ພາລະກິດ ແລະ ທາງເຂົ້າ (3)

ພຣະເຈົ້າໄດ້ມອບໝາຍຫຼາຍຢ່າງໃຫ້ກັບມະນຸດ ແລະ ຍັງໄດ້ຈັດການທາງເຂົ້າຂອງພວກເຂົາໃນຫຼາຍວິທີຈົນນັບບໍ່ຖ້ວນ. ແຕ່ຍ້ອນຄວາມສາມາດຂອງຜູ້ຄົນຕໍ່າຫຼາຍ, ພຣະທຳຫຼາຍຂໍ້ຂອງພຣະເຈົ້າຈຶ່ງບໍ່ສາມາດປັກຮາກຖານໄດ້. ມີຫຼາກຫຼາຍເຫດຜົນສຳລັບຄວາມສາມາດຕໍ່າເຊັ່ນນີ້ ເຊັ່ນ: ຄວາມເສື່ອມຊາມຂອງຄວາມຄິດ ແລະ ສິນທຳຂອງມະນຸດ ແລະ ການຂາດການສັ່ງສອນທີ່ຖືກຕ້ອງ; ຄວາມເຊື່ອງົມງວາຍແບບສັກດີນາທີ່ໄດ້ເຂົ້າຍຶດຫົວໃຈຂອງມະນຸດຢ່າງຮ້າຍແຮງ; ວິທີຊີວິດທີ່ຊົ່ວຊ້າ ແລະ ເສື່ອມໂຊມທີ່ໄດ້ຝັງຄວາມຊົ່ວຫຼາຍຢ່າງຢູ່ໃນມຸມເລິກທີ່ສຸດຂອງຫົວໃຈມະນຸດ; ຄວາມເຂົ້າໃຈໜັງສືກ່ຽວກັບວັດທະນະທຳແບບຜິວເຜີນ ເຊິ່ງຄົນເກືອບເກົ້າສິບແປດເປີເຊັນແມ່ນຂາດການສຶກສາໃນເລື່ອງໜັງສືວັດທະນະທຳ ແລະ ຍິ່ງໄປກວ່ານັ້ນ ມີຄົນຈຳນວນໜ້ອຍຫຼາຍທີ່ໄດ້ຮັບການສຶກສາກ່ຽວກັບວັດທະນະທຳໃນລະດັບສູງ. ສະນັ້ນ ໂດຍພື້ນຖານແລ້ວຜູ້ຄົນແມ່ນບໍ່ຮູ້ຈັກວ່າ ພຣະເຈົ້າ ຫຼື ພຣະວິນຍານໝາຍເຖິງຫຍັງ, ພວກເຂົາມີພຽງພາບລັກສະນະທີ່ເລື່ອນລອຍ ແລະ ບໍ່ຊັດເຈນກ່ຽວກັບພຣະເຈົ້າ ເຊິ່ງໄດ້ຮັບມາຈາກຄວາມເຊື່ອງົມງວາຍແບບສັກດີນາ. ອິດທິພົນທີ່ເປັນອັນຕະລາຍຫຼາຍພັນປີຂອງ “ວິນຍານແຫ່ງຊາດນິຍົມຢ່າງສູງ” ທີ່ໄດ້ຝັງເລິກເຂົ້າໃນຫົວໃຈມະນຸດ ພ້ອມກັບຄວາມຄິດແບບສັກດີນາທີ່ຜູກມັດ ແລະ ລ່າມໂສ້ຜູ້ຄົນໂດຍບໍ່ມີອິດສະຫຼະແມ່ນແຕ່ໜ້ອຍດຽວ, ບໍ່ມີຄວາມປະສົງທີ່ຈະສະແຫວງຫາ ຫຼື ຄວາມພາກພຽນ, ບໍ່ມີຄວາມປາຖະໜາທີ່ຈະກ້າວໜ້າ, ແຕ່ກົງກັນຂ້າມ ຍັງເປັນຄົນຂີ້ຄ້ານ ແລະ ຖອຍຫຼັງ, ຍຶດຕິດໃນຄວາມຄິດທາງດ້ານຂ້າທາດ ແລະ ອື່ນໆອີກ, ປັດໄຈແທ້ຈິງເຫຼົ່ານີ້ໄດ້ຖ່າຍທອດແບບພິມຂອງຄວາມສົກກະປົກ ແລະ ຂີ້ຮ້າຍທີ່ລຶບບໍ່ອອກ ໃຫ້ກັບທັດສະນະຕາມອຸດົມຄະຕິ, ອຸດົມການ, ສິນທຳ ແລະ ອຸປະນິໄສຂອງມະນຸດ. ມັນເບິ່ງຄືກັບວ່າ ມະນຸດກຳລັງດຳລົງຊີວິດຢູ່ໃນໂລກຂອງຜູ້ກໍ່ການຮ້າຍທີ່ມືດມົວ ເຊິ່ງບໍ່ມີຜູ້ໃດທ່າມກາງພວກເຂົາສະແຫວງຫາຢູ່ເໜືອມັນ ແລະ ບໍ່ມີຜູ້ໃດທ່າມກາງພວກເຂົາຄິດຍ້າຍໄປຢູ່ໂລກອຸດົມຄະຕິ; ກົງກັນຂ້າມ ພວກເຂົາພໍໃຈກັບໂຊກຊະຕາໃນຊີວິດຂອງພວກເຂົາ, ໃຊ້ເວລາແຕ່ລະມື້ຂອງພວກເຂົາເພື່ອເກີດ ແລະ ລ້ຽງລູກຫຼານ, ດີ້ນຮົນ, ໃຊ້ເຫື່ອແຮງ, ໝົກມຸ້ນຢູ່ກັບວຽກເຮືອນຂອງພວກເຂົາ, ຝັນຢາກມີຄອບຄົວທີ່ສະບາຍ ແລະ ມີຄວາມສຸກ, ຄວາມຮັກໃນຊີວິດຄູ່, ລູກຫຼານທີ່ກະຕັນຍູ, ຄວາມສຸກໃນບັ້ນປາຍຊີວິດທີ່ພວກເຂົາຈະໄດ້ດຳລົງຊີວິດຂອງພວກເຂົາຢ່າງສະຫງົບສຸກ... ເປັນເວລາຫຼາຍສິບ, ຫຼາຍພັນ, ຫຼາຍໝື່ນປີຈົນເຖິງປັດຈຸບັນ, ຜູ້ຄົນໄດ້ເສຍເວລາຂອງພວກເຂົາໃນລັກສະນະນີ້ ໂດຍບໍ່ມີໃຜສ້າງຊີວິດທີ່ສົມບູນ, ທຸກຄົນພຽງແຕ່ເຈດຕະນາເຂັນຂ້າກັນໃນໂລກທີ່ມືດມົວນີ້, ແຂ່ງຂັນເພື່ອຊື່ສຽງ ແລະ ຊັບສິນ ແລະ ເຈດຕະນາວາງແຜນທໍາລາຍເຊິ່ງກັນແລະກັນ. ມີໃຜແດ່ທີ່ເຄີຍສະແຫວງຫາຄວາມປະສົງຂອງພຣະເຈົ້າ? ມີໃຜແດ່ທີ່ເຄີຍໃສ່ໃຈພາລະກິດຂອງພຣະເຈົ້າ? ທຸກພາກສ່ວນຂອງມະນຸດຊາດທີ່ຖືກຄອບງໍາໂດຍອິດທິພົນແຫ່ງຄວາມມືດໄດ້ກາຍເປັນທຳມະຊາດຂອງມະນຸດຕັ້ງແຕ່ໃດມາ ແລະ ດ້ວຍເຫດນັ້ນ ມັນຈຶ່ງຍາກທີ່ຈະປະຕິບັດພາລະກິດຂອງພຣະເຈົ້າ ແລະ ນອກນັ້ນ ຜູ້ຄົນກໍຍິ່ງບໍ່ມີຈິດໃຈທີ່ຈະສົນໃຈຕໍ່ສິ່ງທີ່ພຣະເຈົ້າໄດ້ມອບໝາຍໃຫ້ກັບພວກເຂົາໃນປັດຈຸບັນ. ຢ່າງໃດກໍຕາມ, ເຮົາເຊື່ອວ່າຜູ້ຄົນຈະບໍ່ຂັດຂ້ອງທີ່ເຮົາກ່າວພຣະທຳເຫຼົ່ານີ້ ເພາະວ່າສິ່ງທີ່ເຮົາກຳລັງເວົ້າແມ່ນກ່ຽວກັບປະຫວັດສາດພັນປີ. ການກ່າວເຖິງປະຫວັດສາດໝາຍເຖິງຄວາມຈິງ ແລະ ຍິ່ງໄປກວ່ານັ້ນກໍເປັນເລື່ອງອັບອາຍຂາຍໜ້າທີ່ທຸກຄົນສາມາດເຫັນໄດ້ຢ່າງຊັດເຈນ, ແລ້ວແມ່ນຫຍັງຄືຜົນຂອງການເວົ້າໃນສິ່ງທີ່ກົງກັນຂ້າມກັບຄວາມຈິງ? ເຖິງຢ່າງໃດກໍຕາມ ເຮົາຍັງເຊື່ອວ່າຜູ້ຄົນທີ່ມີເຫດຜົນ ເມື່ອໄດ້ເຫັນພຣະທຳເຫຼົ່ານີ້ແລ້ວ ຈະຕື່ນຂຶ້ນ ແລະ ພະຍາຍາມກ້າວໄປຂ້າງໜ້າ. ພຣະເຈົ້າຫວັງວ່າ ມະນຸດຈະສາມາດດຳລົງຊີວິດ ແລະ ປະຕິບັດພາລະກິດຢ່າງສະຫງົບ ແລະ ດ້ວຍຄວາມພໍໃຈ ໃນຂະນະດຽວກັນກໍສາມາດຮັກພຣະເຈົ້າເຊັ່ນກັນ. ມັນຄືຄວາມປະສົງຂອງພຣະເຈົ້າທີ່ຈະໃຫ້ມະນຸດຊາດທຸກຄົນເຂົ້າສູ່ການພັກຜ່ອນ; ຍິ່ງໄປກວ່ານີ້ ການເຮັດໃຫ້ແຜ່ນດິນໂລກທັງໝົດເຕັມໄປດ້ວຍຄວາມສະຫງ່າລາສີຂອງພຣະເຈົ້າກໍຄືຄວາມປາຖະໜາທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ມັນເປັນເລື່ອງທີ່ອັບອາຍຫຼາຍທີ່ມະນຸດຍັງຈົມຢູ່ກັບການຂາດສະຕິ ແລະ ບໍ່ຕື່ນຕົວ, ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ ຈົນປັດຈຸບັນ ພວກເຂົາແມ່ນບໍ່ມີລັກສະນະຂອງມະນຸດອີກແລ້ວ. ສະນັ້ນ ຄວາມຄິດຂອງມະນຸດ, ສິນທຳ ແລະ ການສຶກສາແມ່ນໂສ້ສຳຄັນອັນໜຶ່ງ ແລະ ການຝຶກຝົນຮຽນຮູ້ກ່ຽວກັບໜັງສືວັດທະນະທຳແມ່ນອີກໂສ້ໜຶ່ງ ທີ່ດີກວ່າໃນການເພີ່ມຄວາມສາມາດກ່ຽວກັບວັດທະນະທຳຂອງມະນຸດ ແລະ ປ່ຽນແປງທັດສະນະຝ່າຍວິນຍານຂອງພວກເຂົາ.

ຕາມຄວາມເປັນຈິງແລ້ວ, ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດຊາດກໍບໍ່ໄດ້ສູງສໍ່ານັ້ນ, ແຕ່ຍ້ອນຊ່ອງຫວ່າງລະຫວ່າງຄວາມສາມາດຂອງຜູ້ຄົນ ແລະ ມາດຕະຖານທີ່ພຣະເຈົ້າຮຽກຮ້ອງແມ່ນສູງຫຼາຍ, ຄົນສ່ວນໃຫຍ່ຈຶ່ງພຽງແຕ່ຍົກຫົວຂອງພວກເຂົາຂຶ້ນ ແລະ ຫຼຽວເບິ່ງທິດທາງທີ່ສອດຄ່ອງກັບເງື່ອນໄຂຂອງພຣະເຈົ້າ ແຕ່ຂາດຄວາມສາມາດທີ່ຈະປະຕິບັດຕາມສິ່ງເຫຼົ່ານັ້ນ. ຄຸນສົມບັດໂດຍກຳເນີດຂອງຜູ້ຄົນ ພ້ອມກັບສິ່ງທີ່ພວກເຂົາປະກອບມີຫຼັງຈາກເກີດມາ ແມ່ນບໍ່ພຽງພໍທີ່ຈະບັນລຸຕາມເງື່ອນໄຂຂອງພຣະເຈົ້າ. ແຕ່ການເຂົ້າໃຈພຽງເລື່ອງນີ້ເທົ່ານັ້ນບໍ່ແມ່ນວິທີແກ້ໄຂທີ່ແນ່ນອນເຊັ່ນກັນ. ນໍ້າທີ່ຢູ່ໄລຍະໄກບໍ່ສາມາດລະງັບຄວາມກະຫາຍທັນທີທັນໃດໄດ້. ເຖິງແມ່ນວ່າຜູ້ຄົນຮູ້ຈັກວ່າຕົນເອງຕໍ່າກວ່າຂີ້ຝຸ່ນ, ແຕ່ຖ້າພວກເຂົາບໍ່ມີຄວາມເດັດຂາດທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ ກໍແຮງໄກທີ່ພວກເຈົ້າຈະສາມາດບັນລຸເງື່ອນໄຂຂອງພຣະເຈົ້າໄດ້, ແລ້ວຄວາມຮູ້ປະເພດນີ້ຈະມີຄ່າຫຍັງ? ມັນບໍ່ຄືກັນກັບການຕັກນໍ້າໃສ່ເຂິງຮ່ອນບໍ ເຊິ່ງໝາຍເຖິງຄວາມພະຍາຍາມທີ່ບໍ່ມີປະໂຫຍດ? ຈຸດສຳຄັນທີ່ສຸດໃນສິ່ງທີ່ເຮົາກຳລັງເວົ້ານີ້ແມ່ນກ່ຽວຂ້ອງກັບທາງເຂົ້າ; ນັ້ນຄືຫົວຂໍ້ຫຼັກ.

ໃນລະຫວ່າງເສັ້ນທາງແຫ່ງການເຂົ້າສູ່ຂອງມະນຸດ, ຊີວິດກໍເປັນຕາເບື່ອຢູ່ສະເໝີ, ເຕັມໄປດ້ວຍອົງປະກອບທີ່ບໍ່ປ່ຽນຈັກເທື່ອຂອງຊີວິດຝ່າຍວິນຍານ ເຊັ່ນ ການອະທິຖານໃນບາງຄັ້ງ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ຫຼື ຈັດຕັ້ງການຊຸມນຸມ ເພື່ອວ່າຜູ້ຄົນຈະຮູ້ສຶກຢູ່ສະເໝີວ່າ ການເຊື່ອໃນພຣະເຈົ້າບໍ່ໄດ້ນໍາຄວາມສຸກທີ່ຍິ່ງໃຫຍ່ມາໃຫ້ເລີຍ. ກິດຈະກຳຝ່າຍວິນຍານດັ່ງກ່າວຖືກປະຕິບັດບົນພື້ນຖານແຫ່ງອຸປະນິໄສເດີມຂອງມະນຸດຊາດຢູ່ສະເໝີ ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ເຖິງແມ່ນບາງເທື່ອ ຜູ້ຄົນສາມາດຮັບເອົາແສງສະຫວ່າງຂອງພຣະວິນຍານບໍລິສຸດ, ຄວາມຄິດເດີມ, ອຸປະນິໄສ, ວິຖີຊີວິດ ແລະ ນິໄສຂອງພວກເຂົາກໍຍັງຝັງຮາກຢູ່ພາຍໃນ ແລະ ດ້ວຍເຫດນັ້ນ ທຳມະຊາດຂອງພວກເຂົາຈຶ່ງຍັງບໍ່ປ່ຽນແປງ. ການກະທໍາແບບງົມງວາຍຂອງຜູ້ຄົນ ແມ່ນສິ່ງທີ່ພຣະເຈົ້າກຽດຊັງທີ່ສຸດ, ແຕ່ຫຼາຍຄົນກໍຍັງບໍ່ສາມາດປະຖິ້ມສິ່ງເຫຼົ່ານັ້ນໄດ້, ພວກເຂົາຄິດວ່າການກະທໍາແບບງົມງວາຍເຫຼົ່ານັ້ນແມ່ນຖືກບັນຍັດໂດຍພຣະເຈົ້າ ແລະ ແມ່ນແຕ່ປັດຈຸບັນກໍຍັງບໍ່ຍອມຖິ້ມສິ່ງເຫຼົ່ານັ້ນຢ່າງແທ້ຈິງ. ສິ່ງດັ່ງກ່າວມານັ້ນ ແມ່ນສິ່ງທີ່ຄົນໜຸ່ມຈັດກຽມສຳລັບງານດອງ ແລະ ເຄື່ອງແຕ່ງກາຍຂອງເຈົ້າສາວ; ຂອງຂວັນທີ່ເປັນເງິນ, ງານກິນລ້ຽງ ແລະ ພິທີກໍາໃນງານສະເຫຼີມສະຫຼອງທົ່ວໄປ; ມັນເປັນປະເພນີບູຮານທີ່ຖືກສືບທອດກັນມາແຕ່ດົນນານ; ພິທີກໍາງົມງວາຍທີ່ໄຮ້ຄວາມໝາຍທັງໝົດທີ່ຖືກໃຊ້ໃນງານຄົນຕາຍ ແລະ ພິທີຝັງສົບຂອງພວກເຂົາ: ສິ່ງເຫຼົ່ານີ້ຍິ່ງເປັນທີ່ກຽດຊັງສຳລັບພຣະເຈົ້າ. ແມ່ນແຕ່ມື້ແຫ່ງການນະມັດສະການ (ລວມເຖິງວັນຊະບາໂຕ ຕາມທີ່ໂລກແຫ່ງສາສະໜາໄດ້ຮັກສາໄວ້) ກໍເປັນທີ່ກຽດຊັງສຳລັບພຣະອົງ; ຄວາມສຳພັນໃນສັງຄົມ ແລະ ການມີປະຕິກິລິຍາທາງໂລກລະຫວ່າງມະນຸດກໍລ້ວນແລ້ວແຕ່ເປັນທີ່ກຽດຊັງ ແລະ ຖືກປະຕິເສດໂດຍພຣະເຈົ້າ. ແມ່ນແຕ່ເທດສະການລະດູໃບໄມ້ປົ່ງ ແລະ ວັນຄຣິສມາດ ເຊິ່ງເປັນທີ່ຮູ້ຈັກຂອງທຸກຄົນ ກໍຍັງບໍ່ໄດ້ຖືກບັນຍັດໂດຍພຣະເຈົ້າ ບໍ່ຕ້ອງເວົ້າເຖິງຂອງຫຼິ້ນ ແລະ ການຕົບແຕ່ງສໍາລັບມື້ພັກເທດສະການເຫຼົ່ານີ້ເຊັ່ນ: ຄຳກອນ, ບັ້ງກະໂພກ, ໂຄມໄຟ, ພິທີສິນມະຫາສະນິດ, ຂອງຂວັນໃນວັນຄຣິສມາດ ແລະ ງານລ້ຽງສະຫຼອງວັນຄຣິສມາດ, ສິ່ງເຫຼົ່ານີ້ບໍ່ແມ່ນພະທຽມທີ່ຢູ່ໃນຄວາມຄິດຂອງມະນຸດບໍ? ການຫັກເຂົ້າຈີ່ໃນວັນຊະບາໂຕ, ເຫຼົ້າແວງ ແລະ ຜ້າຝ້າຍລິນິນທີ່ສວຍງາມຍິ່ງເປັນພະທຽມຢ່າງຊັດເຈນຂຶ້ນອີກ. ມື້ເທດສະການປະເພນີທັງໝົດໃນປະເທດຈີນ ເຊັ່ນ: ວັນແຫ່ສິງໂຕ, ວັນແຂ່ງເຮືອມັງກອນ, ເທດສະການກາງລະດູໃບໄມ້ລົ່ນ, ເທດສະການລາບາ ແລະ ປີໃໝ່ ແລະ ເທດສະການຕ່າງໆໃນໂລກແຫ່ງສາສະໜາ ເຊັ່ນ: ວັນຄືນພະຊົນ, ມື້ຮັບບັບຕິດສະມາ ແລະ ວັນຄຣິສມາດ, ເທດສະການທີ່ບໍ່ມີເຫດຜົນເຫຼົ່ານີ້ຖືກຈັດກຽມ ແລະ ສືບຕໍ່ກັນມາຢ່າງແຜ່ຫຼາຍ ຈາກຍຸກບູຮານຈົນເຖິງປັດຈຸບັນໂດຍຄົນຫຼວງຫຼາຍ. ມັນຄືຈິນຕະນາການແບບເພີ້ຝັນຂອງມະນຸດ ແລະ ແນວຄິດປະດິດສ້າງທີ່ເຮັດໃຫ້ສິ່ງເຫຼົ່ານັ້ນຖືກສືບຕໍ່ມາຈົນເຖິງປັດຈຸບັນ. ສິ່ງເຫຼົ່ານັ້ນເບິ່ງຄືກັບວ່າ ບໍ່ມີຂໍ້ບົກຜ່ອງ, ແຕ່ຕາມຄວາມເປັນຈິງແລ້ວ ພວກມັນຄືກົນອຸບາຍທີ່ຊາຕານຫຼອກລວງມະນຸດຊາດ. ຍິ່ງບ່ອນໃດທີ່ເປັນສະຖານທີ່ຊຸມນຸມຂອງຊາຕານ ແລະ ເປັນສະຖານທີ່ຫຼ້າສະໄໝ ແລະ ຫຼ້າຫຼັງສໍ່າໃດ, ປະເພນີແບບສັກດີນານີ້ກໍຍິ່ງຖືກຝັງແໜ້ນໃນສ່ວນເລິກຂອງຜູ້ຄົນຫຼາຍສໍ່ານັ້ນ. ສິ່ງເຫຼົ່ານັ້ນຜູກມັດຜູ້ຄົນຢ່າງແໜ້ນ ເຮັດໃຫ້ບໍ່ມີບ່ອນວ່າງທີ່ຈະເຄື່ອນໄຫວໄດ້ເລີຍ. ຫຼາຍເທດສະການທີ່ຢູ່ໃນໂລກແຫ່ງສາສະໜາເບິ່ງຄືກັບວ່າ ມັນສະແດງເຖິງຄວາມເກົ່າແກ່ທີ່ຍິ່ງໃຫຍ່ ແລະ ສ້າງຂົວເຊື່ອມໂຍງກັບພາລະກິດຂອງພຣະເຈົ້າ, ແຕ່ຕາມຄວາມເປັນຈິງແລ້ວ ພວກມັນເປັນສາຍເຊືອກທີ່ຊາຕານໃຊ້ເພື່ອຜູກມັດຜູ້ຄົນບໍ່ໃຫ້ຮູ້ຈັກພຣະເຈົ້າ, ພວກມັນລ້ວນແລ້ວແຕ່ເປັນອຸບາຍເລ່ຫຼຽມຂອງຊາຕານ. ໃນຄວາມຈິງ, ເມື່ອຂັ້ນຕອນຂອງພາລະກິດຂອງພຣະເຈົ້າສຳເລັດລົງ, ພຣະອົງໄດ້ທຳລາຍເຄື່ອງມື ແລະ ຮູບແບບໃນເວລານັ້ນແລ້ວ ໂດຍບໍ່ປ່ອຍໃຫ້ເຫຼືອຮ່ອງຮອຍໄວ້ເລີຍ. ເຖິງຢ່າງໃດກໍຕາມ “ຜູ້ເຊື່ອທີ່ເຫຼື້ອມໃສ” ກໍສືບຕໍ່ນະມັດສະການວັດຖຸສິ່ງຂອງເຫຼົ່ານັ້ນທີ່ຈັບຕ້ອງໄດ້; ໃນຂະນະດຽວກັນ ພວກເຂົາກໍເກັບສິ່ງທີ່ພຣະເຈົ້າມີນັ້ນໄວ້ຢູ່ໃນເບື້ອງຫຼັງຂອງຄວາມຄິດຂອງພວກເຂົາ, ບໍ່ສຶກສາມັນອີກຕໍ່ໄປ, ເບິ່ງຄືວ່າ ເຕັມໄປດ້ວຍຄວາມຮັກສຳລັບພຣະເຈົ້າ ແຕ່ຕາມຄວາມເປັນຈິງແລ້ວ ພວກເຂົາໄດ້ຜັກດັນພຣະອົງໃຫ້ອອກຈາກເຮືອນຂອງພວກເຂົາຕັ້ງແຕ່ດົນມາແລ້ວ ແລະ ວາງຊາຕານໄວ້ເທິງໂຕະເພື່ອນະມັດສະການ. ຮູບພາບຂອງພຣະເຢຊູ, ໄມ້ກາງແຂນ, ມາຣິອາ, ການຮັບບັບຕິດສະມາຂອງພຣະເຢຊູ ແລະ ອາຫານຄາບສຸດທ້າຍ, ຜູ້ຄົນເຄົາລົບນັບຖືສິ່ງເຫຼົ່ານີ້ເປັນພຣະຜູ້ເປັນເຈົ້າແຫ່ງສະຫວັນ, ໃນຂະນະດຽວກັນກໍຮ້ອງອອກເປັນສຽງດັງຊໍ້າແລ້ວຊໍ້າອີກວ່າ “ພຣະເຈົ້າພຣະບິດາແຫ່ງຟ້າສະຫວັນ”. ສິ່ງນີ້ບໍ່ແມ່ນລ້ວນແລ້ວແຕ່ເປັນເລື່ອງຕະຫຼົກບໍ? ຈົນເຖິງມື້ນີ້, ຄຳເວົ້າ ແລະ ການປະຕິບັດທີ່ຄ້າຍຄືກັນຫຼາຍຢ່າງ ທີ່ຖືກສົ່ງຕໍ່ທ່າມກາງມະນຸດຊາດແມ່ນເປັນທີ່ກຽດຊັງສຳລັບພຣະເຈົ້າ; ພວກມັນກີດຂວາງຫົນທາງທີ່ຢູ່ເບື້ອງໜ້າສຳລັບພຣະເຈົ້າຢ່າງຮ້າຍແຮງ ແລະ ຍິ່ງໄປກວ່ານັ້ນກໍໄດ້ສ້າງຄວາມລົ້ມເຫຼວໃຫ້ກັບທາງເຂົ້າຂອງມະນຸດ. ນອກຈາກລະດັບທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມແລ້ວ, ຂ້າງໃນຂອງຜູ້ຄົນກໍເຕັມໄປດ້ວຍສິ່ງຕ່າງໆ ເຊັ່ນ: ກົດລະບຽບຂອງພະຍານລີ່, ປະສົບການຂອງລໍເຣັນ, ການສໍາຫຼວດຂອງຜູ້ເຝົ້າເບິ່ງໜີ່ ແລະ ວຽກງານຂອງເປົາໂລ. ບໍ່ມີທາງທີ່ຈະໃຫ້ພຣະເຈົ້າປະຕິບັດພາລະກິດໃນມະນຸດໄດ້, ເພາະວ່າ ພວກເຂົາມີຄວາມເຊື່ອໃນກົດໝາຍ, ກົດລະບຽບ, ຂໍ້ກຳນົດ, ລະບົບ ແລະ ສິ່ງອື່ນໆທີ່ຄ້າຍຄືກັນນັ້ນຫຼາຍເກີນໄປ; ນອກຈາກກະແສງົມງວາຍແບບສັກດີນາຂອງຜູ້ຄົນແລ້ວ ສິ່ງເຫຼົ່ານີ້ຍັງໄດ້ເຂົ້າຍຶດ ແລະ ກືນກິນມະນຸດ. ມັນຄືກັບວ່າຄວາມຄິດຂອງຜູ້ຄົນເປັນຮູບເງົາທີ່ເປັນຕາສົນໃຈ ເຊິ່ງບັນລະຍາຍເຖິງເທບນິຍາຍໃນຮູບແບບເຕັມສີ, ໂດຍມີສິ່ງມີຊີວິດທີ່ວິເສດກຳລັງຂີ່ກ້ອນເມກ, ເຕັມໄປດ້ວຍພະລັງຈິນຕະນາການຫຼາຍສິ່ງຢ່າງ ຈົນເຮັດໃຫ້ຜູ້ຄົນປະຫຼາດໃຈ, ເຮັດໃຫ້ຜູ້ຄົນເມົາມົວ ແລະ ເວົ້າບໍ່ອອກ. ຖ້າຈະເວົ້າຄວາມຈິງແລ້ວ, ພາລະກິດທີ່ພຣະເຈົ້າສະເດັດມາເພື່ອປະຕິບັດໃນປັດຈຸບັນ ຕົ້ນຕໍແມ່ນເພື່ອຈັດການ ແລະ ກຳຈັດແນວຄວາມຄິດງົມງວາຍຂອງມະນຸດ ແລະ ປ່ຽນແປງທັດສະນະຄະຕິຂອງພວກເຂົາທັງໝົດ. ພາລະກິດຂອງພຣະເຈົ້າບໍ່ໄດ້ຄົງຢູ່ຈົນເຖິງປັດຈຸບັນ ເນື່ອງຈາກມໍລະດົກທີ່ແມ່ນສິ່ງທີ່ຖືກມະນຸດຊາດສືບຕໍ່ຈາກຮຸ່ນສູ່ຮຸ່ນ; ມັນເປັນພາລະກິດທີ່ພຣະອົງໄດ້ເລີ່ມຕົ້ນດ້ວຍພຣະອົງເອງ ແລະ ຖືກເຮັດໃຫ້ສຳເລັດດ້ວຍພຣະອົງ ແລະ ບໍ່ຈຳເປັນຕ້ອງສົ່ງຕໍ່ໃຫ້ເປັນມໍລະດົກຂອງມະນຸດຝ່າຍວິນຍານທີ່ຍິ່ງໃຫຍ່ ຫຼື ມອບໝາຍພາລະກິດໃດກໍຕາມໃຫ້ກັບກຸ່ມຄົນທີ່ເປັນຕົວແທນຂອງພຣະເຈົ້າປະຕິບັດໃນຍຸກໃດຍຸກໜຶ່ງ. ມະນຸດບໍ່ຈຳເປັນຕ້ອງສົນໃຈກັບສິ່ງເຫຼົ່ານີ້. ໃນປັດຈຸບັນ ພຣະເຈົ້າມີຮູບແບບການເວົ້າ ແລະ ການປະຕິບັດພາລະກິດແບບໃໝ່, ແລ້ວເປັນຫຍັງມະນຸດຈຶ່ງຕ້ອງສ້າງບັນຫາໃຫ້ກັບຕົນເອງ? ຖ້າມະນຸດຍ່າງໃນເສັ້ນທາງແຫ່ງປັດຈຸບັນພາຍໃນກະແສປັດຈຸບັນ ໃນຂະນະທີ່ກຳລັງສືບຕໍ່ມໍລະດົກຂອງ “ບັນພະບຸລຸດ” ຂອງພວກເຂົາ, ພວກເຂົາກໍຈະບໍ່ໄປເຖິງຈຸດໝາຍປາຍທາງຂອງພວກເຂົາຈັກເທື່ອ. ພຣະເຈົ້າຮູ້ສຶກລັງກຽດພຶດຕິກຳໃນຮູບແບບນີ້ຂອງມະນຸດທີ່ສຸດ ຄືກັນກັບທີ່ພຣະອົງກຽດຊັງປີ, ເດືອນ ແລະ ມື້ໃນໂລກມະນຸດ.

ວິທີທີ່ຈະປ່ຽນແປງອຸປະນິໄສຂອງມະນຸດໄດ້ດີທີ່ສຸດກໍຄືປີ້ນຄືນສ່ວນຕ່າງໆເຫຼົ່ານັ້ນທີ່ຢູ່ໃນສ່ວນເລິກສຸດຂອງຫົວໃຈມະນຸດທີ່ຖືກພິດຢ່າງຮ້າຍແຮງ, ເຮັດໃຫ້ຜູ້ຄົນເລີ່ມປ່ຽນແປງຄວາມຄິດ ແລະ ສິນທຳຂອງພວກເຂົາ. ກ່ອນອື່ນໝົດ, ຜູ້ຄົນຈຳເປັນຕ້ອງເຫັນຢ່າງຊັດເຈນວ່າ ພິທີທາງສາສະໜາເຫຼົ່ານີ້, ກິດຈະກຳທາງສາສະໜາ, ປີ ແລະ ເດືອນ ແລະ ເທດສະການຕ່າງເປັນທີ່ກຽດຊັງສຳລັບພຣະເຈົ້າ. ພວກເຂົາຄວນປົດປ່ອຍຕົນເອງໃຫ້ເປັນອິດສະຫຼະຈາກຂໍ້ຜູກມັດກ່ຽວກັບຄວາມຄິດແບບສັກດີນາເຫຼົ່ານີ້ ແລະ ທຳລາຍລ້າງຮ່ອງຮອຍທຸກຢ່າງກ່ຽວກັບນິໄສທີ່ຝັງເລິກຂອງພວກເຂົາທີ່ນິຍົມໄປຝ່າຍຄວາມງົມງວາຍ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ມີຢູ່ໃນທາງເຂົ້າຂອງມະນຸດຊາດ. ພວກເຈົ້າຕ້ອງເຂົ້າໃຈວ່າເປັນຫຍັງພຣະເຈົ້າຈຶ່ງນໍາພາມະນຸດຊາດອອກຈາກທາງໂລກ ແລະ ເຂົ້າໃຈອີກຄັ້ງວ່າເປັນຫຍັງພຣະອົງຈຶ່ງນໍາພາມະນຸດໃຫ້ອອກຈາກກົດລະບຽບ ແລະ ຂໍ້ກຳນົດ. ນີ້ແມ່ນປະຕູທີ່ພວກເຈົ້າຈະເຂົ້າໄປ ແລະ ເຖິງແມ່ນສິ່ງເຫຼົ່ານີ້ບໍ່ກ່ຽວຂ້ອງກັບປະສົບການຝ່າຍວິນຍານຂອງພວກເຈົ້າ, ພວກມັນກໍເປັນສິ່ງກີດຂວາງທີ່ໃຫຍ່ທີ່ສຸດ ທີ່ກຳລັງຂັດຂວາງທາງເຂົ້າຂອງພວກເຈົ້າ, ກີດກັນພວກເຈົ້າຈາກການຮູ້ຈັກກັບພຣະເຈົ້າ. ສິ່ງເຫຼົ່ານັ້ນເປັນແຫເພື່ອໃຫ້ຜູ້ຄົນຕິດຄາ. ຫຼາຍຄົນອ່ານພຣະຄຳພີຫຼາຍເກີນໄປ ແລະ ສາມາດແມ່ນແຕ່ທ່ອງຈຳຂໍ້ພຣະທໍາຢ່າງຫຼວງຫຼາຍຈາກພຣະຄຳພີ. ໃນທາງເຂົ້າຂອງພວກເຂົາໃນປັດຈຸບັນ, ຜູ້ຄົນໃຊ້ພຣະຄຳພີເພື່ອວັດແທກພາລະກິດຂອງພຣະເຈົ້າຢ່າງບໍ່ມີສະຕິ, ຄືກັບວ່າພື້ນຖານຂອງຂັ້ນຕອນນີ້ໃນພາລະກິດຂອງພຣະເຈົ້າແມ່ນພຣະຄຳພີ ແລະ ແຫຼ່ງກໍາເນີດຂອງພາລະກິດນີ້ກໍແມ່ນພຣະຄຳພີ. ເມື່ອພາລະກິດຂອງພຣະເຈົ້າສອດຄ່ອງກັບພຣະຄຳພີ, ຜູ້ຄົນກໍສະໜັບສະໜູນພາລະກິດຂອງພຣະເຈົ້າຢ່າງໜັກແໜ້ນ ແລະ ເຄົາລົບພຣະອົງດ້ວຍຄວາມນັບຖືຢ່າງບໍ່ເຄີຍມີມາກ່ອນ; ເມື່ອພາລະກິດຂອງພຣະເຈົ້າບໍ່ສອດຂ່ອງກັບພຣະຄຳພີ, ຜູ້ຄົນກໍກັງວົນໃຈຫຼາຍຈົນພວກເຂົາເຫື່ອແຕກ, ຄົ້ນຫາພື້ນຖານແຫ່ງພາລະກິດຂອງພຣະເຈົ້າໃນພຣະຄຳພີ; ຖ້າພາລະກິດຂອງພຣະເຈົ້າບໍ່ໄດ້ຖືກກ່າວເຖິງໃນພຣະຄຳພີ, ຜູ້ຄົນກໍຈະບໍ່ຄຳນຶງເຖິງພຣະເຈົ້າ. ມັນສາມາດເວົ້າໄດ້ວ່າ ເທົ່າທີ່ພາລະກິດຂອງພຣະເຈົ້າໃນປັດຈຸບັນເຮັດໄດ້ ຄົນສ່ວນໃຫຍ່ກໍຍອມຮັບພາລະກິດນັ້ນດ້ວຍຄວາມລະມັດລະວັງ, ເລືອກໃນການເຊື່ອຟັງພາລະກິດນັ້ນ ແລະ ຮູ້ສຶກບໍ່ແຕກຕ່າງເມື່ອຮູ້ຈັກພາລະກິດນັ້ນ; ແຕ່ສຳລັບສິ່ງຕ່າງໆທີ່ຢູ່ໃນອະດີດ, ພວກເຂົາແມ່ນຈະຍຶດຖືແຕ່ເຄິ່ງໜຶ່ງ ແລະ ປະຖິ້ມອີກເຄິ່ງໜຶ່ງ. ສິ່ງນີ້ຈະຖືກເອີ້ນວ່າທາງເຂົ້າໄດ້ບໍ? ການຍຶດຖືເອົາໜັງສືຂອງຄົນອື່ນເປັນຄືກັບຊັບສົມບັດ ແລະ ປະຕິບັດຕໍ່ໜັງສືເຫຼົ່ານັ້ນຄືກັບກະແຈທອງສູ່ປະຕູແຫ່ງອານາຈັກ, ຜູ້ຄົນສະແດງໃຫ້ເຫັນເຖິງຄວາມບໍ່ສົນໃຈໃນສິ່ງທີ່ພຣະເຈົ້າຮຽກຮ້ອງຈາກພວກເຂົາໃນປັດຈຸບັນເລີຍ. ຍິ່ງໄປກວ່ານັ້ນ, “ຜູ້ຊ່ຽວຊານທີ່ສະຫຼາດ” ຫຼາຍຄົນຖືພຣະທຳຂອງພຣະເຈົ້າໃນມືເບື້ອງຊ້າຍຂອງພວກເຂົາ ແລະ “ຜົນງານທີ່ຍິ່ງໃຫຍ່” ຂອງຄົນອື່ນໃນມືເບື້ອງຂວາຂອງພວກເຂົາ, ຄືກັນກັບວ່າ ພວກເຂົາຕ້ອງການຄົ້ນຫາພື້ນຖານແຫ່ງພຣະທຳຂອງພຣະເຈົ້າໃນປັດຈຸບັນທີ່ຢູ່ພາຍໃນຜົນງານທີ່ຍິ່ງໃຫຍ່ເຫຼົ່ານີ້ເພື່ອພິສູດແທ້ຈິງວ່າ ພຣະທຳຂອງພຣະເຈົ້າຖືກຕ້ອງ ແລະ ພວກເຂົາເຖິງກັບອະທິບາຍພຣະທຳຂອງພຣະເຈົ້າໃຫ້ກັບຄົນອື່ນ ໂດຍຮວມສິ່ງເຫຼົ່ານັ້ນເຂົ້າກັນກັບຜົນງານທີ່ຍິ່ງໃຫຍ່, ຄືກັນກັບວ່າພວກເຂົາເປັນຄົນທີ່ສ້າງຜົນງານນັ້ນ. ຖ້າຈະເວົ້າຄວາມຈິງ, ມີ “ນັກຄົ້ນຄວ້າທາງວິທະຍາສາດ” ຫຼາຍຄົນທ່າມກາງມະນຸດຊາດ ທີ່ບໍ່ເຄີຍຄິດເຖິງຜົນສຳເລັດກ່ຽວກັບວິທະຍາສາດຫຼ້າສຸດໃນປັດຈຸບັນເປັນຢ່າງຍິ່ງ ເຊິ່ງເປັນຜົນສຳເລັດກ່ຽວກັບວິທະຍາສາດທີ່ບໍ່ເຄີຍມີມາກ່ອນ (ເຊັ່ນ ພາລະກິດຂອງພຣະເຈົ້າ, ພຣະທຳຂອງພຣະເຈົ້າ ແລະ ເສັ້ນທາງສຳລັບເຂົ້າສູ່ຊີວິດ), ສະນັ້ນ ຜູ້ຄົນຈຶ່ງລ້ວນແລ້ວແຕ່ “ເພິ່ງພາຕົນເອງ”, “ເທດສະໜາ” ຢ່າງແຜ່ຫຼາຍດ້ວຍທັກສະການເວົ້າແບບຊວນເຊື່ອຂອງພວກເຂົາ ແລະ ໂອ້ອວດເຖິງ “ນາມທີ່ດີຂອງພຣະເຈົ້າ”. ໃນຂະນະດຽວກັນ, ທາງເຂົ້າຂອງພວກເຂົາເອງກໍຢູ່ໃນອັນຕະລາຍ ແລະ ພວກເຂົາເບິ່ງຄືກັບວ່າຫ່າງໄກຈາກເງື່ອນໄຂຂອງພຣະເຈົ້າ ດ້ວຍວ່າ ການເນລະມິດສ້າງແມ່ນເລີ່ມຕົ້ນຈາກຊ່ວງເວລານີ້ໄປ. ມັນງ່າຍສໍ່າໃດທີ່ຈະປະຕິບັດພາລະກິດຂອງພຣະເຈົ້າ? ມັນເບິ່ງຄືກັບວ່າຜູ້ຄົນໄດ້ຕັດສິນໃຈແລ້ວທີ່ຈະປະເຄິ່ງໜຶ່ງຂອງພວກເຂົາໃຫ້ຢູ່ໃນມື້ວານ ແລະ ນໍາອີກເຄິ່ງໜຶ່ງມາຢູ່ໃນປັດຈຸບັນ, ມອບເຄິ່ງໜຶ່ງໃຫ້ກັບຊາຕານ ແລະ ນໍາສະເໜີອີກເຄິ່ງໜຶ່ງໃຫ້ກັບພຣະເຈົ້າ, ຄືກັນກັບວ່າ ນີ້ແມ່ນວິທີທີ່ຈະເຮັດໃຫ້ພວກເຂົາຮູ້ສຶກສະບາຍໃຈ ແລະ ຮູ້ສຶກເຖິງຄວາມສະບາຍບາງຢ່າງ. ໂລກຂ້າງໃນຂອງຜູ້ຄົນມີເລ່ຫຼ່ຽມຫຼາຍ, ພວກເຂົາຢ້ານທີ່ຈະສູນເສຍບໍ່ແມ່ນແຕ່ມື້ອື່ນເທົ່ານັ້ນ ແຕ່ຍັງຢ້ານສູນເສຍມື້ວານອີກດ້ວຍ, ຢ້ານຢ່າງເລິກໆທີ່ຈະລ່ວງເກີນທັງຊາຕານ ແລະ ພຣະເຈົ້າແຫ່ງປັດຈຸບັນ ເຊິ່ງພວກເຂົາເຫັນພຣະອົງຄືກັບວ່າ ເປັນພຣະເຈົ້າ ແລະ ບໍ່ເປັນພຣະເຈົ້າ. ເພາະຜູ້ຄົນບໍ່ສາມາດຝຶກຝົນຄວາມຄິດ ແລະ ສິນທຳຂອງພວກເຂົາໃຫ້ຖືກຕ້ອງ, ພວກເຂົາຈຶ່ງຂາດໃນການແຍກແຍະເປັນພິເສດ ແລະ ພວກເຂົາບໍ່ສາມາດບອກໄດ້ແທ້ໆວ່າ ພາລະກິດໃນປັດຈຸບັນນີ້ເປັນຂອງພຣະເຈົ້າ ຫຼື ບໍ່. ບາງເທື່ອ ມັນເປັນຍ້ອນຄວາມຄິດແບບສັກດີນາ ແລະ ງົມງວາຍຂອງຜູ້ຄົນທີ່ຝັງເລິກຫຼາຍ ຈົນພວກເຂົາຈັດຄວາມເຊື່ອງົມງວາຍ ແລະ ຄວາມຈິງ, ພຣະເຈົ້າ ແລະ ພະທຽມເຂົ້າໃນປະເພດດຽວກັນມະຕະຫຼອດ ໂດຍບໍ່ສົນໃຈທີ່ຈະແຍກແຍະລະຫວ່າງສິ່ງເຫຼົ່ານີ້ ແລະ ພວກເຂົາເບິ່ງຄືກັບວ່າ ບໍ່ສາມາດຈຳແນກອອກໄດ້ຢ່າງຊັດເຈນ ແມ່ນແຕ່ຫຼັງຈາກທີ່ພວກເຂົາໄດ້ພະຍາຍາມຄິດຢ່າງໜັກແລ້ວ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງມະນຸດຈຶ່ງຢຸດຢູ່ໃນເສັ້ນທາງຂອງພວກເຂົາ ແລະ ບໍ່ກ້າວໄປຂ້າງໜ້າອີກຕໍ່ໄປ. ທຸກບັນຫາເຫຼົ່ານີ້ເກີດມາຈາກການທີ່ຜູ້ຄົນຂາດການສຶກສາໃນອຸດົມຄະຕິທີ່ຖືກຕ້ອງ ເຊິ່ງສ້າງຄວາມຫຍຸ້ງຍາກຢ່າງໃຫຍ່ໃຫ້ກັບທາງເຂົ້າຂອງພວກເຂົາ. ຜົນຕາມມາກໍຄື ຜູ້ຄົນບໍ່ເຄີຍຮູ້ສຶກສົນໃຈໃນພາລະກິດຂອງພຣະເຈົ້າທີ່ແທ້ຈິງ, ແຕ່ດື້ດຶງທີ່ຈະຍຶດຕິດກັບ[1] ພາລະກິດຂອງມະນຸດ (ເຊັ່ນ: ຄົນທີ່ພວກເຂົາເຫັນວ່າເປັນຜູ້ຍິ່ງໃຫຍ່) ຄືກັບວ່າ ພວກເຂົາຖືກຕີກາດ້ວຍສິ່ງນັ້ນ. ສິ່ງເຫຼົ່ານີ້ບໍ່ແມ່ນຫົວຂໍ້ຫຼ້າສຸດທີ່ມະນຸດຄວນເຂົ້າສູ່ບໍ

ໝາຍເຫດ:

1. “ດື້ດຶງທີ່ຈະຍຶດຕິດກັບ” ແມ່ນໃຊ້ເພື່ອເຍາະເຍີ້ຍ. ວະລີນີ້ໝາຍເຖິງ ຜູ້ຄົນດື້ດຶງ ແລະ ຫົວແຂງ, ຍຶດຕິດຢູ່ກັບສິ່ງທີ່ຫຼ້າສະໄໝ ແລະ ບໍ່ເຕັມໃຈທີ່ຈະປະຖິ້ມສິ່ງເຫຼົ່ານັ້ນ.

ກ່ອນນີ້ : ພາລະກິດ ແລະ ທາງເຂົ້າ (2)

ຕໍ່ໄປ : ພາລະກິດ ແລະ ທາງເຂົ້າ (4)

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ເມື່ອຮັບບົດບາດຂອງເຈົ້າຈາກແຜນການຂອງພຣະເຈົ້າ ແລະ...

ມະນຸດທີ່ຈໍາກັດພຣະເຈົ້າໃນແນວຄິດຂອງເຂົາຈະສາມາດຮັບການເປີດເຜີຍຂອງພຣະອົງໄດ້ແນວໃດ?

ພາລະກິດຂອງພຣະເຈົ້າສືບຕໍ່ກ້າວໄປຂ້າງໜ້າ ແລະ ເຖິງແມ່ນວ່າຄວາມປະສົງຂອງພາລະກິດຂອງພຣະເຈົ້າຍັງຄົງຄືເກົ່າ,...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້