ບົດທີ 84

ຍ້ອນພວກເຂົາຂາດຄວາມຮູ້ກ່ຽວກັບເຮົາ, ມະນຸດຈຶ່ງໄດ້ຂັດຂວາງການຄຸ້ມຄອງຂອງເຮົາ ແລະ ໄດ້ທຳລາຍແຜນການຂອງເຮົານັບຄັ້ງບໍ່ຖ້ວນ ແຕ່ພວກເຂົາບໍ່ເຄີຍສາມາດຂັດຂວາງຂັ້ນຕອນທີ່ກ້າວໜ້າຂອງເຮົາໄດ້. ນີ້ກໍຍ້ອນວ່າເຮົາແມ່ນພຣະເຈົ້າທີ່ມີສະຕິປັນຍາ. ໃນຕົວເຮົາແມ່ນມີສະຕິປັນຍາທີ່ບໍ່ສິ້ນສຸດ ແລະ ໃນຕົວເຮົາແມ່ນມີຄວາມລຶກລັບທີ່ບໍ່ມີຂອບເຂດ ແລະ ບໍ່ສາມາດຢັ່ງຮູ້ໄດ້. ຕັ້ງແຕ່ອະດີດຕະການ, ມະນຸດບໍ່ເຄີຍສາມາດຢັ່ງຮູ້ ແລະ ເຂົ້າໃຈສິ່ງເຫຼົ່ານີ້ໄດ້ຢ່າງຄົບຖ້ວນ. ນັ້ນບໍ່ແມ່ນບໍ? ບໍ່ພຽງແຕ່ມີສະຕິປັນຍາໃນພຣະທຳທຸກຂໍ້ທີ່ເຮົາກ່າວ ແຕ່ວ່າແຕ່ລະພຣະທຳກໍຍັງມີຄວາມລຶກລັບທີ່ປິດບັງໄວ້ຂອງເຮົາອີກດ້ວຍ. ກັບເຮົາ, ທຸກສິ່ງແມ່ນຄວາມລຶກລັບ; ທຸກສ່ວນຂອງເຮົາແມ່ນຄວາມລຶກລັບ. ມື້ນີ້ພວກເຈົ້າພຽງແຕ່ໄດ້ເຫັນຄວາມລຶກລັບ ເຊິ່ງພວກເຈົ້າໄດ້ເຫັນຕົວຕົນຂອງເຮົາ ແຕ່ພວກເຈົ້າຍັງບໍ່ທັນໄດ້ໄຂຄວາມລຶກລັບນີ້ທີ່ຖືກປິດບັງໄວ້ພາຍໃນ. ມະນຸດສາມາດເຂົ້າສູ່ອານາຈັກຂອງເຮົາໂດຍການຕິດຕາມການນຳພາຂອງເຮົາເທົ່ານັ້ນ; ບໍ່ດັ່ງນັ້ນ ພວກເຂົາກໍຄົງພິນາດໄປພ້ອມກັບໂລກ ແລະ ກາຍເປັນຂີ້ເທົ່າ. ເຮົາແມ່ນພຣະເຈົ້າເອງທີ່ສົມບູນ; ເຮົາບໍ່ແມ່ນຜູ້ໃດອື່ນ ແຕ່ແມ່ນພຣະເຈົ້າເອງ. ມີຄຳເວົ້າກ່ອນໜ້ານີ້ເຊັ່ນ “ການສຳແດງຕົວຂອງພຣະເຈົ້າ” ໄດ້ຫຼ້າສະໄໝໄປແລ້ວ; ພວກມັນແມ່ນຂອງເກົ່າທີ່ເສື່ອມສະພາບເຊິ່ງບໍ່ສາມາດໃຊ້ງານໄດ້ອີກຕໍ່ໄປ. ມີຈັກຄົນໃນບັນດາພວກເຈົ້າທີ່ໄດ້ມາເຂົ້າໃຈໃນສິ່ງນີ້? ມີຈັກຄົນໃນບັນດາພວກເຈົ້າທີ່ໄດ້ແນ່ໃຈກ່ຽວກັບເຮົາຈົນເຖິງລະດັບນີ້? ທຸກຄົນຕ້ອງໄດ້ຮັບການອະທິບາຍ ແລະ ແນະນຳຢ່າງຈະແຈ້ງຈາກເຮົາ.

ອານາຈັກຂອງຊາຕານໄດ້ຖືກທຳລາຍ ແລະ ອີກບໍ່ດົນຄົນຂອງມັນຈະໄດ້ສຳເລັດການໃຫ້ການບໍລິການແກ່ເຮົາ. ພວກເຂົາຈະຖືກຂັບໄລ່ອອກຈາກເຮືອນຂອງເຮົາເທື່ອລະຄົນ ເຊິ່ງໝາຍຄວາມວ່າຜູ້ທີ່ໄດ້ປອມຕົວເປັນຄົນອື່ນໃນບົດບາດຕ່າງໆ ລ້ວນແຕ່ໄດ້ຖືກເປີດເຜີຍສີສັນທີ່ແທ້ຈິງຂອງພວກເຂົາ ແລະ ພວກເຂົາທຸກຄົນຈະຖືກຕັດອອກຈາກອານາຈັກຂອງເຮົາ. ຈົ່ງຢ່າລືມ! ນັບແຕ່ມື້ນີ້ເປັນຕົ້ນໄປ, ທຸກຄົນທີ່ເຮົາປະຖິ້ມ ລວມເຖິງບັນດາຜູ້ທີ່ເຮົາປະຖິ້ມໃນອະດີດແມ່ນເປັນຄົນທີ່ພຽງແຕ່ສະແດງ ແລະ ພຽງແຕ່ທຳທ່າ; ພວກເຂົາພຽງແຕ່ສະແດງໃຫ້ເຮົາເບິ່ງ ແລະ ເມື່ອການສະແດງນີ້ສິ້ນສຸດລົງ, ພວກເຂົາກໍຕ້ອງລົງຈາກເວທີ. ບັນດາຜູ້ທີ່ເປັນບຸດຊາຍຂອງເຮົາຢ່າງແທ້ຈິງຈະຢູ່ໃນອານາຈັກຂອງເຮົາຢ່າງເປັນທາງການເພື່ອຮັບເອົາຄວາມຮັກຂອງເຮົາ ແລະ ຮັບພອນທີ່ເຮົາໄດ້ຈັດຕຽມໄວ້ສຳລັບພວກເຈົ້າແລ້ວ. ພອນຈົ່ງມີແກ່ບຸດຊາຍກົກ! ຍ້ອນວ່າພວກເຈົ້າໄດ້ຖືກເຮົາອົບຮົມລ່ວງໜ້າ, ຕອນນີ້ພວກເຈົ້າເໝາະສົມກັບການໃຊ້ຂອງເຮົາ. ຈົ່ງເຊື່ອວ່າເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ. ສິ່ງຕ່າງໆທີ່ຄົນບໍ່ສາມາດເຮັດໃຫ້ສຳເລັດນັ້ນ ເຮົາສາມາດເຮັດໄດ້ໂດຍບໍ່ມີອຸປະສັກໃດໆ ແລະ ບໍມີບ່ອນສຳລັບການແຂ່ງຂັນຢ່າງແນ່ນອນ. ຢ່າສະຫຼຸບວ່າພວກເຈົ້າບໍ່ສາມາດເຮັດຫຍັງໄດ້ ຫຼື ວ່າພວກເຈົ້າບໍ່ເໝາະສົມທີ່ຈະເປັນບຸດຊາຍກົກຂອງເຮົາ. ພວກເຈົ້າຄູ່ຄວນແທ້ໆ! ນີ້ກໍຍ້ອນວ່າທຸກສິ່ງຂຶ້ນຢູ່ກັບເຮົາເພື່ອຈະໄດ້ກະທຳ; ພວກມັນທັງໝົດເພິ່ງພາເຮົາເພື່ອໃຫ້ສຳເລັດ. ເປັນຫຍັງຕອນນີ້ພວກເຈົ້າຈຶ່ງຮູ້ສຶກວ່າພວກເຈົ້າມີວຸດທິພາວະເຊັ່ນນັ້ນ? ນີ້ເປັນພຽງຍ້ອນເວລາທີ່ເຮົາຈະໃຊ້ພວກເຈົ້າຢ່າງແທ້ຈິງນັ້ນຍັງບໍ່ທັນມາຮອດເທື່ອ. ພອນສະຫວັນທີ່ຍິ່ງໃຫຍ່ບໍ່ສາມາດຖືກໃຊ້ກັບຈຸດປະສົງທີ່ເລັກນ້ອຍໄດ້; ພວກເຈົ້າເຂົ້າໃຈບໍ? ໃນໂລກຈັກກະວານທັງໝົດ, ພວກເຈົ້າພຽງແຕ່ຖືກຈຳກັດຢູ່ປະເທດຈີນນ້ອຍໆບໍ? ນັ້ນກໍຄື ປະຊາຊົນທັງໝົດໃນໂລກຈັກກະວານຈະຖືກມອບໃຫ້ພວກເຈົ້າເພື່ອລ້ຽງດູ ແລະ ນຳພາ ເພາະວ່າພວກເຈົ້າແມ່ນບຸດຊາຍກົກ ແລະ ການນຳພາອ້າຍນ້ອງຂອງພວກເຈົ້າກໍແມ່ນໜ້າທີ່ຂອງພວກເຈົ້າທີ່ຕ້ອງປະຕິບັດ. ຈົ່ງຮູ້ສິ່ງນີ້ໄວ້! ເຮົາແມ່ນພຣະເຈົ້າອົງຊົງລິດທານຸພາບສູງສຸດ! ເຮົາຂໍຢ້ຳອີກເທື່ອໜຶ່ງວ່າເຮົາກຳລັງອະນຸຍາດໃຫ້ພວກເຈົ້າມີຄວາມສຸກກັບຕົວເອງ. ເຮົາແມ່ນຜູ້ທີ່ກຳລັງປະຕິບັດພາລະກິດ, ພຣະວິນຍານບໍລິສຸດກຳລັງປະຕິບັດພາລະກິດຢູ່ທົ່ວທຸກບ່ອນ ແລະ ກຳລັງນໍາພາດ້ວຍຕົວເອງ.

ໃນອະດີດ, ຄົນບໍ່ເຂົ້າໃຈກ່ຽວກັບຄວາມລອດພົ້ນຂອງເຮົາ. ຕອນນີ້ເຈົ້າເຂົ້າໃຈບໍ? ມີຫຼາຍດ້ານກ່ຽວກັບຄວາມລອດພົ້ນຂອງເຮົາ: ດ້ານໜຶ່ງສໍາລັບບາງຄົນແມ່ນບໍ່ມີການກຳນົດໄວ້ລ່ວງໜ້າຢ່າງແນ່ນອນ ເຊິ່ງໝາຍຄວາມວ່າພວກເຂົາບໍ່ສາມາດໄດ້ຮັບພຣະຄຸນຂອງເຮົາໄດ້ເລີຍ; ອີກດ້ານໜຶ່ງແມ່ນມີບັນດາຜູ້ທີ່ໄດ້ຖືກກຳນົດໄວ້ລ່ວງໜ້າຕັ້ງແຕ່ຕົ້ນ ຜູ້ທີ່ໄດ້ຮັບພຣະຄຸນຂອງເຮົາເປັນຊ່ວງໄລຍະເວລາໜຶ່ງ ແຕ່ຫຼັງຈາກເວລາໃດໜຶ່ງ ເຊິ່ງແມ່ນເວລາທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າແລ້ວ, ເຮົາຈະກໍາຈັດພວກເຂົາ ແລະ ຈາກນັ້ນຊີວິດຂອງພວກເຂົາກໍຈະຈົບສິ້ນລົງຢ່າງສົມບູນ. ແຕ່ອີກດ້ານອື່ນແມ່ນມີບັນດາຜູ້ທີ່ເຮົາໄດ້ກຳນົດໄວ້ລ່ວງໜ້າ ແລະ ເລືອກ ແລະ ຜູ້ທີ່ໄດ້ຮັບພອນຕະຫຼອດການ; ພວກເຂົາໄດ້ຮັບພຣະຄຸນຂອງເຮົາແຕ່ຕົ້ນຈົນຈົບ, ລວມເຖິງຄວາມຍາກລຳບາກທີ່ພວກເຂົາໄດ້ທົນທຸກມາກ່ອນ ແລະ ຫຼັງຈາກຍອມຮັບເຮົາ ລວມທັງແສງສະຫວ່າງ ແລະ ແສງເຍືອງທາງທີ່ພວກເຂົາໄດ້ຮັບຫຼັງຈາກການຍອມຮັບເຮົາ. ນັບແຕ່ນີ້ເປັນຕົ້ນໄປ, ພວກເຂົາຈະເລີ່ມຮັບພອນ ເຊິ່ງໝາຍຄວາມວ່າ ພວກເຂົາແມ່ນຜູ້ທີ່ເຮົາກຳລັງຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ນີ້ແມ່ນການສະແດງອອກທີ່ເຫັນໄດ້ຊັດເຈນທີ່ສຸດເຖິງຄວາມສຳເລັດຂອງພາລະກິດອັນຍິ່ງໃຫຍ່ຂອງເຮົາ. ແລ້ວພອນໝາຍເຖິງຫຍັງ? ເຮົາຂໍຖາມພວກເຈົ້າເບິ່ງວ່າ: ພວກເຈົ້າຢາກເຮັດຫຍັງຫຼາຍທີ່ສຸດ? ພວກເຈົ້າກຽດຊັງຫຍັງຫຼາຍທີ່ສຸດ? ພວກເຈົ້າຫວັງຈະໄດ້ຮັບຫຍັງຫຼາຍທີ່ສຸດ? ພວກເຈົ້າໄດ້ຜ່ານພົ້ນຄວາມເຈັບປວດ ແລະ ຄວາມຍາກລຳບາກໃນອະດີດ, ທັງໝົດນັ້ນແມ່ນເພື່ອໃຫ້ໄດ້ຮັບເຮົາ ແລະ ເພື່ອວ່າຊີວິດຂອງພວກເຈົ້າຈະສາມາດເຕີບໃຫຍ່ຂຶ້ນ; ສິ່ງເຫຼົ່ານັ້ນປະກອບດ້ວຍພຣະຄຸນສ່ວນໜຶ່ງ. “ພອນ” ໝາຍຄວາມວ່າໃນອະນາຄົດ ພວກເຈົ້າຈະບໍ່ມີສິ່ງທີ່ພວກເຈົ້າກຽດຊັງອີກຕໍ່ໄປ ເຊິ່ງໝາຍຄວາມວ່າສິ່ງເຫຼົ່ານີ້ຈະບໍ່ມີຢູ່ໃນຊີວິດຈິງຂອງພວກເຈົ້າອີກຕໍ່ໄປ; ພວກມັນຈະໄດ້ຖືກກໍາຈັດຢ່າງສິ້ນເຊີງຕໍ່ໜ້າຕໍ່ຕາພວກເຈົ້າ. ຄອບຄົວ, ວຽກງານ, ເມຍ, ຜົວ, ລູກໆ, ໝູ່ເພື່ອນ ແລະ ຍາດພີ່ນ້ອງ ແລະ ແມ່ນແຕ່ອາຫານສາມຄາບຕໍ່ມື້ທີ່ພວກເຈົ້າຊັງທຸກໆມື້ຈະໝົດໄປ. (ນີ້ບໍ່ໄດ້ໝາຍເຖິງການຈຳກັດດ້ວຍເວລາ ແລະ ຍ່າງອອກຈາກເນື້ອໜັງທັງໝົດ. ມີພຽງວິນຍານທີ່ເພິ່ງພໍໃຈຂອງເຈົ້າທີ່ສາມາດຮັກສາຮ່າງກາຍຂອງເຈົ້າໄດ້, ແຕ່ນີ້ໝາຍເຖິງຮ່າງກາຍຂອງເຈົ້າ ບໍ່ແມ່ນເນື້ອໜັງ. ເຈົ້າຈະເປັນອິດສະຫຼະ ແລະ ພົ້ນຢ່າງສົມບູນ. ນີ້ແມ່ນສິ່ງມະຫັດສະຈັນທີ່ຍິ່ງໃຫຍ່ທີ່ສຸດ ແລະ ເຫັນໄດ້ຊັດເຈນທີ່ສຸດທີ່ພຣະເຈົ້າໄດ້ສຳແດງອອກມານັບຕັ້ງແຕ່ການຊົງສ້າງໂລກ). ທຸກພາກສ່ວນຂອງດິນທັງໝົດຈະຖືກກໍາຈັດອອກຈາກຮ່າງກາຍຂອງພວກເຈົ້າ ແລະ ພວກເຈົ້າຈະເປັນຮ່າງກາຍຝ່າຍວິນຍານທີ່ບໍລິສຸດ ແລະ ບໍ່ມີມົນທິນຢ່າງສົມບູນ, ສາມາດເດີນທາງໄປທົ່ວຈັກກະວານ ແລະ ຈົນສຸດແຜ່ນດິນໂລກ. ນັບແຕ່ເວລານັ້ນເປັນຕົ້ນໄປ, ເຈົ້າຍັງຈະໄດ້ຮັບການກໍາຈັດຈາກຄວາມລໍາບາກທັງໝົດໂດຍ ການລ້າງ ແລະ ການຂັດຖູ ແລະ ພວກເຈົ້າກໍຈະມີຄວາມສຸກກັບຕົວເອງຢ່າງເຕັມທີ່. ນັບແຕ່ນັ້ນໄປ, ພວກເຈົ້າຈະບໍ່ຄິດກ່ຽວກັບການແຕ່ງດອງອີກຕໍ່ໄປ (ຍ້ອນວ່າເຮົາກຳລັງສິ້ນສຸດຍຸກໜຶ່ງ, ບໍ່ແມ່ນກຳລັງສ້າງໂລກ) ແລະ ຈະບໍ່ມີການເຈັບທ້ອງເກີດລູກທີ່ທໍລະມານຫຼາຍສຳລັບແມ່ຍິງອີກຕໍ່ໄປ. ພວກເຈົ້າຈະບໍ່ເຮັດວຽກ ແລະ ໃຊ້ແຮງງານອີກຕໍ່ໄປໃນອະນາຄົດ. ພວກເຈົ້າຈະຝັງລົງເລິກໃນອ້ອມກອດແຫ່ງຄວາມຮັກຂອງເຮົາຢ່າງສົມບູນ, ຮັບພອນທີ່ເຮົາໄດ້ປະທານໃຫ້ແກ່ພວກເຈົ້າ. ນີ້ແມ່ນແນ່ນອນ. ໃນຂະນະທີ່ພວກເຈົ້າກຳລັງມີຄວາມສຸກກັບພອນເຫຼົ່ານີ້, ພຣະຄຸນຈະສືບຕໍ່ຕິດຕາມພວກເຈົ້າ. ທັງໝົດທີ່ເຮົາໄດ້ຈັດຕຽມໃຫ້ພວກເຈົ້າ ນັ້ນກໍຄືຊັບສົມບັດທີ່ຫາຍາກ ແລະ ລ້ຳຄ່າຈາກທົ່ວໂລກ ຈະຖືກມອບໃຫ້ແກ່ພວກເຈົ້າ. ຕອນນີ້, ເຈົ້າບໍ່ສາມາດມະໂນພາບ ແລະ ຈິນຕະນາການສິ່ງເຫຼົ່ານີ້ໄດ້ ແລະ ບໍ່ມີໃຜໄດ້ມີຄວາມສຸກກັບສິ່ງເຫຼົ່ານັ້ນມາກ່ອນ. ເມື່ອພອນເຫຼົ່ານີ້ມາຢູ່ຕໍ່ໜ້າພວກເຈົ້າ, ພວກເຈົ້າຈະຍິນດີຢ່າງບໍ່ສິ້ນສຸດ ແຕ່ຢ່າລືມວ່າທັງໝົດນີ້ເປັນຍ້ອນອຳນາດຂອງເຮົາ, ການກະທຳຂອງເຮົາ, ຄວາມຊອບທຳຂອງເຮົາ ແລະ ຍິ່ງໄປກວ່ານັ້ນແມ່ນຍ້ອນເດຊານຸພາບຂອງເຮົາ. (ເຮົາຈະມີຄວາມກະລຸນາຕໍ່ບັນດາຜູ້ທີ່ເຮົາເລືອກທີ່ຈະມີຄວາມກະລຸນາ ແລະ ເຮົາຈະມີຄວາມເມດຕາຕໍ່ບັນດາຜູ້ທີ່ເຮົາເລືອກທີ່ຈະມີຄວາມເມດຕາ). ໃນເວລານັ້ນ ພວກເຈົ້າຈະບໍ່ມີພໍ່ແມ່ ແລະ ຈະບໍ່ມີຄວາມສຳພັນທາງສາຍເລືອດ. ພວກເຈົ້າທັງໝົດແມ່ນຄົນທີ່ເຮົາຮັກ, ບຸດຊາຍອັນເປັນທີ່ຮັກຂອງເຮົາ. ນັບແຕ່ເວລານັ້ນເປັນຕົ້ນໄປ ຈະບໍ່ມີໃຜກ້າທີ່ຈະກົດຂີ່ພວກເຈົ້າອີກ. ມັນຈະເປັນເວລາໃຫ້ພວກເຈົ້າເຕີບໃຫຍ່ເປັນຜູ້ໃຫຍ່ ແລະ ຍັງແມ່ນເວລາເຊິ່ງພວກເຈົ້າປົກຄອງປະເທດຕ່າງໆດ້ວຍໄມ້ຄ້ອນເຫຼັກ! ຜູ້ໃດກ້າຂັດຂວາງບຸດຊາຍອັນເປັນທີ່ຮັກຂອງເຮົາ? ໃຜກ້າໂຈມຕີພວກເຂົາ? ທຸກຄົນຈະເຄົາລົບບຸດຊາຍອັນເປັນທີ່ຮັກຂອງເຮົາ ຍ້ອນວ່າພຣະບິດາໄດ້ຮັບຄວາມສະຫງ່າລາສີແລ້ວ. ທຸກສິ່ງທີ່ບໍ່ມີໃຜເຄີຍຈິນຕະນາການໄດ້ຈະປາກົດຢູ່ຕໍ່ໜ້າຕໍ່ຕາພວກເຈົ້າ; ພວກມັນຈະບໍ່ຈຳກັດ, ໝົດບໍ່ເປັນ ແລະ ບໍ່ມີທີ່ສິ້ນສຸດ. ອີກບໍ່ດົນ ແນ່ນອນວ່າພວກເຈົ້າຈະບໍ່ຈຳເປັນຕ້ອງຕາກແດດ ຫຼື ທົນກັບຄວາມຮ້ອນທີ່ທໍລະມານ ແລະ ພວກເຈົ້າຈະບໍ່ຕ້ອງທົນທຸກກັບຄວາມໜາວເຢັນ ຫຼື ສຳຜັດກັບຝົນ, ຫິມະ ແລະ ລົມອີກຕໍ່ໄປ. ນີ້ກໍຍ້ອນວ່າເຮົາຮັກພວກເຈົ້າ ແລະ ມັນຈະເປັນໂລກແຫ່ງຄວາມຮັກຂອງເຮົາທັງໝົດ. ເຮົາຈະໃຫ້ທຸກສິ່ງທີ່ພວກເຈົ້າຕ້ອງການໃຫ້ແກ່ພວກເຈົ້າ ແລະ ເຮົາຈະຈັດຕຽມທຸກສິ່ງທີ່ພວກເຈົ້າຕ້ອງການໃຫ້ແກ່ພວກເຈົ້າ. ໃຜກ້າອ້າງວ່າເຮົາບໍ່ຊອບທຳ? ເຮົາຈະຂ້າເຈົ້າທັນທີ ຍ້ອນວ່າເຮົາໄດ້ກ່າວໄວ້ກ່ອນໜ້ານີ້ແລ້ວວ່າຄວາມໂກດຮ້າຍຂອງເຮົາ (ຕໍ່ຄົນຊົ່ວຮ້າຍ) ຈະຄົງຢູ່ຕະຫຼອດໄປເປັນນິດ ແລະ ເຮົາຈະບໍ່ລົດລະແມ່ນແຕ່ໜ້ອຍເລີຍ. ແນວໃດກໍຕາມ, ຄວາມຮັກຂອງເຮົາ (ສຳລັບບຸດຊາຍທີ່ຮັກຂອງເຮົາ) ຈະຄົງຢູ່ຕະຫຼອດໄປເຊັ່ນກັນ; ເຮົາຈະບໍ່ເກັບມັນໄວ້ໃນທີ່ສຸດ.

ມື້ນີ້, ຄົນທີ່ໄດ້ຍິນພຣະທຳຂອງເຮົາວ່າເປັນການພິພາກສາ ແມ່ນບັນດາຜູ້ທີ່ບໍ່ໄດ້ຢູ່ໃນສະພາວະທີ່ຖືກຕ້ອງ. ແນວໃດກໍຕາມ, ໃນເວລາທີ່ພວກເຂົາຄົ້ນພົບນັ້ນ, ພຣະວິນຍານບໍລິສຸດກໍໄດ້ປະຖິ້ມພວກເຂົາແລ້ວ. ນອກຈາກໂລກຈັກກະວານທັງໝົດ, ບຸດຊາຍກົກໄດ້ຖືກເລືອກຈາກບັນດາພວກເຈົ້າ, ໃນຂະນະທີບຸດຊາຍ ແລະ ປະຊາຊົນເປັນພຽງສ່ວນນ້ອຍໆຂອງພວກເຈົ້າເທົ່ານັ້ນ. ການເໜັ້ນໜັກຂອງເຮົາແມ່ນກ່ຽວກັບໂລກຈັກກະວານທັງໝົດ ເຊິ່ງໝາຍຄວາມວ່າບຸດຊາຍ ແລະ ປະຊາຊົນໄດ້ຖືກເລືອກຈາກທຸກປະເທດຂອງໂລກ. ເຈົ້າເຂົ້າໃຈບໍ? ເປັນຫຍັງເຮົາຈຶ່ງສືບຕໍ່ເໜັ້ນໜັກວ່າບຸດຊາຍກົກຄວນເຕີບໃຫຍ່ຂຶ້ນໂດຍໄວ ແລະ ອອກໄປນຳພາຄົນຕ່າງຊາດເຫຼົ່ານັ້ນ? ເຈົ້າເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງພຣະທຳເຮົາບໍ? ນີ້ກໍຍ້ອນວ່າປະເທດຈີນເປັນປະເທດໜຶ່ງທີ່ເຮົາໄດ້ສາບແຊ່ງ; ມັນໄດ້ຂົ່ມເຫັງເຮົາຫຼາຍທີ່ສຸດ ແລະ ເຮົາກຽດກໍຊັງມັນທີ່ສຸດ. ເຈົ້າຕ້ອງຮູ້ວ່າບຸດຊາຍກົກຂອງເຮົາ ແລະ ເຮົາມາຈາກສະຫວັນ ແລະ ເປັນຄົນສາກົນ; ພວກເຮົາບໍ່ໄດ້ເປັນຂອງປະເທດໃດໜຶ່ງ. ເຊົາຍຶດຕິດກັບຄວາມຄິດຂອງມະນຸດໄດ້ແລ້ວ! ນີ້ກໍຍ້ອນວ່າເຮົາໄດ້ເປີດເຜີຍຕົວຕົນຂອງເຮົາໃຫ້ແກ່ພວກເຈົ້າ. ທຸກສິ່ງທຸກຢ່າງຂຶ້ນຢູ່ກັບເຮົາ. ເຈົ້າສາມາດຈື່ຈຳພຣະທຳຂອງເຮົາໄດ້ບໍ? ເປັນຫຍັງເຮົາຈຶ່ງເວົ້າວ່າມີຄົນຈຳນວນໜ້ອຍລົງເລື້ອຍໆທ່າມກາງພວກເຈົ້າ ແລະ ປະຊາກອນໄດ້ຖືກເຮັດໃຫ້ບໍລິສຸດຫຼາຍຂຶ້ນເລື້ອຍໆ? ເປັນຍ້ອນວ່າຄວາມລອດພົ້ນຂອງເຮົາກຳລັງຫັນໄປຫາໂລກຈັກກະວານເທື່ອລະໜ້ອຍ. ບັນດາຜູ້ທີ່ຖືກກຳຈັດ, ຜູ້ທີ່ໄດ້ຮັບເອົານາມຂອງເຮົາ ແມ່ນຄົນທີ່ໄດ້ໃຫ້ບໍລິການເພື່ອເຮັດໃຫ້ບຸດຊາຍກົກສົມບູນ. ເຈົ້າເຂົ້າໃຈບໍ? ເປັນຫຍັງເຮົາຈຶ່ງເວົ້າວ່າ ພວກເຂົາທັງໝົດແມ່ນຜູ້ທີ່ໄດ້ໃຫ້ການບໍລິການແກ່ບຸດຊາຍຂອງເຮົາ? ຕອນນີ້ເຈົ້າເຂົ້າໃຈຢ່າງແທ້ຈິງແລ້ວແມ່ນບໍ? ຕົວເລກແມ່ນບໍ່ພຽງພໍແທ້ໆ; ແນ່ນອນວ່າມີໜ້ອຍ. ແນວໃດກໍຕາມ, ຄົນເຫຼົ່ານັ້ນໄດ້ຮັບປະໂຫຍດຢ່າງຫຼວງຫຼາຍຍ້ອນບຸດຊາຍຂອງເຮົາ ແລະ ມີຄວາມສຸກກັບພຣະຄຸນຂອງເຮົາຫຼາຍ, ນັ້ນແມ່ນເຫດຜົນວ່າເປັນຫຍັງເຮົາຈຶ່ງເວົ້າວ່າເຮົາກຳລັງຊ່ວຍເຊື້ອຊາດມະນຸດໃຫ້ລອດພົ້ນເປັນເທື່ອສຸດທ້າຍ. ຕອນນີ້ເຈົ້າຮູ້ຄວາມໝາຍທີ່ແທ້ຈິງຂອງພຣະທຳຂອງເຮົາແລ້ວ! ເຮົາຈະຂ້ຽນຕີໃຜກໍຕາມທີ່ຕໍ່ຕ້ານເຮົາຢ່າງໂຫດຮ້າຍ ແລະ ເຮົາຈະຫັນໜ້າເຂົ້າຫາໃຜກໍຕາມທີ່ປົກປ້ອງເຮົາ. ນີ້ກໍຍ້ອນວ່າ ນັບຕັ້ງແຕ່ເລີ່ມຕົ້ນ ເຮົາໄດ້ເປັນພຣະເຈົ້າທີ່ສະຫງ່າຜ່າເຜີຍ ແລະ ຊອບທຳສະເໝີມາ ແລະ ທຸກສິ່ງທຸກຢ່າງຈະຖືກເປີດເຜີຍແກ່ພວກເຈົ້າ. ເຮົາປະຕິບັດພາລະກິດຢ່າງວ່ອງໄວດ້ວຍວິທີທີ່ຍອດຢ້ຽມ ແລະ ໄວໆນີ້ ສິ່ງມະຫັດສະຈັນຕ່າງໆທີ່ມະນຸດບໍ່ສາມາດຈິນຕະນາການໄດ້ຈະເກີດຂຶ້ນ. ເຮົາໝາຍເຖິງທັນທີ ແລະ ໄວໆນີ້. ເຈົ້າເຂົ້າໃຈບໍ? ຈົ່ງສະແຫວງຫາທາງເຂົ້າສູ່ຊີວິດ, ຢ່າຊັກຊ້າເລີຍ! ບຸດຊາຍທີ່ຮັກເອີຍ, ທຸກສິ່ງຢູ່ທີ່ນີ້ແມ່ນສຳລັບພວກເຈົ້າ ແລະ ທຸກສິ່ງທີ່ມີຢູ່ກໍແມ່ນເພື່ອປະໂຫຍດຂອງພວກເຈົ້າ.

ກ່ອນນີ້: ບົດທີ 83

ຕໍ່ໄປ: ບົດທີ 85

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້