ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ

ຕອນນີ້ ເຈົ້າຕ້ອງສະແຫວງຫາເພື່ອກາຍມາເປັນປະຊາຊົນຂອງພຣະເຈົ້າ ແລະ ຄວນເລີ່ມຕົ້ນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຢ່າງສິ້ນເຊີງ. ການກາຍມາເປັນປະຊາຊົນຂອງພຣະເຈົ້າໝາຍເຖິງການເຂົ້າສູ່ຍຸກແຫ່ງລາຊະອານາຈັກ. ມື້ນີ້ ເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກຢ່າງເປັນທາງການ ແລະ ຊີວິດໃນອະນາຄົດຂອງເຈົ້າກໍ່ຈະບໍ່ໂລເລ ແລະ ໄຮ້ລະບຽບດັ່ງທີ່ພວກເຂົາເປັນກ່ອນໜ້ານີ້; ເມື່ອດຳລົງຊີວິດໃນລັກສະນະນັ້ນ, ມັນເປັນໄປບໍ່ໄດ້ທີ່ຈະບັນລຸມາດຕະຖານທີ່ພຣະເຈົ້າຕ້ອງການ. ຖ້າເຈົ້າບໍ່ຮູ້ສຶກເຖິງຄວາມຮີບຮ້ອນໃດໆ ແລ້ວນີ້ກໍ່ສະແດງວ່າ ເຈົ້າບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ, ການສະແຫວງຫາຂອງເຈົ້າສັບສົນ ແລະ ວຸ້ນວາຍ ແລະ ເຈົ້າບໍ່ສາມາດເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດໄດ້. ການເຂົ້າສູ່ການຝຶກອົບຮົມແຫ່ງອານາຈັກໝາຍເຖິງການເລີ່ມຕົ້ນຊີວິດຂອງປະຊາຊົນຂອງພຣະເຈົ້າ, ເຈົ້າເຕັມໃຈທີ່ຈະຍອມຮັບການຝຶກຝົນດັ່ງກ່າວບໍ? ເຈົ້າເຕັມໃຈທີ່ຈະຮູ້ສຶກເຖິງຄວາມຮີບດ່ວນບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ລະບຽບວິໄນຂອງພຣະເຈົ້າບໍ? ເຈົ້າເຕັມໃຈທີ່ຈະມີຊີວິດຢູ່ພາຍໃຕ້ການຕີສອນຂອງພຣະເຈົ້າບໍ? ເມື່ອພຣະທຳຂອງພຣະເຈົ້າມາເຖິງເຈົ້າ ແລະ ທົດສອບເຈົ້າ, ເຈົ້າຈະເຮັດແນວໃດ? ເຈົ້າຈະເຮັດຫຍັງແດ່ເມື່ອພົບກັບຂໍ້ແທ້ຈິງທຸກຮູບແບບ? ໃນອະດີດ ຄວາມສົນໃຈຂອງເຈົ້າບໍ່ແມ່ນກ່ຽວກັບຊີວິດ; ມື້ນີ້, ເຈົ້າຕ້ອງເຂົ້າສູ່ຄວາມເປັນຈິງແຫ່ງຊີວິດ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງເຈົ້າ. ນີ້ຄືສິ່ງທີ່ປະຊາຊົນໃນອານາຈັກຕ້ອງເຮັດໃຫ້ສຳເລັດ. ທຸກຄົນທີ່ເປັນປະຊາຊົນຂອງພຣະເຈົ້າຕ້ອງມີຊີວິດ, ພວກເຂົາຕ້ອງຍອມຮັບການຝຶກຝົນແຫ່ງອານາຈັກ ແລະ ສະແຫວງຫາການປ່ຽນແປງໃນຊີວິດຈິດໃຈຂອງພວກເຂົາ. ນີ້ຄືສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກ.

ສິ່ງທີ່ພຣະເຈົ້າຕ້ອງການຈາກປະຊາຊົນໃນອານາຈັກຄືດັ່ງລຸ່ມນີ້:

1. ພວກເຂົາຕ້ອງຍອມຮັບການຝາກຝັງຂອງພຣະເຈົ້າ. ນີ້ໝາຍຄວາມວ່າ ພວກເຂົາຕ້ອງຍອມຮັບພຣະທຳທຸກຂໍ້ທີ່ກ່າວໄວ້ໃນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ.

2. ພວກເຂົາຕ້ອງເຂົ້າສູ່ການຝຶກຝົນແຫ່ງອານາຈັກ.

3. ພວກເຂົາຕ້ອງສະແຫວງຫາເພື່ອເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບການສຳຜັດຈາກພຣະເຈົ້າ. ເມື່ອຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາ ເຈົ້າກໍ່ຈະມີຊີວິດຢູ່ໃນດິນແດນແຫ່ງອິດສະຫຼະພາບ ເຊິ່ງໝາຍຄວາມວ່າ ເຈົ້າຈະມີຊີວິດຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຈາກຄວາມຮັກຂອງພຣະເຈົ້າ. ມີພຽງແຕ່ເມື່ອເຈົ້າມີຊີວິດພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ, ເຈົ້າຈຶ່ງຈະເປັນຂອງພຣະເຈົ້າ.

4. ພວກເຂົາຕ້ອງຖືກຮັບໂດຍພຣະເຈົ້າ.

5. ພວກເຂົາຕ້ອງກາຍມາເປັນສິ່ງທີ່ສຳແດງເຖິງສະຫງ່າລາສີຂອງພຣະເຈົ້າເທິງແຜ່ນດິນໂລກ.

ຫ້າຫົວຂໍ້ນີ້ແມ່ນການຝາກຝັງຂອງເຮົາສຳລັບເຈົ້າ. ພຣະທຳຂອງເຮົາຖືກກ່າວຕໍ່ປະຊາຊົນຂອງພຣະເຈົ້າ ແລະ ຖ້າເຈົ້າບໍ່ເຕັມໃຈຍອມຮັບເອົາການຝາກຝັງເຫຼົ່ານີ້, ເຮົາຈະບໍ່ບັງຄັບເຈົ້າ ແຕ່ຖ້າເຈົ້າຍອມຮັບສິ່ງເຫຼົ່ານັ້ນຢ່າງແທ້ຈິງ ແລ້ວເຈົ້າກໍ່ຈະສາມາດປະຕິບັດຄວາມປະສົງຂອງພຣະເຈົ້າໄດ້. ໃນປັດຈຸບັນ ເຈົ້າເລີ່ມຍອມຮັບການຝາກຝັງຂອງພຣະເຈົ້າ ແລະ ສະແຫວງຫາເພື່ອກາຍເປັນປະຊາຊົນຂອງອານາຈັກ ແລະ ບັນລຸຕາມມາດຕະຖານທີ່ຈຳເປັນສຳລັບປະຊາຊົນໃນອານາຈັກ. ນີ້ຄືບາດກ້າວທຳອິດຂອງທາງເຂົ້າ. ຖ້າເຈົ້າປາດຖະໜາປະຕິບັດຄວາມປະສົງຂອງພຣະເຈົ້າຢ່າງສົມບູນ ແລ້ວເຈົ້າຕ້ອງຍອມຮັບການຝາກຝັງທັງຫ້າເຫຼົ່ານີ້ ແລະ ຖ້າເຈົ້າສາມາດເຮັດຫ້າຂໍ້ນັ້ນໃຫ້ສຳເລັດໄດ້ ເຈົ້າກໍ່ຈະເປັນທີ່ພໍໃຈພຣະເຈົ້າ ແລະ ພຣະເຈົ້າຈະໃຊ້ເຈົ້າໃຫ້ເກີດປະໂຫຍດຢ່າງຍິ່ງໃຫຍ່ແນ່ນອນ. ສິ່ງທີ່ສຳຄັນໃນປັດຈຸບັນຄືການເຂົ້າສູ່ການຝຶກຝົນແຫ່ງອານາຈັກ. ການເຂົ້າສູ່ການຝຶກຝົນແຫ່ງອານາຈັກກ່ຽວພັນກັບຊີວິດທາງຝ່າຍວິນຍານ. ທີ່ຜ່ານມາແມ່ນບໍ່ມີການສົນທະນາກ່ຽວກັບຊີວິດຝ່າຍວິນຍານ ແຕ່ໃນປັດຈຸບັນ ເມື່ອເຈົ້າເລີ່ມເຂົ້າສູ່ການຝຶກຝົນແຫ່ງອານາຈັກ ເຈົ້າກໍ່ເຂົ້າສູ່ຊີວິດຝ່າຍວິນຍານຢ່າງເປັນທາງການ.

ຊີວິດຝ່າຍວິນຍານແມ່ນຊີວິດແບບໃດ? ຊີວິດຝ່າຍວິນຍານແມ່ນຊີວິດທີ່ຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ສາມາດໃສ່ໃຈກັບຄວາມຮັກຂອງພຣະເຈົ້າ. ມັນເປັນຊີວິດທີ່ເຈົ້າດຳລົງຊີວິດຢູ່ໃນພຣະທຳຂອງພຣະເຈົ້າ ແລະ ບໍ່ມີສິ່ງໃດສາມາດຄອບຄອງຫົວໃຈຂອງເຈົ້າ ແລະ ເຈົ້າສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າໃນປັດຈຸບັນ ແລະ ຖືກນໍາພາໂດຍແສງສະຫວ່າງແຫ່ງພຣະວິນຍານບໍລິສຸດໃນປັດຈຸບັນເພື່ອເຮັດໜ້າທີ່ຂອງເຈົ້າໃຫ້ສຳເລັດ. ຊີວິດດັ່ງກ່າວລະຫວ່າງມະນຸດ ແລະ ພຣະເຈົ້າແມ່ນຊີວິດຝ່າຍວິນຍານ. ຖ້າເຈົ້າບໍ່ສາມາດປະຕິບັດຕາມແສງສະຫວ່າງຂອງປັດຈຸບັນ, ແລ້ວຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍ່ຈະເກີດມີຄວາມຫ່າງເຫີນກັນຂຶ້ນ, ມັນອາດເຖິງກັບແຕກຫັກ ແລະ ເຈົ້າຈະບໍ່ມີຊີວິດຝ່າຍວິນຍານທີ່ທຳມະດາ. ຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າຖືກສ້າງຂຶ້ນບົນພື້ນຖານຂອງການຍອມຮັບເອົາພຣະທຳຂອງພຣະເຈົ້າໃນປັດຈຸບັນ. ເຈົ້າມີຊີວິດຝ່າຍວິນຍານທີ່ທຳມະດາບໍ? ເຈົ້າມີຄວາມສຳພັນກັບພຣະເຈົ້າຢ່າງເປັນປົກກະຕິບໍ? ເຈົ້າເປັນຄົນທີ່ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດບໍ? ຖ້າເຈົ້າສາມາດຕິດຕາມແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແລະ ສາມາດເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າພາຍໃນພຣະທຳຂອງພຣະອົງ ແລະ ເຂົ້າສູ່ພຣະທຳເຫຼົ່ານີ້ໄດ້ ແລ້ວເຈົ້າກໍ່ເປັນຄົນທີ່ຕິດຕາມກະແສຂອງພຣະວິນຍານບໍລິສຸດ. ຖ້າເຈົ້າບໍ່ຕິດຕາມກະແສຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍ່ເປັນຄົນທີ່ບໍ່ສະແຫວງຫາຄວາມຈິງໂດຍບໍ່ຕ້ອງສົງໄສ. ພຣະວິນຍານບໍລິສຸດບໍ່ມີໂອກາດທີ່ຈະປະຕິບັດພາລະກິດພາຍໃນຄົນທີ່ບໍ່ມີຄວາມປາດຖະໜາຢາກປັບປຸງຕົນເອງ ແລະ ຜົນຕາມມາກໍ່ຄື ຄົນເຫຼົ່ານັ້ນບໍ່ສາມາດຮວບຮວມກຳລັງຂອງພວກເຂົາຈັກເທື່ອ ແລະ ເປັນຄົນຂີ້ຄ້ານຢູ່ສະເໝີ. ໃນປັດຈຸບັນ ເຈົ້າຕິດຕາມກະແສຂອງພຣະວິນຍານບໍລິສຸດບໍ? ເຈົ້າຢູ່ໃນກະແສຂອງພຣະວິນຍານບໍລິສຸດບໍ? ເຈົ້າຫຼຸດພົ້ນຈາກສະພາວະທີ່ຂີ້ຄ້ານແລ້ວບໍ? ທຸກຄົນທີ່ເຊື່ອໃນພຣະທຳຂອງພຣະເຈົ້າ, ຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າເປັນພື້ນຖານ ແລະ ຕິດຕາມແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ພວກເຂົາທຸກຄົນຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຖ້າເຈົ້າເຊື່ອວ່າ ພຣະທຳຂອງພຣະເຈົ້ານັ້ນເປັນຈິງ ແລະ ຖືກຕ້ອງໂດຍບໍ່ມີຂໍ້ສົງໄສ ແລະ ຖ້າເຈົ້າເຊື່ອພຣະທຳຂອງພຣະເຈົ້າ ບໍ່ວ່າພຣະອົງຈະກ່າວຫຍັງກໍ່ຕາມ ແລ້ວເຈົ້າກໍ່ເປັນຄົນທີ່ສະແຫວງຫາການເຂົ້າສູ່ພາລະກິດຂອງພຣະເຈົ້າ ແລະ ດ້ວຍວິທີນີ້ ເຈົ້າຈຶ່ງເຮັດສໍາເລັດຕາມຄວາມປະສົງຂອງພຣະເຈົ້າ.

ເພື່ອເຂົ້າສູ່ກະແສຂອງພຣະວິນຍານບໍລິສຸດ ເຈົ້າຕ້ອງມີຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ ແລະ ເຈົ້າຕ້ອງກຳຈັດສະພາວະທີ່ບໍ່ດີ້ນລົນໃຫ້ອອກຈາກຕົວເຈົ້າກ່ອນ. ບາງຄົນເຮັດຕາມຄົນສ່ວນຫຼາຍຢູ່ສະເໝີ ແລະ ຫົວໃຈຂອງພວກເຂົາກໍ່ຫ່າງເຫີນຈາກພຣະເຈົ້າຫຼາຍເກີນໄປ; ຄົນເຫຼົ່ານັ້ນບໍ່ມີຄວາມປາດຖະໜາທີ່ຈະປັບປຸງຕົນເອງ ແລະ ມາດຕະຖານທີ່ພວກເຂົາສະແຫວງຫາກໍ່ຕໍ່າເກີນໄປ. ມີພຽງແຕ່ການສະແຫວງຫາເພື່ອຮັກພຣະເຈົ້າ ແລະ ເພື່ອໃຫ້ພຣະເຈົ້າຮັບເອົາຈຶ່ງແມ່ນຄວາມປະສົງຂອງພຣະເຈົ້າ. ມີຄົນພຽງແຕ່ໃຊ້ຈິດສຳນຶກຂອງພວກເຂົາເພື່ອຕອບແທນຄວາມຮັກຂອງພຣະເຈົ້າ, ແຕ່ສິ່ງນີ້ບໍ່ສາມາດບັນລຸຕາມຄວາມປະສົງຂອງພຣະເຈົ້າໄດ້; ຍິ່ງມາດຕະຖານທີ່ເຈົ້າສະແຫວງຫາສູງພຽງໃດ ມັນກໍ່ຈະຍິ່ງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຫຼາຍພຽງນັ້ນ. ສໍາລັບຄົນທີ່ເປັນຄົນທຳມະດາ ແລະ ຄົນທີ່ພະຍາຍາມຮັກພຣະເຈົ້າ, ການເຂົ້າສູ່ອານາຈັກເພື່ອກາຍມາໜຶ່ງໃນເປັນປະຊາຊົນຂອງພຣະເຈົ້າຄືອະນາຄົດທີ່ແທ້ຈິງຂອງເຈົ້າ ແລະ ເປັນຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍທີ່ສຸດ; ບໍ່ມີໃຜທີ່ໄດ້ຮັບການອວຍພອນຫຼາຍໄປກວ່າເຈົ້າອີກແລ້ວ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ຍ້ອນວ່າຄົນທີ່ບໍ່ເຊື່ອພຣະເຈົ້າມີຊີວິດເພື່ອເນື້ອໜັງ ແລະ ພວກເຂົາມີຊີວິດເພື່ອຊາຕານ, ແຕ່ມື້ນີ້ ເຈົ້າມີຊີວິດຢູ່ເພື່ອພຣະເຈົ້າ ແລະ ມີຊີວິດຢູ່ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ນັ້ນຄືເຫດຜົນທີ່ເຮົາກ່າວວ່າ ຊີວິດຂອງເຈົ້າແມ່ນມີຄວາມໝາຍທີ່ສຸດ. ມີພຽງແຕ່ຄົນກຸ່ມນີ້ ເຊິ່ງເປັນຄົນທີ່ຖືກຄັດເລືອກໂດຍພຣະເຈົ້າຈຶ່ງສາມາດດໍາລົງຊີວິດທີ່ມີຄວາມໝາຍທີ່ສຸດໄດ້: ບໍ່ມີໃຜເທິງແຜ່ນດິນໂລກທີ່ສາມາດດຳລົງຊີວິດທີ່ມີຄຸນຄ່າ ແລະ ຄວາມໝາຍແບບນັ້ນໄດ້. ຍ້ອນເຈົ້າຖືກຄັດເລືອກໂດຍພຣະເຈົ້າ ແລະ ຖືກພຣະເຈົ້າຍົກຂຶ້ນ ແລະ ຍິ່ງໄປກວ່ານັ້ນ ຍ້ອນຄວາມຮັກທີ່ພຣະເຈົ້າມີໃຫ້ກັບເຈົ້າ, ເຈົ້າຈຶ່ງໄດ້ເຂົ້າໃຈຊີວິດຢ່າງແທ້ຈິງ ແລະ ຮູ້ຈັກໃຊ້ຊີວິດທີ່ມີຄຸນຄ່າທີ່ສຸດ. ນີ້ບໍ່ແມ່ນຍ້ອນການສະແຫວງຫາຂອງເຈົ້ານັ້ນດີ ແຕ່ຍ້ອນພຣະຄຸນຂອງພຣະເຈົ້າ; ຍ້ອນພຣະເຈົ້າເປັນຜູ້ທີ່ເປີດຕາແຫ່ງຈິດວິນຍານຂອງເຈົ້າ ແລະ ນັ້ນຄືພຣະວິນຍານຂອງພຣະເຈົ້າທີ່ສຳຜັດຫົວໃຈຂອງເຈົ້າ ໂດຍມອບໂອກາດທີ່ດີໃຫ້ເຈົ້າໄດ້ມາຢູ່ຕໍ່ໜ້າພຣະອົງ. ຖ້າພຣະວິນຍານຂອງພຣະເຈົ້າບໍ່ໃຫ້ສ່ອງແສງໃຫ້ແກ່ເຈົ້າ, ແລ້ວເຈົ້າຈະບໍ່ສາມາດເຫັນໃນສິ່ງທີ່ງົດງາມກ່ຽວກັບພຣະເຈົ້າໄດ້ ຫຼື ມັນເປັນໄປບໍ່ໄດ້ທີ່ເຈົ້າຈະຮັກພຣະເຈົ້າ. ທັງໝົດນີ້ກໍ່ຍ້ອນພຣະວິນຍານຂອງພຣະເຈົ້າໄດ້ສຳຜັດຫົວໃຈຂອງຄົນ ເຊິ່ງເຮັດໃຫ້ຫົວໃຈຂອງພວກເຂົາຫັນມາຫາພຣະເຈົ້າ. ບາງເທື່ອ ເມື່ອເຈົ້າກໍາລັງຊື່ນຊົມກັບພຣະທຳຂອງພຣະເຈົ້າ ຈິດວິນຍານຂອງເຈົ້າໄດ້ສຳຜັດ ແລະ ເຈົ້າຮູ້ສຶກວ່າ ເຈົ້າບໍ່ສາມາດເຮັດຫຍັງໄດ້ນອກຈາກຮັກພຣະເຈົ້າ, ມີກຳລັງແຮງກ້າທີ່ໃຫຍ່ຫຼວງພາຍໃນຕົວເຈົ້າ ແລະ ບໍ່ມີສິ່ງໃດທີ່ເຈົ້າບໍ່ສາມາດປ່ອຍວາງໄດ້. ຖ້າເຈົ້າຮູ້ສຶກແບບນີ້, ແລ້ວເຈົ້າແມ່ນໄດ້ຖືກພຣະວິນຍານຂອງພຣະເຈົ້າສຳຜັດ ແລະ ຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າຢ່າງສົມບູນ ແລະ ເຈົ້າຈະອະທິຖານຫາພຣະເຈົ້າ ແລະ ກ່າວວ່າ: “ໂອ ພຣະເຈົ້າ! ພວກຂ້ານ້ອຍໄດ້ຖືກກຳນົດຊະຕາໄວ້ລ່ວງໜ້າ ແລະ ຖືກເລືອກໂດຍພຣະອົງຢ່າງແທ້ຈິງ. ສະຫງ່າລາສີຂອງພຣະອົງມອບຄວາມພາກພູມໃຈໃຫ້ແກ່ຂ້ານ້ອຍ ແລະ ຂ້ານ້ອຍຮູ້ສຶກເປັນກຽດທີ່ໄດ້ເປັນໜຶ່ງໃນປະຊາຊົນຄົນຂອງພຣະອົງ. ຂ້ານ້ອຍຈະສະຫຼະທຸກສິ່ງ ແລະ ມອບທຸກຢ່າງເພື່ອປະຕິບັດຕາມຄວາມປະສົງຂອງພຣະອົງ ແລະ ຈະອຸທິດເວລາໝົດປີຂອງຂ້ານ້ອຍ ແລະ ຕະຫຼອດຊີວິດໃຫ້ກັບພຣະອົງ”. ເມື່ອເຈົ້າອະທິຖານແບບນີ້, ມັນກໍ່ຈະມີຄວາມຮັກທີ່ບໍ່ສິ້ນສຸດ ແລະ ຄວາມເຊື່ອຟັງທີ່ແທ້ຈິງຕໍ່ພຣະເຈົ້າໃນຫົວໃຈຂອງເຈົ້າ. ເຈົ້າເຄີຍມີປະສົບການດັ່ງກ່າວນີ້ບໍ? ຖ້າຄົນມັກໄດ້ຮັບການສຳຜັດຈາກພຣະວິນຍານຂອງພຣະເຈົ້າຢູ່ຕະຫຼອດ, ແລ້ວພວກເຂົາກໍ່ເຕັມໃຈເປັນພິເສດທີ່ຈະອຸທິດຕົນເອງຕໍ່ພຣະເຈົ້າດ້ວຍຄຳອະທິຖານຂອງພວກເຂົາ: “ໂອ ພຣະເຈົ້າ! ຂ້ານ້ອຍປາຖະໜາທີ່ຈະເຫັນມື້ແຫ່ງຄວາມສະຫງ່າລາສີຂອງພຣະອົງ ແລະ ຂ້ານ້ອຍປາຖະໜາທີ່ຈະມີຊີວິດຢູ່ເພື່ອພຣະອົງ, ບໍ່ມີສິ່ງໃດທີ່ມີຄ່າ ຫຼື ມີຄວາມໝາຍໄປກວ່າການມີຊີວິດຢູ່ເພື່ອພຣະອົງ ແລະ ຂ້ານ້ອຍບໍ່ມີຄວາມປາຖະໜາແມ່ນແຕ່ໜ້ອຍດຽວທີ່ຈະມີຊີວິດຢູ່ເພື່ອຊາຕານ ແລະ ເນື້ອໜັງ. ພຣະອົງຍົກຂ້ານ້ອຍຂຶ້ນໂດຍເຮັດໃຫ້ຂ້ານ້ອຍສາມາດມີຊີວິດຢູ່ເພື່ອພຣະອົງໄດ້ໃນມື້ນີ້”. ເມື່ອເຈົ້າໄດ້ອະທິຖານໃນລັກສະນະນີ້ ເຈົ້າກໍ່ຈະຮູ້ສຶກວ່າ ເຈົ້າບໍ່ສາມາດເຮັດຫຍັງໄດ້ນອກຈາກມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າ, ເຈົ້າຕ້ອງຮັບເອົາພຣະເຈົ້າ ແລະ ໃນຂະນະທີ່ເຈົ້າມີຊີວິດຢູ່ ເຈົ້າບໍ່ຢາກຕາຍຖ້າບໍ່ໄດ້ຮັບເອົາພຣະເຈົ້າເທື່ອ. ເມື່ອກ່າວຄຳອະທິຖານແບບນັ້ນ ມັນກໍ່ຈະມີກໍາລັງທີ່ບໍ່ຮູ້ຈັກໝົດພາຍໃນຕົວເຈົ້າ ແລະ ເຈົ້າຈະບໍ່ຮູ້ວ່າມັນມາຈາກໃສ; ໃນຫົວໃຈຂອງເຈົ້າ ມັນຈະມີລິດອຳນາດທີ່ບໍ່ມີຂີດຈຳກັດ ແລະ ເຈົ້າຈະມີຄວາມຮູ້ສຶກວ່າ ພຣະເຈົ້າເປັນຕາຮັກຫຼາຍ ແລະ ພຣະອົງເໝາະສົມກັບຄວາມຮັກ. ນີ້ແມ່ນເວລາທີ່ເຈົ້າຈະໄດ້ຮັບການສຳຜັດຈາກພຣະເຈົ້າ. ທຸກຄົນທີ່ມີປະສົບການດັ່ງກ່າວແມ່ນໄດ້ຮັບການສຳຜັດຈາກພຣະເຈົ້າ. ສຳລັບຄົນທີ່ມັກໄດ້ຮັບການສຳຜັດຈາກພຣະເຈົ້າ ການປ່ຽນແປງກໍ່ຈະເກີດຂຶ້ນໃນຊີວິດຂອງພວກເຂົາ, ພວກເຂົາສາມາດຕັ້ງໃຈ ແລະ ເຕັມໃຈທີ່ຈະຮັບພຣະເຈົ້າຢ່າງສົມບູນ; ຄວາມຮັກຕໍ່ພຣະເຈົ້າທີ່ມີຢູ່ໃນຫົວໃຈຂອງພວກເຂົາກໍ່ເຂັ້ມແຂງຂຶ້ນ ແລະ ຫົວໃຈຂອງພວກເຂົາກໍ່ຫັນມາຫາພຣະເຈົ້າຢ່າງສົມບູນ, ພວກເຂົາບໍ່ສົນໃຈຄອບຄົວ, ໂລກ, ຄວາມຫຍຸ້ງຍາກ ຫຼື ອະນາຄົດຂອງພວກເຂົາ ແລະ ພວກເຂົາເຕັມໃຈທີ່ຈະອຸທິດຄວາມພະຍາຍາມຕະຫຼອດຊີວິດໃຫ້ກັບພຣະເຈົ້າ. ທຸກຄົນທີ່ໄດ້ຮັບການສຳຜັດຈາກພຣະວິນຍານຂອງພຣະເຈົ້າກໍ່ເປັນຄົນທີ່ສະແຫວງຫາຄວາມຈິງ ແລະ ຄົນທີ່ມີຄວາມຫວັງທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ.

ເຈົ້າໄດ້ມອບຫົວໃຈຂອງເຈົ້າໃຫ້ກັບພຣະເຈົ້າແລ້ວບໍ? ຫົວໃຈຂອງເຈົ້າໄດ້ຮັບການສຳຜັດຈາກພຣະວິນຍານຂອງພຣະເຈົ້າແລ້ວບໍ? ຖ້າເຈົ້າບໍ່ເຄີຍມີປະສົບການດັ່ງກ່າວ ແລະ ຖ້າເຈົ້າບໍ່ເຄີຍອະທິຖານແບບນີ້ຈັກເທື່ອ, ແລ້ວນີ້ກໍ່ສະແດງວ່າ ພຣະເຈົ້າບໍ່ມີທີ່ຢູ່ໃນຫົວໃຈຂອງເຈົ້າເລີຍ. ທຸກຄົນທີ່ຮັບການນໍາພາຈາກພຣະວິນຍານຂອງພຣະເຈົ້າ ແລະ ຄົນທີ່ໄດ້ຮັບການສຳຜັດຈາກພຣະວິນຍານຂອງພຣະເຈົ້າແມ່ນມີພາລະກິດຂອງພຣະເຈົ້າ ເຊິ່ງສະແດງໃຫ້ເຫັນວ່າ ພຣະທຳຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະເຈົ້າໄດ້ຝັງເລິກຢູ່ພາຍໃນຕົວພວກເຂົາ. ບາງຄົນເວົ້າວ່າ: “ຂ້ານ້ອຍບໍ່ຈິງໃຈໃນຄໍາອະທິຖານຄືກັບທ່ານ ຫຼື ຂ້ານ້ອຍບໍ່ໄດ້ຮັບການສຳຜັດຈາກພຣະເຈົ້າຫຼາຍ; ແຕ່ບາງເທື່ອ ເມື່ອຂ້ານ້ອຍຕັ້ງສະມາທິ ແລະ ອະທິຖານ, ຂ້ານ້ອຍກໍ່ຮູ້ສຶກວ່າ ພຣະເຈົ້າເປັນຕາຮັກ ແລະ ຫົວໃຈຂອງຂ້ານ້ອຍກໍ່ໄດ້ຮັບການສຳຜັດຈາກພຣະເຈົ້າ”. ບໍ່ມີຫຍັງທີ່ສຳຄັນໄປກວ່າຫົວໃຈຂອງມະນຸດ. ເມື່ອຫົວໃຈຂອງເຈົ້າໄດ້ຫັນມາຫາພຣະເຈົ້າ, ການເປັນຢູ່ທັງໝົດຂອງເຈົ້າກໍ່ຈະຫັນມາຫາພຣະເຈົ້າ ແລະ ໃນເວລານັ້ນ ຫົວໃຈຂອງເຈົ້າຈະໄດ້ຮັບການສຳຜັດຈາກພຣະວິນຍານຂອງພຣະເຈົ້າ. ພວກເຈົ້າສ່ວນຫຼາຍໄດ້ມີປະສົບການດັ່ງກ່າວ, ມັນເປັນພຽງແຕ່ວ່າ ຄວາມເລິກເຊິ່ງໃນປະສົບການຂອງພວກເຈົ້າແມ່ນບໍ່ຄືກັນ. ບາງຄົນກ່າວວ່າ: “ຂ້ານ້ອຍບໍ່ກ່າວຄຳອະທິຖານຫຼາຍ, ຂ້ານ້ອຍພຽງແຕ່ຟັງການສົນທະນາຂອງຄົນອື່ນ ແລະ ກຳລັງກໍ່ເພີ່ມຂຶ້ນໃນຕົວຂ້ານ້ອຍ”. ສິ່ງນີ້ສະແດງໃຫ້ເຫັນວ່າ ເຈົ້າໄດ້ຮັບການສຳຜັດຈາກພຣະເຈົ້າຢູ່ພາຍໃນ. ຄົນທີ່ໄດ້ຮັບການສຳຜັດຈາກພຣະເຈົ້າຢູ່ພາຍໃນໄດ້ຮັບການດົນບັນດານ ເມື່ອພວກເຂົາໄດ້ຍິນການສົນທະນາຂອງຄົນອື່ນ; ຖ້າຫົວໃຈຂອງຄົນໜຶ່ງທີ່ບໍ່ມີໄດ້ຮັບການສຳຜັດຫຍັງເລີຍເມື່ອພວກເຂົາໄດ້ຍິນພຣະທໍາທີ່ກະຕຸ້ນ, ແລ້ວສິ່ງນີ້ພິສູດວ່າພາລະກິດແຫ່ງພຣະວິນຍານບໍລິສຸດບໍ່ໄດ້ຢູ່ພາຍໃນຕົວພວກເຂົາ. ບໍ່ມີຄວາມປາດຖະໜາໃນຕົວພວກເຂົາ ເຊິ່ງພິສູດໃຫ້ເຫັນວ່າ ພວກເຂົາບໍ່ມີຄວາມຕັ້ງໃຈ ແລະ ດ້ວຍເຫດນັ້ນ ພວກເຂົາກໍ່ປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ. ຖ້າຄົນໃດໄດ້ຮັບການສຳຜັດຈາກພຣະເຈົ້າ, ພວກເຂົາກໍ່ຈະມີປະຕິກີລິຍາເມື່ອພວກເຂົາໄດ້ຍິນພຣະທຳຂອງພຣະເຈົ້າ; ຖ້າພວກເຂົາບໍ່ໄດ້ຮັບການສຳຜັດຈາກພຣະເຈົ້າ ແລ້ວພວກເຂົາກໍ່ບໍ່ຜູກພັນກັບພຣະທຳຂອງພຣະເຈົ້າ, ພວກເຂົາບໍ່ມີຄວາມກ່ຽວຂ້ອງກັບພຣະທຳເຫຼົ່ານັ້ນ ແລະ ພວກເຂົາບໍ່ສາມາດໄດ້ຮັບແສງສະຫວ່າງ. ຄົນທີ່ໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ບໍ່ມີປະຕິກີລິຍາຫຍັງເລີຍແມ່ນຄົນທີ່ຍັງບໍ່ໄດ້ຮັບການສຳຜັດຈາກພຣະເຈົ້າ, ພວກເຂົາເປັນຄົນທີ່ປາສະຈາກພາລະກິດຂອງພຣະວິນຍານບໍລິສຸດ. ທຸກຄົນທີ່ສາມາດຍອມຮັບແສງສະຫວ່າງໃໝ່ແມ່ນໄດ້ຮັບການສຳຜັດ ແລະ ມີພາລະກິດຂອງພຣະວິນຍານບໍລິສຸດ.

ໃຫ້ວັດແທກຕົວເຈົ້າເອງ:

1. ເຈົ້າຢູ່ທ່າມກາງພາລະກິດປັດຈຸບັນຂອງພຣະວິນຍານບໍລິສຸດບໍ?

2. ຫົວໃຈຂອງເຈົ້າຫັນມາຫາພຣະເຈົ້າແລ້ວບໍ? ເຈົ້າໄດ້ຮັບການສຳຜັດຈາກພຣະເຈົ້າແລ້ວບໍ?

3. ພຣະທຳຂອງພຣະເຈົ້າຝັງເລິກໃນຕົວເຈົ້າແລ້ວບໍ?

4. ການປະຕິບັດຂອງເຈົ້າແມ່ນຖືກສ້າງຂຶ້ນບົນພື້ນຖານແຫ່ງຄວາມຕ້ອງການຂອງພຣະເຈົ້າບໍ?

5. ເຈົ້າມີຊີວິດຢູ່ພາຍໃຕ້ການນຳພາຂອງແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດບໍ?

6. ຫົວໃຈຂອງເຈົ້າຖືກປົກຄອງໂດຍແນວຄວາມຄິດເກົ່າໆ ຫຼື ມັນຖືກປົກຄອງໂດຍພຣະທຳຂອງພຣະເຈົ້າໃນປັດຈຸບັນ?

ເມື່ອໄດ້ຍິນພຣະທຳເຫຼົ່ານີ້ແລ້ວ, ເຈົ້າມີປະຕິກີລິຍາຫຍັງແດ່ພາຍໃນຕົວຂອງເຈົ້າ? ຫຼັງຈາກທີ່ໄດ້ເຊື່ອມາເປັນເວລາຫຼາຍປີ, ເຈົ້າມີພຣະທຳຂອງພຣະເຈົ້າເປັນຊີວິດຂອງເຈົ້າບໍ? ໄດ້ມີການປ່ຽນແປງໃນອຸປະນິໄສທີ່ເສື່ອມໂຊມກ່ອນໜ້າຂອງເຈົ້າບໍ? ອີງຕາມພຣະທໍາຂອງພຣະເຈົ້າໃນປັດຈຸບັນ, ເຈົ້າຮູ້ບໍວ່າການມີຊີວິດແມ່ນຫຍັງ ແລະ ການບໍ່ມີຊີວິດແມ່ນຫຍັງ? ສິ່ງນີ້ຊັດເຈນກັບເຈົ້າແລ້ວບໍ? ຄວາມສຳຄັນຫຼັກໃນການຕິດຕາມພຣະເຈົ້າກໍ່ຄື ທຸກສິ່ງຄວນເປັນໄປຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນ: ບໍ່ວ່າເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ຊີວິດ ຫຼື ເພື່ອເຮັດໃຫ້ຄວາມປະສົງຂອງພຣະເຈົ້າສຳເລັດ, ທຸກສິ່ງຄວນຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ. ຖ້າສິ່ງທີ່ເຈົ້າສົນທະນາ ແລະ ສະແຫວງຫາບໍ່ໄດ້ຕັ້ງຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລ້ວເຈົ້າກໍ່ເປັນຄົນແປກໜ້າສຳລັບພຣະທຳຂອງພຣະເຈົ້າ ແລະ ຈະຖືກປ່ອຍປະໂດຍພາລະກິດຂອງພຣະວິນຍານບໍລິສຸດຢ່າງສິ້ນເຊີງ. ຄົນທີ່ພຣະເຈົ້າຕ້ອງການແມ່ນຄົນທີ່ຕິດຕາມບາດກ້າວຂອງພຣະອົງ. ບໍ່ວ່າສິ່ງທີ່ເຈົ້າເຂົ້າໃຈກ່ອນໜ້ານີ້ຈະອັດສະຈັນ ແລະ ບໍລິສຸດພຽງໃດກໍ່ຕາມ, ພຣະເຈົ້າບໍ່ຕ້ອງການມັນ ແລະ ຖ້າເຈົ້າບໍ່ສາມາດປະວາງສິ່ງເຫຼົ່ານັ້ນໄວ້ ແລ້ວພວກມັນກໍ່ຈະເປັນອຸປະສັກທີ່ໃຫຍ່ຫຼວງໃນທາງເຂົ້າຂອງເຈົ້າໃນອະນາຄົດ. ທຸກຄົນທີ່ສາມາດປະຕິບັດຕາມແສງສະຫວ່າງໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍ່ໄດ້ຮັບການອວຍພອນ. ປະຊາຊົນໃນຍຸກຜ່ານມາຍັງຕິດຕາມບາດກ້າວຂອງພຣະເຈົ້າອິກດ້ວຍ ແຕ່ພວກເຂົາບໍ່ສາມາດຕິດຕາມຈົນຮອດປັດຈຸບັນ; ນີ້ຄືຮັບພອນສຳລັບປະຊາຊົນໃນຍຸກສຸດທ້າຍ. ຄົນທີ່ສາມາດຕິດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ຄົນທີ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າຈົນພວກເຂົາຕິດ ຕາມພຣະເຈົ້າບໍ່ວ່າພຣະອົງຈະນໍາພາພວກເຂົາໄປໃສກໍ່ຕາມ, ຄົນເຫຼົ່ານີ້ແມ່ນຄົນທີ່ໄດ້ຮັບພອນຈາກພຣະເຈົ້າ. ຄົນທີ່ບໍ່ຕິດຕາມພາລະກິດໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນບໍ່ໄດ້ເຂົ້າສູ່ພາລະກິດແຫ່ງພຣະທຳຂອງພຣະເຈົ້າ ແລະ ບໍ່ວ່າພວກເຂົາຈະປະຕິບັດພາລະກິດໜັກພຽງໃດກໍ່ຕາມ ຫຼື ການທົນທຸກຂອງພວກເຂົາມີຫຼາຍພຽງໃດກໍ່ຕາມ ຫຼື ພວກເຂົາດີ້ນຮົນຫຼາຍພຽງໃດກໍ່ຕາມ, ບໍ່ມີສິ່ງໃດທີ່ມີຄວາມໝາຍຕໍ່ພຣະເຈົ້າເລີຍ ແລະ ພຣະອົງຈະບໍ່ຍົກຍ້ອງພວກເຂົາ. ໃນປັດຈຸບັນ ທຸກຄົນທີ່ຕິດຕາມພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ໃນກະແສຂອງພຣະວິນຍານບໍລິສຸດ; ຄົນທີ່ເປັນຄົນແປກໜ້າໃນພຣະທຳຂອງພຣະເຈົ້າໃນປັດຈຸບັນແມ່ນຢູ່ນອກຂອງກະແສຂອງພຣະວິນຍານບໍລິສຸດ ແລະ ຄົນດັ່ງກ່າວບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ. ການຮັບໃຊ້ທີ່ແຍກອອກຈາກຖ້ອຍຄຳໃນປັດຈຸບັນຂອງພຣະວິນຍານບໍລິສຸດແມ່ນການຮັບໃຊ້ທີ່ເກີດຈາກເນື້ອໜັງ ແລະ ເກີດຈາກແນວຄວາມຄິດ ແລະ ມັນເປັນໄປບໍ່ໄດ້ທີ່ຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້. ຖ້າຄົນມີຊີວິດທ່າມກາງແນວຄວາມຄິດທາງສາສະໜາ, ແລ້ວພວກເຂົາກໍ່ບໍ່ສາມາດເຮັດສິ່ງໃດໜຶ່ງທີ່ເໝາະສົມກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າພວກເຂົາຈະຮັບໃຊ້ພຣະເຈົ້າ, ພວກເຂົາກໍ່ຮັບໃຊ້ໃນທ່າມກາງຈິນຕະນາການ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າທັງໝົດ. ຄົນທີ່ບໍ່ສາມາດຕິດຕາມພາລະກິດຂອງພຣະວິນຍານບໍລິສຸດກໍ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຄົນທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າກໍ່ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ພຣະເຈົ້າຕ້ອງການການຮັບໃຊ້ທີ່ເປັນໄປຕາມຫົວໃຈຂອງພຣະອົງເອງ; ພຣະອົງບໍ່ຕ້ອງການການຮັບໃຊ້ທີ່ເກີດຈາກແນວຄວາມຄິດ ແລະ ເນື້ອໜັງ. ຖ້າຄົນບໍ່ສາມາດຕິດຕາມບາດກ້າວໃນພາລະກິດຂອງພຣະວິນຍານບໍລິສຸດໄດ້ ແລ້ວພວກເຂົາກໍ່ມີຊີວິດຢູ່ທ່າມກາງແນວຄິດຕ່າງໆ. ການຮັບໃຊ້ຂອງຄົນດັ່ງກ່າວຂັດຂວາງ ແລະ ລົບກວນ ແລະ ການຮັບໃຊ້ດັ່ງກ່າວຢູ່ກົງກັນຂ້າມກັບພຣະເຈົ້າ. ສະນັ້ນ ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະເຈົ້າໄດ້; ຄົນທີ່ບໍ່ສາມາດຕິດຕາມບາດກ້າວຂອງພຣະເຈົ້າກໍ່ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັນກັບພຣະເຈົ້າໄດ້. “ການຕິດຕາມພາລະກິດຂອງພຣະວິນຍານບໍລິສຸດ” ໝາຍເຖິງການເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນປັດຈຸບັນ, ການທີ່ສາມາດປະຕິບັດຕາມຄວາມຕ້ອງການໃນປັດຈຸບັນຂອງພຣະເຈົ້າ, ມີຄວາມສາມາດໃນການເຊື່ອຟັງ ແລະ ຕິດຕາມພຣະເຈົ້າໃນປັດຈຸບັນ ແລະ ເຂົ້າຕາມຖ້ອຍຄຳໃໝ່ທີ່ສຸດຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ຄົນນັ້ນຈຶ່ງຕິດຕາມພາລະກິດຂອງພຣະວິນຍານບໍລິສຸດ ແລະ ຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວບໍ່ພຽງແຕ່ສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າ ແລະ ການພົບເຫັນພຣະເຈົ້າ, ແຕ່ຍັງສາມາດຮູ້ຈັກອຸປະນິໄສຂອງພຣະເຈົ້າຈາກພາລະກິດຫຼ້າສຸດຂອງພຣະອົງ ແລະ ສາມາດຮູ້ຈັກແນວຄິດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ທຳມະຊາດ ແລະ ແກ່ນແທ້ຂອງມະນຸດຈາກພາລະກິດຫຼ້າສຸດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພວກເຂົາສາມາດບັນລຸການປ່ຽນແປງເທື່ອລະໜ້ອຍໃນອຸປະນິໄສຂອງພວກເຂົາໃນລະຫວ່າງການຮັບໃຊ້ຂອງພວກເຂົາ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນຈຶ່ງເປັນຄົນທີ່ສາມາດຮັບພຣະເຈົ້າ ແລະ ຄົນທີ່ຄົ້ນພົບຫົນທາງທີ່ແທ້ຈິງຢ່າງຖືກຕ້ອງ. ຄົນທີ່ຖືກກຳຈັດໂດຍພາລະກິດຂອງພຣະວິນຍານແມ່ນຄົນທີ່ບໍ່ສາມາດຕິດຕາມພາລະກິດຫຼ້າສຸດຂອງພຣະເຈົ້າໄດ້ ແລະ ຄົນທີ່ກະບົດຕໍ່ພາລະກິດຫຼ້າສຸດຂອງພຣະເຈົ້າ. ເຫດຜົນທີ່ຄົນດັ່ງກ່າວຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍກໍ່ຍ້ອນພຣະເຈົ້າໄດ້ສຳເລັດພາລະກິດໃໝ່ ແລະ ຍ້ອນພາບລັກຂອງພຣະເຈົ້າບໍ່ຄືກັນກັບສິ່ງທີ່ຢູ່ໃນແນວຄວາມຄິດຂອງພວກເຂົາ ເຊິ່ງຜົນຕາມມາຂອງສິ່ນີ້ກໍ່ຄື ພວກເຂົາຕໍ່ຕ້ານພຣະເຈົ້າຢ່າງເປີດເຜີຍ ແລະ ຕັດສິນພຣະອົງ ເຊິ່ງສົ່ງຜົນໃຫ້ພຣະເຈົ້າກຽດຊັງ ແລະ ປະຕິເສດພວກເຂົາ. ການມີຄວາມຮູ້ກ່ຽວກັບພາລະກິດຫຼ້າສຸດຂອງພຣະເຈົ້າບໍ່ແມ່ນເລື່ອງງ່າຍ, ແຕ່ຖ້າຄົນມີຈິດໃຈທີ່ຈະເຊື່ອຟັງພາລະກິດຂອງພຣະເຈົ້າ ແລະ ສະແຫວງຫາພາລະກິດຂອງພຣະເຈົ້າ, ແລ້ວພວກເຂົາກໍ່ຈະມີໂອກາດທີ່ຈະເຫັນພຣະເຈົ້າ ແລະ ຈະມີໂອກາດໄດ້ຮັບການນໍາພາໃໝ່ສຸດຈາກພຣະວິນຍານບໍລິສຸດ. ຄົນທີ່ຕໍ່ຕ້ານພາລະກິດຂອງພຣະເຈົ້າໂດຍເຈດຕະນາບໍ່ສາມາດຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ ຫຼື ການນໍາພາຈາກພຣະເຈົ້າໄດ້. ດ້ວຍເຫດນີ້ ບໍ່ວ່າຄົນຈະສາມາດຮັບພາລະກິດຫຼ້າສຸດຂອງພຣະເຈົ້າ ຫຼື ບໍ່ ແມ່ນຂຶ້ນຢູ່ກັບພຣະຄຸນຂອງພຣະເຈົ້າ, ມັນຂຶ້ນຢູ່ກັບການສະແຫວງຫາຂອງພວກເຂົາ ແລະ ມັນຂຶ້ນຢູ່ກັບເຈດຕະນາຂອງພວກເຂົາ.

ທຸກຄົນທີ່ສາມາດເຊື່ອຟັງຖ້ອຍຄຳໃນປັດຈຸບັນຂອງພຣະວິນຍານບໍລິສຸດກໍ່ໄດ້ຮັບການອວຍພອນ. ມັນບໍ່ກ່ຽວກັບວ່າພວກເຂົາເຄີຍເປັນແນວໃດ ຫຼື ພຣະວິນຍານບໍລິສຸດເຄີຍເຮັດພາລະກິດພາຍໃນຕົວພວກເຂົາແນວໃດ, ຄົນທີ່ໄດ້ຮັບພາລະກິດຫຼ້າສຸດແມ່ນໄດ້ຮັບພອນຫຼາຍທີ່ສຸດ ແລະ ຄົນທີ່ບໍ່ສາມາດຕິດຕາມພາລະກິດຫຼ້າສຸດໃນປັດຈຸບັນແມ່ນຖືກກຳຈັດ. ພຣະເຈົ້າຕ້ອງການຄົນທີ່ສາມາດຍອມຮັບແສງສະຫວ່າງໃໝ່ ແລະ ພຣະອົງຕ້ອງການຄົນທີ່ຍອມຮັບ ແລະ ຮູ້ຈັກພາລະກິດຫຼ້າສຸດຂອງພຣະອົງ. ເປັນຫຍັງຈຶ່ງມີການເວົ້າວ່າເຈົ້າຕ້ອງເປັນຍິງສາວບໍລິສຸດທີ່ຮັກສາພົມມະຈັນ? ຍິງສາວບໍລິສຸດທີ່ຮັກສາພົມມະຈັນສາມາດສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຂົ້າໃຈສິ່ງໃໝ່ໆ ແລະ ຍິ່ງໄປກວ່ານັ້ນແມ່ນສາມາດປະວາງແນວຄິດເກົ່າໆອອກໄປ ແລະ ເຊື່ອຟັງພາລະກິດຂອງພຣະເຈົ້າໃນປັດຈຸບັນ. ຄົນກຸ່ມນີ້ທີ່ຍອມຮັບພາລະກິດໃໝ່ສຸດໃນປັດຈຸບັນແມ່ນຖືກກຳນົດລ່ວງໜ້າໂດຍພຣະເຈົ້າກ່ອນຍຸກຕ່າງໆ ແລະ ເປັນຄົນທີ່ຈະໄດ້ຮັບພອນຫຼາຍທີ່ສຸດ. ເຈົ້າໄດ້ຍິນສຽງຂອງພຣະເຈົ້າໂດຍກົງ ແລະ ເບິ່ງເຫັນການປາກົດຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ, ທົ່ວທັງສະຫວັນ ແລະ ແຜ່ນດິນໂລກ ແລະ ທົ່ວຍຸກຕ່າງໆ, ບໍ່ມີໃຜໄດ້ຮັບພອນຫຼາຍກວ່າເຈົ້າທີ່ເປັນຄົນກຸ່ມນີ້. ທັງໝົດນີ້ແມ່ນຍ້ອນພາລະກິດຂອງພຣະເຈົ້າ, ຍ້ອນການກຳນົດລ່ວງໜ້າ ແລະ ການຄັດເລືອກຂອງພຣະເຈົ້າ ແລະ ຍ້ອນພຣະຄຸນຂອງພຣະເຈົ້າ; ຖ້າພຣະເຈົ້າບໍ່ເວົ້າ ແລະ ກ່າວພຣະທຳຂອງພຣະອົງ, ສະພາບການຂອງພວກຈະເປັນຄືດັ່ງທີ່ເປັນຢູ່ໃນປັດຈຸບັນນີ້ບໍ? ດ້ວຍເຫດນັ້ນ ຂໍໃຫ້ສະຫງ່າລາສີ ແລະ ຄຳສັນລະເສີນທັງໝົດເປັນຂອງພຣະເຈົ້າ, ເພາະທຸກສິ່ງທຸກຢ່າງເກີດຂຶ້ນຍ້ອນພຣະເຈົ້າຍົກເຈົ້າຂຶ້ນ. ເມື່ອຄິດຫາສິ່ງເຫຼົ່ານີ້ແລ້ວ, ເຈົ້າຍັງຈະຂີ້ຄ້ານຢູ່ອີກບໍ? ກຳລັງຂອງເຈົ້າຍັງຈະບໍ່ສາມາດເພີ່ມຂຶ້ນບໍ?

ການທີ່ເຈົ້າສາມາດຍອມຮັບການພິພາກສາ, ການຕີສອນ, ການຂ້ຽນຕີ ແລະ ການຫຼໍ່ຫຼອມຈາກພຣະທຳຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍ່ຄືການທີ່ເຈົ້າສາມາດຮັບການຝາກຝັງຂອງພຣະເຈົ້າແມ່ນຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າກ່ອນທີ່ຍຸກຕ່າງໆຈະເລີ່ມຂຶ້ນ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ຕ້ອງກັງວົນເກີນໄປເມື່ອເຈົ້າຖືກຕີສອນ. ບໍ່ມີໃຜສາມາດນໍາພາລະກິດທີ່ຖືກເຮັດໃຫ້ສຳເລັດໃນຕົວເຈົ້າ ແລະ ພອນທີ່ໄດ້ມອບໃຫ້ກັບເຈົ້າໄປໃສໄດ້ ແລະ ບໍ່ມີໃຜສາມາດນໍາທຸກສິ່ງທີ່ໄດ້ມອບໃຫ້ກັບເຈົ້ານັ້ນໄປໃສໄດ້. ຄົນທີ່ເຄັ່ງສາສະໜາບໍ່ມີທາງທຽບກັບເຈົ້າໄດ້. ເຈົ້າບໍ່ມີຄວາມຊ່ຽວຊານຫຼາຍໃນພຣະຄຳພີ ແລະ ບໍ່ປະກອບມີຄວາມຮູ້ກ່ຽວກັບທິດສະດີທາງສາສະໜາ, ແຕ່ຍ້ອນພຣະເຈົ້າໄດ້ປະຕິບັດພາລະກິດໃນຕົວເຈົ້າ, ເຈົ້າຈຶ່ງໄດ້ຮັບຫຼາຍກວ່າຄົນອື່ນໆໃນຍຸກທັງໝົດ ແລະ ດັ່ງນັ້ນ, ນີ້ຄືພອນທີ່ຍິ່ງໃຫຍ່ທີ່ສຸດຂອງເຈົ້າ. ຍ້ອນສິ່ງນີ້, ເຈົ້າຈຶ່ງຕ້ອງອຸທິດຕົນໃຫ້ກັບພຣະເຈົ້າຫຼາຍຂຶ້ນກວ່າເກົ່າ ແລະ ເຖິງກັບຈົງຮັກພັກດີກັບພຣະເຈົ້າຫຼາຍຂຶ້ນ. ຍ້ອນພຣະເຈົ້າຍົກເຈົ້າຂຶ້ນ, ເຈົ້າຈຶ່ງຕ້ອງເພີ່ມຄວາມພະຍາຍາມຂອງເຈົ້າ ແລະ ຕ້ອງກຽມພ້ອມວຸດທິພາວະຂອງເຈົ້າເພື່ອຍອມຮັບການຝາກຝັງຈາກພຣະເຈົ້າ. ເຈົ້າຕ້ອງຍຶດໝັ້ນໃນບ່ອນທີ່ພຣະເຈົ້າໄດ້ມອບໃຫ້ກັບເຈົ້າ, ສະແຫວງຫາເພື່ອກາຍເປັນໜຶ່ງໃນປະຊາຊົນຂອງພຣະເຈົ້າ, ຍອມຮັບການຝຶກຝົນແຫ່ງອານາຈັກ, ຖືກພຣະເຈົ້າຮັບເອົາ ແລະ ກາຍມາເປັນພະຍານທີ່ມີສະຫງ່າລາສີໃຫ້ກັບພຣະເຈົ້າໃນທີ່ສຸດ. ເຈົ້າມີຄວາມຕັ້ງໃຈເຫຼົ່ານີ້ບໍ? ຖ້າເຈົ້າມີຄວາມຕັ້ງໃຈເຫຼົ່ານັ້ນ ແລ້ວເຈົ້າກໍ່ຈະຖືກຮັບເອົາໂດຍພຣະເຈົ້າໃນທີ່ສຸດຢ່າງແນ່ນອນ ແລະ ຈະກາຍມາເປັນພະຍານທີ່ມີສະຫງ່າລາສີໃຫ້ກັບພຣະເຈົ້າ. ເຈົ້າຄວນເຂົ້າໃຈວ່າການຝາກຝັງຫຼັກກໍ່ຄືການຖືກຮັບເອົາໂດຍພຣະເຈົ້າ ແລະ ການເປັນພະຍານທີ່ມີສະຫງ່າລາສີຕໍ່ພຣະເຈົ້າ. ນີ້ຄືຄວາມປະສົງຂອງພຣະເຈົ້າ.

ພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນພະລັງໃນພາລະກິດຂອງພຣະວິນຍານບໍລິສຸດ ແລະ ແສງສະຫວ່າງທີ່ຕໍ່ເນື່ອງຂອງພຣະວິນຍານບໍລິສຸດຕໍ່ມະນຸດໃນລະຫວ່າງຊ່ວງເວລານີ້ແມ່ນແນວໂນ້ມພາລະກິດຂອງພຣະວິນຍານບໍລິສຸດ. ແລ້ວແມ່ນຫຍັງຄືແນວໂນ້ມພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ? ມັນຄືການນຳພາປະຊາຊົນເຂົ້າສູ່ພາລະກິດຂອງພຣະເຈົ້າໃນປັດຈຸບັນ ແລະ ເຂົ້າສູ່ຊີວິດຝ່າຍວິນຍານທີ່ທຳມະດາ. ມີຫຼາຍຂັ້ນຕອນເພື່ອເຂົ້າສູ່ຊີວິດຝ່າຍວິນຍານທີ່ທຳມະດາ:

1. ຢ່າງທໍາອິດ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າ. ເຈົ້າຕ້ອງບໍ່ສະແຫວງຫາພຣະທຳຂອງພຣະເຈົ້າໃນອະດີດ ແລະ ຕ້ອງບໍ່ສຶກສາພຣະທຳເຫຼົ່ານັ້ນ ຫຼື ປຽບທຽບພວກມັນກັບພຣະທຳໃນປັດຈຸບັນ. ກົງກັນຂ້າມ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າໃນປັດຈຸບັນຢ່າງສິ້ນເຊີງ. ຖ້າມີຄົນທີ່ຍັງປາດຖະໜາຈະອ່ານພຣະທຳຂອງພຣະເຈົ້າ, ໜັງສືຝ່າຍວິນຍານ ຫຼື ບົດເທດສະໜາອື່ນໆຈາກອະດີດ ແລະ ເປັນຄົນທີ່ບໍ່ຕິດຕາມພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ແລ້ວພວກເຂົາກໍ່ເປັນຄົນໂງ່ຈ້າທີ່ສຸດ; ພຣະເຈົ້າກຽດຊັງຄົນແບບນີ້. ຖ້າເຈົ້າເຕັມໃຈທີ່ຈະຍອມຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດໃນປັດຈຸບັນ ແລ້ວໃຫ້ເທຫົວໃຈຂອງເຈົ້າໃສ່ຖ້ອຍຄຳຂອງພຣະເຈົ້າໃນປັດຈຸບັນຢ່າງສິ້ນເຊີງ. ນີ້ຄືສິ່ງທໍາອິດທີ່ເຈົ້າຕ້ອງເຮັດໃຫ້ສຳເລັດ.

2. ເຈົ້າຕ້ອງອະທິຖານບົນພື້ນຖານຂອງພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ, ເຂົ້າສູ່ພຣະທຳຂອງພຣະເຈົ້າ ແລະ ສົນທະນາກັບພຣະເຈົ້າ ແລະ ຕັ້ງໃຈຕໍ່ໜ້າພຣະເຈົ້າ, ສ້າງມາດຕະຖານທີ່ເຈົ້າປາດຖະໜາຈະສະແຫວງໃຫ້ສຳເລັດ.

3. ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ຄວາມຈິງບົນພື້ນຖານຂອງພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນຢ່າງເລິກເຊິ່ງ. ຢ່າຍຶດຕິດກັບຖ້ອຍທີ່ຫຼ້າສະໄໝ ແລະ ທິດສະດີຈາກອະດີດ.

4. ເຈົ້າຕ້ອງສະແຫວງຫາເພື່ອຮັບເອົາການສຳຜັດຈາກພຣະວິນຍານບໍລິສຸດ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ.

5. ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ເສັ້ນທາງທີ່ພຣະວິນຍານບໍລິສຸດກ້າວເດີນໃນປັດຈຸບັນ.

ແລ້ວເຈົ້າຈະສະແຫວງຫາການສຳຜັດຈາກພຣະວິນຍານບໍລິສຸດໄດ້ແນວໃດ? ສິ່ງທີ່ສຳຄັນກໍ່ຄືການມີຊີວິດຢູ່ໃນພຣະທຳຂອງພຣະເຈົ້າໃນປັດຈຸບັນ ແລະ ອະທິຖານບົນພື້ນຖານຄວາມຕ້ອງການຂອງພຣະເຈົ້າ. ເມື່ອໄດ້ອະທິຖານໃນລັກສະນະນີ້, ພຣະວິນຍານບໍລິສຸດກໍ່ຈະສຳຜັດເຈົ້າຢ່າງແນ່ນອນ. ຖ້າເຈົ້າບໍ່ສະແຫວງຫາບົນພື້ນຖານພຣະທຳທີ່ພຣະເຈົ້າກ່າວໃນປັດຈຸບັນ, ແລ້ວມັນກໍ່ຈະບໍ່ເກີດໝາກຜົນຫຍັງເລີຍ. ເຈົ້າຄວນອະທິຖານ ແລະ ເວົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍຕໍ່ຕ້ານພຣະອົງ ແລະ ຂ້ານ້ອຍເປັນໜີ້ບຸນຄຸນພຣະອົງຢ່າງຫຼວງຫຼາຍ; ຂ້ານ້ອຍບໍ່ເຊື່ອຟັງຫຼາຍ ແລະ ບໍ່ເຄີຍເຮັດໃຫ້ພຣະອົງພໍໃຈ. ໂອ ພຣະເຈົ້າ, ຂ້ານ້ອຍປາດຖະໜາໃຫ້ພຣະອົງຊ່ວຍຂ້ານ້ອຍໃຫ້ລອດພົ້ນ, ຂ້ານ້ອຍປາດຖະໜາຮັບໃຊ້ພຣະອົງຈົນເຖິງທີ່ສຸດ, ຂ້ານ້ອຍປາດຖະໜາທີ່ຈະຕາຍເພື່ອພຣະອົງ. ພຣະອົງຕັດສິນຂ້ານ້ອຍ ແລະ ຕີສອນຂ້ານ້ອຍ ແລະ ຂ້ານ້ອຍບໍ່ມີຄຳຕໍ່ວ່າໃດໆ; ຂ້ານ້ອຍຕໍ່ຕ້ານພຣະອົງ ແລະ ຂ້ານ້ອຍສົມຄວນຕາຍ ເພື່ອວ່າທຸກຄົນອາດເຫັນອຸປະນິໄສອັນທ່ຽງທຳຂອງພຣະອົງໃນຄວາມຕາຍຂອງຂ້ານ້ອຍ”. ເມື່ອເຈົ້າອະທິຖານຈາກຫົວໃຈຂອງເຈົ້າໃນລັກສະນະນີ້, ພຣະເຈົ້າຈະໄດ້ຍິນເຈົ້າ ແລະ ຈະນຳພາເຈົ້າ; ຖ້າເຈົ້າບໍ່ອະທິຖານບົນພື້ນຖານພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນ, ມັນກໍ່ເປັນໄປບໍ່ໄດ້ທີ່ພຣະວິນຍານບໍລິສຸດຈະສຳຜັດເຈົ້າ. ຖ້າເຈົ້າອະທິຖານຕາມຄວາມປະສົງຂອງພຣະອົງ ແລະ ຕາມສິ່ງທີ່ພຣະເຈົ້າປາດຖະໜາຢາກເຮັດໃນປັດຈຸບັນ, ເຈົ້າຈະເວົ້າວ່າ: “ໂອ ພຣະເຈົ້າ! ຂ້ານ້ອຍປາດຖະໜາທີ່ຈະຍອມຮັບການຝາກຝັງຂອງພຣະອົງ ແລະ ຊື່ສັດກັບການຝາກຝັງຂອງພຣະອົງ ແລະ ຂ້ານ້ອຍເຕັມໃຈທີ່ຈະອຸທິດຊີວິດທັງໝົດຂອງຂ້ານ້ອຍເພື່ອສະຫງ່າລາສີຂອງພຣະເຈົ້າ, ເພື່ອວ່າທຸກສິ່ງທີ່ຂ້ານ້ອຍເຮັດຈະສາມາດບັນລຸຕາມມາດຕະຖານຂອງປະຊາຊົນຂອງພຣະເຈົ້າ. ຂໍໃຫ້ຫົວໃຈຂອງຂ້ານ້ອຍໄດ້ຮັບການສຳຜັດຈາກພຣະອົງ. ຂ້ານ້ອຍປາດຖະໜາໃຫ້ພຣະວິນຍານຂອງພຣະອົງໃຫ້ສ່ອງແສງສະຫວ່າງໃຫ້ແກ່ຕົວຂ້ານ້ອຍ, ເຮັດໃຫ້ສິ່ງທີ່ຂ້ານ້ອຍເຮັດທັງໝົດນໍາຄວາມອັບອາຍໄປສູ່ຊາຕານ, ເພື່ອໃນທີ່ສຸດ ຂ້ານ້ອຍຈະຖືກຮັບເອົາໂດຍພຣະອົງ”. ຖ້າເຈົ້າອະທິຖານໃນລັກສະນະນີ້, ໃນລັກສະນະທີ່ເນັ້ນໃສ່ຄວາມປະສົງຂອງພຣະເຈົ້າ, ແລ້ວພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າຢ່າງແນ່ນອນ. ມັນບໍ່ກ່ຽວກັບວ່າໃນຄໍາອະທິຖານຂອງເຈົ້າມີຄຳເວົ້າຫຼາຍພຽງໃດ, ສິ່ງທີ່ສໍາຄັນກໍ່ຄືເຈົ້າເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ບໍ່. ພວກເຈົ້າທຸກຄົນອາດມີປະສົບການດັ່ງຕໍ່ໄປນີ້: ບາງເທື່ອ ໃນຂະນະທີ່ອະທິຖານຢູ່ໃນບ່ອນຊຸມນຸມ, ພະລັງໃນພາລະກິດຂອງພຣະວິນຍານບໍລິສຸດແຂງກ້າເຖິງຈຸດສູງສຸດ ເຮັດໃຫ້ທຸກຄົນມີກໍາລັງລຸກຂຶ້ນ. ບາງຄົນຮ້ອງໄຫ້ຢ່າງຂົມຂື່ນ ແລະ ສະອື້ນດ້ວຍນໍ້າຕາໃນຂະນະທີ່ກຳລັງອະທິຖານ, ມີຄວາມສຳນຶກຜິດຕໍ່ໜ້າພຣະເຈົ້າ ແລະ ບາງຄົນສະແດງຄວາມຕັ້ງໃຈຂອງພວກເຂົາ ແລະ ກ່າວຄຳໝັ້ນສັນຍາ. ສິ່ງດັ່ງກ່າວແມ່ນຜົນໄດ້ຮັບຈາກພາລະກິດຂອງພຣະວິນຍານບໍລິສຸດ. ໃນມື້ນີ້ ມັນຈຳເປັນທີ່ທຸກຄົນຈະເທຫົວໃຈຂອງພວກເຂົາໃສ່ພຣະທຳຂອງພຣະເຈົ້າຢ່າງສິ້ນເຊີງ. ຢ່າໃສ່ໃຈກັບພຣະທຳທີ່ຖືກກ່າວກ່ອນໜ້ານີ້; ຖ້າເຈົ້າຍັງຍຶດຕິດກັບສິ່ງທີ່ມາກ່ອນໜ້ານີ້, ແລ້ວພຣະວິນຍານບໍລິສຸດຈະບໍ່ປະຕິບັດພາລະກິດພາຍໃນຕົວເຈົ້າ. ເຈົ້າເຫັນບໍວ່າ ສິ່ງນີ້ສຳຄັນພຽງໃດ?

ເຈົ້າຮູ້ຈັກເສັ້ນທາງທີ່ພຣະວິນຍານບໍລິສຸດກ້າວເດີນໃນປັດຈຸບັນບໍ? ຫົວຂໍ້ຫຼາຍຢ່າງຂ້າງເທິງແມ່ນສິ່ງທີ່ພຣະວິນຍານບໍລິສຸດຈະເຮັດໃຫ້ສຳເລັດໃນປັດຈຸບັນ ແລະ ໃນອະນາຄົດ; ຫົວຂໍ້ເຫຼົ່ານັ້ນແມ່ນເສັ້ນທາງທີ່ພຣະວິນຍານບໍລິສຸດກ້າວເດີນ ແລະ ທາງເຂົ້າທີ່ມະນຸດຄວນສະແຫວງຫາ. ໃນການເຂົ້າສູ່ຊີວິດຂອງເຈົ້າ ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າ ແລະ ສາມາດຍອມຮັບການພິພາກສາ ແລະ ການຕີສອນຈາກພຣະທຳຂອງພຣະເຈົ້າ; ຫົວໃຈຂອງເຈົ້າຕ້ອງປາດຖະໜາຫາພຣະເຈົ້າ, ເຈົ້າຕ້ອງສະແຫວງຫາທາງເຂົ້າສູ່ຄວາມຈິງທີ່ເລິກເຊິ່ງ ແລະ ຈຸດປະສົງທີ່ພຣະເຈົ້າຕ້ອງການ. ເມື່ອເຈົ້າມີກຳລັງນີ້ ແລ້ວມັນກໍ່ສະແດງໃຫ້ເຫັນວ່າເຈົ້າໄດ້ຮັບການສຳຜັດໂດຍພຣະເຈົ້າ ແລະ ຫົວໃຈຂອງເຈົ້າກໍ່ເລີ່ມຫັນມາຫາພຣະເຈົ້າແລ້ວ.

ຂັ້ນຕອນທຳອິດຂອງການເຂົ້າສູ່ຊີວິດຄືການເທຫົວໃຈຂອງເຈົ້າໃສ່ພຣະທຳຂອງພຣະເຈົ້າຢ່າງສົມບູນ ແລະ ຂັ້ນຕອນທີສອງຄືການຍອມຮັບການສຳຜັດຈາກພຣະວິນຍານບໍລິສຸດ. ແມ່ນຫຍັງຄືຜົນທີ່ຈະໄດ້ຮັບຈາກການຍອມຮັບການສຳຜັດຈາກພຣະວິນຍານບໍລິສຸດ? ມັນຄືຄວາມສາມາດທີ່ຈະປາດຖະໜາ, ສະແຫວງຫາ ແລະ ຄົ້ນຫາຄວາມຈິງທີ່ເລິກເຊິ່ງຍິ່ງຂຶ້ນ ແລະ ຄວາມສາມາດທີ່ຈະຮ່ວມມືກັບພຣະເຈົ້າໃນລັກສະນະທີ່ດີ. ໃນປັດຈຸບັນ ເຈົ້າຮ່ວມມືກັບພຣະເຈົ້າ ເຊິ່ງໝາຍຄວາມວ່າມີຈຸດປະສົງໃນການສະແຫວງຫາຂອງເຈົ້າ, ຄຳອະທິຖານຂອງເຈົ້າ ແລະ ການສົນທະນາຂອງເຈົ້າກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເຈົ້າປະຕິບັດໜ້າທີ່ຂອງເຈົ້າໂດຍສອດຄ່ອງກັບຄວາມຕ້ອງການຂອງພຣະເຈົ້າ, ມີພຽງແຕ່ສິ່ງນີ້ຈຶ່ງເປັນການຮ່ວມມືກັບພຣະເຈົ້າ. ຖ້າເຈົ້າພຽງແຕ່ເວົ້າເຖິງການປ່ອຍໃຫ້ພຣະເຈົ້າເຮັດ, ແຕ່ບໍ່ໄດ້ລົງມືປະຕິບັດ ຫຼື ອະທິຖານ ຫຼື ສະແຫວງຫາ, ແລ້ວສິ່ງນີ້ຈະສາມາດເປັນການຮ່ວມມືບໍ? ຖ້າເຈົ້າບໍ່ມີການຮ່ວມມືໃດໆໃນຕົວເຈົ້າ ແລະ ປາສະຈາກການຝຶກຝົນສຳລັບທາງເຂົ້າທີ່ມີຈຸດປະສົງ, ແລ້ວເຈົ້າກໍ່ບໍ່ໄດ້ໃຫ້ຄວາມຮ່ວມມື. ບາງຄົນກ່າວວ່າ: “ທຸກສິ່ງຂຶ້ນຢູ່ກັບການກຳນົດໄວ້ລ່ວງໜ້າຂອງພຣະເຈົ້າ, ນັ້ນຄືພຣະເຈົ້າເຮັດທຸກສິ່ງດ້ວຍພຣະອົງເອງ; ຖ້າພຣະເຈົ້າບໍ່ເຮັດມັນ, ແລ້ວມະນຸດຈະເຮັດໄດ້ແນວໃດ?” ພາລະກິດຂອງພຣະເຈົ້າທຳມະດາ ແລະ ບໍ່ແມ່ນສິ່ງທີ່ເໜືອທຳມະຊາດແມ່ນແຕ່ໜ້ອຍດຽວ ແລະ ມີພຽງແຕ່ຜ່ານການສະແຫວງຫາທີ່ກະຕືລືລົ້ນຂອງເຈົ້າເທົ່ານັ້ນ, ພຣະວິນຍານບໍລິສຸດຈຶ່ງປະຕິບັດພາລະກິດ, ຍ້ອນພຣະເຈົ້າບໍ່ບັງຄັບມະນຸດ ນັ້ນກໍ່ຄື ເຈົ້າຕ້ອງມອບໂອກາດໃຫ້ພຣະເຈົ້າປະຕິບັດພາລະກິດ ແລະ ຖ້າເຈົ້າບໍ່ສະແຫວງຫາ ຫຼື ເຂົ້າ ແລະ ຖ້າບໍ່ມີຄວາມປາດຖະໜາແມ່ນແຕ່ໜ້ອຍດຽວໃນຫົວໃຈຂອງເຈົ້າ, ແລ້ວພຣະເຈົ້າກໍຈະບໍ່ມີໂອກາດທີ່ຈະປະຕິບັດພາລະກິດໄດ້. ເຈົ້າສາມາດສະແຫວງຫາການສຳຜັດຈາກພຣະເຈົ້າໂດຍເສັ້ນທາງໃດ? ຜ່ານຄຳອະທິຖານ ແລະ ການເຂົ້າໃກ້ຊິດພຣະເຈົ້າ. ແຕ່ໃຫ້ຈື່ໄວ້ວ່າ ສິ່ງທີ່ສຳຄັນກໍ່ຄືມັນຕ້ອງຢູ່ບົນພື້ນຖານພຣະທຳທີ່ພຣະເຈົ້າກ່າວໄວ້ເທົ່ານັ້ນ. ເມື່ອເຈົ້າຖືກສຳຜັດໂດຍພຣະເຈົ້າຢູ່ຕະຫຼອດ, ເຈົ້າກໍ່ບໍ່ຕົກເປັນທາດຂອງເນື້ອໜັງ: ສາມີ, ພັນລະຍາ, ລູກ ແລະ ເງິນ ນັ້ນກໍ່ຄື ສິ່ງເຫຼົ່ານີ້ຈະບໍ່ສາມາດຜູກມັດເຈົ້າໄດ້ ແລະ ເຈົ້າກໍ່ຈະພຽງແຕ່ປາດຖະໜາທີ່ຈະສະແຫວງຫາຄວາມຈິງ ແລະ ມີຊີວິດຢູ່ຕໍ່ໜ້າພຣະເຈົ້າ. ໃນເວລານີ້, ເຈົ້າຈະເປັນຄົນທີ່ມີຊີວິດຢູ່ໃນດິນແດນແຫ່ງອິດສະຫຼະພາບ.

ກ່ອນນີ້: ວ່າດ້ວຍການປະຕິບັດການອະທິຖານ

ຕໍ່ໄປ: ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້