ໂດຍການປະຕິບັດຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈິ່ງສາມາດປະຖິ້ມໂສ້ລ່າມຂອງອຸປະນິໄສອັນເສື່ອມຊາມໄດ້
ການເຂົ້າສູ່ຊີວິດແມ່ນຫຍັງ? ມັນແມ່ນການທີ່ຫຼັງຈາກເຂົ້າໃຈຄວາມຈິງ, ຜູ້ຄົນມາຮູ້ຈັກພຣະເຈົ້າ, ຍອມຕໍ່ພຣະອົງ, ໄຕ່ຕອງ ແລະ ຮູ້ຈັກນິໄສທີ່ເສື່ອມຊາມຂອງຕົນ ແລະ ປະຖິ້ມພວກມັນ ແລະ ສາມາດນຳຄວາມຈິງເຂົ້າສູ່ການປະຕິບັດ. ເມື່ອຄົນໆໜຶ່ງສາມາດນຳຄວາມຈິງເຂົ້າສູ່ການປະຕິບັດ ແລະ ຍອມຕໍ່ພຣະເຈົ້າຢ່າງແທ້ຈິງ, ພວກເຂົາກໍໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ບັນດາຜູ້ທີ່ສາມາດນຳຄວາມຈິງເຂົ້າສູ່ການປະຕິບັດແມ່ນຄົນທີ່ມີການເຂົ້າສູ່ຊີວິດ. ທັນທີທີ່ຄວາມຈິງກາຍເປັນຊີວິດຂອງບາງຄົນ, ພວກເຂົາຈະບໍ່ຖືກຈຳກັດໂດຍບຸກຄົນ, ເລື່ອງລາວ ຫຼື ສິ່ງຂອງອີກຕໍ່ໄປ; ພວກເຂົາຈະສາມາດຍອມຕໍ່ພຣະເຈົ້າໄດ້ຢ່າງແທ້ຈິງ ແລະ ຮັກພຣະເຈົ້າຢ່າງແທ້ຈິງ ແລະ ນະມັດສະການພຣະເຈົ້າຢ່າງແທ້ຈິງ. ນັ້ນແມ່ນສິ່ງທີ່ໝາຍເຖິງການມີຄວາມເປັນຈິງແຫ່ງຄວາມຈິງ ແລະ ຄຳພະຍານທີ່ແທ້ຈິງ; ນັ້ນແມ່ນຜົນຮັບສຸດທ້າຍຂອງການເຂົ້າສູ່ຊີວິດ. ຖ້າບຸກຄົນໜຶ່ງເຊື່ອໃນພຣະເຈົ້າມາຫຼາຍປີ, ແຕ່ຍັງດຳລົງຊີວິດຕານິໄສແບບຊາຕານ, ເຮັດຕາມຄວາມປາຖະໜາຂອງຕົວເອງ ໂດຍບໍ່ໄດ້ອະທິຖານ ຫຼື ສະແຫວງຫາຄວາມຈິງ, ເຊື່ອມາເປັນເວລາຫຼາຍປີໂດຍບໍ່ປ່ຽນແປງແມ່ນແຕ່ໜ້ອຍດຽວ ແລະ ເກືອບບໍ່ແຕກຕ່າງຫຍັງຈາກຜູ້ທີ່ບໍ່ເຊື່ອ, ແລ້ວຄົນແບບນັ້ນກໍບໍ່ມີການເຂົ້າສູ່ຊີວິດ, ພວກເຂົາບໍ່ໄດ້ຮັບຄວາມຈິງ ແລະ ພວກເຂົາບໍ່ໄດ້ຮັບຊີວິດ. ຖ້າເຈົ້າບໍ່ໄດ້ຮັບຄວາມຈິງ, ເຈົ້າກໍດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ. ເຈົ້າບໍ່ສາມາດຍອມຕໍ່ພຣະເຈົ້າ, ຮັກພຣະເຈົ້າ, ປະຕິບັດຄວາມຈິງ ຫຼື ເຂັ້ມແຂງໄດ້, ເຖິງແມ່ນວ່າເຈົ້າປາຖະໜາກໍຕາມ. ຖ້າເຈົ້າບໍ່ສາມາດເຂັ້ມແຂງ, ເຈົ້າຈະຕົກຢູ່ໃນສະພາວະປະເພດໃດ? ເຈົ້າຈະບໍ່ຕົກຢູ່ໃນສະພາວະຄວາມຄິດລົບຢູ່ສະເໝີບໍ? ເຈົ້າຈະຖືກກະຕຸ້ນຈາກສະພາບແວດລ້ອມຂອງເຈົ້າຢູ່ສະເໝີ, ຢ້ານວ່າເຈົ້າຈະຖືກຂັບໄລ່ອອກ, ຢ້ານພຣະເຈົ້າບໍ່ພໍໃຈ, ຢ້ານສິ່ງນີ້ ແລະ ສິ່ງນັ້ນ, ເຮັດໜ້າທີ່ຂອງເຈົ້າຢ່າງກຽດຄ້ານ ແລະ ບໍ່ເຕັມໃຈ ແລະກະກຽມຄຸນງາມຄວາມດີບາງຢ່າງ. ໂດຍພື້ນຖານແລ້ວ, ເຈົ້າຈະຖືກດຶງ, ຖືກນຳພາ ແລະ ຖືກຂັບເຄື່ອນໄປ ແລະ ສ່ວນທີ່ຫ້າວຫັນ ແລະ ກະຕືລືລົ້ນຂອງເຈົ້າຈະມີໜ້ອຍຫຼາຍ, ດັ່ງນັ້ນ ຜົນຮັບທີ່ເຈົ້າໄດ້ຮັບໃນການເຮັດໜ້າທີ່ຂອງເຈົ້າຈະບໍ່ເປັນທີ່ໜ້າພໍໃຈ. ຄົນເຊັ່ນນັ້ນຈະບໍ່ສາມາດໃຫ້ຫົວໃຈຂອງຕົນແກ່ພຣະເຈົ້າໄດ້ຈັກເທື່ອ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຖືກຈຳກັດ ແລະ ຖືກຜູກມັດໂດຍຫຼາຍຄົນ, ໂດຍເລື່ອງລາວ ແລະ ສິ່ງຕ່າງໆ ແລະ ພວກເຂົາຕົກຢູ່ໃນສະພາວະຄິດລົບຢູ່ສະເໝີ. ດ້ວຍເຫດນີ້, ພວກເຂົາຈຶ່ງໃຊ້ຊີວິດທີ່ອິດເມື່ອຍຫຼາຍ. ພວກເຂົາເຈັບປວດຫຼາຍ ແລະ ພວກເຂົາບໍ່ສາມາດພົບກັບເສລີພາບ ແລະ ການປົດປ່ອຍໄດ້. ຫຼັງຈາກຊົ່ວໄລຍະໜຶ່ງ, ອຳນາດຈິດຂອງພວກເຂົາເອງກໍບໍ່ສາມາດຄ້ຳຈູນພວກເຂົາໄດ້ອີກຕໍ່ໄປ ແລະ ພວກເຂົາດຳລົງຊີວິດແຕ່ລະມື້ຢູ່ພາຍໃນອຸປະນິໄສແບບຊາຕານ, ຄືກັບຜູ້ບໍ່ເຊື່ອ. ຄວາມເຊື່ອໃນພຣະເຈົ້າປະເພດນີ້ສາມາດເຮັດໃຫ້ບຸກຄົນໜຶ່ງບັນລຸຄວາມລອດພົ້ນໄດ້ບໍ? ບາງຄົນເວົ້າວ່າ: “ຂ້ອຍກະຕືລືລົ້ນ, ຂ້ອຍເຕັມໃຈທີ່ຈະເຮັດສິ່ງຕ່າງໆສຳລັບພຣະເຈົ້າ. ຂ້ອຍຍັງໜຸ່ມ, ຂ້ອຍມີກຳລັງ ແລະ ຄວາມຕັ້ງໃຈ ແລະ ຂ້ອຍບໍ່ຢ້ານຄວາມຫຍຸ້ງຍາກ”. ທັງໝົດນັ້ນມີປະໂຫຍດບໍ? ມັນບໍ່ມີປະໂຫຍດ. ກຳລັງຂອງເຈົ້າໄຮ້ປະໂຫຍດ, ບໍ່ວ່າເຈົ້າມີມັນຫຼາຍສ່ຳໃດກໍຕາມ. ຄົນໆໜຶ່ງສາມາດຮັກສາພະລັງເລັກໆນ້ອຍໄວ້ໄດ້ດົນປານໃດ? ພວກເຂົາຈະຍັງລົ້ມເຫຼວ ແລະ ສະດຸດຢູ່ສະເໝີ ແລະ ພວກເຂົາຈະເປັນອຳມະພາດເມື່ອພວກເຂົາຕົກຢູ່ໃນຄວາມຄິດລົບ. ການເຊື່ອໃນພຣະເຈົ້າບໍ່ດີເລີຍຖ້າເຈົ້າບໍ່ເຂົ້າໃຈຄວາມຈິງ ຫຼື ຖ້າເຈົ້າບໍ່ມີຄວາມເຊື່ອທີ່ແທ້ຈິງ. ຖ້າເຈົ້າມີແຕ່ຄວາມກະຕືລືລົ້ນ ຫຼື ກຳລັງເທົ່ານັ້ນ, ມັນຈະບໍ່ມີປະໂຫຍດຫຍັງ. ສິ່ງເຫຼົ່ານັ້ນບໍ່ແມ່ນຊີວິດ, ພວກມັນເປັນພຽງຄວາມກະຕືລືລົ້ນ ແລະ ຄວາມສົນໃຈຊົ່ວຄາວຂອງບຸກຄົນເທົ່ານັ້ນ. ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ. ບໍ່ວ່າພວກເຂົາເປັນຜູ້ຊາຍ ຫຼື ຜູ້ຍິງ, ເຖົ້າ ຫຼື ໜຸ່ມ, ພວກເຂົາທຸກຄົນມີການລະເບີດພະລັງງານສັ້ນໆ, ສົ່ງຜ່ານຄວາມກະຕືລືລົ້ນ, ສົ່ງຜ່ານແຮງກະຕຸ້ນ; ພວກເຂົາທຸກຄົນມີເວລາເພື່ອພວກເຂົາເຕັມໄປດ້ວຍກຳລັງ, ເມື່ອພວກເຂົາຕື່ນເຕັ້ນ, ແຕ່ນັ້ນແມ່ນຄວາມກ້າຫານທີ່ເກີດຈາກຄວາມໃຈຮ້ອນ ແລະ ມັນບໍ່ຍຶນຍາວ. ທິດສະດີ, ຄວາມຄິດ ແລະ ຄວາມຝັນຂອງຜູ້ຄົນຈະພັງທະລາຍລົງໃນພິບຕາດຽວ ແລະ ຖ້າບໍ່ມີຄວາມຈິງ, ຜູ້ຄົນກໍບໍ່ສາມາດຍຶດໝັ້ນໄດ້. ຄົນທີ່ດຳລົງຊີວິດດ້ວຍຄວາມໃຈຮ້ອນສາມາດເຮັດໜ້າທີ່ຂອງຕົນໃຫ້ດີໄດ້ບໍ? ພວກເຂົາສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ບໍ? (ບໍ່, ພວກເຂົາເຮັດບໍ່ໄດ້). ດັ່ງນັ້ນ, ຜູ້ຄົນຈຳເປັນຕ້ອງມີການເຂົ້າສູ່ຊີວິດ, ພວກເຂົາຕ້ອງເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ມີຄົນທີ່ເວົ້າວ່າ: “ເປັນຫຍັງການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງຈຶ່ງຍາກແສນເຂັນຫຼາຍ? ເປັນຫຍັງຂ້ອຍຈຶ່ງຖືກຜູ້ມັດໂດຍສິ່ງທີ່ເຊື່ອມໂຍງກັນຫຼາຍຢ່າງ? ຂ້ອຍຄວນເຮັດແນວໃດ?” ຜູ້ຄົນສາມາດເພິ່ງພາຕົວເອງເພື່ອແກ້ໄຂບັນຫານີ້ໄດ້ບໍ? ມີບາງຄົນທີ່ເວົ້າວ່າ: “ຂ້ອຍມີອຳນາດຈິດ ແລະ ຄວາມຕັ້ງໃຈ. ຂ້ອຍບໍ່ຢ້ານຄວາມຫຍຸ້ງຍາກ. ຈິດໃຈຂອງຂ້ອຍເດັດດ່ຽວ. ຂ້ອຍຈະຜ່ານຜ່າທຸກອຸປະສັກ, ຂ້ອຍຈະຍອມຮັບຄວາມທ້າທາຍເຫຼົ່ານີ້. ຂ້ອຍບໍ່ຢ້ານກົວສິ່ງໃດ. ບໍ່ວ່າມັນຈະຍາກສ່ຳໃດກໍຕາມ, ຂ້ອຍກໍຈະຢືນຍັດຈົນເຖິງທີ່ສຸດ!” ສິ່ງນີ້ເປັນປະໂຫຍດບໍ? ແທ້ຈິງແລ້ວ ມັນສາມາດຄ້ຳຈູນພວກມັນໄດ້ໜ້ອຍໜຶ່ງ, ແຕ່ຄວາມຫຍຸ້ງຍາກຕົວຈິງຂອງພວກເຂົາກໍຈະຍັງຄົງຢູ່ ແລະ ອຸປະນິໄສທີ່ເສື່ອມຊາມຈະຍັງຝັງຮາກເລິກລົງໄປໃນພວກເຂົາ ແລະ ມັນຈະບໍ່ປ່ຽນແປງ. ຖ້າເຈົ້າຢືນຍັດໃນການຕິດຕາມພຣະເຈົ້າຈົນເຖິງທີ່ສຸດ, ແຕ່ເຈົ້າບໍ່ໄດ້ປ່ຽນແປງຊີວິດ-ອຸປະນິໄສຂອງເຈົ້າ ຫຼື ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ເຈົ້າສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າໄດ້ບໍ? ເຈົ້າຍັງບໍ່ສາມາດໄດ້ຮັບໄດ້. ການເຊື່ອໃນພຣະເຈົ້າບໍ່ແມ່ນເລື່ອງຂອງການທີ່ວ່າເຈົ້າສາມາດຢືນຍັດຈົນເຖິງທີ່ສຸດ ຫຼື ບໍ່. ສິ່ງສຳຄັນຄື ເຈົ້າສາມາດໄດ້ຮັບຄວາມຈິງ, ຊີວິດ ແລະ ການຮັບຮອງຈາກພຣະເຈົ້າ ຫຼື ບໍ່. ນີ້ແມ່ນສິ່ງທີ່ສຳຄັນທີ່ສຸດ. ຖ້າບຸກຄົນໜຶ່ງບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ຖ້າພວກເຂົາບໍ່ສາມາດເຮັດໃຫ້ຄວາມຈິງກາຍເປັນຊີວິດຂອງພວກເຂົາ, ແລ້ວຄວາມກະຕືລືລົ້ນ ແລະ ຄວາມຫ້າວຫັນຂອງພວກເຂົາຈະຢູ່ໄດ້ດົນບໍ? ມັນຢູ່ບໍ່ໄດ້ດົນ. ຜູ້ຄົນຕ້ອງເຂົ້າໃຈຄວາມຈິງ ແລະ ໃຊ້ຄວາມຈິງເພື່ອປ່ຽນແທນມັນ. ເມື່ອບຸກຄົນໜຶ່ງໄດ້ແກ້ໄຂອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ມີຄວາມເຊື່ອ ແລະ ຫຼັກການເພື່ອປະຕິບັດຄວາມຈິງ, ພວກເຂົາກໍຈະສາມາດພາກພຽນໄດ້ຢ່າງບໍ່ຫວັ່ນໄຫວ ແລະ ພະຍາຍາມຕໍ່ໄປເຖິງແມ່ນວ່າຈະພົບກັບຄວາມພ່າຍແພ້ທົງໝົດກໍຕາມ. ບໍ່ວ່າພວກເຂົາຈະຜະເຊີນໜ້າກັບສະພາບແວດລ້ອມ, ອຸປະສັກ ຫຼື ແມ່ນການການລໍ້ລວງຫຍັງກໍຕາມ, ພວກເຂົາກໍຈະເພິ່ງພາພຣະເຈົ້າຢູ່ສະເໝີ ແລະ ຈະແນມຫາພຣະອົງເພື່ອເອົາຊະນະຊາຕານ. ເພື່ອໃຫ້ບັນລຸຜົນຮັບນີ້, ເຈົ້າຕ້ອງມາຢູ່ຕໍ່ໜ້າພຣະເຈົ້າເລື້ອຍໆ, ວາງໃຈໃນພຣະອົງ, ບອກຄວາມຫຍຸ້ງຍາກຂອງເຈົ້າແກ່ພຣະອົງໃນຄຳອະທິຖານ ແລະ ເວົ້າກັບພຣະອົງຕາມຄວາມຈິງ. ອີກຢ່າງ, ໃນຂະນະທີ່ເຈົ້າເຮັດໜ້າທີ່ຂອງເຈົ້າໃນຄວາມເປັນຈິງ ແລະ ລະຫວ່າງຊີວິດຈິງຂອງເຈົ້າ, ເຈົ້າຕ້ອງສະແຫວງຫາວິທີກະທຳ ເພື່ອວ່າເຈົ້າອາດຈະປະຕິບັດຄວາມຈິງ. ເຈົ້າຕ້ອງສະແຫວງຫາ ແລະ ໂອ້ລົມກັບຄົນທີ່ເຂົ້າໃຈຄວາມຈິງ, ຜູ້ທີ່ມີຄວາມສາມາດເຂົ້າໃຈຄວາມຈິງ ແລະ ຈາກການເຮັດເຊັ່ນນັ້ນ ຈຶ່ງຈະໄດ້ຮັບການສ່ອງສະຫວ່າງ ແລະ ການສັ່ງສອນເລັກນ້ອຍໆ ແລະ ພົບເສັ້ນທາງແຫ່ງການປະຕິບັດ. ເມື່ອເຈົ້າສາມາດປະຕິບັດຄວາມຈິງ, ສິ່ງນັ້ນຈະບໍ່ແກ້ໄຂບັນຫາຂອງເຈົ້າບໍ? ຖ້າເຈົ້າລັງເລໃຈ ແລະ ບໍ່ໂອ້ລົມ, ຄິດກັບຕົວເອງວ່າ: “ບາງທີມື້ໜຶ່ງ ວຸດທິພາວະຂອງຂ້ອຍຈະເຕີບໃຫຍ່ຂຶ້ນ ແລະ ຂ້ອຍຈະເຂົ້າໃຈຄວາມຈິງໂດຍທຳມະຊາດ, ຈາກນັ້ນຂ້ອຍກໍບໍ່ຈຳເປັນຕ້ອງຈັດການກັບມັນໃນຕອນນີ້”, ຄວາມຄິດແບບນີ້ຄຸມເຄືອ, ບໍ່ເປັນຈິງ ແລະ ມີແນວໂນ້ມທີ່ຈະກໍ່ໃຫ້ເກີດຄວາມທໍ້ຖອຍໃຈ. ບັນຫານີ້ສາມາດໄດ້ຮັບການແກ້ໄຂໂດຍການສະແຫວງຫາ ແລະ ການໂອ້ລົມກັບຄົນທີ່ເຂົ້າໃຈຄວາມຈິງ, ແລ້ວເຈົ້າຍັງສາມາດແກ້ໄຂບັນຫາໂດຍການອ່ານພຣະທຳຂອງພຣະເຈົ້າ. ເປັນຫຍັງເຈົ້າຈຶ່ງບໍ່ຈິງຈັງກັບການແກ້ໄຂບັນຫານີ້? ຖ້າເຈົ້າບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂມັນ, ບັນຫາຈະຫາຍໄປໂດຍຕົວມັນເອງບໍ? ນັ້ນເປັນຄວາມຄິດທີ່ໂງ່.
ເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຈົ້າໃນຕອນນີ້, ພວກເຈົ້າສາມາດສະແຫວງຫາຄວາມຈິງໄດ້ບໍ? ນອກເໜືອຈາກການຮຽນຮູ້ຫຼັກການໃນສາຂາອາຊີບຂອງເຈົ້າແລ້ວ, ເຈົ້າສາມາດສະແຫວງຫາຄວາມຈິງເມື່ອເວົ້າເຖິງການເຂົ້າສູ່ຊີວິດຂອງຕົວເຈົ້າເອງ, ຕໍ່ການປັບປຸງສະພາວະຫຼາຍຢ່າງ ແລະ ການປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ? ຖ້າເຈົ້າຍັງຈົ່ມວ່າເມື່ອເຈົ້າຖືກຈັດການຍ້ອນເຈົ້າເຮັດບາງສິ່ງທີ່ລະເມີດຫຼັກການ, ຖ້າເຈົ້າຍັງຮູ້ສຶກຖືກຈຳກັດ ຍ້ອນເຈົ້າຖືກລິຮານ ແລະ ຖືກຈັດການ ແລະ ຖ້າເຈົ້າໄປໃກເຖິງກັບຍອມແພ້ກັບຕົວເອງ, ຄິດວ່າເຈົ້າກຳລັງຈະຖືກຂັບໄລ່ອອກ ແລະ ຄິດລົບ ແລະ ເສີຍຊາ, ແລ້ວນິໄສຊາຕານຂອງເຈົ້າບໍ່ໄດ້ຮຸນແຮງຈົນເຈົ້າຫາຍໃຈບໍ່ອອກບໍ? ເມື່ອຜູ້ຄົນເຂົ້າໃຈຄວາມຈິງ, ຄວາມຫຍຸ້ງຍາກຂອງພວກເຂົາມີຈຳນວນຫຼາຍ ແລະ ໃຫຍ່ຫຼວງເກີນໄປ; ເມື່ອພວກເຂົາຜະເຊີນກັບບັນຫາ, ສ່ວນທີ່ຄິດລົບກໍໂຜ່ຂຶ້ນມາໂດຍໄວ ແລະ ດົນເກີນໄປ ແລະ ພວກເຂົາປະຕິບັດຄວາມຈິງຊ້າເກີນໄປ ແລະ ເລັກນ້ອຍເກີນໄປ. ເມື່ອຜູ້ຄົນຜະເຊີນກັບສະພາບແວດລ້ອມບາງຢ່າງ ຫຼື ສັງເກດເຫັນການແນມເບິ່ງຈາກຄົນອື່ນ ຫຼື ໄດ້ຍິນຄຳເວົ້າບາງຢ່າງ ຫຼື ຄົ້ນພົບຂໍ້ມູນບາງຢ່າງ, ສິ່ງດ້ານລົບຈະເກີດຂຶ້ນກັບພວກເຂົາ, ບໍ່ວ່າເວລາ ແລະ ສະຖານທີ່ໃດ? ສິ່ງເຫຼົ່ານີ້ແມ່ນການໄຫຼອອກມາໂດຍທຳມະຊາດຂອງອຸປະນິໄສທີ່ເສື່ອມຊາມ. ສິ່ງນີ້ພິສູດຫຍັງ? ມັນພິສູດວ່າບໍ່ມີອົງປະກອບຂອງຄວາມຈິງຢູ່ໃນຊີວິດມະນຸດ. ສິ່ງທີ່ຍັງບໍ່ໄດ້ປະມວນຜົນທີ່ໄຫຼອອກມາຈາກຜູ້ຄົນໂດຍທຳມະຊາດ, ບໍ່ວ່າເຈົ້າຄິດເຖິງພວກມັນຢູ່ໃນຫົວຂອງເຈົ້າ ຫຼື ເວົ້າພວກມັນດ້ວຍປາກຂອງເຈົ້າ ຫຼື ຖ້າພວກມັນແມ່ນສິ່ງທີ່ເຈົ້າຕັ້ງໃຈ ຫຼື ວາງແຜນທີ່ຈະເຮັດ, ບໍ່ວ່າໂດຍຕັ້ງໃຈ ຫຼື ບໍ່ຕັ້ງໃຈ, ສິ່ງເຫຼົ່ານີ້ທັງໝົດແມ່ນກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນໄຫຼອອກມາຈາກໃສ? ສາມາດເວົ້າດ້ວຍຄວາມແນ່ໃຈວ່າ ອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນໄຫຼອອກມາຈາກທຳມະຊາດແບບຊາຕານຂອງພວກເຂົາ, ນັ້ນແມ່ນແຫຼ່ງທີ່ມາ. ເມື່ອພິຈາລະນາເບິ່ງສິ່ງເສື່ອມຊາມທີ່ໄຫຼອອກມາຈາກຜູ້ຄົນ, ມັນຊັດເຈນວ່າຜູ້ບໍ່ມີຄວາມເປັນຈິງແຫ່ງຄວາມຈິງໃດໆ, ພວກເຂົາບໍ່ມີຄວາມເປັນມະນຸດປົກກະຕິໃດໆ ແລະ ພວກເຂົາບໍ່ມີຄວາມຮູ້ສຶກປົກກະຕິໃດໆ. ຕອນນີ້, ພວກເຈົ້າສາມາດແຍກແຍະຕົວເອງໄດ້. ຖ້າເຈົ້າໃສ່ໃຈ ແລະ ສຸມໃສ່ການໄຕ່ຕອງຕົວເອງ, ເຈົ້າກໍສາມາດຮຽນຮູ້ວ່າເຈດຕະນາ, ຄວາມຄິດ ແລະ ມຸມມອງຂອງເຈົ້າຖືກຕ້ອງ ຫຼື ບໍ່ ແລະ ພວກມັນສອດຄ່ອງກັບຄວາມຈິງ ຫຼື ບໍ່. ໂດຍທົ່ວໄປແລ້ວ, ເຈົ້າຈະສາມາດແຍກແຍະສິ່ງເຫຼົ່ານີ້ໄດ້ໜ້ອຍໜຶ່ງ ແລະ ສາມາດເຂົ້າໃຈພວກມັນໄດ້. ດັ່ງນັ້ນ, ຫຼັາຈາກທີ່ເຈົ້າໄດ້ເຂົ້າໃຈສິ່ງເຫຼົ່ານີ້, ພວກເຈົ້າຈະສາມາດສະແຫວງຫາຄວາມຈິງສຳລັບວິທີແກ້ໄຂໄດ້ບໍ? ຫຼືເຈົ້າຈະປ່ອຍໃຫ້ພວກມັນພັດທະນາດ້ວຍຕົວເອງ ໂດຍຄິດວ່າ: “ຂ້ອຍຕ້ອງການຄິດແບບນີ້, ການຄິດແບບນີ້ເປັນປະໂຫຍດແກ່ຂ້ອຍ. ຄົນອື່ນບໍ່ມີສິດແຊກແຊງ. ຖ້າຂ້ອຍບໍ່ເວົ້າສິ່ງເຫຼົ່ານີ້ອອກມາດັງໆ ຫຼື ເຮັດຕໍ່ໜ້າພວກເຂົາ, ຖ້າຂ້ອຍພຽງແຕ່ຄິດກ່ຽວກັບພວກມັນ, ນັ້ນກໍບໍ່ເປັນຫຍັງບໍ?” ບໍ່ມີຄົນທີ່ເຮັດແບບນີ້ບໍ? ນີ້ເປັນການສະແດງອອກເຖິງຫຍັງ? ພວກເຂົາຮູ້ຢ່າງຊັດເຈນວ່າ ການຄິດແບບນີ້ແມ່ນຜິດ, ແຕ່ພວກເຂົາບໍ່ສະແຫວງຫາຄວາມຈິງ, ພວກເຂົາບໍ່ລົ້ມເລີກຄວາມຄິດເຫຼົ່ານີ້ ຫຼື ປະຖິ້ມພວກມັນ. ພວກເຂົາຢືນຍັດທີ່ຈະຄິດ ແລະ ເຮັດແບບນີ້ ໂດຍບໍ່ເປັນຫ່ວງຫຍັງທັງສິ້ນ. ຄົນເຫຼົ່ານີ້ບໍ່ໄດ້ຮັກຄວາມຈິງ ແລະ ພວກເຂົາບໍ່ສາມາດຍຶດໝັ້ນໄດ້.
ບາງຄົນບໍ່ເຮັດໜ້າທີ່ ແລະ ບໍ່ມີໃຜຈິງຈັງກັບພວກເຂົາ, ຄົນເຫຼົ່ານີ້ຄິດວ່າ ໃນຖານະຜູ້ເຊື່ອໃນພຣະເຈົ້າ, ມັນພຽງພໍແລ້ວທີ່ຈະພຽງແຕ່ອ່ານພຣະທຳຂອງພຣະເຈົ້າເພື່ອດຳລົງຊີວິດຄຣິສຕະຈັກ ແລະ ໂດຍປົກກະຕິແລ້ວບໍ່ໄດ້ເຮັດສິ່ງທີ່ບໍ່ດີ ຫຼື ເຮັດໂຕເສເພຄືກັບຜູ້ບໍ່ເຊື່ອ; ພວກເຂົາຄິດວ່າ ບາງທີ ສຸດທ້າຍແລ້ວ ພວກເຂົາຈະໄດ້ຮັບພອນບາງຢ່າງ ແລະ ສາມາດມີຊີວິດລອດ. ຜູ້ຄົນຍຶດໝັ້ນໃນຄວາມຄິດປາຖະໜາປະເພດນີ້ໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ໂດຍທາງພາຍນອກ, ພວກເຂົາບໍ່ໄດ້ເຮັດຜິດຫຍັງທີ່ຮ້າຍແຮງ, ແຕ່ພວກເຂົາບໍ່ມີການເຂົ້າສູ່ຊີວິດເລີຍ ແລະ ພວກເຂົາບໍ່ໄດ້ຮັບຄວາມເປັນຈິງແຫ່ງຄວາມຈິງໃດໆ. ໃນຕອນທີ່ມີບາງຄົນຈິງຈັງກັບພວກເຂົາ, ພວກເຂົາກໍຮັບຮູ້ວ່າພວກເຂົາເຕັມໄປດ້ວຍບັນຫາ ແລະ ຂໍ້ບົກຜ່ອງ ແລະ ພວກເຂົາກໍຄິດລົບ ໂດຍຄິດວ່າ: “ມັນຈົບແລ້ວບໍ່ແມ່ນບໍ? ຂ້ອຍໄດ້ເຊື່ອໃນພຣະເຈົ້າມາຫຼາຍປີ ແລະ ຂ້ອຍບໍ່ໄດ້ຮັບຫຍັງຈາກມັນ. ຄືກັບວ່າການເຊື່ອໃນພຣະເຈົ້າບໍ່ງ່າຍແທ້ໆ!” ພວກເຂົາກາຍເປັນຄົນເຢັນຊາ ແລະ ພວກເຂົາບໍ່ເຕັມໃຈທີ່ຈະພະຍາຍາມໄປສູ່ຄວາມຈິງອີກຕໍ່ໄປ. ຫຼັງຈາກຊົ່ວໄລຍະໜຶ່ງ, ພວກເຂົາກໍຮູ້ສຶກວ່າງເປົ່າ ແລະ ພວກເຂົາຮູ້ສຶກຄືກັບວ່າພວກເຂົາຈຳເປັນຕ້ອງສະແຫວງຫາຄວາມຈິງເພື່ອໃຫ້ມີຄວາມຫວັງ. ເມື່ອພວກເຂົາເລີ່ມປະຕິບັດໜ້າທີ່ຂອງຕົນ ແລະ ຜູ້ຄົນຈິງຈັງກັບພວກເຂົາອີກຄັ້ງ, ໃນທີ່ສຸດ ພວກເຂົາກໍຮູ້ສຶກວ່າ: “ຜູ້ຄົນຕ້ອງມີຄວາມຈິງ, ບໍ່ດັ່ງນັ້ນ ມັນກໍງ່າຍເກີນໄປສຳລັບພວກເຂົາທີ່ຈະເຮັດຜິດ. ຖ້າຜູ້ຄົນບໍ່ສະແຫວງຫາຄວາມຈິງ, ພວກເຂົາກໍຈະເຮັດຜິດຢູ່ສະເໝີ ແລະ ຖືກຈັດການ. ຖ້າພວກເຂົາເພິ່ງພາຄວາມກະຕືລືລົ້ນຂອງພວກເຂົາເພື່ອເຮັດສິ່ງຕ່າງໆ, ພວກເຂົາກໍຈະຖືກຈັດການເຊັ່ນກັນ. ຂ້ອຍຕ້ອງລະມັດລະວັງໃນທຸກສິ່ງ. ຂ້ອຍຕ້ອງບໍ່ເວົ້າ ຫຼື້ ເຮັດໂດຍປະໝາດຢ່າງເດັດຂາດ. ຂ້ອຍບໍ່ຄວນມີສ່ວນຮ່ວມໃນສິ່ງຕ່າງໆ. ເປັນຄົນຂີ້ຢ້ານຕາຂາວດີກວ່າໂດດເດັ່ນ”. ພວກເຂົາຄິດວ່າ ການປະຕິບັດແບບນີ້ແມ່ນເໝາະສົມຢ່າງສົມບູນ, ບໍ່ມີໃຜສາມາດຊີ້ໃຫ້ເຫັນຂໍ້ິຜິດພາດໃດໆໃນມັນ, ແຕ່ພວກເຂົາເບິ່ງຂ້າມຈຸດທີ່ສຳຄັນທີ່ສຸດ, ນັ້ນຄືພວກເຂົາຄວນສະແຫວງຫາຄວາມຈິງ. ພວກເຂົາບໍ່ີສະແຫວງຫາຄວາມຈິງ ແລະ ພວກເຂົາກໍບໍ່ໄດ້ສະແຫວງຫາການເຂົ້າສູ່ຊີວິດຂອງຕົນ ແລະ ນັ້ນແມ່ນຂໍ້ບົກຜ່ອງອັນຮ້າຍແຮງຂອງພວກເຂົາ. ເມື່ອພວກເຂົາເຮັດໜ້າທີ່ຂອງພວກເຂົາ, ພວກເຂົາພໍໃຈກັບການພຽງແຕ່ເຮັດໃຫ້ວຽກສຳເລັດ. ເມື່ອເຮັດໃຫ້ວຽກຂອງພວກເຂົາສຳເລັດ, ພວກເຂົາເຮັດວຽກຕັ້ງແຕ່ເຊົ້າຮອດຄ່ຳ ແລະ ບາງຄັ້ງ ພວກເຂົາກໍຫຍຸ້ງວຽກຫຼາຍຈົນພວກເຂົາບໍ່ເຖິງກັບບໍ່ສົນໃຈວ່າພວກເຂົາບໍ່ໄດ້ກິນເຂົ້າສອງຄາບ ຫຼື ບໍ່. ພວກເຂົາສາມາດທົນທຸກ ແລະ ຈ່າຍລາຄາໄດ້ແທ້ໆ, ແຕ່ພວກເຂົາບໍ່ມີການເຂົ້າສູ່ຊີວິດ. ພວກເຂົາຕັ້ງທ່າລະວັງຕົວຈາກຄົນອື່ນໃນທຸກດ້ານ, ເພາະຢ້ານວ່າພວກເຂົາຈະເຮັດຜິດພາດ ແລະ ຖືກຈັດການ. ສະພາວະແບບນີ້ຖືກຕ້ອງບໍ? ນີ້ແມ່ນຄົນທີ່ສະແຫວງຫາຄວາມຈິງບໍ? ຖ້າຄົນເຮັດໜ້າທີ່ຂອງພວກເຂົາແບບນີ້ຈົນເຖິງທີ່ສຸດ, ພວກເຂົາຈະສາມາດໄດ້ຮັບຄວາມຈິງ ຫຼື ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ບໍ? (ບໍ່). ບໍ່ມີຄົນແບບນີ້ຫຼາຍຄົນບໍໃນທ່າມກາງພວກເຈົ້າ? ພວກເຈົ້າບໍ່ໄດ້ຢູ່ໃນສະພາວະນີ້ເລື້ອຍໆບໍ? (ຢູ່). ເຈົ້າຮູ້ຕົວບໍວ່າ ໂດຍຄິດວ່ານີ້ແມ່ນວິທີການກະທຳທີ່ໍບໍ່ດີ, ເຈົ້າຢູ່ໃນສະພາວະຄິດລົບບໍ? ເມື່ອສິ່ງຕ່າງໆເກີດຂຶ້ນກັບເຈົ້າ, ເຈົ້າກໍເຮັດໂຕຄືກັບຄົນຂີ້ຢ້ານຕາຂາວຢູ່ສະເໝີ, ເຈົ້າເຮັດໂຕຄືກັບຄົນທີ່ເອົາໃຈຄົນອື່ນຢູ່ສະເໝີ, ປະນີປະນອມຢູ່ສະເໝີ, ຍ່າງທາງກາງຢູ່ສະເໝີ, ບໍ່ເຄີຍເຮັດຜິດໃຈຜູ້ໃດ ຫຼື ມີສ່ວນຮ່ວມໃນຕ່າງໆ, ບໍ່ເຄີຍໄປໄກເກີນໄປ; ຄືກັບວ່າເຈົ້າກຳລັງຂວາງທາງຕຳແໜ່ງຂອງເຈົ້າເອງ, ຍຶດຕິດກັບໜ້າທີ່ຂອງເຈົ້າ, ເຮັດໃນສິ່ງທີ່ເຈົ້າຖືກຂໍຮ້ອງໃຫ້ເຮັດ, ບໍ່ຢືນຢູ່ທາງໜ້າ ຫຼື ທາງຫຼັງ ແລະ ເຮັດຕາມກະແສ, ບອກເຮົາເບິ່ງ, ເຈົ້າຄິດວ່າ ຖ້າເຈົ້າຢືນຍັດໃນການເຮັດໜ້າທີ່ຂອງເຈົ້າລັກສະນະນີ້ຈົນເຖິງທີ່ສຸດ, ເຈົ້າຈະສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າບໍ? ພວກເຈົ້າຮູ້ເມື່ອຕົວບໍວ່າ ສະພາວະປະເພດນີ້ຂ້ອນຂ້າງອັນຕະລາຍ, ເຈົ້າບໍ່ພຽງແຕ່ຈະບໍ່ສາມາດໄດ້ຮັບຄວາມສົມບູນແບບຂອງພຣະເຈົ້າ, ແຕ່ເຈົ້າຍັງມີແນວໂນ້ມທີ່ຈະເຮັດຜິດໃຈພຣະເຈົ້າອີກດ້ວຍ? ຄົນທີ່ກະຕືລືລົ້ນເລັກນ້ອຍແບບນີ້ສະແຫວງຫາຄວາມຈິງບໍ? ພວກເຂົາເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍບໍ? ຄົນທີ່ດຳລົງຊີວິດຢູ່ໃນສະພາວະແບບນີ້ມັກມີຄວາມຄິດຂອງຄົນທີ່ເຮັດໃຫ້ຄົນອື່ນພໍໃຈເລື້ອຍໆ ແລະ ບໍ່ມີການຢຳເກງພຣະເຈົ້າຢູ່ໃນພວກເຂົາ. ຖ້າຄົນເຮົາພຽງແຕ່ຮູ້ສຶກຢ້ານ ແລະ ຢ້ານກົວໂດຍບໍ່ມີເຫດຜົນທີ່ດີ, ນັ້ນແມ່ນຫົວໃຈທີ່ຢຳເກງພຣະເຈົ້າບໍ? (ບໍ່). ເຖິງແມ່ນວ່າພວກເຂົາທຸ້ມເທໃຫ້ກັບໜ້າທີ່ຂອງພວກເຂົາ, ລາອອກຈາກວຽກຂອງຕົນ ແລະ ປະຖິ້ມຄອບຄົວຂອງຕົນ, ຖ້າພວກເຂົາບໍ່ມອບຫົວໃຈຂອງພວກເຂົາໃຫ້ແກ່ພຣະເຈົ້າ ແລະ ພວກເຂົາຕັ້ງທ່າລະວັງພຣະເຈົ້າ, ນັ້ນແມ່ນສະພາວະທີ່ດີບໍ? ນັ້ນແມ່ນສະພາວະປົກກະຕິຂອງການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງບໍ? ການພັດທະນາໃນອະນາຄົດຂອງສະພາວະນີ້ບໍ່ເປັນຕາຢ້ານບໍ? ຖ້າບຸກຄົນໜຶ່ງຢູ່ໃນສະພາວະນີ້ຕໍ່ໄປ, ພວກເຂົາສາມາດໄດ້ຮັບຄວາມຈິງໄດ້ບໍ? ພວກເຂົາສາມາດໄດ້ຮັບຊີວິດບໍ? ພວກເຂົາສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໄດ້ບໍ? (ບໍ່). ພວກເຈົ້າຮູ້ບໍວ່າ ເຈົ້າເອງກໍມີສະພາວະນີ້? ເມື່ອພວກເຈົ້າຮູ້ຈັກມັນ, ເຈົ້າຄິດກັບຕົວເອງບໍວ່າ: “ເປັນຫຍັງຂ້ອຍຈຶ່ງຕັ້ງທ່າລະວັງພຣະເຈົ້າຢູ່ສະເໝີ? ເປັນຫຍັງຂ້ອຍຈຶ່ງຄິດແບບນີ້ຢູ່ສະເໝີ? ການຄິດແບບນີ້ເປັນຕາຢ້ານຫຼາຍ! ມັນເປັນການຕໍ່ຕ້ານພຣະເຈົ້າ ແລະ ປະຕິເສດຄວາມຈິງ. ການຕັ້ງທ່າລະວັງພຣະເຈົ້າແມ່ນອັນດຽວກັນກັບການຕໍ່ຕ້ານພຣະອົງ?” ສະພາວະຂອງການຕັ້ງທ່າລະວັງພຣະເຈົ້າແມ່ນຄືກັນກັບການເປັນໂຈນ, ເຈົ້າບໍ່ກ້າທີ່ຈະຢູ່ໃນຄວາມສະຫວ່າງ, ເຈົ້າຢ້ານການເປີດເຜີຍໃບໜ້າມານຮ້າຍຂອງເຈົ້າ ແລະ ໃນຂະນະດຽວກັນ, ເຈົ້າຢ້ານວ່າ: “ບໍ່ຄວນເຮັດຫຼິ້ນກັບພຣະເຈົ້າ. ພຣະອົງສາມາດພິພາກສາ ແລະ ສັ່ງສອນຜູ້ຄົນໄດ້ທຸກເວລາ ແລະ ທຸກບ່ອນ. ຖ້າເຈົ້າເຮັດໃຫ້ພຣະເຈົ້າໃຈຮ້າຍ, ໃນກໍລະນີທີ່ບໍ່ຮຸນແຮງ, ພຣະອົງຈະລິຮານ ແລະ ຈັດການກັບເຈົ້າ ແລະ ໃນກໍລະນີທີ່ຮ້າຍແຮງ, ພຣະອົງຈະລົງໂທດເຈົ້າ, ເຮັດໃຫ້ເຈົ້າເຈັບປ່ວຍ ຫຼື້ ເຮັດໃຫ້ເຈົ້າທົນທຸກ. ຜູ້ຄົນບໍ່ສາມາດທົນສິ່ງເຫຼົ່ານັ້ນໄດ້!” ບໍ່ແມ່ນຄົນມີຄວາມເຂົ້າໃຈຜິດເຫຼົ່ານີ້ບໍ? ນີ້ແມ່ນຫົວໃຈທີ່ຢຳເກງພຣະເຈົ້າບໍ? (ບໍ່). ສະພາວະແບບນີ້ບໍ່ເປັນຕາຢ້ານບໍ? ເມື່ອບຸກຄົນໜຶ່ງຢູ່ໃນສະພາວະນີ້, ເມື່ອພວກເຂົາຕັ້ງທ່າລະວັງພຣະເຈົ້າ ແລະ ມີຄວາມຄິດເຫຼົ່ານີ້ຢູ່ສະເໝີ, ເມື່ອພວກເຂົາມີທ່າທີແບບນີ້ຕໍ່ພຣະເຈົ້າຢູ່ສະເໝີ, ພວກເຂົາກຳລັງປະຕິບັດຕໍ່ພຣະເຈົ້າຄືກັບພຣະເຈົ້າບໍ? ນີ້ແມ່ນການເຊື່ອໃນພຣະເຈົ້າບໍ? ເມື່ອບຸກຄົນໜຶ່ງເຊື່ອໃນພຣະເຈົ້າໃນແບບນີ້, ເມື່ອພວກເຂົາບໍ່ປະຕິບັດຕໍ່ພຣະເຈົ້າຄືກັບພຣະເຈົ້າ, ນັ້ນບໍ່ແມ່ນບັນຫາບໍ? ຢ່າງໜ້ອຍທີ່ສຸດ, ຄົນບໍ່ຍອມຮັບອຸປະນິໄສອັນຊອບທຳຂອງພຣະເຈົ້າ ແລະ ພວກເຂົາບໍ່ຍອມຮັບຂໍ້ເທັດຈິງແຫ່ງພາລະກິດຂອງພຣະອົງ. ພວກເຂົາຄິດວ່າ: “ແມ່ນແທ້ວ່າພຣະເຈົ້າມີຄວາມເມດຕາ ແລະ ຄວາມຮັກ, ແຕ່ພຣະອົງກໍໂກດຮ້າຍເຊັ່ນກັນ. ເມື່ອຄວາມໂກດຮ້າຍຂອງພຣະເຈົ້າຕົກມາສູ່ຄົນ, ມັນແມ່ນໄພພິບັດ. ພຣະອົງສາມາດຂ້າຄົນໃຫ້ຕາຍໄດ້ທຸກເວລາ, ທຳລາຍໃຜກໍຕາມທີ່ພຣະອົງປາຖະໜາ. ຢ່າກະຕຸ້ມຄວາມໂມໂຫຂອງພຣະເຈົ້າ. ແມ່ນແທ້ວ່າຄວາມຍິ່ງໃຫຍ່ ແລະ ຄວາມໂກດແຄ້ນຂອງພຣະອົງບໍ່ອະນຸຍາດໃຫ້ເຮັດຜິດໄດ້. ຈົງຕີໂຕອອກຫ່າງຈາກພຣະອົງ!” ຖ້າຄົນໆໜຶ່ງມີທ່າທີແບບນີ້ ແລະ ຄວາມຄິດເຫຼົ່ານີ້, ພວກເຂົາສາມາດມາຢູ່ຕໍ່ໜ້າພຣະເຈົ້າໄດ້ຢ່າງເຕັມທີ່ ແລະ ຢ່າງຈິງໃຈໄດ້ບໍ? ພວກເຂົາເຮັດບໍ່ໄດ້. ແລ້ວບໍ່ມີໄລຍະຫ່າງລະຫວ່າງພວກເຂົາ ແລະ ພຣະເຈົ້າບໍ? ບໍ່ມີຫຼາຍສິ່ງທີ່ແຍກພວກເຂົາທັງສອງບໍ? (ມີ). ສິ່ງໃດຂັດຂວາງຄົນບໍ່ໃຫ້ມາຢູ່ຕໍ່ໜ້າພຣະເຈົ້າ? (ອະນາຄົດ ແລະ ຊະຕາກຳຂອງພວກເຂົາ). (ຊື່ສຽງ, ຜົນປະໂຫຍດ ແລະ ສະຖານະ). ມີຫຍັງອີກ? ສິ່ງໃດທີ່ເຮັດໃຫ້ຄົນເບື່ອໜ່າຍຄວາມຈິງ, ປະຕິເສດຄວາມຈິງ, ປະຕິເສດການສະໜອງຊີວິດຈາກພຣະເຈົ້າ ແລະ ຄວາມລອດພົ້ນຂອງພຣະອົງ? ຈົ່ງໄຕ່ຕອງເບິ່ງສິ່ງນີ້: ພາກສ່ວນໃດຂອງຄົນທີ່ຫ້າມພວກເຂົາບໍ່ໃຫ້ມາຢູ່ຕໍ່ໜ້າພຣະເຈົ້າຢ່າງຈິງໃຈ ແລະ ຫ້າມພວກເຂົາບໍ່ໃຫ້ປະຕິບັດຄວາມຈິງ ແລະ ບໍ່ໃຫ້ມອບຮ່າງກາຍ ແລະ ຫົວໃຈຂອງພວກເຂົາໃຫ້ພຣະເຈົ້າຮັບຜິດຊອບ ແລະ ປົກຄອງມັນ? ສິ່ງໃດເຮັດໃຫ້ຜູ້ຄົນຢ້ານພຣະເຈົ້າ ແລະ ເຂົ້າໃຈຜິດພຣະເຈົ້າ? ຜູ້ຄົນມີອຸປະນິໄສທີ່ເສື່ອມຊາມ, ລວມທັງປັດຊະຍາຊາຕານ ແລະ ຄວາມຄິດແບບຊາຕານ; ພວກເຂົາຫຼອກລວງ, ພວກເຂົາຕັ້ງທ່າລະວັງພຣະເຈົ້າຢູ່ທຸກດ້ານ, ບໍ່ໄວ້ວາງໃຈ ແລະ ເຂົ້າໃຈພຣະອົງຜິດ. ເມື່ອພວກເຂົາຖືກເຮັດໃຫ້ເປື້ອນໝອງດ້ວຍສິ່ງທັງໝົດນີ້, ບຸກຄົນໜຶ່ງສາມາດໄວ້ວາງໃຈພຣະເຈົ້າໄດ້ຢ່າງແທ້ຈິງບໍ? ພວກເຂົາສາມາດຍອມຮັບວ່າພຣະເຈົ້າຂອງພຣະເຈົ້າຄືຊີວິດຂອງພວກເຂົາບໍ? ບາງຄົນເວົ້າວ່າ: “ຂ້ອຍກິນ ແລະ ດື່ມພຣະທຳຂອງພຣະເຈົ້າທຸກໆມື້. ເມື່ອຂ້ອຍອ່ານພຣະທຳຂອງພຣະເຈົ້າ ແລະ ຂ້ອຍຮູ້ສຶກໄດ້ຮັບການດົນໃຈໂດຍພຣະທຳເຫຼົ່ານັ້ນ, ຂ້ອຍອະທິຖານ. ຂ້ອຍຖືວ່າພຣະທຳຂອງພຣະເຈົ້າແມ່ນຄວາມຈິງ. ຂ້ອຍອ່ານພວກມັນທຸກໆມື້ ແລະ ຂ້ອຍມັກອະທິຖານງຽບໆ ແລະ ຮ້ອງເພງສັນລະເສີນພຣະເຈົ້າ”. ເຖິງແມ່ນວ່າຊີວິດຝ່າຍວິນຍານປະເພດນີ້ດີ, ຖ້າຄົນເຫຼົ່ານີ້ຍັງເພິ່ງພາາຄວາມຄິດຂອງຕົນເອງເມື່ອໂຕ້ຕອບສິ່ງຕ່າງໆທີ່ເກີດຂຶ້ນກັບພວກເຂົາ, ຖ້າພວກເຂົາບໍ່ສະແຫວງຫາຄວາມຈິງເລີຍ ແລະ ບໍ່ມີຄຳເທດສະໜາໃດທີ່ພວກເຂົາເຂົ້າໃຈມີຜົນຕໍ່ພວກເຂົາ, ຈະເກີດຫຍັງຂຶ້ນ? ຜູ້ຄົນບໍ່ຮັກຄວາມຈິງ. ພວກເຂົາອ້າງວ່າຍຶດຖືທຳຂອງພຣະເຈົ້າ, ແຕ່ພວກເຂົາບໍ່ໄດ້ປຽບທຽບຕົວເອງໃສ່ພຣະທຳເຫຼົ່ານັ້ນ ແລະ ພວກເຂົາບໍ່ນຳພວກມັນໄປປະຕິບັດ. ນີ້ແມ່ນໜ້າລຳຄານຫຼາຍ ແລະ ມັນຍາກຫຼາຍສຳລັບຜູ້ຄົນທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຜູ້ຄົນບໍ່ເຄີຍເຂົ້າໃຈຄວາມຈິງ ແລະ ພວກເຂົາບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ, ດັ່ງນັ້ນ ແນ່ນອນວ່າພວກເຂົາມີແນວຄິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າ ແລະ ມີກຳແພງລະຫວ່າງພວກເຂົາ ແລະ ພຣະເຈົ້າ. ພວກເຈົ້າທຸກຄົນບໍ່ມີປະສົບການສ່ວນຕົວກ່ຽວກັບເລື່ອງນີ້ບໍ? ເຈົ້າເວົ້າວ່າ: “ຂ້ອຍບໍ່ຕ້ອງການຕັ້ງທ່າລະວັງພຣະເຈົ້າ, ຂ້ອຍຕ້ອງການໄວ້ວາງໃຈພຣະອົງ, ແຕ່ເມື່ອບາງສິ່ງເກີດຂຶ້ນກັບຂ້ອຍ, ຂ້ອຍກໍອົດບໍ່ໄດ້ທີ່ຈະຕັ້ງທ່າລະວັງພຣະອົງ. ຂ້ອຍຕ້ອງການນຸ່ງເຄື່ອງໃຫ້ຕົວເອງ ແລະ ແຍກຕົວອອກຈາກພຣະເຈົ້າ ແລະ ນໍາໃຊ້ປັດຊະຍາຂອງຊາຕານເພື່ອປົກປ້ອງຕົວເອງ. ເກີດຫຍັງຂຶ້ນກັບຂ້ອຍ?” ນີ້ສະແດງໃຫ້ເຫັນວ່າ ຜູ້ຄົນບໍ່ມີຄວາມຈິງ, ພວກເຂົາຍັງດຳລົງຊີວິດຕາມປັດຊາຍາຂອງຊາຕານແລະ ພວກເຂົາຍັງຖືກຊາຕານຄວບຄຸມຢູ່. ນີ້ແມ່ນລັກສະນະທີ່ໜ້າເວດທະນາທີ່ຜູ້ຄົນມີ ເນື່ອງຈາກທຳມະຊາດແບບຊາຕານຂອງພວກເຂົາ; ມັນຍາກສຳລັບພວກເຂົາທີ່ຈະນຳຄວາມຈິງໄປປະຕິບັດ. ການບໍ່ປະຕິບັດຄວາມຈິງແມ່ນອຸປະສັກທີ່ໃຫຍ່ຫຼວງທີ່ສຸດຕໍ່ການເຂົ້າສູ່ຊີວິດ. ຖ້າບັນຫານີ້ບໍ່ໄດ້ຮັບການແກ້ໄຂ, ມັນກໍຍາກສຳລັບບຸກຄົນໜຶ່ງທີ່ຈະໃຫ້ຫົວໃຈຂອງຕົນແກ່ພຣະເຈົ້າ, ໄດ້ຮັບພາລະກິດຂອງພຣະອົງ ຫຼື ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ພວກເຈົ້າທຸກຄົນໄດ້ປະສົບກັບສິ່ງນີ້ບໍ? ຈະສາມາດແກ້ໄຂເລື່ອງນີ້ໄດ້ແນວໃດ? ເຈົ້າຕ້ອງໄຕ່ຕອງ ແລະ ພະຍາມຍາມຮູ້ຈັກຕົວເອງ ແລະ ເບິ່ງວ່າສິ່ງໃດທີ່ກຳລັງຂັດຂວາງເຈົ້າບໍ່ໃຫ້ປະຕິບັດຄວາມຈິງ. ການແກ້ໄຂບັນຫານີ້ແມ່ນສິ່ງທີ່ສຳຄັນ.
ການສະແຫວງຫາຄວາມຈິງຊັບຊ້ອນ ຫຼື ຍາກເທົ່າກັບການສະແຫວງຫາທຶນການສຶກສາບໍ? ທີ່ຈິງແລ້ວມັນບໍ່ໄດ້ຍາກປານນັ້ນ, ພຽງແຕ່ວ່າ ມັນຂຶ້ນຢູ່ກັບວ່າບຸກຄົນໜຶ່ງຮັກຄວາມຈິງ ຫຼື ບໍ່. ການສະແຫວງຫາຄວາມຈິງນັ້ນບໍ່ໄດ້ຍາກໃນຕົວຂອງມັນເອງ; ມັນໃຊ້ຄວາມພະຍາຍາມໜ້ອຍກວ່າການຮຽນສາຂາວິທະຍາສາດສະເພາະທາງ, ມັນງ່າຍຍິ່ງກວ່າການຫາລຽງຊີບອີກ. ເປັນຫຍັງຈຶ່ງເປັນເຊັ່ນນັ້ນ? ຄວາມເປັນຈິງແຫ່ງຄວາມຈິງແມ່ນສິ່ງທີ່ຄົນທີ່ມີຄວາມເປັນມະນຸດປົກກະຕິຄວນດຳລົງຊີວິດຕາມ ແລະ ມີ. ມັນກ່ຽວຂ້ອງກັບຄວາມເປັນມະນຸດປົກກະຕິຂອງຜູ້ຄົນ, ສະນັ້ນ ມັນຈຶ່ງບໍ່ຖືກຕັດຂາດຈາກຄວາມຄິດ ແລະ ແນວຄິດຂອງພວກເຂົາ, ຈາກທຸກສິ່ງທີພວກເຂົາຄິດ, ຈາກການກະທຳ ແລະ ພຶດຕິກຳທັງໝົດທີ່ພວກເຂົາມີສ່ວນຮ່ວມໃນຊີວິດປະຈຳວັນຂອງພວກເຂົາ ຫຼື ຈາກຈິດໃຈຂອງພວກເຂົາ. ຄວາມຈິງບໍ່ແມ່ນທິດສະດີ, ບໍ່ແມ່ນສາຂາວິຊາການ ແລະ ບໍ່ແມ່ນວິຊາຊີບ. ຄວາມຈິງບໍ່ຫວ່າງເປົ່າ. ຄວາມຈິງແມ່ນກ່ຽວຂ້ອງກັນຢ່າງໃກ້ຊິດກັບຄວາມເປັນມະນຸດປົກກະຕິ, ຄວາມຈິງແມ່ນຊີວິດທີ່ຄົນມີຄວາມເປັນມະນຸດປົກກະຕິຄວນມີ. ມັນສາມາດແກ້ໄຂຂໍ້ບົກຜ່ອງທັງໝົດຂອງເຈົ້າ, ນິໄສບໍ່ດີຂອງເຈົ້າ ແລະ ຄວາມຄິດດ້ານລົບ ແລະ ບໍ່ຖືກຕ້ອງຂອງເຈົ້າ. ມັນສາມາດປ່ຽນແປງອຸປະນິໄສແບບຊາຕານຂອງເຈົ້າ, ມັນສາມາດກາຍເປັນຊີວິດຂອງເຈົ້າ, ມັນສາມາດເຮັດໃຫ້ເຈົ້າມີຄວາມເປັນມະນຸດ ແລະ ເຫດຜົນ, ມັນສາມາດເຮັດໃຫ້ຄວາມຄິດ ແລະ ວິທີຄິດຂອງເຈົ້າເປັນປົກກະຕິ, ມັນສາມາດເຮັດໃຫ້ທຸກສ່ວນຂອງເຈົ້າເປັນປົກກະຕິ. ຖ້າຄວາມຈິງກາຍເປັນຊີວິດຂອງເຈົ້າ, ແລ້ວສິ່ງທີ່ເຈົ້າດຳລົງຊີວິດຕາມ ແລະ ຄວາມເປັນມະນຸດທັງໝົດຂອງເຈົ້າທີ່ຫຼັ່ງໄຫຼອອກມາກໍຈະເປັນປົກກະຕິ. ດັ່ງນັ້ນ, ການສະແຫວງຫາ ແລະ ການປະຕິບັດຄວາມຈິງບໍ່ແມ່ນສິ່ງທີ່ຄຸມເຄືອ, ບໍ່ສາມາດຢັ່ງເຖິງໄດ້ ແລະ ບໍ່ແມ່ນສິ່ງທີ່ຍາກເປັນພິເສດ. ປັດຈຸບັນນີ້, ເຖິງແມ່ນວ່າພວກເຈົ້າຮັກຄວາມຈິງໜ້ອຍໜຶ່ງ ແລະ ເຕັມໃຈທີ່ຈະພະຍາຍາມໃຫ້ດີຂຶ້ນກວ່າເກົ່າ, ແຕ່ເຈົ້າຍັງບໍ່ໄດ້ສຳພັດເສັ້ນທາງນັ້ນເລີຍ. ບາດກ້າວທຳອິດແມ່ນບາດກ່າວທີ່ຍາກທີ່ສຸດຢູ່ສະເໝີ. ຕາບໃດທີ່ເຈົ້າສາມາດປະຕິບັດຄວາມຈິງ ແລະ ຊິມລົດຊາດຄວາມຫວານຂອງມັນ, ເຈົ້າກໍຈະຄິດວ່າການສະແຫວງຫາຄວາມຈິງນັ້ນເປັນເລື່ອງງ່າຍ.
ຖ້າບຸກຄົນໜຶ່ງບໍ່ຖືເອົາຄວາມຈິງເປັນຊີວິດຂອງຕົນ ແລະ ດຳລົງຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມຢູ່ສະເໝີ, ສິ່ງນັ້ນສະແດງອອກແນວໃດ? ເມື່ອບຸກຄົນໜຶ່ງບໍ່ໄດ້ຮັບຄວາມຈິງ, ໂດຍທຳມະຊາດແລ້ວພວກເຂົາບໍ່ມີທາງທີ່ຈະປະຖິ້ມຂໍ້ຈຳກັດ ແລະ ໂສ້ລ່າມຂອງທຳມະຊາດແບບຊາຕານຂອງພວກເຂົາໄດ້. ອຸປະນິໄສທີ່ເສື່ອມຊາມທີ່ຫຼັ່ງໄຫຼອອກມາຈາກພວກເຂົາແມ່ນຄວາມອວດດີ ແລະ ຄວາມທະນົງຕົວໂດຍທຳມະຊາດ, ເປັນກົດໝາຍໃຫ້ແກ່ຕົນເອງ, ການເຮັດຕາມອຳເພີໃຈ ແລະ ຄວາມປະໝາດ, ການເວົ້າຕົວະ ແລະ ການສໍ້ໂກງ, ຄວາມຊົ່ວຊ້າ ແລະ ຄວາມຫຼອກລວງ, ການຍຶດຖືກຽດ ແລະ ຜົນປະໂຫຍດ, ບໍ່ສະແຫວງຫາຫຍັງນອກຈາກຜົນກຳໄລ ແລະ ຄວາມເຫັນແກ່ຕົວ ແລະ ຄວາມຊົ່ວຮ້າຍ. ຍິ່ງໄປກວ່ານັ້ນ, ໃນການທີ່ພວກເຂົາຈັດການກັບຄົນອື່ນ, ພວກເຂົາມີແນວໂນ້ມທີ່ຈະບໍ່ໄວ້ໃຈ, ຕັດສິນ ແລະ ໂຈມຕີຄົນອື່ນ. ພວກເຂົາເວົ້າ ແລະ ກະທຳຕາມຄວາມມັກຂອງຕົນເອງຢູ່ສະເໝີ; ພວກເຂົາມີເຈດຕະນາ ແລະ ເປົ້າໝາຍສ່ວນຕົວຢູ່ສະເໝີ ແລະ ພວກເຂົາມັກຈະມີອະຄະຕິກ່ຽວກັບຄົນອື່ນຢູ່ສະເໝີ. ພວກເຂົາຄິດລົບຢູ່ສະເໝີ ເມື່ອພວກເຂົາຜະເຊີນໜ້າກັບຄວາມທໍ້ຖອຍໃຈ ຫຼື ຄວາມລົ້ມເຫຼວ. ບາງຄັ້ງ ພວກເຂົາກໍອວດດີເກີນຄວນ, ບາງຄັ້ນ ພວກເຂົາກໍຄິດລົບຫຼາຍຈົນພວກເຂົາສາມາດເຮັດໃຫ້ຕົນເອງຕົກຢູ່ໃນສະຖານະການທີ່ລຳບາກໄດ້. ພວກເຂົາມັກຈະເຮັດເກີນຈິງຢູ່ສະເໝີ, ຖ້າພວກເຂົາບໍ່ໄດ້ເຮັດທ່າທີຂົ່ມຂູ່, ພວກເຂົາກໍຄິດລົບ ແລະ ພະຍາຍາມເຮັດໂຕໜ້າສົງສານ. ພວກເຂົາບໍ່ເຄີຍປົກກະຕິຈັກເທື່ອ. ນີ້ແມ່ນສະພາວະທີ່ພວກເຈົ້າຢູ່ໃນຕອນນີ້. ເຈົ້າເຕັມໃຈທີ່ຈະທົນທຸກ ແລະ ຈ່າຍລາຄາ ແລະ ເຈົ້າເຕັມໄປດ້ວຍຄວາມມຸ້ງໝັ້ນ ແລະ ຄວາມຕັ້ງໃຈ, ແຕ່ເຈົ້າບໍ່ມີຄວາມເປັນຈິງແຫ່ງຄວາມຈິງ. ຖ້າບຸກຄົນໜຶ່ງຖືເອົາຄວາມເປັນຈິງແຫ່ງຄວາມຈິງເປັນຊີວິດຂອງຕົນ, ສິ່ງນັ້ນຈະສະແດງອອກມາແນວໃດ? ກ່ອນອື່ນໝົດ, ພວກເຂົາຈະສາມາດຍອມຕໍ່ພຣະເຈົ້າ ແລະ ດຳລົງຊີວິດຕາມລັກສະນະຂອງມະນຸດ; ພວກເຂົາຈະເປັນຄົນສັດຊື່, ເປັນຄົນທີ່ອຸປະນິໄສຊີວິດປ່ຽນໄປ. ມີຫຼາຍລັກສະນະຂອງການປ່ຽນແປງອຸປະນິໄສ: ລັກສະນະທີ່ໜຶ່ງແມ່ນການສາມາດຍອມຕໍ່ສິ່ງຕ່າງໆທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ. ບໍ່ວ່າໃຜສະເໜີຄຳຄິດເຫັນກໍຕາມ, ບໍ່ວ່າພວກເຂົາອາວຸໂສ ຫຼື ໜຸ່ມນ້ອຍ, ບໍ່ວ່າເຈົ້າເຂົ້າກັນກັບພວກເຂົາໄດ້ ຫຼື ບໍ່, ບໍ່ວ່າພວກເຈົ້າຮູ້ຈັກພວກເຂົາ ຫຼື ບໍ່, ບໍ່ວ່າເຈົ້າລຶ່ງເຄີຍກັບພວກເຂົາ ຫຼື ບໍ່, ບໍ່ວ່າຄວາມສຳພັນຂອງເຈົ້າກັບພວກເຂົາດີ ຫຼື ບໍ່ດີ, ຕາບໃດສິ່ງທີ່ພວກເຂົາເວົ້ານັ້ນຖືກຕ້ອງ, ສອດຄ່ອງກັບຄວາມຈິງ ແລະ ເປັນປະໂຫຍດຕໍ່ວຽກງານໃນເຮືອນຂອງພຣະເຈົ້າ, ເຈົ້າກໍຈະສາມາດຮັບຟັງ, ຮັບຮອງເອົາ ແລະ ຍອມຮັບມັນໄດ້ໂດຍບໍ່ໄດ້ຮັບອິດທິພົນໃດໆຈາກປັດໄຈອື່ນ. ການທີ່ສາມາດຍອມຮັບ ແລະ ຍອມຕໍ່ສິ່ງທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງແມ່ນລັກສະນະທີໜຶ່ງ. ລັກສະນະທີສອງແມ່ນການສາມາດສະແຫວງຫາຄວາມຈິງເມື່ອບາງສິ່ງເກີດຂຶ້ນ; ມັນບໍ່ແມ່ນແຕ່ກ່ຽວກັບການທີ່ສາມາດຍອມຮັບຄວາມຈິງເທົ່ານັ້ນ, ມັນຍັງກ່ຽວກັບການປະຕິບັດຄວາມຈິງ ແລະ ການບໍ່ຈັດການກັບເລື່ອງຕ່າງໆຕາມໃຈຕົນເອງອີກດ້ວຍ. ບໍ່ວ່າເກີດຫຍັງຂຶ້ນກັບເຈົ້າກໍຕາມ, ເຈົ້າກໍຈະສາມາດສະແຫວງຫາເມື່ອເຈົ້າບໍ່ສາມາດເຫັນສິ່ງຕ່າງໆໄດ້ຢ່າງຊັດເຈນ ແລະ ເບິ່ງວ່າຈະຈັດການບັນຫາແນວໃດ ແລະ ຈະປະຕິບັດໃຫ້ສອດຄ່ອງກັບຫຼັກການແຫ່ງຄວາມຈິງ ແລະ ເຮັດຕາມຂໍ້ກຳນົດຂອງພຣະເຈົ້າໄດ້ແນວໃດ. ລັກສະນະທີສາມແມ່ນການຄຳນຶງເຖິງຄວາມປະສົງຂອງພຣະເຈົ້າບໍ່ວ່າເຈົ້າຜະເຊີນກັບບັນຫາຫຍັງກໍຕາມ, ຈົ່ງກະບົດຕໍ່ເນື້ອໜັງເພື່ອບັນລຸການຍອມຕໍ່ພຣະເຈົ້າ. ເຈົ້າຈະຄຳນຶງເຖິງຄວາມປະສົງຂອງພຣະເຈົ້າບໍ່ວ່ເຈົ້າກຳລັງປະຕິບັດໜ້າທີ່ຫຍັງຢູ່ກໍຕາມ ແລະ ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າຕາມຂໍ້ກຳນົດຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າມີຂໍ້ກຳນົດຫຍັງສຳລັບໜ້າທີ່ນີ້ກໍຕາມ, ເຈົ້າກໍຈະເຮັດຕາມຂໍ້ກຳນົດເຫຼົ່ານັ້ນໃນຂະນະທີ່ປະຕິບັດໜ້າທີ່ນັ້ນ ແລະ ເຮັດເພື່ອໃຫ້ພຣະເຈົ້າພໍໃຈ. ເຈົ້າຕ້ອງເຂົ້າໃຈຫຼັກການນີ້ ແລະ ປະຕິບັດໜ້າທີ່ຂອງເຈົ້າຢ່າງມີຄວາມຮັບຜິດຊອບ ແລະ ຄວາມຊື່ສັດ. ນັ້ນຄືສິ່ງທີ່ໝາຍເຖິງການຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ. ຖ້າເຈົ້າບໍ່ຮູ້ວິທີຄຳນຶງເຖິງຄວາມປະສົງຂອງພຣະເຈົ້າ ຫຼື ເຮັດໃຫ້ພຣະເຈົ້າພໍໃຈໃນເລື່ອງໃດໜຶ່ງ, ເຈົ້າກໍຕ້ອງສະແຫວງຫາ. ພວກເຈົ້າຄວນປຽບທຽບຕົນເອງກັບການປ່ຽນແປງອຸປະນິໄສສາມລັກສະນະນີ້ ແລະ ເບິ່ງວ່າເຈົ້າມີລັກສະນະເຫຼົ່ານີ້ ຫຼື ບໍ່. ຖ້າເຈົ້າມີປະສົບການຕົວຈິງ ແລະ ເສັ້ນທາງປະຕິບັດໃນສາມຂອບເຂດນີ້, ເຈົ້າກໍຈະຈັດການເລື່ອງຕ່າງໆດ້ວຍຫຼັກການ. ບໍ່ວ່າເກີດຫຍັງຂຶ້ນກັບເຈົ້າ ຫຼື ເຈົ້າກຳລັງຈັດການບັນຫາຫຍັງຢູ່, ເຈົ້າຕ້ອງສະແຫວງຫາຢູ່ສະເໝີວ່າແມ່ນຫຍັງຄືຫຼັກການປະຕິບັດ ແລະ ລາຍລະອຽດຫຍັງແດ່ທີ່ຢູ່ໃນຫຼັກການແຫ່ງຄວາມຈິງແຕ່ລະຂໍ້ ແລະ ວິທີການປະຕິບັດໂດຍບໍ່ລະເມີດຕໍ່ຫຼັກການ. ຫຼັງຈາກທີ່ເຈົ້າໄດ້ຮັບຄວາມຊັດເຈນກ່ຽວກັບບັນຫາເຫຼົ່ານີ້, ເຈົ້າກໍຈະຮູ້ວິທີປະຕິບັດຄວາມຈິງໂດຍທຳມະຊາດ.
ເມື່ອທຸກສິ່ງດຳເນີນໄປໂດຍດີ, ບາງຄົນເບິ່ງຄືວ່າບໍ່ໄດ້ສະແດງອຸປະນິໄສທີ່ເສື່ອມຊາມໃດໆທີ່ເຫັນໄດ້ຊັດເຈນອອກມາ ແລະ ດ້ວຍເຫດນີ້ ພວກເຂົາຈຶ່ງຄິດວ່າພວກເຂົາເປັນຄົນດີ, ວ່າພວກເຂົາໄດ້ປ່ຽນແປງ ແລະ ວ່າພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງ. ແຕ່ເມື່ອການລໍ້ລວງ ຫຼື ເລື່ອງສຳຄັນທີ່ກ່ຽວຂ້ອງກັບຫຼັກການແຫ່ງຄວາມຈິງເກີດຂຶ້ນກັບພວກເຂົາ, ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍເຜີຍໂຕອອກມາ. ພວກເຂົາຕົກຢູ່ໃນຄວາມຄິດລົບ ແລະ ຄວາມສັບສົນ, ບໍ່ຮູ້ວິທີການປະຕິບັດທີ່ເໝາະສົມ, ປະເຊີນກັບຄວາມຫຍຸ້ງຍາກ. ຕົວຢ່າງ: ການເປັນຄົນສັດຊື່ ແລະ ເວົ້າຕາມຄວາມຈິງແມ່ນການປະຕິບັດຄວາມຈິງ. ເມື່ອເຈົ້າພະຍາຍາມເວົ້າຕາມຄວາມຈິງ, ເຈົ້າປະເຊີນກັບຄວາມຫຍຸ້ງຍາກຫຍັງ? ເຈົ້າປະເຊີນກັບອຸປະສັກຫຍັງ? ສິ່ງໃດທີ່ຂັດຂວາງ ແລະ ຜູກມັດເຈົ້າ ແລະ ກີດກັນເຈົ້າຈາກການເວົ້າຕາມຄວາມຈິງ? ຄວາມພາກພູມໃຈ, ສະຖານະ, ຄວາມທະນົງຕົວ ລວມເຖິງຄວາມຮູ້ສຶກຂອງເຈົ້າ ແລະ ຄວາມມັກສ່ວນຕົວ, ສິ່ງເຫຼົ່ານີ້ທັງໝົດສາມາດເກີດຂຶ້ນໄດ້ທຸກເວລາ ແລະ ພວກມັນກີດກັນຜູ້ຄົນ ແລະ ຂັດຂວາງພວກເຂົາຈາກການປະຕິບັດຄວາມຈິງ. ສິ່ງເຫຼົ່ານີ້ແມ່ນອຸປະນິໄສທີ່ເສື່ອມຊາມ. ບໍ່ວ່າເຈົ້າຢູ່ໃນສະຖານະການໃດກໍຕາມ, ອຸປະນິໄສທີ່ເສື່ອມຊາມສາມາດເຮັດໃຫ້ສະພາວະຂອງເຈົ້າຜິດປົກກະຕິ, ເຮັດໃຫ້ເກີດສິ່ງທີ່ບໍ່ມີທຸກປະເພດ, ຈຳກັດ ແລະ ຄວບຄຸມເຈົ້າໃນທຸກທາງ, ກີດກັນເຈົ້າ ແລະ ເຮັດໃຫ້ມັນຍາກສຳລັບເຈົ້າທີ່ຈະປະຕິບັດຄວາມຈິງ ແລະ ຮັບໃຊ້ພຣະເຈົ້າ. ທັງໝົດນີ້ຈະເຮັດໃຫ້ເຈົ້າອິດເມື່ອຍຢ່າງບໍ່ໜ້າເຊື່ອ. ໂດຍທາງຜິວເຜີນ, ຜູ້ຄົນເບິ່ງຄືວ່າເປັນອິດສະຫຼະ, ແຕ່ຄວາມຈິງແລ້ວ ພວກເຂົາຖືກຜູກມັດຢ່າງແໜ້ນໂດຍອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງຕົນ. ພວກເຂົາບໍ່ມີອິດສະຫຼະພາບໃນການເລືອກໃດໆ, ມັນຍາກແທ້ໆທີ່ພວກເຂົາຈະກ້າວໄປແມ່ນແຕ່ກ້າວດຽວ ແລະ ພວກເຂົາດຳລົງຊີວິດທີ່ອິດເມື່ອຍ. ເລື້ອຍໆ ພວກເຂົາຕ້ອງໃຊ້ຄວາມພະຍາຍາມຫຼາຍທີ່ຈະເວົ້າຕາມຄວາມຈິງ ຫຼື ເຮັດສິ່ງໃດໜຶ່ງທີ່ເປັນຈິງ. ພວກເຂົາບໍ່ສາມາດເຮັດໜ້າທີ່ຂອງຕົນໄດ້ດີ ຫຼື ຈົງຮັກພັກດີຕໍ່ພຣະເຈົ້າ ເຖິງແມ່ນວ່າພວກເຂົາຢາກຈົງຮັກພັກດີກໍຕາມ ແລະ ຖ້າພວກເຂົາປາຖະໜາທີ່ຈະປະຕິບັດຄວາມຈິງ ຫຼື ເຮັດໃຫ້ພຣະເຈົ້າພໍໃຈ, ມັນກໍຍິ່ງຈະຍາກຂຶ້ນໄປອີກ. ຊ່າງອິດເມື່ອຍແທ້! ບໍ່ແມ່ນພວກເຂົາຢູ່ໃນຄອກຂອງອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາບໍ? ບໍ່ແມ່ນພວກເຂົາດຳລົງຊີວິດຢູ່ພາຍໃຕ້ອິດທິພົນມືດຂອງຊາຕານບໍ? (ພວກເຂົາຢູ່). ແລ້ວຜູ້ຄົນຈະສາມາດປະຖິ້ມມັນໄດ້ແນວໃດ? ມີວິທີອື່ນນອກຈາກການປະຕິບັດຄວາມຈິງ ແລະ ການໄດ້ຮັບການເຂົ້າສູ່ຊີວິດບໍ? ແນ່ນອນວ່າບໍ່ມີ. ຄວາມຮູ້ກ່ຽວກັບວັດທະນະທຳດັ່ງເດີມສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ປົດປ່ອຍພວກເຂົາຈາກອິດທິພົນຂອງຊາຕານໄດ້ບໍ? ແລ້ວຄວາມເຂົ້າໃຈກ່ຽວກັບຄວາມຮູ້ດ້ານພຣະຄຳພີເດ? ແລ້ວການທີ່ສາມາດເວົ້າເຖິງຫຼັກຄຳສອນຝ່າຍວິນຍານເດ? ບໍ່, ບໍ່ມີສິ່ງໃດໃນສິ່ງເຫຼົ່ານີ້ທີ່ສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ປົດປ່ອຍພວກເຂົາຈາກອິດທິພົນຂອງຊາຕານໄດ້. ມີພຽງການຍອມຮັບພາລະກິດຂອງພຣະເຈົ້າ ແລະ ຄວາມຈິງທັງໝົດທີ່ພຣະເຈົ້າໄດ້ກ່າວຈິ່ງສາມາດແກ້ໄຂຂອງອຸປະນິໄສທີ່ເສື່ອມຊາມໄດ້; ເມື່ອນັ້ນເອງ ຜູ້ຄົນຈຶ່ງສາມາດບັນລຸຄວາມເຂົ້າໃຈກ່ຽວກັບຄວາມຈິງ, ໄດ້ຮັບຄວາມຈິງ ແລະ ເປັນອິດສະຫຼະຈາກອິດທິພົນຂອງຊາຕານໄດ້. ຖ້າບຸກຄົນໜຶ່ງພະຍາຍາມເປັນຄົນດີ ແລະ ບໍ່ເຮັດສິ່ງໃດທີ່ບໍ່ດີ, ແຕ່ພວກເຂົາບໍ່ປ່ຽນແປງອຸປະນິໄສຂອງຕົນ, ພວກເຂົາສາມາດເປັນອິດສະຫຼະຈາກອິດທິພົນຂອງຊາຕານໄດ້ບໍ? ບຸກຄົນໜຶ່ງສາມາດໄດ້ຮັບຄວາມຈິງໂດຍການສຶກສາເຕົ໋າເຕີຈິງ, ພະໄຕປີດົກ ຫຼື ວັດທະນະທຳດັ່ງເດີມໄດ້ບໍ? ພວກເຂົາສາມາດມາຮູ້ຈັກພຣະເຈົ້າໄດ້ບໍ? ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາສາມາດຖືກຊຳລະລ້າງໄດ້ບໍຖ້າພວກເຂົາຍຶດຕິດກັບວັດທະນະທຳດັ່ງເດີມ ແລະ ບໍ່ສະແຫວງຫາຄວາມຈິງ? ພວກເຂົາສາມາດໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າໄດ້ບໍ? ຄົນທີ່ເຮັດເຊັ່ນນນັ້ນກຳລັງຫຼອກລວງຕົນເອງ ແລະ ພວກເຂົາບໍ່ສາມາດແກ້ໄຂບັນຫາໃດໆຂອງຕົນເອງໄດ້. ມີຫຼາຍຄົນທີ່ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ແຕ່ຄວາມເຊື່ອຂອງພວກເຂົານັ້ນຍັງສັບສົນຢູ່. ພວກເຂົາບໍ່ມີຄວາມສົນໃຈໃນການສະແຫວງຫາຄວາມຈິງ; ພວກເຂົາພໍໃຈກັບການພຽງແຕ່ເຮັດໜ້າທີ່ຂອງຕົນ. ພວກເຂົາຄິດວ່າ ຕາບໃດທີ່ພວກເຂົາບໍ່ເຮັດຊົ່ວ ຫຼື ເຮັດຊົ່ວໜ້ອຍລົງ ແລະ ຕາບໃດທີ່ພວກເຂົາເຮັດສິ່ງທີ່ດີ ແລະ ມີເມດຕາຫຼາຍຂຶ້ນ, ຕາບໃດທີ່ພວກເຂົາໃຫ້ການຊ່ວຍເຫຼືອຄົນອື່ນດ້ວຍຄວາມຮັກຫຼາຍຂຶ້ນ, ຕາບໃດທີ່ພວກເຂົາບໍ່ອອກຈາກຄຣິສຕະຈັກ ຫຼື ທໍລະຍົດພຣະເຈົ້າ, ນັ້ນກໍຈະເຮັດໃຫ້ຄົນອື່ນພໍໃຈ ແລະ ເຮັດໃຫ້ພຣະເຈົ້າພໍໃຈ ແລະ ພວກເຂົາກໍຈະມີສ່ວນໃນອານາຈັກຂອງພຣະເຈົ້າ. ແນວຄິດນີ້ມີນ້ຳໜັກຫຍັງບໍ? ການເປັນຄົນດີສາມາດເຮັດໃຫ້ບຸກຄົນໜຶ່ງປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງຕົນໄດ້ບໍ? ພວກເຂົາສາມາດບັນລຸຄວາມລອດພົ້ນດ້ວຍວິທີນີ້ບໍ? ພວກເຂົາຈະມີສ່ວນໃນອານາຈັກບໍ? ພວກເຈົ້າທຸກຄົນສາມາດເຫັນໄດ້ວ່າ ມີ “ຄົນດີ” ຫຼາຍຄົນຢູ່ໃນໂລກທີ່ເວົ້າຄຳເວົ້າທີ່ມີຫຼັກການສູງ, ເຖິງແມ່ນວ່າໂດຍທາງຜິວເຜີນແລ້ວ ເບິ່ງຄືວ່າພວກເຂົາບໍ່ໄດ້ເຮັດສິ່ງຊົ່ວຮ້າຍທີ່ຮ້າຍແຮງໃດໆ, ແຕ່ຄວາມຈິງແລ້ວ ພວກເຂົາຫຼອກລວງ ແລະ ມີເລ່ຫຼ່ຽມເປັນພິເສດ. ພວກເຂົາເກັ່ງໃນການເຮັດຕາມກະແສຂອງຄົນສ່ວນຫຼາຍ, ເວົ້າໄດ້ຢ່າງລ່ຽນໄຫຼ ແລະ ຄ່ອງແຄ້ວ. ພວກເຂົາເປັນຄົນດີຈອມປອມ ແລະ ໜ້າຊື່ໃຈຄົດ, ພວກເຂົາພຽງແຕ່ທຳທ່າເປັນຄົນດີ. ຄົນທີ່ຍ່າງບົນທາງສາຍກາງແມ່ນຄົນທີ່ຊົ່ວຮ້າຍທີ່ສຸດ. ພວກເຂົາບໍ່ເຮັດຜິດໃຈໃຜ, ພວກເຂົາລ່ຽນໄຫຼ ແລະ ຄ່ອງແຄ້ວ, ພວກເຂົາເກັ່ງໃນການເຮັດໂຕໃຫ້ເຂົ້າກັບທຸກສະຖານະການ ແລະ ບໍ່ມີໃຜສາມາດເຫັນຂໍ້ບົກຜ່ອງຂອງພວກເຂົາໄດ້. ພວກເຂົາເປັນຄືກັບຊາຕານຜູ້ຊົງຊີວິດ! ມີຄົນແບບນີ້ຢູ່ທ່າມກາງພວກເຈົ້າບໍ? (ມີ). ພວກເຈົ້າບໍ່ຄິດວ່າການໃຊ້ຊີວິດແບບນີ້ເມື່ອຍບໍ? (ແມ່ນ, ມັນເມື່ອຍ). ແລ້ວເຈົ້າໄດ້ຄິດຫາວິທີປ່ຽນແປງບໍ? ເຈົ້າປ່ຽນແປງແນວໃດ? ບາດກ້າວບຸກທະລຸຄວນເລີ່ມຕົ້ນຢູ່ໃສ? (ໂດຍການປະຕິບັດຄວາມຈິງ). ຢ່າເວົ້າວ່າ “ໂດຍການປະຕິບັດຄວາມຈິງ” ຫຼື “ໂດຍການເຂົ້າໃຈຄວາມຈິງ” ຫຼື “ໂດຍການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ”. ນີ້ເປັນການເວົ້າໃຫຍ່ ແລະ ມັນເກີນທີ່ມະນຸດຈະເອື້ອມເຖິງໄດ້, ດັ່ງນັ້ນ ຄຳເວົ້າເຫຼົ່ານີ້ຈຶ່ງເບິ່ງຄືວ່າວ່າງເປົ່າ. ກົງກັນຂ້າມ, ພວກເຮົາຕ້ອງເລີ່ມຕົ້ນດ້ວຍລາຍລະອຽດ. (ໂດຍການເປັນຄົນສັດຊື່). ນັ້ນແມ່ນການປະຕິບັດທີ່ເປັນຮູບປະທຳ. ການເປັນຄົນສັດຊື່ ຫຼື ລົງສູ່ລາຍລະອຽດເພີ່ມເຕີມອີກ: ເປັນຄົນທີ່ລຽບງ່າຍ ແລະ ເປີດໃຈ, ຄົນທີ່ບໍ່ປົກປິດສິ່ງໃດ, ບໍ່ຕົວະ, ບໍ່ເວົ້າອ້ອມຄ້ອມ ແລະ ເປັນຄົນກົງໄປກົງມາທີ່ມີຄວາມຍຸດຕິທຳ, ຄົນທີ່ສາມາດເວົ້າຕາມຄວາມຈິງ. ສົມມຸດວ່າມີຄົນຊົ່ວຮ້າຍທີ່ເຮັດສິ່ງທີ່ລົບກວນວຽກງານຂອງຄຣິສຕະຈັກ ແລະ ຜູ້ນຳໄດ້ມາຫາເຈົ້າເພື່ອເຂົ້າໃຈສະຖານະການໄດ້ດີຂຶ້ນ. ເຈົ້າຮູ້ວ່າໃຜເປັນຄົນເຮັດ, ແຕ່ຍ້ອນເຈົ້າມີຄວາມສຳພັນທີ່ດີກັບບຸກຄົນນັ້ນ ແລະ ເຈົ້າບໍ່ຕ້ອງການເຮັດຜິດໃຈພວກເຂົາ, ເຈົ້າຈຶ່ງເວົ້າຕົວະ ແລະ ເວົ້າວ່າເຈົ້າບໍ່ຮູ້. ຜູ້ນຳຖາມລາຍລະອຽດເພີ່ມເຕີມ ແລະ ເຈົ້າກໍເວົ້າກັບໄປກັບມາ, ສ້າງຂໍ້ອ້າງເພື່ອປົກປິດຄົນຊົ່ວ. ນັ້ນບໍ່ແມ່ນການຫຼອກລວງບໍ? ເຈົ້າບໍ່ໄດ້ບອກຄວາມຈິງກ່ຽວກັບສະຖານະການໃຫ້ແກ່ຜູ້ນຳ ແລະ ເຊື່ອງມັນແທນ. ເປັນຫຍັງເຈົ້າຈຶ່ງເຮັດແບບນີ້? ເພາະເຈົ້າບໍ່ຕ້ອງການເຮັດຜິດໃຈຜູ້ໃດ. ເຈົ້າຖືເອົາການປົກປ້ອງຄວາມສຳພັນສ່ວນບຸກຄົນ ແລະ ການບໍ່ເຮັດຜິດໃຈຜູ້ໃດມາກ່ອນ ແລະ ເຈົ້າຖືເອົາການເວົ້າຕາມຄວາມຈິງ ແລະ ການປະຕິບັດຄວາມຈິງເປັນສິ່ງສຸດທ້າຍ. ເຈົ້າຖືກຄວບຄຸມໂດຍຫຍັງ? ເຈົ້າຖືກຄວບຄຸມໂດຍອຸປະນິໄສແບບຊາຕານຂອງເຈົ້າ, ມັນໄດ້ປິດຜະນຶກປາກຂອງເຈົ້າ ແລະ ກີດກັນເຈົ້າຈາກການເວົ້າຕາມຄວາມຈິງ, ເຈົ້າສາມາດດຳລົງຊີວິດຕາມອຸປະນິໄສແບບຊາຕານຂອງເຈົ້າເທົ່ານັ້ນ. ອຸປະນິໄສທີ່ເສື່ອມຊາມແມ່ນຫຍັງ? ອຸປະນິໄສທີ່ເສື່ອມຊາມແມ່ນອຸປະນິໄສແບບຊາຕານ ແລະ ຄົນທີ່ດຳລົງຊີວິດຕາມອຸປະສິໄສທີ່ເສື່ອມຊາມຂອງຕົນແມ່ນຊາຕານຜູ້ຊົງຊີວິດ. ຄຳເວົ້າຂອງພວກເຂົາມັກຈະມີສິ່ງລໍ້ລວງຢູ່ໃນນັ້ນສະເໝີ, ມັນອ້ອມຄ້ອມຢູ່ສະເໝີ ແລະ ບໍ່ເຄີຍກົງໄປກົງມາ; ເຖິງແມ່ນວ່າພວກເຂົາຈະຖືກທຸບຕີຈົນຕາຍ, ພວກເຂົາກໍຈະບໍ່ເວົ້າຕາມຄວາມຈິງ. ນີ້ແມ່ນສິ່ງທີ່ເກີດຂຶ້ນເມື່ອອຸປະນິໄສທີ່ເສື່ອມຊາມຂອງບຸກຄົນໜຶ່ງຮ້າຍແຮງເກີນໄປ; ພວກເຂົາສູນເສຍຄວາມເປັນມະນຸດຂອງຕົນຢ່າງສົມບູນ ແລະ ກາຍເປັນມານຮ້າຍ. ພວກເຈົ້າຫຼາຍຄົນມັກທີ່ຈະເຮັດຜິດໃຈ ແລະ ສໍ້ໂກງພຣະເຈົ້າຫຼາຍກວ່າເພື່ອປົກປ້ອງຄວາມສຳພັນກັບຄົນອື່ນ ແລະ ສະຖານະ ແລະ ຊື່ສຽງທີ່ພວກເຈົ້າມີທ່າມກາງຄົນອື່ນ. ຄົນທີ່ເຮັດແບບນີ້ຮັກຄວາມຈິງບໍ? ພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງບໍ? ພວກເຂົາເປັນຄົນທີ່ສໍ້ໂກງພຣະເຈົ້າໂດຍຮູ້ຕົວດີ, ເປັນຄົນທີ່ບໍ່ມີຄວາມຢຳເກງພຣະເຈົ້າໃນໃຈຂອງຕົນແມ່ນແຕ່ໜ້ອຍດຽວ. ພວກເຂົາກ້າທີ່ຈະສໍ້ໂກງພຣະເຈົ້າ; ຄວາມທະເຍີທະຍານ ແລະ ຄວາມກະບົດຂອງພວກເຂົາຕ້ອງຍິ່ງໃຫຍ່ແທ້ໆ! ໂດຍປົກກະຕິແລ້ວ ຄົນເຊັ່ນນີ້ຍັງຄິດວ່າພວກເຂົາຮັກ ແລະ ຢຳເກງພຣະເຈົ້າ ແລະ ມັກຈະເວົ້າວ່າ: “ທຸກໆຄັ້ງທີ່ຂ້ອຍຄິດເຖິງພຣະເຈົ້າ, ຂ້ອຍຄິດເຖິງວ່າພຣະອົງກວ້າງຂວາງສໍ່າໃດ, ຍິ່ງໃຫຍ່ສໍ່າໃດ ແລະ ບໍ່ສາມາດຢັ່ງເຖິງໄດ້ສ່ຳໃດ! ພຣະເຈົ້າຮັກມະນຸດ, ຄວາມຮັກຂອງພຣະອົງເປັນຈິງແທ້ໆ!” ເຈົ້າອາດຈະເວົ້າຄຳເວົ້າທີ່ເປັນຕາຟັງ, ແຕ່ເຈົ້າຈະບໍ່ເປີດເຜີຍຄົນຊົ່ວຮ້າຍຖ້າເຈົ້າເຫັນພວກເຂົາລົບກວນວຽກງານຂອງຄຣິສຕະຈັກ. ເຈົ້າເປັນຄົນທີ່ເຮັດໃຫ້ຄົນອື່ນພໍໃຈ, ເຈົ້າປົກປ້ອງແຕ່ກຽດສັກສີ, ຜົນກຳໄລ ແລະສະຖານະຂອງຕົນເອງເທົ່ານັ້ນ, ແທນທີ່ຈະປົກປ້ອງຜົນປະໂຫຍດໃນເຮືອນຂອງພຣະເຈົ້າ. ເມື່ອເຈົ້າຮູ້ສະພາວະທີ່ແທ້ຈິງຂອງເລື່ອງແລ້ວ, ເຈົ້າບໍ່ໄດ້ເວົ້າຕາມຄວາມຈິງ, ເຈົ້າເວົ້າກັບໄປກັບມາເພື່ອປົກປ້ອງຄົນຊົ່ວຮ້າຍ. ຖ້າເຈົ້າຖືກຂໍໃຫ້ເວົ້າຕາມຄວາມຈິງ, ມັນກໍຈະເປັນການຍາກຫຼາຍສຳລັບເຈົ້າ. ເຈົ້າເວົ້າເລື່ອງໄຮ້ສາລະຫຼາຍຢ່າງພຽງເພື່ອຫຼີກລ້ຽງທີ່ຈະບອກຄວາມຈິງ! ເມື່ອເຈົ້າເວົ້າ, ເຈົ້າກັບໄປວົນມາບ່ອນເກົ່າຫຼາຍ, ເຈົ້າໃຊ້ຄວາມຄິດຫຼາຍ ແລະ ດໍາລົງຊີວິດແບບອິດເມື່ອຍ, ທັງໝົດແມ່ນເພື່ອປົກປ້ອງຊື່ສຽງ ແລະ ຄວາມພູມໃຈຂອງເຈົ້າເອງ! ພຣະເຈົ້າພໍໃຈຄົນທີ່ເຮັດແບບນີ້ບໍ? ພຣະເຈົ້າກຽດຊັງຄົນຫຼອກລວງເໜືອສິ່ງອື່ນໃດ. ຖ້າເຈົ້າຕ້ອງການເປັນອິດສະຫຼະຈາກອິດທິພົນຂອງຊາຕານ ແລະ ບັນລຸຄວາມລອດພົ້ນ, ເຈົ້າກໍຕ້ອງຍອມຮັບຄວາມຈິງ. ເຈົ້າຕ້ອງເລີ່ມໂດຍການເປັນຄົນສັດຊື່ກ່ອນ. ເວົ້າກົງໄປກົງມາ, ເວົ້າຄວາມຈິງ, ບໍ່ຖືກຈຳກັດໂດຍຄວາມຮູ້ສຶກຂອງເຈົ້າ, ຈົ່ງປະຖິ້ມຄວາມຂີ້ຕົວະ ແລະ ການຫຼອກລວງຂອງເຈົ້າ ແລະ ຈົ່ງເວົ້າ ແລະ ຈັດການເລື່ອງຕ່າງໆດ້ວຍຫຼັກການ; ນີ້ແມ່ນວິທີການດຳລົງຊີວິດທີ່ງ່າຍ ແລະ ມີຄວາມສຸກ ແລະ ເຈົ້າຈະສາມາດດໍາລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ. ຖ້າເຈົ້າດຳລົງຊີວິດຕາມປັດຊະຍາຂອງຊາຕານຢູ່ສະເໝີ ແລະ ເພິ່ງພາການຕົວະ ແລະ ຄວາມເຈົ້າເລ່ເພື່ອໃຊ້ຊີວິດໄປແຕ່ລະວັນ, ແລ້ວເຈົ້າກໍຈະດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ເຈົ້າຈະດຳລົງຊີວິດຢູ່ໃນຄວາມມືດ. ຖ້າເຈົ້າດຳລົງຊີວິດຢູ່ໃນໂລກຂອງຊາຕານ, ເຈົ້າຈະຍິ່ງຫຼອກລວງຫຼາຍຂຶ້ນເລື້ອຍໆເທົ່ານັ້ນ. ເຈົ້າໄດ້ເຊື່ອໃນພຣະເຈົ້າມາເປັນເວລາຫຼາຍປີ, ເຈົ້າໄດ້ຮັບຟັງຄຳເທດສອນຫຼາຍບົດ, ແຕ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຍັງບໍ່ທັນໄດ້ຖືກຊຳລະລ້າງເທື່ອ ແລະ ປັດຈຸບັນນີ້ເຈົ້າກໍຍັງດຳລົງຊີວິດຕາມອຸປະນິໄສແບບຊາຕານຂອງເຈົ້າຢູ່, ເຈົ້າບໍ່ຮູ້ສຶກກຽດຊັງເລື່ອງນີ້ບໍ? ເຈົ້າບໍ່ຮູ້ສຶກອາຍບໍ? ບໍ່ວ່າເຈົ້າເຊື່ອໃນພະເຈົ້າມາດົນປານໃດ, ຖ້າເຈົ້າຍັງເປັນຄືກັບຄົນທີ່ບໍ່ເຊື່ອ, ເຈົ້າຈະເຊື່ອໃນພຣະເຈົ້າໄປເພື່ອຫຍັງ? ເຈົ້າສາມາດບັນລຸຄວາມລອດພົ້ນຢ່າງແທ້ຈິງໂດຍການເຊື່ອໃນພຣະເຈົ້າແບບນີ້ບໍ? ເປົ້າໝາຍຊີວິດຂອງເຈົ້າບໍ່ໄດ້ປ່ຽນແປງ ແລະ ຫຼັກການ ແລະ ວິທີການຂອງເຈົ້າກໍບໍ່ປ່ຽນແປງເຊັ່ນກັນ; ສິ່ງດຽວທີ່ເຈົ້າມີທີ່ຜູ້ທີ່ບໍ່ເຊື່ອບໍ່ມີແມ່ນຊື່ຂອງ "ຜູ້ເຊື່ອ". ເຖິງແມ່ນວ່າໂດຍທາງພາຍນອກເຈົ້າຕິດຕາມພຣະເຈົ້າ, ອຸປະນິໄສຊີວິດຂອງເຈົ້າບໍ່ໄດ້ປ່ຽນແປງເລີຍ ແລະ ໃນທີ່ສຸດແລ້ວ ເຈົ້າຈະບໍ່ບັນລຸຄວາມລອດພົ້ນ. ຄວາມຫວັງຂອງເຈົ້າບໍ່ມີປະໂຫຍດຫຍັງເລີຍບໍ? ຄວາມເຊື່ອແບບນີ້ໃນພຣະເຈົ້າສາມາດຊ່ວຍໃຫ້ເຈົ້າໄດ້ຮັບຄວາມຈິງ ຫຼື ຊີວິດໄດ້ບໍ? ແນ່ນອນວ່າບໍ.
ມື້ນີ້ພວກເຮົາໄດ້ໂອ້ລົມກັນກ່ຽວກັບສາມລັກສະນະຂອງການປ່ຽນແປງອຸປະນິໄສ. ສະຫຼຸບສາມລັກສະນະເຫຼົ່ານັ້ນ. (ລັກສະນະທີໜຶ່ງແມ່ນຄວາມສາມາດທີ່ຈະຍອມຮັບ ແລະ ຍອມຕໍ່ສິ່ງທີ່ຖືກຕ້ອງ ແລະ ສອດຄ່ອງກັບຄວາມຈິງ. ລັກສະນະທີສອງແມ່ນຄວາມສາມາດທີ່ຈະສະແຫວງຫາຄວາມຈິງ ແລະ ນຳໄປປະຕິບັດເມື່ອບາງສິ່ງເກີດຂຶ້ນກັບເຈົ້າ ແລະ ບໍ່ຈັດການເລື່ອງຕ່າງໆຕາມຄວາມປະສົງຂອງເຈົ້າເອງ. ລັກສະນະທີສາມແມ່ນຄວາມສາມາດທີ່ຈະຄິດເຖິງຄວາມປະສົບຂອງພຣະເຈົ້າ, ກະບົດຕໍ່ເນື້ອໜັງ ແລະ ບັນລຸການຍອມຕໍ່ພຣະເຈົ້າ ບໍ່ວ່າເກີດຫຍັງຂຶ້ນກັບເຈົ້າກໍຕາມ). ພວກເຈົ້າທຸກຄົນຄວນໄຕ່ຕອງ ແລະ ໂອ້ລົມກ່ຽວກັບສາມລັກສະນະເຫຼົ່ານີ້. ພວກເຈົ້າຄວນປຽບທຽບຕົນເອງກັບລັກສະນະເຫຼົ່ານີ້ໃນຊີວິດຈິງຂອງພວກເຈົ້າ ແລະ ຝຶກຝົນຕົນເອງໃຫ້ປະຕິບັດ ແລະ ເຂົ້າສູ່ລັກສະນະເຫຼົ່ານັ້ນ, ດ້ວຍວິທີນີ້ ພວກເຈົ້າຈະສາມາດໄດ້ຮັບຄວາມຈິງ ແລະ ບັນລຸການປ່ຽນແປງອຸປະນິໄສໄດ້. ບໍ່ວ່າຈະໂອ້ລົມກ່ຽວກັບຄວາມຈິງລັກສະນະໃດກໍຕາມ, ມັນກໍຈະເປັນການງ່າຍສຳລັບຄົນທີ່ຮັກຄວາມຈິງທີ່ຈະຍອມຮັບມັນ. ຄົນທີ່ເຕັມໃຈນຳຄວາມຈິງໄປປະຕິບັດ ຈະສາມາດໄດ້ຮັບຄວາມຈິງ ແລະ ຄົນທີ່ໄດ້ຮັບຄວາມຈິງຈະສາມາດບັນລຸການປ່ຽນແປງອຸປະນິໄສໄດ້. ຄົນທີ່ບໍ່ມີມະໂນທຳ ຫຼື ເຫດຜົນ, ຄົນທີ່ບໍ່ຮັກຄວາມຈິງ ບໍ່ສາມາດຍອມຮັບ ຫຼື ປະຕິບັດຄວາມຈິງໄດ້, ດັ່ງນັ້ນ ພວກເຂົາຈະບໍ່ສາມາດໄດ້ຮັບຄວາມຈິງໄດ້. ບໍ່ວ່າບຸກຄົນໜຶ່ງຈະສາມາດໄດ້ຮັບຄວາມຈິງ ຫຼື ບໍ່ ຫຼື ບັນລຸການປ່ຽນແປງອຸປະນິໄສ ຫຼື ບໍ່ນັ້ນ ແມ່ນຂຶ້ນຢູ່ກັບການສະແຫວງຫາສ່ວນຕົວຂອງພວກເຂົາ.
16 ສິງຫາ 2015