ວິທີທີ່ເຈົ້າຄວນຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງ

ໃນປັດຈຸບັນ ພວກເຈົ້າໄດ້ຢູ່ໃນໄລຍະສຸດທ້າຍຂອງເສັ້ນທາງ ແລະ ມັນແມ່ນສ່ວນທີ່ສຳຄັນຂອງເສັ້ນທາງນັ້ນ. ບາງເທື່ອ ເຈົ້າໄດ້ອົດທົນກັບການທົນທຸກຫຼາຍພໍສົມຄວນ, ໄດ້ປະຕິບັດພາລະກິດຫຼາຍຢ່າງ, ເດີນທາງໃນຫຼາຍເສັ້ນທາງ ແລະ ຟັງບົດເທດສະໜາຫຼາຍຄັ້ງ; ບາງເທື່ອ ມັນກໍບໍ່ໄດ້ງ່າຍທີ່ຈະມາເຖິງບ່ອນທີ່ເຈົ້າຢູ່ໃນຕອນນີ້. ຖ້າເຈົ້າບໍ່ສາມາດແບກຮັບເອົາການທົນທຸກທີ່ເຈົ້າກໍາລັງຜະເຊີນ ແລະ ຖ້າເຈົ້າສືບຕໍ່ເຮັດຄືກັບທີ່ເຈົ້າເຄີຍເຮັດໃນອະດີດ, ແລ້ວເຈົ້າກໍບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ຄໍາເວົ້າເຫຼົ່ານີ້ບໍ່ແມ່ນເພື່ອເຮັດໃຫ້ເຈົ້າຢ້ານ, ມັນຄືຄວາມຈິງ. ຫຼັງຈາກທີ່ເປໂຕໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າຫຼາຍຢ່າງ, ລາວຈຶ່ງໄດ້ຮັບຄວາມເຂົ້າໃຈບາງຢ່າງ ແລະ ການເຫັນແຈ້ງເຖິງຫຼາຍຢ່າງ. ລາວຍັງເຂົ້າໃຈຫຼັກການຂອງການຮັບໃຊ້ຫຼາຍພໍສົມຄວນ ແລະ ຫຼັງຈາກນັ້ນ ລາວກໍສາມາດອຸທິດຕົນຢ່າງສົມບູນຕໍ່ສິ່ງທີ່ພຣະເຢຊູໄດ້ມອບໝາຍໄວ້ໃຫ້ກັບລາວ. ການຫຼໍ່ຫຼອມອັນຍິ່ງໃຫຍ່ທີ່ລາວໄດ້ຮັບສ່ວນໃຫຍ່ແລ້ວ ແມ່ນຍ້ອນສິ່ງຕ່າງໆທີ່ລາວເຮັດ, ລາວຮູ້ສຶກວ່າລາວຕິດໜີ້ພຣະເຈົ້າຢ່າງຫຼາຍ ແລະ ລາວຈະບໍ່ສາມາດທົດແທນສິ່ງນັ້ນໃຫ້ກັບພຣະອົງໄດ້. ເປໂຕຍັງເຂົ້າໃຈອີກວ່າ ມະນຸດຊາດເສື່ອມຊາມຫຼາຍ, ດ້ວຍເຫດນັ້ນລາວຈຶ່ງມີຄວາມສຳນຶກຜິດ. ພຣະເຢຊູໄດ້ກ່າວຫຼາຍໆສິ່ງຕໍ່ເປໂຕ ແຕ່ໃນເວລາທີ່ມີການກ່າວສິ່ງເຫຼົ່ານີ້ນັ້ນ ລາວມີຄວາມເຂົ້າໃຈພຽງແຕ່ໜ້ອຍດຽວ. ບາງຄັ້ງ ລາວຍັງມີຄວາມຕໍ່ຕ້ານ ແລະ ຄວາມກະບົດ. ຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ, ລາວກໍມີຄວາມຕື່ນຕົວຂຶ້ນເລັກນ້ອຍ ແລະ ລາວກໍຮູ້ສຶກຜິດຢ່າງຮຸນແຮງ. ໃນທີ່ສຸດ, ມັນກໍເຖິງຈຸດທີ່ລາວຮູ້ສຶກວ່າ ມັນຮັບບໍ່ໄດ້ທີ່ຈະມີແນວຄິດທີ່ບໍ່ຖືກຕ້ອງ. ລາວຮູ້ຈັກສະພາວະຂອງລາວເປັນຢ່າງດີ ແລະ ລາວຍັງຮູ້ຈັກເປັນຢ່າງດີເຖິງຄວາມບໍລິສຸດຂອງພຣະຜູ້ເປັນເຈົ້າ. ຜົນຕາມມາກໍຄື ຫົວໃຈແຫ່ງຄວາມຮັກສຳລັບພຣະຜູ້ເປັນເຈົ້າໄດ້ເຕີບໃຫຍ່ໃນລາວຫຼາຍຍິ່ງຂຶ້ນ ແລະ ລາວໃສ່ໃຈກັບຊີວິດຂອງລາວຫຼາຍຂຶ້ນ. ຍ້ອນສິ່ງນີ້ ລາວຈຶ່ງທົນທຸກຕໍ່ຄວາມລຳບາກຢ່າງໜັກ ແລະ ເຖິງແມ່ນໃນບາງຄັ້ງ ມັນຄືກັບວ່າ ລາວມີຄວາມເຈັບປ່ວຍຂັ້ນຮຸນແຮງ ແລະ ເບິ່ງຄືກັບວ່າລາວຕາຍແລ້ວ, ຫຼັງຈາກທີ່ຖືກຫຼໍ່ຫຼອມໃນລັກສະນະນີ້ເປັນເວລາຫຼາຍຄັ້ງ, ລາວຈຶ່ງມີຄວາມເຂົ້າໃຈກ່ຽວກັບຕົນເອງຫຼາຍຂຶ້ນ ແລະ ພັດທະນາຄວາມຮັກທີ່ແທ້ຈິງສຳລັບພຣະຜູ້ເປັນເຈົ້າ. ສາມາດເວົ້າໄດ້ວ່າ ທັງຊີວິດຂອງລາວແມ່ນຖືກໃຊ້ໃນການຫຼໍ່ຫຼອມ ແລະ ຍິ່ງໄປກວ່ານັ້ນ ກໍຖືກໃຊ້ໃນການຕີສອນ. ປະສົບການຂອງລາວແຕກຕ່າງຈາກບຸກຄົນອື່ນໆ ແລະ ຄວາມຮັກຂອງລາວກໍລື່ນຄົນອື່ນໆທີ່ບໍ່ໄດ້ຖືກເຮັດໃຫ້ສົມບູນ. ເຫດຜົນທີ່ລາວຖືກເລືອກເປັນແບບຢ່າງກໍຄື ລາວປະສົບກັບຄວາມທໍລະມານຫຼາຍທີ່ສຸດໃນຊົ່ວຊີວິດຂອງລາວ ແລະ ປະສົບການຂອງລາວກໍເປັນສິ່ງທີ່ມີຜົນສຳເລັດທີ່ສຸດ. ຖ້າພວກເຈົ້າສາມາດເດີນໃນໄລຍະສຸດທ້າຍຂອງເສັ້ນທາງຄືກັນກັບເປໂຕແທ້ຈິງ, ແລ້ວກໍຈະບໍ່ມີສິ່ງຖືກສ້າງແມ່ນແຕ່ສິ່ງດຽວທີ່ສາມາດຍາດເອົາການອວຍພອນຂອງພວກເຈົ້າໄດ້.

ເປໂຕເປັນມະນຸດທີ່ມີຄວາມສຳນຶກ, ແຕ່ເຖິງແມ່ນວ່າມີຄວາມເປັນມະນຸດທີ່ລາວມີ, ລາວກໍມີແນວຄິດຫຼາຍຢ່າງທີ່ຕໍ່ຕ້ານ ແລະ ກະບົດໂດຍຫຼີກເວັ້ນບໍ່ໄດ້ ໃນລະຫວ່າງເວລາທີ່ລາວເລີ່ມຕິດຕາມພຣະເຢຊູໃນຄັ້ງທຳອິດ. ແຕ່ໃນຂະນະທີ່ລາວກຳລັງຕິດຕາມພຣະເຢຊູຢູ່ນັ້ນ, ລາວບໍ່ໄດ້ຖືສິ່ງເຫຼົ່ານີ້ເປັນເລື່ອງຈິງຈັງ ແລະ ລາວເຊື່ອວ່າ ນີ້ເປັນພຽງເສັ້ນທາງທີ່ຜູ້ຄົນຄວນເປັນແບບນັ້ນ. ສະນັ້ນ, ໃນຕອນທຳອິດ ລາວບໍ່ໄດ້ຮູ້ສຶກວ່າຖືກຕຳນິ ຫຼື ຖືກຈັດການ. ພຣະເຢຊູບໍ່ໄດ້ຈິງຈັງກັບທ່າທີທີ່ລາວມີ ຫຼື ພຣະອົງບໍ່ໄດ້ໃສ່ໃຈຕໍ່ສິ່ງເຫຼົ່ານັ້ນ. ພຣະອົງມີແຕ່ສືບຕໍ່ກັບພາລະກິດທີ່ພຣະອົງຄວນປະຕິບັດ. ພຣະອົງບໍ່ເຄີຍຈັບຜິດເປໂຕ ແລະ ຄົນອື່ນໆ. ເຈົ້າອາດເວົ້າວ່າ “ເປັນໄປໄດ້ບໍວ່າ ພຣະເຢຊູບໍ່ຮູ້ຈັກກ່ຽວກັບແນວຄິດເຫຼົ່ານີ້ທີ່ພວກເຂົາມີ?” ເປັນໄປບໍ່ໄດ້ເລີຍ! ມັນເປັນຍ້ອນວ່າ ພຣະອົງເຂົ້າໃຈເປໂຕດີ. ແທ້ຈິງແລ້ວ ສາມາດເວົ້າໄດ້ວ່າ ພຣະອົງມີຄວາມເຂົ້າໃຈຫຼາຍກ່ຽວກັບລາວ ຈົນວ່າພຣະອົງບໍ່ໄດ້ມີມາດຕະການໃດເລີຍຕໍ່ເປໂຕ. ພຣະອົງກຽດຊັງມະນຸດຊາດ ແຕ່ຍັງເມດຕາພວກເຂົາ. ໃນປັດຈຸບັນ ບໍ່ແມ່ນມີຫຼາຍຄົນໃນທ່າມກາງພວກເຈົ້າທີ່ຕໍ່ຕ້ານຄືກັນກັບໂປໂລ ແລະ ມີແນວຄິດຄືກັບເປໂຕທີ່ມີຕໍ່ພຣະເຢຊູເຈົ້າໃນເວລານັ້ນບໍ? ເຮົາກຳລັງບອກເຈົ້າວ່າ ມັນຈະເປັນການດີຫຼາຍຖ້າເຈົ້າບໍ່ເຊື່ອໃນຄວາມຮູ້ສຶກທີສາມຂອງເຈົ້າຫຼາຍເກີນໄປ, ຄວາມຮູ້ສຶກຮັບຮູ້ຂອງເຈົ້າ ເຊິ່ງຄວາມຮູ້ສຶກຂອງເຈົ້າເພິ່ງພາບໍ່ໄດ້ ແລະ ຖືກທຳລາຍຢ່າງສິ້ນເຊີງໂດຍຄວາມເສື່ອມຊາມຂອງຊາຕານເປັນເວລາດົນນານມາແລ້ວ. ເຈົ້າຄິດບໍວ່າ ຄວາມຮູ້ສຶກຮັບຮູ້ຂອງເຈົ້າສົມບູນແທ້ຈິງ ແລະ ບໍ່ມີຈຸດບົກຜ່ອງ? ໂປໂລຕໍ່ຕ້ານພຣະເຢຊູເຈົ້າຫຼາຍຄັ້ງ ແຕ່ພຣະເຢຊູກໍບໍ່ໄດ້ມີທ່າທີໃດໆ. ເປັນໄປໄດ້ບໍທີ່ພຣະເຢຊູສາມາດຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ແຕ່ພຣະອົງບໍ່ສາມາດຂັບໄລ່ “ຜີຮ້າຍ” ທີ່ຢູ່ໃນໂປໂລ? ເປັນຫຍັງ ຫຼັງຈາກທີ່ພຣະເຢຊູຟື້ນຄືນມາ ແລະ ຂຶ້ນສູ່ສະຫວັນ ແລະ ໃນຂະນະທີ່ໂປໂລສືບຕໍ່ຈັບກຸມສາວົກຂອງພຣະເຢຊູແບບບໍ່ມີເຫດຜົນຢູ່ນັ້ນ, ໃນທີ່ສຸດ ພຣະເຢຊູກໍປະກົດຕໍ່ໜ້າລາວໃນເສັ້ນທາງສູ່ເມືອງດາມັສກັດ ແລະ ໂຈມຕີລາວຈົນລົ້ມລົງ? ເປັນໄປໄດ້ບໍທີ່ພຣະເຢຊູເຈົ້າສະແດງທ່າທີຊ້າເກີນໄປ? ຫຼື ເປັນຍ້ອນພຣະອົງບໍ່ມີສິດອຳນາດໃນຕອນທີ່ພຣະອົງເປັນມະນຸດບໍ? ເຈົ້າຄິດວ່າ ເມື່ອເຈົ້າທຳລາຍຢ່າງລັບໆ ແລະ ຕໍ່ຕ້ານລັບຫຼັງເຮົາ, ແລ້ວເຮົາຈະບໍ່ຮູ້ບໍ? ເຈົ້າຄິດວ່າ ເສດເຫຼືອຂອງແສງສະຫວ່າງທີ່ເຈົ້າໄດ້ຮັບຈາກພຣະວິນຍານບໍລິສຸດ ຈະສາມາດນໍາໃຊ້ເພື່ອຕໍ່ຕ້ານເຮົາໄດ້ບໍ? ເມື່ອເປໂຕຍັງບໍ່ພົ້ນວຸດທິພາວະນັ້ນ, ລາວມີແນວຄິດຫຼາຍຢ່າງຕໍ່ພຣະເຢຊູ, ແລ້ວເປັນຫຍັງລາວຈຶ່ງບໍ່ໄດ້ຮັບການປະນາມ? ໃນຕອນນີ້, ຫຼາຍຄົນກຳລັງເຮັດສິ່ງຕ່າງໆໂດຍປາສະຈາກການປະນາມ ແລະ ແມ່ນແຕ່ເມື່ອພວກເຂົາຖືກບອກວ່າ ການເຮັດແບບນັ້ນບໍ່ແມ່ນສິ່ງທີ່ຖືກຕ້ອງ, ພວກເຂົາກໍຍັງບໍ່ຟັງ. ທັງໝົດນັ້ນບໍ່ແມ່ນຍ້ອນຄວາມກະບົດຂອງມະນຸດບໍ? ໃນປັດຈຸບັນ ເຮົາໄດ້ເວົ້າຫຼາຍຢ່າງແລ້ວ, ແຕ່ເຈົ້າກໍຍັງຂາດແມ່ນແຕ່ເສດສ່ວນຄວາມເຂົ້າໃຈໃນຈິດສຳນຶກ, ແລ້ວເຈົ້າຈະສາມາດຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງຈົນເຖິງຕອນຈົບໄດ້ແນວໃດ? ເຈົ້າບໍ່ຮູ້ສຶກບໍວ່າ ສິ່ງນີ້ຄືບັນຫາທີ່ໃຫຍ່ຫຼວງ?

ຫຼັງຈາກທີ່ຜູ້ຄົນຖືກເອົາຊະນະ ພວກເຂົາກໍສາມາດເຊື່ອຟັງການປັ້ນແຕ່ງຂອງພຣະເຈົ້າ; ພວກເຂົາມີທັງຄວາມເຊື່ອຂອງພວກເຂົາ ແລະ ຄວາມປະສົງຂອງພວກເຂົາທີ່ຈະຮັກພຣະເຈົ້າ ແລະ ພວກເຂົາກໍເພິ່ງພາສິ່ງເຫຼົ່ານີ້ເພື່ອຕິດຕາມພຣະອົງ. ຈະສາມາດຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງໄດ້ແນວໃດ? ໃນມື້ທີ່ເຈົ້າຜະເຊີນກັບຄວາມລຳບາກຍາກແຄ້ນ, ເຈົ້າຕ້ອງອົດທົນຕໍ່ຄວາມລຳບາກທຸກຢ່າງ ແລະ ເຈົ້າຕ້ອງມີຄວາມປະສົງທີ່ຈະທົນທຸກ; ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງສາມາດເຂົ້າສູ່ໄລຍະນີ້ຂອງເສັ້ນທາງໄດ້. ເຈົ້າຄິດວ່າ ມັນງ່າຍທີ່ຈະຮັບເອົາໄລຍະຂອງເສັ້ນທາງນີ້ບໍ? ເຈົ້າຄວນຮູ້ຈັກໜ້າທີ່ທີ່ເຈົ້າຄວນປະຕິບັດ, ພວກເຈົ້າຕ້ອງເພີ່ມຄວາມສາມາດຂອງພວກເຈົ້າ ແລະ ຝຶກຝົນຕົນເອງດ້ວຍຄວາມຈິງໃຫ້ພຽງພໍ. ນີ້ບໍ່ແມ່ນພາລະກິດໜຶ່ງມື້ ຫຼື ສອງມື້ ແລະ ມັນບໍ່ໄດ້ງ່າຍຄືກັບທີ່ເຈົ້າຄິດ! ການເດີນເຂົ້າສູ່ໄລຍະສຸດທ້າຍຂອງເສັ້ນທາງແມ່ນຂຶ້ນຢູ່ກັບວ່າ ເຈົ້າມີຄວາມເຊື່ອ ແລະ ຄວາມປະສົງແນວໃດແທ້. ບາງເທື່ອ ເຈົ້າບໍ່ສາມາດເຫັນພຣະວິນຍານບໍລິສຸດທີ່ປະຕິບັດພາລະກິດໃນຕົວເຈົ້າ ຫຼື ບາງເທື່ອ ເຈົ້າບໍ່ສາມາດຄົ້ນພົບພາລະກິດຂອງພຣະວິນຍານບໍລິສຸດໃນຄຣິສຕະຈັກ, ແລ້ວເຈົ້າກໍຄິດລົບ ແລະ ຜິດຫວັງ ແລະ ເຕັມໄປດ້ວຍຄວາມໝົດຫວັງສຳລັບຫົນທາງທີ່ຢູ່ທາງໜ້າ. ໂດຍສະເພາະແລ້ວ ອະດີດນັກຮົບຍິ່ງໃຫຍ່ເຫຼົ່ານັ້ນລ້ວນແລ້ວແຕ່ໄດ້ລົ້ມລົງ. ສິ່ງເຫຼົ່ານີ້ບໍ່ແມ່ນເລື່ອງສະເທືອນໃຈສຳລັບພວກເຈົ້າບໍ? ເຈົ້າຄວນເຫັນສິ່ງເຫຼົ່ານີ້ເປັນແນວໃດ? ເຈົ້າມີຄວາມເຊື່ອ ຫຼື ບໍ່? ເຈົ້າເຂົ້າໃຈພາລະກິດແຫ່ງປັດຈຸບັນຢ່າງແທ້ຈິງ ຫຼື ບໍ່? ສິ່ງເຫຼົ່ານີ້ສາມາດກຳນົດໄດ້ວ່າ ເຈົ້າສາມາດຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງໄດ້ຢ່າງປະສົບຜົນສຳເລັດ ຫຼື ບໍ່.

ເປັນຫຍັງຈຶ່ງເວົ້າວ່າ ໃນປັດຈຸບັນ ພວກເຈົ້າໄດ້ຢູ່ໃນຂັ້ນຕອນສຸດທ້າຍຂອງເສັ້ນທາງ? ນັ້ນກໍຍ້ອນວ່າ ພວກເຈົ້າໄດ້ເຂົ້າໃຈທຸກສິ່ງທີ່ພວກເຈົ້າຄວນເຂົ້າໃຈ ແລະ ຍ້ອນເຮົາໄດ້ບອກພວກເຈົ້າທຸກສິ່ງທີ່ພວກເຈົ້າຄວນບັນລຸ. ເຮົາຍັງໄດ້ບອກພວກເຈົ້າກ່ຽວກັບທຸກສິ່ງທີ່ພວກເຈົ້າໄດ້ຖືກມອບໝາຍໃຫ້. ແລ້ວສິ່ງທີ່ພວກເຈົ້າກຳລັງຍ່າງໃນປັດຈຸບັນນີ້ກໍເປັນສ່ວນສຸດທ້າຍຂອງເສັ້ນທາງທີ່ເຮົານໍາພາຜູ້ຄົນ. ເຮົາພຽງແຕ່ຕ້ອງການໃຫ້ພວກເຈົ້າສາມາດບັນລຸຄວາມສາມາດທີ່ຈະດຳລົງຊີວິດຢ່າງເປັນອິດສະຫຼະ, ບໍ່ວ່າເມື່ອໃດກໍຕາມ ເຈົ້າຈະມີຫົນທາງໄວ້ເດີນຕາມຢູ່ສະເໝີ, ເຈົ້າຈະເພີ່ມຄວາມສາມາດຂອງເຈົ້າຄືແຕ່ກ່ອນ, ອ່ານພຣະທຳຂອງພຣະເຈົ້າຢ່າງເປັນປົກກະຕິ ແລະ ມີຊີວິດມະນຸດທີ່ປົກກະຕິ. ໃນປັດຈຸບັນ ເຮົາກຳລັງນໍາພາເຈົ້າໃຫ້ດຳລົງຊີວິດໃນລັກສະນະນີ້, ແຕ່ໃນອະນາຄົດ ເມື່ອເຮົາບໍ່ໄດ້ນໍາພາເຈົ້າ, ເຈົ້າຈະຍັງສາມາດດຳລົງຊີວິດໃນລັກສະນະນີ້ໄດ້ຢູ່ບໍ? ເຈົ້າຈະສາມາດສືບຕໍ່ໄປໄດ້ບໍ? ນີ້ແມ່ນສິ່ງທີ່ເປັນປະສົບການຂອງເປໂຕ: ເມື່ອພຣະເຢຊູກຳລັງນຳພາລາວ, ລາວກໍບໍ່ມີຄວາມເຂົ້າໃຈ; ລາວບໍ່ຫ່ວງຫຍັງຄືກັບເດັກນ້ອຍ ແລະ ລາວບໍ່ຈິງຈັງກັບສິ່ງຕ່າງໆທີ່ລາວເຮັດ. ພຽງແຕ່ຫຼັງຈາກພຣະເຢຊູຈາກໄປ ລາວຈຶ່ງເລີ່ມມີຊີວິດມະນຸດທີ່ປົກກະຕິ. ຊີວິດທີ່ມີຄວາມໝາຍຂອງລາວເລີ່ມຂຶ້ນກໍ່ເມື່ອຫຼັງຈາກທີ່ພຣະເຢຊູຈາກໄປ. ເຖິງແມ່ນວ່າ ລາວມີຄວາມຮູ້ສຶກບາງຢ່າງກ່ຽວກັບຄວາມເປັນມະນຸດທີ່ປົກກະຕິ ແລະ ມີສິ່ງທີ່ຄົນປົກກະຕິຄວນມີ; ປານນັ້ນກໍ່ດີ ປະສົບການ ແລະ ການສະແຫວງຫາທີ່ແທ້ຈິງຂອງລາວບໍ່ໄດ້ເລີ່ມຕົ້ນໃໝ່ຈົນພຣະເຢຊູຈາກໄປ. ສະຖານະພາບໃນປັດຈຸບັນຂອງພວກເຈົ້າແມ່ນຫຍັງ? ໃນປັດຈຸບັນ ເຮົາກຳລັງນໍາພາເຈົ້າໃນລັກສະນະນີ້ ແລະ ເຈົ້າຄິດວ່າມັນດີຫຼາຍ. ບໍ່ມີສະພາບແວດລ້ອມ ແລະ ການທົດລອງໃດໆເກີດຂຶ້ນກັບເຈົ້າ, ແຕ່ດ້ວຍວິທີນີ້ແມ່ນບໍ່ມີທາງທີ່ຈະເບິ່ງເຫັນລັກສະນະຂອງວຸດທິພາວະອັນແທ້ຈິງຂອງເຈົ້າ ຫຼື ແລະ ມີທາງເຫັນໄດ້ວ່າ ເຈົ້າເປັນຄົນທີ່ສະແຫວງຫາຄວາມຈິງແທ້ ຫຼື ບໍ່. ເຈົ້າເວົ້າດ້ວຍປາກຂອງເຈົ້າວ່າ ເຈົ້າເຂົ້າໃຈແກ່ນແທ້ຂອງເຈົ້າເອງ, ແຕ່ຄຳເວົ້າເຫຼົ່ານີ້ແມ່ນຄຳເວົ້າທີ່ວ່າງເປົ່າ. ພຽງແຕ່ໃນອະນາຄົດ ເມື່ອຄວາມຈິງປາກົດແກ່ເຈົ້າ, ເມື່ອນັ້ນຄວາມເຂົ້າໃຈຂອງເຈົ້າຈຶ່ງຈະຖືກພິສູດ. ເຖິງແມ່ນວ່າ ໃນປັດຈຸບັນ ເຈົ້າມີຄວາມເຂົ້າໃຈແບບນີ້: “ຂ້ານ້ອຍເຂົ້າໃຈວ່າ ເນື້ອໜັງຂອງຂ້ານ້ອຍເອງເສື່ອມຊາມຫຼາຍ ແລະ ທາດແທ້ຂອງເນື້ອໜັງຂອງຜູ້ຄົນກໍແມ່ນເພື່ອກະບົດ ແລະ ຕໍ່ຕ້ານພຣະເຈົ້າ. ການທີ່ສາມາດໄດ້ຮັບເອົາການພິພາກສາ ແລະ ການຕີສອນຂອງພຣະເຈົ້າ ແມ່ນລ້ວນແລ້ວແຕ່ເປັນວິທີການການຍົກລະດັບມະນຸດຂຶ້ນຂອງພຣະອົງ. ໃນປັດຈຸບັນ ຂ້ານ້ອຍເຂົ້າໃຈສິ່ງນັ້ນ ແລະ ຂ້ານ້ອຍເຕັມໃຈທີ່ຈະຕອບແທນຄວາມຮັກຂອງພຣະເຈົ້າ”. ແຕ່ນີ້ເປັນການເວົ້າທີ່ງ່າຍ. ຕໍ່ມາ ເມື່ອມີຄວາມລຳບາກຍາກແຄ້ນ, ການທົດລອງ ແລະ ການທົນທຸກເກີດຂຶ້ນກັບເຈົ້າ, ມັນຈະບໍ່ແມ່ນເລື່ອງງ່າຍທີ່ຈະຜ່ານຜ່າສິ່ງເຫຼົ່ານີ້ໄດ້. ພວກເຈົ້າປະຕິບັດຕາມແບບນີ້ທຸກມື້, ແຕ່ພວກເຈົ້າຍັງບໍ່ສາມາດສືບຕໍ່ກັບປະສົບການຂອງພວກເຈົ້າ. ມັນຍິ່ງຈະຮ້າຍແຮງກວ່ານັ້ນ ຖ້າເຮົາປ່ອຍພວກເຈົ້າທຸກຄົນ ແລະ ບໍ່ໃສ່ໃຈກັບພວກເຈົ້າອີກຕໍ່ໄປ; ຄົນສ່ວນໃຫຍ່ຈະລົ້ມລົງ ແລະ ກາຍເປັນເສົາເກືອ, ເປັນສັນຍາລັກແຫ່ງຄວາມອັບອາຍ. ເຫດການທັງໝົດເຫຼົ່ານີ້ລ້ວນແລ້ວແຕ່ເປັນໄປໄດ້ຢ່າງຍິ່ງ. ເຈົ້າບໍ່ເປັນຫ່ວງ ຫຼື ກັງວົນໃຈກ່ຽວກັບສິ່ງນີ້ບໍ? ເປໂຕໄດ້ຜ່ານສະພາບແວດລ້ອມແບບນັ້ນ ແລະ ຜະເຊີນກັບການທົນທຸກແບບນັ້ນ, ແຕ່ລາວກໍຍັງຍຶດໝັ້ນໄດ້. ຖ້າສະພາບແວດລ້ອມນັ້ນເກີດຂຶ້ນກັບເຈົ້າ, ເຈົ້າຈະສາມາດຍຶດໝັ້ນໄດ້ບໍ? ສິ່ງຕ່າງໆທີ່ພຣະເຢຊູກ່າວ ແລະ ພາລະກິດທີ່ພຣະອົງປະຕິບັດໃນຂະນະທີ່ພຣະອົງຢູ່ເທິງແຜ່ນດິນໂລກ ໄດ້ມອບພື້ນຖານໃຫ້ກັບເປໂຕ ແລະ ມັນແມ່ນຈາກພື້ນຖານນີ້ທີ່ເຮັດໃຫ້ລາວເດີນໃນເສັ້ນທາງຕໍ່ມາຂອງລາວ. ພວກເຈົ້າສາມາດໄປເຖິງລະດັບນັ້ນໄດ້ບໍ? ເສັ້ນທາງຕ່າງໆທີ່ເຈົ້າໄດ້ຍ່າງຜ່ານມາ ແລະ ຄວາມຈິງຕ່າງໆທີ່ເຈົ້າເຂົ້າໃຈ, ສິ່ງເຫຼົ່ານັ້ນສາມາດກາຍເປັນພື້ນຖານທີ່ຈະເຮັດໃຫ້ເຈົ້າສາມາດຍຶດໝັ້ນໃນອະນາຄົດໄດ້ບໍ? ສິ່ງເຫຼົ່ານີ້ສາມາດກາຍເປັນນິມິດທີ່ຈະເຮັດໃຫ້ເຈົ້າຍຶດໝັ້ນໃນເວລາຕໍ່ມາໄດ້ບໍ? ເຮົາຈະບອກຄວາມຈິງຕໍ່ພວກເຈົ້າ, ຄົນໜຶ່ງສາມາດເວົ້າໄດ້ວ່າ ສິ່ງທີ່ຜູ້ຄົນເຂົ້າໃຈໃນປັດຈຸບັນລ້ວນແລ້ວແຕ່ແມ່ນຫຼັກຄຳສອນ. ນີ້ກໍຍ້ອນວ່າ ພວກເຂົາບໍ່ມີປະສົບການໃນທຸກສິ່ງທີ່ພວກເຂົາເຂົ້າໃຈ. ເຫດຜົນທີ່ເຈົ້າສາມາດສືບຕໍ່ຈົນເຖິງປັດຈຸບັນກໍເນື່ອງຈາກການນໍາພາຈາກແສງສະຫວ່າງໃໝ່ທັງໝົດ. ບໍ່ແມ່ນຍ້ອນວຸດທິພາວະຂອງເຈົ້າໄດ້ບັນລຸເຖິງລະດັບໃດໜຶ່ງ, ແຕ່ແມ່ນພຣະທຳຂອງເຮົາທີ່ໄດ້ນໍາພາໃຫ້ເຈົ້າມາເຖິງປັດຈຸບັນນີ້; ບໍ່ແມ່ນຍ້ອນວ່າເຈົ້າມີຄວາມເຊື່ອທີ່ຍິ່ງໃຫຍ່, ແຕ່ຍ້ອນສະຕິປັນຍາແຫ່ງພຣະທຳຂອງເຮົາ ທີ່ເຮັດໃຫ້ເຈົ້າບໍ່ມີທາງເລືອກ ແຕ່ຕ້ອງປະຕິບັດຕາມພຣະທຳນັ້ນມາຈົນເຖິງປັດຈຸບັນ. ຖ້າເຮົາບໍ່ເວົ້າໃນປັດຈຸບັນ, ບໍ່ກ່າວສຽງຂອງເຮົາ, ເຈົ້າຈະບໍ່ສາມາດສືບຕໍ່ ແລະ ຈະຢຸດເຄື່ອນໄຫວໄປຂ້າງໜ້າທັນທີ. ນີ້ບໍ່ແມ່ນວຸດທິພາວະຕົວຈິງຂອງພວກເຈົ້າບໍ? ພວກເຈົ້າບໍ່ຮູ້ວ່າຈະເຂົ້າສູ່ລັກສະນະໃດ ແລະ ຈະທົດແທນສິ່ງທີ່ພວກເຈົ້າຂາດໃນລັກສະນະໃດ. ພວກເຈົ້າບໍ່ເຂົ້າໃຈເຖິງວິທີການດຳລົງຊີວິດຕາມຊີວິດມະນຸດທີ່ມີຄວາມໝາຍ, ບໍ່ເຂົ້າໃຈວິທີຕອບແທນຄວາມຮັກຂອງພຣະເຈົ້າ ຫຼື ການເປັນພະຍານໃນລັກສະນະທີ່ໜັກແໜ້ນ ແລະ ກຶກກ້ອງ. ພວກເຈົ້າບໍ່ສາມາດບັນລຸສິ່ງເຫຼົ່ານີ້ໄດ້ເລີຍ. ພວກເຈົ້າທັງຂີ້ຄ້ານ ແລະ ໂງ່ຈ້າ! ສິ່ງທີ່ພວກເຈົ້າສາມາດເຮັດໄດ້ກໍຄືເພິ່ງພາສິ່ງອື່ນ ແລະ ສິ່ງທີ່ພວກເຈົ້າເພິ່ງພາກໍແມ່ນແສງສະຫວ່າງໃໝ່ ແລະ ເປັນຜູ້ທີ່ນໍາພາພວກເຈົ້າຢູ່ທາງໜ້າ. ທີ່ເຈົ້າສາມາດທົນຢູ່ຈົນເຖິງປັດຈຸບັນນີ້ ທັງໝົດແມ່ນຍ້ອນເຈົ້າອາໄສແສງສະຫວ່າງໃໝ່ ແລະ ຖ້ອຍຄຳຫຼ້າສຸດໃນປັດຈຸບັນ. ພວກເຈົ້າບໍ່ໄດ້ເປັນຄືກັບເປໂຕເລີຍ ຜູ້ເຊິ່ງຊໍານານໃນການສະແຫວງຫາຄວາມຈິງ ຫຼື ຄືກັບໂຢບ ຜູ້ເຊິ່ງສາມາດນະມັດສະການພຣະເຢໂຮວາຢ່າງຊື່ສັດ ແລະ ເຊື່ອວ່າພຣະເຢໂຮວາເປັນພຣະເຈົ້າ ບໍ່ວ່າພຣະເຢໂຮວາຈະທົດສອບລາວແນວໃດກໍຕາມ ແລະ ບໍ່ວ່າພຣະອົງອວຍພອນລາວ ຫຼື ບໍ່ກໍຕາມ. ເຈົ້າສາມາດເຮັດແບບນັ້ນໄດ້ບໍ? ພວກເຈົ້າໄດ້ຖືກເອົາຊະນະແນວໃດ? ດ້ານໜຶ່ງແມ່ນການພິພາກສາ, ການຕີສອນ ແລະ ການສາບແຊ່ງ ແລະ ອີກດ້ານໜຶ່ງແມ່ນຄວາມລຶກລັບທີ່ເອົາຊະນະພວກເຈົ້າ. ພວກເຈົ້າລ້ວນແລ້ວແຕ່ເປັນຄືກັບໂຕລາ. ຖ້າສິ່ງທີ່ເຮົາກ່າວເຖິງນັ້ນຍັງບໍ່ສູງສົ່ງພໍສຳລັບພວກເຈົ້າ, ຖ້າບໍ່ມີຄວາມລຶກລັບໃດເລີຍ, ແລ້ວພວກເຈົ້າກໍບໍ່ສາມາດຖືກເອົາຊະນະໄດ້. ຖ້າເປັນບຸກຄົນທີ່ກຳລັງເທດສະໜາ ແລະ ພວກເຂົາເທດສະໜາແຕ່ສິ່ງດຽວຢູ່ຕະຫຼອດ, ກໍຈະໃຊ້ເວລາຕໍ່າກວ່າສອງປີທີ່ພວກເຈົ້າທຸກຄົນຈະແລ່ນໜີ ແລະ ພວກເຈົ້າຈະບໍ່ສາມາດສືບຕໍ່ໄປໄດ້. ພວກເຈົ້າບໍ່ຮູ້ຈັກວິທີທີ່ຈະເຂົ້າສູ່ຢ່າງເລິກເຊິ່ງ ຫຼື ພວກເຈົ້າບໍ່ເຂົ້າໃຈວິທີທີ່ຈະສະແຫວງຫາຄວາມຈິງ ຫຼື ວິຖີແຫ່ງຊີວິດ. ສິ່ງທີ່ພວກເຈົ້າເຂົ້າໃຈແມ່ນການຮັບເອົາສິ່ງທີ່ແປກໃໝ່ສໍາລັບພວກເຈົ້າ ເຊັ່ນການຟັງຄວາມລຶກລັບ ຫຼື ນິມິດ ຫຼື ຟັງວິທີທີ່ພຣະເຈົ້າເຄີຍປະຕິບັດພາລະກິດ ຫຼື ຟັງປະສົບການຂອງເປໂຕ ຫຼື ເບື້ອງຫຼັງຂອງການຄຶງພຣະເຢຊູທີ່ໄມ້ກາງແຂນ... ພວກເຈົ້າເຕັມໃຈແຕ່ຈະຟັງສິ່ງເຫຼົ່ານີ້ ແລະ ຍິ່ງພວກເຈົ້າຟັງຫຼາຍສໍ່າໃດ ພວກເຈົ້າກໍມີກຳລັງຫຼາຍຂຶ້ນສໍ່ານັ້ນ. ພວກເຈົ້າພຽງແຕ່ຟັງທຸກສິ່ງເຫຼົ່ານີ້ເພື່ອປັດເປົ່າຄວາມໂສກເສົ້າ ແລະ ຄວາມເບື່ອໜ່າຍຂອງພວກເຈົ້າ! ຊີວິດຂອງພວກເຈົ້າຢູ່ໄດ້ທັງໝົດກໍຍ້ອນນະວະນິຍາຍເຫຼົ່ານີ້. ເຈົ້າຄິດວ່າ ເຈົ້າຢູ່ໄດ້ມາເຖິງປັດຈຸບັນຍ້ອນຄວາມເຊື່ອຂອງເຈົ້າເອງບໍ? ນີ້ບໍ່ແມ່ນວຸດທິພາວະທີ່ຕໍ່າຊ້າ ແລະ ເປັນຕາສົມເພດທີ່ພວກເຈົ້າມີຢູ່ບໍ? ຄວາມຊື່ສັດຂອງພວກເຈົ້າຢູ່ໃສ? ຄວາມເປັນມະນຸດຂອງພວກເຈົ້າຢູ່ໃສ? ພວກເຈົ້າມີຊີວິດຂອງມະນຸດບໍ? ມີອົງປະກອບຈັກຢ່າງທີ່ພວກເຈົ້າມີເພື່ອຖືກເຮັດໃຫ້ສົມບູນແບບ? ສິ່ງທີ່ເຮົາກຳລັງເວົ້າບໍ່ແມ່ນຄວາມຈິງບໍ? ເຮົາກ່າວ ແລະ ປະຕິບັດພາລະກິດແບບນີ້ ແຕ່ພວກເຈົ້າຍັງບໍ່ຢາກໃສ່ໃຈເລີຍ. ໃນຂະນະທີ່ພວກເຈົ້າຕິດຕາມ, ພວກເຈົ້າກໍເບິ່ງເຊັ່ນກັນ. ພວກເຈົ້າມີທ່າທາງແບບເມີນເສີຍຢູ່ສະເໝີ ແລະ ພວກເຈົ້າຖືກຈູງດັງຢູ່ຕະຫຼອດ. ນີ້ແມ່ນວິທີທາງທີ່ພວກເຈົ້າທຸກຄົນສືບຕໍ່ຕະຫຼອດມາ. ມັນເປັນການຕີສອນ, ການຫຼໍ່ຫຼອມ ແລະ ການລົງໂທດໂດຍສິ້ນເຊີງທີ່ໄດ້ນຳພາພວກເຈົ້າມາເຖິງປັດຈຸບັນ. ຖ້າມີແຕ່ການເທດສະໜາບາງຢ່າງກ່ຽວກັບການເຂົ້າສູ່ຊີວິດ, ພວກເຈົ້າທຸກຄົນຈະບໍ່ໜີອອກໄປຕັ້ງແຕ່ດົນແລ້ວບໍ? ຄວາມອວດດີຂອງພວກເຈົ້າແຕ່ລະຄົນແມ່ນຮ້າຍແຮງຂຶ້ນກວ່າເກົ່າ; ແຕ່ໃນຄວາມເປັນຈິງແລ້ວ ທ້ອງຂອງພວກເຈົ້າບໍ່ໄດ້ມີຫຍັງເລີຍ ນອກຈາກນໍ້າທີ່ສົກກະປົກ! ທີ່ເຈົ້າສາມາດຄົງຢູ່ຈົນຮອດປັດຈຸບັນກໍ່ຍ້ອນວ່າເຈົ້າໄດ້ເຂົ້າໃຈຄວາມລຶກລັບບາງຢ່າງ ແລະ ເຈົ້າເຂົ້າໃຈບາງສິ່ງທີ່ມະນຸດບໍ່ເຂົ້າໃຈມາກ່ອນ ພວກເຈົ້າບໍ່ມີເຫດຜົນທີ່ຈະບໍ່ຕິດຕາມ, ສະນັ້ນ ພວກເຈົ້າຈຶ່ງພຽງແຕ່ຝືນໃຈ ແລະ ຕິດຕາມໄປຕາມກະແສ. ນີ້ແມ່ນຜົນທີ່ຖືກບັນລຸດ້ວຍພຣະທຳຂອງເຮົາ, ແຕ່ມັນບໍ່ແມ່ນຄວາມສໍາເລັດຂອງພວກເຈົ້າເອງຢ່າງແນ່ນອນ. ພວກເຈົ້າບໍ່ມີຫຍັງໃຫ້ໂອ້ອວດ. ສະນັ້ນ ໃນພາລະກິດຂັ້ນຕອນນີ້ ພວກເຈົ້າຖືກນໍາພາມາຈົນເຖິງປັດຈຸບັນ ສ່ວນໃຫຍ່ ກໍຜ່ານທາງພຣະທຳ. ບໍ່ດັ່ງນັ້ນ ແມ່ນໃຜທ່າມກາງພວກເຈົ້າທີ່ຈະສາມາດເຊື່ອຟັງໄດ້? ແມ່ນໃຜທີ່ຈະສາມາດຢູ່ລອດມາເຖິງປັດຈຸບັນໄດ້? ຕັ້ງແຕ່ຕົ້ນມາ ພວກເຈົ້າຕ້ອງການໜີຢູ່ຕະຫຼອດເວລາ, ແຕ່ພວກເຈົ້າບໍ່ກ້າ; ພວກເຈົ້າບໍ່ມີຄວາມກ້າຫານ. ຈົນເຖິງປັດຈຸບັນນີ້, ພວກເຈົ້າກໍຍັງຕິດຕາມໂດຍບໍ່ເຕັມໃຈ.

ພຽງແຕ່ຫຼັງຈາກທີ່ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ ແລະ ຈາກໄປ, ເປໂຕຈຶ່ງເລີ່ມໄປຕາມວິທີທາງຂອງລາວເອງ ແລະ ເລີ່ມຍ່າງໃນເສັ້ນທາງທີ່ລາວຄວນຍ່າງ; ລາວເລີ່ມຕົ້ນຝຶກຝົນຕົນເອງຫຼັງຈາກທີ່ລາວເຫັນຄວາມບໍ່ພຽງພໍ ແລະ ຂໍ້ບົກຜ່ອງຂອງລາວເອງ. ລາວເຫັນວ່າ ລາວມີຄວາມຮັກພຽງແຕ່ເລັກນ້ອຍສຳລັບພຣະເຈົ້າ ແລະ ຄວາມປະສົງທີ່ຈະທົນທຸກກໍບໍ່ພຽງພໍ, ລາວບໍ່ມີຄວາມເຂົ້າໃຈໃດໆເລີຍ ແລະ ເຫດຜົນຂອງລາວກໍຂາດເຂີນ. ລາວເຫັນວ່າ ມີຫຼາຍສິ່ງໃນຕົວລາວທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຢຊູ ແລະ ມີຫຼາຍສິ່ງທີ່ເປັນການກະບົດ ແລະ ຕໍ່ຕ້ານ ແລະ ຫຼາຍສິ່ງທີ່ປະປົນກັບຄວາມຕ້ອງການຂອງມະນຸດ. ດ້ວຍເຫດດັ່ງກ່າວ ລາວຈຶ່ງໄດ້ເຂົ້າສູ່ແຕ່ລະດ້ານ. ເມື່ອພຣະເຢຊູນໍາພາລາວ, ພຣະອົງເປີດເຜີຍສະພາບຂອງລາວ ແລະ ເປໂຕກໍຍອມຮັບມັນ ແລະ ເຫັນດ້ວຍຢ່າງເຕັມໃຈ, ແຕ່ລາວບໍ່ມີຄວາມເຂົ້າໃຈຢ່າງແທ້ຈິງ ຈົນກວ່າເວລາຕໍ່ມາ. ນັ້ນກໍຍ້ອນວ່າ ໃນເວລານັ້ນ ລາວຍັງບໍ່ມີປະສົບການຫຍັງເທື່ອ ແລະ ລາວບໍ່ຮູ້ຈັກວຸດທິພາວະຂອງລາວເລີຍ. ໝາຍຄວາມວ່າ ເຮົາກຳລັງໃຊ້ພຣະທຳເທົ່ານັ້ນເພື່ອນໍາພາພວກເຈົ້າ ແລະ ມັນເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພວກເຈົ້າສົມບູນພາຍໃນໄລຍະເວລາສັ້ນໆ ແລ້ວ ພວກເຈົ້າຈະສາມາດເຂົ້າໃຈ ແລະ ຮູ້ຈັກຄວາມຈິງໄດ້ເລີຍ. ນີ້ກໍຍ້ອນວ່າ ການເອົາຊະນະເຈົ້າ ແລະ ການເຮັດໃຫ້ເຈົ້າເຊື່ອໃນຫົວໃຈຂອງເຈົ້າແມ່ນພາລະກິດໃນປັດຈຸບັນ ແລະ ພຽງແຕ່ຫຼັງຈາກທີ່ຜູ້ຄົນຖືກເອົາຊະນະ ພວກເຂົາບາງຄົນຈຶ່ງຈະຖືກເຮັດໃຫ້ສົມບູນ. ໃນຕອນນີ້ ນິມິດເຫຼົ່ານັ້ນ ແລະ ຄວາມຈິງເຫຼົ່ານັ້ນທີ່ເຈົ້າເຂົ້າໃຈແມ່ນກຳລັງສ້າງພື້ນຖານໃຫ້ກັບປະສົບການໃນອະນາຄົດຂອງເຈົ້າ; ເມື່ອພົບກັບຄວາມຍາກລຳບາກໃນອະນາຄົດ ພວກເຈົ້າກໍລ້ວນແລ້ວແຕ່ຈະມີປະສົບການຕົວຈິງກ່ຽວກັບພຣະທຳເຫຼົ່ານີ້. ຫຼັງຈາກນັ້ນ ເມື່ອການທົດລອງເກີດຂຶ້ນກັບເຈົ້າ ແລະ ເຈົ້າຜ່ານຄວາມຍາກລໍາບາກ, ເຈົ້າກໍຈະຄິດເຖິງຄຳເວົ້າທີ່ເຈົ້າເວົ້າໃນມື້ນີ້ວ່າ: ບໍ່ວ່າຂ້ານ້ອຍຈະຜະເຊີນກັບຄວາມຍາກລໍາບາກ, ກັບການທົດລອງ ຫຼື ໄພພິບັດທີ່ຍິ່ງໃຫຍ່ແບບໃດກໍຕາມ, ຂ້ານ້ອຍຕ້ອງເຮັດໃຫ້ພຣະເຈົ້າພໍໃຈ. ໃຫ້ຄິດເຖິງປະສົບການຂອງເປໂຕ ແລະ ຄິດເຖິງປະສົບການຂອງໂຢບ, ເຈົ້າຈະຖືກບັນດານໃຈດ້ວຍຄຳເວົ້າໃນມື້ນີ້. ພຽງແຕ່ໃນວິທີນີ້ເທົ່ານັ້ນ ຄວາມເຊື່ອຂອງເຈົ້າຈຶ່ງຈະໄດ້ຮັບການດົນໃຈ. ໃນເວລານັ້ນ, ເປໂຕເວົ້າວ່າ ລາວບໍ່ສົມຄວນທີ່ຈະໄດ້ຮັບເອົາການພິພາກສາ ແລະ ການຕີສອນຂອງພຣະອົງ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະເຕັມໃຈທີ່ຈະເຮັດໃຫ້ທຸກຄົນເຫັນເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າຜ່ານເຈົ້າ. ເຈົ້າຈະພ້ອມເຕັມໃຈຍອມຮັບເອົາການພິພາກສາ ແລະ ການຕີສອນຂອງພຣະອົງ ແລະ ການພິພາກສາ, ການຕີສອນ ແລະ ການສາບແຊ່ງຂອງພຣະອົງຈະເປັນຄວາມສຸກສະບາຍໃຫ້ກັບເຈົ້າ. ໃນປັດຈຸບັນ, ມັນຮັບບໍ່ໄດ້ແທ້ໆທີ່ເຈົ້າບໍ່ໄດ້ປະກອບດ້ວຍຄວາມຈິງ. ຖ້າບໍ່ມີມັນ, ບໍ່ແມ່ນແຕ່ເຈົ້າຈະບໍ່ສາມາດຍຶດໝັ້ນໃນອະນາຄົດໄດ້, ແຕ່ເຈົ້າອາດຈະບໍ່ສາມາດຜ່ານພາລະກິດໃນປັດຈຸບັນນີ້ໄປໄດ້. ດ້ວຍວິທີນີ້, ເຈົ້າຈະບໍ່ເປັນເປົ້າໝາຍແຫ່ງການກຳຈັດ ແລະ ການລົງໂທດບໍ? ໃນຕອນນີ້, ບໍ່ມີຄວາມຈິງໃດເລີຍໃນຕົວເຈົ້າ ແລະ ເຮົາໄດ້ສະໜອງໃຫ້ກັບເຈົ້າໃນແຕ່ລະດ້ານທີ່ເຈົ້າຂາດເຂີນ; ເຮົາກ່າວຈາກທຸກດ້ານ. ເຈົ້າບໍ່ໄດ້ອົດທົນຕໍ່ການທົນທຸກຢ່າງແທ້ຈິງ; ເຈົ້າພຽງແຕ່ຮັບເອົາສິ່ງທີ່ມີຢູ່ແລ້ວ, ເຈົ້າບໍ່ໄດ້ຈ່າຍລາຄາໃດເລີຍ ແລະ ຍິ່ງໄປກວ່ານັ້ນ ເຈົ້າບໍ່ມີປະສົບການ ແລະ ຄວາມເຂົ້າໃຈທີ່ແທ້ຈິງຂອງເຈົ້າເອງ. ສະນັ້ນ ສິ່ງທີ່ເຈົ້າເຂົ້າໃຈບໍ່ແມ່ນວຸດທິພາວະທີ່ແທ້ຈິງຂອງເຈົ້າ. ເຈົ້າຈຳກັດສະເພາະແຕ່ຄວາມເຂົ້າໃຈ, ຄວາມຮູ້ ແລະ ການເຫັນເທົ່ານັ້ນ, ແຕ່ເຈົ້າບໍ່ໄດ້ເກັບກ່ຽວພືດຜົນສ່ວນຫຼາຍ. ຖ້າເຮົາບໍ່ເຄີຍໃສ່ໃຈເຈົ້າຈັກເທື່ອ ແຕ່ປ່ອຍໃຫ້ເຈົ້າຜ່ານປະສົບການໃນເຮືອນຂອງເຈົ້າເອງ, ເຈົ້າກໍ່ຄົງຈະຫຼົບໜີເຂົ້າໄປສູ່ໂລກທີ່ກວ້າງໃຫຍ່ແຕ່ດົນນານແລ້ວ. ຫົນທາງທີ່ເຈົ້າຍ່າງໃນອະນາຄົດຈະເປັນວິທີທາງແຫ່ງການທົນທຸກ ແລະ ຖ້າເຈົ້າຍ່າງໃນໄລຍະປັດຈຸບັນຂອງເສັ້ນທາງເປັນຢ່າງດີ ແລະ ເມື່ອເຈົ້າຜ່ານຄວາມຍາກລໍາບາກທີ່ໜັກກວ່າເກົ່າໃນອະນາຄົດ, ເຈົ້າກໍຈະມີຄຳພະຍານ. ຖ້າເຈົ້າເຂົ້າໃຈຄວາມໝາຍຂອງຊີວິດມະນຸດ ແລະ ໄດ້ເດີນຕາມເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ຖ້າໃນອະນາຄົດ ບໍ່ວ່າພຣະເຈົ້າຈະປະຕິບັດຕໍ່ເຈົ້າແນວໃດກໍຕາມ, ເຈົ້າກໍຈະຍອມຢູ່ພາຍໃຕ້ແຜນການຂອງພຣະອົງ ໂດຍບໍ່ມີການຕໍ່ວ່າ ຫຼື ທາງເລືອກອື່ນໃດ ແລະ ເຈົ້າຈະບໍ່ມີເງື່ອນໄຂໃດໆສໍາລັບພຣະເຈົ້າ, ໃນວິທີນີ້ ເຈົ້າຈຶ່ງຈະເປັນບຸກຄົນທີ່ມີຄຸນຄ່າ. ໃນປັດຈຸບັນ, ເຈົ້າບໍ່ໄດ້ຜະເຊີນກັບຄວາມຍາກລໍາບາກ, ສະນັ້ນ ເຈົ້າຈຶ່ງສາມາດເຊື່ອຟັງທຸກສິ່ງ. ເຈົ້າເວົ້າວ່າ ບໍ່ວ່າພຣະເຈົ້າຈະນໍາພາດ້ວຍວິທີໃດກໍຕາມ ເຈົ້າຈະຍອມຢູ່ພາຍໃຕ້ແຜນການທັງໝົດຂອງພຣະອົງ. ບໍ່ວ່າພຣະເຈົ້າຈະຕີສອນ ຫຼື ສາບແຊ່ງເຈົ້າ, ເຈົ້າກໍເຕັມໃຈທີ່ຈະເຮັດໃຫ້ພຣະອົງພໍໃຈ. ການເວົ້າແບບນັ້ນ ແລະ ສິ່ງທີ່ເຈົ້າເວົ້າໃນຕອນນີ້ບໍ່ໄດ້ໝາຍຄວາມວ່າ ມັນສະແດງເຖິງວຸດທິພາວະຂອງເຈົ້າ. ສິ່ງທີ່ເຈົ້າເຕັມໃຈທີ່ຈະເຮັດໃນຕອນນີ້ບໍ່ໄດ້ສະແດງໃຫ້ເຫັນວ່າ ເຈົ້າສາມາດຕິດຕາມຈົນເຖິງເວລາສຸດທ້າຍ. ເມື່ອຄວາມຍາກລໍາບາກເກີດຂຶ້ນກັບເຈົ້າ ຫຼື ເມື່ອເຈົ້າຜະເຊີນກັບການຂົ່ມເຫັງ ຫຼື ການຂູ່ເຂັນ ຫຼື ການທົດລອງທີ່ຍິ່ງໃຫຍ່, ເຈົ້າຈະບໍ່ສາມາດກ່າວຄຳເວົ້າເຫຼົ່ານັ້ນໄດ້. ຖ້າເຈົ້າສາມາດມີຄວາມເຂົ້າໃຈແບບນັ້ນໄດ້ໃນຕອນນັ້ນ ແລະ ເຈົ້າຍຶດໝັ້ນ, ສິ່ງນີ້ເທົ່ານັ້ນທີ່ເປັນວຸດທິພາວະຂອງເຈົ້າ. ເປໂຕເປັນແບບໃດໃນເວລານັ້ນ? ລາວເວົ້າວ່າ “ພຣະຜູ້ເປັນເຈົ້າ, ຂ້ານ້ອຍຈະເສຍສະຫຼະຊີວິດຂອງຂ້ານ້ອຍເພື່ອພຣະອົງ. ຖ້າພຣະອົງຈະໃຫ້ຂ້ານ້ອຍຕາຍ, ຂ້ານ້ອຍກໍຈະຕາຍ!” ນັ້ນແມ່ນວິທີທີ່ລາວອະທິຖານໃນເວລານັ້ນເຊັ່ນກັນ ແລະ ລາວຍັງເວົ້າວ່າ “ເຖິງແມ່ນຄົນອື່ນບໍ່ຮັກພຣະອົງ, ຂ້ານ້ອຍຕ້ອງຮັກພຣະອົງຈົນເຖິງເວລາສຸດທ້າຍ. ຂ້ານ້ອຍຈະຕິດຕາມພຣະອົງຢູ່ທຸກເວລາ”. ນັ້ນແມ່ນສິ່ງທີ່ລາວເວົ້າໃນເວລານັ້ນ, ແຕ່ທັນທີທີ່ການທົດລອງເກີດຂຶ້ນກັບລາວ, ລາວກໍແຕກສະຫຼາຍ ແລະ ຮ້ອງໄຫ້. ພວກເຈົ້າທຸກຄົນຮູ້ຈັກວ່າ ເປໂຕປະຕິເສດພຣະຜູ້ເປັນເຈົ້າສາມຄັ້ງ ແມ່ນບໍ? ມີຫຼາຍຄົນທີ່ຈະຮ້ອງໄຫ້ ແລະ ສະແດງຄວາມອ່ອນແອຂອງມະນຸດ ເມື່ອການທົດລອງເກີດຂຶ້ນກັບພວກເຂົາ. ເຈົ້າບໍ່ແມ່ນເຈົ້ານາຍຂອງຕົນເອງ. ໃນນີ້, ເຈົ້າບໍ່ສາມາດຄວບຄຸມຕົນເອງ. ບາງເທື່ອ ມື້ນີ້ ເຈົ້າເຮັດໄດ້ດີທີ່ສຸດ, ແຕ່ນັ້ນກໍເພາະເຈົ້າມີສະພາບແວດລ້ອມທີ່ເໝາະສົມ. ຖ້າຕ້ອງມີການປ່ຽນແປງໃນມື້ຕໍ່ມາ, ເຈົ້າຈະສະແດງຄວາມຢ້ານກົວ ແລະ ການຂາດຄວາມສາມາດ ແລະ ເຈົ້າຍັງຈະສະແດງຄວາມຊົ່ວຊ້າ ແລະ ຄວາມໄຮ້ຄ່າຂອງເຈົ້າອີກດ້ວຍ. “ຄວາມເປັນຜູ້ຊາຍ” ຂອງເຈົ້າແມ່ນຕົກລົງສູ່ຮ່ອງນໍ້າໄປດົນນານແລ້ວ ແລະ ບາງເທື່ອ ເຈົ້າເຖິງກັບຍອມຈໍານົນ ແລະ ຍ່າງໜີ. ນີ້ສະແດງໃຫ້ເຫັນວ່າ ສິ່ງທີ່ເຈົ້າເຂົ້າໃຈໃນເວລານັ້ນບໍ່ແມ່ນວຸດທິພາວະຕົວຈິງຂອງເຈົ້າ. ຄົນໃດໜຶ່ງຕ້ອງເບິ່ງວຸດທິພາວະຕົວຈິງຂອງຕົນເພື່ອເບິ່ງວ່າ ພວກເຂົາຮັກພຣະເຈົ້າແທ້ຈິງ ຫຼື ບໍ່, ພວກເຂົາສາມາດຍອມຢູ່ພາຍໃຕ້ແຜນການຂອງພຣະເຈົ້າແທ້ຈິງ ຫຼື ບໍ່ ແລະ ພວກເຂົາສາມາດໃຊ້ກຳລັງທັງໝົດຂອງພວກເຂົາເພື່ອບັນລຸສິ່ງທີ່ພຣະເຈົ້າຕ້ອງການ ແລະ ຍັງຄົງອຸທິດໃຫ້ກັບພຣະເຈົ້າ ແລະ ມອບສິ່ງທີ່ດີທີ່ສຸດໃຫ້ກັບພຣະເຈົ້າ ຫຼື ບໍ່, ເຖິງແມ່ນວ່າ ໝາຍເຖິງ ພວກເຂົາຕ້ອງເສຍສະຫຼະຊີວິດຂອງພວກເຂົາເອງ.

ພວກເຈົ້າຕ້ອງຈື່ວ່າ ໃນຕອນນີ້ ພຣະທຳເຫຼົ່ານີ້ຖືກກ່າວອອກມາແລ້ວ ຄື ຫຼັງຈາກນີ້ ເຈົ້າຈະຜະເຊີນກັບຄວາມຍາກລໍາບາກທີ່ຍິ່ງໃຫຍ່ກວ່າເກົ່າ ແລະ ການທົນທຸກທີ່ໜັກກວ່າເກົ່າ! ການທີ່ຈະຖືກເຮັດໃຫ້ສົມບູນບໍ່ແມ່ນສິ່ງທີ່ງ່າຍ ຫຼື ທຳມະດາ. ຢ່າງໜ້ອຍທີ່ສຸດ ເຈົ້າຕ້ອງມີຄວາມເຊື່ອຂອງໂຢບ ຫຼື ບາງເທື່ອ ເຊື່ອຫຼາຍກວ່າລາວອີກ. ເຈົ້າຄວນຮູ້ຈັກວ່າ ການທົດລອງໃນອະນາຄົດຈະໃຫຍ່ກວ່າການທົດລອງຂອງໂຢບ ແລະ ເຈົ້າຍັງຕ້ອງຜະເຊີນກັບການຕີສອນໃນໄລຍະເວລາຍາວ. ສິ່ງນີ້ເປັນສິ່ງທີ່ງ່າຍບໍ? ຖ້າຄວາມສາມາດຂອງເຈົ້າບໍ່ສາມາດໄດ້ຮັບການປັບປຸງ, ແລ້ວຄວາມສາມາດໃນການເຂົ້າໃຈຂອງເຈົ້າກໍຈະຂາດເຂີນ ແລະ ເຈົ້າຈະມີຄວາມຮູ້ໜ້ອຍເກີນໄປ, ແລ້ວໃນເວລານັ້ນ ເຈົ້າກໍຈະບໍ່ມີຄຳພະຍານໃດໆເລີຍ, ເຈົ້າຈະກາຍເປັນຕົວຕະຫຼົກ ແລະ ເປັນເຄື່ອງຫຼິ້ນໃຫ້ກັບຊາຕານ. ຖ້າເຈົ້າບໍ່ສາມາດຖືເອົານິມິດໃນຕອນນີ້, ແລ້ວເຈົ້າກໍຈະບໍ່ມີພື້ນຖານຫຍັງເລີຍ ແລະ ເຈົ້າຈະຖືກໂຍນຖິ້ມໃນອະນາຄົດ! ທຸກສ່ວນຂອງເສັ້ນທາງບໍ່ແມ່ນຈະຍ່າງໄດ້ແບບງ່າຍດາຍ, ດັ່ງນັ້ນ ຢ່າຖືເບົາກັບສິ່ງນີ້. ໃນຕອນນີ້ ໃຫ້ໄຕ່ຕອງເຖິງສິ່ງນີ້ຢ່າງລະມັດລະວັງ ແລະ ຈັດກຽມວິທີເພື່ອຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງຢ່າງຖືກຕ້ອງ. ນີ້ແມ່ນເສັ້ນທາງທີ່ຕ້ອງເດີນຕາມໃນອະນາຄົດ ແລະ ທຸກຄົນກໍຕ້ອງເດີນຕາມມັນ. ເຈົ້າບໍ່ສາມາດປ່ອຍໃຫ້ຄວາມເຂົ້າໃຈໃນປັດຈຸບັນນີ້ເຂົ້າຫູຊ້າຍອອກຫູຂວາ ແລະ ຢ່າຄິດວ່າສິ່ງທີ່ເຮົາເວົ້າຕໍ່ເຈົ້າລ້ວນແລ້ວແຕ່ເປັນການເສຍລົມຫາຍໃຈລ້າໆ. ມື້ນັ້ນຈະມາເຖິງ ມື້ທີ່ເຈົ້ານໍາໃຊ້ທຸກສິ່ງໃຫ້ເກີດຜົນປະໂຫຍດ; ພຣະທຳຈະບໍ່ຖືກກ່າວໂດຍສູນເປົ່າ. ນີ້ແມ່ນເວລາທີ່ເຈົ້າຕ້ອງຕຽມພ້ອມ; ມັນແມ່ນເວລາທີ່ຈະປູທາງສຳລັບອະນາຄົດ. ເຈົ້າຄວນຈັດກຽມເສັ້ນທາງທີ່ເຈົ້າຄວນຍ່າງໃນອະນາຄົດ; ເຈົ້າຄວນເປັນຫ່ວງ ແລະ ກັງວົນກ່ຽວກັບວິທີທີ່ເຈົ້າຈະສາມາດຍຶດໝັ້ນໃນເບື້ອງໜ້າ ແລະ ກຽມສຳລັບເສັ້ນທາງໃນອະນາຄົດຂອງເຈົ້າເປັນຢ່າງດີ. ຢ່າໂລພາ ແລະ ຂີ້ຄ້ານ! ເຈົ້າຕ້ອງເຮັດທຸກສິ່ງທີ່ເຈົ້າສາມາດເຮັດໄດ້ເພື່ອໃຊ້ເວລາຂອງເຈົ້າໃຫ້ເກີດປະໂຫຍດສູງສຸດໃນການຮັບເອົາທຸກສິ່ງທີ່ເຈົ້າຕ້ອງການ. ເຮົາກຳລັງມອບທຸກສິ່ງໃຫ້ກັບເຈົ້າເພື່ອເຈົ້າຈະສາມາດເຂົ້າໃຈໄດ້. ພວກເຈົ້າໄດ້ເຫັນດ້ວຍຕາຂອງພວກເຈົ້າເອງແລ້ວວ່າ ພາຍໃນເວລາໜ້ອຍກວ່າສາມປີ, ເຮົາໄດ້ເວົ້າຫຼາຍສິ່ງຢ່າງ ແລະ ປະຕິບັດພາລະກິດຫຼາຍຢ່າງ. ໜຶ່ງເຫດຜົນທີ່ເຮົາປະຕິບັດພາລະກິດແບບນີ້ກໍຍ້ອນຜູ້ຄົນຂາດເຂີນຫຼາຍ ແລະ ອີກເຫດຜົນໜຶ່ງກໍຍ້ອນເວລາສັ້ນເກີນໄປ ແລະ ບໍ່ສາມາດຊັກຊ້າອີກຕໍ່ໄປ. ເຈົ້າຈິນຕະນາການວ່າ ຜູ້ຄົນຕ້ອງບັນລຸຄວາມເຂົ້າໃຈພາຍໃນໂດຍສົມບູນ ກ່ອນທີ່ພວກເຂົາຈະສາມາດເປັນພະຍານ ແລະ ຖືກໃຊ້ໃຫ້ເປັນປະໂຫຍດໄດ້, ແບບນັ້ນບໍ່ຊ້າເກີນໄປບໍ? ແລ້ວເຮົາຕ້ອງຕິດຕາມເຈົ້າອີກດົນສໍ່າໃດ? ຖ້າເຈົ້າຈະໃຫ້ເຮົາຕິດຕາມເຈົ້າຈົນເຮົາແກ່ເຖົ້າ, ມັນເປັນໄປບໍ່ໄດ້! ໂດຍຜ່ານຄວາມຍາກລໍາບາກທີ່ຍິ່ງໃຫຍ່ກວ່າເກົ່າ, ຄວາມເຂົ້າໃຈທີ່ແທ້ຈິງພາຍໃນທຸກຄົນຈຶ່ງຈະຖືກບັນລຸ. ສິ່ງເຫຼົ່ານີ້ແມ່ນບາດກ້າວຂອງພາລະກິດ. ຫຼັງຈາກທີ່ເຈົ້າເຂົ້າໃຈນິມິດທີ່ສົນທະນາກັນໃນປັດຈຸບັນຢ່າງສົມບູນ ແລະ ເຈົ້າບັນລຸວຸດທິພາວະທີ່ແທ້ຈິງ, ບໍ່ວ່າເຈົ້າຈະຜະເຊີນກັບຄວາມລໍາບາກແບບໃດກໍຕາມໃນອະນາຄົດ ສິ່ງນັ້ນກໍຈະເອົາຊະນະເຈົ້າບໍ່ໄດ້, ເຈົ້າຈະສາມາດຕ້ານທານກັບສິ່ງເຫຼົ່ານັ້ນໄດ້. ເມື່ອເຮົາໄດ້ສຳເລັດພາລະກິດໃນບາດກ້າວສຸດທ້າຍນີ້ ແລະ ເຮົາສຳເລັດໃນການກ່າວພຣະທຳສຸດທ້າຍ, ໃນອະນາຄົດ ຜູ້ຄົນຈະຕ້ອງຍ່າງໃນເສັ້ນທາງຂອງພວກເຂົາເອງ. ສິ່ງນີ້ຈະສຳເລັດຕາມພຣະທຳທີ່ກ່າວໄວ້ກ່ອນໜ້ານີ້: ພຣະວິນຍານບໍລິສຸດໄດ້ມອບໝາຍໜ້າທີ່ໃຫ້ກັບທຸກຄົນ ແລະ ພາລະກິດທີ່ຕ້ອງປະຕິບັດໃຫ້ກັບທຸກຄົນ. ໃນອະນາຄົດ, ທຸກຄົນຈະຍ່າງຕາມເສັ້ນທາງທີ່ພວກເຂົາຄວນຍ່າງ ເຊິ່ງນໍາພາໂດຍພຣະວິນຍານບໍລິສຸດ. ແມ່ນໃຜຈະສາມາດໃສ່ໃຈຄົນອື່ນເມື່ອຜ່ານຄວາມຍາກລໍາບາກ? ແຕ່ລະຄົນມີການທົນທຸກຂອງພວກເຂົາເອງ ແລະ ແຕ່ລະຄົນມີວຸດທິພາວະຂອງພວກເຂົາເອງ. ບໍ່ມີໃຜມີວຸດທິພາວະຄືກັນ. ສາມີຈະບໍ່ດູແລພັນລະຍາຂອງພວກເຂົາ ແລະ ພໍ່ແມ່ຈະບໍ່ດູແລລູກຂອງພວກເຂົາ; ບໍ່ມີໃຜທີ່ສາມາດດູແລຄົນອື່ນໄດ້. ມັນບໍ່ຄືກັບຕອນນີ້, ການດູແລ ແລະ ການສະໜັບສະໜູນຮ່ວມກັນແມ່ນຍັງເປັນໄປໄດ້ຢູ່. ນັ້ນຈະເປັນເວລາແຫ່ງການເປີດໂປງຂອງຄົນທຸກປະເພດ. ນັ້ນກໍຄື ເມື່ອພຣະເຈົ້າຂ້ຽນຕີຄົນລ້ຽງແກະ, ຝູງແກະກໍຈະແຕກກະຈັກກະຈາຍ ແລະ ໃນເວລານັ້ນ ພວກເຈົ້າຈະບໍ່ມີຜູ້ນໍາທີ່ແທ້ຈິງເລີຍ. ຜູ້ຄົນຈະຖືກແບ່ງອອກ ເຊິ່ງຈະບໍ່ເປັນຄືກັບປັດຈຸບັນ ທີ່ພວກເຈົ້າສາມາດມາເຕົ້າໂຮມຢູ່ຮ່ວມກັນ. ຫຼັງຈາກນັ້ນ, ຄົນທີ່ບໍ່ມີພາລະກິດຂອງພຣະວິນຍານບໍລິສຸດຈະສະແດງທາດແທ້ຂອງພວກເຂົາເອງ. ສາມີຈະຂາຍພັນລະຍາຂອງພວກເຂົາ, ພັນລະຍາຈະຂາຍສາມີຂອງພວກເຂົາ, ລູກໆຈະຂາຍພໍ່ແມ່ຂອງພວກເຂົາ, ພໍ່ແມ່ຈະຂົ່ມເຫັງລູກໆຂອງພວກເຂົາ, ຫົວໃຈຂອງມະນຸດບໍ່ສາມາດທຳນາຍໄດ້! ສິ່ງທີ່ສາມາດເຮັດໄດ້ແມ່ນໃຫ້ຄົນໜຶ່ງຍຶດຕິດກັບສິ່ງທີ່ຄົນໜຶ່ງມີ ແລະ ຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງເປັນຢ່າງດີ. ໃນຕອນນີ້ ພວກເຈົ້າບໍ່ເຫັນສິ່ງນີ້ຢ່າງຊັດເຈນ ແລະ ພວກເຈົ້າກໍລ້ວນແລ້ວແຕ່ສາຍຕາສັ້ນ. ການຜ່ານພາລະກິດບາດກ້າວນີ້ຢ່າງປະສົບຜົນສຳເລັດບໍ່ແມ່ນສິ່ງທີ່ງ່າຍເລີຍ.

ເວລາແຫ່ງຄວາມຍາກລໍາບາກຈະບໍ່ຍືດຍາວເກີນໄປ, ມັນຈະບໍ່ຮອດປີດ້ວຍຊໍ້າ. ຖ້າມັນຍືດຍາວຮອດເຖິງປີ ມັນກໍຈະຊັກຊ້າຂັ້ນຕອນຕໍ່ໄປຂອງພາລະກິດ ແລະ ວຸດທິພາວະຂອງຜູ້ຄົນກໍຈະບໍ່ພຽງພໍ. ຖ້າມັນດົນເກີນໄປ ພວກເຂົາຈະບໍ່ສາມາດທົນຕໍ່ມັນໄດ້, ວຸດທິພາວະຂອງພວກເຂົາແມ່ນມີຂໍ້ຈຳກັດຂອງມັນ. ຫຼັງຈາກທີ່ພາລະກິດຂອງເຮົາເອງຖືກເຮັດໃຫ້ສົມບູນ, ບາດກ້າວຕໍ່ໄປແມ່ນໃຫ້ຜູ້ຄົນຍ່າງຕາມເສັ້ນທາງທີ່ພວກເຂົາຄວນຍ່າງ. ທຸກຄົນຕ້ອງເຂົ້າໃຈກ່ຽວກັບເສັ້ນທາງທີ່ພວກເຂົາຄວນຍ່າງ, ນີ້ແມ່ນເສັ້ນທາງແຫ່ງການທົນທຸກ ແລະ ຂະບວນການຂອງການທົນທຸກ ແລະ ມັນຍັງເປັນເສັ້ນທາງແຫ່ງການຫຼໍ່ຫຼອມຄວາມປະສົງຂອງເຈົ້າທີ່ຈະຮັກພຣະເຈົ້າ. ຄວາມຈິງໃດແດ່ທີ່ເຈົ້າຄວນເຂົ້າສູ່, ຄວາມຈິງໃດແດ່ທີ່ເຈົ້າຄວນເພີ່ມຕື່ມ, ເຈົ້າຄວນມີປະສົບການແນວໃດ ແລະ ເຈົ້າຄວນເຂົ້າຈາກລັກສະນະໃດ, ເຈົ້າຕ້ອງເຂົ້າໃຈທຸກສິ່ງເຫຼົ່ານີ້. ເຈົ້າຕ້ອງຕຽມພ້ອມຕົນເອງໃນປັດຈຸບັນ. ຖ້າເຈົ້າລໍຖ້າຈົນຄວາມຍາກລໍາບາກເກີດຂຶ້ນກັບເຈົ້າ, ມັນກໍຈະຊ້າເກີນໄປແລ້ວ. ທຸກຄົນຕ້ອງແບກຮັບພາລະເພື່ອຊີວິດຂອງພວກເຂົາເອງ ແລະ ບໍ່ລໍຖ້າການຕັກເຕືອນຂອງຄົນອື່ນຢູ່ສະເໝີ ຫຼື ລໍຖ້າໃຫ້ຄົນອື່ນດຶງຫູເຈົ້າຢູ່ຕະຫຼອດເວລາ. ເຮົາໄດ້ກ່າວຫຼາຍຢ່າງ ແຕ່ເຈົ້າຍັງບໍ່ຮູ້ຈັກວ່າ ຄວາມຈິງໃດແດ່ທີ່ເຈົ້າຄວນເຂົ້າສູ່ ຫຼື ຕຽມພ້ອມໃຫ້ມີ. ສິ່ງນີ້ກໍສະແດງວ່າ ເຈົ້າບໍ່ໄດ້ພະຍາຍາມໃນການອ່ານພຣະທຳຂອງພຣະເຈົ້າ. ເຈົ້າບໍ່ແບກຮັບພາລະເພື່ອຊີວິດຂອງເຈົ້າເລີຍ, ແລ້ວສິ່ງນັ້ນແມ່ນດີໄດ້ແນວໃດ? ເຈົ້າບໍ່ຊັດເຈນກັບສິ່ງທີ່ເຈົ້າຄວນເຂົ້າສູ່, ເຈົ້າບໍ່ເຂົ້າໃຈສິ່ງທີ່ເຈົ້າຄວນເຂົ້າໃຈ ແລະ ເຈົ້າຍັງສັບສົນແທ້ໆກ່ຽວກັບເສັ້ນທາງທີ່ເຈົ້າຄວນຍ່າງໃນອະນາຄົດ, ເຈົ້າບໍ່ແມ່ນເສດຂອງຊາກເຮືອທີ່ຫັກພັງບໍ? ເຈົ້າມີດີຫຍັງແດ່? ສິ່ງທີ່ພວກເຈົ້າກຳລັງເຮັດໃນປັດຈຸບັນແມ່ນການສ້າງ ແລະ ປູຫົນທາງຂອງພວກເຈົ້າເອງ. ເຈົ້າຕ້ອງຮູ້ຈັກວ່າ ຄົນໃດຄວນບັນລຸ ແລະ ມີເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງຕ້ອງການຈາກມະນຸດຊາດ. ເຈົ້າຕ້ອງມີຄວາມເຂົ້າໃຈດັ່ງຕໍ່ໄປນີ້: ບໍ່ວ່າຫຍັງກໍຕາມ, ເຖິງແມ່ນເຮົາເສື່ອມຊາມຫຼາຍ, ເຮົາຕ້ອງທົດແທນຂໍ້ບົກຜ່ອງເຫຼົ່ານີ້ຕໍ່ໜ້າພຣະເຈົ້າ. ເມື່ອພຣະເຈົ້າບໍ່ໄດ້ບອກເຮົາ, ເຮົາບໍ່ເຂົ້າໃຈ, ແຕ່ໃນປັດຈຸບັນ ພຣະອົງໄດ້ບອກເຮົາແລ້ວ, ຍ້ອນເຮົາເຂົ້າໃຈ ເຮົາຕ້ອງຟ້າວທົດແທນສິ່ງນັ້ນ, ດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ ແລະ ດຳລົງຊີວິດຕາມລັກສະນະທີ່ສາມາດເປັນທີ່ພໍໃຈຄວາມປະສົງຂອງພຣະເຈົ້າ. ເຖິງແມ່ນເຮົາບໍ່ສາມາດດຳລົງຊີວິດຕາມສິ່ງທີ່ເປໂຕໄດ້ເຮັດ, ຢ່າງໜ້ອຍທີ່ສຸດ ເຮົາຄວນດຳລົງຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ ແລະ ດ້ວຍວິທີນີ້ ເຮົາຈຶ່ງສາມາດປະຕິບັດຕາມຫົວໃຈຂອງພຣະເຈົ້າໄດ້.

ໄລຍະສຸດທ້າຍຂອງເສັ້ນທາງນີ້ແມ່ນເລີ່ມຕົ້ນຈາກປັດຈຸບັນຈົນເຖິງການສິ້ນສຸດຂອງຄວາມຍາກລໍາບາກໃນອະນາຄົດ. ໄລຍະນີ້ຂອງເສັ້ນທາງຈະເປັນຕອນທີ່ວຸດທິພາວະທີ່ແທ້ຈິງຂອງຜູ້ຄົນຖືກເປີດເຜີຍ ພ້ອມກັບວ່າ ພວກເຂົາມີຄວາມເຊື່ອທີ່ແທ້ຈິງ ຫຼື ບໍ່. ຍ້ອນໄລຍະນີ້ຂອງເສັ້ນທາງຈະລໍາບາກຫຼາຍກວ່າໄລຍະອື່ນໆທີ່ຖືກນໍາພາໃນອະດີດ ແລະ ມັນຈະເປັນເສັ້ນທາງທີ່ມີຫີນຫຼາຍກວ່າແຕ່ກ່ອນ, ມັນຈຶ່ງຖືກເອີ້ນວ່າ “ໄລຍະສຸດທ້າຍຂອງເສັ້ນທາງ”. ຄວາມຈິງກໍຄື ມັນບໍ່ແມ່ນສ່ວນສຸດທ້າຍຂອງຫົນທາງຢ່າງແທ້ຈິງ; ນີ້ກໍຍ້ອນວ່າ ຫຼັງຈາກທີ່ຜະເຊີນກັບຄວາມຍາກລໍາບາກແລ້ວ, ເຈົ້າຈະຜະເຊີນກັບພາລະກິດແຫ່ງການຂະຫຍາຍຂ່າວປະເສີດ ແລະ ແລ້ວກໍຈະມີຄົນສ່ວນໜຶ່ງທີ່ຈະໄດ້ຜະເຊີນກັບພາລະກິດແຫ່ງການຮັບໃຊ້. ສະນັ້ນ, “ໄລຍະສຸດທ້າຍຂອງເສັ້ນທາງ” ແມ່ນຖືກກ່າວເພື່ອອ້າງອີງເຖິງຄວາມລໍາບາກໃນການຫຼໍ່ຫຼອມຜູ້ຄົນ ແລະ ສະພາບແວດລ້ອມທີ່ຮຸນແຮງ. ໃນສ່ວນນັ້ນຂອງເສັ້ນທາງໃນອະດີດແມ່ນເຮົາເອງທີ່ນໍາພາເຈົ້າເປັນການສ່ວນຕົວຜ່ານການເດີນທາງຢ່າງມີຄວາມສຸກຂອງເຈົ້າ, ຈັບມືເຈົ້າເພື່ອສັ່ງສອນເຈົ້າ ແລະ ປ້ອນເຂົ້າເຈົ້າ. ເຖິງແມ່ນເຈົ້າໄດ້ຜ່ານການຕີສອນ ແລະ ການພິພາກສາຫຼາຍຄັ້ງກໍຕາມ, ພວກມັນກໍພຽງແຕ່ເປັນການຂ້ຽນຕີຊໍ້າຄືນເລັກນ້ອຍສໍາລັບເຈົ້າ. ແນ່ນອນ ສິ່ງນັ້ນໄດ້ເຮັດໃຫ້ທັດສະນະຂອງເຈົ້າກ່ຽວກັບຄວາມເຊື່ອໃນພຣະເຈົ້າປ່ຽນແປງໄປຫຼາຍພໍສົມຄວນ; ມັນຍັງເຮັດໃຫ້ອຸປະນິໄສຂອງເຈົ້າໝັ້ນຄົງຫຼາຍພໍສົມຄວນ ແລະ ເຮັດໃຫ້ເຈົ້າມີຄວາມເຂົ້າໃຈເລັກນ້ອຍກ່ຽວກັບເຮົາ. ແຕ່ເຮົາເວົ້າແບບນີ້, ໃນການຍ່າງຢູ່ໃນສ່ວນນັ້ນຂອງເສັ້ນທາງ, ລາຄາ ຫຼື ຄວາມພະຍາຍາມຢ່າງພາກພຽນທີ່ຜູ້ຄົນຈ່າຍແມ່ນໜ້ອຍຫຼາຍ ເຊິ່ງມັນແມ່ນເຮົາເປັນຜູ້ນໍາພາເຈົ້າຈົນເຖິງປັດຈຸບັນ. ນີ້ກໍຍ້ອນວ່າ ເຮົາບໍ່ຮຽກຮ້ອງໃຫ້ເຈົ້າເຮັດສິ່ງໃດເລີຍ ແລະ ເງື່ອນໄຂທີ່ເຮົາຮຽກຮ້ອງຈາກເຈົ້າກໍບໍ່ໄດ້ສູງເກີນໄປ, ເຮົາພຽງແຕ່ເຮັດໃຫ້ເຈົ້າຮັບເອົາສິ່ງທີ່ມີຢູ່ແລ້ວ. ໃນໄລຍະເວລານີ້ ເຮົາໄດ້ສະໜອງຕາມຄວາມຕ້ອງການຂອງພວກເຈົ້າຢ່າງບໍ່ຢຸດຢັ້ງ ແລະ ເຮົາບໍ່ເຄີຍຮຽກຮ້ອງຢ່າງບໍ່ສົມເຫດສົມຜົນຈັກເທື່ອ. ພວກເຈົ້າໄດ້ທົນທຸກກັບການຕີສອນຢູ່ເລື້ອຍໆ ແຕ່ພວກເຈົ້າຍັງບໍ່ບັນລຸຕາມເງື່ອນໄຂດັ່ງເດີມຂອງເຮົາ. ພວກເຈົ້າທໍ້ຖອຍ ແລະ ໝົດກຳລັງໃຈ, ແຕ່ເຮົາບໍ່ໄດ້ຄິດໃສ່ໃຈເຖິງສິ່ງນີ້ ຍ້ອນວ່າ ໃນປັດຈຸບັນນີ້ ແມ່ນເວລາແຫ່ງພາລະກິດສ່ວນຕົວຂອງເຮົາ ແລະ ເຮົາບໍ່ຈິງຈັງກັບ “ການອຸທິດ” ຂອງເຈົ້າທີ່ມີຕໍ່ເຮົາ. ແຕ່ໃນເສັ້ນທາງຕັ້ງແຕ່ນີ້ຕໍ່ໄປ, ເຮົາຈະບໍ່ປະຕິບັດພາລະກິດ ຫຼື ກ່າວ ແລະ ໃນເວລານັ້ນ ເຮົາຈະບໍ່ເຮັດໃຫ້ເຈົ້າສືບຕໍ່ໃນລັກສະນະທີ່ເປັນຕາເບື່ອໜ່າຍແບບນີ້ອີກຕໍ່ໄປ. ເຮົາຈະເຮັດໃຫ້ພວກເຈົ້າມີບົດຮຽນຢ່າງຫຼວງຫຼາຍເພື່ອຮຽນຮູ້ ແລະ ເຮົາຈະບໍ່ເຮັດໃຫ້ພວກເຈົ້າໄດ້ຮັບໃນສິ່ງທີ່ມີຢູ່ແລ້ວ. ວຸດທິພາວະທີ່ແທ້ຈິງທີ່ພວກເຈົ້າມີໃນປັດຈຸບັນຕ້ອງຖືກເປີດໂປງ. ບໍ່ວ່າຄວາມພະຍາຍາມເປັນເວລາຫຼາຍປີຂອງພວກເຈົ້າຈະເກີດຜົນ ຫຼື ບໍ່ ແມ່ນຈະສະແດງອອກໃຫ້ເຫັນຢູ່ໃນວິທີທາງທີ່ພວກເຈົ້າຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງນີ້. ໃນອະດີດ, ພວກເຈົ້າຄິດວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ງ່າຍດາຍຫຼາຍ ແລະ ນັ້ນກໍຍ້ອນຄິດວ່າພຣະເຈົ້າບໍ່ຈິງຈັງກັບເຈົ້າ. ແລ້ວໃນປັດຈຸບັນນີ້ເດ? ພວກເຈົ້າຄິດວ່າ ການເຊື່ອໃນພຣະເຈົ້າເປັນສິ່ງທີ່ງ່າຍດາຍບໍ? ພວກເຈົ້າຍັງຮູ້ສຶກວ່າ ການເຊື່ອໃນພຣະເຈົ້າມີຄວາມສຸກ ແລະ ບໍ່ຕ້ອງເປັນຫ່ວງກັງວົນຫຍັງ ຄືດັ່ງກັບເດັກນ້ອຍທີ່ກຳລັງຫຼິ້ນຢູ່ໃນຖະໜົນ? ມັນແມ່ນຄວາມຈິງທີ່ພວກເຈົ້າເປັນແກະ, ແຕ່ເຖິງຢ່າງນັ້ນກໍຕາມ ພວກເຈົ້າຕ້ອງສາມາດຍ່າງຕາມເສັ້ນທາງທີ່ພວກເຈົ້າຄວນຍ່າງເພື່ອຕອບແທນພຣະຄຸນຂອງພຣະເຈົ້າ ແລະ ເພື່ອຮັບເອົາພຣະເຈົ້າທີ່ພວກເຈົ້າເຊື່ອຢ່າງແທ້ຈິງ. ຢ່າຫຼິ້ນເກມກັບຕົນເອງ, ຢ່າຫຼອກລວງຕົນເອງ! ຖ້າເຈົ້າສາມາດປະຕິບັດໄລຍະນີ້ຂອງເສັ້ນທາງໄດ້, ເຈົ້າຈະສາມາດເຫັນພາບອັນຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນຂອງພາລະກິດແຫ່ງການເຜີຍແຜ່ຂ່າວປະເສີດຂອງເຮົາທົ່ວຈັກກະວານທັງປວງ ແລະ ເຈົ້າຈະໂຊກດີທີ່ຈະເປັນມິດສະຫາຍຂອງເຮົາ ແລະ ເຮັດໜ້າທີ່ຂອງເຈົ້າໃນການຂະຫຍາຍພາລະກິດຂອງເຮົາທົ່ວຈັກກະວານ. ໃນເວລານັ້ນ, ເຈົ້າຈະສືບຕໍ່ຍ່າງຕາມເສັ້ນທາງທີ່ເຈົ້າຄວນຍ່າງດ້ວຍຄວາມຍິນດີ. ອະນາຄົດຈະສົດໃສຢ່າງບໍ່ມີວັນສິ້ນສຸດ, ແຕ່ສິ່ງສຳຄັນໃນປັດຈຸບັນແມ່ນຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງນີ້ໃຫ້ດີ. ເຈົ້າຕ້ອງສະແຫວງຫາ ແລະ ຈັດກຽມວ່າຈະເຮັດສິ່ງນີ້ດ້ວຍວິທີໃດ. ນີ້ແມ່ນສິ່ງທີ່ເຈົ້າຕ້ອງເຮັດໃນປັດຈຸບັນ, ນີ້ແມ່ນບັນຫາທີ່ຮີບດ່ວນໃນປັດຈຸບັນ!

ກ່ອນນີ້: ພວກເຈົ້າຕ້ອງເຂົ້າໃຈພາລະກິດ ຢ່າປະຕິບັດຕາມຢ່າງສັບສົນ!

ຕໍ່ໄປ: ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້