ທຸກຄົນທີ່ບໍ່ຮູ້ຈັກພຣະເຈົ້າຄືຄົນທີ່ຕໍ່ຕ້ານພຣະເຈົ້າ

ເພື່ອເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ, ຜົນກະທົບທີ່ພາລະກິດຂອງພຣະອົງບັນລຸໃນມະນຸດ ແລະ ສິ່ງທີ່ເປັນຄວາມປະສົງແທ້ໆຂອງພຣະອົງສຳລັບມະນຸດ: ນີ້ແມ່ນສິ່ງທີ່ທຸກຄົນທີ່ຕິດຕາມພຣະເຈົ້າຄວນບັນລຸ. ໃນທຸກມື້ນີ້ ຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າເປັນພຽງແຕ່ສິ່ງທີ່ທຸກຄົນກຳລັງຂາດ. ການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດຕໍ່ຜູ້ຄົນ, ພາລະກິດທັງໝົດຂອງພຣະເຈົ້າ ແລະ ສິ່ງທີ່ເປັນຄວາມປະສົງແທ້ໆຂອງພຣະເຈົ້າສຳລັບມະນຸດ ນັບຕັ້ງແຕ່ການເນລະມິດສ້າງໂລກຈົນເຖິງເວລາໃນປັດຈຸບັນ, ສິ່ງເຫຼົ່ານີ້ຄືສິ່ງທີ່ມະນຸດບໍ່ຮູ້ ຫຼື ເຂົ້າໃຈ. ຄວາມຂາດເຂີນນີ້ບໍ່ພຽງແຕ່ເຫັນໄດ້ທົ່ວໂລກສາສະໜາ, ແຕ່ຍັງໃນທຸກຄົນທີ່ເຊື່ອໃນພຣະເຈົ້າ. ເມື່ອມື້ທີ່ເຈົ້າຫຼຽວເຫັນພຣະເຈົ້າຢ່າງແທ້ຈິງໄດ້ມາເຖິງ, ເມື່ອເຈົ້າຊື່ນຊົມສະຕິປັນຍາຂອງພຣະອົງຢ່າງແທ້ຈິງ, ເມື່ອເຈົ້າຫຼຽວເຫັນທຸກການກະທຳທີ່ພຣະເຈົ້າໄດ້ເຮັດພາລະກິດ, ເມື່ອເຈົ້າຮັບຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ແລະ ມີ, ເມື່ອເຈົ້າໄດ້ເຫັນຄວາມອຸດົມສົມບູນຂອງພຣະອົງ, ສະຕິປັນຍາ, ສິ່ງອັດສະຈັນ ແລະ ທຸກສິ່ງທີ່ພຣະອົງໄດ້ເຮັດພາລະກິດໃນຜູ້ຄົນ, ມັນກໍ່ເປັນຕອນນັ້ນເອງທີ່ເຈົ້າຈະບັນລຸຄວາມສຳເລັດໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ. ເມື່ອເວົ້າວ່າພຣະເຈົ້າຮອບຮູ້ທຸກດ້ານ ແລະ ອຸດົມສົມບູນທຸກຢ່າງ, ພຣະອົງຮອບຮູ້ທຸກດ້ານໃນລັກສະນະໃດແທ້ໆ ແລະ ພຣະອົງອຸດົມສົມບູນທຸກຢ່າງໃນລັກສະນະໃດ? ຖ້າເຈົ້າບໍ່ເຂົ້າໃຈສິ່ງນີ້, ແລ້ວກໍ່ບໍ່ຖືວ່າເຈົ້າເຊື່ອໃນພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າວ່າຄົນທີ່ຢູ່ໃນໂລກສາສະໜາແມ່ນຜູ້ບໍ່ເຊື່ອໃນພຣະເຈົ້າ ແຕ່ເປັນຜູ້ເຮັດການຊົ່ວ, ເປັນພັກພວກດຽວກັນກັບມານຮ້າຍ? ເມື່ອເຮົາເວົ້າວ່າພວກເຂົາເປັນຜູ້ເຮັດການຊົ່ວ, ມັນເປັນເພາະພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ບໍ່ສາມາດເບິ່ງເຫັນສະຕິປັນຍາຂອງພຣະອົງ. ພຣະເຈົ້າບໍ່ເຄີຍເປີດເຜີຍພາລະກິດຂອງພຣະອົງໃຫ້ແກ່ພວກເຂົາ. ພວກເຂົາຕາບອດ; ພວກເຂົາບໍ່ສາມາດເຫັນການກະທຳຂອງພຣະເຈົ້າ, ພວກເຂົາໄດ້ຖືກປະຖິ້ມໂດຍພຣະເຈົ້າ ແລະ ພວກເຂົາຂາດການດູແລ ແລະ ການປົກປ້ອງຈາກພຣະເຈົ້າຢ່າງສົມບູນ, ແຮງບໍ່ຕ້ອງເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດເລີຍ. ຄົນທີ່ບໍ່ມີພາລະກິດຂອງພຣະເຈົ້າກໍ່ລ້ວນແລ້ວແຕ່ເປັນຄົນເຮັດການຊົ່ວ ແລະ ຄູ່ປໍລະປັກກັບພຣະເຈົ້າ. ຄູ່ປໍລະປັກຂອງພຣະເຈົ້າທີ່ເຮົາກ່າວເຖິງແມ່ນຄົນທີ່ບໍ່ຮູ້ຈັກພຣະເຈົ້າ, ຄົນທີ່ຮັບຮູ້ພຣະເຈົ້າດ້ວຍຮີມສົບຂອງພວກເຂົາ ແຕ່ບໍ່ຮູ້ຈັກພຣະອົງ, ຄົນທີ່ຕິດຕາມພຣະເຈົ້າ ແຕ່ບໍ່ເຊື່ອຟັງພຣະອົງ ແລະ ຄົນທີ່ມ່ວນຊື່ນໃນຄວາມກະລຸນາຂອງພຣະເຈົ້າ ແຕ່ບໍ່ສາມາດຢືນເປັນພະຍານໃຫ້ກັບພຣະອົງ. ຖ້າບໍ່ມີຄວາມເຂົ້າໃຈກ່ຽວກັບຈຸດປະສົງໃນພາລະກິດຂອງພຣະເຈົ້າ ຫຼື ຄວາມເຂົ້າໃຈກ່ຽວກັບພາລະກິດທີ່ພຣະເຈົ້າເຮັດໃນມະນຸດ, ເຂົາກໍ່ບໍ່ສາມາດເຮັດຕາມຄວາມປະສົງຂອງພຣະເຈົ້າ ຫຼື ເຂົາບໍ່ສາມາດຢືນເປັນພະຍານໃຫ້ກັບພຣະເຈົ້າ. ໃນດ້ານໜຶ່ງ, ເຫດຜົນທີ່ວ່າເປັນຫຍັງມະນຸດຈຶ່ງຕໍ່ຕ້ານພຣະເຈົ້າແມ່ນເກີດມາຈາກອຸປະນິໄສທີ່ເສື່ອມຊາມຂອງເຂົາ ແລະ ໃນອີກດ້ານໜຶ່ງ ມັນກໍ່ມາຈາກການບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ການຂາດຄວາມເຂົ້າໃຈກ່ຽວກັບຫຼັກການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ກ່ຽວກັບຄວາມປະສົງຂອງພຣະອົງສຳລັບມະນຸດ. ທັງສອງລັກສະນະນີ້ເມື່ອນໍາມາໃສ່ກັນໄດ້ປະກອບເປັນປະຫວັດສາດທີ່ມະນຸດຕໍ່ຕ້ານພຣະເຈົ້າ. ຜູ້ເຊື່ອໃໝ່ຕໍ່ຕ້ານພຣະເຈົ້າ ເພາະການຕໍ່ຕ້ານດັ່ງກ່າວນອນຢູ່ພາຍໃນທຳມະຊາດຂອງພວກເຂົາ, ໃນຂະນະທີ່ການຕໍ່ຕ້ານພຣະເຈົ້າຂອງຄົນທີ່ມີຄວາມເຊື່ອຫຼາຍປີແມ່ນມີຜົນມາຈາກການບໍ່ມີຄວາມຮູ້ກ່ຽວກັບພຣະອົງ ນອກຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ໃນເວລາກ່ອນທີ່ພຣະເຈົ້າກາຍມາເປັນເນື້ອໜັງ, ການວັດແທກວ່າມະນຸດຕໍ່ຕ້ານພຣະເຈົ້າ ຫຼື ບໍ່ ແມ່ນອີງໃສ່ວ່າເຂົາຮັກສາບົດບັນຍັດທີ່ພຣະເຈົ້າໃນສະຫວັນໄດ້ກຳນົດໄວ້ ຫຼື ບໍ່. ຕົວຢ່າງ: ໃນຍຸກແຫ່ງພຣະບັນຍັດ, ຜູ້ໃດກໍ່ຕາມທີ່ບໍ່ຮັກສາພຣະບັນຍັດຂອງພຣະເຢໂຮວາກໍ່ຖືວ່າເປັນຄົນທີ່ຕໍ່ຕ້ານພຣະເຈົ້າ; ຜູ້ໃດກໍ່ຕາມທີ່ລັກຈາກເຄື່ອງຖວາຍໃຫ້ແກ່ພຣະເຢໂຮວາ ຫຼື ຜູ້ໃດກໍ່ຕາມທີ່ຕໍ່ຕ້ານຄົນທີ່ພຣະເຢໂຮວາໂປດປານກໍ່ຖືວ່າເປັນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ຈະຖືກແກວ່ງກ້ອນຫີນໃສ່ຈົນຕາຍ; ຜູ້ໃດກໍ່ຕາມທີ່ບໍ່ເຄົາລົບບິດາ ແລະ ມານດາຂອງເຂົາ ແລະ ຜູ້ໃດກໍ່ຕາມທີ່ໂຈມຕີ ຫຼື ສາບແຊ່ງຄົນອື່ນກໍ່ຖືວ່າເປັນຄົນທີ່ບໍ່ຮັກສາພຣະບັນຍັດ. ແລ້ວທຸກຄົນທີ່ບໍ່ຮັກສາພຣະບັນຍັດຂອງພຣະເຢໂຮວາກໍ່ຖືວ່າກຳລັງຢືນຕໍ່ຕ້ານພຣະອົງ. ສິ່ງນີ້ບໍ່ໄດ້ເປັນແບບນັ້ນໃນຍຸກແຫ່ງພຣະຄຸນ, ເມື່ອຜູ້ໃດກໍ່ຕາມທີ່ຢືນຕໍ່ຕ້ານພຣະເຢຊູຈະຖືວ່າເປັນຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ຜູ້ໃດກໍ່ຕາມທີ່ບໍ່ເຊື່ອຟັງພຣະທຳທີ່ພຣະເຢຊູໄດ້ກ່າວອອກກໍ່ຖືວ່າເປັນຄົນທີ່ຢືນຕໍ່ຕ້ານພຣະເຈົ້າ. ໃນເວລານີ້, ລັກສະນະທີ່ກຳນົດການຕໍ່ຕ້ານພຣະເຈົ້າໄດ້ເລີ່ມຖືກຕ້ອງ ແລະ ເປັນຈິງຍິ່ງຂຶ້ນ. ໃນເວລາທີ່ພຣະເຈົ້າຍັງບໍ່ທັນໄດ້ກາຍມາເປັນເນື້ອໜັງ, ການວັດແທກທີ່ວ່າມະນຸດຕໍ່ຕ້ານພຣະເຈົ້າ ຫຼື ບໍ່ ແມ່ນອີງໃສ່ວ່າມະນຸດນະມັດສະການ ແລະ ເຄົາລົບພຣະເຈົ້າທີ່ບໍ່ສາມາດເບິ່ງເຫັນໄດ້ໃນສະຫວັນ ຫຼື ບໍ່. ລັກສະນະທີ່ກຳນົດການຕໍ່ຕ້ານພຣະເຈົ້າໃນເວລານັ້ນບໍ່ໄດ້ເປັນຈິງເລີຍ, ຍ້ອນມະນຸດບໍ່ສາມາດເຫັນພຣະເຈົ້າ ຫຼື ເຂົາບໍ່ຮູ້ວ່າພາບລັກຂອງພຣະເຈົ້າເປັນແນວໃດ ຫຼື ພຣະອົງປະຕິບັດພາລະກິດ ແລະ ກ່າວແນວໃດ. ມະນຸດບໍ່ມີແນວຄິດກ່ຽວກັບພຣະເຈົ້າ ແລະ ເຂົາເຊື່ອໃນພຣະເຈົ້າໂດຍບໍ່ແຈ່ມແຈ້ງ, ເພາະພຣະເຈົ້າບໍ່ທັນປາກົດຕົວຕໍ່ມະນຸດ. ສະນັ້ນ, ບໍ່ວ່າມະນຸດຈະເຊື່ອໃນພຣະເຈົ້າແນວໃດກໍ່ຕາມໃນຈິນຕະນາການຂອງເຂົາ, ພຣະເຈົ້າບໍ່ໄດ້ປະນາມມະນຸດ ຫຼື ຮຽກຮ້ອງຈາກເຂົາຫຼາຍເກີນໄປ, ເພາະມະນຸດບໍ່ສາມາດເຫັນພຣະເຈົ້າແທ້ໆ. ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ແລະ ມາເຮັດພາລະກິດທ່າມກາງມະນຸດ, ທຸກຄົນກໍ່ເບິ່ງເຫັນພຣະອົງ ແລະ ໄດ້ຍິນພຣະທຳຂອງພຣະອົງ ແລະ ທຸກຄົນໄດ້ເຫັນເຖິງການກະທຳທີ່ພຣະເຈົ້າເຮັດພາລະກິດພາຍໃນຮ່າງກາຍເນື້ອໜັງຂອງພຣະອົງ. ໃນຊ່ວງເວລານັ້ນ, ແນວຄິດທັງໝົດຂອງມະນຸດໄດ້ກາຍມາເປັນຟອງສະບູ່. ສຳລັບຄົນທີ່ເຫັນພຣະເຈົ້າປາກົດຕົວໃນເນື້ອໜັງ, ພວກເຂົາຈະບໍ່ຖືກປະນາມ ຖ້າພວກເຂົາເຕັມໃຈເຊື່ອຟັງພຣະອົງ, ໃນຂະນະທີ່ຄົນທີ່ຢືນຕໍ່ຕ້ານພຣະອົງໂດຍຕັ້ງໃຈຈະຖືກປະນາມດັ່ງຄູ່ປໍລະປັກຂອງພຣະເຈົ້າ. ຄົນດັ່ງກ່າວແມ່ນຜູ້ຕໍ່ຕ້ານພຣະຄຣິດ, ສັດຕູທີ່ຕັ້ງໃຈຢືນຕໍ່ຕ້ານພຣະເຈົ້າ. ຄົນທີ່ມີແນວຄິດກ່ຽວກັບພຣະເຈົ້າ ແຕ່ຍັງກຽມພ້ອມ ແລະ ເຕັມໃຈທີ່ຈະເຊື່ອພຣະອົງກໍ່ຈະບໍ່ຖືກປະນາມ. ພຣະເຈົ້າປະນາມມະນຸດບົນພື້ນຖານເຈດຕະນາ ແລະ ການກະທຳຂອງມະນຸດ, ບໍ່ແມ່ນສຳລັບຄວາມຄິດ ແລະ ແນວຄິດຂອງເຂົາ. ຖ້າພຣະອົງຕ້ອງປະນາມມະນຸດບົນພື້ນຖານຄວາມຄິດ ແລະ ແນວຄິດຂອງເຂົາ, ແລ້ວບໍ່ມີແມ່ນແຕ່ຄົນດຽວທີ່ຈະສາມາດໜີລອດຈາກມືທີ່ໂຫດຮ້າຍຂອງພຣະເຈົ້າ. ຄົນທີ່ເຕັມໃຈຢືນຕໍ່ຕ້ານພຣະເຈົ້າທີ່ບັງເກີດເປັນມະນຸດກໍ່ຈະຖືກລົງໂທດສຳລັບຄວາມບໍ່ເຊື່ອຟັງຂອງພວກເຂົາ. ກ່ຽວກັບຄົນເຫຼົ່ານີ້ທີ່ເຕັມໃຈຕໍ່ຕ້ານພຣະເຈົ້າ, ອຸປະນິໄສຂອງພວກເຂົາເກີດມາຈາກຂໍ້ແທ້ຈິງທີ່ພວກເຂົາມີແນວຄິດກ່ຽວກັບພຣະເຈົ້າ ເຊິ່ງເຮັດໃຫ້ພວກເຂົາມີການກະທຳທີ່ຂັດຂວາງພາລະກິດຂອງພຣະເຈົ້າ. ຄົນເຫຼົ່ານີ້ຕັ້ງໃຈຕໍ່ຕ້ານ ແລະ ທຳລາຍພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ພຽງແຕ່ມີແນວຄິດກ່ຽວກັບພຣະເຈົ້າ, ແຕ່ພວກເຂົາຍັງມີສ່ວນຮ່ວມໃນກິດຈະກຳທີ່ຂັດຂວາງພາລະກິດຂອງພຣະອົງ ແລະ ດ້ວຍເຫດຜົນນີ້ ຄົນປະເພດນີ້ຈຶ່ງຖືກປະນາມ. ຄົນທີ່ບໍ່ຕັ້ງໃຈຂັດຂວາງພາລະກິດຂອງພຣະເຈົ້າກໍ່ຈະບໍ່ຖືກປະນາມດັ່ງຜູ້ເຮັດບາບ, ເພາະພວກເຂົາສາມາດຕັ້ງໃຈເຊື່ອຟັງ ແລະ ບໍ່ມີສ່ວນຮ່ວມໃນກິດຈະກຳທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ຄົນແບບນີ້ຈະບໍ່ຖືກປະນາມ. ເຖິງຢ່າງໃດກໍ່ຕາມ, ເມື່ອຜູ້ຄົນໄດ້ປະສົບກັບພາລະກິດຂອງພຣະເຈົ້າເປັນເວລາຫຼາຍປີ, ຖ້າພວກເຂົາສືບຕໍ່ມີແນວຄິດກ່ຽວກັບພຣະເຈົ້າ ແລະ ຍັງບໍ່ສາມາດຮູ້ຈັກພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ບໍ່ວ່າພວກເຂົາໄດ້ປະສົບກັບພາລະກິດຂອງພຣະອົງເປັນເທົ່າໃດປີກໍ່ຕາມ ຖ້າພວກເຂົາສືບຕໍ່ເຕັມໄປດ້ວຍແນວຄິດກ່ຽວກັບພຣະເຈົ້າ ແລະ ຍັງບໍ່ສາມາດມາຮູ້ຈັກພຣະອົງໄດ້, ແລ້ວເຖິງແມ່ນວ່າພວກເຂົາບໍ່ໄດ້ມີສ່ວນຮ່ວມໃນກິດຈະກຳທີ່ຂັດຂວາງ, ເຖິງແນວໃດກໍ່ຕາມ ຫົວໃຈຂອງພວກເຂົາແມ່ນເຕັມໄປດ້ວຍແນວຄິດຫຼາຍຢ່າງກ່ຽວກັບພຣະເຈົ້າ ແລະ ເຖິງແມ່ນວ່າແນວຄິດເຫຼົ່ານີ້ບໍ່ໄດ້ຊັດແຈ້ງ, ຄົນແບບນີ້ກໍ່ບໍ່ມີປະໂຫຍດຫຍັງຕໍ່ພາລະກິດຂອງພຣະເຈົ້າ. ພວກເຂົາບໍ່ສາມາດເຜີຍແຜ່ຂ່າວປະເສີດສຳລັບພຣະເຈົ້າ ຫຼື ຢືນເປັນພະຍານໃຫ້ກັບພຣະອົງ. ຄົນແບບນີ້ບໍ່ມີຫຍັງດີ ແລະ ເປັນຄົນໂງ່. ເພາະພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ສາມາດປະຖິ້ມແນວຄິດຂອງພວກເຂົາກ່ຽວກັບພຣະອົງຢ່າງສິ້ນເຊີງ, ສະນັ້ນ ພວກເຂົາຈຶ່ງຖືກປະນາມ. ມັນສາມາດເວົ້າໄດ້ແບບນີ້: ມັນເປັນເລື່ອງປົກກະຕິທີ່ຜູ້ເຊື່ອໃໝ່ຈະມີແນວຄິດກ່ຽວກັບພຣະເຈົ້າ ຫຼື ບໍ່ຮູ້ຫຍັງກ່ຽວກັບພຣະອົງ, ແຕ່ສຳລັບຄົນທີ່ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ປະສົບກັບພາລະກິດຂອງພຣະອົງຢ່າງຫຼວງຫຼາຍ, ມັນບໍ່ແມ່ນເລື່ອງປົກກະຕິທີ່ຄົນແບບນັ້ນຈະສືບຕໍ່ມີແນວຄິດ ແລະ ມັນເຖິງກັບເປັນເລື່ອງປົກກະຕິໜ້ອຍລົງທີ່ຄົນແບບນີ້ຈະບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າ. ມັນເປັນເພາະນີ້ບໍ່ແມ່ນສະພາວະປົກກະຕິ, ພວກເຂົາຈຶ່ງຖືກປະນາມ. ຄົນທີ່ບໍ່ປົກກະຕິເຫຼົ່ານີ້ລ້ວນແລ້ວແຕ່ເປັນຂີ້ເຫຍື້ອ; ພວກເຂົາເປັນຄົນທີ່ຕໍ່ຕ້ານພຣະເຈົ້າທີ່ສຸດ ແລະ ຄົນທີ່ໄດ້ຮັບຄວາມກະລຸນາຂອງພຣະເຈົ້າຢ່າງເສຍລ້າ. ທຸກຄົນທີ່ເປັນແບບນັ້ນຈະຖືກກຳຈັດໃນທີ່ສຸດ!

ຜູ້ໃດກໍ່ຕາມທີ່ບໍ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າແມ່ນຄົນທີ່ຕໍ່ຕ້ານພຣະອົງ ແລະ ຄົນທີ່ໄດ້ມາເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ ແຕ່ຍັງບໍ່ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າພໍໃຈ ຍິ່ງຖືວ່າເປັນຄູ່ປໍລະປັກຂອງພຣະເຈົ້າ. ມີຄົນທີ່ອ່ານພຣະຄຳພີໃນຄຣິດຕະຈັກຫຼັງໃຫຍ່ໂຕ ແລະ ທ່ອງຈຳພຣະຄຳພີໝົດມື້ໝົດຄືນ ແຕ່ບໍ່ມີໃຜເລີຍໃນບັນດາພວກເຂົາທີ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າ. ບໍ່ມີໃຜເລີຍໃນບັນດາພວກເຂົາທີ່ສາມາດຮູ້ຈັກພຣະເຈົ້າ; ແຮງໄກທີ່ຈະມີຜູ້ໃດໃນບັນດາພວກເຂົາເຮັດຕາມຄວາມປະສົງຂອງພຣະເຈົ້າ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ໄຮ້ຄ່າ ແລະ ຊົ່ວຮ້າຍ, ແຕ່ລະຄົນກໍ່ຢືນຂຶ້ນສູງເພື່ອສັ່ງສອນພຣະເຈົ້າ. ພວກເຂົາຕັ້ງໃຈຕໍ່ຕ້ານພຣະເຈົ້າ ເຖິງແມ່ນວ່າພວກເຂົາແບກທຸງຂອງພຣະອົງ ໂດຍອ້າງວ່າເຊື່ອໃນພຣະເຈົ້າ, ພວກເຂົາຍັງກິນເນື້ອໜັງ ແລະດື່ມເລືອດຂອງມະນຸດ. ຄົນດັ່ງກ່າວຄືຜີຮ້າຍທີ່ກືນກິນວິນຍານຂອງມະນຸດ, ເປັນຫົວໜ້າຂອງມານຮ້າຍທີ່ຕັ້ງໃຈຂວາງທາງຄົນທີ່ພະຍາຍາມຍ່າງເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ ແລະ ເປັນອຸປະສັກທີ່ກີດຂວາງຄົນທີ່ສະແຫວງຫາພຣະເຈົ້າ. ພວກເຂົາອາດປາກົດວ່າມີ “ລັດຖະທຳມະນູນທີ່ດີ” ແຕ່ຜູ້ຕິດຕາມຂອງພວກເຂົາຮູ້ໄດ້ແນວໃດວ່າພວກເຂົາເປັນພຽງແຕ່ຜູ້ຕໍ່ຕ້ານພຣະຄຣິດທີ່ນໍາພາຜູ້ຄົນໃຫ້ຕໍ່ຕ້ານພຣະເຈົ້າ? ຜູ້ຕິດຕາມຂອງພວກເຂົາຈະຮູ້ໄດ້ແນວໃດວ່າພວກເຂົາເປັນມານຮ້າຍທີ່ມີຊີວິດຢູ່ທີ່ອຸທິດຕົນໃຫ້ກັບການກືນກິນວິນຍານຂອງມະນຸດ? ຄົນທີ່ເທີດທູນຕົນເອງຢູ່ສູງຕໍ່ໜ້າພຣະເຈົ້າແມ່ນມະນຸດທີ່ຕໍ່າຊ້າທີ່ສຸດ, ໃນຂະນະທີ່ຄົນທີ່ຖ່ອມຕົນແມ່ນຄົນທີ່ມີກຽດທີ່ສຸດ. ແລ້ວຄົນທີ່ຄິດວ່າພວກເຂົາຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ຄົນທີ່ສາມາດປະກາດພາລະກິດຂອງພຣະເຈົ້າໃຫ້ແກ່ຄົນອື່ນດ້ວຍການປ່າວປະກາດໂຄສະນາຢ່າງຍິ່ງໃຫຍ່ຄືກັບວ່າພວກເຂົາຫຼຽວເບິ່ງພຣະອົງໂດຍກົງ, ຄົນເຫຼົ່ານີ້ແມ່ນມະນຸດທີ່ໄຮ້ຄວາມຮູ້ທີ່ສຸດ. ຄົນແບບນັ້ນບໍ່ມີຄຳພະຍານກ່ຽວກັບພຣະເຈົ້າ ແລະ ເຕັມໄປດ້ວຍຄວາມຫຼອກລວງ. ຄົນທີ່ເຊື່ອວ່າພວກເຂົາມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍເກີນໄປ ເຖິງແມ່ນຈະມີປະສົບການຕົວຈິງ ແລະ ຄວາມຮູ້ຕົວຈິງກ່ຽວກັບພຣະອົງ ແມ່ນຄົນທີ່ພຣະອົງຮັກຫຼາຍທີ່ສຸດ. ມີແຕ່ຄົນແບບນັ້ນຈຶ່ງມີຄຳພະຍານຢ່າງແທ້ຈິງ ແລະ ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນຢ່າງແທ້ຈິງ. ຄົນທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າຄືຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແຕ່ບໍ່ປະຕິບັດຄວາມຈິງແມ່ນຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ຍັງຕໍ່ຕ້ານແກ່ນແທ້ໃນພຣະທຳຂອງພຣະເຈົ້າ ແມ່ນຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ມີແນວຄິດກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຍິ່ງໄປກວ່ານັ້ນ ຄົນທີ່ມີຄວາມຄິດທີ່ຈະມີສ່ວນຮ່ວມໃນການກະບົດ ແມ່ນຄູ່ປໍລະປັກຂອງພຣະເຈົ້າ; ຄົນທີ່ຕັດສິນພຣະເຈົ້າແມ່ນຄູ່ປໍລະປັກຂອງພຣະເຈົ້າ; ແລະ ຜູ້ໃດກໍ່ຕາມທີ່ບໍ່ສາມາດຮູ້ຈັກພຣະເຈົ້າ ຫຼື ເປັນພະຍານໃຫ້ກັບພຣະອົງແມ່ນຄູ່ປໍລະປັກຂອງພຣະເຈົ້າ. ສະນັ້ນ ເຮົາຈຶ່ງຮ້ອງຂໍເຈົ້າວ່າ: ຖ້າເຈົ້າມີຄວາມເຊື່ອແທ້ໆວ່າເຈົ້າສາມາດຍ່າງໃນເສັ້ນທາງນີ້, ແລ້ວກໍ່ໃຫ້ຕິດຕາມມັນຕໍ່. ແຕ່ຖ້າເຈົ້າບໍ່ສາມາດຫ້າມຕົນເອງຈາກການຕໍ່ຕ້ານພຣະເຈົ້າ, ແລ້ວມັນຈະດີທີ່ສຸດຖ້າເຈົ້າຍ່າງອອກໄປກ່ອນທີ່ມັນຈະຊ້າເກີນໄປ. ຖ້າບໍ່ດັ່ງນັ້ນ, ໂອກາດທີ່ສິ່ງຕ່າງໆທີ່ໂຫດຮ້າຍສຳລັບເຈົ້າກໍ່ຈະມີສູງຫຼາຍ ເພາະທຳມະຊາດຂອງເຈົ້າເສື່ອມຊາມເກີນໄປແທ້ໆ. ເມື່ອເວົ້າເຖິງຄວາມຈົງຮັກພັກດີ ຫຼື ຄວາມເຊື່ອຟັງ ຫຼື ຫົວໃຈທີ່ຫິວກະຫາຍຫາຄວາມຊອບທຳ ແລະ ຄວາມຈິງ ຫຼື ຄວາມຮັກສຳລັບພຣະເຈົ້າ, ເຈົ້າບໍ່ມີພວກມັນແມ່ນແຕ່ໜ້ອຍດຽວເລີຍ. ມັນອາດເວົ້າໄດ້ວ່າສະຖານະການຂອງເຈົ້າຕໍ່ໜ້າພຣະເຈົ້າຄືຄວາມໂກລາຫົນ. ເຈົ້າບໍ່ສາມາດດຳລົງຕາມສິ່ງທີ່ເຈົ້າຄວນດຳລົງຕາມ ແລະ ບໍ່ສາມາດເວົ້າສິ່ງທີ່ຄວນເວົ້າ. ສິ່ງທີ່ເຈົ້າຄວນນໍາໄປປະຕິບັດ, ເຈົ້າກໍ່ລົ້ມເຫຼວທີ່ຈະນໍາໄປປະຕິບັດ; ແລະ ໜ້າທີ່ເຈົ້າຄວນປະຕິບັດ, ເຈົ້າກໍ່ບໍ່ສາມາດປະຕິບັດໄດ້. ເຈົ້າບໍ່ມີຄວາມຈົງຮັກພັກດີ, ຄວາມສຳນຶກ, ຄວາມເຊື່ອຟັງ ຫຼື ຄວາມຕັ້ງທີ່ເຈົ້າຄວນມີ. ເຈົ້າບໍ່ໄດ້ອົດກັ້ນກັບການທົນທຸກທີ່ເຈົ້າຈຳເປັນຕ້ອງທົນທຸກ ແລະ ເຈົ້າບໍ່ມີຄວາມເຊື່ອທີ່ເຈົ້າຄວນມີ. ເວົ້າງ່າຍໆກໍ່ຄື ເຈົ້າຂາດຄຸນງາມຄວາມດີແທ້ໆ: ເຈົ້າບໍ່ອາຍບໍທີ່ຈະສືບຕໍ່ມີຊີວິດແບບນັ້ນ? ໃຫ້ເຮົາຊັກຈູງເຈົ້າເພື່ອວ່າເຈົ້າຈະຫຼັບຕາລົງເພື່ອພັກຜ່ອນຕະຫຼອດການ, ແລ້ວເຮັດໃຫ້ພຣະເຈົ້າບໍ່ກັງວົນກ່ຽວກັບເລື່ອງຂອງເຈົ້າ ແລະ ທົນທຸກເພື່ອເຫັນແກ່ເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກຄວາມປະສົງຂອງພຣະອົງ; ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ບໍ່ສາມາດຮັກສາສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ຮູ້ຈັກພຣະອົງ ແລະ ເຈົ້າຍັງມີຊີວິດຢູ່ໂດຍບໍ່ມີເປົ້າໝາຍໃຫ້ດີ້ນຮົນ, ບໍ່ມີຄຸນຄ່າໃດໆ, ບໍ່ມີຄວາມໝາຍໃດໆ. ເຈົ້າມີຊີວິດດັ່ງມະນຸດ ແຕ່ຍັງບໍ່ມີຄວາມສຳນຶກ, ຄວາມຊື່ສັດ ຫຼື ຄວາມໜ້າເຊື່ອຖືແມ່ນແຕ່ໜ້ອຍດຽວ, ເຈົ້າຍັງສາມາດເອີ້ນຕົນເອງວ່າມະນຸດບໍ? ເຈົ້າເຊື່ອໃນພຣະເຈົ້າ ແຕ່ຍັງຫຼອກລວງພຣະອົງ; ຍິ່ງໄປກວ່ານັ້ນ ເຈົ້າເອົາເງິນຂອງພຣະເຈົ້າ ແລະ ກິນເຄື່ອງຖວາຍທີ່ຖືກຈັດໃຫ້ກັບພຣະອົງ. ແລ້ວໃນທີ່ສຸດ ເຈົ້າກໍ່ຍັງລົ້ມເຫຼວທີ່ຈະສະແດງຄວາມຄຳນຶງແມ່ນແຕ່ໜ້ອຍດຽວຕໍ່ຄວາມຮູ້ສຶກຂອງພຣະເຈົ້າ ຫຼື ຄວາມສຳນຶກແມ່ນແຕ່ໜ້ອຍດຽວຕໍ່ພຣະອົງ. ເຈົ້າບໍ່ສາມາດບັນລຸແມ່ນແຕ່ການຮຽກຮ້ອງທີ່ເລັກນ້ອຍທີ່ສຸດຂອງພຣະເຈົ້າ. ເຈົ້າຍັງສາມາດເອີ້ນຕົນເອງວ່າມະນຸດບໍ? ການກິນອາຫານທີ່ພຣະເຈົ້າຈັດກຽມໃຫ້ເຈົ້າ ແລະ ການຫາຍໃຈເອົາອົກຊີແຊນທີ່ພຣະອົງມອບໃຫ້ເຈົ້າ, ການເພີດເພີນກັບຄວາມກະລຸນາຂອງພຣະອົງ ແຕ່ໃນທີ່ສຸດແລ້ວ ເຈົ້າບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍດຽວ. ໃນທາງກົງກັນຂ້າມ, ເຈົ້າໄດ້ກາຍມາເປັນຄົນທີ່ບໍ່ມີຫຍັງດີທີ່ຕໍ່ຕ້ານພຣະເຈົ້າ. ສິ່ງນັ້ນບໍ່ໄດ້ເຮັດໃຫ້ເຈົ້າເປັນສັດຮ້າຍທີ່ເຖິງກັບຕໍ່າຕ້ອຍກວ່າໝາບໍ? ໃນບັນດາສັດຕ່າງໆ, ມີຫຍັງທີ່ມຸ່ງຮ້າຍກວ່າເຈົ້າບໍ?

ສິດຍາພິບານ ແລະ ຜູ້ອາວຸໂສເຫຼົ່ານັ້ນທີ່ຢືນຢູ່ເທິງທຳມາດສູງ ໂດຍສັ່ງເສີມຄົນອື່ນ ແມ່ນຄູ່ປໍລະປັກຂອງພຣະເຈົ້າ ແລະ ພັນທະມິດຂອງຊາຕານ; ພວກເຈົ້າທີ່ບໍ່ໄດ້ຢືນຢູ່ເທິງທຳມາດສູງແລ້ວສັ່ງສອນຄົນອື່ນຍິ່ງຈະບໍ່ເປັນຄູ່ປໍລະປັກຂອງພຣະເຈົ້າຫຼາຍກວ່ານັ້ນບໍ? ເຈົ້າບໍ່ໄດ້ຮ່ວມມືກັບຊາຕານຫຼາຍກວ່າພວກເຂົາບໍ? ຄົນທີ່ບໍ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈົ້າກໍ່ບໍ່ຮູ້ຈັກວິທີການເຮັດຕາມຄວາມປະສົງຂອງພຣະເຈົ້າ. ແນ່ນອນ, ມັນບໍ່ສາມາດເປັນໄປໄດ້ທີ່ຄົນທີ່ເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະອົງຈະບໍ່ຮູ້ຈັກວິທີການເຮັດຕາມຄວາມປະສົງຂອງພຣະເຈົ້າ. ພາລະກິດຂອງພຣະເຈົ້າບໍ່ເຄີຍຜິດພາດຈັກເທື່ອ; ກົງກັນຂ້າມ ມັນຄືການສະແຫວງຫາຂອງມະນຸດທີ່ມີຂໍ້ບົກຜ່ອງ. ຄົນຕໍ່າຊາມເຫຼົ່ານັ້ນທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້າບໍ່ໄດ້ເຖິງກັບຊົ່ວຮ້າຍ ແລະ ເປັນອັນຕະລາຍຫຼາຍກວ່າສິດຍາພິບານ ແລະ ຜູ້ອາວຸໂສເຫຼົ່ານັ້ນບໍ? ຫຼາຍຄົນເປັນຄົນທີ່ຕໍ່ຕ້ານພຣະເຈົ້າ, ແຕ່ໃນບັນດາພວກເຂົາແມ່ນຍັງມີຫຼາຍລັກສະນະແຕກຕ່າງກັນທີ່ພວກເຂົາຕໍ່ຕ້ານພຣະເຈົ້າ. ຍ້ອນມີຜູ້ເຊື່ອທຸກຮູບແບບ, ສະນັ້ນ ມັນກໍ່ມີຜູ້ທີ່ຕໍ່ຕ້ານພຣະເຈົ້າທຸກຮູບແບບ, ແຕ່ລະແບບກໍ່ບໍ່ຄືກັນ. ບໍ່ມີແມ່ນແຕ່ຄົນດຽວທີ່ລົ້ມເຫຼວໃນການຮັບຮູ້ຈຸດປະສົງໃນພາລະກິດຂອງພຣະເຈົ້າຢ່າງຊັດເຈນຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ບໍ່ວ່າມະນຸດອາດຕໍ່ຕ້ານພຣະເຈົ້າແນວໃດກໍ່ຕາມໃນອະດີດ, ເມື່ອມະນຸດມາເຂົ້າໃຈຈຸດປະສົງໃນພາລະກິດຂອງພຣະເຈ້ົາ ແລະ ອຸທິດຄວາມພະຍາຍາມຂອງເຂົາເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ພຣະເຈົ້າກໍ່ລົບລ້າງຄວາມຜິດບາບທັງໝົດທີ່ຜ່ານມາຂອງເຂົາ. ຕາບໃດທີ່ມະນຸດສະແຫວງຫາຄວາມຈິງ ແລະ ປະຕິບັດຄວາມຈິງ, ພຣະເຈົ້າຈະບໍ່ຈື່ສິ່ງທີ່ເຂົາໄດ້ເຮັດ. ຍິ່ງໄປກວ່ານັ້ນ, ມັນຢູ່ບົນພື້ນຖານການປະຕິບັດຄວາມຈິງຂອງມະນຸດທີ່ພຣະເຈົ້າພິສູດເຂົາ. ນີ້ຄືຄວາມຊອບທຳຂອງພຣະເຈົ້າ. ກ່ອນທີ່ມະນຸດໄດ້ເຫັນພຣະເຈົ້າ ຫຼື ປະສົບກັບພາລະກິດຂອງພຣະອົງ, ບໍ່ວ່າມະນຸດຈະເຮັດແນວໃດກໍ່ຕາມຕໍ່ພຣະເຈົ້າ, ພຣະອົງກໍ່ບໍ່ຈື່ມັນ. ເຖິງຢ່າງໃດກໍ່ຕາມ, ຫຼັງຈາກທີ່ມະນຸດໄດ້ເຫັນພຣະເຈົ້າ ແລະ ປະສົບກັບພາລະກິດຂອງພຣະອົງ, ການກະທຳ ແລະ ການປະພຶດທັງໝົດຂອງມະນຸດກໍ່ຖືກພຣະເຈົ້າບັນທຶກໄວ້ໃນ “ຈົດໝາຍເຫດ”, ຍ້ອນມະນຸດໄດ້ເຫັນພຣະເຈົ້າ ແລະ ມີຊີວິດທ່າມກາງພາລະກິດຂອງພຣະອົງ.

ເມື່ອມະນຸດໄດ້ເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນແທ້ໆ, ເມື່ອເຂົາໄດ້ເຫັນເຖິງອຳນາດສູງສຸດຂອງພຣະອົງ ແລະ ເມື່ອເຂົາໄດ້ມາຮູ້ຈັກພາລະກິດຂອງພຣະເຈົ້າຢ່າງແທ້ຈິງ ແລະ ຍິ່ງໄປກວ່ານັ້ນ ເມື່ອອຸປະນິໄສເດີມຂອງມະນຸດມີການປ່ຽນແປງ, ແລ້ວມະນຸດກໍ່ຈະປະຖິ້ມອຸປະນິໄສກະບົດຂອງເຂົາທີ່ຕໍ່ຕ້ານພຣະເຈົ້າອອກຢ່າງສົມບູນ. ມັນສາມາດເວົ້າໄດ້ວ່າ ທຸກຄົນໄດ້ຕໍ່ຕ້ານພຣະເຈົ້າໃນບາງຄັ້ງ ແລະ ທຸກຄົນໄດ້ກະບົດຕໍ່ພຣະເຈົ້າໃນບາງຄັ້ງ. ເຖິງຢ່າງໃດກໍ່ຕາມ, ຖ້າເຈົ້າເຕັມໃຈເຊື່ອຟັງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຈາກຈຸດນີ້ ເຈົ້າເຮັດໃຫ້ພຣະເຈົ້າພໍໃຈດ້ວຍຄວາມຈົງຮັກພັກດີຂອງເຈົ້າ, ປະຕິບັດຄວາມຈິງທີ່ເຈົ້າຄວນປະຕິບັດ, ປະຕິບັດໜ້າທີ່ຂອງເຈົ້າດັ່ງທີ່ເຈົ້າຄວນເຮັດ ແລະ ຮັກສາກົດລະບຽບທີ່ເຈົ້າຄວນຮັກສາ, ແລ້ວເຈົ້າກໍ່ເປັນຄົນທີ່ເຕັມໃຈປະຖິ້ມຄວາມກະບົດຂອງເຈົ້າເພື່ອເຮັດໃຫ້ພຣະເຈົ້າພໍໃຈ ແລະ ຄົນທີ່ຖືກພຣະເຈົ້າເຮັດໃຫ້ສົມບູນ. ຖ້າເຈົ້າປະຕິເສດຢ່າງດື້ດ້ານທີ່ຈະເຫັນຄວາມຜິດພາດຂອງເຈົ້າ ແລະ ບໍ່ມີເຈດຕະນາທີ່ຈະກັບໃຈດ້ວຍຕົນເອງ, ຖ້າເຈົ້າຍັງຢືນຢັນໃນຄວາມປະພຶດທີ່ກະບົດຂອງເຈົ້າໂດຍບໍ່ມີເຈດຕະນາທີ່ຈະຮ່ວມມືກັບພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈແມ່ນແຕ່ໜ້ອຍດຽວ, ແລ້ວຄົນທີ່ດື້ດຶງ ແລະ ບໍ່ສາມາດແກ້ໄຂໄດ້ແບບເຈົ້າກໍ່ຈະຖືກລົງໂທດຢ່າງແນ່ນອນ ແລະ ເປັນຄົນທີ່ບໍ່ຖືກພຣະເຈົ້າເຮັດໃຫ້ສົມບູນຈັກເທື່ອຢ່າງແນ່ນອນ. ເມື່ອເປັນແບບນີ້, ເຈົ້າກໍ່ເປັນສັດຕູຂອງພຣະເຈົ້າໃນມື້ນີ້ ແລະ ມື້ຕໍ່ໄປ ເຈົ້າກໍ່ຍັງຈະເປັນສັດຕູຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າກໍ່ຍັງຈະເປັນສັດຕູຂອງພຣະເຈົ້າໃນມື້ຕໍ່ໄປອີກ; ເຈົ້າຈະເປັນຄູ່ປໍລະປັກຂອງພຣະເຈົ້າ ແລະ ສັດຕູຂອງພຣະເຈົ້າຕະຫຼອດໄປ. ໃນກໍລະນີນັ້ນ, ພຣະເຈົ້າຈະສາມາດປ່ອຍເຈົ້າໄປໄດ້ແນວໃດ? ມັນຄືທຳມະຊາດຂອງມະນຸດທີ່ຕໍ່ຕ້ານພຣະເຈົ້າ, ແຕ່ມະນຸດຕ້ອງບໍ່ຕັ້ງໃຈສະແຫວງຫາ “ຄວາມລັບ” ໃນການຕໍ່ຕ້ານພຣະເຈົ້າ ພຽງແຕ່ເພາະການປ່ຽນແປງທຳມະຊາດຂອງເຂົາເປັນໜ້າວຽກທີ່ເອົາຊະນະບໍ່ໄດ້. ຖ້ານັ້ນຄືຄວາມຈິງ, ແລ້ວມັນຈະດີກວ່າຖ້າເຈົ້າຍ່າງຈາກໄປກ່ອນທີ່ມັນຈະຊ້າເກີນໄປ, ເພື່ອບໍ່ໃຫ້ການຂ້ຽນຕີຂອງເຈົ້າໃນອະນາຄົດຮ້າຍແຮງຍິ່ງຂຶ້ນ ແລະ ເພື່ອບໍ່ໃຫ້ທຳມະຊາດທີ່ໂຫດຮ້າຍຂອງເຈົ້າລະເບີດອອກ ແລະ ບໍ່ສາມາດຄວບຄຸມໄດ້, ຈົນຮ່າງກາຍເນື້ອໜັງຂອງເຈົ້າຖືກປະຖິ້ມໂດຍພຣະເຈົ້າໃນທີ່ສຸດ. ເຈົ້າເຊື່ອໃນພຣະເຈົ້າເພື່ອຮັບພອນ; ແຕ່ຖ້າໃນທີ່ສຸດ ມີພຽງແຕ່ຄວາມໂຊກຮ້າຍທີ່ເກີດຂຶ້ນກັບເຈົ້າ, ນັ້ນຈະບໍ່ເປັນຄວາມອັບອາຍບໍ? ຂ້ອຍຂໍຮ້ອງເຈົ້າໃຫ້ເຈົ້າວາງແຜນອື່ນທີ່ດີກວ່າ. ແມ່ນຫຍັງກໍ່ຕາມທີ່ເຈົ້າສາມາດເຮັດໄດ້ດີກວ່າການເຊື່ອໃນພຣະເຈົ້າ: ແນ່ນອນ ມັນບໍ່ສາມາດເປັນໄປໄດ້ທີ່ຈະມີແຕ່ເສັ້ນທາງນີ້ເທົ່ານັ້ນ. ເຈົ້າຈະບໍ່ມີຊີວິດລອດບໍ ຖ້າເຈົ້າບໍ່ສະແຫວງຫາຄວາມຈິງ? ເປັນຫຍັງເຈົ້າຈຶ່ງຕ້ອງຂັດກັບພຣະເຈົ້າໃນລັກສະນະນີ້?

ກ່ອນນີ້: ການບໍ່ປ່ຽນແປງອຸປະນິໄສຄືການເປັນປໍລະປັກຕໍ່ພຣະເຈົ້າ

ຕໍ່ໄປ: ພາລະກິດ ແລະ ທາງເຂົ້າ (1)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້