(XIV) ກ່ຽວກັບວິທີການສະແຫວງຫາການປ່ຽນແປງດ້ານອຸປະນິໄສ ແລະ ຄວາມສົມບູນໂດຍພຣະເຈົ້າ

504. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ຫຼື ສະແຫວງຫາຫົວໃຈຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສະແຫວງຫາຫົວໃຈຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ເຊື່ອຟັງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ເຊື່ອຟັງທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບຄວາມຄິດຂອງມະນຸດ ແລະ ເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ, ການຈັດການ ແລະ ການຕັດຈໍານວນ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ພ້ອມນັ້ນ ພຣະອົງຍັງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງໂດຍໃຊ້ພຽງແຕ່ປາກ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ການເປັນພະຍານແບບຂອງຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍເຫຼືອ. ມີແຕ່ຜູ້ທີ່ຮູ້ຈັກພຣະເຈົ້າເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້ ແລະ ມີແຕ່ຜູ້ທີ່ໄດ້ປ່ຽນແປງອຸປະນິໄສຂອງຕົນເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້. ພຣະເຈົ້າຈະບໍ່ອະນຸດຍາດໃຫ້ມະນຸດນໍາເອົາຄວາມອັບອາຍມາສູ່ພຣະນາມຂອງພຣະອົງໂດຍເຈດຕະນາ.

(ຄັດຈາກບົດ “ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

505. ຜູ້ຄົນບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີ ແລະ ການທົນທຸກ ແລະ ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າ ຫຼື ການຈັດການ, ການລົງວິໄນ ແລະ ການລິຮານໂດຍພຣະທຳຂອງພຣະອົງ. ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດບັນລຸຄວາມເຊື່ອຟັງ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ແລະ ບໍ່ເຮັດພໍເປັນພິທີຕໍ່ພຣະອົງອີກຕໍ່ໄປ. ມັນແມ່ນພາຍໃຕ້ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ອຸປະນິໄສຂອງຜູ້ຄົນປ່ຽນແປງ. ຜ່ານການເປີດໂປງ, ການພິພາກສາ, ການລົງວິໄນ ແລະ ການຈັດການຈາກພຣະທຳຂອງພຣະອົງເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ກ້າປະພຶດຢ່າງໃຈຮ້ອນອີກຕໍ່ໄປ ແຕ່ກົງກັນຂ້າມ ພວກເຂົາຈະເລີ່ມໝັ້ນຄົງ ແລະ ສະຫງົບໃຈ. ຈຸດສຳຄັນທີ່ສຸດກໍຄືພວກເຂົາສາມາດຍອມຢູ່ພາຍໃຕ້ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ພາຍໃຕ້ພາລະກິດຂອງພຣະອົງ, ເຖິງແມ່ນມັນຈະບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ພວກເຂົາກໍສາມາດປະຖິ້ມແນວຄິດເຫຼົ່ານີ້ ແລະ ເຕັມໃຈທີ່ຈະຍອມຮັບ. ໃນອະດີດ, ການເວົ້າເຖິງການປ່ຽນແປງໃນອຸປະນິໄສ ສ່ວນໃຫຍ່ ແມ່ນໝາຍເຖິງການສາມາດປະຖິ້ມຕົນເອງ, ເພື່ອຍອມໃຫ້ເນື້ອໜັງທົນທຸກ, ເພື່ອລົງວິໄນຮ່າງກາຍຂອງຄົນໆໜຶ່ງ ແລະ ເພື່ອກຳຈັດຄວາມສຸກດ້ານເນື້ອໜັງອອກຈາກຕົນເອງ ເຊິ່ງເປັນການປ່ຽນແປງໃນອຸປະນິໄສອີກແບບໜຶ່ງ. ໃນປັດຈຸບັນ, ທຸກຄົນຮູ້ວ່າ ການສະແດງເຖິງການປ່ຽນແປງໃນອຸປະນິໄສຢ່າງແທ້ຈິງແມ່ນການເຊື່ອຟັງພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ການຮູ້ຈັກພາລະກິດໃໝ່ຂອງພຣະອົງຢ່າງແທ້ຈິງ. ດ້ວຍວິທີນີ້, ຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບພຣະເຈົ້າໃນເມື່ອກ່ອນ ເຊິ່ງຖືກວາດແຕ້ມດ້ວຍແນວຄິດຂອງພວກເຂົາເອງ ແມ່ນສາມາດຖືກກຳຈັດອອກ ແລະ ພວກເຂົາຈະສາມາດບັນລຸຄວາມຮູ້ ແລະ ຄວາມເຊື່ອຟັງພຣະເຈົ້າຢ່າງແທ້ຈິງ, ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນການສະແດງເຖິງການປ່ຽນແປງອຸປະນິໄສຢ່າງແທ້ຈິງ.

(ຄັດຈາກບົດ “ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

506. ການປ່ຽນແປງອຸປະນິໄສຂອງມະນຸດເລີ່ມຕົ້ນຈາກການຮັບຮູ້ທາດແທ້ຂອງຕົນເອງ ແລະ ຜ່ານການປ່ຽນແປງໃນຄວາມຄິດ, ທາດແທ້ ແລະ ທັດສະນະຄະຕິທາງຈິດໃຈ ໂດຍຜ່ານການປ່ຽນແປງດ້ານພື້ນຖານ. ມີພຽງວິທີນີ້ເທົ່ານັ້ນທີ່ຈະບັນລຸການປ່ຽນແປງອຸປະນິໄສຂອງມະນຸດໄດ້ຢ່າງແທ້ຈິງ. ອຸປະນິໄສທີ່ເສື່ອມຊາມຂອງມະນຸດແມ່ນເກີດຈາກການທີ່ເຂົາຖືກຊາຕານວາງຢາພິດ ແລະ ຢຽບຢໍ້າ, ຈາກໄພຊົ່ວຮ້າຍທີ່ຊາຕານວາງໃສ່ໃນຄວາມຄິດ, ສິນທໍາ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ. ມັນເປັນຍ້ອນເພາະວ່າສິ່ງພື້ນຖານຕ່າງໆຂອງມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ແຕກຕ່າງຈາກການທີ່ພຣະເຈົ້າຊົງສ້າງມະນຸດໃນເບື້ອງຕົ້ນ, ມະນຸດຕໍ່ຕ້ານພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງ. ດ້ວຍເຫດນັ້ນ, ການປ່ຽນແປງໃນອຸປະນິໄສຂອງມະນຸດຄວນເລີ່ມຕົ້ນຈາກການປ່ຽນແປງຄວາມຄິດ, ການເຂົ້າໃຈຢ່າງເລິກເຊິ່ງ ແລະ ຄວາມຮູ້ສຶກຂອງເຂົາ ເຊິ່ງສິ່ງເຫຼົ່ານີ້ຈະປ່ຽນແປງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຮູ້ຂອງເຂົາກ່ຽວກັບຄວາມຈິງ.

(ຄັດຈາກບົດ “ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

507. ໃນຊີວິດຂອງມະນຸດ, ຖ້າເຂົາປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບັນລຸການປ່ຽນແປງໃນນິໄສຂອງເຂົາ, ຖ້າເຂົາປາຖະໜາທີ່ຈະດຳລົງຊີວິດທີ່ມີຄວາມໝາຍ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຊົງສ້າງ, ແລ້ວເຂົາຕ້ອງຍອມຮັບເອົາການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ຕ້ອງບໍ່ຍອມໃຫ້ການລົງວິໄນຂອງພຣະເຈົ້າ ແລະ ການຂ້ຽນຕີຂອງພຣະເຈົ້າອອກໄປຈາກເຂົາ, ເພື່ອວ່າ ເຂົາຈະສາມາດປົດປ່ອຍຕົນເອງອອກຈາກການໃຊ້ເລ່ຫຼ່ຽມຫຼອກລວງ ແລະ ອິດທິພົນຂອງຊາຕານ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ. ຈົ່ງຮູ້ວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນແສງສະຫວ່າງ ແລະ ເປັນແສງສະຫວ່າງແຫ່ງຄວາມລອດພົ້ນຂອງມະນຸດ ແລະ ບໍ່ມີການອວຍພອນ, ພຣະຄຸນ ຫຼື ການປົກປ້ອງທີ່ດີກວ່ານີ້ສຳລັບມະນຸດ. ມະນຸດດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ເປັນຢູ່ໃນເນື້ອໜັງ; ຖ້າເຂົາບໍ່ໄດ້ຮັບການຊໍາລະລ້າງ ແລະ ບໍ່ໄດ້ຮັບເອົາການປົກປ້ອງຂອງພຣະເຈົ້າ, ແລ້ວມະນຸດກໍຈະຊົ່ວຊ້າຫຼາຍຍິ່ງຂຶ້ນ. ຖ້າເຂົາປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາກໍຕ້ອງໄດ້ຮັບການຊໍາລະລ້າງ ແລະ ການຊ່ວຍໃຫ້ລອດພົ້ນ. ເປໂຕໄດ້ອະທິຖານວ່າ “ພຣະເຈົ້າ, ເມື່ອພຣະອົງຊົງປະຕິບັດຕໍ່ຂ້ານ້ອຍດ້ວຍຄວາມເມດຕາ ຂ້ານ້ອຍກໍມີຄວາມສຸກຫຼາຍ ແລະ ຮູ້ສຶກສະບາຍໃຈ; ເມື່ອພຣະອົງຕີສອນຂ້ານ້ອຍ, ຂ້ານ້ອຍຍິ່ງຮູ້ສຶກສະບາຍໃຈ ແລະ ມີຄວາມສຸກຍິ່ງຂຶ້ນ. ເຖິງແມ່ນຂ້ານ້ອຍອ່ອນແອ ແລະ ອົດກັ້ນຕໍ່ການທົນທຸກທີ່ນັບບໍ່ຖ້ວນ, ເຖິງແມ່ນມີນໍ້າຕາ ແລະ ຄວາມໂສກເສົ້າ, ພຣະອົງຊົງຮູ້ວ່າ ຄວາມໂສກເສົ້ານີ້ກໍເປັນຍ້ອນການບໍ່ເຊື່ອຟັງຂອງຂ້ານ້ອຍ ແລະ ຍ້ອນຄວາມອ່ອນແອຂອງຂ້ານ້ອຍ. ຂ້ານ້ອຍຮ້ອງໄຫ້ກໍເພາະຂ້ານ້ອຍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງ, ຂ້ານ້ອຍຮູ້ສຶກໂສກເສົ້າ ແລະ ເສຍໃຈ ກໍເພາະວ່າ ຂ້ານ້ອຍບໍ່ເໝາະສົມສຳລັບຄວາມຕ້ອງການຂອງພຣະອົງ, ແຕ່ຂ້ານ້ອຍກໍເຕັມໃຈທີ່ຈະບັນລຸຂອບເຂດນີ້, ຂ້ານ້ອຍເຕັມໃຈທີ່ຈະເຮັດທຸກສິ່ງຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອເຮັດໃຫ້ພຣະອົງພໍພຣະໄທ. ການຕີສອນຂອງພຣະອົງໄດ້ນໍາການປົກປ້ອງມາສູ່ຂ້ານ້ອຍ ແລະ ໄດ້ມອບຄວາມລອດພົ້ນທີ່ດີທີ່ສຸດໃຫ້ກັບຂ້ານ້ອຍ; ການພິພາກສາຂອງພຣະອົງດີເລີດກວ່າຄວາມອົດກັ້ນ ແລະ ຄວາມອົດທົນຂອງພຣະອົງ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ຂ້ານ້ອຍກໍຈະບໍ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະອົງ. ໃນປັດຈຸບັນ, ຂ້ານ້ອຍຍິ່ງເຫັນຫຼາຍຂຶ້ນວ່າ ຄວາມຮັກຂອງພຣະອົງຢູ່ເໜືອສະຫວັນ ແລະ ດີກວ່າທຸກສິ່ງທຸກຢ່າງ. ຄວາມຮັກຂອງພຣະອົງບໍ່ແມ່ນພຽງແຕ່ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາ; ຍິ່ງໄປກວ່ານັ້ນ, ມັນແມ່ນການຕີສອນ ແລະ ການພິພາກສາ. ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ມອບຫຼາຍຢ່າງໃຫ້ກັບຂ້ານ້ອຍ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ຈະສາມາດຜະເຊີນກັບຄວາມຮັກຂອງພຣະຜູ້ສ້າງ”.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

508. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນແບບ, ແລ້ວກ່ອນອື່ນ ເຈົ້າຕ້ອງເປັນທີ່ໂປດປານຂອງພຣະເຈົ້າ ຍ້ອນວ່າ ພຣະເຈົ້າເຮັດໃຫ້ຄົນທີ່ພຣະອົງໂປດປານ ແລະ ຜູ້ທີ່ພຣະອົງພໍໃຈເອງສົມບູນແບບ. ຖ້າເຈົ້າປາຖະໜາທີ່ເປັນທີ່ພໍໃຈຂອງພຣະເຈົ້າເອງ, ແລ້ວເຈົ້າຕ້ອງມີຫົວໃຈທີ່ເຊື່ອຟັງພາລະກິດຂອງພຣະອົງ, ເຈົ້າຕ້ອງພະຍາຍາມສະແຫວງຫາຄວາມຈິງ ແລະ ເຈົ້າຕ້ອງຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ທຸກສິ່ງທີ່ເຈົ້າເຮັດໄດ້ຜ່ານການກວດສອບຂອງພຣະເຈົ້າແລ້ວບໍ? ເຈດຕະນາຂອງເຈົ້າຖືກຕ້ອງບໍ? ຖ້າເຈດຕະນາຂອງເຈົ້າຖືກຕ້ອງ, ແລ້ວພຣະເຈົ້າຈະຊົມເຊີຍເຈົ້າ; ຖ້າເຈດຕະນາຂອງເຈົ້ານັ້ນຜິດ, ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງທີ່ຫົວໃຈຂອງເຈົ້າຮັກບໍ່ແມ່ນພຣະເຈົ້າ, ແຕ່ຮັກເນື້່ອໜັງ ແລະ ຊາຕານ. ສະນັ້ນ, ເຈົ້າຕ້ອງໃຊ້ການອະທິຖານເປັນວິທີຍອມຮັບການກວດສອບຂອງພຣະເຈົ້າໃນທຸກສິ່ງ. ເມື່ອເຈົ້າອະທິຖານ, ເຖິງແມ່ນວ່າເຮົາບໍ່ໄດ້ຢືນຢູ່ຕໍ່ໜ້າເຈົ້າດ້ວຍຕົນເອງ, ພຣະວິນຍານບໍລິດສຸດກໍຈະຢູ່ກັບເຈົ້າ ແລະ ມັນແມ່ນທັງເຮົາເອງ ແລະ ພຣະວິນຍານຂອງພຣະເຈົ້າທີ່ເຈົ້າອະທິຖານຫາ. ເປັນຫຍັງເຈົ້າຈຶ່ງເຊື່ອໃນເນື້ອໜັງນີ້? ເຈົ້າເຊື່ອກໍຍ້ອນວ່າພຣະອົງມີພຣະວິນຍານຂອງພຣະເຈົ້າ. ເຈົ້າຈະເຊື່ອໃນຄົນນີ້ບໍ ຖ້າພຣະອົງປາສະຈາກພຣະວິນຍານຂອງພຣະເຈົ້າ? ເມື່ອເຈົ້າເຊື່ອໃນບຸກຄົນນີ້, ເຈົ້າເຊື່ອໃນພຣະວິນຍານຂອງພຣະເຈົ້າ. ເມື່ອເຈົ້າຢໍາເກງບຸກຄົນນີ້, ເຈົ້າຢໍາເກງພຣະວິນຍານຂອງພຣະເຈົ້າ. ຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າແມ່ນຄວາມເຊື່ອໃນບຸກຄົນນີ້ ແລະ ຄວາມເຊື່ອໃນບຸກຄົນນີ້ກໍ່ແມ່ນຄວາມເຊື່ອໃນພຣະວິນຍານຂອງພຣະເຈົ້າເຊັ່ນກັນ. ເມື່ອເຈົ້າອະທິຖານ, ເຈົ້າຮູ້ສຶກໄດ້ວ່າພຣະວິນຍານຂອງພຣະເຈົ້າຢູ່ກັບເຈົ້າ ແລະ ພຣະເຈົ້າຢູ່ຕໍ່ໜ້າເຈົ້າ ແລະ ສະນັ້ນ ເຈົ້າຈຶ່ງອະທິຖານຫາພຣະວິນຍານຂອງພຣະອົງ. ມື້ນີ້, ຜູ້ຄົນສ່ວນຫຼາຍຢ້ານຫຼາຍເກີນໄປທີ່ຈະນຳເອົາການກະທຳຂອງພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ; ໃນຂະນະທີ່ເຈົ້າອາດຈະຫຼອກລວງເນື້ອນັງຂອງພຣະອົງ, ເຈົ້າບໍ່ສາມາດຫຼອກລວງພຣະວິນຍານຂອງພຣະອົງໄດ້. ເລື່ອງໃດກໍ່ຕາມທີ່ບໍ່ສາມາດທົນຕໍ່ການກວດສອບຂອງພຣະເຈົ້າໄດ້ ກໍບໍ່ສອດຄ່ອງກັບຄວາມຈິງ ແລະ ຄວນຖືກໂຍນຖິ້ມ; ບໍ່ດັ່ງນັ້ນມັນກໍຈະເປັນບາບຕໍ່ພຣະເຈົ້າ. ດັ່ງນັ້ນ, ເຈົ້າຕ້ອງວາງຫົວໃຈຂອງເຈົ້າໄວ້ຕໍ່ໜ້າພຣະເຈົ້າຢູ່ຕະຫຼອດເວລາ ເມື່ອເຈົ້າອະທິຖານ, ເມື່ອເຈົ້າເວົ້າ ແລະ ສົນທະນາກັບບັນດາອ້າຍເອື້ອຍນ້ອງຂອງເຈົ້າ ແລະ ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ຈັດການທຸລະກິດຂອງເຈົ້າ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ພຣະເຈົ້າຈະສະຖິດຢູ່ກັບເຈົ້າ ແລະ ຕາບໃດທີ່ເຈດຕະນາຂອງເຈົ້ານັ້ນຖືກຕ້ອງ ແລະ ສຳລັບພາລະກິດໃນເຮືອນຂອງພຣະເຈົ້າ, ພຣະອົງຈະຍອມຮັບທຸກສິ່ງທີ່ເຈົ້າເຮັດ; ເຈົ້າຄວນອຸທິດຕົນເອງຢ່າງຈິງຈັງເພື່ອປະຕິບັດໜ້າທີ່ຂອງເຈົ້າໃຫ້ສໍາເລັດ. ເມື່ອເຈົ້າອະທິຖານ, ຖ້າເຈົ້າມີຄວາມຮັກຢູ່ໃນໃຈຂອງເຈົ້າຕໍ່ພຣະເຈົ້າ ແລະ ສະແຫວງຫາການເບິ່ງແຍງ, ການປົກປ້ອງ ແລະ ການກວດສອບ, ຖ້າສິ່ງເຫຼົ່ານີ້ແມ່ນເຈດຕະນາຂອງເຈົ້າ, ຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບ. ຕົວຢ່າງເຊັ່ນ ເມື່ອເຈົ້າອະທິຖານໃນທີ່ປະຊຸມ, ຖ້າເຈົ້າເປີດໃຈຂອງເຈົ້າ ແລະ ອະທິຖານຫາພຣະເຈົ້າ ແລະ ບອກກັບພຣະອົງສິ່ງທີ່ຢູ່ໃນໃຈຂອງເຈົ້າໂດຍບໍ່ມີການເວົ້າຕົວະ ແລ້ວຄຳອະທິຖານຕ່າງໆຂອງເຈົ້າກໍຈະມີປະສິດຕິພາບຢ່າງແນ່ນອນ. ຖ້າເຈົ້າຮັກພຣະເຈົ້າຢ່າງຈິງຈັງຢູ່ໃນຫົວໃຈເຈົ້າ, ແລ້ວເຈົ້າກໍຄວນສາບານກັບພຣະເຈົ້າວ່າ: “ພຣະເຈົ້າ, ຜູ້ຢູ່ໃນສະຫວັນ ແລະ ເທິງແຜ່ນດິນ ແລະ ທ່າມກາງທຸກສິ່ງ, ຂ້ານ້ອຍຂໍສາບານຕໍ່ພຣະອົງວ່າ: ຂໍໃຫ້ພຣະວິນຍານຂອງພຣະອົງກວດສອບທຸກສິ່ງທີ່ຂ້ານ້ອຍເຮັດ ແລະ ປົກປ້ອງ ແລະ ເບິ່ງແຍງຂ້ານ້ອຍຕະຫຼອດເວລາ ແລະ ເຮັດໃຫ້ທຸກສິ່ງທີ່ຂ້ານ້ອຍເຮັດເປັນໄປຕາມຄວາມປະສົງເພື່ອຢືນຢູ່ຕໍ່ໜ້າພຣະອົງ. ຫາກຫົວໃຈຂອງຂ້ານ້ອຍຢຸດຮັກພຣະອົງ ຫຼື ມັນທໍລະຍົດຕໍ່ພຣະອົງ, ຂໍໃຫ້ພຣະອົງຂ້ຽນຕີ ແລະ ສາບແຊ່ງຂ້ານ້ອຍຢ່າງສາຫັດດ້ວຍ. ຢ່າຍົກໂທດໃຫ້ຂ້ານ້ອຍບໍ່ວ່າໃນໂລກນີ້ ຫຼື ໂລກໜ້າ!” ເຈົ້າກ້າສາບານແບບນັ້ນບໍ? ຖ້າເຈົ້າບໍ່ກ້າ, ນັ້ນກໍສະແດງວ່າ ເຈົ້າເປັນຄົນຂີ້ຢ້ານ ແລະ ເຈົ້າຍັງຮັກຕົວເຈົ້າເອງຢູ່. ພວກເຈົ້າມີວິທີການແກ້ໄຂບັນຫານີ້ບໍ? ຖ້ານີ້ແມ່ນວິທີການແກ້ໄຂບັນຫາຂອງເຈົ້າແທ້ໆ, ເຈົ້າຄວນສາບານແບບນີ້. ຖ້າເຈົ້າມີຄວາມຕັ້ງໃຈທີ່ຈະສາບານແບບນັ້ນ, ແລ້ວພຣະເຈົ້າຈະເຮັດໃຫ້ຄວາມຕັ້ງໃຈຂອງເຈົ້າສຳເລັກ. ເມື່ອເຈົ້າສາບານກັບພຣະເຈົ້າ, ພຣະອົງກໍຟັງ. ພຣະເຈົ້າກຳນົດວ່າເຈົ້າເປັນຄົນບາບ ຫຼື ເປັນຄົນຊອບທຳໂດຍການວັດແທກແຫ່ງຄຳອະທິຖານຂອງເຈົ້າ ແລະ ການປະຕິບັດຂອງເຈົ້າ. ປັດຈຸບັນນີ້, ນີ້ແມ່ນຂະບວນການຂອງການເຮັດໃຫ້ພວກເຈົ້າສົມບູນແບບ ແລະ ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງໃນການຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະນຳເອົາທຸກສິ່ງທີ່ເຈົ້າເຮັດມາໄວ້ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບເອົາການກວດສອບຂອງພຣະອົງ; ຖ້າເຈົ້າເຮັດບາງສິ່ງບາງຢ່າງທີ່ເປັນກະບົດຢ່າງຮ້າຍແຮງ ຫຼື ຖ້າເຈົ້າທໍລະຍົດພຣະເຈົ້າ, ແລ້ວພຣະອົງກໍຈະເຮັດໃຫ້ຄໍາສາບານຂອງເຈົ້າເປັນຈິງ ແລະ ສະນັ້ນ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບເຈົ້າກໍຕາມ, ບໍ່ວ່າມັນຈະເປັນການລົງໂທດສູ່ອະເວຈີ ຫຼື ການຂ້ຽນຕີ, ນີ້ກໍເປັນການກະທຳຂອງເຈົ້າເອງ. ເຈົ້າໃຫ້ຄຳສາບານແລ້ວ, ດັ່ງນັ້ນ, ເຈົ້າກໍຄວນປະຕິບັດຕາມຄຳສາບານນັ້ນ. ຖ້າເຈົ້າໃຫ້ຄຳສາບານ, ແຕ່ບໍ່ປະຕິບັດຕາມຄຳສາບານນັ້ນ, ເຈົ້າກໍຈະພົບກັບການລົງໂທດສູ່ອະເວຈີ. ຍ້ອນຄໍາສາບານເປັນຂອງເຈົ້າ, ພຣະເຈົ້າກໍຈະເຮັດໃຫ້ຄໍາສາບານຂອງເຈົ້ານັ້ນບັນລຸຜົນ. ບາງຄົນຢ້ານ ຫຼັງຈາກທີ່ພວກເຂົາອະທິຖານ ແລະ ອາໄລອາວອນວ່າ, “ທຸກຢ່າງຜ່ານໄປແລ້ວ! ໂອກາດຂອງຂ້ານ້ອຍໃນການມຶນເມົາໄດ້ຫາຍໄປແລ້ວ; ໂອກາດຂອງຂ້ານ້ອຍໃນການເຮັດສິ່ງຊົ່ວຮ້າຍໄດ້ຫາຍໄປແລ້ວ; ໂອກາດຂອງຂ້ານ້ອຍທີ່ຈະໝົກມຸ່ນກັບຄວາມປາຖະໜາທາງໂລກຂອງຂ້ານ້ອຍໄດ້ຫາຍໄປແລ້ວ!” ຜູ້ຄົນເຫຼົ່ານີ້ຍັງຄົງຮັກໂລກ ແລະ ຄວາມບາບຢູ່ ແລະ ພວກເຂົາຈະພົບກັບການລົງໂທດສູ່ອະເວຈີຢ່າງແນ່ນອນ.

(ຄັດຈາກບົດ “ພຣະເຈົ້າເຮັດໃຫ້ຜູ້ທີ່ຕາມໃຈພຣະອົງເອງສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

509. ມີກົດສຳລັບການທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ເຊິ່ງພຣະອົງສ່ອງແສງສະຫວ່າງເຈົ້າໂດຍໃຊ້ພາກສ່ວນທີ່ເໝາະສົມຂອງເຈົ້າ ເພື່ອວ່າເຈົ້າຈະມີເສັ້ນທາງປະຕິບັດ ແລະ ສາມາດແຍກຕົວເຈົ້າເອງອອກຈາກສະຖານະພາບດ້ານລົບທັງໝົດ, ຊ່ວຍວິນຍານຂອງເຈົ້າໃຫ້ໄດ້ຮັບການປົດປ່ອຍ ແລະ ເຮັດໃຫ້ເຈົ້າສາມາດຮັກພຣະອົງຫຼາຍຂຶ້ນ. ດ້ວຍວິທີນີ້ ເຈົ້າຈິ່ງຈະສາມາດໂຍນອຸປະນິໄສອັນເສື່ອມຊາມຂອງຊາຕານນັ້ນຖິ້ມໄດ້. ເຈົ້າເປັນຄົນຊື່ ແລະ ເປີດເຜີຍ, ເຕັມໃຈທີ່ຈະຮູ້ຈັກຕົວເອງ ແລະ ເຕັມໃຈທີ່ຈະເອົາຄວາມຈິງໄປປະຕິບັດຕາມ. ແນ່ນອນ ພຣະເຈົ້າຈະອວຍພອນເຈົ້າ, ດັ່ງນັ້ນ ເມື່ອເຈົ້າອ່ອນແອ ແລະ ທໍ້ຖອຍ, ພຣະອົງກໍຈະສ່ອງແສງສະຫວ່າງໃຫ້ກັບເຈົ້າເປັນສອງເທົ່າ, ຊ່ວຍເຈົ້າໃຫ້ຮູ້ຈັກຕົວເຈົ້າເອງຫຼາຍຂຶ້ນ, ເຕັມໃຈທີ່ຈະກັບໃຈສໍາລັບຕົວເອງຫຼາຍຂຶ້ນ ແລະ ສາມາດປະຕິບັດສິ່ງທີ່ເຈົ້າຄວນປະຕິບັດໄດ້ຫຼາຍຂຶ້ນ. ມີພຽງວິທີນີ້ເທົ່ານັ້ນຫົວໃຈຂອງເຈົ້າຈິ່ງຈະມີຄວາມສະຫງົບ ແລະ ສະບາຍໃຈ. ຄົນທີ່ໃຫ້ຄວາມສົນໃຈກັບການຮູ້ຈັກພຣະເຈົ້າເປັນປົກກະຕິ, ຜູ້ທີ່ໃຫ້ຄວາມສົນໃຈກັບການຮູ້ຈັກຕົນເອງ, ຜູ້ທີ່ໃຫ້ຄວາມສົນໃຈໃນການປະຕິບັດຂອງຕົນເອງຈະສາມາດໄດ້ຮັບພາລະກິດຂອງພຣະເຈົ້າຢູ່ເລື້ອຍໆ ພ້ອມທັງໄດ້ຮັບການນຳພາ ແລະ ການສ່ອງແສງສະຫວ່າງຈາກພຣະເຈົ້າ. ເຖິງແມ່ນວ່າຜູ້ຄົນດັ່ງກ່າວຈະຢູ່ໃນສະຖານະພາບດ້ານລົບ, ເຂົາກໍຈະສາມາດຫັນປ່ຽນສິ່ງຕ່າງໆທັນທີ, ບໍ່ວ່າຈະເກີດຈາກການກະທໍາດ້ວຍຈິດສໍານຶກ ຫຼື ເກີດຈາກການສ່ອງແສງສະຫວ່າງຈາກພຣະທຳຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງຈະບັນລຸຜົນສະເໝີເມື່ອເຂົາຮູ້ສະຖານະພາບເປັນຈິງຂອງຕົວເອງ ແລະ ອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ເຕັມໃຈທີ່ຈະຮູ້ຈັກຕົວເອງ ແລະ ເປີດເຜີຍຕົວເອງຈະສາມາດປະຕິບັດຕາມຄວາມຈິງໄດ້. ຄົນແບບນີ້ແມ່ນຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ບໍ່ວ່າຄວາມເຂົ້າໃຈນີ້ຈະເລິກ ຫຼື ຕື້ນ, ໜ້ອຍ ຫຼື ຫຼາຍກໍຕາມ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ ແລະ ແມ່ນບາງສິ່ງທີ່ຜູ້ຄົນບັນລຸຜົນ, ມັນແມ່ນຜົນປະໂຫຍດຂອງພວກເຂົາເອງ. ຄົນທີ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຄົນທີ່ມີພື້ນຖານ, ເປັນຄົນທີ່ມີວິໄສທັດ. ຄົນແບບນີ້ແມ່ນໝັ້ນໃຈກ່ຽວກັບເນື້ອໜັງຂອງພຣະເຈົ້າ ແລະ ໝັ້ນໃຈກ່ຽວກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ. ບໍວ່າພຣະເຈົ້າຈະປະຕິບັດ ຫຼື ກ່າວແນວໃດກໍຕາມ ຫຼື ຄົນອື່ນໆຈະລົບກວນພຽງໃດກໍຕາມ, ເຂົາກໍສາມາດຍຶດໝັ້ນ ແລະ ຢືນຢັນເປັນພະຍານໃຫ້ກັບພຣະເຈົ້າໄດ້. ຍິ່ງຜູ້ຄົນປະຕິບັດແບບນີ້ຫຼາຍເທົ່າໃດ ເຂົາກໍຍິ່ງສາມາດປະຕິບັດຕາມຄວາມຈິງທີ່ເຂົາເຂົ້າໃຈໄດ້ຫຼາຍຂຶ້ນເທົ່ານັ້ນ. ຍ້ອນວ່າເຂົາປະຕິບັດຕາມພຣະທຳຂອງພຣະເຈົ້າຢູ່ສະເໝີ, ເຂົາໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າຫຼາຍຂຶ້ນ ແລະ ມີຄວາມເດັດດ່ຽວທີ່ຈະເປັນພະຍານໃຫ້ກັບພຣະເຈົ້າຕະຫຼອດໄປ.

(ຄັດຈາກບົດ “ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

510. ໃນການເຊື່ອໃນພຣະເຈົ້າ, ຖ້າມະນຸດປາຖະໜາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລ້ວພວກເຂົາຕ້ອງບໍ່ແຍກຕົນເອງອອກຈາກຊີວິດທີ່ເປັນຈິງ. ໃນຊີວິດທີ່ເປັນຈິງ, ກ່ອນເຈົ້າຈະສາມາດບັນລຸການປ່ຽນແປງໄດ້ເທື່ອລະໜ້ອຍ ເຈົ້າຕ້ອງຮູ້ຈັກຕົນເອງ, ຕໍ່ຕ້ານກັບຕົນເອງ, ປະຕິບັດຄວາມຈິງ ພ້ອມທັງຮຽນຮູ້ຫຼັກການ, ສາມັນສຳນຶກ ແລະ ກົດເກນແຫ່ງການປະພຶດຕົນໃນທຸກສິ່ງ. ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມຮູ້ໃນທາງທິດສະດີ ແລະ ພຽງແຕ່ດຳລົງຊີວິດທ່າມກາງພິທີກຳທາງສາສະໜາ ໂດຍບໍ່ເຂົ້າສູ່ຄວາມເປັນຈິງຢ່າງເລິກເຊິ່ງ, ໂດຍບໍ່ມີການເຂົ້າສູ່ຊີວິດທີ່ເປັນຈິງ ແລ້ວເຈົ້າຈະບໍ່ໄດ້ເຂົ້າສູ່ຄວາມເປັນຈິງຈັກເທື່ອ, ເຈົ້າຈະບໍ່ຮູ້ຈັກຕົນເອງ, ບໍ່ຮູ້ຈັກຄວາມຈິງ ຫຼື ພຣະເຈົ້າຈັກເທື່ອ ແລະ ເຈົ້າຈະເປັນຄົນຕາບອດ ແລະ ໂງ່ຈ້າຢູ່ສະເໝີ. ພາລະກິດແຫ່ງການຊ່ວຍຜູ້ຄົນໃຫ້ລອດພົ້ນຂອງພຣະເຈົ້າບໍ່ແມ່ນເພື່ອໃຫ້ພວກເຂົາດຳລົງຊີວິດມະນຸດທີ່ປົກກະຕິຫຼັງຈາກຊ່ວງເວລາໄລຍະສັ້ນ ຫຼື ມັນບໍ່ແມ່ນເພື່ອປ່ຽນແປງແນວຄິດ ແລະ ທິດສະດີທີ່ຜິດພາດຂອງພວກເຂົາ. ກົງກັນຂ້າມ ຈຸດປະສົງຂອງພຣະອົງແມ່ນເພື່ອປ່ຽນແປງອຸປະນິໄສເດີມຂອງຜູ້ຄົນ, ປ່ຽນແປງວິທີການທັງໝົດທີ່ເດີມໆໃນຊີວິດຂອງພວກເຂົາ ແລະ ປ່ຽນແປງວິທີການຄິດທີ່ລ້າສະໄໝ ແລະ ທັດສະນະທາງຄວາມຄິດຂອງເຂົາ. ການໃສ່ໃຈກັບຊີວິດຄຣິສຕະຈັກແຕ່ພຽງຢ່າງດຽວ ຈະບໍ່ປ່ຽນແປງນິໄສເດີມໃນຊີວິດຂອງມະນຸດ ຫຼື ປ່ຽນແປງວິທີທີ່ເຂົາດຳລົງຊີວິດເປັນເວລາດົນນານມາແລ້ວ. ບໍ່ວ່າຫຍັງກໍຕາມ, ມະນຸດຕ້ອງບໍ່ອອກຈາກຊີວິດທີ່ເປັນຈິງ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນດຳລົງຊີວິດຢູ່ໃນຊີວິດທີ່ເປັນຈິງດ້ວຍຄວາມເປັນມະນຸດປົກກະຕິ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ພວກເຂົາດຳລົງຊີວິດຢູ່ໃນຊີວິດທີ່ເປັນຈິງດ້ວຍຄວາມຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ. ເພື່ອເຂົ້າສູ່ຄວາມເປັນຈິງ, ຜູ້ຄົນຕ້ອງຫັນທຸກສິ່ງມາທາງຊີວິດທີ່ເປັນຈິງ. ຖ້າການເຊື່ອໃນພຣະເຈົ້າ, ຜູ້ຄົນບໍ່ສາມາດມາຮູ້ຈັກຕົວເອງຜ່ານຫົນທາງເຂົ້າສູ່ຊີວິດທີ່ເປັນຈິງ ແລະ ຖ້າພວກເຂົາບໍ່ສາມາດດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິໃນຊີວິດຈິງ, ພວກເຂົາກໍຈະກາຍເປັນຄົນລົ້ມເຫຼວ. ຄົນທີ່ບໍ່ເຊື່ອຟັງພຣະເຈົ້າລ້ວນແລ້ວແຕ່ເປັນຄົນທີ່ບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມເປັນມະນຸດ ແຕ່ດຳລົງຊີວິດຕາມທຳມະຊາດຂອງຜີຮ້າຍ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມຈິງ ແຕ່ດຳລົງຊີວິດຕາມທິດສະດີແທນ. ຄົນທີ່ບໍ່ສາມາດຳລົງຊີວິດໃນຊີວິດທີ່ເປັນຈິງດ້ວຍຄວາມຈິງ ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຖືກພຣະອົງກຽດຊັງ ແລະ ປະຕິເສດ. ເຈົ້າຕ້ອງປະຕິບັດການເຂົ້າສູ່ຊີວິດທີ່ເປັນຈິງ, ຮູ້ຈັກຂໍ້ບົກຜ່ອງ, ຄວາມບໍ່ເຊື່ອຟັງ ແລະ ຄວາມໂງ່ຈ້າຂອງເຈົ້າເອງ ແລະ ຮູ້ຈັກຄວາມເປັນມະນຸດທີ່ບໍ່ປົກກະຕິ ແລະ ຄວາມອ່ອນແອຂອງເຈົ້າ. ດ້ວຍວິທີນັ້ນ, ຄວາມຮູ້ທັງໝົດຂອງເຈົ້າຈະໄດ້ນໍາໃຊ້ເຂົ້າສູ່ສະຖານະການ ແລະ ຄວາມຫຍຸ້ງຍາກທີ່ແທ້ຈິງຂອງເຈົ້າ. ມີແຕ່ຄວາມຮູ້ປະເພດນີ້ເທົ່ານັ້ນ ທີ່ເປັນຈິງ ແລະ ສາມາດເຮັດໃຫ້ເຈົ້າເຂົ້າໃຈສະພາບຂອງເຈົ້າເອງຢ່າງແທ້ຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສຂອງເຈົ້າ.

(ຄັດຈາກບົດ “ສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

511. ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ການຝຶກອະທິຖານ, ການຍອມຮັບພາລະຂອງພຣະເຈົ້າ, ການຍອມຮັບໜ້າທີ່ທີ່ພຣະອົງຝາກຝັງໄວ້ກັບເຈົ້າ, ທຸກສິ່ງນີ້ແມ່ນເພື່ອວ່າ ມັນອາດຈະມີເສັ້ນທາງຢູ່ຕໍ່ໜ້າເຈົ້າ. ຍິ່ງເຈົ້າມີພາລະຈາກການຝາກຝັງຂອງພຣະເຈົ້າໜັກຫຼາຍສໍ່າໃດ, ມັນກໍຈະງ່າຍຂຶ້ນສຳລັບເຈົ້າທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່ານັ້ນ. ບາງຄົນບໍ່ເຕັມໃຈທີ່ຈະຮ່ວມມືກັບຄົນອື່ນໃນການຮັບໃຊ້ພຣະເຈົ້າ ແມ່ນແຕ່ໃນເວລາທີ່ພວກເຂົາຖືກເອີ້ນຫາ; ຄົນເຫຼົ່ານີ້ເປັນຄົນທີ່ຂີ້ຄ້ານ ທີ່ຕ້ອງການພຽງແຕ່ເຮຮາຢູ່ກັບຄວາມສຸກສະບາຍ. ຍິ່ງເຈົ້າຖືກຮຽກຮ້ອງໃຫ້ຮ່ວມມືກັບຄົນອື່ນໃນການຮັບໃຊ້ພຣະເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະໄດ້ຮັບປະສົບການຫຼາຍສໍ່ານັ້ນ. ຍ້ອນເຈົ້າມີພາລະ ແລະ ປະສົບການຫຼາຍຂຶ້ນ, ເຈົ້າກໍຈະມີໂອກາດຫຼາຍຂຶ້ນທີ່ຈະຖືກເຮັດໃຫ້ສົມບູນ. ສະນັ້ນ, ຖ້າເຈົ້າສາມາດຮັບໃຊ້ພຣະເຈົ້າດ້ວຍຄວາມຈິງໃຈ ເຈົ້າຈະໃສ່ໃຈໃນພາລະຂອງພຣະເຈົ້າ; ດ້ວຍວິທີນີ້ ເຈົ້າຈະມີໂອກາດຫຼາຍຂຶ້ນທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ມັນຄືກຸ່ມຄົນດັ່ງກ່າວນີ້ທີ່ກຳລັງຖືກເຮັດໃຫ້ສົມບູນໃນເວລານີ້. ຍິ່ງພຣະວິນຍານບໍລິສຸດດົນໃຈເຈົ້າຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະອຸທິດເວລາເພື່ອໃສ່ໃຈໃນພາລະຂອງພຣະເຈົ້າຫຼາຍສໍ່ານັ້ນ, ເຈົ້າຍິ່ງຈະຖືກພຣະເຈົ້າເຮັດໃຫ້ສົມບູນຫຼາຍສໍ່ານັ້ນ ແລະ ເຈົ້າຍິ່ງຈະຖືກພຣະເຈົ້າຮັບເອົາຫຼາຍສໍ່ານັ້ນ ແລະ ຈົນກວ່າ ໃນທີ່ສຸດເຈົ້າກໍຈະກາຍມາເປັນຄົນທີ່ພຣະເຈົ້າໃຊ້. ໃນປັດຈຸບັນນີ້, ມີບາງຄົນທີ່ບໍ່ໄດ້ແບກຮັບພາລະຫຍັງເລີຍສຳລັບຄຣິສຕະຈັກ. ຄົນເຫຼົ່ານີ້ຂີ້ຄ້ານ ແລະ ບໍ່ເອົາໃຈໃສ່ ແລະ ພຽງແຕ່ສົນໃຈກັບເນື້ອໜັງຂອງພວກເຂົາເອງເທົ່ານັ້ນ. ຜູ້ຄົນດັ່ງກ່າວເຫັນແກ່ຕົວເກີນໄປ ແລະ ພວກເຂົາຍັງຕາບອດອີກດ້ວຍ. ຖ້າເຈົ້າບໍ່ສາມາດເຫັນບັນຫານີ້ຢ່າງຊັດເຈນ, ເຈົ້າກໍຈະບໍ່ແບກຮັບພາລະໃດໆເລີຍ. ຍິ່ງເຈົ້າໃສ່ໃຈໃນຄວາມປະສົງຂອງພຣະເຈົ້າຫຼາຍສໍ່າໃດ, ພາລະທີ່ພຣະເຈົ້າຝາກຝັງໄວ້ກັບເຈົ້າກໍຈະຫຼາຍຂຶ້ນສໍ່ານັ້ນ. ຄົນເຫັນແກ່ຕົວບໍ່ເຕັມໃຈທີ່ຈະທົນທຸກກັບສິ່ງເຫຼົ່ານັ້ນ, ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ແລະ ຜົນຕາມມາກໍຄື ພວກເຂົາຈະພາດໂອກາດທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ພວກເຂົາບໍ່ແມ່ນທຳຮ້າຍຕົນເອງບໍ? ຖ້າເຈົ້າເປັນຄົນທີ່ໃສ່ໃຈໃນຄວາມປະສົງຂອງພຣະເຈົ້າ, ເຈົ້າຈະມີພາລະທີ່ແທ້ຈິງສຳລັບຄຣິສຕະຈັກ. ຄວາມເປັນຈິງແລ້ວ, ແທນທີ່ຈະເອີ້ນສິ່ງນີ້ວ່າເປັນພາລະທີ່ເຈົ້າແບກຮັບເພື່ອຄຣິສຕະຈັກ, ມັນຈະດີກວ່າທີ່ຈະເອີ້ນວ່າເປັນພາລະທີ່ເຈົ້າແບກຮັບເພື່ອຊີວິດຂອງເຈົ້າເອງ, ເພາະຈຸດປະສົງຂອງພາລະນີ້ທີ່ເຈົ້າແບກຮັບສໍາລັບຄຣິສຕະຈັກແມ່ນເພື່ອເຈົ້າຈະໄດ້ໃຊ້ປະສົບການດັ່ງກ່າວເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ສະນັ້ນ, ໃຜກໍຕາມທີ່ແບກຮັບພາລະທີ່ໜັກທີ່ສຸດສຳລັບຄຣິສຕະຈັກ ແລະ ໃຜກໍຕາມທີ່ແບກຮັບພາລະຂອງການເຂົ້າສູ່ຊີວິດ ກໍຈະເປັນຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນ. ເຈົ້າເຫັນສິ່ງນີ້ຢ່າງຊັດເຈນແລ້ວບໍ? ຖ້າຄຣິສຕະຈັກທີ່ເຈົ້າຢູ່ນັ້ນແຕກກະຈາຍຄືດິນຊາຍ ແຕ່ເຈົ້າບໍ່ໄດ້ກັງວົນ ຫຼື ເປັນຫ່ວງ ແລະ ເຈົ້າເຖິງກັບເຮັດເປັນບໍ່ຮູ້ບໍ່ເຫັນເມື່ອອ້າຍເອື້ອຍນ້ອງຂອງເຈົ້າບໍ່ໄດ້ກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງປົກກະຕິ, ແລ້ວເຈົ້າກໍບໍ່ໄດ້ແບກຮັບພາລະໃດໆເລີຍ. ພຣະເຈົ້າບໍ່ມັກຄົນປະເພດດັ່ງກ່າວ. ຄົນທີ່ພຣະເຈົ້າມັກ ແມ່ນຄົນທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ພວກເຂົາໃສ່ໃຈໃນຄວາມປະສົງຂອງພຣະອົງ. ສະນັ້ນ ພວກເຈົ້າຄວນຕັ້ງໃຈໃນພາລະຂອງພຣະເຈົ້າໃນຕອນນີ້. ເຈົ້າບໍ່ຄວນລໍຖ້າໃຫ້ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເປີດເຜີຍອອກໃຫ້ມະນຸດທຸກຄົນໄດ້ເຫັນ ກ່ອນທີ່ເຈົ້າຈະເລີ່ມໃສ່ໃຈໃນພາລະຂອງພຣະເຈົ້າ. ແລ້ວຕອນນັ້ນມັນຈະບໍ່ຊ້າເກີນໄປບໍ? ຕອນນີ້ແມ່ນໂອກາດດີທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ຖ້າເຈົ້າປ່ອຍໃຫ້ໂອກາດນີ້ຫຼຸດມືເຈົ້າໄປ, ເຈົ້າຈະເສຍດາຍຕະລອດຊີວິດ, ຄືກັບທີ່ໂມເຊບໍ່ສາມາດເຂົ້າສູ່ດິນແດນແຫ່ງການາອານທີ່ອຸດົມສົມບູນ ແລະ ເພິ່ນກໍເສຍດາຍຕະລອດຊີວິດຂອງເພິ່ນ ແລ້ວຕາຍດ້ວຍຄວາມເສຍໃຈ. ເມື່ອອຸປະນິໄສທີ່ຊອບທຳຂອງພຣະເຈົ້າຖືກເປີດເຜີຍໃຫ້ກັບທຸກຄົນ, ເຈົ້າຈະເຕັມໄປດ້ວຍຄວາມເສຍໃຈ. ເຖິງແມ່ນວ່າ ພຣະເຈົ້າຈະບໍ່ຂ້ຽນຕີເຈົ້າ, ເຈົ້າກໍຈະຂ້ຽນຕີຕົນເອງເນື່ອງຈາກຄວາມເສຍໃຈຂອງເຈົ້າເອງ. ບາງຄົນບໍ່ເຊື່ອໃນສິ່ງນີ້, ແຕ່ຖ້າເຈົ້າບໍ່ເຊື່ອ, ກໍໃຫ້ລໍຖ້າ ແລະ ເບິ່ງ. ບາງຄົນມີຈຸດປະສົງດຽວຄືປະຕິບັດຕາມພຣະທຳເຫຼົ່ານີ້. ເຈົ້າເຕັມໃຈທີ່ຈະເສຍສະຫຼະຕົນເອງເພື່ອພຣະທຳເຫຼົ່ານີ້ບໍ?

(ຄັດຈາກບົດ “ໃຫ້ໃສ່ໃຈຄວາມປະສົງຂອງພຣະເຈົ້າເພື່ອບັນລຸຄວາມສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

512. ພຣະວິນຍານບໍລິສຸດມີເສັ້ນທາງທີ່ຈະຍ່າງຢູ່ໃນແຕ່ລະຄົນ ແລະ ມອບໂອກາດໃຫ້ແຕ່ລະຄົນໄດ້ຖືກເຮັດໃຫ້ສົມບູນ. ຜ່ານຄວາມຄິດລົບຂອງເຈົ້າ, ເຈົ້າໄດ້ຖືກເຮັດໃຫ້ຮູ້ຈັກຄວາມເສື່ອມຊາມຂອງຕົວເຈົ້າເອງ ແລະ ຫຼັງຈາກນັ້ນ ຜ່ານການໂຍນຄວາມຄິດລົບຖິ້ມ ເຈົ້າຈະພົບເສັ້ນທາງປະຕິບັດ; ສິ່ງທັງໝົດເຫຼົ່ານີ້ຄືວິທີທາງທີ່ຈະເຮັດໃຫ້ເຈົ້າສົມບູນ. ຍິ່ງໄປກວ່ານັ້ນ, ຜ່ານການນຳພາຢ່າງຕໍ່ເນື່ອງ ແລະ ການສ່ອງແສງສະຫວ່າງຂອງສິ່ງດີໆບາງຢ່າງຢູ່ໃນຕົວເຈົ້າ, ເຈົ້າຈະປະຕິບັດໜ້າທີ່ຂອງເຈົ້າຢ່າງຫ້າວຫັນ, ເຕີບໂຕຂຶ້ນໃນຄວາມເຂົ້າໃຈ ແລະ ໄດ້ຮັບຄວາມຮູ້ແຈ້ງ. ເມື່ອສະພາບຂອງເຈົ້າດີ, ເຈົ້າຈະເຕັມໃຈອ່ານພຣະທຳຂອງພຣະເຈົ້າເປັນພິເສດ ແລະ ເຕັມໃຈອະທິຖານຫາພຣະເຈົ້າເປັນພິເສດ ແລະ ສາມາດເຊື່ອມໂຍງຄຳເທດສະໜາທີ່ເຈົ້າໄດ້ຍິນເຂົ້າກັບສະຖານະພາບຂອງຕົວເຈົ້າເອງ. ໃນເວລາດັ່ງກ່າວ ພຣະເຈົ້າສ່ອງແສງສະຫວ່າງ ແລະ ແສງເຍືອງທາງພາຍໃນຕົວເຈົ້າ, ເຮັດໃຫ້ເຈົ້າຮູ້ເຫັນບາງສິ່ງໃນດ້ານບວກ. ນີ້ຄືວິທີທີ່ເຈົ້າຈະຖືກເຮັດໃຫ້ສົມບູນໃນດ້ານບວກ. ໃນສະພາບດ້ານລົບ, ເຈົ້່າອ່ອນແອ ແລະ ເປັນຄົນຂີ້ຄ້ານ; ເຈົ້າຮູ້ສຶກວ່າເຈົ້າບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງເຈົ້າ, ແຕ່ພຣະເຈົ້າກໍຍັງສ່ອງແສງສະຫວ່າງໃຫ້ກັບເຈົ້າ, ຊ່ວຍໃຫ້ເຈົ້າພົບເສັ້ນທາງປະຕິບັດ. ຜົນໄດ້ຮັບຈາກສິ່ງນີ້ຄືການບັນລຸຄວາມສົມບູນໃນດ້ານລົບ. ພຣະເຈົ້າສາມາດເຮັດໃຫ້ມະນຸດສົມບູນໄດ້ທັງດ້ານບວກ ແລະ ດ້ານລົບ. ມັນຂຶ້ນຢູ່ກັບວ່າເຈົ້າສາມາດປະສົບໄດ້ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ບໍ່. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ, ແລ້ວສິ່ງທີ່ເປັນລົບກໍບໍ່ສາມາດເຮັດໃຫ້ເຈົ້າໄດ້ຮັບຄວາມສູນເສຍໄດ້, ແຕ່ຈະສາມາດນຳເອົາສິ່ງທີ່ເປັນຈິງຫຼາຍກວ່າມາໃຫ້ເຈົ້າ ແລະ ສາມາດເຮັດໃຫ້ເຈົ້າຮູ້ໄດ້ຫຼາຍຂຶ້ນວ່າມີສິ່ງໃດທີ່ຍັງຂາດເຂີນໃນຕົວເຈົ້າ, ສາມາດເຂົ້າໃຈສະຖານະພາບທີ່ແທ້ຈິງຂອງເຈົ້າຫຼາຍຂຶ້ນ ແລະ ເຫັນວ່າມະນຸດບໍ່ມີຫຍັງ ແລະ ກໍບໍ່ແມ່ນຫຍັງ; ຖ້າເຈົ້າບໍ່ປະສົບກັບການທົດລອງ, ເຈົ້າກໍບໍ່ຮູ້ ແລະ ຈະຮູ້ສຶກວ່າເຈົ້າຢູ່ເໜືອຄົນອື່ນ ແລະ ດີກວ່າຄົນອື່ນຢູ່ສະເໝີ. ຜ່ານສິ່ງທັງໝົດນີ້ ເຈົ້າຈະເຫັນວ່າທຸກສິ່ງທີ່ມາກ່ອນໜ້ານີ້ໄດ້ຖືກເຮັດໃຫ້ສຳເລັດລົງໂດຍພຣະເຈົ້າ ແລະ ຖືກປົກປ້ອງໂດຍພຣະເຈົ້າ. ການເຂົ້າສູ່ການທົດລອງເຮັດໃຫ້ເຈົ້າປາດສະຈາກຄວາມຮັກ ຫຼື ຄວາມເຊື່ອ, ເຈົ້າຂາດການອະທິຖານ ແລະ ບໍ່ສາມາດຮ້ອງເພງນະມັດສະການ ແລະ ໂດຍບໍ່ຮູ້ຕົວ, ໃນທ່າມກາງສິ່ງນີ້ ເຈົ້າກໍໄດ້ມາຮູ້ຈັກຕົວຕົນຂອງເຈົ້າເອງ. ພຣະເຈົ້າມີຫຼາຍວິທີທາງໃນການເຮັດໃຫ້ມະນຸດສົມບູນ. ພຣະອົງໃຊ້ສະພາບແວດລ້ອມທຸກຮູບແບບເພື່ອຈັດການກັບອຸປະນິໄສອັນເສື່ອມຊາມຂອງມະນຸດ ແລະ ໃຊ້ຫຼາກຫຼາຍສິ່ງເພື່ອເປີດເຜີຍມະນຸດ; ໃນດ້ານໜຶ່ງ ພຣະອົງຈັດການກັບມະນຸດ, ອີກດ້ານໜຶ່ງພຣະອົງເປີດໂປງມະນຸດ ແລະ ໃນອີກດ້ານໜຶ່ງພຣະອົງເປີດເຜີຍມະນຸດ, ຂຸດອອກ ແລະ ເປີດເຜີຍ “ຄວາມເລິກລັບຕ່າງໆ” ໃນສ່ວນເລິກຂອງຫົວໃຈມະນຸດ ແລະ ສະແດງໃຫ້ມະນຸດເຫັນທຳມະຊາດຂອງເຂົາໂດຍການເປີດເຜີຍສະຖານະພາບຕ່າງໆຂອງເຂົາ. ພຣະເຈົ້າເຮັດໃຫ້ມະນຸດສົມບູນຜ່ານຫຼາກຫຼາຍວິທີການ, ຜ່ານການເປີດເຜີຍ, ຜ່ານການຈັດການກັບມະນຸດ, ຜ່ານການຫຼໍ່ຫຼອມມະນຸດ ແລະ ການຂ້ຽນຕິເພື່ອວ່າມະນຸດຈະໄດ້ຮູ້ຈັກວ່າພຣະເຈົ້າຄືຄວາມເປັນຈິງ.

(ຄັດຈາກບົດ “ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

513. ໃນປັດຈຸບັນ, ສິ່ງທີ່ພວກເຈົ້າຄວນສະແຫວງຫາໃນຂັ້ນຕົ້ນແມ່ນການຖືກພຣະເຈົ້າເຮັດໃຫ້ສົມບູນໃນທຸກສິ່ງທຸກຢ່າງ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນແບບຜ່ານທຸກຄົນ, ທຸກເລື່ອງ ແລະ ທຸກໆສິ່ງທີ່ເຈົ້າໄດ້ພະເຊີນ, ດັ່ງນັ້ນ ສິ່ງທີ່ພຣະເຈົ້າເປັນຈະຖືກຮ່ວມເຂົ້າໃນຕົວພວກເຈົ້າຫຼາຍຂຶ້ນ. ກ່ອນອື່ນໝົດ ເຈົ້າຕ້ອງຮັບມໍລະດົກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກນີ້ເສຍກ່ອນ ກ່ອນເຈົ້າຈະມີສິດສືບທອດພຣະພອນອັນຫຼວງຫຼາຍ ແລະ ຫຍິ່ງໃຫຍ່ຈາກພຣະເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ພວກເຈົ້າຄວນສະແຫວງຫາ ແລະ ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າໃຈກ່ອນສິ່ງອື່ນໃດ. ຍິ່ງເຈົ້າສະແຫວງຫາເພື່ອໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບເທົ່າໃດ, ເຈົ້າຍິ່ງຈະສາມາດເຫັນມືຂອງພຣະເຈົ້າໃນທຸກສິ່ງຫຼາຍຂຶ້ນເທົ່ານັ້ນ, ດັ່ງນັ້ນ ຈົ່ງສະແຫວງຫາຄວາມເປັນຢູ່ຂອງພຣະທໍາພຣະເຈົ້າຢ່າງຂະຫຍັນຂັນແຂງ ແລະ ຄວາມເປັນຈິງຂອງພຣະທໍາພຣະອົງໂດຍຜ່ານມຸມມອງທີ່ແຕກຕ່າງກັນ ແລະ ໃນເລື່ອງທີ່ແຕກຕ່າງກັນ. ເຈົ້າບໍ່ສາມາດເປັນທີ່ພໍໃຈກັບສະຖານະທີ່ຢູ່ຊື່ໆເຊັ່ນນີ້ ພຽງແຕ່ບໍ່ໄດ້ເຮັດບາບ ຫຼື ບໍ່ມີແນວຄວາມຄິດໃດໆ, ບໍ່ມີປັດຊະຍາສໍາລັບການດໍາລົງຊີວິດ ແລະ ບໍ່ມີຄວາມປາຖະໜາຂອງມະນຸດ. ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບໃນຫຼາກຫຼາຍວິທີ ແລະ ຜົນໄດ້ຮັບສຳລັບເຈົ້າແມ່ນອາດເປັນໄປໄດ້ທີ່ຈະຖືກເຮັດໃຫ້ສົມບູນແບບໃນທຸກເລື່ອງ. ເຈົ້າບໍ່ພຽງແຕ່ສາມາດຖືກເຮັດໃຫ້ສົມບູນແບບໃນດ້ານບວກເທົ່ານັ້ນ, ແຕ່ຍັງແມ່ນດ້ານລົບອີກດ້ວຍ, ດັ່ງນັ້ນ ຈົ່ງເຮັດໃຫ້ສິ່ງທີ່ເຈົ້າໄດ້ຮັບເພີ່ມພູນຂຶ້ນ. ທຸກໆມື້ແມ່ນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ເວລາທີ່ຈະຖືກພຣະເຈົ້າຮັບ. ຫຼັງຈາກຊ່ວງເວລາແຫ່ງປະສົບການເຊັ່ນນີ້, ເຈົ້າຈະຖືກປ່ຽນແປງຢ່າງໃຫຍ່ຫຼວງ. ຕອນນີ້ ເຈົ້າຈະສາມາດຮັບຄວາມເຂົ້າໃຈໃນຫຼາຍສິ່ງຫຼາຍຢ່າງໂດຍທຳມະຊາດ ເຊິ່ງເປັນສິ່ງທີ່ເຈົ້າບໍ່ເຂົ້າໃຈເລີຍກ່ອນໜ້ານີ້; ໂດຍບໍ່ຕ້ອງໃຫ້ໃຜມາສອນເຈົ້າ, ໂດຍບໍ່ຮູ້ຕົວ, ເຈົ້າຈະໄດ້ຮັບຄວາມສະຫວ່າງຈາກພຣະເຈົ້າເພື່ອເຈົ້າຈະໄດ້ຢັ່ງຮູ້ໃນທຸກໆສິ່ງ ແລະ ປະສົບການທັງໝົດຂອງເຈົ້າຈະລົງໄປສູ່ລາຍລະອຽດເພີ່ມຂື້ນ. ພຣະເຈົ້າຈະນຳທາງເຈົ້າ ເພື່ອເຈົ້າຈະບໍ່ໄດ້ຫັນໄປທາງໃດອື່ນອີກ. ແລ້ວເຈົ້າຈະຖືກຕັ້ງຢູ່ເທິງເສັ້ນທາງສູ່ຄວາມສົມບູນແບບໂດຍພຣະອົງ.

... ຖ້າເຈົ້າປາດຖະໜາໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບ, ເຈົ້າຕ້ອງຮຽນຮູ້ທີ່ຈະພະເຊີນກັບທຸກໆສິ່ງ ແລະ ໄດ້ຮັບແສງສະຫວ່າງໃນທຸກສິ່ງທີ່ເຈົ້າພະເຊີນ. ເມື່ອໃດກໍ່ຕາມທີ່ເຈົ້າພະເຊີນກັບບາງສິ່ງບາງຢ່າງ, ດີ ຫຼື ບໍ່ດີ, ເຈົ້າກໍ່ຄວນໃຊ້ປະໂຫຍດຈາກມັນ ແລະ ມັນບໍ່ຄວນເຮັດໃຫ້ເຈົ້າກາຍເປັນຄົນເມີນເສີຍ. ບໍ່ວ່າເລື່ອງໃດກໍຕາມ, ເຈົ້າຄວນພິຈາລະນາມັນໂດຍການຢືນຢູ່ຂ້າງພຣະເຈົ້າ ແລະ ບໍ່ວິເຄາະ ຫຼື ຮຽນຮູ້ມັນຕາມມຸມມອງຂອງມະນຸດ (ນີ້ແມ່ນການຫັນປ່ຽນໃນປະສົບການຂອງເຈົ້າ). ຖ້ານີ້ແມ່ນລັກສະນະຂອງປະສົບການເຈົ້າ, ແລ້ວຫົວໃຈຂອງເຈົ້າຈະຖືກຄອບງຳໂດຍພາລະໃນຊີວິດຂອງເຈົ້າ; ເຈົ້າຈະມີຊີວິດຢູ່ຢ່າງເໝາະສົມພາຍໃຕ້ແສງສະຫວ່າງແຫ່ງລັດສະໝີຂອງພຣະເຈົ້າ ແລະ ຈະບໍ່ຫັນປ່ຽນຈາກການປະຕິບັດຂອງເຈົ້າໄດ້ຢ່າງງ່າຍດາຍ. ຄົນປະເພດນີ້ມີໂອກາດດີ ແລະ ມີໂອກາດຫຼາຍທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບ. ທຸກຢ່າງຂຶ້ນຢູ່ກັບວ່າພວກເຈົ້າແມ່ນຜູ້ທີ່ຮັກພຣະເຈົ້າຢ່າງແທ້ຈິງຫຼືບໍ່ ແລະ ເຈົ້າມີຄວາມເດັດດ່ຽວທີ່ຈະໃຫ້ພຣະເຈົ້າເຮັດໃຫ້ເຈົ້າສົມບູນແບບຫຼືບໍ່, ຖືກຮັບໂດຍພຣະເຈົ້າ ແລະ ໄດ້ຮັບພຣະພອນ ແລະ ມໍລະດົກຂອງພຣະອົງຫຼືບໍ. ມັນຈະເກີດຂຶ້ນບໍ່ໄດ້ຖ້າຫາກພວກເຈົ້າພຽງແຕ່ມີຄວາມເດັດດ່ຽວເທົ່ານັ້ນ, ພວກເຈົ້າຕ້ອງມີຄວາມຮູ້ຫຼາຍ, ບໍ່ດັ່ງນັ້ນ ພວກເຈົ້າຈະຫັນປ່ຽນໃນການປະຕິບັດຂອງພວກເຈົ້າຕະຫລອດ. ພຣະເຈົ້າຕັ້ງໃຈທີ່ຈະເຮັດໃຫ້ພວກເຈົ້າທຸກຄົນສົມບູນແບບ. ເຖິງວ່າ ໃນຕອນນີ້, ຫຼາຍຄົນໄດ້ຍອມຮັບເອົາພາລະກິດຂອງພຣະເຈົ້າມາເປັນເວລາດົນນານແລ້ວກໍ່ຕາມ, ພວກເຂົາໄດ້ຈຳກັດໂຕເອງພຽງເພື່ອຊື່ນຊົມໃນພຣະຄຸນຂອງພຣະເຈົ້າ ແລະ ພຽງແຕ່ເຕັມໃຈຮັບຄວາມສະບາຍທາງເນື້ອໜັງຈາກພຣະອົງເທົ່ານັ້ນ. ພວກເຂົາບໍ່ໄດ້ປາດຖະໜາທີ່ຈະໄດ້ຮັບການເປີດເຜີຍຫຼາຍຂຶ້ນ ຫຼື ສູງຂຶ້ນ, ສະແດງໃຫ້ເຫັນວ່າຫົວໃຈຂອງມະນຸດຍັງຄົງຢູ່ຂ້າງນອກຢູ່ສະເໝີ. ເຖິງແມ່ນວ່າພາລະກິດຂອງມະນຸດ, ການຮັບໃຊ້ຂອງເຂົາ ແລະ ຫົວໃຈແຫ່ງຄວາມຮັກທີ່ເຂົາມີຕໍ່ພຣະເຈົ້ານັ້ນມີຄວາມບໍ່ບໍລິສຸດໜ້ອຍລົງ, ຕາບໃດທີ່ແກ່ນແທ້ພາຍໃນມະນຸດ ແລະ ຄວາມຄິດທີ່ບໍ່ໄດ້ຮັບແສງສະຫວ່າງຂອງເຂົາຍັງເປັນກັງວົນຢູ່, ມະນຸດກໍ່ຍັງສະແຫວງຫາຄວາມສະຫງົບສຸກ ແລະ ຄວາມຊື່ນຊົມຍິນດີຂອງເນື້ອໜັງຢູ່ ແລະ ບໍ່ໃສ່ໃຈວ່າເງື່ອນໄຂ ແລະ ວັດຖຸປະສົງຂອງການຖືກພຣະເຈົ້າເຮັດໃຫ້ສົມບູນນັ້ນມີຫຍັງແດ່. ດັ່ງນັ້ນ ຊີວິດຂອງຄົນສ່ວນໃຫຍ່ແມ່ນຍັງຫຍາບຊ້າ ແລະ ເສື່ອມໂຊມ, ໂດຍບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ. ພວກເຂົາບໍ່ພຽງຄຳນຶງເຖິງຄວາມສັດທາໃນພຣະເຈົ້ານັ້ນວ່າເປັນເລື່ອງສຳຄັນ. ກົງກັນຂ້າມ ມັນເປັນຄືກັບວ່າພວກເຂົາພຽງມີຄວາມສັດທາເພື່ອປະໂຫຍດຂອງຄົນອື່ນ, ໂດຍບໍ່ໄດ້ສະແດງຄວາມຈິງໃຈ ຫຼື ການອຸທິດຕົນ ແລະ ໃຊ້ຊີວິດຢູ່ກັບຄວາມວ່າງເປົ່າ, ດຳລົງຢູ່ຢ່າງບໍ່ມີຈຸດໝາຍ. ມີພຽງໜ້ອຍຄົນທີ່ສະແຫວງຫາເພື່ອເຂົ້າສູ່ພຣະທໍາຂອງພຣະເຈົ້າໃນທຸກສິ່ງ, ໄດ້ຮັບສິ່ງຕ່າງໆຢ່າງເພີ່ມພູນ, ໃນວັນນີ້ກາຍເປັນຜູ້ທີ່ມີຄວາມ ຮັ່ງມີຫຼາຍຂຶ້ນຢູ່ໃນເຮືອນຂອງພຣະເຈົ້າ ແລະ ໄດ້ຮັບພຣະພອນຂອງພຣະເຈົ້າຫຼາຍຂຶ້ນ. ຖ້າເຈົ້າສະແຫວງຫາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນແບບໃນທຸກສິ່ງ ແລະ ໄດ້ຮັບຄຳສັນຍາຂອງພຣະເຈົ້າຢູ່ໃນໂລກນີ້; ຖ້າເຈົ້າສະແຫວງຫາໃຫ້ພຣະເຈົ້າເປີດແສງສະຫວ່າງໃຫ້ເຈົ້າໃນທຸກສິ່ງ ແລະ ບໍ່ປ່ອຍໃຫ້ການເວລາຜ່ານພົ້ນໄປລ້າໆ, ນີ້ແມ່ນເສັ້ນທາງທີ່ເໝາະສົມທີ່ຈະເຂົ້າສູ່ຢ່າງຈິງຈັງ. ມີພຽງວິທີທາງນີ້ເທົ່ານັ້ນທີ່ເຈົ້າຈະສົມຄວນ ແລະ ມີສິດຖືກພຣະເຈົ້າເຮັດໃຫ້ສົມບູນແບບໄດ້.

(ຄັດຈາກບົດ “ຄຳສັນຍາຕໍ່ບັນດາຜູ້ທີ່ຖືກເຮັດໃຫ້ສົມບູນແບບ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

514. ພຣະວິນຍານບໍລິສຸດບໍ່ພຽງແຕ່ປະຕິບັດພາລະກິດຕໍ່ບາງຄົນທີ່ຖືກພຣະເຈົ້າໃຊ້ເທົ່ານັ້ນ ແຕ່ປະຕິບັດຫຼາຍກວ່ານັ້ນໃນຄຣິສຕະຈັກ. ພຣະອົງສາມາດປະຕິບັດພາລະກິດໃນຜູ້ໃດກໍໄດ້. ພຣະອົງອາດປະຕິບັດພາລະກິດໃນຕົວເຈົ້າໃນຕອນນີ້ ແລະ ເມື່ອເຈົ້າຈະປະສົບກັບພາລະກິດນີ້. ໃນໄລຍະຕໍ່ໄປ, ພຣະອົງອາດປະຕິບັດພາລະກິດໃນຄົນອື່ນ ເຊິ່ງໃນກໍລະນີນີ້ ເຈົ້າຕ້ອງຮີບຕິດຕາມ; ຍິ່ງເຈົ້າເດີນຕາມແສງສະຫວ່າງປັດຈຸບັນຢ່າງໃກ້ຊິດເທົ່າໃດ, ຊີວິດຂອງເຈົ້າກໍຍິ່ງຈະເຕີບໃຫຍ່ຂຶ້ນເທົ່ານັ້ນ. ບໍ່ວ່າບາງຄົນຈະເປັນຄົນແບບໃດ ແຕ່ຖ້າຕາບໃດທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນຕົວພວກເຂົາ, ເຈົ້າກໍຕ້ອງປະຕິບັດຕາມ. ຈົ່ງນຳໃຊ້ປະສົບການຂອງພວກເຂົາເຈົ້າເຂົ້າສູ່ຕົວເຈົ້າເອງ ແລະ ເຈົ້າຈະໄດ້ຮັບສິ່ງທີ່ສູງສົ່ງຂຶ້ນອີກ. ເມື່ອເຮັດດັ່ງນັ້ນ, ເຈົ້າຈະມີຄວາມຄືບໜ້າໄວຂຶ້ນ. ນີ້ແມ່ນເສັ້ນທາງແຫ່ງຄວາມສົມບູນສຳລັບມະນຸດ ແລະ ວິທີແຫ່ງການເຕີບໃຫຍ່ຂອງຊີວິດ. ເສັ້ນທາງສູ່ຄວາມສົມບູນຈະສໍາເລັດ ແມ່ນໂດຍຜ່ານການເຊື່ອຟັງຂອງເຈົ້າທີ່ມີຕໍ່ພາລະກິດຂອງພະວິນຍານບໍລິສຸດ. ເຈົ້າບໍ່ຮູ້ວ່າຕ້ອງຜ່ານຄົນປະເພດໃດພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າກາຍເປັນຄົນສົມບູນ, ຕ້ອງຜ່ານໃຜແດ່ ແລະ ເຫດການໃດແດ່ ຫຼື ສິ່ງໃດແດ່ ພຣະອົງຈຶ່ງຈະເຮັດໃຫ້ເຈົ້າສາມາດໄດ້ຮັບ ແລະ ເຫັນສິ່ງຕ່າງໆ. ຖ້າເຈົ້າສາມາດຍ່າງຕາມທາງທີ່ຖືກຕ້ອງນີ້, ນັ້ນສະແດງວ່າພໍມີຫວັງທີ່ຍິ່ງໃຫຍ່ສຳລັບເຈົ້າທີ່ຈະຖືກເຮັດໃຫ້ສົມບູບໂດຍພຣະເຈົ້າ. ຖ້າຫາກເຈົ້າບໍ່ສາມາດເຮັດໄດ້ດັ່ງນັ້ນ, ສະແດງວ່າອະນາຄົດຂອງເຈົ້າຈະມືດມົວ ແລະ ໄຮ້ແສງສະຫວ່າງ. ເມື່ອເຈົ້າເຂົ້າມາຖືກທາງ, ເຈົ້າຈະໄດ້ຮັບການເປີດເຜີຍໃນທຸກສິ່ງທຸກຢ່າງ. ບໍ່ວ່າພຣະວິນຍານບໍລິສຸດຈະເປີດເຜີຍສິ່ງໃດຕໍ່ຄົນອື່ນໆກໍຕາມ, ຖ້າເຈົ້າດຳເນີນການບົນພື້ນຖານຄວາມຮູ້ຂອງເຂົາເຈົ້າເພື່ອປະສົບກັບສິ່ງຕ່າງໆດ້ວຍຕົວເອງ, ປະສົບການນີ້ກໍຈະກາຍເປັນສ່ວນໜຶ່ງໃນຊີວິດຂອງເຈົ້າ ແລະ ເຈົ້າຈະສາມາດມອບປະສົບການນີ້ຕໍ່ໃຫ້ກັບຄົນອື່ນໄດ້. ຜູ້ທີ່ມອບປະສົບການໃຫ້ຄົນອື່ນດ້ວຍການເວົ້າຈໍ້ແບບນົກແກ້ວແມ່ນຜູ້ທີ່ບໍ່ມີປະສົມການ; ເຈົ້າຕ້ອງຮຽນຮູ້ຄົ້ນຫາ ໂດຍຜ່ານຄວາມສະຫວ່າງ ແລະ ແສງເຍືອງທາງຂອງຄົນອື່ນ ເຊິ່ງເປັນການເຝິກຝົນກ່ອນທີ່ເຈົ້າຈະສາມາດເລີ່ມຕົ້ນບອກເຫຼົ່າປະສົບການ ແລະ ຄວາມຮູ້ທີ່ແທ້ຈິງຂອງຕົນເອງ. ສິ່ງນີ້ຈະເປັນປະໂຫຍດອັນໃຫຍ່ຫຼວງແກ່ຕົວເຈົ້າເອງ. ເຈົ້າຄວນໄດ້ຮັບປະສົບການໃນວິທີນີ້ ແລະ ເຊື່ອຟັງທຸກສິ່ງທີ່ມາຈາກພຣະເຈົ້າ. ເຈົ້າຄວນສະແຫວງຫາຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ ແລະ ສຶກສາໃຫ້ເປັນບົດຮຽນໃນທຸກສິ່ງ ເພື່ອວ່າຊີວິດຂອງພວກເຈົ້າຈະເຕີບໃຫຍ່. ການປະຕິບັດແບບນີ້ ເຮັດໃຫ້ກ້າວໜ້າໄວທີ່ສຸດ.

(ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

515. ເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນບໍ່? ຖ້າຫາກເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູບໂດຍພຣະເຈົ້າຢ່າງແທ້ຈິງ, ເຈົ້າຈະມີຄວາມກ້າຫານທີ່ຈະປະຖິ້ມເນື້ອໜັງຂອງເຈົ້າ, ເຈົ້າຈະສາມາດດໍາເນີນຕາມພຣະທໍາຂອງພຣະເຈົ້າ ແລະ ເຈົ້າຈະບໍ່ຢູ່ເສີຍ ຫຼື ເປັນຄົນອ່ອນແອ. ເຈົ້າຈະສາມາດເຊື່ອຟັງທຸກຢ່າງທີ່ມາຈາກພຣະເຈົ້າ ແລະ ທຸກໆການກະທຳຂອງພວກເຈົ້າຈະເປັນສິ່ງທີ່ປະເສີດຕໍ່ພຣະເຈົ້າ ບໍ່ວ່າຈະກະທຳໃນທີ່ສາທາລະນະ ຫຼື ໃນສະຖານທີ່ສ່ວນຕົວ. ຖ້າເຈົ້າເປັນຄົນທີ່ສັດຊື່ ແລະ ປະຕິບັດຄວາມເປັນຈິງໃນທຸກໆສິ່ງ ເຈົ້າກໍ່ຈະກາຍເປັນຄົນທີ່ສົມບູບ. ພວກທີ່ໜ້າຫວ້າຍຫຼັງຫຼອກຜູ້ທີ່ຕໍ່ໜ້າເຮັດຈັ່ງໜຶ່ງ ແລະ ລັບຫຼັງເຮັດແບບອື່ນແມ່ນຜູ້ບໍ່ເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນ. ພວກເຂົາທຸກຄົນເປັນບຸດແຫ່ງຄວາມພິນາດ ແລະ ການທຳລາຍລ້າງ; ພວກເຂົາບໍ່ແມ່ນຄົນຂອງພຣະເຈົ້າ ແຕ່ເປັນຄົນຂອງຊາຕານ. ພວກເຂົາບໍ່ແມ່ນຄົນປະເພດທີ່ພຣະເຈົ້າຊົງເລືອກເອົາ! ຖ້າການກະທຳ ແລະ ພຶດຕິກຳຂອງເຈົ້າບໍ່ສາມາດສະແດງອອກຢູ່ຕໍ່ໜ້າພຣະເຈົ້າ ຫຼື ບໍ່ສາມາດເຫັນໂດຍພຣະວິນຍານຂອງພຣະເຈົ້າ, ນີ້ກໍພິສູດວ່າມີບາງສິ່ງທີ່ຜິດປົກກະຕິໃນໂຕເຈົ້າ. ຖ້າເຈົ້າຍອມຮັບຄຳພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເທົ່ານັ້ນ ແລະ ໃສ່ໃຈກັບການປ່ຽນແປງຈິດໃຈຂອງເຈົ້າ, ເຈົ້າຈຶ່ງຈະສາມາດເຂົ້າມາສູ່ເສັ້ນທາງໃນການຖືກເຮັດໃຫ້ສົມບູນໄດ້. ຖ້າເຈົ້າເຕັມໃຈທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ເຈົ້າກໍຄວນເຊື່ອຟັງພາລະກິດຂອງພຣະເຈົ້າທັງໝົດ ໂດຍປາດສະຈາກສຽງຈົ່ມວ່າແມ່ນແຕ່ຄຳດຽວ, ປາດສະຈາກການຄາດເດົາ ການປະເມີນຜົນ ຫຼື ຕັດສິນພາລະກິດຂອງພຣະເຈົ້າ. ນີ້ແມ່ນຂໍ້ເງື່ອນໄຂຕ່ຳສຸດໃນການທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ເງື່ອນໄຂທີ່ຈຳເປັນສຳລັບຜູ້ທີ່ສະແຫວງຫາໃຫ້ພຣະເຈົ້າເຮັດໃຫ້ສົມບູນກໍຄືສິ່ງນີ້: ເຮັດທຸກສິ່ງທຸກຢ່າງດ້ວຍໃຈທີ່ຮັກພຣະເຈົ້າ. “ການເຮັດທຸກສິ່ງທຸກຢ່າງດ້ວຍໃຈທີ່ຮັກພຣະເຈົ້າ” ໝາຍຄວາມວ່າແນວໃດ? ມັນໝາຍຄວາມວ່າທຸກການກະທຳ ແລະ ພຶດຕິກຳຂອງເຈົ້າສາມາດສະແດງອອກຕໍ່ໜ້າພຣະເຈົ້າໄດ້. ຍ້ອນເຈົ້າມີເຈດຕະນາທີ່ຖືກຕ້ອງ, ເຈົ້າຈະບໍ່ມີຄວາມຢ້ານກົວທີ່ຈະສະແດງສິ່ງເຫຼົ່ານັ້ນຕໍ່ໜ້າພຣະເຈົ້າ ຫຼື ຕໍ່ໜ້າອ້າຍເອື້ອຍນ້ອງຂອງເຈົ້າ ບໍ່ວ່າການກະທຳຂອງເຈົ້າຈະຖືກ ຫຼື ຜິດກໍຕາມ ແລະ ເຈົ້າຈະກ້າປະຕິຍານຕໍ່ໜ້າພຣະເຈົ້າ. ເຈົ້າຕ້ອງສະແດງທຸກຄວາມຕັ້ງໃຈ, ຄວາມນຶກຄິດ ແລະ ແນວຄິດຂອງເຈົ້າຢູ່ຕໍ່ໜ້າພຣະເຈົ້າ ເພື່ອການພິຈາລະນາຂອງພຣະອົງ; ຖ້າຫາກເຈົ້າປະຕິບັດ ແລະ ເຂົ້າສູ່ເສັ້ນທາງນີ້, ຄວາມກ້າວໜ້າໃນຊີວິດຂອງເຈົ້າກໍຈະມີຄວາມວ່ອງໄວ.

(ຄັດຈາກບົດ “ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍໃຈຈິງ ຈະຖືກພຣະເຈົ້າຮັບເອົາຢ່າງແນ່ນນອນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

516. ຖ້າເຈົ້າຕ້ອງການຖືກໃຊ້ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນ, ແລ້ວເຈົ້າຕ້ອງມີທຸກຢ່າງ: ຄວາມຕັ້ງໃຈໃນການທົນທຸກ, ຄວາມເຊື່ອ, ຄວາມອົດທົນ, ຄວາມເຊື່ອຟັງ ແລະ ຄວາມສາມາດທີ່ຈະມີປະສົບການກັບພາລະກິດຂອງພຣະເຈົ້າ, ຄວາມເຂົ້າໃຈໃນຄວາມປະສົງຂອງພຣະອົງ, ຄວາມຄຳນຶງເຖິງຄວາມໂສກເສົ້າຂອງພຣະອົງ ແລະ ອື່ນໆອີກ. ການເຮັດໃຫ້ຄົນໜຶ່ງສົມບູນບໍ່ແມ່ນເລື່ອງງ່າຍ ແລະ ທຸກການຫຼໍ່ຫຼອມທີ່ເຈົ້າຜະເຊີນຈຳເປັນຕ້ອງມີຄວາມເຊື່ອ ແລະ ຄວາມຮັກຂອງເຈົ້າ. ຖ້າເຈົ້າຕ້ອງການທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ມັນບໍ່ພຽງພໍທີ່ຈະອອກໄປຄົ້ນຫາຕາມທ້ອງຖະໜົນເທົ່ານັ້ນ ຫຼື ມັນບໍ່ພຽງພໍທີ່ເສຍສະຫຼະຕົວເຈົ້າເອງໃຫ້ກັບພຣະເຈົ້າ. ເຈົ້າຕ້ອງປະກອບມີຫຼາຍສິ່ງເພື່ອທີ່ຈະສາມາດກາຍມາເປັນຄົນທີ່ພຣະເຈົ້າເຮັດໃຫ້ສົມບູນໄດ້. ເມື່ອເຈົ້າພົບກັບການທົນທຸກ ເຈົ້າຕ້ອງສາມາດປະຖິ້ມຄວາມກັງວົນຫາເນື້ອໜັງ ແລະ ບໍ່ຕໍ່ວ່າພຣະເຈົ້າ. ເມື່ອພຣະເຈົ້າເຊື່ອງພຣະອົງເອງຈາກເຈົ້າ, ເຈົ້າຕ້ອງສາມາດມີຄວາມເຊື່ອທີ່ຈະຕິດຕາມພຣະອົງ, ຮັກສາຄວາມຮັກທີ່ຜ່ານມາຂອງເຈົ້າ ໂດຍບໍ່ເຮັດໃຫ້ຄວາມຮັກນັ້ນສະດຸດ ຫຼື ຫາຍໄປ. ບໍ່ວ່າພຣະເຈົ້າຈະກະທຳຫຍັງກໍຕາມ, ເຈົ້າຕ້ອງຍອມຢູ່ພາຍໃຕ້ແບບແຜນຂອງພຣະອົງ ແລະ ກຽມພ້ອມທີ່ຈະສາບແຊ່ງເນື້ອໜັງຂອງເຈົ້າເອງ ແທນທີ່ຈະຕໍ່ວ່າພຣະອົງ. ເມື່ອເຈົ້າຜະເຊີນກັບການທົດລອງ ເຈົ້າຕ້ອງເຮັດໃຫ້ພຣະເຈົ້າພໍໃຈ ເຖິງແມ່ນວ່າເຈົ້າອາດຮ້ອງໄຫ້ຢ່າງຂົມຂືນ ຫຼື ຮູ້ສຶກລັງເລທີ່ຈະຈາກບາງສິ່ງທີ່ຮັກ. ສິ່ງນີ້ເທົ່ານັ້ນຈຶ່ງຈະເອີ້ນວ່າ ຄວາມຮັກ ແລະ ຄວາມເຊື່ອທີ່ແທ້ຈິງ. ບໍ່ວ່າວຸດທິພາວະຕົວຈິງຂອງເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະທົນທຸກກັບຄວາມລໍາບາກນີ້ກ່ອນ ແລະ ຄວາມເຊື່ອທີ່ແທ້ຈິງ ແລະ ເຈົ້າຕ້ອງມີຄວາມຕັ້ງໃຈທີ່ຈະປະຖິ້ມເນື້ອໜັງ. ເຈົ້າຄວນເຕັມໃຈທີ່ຈະອົດທົນຕໍ່ຄວາມຍາກລໍາບາກສ່ວນຕົວ ແລະ ທົນທຸກຕໍ່ການສູນເສຍຜົນປະໂຫຍດສ່ວນຕົວຂອງເຈົ້າ ເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ເຈົ້າຍັງຕ້ອງສາມາດຮູ້ສຶກສຳນຶກຜິດກ່ຽວກັບຕົນເອງໃນຫົວໃຈຂອງເຈົ້າ: ໃນອະດີດ, ເຈົ້າບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈ ແລະ ຕອນນີ້ ເຈົ້າສາມາດສໍານຶກຜິດຕົນເອງ. ເຈົ້າຕ້ອງບໍ່ຂາດໃນສິ່ງໃດໜຶ່ງ, ມັນແມ່ນຜ່ານສິ່ງເຫຼົ່ານີ້ ພຣະເຈົ້າຈຶ່ງຈະເຮັດໃຫ້ເຈົ້າສົມບູນ. ຖ້າເຈົ້າບໍ່ສາມາດບັນລຸເງື່ອນໄຂເຫຼົ່ານີ້, ແລ້ວເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້.

(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

517. ການປ່ຽນແປງອຸປະນິໄສ ຫຼັກໆແມ່ນໝາຍເຖິງການປ່ຽນແປງທຳມະຊາດຂອງບຸກຄົນໃດໜຶ່ງ. ສິ່ງທີ່ເປັນທຳມະຊາດຂອງບຸກຄົນໃດໜຶ່ງບໍ່ສາມາດເຫັນໄດ້ຈາກພຶດຕິກຳພາຍນອກ; ພວກມັນກ່ຽວຂ້ອງກັບຄຸນຄ່າ ແລະ ຄວາມໝາຍຂອງການເປັນຢູ່ຂອງເຂົາໂດຍກົງ. ນັ້ນກໍຄື ພວກມັນກ່ຽວພັນເຖິງທັດສະນະຂອງບຸກຄົນໃດໜຶ່ງກ່ຽວກັບຊີວິດ ແລະ ຄຸນຄ່າຂອງເຂົາໂດຍກົງ, ກ່ຽວກັບສິ່ງຕ່າງໆທີ່ຢູ່ໃນສ່ວນເລິກຈິດວິນຍານຂອງເຂົາ ແລະ ກ່ຽວກັບແກ່ນແທ້ຂອງເຂົາ. ຖ້າບຸກຄົນໃດໜຶ່ງບໍ່ສາມາດຍອມຮັບຄວາມຈິງ, ເຂົາກໍຈະບໍ່ປະສົບກັບການປ່ຽນແປງໃນດ້ານຕ່າງໆເຫຼົ່ານີ້. ມີພຽງໂດຍປະສົບການຈາກພາລະກິດຂອງພຣະເຈົ້າ, ການເຂົ້າສູ່ຄວາມຈິງຢ່າງສົມບູນ, ການປ່ຽນແປງຄຸນຄ່າຂອງຄົນ ແລະ ທັດສະນະຄະຕິຂອງຄົນໃດໜຶ່ງກ່ຽວກັບການເປັນຢູ່ ແລະ ຊີວິດ, ການປັບທັດສະນະຂອງຄົນໃຫ້ເຂົ້າກັບພຣະເຈົ້າ ແລະ ຄວາມສາມາດຍອມອ່ອນນ້ອມ ແລະ ອຸທິດຕໍ່ພຣະອົງທັງໝົດເທົ່ານັ້ນ, ອຸປະນິໄສຂອງຄົນຈຶ່ງຈະສາມາດເວົ້າໄດ້ວ່າ ໄດ້ຮັບການປ່ຽນແປງ. ເຈົ້າອາດຈະເບິ່ງຄືກັບວ່າ ໄດ້ໃຊ້ຄວາມພະຍາຍາມບາງຢ່າງ, ເຈົ້າອາດຈະອົດທົນເມື່ອຜະເຊີນກັບຄວາມລຳບາກ, ເຈົ້າອາດຈະສາມາດປະຕິບັດພາລະກິດທີ່ຖືກຈັດແຈງຈາກເບື້ອງເທິງ ຫຼື ເຈົ້າອາດຈະສາມາດໄປໃສກໍໄດ້ທີ່ເຈົ້າຖືກສັ່ງໃຫ້ໄປ, ແຕ່ສິ່ງເຫຼົ່ານີ້ແມ່ນເປັນພຽງການປ່ຽນແປງເລັກໆນ້ອຍໆໃນພຶດຕິກຳຂອງເຈົ້າ ແລະ ບໍ່ພຽງພໍທີ່ຈະຖືວ່າເປັນການປ່ຽນແປງໃນອຸປະນິໄສຂອງເຈົ້າ. ເຈົ້າອາດຈະສາມາດຜ່ານຫຼາຍເສັ້ນທາງ, ທົນທຸກກັບຄວາມລຳບາກຫຼາຍຢ່າງ ແລະ ອົດກັ້ນກັບຄວາມອັບອາຍຢ່າງຫຼວງຫຼາຍ; ເຈົ້າອາດຈະຮູ້ສຶກໃກ້ຊິດກັບພຣະເຈົ້າຫຼາຍ ແລະ ພຣະວິນຍານບໍລິສຸດອາດປະຕິບັດພາລະກິດບາງຢ່າງໃນເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອພຣະເຈົ້າຮຽກຮ້ອງໃຫ້ເຈົ້າເຮັດບາງສິ່ງທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ເຈົ້າອາດຈະຍັງບໍ່ຍອມເຮັດຕາມ; ກົງກັນຂ້າມ ເຈົ້າອາດຊອກຫາຂໍ້ອ້າງ, ເປັນກະບົດ ແລະ ຕໍ່ຕ້ານພຣະເຈົ້າ, ຈົນເຖິງກັບວິຈານພຣະເຈົ້າ ແລະ ປະທ້ວງພຣະອົງ. ນີ້ຈະເປັນບັນຫາທີ່ຮ້າຍແຮງຫຼາຍ! ມັນຈະສະແດງໃຫ້ເຫັນວ່າ ເຈົ້າຍັງມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ ແລະ ເຈົ້າຍັງບໍ່ໄດ້ຜ່ານການປ່ຽນແປງໃດໆເລີຍ.

(“ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

519. ຜູ້ຄົນສາມາດປະພຶດຕົນດີ, ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າ ພວກເຂົາປະກອບມີຄວາມຈິງ. ຄວາມກະຕືລືລົ້ນຂອງຜູ້ຄົນພຽງແຕ່ສາມາດເຮັດໃຫ້ພວກເຂົາປະຕິບັດຕາມທິດສະດີ ແລະ ປະຕິບັດຕາມກົດລະບຽບເທົ່ານັ້ນ; ຜູ້ຄົນທີ່ປາສະຈາກຄວາມຈິງແມ່ນບໍ່ມີວິທີແກ້ໄຂບັນຫາໄດ້ຢ່າງແທ້ຈິງ ແລະ ທິດສະດີກໍບໍ່ສາມາດເຮັດໜ້າທີ່ແທນຄວາມຈິງໄດ້. ຄົນທີ່ໄດ້ປະສົບກັບການປ່ຽນແປງໃນອຸປະນິໄສຂອງພວກເຂົາແມ່ນແຕກຕ່າງກັນ. ຄົນທີ່ໄດ້ປະສົບກັບການປ່ຽນແປງໃນອຸປະນິໄສຂອງພວກເຂົາໄດ້ເຂົ້າໃຈເຖິງຄວາມຈິງ, ພວກເຂົາກຳລັງແຍກແຍະທຸກບັນຫາ, ພວກເຂົາຮູ້ຈັກວິທີການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ວິທີການປະຕິບັດຕາມຫຼັກການແຫ່ງຄວາມຈິງ, ວິທີການເຮັດໃຫ້ພຣະເຈົ້າພໍໃຈ ແລະ ພວກເຂົາເຂົ້າໃຈທຳມະຊາດຂອງຄວາມເສື່ອມຊາມທີ່ພວກເຂົາໄດ້ເປີດເຜີຍ. ເມື່ອຄວາມຄິດ ແລະ ແນວຄິດຂອງພວກເຂົາເອງໄດ້ຖືກເປີດເຜີຍ, ພວກເຂົາກໍສາມາດແຍກແຍະ ແລະ ປະຖິ້ມເນື້ອໜັງໄດ້. ນີ້ແມ່ນວິທີການສະແດງອອກໃນການປ່ຽນແປງອຸປະນິໄສ. ສິ່ງສຳຄັນກ່ຽວກັບການປ່ຽນແປງອຸປະນິໄສກໍຄື ພວກເຂົາໄດ້ເຂົ້າໃຈຄວາມຈິງຢ່າງຊັດເຈນ ແລະ ເມື່ອດໍາເນີນການຕ່າງໆ ພວກເຂົານໍາຄວາມຈິງເຂົ້າສູ່ການປະຕິບັດດ້ວຍຄວາມຖືກຕ້ອງພໍສົມຄວນ ແລະ ຄວາມເສື່ອມຊາມຂອງພວກເຂົາກໍບໍ່ຄ່ອຍຖືກເປີດເຜີຍອອກ. ໂດຍທົ່ວໄປແລ້ວ, ຄົນທີ່ຖືກປ່ຽນແປງໃນອຸປະນິໄສ ເບິ່ງຄືກັບວ່າມີເຫດຜົນ ແລະ ສາມາດແຍກແຍະໄດ້ເປັນພິເສດ ແລະ ຍ້ອນຄວາມເຂົ້າໃຈເຖິງຄວາມຈິງຂອງພວກເຂົາ, ພວກເຂົາບໍ່ຄ່ອຍສະແດງອອກວ່າຕົນເອງມີສິລະທໍາ ແລະ ສະແດງຄວາມອວດດີພໍປານໃດ. ພວກເຂົາສາມາດເຫັນ ແລະ ແຍກແຍະຄວາມເສື່ອມຊາມຕ່າງໆທີ່ຖືກເປີດເຜີຍອອກ, ສະນັ້ນ ພວກເຂົາຈຶ່ງບໍ່ມັກອວດດີ. ພວກເຂົາສາມາດເຂົ້າໃຈຢ່າງແນ່ນອນວ່າຕໍາແໜ່ງຂອງມະນຸດຢູ່ໃສ, ເຂົ້າໃຈວິທີການປະພຶດຢ່າງມີເຫດຜົນ, ວິທີການເຊື່ອຟັງ, ສິ່ງທີ່ຄວນເວົ້າ ແລະ ສິ່ງທີ່ບໍ່ຄວນເວົ້າ ແລະ ສິ່ງທີ່ຄວນເວົ້າ ແລະ ບໍ່ຄວນເວົ້າຕໍ່ຜູ້ຄົນປະເພດໃດ. ນີ້ຄືເຫດຜົນທີ່ວ່າເປັນຫຍັງຈຶ່ງມີການເວົ້າວ່າ ຄົນແບບນີ້ມີເຫດຜົນພໍສົມຄວນ. ຄົນທີ່ມີການປ່ຽນແປງໃນອຸປະນິໄສແມ່ນດຳລົງຊີວິດຢູ່ຄືກັບມະນຸດຢ່າງແທ້ຈິງ ແລະ ພວກເຂົາມີຄວາມຈິງ. ພວກເຂົາສາມາດເວົ້າ ແລະ ເຫັນສິ່ງຕ່າງໆທີ່ສອດຄ່ອງກັບຄວາມຈິງຢູ່ສະເໝີ ແລະ ພວກເຂົາມີຫຼັກການໃນທຸກສິ່ງທີ່ພວກເຂົາກະທຳ; ພວກເຂົາບໍ່ຍອມຕໍ່ອິດທິພົນຂອງຜູ້ຄົນ, ເຫດການ ຫຼື ສິ່ງໃດໜຶ່ງ ແລະ ພວກເຂົາລ້ວນແລ້ວແຕ່ມີມຸມມອງຂອງພວກເຂົາເອງ ແລະ ສາມາດຮັກສາຫຼັກການແຫ່ງຄວາມຈິງໄວ້ໄດ້. ອຸປະນິໄສຂອງພວກເຂົາກໍໝັ້ນຄົງພໍສົມຄວນ, ພວກເຂົາບໍ່ໜາວບໍ່ຮ້ອນ ແລະ ບໍ່ວ່າພວກເຂົາຈະມີສະຖານະການແບບໃດກໍຕາມ, ພວກເຂົາກໍເຂົ້າໃຈເຖິງວິທີການປະຕິບັດໜ້າທີ່ຂອງພວກເຂົາຢ່າງຖືກຕ້ອງ ແລະ ເຂົ້າໃຈວິທີການປະຕິບັດຕໍ່ສິ່ງຕ່າງໆເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ຄົນທີ່ມີການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແມ່ນບໍ່ໄດ້ໃສ່ໃຈໃນການເຮັດສິ່ງຕ່າງໆເພື່ອເຮັດໃຫ້ຕົນເອງເປັນຄົນດີພຽງພາຍນອກ, ພວກເຂົາມີຄວາມຊັດເຈນຢູ່ພາຍໃນກ່ຽວກັບສິ່ງທີ່ຈະກະທຳເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ສະນັ້ນ, ຈາກພາຍນອກ ພວກເຂົາອາດເບິ່ງຄືບໍ່ກະຕືລືລົ້ນຫຼາຍ ຫຼື ຄືກັບວ່າພວກເຂົາໄດ້ເຮັດຫຍັງທີ່ຍິ່ງໃຫຍ່, ແຕ່ທຸກສິ່ງທີ່ພວກເຂົາເຮັດແມ່ນມີຄວາມໝາຍ, ມີຄຸນຄ່າ ແລະ ໄດ້ຮັບຜົນຢ່າງແທ້ຈິງ. ແນ່ນອນ ຄົນທີ່ມີອຸປະນິໄສປ່ຽນແປງແມ່ນມີຄວາມຈິງຫຼາຍ, ສິ່ງນີ້ສາມາດຢືນຢັນໄດ້ຈາກທັດສະນະຂອງພວກເຂົາກ່ຽວກັບສິ່ງຕ່າງໆ ແລະ ຫຼັກການທີ່ຢູ່ໃນການກະທຳຂອງພວກເຂົາ. ແນ່ນອນ ຄົນທີ່ບໍ່ມີຄວາມຈິງແມ່ນບໍ່ມີການປ່ຽນແປງໃນອຸປະນິໄສ. ນັ້ນບໍ່ໄດ້ໝາຍຄວາມວ່າ ຄົນທີ່ມີວຸດທິພາວະເປັນຜູ້ໃຫຍ່ ແລະ ມີປະສົບການໃນຄວາມເປັນມະນຸດຂອງພວກເຂົາຈະຕ້ອງປະສົບກັບການປ່ຽນແປງໃນອຸປະນິໄສຂອງພວກເຂົາ; ຫຼັກໆແລ່້ວແມ່ນໝາຍເຖິງກໍລະນີທີ່ພິດບາງຢ່າງຂອງຊາຕານພາຍໃນທຳມະຊາດຂອງຜູ້ຄົນໄດ້ຖືກປ່ຽນແປງ ຍ້ອນຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບຄວາມຈິງ. ນັ້ນໝາຍຄວາມວ່າ ພິດເຫຼົ່ານັ້ນຂອງຊາຕານໄດ້ຖືກຊໍາລະລ້າງ ແລະ ຄວາມຈິງທີ່ພຣະເຈົ້າສະແດງອອກໄດ້ຝັງເລິກເຂົ້າໃນຜູ້ຄົນເຫຼົ່ານີ້, ໄດ້ກາຍມາເປັນຊີວິດຂອງພວກເຂົາ ແລະ ກາຍມາເປັນພື້ນຖານແຫ່ງການເປັນຢູ່ຂອງພວກເຂົາ. ດ້ວຍເຫດນັ້ນ ພວກເຂົາຈຶ່ງກາຍມາເປັນຄົນໃໝ່ ແລະ ອຸປະນິໄສຂອງພວກເຂົາກໍປ່ຽນແປງ. ການປ່ຽນແປງໃນອຸປະນິໄສບໍ່ໄດ້ໝາຍຄວາມວ່າ ອຸປະນິໄສພາຍນອກຂອງຜູ້ຄົນອ່ອນໂຍນກວ່າເກົ່າ, ພວກເຂົາເຄີຍອວດດີ ແຕ່ດຽວນີ້ເວົ້າຢ່າງມີເຫດຜົນ ຫຼື ພວກເຂົາບໍ່ເຄີຍຟັງໃຜ ແຕ່ດຽວນີ້ຮັບຟັງຄົນອື່ນ; ການປ່ຽນແປງພາຍນອກດັ່ງກ່າວບໍ່ສາມາດເວົ້າໄດ້ວ່າເປັນການປ່ຽນແປງໃນອຸປະນິໄສ. ແນ່ນອນ, ການປ່ຽນແປງອຸປະນິໄສແມ່ນລວມເຖິງສະພາວະເຫຼົ່ານີ້, ແຕ່ສິ່ງສຳຄັນທີ່ສຸດກໍຄື: ຊີວິດເບື້ອງໃນຂອງພວກເຂົາແມ່ນໄດ້ຮັບການປ່ຽນແປງ. ຄວາມຈິງທີ່ພຣະເຈົ້າໄດ້ສະແດງອອກກໍກາຍເປັນຊີວິດຂອງພວກເຂົາແທ້ຈິງ, ພິດຂອງຊາຕານທີ່ຢູ່ພາຍໃນຂອງພວກເຂົາກໍຖືກກຳຈັດອອກໄປ, ທັດສະນະຂອງພວກເຂົາກໍຖືກປ່ຽນແປງໂດຍສິ້ນເຊີງ ແລະ ບໍ່ມີທັດສະນະໃດສອດຄ່ອງກັບທາງໂລກ. ພວກເຂົາໄດ້ເຫັນເຖິງກົນອຸບາຍ ແລະ ພິດຂອງມັງກອນແດງໃຫຍ່ຢ່າງຊັດເຈນ; ພວກເຂົາໄດ້ເຂົ້າໃຈເຖິງແກ່ນແທ້ທີ່ແທ້ຈິງຂອງຊີວິດ. ດ້ວຍເຫດນັ້ນ ຄຸນຄ່າໃນຊິວິດຂອງພວກເຂົາຈຶ່ງໄດ້ປ່ຽນແປງ, ນີ້ແມ່ນການປ່ຽນແປງທີ່ເປັນພື້ນຖານທີ່ສຸດ ແລະ ມັນຄືແກ່ນແທ້ຂອງການປ່ຽນແປງໃນອຸປະນິໄສ.

(“ຄວາມແຕກຕ່າງລະຫວ່າງການປ່ຽນແປງພາຍນອກ ແລະ ການປ່ຽນແປງໃນອຸປະນິໄສ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

520. ຖ້າເຈົ້າປາຖະໜາທີ່ຈະຖືກຊໍາລະໃຫ້ບໍລິສຸດຈາກຄວາມເສື່ອມຊາມ ແລະ ຜະເຊີນກັບການປ່ຽນແປງໃນຊີວິດ–ອຸປະນິໄສຂອງເຈົ້າ, ແລ້ວເຈົ້າຕ້ອງມີຄວາມຮັກສຳລັບຄວາມຈິງ ແລະ ຄວາມສາມາດທີ່ຈະຍອມຮັບຄວາມຈິງ. ການຍອມຮັບຄວາມຈິງໝາຍເຖິງຫຍັງ? ການຍອມຮັບຄວາມຈິງບົ່ງບອກວ່າ ບໍ່ວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມແບບໃດກໍຕາມ ຫຼື ພິດອັນໃດຂອງມັງກອນແດງທີ່ຍິ່ງໃຫຍ່ຢູ່ໃນທຳມະຊາດຂອງເຈົ້າ, ເຈົ້າກໍຮັບຮູ້ມັນ ເມື່ອມັນຖືກເປີດເຜີຍໂດຍພຣະທຳຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະທຳເຫຼົ່ານີ້; ເຈົ້າຍອມຮັບພວກມັນໂດຍບໍ່ມີເງື່ອນໄຂ, ໂດຍບໍ່ມີຂໍ້ອ້າງ ຫຼື ພະຍາຍາມທີ່ຈະເລືອກເອົາ ແລະ ເຈົ້າມາຮູ້ຈັກຕົນເອງ ໂດຍອີງໃສ່ສິ່ງທີ່ພຣະອົງກ່າວ. ນີ້ແມ່ນຄວາມໝາຍຂອງການຍອມຮັບພຣະທຳຂອງພຣະເຈົ້າ. ບໍ່ວ່າພຣະອົງຈະເວົ້າຫຍັງກໍຕາມ, ບໍ່ວ່າພຣະຄຳຂອງພຣະອົງອາດແທງຫົວໃຈຂອງເຈົ້າຫຼາຍສໍ່າໃດກໍຕາມ ແລະ ບໍ່ວ່າພຣະອົງຈະໃຊ້ພຣະທຳຫຍັງກໍຕາມ, ເຈົ້າກໍສາມາດຍອມຮັບພວກມັນໄດ້ ຕາບໃດທີ່ສິ່ງທີ່ພຣະອົງກ່າວແມ່ນຄວາມຈິງ ແລະ ເຈົ້າສາມາດຮັບຮູ້ພວກມັນ ຕາບໃດທີ່ພວກມັນສອດຄ່ອງກັບຄວາມເປັນຈິງ. ເຈົ້າສາມາດອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຂົ້າໃຈພວກມັນໄດ້ເລິກເຊິ່ງພຽງໃດກໍຕາມ ແລະ ເຈົ້າຍອມຮັບ ແລະ ອ່ອນນ້ອມຕໍ່ແສງສະຫວ່າງທີ່ຖືກເປີດເຜີຍໂດຍພຣະວິນຍານບໍລິສຸດ ແລະ ຖືກສົນທະນາໂດຍອ້າຍເອື້ອຍນ້ອງຂອງເຈົ້າ. ເມື່ອບຸກຄົນດັ່ງກ່າວໄດ້ສະແຫວງຫາຄວາມຈິງຈົນເຖິງຈຸດໃດໜຶ່ງ, ເຂົາກໍສາມາດຮັບເອົາຄວາມຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສຂອງເຂົາ.

(“ວິທີຮູ້ຈັກທໍາມະຊາດຂອງມະນຸດ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

521. ກະແຈສໍາຄັນເພື່ອບັນລຸການປ່ຽນແປງໃນອຸປະນິໄສແມ່ນການຮູ້ຈັກທຳມະຊາດຂອງຕົນເອງ ແລະ ສິ່ງນີ້ຕ້ອງເກີດຂຶ້ນຕາມການເປີດເຜີຍຈາກພຣະເຈົ້າ. ມີແຕ່ໃນພຣະທຳຂອງພຣະເຈົ້າເທົ່ານັ້ນ ຄົນໆໜຶ່ງຈຶ່ງຈະຮູ້ຈັກທຳມະຊາດທີ່ຊົ່ວຮ້າຍຂອງຕົນເອງ, ຮັບຮູ້ພິດຕ່າງໆຂອງຊາຕານທີ່ຢູ່ໃນທຳມະຊາດຂອງຕົນເອງ, ຮູ້ຈັກວ່າຕົນເອງໂງ່ຈ້າ ແລະ ບໍ່ມີຄວາມຮູ້ ແລະ ຮັບຮູ້ເຖິງອົງປະກອບທີ່ອ່ອນແອ ແລະ ເປັນລົບໃນທຳມະຊາດຂອງຕົນເອງ. ຫຼັງຈາກສິ່ງເຫຼົ່ານີ້ເປັນທີ່ຮູ້ຈັກຢ່າງສົມບູນ ແລະ ເຈົ້າສາມາດກຽດຊັງຕົນເອງ ແລະ ປະຖິ້ມເນື້ອໜັງຢ່າງແທ້ຈິງ, ປະຕິບັດພຣະທຳຂອງພຣະເຈົ້າຢ່າງສະໝໍ່າສະເໝີ ແລະ ມີຄວາມປະສົງທີ່ຈະຍອມຕໍ່ພຣະວິນຍານບໍລິສຸດ ແລະ ຕໍ່ພຣະທຳຂອງພຣະເຈົ້າຢ່າງແທ້ຈິງ, ແລ້ວເຈົ້າກໍຈະໄດ້ເລີ່ມຕົ້ນໃນເສັ້ນທາງຂອງເປໂຕ.

(“ການຮູ້ຈັກຕົນເອງຫຼັກໆແລ້ວແມ່ນກ່ຽວກັບການຮູ້ຈັກທໍາມະຊາດຂອງມະນຸດ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

522. ຖ້າຄວາມຮູ້ຂອງຜູ້ຄົນກ່ຽວກັບຕົວພວກເຂົາເອງແມ່ນຕື້ນຫຼາຍ, ພວກເຂົາຈະພົບເຫັນວ່າ ມັນເປັນໄປບໍ່ໄດ້ທີ່ຈະແກ້ໄຂບັນຫາ ແລະ ຊີວິດ-ອຸປະນິໄສຂອງພວກເຂົາກໍຈະບໍ່ປ່ຽນແປງແທ້ໆ. ມັນຈໍາເປັນທີ່ຈະຕ້ອງຮູ້ຈັກຕົວເອງໃນລະດັບທີ່ເລິກເຊິ່ງ ເຊິ່ງໝາຍເຖິງການຮູ້ຈັກທໍາມະຊາດຂອງຕົວເອງ: ອົງປະກອບຫຍັງທີ່ມີຢູ່ໃນທໍາມະຊາດນັ້ນ, ສິ່ງເຫຼົ່ານີ້ກໍາເນີດຂຶ້ນແນວໃດ ແລະ ພວກມັນມາແຕ່ໃສ. ຍິ່ງໄປກວ່ານັ້ນ, ເຈົ້າສາມາດກຽດຊັງສິ່ງເຫຼົ່ານີ້ໄດ້ແທ້ບໍ? ເຈົ້າໄດ້ເຫັນຈິດວິນຍານທີ່ຂີ້ຮ້າຍຂອງຕົວເອງ ແລະ ທໍາມະຊາດທີ່ຊົ່ວຮ້າຍຂອງຕົວເອງແລ້ວບໍ? ຖ້າເຈົ້າສາມາດເຫັນຄວາມຈິງກ່ຽວກັບຕົວເຈົ້າເອງ, ເຈົ້າກໍຈະເລີ່ມກຽດຊັງຕົວເອງ. ເມື່ອເຈົ້າກຽດຊັງຕົວເອງ ແລ້ວປະຕິດບັດພຣະທໍາຂອງພຣະເຈົ້າ, ເຈົ້າຈະສາມາດປະຖິ້ມເນື້ອໜັງ ແລະ ມີກໍາລັງທີ່ຈະປະຕິບັດຄວາມຈິງໂດຍປາສະຈາກຄວາມລໍາບາກ. ເປັນຫຍັງຫຼາຍຄົນຈຶ່ງເຮັດຕາມຄວາມມັກທາງເນື້ອໜັງຂອງພວກເຂົາ? ເພາະພວກເຂົາຖືວ່າ ຕົວເອງດີຫຼາຍ, ຮູ້ສຶກວ່າ ການກະທໍາຂອງພວກເຂົາຖືກຕ້ອງ ແລະ ມີເຫດຜົນ, ຖືວ່າ ພວກເຂົາບໍ່ມີຂໍ້ບົກຜ່ອງ ແລະ ແມ່ນແຕ່ຖືວ່າ ພວກເຂົາຖືກຕ້ອງໂດຍສິ້ນເຊີງ, ສະນັ້ນ ພວກເຂົາຈຶ່ງບໍ່ສາມາດກະທໍາການດ້ວຍການສົມມຸດວ່າ ຄວາມຍຸຕິທໍາແມ່ນຢູ່ຂ້າງພວກເຂົາ. ເມື່ອຄົນເຮົາຮູ້ວ່າ ທໍາມະຊາດທີ່ແທ້ຈິງຂອງຄົນເຮົາແມ່ນຫຍັງ, ຂີ້ຮ້າຍສໍ່າໃດ, ເປັນຕາໜ້າລັງກຽດສໍ່າໃດ ແລະ ເປັນຕາສົມເພດສໍ່າໃດ, ຄົນເຮົາກໍຈະບໍ່ພາກພູມໃຈໃນຕົວເອງຫຼາຍເກີນໄປ, ບໍ່ອວດດີຫຼາຍ ແລະ ບໍ່ພໍໃຈກັບຕົວເອງຄືແຕ່ກ່ອນ. ຄົນດັ່ງກ່າວຮູ້ສຶກວ່າ: “ຂ້ານ້ອຍຕ້ອງຕັ້ງໃຈແທ້ ແລະ ເຮັດຕາມຄວາມຈິງ ແລະ ປະຕິບັດພຣະທໍາບາງຂໍ້ຂອງພຣະເຈົ້າ. ຖ້າບໍ່ສະນັ້ນ, ຂ້ານ້ອຍກໍຈະບໍ່ທຽບເທົ່າກັບມາດຕະຖານຂອງມະນຸດ ແລະ ຈະມີຄວາມອັບອາຍໃນການດໍາລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ”. ແລ້ວຄົນເຮົາກໍຈະເຫັນຕົວເອງບໍ່ມີຄ່າ ແລະ ບໍ່ສໍາຄັນແທ້ໆ. ໃນເວລານີ້, ມັນງ່າຍທີ່ຄົນເຮົາຈະປະຕິບັດຄວາມຈິງ ແລະ ຈະປາກົດວ່າ ຄົນເຮົາຂ້ອນຂ້າງຄ້າຍຄືກັບສິ່ງທີ່ມະນຸດຄວນເປັນ. ເມື່ອຜູ້ຄົນກຽດຊັງຕົວເອງເທົ່ານັ້ນ ພວກເຂົາຈຶ່ງຈະສາມາດປະຖິ້ມເນື້ອໜັງໄດ້. ຖ້າພວກເຂົາບໍ່ກຽດຊັງຕົວເອງ ພວກເຂົາກໍຈະບໍ່ສາມາດປະຖິ້ມເນື້ອໜັງ. ການກຽດຊັງຕົວເອງຢ່າງແທ້ຈິງແມ່ນປະກອບມີສອງສາມຢ່າງ: ສິ່ງທໍາອິດແມ່ນການຮູ້ຈັກທໍາມະຊາດຂອງຕົວເອງ; ແລະ ສິ່ງທີສອງແມ່ນການເຫັນຕົວເອງເປັນຄົນທຸກຍາກ ແລະ ເປັນຕາສົມເພດ, ການເຫັນຕົວເອງນ້ອຍ ແລະ ບໍ່ມີຄວາມສໍາຄັນຫຼາຍ ແລະ ການເຫັນຈິດວິນຍານທີ່ເປັນຕາສົມເພດ ແລະ ສົກກະປົກຂອງຕົວເອງ. ເມື່ອຄົນເຮົາເຫັນຢ່າງສົມບູນເຖິງສິ່ງທີ່ຕົນເປັນຢ່າງແທ້ຈິງ ແລະ ໄດ້ມີການບັນລຸຜົນດັ່ງກ່າວນີ້, ຄົນເຮົາກໍຈະໄດ້ຮັບຄວາມຮູ້ທີ່ແທ້ຈິງກ່ຽວກັບຕົວເອງ ແລະ ສາມາດເວົ້າໄດ້ວ່າ ຄົນເຮົາໄດ້ຮູ້ຈັກຕົວເອງຢ່າງສົມບູນ. ຫຼັງຈາກນັ້ນເທົ່ານັ້ນ ຄົນເຮົາຈຶ່ງສາມາດກຽດຊັງຕົວເອງຢ່າງແທ້ຈິງ ຈົນເຖິງຂັ້ນສາບແຊ່ງຕົວເອງ ແລະ ຮູ້ສືກຢ່າງແທ້ຈິງວ່າ ຄົນເຮົາຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ ຈົນແມ່ນແຕ່ຄົນເຮົາບໍ່ຄ້າຍຄືກັນກັບມະນຸດ. ຫຼັງຈາກນັ້ນໃນມື້ໜຶ່ງ ເມື່ອໄພອັນຕະລາຍຈາກຄວາມຕາຍປາກົດຂຶ້ນ, ຄົນດັ່ງກ່າວກໍຈະຄິດວ່າ: “ນີ້ແມ່ນການລົງໂທດທີ່ຊອບທໍາຂອງພຣະເຈົ້າ. ພຣະເຈົ້າຊອບທໍາຢ່າງແນ່ນອນ; ຂ້ານ້ອຍຄວນຕາຍແທ້ໆ!” ໃນຈຸດນີ້, ເຂົາຈະບໍ່ຈົ່ມວ່າຫຍັງ ແລ້ວແຮ່ງໄກທີ່ຈະກ່າວໂທດພຣະເຈົ້າ ໂດຍພຽງແຕ່ຮູ້ສຶກວ່າ ເຂົາເປັນຕາສົມເພດຫຼາຍ, ສົກກະປົກ ແລະ ເສື່ອມຊາມຫຼາຍຈົນເຂົາຄວນຖືກກວາດລ້າງໂດຍພຣະເຈົ້າ ແລະ ຈິດວິນຍານຄືຂອງເຂົາແມ່ນບໍ່ເໝາະສົມທີ່ຈະມີຊີວິດຢູ່ເທິງແຜ່ນດິນໂລກ. ໃນຈຸດນີ້, ບຸກຄົນນີ້ຈະບໍ່ຕໍ່ຕ້ານພຣະເຈົ້າ ແລ້ວແຮ່ງໄກທີ່ຈະທໍລະຍົດພຣະເຈົ້າ. ຖ້າຄົນໆໜຶ່ງບໍ່ຮູ້ຈັກຕົນເອງ ແລະ ຍັງພິຈາລະນາວ່າຕົນເອງຂ້ອນຂ້າງດີ, ແລ້ວເມື່ອຄວາມຕາຍມາເຄາະປະຕູ, ບຸກຄົນນີ້ກໍຈະຄິດວ່າ “ຂ້ານ້ອຍໄດ້ເຮັດດີຫຼາຍໃນຄວາມເຊື່ອຂອງຂ້ານ້ອຍ. ຂ້ານ້ອຍໄດ້ສະແຫວງຫາຢ່າງໜັກ! ຂ້ານ້ອຍໄດ້ມອບຫຼາຍຢ່າງ, ຂ້ານ້ອຍໄດ້ທົນທຸກຫຼາຍຢ່າງ, ແຕ່ໃນທີ່ສຸດຕອນນີ້ ພຣະເຈົ້າກໍຍັງຂໍໃຫ້ຂ້ານ້ອຍຕາຍ. ຂ້ານ້ອຍບໍ່ຮູ້ວ່າຄວາມຊອບທຳຂອງພຣະເຈົ້າຢູ່ໃສ. ເປັນຫຍັງພຣະອົງຈຶ່ງຂໍໃຫ້ຂ້ານ້ອຍຕາຍ? ເຖິງແມ່ນວ່າບຸກຄົນຄືຂ້ານ້ອຍຕ້ອງຕາຍ, ແລ້ວຜູ້ໃດຈະໄດ້ຮັບຄວາມລອດພົ້ນ? ມະນຸດຊາດຈະບໍ່ມາເຖິງຈຸດຈົບບໍ?” ກ່ອນອື່ນໝົດ, ບຸກຄົນນີ້ມີແນວຄິດກ່ຽວກັບພຣະເຈົ້າ. ຢ່າງທີສອງ, ບຸກຄົນນີ້ກຳລັງຈົ່ມຕໍ່ວ່າ ແລະ ບໍ່ໄດ້ສະແດງເຖິງການອ່ອນນ້ອມຫຍັງເລີຍ. ນີ້ບໍ່ຕ່າງຫຍັງກັບໂປໂລ: ເມື່ອລາວກຳລັງຈະຕາຍ, ລາວກໍຮູ້ຈັກຕົນເອງ ແລະ ເມື່ອເວລາການລົງໂທດຂອງພຣະເຈົ້າໃກ້ເຂົ້າມາ, ມັນກໍຊ້າເກີນໄປທີ່ຈະກັບໃຈ.

(“ການຮູ້ຈັກຕົນເອງຫຼັກໆແລ້ວແມ່ນກ່ຽວກັບການຮູ້ຈັກທໍາມະຊາດຂອງມະນຸດ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

523. ເມື່ອຜູ້ຄົນກ້າວຂາເຂົ້າໃນເສັ້ນທາງສູ່ຄວາມສົມບູນ ອຸປະນິໄສເກົ່າຂອງພວກເຂົາກໍສາມາດປ່ຽນແປງໄດ້. ນອກຈາກນັ້ນ, ຊີວິດຂອງພວກເຂົາຍັງເຕີບໃຫຍ່ຂຶ້ນເລື້ອຍໆ ແລະ ພວກເຂົາກໍຈະໄດ້ເຂົ້າສູ່ຄວາມຈິງຢ່າງເລິກເຊິ່ງເທື່ອລະໜ້ອຍ. ພວກເຂົາສາມາດກຽດຊັງໂລກ ແລະ ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ. ໂດຍສະເພາະແມ່ນພວກເຂົາກຽດຊັງຕົວເອງ ແຕ່ຍິ່ງໄປກວ່ານັ້ນ ພວກເຂົາຮູ້ຈັກຕົວເອງຢ່າງຊັດເຈນ. ພວກເຂົາເຕັມໃຈທີ່ຈະດໍາລົງຊີວິດໂດຍຄວາມຈິງ ແລະ ພວກເຂົາເຮັດໃຫ້ການສະແຫວງຫາຄວາມຈິງເປັນເປົ້າໝາຍຂອງພວກເຂົາ. ພວກເຂົາບໍ່ເຕັມໃຈດໍາລົງຊີວິດພາຍໃນຄວາມຄິດທີ່ສ້າງຂຶ້ນຈາກສະໝອງຂອງພວກເຂົາເອງ ແລະ ພວກເຂົາຮູ້ສຶກກຽດຊັງຄວາມຄິດທີ່ວ່າຕົວເອງຊອບທຳ, ຄວາມອວດດີ ແລະ ຄວາມໂອ້ອວດຂອງມະນຸດ. ພວກເຂົາເວົ້າອອກມາຈາກຄວາມຮູ້ສຶກທີ່ຖືກຕ້ອງຢ່າງແຮງກ້າ, ຈັດການກັບສິ່ງຕ່າງໆດ້ວຍການຍຢັ່ງຮູ້ ແລະ ສະຕິປັນຍາ ແລະ ຈົ່ງຮັກພັກດີ ແລະ ເຊື່ອຟັງພຣະເຈົ້າ. ຖ້າພວກເຂົາປະສົບກັບກໍລະນີການຂ້ຽນຕີ ແລະ ການພິພາກສາ, ພວກເຂົາຈະບໍ່ພຽງແຕ່ບໍ່ຢູ່ຊື່ໆ ຫຼື ອ່ອນແອເທົ່ານັ້ນ ແຕ່ພວກເຂົາຈະຮູ້ບຸນຄຸນສໍາລັບການຂ້ຽນຕີ ແລະ ການພິພາກສາຈາກພຣະເຈົ້າ. ພວກເຂົາເຊື່ອວ່າ ພວກເຂົາບໍ່ສາມາດເຮັດໂດຍທີ່ບໍ່ມີການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າ, ມັນປົກປ້ອງພວກເຂົາ. ພວກເຂົາບໍ່ສະແຫວງຫາຄວາມເຊື່ອແຫ່ງຄວາມສະຫງົບສຸກ ແລະ ສັນຕິສຸກ ແລະ ສະແຫວງຫາເຂົ້າຈີ່ເພື່ອເຮັດໃຫ້ເຊົາຫິວ. ພວກເຂົາບໍ່ສະແຫວງຫາຄວາມສຸກຂອງເນື້ອໜັງແບບຊົ່ວຄາວ. ນີ້ແມ່ນສິ່ງທີ່ເກີດຂຶ້ນໃນຄົນທີ່ຖືກເຮັດໃຫ້ສົມບູນ.

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

524. ຖ້າຄົນໆໜຶ່ງສາມາດເຮັດໃຫ້ພຣະເຈົ້າພໍໃຈ ໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງຕົນ ແມ່ນມີຫຼັກການໃນຄຳເວົ້າ ແລະ ການກະທຳຂອງຄົນໆນັ້ນ ແລະ ສາມາດເຂົ້າສູ່ຄວາມເປັນຈິງໃນທຸກດ້ານຂອງຄວາມຈິງ, ແລ້ວຄົນໆນັ້ນກໍເປັນຄົນທີ່ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ພາລະກິດ ແລະ ພຣະທຳຂອງພຣະເຈົ້າມີປະສິດທິພາບສຳລັບຜູ້ຄົນດັ່ງກ່າວຢ່າງສົມບູນ, ພຣະທຳຂອງພຣະເຈົ້າໄດ້ກາຍມາເປັນຊີວິດຂອງພວກເຂົາ, ພວກເຂົາໄດ້ຮັບເອົາຄວາມຈິງ ແລະ ພວກເຂົາສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ. ຫຼັງຈາກນີ້, ທຳມະຊາດແຫ່ງເນື້ອໜັງຂອງພວກເຂົາ ນັ້ນກໍຄື ພື້ນຖານແທ້ໆແຫ່ງການເປັນຢູ່ເດີມຂອງພວກເຂົາ ຈະສັ່ນຄອນອອກຈາກກັນ ແລະ ພັງທະລາຍ. ຫຼັງຈາກທີ່ຜູ້ຄົນມີພຣະທຳຂອງພຣະເຈົ້າທີ່ເປັນດັ່ງຊີວິດຂອງພວກເຂົາ, ພວກເຂົາກໍຈະກາຍມາເປັນຄົນໃໝ່. ຖ້າພຣະທຳຂອງພຣະເຈົ້າກາຍມາເປັນຊີວິດຂອງພວກເຂົາ, ຖ້ານິມິດແຫ່ງພາລະກິດຂອງພຣະເຈົ້າ, ຂໍ້ຮຽກຮ້ອງຂອງພຣະອົງສຳລັບມະນຸດຊາດ, ການເປີດເຜີຍຂອງພຣະອົງຕໍ່ມະນຸດ ແລະ ມາດຕະຖານສຳລັບຊີວິດທີ່ແທ້ຈິງທີ່ພຣະເຈົ້າຮຽກຮ້ອງໃຫ້ພວກເຂົາບັນລຸກໍກາຍມາເປັນຊີວິດຂອງພວກເຂົາ, ຖ້າພວກເຂົາດຳລົງຊີວິດຕາມພຣະທຳ ແລະ ຄວາມຈິງເຫຼົ່ານີ້, ແລ້ວພວກເຂົາກໍຖືກເຮັດໃຫ້ສົມບູນໂດຍພຣະທຳຂອງພຣະເຈົ້າ. ຜູ້ຄົນດັ່ງກ່າວໄດ້ເກີດໃໝ່ ແລະ ໄດ້ກາຍມາເປັນຄົນໃໝ່ຜ່ານພຣະທຳຂອງພຣະເຈົ້າ. ນີ້ແມ່ນເສັ້ນທາງທີ່ເປໂຕສະແຫວງຫາຄວາມຈິງ; ມັນເປັນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນ, ຖືກເຮັດໃຫ້ສົມບູນໂດຍພຣະທຳຂອງພຣະເຈົ້າ ແລະ ຮັບເອົາຊີວິດຈາກພຣະທຳຂອງພຣະເຈົ້າ. ຄວາມຈິງທີ່ຖືກສະແດງອອກໂດຍພຣະເຈົ້າໄດ້ກາຍມາເປັນຊີວິດຂອງລາວ ແລະ ມີແຕ່ເມື່ອນັ້ນ ລາວຈຶ່ງກາຍມາເປັນບຸກຄົນທີ່ໄດ້ຮັບຄວາມຈິງ.

(“ວິທີຍ່າງໃນເສັ້ນທາງຂອງເປໂຕ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

525. ຖ້າຜູ້ຄົນມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບອຸປະນິໄສຂອງພຣະເຈົ້າ ແລະ ສາມາດໃຫ້ຄຳສັນລະເສີນຢ່າງຈິງໃຈແກ່ຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະອົງ, ແລ້ວມັນໝາຍຄວາມວ່າ ພວກເຂົາຮູ້ຈັກພຣະອົງຢ່າງແທ້ຈິງ ແລະ ມີຄວາມຈິງ; ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະດຳລົງຊີວິດໃນແສງສະຫວ່າງ. ມີແຕ່ຫຼັງຈາກທີ່ມຸມມອງຂອງບຸກຄົນໃດໜຶ່ງກ່ຽວກັບໂລກ ແລະ ກ່ຽວກັບຊີວິດໄດ້ປ່ຽນແປງ ບຸກຄົນນັ້ນຈຶ່ງຈະໄດ້ຜະເຊີນກັບການປ່ຽນແປງໂດຍພື້ນຖານ. ເມື່ອຄົນໃດໜຶ່ງມີເປົ້າໝາຍໃນຊີວິດ ແລະ ປະພຶດຕົນເອງຕາມຄວາມຈິງ, ເມື່ອຄົນໃດໜຶ່ງອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ດຳລົງຊີວິດໂດຍພຣະທຳຂອງພຣະອົງ, ເມື່ອຄົນໃດໜຶ່ງຮູ້ສຶກສະຫງົບສຸກ ແລະ ໄດ້ຮັບແສງສະຫວ່າງໃນສ່ວນເລິກຂອງຈິດວິນຍານຂອງເຂົາ, ເມື່ອຫົວໃຈຂອງຜູ້ຄົນປາສະຈາກຄວາມມືດມົວ ແລະ ເມື່ອຜູ້ຄົນສາມາດດຳລົງຊີວິດຢ່າງເປັນອິດສະຫຼະ ແລະ ຢ່າງເສລີໃນການສະຖິດຂອງພຣະເຈົ້າທັງມົດ ແລະ ມີແຕ່ເມື່ອນັ້ນ ຜູ້ຄົນຈຶ່ງຈະໄດ້ກາຍມາເປັນບຸກຄົນທີ່ມີຄວາມຈິງ. ນອກຈາກນັ້ນ ຄວາມຈິງທັງໝົດທີ່ຢູ່ໃນການຄອບຄອງຂອງເຈົ້າແມ່ນມາຈາກພຣະທຳຂອງພຣະເຈົ້າ ແລະ ມາຈາກພຣະເຈົ້າເອງ. ຜູ້ປົກຄອງຈັກກະວານທັງປວງ ແລະ ທຸກສິ່ງ, ພຣະເຈົ້າອົງສູງສຸດ ອະນຸຍາດໃຫ້ເຈົ້າເປັນບຸກຄົນຈິງທີ່ດຳລົງຊີວິດຂອງມະນຸດຢ່າງແທ້ຈິງ. ແມ່ນຫຍັງຈະມີຄວາມໝາຍໄປຫຼາຍກວ່າການອະນຸຍາດຂອງພຣະເຈົ້າ? ນີ້ຄືຄວາມໝາຍຂອງການມີຄວາມຈິງ.

(“ວິທີຮູ້ຈັກທໍາມະຊາດຂອງມະນຸດ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

526. ໃນຄວາມເຊື່ອທີ່ເຂົາມີຕໍ່ພຣະເຈົ້າ ຖ້າມະນຸດບໍ່ຈິງໃຈກ່ຽວກັບບັນຫາຊີວິດ, ບໍ່ສະແຫວງຫາທາງເຂົ້າສູ່ຄວາມຈິງ, ບໍ່ສະແຫວງຫາການປ່ຽນແປງຕໍ່ອຸປະນິໄສຂອງເຂົາ ແລ້ວແຮງໄກທີ່ຈະສະແຫວງຫາຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ, ແລ້ວເຂົາກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ຖ້າເຈົ້າປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ, ເຈົ້າຕ້ອງເຂົ້າໃຈພາລະກິດຂອງພຣະເຈົ້າ. ໂດຍສະເພາະແລ້ວ, ເຈົ້າຕ້ອງເຂົ້າໃຈຄວາມໝາຍຂອງການຕີສອນ ແລະ ການພິພາກສາຂອງພຣະອົງ ແລະ ສາເຫດທີ່ພາລະກິດນີ້ໄດ້ຖືກປະຕິບັດຕໍ່ມະນຸດ. ເຈົ້າສາມາດຍອມຮັບບໍ່? ໃນລະຫວ່າງການຕີສອນແບບນີ້, ເຈົ້າສາມາດບັນລຸປະສົບການ ແລະ ຄວາມຮູ້ດຽວກັນກັບເປໂຕບໍ? ຖ້າເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງເຈົ້າ, ແລ້ວເຈົ້າກໍມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ.

ສຳລັບຄົນທີ່ຈະຖືກເຮັດໃຫ້ສົມບູນ, ບາດກ້າວນີ້ຂອງພາລະກິດແຫ່ງການເອົາຊະນະແມ່ນຂາດບໍ່ໄດ້; ມີແຕ່ເມື່ອເຂົາຖືກເອົາຊະນະເທົ່ານັ້ນ ມະນຸດຈຶ່ງຈະສາມາດຜະເຊີນກັບພາລະກິດແຫ່ງການຖືກເຮັດໃຫ້ສົມບູນໄດ້. ຈະບໍ່ມີຄຸນຄ່າຍິ່ງໃຫຍ່ຫຍັງ ຖ້າມີພຽງແຕ່ການປະຕິບັດໃນບົດບາດແຫ່ງການຖືກເອົາຊະນະ ເຊິ່ງຈະບໍ່ເຮັດໃຫ້ເຈົ້າເໝາະສົມແກ່ການນໍາໃຊ້ໂດຍພຣະເຈົ້າ. ເຈົ້າຈະບໍ່ມີທາງມີສ່ວນໃນການຂະຫຍາຍຂ່າວປະເສີດ, ຍ້ອນເຈົ້າບໍ່ສະແຫວງຫາຊີວິດ ແລະ ບໍ່ສະແຫວງຫາການປ່ຽນແປງ ແລະ ການຟື້ນຟູຕົວເຈົ້າເອງຄືນໃໝ່ ແລະ ດ້ວຍເຫດນັ້ນ ເຈົ້າກໍບໍ່ມີປະສົບການທີ່ແທ້ຈິງໃນຊີວິດ. ໃນລະຫວ່າງພາລະກິດເທື່ອລະບາດກ້າວນີ້, ຄັ້ງໜຶ່ງ ເຈົ້າເຮັດໜ້າທີ່ເປັນຜູ້ໃຫ້ບໍລິການ ແລະ ຄົນຂັດຂວາງ, ແຕ່ຖ້າໃນທີ່ສຸດແລ້ວ ເຈົ້າບໍ່ສະແຫວງຫາທີ່ຈະເປັນເປໂຕ ແລະ ການສະແຫວງຫາຂອງເຈົ້າກໍບໍ່ແມ່ນຕາມເສັ້ນທາງທີ່ເປໂຕຖືກເຮັດໃຫ້ສົມບູນ, ສະນັ້ນ ໂດຍທຳມະຊາດແລ້ວ ເຈົ້າກໍຈະບໍ່ໄດ້ປະສົບກັບການປ່ຽນແປງໃນອຸປະນິໄສຂອງເຈົ້າ. ຖ້າເຈົ້າເປັນຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ, ແລ້ວເຈົ້າກໍຈະມີຄຳພະຍານ ແລະ ເຈົ້າຈະເວົ້າວ່າ “ໃນພາລະກິດເທື່ອລະບາດກ້າວນີ້ຂອງພຣະເຈົ້າ, ຂ້ານ້ອຍໄດ້ຍອມຮັບພາລະກິດແຫ່ງການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ເຖິງແມ່ນຂ້ານ້ອຍໄດ້ອົດກັ້ນຕໍ່ການທົນທຸກທີ່ຍິ່ງໃຫຍ່, ຂ້ານ້ອຍໄດ້ຮຽນຮູ້ເຖິງວິທີທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ, ຂ້ານ້ອຍໄດ້ຮັບພາລະກິດທີ່ພຣະເຈົ້າປະຕິບັດ, ຂ້ານ້ອຍມີຄວາມຮູ້ກ່ຽວກັບຄວາມຊອບທຳຂອງພຣະເຈົ້າ ແລະ ການຕີສອນຂອງພຣະອົງໄດ້ຊ່ວຍຂ້ານ້ອຍໄວ້. ອຸປະນິໄສທີ່ຊອບທຳຂອງພຣະອົງໄດ້ມາເຖິງຂ້ານ້ອຍ ແລະ ນໍາການອວຍພອນ ແລະ ພຣະຄຸນມາສູ່ຂ້ານ້ອຍ; ແມ່ນການພິພາກສາ ແລະ ການຕີສອນຂອງພຣະອົງທີ່ໄດ້ປົກປ້ອງ ແລະ ເຮັດໃຫ້ຂ້ານ້ອຍບໍລິສຸດ. ຖ້າຂ້ານ້ອຍບໍ່ໄດ້ຖືກຕີສອນ ແລະ ພິພາກສາໂດຍພຣະເຈົ້າ ແລະ ຖ້າພຣະທຳທີ່ຮຸນແຮງຂອງພຣະເຈົ້າບໍ່ໄດ້ມາເຖິງຂ້ານ້ອຍ, ຂ້ານ້ອຍກໍຈະບໍ່ສາມາດຮູ້ຈັກພຣະເຈົ້າ ຫຼື ຂ້ານ້ອຍກໍຈະບໍ່ສາມາດຮັບການຊ່ວຍເຫຼືອ. ໃນປັດຈຸບັນ, ຂ້ານ້ອຍເຫັນວ່າ ໃນຖານະທີ່ເປັນສິ່ງຊົງສ້າງ, ຄົນໜຶ່ງບໍ່ພຽງແຕ່ຊື່ນຊົມກັບທຸກສິ່ງທີ່ພຣະຜູ້ສ້າງໄດ້ສ້າງຂຶ້ນ, ແຕ່ສິ່ງທີ່ສຳຄັນໄປກວ່ານັ້ນຄື ສິ່ງຊົງສ້າງທັງໝົດຄວນຊື່ນຊົມໃນອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ຊື່ນຊົມໃນການພິພາກສາທີ່ຊອບທຳຂອງພຣະອົງ ເພາະອຸປະນິໄສຂອງພຣະເຈົ້າສົມຄວນແກ່ຄວາມຊື່ນຊົມຂອງມະນຸດ. ໃນຖານະທີ່ເປັນສິ່ງຊົງສ້າງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ຜູ້ຄົນຄວນຊື່ນຊົມກັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າ. ໃນອຸປະນິໄສທີ່ຊອບທຳຂອງພຣະອົງ ມີການຕີສອນ ແລະ ການພິພາກສາ ແລະ ຍິ່ງໄປກວ່ານັ້ນ ມີຄວາມຮັກທີ່ຍິ່ງໃຫຍ່. ເຖິງແມ່ນຂ້ານ້ອຍບໍ່ສາມາດໄດ້ຮັບຄວາມຮັກຂອງພຣະເຈົ້າຢ່າງຄົບຖ້ວນໃນປັດຈຸບັນ, ຂ້ານ້ອຍກໍໂຊກດີທີ່ໄດ້ເຫັນມັນ ແລະ ຍ້ອນສິ່ງນີ້ ຂ້ານ້ອຍຈຶ່ງເປັນສຸກ”. ນີ້ແມ່ນເສັ້ນທາງທີ່ຍ່າງໂດຍຄົນທີ່ປະສົບກັບການຖືກເຮັດໃຫ້ສົມບູນ ແລະ ຄວາມຮູ້ກ່ຽວກັບສິ່ງທີ່ພວກເຂົາເວົ້າ. ຄົນປະເພດດັ່ງກ່າວເປັນເໝືອນກັບເປໂຕ; ພວກເຂົາມີປະສົບດຽວກັນກັບເປໂຕ. ຄົນປະເພດດັ່ງກ່າວຍັງແມ່ນຄົນທີ່ໄດ້ຮັບຊີວິດ ແລະ ຄົນທີ່ປະກອບມີຄວາມຈິງ. ເມື່ອພວກເຂົາມີປະສົບການຈົນເຖິງເວລາສຸດທ້າຍ, ໃນລະຫວ່າງການພິພາກສາຂອງພຣະເຈົ້າ ພວກເຂົາກໍຈະປົດປ່ອຍຕົນເອງອອກຈາກອິດທິພົນຂອງຊາຕານຢ່າງສົມບູນແນ່ນອນ ແລະ ຖືກພຣະເຈົ້າຮັບເອົາ.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

527. ສິ່ງທີ່ເຮົາຕ້ອງການແມ່ນຄົນທີ່ເໝືອນກັບເປໂຕ, ຄົນທີ່ສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ. ຄວາມຈິງແຫ່ງປັດຈຸບັນແມ່ນຖືກມອບໄວ້ໃຫ້ກັບຄົນທີ່ກະຫາຍຫາ ແລະ ສະແຫວງຫາມັນ. ຄວາມລອດພົ້ນນີ້ແມ່ນມີໄວ້ໃຫ້ກັບຄົນທີ່ກະຫາຍຫາເພື່ອຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ ແລະ ບໍ່ໄດ້ມີໄວ້ເພື່ອໃຫ້ພວກເຈົ້າຮັບເອົາເທົ່ານັ້ນ, ແຕ່ຍັງມີໄວ້ເພື່ອໃຫ້ພຣະເຈົ້າຮັບເອົາພວກເຈົ້າເຊັ່ນກັນ. ພວກເຈົ້າຮັບເອົາພຣະເຈົ້າເພື່ອວ່າ ພຣະເຈົ້າຈະສາມາດຮັບເອົາພວກເຈົ້າໄດ້. ໃນປັດຈຸບັນ, ເຮົາໄດ້ກ່າວພຣະທຳເຫຼົ່ານີ້ກັບພວກເຈົ້າ ແລະ ພວກເຈົາກໍໄດ້ຍິນກ່ຽວກັບພຣະທຳເຫຼົ່ານັ້ນ ແລະ ພວກເຈົ້າຄວນປະຕິບັດຕາມພຣະທຳເຫຼົ່ານີ້. ໃນເວລາສຸດທ້າຍ ເມື່ອເວລາທີ່ພວກເຈົ້ານໍາພຣະທຳເຫຼົ່ານີ້ເຂົ້າສູ່ການປະຕິບັດຈະເປັນເວລາທີ່ເຮົາໄດ້ຮັບເອົາພວກເຈົ້າຜ່ານທາງພຣະທຳເຫຼົ່ານີ້; ໃນເວລາດຽວກັນ, ພວກເຈົ້າຍັງຈະໄດ້ຮັບເອົາພຣະທຳເຫຼົ່ານີ້ເຊັ່ນກັນ ເຊິ່ງເວົ້າໄດ້ວ່າ ພວກເຈົ້າຈະໄດ້ຮັບເອົາຄວາມລອດພົ້ນທີ່ສູງທີ່ສຸດ. ເມື່ອພວກເຈົ້າຖືກເຮັດໃຫ້ສະອາດ, ພວກເຈົ້າກໍຈະກາຍເປັນມະນຸດທີ່ແທ້ຈິງ. ຖ້າເຈົ້າບໍ່ສາມາດດຳລົງຊີວິດຕາມຄວາມຈິງໄດ້ ຫຼື ດຳລົງຊີວິດຄ້າຍຄືກັບຄົນທີ່ຖືກເຮັດໃຫ້ສົມບູນ, ແລ້ວສາມາດເວົ້າໄດ້ວ່າ ເຈົ້າບໍ່ແມ່ນມະນຸດ, ເຈົ້າເປັນຊາກສົບທີ່ຍ່າງໄດ້ ແລະ ເປັນສັດ ເພາະເຈົ້າປາສະຈາກຄວາມຈິງ ເຊິ່ງໝາຍຄວາມວ່າ ເຈົ້າປາສະຈາກລົມຫາຍໃຈຂອງພຣະເຢໂຮວາ ແລະ ດ້ວຍເຫດນັ້ນ ເຈົ້າກໍເປັນຄົນຕາຍທີ່ບໍ່ມີວິນຍານ! ເຖິງແມ່ນວ່າ ມັນເປັນໄປໄດ້ທີ່ຈະເປັນພະຍານຫຼັງຈາກທີ່ຖືກເອົາຊະນະ, ສິ່ງທີ່ເຈົ້າຮັບເອົາກໍເປັນພຽງແຕ່ຄວາມລອດພົ້ນທີ່ເລັກນ້ອຍ ແລະ ເຈົ້າກໍບໍ່ໄດ້ກາຍເປັນສິ່ງມີຊີວິດທີ່ປະກອບດ້ວຍວິນຍານ. ເຖິງແມ່ນວ່າ ເຈົ້າໄດ້ປະສົບກັບການຕີສອນ ແລະ ການພິພາກສາ, ຜົນກໍຄື ອຸປະນິໄສຂອງເຈົ້າບໍ່ໄດ້ຖືກຟື້ນຄືນໃໝ່ ຫຼື ຖືກປ່ຽນແປງເລີຍ; ເຈົ້າກໍຍັງເປັນຕົວຕົນເດີມຂອງເຈົ້າຄືເກົ່າ, ເຈົ້າຍັງເປັນຂອງຊາຕານ ແລະ ເຈົ້າບໍ່ໄດ້ເປັນຄົນທີ່ຖືກຊໍາລະລ້າງ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນເທົ່ານັ້ນທີ່ມີຄຸນຄ່າ ແລະ ມີພຽງແຕ່ຄົນປະເພດນີ້ທີ່ໄດ້ຮັບເອົາຊີວິດທີ່ແທ້ຈິງໄດ້.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

528. ໃນເສັ້ນທາງການຮັບໃຊ້ໃນອະນາຄົດຂອງເຈົ້າ, ເຈົ້າຈະປະຕິບັດຕາມຄວາມປະສົງຂອງພຣະເຈົ້າໄດ້ແນວໃດ? ໜຶ່ງປະເດັນທີ່ສຳຄັນຄືການສະແຫວງຫາເພື່ອເຂົ້າສູ່ຊີວິດ, ສະແຫວງຫາເພື່ອການປ່ຽນແປງໃນອຸປະນິໄສ ແລະ ສະແຫວງຫາເພື່ອເຂົ້າສູ່ຄວາມຈິງໃຫ້ເລິກເຊິ່ງຫຼາຍຍິ່ງຂຶ້ນ, ນີ້ແມ່ນເສັ້ນທາງເພື່ອບັນລຸການຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາໂດຍພຣະເຈົ້າ. ພວກເຈົ້າລ້ວນແລ້ວແຕ່ເປັນຜູ້ໄດ້ຮັບການມອບໝາຍຂອງພຣະເຈົ້າ, ແຕ່ເປັນການມອບໝາຍປະເພດໃດ? ສິ່ງນີ້ແມ່ນກ່ຽວພັນກັບຂັ້ນຕອນຕໍ່ໄປຂອງພາລະກິດ; ຂັ້ນຕອນຕໍ່ໄປຂອງພາລະກິດຈະເປັນພາລະກິດທີ່ຍິ່ງໃຫຍ່ກວ່າເກົ່າເຊິ່ງປະຕິບັດທົ່ວທັງຈັກກະວານທັງປວງ, ສະນັ້ນ ໃນປັດຈຸບັນ ພວກເຈົ້າຄວນສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຈົ້າ, ໃນອະນາຄົດ ພວກເຈົ້າອາດກາຍເປັນເຄື່ອງພິສູດທີ່ເຮັດໃຫ້ພຣະເຈົ້າໄດ້ຮັບສະຫງ່າລາສີຜ່ານພາລະກິດຂອງພຣະອົງ, ເຮັດໃຫ້ພວກເຈົ້າກາຍເປັນຕົວຢ່າງສຳລັບພາລະກິດໃນອະນາຄົດ. ການສະແຫວງຫາໃນປັດຈຸບັນແມ່ນເພື່ອວາງພື້ນຖານສຳລັບພາລະກິດໃນອະນາຄົດ, ເພື່ອວ່າ ເຈົ້າຈະໄດ້ຖືກພຣະເຈົ້າໃຊ້ ແລະ ສາມາດເປັນພະຍານໃຫ້ກັບພຣະອົງ. ຖ້າເຈົ້າເຮັດໃຫ້ສິ່ງນີ້ເປັນເປົ້າໝາຍຂອງການສະແຫວງຫາຂອງເຈົ້າ, ເຈົ້າຈະສາມາດຮັບເອົາການສະຖິດຂອງພຣະວິນຍານບໍລິສຸດ. ຍິ່ງເຈົ້າວາງເປົ້າໝາຍໃນການສະແຫວງຫາຂອງເຈົ້າສູງສໍ່າໃດ, ເຈົ້າຍິ່ງສາມາດຖືກເຮັດໃຫ້ສົມບູນໄດ້ຫຼາຍສໍ່ານັ້ນ. ຍິ່ງເຈົ້າສະແຫວງຫາຄວາມຈິງຫຼາຍສໍ່າໃດ, ພຣະວິນຍານບໍລິສຸດຍິ່ງປະຕິບັດພາລະກິດຫຼາຍສໍ່ານັ້ນ. ຍິ່ງເຈົ້າໃສ່ກຳລັງຫຼາຍສໍ່າໃດເຂົ້າໃນການສະແຫວງຫາຂອງເຈົ້າ, ເຈົ້າຍິ່ງຈະໄດ້ຮັບຫຼາຍສໍ່ານັ້ນ. ພຣະວິນຍານບໍລິສຸດເຮັດໃຫ້ຜູ້ຄົນສົມບູນຕາມສະພາວະທີ່ຢູ່ພາຍໃນຂອງພວກເຂົາ. ບາງຄົນເວົ້າວ່າ ພວກເຂົາບໍ່ເຕັມໃຈທີ່ຈະຖືກພຣະເຈົ້າໃຊ້ ຫຼື ຖືກພຣະອົງເຮັດໃຫ້ສົມບູນ, ພວກເຂົາພຽງແຕ່ຕ້ອງການໃຫ້ເນື້ອໜັງຂອງພວກເຂົາຢູ່ປອດໄພ ແລະ ບໍ່ທົນທຸກຕໍ່ຄວາມໂຊກຮ້າຍຕ່າງໆ. ບາງຄົນບໍ່ເຕັມໃຈທີ່ຈະເຂົ້າສູ່ອານາຈັກ ແຕ່ເຕັມໃຈທີ່ຈະລົງສູ່ຂຸມເລິກທີ່ສຸດ. ໃນກໍລະນີນັ້ນ, ພຣະເຈົ້າກໍຈະປະທານດັ່ງທີ່ເຈົ້າປາຖະໜາເຊັ່ນກັນ. ບໍ່ວ່າເຈົ້າຈະສະແຫວງຫາສິ່ງໃດກໍຕາມ, ພຣະເຈົ້ກໍຈະເຮັດໃຫ້ມັນເກີດຂຶ້ນ. ແລ້ວແມ່ນຫຍັງຄືສິ່ງທີ່ເຈົ້າກຳລັງສະແຫວງຫາໃນປັດຈຸບັນນີ້? ມັນແມ່ນການຖືກເຮັດໃຫ້ສົມບູນບໍ? ການກະທຳ ແລະ ຄວາມປະພຶດໃນປັດຈຸບັນຂອງເຈົ້າແມ່ນເພື່ອຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ ແລະ ເພື່ອຖືກຮັບເອົາໂດຍພຣະອົງບໍ? ເຈົ້າຕ້ອງວັດແທກຕົນເອງແບບນັ້ນໃນຊີວິດປະຈຳວັນຂອງເຈົ້າຢ່າງຕໍ່ເນື່ອງ. ຖ້າເຈົ້າໃສ່ໃຈທັງໝົດຂອງເຈົ້າເຂົ້າໃສການສະແຫວງຫາເປົ້າໝາຍດຽວ, ພຣະເຈົ້າຈະເຮັດໃຫ້ເຈົ້າສົມບູນຢ່າງແນ່ນອນ. ສິ່ງດັ່ງກ່າວແມ່ນເສັ້ນທາງຂອງພຣະວິນຍານບໍລິສຸດ. ເສັ້ນທາງທີ່ພຣະວິນຍານບໍລິສຸດນໍາພາຜູ້ຄົນແມ່ນຖືກເຮັດໃຫ້ບັນລຸໂດຍວິທີການສະແຫວງຫາຂອງພວກເຂົາ. ຍິ່ງເຈົ້າກະຫາຍເພື່ອຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາໂດຍພຣະເຈົ້າ, ພຣະວິນຍານບໍລິສຸດຍິ່ງຈະປະຕິບັດພາລະກິດພາຍໃນຕົວເຈົ້າຫຼາຍສໍ່ານັ້ນ. ຍິ່ງເຈົ້າບໍ່ສາມາດສະແຫວງຫາໄດ້ຫຼາຍສໍ່າໃດ ແລະ ຍິ່ງເຈົ້າຄິດລົບ ແລະ ເສື່ອມຖອຍຫຼາຍສໍ່າໃດ, ເຈົ້າຍິ່ງຕັດໂອກາດບໍ່ໃຫ້ພຣະວິນຍານບໍລິສຸດປະຕິບັດພາລະກິດຫຼາຍສໍ່ານັ້ນ; ເມື່ອເວລາຜ່ານໄປ ພຣະວິນຍານບໍລິສຸດຈະປະຖິ້ມເຈົ້າ. ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນບໍ? ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າຮັບເອົາບໍ? ເຈົ້າປາຖະໜາທີ່ຈະຖືກພຣະເຈົ້າໃຊ້ບໍ? ພວກເຈົ້າຄວນສະແຫວງຫາເພື່ອເຮັດທຸກສິ່ງໂດຍເຫັນແກ່ການຖືກເຮັດໃຫ້ສົມບູນ, ຖືກຮັບເອົາ ແລະ ຖຶກໃຊ້ໂດຍພຣະເຈົ້າ, ເພື່ອວ່າທຸກສິ່ງທີ່ຢູ່ໃນຈັກກະວານຈະສາມາດເຫັນເຖິງການກະທຳຂອງພຣະເຈົ້າທີ່ສະແດງອອກໃນຕົວຂອງພວກເຈົ້າ. ພວກເຈົ້າເປັນເຈົ້ານາຍຂອງບັນດາສິ່ງທັງປວງ ແລະ ໃນທ່າມກາງທຸກສິ່ງ ພວກເຈົ້າຈະເຮັດໃຫ້ພຣະເຈົ້າໄດ້ຮັບຄຳພະຍານ ແລະ ຄວາມສະຫງ່າລາສີຜ່ານພວກເຈົ້າ, ສິ່ງນີ້ພິສູດໃຫ້ເຫັນວ່າ ພວກເຈົ້າເປັນຄົນທີ່ໄດ້ຮັບພອນຫຼາຍທີ່ສຸດໃນທຸກລຸ້ນ!

(ຄັດຈາກບົດ “ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: (XIII) ກ່ຽວກັບວິທີການຂັບໄລ່ອິດທິພົນຂອງຊາຕານ ແລະ ບັນລຸຄວາມລອດພົ້ນ

ຕໍ່ໄປ: XI ພຣະທຳກ່ຽວກັບການຮູ້ຈັກພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ຜູ້ທີ່ໄດ້ຮັບຄວາມລອດພົ້ນແມ່ນຜູ້ທີ່ຍິນດີປະຕິບັດຕາມຄວາມຈິງ

ຄວາມຈໍາເປັນໃນການມີຊີວິດຄຣິສຕະຈັກທີ່ດີກໍໄດ້ຖືກກ່າວໄວ້ໃນບົດເທດສະໜາຢູ່ເປັນປະຈໍາ. ເປັນຫຍັງຊີວິດຂອງຄຣິສຕະຈັກຈຶ່ງຍັງບໍ່ດີຂຶ້ນ ແລະ ຍັງເປັນຄືເກົ່າ?...

ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ໂດຍການປະຕິບັດບົດບາດຂອງເຈົ້າໃນແຜນການຂອງພຣະເຈົ້າ ແລະ...

ພຣະດໍາລັດ 10 ຂໍ້ ທີ່ຄົນທີ່ພຣະເຈົ້າເລືອກຕ້ອງໄດ້ປະຕິບັດຕາມ ໃນຍຸກແຫ່ງອານາຈັກ

1. ມະນຸດບໍ່ຄວນສັນລະເສີນຕົວເອງ ຫຼື ຍົກຍ້ອງຕົວເອງ. ມະນຸດຄວນບູຊາ ແລະ ສັນລະເສີນຕໍ່ພຣະເຈົ້າ.2. ເຈົ້າຄວນປະຕິບັດສິ່ງໃດໜຶ່ງ...

ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນແມ່ນບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ....

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger