ບົດທີ 80

ໃນທຸກສິ່ງ, ການສື່ສານທີ່ແທ້ຈິງກັບເຮົາແມ່ນຈຳເປັນສຳລັບຄົນທີ່ຈະຖືກສ່ອງແສງສະຫວ່າງ ແລະ ໄດ້ຮັບແສງເຍືອງທາງ; ມີພຽງຜ່ານສິ່ງນີ້ເທົ່ານັ້ນວິນຍານຈິ່ງຈະສາມາດຢູ່ຢ່າງສະຫງົບສຸກ. ບໍ່ດັ່ງນັ້ນ, ວິນຍານກໍຈະບໍ່ມີຄວາມສະຫງົບສຸກ. ປັດຈຸບັນ, ການເຈັບປ່ວຍທີ່ແສນສາຫັດທີ່ສຸດທ່າມກາງພວກເຈົ້າໄດ້ແຍກຄວາມເປັນມະນຸດທຳມະດາຂອງເຮົາຈາກຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາ; ຍິ່ງໄປກວ່ານັ້ນ, ພວກເຈົ້າສ່ວນໃຫຍ່ເນັ້ນໃສ່ຄວາມເປັນມະນຸດທຳມະດາຂອງເຮົາ, ຄືກັບພວກເຈົ້າບໍ່ເຄີຍຮູ້ວ່າເຮົາມີຄວາມເປັນພຣະເຈົ້າທີ່ສົມບູນ. ນີ້ແມ່ນດູໝິ່ນເຮົາ! ພວກເຈົ້າຮູ້ບໍ? ຄວາມເຈັບປ່ວຍຂອງພວກເຈົ້ານັ້ນສາຫັດຫຼາຍ ຖ້າວ່າພວກເຈົ້າບໍ່ຮີບຮ້ອນ ແລະ ຟື້ນຟູມັນ, ພວກເຈົ້າຈະຖືກຂ້າດ້ວຍມືຂອງເຮົາ. ຕໍ່ໜ້າເຮົາພວກເຈົ້າປະພຶດຕົວແບບໜຶ່ງ (ປາກົດວ່າເປັນຄົນມີກຽດ; ຖ່ອມຕົວ ແລະ ມີຄວາມອົດທົນ), ແຕ່ລັບຫຼັງເຮົາ ພວກເຈົ້າປະພຶດຕົນແຕກຕ່າງຢ່າງສິ້ນເຊີງ (ໜ້າຊື່ໃຈຄົດທັງໝົດ, ໄຮ້ສິນລະທໍາ ແລະ ບໍ່ມີລະບຽບວິໄນ, ເຮັດສິ່ງໃດກໍຕາມທີ່ເຈົ້າຢາກເຮັດ, ສ້າງພັກພວກ, ຕັ້ງອານາຈັກທີ່ເປັນເອກະລາດ, ປາດຖະໜາທີ່ຈະທໍລະຍົດເຮົາ). ພວກເຈົ້າຕາບອດ! ຈົ່ງເປີດຕາຂອງພວກເຈົ້າທີ່ຖືກເລືອມຕາໂດຍຊາຕານນັ້ນອອກ! ຈົ່ງເບິ່ງວ່າ ແທ້ຈິງແລ້ວ ເຮົາແມ່ນໃຜ! ພວກເຈົ້າບໍ່ມີຄວາມອັບອາຍ! ພວກເຈົ້າບໍ່ຮູ້ວ່າການກະທຳຂອງເຮົານັ້ນໜ້າອັດສະຈັນ! ພວກເຈົ້າບໍ່ຮູ້ຈັກລິດທານຸພາບສູງສຸດຂອງເຮົາ! ໃຜສາມາດເວົ້າໄດ້ວ່າ ຮັບໃຊ້ພຣະຄຣິດໃນຂະນະທີ່ຍັງບໍ່ທັນຖືກຊ່ວຍໃຫ້ລອດພົ້ນແດ່? ເຈົ້າບໍ່ຮູ້ວ່າເຈົ້າກຳລັງຫຼິ້ນບົດບາດຫຍັງຢູ່! ແທ້ຈິງແລ້ວເຈົ້າມາຢູ່ຕໍ່ໜ້າເຮົາດ້ວຍການປອມຕົວ, ໂອ້ອວດສະເໜ່ຂອງເຈົ້າ, ເຈົ້າຜູ້ເຄະຮ້າຍ! ເຮົາຈະເຕະເຈົ້າອອກຈາກເຮືອນຂອງເຮົາ; ເຮົາບໍ່ໃຊ້ຄົນແບບນີ້, ເພາະວ່າເຮົາບໍ່ໄດ້ກຳນົດພວກເຂົາໄວ້ລ່ວງໜ້າ ແລະ ບໍ່ໄດ້ເລືອກພວກເຂົາ.

ເຮົາເຮັດສິ່ງທີ່ເຮົາກ່າວ. ບັນດາຜູ້ທີ່ເຮັດຄວາມຊົ່ວບໍ່ຕ້ອງຢ້ານ; ເຮົາບໍ່ໄດ້ເຮັດຜິດຕໍ່ໃຜ. ເຮົາປະຕິບັດຕາມແຜນຂອງເຮົາສະເໝີ ແລະ ເຮັດສິ່ງຕ່າງໆຕາມຄວາມຊອບທຳຂອງເຮົາ. ຍ້ອນວ່າບັນດາຜູ້ທີ່ເຮັດຊົ່ວໄດ້ເປັນລູກຫຼານຂອງຊາຕານນັບຕັ້ງແຕ່ການຊົງສ້າງແລ້ວ, ເຮົາບໍ່ໄດ້ເລືອກພວກເຂົາ; ນີ້ແມ່ນຄວາມໝາຍຂອງການເວົ້າວ່າ: “ເຖິງວ່າພູເຂົາ ແລະ ແມ່ນໍ້າອາດເຄື່ອນ ແລະ ປ່ຽນແປງ, ທໍາມະຊາດຂອງຄົນໆໜຶ່ງຈະບໍ່ປ່ຽນ”. ໃນເລື່ອງທີ່ມວນມະນຸດບໍ່ສາມາດເຂົ້າໃຈໄດ້, ທຸກສິ່ງທຸກຢ່າງໄດ້ຖືກເຮັດໃຫ້ຊັດເຈນແລ້ວ ແລະ ບໍ່ມີຫຍັງຖືກປິດບັງໄວ້ສຳລັບເຮົາ. ເຈົ້າອາດສາມາດປິດບັງບາງສິ່ງຈາກສາຍຕາຂອງຄົນຈຳນວນໜ້ອຍ ແລະ ເຖິງຂັ້ນໄດ້ຮັບຄວາມໄວ້ວາງໃຈຈາກຄົນຈໍານວນໜຶ່ງ, ແຕ່ກັບເຮົາມັນບໍ່ງ່າຍປານນັ້ນ. ໃນທີ່ສຸດ, ເຈົ້າກໍບໍ່ສາມາດໜີການພິພາກສາຂອງເຮົາໄດ້. ການຫຼຽວເບິ່ງຂອງມະນຸດຊາດມີຂີດຈຳກັດ, ແມ່ນແຕ່ບັນດາຜູ້ທີ່ສາມາດເຂົ້າໃຈບາງພາກສ່ວນຂອງສະພາບໃນປັດຈຸບັນກໍຖືກນັບເປັນຜູ້ທີ່ມີທັກສະ. ສຳລັບເຮົາ, ທຸກສິ່ງດຳເນີນໄປຢ່າງລາບລື້ນ ແລະ ບໍ່ມີສິ່ງໃດເຂົ້າມາຂວາງທາງເຮົາໄດ້ແມ່ນແຕ່ໜ້ອຍດຽວ, ຍ້ອນວ່າທຸກສິ່ງຢູ່ພາຍໃຕ້ການຄວບຄຸມ ແລະ ການຈັດແຈງຂອງເຮົາ. ມີໃຜກ້າບໍ່ອ່ອນນ້ອມຕໍ່ການຄວບຄຸມຂອງເຮົາ! ໃຜກ້າຂັດຂວາງການຄຸ້ມຄອງຂອງເຮົາ! ໃຜກ້າທີ່ຈະບໍ່ຊື່ສັດ ຫຼື ບໍ່ອຸທິດຕໍ່ເຮົາ! ໃຜກ້າທີ່ຈະບອກສິ່ງທີ່ບໍ່ຈິງກັບເຮົາ, ແລ້ວເລົ່າເລື່ອງເທັດໃຫ້ເຮົາຟັງແທນ! ບໍ່ມີໃຜໃນພວກເຂົາທີ່ຈະໜີພົ້ນມືອັນໂກດຮ້າຍຂອງເຮົາໄດ້. ເຖິງແມ່ນວ່າຕອນນີ້ເຈົ້າຍອມຮັບຄວາມພ່າຍແພ້ແລ້ວ ແລະ ເຕັມໃຈທີ່ຈະຖືກຂ້ຽນຕີ ແລະ ເຂົ້າສູ່ຂຸມເລິກທີ່ສຸດ, ເຮົາກໍຈະບໍ່ປ່ອຍເຈົ້າໄປງ່າຍໆ. ເຮົາຈະດຶງເຈົ້າຂຶ້ນມາຈາກຂຸມເລິກເພື່ອວ່າເຈົ້າຈະຖືກລົງໂທດດ້ວຍຄວາມໂກດຮ້າຍຂອງເຮົາອີກຄັ້ງ (ກຽດຊັງຫຼາຍທີ່ສຸດ). ມີບ່ອນໃດໃຫ້ເຈົ້າແລ່ນໜີໄດ້ບໍ? ສິ່ງທີ່ເຮົາຊັງຫຼາຍທີ່ສຸດແມ່ນເມື່ອຄົນແຍກຄວາມເປັນມະນຸດທຳມະດາຂອງເຮົາຈາກຄວາມເປັນພຣະເຈົ້າອັນສົມບູນຂອງເຮົາ.

ໂຊກລາບແກ່ບັນດາຜູ້ທີ່ຊືສັດຕໍ່ເຮົາ; ນັ້ນກໍຄື, ໂຊກລາບແກ່ບັນດາຜູ້ທີ່ຍອມຮັບຢ່າງແທ້ຈິງວ່າເຮົາເປັນພຣະເຈົ້າຜູ້ທີ່ກວດສອບຫົວໃຈຂອງມະນຸດຢ່າງໃກ້ຊິດ. ເຮົາຈະເພີ່ມທະວີພອນຂອງເຈົ້າຢ່າງແນ່ນອນ, ອະນຸຍາດໃຫ້ເຈົ້າໄດ້ຮັບພອນປະເສີດໃນອານາຈັກຂອງເຮົາຕະຫຼອດໄປ. ນີ້ຍັງແມ່ນວິທີທີ່ມີປະສິດທິພາບທີ່ສຸດໃນການນຳເອົາຄວາມອັບອາຍມາສູ່ຊາຕານ. ແນວໃດກໍຕາມ, ຢ່າໃຈຮ້ອນ ຫຼື ວິຕົກກັງວົນຫຼາຍເກີນໄປ; ເຮົາໄດ້ກຳນົດເວລາສຳລັບທຸກສິ່ງທຸກຢ່າງແລ້ວ. ຖ້າເວລາທີ່ເຮົາກຳນົດໄວ້ນັ້ນຍັງບໍ່ທັນມາຮອດ, ເຖິງແມ່ນວ່າ ຖ້າມັນມາຮອດໄວພຽງໜຶ່ງວິນາທີ, ເຮົາກໍຈະບໍ່ປະຕິບັດ. ເຮົາປະຕິບັດຢ່າງແມ່ນຢຳ ແລະ ຕາມຈັງຫວະ; ເຮົາບໍ່ໄດ້ປະຕິບັດໂດຍບໍ່ມີເຫດຜົນ. ຈາກມຸມມອງຂອງມະນຸດ, ເຮົາບໍ່ໄດ້ກັງວົນໃຈແມ່ນແຕ່ໜ້ອຍເລີຍ; ເຮົາມີຄວາມໝັ້ນຄົງຄືກັບພູເຂົາໄຕ, ແຕ່ເຈົ້າບໍ່ຮູ້ບໍວ່າເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ? ຢ່າໃຈຮ້ອນເກີນໄປ; ທັງໝົດຢູ່ໃນກໍາມືຂອງເຮົາ. ທຸກສິ່ງທຸກຢ່າງໄດ້ຖືກກະກຽມໄວ້ດົນແລ້ວ ແລະ ບໍ່ມີຫຍັງສາມາດລໍຖ້າທີ່ຈະຮັບໃຊ້ເຮົາ. ຈັກກະວານໂລກທັງມວນປາກົດວ່າ ຈາກພາຍນອກແມ່ນຢູ່ໃນຄວາມສັບສົນວຸ້ນວາຍ, ແຕ່ໃນມຸມມອງຂອງເຮົາ, ທຸກສິ່ງເປັນລະບຽບຮຽບຮ້ອຍດີ. ສິ່ງທີ່ເຮົາໄດ້ກະກຽມໄວ້ໃຫ້ພວກເຈົ້າແມ່ນເພື່ອໃຫ້ພວກເຈົ້າມີຄວາມສຸກເທົ່ານັ້ນ. ເຈົ້າຮັບຮູ້ສິ່ງນີ້ບໍ? ຢ່າເອົາຕົວເຈົ້າເອງສອດເຂົ້າໄປໃນການຄຸ້ມຄອງຂອງເຮົາ. ເຮົາຈະເຮັດໃຫ້ທຸກຄົນ ແລະ ທຸກຊາດເຫັນຄວາມມີລິດທານຸພາບສູງສຸດຂອງເຮົາຈາກການກະທຳຂອງເຮົາ, ເຮົາຈະໃຫ້ພວກເຂົາຍົກຍ້ອງ ແລະ ສັນລະເສີນນາມອັນບໍລິສຸດຂອງເຮົາສຳລັບການກະທຳອັນໜ້າອັດສະຈັນຂອງເຮົາ. ນີ້ກໍຍ້ອນວ່າ, ດັ່ງທີ່ເຮົາໄດ້ກ່າວໄວ້, ບໍ່ມີສິ່ງໃດທີ່ເຮົາເຮັດປາສະຈາກພື້ນຖານ; ກົງກັນຂ້າມ, ທຸກສິ່ງເຕັມໄປດ້ວຍສະຕິປັນຍາຂອງເຮົາ ແລະ ອຳນາດຂອງເຮົາ, ດ້ວຍຄວາມຊອບທຳ ແລະ ເດຊານຸພາບຂອງເຮົາ, ຍິ່ງໄປກວ່ານັ້ນແມ່ນ ດ້ວຍຄວາມພິໂລດຂອງເຮົາ.

ບັນດາຜູ້ທີ່ຕື່ນຕົວທັນທີເມື່ອໄດ້ຍິນພຣະທຳຂອງເຮົາຈະໄດ້ຮັບພອນຂອງເຮົາຢ່າງແນ່ນອນ ແລະ ຈະໄດ້ຮັບການປົກປ້ອງ ແລະ ການດູແລຂອງເຮົາຢ່າງແນ່ນອນ. ພວກເຂົາຈະບໍ່ປະສົບກັບຄວາມທໍລະມານຂອງການຂ້ຽນຕີ; ກົງກັນຂ້າມ, ພວກເຂົາຈະໄດ້ຮັບຄວາມສຸກຂອງຄອບຄົວ. ພວກເຈົ້າຮູ້ເລື່ອງນີ້ບໍ່? ຄວາມທຸກທໍລະມານນັ້ນນິລັນດອນ ແຕ່ຄວາມສຸກນັ້ນນິລັນດອນຍິ່ງກວ່າ; ທັງສອງສິ່ງນີ້ຈະຖືກປະສົບຕັ້ງແຕ່ນີ້ໄປ. ບໍ່ວ່າເຈົ້າທົນທຸກ ຫຼື ປະສົບກັບຄວາມສຸກກໍຕາມ ນັ້ນຂຶ້ນຢູ່ກັບວ່າເຈົ້າມີທັດສະນະຄະຕິແບບໃດເມື່ອເຈົ້າຍອມຮັບບາບຂອງເຈົ້າ. ສໍາລັບເຈົ້າຄືໜຶ່ງໃນຜູ້ທີ່ຖືກກຳນົດໄວ້ ຫຼື ຜູ້ທີ່ຖືກເລືອກຂອງເຮົາ ຫຼື ບໍ່ນັ້ນ, ເຈົ້າຄວນໝັ້ນໃຈກັບເລື່ອງນີ້ໃນແງ່ມຸມຂອງສິ່ງທີ່ເຈົ້າເວົ້າ. ເຈົ້າສາມາດຫຼອກຄົນໄດ້, ແຕ່ເຈົ້າບໍ່ສາມາດຫຼອກເຮົາໄດ້. ບັນດາຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ເລືອກໄວ້ຈະໄດ້ຮັບການອວຍພອນຢ່າງຍິ່ງໃຫຍ່ແຕ່ນີ້ເປັນຕົ້ນໄປ; ສ່ວນບັນດາຜູ້ທີ່ເຮົາບໍ່ໄດ້ກຳນົດໄວ້ລ່ວງໜ້າ ແລະ ເລືອກໄວ້, ເຮົາຈະຂ້ຽນຕີພວກເຂົາຢ່າງໜັກນັບແຕ່ນີ້ເປັນຕົ້ນໄປ. ນີ້ຈະເປັນຂໍ້ພິສູດຂອງເຮົາຕໍ່ພວກເຈົ້າ. ບັນດາຜູ້ທີ່ໄດ້ຮັບພອນໃນຕອນນີ້ແມ່ນຜູ້ທີ່ເຮົາຮັກຢ່າງບໍ່ຕ້ອງສົງໄສ; ສ່ວນບັນດາຜູ້ທີ່ຖືກຂ້ຽນຕີ, ເຫັນໄດ້ຢ່າງຊັດເຈນວ່າພວກເຂົາບໍ່ໄດ້ຖືກກຳນົດໄວ້ລ່ວງໜ້າ ແລະ ຖືກເລືອກໄວ້ໂດຍເຮົາ. ພວກເຈົ້າຄວນຊັດເຈນໃນເລື່ອງນີ້! ໝາຍຄວາມວ່າ, ຖ້າສິ່ງທີ່ເຈົ້າໄດ້ຮັບຕອນນີ້ຖືກເຮົາຈັດການ ແລະ ຖ້າເຈົ້າໄດ້ຮັບພຣະທຳແຫ່ງການພິພາກສາອັນໂຫດຮ້າຍຂອງເຮົາ, ເຈົ້າແມ່ນຖືກເຮົາກຽດຊັງ ແລະ ລັງກຽດຢູ່ໃນໃຈເຮົາ ແລະ ເຈົ້າຈະເປັນໜຶ່ງໃນຜູ້ທີ່ເຮົາປະຖິ້ມ. ຖ້າເຈົ້າໄດ້ຮັບການປອບໃຈຂອງເຮົາ ແລະ ການສະໜອງຊີວິດຂອງເຮົາ, ເຈົ້າກໍຢູ່ໃນການຄອບຄອງຂອງເຮົາ; ເຈົ້າແມ່ນໜຶ່ງໃນຜູ້ທີ່ເຮົາຮັກ. ເຈົ້າບໍ່ສາມາດເບິ່ງສິ່ງນີ້ຕາມລັກສະນະພາຍນອກຂອງເຮົາໄດ້. ຢ່າໄດ້ເສຍສະຕິກັບເລື່ອງນີ້!

ພຣະທຳຂອງເຮົາເວົ້າເຖິງສະພາບຕົວຈິງຂອງທຸກຄົນ. ພວກເຈົ້າເຊື່ອວ່າເຮົາພຽງເວົ້າໄປທົ່ວທີບ ຫຼື ເຮົາພຽງເວົ້າຫຍັງກໍຕາມທີ່ເຮົາຮູ້ສຶກຢາກເວົ້າບໍ? ແນ່ນອນວ່າບໍ! ສະຕິປັນຍາຂອງເຮົານັ້ນຖືກເຊື່ອງຢູ່ໃນທຸກຂໍ້ພຣະທໍາຂອງເຮົາ. ເຈົ້າຄວນເອົາພຣະທໍາຂອງເຮົາເປັນຄວາມຈິງ. ໃນອີກບໍ່ດົນ, ຄົນຕ່າງຊາດຜູ້ທີ່ສະແຫວງຫາເສັ້ນທາງທີ່ແທ້ຈິງກໍຈະເຂົ້າມາ. ເມື່ອສິ່ງນັ້ນເກີດຂຶ້ນ, ພວກເຈົ້າຈະຕົກໃຈຈົນເວົ້າບໍ່ອອກ ແລະ ທຸກສິ່ງຈະສຳເລັດລົງໂດຍບໍ່ມີຄວາມຫຍຸ້ງຍາກໃດໆ. ພວກເຈົ້າຮູ້ບໍ່ວ່າເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ? ເມື່ອໄດ້ຍິນພຣະທຳເຫຼົ່ານີ້ຂອງເຮົາ, ພວກເຈົ້າເຊື່ອມັນຢ່າງແທ້ຈິງແມ່ນບໍ່? ເຮົາບໍ່ເຮັດຜິດພາດ, ແຮງໄກທີ່ຈະເວົ້າໃນສິ່ງທີ່ບໍ່ເປັນຈິງ. ເຈົ້າຮູ້ເລື່ອງນີ້ບໍ່? ເພາະສະນັ້ນ, ເຮົາໄດ້ເນັ້ນຊ້ຳແລ້ວຊໍ້າອີກວ່າພວກເຈົ້າຕ້ອງຍອມຮັບການເຝິກອົບຮົມຂອງເຮົາໂດຍໄວເພື່ອນຳພາ ແລະ ລ້ຽງດູພວກເຂົາ. ພວກເຈົ້າຮູ້ເລື່ອງນີ້ບໍ? ຜ່ານພວກເຈົ້າ ເຮົາຈະເຮັດໃຫ້ພວກເຂົາສົມບູນ. ສຳຄັນໄປກວ່ານັ້ນ, ຜ່ານພວກເຈົ້າ ເຮົາຈະສະແດງສັນຍານ ແລະ ສິ່ງມະຫັດສະຈັນອັນຍິ່ງໃຫຍ່ຂອງເຮົາ; ນັ້ນກໍຄື, ທ່າມກາງບັນດາຜູ້ທີ່ຖືກມະນຸດຊາດດູຖູກ, ເຮົາໄດ້ເລືອກເອົາຄົນກຸ່ມໜຶ່ງເພື່ອປະຈັກຕໍ່ເຮົາ, ເພື່ອສັນລະເສີນນາມຂອງເຮົາ, ເພື່ອຮັບຜິດຊອບສິ່ງຕ່າງໃຫ້ເຮົາ ແລະ ເພື່ອຂຶ້ນຄອງເປັນກະສັດຮ່ວມກັບເຮົາ. ສະນັ້ນ, ການເຝິກອົບຮົມປັດຈຸບັນຂອງເຮົາຕໍ່ພວກເຈົ້າແມ່ນການຄຸ້ມຄອງທີ່ຍິ່ງໃຫຍ່ທີ່ສຸດຂອງໂລກ; ນີ້ແມ່ນສິ່ງມະຫັດສະຈັນທີ່ມະນຸດບໍ່ສາມາດປະຕິບັດໄດ້. ດ້ວຍວິທີການເຮັດໃຫ້ພວກເຈົ້າສົມບູນ, ເຮົາຄວນໂຍນຊາຕານລົງສູ່ທະເລສາບແຫ່ງໄຟ ແລະ ມາດ ແລະ ຂຸມເລິກທີ່ສຸດ, ໂຍນມັງກອນແດງຜູ້ຍິ່ງໃຫຍ່ໃຫ້ຕາຍຢ່າງສິ້ນເຊີງ ບໍ່ໃຫ້ລຸກຂຶ້ນມາອີກ. ເພາະສະນັ້ນ, ບັນດາຜູ້ທີ່ຖືກໂຍນລົງຂຸມເລິກແມ່ນລູກຫຼານຂອງມັງກອນແດງຜູ້ຍິ່ງໃຫຍ່. ເຮົາກຽດຊັງພວກເຂົາທີ່ສຸດ. ນີ້ແມ່ນສິ່ງທີ່ເຮົານຳມາ. ພວກເຈົ້າບໍ່ເຫັນບໍ? ທຸກຄົນທີ່ບໍ່ຊື່ສັດ ແລະ ທຸກຄົນທີ່ນໍາໃຊ້ການຄົດໂກງ ແລະ ການຫຼອກລວງໄດ້ຖືກເປີດໂປງແລ້ວ. ຄົນທີ່ອວດດີ, ຈອງຫອງ, ອວດອົ່ງທະນົງຕົວ ແລະ ບໍ່ສຸພາບແມ່ນລູກຫຼານຂອງເທວະທູດ ແລະ ພວກເຂົາຄືຕົວແທນຂອງຊາຕານ; ພວກເຂົາທັງໝົດເປັນສັດຕູສາບານຂອງເຮົາ, ຄູ່ອາຄາດຂອງເຮົາ. ເຮົາຕ້ອງລົງໂທດພວກເຂົາເທື່ອລະຄົນເພື່ອລົບລ້າງຄວາມກຽດຊັງໃນໃຈເຮົາ. ເຮົາຈະເຮັດດັ່ງນີ້ກັບພວກເຂົາແຕ່ລະຄົນ, ສຸດທ້າຍກໍຈະແກ້ໄຂພວກເຂົາທຸກຄົນ.

ບັດນີ້, ແທ້ຈິງແລ້ວ ແມ່ນຫຍັງຄືທະເລສາບແຫ່ງໄຟ ແລະ ມາດ ແລະ ຂຸມເລິກທີ່ສຸດ? ໃນຈິນຕະນາການຂອງມະນຸດ, ທະເລສາບແຫ່ງໄຟ ແລະ ມາດແມ່ນສິ່ງທີ່ເປັນວັດຖຸ, ແຕ່ມະນຸດບໍ່ຮູ້ວ່ານີ້ແມ່ນຄຳອະທິບາຍທີ່ຜິດພາດຢ່າງຍິ່ງ. ເຖິງຢ່າງໃດກໍຕາມ, ມັນຍັງຄົງຄອບຄອງບາງຕຳແໜ່ງໃນຈິດໃຈຄົນ. ທະເລສາບແຫ່ງໄຟ ແລະ ມາດແມ່ນມືຂອງເຮົາທີ່ຂ້ຽນຕີມວນມະນຸດ; ໃຜກໍຕາມທີ່ຖືກໂຍນລົງສູ່ທະເລສາບແຫ່ງໄຟ ແລະ ມາດແມ່ນໄດ້ຖືກສັງຫານດ້ວຍມືຂອງເຮົາ. ວິນຍານ, ຈິດວິນຍານ ແລະ ຮ່າງກາຍຂອງຄົນເຫຼົ່ານີ້ທົນທຸກທໍລະມານຕະຫຼອດໄປ. ນີ້ແມ່ນຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງເຮົາເມື່ອເຮົາເວົ້າວ່າທຸກສິ່ງຢູ່ໃນກໍາມືຂອງເຮົາ. ແລ້ວຂຸມເລິກທີ່ສຸດນັ້ນໝາຍເຖິງຫຍັງ? ມະນຸດຄິດວ່າມັນເປັນເຫວຂະໜາດໃຫຍ່ທີ່ເລິກທີ່ສຸດ ແລະ ຢັ່ງບໍ່ເຖິງ. ຂຸມເລິກທີ່ສຸດ ແທ້ຈິງກໍຄືອິດທິພົນຂອງຊາຕານ. ຖ້າຄົນໆໜຶ່ງຕົກຢູ່ໃນມືຂອງຊາຕານ, ຄົນນັ້ນກໍຈະຢູ່ໃນຂຸມເລິກດັ່ງກ່າວ; ເຖິງແມ່ນວ່າພວກເຂົາຈະມີປີກ ພວກເຂົາກໍບໍ່ສາມາດບິນອອກໄດ້. ນີ້ຄືເຫດຜົນທີ່ວ່າ ເປັນຫຍັງມັນຈິ່ງຖືກເອີ້ນວ່າຂຸມເລິກທີ່ສຸດ. ຄົນເຫຼົ່ານັ້ນທຸກຄົນຈະຖືກຂ້ຽນຕີໄປຕະຫຼອດການ; ນີ້ແມ່ນຫົນທາງທີ່ເຮົາໄດ້ຈັດແຈງໄວ້ແລ້ວ.

ກ່ອນນີ້: ບົດທີ 79

ຕໍ່ໄປ: ບົດທີ 81

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້