ເປົ້າໝາຍຂອງການຄຸ້ມຄອງມະນຸດຊາດ

ຖ້າຜູ້ຄົນສາມາດເຫັນຢ່າງແທ້ຈິງເຖິງເສັ້ນທາງທີ່ຖືກຕ້ອງກ່ຽວກັບຊີວິດມະນຸດ ພ້ອມທັງເປົ້າໝາຍຂອງການຄຸ້ມຄອງມະນຸດຊາດຂອງພຣະເຈົ້າໄດ້ຢ່າງຊັດເຈນ, ພວກເຂົາກໍຈະບໍ່ຖືວ່າ ອະນາຄົດ ແລະ ໂຊກຊະຕາສ່ວນຕົວຂອງພວກເຂົາເປັນຊັບສົມບັດໃນຫົວໃຈຂອງພວກເຂົາ. ພວກເຂົາຈະບໍ່ສົນໃຈໃນການຮັບໃຊ້ພໍ່ແມ່ຂອງພວກເຂົາ ຜູ້ທີ່ຮ້າຍຍິ່ງກວ່າໝູ ແລະ ໝາຕໍ່ໄປອີກ. ອະນາຄົດ ແລະ ໂຊກຊະຕາຂອງມະນຸດ ແທ້ຈິງແລ້ວ ບໍ່ແມ່ນທີ່ເອີ້ນໃນປັດຈຸບັນວ່າ “ພໍ່ແມ່” ຂອງເປໂຕບໍ? ພວກເຂົາເປັນເໝືອນກັບເນື້ອໜັງ ແລະ ເລືອດຂອງມະນຸດ. ແລ້ວຈຸດໝາຍປາຍທາງ ແລະ ອະນາຄົດຂອງເນື້ອໜັງຈະເປັນແນວໃດ?​ ມັນຈະເປັນການເຫັນພຣະເຈົ້າໃນຂະນະທີ່ມີຊີວິດຢູ່ ຫຼື ຈະໃຫ້ວິນຍານພົບກັບພຣະເຈົ້າຫຼັງຈາກທີ່ຕາຍໄປແລ້ວ? ເນື້ອໜັງຈະຕົກລົງສູ່ເຕົາຫຼໍ່ໃຫຍ່ໃນມື້ອື່ນຢ່າງທຸກທໍລະມານບໍ ຫຼື ມັນຈະຖືກເຜົາໄໝ້ດ້ວຍແປວໄຟ? ບໍ່ແມ່ນຄຳຖາມແບບນີ້ກ່ຽວຂ້ອງກັບເນື້ອໜັງຂອງມະນຸດທີ່ຈະອົດທົນຕໍ່ຄວາມໂຊກຮ້າຍ ຫຼື ທົນທຸກກັບຂ່າວໃຫຍ່ທີ່ສຸດເຊິ່ງໃຜກໍຕາມທີ່ຢູ່ໃນກະແສປັດຈຸບັນນີ້ທີ່ມີສະໝອງ ແລະ ແນວຄິດເປັນປົກກະຕິໃສ່ໃຈຫຼາຍທີ່ສຸດບໍ? (ໃນນີ້, ຄວາມທຸກທໍລະມານໝາຍເຖິງການໄດ້ຮັບພອນ; ໝາຍຄວາມວ່າ ການທົດລອງໃນອະນາຄົດຄືຜົນປະໂຫຍດສຳລັບຈຸດໝາຍປາຍທາງຂອງມະນຸດ. ຄວາມໂຊກຮ້າຍໝາຍເຖິງການບໍ່ສາມາດຍຶດໝັ້ນ ຫຼື ການຖືກຫຼອກລວງ ຫຼື ໝາຍຄວາມວ່າ ຄົນໜຶ່ງຈະພົບກັບສະຖານະການທີ່ໂຊກຮ້າຍ ແລະ ສູນເສຍຊີວິດຂອງຕົນເອງໃນທ່າມກາງໄພພິບັດ ແລະ ບໍ່ມີຈຸດໝາຍປາຍທາງທີ່ເໝາະສົມສຳລັບວິນຍານຂອງບຸກຄົນດັ່ງກ່າວ). ເຖິງແມ່ນວ່າມະນຸດມີເຫດຜົນທີ່ຖືກຕ້ອງ ແຕ່ບາງເທື່ອສິ່ງທີ່ພວກເຂົາຄິດທັງໝົດກໍບໍ່ສອດຄ່ອງກັບເຫດຜົນທີ່ພວກເຂົາຄວນມີ. ນີ້ກໍເພາະວ່າ ແທ້ຈິງແລ້ວ ພວກເຂົາທຸກຄົນຂ້ອນຂ້າງສັບສົນ ແລະ ປະຕິບັດຕາມສິ່ງຕ່າງໆຢ່າງຕາບອດ. ພວກເຂົາທັງໝົດຄວນມີຄວາມເຂົ້າໃຈຢ່າງທົ່ວເຖິງກ່ຽວກັບສິ່ງທີ່ພວກເຂົາຄວນເຂົ້າສູ່ ແລະ ໂດຍສະເພາະແລ້ວ ພວກເຂົາຄວນຄົ້ນຫາສິ່ງທີ່ຄວນເຂົ້າສູ່ໃນລະຫວ່າງການທົນທຸກລຳບາກ (ນັ້ນກໍຄື ໃນລະຫວ່າງການຫຼໍ່ຫຼອມໃນເຕົາຫຼໍ່) ແລະ ສິ່ງທີ່ພວກເຂົາຄວນປະກອບມີໃນລະຫວ່າງການທົດລອງແຫ່ງແປວໄຟ. ຢ່າຮັບໃຊ້ພໍ່ແມ່ຂອງເຈົ້າຢູ່ສະເໝີ (ໝາຍເຖິງເນື້ອໜັງ) ຜູ້ເຊິ່ງເປັນຄືກັບໝູ ແລະ ໝາ ແລະ ຮ້າຍຍິ່ງກວ່າມົດ ແລະ ແມງໄມ້. ເຫດຜົນຫຍັງທີ່ຈະຕ້ອງໄປທໍລະມານໃຈກັບສິ່ງນັ້ນ, ຕ້ອງໄປຄິດໜັກ ແລະ ທໍລະມານສະໝອງຕົນເອງກັບສິ່ງນັ້ນ? ເນື້ອໜັງບໍ່ໄດ້ເປັນຂອງເຈົ້າ, ແຕ່ຢູ່ໃນກໍາມືຂອງພຣະເຈົ້າ ແລະ ພຣະອົງບໍ່ພຽງຄວບຄຸມເຈົ້າເທົ່ານັ້ນ ແຕ່ຍັງບັນຊາການຊາຕານອີກດ້ວຍ. (ດັ່ງເດີມ ໝາຍຄວາມວ່າ ມັນເປັນຂອງຊາຕານ. ສາມາດເວົ້າແບບນັ້ນໄດ້ ກໍເພາະວ່າ ຊາຕານກໍຢູ່ໃນກໍາມືຂອງພຣະເຈົ້າເຊັ່ນກັນ. ເພາະວ່າ ການເວົ້າແບບນັ້ນມັນໜ້າເຊື່ອກວ່າ ເຊິ່ງມັນຊີ້ໃຫ້ເຫັນວ່າ ມະນຸດບໍ່ໄດ້ຢູ່ພາຍໃຕ້ອຳນາດຂອງຊາຕານໂດຍສິ້ນເຊີງ, ແຕ່ຢູ່ໃນກໍາມືຂອງພຣະເຈົ້າ). ເຈົ້າກຳລັງດຳລົງຊີວິດຢູ່ພາຍໃຕ້ຄວາມທົນທຸກທໍລະມານຂອງເນື້ອໜັງ, ແຕ່ເນື້ອໜັງເປັນຂອງເຈົ້າບໍ? ມັນຢູ່ພາຍໃຕ້ການຄວບຄຸມຂອງເຈົ້າບໍ? ເປັນຫຍັງຈຶ່ງຕ້ອງພະຍາຍາມຄິດຢ່າງໜັກກ່ຽວກັບມັນດ້ວຍ? ເປັນຫຍັງຈຶ່ງຕ້ອງຂໍຮ້ອງພຣະເຈົ້າຢ່າງບ້າປ່ວງເພື່ອເນື້ອໜັງທີ່ເໜົ່າເໝັນຂອງເຈົ້າ ເຊິ່ງຖືກປະນາມ, ສາບແຊ່ງ ແລະ ເສື່ອມຊາມໂດວິຍານສົກກະປົກເປັນເວລາດົນນານມາແລ້ວ? ເປັນຫຍັງຈຶ່ງຕ້ອງເອົາພັກພວກຂອງຊາຕານມາຢູ່ໃກ້ຫົວໃຈຂອງເຈົ້າດ້ວຍ? ເຈົ້າບໍ່ກັງວົນບໍວ່າ ເນື້ອໜັງຈະທຳລາຍອະນາຄົດທີ່ແທ້ຈິງຂອງເຈົ້າ, ທໍາລາຍຄວາມຫວັງອັນງົດງາມຂອງເຈົ້າ ແລະ ຈຸດໝາຍປາຍທາງທີ່ແທ້ຈິງສຳລັບຊີວິດຂອງເຈົ້າ?

ເສັ້ນທາງແຫ່ງປັດຈຸບັນບໍ່ງ່າຍທີ່ຈະຍ່າງເລີຍ. ມັນສາມາດເວົ້າໄດ້ວ່າ ມັນຍາກທີ່ຈະຍ່າງຕາມ ແລະ ຫາຍາກທີ່ສຸດຈາກຍຸກຕ່າງໆ. ເຖິງຢ່າງໃດກໍຕາມ, ແມ່ນໃຜຈະຄິດວ່າ ພຽງເນື້ອໜັງຂອງມະນຸດເທົ່ານັ້ນກໍຈະພຽງພໍທີ່ຈະທຳລາຍເຂົາໄດ້. ແນ່ນອນ ພາລະກິດໃນປັດຈຸບັນແມ່ນລໍ້າຄ່າເໝືອນດັ່ງຝົນໃນລະດູໃບໄມ້ປົ່ງ ແລະ ມີຄ່າເໝືອນດັ່ງຄວາມເມດຕາທີ່ພຣະເຈົ້າມີຕໍ່ມະນຸດ. ເຖິງຢ່າງໃດກໍຕາມ, ຖ້າມະນຸດບໍ່ຮູ້ຈັກເປົ້າໝາຍຂອງພາລະກິດປັດຈຸບັນຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງທາດແທ້ຂອງມະນຸດຊາດ ແລ້ວຈະເວົ້າເຖິງຄວາມລໍ້າຄ່າ ແລະ ການມີຄ່າຂອງມັນໄດ້ແນວໃດ? ເນື້ອໜັງບໍ່ໄດ້ເປັນຂອງມະນຸດເອງ, ສະນັ້ນບໍ່ມີໃຜສາມາດເຫັນໄດ້ຢ່າງແຈ່ມແຈ້ງວ່າ ຈຸດໝາຍປາຍທາງຂອງຕົນຈະຢູ່ໃສກັນແທ້. ແຕ່ຢ່າງໃດກໍຕາມ, ເຈົ້າຄວນຮູ້ດີວ່າ ພຣະຜູ້ເປັນເຈົ້າແຫ່ງການຊົງສ້າງຈະສົ່ງຄືນມະນຸດຊາດທີ່ຖືກສ້າງຂຶ້ນ ໃຫ້ຢູ່ຕໍ່າແໜ່ງເດີມຂອງພວກເຂົາ ແລະ ຟື້ນຟູລັກສະນະດັ້ງເດີມຂອງພວກເຂົາຈາກເວລາແຫ່ງການຊົງສ້າງພວກເຂົາ. ພຣະອົງຈະຖອນເອົາລົມຫາຍໃຈທີ່ພຣະອົງມອບໃຫ້ມະນຸດນັ້ນກັບຄືນທັງໝົດ ແລະ ເອົາກະດູກ ແລະ ເນື້ອໜັງຂອງເຂົາຄືນ ແລະ ສົ່ງທຸກສິ່ງຄືນໃຫ້ພຣະຜູ້ເປັນເຈົ້າແຫ່ງການຊົງສ້າງ. ພຣະອົງຈະປ່ຽນແປງ ແລະ ສ້າງມະນຸດຊາດຄືນໃໝ່ທັງໝົດ ແລະ ເອົາມໍລະດົກທັງໝົດຈາກມະນຸດຄືນ ເຊິ່ງບໍ່ໄດ້ເປັນຂອງມະນຸດຊາດ ແຕ່ເປັນຂອງພຣະເຈົ້າ ແລະ ພຣະອົງຈະບໍ່ມອບໃຫ້ມະນຸດຊາດອີກ. ນີ້ກໍຍ້ອນວ່າ ບໍ່ມີສິ່ງໃດເປັນຂອງມະນຸດຊາດມາແຕ່ດັ່ງເດີມ. ພຣະອົງຈະເອົາທຸກສິ່ງຄືນ, ນີ້ບໍ່ແມ່ນເປັນການປຸ້ນແບບບໍ່ຍຸຕິທຳ, ແຕ່ໝາຍເຖິງການຟື້ນຟູສະຫວັນ ແລະ ແຜ່ນດິນໂລກສູ່ສະພາວະດັ່ງເດີມຂອງພວກມັນ ແລະ ເພື່ອປະຕິຮູບ ແລະ ສ້າງມະນຸດຂຶ້ນໃໝ່. ນີ້ແມ່ນຈຸດໝາຍປາຍທາງທີ່ສົມເຫດສົມຜົນສຳລັບມະນຸດ, ເຖິງແມ່ນວ່າ ບາງທີມັນຈະບໍ່ແມ່ນການຮັບເອົາເນືອໜັງຄືນ ຫຼັງຈາກທີ່ໄດ້ຖືກຂ້ຽນຕີຕາມທີ່ມະນຸດຈິນຕະນາການ. ພຣະເຈົ້າບໍ່ຕ້ອງການຮ່າງກະດູກຂອງເນື້ອໜັງຫຼັງຈາກທີ່ມັນຖືກທຳລາຍແລ້ວ; ພຣະອົງຕ້ອງການອົງປະກອບດັ່ງເດີມໃນມະນຸດທີ່ເປັນຂອງພຣະເຈົ້າໃນເບື້ອງຕົ້ນ. ດ້ວຍເຫດນີ້, ພຣະອົງຈະບໍ່ທຳລາຍມະນຸດ ຫຼື ກຳຈັດເນື້ອໜັງຂອງມະນຸດຢ່າງສິ້ນເຊີງ, ຍ້ອນເນື້ອໜັງຂອງມະນຸດບໍ່ແມ່ນກຳມະສິດສ່ວນຕົວທີ່ເປັນຂອງມະນຸດ. ກົງກັນຂ້າມ, ມັນແມ່ນສ່ວນປະກອບຂອງພຣະເຈົ້າ ຜູ້ເຊິ່ງຄຸ້ມຄອງມະນຸດຊາດ. ພຣະອົງຈະທຳລາຍເນື້ອໜັງຂອງມະນຸດເພື່ອ “ຄວາມສຸກ” ຂອງພຣະອົງໄດ້ແນວໃດ? ໃນເວລານີ້, ເຈົ້າໄດ້ປະຖິ້ມທຸກສິ່ງທີ່ມາຈາກເນື້ອໜັງຂອງເຈົ້າ ເຊິ່ງບໍ່ມີລາຄາແມ່ນແຕ່ເງິນເພັນນີຫຼຽນດຽວແລ້ວບໍ? ຖ້າເຈົ້າສາມາດເຂົ້າໃຈສາມສິບເປີເຊັນຂອງພາລະກິດແຫ່ງຍຸກສຸດທ້າຍ (ພຽງແຕ່ສາມສິບເປີເຊັນນີ້ ໝາຍເຖິງການ ເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນ ພ້ອມທັງພາລະກິດແຫ່ງພຣະທຳທີ່ພຣະເຈົ້າປະຕິບັດໃນຍຸກສຸດທ້າຍ), ແລ້ວເຈົ້າກໍຈະບໍ່ສືບຕໍ່ “ຮັບໃຊ້” ຫຼື “ອຸທິດ” ກັບເນື້ອໜັງຂອງເຈົ້າແບບທີ່ເຈົ້າເຮັດໃນປັດຈຸບັນ ເຊິ່ງຖືກເຮັດໃຫ້ເສື່ອມຊາມເປັນເວລາຫຼາຍປີແລ້ວ. ເຈົ້າຄວນເຫັນໄດ້ຢ່າງຊັດເຈນວ່າ ໃນຕອນນີ້ ມະນຸດໄດ້ພັດທະນາສູ່ສະພາວະທີ່ບໍ່ເຄີຍມີມາກ່ອນ ແລະ ຈະບໍ່ສືບຕໍ່ພັດທະນາໄປຂ້າງໜ້າເໝືອນກັບກົງລໍ້ແຫ່ງປະຫວັດສາດອີກຕໍ່ໄປ. ເນື້ອໜັງທີ່ເສື່ອມສະຫຼາຍຂອງເຈົ້າໄດ້ຖືກປົກຫຸ້ມດ້ວຍແມງວັນ ແລ້ວມັນຈະມີອຳນາດທີ່ຈະຫັ້ນປ່ຽນກົງລໍ້ແຫ່ງປະຫວັດສາດ ທີ່ພຣະເຈົ້າໄດ້ເຮັດໃຫ້ມັນສືບຕໍ່ໝູນຈົນມາເຖິງທຸກວັນນີ້ໄດ້ແນວໃດ? ມັນຈະສາມາດເຮັດໃຫ້ໂມງແຫ່ງຍຸກສຸດທ້າຍທີ່ມິດງຽບກັບມາສົ່ງສຽງດັງອີກຄັ້ງ ແລະ ສືບຕໍ່ໝູນຕາມເຂັມໂມງໄດ້ແນວໃດ? ມັນຈະສາມາດປະຕິຮູບໂລກຄືນໃໝ່ທີ່ເບິ່ງຄືກັບວ່າ ປົກຫຸ້ມດ້ວຍໝອກໜາໄດ້ແນວໃດ? ເນື້ອໜັງຂອງເຈົ້າສາມາດເຮັດໃຫ້ພູເຂົາ ແລະ ແມ່ນໍ້າຟື້ນຄືນໄດ້ບໍ? ເນື້ອໜັງຂອງເຈົ້າທີ່ມີໜ້າທີ່ພຽງໜ້ອຍດຽວ ຈະສາມາດຟື້ນຟູໂລກມະນຸດແບບນີ້ຕາມທີ່ເຈົ້າປາຖະໜາໄດ້ບໍ? ເຈົ້າສາມາດໃຫ້ການສຶກສາກັບລູກຫຼານຂອງເຈົ້າເພື່ອໃຫ້ກາຍມາເປັນ “ມະນຸດ” ໄດ້ແທ້ບໍ? ບັດນີ້ ເຈົ້າເຂົ້າໃຈແລ້ວບໍ? ເນື້ອໜັງຂອງເຈົ້າເປັນຂອງໃຜກັນແທ້? ເຈດຕະນາໃນເບື້ອງຕົ້ນຂອງພຣະເຈົ້າສຳລັບການຊ່ວຍມະນຸດໃຫ້ລອດພົ້ນ, ສຳລັບການເຮັດໃຫ້ມະນຸດສົມບູນ ແລະ ສຳລັບການປ່ຽນແປງມະນຸດບໍ່ແມ່ນການມອບບ້ານເກີດທີ່ສວຍງາມໃຫ້ກັບເຈົ້າ ຫຼື ນໍາເອົາບ່ອນພັກຜ່ອນທີ່ສະຫງົບສຸກມາໃຫ້ເນື້ອໜັງຂອງມະນຸດ; ມັນແມ່ນເພື່ອຄວາມສະຫງ່າລາສີຂອງພຣະອົງ ແລະ ຄຳພະຍານຂອງພຣະອົງ, ເພື່ອຄວາມສຸກທີ່ດີກວ່າຂອງມະນຸດຊາດໃນອະນາຄົດ ແລະ ເພື່ອພວກເຂົາຈະໄດ້ຮັບການພັກຜ່ອນໃນອີກບໍ່ດົນ. ຢ່າງໃດກໍຕາມ, ມັນບໍ່ແມ່ນເພື່ອເນື້ອໜັງຂອງເຈົ້າ, ຍ້ອນມະນຸດເປັນຕົ້ນທຶນຂອງການຄຸ້ມຄອງຂອງພຣະເຈົ້າ ແລະ ເນື້ອໜັງມະນຸດກໍເປັນພຽງສ່ວນປະກອບເທົ່ານັ້ນ. (ມະນຸດແມ່ນສິ່ງຂອງທີ່ມີທັງວິນຍານ ແລະ ຮ່າງກາຍ, ໃນຂະນະທີ່ເນື້ອໜັງເປັນພຽງສິ່ງທີ່ເນົ່າເປື່ອຍເທົ່ານັ້ນ. ນີ້ໝາຍຄວາມວ່າ ເນື້ອໜັງເປັນເຄື່ອງມືສຳລັບໃຊ້ໃນແຜນການຄຸ້ມຄອງ). ເຈົ້າຄວນຮູ້ວ່າ ການທີ່ພຣະເຈົ້າເຮັດໃຫ້ມະນຸດສົມບູນ, ເຮັດໃຫ້ມະນຸດຄົບຖ້ວນ ແລະ ຮັບເອົາມະນຸດນັ້ນ ບໍ່ໄດ້ນໍາຫຍັງມາສູ່ມະນຸດເລີຍ ນອກຈາກດາບ ແລະ ການຕີສອນເນື້ອໜັງຂອງພວກເຂົາ ແລະ ການທົນທຸກທີ່ບໍ່ສິ້ນສຸດ, ໄຟທີ່ເຜົາໄໝ້, ການພິພາກສາທີ່ໄຮ້ປານີ, ການຂ້ຽນຕີ ແລະ ຄຳສາບແຊ່ງ ພ້ອມທັງການທົດລອງທີ່ບໍ່ມີຂອບເຂດ. ສິ່ງດັ່ງກ່າວແມ່ນເລື່ອງລາວພາຍໃນ ແລະ ຄວາມຈິງຂອງພາລະກິດແຫ່ງການຄຸ້ມຄອງມະນຸດ. ເຖິງຢ່າງໃດກໍຕາມ, ທຸກສິ່ງເຫຼົ່ານີ້ແມ່ນແນໃສ່ເນື້ອໜັງຂອງມະນຸດ ແລະ ປາຍຫອກແຫ່ງເຈດຕະນາຮ້າຍທີ່ໄຮ້ຄວາມປານີທັງໝົດນີ້ແມ່ນແນໃສ່ເນື້ອໜັງຂອງມະນຸດ (ຍ້ອນມະນຸດບໍ່ມີຄວາມຜິດ). ທັງໝົດນີ້ແມ່ນເພື່ອຄວາມສະຫງ່າລາສີ ແລະ ຄຳພະຍານຂອງພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ. ນີ້ກໍເພາະວ່າ ພາລະກິດຂອງພຣະອົງບໍ່ແມ່ນເພື່ອມະນຸດຊາດແຕ່ຢ່າງດຽວ, ແຕ່ແມ່ນເພື່ອແຜນການທັງໝົດ ແລະ ເພື່ອບັນລຸຄວາມປະສົງດັ່ງເດີມຂອງພຣະອົງເມື່ອພຣະອົງສ້າງມະນຸດຊາດ. ດັ່ງນັ້ນ, ບາງທີເກົ້າສິບເປີເຊັນຂອງສິ່ງທີ່ມະນຸດປະສົບແມ່ນຄວາມທົນທຸກ ແລະ ການທົດລອງແຫ່ງແປວໄຟ ແລະ ມີມື້ແຫ່ງຄວາມຫວານຊື່ນ ແລະ ມື້ແຫ່ງຄວາມສຸກໜ້ອຍທີ່ສຸດ ຫຼື ບໍ່ມີເລີຍ ເຊິ່ງເປັນມື້ທີ່ເນື້ອໜັງຂອງມະນຸດປາຖະໜາ, ແຮງໄກທີ່ ມະນຸດຈະສາມາດມີຊ່ວງເວລາທີ່ຈະໄດ້ຮັບຄວາມສຸກໃນເນື້ອໜັງ ແລະ ໃຊ້ເວລາທີ່ສວຍງາມກັບພຣະເຈົ້າ. ເນື້ອໜັງແມ່ນສົກກະປົກ, ດັ່ງນັ້ນ ສິ່ງທີ່ເນື້ອໜັງຂອງມະນຸດເຫັນ ຫຼື ໄດ້ຮັບແມ່ນບໍ່ມີຫຍັງເລີຍ ນອກຈາກການຂ້ຽນຕີຂອງພຣະເຈົ້າ ທີ່ມະນຸດບໍ່ມັກ ແລະ ຄືກັບວ່າ ມັນຂາດເຫດຜົນທີ່ປົກກະຕິ. ນີ້ກໍຍ້ອນວ່າ ພຣະອົງຈະສະແດງອຸປະນິໄສທີ່ຊອບທຳຂອງພຣະອົງທີ່ມະນຸດບໍ່ມັກ, ພຣະອົງຈະບໍ່ອົດທົນຕໍ່ການກະທໍາຜິດຂອງມະນຸດ ແລະ ຄວາມກຽດຊັງສັດຕູ. ພຣະເຈົ້າເປີດເຜີຍອຸປະນິໄສທັງໝົດຂອງພຣະອົງດ້ວຍທຸກວິທີທາງທີ່ຈຳເປັນຢ່າງເປີດເຜີຍ ເພື່ອສິ້ນສຸດພາລະກິດແຫ່ງການຕໍ່ສູ້ກັບຊາຕານເປັນເວລາຫົກພັນປີຂອງພຣະອົງ ນັ້ນກໍຄື ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດຊາດທັງປວງ ແລະ ການທຳລາຍຊາຕານເຖົ້າ!

ກ່ອນນີ້: ເຈົ້າຄວນໃຫ້ຄວາມສົນໃຈກັບພາລະກິດໃນອະນາຄົດຂອງເຈົ້າແນວໃດ?

ຕໍ່ໄປ: ທາດແທ້ ແລະ ຕົວຕົນຂອງມະນຸດ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້