(XII) ກ່ຽວກັບວິທີການຮັບໃຊ້ພຣະເຈົ້າ ແລະ ເປັນພະຍານໃຫ້ແກ່ພຣະອົງ

469. ນັບຕັ້ງແຕ່ເລີ້ມຕົ້ນພາລະກິດຂອງພຣະອົງຢູ່ໃນທົ່ວທັງຈັກກະວານ, ພຣະເຈົ້າໄດ້ກຳນົດຊາຕາຫຼາຍຄົນເພື່ອຮັບໃຊ້ພຣະອົງ ລວມທັງຜູ້ຄົນຈາກທຸກຊົນຊັ້ນທຸກສາຂາອາຊີບ. ຈຸດປະສົງຂອງພຣະອົງແມ່ນເພື່ອບັນລຸຜົນຕາມຈຸດປະສົງຂອງພຣະອົງ ແລະ ເພື່ອໃຫ້ແນ່ໃຈວ່າພາລະກິດຂອງພຣະອົງໃນໂລກນີ້ໄດ້ເກີດດອກອອກຜົນຢ່າງໂດຍບໍ່ມີບັນຫາ. ນີ້ແມ່ນຈຸດປະສົງຂອງພຣະເຈົ້າໃນການເລືອກເອົາຜູ້ທີ່ຈະມາຮັບໃຊ້ພຣະອົງ. ທຸກຄົນທີ່ຮັບໃຊ້ພຣະເຈົ້າຕ້ອງເຂົ້າໃຈຈຸດປະສົງນີ້ຂອງພຣະເຈົ້າ. ຜ່ານທາງພາລະກິດນີ້ຂອງພຣະອົງ ຜູ້ຄົນຈະສາມາດເຫັນສະຕິປັນຍາ ແລະ ລິດອຳນາດຂອງພຣະເຈົ້າໄດ້ດີຂຶ້ນ ແລະ ສາມາດເຫັນຫຼັກການຂອງພາລະກິດຂອງພຣະອົງຢູ່ໃນແຜ່ນດິນໂລກ. ພຣະເຈົ້າສະເດັດມາໃນໂລກແທ້ຈິງເພື່ອກະທໍາພາລະກິດຂອງພຣະອົງ, ພົວພັນກັບຜູ້ຄົນ ແລະ ເພື່ອໃຫ້ພວກເຂົາໄດ້ຮູ້ເຖິງການກະທຳຂອງພຣະອົງຢ່າງຊັດເຈນຍິ່ງຂຶ້ນ. ມື້ນີ້, ກຸ່ມຂອງພວກເຈົ້າໂຊກດີທີ່ໄດ້ຮັບໃຊ້ພຣະເຈົ້າແທ້ຈິງ. ນີ້ແມ່ນພອນທີ່ບໍ່ອາດຄຳນວນໄດ້ສຳລັບພວກເຈົ້າ. ຄວາມຈິງແລ້ວ, ພຣະເຈົ້າກໍາລັງຍົກລະດັບເຈົ້າຂຶ້ນ. ໃນການເລືອກເອົາຄົນໃດໜຶ່ງມາຮັບໃຊ້ພຣະອົງ, ພຣະເຈົ້າມີຫຼັກການຂອງພຣະອົງເອງສະເໝີ. ການຮັບໃຊ້ພຣະເຈົ້າບໍ່ໄດ້ເປັນແບບທີ່ຜູ້ຄົນຈິນຕະນາການໃຫ້ມັນເປັນ ນັ້ນກໍຄືເປັນເລື່ອງຂອງການກະຕືລືລົ້ນ. ມື້ນີ້ພວກເຈົ້າເຫັນແລ້ວວ່າ ຜູ້ໃດກໍ່ຕາມທີ່ຮັບໃຊ້ພຣະເຈົ້າໃນຕໍ່ໜ້າພຣະອົງ ແມ່ນເຮັດສິ່ງນັ້ນໂດຍການຊີ້ນຳຂອງພຣະເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ; ພວກເຂົາແມ່ນຜູ້ທີ່ສະແຫວງຫາຄວາມຈິງ. ນີ້ແມ່ນຂໍ້ກຳນົດຂັ້ນຕ່ຳສໍາລັບທຸກຄົນທີ່ຮັບໃຊ້ພຣະເຈົ້າໃນຕ້ອງມີ.

(ຄັດຈາກບົດ “ວິທີທາງບໍລິການທາງສາສະໜາຕ້ອງຖືກຫ້າມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

470. ຄົນທີ່ຮັບໃຊ້ພຣະເຈົ້າຄວນເປັນຄົນທີ່ໃກ້ຊິດກັບພຣະເຈົ້າ, ພວກເຂົາຄວນເປັນຄົນທີ່ພຣະເຈົ້າຮັກແພງ ແລະ ມີຄວາມສາມາດທີ່ຈະຈົງຮັກພັກດີຕໍ່ພຣະເຈົ້າຢ່າງແທ້ຈິງ. ບໍ່ວ່າເຈົ້າຈະເຮັດລັບຫລັງຜູ້ຄົນ ຫຼື ຕໍ່ໜ້າພວກເຂົາກໍຕາມ, ເຈົ້າຈະສາມາດຮັບຄວາມປິຕິຍິນດີຈາກພຣະເຈົ້າຕໍ່ໜ້າພຣະອົງໄດ້, ເຈົ້າຈະສາມາດຢຶດໝັ້ນຕໍ່ພຣະເຈົ້າ ແລະ ບໍ່ວ່າຄົນອື່ນຈະປະຕິບັດຕໍ່ເຈົ້າດ້ວຍວິທີໃດກໍຕາມ ເຈົ້າຈະເດີນຕາມເສັ້ນທາງຂອງເຈົ້າ ແລະ ຮັບປະຕິບັດຕໍ່ພາລະຂອງພຣະເຈົ້າຢ່າງສຸດໃຈ. ນີ້ຄືຄວາມໃກ້ຊິດຕໍ່ພຣະເຈົ້າ ເຊິ່ງຄວາມໃກ້ຊິດນີ້ຈະສາມາດປະຕິບັດຮັບໃຊ້ພຣະອົງໂດຍກົງ ເພາະວ່າ ພວກເຂົາໄດ້ຮັບເອົາຫົວໃຈຂອງພຣະເຈົ້າມາເປັນຫົວໃຈຂອງຕົວເອງໄປແລ້ວ ແລະ ຍອມຮັບເອົາພາລະຂອງພຣະເຈົ້າເໝືອນດັ່ງພາລາຂອງຕົນເອງແລະບໍ່ໄດ້ສົນໃຈວ່າພວກເຂົາຈະໄດ້ຮັບຄວາມຫວັງ ຫຼື ບໍ່ມີຄວາມຫວັງໃດໆກໍຕາມ. ເຖິງແມ່ນວ່າເມື່ອພວກເຂົາຈະບໍ່ມີຄວາມຫວັງແລະ ຈະບໍ່ໄດ້ຮັບຜົນປະໂຫຍດຫຍັງ, ພວກເຂົາກໍຈະເຊື່ອຖືພຣະເຈົ້າດ້ວຍຈິດໃຈທີ່ເຕັມໄປດ້ວຍຄວາມຮັກຢ່າງແທ້ຈິງ. ນີ້ຄືປະເພດຂອງຄົນທີ່ໃກ້ຊິດຂອງພຣະເຈົ້າ. ຄວາມໃກ້ຊິດຂອງພຣະເຈົ້າຄືຄວາມໝັ້ນໃຈ ແລະ ມີພຽງມິດສະຫາຍຂອງພຣະເຈົ້າເທົ່ານັ້ນທີ່ຈະສາມາດແບ່ງປັນຄວາມກະວົນກະວາຍ ແລະ ຄວາມຄິດຂອງພຣະອົງໄດ້ ແລະ ເຖິງແມ່ນວ່າຮ່າງກາຍຂອງພວກເຂົາຈະເຈັບປວດ ແລະອິດເມື່ອຍພຽງໃດກໍ່ຕາມ, ພວກເຂົາກໍ່ຈະສາມາດອົດທົນຕໍ່ຄວາມເຈັບປວດ ແລະ ປັດເປົ່າສິ່ງເຫຼົ່ານັ້ນຖິ້ມໄປ ເພາະພວກເຂົາຮັກໃນສິ່ງທີ່ພຣະເຈົ້າເພິ່ງພໍໃຈ. ພຣະເຈົ້າຈະເອົາພາລະໃຫ້ກັບຜູ້ຄົນເຫຼົ່ານີ້ຫຼາຍຂຶ້ນ ແລະ ສິ່ງທີ່ພຣະເຈົ້າປາຖະໜາຈະເຮັດແມ່ນປາກົດອອກໃນຄຳພະຍານຂອງຜູ້ຄົນດັ່ງກ່າວ. ສະນັ້ນ ຜູ້ຄົນເຫຼົ່ານີ້ຄືຜູ້ຄົນທີ່ພຣະເຈົ້າຮັກ, ພວກເຂົາແມ່ນຄົນຮັບໃຊ້ພຣະເຈົ້າ ຜູ້ທີ່ສະແຫວງຫາຄວາມຮັກຈາກພຣະອົງ ແລະ ມີພຽງຜູ້ຄົນແບບນີ້ເທົ່ານັ້ນທີ່ສາມາດປົກຄອງຮ່ວມກັນກັບພຣະເຈົ້າໄດ້. ເມື່ອເວລາໃດທີ່ເຈົ້າກາຍເປັນຄົນໃກ້ຊິດກັບພຣະເຈົ້າຢ່າງແທ້ຈິງ, ເມື່ອນັ້ນເຈົ້າຈະໄດ້ປົກຄອງຮ່ວມກັບພຣະເຈົ້າ.

(ຄັດຈາກບົດ “ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

471. ບາງຄົນທີ່ຮັບໃຊ້ພຣະເຈົ້າແທ້ໆແມ່ນຄົນທີ່ປະຕິບັດຕາມໃຈຂອງພຣະເຈົ້າ ແລະ ເໝາະສົມໃຫ້ພຣະເຈົ້ານໍາໃຊ້ ແລະ ເປັນຄົນທີ່ສາມາດປະຖິ້ມແນວຄວາມຄິດທາງສາສະໜາຂອງພວກເຂົາ. ຖ້າເຈົ້າຕ້ອງການກິນ ແລະ ດື່ມພຣະທຳຂອງພຣະເຈົ້າໃຫ້ໄດ້ຜົນ, ເຈົ້າຕ້ອງປະຖິ້ມແນວຄວາມຄິດທາງສາສະໜາຂອງເຈົ້າ. ຖ້າເຈົ້າຕ້ອງການຮັບໃຊ້ພຣະເຈົ້າ, ກ່ອນອື່ນເຈົ້າຕ້ອງປະຖິ້ມແນວຄິດທາງສາສະໜານັ້ນກ່ອນ ແລະ ເຊື່ອຟັງພຣະທຳຂອງພຣະເຈົ້າໃນທຸກໆສິ່ງທີ່ເຈົ້າເຮັດ. ນີ້ແມ່ນສິ່ງທີ່ຄົນຮັບໃຊ້ພຣະເຈົ້າຄວນມີ. ຖ້າເຈົ້າປາດສະຈາກຄວາມຮູ້ນີ້ແລ້ວ ໃນເວລາເຈົ້າເລີ່ມຕົ້ນຮັບໃຊ້ພຣະເຈົ້າ, ເຈົ້າກໍຈະສ້າງສິ່ງຂັດຂວາງ, ສິ່ງລົບກວນ ແລະ ຖ້າເຈົ້າຕັ້ງໝັ້ນໃນແນວຄວາມຄິດຂອງເຈົ້າ, ເຈົ້າກໍຈະຖືກພຣະເຈົ້າລົ້ມເຈົ້າລົງຢ່າງບໍ່ສາມາດຫຼີກເວັ້ນໄດ້ ແລະ ເຈົ້າຈະບໍ່ສາມາດລຸກຂຶ້ນໄດ້ອີກ. ຈົ່ງເອົາປັດຈຸບັນເປັນຕົວຢ່າງ. ທຸກໆຖ້ອຍຄຳ ແລະ ພາລະກິດໃນປັດຈຸບັນນີ້ແມ່ນບໍ່ຖືກກັນກັບພຣະຄຳພີ ແລະ ບໍ່ຖືກກັນກັບພາລະກິດທີ່ພຣະເຈົ້າໄດ້ປະຕິບັດກ່ອນໜ້ານີ້ ແລະ ຖ້າເຈົ້າບໍ່ມີຄວາມຕ້ອງການທີ່ຈະເຊື່ອຟັງ ແລ້ວເຈົ້າອາດຈະລົ້ມລົງໄດ້ທຸກເວລາ. ຖ້າເຈົ້າຕ້ອງການຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ, ເຈົ້າຕ້ອງປະຖິ້ມແນວຄວາມຄິດທາງສາສະໜານັ້ນກ່ອນ ແລະ ແກ້ໄຂຄວາມຄິດເຫັນຂອງເຈົ້າເອງໃຫ້ຖືກຕ້ອງ. ຫຼາຍສິ່ງທີ່ກ່າວເຖິງໃນອະນາຄົດຈະບໍ່ຄືກັນກັບສິ່ງທີ່ກ່າວໄວ້ໃນອະດີດ ແລະ ຖ້າເຈົ້າປາດສະຈາກຄວາມໃຝ່ຫາທີ່ຈະເຊື່ອຟັງ ເຈົ້າຈະບໍ່ສາມາດຍ່າງຕາມເສັ້ນທາງທີ່ຢູ່ຂ້າງໜ້າໄດ້. ຖ້າວິທີການປະຕິບັດພາລະກິດໃດໜຶ່ງຂອງພຣະເຈົ້າໄດ້ຝັງເລິກເຂົ້າໃນໃຈເຈົ້າ ແລະ ເຈົ້າບໍ່ຍອມປະຖິ້ມມັນຈັກເທື່ອ, ວິທີການດັ່ງກ່າວກໍຈະກາຍເປັນແນວຄວາມຄິດທາງສາສະໜາຂອງເຈົ້າ. ຖ້າສິ່ງທີ່ພຣະເຈົ້າເປັນ ໄດ້ຝັງເລິກເຂົ້າໃນຕົວເຈົ້າ ແລ້ວເຈົ້າໄດ້ຮັບຄວາມຈິງ ແລະ ຖ້າພຣະທຳ ແລະ ຄວາມຈິງຂອງພຣະເຈົ້າສາມາດກາຍເປັນຊີວິດຂອງເຈົ້າ, ເຈົ້າກໍຈະບໍ່ມີແນວຄວາມຄິດຕ່າງໆນາໆກ່ຽວກັບພຣະເຈົ້າອີກຕໍ່ໄປ. ຜູ້ຄົນທີ່ມີຄວາມຮູ້ຢ່າງແທ້ຈິງກ່ຽວກັບພຣະເຈົ້າຈະບໍ່ມີແນວຄວາມຄິດ ແລະ ຍຶດຕິດກັບທິດສະດີ.

(ຄັດຈາກບົດ “ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

472. ການຮັບໃຊ້ພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ທີ່ບໍ່ຍອມຫັນປ່ຽນຈາກນິໃສທຸດຈະລິດ ບໍ່ສາມາດຮັບໃຊ້ພຣະເຈົ້າໄດ້. ຖ້າຫາກນິໃສຂອງເຈົ້າຍັງບໍ່ໄດ້ຖືກຕັດສິນ ແລະ ລົງໂທດໂດຍພຣະທຳຂອງພຣະເຈົ້າ ນິໃສຂອງເຈົ້າກໍຍັງເປັນຕົວແທນຂອງຊາຕານຢູ່. ສິ່ງນີ້ແມ່ນພຽງພໍທີ່ຈະພິສູດວ່າການຮັບໃຊ້ພຣະເຈົ້າຂອງເຈົ້ານັ້ນແມ່ນອອກມາຈາກຄວາມຕັ້ງໃຈທີ່ດີຂອງຕົວເຈົ້າ. ມັນເປັນການຮັບໃຊ້ທີ່ອອກມາຈາກທາດແທ້ແບບຊາຕານຂອງເຈົ້າ. ເຈົ້າຮັບໃຊ້ພຣະເຈົ້າດ້ວຍບຸກຄະລິກ ທຳມະຊາດຂອງເຈົ້າ ແລະ ດ້ວຍຄວາມມັກສ່ວນຕົວຂອງເຈົ້າ; ນອກຈາກນັ້ນ, ເຈົ້າຍັງຄິດວ່າພຣະເຈົ້າປິຕິຍິນດີໃນສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະ ກຽດຊັງໃນສິ່ງທີ່ເຈົ້າບໍ່ຕ້ອງການຢາກເຮັດ ແລະ ເຈົ້າຖືກຊີ້ນຳທັງໝົດໂດຍຄວາມມັກໃນການກະທໍາຂອງເຈົ້າເອງ. ນີ້ຈະເອີ້ນວ່າເປັນການຮັບໃຊ້ພຣະເຈົ້າໄດ້ບໍ? ໃນທີ່ສຸດ, ທັດສະນະຄະຕິກ່ຽວກັບຊີວິດຂອງເຈົ້າກໍ່ຈະບໍ່ມີການປ່ຽນແປງແມ່ນແຕ່ໜ້ອຍດຽວ, ກົງກັນຂ້າມ, ເຈົ້າຈະດື້ດ້ານຍິ່ງຂຶ້ນກວ່າເກົ່າ ຍ້ອນວ່າເຈົ້າໄດ້ຮັບໃຊ້ພຣະເຈົ້າ ແລະ ນີ້ຈະເຮັດໃຫ້ນິໃສຂອງເຈົ້າເສື່ອມໂຊມຍ່າງໜັກກວ່າເກົ່າ. ດ້ວຍວິທີນີ້, ເຈົ້າຈະສ້າງກົດເກນສ່ວນຕົວກ່ຽວກັບການຮັບໃຊ້ພຣະເຈົ້າໂດຍອີງໃສ່ບຸກຄະລິກຂອງເຈົ້າເອງເປັນຫຼັກ ແລະ ອີງຕາມປະສົບການທີ່ໄດ້ຮັບຈາກການຮັບໃຊ້ຕາມທັດສະນະຄະຕິຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນປະສົບການ ແລະ ບົດຮຽນຂອງມະນຸດ. ມັນແມ່ນປັດຊະຍາຂອງການດໍາລົງຢູ່ໃນແຜ່ນດິນໂລກຂອງມະນຸດ. ຜູ້ຄົນເຫຼົ່ານີ້ພວກນີ້ຕົກຢູ່ໃນກຸ່ມພວກຟາຣີຊາຍ ແລະ ເຈົ້າໜ້າທີ່ທາງສາສະໜາ. ຖ້າຫາກພວກເຂົາບໍ່ເຄີຍຕື່ນຕົວ ແລະ ກັບໃຈ, ໃນທີ່ສຸດ ພວກເຂົາກໍ່ຈະຫັນໄປຫາພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດຢ່າງແນ່ນອນ ຜູ້ທີ່ຫຼອກລວງຄົນໃນຍຸກສຸດທ້າຍ. ພຣະຄຣິດທຽມ ແລະ ຜູ້ຕໍ່ຕ້ານພຣະຄຣິດທີ່ຖືກກ່າວເຖິງຈະປາກົດຂຶ້ນຈາກທ່າມກາງຜູ້ຄົນດັ່ງກ່າວ. ຖ້າຜູ້ທີ່ຮັບໃຊ້ພຣະເຈົ້າເຮັດຕາມນິໄສຂອງພວກເຂົາ ແລະ ກະທໍາຕາມຄວາມປະສົງສ່ວນຕົວຂອງພວກເຂົາແລ້ວ, ພວກເຂົາແມ່ນຕົກຢູ່ໃນອັນຕະລາຍທີ່ຈະຖືກຂັບໄລ່ອອກທຸກເວລາ. ຜູ້ທີ່ໃຊ້ປະສົບການຫຼາຍປີໃນການຮັບໃຊ້ພຣະເຈົ້າເພື່ອຊະນະໃຈຄົນອື່ນ, ສັ່ງສອນພວກເຂົາ ແລະ ເປັນເຈົ້ານາຍຢຸ່ເໜືອພວກເຂົາ; ຢືນຢູ່ທີ່ສູງສົ່ງ ແລະ ເປັນຜູ້ທີ່ບໍ່ເຄີຍກັບໃຈ, ບໍ່ເຄີຍສາລະພາບບາບຂອງພວກເຂົາ ແລະ ບໍ່ເຄີຍປ່ອຍວາງຜົນປະໂຫຍດຈາກຕຳແໜ່ງ ເຊິ່ງຜູ້ຄົນເຫຼົ່ານີ້ຈະລົ້ມລົງຕໍ່ໜ້າພຣະເຈົ້າ. ພວກເຂົາເປັນບຸກຄົນປະເພດດຽວກັບໂປໂລ ທີ່ອວດອ້າງຄວາມເປັນອາວຸໂສຂອງພວກເຂົາ ແລະ ໂອ້ອວດຄຸນວຸດທິຂອງພວກເຂົາ. ພຣະເຈົ້າຈະບໍ່ນໍາເອົາຄົນປະເພດນີ້ໄປສູ່ຄວາມສົມບຸນ. ການຮັບໃຊ້ແບບນີ້ລົບກວນພາລະກິດຂອງພຣະເຈົ້າ. ຜູ້ຄົນມັກຢຶດຕິດກັບສິ່ງເກົ່າ. ພວກເຂົາຍຶດຕິດກັບແນວຄວາມຄິດໃນອະດີດ, ຍຶດຕິດກັບສິ່ງຕ່າງໆຈາກອະດີດ. ນີ້ແມ່ນອຸປະສັກອັນໃຫຍ່ຫຼວງຕໍ່ການຮັບໃຊ້ຂອງພວກເຂົາ. ຖ້າເຈົ້າບໍ່ສາມາດປະຖິ້ມພວກມັນ, ສິ່ງເຫຼົ່ານີ້ຈະບີບຮັດເຈົ້າຕະຫຼອດຊີວິດ. ພຣະເຈົ້າຈະບໍ່ຍົກຍໍເຈົ້າແມ່ນແຕ່ໜ້ອຍດຽວ ບໍ່ວ່າເຈົ້າຈະຫັກຂາແລ່ນ ຫຼື ຫັກຫຼັງເຈົ້າໂດຍໃຊ້ແຮງງານໜັກກໍ່ຕາມ, ບໍ່ວ່າເຈົ້າຈະຖືກຂ້າໃນການຮັບໃຊ້ພຣະເຈົ້າກໍຕາມ. ກົງກັນຂ້າມ, ພຣະອົງຈະບອກວ່າເຈົ້າເປັນຄົນຊົ່ວຊ້າ.

ມາຮອດວັນນີ້, ພຣະເຈົ້າຈະເຮັດໃຫ້ຜູ້ທີ່ບໍ່ມີຄວາມເຊື່ອທາງສາສະໜາເປັນຜູ້ທີ່ສົມບຸນແບບ, ຜູ້ທີ່ພ້ອມຈະປ່ອຍວາງຄວາມເປັນຕົວຕົນເກົ່າຂອງພວກເຂົາ ແລະ ຜູ້ທີ່ເຊື່ອຟັງພຣະເຈົ້າດ້ວຍຈີດໃຈທີ່ ສັດຊື່ ແລະ ພຣະອົງຈະເຮັດໃຫ້ຜູ້ທີ່ປາຖະໜາພຣະທຳຂອງພຣະອົງເປັນຜູ້ທີ່ສົມບູນແບບ. ຜູ້ຄົນເຫຼົ່ານີ້ຄວນລຸກຂຶ້ນ ແລະ ຮັບໃຊ້ພຣະເຈົ້າ. ໃນພຣະເຈົ້າມີຄວາມອຸດົມສົມບູນທີ່ບໍ່ມີວັນສິ້ນສຸດ ແລະ ສະຕິປັນຍາທີ່ບໍ່ມີຂອບເຂດ. ພາລະກິດທີ່ໜ້າອັດສະຈັນໃຈ ແລະ ພຣະທຳທຳທີ່ລ້ຳຄ່າຂອງພຣະອົງກຳລັງລໍຖ້າຜູ້ຄົນຈຳນວນຫຼາຍໄດ້ຊື່ນຊົມ. ດັ່ງທີ່ເປັນຢູ່ໃນປັດຈຸບັນ, ຜູ້ທີ່ມີຄວາມເຊື່ອທາງສາສະໜາ, ຜູ້ທີ່ມີຖານະອາວຸໂສ ແລະ ຜູ້ທີ່ບໍ່ສາມາດປ່ອຍວາງໄດ້ ເຫັນວ່າເປັນການຍາກທີ່ຈະຍອມຮັບເອົາສິ່ງໃໝ່ໆເຫຼົ່ານີ້. ບໍ່ມີທາງທີ່ພຣະວິນຍານບໍລິສຸດຈະເຮັດໃຫ້ຜຸ້ຄົນເຫຼົ່ານີ້ສົມບູນແບບໄດ້. ຖ້າຫາກວ່າບຸກຄົນນັ້ນບໍ່ຕັ້ງໃຈເຊື່ອຟັງ ແລະ ບໍ່ສະແຫວງຫາ ພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາຈະບໍ່ສາມາດຮັບສິ່ງໃໝ່ໆເຫຼົ່ານີ້ໄດ້. ພວກເຂົາຈະກາຍເປັນຄົນຕໍ່ຕ້ານຫຼາຍຂຶ້ນ, ເລ້ຫຼ່ຽມຫຼາຍຂຶ້ນ ແລະ ຈົບລົງໃນເສັ້ນທາງທີ່ຜິດ. ໃນການເຮັດພາລະກິດຂອງພຣະອົງໃນປັດຈຸບັນນີ້ ພຣະເຈົ້າຈະຍົກລະດັບຜູ້ທີ່ຮັກພຣະອົງດ້ວຍໃຈຈິງ ແລະ ຜູ້ທີ່ຍອມຮັບແສງສະຫວ່າງໃໝ່. ພຣະອົງຈະຕັດສາວົກສາສະໜາຜູ້ທີ່ອ້າງວ່າວ່າເປັນຜູ້ອາວຸໂສອອກທັງໝົດ. ຜູ້ທີ່ດື້ດ້ານຕໍ່ຕ້ານການປ່ຽນແປງ ພຣະອົງບໍ່ຕ້ອງການພວກເຂົາແມ່ນແຕ່ຄົນດຽວ. ເຈົ້າຢາກເປັນໜຶ່ງໃນບຸກຄົນເຫຼົ່ານີ້ບໍ? ເຈົ້າໃຫ້ການຮັບໃຊ້ໂດຍອີງໃສ່ຄວາມມັກສ່ວນຕົວຂອງເຈົ້າບໍ ຫຼື ເຈົ້າເຮັດໃນສິ່ງທີ່ພຣະເຈົ້າຮຽກຮ້ອງບໍ? ນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ດ້ວຍຕົວຂອງເຈົ້າເອງ. ເຈົ້າເປັນໜຶ່ງໃນສາວົກສາສະໜາເຫຼົ່ານີ້ບໍ ຫຼື ເຈົ້າແມ່ນເດັກເກີດໃໝ່ທີ່ຖືກເຮັດໃຫ້ບໍລິສຸດດ້ວຍພຣະເຈົ້າບໍ? ການຮັບໃຊ້ຂອງເຈົ້າໄດ້ຖືກຍົກຍ້ອງໂດຍພຣະວິນຍານບໍລິສຸດຫຼາຍປານໃດ? ໃນນັ້ນມີຫຼາຍປານໃດທີ່ພຣະເຈົ້າຈະບໍ່ສົນໃຈລຳລຶກເຖິງ? ຫຼັງຈາກຫຼາຍປີໃນການຮັບໃຊ້, ຊີວິດຂອງເຈົ້າໄດ້ປ່ຽນໄປຫຼາຍປານໃດ? ເຈົ້າຈະແຈ້ງກ່ຽວກັບສິ່ງທັງໝົດເຫຼົ່ານີ້ແລ້ວບໍ? ຖ້າເຈົ້າມີຄວາມເຊື່ອທີ່ແທ້ຈິງ, ເຈົ້າຈະປະຖິ້ມແນວຄວາມຄິດທາງດ້ານສາສະໜາແບບເກົ່າຂອງເຈົ້າໃນເມື່ອກ່ອນ ແລະ ຮັບໃຊ້ພຣະເຈົ້າໃນເສັ້ນທາງໃໝ່ດີຂຶ້ນ. ມັນຍັງບໍ່ຊ້າເກີນໄປທີ່ຈະລຸກຂຶ້ນຕອນນີ້. ຄວາມຄິດທາງສາສະໜາແບບເກົ່າຈະບີບບັງຄັບຊີວິດຂອງຜູ້ຄົນ. ປະສົບການທີ່ຜູ້ຄົນໄດ້ຮັບຈະນຳພວກເຂົາອອກຫ່າງຈາກພຣະເຈົ້າ ເພື່ອເຮັດສິ່ງຕ່າງໆຕາມວິທີທາງຂອງພວກເຂົາ. ຖ້າເຈົ້າບໍ່ປ່ອຍວາງສິ່ງເຫຼົ່ານີ້, ມັນຈະກາຍເປັນສິ່ງກີດຂວາງການຈະເລີນເຕີບໂຕໃນຊີວິດຂອງເຈົ້າ. ພຣະເຈົ້າໄດ້ເຮັດໃຫ້ຄົນທີ່ຮັບໃຊ້ພຣະອົງສົມບູນແບບຢູ່ສະເໝີ. ພຣະອົງບໍ່ໄດ້ຂັບໄລ່ພວກເຂົາອອກຢ່າງງ່າຍດາຍ. ຖ້າເຈົ້າຍອມຮັບການຕັດສິນ ແລະ ການລົງໂທດຂອງພຣະທຳຂອງພຣະເຈົ້າຢ່າງຈິງໃຈ. ຖ້າເຈົ້າຍອມປະຖິ້ມແນວທາງປະຕິບັດ ແລະ ກົດທາງສາສະໜາເກົ່າຂອງເຈົ້າ ແລະ ຢຸດຕິໃຊ້ຄວາມເຊື່ອທາງສາສະໜາແບບເກົ່າເປັນເຄື່ອງວັດແທກພຣະທຳຂອງພຣະເຈົ້າໃນວັນນີ້, ພຽງເມື່ອນັ້ນເຈົ້າກໍ່ຈະມີອະນາຄົດໃໝ່. ແຕ່ວ່າຖ້າເຈົ້າຍຶດຕິດກັບສິ່ງເກົ່າ, ຖ້າເຈົ້າຍັງຄົງຮັກສາສິ່ງເຫຼົ່ານີ້ໄວ້ ກໍ່ບໍ່ມີທາງທີ່ເຈົ້າຈະສາດມາດຖືກຊ່ວຍໃຫ້ລອດໄດ້. ພຣະເຈົ້າບໍ່ສົນໃຈຄົນເຊັ່ນນັ້ນ. ຖ້າເຈົ້າຢາກເປັນຜູ້ທີ່ສົມບູນແບບ ເຈົ້າຕ້ອງຕັ້ງໃຈຍອມປະຖິ້ມທຸກສິ່ງຈາກເມືອກ່ອນທັງໝົດ. ເຖິງແມ່ນວ່າສິ່ງທີ່ໄດ້ເຮັດໃນເມື່ອກ່ອນ ນັ້ນເປັນສິ່ງທີ່ຖືກຕ້ອງ, ເຖິງແມ່ນວ່າມັນເປັນພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງສາມາດປະຖິ້ມມັນໄດ້ ແລະ ຢຸດຍຶດຕິດກັບມັນ. ເຖິງແມ່ນວ່າມັນເປັນພາລະກິດຂອງພຣະວິນຍານບໍລິສຸດທີ່ເຫັນໄດ້ຢ່າງຊັດເຈນ ແລະ ສຳເລັດໂດຍກົງໂດຍພຣະວິນຍານບໍລິສຸດກໍຕາມ ມື້ນີ້ເຈົ້າຕ້ອງປະຖິ້ມມັນ. ເຈົ້າຕ້ອງບໍ່ຍຶດຕິດກັບມັນ. ນີ້ແມ່ນສິ່ງທີ່ພຣະເຈົ້າຕ້ອງການ. ທຸກສິ່ງຢ່າງຕ້ອງຖືກຟື້ນຟູຄືນໃໝ່. ໃນພາລະກິດ ແລະ ໃນພຣະທຳຂອງພຣະເຈົ້າ, ພຣະອົງບໍ່ໄດ້ອ້າງອີງເຖິງສິ່ງເກົ່າທີ່ຜ່ານມາ ແລະ ບໍ່ໄດ້ຂຸດຄົ້ນເຖິງປະຫວັດສາດ. ພຣະເຈົ້າແມ່ນເຮັດໃນສິ່ງໃໝ່ສະເໝີ ແລະ ບໍ່ເຄີຍຍຶດຕິດກັບສິ່ງເກົ່າ. ພຣະອົງບໍ່ໄດ້ຢຶດຕິດແມ່ນແຕ່ກັບພຣະທຳຂອງພຣະອົງເອງຈາກອະດີດ; ຈາກສິ່ງນີ້ຈະເຫັນໄດ້ຊັດເຈນແລ້ວວ່າ ພຣະເຈົ້າບໍ່ໄດ້ປະຕິບັດຕາມກົດເກນໃດໆ. ໃນກໍລະນີນີ້ ແລະ ໃນນາມເປັນມະນຸດ, ຖ້າເຈົ້າຍຶດຕິດຢູ່ກັບສິ່ງເກົ່າໃນອະດີດຢູ່ສະເໝີ, ປະຕິເສດທີ່ຈະປ່ອຍວາງ ແລະ ນຳໃຊ້ມັນເຂົ້າໃນການປະຕິບັດໃນຮູບແບບທໍານຽມຢ່າງເຂັ້ມງວດ, ໃນຂະນະທີ່ພຣະເຈົ້າບໍ່ໄດ້ເຮັດພາລະກິດໃນທາງທີ່ພຣະອົງເຄີຍເຮັດມາກ່ອນ, ແລ້ວຄຳເວົ້າ ແລະ ການກະທຳຂອງເຈົ້າບໍ່ແມ່ນເປັນການຕໍ່ຕ້ານບໍ? ເຈົ້າບໍ່ໄດ້ກາຍເປັນສັດຕູຂອງພຣະເຈົ້າແລ້ວບໍ? ເຈົ້າເຕັມໃຈປ່ອຍໃຫ້ໝົດທັງຊີວິດຂອງເຈົ້າຕົກຢູ່ໃນຄວາມຫາຍະນະ ແລະ ພິນາດໄປກັບສິ່ງເກົ່າເຫຼົ່ານີ້ບໍ? ສິ່ງເກົ່າເຫຼົ່ານີ້ຈະເຮັດໃຫ້ເຈົ້າກາຍເປັນຜູ້ທີ່ຂັດຂວາງພາລະກິດຂອງພຣະເຈົ້າ. ເຈົ້າຢາກເປັນຄົນປະເພດນັ້ນບໍ? ຖ້າເຈົ້າບໍ່ຕ້ອງການເປັນແບບນັ້ນແທ້, ຈົ່ງຢຸດຕິໃນສິ່ງທີ່ເຈົ້າກໍາລັງເຮັດຢູ່ໂດຍໄວ ແລະ ຫັນກັບມາ ເລິ້ມຕົ້ນທຸກສິ່ງທຸກຢ່າງໃໝ່. ພຣະເຈົ້າບໍ່ໄດ້ຈົດຈຳການຮັບໃຊ້ໃນອະດີດຂອງເຈົ້າ.

(ຄັດຈາກບົດ “ວິທີທາງບໍລິການທາງສາສະໜາຕ້ອງຖືກຫ້າມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

473. ທຸກຄົນທີ່ປົງໃຈແລ້ວກໍສາມາດຮັບໃຊ້ພຣະເຈົ້າໄດ້ ແຕ່ຕ້ອງແມ່ນຜູ້ຄົນທີ່ເອົາໃຈໃສ່ຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເທົ່ານັ້ນທີ່ຈະມີຄຸນສົມບັດ ແລະ ມີສິດທີ່ຈະຮັບໃຊ້ພຣະເຈົ້າໄດ້. ອີງຕາມການປະພຶດຂອງພວກເຈົ້າ, ສາມາດສັງເກດເຫັນໄດ້ວ່າຍັງມີຫຼາຍຄົນທີ່ເຊື່ອວ່າການຮັບໃຊ້ພຣະເຈົ້າ ແມ່ນໝາຍເຖິງການຕັ້ງໃຈເຜີຍແຜ່ຂ່າວປະເສີດຂອງພຣະເຈົ້າ, ໝາຍເຖິງການອອກເດີນທາງ, ການໃຊ້ຈ່າຍ ແລະ ການເສຍສະລະເພື່ອພຣະເຈົ້າແລະອື່ນໆ. ຮ້າຍແຮງໄປກວ່ານັ້ນຜູ້ຄົນທີ່ເຊື່ອສາສະໜາຫຼາຍຄົນເຊື່ອວ່າການຮັບໃຊ້ພຣະເຈົ້າໝາຍເຖິງມືຖືພຣະຄໍາພີ, ແລ່ນໄປແລ່ນມາເຮັດເປັນເຜີຍແຜ່ຂ່າວປະເສີດຂອງອານາຈັກແຫ່ງສະຫວັນແລະ ທໍາທ່າຊ່ວຍເຫຼືອຜູ້ຄົນໃຫ້ລອດພົ້ນ ໂດຍບັງຄັບໃຫ້ພວກເຂົາກັບໃຈ ແລະ ສາລະພາບຜິດ. ນອກຈາກນັ້ນຍັງມີສາວົກສາສະໜາຫຼາຍຄົນທີ່ຄິດວ່າ ການຮັບໃຊ້ພຣະເຈົ້າຄືການສອນສາສະໜາໃນໂບດ, ຫລັງຈາກໄດ້ຮຽນຈົບຈາກວິທະຍາໄລສາສະໜາ, ພາກັນສອນຜູ້ຄົນໂດຍອ່ານບົດຕ່າງໆໃນພຣະຄໍາພີ. ຍັງມີອ້າຍເອື້ອຍນ້ອງຫຼາຍຄົນ ຜູ້ທີ່ເປັນສະມາສິກຄຣິສະຕັກຈັກເຊື່ອວ່າການຮັບໃຊ້ພຣະເຈົ້າແມ່ນໝາຍເຖິງການບໍ່ເຄີຍແຕ່ງງານ ຫຼື ສ້າງຄອບຄົວ ແລະ ອຸທິດຊີວິດຂອງຕົວເອງທັງໝົດຕໍ່ພຣະເຈົ້າ. ນອກຈາກນີ້ກໍຍັງມີຜູ້ຄົນທີ່ຢູ່ເຂດທຸກຍາກທີ່ເຊື່ອວ່າ ການຮັບໃຊ້ພຣະເຈົ້າແມ່ນໝາຍເຖິງການປິ່ນປົວຄົນເຈັບປ່ວຍ ແລະ ຂັບໄລ່ພວກຜີສາດທັງຫຼາຍ ຫຼື ອະທິຖານ ແລະ ຮັບໃຊ້ອ້າຍເອື້ອຍນ້ອງຂອງຕົນ. ລະຫວ່າງພວກເຈົ້າຍັງມີຫຼາຍຄົນທີ່ເຊື່ອວ່າ ການຮັບໃຊ້ພຣະເຈົ້າແມ່ນໝາຍເຖິງການກິນ ແລະ ການດື່ມພຣະທໍາຂອງພຣະເຈົ້າ ແລະ ອະທິຖານເຖິງພຣະເຈົ້າທຸກມື້ແລະໄປໂບດຢູ່ທຸກແຫ່ງທຸກບ່ອນ. ນອກນີ້ກໍຍັງມີຜູ້ຄົນເວົ້າວ່າ ການດໍາລົງຊີວິດຢູ່ກັບໂບດຄືການຮັບໃຊ້ພຣະເຈົ້າ. ແຕ່ມີໜ້ອຍຄົນທີ່ສຸດທີ່ຈະຮູ້ຄວາມໝາຍຂອງການຮັບໃຊ້ພຣະເຈົ້າຢ່າງແທ້ຈິງ. ເຖິງແມ່ນວ່າຈະມີຜູ້ຄົນທີ່ສາມາດຮັບໃຊ້ພຣະເຈົ້າຢ່າງຫຼວງຫຼາຍປານວ່າດາວໃນທ້ອງຟ້າ, ແຕ່ໃນຈໍານວນຜູ້ຄົນເຫຼົ່ານັ້ນທີ່ສາມາດຮັບໃຊ້ພຣະເຈົ້າໂດຍກົງ ແລະ ຜູ້ທີ່ສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້ານັ້ນແມ່ນມີໜ້ອຍຫຼາຍ, ໜ້ອຍທີ່ສຸດ. ເປັນຫຍັງເຮົາຈຶ່ງເວົ້າໃນສິ່ງນີ້? ເຮົາເວົ້າແບບນີ້ກໍເພາະວ່າພວກເຈົ້າບໍ່ເຂົ້າໃຈຂໍ້ຄວາມປະໂຫຍກທີ່ວ່າ “ການຮັບໃຊ້ພຣະເຈົ້າ” ເລີຍ ແລະ ພວກເຈົ້າເຂົ້າໃຈວິທີການຮັບໃຊ້ພຣະເຈົ້າພຽງເລັກນ້ອຍເທົ່ານັ້ນ. ມີຄວາມຈຳເປັນອັນຮີບດ່ວນເພື່ອໃຫ້ຜູ້ຄົນເຂົ້າໃຈວ່າການຮັບໃຊ້ພຣະເຈົ້າປະເພດໃດແທ້ໆທີ່ສາມາດສອດຄ່ອງກັບຄວາມປະສົງຂອງພຣະອົງໄດ້.

ຖ້າພວກເຈົ້າປາຖະໜາຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ, ທໍາອິດພວກເຈົ້າຕ້ອງເຂົ້າໃຈວ່າຄົນປະເພດໃດທີ່ພຣະເຈົ້າຮັກ, ຄົນປະເພດໃດທີ່ພຣະເຈົ້າບໍ່ພໍໃຈ, ຄົນປະເພດໃດທີ່ພຣະເຈົ້າຈະເຮັດໃຫ້ສົມບູນແບບ ແລະ ຄົນປະເພດໃດທີ່ມີຄຸນວຸດທິທີ່ຈະຮັບໃຊ້ພຣະເຈົ້າ. ຢ່າງນ້ອຍນີ້ຄືສິ່ງທີ່ພວກເຈົ້າຄວນມີ. ນອກຈາກນີ້, ພວກເຈົ້າຄວນຮູ້ຈັກເປົ້າໝາຍພາລະກິດຂອງພຣະເຈົ້າ ແລະ ວຽກງານທີ່ພຣະເຈົ້າຕ້ອງກະທໍາໃນທີ່ນີ້ ແລະ ປັດຈຸບັນນີ້. ຫລັງຈາກເຂົ້າໃຈໃນສິ່ງນີ້ ແລະ ຜ່ານການຊີ້ນໍາຈາກພຣະທໍາຂອງພຣະເຈົ້າ, ພວກເຈົ້າກໍຈະເປັນຄົນທໍາອິດທີ່ຈະເຂົ້າເຖິງ ແລະ ຮັບເອົາຄໍາສັ່ງຂອງພຣະເຈົ້າ. ເມື່ອພວກເຈົ້າມີປະສົບການຕົວຈິງທີ່ສອດຄ່ອງກັບພຣະທໍາຂອງພຣະເຈົ້າ ແລະເມື່ອພວກເຈົ້າເຂົ້າໃຈພາລະກິດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍຈະມີຄຸນວຸດທິທີ່ຈະຮັບໃຊ້ພຣະເຈົ້າໄດ້. ຫລັງຈາກ ເວລາພວກເຈົ້າໄດ້ຮັບໃຊ້ພຣະເຈົ້າ, ພຣະອົງກໍຈະໃຫ້ແສງສະຫວ່າງແກ່ວິນຍານຕາຂອງພວກເຈົ້າ, ເຮັດໃຫ້ພວກເຈົ້າມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ເບິ່ງເຫັນພາລະກິດຂອງພຣະອົງຢ່າງຈະແຈ້ງ. ເມື່ອເຈົ້າເຂົ້າເຖິງຄວາມເປັນຈິງດັ່ງກ່າວນີ້, ປະສົບການຂອງເຈົ້າກໍຈະເລິກເຊິ່ງ ແລະ ເປັນຈິງຫຼາຍຂຶ້ນ. ພວກເຈົ້າທຸກຄົນທີ່ມີປະສົບການດັ່ງກ່າວກໍຈະສາມາດຍ່າງໃນ ທ່າມກາງຄຣິສະຕະຈັກ ແລະ ຊ່ວຍອ້າຍເອື້ອຍນ້ອງຂອງພວກເຈົ້າແຕ່ລະຄົນ ດຶງເອົາຄວາມເຂັ້ມແຂງເຊິງກັນແລະກັນ ເພື່ອທົດແທນຄວາມບົກພ່ອງຂອງຕົນເອງ ແລະ ຮັບເອົາຄັງຄວາມຮູ້ໃນຈິດວິນຍານຂອງພວກເຈົ້າເພິ້ມຂຶ້ນ. ຫລັງຈາກໄດ້ບັນລຸຜົນດັ່ງກ່າວນີ້ແລ້ວ ພວກເຈົ້າຈະສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ ແລະ ພຣະເຈົ້າກໍຈະໃຫ້ແສງສະຫວ່າງໃນລະຫວ່າງການຮັບໃຊ້ຂອງພວກເຈົ້າ.

(ຄັດຈາກບົດ “ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

474. ຄົນທີ່ສາມາດນໍາພາຄຣິດສະຕະຈັກ, ສະໜອງຊີວິດໃຫ້ກັບຜູ້ຄົນ ແລະ ເປັນອັກຄະສາວົກໃຫ້ກັບຜູ້ຄົນ ຕ້ອງມີປະສົບການທີ່ແທ້ຈິງ; ພວກເຂົາຕ້ອງມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບສິ່ງຕ່າງໆໃນຝ່າຍວິນຍານ ແລະ ການເຂົ້າໃຈທີ່ຖືກຕ້ອງ ແລະ ປະສົບການແຫ່ງຄວາມຈິງ. ມີພຽງແຕ່ຄົນປະເພດດັ່ງກ່າວນີ້ເທົ່ານັ້ນຈຶ່ງມີຄຸນສົມບັດໃນການເປັນຄົນປະຕິບັດພາລະກິດ ຫຼື ອັກຄະສາວົກທີ່ນໍາພາຄຣິດສະຕະຈັກ. ຖ້າບໍ່ດັ່ງນັ້ນ ພວກເຂົາພຽງແຕ່ສາມາດຕິດຕາມໃນຖານະຄົນທີ່ຕ້ອຍຕໍ່າສຸດ ແລະ ບໍ່ສາມາດນໍາພາໄດ້, ແຮງໄກທີ່ຈະເປັນອັກຄະສາວົກທີ່ສາມາດສະໜອງຊີວິດໃຫ້ກັບຜູ້ຄົນເລີຍ. ນີ້ກໍຍ້ອນວ່າ ໜ້າທີ່ຂອງອັກຄະສາວົກບໍ່ແມ່ນການແລ່ນໜີ ຫຼື ການຕໍ່ສູ້; ມັນແມ່ນເພື່ອປະຕິບັດພາລະກິດແຫ່ງລ້ຽງດູຊີວິດ ແລະ ນໍາພາຄົນອື່ນໃຫ້ປ່ຽນແປງອຸປະນິໄສຂອງພວກເຂົາ. ຄົນທີ່ປະຕິບັດໜ້າທີ່ນີ້ແມ່ນຖືກຝາກຝັງໃຫ້ແບກຮັບໜ້າທີ່ຮັບຜິດຊອບທີ່ໜັກໜ່ວງ, ຄວາມຮັບຜິດຊອບທີ່ບໍ່ແມ່ນຜູ້ໃດກໍຕາມຈະສາມາດແບກໄດ້. ພາລະກິດປະເພດນີ້ພຽງແຕ່ສາມາດປະຕິບັດໄດ້ໂດຍຄົນທີ່ການເປັນຢູ່ໃນຊີວິດ ນັ້ນກໍຄື ຄົນທີ່ມີປະສົບການແຫ່ງຄວາມຈິງ. ມັນບໍ່ສາມາດຖືກປະຕິບັດໂດຍຜູ້ໃດກໍຕາມທີ່ສາມາດຍອມຈໍານົນໄດ້, ສາມາດແລ່ນໜີ ຫຼື ເຕັມໃຈທີ່ຈະເສຍສະຫຼະຕົນເອງ; ຄົນທີ່ບໍ່ມີປະສົບການແຫ່ງຄວາມຈິງ, ຄົນທີ່ບໍ່ໄດ້ຖືກລິຮານ ຫຼື ພິພາກສາ ບໍ່ສາມາດປະຕິບັດພາລະກິດປະເພດນີ້ໄດ້. ຄົນທີ່ບໍ່ມີປະສົບການ, ຄົນທີ່ປາສະຈາກຄວາມເປັນຈິງ ແມ່ນບໍ່ສາມາດເຫັນຄວາມເປັນຈິງຢ່າງຊັດເຈນ ຍ້ອນພວກເຂົາເອງບໍ່ມີການເປັນຢູ່ປະເພດນີ້. ດັ່ງນັ້ນ ຄົນປະເພດນີ້ບໍ່ພຽງແຕ່ບໍ່ສາມາດປະຕິບັດພາລະກິດແຫ່ງການເປັນຜູ້ນໍາໄດ້, ແຕ່ຖ້າພວກເຂົາຍັງຄົງບໍ່ມີຄວາມຈິງເປັນເວລາດົນນານ ພວກເຂົາຈະເປັນເປົ້າໝາຍຂອງການກຳຈັດ.

(ຄັດຈາກບົດ “ພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

475. ເມື່ອເວົ້າເຖິງພາລະກິດ, ມະນຸດເຊື່ອວ່າພາລະກິດແມ່ນຕ້ອງແລ່ນໄປມາເພື່ອພຣະເຈົ້າ, ເທດສະໜາໃນທຸກບ່ອນ ແລະ ໃຊ້ເວລາເພື່ອຜົນປະໂຫຍດຂອງພຣະອົງ. ເຖິງແມ່ນຄວາມເຊື່ອນີ້ຖືກຕ້ອງ, ມັນກໍເປັນພຽງດ້ານດຽວ; ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດບໍ່ແມ່ນການເດີນທາງໄປໆມາໆເພື່ອພຣະອົງເທົ່ານັ້ນ; ນອກເໜືອຈາກນີ້, ພາລະກິດນີ້ແມ່ນກ່ຽວຂ້ອງກັບພັນທະກິດ ແລະ ການຕອບສະໜອງພາຍໃນຈິດວິນຍານ. ອ້າຍເອື້ອຍນ້ອງຫຼາຍຄົນບໍ່ເຄີຍຄິດເຖິງການປະຕິບັດພາລະກິດເພື່ອພຣະເຈົ້າ ແມ່ນແຕ່ຫຼັງຈາກມີປະສົບການຫຼາຍປີ, ຍ້ອນວ່າ ພາລະກິດທີ່ມະນຸດຄິດຂຶ້ນແມ່ນບໍ່ສອດຄ່ອງກັບສິ່ງທີ່ພຣະເຈົ້າຮຽກຮ້ອງ. ສະນັ້ນ ມະນຸດຈຶ່ງບໍ່ສົນໃຈສິ່ງໃດໃນເລື່ອງພາລະກິດ ແລະ ນີ້ກໍຄືເຫດຜົນຢ່າງແທ້ຈິງທີ່ວ່າ ເປັນຫຍັງທາງເຂົ້າຂອງມະນຸດຈຶ່ງຍັງຢູ່ໃນດ້ານດຽວມາຕະຫຼອດ. ພວກເຈົ້າທຸກຄົນຄວນເລີ່ມຕົ້ນເຂົ້າສູ່ໂດຍການປະຕິບັດພາລະກິດເພື່ອພຣະເຈົ້າ ເພື່ອວ່າ ພວກເຈົ້າຈະມີປະສົບການທີ່ດີຂຶ້ນໃນທຸກດ້ານ. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່. ພາລະກິດບໍ່ໄດ້ໝາຍເຖິງການແລ່ນໄປມາເພື່ອພຣະເຈົ້າ; ແຕ່ມັນໝາຍຄວາມວ່າ ຊີວິດຂອງມະນຸດ ແລະ ສິ່ງທີ່ມະນຸດດຳລົງຊີວິດຕາມແມ່ນເພື່ອມອບຄວາມສຸກໃຫ້ແກ່ພຣະເຈົ້າ ຫຼື ບໍ່. ພາລະກິດໝາຍເຖິງການທີ່ມະນຸດໃຊ້ຄວາມຊື່ສັດທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະເຈົ້າເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຄອຍຮັບໃຊ້ມະນຸດ. ນີ້ແມ່ນຄວາມຮັບຜິດຊອບຂອງມະນຸດ ແລະ ນີ້ແມ່ນສິ່ງທີ່ມະນຸດຄວນເຂົ້າໃຈ. ເວົ້າອີກແບບໜຶ່ງກໍຄື ທາງເຂົ້າຂອງພວກເຈົ້າແມ່ນພາລະກິດຂອງພວກເຈົ້າ ແລະ ພວກເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ລະຫວ່າງເສັ້ນທາງການປະຕິບັດພາລະກິດເພື່ອພຣະເຈົ້າ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຮູ້ຈັກວິທີການກິນ ແລະ ດື່ມພຣະທຳຂອງພຣະອົງເທົ່ານັ້ນ; ທີ່ສຳຄັນໄປກວ່ານັ້ນກໍຄື ພວກເຈົ້າຕ້ອງຮູ້ວິທີການເປັນພະຍານກ່ຽວກັບພຣະເຈົ້າ, ສາມາດຮັບໃຊ້ພຣະເຈົ້າ, ສາາດຄອຍຮັບໃຊ້ ແລະ ຕອບສະໜອງໃຫ້ກັບມະນຸດ. ນີ້ແມ່ນພາລະກິດ ແລະ ຍັງເປັນທາງເຂົ້າຂອງພວກເຈົ້າ; ນີ້ແມ່ນສິ່ງທີ່ທຸກຄົນຄວນເຮັດໃຫ້ສຳເລັດ. ມີຫຼາຍຄົນທີ່ພຽງແຕ່ໃສ່ໃຈກັບການເດີນທາງໄປມາເພື່ອພຣະເຈົ້າ ແລະ ເທດສະໜາໃນທຸກບ່ອນ, ແຕ່ພາກັນເບິ່ງຂ້າມປະສົບການສ່ວນຕົວຂອງພວກເຂົາ ແລະ ເບິ່ງຂ້າມທາງເຂົ້າສູ່ຊີວິດຝ່າຍວິນຍານຂອງພວກເຂົາ. ນີ້ແມ່ນສິ່ງທີ່ນໍາພາໃຫ້ຄົນທີ່ຮັບໃຊ້ພຣະເຈົ້າກາຍເປັນຄົນຕໍ່ຕ້ານພຣະເຈົ້າ...

ຄົນໃດໜຶ່ງປະຕິບັດພາລະກິດເພື່ອພໍໃຈຄວາມປະສົງຂອງພຣະເຈົ້າ, ເພື່ອນໍາຜູ້ຄົນທີ່ປະຕິບັດຕາມໃຈຂອງພຣະເຈົ້າມາຢູ່ຕໍ່ໜ້າພຣະອົງ, ເພື່ອນໍາມະນຸດມາຫາພຣະເຈົ້າ ແລະ ເພື່ອແນະນຳພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄໍາແນະນໍາຂອງພຣະເຈົ້າໃຫ້ກັບມະນຸດ, ແລ້ວສຸດທ້າຍກໍເຮັດໃຫ້ໝາກຜົນຂອງພາລະກິດຂອງພຣະເຈົ້າສົມບູນ. ຍ້ອນເຫດຜົນນີ້, ມັນຈຳເປັນທີ່ສຸດທີ່ພວກເຈົ້າຈະເຂົ້າໃຈທາດແທ້ຂອງພາລະກິດຢ່າງຄົບຖ້ວນ. ດັ່ງທີ່ຄົນໜຶ່ງຖືກພຣະເຈົ້າໃຊ້, ມະນຸດທຸກຄົນກໍສົມຄວນຄ່າໃນການປະຕິບັດພາລະກິດເພື່ອພຣະເຈົ້າ ນັ້ນກໍຄື ທຸກຄົນມີໂອກາດທີ່ຈະຖືກພຣະວິນຍານບໍລິສຸດໃຊ້. ເຖິງຢ່າງໃດກໍຕາມ ມີປະເດັນໜຶ່ງທີ່ພວກເຈົ້າຕ້ອງເຂົ້າໃຈ: ເມື່ອມະນຸດປະຕິບັດພາລະກິດທີ່ຖືກມອບໝາຍໂດຍພຣະເຈົ້າ, ມະນຸດມີໂອກາດທີ່ຈະຖືກພຣະເຈົ້າໃຊ້ ແຕ່ສິ່ງທີ່ມະນຸດເວົ້າ ແລະ ຮູ້ຈັກບໍ່ແມ່ນວຸດທິພາວະຂອງມະນຸດທັງໝົດ. ພວກເຈົ້າພຽງແຕ່ສາມາດມາຮູ້ຈັກຄວາມບົກຜ່ອງຂອງພວກເຈົ້າໃນລະຫວ່າງການປະຕິບັດພາລະກິດຂອງພວກເຈົ້າ ແລະ ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ກວ່າຈາກພຣະວິນຍານບໍລິສຸດເທົ່ານັ້ນ, ໃນທາງນີ້ ເຈົ້າຈະສາມາດຮັບທາງເຂົ້າທີ່ດີຂຶ້ນໃນພາລະກິດຂອງພວກເຈົ້າ.

(ຄັດຈາກບົດ “ພາລະກິດ ແລະ ທາງເຂົ້າ (2)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

476. ການຮັບໃຊ້ທີ່ແຍກອອກຈາກຖ້ອຍຄຳຂອງພຣະວິນຍານບໍລິສຸດໃນປັດຈຸບັນແມ່ນການຮັບໃຊ້ທີ່ເກີດຈາກເນື້ອໜັງ ແລະ ເກີດຈາກແນວຄວາມຄິດ ແລະ ບໍ່ສາມາດສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້. ຖ້າຄົນມີຊີວິດທ່າມກາງແນວຄວາມຄິດທາງສາສະໜາ, ແລ້ວພວກເຂົາກໍບໍ່ສາມາດເຮັດສິ່ງໃດໆທີ່ເໝາະສົມກັບຄວາມປະສົງຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ພວກເຂົາຈະຮັບໃຊ້ພຣະເຈົ້າ, ພວກເຂົາກໍຮັບໃຊ້ໃນທ່າມກາງຈິນຕະນາການ ແລະ ແນວຄວາມຄິດຂອງພວກເຂົາ ແລະ ບໍ່ສາມາດຮັບໃຊ້ອີງຕາມຄວາມປະສົງຂອງພຣະເຈົ້າທັງໝົດ. ຄົນທີ່ບໍ່ສາມາດປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຄົນທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະອົງໄດ້. ພຣະເຈົ້າຕ້ອງການ ການຮັບໃຊ້ທີ່ເປັນໄປຕາມຫົວໃຈຂອງພຣະອົງເອງ; ພຣະອົງບໍ່ຕ້ອງການການຮັບໃຊ້ທີ່ເກີດຈາກແນວຄວາມຄິດ ແລະ ເນື້ອໜັງ. ຖ້າຄົນບໍ່ສາມາດປະຕິບັດຕາມບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້ ແລ້ວພວກເຂົາກໍມີຊີວິດຢູ່ທ່າມກາງແນວຄວາມຄິດຕ່າງໆນາໆ. ການຮັບໃຊ້ຂອງຄົນດັ່ງກ່າວແມ່ນຂັດຂວາງ ແລະ ລົບກວນ ແລະ ເປັນການຮັບໃຊ້ທີ່ກົງກັນຂ້າມກັບພຣະເຈົ້າ. ສະນັ້ນ ຄົນທີ່ບໍ່ສາມາດປະຕິບັດຕາມບາດກ້າວຂອງພຣະເຈົ້າບໍ່ສາມາດຮັບໃຊ້ພຣະເຈົ້າໄດ້; ຄົນທີ່ບໍ່ສາມາດປະຕິບັດຕາມບາດກ້າວພຣະເຈົ້າໄດ້ ຕໍ່ຕ້ານພຣະເຈົ້າຢ່າງແນ່ນອນ ແລະ ບໍ່ສາມາດເຂົ້າກັນກັບພຮະເຈົ້າໄດ້. “ການປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ” ໝາຍເຖິງການເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນປັດຈຸບັນ, ຄວາມສາມາດປະຕິບັດໃຫ້ສອດຄ່ອງກັບຄວາມຕ້ອງການຂອງພຣະເຈົ້າໃນປັດຈຸບັນ, ມີຄວາມສາມາດໃນການເຊື່ອຟັງ ແລະ ປະຕິບັດຕາມພຣະເຈົ້າແຫ່ງປັດຈຸບັນ ແລະ ເຂົ້າສູ່ໃຫ້ສອດຄ່ອງກັບຖ້ອຍຄຳໃໝ່ສຸດຂອງພຣະເຈົ້າ. ມີພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ຈຶ່ງຖືວ່າຄົນນັ້ນໄດ້ປະຕິບັດຕາມພາລະກິດຂອງພຣະວິນຍານບໍລິສຸດ ແລະ ຢູ່ໃນກະແສຂອງພຣະວິນຍານບໍລິສຸດ. ຄົນດັ່ງກ່າວບໍ່ພຽງແຕ່ສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າ ແລະ ການເຫັນພຣະເຈົ້າ, ແຕ່ສາມາດຮູ້ຈັກຈິດໃຈຂອງພຣະເຈົ້າໂດຍຜ່ານພາລະກິດລ້າສຸດຂອງພຣະອົງໄດ້ເຊັ່ນກັນ ແລະ ສາມາດຮູ້ຈັກແນວຄວາມຄິດ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ ແລະ ທຳມະຊາດ ແລະ ທາດແທ້ຂອງມະນຸດຈາກພາລະກິດລ້າສຸດຂອງພຣະອົງ; ຍິ່ງໄປກວ່ານັ້ນ ພວກເຂົາສາມາດຮັບການປ່ຽນແປງອຸປະນິໄສເທື່ອລະໜ້ອຍໃນລະຫວ່າງການຮັບໃຊ້ຂອງພວກເຂົາ. ມີພຽງແຕ່ຄົນແບບນີ້ເທົ່ານັ້ນທີ່ສາມາດຮັບພຣະເຈົ້າ ແລະ ຄົນທີ່ພົບຫົນທາງທີ່ແທ້ຈິງຢ່າງຖືກຕ້ອງ.

(ຄັດຈາກບົດ “ຮູ້ຈັກພາລະກິດໃໝ່ສຸດຂອງພຣະເຈົ້າ ແລະ ຕິດຕາມຮອຍພຣະບາດຂອງພຣະອົງ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

477. ເມື່ອເວລາຮັບໃຊ້ພຣະເຈົ້າໃນປັດຈຸບັນ ຖ້າເຈົ້າຢຶດຕິດກັບສິ່ງທີ່ພຣະວິນຍານບໍລິສຸດເຮັດໃຫ້ສະຫວ່າງຂຶ້ນໃນອະດີດ ແລ້ວການຮັບໃຊ້ຂອງເຈົ້າຈະເກີດມີສິ່ງກີດກັ້ນ ແລະ ການປະຕິບັດຂອງເຈົ້າກໍຈະລ້າສະໄໝ ເຊິ່ງເປັນພິທີກຳທາງສາສະໜາ. ຖ້າເຈົ້າເຊື່ອວ່າ ຄົນເຫຼົ່ານັ້ນທີ່ຮັບໃຊ້ພຣະເຈົ້າຕ້ອງຖ່ອມຕົວ ແລະ ອົດທົນຢູ່ພາຍນອກ... ຖ້າເຈົ້ານໍາຄວາມຮູ້ປະເພດນີ້ໄປປະຕິບັດໃນປັດຈຸບັນ ແລ້ວຄວາມຮູ້ດັ່ງກ່າວກໍເປັນແນວຄວາມຄິດທາງສາສະໜາ ແລະ ການປະຕິບັດດັ່ງກ່າວກໍກາຍມາເປັນການປະຕິບັດຂອງຄົນໜ້າຊື່ໃຈຄົດ. “ແນວຄວາມຄິດທາງສາສະໜາ” ໝາຍເຖິງສິ່ງທີ່ລ້າສະໄໝ ແລະ ເຊົາໃຊ້ກັນແລ້ວ (ລວມທັງການຍອມຮັບພຣະທຳທີ່ພຣະເຈົ້າໄດ້ກ່າວໄວ້ກ່ອນໜ້ານີ້ ແລະ ແສງສະຫວ່າງທີ່ພຣະວິນຍານບໍລິສຸດໄດ້ເປີດເຜີຍໂດຍກົງ) ແລະ ຖ້ານໍາເອົາພຣະທໍາດັ່ງກ່າວໄປປະຕິບັດໃນປັດຈຸບັນ, ພຣະທໍານັ້ນກໍຈະເປັນສິ່ງຂັດຂວາງຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ມີປະໂຫຍດກັບມະນຸດເລີຍ. ຖ້າມະນຸດບໍ່ສາມາດລົບລ້າງສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນຕົວເຂົາ ທີ່ເປັນສ່ວນໜຶ່ງຂອງແນວຄວາມຄິດທາງສາສະໜານັ້ນອອກ ແລ້ວສິ່ງເຫຼົ່ານັ້ນກໍຈະກາຍມາເປັນອຸປະສັກໃນການຮັບໃຊ້ພຣະເຈົ້າຂອງມະນຸດ. ຄົນທີ່ມີແນວຄວາມຄິດທາງສາສະໜາບໍ່ມີທາງນໍາທັນບາດກ້າວຂອງພາລະກິດຂອງພຣະວິນຍານບໍລິສຸດໄດ້, ພວກເຂົາລ່າຊ້າໃນທຸກບາດກ້າວ, ເພາະແນວຄວາມຄິດທາງສາສະໜາເຫຼົ່ານີ້ເຮັດໃຫ້ມະນຸດຄິດວ່າ ຕົນເອງທ່ຽງທຳຢ່າງຍິ່ງ ແລະ ອວດດີ. ພຣະເຈົ້າບໍ່ໄດ້ຮູ້ສຶກອາໄລອາວອນໃນສິ່ງທີ່ພຣະອົງໄດ້ກ່າວ ແລະ ກະທຳໃນອະດີດ; ຖ້າມັນລ້າສະໄໝແລ້ວ ພຣະອົງກໍທຳລາຍມັນຖິ້ມ. ແນ່ນອນ ເຈົ້າສາມາດປະຖິ້ມແນວຄວາມຄິດຂອງເຈົ້າ? ຖ້າເຈົ້າຢຶດຕິດກັບພຣະທຳທີ່ພຣະເຈົ້າກ່າວໃນອະດີດ ສິ່ງນີ້ຈະພິສູດໄດ້ບໍວ່າ ເຈົ້າຮູ້ຈັກພາລະກິດຂອງພຣະເຈົ້າ? ຖ້າເຈົ້າບໍ່ສາມາດຍອມຮັບແສງສະຫວ່າງຂອງພຣະວິນຍານບໍລິສຸດໃນປັດຈຸບັນ ແຕ່ຢຶດຕິດກັບແສງສະຫວ່າງໃນອະດີດ ສິ່ງນີ້ສາມາດພິສູດໄດ້ບໍວ່າ ເຈົ້າເດີນຕາມບາດກ້າວຂອງພຣະເຈົ້າ? ເຈົ້າຍັງບໍ່ສາມາດປະຖິ້ມແນວຄວາມຄິດທາງສາສະໜາບໍ? ຖ້າເປັນເຊັ່ນນັ້ນ ເຈົ້າກໍຈະກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ.

(ຄັດຈາກບົດ “ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

478. ຫຼາຍຄົນຮັບໃຊ້ພຣະເຈົ້າດ້ວຍພະລັງຈາກຄວາມຮັກອັນແຮງກ້າ, ແຕ່ພັດບໍ່ມີຄວາມເຂົ້າໃຈກ່ຽວກັບພຣະດໍາລັດຂອງພຣະເຈົ້າ ແລະ ຂາດຄວາມຮູ້ກ່ຽວກັບຄວາມໝາຍ ທີ່ລຶກລັບຂອງພຣະທໍາຂອງພຣະອົງ. ສະນັ້ນ ດ້ວຍເຈດຕະນາທີ່ດີຂອງພວກເຂົາ, ສຸດທ້າຍພວກເຂົາມັກຈະກະທຳໃນສິ່ງຕ່າງໆທີ່ກາຍເປັນການທໍາລາຍການຄຸ້ມຄອງຂອງພຣະເຈົ້າ. ໃນກໍລະນີທີ່ຮ້າຍແຮງ ພວກເຂົາຈະຖືກໄລ່ອອກ, ຖືກຕັດສິດບໍ່ໃຫ້ມີໂອກາດໃນການຕິດຕາມພຣະອົງອີກ ແລະ ຖືກຂັບໄລ່ໄປສູ່ນາຮົກ ເຊິ່ງຈະຢຸດຕິການ ພົວພັນ ທັງໝົດກັບພຣະວິຫານ ຂອງພຣະອົງ. ຜູ້ຄົນເຫຼົ່ານີ້ເຮັດວຽກຢູ່ໃນພຣະວິຫານຂອງພຣະເຈົ້າດ້ວຍພະລັງຈາກເຈດຕະນາດີຂອງພວກເຂົາ ຢ່າງໄຮ້ດຽງສາ ແລະ ສູດທ້າຍກາຍເປັນການກະທໍາທີ່ບໍ່ເພິ່ງພໍໃຈພຣະເຈົ້າ. ຜູ້ຄົນຈະນໍາເອົາວິທີການຮັບໃຊ້ເຈົ້າໜ້າທີ່ ແລະ ເຈົ້ານາຍຂອງພວກເຂົາມາໃຊ້ໃນພຣະວິຫານຂອງພຣະເຈົ້າ ແລະ ພະຍາຍາມນໍາໃຊ້ວິທີການເຫຼົ່ານັ້ນ ໂດຍຄິດຢ່າງໄຮ້ປະໂຫຍດວ່າ ວິທີການເຫຼົ່ານັ້ນຈະສາມາດນໍາມາໃຊ້ຢູ່ບ່ອນນີ້ຢ່າງງ່າຍດາຍ ໂດຍທີ່ບໍ່ຕ້ອງອອກແຮງຫຍັງ. ພວກເຂົາບໍ່ເຄີຍຄິດເລີຍວ່າ ພຣະເຈົ້າບໍ່ໄດ້ມີອຸບປະນິໄສຄືດັ່ງລູກແກະ ແຕ່ພັດແມ່ນອຸບປະນິໄສຄືດັ່ງໂຕສິງ. ດັ່ງນັ້ນ ຜູ້ທີ່ພົວພັນກັບພຣະເຈົ້າເປັນຄັ້ງທໍາອິດຈິ່ງບໍ່ສາມາດສື່ສານກັບພຣະອົງໄດ້ ເພາະວ່າຈິດໃຈຂອງພຣະອົງບໍ່ຄືກັນກັບມະນຸດ. ພາຍຫຼັງທີ່ເຈົ້າໄດ້ເຂົ້າໃຈຄວາມຈິງເຫຼົ່ານີ້ເທົ່ານັ້ນ, ເຈົ້າຈິ່ງຈະສາມາດສືບຕໍ່ມາຮູ້ຈັກກັບພຣະເຈົ້າໄດ້. ຄວາມຮູ້ດັ່ງກ່າວນີ້ບໍ່ໄດ້ຖືກສ້າງຂຶ້ນໂດຍຂໍ້ຄວາມຂອງຄໍາເວົ້າ ຫຼື ຄໍາສອນທາງສາສະໜາ, ແຕ່ສາມາດນໍາໄປໃຊ້ເປັນຄັງຊັບເພື່ອໃຫ້ເຈົ້າເປັນທີ່ໄວ້ວາງໃຈທີ່ໃກ້ຊິດກັບພຣະເຈົ້າ ແລະ ເປັນສິ່ງພິສູດວ່າ ພຣະອົງມີຄວາມຍິນດີ ໃນຕົວເຈົ້າ. ຖ້າເຈົ້າຂາດ ຄວາມຮູ້ກ່ຽວກັບ ຄວາມເປັນຈິງ ແລະ ບໍ່ມີຄວາມຈິງ, ການຮັບໃຊ້ດ້ວຍຄວາມຮັກ ອັນແຮງກ້າຂອງເຈົ້າ ກໍສາມາດນໍາເອົາຄວາມລັງກຽດ ແລະ ຄວາມກຽດຊັງ ຈາກພຣະເຈົ້າມາສູ່ເຈົ້າໄດ້.

(ຄັດຈາກບົດ “ພຣະໂອວາດສາມຂໍ້” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

479. ໃນສາສະໜາ, ຫຼາຍຄົນໄດ້ທົນທຸກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງພວກເຂົາ: ພວກເຂົາເອົາຊະນະຮ່າງກາຍຂອງພວກເຂົາ ແລະ ແບກໄມ້ກາງແຂນຂອງພວກເຂົາ ແລະ ພວກເຂົາເຖິງກັບສືບຕໍ່ທົນທຸກ ແລະ ອົດກັ້ນໃນເວລາທີ່ໃກ້ຈະຕາຍ! ບາງຄົນຍັງອົດອາຫານໃນຕອນເຊົ້າກ່ອນພວກເຂົາຈະຕາຍ. ຕະຫຼອດທັງຊີວິດຂອງພວກເຂົາ, ພວກເຂົາປະຕິເສດອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ດີສໍາລັບຕົວພວກເຂົາເອງ, ພຽງແຕ່ໃສ່ໃຈກັບການທົນທຸກຢ່າງດຽວ. ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາ ແລະ ປະຖິ້ມເນື້ອໜັງຂອງພວກເຂົາ. ວິນຍານແຫ່ງການອົດກັ້ນຕໍ່ການທົນທຸກຂອງພວກເຂົາເປັນຕາຍ້ອງຍໍສັນລະເສີນ. ແຕ່ຄວາມຄິດຂອງພວກເຂົາ, ແນວຄິດຂອງພວກເຂົາ, ທ່າທີທາງຈິດໃຈຂອງພວກເຂົາ ແລະ ແນ່ນອນ ທຳມະຊາດເດີມຂອງພວກເຂົາບໍ່ໄດ້ຖືກຈັດການແມ່ນແຕ່ໜ້ອຍດຽວ. ພວກເຂົາຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ. ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນພາບດັ້ງເດີມທີ່ບໍ່ມີຕົວຕົນ, ເປັນພຣະເຈົ້າເລື່ອນລອຍ. ຄວາມເດັດດ່ຽວຂອງພວກເຂົາທີ່ຈະທົນທຸກເພື່ອພຣະເຈົ້າແມ່ນມາຈາກຄວາມກະຕືລືລົ້ນຂອງພວກເຂົາ ແລະ ທຳມະຊາດດ້ານບວກຂອງພວກເຂົາ. ເຖິງແມ່ນພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ເຂົ້າໃຈພຣະອົງ ຫຼື ຮູ້ຈັກເຖິງຄວາມປະສົງຂອງພຣະອົງ. ພວກເຂົາພຽງແຕ່ເຮັດວຽກ ແລະ ທົນທຸກເພື່ອພຣະເຈົ້າແບບຕາບອດ. ພວກເຂົາບໍ່ໄດ້ໃຫ້ຄຸນຄ່າຫຍັງໃນການກະທໍາດ້ວຍສະຕິປັນຍາ, ສົນໃຈແຕ່ໜ້ອຍດຽວກັບວິທີທີ່ຈະຮັບປະກັນວ່າການບໍລິການຂອງພວກເຂົາບັນລຸຕາມຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ ແລະ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງວິທີທີ່ຈະບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ. ພຣະເຈົ້າທີ່ພວກເຂົາຮັບໃຊ້ບໍ່ແມ່ນພຣະເຈົ້າໃນລັກສະນະເດີມຂອງພຣະອົງ, ແຕ່ເປັນພຣະເຈົ້າທີ່ເຊື່ອງຊ້ອນຢູ່ໃນເລື່ອງເລົ່າລື, ເປັນຜົນພະລິດຂອງຈິນຕະນາການຂອງພວກເຂົາເອງ ແລະ ເປັນ ພຣະເຈົ້າທີ່ພວກເຂົາໄດ້ຍິນ ຫຼື ຄົ້ນພົບໃນບົດຂຽນເທົ່ານັ້ນ. ແລ້ວພວກເຂົາກໍໃຊ້ຈິນຕະນາການທີ່ອຸດົມສົມບູນ ແລະ ຄວາມເຫຼືອມໃສໃນສາສະໜາຂອງພວກເຂົາເພື່ອທົນທຸກເພື່ອພຣະເຈົ້າ ແລະ ຮັບເອົາພາລະກິດຂອງພຣະເຈົ້າ. ການຮັບໃຊ້ຂອງພວກເຂົາແມ່ນບໍ່ແນ່ນອນຫຼາຍ ຈົນເຖິງກັບວ່າໃນພາກປະຕິບັດຕົວຈິງແລ້ວ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈະສາມາດຮັບໃຊ້ຄວາມປະສົງຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ບໍ່ວ່າພວກເຂົາຈະທົນທຸກດ້ວຍຄວາມຍິນດີແບບໃດກໍຕາມ, ທັດສະນະເດີມຂອງພວກເຂົາກ່ຽວກັບການຮັບໃຊ້ ແລະ ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງບໍ່ໄດ້ປ່ຽນແປງ, ເພາະພວກເຂົາບໍ່ໄດ້ຜະເຊີນກັບການພິພາກສາ, ການຂ້ຽນຕີ, ການຫຼໍ່ຫຼອມ ແລະ ການເຮັດໃຫ້ສົມບູນຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດນໍາພາພວກເຂົາໂດຍໃຊ້ຄວາມຈິງ. ເຖິງແມ່ນພວກເຂົາເຊື່ອໃນພຣະເຢຊູພຣະຜູ້ໄຖ່, ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາເຄີຍເຫັນພຣະຜູ້ໄຖ່. ພວກເຂົາພຽງແຕ່ຮູ້ຈັກກ່ຽວກັບພຣະອົງຜ່ານທາງເລື່ອງເລົ່າລື ແລະ ຄຳບອກເລົ່າ. ຜົນຕາມມາກໍຄື ການຮັບໃຊ້ຂອງພວກເຂົາກໍພຽງແຕ່ເທົ່າກັບການຮັບໃຊ້ຕາມເວນຕາມກຳໂດຍລັບຕາເທົ່ານັ້ນ, ຄືກັບຄົນຕາບອດຮັບໃຊ້ພໍ່ຂອງເຂົາເອງ. ໃນທີ່ສຸດແລ້ວ ແມ່ນຫຍັງຈະສາມາດຖືກບັນລຸໄດ້ໂດຍການຮັບໃຊ້ດັ່ງກ່າວ? ແລ້ວຜູ້ໃດຈະເຫັນດີໃນການຮັບໃຊ້ນັ້ນ? ຕັ້ງແຕ່ຕົ້ນຈົນຈົບ, ການຮັບໃຊ້ຂອງພວກເຂົາຍັງເໝືອນເດີມໂດຍຕະຫຼອດ; ພວກເຂົາພຽງແຕ່ຮັບເອົາບົດຮຽນທີ່ມະນຸດສ້າງຂຶ້ນ ແລະ ອີງການຮັບໃຊ້ຂອງພວກເຂົາໃສ່ທຳມະຊາດຂອງພວກເຂົາ ແລະ ຄວາມມັກຂອງພວກເຂົາເອງເທົ່ານັ້ນ. ສິ່ງນີ້ຈະສາມາດໃຫ້ລາງວັນຫຍັງໄດ້? ແມ່ນແຕ່ເປໂຕ ຜູ້ທີ່ໄດ້ເຫັນພຣະເຢຊູກໍບໍ່ ຮູ້ຈັກວິທີຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ; ເພິ່ນພຽງແຕ່ຮູ້ຈັກສິ່ງນີ້ໃນເວລາສຸດທ້າຍ, ໃນເວລາທີ່ເພິ່ນເຖົ້າແລ້ວ. ສິ່ງນີ້ບອກຫຍັງກ່ຽວກັບຄົນຕາບອດເຫຼົ່ານັ້ນ ທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ຫຼື ການຖືກຮານແມ່ນແຕ່ໜ້ອຍດຽວ ແລະ ຄົນທີ່ບໍ່ມີຜູ້ໃດນໍາພາພວກເຂົາ? ການຮັບໃຊ້ຂອງຫຼາຍຄົນທ່າມກາງພວກເຈົ້າໃນປັດຈຸບັນບໍ່ໄດ້ເປັນດັ່ງການຮັບໃຊ້ຂອງຄົນຕາບອດເຫຼົ່ານີ້ບໍ? ທຸກຄົນທີ່ບໍ່ໄດ້ຮັບເອົາການພິພາກສາ, ບໍ່ໄດ້ຮັບເອົາການລິຮານ ແລະ ການຈັດການ ແລະ ຜູ້ທີ່ບໍ່ໄດ້ປ່ຽນແປງ, ພວກເຂົາບໍ່ແມ່ນລ້ວນແຕ່ຖືກເອົາຊະນະຢ່າງບໍ່ຄົບຖ້ວນບໍ? ຜູ້ຄົນເຫຼົ່ານັ້ນມີປະໂຫຍດຫຍັງ? ຖ້າຄວາມຄິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດຂອງເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າບໍ່ໄດ້ສະແດງເຖິງການປ່ຽນແປງໃໝ່ ແລະ ເຈົ້າບໍ່ໄດ້ຮັບເອົາຫຍັງຢ່າງແທ້ຈິງ, ແລ້ວເຈົ້າກໍຈະບໍ່ບັນລຸຫຍັງເປັນພິເສດໃນການຮັບໃຊ້ຂອງເຈົ້າຈັກເທື່ອ!

(ຄັດຈາກບົດ “ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

480. ພຣະເຢຊູສາມາດປະຕິບັດຕາມການມອບໝາຍຂອງພຣະເຈົ້າ ນັ້ນກໍຄື ພາລະກິດການໄຖ່ບາບຂອງມະນຸດຊາດ ຍ້ອນວ່າພຣະອົງເອົາໃຈໃສ່ທຸກຢ່າງ ຕໍ່ຄວາມປະສົງຂອງພຣະເຈົ້າ ແລະ ບໍ່ເຄີຍປະຕິບັດແຜນການ ຫຼື ຈັດແຈງເພື່ອພຣະອົງເອງ. ດັ່ງນັ້ນພຣະອົງກໍຄືຜູ້ໃກ້ຊິດຂອງພຣະເຈົ້າເຊັ່ນກັນ ແລະ ພຣະອົງເອງກໍຍັງເປັນພຣະເຈົ້ານໍາອີກ ເຊິ່ງເປັນສິ່ງທີ່ພວກເຈົ້າເຂົ້າໃຈເປັນຢ່າງດີ (ຄວາມຈິງແລ້ວ, ພຣະອົງກໍຄືພຣະເຈົ້ານັ້ນເອງທີ່ໄດ້ຖືກປະຈັກພະຍານໂດຍພຣະເຈົ້າ. ເຮົາຍົກເລຶ່ອງນີ້ຂຶ້ນມາກ່າວກໍເພື່ອ ເອົາຄວາມເປັນຈິງຂອງພຣະເຢຊູນັ້ນ ມາສະແດງໃຫ້ເຫັນເຖິງເລຶ່ອງນີ້). ພຣະອົງຖືເອົາແຜນການຄຸ້ມຄອງຂອງພຣະເຈົ້າ ເປັນໃຈກາງ, ອະທິຖານເຖິງພຣະບິດາແຫ່ງສະຫວັນສະເໝີ ແລະ ສະແຫວງຫາຄວາມປະສົງຂອງພຣະບິດາແຫ່ງສະຫວັນນັ້ນຕະຫຼອດເວລາ. ພຣະອົງເຄີຍອະທິຖານ ແລະກ່າວດັ່ງນີ້: “ແດ່ພຣະຜູ້ເປັນເຈົ້າ ພຣະບິດາ! ຂໍໃຫ້ສໍາເລັດຜົນຕາມພຣະປະສົງຂອງພຣະອົງເທີນ ແລະ ຢ່າໃຫ້ເປັນໄປຕາມຄວາມປະສົງຂອງຂ້ານ້ອຍເລີຍ. ຂໍໃຫ້ພຣະອົງປະຕິບັດຕາມແຜນງານຂອງພຣະອົງນັ້ນເທີດ. ມະນຸດອາດອ່ອນແອ, ແຕ່ເຫດໃດພຣະອົງຕ້ອງເປັນຫ່ວງພວກເຂົາດ້ວຍ? ມະນຸດຄືມົດໃນກໍາມືຂອງພຣະອົງ ແລ້ວພວກເຂົາຈະເໝາະສົມກັບຄວາມຫ່ວງໃຍຂອງພຣະອົງແນວໃດ? ໃນຈິດໃຈຂອງຂ້ານ້ອຍ, ຂ້ານ້ອຍປາຖະໜາພຽງແຕ່ໃຫ້ໄດ້ບັນລຸຜົນຕາມພຣະປະສົງຂອງພຣະອົງເທົ່ານັ້ນ ແລະ ຂ້ານ້ອຍຂໍໃຫ້ພຣະອົງສາມາດປະຕິບັດໃນສິ່ງທີ່ພຣະອົງຈະປະຕິບັດກັບຂ້ານ້ອຍໃຫ້ໄດ້ຕາມຄວາມປາຖະໜາຂອງພຣະອົງນັ້ນດ້ວຍເທີ້ນ”. ລະຫວ່າງເດີນທາງໄປເມືອງເຢຣູຊາເລັມ, ພຣະເຢຊູຮູ້ສຶກເຈັບປວດທີ່ສຸດເໝືອນດັ່ງກັບວ່າມີມີດມາສຽບແທງຫົວໃຈຂອງພຣະອົງ, ແຕ່ພຣະອົງກໍບໍ່ເຄີຍມີເຈດຕະນາ ແມ່ນແຕ່ພຽງໜ້ອຍດຽວທີ່ຈະຄືນຄໍາເວົ້າຂອງພຣະອົງ; ຈະມີພະລັງອໍານາດບາງຢ່າງບັງຄັບໃຫ້ພຣະອົງເດີນໜ້າໄປເລື້ອຍໆຈົນໄປເຖິງບ່ອນທີ່ພຣະອົງຖືກຄຶງໃສ່ເທິງໄມ້ກາງແຂນ. ໃນທີ່ສຸດ, ພຣະອົງກໍຖືກຕອກຄຶງໃສ່ໄມ້ກາງແຂນ ແລະກາຍເປັນເໝືອນເນື້ອໜັງທີ່ເຕັມໄປດ້ວຍຄວາມບາບ. ພຣະອົງໄດ້ສໍາເລັດພາລະກິດແຫ່ງການໄຖ່ບາບຂອງມະນຸດຊາດ. ແລະ ລອດພົ້ນຈາກໂສ້ເຫຼັກແຫ່ງຄວາມຕາຍ ແລະ ແດນແຫ່ງມໍລະນາ. ຕໍ່ໜ້າພຣະອົງ, ຄວາມຕາຍ, ນາຮົກ ແລະ ແດນແຫ່ງມໍລະນາກໍໝົດອໍານາດລົງແລະຖືກທໍາລາຍໂດຍພຣະອົງ. ພຣະອົງມີຊີວິດຢູ່ໄດ້ສາມສິບປີ, ຕະຫຼອດໄລຍະເວລາສາມສິບປີນັ້ນ ພຣະອົງໄດ້ປະຕິບັດສຸດຄວາມສາມາດຂອງພຣະອົງເພື່ອບັນລຸຕາມຄວາມປະສົງຂອງພຣະເຈົ້າ ໂດຍອີງຕາມພາລະກິດຂອງພຣະເຈົ້າໃນເວລານັ້ນ. ພຣະອົງບໍ່ເຄີຍຄິດສົນໃຈກ່ຽວກັບຜົນໄດ້ ຫຼື ຜົນເສຍຂອງພຣະອົງເອງ ແລະ ມີແຕ່ຄິດໃສ່ຄວາມປະສົງຂອງພຣະເຈົ້າ ພຣະຜູ້ເປັນບິດາສະເໝີ. ດັ່ງນັ້ນ, ຫລັງຈາກພຣະອົງໄດ້ຮັບບັບຕິສະມາ, ພຣະເຈົ້າໄດ້ກ່າວວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”. ເພາະວ່າການຮັບໃຊ້ຂອງພຣະອົງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ພຣະເຈົ້າໄດ້ມອບພາລະອັນໜັກໜ່ວງໃນການໄຖ່ບາບໃຫ້ແກ່ມະນຸດຊາດໄວ້ເທິງບ່າໄລ່ຂອງພຣະອົງ ແລະ ບັງຄັບໃຫ້ພຣະອົງຈົ່ງໄປປະຕິບັດຕາມໃຫ້ສໍາເລັດ. ພຣະອົງແມ່ນຜູ້ທີ່ມີຄຸນວຸດທິ ແລະ ມີສິດ ທີ່ສາມາດປະຕິບັດພາລະໜ້າທີ່ອັນສໍາຄັນດັ່ງກ່າວນັ້ນໃຫ້ສໍາເລັດ. ຕະຫຼອດຊີວິດຂອງພຣະອົງ, ພຣະອົງອົດທົນກັບຄວາມເຈັບປວດຢ່າງມະຫາສານເພື່ອພຣະເຈົ້າ ແລະ ພຣະອົງເຄີຍຖືກຊາຕານຫຼອກລວງຈົນນັບບໍ່ຖ້ວນ, ແຕ່ພຣະອົງກໍບໍ່ເຄີຍທໍ້ຖອຍໃຈ. ພຣະເຈົ້າມອບໜ້າທີ່ໃຫ້ກັບພຣະອົງ ກໍເພາະວ່າພຣະເຈົ້າເຊື່ອໃຈແລະ ຮັກພຣະອົງ. ດ້ວຍເຫດນີ້, ພຣະເຈົ້າຈຶ່ງໄດ້ກ່າວເປັນສ່ວນຕົວວ່າ: “ນີ້ຄືບຸດຊາຍອັນເປັນທີ່ຮັກຂອງເຮົາ ທີ່ເຮົາເພິ່ງພໍໃຈທີ່ສຸດ”. ໃນເວລານັ້ນ, ມີພຽງພຣະເຢຊູສາມາດປະຕິບັດສໍາເລັດພາລະກິດນີ້ໄດ້ ແລະ ນີ້ຄືໜຶ່ງຜົນງານທີ່ພຣະເຈົ້າໄດ້ສໍາເລັດໃນພາລະກິດຂອງການໄຖ່ບາບມະນຸດຊາດທັງໝົດໃນຍຸກແຫ່ງພຣະຄຸນ.

ຖ້າພວກເຈົ້າສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້ທຸກຢ່າງເໝືອນພຣະເຢຊູ ແລະ ຫັນຫລັງໃຫ້ກັບເນື້ອໜັງຂອງພວກເຈົ້າ, ພຣະເຈົ້າຈະມອບໝາຍພາລະກິດອັນສໍາຄັນນີ້ໃຫ້ແກ່ພວກເຈົ້າ ເພື່ອພວກເຈົ້າຈະມີເງື່ອນໄຂພຽງພໍໃນການຮັບໃຊ້ພຣະເຈົ້າ. ມີແຕ່ພາຍໃຕ້ເງື່ອນໄຂດັ່ງກ່າວນີ້ເທົ່ານັ້ນທີ່ພວກເຈົ້າຈະກ້າເວົ້າວ່າພວກເຈົ້າໄດ້ປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ສໍາເລັດຕາມການມອບໝາຍຂອງພຣະອົງ. ເມື່ອນັ້ນພວກເຈົ້າຈະກ້າເວົ້າວ່າ ພວກເຈົ້າໄດ້ຮັບໃຊ້ພຣະເຈົ້າຢ່າງແທ້ຈິງ. ສົມທຽບໃສ່ແບບຢ່າງຂອງພຣະເຢຊູແລ້ວ, ເຈົ້າຈະກ້າເວົ້າວ່າ ເຈົ້າເປັນຄົນໃກ້ຊິດຂອງພຣະເຈົ້າບໍ່? ເຈົ້າຈະກ້າເວົ້າວ່າ ເຈົ້າໄດ້ເຮັດຕາມຄວາມປະສົງຂອງພຣະເຈົ້າບໍ່? ເຈົ້າຈະກ້າເວົ້າວ່າ ເຈົ້າຮັບໃຊ້ພຣະເຈົ້າຢ່າງແທ້ຈິງບໍ່? ຖ້າມື້ນີ້ ເຈົ້າບໍ່ເຂົ້າໃຈການຮັບໃຊ້ພຣະເຈົ້າດັ່ງກ່າວນີ້, ເຈົ້າຈະກ້າເວົ້າວ່າ ເຈົ້າເປັນຄົນໃກ້ຊິດຂອງພຣະເຈົ້າບໍ່? ຖ້າເຈົ້າເວົ້າວ່າ ເຈົ້າຮັບໃຊ້ພຣະເຈົ້າ, ເຈົ້າຈະບໍ່ໝິ່ນປະໝາດພຣະເຈົ້າບໍ? ຄິດເບິ່ງໃຫ້ດີໆ, ແມ່ນເຈົ້າຮັບໃຊ້ພຣະເຈົ້າ ຫຼື ວ່າຮັບໃຊ້ຕົວເຈົ້າເອງ? ເຈົ້າຮັບໃຊ້ຊາຕານ, ແຕ່ເຈົ້າດື້ດ້ານເວົ້າວ່າ ເຈົ້າຮັບໃຊ້ພຣະເຈົ້າ. ແບບນີ້ແລ້ວບໍ່ແມ່ນເຈົ້າໝິ່ນປະໝາດພຣະເຈົ້າບໍ? ຫຼາຍຄົນລັບຫລັງເຮົາກໍຫລົງໄຫລນໍາຖານະ, ພວກເຂົາໃສ່ໃຈຕົນເອງແຕ່ເລຶ່ອງກິນ, ພວກເຂົາຮັກການຫຼັບນອນ ແລະ ເອົາໃຈໃສ່ດູແລແຕ່ເນື້ອຫນັງພາຍນອກ, ຢ້ານແຕ່ບໍ່ມີທາງຕັດຂາດອອກຈາກເນື້ອຫນັງໄດ້. ພວກເຂົາບໍ່ປະຕິບັດໜ້າທີ່ຂອງຕົນເອງໃນຄຣິສຕະຈັກ ແລະ ໄປໂບດເພື່ອກິນຂອງຟຣີ ຫຼື ນອກນັ້ນກໍຫາຕັກເຕືອນອ້າຍເອື້ອຍນ້ອງຂອງພວກເຂົາກ່ຽວກັບພຣະທໍາຂອງເຮົາ, ພວກເຂົາຈະໂອ້ອວດຕົນເອງ ແລະ ສະແດງເປັນເຈົ້າເປັນນາຍບົ່ງການຄົນອື່ນ. ຜູ້ຄົນເຫຼົ່ານີ້ຈະມັກເວົ້າສະເໝີວ່າພວກເຂົາປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ພວກເຂົາຈະເວົ້າສະເໝີວ່າພວກເຂົາຄືຄົນໃກ້ຊິດຂອງພຣະເຈົ້າ. ແລ້ວນີ້ບໍ່ແມ່ນເປັນເລື່ອງຕະຫຼົກທີ່ສຸດບໍ? ຖ້າຫາກເຈົ້າມີແຮງຈູງໃຈຢ່າງແທ້ຈິງ ແຕ່ບໍ່ສາມາດຮັບໃຊ້ພຣະເຈົ້າ, ກໍແປວ່າເຈົ້າເປັນຄົນໂງ່ຈ້າ ແຕ່ຖ້າຫາກເຈົ້າມີແຮງຈູງໃຈແບບບໍ່ແທ້ຈິງ ແລະ ເຈົ້າຍັງບອກວ່າເຈົ້າຮັບໃຊ້ພຣະເຈົ້າ ກໍແປວ່າເຈົ້າເປັນຄົນຕໍ່ຕ້ານພຣະເຈົ້າ ແລະ ສົມຄວນຖືກລົງໂທດໂດຍພຣະເຈົ້າ. ເຮົາບໍ່ມີຄວາມເມດຕາສໍາລັບຜູ້ຄົນເຫຼົ່ານີ້! ໃນສາສະໜາຂອງພຣະເຈົ້າ ພວກເຂົາກິນຟຣີ ແລະ ມີແຕ່ຫຼົງໄຫຼກັບຄວາມສຸກຂອງຮ່າງກາຍ ແລະ ບໍ່ເຄີຍຄິດເຖິງເລື່ອງຜົນປະໂຫຍດຂອງພຣະເຈົ້າ. ພວກເຂົາມີແຕ່ສະແຫວງຫາສິ່ງທີ່ດີສໍາລັບຕົນເອງສະເໝີ, ພວກເຂົາບໍ່ເຄີຍໃສ່ໃຈຄວາມປະສົງຂອງພຣະເຈົ້າເລີຍ, ທຸກສິ່ງທີ່ພວກເຂົາເຮັດແມ່ນບໍ່ສົນໃຈຕໍ່ພຣະວິນຍານຂອງພຣະເຈົ້າ, ພວກເຂົາວາງແຜນ ແລະ ໃຊ້ກົນອຸບາຍຕໍ່ອ້າຍເອື້ອຍນ້ອງຂອງພວກເຂົາຕະຫຼອດ ແລະ ເປັນຄົນສອງໜ້າຄືກັບໝາຈິ້ງຈອກໃນສວນອະງຸ່ນທີ່ລັກກິນໝາກລະແຊ່ງ ແລະ ໂດດເຕັ້ນຢຽບຍໍ່າສວນອະງຸ່ນຢູ່ຕະຫຼອດ. ຜູ້ຄົນດັ່ງກ່າວນັ້ນສາມາດເປັນຄົນໃກ້ຊິດຂອງພຣະເຈົ້າໄດ້ບໍ່? ເຈົ້າເໝາະສົມທີ່ຈະໄດ້ຮັບພອນຈາກພຣະເຈົ້າບໍ? ເຈົ້າບໍ່ເຄີຍມີຄວາມຮັບຜິດຊອບຕໍ່ຊີວິດຂອງເຈົ້າ ແລະ ຄຣິສະຕະຈັກ. ເຈົ້າເໝາະສົມຈະໄດ້ຮັບເອົາຄໍາສັ່ງຂອງພຣະເຈົ້າບໍ່? ຜູ້ໃດຈະກ້າໄວ້ວາງໃຈຄົນຄືເຈົ້າ? ໃນເມື່ອເຈົ້າຮັບໃຊ້ແບບນີ້ ແລ້ວພຣະເຈົ້າຈະສາມາດກ້າມອບພາລະໜ້າທີ່ອັນຍິ່ງໃຫຍ່ນີ້ໃຫ້ກັບເຈົ້າແນວໃດ? ເຈົ້າຈະບໍ່ຊັກຊ້າຖ່ວງເວລາບໍ?

(ຄັດຈາກບົດ “ວິທີຮັບໃຊ້ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

481. ສິ່ງທີ່ພວກເຈົ້າໄດ້ປະສົບ ແລະ ເຫັນແມ່ນເໜືອກວ່າຂອງໄພ່ພົນ ແລະ ຜູ້ທໍານວາຍຈາກທຸກຍຸກທຸກສະໄໝ, ແຕ່ວ່າພວກເຈົ້າສາມາດໃຫ້ຄໍາປະຈັກພະຍານທີ່ຍິ່ງໃຫຍ່ກວ່າຄຳເວົ້າຂອງບັນດາໄພ່ພົນ ແລະ ຜູ້ທໍານວາຍເຫຼົ່ານີ້ຈາກສະໄໝກ່ອນໄດ້ບໍ? ບັດນີ້ ສິ່ງທີ່ເຮົາປະທານໃຫ້ພວກເຈົ້າ ແມ່ນເໜືອກວ່າໂມເຊ ແລະ ເໜືອກວ່າດາວິດ, ສະນັ້ນ ໃນທໍານອງດຽວກັນ ເຮົາຂໍການເປັນປະຈັກພະຍານຂອງພວກເຈົ້າເໜືອກວ່າໂມເຊ ແລະ ຄຳເວົ້າຂອງພວກເຈົ້າຍິ່ງໃຫຍ່ກວ່າດາວິດ. ເຮົາໃຫ້ພວກເຈົ້າເປັນຮ້ອຍເທົ່າ, ສະນັ້ນ ໃນທໍານອງດຽວກັນ ເຮົາຂໍໃຫ້ພວກເຈົ້າຕອບແທນເຮົາດັ່ງທີ່ເຮົາໄດ້ກໍທໍາຕໍ່ພວກເຈົ້າ. ພວກເຈົ້າຕ້ອງຮູ້ວ່າເຮົາແມ່ນໜຶ່ງດຽວທີ່ປະທານຊີວິດໃຫ້ແກ່ມະນຸດຊາດ ແລະ ມັນແມ່ນພວກເຈົ້າທີ່ເປັນຜູ້ໄດ້ຮັບຊີວິດຈາກເຮົາ ແລະ ຕ້ອງເປັນພະຍານໃຫ້ກັບເຮົາ. ນີ້ແມ່ນໜ້າທີ່ຂອງພວກເຈົ້າທີ່ເຮົາສົ່ງລົງມາໃຫ້ແກ່ພວກເຈົ້າ ແລະ ເປັນສິ່ງທີ່ພວກເຈົ້າຄວນເຮັດເພື່ອເຮົາ. ເຮົາໄດ້ປະທານສະຫງ່າລາສີຂອງເຮົາທັງໝົດໃຫ້ແກ່ພວກເຈົ້າ, ເຮົາໄດ້ປະທານຊີວິດໃຫ້ແກ່ພວກເຈົ້າ ເຊິ່ງເປັນຊີວິດທີ່ຄົນຖືກເລືອກ ແລະ ຊາວອິດສະຣາເອນບໍ່ເຄີຍໄດ້ຮັບ. ໂດຍຄວາມຖືກຕ້ອງແລ້ວ, ພວກເຈົ້າຄວນຈະເປັນພະຍານຕໍ່ເຮົາ ແລະ ອຸທິດຄວາມໜຸ່ມຕໍ່ເຮົາ ແລະ ປ່ອຍວາງຊີວິດຂອງພວກເຈົ້າ. ຜູ້ໃດກໍຕາມທີ່ເຮົາປະທານສະຫງ່າລາສີຂອງເຮົາໃຫ້ ຄວນເປັນພະຍານໃຫ້ເຮົາ ແລະ ມອບຊີວິດຂອງພວກເຂົາໃຫ້ກັບເຮົາ. ເຮົາໄດ້ກຳນົດສິ່ງນີ້ໄວ້ຫຼວງໜ້າເປັນເວລາດົນນານແລ້ວ. ມັນເປັນໂຊກສະຕາທີ່ດີຂອງພວກເຈົ້າທີ່ເຮົາປະທານສະຫງ່າລາສີຂອງເຮົາໃຫ້ກັບພວກເຈົ້າ ແລະ ໜ້າທີ່ຂອງພວກເຈົ້າກໍຄືການເປັນປະຈັກພະຍານໃຫ້ກັບສະຫງ່າລາສີຂອງເຮົາ. ຖ້າຫາກພວກເຈົ້າພຽງແຕ່ເຊື່ອໃນເຮົາເພື່ອການຮັບພອນ, ແລ້ວພາລະກິດຂອງເຮົາກໍຈະມີຄວາມສຳຄັນໜ້ອຍທີ່ສຸດ ແລະ ພວກເຈົ້າເອງກໍຈະບໍ່ໄດ້ບັນລຸໜ້າທີ່ຂອງພວກເຈົ້າ. ຊາວອິດສະຣາເອັນເຫັນພຽງແຕ່ຄວາມເມດຕາ, ຄວາມຮັກ ແລະ ຄວາມຍິ່ງໃຫຍ່ຂອງເຮົາ ແລະ ຊາວຢິວໄດ້ປະຈັກພະຍານພຽງແຕ່ຄວາມອົດທົນ ແລະ ການໄຖ່ບາບຂອງເຮົາ. ພວກເຂົາເຫັນພາລະກິດຂອງພຣະວິນຍານຂອງເຮົາໜ້ອຍຫຼາຍ, ຈົນເຖິງຈຸດທີ່ພວກເຂົາເຂົ້າໃຈພຽງແຕ່ໜຶ່ງໃນສ່ວນສິບພັນຈາກສິ່ງທີ່ພວກເຈົ້າໄດ້ຍີນ ແລະ ເຫັນ. ສິ່ງທີ່ພວກເຈົ້າໄດ້ເຫັນແມ່ນເກີນກວ່າປະໂລຫິດໃຫຍ່ຂອງພວກເຂົາ. ຄວາມຈິງທີ່ພວກເຈົ້າເຂົ້າໃຈໃນປັດຈຸບັນນີ້ແມ່ນເໜືອກວ່າພວກເຂົາ; ສິ່ງທີ່ພວກເຈົ້າໄດ້ເຫັນໃນປັດຈຸບັນນີ້ແມ່ນເກີນກວ່າສິ່ງທີ່ໄດ້ເຫັນໃນຍຸກແຫ່ງພຣະບັນຍັດ, ພ້ອມດ້ວຍໃນຍຸກແຫ່ງພຣະຄຸນ ແລະ ສິ່ງທີ່ພວກເຈົ້າໄດ້ປະສົບແມ່ນເໜືອກວ່າໂມເຊ ແລະ ເອລີຢາ. ເພາະສິ່ງທີ່ຊາວອິດສະຣາເອນເຂົ້າໃຈແມ່ນ ພຽງແຕ່ພຣະບັນຍັດຂອງພຣະເຢໂຮວາ ແລະ ສິ່ງທີ່ພວກເຂົາໄດ້ເຫັນແມ່ນພຽງພາບທາງຫຼັງຂອງພຣະເຢໂຮວາ; ສິ່ງທີ່ຊາວຢິວເຂົ້າໃຈແມ່ນພຽງແຕ່ການໄຖ່ບາບຂອງພຣະເຢຊູ, ສິ່ງທີ່ພວກເຂົາໄດ້ຮັບແມ່ນພຽງແຕ່ພຣະຄຸນທີ່ໄດ້ປະທານໃຫ້ໂດຍພຣະເຢຊູ ແລະ ສິ່ງທີ່ພວກເຂົາໄດ້ເຫັນແມ່ນພຽງແຕ່ຮູບພາບຂອງພຣະເຢຊູພາຍໃນເຮືອນຂອງຊາວຢິວເທົ່ານັ້ນ. ສິ່ງທີ່ພວກເຈົ້າເຫັນໃນມື້ນີ້ແມ່ນສະຫງ່າລາສີຂອງພຣະເຢໂຮວາ, ການໄຖ່ບາບຂອງພະເຍຊູ ແລະ ການກະທຳທັງໝົດຂອງເຮົາໃນປັດຈຸບັນ. ແລ້ວເຊັ່ນດຽວກັນ, ເຈົ້າກໍໄດ້ຍິນພຣະທໍາຂອງພຣະວິນຍານຂອງເຮົາ, ຮູ້ຈັກຄຸນຄ່າໃນສະຕິປັນຍາຂອງເຮົາ, ຮູ້ຈັກຄວາມມະຫັດສະຈັນຂອງເຮົາ ແລະ ໄດ້ຮຽນຮູ້ເຖິງອຸປະນິໄສຂອງເຮົາ. ເຮົາຍັງໄດ້ບອກພວກເຈົ້າທັງໝົດກ່ຽວກັບແຜນການຄຸ້ມຄອງຂອງເຮົາ. ສິ່ງທີ່ພວກເຈົ້າໄດ້ເຫັນ ບໍ່ແມ່ນພຽງແຕ່ພຣະເຈົ້າທີ່ມີຄວາມສະຫງ່າງາມ ແລະ ມີຄວາມເມດຕາ, ແຕ່ເປັນພຣະເຈົ້າທີ່ເຕັມໄປດ້ວຍຄວາມຊອບທຳ. ເຈົ້າໄດ້ເຫັນພາລະກິດທີ່ໜ້າອັດສະຈັນໃຈຂອງເຈົ້າ ແລະ ຮູ້ວ່າເຮົາເຕັມໄປດ້ວຍຄວາມສະຫງ່າງາມ ແລະ ຄວາມໂກດຮ້າຍ. ຍິ່ງໄປກວ່ານັ້ນ, ເຈົ້າຮູ້ວ່າ ໃນຄັ້ງໜຶ່ງເຮົາໄດ້ນໍາເອົາຄວາມໂກດຮ້າຍຂອງເຮົາລົງໃສ່ເຮືອນຂອງອິດສະຣາເອນ ແລະ ໃນມື້ນີ້ ມັນໄດ້ເກີດຂື້ນກັບພວກເຈົ້າແລ້ວ. ພວກເຈົ້າເຂົ້າໃຈຄວາມເລິກລັບຂອງເຮົາໃນສະຫວັນຫລາຍກວ່າເອຊາຢາ ແລະ ໂຢຮັນ; ພວກເຈົ້າຮູ້ຈັກຄວາມສະຫງ່າງາມຂອງເຮົາ ແລະ ໃຫ້ຄວາມເຄົາລົບບູຊາຫຼາຍກວ່າໄພ່ພົນທຸກຄົນໃນຍຸກສະໄໝກ່ອນ. ສິ່ງທີ່ພວກເຈົ້າໄດ້ຮັບບໍ່ແມ່ນພຽງແຕ່ຄວາມຈິງຂອງເຮົາ, ວິທີທາງຂອງເຮົາ ແລະ ຊີວິດຂອງເຮົາເທົ່ານັ້ນ, ແຕ່ແມ່ນນິມິດ ແລະ ການເປີດເຜີຍທີ່ຍິ່ງໃຫຍ່ກວ່າໂຢຮັນ. ພວກເຈົ້າເຂົ້າໃຈຄວາມເລິກລັບອີກຫຼາຍຢ່າງ ແລະ ຍັງໄດ້ເບິ່ງໃບໜ້າທີ່ແທ້ຈິງຂອງເຮົາ; ພວກເຈົ້າຍອມຮັບເອົາການພິພາກສາຂອງເຮົາຫຼາຍຂື້ນ ແລະ ຮູ້ຈັກອຸປະນິໄສອັນຊອບທຳຂອງເຮົາຫຼາຍຂຶ້ນ. ດັ່ງນັ້ນ, ເຖິງແມ່ນວ່າພວກເຈົ້າເກີດໃນຍຸກສຸດທ້າຍ, ຄວາມເຂົ້າໃຈຂອງພວກເຈົ້າແມ່ນເປັນແບບດັ່ງເດີມ ແລະ ແບບໃນອະດີດ ແລະ ພວກເຈົ້າຍັງໄດ້ປະສົບກັບສິ່ງຕ່າງໆໃນປັດຈຸບັນນີ້ ແລະ ສິ່ງທັງໝົດນີ້ແມ່ນກະທໍາດ້ວຍຕົວເຮົາເອງ. ສິ່ງທີ່ເຮົາຂໍຈາກພວກເຈົ້າແມ່ນບໍ່ໄດ້ຫຼາຍເກີນຂອບເຂດ, ເພາະວ່າເຮົາໄດ້ໃຫ້ພວກເຈົ້າຫຼາຍກວ່ານັ້ນ ແລະ ພວກເຈົ້າໄດ້ເຫັນຫຼາຍສິ່ງຫຼາຍຢ່າງໃນຕົວເຮົາ. ສະນັ້ນ, ເຮົາຂໍໃຫ້ພວກເຈົ້າຈົ່ງເປັນພະຍານຕໍ່ເຮົາ, ຕໍ່ໄພ່ພົນໃນສະໄໝກ່ອນ ແລະ ນີ້ຄືຫົວໃຈຂອງເຮົາພຽງປາດຖະໜາເທົ່ານັ້ນ.

(ຄັດຈາກບົດ “ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

482. ສິ່ງທີ່ເຮົາປາດຖະໜາຈາກເຈົ້າໃນຕອນນີ້ກໍຄືຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງເຈົ້າ, ຄວາມຮັກ ແລະ ການເປັນປະຈັກພະຍານຂອງເຈົ້າ. ເຖິງແມ່ນວ່າ ໃນຕອນນີ້ເຈົ້າບໍ່ຮູ້ວ່າການເປັນປະຈັກພະຍານແມ່ນຫຍັງ ຫຼື ຄວາມຮັກແມ່ນຫຍັງ, ເຈົ້າຄວນມອບໃຫ້ເຮົາທັງໝົດທີ່ເຈົ້າມີ ແລະ ຍົກສົມບັດຊິ້ນດຽວທີ່ເຈົ້າມີໃຫ້ເຮົາ: ຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງເຈົ້າ. ເຈົ້າຄວນຮູ້ວ່າການເປັນປະຈັກພະຍານຕໍ່ການເອົາຊະນະຊາຕານຂອງເຮົາຂຶ້ນຢູ່ກັບຄວາມຈົງຮັກພັກດີ ແລະ ການເຊື່ອຟັງຂອງມະນຸດ, ເຊັ່ນດຽວກັນ ການເປັນປະຈັກພະຍານຕໍ່ການເອົາຊະນະມະນຸດທັງໝົດຂອງເຮົາ. ໜ້າທີ່ໃນການສັດທາຂອງພວກເຈົ້າທີ່ມີຕໍ່ເຮົາແມ່ນເພື່ອເປັນພະຍານໃຫ້ກັບເຮົາ, ເພື່ອສະແດງຄວາມຈົງຮັກພັກດີຕໍ່ເຮົາ ແລະ ບໍ່ແມ່ນສິ່ງໃດທັງສິ້ນ ແລະ ເພື່ອເຊື່ອຟັງຈົນເຖິງທີ່ສຸດ. ກ່ອນທີ່ເຮົາຈະເລີ່ມຂັ້ນຕອນຕໍ່ໄປໃນພາລະກິດຂອງເຮົາ, ເຈົ້າຈະເປັນພະຍານຕໍ່ເຮົາແນວໃດ? ເຈົ້າຈະຈົງຮັກພັກດີ ແລະ ເຊື່ອຟັງເຮົາແນວໃດ? ເຈົ້າຈະອຸທິດຄວາມຈົງຮັກພັກດີຂອງເຈົ້າາທັງໝົດຕໍ່ໜ້າທີ່ຂອງເຈົ້າບໍ ຫຼື ເຈົ້າພຽງແຕ່ຈະຍອມຈໍານົນເທົ່ານັ້ນບໍ? ເຈົ້າຈະຍອມຮັບເອົາການຈັດແຈງທຸກຢ່າງຂອງເຮົາ (ເຖິງມັນຈະເປັນຄວາມຕາຍ ຫຼື ການທຳລາຍ) ຫຼື ຈະໜີໄປກາງທາງເພື່ອຫຼີກເວັ້ນການຂ້ຽນຕີຂອງເຮົາ? ເຮົາຂ້ຽນຕີເຈົ້າ ເພື່ອວ່າ ເຈົ້າຈະເປັນພະຍານຕໍ່ເຮົາ ແລະ ຈົງຮັກພັກດີ ແລະ ເຊື່ອຟັງເຮົາ. ຍິ່ງໄປກວ່ານັ້ນ, ການຂ້ຽນຕີໃນປັດຈຸບັນ ແມ່ນການເປີດເຜີຍຂັ້ນຕອນຕໍ່ໄປຂອງພາລະກິດຂອງເຮົາ ແລະ ເພື່ອເຮັດໃຫ້ພາລະກິດມີຄວາມກ້າວໜ້າຢ່າງບໍ່ມີສິ່ງໃດກິດຂວາງທັງນັ້ນ. ເພາະສະນັ້ນ, ເຮົາຂໍແນະນຳໃຫ້ເຈົ້າເປັນຄົນສະຫຼາດ ແລະ ປະຕິບັດຕໍ່ຊີວິດຂອງເຈົ້າ ຫຼື ຄວາມໝາຍຂອງການມີຊີວິດຂອງເຈົ້າບໍ່ໃຫ້ຄືກັບດິນຊາຍທີ່ບໍ່ມີຄຸນຄ່າ. ເຈົ້າສາມາດຮູ້ໄດ້ຢ່າງແນ່ນອນບໍ່ວ່າພາລະກິດຂອງເຮົາທີ່ຈະມາເຖິງແມ່ນຫຍັງ? ເຈົ້າຮູ້ບໍວ່າເຮົາຈະປະຕິບັດພາລະກິດແບບໃດໃນວັນຂ້າງໜ້າ ແລະ ພາລະກິດຂອງເຮົາຈະດໍາເນີນການແບບໃດ? ເຈົ້າຄວນຮູ້ຄວາມໝາຍຂອງປະສົບການຂອງເຈົ້າໃນພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ຄວາມໝາຍຂອງຄວາມສັດທາຂອງພວກເຈົ້າໃນເຮົາ. ເຮົາໄດ້ເຮັດມາຫຼາຍແລ້ວ; ເຮົາຈະຍອມຈໍານົນກາງທາງດັ່ງທີ່ເຈົ້າຈິນຕະນາການໄດ້ແນວໃດ? ເຮົາໄດ້ເຮັດພາລະກິດຢ່າງຫຼວງຫຼາຍ; ເຮົາຈະທຳລາຍມັນໄດ້ແນວໃດ? ແທ້ຈິງແລ້ວ, ເຮົາໄດ້ມາເພື່ອເຮັດໃຫ້ຍຸກນີ້ສິ້ນສຸດລົງ. ນີ້ແມ່ນຄວາມຈິງ, ແຕ່ຍິ່ງໄປກວ່ານັ້ນ ເຈົ້າຕ້ອງຮູ້ວ່າ ເຮົາຈະເລີ່ມຕົ້ນຍຸກໃໝ່, ເລີ່ມຕົ້ນພາລະກິດໃໝ່ ແລະ ສໍາຄັນໄປກວ່ານັ້ນແມ່ນເພື່ອເຜີຍແຜ່ຂ່າວປະເສີດຂອງອານາຈັກ. ສະນັ້ນ ເຈົ້າຄວນຮູ້ວ່າ ພາລະກິດໃນປັດຈຸບັນ ແມ່ນພຽງແຕ່ເປັນການເລີ່ມຕົ້ນຂອງຍຸກ ແລະ ວາງພື້ນຖານສຳລັບການເຜີຍແຜ່ຂ່າວປະເສີດໃນອະນາຄົດ ແລະ ເຮັດໃຫ້ຍຸກນີ້ສິ້ນສຸດລົງໃນອະນາຄົດ. ພາລະກິດຂອງເຮົາບໍ່ແມ່ນເລື່ອງງ່າຍດາຍດັ່ງທີ່ເຈົ້າຄິດ ແລະ ມັນບໍ່ມີຄ່າ ຫຼື ບໍ່ມີຄວາມໝາຍຄືກັບເຈົ້າເຊື່ອ. ສະນັ້ນ ເຮົາຍັງຕ້ອງເວົ້າກັບເຈົ້າວ່າ: ເຈົ້າຄວນສະລະຊີວິດຂອງເຈົ້າໃຫ້ກັບພາລະກິດຂອງເຮົາ ແລະ ຍິ່ງໄປກວ່ານັ້ນ, ເຈົ້າຄວນອຸທິດຕົວເຈົ້າເອງຕໍ່ຄວາມສະຫງ່າລາສີຂອງເຮົາ. ເຮົາປາຖະໜາໃຫ້ເຈົ້າເປັນພະຍານຕໍ່ເຮົາມາດົນນານແລ້ວ ແລະ ຍິ່ງໄປກວ່ານັ້ນ ເຮົາປາຖະໜາໃຫ້ເຈົ້າເຜີຍແຜ່ຂ່າວປະເສີດຂອງເຮົາ. ເຈົ້າຄວນເຂົ້າໃຈສິ່ງທີ່ຢູ່ໃນໃຈຂອງເຮົາ.

(ຄັດຈາກບົດ “ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

483. ເຈົ້າສາມາດສື່ສານເຖິງອຸປະນິໄສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ສື່ເຖິງຄວາມສຳຄັນຂອງຍຸກດັ່ງກ່າວໄດ້ຢ່າງເໝາະສົມບໍ? ເຈົ້າ ຜູ້ທີ່ໄດ້ຜະເຊີນພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ຈະສາມາດບັນລະຍາຍອຸປະນິໄສທີ່ຊອບທຳຂອງພຣະເຈົ້າຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດເປັນພະຍານເຖິງອຸປະນິໄສຂອງພຣະເຈົ້າຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໄດ້ບໍ? ເຈົ້າຈະຖ່າຍທອດສິ່ງທີ່ເຈົ້າໄດ້ເຫັນ ແລະ ຜະເຊີນໃຫ້ແກ່ຜູ້ເຊື່ອທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? ຄົນປະເພດໃດທີ່ກຳລັງລໍຖ້າເຈົ້າໃຫ້ລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ? ເຈົ້າຮູ້ຈັກພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ? ຄວາມຮູ້ສຶກເຖິງພາລະກິດທີ່ເປັນປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ຢ່າງພໍປະມານດັ່ງເຈົ້ານາຍໃນຍຸກຕໍ່ໄປແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າກ່ຽວກັບການເປັນນາຍບໍ? ເຈົ້າຈະອະທິບາຍເຖິງນາຍຂອງທຸກສິ່ງແນວໃດ? ມັນແມ່ນນາຍຂອງສິ່ງມີຊີວິດທີ່ຖືກສ້າງທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກບໍ? ເຈົ້າມີແຜນຫຍັງສຳລັບຄວາມກ້າວໜ້າຂອງພາລະກິດຂັ້ນຕໍ່ໄປ? ມີຈັກຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າເພື່ອເປັນຄົນລ້ຽງດູຂອງພວກເຂົາ? ໜ້າທີ່ຂອງເຈົ້າແມ່ນໜ້າທີ່ໆໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ເຮັດຫຍັງກໍບໍ່ຖືກ, ຮ້ອງໃຫ້ຢູ່ໃນຄວາມມືດ, ຫົນທາງຢູ່ໃສ? ພວກເຂົາປາຖະໜາຫາແສງສະຫວ່າງ ຄ້າຍຄືດາວຕົກ ໃຫ້ລົງມາໃນທັນທີ ແລະ ກຳຈັດກອງກຳລັງແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ໃຜສາມາດຮູ້ໄດ້ເຖິງຂອບເຂດສົມບູນທີ່ພວກເຂົາຫວັງຢ່າງໃຈຈົດໃຈຈໍ່ ແລະ ວິທີທີ່ພວກເຂົາປາຖະໜາຫາ ໃນກາງເວັນ ແລະ ກາງຄືນສຳລັບສິ່ງນີ້? ແມ່ນແຕ່ໃນມື້ທີ່ແສງສະຫວ່າງແວຍຜ່ານ, ຄົນເຫຼົ່ານີ້ທີ່ທົນທຸກທໍລະມານຢ່າງເລິກເຊິ່ງຍັງຄົງຖືກຈ່ອງຈຳໃນຄຸກມືດໃຕ້ດິນ ໂດຍບໍ່ມີຄວາມຫວັງທີ່ຈະໄດ້ຮັບການປ່ອຍຕົວ; ເມື່ອໃດພວກເຂົາຈະບໍ່ຮ້ອງໄຫ້ອີກຕໍ່ໄປ? ສິ່ງທີ່ເປັນຕາຢ້ານກໍຄືຄວາມໂຊກຮ້າຍຂອງວິນຍານທີ່ບອບບາງເຫຼົ່ານີ້ທີ່ບໍ່ເຄີຍໄດ້ຮັບການພັກຜ່ອນ ແລະ ພວກເຂົາຖືກມັດຢູ່ໃນສະພາວະນີ້ແຕ່ດົນ ໂດຍຂໍ້ຜູກມັດໄຮ້ປານີ ແລະ ປະຫວັດສາດທີ່ແຂງກະດ້າງ. ແລ້ວໃຜເຄີຍໄດ້ຍິນສຽງຮ້ອງໄຫ້ຂອງພວກເຂົາ? ໃຜເຄີຍເບິ່ງສະພາວະທີ່ເປັນທຸກຂອງພວກເຂົາ? ເຈົ້າເຄີຍຄິດບໍວ່າ ຫົວໃຈຂອງພຣະເຈົ້າໂສກເສົ້າ ແລະ ວິຕົກກັງວົນສໍ່າໃດ? ພຣະອົງຈະສາມາດທົນເຫັນມະນຸດຊາດຜູ້ໄຮ້ດຽງສາ ທີ່ພຣະອົງສ້າງດ້ວຍມືພຣະອົງເອງ ຕ້ອງທົນທຸກກັບການທໍລະມານດັ່ງກ່າວໄດ້ແນວໃດ? ໃນທີ່ສຸດແລ້ວ, ມະນຸດເປັນຜູ້ເຄາະຮ້າຍທີ່ຖືກໃສ່ພິດ. ແລ້ວເຖິງແມ່ນວ່າ ມະນຸດ ຢູ່ລອດມາຮອດທຸກມື້ນີ້, ໃຜຈະຮູ້ວ່າ ມະນຸດຊາດຖືກໃສ່ພິດໂດຍຄົນທີ່ຊົ່ວຮ້າຍແຕ່ດົນແລ້ວ? ເຈົ້າລືມໄປແລ້ວບໍວ່າ ເຈົ້າກໍແມ່ນໜຶ່ງໃນຜູ້ເຄາະຮ້າຍນັ້ນ? ຈາກຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ, ເຈົ້າບໍ່ເຕັມໃຈທີ່ຈະພະຍາຍາມຊ່ວຍຜູ້ລອດຊີວິດເຫຼົ່ານີ້ບໍ? ເຈົ້າບໍ່ເຕັມໃຈທີ່ຈະອຸທິດກຳລັງທັງໝົດຂອງເຈົ້າເພື່ອຕອບແທນພຣະເຈົ້າ ຜູ້ທີ່ຮັກມະນຸດຊາດຄືກັບເນື້ອໜັງ ແລະ ເລືອດຂອງພຣະອົງເອງບໍ? ເມື່ອທຸກສິ່ງຖືກກ່າວ ແລະ ກະທຳ, ເຈົ້າຈະຕີຄວາມໝາຍການຖືກໃຊ້ໂດຍພຣະເຈົ້າເພື່ອດຳລົງຊີວິດທີ່ພິເສດຂອງເຈົ້າແນວໃດ? ເຈົ້າມີຄວາມຕັ້ງໃຈ ແລະ ຄວາມໝັ້ນໃຈທີ່ຈະດຳລົງຊີວິດອັນມີຄວາມໝາຍຂອງບຸກຄົນເຫຼື້ອມໃສທີ່ ຮັບໃຊ້ພຣະເຈົ້າແທ້ໆບໍ?

(ຈາກບົດ “ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

484. ການເປັນພະຍານໃຫ້ແກ່ພຣະເຈົ້າຫຼັກໆແມ່ນເລື່ອງການເວົ້າເຖິງຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດຂອງພຣະເຈົ້າ, ວິທີທີ່ພຣະເຈົ້າເອົາຊະນະຜູ້ຄົນ, ວິທີທີ່ພຣະອົງຊ່ວຍຜູ້ຄົນໃຫ້ລອດພົ້ນ, ວິທີທີ່ພຣະອົງປ່ຽນແປງຜູ້ຄົນ; ມັນແມ່ນການເວົ້າເຖິງວິທີທີ່ພຣະອົງນໍາພາຜູ້ຄົນໃຫ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ, ເຮັດໃຫ້ພວກເຂົາຖືກເອົາຊະນະ, ຖືກເຮັດໃຫ້ສົມບູນ ແລະ ຖືກຊ່ວຍໃຫ້ລອດພົ້ນໂດຍພຣະອົງ. ການເປັນພະຍານໝາຍເຖິງການເວົ້າເຖິງພາລະກິດຂອງພຣະອົງ ແລະ ທຸກສິ່ງທີ່ເຈົ້າໄດ້ຜະເຊີນ. ມີພຽງແຕ່ພາລະກິດຂອງພຣະອົງສາມາດເປັນຕົວແທນໃຫ້ແກ່ພຣະອົງ ແລະ ມີພຽງແຕ່ພາລະກິດຂອງພຣະອົງທີ່ສາມາດເປີດເຜີຍພຣະອົງສູ່ສາທາລະນະ, ໃນຄວາມເປັນພຣະອົງທັງໝົດ; ພາລະກິດຂອງພຣະອົງເປັນພະຍານໃຫ້ແກ່ພຣະອົງ. ພາລະກິດຂອງພຣະອົງ ແລະ ພຣະຄໍາຂອງພຣະອົງເປັນຕົວແທນໃຫ້ແກ່ພຣະວິນຍານໂດຍກົງ; ພາລະກິດທີ່ພຣະອົງເຮັດແມ່ນຖືກປະຕິບັດໂດຍພຣະວິນຍານ ແລະ ພຣະທຳທີ່ພຣະອົງກ່າວແມ່ນຖືກກ່າວໂດຍພຣະວິນຍານ. ສິ່ງເຫຼົ່ານີ້ພຽງແຕ່ຖືກກ່າວອອກຜ່ານທາງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ, ແຕ່ໃນຄວາມເປັນຈິງ ພວກມັນແມ່ນການສະແດງອອກຂອງພຣະວິນຍານ. ພາລະກິດທຸກຢ່າງທີ່ພຣະອົງເຮັດ ແລະ ພຣະທຳທຸກຂໍ້ທີ່ພຣະອົງກ່າວເປັນຕົວແທນໃຫ້ແກ່ທາດແທ້ຂອງພຣະອົງ. ຫຼັງຈາກທີ່ພຣະອົງສວມໃສ່ເນື້ອໜັງ ແລະ ມາຢູ່ທ່າມກາງມະນຸດ, ຖ້າພຣະເຈົ້າບໍ່ໄດ້ກ່າວ ຫຼື ປະຕິບັດພາລະກິດ ແລະ ຂໍໃຫ້ພວກເຈົ້າຮູ້ຈັກຄວາມເປັນຈິງຂອງພຣະອົງ, ຄວາມເປັນປົກກະຕິຂອງພຣະອົງ ແລະ ອຳນາດອັນໄພສານຂອງພຣະອົງ, ເຈົ້າຈະສາມາດຮູ້ຈັກບໍ? ເຈົ້າຈະສາມາດຮູ້ຈັກໄດ້ບໍວ່າ ທາດແທ້ຂອງພຣະວິນຍານແມ່ນຫຍັງ? ເຈົ້າຈະສາມາດຮູ້ຈັກໄດ້ບໍວ່າ ຄຸນລັກສະນະຂອງເນື້ອໜັງຂອງພຣະອົງແມ່ນຫຍັງ? ມັນເປັນພຽງຍ້ອນພວກເຈົ້າໄດ້ຜະເຊີນແຕ່ລະບາດກ້າວໃນພາລະກິດຂອງພຣະອົງ, ພຣະອົງຈຶ່ງຂໍໃຫ້ພວກເຈົ້າເປັນພະຍານໃຫ້ແກ່ພຣະອົງ. ຖ້າພວກເຈົ້າປາສະຈາກປະສົບການດັ່ງກ່າວ, ແລ້ວພຣະອົງຈະບໍ່ຂໍໃຫ້ພວກເຈົ້າເປັນພະຍານ. ສະນັ້ນ ເມື່ອເຈົ້າເປັນພະຍານໃຫ້ກັບພຣະເຈົ້າ, ເຈົ້າບໍ່ພຽງແຕ່ເປັນພະຍານເຖິງລັກສະນະພາຍນອກຂອງຄວາມເປັນມະນຸດປົກກະຕິຂອງພຣະອົງ, ແຕ່ຍັງເປັນພະຍານເຖິງພາລະກິດທີ່ພຣະອົງເຮັດ ແລະ ເສັ້ນທາງທີ່ພຣະອົງນໍາພາ; ເຈົ້າຕ້ອງເປັນພະຍານເຖິງວິທີທາງທີ່ເຈົ້າຖືກເອົາຊະນະໂດຍພຣະອົງ ແລະ ໃນດ້ານໃດທີ່ເຈົ້າຖືກເຮັດໃຫ້ສົມບູນ. ນີ້ແມ່ນປະເພດຂອງການເປັນພະຍານທີ່ເຈົ້າຄວນມີ... ເຈົ້າໄດ້ຜະເຊີນກັບການຂ້ຽນຕີ, ການພິພາກສາ, ການຫຼໍ່ຫຼອມ, ການທົດລອງ, ຄວາມລົ້ມເຫຼວ ແລະ ຄວາມລໍາບາກຍາກແຄ້ນ ເທື່ອລະບາດກ້າວ ແລະ ເຈົ້າໄດ້ຖືກເອົາຊະນະ; ເຈົ້າໄດ້ປະວາງຄວາມຄາດຫວັງຈາກເນື້ອໜັງ, ແຮງຈູງໃຈສ່ວນຕົວຂອງເຈົ້າ ແລະ ຜົນປະໂຫຍດສ່ວນຕົວທາງເນື້ອໜັງ. ເວົ້າອີກຢ່າງໜຶ່ງກໍຄື ພຣະທຳຂອງພຣະເຈົ້າໄດ້ເອົາຊະນະຫົວໃຈຂອງເຈົ້າຢ່າງສິ້ນເຊີງ. ເຖິງແມ່ນເຈົ້າບໍ່ໄດ້ເຕີບໃຫຍ່ໃນຊີວິດຂອງເຈົ້າໄດ້ຫຼາຍສໍ່າທີ່ພຣະອົງຮຽກຮ້ອງ, ແຕ່ເຈົ້າກໍຮູ້ທຸກສິ່ງເຫຼົ່ານີ້ ແລະ ເຈົ້າກໍເຊື່ອຢ່າງສິ້ນເຊີງໃນສິ່ງທີ່ພຣະອົງເຮັດ. ສະນັ້ນ ນີ້ຈຶ່ງອາດຖືກເອີ້ນໄດ້ວ່າຄຳພະຍານ, ຄຳພະຍານທີ່ເປັນຈິງ ແລະ ແທ້ຈິງ. ພາລະກິດທີ່ພຣະເຈົ້າໄດ້ມາປະຕິບັດ, ພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີ ແມ່ນເພື່ອເອົາຊະນະມະນຸດ, ແຕ່ພຣະອົງຍັງຕ້ອງເຮັດສຳເລັດພາລະກິດຂອງພຣະອົງ, ສິ້ນສຸດຍຸກ ແລະ ປະຕິບັດພາລະກິດແຫ່ງການສິ້ນສຸດ. ພຣະອົງກຳລັງສິ້ນສຸດຍຸກທັງໝົດ, ຊ່ວຍມະນຸດຊາດທັງປວງໃຫ້ລອດພົ້ນ, ໄຖ່ມະນຸດຊາດອອກຈາກຄວາມຜິດບາບເປັນຄັ້ງສຸດທ້າຍ; ພຣະອົງກຳລັງຮັບເອົາມະນຸດຊາດທີ່ພຣະອົງສ້າງຂຶ້ນຢ່າງສົມບູນ. ເຈົ້າຄວນເປັນພະຍານເຖິງທຸກສິ່ງນີ້. ເຈົ້າໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະເຈົ້າ, ເຈົ້າໄດ້ເຫັນມັນດ້ວຍຕາຂອງເຈົ້າເອງ ແລະ ຜະເຊີນມັນຢ່າງເປັນສ່ວນຕົວ; ເມື່ອເຈົ້າໄດ້ໄປເຖິງຈຸດຈົບຢ່າງແທ້ຈິງ, ເຈົ້າກໍຕ້ອງບໍ່ເປັນຄົນທີ່ບໍ່ສາມາດປະຕິບັດໜ້າທີ່ໆຖືກມອບໝາຍໃຫ້ແກ່ເຈົ້າ. ສິ່ງນັ້ນຊ່າງເປັນຕາສົມເພດແທ້ໆ! ໃນອະນາຄົດ, ເມື່ອຂ່າວປະເສີດຖືກເຜີຍແຜ່, ເຈົ້າກໍຄວນທີ່ຈະສາມາດເວົ້າເຖິງຄວາມຮູ້ຂອງເຈົ້າເອງ, ເປັນພະຍານເຖິງທຸກສິ່ງທີ່ເຈົ້າໄດ້ຮັບໃນຫົວໃຈຂອງເຈົ້າ ແລະ ທຸ້ມເທສຸດກຳລັງ. ນີ້ຄືສິ່ງທີ່ສິ່ງຖືກສ້າງຄວນບັນລຸ. ແມ່ນຫຍັງຄືຄວາມໝາຍທີ່ແທ້ຈິງຂອງຂັ້ນຕອນນີ້ໃນພາລະກິດຂອງພຣະເຈົ້າ? ແມ່ນຫຍັງຄືຜົນສະທ້ອນຂອງມັນ? ແລ້ວມັນຖືກປະຕິບັດໃນມະນຸດໄດ້ຫຼາຍສໍ່າໃດ? ຜູ້ຄົນຄວນເຮັດຫຍັງ? ເມື່ອພວກເຈົ້າສາມາດເວົ້າຢ່າງຊັດເຈນເຖິງພາລະກິດທັງໝົດທີ່ພຣະເຈົ້າທີ່ບັງເກີດເປັນນະມຸດໄດ້ປະຕິບັດຕັ້ງແຕ່ພຣະອົງມາເຖິງແຜ່ນດິນໂລກ, ແລ້ວຄຳພະຍານຂອງເຈົ້າກໍຈະສົມບູນ. ເມື່ອເຈົ້າສາມາດເວົ້າຢ່າງຊັດເຈນເຖິງຫ້າສິ່ງເຫຼົ່ານີ້: ຄວາມໝາຍຂອງພາລະກິດຂອງພຣະອົງ; ເນື້ອຫາຂອງພາລະກິດນັ້ນ; ທາດແທ້ຂອງພາລະກິດນັ້ນ; ອຸປະນິໄສທີ່ພາລະກິດເປັນຕົວແທນໃຫ້; ແລະ ຫຼັກການຂອງພາລະກິດນັ້ນ, ແລ້ວສິ່ງນີ້ກໍຈະພິສູດວ່າ ເຈົ້າສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້, ເຈົ້າມີຄວາມຮູ້ຢ່າງແທ້ຈິງ. ສິ່ງທີ່ເຮົາຮຽກຮ້ອງຈາກພວກເຈົ້າບໍ່ໄດ້ສູງຂະໜາດນັ້ນ ແລະ ສາມາດບັນລຸໄດ້ໂດຍທຸກຄົນທີ່ສະແຫວງຫາຢ່າງແທ້ຈິງ. ຖ້າເຈົ້າຕັ້ງໃຈທີ່ຈະເປັນໜຶ່ງໃນພະຍານຂອງພຣະເຈົ້າ, ເຈົ້າກໍຕ້ອງເຂົ້າໃຈສິ່ງທີ່ພຣະເຈົ້າກຽດຊັງ ແລະ ສິ່ງທີ່ພຣະເຈົ້າຮັກ. ເຈົ້າໄດ້ຜະເຊີນກັບພາລະກິດຫຼາຍຢ່າງຂອງພຣະອົງ; ຜ່ານທາງພາລະກິດນີ້, ເຈົ້າຕ້ອງມາຮູ້ຈັກອຸປະນິໄສຂອງພຣະອົງ, ເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດຊາດ ແລະ ໃຊ້ຄວາມຮູ້ນີ້ເພື່ອເປັນພະຍານກ່ຽວກັບພຣະອົງ ແລະ ປະຕິບັດໜ້າທີ່ຂອງເຈົ້າ.

(ຄັດຈາກບົດ “ການປະຕິບັດ (7)” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

485. ເມື່ອເປັນພະຍານໃຫ້ກັບພຣະເຈົ້າ, ຫຼັກໆແລ້ວເຈົ້າກໍຄວນເວົ້າກ່ຽວກັບວິທີທີ່ພຣະເຈົ້າພິພາກສາ ແລະ ຂ້ຽນຕີຜູ້ຄົນ, ແມ່ນຫຍັງທີ່ພຣະອົງໃຊ້ໃນການທົດລອງເພື່ອຫຼໍ່ຫຼອມຜູ້ຄົນ ແລະ ປ່ຽນແປງອຸປະນິໄສຂອງພວກເຂົາ. ພ້ອມນັ້ນ ເຈົ້າຄວນເວົ້າກ່ຽວກັບຄວາມເສື່ອມຊາມວ່າຖືກເປີດເຜີຍໃນປະສົບການຂອງພວກເຈົ້າຫຼາຍສໍ່າໃດ, ພວກເຈົ້າໄດ້ທົນທຸກຫຼາຍສໍ່າໃດ ແລະ ພວກເຈົ້າຖືກເອົາຊະນະໂດຍພຣະເຈົ້າໄດ້ແນວໃດໃນທີ່ສຸດ; ເວົ້າກ່ຽວກັບເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບພາລະກິດຂອງພຣະເຈົ້າຫຼາຍສໍ່າໃດ ແລະ ເຈົ້າຄວນເປັນພະຍານໃຫ້ກັບພຣະເຈົ້າ ແລະ ຕອບແທນພຣະອົງສຳລັບຄວາມຮັກຂອງພຣະອົງແນວໃດ. ພວກເຈົ້າຄວນໃສ່ເນື້ອຫາເຂົ້າໃນພາສາປະເພດນີ້ ໃນຂະນະທີ່ເວົ້າມັນອອກໃນລັກສະນະທີ່ງ່າຍໆ. ຢ່າເວົ້າກ່ຽວກັບທິດສະດີທີ່ວ່າງເປົ່າ. ໃຫ້ເວົ້າກ່ຽວກັບສິ່ງທີ່ເປັນຈິງຫຼາຍຂຶ້ນ; ໃຫ້ເວົ້າຈາກຫົວໃຈ. ນີ້ແມ່ນວິທີທີ່ເຈົ້າຄວນຜະເຊີນ. ຢ່າປະກອບຕົນເອງດ້ວຍທິດສະດີທີ່ເບິ່ງຄືເລິກເຊິ່ງ ແລະ ວ່າງເປົ່າ ເພື່ອພະຍາຍາມໂອ້ອວດ; ການເຮັດແບບນັ້ນຈະເຮັດໃຫ້ເຈົ້າປາກົດວ່າອວດດີ ແລະ ຂາດຄວາມຮູ້ສຶກພໍສົມຄວນ. ເຈົ້າຄວນເວົ້າກ່ຽວກັບສິ່ງທີ່ເປັນຈິງຈາກປະສົບການຕົວຈິງຂອງເຈົ້າຫຼາຍຂຶ້ນ ທີ່ມັນເປັນຈິງ ແລະ ມາຈາກຫົວໃຈ; ສິ່ງນີ້ເປັນປະໂຫຍດທີ່ສຸດຕໍ່ຄົນອື່ນ ແລະ ເໝາະສົມທີ່ສຸດໃຫ້ພວກເຂົາໄດ້ເຫັນ. ພວກເຈົ້າເຄີຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າຫຼາຍທີ່ສຸດ ແລະ ມີແນວໂນ້ມທີ່ຈະອ່ອນນ້ອມຕໍ່ພຣະອົງໜ້ອຍທີ່ສຸດ, ແຕ່ໃນຕອນນີ້ ເຈົ້າໄດ້ຖືກເອົາຊະນະ, ຢ່າໄດ້ລືມສິ່ງນັ້ນ. ເຈົ້າຄວນໄຕ່ຕອງ ແລະ ຄິດກ່ຽວກັບສິ່ງເຫຼົ່ານີ້ຫຼາຍຂຶ້ນ. ຫຼັງຈາກທີ່ຜູ້ຄົນເຂົ້າໃຈພວກມັນຢ່າງຊັດເຈນ, ພວກເຂົາກໍຈະຮູ້ຈັກວິທີເປັນພະຍານ; ບໍ່ດັ່ງນັ້ນ ພວກເຂົາກໍຈະມີແນວໂນ້ມທີ່ຈະເຮັດການກະທຳທີ່ເປັນຕາອັບອາຍ ແລະ ຂາດຄວາມຮູ້ສຶກ.

(“ມີພຽງການສະແຫວງຫາຄວາມຈິງເທົ່ານັ້ນ ຄົນໃດໜຶ່ງຈຶ່ງຈະສາມາດບັນລຸການປ່ຽນແປງໃນອຸປະນິໄສ” ໃນການບັນທຶກບົດສົນທະນາຂອງພຣະຄຣິດ)

486. ເພື່ອເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ເຈົ້າຕ້ອງເພິ່ງພາປະສົບການຂອງເຈົ້າ, ຄວາມຮູ້ ແລະ ລາຄາທີ່ເຈົ້າໄດ້ຈ່າຍ. ມີພຽງແຕ່ແບບນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດປະຕິບັດຕາມຄວາມປະສົງຂອງພຣະອົງໄດ້. ເຈົ້າເປັນຄົນທີ່ເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າບໍ? ເຈົ້າມີຄວາມປາຖະໜານີ້ບໍ? ຖ້າເຈົ້າສາມາດເປັນພະຍານໃຫ້ແກ່ນາມຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ຄືໃຫ້ແກ່ພາລະກິດຂອງພຣະອົງ ແລະ ຖ້າເຈົ້າສາມາດດຳລົງຊີວິດຕາມລັກສະນະທີ່ພຣະອົງຮຽກຮ້ອງຈາກຄົນຂອງພຣະອົງ, ແລ້ວເຈົ້າກໍເປັນພະຍານໃຫ້ກັບພຣະເຈົ້າ. ເຈົ້າເປັນພະຍານໃຫ້ກັບພຣະເຈົ້າແນວໃດແທ້? ເຈົ້າເປັນພະຍານໂດຍການສະແຫວງຫາ ແລະ ການປາຖະໜາທີ່ຈະດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ການເປັນພະຍານຜ່ານຄຳເວົ້າຂອງເຈົ້າ, ການເຮັດໃຫ້ຜູ້ຄົນຮູ້ຈັກພາລະກິດຂອງພຣະອົງ ແລະ ເຫັນການກະທຳຂອງພຣະອົງ. ຖ້າເຈົ້າສະແຫວງຫາທຸກສິ່ງເຫຼົ່ານີ້ຢ່າງແທ້ຈິງ, ແລ້ວພຣະເຈົ້າກໍຈະເຮັດໃຫ້ເຈົ້າສົມບູນ. ຖ້າສິ່ງທີ່ເຈົ້າສະແຫວງຫາແມ່ນພຽງການຖືກພຣະເຈົ້າເຮັດໃຫ້ສົມບູນເທົ່ານັ້ນ ແລະ ໄດ້ຮັບພອນໃນທີ່ສຸດ, ແລ້ວທັດສະນະຂອງຄວາມເຊື່ອຂອງເຈົ້າໃນພຣະເຈົ້າກໍບໍ່ບໍລິສຸດ. ເຈົ້າຄວນສະແຫວງຫາວິທີທີ່ຈະເຫັນການກະທຳຂອງພຣະເຈົ້າໃນຊີວິດທີ່ເປັນຈິງ, ວິທີທີ່ຈະເຮັດໃຫ້ພຣະອົງພໍໃຈ ເມື່ອພຣະອົງເປີດເຜີຍຄວາມປະສົງຂອງພຣະອົງໃຫ້ກັບເຈົ້າ ແລະ ສະແຫວງຫາວິທີທີ່ຈະເປັນພະຍານເຖິງຄວາມມະຫັດສະຈັນ ແລະ ສະຕິປັນຍາຂອງພຣະອົງ ແລະ ວິທີທີ່ຈະເປັນພະຍານເຖິງວິທີທີ່ພຣະອົງລົງວິໄນ ແລະ ຈັດການກັບເຈົ້າ. ທຸກສິ່ງເຫຼົ່ານີ້ແມ່ນສິ່ງທີ່ເຈົ້າຄວນພະຍາຍາມໄຕ່ຕອງໃນຕອນນີ້. ຖ້າຄວາມຮັກຂອງເຈົ້າທີ່ມີຕໍ່ພຣະເຈົ້າແມ່ນພຽງແຕ່ເພື່ອ ເຈົ້າຈະໄດ້ມີສ່ວນຮ່ວມໃນສະຫງ່າລາສີຂອງພຣະເຈົ້າ ຫຼັງຈາກທີ່ພຣະອົງເຮັດໃຫ້ເຈົ້າສົມບູນ, ແລ້ວມັນກໍຍັງບໍ່ພຽງພໍ ແລະ ບໍ່ສາມາດບັນລຸຕາມຄວາມຕ້ອງການຂອງພຣະເຈົ້າໄດ້. ເຈົ້າຕ້ອງສາມາດເປັນພະຍານໃຫ້ແກ່ພາລະກິດຂອງພຣະເຈົ້າ, ປະຕິບັດຕາມຄວາມຮຽກຮ້ອງຂອງພຣະອົງ ແລະ ມີປະສົບການກັບພາລະກິດທີ່ພຣະອົງໄດ້ປະຕິບັດໃນຜູ້ຄົນດ້ວຍວິທີທີ່ເປັນຈິງ. ບໍ່ວ່າມັນຈະເປັນຄວາມເຈັບປວດ, ນໍ້າຕາ ຫຼື ຄວາມໂສກເສົ້າ, ເຈົ້າກໍຕ້ອງຜະເຊີນກັບມັນທັງໝົດໃນການປະຕິບັດຂອງເຈົ້າ. ພວກມັນແມ່ນເພື່ອເຮັດໃຫ້ເຈົ້າສົມບຸນດັ່ງຄົນໜຶ່ງທີ່ເປັນພະຍານໃຫ້ແກ່ພຣະເຈົ້າ.

(ຄັດຈາກບົດ “ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

487. ເຖິງແມ່ນວ່າຄວາມສັດທາຂອງເຈົ້າຈະເປັນສິ່ງທີ່ຈິງໃຈຫຼາຍ, ບໍ່ມີຜູ້ໃດໃນບັນດາພວກເຈົ້າ ທີ່ສາມາດອະທິບາຍໃຫ້ເຮົາຢ່າງລະອຽດ ແລະ ບໍ່ມີຜູ້ໃດໃນບັນດາພວກເຈົ້າ ທີ່ສາມາດຢືນຢັນເປັນພະຍານຕໍ່ຄວາມເປັນຈິງທີ່ພວກເຈົ້າເຫັນ. ໃຫ້ຄິດລອງເບິ່ງ. ໃນຂະນະນີ້ ພວກເຈົ້າເກືອບໝົດທຸກຄົນໄດ້ປະຖິ້ມໜ້າທີ່ຂອງພວກເຈົ້າ ໂດຍແລ່ນນຳສິ່ງທີ່ເປັນເນື້ອໜັງ, ເພິ່ງພໍໃຈກັບເນື້ອໜັງ ແລະ ເພີດເພິນຢ່າງໂລບມາກໂລພາກັບເນື້ອໜັງ. ພວກເຈົ້າມີຄວາມຈິງພຽງໜ້ອຍດຽວ. ແລ້ວພວກເຈົ້າຈະສາມາດເປັນພະຍານ ໃນສິ່ງທີ່ພວກເຈົ້າໄດ້ເຫັນທັງໝົດໄດ້ແນວໃດ? ພວກເຈົ້າໝັ້ນໃຈແທ້ບໍວ່າ ພວກເຈົ້າສາມາດເປັນສັກຂີພະຍານໃຫ້ເຮົາໄດ້? ຖ້າມື້ໜຶ່ງ ເຈົ້າບໍ່ສາມາດເປັນພະຍານໃຫ້ກັບທຸກສິ່ງທີ່ເຈົ້າເຫັນໃນມື້ນີ້ໄດ້, ແລ້ວເຈົ້າຈະສູນເສຍໜ້າທີ່ຂອງການຖືກສ້າງໃຫ້ເປັນຄົນ. ການດໍາລົງຢູ່ຂອງເຈົ້າຈະບໍ່ມີຄວາມໝາຍຫຍັງ. ເຈົ້າຈະບໍ່ມີຄຸນຄ່າຂອງຄວາມເປັນມະນຸດ. ອາດຈະເວົ້າໄດ້ວ່າ ເຈົ້າຈະບໍ່ແມ່ນມະນຸດ! ເຮົາໄດ້ເຮັດພາລະກິດໃນຕົວເຈົ້າເປັນຈໍານວນຫຼາຍຈົນນັບບໍ່ໄດ້. ແຕ່ຍ້ອນວ່າ ປັດຈຸບັນນີ້ ເຈົ້າບໍ່ໄດ້ຮຽນຮູ້ຫຍັງ, ບໍ່ຮູ້ຫຍັງເລີຍ ແລະ ເຮັດວຽກໂດຍບໍ່ມີປະໂຫຍດ. ໃນເວລາເຮົາຕ້ອງການຜັນຂະຫຍາຍພາລະກິດຂອງເຮົາ ເຈົ້າກໍ່ຈະແນມເບິ່ງດ້ວຍຄວາມວ່າງເປົ່າ, ລີ້ນພັນກັນ ແລະ ບໍ່ມີປະໂຫຍດທີ່ສຸດ. ແລ້ວນັ້ນຈະບໍ່ເຮັດໃຫ້ເຈົ້າເປັນຄົນບາບຕະຫຼອດເວລາບໍ? ເມື່ອເວລານັ້ນມາເຖິງ, ເຈົ້າຈະບໍ່ຮູ້ສຶກກິນແໜງຢ່າງສຸດບໍ? ເຈົ້າຈະບໍ່ຈົມຢູ່ກັບຄວາມຜິດຫວັງບໍ? ພາລະກິດທັງໝົດຂອງເຮົາ ໃນປັດຈຸບັນ ບໍ່ໄດ້ເຮັດຍ້ອນຄວາມກຽດຄ້ານ ແລະ ເບື່ອໜ່າຍ ແຕ່ເພື່ອວາງຮາກຖານໃຫ້ແກ່ພາລະກິດຂອງເຮົາໃນອະນາຄົດ. ບໍ່ແມ່ນວ່າ ເຮົາຈົນຕາແຈ ແລະ ຕ້ອງໄດ້ຄິດຫາສິ່ງໃໝ່ມາເຮັດ. ເຈົ້າຄວນເຂົ້າໃຈພາລະກິດທີ່ເຮົາເຮັດ; ມັນບໍ່ແມ່ນສິ່ງທີ່ເຮັດໂດຍເດັກນ້ອຍທີ່ຫຼິ້ນໃນຖະໜົນ, ແຕ່ເປັນພາລະກິດທີ່ເຮັດໃນນາມພຣະບິດາຂອງເຮົາ. ເຈົ້າຄວນຮູ້ວ່າ ບໍ່ແມ່ນມີແຕ່ເຮົາ ທີ່ເຮັດພາລະກິດນີ້ດ້ວຍຕົນເອງ. ແຕ່ເຮົາເປັນຕົວແທນໃຫ້ແກ່ພຣະບິດາຂອງເຮົາ. ໃນຂະນະດຽວກັນ, ບົດບາດຂອງເຈົ້າແມ່ນການຕິດຕາມ, ເຊື່ອຟັງ, ປ່ຽນແປງ ແລະ ເປັນພະຍານຢ່າງເຄັ່ງຄັດ. ສິ່ງທີ່ພວກເຈົ້າຄວນເຂົ້າໃຈແມ່ນເຫດຜົນທີ່ພວກເຈົ້າຄວນເຊື່ອໃນຕົວເຮົາ. ນີ້ແມ່ນຄຳຖາມທີ່ສຳຄັນທີ່ສຸດ ສຳລັບພວກເຈົ້າແຕ່ລະຄົນ ທີ່ຈະຕ້ອງເຂົ້າໃຈ. ພຣະບິດາຂອງເຮົາ ໄດ້ກຳນົດຊາຕາຂອງພວກເຈົ້າທັງໝົດໃຫ້ແກ່ເຮົາ ນັບແຕ່ເວລາທີ່ພຣະອົງຊົງສ້າງໂລກ ເພື່ອປະໂຫຍດໃນການສັນລະເສີນພຣະອົງ. ພຣະອົງໄດ້ກໍານົດຊາຕາກໍາຂອງພວກເຈົ້າລ່ວງໜ້າ ບໍ່ແມ່ນເພື່ອສິ່ງໃດ ນອກເໜືອຈາກເພື່ອປະໂຫຍດຂອງພາລະກິດຂອງເຮົາ ແລະ ເພື່ອປະໂຫຍດຂອງການສັນລະເສີນພຣະອົງ. ຍ້ອນພວກເຈົ້າເຊື່ອໃນພຣະບິດາຂອງເຮົາ; ຍ້ອນພຣະບິດາຂອງເຮົາໄດ້ກຳນົດຊາຕາກຳລ່ວງໜ້າໃຫ້ພວກເຈົ້າຕິດຕາມເຮົາ. ບໍ່ມີສິ່ງໃດທີ່ພວກເຈົ້າເລືອກເຮັດດ້ວຍຕົວເອງ. ສິ່ງທີ່ສຳຄັນໄປກວ່ານັ້ນ ແມ່ນພວກເຈົ້າຕ້ອງເຂົ້າໃຈວ່າ ພວກເຈົ້າແມ່ນສິ່ງທີ່ພຣະບິດາຂອງເຮົາມອບໃຫ້ເຮົາ ເພື່ອເປັນພະຍານໃຫ້ແກ່ເຮົາ. ຍ້ອນວ່າ ພຣະອົງໄດ້ມອບພວກເຈົ້າໃຫ້ແກ່ເຮົາ, ພວກເຈົ້າກໍ່ຄວນປະຕິບັດຕາມວິທີທີ່ເຮົາມອບໃຫ້ພວກເຈົ້າ ແລະ ຕາມເສັ້ນທາງ ແລະ ພຣະທໍາທີ່ເຮົາສອນໃຫ້ພວກເຈົ້າ ເພາະມັນແມ່ນໜ້າທີ່ຂອງພວກເຈົ້າ ທີ່ຈະຕ້ອງປະຕິບັດຕາມແນວທາງຂອງເຮົາ. ນີ້ຄືຈຸດປະສົງແທ້ຈິງໃນຄວາມສັດທາຂອງພວກເຈົ້າທີ່ມີຕໍ່ເຮົາ. ສະນັ້ນ, ເຮົາຂໍເວົ້າກັບພວກເຈົ້າວ່າ ພວກເຈົ້າເປັນພຽງຄົນ ທີ່ພຣະບິດາຂອງເຮົາມອບໃຫ້ເຮົາ ເພື່ອໃຫ້ປະຕິບັດຕາມແນວທາງຂອງເຮົາ. ຢ່າງໃດກໍ່ຕາມ, ພວກເຈົ້າແມ່ນເຊື່ອໃນຕົວເຮົາເທົ່ານັ້ນ; ພວກເຈົ້າບໍ່ໄດ້ມາຈາກເຮົາຍ້ອນວ່າ ພວກເຈົ້າບໍ່ໄດ້ມາຈາກຄອບຄົວຊາວອິດສະຣາເອນ ແຕ່ພັດແມ່ນມາຈາກງູພິດຈາກຍຸກບູຮານ. ສິ່ງທີ່ເຮົາຂໍໃຫ້ພວກເຈົ້າເຮັດໃຫ້ ແມ່ນການເປັນພະຍານໃຫ້ເຮົາ ແຕ່ເວລານີ້ ພວກເຈົ້າຕ້ອງເຮັດຕາມວິທີທາງຂອງເຮົາ. ທັງໝົດນີ້ກໍ່ແມ່ນເພື່ອປະໂຫຍດຂອງການເປັນພະຍານໃນອະນາຄົດ. ຖ້າພວກເຮົາເຮັດໜ້າທີ່ເປັນພຽງແຕ່ຄົນທີ່ຮັບຟັງແນວທາງຂອງເຮົາເທົ່ານັ້ນ, ພວກເຈົ້າກໍ່ຈະບໍ່ມີຄຸນຄ່າ ແລະ ຄວາມສຳຄັນຈາກການທີ່ພຣະບິດາຂອງເຮົາໄດ້ມອບພວກເຈົ້າໃຫ້ແກ່ເຮົາກໍ່ຈະສູນເສຍໄປ. ສິ່ງທີ່ເຮົາຢືນຢັນຢາກບອກພວກເຈົ້າກໍ່ຄື: “ພວກເຈົ້າຄວນເດີນຕາມແນວທາງຂອງເຮົາ”.

(ຄັດຈາກບົດ “ເມື່ອເວົ້າເຖິງພຣະເຈົ້າ, ເຈົ້າມີຄວາມເຂົ້າໃຈຫຍັງແດ່?” ໃນໜັງສືພຣະທໍາປາກົດໃນຮ່າງກາຍ)

ກ່ອນນີ້: (XI) ກ່ຽວກັບມີຄວາມຮູ້ກ່ຽວກັບພຣະເຈົ້າ

ຕໍ່ໄປ: (XIII) ກ່ຽວກັບວິທີການຂັບໄລ່ອິດທິພົນຂອງຊາຕານ ແລະ ບັນລຸຄວາມລອດພົ້ນ

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.

ເນື້ອຫາທີ່ກ່ຽວຂ້ອງ

ຜູ້ທີ່ຮູ້ຈັກພາລະກິດຂອງພຣະເຈົ້າໃນປັດຈຸບັນເທົ່ານັ້ນຈຶ່ງອາດຮັບໃຊ້ພຣະເຈົ້າໄດ້

ໃນການເປັນພະຍານໃຫ້ກັບພຣະເຈົ້າ ແລະ ສ້າງຄວາມອັບອາຍໃຫ້ກັບມັງກອນແດງທີ່ຍິ່ງໃຫຍ່ ພວກເຈົ້າຕ້ອງມີຫຼັກການ ແລະ ເງື່ອນໄຂ: ໃນຫົວໃຈຂອງພວກເຈົ້າ...

ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (2)

ໃນເວລານັ້ນ ພຣະເຢຊູປະຕິບັດພາລະກິດໃນຢູດາຍ, ພຣະອົງກໍປະຕິບັດຢ່າງເປີດເຜີຍ, ແຕ່ໃນປັດຈຸບັນນີ້, ເຮົາປະຕິບັດພາລະກິດ ແລະ ກ່າວທ່າມກາງພວກເຈົ້າຢ່າງລັບໆ....

ຜູ້ທີ່ໄດ້ຮັບຄວາມລອດພົ້ນແມ່ນຜູ້ທີ່ຍິນດີປະຕິບັດຕາມຄວາມຈິງ

ຄວາມຈໍາເປັນໃນການມີຊີວິດຄຣິສຕະຈັກທີ່ດີກໍໄດ້ຖືກກ່າວໄວ້ໃນບົດເທດສະໜາຢູ່ເປັນປະຈໍາ. ເປັນຫຍັງຊີວິດຂອງຄຣິສຕະຈັກຈຶ່ງຍັງບໍ່ດີຂຶ້ນ ແລະ ຍັງເປັນຄືເກົ່າ?...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້

ຕິດຕໍ່ພວກເຮົາຜ່ານທາງ Messenger