ບົດທີ 87

ເຈົ້າຕ້ອງກ້າວໂດຍໄວ ແລະ ເຮັດສິ່ງທີ່ເຮົາຕ້ອງການເຮັດສໍາເລັດ. ນີ້ແມ່ນຄວາມປະສົງອັນແຮງກ້າຂອງເຮົາຕໍ່ພວກເຈົ້າ. ເປັນໄປໄດ້ບໍວ່າ ແມ່ນແຕ່ຕອນນີ້ ພວກເຈົ້າກໍຍັງບໍ່ທັນເຂົ້າໃຈຄວາມໝາຍຂອງພຣະທໍາຂອງເຮົາ? ເປັນໄປໄດ້ບໍທີ່ເຈົ້າຍັງບໍ່ຮູ້ເຈດຕະນາຂອງເຮົາ? ເຮົາໄດ້ເວົ້າຊັດເຈນຂຶ້ນ ແລະ ໄດ້ເວົ້າຫຼາຍຂຶ້ນ ແລະ ຫຼາຍຂຶ້ນ ແຕ່ພວກເຈົ້າຍັງບໍ່ໄດ້ພະຍາຍາມເຂົ້າໃຈຄວາມໝາຍຂອງພຣະທໍາຂອງເຮົາເລີຍບໍ? ຊາຕານເອີຍ, ຢ່າຄິດວ່າ ເຈົ້າຈະສາມາດທໍາລາຍແຜນການຂອງເຮົາໄດ້! ຜູ້ທີ່ເຮັດການບໍລິການໃຫ້ຊາຕານ ກໍຄືລູກຫຼານຂອງຊາຕານ (ນີ້ໝາຍເຖິງຜູ້ທີ່ຖືກຊາຕານຄອບງຳ. ສະນັ້ນ ຜູ້ທີ່ຖືກຊາຕານຄອບງຳຈະມີຊີວິດຂອງຊາຕານຢ່າງແນ່ນອນ ແລະ ດ້ວຍເຫດນັ້ນຈິ່ງຖືກເອີ້ນວ່າ ເປັນລູກຫຼານຂອງຊາຕານ) ຂາບຕີນເຮົາວິງວອນຮ້ອງຂໍຄວາມເມດຕາ, ຮ້ອງໄຫ້ ແລະ ກັດແຂ້ວຂອງພວກເຂົາ. ແນວໃດກໍຕາມ ເຮົາຈະບໍ່ເຮັດໃນສິ່ງທີ່ໂງ່ຈ້າເຊັ່ນນັ້ນ! ເຮົາສາມາດໃຫ້ອະໄພໃຫ້ຊາຕານໄດ້ບໍ? ເຮົາສາມາດນໍາເອົາຄວາມລອດພົ້ນມາສູ່ຊາຕານໄດ້ບໍ? ມັນເປັນໄປບໍ່ໄດ້! ເຮົາເຮັດໃນສິ່ງທີ່ເຮົາເວົ້າ ແລະ ເຮົາບໍ່ເຄີຍເສຍໃຈເລີຍ!

ແມ່ນຫຍັງກໍຕາມທີ່ເຮົາເວົ້າຈະກາຍເປັນຈິງ, ບໍ່ແມ່ນບໍ? ປານນັ້ນກໍ່ດີ, ພວກເຈົ້າກໍຍັງບໍ່ໄວ້ວາງໃຈເຮົາ, ສົງໄສພຣະທໍາຂອງເຮົາ ແລະ ຄິດວ່າເຮົາກໍາລັງເວົ້າຫຼິ້ນກັບພວກເຈົ້າຢູ່. ຈັ່ງແມ່ນເປັນຕາຫົວຂວັນແທ້ໆ. ເຮົາຄືພຣະເຈົ້າ! ເຈົ້າເຂົ້າໃຈບໍ? ເຮົາຄືພຣະເຈົ້າ! ຖ້າເຮົາບໍ່ມີສະຕິປັນຍາ ແລະ ອໍານາດ, ເຮົາຈະສາມາດເຮັດ ແລະ ເວົ້າຕາມໃຈເຮົາໄດ້ບໍ? ແຕ່ເຈົ້າຍັງບໍ່ໄວ້ວາງໃຈເຮົາ. ເຮົາໄດ້ເນັ້ນສິ່ງເຫຼົ່ານີ້ກັບພວກເຈົ້າຊໍ້າແລ້ວຊໍ້າອີກ ແລະ ເຮົາໄດ້ບອກພວກເຈົ້າກ່ຽວກັບພວກມັນຊ້ຳແລ້ວຊ້ຳອີກ. ເປັນຫຍັງພວກເຈົ້າສ່ວນໃຫຍ່ຈຶ່ງຍັງບໍ່ເຊື່ອ? ເປັນຫຍັງເຈົ້າຍັງມີຄວາມສົງໄສຢູ່? ເປັນຫຍັງເຈົ້າຈິ່ງຍຶດຕິດຢ່າງສິ້ນຫວັງກັບແນວຄວາມຄິດຂອງຕົນເອງ? ພວກມັນສາມາດຊ່ວຍເຈົ້າໄດ້ບໍ? ເຮົາເຮັດໃນສິ່ງທີ່ເຮົາເວົ້າ. ເຮົາໄດ້ບອກພວກເຈົ້າຫຼາຍເທື່ອແລ້ວ: ຈົ່ງຖືເອົາພຣະທໍາຂອງເຮົາເປັນຄວາມຈິງ ແລະ ຈົ່ງຢ່າມີຄວາມສົງໄສ. ພວກເຈົ້າບໍ່ໄດ້ຖືເອົາພຣະທໍາຂອງເຮົາຢ່າງຈິງຈັງບໍ? ເຈົ້າບໍ່ສາມາດເຮັດຫຍັງໄດ້ດ້ວຍຕົນເອງ ແຕ່ເຈົ້າກໍບໍ່ສາມາດເຊື່ອໃນສິ່ງທີ່ເຮົາເຮັດ. ສາມາດເວົ້າຫຍັງໄດ້ແດ່ກ່ຽວກັບຄົນເຊັ່ນນີ້? ເວົ້າແບບກົງໄປກົງມາ, ມັນເບິ່ງຄືກັບວ່າ ເຮົາບໍ່ເຄີຍສ້າງພວກເຈົ້າ. ເວົ້າອີກຢ່າງໜຶ່ງກໍຄື ເຈົ້າບໍ່ມີຄຸນສົມບັດໃນທຸກດ້ານ ໃນການເປັນຜູ້ໃຫ້ບໍລິການແກ່ເຮົາ. ທຸກຄົນຕ້ອງເຊື່ອໃນພຣະທໍາຂອງເຮົາ! ທຸກຄົນຕ້ອງຜ່ານການທົດສອບ. ເຮົາຈະບໍ່ໃຫ້ຜູ້ໃດຜ່ານໄປໄດ້. ແນ່ນອນ ຜູ້ທີ່ມີຄວາມເຊື່ອແມ່ນໄດ້ຮັບການຍົກເວັ້ນ. ຄົນທີ່ເຊື່ອໝັ້ນໃນພຣະທໍາຂອງເຮົາຈະໄດ້ຮັບພອນຂອງເຮົາຢ່າງແນ່ນອນ ເຊິ່ງຈະຖືກມອບໃຫ້ເຈົ້າ ແລະ ເຮັດໃຫ້ສໍາເລັດໃນຕົວເຈົ້າຕາມສິ່ງທີ່ເຈົ້າເຊື່ອ. ບັນດາລູກຊາຍກົກຂອງເຮົາເອີຍ! ຕອນນີ້ ເຮົາຈະເລີ່ມໃຫ້ພອນທັງໝົດຂອງເຮົາແກ່ພວກເຈົ້າ. ພວກເຈົ້າຈະເລີ່ມປະຖິ້ມສິ່ງທີ່ຍຶດຕິດກັບເນື້ອໜັງທີ່ເປັນຕາກຽດຊັງເທື່ອລະໜ້ອຍເຊັ່ນ: ການແຕ່ງດອງ, ຄອບຄົວ, ການກິນ, ການນຸ່ງຫົ່ມ, ການນອນ ແລະ ໄພພິບັດທາງທໍາມະຊາດທັງໝົດ (ລົມ, ແດດ, ຝົນ, ລົມໜາວຈັດ, ຄວາມທຸກທໍລະມານຈາກຫິມະຕົກ ແລະ ສິ່ງອື່ນໆທັງໝົດທີ່ພວກເຈົ້າກຽດຊັງ). ພວກເຈົ້າຈະເດີນທາງທາງທະເລ, ທາງບົກ ແລະ ທາງອາກາດໂດຍບໍ່ໄດ້ຖືກກະທົບຈາກຂໍ້ຈໍາກັດຂອງພື້ນທີ່, ເວລາ ຫຼື ພູມສາດ. ພວກເຈົ້າຈະມີຄວາມສຸກຢ່າງເບີກບານໃນອ້ອມກອດດ້ວຍຄວາມຮັກຂອງເຮົາ ແລະ ຮັບຜິດຊອບທຸກສິ່ງທີ່ຢູ່ພາຍໃຕ້ການເບິ່ງແຍງດ້ວຍຄວາມຮັກຂອງເຮົາ.

ແມ່ນໃຜທີ່ຈະບໍ່ຮູ້ສຶກພາກພູມໃຈກັບບັນດາລູກຊາຍກົກທີ່ເຮົາໄດ້ເຮັດໃຫ້ສົມບູນ? ແມ່ນໃຜທີ່ຈະບໍ່ສັນລະເສີນຊື່ຂອງເຮົາເພາະເຫັນແກ່ພວກເຂົາ? ເປັນຫຍັງຕອນນີ້ເຮົາຈຶ່ງປາຖະໜາຢາກເປີດເຜີຍຄວາມລຶກລັບຫຼາຍຢ່າງໃຫ້ພວກເຈົ້າເບິ່ງ? ເປັນຫຍັງຈິ່ງເປີດເຜີຍຕອນນີ້ ແຕ່ບໍ່ເປີດເຜີຍໃນອະດີດ? ເຈົ້າຮູ້ບໍວ່າ ສິ່ງນີ້ກໍຍັງເປັນສິ່ງລຶກລັບໃນຕົວຂອງມັນເອງເຊັ່ນກັນ? ເປັນຫຍັງເຮົາຈິ່ງບໍ່ເວົ້າວ່າ ໃນອະດີດປະເທດຈີນແມ່ນຊາດທີ່ເຮົາໄດ້ສາບແຊ່ງ? ເປັນຫຍັງເຮົາບໍ່ໄດ້ເປີດເຜີຍຜູ້ທີ່ໃຫ້ບໍລິການແກ່ເຮົາ? ໃນປັດຈຸບັນເຮົາຍັງຈະບອກພວກເຈົ້າສິ່ງນີ້ເຊັ່ນກັນຄື: ຕາມທັດສະນະຂອງເຮົາ, ປັດຈຸບັນນີ້ທຸກສິ່ງທຸກຢ່າງແມ່ນຖືກເຮັດໃຫ້ສໍາເລັດແລ້ວ ແລະ ເຮົາເວົ້າສິ່ງນີ້ເນື່ອງຈາກບັນດາລູກຊາຍກົກຂອງເຮົາ (ເນື່ອງຈາກວ່າ ໃນປັດຈຸບັນ ບັນດາລູກຊາຍກົກຂອງເຮົາໄດ້ປົກຄອງຄຽງຂ້າງເຮົາ ໂດຍບໍ່ແມ່ນມີແຕ່ຮູບຊົງເທົ່ານັ້ນ ແຕ່ທີ່ຈິງແລ້ວແມ່ນປົກຄອງພ້ອມກັນກັບເຮົາ. ຕອນນີ້ ບັນດາຜູ້ທີ່ພຣະວິນຍານບໍລິສຸດເຮັດພາລະກິດໃນຕົວເຂົາ ຈະປົກຄອງຄຽງຂ້າງເຮົາຢ່າງແນ່ນອນ ແລະ ສິ່ງດັ່ງກ່າວນີ້ແມ່ນຖືກເປີດເຜີຍຕອນນີ້ ແລະ ບໍ່ແມ່ນມື້ວານນີ້ ຫຼື ມື້ອື່ນ). ໃນປັດຈຸບັນ ເຮົາເປີດເຜີຍຄວາມລຶກລັບທັງໝົດຂອງເຮົາກ່ຽວກັບຄວາມເປັນມະນຸດທຳມະດາ ເພາະວ່າ ຄົນເຫຼົ່ານີ້ ທີ່ເຮົາຕ້ອງການເປີດເຜີຍ ແມ່ນໄດ້ຖືກເປີດເຜີຍແລ້ວ ແລະ ນີ້ຄືສະຕິປັນຍາຂອງເຮົາ. ພາລະກິດຂອງເຮົາໄດ້ຄືບໜ້າມາເຖິງຂັ້ນຕອນນີ້ແລ້ວ: ນັ້ນກໍຄື ໃນຊ່ວງເວລານີ້ ເຮົາຕ້ອງຈັດຕັ້ງປະຕິບັດແຜນການແຫ່ງພຣະດໍາລັດການປົກຄອງ ທີ່ເຮົາໄດ້ກໍານົດເປັນພິເສດສໍາລັບຊ່ວງເວລານີ້. ດັ່ງນັ້ນ, ເຮົາຈຶ່ງມອບການຢັ້ງຢືນທີ່ເໝາະສົມແກ່ບັນດາລູກຊາຍກົກຂອງເຮົາ, ບັນດາລູກຊາຍ, ຜູ້ຄົນ ແລະ ຜູ້ທີ່ໃຫ້ບໍລິການ ເພາະວ່າ ເຮົາມີສິດອໍານາດ ແລະ ເຮົາຈະພິພາກສາ ແລະ ເຮົາຈະປົກຄອງດ້ວຍຄ້ອນເຫຼັກ. ແມ່ນໃຜກ້າທີ່ຈະບໍ່ເຮັດການບໍລິການໃຫ້ແກ່ເຮົາດ້ວຍຄວາມເຊື່ອຟັງ? ແມ່ນໃຜກ້າຈົ່ມໃຫ້ເຮົາ? ແມ່ນໃຜກ້າເວົ້າວ່າ ເຮົາບໍ່ແມ່ນພຣະເຈົ້າແຫ່ງຄວາມຊອບທໍາ? ເຮົາຮູ້ວ່າ ທາດແທ້ຜີສາດຂອງພວກເຈົ້າແມ່ນຖືກເປີດເຜີຍຕໍ່ໜ້າເຮົາແຕ່ດົນແລ້ວ: ພວກເຈົ້າຮູ້ສຶກອິດສາ ແລະ ຊັງຜູ້ໃດກໍຕາມທີ່ເຮົາດີນໍາ. ນີ້ແມ່ນທໍາມະຊາດຂອງຊາຕານແທ້ໆ! ເຮົາດີຕໍ່ບັນດາລູກຊາຍຂອງເຮົາ. ເຈົ້າກ້າເວົ້າວ່າ ເຮົາບໍ່ຊອບທໍາບໍ? ເຮົາສາມາດຂັບໄລ່ເຈົ້າອອກແທ້ໆໃດ. ແຕ່ໂຊກດີທີ່ເຈົ້າເຮັດການບໍລິການໃຫ້ແກ່ເຮົາ ແລະ ຕອນນີ້ກໍບໍ່ແມ່ນເວລາເທື່ອ; ບໍ່ດັ່ງນັ້ນ ເຮົາຈະຂັບໄລ່ເຈົ້າອອກ!

ຕະກູນຂອງຊາຕານເອີຍ! ຈົ່ງຢຸດປ່າເຖື່ອນໄດ້ແລ້ວ! ຈົ່ງຢຸດເວົ້າ! ຈົ່ງຢຸດກະທໍາ! ພາລະກິດຂອງເຮົາແມ່ນໄດ້ເລີ່ມດໍາເນີນໃນບັນດາລູກຊາຍ ແລະ ຜູ້ຄົນທີ່ຖືກເລືອກຂອງເຮົາ ແລະ ໄດ້ແພ່ຂະຫຍາຍໄປທົ່ວທຸກຊາດ, ທຸກນິກາຍ, ທຸກສາສະໜາ ແລະ ຜູ້ຄົນທຸກສາຂາອາຊີບທີ່ຢູ່ນອກປະເທດຈີນ. ເປັນຫຍັງຜູ້ທີ່ເຮັດການບໍລິການໃຫ້ແກ່ເຮົາຕ້ອງຖືກກີດກັນດ້ານຈິດວິນຍານສະເໝີ? ເປັນຫຍັງພວກເຂົາບໍ່ເຄີຍເຂົ້າໃຈເລື່ອງຕ່າງໆທາງຝ່າຍວິນຍານ? ເປັນຫຍັງຄືວ່າ ພຣະວິນຍານຂອງເຮົາຈຶ່ງບໍ່ເຄີຍປະຕິບັດພາລະກິດໃນຜູ້ຄົນເຫຼົ່ານີ້? ໂດຍທົ່ວໄປແລ້ວ ເຮົາບໍ່ສາມາດໃຊ້ຄວາມພະຍາຍາມຫຼາຍກັບຜູ້ທີ່ເຮົາບໍ່ໄດ້ກໍານົດໄວ້ລ່ວງໜ້າ ຫຼື ເລືອກໄວ້. ຄວາມທຸກທໍລະມານທັງໝົດທີ່ຜ່ານມາຂອງເຮົາ, ການດູແລ ແລະ ຄວາມພະຍາມຢ່າງພາກພຽນທັງໝົດຂອງເຮົາ ແມ່ນມີໄວ້ສໍາລັບບັນດາລູກຊາຍກົກຂອງເຮົາ, ບັນດາລູກຊາຍ ແລະ ຜູ້ຄົນຈໍານວນເລັກນ້ອຍ ແລະ ຍິ່ງໄປກວ່ານັ້ນ ເຮົາໄດ້ເຮັດສິ່ງເຫຼົ່ານີ້ ເພື່ອວ່າພາລະກິດໃນອະນາຄົດຂອງເຮົາຈະສາມາດສຳເລັດລົງໄດ້ໂດຍບໍ່ມີຂໍ້ຫຍຸ້ງຍາກ ແລະ ເພື່ອວ່າຄວາມປະສົງຂອງເຮົາຈະບໍ່ຖືກຂັດຂວາງ. ຍ້ອນວ່າ ເຮົາແມ່ນພຣະເຈົ້າທີ່ສະຫຼາດ, ເຮົາຈິ່ງໄດ້ຈັດແຈງທຸກຂັ້ນຕອນຢ່າງຖືກຕ້ອງ. ເຮົາບໍ່ພະຍາຍາມເກັບຮັກສາຄົນໄວ້ (ນີ້ແມ່ນແນໃສ່ຜູ້ທີ່ບໍ່ໄດ້ຖືກເລືອກ ຫຼື ກໍານົດໄວ້ລ່ວງໜ້າ) ຫຼື ເຮົາບໍ່ໂຈມຕີຄົນໃດຄົນໜຶ່ງໂດຍບໍ່ໃສ່ໃຈ (ນີ້ແມ່ນແນໃສ່ຜູ້ທີ່ຖືກເລືອກ ຫຼື ກໍານົດໄວ້ລ່ວງໜ້າ): ນີ້ແມ່ນພຣະດໍາລັດຂອງເຮົາ ເຊິ່ງບໍ່ມີໃຜສາມາດປ່ຽນແປງໄດ້! ເຮົາໂຫດຮ້າຍຕໍ່ຜູ້ທີ່ເຮົາກຽດຊັງ; ເຮົາດູແລ ແລະ ປົກປ້ອງຜູ້ທີ່ເຮົາຮັກ. ສະນັ້ນ, ເຮົາເຮັດໃນສິ່ງທີ່ເຮົາເວົ້າ (ຜູ້ທີ່ເຮົາເລືອກແມ່ນຜູ້ທີ່ຖືກເລືອກ; ຜູ້ທີ່ເຮົາກໍານົດໄວ້ລ່ວງໜ້າແມ່ນຜູ້ທີ່ຖືກກໍານົດໄວ້ລ່ວງໜ້າ; ນີ້ແມ່ນພາລະກິດຂອງເຮົາ ທີ່ເຮົາໄດ້ຈັດແຈງໄວ້ກ່ອນການຊົງສ້າງ).

ແມ່ນໃຜສາມາດປ່ຽນແປງໃຈຂອງເຮົາໄດ້? ນອກຈາກການປະຕິບັດຂອງເຮົາ ທີ່ເຮັດຕາມແຜນການ ທີ່ເຮົາເຮັດຂຶ້ນຕາມທີ່ເຮົາປາດຖະໜາ, ແມ່ນໃຜທີ່ກ້າເຮັດດ້ວຍຄວາມປະໝາດ ແລະ ບໍ່ເຊື່ອຟັງຄໍາສັ່ງຂອງເຮົາ? ສິ່ງເຫຼົ່ານີ້ແມ່ນພຣະດໍາລັດທັງໝົດຂອງເຮົາ ແລະ ມີໃຜທີ່ກ້າລົບລ້າງພຣະດໍາລັດແມ່ນແຕ່ຂໍ້ດຽວອອກຈາກເຮົາ? ທຸກຢ່າງແມ່ນຕ້ອງຢູ່ພາຍໃຕ້ການບັນຊາຂອງເຮົາ. ບາງຄົນເວົ້າວ່າ ຄົນໃດໜຶ່ງໄດ້ທົນທຸກຫຼາຍແລ້ວ ແລະ ເປັນຄົນທີ່ສັດຊື່ ແລະ ຄໍານຶງເຖິງຈິດໃຈຂອງເຮົາດ້ວຍຄວາມບໍລິສຸດ. ແຕ່ເປັນຫຍັງເຮົາຈິ່ງບໍ່ເລືອກຄົນນັ້ນ? ນີ້ກໍແມ່ນພຣະດໍາລັດຂອງເຮົາເຊັ່ນກັນ. ຖ້າເຮົາເວົ້າວ່າ ມີບາງຄົນທີ່ສອດຄ່ອງກັບເຈດຕະນາຂອງເຮົາ ຄົນຜູ້ນັ້ນກໍສອດຄ່ອງກັບເຈດຕະນາຂອງເຮົາ ແລະ ແມ່ນຜູ້ທີ່ເຮົາຮັກ; ຖ້າເຮົາເວົ້າວ່າ ບາງຄົນແມ່ນລູກຂອງຊາຕານ ຄົນນັ້ນກໍແມ່ນຄົນທີ່ເຮົາກຽດຊັງ. ຢ່າປະຈົບປະແຈງຄົນອື່ນ! ເຈົ້າສາມາດເບິ່ງຄົນນັ້ນອອກແທ້ບໍ? ເຮົາຕັດສິນສິ່ງເຫຼົ່ານີ້ທັງໝົດ. ລູກຊາຍກໍຈະເປັນລູກຊາຍຢູ່ສະເໝີ ແລະ ຊາຕານກໍຈະເປັນຊາຕານສະເໝີໄປ ເຊິ່ງເວົ້າອີກຢ່າງໜຶ່ງກໍຄື ທໍາມະຊາດຂອງມະນຸດແມ່ນບໍ່ໄດ້ປ່ຽນແປງ. ນອກຈາກວ່າ ເຮົາເຮັດໃຫ້ພວກມັນປ່ຽນແປງ ທຸກຄົນກໍຈະເຮັດຕາມຄົນປະເພດດຽວກັນກັບພວກເຂົາ ແລະ ຈະບໍ່ສາມາດປ່ຽນແປງໄດ້!

ເຮົາເປີດເຜີຍຄວາມລຶກລັບຂອງເຮົາຕໍ່ພວກເຈົ້າໃນຂະນະທີ່ພາລະກິດຂອງເຮົາຄືບໜ້າ. ແທ້ຈິງແລ້ວ ພວກເຈົ້າຮູ້ບໍ່ວ່າພາລະກິດຂອງເຮົາໄດ້ຄືບໜ້າໄປຮອດຂັ້ນຕອນໃດແລ້ວ? ເຈົ້າຈະເຮັດຕາມການນໍາພາຂອງພຣະວິນຍານຂອງເຮົາ ເພື່ອເຮັດໃນສິ່ງທີ່ເຮົາເຮັດ ແລະ ເວົ້າໃນສິ່ງທີ່ເຮົາເວົ້າໄດ້ແທ້ບໍ? ເປັນຫຍັງເຮົາຈິ່ງເວົ້າວ່າ ປະເທດຈີນແມ່ນຊາດທີ່ເຮົາໄດ້ສາບແຊ່ງ? ກ່ອນອື່ນໝົດ ເຮົາໄດ້ສ້າງຄົນຈີນໃນປັດຈຸບັນໃນມະໂນພາບຂອງເຮົາ. ພວກເຂົາບໍ່ມີວິນຍານ ແລະ ໃນເບື້ອງຕົ້ນ ພວກເຂົາຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້. ດ້ວຍເຫດນັ້ນ ເຮົາຈິ່ງໃຈຮ້າຍກັບຄົນເຫຼົ່ານີ້ ແລະ ໄດ້ສາບແຊ່ງພວກເຂົາ. ເຮົາຊັງຄົນເຫຼົ່ານີ້ຫຼາຍທີ່ສຸດ ແລະ ເຮົາໃຈຮ້າຍເວລາມີການກ່າວເຖິງພວກເຂົາ ເພາະພວກເຂົາແມ່ນລູກໆຂອງມັງກອນແດງຜູ້ຍິ່ງໃຫຍ່. ເລື່ອງນີ້ເຮັດໃຫ້ຄົນເຮົາລະນຶກເຖິງຍຸກທີ່ບັນດາປະເທດຕ່າງໆໃນໂລກພະນວກປະເທດຈີນເຂົ້າເປັນປະເທດດຽວກັນ. ປັດຈຸບັນນີ້ກໍຍັງຄືເກົ່າ ແລະ ມັນເປັນການສາບແຊ່ງຂອງເຮົາທັງໝົດ ເຊິ່ງແມ່ນການພິພາກສາທີ່ຊົງພະລັງທີ່ສຸດຂອງເຮົາຕໍ່ມັງກອນແດງຜູ້ຍິ່ງໃຫຍ່. ໃນທີ່ສຸດ ເຮົາໄດ້ສ້າງຄົນອີກປະເພດ ເຊິ່ງພາຍໃນຄົນເຫຼົ່ານີ້ ເຮົາໄດ້ກໍານົດບັນດາລູກຊາຍກົກຂອງເຮົາ, ບັນດາລູກຊາຍຂອງເຮົາ, ຄົນຂອງເຮົາ ແລະ ຜູ້ທີ່ໃຫ້ບໍລິການແກ່ເຮົາໄວ້ລ່ວງໜ້າແລ້ວ. ສະນັ້ນ, ທຸກສິ່ງທີ່ເຮົາເຮັດໃນປັດຈຸບັນໄດ້ຖືກເຮົາຈັດແຈງໄວ້ແຕ່ດົນນານແລ້ວ. ເປັນຫຍັງຄົນທີ່ມີອໍານາດໃນປະເທດຈີນຈິ່ງຂົ່ມເຫັງ ແລະ ບີບບັງຄັບພວກເຈົ້າຢູ່ຊ້ຳແລ້ວຊໍ້າອີກ? ມັນເປັນຍ້ອນວ່າ ມັງກອນແດງຜູ້ຍິ່ງໃຫຍ່ບໍ່ພໍໃຈກັບການສາບແຊ່ງຂອງເຮົາ ແລະ ໄດ້ຕໍ່ຕ້ານເຮົາ. ແນວໃດກໍຕາມ, ທີ່ແນ່ນອນກໍຄື ແມ່ນພາຍໃຕ້ການຂົ່ມເຫັງ ແລະ ການຂົ່ມຂູ່ແບບນີ້ ທີ່ເຮົາໄດ້ເຮັດໃຫ້ບັນດາລູກຊາຍກົກຂອງເຮົາສົມບູນ ເພື່ອວ່າສິ່ງນີ້ອາດຈະຕອບໂຕ້ຢ່າງມີພະລັງຕໍ່ມັງກອນແດງຜູ້ຍິ່ງໃຫຍ່ ແລະ ບັນດາລູກໆຂອງມັນ. ເຮົາຈະຄັດພວກເຂົາອອກໃນພາຍຫຼັງ. ບັດນີ້, ຫຼັງຈາກທີ່ໄດ້ຟັງພຣະທໍາຂອງເຮົາແລ້ວ, ພວກເຈົ້າໄດ້ເຂົ້າໃຈຄວາມໝາຍຂອງການທີ່ເຮົາໄດ້ອະນຸຍາດໃຫ້ພວກເຈົ້າປົກຄອງກັບເຮົາແທ້ບໍ? ເມື່ອເຮົາເວົ້າວ່າ ມັງກອນແດງຜູ້ຍິ່ງໃຫຍ່ແມ່ນຖືກທໍາລາຍຈົນສູ່ຄວາມຕາຍຢ່າງສົມບູນ ມັນກໍຍັງແມ່ນເວລາທີ່ບັນດາລູກຊາຍກົກຂອງເຮົາໄດ້ປົກຄອງຮ່ວມກັບເຮົາ. ການຂົ່ມເຫັງລູກຊາຍກົກຂອງເຮົາຂອງມັງກອນແດງຜູ້ຍິ່ງໃຫຍ່ເປັນຜົນດີຕໍ່ເຮົາຢ່າງຍິ່ງ ແລະ ເມື່ອບັນດາລູກຊາຍຂອງເຮົາເຕີບໃຫຍ່ ແລະ ສາມາດຈັດການກັບເລື່ອງໃນເຮືອນຂອງເຮົາ, ຄົນຮັບໃຊ້ທີ່ຊົ່ວຊ້າ (ຜູ້ເຮັດການບໍລິການ) ຈະຖືກຂັບໄລ່ອອກໄປ. ເນື່ອງຈາກບັນດາລູກຊາຍຂອງເຮົາຈະໄດ້ປົກຄອງຮ່ວມກັບເຮົາ ແລະ ຈະເຮັດໃຫ້ເຈດຕະນາຂອງເຮົາສໍາເລັດ ເຮົາກໍຈະຍູ້ຜູ້ເຮັດການບໍລິການລົງສູ່ທະເລສາບແຫ່ງໄຟ ແລະ ມາດເທື່ອລະຄົນ: ບໍ່ວ່າຫຍັງກໍຕາມ, ພວກເຂົາຕ້ອງອອກໄປ! ເຮົາຮູ້ດີວ່າ ຕະກູນຂອງຊາຕານກໍຕ້ອງການຮັບພອນຂອງເຮົາເຊັ່ນກັນ ແລະ ບໍ່ຕ້ອງການກັບໄປຢູ່ພາຍໃຕ້ອໍານາດຂອງຊາຕານ; ແນວໃດກໍຕາມ, ເຮົາມີພຣະດໍາລັດຂອງເຮົາ ເຊິ່ງທຸກຄົນຕ້ອງປະຕິບັດຕາມ ແລະ ຕ້ອງມີການບັງຄັບໃຊ້ ແລະ ບໍ່ມີໃຜຈະຖືກຍົກເວັ້ນໄດ້. ຫຼັງຈາກນັ້ນ ເຮົາຈະບອກພວກເຈົ້າກ່ຽວກັບພຣະດໍາລັດຂອງເຮົາເທື່ອລະຂໍ້ ເພື່ອບໍ່ໃຫ້ພວກເຈົ້າລະເມີດພວກມັນ.

ກ່ອນນີ້: ບົດທີ 86

ຕໍ່ໄປ: ບົດທີ 88

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້