ການເຂົ້າສູ່ຊີວິດເລີ່ມດ້ວຍການປະຕິບັດໜ້າທີ່

ມີຫຼາຍຄົນທີ່ຮູ້ສຶກວ່າພວກເຂົາກຳລັງຂາດເຂີນຫຼັງຈາກທີ່ພວກເຂົາເຮັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາບໍ່ມີຄວາມເປັນຈິງແຫ່ງຄວາມຈິງ, ສະນັ້ນພວກເຂົາຈຶ່ງຮຽກຮ້ອງໃຫ້ຕົນເອງຮັບຟັງຄຳເທດສະໜາຫຼາຍຂຶ້ນຢູ່ສະເໝີ ແລະ ໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຈັດການເຕົ້າໂຮມຫຼາຍຂຶ້ນ, ຄືກັບວ່ານັ້ນຄືສິ່ງດຽວທີ່ຈະສາມາດໃຫ້ການເຂົ້າສູ່ຊີວິດ ແລະ ການເຕີບໃຫຍ່ໃນຊີວິດແກ່ພວກເຂົາ. ຖ້າພວກເຂົາດຳເນີນໄປຊ່ວງໄລຍະໜຶ່ງໂດຍບໍ່ເຂົ້າຮ່ວມການເຕົ້າໂຮມ ຫຼື ການເທດສະໜາ, ພວກເຂົາຈຶ່ງຮູ້ສຶກວ່າຫົວໃຈຂອງພວກເຂົາວ່າງເປົ່າ ແລະ ສິ້ນຫວັງ, ຄືກັບວ່າພວກເຂົາບໍ່ມີຫຍັງ. ໃນຫົວໃຈຂອງພວກເຂົາ, ມັນເປັນຄືກັບວ່າການເຕົ້າໂຮມປະຈຳວັນ ແລະ ການເທດສະໜາປະຈຳວັນຈະໃຫ້ພວກເຂົາມີການເຂົ້າສູ່ຊີວິດ ຫຼື ເຮັດໃຫ້ພວກເຂົາສາມາດເຕີບໃຫຍ່ມີວຸດທິພາວະຝ່າຍວິນຍານ. ໃນຄວາມເປັນຈິງແລ້ວ, ຄວາມຄິດປະເພດນີ້ແມ່ນບໍ່ຖືກຕ້ອງໂດຍສິ້ນເຊີງ. ຄົນທີ່ເຊື່ອ ແລະ ຕິດຕາມພຣະເຈົ້າຕ້ອງເຮັດໜ້າທີ່ຂອງພວກເຂົາ, ໃນຕອນນັ້ນເອງ ພວກເຂົາຈຶ່ງຈະສາມາດໄດ້ຮັບປະສົບການໃນຊີວິດ. ຖ້າເຈົ້າເວົ້າວ່າເຈົ້າເຊື່ອໃນພຣະເຈົ້າຢ່າງຈິງໃຈ ແຕ່ເຈົ້າບໍ່ຕ້ອງການເຮັດໜ້າທີ່ຂອງເຈົ້າ, ແລ້ວຄວາມຈິງໃຈໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າແມ່ນຢູ່ໃສ? ຄົນທີ່ເຮັດໜ້າທີ່ຂອງພວກເຂົາຢ່າງຈິງໃຈແມ່ນຄົນທີ່ມີຄວາມເຊື່ອ. ມີພຽງແຕ່ຄົນທີ່ມີຄວາມເຊື່ອຈຶ່ງກ້າອຸທິດຊີວິດຂອງພວກເຂົາໃຫ້ພຣະເຈົ້າ ແລະ ເຕັມໃຈທີ່ຈະປະຖິ້ມທຸກສິ່ງເພື່ອເສຍສະຫຼະໃຫ້ພຣະເຈົ້າ. ຄົນເຊັ່ນນີ້ຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດເມື່ອພວກເຂົາເຮັດໜ້າທີ່ຂອງພວກເຂົາ; ພວກເຂົາໄດ້ຮັບແສງສະຫວ່າງ ແລະ ການລົງວິໄນໂດຍພຣະວິນຍານບໍລິສຸດ. ທຸກສິ່ງນີ້ກໍ່ໃຫ້ເກີດປະສົບການໃນຊີວິດ. ສະນັ້ນ, ການເຂົ້າສູ່ຊີວິດເລີ່ມຕົ້ນໂດຍການເຮັດໜ້າທີ່ຂອງຄົນໆໜຶ່ງຢ່າງເປັນທາງການ.

ຖ້າຜູ້ຄົນບໍ່ກະຕືລືລົ້ນກ່ຽວກັບການເຮັດໜ້າທີ່ຂອງພວກເຂົາ ຫຼື ເຮັດໂງ່ໆຢູ່ສະເໝີ, ພວກເຈົ້າຄິດວ່ານີ້ແມ່ນທ່າທີ່ປະເພດໃດ? ມັນບໍ່ແມ່ນພຽງການເຮັດພໍແລ້ວມືແລ້ວຕີນບໍ? ນັ້ນແມ່ນທ່າທີ່ທີ່ເຈົ້າມີຕໍ່ໜ້າທີ່ຂອງພວກເຈົ້າບໍ? ນີ້ແມ່ນບັນຫາຄວາມສາມາດ ຫຼື ບັນຫາອຸປະນິໄສບໍ? ພວກເຈົ້າທຸກຄົນຄວນຊັດເຈນກ່ຽວກັບເລື່ອງນີ້. ເປັນຫຍັງຄົນຈຶ່ງປະໝາດແທ້ໆເມື່ອພວກເຂົາເຮັດໜ້າທີ່ຂອງພວກເຂົາ? ເປັນຫຍັງພວກເຂົາຈຶ່ງບໍ່ຈົງຮັກພັກດີເມື່ອພວກເຂົາເຮັດສິ່ງຕ່າງໆສຳລັບພຣະເຈົ້າ? ພວກເຂົາເຖິງກັບມີເຫດຜົນ ຫຼື ຈິດສຳນຶກບໍ? ຖ້າເຈົ້າມີຈິດສຳນຶກ ແລະ ຄວາມຮູ້ສຶກຢ່າງແທ້ຈິງ, ແລ້ວເມື່ອເຈົ້າເຮັດສິ່ງຕ່າງໆ ເຈົ້າຈະໃສ່ໃຈກັບພວກມັນຫຼາຍຂຶ້ນໜ້ອຍໜຶ່ງ, ພ້ອມທັງຄວາມໃຈດີ, ຄວາມຮັບຜິດຊອບ ແລະ ຄວາມຄຳນຶງເຖິງຫຼາຍຂຶ້ນໜ້ອຍໜຶ່ງ ແລະ ເຈົ້າຈະສາມາດທຸ່ມເທຄວາມພະຍາຍາມເພີ່ມອີກ. ເມື່ອເຈົ້າສາມາດທຸ່ມເທຄວາມພະຍາຍາມຫຼາຍຂຶ້ນ, ຜົນຮັບໃນໜ້າທີ່ທີ່ເຈົ້າປະຕິບັດກໍຈະດີຂຶ້ນ. ຜົນຮັບຂອງເຈົ້າຈະດີຂຶ້ນ ແລະ ສິ່ງນີ້ຈະເຮັດໃຫ້ຄົນອື່ນ ແລະ ພຣະເຈົ້າພໍໃຈ. ເຈົ້າຕ້ອງໃສ່ໃຈກັບມັນ! ເຈົ້າບໍ່ສາມາດໃຈລອຍ ຄືກັບວ່າເຈົ້າກຳລັງເຮັດວຽກໃນໂລກທີ່ບໍ່ແມ່ນສາດສະໜາ ແລະ ພຽງແຕ່ຫາເງິນໂດຍອີງຕາມເວລາທີ່ເຈົ້າເສຍໄປ. ຖ້າເຈົ້າມີທ່າທີ່ປະເພດນັ້ນ, ເຈົ້າກໍມີບັນຫາ. ເຈົ້າບໍ່ສາມາດປະຕິບັດໜ້າທີ່ຂອງເຈົ້າໄດ້ເປັນຢ່າງດີ. ນີ້ແມ່ນຄວາມເປັນມະນຸດປະເພດໃດ? ຄົນທີ່ບໍ່ມີຈິດສຳນຶກຈະມີຄວາມເປັນມະນຸດບໍ? ພວກເຂົາບໍ່ມີ. ຖ້າເຈົ້າເວົ້າວ່າເຈົ້າມີຄວາມເປັນມະນຸດ ແລະ ຕ້ອງການນໍາຄວາມຈິງໄປປະຕິບັດ ແລະ ປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ, ແລ້ວເຈົ້າກໍຄວນທຸ່ມເທຄວາມພະຍາຍາມໃນໜ້າທີ່ຂອງເຈົ້າຫຼາຍຂຶ້ນ ແລະ ໃສ່ໃຈກັບມັນຫຼາຍຂຶ້ນ. ເຈົ້າເວົ້າວ່າເຈົ້າມີຄວາມສຳນຶກ ແຕ່ເຈົ້າບໍ່ເຄີຍໃສ່ໃຈກັບໜ້າທີ່ຂອງເຈົ້າຈັກເທື່ອ. ຄວາມສຳນຶກຂອງເຈົ້າກຳລັງເກີດຜົນບໍ? ເຈົ້າຕ້ອງໃສ່ໃຈໃຫ້ຖືກບ່ອນ. ພວກເຈົ້າຄວນຄິດກ່ຽວກັບສິ່ງເຫຼົ່ານີ້ຢູ່ເລື້ອຍໆ, ພວກເຈົ້າຕ້ອງເຂົ້າໃຈພວກມັນທັງໝົດ. ພຽງແຕ່ເຮັດພໍເປັນພິທີເມື່ອປະຕິບັດໜ້າທີ່ຂອງເຈົ້ານັ້ນແມ່ນຂໍ້ຫ້າມທີ່ສຳຄັນ. ຖ້າເຈົ້າເຮັດພໍແລ້ວມືແລ້ວຕີນຢູ່ສະເໝີໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ, ແລ້ວເຈົ້າກໍບໍ່ມີທາງປະຕິບັດໜ້າທີ່ຂອງເຈົ້າໃຫ້ຢູ່ໃນມາດຕະຖານທີ່ສາມາດຍອມຮັບໄດ້. ຖ້າເຈົ້າຕ້ອງການປະຕິບັດໜ້າທີ່ຂອງເຈົ້າດ້ວຍຄວາມຈົງຮັກພັກດີ, ເຈົ້າຕ້ອງແກ້ໄຂບັນຫາການເຮັດພໍແລ້ວມືແລ້ວຕີນຂອງເຈົ້າກ່ອນ. ເຈົ້າຄວນດຳເນີນການຕ່າງໆເພື່ອແກ້ໄຂສະຖານະການທັນທີທີ່ເຈົ້າສັງເກດເຫັນມັນ. ຖ້າເຈົ້າເຮັດໂງ່ໆ, ບໍ່ສາມາດສັງເກດເຫັນບັນຫາ, ພຽງແຕ່ເຮັດພໍແລ້ວມືແລ້ວຕີນຢູ່ສະເໝີ ແລະ ເຮັດສິ່ງຕ່າງໆໃນລັກສະນະທີ່ພໍເປັນພິທີ, ແລ້ວເຈົ້າກໍຈະບໍ່ມີທາງເຮັດໜ້າທີ່ຂອງເຈົ້າໄດ້ເປັນຢ່າງດີ. ສະນັ້ນ, ເຈົ້າຕ້ອງເອົາໃຈໃສ່ກັບໜ້າທີ່ຂອງເຈົ້າຢູ່ສະເໝີ. ໂອກາດນີ້ແມ່ນຍາກຫຼາຍສຳລັບຜູ້ຄົນທີ່ຈະໄດ້ມັນມາ! ເມື່ອພຣະເຈົ້າໃຫ້ໂອກາດພວກເຂົາ ແຕ່ພວກເຂົາບໍ່ຄວ້າເອົາມັນ, ແລ້ວໂອກາດນັ້ນກໍສູນເສຍໄປ ແລະ ເຖິງແມ່ນວ່າຕໍ່ມາພວກເຂົາປາຖະໜາທີ່ຈະພົບໂອກາດເຊັ່ນນັ້ນ, ມັນກໍອາດບໍ່ເກີດຂຶ້ນອີກ. ພາລະກິດຂອງພຣະເຈົ້າບໍ່ຄອງຖ້າໃຜ ແລະ ທັງບໍ່ມີໂອກາດທີ່ຈະປະຕິບັດໜ້າທີ່ຂອງຕົນ. ບາງຄົນເວົ້າວ່າ “ແຕ່ກ່ອນ ຂ້ານ້ອຍບໍ່ໄດ້ປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ, ແຕ່ຕອນນີ້ ຂ້ານ້ອຍຍັງຕ້ອງການທີ່ຈະປະຕິບັດມັນ. ຂ້ານ້ອຍຄວນກັບໄປແກ້ໄຂຄວາມລົ້ມເຫຼວທີ່ຜ່ານມາຂອງຂ້ອຍ”. ມັນເປັນສິ່ງອັດສະຈັນທີ່ມີຄວາມເດັດດ່ຽວເຊັ່ນນີ້ ແຕ່ເຈົ້າຕ້ອງຊັດເຈນກ່ຽວກັບວິທີການປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ເຈົ້າຕ້ອງດິ້ນຮົນໄປຫາຄວາມຈິງ. ມີພຽງແຕ່ຄົນທີ່ເຂົ້າໃຈຄວາມຈິງຈຶ່ງສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ດີ. ຄົນທີ່ບໍ່ເຂົ້າໃຈຄວາມຈິງກໍບໍ່ມີຄຸນສົມບັດທີ່ຈະແມ່ນແຕ່ໃຫ້ການບໍລິການ. ຍິ່ງເຈົ້າຢູ່ໃນຄວາມຈິງຊັດເຈນສໍ່າໃດ, ເຈົ້າກໍຈະຍິ່ງມີປະສິດທິພາບໃນໜ້າທີ່ຂອງເຈົ້າສໍ່ານັ້ນ. ຖ້າເຈົ້າສາມາດເຫັນເລື່ອງນີ້ວ່າມັນເປັນແນວໃດ, ແລ້ວເຈົ້າກໍຈະດິ້ນຮົນຳໄປຫາຄວາມຈິງ ແລະ ເຈົ້າມີຄວາມຫວັງທີ່ຈະປະຕິບັດໜ້າທີ່ຂອງເຈົ້າໃຫ້ດີ. ບໍ່ມີໂອກາດໃຫ້ປະຕິບັດໜ້າທີ່ໃນປັດຈຸບັນຫຼາຍ, ສະນັ້ນເຈົ້າຕ້ອງຄວ້າເອົາພວກມັນເມື່ອເຈົ້າສາມາດເຮັດໄດ້. ມັນເປັນເວລາທີ່ຜະເຊີນກັບໜ້າທີ່ທີ່ເຈົ້າຕ້ອງພະຍາຍາຳມຢ່າງໜັກແທ້ໆ; ນັ້ນຄືເວລາທີ່ເຈົ້າຕ້ອງຖວາຍຕົນເອງ, ເສຍສະຫຼະຕົນເອງໃຫ້ພຣະເຈົ້າ ແລະ ເວລາທີ່ເຈົ້າຈຳເປັນຕ້ອງຈ່າຍລາຄາ. ຢ່າຫ້າມບໍ່ໃຫ້ຫຍັງເກີດຂຶ້ນ, ແອບມີກົນອຸບາຍໃດໆ, ປ່ອຍໃຫ້ມີທາງບ່ຽນເບນ ຫຼື ເຮັດໃຫ້ຕົນເອງມີທາງອອກ. ຖ້າເຈົ້າປ່ອຍໃຫ້ມີຊ່ອງວ່າງໃດໆ, ຄິດໄລ່ ຫຼື ເປັນຄົນມານຍາ ແລະ ທໍລະຍົດ, ເຈົ້າກໍຈະກາຍເປັນຄົນເຮັດວຽກບໍ່ໄດ້ດີ. ສົມມຸດເຈົ້າເວົ້າວ່າ “ບໍ່ມີໃຜເຫັນຂ້ານ້ອຍເຮັດໂຕເຫຼວໄຫຼ. ຄັກແທ້!” ນີ້ແມ່ນຄວາມຄິດແບບໃດ? ເຈົ້າຄິດວ່າເຈົ້າໄດ້ດຶງຂົນແກະປົກຕາຂອງຜູ້ຄົນ ແລະ ປົກຕາຂອງພຣະເຈົ້າເຊັ່ນກັນບໍ? ທີ່ຈິງແລ້ວ, ພຣະເຈົ້າຮູ້ສິ່ງທີ່ເຈົ້າໄດ້ເຮັດ ຫຼື ບໍ່? ພຣະອົງຮູ້. ໃນຄວາມເປັນຈິງແລ້ວ, ຄົນໃດກໍຕາມທີ່ມີປະຕິສຳພັນກັບເຈົ້າຊົ່ວໄລຍະໜຶ່ງກໍຈະຮຽນຮູ້ເຖິງຄວາມເສື່ອມຊາມ ແລະ ຄວາມຕໍ່າຊ້າຂອງເຈົ້າ ແລະ ເຖິງແມ່ນວ່າພວກເຂົາບໍ່ເວົ້າທັງມົດ, ພວກເຂົາຈະມີການປະເມີນກ່ຽວກັບເຈົ້າໃນຫົວໃຈຂອງພວກເຂົາ. ມີຫຼາຍຄົນທີ່ຖືກເປີດໂປງ ແລະ ໂຍນຖິ້ມ ເພາະມີອີກຫຼາຍຄົນທີ່ເລີ່ມເຂົ້າໃຈພວກມັນ. ຫຼັງຈາກທີ່ທຸກຄົນເຫັນທະລຸແກ່ນແທ້ຂອງພວກເຂົາ, ພວກເຂົາກໍເປີດເຜີຍຄົນເຫຼົ່ານັ້ນວ່າພວກເຂົາເປັນຜູ້ ແລະ ເຕະພວກເຂົາອອກ. ສະນັ້ນບໍ່ວ່າພວກເຂົາຈະສະແຫວງຫາຄວາມຈິງ ຫຼື ບໍ່, ຄົນຄວນເຮັດໜ້າທີ່ຂອງພວກເຂົາໃຫ້ດີຈົນສຸດຄວາມສາມາດຂອງພວກເຂົາ; ພວກເຂົາຄວນໃຊ້ຄວາມສຳນຶກຂອງພວກເຂົາໃນການເຮັດສິ່ງທີ່ເປັນຈິງ. ເຈົ້າອາດມີຂໍ້ບົກຜ່ອງ, ແຕ່ຖ້າເຈົ້າສາມາດມີປະສິດທິພາບໃນການປະຕິບັດໜ້າທີ່ຂອງເຈົ້າ, ສິ່ງນີ້ຈະບໍ່ໄປຈົນຮອດລະດັບທີ່ເຈົ້າຈະຖືກໂຍນຖິ້ມ. ຖ້າເຈົ້າຄິດຢູ່ສະເໝີວ່າເຈົ້າບໍ່ເປັນຫຍັງ, ເຈົ້າແນ່ໃຈວ່າຈະບໍ່ຖືກໂຍນຖິ້ມ, ຖ້າເຈົ້າຍັງບໍ່ໄຕ່ຕອງ ຫຼື ພະຍາຍາມຮູ້ຈັກຕົນເອງ ແລະ ເຈົ້າບໍ່ສົນໃຈໜ້າວຽກທີ່ເໝາະສົມຂອງເຈົ້າ, ຖ້າເຈົ້າປະໝາດ ແລະ ເຮັດພໍເປັນພິທີຢູ່ສະເໝີ, ແລ້ວເມື່ອຄົນຖືກເລືອກຂອງພຣະເຈົ້າສູນເສຍຄວາມອົດກັ້ນຂອງພວກເຂົາກັບເຈົ້າແທ້ໆ, ພວກເຈົາຈະເປີດໂປງເຈົ້າວ່າເຈົ້າເປັນໃຜ ແລະ ມີຄວາມເປັນໄປໄດ້ຫຼາຍວ່າເຈົ້າຈະຖືກໂຍນຖິ້ມ. ນັ້ນເປັນເພາະທຸກຄົນໄດ້ເບິ່ງເຈົ້າອອກ ແລະ ເຈົ້າໄດ້ສູນເສຍກຽດສັກສີ ແລະ ຄວາມຊື່ສັດຂອງເຈົ້າ. ຖ້າບໍ່ມີຜູ້ໃດໄວ້ໃຈເຈົ້າ, ພຣະເຈົ້າຈະສາມາດໄວ້ໃຈເຈົ້າໄດ້ບໍ? ພຣະເຈົ້າຫຼຽວເບິ່ງຫົວໃຈສ່ວນໃນສຸດຂອງມະນຸດ: ພຣະອົງບໍ່ສາມາດໄວ້ໃຈຄົນແບບນີ້ຢ່າງເດັດຂາດ. ຖ້າຄົນໃດໜຶ່ງເປັນຄົນທີ່ບໍ່ສາມາດເພິ່ງພາໄດ້, ຢ່າຝາກຝັງໜ້າວຽກກັບພວກເຂົາ ບໍ່ວ່າຈະໃນກໍລະນີໃດກໍຕາມ. ຖ້າເຈົ້າບໍ່ຮູ້ວ່າຄົນໆໜຶ່ງເປັນແນວໃດ ຫຼື ຫາກໍໄດ້ຍິນຄົນອື່ນເວົ້າວ່າຄົນດີເກ່ງໃນສິ່ງທີ່ພວກເຂົາເຮັດ, ແຕ່ໃນຫົວໃຈຂອງເຈົ້ານັ້ນ ເຈົ້າບໍ່ແນ່ໃຈໜຶ່ງຮ້ອຍເປີເຊັນ, ແລ້ວສິ່ງດຽວທີ່ເຈົ້າສາມາດເຮັດໄດ້ກໍຄືມອບໜ້າວຽກນ້ອຍໆໃຫ້ພວກເຂົາຈັດການກ່ອນ, ບໍ່ແມ່ນສິ່ງທີ່ສຳຄັນ. ຖ້າພວກເຂົາເຮັດໜ້າວຽກນ້ອຍໆສອງສາມຢ່າງໄດ້, ຈາກນັ້ນເຈົ້າສາມາດມອບວຽກທີ່ທຳມະດາໃຫ້ພວກເຂົາ. ແລ້ວຖ້າພວກເຂົາສຳເລັດກັບໜ້າວຽກນັ້ນເທົ່ານັ້ນ, ເຈົ້າຈຶ່ງຄວນມອບໜ້າວຽກທີ່ສຳຄັນໃຫ້ພວກເຂົາຈັດການ. ຖ້າພວກເຂົາວຸ້ນວາຍກັບໜ້າວຽກທີ່ທຳມະດາ, ແລ້ວຄົນນີ້ກໍບໍ່ສາມາດເພິ່ງພາໄດ້. ບໍ່ວ່າໜ້າວຽກຈະໃຫຍ່ ຫຼື ນ້ອຍ, ບໍ່ສາມາດຝາກຝັງມັນໃຫ້ພວກເຂົາໄດ້. ຖ້າເຈົ້າສັງເກດເຫັນວ່າຄົນໆໜຶ່ງທີ່ໃຈດີ ແລະ ມີຄວາມຮັບຜິດຊອບ, ບໍ່ເຄີຍເຮັດພໍແລ້ວມືແລ້ວຕີນຈັກເທື່ອ, ເປັນຄົນທີ່ປະຕິບັດຕໍ່ໜ້າວຽກທີ່ຄົນອື່ນໄດ້ຝາກຝັງໃຫ້ພວກເຂົາຄືກັບໜ້າວຽກຂອງພວກເຂົາເອງ, ພິຈາລະນາທຸກໆແງ່ມຸມໃນໜ້າວຽກ, ຄິດຫາການກະທຳຂອງເຈົ້າ, ພິຈາລະນາທຸກໆມຸມ, ລະອຽດຖີ່ຖ້ວນຫຼາຍ ແລະ ຈັດການກັບສິ່ງຕ່າງໆໃນລັກສະນະທີ່ຖືກຕ້ອງແທ້ໆ, ເຮັດໃຫ້ເຈົ້າພໍໃຈກັບວຽກຂອງພວກເຂົາເປັນຢ່າງຍິ່ງ, ແລ້ວນີ້ຄືຄົນປະເພດທີ່ສາມາດໄວ້ໃຈໄດ້. ຄົນທີ່ສາມາດໄວ້ໃຈໄດ້ແມ່ນຄົນທີ່ມີຄວາມເປັນມະນຸດ ແລະ ຄົນທີ່ມີຄວາມເປັນມະນຸດໍກເປັນຄົນທີ່ມີຄວາມສຳນຶກ ແລະ ຄວາມຮູ້ສຶກ ແລະ ມັນຄວນເປັນເລື່ອງງ່າຍຫຼາຍສຳລັບພວກເຂົາທີ່ຈະປະຕິບັດໜ້າທີ່ຂອງພວກເຂົາໄດ້ດີ, ເພາະພວກເຂົາປະຕິບັດຕໍ່ໜ້າທີ່ຂອງພວກເຂົາຄືກັບພັນທະຂອງພວກເຂົາ. ຄົນທີ່ບໍ່ມີຄວາມສຳນຶກ ຫຼື ຄວາມຮູ້ສຶກແມ່ນຈະປະຕິບັດໜ້າທີ່ຂອງພວກເຂົາໄດ້ບໍ່ດີຢ່າງແນ່ນອນ ແລະ ພວກເຂົາບໍ່ມີຄວາມຮູ້ສຶກຮັບຜິດຊອບຕໍ່ໜ້າທີ່ຂອງພວກເຂົາ ບໍ່ວ່າມັນຈະແມ່ນຫຍັງກໍຕາມ. ຄົນອື່ນຕ້ອງກັງວົນກ່ຽວກັບພວກເຂົາ, ຊີ້ນໍາພວກເຂົາ ແລະ ຖາມເຖິງຄວາມຄືບໜ້າຂອງພວກເຂົາ; ຖ້າບໍ່, ສິ່ງຕ່າງໆອາດຈະບິດບ້ຽວໄປໃນຂະນະທີ່ປະຕິບັດຫນ້າທີ່ຂອງພວກເຂົາ ແລະ ສິ່ງຕ່າງໆສາມາດຜິດພາດໄດ້ໃນຂະນະທີ່ປະຕິບັດວຽກງານ, ເຊິ່ງມັນຈະມີບັນຫາຫຼາຍກ່ວາຄຸ້ມຄ່າ. ເວົ້າສັ້ນໆຄື ຜູ້ຄົນຕ້ອງທົບທວນຕົວເອງຢູ່ສະເໝີເມື່ອປະຕິບັດໜ້າທີ່ຂອງຕົນ “ຂ້ອຍໄດ້ປະຕິບັດໜ້າທີ່ນີ້ຢ່າງພຽງພໍແລ້ວບໍ? ຂ້ອຍໄດ້ໃສ່ໃຈໃນໜ້າທີ່ນັ້ນບໍ? ຫຼື ຂ້ອຍພຽງແຕ່ເຮັດພໍແລ້ວມືແລ້ວຕີນ?” ຖ້າເຈົ້າປະໝາດ ແລະ ເຮັດພໍເປັນພິທີຢູ່ສະເໝີ, ເຈົ້າກໍຕົກຢູ່ໃນອັນຕະລາຍ. ຢ່າງໜ້ອຍທີ່ສຸດ, ມັນໝາຍຄວາມວ່າເຈົ້າບໍ່ມີຄວາມໜ້າເຊື່ອຖື ແລະ ຄົນບໍ່ສາມາດໄວ້ວາງໃຈເຈົ້າໄດ້. ໃນທຳນອງທີ່ຈິງຈັງຂຶ້ນ, ຖ້າເຈົ້າພຽງແຕ່ເຮັດພໍເປັນພິທີເມື່ອເຮັດໜ້າທີ່ຂອງເຈົ້າ ແລະ ຖ້າເຈົ້າຫຼອກລວງພຣະເຈົ້າຢູ່ສະເໝີ, ເຈົ້າກໍຢູ່ໃນອັນຕະລາຍຢ່າງຍິ່ງ! ຜົນທີ່ຕາມມາຂອງການຫຼອກລວງໂດຍເຈດຕະນາມີຫຍັງແດ່? ທຸກຄົນສາມາດເຫັນວ່າເຈົ້າກຳລັງຝ່າຝືນໂດຍຮູ້ຕົວ, ເຈົ້າບໍ່ໄດ້ໃຊ້ຊີວິດຕາມຫຍັງເລີຍນອກຈາກອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງ, ເຈົ້າພຽງແຕ່ປະໝາດ ແລະ ເຮັດພໍເປັນພິທີ, ເຈົ້າບໍ່ປະຕິບັດຄວາມຈິງເລີຍ, ເຊິ່ງໝາຍຄວາມວ່າເຈົ້າປາດສະຈາກຄວາມເປັນມະນຸດ! ຖ້າຫາກວ່າສິ່ງນີ້ຖືກສະແດງໃຫ້ເຫັນໃນຕົວເຈົ້າຕະຫຼອດ, ຖ້າເຈົ້າຫຼີກເວັ້ນຄວາມຜິດພາດອັນໃຫຍ່ຫຼວງໃດໆ ແຕ່ເຮັດຜິດເລັກໆນ້ອຍໆຢ່າງບໍ່ຢຸດເຊົາ ແລະ ບໍ່ກັບໃຈແຕ່ຕົ້ນຈົນຈົບ, ແລ້ວເຈົ້າກໍເປັນໜຶ່ງໃນຄົນຊົ່ວຮ້າຍ, ເປັນຜູ້ບໍ່ເຊື່ອ ແລະ ຄວນຖືກກຳຈັດຖິ້ມ. ຜົນຕາມມາເຊັ່ນນັ້ນແມ່ນຊົ່ວຮ້າຍ, ເຈົ້າຈະຖືກເປີດໂປງຢ່າງສົມບູນ ແລະ ຖືກໂຍນຖິ້ມດັ່ງຜູ້ບໍ່ເຊື່ອ ແລະ ຄົນຊົ່ວຮ້າຍ.

ທຸກໜ້າທີ່ທີ່ເຈົ້າປະຕິບັດແມ່ນກ່ຽວຂ້ອງກັບການເຂົ້າສູ່ຊີວິດ. ບໍ່ວ່າໜ້າທີ່ຂອງເຈົ້ານັ້ນເປັນປົກກະຕິ ຫຼື ເອົາແນ່ເອົານອນບໍ່ໄດ້, ໜ້າເບື່ອ ຫຼື ມີຊີວິດຊີວາກໍຕາມ, ເຈົ້າຕ້ອງບັນລຸການເຂົ້າສູ່ຊີວິດຢູ່ສະເໝີ. ໜ້າທີ່ທີ່ບາງຄົນປະຕິບັດນັ້ນຂ້ອນຂ້າງໜ້າເບື່ອ; ພວກເຂົາເຮັດສິ່ງດຽວກັນທຸກໆວັນ. ແນວໃດກໍຕາມ, ເມື່ອປະຕິບັດພວກມັນ, ສະພາບທີ່ຄົນເຫຼົ່ານີ້ເປີດເຜີຍອອກມາບໍ່ໄດ້ຄືກັນທັງໝົດ. ບາງຄັ້ງ, ເມື່ອອາລົມດີ ຄົນກໍດຸໝັ່ນຂຶ້ນ ແລະ ເຮັດວຽກໄດ້ດີຂຶ້ນ. ບາງຄັ້ງ ເນື່ອງມາຈາກບາງອິດທິພົນທີ່ບໍ່ຮູ້ຈັກ, ອຸປະນິໄສອັນເສື່ອມຊາມແບບຊາຕານຂອງພວກເຂົາກໍຈະກະຕຸ້ນບັນຫາໃນຕົວພວກເຂົາ, ເຮັດໃຫ້ພວກເຂົາມີມຸມມອງທີ່ບໍ່ຖືກຕ້ອງ ແລະ ຢູ່ໃນສະພາບທີ່ບໍ່ດີ ແລະ ອາລົມບໍ່ດີ; ນີ້ສົ່ງຜົນໃຫ້ພວກເຂົາປະຕິບັດໜ້າທີ່ໃນລັກສະນະພໍເປັນພິທີ. ສະພາບພາຍໃນຂອງຄົນນັ້ນປ່ຽນແປງຕະຫຼອດ; ພວກມັນສາມາດປ່ຽນແປງໄດ້ທຸກບ່ອນ ແລະ ທຸກເວລາ. ບໍ່ວ່າສະພາບຂອງເຈົ້າປ່ຽນແປງແບບໃດ, ມັນຜິດສະເໝີທີ່ຈະເຮັດຕາມອາລົມຂອງເຈົ້າ. ສົມມຸດວ່າເຈົ້າເຮັດດີຂຶ້ນເລັກໜ້ອຍເມື່ອເຈົ້າອາລົມດີ ແລະ ຮ້າຍແຮງກວ່າເກົ່າເມື່ອເຈົ້າອາລົມບໍ່ດີ, ນີ້ແມ່ນວິທີການທີ່ເປັນຫຼັກການຂອງການເຮັດສິ່ງຕ່າງໆບໍ? ສິ່ງນີ້ຈະເຮັດໃຫ້ເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າໃນມາດຕະຖານທີ່ສາມາດຍອມຮັບໄດ້ບໍ? ບໍ່ວ່າອາລົມຂອງພວກເຂົາຈະເປັນແນວໃດ, ຄົນຕ້ອງຮູ້ຈັກອະທິຖານ ແລະ ປັບຕົວຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາຄວາມຈິງ; ໃນລັກສະນະນີ້ເທົ່ານັ້ນ, ພວກເຂົາຈຶ່ງຈະສາມາດຫຼີກເວັ້ນຈາກການຖືກຄວບຄຸມ ແລະ ຖືກປັ່ນປ່ວນໄປມາໂດຍອາລົມຂອງພວກເຂົາໄດ້. ເມື່ອປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຄວນກວດສອບຕົວເຈົ້າເອງສະເໝີ ເພື່ອເບິ່ງວ່າເຈົ້າກຳລັງເຮັດສິ່ງຕ່າງໆຕາມຫຼັກການບໍ, ການປະຕິບັດໜ້າທີ່ຂອງເຈົ້ານັ້ນໄດ້ຕາມມາດຕະຖານບໍ, ເຈົ້າພຽງແຕ່ເຮັດມັນໃນລັກສະນະພໍເປັນພິທີ ຫຼື ບໍ່, ເຈົ້າໄດ້ພະຍາຍາມປັດຄວາມຮັບຜິດຊອບຂອງເຈົ້າ ຫຼື ບໍ່ ແລະ ມີບັນຫາໃດໆກັບທັດສະນະຂອງເຈົ້າ ແລະ ວິທີທີ່ເຈົ້າຄິດ ຫຼື ບໍ່. ເມື່ອເຈົ້າໄດ້ໄຕ່ຕອງຕົນເອງ ແລະ ສິ່ງເຫຼົ່ານີ້ກໍຊັດເຈນກັບເຈົ້າ, ເຈົ້າຈະມີເວລາທີ່ງ່າຍຂຶ້ນໃນການປະຕິບັດໜ້າທີ່ຂອງເຈົ້າ. ບໍ່ວ່າເຈົ້າຈະຜະເຊີນຫຍັງກໍຕາມໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ, ຄວາມຄິດລົບ ແລະ ຄວາມອ່ອນແອ ຫຼື ການມີອາລົມບໍ່ດີຫຼັງຈາກທີ່ຖືກຈັດການ, ເຈົ້າຄວນປະຕິບັດຕໍ່ມັນຢ່າງເໝາະສົມ ແລະ ເຈົ້າຍັງຕ້ອງສະແຫວງຫາຄວາມຈິງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າອີກດ້ວຍ. ການເຮັດສິ່ງເຫຼົ່ານີ້ ເຈົ້າຈະມີເສັ້ນທາງສູ່ການປະຕິບັດ. ຖ້າເຈົ້າຢາກປະຕິບັດໜ້າທີ່ຂອງເຈົ້າໃຫ້ໄດ້ດີ, ເຈົ້າກໍຕ້ອງບໍ່ຮັບຜົນກະທົບຫຍັງຈາກອາລົມຂອງເຈົ້າ. ບໍ່ວ່າເຈົ້າກຳລັງຮູ້ສຶກເປັນລົບ ຫຼື ອ່ອນແອແນວໃດກໍຕາມ, ເຈົ້າຄວນປະຕິບັດຄວາມຈິງໃນທຸກສິ່ງທີ່ເຈົ້າເຮັດ ດ້ວຍຄວາມເຂັ້ມງວດແທ້ໆ ແລະ ຍຶດໝັ້ນໃນຫຼັກການ. ຖ້າເຈົ້າເຮັດແບບນີ້, ບໍ່ພຽງແຕ່ຄົນອື່ນຈະເຫັນດີກັບເຈົ້າ ແຕ່ພຣະເຈົ້າກໍຈະມັກເຈົ້າເຊັ່ນກັນ. ແລ້ວເຈົ້າກໍຈະເປັນຄົນທີ່ມີຄວາມຮັບຜິດຊອບ ແລະ ຄົນທີ່ແບກຮັບພາລະ; ເຈົ້າຈະເປັນຄົນດີຢ່າງແທ້ຈິງທີ່ປະຕິບັດໜ້າທີ່ຂອງເຈົ້າຕາມມາດຕະຖານແທ້ໆ ແລະ ເປັນຜູ້ທີ່ດໍາລົງຊີວິດຢູ່ຕາມຄວາມເປັນຄົນຢ່າງແທ້ຈິງ. ຄົນດັ່ງກ່າວໄດ້ຖືກເຮັດໃຫ້ບໍລິສຸດ ແລະ ບັນລຸການປ່ຽນແປງທີ່ແທ້ຈິງເມື່ອປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາສາມາດຖືກເອີ້ນໄດ້ວ່າເປັນຄົນສັດຊື່ໃນສາຍຕາຂອງພຣະເຈົ້າ. ມີພຽງຄົນຊື່ສັດເທົ່ານັ້ນທີ່ສາມາດອົດທົນຕໍ່ການປະຕິບັດຄວາມຈິງ ແລະ ປະສົບຄວາມສຳເລັດໃນການກະທຳຕາມຫຼັກການ ແລະ ສາມາດປະຕິບັດໜ້າທີ່ຂອງພວກເຂົາໃຫ້ໄດ້ຕາມມາດຕະຖານ. ຄົນທີ່ເຮັດຕາມຫຼັກການຈະປະຕິບັດໜ້າທີ່ຂອງຕົນໄດ້ຢ່າງລະອຽດເມື່ອພວກເຂົາມີອາລົມດີ; ພວກເຂົາບໍ່ເຮັດໃນລັກສະນະແບບພໍເປັນພິທີ, ພວກເຂົາບໍ່ໂອ້ອວດຕົວເອງ ແລະ ພວກເຂົາບໍ່ສະແດງຕົວເອງເພື່ອເຮັດໃຫ້ຄົນອື່ນຄິດວ່າພວກເຂົາຢ່າງສູງສົ່ງ. ເມື່ອພວກເຂົາອາລົມບໍ່ດີ, ພວກເຂົາສາມາດເຮັດສຳເລັດໜ້າທີ່ປະຈຳວັນຂອງພວກເຂົາຢ່າງຈິງຈັງ ແລະ ມີຄວາມຮັບຜິດຊອບ ແລະ ເຖິງແມ່ນວ່າພວກເຂົາພົບກັບບາງສິ່ງທີ່ເປັນອັນຕະລາຍຕໍ່ການເຮັດສໍາເລັດໜ້າທີ່ຂອງພວກເຂົາ ຫຼື ກົດດັນພວກເຂົາເລັກໜ້ອຍ ຫຼື ເຮັດໃຫ້ເກີດຄວາມວຸ້ນວາຍໃນຂະນະທີ່ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຍັງສາມາດສະຫງົບຫົວໃຈຢູ່ຕໍ່ໜ້າພຣະເຈົ້າ ແລະ ອະທິຖານ ວ່າ “ບໍ່ວ່າຂ້ານ້ອຍຈະຜະເຊີນກັບບັນຫາໜັກພຽງໃດກໍຕາມ, ເຖິງແມ່ນວ່າທ້ອງຟ້າຈະພັງທະລາຍຈະຕົກລົງມາ, ຕາບໃດທີ່ຂ້ານ້ອຍມີຊີວິດຢູ່, ຂ້ານ້ອຍຈະຕັ້ງໃຈເຮັດໃຫ້ດີທີ່ສຸດເພື່ອປະຕິບັດໜ້າທີ່ຂອງຂ້ານ້ອຍ. ທຸກມື້ທີ່ຂ້ານ້ອຍດຳລົງຊີວິດຢູ່ແມ່ນມື້ທີ່ຂ້ານ້ອຍຕ້ອງປະຕິບັດໜ້າທີ່ຂອງຂ້ານ້ອຍໃຫ້ດີ, ເພື່ອວ່າຂ້ານ້ອຍຈະຄູ່ຄວນກັບໜ້າທີ່ນີ້ທີ່ພຣະເຈົ້າປະທານໃຫ້ຂ້ານ້ອຍ ພ້ອມທັງລົມຫາຍໃຈນີ້ທີ່ພຣະອົງຊົງວາງໃສ່ໃນຮ່າງກາຍຂອງຂ້ານ້ອຍ. ບໍ່ວ່າຂ້ານ້ອຍຈະມີຄວາມຫຍຸ້ງຍາກຫຼາຍປານໃດກໍຕາມ, ຂ້ານ້ອຍກໍຈະປ່ອຍວາງມັນທັງໝົດໄວ້ທາງຂ້າງ ເພາະການປະຕິບັດໜ້າທີ່ຂອງຂ້ານ້ອຍແມ່ນສຳຄັນທີ່ສຸດ!” ບັນດາຜູ້ທີ່ບໍ່ໄດ້ຮັບຜົນກະທົບຈາກຄົນ, ເຫດການ, ສິ່ງຕ່າງໆ ລື ສະພາບແວດລ້ອມ, ຜູ້ທີ່ບໍ່ຖືກຈຳກັດໂດຍອາລົມ ຫຼື ສະພາບການພາຍນອກ ແລະ ຜູ້ທີ່ຖືເອົາໜ້າທີ່ຂອງພວກເຂົາ ແລະ ການມອບໝາຍທີ່ພຣະເຈົ້າໄດ້ມອບໝາຍໃຫ້ພວກເຂົາມາກ່ອນ ແລະ ສຳຄັນທີ່ສຸດ, ພວກເຂົາແມ່ນຄົນທີ່ຈົ່ງຮັກພັກດີຕໍ່ພຣະເຈົ້າ ແລະ ເປັນຜູ້ທີ່ນອບນ້ອມຕໍ່ພຣະອົງຢ່າງແທ້ຈິງ. ຄົນແບບນີ້ໄດ້ບັນລຸການເຂົ້າສູ່ຊີວິດ ແລະ ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ນີ້ແມ່ນໜຶ່ງໃນການສະແດງອອກທີ່ເປັນຈິງ ແລະ ແທ້ຈິງທີ່ສຸດຂອງການດຳລົງຊີວິດຕາມຄວາມຈິງ. ການໃຊ້ຊີວິດແບບນີ້ຈະເຮັດໃຫ້ຄົນໆໜຶ່ງສະບາຍໃຈບໍ? ເຈົ້າຈຳເປັນຕ້ອງກັງວົນກ່ຽວກັບວ່າພຣະເຈົ້າເບິ່ງເຈົ້າແນວໃດບໍ? ພວກເຈົ້າຈະເວົ້າວ່າພວກເຈົ້າຈຳເປັນຕ້ອງເຮັດເພື່ອໃຫ້ຮູ້ສຶກສະບາຍໃຈບໍ? (ຢ່າປ່ອຍໃຫ້ເຈົ້າເອງຖືກຄວບຄຸມໂດຍຄົນ, ເຫດການ ຫຼື ສິ່ງໃດໜຶ່ງ ແລະ ເອົາໜ້າທີ່ຂອງເຈົ້າມາກ່ອນ. ນີ້ຄືວິທີດຽວທີ່ເຈົ້າຈະສາມາດຫຼີກລ່ຽງຈາກການເຮັດໃຫ້ພຣະເຈົ້າຜິດຫວັງ.) ຖືກຕ້ອງ, ນີ້ຄືຄວາມລັບສູ່ຄວາມສະບາຍໃຈ. ພວກເຈົ້າທຸກຄົນໄດ້ຊຳນານຄວາມລັບນີ້ບໍ? ຖ້າຄົນໃດໜຶ່ງມີທ່າທີ່ທີ່ບໍ່ດີເມື່ອກຳລັງເວົ້າກັບເຈົ້າ ແລະ ມີເຈດຕະນາທີ່ຈະຍູ້ເຈົ້າອອກໄປ ຫຼື ຕັ້ງໃຈຈັບຜິດເຈົ້າ, ເຈົ້າຈະຮູ້ສຶກບໍ່ມີຄວາມສຸກ ຄືກັບວ່າມີມີດບິດຢູ່ໃນຕົວເຈົ້າ. ເຈົ້າຈະບໍ່ຢາກກິນ ແລະ ການຫຼັບນອນຂອງເຈົ້າກໍຈະໄດ້ຮັບຜົນກະທົບ. ໃນຊ່ວງເວລາໃດກໍຕາມ, ເຈົ້າຈະອາລົມເສຍ ແລະ ຫົວໃຈຂອງເຈົ້າຈະເຈັບປວດ. ໃນຈຸດນີ້, ເຈົ້າຈະເຮັດແນວໃດ? ເຈົ້າອາດເວົ້າວ່າ “ມື້ນີ້, ຂ້ອຍອາລົມບໍ່ດີ, ສະນັ້ນຂ້ອຍຈຶ່ງເລື່ອນເວລາເຮັດໜ້າທີ່ຂອງຂ້ອຍອອກໄປສອງສາມມື້” ຫຼື “ຂ້ອຍຈະຍັງເຮັດໜ້າທີ່ຂອງຂ້ອຍ, ແຕ່ມັນບໍ່ເປັນຫຍັງຖ້າຂ້ອຍຈະເຮັດມັນດ້ວຍຄວາມບໍ່ເຕັມໃຈ ແລະ ພຽງແຕ່ເຮັດພໍແລ້ວມືແລ້ວຕີນ. ທຸກຄົນມີເວລາທີ່ສິ່ງຕ່າງໆບໍ່ໄປຕາມທາງທີ່ພວກເຂົາຕ້ອງການ, ສະນັ້ນຖ້າຂ້ອຍອາລົມບໍ່ດີ ພຣະເຈົ້າຈະບໍ່ຮຽກຮ້ອງຫຼາຍເກີນໄປຈາກຂ້ອຍ, ແມ່ນບໍ? ຂ້ອຍຈະເລື່ອນເວລາເຮັດໜ້າທີ່ຂອງຂ້ອຍໄປຊົ່ວໄລຍະໜຶ່ງໃນມື້ນີ້. ມັນບໍ່ເປັນຫຍັງ, ຂ້ອຍຈະເຮັດໜ້າວຽກໃຫ້ດີໃນມື້ຕໍ່ໄປ. ພຣະເຈົ້າໄດ້ເຮັດພາລະກິດຂອງພຣະອົງເປັນເວລາຫົກພັນຜີ, ສະນັ້ນພຣະອົງຈະສົນໃຈແທ້ໆບໍຖ້າຂ້ອຍເຮັດໃຫ້ພາລະກິດນັ້ນຊັກຊ້າໜຶ່ງມື້?” ຄົນປະເພດໃດຈະປ່ອຍໃຫ້ສິ່ງນ້ອຍໆມີຜົນກະທົບຕໍ່ອາລົມຂອງພວກເຂົາ ແລະ ຈາກນັ້ນກໍປ່ອຍໃຫ້ມັນມີຜົນກະທົບຕໍ່ໜ້າທີ່ຂອງພວກເຂົາ? ນີ້ບໍ່ແມ່ນອາລົມທີ່ເດັກນ້ອຍ ແລະ ບໍ່ມີຄວາມຫວັງທີ່ດີບໍ? ເມື່ອເກີດຫຍັງຂຶ້ນກັບພວກເຂົາ, ພວກເຂົາກໍຮູ້ສຶກໃຈຮ້າຍ, ບໍ່ມີເຫດຜົນໂດຍສິ້ນເຊີງ, ບໍ່ເຮັດໜ້າທີ່ຂອງພວກເຂົາ, ບໍ່ມີຄວາມເດັດດ່ຽວ ແລະ ລືມຄຳສາບານຂອງພວກເຂົາ. ນີ້ແມ່ນບັນຫາປະເພດໃດ? ມັນບໍ່ແມ່ນບັນຫາການຕາມໃຈຕົນເອງເກີນໄປບໍ? ອາດມີບາງຄົນທີ່ບໍ່ປະພຶດເຊັ່ນນີ້ໂດຍເປັນປົກກະຕິ, ແຕ່ເມື່ອພວກເຂົາອາລົມບໍ່ດີ ພວກເຂົາກໍຍອມປະຖິ້ມຄວາມຮັບຜິດຊອບຂອງພວກເຂົາ. ສິ່ງຕ່າງໆເຊັ່ນນີ້ເກີດຂຶ້ນຢູ່ເລື້ອຍໆເກີນໄປ. ມີບາງຄົນທີ່ໄດ້ຮັບອິດທິພົນເລັກໆນ້ອຍໆຢູ່ພາຍນອກເມື່ອພວກເຂົາອາລົມບໍ່ດີ, ສະນັ້ນພວກເຂົາຈຶ່ງບໍ່ມີກຳລັງໃນຂະນະທີ່ເຮັດໜ້າທີ່ຂອງພວກເຂົາ ແລະ ບໍ່ສາມາດກັບມາຄິດຫາສິ່ງທີ່ກຳລັງເຮັດຢູ່. ຄວນເຮັດແນວໃດເມື່ອສິ່ງນີ້ເກີດຂຶ້ນ? ບັນຫາເຫຼົ່ານີ້ບໍ່ຈຳເປັນຕ້ອງໄດ້ຮັບການແກ້ໄຂບໍ? ບາງຄົນເວົ້າວ່າ “ພວກມັນບໍ່ສາມາດໄດ້ຮັບການແກ້ໄຂ. ຂ້ອຍຍັງບໍ່ຕ້ອງການເຮັດມັນອີກໜ້ອຍໜຶ່ງ ແລະ ຂ້ອຍຈະພຽງແຕ່ໄປຕາມກະແສ. ໃນກໍລະນີໃດກໍຕາມ, ຂ້ອຍອາລົມບໍ່ດີ ແລະ ຂ້ອຍບໍ່ຕ້ອງການໃຫ້ຜູ້ໃດເວົ້າກັບຂ້ອຍ. ພຽງແຕ່ປ່ອຍໃຫ້ຂ້ອຍບໍ່ມີຄວາມສຸກໜ້ອຍໜຶ່ງ”. ເຖິງແມ່ນວ່າພວກເຂົາຍັງຢູ່ບ່ອນນີ້ເພື່ອເຮັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຢູ່ແຕ່ຕົວເທົ່ານັ້ນ, ບໍ່ແມ່ນຈິດໃຈ. ມັນບໍ່ແນ່ນອນວ່າຫົວໃຈຂອງພວກເຂົາພະເນຈອນໄປໃສ. ພວກເຂົາບໍ່ມີຄວາມຮັບຜິດຊອບໃນໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ໄດ້ທຸ່ມເທຄວາມພະຍາຍາມ ແລະ ພວກເຂົາອ່ອນແອ. ເຖິງຢ່າງໃດກໍຕາມ, ເມື່ອອາລົມຂອງພວກເຂົາດີຂຶ້ນ, ພວກເຂົາກໍເລີ່ມກະຕືລືລົ້ນອີກຄັ້ງ; ພວກເຂົາສາມາດແບກຮັບຄວາມລຳບາກ ແລະ ທົນທຸກກັບຄວາມອິດເມື່ອອີກຄັ້ງ ແລະ ພວກເຂົາບໍ່ຈົ່ມຕໍ່ວ່າໃນສິ່ງທີ່ພວກເຂົາກິນ. ນີ້ບໍ່ແມ່ນສິ່ງທີ່ຜິດປົກກະຕິໜ້ອຍໜຶ່ງເລີຍບໍ? ເປັນຫຍັງຄົນຈຶ່ງໄດ້ຮັບອິດທິພົນຈາກຄວາມຮູ້ສຶກ ແລະ ສະຖານະການທີ່ແຕກຕ່າງກັນຫຼາຍ? ພວກເຈົ້າເຄີຍຊອກຫາເຫດຜົນບໍ? ພວກເຈົ້າບໍ່ມັກຖືກສິ່ງເຫຼົ່ານີ້ລົບກວນຢູ່ເລື້ອຍໆບໍ? ພວກເຈົ້າບໍ່ມັກຕິດຢູ່ໃນສະພາວະເຫຼົ່ານີ້ບໍ? ນີ້ບໍ່ແມ່ນບັນຫາທີ່ພວກເຈົ້າທຸກຄົນຜະເຊີນຢູ່ບໍ? (ແມ່ນແລ້ວ.) ຖ້າບັນຫາເຫຼົ່ານີ້ບໍ່ໄດ້ຮັບການແກ້ໄຂ, ແລ້ວຄົນຈະບໍ່ສາມາດເປັນຜູ້ໃຫຍ່ຈັກເທື່ອ; ພວກເຂົາຈະເປັນເດັກນ້ອຍຢູ່ສະເໝີ. ຕົວຢ່າງ: ຖ້າຄົນໆໜຶ່ງເວົ້າບາງຢ່າງໂດຍບໍ່ຄິດຫາຄວາມຮູ້ສຶກຂອງເຈົ້າ, ເຊິ່ງເປັນສິ່ງທີ່ແນໃສ່ເຈົ້າຢ່າງບໍ່ເປັນທຳ ຫຼື ຖ້າພວກເຂົາເວົ້າອ້ອມໆກ່ຽວກັບເຈົ້າ, ແລ້ວເຈົ້າຈະຮູ້ສຶກອຶດອັດໜ້ອຍໜຶ່ງ. ຖ້າເຈົ້າເວົ້າກັບຄົນໃດໜຶ່ງ ແລະ ພວກເຂົາບໍ່ເອົາໃຈໃສ່ກັບເຈົ້າ ຫຼື ພວກເຂົາບໍ່ມີສີໜ້າທີ່ດີ, ເຈົ້າຈະອຶດອັດ. ຖ້າເຈົ້າມີມື້ໜຶ່ງທີ່ໜ້າທີ່ຂອງເຈົ້າບໍ່ໄດ້ໄປຕາມທີ່ເຈົ້າປາດຖະໜາ, ເຈົ້າຈະຮູ້ສຶກອຶດອັດ. ຖ້າເຈົ້າມີຝັນຮ້າຍທີ່ເບິ່ງຄືກັບວ່າເປັນລາງບໍ່ດີ, ເຈົ້າຈະອຶດອັດ. ຖ້າເຈົ້າໄດ້ຍິນຂ່າວບໍ່ດີກ່ຽວກັບຄອບຄົວຂອງເຈົ້າ, ເຈົ້າຈະອຶດອັດ, ເຈົ້າຈະອາລົມເສຍ ແລະ ເຈົ້າຈະບໍ່ສາມາດຮວບຮວມກຳລັງຂອງເຈົ້າຄືນ. ຖ້າເຈົ້າເຫັນຄົນໃດໜຶ່ງທີ່ກຳລັງເຮັດໜ້າທີ່ຂອງພວກເຂົາໄດ້ດີ ແລະ ພວກເຂົາໄດ້ຮັບການຍົກຍ້ອງ ແລະ ຖືກເລື່ອນຕຳແໜ່ງໃຫ້ເປັນຜູ້ນໍາ, ມັນຍັງຈະເຮັດໃຫ້ເຈົ້າອຶດອັດ ແລະ ສົ່ງຜົນກະທົບຕໍ່ອາລົມຂອງເຈົ້າ... ທຸກສິ່ງນີ້ເຊິ່ງສາມາດມີອິດທິພົນຕໍ່ເຈົ້າ, ທັງໃຫຍ່ ແລະ ນ້ອຍ, ແມ່ນສາມາດເຮັດໃຫ້ເຈົ້າຕິດກັບດັກໃນຄວາມຄິດລົບໆ, ເຮັດໃຫ້ເຈົ້າຄັບແຄ້ນໃຈ ແລະ ມີອິດທິພົນຕໍ່ຄວາມສາມາດຂອງເຈົ້າໃນການເຮັດໜ້າທີ່ຂອງເຈົ້າ. ຄົນທີ່ປະພຶດເຊັ່ນນີ້ມີບັນຫາຫຍັງ? (ອຸປະນິໄສຂອງພວກເຂົາບໍ່ໝັ້ນຄົງ.) ອຸປະນິໄສທີ່ບໍ່ໝັ້ນຄົງຄືແງ່ມຸມໜຶ່ງໃນເລື່ອງນີ້. ຄວາມເປັນມະນຸດຂອງພວກເຂົາບໍ່ເປັນຜູ້ໃຫຍ່ ແລະ ເປັນເດັກນ້ອຍ ແລະ ພວກເຂົາມີຄວາມເຂົ້າໃຈ. ເທົ່າທີ່ກ່ຽວຂ້ອງກັບການເຂົ້າສູ່ຊີວິດຂອງພວກເຂົາ, ພວກເຂົາທົນທຸກກັບຂໍ້ຈຳກັດຈາກຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດຢູ່ສະເໝີ, ສະນັ້ນມັນຈຶ່ງບໍ່ງ່າຍສຳລັບພວກເຂົາທີ່ຈະປະຕິບັດຄວາມຈິງ. ຖ້າພວກເຂົາບໍ່ສາມາດນໍາຄວາມຈິງໄປປະຕິບັດ, ແລ້ວພວກເຂົາກໍບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ຖ້າພວກເຂົາບໍ່ສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ແລ້ວພວກເຂົາຈະບໍ່ການເຂົ້າສູ່ຊີວິດ. ນີ້ບໍ່ແມ່ນລັກສະນະທີ່ມັນເປັນບໍ? ແມ່ນຫຍັງເຮັດໃຫ້ພວກເຂົາຖືກຄວບຄຸມໂດຍຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ? ມັນເປັນເພາະພວກເຂົາບໍ່ເຂົ້າໃຈຄວາມຈິງ, ເພາະພວກເຂົາບໍ່ສາມາດແຍກແຍະລະຫວ່າງສິ່ງທີ່ເປັນຈິງ ແລະ ສິ່ງທີ່ບໍ່ເປັນຈິງ ແລະ ເພາະພວກເຂົາບໍ່ສາມາດແຍກແຍະວ່າຜູ້ໃດເວົ້າຖືກ ແລະ ຜູ້ໃດເວົ້າຜິດ. ສິ່ງນີ້ສົ່ງຜົນໃຫ້ພວກເຂົາບໍ່ຮູ້ຈັກວິທີການປະຕິບັດ, ບໍ່ມີບ່ອນໃຫ້ໄປຂ້າງໜ້າ ຫຼື ຖອຍຫຼັງ. ນີ້ຄືຜົນຕາມມາ. ຜູ້ເຊື່ອໃໝ່ສ່ວນໃຫຍ່ແມ່ນຢູ່ໃນສະພາວະນີ້. ເມື່ອພວກເຂົາເຂົ້າໃຈຄວາມຈິງ, ສາມາດເຫັນສິ່ງຕ່າງໆຢ່າງຊັດເຈນ ແລະ ສາມາດແຍກແຍະລະຫວ່າງຜູ້ຄົນ, ບັນຫານີ້ຈະແກ້ໄຂຕົວມັນເອງໂດຍທຳມະຊາດ. ເຖິງຢ່າງໃດກໍຕາມ, ຄົນທີ່ບໍ່ຮັກຄວາມຈິງກໍບໍ່ສະແຫວງຫາຄວາມຈິງ ເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາ. ຄົນປະເພດນີ້ຈະບໍ່ສາມາດປະຖິ້ມຂໍ້ຈຳກັດຈາກຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດໄດ້ຕະຫຼອດການ. ຄົນທີ່ມັກທົນທຸກກັບຂໍ້ຈຳກັດຈາກຄົນ, ເຫດການ ແລະ ສິ່ງຕ່າງໆສຳແດງອອກເຖິງສະພາວະປະເພດໃດ? ພວກເຂົາສາມາດຄິດລົບໄດ້ຢ່າງງ່າຍດາຍ ແລະ ເມື່ອພວກເຂົາຮັບຄວາມລົ້ມເຫຼວ ຫຼື ຜະເຊີນໜ້າກັບຄວາມຫຍຸ້ງຍາກ, ພວກເຂົາກໍສະດຸດ. ສິ່ງເຫຼົ່ານີ້ມີອິດທິພົນຕໍ່ອາລົມຂອງພວກເຂົາ ແລະ ຄວາມສາມາດຂອງພວກເຂົາໃນການເຮັດໜ້າທີ່ຂອງພວກເຂົາ. ຄົນທີ່ບໍ່ເຂົ້າໃຈຄວາມຈິງກໍຖືກຄວບຄຸມໂດຍຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດໄດ້ຢ່າງງ່າຍດາຍ. ການເຂົ້າສູ່ຊີວິດຂອງພວກເຂົາຊ້າຫຼາຍ ແລະ ບໍ່ວ່າພວກເຂົາຈະເຊື່ອໄດ້ຈັກປີກໍຕາມ, ພວກເຂົາບໍ່ມີຄວາມກ້າວໜ້າທີ່ສາມາດເຫັນໄດ້ຢ່າງຊັດເຈນ. ພວກເຂົາບໍ່ປ່ຽນແປງເລີຍ ແລະ ເກືອບສໍ່າກັບຜູ້ບໍ່ເຊື່ອ. ສິ່ງນີ້ລ້ວນແລ້ວແຕ່ເປັນຜົນຮັບຈາກການບໍ່ສະແຫວງຫາຄວາມຈິງ. ນັ້ນຄືເຫດຜົນ. ເວົ້າສັ້ນໆກໍຄື ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າເປັນເວລາເທົ່າໃດປີກໍຕາມ, ໂດຍບໍ່ກ່ຽວກັບຄວາມສາມາດຂອງເຈົ້າ ຫຼື ອາຍຸຂອງເຈົ້າ, ຕາບໃດທີ່ເຈົ້າບໍ່ຮັກຄວາມຈິງ ຫຼື ສະແຫວງຫາຄວາມຈິງໃນທຸກສິ່ງ, ແລ້ວເຈົ້າຈະຖືກຄວບຄຸມໄດ້ຢ່າງງ່າຍດາຍໂດຍຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ. ເຈົ້າຈະບໍ່ຮູ້ຈັກວິທີການກະທຳຢ່າງເໝາະສົມ ຫຼື ເຈົ້າຈະບໍ່ຮູ້ຈັກວິທີການປະຕິບັດຄວາມຈິງ ຫຼື ເຮັດສອດຄ່ອງກັບຫຼັກການ. ເຖິງແມ່ນວ່າເຈົ້າເຮັດຕາມແນວຄິດຂອງມະນຸດ ແລະ ບໍ່ເຮັດສິ່ງທີ່ບໍ່ດີ, ເຈົ້າຈະຍັງບໍ່ຮູ້ຈັກວ່າເຈົ້າເຮັດຕາມຄວາມປະສົງຂອງພຣະເຈົ້າ ຫຼື ບໍ່. ບໍ່ວ່າຄົນປະເພດນີ້ຈະເຊື່ອເປັນເວລາເທົ່າໃດປີກໍຕາມ, ພວກເຂົາຈະບໍ່ສາມາດເວົ້າກ່ຽວກັບຄຳພະຍານຈາກປະສົບການຂອງພວກເຂົາ ເພາະພວກເຂົາບໍ່ເຂົ້າໃຈວິທີການທີ່ຈະຜະເຊີນກັບພາລະກິດຂອງພຣະເຈົ້າ ຫຼື ພວກເຂົາບໍ່ເຂົ້າໃຈຄວາມຈິງແມ່ນແຕ່ໜ້ອຍດຽວ. ຄົນທີ່ບໍ່ສະແຫວງຫາຄວາມຈິງກໍເປັນແບບນີ້; ບໍ່ວ່າພວກເຂົາຈະເຊື່ອໃນພຣະເຈົ້າດົນສໍ່າໃດກໍຕາມ, ພວກເຂົາບໍ່ມີຄຳພະຍານໃຫ້ເວົ້າເຖິງເລີຍ. ວຸດທິພາວະຂອງພວກເຂົາມີໜ້ອຍເກີນໄປ ແລະ ພວກເຂົາບໍ່ມີຄວາມເປັນຈິງແຫ່ງຄວາມຈິງ.

ໃນຕອນນີ້, ຄົນຫ້າວຫັນໃນການເຮັດໜ້າທີ່ຂອງພວກເຂົາ. ພວກເຂົາຍັງມີຄວາມຕັ້ງໃຈທີ່ຈະເຮັດໜ້າທີ່ຂອງພວກເຂົາ, ສະຫຼະຕົນເອງສຳລັບພຣະເຈົ້າ ແລະ ເສຍສະຫຼະສຳລັບພຣະອົງ ແລະ ຖວາຍພວກເຂົາເອງໃຫ້ກັບພຣະອົງ. ເຖິງກັບມີບາງຄົນທີ່ໄດ້ສາບານຫຼາຍຄັ້ງວ່າພວກເຂົາຈະຖວາຍໝົດຊີວິດຂອງພວກເຂົາໃຫ້ພຣະເຈົ້າ ແລະ ຈະເສຍສະຫຼະພວກເຂົາເອງໃຫ້ພຣະອົງ. ພວກເຂົາມີທຸກສິ່ງເຫຼົ່ານີ້, ແຕ່ບໍ່ມີການເຂົ້າສູ່ຊີວິດ. ຖ້າຄົນໆໜຶ່ງບໍ່ມີການເຂົ້່າສູ່ຊີວິດ, ແລ້ວດ້ວຍຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດທີ່ຊັບຊ້ອນ ມັນຈະຂ້ອນຂ້າງຍາກສຳລັບພວກເຂົາທີ່ຈະຮັກສາສິ່ງຕ່າງໆໄວ້ນໍາກັນ ຫຼື ແກ້ໄຂບັນຫາ. ພວກເຂົາບໍ່ສາມາດຊອກຫາທິດທາງ ຫຼື ພວກເຂົາບໍ່ສາມາດຊອກຫາເສັ້ນທາງ ແລະ ພວກເຂົາມັກຮູ້ສຶກວ່າພວກເຂົາບໍ່ສາມາດໂຍນຖິ້ມສະພາວະທີ່ລົບໆຂອງພວກເຂົາ. ພວກເຂົາຖືກກີດຂວາງ, ຖືກຈຳກັດ, ຖືກຄວບຄຸມ ແລະ ຖືກຜູກມັດໂດຍຄົນ, ເຫດການ ແລະ ສິ່ງຕ່າງໆທຸກປະເພດ ແລະ ພວກເຂົາບໍ່ຮູ້ວິທີການທີ່ຖືກຕ້ອງທີ່ສຸດໃນການປະຕິບັດ. ຕອນນີ້, ເຮົາຈະບອກພວກເຈົ້າກ່ຽວກັບຫຼັກການໃນການປະຕິບັດ: ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເຈົ້າກໍຕາມ, ບໍ່ວ່າມັນຈະເປັນການທົດສອບ ຫຼື ການທົດລອງ ຫຼື ເຈົ້າກຳລັງຖືກຈັດການ ແລະ ບໍ່ວ່າຄົນຈະປະຕິບັດຕໍ່ເຈົ້າແນວໃດກໍຕາມ, ເຈົ້າຄວນປະຖິ້ມສິ່ງເຫຼົ່ານີ້ກ່ອນ ແລະ ມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຄຳອະທິຖານທີ່ດຸໝັ່ນ, ສະແຫວງຫາຄວາມຈິງ ແລະ ປັບປ່ຽນສະພາວະຂອງເຈົ້າ. ສິ່ງນີ້ຄວນໄດ້ຮັບການແກ້ໄຂກ່ອນ. ເຈົ້າຄວນເວົ້າວ່າ “ບໍ່ວ່າເລື່ອງນີ້ຈະໃຫຍ່ສໍ່າໃດກໍຕາມ, ເຖິງແມ່ນວ່າທ້ອງຟ້າຈະພັງທະລາຍລົງມາ, ຂ້ອຍຕ້ອງເຮັດໜ້າທີ່ຂອງຂ້ອຍໃຫ້ດີ. ຕາບໃດທີ່ຂ້ອຍມີລົມຫາຍໃຈ, ຂ້ອຍຈະບໍ່ຍອມປະຖິ້ມໜ້າທີ່ຂອງຂ້ອຍ”. ສະນັ້ນເຈົ້າຈະເຮັດໜ້າທີ່ຂອງເຈົ້າແນວໃດ? ເຈົ້າບໍ່ສາມາດພຽງແຕ່ເຮັດພໍແລ້ວມືແລ້ວຕີນ ຫຼື ຢູ່ແຕ່ຕົວແຕ່ປ່ອຍໃຫ້ຈິດໃຈຂອງເຈົ້າລ່ອງລອຍໄປ, ເຈົ້າຕ້ອງເອົາຫົວໃຈ ແລະ ຄວາມຄິດຂອງເຈົ້າໃສ່ໃນໜ້າທີ່ຂອງເຈົ້າ. ບໍ່ວ່າເລື່ອງຕ່າງໆທີ່ເກີດຂຶ້ນກັບເຈົ້າຈະໃຫຍ່ສໍ່າໃດກໍຕາມ, ເຈົ້າຕ້ອງປະຖິ້ມພວກມັນກ່ອນ ແລະ ມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາວິທີການເຮັດໜ້າທີ່ຂອງເຈົ້າໃຫ້ດີ, ເພື່ອວ່າມັນຈະເຮັດໃຫ້ພຣະເຈົ້າພໍໃຈ. ເຈົ້າຄວນພະຍາຍາມຄິດວ່າ “ດ້ວຍສິ່ງນີ້ທີ່ຂ້ອຍຜະເຊີນໃນມື້ນີ້, ຂ້ອຍຈະເຮັດໜ້າທີ່ຂອງຂ້ອຍແນວໃດ? ເມື່ອກ່ອນ, ຂ້ອຍເຮັດພໍເປັນພິທີ ສະນັ້ນມື້ນີ້ຂ້ອຍຈຶ່ງຕ້ອງປ່ຽນວິທີການຂອງຂ້ອຍ ແລະ ດິ້ນຮົນເພື່ອເຮັດໜ້າທີ່ຂອງຂ້ອຍໃຫ້ດີ, ເພື່ອວ່າຈະບໍ່ມີຜູ້ໃດມີຫຍັງໃຫ້ຈັບຜິດ. ສິ່ງສຳຄັນກໍຄືຂ້ອຍຕ້ອງບໍ່ເຮັດໃຫ້ພຣະເຈົ້າຜິດຫວັງ. ຂ້ອຍຕ້ອງເຮັດໃຫ້ພຣະອົງສະບາຍໃຈ, ເພື່ອວ່າເມື່ອພຣະອົງເຫັນຂ້ອຍເຮັດໜ້າທີ່ຂອງຂ້ອຍ, ພຣະອົງຈະຮູ້ວ່າຂ້ອຍບໍ່ພຽງແຕ່ເຊື່ອຟັງ ແລະ ຍອມເຮັດຕາມ ແຕ່ຍັງຈົງຮັກພັກດີເຊັ່ນກັນ”. ຖ້າເຈົ້ານໍາສິ່ງນີ້ໄປປະຕິບັດ ແລະ ທຸ່ມເທຄວາມພະຍາຍາມໃນທິດທາງນີ້, ແລ້ວບໍ່ມີຫຍັງຈະສາມາດຖ່ວງດຶງເຈົ້າໃນການເຮັດໜ້າທີ່ຂອງເຈົ້າ ຫຼື ສົ່ງຜົນກະທົບຕໍ່ປະສິດທິພາບໃນໜ້າທີ່ຂອງເຈົ້າ. ເມື່ອເຈົ້າອະທິຖານ, ສະແຫວງຫາຄວາມຈິງ ແລະ ພະຍາຍາມຄິດພຣະທຳຂອງພຣະເຈົ້າໃຫ້ອອກຢ່າງຕໍ່ເນື່ອງ, ເຈົ້າຈະສາມາດເຂົ້າໃຈ ແລະ ແກ້ໄຂເລື່ອງຄວາມຮູ້ສຶກໃນເນື້ອໜັງໄດ້ຢ່າງງ່າຍດາຍ; ແຕ່ຄົນໆໜຶ່ງບໍ່ສາມາດເຮັດເຊັ່ນນັ້ນໄດ້ ເວັ້ນເສຍແຕ່ວ່າພວກເຂົາຈະຍອມຮັບຄວາມຈິງ. ຕາບໃດທີ່ເຈົ້າເຂົ້າໃຈຄວາມຈິງ, ບັນຫາໃດໆກໍສາມາດໄດ້ຮັບການແກ້ໄຂ. ຄວາມມືດມົວ, ຈິດໃຈທີ່ຕໍ່າຕ້ອຍ, ຄວາມກັງວົນ, ຄວາມສົງໄສ ແລະ ຄວາມຄິດລົບໃນຫົວໃຈຂອງເຈົ້າລ້ວນແລ້ວແຕ່ສາມາດໄດ້ຮັບການແກ້ໄຂຢ່າງສົມບູນ. ອາລົມຂອງເຈົ້າຈະດີຂຶ້ນຊ້າໆ ແລະ ເຈົ້າຈະເປັນອິດສະຫຼະຢ່າງສົມບູນ. ຖ້າເຈົ້າມີຄວາມຫຍຸ້ງຍາກທີ່ເປັນຈິງແທ້ໆ, ແລ້ວເຈົ້າຕ້ອງຮຽນຮູ້ທີ່ຈະສະແຫວງຫາຄວາມຈິງ ແລະ ຍອມອ່ອນນ້ອມ. ເມື່ອຄົນໆໜຶ່ງຜະເຊີນໜ້າກັບກັບສິ່ງປະເພດເຫຼົ່ານີ້, ມັນເປັນການທົດສອບວຸດທິພາວະຂອງພວກເຂົາ ແລະ ເປີດເຜີຍວ່າພວກເຂົາເປັນໃຜ, ເບິ່ງວ່າພວກເຂົາຈະສາມາດນໍາຄວາມຈິງໄປປະຕິບັດໄດ້ ຫຼື ບໍ່.

ເພື່ອທີ່ຈະເຮັດໜ້າທີ່ຂອງເຈົ້າໃຫ້ຢູ່ໃນລະດັບທີ່ສາມາດຍອມຮັບໄດ້, ເຈົ້າຕ້ອງມີຄວາມຄິດທີ່ເໝາະສົມກ່ອນ. ເມື່ອອຸປະນິໄສທີ່ເສື່ອມຊາມຂອງເຈົ້າສະແດງອອກມາ, ເຈົ້າຍັງຕ້ອງປັບປ່ຽນສະພາວະຂອງເຈົ້າເອງ. ເມື່ອເຈົ້າສາມາດປະຕິບັດໜ້າທີ່ຂອງເຈົ້າຢ່າງຖືກຕ້ອງ, ເມື່ອເຈົ້າໄດ້ສັ່ນຖິ້ມຂໍ້ຈຳກັດ ແລະ ອິດທິພົນຈາກຄົນ, ເຫດການ ຫຼື ສິ່ງຕ່າງໆທຸກປະເພດ, ເມື່ອເຈົ້າສາມາດຍອມຕໍ່ພຣະເຈົ້າຢ່າງສົມບູນ, ແລ້ວເຈົ້າຈະສາມາດເຮັດໜ້າທີ່ຂອງເຈົ້າໄດ້ເປັນຢ່າງດີ. ຄວາມລັບໃນການເຮັດສິ່ງນີ້ແມ່ນເພື່ອເອົາໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າມາກ່ອນຢູ່ສະເໝີ. ໃນຂະບວນການເຮັດໜ້າທີ່ຂອງເຈົ້າ, ເຈົ້າຕ້ອງກວດສອບຕົນເອງຢູ່ສະເໝີ. “ຂ້ອຍມີທ່າທີ່ທີ່ເຮັດພໍເປັນພິທີໃນການເຮັດໜ້າທີ່ຂອງຂ້ອຍບໍ? ສິ່ງໃດລົບກວນຂ້ອຍ ແລະ ເຮັດໃຫ້ຂ້ອຍເຮັດໜ້າທີ່ຂອງຂ້ອຍພໍເປັນພິທີ? ຂ້ອຍກຳລັງເຮັດໜ້າທີ່ຂອງຂ້ອຍດ້ວຍຫົວໃຈ ແລະ ກຳລັງທັງໝົດຂອງຂ້ອຍບໍ? ການເຮັດເຊັ່ນນີ້ຈະເຮັດໃຫ້ພຣະເຈົ້າໄວ້ໃຈຂ້ອຍບໍ? ຂ້ອຍໄດ້ຍອມມອບຫົວໃຈຂອງຂ້ອຍໃຫ້ພຣະເຈົ້າຢ່າງສົມບູນບໍ? ການເຮັດໜ້າທີ່ຂອງຂ້ອຍເຊັ່ນນີ້ສອດຄ່ອງກັບຫຼັກການບໍ? ການເຮັດໜ້າທີ່ຂອງຂ້ອຍຊັ່ນນີ້ຈະບັນລຸຜົນຮັບທີ່ດີທີ່ສຸດບໍ?” ເຈົ້າຄວນໄຕ່ຕອງກ່ຽວກັບຄຳຖາມເຫຼົ່ານີ້ຢູ່ເລື້ອຍໆ. ເມື່ອເຈົ້າຄົ້ນພົບບັນຫາຕ່າງໆ, ເຈົ້າຄວນສະແຫວງຫາຄວາມຈິງຢ່າງຫ້າວຫັນ ແລະ ຊອກຫາພຣະທຳທີ່ກ່ຽວຂ້ອງຂອງພຣະເຈົ້າເພື່ອແກ້ໄຂພວກມັນ. ສະນັ້ນ, ເຈົ້າຈຶ່ງຈະສາມາດເຮັດໜ້າທີ່ຂອງເຈົ້າໄດ້ເປັນຢ່າງດີ ແລະ ເຈົ້າຈະມີຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີໃນຫົວໃຈຂອງເຈົ້າ. ຖ້າປາກົດມີບັນຫາຕ່າງໆຢູ່ເລື້ອຍໆເມື່ອເຈົ້າເຮັດໜ້າທີ່ຂອງເຈົ້າ, ພວກມັນສ່ວນໃຫຍ່ແມ່ນມາຈາກບັນຫາທີ່ເຈດຕະນາຂອງເຈົ້າ, ພວກມັນເປັນບັນຫາຂອງອຸປະນິໄສທີ່ເສື່ອມຊາມ. ເມື່ອອຸປະນິໄສທີ່ເສື່ອມຊາມຂອງຄົນໆໜຶ່ງສະແດງອອກມາ, ພວກເຂົາກໍມີບັນຫາຕ່າງໆໃນຫົວໃຈຂອງພວກເຂົາ ແລະ ສະພາວະຂອງພວກເຂົາຈະຜິດປົກກະຕິ, ເຊິ່ງຈະມີອິດທິພົນຕໍ່ຄວາມສາມາດຂອງພວກເຂົາໃນການເຮັດໜ້າທີ່ຂອງພວກເຂົາໂດຍກົງ. ບັນຫາທີ່ມີອິດທິພົນຕໍ່ຄວາມສາມາດຂອງຄົນໆໜຶ່ງໃນການເຮັດໜ້າທີ່ຂອງພວກເຂົາແມ່ນເປັນບັນຫາທີ່ໃຫຍ່ ແລະ ຮ້າຍແຮງ; ພວກມັນສາມາດມີອິດທິພົນຕໍ່ຄວາມສຳພັນຂອງພວກເຂົາກັບພຣະເຈົ້າໂດຍກົງ. ຕົວຢ່າງ: ບາງຄົນພັດທະນາແນວຄິດ ແລະ ຄວາມເຂົ້າໃຈຜິດກ່ຽວກັບພຣະເຈົ້າເມື່ອໄພພິບັດເກີດຂຶ້ນກັບຄອບຄົວຂອງພວກເຂົາ. ບາງຄົນເລີ່ມຄິດລົບ ເມື່ອພວກເຂົາທົນທຸກ ແລະ ບໍ່ມີຜູ້ໃດເຫັນຄວາມທົນທຸກນັ້ນ ຫຼື ຍົກຍ້ອງພວກເຂົາ. ບາງຄົນບໍ່ເຮັດໜ້າທີ່ຂອງພວກເຂົາໄດ້ດີ, ເຮັດພໍເປັນພິທີຢູ່ສະເໝີ ແລະ ພວກເຂົາຈົ່ມຕໍ່ວ່າພຣະເຈົ້າເມື່ອພວກເຂົາຖືກລິຮານ ແລະ ຖືກຈັດການ. ບາງຄົນບໍ່ເຕັມໃຈທີ່ຈະເຮັດໜ້າທີ່ຂອງພວກເຂົາ ເພາະພວກເຂົາພິຈາລະນາເສັ້ນທາງຫຼົບໜີຢູ່ສະເໝີ. ບັນຫາເຫຼົ່ານີ້ລ້ວນແລ້ວແຕ່ມີອິດທິພົນຕໍ່ຄວາມສຳພັນທີ່ປົກກະຕິກັບພຣະເຈົ້າໂດຍກົງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນບັນຫາຂອງອຸປະນິໄສທີ່ເສື່ອມຊາມ. ພວກມັນລ້ວນແລ້ວແຕ່ແຕກໜໍ່ມາຈາກຂໍ້ແທ້ຈິງທີ່ວ່າຄົນບໍ່ຮູ້ຈັກພຣະເຈົ້າ, ພວກເຂົາວາງແຜນອຸບາຍ ແລະ ພິຈາລະນາຕົນເອງຢູ່ສະເໝີ, ເຊິ່ງຫ້າມບໍ່ໃຫ້ພວກເຂົາຄິດກ່ຽວກັບຄວາມປະສົງຂອງພຣະເຈົ້າ ຫຼື ຍອມຕໍ່ແຜນການຂອງພຣະເຈົ້າ. ສິ່ງນີ້ສ້າງໃຫ້ເກີດຄວາມຮູ້ສຶກລົບໆທຸກຮູບແບບ. ນີ້ແມ່ນວິທີການທີ່ຄົນບໍ່ສະແຫວງຫາຄວາມຈິງແທ້ໆ. ເມື່ອບັນຫາເລັກໆນ້ອຍໆເກີດຂຶ້ນກັບພວກເຂົາ, ພວກເຂົາເລີ່ມຄິດລົບ ແລະ ອ່ອນແອ, ພວກເຂົາສະແດງອອກເຖິງຄວາມບໍ່ພໍໃຈຕໍ່ການເຮັດໜ້າທີ່ຂອງພວກເຂົາ, ພວກເຂົາບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພວກເຂົາຕ້ອງການປະຖິ້ມຄວາມຮັບຜິດຊອບຂອງພວກເຂົາ ແລະ ທໍລະຍົດພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນຜົນຕາມມາທີ່ຫຼາກຫຼາຍເຊິ່ງເກີດຂຶ້ນຈາກຂໍ້ຈຳກັດຂອງອຸປະນິໄສທີ່ເສື່ອມຊາມ. ຄົນທີ່ຮັກຄວາມຈິງແມ່ນສາມາດປ່ອຍວາງຊີວິດ, ອະນາຄົດ ແລະ ໂຊກຊະຕາຂອງພວກເຂົາເອງ ແລະ ພວກເຂົາພຽງແຕ່ຕ້ອງການສະແຫວງຫາ ແລະ ຮັບເອົາຄວາມຈິງ. ພວກເຂົາຄິດວ່າບໍ່ມີເວລາພໍ, ພວກເຂົາຢ້ານວ່າພວກເຂົາຈະບໍ່ສາມາດເຮັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາຈະບໍ່ສາມາດຖືກເຮັດໃຫ້ສົມບູນແບບ, ສະນັ້ນພວກເຂົາຈຶ່ງສາມາດປ່ອຍວາງທຸກສິ່ງ. ຄວາມຄິດຂອງພວກເຂົາຄືການປ່ຽນ ແລະ ຍອມຕໍ່ພຣະເຈົ້າເທົ່ານັ້ນ. ພວກເຂົາບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກໃດໆ ແລະ ຖ້າພວກເຂົາຮູ້ສຶກລົບໆ ຫຼື ອ່ອນແອ, ພວກເຂົາກໍແກ້ໄຂມັນຢ່າງເປັນທຳມະຊາດໂດຍການອ່ານຂໍ້ຄວາມສອງສາມຂໍ້ຈາກພຣະທຳຂອງພຣະເຈົ້າ. ຄົນທີ່ບໍ່ສະແຫວງຫາຄວາມຈິງກໍວຸ້ນວາຍ ແລະ ບໍ່ວ່າເຈົ້າຈະໂອ້ລົມກ່ຽວກັບຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາບໍ່ສາມາດແກ້ໄຂບັນຫາຂອງພວກເຂົາຢ່າງສົມບູນ. ເຖິງແມ່ນວ່າພວກເຂົາປ່ຽນຄວາມຄິດຊົ່ວໄລຍະໜຶ່ງ ແລະ ສາມາດຍອມຮັບຄວາມຈິງ, ພວກເຂົາຈະກັບໄປຫາມັນໃນຕໍ່ມາ, ສະນັ້ນມັນຈຶ່ງຫຍຸ້ງຍາກຫຼາຍທີ່ຈະຮັບມືກັບຄົນປະເພດນີ້. ມັນບໍ່ແມ່ນວ່າພວກເຂົາບໍ່ເຂົ້າໃຈຫຍັງທີ່ເປັນຄວາມຈິງ, ມັນຄືພວກເຂົາບໍ່ເຊີດຊູ ຫຼື ຍອມຮັບຄວາມຈິງໃນຫົວໃຈຂອງພວກເຂົາ. ໃນທີ່ສຸດແລ້ວ, ສິ່ງນີ້ກໍພາໃຫ້ພວກເຂົາບໍ່ສາມາດປ່ອຍວາງຄວາມປະສົງ, ຄວາມເຫັນແກ່ຕົວ, ອະນາຄົດ, ໂຊກຊະຕາ ແລະ ຈຸດໝາຍປາຍທາງຂອງພວກເຂົາເອງ, ເຊິ່ງຈາກນັ້ນກໍເລີ່ມລົບກວນພວກເຂົາຢູ່ສະເໝີ. ຖ້າຄົນໆໜຶ່ງສາມາດຍອມຮັບຄວາມຈິງ, ແລ້ວໃນຂະນະທີ່ພວກເຂົາເຂົ້າໃຈຄວາມຈິງ, ທຸກສິ່ງເຫຼົ່ານັ້ນທີ່ເປັນສ່ວນໜຶ່ງຂອງອຸປະນິໄສທີ່ເສື່ອມຊາມກໍຈະຫາຍໄປໂດຍທຳມະຊາດ ແລະ ພວກເຂົາຈະມີການເຂົ້າສູ່ຊີວິດ ແລະ ວຸດທິພາວະ; ພວກເຂົາຈະບໍ່ເປັນເດັກທີ່ບໍ່ສົນໃຈອີກຕໍ່ໄປ. ເມື່ອຄົນໆໜຶ່ງມີວຸດທິພາວະ, ພວກເຂົາຈະເລີ່ມສາມາດເຂົ້າໃຈສິ່ງຕ່າງໆຂຶ້ນເລື້ອຍໆ, ສາມາດແຍກແຍະພວກມັນໃນບັນດາຄົນທຸກປະເພດຂຶ້ນເລື້ອຍໆ ແລະ ພວກເຂົາຈະບໍ່ຖືກຄວບຄຸມໂດຍບຸກຄົນ, ເຫດການ ຫຼື ສິ່ງຂອງໃດໜຶ່ງ. ພວກເຂົາຈະບໍ່ໄດ້ຮັບອິດທິພົນຈາກສິ່ງໃດໜຶ່ງທີ່ຄົນອື່ນເວົ້າ ຫຼື ເຮັດ. ພວກເຂົາຈະບໍ່ຍອມຕໍ່ການແຊກແຊງຈາກກອງກຳລັງທີ່ຊົ່ວຮ້າຍຂອງຊາຕານ ຫຼື ການຫຼອກລວງ ແລະ ການລົບກວນຂອງຜູ້ນໍາຈອມປອມ ແລະ ຜູ້ຕໍ່ຕ້ານພຣະຄຣິດ. ຖ້າສິ່ງນີ້ເກີດຂຶ້ນ, ວຸດທິພາວະຂອງຄົນໆໜຶ່ງຈະບໍ່ເຕີບໃຫຍ່ເທື່ອລະໜ້ອຍບໍ? ຍິ່ງຄົນໆໜຶ່ງເຂົ້າໃຈຄວາມຈິງຫຼາຍສໍ່າໃດກໍຕາມ, ຊີວິດຂອງພວກເຂົາຈະກ້າວໜ້າໄວສໍ່ານັ້ນ ແລະ ມັນຈະງ່າຍສຳລັບພວກເຂົາທີ່ຈະເຮັດໜ້າທີ່ຂອງພວກເຂົາຢ່າງສຳເລັດ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ເມື່ອເຈົ້າມີການເຂົ້າສູ່ຊີວິດ ແລະ ຊີວິດຂອງເຈົ້າເລີ່ມໃຫຍ່ຂຶ້ນເທື່ອລະໜ້ອຍ, ສະພາວະຂອງເຈົ້າຈະເລີ່ມເປັນປົກກະຕິຂຶ້ນເລື້ອຍໆ. ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຄີຍສາມາດລົບກວນ ແລະ ຄວບຄຸມເຈົ້າຈະບໍ່ສາມາດເປັນບັນຫາສຳລັບເຈົ້າໄດ້ອີກຕໍ່ໄປ. ເຈົ້າຈະບໍ່ມີຄວາມຫຍຸ້ງຍາກໃນການເຮັດໜ້າທີ່ຂອງເຈົ້າອີກຕໍ່ໄປ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະເລີ່ມເປັນປົກກະຕິຂຶ້ນເລື້ອຍໆ. ເມື່ອເຈົ້າຮູ້ຈັກວິທີການເພິ່ງພາພຣະເຈົ້າ, ເມື່ອເຈົ້າຮູ້ຈັກວິທີການສະແຫວງຫາຄວາມປະສົງຂອງພຣະເຈົ້າ, ເມື່ອເຈົ້າຮູ້ຈັກສະຖານທີ່ຢູ່ຂອງເຈົ້າເອງ, ເມື່ອເຈົ້າຮູ້ຈັກສິ່ງທີ່ເຈົ້າຄວນ ແລະ ບໍ່ຄວນເຮັດ ແລະ ເລື່ອງໃດທີ່ຮຽກຮ້ອງ ແລະ ບໍ່ຮຽກຮ້ອງໃຫ້ເຈົ້າມີຄວາມຮັບຜິດຊອບ, ສະພາວະຂອງເຈົ້າຈະບໍ່ກາຍມາເປັນປົກກະຕິຂຶ້ນເລື້ອຍໆບໍ? ການມີຊີວິດເຊັ່ນນີ້ຈະບໍ່ເຮັດໃຫ້ເຈົ້າເມື່ອຍບໍ? ເຈົ້າຈະບໍ່ພຽງແຕ່ບໍ່ເມື່ອຍ, ເຈົ້າຈະຮູ້ສຶກຜ່ອນຄາຍ ແລະ ມີຄວາມສຸກເປັນຢ່າງຍິ່ງ. ຫົວໃຈຂອງເຈົ້າຈະບໍ່ເຕັມໄປດ້ວຍແສງສະຫວ່າງໂດຍເປັນຜົນຕາມມາບໍ? ຄວາມຄິດຂອງເຈົ້າຈະເປັນປົກກະຕິ, ການສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມຂອງເຈົ້າຈະຫຼຸດລົງ ແລະ ເຈົ້າຈະສາມາດດຳລົງຊີວິດໃນການສະຖິດຂອງພຣະເຈົ້າ, ດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ. ເມື່ອຄົນເຫັນທັດສະນະທາງຄວາມຄິດຂອງເຈົ້າ, ພວກເຂົາຈະຄິດວ່າມີການປ່ຽນແປງຄັ້ງໃຫຍ່ໃນຕົວເຈົ້າ. ພວກເຂົາຈະເຕັມໃຈທີ່ຈະໂອ້ລົມກັບເຈົ້າ, ຈະຮູ້ສຶກສະຫງົບສຸກ ແລະ ປິຕິຍິນດີໃນຫົວໃຈຂອງພວກເຂົາ ແລະ ຈະໄດ້ຮັບປະໂຫຍດອີກດ້ວຍ. ເມື່ອວຸດທິພາວະຂອງເຈົ້າເລີ່ມໃຫຍ່ຂຶ້ນ, ການປາກເວົ້າ ແລະ ການກະທຳຂອງເຈົ້າຈະເລີ່ມເໝາະສົມ ແລະ ມີຫຼັກການຫຼາຍຂຶ້ນ. ເມື່ອເຈົ້າຄິດຄົນທີ່ອ່ອນແອ ແລະ ຄິດລົບ, ເຈົ້າຈະສາມາດໃຫ້ການຊ່ວຍເຫຼືອທີ່ສຳຄັນແກ່ພວກເຂົາ ນັ້ນກໍຄື ບໍ່ຄວບຄຸມ ຫຼື ສັ່ງສອນພວກເຂົາ, ແຕ່ແທນທີ່ເປັນການໃຊ້ປະສົບການຕົວຈິງຂອງເຈົ້າເອງເພື່ອຊ່ວຍເຫຼືອ ແລະ ໃຫ້ປະໂຫຍດແກ່ພວກເຂົາ. ດ້ວຍວິທີນີ້, ເຈົ້າຈະບໍ່ພຽງແຕ່ພະຍາຍາມຕົນເອງຢ່າງໜັກໃນເຮືອນຂອງພຣະເຈົ້າ, ເຈົ້າຈະເປັນຄົນທີ່ມີປະໂຫຍດ, ສາມາດຮັບຄວາມຮັບຜິດຊອບດ້ວຍຕົນເອງ ແລະ ສາມາດເຮັດສິ່ງທີ່ມີຄວາມໝາຍຫຼາຍຂຶ້ນໃນເຮືອນຂອງພຣະເຈົ້າ. ນີ້ບໍ່ແມ່ນຄົນປະເພດທີ່ພຣະເຈົ້າມັກບໍ? ຖ້າເຈົ້າເປັນຄົນທີ່ພຣະເຈົ້າມັກ, ທຸກຄົນຈະບໍ່ມັກເຈົ້າເຊັ່ນກັນບໍ? (ພວກເຂົາຈະມັກ.) ເປັນຫຍັງພຣະເຈົ້າຈຶ່ງພໍໃຈກັບຄົນປະເພດນີ້? ເພາະພວກເຂົາສາມາດເຮັດສິ່ງທີ່ເປັນຈິງຕໍ່ໜ້າພຣະອົງ, ພວກເຂົາບໍ່ມີແນວໂນ້ມທີ່ຈະປະຈົບປະແຈງ, ພວກເຂົາຈັດການກັບເລື່ອງທີ່ເປັນຈິງ ແລະ ພວກເຂົາສາມາດຊ່ວຍເຫຼືອ ແລະ ນໍາພາຄົນອື່ນໂດຍການເວົ້າກ່ຽວກັບປະສົບການທີ່ແທ້ຈິງຂອງພວກເຂົາ. ພວກເຂົາສາມາດຊ່ວຍເຫຼືອຄົນອື່ນໃນການແກ້ໄຂບັນຫາໃດໜຶ່ງ ແລະ ເມື່ອມີຄວາມຫຍຸ້ງຍາກໃນວຽກງານຂອງຄຣິສຕະຈັກ, ພວກເຂົາຈະສາມາດນໍາທາງໄປຂ້າງໜ້າ, ແກ້ໄຂບັນຫາຢ່າງຫ້າວຫັນ. ນີ້ຄືຄວາມໝາຍຂອງການເຮັດໜ້າທີ່ຂອງພວກເຂົາຢ່າງຈົງຮັກພັກດີ. ພວກເຂົາສາມາດຊ່ວຍເຫຼືອອ້າຍເອື້ອຍນ້ອງຂອງພວກເຂົາໃນການແກ້ໄຂບັນຫາຂອງພວກເຂົາ ເຊິ່ງພິສູດວ່າພວກເຂົາມີການເຂົ້າສູ່ຊີວິດ. ຂໍ້ແທ້ຈິງທີ່ວ່າພວກເຂົາສາມາດເຮັດຫຼາຍສິ່ງທີ່ເປັນຈິງກໍໄດ້ພິສູດວ່າພວກເຂົາປະຕິບັດຄວາມຈິງ ແລະ ພວກເຂົາດຳລົງຊີວິດໃນການສະຖິດຂອງພຣະເຈົ້າ. ເພາະພວກເຂົາມີຄວາມເປັນຈິງແຫ່ງຄວາມຈິງ, ພວກເຂົາຍັງສາມາດນໍາພາຄົນອື່ນໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຖ້າເຈົ້າບໍ່ມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ມີປະສົບການທີ່ແທ້ຈິງ, ແລ້ວເຈົ້າຈະສາມາດນໍາພາຄົນອື່ນໃນການສະຖິດຂອງພຣະເຈົ້າບໍ? ຖ້າເຈົ້າບໍ່ດຳລົງຊີວິດຢູ່ໃນການສະຖິດຂອງພຣະເຈົ້າດ້ວຍຕົນເອງ, ແລ້ວເຈົ້າກໍບໍ່ສາມາດນໍາພາຄົນອື່ນໃນການສະຖິດຂອງພຣະອົງ. ຖ້າເຈົ້າພຽງແຕ່ພະຍາຍາມຕົນເອງຢ່າງໜັກເມື່ອເຈົ້າເຮັດໜ້າທີ່ຂອງເຈົ້າ ໂດຍບໍ່ສະແຫວງຫາຫຼັກການແຫ່ງຄວາມຈິງເລີຍ ແລະ ບໍ່ເຕັມໃຈທີ່ເຮັດໃຫ້ພຣະເຈົ້າພໍໃຈ, ຈາກນັ້ນເຈົ້າກໍດຳລົງຊີວິດໃນການສະຖິດຂອງພຣະເຈົ້າ. ຄົນທີ່ບໍ່ໃຊ້ຊີວິດໃນການສະຖິດຂອງພຣະເຈົ້າຈະສາມາດຍອມຮັບການພິເຄາະຂອງພຣະອົງບໍ? ພວກເຂົາສາມາດຢືນຍັດການທົດສອບຂອງພຣະເຈົ້າບໍ? ພວກເຂົາສາມາດຢືນຍັດໃນທ່າມກາງການທົດລອງບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້.) ຄົນປະເພດນີ້ສາມາດເປັນພະຍານໃຫ້ພຣະເຈົ້າບໍ? ພວກເຂົາສາມາດເປັນພະຍານໃຫ້ພຣະອົງບໍ? (ບໍ່, ພວກເຂົາບໍ່ສາມາດເຮັດໄດ້.) ຄົນປະເພດໃດບໍ່ສາມາດເປັນພະຍານໃຫ້ພຣະເຈົ້າ? ພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງບໍ? ຢ່າງໜ້ອຍທີ່ສຸດ, ພວກເຂົາບໍ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໃນພຣະທຳຂອງພຣະເຈົ້າເທື່ອ ແລະ ພວກເຂົາຍັງມີຢູ່ນອກພຣະທຳຂອງພຣະເຈົ້າ. ຄົນໃດໜຶ່ງທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີໂດຍບໍ່ມີການເຂົ້າສູ່ຊີວິດໃດໆເລີຍ, ຄົນທີ່ບໍ່ສາມາດເວົ້າກ່ຽວກັບຄຳພະຍານຈາກປະສົບການຂອງພວກເຂົາ ແຮງແລ້ວທີ່ຈະເປັນພະຍານໃຫ້ພຣະເຈົ້າ, ຄົນທີ່ບໍ່ສາມາດເຜີຍແຜ່ຂ່າວປະເສີດໃຫ້ຄົນໃດຢ່າງສຳເລັດເລີຍ, ພວກເຂົາບໍ່ຄູ່ຄວນທີ່ຈະຖືກເອີ້ນວ່າພະຍານຂອງພຣະເຈົ້າ. ສະນັ້ນ, ຄົນທີ່ມີວຸດທິພາວະບໍ່ເປັນຜູ້ໃຫຍ່ ແລະ ບໍ່ມີການເຂົ້າສູ່ຊີວິດບໍ່ສາມາດເປັນພະຍານໃຫ້ພຣະເຈົ້າຈັກເທື່ອ. ຄວາມໝາຍແອບແຝງທີ່ບໍ່ສາມາດອະທິບາຍໄດ້ກໍຄືຄົນປະເພດນີ້ບໍ່ໄດ້ມີຊີວິດໃນການສະຖິດຂອງພຣະເຈົ້າ. ຖ້າເຈົ້າບໍ່ມີຊີວິດໃນການສະຖິດຂອງພຣະເຈົ້າ, ບໍ່ມີການເຂົ້າສູ່ຊີວິດ ແລະ ບໍ່ແມ່ນພະຍານຂອງພຣະເຈົ້າ, ແລ້ວພຣະອົງຈະຮັບຮູ້ວ່າເຈົ້າເປັນໜຶ່ງໃນຜູ້ຕິດຕາມຂອງພຣະອົງໄດ້ບໍ? ພຣະອົງຈະບໍ່ຮັບຮູ້. ພຣະເຈົ້າໄດ້ມອບໂອກາດໃນການເຮັດໜ້າທີ່ຂອງເຈົ້າແກ່ເຈົ້າ ແລະ ເຈົ້າກໍເຕັມໃຈທີ່ຈະເຮັດມັນ, ແຕ່ຜ່ານພຶດຕິກຳຂອງເຈົ້າ ພຣະອົງເຫັນວ່າເຈົ້າບໍ່ສາມາດເປັນພະຍານໃຫ້ພຣະອົງ, ເຖິງແມ່ນຫຼັງຈາກທີ່ເຊື່ອໃນພຣະອົງເປັນເວລາດົນນານ. ເຈົ້າຈະບໍ່ພຽງແຕ່ມີຄວາມຮູ້ຈາກປະສົບການທີ່ແທ້ຈິງເທົ່ານັ້ນ, ເຈົ້າຍັງດຳລົງຊີວິດຕາມແນວຄິດ ແລະ ຈິນຕະນາການຂອງເຈົ້າ, ເຈົ້າບໍ່ມີຄວາມເປັນຈິງແຫ່ງຄວາມຈິງ ແລະ ເຈົ້າບໍ່ໄດ້ດຳລົງຊີວິດໃນການສະຖິດຂອງພຣະເຈົ້າ. ຖ້າພຣະອົງມອບການທົດລອງໃຫ້ເຈົ້າ, ເຈົ້າບໍ່ສາມາດທົນຮັບມັນໄດ້; ຖ້າພຣະອົງລິຮານ ແລະ ຈັດການກັບເຈົ້າ, ເຈົ້າບໍ່ສາມາດແບກຮັບມັນໄດ້; ຖ້າພຣະອົງພິພາກສາ ແລະ ຂ້ຽນຕີເຈົ້າ, ແລ້ວເຈົ້າກໍປະຖິ້ມຄວາມຮັບຜິດຊອບຂອງເຈົ້າ ແລະ ເລີ່ມອາລົມບໍ່ດີ ແລະ ພຣະອົງຈະຄິດວ່າ: “ຄົນນີ້ເປັນຄືກັບເສືອທີ່ບໍ່ມີຜູ້ໃດກ້າຈັບ! ບໍ່ວ່າເຮົາຈະໄປເຮັດວຽກງານຂອງເຮົາ ຫຼື ເວົ້າຢູ່ໃສກໍຕາມ, ຄົນປະເພດນີ້ບໍ່ຄູ່ຄວນທີ່ຈະຕິດຕາມ, ບໍ່ຄູ່ຄວນທີ່ຈະຢູ່ກັບເຮົາ”. ເປັນຫຍັງພຣະອົງຈະເວົ້າສິ່ງນີ້? ເພາະຄົນປະເພດນີ້ບໍ່ເຂົ້າໃຈຄວາມຈິງ, ພວກເຂົາບໍ່ມີຄວາມເຂົ້າໃຈຢ່າງສົມບູນ, ພວກເຂົາບໍ່ມີປະສົບການທີ່ແທ້ຈິງ ແລະ ພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ຖ້າພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ພວກເຂົາຈະສາມາດເຂົ້າກັບພຣະອົງໄດ້ບໍ? ຖ້າພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະອົງ, ພວກເຂົາຈະສາມາດຢັ່ງເຖິງມັນໄດ້ບໍ? ພວກເຂົາສາມາດຍອມຮັບຄວາມຈິງໄດ້ບໍ? ມັນຍາກທີ່ຈະເວົ້າ ແລະ ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄຸນສົມບັດທີ່ບໍ່ຮູ້ຈັກ. ສະນັ້ນ, ຖ້າຄົນປະເພດນີ້ຢູ່ກັບພຣະເຈົ້າ ແລ້ວພວກເຂົາຈະມີຄວາມສົງໄສກ່ຽວກັບພຣະອົງໃນທຸກສິ່ງ ແລະ ພວກເຂົາຈະບໍ່ເຂົ້າໃຈພຣະອົງ, ເຊິ່ງຈະເຮັດໃຫ້ເກີດຄວາມເຂົ້າໃຈຜິດ, ການຈົ່ມຕໍ່ວ່າ ແລະ ການຕັດສິນທຸກປະເພດກ່ຽວກັບພຣະເຈົ້າໃນທຸກໂອກາດ. ໃນທີ່ສຸດ, ສິ່ງນີ້ຈະເຮັດໃຫ້ເກີດຄວາມກະບົດ. ພຣະເຈົ້າຈະຕ້ອງການຄົນທີ່ກະບົດຕໍ່ພຣະອົງໄດ້ບໍ? ພຣະເຈົ້າສາມາດປ່ອຍໃຫ້ພວກເຂົາກາຍມາເປັນຜູ້ຕິດຕາມຂອງພຣະອົງບໍ? ພຣະອົງບໍ່ສາມາດປ່ອຍໄດ້. ຖ້າເຈົ້າຕ້ອງການໃຫ້ພຣະເຈົ້າຮອງຮັບໃຫ້ເຈົ້າເປັນໜຶ່ງໃນຜູ້ຕິດຕາມຂອງພຣະອົງ, ແລ້ວເຈົ້າຕ້ອງໃຫ້ຄວາມສຳຄັນກັບການເຂົ້າສູ່ຊີວິດກ່ອນ. ເຈົ້າຕ້ອງເລີ່ມໂດຍການເຂົ້າໃຈຕົນເອງ, ສາມາດປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງເຈົ້າ, ບັນລຸຄວາມສາມາດທີ່ຈະຍຶດໝັ້ນກັບໜ້າທີ່ຂອງເຈົ້າ ແລະ ເຮັດໜ້າທີ່ຂອງເຈົ້າຕາມຂໍ້ຮຽກຮ້ອງຂອງພຣະເຈົ້າ, ນັ້ນຄືສິ່ງທຳອິດ. ການໃຫ້ຄວາມສຳຄັນກັບການເຂົ້າສູ່ຊີວິດແມ່ນເພື່ອເຫັນແກ່ການເຮັດໜ້າທີ່ຂອງເຈົ້າໃຫ້ດີ, ເຊິ່ງເປັນສິ່ງດຽວກ່ຽວພັນສິ່ງນີ້ໂດຍພື້ນຖານ. ເຈົ້າຄວນເລີ່ມສະແຫວງຫາການເຂົ້າສູ່ຊີວິດຈາກການເຮັດໜ້າທີ່ຂອງເຈົ້າ ແລະ ຈາກການເຂົ້າສູ່ຊີວິດ, ເຈົ້າຄວນເຂົ້າໃຈ ແລະ ຮັບເອົາຄວາມຈິງເທື່ອລະຢ່າງ, ຈົນກວ່າເຈົ້າຈະໄປຮອດຈຸດທີ່ເຈົ້າມີວຸດທິພາວະ, ຈຸດທີ່ຊີວິດຂອງເຈົ້າຈະເລີ່ມເຕີບໃຫຍ່ເທື່ອລະໜ້ອຍ ແລະ ເຈົ້າມີປະສົບການທີ່ແທ້ຈິງກັບຄວາມຈິງ. ຈາກນັ້ນເຈົ້າຄວນຊຳນານຫຼັກການປຕະິບັດທຸກຮູບແບບ, ເພື່ອວ່າເຈົ້າຈະສາມາດເຮັດໜ້າທີ່ຂອງເຈົ້າໂດຍບໍ່ຖືກຄວບຄຸມ ຫຼື ລົບກວນໂດຍຄົນ, ເຫດການ ຫຼື ສິ່ງໃດໜຶ່ງ. ໃນລັກສະນະນີ້, ເຈົ້າຈະດຳລົງຊີວິດຢູ່ໃນການສະຖິດຂອງພຣະເຈົ້າເທື່ອລະໜ້ອຍ. ເຈົ້າຈະບໍ່ຖືກລົບກວນໂດຍຄົນ, ເຫດການ ຫຼື ສິ່ງປະເພດໃດໜຶ່ງ ແລະ ເຈົ້າຈະມີປະສົບການກັບຄວາມຈິງ. ເມື່ອປະສົບການຂອງເຈົ້າເລີ່ມມີຫຼາຍຂຶ້ນ, ເຈົ້າຈະສາມາດເປັນພະຍານໃຫ້ພຣະເຈົ້າຫຼາຍຂຶ້ນ ແລະ ເມື່ອເຈົ້າສາມາດເປັນພະຍານໃຫ້ພຣະເຈົ້າຫຼາຍຂຶ້ນ, ເຈົ້າກໍຈະເລີ່ມເປັນຄົນທີ່ມີປະໂຫຍດເທື່ອລະໜ້ອຍ. ເມື່ອເຈົ້າກາຍມາເປັນຄົນທີ່ມີປະໂຫຍດ, ເຈົ້າຈະສາມາດເຮັດໜ້າທີ່ຂອງເຈົ້າໃຫ້ຢູ່ໃນມາດຕະຖານທີ່ສາມາດຍອມຮັບໄດ້ໃນເຮືອນຂອງພຣະເຈົ້າ, ເຈົ້າຈະສາມາດຢືນຢູ່ໃນຕຳແໜ່ງຂອງສິ່ງຖືກສ້າງ ແລະ ຍອມຕໍ່ການຈັດແຈງ ແລະ ການປັ້ນແຕ່ງຂອງພຣະເຈົ້າ ແລະ ເຈົ້າຈະສາມາດຢືນຍັດໄດ້. ມີພຽງແຕ່ຄົນປະເພດນີ້ເທົ່ານັ້ນຈຶ່ງເປັນສິ່ງຖືກສ້າງທີ່ສາມາດຍອມຮັບໄດ້ທີ່ມີການຍົກຍ້ອງຂອງພຣະເຈົ້າ. ຈາກນັ້ນເຈົ້າຈະຄູ່ຄວນກັບທຸກສິ່ງທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ.

ແມ່ນຫຍັງຄືກະແຈໃນການເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ? ເຈົ້າຕ້ອງຮຽນຮູ້ວິທີການປະຕິບັດຄວາມຈິງ ແລະ ວິທີການຮັບມືກັບເລື່ອງຕ່າງໆໃນລັກສະນະທີ່ມີຫຼັກການ. ມັນເປັນປະໂຫຍດຫຍັງທີ່ຈະສາບານ ແລະ ສະແດງຄວາມປະສົງຂອງເຈົ້າຢູ່ສະເໝີ? ຖ້າເຈົ້າສາບານ ແລະ ສະແດງຄວາມປະສົງຂອງເຈົ້າຢູ່ສະເໝີ ແຕ່ຍັງບໍ່ສາມາດປະຕິບັດຄວາມຈິງ, ແລ້ວມັນກໍບໍ່ເປັນປະໂຫຍດຫຍັງເລີຍ. ສິ່ງສຳຄັນຫຼາຍທີ່ສຸດ ແລະ ເປັນຈິງທີ່ສຸດກໍຄືການບັນລຸການເຂົ້າສູ່ຊີວິດໃນຂະບວນການທີ່ເຮັດໜ້າທີ່ຂອງເຈົ້າ, ຜ່ານການສະແຫວງຫາຄວາມຈິງເພື່ອແກ້ໄຂຫຼາກຫຼາຍບັນຫາທີ່ປາກົດຂຶ້ນເມື່ອເຈົ້າເຮັດໜ້າທີ່ຂອງເຈົ້າ ແລະ ແກ້ໄຂທ່າທີ່ທີ່ຜິດພາດຂອງເຈົ້າຕໍ່ໜ້າທີ່ຂອງເຈົ້າ. ການມີການເຂົ້າສູ່ຊີວິດໝາຍຄວາມວ່າແນວໃດ? ການມີການເຂົ້າສູ່ຊີວິດໝາຍຄວາມວ່າເຈົ້າມີປະສົບການ ແລະ ຄວາມຮູ້ກ່ຽວກັບຄວາມຈິງ ແລະ ສາມາດປະຕິບັດມັນໄດ້ຢ່າງຖືກຕ້ອງ. ພວກເຈົ້າທຸກຄົນມີການເຂົ້າສູ່ຊີວິດໃນຕອນນີ້ບໍ? ເຈົ້າສາມາດເປັນພະຍານໃຫ້ພຣະເຈົ້າບໍ? ເຈົ້າຍັງບໍ່ໄດ້ຍຶດຕິດກັບຫຼັກຄຳສອນໃນເວລາສ່ວນໃຫຍ່ບໍ? ເຈົ້າບໍ່ໄດ້ຢຸດທີ່ຫຼັກຄຳສອນ, ບໍ່ມີຄວາມຮູ້ ຫຼື ປະສົບການກັບຄວາມຈິງແທ້ໆບໍ? ຖ້າເຈົ້າບໍ່ສາມາດຮັບເອົາປະສົບການທີ່ແທ້ຈິງ ແລະ ຄວາມຮູ້ກ່ຽວກັບຄວາມຈິງ, ແລ້ວເຈົ້າກໍບໍ່ສາມາດເປັນພະຍານໃຫ້ພຣະເຈົ້າໄດ້. ໃນເວລາສ່ວນໃຫຍ່, ຄວາມຮູ້ຂອງເຈົ້າເປັນການຢັ່ງຮູ້. ເຈົ້າລັງເລ, ຮູ້ສຶກຄືກັບວ່າໜຶ່ງສິ່ງ ແລະ ອີກໜຶ່ງຢ່າງຖືກຕ້ອງທັງສອງ; ເມື່ອພຣະເຈົ້າເວົ້າສິ່ງໜຶ່ງ, ມັນກໍຄືກັບວ່າມັນເປັນຄວາມຈິງກັບເຈົ້າ ແລະ ເມື່ອພຣະອົງເວົ້າອີກບາງສິ່ງ, ມັນກໍເປັນຄວາມຈິງອີກເຊັ່ນກັນ. ເຈົ້າຮູ້ສຶກຄືກັບວ່າພຣະທຳທັງໝົດຂອງພຣະເຈົ້າເປັນຄວາມຈິງ ແລະ ເຈົ້າເວົ້າອາແມນກັບພວກມັນ ແລະ ຍົກຍ້ອງພວກມັນ, ແຕ່ເຈົ້າບໍ່ສາມາດປຽບທຽບຕົນເອງໃສ່ພວກມັນໄດ້. ເມື່ອເຈົ້າເຮັດສິ່ງຕ່າງໆ, ເຈົ້າຍັງສັບສົນ ແລະ ເຈົ້າບໍ່ຮູ້ວ່າຈະໃຊ້ຄວາມຈິງໃດເພື່ອແກ້ໄຂບັນຫາຂອງເຈົ້າ. ພວກເຈົ້າສ່ວນໃຫຍ່ບໍ່ໄດ້ຢູ່ໃນສະພາວະນີ້ບໍ? ເຖິງແມ່ນວ່າເຈົ້າເຂົ້າໃຈຄວາມຈິງຫຼາຍຢ່າງ ແລະ ສາມາດເວົ້າຫຼາຍຢ່າງກ່ຽວກັບຫຼັກຄຳສອນ, ເຈົ້າບໍ່ສາມາດໃຊ້ມັນໃນຊີວິດທີ່ເປັນຈິງຂອງເຈົ້າ. ເຈົ້າຍັງບໍ່ຮູ້ຈັກວິທີການປະຕິບັດຄວາມຈິງ ຫຼື ເຈົ້າບໍ່ຮູ້ຈັກວິທີການນໍາໃຊ້ພຣະທຳຂອງພຣະເຈົ້າໃນຊີວິດທີ່ເປັນຈິງຂອງເຈົ້າ ແລະ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເຈົ້າກໍຕາມ, ເຈົ້າບໍ່ຮູ້ຈັກວິທີການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຂອງເຈົ້າ. ນີ້ເປັນເພາະວຸດທິພາວະຂອງເຈົ້າມີໜ້ອຍເກີນໄປ. ເມື່ອພວກເຈົ້າຮູ້ຈັກວິທີການມີປະສົບການ, ປະຕິບັດ ແລະ ນໍາໃຊ້ພຣະທຳຂອງພຣະເຈົ້າໃນຊີວິດທີ່ເປັນຈິງຂອງພວກເຈົ້າ ແລະ ເມື່ອພວກເຈົ້າຮູ້ຈັກວິທີການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຕ່າງໆຫຼັງຈາກທີ່ບາງສິ່ງເກີດຂຶ້ນກັບພວກເຈົ້າ, ແລ້ວຊີວິດຂອງພວກເຈົ້າກໍຈະເຕີບໃຫຍ່ຂຶ້ນ. ການຮູ້ຈັກວິທີການປະຕິບັດຄວາມຈິງເປັນສັນຍານທີ່ວ່າຊີວິດຂອງເຈົ້າກຳລັງເຕີບໃຫຍ່. ມື້ໃດມື້ໜຶ່ງເມື່ອເຈົ້າສາມາດແກ້ໄຂບັນຫາດ້ວຍຄວາມຈິງ, ເມື່ອເຈົ້າມີຄວາມຮູ້ບາງຢ່າງກ່ຽວກັບພຣະເຈົ້າ, ເມື່ອເຈົ້າສາມາດເປັນພະຍານເຖິງພາລະກິດຂອງພຣະອົງ, ອຸປະນິໄສທີ່ບໍລິສຸດ ແລະ ຊອບທຳຂອງພຣະອົງ ແລະ ອຳນາດໄພສານ ແລະ ສະຕິປັນຍາຂອງພຣະອົງຜ່ານການແບ່ງປັນຄວາມຮູ້ທີ່ແທ້ຈິງຂອງເຈົ້າກ່ຽວກັບພຣະເຈົ້າ, ແລ້ວເຈົ້າຈະສາມາດເປັນພະຍານໃຫ້ພຣະເຈົ້າຢ່າງແທ້ຈິງ ແລະ ເຈົ້າຈະມີຄຸນສົມບັດທີ່ຈະຖືກພຣະເຈົ້າໃຊ້. ຖ້າເຈົ້າເຂົ້າໃຈຫຼາຍຢ່າງ ແລະ ສາມາດເວົ້າກ່ຽວກັບຫຼັກຄຳສອນໝົດມື້ໝົດຄືນ ແຕ່ເຈົ້າບໍ່ສາມາດແກ້ໄຂສິ່ງໃດໜຶ່ງທີ່ກ່ຽວຂ້ອງກັບບັນຫາຂອງເຈົ້າເອງ ຫຼື ບໍ່ຮູ້ຈັກວິທີການແກ້ໄຂພວກມັນ, ແລ້ວສິ່ງນັ້ນກໍພິສູດວ່າສິ່ງຕ່າງໆທີ່ເຈົ້າເຂົ້າໃຈນັ້ນບໍ່ແມ່ນຄວາມຈິງ, ພວກມັນເປັນພຽງຕົວອັກສອນໃນຫຼັກຄຳສອນ. ເຖິງແມ່ນວ່າເຈົ້າເວົ້າຫຼັກຄຳສອນບາງຢ່າງໄດ້ຢ່າງເປັນຈິງຫຼາຍ, ໃນຄວາມເປັນຈິງແລ້ວ ສິ່ງນີ້ເປັນພຽງຄວາມຮູ້ທີ່ເປັນການຢັ່ງຮູ້, ເຊິ່ງບໍ່ທັນໄດ້ບັນລຸຄວາມເປັນເຫດເປັນຜົນເທື່ອ. ເຖິງແມ່ນວ່າຄົນຖືກອົບຮົມສັ່ງສອນຫຼັງຈາກທີ່ຮັບຟັງເຈົ້າ, ມີຄວາມຮູ້ສຶກແບບດຽວກັນກັບເຈົ້າ ແລະ ຄວາມຮູ້ຂອງເຈົ້າເຖິງກັບສາມາດທີ່ຈະບັນລຸຜົນຮັບບາງຢ່າງໃນພວກເຂົາ, ເຈົ້າບໍ່ສາມາດເວົ້າກ່ຽວກັບມັນໄດ້ຢ່າງຊັດເຈນຫຼາຍ ຫຼື ເຈົ້າບໍ່ສາມາດແກ້ໄຂບັນຫາຕ່າງໆໂດຍສິ້ນເຊີງ. ສິ່ງນີ້ພິສູດວ່າຫຼັກຄຳສອນທີ່ເຈົ້າໄດ້ເວົ້າເຖິງເປັນພຽງຄວາມຮູ້ທີ່ເປັນການຢັ່ງຮູ້ເທົ່ານັ້ນ. ເຈົ້າບໍ່ສາມາດເວົ້າວ່າພວກມັນຄືຄວາມເປັນຈິງແຫ່ງຄວາມຈິງ, ແຮງແລ້ວທີ່ເຈົ້າຈະເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ. ຕອນນີ້ເຈົ້າແກ້ໄຂບັນຫາການເວົ້າກ່ຽວກັບຕົວອັກສອນໃນຫຼັກຄຳສອນໄດ້ແນວໃດ? ມັນຮຽກຮ້ອງໃຫ້ເຈົ້າໄຕ່ຕອງກ່ຽວກັບຄວາມເສື່ອມຊາມຫຼາກຫຼາຍປະເພດທີ່ຖືກເປີດເຜີຍໃນຕົວເຈົ້າເມື່ອເຈົ້າເຮັດໜ້າທີ່ຂອງເຈົ້າ, ໄຕ່ຕອງກ່ຽວກັບຈຸດກຳເນີດຂອງທຸກໆບັນຫາທີ່ເຈົ້າພົບພໍ້ ແລະ ຈາກນັ້ນກໍສະແຫວງຫາຄວາມຈິງ ແລະ ໃຊ້ພຣະທຳຂອງພຣະເຈົ້າເພື່ອແກ້ໄຂອຸປະນິໄສທີ່ເສື່ອມຊາມທີ່ເຈົ້າໄດ້ເປີດເຜີຍຢ່າງຖີ່ຖ້ວນ. ບໍ່ວ່າສິ່ງທີ່ສະແດງອອກຈາກເຈົ້າຈະເປັນຄວາມອວດດີ ແລະ ການຖືວ່າຕົນເອງຊອບທຳ ຫຼື ຄວາມບິດເບືອນ ແລະ ຄວາມຫຼອກລວງ, ບໍ່ວ່າຈະເປັນຄວາມເຫັນແກ່ຕົວ ແລະ ຄວາມໃຈດຳ ຫຼື ການເຮັດພໍເປັນພິທີ ແລະ ການເວົ້າຕົວະຕໍ່ພຣະເຈົ້າ, ເຈົ້າຕ້ອງໄຕ່ຕອງກ່ຽວກັບອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ຈົນກວ່າເຈົ້າຈະເຫັນພວກມັນໄດ້ຢ່າງຊັດເຈນ. ດ້ວຍວິທີນີ້, ເຈົ້າຈະຮູ້ວ່າມີບັນຫາຫຍັງຢູ່ເມື່ອເຈົ້າເຮັດໜ້າທີ່ຂອງເຈົ້າ ແລະ ເຈົ້າຢູ່ຫ່າງຈາກການບັນລຸຄວາມລອດພົ້ນໄກສໍ່າໃດ. ໃນຕອນທີ່ເຈົ້າສາມາດເຫັນເຖິງອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງຢ່າງຊັດເຈນ, ເຈົ້າຈຶ່ງຈະສາມາດຮູ້ຈັກວ່າຄວາມຫຍຸ້ງຍາກ ແລະ ອຸປະສັກໃນການເຮັດໜ້າທີ່ຂອງເຈົ້າຢູ່ບ່ອນໃດ. ໃນຕອນນັ້ນເອງ, ເຈົ້າຈຶ່ງຈະສາມາດແກ້ໄຂບັນຫາທີ່ແຫຼ່ງທີ່ມາຂອງພວກມັນ. ຕົວຢ່າງ: ສົມມຸດວ່າເຈົ້າບໍ່ຮັບຜິດຊອບໃນການເຮັດໜ້າທີ່ຂອງເຈົ້າ ແຕ່ເຮັດພໍເປັນພິທີຢູ່ສະເໝີ, ສ້າງຄວາມເສຍຫາຍໃນວຽກງານຂອງເຈົ້າ ແຕ່ເຈົ້າສົນໃຈກ່ຽວກັບໜ້າຕາຂອງເຈົ້າ, ແລ້ວເຈົ້າກໍບໍ່ເຕັມໃຈທີ່ຈະໂອ້ລົມກ່ຽວກັບສະພາວະ ແລະ ຄວາມຫຍຸ້ງຍາກຂອງເຈົ້າຢ່າງເປີດເຜີຍ ຫຼື ປະຕິບັດການວິເຄາະຕົນເອງ ແລະ ການຮູ້ຈັກຕົນເອງ ແຕ່ຊອກຫາຂໍ້ອ້າງເພື່ອຈັດການກັບສິ່ງຕ່າງໆໃຫ້ພໍເປັນພິທີແທນ. ເຈົ້າຄວນແກ້ໄຂບັນຫານີ້ແນວໃດ? ເຈົ້າຕ້ອງອະທິຖານຫາພຣະເຈົ້າ ແລະ ໄຕ່ຕອງກ່ຽວກັບຕົນເອງໂດຍເວົ້າວ່າ: “ໂອ ພຣະເຈົ້າ, ຖ້າຂ້ານ້ອຍເວົ້າເຊັ່ນນັ້ນ, ມັນແມ່ນພຽງແຕ່ປົກປ້ອງໜ້າຕາຂອງຂ້ານ້ອຍເອງ. ມັນຄືອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍທີ່ກຳລັງເວົ້າ. ຂ້ານ້ອຍບໍ່ຄວນເວົ້າແບບນັ້ນ. ຂ້ານ້ອຍຕ້ອງເປີດໃຈຕົນເອງ, ເປີດເຜີຍຕົນເອງ ແລະ ເວົ້າເຖິງຄວາມຄິດທີ່ແທ້ຈິງໃນຫົວໃຈຂອງຂ້ານ້ອຍອອກສຽງດັງ. ຂ້ານ້ອຍຈະທົນທຸກກັບຄວາມລະອາຍໃຈ ແລະ ການເສຍໜ້າແທນທີ່ຈະຕອບສະໜອງຄວາມທະນົງຕົວຂອງຂ້ານ້ອຍເອງ. ຂ້ານ້ອຍພຽງແຕ່ຕ້ອງການເຮັດໃຫ້ພຣະເຈົ້າພໍໃຈ”. ດ້ວຍວິທີນີ້, ໂດຍການປະຖິ້ມຕົນເອງ ແລະ ການເວົ້າຄວາມຄິດທີ່ແທ້ຈິງໃນຫົວໃຈຂອງເຈົ້າອອກສຽງດັງ, ເຈົ້າກຳລັງປະຕິບັດການເປັນຄົນຊື່ສັດ ແລະ ຍິ່ງໄປກວ່ານັ້ນ ເຈົ້າບໍ່ໄດ້ປະຕິບັດຕາມຄວາມປະສົງຂອງເຈົ້າເອງ ຫຼື ປົກປ້ອງໜ້າຕາຂອງເຈົ້າເອງ. ເຈົ້າສາມາດນໍາພຣະທຳຂອງພຣະເຈົ້າໄປປະຕິບັດ, ປະຕິບັດຄວາມຈິງຕາມຄວາມປະສົງຂອງພຣະເຈົ້າ, ເຮັດໜ້າທີ່ຂອງເຈົ້າຢ່າງຈິງໃຈ ແລະ ປະຕິບັດຄວາມຮັບຜິດຊອບຂອງເຈົ້າຢ່າງສົມບູນ. ສະນັ້ນ, ເຈົ້າບໍ່ພຽງແຕ່ປະຕິບັດຄວາມຈິງ ແລະ ເຮັດໜ້າທີ່ຂອງເຈົ້າໃຫ້ດີເທົ່ານັ້ນ, ເຈົ້າຍັງຄໍ້າຈຸນຜົນປະໂຫຍດໃນເຮືອນຂອງພຣະເຈົ້າ ແລະ ພຣະເຈົ້າພໍໃຈ. ນີ້ຄືວິທີທີ່ເປັນທຳ ແລະ ມີກຽດໃນການມີຊີວິດຢູ່, ຄູ່ຄວນທີ່ຈະນໍາມາຢູ່ຕໍ່ໜ້າທັງພຣະເຈົ້າ ແລະ ມະນຸດ. ນີ້ຄືສິ່ງທີ່ອັດສະຈັນຫຼາຍ! ການປະຕິບັດດ້ວຍວິທີການນີ້ແມ່ນຫຍຸ້ງຍາກໜ້ອຍໜຶ່ງ, ແຕ່ຖ້າຄວາມພະຍາຍາມ ແລະ ການປະຕິບັດຂອງເຈົ້າແມ່ນແນໃສ່ທິດທາງນີ້, ແລ້ວເຖິງແມ່ນວ່າເຈົ້າລົ້ມເຫຼວໜຶ່ງ ຫຼື ສອງຄັ້ງ, ເຈົ້າຈະປະສົບຄວາມສຳເລັດຢ່າງແນ່ນອນ. ແລ້ວຄວາມສຳເລັດມີຄວາມໝາຍແນວໃດກັບເຈົ້າ? ມັນໝາຍຄວາມວ່າເມື່ອເຈົ້າປະຕິບັດຄວາມຈິງ, ເຈົ້າກໍສາມາດຮັບຂັ້ນຕອນນີ້ທີ່ປົດປ່ອຍເຈົ້າຈາກພັນທະນາການຂອງຊາຕານ, ຂັ້ນຕອນທີ່ເຮັດໃຫ້ເຈົ້າປະຖິ້ມຕົນເອງ. ມັນໝາຍຄວາມວ່າເຈົ້າສາມາດເລືອກທີ່ຈະບໍ່ສົນໃຈຄວາມທະນົງຕົວ ແລະ ກຽດສັກສີ, ເຊົາສະແຫວງຫາກຳໄລຂອງເຈົ້າເອງ ແລະ ເຊົາເຮັດສິ່ງທີ່ເຫັນແກ່ຕົວ ແລະ ໂຫດຮ້າຍ. ເມື່ອເຈົ້ານໍາສິ່ງນີ້ໄປປະຕິບັດ, ເຈົ້າກໍສະແດງໃຫ້ຄົນເຫັນວ່າເຈົ້າເປັນຄົນທີ່ຮັກຄວາມຈິງ, ຄົນທີ່ປາດຖະໜາຫາຄວາມຈິງ, ຄົນທີ່ປາດຖະໜາຫາຄວາມຊອບທຳ ແລະ ແສງສະຫວ່າງ. ນີ້ຄືຜົນຮັບທີ່ເຈົ້າບັນລຸໂດຍການປະຕິບັດຄວາມຈິງ. ໃນເວລາດຽວກັນ, ເຈົ້າຍັງນໍາຄວາມລະອາຍໃຈມາເຖິງຊາຕານ. ຊາຕານເຮັດໃຫ້ເຈົ້າເສື່ອມຊາມ, ມັນເຮັດໃຫ້ເຈົ້າເຝົ້າລະວັງຕົນເອງ, ມັນເຮັດໃຫ້ເຈົ້າເຫັນແກ່ຕົວ, ມັນເຮັດໃຫ້ເຈົ້າຄິດຫາກຽດສັກສີຂອງເຈົ້າເອງ. ແຕ່ໃນຕອນນີ້, ສິ່ງທີ່ຊົ່ວຮ້າຍເຫຼົ່ານີ້ບໍ່ສາມາດຜູກມັດເຈົ້າອີກຕໍ່ໄປ, ເຈົ້າໄດ້ເປັນອິດສະຫຼະຈາກພວກມັນແລ້ວ, ເຈົ້າບໍ່ສາມາດຖືກຄວບຄຸມໂດຍຄວາມທະນົງຕົວ, ກຽດສັກສີ ຫຼື ຜົນປະໂຫຍດສ່ວນຕົວຂອງເຈົ້າເອງ ແລະ ເຈົ້າປະຕິບັດຄວາມຈິງ, ສະນັ້ນຊາຕານຈຶ່ງຖືກເຮັດໃຫ້ອັບອາຍຢ່າງທີ່ສຸດ ແລະ ບໍ່ມີຫຍັງທີ່ມັນສາມາດເຮັດໄດ້. ແລ້ວເຈົ້າບໍ່ໄດ້ມີໄຊບໍ? ເມື່ອເຈົ້າມີໄຊ, ເຈົ້າບໍ່ໄດ້ຢືນຍັດໃນຄຳພະຍານຂອງເຈົ້າຕໍ່ພຣະເຈົ້າບໍ? ເຈົ້າບໍ່ໄດ້ຕໍ່ສູ້ໄດ້ດີບໍ? ເມື່ອໄດ້ຕໍ່ສູ້ໄດ້ດີ, ເຈົ້າກໍມີຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີ ແລະ ຄວາມຮູ້ສຶກສະບາຍໃນຫົວໃຈຂອງເຈົ້າ. ຖ້າເຈົ້າມີຄວາມຮູ້ສຶກກ່າວຕຳນິໃນຊີວິດຂອງເຈົ້າຢູ່ເລື້ອຍໆ, ຖ້າຫົວໃຈຂອງເຈົ້າບໍ່ສາມາດພັກຜ່ອນ, ຖ້າເຈົ້າບໍ່ມີຄວາມສະຫງົບສຸກ ຫຼື ຄວາມປິຕິຍິນດີ ແລະ ມັກຖືກອ້ອມລ້ອມດ້ວຍຄວາມກັງວົນ ແລະ ຄວາມວິຕົກກ່ຽວກັບສິ່ງຕ່າງໆທຸກປະເພດ, ສິ່ງນີ້ສະແດງອອກເຖິງຫຍັງ? ເຈົ້າບໍ່ປະຕິບັດຄວາມຈິງ, ບໍ່ຢືນຍັດໃນຄຳພະຍານຂອງເຈົ້າຕໍ່ພຣະເຈົ້າແທ້ໆ. ເມື່ອເຈົ້າດຳລົງຊີວິດຢູ່ທ່າມກາງອຸປະນິໄສຂອງຊາຕານ, ເຈົ້າກໍມີແນວໂນ້ມທີ່ຈະລົ້ມເຫຼວໃນການປະຕິບັດຄວາມຈິງຢູ່ເລື້ອຍໆ, ຫັນຫຼັງຂອງເຈົ້າໃສ່ຄວາມຈິງ, ເຫັນແກ່ຕົວ ແລະ ຕໍ່າຊ້າ; ເຈົ້າພຽງແຕ່ຄໍ້າຈຸນພາບລັກຂອງເຈົ້າ, ຊື່ສຽງຂອງເຈົ້າ ແລະ ສະຖານະຂອງເຈົ້າ ແລະ ຜົນປະໂຫຍດຂອງເຈົ້າ. ການໃຊ້ຊີວິດເພື່ອຕົວເຈົ້າເອງຈະນໍາຄວາມເຈັບປວດຄັ້ງໃຫຍ່ມາຫາເຈົ້າຢູ່ສະເໝີ. ເຈົ້າມີຄວາມປາດຖະໜາທີ່ເຫັນແກ່ຕົວ, ສິ່ງກີດຂວາງ, ໂສ້ລ່າມ, ຄວາມສົງໄສ ແລະ ຄວາມລຳຄານໃຈຫຼາຍຢ່າງຈົນເຈົ້າບໍ່ມີຄວາມສະຫງົບສຸກ ຫຼື ຄວາມປິຕິຍິນດີແມ່ນແຕ່ໜ້ອຍດຽວ. ການໃຊ້ຊີວິດເພື່ອເຫັນແກ່ເນື້ອໜັງທີ່ເສື່ອມຊາມຄືການທົນທຸກຢ່າງເຫຼືອລົ້ນ. ຄົນທີ່ສະແຫວງຫາຄວາມຈິງແມ່ນແຕກຕ່າງ. ຍິ່ງພວກເຂົາເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງເປັນອິດສະຫຼະ ແລະ ປົດປ່ອຍຫຼາຍສໍ່ານັ້ນ; ຍິ່ງພວກເຂົາປະຕິບັດຄວາມຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງມີຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີຫຼາຍສໍ່ານັ້ນ. ເມື່ອພວກເຂົາໄດ້ຮັບຄວາມຈິງ, ພວກເຂົາຈະໃຊ້ຊີວິດໃນແສງສະຫວ່າງຢ່າງສົມບູນ, ມີຄວາມສຸກກັບພອນຂອງພຣະເຈົ້າ ແລະ ບໍ່ມີຄວາມເຈັບປວດເລີຍ.

ໃນຕອນນີ້, ພວກເຈົ້າທຸກຄົນໃຊ້ຊີວິດໃນສະພາວະໃດເປັນສ່ວນໃຫຍ່? ເຈົ້າໃຊ້ຊີວິດໃນສະພາວະທີ່ດີ ຫຼື ສະພາວະທີ່ບໍ່ດີເປັນເວລາສ່ວນໃຫຍ່? (ພວກເຮົາໃຊ້ຊີວິດໃນສະພາວະທີ່ບໍ່ດີເປັນເວລາສ່ວນໃຫຍ່.) ເພື່ອໃຫ້ບາງຄົນທີ່ໃຊ້ຊີວິດໃນສະພາວະທີ່ບໍ່ດີຢູ່ສະເໝີນັ້ນຂືນເຮັດໜ້າທີ່ຂອງພວກເຂົາໂດຍບໍ່ປະຖິ້ມຄວາມຮັບຜິດຊອບຂອງພວກເຂົາບໍ່ແມ່ນເລື່ອງງ່າຍ! ພວກເຈົ້າທຸກຄົນຂີ້ຄ້ານຢູ່ເລື້ອຍໆ, ແຕ່ພວກເຈົ້າບໍ່ຮູ້ຈັກວິທີການແກ້ໄຂສິ່ງນີ້. ບາງຄັ້ງ, ມັນກໍໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍທີ່ເຈົ້າຈະແກ້ໄຂສະພາວະທີ່ຂີ້ຄ້ານຂອງເຈົ້າ ແລະ ເມື່ອສິ່ງຕ່າງໆບໍ່ເປັນໄປຕາມທາງຂອງເຈົ້າ, ເຈົ້າກໍເລີ່ມຂີ້ຄ້ານອີກຄັ້ງໜຶ່ງ. ເຈົ້າກິ້ງເກືອກໄປມາຢູ່ສະເໝີໃນຄວາມຂີ້ຄ້ານຂອງເຈົ້າ ແລະ ເຈົ້າບໍ່ສາມາດທົນຮັບໄດ້ ເຖິງແມ່ນວ່າເຈົ້າຕ້ອງການ; ເຈົ້າບໍ່ສາມາດເຮັດໜ້າທີ່ໃດໆໄດ້ເປັນຢ່າງດີ ແລະ ເຈົ້າໄຮ້ຄວາມສາມາດຫຼາຍຈົນບໍ່ມີຜູ້ໃດສາມາດຊ່ວຍເຈົ້າໄດ້. ການໃຊ້ຊີວິດເຊັ່ນນີ້ບໍ່ເປັນຕາເມື່ອຍບໍ? (ແມ່ນແລ້ວ.) ແລ້ວເຈົ້າຈັດການກັບບັນຫາຄວາມຂີ້ຄ້ານຢ່າງສົມບູນໄດ້ແນວໃດ? ເຈົ້າຕ້ອງເຂົ້າໃຈຄວາມຈິງບາງຢ່າງຢ່າງແນ່ນອນ. ຈຳນວນຫຼັກຄຳສອນທີ່ເຈົ້າສາມາດເວົ້າຈະບໍ່ແກ້ໄຂບັນຫາຂອງເຈົ້າ. ຫຼັງຈາກທີ່ຄົນໆໜຶ່ງເຂົ້າໃຈຄວາມຈິງໄດ້ຢ່າງແທ້ຈິງ ແລະ ຫຼັງຈາກທີ່ພວກເຂົາສາມາດແກ້ໄຂຄວາມຂີ້ຄ້ານ ຫຼື ຄວາມຫຍຸ້ງຍາກໃດໜຶ່ງທີ່ພວກເຂົາພົບພໍ້, ແລ້ວມັນຈະບໍ່ອິດເມື່ອຍຫຼາຍສຳລັບພວກເຂົາທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ໂດຍການຮັບເອົາຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດເປັນອິດສະຫຼະ ແລະ ປົດປ່ອຍໄດ້. ໃນຕອນນີ້, ສິ່ງທີ່ພວກເຈົ້າທຸກຄົນຂາດຫຼາຍທີ່ສຸດກໍຄືຄວາມຈິງ ແຕ່ການຮັບເອົາຄວາມຈິງບໍ່ແມ່ນສິ່ງທີ່ສາມາດດຳເນີນໄດ້ໃນຂ້າມຄືນ. ເຈົ້າຕ້ອງມີຄວາມຮູ້ທີ່ແທ້ຈິງກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ສາມາດເຫັນເຖິງອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນຢ່າງຊັດເຈນ. ສິ່ງນີ້ຈຳເປັນຕ້ອງໃຊ້ເວລາ ແລະ ເຈົ້າຕ້ອງສະແຫວງຫາຄວາມຈິງເພື່ອທີ່ຈະເຂົ້າໃຈມັນ. ພວກເຈົ້າທຸກຄົນສາມາດຮູ້ສຶກເຖິງຄວາມເຈັບປວດໃນການໃຊ້ຊີວິດໃນອຸປະນິໄສທີ່ເສື່ອມຊາມ, ພວກເຈົ້າມີຄວາມເຂົ້າໃຈທີ່ເລິກຊຶ້ງກ່ຽວກັບມັນ. ພວກເຈົ້າໄດ້ຜະເຊີນກັບຄວາມສະຫງົບສຸກ ແລະ ຄວາມສຸກທີ່ເກີດຂຶ້ນໃນຫົວໃຈຂອງເຈົ້າຫຼັງຈາກທີ່ພວກເຈົ້າເຂົ້າໃຈຄວາມຈິງ, ເມື່ອພວກເຈົ້າສາມາດປະຕິບັດຄວາມຈິງ ແລະ ປະຕິບັດຫຼັກການແຫ່ງຄວາມຈິງບໍ? ເຈົ້າມີປະສົບການເຊັ່ນນັ້ນຫຼາຍບໍ? ຖ້າປະສົບການເຫຼົ່ານີ້ມີຫຼາຍແທ້ໆ, ນັ້ນໝາຍຄວາມວ່າເຈົ້າມີຄວາມເປັນຈິງແຫ່ງຄວາມຈິງຢ່າງສົມບູນ. ເຈົ້າຈະມີຄວາມຮູ້ສຶກທີ່ໃຊ້ຊີວິດໃນແສງສະຫວ່າງ ແລະ ໃນການສະຖິດຂອງພຣະເຈົ້າ. ຖ້າເຈົ້າມີຄວາມສຸກກັບແສງສະຫວ່າງໜ້ອຍໜຶ່ງຂອງພຣະເຈົ້າໃນບາງຄັ້ງບາງຄາວ, ເຈົ້າຈະພໍໃຈຫຼາຍ. ຖ້າເຈົ້າເພິ່ງພາພຣະເຈົ້າໃນບາງຄັ້ງບາງຄາວແທນທີ່ຈະເພິ່ງພາຜູ້ຄົນ ແລະ ພຣະເຈົ້າມອບແສງສະຫວ່າງໜ້ອຍໜຶ່ງໃຫ້ເຈົ້າ, ຫົນທາງຂ້າງໜ້າທີ່ເຈົ້າບໍ່ເຄີຍຄິດຫາ ແລະ ມີການຈັດການກັບເລື່ອງດັ່ງກ່າວ, ເຈົ້າກໍພໍໃຈຫຼາຍ. ມັນບໍ່ພຽງພໍທີ່ຈະມີປະສົບການນ້ອຍໆເຫຼົ່ານີ້ຢູ່ເລື້ອຍໆ; ເຈົ້າຍັງຕ້ອງສືບຕໍ່ພະຍາຍາມໄປຫາຄວາມຈິງ. ໃນອີກດ້ານ, ພວກເຈົ້າຕ້ອງເຂົ້າໃຈຄວາມຈິງກ່ຽວກັບນິມິດ, ມີຄວາມເຂົ້າໃຈທີ່ຊັດເຈນສົມບູນກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ມີຄວາມຮູ້ກ່ຽວກັບອຸປະນິໄສຂອງພຣະເຈົ້າຢ່າງແທ້ຈິງ. ດ້ວຍວິທີນີ້, ເມື່ອເຈົ້າພົບພໍ້ກັບຄວາມຫຍຸ້ງຍາກອີກຄັ້ງເມື່ອເຈົ້າເຮັດໜ້າທີ່ຂອງເຈົ້າ, ຢ່າງໜ້ອຍທີ່ສຸດ ມັນກໍຈະບໍ່ເຮັດໃຫ້ເກີດແນວຄິດ ຫຼື ມັນຈະບໍ່ເຮັດໃຫ້ເກີດຄວາມບໍ່ເຊື່ອຟັງ. ນີ້ຄືແງ່ມຸມໜຶ່ງຂອງສິ່ງຕ່າງໆ. ນອກຈາກນັ້ນ, ເຈົ້າຕ້ອງພະຍາຍາມໃນການເຂົ້າສູ່ຊີວິດ. ຄວາມຈິງທີ່ຕ້ອງປະຕິບັດ ແລະ ເຂົ້າຫາຕ້ອງຖືກສະຫຼຸບ, ເຊັ່ນ: ການມາຮູ້ຈັກຕົນເອງ, ການເປັນຄົນຊື່ສັດ, ການຮຽນຮູ້ທີ່ຈະຍອມຕໍ່ພຣະເຈົ້າ, ວິທີການເພິ່ງພາພຣະເຈົ້າ, ວິທີການເຮັດໜ້າທີ່ຂອງເຈົ້າຢ່າງຈົງຮັກພັກດີ, ວິທີການແຍກແຍະລະຫວ່າງຄົນທຸກປະເພດ, ວິທີການທີ່ເຈົ້າຄວນປະຕິບັດຕໍ່ຊາຕານ, ສະຕິປັນຍາທີ່ເຈົ້າຄວນມີ ແລະ ອື່ນໆ. ໂດຍການມີປະສົບການ ແລະ ການເຂົ້າສູ່ແງ່ມຸມທີ່ແຕກຕ່າງກັນຂອງຄວາມຈິງເທົ່ານັ້ນ, ເຈົ້າຈຶ່ງສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ແລະ ກາຍມາເປັນຄົນທີ່ສົມບູນ. ສະນັ້ນພວກເຈົ້າໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໃນແງ່ມຸມຫຼາຍເທົ່າໃດໃນຕອນນີ້? ພວກເຈົ້າຍັງບໍ່ທັນໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໃນແງ່ມຸມໃດ? ເຈົ້າຕ້ອງສືບຕໍ່ຕິດຕາມຄະແນນນີ້ໃນຫົວໃຈຂອງເຈົ້າ. ເມື່ອພວກເຈົ້າໄດ້ເຂົ້າສູ່ຄວາມຈິງຫຼາຍຢ່າງທີ່ກ່ຽວຂ້ອງກັບການປະຕິບັດ, ແລ້ວຊີວິດຂອງພວກເຈົ້າກໍເຕີບໃຫຍ່ແລ້ວ ແລະ ພວກເຈົ້າຈະມີວຸດທິພາວະຢ່າງແທ້ຈິງ. ເມື່ອວຸດທິພາວະຂອງພວກເຈົ້າໄດ້ເຕີບໃຫຍ່ເປັນຮອດລະດັບໃດໜຶ່ງ, ແລ້ວພວກເຈົ້າຈະສາມາດເຂົ້າສູ່ຫົນທາງໃນການຖືກພຣະເຈົ້າເຮັດໃຫ້ສົມບູນ ແລະ ພວກເຈົ້າຈະມີວຸດທິພາວະທີ່ແທ້ຈິງ. ນີ້ບໍ່ແມ່ນເລື່ອງທີ່ສາມາດຟ້າວຟັ່ງໄດ້, ເຈົ້າບໍ່ສາມາດກິນຊ້າງໄດ້ໃນຄຳດຽວ. ໃນຕອນນີ້, ແມ່ນຫຍັງຄືສິ່ງທີ່ຈຳເປັນຫຼາຍ ແລະ ສຳຄັນທີ່ສຸດທີ່ເຈົ້າຕ້ອງແກ້ໄຂ? ມັນຄືເຈົ້າຕ້ອງເຮັດໜ້າທີ່ຂອງເຈົ້າໃຫ້ດີ ແລະ ມີການເຂົ້າສູ່ຊີວິດເມື່ອເຈົ້າເຮັດໜ້າທີ່ຂອງເຈົ້າ. ນີ້ຄືກະແຈ. ເຈົ້າບໍ່ສາມາດພະຍາຍາມຢ່າງດຽວເທົ່ານັ້ນ, ເຈົ້າຕ້ອງໃສ່ໃຈກັບມັນ. ພຮະເຈົ້າບໍ່ຕ້ອງການໃຫ້ເຈົ້າເສຍແຮງງານຂອງເຈົ້າຖິ້ມເມື່ອເຈົ້າເຮັດໜ້າທີ່ຂອງສິ່ງຖືກສ້າງ, ໃນທາງກົງກັນຂ້າມ ພຣະອົງຕ້ອງການໃຫ້ເຈົ້າຖວາຍຄວາມຈິງໃຈໃຫ້ພຣະອົງ. ເມື່ອເຈົ້າເຮັດໜ້າທີ່ຂອງເຈົ້າ, ເຈົ້າຕ້ອງການເຂົ້າສູ່ຊີວິດ. ຫຼັງຈາກທີ່ເຈົ້າມີການເຂົ້າສູ່ຊີວິດເທົ່ານັ້ນ, ເຈົ້າຈຶ່ງຈະມີຊີວິດ, ເມື່ອເຈົ້າມີຊີວິດເທົ່ານັ້ນ ເຈົ້າຈຶ່ງສາມາດເຕີບໃຫຍ່ ແລະ ມີພຽງແຕ່ຄົນທີ່ມີຊີວິດເທົ່ານັ້ນຈຶ່ງມີຄວາມຈິງ.

ວັນທີ 10 ສິງຫາ 2015

ກ່ອນນີ້: ເພື່ອໄດ້ຮັບຄວາມຈິງ, ຄົນໆໜຶ່ງຕ້ອງຮຽນຮູ້ຈາກຜູ້ຄົນ, ເລື່ອງຕ່າງໆ ແລະ ສິ່ງທີ່ຢູ່ອ້ອມຂ້າງ

ຕໍ່ໄປ: ໂດຍການປະຕິບັດຄວາມຈິງເທົ່ານັ້ນ, ຄົນໆໜຶ່ງຈິ່ງສາມາດປະຖິ້ມໂສ້ລ່າມຂອງອຸປະນິໄສອັນເສື່ອມຊາມໄດ້

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້