ພວກເຈົ້າຕ້ອງເຂົ້າໃຈພາລະກິດ ຢ່າປະຕິບັດຕາມຢ່າງສັບສົນ!

ໃນປັດຈຸບັນນີ້ ມີຫຼາຍຄົນທີ່ເຊື່ອໃນລັກສະນະທີ່ສັບສົນ. ພວກເຈົ້າມີຄວາມຢາກຮູ້ຢາກເຫັນຫຼາຍເກີນໄປ, ມີຄວາມປາຖະໜາຢາກໄດ້ພອນຫຼາຍເກີນໄປ ແລະ ມີຄວາມປາຖະໜາທີ່ຈະສະແຫວງຫາຊີວິດໜ້ອຍເກີນໄປ. ຜູ້ທີ່ເຊື່ອໃນພຣະເຢຊູທຸກມື້ນີ້ແມ່ນເຕັມໄປດ້ວຍຄວາມກະຕືລືລົ້ນ. ພຣະເຢຊູຈະນໍາພາພວກເຂົາກັບໄປສູ່ເຮືອນແຫ່ງສະຫວັນ ແລ້ວພວກເຂົາຈະບໍ່ເຊື່ອໄດ້ແນວໃດ? ບາງຄົນເປັນຜູ້ທີ່ເຊື່ອຕະຫຼອດຊີວິດຂອງພວກເຂົາ, ພວກເຂົາເຊື່ອມາເປັນເວລາ 40 ຫຼື 50 ປີແລ້ວ ແລະ ພວກເຂົາບໍ່ເຄີຍເບື່ອທີ່ຈະອ່ານພຣະຄຳພີເລີຍ. ນີ້ກໍຍ້ອນພວກເຂົາຄິດ[ກ] ວ່າ ບໍ່ວ່າຈະເກີດຫຍັງຂຶ້ນ, ຕາບໃດທີ່ພວກເຂົາເຊື່ອ, ພວກເຂົາກໍຈະໄດ້ຂຶ້ນສະຫວັນ. ພວກເຈົ້າໄດ້ຕິດຕາມພຣະເຈົ້າດ້ວຍເສັ້ນທາງນີ້ພຽງແຕ່ສອງສາມປີເທົ່ານັ້ນ, ແຕ່ວ່າພວກເຈົ້າກໍລັງເລໃຈ ແລະ ສູນເສຍຄວາມອົດທົນ. ນີ້ກໍຍ້ອນວ່າຄວາມປາຖະໜາທີ່ຈະໄດ້ຮັບພອນນັ້ນແຮງກ້າເກີນໄປ. ການຍ່າງບົນເສັ້ນທາງທີ່ແທ້ຈິງຂອງພວກເຈົ້ານັ້ນຖືກຄອບງຳໂດຍຄວາມປາຖະໜາທີ່ຈະໄດ້ຮັບພອນຂອງພວກເຈົ້າ ແລະ ດ້ວຍຄວາມຢາກຮູ້ຢາກເຫັນຂອງພວກເຈົ້າ. ພວກເຈົ້າບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບຂັ້ນຕອນນີ້ຂອງພາລະກິດ. ສິ່ງທີ່ເຮົາກ່າວໃນມື້ນີ້ສ່ວນຫຼາຍບໍ່ແມ່ນກ່ຽວກັບບັນດາຜູ້ທີ່ເຊື່ອໃນພຣະເຢຊູ; ບໍ່ໄດ້ກ່າວເພື່ອຕໍ່ຕ້ານຄວາມຄິດຂອງພວກເຂົາແມ່ນແຕ່ໜ້ອຍດຽວ. ຄວາມຈິງແລ້ວ, ຄວາມຄິດເຫຼົ່ານີ້ທີ່ຖືກເປີດເຜີຍເປັນຄວາມຄິດທີ່ມີຢູ່ໃນພວກເຈົ້າແລ້ວ, ຍ້ອນພວກເຈົ້າບໍ່ເຂົ້າໃຈວ່າເປັນຫຍັງພຣະຄຳພີຈິ່ງຖືກວາງໄວ້ທາງຂ້າງ, ເປັນຫຍັງເຮົາຈິ່ງເວົ້າວ່າພາລະກິດຂອງພຣະເຢໂຮວານັ້ນຫຼ້າສະໄໝ ແລະ ເປັນຫຍັງເຮົາຈິ່ງເວົ້າວ່າພາລະກິດຂອງພຣະເຢຊູນັ້ນຫຼ້າສະໄໝ. ຄວາມຈິງກໍຄື ພວກເຈົ້າມີຫຼາຍແນວຄວາມຄິດທີ່ພວກເຈົ້າບໍ່ໄດ້ເວົ້າອອກມາ. ພວກເຈົ້າມີຫຼາຍຄຳຄິດເຫັນທີ່ຝັງເລິກຢູ່ໃນຫົວໃຈຂອງພວກເຈົ້າ ແລະ ພວກເຈົ້າພຽງແຕ່ຕິດຕາມຝູງຊົນຊື່ໆ. ພວກເຈົ້າຄິດແທ້ບໍວ່າ ພວກເຈົ້າບໍ່ໄດ້ມີແນວຄວາມຄິດຢ່າງຫຼວງຫຼາຍ? ພຽງແຕ່ພວກເຈົ້າບໍ່ໄດ້ເວົ້າເຖິງພວກມັນເທົ່ານັ້ນເອງ! ໃນແທ້ຈິງແລ້ວ, ພວກເຈົ້າຕິດຕາມພຣະເຈົ້າພໍເປັນພິທີເທົ່ານັ້ນ, ພວກເຈົ້າບໍ່ໄດ້ສະແຫວງຫາເສັ້ນທາງທີ່ແທ້ຈິງແມ່ນແຕ່ໜ້ອຍດຽວ ແລະ ບໍ່ໄດ້ຕັ້ງໃຈມາເພື່ອຮັບຊີວິດ. ພວກເຈົ້າມີທັດສະນະຄະຕິພຽງຢາກເຫັນວ່າຈະເກີດຫຍັງຂຶ້ນ. ຍ້ອນວ່າພວກເຈົ້າບໍ່ໄດ້ປ່ອຍວາງຄວາມຄິດເກົ່າໆຂອງພວກເຈົ້າ, ບໍ່ມີໃຜໃນບັນດາພວກເຈົ້າທີ່ສາມາດຖວາຍຕົນເອງໄດ້ຢ່າງເຕັມທີ່. ມາຮອດຈຸດນີ້ແລ້ວ ພວກເຈົ້າກໍຍັງສືບຕໍ່ກັງວົນກ່ຽວກັບຊະຕາກຳຂອງພວກເຈົ້າຢູ່ ໂດຍປ່ອຍໃຫ້ຄວາມຄິດຂອງພວກເຈົ້າປັ່ນປ່ວນຢູ່ຕະຫຼອດມື້ຕະຫຼອດຄືນ ແລະ ບໍ່ສາມາດປ່ອຍວາງມັນໄດ້ຈັກເທື່ອ. ເຈົ້າຄິດວ່າເມື່ອເຮົາກ່າວເຖິງພວກຟາຣິຊາຍ ເຮົາໝາຍເຖິງ “ພວກອາວຸໂສ” ໃນສາສະໜາບໍ? ບໍ່ແມ່ນເຈົ້າເປັນຕົວແທນຂອງພວກຟາຣິຊາຍທີ່ກ້າວໜ້າທີ່ສຸດຂອງຍຸກປັດຈຸບັນບໍ? ເຈົ້າຄິດວ່າເມື່ອເຮົາກ່າວເຖິງຄົນເຫຼົ່ານັ້ນທີ່ປຽບທຽບເຮົາໃສ່ກັບພຣະຄຳພີ ເຮົາໝາຍເຖິງບັນດາຜູ້ຊ່ຽວຊານດ້ານພຣະຄຳພີໃນອົງກອນສາສະໜາເທົ່ານັ້ນບໍ? ເຈົ້າຄິດວ່າເມື່ອເຮົາກ່າວເຖິງຜູ້ຄົນທີ່ຕອກຕະປູຄຶງພຣະເຈົ້າໃສ່ໄມ້ກາງແຂນອີກຄັ້ງ ແມ່ນເຮົາກຳລັງກ່າວເຖິງບັນດາຄະນະຜູ້ນຳທາງສາສະໜາບໍ? ບໍ່ແມ່ນພວກເຈົ້າເປັນນັກສະແດງທີ່ດີເດັ່ນທີ່ກຳລັງຫຼິ້ນບົດບາດນີ້ຢູ່ບໍ? ເຈົ້າຄິດວ່າພຣະທຳທັງໝົດທີ່ເຮົາກ່າວເພື່ອຕໍ່ຕ້ານກັບຄວາມຄິດຂອງຄົນ ຄືການເຍາະເຍີ້ຍພວກປະກາດພຣະທຳ ແລະ ພວກເຖົ້າແກ່ຂອງສາສະໜາເທົ່ານັ້ນບໍ? ບໍ່ແມ່ນພວກເຈົ້າກໍມີສ່ວນຮ່ວມໃນສິ່ງເຫຼົ່ານີ້ທັງໝົດບໍ? ພວກເຈົ້າຄິດວ່າພວກເຈົ້າມີພຽງສອງສາມຄວາມຄິດເທົ່ານັ້ນບໍ? ພຽງແຕ່ວ່າ ຕອນນີ້ ພວກເຈົ້າທຸກຄົນໄດ້ຮຽນເປັນຄົນສະຫຼາດຂຶ້ນເທົ່ານັ້ນເອງ. ເຖິງພວກເຈົ້າບໍ່ເວົ້າໃນສິ່ງທີ່ພວກເຈົ້າບໍ່ເຂົ້າໃຈ ຫຼື ເປີດໂປງຄວາມຮູ້ສຶກທີ່ພວກເຈົ້າມີກ່ຽວກັບສິ່ງເຫຼົ່ານັ້ນ ແຕ່ວ່າພວກເຈົ້າກໍຍັງຂາດຫົວໃຈແຫ່ງຄວາມເຄົາລົບນັບຖື ແລະ ຫົວໃຈແຫ່ງການຍອມຮັບຢູ່ດີ. ດັ່ງທີ່ພວກເຈົ້າໄດ້ເຫັນ, ການສຶກສາ, ການສັງເກດ ແລະ ການຄອງຖ້າ ແມ່ນວິທີການປະຕິບັດທີ່ດີທີ່ສຸດຂອງພວກເຈົ້າໃນປັດຈຸບັນນີ້. ພວກເຈົ້າໄດ້ຮຽນຮູ້ທີ່ຈະເປັນຄົນສະຫຼາດເກີນໄປ. ແນວໃດກໍຕາມ, ພວກເຈົ້າຮູ້ບໍວ່າ ນີ້ແມ່ນຮູບແບບຈິດຕະວິທະຍາທີ່ມີໄຫວພິບທີ່ສຸດຂອງພວກເຈົ້າ? ພວກເຈົ້າຄິດວ່າ ພວກເຈົ້າສະຫຼາດພຽງໄລຍະເວລາໃດໜຶ່ງຈະຊ່ວຍໃຫ້ພວກເຈົ້າຫຼົບໜີຈາກການຂ້ຽນຕີນິລັນດອນໄດ້ບໍ? ພວກເຈົ້າໄດ້ຮຽນຮູ້ທີ່ຈະເປັນຄົນ “ສະຫຼາດ” ຫຼາຍເກີນໄປ! ບາງຄົນຖາມເຮົາກ່ຽວກັບສິ່ງຕ່າງໆເຊັ່ນ: “ມື້ໜຶ່ງ, ເມື່ອມີບຸກຄົນທາງສາສະໜາຖາມຂ້ານ້ອຍວ່າ, ເປັນຫຍັງພຣະເຈົ້າຂອງພວກເຈົ້າຈິ່ງບໍ່ສ້າງສິ່ງອັດສະຈັນແມ່ນແຕ່ສິ່ງດຽວ? ຂ້ານ້ອຍຄວນອະທິບາຍແນວໃດ?” ປັດຈຸບັນນີ້, ມັນບໍ່ແມ່ນມີແຕ່ຄົນຂອງສາສະໜາທີ່ຈະຖາມກ່ຽວກັບສິ່ງດັ່ງກ່າວ. ກົງກັນຂ້າມ, ຍ້ອນວ່າເຈົ້າບໍ່ເຂົ້າໃຈພາລະກິດຂອງມື້ນີ້ ແລະ ຈົມປັກຢູ່ກັບແນວຄວາມຄິດຫຼາຍເກີນໄປ. ເຈົ້າຍັງບໍ່ຮູ້ບໍວ່າເຮົາໝາຍເຖິງໃຜເມື່ອເວລາເຮົາກ່າວເຖິງພວກນັກບວດ? ເຈົ້າບໍ່ຮູ້ບໍວ່າເຮົາກຳລັງອະທິບາຍພຣະຄຳພີໃຫ້ໃຜຟັງ? ເຈົ້າບໍ່ຮູ້ບໍວ່າເຮົາກ່າວກັບໃຜເມື່ອເວລາເຮົາອະທິບາຍເຖິງສາມຂັ້ນຕອນຂອງພາລະກິດ? ຖ້າເຮົາບໍ່ໄດ້ກ່າວເຖິງສິ່ງເຫຼົ່ານີ້, ພວກເຈົ້າຈະໝັ້ນໃຈໄດ້ຢ່າງງ່າຍດາຍບໍ? ພວກເຈົ້າຈະຍອມຮັບເອົາແບບງ່າຍໆບໍ? ພວກເຈົ້າ ຈະປ່ອຍວາງຄວາມຄິດເກົ່າໆເຫຼົ່ານັ້ນໄດ້ຢ່າງງ່າຍດາຍແທ້ບໍ? ໂດຍສະເພາະບັນດາ “ຜູ້ຊາຍແທ້” ຜູ້ທີ່ບໍ່ເຄີຍເຊື່ອຟັງຜູ້ໃດ, ພວກເຂົາຈະເຊື່ອຟັງຢ່າງງ່າຍດາຍບໍ? ເຮົາຮູ້ດີວ່າ ເຖິງແມ່ນຄວາມເປັນມະນຸດຂອງພວກເຈົ້າຢູ່ໃນລະດັບຕ່ຳ ແລະ ພວກເຈົ້າມີຄວາມສາມາດຕ່ຳຫຼາຍ, ມີສະໝອງທີ່ມີການພັດທະນາໜ້ອຍ ແລະ ບໍ່ມີປະຫວັດອັນຍາວນານກ່ຽວກັບການເຊື່ອໃນພຣະເຈົ້າ, ແຕ່ແທ້ຈິງແລ້ວ ພວກເຈົ້າມີຄວາມຄິດຂ້ອນຂ້າງຫຼາຍ ແລະ ທຳມະຊາດຂອງພວກເຈົ້າແມ່ນບໍ່ຍອມອ່ອນນ້ອມຕໍ່ຜູ້ໃດງ່າຍໆ. ແນວໃດກໍຕາມ, ປັດຈຸບັນນີ້ ພວກເຈົ້າສາມາດອ່ອນນ້ອມໄດ້ກໍຍ້ອນວ່າພວກເຈົ້າຖືກບັງຄັບ ແລະ ເຮັດຫຍັງບໍ່ໄດ້; ພວກເຈົ້າຄືເສືອໃນກົງເຫຼັກ, ບໍ່ສາມາດແລ່ນຫຼິ້ນໄດ້ຢ່າງອິດສະຫຼະຕາມທັກສະທີ່ພວກເຈົ້າມີ. ເຖິງແມ່ນວ່າພວກເຈົ້າຈະມີປີກກໍຕາມ ພວກເຈົ້າຈະເຫັນໄດ້ວ່າ ມັນຍາກທີ່ຈະບິນໄດ້. ເຖິງແມ່ນວ່າບໍ່ໄດ້ຮັບພອນ ພວກເຈົ້າກໍຍັງເຕັມໃຈທີ່ຈະປະຕິບັດຕາມ. ແນວໃດກໍຕາມ, ນີ້ບໍ່ແມ່ນວິນຍານ “ຄົນດີ” ຂອງພວກເຈົ້າ, ແຕ່ກົງກັນຂ້າມ ຍ້ອນວ່າ ພວກເຈົ້າໄດ້ລົ້ມເຫຼວໃນທຸກດ້ານ ແລະ ພວກເຈົ້າເອງກໍເສຍໃຈຫຼາຍ. ຍ້ອນວ່າທຸກສິ່ງໃນພາລະກິດນີ້ເຮັດໃຫ້ພວກເຈົ້າລົ້ມລົງ. ຖ້າມີສິ່ງໃດທີ່ພວກເຈົ້າສາມາດເຮັດສໍາເລັດໄດ້, ພວກເຈົ້າຈະບໍ່ເຊື່ອຟັງດັ່ງທີ່ພວກເຈົ້າເຊື່ອຟັງຢູ່ໃນວັນນີ້, ຍ້ອນວ່າເມື່ອກ່ອນ, ພວກເຈົ້າທຸກຄົນແມ່ນເປັນລາປ່າທີ່ຢູ່ໃນຖິ່ນທຸລະກັນດານ. ດັ່ງນັ້ນ ສິ່ງທີ່ໄດ້ກ່າວໃນວັນນີ້ ບໍ່ພຽງແຕ່ເຈາະຈົງໃສ່ຄົນຂອງສາສະໜາ ແລະ ນິກາຍຕ່າງໆເທົ່ານັ້ນ ແລະ ກໍບໍ່ແມ່ນເພື່ອຕໍ່ຕ້ານຄວາມຄິດຂອງພວກເຂົາອີກດ້ວຍ; ກົງກັນຂ້າມ ແມ່ນເພື່ອຕໍ່ຕ້ານຄວາມຄິດຂອງພວກເຈົ້າ.

ການພິພາກສາແຫ່ງຄວາມຊອບທຳໄດ້ເລີ່ມຂຶ້ນແລ້ວ. ພຣະເຈົ້າຍັງເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບສຳລັບມະນຸດຢູ່ບໍ? ພຣະເຈົ້າຈະຫຼິ້ນເປັນທ່ານໝໍຜູ້ຍິ່ງໃຫຍ່ສຳລັບຄົນອີກບໍ? ພຣະເຈົ້າບໍ່ມີອຳນາດທີ່ຍິ່ງໃຫຍ່ກວ່ານີ້ບໍ? ຄົນກຸ່ມໜຶ່ງໄດ້ຖືກເຮັດໃຫ້ສົມບູນແລ້ວ ແລະ ໄດ້ຖືກຍົກຂຶ້ນມາຢູ່ຕໍ່ໜ້າບັນລັງ. ພຣະອົງຍັງຈະຂັບໄລ່ຜີສາດ ແລະ ປິ່ນປົວຄົນເຈັບປ່ວຍຢູ່ບໍ? ນີ້ບໍ່ຫຼ້າສະໄໝເກີນໄປບໍ? ຖ້າສິ່ງນີ້ສືບຕໍ່ເປັນແບບນີ້ ການເປັນພະຍານຈະເກີດຂຶ້ນໄດ້ບໍ? ພຣະເຈົ້າໄດ້ຖືກຄຶງໃສ່ໄມ້ກາງແຂນເທື່ອໜຶ່ງແລ້ວ, ດັ່ງນັ້ນ ພຣະອົງຈະຖືກຄຶງກາງແຂນຕະຫຼອດໄປບໍ? ໃນເມື່ອໄດ້ຂັບໄລ່ຜີສາດອອກເທື່ອໜຶ່ງແລ້ວ, ພຣະອົງຈະຂັບໄລ່ພວກມັນອອກຕະຫຼອດໄປບໍ? ນີ້ບໍ່ຖືວ່າເປັນການອັບອາຍຂາຍໜ້າບໍ? ມີພຽງແຕ່ເມື່ອຂັ້ນຕອນນີ້ຂອງພາລະກິດພັດທະນາສູງຂຶ້ນກວ່າຂັ້ນຕອນທີ່ຜ່ານມາເທົ່ານັ້ນ ແຕ່ລະຍຸກຈຶ່ງຈະກ້າວໜ້າຕໍ່ໄປ. ຫຼັງຈາກນັ້ນ ກໍຈະມາເຖິງຍຸກສຸດທ້າຍ ແລະ ວັນນັ້ນກໍຈະມາເຖິງ ວັນທີ່ຍຸກດັ່ງກ່າວຈະສິ້ນສຸດລົງ. ສະນັ້ນ ຄົນທີ່ສະແຫວງຫາຄວາມຈິງຕ້ອງໄດ້ເອົາໃຈໃສ່ໃນການຢັ່ງຮູ້ກ່ຽວກັບນິມິດນີ້. ນີ້ແມ່ນພື້ນຖານ. ທຸກເທື່ອທີ່ເຮົາສົນທະນາກັບພວກເຈົ້າກ່ຽວກັບນິມິດ, ເຮົາເຫັນຕະຫຼອດວ່າ ໜັງຕາຂອງບາງຄົນເລີ່ມຕົກ, ພວກເຂົາເລີ່ມເຫງົານອນ ແລະ ບໍ່ຢາກຟັງ. ຄົນອື່ນຖາມວ່າ: “ເປັນຫຍັງພວກເຈົ້າຈິ່ງບໍ່ຟັງ?” ພວກເຂົາຕອບວ່າ “ນີ້ບໍ່ໄດ້ຊ່ວຍຊີວິດຂອງຂ້ອຍ ຫຼື ຊ່ວຍໃຫ້ຂ້ອຍເຂົ້າສູ່ຄວາມເປັນຈິງ. ສິ່ງທີ່ພວກເຮົາຕ້ອງການຄືເສັ້ນທາງປະຕິບັດ”. ເມື່ອເຮົາບໍ່ກ່າວເຖິງເສັ້ນທາງປະຕິບັດ ແລະ ກ່າວເຖິງພາລະກິດ, ພວກເຂົາເວົ້າວ່າ “ທັນທີທີ່ພຣະອົງເວົ້າກ່ຽວກັບພາລະກິດ, ຂ້ານ້ອຍກໍ່ເລີ່ມເຫງົານອນ”. ເມື່ອເຮົາເລີ່ມກ່າວເຖິງເສັ້ນທາງປະຕິບັດ, ພວກເຂົາກໍເລີ່ມບັນທຶກຂໍ້ຄວາມໄວ້ ແລະ ເມື່ອເຮົາເລີ່ມກ່າວກ່ຽວກັບພາລະກິດອີກ, ພວກເຂົາກໍບໍ່ຟັງອີກ. ປັດຈຸບັນພວກເຈົ້າຮູ້ສິ່ງທີ່ພວກເຈົ້າຕ້ອງການຢູ່ບໍ? ດ້ານໜຶ່ງແມ່ນວິໄສທັດກ່ຽວກັບພາລະກິດ ແລະ ອີກດ້ານໜຶ່ງແມ່ນການປະຕິບັດຂອງເຈົ້າ. ເຈົ້າຕ້ອງເຂົ້າໃຈທັງສອງດ້ານ. ຖ້າເຈົ້າບໍ່ມີວິໄສທັດໃນການຄົ້ນຫາເພື່ອສ້າງຄວາມກ້າວໜ້າໃນຊີວິດ, ເຈົ້າກໍບໍ່ມີພື້ນຖານ. ຖ້າເຈົ້າມີພຽງເສັ້ນທາງປະຕິບັດເທົ່ານັ້ນ ແລະ ບໍ່ມີວິໄສທັດແມ່ນແຕ່ໜ້ອຍດຽວ ແລະ ບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດແຫ່ງແຜນການຄຸ້ມຄອງທັງໝົດ, ເຈົ້າຖືວ່າບໍ່ມີດີຫຍັງເລີຍ. ເຈົ້າຕ້ອງເຂົ້າໃຈຄວາມຈິງທາງດ້ານນິມິດ ແລະ ໃນສ່ວນຄວາມຈິງທາງດ້ານປະຕິບັດນັ້ນ, ເຈົ້າກໍຕ້ອງຊອກຫາເສັ້ນທາງປະຕິບັດທີ່ເໝາະສົມເມື່ອເຈົ້າເຂົ້າໃຈສິ່ງນັ້ນແລ້ວ; ເຈົ້າຕ້ອງປະຕິບັດຕາມພຣະທຳ ແລະ ເຂົ້າສູ່ຕາມເງື່ອນໄຂຂອງເຈົ້າ. ນິມິດຕ່າງໆຄືພື້ນຖານ ແລະ ຖ້າເຈົ້າບໍ່ໃສ່ໃຈກັບເລື່ອງນີ້, ເຈົ້າຈະບໍ່ສາມາດຕິດຕາມໄດ້ຈົນເຖິງທີ່ສຸດ. ເມື່ອເຈົ້າມີປະສົບການໃນລັກສະນະນີ້, ເຈົ້າກໍຈະທັງຫຼົງທາງ ຫຼື ລົ້ມລົງ ແລະ ລົ້ມເຫຼວ. ເຈົ້າຈະບໍ່ມີທາງປະສົບຜົນສຳເລັດໄດ້ເລີຍ! ຄົນທີ່ບໍ່ມີວິໄສທັດອັນຍິ່ງໃຫຍ່ເປັນພື້ນຖານຂອງພວກເຂົາ ກໍຈະມີແຕ່ລົ້ມເຫຼວ ແລະ ບໍ່ປະສົບຜົນສຳເລັດ. ເຈົ້າບໍ່ສາມາດຕັ້ງໝັ້ນໄດ້! ເຈົ້າຮູ້ບໍວ່າການເຊື່ອໃນພຣະເຈົ້າແມ່ນຫຍັງ? ເຈົ້າຮູ້ບໍວ່າການຕິດຕາມພຣະເຈົ້າແມ່ນຫຍັງ? ຖ້າປາສະຈາກວິໄສທັດແລ້ວ, ເຈົ້າຈະຍ່າງຕາມເສັ້ນທາງໃດ? ໃນພາລະກິດຂອງປັດຈຸບັນນີ້, ຖ້າເຈົ້າບໍ່ມີວິໄສທັດ ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ເລີຍ. ແລ້ວເຈົ້າເຊື່ອໃຜ? ເປັນຫຍັງເຈົ້າຈິ່ງເຊື່ອໃນພຣະອົງ? ເປັນຫຍັງເຈົ້າຈິ່ງຕິດຕາມພຣະອົງ? ເຈົ້າເຫັນຄວາມເຊື່ອຂອງເຈົ້າເປັນເກມຊະນິດໜຶ່ງເທົ່ານັ້ນບໍ? ເຈົ້າຈັດການກັບຊີວິດຂອງເຈົ້າຄືກັບຂອງຫຼິ້ນບໍ? ພຣະເຈົ້າໃນມື້ນີ້ແມ່ນນິມິດທີ່ຍິ່ງໃຫຍ່ທີ່ສຸດ. ເຈົ້າຮູ້ກ່ຽວກັບພຣະອົງຫຼາຍປານໃດ? ເຈົ້າໄດ້ເຫັນພຣະອົງຫຼາຍປານໃດ? ເມື່ອໄດ້ເຫັນພຣະເຈົ້າແຫ່ງປັດຈຸບັນແລ້ວ ພື້ນຖານຂອງການເຊື່ອໃນພຣະເຈົ້າຂອງເຈົ້າໝັ້ນຄົງຢູ່ບໍ? ເຈົ້າຄິດວ່າ ຕາບໃດທີ່ເຈົ້າຕິດຕາມໃນເສັ້ນທາງທີ່ສັບສົນນີ້, ເຈົ້າຈະໄດ້ຮັບການຊ່ວຍໃຫ້ພົ້ນບາບບໍ? ເຈົ້າຄິດວ່າ ເຈົ້າສາມາດຈັບປາໃນນໍ້າຂຸ່ນໄດ້ບໍ? ມັນງ່າຍປານນັ້ນພຸ້ນບໍ? ມີຈັກຄວາມຄິດທີ່ກ່ຽວກັບສິ່ງທີ່ພຣະເຈົ້າກ່າວເຖິງໃນມື້ນີ້ ທີ່ເຈົ້າໄດ້ປ່ອຍວາງລົງ? ເຈົ້າມີວິໄສທັດກ່ຽວກັບພຣະເຈົ້າແຫ່ງປັດຈຸບັນບໍ? ຄວາມເຊື່ອຂອງເຈົ້າກ່ຽວກັບພຣະເຈົ້າແຫ່ງປັດຈຸບັນແມ່ນຢູ່ໃສ? ເຈົ້າເຊື່ອຢູ່ສະເໝີວ່າ ເຈົ້າຈະສາມາດຮັບເອົາພຣະອົງ[ຂ] ໂດຍການຕິດຕາມພຣະອົງເທົ່ານັ້ນ ຫຼື ພຽງແຕ່ໂດຍການເຫັນພຣະອົງ ແລະ ຈະບໍ່ມີໃຜທີ່ສາມາດຂັບໄລ່ເຈົ້າໄດ້. ຢ່າຄິດວ່າການຕິດຕາມພຣະເຈົ້າງ່າຍປານນັ້ນ. ສິ່ງສຳຄັນກໍຄືເຈົ້າຕ້ອງຮູ້ຈັກພຣະອົງ, ເຈົ້າຕ້ອງຮູ້ຈັກພາລະກິດຂອງພຣະອົງ ແລະ ເຈົ້າຕ້ອງມີຄວາມປະສົງທີ່ຈະທົນກັບຄວາມຍາກລຳບາກເພື່ອພຣະອົງ, ມີຄວາມປະສົງທີ່ຈະສະຫຼະຊີວິດຂອງເຈົ້າເພື່ອພຣະອົງ ແລະ ມີຄວາມປະສົງທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະອົງ. ນີ້ຄືວິໄສທັດທີ່ເຈົ້າຄວນມີ. ມັນຈະບໍ່ໄດ້ຜົນຖ້າເຈົ້າຄິດໃສ່ແຕ່ການໄດ້ຮັບພຣະຄຸນຢູ່ສະເໝີ. ຢ່າໄດ້ສົມມຸດວ່າ ພຣະເຈົ້າສະຖິດພຽງເພື່ອຄວາມສຸກຂອງຄົນ ແລະ ເພື່ອປະທານພຣະຄຸນໃຫ້ແກ່ຜູ້ຄົນ. ເຈົ້າຄິດຜິດແລ້ວ! ຖ້າຜູ້ຄົນບໍ່ສາມາດສ່ຽງຊີວິດຂອງພວກເຂົາເພື່ອຕິດຕາມ, ຖ້າຜູ້ຄົນບໍ່ສາມາດປະຖິ້ມທຸກຢ່າງທີ່ມີຢູ່ໃນໂລກເພື່ອຕິດຕາມແລ້ວ, ພວກເຂົາກໍຈະບໍ່ສາມາດຕິດຕາມຈົນເຖິງທີ່ສຸດໄດ້ຢ່າງແນ່ນອນ! ເຈົ້າຕ້ອງມີວິໄສທັດເປັນພື້ນຖານຂອງເຈົ້າ. ຖ້າມື້ແຫ່ງການທົນທຸກທໍລະມານກັບໄພພິບັດຂອງເຈົ້າມາເຖິງ, ເຈົ້າຄວນເຮັດແນວໃດ? ເຈົ້າຍັງຈະສາມາດຕິດຕາມໄດ້ຢູ່ບໍ? ຢ່າເວົ້າໂລເລວ່າ ເຈົ້າຈະສາມາດຕິດຕາມຈົນເຖິງທີ່ສຸດ. ກ່ອນອື່ນ ເຈົ້າຄວນຈະມືນຕາຂອງເຈົ້າອອກໃຫ້ກວ້າງເພື່ອເບິ່ງວ່າ ປັດຈຸບັນນີ້ແມ່ນເວລາຫຍັງ. ເຖິງແມ່ນວ່າປັດຈຸບັນນີ້ພວກເຈົ້າອາດເປັນຄືກັບເສົາວິຫານ, ແຕ່ມັນກໍຈະມີວັນນັ້ນມາເຖິງເມື່ອເສົາເຫຼົ່ານີ້ທັງໝົດຖືກດ້ວງເຈາະເຮັດໃຫ້ວິຫານພັງທະລາຍລົງ ຍ້ອນວ່າປັດຈຸບັນນີ້ ມີຫຼາຍວິໄສທັດທີ່ເຈົ້າຍັງຂາດຢູ່. ສິ່ງທີ່ພວກເຈົ້າເອົາໃຈໃສ່ ມີພຽງແຕ່ໂລກນ້ອຍໆຂອງພວກເຈົ້າເອງເທົ່ານັ້ນ ແລະ ພວກເຈົ້າບໍ່ຮູ້ວ່າ ແມ່ນຫຍັງຄືສິ່ງທີ່ເຊື່ອຖືໄດ້ທີ່ສຸດ ແລະ ແມ່ນຫຍັງຄືເສັ້ນທາງຂອງການສະແຫວງຫາທີ່ເໝາະສົມທີ່ສຸດ. ພວກເຈົ້າບໍ່ໄດ້ໃສ່ໃຈກັບວິໄສທັດຂອງພາລະກິດໃນວັນນີ້ ແລະ ພວກເຈົ້າບໍ່ໄດ້ຍຶດຖືເອົາສິ່ງເຫຼົ່ານີ້ໄວ້ໃນໃຈຂອງພວກເຈົ້າ. ພວກເຈົ້າເຄີຍຄິດບໍວ່າ ມື້ໜຶ່ງພຣະເຈົ້າຂອງພວກເຈົ້າຈະເອົາພວກເຈົ້າໄປໄວ້ໃນສະຖານທີ່ທີ່ພວກເຈົ້າບໍ່ຄຸ້ນເຄີຍທີ່ສຸດ? ພວກເຈົ້າສາມາດຈິນຕະນາການໄດ້ບໍວ່າພວກເຈົ້າຈະກາຍເປັນຫຍັງ ຖ້າວັນໜຶ່ງເຮົາຍາດຊິງເອົາທຸກສິ່ງໄປຈາກພວກເຈົ້າ? ພະລັງຂອງພວກເຈົ້າໃນມື້ນັ້ນຍັງຈະເປັນຄືຕອນນີ້ຢູ່ບໍ? ຄວາມເຊື່ອຂອງພວກເຈົ້າຈະມີອີກບໍ? ໃນການຕິດຕາມພຣະເຈົ້າ, ພວກເຈົ້າຕ້ອງຮູ້ນິມິດທີ່ຍິ່ງໃຫຍ່ທີ່ສຸດ ນັ້ນກໍຄື “ພຣະເຈົ້າ”. ນີ້ແມ່ນເລື່ອງທີ່ສຳຄັນທີ່ສຸດ. ພ້ອມນີ້, ຈົ່ງຢ່າຄິດວ່າການແຍກອອກຈາກຜູ້ຄົນທາງຝ່າຍໂລກເພື່ອກາຍເປັນຜູ້ສັກສິດ ແລ້ວພວກເຈົ້າຈະໄດ້ເປັນຄົນໃນຄອບຄົວຂອງພຣະເຈົ້າ. ທຸກມື້ນີ້ ພຣະເຈົ້າເອງຄືຜູ້ປະຕິບັດພາລະກິດທ່າມກາງສິ່ງຊົງສ້າງ. ພຣະເຈົ້າໄດ້ສະເດັດມາຢູ່ທ່າມກາງຜູ້ຄົນເພື່ອປະຕິບັດພາລະກິດຂອງພຣະອົງເອງ ແລະ ບໍ່ແມ່ນເພື່ອມາດຳເນີນການເຜີຍແຜ່. ໃນທ່າມກາງພວກເຈົ້າ, ບໍ່ມີຜູ້ຄົນແມ່ນແຕ່ໜ້ອຍດຽວທີ່ສາມາດຮູ້ວ່າພາລະກິດໃນປັດຈຸບັນນີ້ແມ່ນພາລະກິດຂອງພຣະເຈົ້າແຫ່ງສະຫວັນຜູ້ທີ່ກາຍເປັນເນື້ອໜັງ. ນີ້ບໍ່ໄດ້ກ່ຽວກັບການເຮັດໃຫ້ພວກເຈົ້າເປັນຄົນທີ່ມີພອນສະຫວັນ. ກົງກັນຂ້າມ, ມັນແມ່ນເພື່ອຊ່ວຍພວກເຈົ້າໃຫ້ຮູ້ຈັກຄວາມໝາຍຂອງຊີວິດມະນຸດ, ຮູ້ຈັກຈຸດໝາຍປາຍທາງຂອງມະນຸດຊາດ ແລະ ເພື່ອຊ່ວຍພວກເຈົ້າໃຫ້ຮູ້ຈັກພຣະເຈົ້າ ແລະ ຄວາມສົມບູນຂອງພຣະອົງ. ເຈົ້າຄວນຮູ້ວ່າ ເຈົ້າແມ່ນສິ່ງຖືກສ້າງທີ່ຢູ່ໃນກໍາມືຂອງພຣະຜູ້ສ້າງ. ສິ່ງທີ່ເຈົ້າຄວນເຂົ້າໃຈ, ສິ່ງທີ່ເຈົ້າຄວນປະຕິບັດ ແລະ ວິທີທີ່ເຈົ້າຄວນຕິດຕາມພຣະເຈົ້າ; ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງທີ່ເຈົ້າຄວນເຂົ້າໃຈບໍ? ພວກມັນບໍ່ແມ່ນນິມິດທີ່ເຈົ້າຄວນເຫັນບໍ?

ເມື່ອຄົນມີນິມິດ ພວກເຂົາກໍຈະມີພື້ນຖານ. ເມື່ອເຈົ້າປະຕິບັດຢູ່ບົນພື້ນຖານນີ້, ການເຂົ້າກໍຈະງ່າຍຂຶ້ນຫຼາຍ. ດ້ວຍວິທີນີ້ ເຈົ້າຈະບໍ່ມີຄວາມກັງວົນເມື່ອເຈົ້າມີພື້ນຖານຂອງການເຂົ້າເຖິງ ແລະ ມັນຈະງ່າຍຫຼາຍສຳລັບເຈົ້າທີ່ຈະເຂົ້າເຖິງ. ການເຂົ້າໃຈນິມິດໃນລັກສະນະນີ້ ແລະ ການເຂົ້າໃຈພາລະກິດຂອງພຣະເຈົ້າໃນລັກສະນະນີ້ຄືກະແຈສໍາຄັນ. ພວກເຈົ້າຕ້ອງປະກອບດ້ວຍສິ່ງນີ້. ຖ້າເຈົ້າບໍ່ປະກອບດ້ວຍຄວາມຈິງໃນດ້ານນີ້ ແລະ ກ່າວເຖິງພຽງເສັ້ນທາງຂອງການປະຕິບັດເທົ່ານັ້ນ, ເຈົ້າກໍຈະເຕັມໄປດ້ວຍຂໍ້ບົກຜ່ອງຢ່າງຫຼວງຫຼາຍ. ເຮົາໄດ້ຄົ້ນພົບວ່າພວກເຈົ້າຫຼາຍຄົນບໍ່ໄດ້ເໜັ້ນໜັກໃນດ້ານນີ້ ແລະ ເມື່ອພວກເຈົ້າຟັງຄວາມຈິງດ້ານນີ້ ພວກເຈົ້າເບິ່ງຄືກັບວ່າພຽງແຕ່ຟັງຄຳເວົ້າ ແລະ ທິດສະດີເທົ່ານັ້ນ. ມື້ໜຶ່ງເຈົ້າຈະຜະເຊີນກັບການສູນເສຍ. ຕອນນີ້ມີພຣະທຳບາງຂໍ້ທີ່ເຈົ້າບໍ່ເຂົ້າໃຈ ແລະ ບໍ່ຍອມຮັບເອົາຂໍ້ພຣະທໍາດັ່ງກ່າວ; ໃນກໍລະນີນີ້ ເຈົ້າຄວນສະແຫວງຫາຢ່າງອົດທົນ ແລ້ວວັນທີ່ເຈົ້າເຂົ້າໃຈກໍຈະມາເຖິງ. ຈົ່ງປະກອບມີນິມິດເທື່ອລະໜ້ອຍ. ເຖິງແມ່ນວ່າເຈົ້າຈະເຂົ້າໃຈ ຄຳສອນທາງຝ່າຍວິນຍານພຽງແຕ່ສອງສາມຂໍ້, ມັນກໍຍັງດີກວ່າການບໍ່ເອົາໃຈໃສ່ຕໍ່ນິມິດ ແລະ ຍັງດີກວ່າບໍ່ເຂົ້າໃຈຫຍັງເລີຍ. ທັງໝົດນີ້ເປັນປະໂຫຍດຕໍ່ການເຂົ້າສູ່ຂອງເຈົ້າ ແລະ ມັນຈະກຳຈັດຄວາມສົງໄສຂອງເຈົ້າອອກໄປ. ມັນດີກວ່າການທີ່ເຈົ້າປະກອບມີຄວາມຄິດຕ່າງໆ. ມັນຈະເປັນການດີກວ່າຫຼາຍ ຖ້າເຈົ້າມີນິມິດເຫຼົ່ານີ້ເປັນພື້ນຖານ. ເຈົ້າຈະບໍ່ມີຄວາມວິຕົກກັງວົນໃດໆ, ເຂົ້າເຖິງດ້ວຍຄວາມພາກພູມໃຈ ແລະ ຢ່າງໝັ້ນໃຈ. ເປັນຫຍັງຈິ່ງໄປສົນໃຈຕິດຕາມຢ່າງສັບສົນ ແລະ ໜ້າສົງໄສຢູ່ຕະຫຼອດ? ນັ້ນຈະບໍ່ຄືການເອົາຫົວຂອງເຈົ້າຝັງໃສ່ດິນຊາຍບໍ? ມັນງົດງາມພຽງໃດທີ່ຈະເຂົ້າໄປໃນອານາຈັກດ້ວຍຄວາມພາກພູມໃຈ ແລະ ດ້ວຍຄວາມໝັ້ນໃຈ! ເປັນຫຍັງຈິ່ງເຕັມໄປດ້ວຍຄວາມວິຕົກກັງວົນ? ເຈົ້າບໍ່ໄດ້ເຮັດໃຫ້ເຈົ້າເອງພຽງໄດ້ຮັບຄວາມຍາກລຳບາກເທົ່ານັ້ນບໍ? ເມື່ອເຈົ້າໄດ້ຮັບຄວາມເຂົ້າໃຈກ່ຽວກັບພາລະກິດຂອງພຣະເຢໂຮວາ, ກ່ຽວກັບພາລະກິດຂອງພຣະເຢຊູ ແລະ ກ່ຽວກັບຂັ້ນຕອນນີ້ຂອງພາລະກິດ, ເມື່ອນັ້ນເຈົ້າກໍຈະມີພື້ນຖານ. ຕອນນີ້ ເຈົ້າອາດຄິດວ່າມັນງ່າຍຫຼາຍ. ບາງຄົນເວົ້າວ່າ “ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດອັນຍິ່ງໃຫຍ່ ແລະ ເມື່ອເວລານັ້ນມາເຖິງ ຂ້ານ້ອຍຈະມີພຣະທຳທັງໝົດ. ຄວາມຈິງແລ້ວ ຂ້ານອຍບໍ່ເຂົ້າໃຈຢ່າງແທ້ຈິງໃນຕອນນີ້ກໍຍ້ອນວ່າພຣະວິນຍານບໍລິສຸດຍັງບໍ່ໄດ້ໃຫ້ຄວາມສະຫວ່າງແກ່ຂ້ານ້ອຍຫຼາຍເທື່ອ”. ມັນບໍ່ແມ່ນເລື່ອງງ່າຍເລີຍ; ມັນບໍ່ແມ່ນວ່າ ເຈົ້າຈະເຕັມໃຈຍອມຮັບຄວາມຈິງ[ຄ] ໃນຕອນນີ້ ແລະ ຫຼັງຈາກນັ້ນ ເມື່ອເວລານັ້ນມາເຖິງ ເຈົ້າກໍຈະໃຊ້ມັນໄດ້ຢ່າງຊຳນານ. ມັນບໍ່ແມ່ນແບບນັ້ນ! ເຈົ້າເຊື່ອວ່າຕອນນີ້ເຈົ້າມີຄວາມເຂົ້າໃຈທຸກຢ່າງ ແລະ ຄົງຈະບໍ່ມີບັນຫາທີ່ຈະຕອບຄົນຂອງສາສະໜາ ແລະ ນັກທິດສະດີຜູ້ຍິ່ງໃຫຍ່ເຫຼົ່ານັ້ນ ແລະ ແມ່ນແຕ່ໂຕ້ຖຽງເພື່ອພິສູດວ່າພວກເຂົາຜິດ. ເຈົ້າຈະເຮັດສິ່ງນັ້ນໄດ້ແທ້ບໍ? ເຈົ້າສາມາດເວົ້າເຖິງຄວາມເຂົ້າໃຈອັນໃດໄດ້ແດ່ຈາກປະສົບການພຽງຜິວເຜີນຂອງເຈົ້າ? ການປະກອບມີຄວາມຈິງ, ການຕໍ່ສູ້ກັບສົງຄາມແຫ່ງຄວາມຈິງ ແລະ ການເປັນພະຍານໃຫ້ແກ່ພຣະນາມຂອງພຣະເຈົ້າ ສິ່ງເຫຼົ່ານີ້ບໍ່ແມ່ນແບບທີ່ເຈົ້າຄິດ ເຊິ່ງຕາບໃດທີ່ພຣະເຈົ້າຍັງປະຕິບັດພາລະກິດຢູ່ ທຸກສິ່ງກໍຈະສຳເລັດລົງ. ໃນເວລານັ້ນ ເຈົ້າອາດຈະຖືກເຮັດໃຫ້ສັບສົນດ້ວຍບາງຄຳຖາມ ແລະ ເຈົ້າອາດຈະຕົກຕະລຶງ. ສິ່ງສຳຄັນຄື ເຈົ້າມີຄວາມຊັດເຈນກ່ຽວກັບຂັ້ນຕອນນີ້ຂອງພາລະກິດ ຫຼື ບໍ່ ແລະ ເຈົ້າເຂົ້າໃຈມັນຢ່າງແທ້ຈິງຫຼາຍປານໃດ. ຖ້າເຈົ້າບໍ່ສາມາດເອົາຊະນະກຳລັງຂອງສັດຕູໄດ້ ແລະ ບໍ່ສາມາດເອົາຊະນະກອງກໍາລັງຂອງສາສະໜາໄດ້, ເຈົ້າຈະບໍ່ກາຍເປັນຄົນທີ່ໄຮ້ປະໂຫຍດບໍ? ຖ້າເຈົ້າໄດ້ປະສົບກັບພາລະກິດຂອງມື້ນີ້, ໄດ້ເຫັນມັນດ້ວຍຕາຂອງເຈົ້າເອງ ແລະ ໄດ້ຍິນມັນດ້ວຍຫູຂອງເຈົ້າເອງ, ແຕ່ສຸດທ້າຍແລ້ວເຈົ້າບໍ່ສາມາດເປັນພະຍານໄດ້, ເຈົ້າຍັງຈະມີໜ້າໃຊ້ຊີວິດຢູ່ຕໍ່ໄປອີກບໍ? ເຈົ້າຈະສາມາດພົບໜ້າໃຜໄດ້ຢູ່ບໍ? ບັດນີ້ ຢ່າໄດ້ຄິດງ່າຍໆແບບນັ້ນອີກ. ພາລະກິດໃນອະນາຄົດຈະບໍ່ງ່າຍແບບທີ່ເຈົ້າຄິດ. ການຕໍ່ສູ້ກັບສົງຄາມແຫ່ງຄວາມຈິງນັ້ນ ມັນບໍ່ໄດ້ງ່າຍ ຫຼື ງ່າຍດາຍປານນັ້ນ. ຕອນນີ້ ເຈົ້າຕ້ອງປະກອບມີຄວາມຈິງ. ຖ້າບໍ່ປະກອບມີຄວາມຈິງໃນຕອນນີ້, ເມື່ອເວລານັ້ນມາເຖິງ ແລະ ເມື່ອພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດໃນຮູບແບບເໜືອທຳມະຊາດອີກຕໍ່ໄປ, ເມື່ອນັ້ນເຈົ້າກໍຈະສັບສົນ.

ໝາຍເຫດ:

ກ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ພວກເຂົາຄິດ”.

ຂ. ຂໍ້ຄວາມຕົ້ນສະບັບບໍ່ມີຄຳວ່າ “ພຣະອົງ”.

ຄ. ຂໍ້ຄວາມຕົ້ນສະບັບບໍ່ມີວະລີ “ຄວາມຈິງ”.

ກ່ອນນີ້: ປະສົບການຂອງເປໂຕ: ຄວາມຮູ້ຂອງເພິ່ນກ່ຽວກັບການຕີສອນ ແລະ ການພິພາກສາ

ຕໍ່ໄປ: ວິທີທີ່ເຈົ້າຄວນຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້