ວິທີການຮູ້ຈັກຄວາມເປັນຈິງ

ພຣະເຈົ້າແມ່ນພຣະເຈົ້າຕາມຄວາມເປັນຈິງ ນັ້ນກໍຄື ພາລະກິດທຸກຢ່າງຂອງພຣະອົງແມ່ນຕາມຄວາມເປັນຈິງ, ພຣະທຳທຸກຂໍ້ທີ່ພຣະອົງກ່າວອອກມາແມ່ນຕາມຄວາມເປັນຈິງ ແລະ ຄວາມຈິງທຸກປະການທີ່ພຣະອົງສຳແດງອອກກໍແມ່ນຕາມຄວາມເປັນຈິງ. ທຸກສິ່ງທີ່ບໍ່ແມ່ນພຣະທຳຂອງພຣະອົງເປັນສິ່ງທີ່ບໍ່ມີຄວາມໝາຍ, ບໍ່ມີຕົວຕົນ ແລະ ເຊື່ອຖືບໍ່ໄດ້. ໃນປັດຈຸບັນ, ພຣະວິນຍານບໍລິສຸດຕ້ອງນໍາພາຜູ້ຄົນເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າຜູ້ຄົນຕ້ອງສະແຫວງຫາທາງເຂົ້າສູ່ຄວາມເປັນຈິງ ພວກເຂົາຕ້ອງຄົ້ນຫາຄວາມເປັນຈິງ ແລະ ຮູ້ຈັກຄວາມເປັນຈິງ, ຫຼັງຈາກນັ້ນ ພວກເຂົາຕ້ອງມີປະສົບການກັບຄວາມເປັນຈິງ ແລະ ດຳລົງຊີວິດຕາມຄວາມເປັນຈິງ. ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງສາມາດແຍກແຍະໄດ້ວ່າຄຳເວົ້າຂອງຄົນອື່ນເປັນຈິງ ຫຼື ບໍ່; ຍິ່ງຜູ້ຄົນຮູ້ຈັກຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະມີແນວຄິດໜ້ອຍລົງສໍ່ານັ້ນ; ຍິ່ງຜູ້ຄົນມີປະສົບການກັບຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຈະຮູ້ຈັກການກະທຳຂອງພຣະເຈົ້າໃນຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ມັນຍິ່ງງ່າຍຂຶ້ນທີ່ຈະໃຫ້ພວກເຂົາເປັນອິດສະຫຼະຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ; ຍິ່ງຜູ້ຄົນມີຄວາມຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງຮູ້ຈັກພຣະເຈົ້າຫຼາຍສໍ່ານັ້ນ ແລະ ພວກເຂົາກໍຍິ່ງກຽດຊັງຝ່າຍເນື້ອໜັງ ແລະ ຮັກຄວາມຈິງຫຼາຍສໍ່ານັ້ນ; ແລະ ຍິ່ງພວກເຂົາມີຄວາມເປັນຈິງຫຼາຍສໍ່າໃດ ພວກເຂົາກໍຍິ່ງເຂົ້າໃກ້ມາດຕະຖານແຫ່ງເງື່ອນໄຂທີ່ຈຳເປັນຂອງພຣະເຈົ້າຫຼາຍສໍ່ານັ້ນ. ຜູ້ຄົນທີ່ຖືກພຣະເຈົ້າຮັບເອົາແມ່ນຄົນທີ່ປະກອບດ້ວຍຄວາມຈິງ, ຮູ້ຈັກຄວາມເປັນຈິງ ແລະ ໄດ້ຮຽນຮູ້ຈັກການກະທຳທີ່ແທ້ຈິງຂອງພຣະເຈົ້າຜ່ານປະສົບການກັບຄວາມເປັນຈິງ. ຍິ່ງເຈົ້າຮ່ວມມືກັບພຣະເຈົ້າໃນລັກສະນະທີ່ເປັນຈິງ ແລະ ລົງວິໄນຮ່າງກາຍຂອງເຈົ້າຫຼາຍສໍ່າໃດ ເຈົ້າກໍຍິ່ງຈະໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດຫຼາຍສໍ່ານັ້ນ, ເຈົ້າຈະໄດ້ຮັບຄວາມເປັນຈິງຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສະຫວ່າງຫຼາຍສໍ່ານັ້ນ ແລະ ດ້ວຍເຫດນັ້ນ ຄວາມຮູ້ຂອງເຈົ້າກ່ຽວກັບການກະທຳທີ່ເປັນຈິງຂອງພຣະເຈົ້າກໍຈະຍິ່ງມີຫຼາຍສໍ່ານັ້ນ. ຖ້າເຈົ້າສາມາດດຳລົງຊີວິດໃນແສງສະຫວ່າງແຫ່ງປັດຈຸບັນຂອງພຣະວິນຍານບໍລິສຸດ ແລ້ວເສັ້ນທາງສູ່ການປະຕິບັດຂອງເຈົ້າໃນປັດຈຸບັນກໍຈະຊັດເຈນຂຶ້ນສຳລັບເຈົ້າ ແລະ ເຈົ້າກໍຈະສາມາດແຍກຕົວເອງອອກຈາກແນວຄິດທາງສາສະໜາ ແລະ ການປະຕິບັດທີ່ເກົ່າແກ່ຈາກອະດີດໄດ້ຫຼາຍຂຶ້ນ. ໃນປັດຈຸບັນ ຄວາມເປັນຈິງແມ່ນສຸມໃສ່ສິ່ງນີ້: ຍິ່ງຜູ້ຄົນມີຄວາມເປັນຈິງຫຼາຍສໍ່າໃດ ຄວາມຮູ້ກ່ຽວກັບຄວາມຈິງຂອງພວກເຂົາກໍຈະຊັດເຈນຫຼາຍສໍ່ານັ້ນ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າກໍຈະຍິ່ງໃຫຍ່ຫຼາຍສໍ່ານັ້ນ. ຄວາມເປັນຈິງສາມາດເອົາຊະນະຕົວອັກສອນ ແລະ ຄຳສັ່ງສອນທຸກຢ່າງ, ມັນສາມາດເອົາຊະນະທິດສະດີ ແລະ ຄວາມຊຳນານທັງໝົດ ແລະ ຍິ່ງຜູ້ຄົນເອົາໃຈໃສ່ຄວາມເປັນຈິງຫຼາຍສໍ່າໃດ, ພວກເຂົາກໍຍິ່ງຮັກພຣະເຈົ້າຢ່າງແທ້ຈິງ, ຫິວ ແລະ ກະຫາຍຫາພຣະທຳຂອງພຣະອົງຫຼາຍສໍ່ານັ້ນ. ຖ້າເຈົ້າເອົາໃຈໃສ່ຄວາມເປັນຈິງ, ແລ້ວປັດຊະຍາສຳລັບການດຳລົງຊີວິດຂອງເຈົ້າ, ແນວຄິດທາງສາສະໜາ ແລະ ລັກສະນະທາງທຳມະຊາດຈະຖືກລຶບອອກໂດຍທຳມະຊາດຫຼັງຈາກຜ່ານພາລະກິດຂອງພຣະເຈົ້າ. ຄົນທີ່ບໍ່ສະແຫວງຫາຄວາມເປັນຈິງ ແລະ ບໍ່ມີຄວາມຮູ້ກ່ຽວກັບຄວາມເປັນຈິງ ມັກຈະສະແຫວງຫາສິ່ງທີ່ເໜືອທຳມະຊາດ ແລະ ພວກເຂົາກໍຈະຖືກຫຼອກລວງໄດ້ງ່າຍ. ພຣະວິນຍານບໍລິສຸດບໍ່ມີທາງປະຕິບັດພາລະກິດໃນຄົນປະເພດດັ່ງກ່າວ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮູ້ສຶກວ່າງເປົ່າ ແລະ ຊີວິດຂອງພວກເຂົາກໍຈະບໍ່ມີຄວາມໝາຍຫຍັງເລີຍ.

ພຣະວິນຍານບໍລິສຸດພຽງແຕ່ສາມາດປະຕິບັດພາລະກິດໃນຕົວເຈົ້າ ເມື່ອເຈົ້າຝຶກຝົນຢ່າງແທ້ຈິງ, ຄົ້ນຫາຢ່າງແທ້ຈິງ, ອະທິຖານຢ່າງແທ້ຈິງ ແລະ ເຕັມໃຈທີ່ຈະທົນທຸກໂດຍເຫັນແກ່ການສະແຫວງຫາຄວາມຈິງ. ຄົນທີ່ບໍ່ສະແຫວງຫາຄວາມຈິງບໍ່ມີຫຍັງເລີຍ ນອກຈາກຕົວອັກສອນ ແລະ ຄຳສັ່ງສອນ ແລະ ທິດສະດີທີ່ວ່າງເປົ່າ ແລະ ຄົນທີ່ປາສະຈາກຄວາມຈິງກໍຈະມີແນວຄິດຫຼາຍຢ່າງກ່ຽວກັບພຣະເຈົ້າໂດຍທຳມະຊາດ. ຄົນປະເພດນີ້ປາຖະໜາພຽງແຕ່ໃຫ້ພຣະເຈົ້າປ່ຽນຮ່າງກາຍຝ່າຍເນື້ອໜັງຂອງພວກເຂົາໃຫ້ເປັນຮ່າງກາຍຝ່າຍວິນຍານເທົ່ານັ້ນ ເພື່ອພວກເຂົາຈະໄດ້ຂຶ້ນສູ່ສະຫວັນຊັ້ນທີສາມ. ຜູ້ຄົນເຫຼົ່ານີ້ຊ່າງໂງ່ຈ້າແທ້ໆ! ທຸກຄົນທີ່ເວົ້າສິ່ງດັ່ງກ່າວບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ຫຼື ກ່ຽວກັບຄວາມເປັນຈິງ; ຜູ້ຄົນປະເພດນີ້ບໍ່ມີທາງສາມາດຮ່ວມມືກັບພຣະເຈົ້າໄດ້ ແລະ ພຽງແຕ່ສາມາດລໍຖ້າຢູ່ຊື່ໆ. ຖ້າຜູ້ຄົນຕ້ອງເຂົ້າໃຈຄວາມຈິງ ແລະ ເຫັນຄວາມຈິງຢ່າງຊັດເຈນ ແລະ ຍິ່ງໄປກວ່ານັ້ນ ຖ້າພວກເຂົາຕ້ອງເຂົ້າສູ່ຄວາມຈິງ ແລະ ນໍາເຂົ້າສູ່ການປະຕິບັດ, ແລ້ວພວກເຂົາກໍຕ້ອງຝຶກຝົນຢ່າງແທ້ຈິງ, ຄົ້ນຫາຢ່າງແທ້ຈິງ ແລະ ຫິວ ແລະ ກະຫາຍຢ່າງແທ້ຈິງ. ເມື່ອເຈົ້າຫິວ ແລະ ກະຫາຍ ແລະ ເມື່ອເຈົ້າຮ່ວມມືກັບພຣະເຈົ້າຢ່າງແທ້ຈິງ, ພຣະວິນຍານຂອງພຣະເຈົ້າຈະສຳຜັດເຈົ້າຢ່າງແນ່ນອນ ແລະ ປະຕິບັດພາລະກິດພາຍໃນຕົວເຈົ້າ ເຊິ່ງຈະນໍາແສງສະຫວ່າງມາສູ່ຕົວເຈົ້າຫຼາຍຂຶ້ນ, ມອບຄວາມຮູ້ກ່ຽວກັບຄວາມຈິງໃຫ້ກັບເຈົ້າຫຼາຍຂຶ້ນ ແລະ ໃຫ້ການຊ່ວຍເຫຼືອກັບຊີວິດຂອງເຈົ້າຫຼາຍຍິ່ງຂຶ້ນ.

ຖ້າຜູ້ຄົນຕ້ອງຮູ້ຈັກພຣະເຈົ້າ ພວກເຂົາຕ້ອງຮູ້ຈັກວ່າພຣະເຈົ້າແມ່ນພຣະເຈົ້າຕາມຄວາມເປັນຈິງກ່ອນ ແລະ ພວກເຂົາຕ້ອງຮູ້ຈັກພຣະທຳຂອງພຣະເຈົ້າ, ການປາກົດກາຍຂອງພຣະເຈົ້າໃນເນື້ອໜັງ ແລະ ພາລະກິດຕາມຄວາມເປັນຈິງຂອງພຣະເຈົ້າ. ພຽງແຕ່ຫຼັງຈາກການຮູ້ຈັກວ່າ ພາລະກິດທຸກຢ່າງຂອງພຣະເຈົ້າແມ່ນຕາມຄວາມເປັນຈິງເທົ່ານັ້ນ ເຈົ້າຈຶ່ງຈະສາມາດຮ່ວມມືກັບພຣະເຈົ້າຢ່າງແທ້ຈິງໄດ້ ແລະ ພຽງແຕ່ຜ່ານເສັ້ນທາງນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດບັນລຸຄວາມເຕີບໃຫຍ່ໃນຊີວິດຂອງເຈົ້າໄດ້. ທຸກຄົນທີ່ບໍ່ມີຄວາມຮູ້ກ່ຽວກັບຄວາມເປັນຈິງບໍ່ມີທາງຈະມີປະສົບການກັບພຣະທຳຂອງພຣະເຈົ້າໄດ້, ຕິດບ້ວງແຮ້ວໃນແນວຄິດຂອງພວກເຂົາ, ດຳລົງຊີວິດຢູ່ໃນຈິນຕະນາການຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ມີຄວາມຮູ້ກ່ຽວກັບພຣະທຳຂອງພຣະເຈົ້າ. ຍິ່ງຄວາມຮູ້ຂອງເຈົ້າກ່ຽວກັບຄວາມເປັນຈິງຍິ່ງໃຫຍ່ສໍ່າໃດ ເຈົ້າກໍຍິ່ງໃກ້ກັບພຣະເຈົ້າຫຼາຍສໍ່ານັ້ນ ແລະ ເຈົ້າກໍຍິ່ງໃກ້ຊິດກັບພຣະອົງຫຼາຍສໍ່ານັ້ນ; ຍິ່ງເຈົ້າສະແຫວງຫາຄວາມບໍ່ແຈ່ມແຈ້ງ, ຄວາມບໍ່ມີຕົວຕົນ ແລະ ຄຳສັ່ງສອນຫຼາຍສໍ່າໃດ, ເຈົ້າກໍຍິ່ງຫ່າງເຫີນຈາກພຣະເຈົ້າສໍ່ານັ້ນ ແລະ ດ້ວຍເຫດນັ້ນ ເຈົ້າກໍຍິ່ງຈະຮູ້ສຶກວ່າ ການມີປະສົບການກັບພຣະທຳຂອງພຣະເຈົ້າເປັນສິ່ງທີ່ລຳບາກ ແລະ ຫຍຸ້ງຍາກຫຼາຍສໍ່ານັ້ນ ແລະ ເຈົ້າກໍຍັງຮູ້ສຶກວ່າ ເຈົ້າຂາດຄວາມສາມາດສຳລັບທາງເຂົ້າສູ່ພຣະທໍາ. ຖ້າເຈົ້າປາຖະໜາທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ ແລະ ສູ່ເສັ້ນທາງທີ່ຖືກຕ້ອງຂອງຊີວິດຝ່າຍວິນຍານຂອງເຈົ້າ, ເຈົ້າຕ້ອງຮູ້ຈັກຄວາມເປັນຈິງກ່ອນ ແລະ ແຍກຕົວເຈົ້າເອງອອກຈາກສິ່ງທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ ເຊິ່ງເວົ້າໄດ້ວ່າ ກ່ອນອື່ນ ເຈົ້າຕ້ອງເຂົ້າໃຈວ່າ ພຣະວິນຍານບໍລິສຸດເຮັດໃຫ້ສະຫວ່າງຢ່າງແທ້ຈິງ ແລະ ນໍາພາເຈົ້າຈາກພາຍໃນໄດ້ແນວໃດ. ດ້ວຍວິທີນີ້ ຖ້າເຈົ້າສາມາດເຂົ້າໃຈພາລະກິດທີ່ແທ້ຈິງຂອງພຣະວິນຍານບໍລິສຸດພາຍໃນມະນຸດຢ່າງແທ້ຈິງ, ແລ້ວເຈົ້າກໍຈະໄດ້ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແນ່ນອນ.

ໃນປັດຈຸບັນ ທຸກສິ່ງເລີ່ມຕົ້ນຈາກຄວາມເປັນຈິງ. ພາລະກິດຂອງພຣະເຈົ້າເປັນສິ່ງທີ່ເປັນຈິງທີ່ສຸດ ແລະ ຜູ້ຄົນກໍສາມາດສຳຜັດໄດ້; ມັນເປັນສິ່ງທີ່ຜູ້ຄົນສາມາດປະສົບ ແລະ ບັນລຸໄດ້. ໃນຜູ້ຄົນ ມີຫຼາຍສິ່ງທີ່ບໍ່ແຈ່ມແຈ້ງ ແລະ ເໜືອທຳມະຊາດ ເຊິ່ງຢຸດພວກເຂົາຈາກການຮູ້ຈັກພາລະກິດໃນປັດຈຸບັນຂອງພຣະເຈົ້າ. ສະນັ້ນ ໃນປະສົບການຂອງພວກເຂົາ, ພວກເຂົາອອກນອກທິດນອກທາງຢູ່ສະເໝີ ແລະ ຮູ້ສຶກວ່າສິ່ງຕ່າງໆຍາກຢູ່ສະເໝີ ແລະ ນີ້ລ້ວນແລ້ວແຕ່ເກີດຂຶ້ນຈາກແນວຄິດຂອງພວກເຂົາ. ຜູ້ຄົນບໍ່ສາມາດເຂົ້າໃຈຫຼັກການແຫ່ງພາລະກິດຂອງພຣະວິນຍານບໍລິສຸດ, ພວກເຂົາບໍ່ຮູ້ຈັກຄວາມເປັນຈິງ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງມີຄວາມຄິດລົບໃນເສັ້ນທາງເຂົ້າສູ່ຂອງພວກເຂົາຢູ່ສະເໝີ. ພວກເຂົາເບິ່ງເງື່ອນໄຂຈຳເປັນຂອງພຣະເຈົ້າຈາກທາງໄກ ໂດຍບໍ່ສາມາດບັນລຸສິ່ງເຫຼົ່ານັ້ນໄດ້; ພວກເຂົາພຽງແຕ່ເຫັນວ່າ ພຣະທຳຂອງພຣະເຈົ້າດີແທ້ ແຕ່ບໍ່ສາມາດຄົ້ນພົບເສັ້ນທາງເຂົ້າຫາໄດ້ເລີຍ. ພຣະວິນຍານບໍລິສຸດປະຕິບັດພາລະກິດດ້ວຍຫຼັກການນີ້: ຜ່ານການຮ່ວມມືຂອງຜູ້ຄົນ, ຜ່ານການອະທິຖານຢ່າງຫ້າວຫັນຂອງພວກເຂົາ, ຜ່ານການຄົ້ນຫາ ແລະ ການຫຍັບເຂົ້າໃກ້ພຣະເຈົ້າຫຼາຍຂຶ້ນ ເຊິ່ງຖ້າສາມາດບັນລຸຜົນສິ່ງນີ້ໄດ້ ພວກເຂົາກໍຈະໄດ້ຮັບການເຮັດໃຫ້ສະຫວ່າງ ແລະ ແສງເຍື່ອງທາງຈາກພຣະວິນຍານບໍລິສຸດ. ມັນບໍ່ແມ່ນເລື່ອງທີ່ພຣະວິນຍານບໍລິສຸດກະທຳແຕ່ຝ່າຍດຽວ ຫຼື ມະນຸດກະທຳແຕ່ຝ່າຍດຽວ. ທັງສອງຝ່າຍຈຳເປັນຢ່າງຍິ່ງ ແລະ ຍິ່ງຜູ້ຄົນຮ່ວມມືກັນຫຼາຍສໍ່າໃດ ແລະ ຍິ່ງພວກເຂົາສະແຫວງຫາເພື່ອເຂົ້າເຖິງມາດຕະຖານແຫ່ງເງື່ອນໄຂຈຳເປັນຂອງພຣະເຈົ້າຫຼາຍສໍ່າໃດ ພາລະກິດຂອງພຣະວິນຍານບໍລິສຸດກໍຍິ່ງໃຫຍ່ຫຼາຍສໍ່ານັ້ນ. ມີພຽງແຕ່ການຮ່ວມມືທີ່ແທ້ຈິງຂອງຜູ້ຄົນເທົ່ານັ້ນ ບວກກັບພາລະກິດຂອງພຣະວິນຍານບໍລິສຸດ ຈຶ່ງສາມາດກໍ່ໃຫ້ເກີດປະສົບການທີ່ແທ້ຈິງ ແລະ ຄວາມຮູ້ທີ່ເປັນແກ່ນແທ້ກ່ຽວກັບພຣະທຳຂອງພຣະເຈົ້າ. ຜ່ານປະສົບການໃນລັກສະນະນີ້ເທື່ອລະເລັກເທື່ອນ້ອຍກໍຈະເກີດມີບຸກຄົນສົມບູນໃນທີ່ສຸດ. ພຣະເຈົ້າບໍ່ກະທຳສິ່ງທີ່ເໜືອທຳມະຊາດ; ໃນແນວຄິດຂອງຜູ້ຄົນ ພຣະເຈົ້າລິດທານຸພາບສູງສຸດ ແລະ ພຣະອົງເຮັດທຸກສິ່ງຢ່າງ, ຜົນຕາມມາກໍຄືຜູ້ຄົນລໍຖ້າຢູ່ຊື່ໆ, ບໍ່ອ່ານພຣະທຳຂອງພຣະເຈົ້າ ຫຼື ອະທິຖານ ແລະ ພຽງແຕ່ລໍຖ້າການສຳຜັດຂອງພຣະວິນຍານບໍລິສຸດເທົ່ານັ້ນ. ເຖິງຢ່າງໃດກໍຕາມ ຄົນທີ່ມີຄວາມເຂົ້າໃຈຢ່າງຖືກຕ້ອງແມ່ນເຊື່ອໃນສິ່ງນີ້ ແລະ ມັກເວົ້າວ່າ: ການກະທຳຂອງພຣະເຈົ້າສາມາດບັນລຸໄດ້ຈາກການຮ່ວມມືຂອງຂ້ານ້ອຍເທົ່ານັ້ນ ແລະ ຜົນກະທົບທີ່ພາລະກິດຂອງພຣະເຈົ້າມີຢູ່ໃນຕົວຂ້ານ້ອຍກໍຂຶ້ນກັບວ່າ ຂ້ານ້ອຍຮ່ວມມືແນວໃດ. ເມື່ອພຣະເຈົ້າກ່າວ ຂ້ານ້ອຍຄວນເຮັດທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອສະແຫວງຫາ ແລະ ພະຍາຍາມໃຫ້ບັນລຸຕາມພຣະທຳຂອງພຣະເຈົ້າ; ນີ້ຄືສິ່ງທີ່ຂ້ານ້ອຍຄວນເຮັດໃຫ້ສໍາເລັດ.

ໃນຕົວຢ່າງຂອງເປໂຕ ແລະ ໂປໂລ ພວກເຈົ້າສາມາເຫັນໄດ້ຢ່າງຊັດເຈນວ່າ ເປໂຕເອົາໃຈໃສ່ກັບຄວາມເປັນຈິງຫຼາຍທີ່ສຸດ. ຈາກສິ່ງທີ່ເປໂຕໄດ້ພົບພໍ້ ມັນສາມາດເຫັນໄດ້ວ່າ ປະສົບການຂອງເພິ່ນແມ່ນຂໍ້ສະຫຼຸບບົດຮຽນຂອງຄົນທີ່ລົ້ມເຫຼວໃນອະດີດ ແລະ ເພິ່ນໄດ້ຊຶມຊັບຄວາມເຂັ້ມແຂງຈາກທຳມິກກະຊົນທີ່ຢູ່ໃນອະດີດ. ຈາກສິ່ງນີ້ ມັນສາມາດເຫັນໄດ້ວ່າ ປະສົບການຂອງເປໂຕເປັນຈິງຫຼາຍສໍ່າໃດ, ຜູ້ຄົນສາມາດພົວພັນ ແລະ ສຳຜັດກັບປະສົບການເຫຼົ່ານີ້ ແລະ ບັນລຸພວກມັນໄດ້. ເຖິງຢ່າງໃດກໍຕາມ, ໂປໂລແມ່ນແຕກຕ່າງ ນັ້ນກໍຄື: ທຸກສິ່ງທີ່ເພິ່ນເວົ້າແມ່ນເປັນສິ່ງທີ່ບໍ່ແຈ່ມແຈ້ງ ແລະ ບໍ່ສາມາດເຫັນໄດ້ ເຊັ່ນ: ການໄປສະຫວັນຊັ້ນສາມ, ການຂຶ້ນຄອງບັນລັງ ແລະ ມົງກຸດແຫ່ງຄວາມຊອບທຳ. ເພິ່ນໃສ່ໃຈກັບສິ່ງທີ່ຢູ່ພາຍນອກ ນັ້ນກໍຄື: ສະຖານະພາບ ແລະ ການສັ່ງສອນຜູ້ຄົນ, ການສະແດງອອກເຖິງຄວາມອາວຸໂສຂອງເພິ່ນ, ການຖືກສຳຜັດໂດຍພຣະວິນຍານບໍລິສຸດ ແລະ ອື່ນໆອີກ. ບໍ່ມີສິ່ງໃດທີ່ເພິ່ນສະແຫວງຫານັ້ນເປັນເລື່ອງຈິງ ແລະ ສ່ວນຫຼາຍແລ້ວກໍເປັນຄວາມເພີ້ຝັນ ແລະ ດ້ວຍເຫດນັ້ນ ສາມາດເຫັນໄດ້ວ່າ ທຸກສິ່ງທີ່ເໜືອທຳມະຊາດ ເຊັ່ນ: ພຣະວິນຍານບໍລິສຸດສຳຜັດຜູ້ຄົນຫຼາຍສໍ່າໃດ, ຄວາມປິຕິຍິນດີອັນຍິ່ງໃຫຍ່ທີ່ຜູ້ຄົນໄດ້ຮັບ, ການໄປສະຫວັນຊັ້ນສາມ ຫຼື ຂອບເຂດທີ່ພວກເຂົາມີຄວາມສຸກກັບການຝຶກຝົນຂອງພວກເຂົາ, ຂອບເຂດທີ່ພວກເຂົາມີຄວາມສຸກກັບການອ່ານພຣະທຳຂອງພຣະເຈົ້າ ເຊິ່ງບໍ່ມີສິ່ງໃດທີ່ເວົ້າມາເປັນຄວາມຈິງເລີຍ. ພາລະກິດທຸກຢ່າງຂອງພຣະວິນຍານບໍລິສຸດເປັນສິ່ງທີ່ທຳມະດາ ແລະ ເປັນຈິງ. ເມື່ອເຈົ້າອ່ານພຣະທຳຂອງພຣະເຈົ້າ ແລະ ອະທິຖານ, ເຈົ້າຈະເບີກບານ ແລະ ໝັ້ນຄົງຢູ່ພາຍໃນ, ໂລກພາຍນອກຈະບໍ່ສາມາດລົບກວນເຈົ້າໄດ້, ເຈົ້າເຕັມໃຈທີ່ຈະຮັກພຣະເຈົ້າຢູ່ພາຍໃນ, ເຕັມໃຈທີ່ຈະມີສ່ວນຮ່ວມກັບສິ່ງທີ່ເປັນບວກ ແລະ ເຈົ້າຈະກຽດຊັງໂລກທີ່ຊົ່ວຮ້າຍ. ນີ້ແມ່ນການດຳລົງຊີວິດພາຍໃນພຣະເຈົ້າ. ມັນບໍ່ແມ່ນການເພີດເພີນຢ່າງຫຼວງຫຼາຍຄືກັບທີ່ຜູ້ຄົນພາກັນເວົ້າ, ການເວົ້າແບບນັ້ນບໍ່ມີຄວາມຈິງເລີຍ. ໃນປັດຈຸບັນ ທຸກສິ່ງເລີ່ມຕົ້ນຈາກຄວາມເປັນຈິງ. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຄວາມຈິງ ແລະ ໃນປະສົບການຂອງເຈົ້າ, ເຈົ້າກໍຄວນໃສ່ໃຈໃນການຮູ້ຈັກພຣະເຈົ້າຢ່າງແທ້ຈິງ ແລະ ຄົ້ນຫາຮ່ອງຮອຍແຫ່ງພາລະກິດຂອງພຣະເຈົ້າ ແລະ ວິທີທາງທີ່ພຣະວິນຍານບໍລິສຸດສຳຜັດ ແລະ ເຮັດໃຫ້ຜູ້ຄົນສະຫວ່າງຂຶ້ນ. ຖ້າເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ອະທິຖານ ແລະ ຮ່ວມມືໃນລັກສະນະທີ່ເປັນຈິງຫຼາຍຂຶ້ນ ໂດຍຮັບເອົາສິ່ງທີ່ດີຈາກອະດີດ ແລະ ປະຕິເສດສິ່ງທີ່ບໍ່ດີ ຄືກັບເປໂຕ, ຖ້າເຈົ້າຟັງດ້ວຍຫູຂອງເຈົ້າ ແລະ ສັງເກດດ້ວຍຕາຂອງເຈົ້າ ແລະ ເຮັດທຸກຢ່າງເພື່ອຮ່ວມມືໃນພາລະກິດຂອງພຣະເຈົ້າ ແລ້ວພຣະເຈົ້າກໍຈະນໍາພາເຈົ້າຢ່າງແນ່ນອນ.

ກ່ອນນີ້: ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ

ຕໍ່ໄປ: ກ່ຽວກັບຊີວິດຝ່າຍວິນຍານປົກກະຕິ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້