ບົດທີ 79

ຄົນຕາບອດເອີຍ! ຄົນໂງ່ເອີຍ! ກອງຂີ້ເຫຍື້ອທີ່ບໍ່ມີຄ່າເອີຍ! ພວກເຈົ້າແຍກຄວາມເປັນມະນຸດທຳມະດາຂອງເຮົາອອກຈາກຄວາມເປັນພຣະເຈົ້າຂອງເຮົາ! ພວກເຈົ້າບໍ່ເຫັນບໍວ່ານີ້ເປັນບາບຕໍ່ເຮົາ? ຍິ່ງໄປກວ່ານັ້ນ, ມັນແມ່ນບາງສິ່ງທີ່ຍາກຈະໃຫ້ອາໄພ! ມື້ນີ້ພຣະເຈົ້າທີ່ແທ້ຈິງໄດ້ມາທ່າມກາງພວກເຈົ້າ, ແຕ່ພວກເຈົ້າຮູ້ພຽງແຕ່ດ້ານດຽວຂອງເຮົາເທົ່ານັ້ນ ນັ້ນກໍຄືຄວາມເປັນມະນຸດທຳມະດາຂອງເຮົາ ແລະ ບໍ່ເຫັນດ້ານທີ່ເປັນພຣະເຈົ້າທັງໝົດຂອງເຮົາ. ເຈົ້າຄິດວ່າເຮົາບໍ່ຮູ້ວ່າໃຜສໍ້ໂກງເຮົາລັບຫຼັງເຮົາບໍ? ເຮົາບໍ່ໄດ້ກຳລັງວິຈານເຈົ້າ; ເຮົາພຽງແຕ່ກຳລັງເຝົ້າເບິ່ງເພື່ອເບິ່ງວ່າເຈົ້າສາມາດບັນລຸເຖິງຂັ້ນໃດ ແລະ ເພື່ອເບິ່ງວ່າໃນທີ່ສຸດແລ້ວເຈົ້າຈະຈົບລົງດ້ວຍວິທີໃດ. ພຣະທຳຂອງເຮົາໄດ້ຖືກກ່າວເປັນຮ້ອຍເປັນພັນຄັ້ງ, ແຕ່ພວກເຈົ້າໄດ້ເຮັດສິ່ງທີ່ບໍ່ດີຫຼາຍຢ່າງ. ເປັນຫຍັງພວກເຈົ້າຈຶ່ງພະຍາຍາມໂກງເຮົາຊ້ຳແລ້ວຊໍ້າອີກ. ຈົ່ງລະວັງການສູນເສຍຊີວິດຂອງເຈົ້າ! ຖ້າເຈົ້າກະຕຸ້ນຄວາມໂກດຮ້າຍຂອງເຮົາຈົນເຖິງລະດັບໜຶ່ງ, ເຮົາກໍຈະບໍ່ສະແດງຄວາມເມດຕາຕໍ່ເຈົ້າ ແລະ ເຈົ້າກໍຈະຖືກໄລ່ອອກ. ເຮົາຈະບໍ່ຄຳນຶງວ່າເຈົ້າເຄີຍເປັນແນວໃດມາກ່ອນ, ບໍ່ວ່າເຈົ້າຈະຊື່ສັດ ຫຼື ອຸທິດຕົນ, ບໍ່ວ່າເຈົ້າຈະໄດ້ແລ່ນໄປມາຫຼາຍປານໃດ ຫຼື ເຈົ້າໄດ້ຈ່າຍໃຫ້ເຮົາຫຼາຍປານໃດກໍຕາມ; ເຮົາຈະບໍ່ແນມເບິ່ງສິ່ງເຫຼົ່ານີ້ເລີຍ. ຕອນນີ້ເຈົ້າຕ້ອງການພຽງແຕ່ທ້າທາຍເຮົາ ແລະ ເຮົາກໍຈະໂຍນເຈົ້າລົງສູ່ຂຸມເລິກ. ໃຜຍັງກ້າພະຍາຍາມສໍ້ໂກງເຮົາອີກບໍ? ຈົ່ງຈື່ຈຳສິ່ງນີ້ເອົາໄວ້! ນັບຕັ້ງແຕ່ນີ້ໄປ, ເມື່ອໃດກໍຕາມທີ່ເຮົາໂກດຮ້າຍ, ບໍ່ວ່າຈະແມ່ນກັບໃຜກໍຕາມ, ເຮົາກໍຈະກວາດລ້າງເຈົ້າທັນທີເພື່ອວ່າຈະບໍ່ມີບັນຫາໃນອະນາຄົດ ແລະ ເພື່ອວ່າເຮົາຈະບໍ່ຕ້ອງເຫັນເຈົ້າອີກຕໍ່ໄປ. ຖ້າເຈົ້າທ້າທາຍເຮົາ, ເຮົາກໍຈະຂ້ຽນຕີເຈົ້າທັນທີ. ພວກເຈົ້າຈົດຈໍາສິ່ງນີ້ໄວ້ໃນໃຈບໍ? ຄົນທີ່ສະຫຼາດທ່າມກາງພວກເຈົ້າຄວນກັບໃຈທັນທີ.

ມື້ນີ້, ໝາຍຄວາມວ່າ ຕອນນີ້ເຮົາກຳລັງໂກດຮ້າຍ. ພວກເຈົ້າທຸກຄົນຄວນຊື່ສັດຕໍ່ເຮົາ ແລະ ຖວາຍຕົນຕົວຂອງພວກເຈົ້າທັງໝົດໃຫ້ແກ່ເຮົາ. ເຈົ້າບໍ່ຕ້ອງຊັກຊ້າອີກຕໍ່ໄປ. ຖ້າເຈົ້າບໍ່ໃສ່ໃຈພຣະທຳຂອງເຮົາ, ເຮົາກໍຈະຍື່ນມືເຮົາອອກ ແລະ ໂຈມຕີເຈົ້າ. ການເຮັດດັ່ງນີ້ ເຮົາຈະເຮັດໃຫ້ໂຕເຮົາເອງເປັນທີ່ຮູ້ຈັກຕໍ່ທຸກຄົນ; ໃນມື້ນີ້ ເຮົາໂກດຮ້າຍ ແລະ ສະຫງ່າຜ່າເຜີຍຕໍ່ທຸກຄົນ (ເຊິ່ງຮ້າຍແຮງຍິ່ງກວ່າການພິພາກສາຂອງເຮົາອີກ). ເຮົາໄດ້ກ່າວພຣະທຳຫຼາຍຂໍ້ ແຕ່ພວກເຈົ້າກໍບໍ່ມີປະຕິກິລິຍາຫຍັງເລີຍ; ພວກເຈົ້າເປັນຄົນອັບປັນຍາແທ້ບໍ? ເຮົາບໍ່ຄິດວ່າພວກເຈົ້າເປັນ. ນີ້ແມ່ນມານຮ້າຍເກົ່າແກ່ທີ່ຢູ່ໃນຕົວພວກເຈົ້າ ທີ່ປະພຶດຕົວບໍ່ດີ. ພວກເຈົ້າເຫັນສິ່ງນີ້ຢ່າງຊັດເຈນບໍ? ຈົ່ງຮິບຟ້າວປ່ຽນແປງທັງໝົດ! ມື້ນີ້ ພາລະກິດຂອງພຣະວິນຍານບໍລິສຸດໄດ້ຄືບໜ້າມາຮອດຂັ້ນຕອນນີ້; ພວກເຈົ້າບໍ່ໄດ້ເຫັນມັນບໍ? ຊື່ຂອງເຮົາຈະແຜ່ຂະຫາຍໄປຈາກເຮືອນສູ່ເຮືອນ, ໃນທຸກປະເທດ ແລະ ໃນທຸກທິດທາງ ແລະ ຈະຖືກເອີ້ນຂານຈາກປາກຂອງຜູ້ໃຫຍ່ ແລະ ພ້ອມທັງເດັກນ້ອຍໃນທົ່ວໂລກຈັກກະວານ; ນີ້ແມ່ນຄວາມຈິງທີ່ແນ່ນອນ. ເຮົາແມ່ນພຣະເຈົ້າທີ່ເປັນເອກະລັກ ແລະ ຍິ່ງໄປກວ່ານັ້ນ ເຮົາຄືຕົວຕົນໜຶ່ງດຽວຂອງພຣະເຈົ້າ. ແຮງຍິ່ງໄປກວ່ານັ້ນ, ເຮົາແມ່ນທັງໝົດຂອງເນື້ອໜັງ ແລະ ເຮົາແມ່ນການສະແດງອອກທັງໝົດຂອງພຣະເຈົ້າ. ໃຜກໍຕາມທີ່ກ້າບໍ່ເຄົາລົບເຮົາ, ໃຜກໍຕາມທີ່ກ້າສະແດງການຕໍ່ຕ້ານໃນສາຍຕາຂອງພວກເຂົາ ແລະ ໃຜກໍຕາມທີ່ກ້າກ່າວຄຳເວົ້າທ້າທາຍຕໍ່ເຮົາຈະຕ້ອງຕາຍຈາກການສາບແຊ່ງ ແລະ ຄວາມໂກດຮ້າຍຂອງເຮົາຢ່າງແນ່ນອນ (ຈະມີການສາບແຊ່ງຍ້ອນຄວາມໂກດຮ້າຍຂອງເຮົາ). ຍິ່ງໄປກວ່ານັ້ນ, ໃຜກໍຕາມກ້າທີ່ຈະບໍ່ຊື່ສັດ ຫຼື ກະຕັນຍູຕໍ່ເຮົາ ແລະ ໃຜກໍຕາມທີ່ກ້າພະຍາຍາມລໍ້ລວງເຮົາຈະຕາຍຈາກຄວາມກຽດຊັງຂອງເຮົາຢ່າງແນ່ນອນ. ຄວາມຊອບທຳ, ເດຊານຸພາບ ແລະ ການພິພາກສາຂອງເຮົາຈະຄົງຢູ່ຕະຫຼອດໄປເປັນນິດ. ຕອນທຳອິດ, ເຮົາໜ້າຮັກ ແລະ ມີເມດຕາ, ແຕ່ນີ້ບໍ່ແມ່ນອຸປະນິໄສຂອງຄວາມເປັນພຣະເຈົ້າຢ່າງສົມບູນຂອງເຮົາ; ຄວາມຊອບທຳ, ເດຊານຸພາບ ແລະ ການພິພາກສາພຽງປະກອບໄປດ້ວຍອຸປະນິໄສຂອງເຮົາຜູ້ທີ່ເປັນພຣະເຈົ້າເອງຢ່າງສົມບູນ. ໃນລະຫວ່າງຍຸກແຫ່ງພຣະຄຸນ, ເຮົາໜ້າຮັກ ແລະ ມີເມດຕາ. ຍ້ອນພາລະກິດທີ່ເຮົາຕ້ອງເຮັດໃຫ້ສຳເລັດ, ເຮົາມີຄວາມຮັກກະລຸນາ ແລະ ຄວາມເມດຕາ; ຢ່າງໃດກໍຕາມ, ຫຼັງຈາກນັ້ນກໍບໍ່ຈຳເປັນສຳລັບສິ່ງນັ້ນອີກ (ແລະ ບໍ່ມີເຄີຍມີຕັ້ງແຕ່ນັ້ນມາ). ມັນລ້ວນແລ້ວແຕ່ແມ່ນຄວາມຊອບທຳ, ເດຊານຸພາບ ແລະ ການພິພາກສາ ແລະ ນີ້ຄືອຸປະນິໄສທີ່ສົມບູນຂອງຄວາມເປັນມະນຸດທຳມະດາຂອງເຮົາ ຄຽງຄູ່ກັບຄວາມເປັນພຣະເຈົ້າທີ່ສົມບູນຂອງເຮົາ.

ບັນດາຜູ້ທີ່ບໍ່ຮູ້ຈັກເຮົາຈະພິນາດຢູ່ໃນຂຸມເລິກທີ່ສຸດ, ໃນຂະນະທີ່ບັນດາຜູ້ທີ່ໝັ້ນໃຈກ່ຽວກັບເຮົາຈະມີຊີວິດຢູ່ຕະຫຼອດໄປ, ໄດ້ຮັບການດູແລ ແລະ ໄດ້ຮັບການປົກປ້ອງຢູ່ພາຍໃນຄວາມຮັກຂອງເຮົາ. ທັນທີທີ່ເຮົາກ່າວພຣະທຳໜຶ່ງຂໍ້ອອກມາ, ທົ່ວຈັກກະວານ ແລະ ສຸດແຜ່ນດິນໂລກສັ່ນສະເທືອນ. ໃຜແດ່ທີ່ສາມາດໄດ້ຍິນພຣະທຳຂອງເຮົາ ແລະ ບໍ່ສັ່ນເຊັນດ້ວຍຄວາມຢຳເກງ? ໃຜແດ່ທີ່ສາມາດເຕັມໄປດ້ວຍຄວາມເຄົາລົບສໍາລັບເຮົາໄດ້? ໃຜແດ່ທີ່ບໍ່ສາມາດຮູ້ຈັກຄວາມຊອບທຳ ແລະ ເດຊານຸພາບຂອງເຮົາຈາກການກະທຳຂອງເຮົາ! ໃຜແດ່ທີ່ບໍ່ສາມາດເຫັນລິດທານຸພາບສູງສຸດ ແລະ ສະຕິປັນຍາຂອງເຮົາພາຍໃນການກະທຳຂອງເຮົາ! ໃຜກໍຕາມທີ່ບໍ່ໃສ່ໃຈຈະຕາຍຢ່າງແນ່ນອນ. ນີ້ກໍຍ້ອນວ່າ ບັນດາຜູ້ທີ່ບໍ່ໃສ່ໃຈຄືຜູ້ທີ່ຕໍ່ຕ້ານເຮົາ ແລະ ຄືຜູ້ທີ່ບໍ່ຮູ້ຈັກເຮົາ; ພວກເຂົາແມ່ນເທວະທູດ ແລະ ເປັນຜູ້ທີ່ປ່າເຖື່ອນທີ່ສຸດ. ຈົ່ງກວດສອບຕົວພວກເຈົ້າເອງ: ໃຜກໍຕາມທີ່ເປັນຜູ້ທີ່ປ່າເຖື່ອນທີ່ສຸດ, ເປັນຄົນທີ່ຖືວ່າຕົນເອງຊອບທຳ, ທະນົງຕົວ ແລະ ອວດດີແມ່ນເປົ້າໝາຍຂອງຄວາມກຽດຊັງຂອງເຮົາຢ່າງແນ່ນອນ ແລະ ຈະຕ້ອງພິນາດ!

ຕອນນີ້ເຮົາປະກາດພຣະດຳລັດຂອງອານາຈັກຂອງເຮົາ: ທຸກສິ່ງຢູ່ພາຍໃນການພິພາກສາຂອງເຮົາ, ທຸກສິ່ງຢູ່ພາຍໃນຄວາມຊອບທຳຂອງເຮົາ, ທຸກສິ່ງຢູ່ພາຍໃນເດຊານຸພາບຂອງເຮົາ ແລະ ເຮົາປະຕິບັດຄວາມຊອບທຳຂອງເຮົາກັບທຸກຄົນ. ບັນດາຜູ້ທີ່ເວົ້າວ່າພວກເຂົາເຊື່ອໃນເຮົາ ແຕ່ໃນສ່ວນເລິກແລ້ວ ພວກເຂົາຂັດແຍ້ງເຮົາ ຫຼື ບັນດາຜູ້ທີ່ຫົວໃຈຂອງພວກເຂົາໄດ້ປະຖິ້ມເຮົາຈະຖືກຂັບໄລ່ອອກ, ແຕ່ວ່າ ທັງໝົດຢູ່ໃນເວລາທີ່ເໝາະສົມຂອງເຮົາເອງ. ຄົນທີ່ເວົ້າສຽດສີກ່ຽວກັບເຮົາ ແຕ່ໃນທາງທີ່ຄົນອື່ນບໍ່ໄດ້ສັງເກດ ຈະຕາຍທັນທີ (ພວກເຂົາຈະພິນາດທັງວິນຍານ, ຮ່າງກາຍ ແລະ ຈິດວິນຍານ). ບັນດາຜູ້ທີ່ກົດຂີ່ ຫຼື ເຮັດໂຕໜ້າລັງກຽດຕໍ່ຜູ້ເປັນທີ່ຮັກຂອງເຮົາຈະຖືກພິພາກສາທັນທີໂດຍຄວາມໂກດຮ້າຍຂອງເຮົາ. ນີ້ໝາຍຄວາມວ່າຄົນທີ່ອິດສາຄົນທີ່ເຮົາຮັກ ແລະ ຜູ້ທີ່ຄິດວ່າເຮົາບໍ່ຍຸຕິທຳ ຈະຖືກມອບໃຫ້ຖືກພິພາກສາໂດຍຜູ້ທີ່ເປັນທີ່ຮັກຂອງເຮົາ. ທຸກຄົນທີ່ປະພຶດດີ, ລຽບງ່າຍ ແລະ ສັດຊື່ (ລວມເຖິງຜູ້ທີ່ຂາດສະຕິປັນຍາ) ແລະ ຜູ້ທີ່ປະຕິບັດຕໍ່ເຮົາດ້ວຍຄວາມຈິງໃຈຢ່າງຈິດໜຶ່ງໃຈດຽວຈະຄົງຢູ່ໃນອານາຈັກຂອງເຮົາທັງໝົດ. ຜູ້ທີ່ບໍ່ໄດ້ຜ່ານການຝຶກອົບຮົມ, ໝາຍຄວາມວ່າ ບັນດາຄົນສັດຊື່ທີ່ຂາດສະຕິປັນຍາ ແລະ ຄວາມເຂົ້າໃຈຈະມີອຳນາດໃນອານາຈັກຂອງເຮົາ. ຢ່າງໃດກໍຕາມ, ພວກເຂົາກໍຍັງຖືກຈັດການ ແລະ ແຕກຫັກເຊັ່ນກັນ. ພວກເຂົາບໍ່ໄດ້ຜ່ານການຝຶກອົບຮົມບໍ່ແມ່ນສິ່ງແນ່ນອນ. ກົງກັນຂ້າມ, ມັນແມ່ນຜ່ານສິ່ງເຫຼົ່ານີ້ທີ່ເຮົາຈະສະແດງໃຫ້ທຸກຄົນເຫັນຄວາມຊົງລິດທານຸພາບສູງສຸດຂອງເຮົາ ແລະ ສະຕິປັນຍາຂອງເຮົາ. ເຮົາຈະຂັບໄລ່ທຸກຄົນທີ່ຍັງສົງໄສເຮົາ; ເຮົາບໍ່ຕ້ອງການພວກເຂົາແມ່ນແຕ່ຄົນດຽວ (ເຮົາກຽດຊັງຄົນທີ່ຍັງສົງໄສເຮົາໃນເວລາເຊັ່ນນີ້). ໂດຍວິທີການກະທຳທີ່ເຮົາກະທຳທົ່ວທັງຈັກກະວານ, ເຮົາຈະສະແດງໃຫ້ຄົນສັດຊື່ເຫັນຄວາມມະຫັດສະຈັນແຫ່ງການກະທຳຂອງເຮົາ, ດ້ວຍເຫດນັ້ນ ຈຶ່ງເຮັດໃຫ້ສະຕິປັນຍາ, ການຢັ່ງຮູ້ ແລະ ການໄຈ້ແຍກຂອງພວກເຂົາເຕີບໃຫຍ່ຂຶ້ນ. ເຮົາຍັງຈະເຮັດໃຫ້ຄົນຫຼອກລວງຖືກທຳລາຍໃນທັນທີຍ້ອນການກະທຳຢ່າງມະຫັດສະຈັນຂອງເຮົາ. ລູກຊາຍກົກທັງໝົດຜູ້ທີ່ເປັນຄົນທໍາອິດທີ່ຍອມຮັບຊື່ຂອງເຮົາ (ໝາຍເຖິງບັນດາຜູ້ທີ່ບໍລິສຸດ ແລະ ບໍ່ມີມົນທິນ, ເປັນຄົນສັດຊື່) ຈະເປັນຜູ້ທຳອິດທີ່ໄດ້ຮັບການເຂົ້າສູ່ອານາຈັກ ແລະ ປົກຄອງເໜືອທຸກຊາດ ແລະ ທຸກຄົນຄຽງຂ້າງກັນກັບເຮົາ, ປົກຄອງຄືດັ່ງກະສັດໃນອານາຈັກ ແລະ ພິພາກສາທຸກຊາດ ແລະ ທຸກຄົນ (ນີ້ໝາຍເຖິງລູກຊາຍກົກທຸກຄົນໃນອານາຈັກ ແລະ ບໍ່ແມ່ນຄົນອື່ນໆ). ບັນດາຜູ້ທີ່ຢູ່ທ່າມກາງທຸກຊາດ ແລະ ທຸກຄົນທີ່ຖືກພິພາກສາ ແລະ ຜູ້ທີ່ໄດ້ກັບໃຈ ຈະເຂົ້າສູ່ອານາຈັກຂອງເຮົາ ແລະ ກາຍເປັນຄົນຂອງເຮົາ, ໃນຂະນະທີ່ບັນດາຜູ້ທີ່ດື້ດ້ານ ແລະ ບໍ່ກັບໃຈຈະຖືກຖິ້ມລົງສູ່ຂຸມເລິກທີ່ສຸດ (ເພື່ອພິນາດຕະຫຼອດການ). ການພິພາກສາໃນອານາຈັກຈະແມ່ນຄັ້ງສຸດທ້າຍ ແລະ ມັນຈະແມ່ນການຊຳລະລ້າງໂລກຂອງເຮົາຢ່າງລະອຽດ. ຫຼັງຈາກນັ້ນກໍຈະບໍ່ມີຄວາມອະຍຸຕິທຳ, ຄວາມເສົ້າໂສກ, ນ້ຳຕາ ຫຼື ຄ່ຳຄວນອີກຕໍ່ໄປ, ຍິ່ງໄປກວ່ານັ້ນ ຈະບໍ່ມີໂລກອີກຕໍ່ໄປ. ທຸກສິ່ງຈະເປັນການສະແດງອອກຂອງພຣະຄຣິດ ແລະ ທຸກສິ່ງຈະເປັນອານາຈັກຂອງພຣະຄຣິດ. ຊ່າງສະຫງ່າລາສີແທ້ໆ! ຊ່າງສະຫງ່າລາສີແທ້ໆ!

ກ່ອນນີ້: ບົດທີ 78

ຕໍ່ໄປ: ບົດທີ 80

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້