ກ່ຽວກັບຊີວິດຝ່າຍວິນຍານປົກກະຕິ
ຄວາມເຊື່ອໃນພຣະເຈົ້າຈຳເປັນຕ້ອງມີຊີວິດຝ່າຍວິນຍານປົກກະຕິ, ເຊິ່ງເປັນພື້ນຖານສຳລັບການມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ການເຂົ້າສູ່ຄວາມເປັນຈິງ. ການປະຕິບັດການອະທິຖານໃນປັດຈຸບັນຂອງພວກເຈົ້າ, ການຫຍັບເຂົ້າໃກ້ພຣະເຈົ້າ, ການຮ້ອງນະມັດສະການ, ການສັນລະເສີນ, ການປະຕິບັດສະມາທິ ແລະ ການໄຕ່ຕອງພຣະທຳຂອງພຣະເຈົ້າເທົ່າກັບ “ຊີວິດຝ່າຍວິນຍານທີ່ປົກກະຕິ” ບໍ? ບໍ່ມີໃຜໃນບັນດາພວກເຈົ້າທີ່ຮູ້. ຊີວິດຝ່າຍວິນຍານປົກກະຕິ ບໍ່ໄດ້ຈຳກັດຢູ່ທີ່ການປະຕິບັດ ເຊັ່ນ: ການອະທິຖານ, ການຮ້ອງເພງນະມັດສະການ, ການມີຊີວິດຄຣິດຕະຈັກ ແລະ ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າ. ກົງກັນຂ້າມ, ມັນປະກອບມີການໃຊ້ຊີວິດຝ່າຍວິນຍານທີ່ໃໝ່ ແລະ ຢ່າງມີຊີວິດຊີວາ. ສິ່ງທີ່ສຳຄັນບໍ່ແມ່ນວິທີການທີ່ເຈົ້າປະຕິບັດ, ແຕ່ກ່ຽວກັບໝາກຜົນທີ່ການປະຕິບັດຂອງເຈົ້າເກີດອອກ. ຜູ້ຄົນສ່ວນໃຫຍ່ເຊື່ອວ່າ ຊີວິດຝ່າຍວິນຍານປົກກະຕິປະກອບມີການອະທິຖານ, ການຮ້ອງເພງນະມັດສະການ, ການກິນ ແລະ ການດື່ມ ພຣະທຳຂອງພຣະເຈົ້າ ຫຼື ການໄຕ່ຕອງພຣະທຳຂອງພຣະອົງ, ບໍ່ວ່າການປະຕິບັດດັ່ງກ່າວຈະມີຜົນແບບໃດກໍ່ຕາມ ຫຼື ນໍາໄປສູ່ຄວາມເຂົ້າໃຈທີ່ແທ້ຈິງ ຫຼື ບໍ່ກໍ່ຕາມ. ຄົນເຫຼົ່ານີ້ໃສ່ໃຈກັບການປະຕິບັດຕາມລະບຽບການທີ່ພໍເປັນພິທີ ໂດຍບໍ່ຄິດເຖິງຜົນຕາມມາຂອງພວກມັນ; ພວກເຂົາເປັນຄົນທີ່ດຳລົງຊີວິດຢູ່ໃນພິທີກຳທາງສາສະໜາ, ບໍ່ແມ່ນຄົນທີ່ດຳລົງຊີວິດຢູ່ພາຍໃນຄຣິດຕະຈັກ ແລະ ແຮງໄກທີ່ພວກເຂົາຈະເປັນປະຊາຊົນແຫ່ງອານາຈັກ. ຄຳອະທິຖານ, ການຮ້ອງເພງນະມັດສະການ ແລະ ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າຂອງພວກເຂົາລ້ວນແລ້ວແຕ່ເປັນການເຮັດຕາມກົດລະບຽບເທົ່ານັ້ນ, ເກີດຂຶ້ນຈາກການບັງຄັບ ແລະ ຕາມທັນຄ່ານິຍົມ, ບໍ່ໄດ້ອອກຈາກຄວາມເຕັມໃຈ ຫຼື ຈາກຫົວໃຈ. ບໍ່ວ່າຄົນເຫຼົ່ານີ້ຈະອະທິຖານ ຫຼື ຮ້ອງເພງຫຼາຍສ່ຳໃດກໍ່ຕາມ, ຄວາມພະຍາຍາມຂອງພວກເຂົາກໍຈະບໍ່ເກີດຜົນ, ຍ້ອນສິ່ງທີ່ພວກເຂົາປະຕິບັດເປັນພຽງກົດລະບຽບ ແລະ ພິທີກຳຕ່າງໆທາງສາດສະໜາ; ພວກເຂົາບໍ່ໄດ້ເຮັດຕາມພຣະທຳຂອງພຣະເຈົ້າແທ້ໆ. ພວກເຂົາພຽງແຕ່ກັງວົນຫຼາຍເກີນໄປກ່ຽວກັບວິທີການທີ່ພວກເຂົາປະຕິບັດ ແລະ ພວກເຂົາປະຕິບັດຕໍ່ພຣະທຳຂອງພຣະເຈົ້າຄືກັບກົດລະບຽບໃຫ້ປະຕິບັດຕາມ. ຄົນປະເພດນີ້ແມ່ນບໍ່ໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າ; ພວກເຂົາພຽງແຕ່ເຮັດເພື່ອເປັນທີ່ພໍໃຈຝ່າຍເນື້ອໜັງ ແລະ ເຮັດເພື່ອໃຫ້ຄົນອື່ນ. ກົດລະບຽບ ແລະ ພິທີກຳທາງສາດສະໜາເຫຼົ່ານີ້ແມ່ນລ້ວນແລ້ວແຕ່ກຳເນີດມາຈາກມະນຸດ; ພວກມັນບໍ່ໄດ້ມາຈາກພຣະເຈົ້າ. ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດລະບຽບ ຫຼື ພຣະອົງບໍ່ໄດ້ຢູ່ພາຍໃຕ້ກົດເກນໃດໜຶ່ງ. ກົງກັນຂ້າມ, ພຣະອົງກະທໍາສິ່ງໃໝ່ທຸກວັນ, ສຳເລັດພາລະກິດຕົວຈິງ. ເຊັ່ນດຽວກັນກັບຄົນທີ່ຢູ່ໃນຄຣິດຕະຈັກສາມຕົນ, ຜູ້ທີ່ຈຳກັດຕົວເອງຢູ່ກັບການປະຕິບັດ ເຊັ່ນ: ການເຂົ້າຮ່ວມການບໍລິການຕອນເຊົ້າທຸກໆມື້, ການອະທິຖານໃນຍາມແລງ ແລະ ການຂອບພຣະຄຸນກ່ອນອາຫານ ແລະ ການສະແດງຄວາມຂອບໃຈໃນທຸກສິ່ງ, ເຖິງແມ່ນວ່າພວກເຂົາຈະເຮັດຫຼາຍສໍ່າໃດ ແລະ ພວກເຂົາຈະເຮັດດົນສໍ່າໃດກໍຕາມ, ພວກເຂົາກໍຈະບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອຜູ້ຄົນອາໄສຢູ່ທ່າມກາງກົດລະບຽບ ແລະ ເຮັດໃຫ້ຫົວໃຈຂອງພວກເຂົາແນໃສ່ວິທີການປະຕິບັດ, ພຣະວິນຍານບໍລິສຸດກໍບໍ່ສາມາດປະຕິບັດພາລະກິດໄດ້, ເພາະວ່າ ຫົວໃຈຂອງຄົນເຫຼົ່ານັ້ນເຕັມໄປດ້ວຍກົດລະບຽບ ແລະ ແນວຄວາມຄິດຕ່າງໆຂອງມະນຸດ. ດັ່ງນັ້ນ ພຣະເຈົ້າຈຶ່ງບໍ່ສາມາດແຊກແຊງ ແລະ ປະຕິບັດພາລະກິດໃນພວກເຂົາ ແລະ ພວກເຂົາພຽງແຕ່ສາມາດສືບຕໍ່ດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງກົດເກນ. ຄົນປະເພດນີ້ ຈະບໍ່ສາມາດຮັບການຍ້ອງຍໍຈາກພຣະເຈົ້າໄດ້ຕະຫຼອດໄປ.
ການມີຊີວິດຝ່າຍວິນຍານປົກກະຕິຄືການດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ. ເມື່ອອະທິຖານ ຄົນໆໜຶ່ງສາມາດສະຫງົບຫົວໃຈຂອງຕົນຕໍ່ໜ້າພຣະອົງ ແລະ ຜ່ານການອະທິຖານ ຄົນໆໜຶ່ງສາມາດສະແຫວງຫາຄວາມສະຫວ່າງ ຂອງພຣະວິນຍານບໍລິສຸດໄດ້, ຮູ້ຈັກພຣະທຳຂອງພຣະເຈົ້າ ແລະ ເຂົ້າໃຈຄວາມປະສົງຂອງພຣະອົງ. ເມື່ອກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຜູ້ຄົນສາມາດໄດ້ຮັບຄວາມເຂົ້າໃຈຊັດເຈນຍິ່ງຂຶ້ນ ແລະ ລະອຽດຍິ່ງຂຶ້ນກ່ຽວກັບພາລະກິດໃນປັດຈຸບັນຂອງພຣະເຈົ້າ. ພວກເຂົາຍັງສາມາດຮັບເອົາເສັ້ນທາງໃໝ່ຂອງການປະຕິບັດ ແລະ ຈະບໍ່ຍຶດຕິດກັບເສັ້ນທາງເກົ່າ; ສິ່ງທີ່ພວກເຂົາປະຕິບັດຈະມີເພື່ອບັນລຸຄວາມກ້າວໜ້າໃນຊີວິດເທົ່ານັ້ນ. ແລ້ວສຳລັບການອະທິຖານ, ມັນບໍ່ໄດ້ກ່ຽວກັບການກ່າວຄຳເວົ້າສອງສາມຄຳທີ່ຟັງດູດີ ຫຼື ການຮ້ອງໂຮ່ໄຫ້ຕໍ່ໜ້າພຣະເຈົ້າ ເພື່ອສະແດງວ່າເຈົ້າເປັນໜີ້ບຸນຄົນຫຼາຍສໍ່າໃດ; ກົງກັນຂ້າມ ຈຸດປະສົງແມ່ນເພື່ອຝຶກຝົນຕົນເອງໃນການໃຊ້ງານຂອງວິນຍານ, ປ່ອຍໃຫ້ຄົນໆໜຶ່ງສະຫງົບຫົວໃຈຂອງເຂົາລົງຕໍ່ໜ້າພຣະເຈົ້າ, ຝຶກຝົນຕົນເອງເພື່ອຊອກຫາການຊີ້ນໍາຈາກພຣະທຳຂອງພຣະເຈົ້າໃນທຸກດ້ານ, ເພື່ອວ່າຫົວໃຈຂອງຄົນໆໜຶ່ງຈະສາມາດສະແຫວງຫາຄວາມສະຫວ່າງໃໝ່ທຸກວັນ ແລະ ເພື່ອວ່າຄົນໆໜຶ່ງຈະບໍ່ຢູ່ລ້າໆ ຫຼື ຂີ້ຄ້ານ ແລະ ອາດກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການປະຕິບັດຕາມພຣະທຳຂອງພຣະເຈົ້າ, ແຕ່ພວກເຂົາຍັງບໍ່ໄດ້ເຮັດເພື່ອສະແຫວງຫາຄວາມຈິງ ແລະ ບັນລຸການເຕີບໂຕໃນຊີວິດ. ນີ້ຄືບ່ອນທີ່ພວກເຂົາຫຼົງທາງ. ຍັງມີຄົນຈຳນວນໜຶ່ງທີ່ສາມາດຮັບເອົາຄວາມສະຫວ່າງໃໝ່, ແຕ່ວິທີການປະຕິບັດຂອງພວກເຂົາຍັງຄົງບໍ່ປ່ຽນແປງ. ພວກເຂົານໍາແນວຄິດທາງສາດສະໜາໃນອະດີດຂອງພວກເຂົາມາກັບພວກເຂົາ ໃນຂະນະທີ່ພວກເຂົາລໍຖ້າຮັບພຣະທຳຂອງພຣະເຈົ້າໃນປັດຈຸບັນ, ແລ້ວສິ່ງທີ່ພວກເຂົາໄດ້ຮັບຍັງຄົງເປັນຫຼັກຄຳສອນທີ່ເຈືອປົນດ້ວຍແນວຄິດທາງສາສະໜາ; ພວກເຂົາບໍ່ໄດ້ຮັບແສງສະຫວ່າງຂອງທຸກມື້ນີ້ຢ່າງແທ້ຈິງ. ຜົນຕາມມາກໍຄື ການປະຕິບັດຂອງພວກເຂົາມີການເຈືອປົນ; ພວກມັນເປັນການປະຕິບັດເດີມ ແຕ່ຢູ່ໃນພັດສະດຸຫຸ້ນຫໍ່ໃໝ່. ບໍ່ວ່າການປະຕິບັດຂອງພວກເຂົາຈະດີສ່ຳໃດກໍ່ຕາມ, ພວກເຂົາກໍຍັງເປັນຄົນໜ້າໄຫວ້ຫຼັງຫຼອກ. ພຣະເຈົ້ານຳພາຜູ້ຄົນເຮັດສິ່ງໃໝ່ທຸກວັນ, ຮຽກຮ້ອງວ່າໃນແຕ່ລະມື້ ພວກເຂົາຈະໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈ ແລະ ຮຽກຮ້ອງໃຫ້ພວກເຂົາບໍ່ຫຼ້າສະໄໝ ຫຼື ເຮັດຊໍ້າໆ. ຖ້າເຈົ້າໄດ້ເຊື່ອພຣະເຈົ້າເປັນເວລາຫຼາຍປີ, ແຕ່ວິທີປະຕິບັດຂອງເຈົ້າບໍ່ມີການປ່ຽນແປງຫຍັງເລີຍ ແລະ ຖ້າເຈົ້າຍັງເອົາຈິງເອົາຈັງ ແລະ ຫຍຸ້ງຢູ່ກັບສິ່ງພາຍນອກ ແຕ່ບໍ່ນໍາຫົວໃຈທີ່ງຽບສະຫງົບມາຢູ່ຕໍ່ໜ້າພຣະເຈົ້າເພື່ອຊື່ນຊົມກັບພຣະທຳຂອງພຣະອົງ, ແລ້ວເຈົ້າຈະບໍ່ສາມາດໄດ້ຮັບຫຍັງເລີຍ. ເມື່ອເວົ້າເຖິງການຍອມຮັບພາລະກິດໃໝ່ຂອງພຣະເຈົ້າ, ຖ້າເຈົ້າບໍ່ມີແຜນການທີ່ແຕກຕ່າງ, ບໍ່ປະຕິບັດໃນລັກສະນະໃໝ່ ແລະ ບໍ່ສະແຫວງຫາຄວາມເຂົ້າໃຈໃໝ່, ແຕ່ກົງກັນຂ້າມເຈົ້າຍຶດຖືກັບສິ່ງເດີມໆ ແລະ ພຽງແຕ່ຮັບເອົາແສງສະຫວ່າງໃໝ່ບາງຢ່າງທີ່ຈຳກັດ. ໂດຍບໍ່ປ່ຽນແປງວິທີການທີ່ເຈົ້າປະຕິບັດ, ແລ້ວຜູ້ຄົນປະເພດນີ້ແມ່ນຢູ່ໃນກະແສດັ່ງກ່າວພຽງໃນນາມ; ໃນຄວາມເປັນຈິງແລ້ວ ພວກເຂົາເປັນພວກຟາຣີຊາຍທີ່ເຄັ່ງສາສະໜາ ເຊິ່ງຢູ່ນອກກະແສຂອງພຣະວິນຍານບໍລິສຸດ.
ເພື່ອມີຊີວິດຝ່າຍວິນຍານປົກກະຕິ, ຄົນໆໜຶ່ງເຈົ້າສາມາດຮັບເອົາຄວາມສະຫວ່າງໃໝ່ໃນແຕ່ລະມື້ ແລະ ສະແຫວງຫາຄວາມເຂົ້າໃຈອັນແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າ. ຄົນໆໜຶ່ງຕ້ອງເຫັນຄວາມຈິງຢ່າງຊັດເຈນ, ຊອກຫາເສັ້ນທາງການປະຕິບັດໃນທຸກສິ່ງ, ຄົ້ນພົບຄຳຖາມໃໝ່ຜ່ານການອ່ານພຣະທຳຂອງພຣະເຈົ້າໃນແຕ່ລະມື້ ແລະ ຮັບຮູ້ຂໍ້ບົກຜ່ອງຂອງຕົນເອງ ເພື່ອວ່າຄົນໆໜຶ່ງອາດມີຫົວໃຈທີ່ກະຫາຍ ແລະ ຢາກຄົ້ນຫາທີ່ຂັບເຄື່ອນການເປັນຢູ່ທັງໝົດຂອງຄົນໆນັ້ນ ແລະ ເພື່ອວ່າຄົນໆໜຶ່ງອາດສະຫງົບລົງຕໍ່ໜ້າພຣະເຈົ້າໄດ້ທຸກເວລາ, ຢ້ານກົວຢູ່ເລິກໆວ່າຈະຖືກປະໄວ້ຢູ່ທາງຫຼັງ. ບຸກຄົນທີ່ມີຫົວໃຈທີ່ກະຫາຍ ແລະ ຢາກຄົ້ນຫາ, ຜູ້ທີ່ເຕັມໃຈຈະຮັບທາງເຂົ້າຢ່າງຕໍ່ເນື່ອງ, ແມ່ນຢູ່ໃນເສັ້ນທາງທີ່ຖືກຕ້ອງຂອງຊີວິດຝ່າຍວິນຍານ. ຄົນທີ່ຖືກຂັບເຄື່ອນໂດຍພຣະວິນຍານບໍລິສຸດ, ຜູ້ທີ່ປາຖະໜາຈະເຮັດດີຂຶ້ນ, ຜູ້ທີ່ເຕັມໃຈສະແຫວງຫາເພື່ອຖືກພຣະເຈົ້າເຮັດໃຫ້ສົມບູນ, ຜູ້ທີ່ຕ້ອງການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງເລິກເຊິ່ງຍິ່ງຂຶ້ນ, ຜູ້ທີ່ບໍ່ສະແຫວງຫາສິ່ງທີ່ເໜືອທຳມະຊາດ ແຕ່ກົງກັນຂ້າມຄືຈ່າຍຕາມລາຄາຕົວຈິງ, ຜູ້ທີ່ຫ່ວງໃຍຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ຜູ້ທີ່ໄດ້ຮັບທາງເຂົ້າຢ່າງແທ້ຈິງ ເພື່ອວ່າປະສົບການພວກເຂົາຈະເປັນຈິງ ແລະ ມີຄວາມຈິງ, ຜູ້ທີ່ບໍ່ສະແຫວງຫາຖ້ອຍຄຳທີ່ວ່າງເປົ່າ ແລະ ຫຼັກຄໍາສອນ ຫຼື ສະແຫວງຫາເພື່ອຮູ້ສຶກເຖິງສິ່ງເໜືອທຳມະຊາດ, ຜູ້ທີ່ບໍ່ບູຊາບຸກຄົນທີ່ຍິ່ງໃຫຍ່ໃດໆ, ຄົນເຫຼົ່ານີ້ແມ່ນຄົນທີ່ໄດ້ເຂົ້າສູ່ຊີວິດຝ່າຍວິນຍານປົກກະຕິ. ທຸກສິ່ງທີ່ພວກເຂົາປະຕິບັດແມ່ນມີຈຸດປະສົງ ເພື່ອບັນລຸການເຕີບໂຕໃນຊີວິດ ແລະ ເພື່ອຮັກສາວິນຍານຂອງຕົນໃຫ້ມີຄວາມສົດຊື່ນ ແລະ ມີຊີວິດຊີວາ ແລະ ພວກເຂົາສາມາດຮັບທາງເຂົ້າຢ່າງຫ້າວຫັນຢູ່ສະເໝີ. ຫາກບໍ່ຮັບຮູ້ມັນ, ພວກເຂົາກໍມາເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຄວາມເປັນຈິງ. ຄົນທີ່ມີຊີວິດຝ່າຍວິນຍານປົກກະຕິຄົ້ນພົບຄວາມຫຼຸດພົ້ນ ແລະ ອິດສະຫຼະໃນວິນຍານໃນທຸກໆວັນ ແລະ ພວກເຂົາສາມາດປະຕິບັດຕາມພຣະທຳຂອງພຣະເຈົ້າໃນລັກສະນະທີ່ເປັນອິດສະຫຼະເພື່ອເຮັດໃຫ້ພຣະອົງພໍໃຈ. ສຳລັບຄົນເຫຼົ່ານີ້, ການອະທິຖານບໍ່ແມ່ນສິ່ງທີ່ເປັນທາງການ ຫຼື ລະບຽບການ; ໃນແຕ່ລະມື້, ພວກເຂົາສາມາດຕາມທັນແສງສະຫວ່າງໃໝ່. ຕົວຢ່າງ: ຜູ້ຄົນຝຶກຝົນຕົວເອງໃຫ້ສະຫງົບຫົວໃຈຂອງພວກເຂົາຕໍ່ໜ້າພຣະເຈົ້າ ແລະ ຫົວໃຈຂອງພວກເຂົາກໍງຽບສະຫງົບຕໍ່ໜ້າພຣະອົງໄດ້ຢ່າງແທ້ຈິງ ແລະ ຈະບໍ່ມີໃຜສາມາດລົບກວນພວກເຂົາໄດ້. ບໍ່ມີຜູ້ຄົນ, ເຫດການ ຫຼື ສິ່ງໃດກໍຕາມທີ່ສາມາດຢັບຢັ້ງຊີວິດຝ່າຍວິນຍານປົກກະຕິຂອງພວກເຂົາໄດ້. ການຝຶກຝົນດັ່ງກ່າວແມ່ນມີເຈດຕະນາເພື່ອບັນລຸຜົນ; ມັນບໍ່ໄດ້ມີເຈດຕະນາເພື່ອເຮັດໃຫ້ຜູ້ຄົນປະຕິບັດຕາມກົດລະບຽບ. ການປະຕິບັດແບບນີ້ບໍ່ແມ່ນການປະຕິບັດຕາມກົດລະບຽບ, ແຕ່ແມ່ນກ່ຽວກັບການສົ່ງເສີມການເຕີບໂຕໃນຊີວິດຂອງຜູ້ຄົນ. ຖ້າເຈົ້າພຽງແຕ່ເຫັນການປະຕິບັດນີ້ເປັນພຽງກົດລະບຽບໃຫ້ປະຕິບັດ, ຊີວິດຂອງເຈົ້າກໍຈະບໍ່ປ່ຽນແປງຈັກເທື່ອ. ເຈົ້າອາດເຂົ້າຮ່ວມໃນການປະຕິບັດແບບດຽວກັບຄົນອື່ນ, ແຕ່ໃນຂະນະທີ່ພວກເຂົາສາມາດຕາມທັນພາລະກິດຂອງພຣະວິນຍານບໍລິສຸດໄດ້ໃນທີ່ສຸດ, ເຈົ້າຈະຖືກໂຍນອອກຈາກກະແສຂອງພຣະວິນຍານບໍລິສຸດ. ເຈົ້າບໍ່ໄດ້ກຳລັງຫຼອກລວງຕົວເອງບໍ? ຈຸດປະສົງຂອງພຣະທຳເຫຼົ່ານີ້ແມ່ນເພື່ອເຮັດໃຫ້ຜູ້ຄົນສາມາດສະຫງົບຫົວໃຈຂອງພວກເຂົາຕໍ່ໜ້າພຣະເຈົ້າ, ຫັນຫົວໃຈຂອງພວກເຂົາເຂົ້າຫາພຣະອົງ, ເພື່ອວ່າພາລະກິດຂອງພຣະເຈົ້າໃນພວກເຂົາອາດບໍ່ມີສິ່ງຂັດຂວາງ ແລະ ອາດເກີດດອກອອກຜົນ. ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງສາມາດປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້.