່ານພຣະຄຳພີ, ຢ່າງຫຼາຍແມ່ນເຈົ້າຈະເຂົ້າໃຈປະຫວັດສາດຂອງອິດສະຣາເອນໜ້ອຍໜຶ່ງ, ເຈົ້າຈະຮຽນຮູ້ກ່ຽວກັບຊີວິດຂອງອັບຣາຮາມ, ດາວິດ ແລະ ໂມເຊ, ເຈົ້າຈະຄົ້ນພົບວ່າ ພວກເຂົາຢໍາເກງພຣະເຢໂຮວາແນວໃດ, ພຣະເຢໂຮວາຊົງເຜົາຄົນທີ່ຕໍ່ຕ້ານພຣະອົງແນວໃດ ແລະ ພຣະອົງຊົງກ່າວກັບຜູ້ຄົນໃນຍຸກນັ້ນໄດ້ແນວໃດ. ເຈົ້າຈະໄດ້ແຕ່ຄົ້ນພົບພາລະກິດຂອງພຣະເຈົ້າໃນອະດີດເທົ່ານັ້ນ. ການບັນທຶກຂອງພຣະຄຳພີກ່ຽວຂ້ອງກັບວິທີທີ່ປະຊາຊົນຂອງອິດສະຣາເອນໃນໄລຍະຕົ້ນຢໍາເກງພຣະເຈົ້າ ແລະ ດຳລົງຊີວິດຢູ່ພາຍໃຕ້ການຊີ້ນໍາຂອງພຣະເຢໂຮວາ. ເພາະວ່າຊາວອິດສະຣາເອນເປັນຜູ້ຄົນທີ່ພຣະເຈົ້າຊົງເລືອກໄວ້, ໃນພຣະສັນຍາເດີມ ເຈົ້າສາມາດເຫັນເຖິງຄວາມຊື່ສັດທີ່ຜູ້ຄົນທັງໝົດມີໃຫ້ກັບພຣະເຢໂຮວາ, ທຸກຄົນທີ່ອ່ອນນ້ອມຕໍ່ພຣະເຢໂຮວາໄດ້ຮັບການດູແລ ແລະ ການອວຍພອນຈາກພຣະອົງແນວໃດ; ເຈົ້າສາມາດຮຽນຮູ້ວ່າ ເມື່ອພຣະເຈົ້າປະຕິບັດພາລະກິດໃນອິດສະຣາເອນ, ພຣະອົງເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກ ພ້ອມທັງປະກອບດ້ວຍໄຟທີ່ໄໝ້ທຳລາຍ ແລະ ຊາວອິດສະຣາເອນທັງໝົດ ຕັ້ງແຕ່ຄົນທີ່ຕ່ຳຕ້ອຍຈົນເຖິງຄົນທີ່ຍິ່ງໃຫຍ່ ຢຳເກງພຣະເຈົ້າ ແລະ ດ້ວຍເຫດນັ້ນ ທັງຊາດຈຶ່ງໄດ້ຮັບພອນຈາກພຣະເຈົ້າ. ສິ່ງດັ່ງກ່າວແມ່ນປະຫວັດສາດຂອງອິດສະຣາເອນທີ່ບັນທຶກໃນພຣະສັນຍາເດີມ.

ພຣະຄຳພີເປັນການບັນທຶກທາງປະຫວັດສາດກ່ຽວກັບພາລະກິດຂອງພຣະເຈົ້າໃນອິດສະຣາເອນ ແລະ ບັນທຶກການທຳນາຍຫຼາຍຢ່າງຂອງຜູ້ທຳນາຍບູຮານ ພ້ອມທັງຖ້ອຍຄຳບາງຢ່າງຂອງພຣະເຢໂຮວາໃນການປະຕິບັດພາລະກິດຂອງພຣະອົງໃນເວລານັ້ນ. ສະນັ້ນ, ທຸກຄົນຈຶ່ງຄິດວ່າໜັງສືເຫຼັ້ມນີ້ເປັນສິ່ງທີ່ສັກສິດ (ຍ້ອນພຣະເຈົ້າສັກສິດ ແລະ ຍິ່ງໃຫຍ່). ແນ່ນອນ, ທັງໝົດນີ້ຄືຜົນຈາກຫົວໃຈທີ່ຢຳເກງພຣະເຢໂຮວາຂອງພວກເຂົາ ແລະ ຫົວໃຈທີ່ເຄົາລົບບູຊາພຣະເຈົ້າຂອງພວກເຂົາ. ຜູ້ຄົນກ່າວເຖິງໜັງສືເຫຼັ້ມນີ້ໃນລັກສະນະແບບນີ້ກໍຍ້ອນສິ່ງຊົງສ້າງຂອງພຣະເຈົ້າຢຳເກງເຄົາລົບ ແລະ ບູຊາພຣະຜູ້ສ້າງຂອງພວກເຂົາຫຼາຍ ແລະ ຍັງມີຜູ້ຄົນເຖິງກັບເອີ້ນໜັງສືເຫຼັ້ມນີ້ວ່າເປັນໜັງສືຈາກສະຫວັນ. ຕາມຄວາມຈິງແລ້ວ ມັນເປັນພຽງການບັນທຶກຂອງມະນຸດເທົ່ານັ້ນ. ພຣະເຢໂຮວາບໍ່ໄດ້ຕັ້ງຊື່ມັນດ້ວຍພຣະອົງເອງ ຫຼື ພຣະເຢໂຮວາບໍ່ໄດ້ຊີ້ນໍາການສ້າງມັນຂຶ້ນມາດ້ວຍຕົວພຣະອົງເອງ. ເວົ້າອີກແບບໜຶ່ງກໍຄື ຜູ້ຂຽນໜັງສືເຫຼັ້ມນີ້ບໍ່ແມ່ນພຣະເຈົ້າ ແຕ່ເປັນມະນຸດ. ພຣະຄຳພີສັກສິດເປັນພຽງຊື່ທີ່ເປັນຕາເຄົາລົບ ເຊິ່ງມະນຸດເປັນຜູ້ແຕ່ງຕັ້ງໃຫ້ກັບມັນ. ຊື່ນີ້ບໍ່ໄດ້ຖືກຕັດສິນແຕ່ງຕັ້ງຈາກການສົນທະນາລະຫວ່າງພຣະເຢໂຮວາ ແລະ ພຣະເຢຊູ; ມັນເປັນພຽງຄວາມຄິດຂອງມະນຸດ. ຍ້ອນວ່າໜັງສືເຫຼັ້ມນີ້ບໍ່ໄດ້ຖືກຂຽນຂຶ້ນໂດຍພຣະເຢໂຮວາ ແລ້ວເເຮງໄກທີ່ພຣະເຢຊູຈະຂຽນມັນຂຶ້ນມາ. ກົງກັນຂ້າມ, ມັນເປັນເລື່ອງລາວທີ່ບອກເລົ່າໂດຍຜູ້ທຳນາຍບູຮານ, ພວກອັກຄະສາວົກ ແລະ ນັກທໍານາຍຫຼາຍຄົນ ເຊິ່ງຖືກຮວບຮວມໂດຍຄົນລຸ້ນຕໍ່ມາ ໃຫ້ເປັນໜັງສືແຫ່ງບົດຂຽນບູຮານ; ເບິ່ງຄືກັບວ່າສັກສິດສຳລັບຜູ້ຄົນ, ເປັນໜັງສືທີ່ພວກເຂົາເຊື່ອວ່າ ປະກອບມີຂໍ້ລຶກລັບຫຼາຍຢ່າງທີ່ເລິກເຊິ່ງ ແລະ ບໍ່ສາມາດຢັ່ງເຖິງໄດ້ ເຊິ່ງລໍຖ້າໃຫ້ຖືກເປີດເຜີຍໂດຍຜູ້ຄົນໃນອະນາຄົດ. ເມື່ອເປັນດັ່ງນັ້ນ ຜູ້ຄົນຈຶ່ງມີແນວໂນ້ມທີ່ຈະເຊື່ອວ່າ ໜັງສືເຫຼັ້ມນີ້ແມ່ນໜັງສືທີ່ມາຈາກສະຫວັນ. ດ້ວຍມີການເພີ່ມເຕີມພຣະກິດຕິຄຸນທັງສີ່ ແລະ ໜັງສືພຣະນິມິດ, ທ່າທີຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງແຕກຕ່າງຈາກໜັງສືເຫຼັ້ມອື່ນໆ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ມີໃຜທີ່ກ້າວິເຄາະ “ໜັງສືທີ່ມາຈາກສະຫວັນ” ນີ້ ເພາະວ່າມັນ “ສັກສິດ” ເກີນໄປ.

ທັນທີທີ່ພວກເຂົາອ່ານພຣະຄຳພີ ເປັນຫຍັງຜູ້ຄົນຈຶ່ງສາມາດຄົ້ນພົບເສັ້ນທາງທີ່ເໝາະສົມໃນການປະຕິບັດມັນ? ເປັນຫຍັງພວກເຂົາຈຶ່ງສາມາດໄດ້ຮັບຫຼາຍສິ່ງທີ່ພວກເຂົາບໍ່ສາມາດເຂົ້າໃຈໄດ້? ມື້ນີ້ ເຮົາວິເຄາະພຣະຄຳພີໃນລັກສະນະນີ້ ບໍ່ໄດ້ໝາຍຄວາມວ່າ ເຮົາຊັງມັນ ຫຼື ເຮົາປະຕິເສດຄຸນຄ່າສໍາລັບການໃຊ້ເປັນບ່ອນອ້າງອີງ. ເຮົາກຳລັງອະທິບາຍ ແລະ ເຮັດໃຫ້ຊັດເຈນຂຶ້ນກ່ຽວກັບຄຸນຄ່າດັ່ງເດີມ ແລະ ຕົ້ນກຳເນີດຂອງພຣະຄຳພີໃຫ້ກັບເຈົ້າ ເພື່ອຢຸດເຈົ້າບໍ່ໃຫ້ຕົກຢູ່ໃນຄວາມມືດ. ຍ້ອນຜູ້ຄົນມີຫຼາຍມຸມມອງກ່ຽວກັບພຣະຄຳພີ ແລະ ມຸມມອງສ່ວນຫຼາຍແມ່ນຜິດ; ການອ່ານພຣະຄຳພີໃນລັກສະນະນີ້ບໍ່ພຽງແຕ່ຂັດຂວາງພວກເຂົາຈາກການໄດ້ຮັບໃນສິ່ງທີ່ພວກເຂົາຄວນໄດ້ຮັບ ແຕ່ສຳຄັນໄປກວ່ານັ້ນກໍຄື ມັນຂັດຂວາງພາລະກິດທີ່ເຮົາຕັ້ງໃຈກະທຳ. ມັນຂັດຂວາງພາລະກິດແຫ່ງອະນາຄົດຢ່າງຫຼວງຫຼາຍ ແລະ ມີແຕ່ຂໍ້ເສຍຫາຍ ບໍ່ມີຂໍ້ດີ. ດັ່ງນັ້ນ, ສິ່ງທີ່ເຮົາກຳລັງສັ່ງສອນເຈົ້າແມ່ນເປັນພຽງແກ່ນແທ້ຂອງພຣະຄຳພີ ແລະ ເລື່ອງຈິງທີ່ຢູ່ເບື້ອງຫຼັງພຣະຄຳພີເທົ່ານັ້ນ. ເຮົາບໍ່ໄດ້ບອກໃຫ້ເຈົ້າບໍ່ຕ້ອງອ່ານພຣະຄຳພີ ຫຼື ໃຫ້ເຈົ້າປ່າວປະກາດວ່າ ພຣະຄຳພີປາສະຈາກຄຸນຄ່າ, ມີພຽງແຕ່ເພື່ອໃຫ້ເຈົ້າມີຄວາມຮູ້ ແລະ ມຸມມອງທີ່ຖືກຕ້ອງກ່ຽວກັບພຣະຄຳພີ. ຢ່າເປັນຄົນລຳອຽງເກີນໄປ! ເຖິງແມ່ນພຣະຄຳພີເປັນໜັງສືທາງປະຫວັດສາດທີ່ຖືກຂຽນຂຶ້ນໂດຍມະນຸດ, ມັນກໍຍັງບັນທຶກຫຼັກການຫຼາຍຢ່າງທີ່ໄພ່ພົນ ແລະ ຜູ້ທຳນາຍບູຮານໄດ້ຮັບໃຊ້ພຣະເຈົ້າ ພ້ອມທັງປະສົບການເມື່ອບໍ່ດົນມານີ້ຂອງພວກອັກຄະສາວົກໃນການຮັບໃຊ້ພຣະເຈົ້າ ເຊິ່ງແມ່ນການຢັ່ງຮູ້ ແລະ ຄວາມຮູ້ທີ່ແທ້ຈິງຂອງຄົນເຫຼົ່ານີ້ ແລະ ສາມາດໃຊ້ເປັນບ່ອນອ້າງອີງໃຫ້ກັບຜູ້ຄົນໃນຍຸກນີ້ເພື່ອສະແຫວງຫາຫົນທາງທີ່ແທ້ຈິງ. ສະນັ້ນ, ໃນການອ່ານພຣະຄຳພີນັ້ນ ຜູ້ຄົນສາມາດໄດ້ຮັບຫົນທາງແຫ່ງຊີວິດຫຼາຍຢ່າງເຊັ່ນກັນ ເຊິ່ງບໍ່ສາມາດຄົ້ນພົບໃນໜັງສືອື່ນໆ. ຫົນທາງເຫຼົ່ານີ້ແມ່ນຫົນທາງແຫ່ງຊີວິດຂອງພາລະກິດຂອງພຣະວິນຍານບໍລິສຸດ ທີ່ຜູ້ທຳນາຍ ແລະ ພວກອັກຄະສາວົກໃນຍຸກອະດີດໄດ້ປະສົບ ແລະ ພຣະທຳຫຼາຍຂໍ້ແມ່ນລ້ຳຄ່າ ແລະ ສາມາດສະໜອງສິ່ງທີ່ຜູ້ຄົນຕ້ອງການ. ດ້ວຍເຫດນັ້ນ ທຸກຄົນຈຶ່ງມັກອ່ານພຣະຄຳພີ. ຍ້ອນມີຫຼາຍຢ່າງທີ່ລີ້ລັບຢູ່ໃນພຣະຄຳພີ, ມຸມມອງຂອງຜູ້ຄົນກ່ຽວກັບພຣະຄຳພີຈຶ່ງບໍ່ຄືກັບມຸມມອງທີ່ມີຕໍ່ບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່. ພຣະຄຳພີເປັນການບັນທຶກ ແລະ ການຮວບຮວມປະສົບການ ແລະ ຄວາມຮູ້ຂອງຜູ້ຄົນທີ່ຮັບໃຊ້ພຣະເຢໂຮວາ ແລະ ພຣະເຢຊູໃນຍຸກເກົ່າ ແລະ ໃໝ່ ແລ້ວຄົນລຸ້ນຕໍ່ມາຈຶ່ງສາມາດຮັບແສງສະຫວ່າງ, ແສງເຍືອງທາງ ແລະ ເສັ້ນທາງປະຕິບັດຢ່າງຫຼວງຫຼາຍຈາກພຣະຄຳພີ. ເຫດຜົນທີ່ວ່າ ເປັນຫຍັງພຣະຄຳພີຈຶ່ງສູງສົ່ງກວ່າບົດຂຽນຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ອື່ນໆນັ້ນ ກໍເພາະວ່າ ບົດຂຽນຂອງພວກເຂົາທັງໝົດແມ່ນຖືກຖອດຖອນມາຈາກພຣະຄຳພີ, ປະສົບການຂອງພວກເຂົາກໍມາຈາກພຣະຄຳພີທັງໝົດ ແລະ ພວກເຂົາທັງໝົດກໍອະທິບາຍພຣະຄຳພີ. ສະນັ້ນເຖິງແມ່ນວ່າ ຜູ້ຄົນຈະສາມາດໄດ້ຮັບການສະໜອງຈາກໜັງສືຂອງບຸກຄົນຝ່າຍວິນຍານທີ່ຍິ່ງໃຫຍ່ກໍຕາມ ພວກເຂົາກໍຍັງນະມັດສະການພຣະຄຳພີ ຍ້ອນມັນເບິ່ງຄືສູງສົ່ງ ແລະ ເລິກເຊິ່ງສຳລັບພວກເຂົາ! ເຖິງແມ່ນພຣະຄຳພີຈະນໍາເອົາໜັງສືບາງຢ່າງກ່ຽວກັບພຣະທຳແຫ່ງຊີວິດມາລວມກັນ ເຊັ່ນຈົດໝາຍຂອງໂປໂລ ແລະ ຈົດໝາຍຂອງເປໂຕ ແລະ ເຖິງແມ່ນວ່າຜູ້ຄົນສາມາດໄດ້ຮັບການສະໜອງ ແລະ ການຊ່ວຍເຫຼືອຈາກໜັງສືເຫຼົ່ານີ້, ໜັງສືເຫຼົ່ານີ້ກໍຍັງຫຼ້າສະໄໝ, ມັນຍັງເປັນໜັງສືຂອງຍຸກເກົ່າ ແລະ ບໍ່ວ່າມັນຈະດີສໍ່າໃດ, ມັນກໍພຽງແຕ່ເໝາະສົມສຳລັບຊ່ວງເວລາໃດໜຶ່ງເທົ່ານັ້ນ ແລະ ບໍ່ໄດ້ຢູ່ຕະຫຼອດໄປເປັນນິດ. ຍ້ອນພາລະກິດຂອງພຣະເຈົ້າພັດທະນາຢູ່ສະເໝີ ແລະ ມັນບໍ່ສາມາດເຊົາຢູ່ໃນຊ່ວງເວລາຂອງໂປໂລ ແລະ ເປໂຕເທົ່ານັ້ນ ຫຼື ຢຸດຢູ່ໃນຍຸກແຫ່ງພຣະຄຸນ ເຊິ່ງເປັນຍຸກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ. ສະນັ້ນ ໜັງສືເຫຼົ່ານີ້ກໍພຽງແຕ່ເໝາະສົມສຳລັບຍຸກແຫ່ງພຣະຄຸນ ແລະ ບໍ່ແມ່ນສຳລັບຍຸກແຫ່ງລາຊະອານາຈັກໃນຍຸກສຸດທ້າຍ. ໜັງສືເຫຼົ່ານັ້ນສາມາດພຽງແຕ່ສະໜອງໃຫ້ກັບຜູ້ເຊື່ອໃນຍຸກແຫ່ງພຣະຄຸນ ບໍ່ແມ່ນສຳລັບໄພ່ພົນໃນຍຸກແຫ່ງລາຊະອານາຈັກ ແລະ ບໍ່ວ່າມັນຈະດີສໍ່າໃດກໍຕາມ, ມັນກໍຍັງຄົງເປັນໜັງສືທີ່ຫຼ້າສະໄໝ. ບໍ່ຕ່າງຫຍັງກັບພາລະກິດແຫ່ງການຊົງສ້າງຂອງພຣະເຢໂຮວາ ຫຼື ພາລະກິດຂອງພຣະອົງໃນອິດສະຣາເອນ ນັ້ນກໍຄື ບໍ່ວ່າພາລະກິດນີ້ຈະດີສໍ່າໃດກໍຕາມ, ມັນກໍ່ຍັງຫຼ້າສະໄໝ ແລະ ຈະມີເວລາທີ່ຜ່ານພົ້ນໄປ. ພາລະກິດຂອງພຣະເຈົ້າກໍເຊັ່ນກັນ: ເປັນພາລະກິດທີ່ຍິ່ງໃຫຍ່ ແຕ່ກໍຈະມີເວລາທີ່ພາລະກິດນັ້ນຕ້ອງສິ້ນສຸດລົງ; ມັນບໍ່ສາມາດຄົງຢູ່ຕະຫຼອດໄປໃນທ່າມກາງພາລະກິດແຫ່ງການຊົງສ້າງໄດ້ ຫຼື ທ່າມກາງພາລະກິດແຫ່ງການຄຶງທີ່ໄມ້ກາງແຂນ. ບໍ່ວ່າພາລະກິດແຫ່ງການຄຶງທີ່ໄມ້ກາງແຂນນັ້ນຈະເປັນຕາເຊື່ອຫຼາຍສໍ່າໃດກໍຕາມ, ບໍ່ວ່າມັນຈະມີປະສິດທິພາບໃນການເອົາຊະນະຊາຕານຫຼາຍສໍ່າໃດ, ໃນທີ່ສຸດ ພາລະກິດກໍຍັງເປັນພາລະກິດ ແລະ ໃນທີ່ສຸດ ຍຸກກໍຍັງເປັນຍຸກຄືເກົ່າ; ພາລະກິດບໍ່ສາມາດຢູ່ເທິງພື້ນຖານເດີມໄດ້ຕະຫຼອດໄປ ແລະ ຍຸກສະໄໝກໍສາມາດປ່ຽນແປງໄດ້ ເພາະວ່າ ເມື່ອມີການຊົງສ້າງ ກໍຕ້ອງມີຍຸກສິ້ນສຸດ. ສິ່ງນີ້ຫຼີກເວັ້ນບໍ່ໄດ້! ສະນັ້ນ ໃນປັດຈຸບັນ ພຣະທຳແຫ່ງຊີວິດໃນພຣະສັນຍາໃໝ່ ນັ້ນກໍຄື ຈົດໝາຍຂອງພວກອັກຄະສາວົກ ແລະ ພຣະກິດຕິຄຸນທັງສີ່ ໄດ້ກາຍມາເປັນໜັງສືທາງປະຫວັດສາດໄປແລ້ວ, ພວກມັນໄດ້ກາຍມາເປັນປະຕິທິນທີ່ເກົ່າແກ່ ແລະ ປະຕິທິນທີ່ເກົ່າແກ່ນີ້ຈະສາມາດນໍາພາຜູ້ຄົນເຂົ້າສູ່ຍຸກໃໝ່ໄດ້ແນວໃດ? ປະຕິທິນເຫຼົ່ານີ້ຈະສາມາດສະໜອງຊີວິດໃຫ້ກັບຜູ້ຄົນໄດ້ແນວໃດກໍຕາມ, ບໍ່ວ່າພວກມັນຈະສາມາດນໍາຜູ້ຄົນໄປສູ່ໄມ້ກາງແຂນໄດ້ແນວໃດກໍຕາມ, ພວກມັນບໍ່ຫຼ້າສະໄໝບໍ? ພວກມັນບໍ່ໄດ້ສູນເສຍຄຸນຄ່າແລ້ວບໍ? ສະນັ້ນ ເຮົາບອກໃຫ້ເຈົ້າບໍ່ຄວນເຊື່ອໃນກາລານຸກົມເຫຼົ່ານີ້ຢ່າງຕາບອດ. ພວກມັນເກົ່າແກ່ເກີນໄປ, ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ໄດ້ ແລະ ພວກມັນຈະເປັນພຽງພາລະໃຫ້ກັບເຈົ້າ. ບໍ່ແມ່ນແຕ່ພວກມັນບໍ່ສາມາດນໍາເຈົ້າເຂົ້າສູ່ພາລະກິດໃໝ່ ແລະ ເຂົ້າສູ່ທາງເຂົ້າໃໝ່ເທົ່ານັ້ນ, ແຕ່ພວກມັນຈະນໍາເຈົ້າເຂົ້າສູ່ຄຣິສຕະຈັກແຫ່ງສາສະໜາທີ່ເກົ່າແກ່ ແລະ ຖ້າມັນເປັນແບບນັ້ນ ເຈົ້າບໍ່ໄດ້ກຳລັງຖອຍຫຼັງໃນຄວາມເຊື່ອທີ່ເຈົ້າມີຕໍ່ພຣະເຈົ້າບໍ?

ສິ່ງທີ່ພຣະຄຳພີບັນທຶກແມ່ນພາລະກິດຂອງພຣະເຈົ້າໃນອິດສະຣາເອນ ລວມເຖິງບາງສິ່ງທີ່ປະຊາຊົນອິດສະຣາເອນຜູ້ທີ່ພຣະເຈົ້າຊົງເລືອກໄວ້ ໄດ້ກະທຳ. ເຖິງແມ່ນວ່າ ໄດ້ມີການຄັດເລືອກບາງສ່ວນໃຫ້ປະກອບເຂົ້າ ຫຼື ຕັດອອກ, ເຖິງແມ່ນວ່າພຣະວິນຍານບໍລິສຸດບໍ່ຮັບຮອງກໍຕາມ, ແຕ່ພຣະອົງກໍບໍ່ໄດ້ຕຳໜິຫຍັງ. ພຣະຄຳພີຄືໜັງສືປະຫວັດສາດຂອງອິດສະຣາເອນເທົ່ານັ້ນ ເຊິ່ງເປັນປະຫວັດສາດຂອງພາລະກິດຂອງພຣະເຈົ້າອີກດ້ວຍ. ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ມັນໄດ້ບັນທຶກໄວ້ແມ່ນເປັນຈິງທັງໝົດ ແລະ ບໍ່ມີສິ່ງໃດກ່ຽວກັບພວກເຂົາທີ່ມີຄວາມໝາຍທາງສັນຍາລັກ, ແນ່ນອນ ນອກຈາກຄຳທຳນາຍຂອງເອຊາຢາ, ດານີເອນ ແລະ ຜູ້ທຳນາຍອື່ນໆ ຫຼື ໜັງສືແຫ່ງນິມິດຂອງໂຢຮັນ. ປະຊາຊົນຂອງອິດສະຣາເອນໃນໄລຍະເລີ່ມຕົ້ນນັ້ນມີຄວາມຮູ້ ແລະ ມີວັດທະນະທຳ, ຄວາມຮູ້ ແລະ ວັດທະນະທຳທີ່ເກົ່າແກ່ຂອງພວກເຂົາກໍກ້າວໜ້າພໍສົມຄວນ ແລ້ວສິ່ງທີ່ພວກເຂົາຂຽນກໍ່ສູງສົ່ງກວ່າຜູ້ຄົນໃນປັດຈຸບັນຂຽນ. ຜົນຕາມມາກໍຄື ພວກເຂົາສາມາດຂຽນໜັງສືເຫຼົ່ານີ້ໄດ້ ກໍບໍ່ເຫັນເປັນເລື່ອງແປກ ຍ້ອນວ່າ ພຣະເຢໂຮວາໄດ້ປະຕິບັດພາລະກິດຫຼາຍຢ່າງທ່າມກາງພວກເຂົາ ແລະ ພວກເຂົາກໍໄດ້ເຫັນຫຼາຍສິ່ງຫຼາຍຢ່າງ. ດາວິດໄດ້ເຫັນການກະທຳຂອງພຣະເຢໂຮວາດ້ວຍຕາຂອງເພິ່ນເອງ, ເພິ່ນໄດ້ປະສົບກັບພວກມັນດ້ວຍຕົວເພິ່ນເອງ ແລະ ໄດ້ເຫັນໝາຍສຳຄັນ ແລະ ອັດສະຈັນຫຼາຍຢ່າງ ດ້ວຍເຫດນັ້ນ ເພິ່ນຈຶ່ງຂຽນເພງສັນລະເສີນເຫຼົ່ານັ້ນເພື່ອສັນລະເສີນການກະທຳຂອງພຣະເຢໂຮວາ. ພວກເຂົາສາມາດຂຽນໜັງສືເຫຼົ່ານີ້ພາຍໃຕ້ສະພາບການບາງຢ່າງ ບໍ່ແມ່ນຍ້ອນພວກເຂົາມີພອນສະຫວັນທີ່ພິເສດ. ພວກເຂົາສັນລະເສີນພຣະເຢໂຮວາ ຍ້ອນພວກເຂົາໄດ້ເຫັນພຣະອົງ. ຖ້າພວກເຈົ້າບໍ່ໄດ້ເຫັນພຣະເຢໂຮວາ ແລະ ບໍ່ຮູ້ກ່ຽວກັບການເປັນຢູ່ຂອງພຣະອົງ, ພວກເຈົ້າຈະສັນລະເສີນພຣະອົງໄດ້ແນວໃດ? ຖ້າພວກເຈົ້າບໍ່ໄດ້ເຫັນພຣະເຢໂຮວາ ພວກເຈົ້າຈະບໍ່ຮູ້ສັນລະເສີນພຣະອົງ ຫຼື ນະມັດສະການພຣະອົງ ຢ່າວ່າແຕ່ພວກເຈົ້າຈະສາມາດຂຽນບົດເພງຍົກຍ້ອງພຣະອົງເລີຍ ແລະ ເຖິງແມ່ນວ່າ ພວກເຈົ້າຖືກຮຽກຮ້ອງໃຫ້ປະດິດການກະທຳບາງຢ່າງຂອງພຣະເຢໂຮວາ ພວກເຈົ້າກໍຈະບໍ່ສາມາດເຮັດໄດ້. ໃນປັດຈຸບັນ ພວກເຈົ້າສາມາດສັນລະເສີນພຣະເຈົ້າ ແລະ ຮັກພຣະເຈົ້າກໍຍ້ອນວ່າ ພວກເຈົ້າໄດ້ເຫັນພຣະອົງເຊັ່ນກັນ ແລະ ໄດ້ປະສົບກັບພາລະກິດຂອງພຣະອົງເຊັ່ນກັນ ແລະ ຖ້າຄວາມສາມາດຂອງພວກເຈົ້າປັບປຸງຂຶ້ນ, ພວກເຈົ້າຈະບໍ່ສາມາດຂຽນບົດກອນເພື່ອສັນລະເສີນພຣະເຈົ້າຄືກັບດາວິດບໍ?

ເຂົ້າໃຈພຣະຄຳພີ, ເຂົ້າໃຈປະຫວັດສາດ ແຕ່ບໍ່ເຂົ້າໃຈສິ່ງທີ່ພຣະວິນຍານບໍລິສຸດກຳລັງກະທຳໃນປັດຈຸບັນ, ນັ້ນຄືສິ່ງທີ່ຜິດ! ເຈົ້າໄດ້ເຮັດດີຫຼາຍໃນການສຶກສາກ່ຽວກັບປະຫວັດສາດ, ເຈົ້າເຮັດດີທີ່ສຸດ ແຕ່ເຈົ້າບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນປັດຈຸບັນ. ສິ່ງນີ້ບໍ່ແມ່ນຄວາມໂງ່ຈ້າບໍ? ຄົນອື່ນຖາມເຈົ້າວ່າ “ພຣະເຈົ້າກຳລັງເຮັດຫຍັງຢູ່ໃນປັດຈຸບັນ? ເຈົ້າຄວນເຂົ້າສູ່ຫຍັງໃນປັດຈຸບັນ? ການສະແຫວງຫາຊີວິດຂອງເຈົ້າເປັນແນວໃດ? ເຈົ້າເຂົ້າໃຈເຈດຕະນາຂອງພຣະເຈົ້າບໍ?” ເຈົ້າກໍຈະບໍ່ມີຄຳຕອບສຳລັບສິ່ງທີ່ພວກເຂົາຖາມ ແລ້ວເຈົ້າຮູ້ຈັກຫຍັງແດ່? ເຈົ້າຈະເວົ້າວ່າ ຂ້ານ້ອຍຮູ້ພຽງແຕ່ວ່າ ຂ້ານ້ອຍຕ້ອງກະບົດຕໍ່ເນື້ອໜັງ ແລະ ຮູ້ຈັກຕົວຂ້ານ້ອຍເອງ. ແລ້ວຖ້າພວກເຂົາຖາມວ່າ “ເຈົ້າຮູ້ຈັກຫຍັງອີກແດ່?” ເຈົ້າຈະເວົ້າວ່າ ເຈົ້າຍັງຮູ້ຈັກອ່ອນນ້ອມຕໍ່ການຈັດແຈງຂອງພຣະເຈົ້າທັງໝົດ ແລະ ເຈົ້າເຂົ້າໃຈປະຫວັດສາດກ່ຽວກັບພຣະຄຳພີເລັກນ້ອຍ ແລະ ໝົດເທົ່ານັ້ນ. ນັ້ນຄືທຸກສິ່ງທີ່ເຈົ້າໄດ້ຮັບຈາກການເຊື່ອໃນພຣະເຈົ້າຕະຫຼອດເວລາຫຼາຍປີຜ່ານມາບໍ? ຖ້ານັ້ນຄືທັງໝົດທີ່ເຈົ້າເຂົ້າໃຈ ແລ້ວເຈົ້າແມ່ນຂາດເຂີນຫຼາຍ. ສະນັ້ນ, ແທ້ຈິງແລ້ວ ວຸດທິພາວະຂອງພວກເຈົ້າໃນປັດຈຸບັນບໍ່ສາມາດບັນລຸສິ່ງທີ່ເຮົາຕ້ອງການຈາກພວກເຈົ້າ ແລະ ຄວາມຈິງທີ່ພວກເຈົ້າເຂົ້າໃຈກໍບໍ່ພຽງພໍ ລວມທັງຄວາມສາມາດໃນການແຍກແຍະຂອງພວກເຈົ້າ ເຊິ່ງໝາຍຄວາມວ່າ ຄວາມເຊື່ອຂອງພວກເຈົ້າຕື້ນເຂີນເກີນໄປ! ພວກເຈົ້າຕ້ອງປະກອບດ້ວຍຄວາມຈິງຫຼາຍຂຶ້ນ, ພວກເຈົ້າຕ້ອງການຄວາມຮູ້ຫຼາຍຂຶ້ນ, ພວກເຈົ້າຕ້ອງເຫັນຫຼາຍກວ່ານີ້ ແລະ ມີພຽງເມື່ອນັ້ນ ພວກເຈົ້າຈຶ່ງຈະສາມາດເທດສະໜາພຣະກິດຕິຄຸນໄດ້ຢ່າງກວ້າງຂວາງ ເພາະວ່າ ນີ້ຄືສິ່ງທີ່ພວກເຈົ້າຄວນບັນລຸ!

ກ່ອນນີ້: ກ່ຽວກັບພຣະຄຳພີ (3)

ຕໍ່ໄປ: ການປະຕິບັດ (1)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້