ຕົວຕົນໂດຍທໍາມະຊາດຂອງມະນຸດ ແລະ ຄຸນຄ່າຂອງພວກເຂົາ: ພວກເຂົາເປັນແບບໃດກັນແທ້?

ພວກເຈົ້າຖືກແຍກອອກຈາກຕົມ ແລະ ບໍ່ວ່າຫຍັງກໍຕາມ ພວກເຈົ້າແມ່ນສິ່ງ ທີ່ຖືກເລືອກຈາກສິ່ງເສດເຫຼືອ, ເປັນສິ່ງສົກກະປົກ ແລະ ເປັນສິ່ງທີ່ພຣະເຈົ້າກຽດຊັງ. ພວກເຈົ້າເປັນຂອງຊາຕານ ແລະ ເຄີຍຖືກມັນຢຽບຢ່ຳ ແລະ ເຮັດໃຫ້ມີມົນທິນ. ນັ້ນຄືເຫດຜົນທີ່ເວົ້າວ່າ ພວກເຈົ້າຖືກແຍກອອກຈາກຕົມ ແລະ ນອກຈາກຈະຫ່າງໄກຈາກຄວາມບໍລິສຸດແລ້ວ, ໃນທາງກົງກັນຂ້າມ ພວກເຈົ້າຄືສິ່ງທີ່ບໍ່ແມ່ນມະນຸດເຊິ່ງໄດ້ກາຍເປັນເປົ້າໝາຍໃຫ້ຊາຕານຫຼອກລວງຕັ້ງແຕ່ດົນແລ້ວ. ນີ້ແມ່ນການປະເມີນທີ່ເໝາະສົມກ່ຽວກັບພວກເຈົ້າ. ພວກເຈົ້າຕ້ອງຮູ້ວ່າ ໂດຍເດີມແລ້ວ ພວກເຈົ້າແມ່ນສິ່ງທີ່ບໍ່ບໍລິສຸດ ທີ່ພົບເຫັນໃນນໍ້າເປື້ອນ ແລະ ຕົມ ເຊິ່ງກົງກັນຂ້າມກັບສິ່ງທີ່ເປັນຕາປາດຖະໜາ ເຊັ່ນ: ປາ ແລະ ກຸ້ງ ເນື່ອງຈາກວ່າບໍ່ຄວາມສຸກໃດໆມາຈາກຕົວພວກເຈົ້າເລີຍ. ຖ້າໃຫ້ເວົ້າແບບກົງໄປກົງມາ ພວກເຈົ້າກໍແມ່ນສັດຮ້າຍທີ່ມີຄຸນຄ່າຕໍ່າຂອງສັງຄົມທີ່ຕໍ່າຕ້ອຍ, ຮ້າຍແຮງກວ່າໝູ ແລະ ໝາ. ເວົ້າຕາມກົງກໍຄື ການຈະເວົ້າເຖິງພວກເຈົ້າໂດຍໃຊ້ຖ້ອຍຄໍາດັ່ງກ່າວນັ້ນບໍ່ແມ່ນການເວົ້າທີ່ເກີນຄວາມຈິງ ຫຼື ເປັນການເວົ້າທີ່ເກີນເຫດຜົນ; ກົງກັນຂ້າມ ແຕ່ມັນແມ່ນວິທີເພື່ອເຮັດໃຫ້ບັນຫາງ່າຍຂຶ້ນ. ຍິ່ງສາມາດເວົ້າໄດ້ວ່າ ການເວົ້າເຖິງພວກເຈົ້າໂດຍໃຊ້ຖ້ອຍຄໍາດັ່ງກ່າວແມ່ນວິທີສະແດງຄວາມເຄົາລົບຕໍ່ພວກເຈົ້າ. ຄວາມເຂົ້າໃຈຂອງພວກເຈົ້າ, ຖ້ອຍຄໍາ, ພຶດຕິກໍາແບບມະນຸດ ແລະ ທຸກລັກສະນະໃນຊີວິດຂອງພວກເຈົ້າ ເຊິ່ງລວມທັງສະຖານະຂອງພວກເຈົ້າທີ່ຢູ່ໃນຕົມ ແມ່ນພຽງພໍທີ່ຈະພິສູດວ່າ ຕົວຕົນຂອງພວກເຈົ້າແມ່ນ “ບໍ່ປົກກະຕິ”.

ກ່ອນນີ້: ທາດແທ້ ແລະ ຕົວຕົນຂອງມະນຸດ

ຕໍ່ໄປ: ຜູ້ທີ່ບໍ່ຮຽນຮູ້ ແລະ ຍັງຄົງໂງ່ຈ້າ: ພວກເຂົາບໍ່ແມ່ນສັດຮ້າຍບໍ?

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້