ບົດທີ 88

ຜູ້ຄົນບໍ່ສາມາດຈິນຕະນາການຂອບເຂດທີ່ບາດຍ່າງຂອງເຮົາກ້າວໄວຂຶ້ນແທ້ໆ: ນີ້ແມ່ນຄວາມອັດສະຈັນທີ່ໄດ້ເກີດຂຶ້ນເຊິ່ງມະນຸດບໍ່ສາມາດຢັ່ງຮູ້ໄດ້. ບາດຍ່າງຂອງເຮົາໄດ້ສືບຕໍ່ນັບຕັ້ງແຕ່ການເນລະມິດສ້າງໂລກ ແລະ ພາລະກິດຂອງເຮົາບໍ່ເຄີຍຢຸດເຊົາ. ຈັກກະວານໂລກທັງມວນປ່ຽນແປງຈາກມື້ສູ່ມື້ ແລະ ຜູ້ຄົນກໍປ່ຽນແປງຢ່າງສະໝໍ່າສະເໝີເຊັ່ນກັນ. ສິ່ງເຫຼົ່ານີ້ແມ່ນສ່ວນທັງໝົດຂອງພາລະກິດຂອງເຮົາ, ສ່ວນທັງໝົດຂອງແຜນການຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ພວກມັນຢູ່ໃນການຄຸ້ມຄອງຂອງເຮົາ ແລະ ບໍ່ມີມະນຸດຄົນໃດຮູ້ ຫຼື ເຂົ້າໃຈສິ່ງເຫຼົ່ານີ້. ມີແຕ່ເມື່ອເຮົາບອກພວກເຈົ້າດ້ວຍຕົວເຮົາເອງເທົ່ານັ້ນ, ມີແຕ່ເມື່ອເຮົາສື່ສານກັບພວກເຈົ້າຕໍ່ໜ້າເທົ່ານັ້ນ ພວກເຈົ້າຈຶ່ງຈະຮູ້ແມ່ນແຕ່ສ່ວນທີ່ນ້ອຍທີ່ສຸດ; ບໍ່ດັ່ງນັ້ນ ກໍຈະບໍ່ມີໃຜແທ້ໆທີ່ສາມາດມີແນວຄິດກ່ຽວກັບແຜນຜັງສຳລັບແຜນການຂອງເຮົາ. ສິ່ງດັ່ງກ່າວອຳນາດອັນຍິ່ງໃຫຍ່ຂອງເຮົາ ແລະ ຍິ່ງໄປກວ່ານັ້ນ ສິ່ງດັ່ງກ່າວຄືການກະທຳທີ່ໜ້າອັດສະຈັນຂອງເຮົາ. ສິ່ງເຫຼົ່ານີ້ແມ່ນສິ່ງທີ່ບໍ່ມີໃຜສາມາດປ່ຽນແປງໄດ້. ສະນັ້ນ, ສິ່ງທີ່ເຮົາເວົ້າໃນມື້ນີ້ເປັນໄປ ແລະ ສິ່ງນີ້ກໍ່ບໍ່ສາມາດປ່ຽນແປງໄດ້. ແນວຄິດຂອງມະນຸດບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບເຮົາ, ພວກມັນທັງໝົດເປັນພຽງການເວົ້າຫຼິ້ນເວົ້າຫົວທີ່ໄຮ້ສາລະ! ຢ່າຄິດວ່າເຈົ້າມີພຽງພໍແລ້ວ ຫຼື ເຈົ້າພໍໃຈແລ້ວ! ເຮົາຂໍບອກເຈົ້າວ່າ: ເຈົ້າຍັງຕ້ອງກ້າວໄປອີກໄກ! ຈາກແຜນການຄຸ້ມຄອງທັງໝົດຂອງເຮົາ, ພວກເຈົ້າຮູ້ແຕ່ຮູ້ໜ້ອຍດຽວ, ດັ່ງນັ້ນ ພວກເຈົ້າຕ້ອງຟັງສິ່ງທີ່ເຮົາເວົ້າ ແລະ ເຮັດສິ່ງໃດກໍຕາມທີ່ເຮົາບອກໃຫ້ພວກເຈົ້າເຮັດ. ຈົ່ງເຮັດຕາມຄວາມປາຖະໜາຂອງເຮົາໃນທຸກສິ່ງ ແລະ ເຈົ້າຈະໄດ້ຮັບພອນຂອງເຮົາຢ່າງແນ່ນອນ; ໃຜກໍຕາມທີ່ເຊື່ອກໍສາມາດໄດ້ຮັບ, ໃນຂະນະທີ່ຜູ້ໃດທີ່ບໍ່ເຊື່ອກໍຈະມີ “ຄວາມວ່າງເປົ່າ” ທີ່ພວກເຂົາຈິນຕະນາການໄວ້ ເຊິ່ງເກີດເປັນຈິງໃນຕົວພວກເຂົາ. ນີ້ແມ່ນຄວາມຊອບທຳຂອງເຮົາ ແລະ ຍິ່ງໄປກວ່ານັ້ນກໍແມ່ນເດຊານຸພາບຂອງເຮົາ, ຄວາມໂກດຮ້າຍຂອງເຮົາ ແລະ ການຂ້ຽນຕີຂອງເຮົາ. ເຮົາຈະບໍ່ປ່ອຍໃຫ້ຄົນໃດກໍຕາມໜີໄປດ້ວຍຄວາມຄິດ ຫຼື ການກະທຳແມ່ນແຕ່ອັນດຽວ.

ເມື່ອໄດ້ຍິນພຣະທຳຂອງເຮົາ, ຄົນສ່ວນຫຼາຍກໍຢ້ານກົວ ແລະ ສັ່ນເຊັນ, ໃບໜ້າຂອງພວກເຂົາມີຮອຍໜ້າຜາກທີ່ກັງວົນ. ໃນຄວາມເປັນຈິງແລ້ວ ເຮົາໄດ້ເຮັດຜິດຕໍ່ພວກເຈົ້າບໍ? ມັນສາມາດເປັນໄປໄດ້ບໍວ່າເຈົ້າບໍ່ແມ່ນລູກຂອງມັງກອນແດງທີ່ຍິ່ງໃຫຍ່? ເຈົ້າເຖິງກັບທຳທ່າວ່າເປັນຄົນດີ! ເຈົ້າເຖິງກັບທຳທ່າວ່າເປັນລູກຊາຍກົກຂອງເຮົາ! ເຈົ້າຄິດວ່າເຮົາຕາບອດບໍ? ເຈົ້າຄິດວ່າເຮົາບໍ່ສາມາດແຍກແຍະລະຫວ່າງຜູ້ຄົນບໍ? ເຮົາແມ່ນພຣະເຈົ້າຜູ້ທີ່ຄົ້ນຫາໃນສ່ວນເລິກທີ່ສຸດໃນຫົວໃຈຂອງຜູ້ຄົນ: ນີ້ຄືສິ່ງທີ່ເຮົາບອກກັບລູກຊາຍຂອງເຮົາ ແລະ ສິ່ງທີ່ເຮົາບອກພວກເຈົ້າຜູ້ທີ່ເປັນລູກຫຼານຂອງມັງກອນແດງທີ່ຍິ່ງໃຫຍ່ເຊັ່ນກັນ. ເຮົາເຫັນທຸກສິ່ງຢ່າງຊັດເຈນ, ບໍ່ໄດ້ເຮັດຜິດພາດແມ່ນແຕ່ໜ້ອຍດຽວ. ເຮົາຈະບໍ່ສາມາດຮູ້ສິ່ງທີ່ເຮົາກະທຳໄດ້ແນວໃດ? ເຮົາຊັດເຈນຫຼາຍໃນສິ່ງທີ່ເຮົາເຮັດ! ເປັນຫຍັງເຮົາຈຶ່ງເວົ້າວ່າເຮົາແມ່ນພຣະເຈົ້າເອງ, ພຣະຜູ້ສ້າງຂອງຈັກກະວານ ແລະ ທຸກສິ່ງ? ເປັນຫຍັງເຮົາຈິ່ງເວົ້າວ່າເຮົາແມ່ນພຣະເຈົ້າຜູ້ກວດສອບສ່ວນເລິກທີ່ສຸດໃນຫົວໃຈຂອງຜູ້ຄົນ? ເຮົາຮູ້ສະຖານະການຂອງທຸກຄົນເປັນຢ່າງດີ. ພວກເຈົ້າຄິດວ່າເຮົາບໍ່ຮູ້ສິ່ງທີ່ຕ້ອງເຮັດ ຫຼື ສິ່ງທີ່ຕ້ອງເວົ້າບໍ? ນີ້ບໍ່ແມ່ນຄວາມກັງວົນຂອງເຈົ້າ. ໃຫ້ລະມັດລະວັງເພື່ອຈະບໍ່ຖືກຂ້າດ້ວຍມືຂອງເຮົາ; ເຈົ້າຈະປະສົບກັບການສູນເສຍໃນລັກສະນະນັ້ນ. ບົດບັນຍັດບໍລິຫານຂອງເຮົາຄືການບໍ່ໃຫ້ອະໄພ. ເຈົ້າເຂົ້າໃຈບໍ? ທັງໝົດທີ່ກ່າວມາຂ້າງເທິງແມ່ນພາກສ່ວນຕ່າງໆຂອງບົດບັນຍັດບໍລິຫານຂອງເຮົາ. ນັບແຕ່ມື້ທີ່ເຮົາບອກພວກມັນຕໍ່ພວກເຈົ້າ, ຖ້າພວກເຈົ້າເຮັດການລະເມີດໃດໆຕື່ມອີກ ມັນຈະມີຜົນກຳ ເພາະກ່ອນໜ້ານີ້ພວກເຈົ້າບໍ່ໄດ້ເຂົ້າໃຈ.

ຕອນນີ້ເຮົາປະກາດໃຊ້ພຣະດຳລັດຂອງເຮົາສຳລັບພວກເຈົ້າ (ມີຜົນບັງຄັບໃຊ້ນັບແຕ່ມື້ປະກາດໃຊ້, ກຳນົດການລົງໂທດຕ່າງໆໃຫ້ແກ່ຄົນທີ່ແຕກຕ່າງກັນ):

ເຮົາຮັກສາຄຳສັນຍາຂອງເຮົາ ແລະ ທຸກສິ່ງກໍຢູ່ໃນມືຂອງເຮົາ: ໃຜກໍຕາມທີ່ສົງໄສຈະຖືກຂ້າຢ່າງແນ່ນອນ. ບໍ່ມີຫ້ອງວ່າງສຳລັບການພິຈາລະນາໃດໆ; ພວກເຂົາຈະຖືກກຳຈັດທັນທີ, ສະນັ້ນແລ້ວກໍກຳຈັດຄວາມກຽດຊັງຂອງຫົວໃຈເຮົາ. (ນັບແຕ່ນີ້ເປັນຕົ້ນໄປ ມັນໄດ້ຮັບການຢືນຢັນແລ້ວວ່າ ໃຜກໍຕາມທີ່ຖືກຂ້າຕ້ອງບໍ່ແມ່ນສະມາຊິກຂອງອານາຈັກຂອງເຮົາ ແລະ ຕ້ອງເປັນລູກຫຼານຂອງຊາຕານ).

ໃນນາມຂອງລູກຊາຍກົກ, ເຈົ້າຄວນຮັກສາຕຳແໜ່ງຂອງຕົວເອງໄວ້ ແລະ ປະຕິບັດໜ້າທີ່ຂອງເຈົ້າເອງໃຫ້ດີ ແລະ ຢ່າສອດຮູ້ສອດເຫັນ. ເຈົ້າຄວນຖວາຍຕົວເຈົ້າເອງໃຫ້ແກ່ແຜນການຄຸ້ມຄອງຂອງເຮົາ ແລະ ທຸກແຫ່ງຫົນທີ່ເຈົ້າໄປ ເຈົ້າຄວນເປັນປະຈັກພະຍານທີ່ດີໃຫ້ແກ່ເຮົາ ແລະ ມອບສະຫງ່າລາສີໃຫ້ແກ່ຊື່ຂອງເຮົາ. ຢ່າເຮັດການກະທຳທີ່ໜ້າອັບອາຍ; ຈົ່ງເປັນແບບຢ່າງໃຫ້ແກ່ລູກຊາຍຂອງເຮົາທັງໝົດ ແລະ ຄົນຂອງເຮົາ. ຢ່າເຮັດຊົ່ວແມ່ນແຕ່ຄາວດຽວ: ເຈົ້າຕ້ອງປາກົດຕົວຕໍ່ໜ້າທຸກຄົນທີ່ມີຕົວຕົນຂອງລູກຊາຍກົກຢູ່ສະເໝີ ແລະ ບໍ່ແມ່ນຄົນຮັບໃຊ້; ກົງກັນຂ້າມ, ເຈົ້າຄວນເຊີດໜ້າຊູຕາກ້າວໄປຂ້າງໜ້າ. ເຮົາກຳລັງຂໍໃຫ້ພວກເຈົ້າມອບສະຫງ່າລາສີໃຫ້ແກ່ຊື່ຂອງເຮົາ, ບໍ່ແມ່ນເພື່ອເຮັດໃຫ້ເສື່ອມເສຍຊື່ຂອງເຮົາ. ບັນດາຜູ້ທີ່ເປັນລູກຊາຍກົກແຕ່ລະຄົນມີໜ້າທີ່ສ່ວນຕົວຂອງຕົນເອງ ແລະ ບໍ່ສາມາດເຮັດທຸກສິ່ງໄດ້. ນີ້ແມ່ນຄວາມຮັບຜິດຊອບທີ່ເຮົາໄດ້ມອບໃຫ້ແກ່ພວກເຈົ້າ ແລະ ມັນບໍ່ແມ່ນເພື່ອໃຫ້ພວກເຈົ້າໜີຄວາມຮັບຜິດຊອບ. ເຈົ້າຕ້ອງອຸທິດຕົວເອງໝົດໃຈ ພ້ອມກັບຄວາມຄິດທັງໝົດຂອງເຈົ້າ ແລະ ກຳລັງທັງໝົດຂອງເຈົ້າເພື່ອປະຕິບັດສິ່ງທີ່ເຮົາໄດ້ມອບໝາຍໃຫ້ພວກເຈົ້າ.

ນັບຈາກມື້ນີ້ໄປ, ທົ່ວໂລກຈັກກະວານ ໜ້າທີ່ຂອງການດູແລລູກຊາຍທັງໝົດຂອງເຮົາ ແລະ ຄົນທັງໝົດຂອງເຮົາຈະຖືກມອບໝາຍໃຫ້ແກ່ລູກຊາຍກົກຂອງເຮົາໄດ້ປະຕິບັດ ແລະ ເຮົາຈະຂ້ຽນຕີໃຜກໍຕາມທີ່ບໍ່ສາມາດອຸທິດຫົວໃຈ ແລະ ຄວາມຄິດທັງໝົດຂອງພວກເຂົາເພື່ອປະຕິບັດມັນ. ນີ້ແມ່ນຄວາມຊອບທຳຂອງເຮົາ. ເຮົາຈະບໍ່ປ່ອຍ ຫຼື ຖືເບົາກັບແມ່ນແຕ່ລູກຊາຍກົກຂອງເຮົາ.

ຖ້າມີຄົນໃດໜຶ່ງທ່າມກາງລູກຊາຍຂອງເຮົາ ຫຼື ທ່າມກາງຄົນຂອງເຮົາທີ່ເຍາະເຍີ້ຍ ຫຼື ດູໝິ່ນຄົນໜຶ່ງໃນລູກຊາຍກົກຂອງເຮົາ, ເຮົາຈະລົງໂທດພວກເຂົາຢ່າງໂຫດຮ້າຍ ຍ້ອນວ່າລູກຊາຍກົກຂອງເຮົາເປັນຕົວແທນຂອງຕົວເຮົາເອງ; ສິ່ງທີ່ຄົນໃດໜຶ່ງກະທຳຕໍ່ພວກເຂົາ, ພວກເຂົາກໍກະທຳຕໍ່ເຮົາເຊັ່ນກັນ. ນີ້ແມ່ນບົດບັນຍັດທີ່ຮ້າຍແຮງທີ່ສຸດຂອງເຮົາ. ເຮົາຈະອະນຸຍາດໃຫ້ລູກຊາຍກົກຂອງເຮົາຈັດການຄວາມຊອບທຳຂອງເຮົາຕໍ່ລູກຊາຍຂອງເຮົາ ແລະ ຄົນຂອງເຮົາຄົນທີ່ລະເມີດຕໍ່ບົດບັນຍັດນີ້ຕາມຄວາມປາຖະໜາຂອງພວກເຂົາ.

ເຮົາຈະຄ່ອຍໆປະຖິ້ມໃຜກໍຕາມທີ່ນັບຖືກເຮົາແບບຫຼິ້ນໆ ແລະ ໃຫ້ຄວາມສຳຄັນກັບແຕ່ອາຫານຂອງເຮົາ, ເຄື່ອງນຸ່ງ ແລະ ການນອນຫຼັບ, ເຂົ້າຮ່ວມພຽງແຕ່ກິດຈະການພາຍນອກຂອງເຮົາ ແລະ ບໍ່ຄຳນຶງເຖິງພາລະຂອງເຮົາ ແລະ ບໍ່ໃສ່ໃຈຕໍ່ການປະຕິບັດໜ້າທີ່ຂອງພວກເຂົາເອງຢ່າງຖືກຕ້ອງ. ສິ່ງນີ້ແມ່ນມຸ້ງໄປຫາທຸກຄົນທີ່ມີຫູ.

ໃຜກໍຕາມທີ່ເຮັດການບໍລິການແກ່ເຮົາຕ້ອງຖອຍຢ່າງເຊື່ອຟັງໂດຍບໍ່ຕ້ອງຄັດຄ້ານ. ໃຫ້ລະມັດລະວັງ ຫຼື ບໍ່ດັ່ງນັ້ນເຮົາຈະຄັດເຈົ້າອອກ. (ນີ້ແມ່ນບົດບັນຍັດເພີ່ມເຕີມ).

ລູກຊາຍກົກຂອງເຮົາຈະຈັບເອົາທ່ອນເຫຼັກນັບຈາກນີ້ເປັນຕົ້ນໄປ ແລະ ເລີ່ມປະຕິບັດສິດອຳນາດຂອງເຮົາເພື່ອປົກຄອງທຸກຊົນຊາດ ແລະ ທຸກຄົນ, ເພື່ອຍ່າງທ່າມກາງທຸກຊົນຊາດ ແລະ ທຸກຄົນ ແລະ ເພື່ອດຳເນີນການພິພາກສາ, ຄວາມຊອບທຳ ແລະ ເດຊານຸພາບຂອງເຮົາທ່າມກາງທຸກຊົນຊາດ ແລະ ທຸກຄົນ. ລູກຊາຍຂອງເຮົາ ແລະ ຄົນຂອງເຮົາຈະຢຳເກງເຮົາ, ສັນລະເສີນເຮົາ, ເຊີດຊູເຮົາ ແລະ ໃຫ້ກຽດເຮົາຢ່າງບໍ່ຢຸດຢ່ອນ, ຍ້ອນວ່າແຜນການຄຸ້ມຄອງຂອງເຮົາໄດ້ຖືກປະຕິບັດ ແລະ ລູກຊາຍກົກຂອງເຮົາສາມາດປົກຄອງຮ່ວມກັບເຮົາ.

ນີ້ແມ່ນສ່ວນໜຶ່ງຂອງບົດບັນຍັດບໍລິຫານຂອງເຮົາ; ຫຼັງຈາກນີ້ ເຮົາຈະບອກພວກມັນໃຫ້ແກ່ພວກເຈົ້າໃນຂະນະທີ່ພາລະກິດຄືບໜ້າໄປ. ຈາກບົດບັນຍັດບໍລິຫານທີ່ກ່າວມາຂ້າງເທິງ, ພວກເຈົ້າຈະເຫັນຈັງຫວະທີ່ເຮົາປະຕິບັດພາລະກິດຂອງເຮົາ ພ້ອມທັງຂັ້ນຕອນທີ່ພາລະກິດຂອງເຮົາໄດ້ໄປເຖິງ. ນີ້ຈະເປັນການຢືນຢັນ.

ເຮົາໄດ້ພິພາກສາຊາຕານແລ້ວ. ຍ້ອນວ່າຄວາມປະສົງຂອງເຮົາບໍ່ໄດ້ຖືກຂັດຂວາງ ແລະ ຍ້ອນວ່າລູກຊາຍກົກຂອງເຮົາໄດ້ຮັບສະຫງ່າລາສີຮ່ວມກັບເຮົາແລ້ວ, ເຮົາໄດ້ປະຕິບັດຄວາມຊອບທຳ ແລະ ເດຊານຸພາບຂອງເຮົາເທິງໂລກ ແລະ ທຸກສິ່ງທີ່ເປັນຂອງຊາຕານແລ້ວ. ເຮົາບໍ່ໄດ້ຍົກນິ້ວມື ຫຼື ເອົາໃຈໃສ່ກັບຊາຕານເລີຍ (ຍ້ອນວ່າມັນບໍ່ສົມຄວນແມ່ນແຕ່ຈະສົນທະນາກັບເຮົາ). ເຮົາພຽງແຕ່ສືບຕໍ່ປະຕິບັດສິ່ງທີ່ເຮົາຕ້ອງປະຕິບັດ. ພາລະກິດຂອງເຮົາດຳເນີນໄປຢ່າງລາບລື້ນເທື່ອລະຂັ້ນຕອນ ແລະ ຄວາມປະສົງຂອງເຮົາບໍ່ໄດ້ຖືກຂັດຂວາງທົ່ວແຜ່ນດິນໂລກທັງໝົດ. ສິ່ງນີ້ເຮັດໃຫ້ຊາຕານໄດ້ຮັບຄວາມອັບອາຍໃນລະດັບໜຶ່ງ ແລະ ມັນໄດ້ຖືກທຳລາຍຢ່າງສິ້ນເຊີງ, ແຕ່ສິ່ງນີ້ບໍ່ໄດ້ປະຕິບັດຕາມຄວາມປະສົງຂອງເຮົາໃນຕົວຂອງມັນເອງ. ເຮົາຍັງໄດ້ອະນຸຍາດໃຫ້ລູກຊາຍກົກຂອງເຮົາປະຕິບັດບົດບັນຍັດບໍລິຫານຂອງເຮົາກັບພວກເຂົາເຊັ່ນກັນ. ໃສນດ້ານໜຶ່ງ, ສິ່ງທີ່ເຮົາເຮັດໃຫ້ຊາຕານເຫັນແມ່ນຄວາມໂກດຮ້າຍຂອງເຮົາທີ່ມີຕໍ່ມັນ; ໃນອີກດ້ານໜຶ່ງ, ເຮົາເຮັດໃຫ້ມັນເຫັນສະຫງ່າລາສີຂອງເຮົາ (ເຫັນວ່າລຸກຊາຍກົກຂອງເຮົາແມ່ນປະຈັກພະຍານທີ່ດັງກ້ອງກັງວານທີ່ສຸດຕໍ່ຄວາມອັບອາຍຂອງຊາຕານ). ເຮົາບໍ່ໄດ້ລົງໂທດມັນເປັນການສ່ວນຕົວ; ກົງກັນຂ້າມ, ເຮົາປ່ອຍໃຫ້ລູກຊາຍກົກຂອງເຮົາປະຕິບັດຄວາມຊອບທຳ ແລະ ເດຊານຸພາບຂອງເຮົາ. ຍ້ອນວ່າຊາຕານເຄີຍທາລຸນລູກຊາຍຂອງເຮົາ, ຂົ່ມເຫັງລູກຊາຍຂອງເຮົາ ແລະ ກົດຂີ່ລູກຊາຍຂອງເຮົາ, ມື້ນີ້ຫຼັງຈາກທີ່ການບໍລິການຂອງມັນສິ້ນສຸດລົງ, ເຮົາຈະອະນຸຍາດໃຫ້ລຸກຊາຍກົກຜູ້ໃຫຍ່ຂອງເຮົາຄັດມັນອອກ. ຊາຕານບໍ່ມີອໍານາດໃນການຕໍ່ຕ້ານການລົ້ມຈົມນັ້ນໄດ້. ການເປັນອຳມະພາດຂອງທຸກຊົນຊາດໃນໂລກເປັນປະຈັກພະຍານທີ່ດີທີ່ສຸດ; ຄົນທີ່ກຳລັງຕໍ່ສູ້ ແລະ ປະເທດທີ່ມີສົງຄາມແມ່ນການສະແດງອອກທີ່ເຫັນໄດ້ຊັດເຈນເຖິງການລົ້ມລະລາຍຂອງອານາຈັກຊາຕານ. ເຫດຜົນທີ່ເຮົາບໍ່ໄດ້ສຳແດງໝາຍສຳຄັນ ແລະ ສິ່ງອັດສະຈັນໃດໆໃນອະດີດກໍແມ່ນເພື່ອນຳເອົາຄວາມອັບອາຍມາສູ່ຊາຕານ ແລະ ມອບສະຫງ່າລາສີໃຫ້ແກ່ຊື່ຂອງເຮົາເທື່ອລະບາດກ້າວ. ເມື່ອຊາຕານຖືກກຳຈັດຢ່າງສິ້ນເຊີງແລ້ວ, ເຮົາກໍເລີ່ມສະແດງລິດອຳນາດຂອງເຮົາ: ສິ່ງທີ່ເຮົາກ່າວກໍກາຍເປັນຈິງ ແລະ ສິ່ງເໜືອທຳມະຊາດທີ່ບໍ່ສອດຄ່ອງກັບແນວຄິດຂອງມະນຸດຈະຖືກເຕີ່ມເຕັມ (ສິ່ງເຫຼົ່ານີ້ໝາຍເຖິງພອນທີ່ຈະມາເຖິງໃນໄວໆນີ້). ຍ້ອນວ່າເຮົາເອງແມ່ນພຣະເຈົ້າທີ່ແທ້ຈິງ ແລະ ເຮົາບໍ່ມີກົດລະບຽບ, ຍ້ອນວ່າເຮົາກ່າວຕາມການປ່ຽນແປງໃນແຜນການຄຸ້ມຄອງຂອງເຮົາ, ສະນັ້ນ ສິ່ງທີ່ເຮົາໄດ້ກ່າວໃນອະດີດຈຶ່ງບໍ່ຈຳເປັນຕ້ອງໃຊ້ໄດ້ໃນປັດຈຸບັນ. ຢ່າຍຶດຕິດກັບແນວຄິດຂອງເຈົ້າເລີຍ! ເຮົາບໍ່ແມ່ນພຣະເຈົ້າທີ່ປະຕິບັດຕາມກົດ; ເມື່ອມີເຮົາ ທຸກສິ່ງກໍເປັນອິດສະຫຼະ, ເປັນເລີດ ແລະ ຖືກປົດປ່ອຍຢ່າງສົມບູນ. ບາງເທື່ອ ສິ່ງທີ່ຖືກກ່າວມື້ວານນີ້ແມ່ນຫຼ້າສະໄໝໄປແລ້ວໃນມື້ນີ້ ຫຼື ບາງເທື່ອ ມື້ນີ້ ມັນອາດຈະຖືກໂຍນຖິ້ມໄປແລ້ວ (ຢ່າງໃດກໍຕາມ, ບົດບັນຍັດບໍລິຫານຂອງເຮົາຈະບໍ່ປ່ຽນແປງນັບແຕ່ມື້ທີ່ພວກມັນຖືກປະກາດໃຊ້). ສິ່ງເຫຼົ່ານີ້ແມ່ນບາດກ້າວໃນແຜນການຄຸ້ມຄອງຂອງເຮົາ. ຢ່າຍຶດຕິດກັບກົດລະບຽບ. ທຸກໆມື້ມີແສງສະຫວ່າງອັນໃໝ່ ແລະ ມີການເປີດເຜີຍໃໝ່ໆ ແລະ ນັ້ນແມ່ນແຜນການຂອງເຮົາ. ທຸກໆມື້ແສງສະຫວ່າງຂອງເຮົາຈະຖືກເປີດເຜີຍໃນຕົວເຈົ້າ ແລະ ສຽງຂອງເຮົາຈະຖືກປ່ອຍອອກມາຕໍ່ໂລກຈັກກະວານ. ເຈົ້າເຂົ້າໃຈບໍ? ນີ້ແມ່ນໜ້າທີ່ຂອງເຈົ້າ, ແມ່ນຄວາມຮັບຜິດຊອບທີ່ເຮົາໄດ້ມອບໝາຍໃຫ້ແກ່ເຈົ້າ. ເຈົ້າຕ້ອງບໍ່ລະເລີຍມັນແມ່ນແຕ່ຄາວດຽວ. ເຮົາຈະໃຊ້ຄົນທີ່ເຮົາຮອງຮັບຈົນເຖິງທີ່ສຸດ ແລະ ສິ່ງນີ້ຈະບໍ່ປ່ຽນແປງໄປຈັກເທື່ອ. ຍ້ອນວ່າເຮົາແມ່ນພຣະເຈົ້າທີ່ມີລິດທານຸພາບສູງສຸດ, ເຮົາຮູ້ວ່າຄົນປະເພດໃດຄວນເຮັດສິ່ງໃດ ພ້ອມທັງຄົນປະເພດໃດສາມາດເຮັດສິ່ງໃດໄດ້. ນີ້ແມ່ນອຳນາດອັນໄພສານຂອງເຮົາ.

ກ່ອນນີ້: ບົດທີ 87

ຕໍ່ໄປ: ບົດທີ 89

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ພາລະກິດ ແລະ ທາງເຂົ້າ (2)

ພາລະກິດ ແລະ ທາງເຂົ້າຂອງພວກເຈົ້າແມ່ນບໍ່ດີປານໃດ; ມະນຸດບໍ່ໃຫ້ຄວາມສຳຄັນກັບວິທີການປະຕິບັດພາລະກິດ ແລະ ຍິ່ງບໍ່ຕັ້ງໃຈສົນໃຈກ່ຽວກັບທາງເຂົ້າແຫ່ງຊີວິດ....

ກ່ຽວກັບຂັ້ນຕອນຂອງພາລະກິດຂອງພຣະເຈົ້າ

ຈາກພາຍນອກ, ມັນເບິ່ງຄືວ່າ ຂັ້ນຕອນຂອງພາລະກິດຂອງພຣະເຈົ້າຢູ່ໃນຂັ້ນຕອນປະຈຸບັນນີ້ ໄດ້ສໍາເລັດລົງແລ້ວ ແລະ ມະນຸດຊາດໄດ້ປະສົບກັບການພິພາກສາ, ການຕິສອນ,...

ພາລະກິດຂອງພຣະເຈົ້າງ່າຍດາຍຕາມທີ່ມະນຸດຈິນຕະນາການບໍ?

ໃນຖານະເປັນຄົນໜຶ່ງທີ່ເຊື່ອໃນພຣະເຈົ້າ, ເຈົ້າຄວນເຂົ້າໃຈວ່າ ມື້ນີ້ ເຈົ້າໄດ້ຮັບການສັນລະເສີນ ແລະ ຄວາມພົ້ນຈາກພຣະເຈົ້າຢ່າງແທ້ຈິງແລ້ວ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້