ພາລະກິດ ແລະ ທາງເຂົ້າ (2)

ພາລະກິດ ແລະ ທາງເຂົ້າຂອງພວກເຈົ້າແມ່ນບໍ່ດີປານໃດ; ມະນຸດບໍ່ໃຫ້ຄວາມສຳຄັນກັບວິທີການປະຕິບັດພາລະກິດ ແລະ ຍິ່ງບໍ່ຕັ້ງໃຈສົນໃຈກ່ຽວກັບທາງເຂົ້າແຫ່ງຊີວິດ. ມະນຸດບໍ່ຖືວ່າສິ່ງເຫຼົ່ານີ້ເປັນບົດຮຽນທີ່ພວກເຂົາຄວນເຂົ້າສູ່; ສະນັ້ນ ໃນປະສົບການພວກເຈົ້າ ຕາມຄວາມຈິງແລ້ວ ສິ່ງທີ່ມະນຸດເຫັນແມ່ນພາບລວງຕາທີ່ວ່າງເປົ່າ. ບໍ່ມີຫຍັງຫຼາຍທີ່ຮຽກຮ້ອງຈາກພວກເຈົ້າເທົ່າທີ່ກ່ຽວຂ້ອງກັບພາລະກິດ, ແຕ່ເມື່ອມະນຸດຈະຖືກພຣະເຈົ້າເຮັດໃຫ້ສົມບູນ, ພວກເຈົ້າກໍຄວນຮຽນຮູ້ບົດຮຽນຂອງພວກເຈົ້າທີ່ກ່ຽວກັບການປະຕິບັດພາລະກິດເພື່ອພຣະເຈົ້າ ເພື່ອວ່າພວກເຈົ້າອາດສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໃນອີກບໍ່ດົນ. ທົ່ວຍຸກຕ່າງໆ, ຄົນທີ່ປະຕິບັດພາລະກິດແມ່ນຖືກເອີ້ນວ່າ ຜູ້ປະຕິບັດພາລະກິດ ຫຼື ອັກຄະສາວົກ ເຊິ່ງໝາຍເຖິງຄົນຈຳນວນໜ້ອຍທີ່ພຣະເຈົ້າໃຊ້. ເຖິງຢ່າງໃດກໍຕາມ, ພາລະກິດທີ່ເຮົາກ່າວເຖິງໃນປັດຈຸບັນບໍ່ໄດ້ໝາຍເຖິງຜູ້ປະຕິບັດພາລະກິດ ຫຼື ອັກຄະສາວົກເຫຼົ່ານັ້ນເທົ່ານັ້ນ, ແຕ່ກົງກັນຂ້າມແມ່ນແນໃສ່ທຸກຄົນທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ. ບາງເທື່ອ ມີຫຼາຍຄົນທີ່ສົນໃຈເລັກນ້ອຍໃນສິ່ງນີ້, ແຕ່ເພື່ອເຫັນແກ່ທາງເຂົ້າ ມັນຈະດີທີ່ສຸດທີ່ຈະສົນທະນາເຖິງຄວາມຈິງກ່ຽວກັບເລື່ອງນີ້.

ເມື່ອເວົ້າເຖິງພາລະກິດ, ມະນຸດເຊື່ອວ່າພາລະກິດແມ່ນຕ້ອງແລ່ນໄປມາເພື່ອພຣະເຈົ້າ, ເທດສະໜາໃນທຸກບ່ອນ ແລະ ໃຊ້ເວລາເພື່ອຜົນປະໂຫຍດຂອງພຣະອົງ. ເຖິງແມ່ນຄວາມເຊື່ອນີ້ຖືກຕ້ອງ, ມັນກໍເປັນພຽງດ້ານດຽວ; ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດບໍ່ແມ່ນການເດີນທາງໄປໆມາໆເພື່ອພຣະອົງເທົ່ານັ້ນ; ນອກເໜືອຈາກນີ້, ພາລະກິດນີ້ແມ່ນກ່ຽວຂ້ອງກັບພັນທະກິດ ແລະ ການຕອບສະໜອງພາຍໃນຈິດວິນຍານ. ອ້າຍເອື້ອຍນ້ອງຫຼາຍຄົນບໍ່ເຄີຍຄິດເຖິງການປະຕິບັດພາລະກິດເພື່ອພຣະເຈົ້າ ແມ່ນແຕ່ຫຼັງຈາກມີປະສົບການຫຼາຍປີ, ຍ້ອນວ່າ ພາລະກິດທີ່ມະນຸດຄິດຂຶ້ນແມ່ນບໍ່ສອດຄ່ອງກັບສິ່ງທີ່ພຣະເຈົ້າຮຽກຮ້ອງ. ສະນັ້ນ ມະນຸດຈຶ່ງບໍ່ສົນໃຈສິ່ງໃດໃນເລື່ອງພາລະກິດ ແລະ ນີ້ກໍຄືເຫດຜົນຢ່າງແທ້ຈິງທີ່ວ່າ ເປັນຫຍັງທາງເຂົ້າຂອງມະນຸດຈຶ່ງຍັງຢູ່ໃນດ້ານດຽວມາຕະຫຼອດ. ພວກເຈົ້າທຸກຄົນຄວນເລີ່ມຕົ້ນເຂົ້າສູ່ໂດຍການປະຕິບັດພາລະກິດເພື່ອພຣະເຈົ້າ ເພື່ອວ່າ ພວກເຈົ້າຈະມີປະສົບການທີ່ດີຂຶ້ນໃນທຸກດ້ານ. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່. ພາລະກິດບໍ່ໄດ້ໝາຍເຖິງການແລ່ນໄປມາເພື່ອພຣະເຈົ້າ; ແຕ່ມັນໝາຍຄວາມວ່າ ຊີວິດຂອງມະນຸດ ແລະ ສິ່ງທີ່ມະນຸດດຳລົງຊີວິດຕາມແມ່ນເພື່ອມອບຄວາມສຸກໃຫ້ແກ່ພຣະເຈົ້າ ຫຼື ບໍ່. ພາລະກິດໝາຍເຖິງການທີ່ມະນຸດໃຊ້ຄວາມຊື່ສັດທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະເຈົ້າເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຄອຍຮັບໃຊ້ມະນຸດ. ນີ້ແມ່ນຄວາມຮັບຜິດຊອບຂອງມະນຸດ ແລະ ນີ້ແມ່ນສິ່ງທີ່ມະນຸດຄວນເຂົ້າໃຈ. ເວົ້າອີກແບບໜຶ່ງກໍຄື ທາງເຂົ້າຂອງພວກເຈົ້າແມ່ນພາລະກິດຂອງພວກເຈົ້າ ແລະ ພວກເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ລະຫວ່າງເສັ້ນທາງການປະຕິບັດພາລະກິດເພື່ອພຣະເຈົ້າ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຮູ້ຈັກວິທີການກິນ ແລະ ດື່ມພຣະທຳຂອງພຣະອົງເທົ່ານັ້ນ; ທີ່ສຳຄັນໄປກວ່ານັ້ນກໍຄື ພວກເຈົ້າຕ້ອງຮູ້ວິທີການເປັນພະຍານກ່ຽວກັບພຣະເຈົ້າ, ສາມາດຮັບໃຊ້ພຣະເຈົ້າ, ສາມາດຄອຍຮັບໃຊ້ ແລະ ຕອບສະໜອງໃຫ້ກັບມະນຸດ. ນີ້ແມ່ນພາລະກິດ ແລະ ຍັງເປັນທາງເຂົ້າຂອງພວກເຈົ້າ; ນີ້ແມ່ນສິ່ງທີ່ທຸກຄົນຄວນເຮັດໃຫ້ສຳເລັດ. ມີຫຼາຍຄົນທີ່ພຽງແຕ່ໃສ່ໃຈກັບການເດີນທາງໄປມາເພື່ອພຣະເຈົ້າ ແລະ ເທດສະໜາໃນທຸກບ່ອນ, ແຕ່ພາກັນເບິ່ງຂ້າມປະສົບການສ່ວນຕົວຂອງພວກເຂົາ ແລະ ເບິ່ງຂ້າມທາງເຂົ້າສູ່ຊີວິດຝ່າຍວິນຍານຂອງພວກເຂົາ. ນີ້ແມ່ນສິ່ງທີ່ນໍາພາໃຫ້ຄົນທີ່ຮັບໃຊ້ພຣະເຈົ້າກາຍເປັນຄົນຕໍ່ຕ້ານພຣະເຈົ້າ. ຄົນເລົ່ານີ້ ເຊິ່ງເປັນຄົນທີ່ຮັບໃຊ້ພຣະເຈົ້າ ແລະ ຄອຍຮັບໃຊ້ມະນຸດເປັນເວລາຫຼາຍປີ ພຽງແຕ່ຖືວ່າການປະຕິບັດພາລະກິດ ແລະ ການເທດສະໜາເປັນທາງເຂົ້າ ແລະ ບໍ່ມີໃຜຖືວ່າ ປະສົບການຝ່າຍວິນຍານຂອງພວກເຂົາເອງເປັນທາງເຂົ້າທີ່ສຳຄັນ. ກົງກັນຂ້າມ, ພວກເຂົາໃຊ້ແສງສະຫວ່າງແຫ່ງພາລະກິດທີ່ສືບມາຈາກພາລະກິດຂອງພຣະວິນຍານບໍລິສຸດເພື່ອເປັນປະໂຫຍດໃນການສັ່ງສອນຄົນອື່ນ. ເມື່ອເວລາເທດສະໜາ, ພວກເຂົາແມ່ນແບກຫາບພາລະຢ່າງຫຼວງຫຼາຍ ແລະ ຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ແລະ ດ້ວຍສິ່ງນີ້ ພວກເຂົາຈຶ່ງໄດ້ປ່ອຍສຽງຂອງພຣະວິນຍານບໍລິສຸດ. ໃນເວລານັ້ນ ຄົນທີ່ປະຕິບັດພາລະກິດກໍເຕັມໄປດ້ວຍຄວາມເພິ່ງພໍໃຈ ຄືກັບວ່າພາລະກິດຂອງພຣະວິນຍານບໍລິສຸດເປັນປະສົບການຝ່າຍວິນຍານຂອງພວກເຂົາເອງ; ພວກເຂົາຮູ້ສຶກວ່າພຣະທຳທຸກຂໍ້ທີ່ພວກເຂົາກ່າວໃນເວລານັ້ນແມ່ນຕົວຕົນຂອງພວກເຂົາເອງ ແຕ່ອີກຄັ້ງໜຶ່ງກໍ ຄືກັບວ່າປະສົບການຂອງພວກເຂົາແມ່ນບໍ່ຊັດເຈນດັ່ງທີ່ພວກເຂົາໄດ້ອະທິບາຍ. ນອກຈາກນັ້ນ ກ່ອນທີ່ຈະເວົ້າ ພວກເຂົາແມ່ນບໍ່ມີວີ່ແວວວ່າຈະເວົ້າຫຍັງເລີຍ, ແຕ່ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນພວກເຂົາ, ຄໍາເວົ້າຂອງພວກເຂົາແມ່ນຫລັ່ງໄຫຼ່ອອກມາຢ່າງບໍ່ຮູ້ຈົບ. ຫຼັງຈາກທີ່ເຈົ້າໄດ້ເທດສະໜາໄປໃນລັກສະນະນັ້ນເທື່ອໜຶ່ງ, ເຈົ້າຈະຮູ້ສຶກວ່າວຸດທິພາວະຕົວຈິງຂອງເຈົ້າບໍ່ໄດ້ຕໍ່າເທົ່າທີ່ເຈົ້າເຊື່ອ ແລະ ໃນສະຖານະການທີ່ພຣະວິນຍານບໍລິສຸດໄດ້ປະຕິບັດພາລະກິດໃນຕົວເຈົ້າເປັນເວລາສອງສາມຄັ້ງ, ແລ້ວເຈົ້າກໍຈະກຳນົດວ່າ ເຈົ້າໄດ້ມີວຸດທິພາວະແລ້ວ ແລະ ເຊື່ອຢ່າງຜິດໆວ່າພາລະກິດຂອງພຣະວິນຍານບໍລິສຸດແມ່ນທາງເຂົ້າ ແລະ ການເປັນຢູ່ຂອງເຈົ້າເອງ. ເມື່ອເຈົ້າມີປະສົບການນີ້ຢ່າງຕໍ່ເນື່ອງ, ເຈົ້າກໍຈະເລີ່ມບໍ່ເຄັ່ງຄັດກ່ຽວກັບທາງເຂົ້າຂອງເຈົ້າເອງ, ແລ້ວເຈົ້າກໍຈະກ້າວເຂົ້າໄປສູ່ຄວາມຂີ້ຄ້ານໂດຍບໍ່ຮູ້ຕົວ ແລະ ເຊົາໃຫ້ຄວາມສຳຄັນຂອງທາງເຂົ້າຂອງເຈົ້າເລີຍ. ດັ່ງນັ້ນ ເມື່ອເຈົ້າຄອຍຮັບໃຊ້ຄົນອື່ນ, ເຈົ້າຕ້ອງແຍກແຍະຢ່າງຊັດເຈນລະຫວ່າງວຸດທິພາວະຂອງເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ. ສິ່ງນີ້ຈະເຮັດໃຫ້ທາງເຂົ້າຂອງເຈົ້າສະດວກຂຶ້ນ ແລະ ເຮັດໃຫ້ປະສົບການຂອງເຈົ້າມີຜົນປະໂຫຍດຫຼາຍຂຶ້ນ. ເມື່ອມະນຸດຖືພາລະກິດຂອງພຣະວິນຍານບໍລິສຸດເປັນດັ່ງປະສົບການຂອງພວກເຂົາເອງ, ສິ່ງນີ້ຈະກາຍມາເປັນຈຸດເລີ່ມຕົ້ນແຫ່ງການເສື່ອມໂຊມຂອງມະນຸດ. ນີ້ຄືເຫດຜົນທີ່ເຮົາບອກວ່າ ໜ້າທີ່ຫຍັງກໍຕາມທີ່ພວກເຈົ້າປະຕິບັດ, ພວກເຈົ້າຄວນຖືວ່າທາງເຂົ້າຂອງພວກເຈົ້າເປັນບົດຮຽນທີ່ສຳຄັນ.

ຄົນໃດໜຶ່ງປະຕິບັດພາລະກິດເພື່ອພໍໃຈຄວາມປະສົງຂອງພຣະເຈົ້າ, ເພື່ອນໍາຜູ້ຄົນທີ່ປະຕິບັດຕາມໃຈຂອງພຣະເຈົ້າມາຢູ່ຕໍ່ໜ້າພຣະອົງ, ເພື່ອນໍາມະນຸດມາຫາພຣະເຈົ້າ ແລະ ເພື່ອແນະນຳພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄໍາແນະນໍາຂອງພຣະເຈົ້າໃຫ້ກັບມະນຸດ, ແລ້ວສຸດທ້າຍກໍເຮັດໃຫ້ໝາກຜົນຂອງພາລະກິດຂອງພຣະເຈົ້າສົມບູນ. ຍ້ອນເຫດຜົນນີ້, ມັນຈຳເປັນທີ່ສຸດທີ່ພວກເຈົ້າຈະເຂົ້າໃຈແກ່ນແທ້ຂອງພາລະກິດຢ່າງຄົບຖ້ວນ. ດັ່ງທີ່ຄົນໜຶ່ງຖືກພຣະເຈົ້າໃຊ້, ມະນຸດທຸກຄົນກໍສົມຄວນຄ່າໃນການປະຕິບັດພາລະກິດເພື່ອພຣະເຈົ້າ ນັ້ນກໍຄື ທຸກຄົນມີໂອກາດທີ່ຈະຖືກພຣະວິນຍານບໍລິສຸດໃຊ້. ເຖິງຢ່າງໃດກໍຕາມ ມີປະເດັນໜຶ່ງທີ່ພວກເຈົ້າຕ້ອງເຂົ້າໃຈ: ເມື່ອມະນຸດປະຕິບັດພາລະກິດທີ່ຖືກມອບໝາຍໂດຍພຣະເຈົ້າ, ມະນຸດມີໂອກາດທີ່ຈະຖືກພຣະເຈົ້າໃຊ້ ແຕ່ສິ່ງທີ່ມະນຸດເວົ້າ ແລະ ຮູ້ຈັກບໍ່ແມ່ນວຸດທິພາວະຂອງມະນຸດທັງໝົດ. ພວກເຈົ້າພຽງແຕ່ສາມາດມາຮູ້ຈັກຄວາມບົກຜ່ອງຂອງພວກເຈົ້າໃນລະຫວ່າງການປະຕິບັດພາລະກິດຂອງພວກເຈົ້າ ແລະ ຮັບເອົາແສງສະຫວ່າງທີ່ຍິ່ງໃຫຍ່ກວ່າຈາກພຣະວິນຍານບໍລິສຸດເທົ່ານັ້ນ, ໃນທາງນີ້ ເຈົ້າຈະສາມາດຮັບທາງເຂົ້າທີ່ດີຂຶ້ນໃນພາລະກິດຂອງພວກເຈົ້າ. ຖ້າມະນຸດເຫັນວ່າການນໍາພາຂອງພຣະເຈົ້າເປັນທາງເຂົ້າຂອງມະນຸດເອງ ແລະ ເປັນສິ່ງທີ່ມີໂດຍກໍາເນີດພາຍໃນພວກເຂົາ, ແລ້ວມັນກໍເປັນໄປບໍ່ໄດ້ທີ່ຈະໃຫ້ວຸດທິພາວະຂອງມະນຸດເຕີບໃຫຍ່. ແສງສະຫວ່າງທີ່ພຣະວິນຍານບໍລິສຸດປະຕິບັດໃນມະນຸດແທນທີ່ເມື່ອພວກເຂົາຢູ່ໃນສະພາວະປົກກະຕິ; ໃນເວລານັ້ນ, ມະນຸດເຂົ້າໃຈຜິດຢູ່ເລື້ອຍໆວ່າແສງສະຫວ່າງທີ່ພວກເຂົາໄດ້ຮັບແມ່ນວຸດທິພາວະໃນຄວາມເປັນຈິງຂອງພວກເຂົາເອງ, ຍ້ອນທາງທີ່ພຣະວິນຍານບໍລິສຸດສ່ອງແສງສະຫວ່າງແມ່ນທຳມະດາທີ່ສຸດ ແລະ ພຣະອົງກໍນໍາໃຊ້ສິ່ງທີ່ມະນຸດມີໂດຍກໍາເນີດໃຫ້ເກີດຜົນປະໂຫຍດ. ເມື່ອມະນຸດປະຕິບັດພາລະກິດ ແລະ ເວົ້າ ຫຼື ເມື່ອພວກເຂົາອະທິຖານຫຼື ເຮັດການອຸທິດຝ່າຍວິນຍານຂອງພວກເຂົາ, ຄວາມຈິງຈະຍິ່ງຊັດເຈນຂຶ້ນກັບພວກເຂົາທັນທີ. ເຖິງຢ່າງໃດກໍຕາມ ໃນຄວາມເປັນຈິງ ສິ່ງທີ່ມະນຸດເຫັນກໍເປັນພຽງແສງສະຫວ່າງຈາກພຣະວິນຍານບໍລິສຸດເທົ່ານັ້ນ (ໂດຍທຳມະຊາດແລ້ວ ແສງສະຫວ່າງນີ້ແມ່ນກ່ຽວຂ້ອງກັບການຮ່ວມມືຂອງມະນຸດ) ແລະ ບໍ່ໄດ້ແທນວຸດທິພາວະທີ່ແທ້ຈິງຂອງມະນຸດ. ຫຼັງຈາກຊ່ວງເວລາແຫ່ງປະສົບການທີ່ມະນຸດຜະເຊີນກັບຄວາມຫຍຸ້ງຍາກ ແລະ ການທົດລອງບາງຢ່າງ, ວຸດທິພາວະທີ່ແທ້ຈິງຂອງຂອງມະນຸດກໍຈະຖືກເຮັດໃຫ້ຈະແຈ້ງພາຍໃຕ້ສະຖານະການດັ່ງກ່າວ. ຫຼັງຈາກນັ້ນ ມະນຸດຈຶ່ງຈະໄດ້ຄົ້ນພົບວ່າ ວຸດທິພາວະຂອງຕົນເອງບໍ່ໄດ້ຍິ່ງໃຫຍ່ ແລະຄວາມເຫັນແກ່ຕົວ, ການຄຳນຶງເຖິງແຕ່ຕົນເອງ ແລະ ຄວາມໂລບຂອງມະນຸດຈະປະກົດຂຶ້ນທັງໝົດ. ພຽງແຕ່ຫຼັງຈາກໄດ້ຮັບປະສົບການດັ່ງກ່າວສອງສາມຄັ້ງແບບນີ້ ຫຼາຍຄົນທີ່ໄດ້ຕື່ນຂຶ້ນພາຍໃນວິນຍານຂອງພວກເຂົາຈະເຂົ້າໃຈວ່າ ສິ່ງທີ່ພວກເຂົາໄດ້ປະສົບໃນອະດີດບໍ່ແມ່ນຄວາມເປັນຈິງຂອງພວກເຂົາເອງ, ແຕ່ເປັນແສງເຍືອງທາງຊົ່ວຄາວຈາກພຣະວິນຍານບໍລິສຸດ ແລະ ມະນຸດພຽງແຕ່ໄດ້ຮັບແສງສະຫວ່າງນັ້ນ. ເມື່ອພຣະວິນຍານບໍລິສຸດສ່ອງແສງສະຫວ່າງໃສ່ມະນຸດເພື່ອໃຫ້ເຂົ້າໃຈຄວາມຈິງ, ສ່ວນໃຫຍ່ແມ່ນໃນລັກສະນະທີ່ຊັດເຈນ ແລະ ແຕກຕ່າງໂດຍບໍ່ອະທິບາຍວ່າ ສິ່ງຕ່າງໆເກີດຂຶ້ນໄດ້ແນວໃດ ຫຼື ພວກມັນກຳລັງຈະໄປໃສ. ນັ້ນກໍຄື ແທນທີ່ຈະລວມເອົາຄວາມຫຍຸ້ງຍາກຂອງມະນຸດເຂົ້າໃນການເປີດເຜີຍນີ້ ພຣະອົງເປີດເຜີຍຄວາມຈິງໂດຍກົງ. ເມື່ອມະນຸດພົບກັບຄວາມຫຍຸ້ງຍາກໃນທາງເຂົ້າ ແລະ ແລ້ວກໍຮັບເອົາແສງສະຫວ່າງຂອງພຣະວິນຍານບໍລິສຸດ, ສິ່ງນີ້ກໍກາຍມາເປັນປະສົບການຕົວຈິງຂອງມະນຸດ. ຕົວຢ່າງ: ເອື້ອຍນ້ອງທີ່ບໍ່ໄດ້ແຕ່ງດອງກ່າວລະຫວ່າງການສົນທະນາວ່າ: “ພວກຂ້ານ້ອຍບໍ່ສະແຫວງຫາສະຫງ່າລາສີ ແລະ ຄວາມຮັ່ງມີ ຫຼື ອິດສາຄວາມສຸກແຫ່ງຄວາມຮັກລະຫວ່າງສາມີ ແລະ ພັນລະຍາ; ພວກຂ້ານ້ອຍພຽງແຕ່ສະແຫວງຫາເພື່ອອຸທິດຫົວໃຈທີ່ບໍລິສຸດ ແລະ ໃຈດຽວໃຫ້ກັບພຣະເຈົ້າ”. ລາວສືບຕໍ່ເວົ້າວ່າ: “ຫຼັງຈາກທີ່ຜູ້ຄົນແຕ່ງດອງ, ມີຫຼາຍສິ່ງທີ່ລົບກວນພວກເຂົາ ແລະ ຫົວໃຈແຫ່ງຄວາມຮັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າກໍບໍ່ເປັນຈິງອີກຕໍ່ໄປ. ຫົວໃຈຂອງພວກເຂົາໝົກມຸ້ນຢູ່ກັບຄອບຄົວຂອງພວກເຂົາ ແລະ ຜົວເມຍຂອງພວກເຂົາຢູ່ສະເໝີ ແລະ ສະນັ້ນ ໂລກພາຍໃນຂອງພວກເຂົາຈຶ່ງຍິ່ງສັບສົນຂຶ້ນຫຼາຍກວ່າເກົ່າ...”. ເມື່ອລາວເວົ້າ, ມັນຄືກັບວ່າຄຳເວົ້າທີ່ລາວເວົ້າອອກມານັ້ນ ເປັນສິ່ງທີ່ລາວກຳລັງຄິດຢູ່ໃນໃຈຂອງລາວ; ຄຳເວົ້າຂອງລາວກຶກກ້ອງ ແລະ ມີພະລັງ, ຄືກັບວ່າລາວເວົ້າອອກມາຈາກສ່ວນເລິກໃນຫົວໃຈຂອງລາວ ແລະ ຄືກັບວ່າ ຄວາມປາຖະໜາອັນແຮງກ້າຂອງລາວແມ່ນການອຸທິດຕົນທັງໝົດໃຫ້ກັບພຣະເຈົ້າ ແລະ ຫວັງວ່າອ້າຍເອື້ອຍນ້ອງທີ່ເປັນຄືກັບລາວຈະມີຄວາມຕັ້ງໃຈແບບດຽວກັນ. ມັນສາມາດເວົ້າໄດ້ວ່າ ຄວາມຕັ້ງໃຈຂອງເຈົ້າ ແລະ ຄວາມຮູ້ສຶກທີ່ຖືກສຳຜັດໄດ້ໃນຊ່ວງເວລານີ້ແມ່ນມາຈາກພາລະກິດຂອງພຣະວິນຍານບໍລິສຸດທັງສິ້ນ. ເມື່ອວິທີການແຫ່ງພາລະກິດຂອງພຣະເຈົ້າປ່ຽນແປງ, ເຈົ້າກໍເຕີບໃຫຍ່ຂຶ້ນເປັນສອງສາມປີ; ເຈົ້າເຫັນວ່າເພື່ອນຮ່ວມຫ້ອງຂອງເຈົ້າ ແລະ ໝູ່ເພື່ອນທຸກຄົນທີ່ອາຍຸສໍ່າກັບເຈົ້າມີສາມີ ຫຼື ເຈົ້າໄດ້ຍິນວ່າ ຫຼັງຈາກທີ່ຄົນນັ້ນຄົນນີ້ແຕ່ງດອງ, ຄູ່ສົມລົດຂອງລາວກໍພາລາວໄປຢູ່ໃນເມືອງ ແລະ ລາວໄດ້ເຮັດວຽກຢູ່ທີ່ນັ້ນ. ເມື່ອເຈົ້າເຫັນລາວ, ເຈົ້າກໍຈະເລີ່ມຮູ້ສຶກອິດສາ, ເມື່ອເຫັນວ່າ ລາວມີສະເໜ່ ແລະ ສະຫງ່າງາມຕັ້ງແຕ່ຫົວຮອດຕີນ ແລະ ວິທີທີ່ລາວມີລົດສະນິຍົມຂອງຄົນໃນເມືອງ ເມື່ອລາວເວົ້າກັບເຈົ້າ ໂດຍບໍ່ມີຮ່ອງຮອຍຂອງຄວາມບ້ານນອກກ່ຽວກັບລາວ. ສິ່ງນີ້ບັນດານຄວາມຮູ້ສຶກໃນຕົວເຈົ້າ. ເມື່ອໄດ້ໃຊ້ເວລາເພື່ອພຣະເຈົ້າຕະຫຼອດມາ, ເຈົ້າບໍ່ມີຄອບຄົວ ຫຼື ອາຊີບ ແລະ ເຈົ້າໄດ້ອົດທົນກັບການຮັບມືຕໍ່ບັນຫາຫຼາຍຢ່າງ; ດົນນານມາແລ້ວ ເຈົ້າໄດ້ເຂົ້າສູ່ໄວກາງຄົນ ແລະ ຄວາມເປັນໄວໜຸ່ມຂອງເຈົ້າກໍຫາຍໄປຢ່າງງຽບໆ ຄືກັນກັບວ່າເຈົ້າຢູ່ໃນຄວາມຝັນ. ບັດນີ້, ເຈົ້າໄດ້ເດີນທາງມາເຖິງປັດຈຸບັນ, ແຕ່ເຈົ້າກໍບໍ່ຮູ້ວ່າຈະຕັ້ງຖິ່ນຖານຢູ່ໃສ. ໃນຂະນະນີ້ ເຈົ້າຢູ່ໃນສາຍລົມແຫ່ງຄວາມຄິດ ຄືກັນກັບວ່າເຈົ້າໝົດປັນຍາ. ຢູ່ຄົນດຽວ ແລະ ບໍ່ສາມາດນອນຫຼັບໄດ້ເປັນປົກກະຕິ, ພົບວ່າມັນຍາກທີ່ຈະນອນຫຼັບໝົດຄືນ, ກ່ອນທີ່ເຈົ້າຈະຮູ້ເຖິງສິ່ງນັ້ນ ເຈົ້າກໍເລີ່ມຄິດເຖິງຄວາມຕັ້ງໃຈຂອງເຈົ້າ ແລະ ຄຳສາບານຂອງເຈົ້າທີ່ມີຕໍ່ພຣະເຈົ້າ ແລະ ເປັນຫຍັງ ເຖິງຢ່າງນັ້ນ ເຈົ້າກໍຍັງຕົກລົງສູ່ສະພາວະທີ່ໂສກເສົ້າເສຍໃຈດັ່ງກ່າວ? ນໍ້າຕາກໍໄດ້ຫລັ່ງໄຫຼອອກມາຢ່າງຢ່າງງຽບໆໂດຍບໍ່ຮູ້ສຶກຕົວ ແລະ ເຈົ້າກໍເຈັບປວດຢ່າງແຮງ. ເຈົ້າມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ເຈົ້າຄິດເຖິງຄວາມສະໜິດ ແລະ ຄວາມໃກ້ຊິດທີ່ບໍ່ສາມາດແຍກອອກຈາກກັນໄດ້ ໃນລະຫວ່າງມື້ທີ່ເຈົ້າມີຄວາມສຸກກັບພຣະເຈົ້າ. ແຕ່ລະສາກປະກົດຂຶ້ນຕໍ່ໜ້າຂອງເຈົ້າ ແລະ ຄຳສາບານທີ່ເຈົ້າໄດ້ໃຫ້ໄວ້ໃນມື້ນັ້ນກໍດັງຢູ່ໃນຫູຂອງເຈົ້າອີກຄັ້ງ: “ພຣະເຈົ້າບໍ່ແມ່ນມິດສະຫາຍຜູ້ດຽວຂອງຂ້ານ້ອຍບໍ?” ໃນເວລານັ້ນ ເຈົ້າກໍຮ້ອງໄຫ້ສະອຶກສະອື້ນວ່າ “ພຣະເຈົ້າເອີຍ! ພຣະເຈົ້າຜູ້ເປັນທີ່ຮັກເອີຍ! ຂ້ານ້ອຍໄດ້ມອບຫົວໃຈຂອງຂ້ານ້ອຍໃຫ້ກັບພຣະອົງທັງສິ້ນແລ້ວ. ຂ້ານ້ອຍປາຖະໜາທີ່ຈະເປັນຄົນໃຫ້ຄໍາໝັ້ນສັນຍາຕໍ່ພຣະອົງຕະຫຼອດໄປ ແລະ ຂ້ານ້ອຍຈະຮັກພຣະອົງໂດຍບໍ່ປ່ຽນແປງຕະຫຼອດຊີວິດທັງໝົດຂອງຂ້ານ້ອຍ...”. ມີແຕ່ເມື່ອເຈົ້າພະຍາຍາມໃນຄວາມທົນທຸກທີ່ຮຸນແຮງແບບນັ້ນ ເຈົ້າຈຶ່ງຈະຮູ້ສຶກຢ່າງແທ້ຈິງວ່າ ພຣະເຈົ້າເປັນຕາຮັກຫຼາຍສໍ່າໃດ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງເຂົ້າໃຈຢ່າງຊັດເຈນວ່າ: ຂ້ານ້ອຍມອບທັງໝົດຂອງຂ້ານ້ອຍຕໍ່ພຣະເຈົ້າດົນນານມາແລ້ວ. ຫຼັງຈາກໄດ້ຮັບຜົນກະທົບດັ່ງກ່າວ, ເຈົ້າຈຶ່ງຍິ່ງມີປະສົບການໃນເລື່ອງນີ້ຫຼາຍຂຶ້ນ ແລະ ເຫັນວ່າພາລະກິດຂອງພຣະວິນຍານບໍລິສຸດໃນເວລານັ້ນບໍ່ແມ່ນບາງຢ່າງທີ່ມະນຸດຄອບຄອງ. ໃນປະສົບການຂອງເຈົ້າຫຼັງຈຸດນີ້, ເຈົ້າກໍບໍ່ໄດ້ຖືກຈຳກັດໃນທາງເຂົ້ານີ້ອີກຕໍ່ໄປ; ມັນເປັນຄືກັບວ່າຮອຍບາດແຜຂອງເຈົ້າໄດ້ສົ່ງຜົນປະໂຫຍດຕໍ່ທາງເຂົ້າຂອງເຈົ້າຢ່າງຫຼວງຫຼາຍ. ເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບສະຖານະການແບບນີ້, ເຈົ້າຈະຈື່ຈໍານໍ້າຕາທີ່ເຈົ້າຫລັ່ງໄຫຼມື້ນັ້ນທັນທີ, ຄືກັບວ່າເຈົ້າກຳລັງຢູ່ຮ່ວມກັບພຣະເຈົ້າອີກຄັ້ງຫຼັງຈາກການແຍກຫ່າງກັນ ແລະ ຢູ່ໃນຄວາມຢ້ານກົວຢ່າງຕໍ່ເນື່ອງວ່າ ຄວາມສຳພັນຂອງເຈົ້າກັບພຣະເຈົ້າຈະໂຫດຮ້າຍ ແລະ ມີອາລົມທາງຄວາມຜູກພັນຂຶ້ນຫຼາຍກວ່າເດີມ (ຄວາມສຳພັນປົກກະຕິ) ລະຫວ່າງເຈົ້າ ແລະ ພຣະເຈົ້າຖືກທໍາລາຍ. ນີ້ແມ່ນພາລະກິດຂອງເຈົ້າ ແລະ ທາງເຂົ້າຂອງເຈົ້າ. ສະນັ້ນ ເມື່ອພວກເຈົ້າໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ, ໃນເວລາດຽວກັນ ພວກເຈົ້າກໍຄວນໃຫ້ຄວາມສໍາຄັນແກ່ທາງເຂົ້າຂອງພວກເຈົ້າຂຶ້ນຕື່ມ, ເບິ່ງວ່າພາລະກິດຂອງພຣະວິນຍານບໍລິສຸດແມ່ນຫຍັງແທ້ ແລະ ແມ່ນຫຍັງຄືທາງເຂົ້າຂອງພວກເຈົ້າ ພ້ອມທັງເອົາພາລະກິດຂອງພຣະວິນຍານບໍລິສຸດເຂົ້າໃນທາງເຂົ້າຂອງພວກເຈົ້າ ເພື່ອວ່າພວກເຈົ້າອາດຖືກພຣະວິນຍານບໍລິສຸດເຮັດໃຫ້ສົມບູນໃນຫຼາຍທາງເພີ່ມຂຶ້ນ ແລະ ເພື່ອວ່າແກ່ນແທ້ຂອງພຣະວິນຍານບໍລິສຸດຈະເກີດຂຶ້ນໃນຕົວພວກເຈົ້າ. ໃນລະຫວ່າງເສັ້ນທາງແຫ່ງປະສົບການຂອງພວກເຈົ້າກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ, ພວກເຈົ້າຈະມາຮູ້ຈັກພຣະວິນຍານບໍລິສຸດ ພ້ອມທັງຕົນເອງ ແລະ ຍິ່ງໄປກວ່ານັ້ນໃນທ່າມກາງຂອງຄົນທີ່ຮູ້ວ່າຊ່ວງເວລາແຫ່ງຄວາມທົນທຸກທໍລະມານມີຫຼາຍປານໃດ, ພວກເຈົ້າຈະພັດທະນາຄວາມສໍາພັນປົກກະຕິກັບພຣະເຈົ້າ ແລະ ຄວາມສຳພັນລະຫວ່າງພວກເຈົ້າ ແລະ ພຣະເຈົ້າກໍເລີ່ມໃກ້ຊິດກັນຫຼາຍຂຶ້ນໃນແຕ່ລະມື້. ຫຼັງຈາກທີ່ຖືກຮານ ແລະ ຫຼໍ່ຫຼອມຈົນນັບບໍ່ຖ້ວນ, ພວກເຈົ້າຈຶ່ງໄດ້ສ້າງຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ. ນັ້ນຄືເຫດຜົນທີ່ວ່າເປັນຫຍັງພວກເຈົ້າຕ້ອງເຂົ້າໃຈຄວາມທົນທຸກ, ການຂ້ຽນຕີ ແລະ ຄວາມລຳບາກຍາກແຄ້ນບໍ່ແມ່ນສິ່ງທີ່ເຮັດໃຫ້ຫວາດຫວັ່ນ; ສິ່ງທີ່ເປັນຕາຢ້ານກໍຄືການມີພຽງແຕ່ພາລະກິດຂອງພຣະວິນຍານບໍລິສຸດ ແຕ່ບໍ່ແມ່ນທາງເຂົ້າຂອງພວກເຈົ້າ. ເມື່ອມື້ນັ້ນມາເຖິງ ເຊິ່ງເປັນມື້ທີ່ພາລະກິດຂອງພຣະເຈົ້າສຳເລັດລົງ, ພວກເຈົ້າກໍຈະປະຕິບັດພາລະກິດໂດຍສູນເປົ່າ; ເຖິງແມ່ນພວກເຈົ້າຜະເຊີນກັບພາລະກິດຂອງພຣະເຈົ້າ, ພວກເຈົ້າກໍຈະບໍ່ໄດ້ມາຮູ້ຈັກພຣະວິນຍານບໍລິສຸດ ຫຼື ມີທາງເຂົ້າຂອງພວກເຈົ້າເອງ. ແສງສະຫວ່າງທີ່ພຣະວິນຍານບໍລິສຸດເຮັດພາລະກິດໃນມະນຸດ ບໍ່ແມ່ນເພື່ອສະໜັບສະໜູນຄວາມຫຼົງໄຫຼຂອງມະນຸດ, ແຕ່ເພື່ອເປີດຫົນທາງສຳລັບທາງເຂົ້າຂອງມະນຸດ ພ້ອມທັງເຮັດໃຫ້ມະນຸດມາຮູ້ຈັກພຣະວິນຍານບໍລິສຸດ ແລະ ຈາກສິ່ງນັ້ນ ມະນຸດກໍຈະເກີດມີຫົວໃຈແຫ່ງຄວາມເຄົາລົບນັບຖື ແລະ ຄວາມຮັກຕໍ່ພຣະເຈົ້າ.

ກ່ອນນີ້: ພາລະກິດ ແລະ ທາງເຂົ້າ (1)

ຕໍ່ໄປ: ພາລະກິດ ແລະ ທາງເຂົ້າ (3)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້