ເງື່ອນໄຂຫ້າຢ່າງທີ່ຕ້ອງບັນລຸເພື່ອເລີ່ມຕົ້ນເສັ້ນທາງທີ່ຖືກຕ້ອງແຫ່ງຄວາມເຊື່ອໃນພຣະເຈົ້າ
ມີບັນຫາທີ່ມັກເກີດຂຶ້ນໃນອຸປະນິໄສທີ່ເສື່ອມຊາມຂອງຄົນ, ເປັນບັນຫາທີ່ມັກເກີດຂຶ້ນເຊິ່ງມີຢູ່ໃນຄວາມເປັນມະນຸດຂອງທຸກໆຄົນ, ເປັນບັນຫາທີ່ຮ້າຍແຮງທີ່ສຸດ. ບັນຫາທີ່ມັກເກີດຂຶ້ນນີ້ເປັນສ່ວນທີ່ອ່ອນແອທີ່ສຸດ ແລະ ເປັນອັນຕະລາຍທີ່ສຸດໃນຄວາມເປັນມະນຸດຂອງພວກເຂົາ ແລະ ໃນແກ່ນແທ້ຂອງທຳມະຊາດພວກເຂົາ, ມັນເປັນສິ່ງຍາກທີ່ສຸດທີ່ຈະຂຸດເອົາອອກ ຫຼື ປ່ຽນແປງ. ແມ່ນຫຍັງຄືບັນຫານີ້? ມັນກໍຄືມະນຸດຕ້ອງການເປັນຄົນທີ່ດີເລີດ, ເໜືອມະນຸດ, ສົມບູບແບບຢູ່ສະເໝີ. ຜູ້ຄົນເອງຄືສິ່ງຖືກສ້າງ. ສິ່ງຖືກສ້າງຈະສາມາດບັນລຸອຳນາດອັນໄພສານໄດ້ບໍ? ພວກເຂົາສາມາດບັນລຸຄວາມສົມບູນແບບ ແລະ ຄວາມໄຮ້ມົນທິນໄດ້ບໍ? ພວກເຂົາສາມາດບັນລຸຄວາມຊ່ຽວຊານໃນທຸກສິ່ງ, ມາເຂົ້າໃຈທຸກສິ່ງ, ເບິ່ງທຸກສິ່ງອອກ ແລະ ສາມາດເຮັດທຸກຢ່າງໄດ້ບໍ? ພວກເຂົາບໍ່ສາມາດເຮັດໄດ້. ເຖິງຢ່າງໃດກໍຕາມ, ພາຍໃນມະນຸດແມ່ນມີອຸປະນິໄສທີ່ເສື່ອມຊາມ ແລະ ຄວາມອ່ອນແອເຖິງຕາຍ: ທັນທີທີ່ພວກເຂົາຮຽນຮູ້ທັກສະ ຫຼື ວິຊາຊີບ, ຜູ້ຄົນກໍຈະຮູ້ສຶກວ່າພວກເຂົາມີຄວາມສາມາດ, ພວກເຂົາເປັນຄົນທີ່ມີສະຖານະ, ມີຄຸນຄ່າ ແລະ ພວກເຂົາເປັນຜູ້ຊ່ຽວຊານ. ບໍ່ວ່າພວກເຂົາຈະເກ່ງສໍ່າໃດກໍຕາມ, ພວກເຂົາທຸກຄົນກໍຕ້ອງການຫຸ້ມຫໍ່ຕົນເອງຂຶ້ນວ່າເປັນບາງຄົນມີຊື່ສຽງ ຫຼື ດີເດັ່ນ, ປ່ຽນຕົນເອງໃຫ້ກາຍເປັນຄົນມີຊື່ສຽງທີ່ເລັກໆນ້ອຍໆບາງຄົນ ແລະ ເຮັດໃຫ້ຄົນຄິດວ່າພວກເຂົາສົມບູນ ແລະ ໄຮ້ມົນທິນ, ບໍ່ມີຂໍ້ບົກຜ່ອງແມ່ນແຕ່ໜ້ອຍດຽວ; ໃນສາຍຕາຂອງຄົນອື່ນ, ພວກເຂົາປາຖະໜາທີ່ຈະກາຍເປັນຄົນມີຊື່ສຽງ, ມີລິດອຳນາດ ຫຼື ຍິ່ງໃຫຍ່ ແລະ ພວກເຂົາຕ້ອງການມີອຳນາດ, ສາມາດເຮັດທຸກສິ່ງໄດ້, ໂດຍບໍ່ມີຫຍັງທີ່ພວກເຂົາບໍ່ສາມາດເຮັດໄດ້. ພວກເຂົາຮູ້ສຶກວ່າ ຖ້າພວກເຂົາສະແຫວງຫາຄວາມຊ່ວຍເຫຼືອຈາກຄົນອື່ນ, ພວກເຂົາຈະປາກົດວ່າບໍ່ມີຄວາມສາມາດ, ອ່ອນແອ ແລະ ດ້ອຍກວ່າ ແລະ ຜູ້ຄົນຈະດູຖູກພວກເຂົາ. ດ້ວຍເຫດຜົນນີ້, ພວກເຂົາຈຶ່ງຕ້ອງການຮັກສາເບື້ອງໜ້າຢູ່ສະເໝີ. ເມື່ອຖືກຮຽກຮ້ອງໃຫ້ເຮັດບາງສິ່ງ, ບາງຄົນກໍເວົ້າວ່າພວກເຂົາຮູ້ວິທີທີ່ຈະເຮັດມັນ ເມື່ອໃນຄວາມເປັນຈິງແລ້ວ ພວກເຂົາບໍ່ຮູ້. ຫຼັງຈາກນັ້ນ, ພວກເຂົາກໍຈະຄົ້ນຫາມັນຢ່າງລັບໆ ແລະ ພະຍາຍາມຮຽນຮູ້ວິທີເຮັດສິ່ງນັ້ນ, ແຕ່ຫຼັງຈາກທີ່ສຶກສາມັນເປັນເວລາຫຼາຍມື້ ພວກເຂົາກໍຍັງບໍ່ເຂົ້າໃຈມັນວິທີການເຮັດມັນ. ເມື່ອຖືກຖາມວ່າພວກເຂົາກຳລັງຈັດການກັບມັນແນວໃດ, ພວກເຂົາເວົ້າວ່າ “ບໍ່ດົນ, ບໍ່ດົນ!” ແຕ່ໃນຫົວໃຈຂອງພວກເຂົາ, ພວກເຂົາກຳລັງຄິດວ່າ “ຂ້ອຍບໍ່ໄດ້ຢູ່ບ່ອນນັ້ນເທື່ອ, ຂ້ອຍບໍ່ຮູ້, ຂ້ອຍບໍ່ຮູ້ວ່າຈະເຮັດຫຍັງ! ຂ້ອຍຕ້ອງບໍ່ເປີດເຜີຍຂໍ້ມູນທີ່ເປັນຄວາມລັບ, ຂ້ອຍຕ້ອງທຳທ່າສະແດງຕໍ່, ຂ້ອຍບໍ່ສາມາດປ່ອຍໃຫ້ຜູ້ຄົນເຫັນຂໍ້ບົກຜ່ອງ ແລະ ຄວາມບໍ່ສົນໃຈຂອງຂ້ອຍ, ຂ້ອຍບໍ່ສາມາດປ່ອຍໃຫ້ພວກເຂົາດູຖູກຂ້ອຍ!” ນີ້ແມ່ນບັນຫາຫຍັງ? ນີ້ເປັນນະຮົກເປັນໆຂອງການພະຍາຍາມບໍ່ໃຫ້ເສຍໜ້າບໍ່ວ່າຢ່າງໃດກໍຕາມ. ນີ້ແມ່ນອຸປະນິໄສປະເພດໃດ? ຄວາມອວດດີຂອງຜູ້ຄົນດັ່ງກ່າວບໍ່ມີຂອບເຂດ, ພວກເຂົາໄດ້ສູນເສຍຄວາມຮູ້ສຶກທັງໝົດ. ພວກເຂົາບໍ່ປາຖະໜາທີ່ຈະມັກທຸກຄົນ, ພງກເຂົາບໍ່ຕ້ອງການເປັນຄົນທຳມະດາ, ຄົນປົກກະຕິ, ແຕ່ເປັນສຸດຍອດມະນຸດ, ຄົນດີເດັ່ນ ຫຼື ຄົນເກ່ງຮອບດ້ານ. ນີ້ແມ່ນບັນຫາທີ່ໃຫຍ່ຫຼວງ! ເມື່ອເວົ້າກ່ຽວກັບຄວາມອ່ອນແອ, ຂໍ້ບົກຜ່ອງ, ຄວາມບໍ່ຮູ້, ຄວາມໂງ່ຈ້າ ແລະ ການຂາດຄວາມເຂົ້າໃຈພາຍໃນຄວາມເປັນມະນຸດທີ່ປົກກະຕິ, ພວກເຂົາຈະສະຫຼຸບມັນທັງໝົດ ແລະ ບໍ່ປ່ອຍໃຫ້ຄົນອື່ນເຫັນມັນ ແລະ ຫຼັງຈາກນັ້ນກໍຈະສືບຕໍ່ແອບແຝງຕົນເອງ. ມີບາງຄົນທີ່ຫຼັບຫູຫຼັບຕາກັບທຸກສິ່ງ, ເຖິງຢ່າງນັ້ນກໍຍັງອ້າງວ່າພວກເຂົາເຂົ້າໃຈໃນຫົວໃຈຂອງພວກເຂົາ. ເມື່ອເຈົ້າຂໍໃຫ້ພວກເຂົາອະທິບາຍສິ່ງນັ້ນ ພວກເຂົາກໍຈະບໍ່ສາມາດອະທິບາຍໄດ້. ຫຼັງຈາກທີ່ຄົນອື່ນໄດ້ອະທິບາຍມັນ, ພວກເຂົາກໍຈະອ້າງວ່າພວກເຂົາກຳລັງຈະເວົ້າສິ່ງດັ່ງກ່າວ ແຕ່ບໍ່ທັນໄດ້ເວົ້າ. ພວກເຂົາເຮັດທຸກສິ່ງທີ່ພວກເຂົາສາມາດເຮັດໄດ້ເພື່ອແອບແຝງຕົນເອງ ແລະ ພະຍາຍາມດູດີ. ພວກເຈົ້າວ່າແນວໃດ, ຄົນແບບນັ້ນບໍ່ໄດ້ໃຊ້ຊີວິດຢ່າງເພີ້ຝັນບໍ? ພວກເຂົາບໍ່ໄດ້ກຳລັງຝັນບໍ? ພວກເຂົາບໍ່ຮູ້ວ່າພວກເຂົາເອງເປັນຜູ້ໃດ ຫຼື ພວກເຂົາບໍ່ຮູ້ຈັກວິທີທີ່ຈະດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ. ພວກເຂົາບໍ່ເຄີຍປະພຶດຄືກັບມະນຸດທີ່ແທ້ຈິງແມ່ນແຕ່ຄັ້ງດຽວ. ໃນການປະພຶດຕົນເອງ, ຖ້າຜູ້ຄົນເລືອກເສັ້ນທາງແບບນີ້ ໂດຍແທນທີ່ຈະເອົາຕີນຕິດດິດ ແຕ່ເອົາຫົວພວກເຂົາຄາຢູ່ໃນກ້ອນເມກ ແລະ ຕ້ອງການບິນຢູ່ສະເໝີ, ແລ້ວພວກເຂົາກໍຈະປະສົບກັບບັນຫາຢ່າງແນ່ນອນ. ຖ້າເຈົ້າຜ່ານຜ່າມື້ຂອງເຈົ້າໂດຍບໍ່ໄດ້ຢູ່ໃນໂລກຄວາມເປັນຈິງ, ຜ່ານຜ່າແບບມົ້ວໆ, ບໍ່ໄດ້ຈັບຕ້ອງກັບຄວາມເປັນຈິງເລີຍ, ໃຊ້ຊີວິດຕາມຈິນຕະນາການຂອງເຈົ້າເອງຢູ່ສະເໝີ, ແລ້ວນີ້ກໍເປັນບັນຫາ. ເສັ້ນທາງໃນຊີວິດທີ່ເຈົ້າເລືອກບໍ່ຖືກຕ້ອງ. ຖ້າເຈົ້າເຮັດແບບນີ້ ແລ້ວບໍ່ວ່າເຈົ້າເຊື່ອໃນພຣະເຈົ້າແນວໃດກໍຕາມ, ເຈົ້າກໍຈະບໍ່ເຂົ້າໃຈຄວາມຈິງ ຫຼື ເຈົ້າຈະບໍ່ສາມາດຮັບເອົາຄວາມຈິງໄດ້. ເພື່ອເວົ້າຢ່າງຊື່ສັດກັບເຈົ້າ, ເຈົ້າບໍ່ສາມາດຮັບເອົາຄວາມຈິງໄດ້ ເພາະຈຸດເລີ່ມຕົ້ນຂອງເຈົ້າບໍ່ຖືກຕ້ອງ. ເຈົ້າຕ້ອງຮຽນຮູ້ທີ່ຈະຍ່າງໃນພື້ນດິນ ແລະ ຍ່າງຢ່າງໝັ້ນຄົງ ເທື່ອລະກ້າວ. ຖ້າເຈົ້າສາມາດຍ່າງໄດ້, ກໍຈົ່ງຍ່າງ; ຢ່າພະຍາຍາມຮຽນຮູ້ວິທີການແລ່ນ. ຖ້າເຈົ້າສາມາດຍ່າງເທື່ອລະກ້າວ, ແລ້ວຢ່າພະຍາຍາມຍ່າງເທື່ອລະສອງກ້າວ. ເຈົ້າຕ້ອງປະພຶດຕົນເອງດ້ວຍຕີນຂອງເຈົ້າຕິດແໜ້ນຢູ່ກັບພື້ນ. ຢ່າພະຍາຍາມເປັນສຸດຍອດມະນຸດ, ເປັນຄົນຍິ່ງໃຫຍ່ ຫຼື ເປັນຄົນສູງສົ່ງ. ຍ້ອນຖືກຄອບງໍາໂດຍອຸປະນິໄສທີ່ຊົ່ວຮ້າຍຂອງພວກເຂົາ, ມະນຸດແອບມີຄວາມທະເຍີທະຍານ ແລະ ຄວາມປາດຖະໜາບາງຢ່າງຢູ່ຂ້າງໃນພວກເຂົາ, ເຊິ່ງລີ້ຢູ່ພາຍໃນຫົວໃຈຂອງພວກເຂົາ. ພວກເຂົາບໍ່ຕ້ອງການໃຊ້ຊີວິດບົນຄວາມເປັນຈິງ, ໃນທາງກົງກັນຂ້າມ ພວກເຂົາຕ້ອງການແລ່ນອອກໄປສູ່ອາກາດ, ໃຊ້ຊີວິດທ່າມກາງກ້ອນເມກ ແລະ ໝອກ. ພວກເຂົາບໍ່ໄດ້ກຳລັງຝັນບໍ? ຄົນໃຊ້ຊີວິດໃນກາງອາກາດໄດ້ບໍ? ນີ້ຄືອານາເຂດຂອງຊາຕານ, ບໍ່ແມ່ນບ່ອນໃຫ້ຄົນຢູ່. ພຣະເຈົ້າສ້າງມະນຸດຈາກຂີ້ຝຸ່ນເທິງໂລກ; ພຣະອົງເຮັດໃຫ້ພວກເຂົາໃຊ້ຊີວິດເທິງພື້ນດິນ, ໃຊ້ຊີວິດຢ່າງເປັນປົກກະຕິ ແລະ ໂດຍມີກົດລະບຽບ, ຮຽນຮູ້ຄວາມຮູ້ຮ່ວມກັນກ່ຽວກັບວິທີການປະພຶດ, ຮຽນຮູ້ກ່ຽວກັບວິທີການກະທຳ, ຮຽນຮູ້ກ່ຽວກັບວິທີການໃຊ້ຊີວິດ ແລະ ວິທີການນະມັດສະການພຣະອົງ. ພຣະເຈົ້າບໍ່ມອບປີກໃຫ້ຜູ້ຄົນ ແລະ ພຣະອົງບໍ່ໄດ້ອະນຸຍາດໃຫ້ພວກເຂົາໃຊ້ຊີວິດໃນອາກາດ. ຜູ້ທີ່ພະເນຈອນໄປມາໃນອາກາດແມ່ນຊາຕານ ແລະ ວິນຍານຊົ່ວຮ້າຍທຸກຮູບແບບ, ບໍ່ແມ່ນຄົນ. ຖ້າຄົນມີຄວາມທະເຍີທະຍານນີ້ຢູ່ສະເໝີ, ຕ້ອງການກາຍມາເປັນສຸດຍອດມະນຸດຢູ່ສະເໝີ, ຕ້ອງການເປັນບາງສິ່ງ, ແລ້ວພວກເຂົາກໍກຳລັງເອີ້ນຫາບັນຫາ. ມັນເປັນເລື່ອງງ່າຍທີ່ຈະຫຼົງໄຫຼໂດຍສິ້ນເຊີງ! ກ່ອນອື່ນໝົດ, ຄວາມຄິດ ແລະ ແນວຄິດນີ້ຂອງເຈົ້າແມ່ນບໍ່ຖືກຕ້ອງ. ມັນມາຈາກຊາຕານ, ໄປໄກເກີນຄວາມເປັນຈິງໂດຍສິ້ນເຊີງ, ບໍ່ສອດຄ່ອງກັບຂໍ້ຮຽກຮ້ອງຂອງພຣະເຈົ້າເລີຍ ແລະ ໄປໄກຈາກພຣະທຳຂອງພຣະເຈົ້າໂດຍສິ້ນເຊີງ. ແລ້ວຄວາມຄິດນີ້ແມ່ນຫຍັງ? ມັນເປັນການຕ້ອງການເປັນອິດສະຫຼະຈາກຄວາມຕໍ່າຊ້າຢູ່ສະເໝີ, ໂດດເດັ່ນ, ບໍ່ມີໝູ່, ຍອດຢ້ຽມເກີນທຽບໄດ້, ເຜີຍແຜ່ຄວາມຄິດຂອງຕົນເອງຢ່າງເປັນອິດສະຫຼະ, ເລີ່ມມີຊື່ສຽງ ແລະ ຍິ່ງໃຫຍ່, ເປັນມິ່ງຂວັນໃນຫົວໃຈຂອງຄົນ, ສິ່ງເຫຼົ່ານີ້ບໍ່ແມ່ນເປົ້າໝາຍທີ່ຄົນໆໜຶ່ງຄວນສະແຫວງຫາບໍ? ບໍ່ແມ່ນຢ່າງແນ່ນອນ. ໃນບັນດາພຣະທຳທັງໝົດຂອງພຣະເຈົ້າ, ບໍ່ມີຄົນດຽວທີ່ບອກໃຫ້ຄົນພະຍາຍາມກາຍເປັນສຸດຍອດມະນຸດ, ຄົນເຂັ້ມແຂງ, ຄົນມີຊື່ສຽງ ຫຼື ຄົນຍິ່ງໃຫຍ່. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ຄົນຈິນຕະນາການຈະເປັນເລື່ອງແທ້, ບໍ່ມີຫຍັງເລີຍທີ່ມີຢູ່. ການສະແຫວງຫາສິ່ງເຫຼົ່ານີ້ຄືການຂຸດຂຸມສົບຂອງເຈົ້າເອງ, ຍິ່ງເຈົ້າສະແຫວງຫາພວກມັນຫຼາຍສໍ່າໃດ ເຈົ້າກໍຍິ່ງຈະຕາຍໄວຂຶ້ນສໍ່ານັ້ນ. ນີ້ຄືຫົນທາງສູ່ຄວາມຫາຍະນະ.
ຍ້ອນພຣະເຈົ້າໄດ້ກ່າວພຣະທຳຫຼາຍຂໍ້, ພວກເຈົ້າຮູ້ບໍວ່າແມ່ນຫຍັງຄືຂໍ້ຮຽກຮ້ອງຂອງພຣະອົງສຳລັບພຶດຕິກຳຂອງຜູ້ຄົນ? (ພຣະອົງຕ້ອງການໃຫ້ພວກເຂົາປະພຶດຕົນເອງຢ່າງມີສະຕິ.) (ພຣະອົງຕ້ອງການໃຫ້ພວກເຂົາປະພຶດຕົນເອງ ແລະ ເຮັດບົນຄວາມເປັນຈິງ, ຢ່າງບາກບັ່ນ ແລະ ບໍ່ດຶງດູດຄວາມສົນໃຈ.) ເຖິງແມ່ນວ່າຄຳເວົ້າສອງສາມຄຳເຫຼົ່ານີ້ງ່າຍໆ, ຄົນສ່ວນໃຫຍ່ບໍ່ສາມາດບັນລຸພວກມັນໄດ້; ມີພຽງແຕ່ຄົນຊື່ສັດທີ່ສາມາດເຮັດໄດ້. ໃນຄວາມເປັນຈິງແລ້ວ, ບໍ່ວ່າພວກເຈົ້າຈະສະແດງມັນແນວໃດກໍຕາມ, ຖ້າຈະເວົ້າໃຫ້ສັ້ນໆກໍຄື ພຣະເຈົ້າຮຽກຮ້ອງໃຫ້ຄົນຊື່ສັດ. ມີພຽງແຕ່ຄົນຊື່ສັດຈຶ່ງສາມາດປະພຶດຕົນເອງຢ່າງມີສະຕິ, ໃຊ້ພື້ນຖານຂອງພວກເຂົາບົນຄວາມເປັນຈິງເມື່ອພວກເຂົາກະທຳ, ບໍ່ດຶງດູດຄວາມສົນໃຈ ແລະ ບາກບັ່ນ, ສະນັ້ນການເປັນຄົນຊື່ສັດຈຶ່ງຖືກຕ້ອງ ແລະ ພຣະເຈົ້າກໍມັກຄົນຊື່ສັດ. ພຣະເຈົ້າດູຖູກຄົນຫຼອກລວງ. ຄົນທີ່ບໍ່ປະພຶດຕົນເອງຢ່າງມີສະຕິ, ຄົນທີ່ບໍ່ມີພື້ນຖານຂອງພວກເຂົາບົນຄວາມເປັນຈິງໃນຂະນະທີ່ພວກເຂົາກະທຳ, ກໍເປັນຄົນຫຼອກລວງ. ເຈົ້າເຂົ້າໃຈບໍເມື່ອເວົ້າໃນລັກສະນະນີ້? ສະນັ້ນບອກເຮົາອີກຄັ້ງເບິ່ງວ່າ ນອກຈາກການຮຽກຮ້ອງໃຫ້ພວກເຂົາເປັນຄົນຊື່ສັດ, ພຣະເຈົ້າມີຂໍ້ຮຽກຮ້ອງຫຍັງອີກສຳລັບຜູ້ຄົນ? (ພວກເຂົາຈຳເປັນຕ້ອງຖ່ອມຕົນເອງ.) ພວກເຈົ້າເວົ້າວ່າ “ຖ່ອມ”, ແຕ່ມັນມີເຫດຜົນບໍທີ່ຈະໃຊ້ຄຳເວົ້ານີ້ເພື່ອອະທິບາຍຜູ້ຄົນ? (ມັນບໍ່ມີເຫດຜົນ.) ເປັນຫຍັງມັນຈຶ່ງບໍ່ມີເຫດຜົນ? ຍ້ອນຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດບໍ່ມີສະຖານະໃນຕອນຕົ້ນ; ພວກເຂົາມີຕ້ອຍຕໍ່າກວ່າໂຕໜອນໃນຕອນຕົ້ນ, ສະນັ້ນພວກເຂົາຈະສາມາດຖ່ອມຕົວໄດ້ຫຼາຍສໍ່າໃດອີກ? ຖ້າພວກເຂົາຫຼຸດຕົນເອງລົງຫຼາຍກວ່ານີ້, ພວກເຂົາຈະກາຍມາເປັນຫຍັງ? ພວກເຂົາຈະບໍ່ກາຍມາເປັນມານຮ້າຍ ຫຼື ສັດຮ້າຍບໍ? ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ທຸກສິ່ງທີ່ຖືກສ້າງໂດຍພຣະເຈົ້າກໍມີສັນຊາດຕະຍານຂອງມະນຸດ. ທຸກຄົນສາມາດບັນລຸສິ່ງຕ່າງໆທີ່ພວກເຂົາຄວນມີ, ເຊິ່ງລ້ວນແລ້ວແຕ່ເປັນສ່ວນໃນພຶດຕິກຳ ແລະ ການສະແດງອອກທີ່ປົກກະຕິຂອງພວກເຂົາ. ໃຫ້ພວກເຮົາເວົ້າເຖິງຄວາມສຸກ, ຄວາມໃຈຮ້າຍ, ຄວາມເສົ້າໃຈ ແລະ ຄວາມປິຕິຍິນດີກ່ອນ, ເຊິ່ງເປັນອາລົມບາງຢ່າງທີ່ຄົນມີ. ເມື່ອຄົນໃດໜຶ່ງໂສກເສົ້າ ຫຼື ເສົ້າໃຈ, ການສະແດງອອກທີ່ມັກເກີດຂຶ້ນຫຼາຍທີ່ສຸດຄືການຮ້ອງໄຫ້. ມັນເປັນການສະແດງອອກໂດຍທຳມະຊາດຂອງມະນຸດຊາດທີ່ປົກກະຕິ. ເມື່ອເຈົ້າເສົ້າໃຈ ຫຼື ເຈັບປວດ, ເຈົ້າສາມາດຮ້ອງໄຫ້, ປ່ອຍໃຫ້ນໍ້າຕາຂອງເຈົ້າອອກມາ. ຢ່າທຳທ່າ. ບາງຄົນເວົ້າວ່າ: “ຂ້ອຍບໍ່ຮ້ອງໄຫ້, ຂ້ອຍເປັນຜູ້ຊາຍທີ່ເຂັ້ມແຂງ ແລະ ຜູ້ຊາຍແທ້ບໍ່ຮ້ອງໄຫ້ງ່າຍໆ!” ຄົນອື່ນເວົ້າວ່າ: “ເຖິງແມ່ນຂ້ອຍເປັນແມ່ຍິງ, ຂ້ອຍກໍເດັດດ່ຽວ. ຂ້ອຍຕ້ອງເຂັ້ມແຂງຄືກັບຜູ້ຊາຍ. ຂ້ອຍຈະກາຍມາເປັນວິລະສະຕີ, ບໍ່ແມ່ນແມ່ຍິງທີ່ອ່ອນແອ”. ຄວາມຄິດປະເພດນີ້ຖືກຕ້ອງບໍ? ນີ້ແມ່ນຄວາມເປັນມະນຸດປະເພດໃດ? ນີ້ຄືການທຳທ່າ; ມັນບໍ່ແມ່ນຄວາມຈິງ. ສິ່ງທີ່ທຳທ່າບໍ່ແມ່ນການສະແດງອອກເຖິງຄວາມເປັນມະນຸດທີ່ປົກກະຕິ. ໃນທາງກົງກັນຂ້າມ, ມັນເປັນການປາກົດຕົວທີ່ປອມຕໍ່ຄົນອື່ນ, ບິດເບືອນຄວາມເປັນມະນຸດທີ່ປົກກະຕິໂດຍສົມບູນ. ສະນັ້ນເມື່ອຄົນມີບາງຢ່າງໃຫ້ເສົ້າໃຈ ຫຼື ວິຕົກກັງວົນ, ເມື່ອພວກເຂົາຖອນຫາຍໃຈ ຫຼື ເມື່ອການສະແດງອອກຂອງພວກເຂົາຈິງຈັງພໍສົມຄວນ ຫຼື ເມື່ອພວກເຂົາບໍ່ຕ້ອງການກິນ, ທຸກສິ່ງເຫຼົ່ານີ້ຄືການສະແດງອອກເຖິງຄວາມເປັນມະນຸດທີ່ປົກກະຕິ, ເຊິ່ງບໍ່ມີຜູ້ໃດສາມາດປົກປິດໄດ້. ເມື່ອຄົນໃດໜຶ່ງພົບກັບບາງສິ່ງທີ່ດີ, ພວກເຂົາກໍຍິ້ມ ເຊິ່ງຍັງເປັນການສະແດງອອກທີ່ປົກກະຕິອີກດ້ວຍ. ມີບາງຄົນທີ່ບໍ່ກ້າຫົວຂວັນສຽງດັງເມື່ອພວກເຂົາພໍໃຈ. ພວກເຂົາຫຸບປາກຂອງພວກເຂົາຢູ່ສະເໝີເພື່ອເຊື່ອງຮອຍຍິ້ມຂອງພວກເຂົາ, ຢ້ານຄຳເວົ້າຢອກຂອງຜູ້ຄົນຢູ່ສະເໝີ. ນັ້ນຄືເລື່ອງປົກກະຕິບໍ? (ມັນບໍ່ແມ່ນເລື່ອງປົກກະຕິ.) ສິ່ງນີ້ຍັງເປັນການທຳທ່າ. ພວກເຂົາຄິດວ່າແມ່ຍິງບໍ່ສາມາດຫົວຂວັນໄດ້ໃນບ່ອນສາທາລະນະຕໍ່ໜ້າຫຼາຍຄົນ ແລະ ໂດຍສະເພາະແລ້ວພວກເຂົາບໍ່ສາມາດເຮັດໃຫ້ເຫັນແຂ້ວຂອງພວກເຂົາ, ຖ້າບໍ່ດັ່ງນັ້ນຜູ້ຄົນຈະດູຖູກ ຫຼື ດູໝິ່ນພວກເຂົາ, ສະນັ້ນພວກເຂົາຈຶ່ງຕ້ອງຄວບຄຸມຕົນເອງ ແລະ ພວກເຂົາບໍ່ສາມາດເຮັດຫຼິ້ນໆໄດ້. ນີ້ຄືຜົນຮັບຂອງການສຶກສາວັດທະນະທຳຈີນແບບດັ້ງເດີມ. ໃນຄົນທີ່ມີຄວາມສຸກ, ຄວາມໃຈຮ້າຍ, ຄວາມທຸກໃຈ ແລະ ຄວາມປິຕິຍິນດີທີ່ບໍ່ປົກກະຕິ, ຄົນອື່ນບໍ່ສາມາດເຫັນການສຳແດງອອກ ຫຼື ຄວາມຕ້ອງການໃນຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ. ຄົນປະເພດນີ້ເປັນປົກກະຕິບໍ? (ພວກເຂົາບໍ່ປົກກະຕິ.) ບໍ່ໄດ້ມີຫຍັງໃນຄວາມຄິດຂອງພວກເຂົາທີ່ຄອບງໍາພວກເຂົາບໍ? ຄົນຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ນັ້ນຄືລັກສະນະທີ່ເປັນແທ້ໆ. ພວກເຂົາເປັນຜີສາດຫຼາຍກວ່າຜູ້ຄົນ. ນີ້ຄືການປາກົດຕົວຂອງຄົນທີ່ຖືກຄອບງໍາໂດຍທຳມະຊາດທີ່ໂຫດຫ້ຽມ. ພວກເຂົາບໍ່ເປັນຈິງທີ່ສຸດ ແລະ ພວກເຂົາທຳທ່າຫຼາຍເກີນໄປ. ເປັນຫຍັງຄົນທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີຈຶ່ງເກືອບບໍ່ໄດ້ປ່ຽນແປງຫຍັງເລີຍ? ໃນໜຶ່ງດ້ານ, ຄົນບໍ່ມີຄວາມຮູ້ທີ່ຖືກຕ້ອງ ຫຼື ມຸມມອງທີ່ຊັດເຈນກ່ຽວກັບເສັ້ນທາງ, ຫຼັກການ, ທິດທາງ ແລະ ເປົ້າໝາຍຂອງການເປັນຄົນປົກກະຕິ ແລະ ພວກເຂົາບໍ່ມີມຸມມອງທີ່ຊັດເຈນກ່ຽວກັບເສັ້ນທາງໃນການສະແຫວງຫາຄວາມຈິງ. ໃນອີກດ້ານໜຶ່ງ, ຄົນປະເພດນີ້ເມີນເສີຍ. ເຖິງແມ່ນວ່າພວກເຂົາໃຊ້ຊີວິດສີ່ສິບ ຫຼື ຫ້າສິບປີ, ພວກເຂົາກໍບໍ່ຮູ້ຫຍັງກ່ຽວກັບວິທີການເປັນຄົນຊື່ສັດ ຫຼື ຂໍ້ຮຽກຮ້ອງທີ່ພວກເຂົາຕ້ອງບັນລຸເພື່ອດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ. ນີ້ເປັນເພາະວັດທະນະດັ້ງເດີມໄດ້ວາງຮາກເລິກເກີນໄປໃນຫົວໃຈຂອງຜູ້ຄົນ ແລະ ພວກເຂົາຕ້ອງການທຳທ່າຢູ່ສະເໝີວ່າພວກເຂົາເປັນຄົນບໍລິສຸດ ແລະ ຍິ່ງໃຫຍ່ດັ່ງທີ່ພວກເຂົາຈິນຕະນາການວ່າຕົນເອງເປັນ, ເຊິ່ງເຮັດໃຫ້ພວກເຂົາເຂົ້າໃຈສິ່ງຕ່າງໆໃນລັກສະນະທີ່ມີອະຄະຕິ, ເປັນຕາຫົວ ແລະ ແປກປະຫຼາດ. ມີຄົນແບບນັ້ນຢູ່ທ່າມກາງພວກເຈົ້າບໍ? ບາງຄົນບໍ່ເຄີຍເປີດຫົວໃຈຂອງພວກເຂົາໃຫ້ຄົນອື່ນຈັກເທື່ອ ແລະ ພວກເຂົາບໍ່ຮູ້ຈັກວິທີການເວົ້າກ່ຽວກັບຄວາມຄິດສ່ວນໃນສຸດຂອງພວກເຂົາ. ພວກເຂົາເບິ່ງຄືກັບວ່າພວກເຂົາບໍ່ມີຄວາມຫຍຸ້ງຍາກ, ຄືກັບວ່າພວກເຂົາບໍ່ເຄີຍຄິດລົບ ຫຼື ອ່ອນແອ, ຄືກັບວ່າພວກເຂົາບໍ່ເຄີຍມີຄວາມຫຍຸ້ງຍາກຫຍັງກັບການເຂົ້າສູ່ຊີວິດ. ພວກເຂົາບໍ່ຕ້ອງການສະແຫວງຫາຫຍັງ ແລະ ໂອ້ລົມກັບຄົນອື່ນ ແລະ ພວກເຂົາບໍ່ຕ້ອງການການໂອ້ລົມ, ການບຳລຸງລ້ຽງ, ການຊ່ວຍເຫຼືອ ຫຼື ການຊ່ວຍຈາກຄົນໃດໆ. ພວກເຂົາເບິ່ງຄືກັບວ່າພວກເຂົາເຂົ້າໃຈທຸກສິ່ງດ້ວຍຕົວພວກເຂົາເອງ ແລະ ສາມາດແກ້ໄຂທຸກຢ່າງໄດ້. ເມື່ອຄົນໃດໜຶ່ງຖາມພວກເຂົາວ່າພວກເຂົາເຄີຍຄິດລົບມາກ່ອນ ຫຼື ບໍ່, ພວກເຂົາກໍເວົ້າວ່າ: “ຂ້ອຍຄິດລົບໃນບາງຄັ້ງບາງຄາວ, ແຕ່ຂ້ອຍພຽງແຕ່ອະທິຖານຫາພຣະເຈົ້າ, ມີຄວາມຕັ້ງໃຈຂອງຂ້ອຍ ແລະ ກ່າວຄຳສາບານ ແລະ ຈາກນັ້ນຂ້ອຍກໍບໍ່ເປັນຫຍັງ”. ນີ້ແມ່ນຄົນປະເພດໃດ? ໃນພາຍນອກ, ມັນອາດບໍ່ປາກົດຄືກັບວ່າມີຫຼາຍຄົນທີ່ເປັນແບບນັ້ນ, ແຕ່ໃນຄວາມເປັນຈິງແລ້ວ ມີຫຼາຍຄົນທີ່ມີສະພາວະເຫຼົ່ານີ້. ຈົນຮອດມື້ນີ້, ຄົນແບບນີ້ບໍ່ຮູ້ຄວາມໝາຍຂອງການເຊື່ອໃນພຣະເຈົ້າ. ພວກເຂົາຄິດວ່າການເຊື່ອໃນພຣະເຈົ້າພຽງແຕ່ໝາຍຄວາມເຖິງການຮັບຮູ້ພຣະອົງ ແລະ ການເປັນຄົນດີ ແລະ ພວກເຂົາຈະ “ກາຍມາເປັນຄົນອະມະຕະ ແລະ ຮັບເອົາຫົນທາງ” ໃນມື້ໜຶ່ງ ແລະ ເຂົ້າສູ່ອານາຈັກສະຫວັນ, ດັ່ງທີ່ຊາວພຸດເວົ້າກ່ຽວກັບການເປັນອິດສະຫຼະຈາກຄວາມປາດຖະໜາ ແລະ ຄວາມຫຼົງໄຫຼຂອງມະນຸດ ຫຼື ບໍລິສຸດຈາກຫົວໃຈ ແລະ ການມີຄວາມປາດຖະໜາສອງສາມຢ່າງ. ພວກເຂົາເຮັດວຽກຢ່າງດຸໝັ່ນ ແລະ ພະຍາຍາມຕົນເອງຢ່າງໜັກໃນທິດທາງນີ້, ແຕ່ນີ້ຄືການເຊື່ອໃນພຣະເຈົ້າບໍ? ເຖິງແມ່ນໃນຕອນນີ້, ພວກເຂົາບໍ່ຮູ້ວ່າການເຊື່ອໃນພຣະເຈົ້າແມ່ນຫຍັງ ແລະ ພວກເຂົາບໍ່ຮູ້ວ່າພວກເຂົາຄວນສະແຫວງຫາຫຍັງ ຫຼື ພວກເຂົາຄວນເປັນຄົນປະເພດໃດ. ບໍ່ວ່າພວກເຂົາຈະຮັບຟັງຄຳເທດສະໜາຫຼາຍສໍ່າໃດກໍຕາມກ່ຽວກັບຄວາມຈິງ, ເປົ້າໝາຍທີ່ພວກເຂົາສະແຫວງຫາກໍບໍ່ປ່ຽນແປງ ແລະ ມຸມມອງຂອງພວກເຂົາຕໍ່ການເຊື່ອໃນພຣະເຈົ້າກໍບໍ່ປ່ຽນແປງ. ສິ່ງນີ້ຂ້ອນຂ້າງເປັນບັນຫາ! ຖ້າເຈົ້າເຖິງກັບບໍ່ເຂົ້າໃຈຄວາມໝາຍຂອງການເຊື່ອໃນພຣະເຈົ້າ, ແລ້ວເຈົ້າຈະສາມາດຮູ້ໄດ້ບໍວ່າພຣະທຳຂອງເຈົ້າເປັນຜູ້ໃດ? ຖ້າເຈົ້າເຖິງກັບບໍ່ເຂົ້າໃຈຄວາມໝາຍຂອງການເຊື່ອໃນພຣະເຈົ້າ, ແລ້ວເຈົ້າຈະສາມາດສະແຫວງຫາຄວາມຈິງບໍ? ຄົນໆໜຶ່ງທີ່ບໍ່ມີຄວາມຮູ້ກ່ຽວກັບນິມິດຂອງການເຊື່ອໃນພຣະເຈົ້າຢ່າງສິ້ນເຊີງຈະສາມາດຮັກຄວາມຈິງໄດ້ບໍ? ຄົນທີ່ບໍ່ເຂົ້າໃຈນິມິດຂອງການເຊື່ອໃນພຣະເຈົ້າເປັນຄົນທີ່ບໍ່ສາມາດຮັບເອົາຄວາມຈິງ. ມັນໄຮ້ປະໂຫຍດທີ່ຈະຖາມຄົນປະເພດນີ້ວ່າພວກເຂົາຮັກຄວາມຈິງ ຫຼື ບໍ່; ພວກເຂົາບໍ່ເຂົ້າໃຈຄວາມໝາຍຂອງການເຊື່ອໃນພຣະເຈົ້າ ຫຼື ການສະແຫວງຫາຄວາມຈິງ. ພວກເຂົາບໍ່ເຂົ້າໃຈສິ່ງເຫຼົ່ານີ້. ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າເປັນເວລາສາມປີ ຫຼື ຫ້າປີ, ສິບປີ ຫຼື ແປດປີ, ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ເຂົ້າໃຈຄວາມຈິງ. ສິ່ງດຽວທີ່ພວກເຂົາຮູ້ກໍຄືການເຊື່ອໃນພຣະເຈົ້າແມ່ນການເປັນຄົນດີ, ການເຮັດສິ່ງດີໆ, ການໃຈດີ ແລະ ມີຄວາມກຸສົນ ແລະ ພວກເຂົາຄິດວ່ານີ້ຄືວິທີການທີ່ມີກຽດໃນການໃຊ້ຊີວິດ. ມຸມມອງນີ້ບໍ່ແມ່ນພໍເປັນພິທີ ແລະ ຫຼ້າສະໄໝເກີນໄປບໍ? ສິ່ງນີ້ບໍ່ສາມາດເຂົ້າກັນໄດ້ ແລະ ບໍ່ເຊື່ອມໂຍງກັບຄວາມຈິງຂອງການເຊື່ອໃນພຣະເຈົ້າໂດຍສິ້ນເຊີງ. ຄົນທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແຕ່ຍັງປະຕິບັດຕໍ່ເລື່ອງຄວາມເຊື່ອໃນພຣະເຈົ້າດ້ວຍມຸມມອງ, ຄວາມຄິດ ແລະ ວິທີການຂອງຜູ້ເຊື່ອ, ຊາວພຸດ ແລະ ຜູ້ເຊື່ອລັດທິເຕົ໋າ, ຄົນທີ່ເພິ່ງພາແນວຄິດ ແລະ ຈິນຕະນາການດັ້ງເດີມເພື່ອຍ່າງໃນເສັ້ນທາງແຫ່ງຄວາມເຊື່ອໃນພຣະເຈົ້າ, ຄົນທີ່ເຊື່ອຢ່າງຜິດໆວ່າຄວາມເຂົ້າໃຈຂອງພວກເຂົາບໍລິສຸດ, ຄົນທີ່ຄິດວ່າການເຊື່ອໃນພຣະເຈົ້າໃນລັກສະນະນີ້ເປັນວິທີການດຽວທີ່ຈະສະແຫວງຫາຄວາມຈິງ, ພວກເຂົາບໍ່ໄດ້ເພິ່ງພາຕົນເອງບໍ?
ຄົນຈີນມີພື້ນຫຼັງວັດທະນະທຳດັ້ງເດີມໃນລັດທິເຕົ໋າ ແລະ ສາດສະໜາພຸດ. ພາຍໃຕ້ສິ່ງນີ້ແມ່ນພື້ນຫຼັງທາງສັງຄົມດັ້ງເດີມທີ່ຍິ່ງໃຫຍ່, ມັນຍາກຫຼາຍສຳລັບຄົນຈີນຈະປົດປ່ອຍຄວາມຄິດຂອງພວກເຂົາຈາກສິ່ງເຫຼົ່ານີ້, ສະນັ້ນເມື່ອຄົນຈີນກ່າວເຖິງການເຊື່ອໃນພຣະເຈົ້າ, ສິ່ງທຳອິດທີ່ພວກເຂົາຄິດຫາກໍຄືມຸມມອງຂອງຊາວພຸດ ແລະ ຜູ້ເຊື່ອລັດທິເຕົ໋າທີ່ເປັນຄົນກິນແຕ່ຜັກ ແລະ ອະທິຖານຫາພະພຸດທະເຈົ້າ, ການບໍ່ຂ້າ, ການຕັກບາດ ແລະ ການເຮັດດີ, ການຊ່ວຍເຫຼືອຄົນອື່ນ, ການບໍ່ໂຈມຕີ ຫຼື ການຮ້ອງໃສ່ຄົນອື່ນ, ການບໍ່ຄາດຕະກຳ ຫຼື ລອບວາງເພີງ, ການເປັນຄົນດີ ແລະ ອື່ນໆ. ແລ້ວມັນໃຊ້ເວລາດົນສໍ່າໃດເພື່ອໃຫ້ຄົນໆໜຶ່ງກຳຈັດສິ່ງເຫຼົ່ານີ້ ແລະ ເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງການເຊື່ອໃນພຣະເຈົ້າ? ຄົນໆໜຶ່ງຈະເປັນຕ້ອງມີຄວາມຈິງອັນໃດໃນການສະແຫວງຫາຄວາມເຂົ້າໃຈເພື່ອປ່ຽນແປງຄວາມຄິດ ແລະ ແນວຄິດທີ່ບໍ່ຖືກຕ້ອງເຫຼົ່ານີ້, ກຳຈັດພວກມັນໂດຍສິ້ນເຊີງ? ໂດຍການເຂົ້າໃຈຂໍ້ຮຽກຮ້ອງຂອງພຣະເຈົ້າເທົ່ານັ້ນ ແລະ ໂດຍການເຊື່ອໃນພຣະເຈົ້າຕາມຫຼັກການແຫ່ງຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ງອໃນການເຊື່ອໃນພຣະເຈົ້າ; ຈາກຕອນນັ້ນເອງ ຊີວິດຂອງການເຊື່ອໃນພຣະເຈົ້າຂອງພວກເຂົາຈຶ່ງຈະເລີ່ມຕົ້ນຂຶ້ນຢ່າງເປັນທາງການ. ຖ້າຄົນໃດໜຶ່ງຍັງມີຄວາມເຊື່ອງົມງວາຍແບບສັກດິນາໃນຫົວໃຈຂອງພວກເຂົາ ຫຼື ແນວຄິດ, ຈິນຕະນາການ ແລະ ກົດລະບຽບຂອງສາດສະໜາດັ້ງເດີມ, ແລ້ວສິ່ງເຫຼົ່ານີ້ທີ່ພວກເຂົາເກັບໄວ້ໃນຫົວໃຈຂອງພວກເຂົາກໍເປັນສິ່ງທີ່ພຣະເຈົ້າລັງກຽດ ແລະ ກຽດຊັງທີ່ສຸດ. ພວກເຂົາຕ້ອງສະແຫວງຫາຄວາມຈິງ, ແຍກແຍະສິ່ງເຫຼົ່ານີ້ ແລະ ຈາກນັ້ນກໍປະຖິ້ມພວກມັນໂດຍສິ້ນເຊີງ. ຄົນແບບນັ້ນເທົ່ານັ້ນຈຶ່ງຮັກຄວາມຈິງ, ມີພຽງແຕ່ພວກເຂົາທີ່ສາມາດຮັບພາລະກິດຂອງພຣະວິນຍານບໍລິສຸດ. ນີ້ຄືສິ່ງທີ່ແນ່ນອນ. ຖ້າເຈົ້າບໍ່ອີງຄວາມເຊື່ອຂອງເຈົ້າໃນພຣະເຈົ້າໃສ່ຄວາມຈິງໃນພຣະທຳຂອງພຣະອົງ, ແລ້ວເຈົ້າກໍຈະບໍ່ສາມາດຮັບເອົາພອນຂອງພຣະອົງຈັກເທື່ອ. ຫຼັງຈາກທີ່ຄົນໆໜຶ່ງໄດ້ກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ, ຫຼັງຈາກທີ່ພວກເຂົາໄດ້ຂ້າມຜ່ານເກນພື້ນຖານນັ້ນ, ມີການປ່ຽນແປງໃນສະພາວະພາຍໃນຂອງພວກເຂົາ. ກ່ອນອື່ນໝົດ, ຄວາມຄິດ ແລະ ມຸມມອງຂອງພວກເຂົາບໍ່ໄດ້ລວງຕາ, ແຕ່ເປັນຈິງ. ສະພາວະ, ຄວາມຄິດ ແລະ ແນວຄິດຂອງພວກເຂົາບໍ່ໄດ້ຫວ່າງເປົ່າ, ແຕ່ສອດຄ່ອງກັບຄວາມຈິງ, ພວກມັນສອດຄ່ອງກັບພຣະທຳຂອງພຣະເຈົ້າໂດຍສິ້ນເຊີງ. ເປົ້າໝາຍ ແລະ ທິດທາງທີ່ພວກເຂົາສະແຫວງຫາບໍ່ແມ່ນຫຼັກຄຳສອນ ແລະ ມັນບໍ່ແມ່ນສິ່ງທີ່ບໍ່ສາມາດໄປເຖິງໄດ້ ຫຼື ບໍ່ສາມາດເບິ່ງເຫັນໄດ້, ໃນທາງກົງກັນຂ້າມ ມັນເປັນສິ່ງດີໆ, ສອດຄ່ອງກັບຂໍ້ຮຽກຮ້ອງຂອງພຣະເຈົ້າ ແລະ ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ. ສະພາວະທັງໝົດຂອງພວກເຂົາ, ຄວາມຄິດຂອງພວກເຂົາ ແລະ ແນວຄິດຂອງພວກເຂົາລ້ວນແລ້ວແຕ່ເປັນຈິງ ແລະ ເປັນຂອງແທ້. ເຈົ້າເຊື່ອໃນພຣະເຈົ້າໃນຕອນນີ້, ສະນັ້ນຄວາມຄິດຂອງເຈົ້າຢູ່ໃສ? ຖ້າເຈົ້າຍັງລອຍຢູ່ໃນອາກາດ, ໂດຍບໍ່ມີທິດທາງທີ່ຖືກຕ້ອງ, ຖ້າຍັງມີຄວາມຄິດຫຼາຍຢ່າງທີ່ບໍ່ສອດຮັບຄວາມເປັນຈິງ ແລະ ຄວາມຄິດທີ່ຫວ່າງເປົ່າ ແລະ ເປັນຫຼັກຄຳສອນຫຼາຍຢ່າງ, ໂດຍມີຄວາມຄິດ, ແນວຄິດ ແລະ ຈິນຕະນາການທຸກປະເພດຂອງມະນຸດ, ແລ້ວເຈົ້າກໍຍັງໃຊ້ຊີວິດໃນວັງວົນຂອງຈິນຕະນາການ ແລະ ເຈົ້າບໍ່ກັບມາສູ່ຄວາມເປັນຈິງ. ນີ້ຄືສິ່ງທີ່ອັນຕະລາຍຫຼາຍ, ເພາະສິ່ງທີ່ເຈົ້າຄິດ, ສິ່ງທີ່ເຈົ້າເຮັດ ແລະ ເປົ້າໝາຍທີ່ເຈົ້າສະແຫວງຫາໃນຫົວໃຈຂອງເຈົ້າບໍ່ມີຫຍັງກ່ຽວຂ້ອງກັບຄວາມຈິງຂອງການເຊື່ອໃນພຣະເຈົ້າ ຫຼື ຂໍ້ຮຽກຮ້ອງຂອງພຣະເຈົ້າ, ພວກມັນບໍ່ໄດ້ຈັບຕ້ອງກັນແມ່ນແຕ່ໜ້ອຍດຽວ. ເຈົ້າເຮັດບົນພື້ນຖານຫຍັງ? ເຈົ້າເຮັດບົນພື້ນຖານປະສົບການທີ່ສະຫຼຸບແລ້ວຂອງມະນຸດ, ປັດຊະຍາທາງໂລກ, ພ້ອມທັງສິ່ງຕ່າງໆທີ່ເຈົ້າຮຽນຮູ້ຈາກສັງຄົມ, ຄອບຄົວຂອງເຈົ້າ ແລະ ສະຖານະການທຸກປະເພດ ແລະ ສິ່ງຕ່າງໆທີ່ເຈົ້າຈິນຕະນາການ ແລະ ສະຫຼຸບໃນຫົວຂອງເຈົ້າ. ຕົວຢ່າງ: ເມື່ອບາງສິ່ງເກີດຂຶ້ນກັບເຈົ້າ, ເຈົ້າກໍເຮັດໃນລັກສະນະທີ່ເຈົ້າຄິດວ່າເຈົ້າຄວນເຮັດ ແລະ ເຈົ້າຄິດວ່າການເຮັດເຊັ່ນນັ້ນສອດຄ່ອງກັບຄວາມຈິງ ແລະ ສິ່ງທີ່ເຈົ້າຄິດວ່າຖືກຕ້ອງ ແລະ ເປັນບວກນັ້ນຄືຄວາມຈິງ. ມື້ໜຶ່ງ, ເມື່ອເຈົ້າປະສົບກັບອຸປະສັກ ຫຼື ຈັດການ, ແລ້ວເຈົ້າຈະຮັບຮູ້ວ່າການກະທຳ, ຄວາມຄິດ ແລະ ແນວຄິດຂອງເຈົ້າລ້ວນແລ້ວແຕ່ເປັນຈິນຕະນາການ ແລະ ແນວຄິດຂອງມະນຸດ, ເຊິ່ງບໍ່ສາມາດເຂົ້າກັບຫຼັກການແຫ່ງຄວາມຈິງໄດ້ໂດຍພື້ນຖານ. ນັ້ນໝາຍຄວາມວ່າ ກ່ອນທີ່ຄົນໆໜຶ່ງຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າຢ່າງເປັນທາງການ, ຫຼາຍສິ່ງທີ່ພວກເຂົາເຮັດບໍ່ມີຫຍັງກ່ຽວຂ້ອງກັບຫຼັກການແຫ່ງຄວາມຈິງ. ພວກເຂົາມາຈາກຄວາມຄິດ ແລະ ຈິນຕະນາການຂອງຜູ້ຄົນ ຫຼື ຄວາມມັກ, ຄວາມກະຕືລືລົ້ນ ແລະ ກຳລັງໃຈຂອງພວກເຂົາ ຫຼື ຄວາມປາດຖະໜາ ແລະ ຄວາມຫວັງດີຂອງພວກເຂົາ ຫຼື ແມ່ນແຕ່ຄວາມປາດຖະໜາຂອງພວກເຂົາ. ທຸກສິ່ງເຫຼົ່ານີ້ຄືຈຸດເລີ່ມຕົ້ນ ແລະ ຕົ້ນຕໍການກະທຳຂອງຜູ້ຄົນ.
ກ່ຽວກັບສະພາວະທີ່ຄົນໆໜຶ່ງຕ້ອງມີເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້ານັ້ນ, ມີມາດຕະຖານ, ເຊິ່ງພວກເຂົາຕ້ອງມີສະພາວະທີ່ປົກກະຕິ ໃນຂະນະທີ່ມີປະສົບການກັບພຣະທຳຂອງພຣະເຈົ້າ. ບາງຄົນໃຊ້ຊີວິດໃນສະພາວະນີ້ແລ້ວ, ໃນຂະນະທີ່ຄົນອື່ນບໍ່ໄດ້ເຂົ້າສູ່ມັນເທື່ອ ຫຼື ບາງຄົນກໍເຂົ້າໃນບາງຄັ້ງບາງຄາວ, ແຕ່ຫຼັງຈາກຊົ່ວໄລຍະໜຶ່ງ ພວກເຂົາກໍກັບຄືນສູ່ສະພາວະເດີມຂອງພວກເຂົາ. ນີ້ແມ່ນສະພາວະຫຍັງ? ມັນຄືຫຼັງຈາກທີ່ຄົນໃດໜຶ່ງໄດ້ຜ່ານຜ່າຊ່ວງເວລາໃດໜຶ່ງໂດຍອີງໃສ່ຄວາມກະຕືລືລົ້ນ, ຄວາມມັກ, ແນວຄິດ ແລະ ຈິນຕະນາການຂອງພວກເຂົາ, ພວກເຂົາກໍຮັບຮູ້ໃນທັນທີວ່າການເຊື່ອໃນລັກສະນະນີ້ເບິ່ງຄືກັບບໍ່ສາມາດຍອມຮັບໄດ້, ພວກເຂົາບໍ່ສາມາດຮັບເອົາຄວາມຈິງ ແລະ ການເຊື່ອໃນລັກສະນະນີ້ຫວ່າງເປົ່າ ແລະ ບໍ່ເປັນຈິງ. ພວກເຂົາຮັບຮູ້ວ່າພວກເຂົາເປັນສິ່ງຖືກສ້າງຢູ່ສະເໝີ, ພວກເຂົາຄວນເປັນສິ່ງຖືກສ້າງທີ່ແທ້ຈິງ ແລະ ເຮັດໜ້າທີ່ຂອງສິ່ງຖືກສ້າງຢ່າງຈິງໃຈດ້ວຍສຸດຫົວໃຈ ແລະ ກຳລັງຂອງພວກເຂົາ. ຈາກນັ້ນພວກເຂົາກໍເລີ່ມເຮັດສິ່ງຕ່າງໆໂດຍມີພື້ນຖານບົນຄວາມເປັນຈິງ ແລະ ພວກເຂົາເຮັດໜ້າທີ່ຂອງພວກເຂົາດ້ວຍຄວາມອຸທິດຕົວທັງໝົດຂອງພວກເຂົາ. ເມື່ອພວກເຂົາເຮັດສິ່ງຕ່າງໆ, ພວກເຂົາກໍເລີ່ມຕຶກຕອງ ແລະ ສະແຫວງຫາຢ່າງໜັກກ່ຽວກັບວິທີການເຮັດຕາມຄວາມຈິງ, ວິທີການຕອບສະໜອງຄວາມປະສົງຂອງພຣະເຈົ້າ ແລະ ວິທີການທີ່ຈະຖືກຍອມຮັບໂດຍພຣະເຈົ້າ. ພວກເຂົາບໍ່ເຮັດໂດຍອີງໃສ່ແນວຄິດ, ຈິນຕະນາການ ຫຼື ຄວາມມັກຂອງພວກເຂົາ. ໃນຈຸດນີ້ເທົ່ານັ້ນ, ຄົນຈຶ່ງມີຄວາມປາດຖະໜາທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕອບແທນຄວາມຮັກຂອງພຣະອົງ. ໃນຈຸດນີ້, ພວກເຂົາເລີ່ມສະແຫວງຫາຄວາມຈິງ, ສະແຫວງຫາຄວາມປະສົງຂອງພຣະເຈົ້າ ແລະ ເລີ່ມເຮັດໃຫ້ບັນລຸຕາມຂໍ້ຮຽກຮ້ອງຂອງພຣະອົງ. ເມື່ອເຈົ້າມີຄວາມປາດຖະໜານີ້, ເມື່ອເຈົ້າມີສະພາວະທີ່ປົກກະຕິໃນຫົວໃຈຂອງເຈົ້າ, ໃນດ້ານໜຶ່ງ ເຈົ້າກຳລັງຢືນຢູ່ບ່ອນທີ່ຖືກຕ້ອງຂອງເຈົ້າ ແລະ ການເປັນສິ່ງຖືກສ້າງທີ່ແທ້ຈິງ. ໃນອີກດ້ານ ເຊິ່ງເປັນດ້ານຫຼັກ, ເຈົ້າໄດ້ຍອມຮັບຈາກກົ້ນເລິກໃນຫົວໃຈຂອງເຈົ້າແທ້ໆວ່າພຣະເຈົ້າຄືພຣະຜູ້ເປັນເຈົ້າຂອງເຈົ້າ ແລະ ພຣະເຈົ້າຂອງເຈົ້າ ແລະ ເຈົ້າໄດ້ຍອມຮັບພຣະທຳທັງໝົດຂອງພຣະເຈົ້າ ແລະ ໄດ້ເຫັນວ່າພວກມັນຄືຄວາມຈິງ. ເຈົ້າຍັງສາມາດປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ເຈົ້າເຮັດໃຫ້ພຣະທຳຂອງພຣະເຈົ້າກາຍມາເປັນຄວາມເປັນຈິງຂອງຊີວິດເຈົ້າ, ເຊິ່ງປ່ອຍໃຫ້ເຈົ້າຮັບເອົາຄວາມຈິງ ແລະ ຊີວິດ. ເມື່ອເຈົ້າມີຄວາມປະສົງ ແລະ ຄວາມປາດຖະໜານີ້, ພ້ອມທັງຄວາມຕ້ອງການທີ່ຈະຍອມຮັບພຣະທຳຂອງພຣະເຈົ້າ ແລະ ຂໍ້ຮຽກຮ້ອງຂອງພຣະອົງສຳລັບເຈົ້າ ແລະ ເມື່ອເຈົ້າຕ້ອງການຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ຕອບສະໜອງຄວາມປະສົງຂອງພຣະອົງ, ແລ້ວສະພາວະຊີວິດຂອງເຈົ້າຈະເລີ່ມປ່ຽນແປງ. ນັບຕັ້ງແຕ່ຈຸດນີ້, ເຈົ້າຈະຍ່າງສູ່ເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ.
ສະຫຼຸບແລ້ວ ພຣະທຳເຫຼົ່ານີ້ທີ່ເຮົາຫາກໍໂອ້ລົມແມ່ນຂ້ອນຂ້າງງ່າຍ; ນັ້ນກໍຄື ຫຼັງຈາກທີ່ຄົນໆໜຶ່ງເລີ່ມຮັບຮູ້ວ່າພວກເຂົາເປັນສິ່ງຖືກສ້າງ, ຄົນນັ້ນຈະພັດທະນາຄວາມຫວັງເພື່ອເລີ່ມກາຍເປັນສິ່ງຖືກສ້າງທີ່ແທ້ຈິງໃນການເນລະມິດສ້າງເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ໃນເວລາດຽວກັນ, ຄົນແບບນັ້ນຍັງຈະຍອມຮັບພຣະເຈົ້າໃຫ້ເປັນພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າຂອງພວກເຂົາ ແລະ ປາດຖະໜາທີ່ຈະເຊື່ອຟັງທຸກຂໍ້ຮຽກຮ້ອງຂອງພຣະເຈົ້າ, ພ້ອມທັງການປົກຄອງຂອງພຣະອົງ. ສະນັ້ນພວກເຂົາຈະເຊົາເຮັດພໍເປັນພິທີ ແລະ ຈະສະແຫວງຫາເຈດຕະນາຂອງພຣະເຈົ້າ ແລະ ສະແຫວງຫາຫຼັກການແຫ່ງຄວາມຈິງໃນທຸກສິ່ງທີ່ພວກເຂົາເຮັດ. ພວກເຂົາຈະບໍ່ເຮັດຫຍັງກໍຕາມທີ່ພວກເຂົາຕ້ອງການເຮັດ ຫຼື ເຮັດສິ່ງຕ່າງໆຕາມແຜນການຂອງພວກເຂົາເອງອີກຕໍ່ໄປ. ແທນທີ່ຈະເພິ່ງພາແນວຄິດສ່ວນຕົວຂອງພວກເຂົາເພື່ອດຳເນີນການ, ພວກເຂົາຈະເລີ່ມມີພຣະເຈົ້າໃນຄວາມຄິດຂອງພວກເຂົາຢູ່ສະເໝີ ແລະ ຄວາມປາດຖະໜາສ່ວນຕົວຂອງພວກເຂົາຈະເປັນການເຮັດໃຫ້ພຣະເຈົ້າພໍໃຈໃນທຸກດ້ານ, ປະຕິບັດຕາມຄວາມຈິງ ແລະ ບັນລຸຂໍ້ຮຽກຮ້ອງຂອງພຣະເຈົ້າໃນການກະທຳຂອງພວກເຂົາ. ຄົນໃນສະພາວະດັ່ງກ່າວເລີ່ມຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ, ປະຕິບັດຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໂດຍບໍ່ຕ້ອງສົງໄສ. ຖ້າເຈົ້າຢູ່ໃນສະພາວະດັ່ງກ່າວ ແລະ ມີຄວາມປະສົງດັ່ງກ່າວ, ແລ້ວເຈົ້າກໍຈະເລີ່ມຮຽນຮູ້ວິທີການສະແຫວງຫາຄວາມປະສົງຂອງພຣະເຈົ້າຢ່າງເປັນທຳມະຊາດຫຼາຍ ແລະ ເລີ່ມສະແຫວງຫາວິທີການທີ່ຈະບໍ່ເຮັດໃຫ້ຊື່ຂອງພຣະເຈົ້າເສື່ອມຊາມ, ວິທີການຍົກຍໍສັນລະເສີນພຣະເຈົ້າ, ວິທີການຢຳເກງພຣະເຈົ້າ ແລະ ວິທີການເຮັດໃຫ້ພຣະເຈົ້າພໍໃຈ; ແທນທີ່ຈະເຮັດໃຫ້ຄວາມປາດຖະໜາທີ່ເຫັນແກ່ຕົວຂອງເຈົ້າເອງ ຫຼື ການເຮັດໃຫ້ຄົນໃດໜຶ່ງພໍໃຈ, ເຈົ້າພະຍາຍາມເຮັດໃຫ້ພຣະເຈົ້າພໍໃຈ. ເມື່ອຄົນໃດໜຶ່ງເຂົ້າສູ່ສະພາວະນີ້, ພວກເຂົາກໍດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ ແລະ ພວກເຂົາບໍ່ໄດ້ຖືກສັ່ງການໂດຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາອີກຕໍ່ໄປ. ເມື່ອເຈົ້າເຂົ້າສູ່ສະພາວະນີ້, ສິ່ງຕ່າງໆທີ່ເຈົ້າຄິດໃນຄວາມປາດຖະໜາສ່ວນຕົວຂອງເຈົ້າກໍເປັນບວກ. ເຖິງແມ່ນວ່າເຈົ້າເປີດເຜີຍອຸປະນິໄສທີ່ເສື່ອມຊາມຢ່າງບາງຄັ້ງບາງຄາວ, ເຈົ້າຈະຮັບຮູ້ມັນ ແລະ ເຈົ້າຈະສາມາດໄຕ່ຕອງກ່ຽວກັບມັນ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ. ສະນັ້ນ, ເຖິງແມ່ນວ່າເຈົ້າຍັງມີອຸປະນິໄສທີ່ເສື່ອມຊາມ, ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະບໍ່ສາມາດສັ່ງການທຸກສິ່ງຂອງເຈົ້າ, ຄວບຄຸມເຈົ້າອີກຕໍ່ໄປ. ໃນເວລານີ້, ຄວາມຈິງກ່ຽວກັບພຣະທຳຂອງພຣະເຈົ້າບໍ່ໄດ້ມີອຳນາດສູງສຸດພາຍໃນຕົວເຈົ້າບໍ? ເຈົ້າບໍ່ໄດ້ໃຊ້ຊີວິດພາຍໃນພຣະທຳຂອງພຣະເຈົ້າບໍ? ພວກເຈົ້າທຸກຄົນສາມາດປ່ອຍໃຫ້ຄວາມຈິງມີອຳນາດໃນຫົວໃຈຂອງເຈົ້າບໍ? ສິ່ງນີ້ແມ່ນຂຶ້ນກັບວ່າເຈົ້າມີຄວາມປາດຖະໜາທີ່ຈະສະແຫວງຫາຄວາມຈິງ ຫຼື ບໍ່. ຖ້າຄົນໜຶ່ງເຂົ້າໃຈຄວາມຈິງຫຼາຍຢ່າງໄດ້ຊັດເຈນ, ແລ້ວຄວາມຈິງກໍຈະມີອຳນາດໃນຫົວໃຈຂອງພວກເຂົາໂດຍເປັນທຳມະຊາດ. ຖ້າພວກເຂົາບໍ່ເຂົ້າໃຈຄວາມຈິງຫຼາຍຢ່າງ ຫຼື ພວກເຂົາມີພິດຂອງຊາຕານຫຼາຍເກີນໄປ, ແລ້ວພວກເຂົາກໍບໍ່ສາມາດມີຄວາມຈິງທີ່ມີອຳນາດໃນຫົວໃຈຂອງພວກເຂົາ. ມີຫຼາຍຄົນທີ່ເຕັມໃຈປະຕິບັດຄວາມຈິງ, ແຕ່ເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ພວກເຂົາກໍໂອ້ອວດຕົນເອງຢ່າງບໍ່ສະໝັກໃຈ, ສະແຫວງຫາກຽດຕິຍົດ, ກຳໄລ ແລະ ສະຖານະ, ບໍ່ມີການຈຳກັດ ຫຼື ການຄວບຄຸມ ແລະ ພວກເຂົາປ່ອຍໃຫ້ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາສະແດງອອກມັນຕາມສະບາຍ. ນີ້ຄືສະພາວະຫຍັງ? ນີ້ຄືເວລາທີ່ຄົນໆໜຶ່ງເຂົ້າໃຈຄວາມຈິງໜ້ອຍເກີນໄປ, ວຸດທິພາວະຂອງພວກເຂົາມີໜ້ອຍເກີນໄປ ແລະ ພວກເຂົາບໍ່ສາມາດເອົາຊະນະເນື້ອໜັງ ຫຼື ອິດທິພົນຂອງຊາຕານ. ມັນຍາກຫຼາຍສຳລັບຄົນປະເພດນີ້ທີ່ຈະປ່ອຍໃຫ້ຄວາມຈິງມີອຳນາດໃນຫົວໃຈຂອງພວກເຂົາ. ສະນັ້ນການສະແຫວງຫາຄວາມຈິງກໍບໍ່ແມ່ນເລື່ອງງ່າຍ ແລະ ຖ້າບໍ່ມີປະສົບການແມ່ນແຕ່ສອງສາມປີ, ມັນກໍຍາກຫຼາຍທີ່ຈະແກ້ໄຂບັນຫາໃນອຸປະນິໄສທີ່ເສື່ອມຊາມ. ຕົວຢ່າງ: ບາງຄົນຫຼອກລວງຫຼາຍ, ພວກເຂົາບໍ່ເຄີຍເວົ້າເຖິງຄວາມຄິດໃນສ່ວນເລິກສຸດຂອງພວກເຂົາອອກສຽງດັງ ແລະ ພວກເຂົາບໍ່ສາມາດກ່າວຄຳເວົ້າທີ່ແທ້ຈິງແມ່ນແຕ່ຄຳດຽວ. ບໍ່ວ່າພວກເຂົາຈະສົນທະນາຫຍັງກໍຕາມ ຫຼື ພວກເຂົາຈະກ່າວຄຳເວົ້າຫຼາຍສໍ່າໃດກໍຕາມ, ພວກເຂົາບໍ່ໄດ້ເວົ້າຢ່າງຊັດເຈນ, ເຮັດອ້ອມໆຢູ່ສະເໝີ ແລະ ພວກເຂົາບໍ່ສາມາດຄວບຄຸມຕົນເອງ. ຕໍ່ໜ້າອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຢູ່ຕໍ່ໜ້າທຳມະຊາດ ແລະ ແກ່ນແທ້ທີ່ໜ້າຂີ້ດຽດ ແລະ ຊົ່ວຮ້າຍຂອງພວກເຂົາ, ຄົນເປີດເຜີຍຕົນເອງວ່າບໍ່ສຳຄັນ, ອ່ອນແອ, ບໍ່ມີອຳນາດ ແລະ ສິ້ນຫວັງໂດຍສິ້ນເຊີງ, ສະນັ້ນພວກເຂົາຈຶ່ງເຮັດບາບ, ມັກເຮັດຜິດ ແລະ ຂີ້ຄ້ານຢູ່ເລື້ອຍໆ. ກຳລັງເກີດຫຍັງຂຶ້ນຢູ່ບ່ອນນີ້? (ພວກເຂົາບໍ່ໄດ້ຍ່າງໃນເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ.) ພວກເຂົາບໍ່ໄດ້ຍ່າງໃນເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ ແລະ ນັ້ນມີຄວາມໝາຍວ່າແນວໃດ? (ພວກເຂົາຍັງບໍ່ທັນເຂົ້າໃຈວ່າພວກເຂົາເປັນສິ່ງຖືກສ້າງ ແລະ ພວກເຂົາບໍ່ເຕັມໃຈທີ່ຈະຍອມອ່ອນນ້ອມ ຫຼື ເຮັດໃຫ້ພຣະເຈົ້າພໍໃຈ.) ນີ້ຄືຜົນຕາມມາທີ່ເກີດຂຶ້ນໂດຍການບໍ່ສະແຫວງຫາຄວາມຈິງ. ພວກເຈົ້າຢູ່ໃນສະຖານະການນີ້, ສະນັ້ນພວກເຈົ້າສາມາດໄດ້ບໍວ່າພວກເຈົ້າຍັງບໍ່ທັນເລີ່ມເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ? (ແມ່ນແລ້ວ.) ຄົນໆໜຶ່ງທີ່ບໍ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຈະຖືວ່າໄດ້ຮັບຄວາມຈິງບໍ? (ບໍ່ແມ່ນ.) ຄົນໆໜຶ່ງທີ່ບໍ່ໄດ້ຮັບຄວາມຈິງມີຄວາມຈິງໃນຫົວໃຈຂອງພວກເຂົາບໍ? (ບໍ່ມີ.) ຖ້າບໍ່ມີຄວາມຈິງ, ຄົນຈະບໍ່ເຮັດໂດຍອີງໃສ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ? ສະນັ້ນເພື່ອທີ່ຈະເຮັດບາງຢ່າງທີ່ເປັນບວກເມື່ອພວກເຂົາເຮັດໜ້າທີ່ຂອງພວກເຂົາ, ຄົນໆໜຶ່ງຕ້ອງມີຫຍັງ? ພວກເຂົາບໍ່ຕ້ອງເຂົ້າໃຈຄວາມຈິງບໍ? ຖ້າຄົນໆໜຶ່ງບໍ່ສາມາດປະຕິບັດຄວາມຈິງເມື່ອພວກເຂົາເຮັດໜ້າທີ່ຂອງພວກເຂົາ ແທນທີ່ຈະຮູ້ຈັກວິທີການເຮັດຕາມຄວາມປະສົງຂອງພວກເຂົາເອງເທົ່ານັ້ນ, ນັ້ນຄືຄຸນນະພາບຫຍັງ? ມັນບໍ່ແມ່ນການໃຫ້ບໍລິການບໍ? ສິ່ງນີ້ແມ່ນທຽບເທົ່າກັບການທີ່ພຣະເຈົ້າຈ້າງຜູ້ບໍ່ເຊື່ອເພື່ອໃຫ້ບໍລິການແກ່ພຣະອົງ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ ຫຼື ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ແລ້ວເຈົ້າກໍກຳລັງໃຫ້ບໍລິການ. ພວກເຈົ້າຄິດວ່າພຣະເຈົ້າເຕັມໃຈທີ່ຈະເຫັນຄົນທີ່ພຣະອົງຕ້ອງການຊ່ວຍໃຫ້ລອດພົ້ນພຽງແຕ່ໃຫ້ບໍລິການແກ່ພຣະອົງ ໂດຍບໍ່ປະຕິບັດຕາມພຣະທຳຂອງພຣະອົງເພື່ອບັນລຸຄວາມລອດພົ້ນບໍ? (ພຣະອົງບໍ່ເຕັມໃຈ.) ເປັນຫຍັງພຣະອົງຈຶ່ງບໍ່ເຕັມໃຈ? (ພຣະເຈົ້າສ້າງມະນຸດເພື່ອວ່າພຣະອົງຈະສາມາດຮັບເອົາພວກເຂົາໄດ້.) ນັ້ນຄືສິ່ງທີ່ຖືກຕ້ອງ, ພຣະເຈົ້າສ້າງມະນຸດເພື່ອສະແດງເຖິງພຣະອົງເອງ ແລະ ຍິ່ງໄປກວ່ານັ້ນກໍເພື່ອຮັບເອົາພວກເຂົາ. ເປັນຫຍັງພຣະເຈົ້າຈຶ່ງບໍ່ພໍໃຈເມື່ອຄົນພຽງແຕ່ໃຫ້ບໍລິການແກ່ພຣະອົງ? (ເພາະການກະທຳຂອງຜູ້ຄົນບໍ່ແມ່ນສິ່ງທີ່ພຣະເຈົ້າຕ້ອງການ.) ແລ້ວພຣະເຈົ້າຕ້ອງການຫຍັງ? (ພຣະເຈົ້າຕ້ອງການຄວາມຈິງໃຈຂອງຜູ້ຄົນ.) ການໃຫ້ບໍລິການພຣະເຈົ້າບໍ່ແມ່ນຄວາມຈິງໃຈໃນຕົວມັນເອງບໍ? ບໍ່ວ່າການບໍລິການທີ່ເຈົ້າໃຫ້ຈະເປັນຈິງ ແລະ ຈິງໃຈ ຫຼື ບໍ່, ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ, ແລ້ວເຖິງແມ່ນວ່າເຈົ້າໃຫ້ບໍລິການຕະຫຼອດຊີວິດຂອງເຈົ້າ, ເຈົ້າກໍຈະບໍ່ໄດ້ຮັບຄວາມຈິງ. ຖ້າເຈົ້າບໍ່ໄດ້ຮັບຄວາມຈິງ, ນັ້ນກໍໝາຍຄວາມວ່າເຈົ້າບໍ່ໄດ້ຮັບເອົາພຣະເຈົ້າ ແລະ ພຣະເຈົ້າບໍ່ໄດ້ຮັບເອົາເຈົ້າ, ສະນັ້ນການບໍລິການທີ່ເຈົ້າໃຫ້ກໍບໍ່ມີຄຸນຄ່າ ຫຼື ຄວາມໝາຍ. ບໍ່ວ່າເຈົ້າຈະໃຫ້ບໍລິການເທົ່າໃດປີກໍຕາມ, ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ, ແລ້ວພຣະເຈົ້າຈະບໍ່ຮັບເອົາເຈົ້າ ເຊິ່ງໝາຍຄວາມວ່າເຈົ້າຍັງຕໍ່ຕ້ານພຣະເຈົ້າ. ຜູ້ໃດເຮັດໃຫ້ເກີດສິ່ງນີ້? ມັນເກີດຂຶ້ນໂດຍການທີ່ຄົນເອງບໍ່ເຮັດວຽກຢ່າງໜັກເພື່ອຮ່ວມມື, ໂດຍການທີ່ຄົນເອງບໍ່ສະແຫວງຫາຄວາມຈິງ; ນັ້ນຄືສິ່ງດຽວທີ່ເປັນສາເຫດຕົ້ນຕໍ. ຈາກດ້ານທີ່ເປັນຈິງຂອງສິ່ງຕ່າງໆ, ຈະສາມາດອະທິບາຍການທີ່ພຣະເຈົ້າບໍ່ຮັບເອົາຄົນໆໜຶ່ງໄດ້ແນວໃດ? ມັນຄືພວກເຂົາມີເຈດຕະນາຂອງພວກເຂົາເອງຢູ່ສະເໝີເມື່ອພວກເຂົາເຮັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາບໍ່ມອບຫົວໃຈຂອງພວກເຂົາໃຫ້ພຣະເຈົ້າ, ສະນັ້ນຫົວໃຈຂອງພວກເຂົາຈຶ່ງບໍ່ໄດ້ຫັນມາຫາພຣະອົງ, ຫົວໃຈຂອງພວກເຂົາກໍບໍ່ແມ່ນເພື່ອພຣະອົງອີກດ້ວຍ. ພວກເຂົາບໍ່ໄດ້ເອົາຄວາມປະສົງຂອງພຣະອົງໄປພິຈາລະນາ, ແຮງໄກທີ່ຈະພະຍາຍາມເຮັດໃຫ້ພຣະອົງພໍໃຈໂດຍການເຮັດໜ້າທີ່ຂອງພວກເຂົາ. ການອະທິບາຍທີ່ງ່າຍທີ່ສຸດກໍຄືຄົນໆໜຶ່ງບໍ່ໄດ້ຈິງໃຈຕໍ່ພຣະເຈົ້າ, ສະນັ້ນຈຶ່ງບໍ່ມີຄວາມຫວັງສຳລັບພວກເຂົາໂດຍສິ້ນເຊີງ. ພຣະເຈົ້າພິຈາລະນາກວດສອບຄົນເພື່ອເບິ່ງວ່າພວກເຂົາຈະເຊື່ອໃນພຣະອົງຢ່າງຈິງໃຈ ຫຼື ບໍ່; ພຣະອົງຕ້ອງການຄວາມຈິງໃຈຂອງພວກເຂົາ. ການຈິງໃຈໝາຍຄວາມວ່າແນວໃດ? (ການມີຫົວໃຈທີ່ຫັນມາຫາພຣະເຈົ້າ, ຫົວໃຈທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າ.) ນັ້ນຄືສິ່ງທີ່ຖືກຕ້ອງ. ຖ້າຄົນໆໜຶ່ງບໍ່ມີຫົວໃຈທີ່ຫັນມາຫາພຣະເຈົ້າ, ຫົວໃຈທີ່ຍອມອ່ອນນ້ອມຕໍ່ພຣະອົງ, ແລ້ວຈະສາມາດເອີ້ນພວກເຂົາວ່າເປັນຄົນດີໄດ້ບໍ? ພຣະເຈົ້າສາມາດມັກຄົນແບບນັ້ນໄດ້ບໍ? ຄົນໆໜຶ່ງທີ່ບໍ່ໄດ້ມີຄວາມຄິດໜຶ່ງດຽວກັນກັບພຣະເຈົ້າຈະສາມາດນໍາຄວາມຈິງໄປປະຕິບັດບໍ? ພວກເຈົ້າມີຫົວໃຈທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າບໍ? ພວກເຈົ້າສາມາດຢືນຢູ່ຂ້າງພຣະເຈົ້າໃນທຸກສິ່ງບໍ? ຫົວໃຈຂອງພວກເຈົ້າຫັນມາຫາພຣະເຈົ້າແລ້ວບໍ? ການເວົ້າວ່າພວກເຈົ້າບໍ່ມີຄວາມຈິງໃຈເລີຍກໍຈະບໍ່ເປັນທຳສຳລັບພວກເຈົ້າ, ແຕ່ການເວົ້າວ່າພວກເຈົ້າກຽດຊັງຊາຕານຢ່າງແທ້ຈິງ, ພວກເຈົ້າສາມາດປະຖິ້ມຊາຕານ ແລະ ຫັນມາຫາພຣະເຈົ້າຢ່າງສົມບູນ, ຍັງຈະບໍ່ຖືກຕ້ອງອີກດ້ວຍ. ສິ່ງນີ້ຮຽກຮ້ອງໃຫ້ພວກເຈົ້າມີຫົວໃຈທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າ, ເຈົ້າສະແຫວງຫາຄວາມຈິງ ແລະ ຮັບເອົາຄວາມເຂົ້າໃຈກ່ຽວກັບຄວາມຈິງຫຼາຍຂຶ້ນ. ພຣະເຈົ້າຕ້ອງການໃຫ້ຄົນມີຫົວໃຈປະເພດໃດ? ກ່ອນອື່ນໝົດ, ຫົວໃຈນີ້ຕ້ອງຊື່ສັດ ແລະ ພວກເຂົາຕ້ອງສາມາດເຮັດໜ້າທີ່ຂອງພວກເຂົາຢ່າງມີສະຕິໂດຍທີ່ຕີນຂອງພວກເຂົາຍຶດຕິດພື້ນ, ສາມາດຄໍ້າຈຸນວຽກງານຂອງຄຣິສຕະຈັກ, ບໍ່ມີສິ່ງທີ່ເຂົ້າໃຈຜິດໆວ່າເປັນ “ຄວາມທະເຍີທະຍານທີ່ຍິ່ງໃຫຍ່” ຫຼື “ເປົ້າໝາຍທີ່ສູງສົ່ງ” ອີກຕໍ່ໄປ. ທຸກໆກ້າວຖິ້ມຮອຍຕີນໄວ້ເມື່ອພວກເຂົາຕິດຕາມ ແລະ ນະມັດສະການພຣະເຈົ້າ, ພວກເຂົາປະພຶດຕົນເອງໃນຖານະສິ່ງຖືກສ້າງ; ພວກເຂົາບໍ່ພະຍາຍາມກາຍມາເປັນຄົນພິເສດ ຫຼື ຄົນຍິ່ງໃຫຍ່ອີກຕໍ່ໄປ, ແຮງໄກທີ່ຈະເປັນຄົນທີ່ໃຊ້ງານໄດ້ເປັນຢ່າງຍິ່ງ ແລະ ພວກເຂົາບໍ່ນະມັດສະການການເນລະມິດສ້າງເທິງດາວເຄາະຕ່າງດາວ. ນອກຈາກນັ້ນ, ຫົວໃຈຂອງພວກເຂົາຕ້ອງຮັກຄວາມຈິງ. ການຮັກຄວາມຈິງໝາຍຄວາມວ່າແນວໃດເປັນຫຼັກ? ມັນໝາຍຄວາມເຖິງການຮັກສິ່ງດີໆ, ການມີຄວາມສຳນຶກຍຸຕິທຳ, ການທີ່ສາມາດເສຍສະຫຼະຕົນເອງສຳລັບພຣະເຈົ້າຢ່າງຈິງໃຈ, ການຮັກພຣະອົງຢ່າງແທ້ຈິງ, ການຍອມອ່ອນນ້ອມຕໍ່ພຣະອົງ ແລະ ການເປັນພະຍານໃຫ້ພຣະອົງ. ແນ່ນອນ, ເຈົ້າພຽງແຕ່ສາມາດສຳເລັດສິ່ງເຫຼົ່ານີ້ຫຼັງຈາກທີ່ເຈົ້າເຂົ້າໃຈຄວາມຈິງ. ຄົນທີ່ມີຫົວໃຈປະເພດນີ້ຄືຄົນທີ່ມີຄວາມເປັນມະນຸດທີ່ເປັນປົກກະຕິ. ຄົນທີ່ມີຄວາມເປັນມະນຸດທີ່ປົກກະຕິຕ້ອງມີຄວາມສຳນຶກ ແລະ ເຫດຜົນເປັນຢ່າງໜ້ອຍ. ເຈົ້າຈະສາມາດບອກໄດ້ແນວໃດວ່າຄົນໆໜຶ່ງມີຄວາມສຳນຶກ ແລະ ເຫດຜົນ ຫຼື ບໍ່? ຖ້າຄຳເວົ້າ ແລະ ການກະທຳຂອງພວກເຂົາສອດຄ່ອງກັບມາດຕະຖານຄວາມສຳນຶກ ແລະ ເຫດຜົນໂດຍພື້ນຖານ, ແລ້ວຈາກທັດສະນະຂອງມະນຸດນັ້ນ ພວກເຂົາເປັນຄົນດີ ແລະ ພວກເຂົາເປັນຄົນທີ່ເໝາະສົມກັບມາດຕະຖານທີ່ສາມາດຍອມຮັບໄດ້. ຖ້າພວກເຂົາຍັງສາມາດເຂົ້າໃຈຄວາມຈິງ ແລະ ເຮັດຕາມຫຼັກການແຫ່ງຄວາມຈິງ, ແລ້ວພວກເຂົາກໍກຳລັງປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະເຈົ້າ, ເຊິ່ງສູງສົ່ງກວ່າມາດຕະຖານຂອງຄວາມສຳນຶກ ແລະ ເຫດຜົນ. ບາງຄົນເວົ້າວ່າ: “ມະນຸດຖືກສ້າງໂດຍພຣະເຈົ້າ. ພຣະເຈົ້າມອບລົມຫາຍໃຈແຫ່ງຊີວິດໃຫ້ພວກເຮົາ ແລະ ພຣະເຈົ້າເປັນຜູ້ທີ່ໃຫ້ແກ່ພວກເຮົາ, ບຳລຸງລ້ຽງພວກເຮົາ ແລະ ນຳພາພວກເຮົາໃຫ້ເຕີບໂຕເປັນຜູ້ໃຫຍ່. ຄົນທີ່ມີຄວາມສຳນຶກ ແລະ ເຫດຜົນກໍບໍ່ສາມາດໃຊ້ຊີວິດເພື່ອຕົນເອງ ຫຼື ເພື່ອຊາຕານ; ພວກເຂົາຄວນມີຊີວິດຢູ່ເພື່ອພຣະເຈົ້າ ແລະ ເຮັດໜ້າທີ່ຂອງພວກເຂົາ”. ນີ້ຄືຄວາມຈິງ, ແຕ່ມັນເປັນພຽງກອບວຽກທີ່ກວ້າງ, ພາບຮ່າງພໍປະມານ. ສຳລັບລາຍລະອຽດກ່ຽວກັບວິທີການໃຊ້ຊີວິດເພື່ອພຣະເຈົ້າໃນຄວາມເປັນຈິງ, ສິ່ງນີ້ກ່ຽວຂ້ອງກັບຄວາມສຳນຶກ ແລະ ເຫດຜົນ. ສະນັ້ນຄົນໆໜຶ່ງຈະມີຊີວິດຢູ່ເພື່ອພຣະເຈົ້າໄດ້ແນວໃດ? (ເຮັດໜ້າທີ່ທີ່ສິ່ງຖືກສ້າງຄວນເຮັດໃຫ້ດີ.) ຖືກຕ້ອງ. ຕອນນີ້, ສິ່ງດຽວທີ່ພວກເຈົ້າເຮັດກໍຄືການປະຕິບັດໜ້າທີ່ຂອງມະນຸດ, ແຕ່ໃນຄວາມເປັນຈິງນັ້ນ ເຈົ້າກຳລັງເຮັດມັນເພື່ອຜູ້ໃດ? (ເພື່ອພຣະເຈົ້າ.) ມັນແມ່ນເພື່ອພຣະເຈົ້າ, ມັນຄືການຮ່ວມມືກັບພຣະອົງ! ການຝາກຝັງທີ່ພຣະເຈົ້າມອບໃຫ້ພວກເຈົ້າຄືໜ້າທີ່ຂອງພວກເຈົ້າ. ມັນຖືກພຣະອົງກຳນົດໃຫ້ເປັນໂຊກຊະຕາ, ກຳນົດລ່ວງໜ້າ ແລະ ຄວບຄຸມ ຫຼື ເວົ້າອີກຢ່າງໜຶ່ງກໍຄືພຣະເຈົ້າເປັນຜູ້ທີ່ໃຫ້ໜ້າວຽກນີ້ແກ່ເຈົ້າ ແລະ ຕ້ອງການໃຫ້ເຈົ້າເຮັດມັນໃຫ້ສຳເລັດ. ແລ້ວເຈົ້າສາມາດເພິ່ງຄວາມສຳນຶກຂອງເຈົ້າເພື່ອເຮັດມັນໃຫ້ສຳເລັດ ແລະ ເຮັດມັນເປັນຢ່າງດີໄດ້ແນວໃດ? (ພວກເຮົາຕ້ອງໃຊ້ຄວາມພະຍາຍາມທັງໝົດຂອງພວກເຮົາ.) ເຈົ້າຕ້ອງໃຊ້ຄວາມພະຍາຍາມທັງໝົດຂອງເຈົ້າ, ເຊິ່ງເປັນການສຳແດງເຖິງການເພິ່ງພາຄວາມສຳນຶກຂອງເຈົ້າ. ນອກຈາກນັ້ນ, ເຈົ້າຕ້ອງໃຊ້ຫົວໃຈທັງໝົດຂອງເຈົ້າ ແລະ ປະຕິບັດຄວາມຮັບຜິດຊອບຂອງເຈົ້າ, ຢ່າເຮັດມັນພໍເປັນພິທີ. ພຣະເຈົ້າມີຄວາມຄາດຫວັງຂອງພຣະອົງ ແລະ ລາຄາຈາກຄວາມພະຍາຍາມຢ່າງພາກພຽນຂອງພຣະອົງທີ່ມີຕໍ່ພວກເຮົາ. ເມື່ອເຫັນວ່າພຣະເຈົ້າໄດ້ກຳນົດລ່ວງໜ້າວ່າພວກເຮົາຄວນປະຕິບັດຄວາມຮັບຜິດຊອບນີ້ ແລະ ເຮັດໜ້າທີ່ນີ້, ພວກເຮົາບໍ່ຄວນປ່ອຍໃຫ້ພຣະອົງຜິດຫວັງ, ເຮັດໃຫ້ພຣະອົງເສຍໃຈ ຫຼື ເຮັດໃຫ້ພຣະອົງເສົ້າໃຈ. ພວກເຮົາຄວນເຮັດໜ້າທີ່ຂອງພວກເຮົາໄດ້ດີ ແລະ ມອບຄຳຕອບທີ່ສົມບູນ ແລະ ພໍໃຈໃຫ້ພຣະເຈົ້າ. ພວກເຮົາເພິ່ງພາພຣະເຈົ້າສຳລັບສິ່ງທີ່ພວກເຮົາບໍ່ສາມາດເຮັດໄດ້, ພວກເຮົາຮຽນຮູ້ເພີ່ມເຕີມກ່ຽວກັບວິຊາຊີບຂອງພວກເຮົາ ແລະ ພວກເຮົາສະແຫວງຫາຫຼັກການແຫ່ງຄວາມຈິງຫຼາຍຂຶ້ນ. ພຣະເຈົ້າມອບຊີວິດໃຫ້ພວກເຮົາ, ສະນັ້ນພວກເຮົາຄວນເຮັດໜ້າທີ່ຂອງພວກເຮົາໃຫ້ດີ; ສຳລັບແຕ່ລະມື້ທີ່ພວກເຮົາມີຊີວິດ, ພວກເຮົາຄວນເຮັດໜ້າທີ່ຂອງມື້ນັ້ນ. ພວກເຮົາຄວນເຮັດສິ່ງທີ່ພຣະເຈົ້າໄດ້ຝາກຝັງໄວ້ກັບພວກເຮົາໃຫ້ເປັນພາລະກິດຫຼັກຂອງພວກເຮົາ, ເຮັດໜ້າທີ່ຂອງພວກເຮົາໃຫ້ເປັນສິ່ງທຳອິດໃນຊີວິດຂອງພວກເຮົາເພື່ອເຮັດໃຫ້ມັນສຳເລັດໂດຍດີ. ເຖິງແມ່ນວ່າພວກເຮົາບໍ່ໄດ້ສະແຫວງຫາຄວາມສົມບູນ, ພວກເຮົາສາມາດພະຍາຍາມໄປສູ່ຄວາມຈິງ ແລະ ເຮັດຕາມພຣະທຳຂອງພຣະເຈົ້າ ແລະ ຫຼັກການແຫ່ງຄວາມຈິງ, ເພື່ອວ່າພວກເຮົາຈະສາມາດເຮັດໃຫ້ພຣະເຈົ້າພໍໃຈ, ເຮັດໃຫ້ຊາຕານອັບອາຍ ແລະ ບໍ່ມີຄວາມເສຍດາຍໃດໆ. ນີ້ຄືທ່າທີ່ທີ່ຜູ້ເຊື່ອໃນພຣະເຈົ້າຄວນມີຕໍ່ໜ້າທີ່ຂອງພວກເຂົາ. ເມື່ອເຈົ້າໃຊ້ຊີວິດໄດ້ສີ່ສິບ ຫຼື ສິບປີ ຫຼື ແມ່ນແຕ່ເຈັດສິບ ຫຼື ແປດສິບປີ, ເມື່ອເຈົ້າຫຼຽວເບິ່ງສິ່ງຕ່າງໆທີ່ເຈົ້າເຮັດເມື່ອເຈົ້າຍັງນ້ອຍ ແລະ ບໍ່ສົນໃຈ, ເຈົ້າຈະເຫັນວ່າເຖິງແມ່ນເຈົ້າມີເວລາສອງສາມປີເທົ່ານັ້ນ, ເຈົ້າເຮັດທຸກສິ່ງສຸດຫົວໃຈ ແລະ ກຳລັງຂອງເຈົ້າ; ເຈົ້າເຮັດຕາມຄວາມສຳນຶກຂອງເຈົ້າຢູ່ສະເໝີ, ເຈົ້າບໍ່ໄດ້ເຮັດໃຫ້ພຣະເຈົ້າຜິດຫວັງ, ເຈົ້າບໍ່ໄດ້ເຮັດໃຫ້ພຣະອົງຜິດຫວັງ ຫຼື ເຮັດໃຫ້ພຣະອົງເສົ້າໃຈ ແລະ ໃນຫົວໃຈຂອງເຈົ້ານັ້ນ ເຈົ້າໄດ້ຍອມຮັບການພິເຄາະ ແລະ ການກວດກາຂອງພຣະເຈົ້າ. ເມື່ອທຸກສິ່ງນີ້ສຳເລັດລົງ ແລະ ເຈົ້າມອບການສອບເສັງທີ່ສຳເລັດແລ້ວຂອງເຈົ້າໃຫ້ພຣະເຈົ້າ, ພຣະເຈົ້າຈະເວົ້າວ່າ: “ເຖິງແມ່ນວ່າເຈົ້າເຮັດວຽກບໍ່ໄດ້ດີ ແລະ ຜົນຮັບຂອງເຈົ້າພໍປານກາງ, ເຈົ້າກໍໃຊ້ກຳລັງທັງໝົດຂອງເຈົ້າ ແລະ ເຈົ້າບໍ່ໄດ້ປະລະໜ້າທີ່ຂອງເຈົ້າ”. ນີ້ບໍ່ແມ່ນການເຮັດຕາມຄວາມສຳນຶກຂອງເຈົ້າບໍ? ສະນັ້ນເມື່ອຄົນເປີດເຜີຍຄວາມເສ່ືອມຊາມຢູ່ສະເລື້ອຍໆ, ມີທາງເລືອກ, ຄວາມປາດຖະໜາ ແລະ ຄວາມມັກສ່ວນຕົວຂອງພວກເຂົາ, ເຖິງກັບໄປຮອດຈຸດທີ່ພວກເຂົາລະເມີດມາດຕະຖານໃນຄວາມສຳນຶກຂອງພວກເຂົາໂດຍສິ້ນເຊີງ ແລະ ສູນເສຍຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ, ແມ່ນຫຍັງຄືສິ່ງທີ່ຕ້ອງເຮັດໃຫ້ສຳເລັດ? ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ປະຖິ້ມຕົນເອງ, ເຈົ້າບໍ່ສາມາດປ່ອຍໃຫ້ສິ່ງຕ່າງໆຈຳກັດເຈົ້າ ຫຼື ຄວບຄຸມຄວາມສຳນຶກ ແລະ ເຫດຜົນຂອງເຈົ້າ. ເມື່ອຄວາມສຳນຶກຂອງເຈົ້າສາມາດສັ່ງການການກະທຳຂອງເຈົ້າ, ຄວາມເປັນຢູ່ຂອງເຈົ້າ ແລະ ຊີວິດຂອງເຈົ້າ, ແລ້ວມັນຈະງ່າຍສຳລັບເຈົ້າທີ່ຈະເອົາຊະນະຄວາມປາດຖະໜາທີ່ເຫັນແກ່ຕົວທາງເນື້ອໜັງ ແລະ ເຈົ້າຈະສາມາດຮັບເອົາຄວາມຈິງໃນແງ່ມຸມນີ້. ນີ້ຄືຂັ້ນຕໍ່າທີ່ເຈົ້າຄວນມີ. ສຳລັບປະເພດຂອງຫົວໃຈມະນຸດທີ່ພຣະເຈົ້າຕ້ອງການ, ເຮົາຫາກໍເວົ້າເຖິງເທົ່າໃດແງ່ມຸມ? (ສາມແງ່ມຸມ: ຫົວໃຈທີ່ຊື່ສັດ, ຫົວໃຈທີ່ຮັກຄວາມຈິງ ແລະ ການມີຄວາມສຳນຶກ ແລະ ເຫດຜົນ.) ພາຍໃນຫົວໃຈທີ່ຊື່ສັດ ແລະ ຫົວໃຈທີ່ຮັກຄວາມຈິງແມ່ນມີລາຍລະອຽດບາງຢ່າງເພີ່ມເຕີມ, ພວກເຈົ້າຄວນຕຶກຕອງກ່ຽວກັບສິ່ງນີ້ ແລະ ສະຫຼຸບມັນໃນພາຍຫຼັງ. ຢ່າງໜ້ອຍທີ່ສຸດ, ສິ່ງທີ່ຄົນໆໜຶ່ງຄວນມີຄືຄວາມສຳນຶກ ແລະ ເຫດຜົນທີ່ຄົນໆນັ້ນທີ່ມີຄວາມເປັນມະນຸດທີ່ເປັນປົກກະຕິຄວນມີ. ຖ້າຄົນໃດໜຶ່ງບໍ່ມີຄວາມສຳນຶກ ຫຼື ເຫດຜົນ, ແລ້ວພວກເຂົາຈະສູນເສຍຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ, ພວກເຂົາບໍ່ສາມາດເຮັດຫຍັງໄດ້ດີ, ພວກເຂົາບໍ່ສາມາດສຳເລັດຫຍັງໄດ້ ແລະ ໃນທີ່ສຸດແລ້ວ ພວກເຂົາຈະລົ້ມເຫຼວໂດຍສິ້ນເຊີງ. ແຕ່ຖ້າພວກເຂົາພຽງແຕ່ມີຄວາມສຳນຶກ ແລະ ເຫດຜົນ, ຖ້າພວກເຂົາໃຊ້ຊີວິດຕາມຄວາມສຳນຶກຂອງພວກເຂົາ ແລະ ບໍ່ເຮັດຫຍັງທີ່ຊົ່ວຮ້າຍ, ສິ່ງນີ້ບໍ່ໄດ້ເທົ່າກັບການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າບໍ? ພວກເຂົາສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າໂດຍໃຊ້ຊີວິດຕາມຄວາມສຳນຶກ ແລະ ເຫດຜົນຂອງພວກເຂົາພຽງຢ່າງດຽວບໍ? ພວກເຂົາບໍ່ສາມາດເຮັດໄດ້ຢ່າງແນ່ນອນ.
ການເຂົ້າສູ່ເສັ້ນທາງທີ່ຖືກຕ້ອງຂອງຄວາມເຊື່ອໃນພຣະເຈົ້າຍັງຮຽກຮ້ອງໃຫ້ເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າ. ກ່ອນອື່ນໝົດ, ເມື່ອເວົ້າກ່ຽວກັບສະຖານະນັ້ນ ຄົນຄືສິ່ງຖືກສ້າງ ແລະ ຕ້ອຍຕໍ່າຫຼາຍ; ພຣະເຈົ້າຄືພຣະຜູ້ສ້າງ, ຜູ້ສູງສົ່ງທີ່ສຸດ. ເມື່ອເວົ້າກ່ຽວກັບຄວາມເປັນເຫດເປັນຜົນຂອງມະນຸດ, ຄົນຈຳເປັນຕ້ອງເຮັດຫຍັງເພື່ອຢຳເກງພຣະເຈົ້າ? ຕົວຢ່າງ: ສົມມຸດວ່າມີບາງຢ່າງເກີດຂຶ້ນກັບເຈົ້າ ແລະ ເຈົ້າຄິດວ່າການເຮັດດ້ວຍວິທີການໃດໜຶ່ງຂັດກັບຄວາມຈິງ, ແຕ່ເຈົ້າບໍ່ຮູ້ວ່າເຈົ້າຄວນເຮັດຫຍັງເພື່ອໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າ, ເຈົ້າຄວນເຮັດຫຍັງ? ເຈົ້າຕ້ອງອະທິຖານຫາພຣະເຈົ້າ, ສະແຫວງຫາຄວາມຈິງ, ຄົ້ນຫາເສັ້ນທາງໃນການປະຕິບັດຄວາມຈິງ ແລະ ຈາກນັ້ນກໍດຳເນີນການ. ຖ້າຄົນໃດໜຶ່ງບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ພວກເຂົາຈະປະພຶດແນວໃດ? ພວກເຂົາຈະເຮັດແມ່ນຫຍັງກໍຕາມທີ່ພວກເຂົາຕ້ອງການ ໂດຍຄິດວ່າ: “ໃນກໍລະນີໃດກໍຕາມ, ເຈດຕະນາຂອງຂ້ອຍກໍດີ, ສະນັ້ນມັນບໍ່ເປັນຫຍັງ ຖ້າຂ້ອຍເຮັດແບບນີ້”. ພວກເຂົາບໍ່ເຮັດສິ່ງທີ່ຄົນອື່ນແນະນໍາ ແລະ ພວກເຂົາບໍ່ຮັບຟັງຜູ້ໃດກໍຕາມ; ພວກເຂົາຕັດສິນໃຈຈະເຮັດແມ່ນຫຍັງກໍຕາມທີ່ພວກເຂົາວາງແຜນສຳລັບພວກເຂົາເອງ ແລະ ແມ່ນແຕ່ງົວເຖິກເກົ້າໂຕກໍບໍ່ສາມາດດຶງພວກເຂົາກັບໄດ້. ນີ້ແມ່ນຄົນທີ່ມີຫົວໃຈທີ່ຢຳເກງພຣະເຈົ້າບໍ? (ບໍ່ແມ່ນ.) ມີບາງຄົນທີ່ຍັງຄິດແບບນັ້ນໃນບາງເລື່ອງ ເຖິງແມ່ນພວກເຂົາຮູ້ວ່າພຣະເຈົ້າມັກຄົນຊື່ສັດ ແລະ ພວກເຂົາບໍ່ສາມາດເວົ້າຕົວະ, ຖ້າພວກເຂົາບອກຄວາມຈິງ, ພວກເຂົາຈະອັບອາຍຂາຍໜ້າ, ກຳໄລຂອງພວກເຂົາຈະສູນເສຍ ແລະ ບາງທີສະຖານະຂອງພວກເຂົາຈະບໍ່ຄົງຢູ່. ພວກເຂົາທົບທວນຄິດກັບໄປກັບມາ ແລະ ຍັງເວົ້າຕົວະໂດຍຄິດວ່າ: “ການເວົ້າຕົວະໜຶ່ງຄັ້ງບໍ່ໄດ້ເທົ່າກັບຫຍັງເລີຍ ແລະ ມັນບໍ່ແມ່ນວ່າຂ້ອຍເວົ້າຕົວຢູ່ສະເໝີ. ເຖິງແມ່ນວ່າຂ້ອຍຕາຍ, ຂ້ອຍກໍບໍ່ເຫັນຜົນຕາມມາຫຍັງ, ສະນັ້ນຖ້າຂ້ອຍເວົ້າຕົວະອີກຄັ້ງໜຶ່ງ ມັນກໍຈະບໍ່ເປັນຫຍັງ”. ຫຼັງຈາກທີ່ໄດ້ພິຈາລະນາມັນແລ້ວ, ພວກເຂົາກໍຕັດສິນທີ່ຈະເຮັດ ແລະ ພວກເຂົາບໍ່ໄດ້ຮູ້ສຶກເຖິງການຕຳນິໃນຫົວໃຈຂອງພວກເຂົາ ແລະ ພວກເຂົາບໍ່ຕ້ອງການອະທິຖານ ແລະ ຍອມຮັບການພິເຄາະຂອງພຣະເຈົ້າ. ນີ້ແມ່ນຄົນທີ່ມີຫົວໃຈທີ່ຢຳເກງພຣະເຈົ້າບໍ? (ບໍ່ແມ່ນ.) ສະນັ້ນຖ້າມີຄົນທີ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ພວກເຂົາຈະປະພຶດແນວໃດ? (ພວກເຂົາຈະບໍ່ເຮັດຢ່າງຢ່າງເລິນເລີ້ ຫຼື ຕາມອຳເພີໃຈ.) ຄຳເວົ້າສອງຄຳນີ້ເໝາະສົມພໍສົມຄວນ. ສະນັ້ນເຈົ້າຈະນໍາການເຮັດຢ່າງເລິນເລີ້ ຫຼື ຕາມອຳເພີໃຈໄປປະຕິບັດໄດ້ແນວໃດ? (ພວກເຮົາຄວນມີຫົວໃຈທີ່ສະແຫວງຫາ.) ເມື່ອພົບກັບບັນຫາ, ບາງຄົນສະແຫວງຫາຄວາມຄຳຕອບຈາກຄົນອື່ນ, ແຕ່ເມື່ອຄົນອື່ນເວົ້າຕາມຄວາມຈິງ, ພວກເຂົາກໍບໍ່ຍອມຮັບມັນ, ພວກເຂົາບໍ່ສາມາດເຊື່ອຟັງ ແລະ ໃນຫົວໃຈຂອງພວກເຂົານັ້ນ ພວກເຂົາຄິດວ່າ “ໂດຍປົກກະຕິແລ້ວ, ຂ້ອຍດີກວ່າລາວ. ຖ້າຂ້ອຍຮັບຟັງຂໍ້ສະເໜີຂອງລາວໃນເວລານີ້, ມັນຈະບໍ່ເບິ່ງຄືກັບວ່າລາວດີກວ່າຂ້ອຍບໍ? ບໍ່, ຂ້ອຍບໍ່ສາມາດຮັບຟັງລາວກ່ຽວກັບເລື່ອງນີ້. ຂ້ອຍຈະເຮັດມັນຕາມວິທີການຂອງຂ້ອຍ”. ຈາກນັ້ນພວກເຂົາກໍຊອກຫາເຫດຜົນ ແລະ ຂໍ້ອ້າງເພື່ອໂຈມຕີມຸມມອງຂອງຄົນອື່ນລົງ. ມັນເປັນອຸປະນິໄສປະເພດໃດ ເມື່ອຄົນໆໜຶ່ງເຫັນຄົນທີ່ດີກວ່າພວກເຂົາ ແລະ ພວກເຂົາພະຍາຍາມດຶງຄົນເຫຼົ່ານັ້ນລົງມາ, ເຜີຍແຜ່ຂ່າວລືກ່ຽວກັບຄົນເຫຼົ່ານັ້ນ ຫຼື ໃຊ້ວິທີການທີ່ເປັນຕາຕາລັງກຽດເພື່ອປ້າຍສີຄົນເຫຼົ່ານັ້ນ ແລະ ທຳລາຍຊື່ສຽງຂອງພວກເຂົາ, ແມ່ນແຕ່ຢຽບຍໍ່າພວກເຂົາທຸກຄົນ ເພື່ອປົກປ້ອງຕຳແໜ່ງຂອງພວກເຂົາເອງໃນຄວາມຄິດຂອງຜູ້ຄົນ? ນີ້ບໍ່ແມ່ນພຽງຄວາມອວດດີ ແລະ ຄວາມທະນົງຕົວ, ມັນເປັນອຸປະນິໄສຂອງຊາຕານ, ມັນເປັນອຸປະນິໄສທີ່ມຸ່ງຮ້າຍ. ການທີ່ຄົນນີ້ສາມາດໂຈມຕີ ແລະ ບາດໝາງກັບຄົນທີ່ດີກວ່າ ແລະ ເຂັ້ມແຂງກວ່າພວກເຂົາເປັນສິ່ງທີ່ຮ້າຍກາດ ແລະ ຊົ່ວຮ້າຍ. ນອກຈາກນັ້ນ, ການທີ່ພວກເຂົາຈະເຮັດທຸກວິທີທາງເພື່ອດຶງຜູ້ຄົນລົງມາກໍສະແດງໃຫ້ເຫັນວ່າມີສິ່ງຊົ່ວຮ້າຍຫຼາຍຢ່າງໃນພວກເຂົາ! ໂດຍການໃຊ້ຊີວິດຕາມອຸປະນິໄສຂອງຊາຕານ, ພວກເຂົາມີແນວໂນ້ມທີ່ຈະດູຖູກຜູ້ຄົນ, ພະຍາຍາມເຮັດໃຫ້ພວກເຂົາຢູ່ໃນສະຖານະການໄດ້ປຽບ, ເຮັດໃຫ້ສິ່ງຕ່າງໆຍາກສຳລັບພວກເຂົາ. ນີ້ບໍ່ແມ່ນການເຮັດຊົ່ວບໍ? ນອກຈາກນັ້ນ, ໂດຍການໃຊ້ຊີວິດເຊັ່ນນີ້ ພວກເຂົາຍັງຄິດວ່າພວກເຂົາບໍ່ເປັນຫຍັງ, ພວກເຂົາເປັນຄົນດີ, ເຖິງຢ່າງນັ້ນ ເມື່ອພວກເຂົາເຫັນຄົນໃດໜຶ່ງທີ່ດີກວ່າພວກເຂົາ, ພວກເຂົາກໍມີແນວໂນ້ມທີ່ຈະສ້າງເວລາທີ່ຍາກລຳບາກໃຫ້ຄົນເຫຼົ້ານັ້ນ, ຢຽບຍໍ່າພວກເຂົາ. ແມ່ນຫຍັງຄືບັນຫາຢູ່ບ່ອນນີ້? ຄົນທີ່ສາມາດເຮັດການກະທຳທີ່ຊົ່ວຮ້າຍເຊັ່ນນັ້ນບໍ່ແມ່ນສິ່ງທີ່ໄຮ້ຢາງອາຍ ແລະ ຫົວແຂງບໍ? ຄົນແບບນັ້ນພຽງແຕ່ຄິດຫາຜົນປະໂຫຍດຂອງພວກເຂົາເອງ, ພວກເຂົາພຽງແຕ່ພິຈາລະນາເຖິງຄວາມຮູ້ສຶກຂອງພວກເຂົາເອງ ແລະ ສິ່ງດຽວທີ່ພວກເຂົາຕ້ອງການກໍຄືການບັນລຸຄວາມປາດຖະໜາ, ຄວາມທະເຍີທະຍານ ແລະ ເປົ້າໝາຍຂອງພວກເຂົາເອງ. ພວກເຂົາບໍ່ສົນໃຈວ່າພວກເຂົາໄດ້ສ້າງຄວາມເສຍຫາຍຫຼາຍສໍ່າໃດຕໍ່ວຽກງານຂອງຄຣິສຕະຈັກ ແລະ ພວກເຂົາຈະເລືອກເສຍສະຫຼະຜົນປະໂຫຍດໃນເຮືອນຂອງພຣະເຈົ້າເພື່ອປົກປ້ອງສະຖານະຂອງພວກເຂົາໃນຄວາມຄິດຂອງຜູ້ຄົນ ແລະ ຊື່ສຽງຂອງພວກເຂົາເອງ. ຄົນແບບນີ້ບໍ່ໄດ້ອວດດີ ແລະ ຖືວ່າຕົນເອງຊອບທຳ, ເຫັນແກ່ຕົວ ແລະ ຕໍ່າຊ້າບໍ? ຄົນແບບນີ້ບໍ່ພຽງແຕ່ອວດດີ ແລະ ຖືວ່າຕົນເອງຊອບທຳ, ພວກເຂົາຍັງເຫັນແກ່ຕົວ ແລະ ຕໍ່າຊ້າທີ່ສຸດ. ພວກເຂົາບໍ່ໄດ້ໃສ່ໃຈກັບຄວາມປະສົງຂອງພຣະເຈົ້າເລີຍ. ຄົນແບບນັ້ນມີຄວາມຢຳເກງໃດໆສຳລັບພຣະເຈົ້າບໍ? ພວກເຂົາບໍ່ມີຄວາມຢຳເກງສຳລັບພຣະເຈົ້າແມ່ນແຕ່ໜ້ອຍດຽວ. ນີ້ແມ່ນເຫດຜົນວ່າເປັນຫຍັງພວກເຂົາຈຶ່ງເຮັດຕາມອຳເພີໃຈ ແລະ ເຮັດສິ່ງໃດກໍ່ຕາມທີ່ພວກເຂົາຕ້ອງການ ໂດຍບໍ່ມີຄວາມຮູ້ສຶກຕຳນິ, ໂດຍບໍ່ມີຄວາມກັງວົນໃຈໃດໆ, ໂດຍບໍ່ມີຄວາມຫວັ່ນໄຫວ ຫຼື ຄວາມກັງວົນໃດໆ ແລະ ໂດຍບໍ່ໄດ້ຄຳນຶງເຖິງຜົນທີ່ຈະຕາມມາ. ນີ້ແມ່ນສິ່ງທີ່ພວກເຂົາເຮັດເລື້ອຍໆ ແລະ ເປັນວິທີທີ່ພວກເຂົາປະພຶດຕົນສະເໝີມາ. ແມ່ນຫຍັງຄືທຳມະຊາດຂອງພຶດຕິກຳດັ່ງກ່າວ? ເວົ້າງ່າຍໆກໍ່ຄື ຄົນເຊັ່ນນີ້ຂີ້ອິດສາເກີນໄປ ແລະ ມີຄວາມປາຖະໜາຢ່າງແຮງກ້າທີ່ຈະມີຊື່ສຽງ ແລະ ສະຖານະສ່ວນຕົວ; ພວກເຂົາຫຼອກລວງ ແລະ ທໍລະຍົດເກີນໄປ. ເວົ້າໃຫ້ໜັກແໜ້ນກວ່ານີ້ກໍ່ຄື ແກ່ນແທ້ຂອງບັນຫາແມ່ນວ່າຫົວໃຈຂອງຄົນແບບນັ້ນບໍ່ໄດ້ຢຳເກງພຣະເຈົ້າແມ່ນແຕ່ໜ້ອຍເລີຍ. ພວກເຂົາບໍ່ຢຳເກງພຣະເຈົ້າ, ພວກເຂົາເຊື່ອວ່າຕົວເອງມີຄວາມສຳຄັນທີ່ສຸດ ແລະ ພວກເຂົາຖືວ່າທຸກແງ່ມຸມຂອງຕົວເອງສູງກວ່າພຣະເຈົ້າ ແລະ ສູງກວ່າຄວາມຈິງ. ໃນຫົວໃຈຂອງພວກເຂົາ, ພຣະເຈົ້າບໍ່ຄູ່ຄວນທີ່ຈະກ່າວເຖິງ ໜ້ອຍທີ່ສຸດ ແລະ ບໍ່ມີຄວາມໝາຍທີ່ສຸດ ແລະ ພຣະເຈົ້າບໍ່ມີສະຖານະໃດເລີຍໃນຫົວໃຈຂອງພວກເຂົາ. ບັນດາຜູ້ທີ່ບໍ່ມີບ່ອນໃຫ້ພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ຜູ້ທີ່ບໍ່ເຄົາລົບພຣະເຈົ້າ, ນໍາຄວາມຈິງໄປປະຕິບັດສາມາດບັນລຸການເຂົ້າສູ່ຄວາມຈິງບໍ? ບໍ່ໄດ້ຢ່າງແນ່ນອນ. ສະນັ້ນ, ໂດຍປົກກະຕິແລ້ວເມື່ອພວກເຂົາໄປມາຢ່າງມ່ວນຊື່ນເຮັດໃຫ້ຕົນເອງບໍ່ວ່າງ ແລະ ໃຊ້ພະລັງງານຫຼາຍ, ພວກເຂົາກຳລັງເຮັດຫຍັງ? ຜູ້ຄົນດັ່ງກ່າວເຖິງກັບອ້າງວ່າໄດ້ປະຖິ້ມທຸກສິ່ງທຸກຢ່າງເພື່ອເສຍສະລະໃຫ້ແກ່ພຣະເຈົ້າ ແລະ ທົນທຸກທໍລະມານຢ່າງຫຼວງຫຼາຍ, ແຕ່ໃນຄວາມເປັນຈິງແລ້ວ ແຮງຈູງໃຈ, ຫຼັກການ ແລະ ຈຸດປະສົງຂອງການກະທຳທັງໝົດຂອງພວກເຂົາແມ່ນເພື່ອເຫັນແກ່ສະຖານະ ແລະ ກຽດຕິຍົດຂອງພວກເຂົາເອງ, ເພື່ອປົກປ້ອງຜົນປະໂຫຍດທັງໝົດຂອງພວກເຂົາ. ພວກເຈົ້າ ຫຼື ເຈົ້າຈະບໍ່ເວົ້າວ່າຄົນປະເພດນີ້ເປັນຕາຢ້ານບໍ? ຄົນແບບໃດທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ ແຕ່ບໍ່ມີຄວາມຢຳເກງພຣະເຈົ້າ? ພວກເຂົາບໍ່ໄດ້ອວດດີບໍ? ພວກເຂົາບໍ່ແມ່ນຊາຕານບໍ? ແລ້ວສິ່ງໃດທີ່ຂາດຄວາມຢຳເກງພຣະເຈົ້າທີ່ສຸດ? ນອກຈາກສັດຮ້າຍແລ້ວ, ມັນຄືຄົນຊົ່ວ ແລະ ຜູ້ຕໍ່ຕ້ານພຣະຄຣິດ, ຊາຕານ ແລະ ພັກພວກຂອງມານຮ້າຍ. ພວກເຂົາບໍ່ຍອມຮັບຄວາມຈິງເລີຍ; ພວກເຂົາຂາດຄວາມຢຳເກງພຣະເຈົ້າ. ພວກເຂົາສາມາດເຮັດສິ່ງໃດໜຶ່ງທີ່ຊົ່ວຮ້າຍ; ພວກເຂົາເປັນສັດຕູຂອງພຣະເຈົ້າ ແລະ ສັດຕູຂອງຄົນຖືກເລືອກຂອງພຣະອົງ.
ພວກເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າໃນເລື່ອງໃດໃນຊີວິດປະຈຳວັນຂອງພວກເຈົ້າ? ນອກຈາກນັ້ນ, ພວກເຈົ້າບໍ່ມີຫົວໃຈໃນເລື່ອງໃດ? ເຈົ້າສາມາດກຽດຊັງຄົນໃດໜຶ່ງ ເມື່ອພວກເຂົາເຮັດຜິດໃຈເຈົ້າ ຫຼື ກະທົບກະແທກຜົນປະໂຫຍດຂອງເຈົ້າບໍ? ນອກຈາກນັ້ນ, ເມື່ອເຈົ້າກຽດຊັງຄົນໃດໜຶ່ງ ເຈົ້າສາມາດລົງໂທດພວກເຂົາ ແລະ ແກ້ແຄ້ນບໍ? (ແມ່ນ.) ແລ້ວເຈົ້າກໍເປັນຕາຢ້ານພໍສົມຄວນ! ຖ້າເຈົ້າບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ ແລະ ສາມາດເຮັດສິ່ງຊົ່ວຮ້າຍ, ແລ້ວອຸປະນິໄສທີ່ຊົ່ວຊ້ານີ້ຂອງເຈົ້າກໍຮຸນແຮງຫຼາຍເກີນໄປ! ຄວາມຮັກ ແລະ ຄວາມກຽດຊັງແມ່ນສິ່ງທີ່ຄວາມເປັນມະນຸດທຳມະດາຄວນມີ, ແຕ່ເຈົ້າຕ້ອງແຍກແຍະຄວາມແຕກຕ່າງຢ່າງຊັດເຈນລະຫວ່າງສິ່ງທີ່ເຈົ້າຮັກ ແລະ ສິ່ງທີ່ເຈົ້າຊັງ. ໃນຫົວໃຈຂອງເຈົ້າ, ເຈົ້າຄວນຮັກພຣະເຈົ້າ, ຮັກຄວາມຈິງ, ຮັກສິ່ງທີ່ດີ ແລະ ຮັກອ້າຍເອື້ອຍນ້ອງຂອງເຈົ້າ, ໃນຂະນະທີ່ເຈົ້າຄວນກຽດຊັງຊາຕານຜູ້ຊົ່ວຮ້າຍ, ຊັງສິ່ງທີ່ເປັນລົບ, ຊັງພວກຕໍ່ຕ້ານພຣະຄຣິດ ແລະ ຊັງຄົນຊົ່ວຮ້າຍ. ຖ້າເຈົ້າສາມາດກົດຂີ່ ແລະ ແກ້ແຄ້ນອ້າຍເອື້ອຍນ້ອງຂອງເຈົ້າຍ້ອນຄວາມກຽດຊັງ, ສິ່ງນີ້ຈະເປັນຕາຢ້ານຫຼາຍ ແລະ ນີ້ກໍຄືອຸປະນິໄສຂອງຄົນຊົ່ວຮ້າຍ. ບາງຄົນມີພຽງຄວາມຄິດ ແລະ ແນວຄິດທີ່ກຽດຊັງເທົ່ານັ້ນ ນັ້ນກໍ່ຄື ແນວຄິດຊົ່ວຮ້າຍ, ແຕ່ພວກເຂົາຈະບໍ່ເຮັດສິ່ງທີ່ຊົ່ວຮ້າຍຈັກເທື່ອ. ຄົນເຫຼົ່ານີ້ບໍ່ແມ່ນຄົນຊົ່ວຮ້າຍເພາະເມື່ອບາງສິ່ງເກີດຂຶ້ນກັບພວກເຂົາ, ພວກເຂົາກໍສາມາດສະແຫວງຫາຄວາມຈິງ ແລະ ພວກເຂົາໃສ່ໃຈກັບຫຼັກການໃນວິທີການທີ່ພວກເຂົາປະພຶດຕົນເອງ ແລະ ຮັບມືກັບສິ່ງຕ່າງໆ. ເມື່ອມີປະຕິສຳພັນກັບຄົນອື່ນ, ພວກເຂົາບໍ່ໄດ້ຮຽກຮ້ອງຈາກຄົນເຫຼົ່ານັ້ນຫຼາຍກວ່າທີ່ພວກເຂົາມີ; ຖ້າພວກເຂົາເຂົ້າກັບຄົນໆນັ້ນໄດ້ເປັນຢ່າງດີ, ພວກເຂົາກໍຈະສືບຕໍ່ມີປະຕິສຳພັນກັບຄົນເຫຼົ່ານັ້ນ; ຖ້າພວກເຂົາເຂົ້າກັນບໍ່ໄດ້ດີ, ແລ້ວພວກເຂົາກໍຈະບໍ່ສືບຕໍ່. ມັນເກືອບບໍ່ໄດ້ສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ການເຂົ້າສູ່ຊີວິດຂອງພວກເຂົາ. ພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ພວກເຂົາມີຄວາມຢຳເກງສຳລັບພຣະອົງ. ພວກເຂົາບໍ່ເຕັມໃຈທີ່ຈະເຮັດໃຫ້ພຣະເຈົ້າເຄືອງໃຈ ແລະ ຢ້ານທີ່ຈະເຮັດເຊັ່ນນັ້ນ. ເຖິງແມ່ນວ່າຄົນເຫຼົ່ານີ້ອາດມີຄວາມຄິດ ແລະ ແນວຄິດທີ່ບໍ່ຖືກຕ້ອງ, ພວກເຂົາກໍສາມາດປະຕິເສດ ຫຼື ປະຖິ້ມສິ່ງເຫຼົ່ານັ້ນໄດ້. ພວກເຂົາມີການຄວບຄຸມໃນການກະທຳຂອງພວກເຂົາ ແລະ ບໍ່ເວົ້າຄໍາດຽວທີ່ຢູ່ນອກເສັ້ນ ຫຼື ຄຳເວົ້າທີ່ລ່ວງເກີນພຣະເຈົ້າ. ຄົນໃດໜຶ່ງທີ່ເວົ້າ ແລະ ເຮັດໃນລັກສະນະນີ້ກໍເປັນຄົນທີ່ມີຫຼັກການ ແລະ ເປັນຄົນທີ່ປະຕິບັດຄວາມຈິງ. ບຸກຄະລິກຂອງເຈົ້າອາດບໍ່ເຂົ້າກັບຂອງຄົນອື່ນ ແລະ ເຈົ້າອາດຈະບໍ່ມັກພວກເຂົາ, ແຕ່ເມື່ອເຈົ້າເຮັດວຽກຮ່ວມກັນກັບພວກເຂົາ, ເຈົ້າກໍ່ຍັງບໍ່ລຳອຽງ ແລະ ຈະບໍ່ລະບາຍຄວາມຫງຸດຫງິດໃນການເຮັດໜ້າທີ່ຂອງເຈົ້າ, ເສຍສະລະໜ້າທີ່ຂອງເຈົ້າ ຫຼື ເອົາຄວາມຫງຸດຫງິດຂອງເຈົ້າໄປໃສ່ກັບຜົນປະໂຫຍດໃນຄອບຄົວຂອງພຣະເຈົ້າ; ເຈົ້າສາມາດຮັບມືກັບເລື່ອງຕ່າງໆຕາມຫຼັກການ. ສິ່ງນີ້ເປັນການສຳແດງອອກເຖິງຫຍັງ? ມັນເປັນການສຳແດງອອກເຖິງການມີຄວາມເຄົາລົບຂັ້ນພື້ນຖານຕໍ່ພຣະເຈົ້າ. ຖ້າເຈົ້າມີຫຼາຍຂຶ້ນກວ່ານັ້ນເລັກນ້ອຍ, ເມື່ອເຈົ້າເຫັນວ່າຄົນໃດໜຶ່ງມີຄວາມຂາດເຂີນ ຫຼື ຄວາມອ່ອນແອບາງຢ່າງ, ແລ້ວເຖິງແມ່ນວ່າພວກເຂົາໄດ້ເຮັດຜິດໃຈເຈົ້າ ຫຼື ມີອະຄະຕິຕໍ່ເຈົ້າ, ເຈົ້າກໍຍັງຈະປະຕິບັດຕໍ່ພວກເຂົາຢ່າງຖືກຕ້ອງ ແລະ ດ້ວຍຄວາມຮັກເພື່ອຊ່ວຍເຫຼືອພວກເຂົາ. ນີ້ຈະໝາຍຄວາມວ່າມີຄວາມຮັກໃນຕົວເຈົ້າ, ເຈົ້າເປັນຄົນທີ່ມີຄວາມເປັນມະນຸດ, ເຈົ້າເປັນຄົນທີ່ໃຈດີ ແລະ ຄົນທີ່ສາມາດປະຕິບັດຄວາມຈິງ, ເຈົ້າເປັນຄົນຊື່ສັດທີ່ມີຄວາມເປັນຈິງແຫ່ງຄວາມຈິງ ແລະ ເຈົ້າເປັນຄົນທີ່ມີຄວາມຢຳເກງສຳລັບພຣະເຈົ້າ. ຖ້າເຈົ້າຍັງມີວຸດທິພາວະນ້ອຍໆ ແຕ່ເຈົ້າມີຄວາມປະສົງ ແລະ ເຕັມໃຈທີ່ຈະດິ້ນຮົນຫາຄວາມຈິງ ແລະ ດິ້ນຮົນທີ່ຈະເຮັດສິ່ງຕ່າງໆຕາມຫຼັກການ ແລະ ເຈົ້າສາມາດຮັບມືກັບສິ່ງຕ່າງໆ ແລະ ປະຕິບັດຕໍ່ຄົນອື່ນດ້ວຍຫຼັກການ, ແລ້ວສິ່ງນີ້ຍັງຖືວ່າເປັນມີການຄວາມຢຳເກງເລັກໆນ້ອຍໆສຳລັບພຣະເຈົ້າ; ນີ້ຄືສິ່ງພື້ນຖານທີ່ສຸດ. ຖ້າເຈົ້າບໍ່ແມ່ນແຕ່ຈະສາມາດບັນລຸສິ່ງນີ້ໄດ້ ແລະ ບໍ່ສາມາດຄວບຄຸມຕົນເອງ, ແລ້ວເຈົ້າກໍຕົກຢູ່ໃນອັນຕະລາຍຄັ້ງໃຫຍ່ ແລະ ຂ້ອນຂ້າງເປັນຕາຢ້ານ. ຖ້າເຈົ້າໄດ້ຮັບຕຳແໜ່ງໃດໜຶ່ງ, ເຈົ້າສາມາດລົງໂທດຜູ້ຄົນ ແລະ ສ້າງເວລາທີ່ຍາກລຳບາກໃຫ້ພວກເຂົາ; ແລ້ວເຈົ້າຈະມີແນວໂນ້ມທີ່ຈະກາຍເປັນຜູ້ຕໍ່ຕ້ານພຣະຄຣິດໄດ້ທຸກຊ່ວງເວລາ. ບໍ່ວ່າຄົນໆໜຶ່ງຈະເປັນຄົນດີ ຫຼື ຄົນບໍ່ດີ, ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າ ຫຼື ພວກເຂົາຈະຍ່າງໃນເສັ້ນທາງຫຍັງກໍຕາມ, ພວກເຂົາຈະໄດ້ຮັບການເປີດເຜີຍໃນເວລາບໍ່ເທົ່າໃດປີ. ເຈົ້າຕ້ອງປະຕິບັດຕໍ່ພວກເຂົາໃນລັກສະນະທີ່ມີຫຼັກການ, ບໍ່ວ່າຜົນຕາມມາຂອງພວກເຂົາຈະແມ່ນຫຍັງກໍຕາມ, ບໍ່ວ່າພວກເຂົາຄວນຖືກລົງໂທດ ຫຼື ຮັບລາງວັນ, ນັ້ນຄືກິດຈະການຂອງພຣະເຈົ້າ. ຕາບໃດທີ່ເຈົ້າສາມາດແຍກແຍະ ແລະ ປະຕິບັດຕໍ່ພວກເຂົາຕາມຫຼັກການ, ສິ່ງນັ້ນກໍຈະໃຊ້ການໄດ້. ບໍ່ວ່າເຈົ້າຈະພົວພັນກັບຜູ້ໃດກໍຕາມ, ຕາບໃດທີ່ພຣະເຈົ້າຍັງບໍ່ທັນຕັດສິນໃຈວ່າຄົນເຊັ່ນນັ້ນຈະມີຜົນຮັບແບບໃດ, ຄຣິສຕະຈັກບໍ່ຂັບໄລ່ພວກເຂົາອອກໄປ ແລະ ພຣະເຈົ້າບໍ່ລົງໂທດພວກເຂົາ ແລະ ພວກເຂົາຖືກຊ່ວຍໃຫ້ລອດພົ້ນ, ເຈົ້າກໍ່ຄວນຊ່ວຍເຫຼືອພວກເຂົາຢ່າງອົດທົນດ້ວຍຄວາມຮັກ; ເຈົ້າບໍ່ຄວນຕັດສິນຜົນຮັບຂອງຄົນເຊັ່ນນັ້ນ ແລະ ເຈົ້າບໍ່ຄວນໃຊ້ວິທີການຂອງມະນຸດເພື່ອລົງໂທດພວກເຂົາ. ຖ້າພວກເຂົາມີການສະແດງອອກທີ່ເສື່ອມຊາມ, ເຈົ້າອາດຈະຈັດການ ແລະ ລິຮານຄົນເຊັ່ນນັ້ນ ຫຼື ເຈົ້າອາດຈະເປີດໃຈຂອງເຈົ້າຢ່າງກົງໄປກົງມາ ແລະ ເຂົ້າຮ່ວມໃນການໂອ້ລົມເພື່ອຊ່ວຍພວກເຂົາ. ເຖິງແນວໃດກໍ່ຕາມ, ຖ້າເຈົ້າໄຕ່ຕອງການລົງໂທດ, ການເນລະເທດ ແລະ ການໃສ່ກອບໃຫ້ຄົນເຫຼົ່ານີ້, ພະຍາຍາມແກ້ໄຂສິ່ງທີ່ຜິດໃນນາມຂອງສະຫວັນ, ຫຼັງຈາກນັ້ນ ເຈົ້າຈະມີບັນຫາ. ການເຮັດເຊັ່ນນັ້ນຈະສອດຄ່ອງກັບຄວາມຈິງບໍ? ການມີຄວາມຄິດເຊັ່ນນັ້ນຈະເປັນຜົນມາຈາກການເປັນຄົນເລືອດຮ້ອນ; ຄວາມຄິດເຫຼົ່ານັ້ນມາຈາກຊາຕານ ແລະ ມີຕົ້ນກຳເນີດມາຈາກຄວາມບໍ່ພໍໃຈຂອງມະນຸດ ເຊັ່ນດຽວກັນແມ່ນມາຈາກຄວາມອິດສາ ແລະ ຄວາມກຽດຊັງຂອງມະນຸດ. ການປະພຶດດັ່ງກ່າວບໍ່ສອດຄ່ອງກັບຄວາມຈິງ. ນີ້ແມ່ນສິ່ງທີ່ຈະນຳເອົາຜົນກຳມາສູ່ເຈົ້າ ແລະ ເຈົ້າຕ້ອງບໍ່ເຮັດມັນ. ເຈົ້າມີຄວາມສາມາດທີ່ຈະຄິດຫາວິທີຕ່າງໆເພື່ອລົງໂທດຜູ້ຄົນຍ້ອນວ່າພວກເຂົາບໍ່ແມ່ນຄົນທີ່ເຈົ້າມັກ ຫຼື ຍ້ອນວ່າພວກເຂົາເຂົ້າກັນກັບເຈົ້າບໍ່ໄດ້ບໍ? ພວກເຈົ້າເຄີຍເຮັດຫຍັງແບບນັ້ນມາກ່ອນບໍ? ເຈົ້າໄດ້ເຮັດມັນໄປຫຼາຍສໍ່າໃດ? ເຈົ້າບໍ່ໄດ້ມັກດູຖູກຄົນໂດຍທາງອ້ອມ, ເວົ້າປະຊົດ ແລະ ເວົ້າເຍາະເຍີ້ຍພວກເຂົາຢູ່ສະເໝີບໍ? ພວກເຈົ້າຢູ່ໃນສະພາວະໃດເມື່ອເຈົ້າກຳລັງເຮັດສິ່ງດັ່ງກ່າວ? ໃນຕອນນັ້ນ ເຈົ້າກຳລັງລະບາຍ ແລະ ຮູ້ສຶກມີຄວາມສຸກ; ເຈົ້າໄດ້ປຽບແລ້ວ. ເຖິງແນວໃດກໍ່ຕາມ, ຫຼັງຈາກນັ້ນ ເຈົ້າກໍ່ຄິດກັບຕົວເອງວ່າ “ຂ້ອຍໄດ້ເຮັດສິ່ງທີ່ໜ້າລັງກຽດເຊັ່ນນັ້ນ. ຂ້ອຍບໍ່ໄດ້ຢຳເກງພຣະເຈົ້າ ແລະ ຂ້ອຍໄດ້ປະຕິບັດຕໍ່ຄົນນັ້ນຢ່າງບໍ່ເປັນທຳຫຼາຍ”. ເລິກລົງໄປແລ້ວ, ເຈົ້າໄດ້ຮູ້ສຶກເສຍໃຈບໍ? (ເສຍໃຈ). ເຖິງແມ່ນວ່າພວກເຈົ້າບໍ່ຢຳເກງພຣະເຈົ້າ, ຢ່າງໜ້ອຍພວກເຈົ້າກໍ່ມີຄວາມຮູ້ສຶກຜິດຊອບຊົ່ວດີ. ສະນັ້ນ, ເຈົ້າຍັງສາມາດເຮັດສິ່ງຕ່າງໆແບບນີ້ໃນອະນາຄົດໄດ້ອີກບໍ? ເຈົ້າຍັງສາມາດໂຈມຕີ ແລະ ພະຍາຍາມແກ້ແຄ້ນຄົນເມື່ອໃດກໍ່ຕາມທີ່ເຈົ້າດູໝິ່ນພວກເຂົາ ແລະ ບໍ່ສາມາດເຂົ້າກັນກັບພວກເຂົາໄດ້ ຫຼື ເມື່ອໃດກໍ່ຕາມທີ່ພວກເຂົາບໍ່ເຊື່ອຟັງ ຫຼື ຟັງຄວາມເຈົ້າບໍ? ຄົນທີ່ເຮັດແບບນັ້ນມີຄວາມເປັນມະນຸດແບບໃດ? ໃນເລື່ອງຂອງຄວາມເປັນມະນຸດ, ພວກເຂົາເປັນຄົນຊົ່ວຮ້າຍ. ເມື່ອວັດແທກກັບຄວາມຈິງແລ້ວ, ພວກເຂົາບໍ່ໄດ້ເຄົາລົບນັບຖືພຣະເຈົ້າ. ໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ, ພວກເຂົາບໍ່ມີຫຼັກການ, ພວກເຂົາເຮັດຕາມອຳເພີໃຈ, ເວົ້າ ແລະ ເຮັດແມ່ນຫຍັງກໍຕາມທີ່ພວກເຂົາພໍໃຈ. ຄົນແບບນັ້ນມີຄວາມເປັນຈິງແຫ່ງຄວາມຈິງບໍ? ບໍ່ມີແນ່ນອນ; ຄຳຕອບຄື “ບໍ່” ໜຶ່ງຮ້ອຍເປີເຊັນ. ຄົນທີ່ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າຈະສາມາດຍອມອ່ອນນ້ອມຕໍ່ພຣະອົງ ແລະ ນະມັດສະການພຣະອົງໄດ້ຢ່າງແທ້ຈິງບໍ? ພວກເຂົາບໍ່ສາມາດເຮັດໄດ້ຢ່າງແນ່ນອນ.
ບາງຄົນເວົ້າວ່າ: “ເມື່ອຂ້ອຍເຫັນໄພພິບັດທີ່ເກີດຂຶ້ນ, ຂ້ອຍກໍອະທິຖານຫາພຣະເຈົ້າຢູ່ເລື້ອຍໆ, ຂ້ອຍບໍ່ກ້າອອກຈາກພຣະເຈົ້າໃນທຸກຊ່ວງເວລາ ແລະ ຂ້ອຍຂໍການຊີ້ນໍາ ແລະ ການປົກປ້ອງຈາກພຣະເຈົ້າ. ເມື່ອຂ້ອຍຍ່າງຕາມທາງຄົນດຽວໃນຕອນກາງຄືນ, ເມື່ອອັນຕະລາຍເກີດຂຶ້ນກັບຂ້ອຍ, ຂ້ອຍກໍເພິ່ງພາພຣະເຈົ້າຢູ່ສະເໝີ, ຂ້ອຍບໍ່ກ້າອອກຈາກພຣະອົງ ແລະ ຂ້ອຍຂໍໃຫ້ພຣະອົງຊ່ວຍເຫຼືອຂ້ອຍ. ເມື່ອຂ້ອຍເຮັດໜ້າທີ່ຂອງຂ້ອຍ, ຫົວໃຈຂອງຂ້ອຍກໍອະທິຖານຫາພຣະເຈົ້າຢ່າງສະໝໍ່າສະເໝີ ແລະ ຂໍສິ່ງຕ່າງໆຈາກພຣະອົງ, ເພື່ອວ່າພຣະອົງຈະບໍ່ປ່ອຍໃຫ້ຂ້ອຍເຮັດພໍເປັນພິທີ ແລະ ເພື່ອວ່າພຣະອົງຈະເຂົ້າຄວບຄຸມ. ຂ້ອຍໄດ້ພະຍາຍາມກ່ອນໜ້ານີ້ ແລະ ຖ້າພຣະເຈົ້າບໍ່ເຮັດພາລະກິດ, ແລ້ວຂ້ອຍກໍບໍ່ສາມາດເຮັດຫຍັງໄດ້ ແລະ ຂ້ອຍເອງບໍ່ມີຫຍັງເລີຍ”. ນີ້ແມ່ນຄົນທີ່ມີຫົວໃຈທີ່ຢຳເກງພຣະເຈົ້າບໍ? (ບໍ່.) ມັນຄືຄວາມຜິດພາດບໍທີ່ຈະເພິ່ງພາພຣະເຈົ້າ? ມັນຄືຄວາມຜິດພາດບໍທີ່ຈະຂໍການປົກປ້ອງຈາກພຣະເຈົ້າ? ຄຳເວົ້າທີ່ກ່າວໃນບ່ອນນີ້ບໍ່ໄດ້ເກີດຈາກຄວາມຜິດພາດ, ແຕ່ສະພາວະປະເພດນີ້ຜິດປົກກະຕິ. ມັນໝາຍຄວາມວ່າເຈົ້າພຽງແຕ່ຊອກຫາພຣະເຈົ້າ ເພາະເຈົ້າບໍ່ມີຫຍັງໃຫ້ສະໜັບສະໜູນເຈົ້າ ແລະ ບໍ່ມີບ່ອນໃດໃຫ້ໄປ, ເຈົ້າຖືກບັງຄັບ ແລະ ບໍ່ມີທາງເລືອກໃນເລື່ອງດັ່ງກ່າວ ແລະ ເຈົ້າຕ້ອງການໃຊ້ພຣະເຈົ້າໃຫ້ເຮັດສິ່ງຕ່າງໆສຳລັບເຈົ້າເພື່ອທີ່ຈະສຳເລັດເປົ້າໝາຍຂອງເຈົ້າ. ນັ້ນຄືການຢຳເກງພຣະເຈົ້າບໍ? ຫຼັງຈາກທີ່ເຈົ້າບໍ່ມີບັນຫາ, ເຈົ້າກໍລືມກ່ຽວກັບພຣະເຈົ້າໂດຍສິ້ນເຊີງ. ເມື່ອເຈົ້າມີຄວາມສຸກທີ່ສຸດ, ເມື່ອເຈົ້າຕື່ນເຕັ້ນກັບຄວາມສຳເລັດ, ເມື່ອສະຖານະຂອງເຈົ້າຖືກຍົກຂຶ້ນສູງກວ່າທຸກຄົນຈົນພວກເຂົາປະຈົບປະແຈງ ແລະ ນະມັດສະການເຈົ້າ, ແລ້ວເປັນໄປໄດ້ແນວໃດທີ່ເຈົ້າຈຶ່ງຍັງບໍ່ເພິ່ງພາພຣະເຈົ້າ? ເປັນໄປໄດ້ແນວໃດທີ່ເຈົ້າບໍ່ຍອມຮັບການພິເຄາະຂອງພຣະເຈົ້າ ຫຼື ສະແຫວງຫາການຊີ້ນໍາຂອງພຣະອົງ? ເປັນໄປໄດ້ແນວໃດທີ່ເຈົ້າບໍ່ໄດ້ຖາມພຣະເຈົ້າວ່າທຸກສິ່ງທີ່ເຈົ້າເຮັດນັ້ນສອດຄ່ອງກັບຄວາມປະສົງຂອງພຣະອົງ ຫຼື ບໍ່? ເມື່ອເຈົ້າເຮັດຊົ່ວ, ເມື່ອເຈົ້າຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ເຈົ້າບໍ່ຖາມພຣະເຈົ້າວ່າສິ່ງນີ້ສອດຄ່ອງກັບຄວາມປະສົງຂອງພຣະອົງ ຫຼື ບໍ່ ໄດ້ແນວໃດ? ເປັນໄປໄດ້ແນວໃດທີ່ເຈົ້າບໍ່ໄຕ່ຕອງກ່ຽວກັບຕົນເອງ ແລະ ບໍ່ເພິ່ງພາພຣະເຈົ້າເພື່ອຄວບຄຸມຕົນເອງ? ນີ້ແມ່ນບັນຫາປະເພດໃດ? ສະພາວະທັງໝົດນີ້ແມ່ນເອີ້ນວ່າຫຍັງ? ການບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ. ຄົນໆໜຶ່ງທີ່ບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າຈະສາມາດເຮັດໜ້າທີ່ຂອງພວກເຂົາໄດ້ດີບໍ? ພວກເຂົາສາມາດກາຍມາເປັນຄົນດີໄດ້ແທ້ໆບໍ? ພວກເຂົາສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້.) ພວກເຂົາບໍ່ສາມາດເຮັດໄດ້ແທ້ໆ. ຖ້າບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ພວກເຂົາກໍບໍ່ສາມາດເຮັດໜ້າທີ່ຂອງພວກເຂົາໃຫ້ດີໄດ້ເດັດຂາດ ແລະ ພວກເຂົາບໍ່ສາມາດນໍາຄວາມຈິງໄປປະຕິບັດ ຫຼື ຍອມຕໍ່ພຣະເຈົ້າ, ເຖິງແມ່ນວ່າພວກເຂົາຕ້ອງການເຮັດ. ຖ້າບໍ່ມີຫົວໃຈທີ່ຢຳເກງພຣະເຈົ້າ, ມັນບໍ່ໄດ້ງ່າຍທີ່ຈະປະຕິບັດຄວາມຈິງ. ຖ້າພວກເຂົາຕ້ອງການເຮັດໜ້າທີ່ຂອງພວກເຂົາໃຫ້ດີ, ມັນຈະມີຄວາມຫຍຸ້ງຍາກ ແລະ ການລົບກວນຫຼາຍເກີນໄປຢ່າງແນ່ນອນ ແລະ ພວກເຂົາບໍ່ສາມາດນໍາຄວາມຈິງໄປປະຕິບັດໄດ້ຢ່າງສຳເລັດ. ໃນຕອນນີ້, ພວກເຈົ້າຕ້ອງສະຫງົບຫົວໃຈຂອງເຈົ້າ ແລະ ຄິດຊົ່ວໄລຍະໜຶ່ງ. ອີງໃສ່ວຸດທິພາວະປັດຈຸບັນຂອງພວກເຈົ້າ, ມັນຍັງຍາກຫຼາຍສຳລັບເຈົ້າທີ່ຈະເຮັດໜ້າທີ່ຂອງເຈົ້າໃນມາດຕະຖານທີ່ສາມາດຍອມຮັບໄດ້ ເພາະພວກເຈົ້າສ່ວນໃຫຍ່ພຽງແຕ່ກຳແໜ້ນຕົວໜັງສືທີ່ຢູ່ໃນຫຼັກຄຳສອນ ແລະ ກົດລະບຽບ, ພ້ອມທັງມີຄວາມປາດຖະໜາ, ອຸດົມຄະຕິ ແລະ ຄວາມກະຕືລືລົ້ນບາງຢ່າງທີ່ເປັນສ່ວນຕົວ. ແຕ່ຈຸດເລີ່ມຕົ້ນຂອງພວກເຈົ້າ ແລະ ມາດຕະຖານການປະຕິບັດຂອງພວກເຈົ້າບໍ່ໄດ້ສ້າງຕັ້ງຂຶ້ນບົນພື້ນຖານພຣະທຳຂອງພຣະເຈົ້າ. ພວກເຈົ້າຍັງບໍ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງແທ້ໆ; ພວກເຈົ້າພຽງແຕ່ປະຕິບັດຕາມກົດລະບຽບ. ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ, ມັນຈະເປັນສິ່ງອັນຕະລາຍຫຼາຍສຳລັບເຈົ້າໃນອະນາຄົດ. ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ປະຕິບັດຄວາມຈິງ ຫຼື ຍອມຕໍ່ພຣະເຈົ້າ, ແລ້ວບໍ່ໄວກໍຊ້າເຈົ້າຈະຖືກໂຍນຖິ້ມ. ບໍ່ວ່າຄົນໆໜຶ່ງຈະເຊື່ອຢ່າງເປັນຈິງ ຫຼື ບໍ່ເປັນຈິງ ແມ່ນບໍ່ໄດ້ຄຳນວນເປັນປີ; ພຽງແຕ່ເພາະເຈົ້າເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ເປັນເວລາດົນນານ, ບໍ່ໄດ້ໝາຍຄວາມວ່າເຈົ້າເຊື່ອຢ່າງແທ້ຈິງ ແລະ ພຣະເຈົ້າຈະຮອງຮັບເຈົ້າ. ໃນທີ່ສຸດແລ້ວ, ພຣະເຈົ້າຈະບໍ່ຮັບຮູ້ຄົນທີ່ບໍ່ປະຕິບັດຄວາມຈິງ. ພຣະອົງຈະເປີດເຜີຍພວກເຂົາ ແລະ ໂຍນພວກເຂົາຖິ້ມ. ພວກເຈົ້າຄວນເຂົ້າໃຈສິ່ງນີ້.
ພວກເຮົາຫາກໍໂອ້ລົມກັນກ່ຽວກັບສີ່ສະພາບການທີ່ຕ້ອງບັນລຸເພື່ອໃຫ້ເລີ່ມຍ່າງໃນເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ. ແຕ່ມີອີກໜຶ່ງຢ່າງ, ສະພາບການສຸດທ້າຍ, ເຊິ່ງເປັນສິ່ງທີ່ສຳຄັນຫຼາຍໃນບັນດາທຸກສິ່ງ ແລະ ຍັງເປັນສິ່ງທີ່ພວກເຈົ້າເວົ້າຢູ່ເລື້ອຍໆ. ໃຫ້ຕຶກຕອງຊົ່ວໄລຍະໜຶ່ງວ່າມັນອາດເປັນຫຍັງ. (ການຮັກພຣະເຈົ້າ.) ສຳລັບຕອນນີ້, ພວກເຮົາຈະບໍ່ແຕະຕ້ອງຮອດການຮັກພຣະເຈົ້າ, ເຊິ່ງຄົນສ່ວນໃຫຍ່ຂາດຢູ່ຫຼາຍ. ໃຫ້ພວກເຮົາແຕະຕ້ອງຮອດບາງສິ່ງທີ່ເປັນການປະຕິບັດ ແລະ ເປັນຈິງຫຼາຍຂຶ້ນ, ເຊິ່ງກ່ຽວຂ້ອງກັບຄວາມຈິງທີ່ຄົນສາມາດດຳລົງຊີວິດຕາມແທ້ໆ. (ການຍອມຕໍ່ພຣະເຈົ້າ.) ຖືກຕ້ອງ. ມັນເປັນການມີຫົວໃຈທີ່ຍອມຕໍ່ພຣະເຈົ້າ. ໃນເວລາສ່ວນໃຫຍ່, ເມື່ອສິ່ງຕ່າງໆເກີດຂຶ້ນກັບຜູ້ຄົນ, ພວກເຂົາບໍ່ຮູ້ຫຼັກການແຫ່ງການປະຕິບັດທີ່ຖືກຕ້ອງແທ້ໆ ແລະ ພວກເຂົາບໍ່ຮູ້ວ່າຈະຫັນໜ້າໄປໃນທິດທາງໃດ ຫຼື ຈະເຮັດວຽກໄປສູ່ເປົ້າໝາຍໃດ. ແຕ່ມີບັນຫາຢູ່ບ່ອນນີ້ໃນທ່າທີ່ ແລະ ສະພາວະຂອງພວກເຂົາ: ພວກເຂົາຕ້ອງມີຫົວໃຈທີ່ຍອມຕໍ່ພຣະເຈົ້າ. ນີ້ຄືສິ່ງທີ່ຄົນສ່ວນໃຫຍ່ຈຳເປັນຕ້ອງມີ. ຕົວຢ່າງ: ສົມມຸດວ່າມີບາງຢ່າງເກີດຂຶ້ນກັບເຈົ້າ ແລະ ເຈົ້າບໍ່ຮູ້ວ່າຈະເຮັດແນວໃດ ແລະ ເຈົ້າບໍ່ໄດ້ຍິນຄົນອື່ນເວົ້າວ່າຈະເຮັດແນວໃດ. ເລື່ອງນີ້ອາດບໍ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງເຈົ້າ ແລະ ອາດບໍ່ເຂົ້າກັບລົດນິຍົມຂອງເຈົ້າ; ສະນັ້ນຈຶ່ງມີການຕໍ່ຕ້ານບາງຢ່າງໃນຫົວໃຈຂອງເຈົ້າ ແລະ ເຈົ້າກໍບໍ່ພໍໃຈໜ້ອຍໜຶ່ງ. ສະນັ້ນເຈົ້າຄວນເຮັດຫຍັງ? ນີ້ຄືໜຶ່ງວິທີການທີ່ງ່າຍທີ່ສຸດໃນການປະຕິບັດ, ເຊິ່ງເປັນການຍອມກ່ອນ. ການຍອມອ່ອນນ້ອມບໍ່ແມ່ນການກະທຳ ຫຼື ການເວົ້າພາຍນອກ ແລະ ມັນບໍ່ແມ່ນການກ່າວອ້າງດ້ວຍວາຈາ, ມີສະພາວະທີ່ຢູ່ພາຍໃນມັນ. ພວກເຈົ້າບໍ່ຄວນລຶ້ງເຄີຍກັບສິ່ງນີ້. ອີງໃສ່ປະສົບການທີ່ເປັນຈິງຂອງພວກເຈົ້າເອງ, ພວກເຈົ້າຄິດວ່າຄົນເວົ້າ, ເຮັດ ແລະ ຄິດແນວໃດ ແລະ ພວກເຂົາມີສະພາວະ ແລະ ທັດສະນະທ່າທີ່ຫຍັງ, ພວກເຂົາຍອມຢ່າງແທ້ຈິງໃນເມື່ອໃດ? (ດ້ວຍສິ່ງຕ່າງໆທີ່ພວກເຂົາຍັງບໍ່ທັນເຂົ້າໃຈ, ພວກເຂົາກໍປ່ອຍວາງແນວຄິດ ແລະ ຈິນຕະນາການຂອງພວກເຂົາ. ພວກເຂົາສະແຫວງຫາຄວາມຈິງ ແລະ ຄວາມປະສົງຂອງພຣະເຈົ້າ. ຖ້າພວກເຂົາຍັງບໍ່ເຂົ້າໃຈຫຼັງຈາກການສະແຫວງຫາ, ແລ້ວພວກເຂົາກໍຮຽນຮູ້ທີ່ຈະລໍຖ້າເວລາຂອງພຣະເຈົ້າ.) ນີ້ແມ່ນແງ່ມຸມໜຶ່ງຂອງມັນ. ມີຫຍັງອີກ? (ເມື່ອພວກເຂົາຖືກລິຮານ ແລະ ຖືກຈັດການ, ພວກເຂົາກໍບໍ່ໃຊ້ເຫດຜົນ ຫຼື ພະຍາຍາມປົກປ້ອງຕົນເອງ.) ນີ້ຄືອີກແງ່ມຸມໜຶ່ງຂອງສະພາວະນີ້. ເຖິງແມ່ນວ່າພວກເຂົາບໍ່ໃຊ້ເຫດຜົນ ຫຼື ປົກປ້ອງຕົນເອງຕໍ່ໜ້າເຈົ້າ, ບາງຄົນກໍເຕັມໄປດ້ວຍການຈົ່ມຕໍ່ວ່າ ແລະ ຄວາມບໍ່ພໍໃຈ. ພວກເຂົາບໍ່ເວົ້າມັນຕໍ່ໜ້າເຈົ້າ, ແຕ່ເວົ້າຢ່າງບໍ່ລະມັດລະວັງຫຼັບຫຼັງເຈົ້າ, ເຜີຍແຜ່ມັນຢູ່ທຸກຫົນແຫ່ງ. ນີ້ຄືທ່າທີ່ທີ່ຍອມບໍ? (ບໍ່ແມ່ນ.) ສະນັ້ນແມ່ນຫຍັງຄືທ່າທີ່ທີ່ຍອມແທ້ໆ? ຢ່າງທຳອິດເລີຍ, ເຈົ້າຕ້ອງມີທ່າທີ່ບວກໆ: ເມື່ອເຈົ້າຖືກລິຮານ ແລະ ຖືກຈັດການ, ເຈົ້າບໍ່ໄດ້ວິເຄາະສິ່ງທີ່ຖືກຕ້ອງ ແລະ ສິ່ງບໍ່ຖືກຕ້ອງໃນຕອນທຳອິດ, ເຈົ້າພຽງແຕ່ຍອມຮັບມັນ, ດ້ວຍຫົວໃຈທີ່ຍອມ. ຕົວຢ່າງ: ບາງຄົນອາດເວົ້າວ່າເຈົ້າເຮັດບາງຢ່າງທີ່ບໍ່ຖືກຕ້ອງ. ເຖິງແມ່ນວ່າເຈົ້າບໍ່ເຂົ້າໃຈໃນຫົວໃຈຂອງເຈົ້າ ແລະ ເຈົ້າບໍ່ຮູ້ສິ່ງທີ່ເຈົ້າເຮັດຜິດ, ເຈົ້າກໍຍອມຮັບມັນ. ການຍອມຮັບເປັນທ່າທີ່ບວກເປັນຫຼັກ. ນອກຈາກນັ້ນ, ມີທ່າທີ່ທີ່ຂີ້ຄ້ານຂຶ້ນໜ້ອຍໜຶ່ງ, ເຊິ່ງເປັນການມິດງຽບຢູ່ ແລະ ບໍ່ໃຫ້ມີການຕໍ່ຕ້ານໃດໆ. ສິ່ງນີ້ສົ່ງຜົນໃຫ້ມີພຶດຕິກຳປະເພດໃດ? ເຈົ້າບໍ່ໃຊ້ເຫດຜົນ, ປົກປ້ອງຕົນເອງ ຫຼື ຫາຂໍ້ອ້າງເຊີງວັດຖຸວິໄສໃຫ້ຕົນເອງ. ຖ້າເຈົ້າຫາຂໍ້ອ້າງ ແລະ ໃຫ້ເຫດຜົນກັບຕົນເອງຢູ່ສະເໝີ ແລະ ໂຍນຄວາມຮັບຜິດຊອບໃຫ້ຄົນອື່ນ, ນັ້ນຄືການຕໍ່ຕ້ານບໍ? ນີ້ແມ່ນອຸປະນິໄສທີ່ກະບົດ. ເຈົ້າບໍ່ຄວນປະຕິເສດ, ຕໍ່ຕ້ານ ຫຼື ໃຊ້ເຫດຜົນ. ເຖິງແມ່ນວ່າເຈົ້າໃຊ້ເຫດຜົນຢ່າງຖືກຕ້ອງ, ນັ້ນຄືຄວາມຈິງບໍ? ມັນຄືຂໍ້ອ້າງເຊີງວັດຖຸວິໄສຂອງມະນຸດ, ບໍ່ແມ່ນຄວາມຈິງ. ໃນຕອນນີ້, ເຮົາບໍ່ໄດ້ຖາມເຈົ້າກ່ຽວກັບຂໍ້ອ້າງເຊີງວັດຖຸວິໄສ ນັ້ນກໍຄື ເປັນຫຍັງສິ່ງຕ່າງໆຈຶ່ງເກີດຂຶ້ນ ຫຼື ພວກມັນເກີດຂຶ້ນໄດ້ແນວໃດ. ໃນທາງກົງກັນຂ້າມ, ເຮົາກຳລັງເວົ້າວ່າທຳມະຊາດໃນການກະທຳຂອງເຈົ້າບໍ່ສອດຄ່ອງກັບຄວາມຈິງ. ຖ້າເຈົ້າມີຄວາມຮູ້ໃນລະດັບນີ້, ເຈົ້າຈະສາມາດຍອມຮັບ ແລະ ບໍ່ຕໍ່ຕ້ານໄດ້ແທ້ໆ. ກ່ອນອື່ນ, ການມີທ່າທີ່ທີ່ຍອມເມື່ອສິ່ງຕ່າງໆເກີດຂຶ້ນກັບເຈົ້າຄືສິ່ງສຳຄັນ. ມີບາງຄົນທີ່ໃຊ້ເຫດຜົນ ແລະ ປົກປ້ອງຕົນເອງຢູ່ສະເໝີຫຼັງຈາກທີ່ພວກເຂົາປະສົບກັບການຖືກລິຮານ ແລະ ການຖືກຈັດການ: “ຂ້ອຍບໍ່ມີຄົນດຽວທີ່ຕ້ອງຮັບຜິດສຳລັບສິ່ງນີ້, ສະນັ້ນມາໂຍນຄວາມຮັບຜິດຊອບມາໃຫ້ຂ້ອຍໄດ້ແນວໃດ? ເປັນຫຍັງຈຶ່ງບໍ່ມີຜູ້ໃດເວົ້າຕາງໜ້າຂ້ອຍ? ເປັນຫຍັງຂ້ອຍພຽງຄົນດຽວຈຶ່ງຮັບຜິດຊອບສຳລັບສິ່ງນີ້? ສິ່ງນີ້ຄືສະຖານະການປະເພດ ‘ທຸກຄົນເກັບກ່ຽວຜົນປະໂຫຍດ, ແຕ່ມີພຽງຄົນດຽວທີ່ຕ້ອງຮັບຜິດ’ ແທ້ໆ. ຂ້ອຍໂຊກຮ້າຍຫຼາຍ!” ນີ້ແມ່ນອາລົມປະເພດໃດ? ນີ້ຄືການຕໍ່ຕ້ານ. ເຖິງແມ່ນວ່າຢູ່ພາຍນອກນັ້ນ ພວກເຂົາງຶກຫົວຂອງພວກເຂົາ ແລະ ຍອມຮັບຄວາມຜິດພາດຂອງພວກເຂົາ, ພວກເຂົາກໍຈົ່ມຕໍ່ວ່າໃນຫົວໃຈຂອງພວກເຂົາວ່າ “ຖ້າເຈົ້າຈະຈັດການກັບຂ້ອຍ ແລ້ວເຮັດເລີຍ, ແຕ່ເປັນຫຍັງເຈົ້າຈຶ່ງຕ້ອງເວົ້າຮຸນແຮງແບບນັ້ນ? ເຈົ້າກຳລັງວິຈານຂ້ອຍຕໍ່ໜ້າຫຼາຍຄົນ, ແຕ່ຂ້ອຍຄວນເອົາໜ້າຂອງຂ້ອຍໄປໄວ້ໃສ? ເຈົ້າບໍ່ໄດ້ຈັດການກັບຂ້ອຍດ້ວຍຄວາມຮັກ. ຂ້ອຍພຽງແຕ່ເຮັດຜິດໜ້ອຍດຽວ, ສະນັ້ນເປັນຫຍັງເຈົ້າຈຶ່ງເວົ້າບໍ່ຈົບຈັກເທື່ອ?” ສະນັ້ນ, ພວກເຂົາຕໍ່ຕ້ານ ແລະ ປະຕິເສດການປະຕິບັດນີ້ໃນຫົວໃຈຂອງພວກເຂົາ, ຕໍ່ຕ້ານມັນຢ່າງດື້ດ້ານ ແລະ ພວກເຂົາບໍ່ມີເຫດຜົນ ແລະ ມັກໂຕ້ແຍ່ງ. ຄົນທີ່ມີຄວາມຄິດ ແລະ ຄວາມຮູ້ສຶກເຫຼົ່ານີ້ກໍຕໍ່ຕ້ານ ແລະ ເປັນປໍລະປັກຢ່າງຊັດເຈນ, ສະນັ້ນພວກເຂົາຈະສາມາດມີທ່າທີ່ທີ່ຍອມຢ່າງແທ້ຈິງໄດ້ແນວໃດສ ເມື່ອປະສົບກັບການຖືກລິຮານ ແລະ ການຖືກຈັດການ, ການກະທຳຫຍັງທີ່ປະກອບເປັນທ່າທີ່ທີ່ຍອມຮັບ ແລະ ຍອມເຮັດຕາມ? ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງມີສຳນຶກ ແລະ ມີເຫດຜົນ. ເຈົ້າຕ້ອງຍອມກ່ອນ ແລະ ຕ້ອງບໍ່ຕໍ່ຕ້ານ ຫຼື ປະຕິເສດມັນ ແລະ ເຈົ້າຕ້ອງປະຕິບັດຕໍ່ມັນດ້ວຍຄວາມມີເຫດຜົນ. ໃນລັກສະນະນີ້, ເຈົ້າຈະມີເຫດຜົນຂັ້ນຕໍ່າ. ຖ້າເຈົ້າຕ້ອງການຮັບເອົາການຍອມຮັບ ແລະ ການຍອມອ່ອນນ້ອມ, ເຈົ້າຕ້ອງເຂົ້າໃຈຄວາມຈິງ. ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໃຈຄວາມຈິງ. ກ່ອນອື່ນ, ເຈົ້າຕ້ອງເຂົ້າໃຈສິ່ງຕ່າງໆຈາກທັດສະນະຂອງພຣະເຈົ້າ. ຢ່າງໜ້ອຍທີ່ສຸດ, ເຈົ້າຕ້ອງຮູ້ວ່າການຖືກຈັດການ ແລະ ການຖືກລິຮານເປັນສິ່ງທີ່ພຣະເຈົ້າອະນຸຍາດໃຫ້ເກີດຂຶ້ນກັບເຈົ້າ ຫຼື ມັນມາຈາກພຣະເຈົ້າ. ບໍ່ວ່າການຈັດການ ແລະ ການລິຮານຈະມີເຫດຜົນໂດຍສິ້ນເຊີງ ຫຼື ບໍ່, ເຈົ້າກໍຄວນມີທ່າທີ່ທີ່ຍອມຮັບ ແລະ ຍອມເຮັດຕາມ. ນີ້ແມ່ນການສຳແດງອອກເຖິງການຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ໃນເວລາດຽວກັນ ມັນຍັງເປັນການຍອມຮັບການພິເຄາະຂອງພຣະເຈົ້າ. ຖ້າເຈົ້າພຽງແຕ່ໃຊ້ເຫດຜົນ ແລະ ປົກປ້ອງຕົນເອງ, ຄິດວ່າການລິຮານ ແລະ ການຈັດການມາຈາກມະນຸດ ແລະ ບໍ່ໄດ້ມາຈາກພຣະເຈົ້າ, ແລ້ວຄວາມເຂົ້າໃຈຂອງເຈົ້າກໍເປັນຄວາມເຊື່ອຜິດໆ. ຢ່າງໜຶ່ງກໍຄືເຈົ້າບໍ່ຍອມຮັບການພິເຄາະຂອງພຣະເຈົ້າ ແລະ ອີກຢ່າງແມ່ນເຈົ້າບໍ່ມີທ່າທີ່ທີ່ຍອມ ແລະ ພຶດຕິກຳທີ່ຍອມໃນສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດໃຫ້ເຈົ້າ. ນີ້ຄືຄົນທີ່ບໍ່ຍອມຕໍ່ພຣະເຈົ້າ. ບາງຄົນທີ່ບໍ່ຍອມຮັບຄວາມຈິງ ຫຼື ໄຕ່ຕອງກ່ຽວກັບຕົນເອງ ເມື່ອພວກເຂົາປະສົບກັບການຖືກລິຮານ ແລະ ການຖືກຈັດການ; ພວກເຂົາກໍພຽງແຕ່ເຮັດຕາມກົດລະບຽບຢ່າງຫຼັບຫູຫຼັບຕາ. ການກະທຳຂອງພວກເຂົາລະເມີດຫຼັກການຢ່າງຊັດເຈນ ແລະ ພວກເຂົາໂຍນຄວາມຜິດທັງໝົດໃຫ້ຊາຕານ. ພວກເຂົາເວົ້າວ່າ: “ສົມນໍ້າໜ້າ! ຜູ້ໃດປ່ອຍໃຫ້ຊາຕານເຖົ້ານີ້ສະແດງຕົນເອງຢ່າງຫຼັບຫູຫຼັບຕາ, ເຮັດຢ່າງຫຼັບຫູຫຼັບຕາ, ລົບກວນສິ່ງຕ່າງໆຢ່າງຫຼັບຫູຫຼັບຕາ ແລະ ສ້າງການຂັດຂວາງຢ່າງຫຼັບຫູຫຼັບຕາ? ຊາຕານຄວນຖືກຈັດການ, ລິຮານ, ເຮັດໃຫ້ລະອາຍໃຈທີ່ສຸດເພື່ອໃຫ້ສະແດງໃບໜ້າຂອງມັນ ແລະ ອັບອາຍ! ຊາຕານຄວນຮັບຜິດຊອບສຳລັບສິ່ງນີ້; ມັນບໍ່ມີຫຍັງກ່ຽວກັບຂ້ອງກັບຂ້ອຍ! ຄວາມຜິດທັງໝົດຄວນໄປທີ່ຊາຕານ!” ຈາກນັ້ນພວກເຂົາກໍຈະພໍໃຈ ແລະ ພວກເຂົາຈະຄິດວ່າພວກເຂົາມີໄຊເໜືອຊາຕານ. ການຄິດດ້ວຍວິທີນີ້ບໍ່ແມ່ນສິ່ງຜິດປົກກະຕິບໍ? ເຫັນໄດ້ຢ່າງຊັດເຈນວ່າພວກເຂົາເອງໄດ້ເຮັດບາງຢ່າງຜິດ ແລະ ພວກເຂົາເວົ້າວ່າຊາຕານເຮັດມັນ. ສະນັ້ນມັນແມ່ນພວກເຂົາແທ້ໆບໍ ຫຼື ມັນເປັນຊາຕານ? (ພວກເຂົາເປັນຜູ້ທີ່ເຮັດມັນ.) ພວກເຂົາເຂົ້າໃຈແທ້ໆບໍວ່າພວກເຂົາເປັນຊາຕານ? (ພວກເຂົາບໍ່ເຂົ້າໃຈ.) ສະນັ້ນພວກເຂົາກຽດຊັງຊາຕານແທ້ໆ ຫຼື ພວກເຂົາເອງ? ພວກເຂົາບໍ່ໄດ້ເວົ້າຢ່າງຊັດເຈນ. ເວົ້າສັ້ນໆກໍຄື ຄົນທີ່ບໍ່ຍອມຮັບການຖືກລິຮານ ຫຼື ການຖືກຈັດການເປັນຄົນທີ່ບໍ່ຍອມຕໍ່ພຣະເຈົ້າເລີຍ. ການຍອມອ່ອນນ້ອມຄືບົດຮຽນທີ່ລຳບາກທີ່ສຸດໃຫ້ຮຽນຮູ້ຈາກບັນດາບົດຮຽນທັງປວງ. ສຳລັບຄົນສ່ວນໃຫຍ່ແລ້ວ, ເມື່ອບາງຢ່າງເກີດຂຶ້ນກັບພວກເຂົາທີ່ສອດຄ່ອງກັບແນວຄິດ ແລະ ຈິນຕະນາການຂອງພວກເຂົາເອງ ແລະ ສອດຄ່ອງກັບລົດນິຍົມຂອງພວກເຂົາ, ພວກເຂົາກໍຮູ້ສຶກດີພໍສົມຄວນ, ສະນັ້ນພວກເຂົາຈຶ່ງພໍໃຈທີ່ຈະຍອມ ແລະ ທຸກສິ່ງດຳເນີນໄປດ້ວຍດີ. ພວກເຂົາສະບາຍໃຈ ແລະ ສະຫງົບສຸກ ແລະ ພວກເຂົາມີຄວາມສຸກ ແລະ ພໍໃຈ. ແຕ່ເມື່ອພວກເຂົາປະສົບກັບບາງສິ່ງທີ່ບໍ່ສອດຄ່ອງກັບແນວຄິດຂອງພວກເຂົາເອງ ຫຼື ສິ່ງທີ່ບໍ່ສ້າງຄວາມໄດ້ປຽບໃຫ້ພວກເຂົາ, ພວກເຂົາກໍບໍ່ສາມາດຍອມໄດ້ ເຖິງແມ່ນວ່າພວກເຂົາຮູ້ວ່າພວກເຂົາຄວນ. ພວກເຂົາຮູ້ສຶກເຈັບປວດ, ພວກເຂົາບໍ່ມີທາງເລືອກອື່ນຍົກເວັ້ນການທົນທຸກຢ່າງງຽບໆ ແລະ ພວກເຂົາຖືວ່າມັນຍາກທີ່ຈະເວົ້າກ່ຽວກັບຄວາມຫຍຸ້ງຍາກຂອງພວກເຂົາ. ພວກເຂົາຮູ້ສຶກຄັບແຄ້ນໃຈ ແລະ ເຕັມໄປດ້ວຍການຮ້ອງທຸກທີ່ບໍ່ມີບ່ອນໃຫ້ໄປ, ສະນັ້ນຫົວໃຈຂອງພວກເຂົາກໍວຸ້ນວາຍ: “ຄົນອື່ນເຮັດຖືກ. ພວກເຂົາມີສະຖານະທີ່ສູງສົ່ງກວ່າຂ້ອຍ; ຂ້ອຍຈະບໍ່ສາມາດຮັບຟັງພວກເຂົາໄດ້ແນວໃດ? ຂ້ອຍອາດຍອມຮັບໂຊກຊະຕາຂອງຂ້ອຍເຊັ່ນກັນ. ຂ້ອຍຕ້ອງລະມັດລະວັງຫຼາຍຂຶ້ນໃນຄັ້ງຖັດໄປ ແລະ ບໍ່ແກວ່ງຕີນຫາສ້ຽນ, ຄົນທີ່ແກວ່ງຕີນຫາສ້ຽນກໍຈະຖືກຈັດການ. ການຍອມອ່ອນນ້ອມບໍ່ແມ່ນເລື່ອງງ່າຍ. ມັນຍາກຫຼາຍ! ໄຟແຫ່ງຄວາມກະຕືລືລົ້ນຂອງຂ້ອຍຖືກສາດດ້ວຍຄຸນໍ້າເຢັນ. ຂ້ອຍຕ້ອງກາຍເປັນຄົນງ່າຍໆ ແລະ ເປີດໃຈ, ແຕ່ຜົນຮັບກໍຄືຂ້ອຍເວົ້າສິ່ງທີ່ບໍ່ຖືກຕ້ອງຢ່າງຕໍ່ເນື່ອງ ແລະ ຂ້ອຍຖືກຈັດການຢ່າງຕໍ່ເນື່ອງ. ໃນອະນາຄົດ, ຂ້ອຍຈະສືບຕໍ່ມິດງຽບ ແລະ ເປັນຄົນປະຈົບປະແຈງຄົນອື່ນ”. ນີ້ແມ່ນທ່າທີ່ປະເພດໃດ? ສິ່ງນີ້ຄືການໄປຈາກຂວ້າໜຶ່ງຫາອີກຂວ້າໜຶ່ງ. ແມ່ນຫຍັງຄືເປົ້າໝາຍສູງສຸດຂອງການທີ່ພຣະເຈົ້າປ່ອຍໃຫ້ຄົນຮຽນຮູ້ບົດຮຽນຂອງການຍອມອ່ອນນ້ອມ? ບໍ່ວ່າເຈົ້າຈະທົນທຸກກັບຄວາມຜິດ ແລະ ຄວາມເຈັບປວດຫຼາຍສໍ່າໃດກໍຕາມໃນເວລານັ້ນ, ເຈົ້າອັບອາຍຫຼາຍສໍ່າໃດ ຫຼື ເຈົ້າທົນທຸກກັບການບາດເຈັບຫຼາຍສໍ່າໃດຕໍ່ໜ້າຕາ, ຄວາມທະນົງຕົວ ຫຼື ຊື່ສຽງຂອງເຈົ້າ, ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ຮອງລົງມາ. ສິ່ງສຳຄັນທີ່ສຸດກໍຄືການປ່ຽນສະພາວະຂອງເຈົ້າ. ສະພາວະຫຍັງ? ພາຍໃຕ້ສະຖານະການປົກກະຕິ, ສະພາວະປະເພດທີ່ຫົວດື້ ແລະ ກະບົດມີຢູ່ໃນສ່ວນເລິກໃນຫົວໃຈຂອງຜູ້ຄົນ, ເຊິ່ງຫຼັກໆກໍເປັນເພາະໃນຫົວໃຈຂອງພວກເຂົານັ້ນ ພວກເຂົາມີເຫດຜົນປະເພດໃດໜຶ່ງຂອງມະນຸດ ແລະ ແນວຄິດຊຸດໃດໜຶ່ງຂອງມະນຸດ, ເຊິ່ງກໍຄື: “ຕາບໃດທີ່ເຈດຕະນາຂອງຂ້ອຍຖືກຕ້ອງ, ມັນບໍ່ສຳຄັນວ່າຜົນຮັບຈະເປັນແນວໃດກໍຕາມ; ເຈົ້າບໍ່ຄວນຈັດການກັບຂ້ອຍ ແລະ ຖ້າເຈົ້າເຮັດ, ຂ້ອຍບໍ່ຕ້ອງເຊື່ອຟັງ”. ພວກເຂົາບໍ່ໄດ້ໄຕ່ຕອງວ່າການກະທຳຂອງພວກເຂົາສອດຄ່ອງກັບຫຼັກການແຫ່ງຄວາມຈິງ ຫຼື ຜົນຕາມມາຈະແມ່ນຫຍັງ. ສິ່ງທີ່ພວກເຂົາຍຶດຕິດກໍຄື “ຕາບໃດທີ່ເຈດຕະນາຂອງຂ້ອຍດີ ແລະ ຖືກຕ້ອງ, ພຣະເຈົ້າກໍຄວນຍອມຮັບຂ້ອຍ. ເຖິງແມ່ນວ່າຜົນຮັບບໍ່ດີ, ເຈົ້າຕ້ອງບໍ່ລິຮານ ຫຼື ຈັດການກັບຂ້ອຍ, ແຮງໄກທີ່ເຈົ້າຈະຄວນປະນາມຂ້ອຍ” ຢູ່ສະເໝີ. ນີ້ຄືການໃຊ້ເຫດຜົນຂອງມະນຸດ, ບໍ່ແມ່ນບໍ? ສິ່ງເຫຼົ່ານີ້ຄືແນວຄິດຂອງມະນຸດ, ບໍ່ແມ່ນບໍ? ມະນຸດຈົດຈໍ່ກັບການໃຊ້ເຫດຜົນຂອງພວກເຂົາເອງຢູ່ສະເໝີ, ມີການຍອມອ່ອນນ້ອມຫຍັງບໍໃນສິ່ງນັ້ນ? ເຈົ້າໄດ້ເຮັດໃຫ້ການໃຊ້ເຫດຜົນຂອງເຈົ້າເອງເປັນຄວາມຈິງ ແລະ ປະຄວາມຈິງໄວ້ຕ່າງຫາກ. ເຈົ້າເຊື່ອວ່າສິ່ງທີ່ສອດຄ່ອງກັບການໃຊ້ເຫດຜົນຂອງເຈົ້າຄືຄວາມຈິງ ແລະ ສິ່ງທີ່ບໍ່ສອດຄ່ອງກໍບໍ່ແມ່ນ. ມີຄົນໃດທີ່ເປັນຕາຫົວກວ່ານີ້ບໍ? ມີຄົນໃດທີ່ອວດດີ ແລະ ຖືວ່າຕົນເອງຊອບທຳກວ່ານີ້ບໍ? ຕ້ອງມີການແກ້ໄຂອຸປະນິໄສທີ່ເສື່ອມຊາມໃດເພື່ອຮຽນຮູ້ບົດຮຽນຂອງການຍອມອ່ອນນ້ອມ? ມັນເປັນອຸປະນິໄສທີ່ອວດດີ ແລະ ຖືວ່າຕົນເອງຊອບທຳແທ້ໆ, ເຊິ່ງເປັນສິ່ງກີດຂວາງທີ່ໃຫຍ່ທີ່ສຸດຕໍ່ການທີ່ຜູ້ຄົນປະຕິບັດຄວາມຈິງ ແລະ ຍອມອ່ອນນ້ອມຕໍ່ພຣະເຈົ້າ. ຄົນທີ່ມີອຸປະນິໄສທີ່ອວດດີ ແລະ ຖືວ່າຕົນເອງຊອບທຳກໍມີແນວໂນ້ມຫຼາຍທີ່ສຸດກັບການໃຊ້ເຫດຜົນ ແລະ ຄວາມບໍ່ເຊື່ອຟັງ, ພວກເຂົາຄິດຢູ່ສະເໝີວ່າພວກເຂົາເຮັດຖືກ ແລະ ບໍ່ມີຫຍັງທີ່ຮີບດ່ວນໄປຫຼາຍກວ່າການແກ້ໄຂ ແລະ ການຈັດການກັບອຸປະນິໄສທີ່ອວດດີ ແລະ ຖືວ່າຕົນເອງຊອບທຳຂອງຄົນໆໜຶ່ງ. ຫຼັງຈາກທີ່ຄົນເລີ່ມຍອມອ່ອນນ້ອມ ແລະ ເຊົາໃຊ້ເຫດຜົນສຳລັບພວກເຂົາເອງ, ບັນຫາຄວາມກະບົດກໍຈະໄດ້ຮັບການແກ້ໄຂ ແລະ ພວກເຂົາຈະສາມາດຍອມອ່ອນນ້ອມ. ຖ້າຄົນສາມາດຮັບເອົາການຍອມອ່ອນນ້ອມ, ພວກເຂົາບໍ່ຈຳເປັນຕ້ອງມີຄວາມເປັນເຫດເປັນຜົນໃນລະດັບໃດໜຶ່ງບໍ? ພວກເຂົາຕ້ອງມີຄວາມສຳນຶກຂອງຄົນທີ່ປົກກະຕິ. ຕົວຢ່າງ: ໃນບາງເລື່ອງ ບໍ່ວ່າພວກເຮົາຈະເຮັດຖືກຕ້ອງ ຫຼື ບໍ່, ຖ້າພຣະເຈົ້າບໍ່ພໍໃຈ ພວກເຮົາກໍຄວນເຮັດດັ່ງທີ່ພຣະອົງເວົ້າ ແລະ ປະຕິບັດຕໍ່ພຣະອົງຂອງພຣະອົງວ່າເປັນມາດຕະຖານສຳລັບທຸກສິ່ງ. ນີ້ຄືສິ່ງທີ່ມີເຫດຜົນບໍ? ນັ້ນຄືຄວາມສຳນຶກທີ່ຄວນຄົ້ນພົບໄດ້ໃນຜູ້ຄົນກ່ອນສິ່ງອື່ນໃດ. ບໍ່ວ່າພວກເຮົາຈະທົນທຸກຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າເຈດຕະນາ, ເປົ້າໝາຍ ແລະ ເຫດຜົນຂອງພວກເຮົາແມ່ນຫຍັງກໍຕາມ, ຖ້າພຣະເຈົ້າບໍ່ພໍໃຈ ນັ້ນກໍຄື ຖ້າຂໍ້ຮຽກຮ້ອງຂອງພຣະອົງບໍ່ໄດ້ຮັບການຕອບສະໜອງ, ແລ້ວການກະທຳຂອງພວກເຮົາກໍບໍ່ສອດຄ່ອງກັບຄວາມຈິງໂດຍບໍ່ຕ້ອງຕັ້ງຄຳຖາມ, ສະນັ້ນພວກເຮົາຕ້ອງຮັບຟັງ ແລະ ຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ພວກເຮົາຄວນທີ່ຈະບໍ່ພະຍາຍາມໃຊ້ເຫດຜົນ ຫຼື ໃຊ້ເຫດຜົນຕັດສິນກັບພຣະອົງ. ເມື່ອເຈົ້າມີຄວາມເປັນເຫດເປັນຜົນເຊັ່ນນັ້ນ, ເມື່ອເຈົ້າມີຄວາມສຳນຶກຂອງມະນຸດທີ່ເປັນປົກກະຕິ, ມັນກໍເປັນເລື່ອງງ່າຍທີ່ຈະແກ້ໄຂບັນຫາຂອງເຈົ້າ ແລະ ເຈົ້າຈະຍອມອ່ອນຍ້ອມຢ່າງແທ້ຈິງ. ບໍ່ວ່າເຈົ້າຈະຢູ່ໃນສະຖານະການຫຍັງກໍຕາມ, ເຈົ້າຈະບໍ່ກະບົດ ແລະ ຈະບໍ່ຝ່າຝືນຂໍ້ຮຽກຮ້ອງຂອງພຣະເຈົ້າ; ເຈົ້າຈະບໍ່ວິເຄາະວ່າສິ່ງທີ່ພຣະເຈົ້າຮ້ອງຂໍນັ້ນຖືກຕ້ອງ ຫຼື ຜິດ, ດີ ຫຼື ຊົ່ວ ແລະ ເຈົ້າຈະສາມາດເຊື່ອຟັງ, ແລ້ວແກ້ໄຂສະພາວະການໃຊ້ເຫດຜົນ, ຄວາມຫົວດື້ ແລະ ຄວາມກະບົດຂອງເຈົ້າ. ທຸກຄົນມີສະພາວະທີ່ກະບົດເຫຼົ່ານີ້ຢູ່ພາຍໃນພວກເຂົາບໍ? ສະພາວະເຫຼົ່ານີ້ປາກົດໃນຜູ້ຄົນຢູ່ເລື້ອຍໆ ແລະ ພວກເຂົາຄິດກັບຕົນເອງວ່າ “ຕາບໃດທີ່ວິທີການ, ການສະເໜີ ແລະ ຂໍ້ສະເໜີຂອງຂ້ອຍແມ່ນມີເຫດຜົນ, ແລ້ວເຖິງແມ່ນວ່າຂ້ອຍລະເມີດຫຼັກການແຫ່ງຄວາມຈິງ, ຂ້ອຍກໍບໍ່ຄວນຖືກລິຮານ ຫຼື ຖືກຈັດການ, ເພາະຂ້ອຍບໍ່ໄດ້ເຮັດຊົ່ວ”. ນີ້ຄືສະພາວະທີ່ມັກເກີດຂຶ້ນໃນຜູ້ຄົນ. ມຸມມອງຂອງພວກເຂົາກໍຄືຖ້າພວກເຂົາບໍ່ໄດ້ເຮັດຊົ່ວ, ພວກເຂົາບໍ່ຄວນຖືກລິຮານ ແລະ ຖືກຈັດການ; ມີພຽງແຕ່ຄົນທີ່ເຮັດຊົ່ວທີ່ຄວນຖືກລິຮານ ແລະ ຈັດການ. ມຸມມອງນີ້ຖືກຕ້ອງບໍ? ບໍ່ຖືກຕ້ອງຢ່າງແນ່ນອນ. ການລິຮານ ແລະ ການຈັດການແມ່ນແນໃສ່ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນເປັນຫຼັກ. ຖ້າຄົນໃດໜຶ່ງມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາຄວນຖືກລິຮານ ແລະ ຖືກຈັດການ. ຖ້າພວກເຂົາພຽງແຕ່ຖືກລິຮານ ແລະ ຖືກຈັດການຫຼັງຈາກທີ່ເຮັດຊົ່ວ, ມັນກໍຈະຊ້າເກີນໄປແລ້ວ, ຍ້ອນບັນຫາຈະກໍ່ຕົວຂຶ້ນແລ້ວ. ຖ້າມີການເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ, ແລ້ວເຈົ້າກໍຕົກຢູ່ໃນບັນຫາ ແລະ ພຣະເຈົ້າອາດເຊົາເຮັດພາລະກິດໃນຕົວເຈົ້າ ເຊິ່ງໃນກໍລະນີນັ້ນ ແມ່ນຫຍັງຄືເປົ້າໝາຍໃນການຈັດການກັບເຈົ້າ? ບໍ່ມີທາງເລືອກອື່ນນອກຈາກການເປີດໂປງ ແລະ ການໂຍນເຈົ້າຖິ້ມ. ຄວາມຫຍຸ້ງຍາກຫຼັກທີ່ຫ້າມບໍ່ໃຫ້ຄົນເຊື່ອຟັງພຣະເຈົ້າກໍຄືອຸປະນິໄສທີ່ເສື່ອມຊາມ. ຖ້າຄົນສາມາດຍອມຮັບການພິພາກສາ ແລະ ການຂ້ຽນຕີແທ້ໆ, ພວກເຂົາກໍຈະສາມາດແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເອງຢ່າງມີປະສິດທິພາບ. ບໍ່ວ່າພວກເຂົາຈະສາມາດແກ້ໄຂມັນໃນລະດັບໃດກໍຕາມ, ສິ່ງນີ້ກໍເປັນປະໂຫຍດຕໍ່ການປະຕິບັດຄວາມຈິງ ແລະ ການເຊື່ອຟັງພຣະເຈົ້າ. ນອກເໜືອສິ່ງອື່ນໃດ, ການຍອມຮັບການພິພາກສາ ແລະ ການຂ້ຽນຕີແມ່ນເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງ, ເພື່ອທີ່ຈະຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ. ແລ້ວຖ້າຄົນສາມາດຮັບເອົາການຍອມອ່ອນນ້ອມທີ່ສຸດຕໍ່ພຣະເຈົ້າຢ່າງແທ້ຈິງ, ພວກເຂົາຍັງຈຳເປັນຕ້ອງມີປະສົບການກັບການພິພາກສາ ແລະ ການຂ້ຽນຕີບໍ? ພວກເຂົາຍັງຈຳເປັນຕ້ອງມີປະສົບການກັບການຖືກລິຮານ ແລະ ການຖືກຈັດການບໍ? ພວກເຂົາບໍ່ຈຳເປັນ, ຍ້ອນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໄດ້ຮັບການແກ້ໄຂແລ້ວ. ເມື່ອຜະເຊີນໜ້າກັບການພິພາກສາ, ການຂ້ຽນຕີ, ການລິຮານ ແລະ ການຈັດການຂອງພຣະເຈົ້າ, ຄົນມັກທີ່ຈະໃຊ້ເຫດຜົນຕາງໜ້າພວກເຂົາເອງຢູ່ສະເໝີ. ບໍ່ວ່າເຈົ້າຈະໃຊ້ເຫດຜົນຫຼາຍສໍ່າໃດກໍຕາມ, ບໍ່ມີຫຍັງໃນສິ່ງນັ້ນທີ່ເປັນຄວາມຈິງ; ມັນບໍ່ໄດ້ໝາຍຄວາມວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າໄດ້ຮັບການແກ້ໄຂ, ແຮງໄກທີ່ຈະໝາຍຄວາມວ່າເຈົ້າຍອມອ່ອນນ້ອມພຣະເຈົ້າຢ່າງແທ້ຈິງ. ສະນັ້ນບໍ່ມີປະໂຫຍດໃນການໃຊ້ເຫດຜົນ; ການແກ້ໄຂບັນຫາກໍເປັນສິ່ງທີ່ສຳຄັນທີ່ສຸດ.
ຖ້າຄົນໆໜຶ່ງບໍ່ມີຫົວໃຈທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າ, ພວກເຂົາກໍຕົກຢູ່ໃນບັນຫາ. ບາງຄັ້ງພຣະເຈົ້າຈັດແຈງສະຖານະການຕ່າງໆສຳລັບເຈົ້າ ເຊິ່ງບໍ່ໄດ້ເປັນດັ່ງທີ່ເຈົ້າຈິນຕະນາການວ່າພວກມັນຈະເປັນ, ສະນັ້ນເຈົ້າຈຶ່ງຕໍ່ຕ້ານ. ຕົວຢ່າງ: ສົມມຸດວ່າເຈົ້າເປັນຄົນທີ່ຮັກຄວາມສະອາດ ແລະ ບໍ່ມີຄົນທີ່ສົກກະປົກ ແລະ ບໍ່ເປັນລະບຽບ; ເຈົ້າຄິດວ່າຄົນເຫຼົ່ານີ້ເປັນຕາຂີ້ດຽດ ເມື່ອເຈົ້າຫຼຽວເບິ່ງພວກເຂົາ. ເຈົ້າສາມາດຄວບຄຸມຕົນເອງຢູ່ຕະຫຼອດບໍ? ເຈົ້າຄວນເຮັດຫຍັງ? ກ່ອນອື່ນ, ເຈົ້າຈຳເປັນຕ້ອງມີທ່າທີ່ທີ່ຖືກຕ້ອງ. ທ່າທີ່ຫຍັງ? (ທ່າທີ່ທີ່ຍອມອ່ອນນ້ອມ.) ເຈົ້າຈະຍອມອ່ອນນ້ອມໄດ້ແນວໃດ? ແມ່ນຫຍັງຄືຄວາມຄິດພາຍໃນທີ່ປະກອບເປັນທ່າທີ່ທີ່ຍອມອ່ອນນ້ອມ? ແມ່ນຫຍັງປະກອບເປັນຄວາມເປັນຈິງແຫ່ງການຍອມອ່ອນນ້ອມ? ເມື່ອເຈົ້າພົບພໍ້ກັບສິ່ງປະເພດນີ້, ຕ້ອງມີການປັບຕົວໃຫ້ເຂົ້າກັນ. ບໍ່ມີຫຍັງໃນສິ່ງນີ້ທີ່ເປັນບັນຫາ. ໃນຕະຫຼອດຊີວິດຂອງຄົນໆໜຶ່ງ, ເກົ້າໃນສິບຢ່າງບໍ່ສອດຄ່ອງກັບຄວາມປາດຖະໜາຂອງພວກເຂົາ. ເຈົ້າອາດບໍ່ມັກສິ່ງນີ້ ຫຼື ສິ່ງນັ້ນ ແລະ ບໍ່ວ່າຈະເກີດຫຍັງຂຶ້ນກັບເຈົ້າ, ເຈົ້າກໍໃຊ້ເຫດຜົນຕາງໜ້າເຈົ້າເອງຢູ່ສະເໝີ ແລະ ຈົ່ມວ່າພຣະເຈົ້າບໍ່ຍຸຕິທຳກັບເຈົ້າ. ໃນຄວາມເປັນຈິງແລ້ວ, ນີ້ຄືບັນຫາຂອງເຈົ້າເອງ ສະນັ້ນຢ່າງຈົ່ມຕໍ່ວ່າກັບສິ່ງທີ່ບໍ່ເປັນສາລະ. ເມື່ອເຈົ້າເຊື່ອໃນພຣະເຈົ້າໄດ້ດີ ແລະ ມີປະສົບການຫຼາຍຄັ້ງກັບຄວາມລົ້ມເຫຼວ, ແລ້ວເຈົ້າກໍຈະຮູ້ວ່າເຈົ້າບໍ່ເປັນຕາເຄົາລົບແທ້ໆ, ບໍ່ໄດ້ດີກວ່າຄົນອື່ນ. ເມື່ອໄດ້ຄິດກ່ຽວກັບວ່າເຈົ້າເຄີຍເຊື່ອໄດ້ແນວໃດວ່າເຈົ້າດີກວ່າ, ສູງສົ່ງກວ່າ ແລະ ໜ້າມີກຽດຫຼາຍກວ່າຄົນອື່ນ, ເຈົ້າກໍຈະຮູ້ສຶກໂງ່ຫຼາຍ! ເມື່ອຄົນໆໜຶ່ງເຂົ້າໃຈຄວາມຈິງເລັກໆນ້ອຍໆ, ພວກເຂົາກໍມີຄວາມສຳນຶກຫຼາຍກວ່າເມື່ອກ່ອນ ສະນັ້ນມັນຈຶ່ງງ່າຍສຳລັບພວກເຂົາທີ່ຈະຍອມຮັບຄວາມຈິງ ແລະ ມັນງ່າຍສຳລັບພວກເຂົາທີ່ຈະສະແຫວງຫາຄວາມຈິງ ແລະ ຍອມອ່ອນນ້ອມຕໍ່ພຣະເຈົ້າເມື່ອມີບາງສິ່ງເກີດຂຶ້ນກັບພວກເຂົາ. ເຈົ້າຕ້ອງຮຽນຮູ້ວິທີການປັບຕົວໃຫ້ເຂົ້າກັບສະພາບແວດລ້ອມຂອງເຈົ້າ. ຜູ້ເຊື່ອໃນພຣະເຈົ້າຕ້ອງມີຄວາມຮູ້ນີ້ກ່ອນ: ມີຄົນໃນຄຣິສຕະຈັກຈາກທຸກໆດິນແດນ ແລະ ທຸກໆດິນແດນກໍມີທຳນຽມປະເພນີ ແລະ ນິໄສທີ່ແຕກຕ່າງກັນ. ສິ່ງເຫຼົ່ານີ້ບໍ່ໄດ້ເປັນຕົວແທນໃຫ້ຄຸນນະພາບຄວາມເປັນມະນຸດຂອງຄົນໆໜຶ່ງ; ເຖິງແມ່ນວ່ານິໄສໃນຊີວິດຂອງຄົນນັ້ນດີ, ເປັນປົກກະຕິ ແລະ ມີການຄວບຄຸມ ແລະ ພວກເຂົາມີລັກສະນະທີ່ສູງສົ່ງ, ມັນບໍ່ໄດ້ໝາຍຄວາມວ່າພວກເຂົາຈະເຂົ້າໃຈຄວາມຈິງ. ເຈົ້າຕ້ອງເຂົ້າໃຈສິ່ງນີ້ ແລະ ມີຄວາມເຂົ້າໃຈບວກໆກ່ຽວກັບມັນ. ນອກຈາກນັ້ນ, ຂໍ້ບົກຜ່ອງຂອງເຈົ້າເອງກໍມີຫຼາຍ ແລະ ເຈົ້າກໍຈູ້ຈີ້ເກີນໄປ. ພຣະເຈົ້າໃຫ້ສະພາບແວດລ້ອມທີ່ດີສຳລັບເຈົ້າ, ສະນັ້ນເຈົ້າຕ້ອງຮຽນຮູ້ທີ່ຈະປັບຕົວໃຫ້ເຂົ້າກັບມັນ, ບໍ່ຈັບຜິດຂໍ້ບົກຜ່ອງຂອງຄົນອື່ນ ແລະ ຍິ່ງໄປກວ່ານັ້ນໃຫ້ເຂົ້າກັບຄົນອື່ນໄດ້ດີດ້ວຍຄວາມຮັກ, ຍັບເຂົ້າໃກ້ພວກເຂົາ, ເບ່ິງ ແລະ ຮຽນຮູ້ຈຸດແຂງຂອງພວກເຂົາ ແລະ ຈາກນັ້ນກໍອະທິຖານຫາພຣະເຈົ້າເພື່ອຊ່ວຍໃຫ້ເຈົ້າເອົາຊະນະຂໍ້ບົກຜ່ອງຂອງເຈົ້າເອງ. ນີ້ຄືທ່າທີ່ ແລະ ການປະຕິບັດທີ່ຍອມອ່ອນນ້ອມ. ຖ້າເຈົ້າບໍ່ມັກຄົນອື່ນເຫຼືອເກີນ ແລະ ມັນສົ່ງຜົນກະທົບຕໍ່ການທີ່ເຈົ້າເຮັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຄວນຍັບອອກຫ່າງຈາກພວກເຂົາໃຫ້ພໍສົມຄວນ ແລະ ບໍ່ກ້າວກ່າຍພວກເຂົາ. ການກ້າວກ່າຍແມ່ນຫຍັງ? ມັນເປັນເວລາທີ່ເຈົ້າເວົ້າວ່າ: “ຂ້ອຍຕ້ອງປ່ຽນຂໍ້ບົກຜ່ອງນີ້ຂອງພວກເຂົາ, ຖ້າມັນບໍ່ມີການປ່ຽນແປງແລ້ວ ຂ້ອຍຈະບໍ່ໃຫ້ມັນໄປ!” ນີ້ແມ່ນວິທີການປະພຶດປະເພດໃດ? ມັນເປັນການທະນົງຕົວ, ການອວດດີ ແລະ ການບໍ່ສົນໃຈ. ຢ່າເປັນຄົນປະເພດນີ້. ພວກເຮົາທຸກຄົນເປັນຄົນປົກກະຕິ; ພວກເຮົາບໍ່ໄດ້ມີລັກສະນະພິເສດ. ພວກເຮົາແຕ່ລະຄົນມີໜຶ່ງຫົວ, ສອງຕາ, ໜຶ່ງດັງ ແລະ ໜຶ່ງປາກ. ບໍ່ວ່າພວກເຮົາຈະກິນ, ຍ່າງ ຫຼື ເຮັດວຽກ, ພວກເຮົາທຸກຄົນກໍຄືກັນ, ບໍ່ໄດ້ມີຄວາມແຕກຕ່າງຫຍັງກັນເລີຍ; ພວກເຮົາຍັງບໍ່ໄດ້ດີກວ່າຄົນອື່ນ, ສະນັ້ນພວກເຮົາບໍ່ຄວນເບິ່ງວ່າຕົນເອງເປັນຕາເຄົາລົບ ຫຼື ຍິ່ງໃຫຍ່. ເຖິງແມ່ນວ່າເຈົ້າມີທັກສະ ຫຼື ພອນສະຫວັນເລັກໆນ້ອຍໆ, ບໍ່ມີຫຍັງໃຫ້ໂອ້ອວດເລີຍ. ກ່ອນອື່ນໝົດ, ເຈົ້າຕ້ອງກຳນົດຕຳແໜ່ງຂອງເຈົ້າໃຫ້ຊື່ກົງ ແລະ ເມື່ອເຈົ້າພົບພໍ້ສິ່ງຕ່າງໆ, ເຈົ້າຕ້ອງເບິ່ງພວກມັນໂດຍອີງໃສ່ພຣະທຳຂອງພຣະເຈົ້າ ແລ້ວເຈົ້າຈະບໍ່ຈົ່ມຕໍ່ວ່າກັບສິ່ງທີ່ບໍ່ເປັນສາລະ. ຖ້າມີບາງສິ່ງທີ່ພິເສດເກີດຂຶ້ນກັບເຈົ້າ ແລະ ເຈົ້າບໍ່ສາມາດຍອມໄດ້ແທ້ໆ ແລະ ມັນສົ່ງຜົນກະທົບຕໍ່ການເຮັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍຄວນອະທິຖານຫາພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ. ພວກເຮົາບໍ່ເອົາຕົນເອງໄປຢູ່ໃນບ່ອນທີ່ພວກເຮົາບໍ່ສົມຄວນຢູ່. ທຸກສິ່ງມີເຈດຕະນາທີ່ດີຂອງພຣະເຈົ້າ. ພຣະອົງຝຶກຝົນຜູ້ຄົນຜ່ານສະຖານະການທຸກປະເພດ, ເຮັດໃຫ້ພວກເຂົາໄດ້ຮັບການທົນຄວາມເຂັ້ມແຂງ ແລະ ຮຽນຮູ້ທີ່ຈະຍອມອ່ອນນ້ອມ ແລະ ໃນທີ່ສຸດແລ້ວ ການທົນຄວາມເຂັ້ມແຂງນີ້ກໍຈະເກີດຜົນ: ພວກເຂົາສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ເຮັດໃຫ້ພຣະເຈົ້າພໍໃຈ ແລະ ຈາກນັ້ນພວກເຂົາກໍຈະມີການປ່ຽນແປງທີ່ເປັນຈິງ. ເພື່ອສະແຫວງຫາຄວາມຈິງ, ເຈົ້າຕ້ອງມີຄວາມປະສົງທີ່ຈະທົນທຸກກ່ອນ ແລະ ເຈົ້າຕ້ອງຮຽນຮູ້ທີ່ຈະຍອມອ່ອນນ້ອມຕໍ່ສະຖານະການຂອງເຈົ້າ. ຫຼາຍຄັ້ງສະຖານະການຂອງເຈົ້າບໍ່ໄດ້ງ່າຍຂະໜາດນັ້ນ; ເຈົ້າສາມາດພົວພັນກັບຄົນທຸກປະເພດ ແລະ ພົບກັບສິ່ງແປກໆທຸກປະເພດ. ບໍ່ວ່າຈະເກີດຫຍັງຂຶ້ນກັບເຈົ້າ, ຢ່າເພິ່ງພາຄວາມປະສົງ ຫຼື ຄວາມຄຶກຄະນອງຂອງເຈົ້າເອງ, ແຕ່ໃຫ້ມາຢູ່ຕໍ່ໜ້າພຣະເຈົ້າດ້ວຍການອະທິຖານ. ເພື່ອເຮັດເຊັ່ນນີ້, ເຈົ້າຕ້ອງມີທ່າທີ່ທີ່ຍອມອ່ອນນ້ອມກ່ອນ ເຊິ່ງເປັນຄຸນສົມບັດພາຍໃນທີ່ຄົນປົກກະຕິທຸກຄົນຄວນມີ. ນອກຈາກນັ້ນ, ຖ້າເຈົ້າອະທິຖານ ແລະ ຂໍໃຫ້ພຣະເຈົ້າເຮັດ ແລະ ພຣະອົງບໍ່ເຮັດ ຫຼື ເປີດທາງອອກໃຫ້ເຈົ້າ, ແລ້ວເຈົ້າຍັງຕ້ອງຍອມອ່ອນນ້ອມອີກດ້ວຍ. ເຈົ້າຄວນສືບຕໍ່ໃຊ້ຊີວິດໃນສະຖານະການປະເພດນີ້, ປ່ອຍໃຫ້ພຣະເຈົ້າປັ້ນແຕ່ງສິ່ງຕ່າງໆສຳລັບເຈົ້າ ແລະ ບໍ່ບັງຄັບສິ່ງຕ່າງໆດ້ວຍມືຂອງເຈົ້າເອງ ແລະ ບໍ່ຍ່າງກ່ອນພຣະເຈົ້າ. ນີ້ຄືວິທີດຽວທີ່ຈະໃຊ້ຊີວິດຢ່າງມີຄຸນຄ່າ. ຄວາມເປັນຈິງຂອງການຍອມອ່ອນນ້ອມຕໍ່ພຣະເຈົ້າບໍ່ແມ່ນເລື່ອງງ່າຍທີ່ຈະເຮັດໄດ້, ເພາະບໍ່ມີຄົນໃດໃຊ້ຊີວິດໃນສູນຍາກາດ. ໂດຍເບິ່ງທີ່ຊີວິດຂອງພວກເຂົາ, ແຕ່ລະຄົນມີນິໄສຂອງພວກເຂົາເອງ ແລະ ຄວາມຄິດ, ຄວາມປາດຖະໜາ ແລະ ຄວາມຕ້ອງການສ່ວນຕົວຂອງພວກເຂົາເອງ. ໂດຍເບິ່ງທີ່ສະພາບການທີ່ກົງໄປກົງມາ, ບໍ່ມີຜູ້ໃດສາມາດເຮັດຕາມຄວາມປະສົງຂອງເຈົ້າໂດຍສິ້ນເຊີງໃນຄຳເວົ້າ ແລະ ການກະທຳຂອງພວກເຂົາ. ສະນັ້ນ, ບົດຮຽນຈຳເປັນທີ່ສຸດກໍຄືການປ່ອຍໃຫ້ທຸກຄົນຮຽນຮູ້ວິທີການຍອມອ່ອນນ້ອມຕໍ່ສະຖານະການຂອງພວກເຂົາ ແລະ ການສະແຫວງຫາຄວາມປະສົງຂອງພຣະເຈົ້າໃນສະຖານະການຊີວິດທີ່ເກີດຂຶ້ນກັບພວກເຂົາ. ບໍ່ວ່າສະຖານະການໃນຊີວິດຂອງເຈົ້າຈະດີ ຫຼື ບໍ່ດີ, ສະບາຍ ຫຼື ທຸກຍາກ, ມີບົດຮຽນທີ່ເຈົ້າຄວນຮຽນຮູ້. ຄົນທີ່ປາດຖະໜາຢາກມີຄວາມສະດວກ ແລະ ຄວາມສະບາຍຕ້ອງຮຽນຮູ້ບົດຮຽນຂອງການຍອມອ່ອນນ້ອມ ແລະ ການທົນທຸກ; ພວກເຂົາຕ້ອງບັນລຸຄວາມສາມາດທີ່ຈະຢູ່ຫຼອດໃນສະຖານະການໃດໆ, ເຮັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ຢືນຍັດໃນຄຳພະຍານຂອງພວກເຂົາ. ມີແຕ່ເມື່ອນັ້ນເອງ, ພວກເຂົາຈຶ່ງສາມາດຕອບສະໜອງຄວາມປະສົງຂອງພຣະເຈົ້າໄດ້. ສະຖານະການຊີວິດປະເພດນີ້ບໍ່ໄດ້ຖືກປັ້ນແຕ່ງ ແລະ ຈັດແຈງໂດຍພຣະເຈົ້າບໍ? ທຸກຄົນປາດຖະໜາຢາກໄດ້ຊີວິດທີ່ດີ, ແຕ່ຖ້າພວກເຂົາໃຊ້ຊີວິດໃນສະຖານະການທີ່ສະບາຍ ແລະ ຕາມອຸດົມຄະຕິເກີນໄປ ໂດຍບໍ່ໄດ້ທົນທຸກຫຍັງເລີຍ, ແລ້ວພວກເຂົາຈະສາມາດຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ເປັນພະຍານໃຫ້ພຣະອົງບໍ? ເມື່ອພຣະເຈົ້າຈັດແຈງຄວາມຫຍຸ້ງຍາກບາງຢ່າງ ແລະ ສະຖານະການທີ່ບໍ່ເອື້ອອຳນວຍໃຫ້ເຈົ້າ, ບໍ່ວ່າເຈົ້າຈະສາມາດຍອມອ່ອນນ້ອມໄດ້ ຫຼື ບໍ່ ແມ່ນຄຳຖາມທີ່ສຳຄັນ. ຖ້າທຸກຄົນສາມາດນໍາເອົາຄວາມປະສົງຂອງພຣະເຈົ້າໄປພິຈາລະນາພາຍໃຕ້ສະຖານະການເຫຼົ່ານີ້ ແລະ ປະຕິບັດຕາມຂໍ້ຮຽກຮ້ອງຂອງພຣະອົງ, ແລ້ວເຈົ້າກໍຕ້ອງທົນຮັບທຸກສິ່ງທີ່ເຈົ້າບໍ່ເຕັມໃຈຈະເຫັນ, ສິ່ງຕ່າງໆທີ່ເຈົ້າບໍ່ມັກ; ຍິ່ງໄປກວ່ານັ້ນ, ເຈົ້າຕ້ອງບໍ່ຖືກຄວບຄຸມໂດຍສິ່ງເຫຼົ່ານີ້ ແລະ ສາມາດເຮັດໜ້າທີ່ຂອງເຈົ້າໄດ້ຢ່າງເປັນປົກກະຕິ. ການມີປະສົບການໃນລັກສະນະນີ້ຈະເຮັດໃຫ້ຊີວິດຂອງເຈົ້າເຕີບໃຫຍ່. ບາງຄົນເວົ້າວ່າ: “ຖ້າຄົນອື່ນບໍ່ປະຕິບັດຄວາມຈິງ, ແລ້ວຂ້ອຍຈະບໍ່ປະຕິບັດຄວາມຈິງເຊັ່ນກັນ. ຖ້າພວກເຂົາບໍ່ຍອມອ່ອນນ້ອມ, ແລ້ວເປັນຫຍັງຂ້ອຍຈຶ່ງຄວນຍອມອ່ອນນ້ອມ? ຖ້າເຈົ້າບໍ່ມີຄວາມອົດກັ້ນ, ແລ້ວເປັນຫຍັງຂ້ອຍຈຶ່ງຕ້ອງມີ? ເປັນຫຍັງຂ້ອຍຈຶ່ງຕ້ອງມີສິ່ງຕ່າງໆທີ່ພວກເຂົາບໍ່ມີຢູ່ສະເໝີ? ເປັນຫຍັງຂ້ອຍຈຶ່ງຕ້ອງເປັນຄົນທີ່ທຸ້ມເທຄວາມພະຍາຍາມຫຼາຍຢູ່ສະເໝີ? ຂ້ອຍຈະບໍ່ເຮັດມັນເຊັ່ນກັນ”. ແລ້ວທ່າທີ່ນີ້ເດ? ການປະຕິບັດຄວາມຈິງຂອງເຈົ້າຄືທຸລະກິດຂອງເຈົ້າເອງ; ມັນເປັນເລື່ອງທີ່ຢູ່ລະຫວ່າງເຈົ້າ ແລະ ພຣະເຈົ້າ ແລະ ບໍ່ມີຫຍັງກ່ຽວຂ້ອງກັບຄົນອື່ນ. ບໍ່ມີຜູ້ໃດທີ່ມີພັນທະໃດໆເພື່ອຮ່ວມມືກັບເຈົ້າ. ເຈົ້າເປັນເຈົ້າ, ພວກເຂົາກໍເປັນພວກເຂົາ. ຖ້າພວກເຂົາບໍ່ປະຕິບັດຄວາມຈິງ ແລະ ບໍ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ແລ້ວໃນທີ່ສຸດນັ້ນ ພວກເຂົາຈະເປັນຄົນທີ່ຖືກປະຖິ້ມ, ບໍ່ແມ່ນເຈົ້າ ແລະ ເຈົ້າຈະບໍ່ລົ້ມເຫຼວ. ຄົນທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າຈະລົ້ມເຫຼວບໍ? ພວກເຂົາຈະບໍ່ລົ້ມເຫຼວ. ຖ້າພວກເຈົ້າບໍ່ສາມາດຢັ່ງຮູ້ສິ່ງນີ້ໄດ້, ແລ້ວເຈົ້າກໍໂງ່ຈ້າເກີນໄປແທ້ໆ!
ໃນເລື່ອງການເຂົ້າສູ່ຊີວິດນັ້ນ, ເຖິງແມ່ນວ່າມັນເປັນພຽງຄຳເວົ້າໂອ້ລົມສອງສາມຄຳ, ຖ້າພວກເຈົ້າຍອມຮັບພວກມັນໄດ້ຢ່າງຈິງໃຈ, ສາມາດນໍາພວກມັນໄປປະຕິບັດໃນຊີວິດທີ່ເປັນຈິງຂອງເຈົ້າ ແລະ ເຮັດໃຫ້ພວກມັນເປັນຄວາມເປັນຈິງຂອງພວກເຈົ້າ, ແລ້ວເຮົາກໍບໍ່ໄດ້ເວົ້າຢ່າງສູນເປົ່າ. ສະນັ້ນບໍ່ວ່າມັນຈະເປັນແງ່ມຸມໃດຂອງຄວາມເປັນຈິງ ແລະ ແມ່ນແຕ່ເມື່ອມັນເປັນພຽງຄຳເວົ້າສອງສາມຄຳ, ຖ້າຄວາມຈິງເຮັດໃຫ້ມັນກາຍເປັນຫົວໃຈຂອງເຈົ້າ ແລະ ຖ້າເຈົ້າປະຕິບັດມັນຄືກັບເປັນຄວາມຈິງ, ແລ້ວມັນຈະຢັ່ງຮາກ, ອອກດອກ ແລະ ເກີດໝາກຢູ່ພາຍໃນເຈົ້າ. ມັນຈະກາຍມາເປັນຊີວິດຂອງເຈົ້າ ແລະ ເຈົ້າຈະສາມາດໃຊ້ຊີວິດຕາມມັນ ແລະ ເຮັດໃຫ້ມັນເກີດຜົນໄດ້. ນີ້ຄືຜົນຮັບທີ່ດີ. ຖ້າຂ້ອຍຕ້ອງໂອ້ລົມກັບພວກເຈົ້າທຸກໆມື້, ແຕ່ບໍ່ວ່າຂ້ອຍຈະເວົ້າຫຼາຍສໍ່າໃດກໍຕາມ ພວກເຈົ້າບໍ່ໄດ້ເຮັດໃຫ້ມັນເກີດປະໂຫຍດຫຍັງເລີຍ, ຖ້າບໍ່ມີຜູ້ໃດປ່ອຍໃຫ້ມັນເຂົ້າສູ່ຫົວໃຈຂອງພວກເຂົາ, ຍັງເຮັດແມ່ນຫຍັງກໍຕາມທີ່ພວກເຂົາຕ້ອງການ, ເຮັດຕາມອຳເພີໃຈ ແລະ ຢ່າງເລິນເລີ້, ບໍ່ຮັບຟັງສິ່ງທີ່ເຮົາເວົ້າ ແລະ ຍັງໃຊ້ຊີວິດຕາມຄວາມປາດຖະໜາ, ຈິນຕະນາການ ແລະ ແນວຄິດຂອງພວກເຂົາເອງ, ແລ້ວເຮົາຈະບໍ່ໄດ້ເວົ້າຢ່າງສູນເປົ່າບໍ? ມັນບໍ່ສຳຄັນວ່າເຮົາຈະເວົ້າພຣະທຳຫຼາຍສໍ່າໃດກັບພວກເຈົ້າກ່ຽວກັບສິ່ງນີ້, ສິ່ງທີ່ສຳຄັນກໍຄືພວກເຈົ້າຮັບຟັງ, ຍອມຮັບ ແລະ ປະຕິບັດພວກມັນຢ່າງດຸໝັ່ນ ຫຼື ບໍ່. ຄວາມຈິງຄືຊີວິດຂອງມະນຸດຢ່າງເປັນຈິງ ແລະ ຢ່າງແທ້ຈິງ. ມັນບໍ່ແມ່ນຂະແໜງທຶນການສຶກສາ ແລະ ມັນບໍ່ແມ່ນຄວາມຮູ້ ຫຼື ປະເພນີພື້ນເມືອງ ຫຼື ຂໍ້ຖົກຖຽງ, ມັນເປັນຊີວິດຂອງມະນຸດ. ມັນສາມາດເຮັດໃຫ້ເຈົ້າຫຼົບໜີຈາກພັນທະນາການຂອງຊາຕານ, ເປັນອິດສະຫຼະຈາກອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ໃຊ້ຊີວິດດ້ວຍກຳລັງ ແລະ ອຳນາດທີ່ໃຫຍ່ກວ່າ, ໃຊ້ຊີວິດຢ່າງສະບາຍຫຼາຍຂຶ້ນ ແລະ ໃຊ້ຊີວິດດ້ວຍທິດທາງ ແລະ ເປົ້າໝາຍ. ຄວາມຈິງສາມາດກາຍມາເປັນຊີວິດຂອງມະນຸດແທ້ໆ. ຖ້າເຈົ້າບໍ່ເຊື່ອເຮົາ, ແລ້ວໃຫ້ໄປຜະເຊີນກັບມັນເລີຍ ແລະ ນໍາມັນໄປປະຕິບັດຊົ່ວໄລຍະໜຶ່ງ, ເບິ່ງວ່າມີຜົນຮັບໃດໆ ຫຼື ບໍ່ ແລະ ຈາກນັ້ນເຈົ້າກໍຈະຮູ້. ຖ້າເຈົ້າຮູ້ສຶກອ່ອນແອ ແລະ ຂີ້ຄ້ານຢູ່ເລື້ອຍໆ, ແລ້ວສິ່ງດຽວທີ່ເຮົາສາມາດເວົ້າໄດ້ກໍຄືເຈົ້າບໍ່ທັນໄດ້ຮັບຄວາມຈິງເທື່ອ. ຖ້າເຈົ້າໄດ້ຮັບຄວາມຈິງ, ເຈົ້າຈະບໍ່ຢູ່ໃນສະພາວະນີ້ໃນຕອນນີ້, ທີ່ສິ້ນຫວັງ, ອ່ອນແອ ແລະ ບອບບາງເຊັ່ນນີ້; ເຈົ້າຈະບໍ່ຂີ້ຄ້ານເລື້ອຍໆເຊັ່ນນີ້ ແລະ ຕິດຢູ່ທາງແຍກຢູ່ເລື້ອຍໆ ໂດຍບໍ່ຮູ້ວ່າຈະໄປໃສເລີຍ. ນີ້ຄືສິ່ງທີ່ແນ່ນອນໜຶ່ງຮ້ອຍເປີເຊັນ! ເຈົ້າເຂົ້າໃຈບໍ? (ເຂົ້າໃຈ.)
ໃນຕອນນີ້, ພວກເຮົາໄດ້ໂອ້ລົມສຳເລັດແລ້ວກ່ຽວກັບຫ້າສະພາບການທີ່ຕ້ອງບັນລຸເພື່ອເລີ່ມຍ່າງໃນເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າ. ແມ່ນຫຍັງຄືຫ້າສະພາບການເຫຼົ່ານັ້ນ? (ຢ່າງທຳອິດ, ຄົນໆໜຶ່ງຕ້ອງມີຫົວໃຈທີ່ຊື່ສັດ; ຢ່າງທີສອງ, ຄົນໆໜຶ່ງຕ້ອງມີຫົວໃຈທີ່ຮັກຄວາມຈິງ; ຢ່າງທີສາມ, ຄົນໆໜຶ່ງຕ້ອງມີຄວາມສຳນຶກ ແລະ ເຫດຜົນ; ຢ່າງທີສີ່, ຄົນໆໜຶ່ງຕ້ອງມີຫົວໃຈທີ່ຢຳເກງພຣະເຈົ້າ; ຢ່າງທີຫ້າ, ຄົນໆໜຶ່ງຕ້ອງມີຫົວໃຈທີ່ຍອມອ່ອນນ້ອມຕໍ່ພຣະເຈົ້າ.) ໃຫ້ຈື່ຫ້າສະພາບການເຫຼົ່ານີ້, ໂອ້ລົມກ່ຽວກັບພວກມັນ ແລະ ອະທິຖານພ້ອມທັງອ່ານພວກມັນເມື່ອບໍ່ມີຫຍັງໃຫ້ເຮັດ. ເບິ່ງວ່າພວກເຈົ້າສາມາດນໍາຫຼັກການໃດຂອງຄວາມຈິງໄປະຕິບັດໃນລະຫວ່າງເວລານີ້, ຄຳເວົ້າ ແລະ ການກະທຳຂອງເຈົ້າຊື່ສັດ ຫຼື ບໍ່, ເຈົ້າມີຫົວໃຈທີ່ຢຳເກງພຣະເຈົ້າ ຫຼື ບໍ່, ເຈົ້າມີຫົວໃຈທີ່ຊື່ສັດເມື່ອເຈົ້າເຮັດໜ້າທີ່ຂອງເຈົ້າ ຫຼື ບໍ່, ເຈົ້າມີສະພາວະທີ່ເຮັດພໍເປັນພິທີ ຫຼື ບໍ່, ເຈົ້າມີຄວາມຄິດຂີ້ຄ້ານ, ປະລະຄວາມຮັບຜິດຊອບ ຫຼື ຫຼອກລວງ ຫຼື ບໍ່ ແລະ ເຈົ້າສະແຫວງຫາ ແລະ ຍອມອ່ອນນ້ອມຕໍ່ຂໍ້ຮຽກຮ້ອງທັງໝົດຂອງພຣະເຈົ້າ ຫຼື ບໍ່. ເຈົ້າຕ້ອງໄຕ່ຕອງກ່ຽວກັບສິ່ງນີ້ເປັນໄລຍະໆ. ໂດຍການຮັບເອົາຜົນຮັບເທົ່ານັ້ນ, ຊີວິດຂອງເຈົ້າຈຶ່ງຈະຄືບໜ້າ.
ວັນທີ 15 ກັນຍາ 2015