ພາລະກິດ ແລະ ທາງເຂົ້າ (4)

ຖ້າມະນຸດສາມາດເຂົ້າສູ່ອີງຕາມພາລະກິດຂອງພຣະວິນຍານບໍລິສຸດໄດ້ຢ່າງແທ້ຈິງ, ຊີວິດຂອງເຂົາກໍຈະງອກງາມຢ່າງໄວວາ, ຄືກັບໜໍ່ໄມ້ຫຼັງຈາກຝົນໃນລະດູໃບໄມ້ປົ່ງ. ເມື່ອຕັດສິນຈາກວຸດທິພາວະໃນປັດຈຸບັນຂອງຜູ້ຄົນສ່ວນໃຫຍ່, ຜູ້ຄົນແມ່ນບໍ່ໄດ້ໃຫ້ຄວາມສຳຄັນກັບຊີວິດ ແລະ ກົງກັນຂ້າມ ພວກເຂົາໃຫ້ຄວາມສຳຄັນກັບເລື່ອງໃດໜຶ່ງທີ່ປາກົດວ່າບໍ່ມີຜົນຕາມມາ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍຈະຟ້າວໄປບ່ອນນັ້ນ ແລະ ບ່ອນນີ້, ເຮັດວຽກຢ່າງໄຮ້ຈຸດໝາຍ ແລະ ໃນວິທີການທີ່ບໍ່ມີເປົ້າໝາຍ ແລະ ບໍ່ມີທິດທາງ, ໂດຍບໍ່ຮູ້ວ່າວພວກເຂົາຄວນໄປໃນທິດທາງໃດ ແລະ ແຮງໄກທີ່ພວກເຂົາຈະຮູ້ວ່າໄປເພື່ອໃຜ. ພວກເຂົາພຽງແຕ່ “ປິດບັງຕົນເອງຢ່າງຖ່ອມຕົວ”. ຄວາມຈິງກໍຄື ມີໜ້ອຍຄົນໃນທ່າມກາງພວກເຈົ້າທີ່ຮູ້ຈັກກ່ຽວກັບເຈດຕະນາຂອງພຣະເຈົ້າສຳລັບຍຸກສຸດທ້າຍ. ຫາຍາກທີ່ຈະມີຜູ້ໃດໃນບັນດາພວກເຈົ້າຮູ້ຈັກບາດກ້າວຂອງພຣະເຈົ້າ, ແຕ່ທີ່ຮ້າຍແຮງໄປກວ່ານັ້ນແມ່ນ ບໍ່ມີຜູ້ໃດຮູ້ຈັກວ່າຄວາມສຳເລັດສຸດທ້າຍຂອງພຣະເຈົ້າຈະແມ່ນຫຍັງ. ແຕ່ທຸກຄົນກໍຜ່ານການລົງວິໄນ ແລະ ການຈັດການຂອງຄົນອື່ນ ຜ່ານທາງຄວາມອົດທົນ ແລະ ຄວາມອົດກັ້ນທີ່ສຸດ, ຄືກັບວ່າກຳລັງເບັ່ງກ້າມຂອງພວກເຂົາ ແລະ ກຽມພ້ອມສຳລັບການຕໍ່ສູ້[1] ໂດຍຄາດໝາຍວ່າພວກເຂົາຈະໄດ້ຮັບເວລາແຫ່ງໄຊຊະນະຂອງພວກເຂົາ. ເຮົາຈະບໍ່ໃຫ້ຄຳເຫັນໃດໆກ່ຽວກັບ “ພາບແປກປະຫຼາດ” ເຫຼົ່ານີ້ທີ່ຢູ່ທ່າມກາງມະນຸດຊາດ, ແຕ່ມີຈຸດໜຶ່ງທີ່ພວກເຈົ້າທຸກຄົນຕ້ອງເຂົ້າໃຈ. ໃນຕອນນີ້ ຄົນສ່ວນໃຫຍ່ກຳລັງພັດທະນາສູ່ຄວາມຜິດປົກກະຕິ[2] ແລະ ໃນບາດກ້າວສູ່ທາງເຂົ້າຂອງພວກເຂົາ, ພວກເຂົາແມ່ນກຳລັງກ້າວເດີນໄປສູ່ທາງຕັນ[3]. ມີຫຼາຍຄົນທີ່ຄິດວ່າ ນັ້ນຄືດິນແດນໃນຝັນທີ່ຢູ່ນອກໂລກມະນຸດ ທີ່ມະນຸດປາຖະໜາຫາ ໂດຍເຊື່ອວ່າມັນຄືອານາຈັກແຫ່ງອິດສະຫຼະພາບ, ແຕ່ໃນຄວາມເປັນຈິງແລ້ວ ມັນບໍ່ໄດ້ເປັນແບບນັ້ນ ຫຼື ບາງເທື່ອອາດສາມາດເວົ້າໄດ້ວ່າ ຜູ້ຄົນໄດ້ໄປໃນທາງທີ່ຜິດແລ້ວ. ແຕ່ບໍ່ວ່າຜູ້ຄົນຈະກຳລັງເຮັດຫຍັງກໍຕາມ, ເຮົາຍັງຕ້ອງການທີ່ຈະລົມກ່ຽວກັບສິ່ງທີ່ມະນຸດຄວນເຂົ້າສູ່. ຄຸນຄວາມດີ ແລະ ຂໍ້ບົກຜ່ອງຂອງຝູງຊົນບໍ່ແມ່ນຫົວຂໍ້ຫຼັກຂອງການສົນທະນານີ້. ເຮົາຫວັງວ່າພວກເຈົ້າທຸກຄົນ ທີ່ເປັນອ້າຍເອື້ອຍນ້ອງ ຈະສາມາດຮັບເອົາພຣະທຳຂອງເຮົາໃນວິທີທີ່ຖືກຕ້ອງ ແລະ ບໍ່ເຂົ້າໃຈຜິດໃນເຈດຕະນາຂອງເຮົາ.

ພຣະເຈົ້າໄດ້ບັງເກີດເປັນມະນຸດໃນແຜ່ນດິນໃຫຍ່ຂອງປະເທດຈີນ ຫຼື ດ້ວຍຄຳເວົ້າຂອງເພື່ອນຮ່ວມຊາດຈາກຮົງກົງ ແລະ ໄຕ້ຫວັນກໍຄື: “ບຸກຄົນພາຍໃນ”. ເມື່ອພຣະເຈົ້າລົງມາຈາກສະຫວັນເບື້ອງເທິງສູ່ແຜ່ນດິນໂລກ, ບໍ່ມີຜູ້ໃດໃນສະຫວັນ ຫຼື ເທິງແຜ່ນດິນໂລກທີ່ຮູ້ເຖິງສິ່ງນີ້, ຍ້ອນນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງການທີ່ພຣະເຈົ້າກັບຄືນມາພາຍໃຕ້ການປົກປິດ. ພຣະອົງໄດ້ປະຕິບັດພາລະກິດ ແລະ ດຳລົງຊີວິດຢູ່ໃນເນື້ອໜັງເປັນເວລາດົນນານແລ້ວ ແຕ່ເຖິງຢ່າງນັ້ນກໍຕາມ ແມ່ນບໍ່ມີຜູ້ໃດຮູ້ຕົວເລີຍ. ແມ່ນແຕ່ຈົນເຖິງປັດຈຸບັນນີ້ກໍບໍ່ມີຜູ້ຄົນຮັບຮູ້ມັນໄດ້. ບາງເທື່ອ ສິ່ງນີ້ຈະຍັງຄົງເປັນປິດສະໜາຊົ່ວນິດນິລັນ. ການທີ່ພຣະເຈົ້າກາຍມາເປັນເນື້ອໜັງໃນຄັ້ງນີ້ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດອາດຮູ້ໄດ້. ບໍ່ວ່າຜົນກະທົບຂອງພາລະກິດຂອງພຣະວິນຍານຈະຍິ່ງໃຫຍ່ ແລະ ມີລິດອຳນາດຫຼາຍສໍ່າໃດ, ພຣະເຈົ້າກໍຍັງເປັນແບບເສີຍເມີຍ, ບໍ່ເປີດເຜີຍຫຍັງອອກມາເລີຍ. ມັນສາມາດເວົ້າໄດ້ວ່າ ຂັ້ນຕອນນີ້ຂອງພາລະກິດຂອງພຣະອົງແມ່ນຄືກັບວ່າ ມັນກຳລັງເກີດຂຶ້ນໃນອານາຈັກສະຫວັນ. ເຖິງແມ່ນມັນຈະຊັດເຈນສໍາລັບທຸກຄົນທີ່ມີຕາໃຫ້ເຫັນ ແຕ່ກໍບໍ່ມີຜູ້ໃດສາມາດຮັບຮູ້ມັນໄດ້. ເມື່ອພຣະເຈົ້າສຳເລັດຂັ້ນຕອນນີ້ຂອງພາລະກິດຂອງພຣະອົງ, ມະນຸດຊາດທັງປວງຈະຢຸດເຊົາທ່າທີໂດຍປົກກະຕິຂອງພວກເຂົາ[4] ແລະ ຕື່ນຈາກຄວາມຝັນອັນຍາວນານຂອງພວກເຂົາ. ເຮົາຈື່ພຣະເຈົ້າເຄີຍເວົ້າຄັ້ງໜຶ່ງວ່າ: “ການກາຍມາເປັນເນື້ອໜັງໃນຄັ້ງນີ້ຄືກັບການຕົກຢູ່ໃນຖໍ້າເສືອ”. ຄວາມໝາຍຂອງສິ່ງນີ້ກໍຄື ຍ້ອນໃນພາລະກິດຄັ້ງນີ້ຂອງພຣະເຈົ້າ, ພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ຍິ່ງໄປກວ່ານັ້ນຄືພຣະອົງເກີດໃນບ່ອນຢູ່ອາໄສຂອງມັງກອນແດງທີ່ຍິ່ງໃຫຍ່, ຍິ່ງໄປກວ່າຄັ້ງກ່ອນ, ພຣະອົງຜະເຊີນກັບອັນຕະລາຍທີ່ຮຸນແຮງຫຼາຍຈາກການທີ່ພຣະອົງມາເທິງແຜ່ນດິນໂລກໃນຄັ້ງນີ້. ສິ່ງທີ່ພຣະອົງໄດ້ຜະເຊີນແມ່ນມີດ, ປືນ, ກະບອງ ແລະ ໄມ້ຄ້ອນ; ສິ່ງທີ່ພຣະອົງຜະເຊີນແມ່ນການລໍ້ລວງ; ສິ່ງທີ່ພຣະອົງຜະເຊີນແມ່ນຝູງຊົນທີ່ສວມໃສ່ໃບໜ້າທີ່ເຕັມໄປດ້ວຍເຈດຕະນາອັນໂຫດຮ້າຍ. ພຣະອົງສ່ຽງທີ່ຈະຖືກຂ້າໄດ້ໃນທຸກຊ່ວງເວລາ. ພຣະເຈົ້າມາໂດຍນໍາເອົາຄວາມໂກດຮ້າຍມາພ້ອມກັບພຣະອົງ. ເຖິງຢ່າງໃດກໍຕາມ, ພຣະອົງມາເພື່ອປະຕິບັດພາລະກິດແຫ່ງຄວາມສົມບູນ ເຊິ່ງໝາຍຄວາມວ່າ ພຣະອົງມາເພື່ອປະຕິບັດພາກສ່ວນທີສອງຂອງພາລະກິດຂອງພຣະອົງ ເຊິ່ງສືບຕໍ່ຫຼັງຈາກພາລະກິດແຫ່ງການໄຖ່ບາບ. ເພື່ອເຫັນແກ່ຂັ້ນຕອນນີ້ຂອງພາລະກິດຂອງພຣະອົງ, ພຣະເຈົ້າໄດ້ອຸທິດຄວາມຄິດ ແລະ ຄວາມໃສ່ໃຈທີ່ສຸດ ແລະ ກຳລັງໃຊ້ທຸກວິທີການທີ່ອາດຄິດໄດ້ເພື່ອຫຼີກເວັ້ນການໂຈມຕີຂອງການລໍ້ລວງ, ປົກປິດພຣະອົງເອງຢ່າງຖ່ອມຕົນ ແລະ ບໍ່ອວດອ້າງຕົວຕົນຂອງພຣະອົງຈັກເທື່ອ. ໃນການຊ່ວຍຊີວິດມະນຸດຈາກໄມ້ກາງແຂນ, ພຣະເຢຊູພຽງແຕ່ສຳເລັດພາລະກິດແຫ່ງການໄຖ່ບາບ; ພຣະອົງບໍ່ໄດ້ປະຕິບັດພາລະກິດແຫ່ງຄວາມສົມບູນ. ສະນັ້ນ ມີພຽງເຄິ່ງໜຶ່ງຂອງພາລະກິດຂອງພຣະເຈົ້າທີ່ຖືກເຮັດໃຫ້ສຳເລັດ ແລະ ການສໍາເລັດພາລະກິດແຫ່ງການໄຖ່ບາບກໍເປັນພຽງເຄິ່ງໜຶ່ງຂອງແຜນການທັງໝົດຂອງພຣະອົງ. ໃນຂະນະທີ່ຍຸກໃໝ່ກຳລັງຈະເລີ່ມຕົ້ນຂຶ້ນ ແລະ ຍຸກເກົ່າກໍກຳລັງຈະຖອຍລົງ, ພຣະເຈົ້າພຣະບິດາໄດ້ເລີ່ມພິຈາລະນາຢ່າງຮອບຄອບໃນພາກສ່ວນທີສອງຂອງພາລະກິດຂອງພຣະອົງ ແລະ ຫ້າງກະກຽມສຳລັບພາກສ່ວນນັ້ນ. ການບັງເກີດເປັນມະນຸດໃນຍຸກສຸດທ້າຍຄັ້ງນີ້ຊັດເຈນວ່າບໍ່ໄດ້ຖືກທຳນາຍໄວ້ໃນອະດີດ, ສະນັ້ນຈຶ່ງໄດ້ວາງພື້ນຖານສຳລັບຄວາມເລິກລັບຫຼາຍຂຶ້ນອ້ອມຮອບການກາຍມາເປັນເນື້ອໜັງໃນຄັ້ງນີ້ຂອງພຣະເຈົ້າ. ໃນເວລາຮຸ່ງເຊົ້າ, ພຣະເຈົ້າໄດ້ມາເທິງແຜ່ນດິນໂລກ ແລະ ເລີ່ມຕົ້ນຊີວິດຂອງພຣະອົງໃນເນື້ອໜັງ ໂດຍມະນຸດຊາດຈຳນວນຫຼວງຫຼາຍບໍ່ຮູ້ຕົວ. ຜູ້ຄົນບໍ່ຮູ້ການມາເຖິງຂອງຊ່ວງເວລານີ້. ບາງເທື່ອ ພວກເຂົາທຸກຄົນນອນຫຼັບສະນິດ; ບາງເທື່ອ ຫຼາຍຄົນທີ່ຍັງຕື່ນຕົວເຝົ້າລະວັງກໍກໍາລັງຖ້າຢູ່ ແລະ ບາງເທື່ອ ຫຼາຍຄົນກຳລັງອະທິຖານຢ່າງງຽບໆຫາພຣະເຈົ້າທີ່ຢູ່ໃນສະຫວັນ. ເຖິງຢ່າງໃດກໍຕາມ ທ່າມກາງຫຼາຍຄົນເຫຼົ່ານີ້ ບໍ່ມີແມ່ນແຕ່ຄົນດຽວ ທີ່ຮູ້ຈັກວ່າພຣະເຈົ້າໄດ້ມາເຖິງແຜ່ນດິນໂລກແລ້ວ. ພຣະເຈົ້າປະຕິບັດພາລະກິດແບບນີ້ ເພື່ອດໍາເນີນພາລະກິດຂອງພຣະອົງໃຫ້ລາບລື້ນຂຶ້ນ ແລະ ເພື່ອບັນລຸຜົນຕາມມາທີ່ດີກວ່າ ແລະ ແມ່ນແຕ່ເພື່ອຢັບຢັ້ງການລໍ້ລວງເພີ່ມຂຶ້ນອີກດ້ວຍ. ເມື່ອການນອນຫຼັບໃນລະດູໃບໄມ້ປົ່ງຂອງມະນຸດໄດ້ຈົບສິ້ນລົງ, ພາລະກິດຂອງພຣະເຈົ້າກໍຈະສຳເລັດແຕ່ດົນແລ້ວ ແລະ ພຣະອົງກໍຈະຈາກໄປ, ນໍາເອົາການສິ້ນສຸດມາສູ່ຊີວິດແຫ່ງການທ່ອງໄປມາ ແລະ ການພັກແຮມເທິງແຜ່ນດິນໂລກຂອງພຣະອົງ. ຍ້ອນພາລະກິດຂອງພຣະເຈົ້າໄດ້ຮຽກຮ້ອງໃຫ້ພຣະເຈົ້າປະຕິບັດ ແລະ ກ່າວໃນບຸກຄົນຂອງພຣະອົງເອງ ແລະ ຍ້ອນບໍ່ມີທາງທີ່ມະນຸດຈະແຊກແຊງໄດ້, ພຣະເຈົ້າຈຶ່ງໄດ້ອົດທົນກັບການທົນທຸກທີ່ຮຸນແຮງເພື່ອປະຕິບັດພາລະກິດດ້ວຍພຣະອົງເອງ. ມະນຸດບໍ່ສາມາດເຮັດແທນພາລະກິດຂອງພຣະເຈົ້າໄດ້. ຍ້ອນເຫດຜົນນີ້ ພຣະເຈົ້າຈຶ່ງໄດ້ຜ່ານຜ່າອັນຕະລາຍຫຼາຍກວ່າຄົນທີ່ຢູ່ໃນລະຫວ່າງຍຸກແຫ່ງພຣະຄຸນເປັນສອງສາມພັນເທົ່າ ເພື່ອລົງມາເທິງດິນແດນມັງກອນແດງທີ່ຍິ່ງໃຫຍ່ອາໄສຢູ່ ເພື່ອປະຕິບັດພາລະກິດຂອງພຣະອົງເອງ, ໃຊ້ຄວາມຄິດ ແລະ ຄວາມຫ່ວງໃຍທັງໝົດຂອງພຣະອົງ ເພື່ອໄຖ່ຜູ້ຄົນທຸກຍາກກຸ່ມນີ້, ຜູ້ຄົນກຸ່ມນີ້ທີ່ຈົມຢູ່ໃນກອງຂີ້ສັດ. ເຖິງແມ່ນບໍ່ມີຜູ້ໃດຮູ້ຈັກເຖິງການເປັນຢູ່ຂອງພຣະເຈົ້າ, ພຣະເຈົ້າກໍບໍ່ໄດ້ວຸ້ນວາຍ, ຍ້ອນສິ່ງນີ້ເປັນປະໂຫຍດຕໍ່ພາລະກິດຂອງພຣະອົງຢ່າງໃຫຍ່ຫຼວງ. ເນື່ອງຈາກທຸກຄົນຊົ່ວຮ້າຍ ແລະ ຊົ່ວຊ້າຢ່າງທີ່ສຸດ, ພວກເຂົາຈະທົນຕໍ່ການເປັນຢູ່ຂອງພຣະເຈົ້າໄດ້ແນວໃດ? ນັ້ນຄືເຫດຜົນທີ່ການມາເທິງແຜ່ນດິນໂລກຈຶ່ງເຮັດໃຫ້ພຣະອົງງຽບ. ບໍ່ວ່າມະນຸດໄດ້ຈົມລົງສູ່ຄວາມໂຫດຮ້າຍຮຸນແຮງທີ່ສຸດກໍຕາມ, ພຣະເຈົ້າກໍບໍ່ໄດ້ເອົາມັນມາໃສ່ໃຈ, ພຽງແຕ່ສືບຕໍ່ປະຕິບັດພາລະກິດທີ່ພຣະອົງຈຳເປັນຕ້ອງເຮັດເພື່ອບັນລຸການຝາກຝັງອັນຍິ່ງໃຫຍ່ກວ່າທີ່ພຣະບິດາໃນສະຫວັນໄດ້ມອບໝາຍໃຫ້ແກ່ພຣະອົງ. ຜູ້ໃດທ່າມກາງພວກເຈົ້າໄດ້ຮັບຮູ້ເຖິງຄວາມເປັນຕາຮັກຂອງພຣະເຈົ້າແດ່? ຜູ້ໃດຄຳນຶງເຖິງພາລະຂອງພຣະເຈົ້າພຣະບິດາຫຼາຍກວ່າພຣະບຸດຂອງພຣະອົງ? ຜູ້ໃດສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າພຣະບິດາ? ພຣະວິນຍານຂອງພຣະເຈົ້າພຣະບິດາໃນສະຫວັນແມ່ນກັງວົນຢູ່ເລື້ອຍໆ ແລະ ພຣະບຸດຂອງພຣະອົງເທິງແຜ່ນດິນໂລກກໍອະທິຖານຢ່າງສະໝໍ່າສະເໝີເພື່ອເຫັນແກ່ຄວາມປະສົງຂອງພຣະເຈົ້າພຣະບິດາ, ກັງວົນຕໍ່ຫົວໃຈຂອງພຣະອົງຈົນເໜືອຄໍາບັນຍາຍ. ມີຜູ້ໃດທີ່ຮູ້ຈັກຄວາມຮັກຂອງພຣະເຈົ້າພຣະບິດາທີ່ມີຕໍ່ພຣະບຸດຂອງພຣະອົງບໍ່? ມີຜູ້ໃດທີ່ຮູ້ຈັກຫົວໃຈທີ່ພຣະບຸດອັນເປັນທີ່ຮັກໄດ້ຄິດຮອດພຣະເຈົ້າພຣະບິດາບໍ່? ຖືກແຍກອອກຈາກກັນລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ທັງສອງກໍໄດ້ແຕ່ຈ້ອງເບິ່ງກັນແລະກັນຈາກທາງໄກຕະຫຼອດເວລາ, ຕິດຕາມກັນແລະກັນໃນພຣະວິນຍານ. ໂອ ມະນຸດຊາດເອີຍ! ເມື່ອໃດເຈົ້າຈຶ່ງຈະຄຳນຶງເຖິງຫົວໃຈຂອງພຣະເຈົ້າ? ເມື່ອໃດເຈົ້າຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ? ພຣະບິດາ ແລະ ພຣະບຸດເພິ່ງພາກັນຢູ່ສະເໝີ. ແລ້ວເປັນຫຍັງພຣະອົງທັງສອງຈຶ່ງຄວນຖືກແຍກອອກຈາກກັນ, ໂດຍທີ່ພຣະເຈົ້າອົງໜຶ່ງຢູ່ສະຫວັນເບື້ອງເທິງ ແລະ ອີກອົງຢູ່ເທິງແຜ່ນດິນໂລກເບື້ອງລຸ່ມ? ພຣະບິດາຮັກພຣະບຸດຂອງພຣະອົງດັ່ງທີ່ພຣະບຸດຮັກພຣະບິດາຂອງພຣະອົງ. ແລ້ວເປັນຫຍັງພຣະບິດາຈຶ່ງລໍຖ້າດ້ວຍຄວາມປາຖະໜາອັນເລິກເຊິ່ງ ແລະ ເຈັບປວດຫາພຣະບຸດແບບນັ້ນ? ພຣະອົງທັງສອງອາດບໍ່ໄດ້ຖືກແຍກກັນເປັນເວລາດົນ, ແຕ່ຜູ້ໃດຈະຮູ້ວ່າເປັນເວລາເທົ່າໃດມື້ ແລະ ຄືນທີ່ພຣະບິດາໄດ້ໄຝ່ຫາດ້ວຍຄວາມປາຖະໜາອັນເຈັບປວດ ແລະ ດົນປານໃດທີ່ພຣະອົງໄດ້ປາຖະໜາການກັບຄືນຢ່າງໂດຍໄວຂອງພຣະບຸດອັນເປັນທີ່ຮັກຂອງພຣະອົງ? ພຣະອົງສັງເກດເບິ່ງ, ພຣະອົງນັ່ງຢ່າງງຽບໆ ແລະ ພຣະອົງລໍຖ້າ; ບໍ່ມີຫຍັງທີ່ພຣະອົງເຮັດ ໂດຍບໍ່ແມ່ນເພື່ອເຫັນແກ່ການກັບຄືນໂດຍໄວຂອງພຣະບຸດອັນເປັນທີ່ຮັກຂອງພຣະອົງ. ພຣະບຸດໄດ້ພະເນຈອນສຸດຂອບແຜ່ນດິນໂລກ: ເມື່ອໃດພຣະອົງທັງສອງຈະມາຢູ່ຮ່ວມກັນໃໝ່? ເຖິງແມ່ນວ່າ ຫຼັງຈາກທີ່ໄດ້ຢູ່ຮ່ວມກັນໃໝ່ແລ້ວ ພຣະອົງທັງສອງຈະຢູ່ຮ່ວມກັນຕະຫຼອດໄປເປັນນິດ, ພຣະອົງຈະສາມາດອົດທົນຕໍ່ການແຍກຈາກກັນເປັນຫຼາຍພັນມື້ ແລະ ຄືນໄດ້ແນວໃດ ໂດຍທີ່ອົງໜຶ່ງຢູ່ສະຫວັນເບື້ອງເທິງ ແລະ ອີກອົງໜຶ່ງຢູ່ເທິງແຜ່ນດິນໂລກເບື້ອງລຸ່ມ? ຫຼາຍທົດສະວັດເທິງແຜ່ນດິນໂລກຮູ້ສຶກຄືກັບພັນປີໃນສະຫວັນ. ພຣະເຈົ້າພຣະບິດາຈະບໍ່ກັງວົນໄດ້ແນວໃດ? ເມື່ອພຣະເຈົ້າມາເທິງແຜ່ນດິນໂລກ, ພຣະອົງໄດ້ຜະເຊີນກັບການປ່ຽນແປງໃນໂລກມະນຸດຈົນນັບບໍ່ຖ້ວນ ເຊັ່ນດຽວກັບທີ່ມະນຸດໄດ້ຜະເຊີນ. ພຣະເຈົ້າໄຮ້ດຽງສາ, ແລ້ວເປັນຫຍັງພຣະອົງຈຶ່ງຄວນຖືກເຮັດໃຫ້ອົດທົນກັບຄວາມທໍລະມານເຊັ່ນດຽວກັບມະນຸດ? ບໍ່ແປກໃຈເລີຍວ່າເປັນຫຍັງພຣະເຈົ້າພຣະບິດາຈຶ່ງປາຖະໜາຫາພຣະບຸດຂອງພຣະອົງຢ່າງຮີບດ່ວນ; ຜູ້ໃດຈະສາມາດເຂົ້າໃຈຫົວໃຈຂອງພຣະເຈົ້າໄດ້? ພຣະເຈົ້າໄດ້ມອບໃຫ້ແກ່ມະນຸດຫຼາຍເກີນໄປ; ມະນຸດຈະຕອບແທນຫົວໃຈຂອງພຣະເຈົ້າຢ່າງພຽງພໍໄດ້ແນວໃດ? ຢ່າງໃດກໍຕາມ ມະນຸດມອບໃຫ້ແກ່ພຣະເຈົ້າເລັກນ້ອຍເກີນໄປ; ໃນເລື່ອງນີ້ ພຣະເຈົ້າຈະບໍ່ກັງວົນໄດ້ແນວໃດ?

ຫາໄດ້ຍາກທີ່ຈະມີຜູ້ໃດຜູ້ໜຶ່ງທ່າມກາງມະນຸດທີ່ເຂົ້າໃຈສະພາບຄວາມຄິດອັນຮີບດ່ວນຂອງພຣະເຈົ້າ, ຍ້ອນຄວາມສາມາດຂອງມະນຸດແມ່ນນ້ອຍເກີນໄປ ແລະ ຈິດວິນຍານຂອງພວກເຂົາກໍຂ້ອນຂ້າງມືດມົວ ແລະ ດ້ວຍເຫດນັ້ນ ພວກເຂົາທຸກຄົນຈຶ່ງບໍ່ເອົາໃຈໃສ່ ຫຼື ສົນໃຈໃນສິ່ງທີ່ພຣະເຈົ້າກຳລັງເຮັດ. ຍ້ອນເຫດຜົນນີ້, ພຣະເຈົ້າຈຶ່ງກັງວົນກ່ຽວກັບມະນຸດຢູ່ເລື້ອຍໆ, ຄືກັບວ່າທຳມະຊາດອັນຊົ່ວຊ້າຂອງມະນຸດສາມາດລະບາດອອກໄດ້ທຸກຊ່ວງເວລາ. ຈາກສິ່ງນີ້ ຄົນໆໜຶ່ງສາມາດເຫັນໄດ້ຢ່າງຊັດເຈນຍິ່ງຂຶ້ນວ່າ ການທີ່ພຣະເຈົ້າມາເທິງແຜ່ນດິນໂລກແມ່ນຕາມມາດ້ວຍການລໍ້ລວງຢ່າງໃຫຍ່ຫຼວງ. ແຕ່ເພື່ອເຫັນແກ່ການເຮັດໃຫ້ກຸ່ມຄົນໃດໜຶ່ງໄດ້ສົມບູນ, ພຣະເຈົ້າທີ່ເຕັມໄປດ້ວຍສະຫງ່າລາສີຢ່າງສົມບູນ ໄດ້ບອກມະນຸດເຖິງເຈດຕະນາທຸກຢ່າງຂອງພຣະອົງ, ບໍ່ເຊື່ອງຫຍັງຈາກເຂົາເລີຍ. ພຣະອົງໄດ້ຕັ້ງໃຈຢ່າງເດັດດ່ຽວເພື່ອເຮັດໃຫ້ຜູ້ຄົນກຸ່ມນີ້ບໍລິບູນ ແລະ ດ້ວຍເຫດນັ້ນ ບໍ່ວ່າຈະມີຄວາມລຳບາກ ຫຼື ການລໍ້ລວງໃດກໍຕາມ, ພຣະອົງກໍບໍ່ສົນໃຈ ແລະ ເມີນເສີຍຕໍ່ມັນທັງໝົດ. ພຣະອົງພຽງແຕ່ປະຕິບັດພາລະກິດຂອງພຣະອົງເອງຢ່າງງຽບໆ, ເຊື່ອຢ່າງໜັກແໜ້ນວ່າ ມື້ໜຶ່ງ ເມື່ອພຣະເຈົ້າໄດ້ຄອບຄອງສະຫງ່າລາສີຂອງພຣະອົງ, ມະນຸດກໍຈະຮູ້ຈັກພຣະອົງ ແລະ ເຊື່ອວ່າ ຫຼັງຈາກທີ່ມະນຸດຖືກເຮັດໃຫ້ບໍລິບູນໂດຍພຣະເຈົ້າ, ເຂົາກໍຈະເຂົ້າໃຈຫົວໃຈຂອງພຣະເຈົ້າຢ່າງແທ້ຈິງ. ໃນຕອນນີ້ອາດມີຜູ້ຄົນທີ່ລໍ້ລວງພຣະເຈົ້າ ຫຼື ເຂົ້າໃຈຜິດພຣະເຈົ້າ ຫຼື ກ່າວໂທດພຣະເຈົ້າ; ພຣະເຈົ້າກໍບໍ່ໄດ້ເກັບສິ່ງເຫຼົ່ານີ້ມາໃສ່ໃຈ. ເມື່ອພຣະເຈົ້າລົງມາສູ່ສະຫງ່າລາສີ, ທຸກຄົນກໍຈະເຂົ້າໃຈວ່າ ທຸກສິ່ງທີ່ພຣະເຈົ້າເຮັດແມ່ນເພື່ອຄວາມສຸກຂອງມະນຸດຊາດ ແລະ ພວກເຂົາທຸກຄົນຈະເຂົ້າໃຈວ່າ ທຸກສິ່ງທີ່ພຣະເຈົ້າເຮັດກໍແມ່ນເພື່ອໃຫ້ມະນຸດຊາດໄດ້ເອົາຊີວິດລອດໄດ້ດີຂຶ້ນ. ການມາຂອງພຣະເຈົ້ານໍາມາຍັງການລໍ້ລວງ ແລະ ການມາຂອງພຣະອົງຍັງໄດ້ນໍາມາຄວາມສະຫງ່າຜ່າເຜີຍ ແລະ ຄວາມໂກດຮ້າຍອີກດ້ວຍ. ໃນເວລາທີ່ພຣະເຈົ້າຈາກມະນຸດໄປ, ພຣະອົງກໍໄດ້ຄອບຄອງສະຫງ່າລາສີຂອງພຣະອົງຕັ້ງແຕ່ດົນແລ້ວ ແລະ ພຣະອົງກໍຈາກໄປດ້ວຍສະຫງ່າລາສີຢ່າງສົມບູນ ແລະ ດ້ວຍຄວາມປິຕິຍິນດີທີ່ໄດ້ກັບຄືນໄປ. ພຣະເຈົ້າທີ່ປະຕິບັດພາລະກິດເທິງແຜ່ນດິນໂລກບໍ່ໄດ້ເອົາສິ່ງຕ່າງໆມາໃສ່ໃຈ ບໍ່ວ່າຜູ້ຄົນຈະປະຕິເສດພຣະອົງແນວໃດກໍຕາມ. ພຣະອົງພຽງແຕ່ສືບຕໍ່ປະຕິບັດພາລະກິດຂອງພຣະອົງ. ການສ້າງໂລກຂອງພຣະເຈົ້າຍ້ອນກັບຄືນໄປຫຼາຍພັນປີ. ພຣະອົງໄດ້ມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນ ແລະ ພຣະອົງໄດ້ຜະເຊີນກັບການປະຕິເສດ ແລະ ການໃສ່ຮ້າຍປ້າຍສີຂອງໂລກມະນຸດຢ່າງເຕັມທີ່. ບໍ່ມີຜູ້ໃດຕ້ອນຮັບການມາເຖິງຂອງພຣະເຈົ້າ; ພຣະອົງຖືກທັກທາຍຢ່າງເຢືອກເຢັນ. ໃນຊ່ວງເວລາສອງສາມພັນປີຂອງການດຳເນີນຢ່າງຍາກລຳບາກ, ຄວາມປະພຶດຂອງມະນຸດໄດ້ເຮັດໃຫ້ພຣະເຈົ້າເຈັບປວດຢ່າງໜັກແຕ່ດົນແລ້ວ. ພຣະອົງບໍ່ສົນໃຈຕໍ່ຄວາມກະບົດຂອງຜູ້ຄົນ ແລະ ກົງກັນຂ້າມ ພຣະອົງໄດ້ວາງອີກແຜນການໜຶ່ງເພື່ອປ່ຽນແປງ ແລະ ຊໍາລະມະນຸດໃຫ້ບໍລິສຸດ. ການດູຖູກ, ການໃສ່ຮ້າຍປ້າຍສີ, ການຂົ່ມເຫັງ, ຄວາມລຳບາກຍາກແຄ້ນ, ການທົນທຸກແຫ່ງການຖືກຄຶງເທິງໄມ້ກາງແຂນ, ການເນລະເທດໂດຍມະນຸດ ແລະ ອື່ນໆອີກ, ເຊິ່ງພຣະເຈົ້າໄດ້ປະສົບພົບພໍ້ຕັ້ງແຕ່ທີ່ກາຍມາເປັນເນື້ອໜັງ: ພຣະເຈົ້າໄດ້ຊີມລົດຊາດສິ່ງເຫຼົ່ານີ້ຈົນພຽງພໍແລ້ວ ແລະ ສຳລັບຄວາມລໍາບາກໃນໂລກມະນຸດ, ພຣະເຈົ້າທີ່ກາຍມາເປັນເນື້ອໜັງແມ່ນໄດ້ທົນທຸກກັບທຸກສິ່ງເຫຼົ່ານີ້ຢ່າງເຕັມທີ່. ພຣະວິນຍານຂອງພຣະເຈົ້າພຣະບິດາໃນສະຫວັນໄດ້ຄົ້ນພົບຕັ້ງແຕ່ດົນແລ້ວວ່າ ພາບດັ່ງກ່າວແມ່ນບໍ່ສາມາດທົນໄດ້ ແລະ ພຣະອົງແກວ່ງຫົວພ້ອມທັງເລືອກຕາ ລໍຖ້າໃຫ້ພຣະບຸດອັນເປັນທີ່ຮັກຂອງພຣະອົງໄດ້ກັບຄືນມາ. ສິ່ງທີ່ພຣະອົງປາຖະໜາກໍມີພຽງໃຫ້ມະນຸດຊາດຟັງ ແລະ ເຊື່ອຟັງ, ແລະ ສາມາດທີ່ຈະເຊົາກະບົດຕໍ່ພຣະອົງ ໂດຍຮູ້ສຶກອັບອາຍທີ່ສຸດຕໍ່ໜ້າເນື້ອໜັງຂອງພຣະອົງ. ສິ່ງທີ່ພຣະອົງປາຖະໜາກໍມີພຽງແຕ່ໃຫ້ມະນຸດຊາດສາມາດເຊື່ອໃນການເປັນຢູ່ຂອງພຣະເຈົ້າ. ພຣະອົງໄດ້ຢຸດຮຽກຮ້ອງຫຼາຍຢ່າງຈາກມະນຸດຕັ້ງແຕ່ດົນແລ້ວ, ຍ້ອນພຣະເຈົ້າໄດ້ຈ່າຍລາຄາທີ່ແພງຫຼາຍ, ແຕ່ເຖິງຢ່າງນັ້ນ ມະນຸດກໍຍັງພັກຜ່ອນຢ່າງສະບາຍ[5] ແລະ ບໍ່ໃສ່ໃຈພາລະກິດຂອງພຣະເຈົ້າແມ່ນແຕ່ໜ້ອຍດຽວ.

ເຖິງແມ່ນສິ່ງຕ່າງໆທີ່ເຮົາກຳລັງເວົ້າໃນມື້ນີ້ກ່ຽວກັບພາລະກິດຂອງພຣະເຈົ້າອາດມີຫຼາຍຢ່າງທີ່ເປັນ “ຄວາມໄຮ້ສາລະທີ່ບໍ່ສົມເຫດສົມຜົນ”[6] ແຕ່ມັນກໍມີຄວາມຊັດເຈນຢ່າງເລິກເຊິ່ງສຳລັບທາງເຂົ້າຂອງມະນຸດ. ເຮົາພຽງແຕ່ເວົ້າບາງຢ່າງກ່ຽວກັບພາລະກິດ ແລະ ຫຼັງຈາກນັ້ນກໍເວົ້າບາງສິ່ງກ່ຽວກັບທາງເຂົ້າ, ແຕ່ທັງສອງດ້ານແມ່ນຂາດຈາກກັນບໍ່ໄດ້ ແລະ ເມື່ອລວມກັນ ພວກມັນຍິ່ງເປັນປະໂຫຍດຕໍ່ຊີວິດມະນຸດຫຼາຍຂຶ້ນ. ສອງດ້ານເຫຼົ່ານີ້ເຕີມເຕັມກັນ ແລະ ກັນ[7] ແລະ ມີປະໂຫຍດຢ່າງຫຼວງຫຼາຍ, ປ່ອຍໃຫ້ຜູ້ຄົນເຂົ້າໃຈຄວາມປະສົງຂອງພຣະເຈົ້າໄດ້ດີຂຶ້ນ ແລະ ເຮັດໃຫ້ສາມາດມີການສື່ສານລະຫວ່າງຜູ້ຄົນ ແລະ ພຣະເຈົ້າ. ຜ່ານການສົນທະນາກ່ຽວກັບພາລະກິດໃນມື້ນີ້, ຄວາມສຳພັນຂອງມະນຸດຊາດກັບພຣະເຈົ້າແມ່ນຖືກປັບປຸງເພີ່ມຂຶ້ນ, ມີຄວາມເຂົ້າໃຈຮ່ວມກັນເລິກເຊິ່ງຂຶ້ນ ແລະ ມະນຸດສາມາດຄຳນຶງ ແລະ ສົນໃຈໃນພາລະຂອງພຣະເຈົ້າຫຼາຍຍິ່ງຂຶ້ນ; ມະນຸດຖືກເຮັດໃຫ້ຮູ້ສຶກໃນສິ່ງທີ່ພຣະເຈົ້າໄດ້ຮູ້ສຶກ, ໝັ້ນໃຈຍິ່ງຂຶ້ນວ່າພວກເຂົາຈະຖືກປ່ຽນແປງໂດຍພຣະເຈົ້າ ແລະ ລໍຖ້າການປາກົດອີກຄັ້ງຂອງພຣະເຈົ້າ. ນີ້ຄືສິ່ງດຽວທີ່ພຣະເຈົ້າໄດ້ຮຽກຮ້ອງຈາກມະນຸດໃນປັດຈຸບັນ, ນັ້ນກໍຄື ເພື່ອດຳລົງຊີວິດຕາມລັກສະນະຂອງຜູ້ທີ່ຮັກພຣະເຈົ້າ, ເຮັດແບບນັ້ນເພື່ອວ່າ ແສງສະຫວ່າງຂອງຜະລຶກແຫ່ງສະຕິປັນຍາຂອງພຣະເຈົ້າຈະສົ່ງແສງແວວວາວໃນຍຸກແຫ່ງຄວາມມືດມົວ ແລະ ເພື່ອວ່າການດຳລົງຊີວິດຂອງມະນຸດອາດຈະສ້າງບົດແສງສະຫວ່າງໃນພາລະກິດຂອງພຣະເຈົ້າໄວ້ ແລະ ສ່ອງແສງຕະຫຼອດໄປໃນທິດຕາເວັນອອກຂອງແຜ່ນດິນໂລກ, ບັນຊາຄວາມສົນໃຈຂອງໂລກ ແລະ ການຍ້ອງຍໍສັນລະເສີນຂອງທຸກຄົນ. ແນ່ນອນທີ່ສຸດ ສິ່ງນີ້ແມ່ນທາງເຂົ້າທີ່ດີກວ່າສຳລັບຄົນໃນຍຸກປັດຈຸບັນຜູ້ທີ່ຮັກພຣະເຈົ້າ.

ໝາຍເຫດ:

1. “ກຳລັງເບັ່ງກ້າມຂອງພວກເຂົາ ແລະ ກຽມພ້ອມສຳລັບການຕໍ່ສູ້” ແມ່ນໃຊ້ເພື່ອເຍາະເຍີ້ຍ.

2. “ຄວາມຜິດປົກກະຕິ” ໝາຍຄວາມວ່າ ທາງເຂົ້າຂອງຜູ້ຄົນແມ່ນຜິດປົກກະຕິ ແລະ ປະສົບການຂອງພວກເຂົາແມ່ນລຳອຽງ.

3. “ທາງຕັນ” ໝາຍຄວາມວ່າ ເສັ້ນທາງທີ່ຜູ້ຄົນກຳລັງຍ່າງແມ່ນຂັດກັບຄວາມປະສົງຂອງພຣະເຈົ້າ.

4. “ຢຸດເຊົາທ່າທີໂດຍປົກກະຕິຂອງພວກເຂົາ” ໝາຍເຖິງວິທີທີ່ແນວຄິດ ແລະ ມຸມມອງຂອງຜູ້ຄົນກ່ຽວກັບພຣະເຈົ້າໄດ້ປ່ຽນແປງໄປ ຫຼັງຈາກທີ່ພວກເຂົາໄດ້ມາຮູ້ຈັກກັບພຣະເຈົ້າ.

5. “ພັກຜ່ອນຢ່າງສະບາຍ” ໝາຍຄວາມວ່າ ຜູ້ຄົນເສີຍເມີຍຕໍ່ພາລະກິດຂອງພຣະເຈົ້າ ແລະ ບໍ່ຖືວ່າພາລະກິດນັ້ນເປັນສິ່ງສຳຄັນ.

6. “ຄວາມໄຮ້ສາລະທີ່ບໍ່ສົມເຫດສົມຜົນ” ໝາຍຄວາມວ່າ ໂດຍພື້ນຖານແລ້ວ ຜູ້ຄົນບໍ່ສາມາດຄົ້ນພົບພື້ນຖານຂອງພຣະທຳທີ່ພຣະເຈົ້າກ່າວ ແລະ ບໍ່ຮູ້ຫຍັງກ່ຽວກັບສິ່ງທີ່ພຣະເຈົ້າກຳລັງເວົ້າ. ວະລີນີ້ແມ່ນໃຊ້ເພື່ອເວົ້າເຍາະເຍີ້ຍ.

7. “ເຕີມເຕັມກັນ ແລະ ກັນ” ໝາຍຄວາມວ່າ ການລວມທັງ “ພາລະກິດ” ແລະ “ທາງເຂົ້າ” ໃນການສົນທະນາຈະຍິ່ງເປັນປະໂຫຍດສຳລັບຄວາມຮູ້ຂອງພວກເຮົາກ່ຽວກັບພຣະເຈົ້າ.

ກ່ອນນີ້: ພາລະກິດ ແລະ ທາງເຂົ້າ (3)

ຕໍ່ໄປ: ພາລະກິດ ແລະ ທາງເຂົ້າ (5)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້