ພຣະເຈົ້າຕຣີເອການຸພາບມີແທ້ບໍ?

ຫຼັງຈາກຄວາມຈິງຂອງພຣະເຢຊູໄດ້ກາຍມາເປັນເນື້ອໜັງ, ມະນຸດກໍ່ເຊື່ອວ່າໃນສະຫວັນແມ່ນບໍ່ໄດ້ມີພຽງແຕ່ພຣະບິດາ, ແຕ່ຍັງມີພຣະບຸດ ແລະ ແມ່ນແຕ່ພຣະວິນຍານ. ນີ້ຄືແນວຄິດຕາມປະເພນີທີ່ມະນຸດມີ ຄືມີພຣະເຈົ້າແບບນີ້ທີ່ຢູ່ໃນສະຫວັນ: ພຣະເຈົ້າຕຣີເອການຸພາບທີ່ເປັນພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມະນຸດຊາດທັງປວງມີແນວຄິດເຫຼົ່ານີ້: ພຣະເຈົ້າເປັນພຣະເຈົ້າອົງດຽວ, ແຕ່ປະກອບມີສາມພາກສ່ວນ ເຊິ່ງທຸກຄົນເຫຼົ່ານັ້ນທີ່ຝັງເລິກຢ່າງໜ້າເສົ້າໃຈຢູ່ກັບແນວຄິດດັ່ງເດີມຖືວ່າມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງແຕ່ສາມສ່ວນເຫຼົ່ານັ້ນລວມກັນເປັນໜຶ່ງເທົ່ານັ້ນ ຈຶ່ງຈະເປັນພຣະເຈົ້າທັງໝົດ. ຫາກປາສະຈາກພຣະບິດາບໍລິສຸດ, ພຣະເຈົ້າກໍຈະບໍ່ສົມບູນ. ໃນທຳນອງດຽວກັນ, ພຣະເຈົ້າກໍຈະບໍ່ສົມບູນເຊັ່ນກັນ ຖ້າປາສະຈາກພຣະບຸດ ຫຼື ພຣະວິນຍານບໍລິສຸດ. ໃນແນວຄິດຂອງພວກເຂົາ, ພວກເຂົາເຊື່ອວ່າ ພຣະບິດາພຽງອົງດຽວ ຫຼື ພຣະບຸດພຽງອົງດຽວ ບໍ່ສາມາດຖືວ່າເປັນພຣະເຈົ້າໄດ້. ມີພຽງແຕ່ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຮ່ວມກັນເທົ່ານັ້ນ ຈຶ່ງຖືວ່າເປັນພຣະເຈົ້າເອງ. ບັດນີ້ ຜູ້ເຊື່ອສາສະໜາທຸກຄົນ ແລະ ແມ່ນແຕ່ຜູ້ຕິດຕາມແຕ່ລະຄົນທີ່ຢູ່ທ່າມກາງພວກເຈົ້າ ແມ່ນມີຄວາມເຊື່ອແບບນີ້. ແຕ່ສຳລັບເລື່ອງທີ່ວ່າ ຄວາມເຊື່ອນີ້ຖືກຕ້ອງ ຫຼື ບໍ່ນັ້ນ, ບໍ່ມີໃຜສາມາດອະທິບາຍໄດ້ ຍ້ອນພວກເຈົ້າສັບສົນກ່ຽວກັບເລື່ອງຂອງພຣະເຈົ້າເອງຢູ່ສະເໝີ. ເຖິງແມ່ນສິ່ງເຫຼົ່ານີ້ຄືແນວຄິດ, ພວກເຈົ້າກໍບໍ່ຮູ້ວ່າ ສິ່ງເຫຼົ່ານີ້ຖືກ ຫຼື ຜິດ, ຍ້ອນວ່າພວກເຈົ້າຖືກກະທົບໂດຍແນວຄິດທາງສາສະໜາຢ່າງຮຸນແຮງເກີນໄປ. ພວກເຈົ້າໄດ້ຮັບເອົາແນວຄິດຕາມປະເພນີຂອງສາສະໜາຫຼາຍເກີນໄປ ແລະ ພິດນີ້ກໍໄດ້ຊຶມລົງເລິກເຂົ້າພາຍໃນຕົວພວກເຈົ້າ. ສະນັ້ນ, ໃນເລື່ອງນີ້ເຊັ່ນກັນ ພວກເຈົ້າແມ່ນໄດ້ຍອມຈໍານົນຕໍ່ອິດທິພົນທີ່ເປັນອັນຕະລາຍນີ້, ຍ້ອນພຣະເຈົ້າຕຣີເອການຸພາບບໍ່ມີຢູ່ຈິງແທ້ໆ. ນັ້ນກໍຄື ພຣະເຈົ້າຕຣີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດນັ້ນບໍ່ມີຢູ່ຈິງແທ້ໆ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນແນວຄິດຕາມປະເພນີຂອງມະນຸດ ແລະ ຄວາມເຊື່ອທີ່ບໍ່ຖືກຕ້ອງຂອງມະນຸດ. ຕະຫຼອດຫຼາຍສັດຕະວັດ, ມະນຸດໄດ້ເຊື່ອໃນພຣະເຈົ້າຕຣີເອການຸພາບນີ້, ເນລະມິດຂຶ້ນຈາກແນວຄິດທີ່ຢູ່ໃນຄວາມຄິດຂອງມະນຸດ, ປັ້ນແຕ່ງຂຶ້ນໂດຍມະນຸດ ແລະ ເປັນສິ່ງທີ່ມະນຸດບໍ່ເຄີຍເຫັນມາກ່ອນ. ຕະຫຼອດເວລາຫຼາຍປີທີ່ຜ່ານມາ, ມີຜູ້ອະທິບາຍພຣະຄຳພີຫຼາຍຄົນທີ່ໄດ້ອະທິບາຍ “ຄວາມໝາຍແທ້ຈິງ” ຂອງພຣະເຈົ້າຕຣີເອການຸພາບ, ແຕ່ການອະທິບາຍດັ່ງກ່າວກ່ຽວກັບພຣະເຈົ້າຕຣີເອການຸພາບວ່າມີຕົວຕົນສາມຢ່າງທີ່ແຕກຕ່າງກັນໃນຮ່າງກາຍດຽວແມ່ນບໍ່ແນ່ນອນ ແລະ ບໍ່ຊັດເຈນ ແລະ ຜູ້ຄົນລ້ວນແລ້ວແຕ່ສັບສົນກັບ “ໂຄງສ້າງ” ຂອງພຣະເຈົ້າ. ບໍ່ມີມະນຸດທີ່ຍິ່ງໃຫຍ່ຄົນໃດເຄີຍອະທິບາຍໄດ້ຢ່າງລະອຽດ; ການອະທິບາຍສ່ວນໃຫຍ່ແມ່ນພຽງຜ່ານມາດຕະຖານໃນເລື່ອງຂອງການໃຫ້ເຫດຜົນ ແລະ ບົດຄວາມ, ແຕ່ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ມີຄວາມເຂົ້າໃຈກ່ຽວກັບຄວາມໝາຍນີ້ໄດ້ຢ່າງຊັດເຈນສົມບູນ. ນີ້ກໍຍ້ອນວ່າ ພຣະເຈົ້າຕຣີເອການຸພາບທີ່ຍິ່ງໃຫຍ່ ຢູ່ໃນຫົວໃຈຂອງມະນຸດນັ້ນແມ່ນບໍ່ມີຈິງແທ້ໆ. ຍ້ອນວ່າ ບໍ່ມີໃຜເຄີຍເຫັນໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ຫຼື ໂຊກດີພໍທີ່ຈະຂຶ້ນໄປຢ້ຽມຢາມບ່ອນຢູ່ອາໄສຂອງພຣະເຈົ້າເພື່ອກວດສອບສິ່ງທີ່ມີຢູ່ໃນບ່ອນທີ່ພຣະເຈົ້ານອນ, ເພື່ອສໍາຫຼວດເບິ່ງວ່າມີຈັກສິບພັນຄົນ ຫຼື ມີຈັກຮ້ອຍລ້ານຮຸ່ນຄົນອາໄສຢູ່ “ເຮືອນຂອງພຣະເຈົ້າ” ຫຼື ສືບສວນວ່າ ມີເທົ່າໃດພາກສ່ວນທີ່ປະກອບເຂົ້າເປັນໂຄງສ້າງໂດຍທຳມະຊາດຂອງພຣະເຈົ້າ. ສິ່ງຫຼັກໆທີ່ຕ້ອງການກວດສອບຄືສິ່ງນີ້: ອາຍຸຂອງພຣະບິດາ ແລະ ພຣະບຸດ ພ້ອມທັງພຣະວິນຍານບໍລິສຸດ; ການປາກົດຕົວຂອງແຕ່ລະຕົວຕົນ; ທັງສາມພຣະອົງແຍກອອກຈາກກັນແນວໃດແທ້ໆ ແລະ ພຣະອົງທັງສາມຖືກເຮັດໃຫ້ກາຍເປັນໜຶ່ງໄດ້ແນວໃດ. ຊ່າງໂຊກບໍ່ດີແທ້ໆ, ໃນຕະຫຼອດຫຼາຍປີເຫຼົ່ານີ້, ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ເຄີຍສາມາດກຳນົດຄວາມຈິງຂອງເລື່ອງເຫຼົ່ານີ້ໄດ້. ສິ່ງເຫຼົ່ານັ້ນລ້ວນແລ້ວແຕ່ເປັນການເດົາເທົ່ານັ້ນ ຍ້ອນບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ເຄີຍຂຶ້ນໄປຢ້ຽມຢາມສະຫວັນ ແລະ ກັບມາພ້ອມກັບ “ບົດລາຍງານສືບສວນ” ເພື່ອໃຫ້ມະນຸດຊາດທັງປວງໄດ້ລາຍງານເຖິງຄວາມຈິງກ່ຽວກັບບັນຫານີ້ຕໍ່ຜູ້ເຊື່ອສາສະໜາທຸກຄົນທີ່ຮ້ອນຮົນ ແລະ ມີສັດທາແຮງກ້າກ່ຽວກັບພຣະເຈົ້າຕຣີເອການຸພາບ. ແນ່ນອນ, ບໍ່ສາມາດກ່າວໂທດມະນຸດທີ່ມີແນວຄິດແບບນັ້ນ ຍ້ອນວ່າ ເປັນຫຍັງພຣະເຢໂຮວາ ພຣະບິດາຈຶ່ງບໍ່ໃຫ້ພຣະເຢຊູພຣະບຸດຢູ່ກັບພຣະອົງ ເມື່ອພຣະອົງສ້າງມະນຸດຊາດ? ໃນຕອນເລີ່ມຕົ້ນ ຖ້າທຸກສິ່ງດຳເນີນໄປດ້ວຍນາມຂອງພຣະເຢໂຮວາ, ມັນກໍຈະດີກວ່ານີ້. ຖ້າຕ້ອງກ່າວໂທດ, ໃຫ້ກ່າວໂທດໃສ່ການລະເລີຍຊົ່ວໄລຍະໜຶ່ງຂອງພຣະເຈົ້າເຢໂຮວາ ທີ່ພຣະອົງບໍ່ເອີ້ນພຣະບຸດ ແລະ ພຣະວິນຍານບໍລິສຸດໃຫ້ມາຢູ່ຕໍ່ໜ້າພຣະອົງໃນເວລາແຫ່ງການເນລະມິດສ້າງ, ແຕ່ກົງກັນຂ້າມ ພຣະອົງປະຕິບັດພາລະກິດຂອງພຣະອົງພຽງຜູ້ດຽວ. ຖ້າພຣະອົງທັງສາມລ້ວນແລ້ວແຕ່ປະຕິບັດພາລະກິດໃນເວລາດຽວກັນ, ແລ້ວພຣະອົງທັງສາມຈະບໍ່ກາຍເປັນໜຶ່ງບໍ? ຕັ້ງແຕ່ຕົ້ນຈົນຈົບ, ຖ້າມີພຽງແຕ່ນາມຂອງພຣະເຢໂຮວາ ແລະ ບໍ່ມີນາມຂອງພຣະເຢຊູຈາກຍຸກແຫ່ງພຣະຄຸນ ຫຼື ຖ້າພຣະອົງຍັງຖືກເອີ້ນວ່າພຣະເຢໂຮວາ, ແລ້ວພຣະເຈົ້າຈະບໍ່ໄດ້ຖືກຫຼີກເວັ້ນຈາກການທົນທຸກກັບການແບ່ງແຍກໂດຍມະນຸດຊາດບໍ? ເພື່ອໃຫ້ແນ່ໃຈ ພຣະເຢໂຮວາຈະບໍ່ຖືກກ່າວໂທດຍ້ອນສິ່ງນີ້ທັງໝົດ; ຖ້າຕ້ອງກ່າວໂທດ, ກໍຕ້ອງກ່າວໂທດໃສ່ພຣະວິນຍານບໍລິສຸດ ຜູ້ທີ່ສືບຕໍ່ພາລະກິດຂອງພຣະອົງເປັນເວລາຫຼາຍພັນປີດ້ວຍໃນນາມຂອງພຣະເຢໂຮວາ, ຂອງພຣະເຢຊູ ແລະ ແມ່ນແຕ່ຂອງພຣະວິນຍານບໍລິສຸດ, ເຮັດໃຫ້ມະນຸດມຶນງົງ ແລະ ສັບສົນ ຈົນມະນຸດບໍ່ຮູ້ຈັກວ່າແມ່ນໃຜຄືພຣະເຈົ້າກັນແທ້. ຖ້າພຣະວິນຍານບໍລິສຸດປະຕິບັດພາລະກິດດ້ວຍພຣະອົງເອງໂດຍປາສະຈາກຮູບຮ່າງ ຫຼື ລັກສະນະ ແລະ ຍິ່ງໄປກວ່ານັ້ນ ໂດຍປາສະຈາກຊື່ ເຊັ່ນ: ພຣະເຢຊູ ແລະ ມະນຸດບໍ່ສາມາດສຳຜັດໄດ້ ຫຼື ເຫັນພຣະອົງ, ພຽງແຕ່ໄດ້ຍິນສຽງຟ້າຮ້ອງ, ແລ້ວພາລະກິດປະເພດນີ້ຈະບໍ່ເປັນປະໂຫຍດຕໍ່ມະນຸດຊາດຫຼາຍກວ່າບໍ? ແລ້ວຈະສາມາດເຮັດຫຍັງໄດ້ແດ່ໃນຕອນນີ້? ແນວຄິດຂອງມະນຸດໄດ້ສະສົມສູງສໍ່າພູເຂົາ ແລະ ກວ້າງສໍ່າທະເລ, ຈົນເຖິງຂັ້ນທີ່ວ່າ ພຣະເຈົ້າແຫ່ງປັດຈຸບັນບໍ່ອົດທົນຕໍ່ແນວຄິດເຫຼົ່ານັ້ນອີກຕໍ່ໄປ ແລະ ເຮັດຫຍັງບໍ່ຖືກເລີຍ. ໃນອະດີດ ເມື່ອມີພຣະເຢໂຮວາ, ພຣະເຢຊູ ແລະ ມີພຣະວິນຍານບໍລິສຸດທີ່ຢູ່ໃນທ່າມກາງຂອງສອງພຣະອົງ, ມະນຸດແມ່ນເຮັດຫຍັງບໍ່ຖືກກ່ຽວກັບວິທີຮັບມື ແລະ ປັດຈຸບັນ ພັດມີອົງຊົງລິດທານຸພາບສູງສຸດເພິ່ມອີກ ຜູ້ທີ່ເວົ້າໄດ້ວ່າເປັນສ່ວນໜຶ່ງຂອງພຣະເຈົ້າອີກຄົນ. ແມ່ນໃຜແດ່ທີ່ຮູ້ຈັກວ່າພຣະອົງແມ່ນໃຜ ແລະ ພຣະອົງເປັນລັກປະປົນໄປກັບຕົວຕົນໃດຂອງພຣະເຈົ້າຕຣີເອການຸພາບ ຫຼື ລີ້ຢູ່ພາຍໃນເປັນເວລາຈັກປີ? ມະນຸດຈະສາມາດແບກຮັບສິ່ງນີ້ໄດ້ແນວໃດ? ພຣະເຈົ້າຕຣີເອການຸພາບຢ່າງດຽວແມ່ນພຽງພໍທີ່ຈະເຮັດໃຫ້ມະນຸດໃຊ້ທັງຊີວິດເພື່ອອະທິບາຍ, ແຕ່ປັດຈຸບັນນີ້ ມີ “ພຣະເຈົ້າໜຶ່ງອົງໃນສີ່ຕົວຕົນ”. ແລ້ວຈະອະທິບາຍສິ່ງນີ້ໄດ້ແນວໃດ? ເຈົ້າສາມາດອະທິບາຍສິ່ງນີ້ບໍ? ອ້າຍເອື້ອຍນ້ອງເອີຍ! ພວກເຈົ້າເຊື່ອໃນພຣະເຈົ້າປະເພດດັ່ງກ່າວຈົນເຖິງປັດຈຸບັນໄດ້ແນວໃດ? ເຮົາຊື່ນຊົມພວກເຈົ້າຫຼາຍ. ພຣະເຈົ້າຕຣີເອການຸພາບກໍພໍທີ່ຈະຮັບໄດ້; ພວກເຈົ້າຈະສາມາດສືບຕໍ່ມີຄວາມເຊື່ອຢ່າງໝັ້ນຄົງໃນພຣະເຈົ້າໜຶ່ງອົງໃນສີ່ຕົວຕົນໄດ້ແນວໃດ? ພວກເຈົ້າຖືກຜັກດັນໃຫ້ອອກໄປ, ແຕ່ພວກເຈົ້າປະຕິເສດ. ຊ່າງເຫຼືອເຊື່ອ! ພວກເຈົ້າຈັງແມ່ນຄັກຫຼາຍ! ບຸກຄົນໜຶ່ງເຖິງກັບເຊື່ອໃນພຣະເຈົ້າສີ່ອົງ ແລະ ບໍ່ເຂົ້າໃຈໃນສິ່ງນັ້ນເລີຍ; ພວກເຈົ້າບໍ່ຄິດບໍວ່າ ນີ້ຄືສິ່ງອັດສະຈັນ? ເມື່ອຫຼຽວເບິ່ງເຈົ້າ, ບໍ່ມີຜູ້ໃດຈະຮູ້ວ່າພວກເຈົ້າສາມາດເຮັດການອັດສະຈັນທີ່ຍິ່ງໃຫຍ່ແບບນັ້ນໄດ້! ຕາມຄວາມຈິງແລ້ວ ເຮົາຂໍບອກພວກເຈົ້າວ່າ ພຣະເຈົ້າຕຣີເອການຸພາບບໍ່ມີຢູ່ຈິງບໍ່ວ່າຢູ່ບ່ອນໃດກໍຕາມໃນຈັກກະວານນີ້. ພຣະເຈົ້າບໍ່ມີພຣະບິດາ ແລະ ບໍ່ມີພຣະບຸດ, ແຮງໄກທີ່ຈະມີແນວຄິດທີ່ພຣະບິດາ ແລະ ພຣະບຸດຮ່ວມກັນໃຊ້ພຣະວິນຍານບໍລິສຸດເປັນເຄື່ອງມື. ທຸກສິ່ງເຫຼົ່ານີ້ແມ່ນຄວາມເຊື່ອທີ່ຜິດທີ່ສຸດໃນໂລກນີ້ ແລະ ພຽງແຕ່ບໍ່ມີຢູ່ຈິງ! ເຖິງຢ່າງໃດກໍຕາມ ຄວາມເຊື່ອທີ່ຜິດແມ່ນມີຕົ້ນກຳເນີດຂອງມັນ ແລະ ບໍ່ແມ່ນວ່າບໍ່ມີພື້ນຖານຫຍັງທັງໝົດ, ຍ້ອນວ່າ ຄວາມຄິດຂອງພວກເຈົ້າບໍ່ທຳມະດາ ແລະ ຄວາມຄິດຂອງພວກເຈົ້າບໍ່ໄດ້ປາສະຈາກເຫດຜົນ. ກົງກັນຂ້າມ, ພວກມັນຂ້ອນຂ້າງເໝາະສົມ ແລະ ສະຫຼາດພໍສົມຄວນ ຈົນພວກມັນສາມາດຕໍ່ຕ້ານແມ່ນແຕ່ກັບຊາຕານ. ໜ້າເວດທະນາກໍຄື ຄວາມຄິດເຫຼົ່ານີ້ແມ່ນຄວາມຄິດຜິດທັງໝົດ ແລະ ບໍ່ມີຢູ່ຈິງແທ້ໆ! ພວກເຈົ້າບໍ່ໄດ້ເຫັນຄວາມຈິງທີ່ແທ້ຈິງເລີຍ; ພວກເຈົ້າພຽງແຕ່ສ້າງການຄາດເດົາ ແລະ ຈິນຕະນາການຂຶ້ນ, ແລ້ວກໍປັ້ນແຕ່ງມັນໃຫ້ເປັນເລື່ອງລາວເພື່ອຫຼອກລວງເອົາຄວາມໄວ້ວາງໃຈຂອງຄົນອື່ນ ແລະ ເພື່ອມີອຳນາດເໜືອມະນຸດທີ່ໂງ່ຈ້າ ທີ່ສຸດ ທີ່ຂາດສະຕິປັນຍາ ຫຼື ເຫດຜົນ, ເພື່ອວ່າພວກເຂົາຈະເຊື່ອໃນ “ຄຳສັ່ງສອນອັນຊ່ຽວຊານ” ທີ່ຍິ່ງໃຫຍ່ ແລະ ມີຊື່ສຽງຂອງພວກເຈົ້າ. ນີ້ແມ່ນຄວາມຈິງບໍ? ນີ້ແມ່ນຫົນທາງແຫ່ງຊີວິດທີ່ມະນຸດຄວນໄດ້ຮັບບໍ? ມັນໄຮ້ສາລະທັງໝົດ! ບໍ່ມີແມ່ນແຕ່ຄຳເວົ້າດຽວທີ່ເໝາະສົມ! ຕະຫຼອດຫຼາຍປີທີ່ຜ່ານມາ, ພຣະເຈົ້າຖືກພວກເຈົ້າແຍກອອກໃນລັກສະນະນີ້, ຖືກແຍກອອກໃຫ້ໄກອອກໄປເລື້ອຍໆໃນແຕ່ລະຮຸ່ນຄົນ, ຈົນເຖິງຂັ້ນທີ່ວ່າພຣະເຈົ້າອົງດຽວຖືກແບ່ງອອກເປັນພຣະເຈົ້າສາມອົງຢ່າງເປີດເຜີຍ. ແລ້ວບັດນີ້ ມັນກໍເປັນໄປບໍ່ໄດ້ສຳລັບມະນຸດທີ່ຈະລວມພຣະເຈົ້າໃຫ້ເຂົ້າເປັນໜຶ່ງດຽວ, ຍ້ອນພວກເຈົ້າໄດ້ແຍກພຣະອົງອອກດີເກີນໄປ! ຖ້າບໍ່ແມ່ນເພື່ອພາລະກິດອັນຮີບດ່ວນຂອງເຮົາ ກ່ອນທີ່ມັນຈະຊ້າເກີນໄປ, ມັນຍາກທີ່ຈະເວົ້າໄດ້ວ່າ ອີກດົນປານໃດພວກເຈົ້າຈະສືບຕໍ່ປະຕິບັດແບບນີ້ຢ່າງບໍ່ມີຢາງອາຍ! ຖ້າຈະສືບຕໍ່ແຍກພຣະເຈົ້າອອກໃນລັກສະນະນີ້, ພຣະອົງຈະຍັງເປັນພຣະເຈົ້າຂອງພວກເຈົ້າຢູ່ບໍ? ພວກເຈົ້າຍັງຈະຮັບຮູ້ພຣະເຈົ້າຢູ່ບໍ? ພວກເຈົ້າຍັງຈະພົບເຫັນຕົ້ນກຳເນີດຂອງພຣະອົງຢູ່ບໍ? ຖ້າເຮົາມາເຖິງຊ້າກວ່ານີ້, ມັນເປັນໄປໄດ້ທີ່ພວກເຈົ້າຈະສົ່ງ “ພຣະບິດາ ແລະ ພຣະບຸດ”, ພຣະເຢໂຮວາ ແລະ ພຣະເຢຊູກັບຄືນສູ່ອິດສະຣາເອນ ແລະ ອ້າງວ່າ ພວກເຈົ້າເອງເປັນສ່ວນໜຶ່ງຂອງພຣະເຈົ້າ. ຍັງໂຊກດີ, ປັດຈຸບັນນີ້ ຄືຍຸກສຸດທ້າຍ. ໃນທີ່ສຸດ, ມື້ທີ່ເຮົາໄດ້ລໍຖ້າມາດົນກໍມາເຖິງແລ້ວ ແລະ ພຽງແຕ່ຫຼັງຈາກທີ່ເຮົາປະຕິບັດພາລະກິດຂັ້ນຕອນນີ້ດ້ວຍມືຂອງເຮົາເອງ ການທີ່ພວກເຈົ້າແຍກພຣະເຈົ້າເອງອອກກໍຈະຢຸດ. ຖ້າບໍ່ແມ່ນຍ້ອນສິ່ງນີ້, ພວກເຈົ້າກໍຈະຮ້າຍແຮງຂຶ້ນ ເຖິງກັບຍົກຊາຕານທຸກຕົນຢູ່ທ່າມກາງພວກເຈົ້າຂຶ້ນເທິງໂຕະເພື່ອນະມັດສະການ. ນີ້ແມ່ນອຸບາຍຂອງພວກເຈົ້າ! ນີ້ແມ່ນວິທີການທີ່ພວກເຈົ້າແຍກພຣະເຈົ້າ! ພວກເຈົ້າຈະສືບຕໍ່ເຮັດແບບນັ້ນຢູ່ບໍໃນຕອນນີ້? ໃຫ້ເຮົາຖາມພວກເຈົ້າວ່າ: ມີພຣະເຈົ້າຈັກອົງ? ພຣະເຈົ້າອົງໃດທີ່ຈະນໍາຄວາມລອດພົ້ນມາສູ່ພວກເຈົ້າ? ເປັນພຣະເຈົ້າອົງທຳອິດ, ອົງທີສອງ ຫຼື ອົງທີສາມທີ່ພວກເຈົ້າອະທິຖານຫາຢູ່ສະເໝີ? ພວກເຈົ້າເຊື່ອໃນພຣະເຈົ້າອົງໃດຢູ່ຕະຫຼອດເວລາ? ເປັນພຣະບິດາບໍ? ຫຼື ພຣະບຸດ? ຫຼື ເປັນພຣະວິນຍານບໍລິສຸດ? ໃຫ້ບອກເຮົາແດ່ວ່າແມ່ນໃຜທີ່ເຈົ້າເຊື່ອ. ເຖິງແມ່ນດ້ວຍເຈົ້າເວົ້າທຸກຄຳວ່າເຈົ້າເຊື່ອໃນພຣະເຈົ້າ, ສິ່ງທີ່ພວກເຈົ້າເຊື່ອແທ້ໆແມ່ນສະໝອງຂອງພວກເຈົ້າເອງ! ພວກເຈົ້າແມ່ນບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຈົ້າແທ້ໆ! ແຕ່ ໃນຄວາມຄິດຂອງພວກເຈົ້າແມ່ນມີ ພຣະເຈົ້າຕຣີເອການຸພາບ ຢູ່ຢ່າງຫຼວງຫຼາຍ! ພວກເຈົ້າບໍ່ເຫັນດີນໍາບໍ?

ຖ້າສາມຂັ້ນຕອນຂອງພາລະກິດຖືກປະເມີນຕາມແນວຄິດນີ້ທີ່ວ່າ ມີພຣະເຈົ້າຕຣີເອການຸພາບ, ດັ່ງນັ້ນ ກໍຕ້ອງມີພຣະເຈົ້າສາມພຣະອົງ ເພາະວ່າ ພາລະກິດທີ່ແຕ່ລະພຣະອົງປະຕິບັດແມ່ນບໍ່ຄືກັນ. ຖ້າມີຜູ້ໃດກໍຕາມໃນທ່າມກາງພວກເຈົ້າເວົ້າວ່າ ພຣະເຈົ້າສາມພຣະພາກມີແທ້ຈິງຢ່າງແນ່ນອນ, ແລ້ວໃຫ້ອະທິບາຍວ່າ ພຣະເຈົ້າໜຶ່ງດຽວທີ່ຢູ່ໃນສາມຕົວຕົນນີ້ແມ່ນຫຍັງແທ້ໆ. ແມ່ນຫຍັງຄືພຣະບິດາບໍລິສຸດ? ພຣະບຸດແມ່ນຫຍັງ? ພຣະວິນຍານບໍລິສຸດແມ່ນຫຍັງ? ພຣະເຢໂຮວາແມ່ນພຣະບິດາບໍລິສຸດບໍ? ພຣະເຢຊູແມ່ນພຣະບຸດບໍ? ແລ້ວພຣະວິນຍານບໍລິສຸດເດ? ພຣະບິດາບໍ່ແມ່ນພຣະວິນຍານບໍ? ແກ່ນແທ້ຂອງພຣະບຸດບໍ່ແມ່ນພຣະວິນຍານເຊັ່ນກັນບໍ? ພາລະກິດຂອງພຣະເຢຊູບໍ່ແມ່ນພາລະກິດຂອງພຣະວິນຍານບໍລິສຸດບໍ? ພາລະກິດຂອງພຣະເຢໂຮວາໃນເວລານັ້ນ ບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານຄືກັນກັບພຣະເຢຊູບໍ? ພຣະເຈົ້າສາມາດມີພຣະວິນຍານໄດ້ຈັກອົງ? ອີງຕາມຄຳອະທິບາຍຂອງເຈົ້າ, ສາມຕົວຕົນທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນອັນໜຶ່ງອັນດຽວກັນ; ຖ້າເປັນແບບນີ້ ແລ້ວກໍມີພຣະວິນຍານສາມອົງ, ແຕ່ການມີພຣະວິນຍານສາມອົງແມ່ນໝາຍຄວາມວ່າມີພຣະເຈົ້າສາມອົງ. ສິ່ງນີ້ໝາຍຄວາມວ່າບໍ່ມີພຣະເຈົ້າທີ່ແທ້ຈິງໜຶ່ງດຽວ; ພຣະເຈົ້າປະເພດນີ້ຈະຍັງສາມາດມີແກ່ນແທ້ໂດຍທຳມະຊາດຂອງພຣະເຈົ້າໄດ້ແນວໃດ? ຖ້າເຈົ້າຍອມຮັບວ່າ ມີແຕ່ພຣະເຈົ້າພຽງໜຶ່ງດຽວ, ແລ້ວພຣະອົງຈະສາມາດມີລູກຊາຍ ແລະ ເປັນບິດາໄດ້ແນວໃດ? ສິ່ງເຫຼົ່ານີ້ບໍ່ແມ່ນລ້ວນແລ້ວແຕ່ເປັນແນວຄິດຂອງເຈົ້າບໍ? ມີພຣະເຈົ້າພຽງໜຶ່ງດຽວ, ມີພຽງຕົວຕົນໜຶ່ງດຽວໃນພຣະເຈົ້າອົງນີ້ ແລະ ມີພຽງພຣະວິນຍານອົງດຽວຂອງພຣະເຈົ້າເທົ່ານັ້ນ ດັ່ງທີ່ໄດ້ຂຽນລົງໃນພຣະຄຳພີວ່າ “ມີພຣະວິນຍານບໍລິສຸດພຽງໜຶ່ງດຽວ ແລະ ມີພຣະເຈົ້າພຽງໜຶ່ງດຽວ”. ບໍ່ວ່າພຣະບິດາ ແລະ ພຣະບຸດທີ່ເຈົ້າກ່າວເຖິງນັ້ນມີຢູ່ຈິງ ຫຼື ບໍ່, ໃນທີ່ສຸດແລ້ວກໍມີພຽງແຕ່ພຣະເຈົ້າໜຶ່ງດຽວ ແລະ ແກ່ນແທ້ແທ້ຂອງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດທີ່ພວກເຈົ້າເຊື່ອກໍ່ເປັນແກ່ນແທ້ຂອງພຣະວິນຍານບໍລິສຸດ. ເວົ້າອີກຢ່າງໜຶ່ງກໍຄື ພຣະເຈົ້າເປັນພຣະວິນຍານ, ແຕ່ພຣະອົງສາມາດກາຍເປັນເນື້ອໜັງ ແລະ ດຳລົງຊີວິດທ່າມກາງມະນຸດ ພ້ອມທັງຢູ່ເໜືອສິ່ງທັງປວງ. ພຣະວິນຍານຂອງພຣະອົງປົກຄຸມທຸກສິ່ງ ແລະ ຢູ່ທຸກຫົນທຸກແຫ່ງ. ພຣະອົງສາມາດຢູ່ໃນເນື້ອໜັງ ແລະ ຢູ່ທົ່ວທັງຈັກກະວານໃນເວລາດຽວກັນ. ໃນເມື່ອທຸກຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າໜຶ່ງດຽວທີ່ແທ້ຈິງ, ດັ່ງນັ້ນກໍຈະມີພຽງພຣະເຈົ້າໜຶ່ງດຽວ ເຊິ່ງບໍ່ມີໃຜສາມາດແບ່ງແຍກອອກໄດ້ຕາມອຳເພີໃຈ! ພຣະເຈົ້າເປັນພຣະວິນຍານໜຶ່ງດຽວເທົ່ານັ້ນ ແລະ ມີອົງດຽວເທົ່ານັ້ນ; ແລະ ນັ້ນກໍແມ່ນພຣະວິນຍານຂອງພຣະເຈົ້າ. ຖ້າເປັນຄືດັ່ງເຈົ້າເວົ້າວ່າ ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ແລ້ວພວກອົງທັງສາມບໍ່ແມ່ນພຣະເຈົ້າສາມອົງບໍ? ພຣະວິນຍານບໍລິສຸດເປັນເລື່ອງໜຶ່ງ, ພຣະບຸດອີກເລື່ອງໜຶ່ງ ແລະ ພຣະບິດາກໍເປັນອີກເລື່ອງໜຶ່ງ. ຕົວຕົນຂອງທັງສາມພຣະອົງແມ່ນແຕກຕ່າງກັນ ແລະ ແກ່ນແທ້ຂອງພຣະອົງທັງສາມກໍ່ແຕກຕ່າງກັນ. ແລ້ວທັງສາມພຣະອົງຈະເປັນສ່ວນໜຶ່ງຂອງພຣະເຈົ້າໜຶ່ງດຽວໄດ້ແນວໃດ? ພຣະວິນຍານບໍລິສຸດເປັນພຣະວິນຍານ; ສິ່ງນີ້ງ່າຍສຳລັບມະນຸດທີ່ຈະເຂົ້າໃຈ. ຖ້າເປັນແບບນີ້, ແລ້ວພຣະບິດາກໍຍິ່ງເປັນພຣະວິນຍານຫຼາຍກວ່າ. ພຣະອົງບໍ່ເຄີຍລົງມາເທິງແຜ່ນດິນໂລກ ແລະ ບໍ່ເຄີຍກາຍເປັນເນື້ອໜັງຈັກເທື່ອ; ພຣະອົງເປັນພຣະເຈົ້າເຢໂຮວາທີ່ຢູ່ໃນຫົວໃຈຂອງມະນຸດ ແລະ ພຣະອົງເປັນພຣະວິນຍານເຊັ່ນກັນຢ່າງແນ່ນອນ. ແລ້ວແມ່ນຫຍັງຄືຄວາມສຳພັນລະຫວ່າງພຣະອົງ ແລະ ພຣະວິນຍານບໍລິສຸດ? ມັນແມ່ນຄວາມສຳພັນລະຫວ່າງພຣະບິດາ ແລະ ພຣະບຸດບໍ? ຫຼື ມັນບໍ່ແມ່ນຄວາມສຳພັນລະຫວ່າງພຣະວິນຍານບໍລິສຸດ ແລະ ພຣະວິນຍານຂອງພຣະບິດາບໍ? ແກ່ນແທ້ຂອງພຣະວິນຍານແຕ່ລະອົງຄືກັນບໍ? ຫຼື ພຣະວິນຍານບໍລິສຸດແມ່ນເຄື່ອງມືຂອງພຣະບິດາບໍ? ຈະສາມາດອະທິບາຍສິ່ງນີ້ໄດ້ແນວໃດ? ແລ້ວແມ່ນຫຍັງຄືຄວາມສຳພັນລະຫວ່າງພຣະບຸດ ແລະ ພຣະວິນຍານບໍລິສຸດ? ມັນເປັນຄວາມສຳພັນລະຫວ່າງພຣະວິນຍານສອງອົງບໍ ຫຼື ຄວາມສຳພັນລະຫວ່າງມະນຸດ ແລະ ພຣະວິນຍານ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນເລື່ອງທີ່ບໍ່ມີຄຳອະທິບາຍ! ຖ້າທັງສາມພຣະອົງລ້ວນແລ້ວແຕ່ເປັນພຣະວິນຍານໜຶ່ງດຽວ, ແລ້ວຈະບໍ່ມີການເວົ້າເຖິງສາມຕົວຕົນ, ຍ້ອນທັງສາມພຣະອົງມີພຣະວິນຍານໜຶ່ງດຽວ. ຖ້າທັງສາມພຣະອົງມີຕົວຕົນທີ່ແຕກຕ່າງກັນ, ແລ້ວພຣະວິນຍານຂອງທັງສາມພຣະອົງກໍຈະມີກຳລັງທີ່ຫຼາກຫຼາຍ ແລະ ທັງສາມພຣະອົງແມ່ນຈະບໍ່ສາມາດເປັນພຣະວິນຍານໜຶ່ງດຽວໄດ້. ແນວຄິດທີ່ວ່າ ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນບໍ່ສົມເຫດສົມຜົນທີ່ສຸດ! ສິ່ງນີ້ເປັນການແບ່ງພຣະເຈົ້າ ແລະ ແຍກພຣະອົງອອກເປັນສາມຕົວຕົນ ເຊິ່ງແຕ່ລະຕົວຕົນກໍມີສະຖານະ ແລະ ພຣະວິນຍານ; ແລ້ວພຣະອົງຈະຍັງສາມາດເປັນພຣະວິນຍານໜຶ່ງດຽວ ແລະ ພຣະເຈົ້າໜຶ່ງດຽວໄດ້ແນວໃດ? ໃຫ້ບອກເຮົາເບິ່ງ, ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ແມ່ນຖືກສ້າງໂດຍພຣະບິດາ, ພຣະບຸດ ຫຼື ພຣະວິນຍານບໍລິສຸດແທ້ໆບໍ? ບາງຄົນເວົ້າວ່າທັງສາມພຣະອົງສ້າງທຸກສິ່ງນໍາກັນ. ແລ້ວແມ່ນໃຜໄຖ່ບາບມະນຸດຊາດ? ພຣະວິນຍານບໍລິສຸດ, ພຣະບຸດ ຫຼື ພຣະບິດາ? ບາງຄົນເວົ້າວ່າ ພຣະບຸດຄືຜູ້ໄຖ່ບາບມະນຸດຊາດ. ແລ້ວແມ່ນໃຜເປັນພຣະບຸດທີ່ຢູ່ໃນແກ່ນແທ້? ພຣະອົງບໍ່ແມ່ນການບັງເກີດເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າບໍ? ການບັງເກີດເປັນມະນຸດເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນ ໂດຍນາມຂອງພຣະບິດາຈາກທັດສະນະຂອງມະນຸດທີ່ຖືກສ້າງ. ເຈົ້າບໍ່ຮູ້ບໍວ່າ ພຣະເຢຊູເກີດຈາກການປະຕິສົນທິຂອງພຣະວິນຍານບໍລິສຸດ? ພາຍໃນພຣະອົງແມ່ນພຣະວິນຍານບໍລິສຸດ; ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ, ພຣະອົງກໍຍັງເປັນຜູ້ດຽວກັບພຣະເຈົ້າທີ່ຢູ່ໃນສະຫວັນ, ຍ້ອນວ່າ ພຣະອົງເປັນການບັງເກີດເປັນມະນຸດຂອງພຣະວິນຍານຂອງພຣະເຈົ້າ. ແນວຄິດນີ້ກ່ຽວກັບພຣະບຸດແມ່ນບໍ່ເປັນຈິງແທ້ໆ. ມີພຣະວິນຍານໜຶ່ງດຽວທີ່ປະຕິບັດພາລະກິດທຸກຢ່າງ; ມີພຽງພຣະເຈົ້າເອງ ນັ້ນກໍຄື ພຣະວິນຍານຂອງພຣະເຈົ້າທີ່ປະຕິບັດພາລະກິດຂອງພຣະອົງ. ແມ່ນໃຜຄືພຣະວິນຍານຂອງພຣະເຈົ້າ? ມັນບໍ່ແມ່ນພຣະວິນຍານບໍລິສຸດບໍ? ບໍ່ແມ່ນພຣະວິນຍານບໍລິສຸດບໍ ທີ່ປະຕິບັດພາລະກິດໃນພຣະເຢຊູ? ຖ້າພາລະກິດບໍ່ໄດ້ຖືກປະຕິບັດໂດຍພຣະວິນຍານບໍລິສຸດ (ນັ້ນກໍຄື ພຣະວິນຍານຂອງພຣະເຈົ້າ), ແລ້ວພາລະກິດຂອງພຣະອົງຈະສາມາດເປັນຕົວແທນໃຫ້ກັບພຣະເຈົ້າເອງໄດ້ບໍ? ເມື່ອພຣະເຢຊູເອີ້ນຫາພຣະເຈົ້າທີ່ຢູ່ໃນສະຫວັນ ດ້ວຍນາມຂອງພຣະບິດາເມື່ອພຣະອົງອະທິຖານ, ສິ່ງນີ້ແມ່ນເກີດຂຶ້ນໃນທັດສະນະຂອງມະນຸດທີ່ຖືກສ້າງເທົ່ານັ້ນ, ນີ້ກໍຍ້ອນວ່າ ພຣະວິນຍານຂອງພຣະເຈົ້າໄດ້ສວມໃສ່ເນື້ອໜັງທີ່ສາມັນ ແລະ ທຳມະດາ ແລະ ມີສິ່ງປົກຫຸ້ມພາຍນອກຄືກັບສິ່ງທີ່ຖືກສ້າງ. ເຖິງແມ່ນວ່າພາຍໃນພຣະອົງເປັນພຣະວິນຍານຂອງພຣະເຈົ້າ, ລັກສະນະພາຍນອກຂອງພຣະອົງກໍຍັງເປັນມະນຸດທຳມະດາ; ເວົ້າອີກຢ່າງໜຶ່ງກໍຄື ພຣະອົງໄດ້ກາຍມາເປັນ “ບຸດມະນຸດ” ທີ່ມະນຸດທັງປວງ ລວມເຖິງພຣະເຢຊູເອງ ໄດ້ເວົ້າໄວ້. ເນື່ອງຈາກວ່າ ພຣະອົງຖືກເອີ້ນວ່າບຸດມະນຸດ, ພຣະອົງກໍເປັນມະນຸດ (ບໍ່ວ່າຜູ້ຊາຍ ຫຼື ແມ່ຍິງ, ໃນກໍລະນີໃດກໍຕາມແມ່ນເປັນບຸກຄົນມີເປືອກນອກຂອງມະນຸດ) ທີ່ເກີດໃນຄອບຄົວທຳມະດາຂອງຜູ້ຄົນສາມັນ. ສະນັ້ນ ພຣະເຢຊູທີ່ເອີ້ນຫາພຣະເຈົ້າຢູ່ໃນສະຫວັນ ໂດຍນາມຂອງພຣະບິດານັ້ນ ກໍຄືກັນກັບທີ່ພວກເຈົ້າເອີ້ນພຣະອົງວ່າພຣະບິດາໃນຕອນທຳອິດ; ພຣະອົງເຮັດແບບນັ້ນແມ່ນຈາກທັດສະນະຂອງມະນຸດທີ່ຖືກສ້າງ. ພວກເຈົ້າຍັງຈື່ຄຳອະທິຖານຂອງພຣະຜູ້ເປັນເຈົ້າທີ່ພຣະເຢຊູສອນພວກເຈົ້າໃຫ້ທ່ອງຈຳບໍ? “ພຣະບິດາຂອງພວກຂ້ານ້ອຍ ຜູ້ທີ່ຢູ່ໃນສະຫວັນ...”. ພຣະອົງຂໍໃຫ້ມະນຸດທຸກຄົນເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍນາມຂອງພຣະບິດາ. ແລ້ວໃນເມື່ອພຣະເຢຊູກໍເອີ້ນພຣະອົງວ່າພຣະບິດາເຊັ່ນກັນ, ພຣະອົງເອີ້ນຈາກທັດສະນະຂອງຄົນໜຶ່ງທີ່ມີຖານະເທົ່າທຽມກັບພວກເຈົ້າ. ແລ້ວຍ້ອນພວກເຈົ້າເອີ້ນຫາພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍນາມພຣະບິດາ, ພຣະເຢຊູກໍ່ເຫັນພຣະອົງເອງມີຖານະເທົ່າກັບພວກເຈົ້າ ແລະ ໃນຖານະມະນຸດເທິງແຜ່ນດິນໂລກທີ່ພຣະເຈົ້າໄດ້ເລືອກໄວ້ (ນັ້ນກໍຄື ພຣະບຸດຂອງພຣະເຈົ້າ). ຖ້າພວກເຈົ້າເອີ້ນພຣະເຈົ້າວ່າ ພຣະບິດາ, ນີ້ບໍ່ແມ່ນຍ້ອນວ່າ ພວກເຈົ້າເປັນສິ່ງຖືກສ້າງບໍ? ບໍ່ວ່າສິດອຳນາດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກນັ້ນຈະຍິ່ງໃຫຍ່ພຽງໃດກໍຕາມ, ກ່ອນທີ່ຈະຖືກຄຶງໄວ້ເທິງໄມ້ກາງແຂນ, ພຣະອົງກໍເປັນພຽງບຸດມະນຸດຄົນໜຶ່ງເທົ່ານັ້ນ ເຊິ່ງປົກຄອງໂດຍພຣະວິນຍານບໍລິສຸດ (ນັ້ນກໍຄື ພຣະເຈົ້າ) ແລະ ເປັນໜຶ່ງໃນສິ່ງທີ່ຖືກສ້າງຂຶ້ນໃນແຜ່ນດິນໂລກ, ຍ້ອນວ່າ ພຣະອົງຍັງບໍ່ໄດ້ເຮັດສໍາເລັດພາລະກິດຂອງພຣະອົງເທື່ອ. ສະນັ້ນ, ການທີ່ພຣະອົງເອີ້ນພຣະເຈົ້າທີ່ຢູ່ໃນສະຫວັນວ່າ ພຣະບິດາ ກໍເປັນຄວາມຖ່ອມຕົນ ແລະ ຄວາມເຊື່ອຟັງຂອງພຣະອົງເທົ່ານັ້ນ. ການທີ່ພຣະອົງເອີ້ນພຣະເຈົ້າ (ນັ້ນກໍຄື ພຣະວິນຍານທີ່ຢູ່ໃນສະຫວັນ) ໃນລັກສະນະນັ້ນ ແມ່ນບໍ່ໄດ້ພິສູດວ່າ ພຣະອົງເປັນພຣະບຸດຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ກົງກັນຂ້າມ, ມັນເປັນພຽງແຕ່ຍ້ອນທັດສະນະຂອງພຣະອົງແຕກຕ່າງກັນ, ບໍ່ແມ່ນວ່າພຣະອົງມີຕົວຕົນທີ່ແຕກຕ່າງກັນ. ການມີຢູ່ຂອງຕົວຕົນທີ່ແຕກຕ່າງກັນແມ່ນຄວາມເຊື່ອທີ່ຜິດ! ກ່ອນທີ່ພຣະອົງຈະຖືກຄຶງໄວ້ເທິງໄມ້ກາງແຂນ, ພຣະເຢຊູເປັນບຸດມະນຸດທີ່ຖືກຜູກມັດດ້ວຍຂໍ້ຈຳກັດຕ່າງໆຂອງເນື້ອໜັງ ແລະ ພຣະອົງບໍ່ໄດ້ມີສິດອຳນາດຂອງພຣະວິນຍານຢ່າງສົມບູນ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງສາມາດສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາຈາກທັດສະນະຂອງສິ່ງຖືກສ້າງ. ມັນເປັນດັ່ງທີ່ພຣະອົງອະທິຖານສາມຄັ້ງໃນສວນເກັດເຊມາເນວ່າ: “ບໍ່ແມ່ນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ກ່ອນທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ, ພຣະອົງເປັນພຽງກະສັດຂອງຊາວຢິວ; ພຣະອົງເປັນພຣະຄຣິດ, ບຸດມະນຸດ ແລະ ບໍ່ແມ່ນບຸກຄົນທີ່ມີສະຫງ່າລາສີ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງເອີ້ນພຣະເຈົ້າວ່າພຣະບິດາ ຈາກຈຸດຢືນຂອງສິ່ງທີ່ຖືກສ້າງ. ບັດນີ້ ເຈົ້າບໍ່ສາມາດເວົ້າວ່າ ທຸກຄົນທີ່ເອີ້ນພຣະເຈົ້າວ່າພຣະບິດາແມ່ນພຣະບຸດ. ຖ້າເປັນແບບນີ້, ແລ້ວພວກເຈົ້າທຸກຄົນຈະບໍ່ກາຍມາເປັນພຣະບຸດບໍ ຫຼັງຈາກທີ່ພຣະເຢຊູໄດ້ສອນພວກເຈົ້າກ່ຽວກັບຄຳອະທິຖານຂອງພຣະຜູ້ເປັນເຈົ້າ? ຖ້າພວກເຈົ້າຍັງບໍ່ເຊື່ອອີກ, ແລ້ວຈົ່ງບອກເຮົາໄດ້ບໍວ່າ ແມ່ນໃຜຄືຜູ້ທີ່ພວກເຈົ້າເອີ້ນວ່າ ພຣະບິດາ? ຖ້າພວກເຈົ້າກຳລັງໝາຍເຖິງພຣະເຢຊູ, ແລ້ວແມ່ນໃຜເປັນພຣະບິດາຂອງພຣະເຢຊູສຳລັບພວກເຈົ້າ? ຫຼັງຈາກທີ່ພຣະເຢຊູຈາກໄປ, ແນວຄິດນີ້ກ່ຽວກັບພຣະບິດາ ແລະ ພຣະບຸດກໍບໍ່ມີຢູ່ອີກ. ແນວຄິດນີ້ພຽງແຕ່ເໝາະສົມໃນປີທີ່ພຣະເຢຊູກາຍມາເປັນເນື້ອໜັງ; ພາຍໃຕ້ທຸກກໍລະນີ, ຄວາມສຳພັນແມ່ນຄວາມສຳພັນລະຫວ່າງພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ ແລະ ສິ່ງຖືກສ້າງ ເມື່ອພວກເຈົ້າເອີ້ນພຣະເຈົ້າວ່າ ພຣະບິດາ. ບໍ່ມີເມື່ອໃດທີ່ແນວຄິດນີ້ກ່ຽວກັບພຣະເຈົ້າຕຣີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດສາມາດເປັນຈິງໄດ້; ມັນເປັນຄວາມເຊື່ອຜິດທີ່ບໍ່ຄ່ອຍເຫັນໃນຍຸກຕ່າງໆ ແລະ ມັນບໍ່ມີຢູ່ຈິງ!

ສິ່ງນີ້ອາດເຮັດໃຫ້ຄົນສ່ວນໃຫຍ່ຈົດຈຳພຣະທຳຂອງພຣະເຈົ້າຈາກປະຖົມມະການ: “ໃຫ້ພວກເຮົາສ້າງມະນຸດໃນຮູບຮ່າງລັກສະນະຂອງພວກເຮົາ ຕາມຄວາມຄ້າຍຄືກັບພວກເຮົາ” (ປະຖົມມະການ 1:26). ເນື່ອງຈາກພຣະເຈົ້າກ່າວວ່າ “ໃຫ້ພວກເຮົາສ້າງມະນຸດໃນຮູບລັກສະນະຂອງພວກເຮົາ”, ແລ້ວ “ພວກເຮົາ” ກໍບົ່ງບອກເຖິງສອງບຸກຄົນ ຫຼື ຫຼາຍກວ່ານັ້ນ; ຍ້ອນພຣະອົງກ່າວວ່າ “ພວກເຮົາ”, ສະນັ້ນຈຶ່ງບໍ່ມີພຽງແຕ່ພຣະເຈົ້າອົງດຽວເທົ່ານັ້ນ. ດ້ວຍເຫດນີ້, ມະນຸດຈຶ່ງເລີ່ມຄິດໃນດ້ານທິດສະດີກ່ຽວກັບຕົວຕົນທີ່ແຕກຕ່າງກັນ ແລະ ຈາກຂໍ້ພຣະທຳເຫຼົ່ານີ້ຈຶ່ງເກີດມີແນວຄວາມຄິດກ່ຽວກັບພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ແລ້ວພຣະບິດາເປັນຄືແນວໃດ? ພຣະບຸດເປັນຄືແນວໃດ? ແລ້ວພຣະວິນຍານບໍລິສຸດເປັນຄືແນວໃດ? ເປັນໄປໄດ້ບໍວ່າ ມະນຸດຊາດໃນປັດຈຸບັນຖືກສ້າງໃນລັກສະນະຂອງພຣະເຈົ້າສາມອົງທີ່ລວມເຂົ້າກັນເປັນອົງດຽວ? ແລ້ວລັກສະນະຂອງມະນຸດຄືກັບພຣະບິດາ, ພຣະບຸດ ຫຼື ພຣະວິນຍານບໍລິສຸດບໍ? ໃນຕົວຕົນຂອງພຣະເຈົ້າ ມະນຸດແມ່ນຢູ່ໃນລັກສະນະໃດ? ແນວຄວາມຄິດນີ້ຂອງມະນຸດແມ່ນບໍ່ຖືກຕ້ອງ ແລະ ບໍ່ມີເຫດຜົນເລີຍແທ້ໆ! ມັນສາມາດພຽງແຕ່ແຍກພຣະເຈົ້າອົງດຽວອອກເປັນສອງສາມອົງ. ໃນເວລາທີ່ໂມເຊຂຽນປະຖົມມະການນັ້ນ ມັນແມ່ນຫຼັງຈາກທີ່ມະນຸດຊາດຖືກສ້າງຂຶ້ນຫຼັງຈາກການສ້າງໂລກ. ໃນເບື້ອງຕົ້ນນັ້ນ, ເມື່ອໂລກເລີ່ມຕົ້ນຂຶ້ນ, ໂມເຊຍັງບໍ່ໄດ້ເກີດ. ແລ້ວໂມເຊກໍບໍ່ໄດ້ຂຽນພຣະຄຳພີໃນຕອນນັ້ນ ຈົນກວ່າເວລາຕໍ່ມາ ເຊິ່ງເປັນເວລາດົນນານພໍສົມຄວນ ທີ່ລາວຂຽນພຣະຄໍາພີຂຶ້ນ, ແລ້ວລາວຈະຮູ້ໄດ້ແນວໃດ ວ່າຜູ້ທີ່ເວົ້ານັ້ນເປັນພຣະເຈົ້າຢູ່ໃນສະຫວັນ? ລາວບໍ່ມີຄວາມຮູ້ຫຍັງເລີຍກ່ຽວກັບວິທີທີ່ພຣະເຈົ້າສ້າງແຜ່ນດິນໂລກ. ໃນພຣະສັນຍາເດີມຂອງພຣະຄຳພີ, ບໍ່ມີການກ່າວເຖິງພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ, ມີພຽງແຕ່ພຣະເຈົ້າທີ່ແທ້ຈິງອົງດຽວເທົ່ານັ້ນ ນັ້ນກໍຄື ພຣະເຢໂຮວາ ທີ່ກຳລັງປະຕິບັດພາລະກິດຂອງພຣະອົງໃນອິດສະຣາເອນ. ພຣະອົງຖືກເອີ້ນໂດຍພຣະນາມທີ່ແຕກຕ່າງກັນໃນແຕ່ລະຍຸກ, ແຕ່ນີ້ກໍບໍ່ໄດ້ພິສູດວ່າ ແຕ່ລະພຣະນາມແມ່ນໝາຍເຖິງຕົວຕົນທີ່ແຕກຕ່າງກັນ. ຖ້າເປັນແບບນີ້, ແລ້ວມັນຈະບໍ່ມີຫຼາຍຕົວຕົນຈົນນັບບໍ່ໄດ້ໃນພຣະເຈົ້າບໍ? ສິ່ງທີ່ຖືກຂຽນໃນພຣະສັນຍາເດີມແມ່ນພາລະກິດຂອງພຣະເຢໂຮວາ, ຂັ້ນຕອນພາລະກິດຂອງພຣະເຈົ້າເອງສຳລັບການເລີ່ມຕົ້ນໃນຍຸກແຫ່ງພຣະບັນຍັດ. ມັນຄືພາລະກິດຂອງພຣະເຈົ້າ ເຊິ່ງເມື່ອພຣະອົງກ່າວ, ທຸກສິ່ງກໍເປັນໄປຕາມນັ້ນ ແລະ ເມື່ອພຣະອົງສັ່ງ ທຸກສິ່ງກໍຕັ້ງໝັ້ນ. ບໍ່ມີເມື່ອໃດທີ່ພຣະເຢໂຮວາກ່າວວ່າພຣະອົງເປັນພຣະບິດາທີ່ມາປະຕິບັດພາລະກິດ ຫຼື ພຣະອົງບໍ່ເຄີຍທຳນາຍເຖິງພຣະບຸດທີ່ຈະມາເພື່ອໄຖ່ບາບມະນຸດຊາດ. ເມື່ອມາເຖິງເວລາຂອງພຣະເຢຊູ, ກໍມີພຽງແຕ່ກ່າວວ່າ ພຣະເຈົ້າກາຍເປັນເນື້ອໜັງເພື່ອໄຖ່ບາບມະນຸດຊາດທັງປວງ, ບໍ່ແມ່ນ ນັ້ນຄືພຣະບຸດທີ່ໄດ້ສະເດັດມາ. ເພາະວ່າຍຸກຕ່າງໆບໍ່ຄືກັນ ແລະ ພາລະກິດທີ່ພຣະເຈົ້າເອງປະຕິບັດກໍຍັງແຕກຕ່າງກັນ, ພຣະອົງຈຶ່ງຈຳເປັນຕ້ອງປະຕິບັດພາລະກິດຂອງພຣະອົງພາຍໃນຂອບເຂດທີ່ແຕກຕ່າງກັນ. ດ້ວຍເຫດນີ້, ຕົວຕົນທີ່ພຣະອົງສະແດງອອກມາຈຶ່ງແຕກຕ່າງກັນອີກດ້ວຍ. ມະນຸດເຊື່ອວ່າ ພຣະເຢໂຮວາເປັນພຣະບິດາຂອງພຣະເຢຊູ, ແຕ່ສິ່ງນີ້ບໍ່ໄດ້ຖືກຮັບຮູ້ໂດຍພຣະເຢຊູເລີຍ ຜູ້ທີ່ກ່າວວ່າ “ພວກເຮົາບໍ່ເຄີຍຖືກຈຳແນກວ່າເປັນພຣະບິດາ ແລະ ພຣະບຸດ; ເຮົາ ແລະ ພຣະບິດາທີ່ຢູ່ໃນສະຫວັນເປັນໜຶ່ງດຽວກັນ. ພຣະບິດາຢູ່ໃນເຮົາ ແລະ ເຮົາກໍຢູ່ໃນພຣະບິດາ; ເມື່ອມະນຸດເຫັນພຣະບຸດ, ພວກເຂົາກໍກຳລັງເຫັນພຣະບິດາໃນສະຫວັນ”. ເມື່ອທຸກສິ່ງຖືກກ່າວອອກມາ ເຖິງຈະເປັນພຣະບິດາ ຫຼື ພຣະບຸດ, ທັງສອງພຣະອົງກໍເປັນພຣະວິນຍານອົງດຽວກັນ, ບໍ່ໄດ້ຖືກແບ່ງອອກເປັນຕົວຕົນທີ່ແຍກກັນ. ເມື່ອມະນຸດພະຍາຍາມອະທິບາຍ, ເລື່ອງຕ່າງໆກໍຊັບຊ້ອນໄປດ້ວຍແນວຄິດກ່ຽວກັບຕົວຕົນທີ່ແຕກຕ່າງກັນ ພ້ອມທັງຄວາມສຳພັນລະຫວ່າງພຣະບິດາ, ພຣະບຸດ ແລະ ພຣະວິນຍານ. ເມື່ອມະນຸດກ່າວເຖິງຕົວຕົນທີ່ແຕກຕ່າງກັນ, ສິ່ງນີ້ບໍ່ໄດ້ການເຮັດໃຫ້ພຣະເຈົ້າເປັນວັດຖຸບໍ? ມະນຸດເຖິງກັບຈັດລະດັບຕົວຕົນໃຫ້ເປັນທີໜຶ່ງ, ທີສອງ ແລະ ທີສາມ; ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຈິນຕະນາການຂອງມະນຸດ, ບໍ່ສົມຄວນແກ່ການອ້າງເຖິງ ແລະ ບໍ່ເປັນຈິງທັງສິ້ນ! ຖ້າເຈົ້າຖາມເຂົາວ່າ “ມີພຣະເຈົ້າຈັກອົງ?” ເຂົາຈະຕອບວ່າ ພຣະເຈົ້າເປັນພຣະເຈົ້າຕຣີເອການຸພາບທີ່ມີພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ ນັ້ນກໍຄື ພຣະເຈົ້າທີ່ແທ້ຈິງໜຶ່ງດຽວ. ຖ້າເຈົ້າຖາມຕໍ່ໄປວ່າ “ແມ່ນໃຜຄືພຣະບິດາ?” ເຂົາກໍຈະຕອບວ່າ “ພຣະບິດາເປັນພຣະວິນຍານຂອງພຣະເຈົ້າທີ່ຢູ່ໃນສະຫວັນ; ພຣະອົງຄວບຄຸມທຸກສິ່ງຢ່າງ ແລະ ເປັນເຈົ້ານາຍຂອງສະຫວັນ”. “ແລ້ວພຣະເຢໂຮວາແມ່ນພຣະວິນຍານບໍ?” ເຂົາກໍຈະຕອບວ່າ “ແມ່ນແລ້ວ!” ແລ້ວຖ້າເຈົ້າຖາມເຂົາວ່າ “ແມ່ນໃຜຄືພຣະບຸດ?” ເຂົາກໍຈະຕອບວ່າ ແນ່ນອນ ພຣະເຢຊູເປັນພຣະບຸດ. “ແລ້ວແມ່ນຫຍັງຄືເລື່ອງລາວຂອງພຣະເຢຊູ? ພຣະອົງມາຈາກໃສ?” ເຂົາກໍຈະຕອບວ່າ “ພຣະເຢຊູເກີດຂຶ້ນໂດຍມາຣິອາຜ່ານທາງການປະຕິສົນທິຂອງພຣະວິນຍານບໍລິສຸດ”. ແລ້ວແກ່ນແທ້ຂອງພຣະອົງບໍ່ແມ່ນພຣະວິນຍານເຊັ່ນກັນບໍ? ພາລະກິດຂອງພຣະອົງບໍ່ໄດ້ເປັນຕົວແທນໃຫ້ກັບພຣະວິນຍານບໍລິສຸດເຊັ່ນກັນບໍ? ພຣະເຢໂຮວາເປັນພຣະວິນຍານ ແລະ ດ້ວຍເຫດນັ້ນ ແກ່ນແທ້ຂອງພຣະເຢຊູກໍເຊັ່ນກັນ. ປັດຈຸບັນໃນຍຸກສຸດທ້າຍ, ບໍ່ຈຳເປັນຕ້ອງເວົ້າເລີຍວ່າຍັງເປັນພຣະວິນຍານ; ທັງສາມພຣະອົງສາມາດເປັນຕົວຕົນທີ່ແຕກຕ່າງໄດ້ແນວໃດ? ບໍ່ແມ່ນພຣະວິນຍານຂອງພຣະເຈົ້າແທ້ໆບໍ ທີ່ກຳລັງປະຕິບັດພາລະກິດຂອງພຣະວິນຍານຈາກທັດສະນະທີ່ແຕກຕ່າງກັນ? ເມື່ອເປັນດັ່ງນັ້ນ ຈຶ່ງບໍ່ມີຄວາມແຕກຕ່າງລະຫວ່າງຕົວຕົນຕ່າງໆ. ພຣະເຢຊູຖືກປະຕິສົນທິໂດຍພຣະວິນຍານບໍລິສຸດ ແລະ ບໍ່ຕ້ອງສົງໄສເລີຍ ພາລະກິດຂອງພຣະອົງເປັນຂອງພຣະວິນຍານບໍລິສຸດຢ່າງແນ່ນອນ. ໃນຂັ້ນຕອນທຳອິດຂອງພາລະກິດທີ່ພຣະເຢໂຮວາປະຕິບັດ, ພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ຫຼື ບໍ່ປາກົດຕໍ່ມະນຸດ. ສະນັ້ນ ມະນຸດບໍ່ເຄີຍເຫັນການປາກົດຕົວຂອງພຣະອົງ. ບໍ່ວ່າພຣະອົງຈະຍິ່ງໃຫຍ່ສໍ່າໃດ ແລະ ສູງສົ່ງສໍ່າໃດກໍຕາມ, ພຣະອົງກໍຍັງເປັນພຣະວິນຍານ, ພຣະເຈົ້າເອງຜູ້ທີ່ສ້າງມະນຸດໃນຕອນຕົ້ນ. ນັ້ນກໍຄື ພຣະອົງເປັນພຣະວິນຍານຂອງພຣະເຈົ້າ. ພຣະອົງກ່າວຕໍ່ມະນຸດຈາກທ່າມກາງກ້ອນເມກ ເຊິ່ງເປັນພຽງພຣະວິນຍານເທົ່ານັ້ນ ແລະ ບໍ່ມີໃຜເປັນພະຍານເຖິງການປາກົດຕົວຂອງພຣະອົງ. ມີແຕ່ໃນຍຸກແຫ່ງພຣະຄຸນ ເມື່ອພຣະວິນຍານຂອງພຣະເຈົ້າມາເປັນເນື້ອໜັງ ແລະ ບັງເກີດເປັນມະນຸດໃນຢູດາຍ, ມະນຸດຈຶ່ງເຫັນຮູບຮ່າງຂອງການບັງເກີດເປັນມະນຸດໃນລັກສະນະຂອງຊາວຢິວເປັນຄັ້ງທໍາອິດ. ບໍ່ມີແມ່ນຫຍັງທີ່ກ່ຽວກັບພຣະເຢໂຮວາໃນຕົວພຣະອົງ. ຢ່າງໃດກໍຕາມ, ພຣະອົງຖືກປະຕິສົນທິໂດຍພຣະວິນຍານບໍລິສຸດ ນັ້ນກໍຄື ຖືກປະຕິສົນທິໂດຍພຣະວິນຍານຂອງພຣະເຢໂຮວາເອງ ແລະ ພຣະເຢຊູກໍຍັງບັງເກີດເປັນຕົວຕົນຂອງພຣະວິນຍານຂອງພຣະເຈົ້າ. ສິ່ງທີ່ມະນຸດເຫັນໃນຕອນທຳອິດແມ່ນພຣະວິນຍານບໍລິສຸດລົງມາດັ່ງນົກເຂົາທີ່ເທິງພຣະເຢຊູ; ບໍ່ແມ່ນພຣະວິນຍານທີ່ຈຳກັດຕໍ່ພຣະເຢຊູ, ແຕ່ກົງກັນຂ້າມເປັນພຣະວິນຍານບໍລິສຸດ. ແລ້ວພຣະວິນຍານຂອງພຣະເຢຊູສາມາດແຍກອອກຈາກພຣະວິນຍານບໍລິສຸດໄດ້ບໍ? ຖ້າພຣະເຢຊູເປັນພຣະເຢຊູ, ພຣະບຸດ ແລະ ພຣະວິນຍານບໍລິສຸດກໍເປັນພຣະວິນຍານບໍລິສຸດ, ແລ້ວພຣະອົງທັງສອງຈະສາມາດກາຍເປັນໜຶ່ງດຽວໄດ້ແນວໃດ? ພາລະກິດຈະບໍ່ສາມາດປະຕິບັດໄດ້ຖ້າເປັນແບບນັ້ນ. ພຣະວິນຍານທີ່ຢູ່ພາຍໃນພຣະເຢຊູ, ພຣະວິນຍານທີ່ຢູ່ໃນສະຫວັນ ແລະ ພຣະວິນຍານຂອງພຣະເຢໂຮວາລ້ວນແລ້ວແຕ່ເປັນໜຶ່ງດຽວກັນ. ມັນສາມາດເອີ້ນໄດ້ວ່າ ພຣະວິນຍານບໍລິສຸດ, ພຣະວິນຍານຂອງພຣະເຈົ້າ, ພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ ແລະ ພຣະວິນຍານຄຸ້ມຄອງທຸກສິ່ງ. ພຣະວິນຍານຂອງພຣະເຈົ້າສາມາດປະຕິບັດພາລະກິດຫຼາຍຢ່າງ. ພຣະອົງສາມາດສ້າງແຜ່ນດິນໂລກ ແລະ ທຳລາຍມັນໂດຍເຮັດໃຫ້ນໍ້າຖ້ວມແຜ່ນດິນໂລກ; ພຣະອົງສາມາດໄຖ່ບາບມະນຸດຊາດທັງປວງ ແລະ ຍິ່ງໄປກວ່ານັ້ນ ພຣະອົງສາມາດເອົາຊະນະ ແລະ ທຳລາຍມະນຸດຊາດທັງປວງ. ພາລະກິດນີ້ລ້ວນແລ້ວແຕ່ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ບໍ່ສາມາດດຳເນີນການໄດ້ໂດຍຕົວຕົນໃດໜຶ່ງຂອງພຣະເຈົ້າເພື່ອແທນໃຫ້ພຣະອົງ. ພຣະວິນຍານຂອງພຣະອົງແມ່ນຖືກເອີ້ນດ້ວຍນາມຂອງພຣະເຢໂຮວາ ແລະ ພຣະເຢຊູ ພ້ອມທັງອົງຊົງລິດທານຸພາບສູງສຸດ. ພຣະອົງເປັນພຣະຜູ້ເປັນເຈົ້າ ແລະ ພຣະຄຣິດ. ພຣະອົງຍັງສາມາດກາຍເປັນບຸດມະນຸດໄດ້ອີກ. ພຣະອົງຢູ່ໃນສະຫວັນ ແລະ ຢູ່ເທິງແຜ່ນດິນໂລກອີກດ້ວຍ; ພຣະອົງຢູ່ເໜືອຈັກກະວານ ແລະ ທ່າມກາງຝູງຊົນ. ພຣະອົງເປັນເຈົ້ານາຍໜຶ່ງດຽວຂອງສະຫວັນ ແລະ ແຜ່ນດິນໂລກ! ຕັ້ງແຕ່ເວລາແຫ່ງການເນລະມິດສ້າງຈົນເຖິງປັດຈຸບັນ, ພາລະກິດນີ້ຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າເອງ. ບໍ່ວ່າຈະເປັນພາລະກິດທີ່ຢູ່ໃນສະຫວັນ ຫຼື ຢູ່ໃນເນື້ອໜັງ, ທຸກຢ່າງແມ່ນຖືກປະຕິບັດໂດຍພຣະວິນຍານຂອງພຣະອົງເອງ. ສິ່ງຖືກສ້າງທັງປວງ ບໍ່ວ່າຈະຢູ່ໃນສະຫວັນ ຫຼື ຢູ່ເທິງແຜ່ນດິນໂລກ ແມ່ນຢູ່ໃນກໍາມືທີ່ມີລິດທານຸພາບສູງສຸດຂອງພຣະອົງ; ທຸກສິ່ງນີ້ແມ່ນພາລະກິດຂອງພຣະເຈົ້າເອງ ແລະ ຄົນອື່ນບໍ່ສາມາດປະຕິບັດແທນພຣະອົງໄດ້. ໃນສະຫວັນ, ພຣະອົງເປັນພຣະວິນຍານ ແຕ່ຍັງຄົງເປັນພຣະເຈົ້າເອງ; ທ່າມກາງມະນຸດ, ພຣະອົງເປັນເນື້ອໜັງ ແຕ່ຍັງຄົງເປັນພຣະເຈົ້າເອງ. ເຖິງແມ່ນວ່າ ພຣະອົງຈະຖືກເອີ້ນຫຼາຍຮ້ອຍຫຼາຍພັນຊື່, ພຣະອົງກໍຍັງເປັນພຣະອົງເອງ, ເປັນການສຳແດງອອກໂດຍກົງຂອງພຣະວິນຍານຂອງພຣະອົງ. ການໄຖ່ບາບມະນຸດຊາດທັງປວງຜ່ານການຄຶງໃສ່ໄມ້ກາງແຂນຂອງພຣະອົງ ກໍເປັນພາລະກິດໂດຍກົງຂອງພຣະວິນຍານຂອງພຣະອົງ ແລະ ການປະກາດຕໍ່ບັນດາປະຊາຊາດ ແລະ ແຜ່ນດິນທັງໝົດໃນລະຫວ່າງຍຸກສຸດທ້າຍເຊັ່ນດຽວກັນ. ຕະຫຼອດເວລາ ພຣະເຈົ້າພຽງສາມາດຖືກເອີ້ນໄດ້ວ່າ ອົງຊົງລິດທານຸພາບສູງສຸດ ແລະ ພຣະເຈົ້າແທ້ຈິງໜຶ່ງດຽວ, ພຣະເຈົ້າທີ່ຄຸ້ມຄອງສັບພະສິ່ງທັງປວງ. ຕົວຕົນທີ່ແຕກຕ່າງກັນແມ່ນບໍ່ມີຢູ່ຈິງ ແລ້ວແຮງໄກທີ່ຈະມີແນວຄິດກ່ຽວກັບພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດ. ມີພຽງພຣະເຈົ້າໜຶ່ງດຽວທີ່ຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກ!

ແຜນການຄຸ້ມຄອງຂອງພຣະເຈົ້າກວມເວລາຫົກພັນປີ ແລະ ຖືກແບ່ງອອກເປັນສາມຍຸກໂດຍອີງຕາມຄວາມແຕກຕ່າງໃນພາລະກິດຂອງພຣະອົງ: ຍຸກທຳອິດແມ່ນຍຸກແຫ່ງພຣະບັນຍັດໃນພຣະສັນຍາເດີມ; ຍຸກທີສອງແມ່ນຍຸກແຫ່ງພຣະຄຸນ; ແລະ ຍຸກທີສາມແມ່ນຍຸກສຸດທ້າຍ ນັ້ນກໍຄື ຍຸກແຫ່ງລາຊະອານາຈັກ. ໃນແຕ່ລະຍຸກ ກໍຈະຖືກແທນໃຫ້ດ້ວຍຕົວຕົນທີ່ແຕກຕ່າງກັນ. ນີ້ກໍຍ້ອນຄວາມແຕກຕ່າງກັນໃນພາລະກິດ ນັ້ນກໍຄື ເງື່ອນໄຂຂອງພາລະກິດ. ຂັ້ນຕອນທຳອິດຂອງພາລະກິດໃນລະຫວ່າງຍຸກແຫ່ງພຣະບັນຍັດແມ່ນຖືກປະຕິບັດໃນອິດສະຣາເອນ ແລະ ຍຸກທີສອງໃນການສິ້ນສຸດພາລະກິດແຫ່ງການໄຖ່ບາບແມ່ນຖືກປະຕິບັດໃນຢູດາຍ. ສຳລັບພາລະກິດແຫ່ງການໄຖ່ບາບ, ພຣະເຢຊູກໍາເນີດຈາກການປະຕິສົນທິຜ່ານພຣະວິນຍານບໍລິສຸດ ແລະ ເປັນພຣະບຸດພຽງອົງດຽວ. ທຸກຢ່າງນີ້ເປັນໄປຕາມເງື່ອນໄຂຂອງພາລະກິດ. ໃນຍຸກສຸດທ້າຍ, ພຣະເຈົ້າປາຖະໜາທີ່ຈະຂະຫຍາຍພາລະກິດຂອງພຣະອົງໄປສູ່ຊົນຕ່າງຊາດ ແລະ ເອົາຊະນະຜູ້ຄົນທີ່ຢູ່ໃນນັ້ນ, ເພື່ອວ່ານາມຂອງພຣະອົງອາດຈະຍິ່ງໃຫຍ່ທ່າມກາງພວກເຂົາ. ພຣະອົງປາຖະໜາທີ່ຈະນໍາພາມະນຸດໃນການເຂົ້າໃຈ ແລະ ການເຂົ້າສູ່ຄວາມຈິງທຸກປະການ ພາລະກິດທັງໝົດນີ້ແມ່ນຖືກປະຕິບັດໂດຍພຣະວິນຍານອົງດຽວ. ເຖິງແມ່ນວ່າ ພຣະອົງປະຕິບັດຈາກຈຸດຢືນທີ່ແຕກຕ່າງກັນ, ທຳມະຊາດ ແລະ ຫຼັກການຂອງພາລະກິດແມ່ນຍັງຄືກັນ. ຫຼັງຈາກທີ່ເຈົ້າໄດ້ສັງເກດຫຼັກການ ແລະ ທຳມະຊາດຂອງພາລະກິດທີ່ພຣະອົງໄດ້ປະຕິບັດ, ແລ້ວເຈົ້າກໍຈະຮູ້ວ່າ ພາລະກິດທັງໝົດຖືກປະຕິບັດໂດຍພຣະວິນຍານອົງດຽວ. ຍັງມີບາງຄົນອາດເວົ້າວ່າ “ພຣະບິດາກໍຄືພຣະບິດາ; ພຣະບຸດກໍຄືພຣະບຸດ; ພຣະວິນຍານບໍລິສຸດກໍຄືພຣະວິນຍານບໍລິສຸດ ແລະ ໃນທີ່ສຸດ ທັງສາມພຣະອົງກໍຈະຖືກເຮັດໃຫ້ເປັນໜຶ່ງດຽວ”. ແລ້ວເຈົ້າຄວນເຮັດໃຫ້ທັງສາມພຣະອົງເປັນໜຶ່ງດຽວແນວໃດ? ພຣະບິດາ ແລະ ພຣະວິນຍານບໍລິສຸດຈະສາມາດຖືກເຮັດໃຫ້ເປັນໜຶ່ງດຽວໄດ້ແນວໃດ? ຖ້າທັງສອງພຣະອົງເປັນພຣະເຈົ້າສອງອົງໂດຍທຳມະຊາດ, ແລ້ວບໍ່ວ່າທັງສອງພຣະອົງຈະຖືກຮ່ວມເຂົ້າກັນແນວໃດກໍຕາມ, ທັງສອງພຣະອົງກໍຈະຍັງບໍ່ເປັນສອງສ່ວນຄືເກົ່າບໍ? ເມື່ອເຈົ້າເວົ້າກ່ຽວກັບການເຮັດໃຫ້ທັງສອງພຣະອົງເປັນໜຶ່ງດຽວກັນ, ນັ້ນບໍ່ແມ່ນເປັນການຮວມສອງພາກສ່ວນທີ່ແຕກຕ່າງກັນເຂົ້າເປັນໜຶ່ງດຽວບໍ? ແຕ່ວ່າ ພຣະອົງທັງສອງບໍ່ແມ່ນສອງພາກສ່ວນ ກ່ອນທີ່ຈະຖືກເຮັດໃຫ້ຄົບຖ້ວນບໍ? ວິນຍານແຕ່ລະຕົນແມ່ນມີແກ່ນແທ້ທີ່ແຕກຕ່າງກັນ ແລະ ວິນຍານສອງຕົນບໍ່ສາມາດຖືກເຮັດໃຫ້ເປັນໜຶ່ງດຽວໄດ້. ວິນຍານບໍ່ແມ່ນວັດຖຸ ແລະ ບໍ່ຄືສິ່ງອື່ນໃດໃນໂລກແຫ່ງວັດຖຸ. ດັ່ງທີ່ມະນຸດເຫັນ, ພຣະບິດາຄືພຣະວິນຍານອົງໜຶ່ງ, ອີກອົງໜຶ່ງແມ່ນພຣະບຸດ ແລະ ພຣະວິນຍານບໍລິສຸດແມ່ນອີກອົງໜຶ່ງ, ແລ້ວພຣະວິນຍານສາມອົງຈະຮວມເຂົ້າກັນຄືກັບເອົານໍ້າສາມແກ້ວມາຮວມກັນເປັນແກ້ວດຽວ. ແລ້ວນັ້ນບໍ່ແມ່ນການເຮັດໃຫ້ສາມກາຍເປັນໜຶ່ງບໍ? ນີ້ແມ່ນການອະທິບາຍທີ່ບໍ່ຖືກຕ້ອງ ແລະ ໂງ່ຈ້າແທ້ໆ! ນີ້ບໍ່ແມ່ນການແຍກພຣະເຈົ້າອອກຈາກກັນບໍ? ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດຈະຖືກເຮັດໃຫ້ເປັນໜຶ່ງດຽວໄດ້ແນວໃດ? ທັງສາມພຣະອົງບໍ່ແມ່ນສາມສ່ວນ ເຊິ່ງແຕ່ລະສ່ວນມີທຳມະຊາດແຕກຕ່າງກັນບໍ? ຍັງມີຄົນອື່ນໆທີ່ເວົ້າວ່າ “ພຣະເຈົ້າບໍ່ໄດ້ລະບຸຢ່າງແຈ່ມແຈ້ງບໍວ່າ ພຣະເຢຊູເປັນພຣະບຸດອັນເປັນທີ່ຮັກຂອງພຣະອົງ?” ພຣະເຢຊູຄືພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ທີ່ພຣະອົງພໍໃຈເປັນຢ່າງຍິ່ງ, ສິ່ງນີ້ຖືກກ່າວໂດຍພຣະເຈົ້າເອງຢ່າງແນ່ນອນ. ນັ້ນຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງ, ແຕ່ຈາກທັດສະນະທີ່ແຕກຕ່າງກັນເທົ່ານັ້ນ, ພຣະວິນຍານໃນສະຫວັນເປັນພະຍານໃຫ້ກັບການບັງເກີດເປັນມະນຸດຂອງພຣະອົງເອງ. ພຣະເຢຊູຄືການບັງເກີດເປັນມະນຸດຂອງພຣະອົງ ບໍ່ແມ່ນພຣະບຸດຂອງພຣະອົງທີ່ຢູ່ໃນສະຫວັນ. ເຈົ້າເຂົ້າໃຈບໍ? ພຣະທຳຂອງພຣະເຢຊູທີ່ກ່າວວ່າ “ເຮົາຢູ່ໃນພຣະບິດາ ແລະ ພຣະບິດາກໍຢູ່ໃນເຮົາ” ບໍ່ໄດ້ຊີ້ບອກບໍວ່າ ທັງສອງພຣະອົງເປັນພຣະວິນຍານໜຶ່ງດຽວ? ແລ້ວບໍ່ແມ່ນຍ້ອນການບັງເກີດເປັນມະນຸດບໍ ທີ່ເຮັດໃຫ້ທັງສອງພຣະອົງຖືກແຍກອອກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ? ໃນຄວາມເປັນຈິງແລ້ວ, ພຣະອົງທັງສອງຍັງເປັນໜຶ່ງດຽວ; ບໍ່ວ່າໃນກໍລະນີໃດກໍຕາມ ນີ້ຄືການທີ່ພຣະເຈົ້າເປັນພະຍານໃຫ້ກັບພຣະອົງເອງແທ້ໆ. ຍ້ອນການປ່ຽນແປງໃນຍຸກຕ່າງໆ, ເງື່ອນໄຂຂອງພາລະກິດປ່ຽນແປງ ແລະ ຂັ້ນຕອນທີ່ແຕກຕ່າງກັນຂອງແຜນການຄຸ້ມຄອງຂອງພຣະອົງ, ນາມທີ່ມະນຸດເອີ້ນພຣະອົງຈຶ່ງແຕກຕ່າງເຊັ່ນກັນ. ເມື່ອພຣະອົງລົງມາປະຕິບັດຂັ້ນຕອນທຳອິດຂອງພາລະກິດ, ພຣະອົງພຽງແຕ່ຖືກເອີ້ນວ່າພຣະເຢໂຮວາເທົ່ານັ້ນ, ເຊິ່ງເປັນຄົນລ້ຽງແກະຂອງຊາວອິດສະຣາເອນ. ໃນຂັ້ນຕອນທີສອງ, ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າພຣະຜູ້ເປັນເຈົ້າ ແລະ ພຣະຄຣິດ. ແຕ່ໃນເວລານັ້ນ, ພຣະວິນຍານທີ່ຢູ່ໃນສະຫວັນກໍພຽງກ່າວວ່າ ພຣະອົງເປັນພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ບໍ່ໄດ້ກ່າວເຖິງການທີ່ພຣະອົງເປັນພຣະບຸດອົງດຽວຂອງພຣະເຈົ້າ. ສິ່ງນີ້ແມ່ນບໍ່ໄດ້ເກີດຂຶ້ນແທ້ໆ. ພຣະເຈົ້າຈະສາມາດມີລູກຊາຍພຽງຜູ້ດຽວໄດ້ແນວໃດ? ແລ້ວພຣະເຈົ້າຈະບໍ່ກາຍເປັນມະນຸດບໍ? ຍ້ອນພຣະອົງແມ່ນການບັງເກີດເປັນມະນຸດ, ພຣະອົງຈຶ່ງຖືກເອີ້ນວ່າ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ ແລະ ຈາກສິ່ງນີ້ຈຶ່ງເກີດມີຄວາມສຳພັນລະຫວ່າງພຣະບິດາ ແລະ ພຣະບຸດ. ທັງໝົດນີ້ແມ່ນເປັນຍ້ອນການແບ່ງແຍກລະຫວ່າງສະຫວັນ ແລະ ແຜ່ນດິນໂລກ. ພຣະເຢຊູອະທິຖານຈາກທັດສະນະຂອງເນື້ອໜັງ. ຍ້ອນວ່າ ພຣະອົງໄດ້ສວມໃສ່ເນື້ອໜັງແຫ່ງຄວາມເປັນມະນຸດທຳມະດາດັ່ງກ່າວ, ມັນມາຈາກທັດສະນະຂອງເນື້ອທີ່ພຣະອົງກ່າວວ່າ: “ເປືອກນອກຂອງເຮົາແມ່ນເປັນຂອງສິ່ງຖືກສ້າງ. ຍ້ອນເຮົາສວມໃສ່ເນື້ອໜັງເພື່ອເຂົ້າມາສູ່ໂລກນີ້, ບັດນີ້ ເຮົາຈຶ່ງຫ່າງໄກຈາກສະຫວັນຫຼາຍ”. ຍ້ອນເຫດຜົນນີ້, ພຣະອົງຈຶ່ງພຽງແຕ່ສາມາດອະທິຖານຫາພຣະເຈົ້າພຣະບິດາຈາກທັດສະນະຂອງເນື້ອໜັງ. ນີ້ແມ່ນໜ້າທີ່ຂອງພຣະອົງ ແລະ ເປັນສິ່ງທີ່ພຣະວິນຍານທີ່ບັງເກີດເປັນມະນຸດຂອງພຣະເຈົ້າຄວນປະກອບມີ. ມັນບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າຍ້ອນພຣະອົງອະທິຖານຫາພຣະບິດາຈາກທັດສະນະຂອງເນື້ອໜັງເທົ່ານັ້ນ. ເຖິງແມ່ນວ່າ ພຣະອົງຖືກເອີ້ນວ່າ ພຣະບຸດອັນເປັນທີ່ຮັກຂອງພຣະເຈົ້າ, ພຣະອົງກໍຍັງເປັນພຣະເຈົ້າຢູ່ດີ ນັ້ນກໍຍ້ອນວ່າ ພຣະອົງເປັນພຽງການບັງເກີດເປັນມະນຸດຂອງພຣະວິນຍານ ແລະ ແກ່ນແທ້ຂອງພຣະອົງກໍຍັງເປັນພຣະວິນຍານຄືເກົ່າ. ຜູ້ຄົນສົງໄສວ່າ ເປັນຫຍັງພຣະອົງຈຶ່ງອະທິຖານ ຖ້າພຣະອົງເປັນພຣະເຈົ້າເອງ. ນີ້ກໍເພາະວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ພຣະເຈົ້າທີ່ດຳລົງຊີວິດຢູ່ພາຍໃນເນື້ອໜັງ ແລະ ບໍ່ແມ່ນພຣະວິນຍານທີ່ຢູ່ໃນສະຫວັນ. ຕາມທີ່ມະນຸດເບິ່ງ, ພຣະບິດາ, ພຣະບຸດ ແລະ ພຣະວິນຍານບໍລິສຸດລ້ວນແລ້ວແຕ່ເປັນພຣະເຈົ້າ. ມີພຽງແຕ່ສາມພຣະອົງທີ່ຮວມກັນເປັນໜຶ່ງດຽວກັນເທົ່ານັ້ນ ຈຶ່ງຈະສາມາດຖືໄດ້ວ່າເປັນພຣະເຈົ້າທີ່ແທ້ຈິງໜຶ່ງດຽວ ແລະ ໃນວິທີນີ້ ລິດອຳນາດຂອງພຣະອົງຈຶ່ງຍິ່ງໃຫຍ່ເປັນພິເສດ. ມີຄົນທີ່ເວົ້າວ່າ ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງເປັນພຣະວິນຍານທີ່ຮຸນແຮງຂຶ້ນເຈັດເທົ່າ. ເມື່ອພຣະບຸດອະທິຖານຫຼັງຈາກການມາຂອງພຣະອົງ, ນັ້ນກໍຄື ເປັນພຣະວິນຍານທີ່ພຣະອົງອະທິຖານຫາ. ໃນຄວາມເປັນຈິງແລ້ວ, ພຣະອົງກຳລັງອະທິຖານຈາກທັດສະນະຂອງສິ່ງທີ່ຖືກສ້າງ. ຍ້ອນເນື້ອໜັງບໍ່ຄົບຖ້ວນ, ພຣະອົງຈຶ່ງບໍ່ຄົບຖ້ວນ ແລະ ມີຈຸດອ່ອນຫຼາຍຢ່າງ ເມື່ອພຣະອົງກາຍມາເປັນເນື້ອໜັງ ແລະ ພຣະອົງວຸ້ນວາຍຫຼາຍໃນຂະນະທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນເນື້ອໜັງ. ນັ້ນຄືເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງອະທິຖານຫາພຣະເຈົ້າພຣະບິດາສາມຄັ້ງກ່ອນທີ່ພຣະອົງຈະຖືກຄຶງເທິງໄມ້ກາງແຂນ ພ້ອມທັງອະທິຖານຫຼາຍຄັ້ງກ່ອນໜ້ານັ້ນ. ພຣະອົງອະທິຖານທ່າມກາງສາວົກຂອງພຣະອົງ; ພຣະອົງອະທິຖານຜູ້ດຽວເທິງພູເຂົາ; ພຣະອົງອະທິຖານເມື່ອຢູ່ເທິງເຮືອປະມົງ; ພຣະອົງອະທິຖານທ່າມກາງຝູງຊົນ; ພຣະອົງອະທິຖານເມື່ອກຳລັງຫັກເຂົ້າຈີ່; ແລະ ພຣະອົງອະທິຖານເມື່ອກຳລັງອວຍພອນຄົນອື່ນ. ເປັນຫຍັງພຣະອົງຈຶ່ງເຮັດແບບນັ້ນ? ແມ່ນພຣະວິນຍານທີ່ພຣະອົງກຳລັງອະທິຖານຫາ; ພຣະອົງອະທິຖານຫາພຣະວິນຍານ, ຫາພຣະເຈົ້າທີ່ຢູ່ໃນສະຫວັນ ຈາກທັດສະນະຂອງເນື້ອໜັງ. ສະນັ້ນ ຈາກຈຸດຢືນຂອງມະນຸດ, ພຣະເຢຊູກາຍມາເປັນພຣະບຸດໃນຂັ້ນຕອນນັ້ນຂອງພາລະກິດ. ເຖິງຢ່າງໃດກໍຕາມ ໃນຂັ້ນຕອນນີ້ ພຣະອົງບໍ່ໄດ້ອະທິຖານ. ເປັນຫຍັງຈຶ່ງເປັນແບບນີ້? ນີ້ກໍຍ້ອນວ່າ ສິ່ງທີ່ພຣະອົງນໍາອອກມາແມ່ນພາລະກິດແຫ່ງພຣະທຳ ແລະ ການພິພາກສາ ແລະ ການຕີສອນຂອງພຣະທຳ. ພຣະອົງບໍ່ຈຳເປັນຕ້ອງອະທິຖານ ແລະ ພັນທະກິດຂອງພຣະອົງແມ່ນເພື່ອກ່າວພຣະທໍາ. ພຣະອົງບໍ່ໄດ້ຖືກຄຶງໃສ່ໄມ້ກາງແຂນ ແລະ ພຣະອົງບໍ່ໄດ້ຖືກມະນຸດສົ່ງມອບພຣະອົງໃຫ້ກັບຄົນທີ່ມີອຳນາດ. ພຣະອົງພຽງແຕ່ປະຕິບັດພາລະກິດຂອງພຣະອົງ. ໃນເວລາທີ່ພຣະເຢຊູອະທິຖານ, ພຣະອົງອະທິຖານຫາພຣະເຈົ້າພຣະບິດາເພື່ອການລົງມາຂອງອານາຈັກສະຫວັນ, ເພື່ອຄວາມປະສົງຂອງພຣະບິດາຈະຖືກເຮັດໃຫ້ສຳເລັດ ແລະ ເພື່ອພາລະກິດທີ່ຈະມາ. ໃນຂັ້ນຕອນນີ້, ອານາຈັກສະຫວັນໄດ້ລົງມາແລ້ວ, ສະນັ້ນ ພຣະອົງຍັງຈຳເປັນຕ້ອງອະທິຖານຢູ່ບໍ? ພາລະກິດຂອງພຣະອົງແມ່ນເພື່ອນໍາຍຸກໄປສູ່ເວລາສຸດທ້າຍ ແລະ ບໍ່ມີຍຸກໃໝ່ອີກຕໍ່ໄປ, ແລ້ວຈຳເປັນຕ້ອງອະທິຖານສຳລັບຍຸກຕໍ່ໄປບໍ? ເຮົາຢ້ານວ່າບໍ່ຈຳເປັນ!

ມີຂໍ້ຂັດແຍ້ງຫຼາຍຢ່າງໃນການອະທິບາຍຂອງມະນຸດ. ແນ່ນອນ, ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນແນວຄິດຂອງມະນຸດ; ຫາກປາສະຈາກການພິຈາລະນາເພີ່ມເຕີມຢ່າງລະອຽດ, ພວກເຈົ້າທຸກຄົນກໍຈະເຊື່ອວ່າ ສິ່ງເຫຼົ່ານັ້ນຖືກຕ້ອງ. ພວກເຈົ້າບໍ່ຮູ້ບໍວ່າແນວຄວາມຄິດດັ່ງກ່າວໃນພຣະເຈົ້າສາມອົງເປັນພຽງແນວຄິດຂອງມະນຸດ? ບໍ່ມີຄວາມຮູ້ໃດຂອງມະນຸດທີ່ສົມບູນ ແລະ ທົ່ວເຖິງ. ມີຄວາມບໍ່ບໍລິສຸດຢູ່ສະເໝີ ແລະ ມະນຸດແມ່ນມີແນວຄິດຫຼາຍເກີນໄປ; ສິ່ງນີ້ສະແດງໃຫ້ເຫັນວ່າ ສິ່ງຖືກສ້າງບໍ່ສາມາດອະທິບາຍເຖິງພາລະກິດຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ມີຫຼາຍສິ່ງເກີນໄປໃນຄວາມຄິດຂອງມະນຸດ, ທຸກສິ່ງມາຈາກເຫດຜົນ ແລະ ຄວາມຄິດ ເຊິ່ງຂັດກັບຄວາມຈິງ. ເຫດຜົນຂອງເຈົ້າສາມາດວິເຄາະພາລະກິດຂອງພຣະເຈົ້າໄດ້ຢ່າງທົ່ວເຖິງບໍ? ເຈົ້າສາມາດຮັບເອົາຄວາມເຂົ້າໃຈໃນພາລະກິດທັງໝົດຂອງພຣະເຢໂຮວາບໍ່? ແມ່ນເຈົ້າບໍ ທີ່ເປັນມະນຸດຜູ້ທີ່ເຫັນຜ່ານທຸກສິ່ງ ຫຼື ແມ່ນພຣະເຈົ້າເອງທີ່ສາມາດເຫັນຕະຫຼອດໄປເປັນນິດນິລັນ? ແມ່ນເຈົ້າບໍ ທີ່ສາມາດເຫັນຈາກອະດີດຈົນເຖິງອະນາຄົດຕະຫຼອດໄປເປັນນິດ ຫຼື ເປັນພຣະເຈົ້າທີ່ສາມາດເຮັດແບບນັ້ນໄດ້? ເຈົ້າຈະເວົ້າແນວໃດ? ເຈົ້າຈະສົມຄວນອະທິບາຍພຣະເຈົ້າໄດ້ແນວໃດ? ການອະທິບາຍຂອງເຈົ້າແມ່ນອີງຕາມພື້ນຖານຫຍັງ? ເຈົ້າເປັນພຣະເຈົ້າບໍ? ສະຫວັນ ແລະ ແຜ່ນດິນໂລກ ແລະ ສິ່ງທັງປວງກໍ່ຖືກສ້າງໂດຍພຣະເຈົ້າເອງ. ບໍ່ແມ່ນເຈົ້າທີ່ເຮັດສິ່ງນີ້, ແລ້ວເປັນຫຍັງເຈົ້າຈຶ່ງອະທິບາຍຢ່າງບໍ່ຖືກຕ້ອງ? ບັດນີ້, ເຈົ້າຈະສືບຕໍ່ເຊື່ອໃນພຣະເຈົ້າຕຣີເອການຸພາບຢູ່ບໍ? ເຈົ້າບໍ່ຄິດບໍ່ວ່າ ການເຊື່ອແບບນັ້ນແມ່ນມີພາລະຫຼາຍເກີນໄປ? ມັນຈະເປັນການດີທີ່ສຸດ ຖ້າເຈົ້າເຊື່ອໃນພຣະເຈົ້າໜຶ່ງດຽວ, ບໍ່ແມ່ນໃນພຣະເຈົ້າສາມພຣະອົງ. ມັນເປັນການດີທີ່ສຸດທີ່ຈະເປັນແສງສະຫວ່າງ ເພາະວ່າ ພາລະຂອງພຣະຜູ້ເປັນເຈົ້າຄືແສງສະຫວ່າງ.

ກ່ອນນີ້: ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ

ຕໍ່ໄປ: ການປະຕິບັດ (3)

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້