ພາລະກິດ ແລະ ທາງເຂົ້າ (1)

ຕັ້ງແຕ່ຜູ້ຄົນເລີ່ມເດີນຕາມເສັ້ນທາງທີ່ຖືກຕ້ອງແຫ່ງຊີວິດ ໄດ້ມີຫຼາຍສິ່ງທີ່ພວກເຂົາຍັງບໍ່ຊັດເຈນ. ພວກເຂົາຍັງຢູ່ໃນການສັບສົນຢ່າງສິ້ນເຊີງກ່ຽວກັບພາລະກິດຂອງພຣະເຈົ້າ ແລະ ກ່ຽວກັບພາລະກິດຫຼາຍຢ່າງທີ່ພວກເຂົາຄວນປະຕິບັດ. ສິ່ງນີ້ແມ່ນເນື່ອງຈາກວ່າ ໃນດ້ານໜຶ່ງ ຍ້ອນການຫັນທິດທາງໃນປະສົບການຂອງພວກເຂົາ ແລະ ຂີດຈຳກັດໃນຄວາມສາມາດທີ່ຈະຮັບເອົາຂອງພວກເຂົາ; ອີກດ້ານໜຶ່ງ ກໍຍ້ອນວ່າ ພາລະກິດຂອງພຣະເຈົ້າຍັງບໍ່ທັນໄດ້ນໍາຜູ້ຄົນມາເຖິງຂັ້ນຕອນນີ້ເທື່ອ. ສະນັ້ນ, ທຸກຄົນຈຶ່ງຄຸມເຄືອກ່ຽວກັບບັນຫາສ່ວນໃຫຍ່ທາງດ້ານວິນຍານ. ບໍ່ແມ່ນແຕ່ວ່າເຈົ້າບໍ່ຊັດເຈນກ່ຽວກັບສິ່ງທີ່ເຈົ້າຄວນເຂົ້າສູ່ເທົ່ານັ້ນ; ເຈົ້າຍິ່ງບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າຫຼາຍຂຶ້ນ. ສິ່ງນີ້ເປັນຫຼາຍກວ່າບັນຫາຂໍ້ບົກຜ່ອງທີ່ຢູ່ໃນຕົວເຈົ້າຢ່າງແນ່ນອນ: ມັນຄືຈຸດບົກຜ່ອງຢ່າງໃຫຍ່ຂອງທຸກຄົນທີ່ຢູ່ໃນໂລກແຫ່ງສາສະໜາ. ໃນນີ້ມີຈຸດສໍາຄັນສຳລັບຄຳຖາມທີ່ວ່າ ເປັນຫຍັງຜູ້ຄົນຈຶ່ງບໍ່ຮູ້ຈັກພຣະເຈົ້າ ແລະ ສະນັ້ນ ຄວາມບົກຜ່ອງນີ້ຈຶ່ງເປັນຄວາມບົກຜ່ອງທົ່ວໄປຂອງທຸກຄົນທີ່ສະແຫວງຫາພຣະອົງ. ບໍ່ມີແມ່ນແຕ່ຄົນດຽວເຄີຍຮູ້ຈັກພຣະເຈົ້າ ຫຼື ເຄີຍເຫັນໃບໜ້າທີ່ແທ້ຈິງຂອງພຣະອົງ. ມັນເປັນຍ້ອນສິ່ງນີ້ ພາລະກິດຂອງພຣະເຈົ້າຈຶ່ງຫຍຸ້ງຍາກສໍ່າກັບການເຄື່ອນຍ້າຍພູເຂົາ ຫຼື ລະບາຍນໍ້າທະເລ. ມີເທົ່າໃດຄົນທີ່ໄດ້ເສຍສະຫຼະຊີວິດຂອງພວກເຂົາສຳລັບພາລະກິດຂອງພຣະເຈົ້າ; ມີເທົ່າໃດຄົນທີ່ຖືກຂັບໄລ່ໜີເນື່ອງຈາກພາລະກິດຂອງພຣະອົງ; ມີເທົ່າໃດຄົນທີ່ຖືກທໍລະມານຈົນຕາຍ ຍ້ອນເຫັນແກ່ພາລະກິດຂອງພຣະອົງ; ມີເທົ່າໃດຄົນທີ່ຕາຍຢ່າງບໍ່ຍຸຕິທຳ ເຖິງແມ່ນຕາຂອງພວກເຂົາເຕັມໄປດ້ວຍນໍ້າຕາແຫ່ງຄວາມຮັກສຳລັບພຣະເຈົ້າ; ມີເທົ່າໃດຄົນທີ່ໄດ້ພົບກັບການຂົ່ມເຫັງຢ່າງໂຫດຮ້າຍ ແລະ ໄຮ້ມະນຸດສະທໍາ…? ໂສກກະນາດຕະກໍາເຫຼົ່ານີ້ເກີດຂຶ້ນບໍ່ແມ່ນຍ້ອນຜູ້ຄົນຂາດຄວາມຮູ້ກ່ຽວກັບພຣະເຈົ້າບໍ? ຄົນທີ່ບໍ່ຮູ້ຈັກພຣະເຈົ້າຈະມີໜ້າມາຢູ່ຕໍ່ໜ້າພຣະອົງໄດ້ແນວໃດ? ຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຂົ່ມເຫັງພຣະເຈົ້າຈະມີໜ້າມາຢູ່ຕໍ່ໜ້າພຣະອົງໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ແມ່ນແຕ່ຄວາມບົກຜ່ອງຂອງຄົນທີ່ຢູ່ພາຍໃນໂລກແຫ່ງສາສະໜາເທົ່ານັ້ນ, ແຕ່ກົງກັນຂ້າມ ມັນທຳມະດາສໍາລັບເຈົ້າ ແລະ ພວກເຂົາ. ຄົນເຊື່ອໃນພຣະເຈົ້າໂດຍບໍ່ຮູ້ຈັກພຣະອົງ; ຍ້ອນເຫດຜົນນີ້ເຫດຜົນດຽວ ພວກເຂົາຈຶ່ງບໍ່ເຄົາລົບບູຊາພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ບໍ່ຢຳເກງພຣະອົງໃນຫົວໃຈຂອງພວກເຂົາ. ຍັງມີຄົນ ເຖິງກັບປະຕິບັດພາລະກິດທີ່ພວກເຂົາຈິນຕະນາການດ້ວຍຕົນເອງພາຍໃນກະແສນີ້ ແລະ ເລີ່ມປະຕິບັດພາລະກິດຂອງພຣະເຈົ້າຕາມຄວາມຮຽກຮ້ອງຕ້ອງການ ແລະ ຄວາມປາຖະໜາທີ່ເກີນຂອບເຂດຂອງພວກເຂົາເອງຢ່າງເປີດເຜີຍ ແລະ ດື້ດ້ານ. ຫຼາຍຄົນປະພຶດຕົນຢ່າງບ້າປ່ວງໂດຍບໍ່ເຄົາລົບຕໍ່ພຣະເຈົ້າເລີຍ ແຕ່ພາກັນປະຕິບັດຕາມຄວາມປະສົງຂອງຕົນເອງ. ສິ່ງເຫຼົ່ານີ້ບໍ່ແມ່ນຕົວຢ່າງແທ້ຈິງຂອງຜູ້ຄົນທີ່ມີຫົວໃຈເຫັນແກ່ຕົວບໍ? ສິ່ງເຫຼົ່ານີ້ບໍ່ໄດ້ສະແດງເຖິງການຫຼອກລວງທີ່ເກີນຂອບເສດຂອງຜູ້ຄົນບໍ? ແນ່ນອນ ຜູ້ຄົນອາດສະຫຼາດຫຼາຍທີ່ສຸດ, ແຕ່ພອນສະຫວັນຂອງພວກເຂົາຈະແທນທີ່ພາລະກິດຂອງພຣະເຈົ້າໄດ້ແນວໃດ? ແນ່ນອນ ຜູ້ຄົນອາດໃສ່ໃຈກັບພາລະຂອງພຣະເຈົ້າ, ແຕ່ພວກເຂົາບໍ່ຄວນປະພຶດຢ່າງເຫັນແກ່ຕົວເກີນໄປ. ການກະທຳຂອງຜູ້ຄົນສັກສິດແທ້ບໍ? ໃຜກໍຕາມສາມາດໝັ້ນໃຈໄດ້ຢ່າງແນ່ນອນບໍ? ການເປັນພະຍານໃຫ້ກັບພຣະເຈົ້າ, ການຮັບເອົາສະຫງ່າລາສີຂອງພຣະອົງ, ສິ່ງນີ້ແມ່ນພຣະເຈົ້າເປັນຜູ້ສ້າງຂໍ້ຍົກເວັ້ນ ແລະ ຍົກຜູ້ຄົນຂຶ້ນ; ພວກເຂົາຈະເໝາະສົມໄດ້ແນວໃດ? ພາລະກິດຂອງພຣະເຈົ້າພຽງແຕ່ຫາກໍ່ເລີ່ມຕົ້ນ, ພຣະທຳຂອງພຣະອົງພຽງແຕ່ຫາກໍ່ເລີ່ມຖືກກ່າວອອກ. ໃນຕອນນີ້, ຜູ້ຄົນຮູ້ສຶກດີກ່ຽວກັບຕົນເອງ; ສິ່ງນັ້ນບໍ່ແມ່ນການສ້າງຄວາມອັບອາຍແທ້ບໍ?ພວກເຂົາເຂົ້າໃຈໜ້ອຍເກີນໄປ. ແມ່ນແຕ່ນັກທິດສະດີທີ່ມີພອນສະຫວັນທີ່ສຸດ, ນັກປາໄສທີ່ເວົ້າຢ່າງໂວຫານ, ກໍບໍ່ສາມາດອະທິບາຍເຖິງຄວາມອຸດົມສົມບູນຂອງພຣະເຈົ້າໄດ້, ແຮງຈະບໍ່ໄກບໍທີ່ເຈົ້າຈະສາມາດເຮັດໄດ້? ທາງທີ່ດີທີ່ສຸດ ເຈົ້າບໍ່ຕ້ອງກຳນົດຄຸນຄ່າຂອງຕົນເອງໃຫ້ສູງກວ່າສະຫວັນ, ແຕ່ກົງກັນຂ້າມ ຢ່າງໜ້ອຍເຈົ້າຄວນເບິ່ງຕົນເອງຕໍ່າຕ້ອຍກວ່າຜູ້ຄົນທີ່ມີເຫດຜົນເຫຼົ່ານັ້ນທີ່ສະແຫວງຫາເພື່ອຮັກພຣະເຈົ້າ. ນີ້ແມ່ນເສັ້ນທາງທີ່ເຈົ້າຄວນເຂົ້າສູ່: ໃຫ້ເບິ່ງຕົນເອງຕໍ່າກວ່າຄົນອື່ນໜຶ່ງວາ. ເປັນຫຍັງຈຶ່ງຖືວ່າຕົນເອງສູງສົ່ງ? ເປັນຫຍັງຈຶ່ງປະເມີນຄ່າຕົນເອງສູງແບບນັ້ນ? ໃນການເດີນທາງຢ່າງຍາວນານຂອງຊີວິດ, ເຈົ້າພຽງແຕ່ຍ່າງສອງສາມບາດກ້າວທຳອິດເທົ່ານັ້ນ. ສິ່ງທີ່ເຈົ້າເຫັນແມ່ນແຂນຂອງພຣະເຈົ້າເທົ່ານັ້ນ, ບໍ່ແມ່ນທັງໝົດຂອງພຣະເຈົ້າ. ມັນຈຳເປັນທີ່ຈະໃຫ້ເຈົ້າເຫັນເຖິງພາລະກິດຂອງພຣະເຈົ້າຫຼາຍຂຶ້ນ, ຄົ້ນພົບສິ່ງທີ່ເຈົ້າຄວນເຂົ້າສູ່ຫຼາຍຂຶ້ນ, ເພາະວ່າ ເຈົ້າໄດ້ປ່ຽນແປງໜ້ອຍເກີນໄປ.

ໃນການປັ້ນມະນຸດ[1] ແລະ ປ່ຽນແປງອຸປະນິໄສຂອງເຂົາ, ພາລະກິດຂອງພຣະເຈົ້າບໍ່ເຄີຍເຊົາຈັກເທື່ອ ເພາະພວກເຂົາຂາດເຂີນໃນຫຼາຍດ້ານ ແລະ ພວກເຂົາຕໍ່າກວ່າມາດຕະຖານທີ່ພຣະອົງກຳນົດໄວ້ຫຼາຍ. ສະນັ້ນ ສາມາດເວົ້າໄດ້ວ່າ ໃນສາຍຕາຂອງພຣະເຈົ້າ ເຈົ້າຈະເປັນທາລົກເກີດໃໝ່ຕະລອດໄປ, ມີອົງປະກອບເລັກໜ້ອຍທີ່ເຮັດໃຫ້ພຣະອົງພໍໃຈ, ເພາະວ່າ ເຈົ້າບໍ່ໄດ້ເປັນຫຍັງ ນອກຈາກສິ່ງທີ່ມີຊີວິດໃນກໍາມືຂອງພຣະເຈົ້າ. ຖ້າຄົນໜຶ່ງຕົກສູ່ຄວາມພາກພູມໃຈໃນຕົນເອງ, ເຂົາຈະບໍ່ຖືກພຣະເຈົ້າກຽດຊັງບໍ? ການເວົ້າວ່າເຈົ້າສາມາດເຮັດໃຫ້ພຣະເຈົ້າພໍໃຈໃນປັດຈຸບັນກໍຄືການເວົ້າຈາກທັດສະນະທີ່ຈຳກັດຂອງຝ່າຍເນື້ອໜັງຂອງເຈົ້າ; ຖ້າຕ້ອງຕໍ່ສູ້ກັບພຣະເຈົ້າແທ້ໆ, ເຈົ້າຈະພ່າຍແພ້ໃນສະໜາມຕະລອດໄປ. ເນື້ອໜັງຂອງມະນຸດບໍ່ເຄີຍຮັບຮູ້ວ່າໄດ້ຮັບໄຊຊະນະຈັກເທື່ອ. ມີແຕ່ຜ່ານທາງພາລະກິດຂອງພຣະວິນຍານບໍລິສຸດເທົ່ານັ້ນ ມະນຸດຈຶ່ງຈະສາມາດຖືກໄຖ່ບາບໄດ້. ໃນຄວາມເປັນຈິງ, ໃນບັນດາສັບພະສິ່ງທັງປວງທີ່ຢູ່ໃນການເນລະມິດສ້າງຂອງພຣະເຈົ້າ ມະນຸດຄືສິ່ງທີ່ຕໍ່າຕ້ອຍທີ່ສຸດ. ເຖິງແມ່ນວ່າເຂົາເປັນເຈົ້ານາຍຂອງສິ່ງທັງປວງ, ມະນຸດຄືສິ່ງດຽວໃນບັນດາສິ່ງທັງປວງທີ່ຕົກຢູ່ໃນກົນອຸບາຍຂອງຊາຕານ, ສິ່ງດຽວທີ່ຕົກເປັນເຫຍື່ອຂອງການເສື່ອມຊາມຂອງມັນໂດຍບໍ່ສິ້ນສຸດ. ມະນຸດບໍ່ເຄີຍປົກຄອງຕົນເອງຈັກເທື່ອ. ມະນຸດສ່ວນໃຫຍ່ດຳລົງຊີວິດຢູ່ໃນບ່ອນທີ່ສົກກະປົກຂອງຊາຕານ ແລະ ທົນທຸກກັບການເຍາະເຍີ້ຍຂອງມັນ; ມັນເຍີ້ຍພວກເຂົາໃນລັກສະນະນີ້ ແລະ ຈົນພວກເຂົາມີຊີວິດຢູ່ພຽງເຄິ່ງດຽວ, ອົດກັ້ນກັບຊີວິດຂຶ້ນໆລົງໆ, ຄວາມລຳບາກໃນໂລກມະນຸດ. ຫຼັງຈາກຢອກຫຼິ້ນກັບພວກເຂົາ, ຊາຕານກໍເຮັດໃຫ້ໂຊກຊະຕາຂອງພວກເຂົາສິ້ນສຸດ. ດ້ວຍເຫດນັ້ນ ຜູ້ຄົນຈຶ່ງຜະເຊີນກັບຊີວິດທັງໝົດຂອງພວກເຂົາໃນຄວາມມຶນເມົາຢ່າງສັບສົນ, ບໍ່ເຄີຍໄດ້ຮັບສິ່ງດີໆທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບພວກເຂົາ, ແຕ່ກົງກັນຂ້າມ ພວກເຂົາຖືກຊາຕານທຳລາຍ ແລະ ປ່ອຍໃຫ້ເປັນເສດສ່ວນ. ໃນປັດຈຸບັນ ພວກເຂົາໄດ້ອ່ອນເພຍຫຼາຍ ແລະ ບໍ່ມີຊີວິດຊີວາຈົນພວກເຂົາບໍ່ມີຈິດໃຈທີ່ຈະສັງເກດພາລະກິດຂອງພຣະເຈົ້າເລີຍ. ຖ້າຜູ້ຄົນບໍ່ມີຈິດໃຈທີ່ຈະສັງເກດພາລະກິດຂອງພຣະເຈົ້າ, ປະສົບການຂອງພວກເຂົາກໍຈະຕົກຢູ່ກັບຄວາມແຕກຫັກ ແລະ ບໍ່ສົມບູນຕະຫຼອດໄປ ແລະ ທາງເຂົ້າຂອງພວກເຂົາກໍຈະເປັນບ່ອນວ່າງເປົ່າຕະຫຼອດໄປ. ເປັນເວລາຫຼາຍພັນປີຕັ້ງແຕ່ພຣະເຈົ້າສະເດັດມາເທິງໂລກ, ມີມະນຸດຈຳນວນຫຼວງຫຼາຍທີ່ມີອຸດົມຄະຕິສູງສົ່ງໄດ້ຖືກພຣະເຈົ້າໃຊ້ເພື່ອປະຕິບັດພາລະກິດສຳລັບພຣະເຈົ້າໃນເວລາຫຼາຍປີ; ແຕ່ຄົນທີ່ຮູ້ຈັກພາລະກິດຂອງພຣະອົງແມ່ນມີໜ້ອຍຫຼາຍ ຈົນເກືອບວ່າຈະບໍ່ມີຢູ່ເລີຍ. ຍ້ອນເຫດຜົນນີ້, ຜູ້ຄົນຈຳນວນນັບບໍ່ຖ້ວນໄດ້ຮັບເອົາບົດບາດໃນການຕໍ່ຕ້ານພຣະເຈົ້າ ແລະ ໃນເວລາດຽວກັນພວກເຂົາກໍປະຕິບັດພາລະກິດເພື່ອພຣະອົງ, ເພາະວ່າ ແທນທີ່ຈະປະຕິບັດພາລະກິດຂອງພຣະອົງ, ພວກເຂົາພັດປະຕິບັດພາລະກິດຂອງມະນຸດໃນຕໍາແໜ່ງທີ່ພຣະເຈົ້າມອບໃຫ້. ສິ່ງນີ້ຈະສາມາດຖືກເອີ້ນວ່າພາລະກິດໄດ້ບໍ? ພວກເຂົາຈະສາມາດເຂົ້າສູ່ໄດ້ແນວໃດ? ມະນຸດໄດ້ເອົາພຣະຄຸນຂອງພຣະເຈົ້າ ແລະ ຝັງມັນໄວ້. ຍ້ອນສິ່ງນີ້, ໃນຫຼາຍຍຸກທີ່ຜ່ານມາ ຜູ້ຄົນທີ່ປະຕິບັດພາລະກິດຂອງພຣະອົງຈຶ່ງມີທາງເຂົ້າສູ່ພຽງແຕ່ໜ້ອຍດຽວ. ພວກເຂົາບໍ່ເວົ້າເຖິງການຮູ້ຈັກພາລະກິດຂອງພຣະເຈົ້າເລີຍ, ເພາະວ່າ ພວກເຂົາເຂົ້າໃຈກ່ຽວກັບສະຕິປັນຍາຂອງພຣະເຈົ້າໜ້ອຍເກີນໄປ. ສາມາດເວົ້າໄດ້ວ່າ ເຖິງແມ່ນມີຫຼາຍຄົນທີ່ຮັບໃຊ້ພຣະເຈົ້າ, ພວກເຂົາກໍບໍ່ສາມາດເຫັນວ່າພຣະອົງສູງສົ່ງສໍ່າໃດ ແລະ ນີ້ຄືເຫດຜົນທີ່ວ່າເປັນຫຍັງທຸກຄົນຈຶ່ງໄດ້ແຕ່ງຕັ້ງຕົນເອງເປັນພຣະເຈົ້າເພື່ອໃຫ້ຄົນອື່ນນະມັດສະການ.

ເປັນເວລາຫຼາຍປີ ທີ່ພຣະເຈົ້າໄດ້ລີ້ຊ້ອນຢູ່ພາຍໃນການເນລະມິດສ້າງ; ພຣະອົງໄດ້ສັງເກດລະດູໃບໄມ້ປົ່ງ ແລະ ລະດູໃບໄມ້ລົ່ນຫຼາຍຄັ້ງຈາກການປົກຄຸມຂອງໝອກ; ໄດ້ຫຼຽວລົງມາຈາກສະຫວັນຊັ້ນສາມເປັນເວລາຫຼາຍມື້ ແລະ ຫຼາຍຄືນ; ໄດ້ຍ່າງທ່າມກາງມະນຸດເປັນເວລາຫຼາຍເດືອນ ແລະ ຫຼາຍປີ. ພຣະອົງໄດ້ນັ່ງຢູ່ເໜືອມະນຸດທັງປວງ ລໍຖ້າຢ່າງງຽບໆຕະຫຼອດລະດູໜາວທີ່ຜ່ານໄປຫຼາຍຄັ້ງ. ບໍ່ມີແມ່ນແຕ່ຄັ້ງດຽວທີ່ພຣະອົງສະແດງຕົນເອງຢ່າງເປີດເຜີຍໃຫ້ກັບທຸກຄົນເຫັນ ຫຼື ສົ່ງສຽງແມ່ນແຕ່ຄັ້ງດຽວ, ຈາກໄປໂດຍບໍ່ມີສັນຍານ ແລະ ກັບມາຢ່າງງຽບໆ. ຜູ້ໃດສາມາດຮູ້ຈັກໃບໜ້າທີ່ແທ້ຈິງຂອງພຣະອົງແດ່? ພຣະອົງບໍ່ເຄີຍເວົ້າກັບມະນຸດຈັກເທື່ອ, ບໍ່ເຄີຍປາກົດຕົວຕໍ່ມະນຸດຈັກເທື່ອ. ມັນງ່າຍສໍ່າໃດທີ່ຈະໃຫ້ຜູ້ຄົນປະຕິບັດພາລະກິດຂອງພຣະເຈົ້າ? ໜ້ອຍຄັ້ງທີ່ພວກເຂົາຈະເຂົ້າໃຈວ່າການຮູ້ຈັກພຣະເຈົ້າເປັນສິ່ງທີ່ຫຍຸ້ງຍາກທີ່ສຸດໃນບັນດາສິ່ງຕ່າງໆ. ໃນປັດຈຸບັນ ພຣະເຈົ້າໄດ້ກ່າວຕໍ່ມະນຸດ, ແຕ່ມະນຸດບໍ່ເຄີຍຮູ້ຈັກພຣະອົງ ຍ້ອນວ່າ ທາງເຂົ້າສູ່ຊີວິດຂອງເຂົາແມ່ນຈຳກັດ ແລະ ຕື້ນເກີນໄປ. ເມື່ອເບິ່ງຈາກທັດສະນະຂອງພຣະອົງ, ຜູ້ຄົນບໍ່ສົມຄວນທີ່ຈະປາກົດຕົວຕໍ່ໜ້າພຣະເຈົ້າເລີຍ. ພວກເຂົາມີຄວາມເຂົ້າໃຈເລັກໜ້ອຍກ່ຽວກັບພຣະເຈົ້າ ແລະ ຫ່າງເຫີນຈາກພຣະອົງຫຼາຍເກີນໄປ. ຍິ່ງໄປກວ່ານັ້ນ, ຫົວໃຈທີ່ພວກເຂົາມີທີ່ເຊື່ອໃນພຣະເຈົ້າກໍສັບຊ້ອນເກີນໄປ ແລະ ພວກເຂົາບໍ່ມີພາບຫຼັກຂອງພຣະເຈົ້າຢູ່ໃນຫົວໃຈສ່ວນເລິກທີ່ສຸດຂອງພວກເຂົາເລີຍ. ຜົນຕາມມາກໍຄື ຄວາມພະຍາຍາມຢ່າງເຈັບປວດຂອງພຣະເຈົ້າ ແລະ ພາລະກິດຂອງພຣະອົງທີ່ເປັນເໝືອນດັ່ງທອງຄຳທີ່ຝັງໄວ້ຢູ່ໃນດິນຊາຍ ແມ່ນບໍ່ສາມາດສ່ອງແສງສະຫວ່າງແວບວັບໄດ້. ສຳລັບພຣະເຈົ້າແລ້ວ, ລະດັບຄວາມສາມາດ, ແຮງຈູງໃຈ ແລະ ມຸມມອງຂອງຄົນເຫຼົ່ານີ້ແມ່ນເປັນຕາກຽດຊັງທີ່ສຸດ. ຍ້ອນຂາດຄວາມສາມາດໃນການຮັບຂອງພວກເຂົາ, ຄວາມບໍ່ຮູ້ສຶກຈົນເຖິງຄວາມເສີຍເມີຍ, ຊຸດໂຊມ ແລະ ເສື່ອມໂຊມ, ເປັນທາດຮັບໃຊ້ຫຼາຍເກີນໄປ, ອ່ອນແອ ແລະ ບໍ່ມີກຳລັງໃຈ, ພວກເຂົາຕ້ອງໄດ້ຖືກຈູງຄືກັບຈູງງົວ ແລະ ມ້າ. ແຕ່ສຳລັບທາງເຂົ້າຝ່າຍວິນຍານຂອງພວກເຂົາ ຫຼື ທາງເຂົ້າໃນພາລະກິດຂອງພຣະເຈົ້າ, ພວກເຂົາບໍ່ເອົາໃຈໃສ່ແມ່ນແຕ່ໜ້ອຍດຽວ, ບໍ່ມີຄວາມຕັ້ງໃຈທີ່ຈະທົນທຸກເພື່ອເຫັນແກ່ຄວາມຈິງແມ່ນແຕ່ໜ້ອຍດຽວ. ມັນບໍ່ງ່າຍສໍາລັບຄົນປະເພດນີ້ທີ່ຈະຖືກເຮັດໃຫ້ບໍລິບູນໂດຍພຣະເຈົ້າ. ສະນັ້ນ ມັນຈຶ່ງເປັນເລື່ອງສຳຄັນທີ່ເຈົ້າຕ້ອງເລີ່ມຈັດທາງເຂົ້າຂອງເຈົ້າຈາກມຸມນີ້, ເພື່ອວ່າຜ່ານພາລະກິດຂອງເຈົ້າ ແລະ ທາງເຂົ້າຂອງເຈົ້າ, ເຈົ້າຈະເຂົ້າໃກ້ໃນການຮູ້ຈັກພາລະກິດຂອງພຣະເຈົ້າ.

ໝາຍເຫດ:

1. “ການປັ້ນມະນຸດ” ໝາຍເຖິງ “ການຊ່ວຍມະນຸດໃຫ້ລອດພົ້ນ”.

ກ່ອນນີ້ : ກ່ຽວກັບພຣະຄຳພີ (3)

ຕໍ່ໄປ : ພາລະກິດ ແລະ ທາງເຂົ້າ (2)

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ໃນຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ ເຈົ້າຄວນເຊື່ອຟັງພຣະເຈົ້າ

ເປັນຫຍັງເຈົ້າຈິ່ງເຊື່ອໃນພຣະເຈົ້າ? ຄົນສ່ວນໃຫຍ່ຈະສັບສົນກັບຄໍາຖາມນີ້. ພວກເຂົາຈະມີຄວາມຄິດເຫັນທີ່ແຕກຕ່າງກັນສະເໝີກ່ຽວກັບພຣະເຈົ້າທີ່ແທ້ຈິງ ແລະ...

ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ

ເພື່ອໃຫ້ເຂົ້າໃຈເຖິງຈຸດປະສົງຂອງພາລະກິດຂອງພຣະເຈົ້າ, ສິ່ງທີ່ເຮັດໃຫ້ມະນຸດປະສົບຜົນສຳເລັດ ແລະ ສໍາຜັດກັບຄວາມປະສົງຂອງພຣະເຈົ້າທີ່ມີຕໍ່ມະນຸດ,...

ບັນຫາທີ່ຮ້າຍແຮງ: ການທໍລະຍົດ (1)

ພາລະກິດຂອງເຮົາຈະສໍາເລັດໃນອີກໄວໆນີ້ ແລະ ຫຼາຍປີຮ່ວມກັນໄດ້ກາຍມາເປັນຄວາມຊົງຈໍາທີ່ເຫຼືອທົນ. ເຮົາໄດ້ເວົ້າຊໍ້າພຣະທໍາຂອງເຮົາຢ່າງບໍ່ຢຸດເຊົາ ແລະ...

ຄໍາເຕືອນເຖິງຜູ້ຄົນທີ່ບໍ່ປະຕິບັດຄວາມຈິງ

ໃນບັນດາອ້າຍເອື້ອຍນ້ອງຜູ້ທີ່ມັກລະບາຍຄວາມຄິດລົບຂອງພວກເຂົາອອກແມ່ນລູກສະໝຸນຂອງຊາຕານ ແລະ ພວກເຂົາລົບກວນຄຣິສຕະຈັກ. ຜູ້ຄົນດັ່ງກ່າວຈະຕ້ອງຖືກຂັບໄລ່...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້