ກ່ຽວກັບພາລະກິດໃນອະນາຄົດຂອງເຈົ້າ, ເຈົ້າຄວນຮັບມືກັບມັນແນວໃດ?

ເຈົ້າສາມາດຮັບອຸປະນິໄສທີ່ພຣະເຈົ້າສະແດງອອກໃນແຕ່ລະຍຸກ ແລະ ສື່ສານມັນໃນລັກສະນະທີ່ເປັນຮູບປະທຳ, ດ້ວຍພາສາທີ່ເໝາະສົມ ແລະ ມີຄວາມໝາຍຂອງຍຸກນັ້ນບໍ? ເຈົ້າ ຜູ້ທີ່ມີປະສົບການກັບພາລະກິດແຫ່ງຍຸກສຸດທ້າຍຂອງພຣະເຈົ້າ ສາມາດຮັບອຸປະນິໄສທີ່ຊອບທຳຂອງພຣະເຈົ້າ ແລະ ບັນຍາຍມັນຢ່າງລະອຽດໄດ້ບໍ? ເຈົ້າຈະສາມາດຮັບອຸປະນິໄສຂອງພຣະເຈົ້າ ແລະ ເປັນພະຍານໃຫ້ຢ່າງຊັດເຈນ ແລະ ຢ່າງຖືກຕ້ອງໄດ້ບໍ? ເຈົ້າຈະຮັບສິ່ງທີ່ເຈົ້າໄດ້ເຫັນ ແລະ ປະສົບ ແລະ ບອກມັນໃຫ້ແກ່ຜູ້ເຊື່ອສາສະໜາທີ່ເປັນຕາສັງເວດ, ທຸກຍາກ ແລະ ເຫຼື້ອມໃສເຫຼົ່ານັ້ນ, ຜູ້ທີ່ຫິວ ແລະ ກະຫາຍຫາຄວາມຊອບທຳ ແລະ ກຳລັງລໍຖ້າໃຫ້ເຈົ້າລ້ຽງດູພວກເຂົາໄດ້ແນວໃດ? “ຄົນ” ປະເພດໃດຄືຄົນທີ່ກຳລັງລໍຖ້າເຈົ້າໃຫ້ລ້ຽງດູພວກເຂົາ? ເຈົ້າສາມາດຈິນຕະນາການໄດ້ບໍ? ພາລະທີ່ຢູ່ເທິງບ່າໄຫຼ່ຂອງເຈົ້າ, ການຝາກຝັງຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າບໍ ນັ້ນກໍຄື ເຈົ້າຮັບຮູ້ທຸກສິ່ງເຫຼົ່ານີ້ບໍ? ຄວາມຮູ້ສຶກເຖິງພາລະກິດທາງປະຫວັດສາດຂອງເຈົ້າຢູ່ໃສ? ເຈົ້າຈະຮັບໃຊ້ໄດ້ດີໃນຖານະຜູ້ເປັນນາຍແຫ່ງຍຸກຕໍ່ໄປແນວໃດ? ເຈົ້າມີຄວາມຮູ້ສຶກອັນແຮງກ້າຂອງການເປັນນາຍບໍ? ຜູ້ເປັນນາຍຂອງທຸກສິ່ງຄວນຖືກອະທິບາຍແນວໃດ? ມັນແມ່ນນາຍຂອງສິ່ງທີ່ມີຊີວິດທັງປວງ ແລະ ຂອງສິ່ງວັດຖຸທັງໝົດໃນໂລກແທ້ໆບໍ? ເຈົ້າມີແຜນຫຍັງແນ່ ເພື່ອຄວາມກ້າວໜ້າຂອງພາລະກິດຂັ້ນຕອນຕໍ່ໄປ? ຕ້ອງມີເທົ່າໃດຄົນທີ່ກຳລັງຄອຍຖ້າໃຫ້ເຈົ້າລ້ຽງດູພວກເຂົາ? ໜ້າທີ່ຂອງເຈົ້າໜັກບໍ? ພວກເຂົາທຸກຍາກ, ເປັນຕາສັງເວດ, ຕາບອດ ແລະ ເຮັດຫຍັງບໍ່ຖືກ, ຕົກລົງສູ່ຄວາມມືດມົວ ແລະ ຮ້ອງໄຫ້ຄໍ້າຄວນ, ຫົນທາງຢູ່ໃສ? ພວກເຂົາຈັ່ງແມ່ນໂຫຍຫາແສງສະຫວ່າງ ຄ້າຍຄືກັບດາວຕົກ ໃຫ້ລົງມາກະທັນຫັນ ແລະ ປັດເປົ່າອຳນາດແຫ່ງຄວາມມືດ ທີ່ກົດຂີ່ມະນຸດມາເປັນເວລາຫຼາຍປີ. ພວກເຂົາປາຖະໜາຫາຢ່າງແຮງກ້າ ແລະ ໂຫຍຫາສິ່ງນັ້ນໃນກາງເວັນ ແລະ ກາງຄືນ, ຜູ້ໃດສາມາດຮູ້ຈັກສິ່ງນີ້ໄດ້ຢ່າງສົມບູນ? ແມ່ນແຕ່ໃນມື້ທີ່ແສງສະຫວ່າງເຫຼື້ອມຜ່ານ, ຄົນເຫຼົ່ານີ້ທີ່ທົນທຸກຢ່າງຮ້າຍແຮງຍັງຖືກກັກຂັງໃນຄຸກມືດໃຕ້ດິນ, ບໍ່ສາມາດຮັບການປ່ອຍຕົວ; ພວກເຂົາຈະບໍ່ຮ້ອງໄຫ້ອີກຕໍ່ໄປໃນເມື່ອໃດ? ວິນຍານທີ່ບອບບາງເຫຼົ່ານີ້ ທີ່ບໍ່ເຄີຍໄດ້ຮັບການພັກສະຫງົບນັ້ນຊ່າງເປັນຕາຢ້ານແທ້ ທີ່ໄດ້ທົນທຸກກັບຄວາມໂຊກຮ້າຍເຊັ່ນນັ້ນ. ພວກເຂົາຖືກຜູກມັດໃຫ້ຢູ່ໃນສະພາວະນີ້ແຕ່ດົນ ໂດຍພັນທະນາການທີ່ໄຮ້ປານີ ແລະ ປະຫວັດສາດທີ່ແຊ່ແຂງ. ຊັ້ນໃຜທີ່ເຄີຍໄດ້ຍິນສຽງຄໍ່າຄວນຂອງພວກເຂົາ? ໃຜໄດ້ເຫັນສະພາວະທີ່ເວດທະນາຂອງພວກເຂົາ? ເຈົ້າເຄີຍຄິດບໍວ່າ ຫົວໃຈຂອງພຣະເຈົ້າໂສກເສົ້າ ແລະ ວິຕົກກັງວົນສໍ່າໃດ? ພຣະອົງຈະສາມາດທົນເຫັນມະນຸດຊາດຜູ້ບໍ່ມີຄວາມຜິດ ທີ່ພຣະອົງສ້າງດ້ວຍມືພຣະອົງເອງ ຕ້ອງທົນທຸກກັບການທໍລະມານດັ່ງກ່າວໄດ້ແນວໃດ? ທ້າຍທີ່ສຸດ, ມະນຸດຊາດເປັນຜູ້ໂຊກຮ້າຍທີ່ຖືກໃສ່ພິດ. ເຖິງແມ່ນວ່າ ມະນຸດຊາດຢູ່ລອດມາຮອດທຸກມື້ນີ້, ໃຜຈະຮູ້ວ່າ ມະນຸດຊາດຖືກວາງຢາພິດໂດຍຜູ້ຊົ່ວຮ້າຍແຕ່ດົນແລ້ວ? ເຈົ້າລືມໄປແລ້ວບໍວ່າ ເຈົ້າກໍແມ່ນໜຶ່ງໃນຜູ້ເຄາະຮ້າຍນັ້ນ? ດ້ວຍຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າ, ເຈົ້າບໍ່ເຕັມໃຈທີ່ຈະພະຍາຍາມຊ່ວຍຜູ້ລອດຊີວິດເຫຼົ່ານີ້ທຸກຄົນໃຫ້ລອດພົ້ນບໍ? ເຈົ້າບໍ່ເຕັມໃຈທີ່ຈະອຸທິດກໍາລັງທັງໝົດຂອງເຈົ້າເພື່ອຕອບແທນພຣະເຈົ້າ ຜູ້ທີ່ຮັກມະນຸດຄືກັບເນື້ອໜັງ ແລະ ເລືອດຂອງພຣະອົງເອງບໍ? ເຈົ້າຢັ່ງຮູ້ການຖືກໃຊ້ໂດຍພຣະເຈົ້າເພື່ອດຳລົງຊີວິດທີ່ພິເສດຂອງເຈົ້າແນວໃດແທ້ໆ? ເຈົ້າມີຄວາມຕັ້ງໃຈ ແລະ ຄວາມເຊື່ອທີ່ຈະໃຊ້ຊີວິດຢ່າງມີຄວາມໝາຍຂອງ “ບຸກຄົນທີ່ມີສັດທາ ແລະ ຮັບໃຊ້ພຣະເຈົ້າ” ແທ້ໆບໍ?

ກ່ອນນີ້: ວິທີທີ່ເຈົ້າຄວນຍ່າງໃນໄລຍະສຸດທ້າຍຂອງເສັ້ນທາງ

ຕໍ່ໄປ: ຈຸດປະສົງໃນການຄຸ້ມຄອງມະນຸດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້