ບົດທີ 86

ຜູ້ຄົນເວົ້າວ່າເຮົາແມ່ນພຣະເຈົ້າຜູ້ມີຄວາມເມດຕາ; ພວກເຂົາເວົ້າວ່າເຮົາຈະນໍາຄວາມລອດພົ້ນມາສູ່ທຸກສິ່ງທີ່ເຮົາສ້າງ. ສິ່ງເຫຼົ່ານີ້ລ້ວນຖືກກ່າວຕາມຄວາມຄິດຂອງມະນຸດ. ນັ້ນກໍຄື ເຮົາຄືພຣະເຈົ້າຜູ້ມີຄວາມເມດຕາ ແມ່ນເວົ້າເຖິງລູກຊາຍກົກຂອງເຮົາ ແລະ ເຮົາຈະນໍາເອົາຄວາມລອດພົ້ນມາສູ່ທຸກສິ່ງທີ່ໄດ້ກ່າວໄວ້ກັບລູກຊາຍກົກ ແລະ ປະຊາຊົນຂອງເຮົາ. ຍ້ອນວ່າ ເຮົາຄືພຣະເຈົ້າທີ່ສະຫຼາດ, ມັນຊັດເຈນ, ໃນໃຈຂອງເຮົາ ແມ່ນໃຜທີ່ເຮົາຮັກ ແລະ ໃຜທີ່ເຮົາຊັງ. ສຳລັບບັນດາຜູ້ທີ່ເຮົາຮັກ, ເຮົາຈະຮັກເຂົາສະເໝີໄປຈົນເຖິງທີ່ສຸດ ແລະ ຄວາມຮັກນັ້ນຈະບໍ່ມີວັນປ່ຽນແປງ. ສຳລັບບັນດາຜູ້ທີ່ເຮົາຊັງ, ເຮົາຈະບໍ່ສົນໃຈແມ່ນແຕ່ໜ້ອຍດຽວ ບໍ່ວ່າເຂົາຈະປະພຶດດີປານໃດກໍຕາມ. ນີ້ກໍຍ້ອນວ່າພວກເຂົາບໍ່ໄດ້ເກີດມາຈາກເຮົາ ແລະ ບໍ່ໄດ້ມີຄຸນສົມບັດຂອງເຮົາ ຫຼື ຊີວິດຂອງເຮົາ. ເວົ້າອີກຢ່າງກໍຄື ພວກເຂົາບໍ່ໄດ້ຖືກກຳນົດໄວ້ລ່ວງໜ້າ ແລະ ບໍ່ໄດ້ຖືກເລືອກໂດຍເຮົາ ຍ້ອນວ່າເຮົາບໍ່ມີຄວາມຜິດພາດ. ນັ້ນກໍຄື ທຸກສິ່ງທີ່ເຮົາກະທຳນັ້ນເອີ້ນວ່າ ບໍລິສຸດ ແລະ ມີກຽດ, ເຮົາບໍ່ເຄີຍເສຍໃຈກັບສິ່ງນີ້ເລີຍ. ໃນສາຍຕາຂອງຄົນ ເຮົາອາດຂາດນໍ້າໃຈທີ່ສຸດ, ແຕ່ເຈົ້າບໍ່ຮູ້ບໍວ່າ ເຮົາເອງແມ່ນພຣະເຈົ້າຜູ້ທ່ຽງທຳ ແລະ ສະຫງ່າງາມ? ທຸກສິ່ງທີ່ເປັນຂອງເຮົານັ້ນຖືກຕ້ອງ; ແນ່ນອນວ່າ ບັນດາຜູ້ທີ່ເຮົາກຽດຊັງຈະໄດ້ຮັບຄຳສາບແຊ່ງຈາກເຮົາ ແລະ ສ່ວນບັນດາຜູ້ທີ່ເຮົາຮັກຈະໄດ້ພອນຈາກເຮົາຢ່າງແນ່ນອນ. ນີ້ຄືອຸປະນິໄສອັນບໍລິສຸດຂອງເຮົາ ແລະ ບໍ່ສາມາດຝ່າຝືນໄດ້ ແລະ ບໍ່ມີຜູ້ໃດຈະປ່ຽນແປງມັນໄດ້. ນີ້ແມ່ນແນ່ນອນ!

ມື້ນີ້, ບັນດາຜູ້ທີ່ສອດຄ່ອງກັບຄວາມປະສົງຂອງເຮົາຢ່າງແທ້ຈິງຈະຖືກເຮັດໃຫ້ສົມບູນແບບໂດຍເຮົາຢ່າງແນ່ນອນ ຍ້ອນວ່າ ພາລະກິດຂອງເຮົານັ້ນ ແມ່ນທັງກົງໄປກົງມາ ແລະ ລະອຽດຖີ່ຖ້ວນອີກດ້ວຍ ແລະ ເຮົາຈະບໍ່ປ່ອຍໃຫ້ມີຫຍັງຄ້າງຄາ. ບັນດາຜູ້ທີ່ເຮົາສາບແຊ່ງຈະຖືກເຜົາໄໝ້. ແລ້ວເປັນຫຍັງຄົນສ່ວນໃຫຍ່ທີ່ຖືກສາບແຊ່ງໂດຍເຮົາ ແຕ່ວ່າພຣະວິນຍານບໍລິສຸດກໍຍັງປະຕິບັດພາລະກິດຂອງພຣະອົງກັບພວກເຂົາຢູ່ (ນີ້ແມ່ນເວົ້າເຖິງເລື່ອງທີ່ເຮົາບໍ່ໄດ້ອາໄສຢູ່ໃນວິຫານສົກກະປົກບໍ)? ພວກເຈົ້າເຂົ້າໃຈຄວາມໝາຍແທ້ຈິງໃນເຫດຜົນທີ່ເວົ້າວ່າທຸກເລື່ອງ ແລະ ທຸກສິ່ງແມ່ນຮັບໃຊ້ພຣະຄຣິດບໍ? ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງຜ່ານພວກເຂົາ ເມື່ອເຮົານໍາໃຊ້ບໍລິການຂອງພວກເຂົາ ແຕ່ປົກກະຕິແລ້ວ ເມື່ອພວກເຂົາບໍ່ໄດ້ຢູ່ໃນການບໍລິການຂອງເຮົາ ໂດຍພື້ນຖານ ພວກເຂົາແມ່ນບໍ່ໄດ້ຮັບແສງສະຫວ່າງໃນຈິດວິນຍານຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະສະແຫວງຫາກໍຕາມ, ພວກເຂົາແມ່ນສະແຫວງຫາດ້ວຍຄວາມກະຕືລືລົ້ນ ແລະ ນີ້ແມ່ນເລ່ລ່ຽມຂອງຊາຕານ ເພາະວ່າໃນເວລາປົກກະຕິ ພວກເຂົາບໍ່ໄດ້ສົນໃຈພາລະກິດຂອງເຮົາເລີຍ ແລະ ພວກເຂົາກໍບໍ່ໄດ້ໃສ່ໃຈກ່ຽວກັບພາລະຂອງເຮົາແມ່ນແຕ່ໜ້ອຍດຽວ. ບັດນີ້ ລູກຊາຍກົກຂອງເຮົາເຕີບໃຫຍ່ແລ້ວ, ເຮົາຈິງໄລ່ພວກເຂົາອອກໄປ; ຍ້ອນສາເຫດນີ້ ພຣະວິນຍານຂອງເຮົາຈິ່ງຖອນຕົວອອກຈາກທຸກບ່ອນ ແລະ ທຸກສິ່ງໄດ້ເໜັ້ນໜັກເປັນພິເສດກັບລູກຊາຍກົກຂອງເຮົາ. ເຂົ້າໃຈບໍ? ທຸກສິ່ງຂຶ້ນຢູ່ກັບການກະທຳຂອງເຮົາ, ຂຶ້ນຢູ່ກັບການກໍານົດລ່ວງໜ້າຂອງເຮົາ ແລະ ຂຶ້ນຢູ່ກັບທຸກພຣະທຳທີ່ກ່າວອອກຈາກປາກຂອງເຮົາ. ທຸກແຫ່ງຫົນທີ່ໄດ້ຮັບພອນຂອງເຮົາແມ່ນຕ້ອງຂຶ້ນຢູ່ກັບການກະທໍາພາລະກິດຂອງເຮົາ ແລະ ຂຶ້ນຢູ່ກັບການດໍາເນີນພາລະກິດຂອງເຮົາ. ປະເທດຈີນແມ່ນປະເທດທີ່ຊາຕານໄດ້ຮັບການບູຊາຫຼາຍທີ່ສຸດ ດັ່ງນັ້ນ ມັນຈິ່ງຖືກເຮົາສາບແຊ່ງ. ຍິ່ງໄປກວ່ານັ້ນ ມັນຍັງເປັນປະເທດທີ່ໄດ້ປະຕິບັດການຂົ່ມເຫັງເຮົາຫຼາຍທີ່ສຸດອີກດ້ວຍ. ເຮົາຈະບໍ່ປະຕິບັດພາລະກິດຂອງເຮົາກັບຜູ້ຄົນທີ່ຢູ່ພາຍໃຕ້ອິດທິພົນຂອງມັງກອນແດງຜູ້ຍິ່ງໃຫຍ່ຢ່າງແນ່ນອນ. ເຈົ້າເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທຳເຮົາບໍ? ຄວາມຈິງແລ້ວ ຈຳນວນລູກຊາຍກົກ ແລະ ປະຊາຊົນຂອງເຮົານັ້ນມີໜ້ອຍຫຼາຍ. ແນ່ນອນວ່າທຸກສິ່ງແມ່ນຢູ່ໃນກໍາມືຂອງເຮົາ; ຄວນສຸມກໍາລັງ ແລະ ໃຊ້ຄວາມພະຍາຍາມຫຼາຍຂຶ້ນກັບຜູ້ທີ່ເຮົາໄດ້ເລືອກໄວ້ ແລະ ກຳນົດໄວ້ລ່ວງໜ້າແລ້ວ. ເວົ້າອີກຢ່າງກໍຄື ບັນດາຜູ້ທີ່ເປັນລູກຊາຍກົກຂອງເຮົາຄວນຝຶກຝົນໂດຍໄວເພື່ອວ່າ ພວກເຂົາຈະສາມາດແບ່ງປັນພາລະຂອງເຮົາໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ແລະ ອຸທິດທຸກຄວາມພະຍາຍາມເຂົ້າໃນພາລະກິດຂອງເຮົາ.

ບັນດາພວກເຈົ້າຜູ້ທີ່ບໍລິການເຮົາ, ຈົ່ງຟັງເຖີດ! ພວກເຈົ້າສາມາດໄດ້ຮັບບາງພຣະຄຸນຂອງເຮົາເມື່ອເຈົ້າບໍລິການເຮົາ. ນັ້ນກໍຄື ພວກເຈົ້າຈະຮູ້ພຽງຊົ່ວຄາວກ່ຽວກັບພາລະກິດຂອງເຮົາໃນຕໍ່ໜ້າ ແລະ ສິ່ງທີ່ຈະເກີດຂຶ້ນໃນອະນາຄົດ, ແຕ່ແນ່ນອນວ່າ ພວກເຈົ້າຈະບໍ່ມີຄວາມສຸກກັບມັນ. ນີ້ຄືພຣະຄຸນຂອງເຮົາ. ເມື່ອການບໍລິການຂອງເຈົ້າສຳເລັດແລ້ວ, ຈົ່ງອອກໄປທັນທີ ແລະ ຢ່າລໍຊ້າ. ບັນດາພວກເຈົ້າຜູ້ທີ່ເປັນລູກຊາຍກົກຂອງເຮົາບໍ່ຄວນອວດດີ ແຕ່ພວກເຈົ້າອະນຸຍາດໃຫ້ພູມໃຈໄດ້ ຍ້ອນວ່າເຮົາໄດ້ປະທານພອນອັນບໍ່ມີວັນສິ້ນສຸດໃຫ້ແກ່ພວກເຈົ້າແລ້ວ. ບັນດາພວກເຈົ້າຜູ້ທີ່ເປັນເປົ້າໝາຍຂອງການທຳລາຍລ້າງບໍ່ຄວນສ້າງຄວາມເດືອດຮ້ອນໃຫ້ກັບຕົວເອງ ຫຼື ຮູ້ສຶກເສົ້າໂສກເສຍໃຈກັບໂຊກຊະຕາຂອງຕົນ. ໃຜເຮັດໃຫ້ເຈົ້າເປັນລູກຫຼານຂອງຊາຕານ? ພາຍຫຼັງທີ່ເຈົ້າໄດ້ບໍລິການເຮົາແລ້ວ ເຈົ້າອາດຈະກັບໄປຢູ່ຂຸມເລິກ ຍ້ອນວ່າ ເຈົ້າບໍ່ມີປະໂຫຍດກັບເຮົາອີກຕໍ່ໄປ. ຫຼັງຈາກນັ້ນ ເຮົາຈະເລີ່ມຈັດການກັບເຈົ້າດ້ວຍການຂ້ຽນຕີຂອງເຮົາ. ເມື່ອເຮົາເລີ່ມເຮັດພາລະກິດ ເຮົາກໍຈະຕິດຕາມຈົນເຖິງທີ່ສຸດ; ການກະທໍາຂອງເຮົາຈະຖືກເຮັດໃຫ້ສໍາເລັດ ແລະ ຜົນສຳເລັດຂອງເຮົາຈະຄົງຢູ່ຕະຫຼອດໄປ. ສິ່ງທັງໝົດນີ້ແມ່ນໃຊ້ໄດ້ກັບລູກຊາຍກົກຂອງເຮົາ, ລູກຊາຍຂອງເຮົາ ແລະ ປະຊາຊົນຂອງເຮົາ ແລະ ມັນໃຊ້ໄດ້ກັບພວກເຈົ້າເຊັ່ນດຽວກັນ: ການຕີສອນຂອງເຮົາທີ່ມີຕໍ່ພວກເຈົ້າຈະຄົງຢູ່ຕະຫຼອດໄປເປັນນິດ. ກ່ອນໜ້ານີ້ ເຮົາເຄີຍໄດ້ບອກພວກເຈົ້າຫຼາຍເທື່ອແລ້ວວ່າ ຄົນຊົ່ວທີ່ຕໍ່ຕ້ານເຮົາຈະຖືກເຮົາຕີສອນຢ່າງແນ່ນອນ. ຖ້າເຈົ້າບໍ່ໄດ້ຖືກປະນາມໂດຍພຣະວິນຍານບໍລິສຸດຫຼັງຈາກເຈົ້າຕໍ່ຕ້ານເຮົາ ແລ້ວເຈົ້າແມ່ນໄດ້ຖືກສາບແຊ່ງແລ້ວ ແລະ ຫຼັງຈາກນັ້ນກໍຈະຖືກຕີລົງດ້ວຍມືຂອງເຮົາ. ຖ້າເຈົ້າໄດ້ຖືກລົງວິໄນຈາກພຣະວິນຍານບໍລິສຸດໃນຂະນະທີ່ເຈົ້າມີຄວາມຄິດບໍ່ດີກ່ຽວກັບເຮົາ, ເຈົ້າກໍໄດ້ຮັບພອນຂອງເຮົາແລ້ວ; ແນວໃດກໍຕາມ, ເຈົ້າຕ້ອງລະມັດລະວັງຢູ່ສະເໝີ, ຢ່າລະເລີຍ ແລະ ຢ່າປະໝາດ.

ກ່ອນນີ້: ບົດທີ 85

ຕໍ່ໄປ: ບົດທີ 87

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້