ວ່າດ້ວຍການປະຕິບັດການອະທິຖານ

ພວກເຈົ້າບໍ່ໃຫ້ຄວາມສຳຄັນກ່ຽວກັບຄຳອະທິຖານໃນຊີວິດປະຈຳວັນຂອງພວກເຈົ້າ. ມະນຸດເມິນເສີຍເລື່ອງຄຳອະທິຖານ. ຄຳອະທິຖານເຄີຍເຮັດພໍເປັນພິທີ ໂດຍທີ່ມະນຸດພຽງແຕ່ທຳທ່າເຮັດຕໍ່ໜ້າພຣະເຈົ້າ. ບໍ່ມີມະນຸດຄົນໃດເຄີຍຖວາຍຫົວໃຈຂອງເຂົາຕໍ່ໜ້າພຣະເຈົ້າຢ່າງສົມບູນ ແລະ ມີສ່ວນຮ່ວມໃນການອະທິຖານກັບພຣະເຈົ້າຢ່າງແທ້ຈິງ. ມະນຸດພຽງແຕ່ອະທິຖານຫາພຣະເຈົ້າເມື່ອເກີດບັນຫາຂຶ້ນເທົ່ານັ້ນ. ຕະຫຼອດເວລານີ້, ເຈົ້າເຄີຍອະທິຖານຫາພຣະເຈົ້າຢ່າງແທ້ຈິງບໍ? ເຄີຍມີເວລາທີ່ເຈົ້າຮ້ອງໄຫ້ດ້ວຍນໍ້າຕາແຫ່ງຄວາມເຈັບປວດຕໍ່ໜ້າພຣະເຈົ້າບໍ? ເຄີຍມີເວລາທີ່ເຈົ້າມາຮູ້ຈັກຕົນເອງຕໍ່ໜ້າພຣະອົງບໍ? ເຈົ້າເຄີຍອະທິຖານຫາພຣະເຈົ້າຢ່າງເປີດໃຈບໍ? ຄຳອະທິຖານເກີດຂຶ້ນຜ່ານການປະຕິບັດ: ຖ້າເຈົ້າບໍ່ອະທິຖານຢູ່ເຮືອນເປັນປົກກະຕິ, ແລ້ວເຈົ້າກໍ່ຈະບໍ່ມີທາງອະທິຖານໃນຄຣິດຕະຈັກ ແລະ ຖ້າເຈົ້າບໍ່ອະທິຖານເປັນປົກກະຕິໃນການເຕົ້າໂຮມຂະໜາດນ້ອຍ, ແລ້ວເຈົ້າກໍ່ຈະບໍ່ສາມາດອະທິຖານໃນການເຕົ້າໂຮມຂະໜາດໃຫຍ່ໄດ້. ຖ້າເຈົ້າບໍ່ຍັບເຂົ້າໃກ້ພຣະເຈົ້າເປັນປົກກະຕິ ຫຼື ຮຳພຶງເຖິງພຣະທໍາຂອງພຣະເຈົ້າ, ແລ້ວເຈົ້າກໍ່ຈະບໍ່ມີຫຍັງໃຫ້ເວົ້າເຖິງ ເມື່ອມັນຮອດເວລາອະທິຖານ ແລະ ເຖິງແມ່ນວ່າຖ້າເຈົ້າອະທິຖານ, ເຈົ້າກໍ່ຈະພຽງແຕ່ອະທິຖານແຕ່ປາກ; ມັນຈະບໍ່ແມ່ນຄຳອະທິຖານທີ່ແທ້ຈິງ.

ຄຳອະທິຖານທີ່ແທ້ຈິງແມ່ນຫຍັງ? ມັນເປັນການບອກພຣະເຈົ້າກ່ຽວກັບສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ, ສື່ສານກັບພຣະເຈົ້າເມື່ອເຈົ້າເຂົ້າໃຈຄວາມປະສົງຂອງພຣະອົງ, ສື່ສານກັບພຣະເຈົ້າຜ່ານພຣະທຳຂອງພຣະອົງ, ຮູ້ສຶກໃກ້ຊິດກັບພຣະເຈົ້າເປັນພິເສດ, ຮູ້ສຶກວ່າພຣະອົງຢູ່ທີ່ນັ້ນຕໍ່ໜ້າເຈົ້າ ແລະ ເຊື່ອວ່າເຈົ້າມີບາງສິ່ງໃຫ້ເວົ້າກັບພຣະອົງ. ຫົວໃຈຂອງເຈົ້າຮູ້ສຶກຄືວ່າເຕັມໄປດ້ວຍແສງສະຫວ່າງ ແລະ ເຈົ້າຮູ້ສຶກວ່າພຣະເຈົ້າເປັນຕາຮັກຫຼາຍສໍ່າໃດ. ເຈົ້າຮູ້ສຶກມີແຮງດົນບັນດານໃຈເປັນພິເສດ ແລະ ການຮັບຟັງເຈົ້າໄດ້ນໍາຄວາມພໍໃຈມາສູ່ອ້າຍເອື້ອຍນ້ອງຂອງເຈົ້າ. ພວກເຂົາຈະຮູ້ສຶກວ່າຄໍາເວົ້າທີ່ເຈົ້າກ່າວແມ່ນຄຳເວົ້າທີ່ຢູ່ພາຍໃນຫົວໃຈຂອງພວກເຂົາ, ຄຳເວົ້າທີ່ພວກເຂົາປາຖະໜາຈະເວົ້າ, ຄືກັບວ່າຄຳເວົ້າຂອງເຈົ້າເປັນຄຳເວົ້າແທນພວກເຂົາເອງ. ນີ້ຄືຄວາມໝາຍຂອງຄຳອະທິຖານທີ່ແທ້ຈິງ. ຫຼັງຈາກທີ່ເຈົ້າມີສ່ວນຮ່ວມໃນການອະທິຖານຢ່າງແທ້ຈິງ, ຫົວໃຈຂອງເຈົ້າກໍ່ຈະສະຫງົບສຸກ ແລະ ຈະຮູ້ຈັກຄວາມພໍໃຈ. ກຳລັງທີ່ຈະຮັກພຣະເຈົ້າສາມາດເກີດຂຶ້ນ ແລະ ເຈົ້າຈະຮູ້ສຶກວ່າບໍ່ມີຄຸນຄ່າ ຫຼື ຄວາມໝາຍຫຍັງທີ່ຍິ່ງໃຫຍ່ໃນຊີວິດໄປກວ່າການຮັກພຣະເຈົ້າ. ທັງໝົດນີ້ຈະພິສູດວ່າຄໍາອະທິຖານຂອງເຈົ້າແມ່ນມີປະສິດທິຜົນ. ເຈົ້າເຄີຍອະທິຖານໃນລັກສະນະນັ້ນບໍ?

ແລ້ວເນື້ອໃນຂອງຄໍາອະທິຖານເດ? ຄຳອະທິຖານຂອງເຈົ້າຄວນດຳເນີນໄປເທື່ອລະບາດກ້າວ ໂດຍສອດຄ່ອງກັບສະພາວະທີ່ແທ້ຈິງໃນຫົວໃຈຂອງເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ; ເຈົ້າສາມາດສື່ສານກັບພຣະເຈົ້າຕາມຄວາມປະສົງຂອງພຣະອົງ ແລະ ຕາມສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດ. ເມື່ອເຈົ້າເລີ່ມປະຕິບັດການອະທິຖານ, ກ່ອນອື່ນແມ່ນໃຫ້ມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ. ຢ່າພະຍາຍາມເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພຽງແຕ່ພະຍາຍາມກ່າວຄໍາເວົ້າທີ່ຢູ່ພາຍໃນໃຈຂອງເຈົ້າຕໍ່ພຣະເຈົ້າ. ເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າແລ້ວ, ໃຫ້ກ່າວໃນລັກສະນະນີ້: “ໂອ້ ພຣະເຈົ້າ! ຂ້ານ້ອຍຫາກໍ່ຮູ້ມື້ນີ້ວ່າຂ້ານ້ອຍເຄີຍບໍ່ເຊື່ອຟັງພຣະອົງ. ຂ້ານ້ອຍເປັນຄົນເສື່ອມຊາມ ແລະ ເປັນຕາລັງກຽດແທ້ໆ. ຂ້ານ້ອຍໄດ້ເສຍເວລາໃນຊີວິດຂອງຂ້ານ້ອຍເທົ່ານັ້ນ. ນັບຕັ້ງແຕ່ມື້ນີ້ໄປ, ຂ້ານ້ອຍຈະດໍາລົງຊີວິດຢູ່ເພື່ອພຣະອົງເຈົ້າ. ຂ້ານ້ອຍຈະໃຊ້ຊີວິດຢ່າງມີຄວາມໝາຍ ແລະ ເຮັດຕາມຄວາມປະສົງຂອງພຣະອົງ. ຂໍໃຫ້ພຣະວິນຍານຂອງພຣະອົງປະຕິບັດພາລະກິດຢູ່ໃນຕົວຂ້ານ້ອຍຢູ່ສະເໝີ, ສ່ອງແສງ ແລະ ເຍືອງທາງໃຫ້ແກ່ຂ້ານ້ອຍຢ່າງຕໍ່ເນື່ອງ. ຂໍໃຫ້ຂ້ານ້ອຍເປັນພະຍານຢ່າງເຂັ້ມແຂງ ແລະ ກ້ອງກັງວານຕໍ່ໜ້າພຣະອົງ. ຂໍໃຫ້ຊາຕານເຫັນເຖິງສະຫງ່າລາສີຂອງພຣະອົງ, ຄຳພະຍານຂອງພຣະອົງ ແລະ ຂໍໃຫ້ຫຼັກຖານໄຊຊະນາຂອງພຣະອົງສຳແດງໃນພວກຂ້ານ້ອຍ”. ເມື່ອເຈົ້າອະທິຖານໃນລັກສະນະນີ້, ຫົວໃຈຂອງເຈົ້າຈະຖືກປົດປ່ອຍເປັນອິດສະຫຼະຢ່າງສົມບູນ. ເມື່ອໄດ້ອະທິຖານໃນລັກສະນະນີ້, ຫົວໃຈຂອງເຈົ້າກໍ່ຈະໃກ້ຊິດກັບພຣະເຈົ້າຍິ່ງຂຶ້ນ ແລະ ຖ້າເຈົ້າສາມາດອະທິຖານໃນລັກສະນະນີ້ຢູ່ເລື້ອຍໆ, ພຣະວິນຍານບໍລິສຸດກໍ່ຈະປະຕິບັດພາລະກິດໃນຕົວເຈົ້າຢ່າງຫຼີກເວັ້ນບໍ່ໄດ້. ຖ້າເຈົ້າເອີ້ນຫາພຣະເຈົ້າໃນລັກສະນະນີ້ຢູ່ສະເໝີ ແລະ ຕັ້ງໃຈຕໍ່ໜ້າພຣະອົງ, ມື້ໜຶ່ງທີ່ຄວາມຕັ້ງໃຈຂອງເຈົ້າຈະສາມາດເປັນທີ່ຍອມຮັບຕໍ່ໜ້າພຣະເຈົ້າກໍ່ຈະມາເຖິງ, ເມື່ອຫົວໃຈຂອງເຈົ້າ ແລະ ການເປັນຢູ່ທັງໝົດຂອງເຈົ້າຖືກຮັບເອົາໂດຍພຣະເຈົ້າ ແລະ ໃນທີ່ສຸດແລ້ວ ເຈົ້າກໍ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ສຳລັບພວກເຈົ້າແລ້ວ, ຄຳອະທິຖານມີຄວາມສໍາຄັນທີ່ສຸດ. ເມື່ອເຈົ້າອະທິຖານ ແລະ ເຈົ້າໄດ້ຮັບເອົາພາລະກິດຈາກພຣະວິນຍານບໍລິສຸດ, ຫົວໃຈຂອງເຈົ້າກໍ່ຈະໄດ້ຮັບການດົນບັນດານໂດຍພຣະເຈົ້າ ແລະ ກຳລັງທີ່ຈະຮັກພຣະເຈົ້າກໍ່ຈະເກີດຂຶ້ນ. ຖ້າເຈົ້າບໍ່ອະທິຖານດ້ວຍຫົວໃຈຂອງເຈົ້າ, ຖ້າເຈົ້າບໍ່ເປີດຫົວໃຈຂອງເຈົ້າເພື່ອສື່ສານກັບພຣະເຈົ້າ, ແລ້ວພຣະເຈົ້າກໍ່ຈະບໍ່ມີທາງປະຕິບັດພາລະກິດໃນຕົວເຈົ້າໄດ້. ຫຼັງຈາກທີ່ໄດ້ອະທິຖານ ແລະ ກ່າວຄຳເວົ້າຈາກຫົວໃຈຂອງເຈົ້າ, ຖ້າພຣະວິນຍານຂອງພຣະເຈົ້າບໍ່ໄດ້ເລີ່ມພາລະກິດຂອງພຣະອົງ ແລະ ເຈົ້າບໍ່ໄດ້ຮັບການດົນບັນດານໃຈເລີຍ, ແລ້ວນີ້ກໍ່ສະແດງວ່າຫົວໃຈຂອງເຈົ້າຂາດຄວາມຈິງຈັງ, ຄໍາເວົ້າຂອງເຈົ້າບໍ່ເປັນຈິງ ແລະ ຍັງບໍ່ບໍລິສຸດ. ຫຼັງຈາກທີ່ໄດ້ອະທິຖານ ຖ້າເຈົ້າມີຄວາມຮູ້ສຶກພໍໃຈ, ແລ້ວຄໍາອະທິຖານຂອງເຈົ້າກໍ່ເປັນທີ່ຍອມຮັບໄດ້ຕໍ່ພຣະເຈົ້າ ແລະ ພຣະວິນຍານຂອງພຣະເຈົ້າຈະເຮັດພາລະກິດໃນຕົວເຈົ້າ. ໃນຖານະຄົນທີ່ຮັບໃຊ້ຕໍ່ໜ້າພຣະເຈົ້າ, ເຈົ້າບໍ່ສາມາດເຮັດໂດຍບໍ່ມີຄຳອະທິຖານ. ຖ້າເຈົ້າເຫັນວ່າການສື່ສານກັບພຣະເຈົ້າເປັນສິ່ງທີ່ມີຄວາມໝາຍ ແລະ ມີຄຸນຄ່າຢ່າງແທ້ຈິງ, ແລ້ວເຈົ້າຈະສາມາດປະຖິ້ມການອະທິຖານໄດ້ບໍ? ບໍ່ມີຜູ້ໃດສາມາດເຮັດໄດ້ໂດຍບໍ່ມີການສື່ສານກັບພຣະເຈົ້າ. ຖ້າບໍ່ມີການອະທິຖານ, ເຈົ້າກໍ່ດຳລົງຊີວິດຢູ່ໃນເນື້ອໜັງ, ໃນພັນທະນາການຕໍ່ຊາຕານ; ຖ້າບໍ່ມີການອະທິຖານຢ່າງແທ້ຈິງ, ເຈົ້າກໍ່ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ເຮົາຫວັງວ່າພວກເຈົ້າທີ່ເປັນອ້າຍເອື້ອຍນ້ອງຈະສາມາດເຂົ້າຮ່ວມໃນການອະທິຖານຢ່າງແທ້ຈິງໃນແຕ່ລະມື້. ນີ້ບໍ່ແມ່ນການປະຕິບັດຕາມກົດລະບຽບ, ແຕ່ກ່ຽວກັບການບັນລຸຜົນໃດໜຶ່ງ. ເຈົ້າເຕັມໃຈທີ່ຈະເສຍສະຫຼະການຫຼັບນອນ ແລະ ຄວາມສຸກເລັກໆນ້ອຍໆເພື່ອລຸກຂຶ້ນມາໃນຕອນເຊົ້າເພື່ອອະທິຖານໃນຕອນເຊົ້າ ແລະ ມີຄວາມສຸກກັບພຣະທຳຂອງພຣະເຈົ້າບໍ? ຖ້າເຈົ້າອະທິຖານດ້ວຍຫົວໃຈທີ່ບໍລິສຸດ ແລະ ກິນ ແລະ ດື່ມພຣະທໍາຂອງພຣະເຈົ້າແບບນີ້, ເຈົ້າກໍ່ເປັນທີ່ຍອມຮັບຫຼາຍຂຶ້ນຕໍ່ພຣະອົງ. ຖ້າເຈົ້າເຮັດແບບນີ້ທຸກໆເຊົ້າ, ຖ້າເຈົ້າປະຕິບັດການມອບຫົວໃຈຂອງເຈົ້າໃຫ້ແກ່ພຣະເຈົ້າໃນທຸກໆມື້, ສື່ສານ ແລະ ພົວພັນກັບພຣະອົງ, ແລ້ວຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າກໍ່ຈະເພິ່ມຂຶ້ນຢ່າງແນ່ນອນ ແລະ ເຈົ້າຈະສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້ດີຂຶ້ນ. ເຈົ້າຈະເວົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍເຕັມໃຈທີ່ຈະປະຕິບັດໜ້າທີ່ຂອງຂ້ານ້ອຍໃຫ້ສຳເລັດ. ຂ້ານ້ອຍສາມາດເຮັດໄດ້ພຽງແຕ່ມອບທັງໝົດຂອງຂ້ານ້ອຍໃຫ້ກັບພຣະອົງ, ເພື່ອວ່າພຣະອົງອາດໄດ້ຮັບສະຫງ່າລາສີຈາກພວກຂ້ານ້ອຍ, ເພື່ອວ່າພຣະອົງອາດມີຄວາມສຸກກັບຄຳພະຍານທີ່ເກີດຈາກພວກເຮົາຄົນກຸ່ມນີ້. ຂ້ານ້ອຍຂໍໃຫ້ພຣະອົງເຮັດພາລະກິດໃນພວກຂ້ານ້ອຍ, ເພື່ອວ່າຂ້ານ້ອຍອາດສາມາດຮັກພຣະອົງຢ່າງແທ້ຈິງ ແລະ ເຮັດໃຫ້ພຣະອົງພໍໃຈ ແລະ ສະແຫວງຫາພຣະອົງໂດຍເປັນເປົ້າໝາຍຂອງຂ້ານ້ອຍ”. ເມື່ອເຈົ້າຮັບເອົາພາລະນີ້, ພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນຢ່າງແນ່ນອນ. ເຈົ້າບໍ່ຄວນພຽງແຕ່ອະທິຖານເພື່ອຜົນປະໂຫຍດຂອງເຈົ້າເອງ, ແຕ່ເຈົ້າຄວນອະທິຖານເພື່ອປະຕິບັດຄວາມປະສົງຂອງພຣະເຈົ້າ ແລະ ຮັກພຣະອົງອີກດ້ວຍ. ນີ້ຄືຄຳອະທິຖານປະເພດທີ່ແທ້ຈິງທີ່ສຸດ. ເຈົ້າເປັນຄົນທີ່ອະທິຖານເພື່ອເຫັນແກ່ການປະຕິບັດຄວາມປະສົງຂອງພຣະເຈົ້າບໍ?

ໃນອະດີດ, ພວກເຈົ້າບໍ່ຮູ້ຈັກວິທີການອະທິຖານ ແລະ ພວກເຈົ້າເມິນເສີຍເລື່ອງການອະທິຖານ. ຕອນນີ້, ພວກເຈົ້າຕ້ອງເຮັດສຸດຄວາມສາມາດຂອງພວກເຈົ້າເພື່ອຝຶກຝົນຕົນເອງໃຫ້ອະທິຖານ. ຖ້າເຈົ້າບໍ່ສາມາດຮວບຮວມກໍາລັງພາຍໃນຕົວເຈົ້າເພື່ອຮັກພຣະເຈົ້າ, ແລ້ວເຈົ້າຈະອະທິຖານແນວໃດ? ເຈົ້າຈະເວົ້າວ່າ: “ໂອ້ ພຣະເຈົ້າ, ຫົວໃຈຂອງຂ້ານ້ອຍບໍ່ສາມາດຮັກພຣະອົງໄດ້ຢ່າງແທ້ຈິງ. ຂ້ານ້ອຍປາຖະໜາທີ່ຈະຮັກພຣະອົງ, ແຕ່ຂ້ານ້ອຍຂາດກໍາລັງ. ຂ້ານ້ອຍຄວນເຮັດແນວໃດ? ຂໍໃຫ້ພຣະອົງເປີດຕາຝ່າຍວິນຍານຂອງຂ້ານ້ອຍ ແລະ ຂໍໃຫ້ພຣະວິນຍານຂອງພຣະອົງດົນບັນດານຫົວໃຈຂອງຂ້ານ້ອຍ. ຂໍໃຫ້ມັນເປັນແບບນັ້ນເມື່ອຂ້ານ້ອຍມາຢູ່ຕໍ່ໜ້າພຣະອົງ, ຂ້ານ້ອຍໂຍນທຸກສິ່ງທີ່ບໍ່ດີອອກແລ້ວ, ເຊົາຈາກການຖືກບັງຄັບໂດຍບຸກຄົນ, ເລື່ອງ ຫຼື ສິ່ງໃດໜຶ່ງ ແລະ ວາງຫົວໃຈຂອງຂ້ອຍຕໍ່ໜ້າພຣະອົງຢ່າງສົມບູນ ແລະ ຂໍໃຫ້ມັນເປັນແບບນັ້ນເພື່ອວ່າຂ້ານ້ອຍອາດຖວາຍການເປັນຢູ່ທັງໝົດຂອງຂ້ານ້ອຍຕໍ່ໜ້າພຣະອົງ. ເຖິງຢ່າງໃດກໍ່ຕາມ, ພຣະອົງອາດທົດສອບຂ້ານ້ອຍ, ຂ້ານ້ອຍພ້ອມແລ້ວ. ຕອນນີ້, ຂ້ານ້ອຍບໍ່ຄຳນຶງເຖິງຄວາມຄາດຫວັງໃນອະນາຄົດຂອງຂ້ານ້ອຍ ຫຼື ຂ້ານ້ອຍບໍ່ໄດ້ຢູ່ພາຍໃຕ້ແອກແຫ່ງຄວາມຕາຍ. ດ້ວຍຫົວໃຈທີ່ຮັກພຣະອົງ, ຂ້ານ້ອຍປາຖະໜາທີ່ຈະສະແຫວງຫາເສັ້ນທາງແຫ່ງຊີວິດ. ທຸກເລື່ອງ, ທຸກສິ່ງ, ມັນລ້ວນແລ້ວແຕ່ຢູ່ໃນມືຂອງພຣະອົງ; ໂຊກຊະຕາຂອງຂ້ານ້ອຍຢູ່ໃນມືຂອງພຣະອົງ ແລະ ພຣະອົງກຸມຊີວິດຂອງຂ້ານ້ອຍໄວ້ໃນມືຂອງພຣະອົງແທ້ໆ. ຕອນນີ້, ຂ້ານ້ອຍສະແຫວງຫາເພື່ອຮັກພຣະອົງ ແລະ ບໍ່ວ່າພຣະອົງຈະປ່ອຍໃຫ້ຂ້ານ້ອຍຮັກພຣະອົງ ຫຼື ບໍ່, ບໍ່ວ່າຊາຕານຈະແຊກແຊງແນວໃດ, ຂ້ານ້ອຍກໍ່ຕັ້ງໃຈທີ່ຈະຮັກພຣະອົງ”. ເມື່ອເຈົ້າພົບກັບບັນຫານີ້, ໃຫ້ອະທິຖານແບບນີ້. ຖ້າເຈົ້າອະທິຖານແບບນີ້ທຸກມື້, ກຳລັງທີ່ຈະຮັກພຣະເຈົ້າກໍ່ຈະມີຫຼາຍຂຶ້ນເທື່ອລະໜ້ອຍ.

ເຮົາຈະເຂົ້າສູ່ຄຳອະທິຖານທີ່ແທ້ຈິງແນວໃດ?

ເມື່ອກຳລັງອະທິຖານ, ເຈົ້າຕ້ອງມີຫົວໃຈທີ່ສະຫງົບງຽບຕໍ່ໜ້າພຣະເຈົ້າ ແລະ ເຈົ້າຕ້ອງມີຫົວໃຈທີ່ຈິງໃຈ. ເຈົ້າກຳລັງສື່ສານ ແລະ ອະທິຖານກັບພຣະເຈົ້າຢ່າງແທ້ຈິງ, ເຈົ້າຕ້ອງບໍ່ພະຍາຍາມຊັກຈູງພຣະເຈົ້າດ້ວຍຄໍາເວົ້າທີ່ຈົບງາມ. ຄໍາອະທິຖານຄວນສຸ່ມໃສ່ສິ່ງທີ່ພຣະເຈົ້າປາຖະໜາຈະບັນລຸຜົນໃນຕອນນີ້. ຂໍໃຫ້ພຣະເຈົ້າມອບຄວາມສະຫວ່າງ ແລະ ແສງເຍືອງທາງທີ່ຍິ່ງໃຫຍ່ໃຫ້ແກ່ເຈົ້າ, ນໍາເອົາສະພາວະຕົວຈິງຂອງເຈົ້າ ແລະ ບັນຫາຂອງເຈົ້າມາຢູ່ຕໍ່ໜ້າຂອງພຣະອົງ ເມື່ອເຈົ້າອະທິຖານ ເຊິ່ງລວມເຖິງຄວາມຕັ້ງໃຈທີ່ເຈົ້າມີຕໍ່ໜ້າພຣະເຈົ້າ. ຄຳອະທິຖານບໍ່ໄດ້ກ່ຽວຂ້ອງກັບການປະຕິບັດຕາມຂະບວນການ; ມັນກ່ຽວກັບການສະແຫວງຫາພຣະເຈົ້າດ້ວຍຫົວໃຈທີ່ຈິງໃຈ. ຂໍພຣະເຈົ້າປົກປ້ອງຫົວໃຈຂອງເຈົ້າ, ເພື່ອວ່າຫົວໃຈຂອງເຈົ້າອາດສະຫງົບລົງຕໍ່ໜ້າພຣະອົງຢູ່ເລື້ອຍໆ; ເພື່ອວ່າໃນສະພາບແວດລ້ອມທີ່ພຣະອົງໄດ້ຈັດວາງເຈົ້າ, ເຈົ້າຈະຮູ້ຈັກຕົນເອງ, ກຽດຊັງຕົນເອງ ແລະ ປະຖິ້ມຕົນເອງ ແລ້ວປ່ອຍໃຫ້ເຈົ້າມີຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ ແລະ ກາຍມາເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ.

ແມ່ນຫຍັງຄືຄວາມໝາຍຂອງຄຳອະທິຖານ?

ຄຳອະທິຖານແມ່ນໜຶ່ງໃນວິທີທີ່ມະນຸດຮ່ວມມືກັບພຣະເຈົ້າ, ມັນເປັນວິທີການທີ່ມະນຸດເອີ້ນຫາພຣະເຈົ້າ ແລະ ມັນເປັນຂະບວນການທີີ່ມະນຸດຖືກດົນບັນດານໂດຍພຣະວິນຍານຂອງພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ຄົນທີ່ບໍ່ມີຄຳອະທິຖານແມ່ນຄົນຕາຍທີ່ບໍ່ມີຈິດວິນຍານ ເຊິ່ງພິສູດວ່າພວກເຂົາຂາດຄວາມສາມາດທີ່ຈະຖືກດົນບັນດານໂດຍພຣະເຈົ້າ. ຖ້າບໍ່ມີຄຳອະທິຖານ, ມັນຈະເປັນໄປບໍ່ໄດ້ທີ່ຈະມີຊີວິດຝ່າຍວິນຍານທີ່ປົກກະຕິ, ແຮງໄກທີ່ຕາມທັນພາລະກິດຂອງພຣະວິນຍານບໍລິສຸດ. ການທີ່ມີຊີວິດຢູ່ໂດຍບໍ່ມີຄຳອະທິຖານຄືການທຳລາຍຄວາມສຳພັນຂອງຄົນໆໜຶ່ງກັບພຣະເຈົ້າ ແລະ ມັນຈະເປັນໄປບໍ່ໄດ້ທີ່ຈະໄດ້ຮັບຄຳຍົກຍ້ອງຈາກພຣະເຈົ້າ. ໃນຖານະຜູ້ເຊື່ອໃນພຣະເຈົ້າ, ຍິ່ງຄົນໆໜຶ່ງອະທິຖານຫຼາຍສໍ່າໃດ ນັ້ນກໍ່ຄື ຍິ່ງຄົນໆໜຶ່ງຖືກດົນບັນດານໂດຍພຣະເຈົ້າຫຼາຍສໍ່າໃດ, ຄົນໆນັ້ນກໍ່ຍິ່ງເຕັມໄປດ້ວຍຄວາມຕັ້ງໃຈຫຼາຍສໍ່ານັ້ນ ແລະ ຄົນໆນັ້ນກໍ່ຍິ່ງສາມາດຮັບເອົາແສງສະຫວ່າງໃໝ່ຈາກພຣະເຈົ້າໄດ້ດີຍິ່ງຂຶ້ນສໍ່ານັ້ນ. ຜົນຕາມມາກໍ່ຄື ຄົນປະເພດນີ້ສາມາດຖືກເຮັດໃຫ້ສົມບູນໂດຍພຣະວິນຍານບໍລິສຸດໄດ້ໄວຫຼາຍ.

ຄຳອະທິຖານມຸ່ງໝາຍທີ່ຈະຮັບຜົນຫຍັງ?

ຜູ້ຄົນອາດສາມາດປະຕິບັດການອະທິຖານ ແລະ ເຂົ້າໃຈຄວາມໝາຍຂອງຄຳອະທິຖານ, ແຕ່ການທີ່ຈະໃຫ້ຄຳອະທິຖານບັນລຸຜົນບໍ່ແມ່ນເລື່ອງງ່າຍ. ການອະທິຖານບໍ່ແມ່ນເປັນພຽງແຕ່ການທຳທ່າເຮັດ, ປະຕິບັດຕາມລະບຽບການ ຫຼື ທ່ອງພຣະທຳຂອງພຣະເຈົ້າຂຶ້ນໃຈ. ນັ້ນໝາຍຄວາມວ່າ ຄຳອະທິຖານບໍ່ແມ່ນການກ່າວຄຳເວົ້າໃດໜຶ່ງຄືກັບນົກແກ້ວ ແລະ ມັນບໍ່ແມ່ນການຮຽນແບບຄົນອື່ນ. ໃນຄຳອະທິຖານ, ຄົນໆໜຶ່ງຕ້ອງໄປເຖິງສະພາວະທີ່ຫົວໃຈຂອງຄົນໆນ້ັນຖືກມອບໃຫ້ແກ່ພຣະເຈົ້າ, ເປີດຫົວໃຈຂອງຄົນໆນັ້ນອອກເພື່ອວ່າມັນອາດຈະຖືກດົນບັນດານໂດຍພຣະເຈົ້າ. ຖ້າຄຳອະທິຖານຕ້ອງມີປະສິດທິຜົນ, ແລ້ວມັນກໍ່ຕ້ອງອີງໃສ່ການອ່ານພຣະທຳຂອງພຣະເຈົ້າ. ໂດຍການອະທິຖານຈາກພາຍໃນພຣະທຳຂອງພຣະເຈົ້າເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງທີ່ຍິ່ງໃຫຍ່ຂຶ້ນ. ການສຳແດງອອກເຖິງຄຳອະທິຖານຢ່າງແທ້ຈິງຄື: ການມີຫົວໃຈທີ່ປາຖະໜາຫາທຸກສິ່ງທີ່ພຣະເຈົ້າຮຽກຮ້ອງ ແລະ ຍິ່ງໄປກວ່ານັ້ນກໍ່ຄືຄວາມປາຖະໜາທີ່ຈະບັນລຸສິ່ງທີ່ພຣະອົງຮຽກຮ້ອງ; ການລັງກຽດສິ່ງທີ່ພຣະເຈົ້າລັງກຽດ ແລະ ຫຼັງຈາກນັ້ນກໍ່ໄດ້ຮັບຄວາມເຂົ້າໃຈບາງຢ່າງກ່ຽວກັບມັນ ໂດຍການສ້າງບົນພື້ນຖານນີ້ ແລະ ມີຄວາມຮູ້ ແລະ ຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມຈິງທີ່ພຣະເຈົ້າໄດ້ອະທິບາຍ. ເມື່ອມີຄວາມຕັ້ງໃຈ, ຄວາມເຊື່ອ, ຄວາມຮູ້ ແລະ ເສັ້ນທາງແຫ່ງການປະຕິບັດຫຼັງຈາກຄຳອະທິຖານ, ມີແຕ່ເມື່ອນັ້ນ ມັນຈຶ່ງສາມາດເອີ້ນວ່າຄຳອະທິຖານ ແລະ ມີແຕ່ຄຳອະທິຖານປະເພດນີ້ຈຶ່ງສາມາດບັນລຸຜົນ. ແຕ່ຄຳອະທິຖານຕ້ອງຖືກສ້າງຂຶ້ນບົນຄວາມສຸກໃນພຣະທຳຂອງພຣະເຈົ້າ, ມັນຕ້ອງຖືກສ້າງຂຶ້ນບົນພື້ນຖານຂອງການສື່ສານກັບພຣະເຈົ້າໃນພຣະທຳຂອງພຣະອົງ ແລະ ຫົວໃຈຕ້ອງສາມາດສະແຫວງຫາພຣະເຈົ້າ ແລະ ສະຫງົບງຽບຕໍ່ໜ້າພຣະອົງ. ຄຳອະທິຖານປະເພດນີ້ໄດ້ເຂົ້າສູ່ຂັ້ນຕອນການສື່ສານກັບພຣະເຈົ້າແລ້ວ.

ຄວາມຮູ້ພື້ນຖານທີ່ສຸດກ່ຽວກັບຄຳອະທິຖານ:

1. ຢ່າຫຼັບຫູຫຼັບຕາເວົ້າແມ່ນຫຍັງກໍ່ຕາມທີ່ອອກມາຈາກແນວຄິດ. ມັນຕ້ອງມີພາລະໃນຫົວໃຈຂອງເຈົ້າ ນັ້ນກໍ່ຄື ເຈົ້າຕ້ອງມີຈຸດປະສົງເມື່ອເຈົ້າອະທິຖານ.

2. ຄຳອະທິຖານຂອງເຈົ້າຕ້ອງປະກອບດ້ວຍພຣະທໍາຂອງພຣະເຈົ້າ; ມັນຕ້ອງຕັ້ງຢູ່ບົນພຣະທໍາຂອງພຣະເຈົ້າ.

3. ເມື່ອກຳລັງອະທິຖານ, ເຈົ້າບໍ່ຕ້ອງທົບທວນບັນຫາທີ່ຫຼ້າສະໄໝແລ້ວ. ຄຳອະທິຖານຂອງເຈົ້າຄວນກ່ຽວຂ້ອງກັບພຣະທໍາໃນປັດຈຸບັນຂອງພຣະເຈົ້າ ແລະ ເມື່ອເຈົ້າອະທິຖານ, ໃຫ້ບອກພຣະເຈົ້າກ່ຽວກັບຄວາມຄິດທີ່ຢູ່ຂ້າງໃນສຸດຂອງເຈົ້າ.

4. ການອະທິຖານເປັນກຸ່ມຕ້ອງກ່ຽວກັບຈຸດສູນກາງ ເຊິ່ງຈຳເປັນຕ້ອງແມ່ນພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ.

5. ທຸກຄົນຕ້ອງຮຽນຮູ້ຄຳອະທິຖານທີ່ຮ້ອງຂໍ. ນີ້ຍັງເປັນວິທີທີ່ຈະສະແດງຄວາມຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ.

ຊີວິດຄຳອະທິຖານຂອງຄົນໆໜຶ່ງແມ່ນອີງໃສ່ການເຂົ້າໃຈຄວາມໝາຍຂອງຄຳອະທິຖານ ແລະ ຄວາມຮູ້ພື້ນຖານຂອງຄຳອະທິຖານ. ໃນຊີວິດປະຈຳວັນ, ໃຫ້ອະທິຖານຢູ່ເລື້ອຍໆສຳລັບຂໍ້ບົກຜ່ອງຂອງເຈົ້າເອງ, ອະທິຖານເພື່ອກໍ່ໃຫ້ເກີດການປ່ຽນແປງໃນອຸປະນິໄສຂອງເຈົ້າໃນຊີວິດ ແລະ ອະທິຖານບົນພື້ນຖານຄວາມຮູ້ຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າ. ແຕ່ລະຄົນຄວນສ້າງຕັ້ງຊີວິດແຫ່ງຄຳອະທິຖານຂອງພວກເຂົາເອງ, ພວກເຂົາຄວນອະທິຖານເພື່ອເຫັນແກ່ການຮູ້ຈັກພຣະທຳຂອງພຣະເຈົ້າ ແລະ ພວກເຂົາຄວນອະທິຖານເພື່ອສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ. ເປີດເຜີຍສະຖານະການສ່ວນຕົວຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ເຮັດຕົວໃຫ້ເປັນຈິງໂດຍບໍ່ວິຕົກກັງວົນກ່ຽວກັບວິທີການທີ່ເຈົ້າອະທິຖານ ແລະ ບັນຫາຫຼັກກໍ່ຄືເພື່ອບັນລຸຄວາມເຂົ້າໃຈທີ່ແທ້ຈິງ ແລະ ເພື່ອຮັບເອົາປະສົບການຕົວຈິງກ່ຽວກັບພຣະທຳຂອງພຣະເຈົ້າ. ຄົນທີ່ສະແຫວງຫາເພື່ອເຂົ້າສູ່ຊີວິດຝ່າຍວິນຍານຕ້ອງສາມາດອະທິຖານໃນຫຼາຍວິທີທີ່ແຕກຕ່າງກັນ. ການອະທິຖານງຽບໆ, ການຄຸ່ນຄິດຕາມພຣະທຳຂອງພຣະເຈົ້າ, ການມາຮູ້ຈັກພາລະກິດຂອງພຣະເຈົ້າ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຕົວຢ່າງຂອງພາລະກິດແຫ່ງການສົນທະນາຝ່າຍວິນຍານທີ່ມີເປົ້າໝາຍເພື່ອເຫັນແກ່ການບັນລຸທາງເຂົ້າສູ່ຊີວິດຝ່າຍວິນຍານທີ່ເປັນປົກກະຕິ ເຊິ່ງປັບປຸງສະພາວະຂອງຄົນໆໜຶ່ງທີ່ຢູ່ຕໍ່ໜ້າພຣະເຈົ້າ ແລະ ຍິ່ງຜັກດັນໃຫ້ຄົນໆໜຶ່ງກ້າວໜ້າຫຼາຍຂຶ້ນໃນຊີວິດ. ເວົ້າສັ້ນໆກໍ່ຄື ທຸກສິ່ງທີ່ເຈົ້າເຮັດ ບໍ່ວ່າມັນຈະເປັນການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ ຫຼື ການອະທິຖານຢ່າງງຽບໆ ຫຼື ການປະກາດອອກດັງໆ ແມ່ນເພື່ອເຮັດໃຫ້ເຈົ້າສາມາດເຫັນເຖິງພຣະທຳຂອງພຣະເຈົ້າ, ພາລະກິດຂອງພຣະອົງ ແລະ ສິ່ງທີ່ພຣະອົງປາຖະໜາຈະບັນລຸໃນຕົວເຈົ້າຢ່າງຊັດເຈນ. ສິ່ງທີ່ສຳຄັນໄປກວ່ານັ້ນ ທຸກສິ່ງທີ່ເຈົ້າເຮັດແມ່ນເກີດຂຶ້ນເພື່ອບັນລຸມາດຕະຖານທີ່ພຣະເຈົ້າຮຽກຮ້ອງ ແລະ ເພື່ອຍົກຊີວິດຂອງເຈົ້າໃຫ້ສູງຂຶ້ນອີກ. ເງື່ອນໄຂຂັ້ນຕໍ່າທີ່ພຣະເຈົ້າຮຽກຮ້ອງຈາກມະນຸດກໍ່ຄືໃຫ້ມະນຸດສາມາດເປີດຫົວໃຈຂອງເຂົາຕໍ່ພຣະອົງ. ຖ້າມະນຸດມອບຫົວໃຈທີ່ແທ້ຈິງຂອງເຂົາໃຫ້ແກ່ພຣະເຈົ້າ ແລະ ເວົ້າສິ່ງທີ່ຢູ່ໃນຫົວໃຈຂອງເຂົາຢ່າງແທ້ຈິງ, ແລ້ວພຣະເຈົ້າກໍ່ເຕັມໃຈທີ່ຈະເຮັດພາລະກິດໃນເຂົາ. ສິ່ງທີ່ພຣະເຈົ້າປາຖະໜາບໍ່ແມ່ນຫົວໃຈທີ່ບິດງໍຂອງມະນຸດ, ແຕ່ເປັນຫົວໃຈທີ່ບໍລິສຸດ ແລະ ຊື່ສັດ. ຖ້າມະນຸດບໍ່ເວົ້າຈາກຫົວໃຈຂອງເຂົາຕໍ່ພຣະເຈົ້າ, ແລ້ວພຣະເຈົ້າກໍ່ຈະບໍ່ດົນບັນດານຫົວໃຈຂອງເຂົາ ຫຼື ເຮັດພາລະກິດໃນເຂົາ. ສະນັ້ນ, ປະເດັນສຳຄັນຂອງຄຳອະທິຖານກໍ່ຄືການເວົ້າກັບພຣະເຈົ້າຈາກຫົວໃຈຂອງເຈົ້າ, ບອກພຣະອົງກ່ຽວກັບຂໍ້ບົກຜ່ອງ ຫຼື ອຸປະນິໄສທີ່ກະບົດຂອງເຈົ້າ, ເປີດເຜີຍຕົນເອງຕໍ່ໜ້າພຣະອົງຢ່າສົມບູນ; ມີແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສົນໃຈໃນຄຳອະທິຖານຂອງເຈົ້າ ຫຼື ຖ້າບໍ່ດັ່ງນັ້ນ ພຣະອົງກໍ່ຈະເຊື່ອງໃບໜ້າຂອງພຣະອົງຈາກເຈົ້າ. ເກນເງື່ອນໄຂຂັ້ນຕໍ່າສຳລັບຄຳອະທິຖານກໍ່ຄືເຈົ້າຕ້ອງສາມາດຮັກສາໃຫ້ຫົວໃຈຂອງເຈົ້າໃຫ້ສະຫງົບງຽບຢູ່ຕໍ່ໜ້າພຣະເຈົ້າ ແລະ ມັນຕ້ອງບໍ່ອອກຫ່າງຈາກພຣະເຈົ້າ. ມັນອາດເປັນໄປໄດ້ວ່າ ໃນລະຫວ່າງໄລຍະນີ້ ເຈົ້າບໍ່ໄດ້ຮັບຄວາມເຂົ້າໃຈໃໝ່ຂຶ້ນ ຫຼື ສູງສົ່ງຂຶ້ນ, ແຕ່ຫຼັງຈາກນັ້ນ ເຈົ້າຕ້ອງໃຊ້ຄຳອະທິຖານເພື່ອຮັກສາສະຖານະພາບໃນປັດຈຸບັນ ນັ້ນກໍ່ຄື ເຈົ້າຕ້ອງບໍ່ຖອຍຫຼັງ. ຢ່າງໜ້ອຍທີ່ສຸດເຈົ້າຕ້ອງບັນລຸສິ່ງນີ້ໃຫ້ໄດ້. ຖ້າເຈົ້າບໍ່ສາມາດເຮັດສຳເລັດແມ່ນແຕ່ສິ່ງນີ້, ແລ້ວມັນກໍ່ພິສູດວ່າຊີວິດຝ່າຍວິນຍານຂອງເຈົ້າບໍ່ໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງ. ຜົນຕາມມາກໍ່ຄື ເຈົ້າຈະບໍ່ສາມາດຍຶດໝັ້ນກັບນິມິດທີ່ເຈົ້າມີໃນຕອນທຳອິດ, ເຈົ້າຈະສູນເສຍຄວາມເຊື່ອໃນພຣະເຈົ້າ ແລະ ຄວາມຕັ້ງໃຈຂອງເຈົ້າຈະຫຼຸດລົງໃນພາຍຫຼັງ. ໜຶ່ງສັນຍານທີ່ບົ່ງບອກວ່າເຈົ້າໄດ້ເຂົ້າສູ່ຊີວິດຝ່າຍວິນຍານແລ້ວ ຫຼື ບໍ່ນັ້ນ ແມ່ນຕ້ອງເບິ່ງວ່າຄຳອະທິຖານຂອງເຈົ້າຢູ່ໃນເສັ້ນທາງທີ່ຖືກຕ້ອງ ຫຼື ບໍ່. ທຸກຄົນຕ້ອງເຂົ້າສູ່ຄວາມເປັນຈິງນີ້; ພວກເຂົາທຸກຄົນຕ້ອງເຮັດພາລະກິດແຫ່ງການຝຶກຝົນຕົນເອງຢ່າງມີສະຕິໃນຄຳອະທິຖານ, ບໍ່ແມ່ນລໍຖ້າຢ່າງຂີ້ຄ້ານ, ແຕ່ສະແຫວງຫາເພື່ອທີ່ຈະໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດຢ່າງມີສະຕິ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະເປັນຄົນທີ່ສະແຫວງຫາພຣະເຈົ້າຢ່າງແທ້ຈິງ.

ເມື່ອເຈົ້າເລີ່ມອະທິຖານ, ຢ່າບັງຄັບຕົນເອງເກີນຄວາມຈຳເປັນ ແລະ ຄາດຫວັງທີ່ຈະບັນລຸທຸກສິ່ງໃນຄັ້ງດຽວ. ເຈົ້າບໍ່ສາມາດຮຽກຮ້ອງຢ່າງເກີນຕົວ ໂດຍຄາດຫວັງວ່າ ໃນທັນທີທີ່ເຈົ້າອ້າປາກຂອງເຈົ້າອອກ ເຈົ້າຈະຖືກດົນບັນດານໂດຍພຣະວິນຍານບໍລິສຸດ ຫຼື ເຈົ້າຈະໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງ ຫຼື ພຣະເຈົ້າຈະຖອກເທຄວາມກະລຸນາລົງມາໃຫ້ເຈົ້າ. ສິ່ງນັ້ນຈະບໍ່ເກີດຂຶ້ນ; ພຣະເຈົ້າບໍ່ເຮັດສິ່ງທີ່ເໜືອທຳມະຊາດ. ພຣະເຈົ້າເຮັດໃຫ້ຄຳອະທິຖານຂອງຜູ້ຄົນກາຍເປັນຈິງໃນເວລາຂອງພຣະອົງເອງ ແລະ ບາງເທື່ອ ພຣະອົງກໍ່ທົດສອບຄວາມເຊື່ອຂອງເຈົ້າເພື່ອເບິ່ງວ່າເຈົ້າຈົ່ງຮັກພັກດີຕໍ່ໜ້າພຣະອົງ ຫຼື ບໍ່. ເມື່ອເຈົ້າອະທິຖານ, ເຈົ້າຕ້ອງມີຄວາມເຊື່ອ, ຄວາມພາກພຽນ ແລະ ຄວາມຕັ້ງໃຈ. ເມື່ອຫາກໍ່ເລີ່ມຕົ້ນຝຶກຝົນ, ຄົນສ່ວນໃຫຍ່ໝົດກຳລັງໃຈ ເພາະພວກເຂົາລົ້ມເຫຼວທີ່ຈະໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ. ມັນຈະບໍ່ເປັນແບບນີ້! ເຈົ້າຕ້ອງພາກພຽນ; ເຈົ້າຕ້ອງໃຫ້ຄວາມສຳຄັນກັບການຮູ້ສຶກເຖິງການດົນບັນດານຈາກພຣະວິນຍານບໍລິສຸດ ແລະ ການສະແຫວງຫາ ແລະ ການຄົ້ນຫາ. ບາງເທື່ອ, ເສັ້ນທາງການປະຕິບັດຂອງເຈົ້າບໍ່ຖືກຕ້ອງ ແລະ ບາງເທື່ອ ແຮງຈູງໃຈສ່ວນຕົວ ແລະ ແນວຄິດຂອງເຈົ້າບໍ່ສາມາດຍຶດໝັ້ນໄດ້ຕໍ່ໜ້າພຣະເຈົ້າ ແລະ ດ້ວຍເຫດນັ້ນ ພຣະວິນຍານຂອງພຣະເຈົ້າກໍ່ລົ້ມເຫຼວທີ່ຈະດົນບັນດານເຈົ້າ. ໃນເວລາອື່ນ, ພຣະເຈົ້າຫຼຽວເບິ່ງວ່າເຈົ້າຈົ່ງຮັກພັກດີ ຫຼື ບໍ່. ເວົ້າສັ້ນໆກໍ່ຄື ໃນການຝຶກຝົນ ເຈົ້າຄວນຈ່າຍລາຄາທີ່ສູງຂຶ້ນ. ຖ້າເຈົ້າຄົ້ນພົບວ່າເຈົ້າກຳລັງຫັນເຫອອກຈາກເສັ້ນທາງປະຕິບັດຂອງເຈົ້າ, ເຈົ້າກໍສາມາດປ່ຽນວິທີການທີ່ເຈົ້າອະທິຖານໄດ້. ຕາບໃດທີ່ເຈົ້າສະແຫວງຫາດ້ວຍຫົວໃຈທີ່ຈິງໃຈ ແລະ ປາຖະໜາທີ່ຈະຮັບເອົາ, ແລ້ວພຣະວິນຍານບໍລິສຸດກໍ່ຈະພາເຈົ້າໄປສູ່ຄວາມເປັນຈິງນີ້ຢ່າງແນ່ນອນ. ບາງເທື່ອ ເຈົ້າອະທິຖານດ້ວຍຫົວໃຈທີ່ຈິງໃຈ ແຕ່ບໍ່ຮູ້ສຶກຄືກັບວ່າເຈົ້າໄດ້ຮັບການດົນບັນດານເປັນພິເສດ. ໃນເວລາແບບນີ້ ເຈົ້າຕ້ອງເພິ່ງພາຄວາມເຊື່ອ ໂດຍໄວ້ວາງໃຈວ່າພຣະເຈົ້າຈະເຝົ້າເບິ່ງຄຳອະທິຖານຂອງເຈົ້າ; ເຈົ້າຕ້ອງມີຄວາມພາກພຽນໃນຄຳອະທິຖານຂອງເຈົ້າ.

ໃຫ້ເປັນຄົນຊື່ສັດ; ອະທິຖານຫາພຣະເຈົ້າເພື່ອກໍາຈັດການຫຼອກລວງທີ່ຢູ່ໃນຫົວໃຈຂອງເຈົ້າ. ຊໍາລະຕົນເອງຜ່ານຄຳອະທິຖານຢູ່ຕະຫຼອດເວລາ, ຮັບເອົາການດົນບັນດານໃຈໂດຍພຣະວິນຍານຂອງພຣະເຈົ້າຜ່ານຄຳອະທິຖານ ແລະ ອຸປະນິໄສຂອງເຈົ້າຈະປ່ຽນແປງເທື່ອລະໜ້ອຍ. ຊີວິດຝ່າຍວິນຍານທີ່ແທ້ຈິງກໍ່ຄືຊີວິດແຫ່ງການອະທິຖານ, ມັນເປັນຊີວິດທີ່ໄດ້ຮັບການດົນບັນດານໂດຍພຣະວິນຍານບໍລິສຸດ. ຂະບວນການທີ່ຈະຖືກດົນບັນດານໂດຍພຣະວິນຍານບໍລິສຸດແມ່ນຂະບວນການປ່ຽນແປງອຸປະນິໄສຂອງມະນຸດ. ຊີວິດທີ່ບໍ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດບໍ່ແມ່ນຊີວິດຝ່າຍວິນຍານ, ແຕ່ເປັນຊີວິດແຫ່ງພິທີກຳທາງສາສະໜາເທົ່ານັ້ນ. ມີພຽງແຕ່ຄົນທີ່ໄດ້ຮັບການດົນບັນດານຈາກພຣະວິນຍານບໍລິສຸດ ແລະ ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດເລື້ອຍໆເທົ່ານັ້ນຈຶ່ງໄດ້ເຂົ້າສູ່ຊີວິດຝ່າຍວິນຍານ. ອຸປະນິໄສຂອງມະນຸດປ່ຽນແປງຢູ່ສະເໝີເມື່ອເຂົາອະທິຖານ. ຍິ່ງພຣະວິນຍານຂອງພຣະເຈົ້າດົນບັນດານໃຈເຂົາຫຼາຍສໍ່າໃດ, ເຂົາກໍ່ຍິ່ງຫ້າວຫັນ ແລະ ເຊື່ອຟັງຫຼາຍສໍ່ານັ້ນ. ແລ້ວດ້ວຍເຫດນັ້ນ ຫົວໃຈຂອງເຂົາຈຶ່ງຈະຖືກຊໍາລະລ້າງເທື່ອລະໜ້ອຍ ແລະ ອຸປະນິໄສຂອງເຂົາຈະປ່ຽນແປງເທື່ອລະໜ້ອຍ. ສິ່ງດັ່ງກ່າວແມ່ນຜົນໄດ້ຮັບຈາກຄຳອະທິຖານທີ່ແທ້ຈິງ.

ກ່ອນນີ້: ຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າແມ່ນຄວາມຮັກແບບທໍາມະຊາດ

ຕໍ່ໄປ: ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້