ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ທາດແທ້ ແລະ ຕົວຕົນຂອງມະນຸດ

ທີ່ຈິງແລ້ວ ຊາວອິດສະຣາເອັນບໍ່ໄດ້ຜິດຫວັງ, ພວກເຂົາໄດ້ເຫັນການປະຕິບັດພາລະກິດຂອງພຣະເຈົ້າຫຼາຍກວ່າຫົກພັນປີຜ່ານມາ ເນື່ອງຈາກເຮົາບໍ່ເຄີຍປະຖິ້ມພວກເຂົາເລີຍ. ກົງກັນຂ້າມ, ຍ້ອນບັນພະບູລຸດຂອງພວກເຂົາໄດ້ກິນໝາກໄມ້ຈາກຕົ້ນໄມ້ແຫ່ງຄວາມຮູ້ຂອງຄວາມດີ ແລະ ຄວາມຊົ່ວຮ້າຍ ເຊິ່ງຜູ້ຊົ່ວຮ້າຍໄດ້ມອບໃຫ້ພວກເຂົາເປັນຂອງຂວ້ນ, ພວກເຂົາຈິ່ງໄດ້ປະຖິ້ມເຮົາເພື່ອຄວາມບາບ. ຄວາມດີເປັນຂອງເຮົາສະເໝີ ໃນຂະນະທີ່ຄວາມຊົ່ວຮ້າຍເປັນຂອງຜູ້ຊົ່ວຮ້າຍ ທີ່ຫຼອກລວງເຮົາເພື່ອຄວາມບາບ. ເຮົາບໍ່ກ່າວໂທດມະນຸດ ຫຼື ເຮົາບໍ່ທໍາລາຍລ້າງພວກເຂົາຢ່າງປ່າເຖື່ອນ ແລະ ເຮັດໃຫ້ພວກເຂົາໄດ້ຮັບການຂ້ຽນຕີໂດຍບໍ່ມີຄວາມເມດຕາ ເນື່ອງຈາກວ່າ ຄວາມຊົ່ວຮ້າຍບໍ່ໄດ້ເປັນຂອງມະນຸດມາແຕ່ຕົ້ນ. ດັ່ງນັ້ນ ເຖິງແມ່ນວ່າ ຊາວອິດສະຣາເອັນຈະຕອກເຮົາໃສ່ໄມ້ກາງແຂນຢ່າງເປີດເຜີຍ ແຕ່ພວກເຂົາທີ່ໄດ້ລໍຖ້າພຣະເມຊີອາ ແລະ ພຣະເຢໂຮວາ ແລະ ປາດຖະໜາເຖິງພຣະເຢຊູພຣະຜູ້ຊ່ວຍໃຫ້ລອດພົ້ນ ກໍບໍ່ເຄີຍລືມສັນຍາຂອງເຮົາ: ເພາະວ່າ ເຮົາບໍ່ໄດ້ປະຖິ້ມພວກເຂົາ. ສໍາຄັນໄປກວ່ານັ້ນ ເຮົາໄດ້ເອົາເລືອດເປັນຫຼັກຖານ ສໍາລັບສັນຍາທີ່ເຮົາໄດ້ໃຫ້ກັບມະນຸດ. ຂໍ້ແທ້ຈິງນີ້ໄດ້ກາຍເປັນ “ສັນຍາດ້ວຍເລືອດ” ທີ່ຈາລຶກໃນຫົວໃຈຂອງຄົນໜຸ່ມ ແລະ ຄົນບໍລິສຸດ ຄືດັ່ງກາເຄື່ອງໝາຍ ແລະ ຄືດັ່ງການຢູ່ຮ່ວມກັນລະຫວ່າງສະຫວັນ ແລະ ແຜ່ນດິນໂລກຕະຫຼອດໄປເປັນນິດ. ເນື່ອງຈາກວ່າ ເຮົາບໍ່ເຄີຍຫຼອກລວງວິນຍານທີ່ໂສກເສົ້າເຫຼົ່ານັ້ນ ທີ່ເຮົາໄດ້ກໍານົດໄວ້ລ່ວງໜ້າ, ໄດ້ຄັດເລືອກ ແລະ ຫຼັງຈາກນັ້ນ ກໍໄຖ່ບາບ ແລະ ຮັບເອົາ; ແລະ ຜູ້ທີ່ຮັກເຮົາຫຼາຍກວ່າຄົນຊົ່ວຮ້າຍ ພວກເຂົາຄາດຫວັງການກັບມາຂອງເຮົາຢ່າງກະຕືລືລົ້ນ ແລະ ລໍຖ້າພົບກັບເຮົາດ້ວຍຄວາມຮ້ອນຮົນ. ເນື່ອງຈາກວ່າ ເຮົາບໍ່ເຄີຍລຶບສັນຍາທີ່ເຮົາໄດ້ສ້າງຂຶ້ນຮ່ວມກັບພວກເຂົາດ້ວຍເລືອດ, ມັນກໍບໍ່ແປກໃຈເລີຍທີ່ພວກເຂົາໄດ້ລໍຖ້າຢ່າງຈິງຈັງ. ເຮົາຈະຈັບເອົາແກະນ້ອຍເຫຼົ່ານີ້ທີ່ເຮົາໄດ້ສູນເສຍເປັນເວລາຫຼາຍປີກັບຄືນມາ ເນື່ອງຈາກວ່າ ເຮົາຮັກມະນຸດມາຕະຫຼອດ; ມັນເປັນພຽງແຕ່ວ່າ ອົງປະກອບແຫ່ງຄວາມຊົ່ວຮ້າຍໄດ້ຖືກເພີ່ມເຂົ້າໃນຄວາມດີຂອງພວກເຂົາ. ເຮົາຈະຮັບເອົາວິນຍານທີ່ໜ້າສົງສານຜູ້ທີ່ຮັກເຮົາ ແລະ ຜູ້ທີ່ເຮົາໄດ້ຮັກແຕ່ດົນແລ້ວ, ແຕ່ເຮົາຈະເອົາຜູ້ຊົ່ວຮ້າຍເຫຼົ່ານັ້ນ ທີ່ບໍ່ເຄີຍຮັກເຮົາ ແລະ ປະພຶດຕົນເປັນສັດຕູເຂົ້າມາສູ່ເຮືອນຂອງເຮົາໄດ້ແນວໃດ? ເຮົາຈະບໍ່ເອົາລູກຫຼານຂອງຜີຮ້າຍ ແລະ ງູພິດທີ່ກຽດຊັງ, ຕໍ່ຕ້ານ, ຂັດຂືນ, ໂຈມຕີ ແລະ ສາບແຊ່ງເຮົາເຂົ້າສູ່ອານາຈັກຂອງເຮົາ ເຖິງແມ່ນວ່າ ເຮົາຈະໄດ້ສ້າງສັນຍາໄວ້ກັບມະນຸດດ້ວຍເລືອດກໍຕາມ. ເຈົ້າຄວນຮູ້ຢ່າງແທ້ຈິງວ່າ ແມ່ນຫຍັງຄືຈຸດປະສົງຂອງພາລະກິດຂອງເຮົາ ແລະ ເຮົາດໍາເນີນພາລະກິດນັ້ນເພື່ອໃຜ. ຄວາມຮັກຂອງເຈົ້າປະກອບດ້ວຍຄວາມດີ ຫຼື ຄວາມຊົ່ວຮ້າຍ? ຄວາມຮູ້ຂອງເຈົ້າກ່ຽວກັບເຮົາເປັນຄືກັບເດວິດ ແລະ ໂມຊາບໍ ຫຼື ບໍ່ແມ່ນ? ເຈົ້າຮັບໃຊ້ເຮົາຄືກັນກັບອັບຣາຮາມບໍ ຫຼື ບໍ່ແມ່ນ? ແນ່ນອນເຈົ້າຖືກເຮົາເຮັດໃຫ້ສົມບູນ ແຕ່ເຈົ້າກໍຄວນຮູ້ວ່າ ເຈົ້າຈະຕາງໜ້າໃຫ້ໃຜ ພ້ອມນັ້ນຜົນໄດ້ຮັບຂອງໃຜທີ່ເຈົ້າຈະແບ່ງປັນ. ຕະຫຼອດຊີວິດຂອງເຈົ້າ, ເຈົ້າມີການເກັບກ່ຽວທີ່ມີຄວາມສຸກ ແລະ ອຸດົມສົມບູນໃນປະສົບການຂອງເຈົ້າກັບພາລະກິດຂອງເຮົາບໍ? ມັນອຸດົມສົມບູນ ແລະ ມີໝາກຜົນບໍ? ເຈົ້າຄວນໄຕ່ຕອງຕົວເອງ. ເປັນເວລາຫຼາຍປີທີ່ເຈົ້າໄດ້ເຮັດວຽກຢ່າງໜັກເພື່ອເຮົາ ແຕ່ເຈົ້າເຄີຍໄດ້ຮັບຫຍັງບໍ? ເຈົ້າໄດ້ປະສົບກັບການປ່ຽນແປງ ຫຼື ໄດ້ຮັບຫຍັງບໍ? ໃນການແລກປ່ຽນກັບປະສົບການຂອງເຈົ້າຢ່າງລໍາບາກ, ເຈົ້າໄດ້ກາຍເປັນຄືກັບເປໂຕ ທີ່ຖືກກາງແຂນ ຫຼື ໂປໂລທີ່ຖືກໂຈມຕີລົງ ແລະ ໄດ້ຮັບແສງສະຫວ່າງທີ່ຍິ່ງໃຫຍ່ບໍ? ເຈົ້າຄວນມີຄວາມຮູ້ສຶກບາງຢ່າງເຖິງສິ່ງເຫຼົ່ານີ້. ເຮົາບໍ່ໄດ້ເວົ້າ ແລະ ຢູ່ໃນຊີວິດຂອງເຈົ້າຕະຫຼອດເວລາ, ເຊິ່ງນ້ອຍກວ່າເມັດມາສຕາດ ແລະ ນ້ອຍກວ່າເມັດຊາຍ. ເວົ້າງ່າຍໆກໍຄື, ມັນແມ່ນມະນຸດທີ່ເຮົາຄຸ້ມຄອງ. ຢ່າງໃດກໍຕາມ, ເຮົາບໍ່ໄດ້ພິຈາລະນາຊີວິດຂອງມະນຸດ ທີ່ຄັ້ງໜຶ່ງເຮົາເຄີຍກຽດຊັງ ແຕ່ຫຼັງຈາກນັ້ນກໍໄດ້ເກັບຂຶ້ນມາໃໝ່ ໃຫ້ເປັນສ່ວນສໍາຄັນຂອງການຄຸ້ມຄອງຂອງເຮົາ. ເຈົ້າຄວນມີແນວຄິດຢ່າງຊັດເຈນກ່ຽວກັບທໍາມາຊາດທີ່ແທ້ຈິງຂອງຕົວຕົນຂອງເຈົ້າໃນເມື່ອກ່ອນ ແລະ ແມ່ນໃຜທີ່ເຈົ້າເປັນທາດຮັບໃຊ້. ສະນັ້ນ, ເຮົາຈິ່ງບໍ່ໃຊ້ໃບໜ້າຂອງມະນຸດທີ່ຄືກັບໃບໜ້າຊາຕານມາເປັນວັດຖຸດິບໃນການຄຸ້ມຄອງຜູ້ຄົນ ເນື່ອງຈາກວ່າ ມະນຸດບໍ່ແມ່ນສິ່ງທີ່ມີຄ່າ. ພວກເຈົ້າຄວນທົບທວນຄືນທັດສະນະຄະຕິຂອງເຮົາທີ່ມີຕໍ່ພວກເຈົ້າໃນແຕ່ຕົ້ນ ແລະ ຈົດຈໍາວິທີທີ່ເຮົາກ່າວຕໍ່ພວກເຈົ້າໃນເວລານັ້ນ ເຊິ່ງເປັນອຸທອນທີ່ມີຄວາມໝາຍຢ່າງແທ້ຈິງ. ເຈົ້າຄວນຮູ້ວ່າ ຍີ່ຫໍ້ທີ່ເຈົ້າໃສ່ບໍ່ໄດ້ປາດສະຈາກເຫດຜົນຂອງມັນ. ເຮົາສັນນິຖານວ່າ ພວກເຈົ້າທຸກຄົນຮູ້ວ່າ ພວກເຈົ້າບໍ່ໄດ້ເປັນຂອງພຣະເຈົ້າ ແຕ່ຖືກຊາຕານຈັບຕົວໄປໃນເບື້ອງຕົ້ນ ແລະ ຮັບໃຊ້ໃນເຮືອນຂອງມັນໃນຖານະເປັນຜູ້ຮັບໃຊ້ທີ່ຈົງຮັກພັກດີ. ຍິ່ງໄປກວ່ານັ້ນ ພວກເຈົ້າໄດ້ລືມເຮົາແຕ່ດົນແລ້ວ ຍ້ອນວ່າ ພວກເຈົ້າຢູ່ນອກເຮືອນຂອງເຮົາແຕ່ດົນ ແລະ ຢູ່ໃນກໍາມືຂອງຄົນຊົ່ວຮ້າຍ. ຜູ້ທີ່ເຮົາຊ່ວຍໃຫ້ພົ້ນແມ່ນຜູ້ຄົນທີ່ເຮົາໄດ້ກໍານົດລ່ວງໜ້າແຕ່ດົນນານ ແລະ ຖືກເຮົາໄຖ່ບາບໃຫ້ແລ້ວ ໃນຂະນະທີ່ພວກເຈົ້າແມ່ນວິນຍານທີ່ໜ້າສົງສານ ທີ່ຖືກຈັດໃຫ້ຢູ່ໃນທ່າມກາງມະນຸດແມ່ນຂໍ້ຍົກເວັ້ນຈາກກົດລະບຽບນີ້. ພວກເຈົ້າຄວນຮູ້ວ່າ ພວກເຈົ້າບໍ່ເໝາະສົມທີ່ຈະຢູ່ໃນເຮືອນຂອງເດວິດ ຫຼື ຢາໂຄບ ແຕ່ເໝາະສົມທີ່ຈະຢູ່ກັບໂມອັບ ທີ່ເປັນສະມາຊິກຂອງຊົນເຜົ່າຕ່າງຊາດທີ່ບໍ່ແມ່ນຊາວຢິວ. ເນື່ອງຈາກເຮົາບໍ່ໄດ້ສ້າງສັນຍາກັບພວກເຈົ້າ, ແຕ່ພຽງປະຕິບັດພາລະກິດ, ກ່າວໃນທ່າມກາງພວກເຈົ້າ ແລະ ນໍາພາພວກເຈົ້າເທົ່ານັ້ນ. ເລືອດຂອງເຮົາບໍ່ໄດ້ລັ່ງອອກມາເພື່ອພວກເຈົ້າ; ເຮົາພຽງດໍາເນີນພາລະກິດໃນທ່າມກາງພວກເຈົ້າ ເພື່ອຄໍາພະຍານຂອງເຮົາເທົ່ານັ້ນ. ພວກເຈົ້າບໍ່ຮູ້ສິ່ງນີ້ບໍ? ພາລະກິດຂອງເຮົາຄືກັນກັບການລັ່ງເລືອດຂອງພຣະເຢຊູຈົນຕາຍແທນພວກເຈົ້າແທ້ບໍ? ມັນບໍ່ຄຸ້ມຄ່າເລີຍ ທີ່ເຮົາຕ້ອງອົດທົນຕໍ່ຄວາມອັບອາຍທີ່ຍິ່ງໃຫຍ່ເຊັ່ນນັ້ນເພື່ອພວກເຈົ້າ. ພຣະເຈົ້າທີ່ບໍ່ມີບາບຢ່າງແທ້ຈິງ ແມ່ນໄດ້ມາສະຖານທີ່ ທີ່ເປັນຕາລັງກຽດ ແລະ ຂີ້ດຽດທີ່ສຸດ ເຊິ່ງເປັນໂລກຂອງໝູ ແລະ ໝາທີ່ບໍ່ເໝາະສົມສໍາລັບບ່ອນຢູ່ຂອງມະນຸດ. ແຕ່ເຖິງຢ່າງນັ້ນກໍຕາມ, ເຮົາຍັງອົດທົນຕໍ່ຄວາມອັບອາຍທີ່ໂຫດຮ້າຍ ເພື່ອລັດສະໝີຂອງພຣະບິດາຂອງເຮົາ ແລະ ເພື່ອຄໍາພະຍານທີ່ເປັນນິດນິລັນຂອງເຮົາ. ພວກເຈົ້າຄວນຮູ້ຈັກການປະພຶດຂອງພວກເຈົ້າ ແລະ ເບິ່ງວ່າ ພວກເຈົ້າບໍ່ແມ່ນເດັກນ້ອຍທີ່ເກີດໃໝ່ໃນ “ຄອບຄົວທີ່ຮັ່ງມີ ແລະ ມີອໍານາດ” ແຕ່ເປັນພຽງລູກຫຼານທີ່ທຸກຍາກຂອງຊາຕານ. ພວກເຈົ້າບໍ່ແມ່ນຫົວໜ້າຂອງມະນຸດ ຫຼື ພວກເຈົ້າມີສິດທິ ຫຼື ສິດເສລີພາບ. ຕັ້ງແຕ່ເດີມ ພວກເຈົ້າບໍ່ໄດ້ມີສ່ວນແບ່ງໃດໆໃນການໄດ້ຮັບພອນຈາກມວນມະນຸດ ຫຼື ອານາຈັກແຫ່ງສະຫວັນ. ນີ້ກໍເພາະວ່າ ພວກເຈົ້າແມ່ນຢູ່ຊັ້ນລຸ່ມສຸດຂອງມະນຸດ ແລະ ເຮົາບໍ່ເຄີຍຄິດເຖິງເລື່ອງອະນາຄົດຂອງພວກເຈົ້າເລີຍ. ເພາະສະນັ້ນ, ເຖິງວ່າ ມັນຈະເປັນສ່ວນໜຶ່ງຂອງແຜນການຂອງເຮົາໃນປັດຈຸບັນ ເຮົາໄດ້ມີຄວາມໝັ້ນໃຈໃນການເຮັດໃຫ້ພວກເຈົ້າສົມບູນ ແຕ່ນີ້ແມ່ນວຽກງານທີ່ບໍ່ເຄີຍມີມາກ່ອນ ເພາະສະຖານະຂອງພວກເຈົ້າແມ່ນຕໍ່າຕ້ອຍຫຼາຍ ແລະ ພວກເຈົ້າບໍ່ມີສ່ວນແບ່ງໃນມວນມະນຸດມາແຕ່ດັ່ງເດີມ. ນີ້ບໍ່ແມ່ນເປັນການໃຫ້ພອນແກ່ມະນຸດບໍ?

ຜູ້ທີ່ເຮົາຊ່ວຍໃຫ້ລອດພົ້ນຄືວິຍານທີ່ເຮົາໄດ້ປົດປ່ອຍອອກຈາກສະຖານທີ່ລ້າງບາບແຕ່ດົນນານແລ້ວ ພ້ອມນັ້ນກໍຄືຜູ້ທີ່ຖືກເລືອກ ທີ່ເຮົາໄດ້ຢ້ຽມຢາມຕັ້ງແຕ່ດົນ ເນື່ອງຈາກວ່າ ພວກເຂົາປາດຖະໜາໃຫ້ເຮົາປາກົດຕົວອີກຄັ້ງໃນທ່າມກາງພວກເຂົາ. ພວກເຂົາໄດ້ຮັກເຮົາ ແລະ ໄດ້ຈາລຶກສັນຍາຂອງເຮົາ ທີ່ເຮົາໄດ້ສ້າງຂຶ້ນດ້ວຍເລືອດໃນຫົວໃຈຂອງພວກເຂົາ ເພາະວ່າ ເຮົາໄດ້ຮັກພວກເຂົາ. ພວກເຂົາຄືກັນກັບແກະທີ່ຫຼົງທາງ ທີ່ໄດ້ຊອກຫາເຮົາເປັນເວລາຫຼາຍປີ ແລະ ພວກເຂົາແມ່ນຄົນດີ; ເພາະສະນັ້ນ ເຮົາຈິ່ງເອີ້ນພວກເຂົາວ່າ ຊາວອິດສະຣາເອັນທີ່ດີ ແລະ ນາງຟ້ານ້ອຍທີ່ໜ້າຮັກ. ເຮົາຈະບໍ່ທົນທຸກກັບຄວາມອັບອາຍດັ່ງກ່າວ ຖ້າເຮົາຢູ່ໃນທ່າມກາງພວກເຂົາ. ນັ້ນກໍເພາະວ່າ ພວກເຂົາຮັກເຮົາຫຼາຍກວ່າທີ່ພວກເຂົາຮັກຊີວິດຂອງຕົວເອງ ແລະ ເຮົາກໍຮັກພວກເຂົາຄືກັບສິ່ງທີ່ສວຍງາມທີ່ສຸດໃນບັນດາທຸກສິ່ງ. ນັ້ນກໍເພາະວ່າ ພວກເຂົາຖືກເຮົາສ້າງຂຶ້ນ ແລະ ເປັນຂອງເຮົາ; ພວກເຂົາບໍ່ເຄີຍລືມເຮົາ. ຄວາມຮັກຂອງພວກເຂົາແມ່ນເໜືອກວ່າຄວາມຮັກຂອງພວກເຈົ້າ ແລະ ພວກເຂົາຮັກເຮົາຫຼາຍກວ່າທີ່ພວກເຈົ້າຮັກຊີວິດຂອງຕົວເອງ. ພວກເຂົາອ່ອນນ້ອມຕໍ່ເຮົາ ຄືກັນກັບນົກເຂົາສີຂາວໂຕນ້ອຍໆທີ່ອ່ອນນ້ອມຕໍ່ທ້ອງຟ້າ ແລະ ໃນຫົວໃຈຂອງພວກເຂົາກໍເຊື່ອຟັງເຮົາຫຼາຍກວ່າໃນຫົວໃຈຂອງພວກເຈົ້າ. ນັ້ນກໍເພາະວ່າ ພວກເຂົາແມ່ນລູກຫຼານຂອງຢາໂຄບ, ເປັນລູກຫຼານຂອງອາດາມ ແລະ ຢູ່ໃນທ່າມກາງຂອງຜູ້ຄົນທີ່ເຮົາເລືອກ, ເພາະວ່າ ເຮົາຮັກພວກເຂົາເປັນເວລາດົນນານ ແລະ ຍິ່ງຮັກພວກເຂົາຫຼາຍກວ່າຮັກພວກເຈົ້າອີກ; ນັ້ນກໍເພາະວ່າ ພວກເຈົ້າມີຄວາມກະບົດຫຼາຍ, ພວກເຈົ້າມີຄວາມຕໍ່ຕ້ານຢ່າງຮ້າຍແຮງຫຼາຍ, ພວກເຈົ້າດູຖຸກເຮົາຫຼາຍເກີນໄປ, ພວກເຈົ້າເຢັນຊາກັບເຮົາຫຼາຍເກີນໄປ, ພວກເຈົ້າຮັກເຮົາໜ້ອຍຫຼາຍ ແລະ ກຽດຊັງເຮົາຫຼາຍເກີນໄປ. ພວກເຈົ້າດູຖູກພາລະກິດຂອງເຮົາ ແລະ ກຽດຊັງການກະທໍາຂອງເຮົາຫຼາຍເກີນໄປ. ບໍ່ຄືພວກເຂົາ ພວກເຈົ້າບໍ່ເຄີຍເຫັນຄຸນຄ່າການກະທໍາຂອງເຮົາ. ກົງກັນຂ້າມ, ພວກເຈົ້າກຽດຊັງພວກເຂົາ, ຕາຂອງພວກເຈົ້າເປັນສີແດງທີ່ເຕັມໄປດ້ວຍຄວາມຮ້ອນຮົນຄືດັ່ງຊາຕານ. ການຍອມເຊື່ອຟັງຂອງພວກເຈົ້າຢູ່ໃສ? ບຸກຄະລິກຂອງພວກເຈົ້າຢູ່ໃສ? ຄວາມຮັກຂອງພວກເຈົ້າຢູ່ໃສ? ພວກເຈົ້າໄດ້ສະແດງໃຫ້ເຫັນອົງປະກອບຂອງຄວາມຮັກໃນຕົວພວກເຈົ້າເມື່ອໃດ? ພວກເຈົ້າຖືເອົາພຣະທໍາຂອງເຮົາດ້ວຍຄວາມຈິງໃຈຕອນໃດ? ໜ້າສົງສານຝູງນາງຟ້າທີ່ໜ້າຮັກເຫຼົ່ານັ້ນ ທີ່ຄອງຄອຍການກັບມາຂອງເຮົາຢ່າງຮ້ອນໃຈ ແລະ ທົນທຸກຢ່າງໃຫຍ່ຫຼວງ ໃນຂະນະທີ່ລໍຖ້າເຮົາຢ່າງຮ້ອນຮົນໃຈ ຍ້ອນວ່າ ເຮົາຮັກພວກເຂົາຢ່າງສຸດໃຈ. ຢ່າງໃດກໍຕາມ, ສິ່ງທີ່ເຮົາເຫັນໃນປັດຈຸບັນແມ່ນບໍ່ຄືໂລກມະນຸດ ທີ່ບໍ່ມີຫຍັງກ່ຽວຂ້ອງກັບພວກເຂົາ. ພວກເຈົ້າບໍ່ຄິດວ່າ ສາມັນສໍານຶກຂອງພວກເຈົ້າໄດ້ຕາຍດ້ານ ແລະ ປາສະຈາກຄວາມຮູ້ສຶກແຕ່ດົນນານແລ້ວບໍ? ພວກເຈົ້າບໍ່ຄິດວ່າ ພວກເຈົ້າແມ່ນຄົນຕໍ່າຊ້າ ທີ່ຂັດຂວາງການພົບປະຂອງເຮົາກັບນາງຟ້າທີ່ໜ້າຮັກອີກຄັ້ງບໍ? ໃນເວລາໃດທີ່ພວກເຂົາບໍ່ໄດ້ລໍຖ້າການກັບມາຂອງເຮົາ? ໃນເວລາໃດທີ່ພວກເຂົາບໍ່ໄດ້ລໍຖ້າທີ່ຈະມາຢູ່ຮ່ວມກັນກັບເຮົາອີກ? ໃນເວລາໃດທີ່ພວກເຂົາບໍ່ໄດ້ຄອງຄອຍເພື່ອໃຊ້ເວລາຂອງມື້ທີ່ງົດງາມຢູ່ຮ່ວມກັນກັບເຮົາ ແລະ ຮັບປະທານອາຫານກັບເຮົາ? ພວກເຈົ້າເຄີຍຮູ້ສຶກຕົວໃນສິ່ງທີ່ພວກເຈົ້າເຮັດໃນປັດຈຸບັນນີ້ບໍ່: ອາລະວາດໄປທົ່ວໂລກ, ວາງແຜນລໍ້ລວງຕໍ່ກັນ, ຫຼອກລວງເຊິ່ງກັນແລະກັນ, ປະພຶດຕົນຢ່າງອັກກະຕັນຍູ, ມີຄວາມລັບ ແລະ ບໍ່ມີຢາງອາຍ; ບໍ່ຮູ້ຈັກຄວາມຈິງ, ປະພຶດດ້ວຍການສໍ້ໂກງ ແລະ ຫຼອກລວງ, ເຮັດປະຈົບປະແຈງ, ຖືຕົນເອງວ່າຖືກຕ້ອງ ແລະ ດີກວ່າຜູ້ອື່ນສະເໝີ; ອວດດີ ແລະ ປະຕິບັດຢ່າງປ່າເຖື່ອນຄືກັບສັດຮ້າຍທີ່ຢູ່ໃນພູເຂົາ ແລະ ໂຫດຮ້າຍຄືກັບກະສັດແຫ່ງສັດຮ້າຍ. ຄວາມປະພຶດເຫຼົ່ານີ້ແມ່ນເໝາະສົມກັບມະນຸດບໍ? ພວກເຈົ້າບໍ່ສຸພາບ ແລະ ບໍ່ມີເຫດຜົນ. ພວກເຈົ້າບໍ່ເຄີຍເຫັນຄຸນຄ່າພຣະທໍາຂອງເຮົາ, ແຕ່ກົງກັນຂ້າມ ພວກເຈົ້າມີທັດສະນະຄະຕິດູຖຸກພຣະທໍາເຫຼົ່ານັ້ນ. ເມື່ອເປັນເຊັ່ນນີ້ ຜົນສໍາເລັດ, ຊີວິດມະນຸດທີ່ແທ້ຈິງ ແລະ ຄວາມຫວັງທີ່ສວຍງາມຈະມາຈາກໃສ? ຈິນຕະການທີ່ເກີນຂອບເຂດຂອງພວກເຈົ້າຈະຊ່ວຍພວກເຈົ້າຫຼຸດພົ້ນຈາກປາກຂອງເສືອໄດ້ແທ້ບໍ? ມັນຈະຊ່ວຍພວກເຈົ້າໃຫ້ລອດພົ້ນອອກຈາກແປວໄຟທີ່ເຜົາໄໝ້ໄດ້ແທ້ບໍ? ພວກເຈົ້າຈະຕົກຢູ່ໃນຈຸດນີ້ບໍ ຖ້າພວກເຈົ້າຖືເອົາພຣະທໍາຂອງເຮົາເປັນສົມບັດທີ່ລໍ້າຄ່າແທ້ຈິງ? ມັນສາມາດເປັນໄປໄດ້ບໍ ທີ່ຄວາມຈິງແລ້ວ ຊາຕາກໍາຂອງພວກເຈົ້ານັ້ນບໍ່ສາມາດຖືກປ່ຽນແປງໄດ້? ພວກເຈົ້າເຕັມໃຈທີ່ຈະຕາຍພ້ອມກັບຄວາມເສຍໃຈດັ່ງກ່າວບໍ?

​ກ່ອນ​ນີ້ :ເປົ້າໝາຍຂອງການຄຸ້ມຄອງມະນຸດຊາດ

ຕໍ່​ໄປ:ຕົວຕົນໂດຍທໍາມະຊາດຂອງມະນຸດ ແລະ ຄຸນຄ່າຂອງພວກເຂົາ: ພວກເຂົາເປັນແບບໃດກັນແທ້?

ທ່ານອາດຈະຍັງມັກ