ຜູ້ທີ່ບໍ່ຮຽນຮູ້ ແລະ ຍັງຄົງໂງ່ຈ້າ: ພວກເຂົາບໍ່ແມ່ນສັດຮ້າຍບໍ?

ໃນຂະນະທີ່ເຈົ້າຍ່າງຢູ່ເສັ້ນທາງຂອງປັດຈຸບັນ, ການສະແຫວງຫາປະເພດໃດແມ່ນເໝາະສົມທີ່ສຸດ? ໃນການສະແຫວງຫາຂອງເຈົ້າ, ຄົນປະເພດໃດທີ່ເຈົ້າເຫັນວ່າ ຕົວເອງຄວນເປັນ? ມັນຈໍາເປັນສໍາລັບເຈົ້າທີ່ຈະຮູ້ຈັກວິທີທີ່ເຈົ້າຄວນເຂົ້າຫາທຸກສິ່ງທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ, ບໍ່ວ່າຈະແມ່ນການທົດລອງ ຫຼື ຄວາມລໍາບາກ ຫຼື ການຂ້ຽນຕີຢ່າງໄຮ້ປານີ ແລະ ການສາບແຊ່ງ. ເມື່ອຜະເຊີນກັບທຸກສິ່ງເຫຼົ່ານີ້, ເຈົ້າກໍຄວນໄຕ່ຕອງພວກມັນຢ່າງລະມັດລະວັງໃນທຸກກໍລະນີ. ເປັນຫຍັງເຮົາຈຶ່ງກ່າວສິ່ງນີ້? ບໍ່ວ່າຢ່າງໃດກໍຕາມ, ເຮົາກ່າວມັນກໍຍ້ອນວ່າ ສິ່ງຕ່າງໆທີ່ເກີດຂຶ້ນກັບເຈົ້າໃນປັດຈຸບັນ ແມ່ນການທົດລອງໃນໄລຍະສັ້ນ ເຊິ່ງເກີດຂຶ້ນຊໍ້າແລ້ວຊໍ້າອີກ; ບາງເທື່ອ ເທົ່າທີ່ເຈົ້າຮູ້, ສິ່ງເຫຼົ່ານັ້ນແມ່ນບໍ່ຫຍຸ້ງຍາກຕໍ່ຈິດໃຈໂດຍສະເພາະ ແລະ ດ້ວຍເຫດນັ້ນ ເຈົ້າຈຶ່ງປ່ອຍໃຫ້ສິ່ງຕ່າງໆລ່ອງລອຍໄປຕາມເສັ້ນທາງທໍາມະຊາດຂອງສິ່ງເຫຼົ່ານັ້ນ ແລະ ບໍ່ຖືວ່າ ສິ່ງເຫຼົ່ານັ້ນແມ່ນຊັບສົມບັດທີ່ມີຄ່າໃນການສະແຫວງຫາຄວາມກ້າວໜ້າ. ເຈົ້າຈັ່ງແມ່ນບໍ່ມີຄວາມຄິດ! ບໍ່ມີຄວາມຄິດຫຼາຍຈົນເຈົ້າຄິດວ່າ ຊັບສົບບັດທີ່ມີຄ່ານີ້ເປັນຄືກັບກ້ອນເມກທີ່ລ່ອງລອຍຢູ່ຕໍ່ໜ້າເຈົ້າ ແລະ ເຈົ້າບໍ່ຖືເອົາການໂຈມຕີທີ່ຮຸນແຮງເຫຼົ່ານີ້ເປັນສິ່ງມີຄ່າເຊິ່ງຕົກລົງໃສ່ເຈົ້າຊໍ້າແລ້ວຊໍ້າອີກ, ກໍຄືການໂຈມຕີທີ່ສັ້ນ ແລະ ເປັນສິ່ງທີ່ມີນໍ້າໜັກໜ້ອຍດຽວສໍາລັບເຈົ້າ ແຕ່ເຈົ້າພັດເບິ່ງສິ່ງເຫຼົ່ານັ້ນດ້ວຍການແຍກຕົວອອກຢ່າງເຢືອກເຢັນ, ບໍ່ໃສ່ໃຈກັບສິ່ງເຫຼົ່ານັ້ນ ແລະ ປະຕິບັດຕໍ່ສິ່ງເຫຼົ່ານັ້ນເປັນພຽງໂອກາດທີ່ເສຍໄປ. ເຈົ້າຈັ່ງແມ່ນອວດດີ! ຕໍ່ການໂຈມຕີທີ່ໂຫດຮ້າຍເຫຼົ່ານີ້, ການໂຈມຕີທີ່ຄ້າຍກັບພາຍຸ ທີ່ມາຢ່າງຊໍ້າແລ້ວຊໍ້າອີກ, ເຈົ້າກໍມີແຕ່ສະແດງຄວາມບໍ່ສົນໃຈຕໍ່ສິ່ງນັ້ນ; ບາງຄັ້ງເຈົ້າເຖິງກັບມີຮອຍຍິ້ມທີ່ເຢືອກເຢັນ ໂດຍເປີດໂປງສີໜ້າທີ່ບໍ່ສົນໃຈຢ່າງສິ້ນເຊີງ ເພາະວ່າ ເຈົ້າບໍ່ເຄີຍຄິດກັບຕົວເອງວ່າ ເປັນຫຍັງເຈົ້າຈຶ່ງທົນທຸກກັບ “ຄວາມໂຊກຮ້າຍ” ດັ່ງກ່າວ. ເປັນໄປໄດ້ບໍ ທີ່ເຮົາບໍ່ຍຸຕິທໍາຕໍ່ມະນຸດຂະໜາດນັ້ນ? ເຮົາເຮັດໃຫ້ມັນເປັນວຽກຂອງເຮົາບໍ ເພື່ອຊອກຫາຂໍ້ບົກຜ່ອງໃນຕົວເຈົ້າ? ເຖິງວ່າ ບັນຫາດ້ານຄວາມຄິດຂອງເຈົ້າອາດບໍ່ຮ້າຍແຮງຕາມທີ່ເຮົາໄດ້ພັນລະນາ ແຕ່ຜ່ານຄວາມສະຫງົບພາຍນອກຂອງເຈົ້າ, ເຈົ້າໄດ້ແຕ້ມຮູບພາບຂອງໂລກພາຍໃນຂອງເຈົ້າແຕ່ດົນນານແລ້ວ. ບໍ່ຈໍາເປັນຕ້ອງໃຫ້ເຮົາບອກເຈົ້າວ່າ ສິ່ງດຽວທີ່ເຊື່ອງຢູ່ໃນສ່ວນເລິກຂອງຫົວໃຈເຈົ້າແມ່ນຄໍາປະນາມທີ່ຮ້າຍແຮງ ແລະ ຮ່ອງຮອຍບາງຢ່າງຂອງຄວາມໂສກເສົ້າທີ່ຄົນອື່ນເກືອບບໍ່ສາມາດແຍກແຍະອອກໄດ້. ຍ້ອນເຈົ້າຮູ້ສຶກວ່າ ມັນບໍ່ຍຸຕິທໍາຫຼາຍທີ່ຈະທົນທຸກກັບການທົດລອງດັ່ງກ່າວ ເຈົ້າຈຶ່ງສາບແຊ່ງ; ແລະ ຍ້ອນການທົດລອງເຫຼົ່ານີ້ເຮັດໃຫ້ເຈົ້າຮູ້ສຶກເຖິງຄວາມໂດດດ່ຽວຂອງໂລກ ເຈົ້າຈຶ່ງເຕັມໄປດ້ວຍຄວາມໂສກເສົ້າ. ເຈົ້າບໍ່ພຽງແຕ່ບໍ່ເບິ່ງການໂຈມຕີ ແລະ ການກະທໍາທາງວິໄນເຫຼົ່ານີ້ຊໍ້າແລ້ວຊໍ້າອີກວ່າ ເປັນການປົກປ້ອງທີ່ດີທີ່ສຸດ, ເຈົ້າຍັງເຫັນວ່າ ສິ່ງເຫຼົ່ານັ້ນເປັນການສ້າງຄວາມວຸ້ນວາຍຢ່າງໄຮ້ຄວາມຄິດຂອງສະຫວັນ ຫຼື ບໍ່ດັ່ງນັ້ນ ກໍເປັນຜົນກໍາສະໜອງທີ່ເໝາະສົມສໍາລັບເຈົ້າ. ເຈົ້າຈັ່ງແມ່ນໂງ່ຈ້າຫຼາຍ! ເຈົ້າຈໍາກັດຂອບເຂດເວລາທີ່ດີໄວ້ຢູ່ໃນຄວາມມືດຢ່າງໄຮ້ຄວາມເມດຕາ; ເຈົ້າເຫັນການທົດລອງ ແລະ ການກະທໍາທາງວິໄນທີ່ມະຫັດສະຈັນເປັນການໂຈມຕີຈາກສັດຕູຂອງເຈົ້າຢ່າງຊໍ້າແລ້ວຊໍ້າອີກ. ເຈົ້າບໍ່ຮູ້ຈັກວິທີປັບຕົວເຂົ້າກັບສະພາບແວດລ້ອມຂອງເຈົ້າ ແລະ ເຈົ້າເຖິງກັບບໍ່ເຕັມໃຈທີ່ຈະພະຍາຍາມເຮັດເຊັ່ນນັ້ນ ເພາະວ່າ ສໍາລັບເຈົ້າແລ້ວ ເຈົ້າບໍ່ເຕັມໃຈທີ່ຈະຮັບເອົາສິ່ງໃດໆຈາກການຂ້ຽນຕີທີ່ໂຫດຮ້າຍ ແລະ ຕະຫຼອດເວລານີ້. ເຈົ້າບໍ່ພະຍາຍາມຊອກຫາ ຫຼື ສໍາຫຼວດຫາ ແລະ ພຽງແຕ່ຍອມຮັບຊະຕາກໍາຂອງຕົວເອງ ແລະ ຍອມໄປບ່ອນໃດກໍຕາມທີ່ມັນນໍາພາເຈົ້າໄປ. ສິ່ງທີ່ເຈົ້າອາດເບິ່ງຄືກັບວ່າ ເປັນການກະທໍາຈາກການຂ້ຽນຕີທີ່ປ່າເຖື່ອນແມ່ນບໍ່ໄດ້ປ່ຽນແປງຫົວໃຈຂອງເຈົ້າ ແລະ ສິ່ງເຫຼົ່ານັ້ນບໍ່ໄດ້ຄວບຄຸມຫົວໃຈຂອງເຈົ້າ; ກົງກັນຂ້າມ, ສິ່ງເຫຼົ່ານັ້ນແມ່ນແທງຫົວໃຈຂອງເຈົ້າ. ເຈົ້າເຫັນ “ການຂ້ຽນຕີທີ່ໂຫດຮ້າຍ” ນີ້ເປັນພຽງສັດຕູໃນຊີວິດນີ້ເທົ່ານັ້ນ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ໄດ້ຮັບຫຍັງເລີຍ. ເຈົ້າຄິດວ່າຕົວເອງເປັນຝ່າຍຖືກທີ່ສຸດ! ມີໜ້ອຍຄັ້ງທີ່ເຈົ້າເຊື່ອວ່າ ເຈົ້າທົນທຸກກັບການທົດລອງດັ່ງກ່າວຍ້ອນການໝິ່ນປະໝາດຂອງຕົວເຈົ້າເອງ; ກົງກັນຂ້າມ, ເຈົ້າຖືວ່າ ຕົວເອງໂຊກຮ້າຍ ເຊິ່ງຍິ່ງໄປກວ່ານັ້ນ ກໍເວົ້າວ່າ ເຮົາຊອກຫາຈັບຜິດເຈົ້າຕະຫຼອດ. ແລ້ວຕອນນີ້ ສິ່ງຕ່າງໆກໍໄດ້ມາຮອດທາງຜ່ານນີ້ແລ້ວ, ເຈົ້າຮູ້ຈັກສິ່ງທີ່ເຮົາກ່າວ ແລະ ປະຕິບັດແທ້ຫຼາຍສໍ່າໃດ? ຈົ່ງຢ່າຄິດວ່າ ເຈົ້າແມ່ນອັດສະລິຍະຕັ້ງແຕ່ເກີດ ທີ່ຕໍ່າກວ່າສະຫວັນໜ້ອຍໜຶ່ງ ແຕ່ສູງກວ່າແຜ່ນດິນໂລກຫຼາຍ. ເຈົ້າບໍ່ໄດ້ສະຫຼາດໄປກວ່າຄົນອື່ນ ແລະ ສາມາດເວົ້າໄດ້ວ່າ ມັນເປັນພຽງສິ່ງທີ່ໜ້າຮັກເທົ່ານັ້ນ ທີ່ເຈົ້າບ້າຫຼາຍສໍ່າໃດໄປກວ່າຄົນຢູ່ເທິງແຜ່ນດິນໂລກທີ່ມີເຫດຜົນ ເພາະວ່າ ເຈົ້າຄິດວ່າ ຕົວເອງສູງສົ່ງຫຼາຍ ແລະ ບໍ່ເຄີຍມີຄວາມຮູ້ສຶກດ້ອຍ ຄືກັບວ່າ ເຈົ້າສາມາດເຫັນທະລຸການກະທໍາຂອງເຮົາຢ່າງລາຍລະອຽດທີ່ສຸດ. ທີ່ຈິງແລ້ວ, ເຈົ້າແມ່ນຄົນທີ່ຂາດເຫດຜົນຫຼາຍ ຍ້ອນວ່າ ເຈົ້າບໍ່ມີຄວາມຄິດ ກ່ຽວກັບສິ່ງທີ່ເຮົາຕ້ອງການປະຕິບັດ ແລະ ເຈົ້າເຖິງກັບບໍ່ຮູ້ສຶກເຖິງສິ່ງທີ່ເຮົາກໍາລັງປະຕິບັດໃນຕອນນີ້. ສະນັ້ນ ເຮົາຈຶ່ງກ່າວວ່າ ເຈົ້າແມ່ນບໍ່ສາມາດປຽບທຽບແມ່ນແຕ່ກັບຊາວນາເຖົ້າ ທີ່ເຮັດວຽກໜັກ, ເຊິ່ງເປັນຊາວນາທີ່ບໍ່ມີຄວາມເຂົ້າໃຈກ່ຽວກັບຊີວິດມະນຸດແມ່ນແຕ່ໜ້ອຍດຽວ ແຕ່ຍັງມອບຄວາມໄວ້ວາງໃຈທັງໝົດຂອງລາວໄວ້ກັບພອນຂອງສະຫວັນ ໃນຂະນະທີ່ລາວປູກຝັງຢູ່ໃນດິນ. ເຈົ້າບໍ່ຄິດກ່ຽວກັບຊີວິດຂອງເຈົ້າເລີຍ, ເຈົ້າບໍ່ຮູ້ຈັກສິ່ງທີ່ມີຊື່ສຽງ ແລ້ວແຮງໄກທີ່ເຈົ້າຈະມີຄວາມຮູ້ກ່ຽວກັບຕົວເອງ. ເຈົ້າຈັ່ງແມ່ນ “ເໜືອທຸກສິ່ງ”! ແທ້ຈິງແລ້ວ ເຮົາເປັນຫ່ວງຜູ້ຊາຍເຈົ້າສູ້ທີ່ມັກແຕ່ງຕົວໂກ້ແບບເຈົ້າ ແລະ ຜູ້ສາວໂສດທີ່ສວຍງາມແບບເຈົ້າ: ພວກເຈົ້າຈະສາມາດຢືນທົນຕໍ່ການໂຈມຕີຂອງພາຍຸທີ່ໃຫຍ່ກວ່ານີ້ໄດ້ແນວໃດ? ຜູ້ຊາຍເຈົ້າສູ້ເຫຼົ່ານີ້ແມ່ນບໍ່ສົນໃຈຢ່າງສິ້ນເຊີງຕໍ່ກັບສະຖານະການທີ່ລໍາບາກ ທີ່ພວກເຂົາເອງຜະເຊີນຢູ່. ສໍາລັບພວກເຂົາແລ້ວ, ນີ້ປາກົດວ່າ ເປັນເລື່ອງທີ່ບໍ່ສໍາຄັນ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງບໍ່ຄິດຫຍັງກັບມັນ ໂດຍທີ່ບໍ່ຮູ້ສຶກເຖິງດ້ານລົບ ແລະ ບໍ່ຄິດວ່າຕົວເອງຕ້ອຍຕໍ່າ; ກົງກັນຂ້າມ, ພວກເຂົາສືບຕໍ່, ດັ່ງທີ່ຜ່ານມາ ເລາະຫຼິ້ນໃນຖະໜົນໂດຍພັດວີຂອງພວກເຂົາຄ່ອຍໆ. “ຜູ້ຄົນສໍາຄັນ” ເຫຼົ່ານີ້ ທີ່ບໍ່ໄດ້ຮຽນຮູ້ ແລະ ຍັງຄົງໂງ່ຈ້າແມ່ນບໍ່ຮູ້ເລີຍວ່າ ເປັນຫຍັງຢູ່ເທິງແຜ່ນດິນໂລກ ເຮົາຈຶ່ງກ່າວສິ່ງດັ່ງກ່າວກັບພວກເຂົາ; ໜ້າຂອງພວກເຂົາແມ່ນເຕັມໄປດ້ວຍຄວາມລໍາຄານ, ພວກເຂົາພຽງແຕ່ກວດສອບຕົວເອງແບບທໍາມະດາ ແລະ ຫຼັງຈາກນັ້ນກໍສືບຕໍ່ໂດຍບໍ່ໄດ້ມີການປ່ຽນແປງແນວທາງທີ່ຊົ່ວຮ້າຍຂອງພວກເຂົາເລີຍ; ເມື່ອພວກເຂົາຈາກເຮົາໄປ, ພວກເຂົາກໍເລີ່ມແລ່ນອາລະວາດໃນໂລກອີກຄັ້ງ ໂດຍຍ່າງວາງທ່າ ແລະ ເລີ່ມສໍ້ໂກງອີກເທື່ອໜຶ່ງ. ສີໜ້າຂອງເຈົ້າຈັ່ງແມ່ນປ່ຽນໄວ. ແລ້ວເຈົ້າກໍພະຍາຍາມຫຼອກລວງເຮົາດ້ວຍວິທີນີ້ອີກຄັ້ງ. ຈັ່ງແມ່ນເຈົ້າກ້າ! ຜູ້ສາວນ້ອຍທີ່ສວຍງາມເຫຼົ່ານັ້ນແມ່ນຍິ່ງເປັນຕາຫົວຂວັນ. ເມື່ອໄດ້ຍິນການກ່າວພຣະທໍາຢ່າງຮີບດ່ວນຂອງເຮົາ ແລະ ເມື່ອເຫັນສະຖານະການທີ່ລໍາບາກທີ່ພວກເຂົາຜະເຊີນຢູ່, ນໍ້າຕາກໍໄຫຼລົງໃບໜ້າຂອງພວກເຂົາໂດຍບໍ່ຮູ້ຕົວ, ຮ່າງກາຍຂອງພວກເຂົາບິດບ້ຽວໄປມາ ແລະ ເບິ່ງຄືວ່າ ພວກເຂົາກໍາລັງສ້າງພາບ. ຈັ່ງແມ່ນເປັນຕາເບື່ອໜ່າຍເດ! ເມື່ອຮູ້ເຖິງວຸດທິພາວະຂອງພວກເຂົາເອງ, ພວກເຂົາກໍຖິ້ມໂຕລົງໃສ່ຕຽງຂອງພວກເຂົາ ແລະ ນອນຢູ່ບ່ອນນັ້ນ ໂດຍຮ້ອງໄຫ້ບໍ່ຢຸດ ເຊິ່ງເກືອບຄືກັບວ່າ ພວກເຂົາຫາຍໃຈຄັ້ງສຸດທ້າຍ. ເມື່ອພຣະທໍາເຫຼົ່ານີ້ໄດ້ສະແດງໃຫ້ພວກເຂົາເຫັນເຖິງຄວາມເປັນເດັກນ້ອຍ ແລະ ຄວາມຕໍ່າຕ້ອຍຂອງພວກເຂົາເອງ, ຫຼັງຈາກນັ້ນ ພວກເຂົາກໍຖືກຄວາມບໍ່ດີເຕັງລົງໃສ່ຈົນແສງສະຫວ່າງໄດ້ດັບມອດຈາກຕາຂອງພວກເຂົາ ແລະ ພວກເຂົາກາຍເປັນຄົນພິການຢ່າງສິ້ນເຊີງໃນການບໍ່ດິ້ນຮົນຂອງພວກເຂົາ ແລະ ໃນທໍານອງດຽວກັນນັ້ນ ພວກເຂົາກໍບໍ່ສາມາດຮຽນຮູ້ ແລະ ຍັງຄົງໂງ່ຈ້າ ໂດຍທີ່ບໍ່ໄດ້ຈົ່ມວ່າກ່ຽວກັບເຮົາ ຫຼື ກຽດຊັງເຮົາເລີຍ. ຫຼັງຈາກທີ່ຈາກເຮົາໄປ, ພວກເຂົາຫຼິ້ນມ່ວນຊື່ນ ແລະ ເລາະຫຼິ້ນໄປມາ ເຊິ່ງສຽງຫົວຂອງພວກເຂົາແມ່ນຄືກັບສຽງ “ກະດິງສີນໍ້າເງິນຂອງເຈົ້າຍິງ”. ພວກເຂົາຈັ່ງແມ່ນອ່ອນແອ ແລະ ຂາດຄວາມຮັກໃນຕົວເອງຫຼາຍ! ພວກເຈົ້າທຸກຄົນ ເຊິ່ງເປັນຄົນບົກຜ່ອງທີ່ຖືກປະຕິເສດຈາກມະນຸດຊາດ, ພວກເຈົ້າຈັ່ງແມ່ນຂາດຄວາມເປັນມະນຸດ! ພວກເຈົ້າບໍ່ຮູ້ຈັກວິທີຮັກຕົວເອງ ຫຼື ວິທີປົກປ້ອງຕົວເອງ, ພວກເຈົ້າບໍ່ມີຄວາມຮູ້ສຶກ, ພວກເຈົ້າບໍ່ສະແຫວງຫາແນວທາງທີ່ແທ້ຈິງ, ພວກເຈົ້າບໍ່ຮັກແສງສະຫວ່າງທີ່ແທ້ຈິງ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າບໍ່ຮູ້ຈັກວິທີຖະໜອມຕົວເອງ. ສ່ວນການສັ່ງສອນທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າຊໍ້າແລ້ວຊໍ້າອີກ, ພວກເຈົ້າໄດ້ເຄື່ອນຍ້າຍສິ່ງເຫຼົ່ານັ້ນໄປໄວ້ຢູ່ດ້ານຫຼັງຂອງແນວຄິດຂອງພວກເຈົ້າແຕ່ດົນນານແລ້ວ ຈົນເຖິງກັບຂັ້ນປະຕິບັດຕໍ່ສິ່ງເຫຼົ່ານັ້ນເປັນຂອງຫຼິ້ນເພື່ອຂ້າເວລາວ່າງຂອງພວກເຈົ້າ. ພວກເຈົ້າຖືສິ່ງເຫຼົ່ານີ້ທັງໝົດເປັນ “ເຄື່ອງຄໍ້າຄູນ” ສ່ວນຕົວຂອງພວກເຈົ້າເອງຕະຫຼອດ. ເມື່ອຖືກຊາຕານກ່າວຫາ, ເຈົ້າກໍອະທິຖານ; ເມື່ອບໍ່ດີ, ເຈົ້າກໍນອນຫຼັບສະນິດ; ເມື່ອດີໃຈ, ເຈົ້າກໍແລ່ນໄປມາຢ່າງເບີກບານ; ເມື່ອເຮົາຕໍານິຕິຕຽນເຈົ້າ, ເຈົ້າກໍກົ້ມລົງ ແລະ ຖູໄປມາ; ແລ້ວຫຼັງຈາກນັ້ນ ທັນທີທີ່ເຈົ້າອອກໄປຈາກການສະຖິດຢູ່ຂອງເຮົາ, ເຈົ້າກໍຫົວຂ້ວນດ້ວຍຄວາມດີໃຈຢ່າງຊົ່ວຮ້າຍ. ເຈົ້າຮູ້ສຶກວ່າ ຕົວເອງຢູ່ເໜືອທຸກຄົນ ແຕ່ເຈົ້າບໍ່ເຄີຍເຫັນຕົວເອງເປັນຄົນໂອ້ອວດທີ່ສຸດ ແລະ ເປັນຄົນສູງສົ່ງ, ພໍໃຈໃນຕົວເອງ ແລະ ຈອງຫອງເກີນທີ່ຈະບັນຍາຍ. “ສຸພາບບຸລຸດໜຸ່ມ” ແລະ “ສະຕີໜຸ່ມ”, “ຊາຍສູງສັກ” ແລະ “ຍິງສູງສັກ” ທີ່ບໍ່ຮຽນຮູ້ ແລະ ຍັງໂງ່ຈ້າ ຈະສາມາດຖືເອົາພຣະທໍາຂອງເຮົາເປັນຊັບສົມບັດທີ່ມີຄ່າໄດ້ແນວໃດ? ເຮົາຂໍຖາມເຈົ້າອີກຄັ້ງ: ເຈົ້າໄດ້ຮຽນຮູ້ຫຍັງຈາກພຣະທໍາຂອງເຮົາ ແລະ ພາລະກິດຂອງເຮົາໃນຊ່ວງເວລາອັນດົນນານນີ້? ເຈົ້າໄດ້ຮັບທັກສະທີ່ຍິ່ງໃຫຍ່ໃນການຫຼອກລວງຂອງເຈົ້າບໍ? ຫຼື ເຈົ້າໄດ້ມີປະສົບການໃນຊີວິດຫຼາຍໃນເນື້ອໜັງຂອງເຈົ້າ? ຫຼື ມີຄວາມບໍ່ເຄົາລົບຢ່າງໃຫຍ່ໃນທັດສະນະຄະຕິຂອງເຈົ້າທີ່ມີຕໍ່ເຮົາ? ເຮົາຂໍບອກເຈົ້າຕາມກົງວ່າ: ມັນແມ່ນພາລະກິດທັງໝົດທີ່ເຮົາໄດ້ປະຕິບັດ ທີ່ໄດ້ເຮັດໃຫ້ເຈົ້າ ເຊິ່ງເປັນຜູ້ທີ່ເຄີຍມີຄວາມກ້າສໍ່າກັບໂຕໜູ ໃຫ້ໄດ້ມີຄວາມກ້າຫານຂຶ້ນ. ຄວາມຢໍາເກງທີ່ເຈົ້າຮູ້ສຶກຕໍ່ເຮົາແມ່ນມີໜ້ອຍລົງໃນແຕ່ລະມື້ທີ່ຜ່ານໄປ ເພາະວ່າ ເຮົາມີຄວາມເມດຕາຫຼາຍ ແລະ ບໍ່ເຄີຍລົງໂທດເນື້ອໜັງຂອງເຈົ້າດ້ວຍວິທີການທີ່ຮຸນແຮງ. ຕາມທີ່ເຈົ້າເຫັນ, ບາງເທື່ອເຮົາພຽງແຕ່ກ່າວພຣະທໍາທີ່ໂຫດຮ້າຍ ແຕ່ໂດຍສ່ວນໃຫຍ່ແລ້ວ ເຮົາສະແດງໃຫ້ເຈົ້າເຫັນໃບໜ້າທີ່ຍິ້ມແຍ້ມ ແລະ ເຮົາເກືອບຈະບໍ່ເຄີຍຕິຕຽນເຈົ້າຕໍ່ໜ້າເຈົ້າເລີຍ. ຍິ່ງໄປກວ່ານັ້ນ, ເຮົາໃຫ້ອະໄພຕໍ່ຄວາມອ່ອນແອຂອງເຈົ້າຕະຫຼອດ ແລະ ຍ້ອນສິ່ງນີ້ທັງໝົດ ເຈົ້າຈຶ່ງໄດ້ປະຕິບັດຕໍ່ເຮົາຄືກັນກັບທີ່ໂຕງູໄດ້ປະຕິບັດຕໍ່ຊາວນາຜູ້ໃຈດີ. ເຮົາຈັ່ງແມ່ນເຫຼື້ອມໃສລະດັບທັກສະ ແລະ ຄວາມສະຫຼາດຢ່າງສູງໃນອໍານາດແຫ່ງການສັງເກດການຂອງເຜົ່າພັນມະນຸດ! ຂໍໃຫ້ເຮົາບອກເຈົ້າກ່ຽວກັບຄວາມຈິງໜຶ່ງປະການ: ປັດຈຸບັນນີ້ ບໍ່ວ່າເຈົ້າຈະມີຫົວໃຈໃນການເຄົາລົບນັບຖື ຫຼື ບໍ່ ແມ່ນມີຄວາມສໍາຄັນໜ້ອຍຫຼາຍ; ເຮົາບໍ່ກັງວົນ ແລະ ບໍ່ເປັນຫ່ວງສິ່ງນັ້ນເລີຍ. ແຕ່ເຮົາຍັງຕ້ອງບອກເຈົ້າສິ່ງນີ້: ໃນທີ່ສຸດແລ້ວ ເຈົ້າ ເຊິ່ງກໍຄື “ບຸກຄົນທີ່ມີພອນສະຫວັນ” ທີ່ບໍ່ໄດ້ຮຽນຮູ້ ແລະ ຍັງຄົງໂງ່ຈ້າ ຈະຖືກດຶງລົງດ້ວຍຄວາມເຫຼື້ອມໃສໃນຕົວເອງ ແລະ ຄວາມສະຫຼາດເລັກໆນ້ອຍໆ. ເຈົ້າຈະເປັນຜູ້ທີ່ທົນທຸກ ແລະ ຖືກຂ້ຽນຕີ. ເຮົາຈະບໍ່ໂງ່ປານນັ້ນທີ່ຈະຕິດຕາມເຈົ້າ ໃນຂະນະທີ່ເຈົ້າສືບຕໍ່ທົນທຸກໃນນະຮົກ ເພາະວ່າ ເຮົາບໍ່ແມ່ນປະເພດດຽວກັນກັບເຈົ້າ. ຈົ່ງຢ່າລືມວ່າ ເຈົ້າເປັນສິ່ງມີຊີວິດທີ່ຖືກສ້າງຂຶ້ນ ທີ່ຖືກເຮົາສາບແຊ່ງ ແຕ່ຍັງຖືກເຮົາສັ່ງສອນ ແລະ ຊ່ວຍໃຫ້ລອດພົ້ນ ແລະ ບໍ່ມີສິ່ງໃດໃນຕົວເຈົ້າ ທີ່ເຮົາຈະມີຄວາມລັງເລໃນການຈາກໄປ. ໃນເວລາໃດກໍຕາມທີ່ມີການປະຕິບັດພາລະກິດຂອງເຮົາ, ເຮົາບໍ່ເຄີຍຖືກຈໍາກັດໂດຍບຸກຄົນ, ເຫດການ ຫຼື ວັດຖຸໃດ. ທັດສະນະຂອງເຮົາ ແລະ ມູມມອງຂອງເຮົາກ່ຽວກັບມະນຸດຊາດແມ່ນຍັງຄືເກົ່າສະເໝີ. ໂດຍສະເພາະແລ້ວ ເຮົາບໍ່ດີຕໍ່ເຈົ້າ ຍ້ອນວ່າ ເຈົ້າແມ່ນສ່ວນປະກອບໃນການຄຸ້ມຄອງຂອງເຮົາ ແລະ ບໍ່ໄດ້ມີຄວາມພິເສດຫຼາຍໄປກວ່າສິ່ງມີຊີວິດອື່ນໆ. ນີ້ແມ່ນຄໍາແນະນໍາຂອງເຮົາທີ່ມີໃຫ້ເຈົ້າ: ເຈົ້າຕ້ອງຈື່ຕະຫຼອດເວລາວ່າ ເຈົ້າບໍ່ແມ່ນຫຍັງນອກຈາກສິ່ງຊົງສ້າງຂອງພຣະເຈົ້າ! ເຖິງວ່າ ເຈົ້າອາດຈະແບ່ງປັນການມີຢູ່ຂອງເຈົ້າກັບເຮົາ ແຕ່ເຈົ້າຄວນຮູ້ຈັກຕົວຕົນຂອງເຈົ້າເອງ; ຈົ່ງຢ່າຄິດວ່າ ຕົວເອງສູງສົ່ງທີ່ສຸດ. ເຖິງວ່າ ເຮົາບໍ່ໄດ້ຕໍານິຕິຕຽນເຈົ້າ ຫຼື ຈັດການກັບເຈົ້າ ແຕ່ກັງກັນຂ້າມທັກທາຍເຈົ້າດ້ວຍໃບໜ້າທີ່ຍິ້ມແຍ້ມ ແຕ່ນີ້ບໍ່ພຽງພໍທີ່ຈະພິສູດວ່າ ເຈົ້າແມ່ນປະເພດດຽວກັນກັບເຮົາ. ຕົວເຈົ້າເອງ, ເຈົ້າຄວນຮູ້ຈັກຕົວເຈົ້າເອງ ເພື່ອເປັນຜູ້ທີ່ສະແຫວງຫາຄວາມຈິງ, ບໍ່ແມ່ນເປັນຄວາມຈິງເອງ! ເຈົ້າຕ້ອງມີຄວາມພ້ອມຕະຫຼອດເວລາ ເພື່ອປ່ຽນແປງຕາມພຣະທໍາຂອງເຮົາ. ເຈົ້າບໍ່ສາມາດໜີພົ້ນຈາກສິ່ງນີ້ໄດ້. ໃນເວລາທີ່ມີຄ່ານີ້, ເຮົາຂໍແນະນໍາເຈົ້າ ໃຫ້ເຈົ້າຖືເອົາໂອກາດທີ່ຫາຍາກນີ້ພະຍາຍາມ ແລະ ຮຽນຮູ້ບາງສິ່ງ. ຢ່າຫຼອກລວງເຮົາ; ເຮົາບໍ່ຕ້ອງການໃຫ້ເຈົ້າໃຊ້ການປະຈົບປະແຈງ ເພື່ອພະຍາຍາມ ແລະ ຫຼອກລວງເຮົາ. ເມື່ອເຈົ້າສະແຫວງຫາເຮົາ, ມັນກໍບໍ່ແມ່ນເພື່ອເຮົາທັງໝົດ ແຕ່ກົງກັນຂ້າມ ມັນແມ່ນເພື່ອເຈົ້າເອງ!

ກ່ອນນີ້: ຕົວຕົນໂດຍທໍາມະຊາດຂອງມະນຸດ ແລະ ຄຸນຄ່າຂອງພວກເຂົາ: ພວກເຂົາເປັນແບບໃດກັນແທ້?

ຕໍ່ໄປ: ຜູ້ຄົນທີ່ຖືກເລືອກໃນປະເທດຈີນບໍ່ສາມາດເປັນຕົວແທນຊົນເຜົ່າໃດໃນປະເທດອິດສະຣາເອນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້