(XIII) ກ່ຽວກັບວິທີການຂັບໄລ່ອິດທິພົນຂອງຊາຕານ ແລະ ບັນລຸຄວາມລອດພົ້ນ

488. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດຊາດກໍສູນເສຍຫົວໃຈທີ່ຢໍາເກງພຣະະເຈົ້າ ພ້ອມທັງໜ້າທີ່ທີ່ສິ່ງມີຊີວິດຂອງພຣະເຈົ້າຄວນມີ, ດ້ວຍເຫດນັ້ນ ຈຶ່ງກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ. ຕໍ່ມາ ມະນຸດຊາດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ; ສະນັ້ນ ພຣະເຈົ້າຈຶ່ງບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສິ່ງມີຊີວິດຂອງພຣະອົງ ແລະ ຍິ່ງບໍ່ສາມາດເອົາຊະນະຄວາມເຄົາລົບຢໍາເກງຂອງພວກເຂົາໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນນະມັດສະການພຣະເຈົ້າ ແຕ່ຄວາມຈິງແລ້ວ ພວກເຂົາຫັນຫຼັງໃສ່ພຣະອົງ ແລະ ບູຊາຊາຕານແທນ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງພວກເຂົາ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງສູນເສຍຕໍາແໜ່ງຂອງພຣະອົງໃນຫົວໃຈຂອງມະນຸດ ເຊິ່ງເວົ້າໄດ້ວ່າ ພຣະອົງເສຍຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ. ສະນັ້ນ ເພື່ອຟື້ນຟູຄວາມໝາຍຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງ, ພຣະອົງຕ້ອງຟື້ນຟູລັກສະນະດັ່ງເດີມຂອງພວກເຂົາ ແລະ ກໍາຈັດມະນຸດຊາດອອກຈາກອຸປະນິໄສອັນເສື່ອມຊາມຂອງພວກເຂົາ. ເພື່ອເອົາມະນຸດຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດຄ່ອຍໆຟື້ນຟູລັກສະນະ ແລະ ໜ້າທີ່ດັ່ງເດີມຂອງມະນຸດ ແລະ ສຸດທ້າຍ ກໍຟື້ນຟູອານາຈັກຂອງພຣະອົງ. ການທໍາລາຍບຸດຊາຍທີ່ບໍ່ເຊື່ອຟັງເຫຼົ່ານັ້ນເປັນຄັ້ງສຸດທ້າຍກໍຍັງຈະຖືກດໍາເນີນຕໍ່ໄປເພື່ອເຮັດໃຫ້ມະນຸດນະມັດສະການພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກດີຂຶ້ນ. ຍ້ອນພຣະເຈົ້າສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດນະມັດສະການພຣະອົງ; ຍ້ອນພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດຊາດ, ພຣະອົງຈະຕ້ອງຟື້ນຟູສິ່ງນັ້ນທັງໝົດ ແລະ ປາດສະຈາກການເຈືອປົນໃດໆ. ການຟື້ນຟູສິດອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດນະມັດສະການພຣະອົງ ແລະ ເຊື່ອຟັງພຣະອົງ; ໝາຍຄວາມວ່າ ພຣະອົງຈະຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ ແລະ ເຮັດໃຫ້ສັດຕູຂອງພຣະອົງດັບສູນຍ້ອນສິດອໍານາດຂອງພຣະອົງ; ໝາຍຄວາມວ່າ ພຣະອົງຈະເຮັດໃຫ້ທຸກສິ່ງກ່ຽວກັບພຣະອົງໝັ້ນຄົງໃນທ່າມກາງມະນຸດຊາດ ໂດຍປາດສະຈາກການຕໍ່ຕ້ານຈາກບຸກຄົນໃດໆ. ອານາຈັກທີ່ພຣະອົງປາດຖະໜາທີ່ຈະສ້າງຕັ້ງຄືອານາຈັກຂອງພຣະອົງເອງ. ມະນຸດຊາດທີ່ພຣະອົງປາດຖະໜາແມ່ນຜູ້ທີ່ຈະນະມັດສະການພຣະອົງ, ຜູ້ທີ່ຈະເຊື່ອຟັງພຣະອົງທັງໝົດ ແລະ ສະແດງເຖິງຄວາມສະຫງ່າລາສີຂອງພຣະອົງ. ຖ້າພຣະອົງບໍ່ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ, ແລ້ວຄວາມໝາຍທີ່ຢູ່ເບື້ອງຫຼັງໃນການສ້າງມະນຸດຊາດຂອງພຣະອົງກໍຈະສູນຫາຍໄປ; ພຣະອົງຈະບໍ່ມີສິດອໍານາດໃນທ່າມກາງມະນຸດອີກຕໍ່ໄປ ແລະ ອານາຈັກຂອງພຣະອົງຈະບໍ່ສາມາດມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ຖ້າພຣະອົງບໍ່ທໍາລາຍສັດຕູຜູ້ທີ່ບໍ່ເຊື່ອຟັງພຣະອົງເຫຼົ່ານັ້ນ, ພຣະອົງກໍຈະບໍ່ສາມາດຮັບເອົາຄວາມສະຫງ່າລາສີຂອງພຣະອົງທັງໝົດ ຫຼື ພຣະອົງຈະບໍ່ສາມາດສ້າງຕັ້ງອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໄດ້. ສິ່ງເຫຼົ່ານີ້ຈະເປັນສັນຍາລັກແຫ່ງຄວາມສໍາເລັດຂອງພາລະກິດຂອງພຣະອົງ ແລະ ການບັນລຸຜົນສໍາເລັດຢ່າງຍິ່ງໃຫຍ່ຂອງພຣະອົງ: ເພື່ອທໍາລາຍໃຫ້ໝົດສໍາລັບຜູ້ທີ່ຢູ່ໃນທ່າມກາງມະນຸດທີ່ບໍ່ເຊື່ອຟັງພຣະອົງ ແລະ ເພື່ອນໍາເອົາຜູ້ທີ່ຖືກເຮັດໃຫ້ສົມບູນເຂົ້າສູ່ບ່ອນພັກເຊົາ.

(ຄັດຈາກບົດ “ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

489. ມະນຸດຊາດໃນຊ່ວງທຳອິດແມ່ນຢູ່ໃນມືຂອງພຣະເຈົ້າ ແຕ່ຍ້ອນການລໍ້ລວງ ແລະ ຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງຖືກຜູກມັດໂດຍຊາຕານ ແລະ ຕົກໄປຢູ່ໃນມືຂອງສິ່ງທີ່ຊົ່ວຮ້າຍ. ດ້ວຍເຫດນ້ນ ຊາຕານຈຶ່ງກາຍເປັນຈຸດມຸ່ງໝາຍທີ່ຜ່າຍແພ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຍ້ອນຊາຕານຄອບຄອງມະນຸດ ແລະ ຍ້ອນມະນຸດເປັນຕົ້ນຕໍຂອງການຄຸ້ມຄອງຂອງພຣະເຈົ້າທັງໝົດ, ຖ້າມະນຸດຕ້ອງໄດ້ຮັບການຊ່ວຍເຫຼືອ ແລ້ວເຂົາກໍຕ້ອງຖືກຍາດຄືນຈາກມືຂອງຊາຕານ ເຊິ່ງເວົ້າໄດ້ວ່າ ຕ້ອງມີການພາມະນຸດກັບຄືນຫຼັງຈາກທີ່ຖືກຊາຕານຈັບເປັນຊະເລີຍ. ດັ່ງນັ້ນ ຊາຕານຕ້ອງຖືກເອົາຊະນະໂດຍຜ່ານການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ນັ້ນກໍຄືການປ່ຽນແປງທີ່ຟື້ນຟູສະຕິເດີມຂອງມະນຸດ. ດ້ວຍວິທີນີ້ ມະນຸດຜູ້ເຊິ່ງຖືກຈັບເປັນຊະເລີຍກໍສາມາດຖືກຍາດຄືນຈາກມືຂອງຊາຕານ. ຖ້າມະນຸດເປັນອິດສະຫຼະຈາກອິດທິພົນ ແລະ ການເປັນທາດຂອງຊາຕານ, ຊາຕານຈະອັບອາຍ, ມະນຸດຈະຖືກພາກັບຄືນໃນທີ່ສຸດ ແລະ ຊາຕານຈະຜ່າຍແພ້. ຍ້ອນມະນຸດໄດ້ເປັນອິດສະຫຼະຈາກອິດທິພົນດ້ານມືດຂອງຊາຕານ ມະນຸດຈຶ່ງກາຍມາເປັນສິ່ງທີ່ຍາດເອົາມາຈາກສົງຄາມທັງໝົດນີ້ ແລະ ຊາຕານກໍຈະກາຍມາເປັນຈຸດມຸ່ງໝາຍທີ່ຈະຖືກລົງໂທດຫຼັງຈາກທີ່ສົງຄາມນີ້ສິ້ນສຸດລົງ ເຊິ່ງເປັນເວລາຫຼັງຈາກທີ່ພາລະກິດແຫ່ງຄວາມລອດພົ້ນຂອງມະນູດຊາດທັງໝົດຖືກເຮັດໃຫ້ສຳເລັດ.

(ຄັດຈາກບົດ “ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

490. ທຸກຄົນທີ່ດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ແມ່ນຄົນທີ່ດຳລົງຊີວິດທ່າມກາງຄວາມຕາຍ, ຄົນທີ່ຖືກຊາຕາຄອບງວໍາ. ຖ້າບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍພຣະເຈົ້າ ແລະ ຖືກພິພາກສາ ແລະ ຖືກຂ້ຽນຕີໂດຍພຣະເຈົ້າ, ຜູ້ຄົນກໍຈະບໍ່ສາມາດໜີຈາກອິດທິພົນຂອງຄວາມຕາຍໄດ້; ພວກເຂົາບໍ່ສາມາດກາຍເປັນຄົນທີ່ມີຊີວິດໄດ້. “ຄົນຕາຍ” ເຫຼົ່ານີ້ບໍ່ສາມາດເປັນພະຍານໃຫ້ແກ່ພຣະເຈົ້າໄດ້ ແລະ ພຣະເຈົ້າບໍ່ສາມາດໃຊ້ພວກເຂົາໄດ້, ແຮງໄກທີ່ຈະເຂົ້າສູ່ອານາຈັກ. ພຣະເຈົ້າຕ້ອງການຄຳພະຍານຂອງຄົນທີ່ມີຊີວິດ, ບໍ່ແມ່ນຄົນຕາຍ ແລະ ພຣະອົງຂໍໃຫ້ຄົນທີ່ມີຊີວິດ, ບໍ່ແມ່ນຄົນຕາຍ ປະຕິບັດພາລະກິດສຳລັບພຣະອົງ. “ຄົນຕາຍ” ແມ່ນຄົນທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ; ພວກເຂົາແມ່ນຜູ້ທີ່ບໍ່ເສີຍຊາໃນວິນຍານ ແລະ ບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ; ພວກເຂົາແມ່ນຜູ້ທີ່ ບໍ່ໄດ້ນໍາເອົາຄວາມຈິງໄປປະຕິບັດ ແລະ ບໍ່ມີຄວາມຈົງຮັກພັກດີແມ່ນແຕ່ໜ້ອຍດຽວຕໍ່ພຣະເຈົ້າ ແລະ ພວກເຂົາແມ່ນຄົນທີ່ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ຖືກຂູດຮີດໂດຍຊາຕານ. ຄົນຕາຍສະແດງຕົນເອງໂດຍການຢືນຢູ່ກົງກັນຂ້າມກັບຄວາມຈິງ, ໂດຍການກະບົດຕໍ່ພຣະເຈົ້າ ແລະ ໂດຍການເປັນຜູ້ຕໍ່າຕ້ອຍ, ໜ້າລັງກຽດ, ຊົ່ວຮ້າຍ, ໂຫດຮ້າຍ, ບໍ່ຈິງໃຈ ແລະ ຫຼອກລວງ. ເຖິງແມ່ນວ່າຜູ້ຄົນດັ່ງກ່າວຈະກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ສາມາດດຳລົງຊີວິດຕາມພຣະທຳຂອງພຣະເຈົ້າໄດ້; ເຖິງແມ່ນພວກເຂົາມີຊີວິດ, ພວກເຂົາກໍພຽງແຕ່ເປັນຊາກສົບທີ່ຍ່າງ, ຫາຍໃຈ. ຄົນຕາຍບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ຢ່າງສິ້ນເຊີງ, ແຮງໄກທີ່ຈະໃຫ້ເຊື່ອຟັງພຣະອົງທັງໝົດ. ພວກເຂົາພຽງແຕ່ຫຼອກລວງພຣະອົງ, ໝິ່ນປະໝາດພຣະອົງ ແລະ ທໍລະຍົດພຣະອົງເທົ່ານັ້ນ ແລະ ທຸກສິ່ງທີ່ພວກເຂົາສະແດງອອກຈາກລັກສະນະທີ່ພວກເຂົາດຳລົງຊີວິດກໍເປີດເຜີຍເຖິງທຳມະຊາດຂອງຊາຕານ. ຖ້າຜູ້ຄົນປາຖະໜາທີ່ຈະເປັນສິ່ງທີ່ມີຊີວິດ ແລະ ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ໄດ້ຮັບການເຫັນດີເຫັນພ້ອມຈາກພຣະເຈົ້າ, ແລ້ວພວກເຂົາກໍ່ຕ້ອງຍອມຮັບຄວາມລອດພົ້ນຂອງພຣະເຈົ້າ; ພວກເຂົາຕ້ອງເຕັມໃຈຍອມຕໍ່ການພິພາກສາ ແລະ ການຂ້ຽນຕີຂອງພຣະອົງ ແລະ ຕ້ອງເຕັມໃຈຮັບເອົາການລິຮານຂອງພຣະເຈົ້າ ແລະ ຖືກຈັດການໂດຍພຣະອົງ. ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດປະຕິບັດຄວາມຈິງທັງໝົດທີ່ພຣະເຈົ້າຮຽກຮ້ອງໄວ້ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າ ແລະ ກາຍເປັນຜູ້ທີ່ມີຊີວິດຢ່າງແທ້ຈິງ. ຄົນທີ່ມີຊີວິດແມ່ນຖືກຊ່ວຍໃຫ້ລອດພົ້ນໂດຍຣະເຈົ້າ; ພວກເຂົາໄດ້ຖືກພິພາກສາ ແລະ ຂ້ຽນຕີໂດຍພຣະເຈົ້າ, ພວກເຂົາເຕັມໃຈອຸທິດຕົນເອງ ແລະ ມີຄວາມສຸກທີ່ຈະວາງຊີວິດຂອງພວກເຂົາລົງໃຫ້ແກ່ພຣະເຈົ້າ ແລະ ພວກເຂົາຈະເຕັມໃຈທີ່ຈະອຸທິດຊີວິດທັງໝົດຂອງພວກເຂົາໃຫ້ແກ່ພຣະເຈົ້າ. ມີແຕ່ເມື່ອຄົນທີ່ມີຊີວິດເປັນພະຍານໃຫ້ແກ່ພຣະເຈົ້າເທົ່ານັ້ນ, ຊາຕານຈຶ່ງຈະຖືກເຮັດໃຫ້ອັບອາຍ; ມີແຕ່ຄົນທີ່ມີຊີວິດເທົ່ານັ້ນ ທີ່ສາມາດເຜີຍແຜ່ພາລະກິດແຫ່ງພຣະກິດຕິຄຸນຂອງພຣະເຈົ້າໄດ້, ມີແຕ່ຄົນທີ່ມີຊີວິດເທົ່ານັ້ນທີ່ພໍໃຈພຣະເຈົ້າ ແລະ ມີແຕ່ຄົນທີ່ມີຊີວິດເທົ່ານັ້ນທີ່ເປັນຄົນແທ້ຈິງ. ໃນເບື້ອງຕົ້ນ ມະນຸດທີ່ພຣະເຈົ້າສ້າງຂຶ້ນແມ່ນມີຊີວິດ, ແຕ່ຍ້ອນຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງດຳລົງຊີວິດທ່າມກາງຄວາມຕາຍ ແລະ ດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານ ແລະ ໃນລັກສະນະນີ້ ຜູ້ຄົນຈຶ່ງໄດ້ກາຍເປັນຄົນຕາຍທີ່ບໍ່ມີວິນຍານ, ພວກເຂົາໄດ້ກາຍເປັນສັດຕູຜູ້ທີ່ຕໍ່ຕ້ານພຣະເຈົ້າ, ພວກເຂົາໄດ້ກາຍເປັນເຄື່ອງມືຂອງຊາຕານ ແລະ ພວກເຂົາໄດ້ກາຍເປັນຊະເລີຍຂອງຊາຕານ. ຄົນທີ່ມີຊີວິດທຸກຄົນທີ່ພຣະເຈົ້າສ້າງຂຶ້ນໄດ້ກາຍເປັນຄົນຕາຍ ແລະ ດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ສູນເສຍຄຳພະຍານຂອງພຣະອົງ ແລະ ພຣະອົງກໍໄດ້ສູນເສຍມະນຸດຊາດ ທີ່ພຣະອົງສ້າງຂຶ້ນມາ ແລະ ເຊິ່ງເປັນສິ່ງໜຶ່ງດຽວທີ່ມີລົມຫາຍໃຈຂອງພຣະອົງ. ຖ້າພຣະເຈົ້າຈະເອົາຄຳພະຍານຂອງພຣະອົງກັບຄືນມາ ແລະ ເອົາຄົນເຫຼົ່ານັ້ນທີ່ຖືກສ້າງດ້ວຍມືຂອງພຣະອົງ ແຕ່ຖືກຈັບເປັນຊະເລີຍໂດຍຊາຕານນັ້ນຄືນມາ, ແລ້ວພຣະອົງກໍຈະຕ້ອງເຮັດໃຫ້ພວກເຂົາຟື້ນຄືນຊີບ ເພື່ອໃຫ້ພວກເຂົາກາຍເປັນຄົນທີ່ມີຊີວິດ ແລະ ພຣະອົງຕ້ອງເອົາພວກເຂົາກັບຄືນມາ ເພື່ອໃຫ້ພວກເຂົາດຳລົງຊີວິດໃນແສງສະຫວ່າງຂອງພຣະອົງ. ຄົນຕາຍແມ່ນຄົນທີ່ບໍ່ມີວິນຍານ, ຄົນທີ່ເສີຍຊາທີ່ສຸດ ແລະ ຄົນທີ່ຕໍ່ຕ້ານພຣະເຈົ້າ. ຍິ່ງໄປກວ່ານັ້ນ, ພວກເຂົາແມ່ນຄົນທີ່ບໍ່ຮູ້ຈັກພຣະເຈົ້າ. ຜູ້ຄົນເຫຼົ່ານີ້ບໍ່ມີເຈດຕະນາທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍດຽວ; ພວກເຂົາພຽງແຕ່ກະບົດຕໍ່ພຣະອົງ ແລະ ຕໍ່ຕ້ານພຣະອົງ ແລະ ບໍ່ມີຄວາມຈົງຮັກພັກດີແມ່ນແຕ່ໜ້ອຍດຽວ. ຄົນທີ່ມີຊີວິດແມ່ນຄົນທີ່ວິນຍານຂອງພວກເຂົາໄດ້ເກີດໃໝ່, ຄົນທີ່ຮູ້ຈັກເຊື່ອຟັງພຣະເຈົ້າ ແລະ ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ. ພວກເຂົາມີຄວາມຈິງ ແລະ ຄຳພະຍານ ແລະ ມີແຕ່ຄົນເຫຼົ່ານີ້ເທົ່ານັ້ນທີ່ເຮັດໃຫ້ພຣະເຈົ້າເພິ່ງພໍໃຈຢູ່ໃນເຮືອນຂອງພຣະອົງ.

(ຄັດຈາກບົດ “ເຈົ້າຄືບຸກຄົນທີ່ໄດ້ກັບມາມີຊີວິດແລ້ວບໍ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

491. ອິດທິພົນຂອງຄວາມມືດແມ່ນຫຍັງ? “ອິດທິພົນຂອງຄວາມມືດ” ແມ່ນອິດທິພົນຂອງຊານຕານທີ່ຫຼອກລວງ, ເຮັດໃຫ້ເສື່ອມໂຊມ, ຜູກມັດ ແລະ ຄວບຄຸມຜູ້ຄົນ; ອິດທິພົນຂອງຊາຕານແມ່ນອິດທິພົນທີ່ມີກິ່ນອາຍຂອງຄວາມຕາຍ. ທຸກຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານຈະຈິບຫາຍ.

ເຈົ້າຈະໜີຈາກອິດທິພົນແຫ່ງຄວາມມືດໄດ້ແນວໃດ ຫຼັງຈາກຮັບເອົາຄວາມເຊື່ອໃນພຣະເຈົ້າແລ້ວ? ຫຼັງຈາກເຈົ້າໄດ້ອະທິຖານຢ່າງຈິງຈັງຕໍ່ພຣະເຈົ້າ ແລ້ວເຈົ້າກໍຫັນຫົວໃຈເຂົ້າຫາພຣະອົງຢ່າງສົມບູນ. ໃນຈຸດນີ້ ຈິດໃຈຂອງເຈົ້າໄດ້ຮັບການດົນບັນດານໂດຍພຣະວິນຍານຂອງພຣະເຈົ້າ, ເຈົ້າຍິນດີມອບກາຍໃຈທັງໝົດໃຫ້ກັບພຣະເຈົ້າ ແລະ ໃນເວລາດັ່ງກ່າວ ເຈົ້າໄດ້ໜີພົ້ນຈາກອິດທິພົນຂອງຄວາມມືດແລ້ວ. ຖ້າທຸກສິ່ງທີ່ມະນຸດຄົນໜຶ່ງກະທໍາເປັນສິ່ງທີ່ພໍໃຈພຣະເຈົ້າ ແລະ ຖືກຕ້ອງຕາມຂໍ້ຮຽກຮ້ອງຂອງພຣະອົງ, ມະນຸດຄົນນັ້ນກໍແມ່ນຄົນທີ່ດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າ ແລະ ແມ່ນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ການເບິ່ງແຍງ ແລະ ປົກປ້ອງຂອງພຣະເຈົ້າ. ຖ້າຄົນບໍ່ສາມາດປະຕິບັດຕາມພຣະທໍາຂອງພຣະເຈົ້າໄດ້, ຫຼອກລວງພຣະອົງຢູ່ສະເໝີ, ປະຕິບັດຕໍ່ພຣະອົງແບບບໍ່ຈິງໃຈ ແລະ ບໍ່ເຊື່ອໃນການມີຊີວິດຢູ່ຂອງພຣະອົງ, ຄົນລັກສະນະນີ້ທຸກຄົນແມ່ນດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ທຸກຄົນທີ່ບໍ່ໄດ້ຮັບຄວາມພົ້ນຈາກພຣະເຈົ້າແມ່ນດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ໝາຍຄວາມວ່າ ພວກເຂົາທັງໝົດດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ບັນດາຄົນທີ່ບໍ່ເຊື່ອໃນພຣະເຈົ້າກໍດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ. ແມ່ນແຕ່ບັນດາຜູ້ທີ່ເຊື່ອໃນການມີຊີວິດຢູ່ຂອງພຣະເຈົ້າກໍອາດຈະບໍ່ໄດ້ດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ເພາະວ່າຄົນທີ່ເຊື່ອພຣະອົງອາດຈະບໍ່ດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າສະເໝີໄປ ແລະ ພວກເຂົາອາດຈະບໍ່ແມ່ນຜູ້ທີ່ສາມາດເຊື່ອຟັງພຣະເຈົ້າສະເໝີໄປ. ມະນຸດພຽງແຕ່ເຊື່ອໃນພຣະເຈົ້າ ແລະ ຍ້ອນບໍ່ຮູ້ຈັກພຣະເຈົ້າ ມະນຸດຈິ່ງຍັງດໍາລົງຊີວິດຢູ່ໃນກົດເກນເກົ່າ, ດໍາລົງຊີວິດຢູ່ໃນຖ້ອຍຄໍາທີ່ຕາຍແລ້ວ, ດໍາລົງຊີວິດຢູ່ໃນຊີວິດທີ່ມືດມົວ ແລະ ບໍ່ແນ່ນອນ, ບໍ່ໄດ້ຮັບການຊໍາລະລ້າງໃຫ້ບໍລິສຸດໂດຍພຣະເຈົ້າ ຫຼື ຖືກຮັບເອົາໂດຍພຣະອົງຢ່າງສົມບູນ. ເພາະສະນັ້ນ ມັນຊັດເຈນຢູ່ແລ້ວວ່າ ຜູ້ບໍ່ເຊື່ອໃນພຣະເຈົ້າດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ຜູ້ທີ່ເຊື່ອໃນພຣະເຈົ້າກໍອາດສາມາດດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດໄດ້ເຊັ່ນກັນ ເພາະວ່າພຣະວິນຍານບໍລິສຸດຍັງບໍ່ໄດ້ດໍາເນີນພາລະກິດໃນພວກເຂົາ. ຜູ້ທີ່ບໍ່ໄດ້ຮັບພຣະຄຸນ ຫຼື ຄວາມເມດຕາຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ສາມາດເບິ່ງເຫັນພາລະກິດຂອງພຣະວິນຍານບໍລິສຸດ ລ້ວນແລ້ວແຕ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ; ຜູ້ທີ່ໄດ້ຮັບພຣະຄຸນຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງ ເວລາສ່ວນໃຫຍ໋ແລ້ວ ແມ່ນດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຖ້າຄົນໃດໜຶ່ງເຊື່ອໃນພຣະເຈົ້າ ແຕ່ໃຊ້ຊີວິດສ່ວນຫຼາຍຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ສະແດງວ່າການມີຊີວິດຢູ່ຂອງບຸກຄົນນັ້ນໄດ້ສູນເສຍຄວາມໝາຍແລ້ວ, ຢ່າວ່າແຕ່ຜູ້ທີ່ບໍ່ເຊື່ອໃນການມີຊີວິດຂອງພຣະເຈົ້າເລີຍ.

ທຸກຄົນທີ່ບໍ່ສາມາດຍອມຮັບພາລະກິດຂອງພຣະເຈົ້າ ຫຼື ຜູ້ທີ່ຍອມແລ້ວ ແຕ່ຍັງບໍ່ສາມາດປະຕິບັດຕາມຄໍາຮຽກຮ້ອງຂອງພຣະອົງໄດ້ ລ້ວນແຕ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ; ມີແຕ່ຜູ້ທີ່ສະແຫວງຫາຄວາມຈິງ ແລະ ສາມາດປະຕິບັດຕາມຄໍາຮຽກຮ້ອງຂອງພຣະເຈົ້າເທົ່ານັ້ນ ທີ່ສາມາດໄດ້ຮັບພອນຈາກພຣະອົງ, ແລະ ມີແຕ່ພວກເຂົາເທົ່ານັ້ນທີ່ຈະໜີພົ້ນຈາກອິດທິພົນຂອງຄວາມມືດໄດ້. ຄົນທີ່ຍັງບໍ່ຖືກປ່ອຍວາງ, ຜູ້ທີ່ຖືກສິ່ງໃດໜຶ່ງຄວບຄຸມຢູ່ຕະຫຼອດເວລາ ແລະ ບໍ່ສາມາດມອບໃຈໃຫ້ພຣະເຈົ້າ ແມ່ນເປັນຜູ້ທີ່ຕົກເປັນທາດຂອງຊາຕານ ແລະ ເປັນຜູ້ທີ່ດໍາລົງຊີວິດຢູ່ພາຍໃຕ້ກິ່ນອາຍຂອງຄວາມຕາຍ. ບັນດາຜູ້ທີ່ບໍ່ສັດຊື່ຕໍ່ໜ້າທີ່ຂອງຕົນ ບໍ່ສັດຊື່ຕໍ່ການມອບໝາຍຂອງພຣະເຈົ້າ ແລະ ບັນດາຜູ້ທີ່ບໍ່ປະຕິບັດໜ້າທີ່ຂອງຕົນໃນຄຣິສຕະຈັກແມ່ນດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ບັນດາຜູ້ທີ່ມີເຈດຕະນາປັ່ນປ່ວນຊີວິດຄຣິສຕະຈັກ, ຜູ້ທີ່ມີເຈດຕະນາທໍາລາຍຄວາມສໍາພັນລະຫວ່າງອ້າຍເອື້ອຍນ້ອງ ຫຼື ສ້າງຕັ້ງພັກພວກຂອງຕົນເອງ ຍິ່ງດໍາລົງຊີວິດເລິກພາຍໃຕ້ອິດທິພົນຂອງຄວາມມືດ; ພວກເຂົາຕົກເປັນທາດຂອງຊາຕານ. ບັນດາຜູ້ທີ່ມີຄວາມສໍາພັນບໍ່ປົກກະຕິກັບພຣະເຈົ້າ, ຜູ້ທີ່ມັກປາຖະໜາໃນສິ່ງຫຼູຫຼາ, ຜູ້ທີ່ມັກເອົາປຽບຄົນອື່ນ ແລະ ຜູ້ທີ່ບໍ່ເຄີຍສະແຫວງຫາການປ່ຽນແປງນິໄສຂອງຕົນ ແມ່ນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ບັນດາຜູ້ທີ່ບໍ່ໃສ່ໃຈ, ບໍ່ຈິງຈັງຕໍ່ການປະຕິບັດຕາມຄວາມຈິງ ແລະ ບໍ່ສະແຫວງຫາເພື່ອບັນລຸຕາມຄວາມປະສົງຂອງພຣະເຈົ້າ ແຕ່ພຽງສະໜອງຝ່າຍເນື້ອໜັງຂອງຕົນ ແມ່ນເປັນຄົນທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດເຊັ່ນກັນ ແລະ ປົກຫຸ້ມດ້ວຍຄວາມຕາຍ. ບັນດາຜູ້ທີ່ກະທໍາການທຸຈະລິດ ແລະ ຫຼອກລວງ ໃນເວລາຮັບໃຊ້ພຣະເຈົ້າ, ຜູ້ທີ່ປະຕິບັດຕໍ່ພຣະເຈົ້າແບບບໍ່ຈິງໃຈ, ສໍ້ໂກງພຣະເຈົ້າ ແລະ ຜູ້ທີ່ຄິດເພື່ອຕົນເອງສະເໝີ ແມ່ນຜູ້ທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ທຸກຄົນທີ່ບໍ່ສາມາດຮັກພຣະເຈົ້າຢ່າງຈິງໃຈ, ຜູ້ທີ່ບໍ່ສະແຫວງຫາຄວາມຈິງ ແລະ ຜູ້ທີ່ບໍ່ຕັ້ງໃຈປ່ຽນແປງນິໄສຕົນເອງ ແມ່ນຜູ້ທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ.

(ຄັດຈາກບົດ “ຈົ່ງຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

492. ມະນຸດດຳລົງຊີວິດທ່າມກາງເນື້ອໜັງ ເຊິ່ງໝາຍຄວາມວ່າ ເຂົາດຳລົງຊີວິດໃນນະລົກແຫ່ງມະນຸດ ແລະ ປາສະຈາກການພິພາກສາ ແລະ ການຕີສອນຂອງພຣະເຈົ້າ, ມະນຸດແມ່ນສົກກະປົກຄືກັນກັບຊາຕານ. ແລ້ວມະນຸດຈະບໍລິສຸດໄດ້ແນວໃດ? ເປໂຕເຊື່ອວ່າ ການຕີສອນ ແລະ ການພິພາກສາຈາກພຣະເຈົ້າແມ່ນການປົກປ້ອງທີ່ດີທີ່ສຸດ ແລະ ພຣະຄຸນທີ່ຍິ່ງໃຫຍ່ສຸດຂອງມະນຸດ. ມີແຕ່ຜ່ານການຕີສອນ ແລະ ການພິພາກສາຈາກພຣະເຈົ້າເທົ່ານັ້ນ ມະນຸດຈຶ່ງຈະສາມາດຕື່ນຂຶ້ນ ແລະ ກຽດຊັງເນື້ອໜັງ ແລະ ກຽດຊັງຊາຕານ. ວິໄນທີ່ເຄັ່ງຄັດຂອງພຣະເຈົ້າໄດ້ປົດປ່ອຍມະນຸດໃຫ້ເປັນອິດສະລະຈາກອິດທິພົນຂອງຊາຕານ, ມັນປົດປ່ອຍເຂົາໃຫ້ເປັນອິດສະລະຈາກໂລກນ້ອຍໆຂອງເຂົາເອງ ແລະ ເຮັດໃຫ້ເຂົາດຳລົງຊີວິດຢູ່ໃນແສງສະຫວ່າງແຫ່ງການສະຖິດຂອງພຣະເຈົ້າ. ບໍ່ມີຄວາມລອດພົ້ນທີ່ດີກວ່າການຕີສອນ ແລະ ການພິພາກສາອີກແລ້ວ! ເປໂຕອະທິຖານວ່າ “ໂອ ພຣະເຈົ້າ! ຕາບໃດທີ່ພຣະອົງຕີສອນ ແລະ ພິພາກສາຂ້ານ້ອຍ, ຂ້ານ້ອຍກໍຈະຮູ້ວ່າ ພຣະອົງບໍ່ໄດ້ປະຖິ້ມຂ້ານ້ອຍ. ເຖິງແມ່ນວ່າພຣະອົງບໍ່ໄດ້ມອບຄວາມສຸກ ຫຼື ສັນຕິສຸກໃຫ້ກັບຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍມີຊີວິດຢູ່ດ້ວຍຄວາມທົນທຸກ ແລະ ເຮັດໃຫ້ຂ້ານ້ອຍໄດ້ຮັບການຕີສອນທີ່ນັບບໍ່ຖ້ວນ, ແຕ່ຕາບໃດທີ່ພຣະອົງບໍ່ປະຖິ້ມຂ້ານ້ອຍ ຂ້ານ້ອຍກໍຈະສະບາຍໃຈ. ໃນປັດຈຸບັນ, ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ກາຍມາເປັນການປົກປ້ອງທີ່ດີທີ່ສຸດຂອງຂ້ານ້ອຍ ແລະ ພຣະພອນທີ່ຍິ່ງໃຫຍ່ສຸດຂອງຂ້ານ້ອຍ. ພຣະຄຸນທີ່ພຣະອົງຊົງມອບໃຫ້ກັບຂ້ານ້ອຍປົກປ້ອງຂ້ານ້ອຍ. ພຣະຄຸນທີ່ພຣະອົງຊົງປະທານໃຫ້ກັບຂ້ານ້ອຍໃນປັດຈຸບັນແມ່ນການສຳແດງເຖິງອຸປະນິໄສທີ່ຊອບທຳຂອງພຣະອົງ ແລະ ເປັນການຕີສອນ ແລະ ການພິພາກສາ; ຍິ່ງໄປກວ່ານັ້ນ, ມັນແມ່ນການທົດລອງ ແລະ ຫຼາຍໄປກວ່ານັ້ນ ມັນແມ່ນຊີວິດແຫ່ງການທົນທຸກ”. ເປໂຕສາມາດປ່ອຍວາງຄວາມສຸກທາງເນື້ອໜັງ ແລະ ສະແຫວງຫາຄວາມຮັກທີ່ເລິກເຊິ່ງຍິ່ງຂຶ້ນ ແລະ ການປົກປ້ອງທີ່ຍິ່ງໃຫຍ່ຂຶ້ນ ເພາະວ່າ ເພິ່ນໄດ້ຮັບພຣະຄຸນຢ່າງຫຼວງຫຼາຍຈາກການຕີສອນ ແລະ ການພິພາກສາຂອງພຣະເຈົ້າ. ໃນຊີວິດຂອງມະນຸດ, ຖ້າເຂົາປາຖະໜາທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບັນລຸການປ່ຽນແປງໃນນິໄສຂອງເຂົາ, ຖ້າເຂົາປາຖະໜາທີ່ຈະດຳລົງຊີວິດທີ່ມີຄວາມໝາຍ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຊົງສ້າງ, ແລ້ວເຂົາຕ້ອງຍອມຮັບເອົາການຕີສອນ ແລະ ການພິພາກສາຂອງພຣະເຈົ້າ ແລະ ຕ້ອງບໍ່ຍອມໃຫ້ການລົງວິໄນຂອງພຣະເຈົ້າ ແລະ ການຂ້ຽນຕີຂອງພຣະເຈົ້າອອກໄປຈາກເຂົາ, ເພື່ອວ່າ ເຂົາຈະສາມາດປົດປ່ອຍຕົນເອງອອກຈາກການໃຊ້ເລ່ຫຼ່ຽມຫຼອກລວງ ແລະ ອິດທິພົນຂອງຊາຕານ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ. ຈົ່ງຮູ້ວ່າ ການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນແສງສະຫວ່າງ ແລະ ເປັນແສງສະຫວ່າງແຫ່ງຄວາມລອດພົ້ນຂອງມະນຸດ ແລະ ບໍ່ມີການອວຍພອນ, ພຣະຄຸນ ຫຼື ການປົກປ້ອງທີ່ດີກວ່ານີ້ສຳລັບມະນຸດ. ມະນຸດດຳລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຊາຕານ ແລະ ເປັນຢູ່ໃນເນື້ອໜັງ; ຖ້າເຂົາບໍ່ໄດ້ຮັບການຊໍາລະລ້າງ ແລະ ບໍ່ໄດ້ຮັບເອົາການປົກປ້ອງຂອງພຣະເຈົ້າ, ແລ້ວມະນຸດກໍຈະຊົ່ວຊ້າຫຼາຍຍິ່ງຂຶ້ນ. ຖ້າເຂົາປາຖະໜາທີ່ຈະຮັກພຣະເຈົ້າ, ເຂົາກໍຕ້ອງໄດ້ຮັບການຊໍາລະລ້າງ ແລະ ການຊ່ວຍໃຫ້ລອດພົ້ນ. ເປໂຕໄດ້ອະທິຖານວ່າ “ພຣະເຈົ້າ, ເມື່ອພຣະອົງຊົງປະຕິບັດຕໍ່ຂ້ານ້ອຍດ້ວຍຄວາມເມດຕາ ຂ້ານ້ອຍກໍມີຄວາມສຸກຫຼາຍ ແລະ ຮູ້ສຶກສະບາຍໃຈ; ເມື່ອພຣະອົງຕີສອນຂ້ານ້ອຍ, ຂ້ານ້ອຍຍິ່ງຮູ້ສຶກສະບາຍໃຈ ແລະ ມີຄວາມສຸກຍິ່ງຂຶ້ນ. ເຖິງແມ່ນຂ້ານ້ອຍອ່ອນແອ ແລະ ອົດກັ້ນຕໍ່ການທົນທຸກທີ່ນັບບໍ່ຖ້ວນ, ເຖິງແມ່ນມີນໍ້າຕາ ແລະ ຄວາມໂສກເສົ້າ, ພຣະອົງຊົງຮູ້ວ່າ ຄວາມໂສກເສົ້ານີ້ກໍເປັນຍ້ອນການບໍ່ເຊື່ອຟັງຂອງຂ້ານ້ອຍ ແລະ ຍ້ອນຄວາມອ່ອນແອຂອງຂ້ານ້ອຍ. ຂ້ານ້ອຍຮ້ອງໄຫ້ກໍເພາະຂ້ານ້ອຍບໍ່ສາມາດປະຕິບັດຕາມຄວາມປາຖະໜາຂອງພຣະອົງ, ຂ້ານ້ອຍຮູ້ສຶກໂສກເສົ້າ ແລະ ເສຍໃຈ ກໍເພາະວ່າ ຂ້ານ້ອຍບໍ່ເໝາະສົມສຳລັບຄວາມຕ້ອງການຂອງພຣະອົງ, ແຕ່ຂ້ານ້ອຍກໍເຕັມໃຈທີ່ຈະບັນລຸຂອບເຂດນີ້, ຂ້ານ້ອຍເຕັມໃຈທີ່ຈະເຮັດທຸກສິ່ງຢ່າງທີ່ຂ້ານ້ອຍສາມາດເຮັດໄດ້ເພື່ອເຮັດໃຫ້ພຣະອົງພໍພຣະໄທ. ການຕີສອນຂອງພຣະອົງໄດ້ນໍາການປົກປ້ອງມາສູ່ຂ້ານ້ອຍ ແລະ ໄດ້ມອບຄວາມລອດພົ້ນທີ່ດີທີ່ສຸດໃຫ້ກັບຂ້ານ້ອຍ; ການພິພາກສາຂອງພຣະອົງດີເລີດກວ່າຄວາມອົດກັ້ນ ແລະ ຄວາມອົດທົນຂອງພຣະອົງ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ຂ້ານ້ອຍກໍຈະບໍ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາຂອງພຣະອົງ. ໃນປັດຈຸບັນ, ຂ້ານ້ອຍຍິ່ງເຫັນຫຼາຍຂຶ້ນວ່າ ຄວາມຮັກຂອງພຣະອົງຢູ່ເໜືອສະຫວັນ ແລະ ດີກວ່າທຸກສິ່ງທຸກຢ່າງ. ຄວາມຮັກຂອງພຣະອົງບໍ່ແມ່ນພຽງແຕ່ຄວາມກະລຸນາ ແລະ ຄວາມຮັກຄວາມເມດຕາ; ຍິ່ງໄປກວ່ານັ້ນ, ມັນແມ່ນການຕີສອນ ແລະ ການພິພາກສາ. ການຕີສອນ ແລະ ການພິພາກສາຂອງພຣະອົງໄດ້ມອບຫຼາຍຢ່າງໃຫ້ກັບຂ້ານ້ອຍ. ຫາກປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຈະໄດ້ຮັບການຊໍາລະລ້າງ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ຈະສາມາດຜະເຊີນກັບຄວາມຮັກຂອງພຣະຜູ້ສ້າງ. ເຖິງແມ່ນວ່າ ຂ້ານ້ອຍໄດ້ອົດກັ້ນຕໍ່ການທົດລອງ ແລະ ຄວາມລໍາບາກຍາກແຄ້ນຫຼາຍຮ້ອຍຄັ້ງ ແລະ ເຖິງກັບວ່າເກືອບຕາຍ, ພວກມັນໄດ້ເຮັດໃຫ້ຂ້ານ້ອຍຮູ້ຈັກພຣະອົງຢ່າງແທ້ຈິງ ແລະ ໄດ້ຮັບຄວາມລອດພົ້ນຢ່າງສູງສຸດ. ຖ້າການຕີສອນ, ການພິພາກສາ ແລະ ການລົງວິໄນຂອງພຣະເຈົ້າອອກຫ່າງຈາກຂ້ານ້ອຍ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ໃນຄວາມມືດ ພາຍໃຕ້ການຄອບງໍາຂອງຊາຕານ. ແລ້ວເນື້ອໜັງຂອງມະນຸດຈະມີຜົນປະໂຫຍດຫຍັງ? ຖ້າການຕີສອນ ແລະ ການພິພາກສາຂອງພຣະອົງຕ້ອງຈາກຂ້ານ້ອຍໄປ, ມັນຈະເປັນເໝືອນກັບວ່າ ພຣະວິນຍານຂອງພຣະອົງໄດ້ປະຖິ້ມຂ້ານ້ອຍ, ເໝືອນກັບວ່າ ພຣະອົງບໍ່ໄດ້ຢູ່ກັບຂ້ານ້ອຍອີກຕໍ່ໄປ. ຖ້າເປັນແບບນັ້ນ, ຂ້ານ້ອຍຈະດຳລົງຊີວິດຕໍ່ໄປໄດ້ແນວໃດ? ຖ້າພຣະອົງມອບຄວາມເຈັບປ່ວຍໃຫ້ກັບຂ້ານ້ອຍ ແລະ ເອົາອິດສະລະພາບຂອງຂ້ານ້ອຍໄປ, ຂ້ານ້ອຍສາມາດສືບຕໍ່ດຳລົງຊີວິດໄດ້, ແຕ່ຖ້າການຕີສອນ ແລະ ການພິພາກສາຂອງພຣະອົງຕ້ອງຈາກຂ້ານ້ອຍໄປ, ຂ້ານ້ອຍກໍຈະບໍ່ມີທາງດຳລົງຊີວິດຕໍ່ໄປໄດ້. ຖ້າຂ້ານ້ອຍປາສະຈາກການຕີສອນ ແລະ ການພິພາກສາຂອງພຣະອົງ, ຂ້ານ້ອຍກໍຈະສູນເສຍຄວາມຮັກຂອງພຣະອົງ ເຊິ່ງເປັນຄວາມຮັກທີ່ເລິກເຊິ່ງເກີນກວ່າຂ້ານ້ອຍຈະພັນລະນາໄດ້. ຫາກປາສະຈາກຄວາມຮັກຂອງພຣະອົງ, ຂ້ານ້ອຍກໍຈະດຳລົງຊີວິດຢູ່ພາຍໃຕ້ການຄອບງໍາຂອງຊາຕານ ແລະ ຈະບໍ່ສາມາດເຫັນໃບໜ້າອັນສະຫງ່າລາສີຂອງພຣະອົງ. ແລ້ວຂ້ານ້ອຍຈະສາມາດສືບຕໍ່ດຳລົງຊີວິດໄດ້ແນວໃດ? ຄວາມມືດດັ່ງກ່າວ, ຊີວິດດັ່ງກ່າວ, ຂ້ານ້ອຍຈະບໍ່ສາມາດອົດທົນຢູ່ໄດ້. ການທີ່ມີພຣະອົງຢູ່ກັບຂ້ານ້ອຍເປັນເໝືອນກັບການເຫັນພຣະອົງ, ແລ້ວຂ້ານ້ອຍຈະສາມາດປະຖິ້ມພຣະອົງໄດ້ແນວໃດ? ຂ້ານ້ອຍອ້ອນວອນພຣະອົງ, ຂ້ານ້ອຍຂໍຮ້ອງພຣະອົງຂໍຢ່າເອົາຄວາມສຸກສະບາຍທີ່ຍິ່ງໃຫຍ່ທີ່ສຸດຂອງຂ້ານ້ອຍນັ້ນໄປຈາກຂ້ານ້ອຍເທິດ ເຖິງແມ່ນມັນເປັນພຽງຄຳເວົ້າສອງສາມຄຳທີ່ເຮັດໃຫ້ໝັ້ນໃຈກໍຕາມ. ຂ້ານ້ອຍຊື່ນຊົມໃນຄວາມຮັກຂອງພຣະອົງ ແລະ ໃນປັດຈຸບັນ ຂ້ານ້ອຍບໍ່ສາມາດຢູ່ຫ່າງໄກຈາກພຣະອົງໄດ້; ແລ້ວຂ້ານ້ອຍຈະບໍ່ຮັກພຣະອົງໄດ້ແນວໃດ? ຂ້ານ້ອຍໄດ້ຫຼັ່ງນໍ້າຕາແຫ່ງຄວາມໂສກເສົ້າຫຼາຍຄັ້ງ ຍ້ອນຄວາມຮັກຂອງພຣະອົງ, ແຕ່ຂ້ານ້ອຍຮູ້ສຶກຢູ່ສະເໝີວ່າ ຊີວິດແບບນີ້ມີຄວາມໝາຍຍິ່ງກວ່າ, ສາມາດປັບປຸງຂ້ານ້ອຍຫຼາຍຂຶ້ນ, ສາມາດປ່ຽນແປງຂ້ານ້ອຍຫຼາຍຂຶ້ນ ແລະ ສາມາດເຮັດໃຫ້ຂ້ານ້ອຍໄດ້ຮັບຄວາມຈິງທີ່ສິ່ງຊົງສ້າງຄວນໄດ້ຮັບ”.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

493. ເນື້ອໜັງຂອງມະນຸດແມ່ນມາຈາກຊາຕານ, ມັນເຕັມໄປດ້ວຍນິໄສກະບົດ, ມັນເປິເປື້ອນຢ່າງໜ້າເວດທະນາ ແລະ ມັນເປັນສິ່ງທີ່ບໍ່ບໍລິສຸດ. ຜູ້ຄົນຢາກໄດ້ຄວາມສຸກທາງຝ່າຍເນື້ອໜັງຫຼາຍເກີນໄປ ແລະ ສະແດງອອກເຖິງເນື້ອໜັງຫຼາຍເກີນໄປ; ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງກຽດຊັງເນື້ອໜັງຂອງມະນຸດຈົນເຖິງລະດັບໃດໜຶ່ງ. ເມື່ອຜູ້ຄົນປະຖິ້ມສິ່ງຕ່າງໆທີ່ສົກກະປົກ ແລະ ເສື່ອມຊາມຂອງຊາຕານ, ພວກເຂົາກໍໄດ້ຮັບເອົາຄວາມລອດພົ້ນຂອງພຣະເຈົ້າ. ແຕ່ຖ້າພວກເຂົາຍັງບໍ່ກຳຈັດຕົນເອງຈາກຄວາມສົກກະປົກ ແລະ ຄວາມເສື່ອມຊາມ, ແລ້ວພວກເຂົາກໍຍັງດຳລົງຊີວິດພາຍໃຕ້ອຳນາດຂອງຊາຕານ. ເລ່ຫຼ່ຽມ, ຄວາມຫຼອກລວງ ແລະ ຄວາມບໍ່ຊື່ສັດຂອງຜູ້ຄົນເປັນທຸກສິ່ງຂອງຊາຕານ. ການທີ່ພຣະເຈົ້າຊ່ວຍເຈົ້າໃຫ້ລອດພົ້ນຄືການເຮັດໃຫ້ເຈົ້າເປັນອິດສະຫຼະຈາກສິ່ງເຫຼົ່ານີ້ຂອງຊາຕານ. ພາລະກິດຂອງພຣະເຈົ້າບໍ່ສາມາດຜິດພາດໄດ້; ມັນລ້ວນແລ້ວແຕ່ຖືກປະຕິບັດເພື່ອຊ່ວຍຜູ້ຄົນໃຫ້ລອດພົ້ນຈາກຄວາມມືດ. ເມື່ອເຈົ້າເຊື່ອຈົນເຖິງຈຸດໃດໜຶ່ງ ແລະ ສາມາດປົດປ່ອຍຕົນເອງຈາກຄວາມເສື່ອມຊາມຂອງເນື້ອໜັງ ແລະ ບໍ່ຖືກຄວາມເສື່ອມຊາມນີ້ມັດດ້ວຍໂສ້ອີກຕໍ່ໄປ, ເຈົ້າຈະບໍ່ຖືກຊ່ວຍໃຫ້ລອດພົ້ນບໍ? ເມື່ອເຈົ້າດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ, ເຈົ້າກໍບໍ່ສາມາດສະແດງອອກເຖິງພຣະເຈົ້າໄດ້, ເຈົ້າເປັນສິ່ງທີ່ສົກກະປົກ ແລະ ບໍ່ສາມາດຮັບເອົາມໍລະດົກຂອງພຣະເຈົ້າໄດ້. ຫຼັງຈາກທີ່ເຈົ້າຖືກຊໍາລະລ້າງ ແລະ ຖືກເຮັດໃຫ້ສົມບູນ, ເຈົ້າຈະບໍລິສຸດ, ເຈົ້າຈະເປັນຄົນປົກກະຕິ ແລະ ເຈົ້າຈະຖຶກອວຍພອນໂດຍພຣະເຈົ້າ ແລະ ມີຄວາມເບີກບານໃຈຕໍ່ພຣະເຈົ້າ.

(ຄັດຈາກບົດ “ການປະຕິບັດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

494. ຊີວິດທັງໝົດຂອງມະນຸດໄດ້ດຳລົງຢູ່ພາຍໃຕ້ການຄອບງໍາຂອງຊາຕານ ແລະ ບໍ່ມີແມ່ນແຕ່ຄົນດຽວທີ່ສາມາດປົດປ່ອຍຕົນເອງໃຫ້ເປັນອິດສະລະຈາກອິດທິພົນຂອງຊາຕານດ້ວຍຕົວພວກເຂົາເອງ. ທຸກຄົນດຳລົງຊີວິດຢູ່ໃນໂລກທີ່ສົກກະປົກ, ໃນຄວາມເສື່ອມຊາມ ແລະ ຄວາມວ່າງເປົ່າ, ໂດຍບໍ່ມີຄວາມໝາຍ ຫຼື ຄຸນຄ່າແມ່ນແຕ່ໜ້ອຍດຽວ; ພວກເຂົາດຳລົງຊີວິດໂດຍປາສະຈາກຄວາມກັງວົນເພື່ອເນື້ອໜັງ, ເພື່ອຕັນຫາ ແລະ ເພື່ອຊາຕານ. ບໍ່ມີຄຸນຄ່າແມ່ນແຕ່ໜ້ອຍດຽວໃນການເປັນຢູ່ຂອງພວກເຂົາ. ມະນຸດບໍ່ສາມາດຄົ້ນພົບຄວາມຈິງທີ່ຈະປົດປ່ອຍເຂົາໃຫ້ເປັນອິດສະລະຈາກອິດທິພົນຂອງຊາຕານໄດ້. ເຖິງແມ່ນມະນຸດເຊື່ອໃນພຣະເຈົ້າ ແລະ ອ່ານພຣະຄຳພີ, ເຂົາກໍບໍ່ເຂົ້າໃຈວິທີການປົດປ່ອຍຕົນເອງໃຫ້ເປັນອິດສະລະຈາກການຄວບຄຸມແຫ່ງອິດທິພົນຂອງຊາຕານ. ຕະຫຼອດຍຸກຕ່າງໆ, ມີໜ້ອຍຄົນທີ່ໄດ້ຄົ້ນພົບຄວາມລັບນີ້, ມີໜ້ອຍຄົນທີ່ໄດ້ເຂົ້າໃຈມັນ. ດັ່ງນັ້ນ, ເຖິງແມ່ນວ່າມະນຸດຈະກຽດຊັງຊາຕານ ແລະ ກຽດຊັງເນື້ອໜັງ, ເຂົາກໍບໍ່ຮູ້ຈັກວິທີປົດປ່ອຍຕົນເອງໃຫ້ເປັນອິດສະລະຈາກອິດທິພົນແຫ່ງບ້ວງແຮ້ວຂອງຊາຕານ. ໃນປັດຈຸບັນ, ພວກເຈົ້າຍັງບໍ່ໄດ້ຢູ່ພາຍໃຕ້ການຄອບງໍາຂອງຊາຕານບໍ? ເຈົ້າບໍ່ເສຍໃຈຕໍ່ການກະທຳທີ່ບໍ່ເຊື່ອຟັງຂອງເຈົ້າ, ແລ້ວແຮງໄກທີ່ເຈົ້າຈະຮູ້ວ່າ ເຈົ້າສົກກະປົກ ແລະ ບໍ່ເຊື່ອຟັງ. ຫຼັງຈາກທີ່ຕໍ່ຕ້ານພຣະເຈົ້າ, ເຈົ້າຍິ່ງມີຈິດໃຈທີ່ສະຫງົບສຸກ ແລະ ຮູ້ສຶກມີຄວາມສະຫງົບຢ່າງໃຫຍ່. ຄວາມສະຫງົບຂອງເຈົ້າບໍ່ແມ່ນຍ້ອນເຈົ້າເສື່ອມຊາມບໍ? ຈິດໃຈທີ່ສະຫງົບສຸກນີ້ບໍ່ໄດ້ມາຈາກຄວາມບໍ່ເຊື່ອຟັງຂອງເຈົ້າບໍ? ມະນຸດດຳລົງຊີວິດຢູ່ໃນນະລົກແຫ່ງມະນຸດ, ເຂົາດຳລົງຊີວິດຢູ່ພາຍໃຕ້ອິດທິພົນຄວາມມືດຂອງຊາຕານ; ທົ່ວດິນແດນ, ຜີຮ້າຍດຳລົງຢູ່ກັບມະນຸດ ໂດຍລ່ວງລໍ້າເນື້ອໜັງຂອງມະນຸດ. ເທິງແຜ່ນດິນໂລກ, ເຈົ້າບໍ່ໄດ້ດຳລົງຊີວິດຢູ່ໃນວິມານທີ່ສວຍງາມ. ບ່ອນທີ່ເຈົ້າຢູ່ແມ່ນອານາຈັກຂອງມານຮ້າຍ, ນະລົກຂອງມະນຸດ, ໂລກເບື້ອງລຸ່ມ. ຖ້າມະນຸດບໍ່ຖືກຊໍາລະລ້າງ, ແລ້ວເຂົາກໍຈະມີຄວາມສົກກະປົກ; ຖ້າເຂົາບໍ່ໄດ້ຮັບການປົກປ້ອງ ແລະ ດູແລໂດຍພຣະເຈົ້າ, ແລ້ວເຂົາກໍຍັງເປັນຊະເລີຍຂອງຊາຕານ; ຖ້າເຂົາບໍ່ຖືກພິພາກສາ ແລະ ຕີສອນ, ແລ້ວເຂົາກໍຈະບໍ່ມີຫົນທາງຫຼົບໜີຈາກການກົດຂີ່ຂອງອິດທິພົນມືດຂອງຊາຕານ. ນິໄສເສື່ອມຊາມທີ່ເຈົ້າສະແດງອອກມາ ແລະ ຄວາມປະພຶດທີ່ບໍ່ເຊື່ອຟັງທີ່ເຈົ້າດຳລົງຊີວິດຕາມແມ່ນພຽງພໍທີ່ຈະພິສູດໃຫ້ເຫັນວ່າ ເຈົ້າຍັງດຳລົງຊີວິດຢູ່ພາຍໃຕ້ການຄອບງໍາຂອງຊາຕານ. ຖ້າຈິດໃຈ ແລະ ຄວາມຄິດຂອງເຈົ້າບໍ່ໄດ້ຮັບການຊໍາລະລ້າງ ແລະ ນິໄສຂອງເຈົ້າບໍ່ໄດ້ຖືກພິພາກສາ ແລະ ຕີສອນ, ແລ້ວການເປັນຢູ່ທັງໝົດຂອງເຈົ້າກໍຈະຍັງຖືກຄວບຄຸມໂດຍການຄອບງໍາຂອງຊາຕານ, ຈິດໃຈຂອງເຈົ້າຖືກຄວບຄຸມໂດຍຊາຕານ, ຄວາມຄິດຂອງເຈົ້າຖືກລໍ້ລວງໂດຍຊາຕານ ແລະ ການເປັນຢູ່ທັງໝົດຂອງເຈົ້າກໍຖືກຄວບຄຸມດ້ວຍກໍາມືຂອງຊາຕານ. ເຈົ້າຮູ້ບໍ່ວ່າ ໃນຕອນນີ້ ເຈົ້າຢູ່ໄກສໍ່າໃດຈາກມາດຕະຖານຂອງເປໂຕ? ເຈົ້າມີຄວາມສາມາດແບບນັ້ນບໍ? ເຈົ້າຮູ້ກ່ຽວກັບການຕີສອນ ແລະ ການພິພາກສາໃນປັດຈຸບັນຫຼາຍສໍ່າໃດ? ເຈົ້າມີສິ່ງທີ່ເປໂຕຮຽນຮູ້ຫຼາຍສໍ່າໃດ? ໃນປັດຈຸບັນ, ຖ້າເຈົ້າບໍ່ສາມາດຮູ້, ເຈົ້າຈະສາມາດບັນລຸຄວາມຮູ້ນີ້ໃນອະນາຄົດໄດ້ບໍ? ຄົນທີ່ຂີ້ຄ້ານ ແລະ ຂີ້ຢ້ານຄືກັບເຈົ້າແມ່ນບໍ່ສາມາດຮູ້ຈັກການຕີສອນ ແລະ ການພິພາກສາເລີຍ. ຖ້າເຈົ້າສະແຫວງຫາສັນຕິສຸກແຫ່ງເນື້ອໜັງ ແລະ ຄວາມສຸກທາງເນື້ອໜັງ, ແລ້ວເຈົ້າກໍຈະບໍ່ມີທາງຖືກຊໍາລະລ້າງໄດ້ ແລະ ໃນທີ່ສຸດ ເຈົ້າກໍຈະກັບຄືນໄປຫາຊາຕານ ຍ້ອນສິ່ງທີ່ເຈົ້າດຳລົງຊີວິດຕາມແມ່ນຊາຕານ ແລະ ເນື້ອໜັງ. ດັ່ງສະພາບໃນປັດຈຸບັນ, ຫຼາຍຄົນບໍ່ສະແຫວງຫາຊີວິດ ເຊິ່ງໝາຍຄວາມວ່າ ພວກເຂົາບໍ່ສົນໃຈກ່ຽວກັບການຖືກຊໍາລະລ້າງ ຫຼື ການເຂົາສູ່ປະສົບການຊີວິດທີ່ເລິກເຊິ່ງກວ່າເດີມ. ແລ້ວພວກເຂົາຈະຖືກເຮັດໃຫ້ສົມບູນໄດ້ແນວໃດ? ຄົນທີ່ບໍ່ສະແຫວງຫາຊີວິດກໍບໍ່ມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ຄົນທີ່ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ສະແຫວງຫາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ກໍບໍ່ສາມາດຫຼົບໜີຈາກອິດທິພົນແຫ່ງຄວາມມືດຂອງຊາຕານໄດ້.

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

495. ທຸກຄົນທີ່ເຊື່ອໃນພຣະເຈົ້າ ແຕ່ບໍ່ສະແຫວງຫາຄວາມຈິງ ບໍ່ມີທາງທີ່ຈະໜີຈາກອິດທິພົນຂອງຊາຕານໄດ້. ທຸກຄົນທີ່ບໍ່ດໍາລົງຊີວິດຢ່າງສັດຊື່, ຜູ້ທີ່ຕໍ່ໜ້າຄົນອື່ນກະທໍາຢ່າງໜຶ່ງ ແຕ່ລັບຫຼັງກະທໍາອີກຢ່າງໜຶ່ງ, ຜູ້ທີ່ສ້າງພາບຖ່ອມຕົນ, ອົດທົນ ແລະ ມີຄວາມຮັກ ແຕ່ທີ່ຈິງແລ້ວເປັນຄົນຮ້າຍກາດ ມີເລ່ລ່ຽມ ແລະ ບໍ່ຈົງຮັກພັກດີຕໍ່ພຣະເຈົ້າ; ຄົນເຫຼົ່ານີ້ເປັນຕົວຢ່າງຂອງຄົນທີ່ດໍາລົງຊີວິດຢູ່າພາຍໃຕ້ອິດທິພົນຂອງຄວາມມືດ. ພວກເຂົາເປັນພວກງູດັ່ງກ່າວນັ້ນ. ບັນດາຜູ້ທີ່ເຊື່ອພຣະເຈົ້າເພື່ອຜົນປະໂຫຍດ, ຜູ້ທີ່ໝັ້ນໃຈວ່າຕົນເອງເປັນຝ່າຍຖືກ ແລະ ຈອງຫອງ, ຜູ້ທີ່ອວດໂອ້ ແລະ ປົກປ້ອງສະຖານະພາບຂອງຕົນເອງ ແມ່ນຜູ້ທີ່ຮັກຊາຕານ ແລະ ຄັດຄ້ານຄວາມຈິງ. ພວກເຂົາຕໍ່ຕ້ານພຣະເຈົ້າ ແລະ ເປັນຂອງຊາຕານໂດຍສົມບູນ. ບັນດາຜູ້ທີ່ບໍ່ເອົາໃຈໃສ່ພາລະຂອງພຣະເຈົ້າ, ຜູ້ທີ່ບໍ່ຮັບໃຊ້ພຣະເຈົ້າຢ່າງໝົດໃຈ, ຜູ້ທີ່ເປັນຫວ່ງຜົນປະໂຫຍດຂອງຕົນເອງ ແລະ ຂອງຄອບຄົວຢູ່ສະເໝີ, ຜູ້ທີ່ບໍ່ຍອມປະຖິ້ມທຸກຢ່າງເພື່ອສະລະຕົນເອງໃຫ້ກັບພຣະເຈົ້າ ແລະ ບໍ່ເຄີຍດໍາລົງຊີວິດຕາມພຣະທໍາຂອງພຣະອົງ ແມ່ນຜູ້ທີ່ດໍາລົງຊີວິດຢູ່ນອກພຣະທໍາຂອງພຣະເຈົ້າ. ຄົນປະເພດນີ້ຈະບໍ່ໄດ້ຮັບການຍົກຍ້ອງຈາກພຣະເຈົ້າ.

ພຣະເຈົ້າຊົງສ້າງມະນຸດຂຶ້ນມາ ເພື່ອໃຫ້ມະນຸດໄດ້ຮັບຄວາມອຸດົມສົມບູນຂອງພຣະອົງ ແລະ ຮັກພຣະອົງຢ່າງແທ້ຈິງ; ດ້ວຍວິທີນີ້ ມະນຸດຈະດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະອົງ. ໃນທຸກມື້ນີ້ ທຸກຄົນທີ່ບໍ່ສາມາດຮັກພຣະເຈົ້າ, ບໍ່ເອົາໃຈໃສ່ພາລະຂອງພຣະອົງ, ບໍ່ສາມາດມອບຫົວໃຈທັງໝົດໃຫ້ກັບພຣະອົງ, ບໍ່ສາມາດເອົາໃຈຂອງພຣະເຈົ້າມາໃສ່ໃຈຂອງຕົນເອງ, ບໍ່ສາມາດເອົາພາລະຂອງພຣະເຈົ້າມາເປັນພາລະຂອງຕົນເອງ; ແສງສະຫວ່າງຂອງພຣະເຈົ້າບໍ່ສ່ອງໃສ່ຄົນປະເພດນີ້ ສະນັ້ນພວກເຂົາຈິ່ງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ພວກເຂົາກໍາລັງຢູ່ໃນເສັ້ນທາງທີ່ກົງກັນຂ້າມກັບຄວາມປະສົງຂອງພຣະເຈົ້າຢ່າງສິ້ນເຊີງ ແລະ ທຸກສິ່ງທີ່ພວກເຂົາກະທໍາບໍ່ມີແມ່ນແຕ່ເສດຄວາມຈິງ. ພວກເຂົາກິ້ງເກືອກຢູ່ໃນຕົມຮ່ວມກັບຊາຕານ ແລະ ເປັນຜູ້ທີ່ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ. ຖ້າເຈົ້າສາມາດກິນ ແລະ ດື່ມພຣະທໍາຂອງພຣະເຈົ້າສະເໝີ ທັງເອົາໃຈໃສ່ຄວາມປະສົງ ແລະ ປະຕິບັດຕາມພຣະທໍາຂອງພຣະອົງ ເຈົ້າກໍເປັນຄົນຂອງພຣະເຈົ້າ ແລະ ເຈົ້າກໍເປັນຜູ້ທີ່ດໍາລົງຊີວິດຢູ່ໃນພຣະທໍາຂອງພຣະອົງ. ເຈົ້າຢາກໜີອອກຈາກການຄວບຄຸມຂອງຊາຕານ ແລະ ດໍາລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າບໍ? ຖ້າເຈົ້າດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າ ພຣະວິນຍານບໍລິສຸດກໍຈະມີໂອກາດປະຕິບັດພາລະກິດຂອງພຣະອົງ; ຖ້າເຈົ້າດໍາລົງຊີວິດຢູ່ໃຕ້ອິດທິພົນຂອງຊາຕານ ພຣະວິນຍານບໍລິສຸດກໍຈະບໍ່ມີໂອກາດປະຕິບັດພາລະກິດໃດໆ. ພາລະກິດທີ່ພຣະວິນຍານບໍລິສຸດກະທໍາໃນມະນຸດ, ແສງສະຫວ່າງທີ່ພຣະອົງສ່ອງໃຫ້ແກ່ມະນຸດ ແລະ ຄວາມໝັ້ນໃຈທີ່ພຣະອົງມອບໃຫ້ມະນຸດ ຢູ່ໄດ້ພຽງໄລຍະສັ້ນ; ຖ້າມະນຸດບໍ່ລະມັດລະວັງ ແລະ ບໍ່ເອົາໃຈໃສ່ ພາລະກິດທີ່ພຣະວິນຍານບໍລິສຸດກະທໍາກໍຈະຜ່ານພວກເຂົາໄປ. ຖ້າມະນຸດດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າ ພຣະວິນຍານບໍລິສຸດກໍຈະຢູ່ກັບພວກເຂົາ ແລະ ປະຕິບັດພາລະກິດໃນພວກເຂົາ; ຖ້າມະນຸດບໍ່ດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າ ພວກເຂົາກໍຕົກເປັນທາດຂອງຊາຕານ. ມະນຸດທີ່ໃຊ້ຊີວິດຢູ່ກັບນິໄສເສື່ອມໂຊມ ຈະບໍ່ໄດ້ຮັບການສະຖິດ ຫຼື ພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າດໍາລົງຊີວິດຢູ່ໃນຂອບເຂດພຣະທໍາຂອງພຣະເຈົ້າ ຖ້າເຈົ້າດໍາລົງຊີວິດຢູ່ໃນສະພາບທີ່ພຣະເຈົ້າຕ້ອງການ ເຈົ້າກໍເປັນຄົນຂອງພຣະອົງ ແລະ ພາລະກິດຂອງພຣະອົງກໍຈະຖືກປະຕິບັດໃນຕົວເຈົ້າ; ຖ້າເຈົ້າບໍ່ດໍາລົງຕາມຂອບເຂດຄວາມຕ້ອງການຂອງພຣະອົງ ແຕ່ດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ເຈົ້າແມ່ນດໍາລົງຊີວິດຢູ່ພາຍໃຕ້ຄວາມເສື່ອມຊາມຂອງຊາຕານຢ່າງແນ່ນອນ. ມີພຽງເມື່ອເຈົ້າດໍາລົງຊີວິດຢູ່ໃນພຣະທໍາຂອງພຣະເຈົ້າ ແລະ ມອບໃຈຂອງເຈົ້າໃຫ້ກັບພຣະອົງເທົ່ານັ້ນ ເຈົ້າຈິ່ງຈະສະມາດບັນລຸຕາມຄວາມຕ້ອງການຂອງພຣະເຈົ້າໄດ້; ເຈົ້າຕ້ອງປະຕິບັດຕາມພຣະເຈົ້າສັ່ງ, ເຈົ້າຕ້ອງເອົາພຣະທໍາຂອງພຣະເຈົ້າເປັນພື້ນຖານການມີຊີວິດ ແລະ ການດໍາລົງຊີວິດຢູ່ຂອງເຈົ້າ ແລະ ເມື່ອນັ້ນ ເຈົ້າຈິ່ງຈະເປັນຄົນຂອງພຣະເຈົ້າ. ຖ້າເຈົ້າປະຕິບັດຕາມຄວາມປະສົງຂອງພຣະເຈົ້າຢ່າງຈິງໃຈ ພຣະອົງກໍຈະປະຕິບັດພາລະກິດໃນຕົວເຈົ້າ ແລະ ເຈົ້າກໍຈະດໍາລົງຊີວິດຢູ່ພາຍໃຕ້ການອວຍພອນຂອງພຣະເຈົ້າ, ດໍາລົງຊີວິດຢູ່ໃນແສງສະຫວ່າງຈາກໃບໜ້າຂອງພຣະເຈົ້າ, ເຂົ້າໃຈພາລະກິດທີ່ພຣະວິນຍານບໍລິສຸດກະທໍາ ພ້ອມທັງປິຕິຍິນດີກັບການສະຖິດຂອງພຣະເຈົ້າ.

(ຄັດຈາກບົດ “ຈົ່ງຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

496. ເພື່ອໜີຈາກອິດທິພົນຂອງຄວາມມືດ ທໍາອິດເຈົ້າຕ້ອງຈົງຮັກພັກດີຕໍ່ພຣະເຈົ້າ ແລະ ມີຄວາມກະຕືລືລົ້ນໃນການສະແຫວງຫາຄວາມຈິງ; ເມື່ອນັ້ນ ເຈົ້າຈິ່ງມີສະພາບທີ່ຖືກຕ້ອງ. ການດໍາລົງຊີວິດຢູ່ໃນສະພາບທີ່ຖືກຕ້ອງເປັນເງື່ອນໄຂເບື້ອງຕົ້ນສໍາລັບການໜີຈາກອິດທິພົນຂອງຄວາມມືດ. ການບໍ່ມີສະພາບທີ່ຖືກຕ້ອງໝາຍຄວາມວ່າ ເຈົ້າບໍ່ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ເຈົ້າບໍ່ມີຄວາມກະຕືລືລົ້ນໃນການສະແຫວງຫາຄວາມຈິງ. ຖ້າເປັນດັ່ງນັ້ນ ການໜີອອກຈາກອິດທິພົນຂອງຄວາມມືດກໍຈະເປັນໄປບໍ່ໄດ້. ການທີ່ມະນຸດຈະຫຼົບໜີຈາກອິດທິພົນຂອງຄວາມມືດໄດ້ແມ່ນຂຶ້ນຢູ່ກັບພຣະທໍາຂອງເຮົາ ແລະ ຖ້າມະນຸດບໍ່ສາມາດປະຕິບັດຕາມພຣະທໍາຂອງເຮົາໄດ້ ພວກເຂົາກໍຈະບໍ່ສາມາດຫຼົບໜີຈາກອິດທິພົນຂອງຄວາມມືດໄດ້. ການດໍາລົງຊີວິດຢູ່ໃນສະພາບທີ່ຖືກຕ້ອງໝາຍເຖິງການດໍາລົງຊີວິດຢູ່ພາຍໃຕ້ການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ດໍາລົງຊີວິດຢູ່ໃນສະພາບທີ່ຈົງຮັກພັກດີຕໍ່ພຣະເຈົ້າ, ດໍາລົງຊີວິດຢູ່ໃນສະພາບທີ່ສະແຫວງຫາຄວາມຈິງ, ດໍາລົງຊີວິດຢູ່ໃນຄວາມເປັນຈິງທີ່ຍອມເສຍສະລະເພື່ອພຣະເຈົ້າ, ດໍາລົງຊີວິດຢູ່ໃນສະພາບທີ່ຮັກພຣະເຈົ້າຢ່າງແທ້ຈິງ. ບັນດາຜູ້ທີ່ດໍາລົງຊີວິດຢູ່ໃນສະພາບເຫຼົ່ານີ້ ແລະ ຢູ່ໃນຄວາມເປັນຈິງນີ້ຈະຄ່ອຍໆປ່ຽນແປງ ເມື່ອພວກເຂົາເຂົ້າສູ່ຄວາມຈິງເລິກເຊິ່ງກວ່າເກົ່າ ແລະ ພວກເຂົາຈະປ່ຽນແປງດ້ວຍພາລະກິດທີ່ເລິກເຊິ່ງກວ່າເກົ່າ ຈົນໃນທີ່ສຸດພວກເຂົາຈະຖືກຮັບເອົາໂດຍພຣະເຈົ້າ ແລະ ພວກເຂົາຈະຮັກພຣະເຈົ້າຢ່າງແທ້ຈິງ. ບັນດາຜູ້ທີ່ໄດ້ຫຼົບໜີຈາກອິດທິພົນຂອງຄວາມມືດຈະສາມາດຮູ້ຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນຕາມລໍາດັບ, ເຂົ້າໃຈຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນຕາມລໍາດັບ ແລະ ໃນທີ່ສຸດກາຍເປັນມິດສະຫາຍຂອງພຣະເຈົ້າ. ບໍ່ພຽງແຕ່ພວກເຂົາຈະບໍ່ມີແນວຄິດຕ່າງໆກ່ຽວກັບພຣະເຈົ້າ ແລະ ຈະບໍ່ກະບົດຕໍ່ພຣະອົງເທົ່ານັ້ນ ພວກເຂົາຍັງຈະລັງກຽດແນວຄິດດັ່ງກ່າວ ແລະ ການກະບົດທີ່ພວກເຂົາເຄີຍມີໃນເມື່ອກອນອີກດ້ວຍ ເຊິ່ງສິ່ງນີ້ຈະນໍາພາໄປສູ່ການມີຄວາມຮັກທີ່ແທ້ຈິງສໍາລັບພຣະເຈົ້າຢູ່ໃນຈິດໃຈຂອງພວກເຂົາ. ບັນດາຜູ້ທີ່ບໍ່ສາມາດໜີອອກຈາກອິດທິພົນຂອງຄວາມມືດກໍຈະໝົກໝຸ້ນຢູ່ກັບຝ່າຍເນື້ອໜັງຂອງຕົນເອງ ແລະ ພວກເຂົາເຕັມໄປດ້ວຍຄວາມກະບົດ; ຈິດໃຈຂອງພວກເຂົາເຕັມໄປດ້ວຍແນວຄິດຂອງມະນຸດ ແລະ ປັດສະຍາຊີວິດ ລວມທັງຄວາມຕ້ອງການ ແລະ ແນວຄິດຂອງພວກເຂົາເອງ. ພຣະເຈົ້າຕ້ອງການຄວາມຮັກຢ່າງດຽວຈາກມະນຸດ ແລະ ພຣະອົງຕ້ອງການໃຫ້ມະນຸດເຕັມໄປດ້ວຍພຣະທໍາຂອງພຣະອົງ ແລະ ຄວາມຮັກຕໍ່ພຣະອົງ. ການດໍາລົງຊີວິດຢູ່ພາຍໃນພຣະທໍາຂອງພຣະເຈົ້າ, ການຄົ້ນພົບສິ່ງທີ່ມະນຸດຄວນສະແຫວງຫາໃນພຣະທໍາຂອງພຣະອົງ, ການຮັກພຣະເຈົ້າເນື່ອງຈາກພຣະທໍາຂອງພຣະອົງ, ການເດີນທາງໄປມາເພື່ອພຣະທໍາຂອງພຣະເຈົ້າ ແລະ ການມີຊີວິດຢູ່ເພື່ອພຣະທໍາຂອງພຣະເຈົ້າ ທັງໝົດນີ້ເປັນສິ່ງທີ່ມະນຸດຕ້ອງບັນລຸໃຫ້ໄດ້. ທຸກສິ່ງຕ້ອງຕັ້ງຢູ່ບົນພື້ນຖານພຣະທໍາຂອງພຣະເຈົ້າ ແລະ ເມື່ອນັ້ນ ມະນຸດຈິ່ງຈະສາມາດປະຕິບັດຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ຖ້າມະນຸດບໍ່ກຽມພ້ອມດ້ວຍພຣະທໍາຂອງພຣະເຈົ້າ ມະນຸດກໍບໍ່ມີຫຍັງ ແຕ່ເປັນພຽງໜອນທີ່ຖືກຊາຕານຄວບຄຸມ. ຈົ່ງຊັ່ງຊາເບິ່ງວ່າ ຢູ່ໃນໃຈຂອງເຈົ້າມີພຣະທໍາຂອງພຣະເຈົ້າຈັກຂໍ້ທີ່ຝັງເລິກຢູ່ໃນຕົວເຈົ້າ? ມີສິ່ງໃດແດ່ທີ່ເຈົ້າກໍາລັງໃຊ້ຊີວິດທີ່ສອດຄ່ອງກັບພຣະທໍາຂອງພຣະເຈົ້າ? ມີສິ່ງໃດແດ່ທີ່ເຈົ້າກໍາລັງໃຊ້ຊິວິດທີ່ບໍ່ສອດຄ່ອງກັບພຣະທໍາຂອງພຣະເຈົ້າ? ຖ້າພຣະທຳຂອງພຣະເຈົ້າຍັງບໍ່ໄດ້ຍຶດຄອງຕົວເຈົ້າຢ່າງສົມບູນ, ແລ້ວແມ່ນຫຍັງແທ້ໆທີ່ຄອບງວໍາຫົວໃຈຂອງເຈົ້າ? ໃນຊີວິດປະຈໍາວັນຂອງເຈົ້າ ເຈົ້າຖືກຊາຕານຄວບຄຸມ ຫຼື ເຈົ້າຖືກຄອບງວໍາໂດຍພຣະທຳຂອງພຣະເຈົ້າ? ຄໍາອະທິຖານຂອງເຈົ້າອອກມາຈາກພຣະທໍາຂອງພຣະອົງບໍ? ເຈົ້າໄດ້ອອກມາຈາກສະພາບທີ່ບໍ່ດີ ຜ່ານແສງສະຫວ່າງແຫ່ງພຣະທໍາຂອງພຣະເຈົ້າບໍ? ຈົ່ງຍຶດເອົາພຣະທໍາຂອງພຣະເຈົ້າເປັນຮາກຖານຊີວິດ; ນີ້ແມ່ນສິ່ງທີ່ທຸກຄົນຄວນກະທໍາ. ຖ້າພຣະທໍາຂອງພຣະເຈົ້າບໍ່ຢູ່ໃນຊີວິດຂອງເຈົ້າ ສະແດງວ່າເຈົ້າກໍາລັງດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ, ເຈົ້າກະບົດຕໍ່ພຣະເຈົ້າ, ເຈົ້າຕໍ່ຕ້ານພຣະເຈົ້າ ແລະ ເຈົ້າໝິ່ນປະໝາດພຣະນາມຂອງພຣະອົງ; ຄວາມເຊື່ອຂອງຄົນລັກສະນະນີ້ຖືວ່າຊົ່ວຮ້າຍ ແລະ ສ້າງຄວາມວຸ້ນວາຍ. ເຈົ້າດໍາລົງຊີວິດສອດຄ່ອງກັບພຣະທໍາຂອງພຣະອົງຫຼາຍປານໃດ? ເຈົ້າດໍາລົງຊີວິດບໍ່ສອດຄ່ອງກັບພຣະທໍາຂອງພຣະເຈົ້າຫຼາຍປານໃດ? ພຣະທໍາຂອງພຣະເຈົ້າໄດ້ສໍາເລັດໃນເຈົ້າຫຼາຍປານໃດ? ພຣະທໍາຂອງພຣະເຈົ້າໄດ້ສູນເສຍໃນເຈົ້າຫຼາຍປານໃດ? ເຈົ້າໄດ້ພິຈາລະນາສິ່ງເຫຼົ່ານີ້ຢ່າງລະອຽດແລ້ວບໍ?

ການໜີອອກຈາກອິດທິພົນຂອງຄວາມມືດ ໃນແງ່ມຸມໜຶ່ງແມ່ນຮຽກຮ້ອງໃຫ້ມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ອີກແງ່ມຸນໜຶ່ງແມ່ນຕ້ອງມີການຮ່ວມມືຢ່າງຈິງຈັງຈາກມະນຸດ. ເປັນຫຍັງເຮົາຈິ່ງເວົ້າວ່າມະນຸດບໍ່ຢູ່ໃນເສັ້ນທາງທີ່ຖືກຕ້ອງ? ໃນເບື້ອງຕົ້ນ ຖ້າມະນຸດຢູ່ໃນເສັ້ນທາງທີ່ຖືກຕ້ອງ ມະນຸດກໍຈະສາມາດມອບຈິດໃຈໃຫ້ພຣະເຈົ້າໄດ້ ເຊິ່ງເປັນໜ້າທີ່ທີ່ຕ້ອງໃຊ້ເວລາຍາວນານຈິ່ງເຮັດໄດ້ ເພາະວ່າມະນຸດໄດ້ດໍາລົງຊີວິດຢູ່ພາຍໃຕ້ອິດທິພົນຂອງຄວາມມືດ ແລະ ຕົກເປັນທາດຂອງຊາຕານເປັນເວລາຫຼາຍພັນປີແລ້ວ. ເພາະສະນັ້ນ ການເຂົ້າສູ່ທາງທີ່ຖືກຕ້ອງນັ້ນບໍ່ແມ່ນປະຕິບັດໄດ້ພາຍໃນມື້ໜຶ່ງ ຫຼື ສອງມື້. ເຮົາຍົກປະເດັນນີ້ຂຶ້ນມາເວົ້າໃນມື້ນີ້ກໍເພື່ອໃຫ້ມະນຸດຮູ້ສະພາບຂອງຕົນເອງ; ການເຂົ້າສູ່ທາງທີ່ຖືກຕ້ອງເປັນໄປໄດ້ກໍຕໍ່ເມື່ອມະນຸດສາມາດເຂົ້າໃຈອິດທິພົນຂອງຄວາມມືດ ແລະ ການດໍາລົງຊີວິດຢູ່ໃນແສງສະຫວ່າງ. ເຈົ້າຕ້ອງຮູ້ວ່າອິດທິພົນຂອງຊາຕານແມ່ນຫຍັງ ກ່ອນທີ່ເຈົ້າຈະສາມາດຫຼົບໜີຈາກມັນໄດ້ ແລະ ຫຼັງຈາກນັ້ນ ເຈົ້າຈິ່ງຈະກ້າວເຂົ້າສູ່ການກໍາຈັດມັນໃຫ້ໝົດໄປຈາກເຈົ້າຕາມລໍາດັບ. ສໍາລັບສິ່ງທີ່ຄວານເຮັດຕໍ່ຈາກນັ້ນ ແມ່ນເປັນເລື່ອງຂອງມະນຸດ. ເຈົ້າຕ້ອງເຂົ້າສູ່ຢ່າງຫ້າວຫັນ ແລະ ເຈົ້າຕ້ອງບໍ່ລໍຖ້າຢູ່ເສີຍໆ. ມີແຕ່ວິທີນີ້ເທົ່ານັ້ນທີ່ເຈົ້າຈະສາມາດຖືກຮັບເອົາໂດຍພຣະເຈົ້າ.

(ຄັດຈາກບົດ “ຈົ່ງຫຼົບໜີຈາກອິດທິພົນຂອງຄວາມມືດ ແລະ ເຈົ້າຈະຖືກຮັບເອົາໂດຍພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

497. ທຸກສິ່ງທີ່ພຣະເຈົ້າເຮັດແມ່ນຈຳເປັນ ແລະ ມີຄວາມໝາຍພິເສດ, ຍ້ອນທຸກສິ່ງທີ່ພຣະອົງປະຕິບັດໃນມະນຸດແມ່ນກ່ຽວພັນກັບການຄຸ້ມຄອງຂອງພຣະອົງ ແລະ ຄວາມລອດພົ້ນຂອງມະນຸດຊາດ. ແນ່ນອນ ພາລະກິດທີ່ພຣະເຈົ້າປະຕິບັດໃນໂຢບກໍບໍ່ໄດ້ແຕກຕ່າງ, ເຖິງແມ່ນໂຢບສົມບູນ ແລະ ຊື່ສັດໃນສາຍຕາຂອງພຣະເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື, ບໍ່ວ່າພຣະເຈົ້າຈະເຮັດຫຍັງ ຫຼື ພຣະອົງຈະເຮັດມັນດ້ວຍວິທີໃດກໍຕາມ, ບໍ່ວ່າລາຄາຈະເທົ່າໃດກໍຕາມ, ບໍ່ວ່າຈຸດປະສົງຂອງພຣະອົງຈະແມ່ນຫຍັງກໍຕາມ, ເປົ້າໝາຍແຫ່ງການກະທຳຂອງພຣະອົງແມ່ນບໍ່ໄດ້ປ່ຽນແປງ. ເປົ້າໝາຍຂອງພຣະອົງແມ່ນເພື່ອປະຕິບັດພຣະທຳຂອງພຣະເຈົ້າໃສ່ໃນມະນຸດ, ພ້ອມທັງເງື່ອນໄຂ ແລະ ຄວາມປະສົງຂອງພຣະເຈົ້າສຳລັບມະນຸດ; ເວົ້າອີກຢ່າງໜຶ່ງກໍຄື ມັນແມ່ນເພື່ອປັ້ນມະນຸດໃນທຸກສິ່ງທີ່ພຣະເຈົ້າເຊື່ອວ່າເປັນບວກຕາມບາດກ້າວຂອງພຣະອົງ, ເຮັດໃຫ້ມະນຸດສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າ ແລະ ຢັ່ງເຖິງທາດແທ້ຂອງພຣະເຈົ້າ ແລະ ເຮັດໃຫ້ມະນຸດເຊື່ອຟັງອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ, ແລ້ວກໍເຮັດໃຫ້ມະນຸດບັນລຸຄວາມຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ, ທຸກສິ່ງເຫຼົ່ານີ້ແມ່ນດ້ານໜຶ່ງຂອງເປົ້າໝາຍຂອງພຣະເຈົ້າໃນທຸກສິ່ງທີ່ພຣະອົງໄດ້ກະທຳ. ອີກດ້ານໜຶ່ງກໍຄື ຍ້ອນຊາຕານເປັນຜູ້ສ້າງຄວາມແຕກຕ່າງ ແລະ ເປົ້າໝາຍການຮັບໃຊ້ໃນພາລະກິດຂອງພຣະເຈົ້າ, ມະນຸດຈຶ່ງຖືກມອບໃຫ້ແກ່ຊາຕານຢູ່ເລື້ອຍໆ; ນີ້ຄືວິທີທີ່ພຣະເຈົ້າໃຊ້ເພື່ອເຮັດໃຫ້ຜູ້ຄົນເຫັນໃນການລໍ້ລວງຂອງຊາຕານ ແລະ ໂຈມຕີຄວາມຊົ່ວຮ້າຍ, ຄວາມຂີ້ຮ້າຍ ແລະ ຄວາມເປັນຕາລັງກຽດຂອງຊາຕານ, ໃນທີ່ສຸດກໍເຮັດໃຫ້ຜູ້ຄົນກຽດຊັງຊາຕານ ແລະ ສາມາດຮູ້ຈັກ ແລະ ເຂົ້າໃຈເຖິງສິ່ງທີ່ຢູ່ໃນດ້ານລົບ. ຂະບວນການນີ້ເຮັດໃຫ້ພວກເຂົາຖືກປົດປ່ອຍຕົນເອງເທື່ອລະໜ້ອຍຈາກການຄວບຄຸມ ແລະ ການກ່າວຫາ, ການແຊກແຊງ ແລະ ການໂຈມຕີຂອງຊາຕານ, ຈົນກວ່າ ຍ້ອນພຣະທໍາຂອງພຣະເຈົ້າ, ຄວາມຮູ້ຂອງພວກເຂົາ ແລະ ຄວາມເຊື່ອຟັງພຣະເຈົ້າ ແລະ ຄວາມເຊື່ອໃນພຣະເຈົ້າ ແລະ ຄວາມຢຳເກງພຣະເຈົ້າ, ພວກເຂົາຈຶ່ງໄດ້ເອົາຊະນະເໜືອການໂຈມຕີ ແລະ ການກ່າວຫາຂອງຊາຕານ; ມີພຽງເມື່ອນັ້ນ ພວກເຂົາຈຶ່ງຈະຖືກໄຖ່ຈາກອິດທິພົນຂອງຊາຕານຢ່າງສິ້ນເຊີງ. ການລອດພົ້ນຂອງຜູ້ຄົນກໍໝາຍຄວາມວ່າ ຊາຕານໄດ້ຖືກເອົາຊະນະ, ມັນໝາຍຄວາມວ່າ ພວກເຂົາບໍ່ແມ່ນອາຫານໃນປາກຂອງຊາຕານອີກຕໍ່ໄປ, ແທນທີ່ຈະກືນກິນພວກເຂົາ, ຊາຕານໄດ້ສະຫຼະຖິ້ມພວກເຂົາ. ນີ້ກໍຍ້ອນຜູ້ຄົນດັ່ງກ່າວຊື່ສັດ, ຍ້ອນພວກເຂົາມີຄວາມເຊື່ອ, ຄວາມເຊື່ອຟັງ ແລະ ຄວາມຢຳເກງຕໍ່ພຣະເຈົ້າ ແລະ ຍ້ອນພວກເຂົາແຕກຫັກຈາກຊາຕານຢ່າງສິ້ນເຊີງ. ພວກເຂົານໍາຄວາມອັບອາຍມາສູ່ຊາຕານ, ພວກເຂົາເຮັດໃຫ້ຊາຕານເປັນຄົນຂີ້ຢ້ານ ແລະ ພວກເຂົາເອົາຊະນະຊາຕານຢ່າງເດັດຂາດ. ຄວາມເຊື່ອໝັ້ນຂອງພວກເຂົາໃນການຕິດຕາມພຣະເຈົ້າ ແລະ ຄວາມເຊື່ອຟັງ ແລະ ຄວາມຢຳເກງຂອງພຣະເຈົ້າໄດ້ເອົາຊະນະຊາຕານ ແລະ ເຮັດໃຫ້ຊາຕານຍອມປ່ອຍພວກເຂົາຢ່າງສິ້ນເຊີງ. ມີແຕ່ຜູ້ຄົນແບບນີ້ຈຶ່ງຈະຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ ແລະ ມັນແມ່ນສິ່ງນີ້ທີ່ເປັນຈຸດປະສົງສຸດທ້າຍຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ຖ້າພວກເຂົາປາຖະໜາທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ປາຖະໜາທີ່ຈະຮັບເອົາໂດຍພຣະເຈົ້າຢ່າງສິ້ນເຊີງ, ທຸກຄົນທີ່ຕິດຕາມພຣະເຈົ້າຕ້ອງຜະເຊີນກັບການລໍ້ລວງ ແລະ ການໂຈມຕີທັງໃຫຍ່ ແລະ ນ້ອຍຈາກຊາຕານ. ຄົນທີ່ໄດ້ຫຼຸດພົນອອກຈາກການລໍ້ລວງ ແລະ ການໂຈມຕີເຫຼົ່ານີ້ ແລະ ສາມາດເອົາຊະນະຊາຕານໄດ້ຢ່າງສົມບູນແມ່ນຄົນທີ່ຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ. ນີ້ໝາຍຄວາມວ່າ ຄົນທີ່ຖືກຊ່ວຍໃຫ້ລອດພົ້ນໃນພຣະເຈົ້າແມ່ນຄົນທີ່ໄດ້ຜະເຊີນກັບການທົດລອງຂອງພຣະເຈົ້າ ແລະ ຄົນທີ່ຖືກລໍ້ລວງ ແລະ ໂຈມຕີໂດຍຊາຕານຫຼາຍຄັ້ງຈົນນັບບໍ່ໄດ້. ຄົນທີ່ຖືກຊ່ວຍໃຫ້ລອດພົ້ນໃນພຣະເຈົ້າກໍຈະເຂົ້າໃຈຄວາມປະສົງ ແລະ ເງື່ອນໄຂຂອງພຣະເຈົ້າ ແລະ ສາມາດເຮັດຕາມອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ປະຖິ້ມຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍເມື່ອຢູ່ທ່າມກາງການລໍ້ລວງຂອງຊາຕານ. ຄົນທີ່ຖືກຊ່ວຍໃຫ້ລອດພົ້ນໃນພຣະເຈົ້າມີຄວາມຊື່ສັດ, ພວກເຂົາມີຄວາມເມດຕາ, ພວກເຂົາຮູ້ຈັກແຍກແຍະລະຫວ່າງຄວາມຮັກ ແລະ ຄວາມກຽດຊັງ, ພວກເຂົາມີຄວາມສຳນຶກຍຸຕິທຳ ແລະ ມີເຫດຜົນ ແລະ ພວກເຂົາສາມາດເອົາໃຈໃສ່ພຣະເຈົ້າ ແລະ ເຊີດຊູທຸກສິ່ງທີ່ມາຈາກພຣະເຈົ້າ. ຜູ້ຄົນດັ່ງກ່າວບໍ່ໄດ້ຖືກຜູກມັດ, ບໍ່ໄດ້ຖືກສອດແນມ, ຖືກກ່າວໂທດ ຫຼື ຖືກຂົ່ມເຫັງໂດຍຊາຕານ;​ ພວກເຂົາເປັນອິດສະຫຼະຢ່າງສິ້ນເຊີງ,​ ພວກເຂົາຖືກປົດປ່ອຍ ແລະ ຫຼຸດພົ້ນຢ່າງສິ້ນເຊີງ. ໂຢບເປັນມະນຸດທີ່ເປັນອິດສະຫຼະ ແລະ ນີ້ຄືຄວາມໝາຍຢ່າງແທ້ຈິງທີ່ວ່າເປັນຫຍັງພຣະເຈົ້າຈຶ່ງມອບເພິ່ນໃຫ້ແກ່ຊາຕານ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

498. ຄວາມເຊື່ອ, ຄວາມເຊື່ອຟັງຂອງໂຢບ ແລະ ຄຳພະຍານຂອງເພິ່ນເພື່ອເອົາຊະນະຊາຕານແມ່ນແຫຼ່ງທີ່ມາຂອງຄວາມຊ່ວຍເຫຼືອ ແລະ ການດົນໃຈທີ່ຍິ່ງໃຫຍ່ຕໍ່ຜູ້ຄົນ. ໃນໂຢບ, ພວກເຂົາໄດ້ເຫັນຄວາມຫວັງສຳລັບຄວາມລອດພົ້ນຂອງພວກເຂົາເອງ ແລະ ເຫັນສິ່ງນັ້ນຜ່ານຄວາມເຊື່ອ ແລະ ຄວາມເຊື່ອຟັງ ແລະ ຄວາມຢຳເກງພຣະເຈົ້າ, ມັນເປັນໄປໄດ້ທີ່ຈະເອົາຊະນະຊາຕານທັງໝົດ ແລະ ມີອຳນາດເໜືອຊາຕານ. ພວກເຂົາເຫັນວ່າ ຕາບໃດທີ່ພວກເຂົາຍອມຕໍ່ອຳນາດການປົກຄອງສູງສຸດ ແລະ ການຈັດແຈງຂອງພຣະເຈົ້າ ແລະ ຕາບໃດທີ່ພວກເຂົາມີຄວາມຕັ້ງໃຈ ແລະ ຄວາມເຊື່ອທີ່ຈະບໍ່ປະຖິ້ມພຣະເຈົ້າ ຫຼັງຈາກທີ່ໄດ້ສູນເສຍທຸກສິ່ງ, ແລ້ວພວກເຂົາກໍສາມາດນໍາຄວາມອັບອາຍ ແລະ ຄວາມຜ່າຍແພ້ມາສູ່ຊາຕານ ແລະ ພວກເຂົາເຫັນວ່າ ພວກເຂົາຈຳເປັນຕ້ອງມີແຕ່ຄວາມຕັ້ງໃຈ ແລະ ຄວາມອົດກັ້ນເພື່ອຍຶດໝັ້ນໃນຄຳພະຍານຂອງພວກເຂົາ ເຖິງແມ່ນວ່າ ມັນໝາຍເຖິງການສູນເສຍຊີວິດຂອງພວກເຂົາກໍຕາມ ເພື່ອຊາຕານຕ້ອງຖືກຂົ່ມຂູ່ ແລະ ຖືກຕີໃຫ້ຖອຍຢ່າງກະທັນຫັນ. ຄຳພະຍານຂອງໂຢບແມ່ນຄຳເຕືອນຕໍ່ຄົນຮຸ່ນຕໍ່ມາ ແລະ ຄຳເຕືອນນີ້ໄດ້ບອກພວກເຂົາວ່າ ຖ້າພວກເຂົາບໍ່ເອົາຊະນະຊາຕານ, ແລ້ວພວກເຂົາກໍຈະບໍ່ສາມາດປົດປ່ອຍຕົນເອງອອກຈາກການກ່າວຫາ ແລະ ການແຊກແຊງຂອງຊາຕານໄດ້ຈັກເທື່ອ ຫຼື ພວກເຂົາຈະບໍ່ສາມາດຫຼົບໜີຈາກການຂົ່ມເຫັງ ແລະ ການໂຈມຕີຂອງຊາຕານໄດ້ຈັກເທື່ອ. ຄຳພະຍານຂອງໂຢບໄດ້ສ່ອງແສງສະຫວ່າງໃຫ້ແກ່ຄົນຮຸ່ນຕໍ່ມາ. ແສງສະຫວ່າງນີ້ໄດ້ສັ່ງສອນຜູ້ຄົນວ່າ ມີພຽງຖ້າພວກເຂົາສົມບູນ ແລະ ຊື່ສັດເທົ່ານັ້ນ ພວກເຂົາຈຶ່ງຈະສາມາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ; ມັນສັ່ງສອນພວກເຂົາວ່າ ມີພຽງຖ້າພວກເຂົາຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍເທົ່ານັ້ນ ພວກເຂົາຈຶ່ງຈະສາມາດເປັນພະຍານທີ່ເຂັ້ມແຂງ ແລະ ກຶກກ້ອງໃຫ້ແກ່ພຣະເຈົ້າ; ມີພຽງຖ້າພວກເຂົາເປັນພະຍານທີ່ເຂັ້ມແຂງ ແລະ ກຶກກ້ອງໃຫ້ແກ່ພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ຖືກຄວບຄຸມໂດຍຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ການນໍາພາ ແລະ ການປົກປ້ອງຂອງພຣະເຈົ້າ, ມີພຽງເມື່ອນັ້ນ ພວກເຂົາຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງແທ້ຈິງ. ບຸກຄະລິກຂອງໂຢບ ແລະ ການສະແຫວງຫາຊີວິດຂອງເພິ່ນຄວນຖືກຮຽນແບບໂດຍທຸກຄົນທີ່ສະແຫວງຫາຄວາມລອດພົ້ນ. ສິ່ງທີ່ເພິ່ນດຳລົງຊີວິດທັງຊີວິດຂອງເພິ່ນ ແລະ ຄວາມປະພຶດຂອງເພິ່ນໃນລະຫວ່າງການທົດລອງແມ່ນຊັບສົມບັດອັນລໍ້າຄ່າຕໍ່ທຸກຄົນທີ່ສະແຫວງຫາຫົນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

499. ເມື່ອຜູ້ຄົນຍັງບໍ່ທັນໄດ້ຖືກຊ່ວຍໃຫ້ລອດພົ້ນ, ຊີວິດຂອງພວກເຂົາກໍຖືກແຊກແຊງຢູ່ເລື້ອຍໆ ແລະ ເຖິງກັບຖືກຄວບຄຸມໂດຍຊາຕານ. ເວົ້າອີກຢ່າງໜຶ່ງກໍຄື ຜູ້ຄົນທີ່ບໍ່ໄດ້ຖືກຊ່ວຍໃຫ້ລອດພົ້ນແມ່ນນັກໂທດຂອງຊາຕານ, ພວກເຂົາບໍ່ມີອິດສະຫຼະພາບ, ພວກເຂົາຖືກຄວບຄຸມໂດຍຊາຕານ, ພວກເຂົາບໍ່ມີຄຸນສົມບັດ ຫຼື ມີສິດນະມັດສະການພຣະເຈົ້າ ແລະ ພວກເຂົາຖືກຕິດຕາມຢ່າງໃກ້ຊິດ ແລະ ໂຈມຕີຢ່າງໂຫດຮ້າຍໂດຍຊາຕານ. ຜູ້ຄົນດັ່ງກ່າວບໍ່ມີຄວາມສຸກທີ່ຈະເວົ້າເຖິງ, ພວກເຂົາບໍ່ມີສິດໃນການເປັນຢູ່ປົກກະຕິທີ່ຈະເວົ້າເຖິງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີສັກສີທີ່ຈະເວົ້າເຖິງເລີຍ. ມີພຽງແຕ່ຖ້າເຈົ້າລຸກຂຶ້ນ ແລະ ຕໍ່ສູ້ກັບຊາຕານ ໂດຍໃຊ້ຄວາມເຊື່ອຂອງເຈົ້າໃນພຣະເຈົ້າ ແລະ ຄວາມເຊື່ອຟັງ ແລະ ຄວາມຢຳເກງພຣະເຈົ້າເປັນອາວຸດເພື່ອຕໍ່ສູ້ເອົາເປັນເອົາ ຕາຍກັບຊາຕານ ຈົນເຈົ້າໄດ້ເອົາຊະນະຊາຕານຢ່າງສົມບູນ ແລະ ເຮັດໃຫ້ມັນແລ່ນໜີ ແລະ ກາຍເປັນຄົນຂີ້ຢ້ານເມື່ອໃດກໍຕາມທີ່ມັນເຫັນເຈົ້າ, ເພື່ອວ່າມັນຈະປະຖິ້ມການໂຈມຕີ ແລະ ການກ່າວຫາເຈົ້າຢ່າງສິ້ນເຊີງ, ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນ ແລະ ມີອິດສະຫຼະ. ຖ້າເຈົ້າຕັ້ງໃຈທີ່ຈະແຕກຫັກກັບຊາຕານຢ່າງສົມບູນ, ແຕ່ບໍ່ປະກອບມີອາວຸດທີ່ຈະຊ່ວຍເຈົ້າເອົາຊະນະຊາຕານ, ແລ້ວເຈົ້າກໍຈະຍັງຢູ່ໃນອັນຕະລາຍ; ເວລາຜ່ານໄປ ເມື່ອເຈົ້າຖືກຊາຕານທໍລະມານຫຼາຍ ຈົນບໍ່ມີກຳລັງແມ່ນແຕ່ໜ້ອຍດຽວຫຼົງເຫຼືອໃນຕົວເຈົ້າ, ແລ້ວເຈົ້າບໍ່ສາມາດເປັນພະຍານ, ບໍ່ສາມາດປົດປ່ອຍຕົນເອງຈາກການກ່າວຫາ ແລະ ການໂຈມຕີຂອງຊາຕານຕໍ່ເຈົ້າທັງໝົດ, ເຈົ້າກໍຈະມີຄວາມຫວັງພຽງເລັກນ້ອຍໃນຄວາມລອດພົ້ນ. ໃນທີ່ສຸດ, ເມື່ອການສິ້ນສຸດພາລະກິດຂອງພຣະເຈົ້າຖືກປະກາດ, ເຈົ້າກໍຈະຍັງຢູ່ໃນກຳມືຂອງຊາຕານ, ບໍ່ສາມາດປົດປ່ອຍຕົນເອງ ແລະ ສຸດທ້າຍ ເຈົ້າກໍຈະບໍ່ມີໂອກາດ ຫຼື ຄວາມຫວັງຫຍັງເລີຍ. ຄວາມໝາຍກໍຄື ຄົນດັ່ງກ່າວຈະຕົກເປັນສະເລີຍຂອງຊາຕານຢ່າງສິ້ນເຊີງ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

500. ໃນລະຫວ່າງພາລະກິດທີ່ພຣະເຈົ້າສະໜອງ ແລະ ຊ່ວຍເຫຼືອມະນຸດ, ພຣະອົງໄດ້ບອກເຖິງຄວາມປະສົງ ແລະ ເງື່ອນໄຂທັງໝົດຂອງພຣະອົງໃຫ້ແກ່ມະນຸດ ແລະ ສະແດງເຖິງການກະທຳ, ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນໃຫ້ແກ່ມະນຸດ. ຈຸດປະສົງກໍຄືເພື່ອເຮັດໃຫ້ມະນຸດມີວຸດທິພາວະ ແລະ ເພື່ອເຮັດໃຫ້ມະນຸດຮັບເອົາຄວາມຈິງຕ່າງໆຈາກພຣະເຈົ້າ ໃນຂະນະທີ່ຕິດຕາມພຣະອົງ ເຊິ່ງເປັນຄວາມຈິງທີ່ເປັນອາວຸດທີ່ພຣະເຈົ້າໄດ້ມອບໃຫ້ແກ່ມະນຸດ ເພື່ອຕໍ່ສູ້ກັບຊາຕານ. ສະນັ້ນເມື່ອປະກອບມີອາວຸດແລ້ວ, ມະນຸດກໍຕ້ອງຜະເຊີນກັບການທົດສອບຂອງພຣະເຈົ້າ. ພຣະເຈົ້າມີຮູບແບບ ແລະ ວິທີການຫຼາຍຢ່າງເພື່ອທົດສອບມະນຸດ, ແຕ່ທຸກຢ່າງຈຳເປັນຕ້ອງມີ “ການຮ່ວມມື” ຂອງສັດຕູຂອງພຣະເຈົ້າ: ຊາຕານ ນີ້ໝາຍຄວາມວ່າ ເມື່ອໄດ້ມອບອາວຸດໃຫ້ແກ່ມະນຸດເພື່ອຕໍ່ສູ້ກັບຊາຕານ, ພຣະເຈົ້າກໍມອບມະນຸດໃຫ້ແກ່ຊາຕານ ແລະ ຍອມໃຫ້ຊາຕານ “ທົດສອບ” ວຸດທິພາວະຂອງມະນຸດ. ຖ້າມະນຸດສາມາດໜີລອດອອກຈາກຮູບແບບຂະບວນຮົບຂອງຊາຕານ, ຖ້າເຂົາສາມາດຫຼົບໜີຈາກວົງລ້ອມຂອງຊາຕານ ແລະ ຍັງມີຊີວິດຢູ່, ແລ້ວມະນຸດກໍໄດ້ຜ່ານບົດທົດສອບແລ້ວ. ແຕ່ຖ້າມະນຸດລົ້ມເຫຼວທີ່ຈະຫຼົບໜີອອກຈາກຮູບແບບຂະບວນຮົບຂອງຊາຕານ ແລະ ຍອມຈຳນົນຕໍ່ຊາຕານ, ແລ້ວເຂົາກໍບໍ່ໄດ້ຜ່ານບົດທົດສອບ. ບໍ່ວ່າພຣະເຈົ້າຈະກວດສອບດ້ານໃດກໍຕາມຂອງມະນຸດ, ມາດຕະເກນສຳລັບການກວດສອບຂອງພຣະອົງກໍຄື ມະນຸດຈະຍຶດໝັ້ນໃນຄຳພະຍານຂອງເຂົາ ຫຼື ບໍ່ເມື່ອຖືກໂຈມຕີໂດຍຊາຕານ ແລະ ບໍ່ວ່າເຂົາໄດ້ປະຖິ້ມພຣະເຈົ້າ ແລະ ຍອມຈຳນົນ ແລະ ຍອມຕໍ່ຊາຕານ ຫຼື ບໍ່ໃນຂະນະທີ່ຖືກກັບດັກຂອງຊາຕານ. ມັນອາດເວົ້າໄດ້ວ່າ ບໍ່ວ່າມະນຸດຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ຫຼື ບໍ່ແມ່ນຂຶ້ນຢູ່ກັບວ່າເຂົາຈະສາມາດເອົາຊະນະ ແລະ ເຮັດໃຫ້ຊາຕານຜ່າຍແພ້ໄດ້ ຫຼື ບໍ່ ແລະ ບໍ່ວ່າເຂົາຈະສາມາດຮັບເອົາອິດສະຫຼະພາບໄດ້ ຫຼື ບໍ່ແມ່ນຂຶ້ນຢູ່ວ່າເຂົາຈະສາມາດຍົກອາວຸດທີ່ພຣະເຈົ້າໄດ້ມອບໃຫ້ແກ່ເຂົາຂຶ້ນດ້ວຍຕົນເອງເພື່ອເອົາຊະນະພັນທະນາການຂອງຊາຕານໄດ້ ຫຼື ບໍ່, ເພື່ອເຮັດໃຫ້ຊາຕານປະຖິ້ມຄວາມຫວັງ ແລະ ປ່ອຍເຂົາໄປຢ່າງສິ້ນເຊີງ. ຖ້າຊາຕານປະຖິ້ມຄວາມຫວັງ ແລະ ປ່ອຍຜູ້ໃດຜູ້ໜຶ່ງໄປ, ນີ້ກໍໝາຍຄວາມວ່າ ຊາຕານຈະບໍ່ພະຍາຍາມຮັບເອົາຄົນນີ້ໄປຈາກພຣະເຈົ້າອີກ, ຈະບໍ່ກ່າວຫາ ແລະ ແຊກແຊງກັບບຸກຄົນນີ້ອີກ, ຈະບໍ່ທໍລະມານ ຫຼື ໂຈມຕີພວກເຂົາຢ່າງມົວເມົາອີກ; ມີພຽງຄົນທີ່ເປັນແບບນີ້ເທົ່ານັ້ນຈຶ່ງຈະຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ. ນີ້ຄືຂະບວນການທັງໝົດທີ່ພຣະເຈົ້າຮັບເອົາຜູ້ຄົນ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ II” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

501. ໃນປັດຈຸບັນ ເຈົ້າສາມາດສະແຫວງຫາເພື່ອຖືກເຮັດໃຫ້ສົມບູນ ຫຼື ສະແຫວງຫາການປ່ຽນແປງໃນຄວາມເປັນມະນຸດທາງພາຍນອກຂອງເຈົ້າ ແລະ ການປັບປຸງຄວາມສາມາດຂອງເຈົ້າ ແຕ່ຕາມຫຼັກການທີ່ສໍາຄັນກໍຄື ເຈົ້າຈະສາມາດເຂົ້າໃຈວ່າ ທຸກສິ່ງທີ່ພຣະເຈົ້າກະທໍາໃນປັດຈຸບັນ ແມ່ນມີຄວາມໝາຍ ແລະ ມີຜົນປະໂຫຍດ: ມັນເຮັດໃຫ້ເຈົ້າທີ່ເກີດໃນດິນແດນແຫ່ງສົກກະປົກສາມາດຫຼົບໜີຈາກຄວາມສົກກະປົກ ແລະ ສັ່ນຖິ້ມສິ່ງນັ້ນ, ມັນເຮັດໃຫ້ເຈົ້າສາມາດເອົາຊະນະອິດທິພົນຂອງຊາຕານ ແລະ ປະຖິ້ມອິດທິພົນມືດຂອງຊາຕານ. ໂດຍການເອົາໃຈໃສ່ກັບສິ່ງເຫຼົ່ານີ້ ເຈົ້າຈະຖືກປົກປ້ອງໃນດິນແດນແຫ່ງຄວາມສົກກະປົກນີ້. ໃນທີ່ສຸດ, ເຈົ້າຈະຖືກຂໍໃຫ້ເປັນພະຍານຫຍັງ? ເຈົ້າເກີດໃນດິນແດນແຫ່ງຄວາມສົກກະປົກ ແຕ່ກໍສາມາດ, ບໍ່ເຈືອປົນດ້ວຍຄວາມສົກກະປົກອີກຄັ້ງ, ດໍາລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແຕ່ເອົາຕົວເອງອອກຈາກອິດທິພົນຂອງຊາຕານ ແລະ ບໍ່ຖືກຄອບງໍາ ຫຼື ຂົ່ມຂູ່ໂດຍຊາຕານ ແລະ ດໍາລົງຊີວິດໃນມືຂອງພຣະອົງຜູ້ຊົງລິດທານຸພາບສູງສຸດ. ນີ້ແມ່ນການເປັນພະຍານ ແລະ ຫຼັກຖານຂອງໄຊຊະນະໃນການຕໍ່ສູ້ກັບຊາຕານ. ເຈົ້າສາມາດປະຖິ້ມຊາຕານ, ເຈົ້າບໍ່ເປີດເຜີຍອຸປະນິໄສແບບຊາຕານໃນສິ່ງທີ່ເຈົ້າດໍາລົງຢູ່ອີກຕໍ່ໄປ, ແຕ່ກົງກັນຂ້າມແມ່ນດຳລົງຊີວິດຕາມສິ່ງທີ່ພຣະເຈົາຕ້ອງການໃຫ້ມະນຸດບັນລຸເມື່ອພຣະອົງສ້າງມະນຸດຂຶ້ນມາ: ຄວາມເປັນມະນຸດປົກກະຕິ, ການຮູ້ສຶກທີ່ປົກກະຕິ, ການເຂົ້າໃຈທີ່ປົກກະຕິ, ການຕັ້ງໃຈແບບປົກກະຕິເພື່ອຮັກພຣະເຈົ້າ ແລະ ຄວາມຈົງຮັກພັກດີຕໍ່ພຣະເຈົ້າ. ສິ່ງດັ່ງກ່າວແມ່ນຄຳພະຍານທີ່ເກີດຂຶ້ນໂດຍສິ່ງຖືກສ້າງຂອງພຣະເຈົ້າ. ເຈົ້າເວົ້າວ່າ “ພວກຂ້ານ້ອຍເກີດໃນດິນແດນແຫ່ງຄວາມສົກກະປົກ ແຕ່ຍ້ອນການປົກປ້ອງຂອງພຣະເຈົ້າ, ຍ້ອນການເປັນຜູ້ນໍາຂອງພຣະອົງ ແລະ ຍ້ອນພຣະອົງໄດ້ເອົາຊະນະພວກຂ້ານ້ອຍ, ພວກຂ້ານ້ອຍຈຶ່ງໄດ້ກໍາຈັດອິດທິພົນຂອງຊາຕານອອກຈາກຕົວເອງ. ການທີ່ພວກຂ້ານ້ອຍສາມາດເຊື່ອຟັງໃນປັດຈຸບັນແມ່ນເປັນຜົນມາຈາກການຖືກພຣະເຈົ້າເອົາຊະນະອີກດ້ວຍ ແລະ ມັນບໍ່ແມ່ນຍ້ອນວ່າ ພວກຂ້ານ້ອຍດີ ຫຼື ຍ້ອນວ່າ ພວກຂ້ານ້ອຍຮັກພຣະເຈົ້າໂດຍທໍາມະຊາດ. ມັນເປັນຍ້ອນວ່າ ພຣະເຈົ້າໄດ້ເລືອກພວກຂ້ານ້ອຍ ແລະ ກໍານົດພວກຂ້ານ້ອຍໄວ້ລ່ວງໜ້າ, ພວກຂ້ານ້ອຍຈຶ່ງຖືກເອົາຊະນະໃນປັດຈຸບັນ, ສາມາດເປັນພະຍານໃຫ້ແກ່ພຣະອົງ ແລະ ສາມາດຮັບໃຊ້ພຣະອົງ; ພ້ອມນີ້ ມັນເປັນຍ້ອນວ່າ ພຣະອົງໄດ້ເລືອກພວກຂ້ານ້ອຍ ແລະ ປົກປ້ອງພວກຂ້ານ້ອຍ, ພວກຂ້ານ້ອຍຈຶ່ງຖືກຊ່ວຍໃຫ້ລອດພົ້ນ ແລະ ລອດພົ້ນອອກຈາກອຳນາດຂອງຊາຕານ ແລະ ສາມາດປະຖິ້ມຄວາມສົກກະປົກ ແລະ ຖືກເຮັດໃຫ້ບໍລິສຸດໃນປະເທດແຫ່ງມັງກອນແດງທີ່ຍິ່ງໃຫຍ່”.

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

502. ໃນປັດຈຸບັນ, ເຈົ້າບໍ່ເຊື່ອພຣະທຳທີ່ເຮົາກ່າວ ແລະ ເຈົ້າບໍ່ສົນໃຈກັບພຣະທຳເຫຼົ່ານັ້ນ; ເມື່ອມື້ແຫ່ງການເຜີຍແຜ່ພາລະກິດນີ້ມາເຖິງ ແລະ ເຈົ້າຈະເຫັນຄວາມບໍລິບູນໃນພຣະທຳນີ້, ເຈົ້າຈະເສຍດາຍ ແລະ ໃນເວລານັ້ນ ເຈົ້າກໍຈະຕົກສະເງີ້. ມີການອວຍພອນ, ແຕ່ເຈົ້າບໍ່ຮູ້ຈັກຮັບເອົາພອນເຫຼົ່ານັ້ນ ແລະ ມີຄວາມຈິງ, ແຕ່ເຈົ້າບໍ່ສະແຫວງຫາມັນ. ເຈົ້າບໍ່ໄດ້ນໍາເອົາການດູຖູກມາສູ່ຕົນເອງບໍ? ໃນປັດຈຸບັນ, ເຖິງແມ່ນວ່າ ບາດກ້າວຕໍ່ໄປໃນພາລະກິດຂອງພຣະເຈົ້າຍັງບໍ່ໄດ້ເລີ່ມຕົ້ນເທື່ອ, ບໍ່ມີຫຍັງທີ່ພິເສດກ່ຽວກັບການຮຽກຮ້ອງໃນຕົວເຈົ້າ ແລະ ສິ່ງທີ່ເຈົ້າຖືກຮຽກຮ້ອງໃຫ້ດຳລົງຊີວິດຕາມ. ມີພາລະກິດຢ່າງຫຼວງຫຼາຍ ແລະ ຄວາມຈິງຫຼາຍຢ່າງ; ແລ້ວສິ່ງເຫຼົ່ານັ້ນບໍ່ສົມຄວນທີ່ຈະໃຫ້ເຈົ້າຮູ້ບໍ? ການຕີສອນ ແລະ ການພິພາກສາຂອງພຣະເຈົ້າບໍ່ສາມາດປຸກວິນຍານຂອງເຈົ້າໃຫ້ຕື່ນໄດ້ບໍ? ການຕີສອນ ແລະ ການພິພາກສາຂອງພຣະເຈົ້າບໍ່ສາມາດເຮັດໃຫ້ເຈົ້າກຽດຊັງຕົນເອງໄດ້ບໍ? ເຈົ້າພໍໃຈທີ່ຈະດຳລົງຊີວິດພາຍໃຕ້ອິດທິພົນຂອງຊາຕານຢ່າງສັນຕິສຸກ ແລະ ດ້ວຍຄວາມປິຕິຍິນດີ ແລະ ຄວາມສະບາຍໃຈທາງເນື້ອໜັງທີ່ເລັກນ້ອຍນັ້ນບໍ? ເຈົ້າບໍ່ແມ່ນຄົນທີ່ຕ້ອຍຕໍ່າທີ່ສຸດໃນບັນດາຜູ້ຄົນບໍ? ບໍ່ມີໃຜທີ່ໂງ່ກວ່າຄົນທີ່ໄດ້ເຫັນຄວາມລອດພົ້ນ ແຕ່ບໍ່ສະແຫວງຫາທີ່ຈະຮັບເອົາມັນ; ຜູ້ຄົນເຫຼົ່ານີ້ຍຶດຕິດຢູ່ກັບຝ່າຍເນື້ອໜັງ ແລະ ມີຄວາມສຸກກັບຊາຕານ. ເຈົ້າຫວັງວ່າ ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າຈະບໍ່ສົ່ງຜົນໃຫ້ມີການທ້າທາຍ ຫຼື ຄວາມຍາກລໍາບາກ ຫຼື ຄວາມຫຍຸ້ງຍາກແມ່ນແຕ່ໜ້ອຍດຽວ. ເຈົ້າສະແຫວງຫາສິ່ງທີ່ບໍ່ມີຄ່າຢູ່ສະເໝີ ແລະ ເຈົ້າບໍ່ໃຫ້ຄຸນຄ່າກັບຊີວິດ, ກົງກັນຂ້າມ ເຈົ້າຖືເອົາຄວາມຄິດທີ່ເກີນເຫດຜົນຂອງເຈົ້າເອງຫຼາຍກວ່າຄວາມຈິງ. ເຈົ້າຊ່າງໄຮ້ຄ່າຫຼາຍ! ເຈົ້າດຳລົງຊີວິດຄືກັບໝູ ແລ້ວແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງເຈົ້າ, ໝູ ແລະ ໝາ? ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງ ແລະ ກົງກັນຂ້າມຄືຮັກເນື້ອໜັງ ບໍ່ແມ່ນສັດບໍ? ຄົນຕາຍແລ້ວທີ່ປາສະຈາກວິນຍານບໍ່ແມ່ນຊາກສົບທີ່ຍ່າງໄດ້ບໍ? ມີພຣະທຳຫຼາຍສໍ່າໃດທີ່ໄດ້ກ່າວໄວ້ທ່າມກາງພວກເຈົ້າ? ມີພຽງແຕ່ພາລະກິດເລັກນ້ອຍບໍທີ່ຖືກປະຕິບັດທ່າມກາງພວກເຈົ້າ? ເຮົາໄດ້ຈັດກຽມທ່າມກາງພວກເຈົ້າຫຼາຍສໍ່າໃດ? ແລ້ວເປັນຫຍັງເຈົ້າຈຶ່ງຍັງບໍ່ຮັບເອົາມັນ? ເຈົ້າມີຫຍັງທີ່ຕ້ອງຕໍ່ວ່າບໍ? ເຫດຜົນທີ່ເຈົ້າບໍ່ໄດ້ຮັບຫຍັງເລີຍ ບໍ່ແມ່ນເພາະວ່າ ເຈົ້າຮັກເນື້ອໜັງຫຼາຍເກີນໄປບໍ? ແລ້ວບໍ່ແມ່ນຍ້ອນຄວາມຄິດຂອງເຈົ້າເກີນຂອບເຂດຫຼາຍໄປບໍ? ບໍ່ແມ່ນຍ້ອນເຈົ້າໂງ່ເກີນໄປບໍ? ຖ້າເຈົ້າສາມາດໄດ້ຮັບການອວຍພອນເຫຼົ່ານີ້ໄດ້, ແລ້ວເຈົ້າຈະໂທດພຣະເຈົ້າ ຍ້ອນບໍ່ໄດ້ຊ່ວຍເຈົ້າໃຫ້ລອດພົ້ນໄດ້ບໍ?

(ຄັດຈາກບົດ “ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

503. ພຣະເຈົ້າປະຕິບັດພາລະກິດໃນລະດັບທີ່ຍິ່ງໃຫຍ່ດັ່ງກ່າວ ແລະ ຊ່ວຍຄົນກຸ່ມນີ້ໃຫ້ລອດພົ້ນທັງໝົດ ເພື່ອວ່າພວກເຈົ້າຈະສາມາດຫຼົບໜີຈາກອິດທິພົນຂອງຊາຕານ, ດຳລົງຊີວິດຢູ່ໃນດິນແດນທີ່ສັກສິດ, ດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າ ແລະ ມີການນຳພາ ແລະ ການຊີ້ນໍາຂອງແສງສະຫວ່າງ. ແລ້ວມັນຈຶ່ງມີຄວາມໝາຍໃນຊີວິດຂອງເຈົ້າ. ສິ່ງທີ່ພວກເຈົ້າກິນ ແລະ ນຸ່ງແມ່ນແຕກຕ່າງຈາກຜູ້ທີ່ບໍ່ເຊື່ອ; ພວກເຈົ້າໄດ້ຮັບພຣະທໍາຂອງພຣະເຈົ້າ ແລະ ດຳລົງຊີວິດທີ່ມີຄວາມໝາຍ ແລະ ພວກເຂົາໄດ້ຮັບຫຍັງ? ພວກເຂົາພຽງແຕ່ໄດ້ຮັບ “ມໍລະດົກຂອງບັນພະບຸລຸດ” ຂອງພວກເຂົາ ແລະ “ວິນຍານແຫ່ງຊາດ” ຂອງພວກເຂົາ. ພວກເຂົາບໍ່ມີຮ່ອງຮອຍຂອງຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ! ເຄື່ອງນຸ່ງ, ຄຳເວົ້າ ແລະ ການກະທຳຂອງພວກເຈົ້າແຕກຕ່າງຈາກພວກເຂົາທັງນັ້ນ. ໃນທີ່ສຸດແລ້ວ ພວກເຈົ້າຈະຫຼົບໜີຈາກຄວາມສົກກະປົກຢ່າງຄົບຖ້ວນ, ບໍ່ໄດ້ຕິດກັບດັກຢູ່ໃນການລໍ້ລວງຂອງຊາຕານອີກຕໍ່ໄປ ແລະ ໄດ້ຮັບເອົາການຈັດກຽມປະຈຳວັນຂອງພຣະເຈົ້າ. ພວກເຈົ້າຄວນລະມັດລະວັງຢູ່ສະເໝີ. ເຖິງແມ່ນພວກເຈົ້າດຳລົງຊີວິດໃນສະຖານທີ່ສົກກະປົກ, ພວກເຈົ້າກໍບໍ່ໄດ້ມີມົນທິນຈາກຄວາມສົກກະປົກ ແລະ ສາມາດດຳລົງຊີວິດຢູ່ຂ້າງໆພຣະເຈົ້າ, ຮັບການປົກປ້ອງທີ່ຍິ່ງໃຫຍ່ຂອງພຣະອົງ. ພຣະເຈົ້າໄດ້ເລືອກພວກເຈົ້າຈາກຄົນທັງໝົດໃນດິນແດນສີເຫຼືອງນີ້. ພວກເຈົ້າບໍ່ແມ່ນຄົນທີ່ໄດ້ຮັບພອນຫຼາຍທີ່ສຸດບໍ? ເຈົ້າເປັນສິ່ງທີ່ຖືກສ້າງ, ແນ່ນອນ ເຈົ້າຄວນນະມັດສະການພຣະເຈົ້າ ແລະ ສະແຫວງຫາຄວາມໝາຍຂອງຊີວິດ. ຖ້າເຈົ້າບໍ່ນະມັດສະການພຣະເຈົ້າ ແຕ່ດຳລົງຊີວິດຢູ່ພາຍໃນເນື້ອໜັງທີ່ສົກກະປົກຂອງເຈົ້າ, ແລ້ວເຈົ້າບໍ່ແມ່ນສັດຮ້າຍໃນເຄື່ອງແຕ່ງກາຍຂອງມະນຸດບໍ? ຍ້ອນເຈົ້າເປັນມະນຸດ, ເຈົ້າຄວນເສຍສະຫຼະຕົນເອງເພື່ອພຣະເຈົ້າ ແລະ ອົດທົນກັບການທົນທຸກໆປະການ! ເຈົ້າຄວນຍອມຮັບເອົາການທົນທຸກເລັກນ້ອຍທີ່ເຈົ້າໄດ້ຮັບໃນປັດຈຸບັນຢ່າງເຕັມໃຈ ແລະ ໝັ້ນໃຈ ແລະ ດຳລົງຊີວິດທີ່ມີຄວາມໝາຍຄືກັນກັບໂຢບ, ຄືກັນກັບເປໂຕ. ໃນໂລກນີ້, ມະນຸດສວມໃສ່ເຄື່ອງນຸ່ງຂອງຜີຮ້າຍ, ກິນອາຫານຈາກຜີຮ້າຍ ແລະ ເຮັດວຽກ ແລະ ຮັບໃຊ້ພາຍໃຕ້ນິ້ວໂປ້ຂອງຜີຮ້າຍ, ຖືກຢຽບຢໍ່າໃນຄວາມສົກກະປົກຂອງມັນຢ່າງສິ້ນເຊີງ. ຖ້າເຈົ້າບໍ່ເຂົ້າໃຈຄວາມໝາຍຂອງຊີວິດ ຫຼື ຮັບເອົາຫົນທາງທີ່ແທ້ຈິງ, ແລ້ວແມ່ນຫຍັງຄືຄວາມໝາຍໃນການດຳລົງຊີວິດແບບນີ້? ພວກເຈົ້າເປັນຄົນທີ່ສະແຫວງຫາເສັ້ນທາງທີ່ຖືກຕ້ອງ, ຄົນທີ່ສະແຫວງຫາການປັບປຸງ. ພວກເຈົ້າເປັນຄົນທີ່ລຸກຂຶ້ນໃນປະເທດຊາດຂອງມັງກອນແດງໃຫຍ່, ຄົນທີ່ພຣະເຈົ້າເອີ້ນວ່າຊອບທຳ. ນັ້ນບໍ່ແມ່ນຊີວິດທີ່ມີຄວາມໝາຍທີ່ສຸດບໍ?

(ຄັດຈາກບົດ “ການປະຕິບັດ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: (XII) ກ່ຽວກັບວິທີການຮັບໃຊ້ພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ

ຕໍ່ໄປ: (XIV) ກ່ຽວກັບວິທີການສະແຫວງຫາການປ່ຽນແປງດ້ານອຸປະນິໄສ ແລະ ຄວາມສົມບູນໂດຍພຣະເຈົ້າ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ

ໃນປັດຈຸບັນ, ເມື່ອພວກເຈົ້າສະແຫວງຫາທີ່ຈະຮັກ ແລະ ຮູ້ຈັກພຣະເຈົ້າ, ໃນດ້ານໜຶ່ງ ພວກເຈົ້າຕ້ອງອົດກັ້ນຕໍ່ຄວາມຍາກລຳບາກ ແລະ ການຫຼໍ່ຫຼອມ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger