ການສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ
ຜູ້ຄົນຮູ້ສຶກວ່າ ພວກເຂົາພຽງແຕ່ສາມາດປ່ຽນແປງພາຍໃນຊີວິດຄຣິສຕະຈັກເທົ່ານັ້ນ. ຖ້າພວກເຂົາບໍ່ໄດ້ຢູ່ພາຍໃນຊີວິດຄຣິສຕະຈັກ, ແລ້ວພວກເຂົາກໍ່ຮູ້ສຶກວ່າບໍ່ສາມາດປ່ຽນແປງໄດ້ ຄືກັບວ່າການປ່ຽນແປງບໍ່ສາມາດຖືກບັນລຸໄດ້ໃນຊີວິດຈິງ. ພວກເຈົ້າສາມາດເຫັນເຖິງບັນທີ່ຢູ່ໃນນີ້ໄດ້ບໍ? ເຮົາໄດ້ສົນທະນາເຖິງການນໍາເອົາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງກ່ອນໜ້າແລ້ວ; ສຳລັບຄົນທີ່ເຊື່ອໃນພຣະເຈົ້າ, ນີ້ແມ່ນເສັ້ນທາງທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ຊີວິດຄຣິສຕະຈັກເປັນພຽງຫົນທາງທີ່ຈຳກັດໃນການເຮັດໃຫ້ມະນຸດສົມບູນ. ສະພາບແວດລ້ອມຫຼັກທີ່ຈະເຮັດໃຫ້ມະນຸດສົມບູນກໍ່ຍັງແມ່ນຊີວິດທີ່ເປັນຈິງ. ນີ້ແມ່ນການປະຕິບັດຕົວຈິງ ແລະ ການຝຶກຝົນຕົວຈິງທີ່ເຮົາເວົ້າເຖິງ ເຊິ່ງເຮັດໃຫ້ຜູ້ຄົນບັນລຸຊີວິດຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ດຳລົງຊີວິດຕາມລັກສະນະຂອງບຸກຄົນທີ່ແທ້ຈິງໃນຊີວິດປະຈຳວັນ. ໃນດ້ານໜຶ່ງ, ຄົນໆໜຶ່ງຕ້ອງສຶກສາເພື່ອຍົກສູງລະດັບການສຶກສາຂອງພວກເຂົາເອງ, ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ບັນລຸຄວາມສາມາດທີ່ຈະຮັບໄດ້. ໃນອີກດ້ານໜຶ່ງ, ຄົນໆໜຶ່ງຕ້ອງປະກອບມີຄວາມຮູ້ພື້ນຖານທີ່ຈຳເປັນໃນການດຳລົງຊີວິດແບບມະນຸດ ເພື່ອບັນລຸຄວາມເຂົ້າໃຈ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ ເພາະວ່າຜູ້ຄົນເກືອບຂາດທຸກສິ່ງໃນຂົງເຂດເຫຼົ່ານີ້. ຍິ່ງໄປກວ່ານັ້ນ, ຄົນໆໜຶ່ງຍັງຕ້ອງໄດ້ມາຊີມລົດຊາດພຣະທຳຂອງພຣະເຈົ້າຜ່ານທາງຊີວິດຄຣິສຕະຈັກອີກດ້ວຍ ແລະ ເລີ່ມມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຄວາມຈິງເທື່ອລະໜ້ອຍ.
ເປັນຫຍັງຈຶ່ງເວົ້າວ່າ ໃນການເຊື່ອໃນພຣະເຈົ້າ ຄົນໆໜຶ່ງຕ້ອງນໍາເອົາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງ? ມັນບໍ່ແມ່ນພຽງແຕ່ຊີວິດຄຣິສຕະຈັກທີ່ປ່ຽນແປງຜູ້ຄົນ; ສິ່ງທີ່ສຳຄັນໄປກວ່ານັ້ນກໍ່ຄື ຜູ້ຄົນຄວນເຂົ້າສູ່ຄວາມເປັນຈິງໃນຊີວິດທີ່ເປັນຈິງ. ພວກເຈົ້າເຄີຍລົມກ່ຽວກັບສະພາວະຝ່າຍວິນຍານ ແລະ ບັນຫາຕ່າງໆຝ່າຍວິນຍານຂອງພວກເຈົ້າຢູ່ສະເໝີ ໃນຂະນະທີ່ເບິ່ງຂ້າມການປະຕິບັດຫຼາຍສິ່ງໃນຊີວິດຈິງ ແລະ ເບິ່ງຂ້າມທາງເຂົ້າສູ່ສິ່ງເຫຼົ່ານັ້ນອີກດ້ວຍ. ພວກເຈົ້າຂຽນທຸກມື້, ພວກເຈົ້າຟັງທຸກມື້ ແລະ ພວກເຈົ້າອ່ານທຸກມື້. ພວກເຈົ້າເຖິງກັບອະທິຖານໃນຂະນະທີ່ພວກເຈົ້າກຳລັງຄົວກິນ “ໂອ ພຣະເຈົ້າ! ຂໍໃຫ້ພຣະອົງກາຍມາເປັນຊີວິດຢູ່ພາຍໃນຂອງຂ້ານ້ອຍ. ບໍ່ວ່າມື້ນີ້ຈະເປັນແນວໃດກໍ່ຕາມ, ຂໍໃຫ້ອວຍພອນຂ້ານ້ອຍ ແລະ ສ່ອງແສງສະຫວ່າງໃຫ້ກັບຂ້ານ້ອຍ. ບໍ່ວ່າພຣະອົງຈະໃຫ້ແສງສະຫວ່າງຫຍັງກໍ່ຕາມແກ່ຂ້ານ້ອຍໃນມື້ນີ້, ຂໍໃຫ້ຂ້ານ້ອຍເຂົ້າໃຈມັນໃນຊ່ວງເວລານີ້ດ້ວຍ, ເພື່ອວ່າພຣະທຳຂອງພຣະອົງອາດເຮັດໜ້າທີ່ເປັນຊີວິດຂອງຂ້ານ້ອຍ”. ພວກເຈົ້າຍັງອະທິຖານໃນຂະນະທີ່ກໍາລັງກິນເຂົ້າແລງ: “ໂອ ພຣະເຈົ້າ! ພຣະອົງໄດ້ປະທານອາຫານນີ້ໃຫ້ກັບພວກຂ້ານ້ອຍ. ຂໍໃຫ້ພຣະອົງອວຍພອນພວກຂ້ານ້ອຍ. ອາແມນ! ຂໍໃຫ້ພວກຂ້ານ້ອຍດຳລົງຊີວິດຢູ່ໂດຍພຣະອົງ. ຂໍໃຫ້ພຣະອົງຢູ່ກັບພວກຂ້ານ້ອຍ. ອາແມນ!” ຫຼັງຈາກທີ່ພວກເຈົ້າໄດ້ກິນເຂົ້າແລງແລ້ວ ແລະ ກຳລັງລ້າງຖ້ວຍ, ພວກເຈົ້າກໍເລີ່ມຈົ່ມອີກຄັ້ງວ່າ “ໂອ ພຣະເຈົ້າ, ຂ້ານ້ອຍແມ່ນຖ້ວຍໃບນີ້. ພວກຂ້ານ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ເປັນເໝືອນກັບຖ້ວຍທີ່ຖືກໃຊ້ແລ້ວ ແລະ ຕ້ອງຖືກຊໍາລະລ້າງດ້ວຍນໍ້າ. ພຣະອົງເປັນນໍ້າ ແລະ ພຣະທຳຂອງພຣະອົງເປັນນໍ້າແຫ່ງຊີວິດທີ່ສະໜອງໃຫ້ແກ່ຊີວິດຂອງຂ້ານ້ອຍ”. ກ່ອນທີ່ພວກເຈົ້າຈະຮູ້ຕົວ, ມັນກໍ່ຮອດເວລານອນແລ້ວ ແລະ ພວກເຈົ້າກໍ່ເລີ່ມຈົ່ມອີກຄັ້ງວ່າ “ໂອ ພຣະເຈົ້າ! ພຣະອົງໄດ້ອວຍພອນຂ້ານ້ອຍ ແລະ ນໍາພາຂ້ານ້ອຍໃຫ້ຜ່ານພົ້ນມື້ນີ້ໄປ. ຂ້ານ້ອຍຂອບພຣະຄຸນພຣະອົງຢ່າງແທ້ຈິງ...” ນີ້ແມ່ນວິທີທີ່ພວກເຈົ້າໃຊ້ເວລາໃນແຕ່ລະມື້ ແລະ ຫຼັງຈາກນັ້ນ ພວກເຈົ້າກໍ່ເຂົ້າບ່ອນນອນຂອງພວກເຈົ້າ. ຄົນສ່ວນໃຫຍ່ດຳລົງຊີວິດແບບນີ້ທຸກມື້ ແລະ ແມ່ນແຕ່ໃນປັດຈຸບັນ ພວກເຂົາກໍ່ບໍ່ໄດ້ໃສ່ໃຈຕໍ່ທາງເຂົ້າທີ່ແທ້ຈິງ, ມີພຽງແຕ່ໃສ່ໃຈກັບການອະທິຖານແຕ່ປາກເທົ່ານັ້ນ. ນີ້ແມ່ນຊີວິດທີ່ຜ່ານມາຂອງພວກເຂົາ, ຊີວິດເດີມຂອງພວກເຂົາ. ແລ້ວຄົນສ່ວນໃຫຍ່ເປັນແບບນີ້; ພວກເຂົາຂາດການຝຶກຝົນຕົວຈິງ ແລະ ພວກເຂົາຜ່ານການປ່ຽນແປງທີ່ແທ້ຈິງພຽງເລັກນ້ອຍ. ພວກເຂົາພຽງແຕ່ອະທິຖານແຕ່ປາກເທົ່ານັ້ນ, ຍັບເຂົ້າໃກ້ພຣະເຈົ້າດ້ວຍຄຳເວົ້າຂອງພວກເຂົາເທົ່ານັ້ນ ແຕ່ຂາດການຢັ່ງເລິກໃນຄວາມເຂົ້າໃຈຂອງພວກເຂົາ. ໃຫ້ພວກເຮົາຍົກຕົວຢ່າງທີ່ງ່າຍທີ່ສຸດ ນັ້ນກໍ່ຄື ການອະນາໄມເຮືອນຂອງພວກເຈົ້າ. ພວກເຈົ້າເຫັນເຮືອນຂອງພວກເຈົ້າເປິເປື້ອນ ສະນັ້ນ ພວກເຈົ້າກໍ່ນັ່ງຢູ່ບ່ອນນັ້ນ ແລະ ອະທິຖານວ່າ: “ໂອ ພຣະເຈົ້າ! ໃຫ້ເບິ່ງຄວາມເສື່ອມຊາມທີ່ຊາຕານໄດ້ນໍາມາສູ່ຂ້ານ້ອຍ. ຂ້ານ້ອຍສົກກະປົກເໝືອນກັບເຮືອນຫຼັງນີ້. ໂອ ພຣະເຈົ້າ! ຂ້ານ້ອຍສັນລະເສີນ ແລະ ຂອບພຣະຄຸນພຣະອົງແທ້ໆ. ຖ້າປາສະຈາກຄວາມລອດພົ້ນ ແລະ ແສງສະຫວ່າງຂອງພຣະອົງ, ຂ້ານ້ອຍຈະບໍ່ເຂົ້າໃຈຂໍ້ແທ້ຈິງນີ້ເລີຍ”. ພວກເຈົ້າພຽງແຕ່ນັ່ງຢູ່ບ່ອນນັ້ນ ແລະ ຈົ່ມໄປເລື້ອຍ ໂດຍອະທິຖານເປັນເວລາດົນນານ ແລະ ຫຼັງຈາກນັ້ນ ພວກເຈົ້າກໍ່ເຮັດຄືກັບວ່າບໍ່ມີຫຍັງເກີດຂຶ້ນ, ຄືກັບວ່າເຈົ້າເປັນແມ່ເຖົ້າທີ່ຂີ້ຈົ່ມ. ພວກເຈົ້າຜ່ານພົ້ນຊີວິດຝ່າຍວິນຍານຂອງພວກເຈົ້າໃນລັກສະນະນີ້ ໂດຍບໍ່ໄດ້ເຂົ້າສູ່ຄວາມຈິງຢ່າງແທ້ຈິງທັງສິ້ນ ພ້ອມກັບການປະຕິບັດຫຼາຍຢ່າງທີ່ຜິວເຜີນເກີນໄປ! ການເຂົ້າສູ່ການຝຶກຝົນຢ່າງຕົວຈິງກ່ຽວພັນກັບຊີວິດທີ່ເປັນຈິງຂອງຜູ້ຄົນ ແລະ ຄວາມຫຍຸ້ງຍາກໃນການປະຕິບັດຕົວຈິງຂອງພວກເຂົາ, ນີ້ເປັນວິທີດຽວທີ່ພວກເຂົາປ່ຽນແປງ. ຖ້າປາສະຈາກຊີວິດທີ່ເປັນຈິງ, ຜູ້ຄົນກໍ່ບໍ່ສາມາດໄດ້ຮັບການປ່ຽນແປງ. ການທີ່ພວກເຂົາອະທິຖານແຕ່ປາກຈະມີປະໂຫຍດຫຍັງ? ຖ້າປາສະຈາກຄວາມເຂົ້າໃຈທຳມະຊາດຂອງມະນຸດແລ້ວ, ທຸກສິ່ງກໍ່ເປັນການເສຍເວລາ ແລະ ຖ້າປາສະຈາກເສັ້ນທາງສຳລັບການປະຕິບັດ, ທຸກສິ່ງກໍ່ເປັນຄວາມພະຍາຍາມທີ່ສູນເປົ່າ! ຄຳອະທິຖານປົກກະຕິສາມາດຊ່ວຍໃຫ້ຜູ້ຄົນຮັກສາສະພາວະທີ່ປົກກະຕິຂອງພວກເຂົາຢູ່ພາຍໃນ, ແຕ່ພວກເຂົາບໍ່ສາມາດໄດ້ຮັບການປ່ຽນແປງຢ່າງສິ້ນເຊີງ. ການຮູ້ຈັກຄວາມຄິດຂອງມະນຸດທີ່ຖືວ່າຕົນເອງຊອບທຳ, ຄວາມຈອງຫອງ, ຄວາມອວດດີ, ຄວາມທະນົງໂຕ ແລະ ການຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ຄວາມຮູ້ກ່ຽວກັບສິ່ງເຫຼົ່ານີ້ບໍ່ໄດ້ມາຈາກຄຳອະທິຖານ, ພວກມັນຖືກຄົ້ນພົບໂດຍການຊີມລົດຊາດພຣະທຳຂອງພຣະເຈົ້າ ແລະ ພວກມັນເປັນທີ່ຮູ້ຈັກຜ່ານແສງສະຫວ່າງຂອງພຣະວິນຍານບໍລິສຸດໃນຊີວິດທີ່ເປັນຈິງ. ທຸກຄົນໃນປັດຈຸບັນສາມາດເວົ້າໄດ້ດີພໍສົມຄວນ ແລະ ພວກເຂົາໄດ້ຟັງຄຳເທດສະໜາທີ່ສູງສົ່ງທີ່ສຸດ, ສູງສົ່ງກວ່າຄຳເທດສະໜາອື່ນໆທົ່ວຍຸກຕ່າງໆ ແຕ່ມີພຽງໜ້ອຍດຽວທີ່ຖືກນໍາໄປປະຕິບັດຢ່າງແທ້ຈິງໃນຊີວິດທີ່ເປັນຈິງຂອງພວກເຂົາ. ນັ້ນໝາຍຄວາມວ່າ ບໍ່ມີພຣະເຈົ້າໃນຊີວິດທີ່ເປັນຈິງຂອງພວກເຂົາ; ພວກເຂົາບໍ່ມີຊີວິດຂອງຄົນໃໝ່ຫຼັງຈາກການປ່ຽນແປງ. ພວກເຂົາບໍ່ດຳລົງຊີວິດຕາມຄວາມຈິງໃນຊີວິດທີ່ເປັນຈິງ ຫຼື ພວກເຂົາບໍ່ໄດ້ນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງ. ພວກເຂົາດຳລົງຊີວິດຊີວິດຄືກັບລູກໆຂອງນະຮົກ. ນີ້ບໍ່ແມ່ນການອອກນອກທາງຢ່າງເຫັນໄດ້ງ່າຍບໍ?
ເພື່ອຟື້ນຟູລັກສະນະຂອງຄົນປົກກະຕິ ນັ້ນກໍ່ຄື ເພື່ອບັນລຸຄວາມເປັນມະນຸດທີ່ປົກກະຕິ, ຜູ້ຄົນບໍ່ສາມາດພຽງແຕ່ເຮັດໃຫ້ພຣະເຈົ້າພໍໃຈດ້ວຍຄຳເວົ້າຂອງພວກເຂົາເທົ່ານັ້ນ. ພວກເຂົາພຽງແຕ່ກຳລັງທຳຮ້າຍຕົນເອງໂດຍການເຮັດແບບນັ້ນ ແລະ ມັນບໍ່ໄດ້ນໍາຜົນປະໂຫຍດຫຍັງມາສູ່ທາງເຂົ້າ ຫຼື ການປ່ຽນແປງຂອງພວກເຂົາ. ສະນັ້ນ, ເພື່ອບັນລຸການປ່ຽນແປງ, ຜູ້ຄົນຕ້ອງປະຕິບັດເທື່ອລະໜ້ອຍ. ພວກເຂົາຕ້ອງເຂົ້າຢ່າງຊ້າໆ, ສະແຫວງຫາ ແລະ ຄົ້ນຫາເທື່ອລະໜ້ອຍ, ເຂົ້າໄປຂ້າງໃນຈາກຄວາມຄິດບວກ ແລະ ດຳລົງຊີວິດຕາມຄວາມເປັນຈິງ; ຊີວິດຂອງໄພ່ພົນ. ຕັ້ງແຕ່ນີ້ຕໍ່ໄປ, ສິ່ງຕ່າງໆທີ່ເປັນຈິງ, ເຫດການທີ່ເປັນຈິງ ແລະ ສະພາບແວດລ້ອມທີ່ເປັນຈິງປ່ອຍໃຫ້ຜູ້ຄົນມີການຝຶກຝົນຕົວຈິງ. ຜູ້ຄົນບໍ່ຈຳເປັນຕ້ອງເວົ້າແຕ່ປາກ; ກົງກັນຂ້າມ, ພວກເຂົາຕ້ອງຝຶກຝົນໃນສະພາບແວດລ້ອມທີ່ເປັນຈິງ. ຜູ້ຄົນໄດ້ຮັບຮູ້ກ່ອນວ່າ ພວກເຂົາມີຄວາມສາມາດຕໍ່າ ແລະ ຫຼັງຈາກນັ້ນ ພວກເຂົາກໍ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງເປັນປົກກະຕິ ແລະ ເຂົ້າສູ່ ແລະ ປະຕິບັດຢ່າງເປັນປົກກະຕິເຊັ່ນກັນ; ໃນລັກສະນະນີ້ເທົ່ານັ້ນ ພວກເຂົາຈຶ່ງສາມາດຮັບເອົາຄວາມເປັນຈິງ ແລະ ສິ່ງນີ້ແມ່ນວິທີທີ່ເຮັດໃຫ້ການເຂົ້າສູ່ເກີດຂຶ້ນຢ່າງໄວວາຍິ່ງຂຶ້ນ. ເພື່ອປ່ຽນແປງຜູ້ຄົນ, ຕ້ອງມີການປະຕິບັດຕົວຈິງບາງຢ່າງ; ພວກເຂົາຕ້ອງປະຕິບັດດ້ວຍສິ່ງຕ່າງໆທີ່ເປັນຈິງ, ເຫດການທີ່ເປັນຈິງ ແລະ ສະພາບແວດລ້ອມທີ່ເປັນຈິງ. ຄົນໆໜຶ່ງຈະສາມາດບັນລຸການຝຶກຝົນທີ່ແທ້ຈິງໄດ້ໂດຍການອາໄສຊີວິດຄຣິສຕະຈັກພຽງຢ່າງດຽວໄດ້ບໍ? ຜູ້ຄົນຈະສາມາດເຂົ້າສູ່ຄວາມເປັນຈິງໃນລັກສະນະນີ້ໄດ້ບໍ? ບໍ່! ຖ້າຜູ້ຄົນບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ, ແລ້ວພວກເຂົາກໍ່ບໍ່ສາມາດປ່ຽນແປງວິຖີຊີວິດເດີມຂອງພວກເຂົາ ແລະ ວິທີການເຮັດສິ່ງຕ່າງໆ. ນີ້ບໍ່ແມ່ນຍ້ອນຄວາມຂີ້ຄ້ານຂອງຜູ້ຄົນ ແລະ ການເພິ່ງພາອາໄສໃນລະດັບສູງ, ແຕ່ກົງກັນຂ້າມ ມັນແມ່ນຍ້ອນຜູ້ຄົນບໍ່ມີຄວາມສາມາດໃນການດຳລົງຊີວິດເລີຍ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບມາດຕະຖານລັກສະນະຂອງຄົນປົກກະຕິ. ໃນອະດີດ, ຜູ້ຄົນລົມ, ເວົ້າ ແລະ ສື່ສານກັນຢູ່ສະເໝີ ແລະ ພວກເຂົາເຖິງກັບກາຍເປັນ “ຜູ້ກ່າວຄຳປາໄສ” ແຕ່ບໍ່ມີພວກເຂົາຈັກຄົນທີ່ສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຂົາ; ກົງກັນຂ້າມ, ພວກເຂົາສະແຫວງຫາທິດສະດີທີ່ເລິກເຊິ່ງຢ່າງຫຼັບຫູຫຼັບຕາ. ສະນັ້ນ, ຜູ້ຄົນໃນປັດຈຸບັນຕ້ອງປ່ຽນແປງວິຖີຄວາມເຊື່ອແຫ່ງສາສະໜານີ້ໃນພຣະເຈົ້າໃນຊີວິດຂອງພວກເຂົາ. ພວກເຂົາຕ້ອງເຂົ້າສູ່ການປະຕິບັດ ໂດຍແນໃສ່ເຫດການດຽວ, ສິ່ງດຽວ, ຄົນດຽວ. ພວກເຂົາຕ້ອງເຮັດສິ່ງຕ່າງໆດ້ວຍຄວາມເອົາໃຈໃສ່, ແລ້ວເມື່ອນັ້ນເອງ ພວກເຂົາຈຶ່ງຈະສາມາດບັນລຸຜົນໄດ້. ການປ່ຽນແປງຜູ້ຄົນເລີ່ມຕົ້ນດ້ວຍການປ່ຽນແປງແກ່ນແທ້ຂອງພວກເຂົາ. ພາລະກິດຕ້ອງແນໃສ່ແກ່ນແທ້ຂອງຜູ້ຄົນ, ແນໃສ່ຊີວິດຂອງພວກເຂົາ ແລະ ແນໃສ່ຄວາມຂີ້ຄ້ານ, ການເພິ່ງພາອາໄສ ແລະ ຄວາມເປັນທາດຂອງພວກເຂົາ; ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດໄດ້ຮັບການປ່ຽນແປງ.
ເຖິງແມ່ນວ່າຊີວິດຄຣິສຕະຈັກຈະສາມາດສ້າງຜົນໃນບາງຂອບເຂດ, ກະແຈທີ່ສຳຄັນກໍ່ຄືຊີວິດທີ່ເປັນຈິງສາມາດປ່ຽນແປງຜູ້ຄົນໄດ້ອີກດ້ວຍ. ທຳມະຊາດເດີມຂອງຄົນໆໜຶ່ງບໍ່ສາມາດໄດ້ຮັບການປ່ຽນແປງໂດຍປາສະຈາກຊີວິດທີ່ເປັນຈິງ. ໃຫ້ພວກເຮົາຍົກຕົວຢ່າງພາລະກິດຂອງພຣະເຢຊູໃນລະຫວ່າງຍຸກແຫ່ງພຣະຄຸນ. ເມື່ອພຣະເຢຊູລົບລ້າງພຣະບັນຍັດກ່ອນໜ້ານັ້ນ ແລະ ສ້າງຕັ້ງພຣະບັນຍັດແຫ່ງຍຸກໃໝ່, ພຣະອົງກ່າວໂດຍໃຊ້ຕົວຢ່າງທີ່ແທ້ຈິງຈາກຊີວິດທີ່ເປັນຈິງ. ເມື່ອພຣະເຢຊູນໍາພາສາວົກຂອງພຣະອົງຜ່ານທົ່ງນາໃນວັນຊະບາໂຕ, ສາວົກຂອງພຣະອົງຫິວເຂົ້າ ແລະ ເດັດຮວງເຂົ້າກິນ. ພວກຟາຣີຊາຍເຫັນສິ່ງນີ້ ແລະ ເວົ້າວ່າພວກເຂົາບໍ່ໄດ້ຮັກສາວັນຊະບາໂຕເລີຍ. ພວກເຂົາຍັງເວົ້າວ່າ ຜູ້ຄົນບໍ່ໄດ້ຮັບອະນຸຍາດໃຫ້ຊ່ວຍລູກງົວທີ່ຕົກລົງຂຸມໃນວັນຊະບາໂຕ ໂດຍກ່າວວ່າບໍ່ມີການປະຕິບັດວຽກງານໃດໆໃນລະຫວ່າງວັນຊະບາໂຕ. ພຣະເຢຊູອ້າງເຫດການເຫຼົ່ານີ້ເພື່ອປະກາດໃຊ້ພຣະບັນຍັດແຫ່ງຍຸກໃໝ່ເທື່ອລະໜ້ອຍ. ໃນເວລານັ້ນ, ພຣະອົງໃຊ້ສິ່ງທີ່ເປັນຈິງຫຼາຍຢ່າງເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈ ແລະ ປ່ຽນແປງ. ນີ້ແມ່ນຫຼັກການທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງ ແລະ ມັນເປັນວິທີດຽວທີ່ສາມາດປ່ຽນແປງຜູ້ຄົນໄດ້. ຖ້າບໍ່ມີສິ່ງທີ່ເປັນຈິງແລ້ວ, ຜູ້ຄົນພຽງແຕ່ສາມາດໄດ້ຮັບຄວາມເຂົ້າໃຈທີ່ເປັນທິດສະດີ ແລະ ສະຕິປັນຍາ, ນີ້ບໍ່ແມ່ນວິທີທີ່ມີປະສິດຕິພາບໃນການປ່ຽນແປງ. ສະນັ້ນ ຄົນໆໜຶ່ງຈະຮັບເອົາສະຕິປັນຍາ ແລະ ຄວາມເຂົ້າໃຈຜ່ານການຝຶກຝົນໄດ້ແນວໃດ? ຜູ້ຄົນຈະສາມາດຮັບສະຕິປັນຍາ ແລະ ຄວາມເຂົ້າໃຈຈາກການຟັງ, ການອ່ານ ແລະ ການພັດທະນາຄວາມຮູ້ຂອງເຂົາພຽງຢ່າງດຽວບໍ? ມັນເປັນແບບນີ້ໄດ້ແນວໃດ? ຜູ້ຄົນຕ້ອງເຂົ້າໃຈ ແລະ ຜະເຊີນໃນຊີວິດຈິງ! ສະນັ້ນ, ຄົນໆໜຶ່ງຕ້ອງຝຶກຝົນ ແລະ ຄົນໆໜຶ່ງຕ້ອງບໍ່ອອກຈາກຊີວິດທີ່ເປັນຈິງໄດ້. ຜູ້ຄົນຕ້ອງເອົາໃຈໃສ່ກັບລັກສະນະທີ່ແຕກຕ່າງກັນ ແລະ ມີການເຂົ້າສູ່ຫຼາຍລັກສະນະທີ່ແຕກຕ່າງ: ລະດັບການສຶກສາ, ການສະແດງອອກ, ຄວາມສາມາດເບິ່ງເຫັນສິ່ງຕ່າງໆ, ການແຍກແຍະ, ຄວາມສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ, ສາມັນສຳນຶກ ແລະ ກົດເກນຂອງຄວາມເປັນມະນຸດ ແລະ ສິ່ງອື່ນໆທີ່ກ່ຽວຂ້ອງກັບຄວາມເປັນມະນຸດທີ່ຜູ້ຄົນຕ້ອງປະກອບມີ. ຫຼັງຈາກທີ່ໄດ້ບັນລຸຄວາມເຂົ້າໃຈແລ້ວ, ຜູ້ຄົນຕ້ອງເອົາໃຈໃສ່ໃນທາງເຂົ້າ ແລະ ມີພຽງເມື່ອນັ້ນເອງ ການປ່ຽນແປງຈຶ່ງຈະສາມາດບັນລຸຜົນໄດ້. ຖ້າຄົນໃດໜຶ່ງໄດ້ຮັບຄວາມເຂົ້າໃຈ ແຕ່ພວກເຂົາເບິ່ງຂ້າມການປະຕິບັດ, ການປ່ຽນແປງຈະເກີດຂຶ້ນໄດ້ແນວໃດ? ໃນປັດຈຸບັນນີ້, ຜູ້ຄົນໄດ້ເຂົ້າໃຈຫຼາຍສິ່ງ, ແຕ່ພວກເຂົາບໍ່ໄດ້ໃຊ້ຊີວິດຕາມຄວາມເປັນຈິງ; ສະນັ້ນ ພວກເຂົາຈຶ່ງມີຄວາມເຂົ້າໃຈຢ່າງແທ້ຈິງພຽງເລັກນ້ອຍກ່ຽວກັບພຣະທຳຂອງພຣະເຈົ້າ. ເຈົ້າໄດ້ຮັບແສງສະຫວ່າງພຽງເລັກນ້ອຍເທົ່ານັ້ນ; ເຈົ້າໄດ້ຮັບແສງເຍືອງທາງພຽງເລັກນ້ອຍຈາກພຣະວິນຍານບໍລິສຸດ, ແຕ່ເຈົ້າບໍ່ມີທາງເຂົ້າສູ່ຊີວິດທີ່ເປັນຈິງ ຫຼື ເຈົ້າອາດຈະບໍ່ສົນໃຈກ່ຽວກັບທາງເຂົ້າ, ສະນັ້ນ ການປ່ຽນແປງຂອງເຈົ້າຈຶ່ງຫຼຸດລົງ. ຫຼັງຈາກເວລາທີ່ຍາວນານນັ້ນ, ຜູ້ຄົນກໍ່ເຂົ້າໃຈຫຼາຍຢ່າງ. ພວກເຂົາສາມາດເວົ້າຫຼາຍຢ່າງກ່ຽວກັບຄວາມຮູ້ຂອງພວກເຂົາໃນທິດສະດີ, ແຕ່ອຸປະນິໄສພາຍນອກຂອງພວກເຂົາຍັງຄົງເປັນຄືເກົ່າ ແລະ ຄວາມສາມາດເດີມຂອງພວກເຂົາກໍ່ຍັງເປັນຄືກັບທີ່ມັນເຄີຍເປັນ, ບໍ່ກ້າວໜ້າແມ່ນແຕ່ໜ້ອຍດຽວ. ຖ້າເປັນເຊັ່ນນີ້, ແລ້ວເມື່ອໃດເຈົ້າຈຶ່ງຈະໄດ້ເຂົ້າໃນທີ່ສຸດ?
ຊີວິດຄຣິສຕະຈັກເປັນພຽງຊີວິດປະເພດໜຶ່ງທີ່ຜູ້ຄົນເຕົ້າໂຮມກັນເພື່ອຊີມລົດຊາດພຣະທຳຂອງພຣະເຈົ້າ ແລະ ມັນປະກອບເປັນພຽງເສດສ່ວນເລັກນ້ອຍໃນຊີວິດຂອງຄົນໆໜຶ່ງ. ຖ້າຊີວິດທີ່ເປັນຈິງຂອງຜູ້ຄົນສາມາດເປັນເໝືອນກັບຊີວິດຄຣິສຕະຈັກຂອງເຂົາອີກດ້ວຍ ເຊິ່ງລວມເຖິງຊີວິດຝ່າຍວິນຍານທີ່ປົກກະຕິ, ການຊີມລົດຊາດພຣະທຳຂອງພຣະເຈົ້າຢ່າງເປັນປົກກະຕິ, ການອະທິຖານ ແລະ ການໃກ້ຊິດກັບພຣະເຈົ້າຢ່າງເປັນປົກກະຕິ, ການດຳລົງຊີວິດທີ່ເປັນຈິງ ເຊິ່ງທຸກສິ່ງຖືກປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ການດຳລົງຊີວິດທີ່ເປັນຈິງ ເຊິ່ງທຸກສິ່ງຖືກປະຕິບັດຕາມຄວາມຈິງ, ການດຳລົງຊີວິດທີ່ເປັນຈິງແຫ່ງການປະຕິບັດການອະທິຖານ ແລະ ການສະຫງົບລົງຕໍ່ໜ້າພຣະເຈົ້າ, ການຮ້ອງເພງສັນລະເສີນ ແລະ ການເຕັ້ນລຳ, ມີພຽງແຕ່ສິ່ງນີ້ຈຶ່ງເປັນພຽງຊີວິດປະເພດທີ່ຈະນໍາພວກເຂົາເຂົ້າສູ່ຊີວິດແຫ່ງພຣະທຳຂອງພຣະເຈົ້າໄດ້. ຄົນສ່ວນໃຫຍ່ພຽງແຕ່ໃສ່ໃຈກັບເວລາຫຼາຍຊົ່ວໂມງໃນຊີວິດຄຣິສຕະຈັກຂອງພວກເຂົາ ໂດຍບໍ່ມີ “ການໃສ່ໃຈ” ກັບຊີວິດທີ່ຢູ່ນອກຊົ່ວໂມງເຫຼົ່ານັ້ນ, ເໝືອນກັບວ່າພວກເຂົາບໍ່ສົນໃຈມັນເລີຍ. ຍັງມີຫຼາຍຄົນທີ່ເຂົ້າສູ່ຊີວິດຂອງໄພ່ພົນ ເມື່ອກຳລັງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຮ້ອງເພງສັນລະເສີນ ຫຼື ອະທິຖານ ແລະ ຫຼັງຈາກນັ້ນ ພວກເຂົາກໍ່ກັບຄືນສູ່ຕົວຕົນເດີມຂອງພວກເຂົາທີ່ຢູ່ນອກເວລາເຫຼົ່ານັ້ນ. ການດຳລົງຊີວິດແບບນີ້ບໍ່ສາມາດປ່ຽນແປງຜູ້ຄົນໄດ້, ແຮງໄກທີ່ຈະເຮັດໃຫ້ພວກເຂົາຮູ້ຈັກພຣະເຈົ້າ. ໃນການເຊື່ອໃນພຣະເຈົ້າ, ຖ້າມະນຸດປາຖະໜາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລ້ວພວກເຂົາຕ້ອງບໍ່ແຍກຕົນເອງອອກຈາກຊີວິດທີ່ເປັນຈິງ. ໃນຊີວິດທີ່ເປັນຈິງ, ເຈົ້າຕ້ອງຮູ້ຈັກຕົນເອງ, ປະຖິ້ມຕົນເອງ, ປະຕິບັດຄວາມຈິງ ພ້ອມທັງຮຽນຮູ້ຫຼັກການ, ສາມັນສຳນຶກ ແລະ ກົດເກນແຫ່ງການປະພຶດຕົນໃນທຸກສິ່ງກ່ອນທີ່ເຈົ້າຈະສາມາດບັນລຸການປ່ຽນແປງເທື່ອລະໜ້ອຍ. ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມຮູ້ໃນທາງທິດສະດີ ແລະ ພຽງແຕ່ດຳລົງຊີວິດທ່າມກາງພິທີກຳທາງສາສະໜາ ໂດຍບໍ່ລົງເລິກໃນຄວາມເປັນຈິງ, ໂດຍບໍ່ມີການເຂົ້າສູ່ຊີວິດທີ່ເປັນຈິງ ແລ້ວເຈົ້າກໍ່ຈະບໍ່ໄດ້ເຂົ້າສູ່ຄວາມເປັນຈິງຈັກເທື່ອ, ເຈົ້າຈະບໍ່ຮູ້ຈັກຕົນເອງ, ຄວາມຈິງ ຫຼື ພຣະເຈົ້າຈັກເທື່ອ ແລະ ເຈົ້າຈະເປັນຄົນຕາບອດ ແລະ ໂງ່ຈ້າຢູ່ສະເໝີ. ພາລະກິດແຫ່ງການຊ່ວຍຜູ້ຄົນໃຫ້ລອດພົ້ນຂອງພຣະເຈົ້າບໍ່ແມ່ນເພື່ອເຮັດໃຫ້ພວກເຂົາດຳລົງຊີວິດມະນຸດທີ່ປົກກະຕິຫຼັງຈາກຊ່ວງເວລາສັ້ນໆ ຫຼື ມັນບໍ່ແມ່ນເພື່ອປ່ຽນແປງແນວຄິດ ແລະ ຫຼັກຄຳສອນທີ່ຜິດພາດຂອງພວກເຂົາ. ກົງກັນຂ້າມ ຈຸດປະສົງຂອງພຣະອົງແມ່ນເພື່ອປ່ຽນແປງອຸປະນິໄສເດີມຂອງຜູ້ຄົນ, ປ່ຽນແປງວິທີການທັງໝົດທີ່ເດີມໆໃນຊີວິດຂອງພວກເຂົາ ແລະ ປ່ຽນແປງວິທີການຄິດ ແລະ ທັດສະນະທາງຄວາມຄິດທີ່ຫຼ້າສະໄໝຂອງເຂົາ. ການໃສ່ໃຈກັບຊີວິດຄຣິສຕະຈັກແຕ່ພຽງຢ່າງດຽວຈະບໍ່ປ່ຽນແປງນິໄສເດີມໃນຊີວິດຂອງມະນຸດ ຫຼື ປ່ຽນແປງວິທີທີ່ພວກເຂົາດຳລົງຊີວິດເປັນເວລາດົນນານ. ບໍ່ວ່າຫຍັງກໍຕາມ, ຜູ້ຄົນຕ້ອງບໍ່ອອກຈາກຊີວິດທີ່ເປັນຈິງ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນດຳລົງຊີວິດດ້ວຍຄວາມເປັນມະນຸດທີ່ປົກກະຕິໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ພວກເຂົາດຳລົງຊີວິດຕາມຄວາມຈິງໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ແລະ ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ. ເພື່ອເຂົ້າສູ່ຄວາມເປັນຈິງ, ຄົນໆໜຶ່ງຕ້ອງຫັນທຸກສິ່ງມາສູ່ຊີວິດທີ່ເປັນຈິງ. ໃນການເຊື່ອໃນພຣະເຈົ້າ, ຖ້າຜູ້ຄົນບໍ່ສາມາດມາຮູ້ຈັກຕົນເອງຜ່ານທາງເຂົ້າສູ່ຊີວິດທີ່ເປັນຈິງ ແລະ ຖ້າພວກເຂົາບໍ່ສາມາດດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິໃນຊີວິດຈິງ, ແລ້ວພວກເຂົາກໍ່ຈະກາຍເປັນຄົນລົ້ມເຫຼວ. ຄົນທີ່ບໍ່ເຊື່ອຟັງພຣະເຈົ້າລ້ວນແລ້ວແຕ່ເປັນຄົນທີ່ບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມເປັນມະນຸດ ແຕ່ດຳລົງຊີວິດຕາມທຳມະຊາດຂອງຜີຮ້າຍ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມຈິງ, ແຕ່ດຳລົງຊີວິດຕາມຫຼັກຄຳສອນແທນ. ຄົນທີ່ບໍ່ສາມາດດຳລົງຊີວິດຕາມຄວາມຈິງໃນຊີວິດທີ່ເປັນຈິງແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຖືກພຣະອົງກຽດຊັງ ແລະ ປະຕິເສດ. ເຈົ້າຕ້ອງປະຕິບັດການເຂົ້າສູ່ຊີວິດທີ່ເປັນຈິງ, ຮູ້ຈັກຂໍ້ບົກຜ່ອງ, ຄວາມບໍ່ເຊື່ອຟັງ ແລະ ຄວາມໂງ່ຈ້າຂອງເຈົ້າເອງ ແລະ ຮູ້ຈັກຄວາມເປັນມະນຸດທີ່ບໍ່ປົກກະຕິ ແລະ ຄວາມອ່ອນແອຂອງເຈົ້າ. ດ້ວຍວິທີນັ້ນ, ຄວາມຮູ້ທັງໝົດຂອງເຈົ້າຈະໄດ້ປະກອບເຂົ້າສູ່ສະຖານະການ ແລະ ຄວາມຫຍຸ້ງຍາກຕົວຈິງຂອງເຈົ້າ. ມີແຕ່ຄວາມຮູ້ປະເພດນີ້ເທົ່ານັ້ນຈຶ່ງເປັນຈິງ ແລະ ສາມາດເຮັດໃຫ້ເຈົ້າເຂົ້າໃຈສະພາບການຂອງເຈົ້າເອງຢ່າງແທ້ຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສ.
ບັດນີ້ ເມື່ອການເຮັດໃຫ້ຜູ້ຄົນສົມບູນໄດ້ເລີ່ມຕົ້ນຢ່າງເປັນທາງການແລ້ວ, ເຈົ້າຕ້ອງເຂົ້າສູ່ຊີວິດທີ່ເປັນຈິງ. ສະນັ້ນ, ເພື່ອທີ່ຈະບັນລຸການປ່ຽນແປງ, ເຈົ້າຕ້ອງເລີ່ມຕົ້ນຈາກການເຂົ້າສູ່ຊີວິດທີ່ເປັນຈິງ ແລະ ປ່ຽນແປງເທື່ອລະໜ້ອຍ. ຖ້າເຈົ້າຫຼີກເວັ້ນຊີວິດປົກກະຕິຂອງມະນຸດ ແລະ ມີແຕ່ເວົ້າກ່ຽວກັບບັນຫາຝ່າຍວິນຍານເທົ່ານັ້ນ, ແລ້ວສິ່ງຕ່າງໆກໍ່ຈະເປັນຕາໜ້າເບື່ອ ແລະ ບໍ່ເປັນຕາສົນໃຈ; ພວກມັນກໍ່ກາຍເປັນສິ່ງທີ່ບໍ່ເປັນຈິງ ແລະ ຫຼັງຈາກນັ້ນ ຜູ້ຄົນຈະສາມາດປ່ຽນແປງໄດ້ແນວໃດ? ບັດນີ້ ເຈົ້າຖືກສັ່ງໃຫ້ເຂົ້າສູ່ຊີວິດທີ່ເປັນຈິງເພື່ອປະຕິບັດ, ເພື່ອສ້າງຕັ້ງພື້ນຖານໃນການເຂົ້າສູ່ປະສົບການທີ່ແທ້ຈິງ. ນີ້ແມ່ນລັກສະນະໜຶ່ງຂອງສິ່ງທີ່ຜູ້ຄົນຕ້ອງເຮັດ. ພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອນໍາພາເປັນຫຼັກ, ໃນຂະນະທີ່ສ່ວນທີ່ເຫຼືອແມ່ນຂຶ້ນຢູ່ກັບການປະຕິບັດ ແລະ ທາງເຂົ້າຂອງຜູ້ຄົນ. ທຸກຄົນອາດບັນລຸການເຂົ້າສູ່ຊີວິດທີ່ເປັນຈິງຜ່ານເສັ້ນທາງທີ່ແຕກຕ່າງກັນ ຈົນພວກເຂົາສາມາດນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງໄດ້ ແລະ ດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິຢ່າງແທ້ຈິງ. ມີແຕ່ສິ່ງນີ້ເທົ່ານັ້ນຈຶ່ງເປັນຊີວິດທີ່ມີຄວາມໝາຍ!