ອຸປະນິໄສທີ່ເສື່ອມຊາມສາມາດຖືກແກ້ໄຂໄດ້ໂດຍການຍອມຮັບຄວາມຈິງ ແລະ ການເພິ່ງພາພຣະເຈົ້າເທົ່ານັ້ນ

ການເຊື່ອໃນພຣະເຈົ້າຄືເສັ້ນທາງທີ່ຖືກຕ້ອງໃນຊີວິດ. ພຣະເຈົ້າໄດ້ເລືອກພວກເຈົ້າທຸກຄົນ ແລະ ພວກເຈົ້າທຸກຄົນໄດ້ເລືອກທີ່ຈະຕິດຕາມພຣະອົງ ແລະ ເລີ່ມຍ່າງໃນເສັ້ນທາງທີ່ຖືກຕ້ອງໃນຊີວິດ. ຕາມຫຼັກການແລ້ວ, ເຈົ້າຈະສາມາດຕອບສະໜອງຄວາມປະສົງຂອງພຣະເຈົ້າ, ເຮັດໜ້າທີ່ຂອງເຈົ້າໄດ້ຢ່າງເໝາະສົມ, ຮັບເອົາຄວາມຈິງ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ. ນີ້ບໍ່ແມ່ນຄວາມຝັນ ແລະ ຄວາມທະເຍີທະຍານຂອງພວກເຈົ້າບໍ? (ແມ່ນແລ້ວ.) ມັນເປັນສິ່ງທີ່ດີ, ເປັນສິ່ງທີ່ເປັນບວກ, ທີ່ຜູ້ເຊື່ອຈະມີຄວາມຝັນເຊັ່ນນັ້ນ ແລະ ພຣະເຈົ້າຕອບສະໜອງຄວາມຝັນ ແລະ ຄວາມທະເຍີທະຍານທີ່ເປັນບວກຂອງຜູ້ຄົນ. ໃນບາງຄັ້ງຄົນມີຄວາມຝັນ ແລະ ຄວາມທະເຍີທະຍານທີ່ບໍ່ດີ ຫຼື ບໍ່ຖືກຕ້ອງບໍ? ສິ່ງນີ້ແມ່ນເປັນໄປໄດ້, ຍ້ອນສະພາວະຂອງຄົນບໍ່ສະຫງົບກ່ອນທີ່ພວກເຂົາຈະຮັບເອົາຄວາມຈິງ, ເຖິງກັບເສື່ອມຖອຍໃນບາງຄັ້ງ. ເມື່ອສິ່ງທີ່ບໍ່ດີເຫຼົ່ານັ້ນປາກົດຂຶ້ນ, ພວກມັນບໍ່ໄດ້ກະທົບຕໍ່ການເຂົ້າສູ່ຊີວິດຂອງເຈົ້າ ແລະ ສົ່ງຜົນກະທົບຕໍ່ຄວາມສຳພັນທີ່ເປັນປົກກະຕິຂອງເຈົ້າກັບພຣະເຈົ້າບໍ? ຖ້າຄົນໃຊ້ຊີວິດໃນສະພາວະເຫຼົ່ານັ້ນ, ສະພາບການຂອງພວກເຂົາຈະບໍ່ຍິ່ງຮ້າຍແຮງ ແລະ ເລີ່ມຄິດລົບ ແລະ ອ່ອນແອບໍ? ພວກເຂົາຄວນເຮັດຫຍັງໃນເວລາແບບນັ້ນ? (ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ.) ແລ້ວບໍ່ມີເວລາທີ່ຄົນບໍ່ປາດຖະໜາຈະອະທິຖານ, ເວລາທີ່ພວກເຂົາຕ້ອງການສືບຕໍ່ໃຊ້ຊີວິດໃນສະພາວະທີ່ຕໍ່າຊ້າ, ປ່ອຍໃຫ້ຊາຕານບົງການພວກເຂົາຕາມທີ່ມັນພໍໃຈ, ໃນຂະນະທີ່ພວກເຂົາເຮັດຕາມໃຈຕົນເອງ ແລະ ເຮັດແມ່ນຫຍັງຕາມທີ່ພວກເຂົາປາດຖະໜາໂດຍບໍ່ຄິດວ່າຜົນຮັບຂອງພວກເຂົາຈະແມ່ນຫຍັງບໍ? ສະພາວະແບບນັ້ນມີຢູ່ບໍ? (ແມ່ນແລ້ວ.) ສິ່ງນີ້ເປັນການສຳແດງອອກເຖິງບັນຫາຫຍັງ? (ພວກເຂົາໄດ້ຫັນໜີຈາກພຣະເຈົ້າ.) ມັນແມ່ນເນື່ອງຈາກຄວາມເຂົ້າໃຈທີ່ບໍ່ພຽງພໍຂອງພວກເຂົາຕໍ່ຄວາມຈິງຢ່າງແນ່ນອນ ແລະ ວຸດທິພາວະທີ່ບໍ່ພຽງພໍຂອງພວກເຂົາ. ທຸກຄັ້ງທີ່ສະຖານະການແບບນັ້ນເກີດຂຶ້ນ, ເມື່ອຄົນພົບວ່າຕົນເອງຢູ່ໃນສະພາວະເຊັ່ນນັ້ນ, ພວກເຂົາຕ້ອງອະທິຖານຫາພຣະເຈົ້າ, ເພິ່ງພາພຣະອົງ ແລະ ສະແຫວງຫາຄວາມຈິງ. ຖ້າວຸດທິພາວະຂອງພວກເຂົາມີໜ້ອຍເກີນໄປ ແລະ ພວກເຂົາຂາດຄວາມຈິງ, ພວກເຂົາຄວນສະແຫວງຫາ ແລະ ໂອ້ລົມກັບຄົນໃດໜຶ່ງທີ່ເຂົ້າໃຈຄວາມຈິງ ແລະ ຮັບເອົາການບຳລຸງລ້ຽງ ແລະ ການຊ່ວຍເຫຼືອຈາກພວກເຂົາ. ບາງຄັ້ງພວກເຂົາຍັງຈຳເປັນຕ້ອງຖືກຈັດການ ແລະ ຖືກລິຮານໂດຍຄົນອື່ນ ຫຼື ຖືກລົງວິໄນໂດຍພຣະເຈົ້າ. ຖ້າພວກເຂົາຂາດຄວາມສາມາດທີ່ຈະຢືນຍັດດ້ວຍຕີນສອງຂ້າງຂອງພວກເຂົາເອງ, ມັນກໍເປັນເພາະພວກເຂົາບໍ່ເຂົ້າໃຈຄວາມຈິງໄດ້ຢ່າງພຽງພໍ ແລະ ພວກເຂົາຂາດວຸດທິພາວະ. ວຸດທິພາວະທີ່ບໍ່ພຽງພໍເຮັດໃຫ້ຄົນບໍ່ສາມາດຕໍ່ຕ້ານສະພາວະ ແລະ ຄວາມຄິດລົບໆ ແລະ ຕໍ່າຊ້າທຸກຮູບແບບ. ນີ້ບໍ່ແມ່ນວິທີການມີຊີວິດຢ່າງອິດເມື່ອຍບໍ? ໂດຍປົກກະຕິແລ້ວ, ຄົນທີ່ຂາດວຸດທິພາວະມີຊີວິດໃນສະພາວະຫຍັງ? ມີພວກເຈົ້າຄົນໃດທີ່ມີປະສົບການຄັ້ງທຳອິດກ່ຽວກັບສິ່ງນີ້ບໍ? ສະພາວະແບບໃດເຮັດໃຫ້ພວກເຈົ້າຮູ້ສຶກໂດດດ່ຽວ, ລຳເຄັນ, ລັງເລ ແລະ ອິດເມື່ອຍ ແລະ ສິ້ນຫວັງຫຼາຍ, ຄືກັບວ່າບໍ່ມີເສັ້ນທາງໄປຂ້າງໜ້າ, ປ່ອຍໃຫ້ເຈົ້າຮູ້ສຶກເສົ້າໝອງໝົດມື້, ບໍ່ມີອາລົມທີ່ຈະອະທິຖານ ຫຼື ສະແຫວງຫາຄວາມຈິງບໍ? ເມື່ອພວກເຈົ້າພົບພໍ້ກັບບັນຫາທີ່ເບິ່ງຄືກັບວ່າຍາກເກີນກວ່າຈະເອົາຊະນະໄດ້, ເຈົ້າເຄີຍຄິດກ່ຽວກັບການຍອມຈຳນົນບໍ? (ແມ່ນແລ້ວ. ແລ້ວແມ່ນຫຍັງເຮັດໃຫ້ສະພາວະເຫຼົ່ານີ້ປາກົດຂຶ້ນ? ມີການຕັ້ງໃຈຄິດ ແລະ ວາງແຜນພວກມັນອອກໃນຄວາມຄິດຂອງຜູ້ຄົນບໍ? ບໍ່ແມ່ນຢ່າງແນ່ນອນ. ສະນັ້ນ, ໃຫ້ຕຶກຕອງກ່ຽວກັບຄຳຖາມນີ້, ພວກເຈົ້າຄິດວ່າແມ່ນຫຍັງເຮັດໃຫ້ພວກມັນເກີດຂຶ້ນ? ບອກເຮົາເບິ່ງວ່າ ຖ້າຄົນໆໜຶ່ງເຂົ້າໃຈຄວາມຈິງ, ຈາກນັ້ນພວກເຂົາຈະຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງຢ່າງແທ້ຈິງ, ພວກເຂົາຈະສາມາດເຫັນຄວາມຈິງໃນຄວາມເສື່ອມຊາມຂອງພວກເຂົາເອງຢ່າງຊັດເຈນ, ພວກເຂົາຈະຮູ້ຈັກວ່າພວກເຂົາຈຳເປັນຕ້ອງປະກອບດ້ວຍຄວາມຈິງຫຍັງເພື່ອດຳລົງຊີວິດຕາມລັກສະນະຂອງມະນຸດ ແລະ ພວກເຂົາຈະຮູ້ຈັກວິທີການເຮັດໃຫ້ພຣະເຈົ້າພໍໃຈໃນສະຖານະການທີ່ແຕກຕ່າງກັນໄດ້ແນວໃດ, ພ້ອມທັງວິທີທີ່ເໝາະສົມໃນການຮັບມືກັບສິ່ງໃດໜຶ່ງ ແລະ ຫຼັກການທີ່ຕ້ອງຄໍ້າຈຸນໃນຂະນະທີ່ເຮັດເຊັ່ນນັ້ນ, ເມື່ອຄົນໆໜຶ່ງທີ່ມີວຸດທິພາວະດັ່ງກ່າວປະສົບກັບຄວາມຫຍຸ້ງຍາກ, ສະພາວະຂອງພວກເຂົາຈະເປັນແນວໃດ? ແນ່ນອນວ່າພວກເຂົາຍັງຈະຂ້ອນຂ້າງຮູ້ສຶກລົບໆ ແລະ ອ່ອນແອພໍສົມຄວນ, ແມ່ນບໍ? (ຖືກຕ້ອງ.) ສະນັ້ນ, ຄວາມຄິດລົບ ແລະ ຄວາມອ່ອນແອນີ້ມາຈາກໃສ ແລະ ຈະສາມາດແກ້ໄຂພວກມັນໄດ້ແນວໃດ? ພວກເຈົ້າບໍ່ເຄີຍຕຶກຕອງ ຫຼື ຄົ້ນຫາບັນຫາເຫຼົ່ານີ້ຢ່າງໜັກຈັກເທື່ອໃນກ່ອນໜ້ານີ້ບໍ? (ເກືອບບໍ່ເຄີຍ.) ສະນັ້ນ, ພວກເຈົ້າສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ເວລາທີ່ອ່ອນແອ ແລະ ຄິດລົບຂອງເຈົ້າແບບມົ້ວໆໂດຍບໍ່ເຄີຍຈິງຈັງກັບເລື່ອງເຫຼົ່ານີ້ຈັກເທື່ອ. ໃນກໍລະນີນັ້ນ, ພວກເຈົ້າກໍໂຊກດີຫຼາຍທີ່ມາໄກສໍ່ານັ້ນ ແລະ ມັນເປັນພຽງແຕ່ຍ້ອນຄວາມກະລຸນາຂອງພຣະເຈົ້າຜູ້ທີ່ນໍາພາພວກເຈົ້າໃຫ້ຜ່ານຜ່າຄວາມຫຍຸ້ງຍາກເຫຼົ່ານີ້. ບັດນີ້, ແມ່ນຫຍັງຄືຄຳຖາມທີ່ເຮົາຫາກໍຖາມ? (ແມ່ນຫຍັງນໍາພາຜູ້ຄົນໃຫ້ມີຊີວິດໃນສະພາວະທີ່ຄິດລົບ ແລະ ອ່ອນແອ?) ໃຫ້ຄິດກ່ຽວກັບມັນໜຶ່ງນາທີ; ພວກເຈົ້າມີຄຳຕອບບໍ? ໃນທາງທິດສະດີແລ້ວ, ມັນເປັນເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ. ໃນກໍລະນີນັ້ນ, ແມ່ນຫຍັງຊີ້ນໍາຊີວິດຂອງຜູ້ຄົນກ່ອນທີ່ພວກເຂົາຈະເຂົ້າໃຈຄວາມຈິງ? (ອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍຂອງພວກເຂົາ.) ແມ່ນ, ນັ້ນບໍ່ແມ່ນຄຳຕອບຂອງເຈົ້າບໍ? ເຈົ້າຄິດອອກແລ້ວບໍໃນຕອນນີ້? ເມື່ອຄົນປະສົບກັບຄວາມຫຍຸ້ງຍາກ, ພວກເຂົາຕ້ອງການຍອມຈຳນົນ, ພວກເຂົາຮູ້ສຶກວິຕົກກັງວົນ, ອ່ອນແອ, ລຳເຄັນ, ຖືກຄວບຄຸມ ແລະ ຖືກມັດດ້ວຍໂສ້, ຄືກັບວ່າບໍ່ມີທາງໄປຂ້າງໜ້າ ແລະ ຈາກນັ້ນພວກເຂົາກໍເລີ່ມຄິດລົບ, ພວກເຂົາຂາດຄວາມເຊື່ອ ແລະ ຄິດວ່າການເຊື່ອໃນພຣະເຈົ້າແມ່ນໄຮ້ຄວາມໝາຍ. ແມ່ນຫຍັງເຮັດໃຫ້ເກີດສິ່ງນີ້? (ອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍຂອງພວກເຂົາ.) ເມື່ອຄົນບໍ່ເຂົ້າໃຈຄວາມຈິງ, ພວກເຂົາມີຊີວິດໃນອຸປະນິໄສປະເພດໃດ? ພວກເຂົາໃຊ້ຊີວິດກັບທຳມະຊາດຫຍັງ? ແມ່ນຫຍັງຊີ້ນໍາຊີວິດຂອງພວກເຂົາ? (ອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍຂອງພວກເຂົາ.) ສິ່ງໃດສາມາດເກີດຂຶ້ນພາຍໃນຄົນໆໜຶ່ງໄດ້ໂດຍເປັນຜົນມາຈາກອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍ? ຄວາມອວດດີ, ການຕໍ່ຕ້ານພຣະເຈົ້າ ແລະ ການທໍລະຍົດພຣະເຈົ້າ ແລະ ການຄັດຄ້ານພຣະເຈົ້າ. ອຸປະນິໄສທີ່ເສື່ອມຊາທັງໝົດນີ້ບໍ່ໄດ້ນໍາຫຍັງມາສູ່ຜູ້ຄົນເລີຍ ນອກຈາກຄວາມລຳເຄັນ, ຄວາມຄິດລົບ ແລະ ຄວາມອ່ອນແອ. ຕອນນີ້, ເປັນຫຍັງອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍຈຶ່ງສາມາດນໍາຄວາມລຳເຄັນ, ຄວາມຄິດລົບ ແລະ ຄວາມອ່ອນແອມາສູ່ຜູ້ຄົນ, ແຕ່ບໍ່ສາມາດໃຫ້ຄວາມສະຫງົບສຸກ, ຄວາມປິຕິຍິນດີ, ຄວາມສະບາຍໃຈ ຫຼື ຄວາມສຸກໃຫ້ແກ່ຈິດໃຈຂອງຄົນໆໜຶ່ງໄດ້? ເປັນຫຍັງສິ່ງບໍ່ດີເຫຼົ່ານີ້ຈຶ່ງເຮັດໃຫ້ຄົນໆໜຶ່ງຄິດລົບ? ອຸປະນິໄສທີ່ເສື່ອມຊາມເປັນສິ່ງບໍ່ດີ ແລະ ພວກມັນເປັນປໍລະປັກຕໍ່ຄວາມຈິງ, ສະນັ້ນພວກມັນບໍ່ສາມາດປະຕິບັດໜ້າທີ່ທີ່ດີໃດໆເລີຍ, ມີພຽງແຕ່ໜ້າທີ່ທີ່ບໍ່ດີເທົ່ານັ້ນ. ພວກມັນບໍ່ສາມາດເຮັດໃຫ້ຜູ້ຄົນໄດ້ມີຄວາມຄິດບວກ, ແຮງຂັບເຄື່ອນ ຫຼື ຊຸດຄວາມຄິດບວກໆ, ພວກມັນພຽງແຕ່ນໍາຄວາມອ່ອນແອ, ຄວາມຄິດລົບ ແລະ ຄວາມລຳເຄັນມາສູ່ຜູ້ຄົນ. ເມື່ອອຸປະນິໄສທີ່ຊົ່ວຮ້າຍໄດ້ຢັ່ງຮາກໃນຜູ້ຄົນ ແລະ ກາຍມາເປັນທຳມະຊາດຂອງພວກເຂົາ, ສິ່ງນີ້ກໍພຽງພໍທີ່ຈະປູກຄວາມມືດມົວ ແລະ ຄວາມຊົ່ວຮ້າຍໃນຫົວໃຈຂອງພວກເຂົາ ແລະ ນໍາພາພວກເຂົາໃຫ້ສະແຫວງຫາ ແລະ ເລືອກເສັ້ນທາງທີ່ບໍ່ຖືກຕ້ອງ. ພາຍໃຕ້ແຮງຜັກດັນຈາກອຸປະນິໄສທີ່ເສື່ອມຊາມຂອງຊາຕານ, ອຸດົມການ, ຄວາມຫວັງ, ຄວາມທະເຍີທະຍານ ແລະ ເປົ້າໝາຍ ແລະ ທິດທາງຊີວິດຂອງຄົນແມ່ນຫຍັງ? ພວກມັນບໍ່ໄດ້ສວນທາງກັນກັບສິ່ງທີ່ເປັນບວກບໍ? ຕົວຢ່າງ, ຜູ້ຄົນຕ້ອງການເປັນຄົນທີ່ມີຊື່ສຽງ ຫຼື ເປັນຄົນດັງຢູ່ສະເໝີ; ພວກເຂົາປາດຖະໜາທີ່ຈະມີຊື່ສຽງ ແລະ ກຽດສັກສີອັນຍິ່ງໃຫຍ່ ແລະ ເພື່ອນຳເອົາກຽດຕິຍົດມາສູ່ບັນພະບຸລຸດຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ເປັນບວກບໍ? ສິ່ງເຫຼົ່ານີ້ບໍ່ສອດຄ່ອງກັບສິ່ງທີ່ເປັນບວກເລີຍ; ຍິ່ງໄປກວ່ານັ້ນ, ພວກເຂົາແລ່ນສວນທາງກັບກົດຂອງພຣະເຈົ້າທີ່ມີສິດຄອບຄອງຊະຕາກໍາຂອງມະນຸດຊາດ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ພຣະເຈົ້າຕ້ອງການຄົນແບບໃດ? ພຣະອົງຕ້ອງການຄົນຍິ່ງໃຫຍ່, ຄົນມີຊື່ສຽງ, ຄົນສູງສັກ ຫຼື ຄົນທີ່ເຮັດໃຫ້ໂລກສັນຄອນບໍ? (ບໍ່). ສະນັ້ນ, ພຣະເຈົ້າຕ້ອງການຄົນແບບໃດ? (ຄົນທີ່ຕີນຂອງພວກເຂົາຍຶດເກາະກັບພື້ນຢ່າງໜັກແໜ້ນ ເຊິ່ງເປັນຄົນທີ່ປະຕິບັດບົດບາດຂອງສິ່ງຖືກສ້າງ.) ແມ່ນແລ້ວ ແລະ ມີຫຍັງອີກ? (ພຣະເຈົ້າຕ້ອງການຄົນຊື່ສັດທີ່ຢຳເກງພຣະອົງ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ແລະ ຍອມຕໍ່ພຣະອົງ.) (ຄົນທີ່ຢືນຍັດກັບພຣະເຈົ້າໃນທຸກເລື່ອງ, ຄົນທີ່ດິ້ນຮົນເພື່ອຮັກພຣະເຈົ້າ.) ຄຳຖາມເຫຼົ່ານັ້ນກໍຖືກຕ້ອງເຊັ່ນກັນ. ມັນເປັນຄົນໃດກໍຕາມທີ່ມີຫົວໃຈ ແລະ ຈິດໃຈດຽວກັນກັບພຣະເຈົ້າ. ມັນໄດ້ເວົ້າຢູ່ໃສໃນພຣະທຳຂອງພຣະເຈົ້າບໍວ່າຜູ້ຄົນຕ້ອງຮັກສາຕຳແໜ່ງຂອງພວກເຂົາໃນຖານະມະນຸດ? (ແມ່ນແລ້ວ.) ມັນເວົ້າແນວໃດ? (“ໃນຖານະທີ່ເປັນໜຶ່ງໃນສິ່ງຖືກສ້າງ, ມະນຸດຕ້ອງຮັກສາຕໍາແໜ່ງຂອງເຂົາເອງ ແລະ ປະພຶດຢ່າງຕັ້ງໃຈ. ເຝົ້າຮັກສາສິ່ງທີ່ພຣະຜູ້ສ້າງມອບໝາຍໃຫ້ກັບເຈົ້າຢ່າງເຊື່ອຟັງ. ບໍ່ປະຕິບັດນອກເສັ້ນ ຫຼື ເຮັດສິ່ງຕ່າງໆທີ່ຢູ່ນອກເໜືອຂອບເຂດຄວາມສາມາດຂອງເຈົ້າ ຫຼື ເຮັດສິ່ງຕ່າງໆທີ່ເປັນຕາລັງກຽດຕໍ່ພຣະເຈົ້າ. ຢ່າພະຍາຍາມເປັນຄົນຍິ່ງໃຫຍ່ ຫຼື ກາຍເປັນຍອດມະນຸດ ຫຼື ຢູ່ເໜືອຄົນອື່ນ ຫຼື ສະແຫວງຫາທີ່ຈະກາຍເປັນພຣະເຈົ້າ. ນີ້ຄືສິ່ງທີ່ຜູ້ຄົນບໍ່ຄວນປາຖະໜາທີ່ຈະເປັນ. ການສະແຫວງຫາເພື່ອຄວາມຍິ່ງໃຫຍ່ ແລະ ເປັນຍອດມະນຸດແມ່ນສິ່ງທີ່ໂງ່ຈ້າ. ການສະແຫວງຫາເພື່ອກາຍເປັນພຣະເຈົ້າຍິ່ງເປັນສິ່ງທີ່ອັບອາຍທີ່ສຸດ; ມັນເປັນສິ່ງທີ່ເປັນຕາໜ່າຍ ແລະ ເປັນຕາລັງກຽດທີ່ສຸດ. ສິ່ງທີ່ເປັນຕາຍົກຍ້ອງ ແລະ ສິ່ງທີ່ສິ່ງຖືກສ້າງຄວນຍຶດຖືເໜືອສິ່ງໃດກໍຄື ການເປັນສິ່ງຖືກສ້າງທີ່ແທ້ຈິງ; ນີ້ແມ່ນເປົ້າໝາຍດຽວທີ່ທຸກຄົນຄວນສະແຫວງຫາ” (ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພຣະເຈົ້າເອງ, ທີ່ເປັນເອກະລັກ I).) ຍ້ອນພວກເຈົ້າຮູ້ວ່າພຣະທຳຂອງພຣະເຈົ້າຮຽກຮ້ອງຫຍັງຈາກຜູ້ຄົນ, ພວກເຈົ້າສາມາດປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າໃນການສະແຫວງຫາຄວາມປະພຶດຂອງມະນຸດຂອງພວກເຈົ້າບໍ? ພວກເຈົ້າຕ້ອງການຂະຫຍາຍປີກຂອງພວກເຈົ້າຢູ່ສະເໝີ ແລະ ເລີ່ມອອກບິນ, ພວກເຈົ້າປາດຖະໜາທີ່ຈະບິນຄົນດຽວຢູ່ສະເໝີ, ເປັນນົກອິນຊີແທນທີ່ຈະເປັນນົກນ້ອຍໆບໍ? ນີ້ແມ່ນອຸປະນິໄສຫຍັງ? ນີ້ແມ່ນຫຼັກການໃນຄວາມປະພຶດຂອງມະນຸດບໍ? ການສະແຫວງຫາຄວາມປະພຶດຂອງມະນຸດຂອງເຈົ້າຄວນອີງໃສ່ພຣະທຳຂອງພຣະເຈົ້າ; ມີພຽງແຕ່ພຣະທຳຂອງພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ. ພວກເຈົ້າຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງຫຼາຍເກີນໄປ ແລະ ຖືເອົາວັດທະນະທຳດັ້ງເດີມ ນັ້ນກໍຄື ຖືເອົາຄຳເວົ້າຂອງຊາຕານໃຫ້ເປັນຄວາມຈິງ, ເປັນເປົ້າໝາຍໃນການສະແຫວງຫາຂອງເຈົ້າຢູ່ສະເໝີ, ເຊິ່ງເຮັດໃຫ້ມັນເປັນເລື່ອງງ່າຍທີ່ເຈົ້າຈະຍ່າງໃນເສັ້ນທາງທີ່ບໍ່ຖືກຕ້ອງ, ຍ່າງໃນເສັ້ນທາງທີ່ຕໍ່ຕ້ານພຣະເຈົ້າ. ຄວາມຄິດ ແລະ ມຸມມອງຂອງມະນຸດຊາດທີ່ເສື່ອມຊາມ ແລະ ສິ່ງຕ່າງໆທີ່ພວກເຂົາພະຍາຍາມຮັບເອົາແມ່ນກົງກັນຂ້າມກັບຄວາມປະສົງຂອງພຣະເຈົ້າ, ກັບຄວາມຈິງ ແລະ ກັບກົດເກນແຫ່ງການປົກຄອງຂອງພຣະເຈົ້າເໜືອທຸກສິ່ງ, ການປັ້ນແຕ່ງທຸກສິ່ງຂອງພຣະອົງ ແລະ ການຄວບຄຸມຂອງພຣະອົງເໜືອໂຊກຊະຕາຂອງມະນຸດຊາດ. ສະນັ້ນບໍ່ວ່າການສະແຫວງຫາປະເພດນີ້ຈະເໝາະສົມ ແລະ ສົມເຫດສົມຜົນສໍ່າໃດນັ້ນແມ່ນອີງຕາມຄວາມຄິດ ແລະ ແນວຄິດຂອງມະນຸດ, ຈາກທັດສະນະຂອງພຣະເຈົ້ານັ້ນ ພວກມັນບໍ່ແມ່ນສິ່ງທີ່ດີ ແລະ ພວກມັນບໍ່ສອດຄ່ອງກັບຄວາມປະສົງຂອງພຣະອົງ. ເພາະເຈົ້າເຮັດຂັດກັບຂໍ້ແທ້ຈິງໃນການປົກຄອງຂອງພຣະເຈົ້າເໜືອໂຊກຊະຕາຂອງມະນຸດຊາດ ແລະ ເພາະເຈົ້າປາດຖະໜາທີ່ຈະໄປຄົນດຽວ, ຮັບເອົາໂຊກຊະຕາຂອງເຈົ້າໄວ້ໃນມືຂອງເຈົ້າເອງ, ເຈົ້າກໍຊົນຝາຢູ່ສະເໝີ, ຊົນແຮງຫຼາຍຈົນເລືອດໄຫຼນອງຈາກຫົວຂອງເຈົ້າ ແລະ ບໍ່ມີຫຍັງສາມາດໃຊ້ການໄດ້ແລ້ວສຳລັບເຈົ້າ. ເປັນຫຍັງຈຶ່ງບໍ່ມີຫຍັງທີ່ໃຊ້ການໄດ້ສຳລັບເຈົ້າ? ເພາະກົດເກນທີ່ພຣະເຈົ້າສ້າງຂຶ້ນແມ່ນບໍ່ສາມາດປ່ຽນແປງໄດ້ໂດຍສິ່ງຖືກສ້າງໃດໆ. ສິດອຳນາດ ແລະ ລິດອຳນາດຂອງພຣະເຈົ້າຢູ່ເໜືອທຸກສິ່ງ, ບໍ່ສາມາດລະເມີດໄດ້ໂດຍສິ່ງຖືກສ້າງໃດໆ. ຄົນຄິດກ່ຽວກັບຄວາມສາມາດຂອງພວກເຂົາຫຼາຍເກີນໄປ. ມັນແມ່ນຫຍັງທີ່ເຮັດໃຫ້ຄົນປາດຖະໜາທີ່ຈະເປັນອິດສະຫຼະຈາກອຳນາດສູງສຸດຂອງພຣະເຈົ້າຢູ່ສະເໝີ ແລະ ປາດຖະໜາທີ່ຈະຄວບຄຸມໂຊກຊະຕາຂອງພວກເຂົາເອງ ແລະ ວາງແຜນອະນາຄົດຂອງພວກເຂົາເອງຢູ່ສະເໝີ ແລະ ປາດຖະໜາທີ່ຈະຄວບຄຸມຄວາມຄາດຫວັງໃນອະນາຄົດຂອງພວກເຂົາ, ທິດທາງ ແລະ ເປົ້າໝາຍໃນຊີວິດ? ຈຸດເລີ່ມຕົ້ນນີ້ມາຈາກໃສ? (ອຸປະນິໄສທີ່ເສື່ອມຊາມຂອງຊາຕານ.) ແລ້ວທັດສະນະຄະຕິທີ່ບໍ່ດີທີ່ຊົ່ວຊ້ຮ້າຍໄດ້ນໍາຫຍັງມາໃຫ້ແກ່ຄົນ? (ກົງກັນຂ້າມກັບພຣະເຈົ້າ.) ແມ່ນຫຍັງຂອງຄົນທີ່ກົງກັນຂ້າມກັບພຣະເຈົ້າ? (ຄວາມເຈັບປວດ.) ຄວາມເຈັບປວດ? ມັນແມ່ນການທໍາລາຍ! ຄວາມເຈັບປວດບໍ່ແມ່ນເຄິ່ງໜຶ່ງຂອງມັນ. ສິ່ງທີ່ເຈົ້າເຫັນຕໍ່ໜ້າຕໍ່ຕາຂອງເຈົ້າແມ່ນຄວາມເຈັບປວດ, ຜົນກະທົບທາງລົບ ແລະ ຄວາມອ່ອນແອ ແລະ ມັນແມ່ນການຕໍ່ຕ້ານ ແລະ ການຮ້ອງທຸກ— ຜົນໄດ້ຮັບອັນໃດທີ່ສິ່ງເຫຼົ່ານີ້ໄດ້ນໍາມາ? ການດັບສູນ! ສິ່ງນີ້ບໍ່ແມ່ນເລື່ອງເລັກນ້ອຍ ແລະ ມັນກໍບໍ່ແມ່ນເກມ. ຄົນທີ່ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າກໍບໍ່ສາມາດເຫັນສິ່ງນີ້ໄດ້.

ບາງຄົນເລີ່ມຄິດລົບ ແລະ ອ່ອນແອທັນທີທີ່ພວກເຂົາພົບພໍ້ກັບບັນຫາເລັກໆນ້ອຍໆ, ແຕ່ເມື່ອບໍ່ມີບັນຫາຫຍັງເລີຍ, ພວກເຂົາກໍເຕັມໄປດ້ວຍຄວາມທະເຍີທະຍານ ແລະ ຄວາມປາດຖະໜາ, ຫວັງທີ່ຈະກາຍມາເປັນຄົນມີຊື່ສຽງ ຫຼື ຜູ້ຊ່ຽວຊານປະເພດໃດໜຶ່ງຢູ່ສະເໝີ. ເມື່ອຄົນໃຊ້ຊີວິດດ້ວຍຊຸດຄວາມຄິດເຊັ່ນນັ້ນ, ພວກເຂົາກໍຖືກຄອບງໍາໂດຍທຳມະຊາດທີ່ຊົ່ວຮ້າຍຂອງພວກເຂົາແທ້ໆ. ເມື່ອຄົນເຕັມໄປດ້ວຍຄວາມທະເຍີທະຍານ ແລະ ຄວາມປາດຖະໜາຢູ່ສະເໝີ, ພວກເຂົາຈະສາມາດໃຊ້ຊີວິດຢ່າງມີຄວາມສຸກບໍ? ຖ້າເຈົ້າບໍ່ປະຖິ້ມສິ່ງເຫຼົ່ານີ້, ການທົນທຸກຂອງເຈົ້າຈະບໍ່ບັນເທົາລົງ. ການທົນທຸກຈະຕິດຕາມເຈົ້າຢູ່ສະເໝີ; ມັນຈະຮູ້ສຶກຄືກັບມີດທີ່ບິດແທງໃນຫົວໃຈຂອງເຈົ້າ. ຈະສາມາດແກ້ໄຂບັນຫານີ້ໄດ້ແນວໃດ? (ໂດຍການຊອກຫາ ແລະ ການສະແຫວງຫາຄວາມຈິງ.) ພວກເຈົ້າທຸກຄົນຈະສາມາດເວົ້າກ່ຽວກັບແນວຄິດກວ້າງໆຂອງການສະແຫວງຫາຄວາມຈິງໄດ້ບໍ່ຫຼາຍກໍໜ້ອຍ ແລະ ພວກເຈົ້າທຸກຄົນຈະຮັບຮູ້ມັນໄດ້. ເມື່ອປະສົບກັບບັນຫາ, ເຈົ້າຕ້ອງສະແຫວງຫາຄວາມຈິງກ່ອນ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດແມ່ນສາມາດຖືກແກ້ໄຂໂດຍການສະແຫວງຫາ, ການເຂົ້າໃຈ ແລະ ການຮັບເອົາຄວາມຈິງເທົ່ານັ້ນ. ຫຼັງຈາກການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເທົ່ານັ້ນ, ຄົນຈຶ່ງຜະເຊີນກັບຄວາມປິຕິຍິນດີ, ຄວາມສະຫງົບສຸກ, ຄວາມສະບາຍໃຈ ແລະ ຄວາມສຸກທີ່ແທ້ຈິງ ແລະ ໃນຕອນນັ້ນເອງ ພວກເຂົາຈຶ່ງສາມາດມາຢູ່ຕໍ່ໜ້າພຣະເຈົ້າຢ່າງແທ້ຈິງ. ສິ່ງນີ້ແກ້ໄຂບັນຫາຈາກຮາກເງົ້າເລີຍ. ຕອນນີ້, ຄົນໆໜຶ່ງຄວນຈັດການແນວໃດກ່ຽວກັບການສະແຫວງຫາຄວາມຈິງ? ແມ່ນຫຍັງຄືສິ່ງສະເພາະທີ່ກ່ຽວຂ້ອງ? ຜູ້ໃດສາມາດອະທິບາຍໄດ້? (ເມື່ອເຈົ້າຮູ້ສຶກວ່າເຈົ້າກຳລັງຄິດ ຫຼື ສະແຫວງຫາສະຖານະ ແລະ ຊື່ສຽງຢ່າງຫ້າວຫັນ, ບໍ່ເມິນເສີຍຄວາມຄິດ ແລະ ພຶດຕິກຳເຫຼົ່ານີ້. ພະຍາຍາມເຂົ້າໃຈພວກມັນ ແລະ ວິເຄາະພວກມັນຕາມພຣະທຳຂອງພຣະເຈົ້າ. ຮັບຮູ້ວ່ານີ້ຄືຄວາມເສຍຫາຍທີ່ເກີດຂຶ້ນຕໍ່ມະນຸດໂດຍອຸປະນິໄສທີ່ຊົ່ວຮ້າຍ ແລະ ເສື່ອມຊາມ. ຮັບຮູ້ເສັ້ນທາງທີ່ບໍ່ຖືກຕ້ອງທີ່ເຈົ້າຍ່າງຕາມ ແລະ ຈາກນັ້ນກໍກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ອະທິຖານຫາພຣະເຈົ້າ ແລະ ເພິ່ງພາພຣະອົງເພື່ອທຳລາຍໂສ້ນີ້ທີ່ຊາຕານໃຊ້ເພື່ອຜູກມັດມະນຸດ.) (ສ່ວນສຳຄັນທີ່ສຸດຄືການຮັບຮູ້ມຸມມອງທີ່ຜິດພາດທີ່ເຈົ້າແອບມີກ່ຽວກັບສິ່ງທີ່ເຈົ້າຄວນສະແຫວງຫາ, ການເຂົ້າໃຈຄວາມເສຍຫາຍທີ່ອຸປະນິໄສທີ່ຊົ່ວຮ້າຍ ແລະ ເສື່ອມຊາມເຮັດໃຫ້ເກີດກັບຜູ້ຄົນ ແລະ ການປ່ຽນແປງມຸມມອງຂອງເຈົ້າກ່ຽວກັບສິ່ງຕ່າງໆ. ຈາກນັ້ນເຈົ້າຕ້ອງມາຢູ່ຕໍ່ໜ້າພຣະເຈົ້າໃນການອະທິຖານຫຼາຍຂຶ້ນ, ຍັບເຂົ້າໃກ້ພຣະອົງຫຼາຍຂຶ້ນ ແລະ ຄ່ອຍໆສ້າງຄວາມສຳພັນທີ່ປົກກະຕິກັບພຣະອົງ.) ມີຫຍັງອີກ? (ໃນບາງຄັ້ງເຈົ້າຮູ້ສຶກອ່ອນແອ ແລະ ຄິດລົບ ແລະ ບໍ່ສາມາດລະບຸສາເຫດ ຫຼື ອຸປະນິໄສເສື່ອມຊາມທີ່ເຮັດໃຫ້ເກີດຄວາມຮູ້ສຶກເຫຼົ່ານັ້ນ, ເຈົ້າຄວນອະທິຖານຫາພຣະເຈົ້າກ່ອນ ແລະ ຂໍໃຫ້ພຣະອົງສ່ອງແສງສະຫວ່າງແກ່ເຈົ້າ. ເຈົ້າຍັງສາມາດເປີດເຜີຍຕົນເອງຕໍ່ໜ້າອ້າຍເອື້ອຍນ້ອງບາງຄົນ ແລະ ໂອ້ລົມກັບພວກເຂົາ. ໂດຍການໄດ້ຍິນການໂອ້ລົມຂອງພວກເຂົາກ່ຽວກັບປະສົບການຂອງພວກເຂົາ, ເຈົ້າຈຶ່ງສາມາດຊີ້ແຈງຄວາມເຂົ້າໃຈຂອງເຈົ້າກ່ຽວກັບສະພາວະນີ້, ເຊິ່ງຫຼັງຈາກນັ້ນ ເຈົ້າກໍຄວນຊອກຫາຂໍ້ຄວາມທີ່ກ່ຽວຂ້ອງໃນພຣະທຳຂອງພຣະເຈົ້າເພື່ອແກ້ໄຂມັນ.) ເວົ້າຕໍ່ໄປເລີຍ. (ເມື່ອບາງສິ່ງບໍ່ໄດ້ເປັນໄປຕາມວິທີທີ່ເຈົ້າຕ້ອງການໃຫ້ມັນເປັນ, ຖ້າເຈົ້າແຍກແຍະຢູ່ສະເໝີ, ວິເຄາະວ່າຜູ້ໃດຖືກ ແລະ ຜູ້ໃດຜິດ, ຈາກນັ້ນໃນເວລາເຫຼົ່ານີ້ ເຈົ້າຄວນສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ຍອມຕໍ່ສະຖານະການ, ອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຈາກພຣະເຈົ້າດ້ວຍຄວາມເຊື່ອໃນອຳນາດສູງສຸດຂອງພຣະອົງ. ຈາກນັ້ນພຣະເຈົ້າຈະສ່ອງແສງສະຫວ່າງໃຫ້ເຈົ້າ ແລະ ເຮັດໃຫ້ເຈົ້າສາມາດເຂົ້າໃຈຄວາມປະສົງຂອງພຣະອົງ. ຈາກນັ້ນເມື່ອເຈົ້າກວດສອບສະຖານະການຄືນໃໝ່, ເຈົ້າກໍຈະເຂົ້າໃຈວ່າເຈົ້າກຳລັງເປີດເຜີຍຄວາມເສື່ອມຊາມປະເພດໃດ ແລະ ຄວາມປະສົງຂອງພຣະເຈົ້າແມ່ນຫຍັງ. ນີ້ແມ່ນວິທີການທີ່ຂ້ານ້ອຍເຂົ້າສູ່ຄວາມຈິງ.) ພວກເຈົ້າທຸກຄົນຈຳເປັນຕ້ອງຝຶກໂອ້ລົມກ່ຽວກັບຄວາມຈິງ, ແບ່ງປັນຄວາມຮູ້, ປະສົບການ ແລະ ແນວຄິດຂອງພວກເຈົ້າ ແລະ ຮຽນຮູ້ວິທີການເປີດເຜີຍຕົນເອງໃນການໂອ້ລົມ. ຖ້າເຈົ້າເຮັດໄດ້, ເຈົ້າຈະໄດ້ຮັບຫຼາຍຂຶ້ນເລື້ອຍໆ ແລະ ເຂົ້າໃຈຫຼາຍຂຶ້ນເລື້ອຍໆ. ພວກເຈົ້າບາງຄົນພຽງແຕ່ແບ່ງປັນປະສົບການສ່ວນຕົວ ແລະ ຄວາມຮູ້ຂອງພວກເຈົ້າ ແລະ ພວກເຈົ້າແຕ່ລະຄົນມີບາງຢ່າງທີ່ແຕກຕ່າງໃຫ້ເວົ້າ. ດີຫຼາຍ, ພວກເຈົ້າທຸກຄົນໄດ້ແບ່ງປັນບາງສິ່ງທີ່ເປັນຈິງຫຼາຍ. ຫຼັງຈາກທີ່ໄດ້ຮັບຟັງການໂອ້ລົມຂອງພວກເຈົ້າ, ເຮົາສາມາດເຫັນໄດ້ວ່າພວກເຈົ້າທຸກຄົນໄດ້ເຕີບໃຫຍ່ ແລະ ມີການເຂົ້າສູ່ຊີວິດພໍສົມຄວນຕະຫຼອດສອງສາມປີຜ່ານມາທີ່ປະຕິບັດໜ້າທີ່ຂອງພວກເຈົ້າ. ເຈົ້າມີຄວາມຮູ້ ແລະ ປະສົບການບາງຢ່າງກ່ຽວກັບເລື່ອງຄວາມເຊື່ອໃນພຣະເຈົ້າ, ບໍ່ແມ່ນພຽງຖ້ອຍຄຳງ່າຍໆ ແລະ ເຈົ້າໄດ້ວາງຮາກສ້າງພື້ນຖານແລ້ວ. ນີ້ຄືສິ່ງທີ່ດີເລີດ. ມັນເບິ່ງຄືກັບວ່າການເຊື່ອໃນພຣະເຈົ້າບໍ່ແມ່ນເລື່ອງຍາກ: ຕາບໃດທີ່ຄົນໆໜຶ່ງຈິງໃຈ, ຮັບຟັງພຣະທຳຂອງພຣະເຈົ້າ ແລະ ເຮັດແມ່ນຫຍັງກໍຕາມທີ່ພຣະເຈົ້າເວົ້າ ແລະ ຕາບໃດທີ່ພວກເຂົາສາມາດປະຕິບັດຄວາມຈິງ, ພວກເຂົາກໍຈະສາມາດປະຕິບັດຕາມການຮຽກຮ້ອງຂອງພຣະເຈົ້າ. ໂດຍສະຫຼຸບແລ້ວ ມີຂໍ້ແທ້ຈິງໜຶ່ງຂໍ້ທີ່ເຈົ້າຄວນເຂົ້າໃຈໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າເໜືອຂໍ້ແທ້ຈິງອື່ນໆ: ຄວາມເຊື່ອໃນພຣະເຈົ້າບໍ່ພຽງແຕ່ໝາຍເຖິງການເຊື່ອໃນນາມຂອງພຣະເຈົ້າ, ແຮງໄກທີ່ຈະເປັນການເຊື່ອໃນພຣະເຈົ້າທີ່ເລືອນລອຍໃນຈິນຕະນາການຂອງເຈົ້າ. ການເຊື່ອໃນພຣະເຈົ້າໝາຍຄວາມວ່າເຈົ້າຕ້ອງເຊື່ອວ່າພຣະເຈົ້າເປັນຈິງ; ເຈົ້າຄວນເຊື່ອໃນແກ່ນແທ້ຂອງພຣະເຈົ້າ, ໃນອຸປະນິໄສຂອງພຣະອົງ ແລະ ໃນສິ່ງທີ່ພຣະອົງມີ ແລະ ເປັນ; ເຈົ້າຕ້ອງເຊື່ອໃນຂໍ້ແທ້ຈິງທີ່ວ່າພຣະເຈົ້າປົກຄອງເໜືອໂຊກຊະຕາຂອງມະນຸດຊາດ ແລະ ພຣະອົງປົກຄອງໂຊກຊະຕາຂອງເຈົ້າ. ແລ້ວການເຊື່ອໝາຍຄວາມວ່າແນວໃດ? ມັນບໍ່ໄດ້ໝາຍຄວາມວ່າຄົນຈຳເປັນຕ້ອງໃຫ້ການຮ່ວມມື ແລະ ນໍາມັນໄປປະຕິບັດແທ້ໆບໍ? ຕົວຢ່າງ: ເມື່ອບາງຄົນພົບພໍ້ກັບສະຖານະການທີ່ບໍ່ເພິ່ງປະສົງ, ພວກເຂົາຈະເລີ່ມຈົ່ມຕໍ່ວ່າ ແລະ ກ່າວໂທດຄົນອື່ນ. ພວກເຂົາຈະບໍ່ພິຈາລະນາຈັກເທື່ອວ່າພວກເຂົາອາດນໍາມັນມາສູ່ພວກເຂົາເອງ ແລະ ໂຍນຄວາມຮັບຜິດຊອບໄປໃຫ້ຄົນອື່ນແທນຢູ່ສະເໝີ. ຈາກນັ້ນພວກເຂົາກໍຮູ້ສຶກພໍໃຈ ແລະ ສະບາຍໃຈ ແລະ ພວກເຂົາຄິດວ່າ “ບັນຫາໄດ້ຮັບການແກ້ໄຂແລ້ວ. ການເຊື່ອໃນພຣະເຈົ້າແບບນີ້ແມ່ນໜ້າຍິນດີ ແລະ ງ່າຍຫຼາຍ!” ເຈົ້າຄິດແນວໃດກ່ຽວກັບວິທີການໃນການແກ້ໄຂບັນຫາແບບນີ້? ຄົນໆໜຶ່ງສາມາດຮັບຄວາມຈິງໂດຍການປະຕິບັດໃນລັກສະນະນີ້ບໍ? ມັນສະແດງເຖິງທ່າທີແຫ່ງຄວາມເຊື່ອຟັງຕໍ່ພຣະເຈົ້າບໍ? ຄົນດັ່ງກ່າວເຊື່ອໃນພຣະເຈົ້າດ້ວຍທັດສະນະຫຍັງ ແລະ ດ້ວຍວິທີການຫຍັງ? ພວກເຂົາໄດ້ນໍາໃຊ້ຄຳເວົ້າທີ່ວ່າ “ພຣະເຈົ້າປົກຄອງໂຊກຊະຕາຂອງມະນຸດຊາດ, ທຸກສິ່ງ ແລະ ທຸກເຫດການແມ່ນຢູ່ໃນກໍາມືຂອງພຣະອົງ” ໃນຊີວິດປະຈຳວັນຂອງພວກເຂົາບໍ? ເມື່ອພວກເຂົາວິເຄາະບັນຫາໂດຍໃຊ້ຄວາມຄິດຂອງມະນຸດ, ເມື່ອພວກເຂົານໍາສະເໜີບັນຫາໂດຍໃຊ້ວິທີການຂອງມະນຸດ, ພວກເຂົາກຳລັງເຊື່ອໃນອຳນາດສູງສຸດຂອງພຣະເຈົ້າບໍ? ພວກເຂົາກຳລັງຍອມອ່ອນນ້ອມຕໍ່ອຳນາດອະທິປະໄຕຂອງພຣະເຈົ້າ ແລະ ການຈັດແຈງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆບໍ? ບໍ່ແມ່ນຢ່າງແນ່ນອນ. ຢ່າງທຳອິດ, ພວກເຂົາບໍ່ຍອມອ່ອນນ້ອມ; ສິ່ງນີ້ຄືຂໍ້ຜິດພາດແລ້ວ. ຢ່າງທີສອງ ພວກເຂົາບໍ່ສາມາດຍອມຮັບສະຖານະການ, ຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະເຈົ້າຈັດແຈງສຳລັບພວກເຂົາຈາກພຣະອົງ; ພວກເຂົາບໍ່ເບິ່ງຂ້າມສິ່ງພາຍນອກ. ພວກເຂົາພຽງແຕ່ເບິ່ງວ່າສະຖານະການປາກົດຂຶ້ນແນວໃດຈາກພາຍນອກກ່ອນ ແລ້ວກໍວິເຄາະມັນໂດຍໃຊ້ຄວາມຄິດແບບມະນຸດຂອງພວກເຂົາ ແລະ ພະຍາຍາມແກ້ໄຂມັນດ້ວຍວິທີການຂອງມະນຸດ. ສິ່ງນີ້ບໍ່ແມ່ນອີກຂໍ້ຜິດພາດໜຶ່ງບໍ? ມັນເປັນຄວາມຜິດພາດທີ່ໃຫຍ່ຫຼວງບໍ? (ແມ່ນ). ມັນເປັນແນວນັ້ນໄດ້ແນວໃດ? ພວກເຂົາບໍ່ເຊື່ອວ່າທຸກສິ່ງຖືກປົກຄອງໂດຍພຣະເຈົ້າ. ພວກເຂົາຄິດວ່າທຸກສິ່ງເກີດຂຶ້ນຕາມເວນຕາມກຳ. ໃນສາຍຕາຂອງພວກເຂົາ, ບໍ່ມີແມ່ນແຕ່ສິ່ງດຽວທີ່ຖືກປົກຄອງໂດຍພຣະເຈົ້າ ແລະ ສິ່ງສ່ວນໃຫຍ່ເກີດຂຶ້ນຍ້ອນການກະທຳຂອງມະນຸດ. ນີ້ແມ່ນການເຊື່ອໃນພຣະເຈົ້າບໍ? ພວກເຂົາມີຄວາມເຊື່ອທີ່ແທ້ຈິງບໍ? (ບໍ່.) ເປັນຫຍັງຈຶ່ງບໍ່? ພວກເຂົາບໍ່ເຊື່ອວ່າພຣະເຈົ້າປົກຄອງເໜືອທຸກສິ່ງ. ພວກເຂົາບໍ່ເຊື່ອວ່າພຣະເຈົ້າປົກຄອງເໜືອທຸກເລື່ອງ ແລະ ວັດຖຸທຸກຢ່າງ, ພຣະເຈົ້າປົກຄອງເໜືອສະຖານະການທັງໝົດ. ຖ້າສິ່ງໃດບໍ່ເປັນໄດ້ຕາມທີ່ພວກເຂົາຈິນຕະນາການ, ພວກເຂົາກໍບໍ່ສາມາດຮັບມັນຈາກພຣະເຈົ້າໄດ້. ພວກເຂົາບໍ່ເຊື່ອວ່າພຣະເຈົ້າສາມາດປັ້ນແຕ່ງສະຖານະການເຫຼົ່ານີ້ໄດ້. ເພາະພວກເຂົາບໍ່ສາມາດເຫັນພຣະເຈົ້າ, ພວກເຂົາກໍຄິດວ່າສະຖານະການເຫຼົ່ານີ້ເກີດຂຶ້ນຕາມເວນຕາມກຳ ໂດຍເປັນຜົນມາຈາກການກະທຳຂອງມະນຸດ, ແທນທີ່ຈະເປັນການປັ້ນແຕ່ງໂດຍພຣະເຈົ້າ. ພວກເຂົາບໍ່ເຊື່ອໃນອຳນາດສູງສຸດຂອງພຣະເຈົ້າ. ຈາກນັ້ນແມ່ນຫຍັງຄືແກ່ນແທ້ໃນຄວາມເຊື່ອຂອງພວກເຂົາ? (ພວກເຂົາຄືຜູ້ບໍ່ເຊື່ອ.) ຖືກຕ້ອງ, ພວກເຂົາຄືຜູ້ບໍ່ເຊື່ອ. ຜູ້ບໍ່ເຊື່ອບໍ່ໄດ້ຮັບຫຍັງຈາກພຣະເຈົ້າ. ໃນທາງກົງກັນຂ້າມ, ພວກເຂົາໃຊ້ສະໝອງຂອງພວກເຂົາຢ່າງໜັກເພື່ອພະຍາຍາມຈັດການກັບສິ່ງຕ່າງໆໂດຍໃຊ້ທັດສະນະຄະຕິ, ຄວາມຄິດ ແລະ ວິທີການຂອງມະນຸດ. ນີ້ຄືພຶດຕິກຳຂອງຜູ້ບໍ່ເຊື່ອ. ເມື່ອເຈົ້າພົບກັບຄົນປະເພດນີ້ໃນອະນາຄົດ, ເຈົ້າຄວນມີການແຍກແຍະບາງຢ່າງກ່ຽວກັບພວກເຂົາ. ຜູ້ທີ່ບໍ່ມີຄວາມເຊື່ອເກັ່ງໃນການໃຊ້ສະໝອງຂອງພວກເຂົາ ແລະ ສະເໜີແນວຄິດ ເມື່ອເກີດບັນຫາຂຶ້ນ; ພວກເຂົາສຶກສາບັນຫາຢູ່ໃນມືເລື້ອຍໆ ແລະ ພະຍາຍາມແກ້ໄຂມັນໂດຍໃຊ້ວິທີການຂອງມະນຸດ. ພວກເຂົາເບິ່ງຄົນ ແລະ ສິ່ງຕ່າງໆໂດຍໃຊ້ເຫດຜົນຂອງມະນຸດ ແລະ ປັດຊະຍາຂອງຊາຕານ ຫຼື ອີງໃສ່ກົດເກນ, ບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າຄືຄວາມຈິງ ຫຼື ອຳນາດສູງສຸດຂອງພຣະເຈົ້າຄອບຄຸມທຸກສິ່ງ. ທຸກສິ່ງທີ່ເກີດຂຶ້ນແມ່ນໄດ້ຮັບອະນຸຍາດຈາກພຣະເຈົ້າ, ແຕ່ຜູ້ບໍ່ເຊື່ອບໍ່ສາມາດຮັບເອົາສິ່ງເຫຼົ່ານີ້ຈາກພຣະເຈົ້າໄດ້ ແລະ ພວກເຂົາເບິ່ງສິ່ງຕ່າງໆໂດຍອີງຕາມແນວຄິດ ແລະ ຈິນຕະນາການຂອງມະນຸດຢູ່ສະເໝີ. ເຖິງແມ່ນວ່າຜູ້ເຊື່ອເວົ້າເປັນປະຈຳວ່າ ພວກເຂົາເຊື່ອວ່າໂຊກຊະຕາຂອງຄົນໆໜຶ່ງແມ່ນຢູ່ໃນມືຂອງພຣະເຈົ້າ ແລະ ພວກເຂົາເຕັມໃຈທີ່ຈະຍອມຕໍ່ອຳນາດສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາແທ້ໆ, ພວກເຂົາກໍບໍ່ສາມາດຮັບເອົາສິ່ງເຫຼົ່ານັ້ນຈາກພຣະເຈົ້າໄດ້ ແລະ ພວກເຂົາເລີ່ມມີແນວຄິດຕ່າງໆກ່ຽວກັບພຣະເຈົ້າ. ນີ້ຄືພຶດຕິກຳຂອງຜູ້ບໍ່ເຊື່ອ. ມີຄົນແບບນີ້ໃນຊີວິດຂອງພວກເຈົ້າບໍ? ພວກເຈົ້າເອງເຄີຍປະພຶດໃນລັກສະນະນີ້ບໍ? (ແມ່ນແລ້ວ.) ພວກເຈົ້າປະພຶດຄືກັບຜູ້ບໍ່ເຊື່ອ, ແຕ່ພວກເຈົ້າເປັນຜູ້ບໍ່ເຊື່ອແທ້ໆບໍ? ພວກເຈົ້າເຊື່ອບໍວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ? ພວກເຈົ້າຮັບຮູ້ຂໍ້ແທ້ຈິງທີ່ວ່າທຸກຄົນ, ທຸກເລື່ອງ, ທຸກສິ່ງ ແລະ ທຸກສະຖານະການແມ່ນຢູ່ໃນມືຂອງພຣະເຈົ້າບໍ? ພວກເຈົ້າສາມາດຮັບຫຼາຍສໍ່າໃດຈາກພຣະເຈົ້າ? ພວກເຈົ້າໄດ້ແກ້ໄຂເທົ່າໃດເລື່ອງໂດຍໃຊ້ວິທີການຂອງມະນຸດ? ແລ້ວເຈົ້າໃຊ້ຊີວິດຕາມອຸປະນິໄສທີ່ເສື່ອມຊາມຢູ່ເລື້ອຍໆບໍ? ເຈົ້າສາມາດຍອມຕໍ່ພຣະເຈົ້າຢູ່ເລື້ອຍໆບໍ? ໃຫ້ຕຶກຕອງກ່ຽວກັບຄຳຖາມເຫຼົ່ານີ້, ພວກເຈົ້າຈະຮູ້ຄຳຖາມຕໍ່ຄຳຖາມເຫຼົ່ານັ້ນໃນຫົວໃຈຂອງພວກເຈົ້າຢ່າງແນ່ນອນ. ມັນງ່າຍບໍທີ່ຈະຮັບສິ່ງຕ່າງໆຈາກພຣະເຈົ້າ? (ມັນຈະມີຄວາມດິ້ນຮົນພາຍໃນ.) ມັນເປັນຈິງທີ່ຈະມີຄວາມດິ້ນຮົນ, ແຕ່ແມ່ນຫຍັງຄືຜົນຮັບຂອງຄວາມດິ້ນຮົນນັ້ນ? ມັນຄືຄວາມສຳເລັດ ຫຼື ຄວາມລົ້ມເຫຼວ? (ບາງຄັ້ງກໍເປັນຄວາມລົ້ມເຫຼວ, ບາງຄັ້ງກໍເປັນຄວາມສຳເລັດ.) ຖ້າມັນເປັນການແຍກເອົາເທົ່າກັນ, ແລ້ວກໍຍັງມີຄວາມຫວັງສຳລັບພວກເຈົ້າ, ແຕ່ຖ້າພວກເຈົ້າລົ້ມເຫຼວຢູ່ເລື້ອຍໆ ແລະ ບໍ່ຄ່ອຍສຳເລັດ, ມັນກໍພິສູດວ່າເຈົ້າບໍ່ແມ່ນຄົນທີ່ຮັກຄວາມຈິງ. ຄວາມລົ້ມເຫຼວເປັນເລື່ອງປົກກະຕິ, ຢ່າຢ້ານຄວາມລົ້ມເຫຼວ, ຢ່າທໍ້ໃຈ, ຢ່າຄິດລົບ ຫຼື ຍອມຈຳນົນ ແລະ ພະຍາຍາມໃຫ້ໜັກຢູ່ເລື້ອຍໆ. ຄວາມລົ້ມເຫຼວບໍ່ແມ່ນສິ່ງທີ່ບໍ່ດີ; ຢ່າງໜ້ອຍທີ່ສຸດ, ຄົນສາມາດໄດ້ປະໂຫຍດຈາກຄວາມລົ້ມເຫຼວ, ເຊິ່ງເປັນສິ່ງທີ່ດີ!

ຂະບວນການທີ່ຄົນຮັບເອົາຄວາມຈິງແມ່ນເປັນຄືກັບນັກຮົບກ້າຫານທີ່ກ້າວຂາສູ່ສະໜາມຮົບ, ພ້ອມທີ່ຈະຕໍ່ສູ້ສັດຕູທຸກຮູບແບບໃນທຸກຊ່ວງເວລາ. ສັດຕູຂອງຄົນທີ່ສະແຫວງຫາຄວາມຈິງຄືຫຼາກຫຼາຍອຸປະນິໄສທີ່ເສື່ອມຊາມຂອງຊາຕານ. ຄົນເຫຼົ່ານີ້ກໍາລັງຕໍ່ສູ້ກັບເນື້ອໜັງທີ່ເສື່ອມຊາມຂອງພວກເຂົາ; ໃນແກ່ນແທ້ນັ້ນ, ພວກເຂົາກຳລັງສູ້ຮົບກັບຊາຕານ. ແລ້ວຈະໃຊ້ອາວຸດຫຍັງເພື່ອຕໍ່ສູ້ກັບຊາຕານ? ແນ່ນອນ, ມັນຄືຄວາມຈິງ, ມັນຄືການຕິດຕາມພຣະທຳຂອງພຣະເຈົ້າ. ເພື່ອປາບຊາຕານ, ຄົນໆໜຶ່ງຕ້ອງປະຕິບັດແງ່ມຸມໃດຂອງຄວາມຈິງກ່ອນ? ມັນຄືການຍອມຕໍ່ພຣະເຈົ້າ, ພຣະທຳຂອງພຣະອົງ ແລະ ຄວາມຈິງ. ນີ້ຄືບົດຮຽນທີ່ຄົນໆໜຶ່ງຕ້ອງເຂົ້າໃຫ້ເຖິງກ່ອນເມື່ອສູ້ຮົບກັບຊາຕານ. ຖ້າເຈົ້າບໍ່ສາມາດຮັບເອົາສິ່ງຕ່າງໆທີ່ເກີດຂຶ້ນກັບເຈົ້າຈາກພຣະເຈົ້າ, ເຈົ້າຈະບໍ່ສາມາດຍອມຕໍ່ໜ້າພຣະເຈົ້າ ແລະ ສະນັ້ນເຈົ້າຈະບໍ່ສາມາດສະຫງົບຕົນເອງຕໍ່ໜ້າພຣະເຈົ້າເພື່ອອະທິຖານ ຫຼື ສະແຫວງຫາຄວາມຈິງ. ຖ້າເຈົ້າບໍ່ສາມາດອະທິຖານຫາພຣະເຈົ້າ ຫຼື ສະແຫວງຫາຄວາມຈິງ, ເຈົ້າຈະບໍ່ເຂົ້າໃຈຄວາມຈິງ ຫຼື ເປັນຫຍັງພຣະເຈົ້າຈຶ່ງຈະວາງເຈົ້າໃນສະຖານະການເຫຼົ່ານັ້ນ, ກັບຄົນ, ເລື່ອງ ແລະ ສິ່ງເຫຼົ່ານັ້ນ, ເຈົ້າຈະກິ້ງເກືອກໃນຄວາມສັບສົນ. ຖ້າເຈົ້າບໍ່ສາມາດສະແຫວງຫາຄວາມຈິງ, ເຈົ້າບໍ່ສາມາດເອົາຊະນະອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ໂດຍການເອົາຊະນະອຸປະນິໄສທີ່ເສື່ອມຊາມຂອງເຈົ້າ ແລະ ເນື້ອໜັງທີ່ເສື່ອມຊາມຂອງເຈົ້າເທົ່ານັ້ນ, ເຈົ້າຈຶ່ງຈະເຮັດໃຫ້ຊາຕານມານຮ້າຍໃນໂລກຝ່າຍວິນຍານນັ້ນອັບອາຍ. ການສູ້ຮົບກັບຊາຕານແມ່ນຂຶ້ນກັບການສະແຫວງຫາຄວາມຈິງເປັນສ່ວນໃຫຍ່; ຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ, ແລ້ວບັນຫາ ຫຼື ແນວຄິດໃດໜຶ່ງທີ່ເກີດຂຶ້ນໃນຕົວເຈົ້າກໍສາມາດເຮັດໃຫ້ເຈົ້າອ່ອນແອ ແລະ ຄິດລົບ. ຖ້າການສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ໄດ້ຮັບການແກ້ໄຂຈັກເທື່ອ, ເຈົ້າມີແນວໂນ້ມທີ່ຈະລົ້ມລົງ ແລະ ລົ້ມເຫຼວ ແລະ ມັນຈະຍາກສຳລັບເຈົ້າທີ່ຈະລຸກຂຶ້ນອີກຄັ້ງ. ບາງຄົນສະດຸດເມື່ອພວກເຂົາພົບພໍ້ກັບການລໍ້ລວງ, ບາງຄົນເລີ່ມຄິດລົບ ເມື່ອປະສົບກັບຄວາມເຈັບປ່ວຍທີ່ເຈັບປວດ ແລະ ບາງຄົນລົ້ມໜ້າຄວໍ້າ ເມື່ອພົບກັບການທົດລອງ. ສິ່ງເຫຼົ່ານີ້ຄືຜົນຕາມມາຂອງການສະແຫວງຫາຄວາມຈິງຈັກເທື່ອ ແລະ ການບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມທີ່ຄົນໆໜຶ່ງເປີດເຜີຍ. ພວກເຈົ້າຄິດແນວໃດ: ອຸປະນິໄສທີ່ຊົ່ວຮ້າຍສ້າງບັນຫາຫຼາຍຢ່າງໃຫ້ຜູ້ຄົນບໍ? (ແມ່ນແລ້ວ.) ມີບັນຫາຫຼາຍສໍ່າໃດ? (ພວກມັນຂັດຂວາງຜູ້ຄົນບໍ່ໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ເຮັດໃຫ້ພວກເຂົາບໍ່ສາມາດຍອມຕໍ່ພຣະເຈົ້າ.) ຖ້າຄົນບໍ່ສາມາດຍອມຕໍ່ພຣະເຈົ້າ, ພວກເຂົາຈະດຳລົງຊີວິດຕາມຫຍັງ? (ພວກເຂົາຈະດຳລົງຊີວິດຕາມອຸປະນິໄສທີ່ຊົ່ວຮ້າຍ ແລະ ເສື່ອມຊາມ.) ເມື່ອຄົນດຳລົງຊີວິດຕາມອຸປະນິໄສທີ່ຊົ່ວຮ້າຍ ແລະ ເສື່ອມຊາມ, ພວກເຂົາມັກຈະເປີດເຜີຍແນວຄິດ ແລະ ເລີ່ມຫົວຮ້ອນ. ຕົວຢ່າງ: ຖ້າເຈົ້າເຮັດບາງສິ່ງທີ່ບໍ່ຖືກຕ້ອງ ແລະ ອ້າຍເອື້ອຍນ້ອງເປີດໂປງເຈົ້າ ຫຼື ຈັດການກັບເຈົ້າ, ເຈົ້າຄວນຍອມຕໍ່ພຣະເຈົ້າ ແລະ ສະແຫວງຫາຄວາມຈິງແນວໃດ? ມີບົດຮຽນໃຫ້ຮຽນຮູ້ໃນບ່ອນນີ້. ບາງທີເຈົ້າເລີ່ມຕຶກຕອງກ່ຽວກັບສິ່ງນີ້ໂດຍຄິດວ່າ: “ຄົນນັ້ນດູຖູກຂ້ອຍເປັນປະຈຳ ແລະ ໃນເວລານີ້ພວກເຂົາໄດ້ພົບເຫັນບາງສິ່ງເພື່ອໃຊ້ຕໍ່ຕ້ານຂ້ອຍ. ພວກເຂົາກຳລັງແນເປົ້າໃສ່ຂ້ອຍ, ສະນັ້ນຂ້ອຍຈະບໍ່ຫຼິ້ນດີໆ. ຂ້ອຍຕ້ອງບໍ່ຖືກກໍ່ກວນ!” ນີ້ບໍ່ແມ່ນຄວາມຫົວຮ້ອນບໍ? (ແມ່ນແລ້ວ.) ແມ່ນຫຍັງຄືຄວາມຫົວຮ້ອນ? (ມັນເປັນເວລາທີ່ອຸປະນິໄສທີ່ຊົ່ວຮ້າຍຂອງຄົນໆໜຶ່ງເລີ່ມອອກມາ ເມື່ອຄວາມສົນໃຈຂອງພວກເຂົາຖືກທຳຮ້າຍ ຫຼື ກຽດສັກສີ ແລະ ສະຖານະຂອງພວກເຂົາໄດ້ຮັບຄວາມເສຍຫາຍ ແລະ ພວກເຂົາບາງສິ່ງທີ່ ຫຼື ເຮັດບາງສິ່ງຢ່າງຫຸນຫັນ. ນັ້ນຄືຄວາມເຂົ້າໃຈຂອງຂ້ອຍກ່ຽວກັບຄວາມໝາຍຂອງຄວາມຫົວຮ້ອນ.) ຄວາມເຂົ້າໃຈນັ້ນມີພື້ນຖານທີ່ຖືກຕ້ອງ. ຜູ້ໃດສາມາດສາມາດເພີ່ມເຕີມໃນສິ່ງນັ້ນແດ່? (ເມື່ອບາງສິ່ງເກີດຂຶ້ນກັບຄົນໆໜຶ່ງ ແລະ ພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ເປີດເຜີຍສິ່ງເຫຼົ່ານັ້ນທີ່ມີຢູ່ພາຍໃນພວກເຂົາໂດຍທຳມະຊາດແທນ, ນັ້ນຄືຄວາມຫົວຮ້ອນ.) ຄຳວ່າ “ໂດຍທຳມະຊາດ” ທີ່ລາວໃຊ້ແມ່ນເໝາະສົມຫຼາຍ. ຫຼັງຈາກທີ່ຄົນຖືກຊາຕານເຮັດໃຫ້ເສື່ອມຊາມ, ເມື່ອອຸປະນິໄສທີ່ເປັນທຳມະຊາດທີ່ສຸດ ແລະ ດັ້ງເດີມທີ່ສຸດຂອງພວກເຂົາທີ່ມາຈາກຮາກເງົ້າຂອງພວກເຂົາແທ້ໆຖືກເປີດໂປງ, ມັນແມ່ນຖືກເອີ້ນວ່າຄວາມຫົວຮ້ອນ. ມັນເປັນສິ່ງທີ່ບໍ່ຜ່ານຄວາມຄິດ, ການປະມວນຜົນທາງຈິດ, ການຕຶກຕອງ ຫຼື ການຈັດຄວາມຄິດ, ແຕ່ປາກົດອອກມາເລີຍ. ນັ້ນຄືຄວາມຫົວຮ້ອນ. ຄວາມຫົວຮ້ອນແມ່ນສິ່ງທີ່ສະແດງອອກຈາກຄົນທີ່ໃຊ້ຊີວິດພາຍໃນອຸປະນິໄສທີ່ເສື່ອມຊາມ. ສະນັ້ນເປັນຫຍັງສິ່ງທີ່ສະແດງອອກມາຢ່າງເປັນທຳມະຊາດຈາກທຳມະຊາດຂອງມະນຸດຈຶ່ງບໍ່ສອດຄ່ອງກັບຄວາມຈິງ? ເປັນຫຍັງຄົນຈຶ່ງເປີດເຜີຍຄວາມຫົວຮ້ອນ? ແມ່ນຫຍັງຄືເຫດຜົນ? ມັນເກີດຂຶ້ນຈາກທຳມະຊາດທີ່ຊົ່ວຮ້າຍຂອງມະນຸດ. ອຸປະນິໄສໂດຍກຳເນີດຂອງມະນຸດເປັນມາຈາກຄວາມຫົວຮ້ອນ. ເມື່ອເກີດຄວາມເສຍຫາຍກັບຜົນປະໂຫຍດ, ຄວາມທະນົງຕົວ ຫຼື ຄວາມພາກພູມໃຈຂອງຄົນໆໜຶ່ງ, ຖ້າພວກເຂົາບໍ່ເຂົ້າໃຈຄວາມຈິງ ຫຼື ມີຄວາມເປັນຈິງແຫ່ງຄວາມຈິງ, ພວກເຂົາຈະປ່ອຍໃຫ້ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາສັ່ງການການທີ່ພວກເຂົາປະຕິບັດຕໍ່ຄວາມເສຍຫາຍນັ້ນ ແລະ ພວກເຂົາຈະຫຸນຫັນ ແລະ ເຮັດຢ່າງໃຈຮ້ອນ. ຈາກນັ້ນສິ່ງທີ່ພວກເຂົາສຳແດງອອກ ແລະ ເປີດເຜີຍແມ່ນຄວາມຫົວຮ້ອນ. ຄວາມຫົວຮ້ອນເປັນສິ່ງທີ່ດີ ຫຼື ສິ່ງທີ່ບໍ່ດີ? ມັນເປັນສິ່ງທີ່ບໍ່ດີຢ່າງຊັດເຈນ. ການໃຫ້ຄົນໃຊ້ຊີວິດໃນລັກສະນະທີ່ຫົວຮ້ອນບໍ່ເປັນສິ່ງທີ່ດີ; ມັນມີແນວໂນ້ມທີ່ຈະກໍ່ໃຫ້ເກີດໄພພິບັດ. ຖ້າຄວາມຫົວຮ້ອນ ແລະ ຄວາມເສື່ອມຊາມຂອງຄົນໆໜຶ່ງຖືກເປີດໂປງເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ນັ້ນຄືຄົນທີ່ສະແຫວງຫາຄວາມຈິງ ແລະ ເຊື່ອຟັງພຣະເຈົ້າບໍ? ເຫັນໄດ້ຢ່າງຊັດເຈນວ່າມັນແນ່ນອນທີ່ຄົນແບບນັ້ນຈະບໍ່ເຊື່ອຟັງພຣະເຈົ້າ. ແຕ່ສຳລັບຫຼາກຫຼາຍຄົນ, ເຫດການ, ສິ່ງຕ່າງໆ ແລະ ສະພາບແວດລ້ອມທີ່ພຣະເຈົ້າຈັດແຈງໃຫ້ຜູ້ຄົນ, ຖ້າຄົນໆໜຶ່ງບໍ່ສາມາດຍອມຮັບພວກມັນຈາກພຣະເຈົ້າ, ຈັດການກັບພວກມັນ ແລະ ແກ້ໄຂພວກມັນດ້ວຍວິທີການຂອງມະນຸດ, ແມ່ນຫຍັງຈະເປັນຜົນຕາມມາຈາກສິ່ງນັ້ນໃນທີ່ສຸດ? (ພຣະເຈົ້າຈະລັງກຽດ ແລະ ປະຕິເສດຄົນນັ້ນ.) ແລ້ວນັ້ນຈະເປັນການອົບຮົມສັ່ງສອນຜູ້ຄົນບໍ? (ບໍ່, ມັນຈະບໍ່ເປັນເຊັ່ນນັ້ນ.) ພວກເຂົາຈະບໍ່ພຽງແຕ່ລົ້ມເຫຼວໃນຊີວິດຂອງພວກເຂົາເອງ ແຕ່ຍັງຈະບໍ່ມີການອົບຮົມສັ່ງສອນໃຫ້ຄົນອື່ນ. ຍິ່ງໄປກວ່ານັ້ນ, ພວກເຂົາຈະເຮັດໃຫ້ພຣະເຈົ້າອັບອາຍ ແລະ ເຮັດໃຫ້ພຣະອົງລັງກຽດ ແລະ ປະຕິເສດພວກເຂົາ. ຄົນແບບນັ້ນໄດ້ສູນເສຍພະຍານຂອງພວກເຂົາ ແລະ ບໍ່ເປັນທີ່ຕ້ອນຮັບບໍ່ວ່າພວກເຂົາຈະໄປໃສກໍຕາມ. ຖ້າເຈົ້າເປັນສະມາຊິກໃນເຮືອນຂອງພຣະເຈົ້າ, ແຕ່ເຈົ້າຫົວຮ້ອນໃນການກະທຳຂອງເຈົ້າຢູ່ສະເໝີ, ເປີດໂປງສິ່ງທີ່ເປັນທຳມະຊາດໃນຕົວເຈົ້າຢູ່ສະເໝີ ແລະ ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງເຈົ້າຢູ່ສະເໝີ, ເຮັດສິ່ງຕ່າງໆດ້ວຍວິທີການຂອງມະນຸດ ແລະ ມີອຸປະນິໄສທີ່ເສື່ອມຊາມ ແລະ ຊົ່ວຮ້າຍ, ຜົນຕາມມາສຸດທ້າຍຈະເປັນການທີ່ເຈົ້າເຮັດຊົ່ວ ແລະ ເຈົ້າຕໍ່ຕ້ານພຣະເຈົ້າ ແລະ ຖ້າເຈົ້າຍັງບໍ່ກັບໃຈຢູ່ຕະຫຼອດເວລາ ແລະ ບໍ່ສາມາດຢຽບໃນເສັ້ນທາງຂອງການສະແຫວງຫາຄວາມຈິງ, ເຈົ້າຈະຖືກເປີດໂປງ ແລະ ໂຍນຖິ້ມ. ບັນຫາໃນການດຳລົງຊີວິດໂດຍອາໄສອຸປະນິໄສທີ່ຊົ່ວຮ້າຍ ແລະ ການບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາບໍ່ແມ່ນສິ່ງທີ່ຮ້າຍແຮງບໍ? ແງ່ມຸມໜຶ່ງຂອງບັນຫາກໍຄືຄົນໆໜຶ່ງຈະບໍ່ເຕີບໃຫຍ່ ຫຼື ປ່ຽນແປງໃນຊີວິດຂອງພວກເຂົາເອງ; ນອກຈາກນັ້ນ, ຄົນໆໜຶ່ງຈະມີອິດທິພົນຕໍ່ຄົນອື່ນໃນທາງລົບໆ. ພວກເຂົາຈະບໍ່ຮັບໃຊ້ດ້ວຍຈຸດປະສົງທີ່ດີໃນຄຣິສຕະຈັກ ແລະ ໃນເວລານັ້ນ ພວກເຂົາຈະນໍາບັນຫາທີ່ໃຫຍ່ຫຼວງມາສູ່ຄຣິສຕະຈັກ ແລະ ມາສູ່ຄົນຖືກເລືອກຂອງພຣະເຈົ້າ, ຄືກັບແມງວັນທີ່ບິນກັບໄປກັບມາເທິງໂຕະອາຫານ, ກໍ່ໃຫ້ເກີດຄວາມລັງກຽດ ແລະ ຄວາມກຽດຊັງ. ພວກເຈົ້າຕ້ອງການເປັນຄົນປະເພດນີ້ບໍ? (ບໍ່.) ດີຖ້າເປັນແນວນັ້ນ, ເຈົ້າຄວນເຮັດແນວໃດເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ອົບຮົມສັ່ງສອນຄົນອື່ນ? ບໍ່ວ່າເຈົ້າຈະເປີດເຜີຍອຸປະນິໄສທີ່ເສື່ອມຊາມຫຍັງກໍຕາມ, ເຈົ້າຕ້ອງສະຫງົບຕົນເອງລົງກ່ອນ, ຟ້າວມາຢູ່ຕໍ່ໜ້າພຣະເຈົ້າໃນຄຳອະທິຖານ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ. ເຈົ້າຕ້ອງບໍ່ສືບຕໍ່ເປີດເຜີຍຄວາມເສື່ອມຊາມໂດຍເຮັດຕາມຄວາມປະສົງ ແລະ ຄວາມຫົວຮ້ອນຂອງເຈົ້າເອງຢ່າງເດັດຂາດ. ໃນທຸກໆວິນາທີໃນທຸກໆນາທີຂອງທຸກໆມື້ໃນຊີວິດຂອງເຈົ້າ, ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ ແລະ ບໍ່ວ່າເຈົ້າຈະຄິດຫຍັງກໍຕາມ, ພຣະເຈົ້າກຳລັງພິຈາລະນາກວດສອບ ແລະ ເຝົ້າເບິ່ງເຈົ້າ. ພຣະເຈົ້າກຳລັງສັງເກດຫຍັງ? (ສິ່ງທີ່ຄົນໆໜຶ່ງຄິດ ແລະ ວິທີການທີ່ພວກເຂົາຕອບໂຕ້ເມື່ອພວກເຂົາພົບພໍ້ຜູ້ຄົນ, ເລື່ອງ ຫຼື ສິ່ງຕ່າງໆທີ່ພຣະເຈົ້າໄດ້ຈັດແຈງໃຫ້ພວກເຂົາ.) ຖືກຕ້ອງ ແລະ ແມ່ນຫຍັງຄືຈຸດປະສົງຂອງພຣະເຈົ້າໃນການສັງເກດສິ່ງເຫຼົ່ານີ້? (ເພື່ອເບິ່ງວ່າຄົນໆນີ້ເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ ຫຼື ບໍ່.) ນີ້ແມ່ນສ່ວນໜຶ່ງໃນເຫດຜົນ. ແມ່ນຫຍັງຄືເຫດຜົນຫຼັກ? ໃຫ້ຕຶກຕອງກ່ຽວກັບສິ່ງນີ້ຢ່າງຮອບຄອບ. (ເພື່ອເບິ່ງວ່າພວກເຂົາມີຫົວໃຈທີ່ສະແຫວງຫາຄວາມຈິງ ແລະ ຍອມຕໍ່ພຣະເຈົ້າ ຫຼື ບໍ່.) ບໍ່ວ່າມັນຈະເປັນການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ຫຼື ການມີຫົວໃຈທີ່ສະແຫວງຫາຄວາມຈິງ ແລະ ການຍອມຕໍ່ພຣະເຈົ້າ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ແຕະຕ້ອງຮອດຄຳຖາມກ່ຽວກັບເສັ້ນທາງທີ່ຄົນໆໜຶ່ງເລືອກຍ່າງ. ເປັນຫຍັງພຣະເຈົ້າຈຶ່ງພິຈາລະນາກວດສອບຜູ້ຄົນຢູ່ສະເໝີ? ມັນແມ່ນເພື່ອເບິ່ງວ່າເຈົ້າກຳລັງຍ່າງໃນເສັ້ນທາງປະເພດໃດ, ແມ່ນຫຍັງຄືເປົ້າໝາຍ ແລະ ທິດທາງໃນຊີວິດຂອງເຈົ້າ, ເຈົ້າໄດ້ເລືອກເສັ້ນທາງຂອງການສະແຫວງຫາຄວາມຈິງ ຫຼື ເສັ້ນທາງຂອງພວກຟາຣີຊາຍທີ່ໜ້າຊື່ໃຈຄົດ. ມັນແມ່ນເພື່ອເບິ່ງວ່າເຈົ້າຢູ່ໃນເສັ້ນທາງໃດໃນບັນດາເສັ້ນທາງເຫຼົ່ານີ້ແທ້ໆ. ຖ້າເຈົ້າໄດ້ເລືອກເສັ້ນທາງທີ່ຖືກຕ້ອງ, ພຣະເຈົ້າຈະຊີ້ນໍາເຈົ້າ, ສ່ອງແສງສະຫວ່າງໃຫ້ເຈົ້າ, ສະໜອງໃຫ້ເຈົ້າ ແລະ ສະໜັບສະໜູນເຈົ້າ. ຖ້າເຈົ້າໄດ້ເລືອກຫົນທາງທີ່ບໍ່ຖືກຕ້ອງ, ມັນກໍສະແດງວ່າເຈົ້າໄດ້ຫັນຫຼັງຂອງເຈົ້າໃສ່ພຣະເຈົ້າໂດຍສິ້ນເຊີງ, ສະນັ້ນພຣະອົງຈະປະຖິ້ມເຈົ້າໂດຍທຳມະຊາດ.

ມີຄົນທີ່ເທດສະໜາຄຳເວົ້າ ແລະ ວະລີທີ່ເປັນຫຼັກຄຳສອນ ແລະ ລະເມີດຫຼັກການແຫ່ງຄວາມຈິງໃນທຸກສິ່ງທີ່ພວກເຂົາເຮັດຢູ່ສະເໝີ, ເຖິງກັບເຮັດສິ່ງຕ່າງໆທີ່ທຳຮ້າຍຜົນປະໂຫຍດໃນເຮືອນຂອງພຣະເຈົ້າ, ແຕ່ເປັນຫຍັງພວກເຂົາຈຶ່ງບໍ່ຖືກລົງວິໄນ ຫຼື ຕິຕຽນ? ບາງຄົນບໍ່ສາມາດເຂົ້າໃຈບັນຫານີ້ໄດ້. ເຮົາຈະບອກພວກເຈົ້າວ່າ ພຣະເຈົ້າໄດ້ປະຖິ້ມຄົນເຊັ່ນນີ້ແລ້ວ. ບໍ່ວ່າຄົນໆໜຶ່ງຈະເປັນຜູ້ເຊື່ອໄດ້ເທົ່າໃດປີກໍຕາມ ຖ້າພຣະເຈົ້າຕັດສິນໃຈທີ່ຈະປະຖິ້ມຄົນນີ້, ແລ້ວນັ້ນກໍເປັນເລື່ອງທີ່ຈິງຈັງຢ່າງຮ້າຍແຮງ! ແມ່ນຫຍັງຄືຄວາມປະສົງ ແລະ ຄວາມປາດຖະໜາຂອງພຣະເຈົ້າ, ກ່ຽວກັບວ່າພຣະອົງຫວັງໃຫ້ຄົນຍ່າງໃນເສັ້ນທາງແບບໃດ? ເມື່ອພຣະເຈົ້າຈັດຄົນໃສ່ສະຖານະການໃດໜຶ່ງ, ພຣະອົງຫວັງວ່າພວກເຂົາຈະຍອມ ຫຼື ກະບົດ? ພຣະອົງຫວັງວ່າພວກເຂົາຈະສະແຫວງຫາ ແລະ ຮັບເອົາຄວາມຈິງ ຫຼື ບໍ່ສົນໃຈມັນ ແລະ ມາເຖິງຈຸດຢຸດນິ້ງ? ແມ່ນຫຍັງຄືທ່າທີ່ຂອງພຣະເຈົ້າຕໍ່ສິ່ງນີ້? ພຣະອົງຄາດຫວັງຫຍັງຈາກຜູ້ຄົນ? ພຣະອົງຫວັງວ່າພວກເຂົາຈະສາມາດຍອມ ແລະ ໃຫ້ການຮ່ວມມືກັບພາລະກິດຂອງພຣະອົງຢ່າງຫ້າວຫັນ, ບໍ່ຢູ່ຊື່ໆ, ຂີ້ຄ້ານ ຫຼື ບໍ່ສົນໃຈມັນ. ບາງຄົນບໍ່ຮ້ອນບໍ່ໜາວໃນໜ້າທີ່ຂອງພວກເຂົາ: ເມື່ອພວກເຂົາໄດ້ຮັບການມອບໝາຍໜ້າວຽກ, ພວກເຂົາຈະເຮັດມັນຕາມທີ່ພວກເຂົາເຫັນວ່າເໝາະສົມ, ແຕ່ພວກເຂົາຈະບໍ່ສະແຫວງຫາຄວາມຈິງ ຫຼື ຄວາມປະສົງຂອງພຣະເຈົ້າ. ພວກເຂົາຮູ້ສຶກວ່າບໍ່ມີຫຍັງຜິດກັບວິທີການນີ້, ຍ້ອນພວກເຂົາບໍ່ໄດ້ລະເມີດບົດບັນຍັດບໍລິຫານໃດໆ, ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ ຫຼື ລົບກວນ ຫຼື ຂັດຂວາງວຽກງານຂອງຄຣິສຕະຈັກ ແລະ ພວກເຂົາຍັງເຮັດໜ້າທີ່ຂອງພວກເຂົາ, ພວກເຂົາຮູ້ສຶກວ່າພວກເຂົາຈະບໍ່ຖືກປະນາມ. ເຈົ້າຄິດແນວໃດກ່ຽວກັບທ່າທີ່ປະເພດນີ້? (ມັນບໍ່ດີ. ມັນເປັນທ່າທີ່ທີ່ລົບໆ, ຢູ່ຊື່ໆ, ບໍ່ຮ້ອນບໍ່ໜາວ, ເຊິ່ງພຣະເຈົ້າດູຖູກ.) ແມ່ນຫຍັງຄືທ່າທີ່ທີ່ບໍ່ຮ້ອນບໍ່ໜາວ? ເປັນຫຍັງພຣະເຈົ້າຈຶ່ງດູຖູກມັນ? ແມ່ນຫຍັງຄືແກ່ນແທ້ຂອງທ່າທີ່ປະເພດນີ້? (ຂ້ານ້ອຍສາມາດແບ່ງປັນປະສົບການຂອງຂ້ານ້ອຍໜ້ອຍໜຶ່ງກ່ຽວກັບສິ່ງນີ້. ໃນໜ້າທີ່ຂອງຂ້ານ້ອຍເມື່ອບໍ່ດົນມານີ້, ຂ້ານ້ອຍເຮັດຕາມຄວາມປະສົງຂອງຂ້ານ້ອຍເອງ ແລະ ລະເມີດຫຼັກການ. ຫຼັງຈາກທີ່ຖືກລິຮານ ແລະ ຖືກຈັດການ, ຂ້ານ້ອຍບໍ່ໄດ້ໄຕ່ຕອງກ່ຽວກັບຕົນເອງ ແລະ ຂ້ານ້ອຍເຂົ້າໃຈພຣະເຈົ້າຜິດ ແລະ ຕັ້ງທ່າລະວັງພຣະອົງ. ຫົວໃຈຂອງຂ້ານ້ອຍປິດກັ້ນພຣະເຈົ້າ, ຂ້ານ້ອຍບໍ່ຕ້ອງການຍັບເຂົ້າໃກ້ພຣະອົງ ແລະ ຂ້ານ້ອຍບໍ່ໄດ້ອະທິຖານຫາພຣະອົງ. ທ່າທີ່ຂອງຂ້ານ້ອຍບໍ່ຮ້ອນບໍ່ໜາວ ແລະ ມັນເຮັດໃຫ້ຂ້ານ້ອຍຄິດລົບ, ຢູ່ຊື່ໆ ແລະ ລຳເຄັນໃນລະຫວ່າງເວລານັ້ນ. ເພາະຫຼັງຈາກທີ່ຫົວໃຈຂອງຂ້ານ້ອຍປິດໃສ່ພຣະເຈົ້າ, ມັນກໍເປັນຄືກັບວ່າເສົາທີ່ສຳຄັນທີ່ສຸດໃນຊີວິດຂອງຂ້ານ້ອຍໄດ້ພັງລົງ ແລະ ຂ້ານ້ອຍຖືກປ່ອຍໃຫ້ຮູ້ສຶກລຳເຄັນ. ຈາກພາຍນອກ, ຂ້ານ້ອຍປາກົດຄືກັບວ່າເຮັດໜ້າທີ່ຂອງຂ້ານ້ອຍໂດຍບໍ່ມີພຶດຕິກຳໃດໆທີ່ກະບົດຢ່າງແທ້ຈິງ, ແຕ່ຂ້ານ້ອຍບໍ່ໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ ແລະ ຂ້ານ້ອຍບໍ່ໄດ້ມີຊຸດຄວາມຄິດທີ່ຮ່ວມມືກັບພຣະເຈົ້າຢ່າງຫ້າວຫັນ. ການຮັກສາທ່າທີ່ທີ່ບໍ່ຮ້ອນບໍ່ໜາວ, ບໍ່ດີ ແລະ ບໍ່ມີແຮງຈູງໃຈນີ້ເປັນຄືກັບການຂ້າຕົນເອງຢ່າງຊ້າໆ. ຄົນທີ່ຫັນຈາກພຣະເຈົ້າກໍເປັນຄືກັບຕົ້ນໄມ້ທີ່ມີຮາກຕາຍ. ເມື່ອມັນຖືກຕັດຂາດຈາກທໍ່ລ້ຽງ, ກິ່ງ ແລະ ໃບກໍຫ່ຽວແຫ້ງເທື່ອລະໜ້ອຍຈົນທັງຕົ້ນຕາຍ.) ນັ້ນຄືການອະທິບາຍທີ່ດີຫຼາຍ. ບາງທີຄົນສ່ວນໃຫຍ່ຢູ່ໃນສະພາວະນີ້: ພວກເຂົາເຮັດແມ່ນຫຍັງກໍຕາມທີ່ຮຽກຮ້ອງຈາກພວກເຂົາ, ບໍ່ສ້າງບັນຫາ ຫຼື ເຮັດສິ່ງຊົ່ວຮ້າຍ ຫຼື ລົບກວນສິ່ງຕ່າງໆ, ພວກເຂົາພຽງແຕ່ບໍ່ຮ້ອນບໍ່ໜາວ. ເປັນຫຍັງພຣະເຈົ້າຈຶ່ງດູຖູກທ່າທີ່ປະເພດນີ້? ແມ່ນຫຍັງຄືແກ່ນແທ້ທີ່ສະແດງໂດຍທ່າທີ່ດັ່ງກ່າວ? ມັນບໍ່ດີ, ບໍ່ຍອມເຊື່ອຟັງ ແລະ ເປັນການປະຕິເສດຄວາມຈິງ. ພວກເຈົ້າຈະເວົ້າບໍວ່າເປັນພຣະເຈົ້າທີ່ປະຕິເສດຜູ້ຄົນກ່ອນ ຫຼື ຄົນປະຕິເສດພຣະເຈົ້າກ່ອນ? (ຄົນເຮັດມັນກ່ອນ.) ຖ້າເຈົ້າປະຕິເສດພຣະເຈົ້າກ່ອນ, ຫົວໃຈຂອງເຈົ້າປິດກັ້ນກັບພຣະເຈົ້າ, ເຊິ່ງເປັນບັນຫາທີ່ຈິງຈັງ. “ປິດກັ້ນ” ເປັນວິທີການໜຶ່ງທີ່ຈະອະທິບາຍມັນ. ສິ່ງທີ່ກຳລັງເກີດຂຶ້ນແທ້ໆກໍຄືຄົນປິດອັດຫົວໃຈຂອງພວກເຂົາ, ຂັງພຣະເຈົ້າໄວ້ຢູ່ຂ້າງນອກ, ເຊິ່ງໝາຍຄວາມວ່າ: “ຂ້ານ້ອຍບໍ່ຕ້ອງການພຣະອົງອີກຕໍ່ໄປ. ຂ້ານ້ອຍກຳລັງຕັດຂາດຄວາມສຳພັນທັງໝົດກັບພຣະອົງ ແລະ ຢຸດການຕິດຕໍ່ທັງໝົດລະຫວ່າງພວກເຮົາ”. ເມື່ອສິ່ງຖືກສ້າງມີທ່າທີ່ປະເພດນີ້ຕໍ່ຜູ້ສ້າງຂອງພວກເຂົາ, ພຣະເຈົ້າຈັດການກັບສິ່ງນີ້ແນວໃດ? ແມ່ນຫຍັງຄືທ່າທີ່ຂອງພຣະອົງ? ເມື່ອພຣະອົງເຫັນຄົນຢູ່ໃນສະພາວະດັ່ງກ່າວ, ພຣະອົງຮູ້ສຶກເຖິງຄວາມປິຕິຍິນດີ, ຄວາມຂີ້ດຽດ ຫຼື ຄວາມໂສກເສົ້າ? ກ່ອນອື່ນໝົດ, ພຣະອົງຮູ້ສຶກໂສກເສົ້າ. ເມື່ອພຣະອົງເຫັນວ່າຄົນມຶນຊາເກີນໄປ ແລະ ບໍ່ເຕັມໃຈທີ່ສຸດທີ່ຈະຍອມຮັບຄວາມຈິງ, ພຣະເຈົ້າກໍຮູ້ສຶກຜິດຫວັງ ແລະ ຈາກນັ້ນພຣະອົງກໍດູຖູກພວກເຂົາ. ເມື່ອຫົວໃຈຂອງຄົນໆໜຶ່ງປິດກັ້ນຈາກພຣະເຈົ້າ, ພຣະອົງຈະຮັບມືກັບສິ່ງນີ້ແນວໃດ? (ພຣະເຈົ້າຈະປັ້ນແຕ່ງສະຖານະການບາງຢ່າງທີ່ປ່ອຍໃຫ້ພວກເຂົາເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ເປີດຫົວໃຈຂອງພວກເຂົາໃຫ້ພຣະອົງ.) ແມ່ນແລ້ວ, ນີ້ຄືໜຶ່ງໃນວິທີການທີ່ກະຕືລືລົ້ນຂອງພຣະເຈົ້າ, ບາງຄັ້ງພຣະອົງກໍເຮັດສິ່ງແບບນັ້ນ ແຕ່ບາງຄັ້ງພຣະອົງບໍ່ໄດ້ເຮັດເຊັ່ນນັ້ນ. ບາງຄັ້ງ, ພຣະອົງຈະເຊື່ອງໃບໜ້າຂອງພຣະອົງ ແລະ ລໍຄອຍເວລາຂອງພຣະອົງ, ລໍຖ້າໃຫ້ເຈົ້າເປີດໃຈຂອງເຈົ້າໃຫ້ພຣະອົງ. ເມື່ອເຈົ້າໄດ້ຍອມຮັບພຣະອົງເຂົ້າໃສ່ຫົວໃຈຂອງເຈົ້າ ແລະ ສາມາດຍອມຮັບຄວາມຈິງ, ພຣະອົງຈະສືບຕໍ່ມີຄວາມເຫັນໃຈສຳລັບພຣະເຈົ້າ ແລະ ສ່ອງແສງສະຫວ່າງໃຫ້ເຈົ້າ. ເຖິງຢ່າງໃດກໍຕາມ, ໂດຍທົ່ວໄປແລ້ວ ຖ້າເຈົ້າມີທ່າທີ່ປະເພດນີ້ ໂດຍທີ່ຫົວໃຈຂອງເຈົ້າປິດກັ້ນຈາກພຣະເຈົ້າໂດຍສົມບູນ, ປະຕິເສດຄວາມສຳພັນທີ່ເປັນປົກກະຕິກັບພຣະອົງ, ປະຕິເສດການຕິດຕໍ່ທັງໝົດກັບພຣະອົງ, ແລ້ວເຈົ້າກຳລັງປະຕິເສດອຳນາດສູງສຸດຂອງພຣະເຈົ້າທີ່ຢູ່ເໜືອເຈົ້າ ແລະ ການຊີ້ນໍາຂອງພຣະອົງ. ນີ້ເປັນເຊັ່ນດຽວກັບການປະຕິເສດພຣະອົງວ່າພຣະເຈົ້າຂອງເຈົ້າ ແລະ ການບໍ່ຕ້ອງານກໃຫ້ພຣະອົງເປັນພຣະຜູ້ເປັນເຈົ້າຂອງເຈົ້າ. ຖ້າເຈົ້າປະຕິເສດພຣະອົງວ່າເປັນພຣະເຈົ້າ ແລະ ພຣະຜູ້ເປັນເຈົ້າຂອງເຈົ້າ, ພຣະອົງຍັງເຮັດພາລະກິດໃນຕົວເຈົ້າບໍ? (ບໍ່ແມ່ນ.) ແລ້ວສິ່ງດຽວທີ່ພຣະອົງສາມາດເຮັດໄດ້ຄືການປະຖິ້ມເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈສິ່ງທີ່ເກີດຂຶ້ນ ແລະ ຮັບຮູ້ເຖິງຂໍ້ຜິດພາດໃນວິທີການຂອງເຈົ້າ ແລະ ຕ້ອງການກັບໃຈເທົ່ານັ້ນເອງ, ພາລະກິດຂອງພຣະເຈົ້າໃນຕົວເຈົ້າຈະສາມາດເລີ່ມຕົ້ນຂຶ້ນໃໝ່. ສະນັ້ນເມື່ອຜະເຊີນກັບທ່າທີ່ທີ່ບໍ່ຮ້ອນບໍ່ໜາວເຊັ່ນນີ້, ພຣະເຈົ້າຈະບໍ່ເຮັດພາລະກິດຢ່າງແນ່ນອນ, ພຣະອົງຈະປະຄົນແບບນີ້ໄວ້. ພວກເຈົ້າມີປະສົບການໃດໆກ່ຽວກັບສິ່ງນີ້ບໍ? ສະພາບການດັ່ງກ່າວສະຫງົບສຸກ ແລະ ປິຕິຍິນດີ ຫຼື ບໍ່ສາມາດທົນຮັບໄດ້ ແລະ ລຳເຄັນ? (ບໍ່ສາມາດທົນຮັບໄດ້ ແລະ ລຳເຄັນ.) ລຳເຄັນສໍ່າໃດ? (ມັນເປັນຄືກັບການເປັນຊາກສົບທີ່ຍ່າງໄດ້. ມັນເປັນການເປັນຢູ່ທີ່ໄຮ້ຄວາມຄິດ ແລະ ໄຮ້ວິນຍານຄືກັບການເປັນຢູ່ຂອງສັດຮ້າຍ.) ຖ້າພຣະເຈົ້າບໍ່ແມ່ນຢູ່ໃນຫົວໃຈຂອງຄົນໆໜຶ່ງ, ແລ້ວຫົວໃຈຂອງພວກເຂົາກໍວ່າງເປົ່າ; ມັນເປັນຄືກັບວ່າພວກເຂົາບໍ່ມີວິນຍານ. ສິ່ງນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາກາຍມາເປັນຄົນຕາຍທີ່ໄຮ້ວິນຍານບໍ? ຊ່າງເປັນຕາຢ້ານ! ບຸກຄົນໜຶ່ງສາມາດທໍລະຍົດພຣະເຈົ້າໄດ້ທຸກບ່ອນ ແລະ ຢູ່ຕະຫຼອດເວລາ. ດ້ວຍຄວາມປະໝາດເລັກນ້ອຍ, ພວກເຂົາສາມາດປະຕິເສດພຣະເຈົ້າໃນຫົວໃຈຂອງພວກເຂົາ ເຊິ່ງຫຼັງຈາກນັ້ນສະພາບການຂອງພວກເຂົາກໍປ່ຽນແປງໃນທັນທີ: ສະພາວະໃນວິນຍານຂອງພວກເຂົາຫຼຸດລົງໃນທັນທີ, ພວກເຂົາບໍ່ຮູ້ສຶກເຖິງການສະຖິດຂອງພຣະເຈົ້າອີກຕໍ່ໄປ ແລະ ການທີ່ພວກເຂົາເພິ່ງພາພຣະເຈົ້າ ແລະ ຄວາມສຳພັນກັບພຣະອົງກໍຫາຍໄປໂດຍສິ້ນເຊີງ, ຄືກັບຫົວໃຈທີ່ເຊົາເຕັ້ນ. ນີ້ຄືສະຖານະການທີ່ອັນຕະລາຍ. ສາມາດເຮັດຫຍັງກັບສະພາວະດັ່ງກ່າວ? ເຈົ້າຈຳເປັນຕ້ອງມີທ່າທີ່ທີ່ຖືກຕ້ອງ ແລະ ອະທິຖານຫາພຣະເຈົ້າໃນທັນທີ ແລະ ກັບໃຈ. ຖ້າຄົນໆໜຶ່ງໃຊ້ຊີວິດໃນສະພາວະທີ່ຄິດລົບ ແລະ ບໍ່ຍອມເຊື່ອຟັງ, ສະພາວະທີ່ພວກເຂົາຖືກພຣະເຈົ້າປະຖິ້ມຢ່າງສົມບູນ ແລະ ບໍ່ສາມາດພົວພັນກັບພຣະອົງໄດ້, ນັ້ນຄືສິ່ງທີ່ອັນຕະລາຍ! ພວກເຈົ້າຮັບຮູ້ຜົນຕາມມາທີ່ບໍ່ປາດຖະໜາທີ່ອັນຕະລາຍນີ້ສາມາດພາໃຫ້ເກີດບໍ? ມັນບໍ່ແມ່ນເລື່ອງການສູນເສຍທີ່ຄົນໆອາດຜະເຊີນ, ແມ່ນຫຍັງຄືຜົນຕາມມາອື່ນໆທີ່ອາດມີ? (ພວກເຂົາອາດຖືກຄອບງໍາໂດຍວິນຍານຊົ່ວຮ້າຍ.) ນັ້ນຄືຜົນຕາມມາທີ່ເວົ້າເຖິງ. ມີໂອກາດອື່ນໆອີກຫຼາຍຢ່າງ. (ພວກເຂົາອາດເຮັດຊົ່ວຢ່າງຮ້າຍແຮງ ແລະ ຖືກເປີດໂປງ ແລະ ໂຍນຖິ້ມໂດຍພຣະເຈົ້າ.) ສິ່ງນີ້ຍັງສາມາດເກີດຂຶ້ນໄດ້ເຊັ່ນກັນ. ມີຫຍັງອີກ? (ພວກເຂົາອາດຫ່າງອອກຫຼາຍຂຶ້ນເລື້ອຍໆຈາກພຣະເຈົ້າໃນຄວາມສຳພັນຂອງພວກເຂົາ.) ຕອນນີ້, ຖ້າສະພາວະນີ້ຍັງຄົງສືບຕໍ່ ພວກເຈົ້າຄິດວ່າໃນທີ່ສຸດຄົນນີ້ຈະພິຈາລະນາທີ່ຈະບໍ່ເຊື່ອໃນພຣະເຈົ້າອີກຕໍ່ໄປບໍ? (ພວກເຂົາຈະເຮັດເຊັ່ນນັ້ນ.) ນັ້ນບໍ່ແມ່ນສິ່ງທີ່ເປັນຢ້ານບໍ? (ແມ່ນແລ້ວ.) ຖ້າຄົນໜຶ່ງມີຄວາມປາດຖະໜາທີ່ຊົ່ວຮ້າຍນີ້ທີ່ຈະປະຖິ້ມຄວາມເຊື່ອຂອງພວກເຂົາ, ນັ້ນຄືສິ່ງທີ່ເປັນຕາຢ້ານທີ່ສຸດ ເພາະພວກເຂົາໄດ້ທໍລະຍົດພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ພຣະເຈົ້າຈະບໍ່ຊ່ວຍຄົນແບບນີ້ໃຫ້ລອດພົ້ນ.

ໃນຖານະຜູ້ເຊື່ອ, ຄົນໆໜຶ່ງຕ້ອງຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ; ນີ້ຄືສິ່ງທີ່ສຳຄັນຫຼາຍ. ເມື່ອຄວາມສຳພັນຂອງຄົນໆໜຶ່ງກັບພຣະເຈົ້າເປັນປົກກະຕິ, ພວກເຂົາຈະຢູ່ໃນສະພາວະທີ່ດີ; ເມື່ອສະພາວະຂອງພວກເຂົາບໍ່ດີ, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າຈະບໍ່ເປັນປົກກະຕິ. ຫົວໃຈຂອງຄົນໆໜຶ່ງຈະຢູ່ໃນສອງສະຖານະການທີ່ແຕກຕ່າງກັນໂດຍສິ້ນເຊີງ ໂດຍຂຶ້ນກັບວ່າພວກເຂົາຢູ່ໃນສະພາວະທີ່ດີ ຫຼື ສະພາວະທີ່ບໍ່ດີ. ເມື່ອຄົນໆໜຶ່ງຢູ່ໃນສະພາວະທີ່ດີ, ພວກເຂົາຈະຮູ້ສຶກເຖິງຄວາມເຂັ້ມແຂງບາງຢ່າງໃນຫົວໃຈຂອງພວກເຂົາ, ຄວາມເຂັ້ມແຂງທີ່ຈະຂັບເຄື່ອນໃຫ້ພວກເຂົາບໍ່ແຕ່ງງານຈັກເທື່ອ, ຕິດຕາມພຣະເຈົ້າຈົນເຖິງທີ່ສຸດບໍ່ວ່າພວກເຂົາຈະທົນທຸກຫຼາຍສໍ່າໃດກໍຕາມ ແລະ ຍັງຄົງອຸທິດຕໍ່ພຣະເຈົ້າຈົນເຖິງທີ່ສຸດ, ຈົນຕາຍ. ຄວາມເດັດດ່ຽວປະເພດນີ້ເກີດຂຶ້ນໄດ້ແນວໃດ? (ມັນມາຈາກຄວາມກະຕືລືລົ້ນປະເພດທີ່ຜູ້ຄົນມີ.) ພຣະເຈົ້າພົບວ່າຄວາມກະຕືລືລົ້ນນີ້ສາມາດຍອມຮັບໄດ້ບໍ? ຄວາມເດັດດ່ຽວປະເພດນີ້ເປັນສິ່ງທີ່ດີ ຫຼື ບໍ່ດີ? (ເປັນສິ່ງທີ່ດີ.) ພຣະເຈົ້າພົບວ່າສິ່ງທີ່ດີເປັນສິ່ງທີ່ສາມາດຍອມຮັບໄດ້ບໍ? (ແມ່ນແລ້ວ.) ພຣະເຈົ້າພິເຄາະຫົວໃຈຂອງຜູ້ຄົນ. ພຣະອົງພິເຄາະສິ່ງທີ່ຜູ້ຄົນຄິດໃນສ່ວນເລິກໃນຫົວໃຈຂອງພວກເຂົາ ແລະ ສະພາວະຂອງພວກເຂົາເປັນແນວໃດຢູ່ບ່ອນນັ້ນ. ສະນັ້ນ, ເມື່ອເຈົ້າສະແດງຄວາມປາດຖະໜາ ແລະ ຄວາມເດັດດ່ຽວປະເພດນີ້ອອກມາໃນຫົວໃຈຂອງເຈົ້າ, ພຣະເຈົ້າຈະພິເຄາະສິ່ງນີ້ເຊັ່ນກັນ. ຄວາມເດັດດ່ຽວນີ້ມາຈາກໃສ? ມັນມາຈາດຄວາມເປັນທຳມະຊາດ ແລະ ຄວາມຫົວຮ້ອນຂອງຄົນໆໜຶ່ງບໍ? (ບໍ່, ມັນຖືກຝັງໃນຜູ້ຄົນໂດຍພາລະກິດຂອງພຣະວິນຍານບໍລິສຸດ.) ຖືກຕ້ອງ. ເມື່ອຄົນໃຊ້ຊີວິດໃນສະພາວະທີ່ຖືກຕ້ອງ, ພຣະວິນຍານບໍລິສຸດຈະໃຫ້ອຳນາດປະເພດນີ້ແກ່ພວກເົຂາ, ເຊິ່ງເຮັດໃຫ້ພວກເຂົາມີຄວາມເດັດດ່ຽວນັ້ນ. ນີ້ຄືສິ່ງທີ່ດີ ແລະ ມັນຖືກມອບໃຫ້ແກ່ຜູ້ຄົນໂດຍພຣະວິນຍານບໍລິສຸດ ຍ້ອນການຮ່ວມມື ແລະ ການເສຍສະຫຼະຂອງພວກເຂົາ. ຄົນເຄີຍບັງເອີນມີຄວາມເຊື່ອປະເພດນີ້ດ້ວຍຕົວພວກເຂົາເອງບໍ? ບໍ່ແມ່ຢ່າງແນ່ນອນ, ແມ່ນບໍ? ເມື່ອຜູ້ຄົນພຽງແຕ່ມີຄວາມເດັດດ່ຽວໜ້ອຍໜຶ່ງທີ່ຈະຮ່ວມມື, ພຣະວິນຍານບໍລິສຸດກໍມອບແຮງຈູງໃຈທີ່ຊົງພະລັງດັ່ງກ່າວໃຫ້ພວກເຂົາ! ຈາກສິ່ງນີ້, ຕອນນີ້ເຈົ້າໄດ້ເຫັນຫຍັງ? (ຄົນຕ້ອງຢູ່ກັບພຣະເຈົ້າ. ຖ້າບໍ່ມີພຣະເຈົ້າ, ມີພຽງແຕ່ຄວາມຕາຍ.) “ຄົນຕ້ອງຢູ່ກັບພຣະເຈົ້າ”, ນັ້ນຄືຄວາມຈິງ. ນີ້ຄືຄວາມຮູ້ທີ່ໄດ້ຮັບຈາກປະສົບການ. ຖ້າເຈົ້າເປີດຫົວໃຈຂອງເຈົ້າໃຫ້ພຣະເຈົ້າ, ຖ້າເຈົ້າມີຄວາມເດັດດ່ຽວນັ້ນເລັກນ້ອຍ ແລະ ສາມາດເປີດເຜີຍຫົວໃຈຂອງເຈົ້າໃນການອະທິຖານຫາພຣະເຈົ້າ, ພຣະອົງຈະມອບອຳນາດນີ້ໃຫ້ເຈົ້າ. ອຳນາດນີ້ຈະຢູ່ຕະຫຼອດຊີວິດຂອງເຈົ້າ ແລະ ປ່ອຍໃຫ້ເຈົ້າມີຄວາມເດັດດ່ຽວທີ່ເລິກຊຶ້ງນັ້ນ ແລະ ເວົ້າວ່າ “ຂ້ານ້ອຍໄດ້ຖວາຍທັງຊີວິດຂອງຂ້ານ້ອຍໃຫ້ພຣະເຈົ້າ, ຂ້ານ້ອຍຈະໃຊ້ຊີວິດທັງໝົດເພື່ອເສຍສະຫຼະຕົນເອງໃຫ້ພຣະເຈົ້າ ແລະ ມີຊີວິດຢູ່ເພື່ອພຣະອົງ!” ມັນເປັນຂໍ້ແທ້ຈິງ; ນີ້ຄືວິທີການທີ່ຜູ້ຄົນຄິດ ແລະ ສິ່ງທີ່ພວກເຂົາຕ້ອງການເຮັດ. ເຖິງຢ່າງໃດກໍຕາມ, ຖ້າຄົນໃດໜຶ່ງຕິດຕາມພຣະເຈົ້າ ແລະ ເຮັດໜ້າທີ່ຂອງພວກເຂົາໂດຍອາໄສຈິດໃຈຂອງພວກເຂົາເອງ, ຄວາມຄິດຂອງພວກເຂົາເອງ ແລະ ຄວາມສາມາດ ແລະ ພອນສະຫວັນຂອງພວກເຂົາເອງ, ແລ້ວພວກເຂົາຈະມີຈຸດແຂງຫຼາຍສໍ່າໃດ? ຖ້າເຈົ້າບໍ່ມີຄວາມປະສົງທີ່ຈະສະແຫວງຫາຄວາມຈິງ, ແລ້ວເຖິງວ່າຈະເຮັດວຽກໜັກສໍ່າໃດ ມັນກໍບໍ່ພຽງພໍ. ຄວາມເຂັ້ມແຂງພາຍໃນນີ້ບໍ່ສາມາດບັນລຸໂດຍມະນຸດ; ມັນເປັນສິ່ງທີ່ມອບໃຫ້ໂດຍພຣະເຈົ້າ. ຄົນຈະສູນເສຍຄວາມເຂັ້ມແຂງນີ້ໄດ້ແນວໃດ? ແມ່ນຫຍັງເຮັດໃຫ້ສິ່ງນີ້ເກີດຂຶ້ນ? ເມື່ອພຣະເຈົ້າບໍ່ຢູ່ໃນຫົວໃຈຂອງພວກເຂົາອີກຕໍ່ໄປ, ອຳນາດນີ້ກໍຫາຍໄປ. ເມື່ອຄົນມີຄວາມເຂັ້ມແຂງນີ້, ມັນຄືພາລະກິດຂອງພຣະວິນຍານບໍລິສຸດ, ມັນຄືອຳນາດທີ່ມອບໃຫ້ຜູ້ຄົນໂດຍພຣະເຈົ້າ, ມັນລ້ວນແລ້ວແຕ່ເປັນການກະທຳຂອງພຣະເຈົ້າ. ຖ້າຫົວໃຈຂອງເຈົ້າຖືກປິດກັ້ນຈາກພຣະເຈົ້າ, ຖ້າເຈົ້າເວົ້າວ່່າ “ບໍ່” ກັບພຣະເຈົ້າ ແລະ ເຈົ້າປະຕິເສດອຳນາດສູງສຸດຂອງພຣະອົງ ແລະ ການປັ້ນແຕ່ງໃນຊີວິດຂອງເຈົ້າ, ພ້ອມທັງສະພາບແວດລ້ອມ, ຄົນ, ເຫດການ ແລະ ສິ່ງຕ່າງໆທັງໝົດທີ່ພຣະອົງໄດ້ຈັດແຈງໄວ້ອ້ອມໆເຈົ້າ, ແລ້ວເຈົ້າຈະເຖິງກັບບໍ່ມີຫົວໃຈທີ່ຈະສະແຫວງຫາຄວາມຈິງ. ເມື່ອຄົນສູນເສຍພຣະເຈົ້າ, ມັນກໍຮ້າຍແຮງສໍ່ານີ້ຢ່າງແນ່ນອນ; ນີ້ຄືຂໍ້ແທ້ຈິງ. ຄົນທີ່ສູນເສຍພຣະເຈົ້າກໍບໍ່ມີຄ່າຫຍັງ. ຖ້າຄົນໆໜຶ່ງປິດກັ້ນຫົວໃຈຂອງພວກເຂົາຈາກພຣະເຈົ້າ, ພວກເຂົາອາດເຖິງກັບຄິດອີກຄັ້ງກ່ຽວກັບການເຊື່ອໃນພຣະເຈົ້າ, ເຊິ່ງພວກເຂົາສາມາດເປີດເຜີຍໄດ້ຕະຫຼອດເວລາ ແລະ ໄດ້ທຸກຫົນແຫ່ງ. ສ່ວນທີ່ໂຫດຮ້າຍທີ່ສຸດໃນສິ່ງນີ້ກໍຄືຄວາມຄິດເຫຼົ່ານີ້ຂອງພວກເຂົາຈະເຂັ້ມແຂງຂຶ້ນເລື້ອຍໆ, ຈົນເຖິງຂອບເຂດທີ່ພວກເຂົາອາດເຖິງກັບເສຍດາຍທຸກສິ່ງທີ່ພວກເຂົາໄດ້ປະຕິເສດ ແລະ ເສຍສະຫຼະ ແລະ ເສຍດາຍຄວາມເດັດດ່ຽວທີ່ພວກເຂົາເຄີຍມີ ແລະ ການທົນທຸກທີ່ພວກເຂົາໄດ້ອົດກັ້ນ. ສະພາວະຂອງພວກເຂົາຈະແຕກຕ່າງກັນຢ່າງສິ້ນເຊີງກ່ຽວກັບວ່າມັນເປັນແນວໃດ, ຄືກັບວ່າພວກເຂົາເປັນຄົນທີ່ແຕກຕ່າງກັນ. ສິ່ງນີ້ເກີດຂຶ້ນໄດ້ແນວໃດ? ຖ້າຄົນໆໜຶ່ງສາມາດຍອມຕໍ່ຄົນ, ເຫດການ, ສິ່ງຕ່າງໆ ແລະ ສະພາບແວດລ້ອມທີ່ພຣະເຈົ້າໄດ້ກຳນົດໄວ້ໃຫ້ພວກເຂົາ, ພວກເຂົາສາມາດໃຊ້ຊີວິດຢ່າງສະຫງົບສຸກ ແລະ ຢ່າງມີຄວາມສຸກ. ຖ້າພວກເຂົາພະຍາຍາມຫຼົບໜີຈາກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະເຈົ້າໄດ້ກຳນົດໃຫ້ຢູ່ສະເໝີ ແລະ ບໍ່ເຕັມໃຈທີ່ຈະຍອມຕໍ່ສະພາບແວດລ້ອມທີ່ພວກເຂົາຢູ່ໃນ, ເຊິ່ງເປັນສະພາບແວດລ້ອມທີ່ພຣະເຈົ້າມີອຳນາດສູງສຸດ, ແມ່ນຫຍັງຄືສະພາບການທີ່ຈະເປັນຜົນມາຈາກສິ່ງນີ້? (ຄວາມລຳເຄັນ ແລະ ຄວາມມືດມົວ.) ພວກເຂົາຈະປະສົບກັບຄວາມມືດມົວ, ຄວາມລຳເຄັນ, ຄວາມປັ່ນປ່ວນ, ຄວາມວິຕົກກັງວົນຢູ່ສະເໝີ ແລະ ຄວາມໂສກເສົ້າ. ນີ້ບໍ່ແມ່ນຄວາມແຕກຕ່າງກັນໂດຍສິ້ນເຊີງບໍ? (ແມ່ນແລ້ວ.) ເມື່ອຄົນໃຊ້ຊີວິດໃນສະພາວະທີ່ດີ, ມັນກໍຄືກັບການໃຊ້ຊີວິດໃນສະຫວັນ, ໃຊ້ຊີວິດຕໍ່ໜ້າພຣະເຈົ້າ. ເມື່ອພວກເຂົາຢູ່ໃນສະພາວະທີ່ບໍ່ດີ, ສະພາວະຂອງພວກເຂົາກໍເລີ່ມມືດມົວຂຶ້ນເລື້ອຍໆ ແລະ ພຣະເຈົ້າຍັງຄົງໃກ້ເກີນທີ່ພວກເຂົາຈະຈັບຕ້ອງໄດ້. ການໃຊ້ຊີວິດໃນສະພາວະທີ່ມືດມົວບໍ່ໄດ້ແຕກຕ່າງຫຍັງຈາກການໃຊ້ຊີວິດໃນນະຮົກ. ພວກເຈົ້າເຄີຍຮູ້ສຶກເຖິງການທົນທຸກໃນນະຮົກບໍ? ມັນໜ້າຍິນດີ ຫຼື ບໍ່ສາມາດທົນຮັບໄດ້? (ບໍ່ສາມາດທົນຮັບໄດ້.) ເຈົ້າຈະອະທິບາຍມັນແນວໃດດ້ວຍປະໂຫຍກດຽວ? (ມັນຮ້າຍແຮງກວ່າຄວາມຕາຍ.) ຖືກຕ້ອງ, ມັນຮ້າຍແຮງກວ່າຄວາມຕາຍ. ການຕາຍກໍຈະໜ້າຍິນດີຫຼາຍກວ່າການໃຊ້ຊີວິດ, ມັນທໍລະມານຫຼາຍ. ເຈົ້າເວົ້າມັນໄດ້ດີຫຼາຍ; ນັ້ນຄືລັກສະນະທີ່ມັນເປັນ.

ຄວາມຫຍຸ້ງຍາກທັງໝົດທີ່ຜູ້ຄົນປະສົບ ແລະ ຄວາມຄິດລົບ ແລະ ຄວາມອ່ອນແອທັງໝົດຂອງພວກເຂົາແມ່ນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໂດຍກົງ. ຖ້າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາສາມາດໄດ້ຮັບການແກ້ໄຂໄດ້, ມັນສາມາດເວົ້າໄດ້ວ່າຄວາມຫຍຸ້ງຍາກທັງໝົດໃນຄວາມເຊື່ອຂອງພວກເຂົາຈະໄດ້ຮັບການແກ້ໄຂ ບໍ່ຫຼາຍກໍໜ້ອຍ: ຈະບໍ່ມີຫຍັງດຶງພວກເຂົາກັບຈາກການສະແຫວງຫາຄວາມຈິງ, ພວກເຂົາຈະບໍ່ປະສົບກັບຄວາມຫຍຸ້ງຍາກໃນການປະຕິບັດຄວາມຈິງ ແລະ ບໍ່ມີຫຍັງຈະຫ້າມບໍ່ໃຫ້ພວກເຂົາຍອມຕໍ່ພຣະເຈົ້າ. ສະນັ້ນ, ການແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງຈຶ່ງສຳຄັນຫຼາຍ. ການທີ່ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນສະແຫວງຫາຄວາມຈິງ ແລະ ຊື່ສັດແມ່ນກ່ຽວຂ້ອງກັບການແກ້ໄຂອຸປະນິໄສທີ່ເສື່ອມຊາມ ແລະ ບັນລຸການປ່ຽນແປງໃນອຸປະນິໄສ. ເປົ້າໝາຍຂອງການສະແຫວງຫາຄວາມຈິງຄືການແກ້ໄຂບັນຫາໃນອຸປະນິໄສທີ່ເສື່ອມຊາມ ແລະ ການສະແຫວງຫາຄວາມຈິງແມ່ນເກີດຂຶ້ນເພື່ອບັນລຸການປ່ຽນແປງໃນອຸປະນິໄສ. ສະນັ້ນຄົນໆໜຶ່ງຈະສະແຫວງຫາຄວາມຈິງໄດ້ແນວໃດ? ຄົນໆໜຶ່ງຈະສາມາດຮັບເອົາຄວາມຈິງໄດ້ແນວໃດ? ເຮົາເວົ້າຫຍັງເມື່ອບໍ່ດົນມານີ້? (ໃຫ້ມີຄວາມເຊື່ອວ່າພຣະເຈົ້າມີອຳນາດສູງສຸດເໜືອທຸກສິ່ງ ແລະ ຍອມຕໍ່ສະພາບແວດລ້ອມທີ່ພຣະອົງໄດ້ວາງອອກ.) ແມ່ນແລ້ວ, ມີຄວາມເຊື່ອ, ຍອມ, ພະຍາຍາມຮຽນເອົາບົດຮຽນ, ສະແຫວງຫາຄວາມຈິງ ແລະ ຍຶດໝັ້ນກັບໜ້າທີ່ຂອງເຈົ້າໃນສະພາບແວດລ້ອມທີ່ພຣະເຈົ້າໄດ້ສ້າງຂຶ້ນ. ຖ້າເຈົ້າສາມາດຮຽນເອົາບົດຮຽນຈາກສະພາບແວດລ້ອມທີ່ພຣະເຈົ້າໄດ້ສ້າງ, ມັນຈະບໍ່ເປັນເລື່ອງງ່າຍສຳລັບເຈົ້າບໍທີ່ຈະຍອມ? (ແມ່ນແລ້ວ.) ເມື່ອເຈົ້າສະແຫວງຫາຄວາມຈິງ ແລະ ຮຽນເອົາບົດຮຽນຂອງເຈົ້າ, ມັນບໍ່ເປັນຈິງບໍທີ່ເຈົ້າຈະຫຼີກລ່ຽງຈາກການເປີດເຜີຍອຸປະນິໄສທີ່ເສື່ອມຊາມ ແລະ ຫ້າມເຈົ້າເອງບໍ່ໃຫ້ເປີດໂປງຄວາມຫົວຮ້ອນຂອງເຈົ້າ. ໃນລະຫວ່າງຂະບວນການນີ້, ເຈົ້າຈະບໍ່ຫຼີກລ່ຽງຈາກການໃຊ້ວິທີການຂອງມະນຸດ ແລະ ຄວາມຄິດຂອງມະນຸດເພື່ອຈັດການກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບເຈົ້າບໍ? ໃນລັກສະນະນີ້, ເຈົ້າຈະບໍ່ຢູ່ໃນສະພາວະທີ່ປົກກະຕິບໍ? ແລ້ວເມື່ອເຈົ້າຢູ່ໃນສະພາວະທີ່ປົກກະຕິ, ເຈົ້າຈະບໍ່ສາມາດໃຊ້ຊີວິດຕໍ່ໜ້າພຣະເຈົ້າຢູ່ສະເໝີບໍ? ແລ້ວເຈົ້າຈະປອດໄພ. ຖ້າເຈົ້າສາມາດມາຢູ່ຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆ, ໃຊ້ຊີວິດຢູ່ຕໍ່ໜ້າພຣະອົງ, ສະແຫວງຫາຄວາມປະສົງຂອງພຣະອົງຢູ່ເລື້ອຍໆໃນສະພາບແວດລ້ອມທີ່ພຣະອົງໄດ້ຈັດໄວ້ໃຫ້ເຈົ້າ ແລະ ຍອມຕໍ່ທຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ພຣະອົງໄດ້ຈັດແຈງ, ແລ້ວເຈົ້າຈະບໍ່ໃຊ້ຊີວິດຢູ່ພາຍໃຕ້ສາຍຕາຂອງພຣະເຈົ້າ ແລະ ພາຍໃຕ້ການດູແລຂອງພຣະອົງຢູ່ສະເໝີບໍ? (ແມ່ນແລ້ວ.) ເມື່ອໂຊກຊະຕາຂອງເຈົ້າຢູ່ພາຍໃຕ້ອຳນາດສູງສຸດຂອງພຣະເຈົ້າ ແລະ ຖືກເຝົ້າເບິ່ງ ແລະ ຄຸ້ມຄອງໂດຍພຣະອົງ, ເມື່ອເຈົ້າມີຄວາມສຸກກັບການປົກປ້ອງຂອງພຣະເຈົ້າທຸກມື້, ເຈົ້າຈະບໍ່ເປັນຄົນທີ່ມີຄວາມສຸກທີ່ສຸດບໍ? (ຖືກຕ້ອງ.) ນັ້ນນີ້ຕອນຈົບຂອງການໂອ້ລົມຂອງພວກເຮົາກ່ຽວກັບຫົວຂໍ້ນີ້. ນັບຕັ້ງແຕ່ນີ້ຕໍ່ໄປ, ພວກເຈົ້າທຸກຄົນສາມາດໂອ້ລົມກ່ຽວກັບມັນຮ່ວມກັນ ແລະ ສະຫຼຸບ ແລະ ແບ່ງປັນຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບມັນ. ຄິດໃຫ້ອອກວ່າຈະໃຊ້ຊີວິດຢ່າງມີຄວາມສຸກໄດ້ແນວໃດ ແລະ ຈະຮັບເອົາການຍອມຮັບຂອງພຣະເຈົ້າຄືດັ່ງທີ່ໂຢບເຮັດໄດ້ແນວໃດ, ເພື່ອວ່າພຣະເຈົ້າຈະຮັບເອົາເຈົ້າມາຢູ່ໃນຫົວໃຈຂອງພຣະອົງ ແລະ ເວົ້າວ່າເຈົ້າເປັນຄົນທີ່ພຣະອົງຮັກ; ຄິດໃຫ້ອອກວ່າຈະກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດຄືກັບທີ່ໂຢບເຮັດໄດ້ແນວໃດ, ອັນໃດໃນສິ່ງນັ້ນທີ່ເປັນການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຈາກສິ່ງຊົ່ວຮ້າຍ.

ວັນທີ 25 ມັງກອນ 2017

ກ່ອນນີ້: ເງື່ອນໄຂຫ້າຢ່າງທີ່ຕ້ອງບັນລຸເພື່ອເລີ່ມຕົ້ນເສັ້ນທາງທີ່ຖືກຕ້ອງແຫ່ງຄວາມເຊື່ອໃນພຣະເຈົ້າ

ຕໍ່ໄປ: ການຈ່າຍລາຄາເພື່ອຮັບເອົາຄວາມຈິງຄືສິ່ງທີ່ມີຄວາມໝາຍຢ່າງຍິ່ງໃຫຍ່

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້